ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16) ສ່ວນທີ ສອງ
2). ການເຜີຍແຜ່ແນວຄິດກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງ
ຄົນທີ່ເຜີຍແຜ່ແນວຄິດເຫຼົ່ານີ້ ໃຊ້ແນວຄິດຂອງຕົນເອງເພື່ອວັດແທກພຣະທຳຂອງພຣະເຈົ້າ, ວັດແທກພາລະກິດຂອງພຣະເຈົ້າ ແລະ ຍັງວັດແທກແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າອີກດ້ວຍ. ພວກເຂົາເຊື່ອໃນພຣະເຈົ້າພາຍໃນແນວຄິດຂອງພວກເຂົາ, ເບິ່ງພຣະເຈົ້າພາຍໃນແນວຄິດຂອງພວກເຂົາ ແລະ ສັງເກດ ແລະ ກວດສອບທຸກພຣະທຳທີ່ພຣະເຈົ້າກ່າວ, ທຸກລາຍການພາລະກິດທີ່ພຣະເຈົ້າເຮັດ ແລະ ທຸກສະພາບແວດລ້ອມທີ່ພຣະເຈົ້າຈັດແຈງພາຍໃນແນວຄິດຂອງພວກເຂົາ. ເມື່ອສິ່ງທີ່ພຣະເຈົ້າເຮັດສອດຄ່ອງກັບແນວຄິດຂອງພວກເຂົາ, ພວກເຂົາກໍສັນລະເສີນພຣະເຈົ້າຢ່າງສຸດສຽງ, ໂດຍກ່າວວ່າ ພຣະເຈົ້າຊົງຊອບທຳ, ພຣະເຈົ້າຊົງສັດຊື່ ແລະ ພຣະເຈົ້າຊົງບໍລິສຸດ. ເມື່ອສິ່ງທີ່ພຣະເຈົ້າເຮັດບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ ແລະ ຜົນປະໂຫຍດຂອງພວກເຂົາໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ແລະ ພວກເຂົາທົນທຸກທໍລະມານຢ່າງໃຫຍ່ຫຼວງ, ພວກເຂົາກໍອອກມາປະຕິເສດພຣະທຳທີ່ພຣະເຈົ້າກ່າວ ແລະ ພາລະກິດທີ່ພຣະອົງເຮັດ; ພວກເຂົາເຖິງກັບເຜີຍແຜ່ແນວຄິດເພື່ອຍຸຍົງໃຫ້ຄົນຈຳນວນຫຼາຍຂຶ້ນເຂົ້າໃຈພຣະເຈົ້າຜິດ ແລະ ລະວັງພຣະເຈົ້າ, ໂດຍກ່າວວ່າ, “ຢ່າເຊື່ອພຣະທຳຂອງພຣະເຈົ້າງ່າຍໆ ແລະ ຢ່າປະຕິບັດພຣະທຳຂອງພຣະເຈົ້າງ່າຍໆເຊັ່ນກັນ; ຖ້າບໍ່ດັ່ງນັ້ນ, ຖ້າເຈົ້າຖືກເອົາປຽບ ແລະ ໄດ້ຮັບຄວາມເສຍຫາຍ, ກໍຈະບໍ່ມີໃຜຮັບຜິດຊອບ” ແລະ ອື່ນໆ. ຕົວຢ່າງ, ພຣະເຈົ້າຊົງກ່າວວ່າ: “ໃຜໃນພວກເຈົ້າທີ່ເສຍສະລະເພື່ອເຮົາຢ່າງຈິງໃຈ, ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ”, ພຣະທຳເຫຼົ່ານີ້ບໍ່ແມ່ນຄວາມຈິງບໍ? ພຣະທຳເຫຼົ່ານີ້ແມ່ນຄວາມຈິງໜຶ່ງຮ້ອຍເປີເຊັນ. ພວກມັນບໍ່ມີຄວາມມຸທະລຸ ຫຼື ການຫຼອກລວງ. ພວກມັນບໍ່ແມ່ນຄຳຕົວະ ຫຼື ແນວຄິດທີ່ຟັງເບິ່ງຍິ່ງໃຫຍ່, ຍິ່ງໄປກວ່ານັ້ນ ພວກມັນບໍ່ແມ່ນທິດສະດີຝ່າຍວິນຍານບາງປະເພດ, ພວກມັນຄືຄວາມຈິງ. ແກ່ນແທ້ຂອງພຣະທຳແຫ່ງຄວາມຈິງເຫຼົ່ານີ້ແມ່ນຫຍັງ? ມັນຄືການທີ່ເຈົ້າຕ້ອງຈິງໃຈ ເມື່ອເຈົ້າເສຍສະລະເພື່ອພຣະເຈົ້າ. “ຈິງໃຈ” ໝາຍຄວາມວ່າແນວໃດ? ເຕັມໃຈ ແລະ ບໍ່ມີສິ່ງເຈືອປົນ; ບໍ່ໄດ້ຮັບແຮງຈູງໃຈຈາກເງິນ ຫຼື ຊື່ສຽງ ແລະ ແນ່ນອນວ່າບໍ່ແມ່ນເພື່ອເຈດຕະນາ, ຄວາມປາຖະໜາ ແລະ ເປົ້າໝາຍຂອງຕົນເອງ. ເຈົ້າເສຍສະລະບໍ່ແມ່ນຍ້ອນເຈົ້າຖືກບັງຄັບ ຫຼື ຍ້ອນເຈົ້າຖືກຍຸຍົງ, ຖືກຫຼອກລໍ້ ຫຼື ຖືກຊັກຈູງ, ແຕ່ມັນມາຈາກພາຍໃນຂອງເຈົ້າ, ດ້ວຍຄວາມເຕັມໃຈ; ມັນເກີດຈາກສະຕິຮູ້ສຶກຜິດຊອບ ແລະ ເຫດຜົນ. ນີ້ຄືຄວາມໝາຍຂອງການຈິງໃຈ. ໃນດ້ານຄວາມເຕັມໃຈທີ່ຈະເສຍສະລະເພື່ອພຣະເຈົ້າ, ນີ້ຄືຄວາມໝາຍຂອງການຈິງໃຈ. ແລ້ວການຈິງໃຈສະແດງອອກໃນທາງປະຕິບັດແນວໃດ ເມື່ອເຈົ້າເສຍສະລະເພື່ອພຣະເຈົ້າ? ເຈົ້າບໍ່ໄດ້ມີສ່ວນຮ່ວມໃນຄວາມຕົວະ ຫຼື ການສໍ້ໂກງ, ບໍ່ໃຊ້ເລ່ລ່ຽມເພື່ອຫຼີກລ່ຽງວຽກງານ ແລະ ບໍ່ເຮັດສິ່ງຕ່າງໆແບບພໍແລ້ວມືແລ້ວຕີນ; ເຈົ້າທຸ່ມເທສຸດຈິດສຸດໃຈ, ເຮັດທຸກຢ່າງຕາມກຳລັງຄວາມສາມາດຂອງເຈົ້າ ແລະ ອື່ນໆ, ມີລາຍລະອຽດຫຼາຍເກີນກວ່າທີ່ຈະກ່າວເຖິງຢູ່ທີ່ນີ້! ສະຫຼຸບສັ້ນໆ, ການຈິງໃຈລວມເຖິງຫຼັກການຄວາມຈິງ. ມີມາດຕະຖານ ແລະ ຫຼັກການທີ່ຢູ່ເບື້ອງຫຼັງຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດ. ບາງຄົນເວົ້າວ່າ, “ຖ້າຂ້ອຍຖວາຍຄວາມຈິງໃຈ ແລະ ເງິນເກັບເລັກໆນ້ອຍໆທັງໝົດຂອງຂ້ອຍໃນການເຊື່ອໃນພຣະເຈົ້າ, ຂ້ອຍຈະໄດ້ຮັບຫຼາຍກວ່ານີ້ບໍ? ຖ້າຂ້ອຍສາມາດໄດ້ຮັບຫຼາຍກວ່ານີ້, ມັນກໍຄຸ້ມຄ່າທີ່ຈະຖວາຍທຸກຢ່າງ!” ຫຼັງຈາກທີ່ຖວາຍແລ້ວ, ພວກເຂົາເຫັນວ່າພຣະເຈົ້າບໍ່ໄດ້ອວຍພອນພວກເຂົາ ແລະ ໄຕ່ຕອງກ່ຽວກັບມັນ, ໂດຍຄິດວ່າ: “ບາງທີຂ້ອຍອາດຈະຖວາຍບໍ່ພຽງພໍ, ສະນັ້ນ ຂ້ອຍຈະຖວາຍຕື່ມອີກ. ຂ້ອຍຈະອອກໄປເທດສະໜາພຣະກິດຕິຄຸນ”. ເມື່ອພວກເຂົາພົບຄວາມຫຍຸ້ງຍາກໃນຂະນະທີ່ເທດສະໜາພຣະກິດຕິຄຸນ, ພວກເຂົາກໍອະທິຖານ. ບາງຄັ້ງ, ເມື່ອພວກເຂົາຂາດເຂີນອາຫານ ແລະ ນອນບໍ່ຫຼັບ, ພວກເຂົາກໍຍັງສືບຕໍ່ອະທິຖານ. ພວກເຂົາຄິດວ່າ: “ພຣະເຈົ້າກ່າວວ່າ ຜູ້ທີ່ເສຍສະລະຢ່າງຈິງໃຈເພື່ອພຣະເຈົ້າຈະໄດ້ຮັບພອນຢ່າງຫຼວງຫຼາຍແນ່ນອນ. ບາງທີຄວາມຈິງໃຈຂອງຂ້ອຍອາດຈະຍັງບໍ່ພຽງພໍ, ສະນັ້ນ ຂ້ອຍຈະອະທິຖານຕື່ມອີກ”. ຜ່ານການອະທິຖານ, ພວກເຂົາໄດ້ຮັບຄວາມເຊື່ອ ແລະ ບໍ່ສົນໃຈທີ່ຈະທົນທຸກລຳບາກເລັກນ້ອຍ. ພວກເຂົາເລີ່ມເຫັນຜົນບາງຢ່າງຈາກການເທດສະໜາພຣະກິດຕິຄຸນແທ້ໆ ແລະ ຄິດວ່າ: “ຕອນນີ້ຂ້ອຍມີຄວາມຈິງໃຈແລ້ວ. ຂ້ອຍຈະຟ້າວກັບບ້ານເພື່ອເບິ່ງວ່າຊີວິດຄອບຄົວຂອງຂ້ອຍດີຂຶ້ນ ຫຼື ບໍ່, ອາການປ່ວຍຂອງລູກຂ້ອຍດີຂຶ້ນ ຫຼື ບໍ່ ແລະ ທຸລະກິດຄອບຄົວເປັນໄປຢ່າງລ່ຽນໄຫຼ ຫຼື ບໍ່, ບໍ່ວ່າຈະມີພອນຈາກພຣະເຈົ້າ ຫຼື ບໍ່”. ນີ້ແມ່ນການເສຍສະລະຢ່າງຈິງໃຈເພື່ອພຣະເຈົ້າບໍ? (ບໍ່ແມ່ນ.) ນີ້ແມ່ນຫຍັງ? (ການແລກປ່ຽນ.) ນີ້ຄືການເຮັດຂໍ້ຕົກລົງກັບພຣະເຈົ້າ. ພວກເຂົາກຳລັງໃຊ້ວິທີການຂອງຕົນເອງ ແລະ ສິ່ງທີ່ພວກເຂົາຖືວ່າ “ຄວາມຈິງໃຈ” ໂດຍອີງໃສ່ແນວຄິດຂອງພວກເຂົາ ເພື່ອເຮັດສິ່ງທີ່ພວກເຂົາຕ້ອງການ ແລະ ເພື່ອໄດ້ຮັບສິ່ງທີ່ພວກເຂົາປາຖະໜາຈາກສິ່ງນັ້ນ. ພວກເຂົາໃຊ້ “ຄວາມຈິງໃຈ” ທີ່ພວກເຂົາເຂົ້າໃຈຢ່າງຕໍ່ເນື່ອງ ເພື່ອພິສູດພຣະທຳເຫຼົ່ານີ້ທີ່ພຣະເຈົ້າໄດ້ກ່າວ, ສອດແນມຢູ່ສະເໝີວ່າພຣະເຈົ້າຕັ້ງໃຈຈະເຮັດຫຍັງ, ພຣະອົງໄດ້ເຮັດຫຍັງ ແລະ ພຣະອົງບໍ່ໄດ້ເຮັດຫຍັງ ແລະ ຄາດເດົາຢູ່ສະເໝີວ່າພຣະເຈົ້າຈະອວຍພອນພວກເຂົາ ຫຼື ບໍ່ ແລະ ພຣະອົງຕັ້ງໃຈຈະອວຍພອນພວກເຂົາຢ່າງຫຼວງຫຼາຍ ຫຼື ບໍ່. ພວກເຂົາຄິດໄລ່ຢູ່ສະເໝີວ່າພວກເຂົາໄດ້ຖວາຍຫຍັງ ແລະ ພວກເຂົາຄວນໄດ້ຮັບເທົ່າໃດ, ວ່າພຣະເຈົ້າໄດ້ໃຫ້ສິ່ງນັ້ນແກ່ພວກເຂົາ ຫຼື ບໍ່ ແລະ ວ່າພຣະທຳຂອງພຣະເຈົ້າໄດ້ກາຍເປັນຈິງ ຫຼື ບໍ່. ພວກເຂົາຊອກຫາຂໍ້ເທັດຈິງຢູ່ສະເໝີ ເພື່ອໃຫ້ພວກເຂົາສາມາດທົດສອບຄຳກ່າວຂອງພຣະເຈົ້າ. ໃນຂະນະທີ່ເສຍສະລະຕົນເອງເພື່ອພຣະເຈົ້າ, ພວກເຂົາກໍຢາກພິສູດຢູ່ສະເໝີວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ ຫຼື ບໍ່. ເປົ້າໝາຍຂອງພວກເຂົາກໍຄື ເພື່ອເບິ່ງວ່າການເສຍສະລະຕົນເອງເພື່ອພຣະເຈົ້າສາມາດເຮັດໃຫ້ພວກເຂົາໄດ້ຮັບພອນຈາກພຣະເຈົ້າໄດ້ ຫຼື ບໍ່. ພວກເຂົາກຳລັງລອງໃຈພຣະເຈົ້າຢູ່ສະເໝີ, ຢາກເຫັນພອນຂອງພຣະເຈົ້າທີ່ມີຕໍ່ພວກເຂົາຢູ່ສະເໝີ ເພື່ອຢືນຢັນພຣະທຳຂອງພຣະອົງ. ເມື່ອພວກເຂົາພົບວ່າພຣະທຳຂອງພຣະເຈົ້າບໍ່ໄດ້ສຳເລັດຜົນງ່າຍໆ ດັ່ງທີ່ພວກເຂົາຈິນຕະນາການໄວ້ ແລະ ມັນຍາກທີ່ຈະຢືນຢັນຄວາມຈິງຂອງພຣະທຳຂອງພຣະເຈົ້າ, ແນວຄິດຂອງພວກເຂົາກ່ຽວກັບພຣະເຈົ້າກໍຍິ່ງຮຸນແຮງຂຶ້ນ. ໃນເວລາດຽວກັນ, ພວກເຂົາກໍເລີ່ມປັກໃຈເຊື່ອວ່າ ບໍ່ແມ່ນທຸກພຣະທຳທີ່ພຣະເຈົ້າກ່າວຈະເປັນຄວາມຈິງສະເໝີໄປ. ດ້ວຍສິ່ງນີ້ທີ່ເຊື່ອງຊ້ອນຢູ່ໃນໃຈຂອງພວກເຂົາ, ພວກເຂົາກໍເລີ່ມສົງໄສ ແລະ ຕັ້ງຄຳຖາມຕໍ່ພຣະເຈົ້າ, ມັກຈະເກີດມີແນວຄິດຕໍ່ພຣະອົງ. ໃນບາງຄັ້ງບາງຄາວ, ຄົນເຫຼົ່ານີ້ທີ່ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມຄິດຫຼົງຜິດກໍເປີດເຜີຍແນວຄິດບາງຢ່າງຂອງພວກເຂົາກ່ຽວກັບພຣະເຈົ້າໃນຂະນະທີ່ດຳເນີນຊີວິດຄຣິສຕະຈັກ ແລະ ປະຕິສຳພັນກັບອ້າຍເອື້ອຍນ້ອງ. ພວກເຂົາເກີດມີແນວຄິດຕໍ່ພຣະທຳຂອງພຣະເຈົ້າ ແລະ ຍັງໃຊ້ແນວຄິດຂອງພວກເຂົາເພື່ອວັດແທກພາລະກິດຂອງພຣະເຈົ້າ. ເມື່ອພາລະກິດຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງພວກເຂົາຢູ່ສະເໝີ ແລະ ກົງກັນຂ້າມກັບຄວາມຄາດຫວັງຂອງພວກເຂົາຢ່າງສິ້ນເຊີງ, ພວກເຂົາກໍເຜີຍແຜ່ແນວຄິດຂອງພວກເຂົາເພື່ອລະບາຍຄວາມບໍ່ພໍໃຈທີ່ພວກເຂົາມີຕໍ່ພຣະເຈົ້າ. ຕົວຢ່າງ: ພຣະເຈົ້າກ່າວວ່າ ພາລະກິດຂອງພຣະອົງໃກ້ຈະສິ້ນສຸດລົງແລ້ວ ແລະ ຜູ້ຄົນຄວນປະຖິ້ມທຸກສິ່ງເພື່ອຕິດຕາມພຣະເຈົ້າ ແລະ ເສຍສະລະຕົນເອງເພື່ອພຣະອົງ, ຮ່ວມມືກັບພາລະກິດຂອງພຣະເຈົ້າ ແລະ ບໍ່ສະແຫວງຫາອະນາຄົດທາງໂລກ, ຄອບຄົວທີ່ອົບອຸ່ນ ແລະ ສິ່ງອື່ນໆເຊັ່ນນັ້ນອີກຕໍ່ໄປ. ຫຼັງຈາກທີ່ພຣະເຈົ້າກ່າວພຣະທຳເຫຼົ່ານີ້, ພຣະເຈົ້າກໍຍັງສືບຕໍ່ເຮັດພາລະກິດອີກຫຼາຍຢ່າງ. ສາມ, ຫ້າ, ເຈັດ ຫຼື ແປດປີຜ່ານໄປ ແລະ ບາງຄົນກໍເຫັນວ່າພາລະກິດຂອງພຣະເຈົ້າຍັງຄົງດຳເນີນໄປຢ່າງໝັ້ນຄົງ, ໂດຍບໍ່ມີສັນຍານວ່າພາລະກິດຂອງພຣະອົງກຳລັງຈະສິ້ນສຸດລົງ ຫຼື ວ່າຄວາມຫາຍະນະໃຫຍ່ກຳລັງຈະເກີດຂຶ້ນ ແລະ ຜູ້ເຊື່ອທຸກຄົນກໍໄດ້ເຂົ້າໄປຢູ່ໃນບ່ອນລີ້ໄພແລ້ວ. ຜູ້ທີ່ໃຊ້ແນວຄິດຂອງພວກເຂົາເພື່ອວັດແທກພາລະກິດຂອງພຣະເຈົ້າ ບໍ່ສາມາດລໍຖ້າໃຫ້ພາລະກິດຂອງພຣະເຈົ້າສິ້ນສຸດລົງໂດຍໄວ ເພື່ອໃຫ້ຜູ້ເຊື່ອສາມາດມີສ່ວນຮ່ວມໃນພອນອັນປະເສີດຂອງພຣະເຈົ້າ. ແຕ່ພຣະເຈົ້າບໍ່ໄດ້ກະທຳແບບນີ້; ພຣະອົງບໍ່ໄດ້ເຮັດໃຫ້ເລື່ອງນີ້ສຳເລັດຕາມແນວຄິດ ແລະ ຈິນຕະນາການຂອງມະນຸດ. ຜູ້ທີ່ບໍ່ສາມາດລໍຖ້າໄດ້ກໍເລີ່ມຢູ່ບໍ່ເປັນສຸກ ແລະ ເລີ່ມຄິດໄປຕ່າງໆນາໆ, ໂດຍກ່າວວ່າ: “ພາລະກິດຂອງພຣະເຈົ້າບໍ່ແມ່ນໃກ້ຈະສິ້ນສຸດລົງແລ້ວບໍ? ມັນບໍ່ຄວນຈະສິ້ນສຸດລົງໃນໄວໆນີ້ບໍ? ພຣະເຈົ້າບໍ່ໄດ້ກ່າວບໍວ່າ ຄວາມຫາຍະນະໃຫຍ່ກຳລັງຈະເກີດຂຶ້ນ? ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງຍັງເຮັດວຽກງານຫຼາຍຢ່າງ? ເມື່ອໃດກັນແທ້ທີ່ພາລະກິດຂອງພຣະເຈົ້າຈະສິ້ນສຸດລົງ? ເມື່ອໃດມັນຈະຈົບລົງ?” ຄົນເຫຼົ່ານີ້ບໍ່ສົນໃຈຄວາມຈິງ ຫຼື ຂໍ້ກຳນົດຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ມີຄວາມສົນໃຈໃນການປະຕິບັດຄວາມຈິງ, ການອ່ອນນ້ອມຕໍ່ພຣະເຈົ້າ ຫຼື ການຫຼຸດພົ້ນຈາກອິດທິພົນຂອງຊາຕານເພື່ອບັນລຸຄວາມລອດພົ້ນ. ພວກເຂົາສົນໃຈເປັນພິເສດໃນເລື່ອງຕ່າງໆ ເຊັ່ນ: ເມື່ອໃດພາລະກິດຂອງພຣະເຈົ້າຈະສິ້ນສຸດລົງ, ຜົນສຸດທ້າຍຂອງພວກເຂົາຈະເປັນຊີວິດ ຫຼື ຄວາມຕາຍ, ເມື່ອໃດພວກເຂົາຈະສາມາດເຂົ້າສູ່ລາຊະອານາຈັກເພື່ອຊື່ນຊົມກັບພອນ ແລະ ພາບອັນສວຍງາມຂອງລາຊະອານາຈັກຈະເປັນແນວໃດເທົ່ານັ້ນ. ສິ່ງເຫຼົ່ານີ້ຄືສິ່ງທີ່ພວກເຂົາເປັນຫ່ວງທີ່ສຸດ. ສະນັ້ນ, ຫຼັງຈາກທີ່ອົດທົນມາໄດ້ໄລຍະໜຶ່ງ ແລະ ເຫັນວ່າສະຫວັນ ແລະ ແຜ່ນດິນໂລກຍັງຄົງບໍ່ປ່ຽນແປງ ແລະ ປະເທດຕ່າງໆ ໃນໂລກກໍດຳເນີນໄປຕາມປົກກະຕິ, ພວກເຂົາກໍເວົ້າວ່າ, “ເມື່ອໃດພຣະທຳເຫຼົ່ານີ້ຂອງພຣະເຈົ້າຈະສຳເລັດຜົນ? ຂ້ອຍລໍຖ້າມາຫຼາຍປີແລ້ວ, ເປັນຫຍັງພວກມັນຈຶ່ງຍັງບໍ່ສຳເລັດຜົນ? ພຣະທຳຂອງພຣະເຈົ້າຈະສຳເລັດຜົນໄດ້ແທ້ບໍ? ພຣະເຈົ້າຊົງຮັກສາສັດຈະ ຫຼື ບໍ່?” ດັ່ງນັ້ນຄົນເຫຼົ່ານີ້ຈຶ່ງສູນເສຍຄວາມອົດທົນ, ກາຍເປັນຄົນຢູ່ບໍ່ເປັນສຸກ ແລະ ເລີ່ມຢາກຊອກຫາໂອກາດທີ່ຈະກັບຄືນສູ່ໂລກເພື່ອດຳເນີນຊີວິດຂອງຕົນເອງ.
ພາລະກິດຂອງພຣະເຈົ້າ ແລະ ຄວາມຈິງທີ່ພຣະເຈົ້າສະແດງອອກແມ່ນເກີນກວ່າຈິນຕະນາການຂອງມະນຸດສະເໝີ ແລະ ຢູ່ເໜືອແນວຄິດຂອງມະນຸດສະເໝີ. ບໍ່ວ່າຜູ້ຄົນຈະພະຍາຍາມສໍ່າໃດ, ພວກເຂົາກໍບໍ່ສາມາດຢັ່ງເຖິງ ຫຼື ວັດແທກພວກມັນໄດ້. ພວກເຂົາບໍ່ຮູ້ວ່າວິທີການໃນພາລະກິດຂອງພຣະເຈົ້າແມ່ນຫຍັງແທ້ ຫຼື ມັນຕັ້ງໃຈຈະບັນລຸເປົ້າໝາຍໃດ, ສະນັ້ນ ໃນທີ່ສຸດ, ບາງຄົນກໍເລີ່ມສົງໄສ: “ພຣະເຈົ້າມີຢູ່ຈິງບໍ? ພຣະເຈົ້າຢູ່ໃສກັນແທ້? ພຣະເຈົ້າສືບຕໍ່ສະແດງອອກຄວາມຈິງ, ແຕ່ພຣະອົງບໍ່ໄດ້ສະແດງອອກຫຼາຍເກີນໄປບໍ? ພຣະເຈົ້າບໍ່ໄດ້ກ່າວບໍວ່າ ພຣະອົງຈະນຳພວກເຮົາເຂົ້າສູ່ລາຊະອານາຈັກຂອງພຣະອົງ? ເມື່ອໃດພວກເຮົາຈະສາມາດເຂົ້າສູ່ລາຊະອານາຈັກສະຫວັນໄດ້? ເປັນຫຍັງເລື່ອງເຫຼົ່ານີ້ຈຶ່ງຍັງບໍ່ກາຍເປັນຈິງ ຫຼື ສຳເລັດຜົນ? ມັນຈະໃຊ້ເວລາອີກຈັກປີກັນແທ້? ມີການກ່າວຢູ່ສະເໝີວ່າ ວັນຂອງພຣະເຈົ້າໃກ້ເຂົ້າມາແລ້ວ, ແຕ່ຄຳວ່າ ‘ໃກ້ເຂົ້າມາແລ້ວ’ ນີ້ກໍຖືກກ່າວເຖິງມາຫຼາຍປີແລ້ວ, ເປັນຫຍັງມັນຈຶ່ງຢູ່ຫ່າງໄກ ແລະ ເບິ່ງຄືວ່າບໍ່ມີທີ່ສິ້ນສຸດ?” ພວກເຂົາບໍ່ພຽງແຕ່ຄິດແບບນີ້, ແຕ່ພວກເຂົາຍັງເຜີຍແຜ່ຄວາມສົງໄສເຫຼົ່ານີ້ໄປທົ່ວທຸກບ່ອນ. ສິ່ງນີ້ຊີ້ໃຫ້ເຫັນເຖິງບັນຫາຫຍັງ? ເປັນຫຍັງຫຼັງຈາກທີ່ຟັງຄຳເທດສະໜາຫຼາຍຄັ້ງ, ພວກເຂົາຈຶ່ງຍັງບໍ່ເຂົ້າໃຈຄວາມຈິງເລີຍ? ເປັນຫຍັງພວກເຂົາຈຶ່ງໃຊ້ແນວຄິດ ແລະ ຈິນຕະນາການຂອງມະນຸດເພື່ອກຳນົດຂອບເຂດພາລະກິດຂອງພຣະເຈົ້າຢູ່ສະເໝີ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເບິ່ງເລື່ອງເຫຼົ່ານີ້ຕາມພຣະທຳຂອງພຣະເຈົ້າ? ພວກເຂົາສາມາດຢືນຢັນການມີຢູ່ຈິງຂອງພຣະເຈົ້າ ແລະ ພົບເສັ້ນທາງສູ່ຄວາມລອດພົ້ນຜ່ານພຣະທຳຂອງພຣະເຈົ້າໄດ້ບໍ? ພວກເຂົາເຂົ້າໃຈບໍວ່າ ພຣະທຳທັງໝົດທີ່ພຣະເຈົ້າກ່າວ ແລະ ທຸກສິ່ງທີ່ພຣະອົງເຮັດແມ່ນເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ? ພວກເຂົາເຂົ້າໃຈບໍວ່າ ມີພຽງແຕ່ການໄດ້ຮັບຄວາມຈິງ ແລະ ການບັນລຸຄວາມລອດພົ້ນເທົ່ານັ້ນ ທີ່ຜູ້ຄົນຈະສາມາດໄດ້ຮັບພອນທັງໝົດທີ່ພຣະເຈົ້າໄດ້ສັນຍາໄວ້ກັບມະນຸດຊາດ? ຈາກສິ່ງທີ່ພວກເຂົາເວົ້າ ແລະ ແນວຄິດທີ່ພວກເຂົາເຜີຍແຜ່, ເຫັນໄດ້ຊັດເຈນວ່າ ໂດຍພື້ນຖານແລ້ວ ພວກເຂົາບໍ່ເຂົ້າໃຈວ່າພຣະເຈົ້າກຳລັງເຮັດຫຍັງ ຫຼື ຈຸດປະສົງຂອງການທີ່ພຣະເຈົ້າເຮັດພາລະກິດທັງໝົດນີ້ ແລະ ກ່າວພຣະທຳທັງໝົດນີ້ແມ່ນຫຍັງ. ພວກເຂົາເປັນພຽງຜູ້ບໍ່ເຊື່ອ! ຫຼັງຈາກທີ່ຟັງຄຳເທດສະໜາມາຫຼາຍປີ ແລະ ໃຊ້ຊີວິດແບບເລື່ອນລອຍໃນເຮືອນຂອງພຣະເຈົ້າມາຫຼາຍປີ, ພວກເຂົາໄດ້ຮັບຫຍັງແດ່? ພວກເຂົາບໍ່ໄດ້ຢືນຢັນແມ່ນແຕ່ວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່, ພວກເຂົາບໍ່ມີຄຳຕອບທີ່ແນ່ນອນຕໍ່ເລື່ອງນີ້. ພວກເຂົາມີບົດບາດຫຍັງໃນຄຣິສຕະຈັກ? ຫຼັງຈາກທີ່ອອກເຫື່ອແຮງໄດ້ໄລຍະໜຶ່ງໂດຍບໍ່ໄດ້ຮັບພອນ, ພວກເຂົາກໍເຜີຍແຜ່ແນວຄິດຢ່າງບໍ່ເລືອກວິທີ ເພື່ອເຮັດໃຫ້ຫຼົງຜິດ ແລະ ລົບກວນຄົນອື່ນ. ສິ່ງທີ່ພວກເຂົາເວົ້າອອກມາແບບຊະຊາຍກໍຄືການເວົ້າຄັດຄ້ານພຣະເຈົ້າ ແລະ ພາລະກິດຂອງພຣະອົງ. ບາງຄົນໃນພວກເຂົາເວົ້າວ່າ, “ຂ້ອຍເຄີຍຄິດວ່າພາລະກິດຂອງພຣະເຈົ້າຈະສຳເລັດໃນສາມຫາຫ້າປີ; ຂ້ອຍບໍ່ໄດ້ຄາດຄິດວ່າມັນຈະຍັງບໍ່ສຳເລັດໃນຕອນນີ້ທີ່ສິບປີຜ່ານໄປແລ້ວ. ເມື່ອໃດພາລະກິດນີ້ຈະສຳເລັດ? ບົດຄວາມຄຳພະຍານກໍຖືກຂຽນຂຶ້ນຢ່າງຕໍ່ເນື່ອງ; ວິດີໂອການສະແດງເພງສັນລະເສີນ ແລະ ຮູບເງົາກໍຖືກຜະລິດຢ່າງບໍ່ຢຸດຢັ້ງ; ພຣະກິດຕິຄຸນກໍຖືກເທດສະໜາຢ່າງບໍ່ຢຸດຢັ້ງ, ມັນຈະສິ້ນສຸດລົງເມື່ອໃດ?” ພວກເຂົາເຖິງກັບຖາມຄົນອື່ນວ່າ: “ພວກເຈົ້າບໍ່ຄິດຄືກັນບໍ? ບໍ່ວ່າພວກເຈົ້າຈະຄິດແນວໃດກໍຕາມ, ນັ້ນກໍຄືສິ່ງທີ່ຂ້ອຍຄິດ. ຂ້ອຍເປັນຄົນຊື່ສັດ; ຂ້ອຍເວົ້າທຸກຢ່າງທີ່ຢູ່ໃນໃຈ, ບໍ່ຄືກັບບາງຄົນທີ່ບໍ່ເວົ້າສິ່ງທີ່ຢູ່ໃນໃຈຂອງພວກເຂົາ ແລະ ເກັບກົດມັນໄວ້ທັງໝົດ”. ພວກເຂົາຊ່າງ “ຊື່ສັດ” ແທ້, ກ້າເວົ້າທຸກຢ່າງ! ທີ່ຮ້າຍແຮງກວ່ານັ້ນ, ພວກເຂົາເວົ້າວ່າ, “ຖ້າພາລະກິດຂອງພຣະເຈົ້າບໍ່ສິ້ນສຸດລົງໃນໄວໆນີ້, ຂ້ອຍກໍຈະໄປຊອກວຽກເຮັດ, ຫາເງິນ ແລະ ໃຊ້ຊີວິດຂອງຂ້ອຍ. ຕະຫຼອດຫຼາຍປີທີ່ເຊື່ອໃນພຣະເຈົ້າ, ຂ້ອຍໄດ້ພາດອາຫານດີໆຫຼາຍຢ່າງ, ສະຖານທີ່ທີ່ມ່ວນຊື່ນຫຼາຍແຫ່ງ, ຄວາມສຸກທາງວັດຖຸຫຼາຍຢ່າງ! ຖ້າຂ້ອຍບໍ່ເຊື່ອໃນພຣະເຈົ້າ, ຂ້ອຍຄົງຈະໄດ້ຢູ່ໃນເຮືອນຫຼັງໃຫຍ່, ມີລົດເປັນຂອງຕົນເອງ ແລະ ອາດຈະໄດ້ທ່ອງທ່ຽວຮອບໂລກຫຼາຍຄັ້ງແລ້ວໃນຊ່ວງຫຼາຍປີທີ່ຜ່ານມາ. ເມື່ອຄິດຢ້ອນກັບໄປ, ຊີວິດທີ່ບໍ່ໄດ້ເຊື່ອໃນພຣະເຈົ້າກໍດີຫຼາຍ; ຂ້ອຍມີຄວາມສຸກຫຼາຍ. ເຖິງແມ່ນວ່າມັນຈະວ່າງເປົ່າໜ້ອຍໜຶ່ງ, ຂ້ອຍກໍສາມາດມີຄວາມສຸກກັບຄວາມສຳລານທາງເນື້ອໜັງ, ກິນດີດື່ມດີ ແລະ ເຮັດທຸກຢ່າງທີ່ຂ້ອຍຕ້ອງການ, ໂດຍບໍ່ມີຂໍ້ຈຳກັດໃດໆ. ໃນຊ່ວງຫຼາຍປີທີ່ເຊື່ອໃນພຣະເຈົ້າ, ຂ້ອຍໄດ້ທົນທຸກທໍລະມານຫຼາຍ ແລະ ບັງຄັບຕົນເອງຫຼາຍເກີນໄປ! ເຖິງແມ່ນວ່າຂ້ອຍຈະໄດ້ຮັບຄວາມຈິງໜ້ອຍໜຶ່ງ ແລະ ຮູ້ສຶກໝັ້ນຄົງໃນໃຈຫຼາຍຂຶ້ນໜ້ອຍໜຶ່ງ, ຄວາມຈິງເຫຼົ່ານີ້ກໍບໍ່ສາມາດທົດແທນຄວາມສຳລານທາງເນື້ອໜັງເຫຼົ່ານັ້ນໄດ້! ນອກຈາກນີ້, ພາລະກິດຂອງພຣະເຈົ້າບໍ່ເຄີຍສິ້ນສຸດ ແລະ ພຣະເຈົ້າບໍ່ເຄີຍປາກົດຕໍ່ຜູ້ຄົນ, ສະນັ້ນ ຂ້ອຍຈຶ່ງບໍ່ເຄີຍຮູ້ສຶກໝັ້ນຄົງຢ່າງແທ້ຈິງ. ພວກເຂົາເວົ້າວ່າການເຂົ້າໃຈ ແລະ ການໄດ້ຮັບຄວາມຈິງນຳມາເຊິ່ງຄວາມສະຫງົບ ແລະ ຄວາມສຸກ, ແຕ່ການມີຄວາມສະຫງົບ ແລະ ຄວາມສຸກຈະມີປະໂຫຍດຫຍັງ? ຂ້ອຍກໍຍັງບໍ່ມີຄວາມສຸກທາງເນື້ອໜັງ!” ຄວາມຄິດເຫຼົ່ານີ້ໄດ້ແລ່ນຜ່ານໃນຫົວຂອງພວກເຂົານັບຄັ້ງບໍ່ຖ້ວນ ແລະ ພວກເຂົາກໍໄດ້ບອກກັບຕົນເອງນັບຄັ້ງບໍ່ຖ້ວນ. ເມື່ອພວກເຂົາເຊື່ອວ່າແນວຄິດຂອງພວກເຂົາມີເຫດຜົນພຽງພໍທີ່ຈະຢືນຢັດໄດ້ ແລະ ພວກເຂົາຮູ້ສຶກວ່າເວລາສຸກງອມແລ້ວ ແລະ ພວກເຂົາມີຄຸນສົມບັດພຽງພໍທີ່ຈະຈັບຜິດພາລະກິດຂອງພຣະເຈົ້າ, ພວກເຂົາກໍບໍ່ສາມາດອົດກັ້ນທີ່ຈະເຜີຍແຜ່ຄຳເວົ້າ ແລະ ແນວຄິດທີ່ກ່າວມາຂ້າງເທິງ. ພວກເຂົາເຜີຍແຜ່ຄວາມບໍ່ພໍໃຈທີ່ພວກເຂົາມີຕໍ່ພຣະເຈົ້າ ແລະ ແນວຄິດ ແລະ ຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພາລະກິດຂອງພຣະເຈົ້າ, ໂດຍພະຍາຍາມເຮັດໃຫ້ຄົນຈຳນວນຫຼາຍຂຶ້ນຫຼົງຜິດໃຫ້ເຂົ້າໃຈພຣະເຈົ້າຜິດ ແລະ ພາລະກິດຂອງພຣະອົງ. ແນ່ນອນວ່າ ຍັງມີບາງຄົນທີ່ມີເຈດຕະນາແອບແຝງທີ່ຕ້ອງການຂັດຂວາງຄົນຈຳນວນຫຼາຍຂຶ້ນຈາກການເສຍສະລະຕົນເອງເພື່ອພຣະເຈົ້າ, ໂດຍຕ້ອງການໃຫ້ພວກເຂົາປະຖິ້ມໜ້າທີ່ປັດຈຸບັນຂອງພວກເຂົາ ແລະ ປະຕິເສດພຣະເຈົ້າ; ຖ້າຄຣິສຕະຈັກຖືກຍຸບ, ສຳລັບພວກເຂົາແລ້ວ ມັນກໍຈະເປັນສິ່ງທີ່ດີທີ່ສຸດ. ເປົ້າໝາຍຂອງພວກເຂົາແມ່ນຫຍັງ? “ຖ້າຂ້ອຍບໍ່ສາມາດໄດ້ຮັບພອນ, ພວກເຈົ້າກໍຢ່າຫວັງວ່າຈະໄດ້ຮັບຄືກັນ. ຂ້ອຍຈະຈົງໃຈກໍ່ເລື່ອງໃຫ້ພວກເຈົ້າທຸກຄົນ ເພື່ອບໍ່ໃຫ້ພວກເຈົ້າຄົນໃດສາມາດຫວັງວ່າຈະໄດ້ຮັບຄວາມຈິງ ຫຼື ພອນທີ່ພຣະເຈົ້າສັນຍາໄວ້!” ເມື່ອເຫັນວ່າບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນ, ພວກເຂົາກໍສູນເສຍຄວາມອົດທົນທີ່ຈະລໍຖ້າຕໍ່ໄປ. ພວກເຂົາບໍ່ໄດ້ຮັບພອນດ້ວຍຕົນເອງ ແລະ ພວກເຂົາກໍບໍ່ຕ້ອງການໃຫ້ຄົນອື່ນໄດ້ຮັບເຊັ່ນກັນ. ສະນັ້ນ, ເມື່ອພວກເຂົາເຜີຍແຜ່ແນວຄິດ, ໃນດ້ານໜຶ່ງ ພວກເຂົາກຳລັງລະບາຍຄວາມບໍ່ພໍໃຈຂອງພວກເຂົາ, ຈົ່ມວ່າບໍ່ມີຫຍັງກ່ຽວກັບພາລະກິດຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງມະນຸດ ແລະ ວິທີການປະຕິບັດພາລະກິດຂອງພຣະເຈົ້າກໍບໍ່ໄດ້ຄຳນຶງເຖິງຄວາມຮູ້ສຶກຂອງຜູ້ຄົນ. ໃນເວລາດຽວກັນ, ພວກເຂົາກໍຕ້ອງການ ເຮັດໃຫ້ຫຼົງຜິດ ແລະ ລໍ້ລວງຄົນຈຳນວນຫຼາຍຂຶ້ນໃຫ້ເຂົ້າໃຈພຣະເຈົ້າຜິດ ແລະ ຈົ່ມວ່າກ່ຽວກັບພຣະເຈົ້າ, ເກີດມີແນວຄິດຕໍ່ພຣະເຈົ້າ ແລະ ສູນເສຍຄວາມເຊື່ອ. ພວກເຂົາຕ້ອງການໃຫ້ຄົນຈຳນວນຫຼາຍຂຶ້ນປະຖິ້ມພຣະເຈົ້າ ຍ້ອນຄວາມເຂົ້າໃຈຜິດ ແລະ ແນວຄິດທີ່ພວກເຂົາມີຕໍ່ພຣະອົງຄືກັນກັບທີ່ພວກເຂົາມີ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?