ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (15) ສ່ວນທີ ສີ່

ສຳລັບຫົວຂໍ້ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມທີ່ພວກເຮົາຫາກໍໂອ້ລົມກັນໄປ, ຕອນນີ້ພວກເຈົ້າເຂົ້າໃຈຫຼັກການຂອງການແຍກແຍະແລ້ວບໍ? ພວກເຈົ້າສາມາດຈຳແນກໄດ້ບໍວ່າສະຖານະການໃດປະກອບເປັນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ? ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມເກີດຂຶ້ນເລື້ອຍໆໃນທ່າມກາງກຸ່ມຄົນ ແລະ ພວກມັນກໍສາມາດສັງເກດເຫັນໄດ້ເລື້ອຍໆ. ການໂຈມຕີເຊິ່ງກັນແລະກັນໂດຍຫຼັກໆແລ້ວແມ່ນກ່ຽວຂ້ອງກັບການຕັ້ງເປົ້າໃສ່ບັນຫາຂອງຜູ້ໃດຜູ້ໜຶ່ງໂດຍມີຈຸດປະສົງເພື່ອໂຈມຕີພວກເຂົາເປັນການສ່ວນຕົວ, ຕັດສິນພວກເຂົາ, ກ່າວໂທດພວກເຂົາ ແລະ ແມ່ນແຕ່ສາບແຊ່ງພວກເຂົາ, ໂດຍມີເປົ້າໝາຍເພື່ອແກ້ແຄ້ນ, ຕອບໂຕ້, ລະບາຍຄວາມແຄ້ນສ່ວນຕົວ ແລະ ອື່ນໆ. ບໍ່ວ່າກໍລະນີໃດກໍຕາມ, ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມບໍ່ແມ່ນກ່ຽວກັບການໂອ້ລົມຄວາມຈິງ, ທັງບໍ່ແມ່ນກ່ຽວກັບການປະຕິບັດຄວາມຈິງ ແລະ ແນ່ນອນ ພວກມັນ ບໍ່ແມ່ນການສະແດງອອກຂອງການຮ່ວມມືທີ່ກົມກຽວກັນ. ແທນທີ່ຈະເປັນແນວນັ້ນ, ພວກມັນຄືການສະແດງອອກຂອງການຕອບໂຕ້ ແລະ ການທຳຮ້າຍຕໍ່ຜູ້ຄົນຍ້ອນຄວາມຫົວຮ້ອນ ແລະ ອຸປະນິໄສທີ່ເສື່ອມຊາມຂອງຊາຕານ. ແນ່ນອນວ່າ ຈຸດປະສົງຂອງການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມບໍ່ແມ່ນເພື່ອໂອ້ລົມຄວາມຈິງໃຫ້ແຈ່ມແຈ້ງ, ຍິ່ງບໍ່ແມ່ນການຜິດຖຽງກັນເພື່ອທີ່ຈະເຂົ້າໃຈຄວາມຈິງ. ແທນທີ່ຈະເປັນແນວນັ້ນ, ຈຸດປະສົງແມ່ນເພື່ອຕອບສະໜອງອຸປະນິໄສທີ່ເສື່ອມຊາມ, ຄວາມທະເຍີທະຍານ, ຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ຄວາມມັກຂອງເນື້ອໜັງຂອງຕົນເອງ. ເຫັນໄດ້ຊັດເຈນວ່າ, ການໂຈມຕີເຊິ່ງກັນແລະກັນບໍ່ແມ່ນກ່ຽວກັບການໂອ້ລົມຄວາມຈິງ ແລະ ແນ່ນອນວ່າ ພວກມັນບໍ່ແມ່ນກ່ຽວກັບການຊ່ວຍເຫຼືອ ແລະ ການປະຕິບັດຕໍ່ຜູ້ຄົນດ້ວຍຄວາມຮັກ; ແທນທີ່ຈະເປັນແນວນັ້ນ, ພວກມັນຄືໜຶ່ງໃນຍຸດທະສາດ ແລະ ວິທີການຂອງຊາຕານໃນການທໍລະມານ, ຫຼິ້ນສະໜຸກ ແລະ ຫຼອກລວງຜູ້ຄົນ. ຜູ້ຄົນດຳລົງຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມ ແລະ ບໍ່ເຂົ້າໃຈຄວາມຈິງ. ຖ້າພວກເຂົາບໍ່ເລືອກທີ່ຈະປະຕິບັດຄວາມຈິງ, ມັນກໍງ່າຍຫຼາຍທີ່ພວກເຂົາຈະຕິດກັບດັກ ແລະ ການລອງໃຈດັ່ງກ່າວ ແລະ ພາຍໃນການຕໍ່ສູ້ຂອງການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ. ພວກເຂົາຜິດຖຽງກັນຈົນໜ້າແດງ ແລະ ເຖິງກັບເວົ້າບໍ່ຢຸດບໍ່ຢ່ອນ, ທັງໝົດກໍພຽງເພື່ອຄຳເວົ້າ, ວະລີ ຫຼື ການຫຼຽວເບິ່ງດຽວ, ຕໍ່ສູ້ກັນເປັນເວລາຫຼາຍປີເພື່ອເອົາຊະນະກັນ, ຈົນເຖິງຈຸດທີ່ຕ່າງຝ່າຍຕ່າງເສຍຫາຍ, ພຽງເພື່ອສິ່ງດຽວ. ທັນທີທີ່ພວກເຂົາພົບກັນ, ພວກເຂົາກໍຜິດຖຽງກັນຢ່າງບໍ່ມີທີ່ສິ້ນສຸດ ແລະ ບາງຄົນກໍເຖິງກັບໂຈມຕີ, ປ້ອຍດ່າ ແລະ ກ່າວໂທດເຊິ່ງກັນແລະກັນໃນກຸ່ມສົນທະນາທາງຄອມພິວເຕີ. ຄວາມກຽດຊັງນີ້ຮ້າຍແຮງສໍ່າໃດ! ພວກເຂົາປ້ອຍດ່າກັນບໍ່ພໍໃນລະຫວ່າງການເຕົ້າໂຮມ, ພວກເຂົາຍັງບໍ່ທັນໄດ້ລະບາຍຄວາມກຽດຊັງຂອງຕົນ, ພວກເຂົາຍັງບໍ່ທັນບັນລຸຈຸດປະສົງຂອງຕົນ ແລະ ຫຼັງຈາກທີ່ພວກເຂົາກັບເມືອເຮືອນ, ຍິ່ງພວກເຂົາຄິດກ່ຽວກັບມັນຫຼາຍເທົ່າໃດ, ພວກເຂົາກໍຍິ່ງໃຈຮ້າຍຫຼາຍຂຶ້ນເທົ່ານັ້ນ ແລະ ຢູ່ທີ່ນັ້ນພວກເຂົາກໍສືບຕໍ່ປ້ອຍດ່າກັນແລະກັນ. ນີ້ແມ່ນຈິດວິນຍານປະເພດໃດ? ມັນຄຸ້ມຄ່າທີ່ຈະສົ່ງເສີມ, ມັນຄຸ້ມຄ່າທີ່ຈະສະໜັບສະໜູນບໍ? (ບໍ່.) ນີ້ແມ່ນ “ຈິດວິນຍານທີ່ອາດຫານ” ປະເພດໃດ? ນີ້ຄືຈິດວິນຍານທີ່ບໍ່ຢ້ານຟ້າບໍ່ຢ້ານດິນ, ມັນຄືຈິດວິນຍານທີ່ບໍ່ຢູ່ໃຕ້ກົດເກນ, ມັນຄືຜົນສະທ້ອນຂອງການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ. ແນ່ນອນ, ພຶດຕິກຳ ແລະ ການກະທຳດັ່ງກ່າວນຳມາເຊິ່ງການລົບກວນ ແລະ ການສູນເສຍອັນໃຫຍ່ຫຼວງຕໍ່ການເຂົ້າສູ່ຊີວິດຂອງບຸກຄົນເຫຼົ່ານີ້ ແລະ ພວກມັນຍັງກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງຕໍ່ຊີວິດຄຣິສຕະຈັກອີກດ້ວຍ. ສະນັ້ນ, ເມື່ອປະເຊີນກັບສະຖານະການເຫຼົ່ານີ້, ຖ້າຜູ້ນໍາ ແລະ ຜູ້ເຮັດວຽກພົບວ່າຄົນສອງຄົນກຳລັງໂຈມຕີເຊິ່ງກັນແລະກັນ ແລະ ມີສ່ວນຮ່ວມໃນການປະທະຄາລົມ ແລະ ສາບານວ່າຈະຕໍ່ສູ້ຈົນເຖິງທີ່ສຸດ, ພວກເຂົາຕ້ອງສະລ້າງຄົນເຫຼົ່ານັ້ນອອກໂດຍໄວ ແລະ ພວກເຂົາຕ້ອງບໍ່ອົດກັ້ນຕໍ່ພວກເຂົາ ແລະ ແນ່ນອນ ພວກເຂົາຕ້ອງບໍ່ໃຫ້ທ້າຍພວກເຂົາ. ພວກເຂົາຕ້ອງປົກປ້ອງອ້າຍເອື້ອຍນ້ອງຄົນອື່ນໆ ແລະ ຮັກສາຊີວິດຄຣິສຕະຈັກທີ່ເປັນປົກກະຕິ, ຮັບປະກັນວ່າການເຕົ້າໂຮມແຕ່ລະຄັ້ງບັນລຸຜົນ ແລະ ບໍ່ອະນຸຍາດໃຫ້ບຸກຄົນດັ່ງກ່າວຍຶດຄອງເວລາຂອງອ້າຍເອື້ອຍນ້ອງໃນການອ່ານພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມຄວາມຈິງ, ລົບກວນຊີວິດຄຣິສຕະຈັກທີ່ເປັນປົກກະຕິ. ຖ້າຖືກຄົ້ນພົບໃນລະຫວ່າງການເຕົ້າໂຮມວ່າພວກເຂົາກຳລັງໂຈມຕີເຊິ່ງກັນແລະກັນ ແລະ ມີສ່ວນຮ່ວມໃນການປະທະຄາລົມ, ສິ່ງນີ້ຕ້ອງຖືກຢຸດຢັ້ງ ແລະ ຖືກແກ້ໄຂໂດຍທັນທີ. ຖ້າບໍ່ສາມາດຈຳກັດໄດ້, ຄົນເຫຼົ່ານີ້ຕ້ອງຖືກເປີດໂປງ ແລະ ຖືກໄຈ້ແຍກທັນທີຜ່ານການເຕົ້າໂຮມ ແລະ ພວກເຂົາຄວນຖືກສະລ້າງອອກ. ຄຣິສຕະຈັກຄືສະຖານທີ່ສຳລັບການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສຳລັບການນະມັດສະການພຣະເຈົ້າ; ມັນບໍ່ແມ່ນສະຖານທີ່ສຳລັບການໂຈມຕີເຊິ່ງກັນແລະກັນ ຫຼື ການມີສ່ວນຮ່ວມໃນການປະທະຄາລົມເພື່ອລະບາຍຄວາມແຄ້ນສ່ວນຕົວ. ໃຜກໍຕາມທີ່ລົບກວນຊີວິດຄຣິສຕະຈັກເລື້ອຍໆ, ສົ່ງຜົນກະທົບຕໍ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ, ຕ້ອງຖືກສະລ້າງອອກ. ຄຣິສຕະຈັກບໍ່ຕ້ອນຮັບຄົນປະເພດນີ້, ມັນບໍ່ອະນຸຍາດໃຫ້ມີການລົບກວນຈາກມານຮ້າຍ ຫຼື ການມີຢູ່ຂອງຄົນຊົ່ວຮ້າຍ, ຈົ່ງສະລ້າງຄົນເຫຼົ່ານີ້ອອກໄປ ແລະ ບັນຫາກໍຈະຖືກແກ້ໄຂ.

