ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16) ສ່ວນທີ ສາມ

2. ວິທີປະຕິບັດຕໍ່ຄົນທີ່ເຜີຍແຜ່ແນວຄິດ

ຈະເກີດຜົນສະທ້ອນຫຍັງຂຶ້ນ ເມື່ອມີຄົນໃນຄຣິສຕະຈັກເຜີຍແຜ່ແນວຄິດ ແລະ ຄວາມບໍ່ພໍໃຈຕໍ່ພຣະເຈົ້າ? ມັນສົ່ງຜົນກະທົບໂດຍກົງຕໍ່ຜົນຮັບຂອງຊີວິດຄຣິສຕະຈັກບໍ? ມັນລົບກວນຊີວິດຄຣິສຕະຈັກທີ່ເປັນປົກກະຕິ ແລະ ວຽກງານຂອງຄຣິສຕະຈັກບໍ? (ລົບກວນ.) ສິ່ງນີ້ສົ່ງຜົນກະທົບຕໍ່ຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ ແລະ ສົ່ງຜົນກະທົບຕໍ່ຄວາມສາມາດຂອງພວກເຂົາໃນການປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິ. ສະນັ້ນ, ຜູ້ທີ່ເຜີຍແຜ່ແນວຄິດຕ້ອງຖືກຈຳກັດ. ເຖິງແມ່ນວ່າພວກເຂົາຈະກ່າວເຖິງສິ່ງດັ່ງກ່າວພຽງບາງຄັ້ງຄາວ, ພວກເຂົາກໍຈຳເປັນຕ້ອງຖືກຈຳກັດ ແລະ ຖືກແຍກແຍະ; ໃຫ້ເບິ່ງວ່າພວກເຂົາມີຄວາມເປັນມະນຸດແບບໃດ, ບໍ່ວ່າການເຜີຍແຜ່ແນວຄິດຂອງພວກເຂົາເປັນຍ້ອນຄວາມຄິດລົບ ແລະ ຄວາມອ່ອນແອຊົ່ວຄາວ ຫຼື ມັນເປັນຍ້ອນບັນຫາກ່ຽວກັບທຳມະຊາດ-ແກ່ນແທ້ຂອງພວກເຂົາ, ຖ້າພວກເຂົາບໍ່ໄລ່ຕາມຄວາມຈິງຢ່າງສະໝໍ່າສະເໝີ ແລະ ເຜີຍແຜ່ແນວຄິດໂດຍເຈດຕະນາ ເພື່ອເຮັດໃຫ້ຫຼົງຜິດ ແລະ ລົບກວນຜູ້ຄົນຈຳນວນຫຼາຍຂຶ້ນ ແລະ ທຳລາຍຊີວິດຄຣິສຕະຈັກ. ຖ້າມັນເປັນພຽງຄວາມຄິດລົບ ແລະ ຄວາມອ່ອນແອໃນບາງຄັ້ງຄາວ, ມັນກໍພຽງພໍແລ້ວທີ່ຈະສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາຜ່ານການໂອ້ລົມຄວາມຈິງ. ຖ້າພວກເຂົາບໍ່ຟັງຄຳແນະນຳ ແລະ ສືບຕໍ່ເຜີຍແຜ່ແນວຄິດ ແລະ ລົບກວນຊີວິດຄຣິສຕະຈັກ, ຈົນເຖິງຂັ້ນເຮັດໃຫ້ຄົນອື່ນກາຍເປັນຄົນຄິດລົບ ແລະ ອ່ອນແອ, ສົ່ງຜົນກະທົບຕໍ່ຄວາມສາມາດຂອງພວກເຂົາໃນການປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິ, ແລ້ວນັ້ນໝາຍຄວາມວ່າພວກເຂົາເປັນຄົນຮັບໃຊ້ຂອງຊາຕານ ແລະ ຄວນຖືກກຳຈັດອອກຕາມຫຼັກການ. ເປັນຫຍັງຈຶ່ງບໍ່ໃຫ້ໂອກາດພວກເຂົາອີກ? ພວກເຈົ້າຄິດວ່າຄົນປະເພດນີ້ແມ່ນຜູ້ບໍ່ເຊື່ອບໍ? (ແມ່ນແລ້ວ.) ບໍ່ວ່າຄວາມເປັນມະນຸດຂອງພວກເຂົາຈະເປັນແນວໃດ, ຄົນປະເພດນີ້ກໍແມ່ນຜູ້ບໍ່ເຊື່ອ. ຜູ້ບໍ່ເຊື່ອແມ່ນປຽບເໝືອນເຂົ້າລະມາບທີ່ປົນກັບເຂົ້າສາລີ, ພວກເຂົາຄວນຖືກຖອນອອກ. ຖ້າພວກເຂົາພຽງແຕ່ສະແດງອອກເຖິງການສະແດງອອກບາງຢ່າງຂອງຜູ້ບໍ່ເຊື່ອ ແລະ ບໍ່ໄດ້ກໍ່ໃຫ້ເກີດການລົບກວນໃນຊີວິດຄຣິສຕະຈັກ ແລະ ຍັງສາມາດຮັບໃຊ້ເປັນເພື່ອນຂອງຄຣິສຕະຈັກ ແລະ ໃຫ້ການບໍລິການໄດ້, ພວກເຂົາກໍສາມາດຖືກປ່ອຍໄວ້ໄດ້. ແຕ່ຜູ້ທີ່ເຜີຍແຜ່ແນວຄິດຢູ່ຕະຫຼອດເວລານັ້ນ ມັກຈະສະແດງອອກເຖິງທັດສະນະ ແລະ ຄຳເຫັນຂອງຜູ້ບໍ່ເຊື່ອຢູ່ສະເໝີ. ພວກເຂົາບໍ່ໄດ້ເວົ້າສິ່ງຕ່າງໆແບບຊະຊາຍ; ຈຸດປະສົງຂອງພວກເຂົາຄືການປຸກລະດົມ, ເຮັດໃຫ້ຫຼົງຜິດ ແລະ ດຶງດູດຄົນຈຳນວນຫຼາຍຂຶ້ນໃຫ້ຕີຕົວອອກຫ່າງຈາກພຣະເຈົ້າ. ເຈດຕະນາຂອງພວກເຂົາຄື: “ຖ້າຂ້ອຍບໍ່ໄດ້ຮັບພອນ, ຂ້ອຍກໍຈະບໍ່ເຊື່ອອີກຕໍ່ໄປ. ພວກເຈົ້າທັງຫຼາຍກໍຢ່າຫວັງວ່າຈະໄດ້ຮັບພອນ ແລະ ພວກເຈົ້າກໍບໍ່ຄວນເຊື່ອຄືກັນ! ຖ້າພວກເຈົ້າສືບຕໍ່ເຊື່ອ, ຈະເປັນແນວໃດ ຖ້າພວກເຈົ້າຍັງຄົງຢືນຢັດ ແລະ ໃນທີ່ສຸດກໍໄດ້ຮັບພອນໃນມື້ໃດມື້ໜຶ່ງ, ນັ້ນຈະບໍ່ເຮັດໃຫ້ຂ້ອຍຕົກຢູ່ໃນທີ່ນັ່ງລຳບາກບໍ? ແລ້ວໃນໃຈຂອງຂ້ອຍຈະຍອມຮັບໄດ້ແນວໃດ? ແບບນັ້ນບໍ່ໄດ້. ເພື່ອຫຼີກລ່ຽງຄວາມເສຍໃຈໃນອະນາຄົດ, ຂ້ອຍຈະລົບກວນພວກເຈົ້າ ແລະ ເຮັດໃຫ້ຄວາມເຊື່ອຂອງພວກເຈົ້າສັ່ນຄອນ, ເຮັດໃຫ້ພວກເຈົ້າຕີຕົວອອກຫ່າງຈາກພຣະເຈົ້າ, ທໍລະຍົດຕໍ່ພຣະເຈົ້າ ແລະ ອອກຈາກຄຣິສຕະຈັກໄປກັບຂ້ອຍ, ນັ້ນຄືຈະດີທີ່ສຸດ”. ນີ້ຄືຈຸດປະສົງຂອງພວກເຂົາ. ຜູ້ບໍ່ເຊື່ອປະເພດນີ້ບໍ່ຄວນຖືກກຳຈັດອອກບໍ? (ຄວນ.) ພວກເຂົາຄວນຖືກກຳຈັດອອກ. ຖ້າຜູ້ບໍ່ເຊື່ອບາງຄົນເຊົາເຊື່ອ, ຄຣິສຕະຈັກກໍຈະພຽງແຕ່ເອົາໜັງສືພຣະທຳຂອງພຣະເຈົ້າຂອງພວກເຂົາຄືນ ແລະ ລຶບຊື່ອອກ. ຍັງມີຜູ້ບໍ່ເຊື່ອຄົນອື່ນໆທີ່ມີຄວາມຮູ້ສຶກທີ່ດີບາງຢ່າງກ່ຽວກັບການເຊື່ອໃນພຣະເຈົ້າ ແລະ ຕໍ່ຜູ້ເຊື່ອ. ພວກເຂົາບໍ່ໄດ້ມີບົດບາດທີ່ດີໃນຄຣິສຕະຈັກ; ພວກເຂົາພຽງແຕ່ຊ່ວຍເຫຼືອເປັນບາງຄັ້ງຄາວໃນຖານະເພື່ອນຂອງຄຣິສຕະຈັກ. ຄົນປະເພດນີ້, ເຖິງແມ່ນວ່າພວກເຂົາຈະບໍ່ໄລ່ຕາມຄວາມຈິງ ຫຼື