ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (17) ສ່ວນທີ ສອງ

2). ການລະບາຍຄວາມເປັນລົບເມື່ອປະຕິເສດທີ່ຈະຮັບເອົາການລິຮານ

ຍັງມີອີກສະຖານະການໜຶ່ງທີ່ຄົນມັກຈະລະບາຍຄວາມເປັນລົບ: ເມື່ອພວກເຂົາປະເຊີນກັບການຖືກລິຮານ ແລະ ບໍ່ສາມາດຍອມຮັບບາງຖ້ອຍຄຳແຫ່ງການລິຮານ, ພວກເຂົາຈະເກັບຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ ແລະ ຄວາມຂ້ອງໃຈໄວ້ໃນໃຈ ແລະ ບາງຄັ້ງກໍເຖິງກັບຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳ. ພວກເຂົາເຊື່ອວ່າມີຄວາມບໍ່ຍຸຕິທຳເກີດຂຶ້ນ: “ເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຮັບອະນຸຍາດໃຫ້ອະທິບາຍ ຫຼື ຊີ້ແຈງກ່ຽວກັບຕົນເອງ? ເປັນຫຍັງຂ້ອຍຈຶ່ງຖືກລິຮານຢູ່ຕະຫຼອດ?” ຄົນເຫຼົ່ານີ້ມັກຈະລະບາຍຄວາມເປັນລົບແບບໃດ? ພວກເຂົາຍັງຊອກຫາເຫດຜົນເພື່ອແກ້ຕົວ ແລະ ແກ້ຕ່າງໃຫ້ຕົນເອງ. ແທນທີ່ຈະໄຈ້ແຍກ, ຊົດເຊີຍ ຫຼື ແກ້ໄຂຄວາມຜິດພາດຂອງພວກເຂົາ, ພວກເຂົາກັບອ້າງເຫດຜົນຂອງຕົນ, ໂດຍເວົ້າສິ່ງຕ່າງໆ ເຊັ່ນວ່າ: ເປັນຫຍັງພວກເຂົາຈຶ່ງເຮັດບາງຢ່າງບໍ່ໄດ້ດີ, ສາເຫດທີ່ຢູ່ເບື້ອງຫຼັງສິ່ງນັ້ນແມ່ນຫຍັງ, ປັດໄຈ ແລະ ເງື່ອນໄຂພາວະວິໄສແມ່ນຫຍັງ ແລະ ພວກເຂົາບໍ່ໄດ້ຕັ້ງໃຈເຮັດແນວນັ້ນ; ພວກເຂົາໃຊ້ຂໍ້ອ້າງເຫຼົ່ານີ້ເພື່ອແກ້ຕົວ ແລະ ແກ້ຕ່າງໃຫ້ຕົນເອງ ເພື່ອບັນລຸເປົ້າໝາຍໃນການປະຕິເສດການລິຮານ. ຄົນເຫຼົ່ານີ້ບໍ່ຍອມຮັບວ່າການລິຮານນັ້ນຖືກຕ້ອງ ແລະ ພວກເຂົາວິເຄາະເຫດການການລິຮານກັບຄົນອື່ນໆຫຼາຍຄົນ, ໂດຍພະຍາຍາມອະທິບາຍເລື່ອງດັ່ງກ່າວໃຫ້ຊັດເຈນຕໍ່ໜ້າທຸກຄົນ. ພວກເຂົາເຖິງກັບເຜີຍແຜ່ແນວຄິດທີ່ວ່າ: “ການລິຮານແບບນີ້ຈະເຮັດໃຫ້ຜູ້ຄົນທໍ້ຖອຍໃຈຈາກການເຮັດໜ້າທີ່ຂອງພວກເຂົາ. ຈະບໍ່ມີໃຜເຕັມໃຈເຮັດໜ້າທີ່ຂອງພວກເຂົາອີກຕໍ່ໄປ. ຜູ້ຄົນຈະບໍ່ຮູ້ວ່າຈະດຳເນີນການຕໍ່ໄປແນວໃດ ແລະ ຈະບໍ່ມີເສັ້ນທາງແຫ່ງການປະຕິບັດ”. ຍັງມີບາງຄົນທີ່ພາຍນອກໂອ້ລົມກ່ຽວກັບວິທີທີ່ພວກເຂົາຍອມຮັບການຖືກລິຮານ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາກຳລັງໃຊ້ການໂອ້ລົມເພື່ອແກ້ຕົວ ແລະ ແກ້ຕ່າງໃຫ້ຕົນເອງ, ເຮັດໃຫ້ຄົນຈຳນວນຫຼາຍຂຶ້ນເຊື່ອວ່າ ເຮືອນຂອງພຣະເຈົ້າບໍ່ຄຳນຶງເຖິງຄວາມຮູ້ສຶກຂອງຜູ້ຄົນເລີຍໃນວິທີທີ່ປະຕິບັດຕໍ່ພວກເຂົາ ແລະ ເຊື່ອວ່າ ຄວາມຜິດພາດພຽງເລັກນ້ອຍກໍສາມາດສົ່ງຜົນໃຫ້ຖືກລິຮານໄດ້. ຜູ້ທີ່ມີແນວໂນ້ມທີ່ຈະລະບາຍຄວາມເປັນລົບນັ້ນ ບໍ່ເຄີຍໄຕ່ຕອງຕົນເອງເລີຍ. ແມ່ນແຕ່ເມື່ອປະເຊີນກັບການຖືກລິຮານ, ພວກເຂົາກໍບໍ່ໄຕ່ຕອງລັກສະນະຂອງຄວາມຜິດພາດຂອງພວກເຂົາ ຫຼື ສິ່ງທີ່ກໍ່ໃຫ້ເກີດຄວາມຜິດພາດເຫຼົ່ານັ້ນ. ພວກເຂົາບໍ່ໄຈ້ແຍກບັນຫາເຫຼົ່ານີ້ ແຕ່ກັບອ້າງເຫດຜົນ, ແກ້ຕົວ ແລະ ແກ້ຕ່າງໃຫ້ຕົນເອງຢູ່ສະເໝີ. ບາງຄົນເຖິງກັບເວົ້າວ່າ: “ກ່ອນທີ່ຂ້ອຍຖືກລິຮານ, ຂ້ອຍຮູ້ສຶກວ່າມີເສັ້ນທາງໃຫ້ຍ່າງຕາມ. ແຕ່ເມື່ອຂ້ອຍໄດ້ຖືກລິຮານ, ຂ້ອຍກໍມຶນງົງ. ຂ້ອຍບໍ່ຮູ້ວ່າຈະປະຕິບັດແນວໃດ ຫຼື ຈະເຊື່ອໃນພຣະເຈົ້າແນວໃດອີກຕໍ່ໄປ ແລະ ຂ້ອຍກໍເບິ່ງບໍ່ເຫັນຫົນທາງຂ້າງໜ້າເລີຍ”. ພວກເຂົາຍັງບອກຄົນອື່ນວ່າ: “ພວກເຈົ້າຕ້ອງລະມັດລະວັງໃຫ້ຫຼາຍເພື່ອບໍ່ໃຫ້ຖືກລິຮານ; ມັນເຈັບປວດຫຼາຍ, ຄືກັບການລອກໜັງອອກຊັ້ນໜຶ່ງ. ຢ່າໄດ້ຍ່າງຕາມເສັ້ນທາງເກົ່າຂອງຂ້ອຍ. ເບິ່ງສະພາບຂອງຂ້ອຍຫຼັງຈາກຖືກລິຮານແມ. ຂ້ອຍຕິດຂັດ, ໄປໜ້າກໍບໍ່ໄດ້ ທັງຖອຍຫຼັງກໍບໍ່ໄດ້; ບໍ່ມີຫຍັງທີ່ຂ້ອຍເຮັດແລ້ວຖືກຕ້ອງເລີຍ!” ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? ມີບັນຫາຫຍັງກັບຄຳເວົ້າເຫຼົ່ານີ້ບໍ? (ມີ. ພວກເຂົາກຳລັງແກ້ຕົວໃຫ້ຕົນເອງ ແລະ ໂຕ້ຖຽງ ໂດຍເວົ້າວ່າພວກເຂົາບໍ່ໄດ້ເຮັດຫຍັງຜິດ.) ຂໍ້ຄວາມໃດທີ່ຖືກຖ່າຍທອດຜ່ານການແກ້ຕົວ ແລະ ການໂຕ້ຖຽງນີ້? (ພວກເຂົາກຳລັງເວົ້າວ່າ ເຮືອນຂອງພຣະເຈົ້າເຮັດຜິດທີ່ລິຮານຜູ້ຄົນ.) ບາງຄົນເວົ້າວ່າ: “ກ່ອນທີ່ຈະຖືກລິຮານ, ຂ້ອຍຮູ້ສຶກວ່າຂ້ອຍມີເສັ້ນທາງໃຫ້ຍ່າງຕາມ, ແຕ່ຫຼັງຈາກຖືກລິຮານ, ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດ”. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ວ່າຈະເຮັດແນວໃດຫຼັງຈາກຖືກລິຮານ? ເຫດຜົນສຳລັບສິ່ງນີ້ແມ່ນຫຍັງ? (ເມື່ອປະເຊີນກັບການລິຮານ, ພວກເຂົາບໍ່ຍອມຮັບຄວາມຈິງ ຫຼື ພະຍາຍາມທີ່ຈະຮູ້ຈັກຕົນເອງ. ພວກເຂົາເກັບຄວາມຄິດຫຼົງຜິດບາງຢ່າງໄວ້ ແລະ ບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂແນວຄິດເຫຼົ່ານັ້ນ. ສິ່ງນີ້ເຮັດໃຫ້ພວກເຂົາບໍ່ມີເສັ້ນທາງ. ແທນທີ່ຈະຊອກຫາສາເຫດພາຍໃນຕົນເອງ, ພວກເຂົາກັບອ້າງໃນທາງກົງກັນຂ້າມ ວ່າການຖືກລິຮານນັ້ນແຫຼະທີ່ເຮັດໃຫ້ພວກເຂົາຫຼົງທາງ.) ນີ້ບໍ່ແມ່ນການໂຍນຄວາມຜິດໃສ່ຄືນບໍ? ມັນຄືກັບການເວົ້າວ່າ: “ສິ່ງທີ່ຂ້ອຍເຮັດນັ້ນສອດຄ່ອງກັບຫຼັກການຢູ່ແລ້ວ, ແຕ່ການທີ່ເຈົ້າລິຮານຂ້ອຍ ກໍເຮັດໃຫ້ເຫັນຊັດເຈນວ່າ ເຈົ້າບໍ່ໄດ້ປ່ອຍໃຫ້ຂ້ອຍຈັດການສິ່ງຕ່າງໆຕາມຫຼັກການ. ແລ້ວຂ້ອຍຈະປະຕິບັດໃນອະນາຄົດໄດ້ແນວໃດ?” ນີ້ຄືສິ່ງທີ່ຄົນທີ່ເວົ້າແບບນັ້ນໝາຍຄວາມເຖິງ. ພວກເຂົາຍອມຮັບການຖືກລິຮານບໍ? ພວກເຂົາຍອມຮັບຄວາມຈິງທີ່ວ່າພວກເຂົາເຮັດຜິດບໍ? (ບໍ່.) ຄຳເວົ້ານີ້ບໍ່ໄດ້ໝາຍຄວາມວ່າ ພວກເຂົາຮູ້ວິທີທີ່ຈະເຮັດການຊົ່ວແບບຕາມອຳເພີໃຈ, ແຕ່ເມື່ອຖືກລິຮານ ແລະ ຖືກຂໍໃຫ້ປະຕິບັດຕາມຫຼັກການ, ພວກເຂົາກັບບໍ່ຮູ້ວ່າຈະເຮັດແນວໃດ ແລະ ເກີດຄວາມມຶນງົງບໍ? (ແມ່ນ.) ແລ້ວກ່ອນໜ້ານັ້ນພວກເຂົາເຮັດສິ່ງຕ່າງໆແນວໃດ? ເມື່ອຄົນໃດໜຶ່ງປະເຊີນກັບການຖືກລິຮານ, ມັນບໍ່ແມ່ນຍ້ອນວ່າພວກເຂົາບໍ່ໄດ້ປະຕິບັດຕາມຫຼັກການບໍ? (ແມ່ນ.) ພວກເຂົາເຮັດການຊົ່ວແບບຕາມອຳເພີໃຈ, ບໍ່ສະແຫວງຫາຄວາມຈິງ ແລະ ບໍ່ເຮັດສິ່ງຕ່າງໆຕາມຫຼັກການ ຫຼື ກົດລະບຽບຂອງເຮືອນຂອງພຣະເຈົ້າ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ຮັບການລິຮານ. ຈຸດປະສົງຂອງການລິຮານແມ່ນເພື່ອເຮັດໃຫ້ຜູ້ຄົນສາມາດສະແຫວງຫາຄວາມຈິງ ແລະ ປະຕິບັດຕາມຫຼັກການ, ເພື່ອປ້ອງກັນບໍ່ໃຫ້ພວກເຂົາເຮັດການຊົ່ວແບບຕາມອຳເພີໃຈອີກ. ເຖິງຢ່າງໃດກໍຕາມ, ເມື່ອປະເຊີນກັບການຖືກລິຮານ, ຄົນເຫຼົ່ານັ້ນເວົ້າວ່າພວກເຂົາບໍ່ຮູ້ວ່າຈະປະພຶດ ຫຼື ຈະປະຕິບັດແນວໃດອີກຕໍ່ໄປ, ຄຳເວົ້າເຫຼົ່ານີ້ມີອົງປະກອບຂອງການຮູ້ຈັກຕົນເອງບໍ? (ບໍ່.) ພວກເຂົາບໍ່ມີເຈດຕະນາທີ່ຈະຮູ້ຈັກຕົນເອງ ຫຼື ສະແຫວງຫາຄວາມຈິງ. ກົງກັນຂ້າມ, ພວກເຂົາໝາຍຄວາມວ່າ: “ຂ້ອຍເຄີຍປະຕິບັດໜ້າທີ່ຂອງຂ້ອຍໄດ້ດີຫຼາຍ, ແຕ່ຕັ້ງແຕ່ເຈົ້າລິຮານຂ້ອຍ, ເຈົ້າໄດ້ເຮັດໃຫ້ຄວາມຄິດຂອງຂ້ອຍວຸ່ນວາຍ ແລະ ເຮັດໃຫ້ວິທີການປະຕິບັດໜ້າທີ່ຂອງຂ້ອຍສັບສົນ. ຕອນນີ້ຄວາມຄິດຂອງຂ້ອຍບໍ່ປົກກະຕິ ແລະ ຂ້ອຍກໍບໍ່ຕັດສິນໃຈໄດ້ເດັດຂາດ ຫຼື ກ້າຫານຄືແຕ່ກ່ອນ, ຂ້ອຍບໍ່ກ້າຫານຄືເກົ່າ ແລະ ທັງໝົດນີ້ກໍຍ້ອນການຖືກລິຮານ. ຕັ້ງແຕ່ຂ້ອຍຖືກລິຮານ, ຫົວໃຈຂອງຂ້ອຍກໍບາດເຈັບສາຫັດ. ດັ່ງນັ້ນ, ຂ້ອຍຕ້ອງບອກຄົນອື່ນໃຫ້ລະມັດລະວັງຫຼາຍເວລາປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຕ້ອງບໍ່ເປີດເຜີຍຂໍ້ບົກຜ່ອງຂອງພວກເຂົາ ຫຼື ເຮັດຜິດພາດ; ຖ້າພວກເຂົາເຮັດຜິດພາດ, ພວກເຂົາກໍຈະຖືກລິຮານ ແລະ ຈາກນັ້ນພວກເຂົາກໍຈະກາຍເປັນຄົນຂີ້ຢ້ານຕາຂາວ ແລະ ສູນເສຍແຮງຊຸກດັນທີ່ພວກເຂົາເຄີຍມີ. ຈິດໃຈທີ່ກ້າຫານຂອງພວກເຂົາຈະຫຼຸດໜ້ອຍຖອຍລົງຢ່າງຫຼວງຫຼາຍ ແລະ ຄວາມກ້າຫານແບບໄວໜຸ່ມ ແລະ ຄວາມປາຖະໜາທີ່ຈະທຸ່ມເທທຸກຢ່າງກໍຈະຫາຍໄປ, ເຮັດໃຫ້ພວກເຂົາອ່ອນແອ ແລະ ຂີ້ຢ້ານ, ຢ້ານໜ້າຢ້ານຫຼັງ ແລະ ຮູ້ສຶກວ່າບໍ່ມີຫຍັງທີ່ພວກເຂົາເຮັດແລ້ວຖືກຕ້ອງ. ພວກເຂົາຈະບໍ່ຮູ້ສຶກເຖິງການສະຖິດຢູ່ຂອງພຣະເຈົ້າໃນໃຈຂອງພວກເຂົາອີກຕໍ່ໄປ ແລະ ຈະຮູ້ສຶກຫ່າງເຫີນຈາກພຣະອົງຫຼາຍຂຶ້ນເລື້ອຍໆ. ແມ່ນແຕ່ການອະທິຖານ ແລະ ຮ້ອງທູນຕໍ່ພຣະເຈົ້າກໍເບິ່ງຄືວ່າຈະບໍ່ໄດ້ຮັບຄຳຕອບ. ພວກເຂົາຈະຮູ້ສຶກວ່າພວກເຂົາບໍ່ມີຊີວິດຊີວາ, ຄວາມກະຕືລືລົ້ນ ແລະ ຄວາມໜ້າຮັກຄືເກົ່າ ແລະ ຈະເຖິງກັບເລີ່ມດູຖູກຕົນເອງ”. ຄຳເວົ້າເຫຼົ່ານີ້ແມ່ນຄຳເວົ້າຈາກໃຈຈິງທີ່ໂອ້ລົມໂດຍຄົນທີ່ມີປະສົບການບໍ? ພວກມັນເປັນຈິງບໍ? ພວກມັນເສີມສ້າງ ຫຼື ເປັນປະໂຫຍດຕໍ່ຜູ້ຄົນບໍ? ນີ້ບໍ່ແມ່ນພຽງແຕ່ການບິດເບືອນຄວາມຈິງບໍ? (ແມ່ນ, ຄຳເວົ້າເຫຼົ່ານີ້ຂ້ອນຂ້າງໄຮ້ສາລະ.) ພວກເຂົາເວົ້າວ່າ: “ຢ່າໄດ້ຍ່າງຕາມຮອຍຂອງຂ້ອຍ ຫຼື ຍ່າງຕາມເສັ້ນທາງເກົ່າຂອງຂ້ອຍ! ພວກເຈົ້າເຫັນວ່າຕອນນີ້ຂ້ອຍປະພຶດຕົນດີພໍສົມຄວນ, ແຕ່ຄວາມຈິງແລ້ວ ຂ້ອຍພຽງແຕ່ຢ້ານຫຼັງຈາກການລິຮານນັ້ນ ແລະ ບໍ່ໄດ້ມີອິດສະລະ ແລະ ໄດ້ຮັບການປົດປ່ອຍຄືແຕ່ກ່ອນ”. ຄຳເວົ້າເຫຼົ່ານີ້ມີຜົນກະທົບແນວໃດຕໍ່ຜູ້ຟັງ? (ມັນເຮັດໃຫ້ຜູ້ຄົນລະວັງຕົວຕໍ່ພຣະເຈົ້າຫຼາຍຂຶ້ນ, ເຮັດໃຫ້ພວກເຂົາປະຕິບັດຢ່າງລະມັດລະວັງ ຍ້ອນຢ້ານວ່າຈະຖືກລິຮານ.) ພວກມັນມີຜົນກະທົບດ້ານລົບແບບນີ້. ຫຼັງຈາກໄດ້ຍິນສິ່ງນີ້, ຜູ້ຄົນກໍຈະຄິດວ່າ: “ເວົ້າອີກກໍຖືກອີກ! ພຽງແຕ່ເຜີເຮັດຜິດເລັກນ້ອຍ ແລະ ເຈົ້າກໍຈົບລົງດ້ວຍການຖືກລິຮານ, ເຈົ້າບໍ່ສາມາດເຮັດຫຍັງເພື່ອປ້ອງກັນມັນໄດ້! ເປັນຫຍັງການປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າຈຶ່ງຍາກແທ້? ເວົ້າເຖິງແຕ່ຫຼັກການຄວາມຈິງຢູ່ຕະຫຼອດ, ມັນຮຽກຮ້ອງສູງແທ້ໆ! ພຽງແຕ່ດຳເນີນຊີວິດທີ່ລຽບງ່າຍ ແລະ ໝັ້ນຄົງບໍ່ໄດ້ບໍ? ນັ້ນບໍ່ແມ່ນຂໍ້ຮຽກຮ້ອງທີ່ສູງ ຫຼື ຄວາມຫວັງທີ່ຟຸມເຟືອຍ, ແຕ່ເປັນຫຍັງມັນຈຶ່ງບັນລຸໄດ້ຍາກແທ້? ຂ້ອຍຫວັງວ່າຂ້ອຍຈະບໍ່ຖືກລິຮານແທ້ໆ. ຂ້ອຍເປັນຄົນຂີ້ຢ້ານຕາຂາວຫຼາຍ; ປົກກະຕິແລ້ວ, ເມື່ອມີຄົນຈ້ອງເບິ່ງຂ້ອຍດ້ວຍຄວາມໂກດຮ້າຍ ແລະ ເວົ້າສຽງດັງ, ຫົວໃຈຂອງຂ້ອຍກໍເລີ່ມເຕັ້ນແຮງ. ຖ້າຂ້ອຍປະເຊີນກັບການລິຮານແທ້ໆ ແລະ ຄຳເວົ້າຮຸນແຮງແບບນັ້ນ, ໄຈ້ແຍກຄວາມຈິງຂອງຂໍ້ເທັດຈິງແບບນັ້ນ, ຂ້ອຍຈະຮັບມືກັບມັນໄດ້ແນວໃດ? ມັນຈະບໍ່ເຮັດໃຫ້ຂ້ອຍຝັນຮ້າຍບໍ? ທຸກຄົນເວົ້າວ່າການລິຮານນັ້ນດີ, ແຕ່ຂ້ອຍບໍ່ເຫັນວ່າມັນຈະເປັນແນວນັ້ນ. ຄົນນັ້ນບໍ່ໄດ້ຢ້ານຍ້ອນມັນບໍ? ຖ້າຂ້ອຍຖືກລິຮານ, ຂ້ອຍກໍຄົງຈະຢ້ານຄືກັນ”. ນີ້ບໍ່ແມ່ນຜົນກະທົບທີ່ເກີດຈາກຄຳເວົ້າຂອງຜູ້ທີ່ລະບາຍຄວາມເປັນລົບບໍ? ຜົນກະທົບນີ້ເປັນທາງບວກ ຫຼື ທາງລົບ? (ທາງລົບ.) ຖ້ອຍຄຳທີ່ເປັນລົບເຫຼົ່ານີ້ສາມາດກໍ່ໃຫ້ເກີດອັນຕະລາຍຢ່າງໃຫຍ່ຫຼວງຕໍ່ຜູ້ທີ່ເຕັມໃຈໄລ່ຕາມຄວາມຈິງ! ດັ່ງນັ້ນ, ບອກເຮົາມາເບິ່ງ, ຜູ້ທີ່ລະບາຍຄວາມເປັນລົບ ແລະ ເຜີຍແຜ່ຄວາມຕາຍເລື້ອຍໆນັ້ນ ແມ່ນຄົນຮັບໃຊ້ຂອງຊາຕານບໍ? ພວກເຂົາແມ່ນຄົນທີ່ລົບກວນວຽກງານຂອງຄຣິສຕະຈັກບໍ? (ແມ່ນ.)

ມີບາງຄົນເຮັດຕາມຄວາມຄິດຂອງຕົນເອງ ແລະ ເຮັດຂັດກັບຫຼັກການ. ຫຼັງຈາກຖືກລິຮານ, ພວກເຂົາຮູ້ສຶກວ່າເຖິງແມ່ນວ່າຈະເຮັດວຽກຢ່າງໜັກ ແລະ ຈ່າຍລາຄາຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງຖືກລິຮານຢູ່, ດັ່ງນັ້ນ ຫົວໃຈຂອງພວກເຂົາຈຶ່ງເຕັມໄປດ້ວຍຄວາມບໍ່ເຊື່ອຟັງ ແລະ ພວກເຂົາບໍ່ຍອມຮັບການເປີດໂປງ ຫຼື ການໄຈ້ແຍກ. ພວກເຂົາເຊື່ອວ່າພຣະເຈົ້າບໍ່ຊອບທຳ ແລະ ເຮືອນຂອງພຣະເຈົ້າບໍ່ຍຸຕິທຳຕໍ່ພວກເຂົາ, ໂດຍທີ່ວ່າຄົນທີ່ມີຄວາມສາມາດພິເສດທີ່ມີປະໂຫຍດຄືກັບພວກເຂົາ, ຜູ້ທີ່ທົນທຸກຫຼາຍ ແລະ ຈ່າຍລາຄາທີ່ສູງຫຼາຍ, ກັບບໍ່ໄດ້ຮັບການຍ້ອງຍໍຈາກເຮືອນຂອງພຣະເຈົ້າ ແລະ ຊໍ້າພັດຍັງຖືກລິຮານ. ຈາກຄວາມບໍ່ເຊື່ອຟັງຂອງພວກເຂົາກໍເກີດມີຄວາມຂ້ອງໃຈ ແລະ ພວກເຂົາກໍຈະລະບາຍຄວາມເປັນລົບວ່າ: “ຕາມທີ່ຂ້ອຍເຫັນ, ບໍ່ມີຫຍັງຍາກໄປກວ່າການເຊື່ອໃນພຣະເຈົ້າ; ມັນຍາກແທ້ໆທີ່ຈະໄດ້ຮັບພຣະພອນ ແລະ ເພີດເພີນກັບພຣະຄຸນເລັກນ້ອຍ. ຂ້ອຍໄດ້ຈ່າຍລາຄາສູງຫຼາຍ, ແຕ່ຂ້ອຍກັບຖືກລິຮານຍ້ອນເຮັດສິ່ງດຽວບໍ່ດີ. ຖ້າຄົນແບບຂ້ອຍຍັງບໍ່ເໝາະກັບໜ້າທີ່, ແລ້ວໃຜຈະເໝາະສົມ? ພຣະເຈົ້າບໍ່ຊອບທຳບໍ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຮັບຮູ້ຄວາມຊອບທຳຂອງພຣະອົງ? ເປັນຫຍັງຄວາມຊອບທຳຂອງພຣະເຈົ້າຈຶ່ງຂັດກັບຄວາມຄິດຫຼົງຜິດຂອງຜູ້ຄົນແທ້?” ພວກເຂົາບໍ່ໄຈ້ແຍກສິ່ງທີ່ພວກເຂົາເຮັດລົງໄປເຊິ່ງຂັດກັບຫຼັກການ ຫຼື ອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາເປີດເຜີຍອອກມາ. ພວກເຂົາບໍ່ພຽງແຕ່ຂາດຄວາມສຳນຶກຜິດ ຫຼື ການອ່ອນນ້ອມແມ້ແຕ່ເລັກນ້ອຍ, ແຕ່ພວກເຂົາເຖິງກັບຕັດສິນ ແລະ ຕໍ່ຕ້ານຢ່າງເປີດເຜີຍ. ຫຼັງຈາກໄດ້ຍິນພວກເຂົາເວົ້າຖ້ອຍຄຳດັ່ງກ່າວ, ຄົນສ່ວນໃຫຍ່ກໍເລີ່ມເຫັນໃຈພວກເຂົາບາງສ່ວນ ແລະ ຖືກພວກເຂົາຊັກຈູງ: “ມັນແມ່ນຄວາມຈິງ, ແມ່ນບໍ? ພວກເຂົາເຊື່ອໃນພຣະເຈົ້າມາຊາວປີແລ້ວ ແລະ ຍັງປະເຊີນກັບການຖືກລິຮານແບບນີ້. ຖ້າຄົນທີ່ເຊື່ອມາຊາວປີອາດຈະບໍ່ໄດ້ຮັບຄວາມລອດພົ້ນສະເໝີໄປ, ແລ້ວຄົນແບບພວກເຮົາກໍຍິ່ງມີຄວາມຫວັງໜ້ອຍລົງ”. ພວກເຂົາບໍ່ໄດ້ຖືກພິດບໍ? ເມື່ອຄວາມເປັນລົບຖືກລະບາຍອອກມາ, ພິດກໍຖືກຫວ່ານລົງ, ຄືກັບເມັດພືດທີ່ປູກລົງໃນຫົວໃຈຂອງຜູ້ຄົນ, ຢັ່ງຮາກ, ແຕກໜໍ່, ອອກດອກ ແລະ ອອກຜົນໃນຄວາມຄິດຂອງພວກເຂົາ. ໂດຍທີ່ຜູ້ຄົນບໍ່ທັນຮູ້ຕົວ, ພວກເຂົາກໍຖືກພິດ ແລະ ການຕໍ່ຕ້ານ ແລະ ການຈົ່ມວ່າຕໍ່ພຣະເຈົ້າກໍເກີດຂຶ້ນໃນຕົວພວກເຂົາ. ເມື່ອຄົນເຫຼົ່ານັ້ນຖືກລິຮານ, ພວກເຂົາກໍກາຍເປັນຄົນບໍ່ເຊື່ອຟັງຕໍ່ພຣະເຈົ້າ ແລະ ບໍ່ພໍໃຈກັບວິທີທີ່ເຮືອນຂອງພຣະເຈົ້າຈັດການກັບພວກເຂົາ. ແທນທີ່ຈະມີທ່າທີແຫ່ງການກັບໃຈ ແລະ ການສາລະພາບ, ພວກເຂົາກັບໂຕ້ຖຽງ, ແກ້ຕົວ ແລະ ແກ້ຕ່າງໃຫ້ຕົນເອງ. ພວກເຂົາປະກາດໃຫ້ຮູ້ໄປທົ່ວວ່າພວກເຂົາທົນທຸກກັບຄວາມຍາກລຳບາກຫຼາຍສໍ່າໃດ, ໄດ້ເຮັດວຽກຫຍັງແດ່ ແລະ ໄດ້ປະຕິບັດໜ້າທີ່ຫຍັງແດ່ຕະຫຼອດຫຼາຍປີແຫ່ງຄວາມເຊື່ອຂອງພວກເຂົາ ແລະ ແທນທີ່ຈະໄດ້ຮັບລາງວັນໃນຕອນນີ້, ພວກເຂົາກັບປະເຊີນກັບການຖືກລິຮານ. ພວກເຂົາບໍ່ພຽງແຕ່ບໍ່ຮັບຮູ້ຈາກການລິຮານຄວາມເສື່ອມຊາມຂອງຕົນເອງ ແລະ ຄວາມຜິດພາດທີ່ພວກເຂົາເຮັດເທົ່ານັ້ນ, ແຕ່ພວກເຂົາຍັງເຜີຍແຜ່ແນວຄິດທີ່ວ່າ ວິທີທີ່ເຮືອນຂອງພຣະເຈົ້າປະຕິບັດຕໍ່ພວກເຂົານັ້ນບໍ່ຍຸຕິທຳ ແລະ ບໍ່ສົມເຫດສົມຜົນເລີຍ, ວ່າພວກເຂົາບໍ່ຄວນຖືກປະຕິບັດແບບນັ້ນ ແລະ ຖ້າພວກເຂົາຖືກປະຕິບັດແບບນັ້ນ, ແລ້ວພຣະເຈົ້າກໍບໍ່ຊອບທຳ. ເຫດຜົນທີ່ພວກເຂົາລະບາຍຄວາມເປັນລົບນີ້ກໍຄື ພວກເຂົາບໍ່ສາມາດຍອມຮັບການລິຮານ ຫຼື ຄວາມຈິງທີ່ວ່າພວກເຂົາເຮັດຜິດ, ແຮ່ງບໍ່ຕ້ອງເວົ້າເຖິງເລື່ອງຍອມຮັບ ຫຼື ຮັບຮູ້ຄວາມຈິງທີ່ວ່າ ພວກເຂົາກໍ່ໃຫ້ເກີດຄວາມເສຍຫາຍຕໍ່ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງທັງຫຼາຍ ແລະ ຕໍ່ວຽກງານຂອງຄຣິສຕະຈັກ. ພວກເຂົາເຊື່ອວ່າພວກເຂົາປະຕິບັດຖືກຕ້ອງແລ້ວ ແລະ ເຮືອນຂອງພຣະເຈົ້າຕ່າງຫາກທີ່ຜິດທີ່ລິຮານພວກເຂົາ. ໂດຍການລະບາຍຄວາມເປັນລົບ, ພວກເຂົາຕັ້ງໃຈທີ່ຈະບອກຜູ້ຄົນວ່າ ເຮືອນຂອງພຣະເຈົ້າບໍ່ຍຸຕິທຳໃນວິທີທີ່ປະຕິບັດຕໍ່ຜູ້ຄົນ: ເມື່ອໃດທີ່ຄົນໃດໜຶ່ງເຮັດຜິດ, ເຮືອນຂອງພຣະເຈົ້າກໍຈະໃຊ້ມັນເປັນອາວຸດມາໂຈມຕີພວກເຂົາ, ໂດຍຈັບເອົາປະເດັນນີ້ ແລະ ລິຮານພວກເຂົາຢ່າງໄຮ້ປານີ, ຈົນເຖິງຂັ້ນທີ່ພວກເຂົາກາຍເປັນຄົນຍອມຈຳນົນ ແລະ ຄິດວ່າພວກເຂົາບໍ່ໄດ້ສ້າງຜົນງານໃດໆ, ເຊິ່ງບໍ່ມີໃຜເທີດທູນບູຊາພວກເຂົາອີກຕໍ່ໄປ, ບໍ່ຊື່ນຊົມຕົນເອງອີກຕໍ່ໄປ ແລະ ບໍ່ກ້າຂໍລາງວັນຈາກພຣະເຈົ້າອີກຕໍ່ໄປ, ເມື່ອນັ້ນແຫຼະ ເຮືອນຂອງພຣະເຈົ້າຈຶ່ງຈະບັນລຸຈຸດປະສົງ. ເປົ້າໝາຍຂອງພວກເຂົາໃນການລະບາຍຄວາມເປັນລົບນີ້ ແມ່ນເພື່ອເຮັດໃຫ້ຄົນຈຳນວນຫຼາຍຂຶ້ນມາອອກໜ້າແກ້ຕ່າງໃຫ້ພວກເຂົາ, ເພື່ອໃຫ້ຄົນຈຳນວນຫຼາຍຂຶ້ນເຂົ້າໃຈ “ຄວາມຈິງຂອງເລື່ອງ” ແລະ ເຫັນວ່າພວກເຂົາທົນທຸກຫຼາຍສໍ່າໃດຕະຫຼອດຫຼາຍປີແຫ່ງການເຊື່ອໃນພຣະເຈົ້າ, ຜົນງານຂອງພວກເຂົາສຳຄັນສໍ່າໃດ ແລະ ພວກເຂົາມີຄຸນສົມບັດຫຼາຍສໍ່າໃດ ແລະ ພວກເຂົາເປັນຜູ້ເຊື່ອທີ່ອາວຸໂສສໍ່າໃດ. ດ້ວຍສິ່ງນີ້, ພວກເຂົາຕ້ອງການໃຫ້ຄົນອື່ນມາຢືນຢູ່ຝ່າຍດຽວກັບພວກເຂົາ ໃນການຮ່ວມມືກັນຕໍ່ຕ້ານກົດລະບຽບຂອງເຮືອນຂອງພຣະເຈົ້າ ແລະ ການລິຮານທີ່ເຮືອນຂອງພຣະເຈົ້າກະທຳຕໍ່ພວກເຂົາ. ໂດຍທຳມະຊາດແລ້ວ ນີ້ບໍ່ແມ່ນການຊັກຈູງຄົນມາຢູ່ຝ່າຍພວກເຂົາບໍ? (ແມ່ນ.) ເປົ້າໝາຍຂອງພວກເຂົາໃນການລະບາຍຄວາມເປັນລົບໃນລັກສະນະນີ້ ແມ່ນເພື່ອຊັກຈູງຄົນມາຢູ່ຝ່າຍພວກເຂົາ ແລະ ເຮັດໃຫ້ພວກເຂົາຫຼົງຜິດ ແລະ ພວກເຂົາລົບກວນວຽກງານຂອງຄຣິສຕະຈັກ ເພື່ອລະບາຍຄວາມຄຽດແຄ້ນຂອງພວກເຂົາອອກມາ. ບໍ່ວ່າຜົນກະທົບທີ່ມັນມີຕໍ່ຜູ້ຄົນໃນທີ່ສຸດຈະເປັນແນວໃດ ຫຼັງຈາກທີ່ພວກເຂົາໄດ້ລະບາຍຄວາມເປັນລົບຂອງພວກເຂົາອອກມາ, ຜົນກະທົບ ແລະ ຜົນສະທ້ອນກໍຄື ຜູ້ຄົນຖືກເຮັດໃຫ້ຫຼົງຜິດ ແລະ ຖືກລົບກວນ, ພວກເຂົາຖືກທຳຮ້າຍ. ມັນບໍ່ແມ່ນການເສີມສ້າງ. ມັນເປັນຜົນກະທົບທາງລົບ.

ເມື່ອຜູ້ຄົນປະເຊີນກັບການຖືກລິຮານ, ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ຄືປະເພດຂອງຄວາມເປັນລົບທີ່ພວກເຂົາລະບາຍອອກມາ. ພວກເຂົາບໍ່ສາມາດຍອມຮັບການຖືກລິຮານ ແລະ ມີຄວາມບໍ່ພໍໃຈ ແລະ ບໍ່ເຊື່ອຟັງໃນໃຈພວກເຂົາ, ບໍ່ສາມາດຮັບເອົາສິ່ງນັ້ນຈາກພຣະເຈົ້າ. ການໂຕ້ຕອບທຳອິດຂອງພວກເຂົາບໍ່ແມ່ນເພື່ອສະແຫວງຫາຄວາມຈິງກ່ຽວກັບການລິຮານ ແລະ ເພື່ອໄຕ່ຕອງ, ຮູ້ຈັກ ແລະ ໄຈ້ແຍກຕົນເອງ, ເພື່ອເບິ່ງວ່າພວກເຂົາເຮັດຫຍັງຜິດແທ້ໆ, ການກະທຳຂອງພວກເຂົາສອດຄ່ອງກັບຫຼັກການ ຫຼື ບໍ່, ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງລິຮານພວກເຂົາ ແລະ ການທີ່ພວກເຂົາຖືກປະຕິບັດແບບນີ້ແມ່ນຍ້ອນຄວາມຄຽດແຄ້ນສ່ວນຕົວ ຫຼື ເປັນສິ່ງທີ່ຍຸຕິທຳ ແລະ ສົມເຫດສົມຜົນ. ການໂຕ້ຕອບທຳອິດຂອງພວກເຂົາບໍ່ແມ່ນການສະແຫວງຫາສິ່ງເຫຼົ່ານີ້, ແຕ່ການໂຕ້ຕອບທຳອິດຂອງພວກເຂົາແມ່ນການອີງໃສ່ຄຸນສົມບັດ, ຄວາມທົນທຸກ ແລະ ການເສຍສະລະຂອງພວກເຂົາເພື່ອຕໍ່ຕ້ານການລິຮານ. ໃນການເຮັດແບບນັ້ນ, ທຸກສິ່ງທີ່ເກີດຂຶ້ນພາຍໃນໃຈຂອງພວກເຂົາລ້ວນແມ່ນຈະເປັນລົບຢ່າງແນ່ນອນ, ໂດຍບໍ່ມີສິ່ງທີ່ເປັນບວກເລີຍ. ດັ່ງນັ້ນ, ເມື່ອພວກເຂົາໂອ້ລົມກ່ຽວກັບຄວາມຮູ້ສຶກ ແລະ ຄວາມເຂົ້າໃຈຂອງພວກເຂົາຫຼັງຈາກຖືກລິຮານ, ພວກເຂົາກໍກຳລັງລະບາຍຄວາມເປັນລົບ ແລະ ເຜີຍແຜ່ຄວາມຄິດຫຼົງຜິດຢ່າງແນ່ນອນ. ການລະບາຍຄວາມເປັນລົບ ແລະ ການເຜີຍແຜ່ຄວາມຄິດຫຼົງຜິດຄວນຖືກຢຸດຢັ້ງ ແລະ ຖືກຈຳກັດໂດຍທັນທີ, ບໍ່ແມ່ນປ່ອຍໃຫ້ສືບຕໍ່ ແລະ ເມີນເສີຍ. ສິ່ງທີ່ເປັນລົບເຫຼົ່ານີ້ຈະຂັດຂວາງ, ລົບກວນ ແລະ ສ້າງຄວາມເສຍຫາຍຕໍ່ການເຂົ້າສູ່ຊີວິດຂອງແຕ່ລະຄົນ ແລະ ພວກມັນບໍ່ສາມາດມີບົດບາດທາງບວກໄດ້, ແຮງບໍ່ຕ້ອງເວົ້າເຖິງເລື່ອງທີ່ພວກມັນຈະກະຕຸ້ນຄວາມຈົງຮັກພັກດີຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ ຫຼື ການປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ. ສະນັ້ນ, ເມື່ອຄົນດັ່ງກ່າວລະບາຍຄວາມເປັນລົບ, ພວກເຂົາກໍກຳລັງລົບກວນຊີວິດຄຣິສຕະຈັກ ແລະ ຄວນຖືກຈຳກັດ.

3). ການລະບາຍຄວາມເປັນລົບເມື່ອຊື່ສຽງ, ສະຖານະ ແລະ ຜົນປະໂຫຍດຂອງຕົນໄດ້ຮັບຄວາມເສຍຫາຍ

ນອກຈາກການລະບາຍຄວາມເປັນລົບຫຼັງຈາກຖືກປົດອອກ ຫຼື ຖືກລິຮານແລ້ວ, ຍັງມີສະຖານະການໃດອີກແດ່ທີ່ຜູ້ຄົນລະບາຍຄວາມເປັນລົບ? (ເມື່ອຜົນປະໂຫຍດຂອງຜູ້ຄົນເສຍຫາຍ ແລະ ພວກເຂົາຮູ້ສຶກວ່າພວກເຂົາໄດ້ສູນເສຍ.) (ບາງຄົນໄດ້ປະຕິບັດໜ້າທີ່ຂອງຕົນມາຫຼາຍປີ, ແຕ່ເມື່ອພວກເຂົາເຈັບປ່ວຍ ຫຼື ໄພພິບັດເກີດຂຶ້ນກັບຄອບຄົວຂອງພວກເຂົາ, ພວກເຂົາກໍເວົ້າວ່າ: “ຂ້ອຍໄດ້ຮັບຫຍັງແດ່ຈາກການເຊື່ອໃນພຣະເຈົ້າມາຫຼາຍປີ?”) “ຄຳເວົ້າຕິດປາກ” ທົ່ວໄປຂອງພວກທີ່ມັກລະບາຍຄວາມເປັນລົບກໍຄື “ຂ້ອຍໄດ້ຮັບຫຍັງແດ່?” ຍັງມີສະຖານະການໃດອີກ? (ບາງຄົນບໍ່ພຽງແຕ່ບໍ່ບັນລຸຜົນໃນໜ້າທີ່ຂອງພວກເຂົາເທົ່ານັ້ນ, ແຕ່ພວກເຂົາຍັງເຮັດຜິດພາດເລື້ອຍໆ, ດັ່ງນັ້ນ ພວກເຂົາຈຶ່ງເວົ້າວ່າ: “ເປັນຫຍັງພຣະເຈົ້າຈຶ່ງໃຫ້ຄວາມຮູ້ແຈ້ງແກ່ຄົນອື່ນ ແຕ່ບໍ່ໃຫ້ຂ້ອຍ? ເປັນຫຍັງພຣະເຈົ້າຈຶ່ງໃຫ້ຂີດຄວາມສາມາດທີ່ດີແກ່ພວກເຂົາ ໃນຂະນະທີ່ຂີດຄວາມສາມາດຂອງຂ້ອຍຕ່ຳຫຼາຍ?” ແທນທີ່ຈະໄຕ່ຕອງບັນຫາຂອງຕົນເອງ, ພວກເຂົາກັບໂຍນຄວາມຮັບຜິດຊອບໃຫ້ພຣະເຈົ້າ, ໂດຍເວົ້າວ່າ ພຣະເຈົ້າບໍ່ໄດ້ໃຫ້ຄວາມຮູ້ແຈ້ງ ຫຼື ຊີ້ນໍາພວກເຂົາ ແລ້ວພວກເຂົາກໍຈົ່ມວ່າໃຫ້ພຣະເຈົ້າຢູ່ຕະຫຼອດ.) ພວກເຂົາອ້າງວ່າພຣະເຈົ້າບໍ່ຍຸຕິທຳ, ໂດຍຖາມວ່າເປັນຫຍັງພຣະອົງຈຶ່ງໃຫ້ຄວາມຮູ້ແຈ້ງ ແລະ ປະທານພຣະຄຸນແກ່ຄົນອື່ນ ແຕ່ບໍ່ປະທານໃຫ້ພວກເຂົາ, ຈົ່ມວ່າເປັນຫຍັງພວກເຂົາຈຶ່ງບໍ່ບັນລຸຜົນໃນໜ້າທີ່ຂອງຕົນ, ພວກເຂົາກຳລັງຈົ່ມວ່າ. ຕົວຢ່າງທີ່ພວກເຈົ້າຍົກມານັ້ນດີ. ມີອີກບໍ? (ບາງຄົນເຕັມໄປດ້ວຍຄວາມຄຽດແຄ້ນເມື່ອການມອບໝາຍໜ້າທີ່ຂອງພວກເຂົາຖືກປັບປ່ຽນ, ໂດຍຕັ້ງຄຳຖາມວ່າເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນ ແລະ ສົງໄສວ່າຜູ້ນຳ ແລະ ຜູ້ເຮັດວຽກກຳລັງເຈາະຈົງໃສ່ພວກເຂົາ ແລະ ເຮັດໃຫ້ສິ່ງຕ່າງໆຍາກສຳລັບພວກເຂົາ.) ພວກເຂົາຮູ້ສຶກວ່າເຮືອນຂອງພຣະເຈົ້າດູຖູກພວກເຂົາບໍ? (ແມ່ນ.) ບາງຄົນທີ່ບໍ່ເຮັດວຽກງານຕົວຈິງຖືກປົດອອກ ແລະ ຖືກກຳຈັດ ແລະ ພວກເຂົາຮູ້ສຶກວ່າຊື່ສຽງ ແລະ ສະຖານະຂອງພວກເຂົາໄດ້ຮັບຄວາມເສຍຫາຍ. ເພື່ອລະບາຍຄວາມບໍ່ພໍໃຈຂອງພວກເຂົາ, ພວກເຂົາມັກຈະຈົ່ມລັບຫຼັງສະເໝີວ່າ: “ຂ້ອຍເຊື່ອໃນພຣະເຈົ້າມາໄດ້ໄລຍະສັ້ນໆ, ຄວາມສາມາດໃນການຈັບໃຈຄວາມຂອງຂ້ອຍກໍບໍ່ດີ ແລະ ຂ້ອຍກໍມີຂີດຄວາມສາມາດຕ່ຳ. ຂ້ອຍທຽບກັບຄົນອື່ນບໍ່ໄດ້. ຖ້າພວກເຂົາເວົ້າວ່າຂ້ອຍບໍ່ມີຄວາມສາມາດ, ຂ້ອຍກໍຄົງຈະບໍ່ມີ!” ທາງພາຍນອກ, ພວກເຂົາຮັບຮູ້ຂໍ້ບົກຜ່ອງຂອງຕົນ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາກຳລັງພະຍາຍາມກູ້ເອົາຜົນປະໂຫຍດທີ່ພວກເຂົາສູນເສຍໄປກັບຄືນມາ, ຈົ່ມຢູ່ບໍ່ເຊົາ ແລະ ເວົ້າສິ່ງຕ່າງໆເພື່ອໃຫ້ໄດ້ຮັບຄວາມເຫັນໃຈຈາກຜູ້ຄົນ ແລະ ເຮັດໃຫ້ພວກເຂົາຮູ້ສຶກວ່າເຮືອນຂອງພຣະເຈົ້າບໍ່ຍຸຕິທຳ. ທັນທີທີ່ຜົນປະໂຫຍດຂອງພວກເຂົາເສຍຫາຍ, ພວກເຂົາກໍບໍ່ພໍໃຈ ແລະ ຫວັງທີ່ຈະໄດ້ສິ່ງທີ່ເສຍໄປຄືນມາ ແລະ ໄດ້ຮັບການຊົດເຊີຍສະເໝີ. ຖ້າພວກເຂົາບໍ່ໄດ້, ພວກເຂົາກໍສູນເສຍຄວາມເຊື່ອໃນພຣະເຈົ້າ ແລະ ບໍ່ຮູ້ວິທີທີ່ຈະເຊື່ອໃນພຣະອົງອີກຕໍ່ໄປ, ໂດຍເວົ້າສິ່ງຕ່າງໆ ເຊັ່ນວ່າ: “ຂ້ອຍເຄີຍຄິດວ່າການເຊື່ອໃນພຣະເຈົ້ານັ້ນດີຫຼາຍ ແລະ ການເຮັດໜ້າທີ່ເປັນຜູ້ນຳ ຫຼື ຜູ້ເຮັດວຽກໃນຄຣິສຕະຈັກຈະນໍາພຣະພອນອັນຍິ່ງໃຫຍ່ມາໃຫ້ຢ່າງແນ່ນອນ. ຂ້ອຍບໍ່ເຄີຍຄາດຄິດເລີຍວ່າຈະຖືກປົດອອກ ແລະ ຖືກກຳຈັດ ແລະ ຖືກຄົນອື່ນປະຕິເສດ. ບໍ່ຄິດເລີຍວ່າຈະມີເລື່ອງແບບນີ້ເກີດຂຶ້ນໃນເຮືອນຂອງພຣະເຈົ້າ! ບໍ່ແມ່ນທຸກຄົນທີ່ເຊື່ອໃນພຣະເຈົ້າຈະເປັນຄົນດີສະເໝີໄປ ແລະ ບໍ່ແມ່ນທຸກສິ່ງທີ່ເຮືອນຂອງພຣະເຈົ້າເຮັດຈະເປັນຕົວແທນຂອງພຣະເຈົ້າ ຫຼື ຄວາມຍຸຕິທຳ”. ທຳມະຊາດຂອງຄຳເວົ້າແບບນີ້ແມ່ນຫຍັງ? ຄຳເວົ້າຂອງພວກເຂົາ, ທັງທາງກົງ ແລະ ທາງອ້ອມ, ສື່ເຖິງການໂຈມຕີ. ພວກມັນສື່ເຖິງການຕັດສິນ ແລະ ການຕໍ່ຕ້ານ. ທາງພາຍນອກ, ພວກເຂົາເບິ່ງຄືວ່າຈະເຈາະຈົງໃສ່ຜູ້ນຳຄົນໃດໜຶ່ງ ຫຼື ຄຣິສຕະຈັກ, ແຕ່ສິ່ງທີ່ພວກເຂົາເຈາະຈົງໃສ່ດ້ວຍຄຳເວົ້າເຫຼົ່ານີ້ໃນໃຈຂອງພວກເຂົາແທ້ໆກໍຄືພຣະເຈົ້າ, ພຣະທຳຂອງພຣະອົງ ແລະ ກົດການປົກຄອງ ແລະ ກົດລະບຽບຂອງເຮືອນຂອງພຣະອົງ. ພວກເຂົາພຽງແຕ່ລະບາຍຄວາມຄຽດແຄ້ນຂອງພວກເຂົາເທົ່ານັ້ນ. ເປັນຫຍັງພວກເຂົາຈຶ່ງລະບາຍຄວາມຄຽດແຄ້ນຂອງພວກເຂົາ? ພວກເຂົາຮູ້ສຶກວ່າພວກເຂົາເສຍປຽບ; ໃນໃຈຂອງພວກເຂົາ, ພວກເຂົາຮູ້ສຶກເຖິງຄວາມບໍ່ຍຸຕິທຳ ແລະ ຄວາມບໍ່ພໍໃຈ ແລະ ພວກເຂົາຕ້ອງການຮຽກຮ້ອງສິ່ງຕ່າງໆ ແລະ ໄດ້ຮັບການຊົດເຊີຍ. ໃນຂະນະທີ່ຄວາມເປັນລົບທີ່ຖືກລະບາຍໂດຍຄົນດັ່ງກ່າວ ບໍ່ໄດ້ເປັນໄພຂົ່ມຂູ່ທີ່ສຳຄັນຕໍ່ຄົນສ່ວນໃຫຍ່, ແຕ່ຄຳເວົ້າທີ່ເໝັນເນົ່າເຫຼົ່ານີ້ກໍປຽບເໝືອນແມງວັນ ຫຼື ຕົວເຮືອດທີ່ໜ້າລຳຄານ ເຊິ່ງກໍ່ໃຫ້ເກີດການລົບກວນຈິດໃຈຂອງຜູ້ຄົນໃນລະດັບປານກາງ. ຄົນສ່ວນໃຫຍ່ຮູ້ສຶກລັງກຽດ ແລະ ເບື່ອໜ່າຍເມື່ອໄດ້ຍິນຄຳເວົ້າເຫຼົ່ານີ້, ແຕ່ກໍຫຼີກລ່ຽງບໍ່ໄດ້ທີ່ຈະມີຄົນປະເພດດຽວກັນກັບຄົນດັ່ງກ່າວ, ຜູ້ທີ່ມີອຸປະນິໄສ, ແກ່ນແທ້ ແລະ ຄວາມມັກແບບດຽວກັນ, ເຊິ່ງເປັນຄົນຊົ່ວແບບດຽວກັນກັບຄົນເຫຼົ່ານັ້ນ ແລະ ຜູ້ທີ່ຖືກຊັກຈູງ ແລະ ລົບກວນໂດຍພວກເຂົາ. ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້. ຍິ່ງໄປກວ່ານັ້ນ, ບາງຄົນທີ່ມີວຸດທິພາວະຍັງນ້ອຍເຊິ່ງຂາດການແຍກແຍະ ກໍສາມາດຖືກລົບກວນໂດຍຄຳເວົ້າທາງລົບເຫຼົ່ານີ້ ແລະ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍສາມາດໄດ້ຮັບອິດທິພົນ. ຄົນເຫຼົ່ານີ້ບໍ່ຮູ້ແຕ່ທຳອິດແລ້ວວ່າ ການເຊື່ອໃນພຣະເຈົ້າແມ່ນເພື່ອຫຍັງແທ້ ແລະ ພວກເຂົາບໍ່ຊັດເຈນກ່ຽວກັບຄວາມຈິງຂອງນິມິດ ແລະ ຄວາມສາມາດໃນການຢັ່ງຮູ້ຄວາມຈິງຂອງພວກເຂົາກໍບໍ່ດີເຊັ່ນກັນ. ເມື່ອພວກເຂົາໄດ້ຍິນຖ້ອຍຄຳທີ່ເປັນລົບເຫຼົ່ານີ້, ພວກເຂົາມີແນວໂນ້ມສູງທີ່ຈະຮັບເອົາສິ່ງເຫຼົ່ານັ້ນເຂົ້າມາໂດຍບໍ່ສາມາດຄວບຄຸມມັນໄດ້ ແລະ ດັ່ງນັ້ນ ຈຶ່ງໄດ້ຮັບອິດທິພົນຈາກສິ່ງເຫຼົ່ານັ້ນ. ຄຳເວົ້າເຫຼົ່ານີ້ແມ່ນຢາພິດ. ພວກມັນສາມາດຖືກປູກຝັງລົງໃນໃຈຂອງຜູ້ຄົນໄດ້ຢ່າງງ່າຍດາຍ. ທັນທີທີ່ຄົນໃດໜຶ່ງຍອມຮັບຄຳເວົ້າທີ່ເປັນລົບເຫຼົ່ານີ້, ເມື່ອເຮືອນຂອງພຣະເຈົ້າຂໍໃຫ້ພວກເຂົາປະຕິບັດໜ້າທີ່, ພວກເຂົາກໍໂຕ້ຕອບດ້ວຍຄວາມເມີນເສີຍ. ເມື່ອເຮືອນຂອງພຣະເຈົ້າຂໍການຮ່ວມມືຈາກພວກເຂົາໃນບາງວຽກງານ, ພວກເຂົາກໍບໍ່ຮ້ອນບໍ່ເຢັນ. ພວກເຂົາຈະແບກຮັບພາລະກໍຕໍ່ເມື່ອພວກເຂົາຢາກເຮັດ; ຖ້າບໍ່ດັ່ງນັ້ນ, ພວກເຂົາກໍຈະບໍ່ເຮັດ, ໂດຍມີເຫດຜົນ ແລະ ຂໍ້ແກ້ຕົວທຸກຮູບແບບສະເໝີ. ກ່ອນທີ່ພວກເຂົາຈະໄດ້ຍິນຄຳເວົ້າທີ່ເປັນລົບເຫຼົ່ານັ້ນ, ພວກເຂົາມີຄວາມຈິງໃຈເລັກນ້ອຍໃນການເຊື່ອໃນພຣະເຈົ້າ ແລະ ພວກເຂົາມີທັດສະນະຄະຕິທີ່ເປັນບວກ ແລະ ຫ້າວຫັນໃນລະດັບໜຶ່ງ ເມື່ອປະຕິບັດໜ້າທີ່ຂອງພວກເຂົາ. ແຕ່ຫຼັງຈາກໄດ້ຍິນຄຳເວົ້າທີ່ເປັນລົບເຫຼົ່ານັ້ນ, ພວກເຂົາກໍກາຍເປັນຄົນເມີນເສີຍ ແລະ ພວກເຂົາກໍເຢັນຊາຕໍ່ອ້າຍເອື້ອຍນ້ອງທັງຫຼາຍຂອງພວກເຂົາເຊັ່ນກັນ. ພວກເຂົາລະວັງຕົວຕໍ່ຄົນເຫຼົ່ານັ້ນ. ເມື່ອຄຣິສຕະຈັກຈັດແຈງໃຫ້ພວກເຂົາປະຕິບັດໜ້າທີ່, ພວກເຂົາກໍຫຼົບຫຼີກ ແລະ ຍູ້ໜ້າທີ່ນັ້ນອອກໄປຊໍ້າແລ້ວຊໍ້າເລົ່າ, ໂດຍສະແດງຄວາມບໍ່ຫ້າວຫັນຢ່າງຍິ່ງ. ກ່ອນໜ້ານີ້, ພວກເຂົາເຂົ້າຮ່ວມການເຕົ້າໂຮມຢ່າງຖືກເວລາ, ແຕ່ຫຼັງຈາກໄດ້ຍິນຄຳເວົ້າເຫຼົ່ານັ້ນ, ການເຂົ້າຮ່ວມຂອງພວກເຂົາກໍກາຍເປັນແບບມາແດ່ ບໍ່ມາແດ່, ພວກເຂົາມາເມື່ອພວກເຂົາອາລົມດີ, ແຕ່ບໍ່ມາເມື່ອພວກເຂົາອາລົມບໍ່ດີ. ຖ້າມີເລື່ອງບໍ່ເພິ່ງປະສົງເກີດຂຶ້ນຢູ່ເຮືອນ, ພວກເຂົາກໍກັງວົນວ່າອາດຈະມີໄພພິບັດເກີດຂຶ້ນ, ດັ່ງນັ້ນ ພວກເຂົາຈຶ່ງເຂົ້າຮ່ວມການເຕົ້າໂຮມຫຼາຍຂຶ້ນ ແລະ ອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ. ຖ້າພວກເຂົາຕື່ນເຕັ້ນ, ດີໃຈ ແລະ ຮູ້ສຶກຊາບຊຶ້ງຫຼັງຈາກອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍເຖິງກັບຖວາຍເງິນຈຳນວນໜຶ່ງ. ແຕ່ເມື່ອສະຖານະການຢູ່ເຮືອນສະຫງົບລົງ, ພວກເຂົາກໍຢຸດເຂົ້າຮ່ວມການເຕົ້າໂຮມອີກຄັ້ງ. ເມື່ອອ້າຍເອື້ອຍນ້ອງທັງຫຼາຍພະຍາຍາມໂອ້ລົມກັບພວກເຂົາ ໂດຍຫວັງທີ່ຈະຊ່ວຍເຫຼືອພວກເຂົາ, ພວກເຂົາກໍຊອກຫາຂໍ້ແກ້ຕົວເພື່ອປະຕິເສດ ແລະ ເມື່ອອ້າຍເອື້ອຍນ້ອງທັງຫຼາຍໄປທີ່ເຮືອນຂອງພວກເຂົາ, ພວກເຂົາກໍບໍ່ຍອມເປີດປະຕູ, ເຖິງແມ່ນເຫັນໄດ້ຊັດເຈນວ່າພວກເຂົາຢູ່ເຮືອນ. ມີຫຍັງເກີດຂຶ້ນຢູ່ນີ້? ພວກເຂົາໄດ້ຮັບອິດທິພົນຈາກຄຳເວົ້າທີ່ເປັນລົບເຫຼົ່ານັ້ນ, ພວກເຂົາຖືກພິດ ແລະ ເຊື່ອວ່າຜູ້ທີ່ເຊື່ອໃນພຣະເຈົ້ານັ້ນບໍ່ໜ້າເຊື່ອຖື. ໃນຕອນທຳອິດ, ພວກເຂົາໄວ້ໃຈຄົນເຫຼົ່ານີ້ຫຼາຍສົມຄວນ ແລະ ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ ພວກເຂົາກໍຄິດວ່າ: “ເຫຼົ່ານີ້ແມ່ນພຣະທຳຂອງພຣະເຈົ້າ, ຄົນເຫຼົ່ານີ້ແມ່ນອ້າຍເອື້ອຍນ້ອງທັງຫຼາຍຂອງຂ້ອຍ, ນີ້ແມ່ນເຮືອນຂອງພຣະເຈົ້າ, ຊ່າງປະເສີດແທ້ໆ!” ແຕ່ຫຼັງຈາກທີ່ພວກເຂົາໄດ້ຍິນຄຳເວົ້າທີ່ເປັນລົບ ເຊິ່ງຖືກເຜີຍແຜ່ໂດຍຄົນບາງຄົນ, ພວກເຂົາກໍປ່ຽນໄປ. ພວກເຂົາບໍ່ໄດ້ຮັບອິດທິພົນບໍ? ການເຂົ້າສູ່ຊີວິດຂອງພວກເຂົາບໍ່ໄດ້ຮັບຄວາມເສຍຫາຍບໍ? (ແມ່ນ.) ແມ່ນໃຜທີ່ມີອິດທິພົນຕໍ່ພວກເຂົາ? ແມ່ນຄົນທີ່ລະບາຍຄວາມເປັນລົບ, ຜູ້ທີ່ເວົ້າຄຳເວົ້າເຫຼົ່ານັ້ນແຫຼະ. ຖ້າຄົນໃດໜຶ່ງຍັງບໍ່ທັນວາງຮາກຖານທີ່ໜັກແໜ້ນໃນຫົນທາງທີ່ແທ້ຈິງ ຫຼື ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຈົນເຖິງຂັ້ນທີ່ພວກເຂົາເຂົ້າໃຈຄວາມຈິງ, ພວກເຂົາກໍສາມາດໄດ້ຮັບອິດທິພົນຈາກສິ່ງທີ່ເປັນລົບໄດ້ຢ່າງງ່າຍດາຍ. ໂດຍສະເພາະຢ່າງຍິ່ງ, ຜູ້ທີ່ບໍ່ມີຄວາມສາມາດໃນການຈັບໃຈຄວາມຄວາມຈິງ, ແຕ່ພຽງແຕ່ເບິ່ງກະແສ, ສັງເກດສະຖານະການ ແລະ ເບິ່ງປະກົດການທີ່ຜິວເຜີນ, ພວກເຂົາຍິ່ງຖືກຊັກຈູງໄດ້ຢ່າງງ່າຍດາຍກວ່າໂດຍຄຳເວົ້າທີ່ເປັນລົບ. ໂດຍສະເພາະເມື່ອພວກເຂົາໄດ້ຍິນຄົນເວົ້າເຖິງຄວາມເຊື່ອຜິດໆ ເຊັ່ນວ່າ: “ເຮືອນຂອງພຣະເຈົ້າບໍ່ໄດ້ຍຸຕິທຳສະເໝີໄປ ແລະ ບໍ່ແມ່ນທຸກສິ່ງທີ່ເຮືອນຂອງພຣະເຈົ້າເຮັດຈະເປັນບວກ”, ຄວາມລະວັງຕົວຂອງພວກເຂົາກໍຍິ່ງເພີ່ມຂຶ້ນ. ຖ້ອຍຄຳທີ່ສອດຄ່ອງກັບຄວາມຈິງນັ້ນ ບໍ່ແມ່ນຈະຖືກຍອມຮັບໄດ້ງ່າຍສະເໝີໄປ, ແຕ່ຖ້ອຍຄຳທີ່ເປັນລົບ, ຖ້ອຍຄຳທີ່ໄຮ້ສາລະ, ຖ້ອຍຄຳທີ່ຂັດກັບຄວາມຈິງ, ສິ່ງເຫຼົ່ານີ້ສາມາດຢັ່ງຮາກລົງໃນໃຈຂອງຜູ້ຄົນໄດ້ງ່າຍເກີນໄປ ແລະ ການຖອນເອົາພວກມັນອອກກໍບໍ່ແມ່ນເລື່ອງງ່າຍ. ມັນຍາກຫຼາຍສຳລັບຜູ້ຄົນທີ່ຈະຍອມຮັບຄວາມຈິງ ແລະ ງ່າຍຫຼາຍສຳລັບພວກເຂົາທີ່ຈະຍອມຮັບຄວາມເຊື່ອຜິດໆ!

ມີບາງຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ ເຊິ່ງໃຫ້ຄວາມສຳຄັນຫຼາຍຕໍ່ກຽດຕິຍົດ, ຊື່ສຽງ, ການເສບສຸກທາງເນື້ອໜັງ ແລະ ຊັບສິນ ແລະ ຜົນປະໂຫຍດສ່ວນຕົວຂອງພວກເຂົາ. ເມື່ອຊື່ສຽງ, ສະຖານະ ແລະ ຜົນປະໂຫຍດໂດຍກົງຂອງພວກເຂົາເສຍຫາຍ, ພວກເຂົາບໍ່ຍອມຮັບສິ່ງນີ້ຈາກພຣະເຈົ້າ ຫຼື ຍອມຮັບສະພາບແວດລ້ອມທີ່ພຣະເຈົ້າຈັດວາງໄວ້ໃຫ້ພວກເຂົາ ແລະ ພວກເຂົາບໍ່ສາມາດປ່ອຍວາງສິ່ງເຫຼົ່ານີ້ ແລະ ບໍ່ສາມາດເມີນເສີຍຕໍ່ຜົນປະໂຫຍດ ແລະ ຜົນເສຍສ່ວນຕົວຂອງພວກເຂົາ. ແຕ່ກົງກັນຂ້າມ ພວກເຂົາກັບໃຊ້ໂອກາດຕ່າງໆ ເພື່ອລະບາຍຄວາມບໍ່ພໍໃຈ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົາ ແລະ ລະບາຍອາລົມທາງລົບ, ເຮັດໃຫ້ບາງຄົນໄດ້ຮັບຄວາມທຸກທໍລະມານຢ່າງໃຫຍ່ຫຼວງຍ້ອນຜົນຂອງສິ່ງນັ້ນ. ສະນັ້ນ, ເມື່ອຄົນດັ່ງກ່າວລະບາຍຄວາມເປັນລົບ, ຜູ້ນຳຄຣິສຕະຈັກຕ້ອງກຳສະຖານະການໃຫ້ໄດ້ກ່ອນໂດຍທັນທີ ແລະ ຢຸດຢັ້ງ ແລະ ຈຳກັດຄົນເຫຼົ່ານັ້ນຢ່າງທັນການ. ແນ່ນອນ, ຜູ້ນຳຄຣິສຕະຈັກຄວນເປີດໂປງຄົນເຫຼົ່ານັ້ນຢ່າງຫ້າວຫັນເຊັ່ນກັນ ແລະ ໂອ້ລົມກັບອ້າຍເອື້ອຍນ້ອງທັງຫຼາຍກ່ຽວກັບວິທີແຍກແຍະພວກເຂົາ ແລະ ເຫດຜົນວ່າເປັນຫຍັງພວກເຂົາຈຶ່ງເວົ້າສິ່ງທີ່ເປັນລົບ ແລະ ໄຮ້ສາລະເຫຼົ່ານີ້, ພ້ອມທັງວິທີປະຕິບັດຕໍ່ ແລະ ແຍກແຍະຄຳເວົ້າເຫຼົ່ານີ້ ເພື່ອປ້ອງກັນບໍ່ໃຫ້ຕົນເອງຖືກເຮັດໃຫ້ຫຼົງຜິດ ແລະ ຖືກທຳຮ້າຍຢ່າງສາຫັດໂດຍຄຳເວົ້າເຫຼົ່ານັ້ນ. ມັນຈຳເປັນຕ້ອງສາມາດແຍກແຍະ ແລະ ໄຈ້ແຍກຄົນດັ່ງກ່າວ ແລະ ດ້ວຍເຫດນັ້ນ ຈຶ່ງຫຼີກລ່ຽງ ແລະ ປະຕິເສດພວກເຂົາ ແລະ ບໍ່ຖືກພວກເຂົາເຮັດໃຫ້ຫຼົງຜິດອີກຕໍ່ໄປ. ນີ້ຄືວຽກງານທີ່ຜູ້ນຳຄຣິສຕະຈັກຄວນເຮັດ. ແນ່ນອນ, ຖ້າອ້າຍເອື້ອຍນ້ອງທຳມະດາທັງຫຼາຍພົບເຫັນຄົນດັ່ງກ່າວ ແລະ ແຍກແຍະແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ, ພວກເຂົາກໍຄວນຢູ່ຫ່າງຈາກຄົນເຫຼົ່ານັ້ນເຊັ່ນກັນ. ຖ້າເຈົ້າບໍ່ມີຄວາມສາມາດພຽງພໍທີ່ຈະຕ້ານທານ ຫຼື ບໍ່ມີວຸດທິພາວະທີ່ຈະຄ້ຳຊູ, ຊ່ວຍເຫຼືອ ແລະ ປ່ຽນແປງພວກເຂົາ ແລະ ເຈົ້າຮູ້ສຶກວ່າເຈົ້າບໍ່ສາມາດຕ້ານທານຄຳເວົ້າທີ່ເປັນລົບ ແລະ ຄຳເວົ້າແຫ່ງຄວາມບໍ່ພໍໃຈ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົາ, ວິທີທີ່ດີທີ່ສຸດກໍຄືການຢູ່ຫ່າງໆ. ຖ້າເຈົ້າຮູ້ສຶກວ່າເຈົ້າເຂັ້ມແຂງຫຼາຍ, ມີວຸດທິພາວະໃນລະດັບໜຶ່ງ ແລະ ສາມາດໃຊ້ການແຍກແຍະ ແລະ ບໍ່ໄດ້ຮັບຜົນກະທົບບໍ່ວ່າໃຜຈະເວົ້າຫຍັງກໍຕາມ, ວ່າບໍ່ວ່າຄວາມເປັນລົບທີ່ພວກເຂົາລະບາຍອອກມານັ້ນຈະຮຸນແຮງສໍ່າໃດ, ມັນຈະບໍ່ປ່ຽນແປງຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ວ່າເຈົ້າສາມາດແຍກແຍະຄົນດັ່ງກ່າວ ແລະ ວ່າເຈົ້າຍັງສາມາດເປີດໂປງ ແລະ ຢຸດຢັ້ງພວກເຂົາ ເມື່ອພວກເຂົາລະບາຍຄວາມເປັນລົບອອກມາ, ຖ້າດັ່ງນັ້ນ ເຈົ້າກໍບໍ່ຈຳເປັນຕ້ອງຫຼີກລ່ຽງ ຫຼື ລະວັງຕົວຕໍ່ຄົນດັ່ງກ່າວ. ແຕ່ຖ້າເຈົ້າຮູ້ສຶກວ່າເຈົ້າບໍ່ມີວຸດທິພາວະແບບນັ້ນ, ວິທີ ແລະ ຫຼັກການໃນການຈັດການກັບຄົນດັ່ງກ່າວ ກໍຄືການຢູ່ຫ່າງຈາກພວກເຂົາ. ສິ່ງນີ້ບັນລຸໄດ້ງ່າຍບໍ? (ງ່າຍ.) ບາງຄົນເວົ້າວ່າ: “ຂ້ອຍສາມາດອົດທົນຕໍ່ພວກເຂົາ, ອົດກັ້ນຕໍ່ພວກເຂົາ ແລະ ໃຫ້ອະໄພພວກເຂົາໄດ້ບໍ?” ນັ້ນກໍໄດ້ເຊັ່ນກັນ ແລະ ມັນກໍບໍ່ຜິດ, ແຕ່ມັນບໍ່ແມ່ນການປະຕິບັດທີ່ສຳຄັນທີ່ສຸດ ຫຼື ດີທີ່ສຸດ. ສົມມຸດວ່າເຈົ້າອົດກັ້ນ, ອົດທົນ ແລະ ຕາມໃຈພວກເຂົາ ແລະ ໃນທີ່ສຸດ, ເຈົ້າກໍຖືກພວກເຂົາເຮັດໃຫ້ຫຼົງຜິດ ແລະ ຖືກຊັກຈູງໄປຢູ່ຝ່າຍພວກເຂົາ. ແລ້ວສົມມຸດວ່າ ບໍ່ວ່າເຮືອນຂອງພຣະເຈົ້າຈະສະໜອງ ແລະ ຄໍ້າຊູເຈົ້າແນວໃດກໍຕາມ, ເຈົ້າກໍບໍ່ຮູ້ສຶກເຖິງມັນ; ຫຼື ວ່າເມື່ອເຈົ້າອ່ານພຣະທຳຂອງພຣະເຈົ້າ, ເຈົ້າກໍມັກຈະຖືກຊັກຈູງໂດຍຄວາມຄິດ ແລະ ຄຳເວົ້າຂອງພວກເຂົາ ແລະ ທັນທີທີ່ເຈົ້າຄິດເຖິງສິ່ງທີ່ພວກເຂົາເວົ້າ, ຈິດໃຈຂອງເຈົ້າກໍໄດ້ຮັບຜົນກະທົບ ແລະ ເຈົ້າກໍບໍ່ສາມາດອ່ານຕໍ່ໄປໄດ້. ແລ້ວເມື່ອອ້າຍເອື້ອຍນ້ອງທັງຫຼາຍໂອ້ລົມກ່ຽວກັບຄວາມເຂົ້າໃຈຂອງພວກເຂົາຕໍ່ຄວາມຈິງ, ໂດຍສະເພາະເມື່ອພວກເຂົາໂອ້ລົມກ່ຽວກັບການແຍກແຍະຄຳເວົ້າຂອງຄົນດັ່ງກ່າວ, ເຈົ້າກໍຖືກຊັກຈູງ ແລະ ໄດ້ຮັບຜົນກະທົບຈາກຄຳເວົ້າຂອງພວກເຂົາອີກຄັ້ງ, ເຮັດໃຫ້ຈິດໃຈຂອງເຈົ້າສັບສົນວຸ່ນວາຍ. ຖ້າເປັນກໍລະນີນີ້, ເຈົ້າກໍຄວນຢູ່ຫ່າງຈາກຄົນດັ່ງກ່າວ. ການອົດທົນ ແລະ ການອົດກັ້ນຂອງເຈົ້າຈະບໍ່ໄດ້ຜົນ ແລະ ບໍ່ແມ່ນວິທີທີ່ດີທີ່ສຸດໃນການປົກປ້ອງຕົນເອງຈາກຄົນດັ່ງກ່າວ. ສົມມຸດວ່າການອົດທົນ ແລະ ການອົດກັ້ນຂອງເຈົ້າບໍ່ແມ່ນພຶດຕິກຳພາຍນອກທີ່ເສແສ້ງ, ແຕ່ເຈົ້າມີວຸດທິພາວະພຽງພໍທີ່ຈະປະເຊີນໜ້າກັບຄົນດັ່ງກ່າວແທ້ໆ. ບໍ່ວ່າພວກເຂົາຈະເວົ້າຫຍັງກໍຕາມ, ເຖິງແມ່ນວ່າເຈົ້າບໍ່ເວົ້າຫຍັງ, ເຈົ້າກໍຍັງສາມາດແຍກແຍະພວກເຂົາໄດ້ໃນໃຈຂອງເຈົ້າ; ເຈົ້າສາມາດໃຊ້ຄວາມອົດກັ້ນຕໍ່ພວກເຂົາ ແລະ ເມີນເສີຍຕໍ່ພວກເຂົາ, ແຕ່ຄຳເວົ້າທີ່ເປັນລົບ ຫຼື ຄຳເວົ້າແຫ່ງຄວາມເຂົ້າໃຈຜິດ ແລະ ການຈົ່ມວ່າກ່ຽວກັບພຣະເຈົ້າທີ່ພວກເຂົາເວົ້ານັ້ນ ຈະບໍ່ສົ່ງຜົນກະທົບຕໍ່ຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ, ທັງຈະບໍ່ສົ່ງຜົນກະທົບຕໍ່ຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ການອ່ອນນ້ອມຂອງເຈົ້າຕໍ່ພຣະເຈົ້າ. ໃນກໍລະນີນັ້ນ, ເຈົ້າສາມາດອົດທົນ ແລະ ອົດກັ້ນຕໍ່ພວກເຂົາໄດ້. ຫຼັກການຂອງການປະຕິບັດຄວາມອົດທົນ ແລະ ຄວາມອົດກັ້ນແມ່ນຫຍັງ? ການບໍ່ຖືກທຳຮ້າຍ. ເມີນເສີຍຕໍ່ພວກເຂົາ, ປ່ອຍໃຫ້ພວກເຂົາເວົ້າທຸກຢ່າງທີ່ພວກເຂົາຢາກເວົ້າ, ເຖິງຢ່າງໃດກໍຕາມ, ຄົນດັ່ງກ່າວເປັນພຽງພວກກໍ່ກວນທີ່ບໍ່ມີເຫດຜົນ ແລະ ພວກເຂົາກໍຫົວແຂງແບບໜ້າດ້ານ. ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງກັບພວກເຂົາແນວໃດກໍຕາມ, ພວກເຂົາກໍຈະບໍ່ຍອມຮັບມັນ; ພວກເຂົາເປັນຂອງມານຮ້າຍ ແລະ ຊາຕານ ແລະ ມັນບໍ່ມີປະໂຫຍດທີ່ຈະໂອ້ລົມກັບພວກເຂົາ. ສະນັ້ນ, ກ່ອນທີ່ເຮືອນຂອງພຣະເຈົ້າຈະຄັດອອກ ແລະ ຈັດການກັບພວກເຂົາ, ຖ້າເຈົ້າມີວຸດທິພາວະທີ່ຈະອົດທົນ ແລະ ອົດກັ້ນຕໍ່ພວກເຂົາໂດຍບໍ່ຖືກທຳຮ້າຍ, ນັ້ນດີທີ່ສຸດ. ປົກກະຕິແລ້ວ ພວກເຈົ້ານໍາໃຊ້ຫຼັກການແຫ່ງຄວາມອົດທົນ ແລະ ຄວາມອົດກັ້ນນີ້ບໍ? ພວກເຈົ້າອົດທົນກັບຄົນທຸກປະເພດ, ແຕ່ບາງຄັ້ງພວກເຈົ້າກໍບໍ່ລະວັງ ແລະ ຖືກເຮັດໃຫ້ຫຼົງຜິດເລັກນ້ອຍ; ຫຼັງຈາກນັ້ນ ພວກເຈົ້າກໍຮູ້ຕົວ, ຮູ້ສຶກເປັນໜີ້ບຸນຄຸນພຣະເຈົ້າ, ອະທິຖານສອງສາມມື້ ແລະ ຫັນປ່ຽນສະພາວະຂອງຕົນ ແລະ ພວກເຈົ້າກໍເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ. ສ່ວນຫຼາຍແລ້ວ, ພວກເຈົ້າສາມາດເຫັນໄດ້ຢ່າງຊັດເຈນວ່າຄົນດັ່ງກ່າວບໍ່ດີ ແລະ ວ່າພວກເຂົາເປັນຂອງມານຮ້າຍ. ເຖິງແມ່ນວ່າເຈົ້າສາມາດພົວພັນກັບພວກເຂົາໄດ້ຕາມປົກກະຕິ, ແຕ່ພາຍໃນໃຈແລ້ວ ເຈົ້າຫ່າງເຫີນ ແລະ ລັງກຽດພວກເຂົາ. ບໍ່ວ່າພວກເຂົາຈະເວົ້າຫຍັງ ຫຼື ພວກເຂົາສະແດງຄວາມຄິດເຫັນ ແລະ ທັດສະນະທີ່ເປັນລົບແບບໃດກໍຕາມ, ເຈົ້າກໍເຮັດຫູທວນລົມ, ເມີນເສີຍຕໍ່ສິ່ງນັ້ນ ແລະ ຄິດວ່າ: “ເວົ້າທຸກຢ່າງທີ່ເຈົ້າຢາກເວົ້າໂລດ. ຂ້ອຍສາມາດແຍກແຍະເຈົ້າໄດ້. ຂ້ອຍພຽງແຕ່ບໍ່ຄົບຫາກັບຄົນແບບເຈົ້າ”. ນີ້ແມ່ນຫຼັກການທີ່ພວກເຈົ້າປະຕິບັດຕາມສ່ວນຫຼາຍ ເມື່ອຈັດການກັບເລື່ອງດັ່ງກ່າວບໍ? ການບັນລຸສິ່ງນີ້ກໍບໍ່ແມ່ນບໍ່ດີ; ມັນບໍ່ງ່າຍ ແລະ ຕ້ອງເຂົ້າໃຈຄວາມຈິງບາງຢ່າງ ແລະ ມີວຸດທິພາວະໃນລະດັບໃດໜຶ່ງ. ຖ້າເຈົ້າບໍ່ມີແມ່ນແຕ່ວຸດທິພາວະໃນລະດັບນີ້, ເຈົ້າກໍຈະບໍ່ສາມາດຢືນຢັດໄດ້ ແລະ ເຈົ້າຈະບໍ່ປະຕິບັດໜ້າທີ່ຂອງເຈົ້າໄດ້ດີ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?