ໃນຄຣິສຕະຈັກ, ຖ້າຖືກຄົ້ນພົບວ່າບາງຄົນກຳລັງມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ, ແລ້ວບໍ່ວ່າຂໍ້ອ້າງ ແລະ ເຫດຜົນຂອງພວກເຂົາຈະເປັນແນວໃດ ແລະ ບໍ່ວ່າຈຸດສຸມຂອງການສົນທະນາຂອງພວກເຂົາຈະເປັນແນວໃດ, ບໍ່ວ່າມັນຈະເປັນສິ່ງທີ່ທຸກຄົນສົນໃຈ ຫຼື ບໍ່, ຕາບໃດທີ່ການຂັດຂວາງ ແລະ ການລົບກວນກຳລັງຖືກກໍ່ໃຫ້ເກີດຕໍ່ຊີວິດຄຣິສຕະຈັກ, ບັນຫານີ້ກໍຕ້ອງຖືກແກ້ໄຂໂດຍທັນທີ ແລະ ໂດຍບໍ່ລັ່ງເລ. ຖ້າບໍ່ສາມາດຢຸດຢັ້ງ ຫຼື ຈຳກັດຜູ້ທີ່ກ່ຽວຂ້ອງໄດ້, ພວກເຂົາກໍຄວນຖືກສະລ້າງອອກ. ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດເມື່ອປະເຊີນກັບສະຖານະການດັ່ງກ່າວ. ຫຼັກການຫຼັກບໍ່ແມ່ນເພື່ອໃຫ້ເຈົ້າສະໜັບສະໜູນພຶດຕິກຳທີ່ບໍ່ດີຂອງຄົນເຫຼົ່ານີ້ໂດຍການຜ່ອນຜັນຕໍ່ພວກເຂົາ ຫຼື ໃຫ້ທ້າຍພວກເຂົາ, ທັງບໍ່ແມ່ນເພື່ອໃຫ້ເຈົ້າປະຕິບັດຕົນເປັນ “ເຈົ້າໜ້າທີ່ຜູ້ຊອບທຳ” ທີ່ຕັດສິນຄວາມຖືກຜິດໃຫ້ຄົນເຫຼົ່ານີ້, ເບິ່ງວ່າໃຜຖືກ ແລະ ໃຜຜິດ, ໃຜຢູ່ໃນຝ່າຍຖືກ ແລະ ໃຜບໍ່ແມ່ນ, ຈຳແນກຢ່າງຊັດເຈນວ່າໃຜຖືກໃຜຜິດ ແລະ ຈາກນັ້ນກໍລົງໂທດທັງສອງຝ່າຍເທົ່າກັນ ຫຼື ລົງໂທດຜູ້ທີ່ເຈົ້າຖືວ່າມີຄວາມຜິດ ແລະ ໃຫ້ລາງວັນອີກຝ່າຍໜຶ່ງ, ນີ້ບໍ່ແມ່ນວິທີແກ້ໄຂບັນຫາ. ໃນການຈັດການເລື່ອງນີ້, ເຈົ້າບໍ່ຄວນວັດແທກມັນດ້ວຍກົດໝາຍ, ຍິ່ງບໍ່ຄວນວັດແທກ ແລະ ຕັດສິນມັນດ້ວຍມາດຕະຖານທາງສິນທຳ, ແຕ່ແທນທີ່ຈະເປັນແນວນັ້ນ, ເຈົ້າຄວນວັດແທກ ແລະ ຈັດການມັນຕາມຫຼັກການຂອງວຽກງານຄຣິສຕະຈັກ. ກ່ຽວກັບທັງສອງຝ່າຍທີ່ກ່ຽວຂ້ອງໃນການໂຈມຕີເຊິ່ງກັນແລະກັນ, ຕາບໃດທີ່ພວກເຂົາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກ, ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກກໍຄວນຖືເປັນໜ້າທີ່ທີ່ຫຼີກລ່ຽງບໍ່ໄດ້ຂອງຕົນທີ່ຈະຢຸດຢັ້ງ ແລະ ຈຳກັດພວກເຂົາ ຫຼື ແຍກພວກເຂົາອອກ ຫຼື ກຳຈັດພວກເຂົາອອກ, ແທນທີ່ຈະຮັບຟັງຢ່າງຕັ້ງໃຈໃນສິ່ງທີ່ທັງສອງຝ່າຍເລົ່າຄືນສິ່ງທີ່ເກີດຂຶ້ນ ແລະ ເວົ້າກ່ຽວກັບເຫດຜົນ ແລະ ຂໍ້ອ້າງຂອງແຕ່ລະຄົນ ແລະ ເຈດຕະນາ, ຈຸດປະສົງ ແລະ ສາເຫດທີ່ຢູ່ເບື້ອງຫຼັງການໂຈມຕີອີກຝ່າຍໜຶ່ງ ແລະ ການເຂົ້າຮ່ວມໃນການປະທະຄາລົມ, ບໍ່ແມ່ນໃຫ້ພວກເຂົາເຂົ້າໃຈເລື່ອງລາວທັງໝົດ, ແທນທີ່ຈະເປັນແນວນັ້ນ ພວກເຂົາຄວນແກ້ໄຂບັນຫາ, ກຳຈັດການຂັດຂວາງ ແລະ ການລົບກວນເຫຼົ່ານີ້ຕໍ່ຊີວິດຄຣິສຕະຈັກ ແລະ ຈັດການກັບຜູ້ທີ່ກໍ່ໃຫ້ເກີດບັນຫາ. ສົມມຸດວ່າຜູ້ນໍາ ແລະ ຜູ້ເຮັດວຽກປົກປິດຂໍ້ຂັດແຍ້ງ ແລະ ໃຊ້ແນວທາງ “ສາຍກາງ”, ຮັບເອົານະໂຍບາຍທີ່ປະນີປະນອມຕໍ່ທັງສອງຄົນທີ່ມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ, ອະນຸຍາດໃຫ້ພວກເຂົາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກຕາມອຳເພີໃຈໂດຍບໍ່ແຊກແຊງ ຫຼື ຈັດການມັນ, ພວກເຂົາກໍສືບຕໍ່ໃຫ້ທ້າຍຄົນເຫຼົ່ານີ້ຕໍ່ໄປ. ພວກເຂົາພຽງແຕ່ຕັກເຕືອນ ແລະ ແນະນຳພວກເຂົາແຕ່ລະຄັ້ງ ແລະ ບໍ່ສາມາດແກ້ໄຂບັນຫາໄດ້ຢ່າງເຖິງຖອງ. ຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວແມ່ນລະເລີຍໃນໜ້າທີ່ຮັບຜິດຊອບຂອງຕົນ. ຖ້າບັນຫາການມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມເກີດຂຶ້ນໃນຄຣິສຕະຈັກ, ກໍ່ໃຫ້ເກີດການລົບກວນ ແລະ ຄວາມເສຍຫາຍທີ່ຮ້າຍແຮງຕໍ່ຊີວິດຄຣິສຕະຈັກ, ດ້ວຍເຫດນີ້ຈຶ່ງກໍ່ໃຫ້ເກີດຄວາມຄຽດແຄ້ນ ແລະ ຄວາມລັງກຽດໃນຄົນສ່ວນໃຫຍ່, ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງກະທຳຢ່າງໄວວາ, ແຍກອອກ ຫຼື ກຳຈັດທັງສອງຝ່າຍອອກຕາມການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຫຼັກການໃນການກຳຈັດຂອງຄຣິສຕະຈັກ. ພວກເຂົາບໍ່ຄວນປະຕິບັດຕົນເປັນ “ເຈົ້າໜ້າທີ່ຜູ້ຊອບທຳ” ທີ່ຕັດສິນຄະດີໃຫ້ຜູ້ທີ່ກ່ຽວຂ້ອງ ແລະ ຕັດສິນກ່ຽວກັບການຜິດຖຽງສ່ວນຕົວເຫຼົ່ານີ້, ພວກເຂົາບໍ່ຄວນຮັບຟັງຄົນເຫຼົ່ານີ້ເວົ້າຄຳເວົ້າໄຮ້ສາລະທີ່ເນົ່າເໝັນ ແລະ ຍຶດຍາວ ເພື່ອເບິ່ງວ່າໃຜຖືກ ແລະ ໃຜຜິດ, ໃຜຢູ່ໃນຝ່າຍຖືກ ແລະ ໃຜຢູ່ຝ່າຍຜິດ ແລະ ຫຼັງຈາກທີ່ຕັດສິນສິ່ງເຫຼົ່ານີ້ແລ້ວ, ກໍໃຫ້ຄົນຈຳນວນຫຼາຍຂຶ້ນດຳເນີນການສົນທະນາ ແລະ ໂອ້ລົມກ່ຽວກັບສິ່ງເຫຼົ່ານີ້, ເຊິ່ງນຳພາໃຫ້ຄົນຈຳນວນຫຼາຍຂຶ້ນມີຄວາມລັງກຽດ ແລະ ຄວາມກຽດຊັງໃນໃຈຂອງພວກເຂົາ. ສິ່ງນີ້ຈະເຮັດໃຫ້ເສຍເວລາທີ່ຜູ້ຄົນຄວນໃຊ້ໃນການກິນ, ດື່ມ ແລະ ໂອ້ລົມພຣະທຳຂອງພຣະເຈົ້າ. ສິ່ງນີ້ຍິ່ງເປັນການລະເລີຍໃນໜ້າທີ່ຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຫຼັກການຂອງການປະຕິບັດນີ້ກໍບໍ່ຖືກຕ້ອງ. ຖ້າເມື່ອໃດກໍຕາມທີ່ຝ່າຍທີ່ຖືກຈຳກັດກັບໃຈ ແລະ ບໍ່ໃຊ້ເວລາໃນການເຕົ້າໂຮມດ້ວຍການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມອີກຕໍ່ໄປ, ແລ້ວການແຍກອອກທີ່ບັງຄັບໃຊ້ກັບພວກເຂົາກໍສາມາດຍົກເລີກໄດ້. ຖ້າພວກເຂົາຖືກກຳຈັດອອກໃນຖານະຄົນຊົ່ວຮ້າຍ ແລະ ມີຄົນອ້າງວ່າພວກເຂົາໄດ້ປ່ຽນແປງໄປໃນທາງທີ່ດີຂຶ້ນ, ມັນກໍຈຳເປັນທີ່ຈະຕ້ອງເບິ່ງວ່າພວກເຂົາສະແດງອອກເຖິງການກັບໃຈທີ່ແທ້ຈິງ ຫຼື ບໍ່ ແລະ ຕ້ອງສະແຫວງຫາຄວາມຄິດເຫັນຂອງຄົນສ່ວນໃຫຍ່ກ່ຽວກັບເລື່ອງນີ້. ເຖິງແມ່ນວ່າພວກເຂົາຈະຖືກຮັບກັບຄືນມາ, ພວກເຂົາກໍຕ້ອງຖືກຕິດຕາມຢ່າງໃກ້ຊິດ ແລະ ເວລາໃນການເວົ້າຂອງພວກເຂົາກໍຕ້ອງຖືກຈຳກັດຢ່າງເຂັ້ມງວດ ແລະ ຕໍ່ມາພວກເຂົາກໍຄວນຖືກຈັດການຕາມຄວາມເໝາະສົມໂດຍອີງໃສ່ການສະແດງອອກຂອງພວກເຂົາ. ສິ່ງເຫຼົ່ານີ້ຄືຫຼັກການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກຄວນເຂົ້າໃຈ ແລະ ໃສ່ໃຈ. ແນ່ນອນ, ການຈັດການເລື່ອງນີ້ບໍ່ສາມາດອີງໃສ່ການສົມມຸດຕິຖານຕາມການຄາດເດົາສ່ວນຕົວ; ການໂຈມຕີເຊິ່ງກັນແລະກັນຂອງທັງສອງຝ່າຍ ຕ້ອງມີລັກສະນະທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ບໍ່ຄວນຫ້າມຜູ້ຄົນບໍ່ໃຫ້ເວົ້າ ແລະ ແຍກພວກເຂົາອອກພຽງເພາະວ່າໜຶ່ງໃນພວກເຂົາເວົ້າບາງຢ່າງທີ່ທຳຮ້າຍອີກຝ່າຍໜຶ່ງຄາວໜຶ່ງ ແລະ ຄົນຜູ້ນັ້ນກໍຕອບໂຕ້ດ້ວຍຄຳເຫັນຂອງຕົນເອງ. ການຈັດການກັບຜູ້ຄົນໃນລັກສະນະນັ້ນບໍ່ສອດຄ່ອງກັບຫຼັກການແທ້ໆ! ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງກຳແໜ້ນຫຼັກການຢ່າງເໝາະສົມ, ຮັບປະກັນວ່າຄົນສ່ວນໃຫຍ່ເຫັນດີວ່າການກະທຳຂອງພວກເຂົາສອດຄ່ອງກັບຫຼັກການ, ແທນທີ່ຈະເຮັດສິ່ງທີ່ບໍ່ດີຕາມອຳເພີໃຈ ຫຼື ເວົ້າເກີນຈິງເຖິງຄວາມຮ້າຍແຮງຂອງບັນຫາໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້. ເມື່ອເວົ້າເຖິງວຽກງານດ້ານນີ້, ໃນດ້ານໜຶ່ງ, ຄົນສ່ວນໃຫຍ່ຕ້ອງຮຽນຮູ້ທີ່ຈະແຍກແຍະສິ່ງທີ່ປະກອບເປັນການໂຈມຕີ ແລະ ໃນອີກດ້ານໜຶ່ງ, ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກກໍຕ້ອງຮູ້ຈັກຫຼັກການທີ່ຄວນກຳແໜ້ນ ແລະ ຄວາມຮັບຜິດຊອບທີ່ຄວນເຮັດໃຫ້ສຳເລັດໃນການປະຕິບັດວຽກງານນີ້.

4). ການກ່າວໂທດຄົນຕາມອຳເພີໃຈ

ການໂຈມຕີເຊິ່ງກັນແລະກັນຍັງມີການສະແດງອອກອີກຢ່າງໜຶ່ງ. ບາງຄົນຮູ້ຄຳສັບຝ່າຍວິນຍານບາງຄຳ ແລະ ພວກເຂົາກໍໃຊ້ຄຳສັບເຫຼົ່ານັ້ນໃນຄຳເວົ້າຂອງພວກເຂົາຢູ່ສະເໝີ, ເຊັ່ນ: “ມານຮ້າຍ”, “ຊາຕານ”, “ບໍ່ປະຕິບັດຄວາມຈິງ”, “ບໍ່ຮັກຄວາມຈິງ”, “ຟາຣີຊາຍ” ແລະ ອື່ນໆ, ພວກເຂົາໃຊ້ຄຳສັບເຫຼົ່ານີ້ເພື່ອຕັດສິນຄົນບາງຄົນຕາມອຳເພີໃຈ. ສິ່ງນີ້ບໍ່ໄດ້ມີລັກສະນະຂອງການໂຈມຕີໜ້ອຍໜຶ່ງບໍ? ກ່ອນໜ້ານີ້, ມີຄົນຜູ້ໜຶ່ງທີ່ຕ້ອງການດ່າທຸກຄົນທີ່ບໍ່ປະຕິບັດຕາມເຈດຈຳນົງສ່ວນຕົວຂອງລາວ ເມື່ອລາວພົວພັນກັບອ້າຍເອື້ອຍນ້ອງ. ແຕ່ລາວຄິດໃນໃຈວ່າ: “ຕອນນີ້ຂ້ອຍເຊື່ອໃນພຣະເຈົ້າແລ້ວ, ການດ່າຄົນເບິ່ງຄືວ່າບໍ່ເໝາະສົມ. ມັນເຮັດໃຫ້ຂ້ອຍເບິ່ງຄືວ່າບໍ່ສົມກັບພຶດຕິກຳຂອງຜູ້ເຊື່ອ. ຂ້ອຍບໍ່ສາມາດດ່າ ຫຼື ໃຊ້ຄຳຫຍາບຄາຍໄດ້, ແຕ່ຖ້າຂ້ອຍບໍ່ດ່າ, ຂ້ອຍກໍຈະຮູ້ສຶກບໍ່ສະບາຍໃຈ, ຂ້ອຍຈະບໍ່ສາມາດລະບາຍຄວາມຄຽດແຄ້ນຂອງຂ້ອຍໄດ້, ຂ້ອຍຕ້ອງການຈະດ່າຄົນຢູ່ສະເໝີ. ແລ້ວຂ້ອຍຄວນດ່າພວກເຂົາແນວໃດດີ?” ດັ່ງນັ້ນ ລາວຈຶ່ງຄິດຄົ້ນຄຳສັບໃໝ່ຂຶ້ນມາ. ໃຜກໍຕາມທີ່ເຮັດໃຫ້ລາວຜິດໃຈ, ເຮັດໃຫ້ລາວເຈັບປວດຜ່ານການກະທຳຂອງພວກເຂົາ ຫຼື ບໍ່ຟັງລາວ, ກໍຈະຖືກລາວດ່າແບບນີ້: “ມານຮ້າຍທີ່ຊົ່ວຮ້າຍ!” “ເຈົ້າຄືມານຮ້າຍທີ່ຊົ່ວຮ້າຍ!” “ຄົນຜູ້ນັ້ນຜູ້ນີ້ກໍຄືມານຮ້າຍທີ່ຊົ່ວຮ້າຍ!” ລາວໄດ້ຕື່ມຄຳວ່າ “ຊົ່ວຮ້າຍ” ໃສ່ທາງຫຼັງຄຳວ່າ “ມານຮ້າຍ”, ເປັນຄຳເວົ້າທີ່ບໍ່ເຄີຍມີໃຜໄດ້ຍິນມາກ່ອນເລີຍ. ມັນຂ້ອນຂ້າງແປກໃໝ່, ແມ່ນບໍ່? ອ້າຍເອື້ອຍນ້ອງຖືກລາວດ່າວ່າເປັນ “ມານຮ້າຍທີ່ຊົ່ວຮ້າຍ” ແບບບໍ່ຄິດ, ໃຜແດ່ຈະຮູ້ສຶກສະບາຍໃຈທີ່ໄດ້ຍິນແບບນັ້ນ? ຕົວຢ່າງ: ຖ້າລາວຂໍໃຫ້ອ້າຍ ຫຼື ເອື້ອຍຄົນໜຶ່ງຖອກນໍ້າໃຫ້ລາວຈອກໜຶ່ງ ແລະ ຄົນຜູ້ນັ້ນກຳລັງຫຍຸ້ງຢູ່ ແລະ ບອກໃຫ້ລາວໄປເຮັດເອງ, ລາວກໍຈະດ່າລາວວ່າ: “ເຈົ້າມານຮ້າຍທີ່ຊົ່ວຮ້າຍ!” ຖ້າລາວກັບມາຈາກການເຕົ້າໂຮມ ແລະ ເຫັນວ່າອາຫານຂອງລາວຍັງບໍ່ທັນໄດ້ກຽມໄວ້, ລາວກໍຈະໃຈຮ້າຍ: “ພວກມານຮ້າຍທີ່ຊົ່ວຮ້າຍ, ພວກເຈົ້າທຸກຄົນຂີ້ຄ້ານຫຼາຍ. ຂ້ອຍອອກໄປເຮັດໜ້າທີ່ຂອງຂ້ອຍ ແລະ ເມື່ອກັບມາກໍບໍ່ມີແມ່ນແຕ່ອາຫານທີ່ກຽມພ້ອມໄວ້ໃຫ້ຂ້ອຍ!” ໃຜກໍຕາມທີ່ພົວພັນກັບລາວອາດຈະຖືກດ່າວ່າເປັນ “ມານຮ້າຍທີ່ຊົ່ວຮ້າຍ”. ຄົນປະເພດນີ້ແມ່ນຄົນແບບໃດ? (ຄົນຊົ່ວຮ້າຍ.) ລາວຊົ່ວຮ້າຍແນວໃດ? ໃນສາຍຕາຂອງລາວ, ໃຜກໍຕາມທີ່ເຮັດໃຫ້ລາວຜິດໃຈ ຫຼື ບໍ່ເຮັດຕາມເຈດຈຳນົງສ່ວນຕົວຂອງລາວ ກໍຄືມານຮ້າຍທີ່ຊົ່ວຮ້າຍ, ຕົວລາວເອງບໍ່ແມ່ນ, ແຕ່ຄົນອື່ນທຸກຄົນແມ່ນ. ລາວມີພື້ນຖານໃດໆບໍໃນການເວົ້າແບບນີ້? ບໍ່ມີເລີຍ; ລາວພຽງແຕ່ເລືອກຄຳສັບໃດໜຶ່ງຕາມອຳເພີໃຈເພື່ອດ່າຜູ້ຄົນ ເຊິ່ງຈະຊ່ວຍໃຫ້ລາວສາມາດລະບາຍຄວາມຄຽດແຄ້ນ ແລະ ອາລົມຂອງລາວໄດ້. ລາວເຊື່ອວ່າຖ້າລາວດ່າຄົນໃດໜຶ່ງແທ້ໆ, ຄົນອື່ນກໍຈະເວົ້າວ່າລາວເບິ່ງຄືວ່າບໍ່ແມ່ນຜູ້ທີ່ເຊື່ອໃນພຣະເຈົ້າ, ແຕ່ລາວຄິດວ່າຖ້າລາວເອີ້ນຄົນໃດໜຶ່ງວ່າມານຮ້າຍ, ນັ້ນກໍບໍ່ແມ່ນການດ່າ ແລະ ມັນຄວນຈະເບິ່ງສົມເຫດສົມຜົນໃນສາຍຕາຄົນອື່ນ, ເປັນການຕອບສະໜອງຄວາມປາຖະໜາຂອງຕົນເອງ ໃນຂະນະທີ່ບໍ່ເຫຼືອຊ່ອງຫວ່າງໃຫ້ຄົນອື່ນຊອກຫາຄວາມຜິດກັບລາວໄດ້. ຄົນໆນີ້ທັງເຈົ້າເລ່ ແລະ ກໍຂ້ອນຂ້າງຊົ່ວຮ້າຍ, ລາວໃຊ້ພາສາທີ່ມຸ່ງຮ້າຍທີ່ສຸດ, ເປັນພາສາທີ່ເຮັດໃຫ້ຄົນບໍ່ມີທາງຕອບໂຕ້ໄດ້, ເພື່ອແກ້ແຄ້ນ ແລະ ກ່າວໂທດພວກເຂົາ ແລະ ເຖິງຢ່າງນັ້ນ ຜູ້ຄົນກໍບໍ່ສາມາດກ່າວຫາລາວວ່າດ່າ ຫຼື ເວົ້າຈາໄຮ້ເຫດຜົນໄດ້. ເມື່ອປະເຊີນໜ້າກັບຄົນປະເພດນີ້, ຄົນສ່ວນໃຫຍ່ຈະຫຼີກລ່ຽງລາວ ຫຼື ເຂົ້າໃກ້ລາວ? (ພວກເຂົາຈະຫຼີກລ່ຽງລາວ). ເປັນຫຍັງ? ພວກເຂົາບໍ່ກ້າໄປຫາເລື່ອງລາວ, ສະນັ້ນພວກເຂົາຈຶ່ງເຮັດໄດ້ແຕ່ຫຼີກລ່ຽງລາວເທົ່ານັ້ນ. ນີ້ຄືສິ່ງທີ່ຄົນສະຫຼາດຈະເຮັດ.

