ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16) ສ່ວນທີ ສີ່
3. ຫຼັກການ ແລະ ແນວທາງໃນການແກ້ໄຂແນວຄິດ
ຍັງມີບາງສິ່ງກ່ຽວກັບການເຜີຍແຜ່ແນວຄິດທີ່ຈຳເປັນຕ້ອງໄດ້ໂອ້ລົມກັນ. ບາງຄົນເວົ້າວ່າ: “ພວກເຮົາຕ້ອງປະຕິບັດການເປີດໂປງ ແລະ ການໄຈ້ແຍກໃນລະຫວ່າງຊີວິດຄຣິສຕະຈັກ ເມື່ອເວົ້າເຖິງການເຜີຍແຜ່ແນວຄິດ ແລະ ຈຳກັດມັນ. ແຕ່ຢ່າງໃດກໍຕາມ, ໃນລະຫວ່າງການເຊື່ອໃນພຣະເຈົ້າ, ພວກເຮົາມີແນວໂນ້ມທີ່ຈະເກີດມີແນວຄິດຕ່າງໆ; ນີ້ແມ່ນສິ່ງທີ່ນອກເໜືອການຄວບຄຸມຂອງພວກເຮົາ. ສະນັ້ນ, ເມື່ອເວົ້າເຖິງແນວຄິດ, ພວກເຮົາຄວນປະຕິບັດຕາມແນວທາງການປະຕິບັດແບບໃດ ເພື່ອໃຫ້ພວກເຮົາສາມາດປະຕິບັດໄດ້ຢ່າງຖືກຕ້ອງ ແລະ ບໍ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງໃນລະຫວ່າງຊີວິດຄຣິສຕະຈັກ, ສົ່ງຜົນກະທົບທີ່ບໍ່ດີຕໍ່ຄົນອື່ນ ຫຼື ກໍ່ໃຫ້ເກີດຄວາມສູນເສຍຕໍ່ຊີວິດຂອງຄົນອື່ນ? ແມ່ນຫຍັງຄືວິທີການປະຕິບັດທີ່ເໝາະສົມ?” ການທີ່ຄົນເຮົາມີແນວຄິດບໍ່ແມ່ນຄວາມຈິງບໍ? ມັນຫຼີກລ່ຽງບໍ່ໄດ້ແມ່ນບໍ່? (ແມ່ນແລ້ວ.) ບາງຄົນເວົ້າວ່າ, “ມີພຽງແຕ່ຜູ້ທີ່ບໍ່ໄລ່ຕາມຄວາມຈິງເທົ່ານັ້ນທີ່ຈະເກີດມີແນວຄິດ”. ຄຳເວົ້ານີ້ຖືກຕ້ອງບໍ? ມັນຖືກຕ້ອງພຽງສ່ວນໜຶ່ງ. ຜູ້ທີ່ໄລ່ຕາມຄວາມຈິງກໍອາດຈະເກີດມີແນວຄິດກ່ຽວກັບພຣະເຈົ້າເປັນບາງຄັ້ງຄາວເຊັ່ນກັນ ເມື່ອພວກເຂົາພົບພໍ້ກັບສະຖານະການພິເສດ ເພາະກ່ອນທີ່ຜູ້ຄົນຈະເຂົ້າໃຈຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າ ແລະ ກ່ອນທີ່ພວກເຂົາຈະມີຄວາມຮູ້ກ່ຽວກັບພຣະເຈົ້າ, ພວກເຂົາຈະເກີດມີແນວຄິດບາງຢ່າງກ່ຽວກັບພຣະທຳ ແລະ ພາລະກິດຂອງພຣະເຈົ້າ. ແນວຄິດເຫຼົ່ານີ້ແມ່ນຄວາມຄິດທີ່ຜິດບາງຢ່າງຂອງມະນຸດທີ່ບໍ່ສອດຄ່ອງກັບຄວາມຈິງ. ແນວຄິດບາງຢ່າງອາດຈະສອດຄ່ອງກັບສິນລະທຳ, ປັດຊະຍາ, ວັດທະນະທຳດັ້ງເດີມ, ທິດສະດີຈັນຍາບັນ ແລະ ອື່ນໆ ແລະ ໃນທາງຜິວເຜີນ, ແນວຄິດເຫຼົ່ານີ້ອາດຈະເບິ່ງຄືວ່າຖືກຕ້ອງ. ແຕ່ຢ່າງໃດກໍຕາມ, ພວກມັນພຽງແຕ່ບໍ່ສອດຄ່ອງກັບຄວາມຈິງ ແລະ ຂັດແຍ້ງກັບຄວາມຈິງ. ນີ້ຄືຂໍ້ເທັດຈິງ. ຜູ້ຄົນຄວນປະເຊີນໜ້າກັບແນວຄິດເຫຼົ່ານີ້ແນວໃດ? ກ່ອນທີ່ຜູ້ຄົນຈະໄລ່ຕາມຄວາມຈິງ, ພວກເຂົາກໍມີແນວຄິດຫຼາຍຢ່າງຕິດໂຕມາຢູ່ແລ້ວ; ສິ່ງເຫຼົ່ານີ້ຄືແນວຄິດທີ່ມີມາແຕ່ເກີດ. ໃນລະຫວ່າງຂະບວນການທີ່ຜູ້ຄົນໄລ່ຕາມຄວາມຈິງ, ແນວຄິດໃໝ່ໆ ຈຳນວນບໍ່ໜ້ອຍກໍຈະເກີດຂຶ້ນໃນຕົວພວກເຂົາ ເນື່ອງຈາກສະພາບແວດລ້ອມທີ່ປ່ຽນແປງ ແລະ ບໍລິບົດຕ່າງໆ; ສິ່ງເຫຼົ່ານີ້ຄືແນວຄິດທີ່ເກີດຂຶ້ນຫຼັງເກີດ. ແນວຄິດທັງສອງປະເພດແມ່ນສິ່ງທີ່ຜູ້ຄົນຈຳເປັນຕ້ອງປະເຊີນໃນການເດີນທາງແຫ່ງການເຊື່ອໃນພຣະເຈົ້າຂອງພວກເຂົາ. ແລ້ວມີວິທີແກ້ໄຂສຳລັບການແກ້ໄຂແນວຄິດບໍ? ມີແນວທາງແຫ່ງການປະຕິບັດບໍ? ບາງຄົນເວົ້າວ່າ, “ເລື່ອງນີ້ຈັດການໄດ້ງ່າຍ. ພວກເຮົາສາມາດກະບົດຕໍ່ແນວຄິດທີ່ມີມາແຕ່ເກີດຂອງພວກເຮົາ; ບໍ່ຈຳເປັນທີ່ພວກເຮົາຈະຕ້ອງໃສ່ໃຈພວກມັນ. ພວກເຮົາແນ່ໃຈວ່າໃນຂະບວນການໄລ່ຕາມຄວາມຈິງ, ແນວຄິດເຫຼົ່ານີ້ຈະຄ່ອຍໆຖືກແກ້ໄຂ ແລະ ຖືກກຳຈັດອອກໄປ ເມື່ອພວກເຮົາເຂົ້າໃຈຄວາມຈິງ. ສ່ວນແນວຄິດທີ່ເກີດຂຶ້ນຫຼັງເກີດ, ພວກເຮົາເພິ່ງພາພຣະເຈົ້າເພື່ອແກ້ໄຂພວກມັນ ແລະ ພວກເຮົາກໍບໍ່ຖືກຈຳກັດໂດຍພວກມັນເຊັ່ນກັນ. ສະນັ້ນ, ມາຮອດປັດຈຸບັນ, ພວກເຮົາບໍ່ໄດ້ສ້າງແນວຄິດໃນຫົວໃຈຂອງພວກເຮົາທີ່ອາດຈະນໍາໄປສູ່ສິ່ງຕ່າງໆ ເຊັ່ນ: ການຕໍ່ຕ້ານ, ການກ່າວໂທດ ຫຼື ການໝິ່ນປະໝາດຕໍ່ພຣະເຈົ້າ”. ວິທີການປະຕິບັດນີ້, ວິທີການປະເຊີນໜ້າ ແລະ ການຈັດການກັບແນວຄິດນີ້ເປັນແນວໃດ? ມັນສາມາດແກ້ໄຂແນວຄິດໄດ້ບໍ? ມັນມີຂໍ້ເສຍບໍ? ທັດສະນະຄະຕິຕໍ່ແນວຄິດນີ້ເປັນການກະທຳທີ່ຫ້າວຫັນ ແລະ ເປັນບວກບໍ? (ບໍ່.) ທັດສະນະຄະຕິນີ້ມີຜົນດີໃດໆ ຕໍ່ຜູ້ຄົນບໍ? ຖ້າພວກເຈົ້າໃຊ້ວິທີການທີ່ເສີຍຊາ ໂດຍການບໍ່ສົນໃຈແນວຄິດເຫຼົ່ານີ້, ໂດຍເກັບພວກມັນໄວ້ໃນສ່ວນທີ່ລັບທີ່ສຸດຂອງຫົວໃຈເຈົ້າ, ລະງັບພວກມັນໄວ້ ແລະ ອະທິຖານທຸກຄັ້ງທີ່ພວກມັນປາກົດອອກມາ ແລ້ວກໍຖືວ່າພວກມັນຖືກແກ້ໄຂແລ້ວ, ຈັດການກັບພວກມັນດ້ວຍວິທີດຽວກັນທຸກຄັ້ງທີ່ພວກມັນປາກົດຂຶ້ນໃໝ່ ແລະ ບໍ່ຄິດເຖິງພວກມັນພາຍຫຼັງ ແລະ ທຳທ່າວ່າພວກມັນບໍ່ແມ່ນບັນຫາ, ໂດຍເຊື່ອວ່າ “ສະຫຼຸບແລ້ວ, ພຣະເຈົ້າທີ່ຂ້ອຍເຊື່ອກໍຍັງຄົງເປັນພຣະເຈົ້າຂອງຂ້ອຍ, ຂ້ອຍຍັງຄົງເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ ແລະ ພຣະເຈົ້າກໍຍັງຄົງເປັນພຣະຜູ້ສ້າງຂອງຂ້ອຍ; ສິ່ງນີ້ບໍ່ໄດ້ປ່ຽນແປງ”, ນີ້ແມ່ນວິທີທີ່ມີປະສິດທິພາບທີ່ສຸດໃນການແກ້ໄຂແນວຄິດບໍ? ສິ່ງນີ້ບັນລຸຜົນທີ່ເປັນບວກບໍ? ການປະຕິບັດແບບນີ້ແກ້ໄຂແນວຄິດຈາກຮາກເຫງົ້າຢ່າງເຖິງຖອງບໍ? ເຫັນໄດ້ຊັດວ່າບໍ່ແມ່ນ. ບໍ່ວ່າແນວຄິດເຫຼົ່ານີ້ຈະໃຫຍ່ ຫຼື ນ້ອຍ, ຫຼາຍ ຫຼື ໜ້ອຍສໍ່າໃດກໍຕາມ, ຕາບໃດທີ່ພວກມັນຍັງຄົງຢູ່ໃນຫົວໃຈຂອງຜູ້ຄົນ, ພວກມັນກໍຈະມີຜົນກະທົບໃນທາງລົບບາງຢ່າງຕໍ່ການເຂົ້າສູ່ຊີວິດ ແລະ ຄວາມສຳພັນຂອງພວກເຂົາກັບພຣະເຈົ້າ, ເຊິ່ງກໍ່ໃຫ້ເກີດການລົບກວນ. ໂດຍສະເພາະເມື່ອຜູ້ຄົນອ່ອນແອ; ເມື່ອພວກເຂົາພົບພໍ້ກັບສະພາບແວດລ້ອມທີ່ພວກເຂົາບໍ່ສາມາດເອົາຊະນະໄດ້; ເມື່ອພວກເຂົາບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ບໍ່ມີເສັ້ນທາງແຫ່ງການປະຕິບັດ ແລະ ບໍ່ຮູ້ວິທີທີ່ຈະເຮັດໃຫ້ພຣະເຈົ້າພໍພຣະໄທ ແລະ ເມື່ອພວກເຂົາຮູ້ສຶກວ່າພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ແນວຄິດເຫຼົ່ານີ້ກໍຈະປາກົດຂຶ້ນຢ່າງໄວວາພາຍໃນຕົວພວກເຂົາ, ຄອບງຳຄວາມຄິດຂອງພວກເຂົາ, ຄອບຄອງຫົວໃຈຂອງພວກເຂົາ ແລະ ອາດຈະສົ່ງຜົນກະທົບຕໍ່ການຢູ່ຕໍ່ ຫຼື ການຈາກໄປຂອງພວກເຂົາ ແລະ ມີອິດທິພົນຕໍ່ເສັ້ນທາງທີ່ພວກເຂົາເລືອກ. ມັນອາດຈະເປັນແນວຄິດທີ່ເຈົ້າບໍ່ເຄີຍໃສ່ໃຈ ແລະ ບໍ່ເຄີຍສົ່ງຜົນກະທົບ ຫຼື ໂຄ້ນລົ້ມເຈົ້າ, ເຈົ້າເຊື່ອສະເໝີວ່າເຈົ້າເປັນນາຍຂອງມັນ, ວ່າເຈົ້າສາມາດຄວບຄຸມມັນໄດ້, ແຕ່ຫຼັງຈາກທີ່ປະສົບກັບຄວາມລົ້ມເຫຼວບາງຢ່າງ, ການຖືກໄລ່ອອກ ຫຼື ການຖືກກຳຈັດ ຫຼື ການລົງວິໄນ ແລະ ການຕີສອນທີ່ຮຸນແຮງຈາກພຣະເຈົ້າ ຫຼື ແມ່ນແຕ່ເມື່ອເຈົ້າຮູ້ສຶກຄືກັບວ່າເຈົ້າໄດ້ຕົກລົງໄປໃນຂຸມເລິກ, ໃນເວລານັ້ນ, ແນວຄິດນັ້ນກໍບໍ່ໄດ້ເປັນພຽງສ່ວນເສີມຂອງເຈົ້າອີກຕໍ່ໄປ. ເຖິງແມ່ນວ່າເຈົ້າຈະບໍ່ສົນໃຈມັນ, ມັນກໍສາມາດລົບກວນ ແລະ ເຮັດໃຫ້ຄວາມຄິດຂອງເຈົ້າຫຼົງຜິດໄດ້, ແມ່ນແຕ່ຄອບງຳຄວາມຄິດ ແລະ ມຸມມອງຂອງເຈົ້າ, ທັດສະນະຄະຕິຂອງເຈົ້າຕໍ່ພຣະເຈົ້າ ແລະ ຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ຖ້າເຈົ້າບໍ່ມີວິທີການ ຫຼື ຫຼັກການປະຕິບັດທີ່ເໝາະສົມເພື່ອຈັດການກັບແນວຄິດເຫຼົ່ານີ້ ຫຼື ຖ້າເຈົ້າບໍ່ມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບພວກມັນ, ແນວຄິດເຫຼົ່ານີ້ກໍຈະສົ່ງຜົນກະທົບຕໍ່ການເຂົ້າສູ່ຊີວິດ ຫຼື ການເລືອກໃນທັນທີຂອງເຈົ້າເປັນໄລຍະໆ. ພວກມັນອາດຈະມີອິດທິພົນຕໍ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າ ແລະ ທັດສະນະຄະຕິຂອງເຈົ້າຕໍ່ພຣະເຈົ້າ. ສະນັ້ນ, ເມື່ອປະເຊີນໜ້າກັບແນວຄິດຕ່າງໆ ທີ່ເກີດຂຶ້ນໃນບໍລິບົດໃດກໍຕາມ, ຜູ້ຄົນຄວນຮັບເອົາທັດສະນະຄະຕິ ແລະ ວິທີການແບບໃດເພື່ອປະເຊີນໜ້າ ແລະ ຈັດການກັບພວກມັນ ເພື່ອຫຼີກລ່ຽງຄວາມເສຍຫາຍ ແລະ ບັນລຸຜົນຮັບທີ່ເປັນບວກ? ນີ້ຄືຄຳຖາມທີ່ຄວນໂອ້ລົມກັນຢ່າງແຈ່ມແຈ້ງ.
