ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16) ສ່ວນທີ ໜຶ່ງ

ຂໍ້ທີສິບສອງ: ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີສີ່)

ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ

VIII. ການເຜີຍແຜ່ແນວຄິດ

1. ການສະແດງອອກຂອງການເຜີຍແຜ່ແນວຄິດ

ມື້ນີ້ພວກເຮົາຈະສືບຕໍ່ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ”. ສຳລັບບັນຫາຕ່າງໆຂອງການຂັດຂວາງ ແລະ ການລົບກວນທີ່ເກີດຂຶ້ນໃນຊີວິດຄຣິສຕະຈັກ, ພວກເຮົາໄດ້ລະບຸໄວ້ສິບເອັດຂໍ້. ຄັ້ງທີ່ຜ່ານມາພວກເຮົາໄດ້ໂອ້ລົມກັນກ່ຽວກັບບັນຫາທີເຈັດ: ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ. ມື້ນີ້, ພວກເຮົາຈະໂອ້ລົມກັນກ່ຽວກັບບັນຫາທີແປດ: ການເຜີຍແຜ່ແນວຄິດ. ການເຜີຍແຜ່ແນວຄິດກໍເກີດຂຶ້ນເລື້ອຍໆໃນຊີວິດຄຣິສຕະຈັກເຊັ່ນກັນ. ບາງຄົນທີ່ບໍ່ຍອມຮັບຄວາມຈິງເລີຍ, ເຊື່ອໃນພຣະເຈົ້າໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາ ແລະ ພວກເຂົາມັກຈະເຜີຍແຜ່ແນວຄິດບາງຢ່າງເພື່ອລົບກວນຊີວິດຄຣິສຕະຈັກ. ຄຣິສຕະຈັກຕ້ອງຈຳກັດພຶດຕິກຳນີ້ ແລະ ແກ້ໄຂມັນຜ່ານການໂອ້ລົມຄວາມຈິງໃນຊີວິດຄຣິສຕະຈັກ. ຈາກລັກສະນະຕາມຕົວອັກສອນ, ໃຜກໍສາມາດເຫັນໄດ້ວ່າການເຜີຍແຜ່ແນວຄິດບໍ່ແມ່ນພຶດຕິກຳທີ່ເໝາະສົມ, ວ່າມັນບໍ່ແມ່ນສິ່ງທີ່ເປັນບວກ ແຕ່ເປັນສິ່ງທີ່ເປັນລົບ. ສະນັ້ນ, ມັນຄວນຖືກຢຸດຢັ້ງ ແລະ ຖືກຈຳກັດໃນຊີວິດຄຣິສຕະຈັກ. ບໍ່ວ່າຄົນປະເພດໃດທີ່ເຜີຍແຜ່ແນວຄິດ, ໂດຍບໍ່ຄຳນຶງເຖິງແຮງຈູງໃຈຂອງພວກເຂົາ, ບໍ່ວ່າພວກເຂົາກຳລັງເຜີຍແຜ່ແນວຄິດໂດຍຕັ້ງໃຈ ຫຼື ບໍ່ຕັ້ງໃຈກໍຕາມ, ຕາບໃດທີ່ພວກເຂົາເຜີຍແຜ່ແນວຄິດ, ມັນກໍຈະຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ, ເຊິ່ງກໍ່ໃຫ້ເກີດຜົນກະທົບທີ່ບໍ່ດີ. ສະນັ້ນ, ເລື່ອງນີ້ຕ້ອງຖືກຈຳກັດໜຶ່ງຮ້ອຍເປີເຊັນ. ຈາກທັດສະນະໃດກໍຕາມ, ການເຜີຍແຜ່ແນວຄິດບໍ່ສາມາດມີບົດບາດໃນທາງບວກໃນການສະແຫວງຫາຄວາມຈິງຂອງຜູ້ຄົນ, ການສະແຫວງຫາການຮູ້ຈັກພຣະເຈົ້າ ຫຼື ການເຂົ້າສູ່ຄວາມເປັນຈິງຄວາມຈິງຂອງພວກເຂົາໄດ້ເລີຍ; ມັນມີແຕ່ສົ່ງຜົນໃຫ້ເກີດການລົບກວນ ແລະ ສ້າງຄວາມເສຍຫາຍຕໍ່ສິ່ງເຫຼົ່ານີ້ເທົ່ານັ້ນ. ສະນັ້ນ, ເມື່ອຄົນໃດຄົນໜຶ່ງເຜີຍແຜ່ແນວຄິດໃນຊີວິດຄຣິສຕະຈັກ, ທຸກຄົນ, ທັງຜູ້ນໍາຄຣິສຕະຈັກ ແລະ ອ້າຍເອື້ອຍນ້ອງຄວນແຍກແຍະເລື່ອງນີ້ ແລະ ກ້າວອອກມາຢຸດຢັ້ງ ແລະ ຈຳກັດຄົນຜູ້ນັ້ນໂດຍທັນທີ, ແທນທີ່ຈະຕາມໃຈພວກເຂົາຢ່າງຫຼັບຫູຫຼັບຕາໃນການເຜີຍແຜ່ແນວຄິດເພື່ອເຮັດໃຫ້ຫຼົງຜິດ ແລະ ລົບກວນຄົນອື່ນ. ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກັນກ່ຽວກັບວ່າຄຳເວົ້າປະເພດໃດທີ່ຖືວ່າເປັນການເຜີຍແຜ່ແນວຄິດ. ດ້ວຍການແຍກແຍະນີ້, ຜູ້ຄົນຈະສາມາດໃຫ້ນິຍາມໄດ້ຢ່າງຖືກຕ້ອງວ່າການເຜີຍແຜ່ແນວຄິດແມ່ນຫຍັງ ແລະ ຍັງສາມາດຢຸດຢັ້ງ ແລະ ຈຳກັດມັນໄດ້ຢ່າງຖືກຕ້ອງອີກດ້ວຍ, ແທນທີ່ຈະບໍ່ສົນໃຈມັນ ແລະ ປະຕິບັດຕໍ່ມັນດ້ວຍຄວາມເມີນເສີຍ.

1). ການເຜີຍແຜ່ແນວຄິດກ່ຽວກັບພຣະເຈົ້າ

ແນວຄິດທີ່ຖືກເຜີຍແຜ່ອອກໄປນັ້ນແມ່ນມີເປົ້າໝາຍ. ກ່ອນອື່ນ, ພວກເຮົາຕ້ອງເບິ່ງວ່າພວກມັນແນໃສ່ໃຜ ແລະ ແນວຄິດໃດທີ່ກຳລັງຖືກເຜີຍແຜ່. ການເຂົ້າໃຈສິ່ງເຫຼົ່ານີ້ຈະຊ່ວຍໃຫ້ເຈົ້າຮູ້ວ່າຄຳເວົ້າໃດທີ່ຄົນເວົ້າ ແລະ ມຸມມອງໃດທີ່ຄົນເຜີຍແຜ່ນັ້ນທີ່ຖືວ່າເປັນແນວຄິດ. ການຮູ້ວ່າຄຳເວົ້າໃດເປັນແນວຄິດຂອງຜູ້ຄົນ ແລະ ການກະທຳໃດທີ່ຖືເປັນການເຜີຍແຜ່ແນວຄິດ ຈະຊ່ວຍໃຫ້ຜູ້ຄົນສາມາດຈຳກັດການເຜີຍແຜ່ແນວຄິດໄດ້ຢ່າງຖືກຕ້ອງ ແລະ ຕົງປະເດັນຫຼາຍຂຶ້ນ. ກ່ອນອື່ນໝົດ, ການເຜີຍແຜ່ແນວຄິດທີ່ຮ້າຍແຮງທີ່ສຸດແມ່ນກ່ຽວກັບການເຜີຍແຜ່ຄວາມຄິດ ແລະ ຄວາມເຂົ້າໃຈຜິດຂອງຜູ້ຄົນກ່ຽວກັບພຣະເຈົ້າ. ນີ້ແມ່ນໝວດໃຫຍ່ໝວດໜຶ່ງ. ການເຜີຍແຜ່ມຸມມອງ ແລະ ຄຳເວົ້າທີ່ບໍ່ແມ່ນຂໍ້ເທັດຈິງກ່ຽວກັບຕົວຕົນຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ ແລະ ການມີຢູ່ຈິງຂອງພຣະເຈົ້າ ລ້ວນແຕ່ຖືເປັນການເຜີຍແຜ່ແນວຄິດ. ນີ້ເປັນຄຳກ່າວໂດຍທົ່ວໄປ; ໂດຍສະເພາະແລ້ວ, ຄຳເວົ້າປະເພດໃດທີ່ຖືເປັນການເຜີຍແຜ່ແນວຄິດ? ການເຜີຍແຜ່ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ, ການຕັດສິນ ແລະ ການກ່າວໂທດພຣະເຈົ້າ ແລະ ແມ່ນແຕ່ການໝິ່ນປະໝາດຕໍ່ພຣະເຈົ້າ ລ້ວນແຕ່ເປັນການເຜີຍແຜ່ແນວຄິດ. ເວົ້າງ່າຍໆກໍຄື, ການເຜີຍແຜ່ຄວາມເຂົ້າໃຈກ່ຽວກັບພຣະເຈົ້າທີ່ບໍ່ສອດຄ່ອງກັບຄວາມເປັນຈິງ ແລະ ຄຳເວົ້າ ແລະ ການຕີຄວາມໝາຍຜິດທີ່ບໍ່ສອດຄ່ອງກັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ ລ້ວນຖືເປັນການເຜີຍແຜ່ແນວຄິດ. ຕົວຢ່າງ: ໃນຊີວິດຄຣິສຕະຈັກ, ບາງຄົນມັກເວົ້າກ່ຽວກັບຕົວຕົນຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະເຈົ້າ. ພວກເຂົາບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ. ພວກເຂົາມັກຈະສົງໄສ ແລະ ເຂົ້າໃຈພຣະເຈົ້າຜິດໃນໃຈຂອງພວກເຂົາ, ໂດຍບໍ່ສາມາດຍອມອ່ອນນ້ອມຕໍ່ສະພາບແວດລ້ອມການດຳລົງຊີວິດ ແລະ ສະພາບແວດລ້ອມສຳລັບການປະຕິບັດໜ້າທີ່ຂອງຕົນທີ່ພຣະເຈົ້າຈັດແຈງໃຫ້ ແລະ ສິ່ງອື່ນໆອີກດ້ວຍ. ຈາກນັ້ນ ພວກເຂົາກໍເຜີຍແຜ່ຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ຄວາມຄິດຂອງພວກເຂົາກ່ຽວກັບການບໍ່ເຂົ້າໃຈພຣະເຈົ້າ. ສະຫຼຸບສັ້ນໆ, ຄວາມຄິດເຫຼົ່ານີ້ບໍ່ແມ່ນກ່ຽວກັບການຍອມຮັບ ແລະ ການຍອມອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າຈາກທັດສະນະຂອງມະນຸດທີ່ຖືກສ້າງ, ແຕ່ພັດເຕັມໄປດ້ວຍອະຄະຕິສ່ວນຕົວ, ຄວາມເຂົ້າໃຈຜິດ ແລະ ແມ່ນແຕ່ການຕັດສິນ ແລະ ການກ່າວໂທດ. ຫຼັງຈາກທີ່ໄດ້ຍິນສິ່ງເຫຼົ່ານີ້, ຄົນອື່ນກໍເກີດມີຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ ແລະ ລະແວງພຣະອົງ, ດ້ວຍເຫດນີ້ຈຶ່ງສູນເສຍຄວາມເຊື່ອທີ່ແທ້ຈິງຂອງພວກເຂົາໃນພຣະເຈົ້າ, ຍິ່ງບໍ່ຕ້ອງເວົ້າເຖິງວ່າຈະມີການຍອມອ່ອນນ້ອມທີ່ແທ້ຈິງເລີຍ.

