ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16) ສ່ວນທີ ຫ້າ
ຜູ້ທີ່ບໍ່ເຂົ້າໃຈຄວາມຈິງ ກ່ອນອື່ນໝົດຕ້ອງຈື່ໄວ້ວ່າ ເມື່ອພວກເຂົາມີແນວຄິດ, ພວກເຂົາຄວນສະແຫວງຫາຄວາມຈິງເພື່ອແກ້ໄຂແນວຄິດເຫຼົ່ານັ້ນ. ພວກເຂົາຕ້ອງບໍ່ເຜີຍແຜ່ແນວຄິດເຫຼົ່ານັ້ນ ຫຼື ເວົ້າຈາແບບຊະຊາຍເດັດຂາດ, ໂດຍກ່າວວ່າ, “ຂ້ອຍມີສິດເສລີພາບໃນການປາກເວົ້າ. ປາກກໍແມ່ນຂອງຂ້ອຍເອງ; ຂ້ອຍຢາກເວົ້າຫຍັງກໍໄດ້, ຢາກເວົ້າກັບໃຜກໍໄດ້ ແລະ ຢາກເວົ້າໃນສະຖານະການໃດກໍໄດ້”. ການເວົ້າແບບນີ້ແມ່ນຜິດ. ຄຳເວົ້າທີ່ດີ ຫຼື ຖືກຕ້ອງບາງຄຳອາດຈະບໍ່ເປັນປະໂຫຍດຕໍ່ຄົນອື່ນສະເໝີໄປເມື່ອເວົ້າອອກມາ, ແຕ່ຄຳເວົ້າທີ່ເປັນແນວຄິດ ຫຼື ເປັນການລອງໃຈຂອງຊາຕານສາມາດສົ່ງຜົນສະທ້ອນທີ່ປະເມີນບໍ່ໄດ້ເມື່ອເວົ້າອອກມາ. ໂດຍອີງໃສ່ຜົນສະທ້ອນເຫຼົ່ານີ້, ຖ້າເຈົ້າມີແນວຄິດທີ່ເຈົ້າຍັງຢືນຢັນທີ່ຈະສະແດງອອກ ແລະ ເຈົ້າຮູ້ສຶກວ່າການເຮັດເຊັ່ນນັ້ນຮູ້ສຶກດີ ແລະ ເຮັດໃຫ້ເຈົ້າມີຄວາມສຸກ, ການກະທຳຂອງເຈົ້າກໍຈະຕ້ອງຖືກກຳນົດລັກສະນະວ່າເປັນການກະທຳທີ່ຊົ່ວຮ້າຍ ແລະ ພຣະເຈົ້າຈະບັນທຶກການກະທຳນັ້ນໄວ້ວ່າເປັນຄວາມຜິດຂອງເຈົ້າ. ເປັນຫຍັງມັນຈຶ່ງຖືກບັນທຶກໄວ້ວ່າເປັນຄວາມຜິດຂອງເຈົ້າ? ເຈົ້າໄດ້ຖືກບອກກ່ຽວກັບວິທີການ, ເສັ້ນທາງ ແລະ ຫຼັກການປະຕິບັດໃນທາງບວກຫຼາຍຢ່າງ, ແຕ່ເຈົ້າກໍບໍ່ເລືອກພວກມັນ; ແທນທີ່ຈະເປັນແນວນັ້ນ, ເຈົ້າພັດເລືອກເສັ້ນທາງທີ່ນຳຄວາມເສຍຫາຍມາສູ່ຜູ້ຄົນ, ນີ້ເປັນການເຈດຕະນາ, ບໍ່ແມ່ນບໍ? ແລ້ວມັນຈະເກີນໄປບໍ ທີ່ຈະເອີ້ນການກະທຳຂອງເຈົ້າວ່າເປັນການກະທຳທີ່ຊົ່ວຮ້າຍ? (ບໍ່ເກີນໄປ.) ເຈົ້າສາມາດເລືອກໄດ້ຢ່າງສົມບູນທີ່ຈະແກ້ໄຂບັນຫານີ້ດ້ວຍຕົວເຈົ້າເອງ ຜ່ານປະສົບການ ແລະ ຜ່ານການອະທິຖານຕໍ່ພຣະເຈົ້າ ແລະ ການສະແຫວງຫາ, ແທນທີ່ຈະນຳເອົາແນວຄິດຂອງເຈົ້າອອກມາລົບກວນ ແລະ ເຮັດໃຫ້ຄົນອື່ນຫຼົງຜິດ. ນີ້ຄືເສັ້ນທາງທີ່ຄົນທີ່ມີສະຕິຮູ້ສຶກຜິດຊອບ ແລະ ມີເຫດຜົນຄວນເລືອກ. ແລ້ວເປັນຫຍັງເຈົ້າຈຶ່ງບໍ່ເລືອກເສັ້ນທາງນີ້? ເປັນຫຍັງຈຶ່ງເລືອກເສັ້ນທາງທີ່ທຳຮ້າຍ ແລະ ສ້າງຄວາມເຈັບປວດໃຫ້ຄົນອື່ນ? ນີ້ບໍ່ແມ່ນສິ່ງທີ່ຊາຕານຈະເຮັດບໍ? ຄົນຊົ່ວຮ້າຍເຮັດສິ່ງທີ່ທຳຮ້າຍຄົນອື່ນ ແລະ ຕົນເອງ. ຖ້າເຈົ້າກໍເຮັດສິ່ງດັ່ງກ່າວເຊັ່ນກັນ, ພຣະເຈົ້າກຽດຊັງມັນບໍ? (ແມ່ນແລ້ວ.) ເຖິງແມ່ນວ່າພຣະເຈົ້າຈະບໍ່ກ່າວໂທດແນວຄິດຂອງເຈົ້າ, ເຈົ້າກໍຕ້ອງສະແຫວງຫາຄວາມຈິງດ້ວຍຕົນເອງເພື່ອແກ້ໄຂແນວຄິດຂອງເຈົ້າ ແລະ ເຈົ້າຕ້ອງມີເສັ້ນທາງໃນການປະຕິບັດຄວາມຈິງ. ຖ້າວິທີການຮັບມືກັບແນວຄິດຂອງເຈົ້າຄືການເຜີຍແຜ່ພວກມັນເພື່ອເຈດຕະນາເຮັດໃຫ້ຫຼົງຜິດ ແລະ ທຳຮ້າຍຄົນອື່ນ, ລົບກວນຊີວິດຄຣິສຕະຈັກ ແລະ ການເຂົ້າສູ່ຊີວິດ ແລະ ສະພາວະປົກກະຕິຂອງອ້າຍເອື້ອຍນ້ອງ, ແລ້ວການກະທຳຂອງເຈົ້າກໍຄືການກະທຳທີ່ຊົ່ວຮ້າຍ. ເມື່ອພົບພໍ້ກັບສະຖານະການດັ່ງກ່າວ, ຄົນເຮົາຄວນເລືອກທາງໃດ? ຄົນທີ່ມີຄວາມເປັນມະນຸດທີ່ໄລ່ຕາມຄວາມຈິງຈະບໍ່ເລືອກເສັ້ນທາງທີ່ເຮັດໃຫ້ຫຼົງຜິດ ແລະ ທຳຮ້າຍຄົນອື່ນ; ພວກເຂົາຈະເລືອກທີ່ຈະປະຕິບັດ ແລະ ຍຶດໝັ້ນຫຼັກການທີ່ຕັ້ງໜ້າ ແລະ ເປັນບວກ, ມາຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ສະແຫວງຫາຄວາມຈິງ ແລະ ຂໍໃຫ້ພຣະເຈົ້າຊ່ວຍແກ້ໄຂບັນຫາ. ບາງຄົນເວົ້າວ່າ, “ເມື່ອຂ້ອຍຂໍໃຫ້ພຣະເຈົ້າຊ່ວຍ, ຂ້ອຍຮູ້ສຶກສະເໝີວ່າການຊ່ວຍເຫຼືອຂອງພຣະອົງເປັນສິ່ງທີ່ຈັບຕ້ອງບໍ່ໄດ້ ແລະ ເບິ່ງບໍ່ເຫັນ. ຂ້ອຍສາມາດເລືອກຂໍຄວາມຊ່ວຍເຫຼືອຈາກຄົນອື່ນແທນໄດ້ບໍ?” ໄດ້, ເຈົ້າສາມາດເລືອກຄົນທີ່ເຂົ້າໃຈຄວາມຈິງຫຼາຍກວ່າ ແລະ ມີຄວາມເຕີບໂຕຫຼາຍກວ່າເຈົ້າ, ຄົນທີ່ເຈົ້າເຊື່ອວ່າສາມາດແກ້ໄຂບັນຫາຂອງເຈົ້າໄດ້ ໂດຍບໍ່ຖືກລົບກວນ ແລະ ໄດ້ຮັບອິດທິພົນຈາກແນວຄິດຂອງເຈົ້າຈົນກາຍເປັນຄົນອ່ອນແອ, ຄົນທີ່ມີປະສົບການກັບບັນຫາທີ່ຄ້າຍຄືກັນ ແລະ ສາມາດບອກເຈົ້າໄດ້ວ່າຈະແກ້ໄຂບັນຫາເຫຼົ່ານັ້ນແນວໃດ, ເສັ້ນທາງນີ້ກໍເໝາະສົມເຊັ່ນກັນ. ຖ້າເຈົ້າເລືອກຄົນທີ່ປົກກະຕິແລ້ວເບົາປັນຍາ ແລະ ບໍ່ສາມາດເບິ່ງທະລຸສິ່ງໃດໄດ້ ແລະ ເມື່ອໄດ້ຍິນກ່ຽວກັບເລື່ອງນີ້, ພວກເຂົາກໍກໍ່ໃຫ້ເກີດຄວາມວຸ້ນວາຍຂຶ້ນທັນທີ, ຕ້ອງການເຜີຍແຜ່ແນວຄິດໄປທົ່ວທຸກບ່ອນ ແລະ ກໍ່ການລົບກວນ ແລະ ຢາກຢຸດເຊື່ອ, ແລ້ວການກະທຳຂອງເຈົ້າກໍຈະເປັນການລົບກວນຊີວິດຄຣິສຕະຈັກໂດຍບໍ່ໄດ້ຕັ້ງໃຈ. ແລ້ວການກະທຳຂອງເຈົ້າຈະບໍ່ຖືກກຳນົດລັກສະນະວ່າເປັນການກະທຳທີ່ຊົ່ວຮ້າຍບໍ? (ແມ່ນແລ້ວ.) ສະນັ້ນ, ເມື່ອເວົ້າເຖິງວິທີທີ່ເຈົ້າຄວນຮັບມືກັບແນວຄິດ, ເຈົ້າຕ້ອງລະມັດລະວັງ ແລະ ຮອບຄອບ, ເຈົ້າຕ້ອງບໍ່ກະທຳແບບເບົາປັນຍາ ຫຼື ຫຸນຫັນ ແລະ ເຈົ້າຕ້ອງບໍ່ຖືເອົາແນວຄິດເປັນຄວາມຈິງຢ່າງເດັດຂາດ, ບໍ່ວ່າຄວາມຄິດຂອງມະນຸດຈະຖືກຕ້ອງສໍ່າໃດ, ມັນກໍບໍ່ແມ່ນຄວາມຈິງ. ດ້ວຍວິທີນີ້, ເຈົ້າຈະຮູ້ສຶກສະຫງົບຂຶ້ນຫຼາຍ ແລະ ແນວຄິດຂອງເຈົ້າກໍຈະບໍ່ສາມາດສ້າງບັນຫາໃດໆໄດ້. ການມີແນວຄິດບໍ່ແມ່ນສິ່ງທີ່ໜ້າຢ້ານ, ຕາບໃດທີ່ເຈົ້າສະແຫວງຫາຄວາມຈິງ, ໃນທີ່ສຸດພວກມັນກໍຈະຖືກແກ້ໄຂ. ບາງຄົນເວົ້າວ່າ, “ແຕ່ແນວຄິດແກ້ໄຂບໍ່ງ່າຍ”. ແນວຄິດບາງຢ່າງກໍແກ້ໄຂຍາກແທ້, ແລ້ວຄວນເຮັດແນວໃດ? ມັນກໍງ່າຍດາຍ. ແນວຄິດບາງຢ່າງບໍ່ເຄີຍຖືກແກ້ໄຂໃນຄວາມຄິດ ແລະ ຈິດໃຈຂອງບາງຄົນ. ນີ້ກໍເປັນຂໍ້ເທັດຈິງຢູ່ແລ້ວ, ແຕ່ບໍ່ວ່າແນວຄິດໃດໜຶ່ງຈະແກ້ໄຂຍາກສໍ່າໃດກໍຕາມ, ມັນກໍຍັງບໍ່ແມ່ນຄວາມຈິງ. ຕາບໃດທີ່ເຈົ້າເຂົ້າໃຈຈຸດນີ້, ບັນຫາກໍຈັດການໄດ້ງ່າຍ. ມີຂໍ້ເທັດຈິງໜຶ່ງຢູ່ບ່ອນນີ້ທີ່ເຮົາຕ້ອງບອກພວກເຈົ້າ: ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ທຸກຄົນເຂົ້າໃຈຢ່າງຄົບຖ້ວນ ຫຼື ກຳແໜ້ນທຸກສິ່ງທີ່ພຣະອົງກະທຳຢ່າງແຈ່ມແຈ້ງ; ພຣະອົງບໍ່ໄດ້ຮຽກຮ້ອງໃຫ້ທຸກຄົນຮູ້ຄວາມຈິງທີ່ຢູ່ໃນນັ້ນ ຫຼື ເປັນຫຍັງພຣະອົງຈຶ່ງກະທຳໃນລັກສະນະໃດໜຶ່ງ. ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າປາຖະໜາ; ພຣະອົງບໍ່ໄດ້ຮຽກຮ້ອງມາດຕະຖານເຫຼົ່ານີ້ຈາກຜູ້ຄົນ. ຖ້າຄວາມສາມາດຂອງເຈົ້າດີພໍ, ລະດັບຄວາມເຂົ້າໃຈໃດກໍຕາມທີ່ເຈົ້າບັນລຸໄດ້ກໍຖືວ່າດີແລ້ວ, ພຽງແຕ່ເຮັດໃຫ້ດີທີ່ສຸດ. ຖ້າເຈົ້າບໍ່ສາມາດເຂົ້າໃຈ, ເມື່ອເຈົ້າອາຍຸສູງຂຶ້ນ, ປະສົບການຂອງເຈົ້າກໍສືບຕໍ່ເລິກເຊິ່ງຂຶ້ນເລື້ອຍໆ ແລະ ເຈົ້າກໍສະສົມປະສົບການຫຼາຍຂຶ້ນ, ຄວາມເຂົ້າໃຈຂອງເຈົ້າກ່ຽວກັບຄວາມຈິງກໍຈະເລິກເຊິ່ງຂຶ້ນເທື່ອລະກ້າວ ແລະ ແນວຄິດຂອງເຈົ້າກໍຈະຫຼຸດໜ້ອຍລົງ. ເຖິງຢ່າງໃດກໍຕາມ, ຄົນສ່ວນໃຫຍ່ບໍ່ສາມາດຢັ່ງຮູ້ເລື່ອງພິເສດບາງຢ່າງໄດ້ ແລະ ບໍ່ເຄີຍເຂົ້າໃຈພວກມັນເລີຍ. ພຣະເຈົ້າບັງຄັບໃຫ້ພວກເຂົາເຂົ້າໃຈເລື່ອງເຫຼົ່ານີ້ບໍ? ພຣະອົງບໍ່ໄດ້ບັງຄັບ; ພຣະເຈົ້າບໍ່ໄດ້ບັງຄັບໃຫ້ພວກເຂົາເຂົ້າໃຈ. ຕົວຢ່າງ: ມີຄວາມເລິກລັບຫຼາຍຢ່າງໃນທ່າມກາງສັບພະສິ່ງທັງປວງທີ່ພຣະເຈົ້າສ້າງຂຶ້ນ ເຊິ່ງຜູ້ຄົນຢາກຮູ້ແຕ່ກໍບໍ່ສາມາດຮູ້ໄດ້. ເຖິງຢ່າງໃດກໍຕາມ, ໃນພຣະທຳ ແລະ ພາລະກິດຂອງພຣະເຈົ້າ, ພຣະອົງພຽງແຕ່ສຸມໃສ່ການສະແດງອອກຄວາມຈິງເພື່ອເຮັດໃຫ້ບໍລິສຸດ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນ. ພຣະອົງບໍ່ຄ່ອຍກ່າວເຖິງເລື່ອງອື່ນໆ ແລະ ແມ່ນແຕ່ເມື່ອພຣະອົງກ່າວເຖິງໃນບາງຄັ້ງຄາວ, ມັນກໍເປັນພຽງການກ່າວໂດຍຫຍໍ້ເທົ່ານັ້ນ; ພຣະເຈົ້າບໍ່ເຄີຍອະທິບາຍເລື່ອງເຫຼົ່ານີ້ໃຫ້ຜູ້ຄົນຟັງຢ່າງລະອຽດຖີ່ຖ້ວນ. ເປັນຫຍັງຈຶ່ງບໍ່? ເພາະວ່າຜູ້ຄົນບໍ່ຈຳເປັນຕ້ອງເຂົ້າໃຈສິ່ງເຫຼົ່ານີ້. ໃນພາລະກິດທີ່ພຣະເຈົ້າກະທຳຕໍ່ຜູ້ຄົນ, ໃນດ້ານໜຶ່ງ, ພຣະອົງເປີດເຜີຍອຸປະນິໄສ-ແກ່ນແທ້ຂອງພຣະອົງ; ໃນອີກດ້ານໜຶ່ງ, ພຣະເຈົ້າມີພຣະດຳລິຂອງພຣະອົງ, ແຜນການຂອງພຣະອົງ, ແຫຼ່ງທີ່ມາ ແລະ ເປົ້າໝາຍສຳລັບສິ່ງທີ່ພຣະອົງກະທຳ, ແນວທາງ ແລະ ວິທີການທີ່ພຣະອົງໃຊ້ໃນການເຮັດວຽກກັບຄົນຕ່າງໆ, ແນວທາງ ແລະ ວິທີການວ່າພຣະອົງມີອຳນາດສູງສຸດເໜືອສັບພະສິ່ງທັງປວງແນວໃດ ແລະ ອື່ນໆ. ພຣະເຈົ້າບໍ່ເຄີຍກ່າວວ່າ ຜູ້ຄົນຕ້ອງເຂົ້າໃຈ ແລະ ເຂົ້າສູ່ຄວາມຈິງທັງໝົດ ເພື່ອທີ່ພວກເຂົາຈະຖືກຖືວ່າໄດ້ຮັບຄວາມລອດພົ້ນ. ນີ້ກໍເພາະວ່າພຣະເຈົ້າມີລິດທານຸພາບສູງສຸດຫຼາຍ! ແນວທາງການກະທຳ, ການກ່າວ, ການເຮັດວຽກ ແລະ ການມີອຳນາດສູງສຸດເໜືອສັບພະສິ່ງທັງປວງຂອງພຣະອົງ ໄດ້ເປີດເຜີຍອຸປະນິໄສ, ແກ່ນແທ້, ຕົວຕົນ ແລະ ອື່ນໆ ຂອງພຣະອົງອອກມາຢ່າງເປັນທຳມະຊາດ. ເຖິງແມ່ນວ່າພຣະເຈົ້າເປີດເຜີຍສິ່ງເຫຼົ່ານີ້ທີ່ພຣະອົງມີ ແລະ ເປັນອອກມາຢ່າງເປັນທຳມະຊາດ, ພຣະອົງກໍບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນເຂົ້າໃຈ ຫຼື ຢັ່ງຮູ້ສິ່ງເຫຼົ່ານັ້ນທັງໝົດ. ນີ້ກໍເພາະວ່າພຣະເຈົ້າຈະເປັນພຣະເຈົ້າສະເໝີ ແລະ ພຣະອົງກໍມີລິດທານຸພາບສູງສຸດ, ໃນຂະນະທີ່ມະນຸດຊາດທີ່ຖືກສ້າງນັ້ນຈັ່ງແມ່ນນ້ອຍຫຼາຍ ແລະ ຂາດກຳລັງຢ່າງສິ້ນເຊີງ; ຄວາມແຕກຕ່າງລະຫວ່າງມະນຸດ ແລະ ພຣະເຈົ້າກໍຕ່າງກັນຄືຟ້າກັບເຫວ! ສະນັ້ນ, ມັນຈຶ່ງເປັນເລື່ອງປົກກະຕິຫຼາຍທີ່ຜູ້ຄົນຈະເກີດມີແນວຄິດ ແລະ ຈິນຕະນາການບາງຢ່າງກ່ຽວກັບພຣະເຈົ້າ. ພຣະເຈົ້າບໍ່ໄດ້ເອົາເລື່ອງນີ້ມາໃສ່ໃຈ, ແຕ່ເຈົ້າພັດຖືເປັນເລື່ອງຈິງຈັງ ແລະ ຍຶດຕິດກັບມັນຢ່າງດື້ດ້ານຢູ່ສະເໝີ. ວິທີການນີ້ຈະບໍ່ໄດ້ຜົນ. ຖ້າເຈົ້າເປັນຄົນທີ່ໄລ່ຕາມຄວາມຈິງ ແລະ ມີຄວາມສາມາດສູງ, ຕາບໃດທີ່ເຈົ້າເຂົ້າໃຈຄວາມຈິງ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ແນວຄິດ ແລະ ຈິນຕະນາການເຫຼົ່ານີ້ກໍຈະຖືກແກ້ໄຂໄປເອງຕາມທຳມະຊາດ. ຖ້າເຈົ້າບໍ່ໄລ່ຕາມຄວາມຈິງ ແລະ ບໍ່ວ່າໃຜຈະໂອ້ລົມຄວາມຈິງກັບເຈົ້າ, ເຈົ້າກໍບໍ່ຍອມຮັບມັນ ແລະ ຍຶດໝັ້ນກັບແນວຄິດຂອງເຈົ້າຢູ່ສະເໝີ, ຜົນທີ່ຈະຕາມມາຂອງເລື່ອງນີ້ຄືຫຍັງ? ຜົນທີ່ຈະຕາມມາກໍຄື ເຖິງແມ່ນວ່າເຈົ້າຈະໄປເຖິງຈຸດສຸດທ້າຍຂອງຊີວິດ ຫຼື ຈຸດທີ່ພາລະກິດຂອງພຣະເຈົ້າສິ້ນສຸດລົງຢ່າງສົມບູນ, ເຈົ້າກໍຈະບໍ່ໄດ້ຮັບຄວາມຈິງ ແຕ່ຈະຖືກນຳພາໄປສູ່ຄວາມຕາຍໂດຍແນວຄິດ ແລະ ຈິນຕະນາການຂອງເຈົ້າ. ເຖິງແມ່ນວ່າເຈົ້າຈະເຫັນພຣະກາຍວິນຍານຂອງພຣະເຈົ້າປາກົດຂຶ້ນ, ເຈົ້າກໍຍັງບໍ່ສາມາດແກ້ໄຂແນວຄິດ ແລະ ຈິນຕະນາການຂອງເຈົ້າກ່ຽວກັບພຣະເຈົ້າໄດ້. ພຣະເຈົ້າຈະບອກຂໍ້ເທັດຈິງທັງໝົດ ແລະ ສິ່ງທີ່ເປັນຄວາມຈິງແກ່ເຈົ້າ ພຽງເພາະວ່າເຈົ້າບໍ່ສາມາດແກ້ໄຂແນວຄິດເຫຼົ່ານີ້ໄດ້ບໍ? ໃນດ້ານໜຶ່ງ, ມັນບໍ່ຈຳເປັນທີ່ພຣະອົງຈະຕ້ອງເຮັດແນວນັ້ນ; ໃນອີກດ້ານໜຶ່ງ, ມີຂໍ້ເທັດຈິງໜຶ່ງ, ນັ້ນກໍຄື ສະໝອງ ແລະ ຈິດໃຈຂອງມະນຸດບໍ່ມີຄວາມຈຸອັນມະຫາສານທີ່ຈຳເປັນໃນການຮັບເອົາສິ່ງເຫຼົ່ານີ້. ພາລະກິດທີ່ພຣະເຈົ້າກະທຳນັ້ນ ເກີນກວ່າຈິນຕະນາການຂອງມະນຸດ ແລະ ເກີນກວ່າສັບພະສິ່ງທັງປວງ. ເມື່ອທຽບກັບສັບພະສິ່ງທັງປວງ, ມະນຸດກໍປຽບເໝືອນເມັດຊາຍເມັດໜຶ່ງເທິງຫາດຊາຍ. ຄຳອະທິບາຍນີ້ໃກ້ຄຽງກັບຂໍ້ເທັດຈິງ ແລະ ສາມາດຖືວ່າເໝາະສົມ. ເຖິງແມ່ນວ່າພຣະເຈົ້າຢາກຈະບອກທຸກຢ່າງແກ່ເຈົ້າ, ເຈົ້າມີຄວາມຈຸພຽງພໍທີ່ຈະຮັບເອົາທັງໝົດນັ້ນໄດ້ບໍ? ບາງຄົນເວົ້າວ່າ, “ເປັນຫຍັງຂ້ອຍຈຶ່ງຮັບເອົາທັງໝົດບໍ່ໄດ້? ຖ້າພຣະເຈົ້າກ່າວຫຼາຍກວ່ານີ້, ຂ້ອຍກໍຈະເຂົ້າໃຈຫຼາຍຂຶ້ນ ແລະ ໄດ້ຮັບຫຼາຍຂຶ້ນ. ໃນກໍລະນີນັ້ນ, ຂ້ອຍກໍຈະເປັນທີ່ໂປດປານ!” ນັ້ນເປັນການເພີ້ຝັນ; ເຈົ້າປະເມີນຄວາມຈຸຂອງຕົນເອງສູງເກີນໄປ. ຄວາມຈິງບໍ່ແມ່ນແບບນັ້ນ. ໃນສາຍພຣະເນດຂອງພຣະເຈົ້າ, ສິ່ງທີ່ພຣະອົງບອກເຈົ້ານັ້ນລ້ວນແຕ່ເປັນເລື່ອງທີ່ງ່າຍດາຍ ແລະ ເຫັນໄດ້ຊັດເຈນ; ມັນແມ່ນສິ່ງທີ່ຜູ້ຄົນສາມາດເຂົ້າໃຈໄດ້. ທີ່ຈິງແລ້ວ, ມີຫຼາຍສິ່ງທີ່ພຣະເຈົ້າບໍ່ໄດ້ກ່າວເຖິງ ເພາະວ່າຜູ້ຄົນບໍ່ສາມາດຢັ່ງຮູ້ໄດ້. ສະນັ້ນ, ມັນຈຶ່ງເປັນເລື່ອງປົກກະຕິຫຼາຍທີ່ແນວຄິດບາງຢ່າງຂອງເຈົ້າບໍ່ສາມາດຖືກແກ້ໄຂໄດ້ໃນທີ່ສຸດ. ສິ່ງທີ່ພຣະເຈົ້າຕ້ອງການໃຫ້ເຈົ້າເຂົ້າໃຈ ແລະ ຢາກບອກເຈົ້າ ຫຼື ສິ່ງທີ່ເຈົ້າສາມາດແບກຮັບ ແລະ ຢັ່ງຮູ້ໄດ້, ເຈົ້າກໍຈະເຂົ້າໃຈ. ສ່ວນສິ່ງທີ່ເຈົ້າບໍ່ສາມາດແບກຮັບ ຫຼື ຢັ່ງຮູ້ໄດ້, ສິ່ງທີ່ຕາເນື້ອໜັງຂອງເຈົ້າບໍ່ສາມາດເບິ່ງທະລຸໄດ້, ເຖິງແມ່ນວ່າພຣະເຈົ້າຈະບອກເຈົ້າ, ມັນກໍຈະໄຮ້ປະໂຫຍດ ແລະ ເສຍແຮງໄປລ້າໆ. ດ້ວຍເຫດນີ້, ພຣະເຈົ້າຈຶ່ງບໍ່ບອກສິ່ງເຫຼົ່ານີ້ແກ່ເຈົ້າ. ກ່ຽວກັບແນວຄິດປະເພດດັ່ງກ່າວ, ເຖິງແມ່ນວ່າເມື່ອເຖິງເວລາທີ່ເຈົ້າຕາຍໄປ ຫຼື ເມື່ອເຖິງເວລາທີ່ພາລະກິດຂອງພຣະເຈົ້າສິ້ນສຸດລົງ ເຈົ້າກໍຍັງບໍ່ເຂົ້າໃຈ, ສິ່ງນີ້ຈະສົ່ງຜົນກະທົບຫຍັງ? ມັນສົ່ງຜົນກະທົບຕໍ່ການອ່ອນນ້ອມຂອງເຈົ້າຕໍ່ພຣະເຈົ້າບໍ? ມັນສົ່ງຜົນກະທົບຕໍ່ການຍອມຮັບບົດບາດຂອງສິ່ງທີ່ຖືກສ້າງຂອງເຈົ້າບໍ? ມັນສົ່ງຜົນກະທົບຕໍ່ການຮູ້ຈັກຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າຂອງເຈົ້າບໍ? ຖ້າເຈົ້າບໍ່ໄດ້ຮັບຜົນກະທົບໃນທາງໃດທາງໜຶ່ງເຫຼົ່ານີ້, ແລ້ວເຈົ້າກໍຈະໄດ້ຮັບຄວາມລອດພົ້ນ. ແລ້ວແນວຄິດປະເພດນີ້ຍັງຈຳເປັນຕ້ອງຖືກແກ້ໄຂຢູ່ບໍ? ບໍ່ຈຳເປັນ. ນີ້ຄືແນວຄິດປະເພດສຸດທ້າຍ, ປະເພດທີ່ບໍ່ສາມາດແກ້ໄຂໄດ້ ແມ່ນແຕ່ໃນເວລາທີ່ກຳລັງຈະຕາຍ. ບາງຄົນເວົ້າວ່າ, “ໂອ້ ພຣະເຈົ້າ, ຂ້ານ້ອຍຍັງບໍ່ເຂົ້າໃຈພາລະກິດນີ້ທີ່ພຣະອົງໄດ້ກະທຳ, ພຣະທຳເຫຼົ່ານີ້ທີ່ພຣະອົງໄດ້ກ່າວ ແລະ ສະພາບແວດລ້ອມນີ້ທີ່ພຣະອົງໄດ້ຈັດໄວ້ໃຫ້. ພຣະອົງຊ່ວຍບອກຂ້ານ້ອຍກ່ອນທີ່ຂ້ານ້ອຍຈະຕາຍໄດ້ບໍ ເພື່ອໃຫ້ຂ້ານ້ອຍຕາຍຕາຫຼັບ?” ພຣະເຈົ້າບໍ່ໃສ່ໃຈຄຳຂໍເຊັ່ນນັ້ນ. ຂໍໃຫ້ເຈົ້າໄປຢ່າງສະຫງົບເຖີດ; ເຈົ້າຈະເຂົ້າໃຈທຸກຢ່າງໃນໂລກຝ່າຍວິນຍານ.
ພຣະເຈົ້າມີມາດຕະຖານຂອງພຣະອົງເອງໃນການຊ່ວຍຜູ້ຄົນໃຫ້ລອດພົ້ນ; ມັນບໍ່ໄດ້ອີງໃສ່ວ່າເຈົ້າໄດ້ແກ້ໄຂແນວຄິດຂອງເຈົ້າໄດ້ດີສໍ່າໃດ ຫຼື ເຈົ້າໄດ້ປະຖິ້ມມັນໄປຫຼາຍສໍ່າໃດ. ແທນທີ່ຈະເປັນແນວນັ້ນ, ມັນອີງໃສ່ລະດັບຄວາມຢຳເກງທີ່ເຈົ້າມີຕໍ່ພຣະເຈົ້າ ແລະ ລະດັບການອ່ອນນ້ອມທີ່ເຈົ້າມີຕໍ່ພຣະອົງ, ບໍ່ວ່າເຈົ້າຈະຢຳເກງ ແລະ ອ່ອນນ້ອມຕໍ່ພຣະອົງຢ່າງແທ້ຈິງ ຫຼື ບໍ່. ມີຄວາມໝາຍໃນທຸກສິ່ງທີ່ພຣະເຈົ້າກະທຳ ແລະ ບໍ່ວ່າມັນຈະເປັນສິ່ງທີ່ງ່າຍສຳລັບເຈົ້າທີ່ຈະຍອມຮັບ ຫຼື ຍາກສຳລັບເຈົ້າທີ່ຈະຍອມຮັບໄດ້ ແລະ ອາດຈະກໍ່ໃຫ້ເກີດແນວຄິດໃນຕົວເຈົ້າ, ໃນກໍລະນີໃດກໍຕາມ, ຕົວຕົນຂອງພຣະເຈົ້າກໍບໍ່ປ່ຽນແປງຍ້ອນເຫດນັ້ນ; ພຣະອົງຈະເປັນພຣະຜູ້ສ້າງສະເໝີ ແລະ ເຈົ້າກໍຈະເປັນສິ່ງທີ່ຖືກສ້າງສະເໝີ. ຖ້າເຈົ້າສາມາດບໍ່ຖືກຈຳກັດໂດຍແນວຄິດໃດໆ ແລະ ຍັງຄົງຮັກສາຄວາມສຳພັນຂອງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງໄວ້ກັບພຣະເຈົ້າ, ແລ້ວເຈົ້າກໍເປັນສິ່ງທີ່ຖືກສ້າງທີ່ແທ້ຈິງຂອງພຣະເຈົ້າ. ຖ້າເຈົ້າບໍ່ໄດ້ຮັບອິດທິພົນ ຫຼື ຖືກລົບກວນໂດຍແນວຄິດໃດໆ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້ຢ່າງແທ້ຈິງຈາກສ່ວນເລິກຂອງຫົວໃຈ ແລະ ໂດຍບໍ່ຄຳນຶງວ່າຄວາມເຂົ້າໃຈຂອງເຈົ້າກ່ຽວກັບຄວາມຈິງຈະເລິກເຊິ່ງ ຫຼື ຕື້ນເຂີນ, ຖ້າເຈົ້າສາມາດປະຖິ້ມແນວຄິດ ແລະ ບໍ່ຖືກບີບຄັ້ນໂດຍແນວຄິດເຫຼົ່ານັ້ນ, ໂດຍເຊື່ອພຽງແຕ່ວ່າພຣະເຈົ້າຄືຄວາມຈິງ, ຫົນທາງ ແລະ ຊີວິດ, ວ່າພຣະເຈົ້າຈະເປັນພຣະເຈົ້າຕະຫຼອດໄປ ແລະ ສິ່ງທີ່ພຣະເຈົ້າກະທຳບໍ່ເຄີຍຜິດ, ແລ້ວເຈົ້າກໍຈະສາມາດໄດ້ຮັບຄວາມລອດພົ້ນ. ທີ່ຈິງແລ້ວ, ສະຖານະຂອງທຸກຄົນແມ່ນມີຈຳກັດ. ສະໝອງຂອງຜູ້ຄົນສາມາດບັນຈຸສິ່ງຕ່າງໆ ໄດ້ຫຼາຍສໍ່າໃດ? ພວກເຂົາສາມາດຢັ່ງເຖິງພຣະເຈົ້າໄດ້ບໍ? ນັ້ນເປັນຄວາມຄິດເພີ້ຝັນ! ຢ່າລືມວ່າ: ຜູ້ຄົນຈະເປັນເດັກນ້ອຍຕໍ່ໜ້າພຣະເຈົ້າສະເໝີ. ຖ້າເຈົ້າຄິດວ່າຕົນເອງສະຫຼາດ, ຖ້າເຈົ້າທຳທ່າອວດສະຫຼາດຢູ່ສະເໝີ ແລະ ພະຍາຍາມຊອກຮູ້ໃຫ້ໄດ້ທຸກເລື່ອງ, ໂດຍຄິດວ່າ, “ຖ້າຂ້ອຍບໍ່ສາມາດເຂົ້າໃຈມັນໄດ້, ແລ້ວຂ້ອຍກໍບໍ່ສາມາດຮັບຮູ້ວ່າພຣະອົງເປັນພຣະເຈົ້າຂອງຂ້ອຍ, ຂ້ອຍບໍ່ສາມາດຍອມຮັບວ່າພຣະອົງເປັນພຣະເຈົ້າຂອງຂ້ອຍ, ຂ້ອຍບໍ່ສາມາດຮັບຮູ້ໄດ້ວ່າພຣະອົງເປັນພຣະຜູ້ສ້າງ. ຖ້າພຣະອົງບໍ່ແກ້ໄຂແນວຄິດຂອງຂ້ອຍ, ກໍຢ່າຫວັງເລີຍວ່າຂ້ອຍຈະຮັບຮູ້ວ່າພຣະອົງເປັນພຣະເຈົ້າ, ວ່າຂ້ອຍຈະຍອມຮັບອຳນາດສູງສຸດຂອງພຣະອົງ ແລະ ວ່າຂ້ອຍຈະອ່ອນນ້ອມຕໍ່ພຣະອົງ”, ແລ້ວນີ້ກໍເປັນບັນຫາ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ພຣະເຈົ້າບໍ່ໂຕ້ຖຽງເລື່ອງເຊັ່ນນັ້ນກັບເຈົ້າ. ຕໍ່ມະນຸດ ພຣະອົງຈະເປັນດັ່ງນີ້ສະເໝີ: ຖ້າເຈົ້າບໍ່ຍອມຮັບວ່າພຣະເຈົ້າເປັນພຣະເຈົ້າຂອງເຈົ້າ, ພຣະອົງກໍຈະບໍ່ຍອມຮັບວ່າເຈົ້າເປັນໜຶ່ງໃນສິ່ງທີ່ຖືກສ້າງຂອງພຣະອົງ. ເມື່ອພຣະເຈົ້າບໍ່ຍອມຮັບວ່າເຈົ້າເປັນໜຶ່ງໃນສິ່ງທີ່ຖືກສ້າງຂອງພຣະອົງ, ຍ້ອນທັດສະນະຄະຕິຂອງເຈົ້າທີ່ມີຕໍ່ພຣະອົງ, ຄວາມສຳພັນລະຫວ່າງເຈົ້າກັບພຣະເຈົ້າຈຶ່ງປ່ຽນແປງໄປ. ຖ້າເຈົ້າບໍ່ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍອມຮັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ ແລະ ທຸກສິ່ງທີ່ພຣະເຈົ້າກະທຳ, ຕົວຕົນຂອງເຈົ້າກໍຈະປ່ຽນແປງໄປ. ເຈົ້າຍັງເປັນສິ່ງທີ່ຖືກສ້າງຢູ່ບໍ? ພຣະເຈົ້າບໍ່ຮັບຮູ້ເຈົ້າ; ການໂຕ້ຖຽງກໍບໍ່ມີປະໂຫຍດ. ແລ້ວຖ້າເຈົ້າບໍ່ແມ່ນສິ່ງທີ່ຖືກສ້າງ ແລະ ພຣະເຈົ້າບໍ່ຕ້ອງການເຈົ້າ, ເຈົ້າຍັງມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນຢູ່ບໍ? (ບໍ່ມີ.) ເປັນຫຍັງພຣະເຈົ້າຈຶ່ງບໍ່ຖືວ່າເຈົ້າເປັນສິ່ງທີ່ຖືກສ້າງ? ເຈົ້າບໍ່ສາມາດປະຕິບັດຄວາມຮັບຜິດຊອບ ແລະ ໜ້າທີ່ທີ່ສິ່ງຖືກສ້າງຄວນເຮັດໄດ້ ແລະ ເຈົ້າບໍ່ໄດ້ປະຕິບັດຕໍ່ພຣະຜູ້ສ້າງຈາກຈຸດຢືນຂອງສິ່ງທີ່ຖືກສ້າງ. ແລ້ວພຣະເຈົ້າຈະປະຕິບັດຕໍ່ເຈົ້າແນວໃດ? ພຣະອົງຈະເບິ່ງເຈົ້າແນວໃດ? ພຣະເຈົ້າຈະບໍ່ເບິ່ງເຈົ້າວ່າເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ, ແຕ່ຈະເບິ່ງວ່າເປັນຄົນເສື່ອມຊາມ, ເປັນມານຮ້າຍ ແລະ ເປັນຊາຕານ. ເຈົ້າບໍ່ໄດ້ຄິດວ່າຕົນເອງສະຫຼາດບໍ? ເປັນແນວໃດເຈົ້າຈຶ່ງເຮັດໃຫ້ຕົນເອງກາຍເປັນມານຮ້າຍ ແລະ ເປັນຊາຕານ? ນີ້ບໍ່ແມ່ນຄວາມສະຫຼາດ, ມັນຄືຄວາມໂງ່ຈ້າ. ພຣະທຳເຫຼົ່ານີ້ຊ່ວຍໃຫ້ຜູ້ຄົນເຂົ້າໃຈຫຍັງ? ນັ້ນກໍຄື ຜູ້ຄົນຕ້ອງຢູ່ໃນຂອບເຂດຂອງຕົນຕໍ່ໜ້າພຣະເຈົ້າ. ເຖິງແມ່ນວ່າເຈົ້າຈະມີເຫດຜົນສຳລັບແນວຄິດຂອງເຈົ້າ, ກໍຢ່າຄິດວ່າເຈົ້າມີຄວາມຈິງ ແລະ ມີຕົ້ນທຶນເພື່ອທີ່ຈະຮ້ອງທ້າທາຍພຣະເຈົ້າ ແລະ ກຳນົດຂອບເຂດພຣະອົງ. ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ຢ່າເປັນແບບນັ້ນ. ທັນທີທີ່ເຈົ້າສູນເສຍຕົວຕົນຂອງການເປັນສິ່ງທີ່ຖືກສ້າງ, ເຈົ້າກໍຈະຖືກທຳລາຍ, ນີ້ບໍ່ແມ່ນເລື່ອງຕະຫຼົກ. ມັນເປັນເພາະວ່າ ເມື່ອຜູ້ຄົນມີແນວຄິດ, ພວກເຂົາໃຊ້ແນວທາງທີ່ແຕກຕ່າງກັນ ແລະ ນຳໃຊ້ວິທີການແກ້ໄຂທີ່ແຕກຕ່າງກັນ, ຜົນທີ່ໄດ້ຮັບຈຶ່ງແຕກຕ່າງກັນຢ່າງສິ້ນເຊີງ.
ພວກເຈົ້າມີຫຼັກການໃນການປະຕິບັດກ່ຽວກັບແນວຄິດບໍ? ຫຼັກການເຫຼົ່ານີ້ປົກປ້ອງພວກເຈົ້າ ເພື່ອໃຫ້ພວກເຈົ້າສາມາດປະພຶດຕົນໃນຖານະສິ່ງທີ່ຖືກສ້າງໄດ້ຢ່າງເໝາະສົມບໍ? ເສັ້ນທາງນີ້ດີບໍ? (ດີ.) ແລ້ວກໍສະຫຼຸບມາເບິ່ງ. (ຖ້າເປັນແນວຄິດທີ່ແກ້ໄຂໄດ້ຂ້ອນຂ້າງງ່າຍ, ພວກເຮົາຕ້ອງອະທິຖານ ແລະ ສະແຫວງຫາ, ຊອກຫາຄວາມຈິງທີ່ໄຈ້ແຍກແນວຄິດປະເພດນີ້ຈາກພຣະທຳຂອງພຣະເຈົ້າ ແລະ ພວກເຮົາຍັງສາມາດໂອ້ລົມກັບອ້າຍເອື້ອຍນ້ອງທີ່ເຂົ້າໃຈຄວາມຈິງ; ດ້ວຍວິທີນີ້, ພວກເຮົາຈະສາມາດເບິ່ງທະລຸດ້ານທີ່ຫຼອກລວງຂອງແນວຄິດໄດ້, ດ້ວຍເຫດນີ້ຈຶ່ງແກ້ໄຂມັນໄດ້. ຍັງມີແນວຄິດບາງຢ່າງທີ່ບໍ່ແມ່ນເລື່ອງງ່າຍທີ່ຈະແກ້ໄຂ, ແຕ່ພວກເຮົາຕ້ອງບໍ່ຍຶດຕິດກັບແນວຄິດເຫຼົ່ານັ້ນ. ພວກເຮົາຈຳເປັນຕ້ອງມີທັດສະນະຄະຕິໃນການຍອມຮັບຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າ, ໂດຍຮູ້ວ່າພວກເຮົາເປັນສິ່ງທີ່ຖືກສ້າງ ແລະ ສິ່ງທີ່ພຣະເຈົ້າກະທຳແມ່ນຖືກຕ້ອງຢ່າງແນ່ນອນ ແລະ ມັນເປັນພຽງແຕ່ວ່າພວກເຮົາບໍ່ທັນໄດ້ຮັບຮູ້ສິ່ງນີ້. ບໍ່ວ່າພວກເຮົາຈະເຂົ້າໃຈ ຫຼື ບໍ່, ພວກເຮົາຕ້ອງບໍ່ເຜີຍແຜ່ແນວຄິດດັ່ງກ່າວ. ພວກເຮົາຄວນຮຽນຮູ້ທີ່ຈະອະທິຖານຕໍ່ພຣະເຈົ້າ ແລະ ສະແຫວງຫາເລື້ອຍໆ ແລະ ແນວຄິດເຫຼົ່ານີ້ກໍຈະສາມາດຖືກແກ້ໄຂໄດ້ເທື່ອລະກ້າວອີກດ້ວຍ. ສະຖານະການທີສາມກໍຄື ແນວຄິດບາງຢ່າງອາດຈະຍັງຄົງບໍ່ຖືກແກ້ໄຂໃນທີ່ສຸດ. ໃນກໍລະນີດັ່ງກ່າວ, ຕາບໃດທີ່ພວກເຮົາບໍ່ຖືກບີບຄັ້ນໂດຍແນວຄິດເຫຼົ່ານີ້ ແລະ ບໍ່ເຜີຍແຜ່ພວກມັນ, ມັນກໍບໍ່ເປັນຫຍັງ. ເຖິງແມ່ນວ່າແນວຄິດເຫຼົ່ານີ້ຈະບໍ່ຖືກແກ້ໄຂໃນທີ່ສຸດ, ຕາບໃດທີ່ພວກເຮົາບໍ່ຍຶດຕິດກັບພວກມັນ ແລະ ບໍ່ກະທຳຄວາມຊົ່ວຮ້າຍຍ້ອນພວກມັນ, ພຣະເຈົ້າກໍຈະບໍ່ກ່າວໂທດພວກເຮົາ ແລະ ມັນຈະບໍ່ສົ່ງຜົນກະທົບຕໍ່ຄວາມລອດພົ້ນຂອງພວກເຮົາ.) ທັງໝົດມີຈັກຫຼັກການ? (ສາມ.) ມີທັງໝົດສາມຫຼັກການ. ພວກເຈົ້າໄດ້ຈົດບັນທຶກໄວ້ໝົດແລ້ວແມ່ນບໍ່? ເມື່ອພວກເຈົ້າເຂົ້າໃຈຄວາມຈິງ ແລະ ກຳແໜ້ນຫຼັກການ, ແນວຄິດຂອງພວກເຈົ້າກໍຈະຖືກແກ້ໄຂໄປເອງຕາມທຳມະຊາດ. ພວກເຈົ້າຢ່າໄດ້ປ່ອຍໃຫ້ແນວຄິດມາຂັດຂວາງ ຫຼື ເຮັດໃຫ້ພວກເຈົ້າສະດຸດ; ຈົ່ງແກ້ໄຂແນວຄິດທີ່ສາມາດແກ້ໄຂໄດ້ໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້ ແລະ ສຳລັບແນວຄິດທີ່ຍັງບໍ່ສາມາດແກ້ໄຂໄດ້ຊົ່ວຄາວ, ຢ່າງໜ້ອຍກໍຢ່າປ່ອຍໃຫ້ພວກມັນສົ່ງຜົນກະທົບຕໍ່ພວກເຈົ້າ. ມັນບໍ່ຄວນກີດຂວາງການປະຕິບັດໜ້າທີ່ຂອງເຈົ້າ ແລະ ທັງບໍ່ຄວນສົ່ງຜົນກະທົບຕໍ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າ. ຂໍ້ກຳນົດຂັ້ນຕ່ຳສຸດຂອງເຈົ້າຄື ຢ່າງໜ້ອຍທີ່ສຸດຕ້ອງບໍ່ເຜີຍແຜ່ແນວຄິດ, ບໍ່ກະທຳຄວາມຊົ່ວຮ້າຍ, ບໍ່ກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ແລະ ບໍ່ເຮັດໜ້າທີ່ເປັນຄົນຮັບໃຊ້ຂອງຊາຕານ ຫຼື ເປັນຊ່ອງທາງໃຫ້ຊາຕານ. ບໍ່ວ່າເຈົ້າຈະພະຍາຍາມຫຼາຍສໍ່າໃດ, ຖ້າແນວຄິດບາງຢ່າງສາມາດແກ້ໄຂໄດ້ພຽງຜິວເຜີນ ແລະ ບໍ່ສາມາດແກ້ໄຂໄດ້ຢ່າງຄົບຖ້ວນ, ແລ້ວກໍພຽງແຕ່ບໍ່ໃສ່ໃຈມັນ. ຢ່າປ່ອຍໃຫ້ແນວຄິດສົ່ງຜົນກະທົບຕໍ່ການໄລ່ຕາມຄວາມຈິງ ຫຼື ການເຂົ້າສູ່ຊີວິດຂອງເຈົ້າ. ຈົ່ງກຳແໜ້ນຫຼັກການເຫຼົ່ານີ້ ແລະ ພາຍໃຕ້ສະຖານະການປົກກະຕິ, ເຈົ້າກໍຈະໄດ້ຮັບການປົກປ້ອງ. ຖ້າເຈົ້າເປັນຄົນທີ່ຍອມຮັບຄວາມຈິງ, ມັກສິ່ງທີ່ເປັນບວກ, ບໍ່ແມ່ນຄົນຊົ່ວຮ້າຍ, ບໍ່ຢາກກໍ່ໃຫ້ເກີດການຂັດຂວາງ ຫຼື ການລົບກວນ ແລະ ບໍ່ເຈດຕະນາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ແລ້ວເມື່ອເຈົ້າພົບພໍ້ກັບບັນຫາທີ່ກໍ່ໃຫ້ເກີດແນວຄິດໂດຍທົ່ວໄປ, ໂດຍປົກກະຕິແລ້ວ ເຈົ້າກໍຈະໄດ້ຮັບການປົກປ້ອງ. ຫຼັກການປະຕິບັດຂັ້ນພື້ນຖານທີ່ສຸດກໍຄື: ຖ້າມີແນວຄິດເກີດຂຶ້ນທີ່ແກ້ໄຂໄດ້ຍາກ, ຢ່າຟ້າວຟັ່ງກະທຳຕາມແນວຄິດນັ້ນ. ກ່ອນອື່ນ, ຈົ່ງລໍຖ້າ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂມັນ, ໂດຍເຊື່ອວ່າສິ່ງທີ່ພຣະເຈົ້າກະທຳບໍ່ມີທາງຜິດ. ຈົ່ງຈື່ຫຼັກການນີ້ໄວ້. ນອກຈາກນີ້, ຢ່າປະຖິ້ມໜ້າທີ່ຂອງເຈົ້າ ຫຼື ປ່ອຍໃຫ້ແນວຄິດສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ. ຖ້າເຈົ້າມີແນວຄິດ ແລະ ຄິດວ່າ, “ຂ້ອຍຈະເຮັດໜ້າທີ່ນີ້ແບບພໍແລ້ວມືແລ້ວຕີນກໍພໍ; ຂ້ອຍອາລົມບໍ່ດີ, ສະນັ້ນ ຂ້ອຍຈະບໍ່ເຮັດວຽກໃຫ້ດີເພື່ອພຣະອົງດອກ!” ແບບນີ້ບໍ່ດີ. ໃນເມື່ອທັດສະນະຄະຕິຂອງເຈົ້າປ່ຽນເປັນລົບ ແລະ ເຮັດພໍແລ້ວມືແລ້ວຕີນ, ມັນກໍຈະກາຍເປັນບັນຫາ; ນີ້ຄືຄວາມຄິດຫຼົງຜິດທີິ່ກຳລັງສ້າງຄວາມວຸ້ນວາຍຢູ່ພາຍໃນຕົວເຈົ້າ. ເມື່ອແນວຄິດສ້າງຄວາມວຸ້ນວາຍຢູ່ພາຍໃນຕົວເຈົ້າ ແລະ ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ, ນັ້ນໝາຍຄວາມວ່າ ເມື່ອເຖິງຈຸດນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍໄດ້ປ່ຽນແປງໄປແລ້ວ. ແນວຄິດບາງຢ່າງສາມາດສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ, ເຊິ່ງເປັນບັນຫາທີ່ຮ້າຍແຮງ ແລະ ມັນຕ້ອງຖືກແກ້ໄຂໂດຍທັນທີ. ແນວຄິດອື່ນໆ ບໍ່ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ ຫຼື ຄວາມສຳພັນຂອງເຈົ້າກັບພຣະເຈົ້າ, ສະນັ້ນ ມັນຈຶ່ງບໍ່ແມ່ນບັນຫາໃຫຍ່. ຖ້າແນວຄິດທີ່ເຈົ້າເກີດມີ ສາມາດສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ, ເຮັດໃຫ້ເຈົ້າສົງໄສພຣະເຈົ້າ, ບໍ່ເຮັດໜ້າທີ່ຂອງເຈົ້າຢ່າງດຸໝັ່ນ ແລະ ເຖິງກັບຮູ້ສຶກວ່າຈະບໍ່ມີຜົນສະທ້ອນໃດໆຈາກການບໍ່ເຮັດໜ້າທີ່ຂອງເຈົ້າ ແລະ ບໍ່ມີຄວາມຢ້ານກົວ ແລະ ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ນີ້ກໍເປັນອັນຕະລາຍ. ນີ້ໝາຍຄວາມວ່າ ເຈົ້າຈະຕົກຢູ່ໃນການລອງໃຈ ແລະ ຖືກຊາຕານຫຼອກລວງ ແລະ ຈັບຕົວໄປ. ທັດສະນະຄະຕິຂອງເຈົ້າຕໍ່ແນວຄິດຂອງເຈົ້າ ແລະ ທາງເລືອກທີ່ເຈົ້າເລືອກນັ້ນສຳຄັນຢ່າງຍິ່ງ; ໂດຍບໍ່ຄຳນຶງວ່າແນວຄິດຈະສາມາດຖືກແກ້ໄຂໄດ້ ຫຼື ບໍ່ ແລະ ໂດຍບໍ່ສົນໃຈລະດັບທີ່ມັນສາມາດຖືກແກ້ໄຂໄດ້, ຄວາມສຳພັນທີ່ປົກກະຕິລະຫວ່າງເຈົ້າກັບພຣະເຈົ້າຕ້ອງບໍ່ປ່ຽນແປງ. ໃນດ້ານໜຶ່ງ, ເຈົ້າຄວນຈະສາມາດອ່ອນນ້ອມຕໍ່ທຸກສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດວາງໄວ້ ແລະ ຢືນຢັນວ່າທຸກສິ່ງທີ່ພຣະເຈົ້າກະທຳແມ່ນຖືກຕ້ອງ ແລະ ມີຄວາມໝາຍ ແລະ ຄວາມຮູ້ ແລະ ຄວາມຈິງດ້ານນີ້ບໍ່ຄວນປ່ຽນແປງສຳລັບເຈົ້າເລີຍ. ໃນອີກດ້ານໜຶ່ງ, ເຈົ້າຕ້ອງບໍ່ປະຖິ້ມໜ້າທີ່ທີ່ພຣະເຈົ້າໄດ້ມອບໝາຍໃຫ້ແກ່ເຈົ້າ, ເຈົ້າຕ້ອງບໍ່ປົດພາລະນີ້ອອກຈາກຕົນເອງ. ຖ້າຫາກວ່າ ທັງພາຍໃນ ແລະ ພາຍນອກ, ເຈົ້າບໍ່ມີການຕໍ່ຕ້ານ, ການຄັດຄ້ານ ຫຼື ຄວາມກະບົດຕໍ່ພຣະເຈົ້າ, ພຣະເຈົ້າຈະເຫັນພຽງແຕ່ການອ່ອນນ້ອມຂອງເຈົ້າ ແລະ ການທີ່ເຈົ້າກຳລັງລໍຖ້າ. ເຈົ້າອາດຈະຍັງມີແນວຄິດຢູ່, ແຕ່ພຣະເຈົ້າບໍ່ເຫັນຄວາມກະບົດຂອງເຈົ້າ. ເນື່ອງຈາກບໍ່ມີຄວາມກະບົດ ແລະ ການຕໍ່ຕ້ານໃນຕົວເຈົ້າ, ພຣະເຈົ້າຍັງຄົງຖືວ່າເຈົ້າເປັນໜຶ່ງໃນສິ່ງທີ່ຖືກສ້າງຂອງພຣະອົງ. ໃນທາງກົງກັນຂ້າມ, ຖ້າຫົວໃຈຂອງເຈົ້າເຕັມໄປດ້ວຍການຈົ່ມວ່າ ແລະ ການຕໍ່ຕ້ານ, ເຈົ້າກຳລັງຊອກຫາໂອກາດທີ່ຈະແກ້ແຄ້ນ ແລະ ບໍ່ປາຖະໜາທີ່ຈະເຮັດໜ້າທີ່ຂອງເຈົ້າ, ແທນທີ່ຈະເປັນແນວນັ້ນ ພັດປາຖະໜາທີ່ຈະປົດພາລະອອກຈາກຕົນເອງ, ຈົນເຖິງຂັ້ນທີ່ວ່າ ໃນຫົວໃຈຂອງເຈົ້າມີການຈົ່ມວ່າທຸກປະເພດຕໍ່ພຣະເຈົ້າ ແລະ ການສະແດງອອກເຖິງການຕໍ່ຕ້ານ ແລະ ຄວາມຂຸ່ນເຄືອງບາງຢ່າງກໍຖືກເປີດເຜີຍອອກມາໃນຂະນະທີ່ເຮັດໜ້າທີ່ຂອງເຈົ້າ, ແລ້ວໃນເວລານີ້, ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍໄດ້ປ່ຽນແປງໄປຢ່າງໃຫຍ່ຫຼວງແລ້ວ. ເຈົ້າໄດ້ປ່ຽນຂ້າງຈາກຈຸດຢືນຂອງການເປັນສິ່ງທີ່ຖືກສ້າງແລ້ວ; ເຈົ້າບໍ່ແມ່ນສິ່ງທີ່ຖືກສ້າງອີກຕໍ່ໄປ, ແຕ່ໄດ້ກາຍເປັນຊ່ອງທາງໃຫ້ມານຮ້າຍ ແລະ ຊາຕານ, ສະນັ້ນ ພຣະເຈົ້າຈະບໍ່ສະແດງຄວາມເມດຕາໃດໆແກ່ເຈົ້າ. ເມື່ອຄົນໃດຄົນໜຶ່ງໄປເຖິງຈຸດນີ້, ພວກເຂົາກໍກຳລັງເຂົ້າໃກ້ເຂດແດນອັນຕະລາຍ. ເຖິງແມ່ນວ່າພຣະເຈົ້າຈະບໍ່ກະທຳສິ່ງໃດ, ພວກເຂົາກໍຈະບໍ່ສາມາດຢືນຢັດໃນຄຣິສຕະຈັກໄດ້. ສະນັ້ນ, ໃນທຸກສິ່ງທີ່ພວກເຂົາເຮັດ, ໂດຍສະເພາະເມື່ອມັນກ່ຽວຂ້ອງກັບບັນຫາຕ່າງໆ ເຊັ່ນ: ການແກ້ໄຂແນວຄິດ, ຜູ້ຄົນຕ້ອງລະມັດລະວັງເພື່ອຫຼີກລ່ຽງການເຮັດສິ່ງທີ່ລ່ວງເກີນພຣະເຈົ້າ ຫຼື ສິ່ງທີ່ຖືກກ່າວໂທດໂດຍພຣະເຈົ້າ ຫຼື ສິ່ງທີ່ທຳຮ້າຍ ຫຼື ສ້າງຄວາມເສຍຫາຍໃຫ້ຄົນອື່ນ. ນີ້ຄືຫຼັກການ.
ບັນຫາການທີ່ຜູ້ຄົນມີແນວຄິດຕໍ່ພຣະເຈົ້າບໍ່ແມ່ນເລື່ອງເລັກນ້ອຍ! ມັນສຳຄັນຫຼາຍທີ່ຜູ້ຄົນຈະຮັກສາຄວາມສຳພັນທີ່ປົກກະຕິໄວ້ກັບພຣະເຈົ້າ, ແຕ່ສິ່ງທີ່ສົ່ງຜົນກະທົບຕໍ່ຄວາມສຳພັນນີ້ຫຼາຍທີ່ສຸດກໍຄືແນວຄິດຂອງຜູ້ຄົນ. ມີພຽງແຕ່ເມື່ອແນວຄິດຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າຖືກແກ້ໄຂເທົ່ານັ້ນ ຈຶ່ງຈະສາມາດຮັກສາຄວາມສຳພັນທີ່ປົກກະຕິໄວ້ກັບພຣະເຈົ້າໄດ້. ປັດຈຸບັນນີ້, ຫຼາຍຄົນມີບັນຫາທີ່ຮ້າຍແຮງ. ໂດຍບໍ່ຄຳນຶງວ່າພວກເຂົາໄດ້ເຊື່ອໃນພຣະເຈົ້າມາຈັກປີແລ້ວ, ເຖິງແມ່ນວ່າພວກເຂົາອາດຈະສາມາດທົນຕໍ່ຄວາມທຸກທໍລະມານ ແລະ ຈ່າຍລາຄາໃນການປະຕິບັດໜ້າທີ່ຂອງພວກເຂົາ, ແຕ່ຕະຫຼອດມາ, ແນວຄິດຂອງພວກເຂົາກໍບໍ່ສາມາດຖືກແກ້ໄຂໄດ້ຢ່າງສົມບູນ. ສິ່ງນີ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄວາມສຳພັນຂອງພວກເຂົາກັບພຣະເຈົ້າ ແລະ ສົ່ງຜົນກະທົບໂດຍກົງຕໍ່ຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າ ແລະ ການອ່ອນນ້ອມຂອງພວກເຂົາຕໍ່ພຣະອົງ. ສະນັ້ນ, ບໍ່ວ່າຜູ້ຄົນຈະເກີດມີແນວຄິດຫຍັງກໍຕາມຕໍ່ພຣະເຈົ້າ, ມັນກໍເປັນເລື່ອງທີ່ຮ້າຍແຮງທີ່ຢ່າໄດ້ເມີນເສີຍ. ແນວຄິດກໍປຽບເໝືອນກຳແພງ; ມັນຕັດຂາດຄວາມສຳພັນຂອງຜູ້ຄົນກັບພຣະເຈົ້າ, ເຮັດໃຫ້ພວກເຂົາບໍ່ກ່ຽວຂ້ອງກັບພາລະກິດແຫ່ງການລອດພົ້ນຂອງພຣະເຈົ້າ. ດັ່ງນັ້ນ, ການທີ່ຜູ້ຄົນມີແນວຄິດຕໍ່ພຣະເຈົ້າຈຶ່ງເປັນບັນຫາທີ່ຮ້າຍແຮງຫຼາຍທີ່ຢ່າໄດ້ເມີນເສີຍ! ຖ້າຜູ້ຄົນມີແນວຄິດ ແລະ ບໍ່ສາມາດສະແຫວງຫາຄວາມຈິງ ແລະ ແກ້ໄຂມັນໄດ້ໂດຍທັນທີ, ສິ່ງນີ້ກໍສາມາດກໍ່ໃຫ້ເກີດຄວາມຄິດລົບ, ການຕໍ່ຕ້ານພຣະເຈົ້າ ແລະ ແມ່ນແຕ່ຄວາມບໍ່ເປັນມິດຕໍ່ພຣະອົງໄດ້ຢ່າງງ່າຍດາຍ. ແລ້ວພວກເຂົາຍັງຈະສາມາດຍອມຮັບຄວາມຈິງໄດ້ຢູ່ບໍ? ການເຂົ້າສູ່ຊີວິດຂອງພວກເຂົາຈະຢຸດສະງັກ. ເສັ້ນທາງແຫ່ງການປະສົບກັບພາລະກິດຂອງພຣະເຈົ້າແມ່ນເປັນທາງທີ່ບໍ່ຮາບພຽງ ແລະ ຂຸຂະ. ເພາະວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາສາມາດເດີນຜິດທາງຫຼາຍຄັ້ງ ແລະ ພວກເຂົາອາດຈະລົງເອີຍໂດຍການເກີດມີແນວຄິດຂຶ້ນໃນສະຖານະການໃດກໍຕາມ. ຖ້າແນວຄິດເຫຼົ່ານີ້ບໍ່ຖືກແກ້ໄຂໂດຍການສະແຫວງຫາຄວາມຈິງ, ຜູ້ຄົນກໍສາມາດກະບົດຕໍ່ພຣະເຈົ້າ ແລະ ຕໍ່ຕ້ານພຣະອົງ, ໂດຍເດີນຕາມເສັ້ນທາງແຫ່ງຄວາມບໍ່ເປັນມິດຕໍ່ພຣະອົງ. ເມື່ອຜູ້ຄົນເດີນຕາມເສັ້ນທາງຂອງພວກຕໍ່ຕ້ານພຣະຄຣິສ, ພວກເຈົ້າຄິດວ່າຍັງມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນເຫຼືອຢູ່ສຳລັບພວກເຂົາບໍ? ເມື່ອເຖິງຈຸດນັ້ນມັນກໍບໍ່ແມ່ນເລື່ອງງ່າຍທີ່ຈະຈັດການໄດ້ ແລະ ຈະບໍ່ມີໂອກາດເຫຼືອຢູ່ອີກ. ສະນັ້ນ, ກ່ອນທີ່ພຣະເຈົ້າຈະປະຕິເສດເຈົ້າໃນຖານະສິ່ງທີ່ຖືກສ້າງຂອງພຣະອົງ, ເຈົ້າຄວນຮຽນຮູ້ວິທີການເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ. ຢ່າພະຍາຍາມກວດສອບພຣະຜູ້ສ້າງ ຫຼື ພະຍາຍາມຊອກຫາວິທີພິສູດ ແລະ ຢັ້ງຢືນວ່າ ພຣະເຈົ້າທີ່ເຈົ້າເຊື່ອນັ້ນຄືພຣະຜູ້ສ້າງ. ນີ້ບໍ່ແມ່ນພັນທະ ຫຼື ຄວາມຮັບຜິດຊອບຂອງເຈົ້າ. ສິ່ງທີ່ເຈົ້າຄວນຄິດ ແລະ ໄຕ່ຕອງໃນໃຈຂອງເຈົ້າທຸກມື້ກໍຄື ວິທີບັນລຸໜ້າທີ່ຂອງຕົນ ແລະ ກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ, ແທນທີ່ຈະເປັນວິທີພິສູດວ່າພຣະເຈົ້າເປັນພຣະຜູ້ສ້າງ ຫຼື ບໍ່, ວ່າພຣະອົງເປັນພຣະເຈົ້າແທ້ ຫຼື ບໍ່ ຫຼື ກວດສອບສິ່ງທີ່ພຣະເຈົ້າໄດ້ກະທຳ ແລະ ວ່າການກະທຳຂອງພຣະອົງຖືກຕ້ອງ ຫຼື ບໍ່. ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ເຈົ້າຄວນກວດສອບ.
ວັນທີ 19 ມິຖຸນາ 2021
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?