ຄົນທີ່ດຳລົງຊີວິດຢູ່ໃນເນື້ອໜັງມີເຈດຈຳນົງເສລີ ແລະ ຄວາມຄິດທີ່ເສລີ. ໂດຍບໍ່ຄຳນຶງວ່າພວກເຂົາຈະມີການສຶກສາ ຫຼື ບໍ່, ຄວາມສາມາດຂອງພວກເຂົາເປັນແນວໃດ ຫຼື ເພດຂອງພວກເຂົາແມ່ນຫຍັງ, ຕາບໃດທີ່ຜູ້ຄົນມີຄວາມຄິດ, ພວກເຂົາກໍຈະສ້າງແນວຄິດຂຶ້ນມາ. ຖ້າແນວຄິດໃດໜຶ່ງຄອບງຳອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຈົ້າກໍຈະຕໍ່ຕ້ານພຣະເຈົ້າຍ້ອນແນວຄິດນີ້. ສະນັ້ນ, ບັນຫາທີ່ຄົນເຮົາມີແນວຄິດນີ້ຕ້ອງໄດ້ຮັບການແກ້ໄຂ. ບໍ່ແມ່ນພຽງແຕ່ຜູ້ທີ່ເຜີຍແຜ່ແນວຄິດເທົ່ານັ້ນທີ່ສ້າງແນວຄິດຂຶ້ນມາ; ມັນເປັນພຽງແຕ່ວ່າພວກເຂົາເຜີຍແຜ່ແນວຄິດຂອງພວກເຂົາ, ຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າໂດຍບໍ່ຄຳນຶງເຖິງຜົນທີ່ຈະຕາມມາ ແລະ ເຜີຍແຜ່ມຸມມອງ ແລະ ການຕັດສິນຕ່າງໆກ່ຽວກັບພຣະອົງ. ແຕ່ເປັນໄປໄດ້ບໍວ່າຜູ້ທີ່ບໍ່ເຜີຍແຜ່ແນວຄິດບໍ່ມີແນວຄິດເລີຍ? ທຸກຄົນມີແນວຄິດ; ນີ້ຄືຂໍ້ເທັດຈິງ. ຄວາມແຕກຕ່າງກໍຄື ຜູ້ທີ່ເຜີຍແຜ່ແນວຄິດໂດຍເຈດຕະນາມີແກ່ນແທ້ທຳມະຊາດທີ່ເບື່ອໜ່າຍຄວາມຈິງໂດຍກຳເນີດ. ເພາະວ່າພວກເຂົາບໍ່ຍອມຮັບຄວາມຈິງ ແລະ ແມ່ນແຕ່ເຊື່ອວ່າແນວຄິດຂອງພວກເຂົາຖືກຕ້ອງ ແລະ ສອດຄ່ອງຢ່າງສິ້ນເຊີງກັບຄວາມຈິງ, ຖ້າແນວຄິດຂອງພວກເຂົາຂັດແຍ້ງກັບຄວາມຈິງ, ພວກເຂົາກໍເລືອກທີ່ຈະຍອມຮັບແນວຄິດຂອງພວກເຂົາແທນທີ່ຈະຍອມຮັບຄວາມຈິງ. ນີ້ຄືຈຸດທີ່ພວກເຂົາລົ້ມເຫຼວ ແລະ ເປັນເຫດຜົນທີ່ພວກເຂົາຖືກຈຳກັດ ແລະ ຖືກກ່າວໂທດ. ແລ້ວເປັນຫຍັງຄົນທຳມະດາ, ຄົນປົກກະຕິຈຶ່ງບໍ່ຖືກກ່າວໂທດ ເມື່ອພວກເຂົາສ້າງແນວຄິດຂຶ້ນມາ? ນີ້ກໍເພາະວ່າພວກເຂົາສ່ວນໃຫຍ່ເວົ້າ ແລະ ກະທຳດ້ວຍຄວາມມີເຫດຜົນ ແລະ ຮູ້ໃນໃຈວ່າແນວຄິດຂອງມະນຸດບໍ່ສອດຄ່ອງກັບຄວາມຈິງ ແລະ ບໍ່ຖືກຕ້ອງ; ເຖິງແມ່ນວ່າພວກເຂົາບໍ່ສາມາດແກ້ໄຂແນວຄິດຂອງພວກເຂົາໄດ້ໃນທັນທີ, ພວກເຂົາກໍເຕັມໃຈທີ່ຈະປະຖິ້ມພວກມັນ. ເມື່ອພວກເຂົາເລືອກທີ່ຈະຍອມຮັບຄວາມຈິງ, ແນວຄິດພາຍໃນຂອງພວກເຂົາກໍຖືກແທນທີ່ ແລະ ຖືກແກ້ໄຂໂດຍຄວາມຈິງ; ພວກເຂົາປະຖິ້ມແນວຄິດຂອງພວກເຂົາ ແລະ ບໍ່ໄດ້ຮັບອິດທິພົນ, ຖືກຈຳກັດ ຫຼື ຖືກຄອບງຳໂດຍພວກມັນອີກຕໍ່ໄປ. ສະນັ້ນ, ຄົນເຫຼົ່ານີ້, ເຖິງແມ່ນວ່າພວກເຂົາຈະມີແນວຄິດ, ພວກເຂົາກໍບໍ່ໄດ້ເຜີຍແຜ່ພວກມັນ. ພວກເຂົາຍັງສາມາດປະຕິບັດໜ້າທີ່ຂອງຕົນໄດ້ຕາມປົກກະຕິ, ຕິດຕາມພຣະເຈົ້າຕາມປົກກະຕິ, ຍອມຮັບພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ, ອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ຄວາມລອດພົ້ນຂອງພຣະເຈົ້າ. ພວກເຂົາຍອມຮັບສະເໝີວ່າພວກເຂົາເປັນສິ່ງທີ່ຖືກສ້າງ ແລະ ພຣະເຈົ້າຄືພຣະຜູ້ສ້າງ. ໂດຍບໍ່ຄຳນຶງເຖິງແນວຄິດທີ່ພວກເຂົາມີຢູ່ໃນໃຈ, ພວກເຂົາສາມາດຮັກສາຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ, ຮັກສາຄວາມສຳພັນລະຫວ່າງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງ, ລະເວັ້ນຈາກການປະຖິ້ມໜ້າທີ່ຂອງພວກເຂົາ, ລະເວັ້ນຈາກການປະຖິ້ມພຣະນາມຂອງພຣະເຈົ້າ ແລະ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍຍັງຄົງບໍ່ປ່ຽນແປງ. ເຖິງແມ່ນວ່າຈະເປັນເຊັ່ນນີ້, ຖ້າແນວຄິດບໍ່ເຄີຍຖືກແກ້ໄຂ, ພວກມັນກໍຍັງສາມາດທຳລາຍຜູ້ຄົນ ແລະ ນຳພວກເຂົາໄປສູ່ຄວາມພິນາດໄດ້. ສະນັ້ນ, ພວກເຮົາຈຶ່ງຍັງຈຳເປັນຕ້ອງໂອ້ລົມກັນກ່ຽວກັບວິທີທີ່ດີທີ່ສຸດໃນການປະເຊີນໜ້າ ແລະ ແກ້ໄຂແນວຄິດ.
ພວກເຈົ້າຄິດວ່າອັນໃດແກ້ໄຂງ່າຍກວ່າກັນ: ແນວຄິດທີ່ມີມາແຕ່ເກີດທີ່ຜູ້ຄົນມີກ່ອນທີ່ຈະເຊື່ອໃນພຣະເຈົ້າ ຫຼື ແນວຄິດທີ່ຜູ້ຄົນສ້າງຂຶ້ນໃນສະພາບແວດລ້ອມ ແລະ ບໍລິບົດພິເສດຫຼັງຈາກທີ່ພວກເຂົາມາເຊື່ອໃນພຣະເຈົ້າ? (ແນວຄິດທີ່ມີມາແຕ່ເກີດແກ້ໄຂງ່າຍກວ່າ.) ຈິນຕະນາການ ແລະ ແນວຄິດຕ່າງໆ ທີ່ຜູ້ຄົນມີກ່ຽວກັບພຣະເຈົ້າ ເມື່ອພວກເຂົາເລີ່ມເຊື່ອໃນພຣະອົງທຳອິດແມ່ນແກ້ໄຂງ່າຍກວ່າ, ໃນຂະນະທີ່ແນວຄິດທີ່ພວກເຂົາສ້າງຂຶ້ນໃນຂະນະທີ່ພວກເຂົາປະສົບກັບວຽກງານຂອງພຣະເຈົ້າຫຼັງຈາກທີ່ມາເຊື່ອໃນພຣະອົງແມ່ນບໍ່ໄດ້ແກ້ໄຂງ່າຍປານນັ້ນ, ນີ້ແມ່ນຄຳເວົ້າທາງທິດສະດີ, ແຕ່ໃນທີ່ສຸດມັນກໍບໍ່ສອດຄ່ອງກັບຂໍ້ເທັດຈິງ. “ທາງທິດສະດີ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ຂໍ້ສະຫຼຸບປະເພດນີ້ແມ່ນໄດ້ມາຈາກການອ້າງເຫດຜົນຂອງຜູ້ຄົນໂດຍອີງໃສ່ປັດຊະຍາ ແລະ ຫຼັກເຫດຜົນ. ຫຼັງຈາກທີ່ຜູ້ຄົນເລີ່ມເຊື່ອໃນພຣະເຈົ້າທຳອິດ ແລະ ເຂົ້າໃຈຄວາມຈິງກ່ຽວກັບນິມິດ, ແນວຄິດບາງຢ່າງຂອງພວກເຂົາກໍຖືກປະຖິ້ມ ແລະ ແກ້ໄຂ. ໃນຄວາມເປັນຈິງແລ້ວ, ການແກ້ໄຂນີ້ແມ່ນບັນລຸໄດ້ພຽງແຕ່ໃນລະດັບຫຼັກຄຳສອນເທົ່ານັ້ນ; ມັນເບິ່ງຄືວ່າແນວຄິດເຫຼົ່ານີ້ໄດ້ຖືກແກ້ໄຂແລ້ວ, ແຕ່ແນວຄິດຫຼາຍຢ່າງທີ່ຜູ້ຄົນສ້າງຂຶ້ນໃນຂະນະທີ່ຕິດຕາມພຣະເຈົ້າແມ່ນກ່ຽວຂ້ອງກັບແນວຄິດທີ່ມີມາແຕ່ເກີດຂອງພວກເຂົາ. ທາງທິດສະດີແລ້ວ, ໃນບັນດາແນວຄິດສອງປະເພດນີ້, ແນວຄິດທີ່ມີມາແຕ່ເກີດແມ່ນແກ້ໄຂງ່າຍກວ່າ, ແຕ່ໃນຄວາມເປັນຈິງແລ້ວ, ຕາບໃດທີ່ຜູ້ຄົນສາມາດຍອມຮັບຄວາມຈິງ ແລະ ຮັກສິ່ງທີ່ເປັນບວກ, ຕາບໃດທີ່ພວກເຂົາບັນລຸຄວາມເຂົ້າໃຈໃນຄວາມຈິງ, ແນວຄິດທັງສອງປະເພດກໍແກ້ໄຂໄດ້ງ່າຍ. ຕົວຢ່າງ: ພວກເຈົ້າບາງຄົນເວົ້າວ່າແນວຄິດທີ່ມີມາແຕ່ເກີດແກ້ໄຂໄດ້ງ່າຍກວ່າ, ແຕ່ພວກເຈົ້າອາດຈະພົບພໍ້ກັບບາງຄົນທີ່ມີຄວາມເຂົ້າໃຈທີ່ບິດເບືອນ ເຊິ່ງເປັນຄົນດື້ດ້ານຫຼາຍ ແລະ ຍຶດຕິດໃນລາຍລະອຽດທີ່ບໍ່ສຳຄັນ, ຜູ້ທີ່ຄົ້ນຄວ້າພຣະຄຳພີແບບຈຸກຈິກ, ວັນນະກຳເອກທາງຝ່າຍວິນຍານ ແລະ ການຕີຄວາມໝາຍຂອງຜູ້ອະທິບາຍພຣະຄຳພີ; ຄົນເຫຼົ່ານີ້ເວົ້າຊ້ຳສິ່ງທີ່ພວກເຂົາພົບເຫັນໃຫ້ເຈົ້າຟັງ ແລະ ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງແນວໃດກໍຕາມ, ພວກເຂົາກໍບໍ່ຍອມຮັບມັນ. ພວກເຂົາບໍ່ສາມາດຍອມຮັບຄຳເທດສະໜາທີ່ບໍລິສຸດ, ຄວາມຈິງ ຫຼື ຄຳເວົ້າທີ່ຖືກຕ້ອງ; ເມື່ອພວກເຂົາຟັງ, ພວກເຂົາກໍບໍ່ຍອມຮັບສິ່ງເຫຼົ່ານັ້ນ. ເຫດຜົນໜຶ່ງກໍຄື, ມີບັນຫາກັບຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາ; ອີກເຫດຜົນໜຶ່ງກໍຄື, ພວກເຂົາບໍ່ຮັກສິ່ງທີ່ເປັນບວກ ຫຼື ຄວາມຈິງ, ແທນທີ່ຈະເປັນແນວນັ້ນ ພວກເຂົາພັດມັກທີ່ຈະດື້ດ້ານ ແລະ ຍຶດຕິດໃນລາຍລະອຽດທີ່ບໍ່ສຳຄັນ ແລະ ຫຼິ້ນສຳນວນ ແລະ ພວກເຂົາມັກທິດສະດີ ແລະ ເທວະສາດ. ຄົນປະເພດນີ້ສາມາດປະຖິ້ມແນວຄິດຂອງພວກເຂົາໄດ້ບໍ? (ບໍ່ໄດ້.) ເມື່ອຕັດສິນຈາກຂໍ້ເທັດຈິງ, ຈາກອຸປະນິໄສ ແລະ ຄວາມມັກຂອງຄົນປະເພດນີ້, ພວກເຂົາບໍ່ສາມາດຍອມຮັບຄວາມຈິງໄດ້. ແນວຄິດເບື້ອງຕົ້ນຂອງຜູ້ຄົນທີ່ຈິງແລ້ວແມ່ນຕື້ນ ແລະ ຜິວເຜີນຫຼາຍ, ພວກມັນແກ້ໄຂໄດ້ງ່າຍຫຼາຍ. ຖ້າຄົນໃດໜຶ່ງມີຄວາມຄິດທີ່ປົກກະຕິ ແລະ ຄວາມສາມາດໃນການຢັ່ງຮູ້ທີ່ປົກກະຕິ, ເມື່ອເຈົ້າໂອ້ລົມກັບພວກເຂົາກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບນິມິດ, ຕາບໃດທີ່ພວກເຂົາເຂົ້າໃຈມັນ, ພວກເຂົາກໍສາມາດປະຖິ້ມແນວຄິດຂອງພວກເຂົາໄດ້ຢ່າງງ່າຍດາຍ. ແຕ່ມີຄົນປະເພດໜຶ່ງທີ່ບໍ່ມີຄວາມຄິດທີ່ປົກກະຕິ, ບໍ່ສາມາດຢັ່ງຮູ້ຄວາມຈິງ ແລະ ບໍ່ຍອມຮັບຄວາມຈິງ. ຄົນປະເພດນີ້ສາມາດປະຖິ້ມແນວຄິດຂອງພວກເຂົາໄດ້ບໍ? (ບໍ່ໄດ້.) ສະນັ້ນ, ແນວຄິດຂອງຄົນປະເພດນີ້ຈຶ່ງແກ້ໄຂໄດ້ຍາກ. ຖ້າຄົນໃດໜຶ່ງມີເຫດຜົນປົກກະຕິ ແລະ ສາມາດຍອມຮັບຄວາມຈິງໄດ້, ແລ້ວບໍ່ວ່າພວກເຂົາຈະເກີດມີແນວຄິດໃດກ່ຽວກັບພຣະເຈົ້າຫຼັງຈາກທີ່ເຊື່ອໃນພຣະເຈົ້າ ແລະ ບໍ່ວ່າແນວຄິດເຫຼົ່ານີ້ຈະເກີດຂຶ້ນໃນສະພາບແວດລ້ອມ ຫຼື ບໍລິບົດໃດກໍຕາມ, ພວກເຂົາກໍບໍ່ໂຕ້ຖຽງກັບພຣະເຈົ້າ. ພວກເຂົາເວົ້າວ່າ, “ຂ້ອຍເປັນມະນຸດ, ຂ້ອຍມີອຸປະນິໄສທີ່ເສື່ອມຊາມ, ຄວາມຄິດ ແລະ ການກະທຳຂອງຂ້ອຍສາມາດຜິດພາດໄດ້. ພຣະເຈົ້າຄືຄວາມຈິງ, ພຣະເຈົ້າບໍ່ເຄີຍຜິດພາດ. ບໍ່ວ່າຄວາມຄິດຂອງຂ້ອຍຈະສົມເຫດສົມຜົນສໍ່າໃດກໍຕາມ, ພວກມັນກໍຍັງຄົງເປັນຄວາມຄິດຂອງມະນຸດ, ພວກມັນມາຈາກມະນຸດ ແລະ ບໍ່ແມ່ນຄວາມຈິງ. ຖ້າພວກມັນຂັດແຍ້ງກັບພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງ, ແລ້ວບໍ່ວ່າຄວາມຄິດເຫຼົ່ານີ້ຈະສົມເຫດສົມຜົນສໍ່າໃດກໍຕາມ, ກໍລ້ວນແຕ່ຜິດ”. ພວກເຂົາອາດຈະບໍ່ຮູ້ແນ່ນອນວ່າແນວຄິດເຫຼົ່ານີ້ຜິດບ່ອນໃດໃນຕອນນີ້, ແລ້ວພວກເຂົາຈະປະຕິບັດແນວໃດ? ພວກເຂົາປະຕິບັດການອ່ອນນ້ອມ, ບໍ່ດື້ດ້ານ ແລະ ບໍ່ຍຶດຕິດກັບລາຍລະອຽດໃດໜຶ່ງ ແລະ ປ່ອຍວາງເລື່ອງນັ້ນ, ໂດຍເຊື່ອວ່າໃນມື້ໜຶ່ງພຣະເຈົ້າຈະເປີດເຜີຍມັນ. ບາງຄົນຖາມພວກເຂົາວ່າ, “ຖ້າພຣະເຈົ້າບໍ່ເປີດເຜີຍມັນເດ?” ພວກເຂົາຕອບວ່າ, “ແລ້ວຂ້ອຍກໍຈະອ່ອນນ້ອມຕະຫຼອດໄປ. ພຣະເຈົ້າບໍ່ເຄີຍຜິດພາດ ແລະ ສິ່ງທີ່ພຣະເຈົ້າກະທຳກໍບໍ່ເຄີຍຜິດພາດ. ຖ້າສິ່ງທີ່ພຣະເຈົ້າກະທຳບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ມັນບໍ່ໄດ້ໝາຍຄວາມວ່າພຣະເຈົ້າຜິດ, ແຕ່ແມ່ນມະນຸດທີ່ບໍ່ສາມາດຢັ່ງຮູ້ ຫຼື ເຂົ້າໃຈມັນໄດ້. ສະນັ້ນ, ສິ່ງທີ່ຜູ້ຄົນຄວນເຮັດທີ່ສຸດກໍຄື ບໍ່ແມ່ນການກວດສອບ, ບໍ່ແມ່ນການຍຶດຕິດຢູ່ກັບແນວຄິດຂອງພວກເຂົາ ແລະ ບໍ່ແມ່ນການໃຊ້ແນວຄິດຂອງພວກເຂົາເພື່ອຈັບຜິດພຣະເຈົ້າ ໂດຍໃຊ້ແນວຄິດຂອງພວກເຂົາເປັນເຫດຜົນ ແລະ ຂໍ້ອ້າງທີ່ຈະບໍ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ທີ່ຈະຕໍ່ຕ້ານພຣະອົງ”. ນີ້ຄືວິທີທີ່ພວກເຂົາປະຕິບັດຕໍ່ແນວຄິດຂອງພວກເຂົາ. ການປະຕິບັດແບບນີ້ແມ່ນການປະຕິບັດຄວາມຈິງບໍ? ນີ້ຄືການປະຕິບັດຄວາມຈິງຢ່າງແທ້ຈິງ. ເມື່ອພວກເຂົາເກີດມີແນວຄິດ, ພວກເຂົາບໍ່ໄດ້ປຽບທຽບພຣະເຈົ້າກັບແນວຄິດນັ້ນ ຫຼື ໃຊ້ແນວຄິດນັ້ນເພື່ອກວດສອບພຣະເຈົ້າ, ເພື່ອພິສູດວ່າພຣະເຈົ້າເປັນຈິງ ຫຼື ພຣະອົງມີຢູ່ຈິງ ຫຼື ບໍ່. ແທນທີ່ຈະເປັນແນວນັ້ນ, ພວກເຂົາກັບປະຖິ້ມແນວຄິດຂອງພວກເຂົາ ແລະ ພະຍາຍາມທີ່ຈະຍອມຮັບຄວາມຈິງ ແລະ ຮູ້ຈັກພຣະເຈົ້າ. ແຕ່ເຖິງແມ່ນວ່າພວກເຂົາພະຍາຍາມສຸດຄວາມສາມາດເພື່ອທີ່ຈະຮູ້ຈັກພຣະເຈົ້າ, ພວກເຂົາກໍຍັງບໍ່ສາມາດຮູ້ຈັກພຣະອົງໄດ້. ແລ້ວພວກເຂົາຈະເຮັດແນວໃດ? ພວກເຂົາກໍຍັງຄົງອ່ອນນ້ອມ. ພວກເຂົາເວົ້າວ່າ, “ພຣະເຈົ້າບໍ່ເຄີຍຜິດພາດ. ພຣະເຈົ້າເປັນພຣະເຈົ້າສະເໝີ. ພຣະເຈົ້າຄືຜູ້ທີ່ສະແດງອອກເຖິງຄວາມຈິງ. ພຣະເຈົ້າຄືແຫຼ່ງກຳເນີດຂອງຄວາມຈິງ”. ກ່ອນອື່ນ ພວກເຂົາວາງພຣະເຈົ້າໄວ້ໃນຕຳແໜ່ງຂອງພຣະເຈົ້າ ແລະ ວາງຕົນເອງໄວ້ໃນຕຳແໜ່ງຂອງສິ່ງທີ່ຖືກສ້າງ ເມື່ອຈັດການກັບແນວຄິດເຫຼົ່ານີ້. ສະນັ້ນ, ເຖິງແມ່ນວ່າພວກເຂົາຈະຍັງບໍ່ໄດ້ປະຖິ້ມແນວຄິດ ຫຼື ແກ້ໄຂພວກມັນ, ທັດສະນະຄະຕິແຫ່ງການອ່ອນນ້ອມຕໍ່ພຣະເຈົ້າຂອງພວກເຂົາກໍບໍ່ປ່ຽນແປງ. ທັດສະນະຄະຕິນີ້ປົກປ້ອງພວກເຂົາ, ເຮັດໃຫ້ພວກເຂົາຍັງຄົງເປັນທີ່ຍອມຮັບຂອງພຣະເຈົ້າໃນຖານະສິ່ງທີ່ຖືກສ້າງຕໍ່ໜ້າພຣະອົງ. ດັ່ງນັ້ນ, ແນວຄິດຂອງຄົນປະເພດນີ້ແກ້ໄຂໄດ້ງ່າຍບໍ? (ງ່າຍ.) ສິ່ງນີ້ບັນລຸໄດ້ແນວໃດ? ສົມມຸດວ່າພວກເຂົາເວົ້າແບບນີ້ເມື່ອພົບພໍ້ກັບສະຖານະການໃດໜຶ່ງ: “ການເວົ້າວ່າທຸກສິ່ງທີ່ພຣະເຈົ້າເຮັດຄືຄວາມຈິງ ແລະ ຖືກຕ້ອງ, ວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ບໍ່ສາມາດເຮັດຜິດພາດໄດ້, ນັ້ນບໍ່ແມ່ນສິ່ງທີ່ບໍ່ຖືກຕ້ອງບໍ? ເຖິງແມ່ນວ່າຈະມີຄົນເວົ້າວ່າພຣະເຈົ້າບໍ່ສາມາດເຮັດຜິດພາດໄດ້, ນີ້ກໍເປັນພຽງຄຳເວົ້າທາງທິດສະດີ. ໃນຄວາມເປັນຈິງແລ້ວ, ມີບາງສິ່ງທີ່ພຣະເຈົ້າເຮັດທີ່ບໍ່ຄຳນຶງເຖິງຄົນອື່ນ ແລະ ບໍ່ສອດຄ່ອງກັບຄວາມຮູ້ສຶກຂອງມະນຸດ. ຂ້ອຍຄິດວ່າເລື່ອງນີ້ບໍ່ຖືກຕ້ອງປານໃດ. ສຳລັບສິ່ງທີ່ບໍ່ຖືກຕ້ອງປານໃດ, ຂ້ອຍບໍ່ຈຳເປັນຕ້ອງອ່ອນນ້ອມ ຫຼື ຍອມຮັບພວກມັນ, ແມ່ນບໍ່? ເຖິງແມ່ນວ່າຂ້ອຍຈະບໍ່ປະຕິເສດພຣະນາມຂອງພຣະເຈົ້າ ຫຼື ຕົວຕົນຂອງພຣະອົງ, ແນວຄິດທີ່ຂ້ອຍສ້າງຂຶ້ນໃນຕອນນີ້ກໍໄດ້ເຮັດໃຫ້ຂ້ອຍມີຄວາມເຂົ້າໃຈເລິກເຊິ່ງຂຶ້ນ ແລະ ເຂົ້າໃຈພຣະເຈົ້າດີຂຶ້ນ, ພຣະເຈົ້າກໍເຮັດບາງສິ່ງຜິດພາດ ແລະ ມີບາງຄັ້ງທີ່ພຣະອົງເຮັດຜິດພາດເຊັ່ນກັນ. ສະນັ້ນ, ນັບແຕ່ນີ້ໄປ, ຂ້ອຍຈະບໍ່ເຊື່ອ ເມື່ອມີຄົນເວົ້າວ່າພຣະເຈົ້າຊອບທຳ, ສົມບູນແບບ ແລະ ບໍລິສຸດ. ຂ້ອຍຈະຕ້ອງໃສ່ເຄື່ອງໝາຍຄຳຖາມໄວ້ກັບຄຳເວົ້າເຫຼົ່ານີ້. ເຖິງແມ່ນວ່າພຣະເຈົ້າຈະເປັນພຣະຜູ້ສ້າງ ແລະ ຂ້ອຍສາມາດຍອມຮັບອຳນາດສູງສຸດຂອງພຣະອົງໄດ້, ໃນອະນາຄົດ ຂ້ອຍກໍຈຳເປັນຕ້ອງຍອມຮັບແບບເລືອກເຟັ້ນ ແລະ ບໍ່ສາມາດອ່ອນນ້ອມແບບຫຼັບຫູຫຼັບຕາໂດຍບໍ່ຮູ້ອີໂນອີເນໄດ້. ຖ້າຂ້ອຍອ່ອນນ້ອມຜິດເດ? ຂ້ອຍຈະບໍ່ເສຍປຽບບໍ? ຂ້ອຍບໍ່ສາມາດເປັນຄົນທີ່ອ່ອນນ້ອມຢ່າງໂງ່ຈ້າໄດ້”. ຖ້າພວກເຂົາປະຕິບັດຕໍ່ແນວຄິດ ແລະ ພຣະເຈົ້າດ້ວຍທັດສະນະຄະຕິນີ້, ພວກເຂົາຈະສາມາດປະຖິ້ມແນວຄິດຂອງພວກເຂົາໄດ້ຢ່າງງ່າຍດາຍບໍ? ການປະຕິບັດແບບນີ້ແມ່ນການປະຕິບັດຄວາມຈິງບໍ? (ບໍ່ແມ່ນ.) ຄວາມສຳພັນລະຫວ່າງພວກເຂົາກັບພຣະເຈົ້າບໍ່ໄດ້ກາຍເປັນບັນຫາບໍ? ພວກເຂົາບໍ່ໄດ້ກວດສອບພຣະເຈົ້າຢູ່ຕະຫຼອດເວລາບໍ? ພຣະເຈົ້າໄດ້ກາຍເປັນເປົ້າໝາຍໃນການກວດສອບຂອງພວກເຂົາ ແທນທີ່ຈະເປັນຜູ້ຊົງອຳນາດສູງສຸດທີ່ປົກຄອງຊະຕາກຳຂອງພວກເຂົາ. ເຖິງແມ່ນວ່າພວກເຂົາຈະຍອມຮັບຮູ້ວ່າພວກເຂົາເປັນສິ່ງທີ່ຖືກສ້າງພາຍໃຕ້ອຳນາດປົກຄອງຂອງພຣະຜູ້ສ້າງ, ສິ່ງທີ່ພວກເຂົາກຳລັງເຮັດບໍ່ແມ່ນການປະຕິບັດໜ້າທີ່ ແລະ ພັນທະຂອງສິ່ງທີ່ຖືກສ້າງ. ພວກເຂົາບໍ່ໄດ້ປະຕິບັດຕໍ່ພຣະຜູ້ສ້າງຈາກຈຸດຢືນດັ້ງເດີມຂອງພວກເຂົາໃນຖານະສິ່ງທີ່ຖືກສ້າງ ແຕ່ແທນທີ່ຈະເປັນແນວນັ້ນ ພວກເຂົາພັດຢືນຢູ່ຝ່າຍກົງກັນຂ້າມກັບພຣະຜູ້ສ້າງ, ກວດສອບພຣະຜູ້ສ້າງ ແລະ ໄຈ້ແຍກການກະທຳ ແລະ ພຶດຕິກຳຂອງພຣະຜູ້ສ້າງ, ເລືອກວ່າຈະອ່ອນນ້ອມ ແລະ ຍອມຮັບ ຫຼື ບໍ່ ໂດຍອີງໃສ່ການຕັດສິນໃຈຂອງຕົນເອງ. ທັດສະນະຄະຕິ ແລະ ວິທີການປະຕິບັດນີ້ແມ່ນການສະແດງອອກທີ່ຄົນທີ່ຍອມຮັບຄວາມຈິງຄວນມີບໍ? ແນວຄິດຂອງພວກເຂົາສາມາດແກ້ໄຂໄດ້ບໍ? (ບໍ່, ພວກມັນບໍ່ສາມາດແກ້ໄຂໄດ້.) ພວກມັນບໍ່ມີທາງແກ້ໄຂໄດ້ເລີຍ. ນີ້ກໍເພາະວ່າຄວາມສຳພັນຂອງພວກເຂົາກັບພຣະເຈົ້າໄດ້ຖືກບິດເບືອນ; ມັນບໍ່ແມ່ນຄວາມສຳພັນທີ່ປົກກະຕິ, ມັນບໍ່ແມ່ນຄວາມສຳພັນລະຫວ່າງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງ. ພວກເຂົາປະຕິບັດຕໍ່ພຣະເຈົ້າຄືກັບເປັນເປົ້າໝາຍໃນການກວດສອບ, ກວດສອບພຣະອົງຢູ່ຕະຫຼອດເວລາ. ພວກເຂົາຍອມຮັບສິ່ງທີ່ພວກເຂົາຄິດວ່າຖືກຕ້ອງ ແລະ ດີ, ແຕ່ພວກເຂົາຕໍ່ຕ້ານພາຍໃນ ແລະ ຂັດສູ້ກັບພຣະເຈົ້າກ່ຽວກັບສິ່ງທີ່ບໍ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງມະນຸດ ຫຼື ຄວາມມັກຂອງມະນຸດ ແລະ ກາຍເປັນຄົນຫ່າງເຫີນຈາກພຣະເຈົ້າ. ຄົນປະເພດນີ້ແມ່ນຄົນທີ່ຍອມຮັບຄວາມຈິງບໍ? ໃນທາງຜິວເຜີນ, ໃນເວລາທີ່ບໍ່ມີເຫດການໃດໆ ແລະ ບໍ່ມີແນວຄິດໃດໆກ່ຽວກັບພຣະເຈົ້າ, ພວກເຂົາສາມາດອ່ອນນ້ອມຕໍ່ພຣະທຳທີ່ພຣະເຈົ້າກ່າວ. ແຕ່ທັນທີທີ່ພວກເຂົາໄດ້ສ້າງແນວຄິດຂຶ້ນມາ, ການອ່ອນນ້ອມຂອງພວກເຂົາກໍຫາຍໄປ; ບໍ່ເຫັນຮ່ອງຮອຍ ແລະ ບໍ່ສາມາດນຳໄປປະຕິບັດໄດ້. ເກີດຫຍັງຂຶ້ນຢູ່ທີ່ນີ້? ເຫັນໄດ້ຊັດເຈນວ່າພວກເຂົາບໍ່ແມ່ນຄົນທີ່ປະຕິບັດຄວາມຈິງ. ພວກເຂົາບໍ່ຍອມຮັບພຣະເຈົ້າໃນຖານະແຫຼ່ງກຳເນີດຂອງຄວາມຈິງ ຫຼື ໃນຖານະຄວາມຈິງນັ້ນເອງ. ມັນເປັນເລື່ອງຍາກສຳລັບຄົນທີ່ບໍ່ຍອມຮັບຄວາມຈິງທີ່ຈະປະຖິ້ມ ຫຼື ແກ້ໄຂແນວຄິດຂອງພວກເຂົາ, ໂດຍບໍ່ຄຳນຶງວ່າແນວຄິດເຫຼົ່ານັ້ນຈະເກີດຂຶ້ນເມື່ອໃດ.
ເມື່ອເບິ່ງຈາກເນື້ອໃນຂອງການໂອ້ລົມຂ້າງເທິງ, ພວກເຈົ້າຄິດວ່າແນວຄິດປະເພດໃດແກ້ໄຂງ່າຍກວ່າກັນ? ມັນຂຶ້ນກັບສະຖານະການ. ສຳລັບຜູ້ທີ່ສາມາດຍອມຮັບຄວາມຈິງ, ຜູ້ທີ່ມີເຫດຜົນ ແລະ ເປັນຄົນທີ່ຖືກຕ້ອງ, ແນວຄິດຂອງພວກເຂົາແມ່ນແກ້ໄຂໄດ້ງ່າຍ ບໍ່ວ່າພວກມັນຈະເກີດຂຶ້ນເມື່ອໃດກໍຕາມ. ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງ, ແນວຄິດຂອງພວກເຂົາແມ່ນແກ້ໄຂໄດ້ຍາກ ບໍ່ວ່າມັນຈະເກີດຂຶ້ນເມື່ອໃດກໍຕາມ. ບາງຄົນໄດ້ເຊື່ອໃນພຣະເຈົ້າມາເປັນເວລາຊາວ ຫຼື ສາມສິບປີແລ້ວ ແລະ ແມ່ນແຕ່ຕອນນີ້ ກໍບໍ່ມີສິ່ງໃດທີ່ພວກເຂົາເວົ້າສອດຄ່ອງກັບຄວາມຈິງ; ມັນລ້ວນເປັນພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ແນວຄິດຂອງມະນຸດ. ພວກເຂົາບໍ່ເຂົ້າໃຈຄວາມຈິງໃດໆເລີຍ, ພວກເຂົາສາມາດປະຖິ້ມແນວຄິດຂອງພວກເຂົາໄດ້ບໍ ເມື່ອພວກມັນເກີດຂຶ້ນ? ເລື່ອງນີ້ເວົ້າໄດ້ຍາກ. ຖ້າພວກເຂົາບໍ່ຍອມຮັບຄວາມຈິງ, ພວກເຂົາກໍຈະບໍ່ສາມາດປະຖິ້ມແນວຄິດຂອງພວກເຂົາໄດ້. ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ຜູ້ຄົນຈະມີແນວຄິດ. ຈິດໃຈຂອງທຸກຄົນສາມາດສ້າງແນວຄິດຕ່າງໆໄດ້ທຸກເວລາ, ບໍ່ວ່າພວກມັນຈະມີມາແຕ່ເກີດ ຫຼື ເກີດຂຶ້ນຫຼັງເກີດ. ມີແນວຄິດຢູ່ໃນຫົວໃຈຂອງທຸກຄົນ, ໂດຍບໍ່ຄຳນຶງວ່າພວກເຂົາໄດ້ເຊື່ອໃນພຣະເຈົ້າມາຈັກປີແລ້ວ. ແລ້ວຄວນເຮັດແນວໃດ? ບັນຫານີ້ແກ້ໄຂບໍ່ໄດ້ເລີຍບໍ? ມັນສາມາດແກ້ໄຂໄດ້; ມີຫຼັກການສອງສາມຂໍ້ທີ່ຕ້ອງຈື່ໄວ້. ຫຼັກການເຫຼົ່ານີ້ສຳຄັນຫຼາຍ. ເມື່ອເຈົ້າພົບພໍ້ກັບສະຖານະການດັ່ງກ່າວ, ໃຫ້ປະຕິບັດຕາມຫຼັກການເຫຼົ່ານີ້. ຫຼັງຈາກທີ່ປະຕິບັດໄດ້ໄລຍະໜຶ່ງ, ເຈົ້າຈະເຫັນຜົນ ແລະ ເຈົ້າກໍຈະເຂົ້າສູ່ຄວາມຈິງຄວາມເປັນຈິງ. ເມື່ອແນວຄິດເກີດຂຶ້ນ, ບໍ່ວ່າຈະເປັນແນວຄິດໃດກໍຕາມ, ກ່ອນອື່ນ ໃຫ້ໄຕ່ຕອງ ແລະ ວິເຄາະໃນໃຈຂອງເຈົ້າວ່າຄວາມຄິດນີ້ຖືກຕ້ອງ ຫຼື ບໍ່. ຖ້າເຈົ້າຮູ້ສຶກຢ່າງຊັດເຈນວ່າຄວາມຄິດນີ້ບໍ່ຖືກຕ້ອງ ແລະ ບິດເບືອນ ແລະ ມັນໝິ່ນປະໝາດພຣະເຈົ້າ, ແລ້ວໃຫ້ອະທິຖານທັນທີ, ຂໍໃຫ້ພຣະເຈົ້າໃຫ້ຄວາມຮູ້ແຈ້ງ ແລະ ນຳພາເຈົ້າໃຫ້ຮັບຮູ້ແກ່ນແທ້ຂອງບັນຫານີ້ ແລະ ຫຼັງຈາກນັ້ນ, ໃຫ້ສົນທະນາຄວາມເຂົ້າໃຈຂອງເຈົ້າໃນລະຫວ່າງການເຕົ້າໂຮມ. ໃນຂະນະທີ່ໄດ້ຮັບຄວາມເຂົ້າໃຈ ແລະ ປະສົບກັບສິ່ງຕ່າງໆ, ໃຫ້ໃສ່ໃຈການແກ້ໄຂແນວຄິດຂອງເຈົ້າ. ຖ້າການປະຕິບັດດ້ວຍວິທີນີ້ບໍ່ບັນລຸຜົນທີ່ເຫັນໄດ້ຊັດເຈນ, ເຈົ້າກໍຄວນໂອ້ລົມກ່ຽວກັບຄວາມຈິງດ້ານນີ້ກັບຄົນທີ່ເຂົ້າໃຈຄວາມຈິງ, ພະຍາຍາມຂໍຄວາມຊ່ວຍເຫຼືອຈາກຄົນອື່ນ ແລະ ວິທີແກ້ໄຂຈາກພຣະທຳຂອງພຣະເຈົ້າ. ຜ່ານພຣະທຳຂອງພຣະເຈົ້າ ແລະ ປະສົບການຂອງເຈົ້າ, ເຈົ້າຈະຄ່ອຍໆ ພິສູດໄດ້ວ່າພຣະທຳຂອງພຣະເຈົ້າຖືກຕ້ອງ ແລະ ເຈົ້າຈະບັນລຸຜົນຮັບທີ່ຍິ່ງໃຫຍ່ກ່ຽວກັບບັນຫາການແກ້ໄຂແນວຄິດຂອງເຈົ້າເອງ. ໂດຍການຍອມຮັບ ແລະ ການປະສົບກັບພຣະທຳ ແລະ ວຽກງານດັ່ງກ່າວຈາກພຣະເຈົ້າ, ໃນທີ່ສຸດ ເຈົ້າກໍຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ມີຄວາມຮູ້ບາງຢ່າງກ່ຽວກັບອຸປະນິໄສຂອງພຣະເຈົ້າ ເຊິ່ງເຮັດໃຫ້ເຈົ້າສາມາດປະຖິ້ມ ແລະ ແກ້ໄຂແນວຄິດຂອງເຈົ້າໄດ້. ເຈົ້າຈະບໍ່ເຂົ້າໃຈຜິດ ຫຼື ລະວັງຕົວຕໍ່ພຣະເຈົ້າອີກຕໍ່ໄປ ແລະ ທັງຈະບໍ່ຮຽກຮ້ອງສິ່ງທີ່ບໍ່ສົມເຫດສົມຜົນ. ນີ້ແມ່ນສຳລັບແນວຄິດທີ່ສາມາດແກ້ໄຂໄດ້ງ່າຍ. ແຕ່ມີແນວຄິດອີກປະເພດໜຶ່ງທີ່ຍາກສຳລັບຜູ້ຄົນທີ່ຈະເຂົ້າໃຈ ແລະ ແກ້ໄຂໄດ້. ສຳລັບແນວຄິດທີ່ແກ້ໄຂໄດ້ຍາກ, ມີຫຼັກການໜຶ່ງທີ່ເຈົ້າຈຳເປັນຕ້ອງຍຶດໝັ້ນ: ຢ່າສະແດງອອກ ຫຼື ເຜີຍແຜ່ພວກມັນ ເພາະການສະແດງອອກແນວຄິດດັ່ງກ່າວບໍ່ໄດ້ເຮັດໃຫ້ເກີດຜົນດີຕໍ່ຄົນອື່ນ; ມັນຄືຂໍ້ເທັດຈິງຂອງການຕໍ່ຕ້ານພຣະເຈົ້າ. ຖ້າເຈົ້າເຂົ້າໃຈທຳມະຊາດ ແລະ ຜົນທີ່ຈະຕາມມາຂອງການເຜີຍແຜ່ແນວຄິດ, ເຈົ້າກໍຄວນປະເມີນມັນຢ່າງຊັດເຈນດ້ວຍຕົນເອງ ແລະ ລະເວັ້ນຈາກການເວົ້າຢ່າງບໍ່ລະມັດລະວັງ. ຖ້າເຈົ້າເວົ້າວ່າ “ການທີ່ບໍ່ໄດ້ເວົ້າໃນຄຣິສຕະຈັກເຮັດໃຫ້ຂ້ອຍອຶດອັດໃຈຫຼາຍ, ຂ້ອຍຮູ້ສຶກຄືກັບວ່າຈະລະເບີດອອກມາ”, ເຈົ້າຍັງຄວນພິຈາລະນາວ່າ ການເຜີຍແຜ່ແນວຄິດເຫຼົ່ານີ້ເປັນປະໂຫຍດຕໍ່ປະຊາກອນທີ່ພຣະເຈົ້າເລືອກຢ່າງແທ້ຈິງ ຫຼື ບໍ່. ຖ້າມັນບໍ່ເປັນປະໂຫຍດ ແລະ ສາມາດເຮັດໃຫ້ຄົນອື່ນມີແນວຄິດຕໍ່ພຣະເຈົ້າ ຫຼື ແມ່ນແຕ່ຕໍ່ຕ້ານ ແລະ ຕັດສິນພຣະເຈົ້າ, ເຈົ້າບໍ່ໄດ້ກຳລັງທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກບໍ? ເຈົ້າກຳລັງທຳຮ້າຍຜູ້ຄົນ; ມັນບໍ່ຕ່າງຫຍັງກັບການແຜ່ລະບາດຂອງພະຍາດລະບາດ. ຖ້າເຈົ້າມີເຫດຜົນຢ່າງແທ້ຈິງ, ເຈົ້າກໍຍອມທົນທຸກກັບຄວາມເຈັບປວດດ້ວຍຕົນເອງດີກວ່າທີ່ຈະເຜີຍແຜ່ແນວຄິດ ແລະ ທຳຮ້າຍຄົນອື່ນ. ແຕ່ຢ່າງໃດກໍຕາມ, ຖ້າເຈົ້າເຫັນວ່າມັນທໍລະມານທີ່ຈະອົດກັ້ນຄຳເວົ້າຂອງເຈົ້າໄວ້, ເຈົ້າກໍຄວນອະທິຖານຕໍ່ພຣະເຈົ້າ. ຖ້າບັນຫາໄດ້ຮັບການແກ້ໄຂ, ນັ້ນບໍ່ແມ່ນສິ່ງທີ່ດີບໍ? ຖ້າເຈົ້າຕັດສິນ ແລະ ເຂົ້າໃຈພຣະເຈົ້າຜິດດ້ວຍແນວຄິດຂອງເຈົ້າ ແມ່ນແຕ່ເມື່ອເຈົ້າອະທິຖານຕໍ່ພຣະອົງ, ເຈົ້າກໍພຽງຫາເລື່ອງໃສ່ຕົວເອງເທົ່ານັ້ນ. ເຈົ້າຄວນອະທິຖານຕໍ່ພຣະເຈົ້າແບບນີ້: “ຂ້າແດ່ພຣະເຈົ້າ, ຂ້ານ້ອຍມີຄວາມຄິດເຫຼົ່ານີ້ ແລະ ຂ້ານ້ອຍຢາກປະຖິ້ມພວກມັນ ແຕ່ຂ້ານ້ອຍເຮັດບໍ່ໄດ້. ກະລຸນາລົງວິໄນຂ້ານ້ອຍ, ເປີດເຜີຍຂ້ານ້ອຍຜ່ານສະພາບແວດລ້ອມຕ່າງໆ ແລະ ໃຫ້ຂ້ານ້ອຍຮັບຮູ້ວ່າແນວຄິດຂອງຂ້ານ້ອຍຜິດ. ບໍ່ວ່າພຣະອົງຈະລົງວິໄນຂ້ານ້ອຍແນວໃດ, ຂ້ານ້ອຍກໍເຕັມໃຈທີ່ຈະຍອມຮັບມັນ”. ແນວຄວາມຄິດນີ້ຖືກຕ້ອງ. ເມື່ອອະທິຖານຕໍ່ພຣະເຈົ້າດ້ວຍກອບຄວາມຄິດແບບນີ້ແລ້ວ, ເຈົ້າຈະບໍ່ຮູ້ສຶກອຶດອັດໜ້ອຍລົງບໍ? ຖ້າເຈົ້າສືບຕໍ່ອະທິຖານ ແລະ ສະແຫວງຫາ, ໄດ້ຮັບຄວາມຮູ້ແຈ້ງ ແລະ ແສງເຍືອງທາງຈາກພຣະເຈົ້າ, ເຈົ້າກໍຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ຫົວໃຈຂອງເຈົ້າກໍຈະກະຈ່າງແຈ້ງ, ເຈົ້າກໍຈະບໍ່ຮູ້ສຶກອຶດອັດອີກຕໍ່ໄປ. ແລ້ວບັນຫາຈະບໍ່ໄດ້ຮັບການແກ້ໄຂບໍ? ແນວຄິດ, ການຕໍ່ຕ້ານ ແລະ ຄວາມກະບົດຂອງເຈົ້າຕໍ່ພຣະເຈົ້າຈະຫາຍໄປເກືອບໝົດ; ຢ່າງໜ້ອຍທີ່ສຸດ, ເຈົ້າຈະບໍ່ຮູ້ສຶກວ່າຈຳເປັນຕ້ອງສະແດງພວກມັນອອກມາ. ຖ້າຍັງບໍ່ໄດ້ຜົນ ແລະ ບັນຫາຍັງບໍ່ໄດ້ຮັບການແກ້ໄຂຢ່າງສົມບູນ, ໃຫ້ຊອກຫາຄົນທີ່ມີປະສົບການເພື່ອຊ່ວຍເຈົ້າແກ້ໄຂແນວຄິດຂອງເຈົ້າ. ໃຫ້ພວກເຂົາຊອກຫາພຣະທຳຂອງພຣະເຈົ້າສອງສາມວັກທີ່ກ່ຽວຂ້ອງກັບການແກ້ໄຂແນວຄິດທີ່ເຈົ້າມີ ແລະ ອ່ານພຣະທຳເຫຼົ່ານັ້ນຫຼາຍສິບ ຫຼື ຫຼາຍຮ້ອຍເທື່ອ; ບາງເທື່ອແນວຄິດຂອງເຈົ້າຈະຖືກແກ້ໄຂຢ່າງເຖິງຖອງ. ບາງຄົນອາດຈະເວົ້າວ່າ “ຖ້າຂ້ອຍສະແດງອອກແນວຄິດໃນລະຫວ່າງການເຕົ້າໂຮມກັບອ້າຍເອື້ອຍນ້ອງ, ນັ້ນກໍຈະເປັນການເຜີຍແຜ່ແນວຄິດ, ສະນັ້ນ ຂ້ອຍເຮັດບໍ່ໄດ້. ແຕ່ການອົດກັ້ນມັນໄວ້ກໍເຮັດໃຫ້ຮູ້ສຶກອຶດອັດໃຈຫຼາຍ. ຂ້ອຍສາມາດເວົ້າເລື່ອງນີ້ກັບຄອບຄົວຂອງຂ້ອຍໄດ້ບໍ?” ຖ້າສະມາຊິກຄອບຄົວຂອງເຈົ້າເປັນອ້າຍເອື້ອຍນ້ອງໃນຄວາມເຊື່ອເຊັ່ນກັນ, ການສະແດງອອກແນວຄິດເຫຼົ່ານີ້ຕໍ່ພວກເຂົາກໍຈະເປັນການລົບກວນພວກເຂົາເຊັ່ນກັນ. ການເຮັດແບບນີ້ເໝາະສົມບໍ? (ບໍ່.) ຖ້າສິ່ງທີ່ເຈົ້າເວົ້າຈະມີຜົນກະທົບທີ່ເປັນຜົນຮ້າຍຕໍ່ຄົນອື່ນ, ເປັນການທຳຮ້າຍ ແລະ ນຳພາພວກເຂົາຢ່າງຜິດໆ, ເຈົ້າກໍຕ້ອງບໍ່ເວົ້າມັນຢ່າງເດັດຂາດ. ແທນທີ່ຈະເປັນແນວນັ້ນ, ໃຫ້ອະທິຖານຕໍ່ພຣະເຈົ້າເພື່ອແກ້ໄຂບັນຫາ. ຕາບໃດທີ່ເຈົ້າອະທິຖານ ແລະ ກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຫົວໃຈທີ່ເຄົາລົບຢຳເກງ, ດ້ວຍຫົວໃຈທີ່ຫິວໂຫຍ ແລະ ກະຫາຍຄວາມຊອບທຳ, ແນວຄິດຂອງເຈົ້າກໍສາມາດແກ້ໄຂໄດ້. ພຣະທຳຂອງພຣະເຈົ້າບັນຈຸຄວາມຈິງທີ່ຄົບຖ້ວນ; ພວກມັນສາມາດແກ້ໄຂບັນຫາໃດກໍໄດ້. ມັນຂຶ້ນກັບວ່າເຈົ້າສາມາດຍອມຮັບຄວາມຈິງ ແລະ ເຕັມໃຈທີ່ຈະປະຕິບັດພຣະທຳຂອງພຣະເຈົ້າ ຫຼື ບໍ່ ແລະ ເຈົ້າສາມາດປະຖິ້ມແນວຄິດຂອງຕົນເອງໄດ້ ຫຼື ບໍ່. ຖ້າເຈົ້າເຊື່ອວ່າພຣະທຳຂອງພຣະເຈົ້າບັນຈຸຄວາມຈິງທີ່ຄົບຖ້ວນ, ເຈົ້າກໍຄວນອະທິຖານຕໍ່ພຣະເຈົ້າ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາເມື່ອພວກມັນເກີດຂຶ້ນ. ຖ້າຫຼັງຈາກທີ່ອະທິຖານໄດ້ໄລຍະໜຶ່ງ, ເຈົ້າຍັງບໍ່ຮູ້ສຶກວ່າໄດ້ຮັບຄວາມຮູ້ແຈ້ງຈາກພຣະເຈົ້າ ແລະ ບໍ່ໄດ້ຮັບພຣະທຳທີ່ຊັດເຈນຈາກພຣະເຈົ້າກ່ຽວກັບສິ່ງທີ່ຕ້ອງເຮັດ ແຕ່ໂດຍບໍ່ຮູ້ຕົວ, ແນວຄິດຂອງເຈົ້າກໍບໍ່ໄດ້ສົ່ງຜົນກະທົບຕໍ່ຈິດໃຈຂອງເຈົ້າອີກຕໍ່ໄປ, ບໍ່ໄດ້ລົບກວນຊີວິດຂອງເຈົ້າ, ຄ່ອຍໆຈາງຫາຍໄປ, ບໍ່ໄດ້ສົ່ງຜົນກະທົບຕໍ່ຄວາມສຳພັນທີ່ປົກກະຕິຂອງເຈົ້າກັບພຣະເຈົ້າ ແລະ ແນ່ນອນວ່າບໍ່ໄດ້ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ, ໂດຍພື້ນຖານແລ້ວ ແນວຄິດນີ້ ບໍ່ໄດ້ຖືກແກ້ໄຂແລ້ວບໍ? (ແມ່ນແລ້ວ.) ນີ້ຄືແນວທາງແຫ່ງການປະຕິບັດ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?