ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (17) ສ່ວນທີ ສາມ

4). ການລະບາຍຄວາມເປັນລົບເມື່ອຄວາມປາຖະໜາທີ່ຈະໄດ້ຮັບພອນຖືກທຳລາຍ

ການລະບາຍຄວາມເປັນລົບຍັງມີການສະແດງອອກອີກດ້ານໜຶ່ງ. ບາງຄົນເວົ້າວ່າ: “ຂ້ອຍເຊື່ອໃນພຣະເຈົ້າມາຫຼາຍປີຂະໜາດນີ້ແລ້ວ ແລະ ຂ້ອຍໄດ້ຮັບຫຍັງແດ່?” ເມື່ອຄົນປະເພດນີ້ລະບາຍຄວາມເປັນລົບ, ສິ່ງຫຼັກໆທີ່ພວກເຂົາເວົ້າກໍຄື “ຂ້ອຍໄດ້ຮັບຫຍັງແດ່?” ເຊິ່ງໝາຍຄວາມວ່າ ພວກເຂົາບໍ່ໄດ້ຮັບຫຍັງເລີຍ. ພວກເຂົາເຊື່ອວ່າ ມັນຍາກເປັນພິເສດທີ່ຈະໄດ້ຮັບຜົນປະໂຫຍດ ຫຼື ພອນບາງຢ່າງຈາກເຮືອນຂອງພຣະເຈົ້າ ຫຼື ຈາກພຣະເຈົ້າ ໃນຂະນະທີ່ເຊື່ອໃນພຣະອົງ ແລະ ເຊື່ອວ່າ ຜູ້ຄົນຕ້ອງຖວາຍຄວາມຮັກອັນມະຫາສານ ແລະ ມີຄວາມອົດທົນຢ່າງໃຫຍ່ຫຼວງ ແລະ ບໍ່ໃຈຮ້ອນເພື່ອໃຫ້ໄດ້ຜົນສຳເລັດທີ່ວ່ອງໄວ. ສ່ວນພຣະທຳຂອງພຣະເຈົ້າທີ່ເປີດໂປງຜູ້ຄົນ, ລິຮານຜູ້ຄົນ, ຫຼໍ່ຫຼອມຜູ້ຄົນ ແລະ ເຮັດໃຫ້ຄວາມເສື່ອມຊາມຂອງມະນຸດບໍລິສຸດນັ້ນ, ພວກເຂົາເຊື່ອວ່າ ສິ່ງນີ້ເປັນພຽງຄຳເວົ້າທີ່ຜິວເຜີນ ແລະ ຟັງດູດີແຕ່ບໍ່ມີແກ່ນສານ ເຊິ່ງບໍ່ສາມາດເຊື່ອຖືໄດ້ຢ່າງແນ່ນອນ; ພວກເຂົາຄິດວ່າ ຖ້າພວກເຂົາປະຕິບັດຕາມພຣະທຳຂອງພຣະເຈົ້າ, ພວກເຂົາຈະເສຍປຽບຢ່າງໃຫຍ່ຫຼວງແທ້ໆ. ພວກເຂົາຄິດວ່າ ການໄດ້ຮັບຜົນປະໂຫຍດ ແລະ ຂໍ້ໄດ້ປຽບ ພ້ອມທັງການເຮັດໃຫ້ຄວາມມຸ່ງຫວັງ ແລະ ຄວາມປາຖະໜາຂອງພວກເຂົາກາຍເປັນຄວາມຈິງນັ້ນ ເປັນສິ່ງທີ່ສຳຄັນທີ່ສຸດຕະຫຼອດເວລາ ແລະ ບໍ່ວ່າພວກເຂົາຈະປະຕິບັດຄວາມຈິງ ຫຼື ບໍ່ກໍບໍ່ແມ່ນເລື່ອງສຳຄັນເລີຍ. ພວກເຂົາເຊື່ອວ່າ ຕາບໃດທີ່ພວກເຂົາບໍ່ເຮັດຄວາມຊົ່ວ, ນັ້ນກໍພຽງພໍແລ້ວ ແລະ ພວກເຂົາຈະບໍ່ຖືກກຳຈັດໂດຍຄຣິສຕະຈັກ. ຄົນສ່ວນໃຫຍ່ຮູ້ສຶກແນວໃດ ຫຼັງຈາກທີ່ໄດ້ຍິນຄຳເວົ້າທີ່ເປັນລົບເຫຼົ່ານີ້? ພວກເຂົາເຫັນດີເຫັນພ້ອມ ແລະ ຍອມຮັບຄຳເວົ້າເຫຼົ່ານີ້ຈາກພາຍໃນຈິດໃຈບໍ ຫຼື ພວກເຂົາຮູ້ສຶກລັງກຽດຕໍ່ຄຳເວົ້າເຫຼົ່ານີ້ ແລະ ຄິດວ່າຄົນເຫຼົ່ານີ້ເຫັນແກ່ຕົວ, ໜ້າລັງກຽດ, ຊົ່ວຊ້າ ແລະ ຕ່ຳຊ້າ ແລະ ສາມາດແຍກແຍະ, ເປີດໂປງ ແລະ ຈຳກັດພວກເຂົາ, ຢຸດຢັ້ງພວກເຂົາຈາກການສືບຕໍ່ເຜີຍແຜ່ຄວາມເປັນລົບ ແລະ ຄວາມຕາຍບໍ? ຄົນສ່ວນໃຫຍ່ຮູ້ສຶກລັງກຽດ ແລະ ຕັດສິນໂທດຄຳເວົ້າທີ່ເປັນລົບດັ່ງກ່າວ ຫຼື ພວກເຂົາສາມາດຖືກເຮັດໃຫ້ຫຼົງຜິດໂດຍຄຳເວົ້າເຫຼົ່ານັ້ນ ແລະ ກາຍເປັນຄົນຄິດລົບໄດ້ບໍ? ບາງຄົນ, ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້ ແລະ ເຫັນວ່າຕົນເອງມີແຕ່ມືເປົ່າ, ກໍຄິດວ່າ: “ແມ່ນແທ້! ຂ້ອຍກໍບໍ່ໄດ້ຮັບຫຍັງຄືກັນ. ໃນເຮືອນຂອງພຣະເຈົ້າ, ຂ້ອຍພຽງແຕ່ໄດ້ກິນເຂົ້າສາມຄາບຕໍ່ມື້, ຂ້ອຍຫຍຸ້ງຢູ່ຕະຫຼອດເວລາ ແລະ ຂ້ອຍບໍ່ໄດ້ຮັບຫຍັງອີກເລີຍແທ້ໆ”. ພວກເຈົ້າມີຄວາມຄິດແບບນີ້ບໍ? ພວກເຈົ້າຮູ້ສຶກແບບດຽວກັນບໍ? ຜູ້ທີ່ເຂົ້າໃຈຄວາມຈິງຈະເວົ້າວ່າ: “ເຈົ້າໝາຍຄວາມວ່າແນວໃດ ທີ່ວ່າເຈົ້າບໍ່ໄດ້ຮັບຫຍັງເລີຍ? ພວກເຮົາໄດ້ຮັບຈາກພຣະເຈົ້າຢ່າງຫຼວງຫຼາຍ! ພວກເຮົາໄດ້ເຂົ້າໃຈຄວາມຈິງຫຼາຍຢ່າງ!” ແຕ່ບາງຄົນອາດຈະບໍ່ເຫັນດີນຳພວກເຂົາ ໂດຍເວົ້າວ່າ: “ມັນເບິ່ງຄືວ່າບໍ່ຄ່ອຍສອດຄ່ອງກັບຄວາມເປັນຈິງປານໃດທີ່ຈະເວົ້າວ່າ ພວກເຮົາໄດ້ຮັບ ‘ຢ່າງຫຼວງຫຼາຍ’. ພວກເຮົາພຽງແຕ່ໄດ້ຮັບພຣະຄຸນເລັກນ້ອຍ, ໄດ້ຮັບໂອກາດບາງຢ່າງໃນການປະຕິບັດໜ້າທີ່ຂອງພວກເຮົາ, ເຂົ້າໃຈຫຼັກຄຳສອນບາງຢ່າງກ່ຽວກັບວິທີການປະພຶດຕົນ, ໄດ້ພົບ ແລະ ຮູ້ຈັກກັບອ້າຍເອື້ອຍນ້ອງຫຼາຍຄົນຈາກສະຖານທີ່ຕ່າງໆ ແລະ ໄດ້ເປີດຫູເປີດຕາຢ່າງຫຼວງຫຼາຍ. ສິ່ງນີ້ຖືວ່າເປັນການໄດ້ຮັບພຽງເລັກນ້ອຍເທົ່ານັ້ນ”. ພວກເຈົ້າຈັດຢູ່ໃນປະເພດໃດໃນບັນດາປະເພດເຫຼົ່ານີ້? ມີຄົນຢູ່ໃນທຸກປະເພດເຫຼົ່ານີ້ ແມ່ນບໍ? (ແມ່ນ.) ພວກເຮົາຈະສົນທະນາກ່ຽວກັບເລື່ອງນີ້ຈາກສອງມຸມມອງ. ກ່ອນອື່ນ, ໃຫ້ພວກເຮົາເວົ້າກ່ຽວກັບສິ່ງທີ່ເກີດຂຶ້ນກັບຜູ້ທີ່ເຊື່ອໃນພຣະເຈົ້າເພື່ອເຫັນແກ່ການໄດ້ຮັບພຣະຄຸນສະເໝີ, ພວກເຂົາເຊື່ອໃນພຣະເຈົ້າເພື່ອໄລ່ຕາມການໄດ້ຮັບຄວາມຈິງ ເພື່ອວ່າພວກເຂົາຈະສາມາດບັນລຸຄວາມລອດພົ້ນບໍ? (ບໍ່, ພວກເຂົາເຊື່ອເພື່ອເຫັນແກ່ການໄດ້ຮັບພອນ.) ຄັນຊັ້ນ, ພຣະເຈົ້າໄດ້ມອບພຣະຄຸນ, ການປົກປ້ອງ, ຄວາມເມດຕາ, ຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງແກ່ພວກເຂົາພຽງເລັກນ້ອຍບໍ? (ພຣະເຈົ້າໄດ້ມອບສິ່ງເຫຼົ່ານີ້ໃຫ້ພວກເຂົາຢ່າງຫຼວງຫຼາຍ.) ສາມາດເວົ້າໄດ້ວ່າ ທຸກຄົນທີ່ເຊື່ອໃນພຣະເຈົ້າລ້ວນແລ້ວແຕ່ໄດ້ຮັບການປົກປ້ອງຈາກພຣະເຈົ້າ. ການປົກປ້ອງຂອງພຣະເຈົ້າເປັນຮູບປະທຳບໍ? ມີຕົວຢ່າງໃນຊີວິດຈິງກ່ຽວກັບເລື່ອງນີ້ບໍ? ຜູ້ຄົນໄດ້ຮັບການປົກປ້ອງປະເພດໃດແດ່? (ປະເພດທີ່ຂ້ອນຂ້າງຈະແຈ້ງກໍຄື ຫຼັງຈາກທີ່ເຊື່ອໃນພຣະເຈົ້າ, ພວກເຮົາກໍບໍ່ໄດ້ຮັບອິດທິພົນຈາກກະແສທີ່ຊົ່ວຊ້າຂອງໂລກອີກຕໍ່ໄປ. ພວກເຮົາບໍ່ຕົກຢູ່ໃນຄວາມເສື່ອມໂຊມ ຫຼື ໄລ່ຕາມສິ່ງທີ່ຊົ່ວຊ້າເຫຼົ່ານັ້ນ ເຊັ່ນ: ການໄປພັບກາງຄືນ, ການສູບຢາ, ການດື່ມເຫຼົ້າ ແລະ ອື່ນໆ. ຢ່າງໜ້ອຍທີ່ສຸດ, ພວກເຮົາກໍບໍ່ໄດ້ເຂົ້າໄປພົວພັນກັບສິ່ງເຫຼົ່ານີ້ ແລະ ຂ້ອຍເຊື່ອວ່າ ພວກເຮົາໄດ້ຮັບການປົກປ້ອງພໍສົມຄວນໃນເລື່ອງນີ້.) ນີ້ຄືດ້ານທີ່ສາມາດຈັບຕ້ອງໄດ້ແທ້ໆ ເຊິ່ງຜູ້ຄົນສາມາດເຫັນ ແລະ ສຳຜັດໄດ້ດ້ວຍຕົນເອງ. ການບໍ່ໄດ້ຮັບອິດທິພົນ ແລະ ຖືກເຮັດໃຫ້ຫຼົງຜິດໂດຍກະແສທີ່ຊົ່ວຊ້າຂອງໂລກ, ການດຳລົງຊີວິດຄືກັບມະນຸດ ແລະ ການດຳລົງຊີວິດພາຍໃນຄວາມເປັນມະນຸດທີ່ປົກກະຕິທີ່ມີຄວາມເໝືອນມະນຸດ, ນີ້ຄືຕົວຢ່າງ ແລະ ຫຼັກຖານທີ່ແທ້ຈິງຂອງການປົກປ້ອງຂອງພຣະເຈົ້າ. ມີອີກບໍ? (ການບໍ່ຖືກລົບກວນໂດຍວິນຍານຊົ່ວຮ້າຍ ແລະ ການສາມາດດຳລົງຊີວິດພາຍໃຕ້ການປົກປ້ອງຂອງພຣະເຈົ້າ.) ນີ້ກໍເປັນຕົວຢ່າງທີ່ແທ້ຈິງເຊັ່ນກັນ. ຄົນສ່ວນໃຫຍ່ເຄີຍມີປະສົບການນີ້ບໍ? ພວກເຈົ້າສາມາດເຂົ້າໃຈຄວາມໝາຍພາຍໃນສິ່ງນີ້ໄດ້ບໍ? ບາງຄົນເວົ້າວ່າ: “ຜູ້ບໍ່ມີຄວາມເຊື່ອກໍບໍ່ຖືກລົບກວນໂດຍວິນຍານຊົ່ວຮ້າຍເຊັ່ນກັນ. ມີຜູ້ບໍ່ມີຄວາມເຊື່ອຈັກຄົນທີ່ຖືກລົບກວນໂດຍວິນຍານຊົ່ວຮ້າຍ?” ຄຳເວົ້ານີ້ຖືກຕ້ອງບໍ? ພວກເຈົ້າຮູ້ສຶກວ່າຄຳເວົ້ານີ້ສອດຄ່ອງກັບຄວາມເປັນຈິງບໍ? (ໝູ່ຮ່ວມຫ້ອງຮຽນຂອງຂ້ອຍຈຳນວນບໍ່ໜ້ອຍເຄີຍຖືກລົບກວນໂດຍວິນຍານຊົ່ວຮ້າຍ. ບາງຄົນປະສົບກັບອາການຖືກຜີອຳ ແລະ ຄົນອື່ນໆກໍໄດ້ຍິນສຽງ. ພວກເຂົາບໍ່ເຊື່ອໃນພຣະເຈົ້າ ແລະ ບໍ່ຮູ້ວ່າກຳລັງເກີດຫຍັງຂຶ້ນ. ພວກເຂົາຊອກຫາການປິ່ນປົວຢູ່ທຸກບ່ອນ ແຕ່ກໍບໍ່ສາມາດປິ່ນປົວສິ່ງນີ້ໄດ້, ພວກເຂົາດຳລົງຊີວິດດ້ວຍຄວາມຢ້ານກົວ ແລະ ຄວາມຫວາດຫວັ່ນ; ມັນທຸກທໍລະມານຫຼາຍ. ເຖິງຢ່າງໃດກໍຕາມ, ຍ້ອນວ່າຂ້ອຍເຊື່ອໃນພຣະເຈົ້າມາຕັ້ງແຕ່ຍັງນ້ອຍ, ຂ້ອຍຈຶ່ງບໍ່ເຄີຍຖືກລົບກວນ ຫຼື ທົນທຸກໃນລັກສະນະນີ້. ສ່ວນຫຼາຍແລ້ວ, ໃຈຂອງຂ້ອຍຮູ້ສຶກຂ້ອນຂ້າງໝັ້ນຄົງ ແລະ ສະຫງົບສຸກ.) ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງບໍ່ມີຄວາມກັງວົນນີ້. ພວກເຮົາບໍ່ກັງວົນກ່ຽວກັບການເຈັບປ່ວຍດ້ວຍໂລກປະສາດ ຫຼື ກ່ຽວກັບການຖືກລົບກວນ ຫຼື ຖືກເຂົ້າສິງໂດຍວິນຍານຊົ່ວຮ້າຍ; ພວກເຮົາບໍ່ຢ້ານກົວ ເພາະພວກເຮົາມີພຣະເຈົ້າ. ນອກຈາກນີ້, ໃນຊີວິດຈິງ, ຜູ້ບໍ່ມີຄວາມເຊື່ອມັກຈະເວົ້າກ່ຽວກັບການເບິ່ງໂຫງວເຮັ້ງ, ຮວງຈຸ້ຍ ແລະ ການດູດວງ, ເຊິ່ງໃນວັດທະນະທຳຕາເວັນຕົກ ກໍມີແມ່ນແຕ່ໂຫລາສາດ. ບາງຄົນບູຊາຮູບປັ້ນພຣະພຸດທະຮູບທີ່ມີຊື່ສຽງ, ວິນຍານຊົ່ວຮ້າຍ ແລະ ຮູບເຄົາລົບ ແລະ ບາງຄົນກໍບໍ່ບູຊາ, ແຕ່ບໍ່ວ່າພວກເຂົາຈະບູຊາ ຫຼື ບໍ່ກໍຕາມ, ພວກເຂົາລ້ວນແລ້ວແຕ່ໄດ້ຮັບອິດທິພົນ ແລະ ຖືກຈຳກັດໂດຍສິ່ງເຫຼົ່ານີ້ໃນລະດັບໃດໜຶ່ງ. ຕົວຢ່າງ: ກ່ອນອອກຈາກເຮືອນ, ພວກເຂົາດູດວງເບິ່ງໜ້ອຍໜຶ່ງວ່າທິດທາງໃດເປັນມຸງຄຸນ ແລະ ທິດທາງໃດບໍ່ເປັນມຸງຄຸນ. ເມື່ອເປີດຮ້ານ, ພວກເຂົາກໍກຳນົດວ່າຕຳແໜ່ງໃດສຳລັບໂຕະເກັບເງິນທີ່ຈະນໍາເງິນເຂົ້າມາ ແລະ ຕຳແໜ່ງໃດຈະບໍ່ນໍາເງິນເຂົ້າມາ, ຄວນວາງສິ່ງໃດໃນຮ້ານ ແລະ ຄວນບູຊາຮູບເຄົາລົບອົງໃດເພື່ອດຶງດູດຄວາມຮັ່ງມີ ແລະ ຄວນວາງສິ່ງຂອງບາງຢ່າງໄວ້ບ່ອນໃດເພື່ອຫຼີກເວັ້ນການຂັດຂວາງຮວງຈຸ້ຍ. ເມື່ອຍ້າຍເຮືອນ, ພວກເຂົາຕ້ອງກຳນົດເວລາທີ່ເປັນມຸງຄຸນໃນການຍ້າຍ ເພື່ອຮັບປະກັນຄວາມຮຸ່ງເຮືອງໃນອະນາຄົດຂອງຄອບຄົວ ແລະ ຫຼີກເວັ້ນເຫດຮ້າຍ ແລະ ກຳນົດວ່າເວລາໃດບໍ່ເປັນມຸງຄຸນ. ແມ່ນແຕ່ນັກຮຽນກໍຍັງໄດ້ຮັບອິດທິພົນຈາກຄວາມເຊື່ອເຫຼົ່ານີ້ ເມື່ອພວກເຂົາສອບເສັງເຂົ້າຮຽນ. ໃນມື້ສອບເສັງ, ພວກເຂົາຫຼີກເວັ້ນການເວົ້າຄຳທີ່ມີຄວາມໝາຍວ່າລົ້ມເຫຼວ ແລະ ຕ້ອງເວົ້າຄຳວ່າ “ດີເລີດ” ແລະ “ປະສົບຄວາມສຳເລັດ” ແທນ. ທຸກໆດ້ານຂອງຊີວິດ ຕັ້ງແຕ່ລູກໄປໂຮງຮຽນ ຈົນເຖິງພໍ່ແມ່ທີ່ດຳລົງຊີວິດປະຈຳວັນ, ການຫາເງິນ, ການຍ້າຍເຮືອນ, ການຊອກວຽກເຮັດ, ພ້ອມທັງການແຕ່ງງານຂອງລູກ ແລະ ອື່ນໆ ລ້ວນແລ້ວແຕ່ໄດ້ຮັບອິດທິພົນຈາກສິ່ງທີ່ເອີ້ນວ່າ ຮວງຈຸ້ຍ ແລະ ໂຊກລາບ ລວມທັງແນວຄວາມຄິດອື່ນໆ. ສະນັ້ນ, ເມື່ອຜູ້ຄົນໄດ້ຮັບອິດທິພົນຈາກສິ່ງເຫຼົ່ານີ້, ພວກເຂົາກຳລັງຖືກຈຳກັດໂດຍສິ່ງໃດ? ພວກເຂົາກຳລັງຖືກຈຳກັດໂດຍວິນຍານຊົ່ວຮ້າຍ; ທຸກສິ່ງເຫຼົ່ານີ້ຖືກຄວບຄຸມໂດຍວິນຍານຊົ່ວຮ້າຍ. ຄັນຊັ້ນ ເປັນຫຍັງຜູ້ຄົນຈຶ່ງບູຊາວິນຍານຊົ່ວຮ້າຍເຫຼົ່ານັ້ນ? ເປັນຫຍັງພວກເຂົາຈຶ່ງໄດ້ຮັບອິດທິພົນຈາກສິ່ງເຫຼົ່ານີ້? ສຳລັບເລື່ອງງ່າຍໆ ເຊັ່ນ: ການຍ້າຍເຮືອນ, ເປັນຫຍັງຜູ້ຄົນຈຶ່ງຕ້ອງຄິດໄຕ່ຕອງຢູ່ສະເໝີວ່າ ເວລາໃດເປັນມຸງຄຸນທີ່ຈະຍ້າຍ ແລະ ເວລາໃດບໍ່ເປັນມຸງຄຸນ, ສິ່ງໃດທີ່ເປັນມຸງຄຸນທີ່ຈະຍ້າຍກ່ອນ ແລະ ສິ່ງໃດທີ່ເປັນມຸງຄຸນທີ່ຈະບໍ່ຍ້າຍ? ເປັນຫຍັງພວກເຂົາຈຶ່ງຕ້ອງພິຈາລະນາກ່ຽວກັບສິ່ງເຫຼົ່ານີ້ຢູ່ສະເໝີ? ພວກເຂົາຕ້ອງພິຈາລະນາສິ່ງເຫຼົ່ານີ້ ເພາະຖ້າພວກເຂົາບໍ່ເຮັດແນວນັ້ນ, ວິນຍານຊົ່ວຮ້າຍຈະລົງມືກະທໍາ, ທໍລະມານ ແລະ ທາລຸນພວກເຂົາ. ພວກເຈົ້າເຫັນຫຍັງຈາກເລື່ອງເຫຼົ່ານີ້? ມະນຸດຊາດທັງປວງດຳລົງຊີວິດພາຍໃຕ້ການຄວບຄຸມຂອງຜູ້ຊົ່ວຮ້າຍ. ຜູ້ຊົ່ວຮ້າຍແມ່ນໃຜ? ວິນຍານຊົ່ວຮ້າຍທີ່ຍິ່ງໃຫຍ່ກວ່າຄື ຊາຕານ ແລະ ມານຮ້າຍ ແລະ ພວກທີ່ຊົ່ວຮ້າຍທີ່ນ້ອຍກວ່າຄື ວິນຍານຊົ່ວຮ້າຍໃນສະຖານທີ່ຕ່າງໆ ທີ່ຄວບຄຸມເຊື້ອຊາດທີ່ແຕກຕ່າງກັນຂອງຜູ້ຄົນ. ທຸກໆດ້ານຂອງຊີວິດມະນຸດຖືກຈຳກັດ ແລະ ຖືກຄວບຄຸມໂດຍວິນຍານຊົ່ວຮ້າຍເຫຼົ່ານີ້. ແມ່ນແຕ່ເມື່ອກໍ່ສ້າງເຮືອນ, ໃນລະຫວ່າງການຕິດຕັ້ງຂື່ຫຼັກ, ຜູ້ຄົນກໍແຂວນຜ້າແດງ ແລະ ຈູດກະໂພກເພື່ອເຫັນແກ່ຄວາມໂຊກດີ ແລະ ກຳມະກອນກໍ່ສ້າງລ້ວນແລ້ວແຕ່ນຸ່ງເສື້ອແດງ ເພື່ອນໍາຄວາມຮຸ່ງເຮືອງທາງດ້ານການເງິນມາໃຫ້ ແລະ ເພື່ອຫຼີກເວັ້ນອຸປະຕິເຫດ. ມີຂໍ້ກຳນົດ ແລະ ຄຳເວົ້າທີ່ເຈາະຈົງບາງຢ່າງກ່ຽວກັບສິ່ງທັງໝົດເຫຼົ່ານີ້, ພ້ອມທັງຂໍ້ຫ້າມ ແລະ ພວກເຂົາຕ້ອງຫຼີກເວັ້ນຂໍ້ຫ້າມ ແລະ ປະຕິບັດຕາມຄຳເວົ້າເຫຼົ່ານີ້. ຕົວຢ່າງ: ບາງຄົນມັກຈະປະເຊີນກັບຄວາມຍາກລຳບາກ ແລະ ສິ່ງຕ່າງໆກໍບໍ່ເປັນໄປໂດຍບໍ່ມີບັນຫາສຳລັບພວກເຂົາ; ພວກເຂົາຕົກວຽກ, ເມຍໜີປະ ແລະ ພວກເຂົາບໍ່ເຫຼືອຫຍັງຢູ່ເຮືອນເລີຍ. ພວກເຂົາບໍ່ສາມາດຈ່າຍໜີ້ຈຳນອງເຮືອນໄດ້ຊໍ້າ ແລະ ເບິ່ງຄືວ່າບໍ່ມີຫຍັງເປັນໄປດ້ວຍດີ. ພວກເຂົາບໍ່ໄດ້ເຮັດຫຍັງບໍ່ດີ, ແລ້ວເປັນຫຍັງສິ່ງເຫຼົ່ານີ້ຈຶ່ງເກີດຂຶ້ນກັບພວກເຂົາ? ໂດຍບໍ່ມີທາງເລືອກອື່ນ, ພວກເຂົາຈຶ່ງຫັນໄປບູຊາພຣະເຈົ້າປອມ ແລະ ວິນຍານຊົ່ວຮ້າຍ ຫຼື ຮີບຮ້ອນຊອກຫາຄົນມາເບິ່ງຮວງຈຸ້ຍເພື່ອປ່ຽນໂຊກຊະຕາຂອງພວກເຂົາ ແລະ ຫຼັງຈາກທີ່ເຮັດແນວນັ້ນ, ສິ່ງຕ່າງໆກໍເລີ່ມດີຂຶ້ນເທື່ອລະເລັກເທື່ອລະນ້ອຍສຳລັບພວກເຂົາ. ພວກເຂົາບໍ່ເຊື່ອໃນສິ່ງເຫຼົ່ານີ້ມາກ່ອນ, ແຕ່ຕອນນີ້ ເມື່ອບັນຫາເກີດຂຶ້ນ, ພວກເຂົາກໍບູຊາພຣະເຈົ້າປອມ ແລະ ວິນຍານຊົ່ວຮ້າຍດ້ວຍຄວາມຈິງໃຈ ແລະ ກ່ອນທີ່ພວກເຂົາຈະເຮັດຫຍັງກໍຕາມ ພວກເຂົາຕ້ອງປຶກສາການທໍານາຍ ຫຼື ການດູດວງ. ການດຳລົງຊີວິດແບບນີ້ເມື່ອຍ ຫຼື ບໍ່? (ເມື່ອຍ.) ມັນເມື່ອຍຫຼາຍແທ້ໆ! ເຖິງແມ່ນວ່າພວກເຂົາຢາກເຮັດ, ພວກເຂົາກໍບໍ່ສາມາດດຳລົງຊີວິດຢ່າງອິດສະລະ ແລະ ສະບາຍໃຈໄດ້ ຫຼື ຫຼຸດພົ້ນຈາກຂໍ້ຈຳກັດຂອງຄວາມເຊື່ອ ແລະ ກົດລະບຽບເຫຼົ່ານີ້ໄດ້. ຖ້າພວກເຂົາຝ່າຝືນກົດລະບຽບເຫຼົ່ານີ້, ວິນຍານຊົ່ວຮ້າຍກໍລົງມືກະທໍາ ແລະ ລົບກວນພວກເຂົາ ແລະ ພວກເຂົາຖືກວິນຍານຊົ່ວຮ້າຍເຫຼົ່ານັ້ນບັງຄັບປາບ ແລະ ຕ້ອງບູຊາພວກມັນທຸກມື້ ເພື່ອໃຫ້ຊີວິດຂອງພວກເຂົາດຳເນີນໄປໂດຍບໍ່ມີບັນຫາ. ເຖິງຢ່າງໃດກໍຕາມ, ຜູ້ທີ່ເຊື່ອໃນພຣະເຈົ້າບໍ່ໄດ້ຖືກຈຳກັດໂດຍຄວາມເຊື່ອງົມງວາຍຂອງອຸດົມການທີ່ເກົ່າແກ່ເຫຼົ່ານີ້ ຫຼື ການກະທຳຂອງວິນຍານຊົ່ວຮ້າຍ. ພວກເຂົາສາມາດຍ້າຍເຮືອນ ຫຼື ໄປໄດ້ຕາມໃຈມັກ ໂດຍບໍ່ຕ້ອງຫຼີກເວັ້ນຂໍ້ຫ້າມໃດໆ. ໃນປະເທດຈີນແຜ່ນດິນໃຫຍ່, ພັກກອມມູນິດມັກຈະກົດຂີ່ ແລະ ຂົ່ມເຫັງຄວາມເຊື່ອທາງສາສະໜາຢູ່ສະເໝີ. ຖ້າຜູ້ເຊື່ອບໍ່ສາມາດອາໄສຢູ່ໃນສະຖານທີ່ໃດໜຶ່ງໄດ້ອີກຕໍ່ໄປ, ພວກເຂົາກໍຕ້ອງຍ້າຍອອກໂດຍໄວ. ພວກເຂົາຈຳເປັນຕ້ອງເບິ່ງມື້ ຫຼື ເວລາທີ່ເປັນມຸງຄຸນສຳລັບສິ່ງນີ້ ຫຼື ບູຊາສິ່ງໃດໜຶ່ງບໍ? ບໍ່ຈຳເປັນ. ພວກເຂົາອະທິຖານຫາພຣະເຈົ້າ ແລະ ພຣະເຈົ້າກໍປົກປ້ອງພວກເຂົາ. ທຸກສິ່ງຢູ່ໃນມືຂອງພຣະເຈົ້າ; ພວກເຂົາບໍ່ໄດ້ຖືກຜູກມັດໂດຍສິ່ງເຫຼົ່ານີ້. ເມື່ອໃດກໍຕາມທີ່ພວກເຂົາຢາກກິນຫຍັງ ຫຼື ອອກຈາກເຮືອນ, ພວກເຂົາຈຳເປັນຕ້ອງເບິ່ງມື້ເບິ່ງຍາມ ຫຼື ເບິ່ງວ່າມັນລະເມີດຂໍ້ຫ້າມໃດໆບໍ? ບໍ່, ພວກເຂົາອະທິຖານຫາພຣະເຈົ້າ ແລະ ທຸກສິ່ງກໍຢູ່ໃນກຳມືຂອງພຣະເຈົ້າ. ເມື່ອຜູ້ຄົນດຳລົງຊີວິດພາຍໃຕ້ອຳນາດປົກຄອງ ແລະ ອຳນາດສູງສຸດຂອງພຣະເຈົ້າ, ໂດຍມີການປົກປ້ອງ ແລະ ການນໍາພາຂອງພຣະເຈົ້າ, ວິນຍານຊົ່ວຮ້າຍ ແລະ ວິນຍານສົກກະປົກ ທັງໃຫຍ່ ແລະ ນ້ອຍກໍຕ້ອງຫຼີກທາງໃຫ້; ພວກມັນບໍ່ກ້າລົງມືກະທໍາຕໍ່ຜູ້ທີ່ເຊື່ອໃນພຣະເຈົ້າ. ຄົນເຫຼົ່ານີ້ບໍ່ໄດ້ຮັບການປົກປ້ອງບໍ? ພວກເຂົາບໍ່ໄດ້ດຳລົງຊີວິດຢ່າງອິດສະລະ ແລະ ສະບາຍໃຈບໍ? (ແມ່ນ.) ພຣະຄຸນນີ້ຍິ່ງໃຫຍ່ບໍ? (ແມ່ນ.) ບໍ່ວ່າເຈົ້າຈະໄດ້ຮັບຄວາມຈິງແລ້ວ ຫຼື ຍັງ, ຕາບໃດທີ່ເຈົ້າເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ, ເຈົ້າກໍເປັນຜູ້ທີ່ພຣະເຈົ້າກຳນົດໄວ້ລ່ວງໜ້າ ແລະ ຄັດເລືອກ ແລະ ເມື່ອເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ, ພຣະອົງກໍປົກປ້ອງເຈົ້າແບບນີ້, ໃຫ້ເຈົ້າໄດ້ຮັບພຣະຄຸນດັ່ງກ່າວ. ນີ້ເປັນພຣະຄຸນທີ່ຍິ່ງໃຫຍ່ແທ້ໆ! ຄວາມປອດໄພສ່ວນຕົວຂອງເຈົ້າ ແລະ ການໄປມາທັງໝົດຂອງເຈົ້າຖືກຮັກສາໃຫ້ປອດໄພ ແລະ ໝັ້ນຄົງ, ພຣະເຈົ້າຮັບຜິດຊອບສິ່ງເຫຼົ່ານີ້ ແລະ ປົກປ້ອງສິ່ງເຫຼົ່ານີ້, ດັ່ງນັ້ນ ເຈົ້າຈຶ່ງບໍ່ຈຳເປັນຕ້ອງກັງວົນ. ສ່ວນຫຼາຍແລ້ວ, ຜູ້ຄົນບໍ່ແມ່ນແຕ່ຈະອະທິຖານ ຫຼື ຄິດຢ່າງມີສະຕິກັບຕົນເອງວ່າ: “ຂ້ອຍຈະອະທິຖານຫາພຣະເຈົ້າ ແລະ ຂໍໃຫ້ພຣະເຈົ້າປົກປ້ອງຂ້ອຍ. ຂ້ອຍຫວັງວ່າທຸກຢ່າງຈະຮຽບຮ້ອຍດີ ແລະ ບໍ່ມີເລື່ອງຮ້າຍເກີດຂຶ້ນ”. ເຈົ້າບໍ່ຈຳເປັນຕ້ອງອະທິຖານເລີຍ. ຕາບໃດທີ່ເຈົ້າມີຄວາມເຊື່ອໝັ້ນທີ່ຮຽບງ່າຍໃນໃຈຂອງເຈົ້າວ່າ: “ຂ້ອຍເຊື່ອໃນພຣະເຈົ້າ; ທຸກສິ່ງຢູ່ໃນກຳມືຂອງພຣະເຈົ້າ”, ພຣະເຈົ້າກໍຈະລົງມືກະທໍາ. ຜູ້ຄົນໄດ້ຮັບພຣະຄຸນອັນຍິ່ງໃຫຍ່ດັ່ງກ່າວຈາກພຣະເຈົ້າ, ນີ້ແມ່ນການໄດ້ຮັບພຽງເລັກນ້ອຍບໍ? (ມັນຄືການໄດ້ຮັບທີ່ຫຼາຍພໍສົມຄວນ.) ພຣະເຈົ້າຄືຜູ້ຊົງອຳນາດສູງສຸດອົງດຽວເທົ່ານັ້ນໃນໂລກ. ຊີວິດຂອງເຈົ້າ ແລະ ທຸກສິ່ງທີ່ເຈົ້າເປັນເຈົ້າຂອງລ້ວນແລ້ວແຕ່ຢູ່ໃນກຳມືຂອງພຣະເຈົ້າ, ຢູ່ໃນກຳມືຂອງຜູ້ຊົງອຳນາດສູງສຸດອົງນີ້, ໃຈຂອງເຈົ້າຮູ້ສຶກສະຫງົບສຸກ, ໝັ້ນຄົງ ແລະ ປອດໂປ່ງ ແລະ ເຈົ້າບໍ່ຈຳເປັນຕ້ອງກັງວົນກ່ຽວກັບສິ່ງໃດເລີຍ. ບໍ່ວ່າເຈົ້າຈະມີຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍສ່ຳໃດ ຫຼື ເຈົ້າເຂົ້າໃຈຄວາມຈິງຫຼາຍສໍ່າໃດກໍຕາມ, ເຈົ້າກໍສາມາດໝັ້ນໃຈໃນສິ່ງນີ້ຢ່າງແນ່ນອນໃນໃຈຂອງເຈົ້າ. ທຸກສິ່ງຢູ່ໃນກຳມືຂອງພຣະເຈົ້າ. ຖ້າຜູ້ທີ່ເຊື່ອໃນພຣະເຈົ້າມີພຣະອົງຢູ່ໃນໃຈຂອງພວກເຂົາ ແລະ ເຂົ້າໃຈຄວາມຈິງ, ວິນຍານຊົ່ວຮ້າຍກໍຈະບໍ່ກ້າລົບກວນ, ທຳລາຍ ຫຼື ເຂົ້າໃກ້ພວກເຂົາ. ຜົນກໍຄື, ຜູ້ເຊື່ອບໍ່ຈຳເປັນຕ້ອງຫຍຸ້ງຍາກກັບຂັ້ນຕອນທີ່ບໍ່ຈຳເປັນເຫຼົ່ານັ້ນ. ນີ້ຄືພຣະຄຸນທີ່ຍິ່ງໃຫຍ່ຫຼາຍແທ້ໆ, ເຈົ້າຍັງສາມາດເວົ້າໄດ້ແນວໃດວ່າເຈົ້າບໍ່ໄດ້ຮັບຫຍັງເລີຍຈາກການເຊື່ອໃນພຣະເຈົ້າ? ເຈົ້າບໍ່ແມ່ນຄົນບໍ່ມີສະຕິຮູ້ສຶກຜິດຊອບບໍ? ໂດຍບໍ່ຕ້ອງເບິ່ງສິ່ງອື່ນ, ພຽງແຕ່ອ້າງວ່າບໍ່ໄດ້ຮັບຫຍັງເລີຍກໍພິສູດໃຫ້ເຫັນເຖິງການຂາດສະຕິຮູ້ສຶກຜິດຊອບຢ່າງສິ້ນເຊີງຂອງຄົນໆໜຶ່ງແລ້ວ ແລະ ມັນພິສູດໃຫ້ເຫັນວ່າ ສະຕິຮູ້ສຶກຜິດຊອບຂອງຄົນໆໜຶ່ງຊົ່ວຮ້າຍທີ່ສຸດ; ບໍ່ຈຳເປັນຕ້ອງເວົ້າຫຍັງອີກກ່ຽວກັບສ່ວນທີ່ເຫຼືອ.