ບາງຄົນຄິດວ່າການເຊື່ອໃນພຣະເຈົ້າຄວນນຳມາເຊິ່ງສັນຕິສຸກ ແລະ ຄວາມສຸກ ແລະ ວ່າຖ້າພວກເຂົາພົບພໍ້ກັບສະຖານະການຕ່າງໆ, ພວກເຂົາພຽງແຕ່ຕ້ອງອະທິຖານຕໍ່ພຣະເຈົ້າ ແລະ ພຣະເຈົ້າກໍຈະງ່ຽງຫູຟັງ, ປະທານພຣະຄຸນ ແລະ ພອນໃຫ້ພວກເຂົາ ແລະ ຮັບປະກັນວ່າທຸກຢ່າງຈະດຳເນີນໄປຢ່າງສະຫງົບ ແລະ ໂດຍບໍ່ມີອຸປະສັກສຳລັບພວກເຂົາ. ຈຸດປະສົງຂອງພວກເຂົາໃນການເຊື່ອໃນພຣະເຈົ້າແມ່ນເພື່ອສະແຫວງຫາພຣະຄຸນ, ໄດ້ຮັບພອນ ແລະ ເພີດເພີນກັບສັນຕິສຸກ ແລະ ຄວາມສຸກ. ຍ້ອນມຸມມອງເຫຼົ່ານີ້ເອງທີ່ພວກເຂົາປະຖິ້ມຄອບຄົວຂອງພວກເຂົາ ຫຼື ລາອອກຈາກວຽກເພື່ອເສຍສະລະເພື່ອພຣະເຈົ້າ ແລະ ສາມາດອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາໄດ້. ພວກເຂົາເຊື່ອວ່າຕາບໃດທີ່ພວກເຂົາປະຖິ້ມສິ່ງຕ່າງໆ, ເສຍສະລະເພື່ອພຣະເຈົ້າ, ອົດທົນຕໍ່ຄວາມຍາກລຳບາກ ແລະ ເຮັດວຽກຢ່າງພາກພຽນ, ໂດຍສະແດງອອກເຖິງພຶດຕິກຳທີ່ດີເລີດ, ພວກເຂົາກໍຈະໄດ້ຮັບພອນ ແລະ ຄວາມໂປດປານຂອງພຣະເຈົ້າ ແລະ ວ່າບໍ່ວ່າພວກເຂົາພົບພໍ້ກັບຄວາມຫຍຸ້ງຍາກໃດກໍຕາມ, ຕາບໃດທີ່ພວກເຂົາອະທິຖານຕໍ່ພຣະເຈົ້າ, ພຣະອົງກໍຈະແກ້ໄຂຄວາມຫຍຸ້ງຍາກເຫຼົ່ານັ້ນ ແລະ ເປີດເສັ້ນທາງໃຫ້ພວກເຂົາໃນທຸກສິ່ງ. ນີ້ຄືມຸມມອງທີ່ຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າມີ. ຜູ້ຄົນຮູ້ສຶກວ່າມຸມມອງນີ້ຊອບທຳ ແລະ ຖືກຕ້ອງ. ຄວາມສາມາດຂອງຫຼາຍຄົນໃນການຮັກສາຄວາມເຊື່ອຂອງພວກເຂົາໃນພຣະເຈົ້າເປັນເວລາຫຼາຍປີໂດຍບໍ່ປະຖິ້ມຄວາມເຊື່ອຂອງພວກເຂົາ ແມ່ນກ່ຽວຂ້ອງໂດຍກົງກັບມຸມມອງນີ້. ພວກເຂົາຄິດວ່າ, “ຂ້ອຍໄດ້ເສຍສະລະເພື່ອພຣະເຈົ້າຫຼາຍແລ້ວ, ພຶດຕິກຳຂອງຂ້ອຍກໍດີຫຼາຍ ແລະ ຂ້ອຍບໍ່ໄດ້ກະທຳຄວາມຊົ່ວໃດໆ; ພຣະເຈົ້າຈະອວຍພອນຂ້ອຍຢ່າງແນ່ນອນ. ເພາະວ່າຂ້ອຍໄດ້ທົນທຸກຫຼາຍ ແລະ ໄດ້ຈ່າຍລາຄາຢ່າງໃຫຍ່ຫຼວງສຳລັບທຸກໜ້າວຽກ, ເຮັດທຸກຢ່າງຕາມພຣະທຳ ແລະ ຂໍ້ກຳນົດຂອງພຣະເຈົ້າໂດຍບໍ່ມີຂໍ້ຜິດພາດໃດໆ, ພຣະເຈົ້າຄວນອວຍພອນຂ້ອຍ; ພຣະອົງຄວນຮັບປະກັນວ່າທຸກຢ່າງຈະດຳເນີນໄປໂດຍບໍ່ມີອຸປະສັກສຳລັບຂ້ອຍ ແລະ ໃຫ້ຂ້ອຍມີສັນຕິສຸກ ແລະ ຄວາມສຸກໃນໃຈຢູ່ສະເໝີ ແລະ ເພີດເພີນກັບການສະຖິດຢູ່ຂອງພຣະເຈົ້າ”. ນີ້ບໍ່ແມ່ນແນວຄິດ ແລະ ຈິນຕະນາການຂອງມະນຸດບໍ? ຈາກທັດສະນະຂອງມະນຸດ, ຜູ້ຄົນເພີດເພີນກັບພຣະຄຸນຂອງພຣະເຈົ້າ ແລະ ໄດ້ຮັບຜົນປະໂຫຍດ, ສະນັ້ນ ມັນຈຶ່ງສົມເຫດສົມຜົນທີ່ຈະຕ້ອງທົນທຸກໜ້ອຍໜຶ່ງເພື່ອສິ່ງນີ້ ແລະ ມັນກໍຄຸ້ມຄ່າທີ່ຈະແລກປ່ຽນຄວາມທຸກທໍລະມານນີ້ກັບພອນຂອງພຣະເຈົ້າ. ນີ້ຄືສະພາວະຈິດໃຈຂອງການຕໍ່ລອງກັບພຣະເຈົ້າ. ແຕ່ຈາກທັດສະນະຂອງຄວາມຈິງ ແລະ ຈາກທັດສະນະຂອງພຣະເຈົ້າ, ໂດຍພື້ນຖານແລ້ວ ສິ່ງນີ້ບໍ່ສອດຄ່ອງກັບຫຼັກການໃນວຽກງານຂອງພຣະເຈົ້າ ຫຼື ມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນ. ມັນເປັນຄວາມເຊື່ອໂດຍອີງໃສ່ຄວາມປາຖະໜາສ່ວນຕົວທັງໝົດ, ເປັນພຽງແນວຄິດ ແລະ ຈິນຕະນາການຂອງມະນຸດກ່ຽວກັບການເຊື່ອໃນພຣະເຈົ້າ. ບໍ່ວ່າມັນຈະກ່ຽວຂ້ອງກັບການຕໍ່ລອງ ຫຼື ການຮຽກຮ້ອງສິ່ງຕ່າງໆຈາກພຣະເຈົ້າ ຫຼື ມີແນວຄິດ ແລະ ຈິນຕະນາການຂອງມະນຸດ, ບໍ່ວ່າກໍລະນີໃດກໍຕາມ, ບໍ່ມີສິ່ງໃດທີ່ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ ແລະ ທັງບໍ່ບັນລຸຫຼັກການ ແລະ ມາດຕະຖານຂອງພຣະເຈົ້າໃນການອວຍພອນຜູ້ຄົນ. ໂດຍສະເພາະ, ຄວາມຄິດ ແລະ ມຸມມອງແບບແລກປ່ຽນນີ້ເປັນການລ່ວງເກີນອຸປະນິໄສຂອງພຣະເຈົ້າ, ແຕ່ຜູ້ຄົນບໍ່ໄດ້ຮັບຮູ້ມັນ. ເມື່ອສິ່ງທີ່ພຣະເຈົ້າກະທຳບໍ່ສອດຄ່ອງກັບແນວຄິດຂອງຜູ້ຄົນ, ພວກເຂົາກໍເກີດມີຄຳຈົ່ມວ່າ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະອົງໃນໃຈຂອງພວກເຂົາຢ່າງໄວວາ. ພວກເຂົາແມ່ນແຕ່ຮູ້ສຶກຖືກກະທຳ ແລະ ຈາກນັ້ນກໍເລີ່ມຖຽງກັບພຣະເຈົ້າ ແລະ ພວກເຂົາອາດຈະແມ່ນແຕ່ຕັດສິນ ແລະ ກ່າວໂທດພຣະອົງ. ໂດຍບໍ່ຄຳນຶງວ່າຜູ້ຄົນເກີດມີແນວຄິດ ແລະ ຄວາມເຂົ້າໃຈຜິດຫຍັງກໍຕາມ, ຈາກທັດສະນະຂອງພຣະເຈົ້າ, ພຣະອົງບໍ່ເຄີຍກະທຳ ຫຼື ປະຕິບັດຕໍ່ຜູ້ໃດຕາມແນວຄິດ ຫຼື ຄວາມປາຖະໜາຂອງມະນຸດເລີຍ. ພຣະເຈົ້າກະທຳສິ່ງທີ່ພຣະອົງປາຖະໜາທີ່ຈະກະທຳສະເໝີ, ຕາມວິທີທາງຂອງພຣະອົງເອງ ແລະ ໂດຍອີງໃສ່ອຸປະນິໄສ-ແກ່ນແທ້ຂອງພຣະອົງເອງ. ພຣະເຈົ້າມີຫຼັກການໃນວິທີທີ່ພຣະອົງປະຕິບັດຕໍ່ທຸກຄົນ; ບໍ່ມີສິ່ງໃດທີ່ພຣະອົງກະທຳຕໍ່ແຕ່ລະຄົນທີ່ອີງໃສ່ແນວຄິດ, ຈິນຕະນາການ ຫຼື ຄວາມມັກຂອງມະນຸດ, ນີ້ຄືລັກສະນະຂອງວຽກງານຂອງພຣະເຈົ້າທີ່ຂັດກັບແນວຄິດຂອງມະນຸດຫຼາຍທີ່ສຸດ. ເມື່ອພຣະເຈົ້າຈັດສະພາບແວດລ້ອມໃຫ້ຜູ້ຄົນທີ່ຂັດກັບແນວຄິດ ແລະ ຈິນຕະນາການຂອງພວກເຂົາຢ່າງສິ້ນເຊີງ, ພວກເຂົາສ້າງແນວຄິດ, ການຕັດສິນ ແລະ ການກ່າວໂທດຕໍ່ພຣະເຈົ້າໃນໃຈຂອງພວກເຂົາ ແລະ ອາດຈະເຖິງກັບປະຕິເສດພຣະອົງ. ແລ້ວພຣະເຈົ້າຈະສາມາດຕອບສະໜອງຄວາມຕ້ອງການຂອງພວກເຂົາໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ. ພຣະເຈົ້າຈະບໍ່ປ່ຽນແປງວິທີການເຮັດວຽກ ແລະ ຄວາມປາຖະໜາຂອງພຣະອົງຕາມແນວຄິດຂອງມະນຸດເລີຍ. ແລ້ວແມ່ນໃຜທີ່ຕ້ອງປ່ຽນແປງ? ແມ່ນຜູ້ຄົນ. ຜູ້ຄົນຕ້ອງປ່ອຍວາງແນວຄິດຂອງພວກເຂົາ, ຍອມຮັບ, ຍອມອ່ອນນ້ອມຕໍ່ ແລະ ມີປະສົບການກັບສະພາບແວດລ້ອມທີ່ພຣະເຈົ້າຈັດໃຫ້ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂແນວຄິດຂອງພວກເຂົາເອງ, ແທນທີ່ຈະວັດແທກສິ່ງທີ່ພຣະເຈົ້າກະທຳກັບແນວຄິດຂອງພວກເຂົາ ເພື່ອເບິ່ງວ່າມັນຖືກຕ້ອງ ຫຼື ບໍ່. ເມື່ອຜູ້ຄົນຢືນຢັນທີ່ຈະຍຶດໝັ້ນກັບແນວຄິດຂອງພວກເຂົາ, ພວກເຂົາກໍເກີດມີການຕໍ່ຕ້ານພຣະເຈົ້າ, ສິ່ງນີ້ເກີດຂຶ້ນຕາມທຳມະຊາດ. ຮາກເຫງົ້າຂອງການຕໍ່ຕ້ານຢູ່ໃສ? ມັນຢູ່ໃນຂໍ້ເທັດຈິງທີ່ວ່າສິ່ງທີ່ຜູ້ຄົນມັກມີຢູ່ໃນໃຈຂອງພວກເຂົາຕາມປົກກະຕິນັ້ນ ບໍ່ຕ້ອງສົງໄສເລີຍວ່າແມ່ນແນວຄິດ ແລະ ຈິນຕະນາການຂອງພວກເຂົາ ແລະ ບໍ່ແມ່ນຄວາມຈິງ. ສະນັ້ນ, ເມື່ອພົບພໍ້ກັບວຽກງານຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ຜູ້ຄົນກໍສາມາດຕໍ່ຕ້ານພຣະເຈົ້າ ແລະ ຕັດສິນພຣະອົງ. ສິ່ງນີ້ພິສູດວ່າ ໂດຍພື້ນຖານແລ້ວ ຜູ້ຄົນຂາດຫົວໃຈແຫ່ງການອ່ອນນ້ອມຕໍ່ພຣະເຈົ້າ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຢູ່ຫ່າງໄກຈາກການຖືກຊຳລະລ້າງ ແລະ ໂດຍພື້ນຖານແລ້ວ ພວກເຂົາດຳລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ພວກເຂົາຍັງຢູ່ຫ່າງໄກຈາກການບັນລຸຄວາມລອດພົ້ນຫຼາຍ.

ເມື່ອຜູ້ຄົນເກີດມີແນວຄິດກ່ຽວກັບພຣະເຈົ້າ ແລະ ເກີດການຕໍ່ຕ້ານພຣະອົງໃນໃຈຂອງພວກເຂົາ, ຜູ້ທີ່ມີຈິດສຳນຶກຢູ່ແດ່ກໍຈະຝືນໃຈຍອມຮັບສິ່ງທີ່ພຣະເຈົ້າກະທຳ ແລະ ພະຍາຍາມປັບຕົວເຂົ້າກັບສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດແຈງໄວ້ ແລະ ຍອມຮັບອຳນາດສູງສຸດຂອງພຣະອົງເໜືອຜູ້ຄົນ. ການທີ່ຜູ້ຄົນຈະສາມາດປ່ອຍວາງແນວຄິດໄດ້ຫຼາຍສໍ່າໃດ ແລະ ໃນລະດັບໃດນັ້ນ ສ່ວນໜຶ່ງແມ່ນຂຶ້ນກັບຄວາມສາມາດຂອງພວກເຂົາ ແລະ ອີກສ່ວນໜຶ່ງແມ່ນຂຶ້ນກັບວ່າພວກເຂົາຍອມຮັບຄວາມຈິງ ແລະ ເປັນຄົນທີ່ຮັກຄວາມຈິງ ຫຼື ບໍ່. ບາງຄົນປະເຊີນໜ້າຢ່າງຫ້າວຫັນກັບສະພາບແວດລ້ອມທີ່ພຣະເຈົ້າຈັດແຈງໄວ້ໂດຍການອ່ານພຣະທຳຂອງພຣະເຈົ້າ, ການສະແຫວງຫາ ແລະ ການໂອ້ລົມກັນ ແລະ ການໄຕ່ຕອງ. ພວກເຂົາຄ່ອຍໆໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ ແລະ ດ້ວຍເຫດນີ້ຈຶ່ງເພີ່ມການອ່ອນນ້ອມ ແລະ ຄວາມເຊື່ອຂອງພວກເຂົາ. ເຖິງຢ່າງໃດກໍຕາມ, ໂດຍບໍ່ຄຳນຶງເຖິງສະພາບແວດລ້ອມທີ່ພວກເຂົາພົບພໍ້, ບາງຄົນກໍບໍ່ໄດ້ສະແຫວງຫາຄວາມຈິງ. ແທນທີ່ຈະເປັນແນວນັ້ນ, ພວກເຂົາປະເມີນສະພາບແວດລ້ອມທັງໝົດທີ່ພຣະເຈົ້າຈັດວາງໂດຍອີງໃສ່ແນວຄິດ, ຈິນຕະນາການຂອງພວກເຂົາ ແລະ ວ່າມັນເປັນປະໂຫຍດຕໍ່ພວກເຂົາ ຫຼື