ໂອ້ລົມຄວາມຈິງ, ພວກເຂົາກໍບໍ່ໄດ້ເຜີຍແຜ່ແນວຄິດ ຫຼື ລົບກວນຊີວິດຄຣິສຕະຈັກ. ຕາບໃດທີ່ພວກເຂົາສາມາດຮັບໃຊ້ໄດ້ໜ້ອຍໜຶ່ງ, ພວກເຂົາກໍຄວນໄດ້ຮັບອະນຸຍາດໃຫ້ຢູ່ໃນຄຣິສຕະຈັກ ແລະ ບໍ່ຈຳເປັນຕ້ອງຖືກກຳຈັດອອກ. ແຕ່ຢ່າງໃດກໍຕາມ, ສຳລັບຜູ້ບໍ່ເຊື່ອເຫຼົ່ານັ້ນທີ່ເຜີຍແຜ່ແນວຄິດຢູ່ຕະຫຼອດ, ພວກເຂົາບໍ່ຄວນໄດ້ຮັບຄວາມເມດຕາໃດໆ. ພວກເຂົາເຜີຍແຜ່ແນວຄິດ ແລະ ຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າ, ລົບກວນຊີວິດຄຣິສຕະຈັກ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ. ຜູ້ບໍ່ເຊື່ອເຫຼົ່ານີ້ແມ່ນຄົນຮັບໃຊ້ຂອງຊາຕານ. ພວກເຂົາມີແນວຄິດ; ແຕ່ຢ່າງໃດກໍຕາມ, ບໍ່ພຽງແຕ່ພວກເຂົາບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂແນວຄິດເຫຼົ່ານັ້ນ, ແຕ່ພວກເຂົາຍັງເຜີຍແຜ່ແນວຄິດຂອງພວກເຂົາ ເພື່ອເຮັດໃຫ້ປະຊາກອນທີ່ພຣະເຈົ້າເລືອກຫຼົງຜິດ. ພວກເຂົາທໍລະຍົດຕໍ່ພຣະເຈົ້າ ແລະ ຕ້ອງການລາກຄົນອື່ນຈຳນວນໜຶ່ງໃຫ້ພິນາດໄປພ້ອມກັບພວກເຂົາ. ດ້ວຍເຈດຕະນາປະເພດນີ້ເອງທີ່ພວກເຂົາລົບກວນວຽກງານຂອງຄຣິສຕະຈັກ. ພຣະເຈົ້າສາມາດໃຫ້ອະໄພພວກເຂົາໄດ້ບໍ? ບໍ່, ພວກເຂົາບໍ່ຄວນຖືກລະເວັ້ນ. ນີ້ບໍ່ແມ່ນເລື່ອງຂອງການຕ້ອງຈຳກັດ ຫຼື ແຍກພວກເຂົາອອກ; ພວກເຂົາຕ້ອງຖືກສະລ້າງອອກ ແລະ ຖືກລຶບຊື່ອອກຕະຫຼອດໄປ, ໂດຍບໍ່ມີການປານີໃດໆທັງສິ້ນ!

ໃນຄຣິສຕະຈັກ, ມີບາງຄົນບໍ່ເຄີຍໄລ່ຕາມຄວາມຈິງ ແລະ ບໍ່ເຄີຍເຂົ້າໃຈວ່າພຣະເຈົ້າເຮັດວຽກເພື່ອຊ່ວຍຄົນໃຫ້ລອດພົ້ນແນວໃດ. ຫຼັງຈາກທີ່ໄດ້ມີປະສົບການກັບບາງສິ່ງ, ພວກເຂົາກໍເກີດມີຄວາມເຂົ້າໃຈຜິດ, ການຕໍ່ຕ້ານ ແລະ ການຈົ່ມວ່າຕໍ່ພຣະເຈົ້າ; ບາງສິ່ງທີ່ພວກເຂົາເວົ້າ ແລະ ເຮັດກໍເປັນການເຜີຍແຜ່ແນວຄິດ. ແນວຄິດທີ່ພວກເຂົາເຜີຍແຜ່ນັ້ນບໍ່ແມ່ນພຽງແຕ່ການບ່ຽງເບນໃນການຢັ່ງຮູ້ພຣະທຳ ແລະ ວຽກງານຂອງພຣະເຈົ້າ ຫຼື ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ. ບາງຢ່າງກໍຮ້າຍແຮງກວ່ານັ້ນ, ເປັນການປະຕິເສດໂດຍກົງວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ, ພວກເຂົາເວົ້າຄັດຄ້ານ ແລະ ກ່າວໂທດພຣະເຈົ້າຢ່າງສິ້ນເຊີງ. ແລ້ວແນວຄິດອື່ນໆ ທີ່ພວກເຂົາເຜີຍແຜ່ກໍເຖິງກັບໂຈມຕີ ແລະ ໝິ່ນປະໝາດພຣະເຈົ້າຢ່າງເປີດເຜີຍ. ພວກເຂົາບໍ່ໄດ້ກຳລັງໄຈ້ແຍກ ຫຼື ພະຍາຍາມທີ່ຈະຮູ້ຈັກຄວາມເສື່ອມຊາມ ແລະ ການກະບົດຂອງຕົນເອງ ດ້ວຍຫົວໃຈແຫ່ງການອ່ອນນ້ອມ, ໃນຖານະທີ່ເປັນສິ່ງທີ່ຖືກສ້າງ ຫຼື ຜູ້ຕິດຕາມພຣະເຈົ້າ ແລະ ທັງບໍ່ໄດ້ຍອມຮັບຄວາມຈິງ ແລະ ໂອ້ລົມກ່ຽວກັບຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ການຢັ່ງຮູ້ຂອງພວກເຂົາກ່ຽວກັບເຈດຕະນາຂອງພຣະອົງ. ແນວຄິດທີ່ພວກເຂົາສະແດງອອກແມ່ນກົງກັນຂ້າມຢ່າງສິ້ນເຊີງກັບຄວາມເຂົ້າໃຈໃນທາງບວກເຫຼົ່ານີ້. ເມື່ອຄົນອື່ນໄດ້ຍິນແນວຄິດຂອງພວກເຂົາ, ພວກເຂົາກໍບໍ່ໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າ ແລະ ທັງບໍ່ໄດ້ພັດທະນາຄວາມເຊື່ອທີ່ແທ້ຈິງ ແລະ ແນ່ນອນວ່າຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍບໍ່ໄດ້ເຕີບໂຕຂຶ້ນເຊັ່ນກັນ. ແທນທີ່ຈະເປັນແນວນັ້ນ, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍກາຍເປັນເລື່ອນລອຍ, ຫຼຸດໜ້ອຍຖອຍລົງ ຫຼື ແມ່ນແຕ່ສູນເສຍໄປທັງໝົດ. ໃນເວລາດຽວກັນ, ວິໄສທັດກ່ຽວກັບພາລະກິດຂອງພຣະເຈົ້າກໍກາຍເປັນມົວໝອງສຳລັບພວກເຂົາ. ຍິ່ງຜູ້ຄົນຟັງແນວຄິດທີ່ພວກເຂົາເຜີຍແຜ່ຫຼາຍເທົ່າໃດ, ຫົວໃຈຂອງພວກເຂົາກໍຍິ່ງສັບສົນຫຼາຍເທົ່ານັ້ນ, ຈົນເຖິງຂັ້ນທີ່ພວກເຂົາຮູ້ສຶກບໍ່ແນ່ໃຈວ່າເປັນຫຍັງພວກເຂົາຈຶ່ງຄວນເຊື່ອໃນພຣະເຈົ້າ ແລະ ພວກເຂົາກໍເລີ່ມສົງໄສວ່າມີພຣະເຈົ້າຢູ່ຈິງ ຫຼື ບໍ່. ບໍ່ວ່າພຣະທຳຂອງພຣະເຈົ້າຈະແມ່ນຄວາມຈິງ ຫຼື ບໍ່, ບໍ່ວ່າພຣະທຳ ແລະ ພາລະກິດຂອງພຣະເຈົ້າຈະສາມາດເຮັດໃຫ້ບໍລິສຸດ ແລະ ຊ່ວຍຄົນໃຫ້ລອດພົ້ນໄດ້ ຫຼື ບໍ່ ແລະ ເລື່ອງອື່ນໆ ເຊັ່ນນັ້ນ, ທັງໝົດນີ້ກໍກາຍເປັນສິ່ງທີ່ມົວໝອງ ແລະ ໜ້າສົງໄສສຳລັບພວກເຂົາ. ເມື່ອຜູ້ຄົນໄດ້ຍິນແນວຄິດ ແລະ ຄວາມເຂົ້າໃຈຜິດທີ່ເຜີຍແຜ່ໂດຍບຸກຄົນປະເພດນີ້, ພວກເຂົາກໍເລີ່ມສົງໄສ ແລະ ລະວັງຕົວຕໍ່ພຣະເຈົ້າ; ພວກເຂົາເລີ່ມກຳນົດຂອບເຂດພຣະເຈົ້າໃນຫົວໃຈຂອງພວກເຂົາ, ເກີດມີຄວາມເຂົ້າໃຈຜິດ ແລະ ການຈົ່ມວ່າຕໍ່ພຣະເຈົ້າ ແລະ ເຖິງກັບຕີຕົວອອກຫ່າງຈາກພຣະເຈົ້າພາຍໃນໃຈ. ສິ່ງນີ້ເປັນບັນຫາຫຼາຍ. ເມື່ອພວກເຂົາມີຄວາມຄິດ, ທັດສະນະ, ແຜນການ ແລະ ແບບແຜນທີ່ເປັນລົບເຫຼົ່ານີ້, ມັນກໍຈະກາຍເປັນທີ່ຊັດເຈນວ່າ ຂໍ້ມູນ ແລະ ຄຳເຫັນທີ່ພວກເຂົາໄດ້ຮັບເອົານັ້ນບໍ່ສອດຄ່ອງກັບຄວາມຕ້ອງການຂອງຄວາມເປັນມະນຸດທີ່ປົກກະຕິ, ຍິ່ງບໍ່ຕ້ອງເວົ້າເຖິງຄວາມຈິງ, ເປັນທີ່ແນ່ນອນໜຶ່ງຮ້ອຍເປີເຊັນວ່າມັນມາຈາກຊາຕານ. ໂດຍບໍ່ຄຳນຶງເຖິງເຈດຕະນາ ຫຼື ແຮງຈູງໃຈຂອງຜູ້ທີ່ເຜີຍແຜ່ແນວຄິດ, ບໍ່ວ່າພວກເຂົາຈະເຜີຍແຜ່ຄວາມເຊື່ອຜິດໆ ແລະ ຂ່າວລືທີ່ບໍ່ມີມູນຄວາມຈິງໂດຍເຈດຕະນາ ຫຼື ບໍ່ເຈດຕະນາກໍຕາມ, ຕາບໃດທີ່ພວກເຂົາກໍ່ໃຫ້ເກີດຜົນກະທົບທີ່ເສຍຫາຍໃນຄຣິສຕະຈັກ, ພວກເຂົາກໍຄວນຖືກຈຳກັດ. ແນ່ນອນວ່າ ຖ້າຄົນປະເພດນີ້ຖືກຄົ້ນພົບ ແລະ ຖືກແຍກແຍະຢູ່ນອກຊີວິດຄຣິສຕະຈັກ, ພວກເຂົາກໍຄວນຖືກຢຸດຢັ້ງ ແລະ ຖືກຈຳກັດໂດຍທັນທີເຊັ່ນກັນ. ຖ້າຄົນໃດໜຶ່ງທີ່ເຂົ້າໃຈຄວາມຈິງສາມາດໃຊ້ພຣະທຳຂອງພຣະເຈົ້າ ຫຼື ຄວາມເຂົ້າໃຈຂອງຕົນເອງ ເພື່ອໂຕ້ແຍ້ງ ແລະ ເປີດໂປງຜູ້ທີ່ເຜີຍແຜ່ສິ່ງດັ່ງກ່າວ, ຊ່ວຍເຫຼືອອ້າຍເອື້ອຍນ້ອງໃຫ້ແຍກແຍະພວກເຂົາ, ສິ່ງນີ້ກໍຍິ່ງດີກວ່າ. ນີ້ຄືການຕໍ່ສູ້ກັບຊາຕານ. ຖ້າເຈົ້າຂາດຄວາມເຕີບໂຕ, ເຈົ້າກໍຄວນຮຽນຮູ້ທີ່ຈະແຍກແຍະ ແລະ ຢູ່ຫ່າງຈາກພວກເຂົາ. ຖ້າເຈົ້າມີຄວາມເຕີບໂຕ, ເຈົ້າກໍຄວນເປີດໂປງພວກເຂົາ. ພວກເຈົ້າກ້າເຮັດສິ່ງນີ້ບໍ? ພວກເຈົ້າຮູ້ວິທີເຮັດສິ່ງນີ້ບໍ? ສິ່ງນີ້ເປີດເຜີຍໃຫ້ເຫັນໄດ້ດີທີ່ສຸດວ່າ ຄົນໃດໜຶ່ງມີຄວາມຈິງຄວາມເປັນຈິງ ຫຼື ບໍ່. ເມື່ອຜູ້ເຊື່ອໃໝ່ບາງຄົນໄດ້ຍິນແນວຄິດ ແລະ ຄວາມເຂົ້າໃຈຜິດທີ່ຄົນປະເພດນີ້ເຜີຍແຜ່ກ່ຽວກັບພຣະເຈົ້າ, ພວກເຂົາກໍຕົກໃຈ ແລະ ເວົ້າວ່າ, “ຄົນທີ່ເຊື່ອໃນພຣະເຈົ້າຈະເວົ້າແບບນີ້ໄດ້ແນວໃດ?” ຖ້າຜູ້ຄົນທີ່ບໍ່ມີພື້ນຖານໄດ້ຍິນແນວຄິດ ແລະ ຄຳເວົ້າທີ່ຫຼອກລວງເຫຼົ່ານີ້, ພວກເຂົາຈະກາຍເປັນຄົນຄິດລົບ ແລະ ອ່ອນແອບໍ? ພວກເຂົາຈະຍອມຮັບຄຳເວົ້າທີ່ຫຼອກລວງເຫຼົ່ານີ້ບໍ? ພວກເຂົາຈະຖືກເຮັດໃຫ້ຫຼົງຜິດ ແລະ ອອກຈາກຄຣິສຕະຈັກບໍ? ສິ່ງເຫຼົ່ານີ້ລ້ວນແຕ່ເປັນໄປໄດ້. ເມື່ອຄົນທີ່ເຜີຍແຜ່ແນວຄິດເວົ້າວ່າ, “ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ”, ໂດຍບໍ່ຄຳນຶງວ່າພວກເຂົາຢູ່ໃນສະພາວະແບບໃດ ເມື່ອພວກເຂົາເວົ້າສິ່ງນີ້, ມັນກໍຊີ້ໃຫ້ເຫັນວ່າພວກເຂົາໄດ້ສູນເສຍຄວາມເຊື່ອໃນພຣະເຈົ້າຢ່າງສິ້ນເຊີງ ແລະ ເປັນຜູ້ບໍ່ເຊື່ອ. ໂດຍບໍ່ຄຳນຶງເຖິງຈຸດປະສົງຂອງພວກເຂົາໃນການເຜີຍແຜ່ຄຳເວົ້າດັ່ງກ່າວ, ເຈົ້າສາມາດໄດ້ຮັບການເສີມສ້າງໃດໆຈາກການໄດ້ຍິນຄຳເວົ້າເຫຼົ່ານັ້ນບໍ? (ບໍ່.) ເມື່ອເຈົ້າອ່ອນແອ ແລະ ໄດ້ຍິນຄຳເວົ້າເຫຼົ່ານີ້, ເຈົ້າອາດຈະຮູ້ສຶກວ່າ, “ຄົນຜູ້ນີ້ມີຄວາມທຸກຄືກັນກັບຂ້ອຍ; ເມື່ອພວກເຂົາເວົ້າກ່ຽວກັບແນວຄິດຂອງພວກເຂົາ, ມັນກໍຄືກັບວ່າພວກເຂົາກຳລັງເວົ້າແທນຄວາມຄິດໃນໃຈຂອງຂ້ອຍ”. ແຕ່ຢ່າງໃດກໍຕາມ, ຖ້າຄົນທີ່ມີຄວາມເຊື່ອໄດ້ຍິນຄຳເວົ້າເຫຼົ່ານີ້, ພວກເຂົາກໍຈະຄິດວ່າ, “ນີ້ມັນເປັນການກະບົດທີ່ອຸກອາດແທ້ໆ! ຄຳເວົ້າແບບນີ້ຈະເວົ້າອອກມາໄດ້ແນວໃດ? ນີ້ບໍ່ແມ່ນການໝິ່ນປະໝາດພຣະເຈົ້າບໍ? ຂ້ອຍບໍ່ກ້າເວົ້າສິ່ງດັ່ງກ່າວ, ເພາະມັນລ່ວງເກີນອຸປະນິໄສຂອງພຣະເຈົ້າ!” ຄວາມຈິງທີ່ວ່າພວກເຂົາສາມາດເຜີຍແຜ່ແນວຄິດເຫຼົ່ານີ້ໄດ້ຊີ້ໃຫ້ເຫັນວ່າແນວຄິດເຫຼົ່ານີ້ໄດ້ເກີດຂຶ້ນມາດົນແລ້ວ ແລະ ໄດ້ຝັງຮາກຢູ່ໃນຫົວໃຈຂອງພວກເຂົາແລ້ວ. ຖ້າແນວຄິດດັ່ງກ່າວຫາກໍເລີ່ມກໍ່ຕົວຂຶ້ນ ແລະ ຍັງຢູ່ໃນໄລຍະກຳລັງແຕກໜໍ່ ແລະ ພວກມັນຍັງບໍ່ທັນພັດທະນາເປັນແນວຄິດຢ່າງເຕັມທີ່, ຕາບໃດທີ່ຄົນໃດໜຶ່ງບໍ່ເວົ້າພວກມັນອອກມາ ແລະ ຍັງບໍ່ທັນໄດ້ເຮັດໃຫ້ຫຼົງຜິດ ຫຼື ລົບກວນຄົນອື່ນ, ສິ່ງນີ້ກໍສະແດງໃຫ້ເຫັນວ່າພວກເຂົາມີເຫດຜົນຢູ່ໜ້ອຍໜຶ່ງ; ພວກເຂົາສາມາດລະວັງຄຳເວົ້າຂອງຕົນ ແລະ ດັ່ງນັ້ນຈຶ່ງຫຼີກລ່ຽງຜົນສະທ້ອນທີ່ຈະຖືກກຳຈັດອອກ. ແຕ່ຖ້າພວກເຂົາເວົ້າມັນອອກມາ ແລະ ລົບກວນຊີວິດຄຣິສຕະຈັກ, ແລ້ວພວກເຂົາກໍບໍ່ສາມາດໄດ້ຮັບການປະຕິບັດຢ່າງສຸພາບອີກຕໍ່ໄປ; ພວກເຂົາຄວນຖືກເປີດໂປງ ແລະ ຖືກກຳຈັດອອກ. ຄົນທີ່ບໍ່ຮັກຄວາມຈິງ ແລະ ຂາດຄວາມສາມາດໃນການຢັ່ງຮູ້ຄວາມຈິງ ມັກຈະເກີດມີແນວຄິດຢູ່ເລື້ອຍໆ. ແຕ່ຢ່າງໃດກໍຕາມ, ຜູ້ທີ່ອ່ານພຣະທຳຂອງພຣະເຈົ້າເລື້ອຍໆ ແລະ ມີຄວາມສາມາດໃນການຢັ່ງຮູ້ ກໍຈະສະແຫວງຫາຄວາມຈິງເພື່ອແກ້ໄຂແນວຄິດຂອງພວກເຂົາ, ເຖິງແມ່ນວ່າພວກມັນຈະເກີດຂຶ້ນກໍຕາມ. ຜູ້ທີ່ເຜີຍແຜ່ແນວຄິດຢູ່ເລື້ອຍໆແມ່ນຖືກເປີດເຜີຍ ແລະ ຖືກກຳຈັດໂດຍພາລະກິດຂອງພຣະເຈົ້າ; ພວກເຂົາແມ່ນຄົນທີ່ບໍ່ຮັກຄວາມຈິງເລີຍ ແລະ ເປັນຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງໄດ້, ພວກເຂົາລ້ວນແຕ່ເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ. ສິ່ງນີ້ແມ່ນບໍ່ຕ້ອງສົງໄສເລີຍ.

ໃນຊີວິດຄຣິສຕະຈັກໃນຫຼາຍປະເທດ ແລະ ສະຖານທີ່ຕ່າງໆ, ການເຜີຍແຜ່ແນວຄິດເປັນເລື່ອງທີ່ມີຢູ່ຢ່າງແນ່ນອນ ເພາະວ່າຄົນທີ່ບໍ່ຮັກຄວາມຈິງມີຢູ່ທົ່ວທຸກແຫ່ງ. ຜູ້ທີ່ບໍ່ໄລ່ຕາມຄວາມຈິງ, ຜູ້ທີ່ເບື່ອໜ່າຍຄວາມຈິງ, ຜູ້ທີ່ສະແຫວງຫາຄວາມສຸກທາງເນື້ອໜັງ, ພ້ອມທັງຜູ້ບໍ່ເຊື່ອ, ຄົນຊົ່ວຮ້າຍ ແລະ ຄົນອື່ນໆ, ຍ້ອນວ່າພວກເຂົາບໍ່ໄລ່ຕາມຄວາມຈິງ, ຈຶ່ງມີແນວຄິດຕໍ່ພຣະທຳຂອງພຣະເຈົ້າ ແລະ ຕໍ່ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງຢູ່ສະເໝີ. ຫົວໃຈຂອງພວກເຂົາເຕັມໄປດ້ວຍແນວຄິດ, ເຕັມໄປດ້ວຍຈິນຕະນາການກ່ຽວກັບພຣະເຈົ້າ ແລະ ຂໍ້ຮຽກຮ້ອງຕໍ່ພຣະອົງ ແລະ ພວກເຂົາບໍ່ສາມາດຢັ່ງຮູ້ ແລະ ເຂົ້າໃຈພຣະທຳທຸກຂໍ້ທີ່ພຣະເຈົ້າກ່າວໄດ້ຢ່າງບໍລິສຸດ; ພວກເຂົາພຽງແຕ່ເຂົ້າໃຈພຣະທຳເຫຼົ່ານັ້ນໂດຍອີງໃສ່ແນວຄິດ, ຄວາມມັກຂອງຕົນເອງ ແລະ ແມ່ນແຕ່ສິ່ງທີ່ໄດ້ຮັບ ແລະ ການສູນເສຍສ່ວນຕົວຂອງພວກເຂົາ. ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມຄິດຫຼົງຜິດ, ຈິນຕະນາການ ແລະ ຂໍ້ຮຽກຮ້ອງທີ່ບໍ່ມີເຫດຜົນຕ່າງໆຕໍ່ພຣະເຈົ້າ, ພ້ອມທັງຄວາມເຂົ້າໃຈຜິດ ແລະ ການຕັດສິນຕ່າງໆ ກ່ຽວກັບພຣະເຈົ້າ ແລະ ອື່ນໆ. ສະນັ້ນ, ມັນຈຶ່ງເປັນເລື່ອງທຳມະຊາດທີ່ຄົນເຫຼົ່ານີ້ຈະເຜີຍແຜ່ແນວຄິດ, ນີ້ບໍ່ແມ່ນເລື່ອງໃໝ່. ຕາບໃດທີ່ຄົນປະເພດນີ້ຍັງມີຢູ່, ການເຜີຍແຜ່ແນວຄິດກໍຈະເກີດຂຶ້ນເປັນບາງຄັ້ງຄາວ ແລະ ສາມາດເກີດຂຶ້ນໄດ້ທຸກເວລາ. ເມື່ອສິ່ງທີ່ພຣະເຈົ້າກ່າວ ຫຼື ກະທຳບໍ່ສອດຄ່ອງກັບແນວຄິດ ແລະ ຄວາມປາຖະໜາຂອງພວກເຂົາ ແລະ ເມື່ອມັນສົ່ງຜົນເສຍຕໍ່ຜົນປະໂຫຍດຂອງພວກເຂົາ, ພວກເຂົາກໍຈະໂກດແຄ້ນຂຶ້ນມາ ແລະ ເລີ່ມເວົ້າອອກມາເພື່ອຜົນປະໂຫຍດຂອງຕົນເອງ ແລະ ຂັດສູ້ກັບພຣະເຈົ້າ ແລະ ວຽກງານຂອງພຣະອົງ. ຄົນເຫຼົ່ານີ້ຢືນຢູ່ຝ່າຍກົງກັນຂ້າມກັບຄວາມຈິງ ແລະ ພຣະເຈົ້າຢູ່ສະເໝີ, ວິເຄາະ ແລະ ກວດສອບພຣະທຳຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ. ພວກເຂົາສືບຕໍ່ກວດສອບ ແລະ ກວດເບິ່ງຄວາມຖືກຕ້ອງຂອງພຣະທຳ ແລະ ວຽກງານຂອງພຣະເຈົ້າຢູ່ສະເໝີ ແລະ ພວກເຂົາຍັງຕ້ອງການຢັ້ງຢືນວ່າເນື້ອໜັງທີ່ພຣະເຈົ້າບັງເກີດເປັນມະນຸດນັ້ນ ສອດຄ່ອງກັບຕົວຕົນ ແລະ ສະຖານະຂອງພຣະເຈົ້າ ຫຼື ບໍ່. ໃນລະຫວ່າງຂະບວນການພິສູດຢືນຢັນຂອງພວກເຂົາ, ພວກເຂົາເຫັນວ່າມັນຍາກຫຼາຍທີ່ຈະໄດ້ຮັບຄຳຕອບທີ່ຖືກຕ້ອງ; ໃນສາຍຕາຂອງພວກເຂົາ, ມັນຍິ່ງຍາກຫຼາຍທີ່ພຣະທຳຂອງພຣະເຈົ້າຈະສຳເລັດຜົນ ແລະ ເປັນຈິງຂຶ້ນມາ. ສະນັ້ນ, ພວກເຂົາຈຶ່ງມີຫຼາຍເລື່ອງທີ່ຈະເວົ້າເມື່ອເຜີຍແຜ່ແນວຄິດ. ພວກເຂົາເຜີຍແຜ່ແນວຄິດຂອງພວກເຂົາໂດຍບໍ່ຄຳນຶງເຖິງເວລາ, ສະຖານທີ່ ຫຼື ບໍລິບົດ. ເມື່ອໃດກໍຕາມທີ່ພວກເຂົາຮູ້ສຶກບໍ່ພໍໃຈຕໍ່ພຣະເຈົ້າໃນທາງໃດທາງໜຶ່ງ, ພວກເຂົາກໍຈະວັດແທກສິ່ງຕ່າງໆ ໂດຍໃຊ້ແນວຄິດຂອງພວກເຂົາ. ຖ້າພຣະທຳ ແລະ ວຽກງານຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ, ພວກເຂົາກໍຈະສະແດງແນວຄິດຂອງພວກເຂົາອອກມາຢ່າງໄວວາ. ພວກເຮົາກຳນົດລັກສະນະການສະແດງອອກປະເພດນີ້ວ່າເປັນການເຜີຍແຜ່. ເປັນຫຍັງຈຶ່ງເອີ້ນວ່າ “ການເຜີຍແຜ່”? ເພາະວ່າສິ່ງທີ່ພວກເຂົາສະແດງອອກບໍ່ໄດ້ສົ່ງຜົນດີຕໍ່ປະຊາກອນທີ່ພຣະເຈົ້າເລືອກ, ຊີວິດຄຣິສຕະຈັກ ຫຼື ວຽກງານຂອງເຮືອນຂອງພຣະເຈົ້າ. ແທນທີ່ຈະເປັນແນວນັ້ນ, ພວກມັນພຽງແຕ່ກໍ່ໃຫ້ເກີດການລົບກວນ, ການຂັດຂວາງ ແລະ ຄວາມເສຍຫາຍ. ສະນັ້ນ, ມັນຈຶ່ງຖືກຕ້ອງທີ່ຈະເວົ້າວ່າການກ່າວຄຳເຫັນດັ່ງກ່າວແມ່ນ “ການເຜີຍແຜ່”.