ພຣະເຈົ້າປະທານຄວາມຈິງ ແລະ ຊີວິດໃຫ້ແກ່ຜູ້ຄົນໂດຍບໍ່ເສຍຄ່າ, ໂດຍສະໜອງພຣະທຳຂອງພຣະອົງໃຫ້ແກ່ຜູ້ຄົນໂດຍບໍ່ຮຽກຮ້ອງສິ່ງຕອບແທນໃດໆ. ເຖິງແມ່ນວ່າຜູ້ຄົນອາດຈະຮູ້ສຶກວ່າຄວາມເຕີບໂຕຂອງພວກເຂົາຍັງອ່ອນນ້ອຍ, ວ່າພວກເຂົາຍັງບໍ່ເຂົ້າໃຈຄວາມຈິງຫຼາຍປານໃດ ແລະ ພວກເຂົາບໍ່ສາມາດອະທິບາຍສິ່ງເລັກນ້ອຍທີ່ພວກເຂົາເຂົ້າໃຈໄດ້ຢ່າງຈະແຈ້ງ, ແຕ່ພຽງແຕ່ສິ່ງທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ, ຄວາມມັກຮັກ ແລະ ຄວາມຮັກນີ້ ນີ້ເປັນພຣະຄຸນທີ່ຍິ່ງໃຫຍ່ສໍ່າໃດ! ພຣະເຈົ້າໄດ້ມອບສິ່ງທີ່ລໍ້າຄ່າທີ່ສຸດໃຫ້ແກ່ຜູ້ຄົນ; ຜູ້ຄົນໄດ້ຮັບສິ່ງທີ່ມີຄຸນຄ່າທີ່ສຸດໃນໂລກຈາກພຣະເຈົ້າ. ບໍ່ວ່າເຈົ້າຈະຮູ້ສຶກເຖິງມັນ ຫຼື ບໍ່ກໍຕາມ, ພຣະເຈົ້າໄດ້ມອບສິ່ງເຫຼົ່ານີ້ໃຫ້ມະນຸດແລ້ວ. ຜູ້ຄົນຍັງມີຫຍັງໃຫ້ຈົ່ມອີກ? ພວກເຂົາສົມຄວນໄດ້ຮັບສິ່ງເຫຼົ່ານີ້ບໍ? ຜູ້ທີ່ຖືກພຣະເຈົ້າຄັດເລືອກຄືຄົນທີ່ມີຄວາມສຸກທີ່ສຸດໃນໂລກ. ເຈົ້າໄດ້ຖືກພຣະເຈົ້າຄັດເລືອກ ແລະ ເລືອກ; ເຈົ້າຄືໜຶ່ງໃນຄົນທີ່ມີຄວາມສຸກ ແລະ ໂຊກດີທີ່ສຸດໃນໂລກ. ເຈົ້າເວົ້າໄດ້ແນວໃດວ່າເຈົ້າບໍ່ໄດ້ຮັບຫຍັງເລີຍ? ເຈົ້າໄດ້ກາຍເປັນໜຶ່ງໃນຄົນທີ່ມີຄວາມສຸກ ແລະ ໂຊກດີທີ່ສຸດ ຍ້ອນວ່າພຣະເຈົ້າໄດ້ຄັດເລືອກ ແລະ ເລືອກເຈົ້າ ແລະ ດ້ວຍເຫດນັ້ນ, ວິນຍານຊົ່ວຮ້າຍ ແລະ ວິນຍານສົກກະປົກຈຶ່ງບໍ່ກ້າເຂົ້າໃກ້ເຈົ້າ. ບາງຄົນຖາມວ່າ: “ນັ້ນໝາຍຄວາມວ່າສະຖານະ ແລະ ຕົວຕົນຂອງຂ້ອຍມີກຽດແລ້ວບໍ?” ສາມາດເວົ້າແບບນີ້ໄດ້ບໍ? ບໍ່ສາມາດເວົ້າໄດ້, ເພາະສິ່ງນີ້ລ້ວນແລ້ວແຕ່ເກີດຈາກຄວາມຮັກຂອງພຣະເຈົ້າ ແລະ ການກະທຳຂອງພຣະເຈົ້າ. ຜູ້ຄົນໄດ້ຮັບຢ່າງຫຼວງຫຼາຍ! ພຽງແຕ່ໃນຊີວິດນີ້ຊີວິດດຽວ, ຜູ້ຄົນກໍໄດ້ຮັບຢ່າງຫຼວງຫຼາຍແລ້ວ; ຜູ້ຄົນມີຄຸນສົມບັດທີ່ຈະໄດ້ຮັບສິ່ງທັງໝົດນີ້ໄດ້ແນວໃດ? ບາງຄົນທີ່ເຊື່ອໃນພຣະເຈົ້າບໍ່ໄດ້ໄລ່ຕາມຄວາມຈິງເລີຍ ແລະ ຍັງຄົງເວົ້າວ່າ: “ຂ້ອຍໄດ້ຮັບຫຍັງຈາກການເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ?” ເຈົ້າຄິດໄລ່ດ້ວຍຕົນເອງບໍ່ໄດ້ບໍ? ເຈົ້າຮູ້ຢູ່ໃນໃຈຂອງເຈົ້າວ່າເຈົ້າເຂົ້າໃຈຄວາມຈິງ ຫຼື ບໍ່, ເຈົ້າເຮັດຄວາມຊົ່ວໜ້ອຍລົງສໍ່າໃດ ແລະ ຍິ່ງໄປກວ່ານັ້ນ, ເຈົ້າຮູ້ຢູ່ໃນໃຈຂອງເຈົ້າວ່າເຈົ້າໄດ້ເພີດເພີນກັບພຣະຄຸນຫຼາຍສ່ຳໃດ. ຖ້າເຈົ້າຮູ້ແຈ້ງກ່ຽວກັບຈຸດເຫຼົ່ານີ້ຢູ່ໃນໃຈຂອງເຈົ້າ, ເຈົ້າກໍຈະບໍ່ເວົ້າສິ່ງທີ່ຂາດສະຕິຮູ້ສຶກຜິດຊອບເຊັ່ນນັ້ນ. ບາງຄົນຍັງເວົ້າວ່າ: “ເຮືອນຂອງພຣະເຈົ້າກໍຈັດຫາອາຫານ, ເຄື່ອງນຸ່ງຫົ່ມ ແລະ ທີ່ພັກອາໄສໃຫ້ຂ້ອຍເຊັ່ນກັນ”. ສິ່ງນີ້ບໍ່ແມ່ນເລື່ອງເລັກນ້ອຍຫຼາຍບໍ ເມື່ອທຽບກັບພຣະຄຸນ ແລະ ການປົກປ້ອງຂອງພຣະເຈົ້າ? ສິ່ງນີ້ບໍ່ແມ່ນເລື່ອງທີ່ບໍ່ມີຄ່າພໍແມ່ນແຕ່ຈະໃຫ້ເວົ້າເຖິງບໍ? ເຖິງຢ່າງໃດກໍຕາມ, ຜູ້ທີ່ມີສະຕິຮູ້ສຶກຜິດຊອບຮູ້ສຶກວ່າ ເຖິງແມ່ນວ່າມັນຈະບໍ່ມີຄ່າພໍທີ່ຈະເວົ້າເຖິງ, ມັນກໍຍັງເປັນສ່ວນໜຶ່ງຂອງພຣະຄຸນຂອງພຣະເຈົ້າ. ພຣະຄຸນຂອງພຣະເຈົ້ານັ້ນປະເມີນຄ່າບໍ່ໄດ້; ພຣະເຈົ້າໄດ້ມອບໃຫ້ແກ່ຜູ້ຄົນຢ່າງຫຼວງຫຼາຍ! ສ່ວນສິ່ງທີ່ເປັນວັດຖຸເຫຼົ່ານັ້ນ, ໃນມຸມມອງຂອງພຣະເຈົ້າ, ພຣະອົງບໍ່ໄດ້ເກັບມານັບເລີຍ.

ດ້ານໜຶ່ງຂອງການກະທຳຂອງພຣະເຈົ້າແມ່ນການປົກປ້ອງມະນຸດ ແລະ ອີກດ້ານໜຶ່ງແມ່ນການນໍາພາພວກເຂົາໄປສູ່ເສັ້ນທາງແຫ່ງຄວາມລອດພົ້ນ ເພື່ອໃຫ້ພວກເຂົາໄດ້ຮັບຄວາມລອດພົ້ນ. ຜູ້ຄົນໄດ້ເພີດເພີນກັບເຈດຕະນານີ້ຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະອົງທີ່ມີຕໍ່ພວກເຂົາ ແລະ ພຣະເຈົ້າໄດ້ປະທານພຣະຄຸນຢ່າງຫຼວງຫຼາຍໃຫ້ແກ່ພວກເຂົາ! ນອກຈາກນີ້, ຍັງມີສິ່ງໜຶ່ງທີ່ສຳຄັນທີ່ສຸດ: ຄວາມຈິງທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດ, ນັ້ນກໍຄື ພຣະທຳທີ່ບໍ່ມີໃຜໃນປະຫວັດສາດຂອງມະນຸດ, ໃນຍຸກໃດກໍຕາມເຄີຍໄດ້ຍິນ ຫຼື ໄດ້ຮັບມາກ່ອນ. ບໍ່ວ່າພຣະເຈົ້າຈະສ້າງມະນຸດມາຈັກເທື່ອກໍຕາມ, ພຣະອົງກໍບໍ່ເຄີຍເຮັດວຽກງານນີ້ ຫຼື ເວົ້າພຣະທຳເຫຼົ່ານີ້. ຂໍ້ເລິກລັບທັງໝົດທີ່ກ່ຽວຂ້ອງກັບມະນຸດ, ສິ່ງທີ່ມະນຸດສາມາດແບກຮັບໄດ້, ຕີຄວາມໝາຍອອກ ແລະ ເຂົ້າໃຈ, ພຣະເຈົ້າໄດ້ບອກພວກເຈົ້າທັງໝົດແລ້ວ. ຂໍ້ເລິກລັບເຫຼົ່ານີ້, ຄວາມຈິງເຫຼົ່ານີ້, ສາມາດວັດແທກດ້ວຍຈຳນວນໃດໜຶ່ງໄດ້ບໍ? ພວກມັນບໍ່ສາມາດວັດແທກໄດ້; ຜູ້ຄົນບໍ່ສາມາດຊື່ນຊົມກັບສິ່ງເຫຼົ່ານີ້ໄດ້ໝົດສິ້ນຕະຫຼອດຫຼາຍຊົ່ວຊີວິດ. ເປັນຫຍັງເຮົາຈຶ່ງເວົ້າແນວນີ້? ຍ້ອນວ່າພຣະທຳເຫຼົ່ານີ້ຈາກພຣະເຈົ້າຄືພື້ນຖານສຳລັບການມີຊີວິດຢູ່ຂອງມະນຸດ ແລະ ພວກມັນສາມາດດຳລົງຢູ່ໄດ້ຕະຫຼອດໄປ. ຖ້າເຈົ້າໂຊກດີພໍທີ່ຈະເຫຼືອລອດ ແລະ ມີຊີວິດຢູ່ຕະຫຼອດໄປແທ້ໆ, ພຣະທຳ ແລະ ຄວາມຈິງເຫຼົ່ານີ້ຈາກພຣະເຈົ້າກໍສາມາດສະໜອງໃຫ້ແກ່ເຈົ້າໄດ້ຕະຫຼອດໄປ. ຄວາມໝາຍຂອງຄຳວ່າຕະຫຼອດໄປແມ່ນຫຍັງ? ມັນໝາຍເຖິງການບໍ່ຖືກຈຳກັດດ້ວຍເວລາ, ມັນໝາຍເຖິງການບໍ່ມີຂອບເຂດ. ຖ້າພວກເຮົາຕີຄວາມໝາຍຕາມຕົວອັກສອນ, ມັນໝາຍເຖິງການບໍ່ມີຈຸດຈົບ ນັ້ນກໍຄືການມີຊີວິດຢູ່ຕະຫຼອດໄປ, ຄືກັບພຣະເຈົ້າເອງ. ພຣະທຳ ແລະ ຄວາມຈິງເຫຼົ່ານີ້ຈາກພຣະເຈົ້າສາມາດດຳລົງຢູ່ໄດ້ຈົນເຖິງເວລານັ້ນ. “ເວລານັ້ນ” ແມ່ນແນວຄວາມຄິດ ແລະ ຄຳນິຍາມຂອງເວລາທີ່ສະແດງອອກໃນພາສາຂອງມະນຸດ, ແຕ່ມັນໝາຍເຖິງຢ່າງບໍ່ມີກຳນົດແທ້ໆ. ບອກເຮົາມາເບິ່ງ, ຄຸນຄ່າຂອງພຣະທຳເຫຼົ່ານີ້ຈາກພຣະເຈົ້າຍິ່ງໃຫຍ່ ຫຼື ບໍ່? ມັນຍິ່ງໃຫຍ່ຢ່າງມະຫາສານ! ຖ້າເຈົ້າບໍ່ໄລ່ຕາມສິ່ງເຫຼົ່ານີ້, ມັນກໍເປັນການສູນເສຍຂອງເຈົ້າ; ມັນຄືການທີ່ເຈົ້າໂງ່ຈ້າ. ແຕ່ຖ້າເຈົ້າໄລ່ຕາມສິ່ງເຫຼົ່ານີ້, ພຣະທຳເຫຼົ່ານີ້ກໍມີຄຸນຄ່າສຳລັບເຈົ້າ ເຊິ່ງໄປໄກກວ່າພຽງແຕ່ຊີວິດນີ້; ມັນຍືດຍາວໄປຈົນເຖິງຕະຫຼອດການ. ພວກມັນຈະມີຜົນ ແລະ ມີປະໂຫຍດສຳລັບເຈົ້າສະເໝີ ແລະ ພວກມັນຈະມີຄຸນຄ່າ ແລະ ຄວາມໝາຍຕະຫຼອດໄປ ແລະ ຈະສະໜອງໃຫ້ແກ່ເຈົ້າຕະຫຼອດໄປ. ຖ້າເຈົ້າເຂົ້າໃຈພຣະທຳເຫຼົ່ານີ້, ໄດ້ຮັບພວກມັນ ແລະ ດຳລົງຊີວິດຕາມພຣະທຳເຫຼົ່ານີ້, ເຈົ້າກໍຈະສາມາດມີຊີວິດຢູ່ໄດ້ຕະຫຼອດໄປ. ເວົ້າແບບພາສາຊາວບ້ານກໍຄື, ເຈົ້າຈະມີຊີວິດຢູ່ຕະຫຼອດໄປໂດຍບໍ່ໄດ້ລິ້ມລົດຊາດແຫ່ງຄວາມຕາຍ. ນີ້ບໍ່ແມ່ນສິ່ງທີ່ຜູ້ຄົນໃຝ່ຝັນຫາບໍ? ຍຸກສະໄໝນັບບໍ່ຖ້ວນຈະຜ່ານໄປ, ຜູ້ຄົນນັບບໍ່ຖ້ວນຈະຕາຍໄປ, ແຕ່ເຈົ້າຈະຍັງຄົງມີຊີວິດຢູ່. ເຈົ້າຈະຍັງຄົງມີຊີວິດຢູ່ດ້ວຍວິທີໃດ? ມັນແມ່ນຜ່ານທາງພຣະທຳຂອງພຣະເຈົ້າ, ຜ່ານທາງຄວາມຈິງ ທີ່ເຈົ້າຈະມີຄຸນສົມບັດທີ່ຈະມີຊີວິດຢູ່ຕໍ່ໄປແບບນີ້. ເຈົ້າຈະເຮັດຫຍັງກັບຊີວິດທີ່ຕໍ່ເນື່ອງນີ້? ເຈົ້າມີພຣະບັນຊາຂອງພຣະເຈົ້າ, ການນໍາພາຂອງພຣະເຈົ້າ ແລະ ເຈົ້າຍັງມີພາລະກິດອີກດ້ວຍ. ພາລະກິດຂອງເຈົ້າແມ່ນຫຍັງ? ໂດຍການທີ່ເຈົ້າມີຊີວິດຕາມພຣະທຳຂອງພຣະອົງ, ພຣະເຈົ້າຕ້ອງການໃຫ້ເຈົ້າຖວາຍກຽດແດ່ພຣະອົງ ແລະ ເປັນພະຍານຂອງພຣະອົງ. ນີ້ຄືຄຸນຄ່າຂອງພຣະທຳຂອງພຣະເຈົ້າ. ຄຸນຄ່າ ແລະ ຄວາມໝາຍຂອງຄວາມຈິງ ແລະ ພຣະທຳທີ່ຜູ້ຄົນໄດ້ຍິນ, ໄດ້ສຳຜັດ ແລະ ໄດ້ປະສົບໃນຍຸກນີ້ຈະດຳລົງຢູ່ຕະຫຼອດໄປ. ເປັນຫຍັງພວກມັນຈຶ່ງຈະດຳລົງຢູ່ຕະຫຼອດໄປ? ພຣະທຳເຫຼົ່ານີ້ຂອງພຣະເຈົ້າບໍ່ແມ່ນສາດສະໜາສາດ, ທິດສະດີ, ຄຳຂວັນ ຫຼື ຄວາມຮູ້ປະເພດໜຶ່ງ, ແຕ່ແມ່ນພຣະທຳແຫ່ງຊີວິດ. ຕາບໃດທີ່ເຈົ້າໄດ້ຮັບພຣະທຳເຫຼົ່ານີ້, ດຳລົງຊີວິດຕາມພຣະທຳເຫຼົ່ານີ້ ແລະ ຢູ່ລອດດ້ວຍພຣະທຳເຫຼົ່ານີ້, ພຣະເຈົ້າກໍຈະອະນຸຍາດໃຫ້ເຈົ້າມີຊີວິດຢູ່ຕໍ່ໄປ ແລະ ບໍ່ປ່ອຍໃຫ້ເຈົ້າຕາຍ. ນັ້ນກໍຄື, ພຣະອົງຈະບໍ່ທຳລາຍເຈົ້າ ຫຼື ເອົາຊີວິດຂອງເຈົ້າໄປ, ພຣະອົງຈະໃຫ້ເຈົ້າມີຊີວິດຢູ່ຕໍ່ໄປ. ນີ້ບໍ່ແມ່ນພອນທີ່ຍິ່ງໃຫຍ່ບໍ? (ແມ່ນ, ມັນຍິ່ງໃຫຍ່.) ຜ່ານທາງພຣະທຳເຫຼົ່ານີ້, ພຣະເຈົ້າຕ້ອງການໃຫ້ເຈົ້າໄດ້ຊິມລົດຊາດຂອງພອນນີ້ລ່ວງໜ້າໃນຊີວິດນີ້ ແລະ ໄດ້ຮັບມັນໃນໂລກທີ່ຈະມາເຖິງ. ນີ້ຄືຄຳສັນຍາຂອງພຣະເຈົ້າ. ເມື່ອພິຈາລະນາເຖິງຄຳສັນຍາອັນມະຫາສານທີ່ພຣະເຈົ້າໄດ້ມອບໃຫ້ແກ່ມະນຸດ, ຜູ້ຄົນໄດ້ຮັບຫຼາຍບໍ? (ແມ່ນ.) ພຣະເຈົ້າໄດ້ໃຫ້ຄຳສັນຍາທີ່ຍິ່ງໃຫຍ່ດັ່ງກ່າວແກ່ມະນຸດ, ໂດຍເຮັດໃຫ້ທຸກຄົນໄດ້ຮູ້ຈັກ. ພຣະອົງໄດ້ບອກເຈົ້າກ່ຽວກັບມັນ, ອະນຸຍາດໃຫ້ເຈົ້າມາຮັບເອົາມັນໄດ້ລ້າໆ. ເຈົ້າບໍ່ຈຳເປັນຕ້ອງເສຍສະລະຊີວິດຂອງເຈົ້າ ຫຼື ມອບຊັບສິນທັງໝົດຂອງເຈົ້າ; ເຈົ້າພຽງແຕ່ຕ້ອງຟັງພຣະທຳຂອງພຣະເຈົ້າ ແລະ ປະຕິບັດຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະອົງ ແລະ ເຈົ້າກໍສາມາດໄດ້ຮັບຄຳສັນຍານີ້ຈາກພຣະເຈົ້າ. ພຣະເຈົ້າໄດ້ມອບໃຫ້ແກ່ມະນຸດຢ່າງຫຼວງຫຼາຍແລ້ວບໍ່ແມ່ນບໍ? ຕອນນີ້ ເຈົ້າກຳລັງຢູ່ໃນເສັ້ນທາງທີ່ຈະໄດ້ຮັບຄຳສັນຍານີ້: ເຖິງແມ່ນວ່າເຈົ້າຍັງບໍ່ທັນໄດ້ຮັບມັນຢ່າງຄົບຖ້ວນເທື່ອ, ແຕ່ເຈົ້າກໍໄດ້ຮັບມາບໍ່ໜ້ອຍແມ່ນບໍ? ເມື່ອເບິ່ງຄຳສັນຍາທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດ, ຜູ້ຄົນໄດ້ຮັບຂ້ອນຂ້າງຫຼາຍແລ້ວ. ພວກເຂົາໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ; ພວກເຂົາບໍ່ໄດ້ເສຍປຽບ ຫຼື ເສຍຫາຍຫຍັງເລີຍ. ພວກເຂົາພຽງແຕ່ສະລະເວລາເລັກນ້ອຍ ແລະ ເນື້ອໜັງຂອງພວກເຂົາອາດຈະທົນທຸກກັບຄວາມເມື່ອຍລ້າບາງຢ່າງ. ພວກເຂົາອາດຈະເສຍສະລະຄວາມສຸກໃນຄອບຄົວສ່ວນຕົວ, ຄວາມມັກ ແລະ ຄວາມປາຖະໜາທາງເນື້ອໜັງສ່ວນຕົວ, ຍອມປະຖິ້ມຄວາມມຸ່ງຫວັງ, ຄວາມສົນໃຈ ແລະ ຄວາມປາຖະໜາຂອງຕົນເອງບາງຢ່າງ ແລະ ອື່ນໆ. ເຖິງຢ່າງໃດກໍຕາມ, ເມື່ອທຽບກັບການເຂົ້າໃຈຄວາມຈິງ, ການບັນລຸຄວາມລອດພົ້ນ ແລະ ການໄດ້ຮັບຄຳສັນຍາຂອງພຣະເຈົ້າ, ອະນາຄົດ, ເປົ້າໝາຍ ແລະ ຄວາມມຸ່ງຫວັງສ່ວນຕົວທັງໝົດນັ້ນລ້ວນແລ້ວແຕ່ບໍ່ມີຄ່າພໍທີ່ຈະເວົ້າເຖິງ, ເພາະສິ່ງເຫຼົ່ານັ້ນສາມາດນໍາພາເຈົ້າໄປສູ່ນະຮົກເທົ່ານັ້ນ ແລະ ພຣະເຈົ້າຈະບໍ່ປະທານຄຳສັນຍາຂອງພຣະອົງໃຫ້ແກ່ເຈົ້າສຳລັບສິ່ງເຫຼົ່ານັ້ນ. ໃນທາງກົງກັນຂ້າມ, ເມື່ອຜູ້ຄົນສະລະເວລາໃນຈຳນວນທີ່ຈຳກັດ ເຊິ່ງເປັນລາຄາທີ່ພວກເຂົາເຕັມໃຈ ແລະ ສາມາດຈ່າຍໄດ້, ໃນທີ່ສຸດ ພວກເຂົາກໍໄດ້ເຂົ້າໃຈຄວາມຈິງ ແລະ ເຂົ້າໃຈຂໍ້ເລິກລັບບາງຢ່າງ, ຫຼັກການສຳລັບການປະພຶດຕົນ, ແກ່ນແທ້ ແລະ ຮາກເຫງົ້າບາງຢ່າງຂອງເຫດການ ແລະ ສິ່ງຕ່າງໆທັງປວງ ແລະ ອື່ນໆ, ເຊິ່ງມະນຸດບໍ່ເຄີຍເຂົ້າໃຈມາກ່ອນ ນັບຕັ້ງແຕ່ພຣະເຈົ້າສ້າງໂລກ. ສິ່ງທີ່ສຳຄັນຍິ່ງກວ່ານັ້ນກໍຄື ພວກເຂົາໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ ແລະ ສາມາດຢຳເກງພຣະອົງ. ເມື່ອໄດ້ຮັບສິ່ງທັງໝົດນີ້ແລ້ວ, ມັນບໍ່ຄຸ້ມຄ່າທີ່ຈະຈ່າຍລາຄາດັ່ງກ່າວບໍ? ຜູ້ຄົນມີເລື່ອງຫຍັງທີ່ຮູ້ສຶກວ່າບໍ່ຍຸຕິທຳບໍ? ເປັນຫຍັງພວກເຂົາຈຶ່ງເວົ້າວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍຈາກການເຊື່ອໃນພຣະເຈົ້າ? ສະຕິຮູ້ສຶກຜິດຊອບຂອງພວກເຂົາບໍ່ໄດ້ເສື່ອມໂຊມລົງຢ່າງສິ້ນເຊີງແລ້ວບໍ? ເຈົ້າໄດ້ຮັບຢ່າງຫຼວງຫຼາຍ ແລະ ເຈົ້າກໍຍັງບໍ່ພໍໃຈ. ເຈົ້າຍັງຕ້ອງການຫຍັງອີກ? ເຈົ້າຈະພໍໃຈບໍ ຖ້າເຈົ້າໄດ້ເປັນປະທານາທິບໍດີ ຫຼື ເສດຖີພັນລ້ານ? ຖ້າພຣະເຈົ້າຈະມອບສິ່ງເຫຼົ່ານັ້ນໃຫ້ແກ່ເຈົ້າ, ເຈົ້າກໍຈະບໍ່ແມ່ນຜູ້ທີ່ຖືກພຣະເຈົ້າເລືອກໄວ້. ພຣະເຈົ້າບໍ່ຕ້ອງການໄດ້ຮັບຄົນແບບນີ້.

ຜູ້ຄົນມັກຈະເວົ້າຢູ່ສະເໝີວ່າ ພວກເຂົາບໍ່ໄດ້ຮັບຫຍັງເລີຍຈາກການເຊື່ອໃນພຣະເຈົ້າ, ເຊິ່ງສະແດງໃຫ້ເຫັນວ່າພວກເຂົາບໍ່ມີສະຕິຮູ້ສຶກຜິດຊອບ, ຂາດຄວາມສາມາດທີ່ຈະຢັ່ງຮູ້ຄວາມຈິງ, ບໍ່ໄດ້ໄລ່ຕາມຄວາມຈິງ ແລະ ມີລັກສະນະທີ່ຕ່ຳຊ້າເປັນພິເສດ. ຄົນປະເພດນີ້ບໍ່ມີການຢັ່ງຮູ້ທີ່ບໍລິສຸດກ່ຽວກັບສິ່ງທີ່ພຣະເຈົ້າເຮັດ, ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນ ແລະ ສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ແກ່ຜູ້ຄົນ ລວມທັງສິ່ງອື່ນໆ. ໃນທີ່ສຸດ, ເມື່ອມີເຫດການເກີດຂຶ້ນ ເຊິ່ງເຮັດໃຫ້ພວກເຂົາບໍ່ພໍໃຈພຽງເລັກນ້ອຍ, ຄວາມໂກດແຄ້ນຢ່າງຫຼວງຫຼາຍທີ່ພວກເຂົາເກັບກົດໄວ້ກໍລະເບີດອອກມາໃນທັນທີວ່າ: “ຂ້ອຍໄດ້ຮັບຫຍັງຈາກການເຊື່ອໃນພຣະເຈົ້າ? ເນື້ອໜັງຂອງຂ້ອຍທົນທຸກຫຼາຍ. ຂ້ອຍໄດ້ເຮັດໜ້າທີ່ໃດກໍຕາມທີ່ຄຣິສຕະຈັກມອບໝາຍໃຫ້ຂ້ອຍ. ບໍ່ວ່າຈະຍາກລຳບາກ ຫຼື ເມື່ອຍຫຼາຍສໍ່າໃດກໍຕາມ, ຂ້ອຍກໍບໍ່ເຄີຍຈົ່ມ; ບໍ່ວ່າຄວາມຫຍຸ້ງຍາກຈະໃຫຍ່ຫຼວງສໍ່າໃດ, ຂ້ອຍກໍບໍ່ເຄີຍເວົ້າຫຍັງເລີຍ. ຂ້ອຍບໍ່ເຄີຍຮຽກຮ້ອງສິ່ງໃດຈາກເຮືອນຂອງພຣະເຈົ້າ. ດ້ວຍຄວາມຮັກອັນຍິ່ງໃຫຍ່ ແລະ ຄວາມຈົງຮັກພັກດີອັນຍິ່ງໃຫຍ່ຂອງຂ້ອຍ, ຂ້ອຍໄດ້ຮັບຫຍັງແດ່? ຖ້າແມ່ນແຕ່ຂ້ອຍກໍຍັງບໍ່ໄດ້ຮັບຫຍັງເລີຍ, ຄົນອື່ນກໍຍິ່ງມີຄວາມຫວັງໜ້ອຍລົງທີ່ຈະໄດ້ຮັບສິ່ງໃດສິ່ງໜຶ່ງ!” ຄວາມໝາຍໂດຍໄນກໍຄື: “ພວກເຈົ້າບໍ່ໄດ້ຖວາຍຫຼາຍເທົ່າທີ່ຂ້ອຍຖວາຍ, ພວກເຈົ້າບໍ່ໄດ້ຈ່າຍລາຄາເທົ່າທີ່ຂ້ອຍຈ່າຍ; ຖ້າແມ່ນແຕ່ຂ້ອຍກໍຍັງບໍ່ໄດ້ຮັບຫຍັງເລີຍ, ພວກເຈົ້າຈະໄດ້ຮັບຫຍັງ? ພວກເຈົ້າທຸກຄົນຕ້ອງລະມັດລະວັງ; ຢ່າໂງ່ຈ້າ!” ຄົນແບບນີ້ບໍ່ໄດ້ຂາດສະຕິຮູ້ສຶກຜິດຊອບບໍ? ຄົນທີ່ບໍ່ມີສະຕິຮູ້ສຶກຜິດຊອບມັກຈະເວົ້າຄຳເວົ້າທີ່ໂງ່ຈ້າ ແລະ ຫົວແຂງຢູ່ສະເໝີ. ພວກເຂົາບໍ່ສາມາດຢັ່ງຮູ້ຄວາມຈິງແມ່ນແຕ່ຂໍ້ດຽວ ໃນບັນດາຄວາມຈິງຢ່າງຫຼວງຫຼາຍທີ່ພຣະເຈົ້າໄດ້ກ່າວ, ຫຼື ໃນບັນດາສິ່ງທີ່ເປັນບວກ ແລະ ບໍລິສຸດ ແລະ ຖ້ອຍຄຳຢ່າງຫຼວງຫຼາຍ, ແຕ່ພວກເຂົາກັບຍຶດຕິດກັບມຸມມອງຂອງຕົນເອງຢ່າງດື້ດ້ານວ່າ: “ຂ້ອຍອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາເພື່ອພຣະເຈົ້າ, ສະນັ້ນ ພຣະເຈົ້າຕ້ອງອວຍພອນຂ້ອຍ ແລະ ຕ້ອງອະນຸຍາດໃຫ້ຂ້ອຍໄດ້ຮັບຫຼາຍກວ່າຄົນອື່ນ. ຖ້າບໍ່ດັ່ງນັ້ນ, ຂ້ອຍຈະລະບາຍ, ຂ້ອຍຈະລະເບີດອອກມາ, ຂ້ອຍຈະປ້ອຍດ່າ! ສິ່ງໃດກໍຕາມທີ່ຂ້ອຍຕ້ອງການ, ພຣະເຈົ້າຕ້ອງປະທານໃຫ້ແກ່ຂ້ອຍ ແລະ ຖ້າຂ້ອຍບໍ່ໄດ້ຮັບມັນ, ພຣະເຈົ້າກໍບໍ່ຊອບທຳ ແລະ ຂ້ອຍຈະເວົ້າວ່າຂ້ອຍບໍ່ໄດ້ຮັບຫຍັງເລີຍ, ນີ້ຄືການເວົ້າຄວາມຈິງຢ່າງເປີດເຜີຍ!” ພວກເຂົາບໍ່ໄດ້ຂາດຄວາມເປັນມະນຸດບໍ? ຄຳເວົ້າຂອງຄົນທີ່ຂາດຄວາມເປັນມະນຸດແນ່ນອນວ່າຟັງບໍ່ຂຶ້ນ, ແຮງບໍ່ຕ້ອງເວົ້າເຖິງການສອດຄ່ອງກັບຄວາມຈິງເລີຍ; ສິ່ງນີ້ເປັນຂໍ້ຮຽກຮ້ອງທີ່ສູງເກີນໄປໜ້ອຍໜຶ່ງສຳລັບພວກເຂົາ. ຄຳເວົ້າທີ່ຄົນໃດໜຶ່ງເວົ້າຕ້ອງເປັນຄຳຮ້ອງຂໍທີ່ສົມເຫດສົມຜົນ, ເປັນຖ້ອຍຄຳທີ່ສົມເຫດສົມຜົນ, ບໍ່ແມ່ນຂໍ້ໂຕ້ແຍ້ງທີ່ບິດເບືອນ; ພວກມັນຕ້ອງຍຶດໝັ້ນໃນຄຳເວົ້າຂອງຕົນ, ບໍ່ວ່າໃຜຈະຟັງ ຫຼື ໃຜຈະປະເມີນຄ່າພວກມັນ. ເຖິງຢ່າງໃດກໍຕາມ, ຄຳເວົ້າ ແລະ ການກະທຳຂອງຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີບໍ່ສາມາດຍຶດໝັ້ນໄດ້. ເມື່ອພວກເຂົາອາລະວາດ ແລະ ລະບາຍຄວາມຂັດຂ້ອງໝອງໃຈຂອງພວກເຂົາ, ບາງຄົນກໍຄິດວ່າ: “ເປັນຫຍັງພວກເຂົາຈຶ່ງເວົ້າວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍ? ເປັນໄປໄດ້ບໍວ່າເຮືອນຂອງພຣະເຈົ້າໄດ້ເຮັດຜິດຕໍ່ພວກເຂົາໃນທາງໃດທາງໜຶ່ງ? ເປັນໄປໄດ້ບໍວ່າການກະທຳບາງຢ່າງຂອງເຮືອນຂອງພຣະເຈົ້າບໍ່ສອດຄ່ອງກັບຫຼັກການ ແລະ ບໍ່ສາມາດນໍາມາເປີດເຜີຍໄດ້? ຄົນນັ້ນເບິ່ງຄືວ່າຂ້ອນຂ້າງສາມາດອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາໄດ້ຕາມປົກກະຕິ, ແຕ່ມື້ນີ້ ລາວລະເບີດອາລົມອອກມາຢ່າງຮຸນແຮງຂະໜາດນີ້ ໂດຍເວົ້າວ່າລາວບໍ່ໄດ້ຮັບຫຍັງເລີຍ; ເບິ່ງຄືວ່າລາວບໍ່ໄດ້ຮັບຫຍັງເລີຍແທ້ໆ. ນີ້ບໍ່ແມ່ນການກະຕຸ້ນໃຫ້ຄົນທີ່ບໍ່ມີເລ່ລ່ຽມຕ້ອງໃຈຮ້າຍບໍ? ຄັນຊັ້ນ ຂ້ອຍຄວນລະມັດລະວັງໄວ້ດີກວ່າ; ຂ້ອຍບໍ່ຄວນອົດທົນຕໍ່ຄວາມຍາກລຳບາກດັ່ງກ່າວ ຫຼື ຈ່າຍລາຄາດັ່ງກ່າວຄືກັບທີ່ຂ້ອຍເຄີຍເຮັດມາກ່ອນ ເມື່ອປະຕິບັດໜ້າທີ່ຂອງຂ້ອຍ!” ນີ້ຄືວິທີທີ່ຄົນທີ່ເບົາປັນຍາບາງຄົນ ເຊິ່ງຂາດການແຍກແຍະ ໄດ້ຮັບອິດທິພົນ.

ສຳລັບຜູ້ທີ່ມັກຈະລະບາຍຄວາມເປັນລົບ, ຖ້າພວກເຂົາມີມຸມມອງ ຫຼື ແນວຄວາມຄິດທີ່ຈະສະແດງອອກແທ້ໆ, ກໍປ່ອຍໃຫ້ພວກເຂົາເວົ້າກ່ອນ ແລະ ເປີດໂປງມຸມມອງຂອງພວກເຂົາ. ຫຼັງຈາກທີ່ພວກເຂົາເວົ້າແລ້ວ, ທຸກຄົນກໍຈະເຂົ້າໃຈວ່າ: “ພວກເຂົາຮູ້ສຶກວ່າລາຄາທີ່ພວກເຂົາຈ່າຍໄປນັ້ນບໍ່ຄຸ້ມຄ່າກັບສິ່ງທີ່ພວກເຂົາໄດ້ຮັບ. ພວກເຂົາຮູ້ສຶກວ່າພວກເຂົາບໍ່ໄດ້ຮັບຜົນປະໂຫຍດໃດໆ ແລະ ພວກເຂົາໄດ້ຮັບຄວາມເສຍຫາຍ, ສະນັ້ນ ພວກເຂົາຈຶ່ງເລີ່ມບໍ່ເຕັມໃຈ. ພວກເຂົາກຳລັງຈົ່ມກ່ຽວກັບພຣະເຈົ້າ, ໂດຍຫວັງທີ່ຈະຕໍ່ລອງກັບພຣະເຈົ້າ, ຮຽກຮ້ອງເອົາພຣະຄຸນ ແລະ ຜົນປະໂຫຍດ!” ຄົນທົ່ວໄປສາມາດແຍກແຍະຄົນແບບນີ້ໄດ້ບໍ ຫຼັງຈາກທີ່ໄດ້ຍິນພວກເຂົາເວົ້າ? ຫຼັງຈາກທີ່ທຸກຄົນສາມາດແຍກແຍະພວກເຂົາໄດ້ແລ້ວ, ໃຫ້ເວົ້າກັບຄົນນັ້ນວ່າ: “ເຈົ້າເວົ້າຈົບແລ້ວບໍ? ຖ້າເຈົ້າບໍ່ມີຫຍັງຈະເວົ້າອີກແລ້ວ, ຄັນຊັ້ນກໍຫຸບປາກ, ບໍ່ດັ່ງນັ້ນ ເຈົ້າຈະຂາຍໜ້າຕົວເອງ. ຖ້າທໍາມະຊາດທີ່ຊົ່ວຊ້າຂອງເຈົ້າຖືກເປີດໂປງຕໍ່ໜ້າທຸກຄົນ ແລະ ບໍ່ຖືກຄວບຄຸມໂດຍທັນທີ, ມັນຈະກະຕຸ້ນໃຫ້ເກີດຄວາມໂມໂຫໂດຍລວມຂອງປະຊາຊົນ. ເມື່ອທຸກຄົນເປີດໂປງ ແລະ ປະຕິເສດເຈົ້າ, ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ”. ໃຫ້ເຕືອນພວກເຂົາດ້ວຍວິທີນີ້ ແລະ ໂດຍການເຮັດແນວນັ້ນ, ເຈົ້າກໍຈະໄດ້ຈຳກັດພວກເຂົາ. ຫຼື ເຈົ້າຍັງສາມາດເວົ້າໄດ້ວ່າ: “ຖ້າເຈົ້າຮູ້ສຶກວ່າເຈົ້າເສຍປຽບ, ເຈົ້າກໍບໍ່ຈຳເປັນຕ້ອງເຊື່ອໃນພຣະເຈົ້າ. ເຈົ້າຮູ້ສຶກວ່າເຈົ້າບໍ່ໄດ້ຮັບຫຍັງເລີຍ, ຄັນຊັ້ນ ສິ່ງທີ່ເຈົ້າຕ້ອງການໄດ້ຮັບແມ່ນຫຍັງກັນແທ້? ຖ້າມັນແມ່ນການສ້າງຄວາມຮັ່ງມີ ແລະ ກາຍເປັນເສດຖີ ຫຼື ການດຳລົງຕຳແໜ່ງສູງ, ຄັນຊັ້ນ ເຮົາກໍຂໍໂທດນໍາ, ແຕ່ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ຄົນເຮົາສາມາດໄດ້ຮັບພຽງເພາະພວກເຂົາຕ້ອງການ; ສິ່ງເຫຼົ່ານີ້ແມ່ນເລື່ອງທີ່ພຣະເຈົ້າກໍານົດໄວ້. ການປາກົດຕົວຂອງພຣະເຈົ້າ ແລະ ພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະອົງບໍ່ແມ່ນກ່ຽວກັບການມອບສິ່ງເຫຼົ່ານີ້ໃຫ້ແກ່ຜູ້ຄົນ. ຈົ່ງໄປບ່ອນໃດກໍໄດ້ທີ່ເຈົ້າສາມາດໄດ້ຮັບສິ່ງເຫຼົ່ານີ້; ເຮືອນຂອງພຣະເຈົ້າບໍ່ແມ່ນໂລກ, ມັນບໍ່ສາມາດຕອບສະໜອງຄວາມຕ້ອງການຂອງມານຮ້າຍ ແລະ ຊາຕານໄດ້. ທາງທີ່ດີ ເຈົ້າບໍ່ຄວນຮຽກຮ້ອງສິ່ງດັ່ງກ່າວຈາກເຮືອນຂອງພຣະເຈົ້າ, ຫຼື ຈາກອ້າຍເອື້ອຍນ້ອງທັງຫຼາຍ; ຖ້າເຈົ້າກ້າຂໍສິ່ງເຫຼົ່ານີ້ຈາກພຣະເຈົ້າ, ເຈົ້າກໍຈະລ່ວງເກີນອຸປະນິໄສຂອງພຣະອົງ ແລະ ກະຕຸ້ນຄວາມໂກດຮ້າຍຂອງພຣະອົງ. ນີ້ເປັນຍ້ອນວ່າພຣະເຈົ້າໄດ້ປະທານພຣະຄຸນຢ່າງຫຼວງຫຼາຍໃຫ້ແກ່ຜູ້ຄົນ ແລະ ພຣະອົງໄດ້ປະທານຄວາມຈິງໃຫ້ແກ່ຜູ້ຄົນຫຼາຍຍິ່ງຂຶ້ນ ເພື່ອເປັນຊີວິດຂອງພວກເຂົາ. ການທີ່ເຈົ້າບໍ່ເຫັນວ່າການໄດ້ຮັບຄວາມຈິງເປັນສິ່ງລໍ້າຄ່າ ກໍຄືການທີ່ເຈົ້າໂງ່ຈ້າ ແລະ ບໍ່ມີຄວາມຮູ້”. ທຸກຄົນຕໍາໜິ ແລະ ລິຮານພວກເຂົາແບບນີ້. ເຈົ້າຄິດແນວໃດກັບການປະຕິບັດນີ້? ຫຼື ເຈົ້າສາມາດເວົ້າວ່າ: “ເຮືອນຂອງພຣະເຈົ້າບໍ່ໄດ້ຕິດໜີ້ຫຍັງເຈົ້າ. ການເສຍສະລະຂອງເຈົ້າເພື່ອພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງເຈົ້າລ້ວນແລ້ວແຕ່ເປັນຄວາມສະໝັກໃຈ. ເຈົ້າຮູ້ບໍວ່າເຈົ້າໄດ້ຮັບພຣະຄຸນຈາກພຣະເຈົ້າຫຼາຍສ່ຳໃດ ນັບຕັ້ງແຕ່ເຈົ້າເລີ່ມເຊື່ອໃນພຣະອົງ ແລະ ປະຕິບັດໜ້າທີ່? ຖ້າເຈົ້າມີສະຕິຮູ້ສຶກຜິດຊອບຢູ່ໜ້ອຍໜຶ່ງ, ເຈົ້າກໍບໍ່ຄວນບອກພຣະເຈົ້າວ່າເຈົ້າບໍ່ໄດ້ຮັບຫຍັງເລີຍ; ເຈົ້າຄວນມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຮັບຮູ້ບັນຫາຂອງເຈົ້າເອງ. ຖ້າເຈົ້າເຊື່ອຢ່າງແທ້ຈິງວ່າພຣະເຈົ້າຄືຄວາມຈິງ, ທຸກສິ່ງທີ່ພຣະເຈົ້າເຮັດຄືຄວາມຈິງ ແລະ ພຣະທຳຂອງພຣະອົງຄືຄວາມຈິງ, ຄັນຊັ້ນ ເຈົ້າກໍບໍ່ຄວນເວົ້າແບບນັ້ນ; ເຈົ້າບໍ່ຄວນຈົ່ມວ່າ. ທັດສະນະຄະຕິໃນປັດຈຸບັນຂອງເຈົ້າບໍ່ແມ່ນທັດສະນະຄະຕິທີ່ຄົນເຊື່ອໃນພຣະເຈົ້າຄວນມີ, ທັງບໍ່ແມ່ນທັດສະນະຄະຕິທີ່ຄົນສະແຫວງຫາຄວາມຈິງຄວນມີ. ເຈົ້າກຳລັງພະຍາຍາມກໍ່ກະບົດ, ພະຍາຍາມຂຸດເອົາບັນຫາເກົ່າຂອງເຈົ້າກັບພຣະເຈົ້າ! ເຈົ້າກຳລັງພະຍາຍາມແຍກທາງກັບພຣະເຈົ້າ, ພະຍາຍາມຄິດໄລ່ບັນຊີຄັ້ງສຸດທ້າຍ! ແຕ່ພຣະເຈົ້າບໍ່ໄດ້ຕິດໜີ້ຫຍັງເຈົ້າ ແລະ ເຮືອນຂອງພຣະເຈົ້າກໍບໍ່ໄດ້ຕິດໜີ້ເຊັ່ນກັນ. ຖ້າເຈົ້າຈະຄິດໄລ່ບັນຊີກັບເຮືອນຂອງພຣະເຈົ້າ, ຄັນຊັ້ນ ກໍຮີບອອກຈາກເຮືອນຂອງພຣະອົງໄປ. ຢ່າລົບກວນເຮືອນຂອງພຣະເຈົ້າຢູ່ຕະຫຼອດ, ບໍ່ດັ່ງນັ້ນ ເຈົ້າຈະກະຕຸ້ນຄວາມໂກດຮ້າຍຂອງພຣະອົງ ແລະ ພຣະອົງຈະໂຈມຕີເຈົ້າ. ນັ້ນຈະບໍ່ແມ່ນຜົນສະທ້ອນທີ່ດີເລີຍ. ຖ້າເຈົ້າມີສະຕິຮູ້ສຶກຜິດຊອບ ຫຼື ເຫດຜົນຢູ່ແດ່, ເຈົ້າຄວນໃຈເຢັນລົງເພື່ອອະທິຖານ ແລະ ສະແຫວງຫາ, ເພື່ອເບິ່ງວ່າມີສິ່ງໃດຜິດພາດກັບມຸມມອງທີ່ຢູ່ເບື້ອງຫຼັງຂອງການໄລ່ຕາມຂອງເຈົ້າໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ເສັ້ນທາງທີ່ເຈົ້າກຳລັງຍ່າງຢູ່ນັ້ນ ແມ່ນເສັ້ນທາງທີ່ພຣະເຈົ້າຮຽກຮ້ອງໃຫ້ເຈົ້າຍ່າງ ຫຼື ບໍ່. ເຈົ້າມີຄຳຮ້ອງຂໍທີ່ບໍ່ສົມເຫດສົມຜົນຫຼາຍຢ່າງຕໍ່ພຣະເຈົ້າ, ມີຄວາມຄຽດແຄ້ນຫຼາຍ; ສິ່ງນີ້ຊີ້ໃຫ້ເຫັນວ່າ ມີບາງຢ່າງຜິດພາດກັບການໄລ່ຕາມຂອງເຈົ້າ. ເຈົ້າບໍ່ໄດ້ສ້າງຄວາມຄຽດແຄ້ນທີ່ເລິກເຊິ່ງດັ່ງກ່າວພາຍໃນມື້ດຽວ ຫຼື ສອງມື້; ມັນໄດ້ຖືກສ້າງຂຶ້ນມາເປັນເວລາດົນນານແລ້ວ. ຫຼື ບາງທີ ເຈົ້າອາດຈະມາຢູ່ຕໍ່ໜ້າພຣະເຈົ້າດ້ວຍມຸມມອງທີ່ຜິດຢູ່ໃນໃຈ ນັບຕັ້ງແຕ່ເຈົ້າເລີ່ມເຊື່ອໃນພຣະອົງ ແລະ ບໍ່ວ່າພຣະອົງຈະກ່າວສິ່ງໃດກໍຕາມ, ເຈົ້າກໍດ້ານຊາ ແລະ ຜົນກໍຄື ເຈົ້າບໍ່ຮູ້ສຶກສຳນຶກຜິດ ຫຼື ເປັນໜີ້ບຸນຄຸນຫຍັງເລີຍ. ບາງທີ ນັ້ນອາດຈະເປັນສິ່ງທີ່ນໍາໄປສູ່ສະຖານະການໃນມື້ນີ້. ທາງທີ່ດີ ເຈົ້າຄວນຮີບສາລະພາບ ແລະ ກັບໃຈ; ຍັງມີເວລາທີ່ຈະກັບໃຈ. ຖ້າເຈົ້າບໍ່ກັບໃຈ ແລະ ສືບຕໍ່ເຮັດຄວາມຊົ່ວ ແລະ ລະບາຍຄວາມເປັນລົບ, ແລ້ວເຈົ້າກໍຈະກາຍເປັນມານຮ້າຍ, ເປັນຜູ້ຕໍ່ຕ້ານພຣະຄຣິສ. ເມື່ອເຮືອນຂອງພຣະເຈົ້າກຳຈັດເຈົ້າອອກ, ເຈົ້າກໍຈະບໍ່ມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນອີກຕໍ່ໄປ, ສິ່ງທີ່ຖືກຕັດສິນໂທດໂດຍເຮືອນຂອງພຣະເຈົ້າ ກໍຖືກຕັດສິນໂທດໂດຍພຣະເຈົ້າເຊັ່ນກັນ. ພວກເຮົາກຳລັງມອບຄຳເຕືອນນີ້ໃຫ້ແກ່ເຈົ້າ ໂດຍພິຈາລະນາເຖິງຄວາມສາມາດຂອງເຈົ້າໃນການອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາຕະຫຼອດຫຼາຍປີທີ່ເຈົ້າເຊື່ອໃນພຣະເຈົ້າ. ພວກເຮົາກຳລັງມອບໂອກາດໃຫ້ແກ່ເຈົ້າ. ຖ້າເຈົ້າຢືນຢັນທີ່ຈະເຮັດຕາມທາງຂອງເຈົ້າເອງ ແລະ ປະຕິເສດທີ່ຈະຮັບຟັງຄຳແນະນໍາ ແລະ ເຮືອນຂອງພຣະເຈົ້າຕັດສິນໃຈກຳຈັດເຈົ້າອອກ, ເຈົ້າກໍຈະບໍ່ແມ່ນອ້າຍ ຫຼື ເອື້ອຍນ້ອງອີກຕໍ່ໄປ. ຄວາມຫວັງຂອງເຈົ້າທີ່ຈະໄດ້ຮັບຄວາມລອດພົ້ນກໍຈະເທົ່າກັບສູນ. ເມື່ອເວລານັ້ນມາເຖິງ, ເຈົ້າຈະບໍ່ໄດ້ຮັບຫຍັງເລີຍແທ້ໆ. ຢ່າເສຍໃຈໃນຕອນນັ້ນ. ສິ່ງທີ່ສຳຄັນທີ່ສຸດສຳລັບເຈົ້າໃນຕອນນີ້ຄືການຫັນປ່ຽນຄວາມຄິດ, ມຸມມອງ ແລະ ທິດທາງຂອງການໄລ່ຕາມຂອງເຈົ້າ. ຢ່າພະຍາຍາມສະແຫວງຫາເພື່ອໃຫ້ໄດ້ຮັບບາງສິ່ງບາງຢ່າງຢູ່ສະເໝີອີກຕໍ່ໄປ. ຈົ່ງຟັງພຣະທຳຂອງພຣະເຈົ້າ; ຈົ່ງເບິ່ງວ່າເຈົ້າສາມາດໄຕ່ຕອງ ແລະ ຮູ້ຈັກຕົນເອງໄດ້ຫຼາຍປານໃດ ຈາກສິ່ງທີ່ພຣະເຈົ້າເປີດໂປງກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ. ເຈົ້າໄດ້ແກ້ໄຂບັນຫາທີ່ເຈົ້າສາມາດລະບຸໄດ້ໃນຕົວເຈົ້າເອງ, ບັນຫາທີ່ເຈົ້າສາມາດເຫັນໄດ້ຢ່າງຊັດເຈນແລ້ວບໍ? ເຈົ້າໄດ້ຮັບຮູ້ການກະບົດຂອງເຈົ້າທີ່ມີຕໍ່ພຣະເຈົ້າແລ້ວບໍ? ເຈົ້າໄດ້ແກ້ໄຂມັນແລ້ວບໍ? ບັນຫາໃຫຍ່ທີ່ສຸດທີ່ເຈົ້າປະເຊີນຢູ່ໃນຕອນນີ້ຄືການຢາກຄິດໄລ່ບັນຊີກັບພຣະເຈົ້າຢູ່ສະເໝີ, ບັນຫານີ້ແມ່ນຫຍັງ? ນີ້ບໍ່ແມ່ນບັນຫາທີ່ຕ້ອງໄດ້ຮັບການແກ້ໄຂບໍ? ເຈົ້າເຊື່ອໃນພຣະເຈົ້າໂດຍມີເຈດຕະນາບາງຢ່າງຢູ່ສະເໝີ, ໂດຍມີທຸລະກຳແລກປ່ຽນຢູ່ໃນໃຈ; ເຈົ້າກະຕືລືລົ້ນທີ່ຈະໄດ້ຮັບພອນຢູ່ສະເໝີ, ໂດຍຫວັງທີ່ຈະແລກປ່ຽນການເຮັດວຽກໜັກ, ການເສຍສະລະ ແລະ ຄວາມທຸກທໍລະມານທາງເນື້ອໜັງກັບພອນແຫ່ງອານາຈັກສະຫວັນ, ນີ້ບໍ່ແມ່ນເຫດຜົນຂອງໂຈນບໍ? ເປັນຫຍັງເຈົ້າຈຶ່ງບໍ່ເບິ່ງວ່າພຣະເຈົ້າປະທານພອນໃຫ້ແກ່ຄົນປະເພດໃດ, ຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນແມ່ນຫຍັງ, ພຣະເຈົ້າໄດ້ກ່າວຫຍັງກັບຜູ້ຄົນ ແລະ ຜູ້ຄົນຕ້ອງບັນລຸສິ່ງໃດເພື່ອຈະໄດ້ຮັບຄຳສັນຍາຂອງພຣະເຈົ້າ? ຖ້າເຈົ້າເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ຕ້ອງການໄດ້ຮັບຄວາມລອດພົ້ນຢ່າງແທ້ຈິງ, ຄັນຊັ້ນ ກໍຢ່າພະຍາຍາມທີ່ຈະໄດ້ຮັບບາງສິ່ງບາງຢ່າງຈາກພຣະເຈົ້າຢູ່ສະເໝີ. ເຈົ້າຕ້ອງເບິ່ງວ່າເຈົ້າໄດ້ນໍາພຣະທຳຂອງພຣະເຈົ້າໄປປະຕິບັດຫຼາຍສ່ຳໃດ, ເບິ່ງວ່າເຈົ້າເປັນຄົນທີ່ປະຕິບັດຕາມພຣະທຳຂອງພຣະເຈົ້າ ຫຼື ບໍ່. ການປະຕິບັດຕາມພຣະທຳຂອງພຣະເຈົ້າຄືການປະຕິບັດ ແລະ ດຳລົງຊີວິດຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ, ບໍ່ແມ່ນພຽງແຕ່ການທົນທຸກທາງຮ່າງກາຍເລັກນ້ອຍ ແລະ ຈ່າຍລາຄາເລັກນ້ອຍເທົ່ານັ້ນ. ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຍັງບໍ່ໄດ້ຮັບການແກ້ໄຂ ແລະ ມີເຈດຕະນາໃນລາຄາທັງໝົດທີ່ເຈົ້າຈ່າຍ ແລະ ຄວາມຍາກລຳບາກທັງໝົດທີ່ເຈົ້າຜ່ານຜ່າ. ພຣະເຈົ້າບໍ່ຮັບຮອງສິ່ງນີ້; ພຣະອົງບໍ່ຕ້ອງການລາຄາແບບນີ້. ຖ້າເຈົ້າຢືນຢັນທີ່ຈະຄິດໄລ່ບັນຊີກັບພຣະເຈົ້າ, ຖ້າເຈົ້າຢືນຢັນທີ່ຈະໂຕ້ຖຽງ ແລະ ຕໍ່ສູ້ກັບພຣະເຈົ້າ, ແລ້ວເຈົ້າກໍກຳລັງລ່ວງເກີນອຸປະນິໄສຂອງພຣະອົງ ແລະ ພຣະອົງຈະເຮັດໃຫ້ເຈົ້າສົມຫວັງ ໂດຍການສົ່ງເຈົ້າລົງໄປສູ່ນະຮົກເພື່ອຮັບການລົງໂທດ. ນີ້ຄືຜົນກຳຂອງການເຮັດຄວາມຊົ່ວ. ເຈົ້າໄດ້ຮັບພອນ ແລະ ພຣະຄຸນຢ່າງຫຼວງຫຼາຍຈາກພຣະເຈົ້າ ແລະ ພຣະອົງໄດ້ໃຫ້ການດູແລເປັນພິເສດໃຫ້ແກ່ເຈົ້າ. ເຈົ້າໄດ້ຮັບສິ່ງທີ່ເຈົ້າຄວນຈະໄດ້ຮັບແລ້ວ, ເຈົ້າຍັງຕ້ອງການຫຍັງອີກຈາກພຣະເຈົ້າ?” ຖ້າເຈົ້າໂອ້ລົມຄຳເວົ້າເຫຼົ່ານີ້, ອາລົມແຫ່ງການຈົ່ມວ່າຂອງຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຈັກໜ້ອຍໜຶ່ງຈະບໍ່ຫຼຸດລົງບໍ ເມື່ອໄດ້ຍິນຄຳເວົ້າເຫຼົ່ານີ້? ຄຳເວົ້າເຫຼົ່ານີ້ເປັນການຢັ່ງຮູ້ທີ່ບໍລິສຸດ ເຊິ່ງສອດຄ່ອງກັບຄວາມຈິງບໍ? (ແມ່ນ.) ຖ້າຄົນໃດໜຶ່ງມີຄວາມເປັນມະນຸດ ແລະ ເຫດຜົນ, ພວກເຂົາກໍສາມາດເຂົ້າໃຈ ແລະ ຍອມຮັບຄຳເວົ້າເຫຼົ່ານີ້ໄດ້. ມີພຽງແຕ່ຜູ້ທີ່ບໍ່ມີຄວາມເປັນມະນຸດ, ຜູ້ທີ່ບໍ່ມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນເທົ່ານັ້ນທີ່ຈະຄິດວ່າ ຄຳເວົ້າເຫຼົ່ານີ້ກຳລັງພະຍາຍາມຫຼອກລວງພວກເຂົາ, ພວກມັນເປັນຄຳເວົ້າທີ່ຟັງດູດີແຕ່ເປົ່າຫວ່າງ, ບໍ່ເປັນຕາເຊື່ອ ແລະ ພວກມັນບໍ່ມີປະໂຫຍດທີ່ຈັບຕ້ອງໄດ້ຄືກັບພຣະຄຸນທີ່ເບິ່ງເຫັນໄດ້ ຫຼື ພອນທາງວັດຖຸ. ສະນັ້ນ, ກ່ອນທີ່ພວກເຂົາຈະເຫັນຜົນປະໂຫຍດທີ່ຈັບຕ້ອງໄດ້ເຫຼົ່ານັ້ນ, ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ ມັນກໍໄຮ້ປະໂຫຍດ; ພວກເຂົາຈະບໍ່ຍອມຮັບມັນ. ພວກເຂົາອາດຈະບໍ່ຕໍ່ຕ້ານມັນຕໍ່ໜ້າເຈົ້າ, ແຕ່ຢູ່ລັບຫຼັງເຈົ້າ, ພວກເຂົາຈະຍັງຄົງຕໍ່ຕ້ານຢູ່ໃນໃຈ, ລະບາຍຄວາມເປັນລົບເປັນບາງຄັ້ງຄາວ, ອວດອ້າງຜົນງານຂອງພວກເຂົາເອງ, ນັບຄວາມຍາກລຳບາກທີ່ພວກເຂົາໄດ້ອົດທົນ, ພ້ອມທັງວິທີທີ່ເຮືອນຂອງພຣະເຈົ້າປະຕິບັດຕໍ່ພວກເຂົາ, ວິທີທີ່ພວກເຂົາອົດທົນຕໍ່ເຮືອນຂອງພຣະເຈົ້າ, ພວກເຂົາເກັບສິ່ງເຫຼົ່ານີ້ໄວ້ໃນໃຈຂອງພວກເຂົາຢູ່ສະເໝີ. ບໍ່ວ່າຈະເກີດຫຍັງຂຶ້ນກັບພວກເຂົາ, ຕາບໃດທີ່ພວກເຂົາບໍ່ໄດ້ຮັບສິ່ງທີ່ພວກເຂົາປາຖະໜາ, ຄວາມເປັນສັດຮ້າຍຂອງພວກເຂົາກໍລະເບີດອອກມາ, ພວກເຂົາລະເບີດຄວາມໂມໂຫອອກມາ, ເປີດໂປງພຶດຕິກຳທີ່ໜ້າອັບອາຍຂອງພວກເຂົາ ແລະ ພວກເຂົາກໍລະບາຍຄວາມເປັນລົບອອກມາ. ເຈົ້າຍັງຄວນພະຍາຍາມໂນ້ມນ້າວຄົນແບບນີ້ອີກບໍ? ຖ້າຫຼັງຈາກທີ່ມີການກະຕຸ້ນເຕືອນງ່າຍໆ, ພວກເຂົາຍັງສະແດງລັກສະນະດຽວກັນ, ບັນຫາເກົ່າຂອງພວກເຂົາກັບຄືນມາ ແລະ ຄວາມເປັນມານຮ້າຍຂອງພວກເຂົາລະເບີດຂຶ້ນອີກຄັ້ງ, ຄວນເຮັດແນວໃດ? ເມື່ອນັ້ນກໍເຖິງເວລາທີ່ຈະກຳນົດຂໍ້ຈຳກັດ. ຢ່າໃຫ້ໂອກາດພວກເຂົາໄດ້ກັບໃຈ. ພວກເຂົາເປັນຄືກັບຄົນທີ່ເຫຼືອຂໍ; ພວກເຂົາເປັນຄົນຊົ່ວຊ້າທີ່ໂງ່ຈ້າ ແລະ ດື້ດ້ານ. ໃນແງ່ໃດທີ່ພວກເຂົາເປັນ “ຄົນຊົ່ວຊ້າທີ່ໂງ່ຈ້າ ແລະ ດື້ດ້ານ”? ໃນແງ່ທີ່ວ່າພວກເຂົາບໍ່ຍອມຮັບຫົນທາງທີ່ບໍລິສຸດ ແລະ ບໍ່ຍອມຮັບສິ່ງທີ່ເປັນບວກ. ແຕ່ພວກເຂົາກັບໂອບກອດຂໍ້ໂຕ້ແຍ້ງທີ່ບິດເບືອນ, ຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆ, ໂດຍຍຶດໝັ້ນກັບມຸມມອງຂອງຕົນເອງໃນການໄດ້ຮັບຜົນປະໂຫຍດທີ່ຈັບຕ້ອງໄດ້, ການໄດ້ປຽບ ແລະ ການບໍ່ໄດ້ຮັບຄວາມເສຍຫາຍ. ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມຄວາມຈິງແນວໃດກໍຕາມ, ພວກເຂົາມັກຈະເວົ້າສະເໝີວ່າ: “ນັ້ນລ້ວນແລ້ວແຕ່ເປັນຄຳເວົ້າທີ່ຟັງດູດີ. ໃຜແດ່ທີ່ຈະເວົ້າສິ່ງທີ່ຟັງດູດີບໍ່ໄດ້? ຖ້າເຈົ້າເສຍປຽບ, ເຈົ້າກໍຈະບໍ່ເວົ້າແບບນັ້ນ”. ພວກເຂົາຍຶດຕິດກັບມຸມມອງດັ່ງກ່າວຢ່າງດື້ດ້ານ ແລະ ເມື່ອມີສິ່ງທີ່ບໍ່ພໍໃຈເກີດຂຶ້ນ ຫຼື ພວກເຂົາເສຍປຽບ, ພວກເຂົາກໍຮູ້ສຶກວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍຈາກການເຊື່ອໃນພຣະເຈົ້າ ແລະ ພວກເຂົາກໍຈະລະບາຍຄວາມເປັນລົບອີກຄັ້ງ. ພວກເຂົາຍັງຄວນໄດ້ຮັບໂອກາດອີກບໍ? ບໍ່ມີໂອກາດອີກແລ້ວ. ຖ້າພວກເຂົາບໍ່ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ, ແຕ່ກັບລົບກວນຄົນອື່ນ, ໃຫ້ຢຸດຢັ້ງ ແລະ ຈຳກັດພວກເຂົາໃນທັນທີ. ຢ່າອະນຸຍາດໃຫ້ພວກເຂົາເວົ້າຢ່າງອິດສະລະ. ຖ້າພວກເຂົາສືບຕໍ່ເຜີຍແຜ່ຄວາມເປັນລົບ ແລະ ລົບກວນຄົນອື່ນ, ບໍ່ຕ້ອງເກງໃຈພວກເຂົາອີກ. ຈົ່ງສະລ້າງພວກເຂົາອອກໄປຢ່າງຮີບດ່ວນ. ນີ້ບໍ່ແມ່ນການບໍ່ມີຄວາມຮັກ, ແມ່ນບໍ? (ບໍ່.) ຄວາມຈິງໄດ້ຖືກອະທິບາຍແບບແຍກແຍະຢ່າງລະອຽດໃນການໂອ້ລົມ, ແຕ່ພວກເຂົາບໍ່ສາມາດຮັບເອົາມັນໄດ້ ບໍ່ວ່າຈະໂອ້ລົມແນວໃດກໍຕາມ, ສິ່ງນີ້ຊີ້ບອກເຖິງຫຍັງ? ພາຍນອກແລ້ວ, ຄົນນີ້ເບິ່ງຄືວ່າເປັນຜູ້ບໍ່ເຊື່ອ, ແຕ່ໂດຍແກ່ນແທ້ແລ້ວ ພວກເຂົາຄືມານຮ້າຍ. ພວກເຂົາມາເຮືອນຂອງພຣະເຈົ້າເພື່ອຂໍພຣະຄຸນ ແລະ ພອນຈາກພຣະເຈົ້າ, ເພື່ອໃຫ້ໄດ້ຮັບຜົນປະໂຫຍດ ແລະ ພວກເຂົາຈະບໍ່ຍອມແພ້ຈົນກວ່າພວກເຂົາຈະໄດ້ຮັບສິ່ງເຫຼົ່ານັ້ນ. ຖ້າພວກເຂົາບໍ່ໄດ້ຮັບຜົນປະໂຫຍດໃດໆ ຫຼັງຈາກທີ່ເຊື່ອມາໄລຍະໜຶ່ງ, ອຸປະນິໄສແບບຊາຕານຂອງພວກເຂົາກໍຈະລະເບີດອອກມາ; ພວກເຂົາຈະລະບາຍຄວາມບໍ່ພໍໃຈຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ເຮັດຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນ. ນີ້ຄືມານຮ້າຍ. ຄວາມທຸກທໍລະມານ ແລະ ການເສຍສະລະເລັກນ້ອຍທີ່ພວກເຂົາໄດ້ເຮັດນັ້ນ ໂດຍພື້ນຖານແລ້ວ ບໍ່ແມ່ນການປະຕິບັດຕາມພຣະທຳຂອງພຣະເຈົ້າ. ພວກມັນລ້ວນແລ້ວແຕ່ເປັນການຕົກລົງແລກປ່ຽນ, ເປັນການໄດ້ຮັບຜົນປະໂຫຍດ ແລະ ພອນສຳລັບຕົວພວກເຂົາເອງ. ເມື່ອມີສິ່ງຕ່າງໆເກີດຂຶ້ນກັບຜູ້ທີ່ຢາກໄດ້ຮັບບາງສິ່ງບາງຢ່າງຈາກຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າຢູ່ສະເໝີ ແລະ ພວກເຂົາຄິດລົບ ແລະ ອ່ອນແອ, ພວກເຂົາມັກຈະເວົ້າສະເໝີວ່າ: “ຂ້ອຍບໍ່ໄດ້ຮັບຫຍັງເລີຍຈາກການເຊື່ອໃນພຣະເຈົ້າ”. ຈາກນັ້ນ ພວກເຂົາກໍປ່ອຍຕົວໄປຕາມຍະຖາກຳ ແລະ ເລີ່ມປະພຶດຕົນຕາມອຳເພີໃຈ, ສະແຫວງຫາທີ່ຈະແກ້ແຄ້ນ ແລະ ມັກຈະລະບາຍຄວາມເປັນລົບເພື່ອລະບາຍອາລົມແຫ່ງຄວາມບໍ່ພໍໃຈຂອງພວກເຂົາ. ພວກເຮົາໄດ້ໂອ້ລົມກັນແລ້ວກ່ຽວກັບວິທີການປະຕິບັດຕໍ່ຄົນປະເພດນີ້: ພວກເຂົາຄວນຖືກຈັດການຕາມຫຼັກການ. ຖ້າພວກເຂົາສາມາດຍອມຮັບຄວາມຈິງ ແລະ ຮັບປະກັນວ່າພວກເຂົາຈະບໍ່ກໍ່ໃຫ້ເກີດການລົບກວນອີກໃນອະນາຄົດ, ພວກເຂົາກໍສາມາດໄດ້ຮັບໂອກາດອີກຄັ້ງທີ່ຈະຢູ່ໃນຄຣິສຕະຈັກຕໍ່ໄປ. ຖ້າພວກເຂົາຕັ້ງໃຈທີ່ຈະລົບກວນ ແລະ ທຳລາຍວຽກງານ ແລະ ຊີວິດຂອງຄຣິສຕະຈັກຢູ່ສະເໝີ, ຄັນຊັ້ນ ກໍຈົ່ງສະລ້າງພວກເຂົາອອກໄປ. ນີ້ແມ່ນເພື່ອປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ຮັບປະກັນວ່າຜູ້ຄົນທີ່ພຣະເຈົ້າເລືອກຈະສາມາດດຳລົງຊີວິດຄຣິສຕະຈັກໄດ້ໂດຍບໍ່ຖືກລົບກວນ. ການຕັດສິນໃຈນີ້ຖືກກຳນົດຂຶ້ນ ແລະ ວິທີການນີ້ຖືກນໍາໃຊ້ໂດຍອີງໃສ່ຫຼັກການນີ້. ມັນເໝາະສົມແລ້ວ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?