ບໍ່. ການພິຈາລະນາຂອງພວກເຂົາແມ່ນໝູນອ້ອມຜົນປະໂຫຍດຂອງຕົນເອງສະເໝີ; ພວກເຂົາສົນໃຈສະເໝີວ່າພວກເຂົາຈະໄດ້ຮັບຜົນປະໂຫຍດຫຼາຍສໍ່າໃດ, ຜົນປະໂຫຍດຂອງພວກເຂົາຈະໄດ້ຮັບການຕອບສະໜອງຫຼາຍສໍ່າໃດໃນດ້ານວັດຖຸສິ່ງຂອງ, ເງິນຄຳ ແລະ ຄວາມສຸກທາງເນື້ອໜັງ; ແລະ ພວກເຂົາຕັດສິນໃຈ ແລະ ປະຕິບັດຕໍ່ທຸກສິ່ງທີ່ພຣະເຈົ້າຈັດແຈງໂດຍອີງໃສ່ປັດໄຈເຫຼົ່ານີ້ສະເໝີ. ແລ້ວໃນທີ່ສຸດ, ຫຼັງຈາກທີ່ໄດ້ໃຊ້ຄວາມຄິດຢ່າງໜັກ, ພວກເຂົາກໍເລືອກທີ່ຈະບໍ່ອ່ອນນ້ອມຕໍ່ສະພາບແວດລ້ອມທີ່ພຣະເຈົ້າຈັດແຈງໄວ້ ແຕ່ເລືອກທີ່ຈະຫຼົບໜີ ແລະ ຫຼີກລ່ຽງມັນ. ຍ້ອນການຕໍ່ຕ້ານ, ການປະຕິເສດ ແລະ ການຫຼີກລ່ຽງຂອງພວກເຂົາ, ພວກເຂົາຈຶ່ງຫ່າງເຫີນຈາກພຣະທຳຂອງພຣະເຈົ້າ, ພາດປະສົບການຊີວິດ ແລະ ໄດ້ຮັບຄວາມເສຍຫາຍ, ເຊິ່ງນຳຄວາມເຈັບປວດ ແລະ ຄວາມທໍລະມານມາສູ່ຈິດໃຈຂອງພວກເຂົາ. ຍິ່ງພວກເຂົາຕໍ່ຕ້ານສະພາບແວດລ້ອມດັ່ງກ່າວຫຼາຍເທົ່າໃດ, ຄວາມທຸກທໍລະມານທີ່ພວກເຂົາທົນຢູ່ກໍຍິ່ງຫຼາຍ ແລະ ໃຫຍ່ຂຶ້ນເທົ່ານັ້ນ. ເມື່ອສະຖານະການດັ່ງກ່າວເກີດຂຶ້ນ, ຄວາມເຊື່ອພຽງເລັກນ້ອຍທີ່ພວກເຂົາມີໃນພຣະເຈົ້າກໍຖືກທຳລາຍລົງໃນທີ່ສຸດ. ໃນເວລານີ້, ແນວຄິດທີ່ຄອບງຳຈິດໃຈຂອງພວກເຂົາກໍພຸ່ງຂຶ້ນມາພ້ອມກັນ: “ຂ້ອຍໄດ້ເສຍສະລະເພື່ອພຣະເຈົ້າມາດົນແລ້ວ, ແຕ່ບໍ່ຄາດຄິດວ່າພຣະເຈົ້າຈະປະຕິບັດຕໍ່ຂ້ອຍແບບນີ້. ພຣະເຈົ້າບໍ່ຍຸຕິທຳ, ພຣະອົງບໍ່ຮັກຜູ້ຄົນ! ພຣະເຈົ້າໄດ້ກ່າວວ່າ ຜູ້ທີ່ເສຍສະລະຢ່າງຈິງໃຈເພື່ອພຣະອົງຈະໄດ້ຮັບພອນຢ່າງໃຫຍ່ຫຼວງແນ່ນອນ. ຂ້ອຍໄດ້ເສຍສະລະຢ່າງຈິງໃຈເພື່ອພຣະເຈົ້າ, ຂ້ອຍໄດ້ປະຖິ້ມຄອບຄົວ ແລະ ອາຊີບ, ອົດທົນຕໍ່ຄວາມລຳບາກ ແລະ ເຮັດວຽກໜັກ, ເປັນຫຍັງພຣະເຈົ້າຈຶ່ງບໍ່ໄດ້ອວຍພອນຂ້ອຍຢ່າງໃຫຍ່ຫຼວງ? ພອນຂອງພຣະເຈົ້າຢູ່ໃສ? ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ສຶກ ຫຼື ເຫັນມັນ? ເປັນຫຍັງພຣະເຈົ້າຈຶ່ງປະຕິບັດຕໍ່ຜູ້ຄົນຢ່າງບໍ່ຍຸຕິທຳ? ເປັນຫຍັງພຣະເຈົ້າຈຶ່ງບໍ່ຮັກສາຄຳເວົ້າຂອງພຣະອົງ? ຄົນທັງຫຼາຍເວົ້າວ່າພຣະເຈົ້າຊົງສັດຊື່, ແຕ່ເປັນຫຍັງຂ້ອຍຈຶ່ງບໍ່ຮູ້ສຶກເຖິງມັນ? ບໍ່ເວົ້າເລື່ອງອື່ນ, ພຽງແຕ່ໃນສະພາບແວດລ້ອມນີ້, ຂ້ອຍບໍ່ໄດ້ຮູ້ສຶກວ່າພຣະເຈົ້າຊົງສັດຊື່ເລີຍ!” ຍ້ອນຜູ້ຄົນມີແນວຄິດ, ພວກເຂົາຈຶ່ງຖືກຫຼອກລວງ ແລະ ຖືກນໍາພາຢ່າງຜິດໆໂດຍແນວຄິດເຫຼົ່ານັ້ນໄດ້ຢ່າງງ່າຍດາຍ. ແມ່ນແຕ່ເມື່ອພຣະເຈົ້າຈັດແຈງສະພາບແວດລ້ອມເພື່ອການປ່ຽນແປງອຸປະນິໄສຂອງຜູ້ຄົນ ແລະ ເພື່ອການເຕີບໂຕທາງຊີວິດຂອງພວກເຂົາ, ພວກເຂົາກໍເຫັນວ່າຍອມຮັບໄດ້ຍາກ ແລະ ພວກເຂົາກໍເຂົ້າໃຈພຣະເຈົ້າຜິດ. ພວກເຂົາຄິດວ່ານີ້ບໍ່ແມ່ນພອນຂອງພຣະເຈົ້າ ແລະ ພຣະເຈົ້າບໍ່ມັກພວກເຂົາ. ພວກເຂົາເຊື່ອວ່າພວກເຂົາໄດ້ເສຍສະລະຢ່າງຈິງໃຈເພື່ອພຣະເຈົ້າ, ແຕ່ພຣະເຈົ້າບໍ່ໄດ້ປະຕິບັດຕາມຄຳສັນຍາຂອງພຣະອົງ. ຄົນເຫຼົ່ານີ້, ຜູ້ທີ່ບໍ່ໄລ່ຕາມຄວາມຈິງ, ຈຶ່ງຖືກເປີດເຜີຍຢ່າງງ່າຍດາຍຜ່ານການທົດສອບພຽງຄັ້ງດຽວຂອງສະພາບແວດລ້ອມເລັກນ້ອຍ. ເມື່ອພວກເຂົາຖືກເປີດເຜີຍ, ໃນທີ່ສຸດພວກເຂົາກໍເວົ້າສິ່ງທີ່ພວກເຂົາປາຖະໜາຢາກເວົ້າທີ່ສຸດອອກມາ: “ພຣະເຈົ້າບໍ່ຊອບທຳ. ພຣະເຈົ້າບໍ່ແມ່ນພຣະເຈົ້າທີ່ສັດຊື່. ພຣະທຳຂອງພຣະເຈົ້າບໍ່ຄ່ອຍຈະສຳເລັດ. ພຣະເຈົ້າໄດ້ກ່າວວ່າ, ‘ພຣະເຈົ້າຮັກສາສັດຈະ, ສິ່ງທີ່ພຣະອົງກ່າວຈະຕ້ອງສຳເລັດ ແລະ ສິ່ງທີ່ພຣະອົງກະທຳຈະຄົງຢູ່ຕະຫຼອດໄປ’. ຄຳເວົ້າເຫຼົ່ານີ້ສຳເລັດຢູ່ໃສ? ເປັນຫຍັງຂ້ອຍຈຶ່ງບໍ່ເຫັນ ຫຼື ຮູ້ສຶກເຖິງມັນ? ເບິ່ງແມ ນາງນັ້ນ: ຕັ້ງແຕ່ເຊື່ອໃນພຣະເຈົ້າ, ລາວບໍ່ໄດ້ປະຖິ້ມ ຫຼື ເສຍສະລະເພື່ອພຣະເຈົ້າຫຼາຍເທົ່າຂ້ອຍ ແລະ ທັງບໍ່ໄດ້ຖວາຍຫຼາຍເທົ່າຂ້ອຍ. ແຕ່ລູກຂອງລາວໄດ້ເຂົ້າຮຽນມະຫາວິທະຍາໄລທີ່ມີຊື່ສຽງ, ຜົວຂອງລາວກໍໄດ້ເລື່ອນຕຳແໜ່ງ, ທຸລະກິດຂອງພວກເຂົາກໍຈະເລີນຮຸ່ງເຮືອງ ແລະ ແມ່ນແຕ່ຜົນລະປູກຂອງພວກເຂົາກໍໃຫ້ຜົນຜະລິດຫຼາຍກວ່າຄົນອື່ນ. ແລ້ວຂ້ອຍໄດ້ຫຍັງ? ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກແລ້ວ!” ຄຳເວົ້າເຫຼົ່ານີ້ຄືຄວາມຄິດທີ່ແທ້ຈິງຂອງຄົນເຫຼົ່ານີ້, ເປັນຄະຕິປະຈຳໃຈຂອງພວກເຂົາ. ພວກເຂົາເຕັມໄປດ້ວຍແນວຄິດເຫຼົ່ານີ້, ເຕັມໄປດ້ວຍແນວຄິດ ແລະ ມຸມມອງທີ່ຜິດພ້ຽນເຫຼົ່ານີ້ ແລະ ເຕັມໄປດ້ວຍການຄຳນຶງເຖິງຜົນປະໂຫຍດ ແລະ ການແລກປ່ຽນ. ນີ້ຄືວິທີທີ່ພວກເຂົາເຂົ້າໃຈ ແລະ ຮັບຮູ້ວຽກງານຂອງພຣະເຈົ້າ ແລະ ເຈດຕະນາທີ່ພຽນພະຍາຍາມຂອງພຣະອົງ, ນີ້ຄືວິທີທີ່ພວກເຂົາປະຕິບັດຕໍ່ສິ່ງເຫຼົ່ານີ້. ສະນັ້ນ, ໃນສະພາບແວດລ້ອມທີ່ພຣະເຈົ້າຈັດແຈງຢ່າງພາກພຽນຊ້ຳແລ້ວຊ້ຳເລົ່າ, ພວກເຂົາກໍໃຊ້ແນວຄິດຂອງພວກເຂົາວັດແທກ ແລະ ເຂົ້າໃຈພຣະເຈົ້າຜິດຊ້ຳແລ້ວຊ້ຳເລົ່າ ແລະ ລົ້ມເຫຼວ ແລະ ສະດຸດລົ້ມຢ່າງຕໍ່ເນື່ອງ. ຍິ່ງໄປກວ່ານັ້ນ, ພວກເຂົາພະຍາຍາມພິສູດຢູ່ສະເໝີວ່າແນວຄິດຂອງພວກເຂົາຖືກຕ້ອງ. ເມື່ອພວກເຂົາເຊື່ອວ່າແນວຄິດເຫຼົ່ານີ້ຖືກຢືນຢັນ ແລະ ເປັນຫຼັກຖານພຽງພໍໃຫ້ພວກເຂົາປະເມີນ, ຕັດສິນ ແລະ ກ່າວໂທດພຣະເຈົ້າໄດ້ຕາມອຳເພີໃຈ, ພວກເຂົາກໍເລີ່ມເຜີຍແຜ່ແນວຄິດ, ເພາະວ່າໃຈຂອງພວກເຂົາເຕັມໄປດ້ວຍແນວຄິດກ່ຽວກັບພຣະເຈົ້າ. ມີຫຍັງປະປົນຢູ່ໃນແນວຄິດເຫຼົ່ານີ້? ມັນຄືຄຳຈົ່ມວ່າ, ຄວາມບໍ່ພໍໃຈ ແລະ ຄວາມຄັບແຄ້ນໃຈ. ເມື່ອພວກເຂົາເຕັມໄປດ້ວຍສິ່ງເຫຼົ່ານີ້, ພວກເຂົາກໍຊອກຫາໂອກາດເພື່ອລະບາຍ. ພວກເຂົາຫວັງວ່າຈະພົບກຸ່ມຄົນທີ່ຈະຮັບຟັງ “ຄວາມບໍ່ຍຸຕິທຳ” ທີ່ພວກເຂົາພົບພໍ້; ພວກເຂົາຢາກລະບາຍສິ່ງເຫຼົ່ານີ້ໃຫ້ຄົນເຫຼົ່ານີ້ຟັງ ແລະ ລະບາຍຄວາມຄັບແຄ້ນໃຈແກ່ພວກເຂົາກ່ຽວກັບສິ່ງທີ່ເອີ້ນວ່າການປະຕິບັດທີ່ບໍ່ເປັນທຳທີ່ພວກເຂົາ “ປະສົບ”. ນີ້ຄືວິທີທີ່ແນວຄິດທີ່ຄົນເຫຼົ່ານີ້ເຜີຍແຜ່ເກີດຂຶ້ນໃນຊີວິດຄຣິສຕະຈັກ, ນີ້ຄືທີ່ມາຂອງແນວຄິດດັ່ງກ່າວ. ໃຈຂອງຄົນເຫຼົ່ານີ້ເຕັມໄປດ້ວຍຄວາມຄັບແຄ້ນໃຈ, ການຂັດຂືນ ແລະ ຄວາມບໍ່ພໍໃຈ, ພ້ອມທັງຄວາມເຂົ້າໃຈຜິດ ແລະ ຄຳຈົ່ມວ່າກ່ຽວກັບພຣະເຈົ້າ ແລະ ແມ່ນແຕ່ການຕັດສິນ ແລະ ການກ່າວໂທດພຣະເຈົ້າ, ຈົນໃນທີ່ສຸດກໍເຮັດໃຫ້ໃຈຂອງພວກເຂົາເຕັມໄປດ້ວຍການໝິ່ນປະໝາດ. ພວກເຂົາຢ້ານວ່າຈະບໍ່ໄດ້ຮັບພອນ ແລະ ດັ່ງນັ້ນຈຶ່ງບໍ່ເຕັມໃຈທີ່ຈະຈາກໄປ, ສະນັ້ນ ພວກເຂົາຈຶ່ງເຜີຍແຜ່ຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ຄວາມບໍ່ພໍໃຈຂອງພວກເຂົາຕໍ່ພຣະອົງໃນທ່າມກາງຜູ້ຄົນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍຍັງເຜີຍແຜ່ການຕັດສິນ ແລະ ການກ່າວໂທດພຣະເຈົ້າ ແລະ ການໝິ່ນປະໝາດຂອງພວກເຂົາຕໍ່ພຣະອົງ. ພວກເຂົາໝິ່ນປະໝາດຫຍັງ? ພວກເຂົາໝິ່ນປະໝາດພຣະເຈົ້າ, ໂດຍກ່າວວ່າພຣະອົງບໍ່ຍຸຕິທຳຕໍ່ພວກເຂົາ ແລະ ບໍ່ໄດ້ໃຫ້ຜົນຕອບແທນທີ່ເໝາະສົມ ແລະ ເທົ່າທຽມກັບສິ່ງທີ່ພວກເຂົາໄດ້ເຮັດ. ພວກເຂົາຕັດສິນພຣະເຈົ້າທີ່ບໍ່ໄດ້ປະທານພຣະຄຸນ ແລະ ພອນອັນຍິ່ງໃຫຍ່ໃຫ້ພວກເຂົາ ຫຼັງຈາກການຖວາຍ ແລະ ການເສຍສະລະຂອງພວກເຂົາ. ພວກເຂົາບໍ່ໄດ້ຮັບສິ່ງທີ່ຈຳເປັນທາງເນື້ອໜັງເຫຼົ່ານັ້ນຈາກພຣະເຈົ້າ, ເຊັ່ນ: ວັດຖຸສິ່ງຂອງ, ເງິນຄຳ ແລະ ອື່ນໆ, ເຊິ່ງພວກເຂົາຫວັງວ່າຈະໄດ້ຮັບ, ດັ່ງນັ້ນຈຶ່ງເຮັດໃຫ້ໃຈຂອງພວກເຂົາເຕັມໄປດ້ວຍຄຳຈົ່ມວ່າ ແລະ ຄວາມຄັບແຄ້ນໃຈ. ຈຸດປະສົງຂອງພວກເຂົາໃນການເຜີຍແຜ່ແນວຄິດຄື, ໃນດ້ານໜຶ່ງແມ່ນເພື່ອລະບາຍ ແລະ ເພື່ອແກ້ແຄ້ນ, ດ້ວຍເຫດນີ້ຈຶ່ງບັນລຸຄວາມສົມດຸນທາງຈິດໃຈ; ແລະ ໃນອີກດ້ານໜຶ່ງ, ເພື່ອຍຸຍົງໃຫ້ຄົນຈຳນວນຫຼາຍຂຶ້ນເກີດມີຄວາມເຂົ້າໃຈຜິດ ແລະ ແນວຄິດກ່ຽວກັບພຣະເຈົ້າ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ຄົນເຫຼົ່ານີ້ລະແວງພຣະເຈົ້າຄືກັນກັບພວກເຂົາເຮັດ. ຖ້າຄົນຈຳນວນຫຼາຍຂຶ້ນເວົ້າວ່າ, “ພວກເຮົາຈະບໍ່ເຊື່ອໃນພຣະເຈົ້າອີກແລ້ວ”, ພວກເຂົາກໍຈະຮູ້ສຶກພໍໃຈໃນໃຈ. ນີ້ຄືຈຸດປະສົງ ແລະ ເຫດຜົນທີ່ແທ້ຈິງທີ່ຢູ່ເບື້ອງຫຼັງການເຜີຍແຜ່ແນວຄິດຂອງພວກເຂົາ.

ຄະຕິປະຈຳໃຈຂອງຄົນທີ່ເຜີຍແຜ່ແນວຄິດແມ່ນຫຍັງ? ຄຳເວົ້າທີ່ພວກເຂົາມັກເວົ້າຊ້ຳໆແມ່ນຫຍັງ? ຫຼັງຈາກທີ່ໄດ້ມີປະສົບການກັບບາງສິ່ງ ແລະ ບໍ່ໄດ້ຮັບຜົນປະໂຫຍດທີ່ພວກເຂົາປາຖະໜາ, ພວກເຂົາກໍເວົ້າກັບຕົນເອງຢ່າງບໍ່ຢຸດຢັ້ງວ່າ, “ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກແລ້ວ”. ແມ່ນແຕ່ຫຼັງຈາກທີ່ເວົ້າແບບນີ້, ພວກເຂົາກໍບໍ່ຮູ້ສຶກວ່າໄດ້ບັນເທົາຄວາມກຽດຊັງຂອງຕົນ ຫຼື ບັນລຸເປົ້າໝາຍຂອງພວກເຂົາ. ເມື່ອພວກເຂົາເຂົ້າຮ່ວມການເຕົ້າໂຮມ, ບໍ່ວ່າຄົນອື່ນໂອ້ລົມກັນກ່ຽວກັບຫຍັງກໍຕາມ, ພວກເຂົາກໍຟັງບໍ່ເຂົ້າຫູ. ພວກເຂົາຕ້ອງເວົ້າປະໂຫຍກນີ້ອີກຄັ້ງ, ເວົ້າຊ້ຳຫຼາຍຄັ້ງ, ແມ່ນແຕ່ຫຼາຍກວ່າສິບຄັ້ງ. “ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກແລ້ວ”, ປະໂຫຍກນີ້ບໍ່ເຕັມໄປດ້ວຍຄວາມໝາຍບໍ? ມັນມີເລື່ອງລາວເບື້ອງຫຼັງ. “ຄວາມເຊື່ອ” ຂອງພວກເຂົາແມ່ນຫຍັງ? ກ່ອນໜ້ານີ້ພວກເຂົາເຊື່ອໃນພຣະເຈົ້າບໍ? ຄວາມເຊື່ອໃນເມື່ອກ່ອນຂອງພວກເຂົາແມ່ນຄວາມເຊື່ອທີ່ແທ້ຈິງບໍ? ມັນລວມເຖິງການອ່ອນນ້ອມທີ່ສິ່ງທີ່ຖືກສ້າງຄວນມີບໍ? (ບໍ່.) ບໍ່ມີເລີຍ. ພວກເຂົາເຕັມໄປດ້ວຍແນວຄິດ ແລະ ຈິນຕະນາການກ່ຽວກັບພຣະເຈົ້າ. ສິ່ງທີ່ສຳຄັນກວ່ານັ້ນ, ພວກເຂົາເຕັມໄປດ້ວຍການຮຽກຮ້ອງ ແລະ ການຂໍຈາກພຣະເຈົ້າ, ໂດຍບໍ່ມີການອ່ອນນ້ອມໃດໆເລີຍ. “ຄວາມເຊື່ອ” ຂອງພວກເຂົາໝາຍຄວາມວ່າແນວໃດ? “ຂ້ອຍເຊື່ອວ່າພຣະເຈົ້າຄືຜູ້ທີ່ຊົງອຳນາດສູງສຸດເໜືອສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສັບພະສິ່ງ. ຂ້ອຍເຊື່ອວ່າພຣະເຈົ້າສາມາດປົກປ້ອງຂ້ອຍຈາກການຖືກຄົນອື່ນຂົ່ມເຫັງ. ຂ້ອຍເຊື່ອວ່າພຣະເຈົ້າສາມາດເຮັດໃຫ້ຂ້ອຍເພີດເພີນກັບຄວາມສະບາຍທາງເນື້ອໜັງ, ດຳລົງຊີວິດທີ່ດີ, ຊີວິດທີ່ຈະເລີນຮຸ່ງເຮືອງ ແລະ ເຮັດໃຫ້ທຸກຢ່າງດຳເນີນໄປຢ່າງສະຫງົບ ແລະ ຢ່າງໜ້າພໍໃຈສຳລັບຂ້ອຍ. ຂ້ອຍເຊື່ອວ່າພຣະເຈົ້າສາມາດເຮັດໃຫ້ຂ້ອຍເຂົ້າສູ່ລາຊະອານາຈັກສະຫວັນ ແລະ ໄດ້ຮັບພອນອັນຍິ່ງໃຫຍ່, ນໍາເອົາຮ້ອຍເທົ່າໃນຊີວິດນີ້ມາໃຫ້ຂ້ອຍ, ຊີວິດນິລັນດອນໃນໂລກທີ່ຈະມາເຖິງ!” ນີ້ແມ່ນຄວາມເຊື່ອບໍ? ບໍ່ມີຮ່ອງຮອຍຂອງການອ່ອນນ້ອມໃນ “ຄວາມເຊື່ອ” ເຫຼົ່ານີ້ ແລະ ບໍ່ມີຂໍ້ໃດທີ່ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນ. ຄວາມເຊື່ອເຫຼົ່ານີ້ເກີດຂຶ້ນຈາກທັດສະນະຂອງຜົນປະໂຫຍດສ່ວນຕົວລ້ວນໆ. ພຣະເຈົ້າສະແດງອອກເຖິງຄວາມຈິງ ແລະ ເຮັດວຽກໃນຕົວຜູ້ຄົນ. ພຣະເຈົ້າເຄີຍກ່າວຕອນໃດວ່າ ພຣະອົງຈະເຮັດໃຫ້ຜູ້ຄົນດຳລົງຊີວິດທີ່ມີຄວາມສຸກ, ດຳລົງຊີວິດເໜືອຄົນອື່ນ ຫຼື ຈະເລີນຮຸ່ງເຮືອງ ແລະ ປະສົບຜົນສຳເລັດ, ໂດຍມີອະນາຄົດທີ່ບໍ່ມີຂີດຈຳກັດ? (ບໍ່ເຄີຍ.) ສະນັ້ນ ເປັນຫຍັງພວກເຂົາຈຶ່ງຖືວ່າ “ຄວາມເຊື່ອ” ຂອງພວກເຂົາເອງມີຄ່າຫຼາຍ? ພວກເຂົາເຖິງກັບເວົ້າວ່າພວກເຂົາຈະບໍ່ເຊື່ອໃນພຣະເຈົ້າອີກແລ້ວ. ຄວາມເຊື່ອຂອງພວກເຂົາມີຄ່າຫຍັງບໍ? ພຣະເຈົ້າຍອມຮັບມັນບໍ? ພວກເຂົາບໍ່ມີຮ່ອງຮອຍຂອງຄວາມເປັນຈິງຄວາມຈິງ, ບໍ່ມີຮ່ອງຮອຍຂອງການອ່ອນນ້ອມຕໍ່ພຣະເຈົ້າ, ພຽງແຕ່ຕ້ອງການໄດ້ຮັບພອນ, ຜົນປະໂຫຍດ ແລະ ສິ່ງທີ່ດີຈາກພຣະເຈົ້າ ແລະ ພວກເຂົາເອີ້ນສິ່ງນີ້ວ່າການເຊື່ອໃນພຣະເຈົ້າ. ນີ້ບໍ່ແມ່ນການໝິ່ນປະໝາດຕໍ່ພຣະເຈົ້າບໍ? ຄົນປະເພດນີ້ເຕັມໄປດ້ວຍແນວຄິດ ແລະ ຖືກຄອບງຳໂດຍເຈດຕະນາທີ່ຈະໄດ້ຮັບພອນ. ພວກເຂົາບໍ່ໄດ້ມີປະສົບການກັບວຽກງານຂອງພຣະເຈົ້າເລີຍ ແລະ ບໍ່ໄດ້ປະຕິບັດພຣະທຳຂອງພຣະເຈົ້າ. ເປົ້າໝາຍ ແລະ ແຮງຈູງໃຈຂອງທຸກສິ່ງທີ່ພວກເຂົາເຮັດແມ່ນເພື່ອຜົນປະໂຫຍດຂອງເນື້ອໜັງຂອງພວກເຂົາເອງທັງໝົດ. ພວກເຂົາຮູ້ສຶກດີກັບຕົນເອງ ແລະ ຖືວ່າສິ່ງທີ່ເອີ້ນວ່າຄວາມເຊື່ອຂອງພວກເຂົາໃນພຣະເຈົ້ານັ້ນມີຄ່າເປັນພິເສດ. ຖ້າຄວາມເຊື່ອຂອງເຈົ້າໃນພຣະເຈົ້າມີຄ່າ ແລະ ສູງສົ່ງຫຼາຍ, ແລ້ວເປັນຫຍັງເມື່ອພຣະເຈົ້າຈັດສະພາບແວດລ້ອມເລັກນ້ອຍໃຫ້ເຈົ້າ, ເຈົ້າຈຶ່ງບໍ່ສາມາດເຂົ້າໃຈຄວາມຈິງຈາກມັນ ຫຼື ຍຶດໝັ້ນໃນການເປັນພະຍານຂອງຕົນໄດ້? ເກີດຫຍັງຂຶ້ນຢູ່ທີ່ນີ້? ເມື່ອພຣະເຈົ້າທົດສອບຄວາມເຊື່ອຂອງເຈົ້າ, ເຈົ້າມອບສິ່ງໃດຄືນໃຫ້ພຣະເຈົ້າ? ເປັນໄປໄດ້ບໍທີ່ຄວາມເຂົ້າໃຈຜິດ, ຄຳຈົ່ມວ່າ ແລະ ການຕໍ່ຕ້ານທີ່ເຈົ້າມອບຄືນໃຫ້ພຣະເຈົ້ານັ້ນເປັນສິ່ງທີ່ພຣະອົງຕ້ອງການ? ສິ່ງເຫຼົ່ານີ້ສອດຄ່ອງກັບຄວາມຈິງບໍ? ເຫັນໄດ້ຊັດເຈນວ່າບໍ່ແມ່ນ. ສະນັ້ນ, ຄວາມຈິງທີ່ວ່າຄົນເຫຼົ່ານີ້ສາມາດເຜີຍແຜ່ແນວຄິດຢ່າງເປີດເຜີຍໃນຄຣິສຕະຈັກກໍພິສູດໄດ້ສິ່ງໜຶ່ງ: ພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຊົງອຳນາດສູງສຸດເໜືອທຸກສິ່ງ, ພຣະເຈົ້າທີ່ພວກເຂົາເຊື່ອນັ້ນບໍ່ມີຢູ່ຈິງ. ເມື່ອຄົນເຫຼົ່ານີ້ເຜີຍແຜ່ແນວຄິດຢ່າງເປີດເຜີຍເພື່ອເຮັດໃຫ້ຫຼົງຜິດ ແລະ ຊັກຊວນໃຫ້ຄົນຈຳນວນຫຼາຍຂຶ້ນມາຮ່ວມກັບພວກເຂົາໃນການຕໍ່ຕ້ານ, ກ່າວໂທດ ແລະ ໝິ່ນປະໝາດພຣະເຈົ້າ, ພວກເຂົາກໍກຳລັງປະກາດຕໍ່ສາທາລະນະໂດຍບໍ່ຮູ້ສຶກຕົວວ່າ ພວກເຂົາບໍ່ແມ່ນຜູ້ຕິດຕາມຂອງພຣະເຈົ້າອີກຕໍ່ໄປ, ບໍ່ແມ່ນຜູ້ເຊື່ອອີກຕໍ່ໄປ ແລະ ບໍ່ແມ່ນສິ່ງທີ່ຖືກສ້າງພາຍໃຕ້ອຳນາດປົກຄອງຂອງພຣະຜູ້ສ້າງອີກຕໍ່ໄປ. ແນວຄິດທີ່ພວກເຂົາເຜີຍແຜ່ບໍ່ແມ່ນຄວາມຄິດ ຫຼື ຄຳເວົ້າທີ່ທຳມະດາ; ແທນທີ່ຈະເປັນແນວນັ້ນ, ພວກມັນໄດ້ສ້າງກຳແພງທີ່ບໍ່ສາມາດທະລຸຜ່ານໄດ້ຕໍ່ພຣະເຈົ້າໃນໃຈຂອງພວກເຂົາແລ້ວ ແລະ ພວກເຂົາໄດ້ຕັດສິນໃຈແລ້ວວ່າ ການໃຊ້ແນວຄິດ ແລະ ຈິນຕະນາການຂອງມະນຸດເພື່ອປະຕິບັດຕໍ່ພຣະເຈົ້າ, ຈັດການຄວາມສຳພັນຂອງພວກເຂົາກັບພຣະເຈົ້າ ແລະ ປະຕິບັດຕໍ່ພຣະທຳຂອງພຣະເຈົ້າ ແລະ ວຽກງານຂອງພຣະເຈົ້າ ແມ່ນຖືກຕ້ອງ ແລະ ເປັນວິທີທີ່ພວກເຂົາຄວນປະຕິບັດ. ເມື່ອຄົນດັ່ງກ່າວເຜີຍແຜ່ແນວຄິດຢ່າງເປີດເຜີຍໃນຊີວິດຄຣິສຕະຈັກ, ພວກເຂົາຄວນຖືກຈຳກັດບໍ? ຫຼື ໂດຍຄຳນຶງເຖິງຄວາມເຕີບໂຕທີ່ຍັງນ້ອຍ ແລະ ພື້ນຖານທີ່ຕື້ນຂອງພວກເຂົາ, ພວກເຂົາຄວນໄດ້ຮັບອິດສະລະໃນການສະແດງມຸມມອງຂອງພວກເຂົາ ແລະ ມີເວລາ ແລະ ພື້ນທີ່ພຽງພໍເພື່ອໃຫ້ພວກເຂົາກັບໃຈບໍ? ວິທີການໃດທີ່ເໝາະສົມ? (ການຢຸດຢັ້ງ ແລະ ການຈຳກັດພວກເຂົາແມ່ນເໝາະສົມ.) ເປັນຫຍັງການຢຸດຢັ້ງ ແລະ ການຈຳກັດພວກເຂົາຈຶ່ງເໝາະສົມ? ບາງຄົນເວົ້າວ່າ, “ຖ້າເຈົ້າຈຳກັດພວກເຂົາ ແລະ ບໍ່ໃຫ້ພວກເຂົາເວົ້າຢ່າງອິດສະລະ ແລະ ພວກເຂົາເຊົາເຊື່ອ ແລະ ເຊົາເຂົ້າຮ່ວມການເຕົ້າໂຮມ, ນັ້ນຈະບໍ່ເປັນການທຳຮ້າຍພວກເຂົາບໍ? ນັ້ນຈະເປັນສິ່ງທີ່ໜ້າເສຍດາຍ! ພຣະເຈົ້າບໍ່ຢາກຊ່ວຍທຸກຄົນໃຫ້ລອດພົ້ນ ແທນທີ່ຈະໃຫ້ຄົນໃດຄົນໜຶ່ງຕ້ອງພົບກັບຄວາມພິນາດບໍ? ແມ່ນແຕ່ລູກແກະທີ່ເສຍໄປໂຕໜຶ່ງກໍຕ້ອງຕາມຫາກັບຄືນມາ, ຫຼັງຈາກທີ່ພະຍາຍາມທັງໝົດເພື່ອຕາມຫາລູກແກະທີ່ເສຍໄປກັບຄືນມາ, ພຣະອົງຍັງຈະປ່ອຍໃຫ້ມັນເສຍໄປອີກບໍ?” ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ບໍ່.) ເປັນຫຍັງພວກມັນຈຶ່ງບໍ່ຖືກຕ້ອງ? (ເພາະວ່າຄົນດັ່ງກ່າວບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ພວກເຂົາເຊື່ອໃນພຣະເຈົ້າພຽງແຕ່ຫວັງວ່າຈະໄດ້ຮັບພອນ ແລະ ຄວາມເຊື່ອຂອງພວກເຂົາກໍປະປົນໄປດ້ວຍສິ່ງເຈືອປົນ.) ໃຜແດ່ທີ່ບໍ່ມີສິ່ງເຈືອປົນປະປົນຢູ່ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ? ເຈົ້າບໍ່ມີບໍ? ນີ້ເປັນເຫດຜົນທີ່ໃຊ້ໄດ້ບໍ? ໃຫ້ພິຈາລະນາຄຳເວົ້າຈາກຄົນດັ່ງກ່າວ: “ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກແລ້ວ”. ຄຳເວົ້າເຫຼົ່ານີ້ແມ່ນຄຳເວົ້າປະເພດໃດ? ມັນມີຄວາມແຕກຕ່າງຫຍັງແດ່ລະຫວ່າງຄຳເວົ້າເຫຼົ່ານີ້ກັບການໝິ່ນປະໝາດຂອງຜູ້ບໍ່ມີຄວາມເຊື່ອ, ມານຮ້າຍ ແລະ ຊາຕານ? (ບໍ່ມີ.) ຄວາມໝາຍທີ່ຢູ່ເບື້ອງຫຼັງຂອງຄຳເວົ້ານີ້ແມ່ນຫຍັງ? “ຂ້ອຍບໍ່ມີຄວາມເຊື່ອໃນພຣະເຈົ້າອີກຕໍ່ໄປ. ໃນອະດີດ, ຂ້ອຍເຊື່ອ ແລະ ຕິດຕາມພຣະເຈົ້າຢ່າງສຸດໃຈ, ແຕ່ພຣະເຈົ້າບໍ່ໄດ້ອວຍພອນຂ້ອຍ. ແທນທີ່ຈະເປັນແນວນັ້ນ, ພຣະອົງໄດ້ຈັດແຈງສະພາບແວດລ້ອມແບບນັ້ນເພື່ອເຮັດໃຫ້ສິ່ງຕ່າງໆຍາກລຳບາກສຳລັບຂ້ອຍ ແລະ ເຮັດໃຫ້ຂ້ອຍສະດຸດລົ້ມ. ສິ່ງທີ່ພຣະເຈົ້າກ່າວບໍ່ສອດຄ່ອງກັບສິ່ງທີ່ພຣະອົງເຮັດເລີຍ, ສະນັ້ນ ຂ້ອຍຈຶ່ງບໍ່ກ້າເຊື່ອໃນພຣະເຈົ້າອີກຕໍ່ໄປ! ກ່ອນໜ້ານີ້ຂ້ອຍໂງ່ຫຼາຍ. ຂ້ອຍໄດ້ປະຖິ້ມ, ເສຍສະລະ ແລະ ອົດທົນຕໍ່ຄວາມຍາກລຳບາກຫຼາຍເພື່ອພຣະເຈົ້າ, ແຕ່ບໍ່ເຫັນການປົກປ້ອງຈາກພຣະເຈົ້າ ເມື່ອຂ້ອຍຖືກຈັບ ແລະ ຖືກຂົ່ມເຫັງໂດຍມັງກອນແດງທີ່ຍິ່ງໃຫຍ່. ທຸລະກິດຂອງຄອບຄົວຂ້ອຍກໍບໍ່ໄດ້ດີເທົ່າຄົນອື່ນ, ຂ້ອຍບໍ່ໄດ້ຫາເງິນໄດ້ຫຼາຍເທົ່າຄົນອື່ນ ແລະ ພໍ່ແມ່ຂອງຂ້ອຍກໍຍັງເຈັບປ່ວຍຢູ່. ຂ້ອຍບໍ່ໄດ້ຫຍັງເລີຍຈາກການເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ. ພຣະເຈົ້າບໍ່ໄດ້ກ່າວບໍວ່າພຣະອົງຈະອວຍພອນຜູ້ຄົນຢ່າງໃຫຍ່ຫຼວງ? ຂ້ອຍໄດ້ຮັບພອນຫຍັງແດ່ຈາກພຣະເຈົ້າ? ພຣະທຳຂອງພຣະເຈົ້າບໍ່ໄດ້ເປັນຈິງເລີຍ, ສະນັ້ນ ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ!” ຄຳເວົ້າທີ່ວ່າ “ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ!” ປະກອບດ້ວຍຫຼາຍຢ່າງ. ມັນເຕັມໄປດ້ວຍຄຳຈົ່ມວ່າ, ຄວາມບໍ່ພໍໃຈ ແລະ ຄວາມເຂົ້າໃຈຜິດຕໍ່ພຣະເຈົ້າ. ສະຫຼຸບສັ້ນໆ, ຫຼັງຈາກທີ່ພວກເຂົາອົດທົນຕໍ່ຄວາມຍາກລຳບາກ ແລະ ເສຍສະລະດ້ວຍແນວຄິດຕາມຄວາມປາຖະໜາຂອງຕົນເອງ, ພຣະເຈົ້າບໍ່ໄດ້ປະທານພອນໃຫ້ພວກເຂົາຕາມການຮຽກຮ້ອງຂອງພວກເຂົາ ແລະ ທັງບໍ່ໄດ້ຕອບແທນ ຫຼື ໃຫ້ລາງວັນພວກເຂົາຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ສະນັ້ນ ພວກເຂົາຈຶ່ງບໍ່ພໍໃຈ ແລະ ເຕັມໄປດ້ວຍຄວາມຄຽດແຄ້ນຕໍ່ພຣະເຈົ້າ ແລະ ມັນກໍຢູ່ພາຍໃຕ້ສະຖານະການດັ່ງກ່າວທີ່ພວກເຂົາເວົ້າປະໂຫຍກນີ້ອອກມາ. ປະໂຫຍກນີ້ບໍ່ໄດ້ເກີດຂຶ້ນມາໂດຍບໍ່ມີທີ່ໄປທີ່ມາ; ເມື່ອພວກເຂົາເວົ້າມັນອອກມາ, ພວກເຂົາກໍໄດ້ສະແດງອອກເຖິງພຶດຕິກຳ ແລະ ການສະແດງອອກຫຼາຍຢ່າງແລ້ວ ແລະ ໄດ້ຖືກເປີດເຜີຍແລ້ວ. ແມ່ນຫຍັງຄືບັນຫາໃນຄວາມສຳພັນຂອງຄົນດັ່ງກ່າວກັບພຣະເຈົ້າ? ແມ່ນຫຍັງຄືບັນຫາໃຫຍ່ທີ່ສຸດໃນຄວາມສຳພັນຂອງພວກເຂົາກັບພຣະເຈົ້າ? ມັນຄືການທີ່ພວກເຂົາບໍ່ເຄີຍຖືວ່າຕົນເອງເປັນສິ່ງທີ່ຖືກສ້າງເລີຍ ແລະ ບໍ່ເຄີຍຖືວ່າພຣະເຈົ້າເປັນພຣະຜູ້ສ້າງທີ່ຄວນນະມັດສະການແມ່ນແຕ່ໜ້ອຍດຽວ. ຕັ້ງແຕ່ເລີ່ມຕົ້ນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ພວກເຂົາປະຕິບັດຕໍ່ພຣະເຈົ້າຄືກັບຕົ້ນໄມ້ເງິນ, ໄຫເງິນໄຫຄຳ; ພວກເຂົາຖືວ່າພຣະອົງເປັນພຣະໂພທິສັດເພື່ອປົດປ່ອຍພວກເຂົາຈາກຄວາມທຸກທໍລະມານ ແລະ ໄພພິບັດ ແລະ ຖືວ່າຕົນເອງເປັນຜູ້ຕິດຕາມຂອງພຣະໂພທິສັດອົງນີ້, ຮູບເຄົາລົບນີ້. ພວກເຂົາຄິດວ່າການເຊື່ອໃນພຣະເຈົ້າກໍຄືກັບການເຊື່ອໃນພຣະພຸດທະເຈົ້າ, ບ່ອນທີ່ພຽງແຕ່ກິນເຈ, ສວດມົນ ແລະ ຈູດທູບທຽນ ແລະ ກົ້ມຂາບເລື້ອຍໆ, ພວກເຂົາກໍສາມາດໄດ້ສິ່ງທີ່ພວກເຂົາຕ້ອງການ. ດັ່ງນັ້ນ, ເລື່ອງລາວທັງໝົດທີ່ເກີດຂຶ້ນຫຼັງຈາກທີ່ພວກເຂົາເຊື່ອໃນພຣະເຈົ້າກໍເກີດຂຶ້ນພາຍໃນຂອບເຂດແນວຄິດ ແລະ ຈິນຕະນາການຂອງພວກເຂົາ. ພວກເຂົາບໍ່ມີການສະແດງອອກໃດໆຂອງສິ່ງທີ່ຖືກສ້າງທີ່ຍອມຮັບຄວາມຈິງຈາກພຣະຜູ້ສ້າງ ແລະ ທັງບໍ່ໄດ້ສະແດງອອກເຖິງການອ່ອນນ້ອມໃດໆ ທີ່ສິ່ງທີ່ຖືກສ້າງຄວນມີຕໍ່ພຣະຜູ້ສ້າງ; ມີພຽງແຕ່ການຮຽກຮ້ອງຢ່າງຕໍ່ເນື່ອງ, ການຄິດໄລ່ຢ່າງຕໍ່ເນື່ອງ ແລະ ການຮ້ອງຂໍຢ່າງບໍ່ຢຸດຢັ້ງ. ທັງໝົດນີ້ໃນທີ່ສຸດກໍນຳໄປສູ່ການແຕກຫັກຂອງຄວາມສຳພັນຂອງພວກເຂົາກັບພຣະເຈົ້າ. ຄວາມສຳພັນປະເພດນີ້ເປັນແບບການແລກປ່ຽນກັນ ແລະ ບໍ່ສາມາດຕັ້ງໝັ້ນຄົງຢູ່ໄດ້ເລີຍ; ມັນເປັນພຽງເລື່ອງຂອງເວລາເທົ່ານັ້ນ ກ່ອນທີ່ຄົນດັ່ງກ່າວຈະຖືກເປີດເຜີຍ. ເຖິງແມ່ນວ່າພວກເຂົາເຂົ້າຮ່ວມຊີວິດຄຣິສຕະຈັກ, ບໍ່ເຜີຍແຜ່ແນວຄິດ ແລະ ບາງຄັ້ງຄາວກໍໂອ້ລົມກັນກ່ຽວກັບວ່າພຣະເຈົ້າໄດ້ນຳພາພວກເຂົາແນວໃດ, ພຣະເຈົ້າໄດ້ອວຍພອນພວກເຂົາແນວໃດ, ພວກເຂົາໄດ້ເພີດເພີນກັບຫຍັງ ແລະ ອື່ນໆ, ສິ່ງທີ່ພວກເຂົາເວົ້າສ່ວນໃຫຍ່ກໍກ່ຽວຂ້ອງກັບພຣະຄຸນ, ຄວາມເພີດເພີນ ແລະ ຜົນປະໂຫຍດທາງເນື້ອໜັງທີ່ພວກເຂົາໄດ້ຮັບຈາກພຣະເຈົ້າ. ການສົນທະນາເຫຼົ່ານີ້ບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າເລີຍ ແລະ ພວກເຂົາຂາດຄວາມເປັນຈິງຄວາມຈິງໂດຍສິ້ນເຊີງ. ເມື່ອສະຖານະການເອື້ອອຳນວຍ, ພວກເຂົາກໍສະແດງອອກເຖິງຄວາມເຊື່ອໃນພຣະເຈົ້າ ແລະ ຄວາມຮັກຕໍ່ພຣະອົງ ແລະ ຄວາມອົດກັ້ນ ແລະ ຄວາມອົດທົນຕໍ່ຄົນອື່ນ, ທັງໝົດກໍເພື່ອບັນລຸເປົ້າໝາຍໜຶ່ງ: ເພື່ອໄດ້ຮັບພອນທັງໝົດຂອງພຣະເຈົ້າ. ເມື່ອພຣະເຈົ້າເອົາພຣະຄຸນ, ຜົນປະໂຫຍດ ແລະ ຜົນຕອບແທນທາງວັດຖຸທີ່ພວກເຂົາເຄີຍເພີດເພີນອອກໄປ, ແນວຄິດຂອງພວກເຂົາກໍຖືກເປີດເຜີຍ. ຄົນເຫຼົ່ານີ້, ທີ່ຖືກຂັບເຄື່ອນດ້ວຍຜົນປະໂຫຍດສ່ວນຕົນ ແລະ ໃຫ້ຄວາມສຳຄັນກັບຜົນປະໂຫຍດສ່ວນຕົວເປັນອັນດັບທຳອິດ, ກໍໃຈຮ້າຍຂຶ້ນມາທັນທີທີ່ພວກເຂົາບໍ່ໄດ້ຮັບສິ່ງທີ່ພວກເຂົາປາຖະໜາ; ພວກເຂົາເລີ່ມເຜີຍແຜ່ແນວຄິດເພື່ອລະບາຍຄວາມບໍ່ພໍໃຈຂອງພວກເຂົາຕໍ່ພຣະເຈົ້າ, ໃນຂະນະດຽວກັນກໍພະຍາຍາມຊັກຊວນໃຫ້ຄົນຈຳນວນຫຼາຍຂຶ້ນມາເຫັນໃຈພວກເຂົາ ແລະ ຍອມຮັບແນວຄິດຂອງພວກເຂົາກ່ຽວກັບພຣະເຈົ້າ. ຄົນດັ່ງກ່າວຄວນຖືກຢຸດຢັ້ງ ແລະ ຖືກຈຳກັດບໍ? (ແມ່ນແລ້ວ.) ຫົວຂໍ້, ແນວຄິດ ແລະ ມຸມມອງທີ່ພວກເຂົາໂອ້ລົມກັນບໍ່ໄດ້ສະທ້ອນເຖິງການຢັ່ງຮູ້ທີ່ບໍລິສຸດກ່ຽວກັບຄວາມຈິງ ແລະ ທັງບໍ່ໄດ້ຊ່ວຍໃຫ້ຜູ້ຄົນອ່ອນນ້ອມຕໍ່ພຣະເຈົ້າ ແລະ ມີຄວາມເຊື່ອທີ່ແທ້ຈິງໃນພຣະອົງ. ແທນທີ່ຈະເປັນແນວນັ້ນ, ພວກມັນນຳພາຜູ້ຄົນອອກຫ່າງຈາກພຣະເຈົ້າ, ເຮັດໃຫ້ເກີດຄວາມເຂົ້າໃຈຜິດ, ຄວາມລະແວງ ແລະ ແມ່ນແຕ່ການປະຕິເສດພຣະເຈົ້າ ແລະ ເຮັດໃຫ້ຜູ້ທີ່ຟັງແນວຄິດທີ່ຄົນເຫຼົ່ານີ້ເຜີຍແຜ່ກໍເຕືອນຕົນເອງຢ່າງງຽບໆວ່າ, “ຂ້ອຍຈະບໍ່ເຊື່ອໃນພຣະເຈົ້າອີກແລ້ວ”, ຄືກັນກັບພວກເຂົາ. ນີ້ຄືການລົບກວນທີ່ແນວຄິດທີ່ຄົນດັ່ງກ່າວເຜີຍແຜ່ກໍ່ໃຫ້ເກີດຂຶ້ນກັບຄົນອື່ນ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?