ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (15) ສ່ວນທີ ຫ້າ
2. ລັກສະນະຄວາມເປັນມະນຸດຂອງຄົນທີ່ມັກໂຈມຕີຄົນອື່ນເປັນປະຈໍາ
ມື້ນີ້, ພວກເຮົາໄດ້ໂອ້ລົມກັນຫຼາຍດ້ານທີ່ກ່ຽວຂ້ອງກັບບັນຫາການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ. ພວກເຈົ້າໄດ້ເຂົ້າໃຈແກ່ນແທ້ຂອງການສະແດງອອກຂອງບຸກຄົນແຕ່ລະປະເພດໃນແຕ່ລະດ້ານເຫຼົ່ານີ້ແລ້ວບໍ? ໃຫ້ພວກເຮົາເລີ່ມຕົ້ນດ້ວຍຜູ້ທີ່ມີແນວໂນ້ມທີ່ຈະໂຈມຕີຄົນອື່ນ, ພວກເຂົາມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່ມີ.) ການຂາດເຫດຜົນຂອງພວກເຂົາສະແດງອອກແນວໃດ? ທັດສະນະຄະຕິ ແລະ ຫຼັກການຂອງພວກເຂົາຕໍ່ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆແມ່ນຫຍັງ? ພວກເຂົາເລືອກວິທີການ ແລະ ທັດສະນະຄະຕິໃດເພື່ອຈັດການກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຫຼາກຫຼາຍ? ຕົວຢ່າງ: ການມັກໂຕ້ຖຽງກັນເລື່ອງຖືກຜິດ, ນີ້ບໍ່ແມ່ນໜຶ່ງໃນທັດສະນະຄະຕິທີ່ພວກເຂົາມີຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆບໍ? (ແມ່ນແລ້ວ.) ການມັກໂຕ້ຖຽງກັນເລື່ອງຖືກຜິດໝາຍເຖິງການພະຍາຍາມຊີ້ແຈງວ່າສິ່ງໃດຖືກ ຫຼື ຜິດໃນທຸກໆເລື່ອງ, ບໍ່ຍອມຢຸດຈົນກວ່າເລື່ອງນັ້ນຈະຖືກຊີ້ແຈງ ແລະ ເຂົ້າໃຈວ່າໃຜຖືກ ແລະ ໃຜຜິດ ແລະ ຍຶດຕິດກັບເລື່ອງໄຮ້ສາລະຢ່າງດື້ດ້ານ. ການກະທຳແບບນີ້ມີຄວາມໝາຍແນວໃດແທ້? ໃນທີ່ສຸດແລ້ວ ການໂຕ້ຖຽງກັນເລື່ອງຖືກຜິດເປັນສິ່ງທີ່ຖືກຕ້ອງບໍ? (ບໍ່.) ມັນຜິດຢູ່ບ່ອນໃດ? ມັນມີຄວາມກ່ຽວຂ້ອງໃດໆກັບການປະຕິບັດຄວາມຈິງບໍ? (ບໍ່ມີຄວາມກ່ຽວຂ້ອງ.) ເປັນຫຍັງເຈົ້າຈຶ່ງເວົ້າວ່າບໍ່ມີຄວາມກ່ຽວຂ້ອງ? ການໂຕ້ຖຽງກັນເລື່ອງຖືກຜິດບໍ່ແມ່ນການຍຶດໝັ້ນຫຼັກການຄວາມຈິງ, ມັນບໍ່ແມ່ນການສົນທະນາ ຫຼື ການໂອ້ລົມຫຼັກການຄວາມຈິງ; ແທນທີ່ຈະເປັນແນວນັ້ນ, ຜູ້ຄົນເວົ້າເຖິງວ່າໃຜຖືກ ແລະ ໃຜຜິດ, ໃຜຖືກຕ້ອງ ແລະ ໃຜຜິດພາດ, ໃຜຢູ່ໃນຝ່າຍຖືກ ແລະ ໃຜບໍ່ແມ່ນ, ໃຜມີເຫດຜົນທີ່ດີ ແລະ ໃຜບໍ່ມີ, ໃຜສະແດງຫຼັກຄຳສອນທີ່ສູງກວ່າຢູ່ສະເໝີ; ນີ້ຄືສິ່ງທີ່ພວກເຂົາເຈາະເລິກ. ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນຕ້ອງຜ່ານການທົດສອບ, ພວກເຂົາກໍພະຍາຍາມໂຕ້ຖຽງກັບພຣະເຈົ້າຢູ່ສະເໝີ, ພວກເຂົາຈະຍົກເຫດຜົນນັ້ນເຫດຜົນນີ້ຂຶ້ນມາຢູ່ສະເໝີ. ພຣະເຈົ້າໄດ້ສົນທະນາເລື່ອງດັ່ງກ່າວກັບເຈົ້າບໍ? ພຣະເຈົ້າຖາມບໍວ່າສະພາບການເປັນແນວໃດ? ພຣະເຈົ້າຖາມກ່ຽວກັບເຫດຜົນ ແລະ ສາເຫດຂອງເຈົ້າບໍ? ພຣະອົງບໍ່ຖາມ. ພຣະເຈົ້າຖາມວ່າເຈົ້າມີທັດສະນະຄະຕິຂອງການອ່ອນນ້ອມ ຫຼື ການຕໍ່ຕ້ານ ຫຼື ບໍ່ ເມື່ອພຣະອົງທົດສອບເຈົ້າ. ພຣະເຈົ້າຖາມວ່າເຈົ້າເຂົ້າໃຈຄວາມຈິງ ຫຼື ບໍ່, ເຈົ້າອ່ອນນ້ອມ ຫຼື ບໍ່. ນີ້ຄືທັງໝົດທີ່ພຣະເຈົ້າຖາມ, ບໍ່ມີຫຍັງອື່ນ. ພຣະເຈົ້າບໍ່ໄດ້ຖາມເຈົ້າວ່າເຫດຜົນຂອງການບໍ່ອ່ອນນ້ອມຂອງເຈົ້າແມ່ນຫຍັງ, ພຣະອົງບໍ່ໄດ້ເບິ່ງວ່າເຈົ້າມີເຫດຜົນທີ່ດີ ຫຼື ບໍ່, ພຣະອົງບໍ່ໄດ້ພິຈາລະນາເລື່ອງດັ່ງກ່າວຢ່າງເດັດຂາດ. ພຣະເຈົ້າເບິ່ງພຽງແຕ່ວ່າເຈົ້າອ່ອນນ້ອມ ຫຼື ບໍ່. ໂດຍບໍ່ຄຳນຶງເຖິງສະພາບແວດລ້ອມການດຳລົງຊີວິດຂອງເຈົ້າ ແລະ ສະພາບການເປັນແນວໃດ, ພຣະເຈົ້າຈະກວດສອບພຽງແຕ່ວ່າໃນໃຈຂອງເຈົ້າມີການອ່ອນນ້ອມ ຫຼື ບໍ່, ວ່າເຈົ້າມີທັດສະນະຄະຕິຂອງການອ່ອນນ້ອມ ຫຼື ບໍ່. ພຣະເຈົ້າບໍ່ໄດ້ໂຕ້ຖຽງເລື່ອງຖືກຜິດກັບເຈົ້າ; ພຣະເຈົ້າບໍ່ສົນໃຈວ່າເຫດຜົນຂອງເຈົ້າແມ່ນຫຍັງ. ພຣະເຈົ້າສົນໃຈພຽງແຕ່ວ່າເຈົ້າອ່ອນນ້ອມຢ່າງແທ້ຈິງ ຫຼື ບໍ່, ນີ້ຄືທັງໝົດທີ່ພຣະເຈົ້າຖາມເຈົ້າ. ນີ້ບໍ່ແມ່ນຫຼັກການຄວາມຈິງບໍ? ຄົນປະເພດທີ່ມັກໂຕ້ຖຽງກັນເລື່ອງຖືກຜິດ, ຜູ້ທີ່ມັກມີສ່ວນຮ່ວມໃນການປະທະຄາລົມ, ມີຫຼັກການຄວາມຈິງຢູ່ໃນໃຈຂອງພວກເຂົາບໍ? (ບໍ່ມີ.) ເປັນຫຍັງຈຶ່ງບໍ່ມີ? ພວກເຂົາເຄີຍໃສ່ໃຈຫຼັກການຄວາມຈິງຈັກເທື່ອບໍ່? ພວກເຂົາເຄີຍສະແຫວງຫາມັນຈັກເທື່ອບໍ່? ພວກເຂົາເຄີຍຊອກຫາມັນຈັກເທື່ອບໍ່? ພວກເຂົາບໍ່ເຄີຍໃສ່ໃຈ, ສະແຫວງຫາ ຫຼື ຊອກຫາມັນເລີຍ ແລະ ມັນກໍບໍ່ມີຢູ່ໃນໃຈຂອງພວກເຂົາຢ່າງສິ້ນເຊີງ. ຜົນກໍຄື, ພວກເຂົາສາມາດດຳລົງຊີວິດຢູ່ພາຍໃນແນວຄິດຂອງມະນຸດເທົ່ານັ້ນ, ທັງໝົດທີ່ມີຢູ່ໃນໃຈຂອງພວກເຂົາກໍຄືຄວາມຖືກຜິດ, ຖືກຕ້ອງ ແລະ ບໍ່ຖືກຕ້ອງ, ຂໍ້ອ້າງ, ເຫດຜົນ, ການຫຼິ້ນຄຳສັບທີ່ມີເລ່ລ່ຽມ ແລະ ການໂຕ້ຖຽງ, ຫຼັງຈາກນັ້ນບໍ່ດົນ ພວກເຂົາກໍໂຈມຕີ, ຕັດສິນ ແລະ ກ່າວໂທດເຊິ່ງກັນແລະກັນ. ອຸປະນິໄສຂອງຄົນແບບນີ້ກໍຄື ພວກເຂົາມັກໂຕ້ຖຽງເລື່ອງຖືກຜິດ ແລະ ຕັດສິນ ແລະ ກ່າວໂທດຜູ້ຄົນ. ຄົນແບບນີ້ບໍ່ມີຄວາມຮັກ ຫຼື ການຍອມຮັບຄວາມຈິງ, ພວກເຂົາມີແນວໂນ້ມທີ່ຈະພະຍາຍາມໂຕ້ຖຽງກັບພຣະເຈົ້າ, ແມ່ນແຕ່ຕັດສິນພຣະເຈົ້າ ແລະ ຕໍ່ຕ້ານພຣະເຈົ້າ. ໃນທີ່ສຸດ, ພວກເຂົາກໍຈະຈົບລົງດ້ວຍການຖືກລົງໂທດ.
ຄົນທີ່ມັກໂຕ້ຖຽງກັນເລື່ອງຖືກຜິດສະແຫວງຫາຄວາມຈິງບໍ? ພວກເຂົາສະແຫວງຫາເຈດຕະນາຂອງພຣະເຈົ້າ, ຂໍ້ກຳນົດຂອງພຣະເຈົ້າ ຫຼື ຫຼັກການຄວາມຈິງທີ່ຄວນປະຕິບັດໃນສະຖານະການເຫຼົ່ານີ້ຜ່ານຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພວກເຂົາພົບພໍ້ໃນນັ້ນບໍ? ພວກເຂົາບໍ່ໄດ້ສະແຫວງຫາ. ເມື່ອປະເຊີນກັບສະຖານະການຕ່າງໆ, ພວກເຂົາມີແນວໂນ້ມທີ່ຈະວິເຄາະເບິ່ງວ່າ “ເຫດການນັ້ນເປັນແນວໃດ” ຫຼື “ຄົນຜູ້ນັ້ນເປັນແນວໃດ”. ພຶດຕິກຳນີ້ແມ່ນຫຍັງ? ນີ້ບໍ່ແມ່ນສິ່ງທີ່ຄົນມັກເອີ້ນວ່າ ການໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງບໍ? ພວກເຂົາໂຕ້ຖຽງກ່ຽວກັບເຫດຜົນຂອງຄົນ ແລະ ລຳດັບຂອງເຫດການ, ພວກເຂົາຢືນຢັນທີ່ຈະຊີ້ແຈງສິ່ງເຫຼົ່ານີ້, ແຕ່ພວກເຂົາບໍ່ໄດ້ກ່າວເຖິງວ່າໃນສ່ວນໃດຂອງຂະບວນການຂອງສະຖານະການທີ່ຊັບຊ້ອນເຫຼົ່ານີ້ທີ່ພວກເຂົາໄດ້ສະແຫວງຫາຄວາມຈິງ, ໄດ້ເຂົ້າໃຈຄວາມຈິງ ຫຼື ໄດ້ຮັບຄວາມຮູ້ແຈ້ງ. ພວກເຂົາຂາດປະສົບການ ແລະ ວິທີການປະຕິບັດເຫຼົ່ານີ້. ພວກເຂົາພຽງແຕ່ສືບຕໍ່ເວົ້າວ່າ: “ເຈົ້າຕັ້ງເປົ້າໃສ່ຂ້ອຍຢ່າງຊັດເຈນກັບເລື່ອງນັ້ນ, ເຈົ້າກຳລັງດູຖູກຂ້ອຍ. ເຈົ້າຄິດວ່າຂ້ອຍໂງ່ຈົນເບິ່ງບໍ່ອອກບໍ? ເປັນຫຍັງເຈົ້າຈຶ່ງດູຖູກຂ້ອຍ? ຂ້ອຍບໍ່ໄດ້ເຮັດຜິດໃຈເຈົ້າ; ເປັນຫຍັງເຈົ້າຈຶ່ງຕັ້ງເປົ້າໃສ່ຂ້ອຍ? ໃນເມື່ອເຈົ້າຕັ້ງເປົ້າໃສ່ຂ້ອຍ, ຂ້ອຍກໍຈະບໍ່ອອມມືໃຫ້ເຈົ້າ! ຂ້ອຍອົດທົນກັບເຈົ້າມາເປັນເວລາດົນນານແລ້ວ, ແຕ່ຄວາມອົດທົນຂອງຂ້ອຍກໍມີຂີດຈຳກັດ. ຢ່າຄິດວ່າຂ້ອຍຂົ່ມເຫັງໄດ້ງ່າຍ; ຂ້ອຍບໍ່ຢ້ານເຈົ້າດອກ!” ໂດຍການຍຶດຕິດກັບບັນຫາເຫຼົ່ານີ້, ພວກເຂົາກໍນຳສະເໜີເຫດຜົນຂອງພວກເຂົາຢ່າງບໍ່ຢຸດຢັ້ງ, ຈົມຢູ່ກັບເລື່ອງຖືກຜິດ ແລະ ຄວາມຖືກຕ້ອງ ແລະ ຄວາມບໍ່ຖືກຕ້ອງຂອງເລື່ອງ, ແຕ່ສິ່ງທີ່ເອີ້ນວ່າເຫດຜົນຂອງພວກເຂົາບໍ່ສອດຄ່ອງກັບຄວາມຈິງເລີຍ ແລະ ບໍ່ມີແມ່ນແຕ່ຄຳດຽວທີ່ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ. ພວກເຂົາຈົມຢູ່ກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆຈົນເຖິງຂັ້ນທີ່ຄົນອື່ນເບື່ອໜ່າຍຢ່າງສິ້ນເຊີງ ແລະ ບໍ່ມີໃຜເຕັມໃຈທີ່ຈະຟັງພວກເຂົາ, ແຕ່ພວກເຂົາເອງກໍບໍ່ເຄີຍເມື່ອຍທີ່ຈະເວົ້າກ່ຽວກັບສິ່ງເຫຼົ່ານີ້, ພວກເຂົາເວົ້າກ່ຽວກັບສິ່ງເຫຼົ່ານັ້ນຢູ່ທຸກບ່ອນທີ່ພວກເຂົາໄປ, ຄືກັບວ່າພວກເຂົາຖືກຄອບງຳ. ນີ້ເອີ້ນວ່າ ການໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ ແລະ ພຽງແຕ່ປະຕິເສດທີ່ຈະສະແຫວງຫາຄວາມຈິງ. ລັກສະນະທີສອງຂອງຄົນທີ່ມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມກໍຄື ຄວາມມັກເປັນພິເສດຂອງພວກເຂົາໃນການໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ. ຄົນທີ່ໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງຮັກຄວາມຈິງບໍ? (ບໍ່.) ພວກເຂົາບໍ່ຮັກຄວາມຈິງ, ນີ້ເປັນສິ່ງທີ່ເຫັນໄດ້ຊັດເຈນ. ແລ້ວບຸກຄົນເຫຼົ່ານີ້ເຂົ້າໃຈຄວາມຈິງບໍ? ພວກເຂົາຮູ້ບໍວ່າຄວາມຈິງທີ່ພຣະເຈົ້າກ່າວເຖິງນັ້ນແມ່ນຫຍັງແທ້? ໂດຍຕັດສິນຈາກພຶດຕິກຳພາຍນອກຂອງພວກເຂົາໃນການໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ, ພວກເຂົາຮູ້ບໍວ່າຄວາມຈິງແມ່ນຫຍັງແທ້? ເຫັນໄດ້ຊັດເຈນວ່າພວກເຂົາບໍ່ຮູ້. ແນວຄິດທີ່ພວກເຂົານັບຖືແມ່ນຫຍັງ? ມັນຄືແນວຄິດທີ່ວ່າ ໃຜກໍຕາມທີ່ຄຳເວົ້າຂອງລາວມີເຫດຜົນທີ່ສຸດກໍຄືຄົນຖືກ, ໃຜກໍຕາມທີ່ການກະທຳຂອງລາວໂປ່ງໃສ ແລະ ສາມາດເປີດເຜີຍໃຫ້ທຸກຄົນເຫັນໄດ້ກໍຄືຄົນທີ່ຢູ່ໃນຝ່າຍຖືກ ແລະ ໃຜກໍຕາມທີ່ກະທຳສອດຄ່ອງກັບສິນທຳ, ຈັນຍາບັນ ແລະ ວັດທະນະທຳດັ້ງເດີມ, ໂດຍໄດ້ຮັບການຮັບຮອງຈາກຄົນສ່ວນໃຫຍ່, ກໍຄືຄົນທີ່ຢູ່ໃນຝ່າຍຖືກ. ໃນທັດສະນະຂອງພວກເຂົາ, “ຄວາມຖືກຕ້ອງ” ນີ້ເປັນຕົວແທນຂອງຄວາມຈິງ, ດັ່ງນັ້ນ ພວກເຂົາຈຶ່ງສາມາດໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງດ້ວຍຄວາມໄຮ້ຢາງອາຍຢ່າງຍິ່ງ ແລະ ພວກເຂົາກໍບໍ່ເຄີຍຢຸດຈົມຢູ່ກັບເລື່ອງເຫຼົ່ານີ້. ພວກເຂົາເຊື່ອວ່າການມີເຫດຜົນເທົ່າກັບການຄອບຄອງຄວາມຈິງ, ນີ້ບໍ່ແມ່ນເລື່ອງທີ່ເປັນບັນຫາຫຼາຍບໍ? ບາງຄົນເວົ້າວ່າ, “ຂ້ອຍບໍ່ໄດ້ຂັດຂວາງ ຫຼື ລົບກວນວຽກງານຂອງຄຣິສຕະຈັກ, ຂ້ອຍບໍ່ໄດ້ເອົາປຽບຄົນອື່ນ, ຂ້ອຍບໍ່ມັກລັກຂອງຄົນອື່ນ ແລະ ຂ້ອຍກໍບໍ່ແມ່ນຄົນຂົ່ມເຫັງ; ຂ້ອຍບໍ່ແມ່ນຄົນຊົ່ວຮ້າຍ”. ຄວາມໝາຍແຝງຢູ່ນີ້ແມ່ນວ່າເຈົ້າເປັນຄົນທີ່ປະຕິບັດຄວາມຈິງ, ເປັນຄົນທີ່ຄອບຄອງຄວາມຈິງບໍ? ສ່ວນໃຫຍ່ຂອງຜູ້ທີ່ໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງເຊື່ອວ່າຕົນເອງເປັນຄົນທ່ຽງທຳຈຶ່ງບໍ່ຕ້ອງກັງວົນກັບຂ່າວລື ແລະ ຖືວ່າຕົນເອງເປັນຄົນທີ່ຊື່ຕົງ ແລະ ເປັນຄົນມີກຽດເຊິ່ງຈະບໍ່ປະຈົບປະແຈງຄົນອື່ນຈັກເທື່ອ. ສະນັ້ນ, ເມື່ອປະເຊີນກັບສະຖານະການ, ພວກເຂົາມີແນວໂນ້ມທີ່ຈະໂຕ້ຖຽງ ແລະ ໂຕ້ແຍ້ງ ແລະ ຢືນຢັນທີ່ຈະພິສູດວ່າເຫດຜົນຂອງພວກເຂົາຖືກຕ້ອງຜ່ານວິທີການເຫຼົ່ານີ້. ພວກເຂົາເຊື່ອວ່າຖ້າເຫດຜົນຂອງພວກເຂົາໜັກແໜ້ນພໍ ແລະ ສາມາດນຳສະເໜີໄດ້ຢ່າງເປີດເຜີຍ ແລະ ຄົນສ່ວນໃຫຍ່ເຫັນດີນຳ, ແລ້ວພວກເຂົາກໍຄືຄົນທີ່ຄອບຄອງຄວາມຈິງ. “ຄວາມຈິງ” ຂອງພວກເຂົາແມ່ນຫຍັງ? ມັນຖືກວັດແທກໂດຍມາດຕະຖານໃດ? ພວກເຈົ້າຄິດວ່າຄົນປະເພດນີ້ສາມາດເຂົ້າໃຈຄວາມຈິງໄດ້ບໍ? (ບໍ່ໄດ້.) ສະນັ້ນ, ພວກເຂົາຈຶ່ງໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ ແລະ ຈົມຢູ່ກັບຄົນ ແລະ ສິ່ງເຫຼົ່ານັ້ນຢ່າງດື້ດ້ານຢູ່ສະເໝີ. ຄົນເຫຼົ່ານີ້ບໍ່ເຂົ້າໃຈຄວາມຈິງ, ດັ່ງນັ້ນ ພວກເຂົາຈຶ່ງເວົ້າຢູ່ສະເໝີວ່າ, “ຂ້ອຍບໍ່ໄດ້ເຮັດຜິດໃຈເຈົ້າ ເປັນຫຍັງເຈົ້າຈຶ່ງກຳລັງຕັ້ງເປົ້າໃສ່ຂ້ອຍຢູ່ສະເໝີ? ມັນຜິດທີ່ເຈົ້າຕັ້ງເປົ້າໃສ່ຂ້ອຍ!” ພວກເຂົາເຊື່ອວ່າ, “ຖ້າຂ້ອຍບໍ່ໄດ້ເຮັດຜິດໃຈເຈົ້າ, ເຈົ້າກໍບໍ່ຄວນປະຕິບັດຕໍ່ຂ້ອຍແບບນີ້. ໃນເມື່ອເຈົ້າປະຕິບັດຕໍ່ຂ້ອຍແບບນີ້, ຂ້ອຍກໍຈະແກ້ແຄ້ນເຈົ້າ, ຂ້ອຍຈະຕອບໂຕ້ ແລະ ການຕອບໂຕ້ຂອງຂ້ອຍກໍຄືການປ້ອງກັນຕົວທີ່ຊອບດ້ວຍກົດໝາຍ, ມັນຖືກຕ້ອງຕາມກົດໝາຍ. ນີ້ຄືຫຼັກການຄວາມຈິງ. ສະນັ້ນ, ສິ່ງທີ່ເຈົ້າກຳລັງເຮັດຢູ່ບໍ່ສອດຄ່ອງກັບຫຼັກການຄວາມຈິງ, ແຕ່ສິ່ງທີ່ຂ້ອຍກຳລັງເຮັດນັ້ນສອດຄ່ອງ. ດັ່ງນັ້ນ ຂ້ອຍຈະໝົກໝຸ້ນຢູ່ກັບເລື່ອງນີ້, ຂ້ອຍຈະຍົກບັນຫານີ້ຂຶ້ນມາເວົ້າຢູ່ສະເໝີ ແລະ ຈະກ່າວເຖິງເຈົ້າຢູ່ສະເໝີ!” ພວກເຂົາເຊື່ອວ່າການໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງສອດຄ່ອງກັບຫຼັກການຄວາມຈິງ, ແຕ່ນີ້ບໍ່ແມ່ນຄວາມຜິດພາດອັນໃຫຍ່ຫຼວງບໍ? ມັນຄືຄວາມຜິດພາດອັນໃຫຍ່ຫຼວງແທ້ໆ ແລະ ພວກເຂົາກໍກຳລັງຫຼົງທິດ. ການໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງເປັນເລື່ອງທີ່ແຕກຕ່າງຢ່າງສິ້ນເຊີງຈາກການປະຕິບັດຄວາມຈິງ. ນີ້ຄືບັນຫາທີສອງກ່ຽວກັບຄວາມເປັນມະນຸດຂອງຄົນເຫຼົ່ານີ້, ພວກເຂົາໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ. ບັນຫາຂອງຄວາມເປັນມະນຸດກ່ຽວຂ້ອງກັບຫຍັງ? ບໍ່ແມ່ນມັນກ່ຽວຂ້ອງກັບທຳມະຊາດຂອງຄົນເຮົາບໍ? ຄົນເຫຼົ່ານີ້ເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາຄິດວ່າຄຳສັບທີ່ພວກເຂົາຮູ້, ເຊັ່ນ: ເປີດໃຈ ແລະ ໂປ່ງໃສ, ທ່ຽງທຳ ແລະ ຈິງໃຈ, ຊື່ສັດ ແລະ ເປີດເຜີຍ, ກົງໄປກົງມາ ແລະ ຊື່ກົງ ແລະ ອື່ນໆ ແມ່ນພື້ນຖານຂອງວິທີການປະພຶດຕົນ ແລະ ພວກເຂົາຖືວ່າສິ່ງເຫຼົ່ານີ້ເປັນຫຼັກການຄວາມຈິງ. ນີ້ຄືທັດສະນະທີ່ຜິດຢ່າງຮ້າຍແຮງ.
ຄົນທີ່ມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ຜູ້ທີ່ມີແນວໂນ້ມທີ່ຈະມີສ່ວນຮ່ວມໃນການປະທະຄາລົມມີຄວາມເປັນມະນຸດທີ່ຜິດປົກກະຕິ. ດ້ານທຳອິດຂອງສິ່ງນີ້ກໍຄື ການມັກໂຕ້ຖຽງກັນເລື່ອງຖືກຜິດ; ດ້ານທີສອງກໍຄື ການໝົກໝຸ້ນຢູ່ກັບຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ. ແລ້ວດ້ານທີສາມແມ່ນຫຍັງ? ມັນບໍ່ແມ່ນການປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງສົມບູນຂອງພວກເຂົາບໍ? ພວກເຂົາບໍ່ສາມາດຍອມຮັບແມ່ນແຕ່ຄຳເວົ້າທີ່ຖືກຕ້ອງພຽງປະໂຫຍກດຽວ. ພວກເຂົາຄິດວ່າ “ເຖິງແມ່ນວ່າສິ່ງທີ່ເຈົ້າເວົ້າຈະຖືກຕ້ອງ, ເຈົ້າກໍຍັງຕ້ອງໄວ້ໜ້າຂ້ອຍ, ເຈົ້າຕ້ອງເວົ້າແບບອ້ອມຄ້ອມ ແລະ ບໍ່ເຮັດໃຫ້ຂ້ອຍເຈັບປວດ. ຖ້າຄຳເວົ້າຂອງເຈົ້າແຫຼມຄົມ ແລະ ອາດຈະເຮັດໃຫ້ຂ້ອຍເສຍໜ້າ, ເຈົ້າຕ້ອງເວົ້າກັບຂ້ອຍເປັນການສ່ວນຕົວ. ເຈົ້າຕ້ອງບໍ່ເຮັດໃຫ້ຂ້ອຍເຈັບປວດຕໍ່ໜ້າຄົນຈຳນວນຫຼາຍ ໂດຍບໍ່ຄຳນຶງເຖິງໜ້າຕາຂອງຂ້ອຍ ແລະ ບໍ່ໃຫ້ຂ້ອຍມີທາງອອກຈາກສະຖານະການອັນໜ້າອັບອາຍນີ້. ຍິ່ງໄປກວ່ານັ້ນ, ສິ່ງທີ່ເຈົ້າເວົ້າກໍຜິດ, ສະນັ້ນ ຂ້ອຍຕ້ອງຕອບໂຕ້!” ໃນກໍລະນີທີ່ຮ້າຍແຮງກວ່ານັ້ນ, ຄົນປະເພດນີ້ຕໍ່ຕ້ານ: “ບໍ່ວ່າຄຳເວົ້າຂອງເຈົ້າຈະຖືກຕ້ອງສໍ່າໃດ, ຂ້ອຍກໍຈະບໍ່ຍອມຮັບມັນ! ມັນບໍ່ເປັນຫຍັງຖ້າເຈົ້າເວົ້າກ່ຽວກັບຄົນອື່ນ ແຕ່ການຕັ້ງເປົ້າໃສ່ຂ້ອຍນັ້ນແມ່ນຍອມຮັບບໍ່ໄດ້ ເຖິງແມ່ນວ່າເຈົ້າຈະຖືກກໍຕາມ!” ແມ່ນແຕ່ໃນຕອນອ່ານພຣະທຳຂອງພຣະເຈົ້າ, ຖ້າພວກເຂົາຮູ້ສຶກວ່າພຣະທຳຂອງພຣະເຈົ້າກຳລັງຕັ້ງເປົ້າໃສ່ ຫຼື ເປີດໂປງພວກເຂົາ, ພວກເຂົາກໍຈະຮູ້ສຶກເບື່ອໜ່າຍພຣະທຳເຫຼົ່ານັ້ນ ແລະ ບໍ່ເຕັມໃຈທີ່ຈະຟັງພຣະທຳເຫຼົ່ານັ້ນ, ພຽງແຕ່ວ່າ ເນື່ອງຈາກພວກເຂົາປະເຊີນໜ້າກັບພຣະທຳຂອງພຣະເຈົ້າເທົ່ານັ້ນ, ພວກເຂົາຈຶ່ງບໍ່ສາມາດໂຕ້ຖຽງກັບພຣະອົງໄດ້. ຖ້າຄົນໃດໜຶ່ງຊີ້ໃຫ້ເຫັນບັນຫາ ຫຼື ສະພາວະຂອງພວກເຂົາຕໍ່ໜ້າ ຫຼື ກ່າວເຖິງພວກເຂົາໂດຍບໍ່ໄດ້ຕັ້ງໃຈທີ່ຈະຕັ້ງເປົ້າໃສ່ພວກເຂົາ, ພວກເຂົາກໍສາມາດຕອບໂຕ້ ແລະ ເລີ່ມການປະທະຄາລົມໄດ້. ສິ່ງນີ້ບໍ່ໄດ້ໝາຍຄວາມວ່າບຸກຄົນດັ່ງກ່າວປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງສິ້ນເຊີງບໍ? (ແມ່ນແລ້ວ.) ນີ້ຄືແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ, ການປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງເດັດຂາດ. ດັ່ງນັ້ນ, ໂດຍບໍ່ຄຳນຶງເຖິງເນື້ອໃນຂອງການປະທະຄາລົມຂອງພວກເຂົາ ຫຼື ບ່ອນທີ່ການປະທະຄາລົມເຫຼົ່ານັ້ນເກີດຂຶ້ນ, ຄວາມເປັນມະນຸດຂອງຄົນປະເພດນີ້ກໍເຫັນໄດ້ຊັດເຈນ. ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ເຖິງແມ່ນວ່າພວກເຂົາເຂົ້າໃຈສິ່ງທີ່ກຳລັງເວົ້າໃນລະຫວ່າງການເທດສະໜາ, ພວກເຂົາກໍບໍ່ຍອມຮັບຄວາມຈິງ; ພວກເຂົາຍັງຄົງມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ມີສ່ວນຮ່ວມໃນການປະທະຄາລົມຢ່າງຕໍ່ເນື່ອງ ຫຼື ມັກຈະມີແນວໂນ້ມໂຈມຕີຄົນອື່ນ. ໂດຍຕັດສິນຈາກການສະແດງອອກເຫຼົ່ານີ້ຂອງພວກເຂົາ, ພວກເຂົາແມ່ນຄົນປະເພດໃດ? ກ່ອນອື່ນ, ພວກເຂົາແມ່ນຜູ້ທີ່ຮັກຄວາມຈິງບໍ? ພວກເຂົາແມ່ນບຸກຄົນທີ່ສາມາດປະຕິບັດຄວາມຈິງໄດ້ເມື່ອພວກເຂົາເຂົ້າໃຈມັນບໍ? (ບໍ່ແມ່ນ.) ເມື່ອພວກເຂົາຄົ້ນພົບບັນຫາ, ພວກເຂົາສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂມັນໄດ້ບໍ? (ບໍ່ໄດ້.) ເມື່ອພວກເຂົາມີແນວຄິດ ແລະ ອະຄະຕິ ຫຼື ຄວາມຄິດເຫັນສ່ວນຕົວກ່ຽວກັບຄົນອື່ນ, ພວກເຂົາສາມາດລິເລີ່ມທີ່ຈະປະຖິ້ມອະຄະຕິເຫຼົ່ານັ້ນເພື່ອສະແຫວງຫາຄວາມຈິງໄດ້ບໍ? (ບໍ່ໄດ້.) ພວກເຂົາບໍ່ສາມາດເຮັດສິ່ງໃດໆເຫຼົ່ານີ້ໄດ້. ເມື່ອເບິ່ງຈາກທຸກສິ່ງທີ່ພວກເຂົາບໍ່ສາມາດເຮັດໄດ້, ເຫັນໄດ້ຊັດເຈນວ່າຄົນທີ່ມັກໂຈມຕີຄົນອື່ນ ແລະ ມີສ່ວນຮ່ວມໃນການປະທະຄາລົມນັ້ນບໍ່ແມ່ນຄົນດີ. ໂດຍຕັດສິນຈາກການສະແດງອອກຕ່າງໆຂອງພວກເຂົາ, ພວກເຂົາບໍ່ຮັກຄວາມຈິງ ແລະ ບໍ່ເຕັມໃຈທີ່ຈະສະແຫວງຫາມັນ. ໃນເລື່ອງທີ່ກ່ຽວຂ້ອງກັບຄວາມຈິງ, ບໍ່ວ່າພວກເຂົາຈະມີອະຄະຕິ ຫຼື ທັດສະນະທີ່ຜິດພາດແນວໃດກໍຕາມ, ພວກເຂົາກໍຍັງຄົງຖືຕົນວ່າຊອບທຳ ແລະ ບໍ່ສະແຫວງຫາຄວາມຈິງເລີຍ ແລະ ເຖິງແມ່ນວ່າຄວາມຈິງຈະຖືກໂອ້ລົມໃຫ້ພວກເຂົາຟັງຢ່າງຊັດເຈນ, ພວກເຂົາກໍປະຕິເສດທີ່ຈະຍອມຮັບມັນ ແລະ ແຮງໄກທີ່ພວກເຂົາຈະເຕັມໃຈທີ່ຈະປະຕິບັດມັນ. ໃນເວລາດຽວກັນ, ບຸກຄົນເຫຼົ່ານີ້ກໍສະແດງອອກເຖິງການສະແດງອອກທີ່ໜ້າລັງກຽດຍິ່ງກວ່ານັ້ນ: ຫຼັງຈາກທີ່ໄດ້ຮັບຄວາມເຂົ້າໃຈກ່ຽວກັບຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ, ພວກເຂົາກໍໃຊ້ຫຼັກຄຳສອນອັນຍິ່ງໃຫຍ່ເຫຼົ່ານີ້ທີ່ພວກເຂົາເຂົ້າໃຈເພື່ອໂຈມຕີ, ຕັດສິນ ແລະ ກ່າວໂທດຄົນອື່ນຕາມອຳເພີໃຈ ແລະ ແມ່ນແຕ່ເພື່ອຈຳກັດ ແລະ ຄວບຄຸມຄົນອື່ນ. ຖ້າພວກເຂົາບໍ່ສາມາດປາບເຈົ້າໄດ້ດ້ວຍການຕັດສິນ ແລະ ການກ່າວໂທດຂອງພວກເຂົາ, ພວກເຂົາກໍຈະຄິດຫາທຸກວິທີທາງເພື່ອຈຳກັດເຈົ້າດ້ວຍທິດສະດີທີ່ໄຮ້ແກ່ນສານ. ຖ້າເຈົ້າຍັງບໍ່ຍອມ, ພວກເຂົາກໍຈະໃຊ້ວິທີການທີ່ໜ້າລັງກຽດ ແລະ ຊົ່ວຊາມກວ່ານັ້ນເພື່ອໂຈມຕີເຈົ້າຈົນກວ່າເຈົ້າຈະຍອມຕໍ່ພວກເຂົາ, ກາຍເປັນຄົນອ່ອນແອ ແລະ ຄິດລົບ ຫຼື ເລີ່ມນັບຖືພວກເຂົາ ແລະ ຖືກພວກເຂົາບົງການ, ແລ້ວພວກເຂົາກໍຈະຮູ້ສຶກພໍໃຈ. ສະນັ້ນ, ໂດຍອີງໃສ່ພຶດຕິກຳ, ການສະແດງອອກ ແລະ ທັດສະນະຄະຕິຕໍ່ຄວາມຈິງຂອງບຸກຄົນເຫຼົ່ານີ້, ພວກເຂົາແມ່ນຄົນປະເພດໃດ? ພວກເຂົາປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງສິ້ນເຊີງ. ນີ້ຄືທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງ. ແລ້ວຄວາມເປັນມະນຸດຂອງພວກເຂົາເດເປັນແນວໃດ? ບຸກຄົນເຫຼົ່ານີ້ສ່ວນໃຫຍ່ແລ້ວແມ່ນຄົນຊົ່ວຮ້າຍ; ຢ່າງຕ່ຳສຸດ ຫຼາຍກວ່າ 90% ຂອງພວກເຂົາແມ່ນຄົນຊົ່ວຮ້າຍ. ຄົນຊົ່ວຮ້າຍມັກຈະຊີ້ແຈງເລື່ອງຖືກຜິດໃນທຸກເລື່ອງ, ບໍ່ດັ່ງນັ້ນ, ພວກເຂົາກໍຈະບໍ່ປ່ອຍມັນໄປ ແລະ ພວກເຂົາກໍມີແນວໂນ້ມແບບນີ້ຢູ່ສະເໝີ. ນອກຈາກນີ້, ເມື່ອປະເຊີນກັບສະຖານະການ, ບຸກຄົນຊົ່ວຮ້າຍກໍວົນວຽນນຳແຕ່ເລື່ອງຄົນ ແລະ ສິ່ງຕ່າງໆ ແລະ ໝົກໝຸ້ນຢູ່ກັບເລື່ອງຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ, ມັກຈະນໍາສະເໜີເຫດຜົນຂອງຕົນເອງຢູ່ສະເໝີ, ພະຍາຍາມທີ່ຈະໃຫ້ທຸກຄົນເຫັນດີ ແລະ ສະໜັບສະໜູນພວກເຂົາຢູ່ສະເໝີ ແລະ ເວົ້າວ່າພວກເຂົາຖືກ ແລະ ບໍ່ອະນຸຍາດໃຫ້ໃຜເວົ້າສິ່ງທີ່ບໍ່ດີກ່ຽວກັບພວກເຂົາ. ຍິ່ງໄປກວ່ານັ້ນ, ເມື່ອຄົນຊົ່ວຮ້າຍປະເຊີນກັບສະຖານະການຕ່າງໆ, ພວກເຂົາມັກຈະຊອກຫາໂອກາດທີ່ຈະກັກຂັງ ແລະ ຄວບຄຸມຜູ້ຄົນຢູ່ສະເໝີ. ພວກເຂົາໃຊ້ວິທີການໃດເພື່ອຄວບຄຸມຜູ້ຄົນ? ພວກເຂົາກ່າວໂທດທຸກຄົນ, ເຮັດໃຫ້ທຸກຄົນເຊື່ອວ່າພວກເຂົາບໍ່ໄດ້ເລື່ອງ, ວ່າພວກເຂົາມີບັນຫາ ແລະ ຂໍ້ບົກຜ່ອງ ແລະ ວ່າພວກເຂົາດ້ອຍກວ່າຄົນຊົ່ວຮ້າຍເຫຼົ່ານີ້, ຫຼັງຈາກນັ້ນ ຄົນຊົ່ວຮ້າຍກໍຈະຮູ້ສຶກພໍໃຈ ແລະ ມີຄວາມສຸກ. ເມື່ອພວກເຂົາໂຈມຕີທຸກຄົນຈົນລົ້ມລົງໝົດແລ້ວ, ເຫຼືອພຽງແຕ່ຕົວພວກເຂົາເອງທີ່ຢືນຢູ່, ພວກເຂົາບໍ່ໄດ້ນໍາທຸກຄົນມາຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາບໍ? ຈຸດປະສົງທີ່ພວກເຂົາບັນລຸໂດຍການຄວບຄຸມຜູ້ຄົນຄືການກ່າວໂທດ ແລະ ໂຄ່ນລົ້ມທຸກຄົນ, ເຮັດໃຫ້ທຸກຄົນເຊື່ອວ່າພວກເຂົາໄຮ້ຄວາມສາມາດ, ກາຍເປັນຄົນຄິດລົບ ແລະ ອ່ອນແອ, ສູນເສຍຄວາມເຊື່ອໃນພຣະທຳຂອງພຣະເຈົ້າ ແລະ ໃນຄວາມຈິງ ແລະ ສູນເສຍຄວາມເຊື່ອໃນພຣະເຈົ້າ ແລະ ບໍ່ມີເສັ້ນທາງທີ່ຈະຍ່າງຕາມ. ຫຼັງຈາກນີ້ ຄົນຊົ່ວຮ້າຍເຫຼົ່ານີ້ກໍຮູ້ສຶກມີຄວາມສຸກ ແລະ ພໍໃຈ. ເມື່ອເບິ່ງດ້ານຕ່າງໆເຫຼົ່ານີ້, ມັນບໍ່ຊັດເຈນບໍວ່າຄົນຊົ່ວຮ້າຍປະກອບເປັນສ່ວນໃຫຍ່ຂອງບຸກຄົນປະເພດນີ້? ຈົ່ງເບິ່ງວ່າຄົນປະເພດໃດທີ່ມັກໂຈມຕີຄົນອື່ນຢູ່ສະເໝີເມື່ອຢູ່ໃນກຸ່ມ, ບໍ່ວ່າຈະເປັນຕໍ່ໜ້າ ຫຼື ລັບຫຼັງ, ໂດຍໃຊ້ວິທີການຕ່າງໆເພື່ອໂຈມຕີຄົນອື່ນ, ຄົນແບບນັ້ນແມ່ນຄົນຊົ່ວຮ້າຍ. ບຸກຄົນເຫຼົ່ານີ້ບໍ່ຍອມຮັບຄວາມຈິງເລີຍ, ທັງບໍ່ໂອ້ລົມຄວາມຈິງ ແລະ ພວກເຂົາມັກຈະສວຍໂອກາດຈາກສະຖານະການເພື່ອອວດອ້າງຕົນເອງວ່າເປັນຄົນດີ, ວ່າທຸກສິ່ງທີ່ພວກເຂົາເຮັດນັ້ນມີເຫດຜົນ ແລະ ມີມູນຄວາມຈິງ ແລະ ວ່າພວກເຂົາປະພຶດຕົນໃນລັກສະນະທີ່ຊື່ກົງ ແລະ ເປີດເຜີຍ, ພວກເຂົາມັກອວດອ້າງຕົນເອງຢູ່ສະເໝີວ່າເປັນຄົນດີ ແລະ ມີກຽດ ແລະ ເປັນບຸກຄົນທີ່ກົງໄປກົງມາ ແລະ ທ່ຽງທຳ. ຄົນເຫຼົ່ານີ້ບໍ່ເຄີຍເປັນພະຍານໃຫ້ແກ່ຄວາມຈິງ, ທັງບໍ່ເປັນພະຍານໃຫ້ແກ່ພຣະທຳຂອງພຣະເຈົ້າ, ພວກເຂົາພຽງແຕ່ມັກໝົກໝຸ້ນຢູ່ກັບເລື່ອງຄົນ ແລະ ສິ່ງຕ່າງໆຢ່າງບໍ່ຢຸດຢັ້ງ ແລະ ນໍາສະເໜີເຫດຜົນຂອງຕົນເອງ. ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາແມ່ນເພື່ອເຮັດໃຫ້ຜູ້ຄົນເຊື່ອວ່າພວກເຂົາເປັນຄົນດີ ແລະ ວ່າພວກເຂົາເຂົ້າໃຈທຸກຢ່າງ. ກ່ຽວກັບຄົນເຫຼົ່ານັ້ນໃນຄຣິສຕະຈັກທີ່ມັກມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ, ບໍ່ວ່າຈະເປັນຜູ້ທີ່ເລີ່ມຕົ້ນການໂຈມຕີ ຫຼື ຜູ້ທີ່ຖືກໂຈມຕີ, ຖ້າຊີວິດຄຣິສຕະຈັກຖືກຂັດຂວາງ ແລະ ຖືກລົບກວນ, ຄົນສ່ວນໃຫຍ່ກໍຄວນລຸກຂຶ້ນມາເຕືອນ ແລະ ຈຳກັດພວກເຂົາ. ບໍ່ຄວນໃຫ້ເວລາແກ່ຄົນເຫຼົ່ານີ້ໃນການກະທຳຊົ່ວຕາມໃຈມັກ, ທັງບໍ່ຄວນອະນຸຍາດໃຫ້ພວກເຂົາສົ່ງຜົນກະທົບຕໍ່ຄົນອື່ນ ໂດຍການລະບາຍຄວາມແຄ້ນສ່ວນຕົວ ແລະ ສະແຫວງຫາການແກ້ແຄ້ນ ເນື່ອງຈາກຄວາມຄຽດແຄ້ນສ່ວນຕົວ ແລະ ຄວາມໃຈຮ້າຍຊົ່ວຄາວຂອງພວກເຂົາ. ແນ່ນອນວ່າ ຜູ້ນໍາຄຣິສຕະຈັກກໍຄວນປະຕິບັດຄວາມຮັບຜິດຊອບຂອງຕົນຢ່າງມີຄວາມຮັບຜິດຊອບ, ຈຳກັດຄົນເຫຼົ່ານີ້ຢ່າງມີປະສິດທິຜົນຈາກການຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ ແລະ ປົກປ້ອງຄົນສ່ວນໃຫຍ່ຈາກການຖືກລົບກວນ. ເມື່ອຜູ້ຄົນມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ, ຜູ້ນໍາຄຣິສຕະຈັກຄວນສາມາດຢຸດຢັ້ງ ແລະ ຈຳກັດພວກເຂົາໄດ້ຢ່າງທັນເວລາ. ຖ້າການພະຍາຍາມຢຸດຢັ້ງ ແລະ ຈຳກັດພວກເຂົາບໍ່ສາມາດແກ້ໄຂບັນຫາໄດ້ ແລະ ພວກເຂົາຍັງສືບຕໍ່ໂຈມຕີກັນແລະກັນ ແລະ ເຂົ້າສູ່ການປະທະຄາລົມ, ລົບກວນຄົນອື່ນ ແລະ ພວກເຂົາຍັງສືບຕໍ່ສ້າງຄວາມເສຍຫາຍແກ່ຊີວິດຄຣິສຕະຈັກ, ບຸກຄົນດັ່ງກ່າວກໍຄວນຖືກກຳຈັດອອກ ຫຼື ຂັບໄລ່ອອກ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາຄຣິສຕະຈັກ.
ພວກເຮົາໄດ້ໂອ້ລົມກັນຂ້ອນຂ້າງຫຼາຍກ່ຽວກັບພຶດຕິກຳ ແລະ ການສະແດງອອກຂອງຜູ້ທີ່ມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ. ພວກເຮົາຍັງໄດ້ຫາກໍໄຈ້ແຍກ ແລະ ໂອ້ລົມກ່ຽວກັບຄວາມເປັນມະນຸດຂອງພວກເຂົາໂດຍຫຍໍ້ອີກດ້ວຍ, ເຊິ່ງຈະເຮັດໃຫ້ພວກເຈົ້າມີການແຍກແຍະຕໍ່ພວກເຂົາຫຼາຍຂຶ້ນ ແລະ ເຮັດໃຫ້ພວກເຈົ້າສ່ວນໃຫຍ່ສາມາດເບິ່ງອອກວ່າກຳລັງເກີດຫຍັງຂຶ້ນ ແລະ ແຍກແຍະພວກເຂົາໄດ້ຢ່າງທັນການເມື່ອພວກເຂົາເວົ້າ ແລະ ກະທຳ. ຍິ່ງພວກເຈົ້າເຂົ້າໃຈ ແລະ ຮູ້ຈັກແກ່ນແທ້ຂອງຄົນເຫຼົ່ານີ້ຢ່າງເລິກເຊິ່ງຫຼາຍເທົ່າໃດ, ພວກເຈົ້າກໍຍິ່ງສາມາດແຍກແຍະພວກເຂົາໄດ້ໄວຂຶ້ນເທົ່ານັ້ນ ແລະ ຜົນກໍຄື ພວກເຈົ້າກໍຈະຖືກລົບກວນຈາກພວກເຂົານັບມື້ນັບໜ້ອຍລົງ. ພວກເຈົ້າສ່ວນໃຫຍ່ຄວນຈະເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບຄວາມເສຍຫາຍທີ່ຜູ້ທີ່ມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມກໍ່ໃຫ້ເກີດຕໍ່ຊີວິດຄຣິສຕະຈັກ ແລະ ຕໍ່ປະຊາກອນທີ່ພຣະເຈົ້າເລືອກ. ຄົນປະເພດນີ້ຈະບໍ່ໄຕ່ຕອງຕົນເອງ ແລະ ຢຸດການຕໍ່ສູ້ຢ່າງແນ່ນອນ. ຖ້າພວກເຂົາບໍ່ຖືກຈັດການ ແລະ ຖືກກຳຈັດອອກໂດຍທັນທີ, ພວກເຂົາກໍຈະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກຢ່າງຕໍ່ເນື່ອງ. ສະນັ້ນ, ການຈັດການ ແລະ ການກຳຈັດຄົນປະເພດນີ້ອອກຈຶ່ງເປັນວຽກງານທີ່ສຳຄັນຢ່າງຍິ່ງຂອງຜູ້ນໍາຄຣິສຕະຈັກ ແລະ ມັນບໍ່ຄວນຖືກເບິ່ງຂ້າມ.
ວັນທີ 5 ມິຖຸນາ 2021
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?