ຫຼັງຈາກທີ່ເຈົ້າໄດ້ຮັບຄວາມສາມາດໃນການແຍກແຍະຂັ້ນພື້ນຖານບາງຢ່າງກ່ຽວກັບການເຜີຍແຜ່ແນວຄິດ, ເຈົ້າຄວນໄຈ້ແຍກ ແລະ ແຍກແຍະແນວຄິດ ແລະ ຄຳເວົ້າທີ່ຜິດພາດຕ່າງໆຂອງຜູ້ຄົນໂດຍອີງໃສ່ຄວາມຈິງ ແລະ ຈາກນັ້ນກໍຈັດການ ແລະ ແກ້ໄຂພວກມັນຕາມກົດລະບຽບຂອງເຮືອນຂອງພຣະເຈົ້າ. ແນ່ນອນວ່າຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມຮັບຜິດຊອບທີ່ບໍ່ສາມາດຫຼີກລ່ຽງໄດ້ໃນການແກ້ໄຂບັນຫາດັ່ງກ່າວ. ໃນເວລາດຽວກັນ, ປະຊາກອນທີ່ພຣະເຈົ້າເລືອກທຸກຄົນ, ຫຼັງຈາກທີ່ໄດ້ຟັງການໂອ້ລົມນີ້ ກໍມີພັນທະ ແລະ ຄວາມຮັບຜິດຊອບທີ່ຈະເປີດໂປງ ແລະ ໄຈ້ແຍກຄົນທີ່ເຜີຍແຜ່ແນວຄິດ ແລະ ຄຳເວົ້າ ແລະ ພຶດຕິກຳຂອງພວກເຂົາ. ຖ້າເຈົ້າບໍ່ມີຄວາມກ້າຫານທີ່ຈະຢຸດຢັ້ງ ຫຼື ຈຳກັດພວກເຂົາ, ເຈົ້າກໍສາມາດໂອ້ລົມ ແລະ ໂຕ້ວາທີກັບພວກເຂົາໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງທີ່ເຈົ້າເຂົ້າໃຈ. ຈຸດປະສົງຂອງການໂຕ້ວາທີດັ່ງກ່າວແມ່ນຫຍັງ? ມັນຄືການເຮັດໃຫ້ຜູ້ທີ່ມີຄວາມເຕີບໂຕຍັງນ້ອຍ ແລະ ບໍ່ມີຄວາມເຂົ້າໃຈໃນຄວາມຈິງສາມາດຮັບຮູ້ໄດ້ວ່າຄຳເວົ້າຂອງໃຜສອດຄ່ອງກັບຄວາມຈິງ ຫຼັງຈາກທີ່ພວກເຂົາໄດ້ຟັງການໂຕ້ວາທີ, ແທນທີ່ຈະຖືກເຮັດໃຫ້ຫຼົງຜິດໄປແບບສັບສົນໂດຍແນວຄິດ ແລະ ຄວາມເຊື່ອຜິດໆທີ່ເຜີຍແຜ່ໂດຍຄົນບາງຄົນ. ສິ່ງນີ້ເປັນປະໂຫຍດຕໍ່ປະຊາກອນທີ່ພຣະເຈົ້າເລືອກ ແລະ ຕໍ່ຊີວິດຄຣິສຕະຈັກ. ເມື່ອພົບວ່າຄົນໃດໜຶ່ງກຳລັງເວົ້າຄຳເວົ້າທີ່ບໍ່ສອດຄ່ອງກັບຄວາມຈິງ, ບໍ່ວ່າຈະເປັນແນວຄິດຂອງມະນຸດ ຫຼື ຄວາມເຊື່ອຜິດໆ, ກໍຄວນມີການໂຕ້ວາທີ. ການໂຕ້ວາທີດັ່ງກ່າວສ້າງສາຜູ້ຄົນ. ຢ່າງໜ້ອຍທີ່ສຸດ, ຫຼັງຈາກທີ່ໄດ້ຟັງການໂຕ້ວາທີເຫຼົ່ານີ້, ຜູ້ສັງເກດການກໍສາມາດເຫັນໄດ້ຢ່າງຊັດເຈນວ່າ ຄຳເວົ້າຂອງຜູ້ທີ່ເຜີຍແຜ່ແນວຄິດແມ່ນແນວຄິດແທ້ໆ ແລະ ພວກເຂົາກໍສາມາດເຂົ້າໃຈໄດ້ວ່າດ້ານໃດຂອງແນວຄິດເຫຼົ່ານີ້ທີ່ບໍ່ສອດຄ່ອງກັບຄວາມຈິງ, ແກ່ນແທ້ຂອງແນວຄິດແມ່ນຫຍັງ, ເປັນຫຍັງພວກມັນຈຶ່ງບໍ່ສອດຄ່ອງກັບຄວາມຈິງ, ເປັນຫຍັງພວກມັນຈຶ່ງຖືກກຳນົດລັກສະນະວ່າເປັນແນວຄິດ, ເປັນຫຍັງຄົນທີ່ເຜີຍແຜ່ພວກມັນຈຶ່ງຄວນຖືກຈຳກັດ ແລະ ອື່ນໆ, ພວກເຂົາສາມາດມີການຢັ່ງຮູ້ທີ່ຖືກຕ້ອງກ່ຽວກັບເລື່ອງເຫຼົ່ານີ້, ແທນທີ່ຈະຖືກເຮັດໃຫ້ຫຼົງຜິດ ແລະ ຖືກປັ່ນຫົວຢ່າງສັບສົນ. ເຖິງແມ່ນວ່າແນວຄິດທີ່ເຜີຍແຜ່ໂດຍຜູ້ຄົນສາມາດກໍ່ໃຫ້ເກີດການລົບກວນ ແລະ ຄວາມເສຍຫາຍບາງຢ່າງຕໍ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ ແລະ ຕໍ່ຊີວິດຄຣິສຕະຈັກ, ການມີປະສົບການກັບສິ່ງເຫຼົ່ານີ້ກໍບໍ່ແມ່ນສິ່ງທີ່ບໍ່ດີແທ້ໆສຳລັບຜູ້ຄົນ. ຢ່າງໜ້ອຍທີ່ສຸດ, ມັນກໍຊ່ວຍເຮັດໃຫ້ພວກເຂົາເຕີບໂຕໃນການແຍກແຍະ, ເຫັນວ່າໂສມໜ້າທີ່ແທ້ຈິງຂອງຜູ້ທີ່ເຜີຍແຜ່ແນວຄິດເປັນແນວໃດ, ເຫັນວ່າພວກເຂົາເປີດເຜີຍອຸປະນິໄສຫຍັງ ເມື່ອເຜີຍແຜ່ແນວຄິດ ແລະ ເຫັນຄວາມແຕກຕ່າງລະຫວ່າງແນວຄິດທີ່ພວກເຂົາເຜີຍແຜ່ ແລະ ຄວາມຈິງ. ໃນດ້ານໜຶ່ງ, ຜູ້ຄົນຈະສາມາດແຍກແຍະຄຳເວົ້າເຫຼົ່ານີ້ ແລະ ມີພູມຄຸ້ມກັນຕໍ່ພວກມັນ. ໃນອີກດ້ານໜຶ່ງ, ພວກເຂົາກໍຈະມີການແຍກແຍະບາງຢ່າງກ່ຽວກັບຄົນປະເພດນີ້ ແລະ ຮູ້ວ່າຄຳເວົ້າປະເພດໃດທີ່ຖືກເວົ້າໂດຍຜູ້ບໍ່ເຊື່ອ, ໂດຍຜູ້ທີ່ບໍ່ມີຄວາມຈິງໃດໆເລີຍ ແລະ ມັກມີແນວຄິດຕໍ່ພຣະເຈົ້າ ແລະ ຮູ້ວ່າຄວາມເຊື່ອຂອງພວກເຂົາບໍ່ແມ່ນຄວາມເຊື່ອທີ່ແທ້ຈິງ, ຢ່າງໜ້ອຍທີ່ສຸດ, ຜູ້ຄົນກໍສາມາດໄດ້ຮັບການແຍກແຍະປະເພດນີ້. ແນ່ນອນວ່າ, ຖ້າເຈົ້າຍັງບໍ່ທັນໄດ້ພົບພໍ້ກັບບັນຫາເຫຼົ່ານີ້, ກໍຢ່າອະທິຖານຢ່າງມຸທະລຸ ໂດຍກ່າວວ່າ, “ໂອ້ ພຣະເຈົ້າ, ກະລຸນາຈັດສະພາບແວດລ້ອມໃຫ້ຂ້ານ້ອຍ ເພື່ອໃຫ້ຂ້ານ້ອຍສາມາດເຫັນໄດ້ວ່າ ‘ແນວຄິດທີ່ຜູ້ຄົນເຜີຍແຜ່’ ໝາຍຄວາມວ່າແນວໃດ”. ການເຫັນການເຜີຍແຜ່ແນວຄິດບໍ່ແມ່ນເລື່ອງຫຼິ້ນ ແລະ ສາມາດເຮັດໃຫ້ເຈົ້າຖືກເຮັດໃຫ້ຫຼົງຜິດໄດ້ຢ່າງງ່າຍດາຍ. ແລ້ວເມື່ອສິ່ງເຫຼົ່ານີ້ເກີດຂຶ້ນ, ເຈົ້າກໍຄວນຈັດການກັບພວກມັນຢ່າງຖືກຕ້ອງ. ຢ່າປ່ອຍໃຫ້ພວກມັນຜ່ານໄປ ຫຼື ຫຼີກລ່ຽງພວກມັນ; ຈົ່ງປະເຊີນໜ້າກັບພວກມັນຢ່າງຖືກຕ້ອງ ແລະ ປະຕິບັດຕໍ່ທຸກສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ເຈົ້າ ດ້ວຍທັດສະນະຄະຕິທີ່ຈິງຈັງ ແລະ ເຂັ້ມງວດ. ນີ້ຄືທັດສະນະຄະຕິທີ່ຄົນທີ່ໄລ່ຕາມຄວາມຈິງຄວນມີ ເພື່ອທີ່ຈະໄດ້ຮັບຄວາມຈິງ. ເມື່ອເຈົ້າພົບຄົນທີ່ກຳລັງເຜີຍແຜ່ແນວຄິດ, ເຈົ້າຄວນຮຽນຮູ້ທີ່ຈະອະທິຖານຕໍ່ພຣະເຈົ້າວ່າ: “ໂອ້ ພຣະເຈົ້າ, ກະລຸນາຢູ່ກັບຂ້ານ້ອຍ, ຈົ່ງໃຫ້ຄວາມຮູ້ແຈ້ງແກ່ຂ້ານ້ອຍ ແລະ ຊີ້ນຳຂ້ານ້ອຍ, ເພື່ອໃຫ້ຂ້ານ້ອຍສາມາດແຍກແຍະຄຳເວົ້າເຫຼົ່ານີ້ ແລະ ຄົນປະເພດນີ້ໄດ້ ແລະ ຂໍຊ່ວຍໃຫ້ຂ້ານ້ອຍຮັບຮູ້ໄດ້ວ່າ ຂ້ານ້ອຍມີແນວຄິດຂອງຄົນເຫຼົ່ານີ້ຢູ່ໃນຕົວຂ້ານ້ອຍ ຫຼື ບໍ່”. ຫຼັງຈາກອະທິຖານກໍໄປປະສົບກັບເລື່ອງນີ້ດ້ວຍຕົນເອງ. ແນ່ນອນວ່າ, ນີ້ກໍຈະເປັນເວລາທີ່ເຈົ້າຖືກທົດສອບກ່ຽວກັບວ່າເຈົ້າເຂົ້າໃຈຄວາມຈິງຫຼາຍສໍ່າໃດແທ້ ແລະ ຄວາມເຕີບໂຕຂອງເຈົ້າໃຫຍ່ສໍ່າໃດ. ເມື່ອຄົນໃດໜຶ່ງກຳລັງເຜີຍແຜ່ແນວຄິດ, ຖ້າເຈົ້າໄດ້ຍິນພວກເຂົາ ແລະ ບໍ່ມີປະຕິກິລິຍາພາຍໃນ ຫຼື ມີຄວາມຄິດໃດໆ ແລະ ກົງກັນຂ້າມເປັນພຽງຄືກັບວິທະຍຸ, ຍອມຮັບທຸກແນວຄິດທີ່ພວກເຂົາສະແດງອອກ ແລະ ເຜີຍແຜ່ ໂດຍບໍ່ມີການຕໍ່ຕ້ານ ຫຼື ຄວາມສາມາດທີ່ຈະປະຕິເສດພວກມັນ ແລະ ຍິ່ງໄປກວ່ານັ້ນກໍບໍ່ມີຄວາມສາມາດທີ່ຈະແຍກແຍະພວກມັນໄດ້, ນີ້ບໍ່ແມ່ນເລື່ອງທີ່ເປັນບັນຫາຫຼາຍບໍ? ບາງຄົນ, ເມື່ອພວກເຂົາໄດ້ຍິນຄົນໃດໜຶ່ງສະແດງແນວຄິດ, ກໍຮູ້ສຶກໃນໃຈວ່າສິ່ງທີ່ກຳລັງເວົ້າຢູ່ນັ້ນຜິດ ແລະ ພວກເຂົາຢາກໂອ້ລົມ ແລະ ໂຕ້ວາທີກັບຄົນນັ້ນ, ແຕ່ພວກເຂົາບໍ່ຮູ້ວ່າຈະສະແດງອອກຢ່າງເໝາະສົມໄດ້ແນວໃດ ຫຼື ພວກເຂົາຄວນເປີດໂປງ ແລະ ໄຈ້ແຍກຄົນນັ້ນແນວໃດ. ພວກເຂົາຍັງຢ້ານອີກວ່າ ຖ້າພວກເຂົາໂຕ້ແຍ້ງຄືນບໍ່ໄດ້ຢ່າງມີປະສິດທິຜົນ, ພວກເຂົາຈະໜ້າແດງ ແລະ ເມື່ອພວກເຂົາປະລາໄຊໃນທີ່ສຸດ ພວກເຂົາກໍຈະເສຍໜ້າ ແລະ ຕົກຢູ່ໃນສະຖານະການທີ່ໜ້າອຶດອັດ. ແຕ່ຢ່າງໃດກໍຕາມ, ພວກເຂົາຍັງຮູ້ສຶກບໍ່ເຕັມໃຈທີ່ຈະປ່ອຍມັນໄປໂດຍບໍ່ໂຕ້ວາທີອີກດ້ວຍ, ໂດຍຄິດວ່າ: “ຂ້ອຍໄດ້ຟັງຄຳເທດສະໜາຫຼາຍແລ້ວ ແລະ ກໍເຂົ້າໃຈຫຼາຍພໍສົມຄວນ, ແລ້ວເປັນຫຍັງຂ້ອຍຈຶ່ງຂາດຄຳເວົ້າທີ່ຈະໂຕ້ແຍ້ງພວກເຂົາ? ຂ້ອຍບໍ່ມີແນວຄິດຕໍ່ພຣະເຈົ້າ ແລະ ຂ້ອຍມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ແລ້ວເປັນຫຍັງຂ້ອຍຈຶ່ງບໍ່ສາມາດອະທິບາຍສິ່ງຕ່າງໆໄດ້ຢ່າງຊັດເຈນ ໃນຕອນນີ້ທີ່ເຖິງເວລາໂຕ້ແຍ້ງຄວາມເຊື່ອຜິດໆຂອງພວກເຂົາ?” ພວກເຂົາເບິ່ງຄົນທີ່ກຳລັງເຜີຍແຜ່ແນວຄິດເວົ້າຫຼາຍຂຶ້ນເລື້ອຍໆ, ໂດຍຄຳເວົ້າຂອງພວກເຂົາກາຍເປັນສິ່ງທີ່ເຫຼວໄຫຼ ແລະ ໜ້າລັງກຽດຫຼາຍຂຶ້ນເລື້ອຍໆ, ແຕ່ພວກເຂົາກໍບໍ່ສາມາດໂຕ້ແຍ້ງ ຫຼື ໄຈ້ແຍກພວກເຂົາໄດ້ ແລະ ພວກເຂົາບໍ່ສາມາດລຸກຂຶ້ນ ແລະ ເປີດໂປງພວກເຂົາ, ຍິ່ງບໍ່ຕ້ອງເວົ້າເຖິງການຢຸດຢັ້ງພວກເຂົາ, ເຊິ່ງເຮັດໃຫ້ພວກເຂົາຮູ້ສຶກກະວົນກະວາຍ ແລະ ກັງວົນໃຈຢ່າງຍິ່ງຢູ່ພາຍໃນ. ໃນເວລານີ້ເອງທີ່ພວກເຂົາຮັບຮູ້ວ່າຄວາມເຕີບໂຕຂອງພວກເຂົານ້ອຍເກີນໄປ ແລະ ເຫັນວ່າຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມຈິງຍັງບໍ່ທັນກາຍເປັນທັດສະນະທີ່ສົມບູນ ແລະ ຖືກຕ້ອງ, ວ່າມັນເປັນພຽງແຕ່ວະລີທີ່ບໍ່ຕໍ່ເນື່ອງ, ແສງສະຫວ່າງ ແລະ ແນວຄິດທີ່ກະຈັດກະຈາຍ ແລະ ບໍ່ແມ່ນຄວາມຮູ້ທີ່ແທ້ຈິງກ່ຽວກັບຄວາມຈິງເລີຍ. ພວກເຂົາຮູ້ດີວ່າຄົນຜູ້ນີ້ກຳລັງເຜີຍແຜ່ແນວຄິດ ແລະ ເຮັດໃຫ້ຄົນອື່ນຫຼົງຜິດ ແລະ ພວກເຂົາເປັນຜູ້ບໍ່ເຊື່ອ ແລະ ພວກເຂົາຢາກເປີດໂປງຄົນເຫຼົ່ານັ້ນ ແລະ ໂຕ້ແຍ້ງທັດສະນະຂອງພວກເຂົາ, ພຽງແຕ່ວ່າພວກເຂົາຂາດຄຳເວົ້າທີ່ເໝາະສົມ ແລະ ມີພະລັງທີ່ຈະເຮັດເຊັ່ນນັ້ນ. ພວກເຂົາເຮັດໄດ້ພຽງແຕ່ເວົ້າວ່າ “ທຸກສິ່ງທີ່ພຣະເຈົ້າເຮັດແມ່ນດີ; ເຈົ້າຕ້ອງຍອມຮັບມັນ. ພຣະເຈົ້າຊົງບໍລິສຸດ ແລະ ສົມບູນແບບ; ພຣະອົງບໍ່ໄດ້ເປັນຄືເຈົ້າເວົ້າເລີຍ. ພຣະເຈົ້າຊົງອຳນາດສູງສຸດເໜືອທຸກສິ່ງ ແລະ ຜູ້ຄົນແມ່ນສິ່ງທີ່ຖືກສ້າງ. ພວກເຂົາຄວນອ່ອນນ້ອມຕໍ່ພຣະເຈົ້າ. ຜູ້ຄົນບໍ່ໄດ້ເສຍປຽບຫຍັງເລີຍຈາກການອ່ອນນ້ອມຕໍ່ພຣະເຈົ້າ”. ພວກເຂົາສາມາດເວົ້າໄດ້ພຽງແຕ່ທິດສະດີພຽງຜິວເຜີນເຫຼົ່ານີ້ທີ່ບໍ່ໄດ້ຕົງປະເດັນເລີຍ. ຫຼັງຈາກທີ່ໄດ້ມີປະສົບການກັບເຫດການພິເສດນີ້, ພວກເຂົາກໍຮັບຮູ້ວ່າຄວາມເຕີບໂຕຂອງພວກເຂົານ້ອຍເກີນໄປ ແລະ ຄິດວ່າ, “ເປັນຫຍັງຂ້ອຍຈຶ່ງໄຮ້ຄວາມສາມາດແທ້? ໂດຍປົກກະຕິແລ້ວ, ຂ້ອຍສາມາດເວົ້າຫຼັກຄຳສອນທີ່ຍິ່ງໃຫຍ່ໄດ້ຢ່າງຕໍ່ເນື່ອງ, ເວົ້າໄດ້ຢ່າງຄ່ອງແຄ້ວ; ຂ້ອຍສາມາດເວົ້າໄດ້ໜຶ່ງຊົ່ວໂມງໃນການເຕົ້າໂຮມໂດຍບໍ່ມີບັນຫາ ແລະ ຂຽນບັນທຶກຄຳເທດສະໜາສາມຫາຫ້າໜ້າໄດ້ຢ່າງສະບາຍ, ຮູ້ສຶກໝັ້ນໃຈຫຼາຍໃນດ້ານນີ້. ແຕ່ເມື່ອປະເຊີນໜ້າກັບຄົນທີ່ເຜີຍແຜ່ແນວຄິດແບບນີ້, ຕັດສິນ ແລະ ໝິ່ນປະໝາດພຣະເຈົ້າແບບນີ້, ເປັນຫຍັງຂ້ອຍຈຶ່ງບໍ່ມີຄວາມຕື່ນຕົວ, ບໍ່ມີການຕອບສະໜອງ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເປີດໂປງ ແລະ ໂຕ້ແຍ້ງຢ່າງມີພະລັງໄດ້?” ພວກເຂົາຄົ້ນພົບຫຍັງຈາກສິ່ງນີ້? ມັນບໍ່ແມ່ນວ່າພວກເຂົາຮັບຮູ້ວ່າພວກເຂົາບໍ່ເຂົ້າໃຈຄວາມຈິງບໍ? ການຮັບຮູ້ນີ້ເປັນສິ່ງທີ່ດີ ຫຼື ບໍ່ດີ? (ສິ່ງທີ່ດີ.) ໃນທີ່ສຸດ, ພວກເຂົາກໍຄົ້ນພົບຄວາມເຕີບໂຕຕົວຈິງຂອງພວກເຂົາ. ຖ້າພວກເຂົາບໍ່ໄດ້ພົບພໍ້ກັບຄົນທີ່ເຜີຍແຜ່ແນວຄິດ, ພວກເຂົາອາດຈະຍັງຄິດວ່າພວກເຂົາມີຄວາມເຕີບໂຕ, ເຂົ້າໃຈຄວາມຈິງ, ມີການແຍກແຍະ, ສາມາດເບິ່ງທະລຸທຸກສິ່ງ, ສາມາດເທດສະໜາຫຼັກຄຳສອນຕ່າງໆຝ່າຍວິນຍານ ແລະ ສາມາດໂອ້ລົມກ່ຽວກັບທຸກຄວາມຈິງໄດ້ໜ້ອຍໜຶ່ງດ້ວຍຄວາມຄຸ້ນເຄີຍຢ່າງຍິ່ງ. ແຕ່ຢ່າງໃດກໍຕາມ, ເມື່ອປະເຊີນໜ້າກັບຄົນທີ່ເຜີຍແຜ່ແນວຄິດ, ເຖິງແມ່ນວ່າພວກເຂົາຈະຮູ້ວ່າມັນຜິດ, ພວກເຂົາກໍພົບວ່າຕົນເອງໝົດປັນຍາ, ບໍ່ສາມາດເຮັດຫຍັງໄດ້ ແລະ ໃນທີ່ສຸດກໍປະລາໄຊ. ສິ່ງນີ້ໜ້າອັບອາຍບໍ? ມັນເປັນເລື່ອງທີ່ມີກຽດບໍ? (ບໍ່.) ແລ້ວຈະແກ້ໄຂບັນຫານີ້ໄດ້ແນວໃດ? ຖ້າເຈົ້າບໍ່ມີຄຳເວົ້າທີ່ເໝາະສົມທີ່ຈະໂຕ້ແຍ້ງກັບລາວ ແລະ ເຈົ້າຍັງຕ້ອງການຫຼີກລ່ຽງຄວາມໜ້າອັບອາຍ ແລະ ຍຶດໝັ້ນໃນການເປັນພະຍານຂອງຕົນ ເພື່ອເຮັດໃຫ້ຊາຕານອັບອາຍ ແລະ ປະລາໄຊຢ່າງສິ້ນເຊີງ, ເຈົ້າຄວນເຮັດແນວໃດ? ເຮົາຈະບອກວິທີທີ່ມີປະສິດທິຜົນໃຫ້ພວກເຈົ້າ: ຖ້າເຈົ້າເຫັນລາວເຜີຍແຜ່ແນວຄິດຢ່າງບໍ່ຢຸດຢັ້ງ ແລະ ຄົນສ່ວນໃຫຍ່ຂາດການແຍກແຍະ ແລະ ໄດ້ຮັບອິດທິພົນຈາກລາວ, ແຕ່ເຈົ້າບໍ່ສາມາດໂຕ້ແຍ້ງລາວໄດ້, ກໍເຖິງເວລາທີ່ຕ້ອງໃຊ້ຄວາມເດັດຂາດ; ໃຫ້ຕົບໂຕະ ແລະ ເວົ້າວ່າ, “ມິດປາກ! ເຈົ້າກຳລັງເວົ້າຫຍັງຢູ່? ຂ້ອຍອາດຈະໂຕ້ແຍ້ງເຈົ້າບໍ່ໄດ້, ແຕ່ຂ້ອຍຮູ້ວ່າເຈົ້າເປັນຜູ້ບໍ່ເຊື່ອ! ເບິ່ງແມວ່າເຈົ້າກຳລັງເວົ້າຫຍັງ; ມີຄຳໃດແດ່ທີ່ສອດຄ່ອງກັບຄວາມຈິງ? ເຈົ້າໄດ້ຮັບພຣະຄຸນຂອງພຣະເຈົ້າມາຫຼາຍປີແລ້ວ, ເຈົ້າເຄີຍເວົ້າຄຳສັນລະເສີນ ຫຼື ເປັນພະຍານເພື່ອພຣະເຈົ້າຈັກຄຳແດ່ບໍ? ເຈົ້າມີຄວາມຄັບແຄ້ນໃຈຕໍ່ພຣະເຈົ້າ; ຖ້າເຈົ້າເກັ່ງແທ້, ກໍຈົ່ງຂຶ້ນໄປສະຫວັນຊັ້ນສາມໂດຍກົງ ແລະ ເວົ້າກັບພຣະເຈົ້າໂດຍກົງ. ຢຸດກໍ່ໃຫ້ເກີດການລົບກວນຢູ່ບ່ອນນີ້. ຕອນນີ້ຂ້ອຍຂໍສັ່ງເຈົ້າຢ່າງເປັນທາງການ, ໄສຫົວອອກໄປ!” ພວກເຈົ້າກ້າເວົ້າແບບນີ້ບໍ? ນີ້ແມ່ນຄວາມຫົວຮ້ອນບໍ? (ບໍ່, ບໍ່ແມ່ນ.) ນີ້ຄືການປະກາດຕໍ່ຊາຕານ. ຈົ່ງເຮັດແບບນີ້. ບອກພວກເຂົາວ່າ, “ໄສຫົວໄປ, ເຈົ້າຜູ້ບໍ່ເຊື່ອ! ເຈົ້າໄດ້ຮັບພຣະຄຸນຂອງພຣະເຈົ້າຫຼາຍຢ່າງລ້າໆ, ເຈົ້າຄົນຊົ່ວຊາມທີ່ໄຮ້ສະຕິຮູ້ສຶກຜິດຊອບ; ເຈົ້າບໍ່ສົມຄວນທີ່ຈະເປັນມະນຸດ!” ພຽງສອງຄຳ: “ອອກໄປ!” ຟັງເບິ່ງເປັນແນວໃດ? ມັນມີພະລັງ, ແຕ່ບໍ່ສາມາດໃຊ້ຊະຊາຍໄດ້. ເຈົ້າບໍ່ຄວນເວົ້າແບບນີ້ກັບອ້າຍເອື້ອຍນ້ອງໃໝ່ໃນຄວາມເຊື່ອທີ່ຍັງບໍ່ທັນເຂົ້າໃຈຄວາມຈິງ, ແຕ່ໃຫ້ເວົ້າກັບຜູ້ບໍ່ເຊື່ອ ແລະ ຄົນຮັບໃຊ້ຂອງຊາຕານ, ເຈົ້າສາມາດອອກຄຳສັ່ງດັ່ງກ່າວໄດ້ຢ່າງໄຮ້ປານີວ່າ: “ນີ້ຄືເຮືອນຂອງພຣະເຈົ້າ, ເປັນບ້ານຂອງອ້າຍເອື້ອຍນ້ອງທີ່ແທ້ຈິງ, ເປັນບ້ານຂອງຜູ້ທີ່ຕິດຕາມພຣະເຈົ້າ. ນີ້ບໍ່ແມ່ນບ້ານຂອງມານຮ້າຍ ແລະ ຊາຕານ. ມານຮ້າຍ ແລະ ຊາຕານບໍ່ເປັນທີ່ຕ້ອງການຢູ່ບ່ອນນີ້. ເຈົ້າເປັນຊາຕານ ແລະ ເປັນມານຮ້າຍ, ສະນັ້ນ ໄສຫົວໄປ!” ສິ່ງນີ້ເໝາະສົມບໍ? (ເໝາະສົມ.) ນີ້ບໍ່ແມ່ນວິທີທີ່ດີທີ່ສຸດ; ມັນເປັນພຽງເພາະວ່າຄວາມເຕີບໂຕຂອງພວກເຈົ້າຍັງນ້ອຍ, ເພາະວ່າພວກເຈົ້າບໍ່ມີຄວາມເຕີບໂຕພຽງພໍທີ່ຈະຕໍ່ສູ້ກັບຊາຕານ, ເຮົາກຳລັງສອນວິທີນີ້ໃຫ້ພວກເຈົ້າ. ທີ່ຈິງແລ້ວ, ມັນບໍ່ແມ່ນວິທີທີ່ດີເລີດ. ວິທີທີ່ດີເລີດກໍຄື, ຖ້າພວກເຈົ້າເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ມີຄວາມເຊື່ອທີ່ແທ້ຈິງ ແລະ ຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ເຈົ້າກໍສາມາດໂຕ້ແຍ້ງພວກເຂົາໄດ້ ແລະ ເຈົ້າກໍໂຕ້ແຍ້ງພວກເຂົາຢ່າງລະອຽດຖີ່ຖ້ວນຈົນພວກເຂົາອັບອາຍຂາຍໜ້າຢ່າງສິ້ນເຊີງ, ຈົນໃນທີ່ສຸດພວກເຂົາກໍເວົ້າກັບທຸກຄົນວ່າ: “ຂ້ອຍບໍ່ສາມາດຮັກສາຄວາມເຊື່ອຂອງຂ້ອຍໄດ້; ຂ້ອຍອັບອາຍເກີນກວ່າທີ່ຈະປະເຊີນໜ້າກັບພວກເຈົ້າ. ຂ້ອຍເປັນມານຮ້າຍ ແລະ ຊາຕານ; ຂ້ອຍຈະອອກຈາກຄຣິສຕະຈັກເອງ”. ເນື່ອງຈາກວ່າຕອນນີ້ພວກເຈົ້າບໍ່ມີຄວາມສາມາດນີ້, ພວກເຈົ້າກໍຄວນປະຕິບັດຕໍ່ຜູ້ທີ່ເຜີຍແຜ່ແນວຄິດຢູ່ເລື້ອຍໆ ຕາມວິທີທີ່ເຮົາໄດ້ສອນພວກເຈົ້າ.

ຕອນນີ້ພວກເຈົ້າຮູ້ວິທີຈັດການກັບຜູ້ທີ່ເຜີຍແຜ່ແນວຄິດໃນຄຣິສຕະຈັກຢູ່ເລື້ອຍໆແລ້ວບໍ? ຕອນນີ້ພວກເຈົ້າສາມາດແຍກແຍະຜູ້ທີ່ເຜີຍແຜ່ແນວຄິດເພື່ອເຮັດໃຫ້ຜູ້ຄົນຫຼົງຜິດໄດ້ແລ້ວບໍ? (ແມ່ນແລ້ວ.) ຄຳເວົ້າປະເພດຫຼັກໆ ທີ່ເຜີຍແຜ່ແນວຄິດແມ່ນຫຍັງ? ປະເພດໜຶ່ງແມ່ນແນໃສ່ພຣະທຳຂອງພຣະເຈົ້າ, ອີກປະເພດໜຶ່ງແມ່ນແນໃສ່ພາລະກິດຂອງພຣະເຈົ້າ ແລະ ອີກປະເພດໜຶ່ງແມ່ນແນໃສ່ອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ. ຄຳເວົ້າປະເພດເຫຼົ່ານີ້ມີຕັ້ງແຕ່ລະດັບເບົາບາງ, ເຊັ່ນ: ຈິນຕະນາການ ແລະ ການຕີຄວາມໝາຍຜິດກ່ຽວກັບພຣະເຈົ້າ, ໄປຈົນເຖິງລະດັບທີ່ຮ້າຍແຮງ, ເຊັ່ນ: ການຕັດສິນ, ການກ່າວໂທດ ແລະ ການໝິ່ນປະໝາດພຣະເຈົ້າ. ນອກເໜືອຈາກສິ່ງເຫຼົ່ານີ້, ຍັງມີຄຳເວົ້າທີ່ເປັນລົບ ແລະ ຕໍ່ຕ້ານຂອງຜູ້ຄົນ, ເຊິ່ງສະແດງອອກເຖິງສິ່ງຕ່າງໆ ເຊັ່ນ: ການຈົ່ມວ່າ, ການຂັດຂືນ ແລະ ຄວາມບໍ່ພໍໃຈຕໍ່ພຣະເຈົ້າ. ສະຫຼຸບແລ້ວ, ຄຳເວົ້າທີ່ເຜີຍແຜ່ແນວຄິດລ້ວນແຕ່ມີລັກສະນະເປັນການຕໍ່ຕ້ານ, ການຕັດສິນ, ການກ່າວໂທດ ແລະ ການໝິ່ນປະໝາດພຣະເຈົ້າ ແລະ ຜົນສະທ້ອນທີ່ມັນກໍ່ໃຫ້ເກີດກໍຄື ເຮັດໃຫ້ຜູ້ຄົນສົງໄສ ແລະ ລະວັງຕົວຕໍ່ພຣະເຈົ້າ, ເຂົ້າໃຈຜິດ ແລະ ຕີຕົວອອກຫ່າງຈາກພຣະອົງ ແລະ ແມ່ນແຕ່ປະຕິເສດພຣະອົງ. ສິ່ງເຫຼົ່ານີ້ຄວນຈະແຍກແຍະໄດ້ງ່າຍ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?