ປະກົດການຂອງການທີ່ຄົນໃດໜຶ່ງຖືກກ່າວໂທດ, ຕິດປ້າຍ ແລະ ຂົ່ມເຫັງຕາມອຳເພີໃຈເກີດຂຶ້ນເລື້ອຍໆໃນທຸກຄຣິສຕະຈັກ. ຕົວຢ່າງ: ບາງຄົນມີອະຄະຕິຕໍ່ຜູ້ນໍາ ຫຼື ຜູ້ເຮັດວຽກຄົນໃດໜຶ່ງ ແລະ ເພື່ອທີ່ຈະແກ້ແຄ້ນ, ພວກເຂົາກໍເວົ້າເຖິງຄົນຜູ້ນັ້ນຢູ່ເບື້ອງຫຼັງ, ໂດຍອ້າງວ່າກຳລັງໂອ້ລົມຄວາມຈິງເພື່ອມາເປີດໂປງ ແລະ ໄຈ້ແຍກພວກເຂົາ. ເຈດຕະນາ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງການກະທຳດັ່ງກ່າວແມ່ນຜິດ. ຖ້າຄົນຜູ້ໜຶ່ງກຳລັງໂອ້ລົມຄວາມຈິງຢ່າງແທ້ຈິງເພື່ອເປັນປະຈັກພະຍານໃຫ້ແກ່ພຣະເຈົ້າ ແລະ ເພື່ອເປັນປະໂຫຍດແກ່ຄົນອື່ນ, ພວກເຂົາຄວນໂອ້ລົມກ່ຽວກັບປະສົບການທີ່ແທ້ຈິງຂອງຕົນເອງ ແລະ ນຳເອົາປະໂຫຍດມາໃຫ້ຄົນອື່ນໂດຍການໄຈ້ແຍກ ແລະ ຮູ້ຈັກຕົນເອງ. ການປະຕິບັດດັ່ງກ່າວຈະໃຫ້ຜົນໄດ້ຮັບທີ່ດີກວ່າ ແລະ ປະຊາກອນທີ່ພຣະເຈົ້າເລືອກກໍຈະເຫັນດີນຳ. ຖ້າການໂອ້ລົມຂອງຄົນຜູ້ໜຶ່ງເປີດໂປງ, ໂຈມຕີ ແລະ ດູຖູກຄົນອື່ນເພື່ອຄວາມພະຍາຍາມທີ່ຈະໂຈມຕີ ຫຼື ແກ້ແຄ້ນພວກເຂົາ, ແລ້ວເຈດຕະນາຂອງການໂອ້ລົມນັ້ນກໍຜິດມັນບໍ່ຍຸຕິທຳ, ເປັນທີ່ກຽດຊັງຂອງພຣະເຈົ້າ ແລະ ບໍ່ເປັນການເສີມສ້າງອ້າຍເອື້ອຍນ້ອງ. ຖ້າເຈດຕະນາຂອງຄົນໃດໜຶ່ງຄືການກ່າວໂທດຄົນອື່ນ ຫຼື ກັນແກ້ງພວກເຂົາ, ແລ້ວພວກເຂົາກໍຄືຄົນຊົ່ວຮ້າຍ ແລະ ພວກເຂົາກຳລັງເຮັດຄວາມຊົ່ວ. ປະຊາກອນທີ່ພຣະເຈົ້າເລືອກທຸກຄົນຄວນມີການແຍກແຍະເມື່ອເວົ້າເຖິງຄົນຊົ່ວຮ້າຍ. ຖ້າຄົນໃດໜຶ່ງຕັ້ງໃຈໂຈມຕີ, ເປີດໂປງ ຫຼື ດູຖູກຄົນອື່ນ, ແລ້ວພວກເຂົາກໍຄວນໄດ້ຮັບການຊ່ວຍເຫຼືອດ້ວຍຄວາມຮັກ, ໂອ້ລົມນຳ ແລະ ຖືກໄຈ້ແຍກ ຫຼື ຖືກລິຮານ. ຖ້າພວກເຂົາບໍ່ສາມາດຍອມຮັບຄວາມຈິງໄດ້ ແລະ ປະຕິເສດທີ່ຈະແກ້ໄຂແນວທາງຂອງຕົນເອງຢ່າງດື້ດ້ານ, ແລ້ວນີ້ກໍເປັນເລື່ອງທີ່ແຕກຕ່າງກັນຢ່າງສິ້ນເຊີງ. ເມື່ອເວົ້າເຖິງຄົນຊົ່ວຮ້າຍທີ່ມັກກ່າວໂທດ, ຕິດປ້າຍ ແລະ ກັນແກ້ງຄົນອື່ນຕາມອຳເພີໃຈ, ພວກເຂົາຄວນຖືກເປີດໂປງຢ່າງເຖິງຖອງ ເພື່ອໃຫ້ທຸກຄົນສາມາດຮຽນຮູ້ທີ່ຈະແຍກແຍະພວກເຂົາໄດ້ ແລະ ຈາກນັ້ນພວກເຂົາກໍຄວນຖືກຈຳກັດ ຫຼື ຂັບໄລ່ອອກຈາກຄຣິສຕະຈັກ. ສິ່ງນີ້ເປັນສິ່ງຈຳເປັນ, ເພາະຄົນປະເພດນີ້ລົບກວນຊີວິດຄຣິສຕະຈັກ ແລະ ວຽກງານຄຣິສຕະຈັກ ແລະ ພວກເຂົາມີແນວໂນ້ມທີ່ຈະນຳພາຜູ້ຄົນຢ່າງຜິດໆ ແລະ ນຳຄວາມສັບສົນວຸ້ນວາຍມາສູ່ຄຣິສຕະຈັກ. ໂດຍສະເພາະແມ່ນ, ຄົນຊົ່ວຮ້າຍບາງຄົນມັກຈະໂຈມຕີ ແລະ ກ່າວໂທດຄົນອື່ນ, ພຽງເພື່ອບັນລຸຈຸດປະສົງຂອງພວກເຂົາໃນການອວດອ້າງຕົນເອງ ແລະ ເຮັດໃຫ້ຄົນອື່ນນັບຖືພວກເຂົາ. ຄົນຊົ່ວຮ້າຍເຫຼົ່ານີ້ມັກຈະໃຊ້ໂອກາດຂອງການໂອ້ລົມຄວາມຈິງໃນການເຕົ້າໂຮມ ເພື່ອເປີດໂປງ, ໄຈ້ແຍກ ແລະ ກົດຂີ່ຄົນອື່ນທາງອ້ອມ. ພວກເຂົາເຖິງກັບໃຫ້ເຫດຜົນແກ່ການກະທຳນີ້ໂດຍການເວົ້າວ່າ ພວກເຂົາກຳລັງເຮັດເພື່ອຊ່ວຍເຫຼືອຜູ້ຄົນ ແລະ ເພື່ອແກ້ໄຂບັນຫາທີ່ມີຢູ່ໃນຄຣິສຕະຈັກ ແລະ ໃຊ້ຂໍ້ອ້າງເຫຼົ່ານີ້ເປັນສາກບັງໜ້າເພື່ອບັນລຸຈຸດປະສົງຂອງພວກເຂົາ. ພວກເຂົາຄືຄົນປະເພດທີ່ໂຈມຕີ ແລະ ກັນແກ້ງຄົນອື່ນ ແລະ ພວກເຂົາທຸກຄົນກໍຄືຄົນຊົ່ວຮ້າຍຢ່າງຊັດເຈນ. ທຸກຄົນທີ່ໂຈມຕີ ແລະ ກ່າວໂທດຄົນທີ່ສະແຫວງຫາຄວາມຈິງແມ່ນໂຫດຮ້າຍທີ່ສຸດ ແລະ ມີພຽງແຕ່ຜູ້ທີ່ເປີດໂປງ ແລະ ໄຈ້ແຍກຄົນຊົ່ວຮ້າຍເພື່ອປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າເທົ່ານັ້ນທີ່ມີຄວາມຮູ້ສຶກຍຸຕິທຳ ແລະ ເປັນທີ່ຮັບຮອງຈາກພຣະເຈົ້າ. ຄົນຊົ່ວຮ້າຍມັກຈະເຈົ້າເລ່ຫຼາຍໃນການເຮັດຄວາມຊົ່ວຂອງພວກເຂົາ; ພວກເຂົາທຸກຄົນລ້ວນແຕ່ຊຳນານໃນການໃຊ້ຫຼັກຄຳສອນເພື່ອຫາເຫດຜົນໃຫ້ຕົນເອງ ແລະ ບັນລຸຈຸດປະສົງຂອງພວກເຂົາໃນການນຳພາຄົນອື່ນຢ່າງຜິດໆ. ຖ້າປະຊາກອນທີ່ພຣະເຈົ້າເລືອກບໍ່ມີການແຍກແຍະຕໍ່ພວກເຂົາ ແລະ ບໍ່ສາມາດຈຳກັດຄົນຊົ່ວຮ້າຍເຫຼົ່ານີ້ໄດ້, ຊີວິດຄຣິສຕະຈັກ ແລະ ວຽກງານຂອງຄຣິສຕະຈັກກໍຈະຕົກຢູ່ໃນສະພາບທີ່ສັບສົນວຸ້ນວາຍຢ່າງສິ້ນເຊີງ ຫຼື ອາດເຖິງຂັ້ນໂກລາຫົນໄດ້. ເມື່ອຄົນຊົ່ວຮ້າຍໂອ້ລົມກ່ຽວກັບບັນຫາ ແລະ ໄຈ້ແຍກພວກມັນ, ພວກເຂົາກໍມີເຈດຕະນາ ແລະ ຈຸດປະສົງຢູ່ສະເໝີ ແລະ ມັນກໍແນໃສ່ຜູ້ໃດຜູ້ໜຶ່ງຢູ່ສະເໝີ. ພວກເຂົາບໍ່ໄດ້ກຳລັງໄຈ້ແຍກ ຫຼື ຮູ້ຈັກຕົນເອງ, ທັງບໍ່ໄດ້ເປີດເຜີຍ ແລະ ເປີດໃຈເພື່ອແກ້ໄຂບັນຫາຂອງຕົນເອງ, ແທນທີ່ຈະເປັນແນວນັ້ນ, ພວກເຂົາກຳລັງສວຍໂອກາດເພື່ອເປີດໂປງ, ໄຈ້ແຍກ ແລະ ໂຈມຕີຄົນອື່ນ. ພວກເຂົາມັກຈະສວຍໃຊ້ການໂອ້ລົມການຮູ້ຈັກຕົນເອງເພື່ອໄຈ້ແຍກ ແລະ ກ່າວໂທດຄົນອື່ນ ແລະ ໂດຍຜ່ານວິທີການໂອ້ລົມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ພວກເຂົາກໍເປີດໂປງ, ດູຖູກ ແລະ ໃສ່ຮ້າຍປ້າຍສີຜູ້ຄົນ. ພວກເຂົາຮູ້ສຶກລັງກຽດຢ່າງຍິ່ງ ແລະ ກຽດຊັງຕໍ່ຜູ້ທີ່ສະແຫວງຫາຄວາມຈິງເປັນພິເສດ, ຜູ້ທີ່ແບກຮັບພາລະສຳລັບວຽກງານຂອງຄຣິສຕະຈັກ ແລະ ຜູ້ທີ່ມັກຈະເຮັດໜ້າທີ່ຂອງພວກເຂົາ. ຄົນຊົ່ວຮ້າຍຈະໃຊ້ເຫດຜົນ ແລະ ຂໍ້ອ້າງທຸກປະເພດເພື່ອໂຈມຕີກຳລັງໃຈຂອງຄົນເຫຼົ່ານີ້ ແລະ ຂັດຂວາງພວກເຂົາຈາກການດຳເນີນວຽກງານຄຣິສຕະຈັກ. ສ່ວນໜຶ່ງຂອງສິ່ງທີ່ພວກເຂົາຮູ້ສຶກຕໍ່ຄົນເຫຼົ່ານັ້ນກໍຄືຄວາມອິດສາ ແລະ ຄວາມກຽດຊັງ; ອີກສ່ວນໜຶ່ງກໍຄືຄວາມຢ້ານກົວວ່າຄົນເຫຼົ່ານີ້, ໂດຍການລຸກຂຶ້ນເຮັດວຽກ, ຈະເປັນໄພຂົ່ມຂູ່ຕໍ່ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະຂອງພວກເຂົາ. ດັ່ງນັ້ນ, ພວກເຂົາຈຶ່ງຮ້ອນໃຈທີ່ຈະພະຍາຍາມທຸກວິທີທາງທີ່ເປັນໄປໄດ້ເພື່ອເຕືອນ, ກົດຂີ່ ແລະ ຈຳກັດພວກເຂົາ, ແມ່ນແຕ່ເຖິງຂັ້ນຊອກຈັບຜິດເພື່ອສ້າງລັກຖານປອມເພື່ອໃສ່ຮ້າຍພວກເຂົາ ແລະ ບິດເບືອນຄວາມຈິງເພື່ອທີ່ຈະກ່າວໂທດພວກເຂົາ. ສິ່ງນີ້ເປີດເຜີຍຢ່າງສົມບູນວ່າ ອຸປະນິໄສຂອງຄົນຊົ່ວຮ້າຍເຫຼົ່ານີ້ຄືອຸປະນິໄສທີ່ກຽດຊັງຄວາມຈິງ ແລະ ສິ່ງທີ່ເປັນບວກ. ພວກເຂົາມີຄວາມກຽດຊັງເປັນພິເສດຕໍ່ຜູ້ທີ່ສະແຫວງຫາຄວາມຈິງ ແລະ ຮັກສິ່ງທີ່ເປັນບວກ ແລະ ຕໍ່ຜູ້ທີ່ຂ້ອນຂ້າງບໍ່ມີເລ່ລ່ຽມ, ສຸພາບຮຽບຮ້ອຍ ແລະ ຊື່ຕົງ. ພວກເຂົາອາດຈະບໍ່ເວົ້າອອກມາ, ແຕ່ນີ້ຄືສະພາບຈິດໃຈທີ່ພວກເຂົາມີ. ແລ້ວເປັນຫຍັງພວກເຂົາຈຶ່ງຕັ້ງເປົ້າໃສ່ຜູ້ສະແຫວງຫາຄວາມຈິງ ແລະ ຄົນທີ່ສຸພາບ ແລະ ຊື່ຕົງໂດຍສະເພາະ ເພື່ອເປີດໂປງ, ດູຖູກ, ກັນແກ້ງ ແລະ ກີດກັນ? ນີ້ຄືຄວາມພະຍາຍາມຢ່າງຊັດເຈນໃນສ່ວນຂອງພວກເຂົາທີ່ຈະໂຄ່ນລົ້ມ ແລະ ທຳລາຍຄົນດີ ແລະ ຜູ້ທີ່ສະແຫວງຫາຄວາມຈິງ, ເພື່ອຢຽບຢໍ່າພວກເຂົາໄວ້ໃຕ້ຕີນ ເພື່ອທີ່ພວກເຂົາຈະສາມາດຄວບຄຸມຄຣິສຕະຈັກໄດ້. ບາງຄົນບໍ່ເຊື່ອວ່ານີ້ເປັນເຊັ່ນນັ້ນ. ສຳລັບພວກເຂົາ, ເຮົາຂໍຖາມຄຳຖາມໜຶ່ງ: ເມື່ອໂອ້ລົມຄວາມຈິງ, ເປັນຫຍັງຄົນຊົ່ວຊ້າເຫຼົ່ານີ້ຈຶ່ງບໍ່ເປີດໂປງ ຫຼື ໄຈ້ແຍກຕົນເອງ ແລະ ຕັ້ງເປົ້າໃສ່ ແລະ ເປີດໂປງຄົນອື່ນຢູ່ສະເໝີ? ມັນອາດຈະເປັນໄປໄດ້ແທ້ບໍທີ່ພວກເຂົາບໍ່ໄດ້ເປີດເຜີຍຄວາມເສື່ອມຊາມ ຫຼື ວ່າພວກເຂົາບໍ່ມີອຸປະນິໄສທີ່ເສື່ອມຊາມ? ບໍ່ແມ່ນຢ່າງແນ່ນອນ. ແລ້ວເປັນຫຍັງພວກເຂົາຈຶ່ງຍັງຢືນຢັນທີ່ຈະຕັ້ງເປົ້າໃສ່ຄົນອື່ນເພື່ອເປີດໂປງ ແລະ ໄຈ້ແຍກ? ພວກເຂົາກຳລັງພະຍາຍາມບັນລຸສິ່ງໃດກັນແທ້? ຄຳຖາມນີ້ຮຽກຮ້ອງໃຫ້ມີການຄິດຢ່າງເລິກເຊິ່ງ. ຄົນເຮົາກຳລັງເຮັດຕາມທີ່ຄວນເຮັດ ຖ້າພວກເຂົາເປີດໂປງການກະທຳທີ່ຊົ່ວຮ້າຍຂອງຄົນຊົ່ວຮ້າຍທີ່ລົບກວນຄຣິສຕະຈັກ. ແຕ່ແທນທີ່ຈະເປັນແນວນັ້ນ ຄົນເຫຼົ່ານີ້ພັດກຳລັງເປີດໂປງ ແລະ ກັນແກ້ງຄົນດີ, ພາຍໃຕ້ຂໍ້ອ້າງຂອງການໂອ້ລົມຄວາມຈິງ. ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາແມ່ນຫຍັງ? ພວກເຂົາຄຽດແຄ້ນຍ້ອນພວກເຂົາເຫັນວ່າພຣະເຈົ້າຊ່ວຍຄົນດີໃຫ້ລອດພົ້ນບໍ? ນັ້ນຄືສິ່ງທີ່ມັນເປັນແທ້ໆ. ພຣະເຈົ້າບໍ່ໄດ້ຊ່ວຍຄົນຊົ່ວຮ້າຍໃຫ້ລອດພົ້ນ, ສະນັ້ນ ຄົນຊົ່ວຮ້າຍຈຶ່ງກຽດຊັງພຣະເຈົ້າ ແລະ ຄົນດີ, ນີ້ເປັນເລື່ອງທຳມະຊາດທັງໝົດ. ຄົນຊົ່ວຮ້າຍບໍ່ຍອມຮັບ ຫຼື ສະແຫວງຫາຄວາມຈິງ; ພວກເຂົາເອງບໍ່ສາມາດລອດພົ້ນໄດ້, ແຕ່ພວກເຂົາພັດກັນແກ້ງຄົນດີເຫຼົ່ານັ້ນທີ່ສະແຫວງຫາຄວາມຈິງ ແລະ ສາມາດໄດ້ຮັບຄວາມລອດພົ້ນ. ບັນຫາຢູ່ທີ່ນີ້ແມ່ນຫຍັງ? ຖ້າຄົນເຫຼົ່ານີ້ມີການຮູ້ຈັກຕົນເອງ ແລະ ຄວາມຈິງ, ພວກເຂົາກໍສາມາດເປີດເຜີຍ ແລະ ໂອ້ລົມໄດ້, ແຕ່ພວກເຂົາພັດຕັ້ງເປົ້າໃສ່ ແລະ ຫາເລື່ອງເກາະຜິດຄົນອື່ນຢູ່ສະເໝີ, ພວກເຂົາມີແນວໂນ້ມທີ່ຈະໂຈມຕີຄົນອື່ນຢູ່ສະເໝີ ແລະ ພວກເຂົາກໍຕັ້ງຜູ້ທີ່ສະແຫວງຫາຄວາມຈິງເປັນສັດຕູໃນຈິນຕະນາການຂອງພວກເຂົາຢູ່ສະເໝີ. ສິ່ງເຫຼົ່ານີ້ຄືລັກສະນະສະເພາະຂອງຄົນຊົ່ວຮ້າຍ. ຜູ້ທີ່ສາມາດເຮັດຄວາມຊົ່ວດັ່ງກ່າວໄດ້ກໍຄືມານຮ້າຍ ແລະ ຊາຕານທີ່ແທ້ຈິງ, ຄືພວກຕໍ່ຕ້ານພຣະຄຣິສທີ່ແທ້ຈິງ, ຜູ້ທີ່ຄວນຖືກຈຳກັດ ແລະ ຖ້າພວກເຂົາເຮັດຄວາມຊົ່ວຢ່າງຫຼວງຫຼາຍ, ພວກເຂົາກໍຕ້ອງຖືກຈັດການໂດຍທັນທີ, ຂັບໄລ່ພວກເຂົາອອກຈາກຄຣິສຕະຈັກ. ທຸກຄົນທີ່ໂຈມຕີ ແລະ ກີດກັນຄົນດີກໍຄືປາໂຕດຽວເນົ່າໝົດຂ້ອງ. ເປັນຫຍັງເຮົາຈຶ່ງເອີ້ນພວກເຂົາວ່າ ປາໂຕດຽວເນົ່າໝົດຂ້ອງ? ເພາະວ່າພວກເຂົາມີແນວໂນ້ມທີ່ຈະກໍ່ໃຫ້ເກີດການໂຕ້ຖຽງ ແລະ ຄວາມຂັດແຍ້ງທີ່ບໍ່ຈຳເປັນໃນຄຣິສຕະຈັກ, ເຮັດໃຫ້ສະຖານະການຢູ່ທີ່ນັ້ນຮ້າຍແຮງຂຶ້ນເລື້ອຍໆ. ມື້ໜຶ່ງພວກເຂົາຕັ້ງເປົ້າໃສ່ຄົນໜຶ່ງ ແລະ ມື້ຕໍ່ມາພວກເຂົາກໍຕັ້ງເປົ້າໃສ່ອີກຄົນໜຶ່ງ ແລະ ພວກເຂົາກໍແນໃສ່ຄົນອື່ນຢູ່ສະເໝີ, ແນໃສ່ຜູ້ທີ່ຮັກ ແລະ ສະແຫວງຫາຄວາມຈິງ. ສິ່ງນີ້ມີແນວໂນ້ມທີ່ຈະລົບກວນຊີວິດຄຣິສຕະຈັກ ແລະ ສົ່ງຜົນກະທົບຕໍ່ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຕາມປົກກະຕິຂອງປະຊາກອນທີ່ພຣະເຈົ້າເລືອກ, ພ້ອມທັງການໂອ້ລົມຄວາມຈິງຕາມປົກກະຕິຂອງພວກເຂົາ. ຄົນຊົ່ວຮ້າຍເຫຼົ່ານີ້ມັກຈະສວຍໃຊ້ການດຳລົງຊີວິດຄຣິສຕະຈັກເພື່ອໂຈມຕີຄົນອື່ນໃນນາມຂອງການໂອ້ລົມຄວາມຈິງ. ມີຄວາມເປັນສັດຕູກັນໃນທຸກສິ່ງທີ່ພວກເຂົາເວົ້າ; ພວກເຂົາເວົ້າຄຳເວົ້າທີ່ຍຸແຍ່ເພື່ອໂຈມຕີ ແລະ ກ່າວໂທດຜູ້ທີ່ສະແຫວງຫາຄວາມຈິງ ແລະ ຜູ້ທີ່ເສຍສະລະຕົນເອງເພື່ອພຣະເຈົ້າ. ຜົນສະທ້ອນຂອງສິ່ງນີ້ຈະເປັນແນວໃດ? ມັນຈະຂັດຂວາງ ແລະ ລົບກວນຊີວິດຂອງຄຣິສຕະຈັກ ແລະ ເຮັດໃຫ້ຜູ້ຄົນບໍ່ສະບາຍໃຈ ແລະ ບໍ່ສາມາດສະຫງົບຢູ່ຕໍ່ໜ້າພຣະເຈົ້າໄດ້. ໂດຍສະເພາະຢ່າງຍິ່ງ, ສິ່ງທີ່ໄຮ້ສິນທຳທີ່ຄົນຊົ່ວຮ້າຍເຫຼົ່ານີ້ເວົ້າເພື່ອກ່າວໂທດ, ໂຈມຕີ ແລະ ເຮັດໃຫ້ຄົນອື່ນເຈັບປວດກໍສາມາດກໍ່ໃຫ້ເກີດການຕໍ່ຕ້ານ. ສິ່ງນີ້ບໍ່ໄດ້ຊ່ວຍໃນການແກ້ໄຂບັນຫາ; ໃນທາງກົງກັນຂ້າມ, ມັນປຸກປັ່ນຄວາມຢ້ານກົວ ແລະ ຄວາມກັງວົນໃນຄຣິສຕະຈັກ ແລະ ເຮັດໃຫ້ຄວາມສຳພັນລະຫວ່າງຜູ້ຄົນເຄັ່ງຕຶງ, ເຮັດໃຫ້ເກີດຄວາມເຄັ່ງຕຶງລະຫວ່າງພວກເຂົາ ແລະ ເຮັດໃຫ້ພວກເຂົາຂັດແຍ້ງກັນ. ພຶດຕິກຳຂອງຄົນເຫຼົ່ານີ້ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກ, ແຕ່ຍັງກໍ່ໃຫ້ເກີດຄວາມຂັດແຍ້ງໃນຄຣິສຕະຈັກອີກດ້ວຍ. ມັນແມ່ນແຕ່ສາມາດສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກໂດຍລວມ ແລະ ການເຜີຍແຜ່ພຣະກິດຕິຄຸນ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງເຕືອນຄົນປະເພດນີ້ ແລະ ພວກເຂົາກໍຈຳເປັນຕ້ອງຈຳກັດ ແລະ ຈັດການກັບພວກເຂົາ. ໃນດ້ານໜຶ່ງ, ອ້າຍເອື້ອຍນ້ອງຕ້ອງວາງຂໍ້ຈຳກັດທີ່ເຂັ້ມງວດຕໍ່ຄົນຊົ່ວຮ້າຍເຫຼົ່ານີ້ທີ່ໂຈມຕີ ແລະ ກ່າວໂທດຄົນອື່ນເລື້ອຍໆ. ໃນອີກດ້ານໜຶ່ງ, ຜູ້ນໍາຄຣິສຕະຈັກຄວນເປີດໂປງ ແລະ ຢຸດຢັ້ງຜູ້ທີ່ໂຈມຕີ ແລະ ກ່າວໂທດຄົນອື່ນຕາມອຳເພີໃຈໂດຍທັນທີ ແລະ ຖ້າພວກເຂົາຍັງຄົງບໍ່ປ່ຽນແປງ, ກໍໃຫ້ກຳຈັດພວກເຂົາອອກຈາກຄຣິສຕະຈັກ. ຕ້ອງປ້ອງກັນບໍ່ໃຫ້ຄົນຊົ່ວຮ້າຍລົບກວນຊີວິດຂອງຄຣິສຕະຈັກໃນການເຕົ້າໂຮມ ແລະ ໃນເວລາດຽວກັນ, ຄົນເບົາປັນຍາກໍຄວນຖືກຈຳກັດບໍ່ໃຫ້ເວົ້າໃນລັກສະນະທີ່ສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກ. ຖ້າພົບເຫັນຄົນຊົ່ວຮ້າຍກຳລັງເຮັດຄວາມຊົ່ວ, ພວກເຂົາກໍຕ້ອງຖືກເປີດໂປງ. ພວກເຂົາຕ້ອງບໍ່ໄດ້ຮັບອະນຸຍາດໃຫ້ກະທຳຕາມອຳເພີໃຈ, ເຮັດຄວາມຊົ່ວຕາມທີ່ພວກເຂົາຕ້ອງການຢ່າງເດັດຂາດ. ສິ່ງນີ້ຈຳເປັນເພື່ອຮັກສາຊີວິດຄຣິສຕະຈັກທີ່ເປັນປົກກະຕິ ແລະ ຮັບປະກັນວ່າປະຊາກອນທີ່ພຣະເຈົ້າເລືອກສາມາດເຕົ້າໂຮມ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງໄດ້ຕາມປົກກະຕິ, ຊ່ວຍໃຫ້ພວກເຂົາສາມາດບັນລຸໜ້າທີ່ຂອງຕົນໄດ້ຕາມປົກກະຕິ. ມີພຽງແຕ່ຕອນນັ້ນເທົ່ານັ້ນທີ່ຄວາມປະສົງຂອງພຣະເຈົ້າຈະສາມາດດຳເນີນໄປໃນຄຣິສຕະຈັກໄດ້ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ປະຊາກອນທີ່ພຣະເຈົ້າເລືອກຈຶ່ງສາມາດເຂົ້າໃຈຄວາມຈິງ, ເຂົ້າສູ່ຄວາມເປັນຈິງ ແລະ ໄດ້ຮັບພຣະພອນຂອງພຣະເຈົ້າ. ພວກເຈົ້າໄດ້ພົບເຫັນຄົນຊົ່ວຮ້າຍປະເພດນີ້ໃນຄຣິສຕະຈັກບໍ່? ພວກເຂົາມີຄວາມອິດສາກຽດຊັງຄົນດີຢູ່ສະເໝີ ແລະ ພວກເຂົາກໍຕັ້ງເປົ້າໃສ່ຄົນດີຢູ່ສະເໝີ. ມື້ນີ້ພວກເຂົາບໍ່ມັກຄົນດີຄົນໜຶ່ງ, ມື້ອື່ນກໍບໍ່ມັກອີກຄົນໜຶ່ງ; ພວກເຂົາສາມາດວິພາກວິຈານໃຜກໍໄດ້ ແລະ ຊອກຫາຂໍ້ບົກຜ່ອງຫຼາຍຢ່າງໃນຕົວພວກເຂົາ ແລະ ຍິ່ງໄປກວ່ານັ້ນ, ສິ່ງທີ່ພວກເຂົາເວົ້າກໍຟັງຄືວ່າມີພື້ນຖານທີ່ດີ ແລະ ສົມເຫດສົມຜົນ ແລະ ໃນທີ່ສຸດພວກເຂົາກໍກໍ່ໃຫ້ເກີດຄວາມໂກດແຄ້ນຢ່າງກວ້າງຂວາງ, ກາຍເປັນໄພອັນຕະລາຍຕໍ່ກຸ່ມ. ພວກເຂົາລົບກວນຄຣິສຕະຈັກຈົນເຖິງຂັ້ນທີ່ຈິດໃຈຂອງຜູ້ຄົນສັບສົນວຸ້ນວາຍ, ຫຼາຍຄົນກາຍເປັນຄົນຄິດລົບ ແລະ ອ່ອນແອ, ບໍ່ໄດ້ຮັບປະໂຫຍດ ຫຼື ການເສີມສ້າງຈາກການເຕົ້າໂຮມ ແລະ ບາງຄົນກໍເຖິງກັບສູນເສຍຄວາມປາຖະໜາທີ່ຈະເຂົ້າຮ່ວມການເຕົ້າໂຮມ. ຄົນຊົ່ວຮ້າຍດັ່ງກ່າວບໍ່ແມ່ນປາໂຕດຽວເນົ່າໝົດຂ້ອງບໍ? ຖ້າພວກເຂົາຍັງບໍ່ເຖິງລະດັບທີ່ຄວນຖືກກຳຈັດອອກ, ພວກເຂົາກໍຄວນຖືກແຍກອອກ ຫຼື ຖືກຈຳກັດ. ຕົວຢ່າງ: ໃນລະຫວ່າງການເຕົ້າໂຮມ, ໃຫ້ພວກເຂົານັ່ງຢູ່ບ່ອນທີ່ແຍກອອກຕ່າງຫາກເພື່ອປ້ອງກັນບໍ່ໃຫ້ພວກເຂົາສົ່ງອິດທິພົນຕໍ່ຄົນອື່ນ. ຖ້າພວກເຂົາຍັງຢືນຢັນທີ່ຈະຊອກຫາໂອກາດເວົ້າອອກມາ ແລະ ໂຈມຕີຜູ້ຄົນ, ພວກເຂົາກໍຄວນຖືກຈຳກັດ, ຫ້າມບໍ່ໃຫ້ເວົ້າສິ່ງທີ່ໄຮ້ປະໂຫຍດ. ຖ້າມັນເປັນໄປບໍ່ໄດ້ທີ່ຈະຈຳກັດພວກເຂົາ ແລະ ພວກເຂົາກຳລັງຈະລະເບີດອອກມາ ຫຼື ຕໍ່ຕ້ານ, ພວກເຂົາກໍຄວນຖືກກຳຈັດອອກໂດຍທັນທີ. ນັ້ນກໍຄື, ເມື່ອພວກເຂົາບໍ່ເຕັມໃຈທີ່ຈະຖືກຈຳກັດອີກຕໍ່ໄປ ແລະ ເວົ້າວ່າ, “ເຈົ້າມີສິດຫຍັງມາຈຳກັດການເວົ້າຂອງຂ້ອຍ? ເປັນຫຍັງຄົນອື່ນທຸກຄົນຈຶ່ງໄດ້ເວົ້າຫ້ານາທີ ແລະ ຂ້ອຍໄດ້ເວົ້າພຽງແຕ່ນາທີດຽວ?”, ເມື່ອພວກເຂົາຖາມຄຳຖາມເຫຼົ່ານີ້ຢູ່ເລື້ອຍໆ, ນັ້ນໝາຍຄວາມວ່າພວກເຂົາກຳລັງຈະຕໍ່ຕ້ານ. ເມື່ອພວກເຂົາກຳລັງຈະຕໍ່ຕ້ານ, ພວກເຂົາບໍ່ໄດ້ກຳລັງທ້າທາຍບໍ? ພວກເຂົາບໍ່ໄດ້ກຳລັງພະຍາຍາມກໍ່ບັນຫາ, ປຸກປັ່ນຄວາມບໍ່ສະຫງົບບໍ? ພວກເຂົາບໍ່ໄດ້ກຳລັງຈະລົບກວນຊີວິດຄຣິສຕະຈັກບໍ? ພວກເຂົາກຳລັງຈະເປີດເຜີຍວ່າພວກເຂົາເປັນໃຜແທ້; ເວລາທີ່ຈະຈັດການກັບພວກເຂົາໄດ້ມາເຖິງແລ້ວ, ພວກເຂົາຕ້ອງຖືກສະລ້າງອອກຢ່າງໄວວາ. ສິ່ງນີ້ສົມເຫດສົມຜົນບໍ? ແມ່ນແລ້ວ, ສົມເຫດສົມຜົນ. ການຮັບປະກັນວ່າຄົນສ່ວນໃຫຍ່ສາມາດດຳລົງຊີວິດຄຣິສຕະຈັກທີ່ເປັນປົກກະຕິໄດ້ນັ້ນບໍ່ແມ່ນເລື່ອງງ່າຍເລີຍ, ມີຄົນຊົ່ວຊ້າ, ວິນຍານຊົ່ວ, ວິນຍານທີ່ສົກກະປົກ ແລະ “ຜູ້ມີພອນສະຫວັນພິເສດ” ທຸກປະເພດທີ່ກຳລັງຊອກຫາທາງທຳລາຍສິ່ງຕ່າງໆ. ພວກເຮົາຈະບໍ່ຈຳກັດພວກເຂົາໄດ້ບໍ? “ຜູ້ມີພອນສະຫວັນພິເສດ” ບາງຄົນເລີ່ມດູຖູກ ແລະ ໂຈມຕີຄົນອື່ນທັນທີທີ່ພວກເຂົາອ້າປາກອອກ, ຖ້າເຈົ້າໃສ່ແວ່ນຕາ ຫຼື ຖ້າເຈົ້າບໍ່ມີຜົມຫຼາຍ, ພວກເຂົາກໍໂຈມຕີເຈົ້າ; ຖ້າເຈົ້າແບ່ງປັນຄຳພະຍານຈາກປະສົບການຂອງເຈົ້າໃນລະຫວ່າງການເຕົ້າໂຮມ ຫຼື ຖ້າເຈົ້າມີຄວາມຫ້າວຫັນ ແລະ ຮັບຜິດຊອບໃນການເຮັດໜ້າທີ່ຂອງເຈົ້າ, ພວກເຂົາກໍໂຈມຕີ ແລະ ຕັດສິນເຈົ້າ; ຖ້າເຈົ້າມີຄວາມເຊື່ອໃນພຣະເຈົ້າໃນລະຫວ່າງການທົດສອບ, ຖ້າເຈົ້າອ່ອນແອ ຫຼື ຖ້າເຈົ້າເອົາຊະນະຄວາມຫຍຸ້ງຍາກໃນຄອບຄົວໂດຍໃຊ້ຄວາມເຊື່ອຂອງເຈົ້າໂດຍບໍ່ຈົ່ມວ່າໃຫ້ພຣະເຈົ້າ, ພວກເຂົາກໍໂຈມຕີເຈົ້າ. ການໂຈມຕີໃນທີ່ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າບໍ່ວ່າຄົນອື່ນຈະເຮັດຫຍັງ, ມັນກໍບໍ່ເຄີຍເຮັດໃຫ້ຄົນເຫຼົ່ານີ້ພໍໃຈ; ພວກເຂົາບໍ່ມັກມັນຢູ່ສະເໝີ, ພວກເຂົາກໍຈະຊອກຈັບຜິດຢູ່ສະເໝີ, ພວກເຂົາຊອກຫາທາງກ່າວຫາຄົນອື່ນຢູ່ສະເໝີ ແລະ ບໍ່ມີສິ່ງໃດທີ່ຄົນອື່ນເຮັດຈະຖືກຕ້ອງໃນສາຍຕາຂອງພວກເຂົາ. ເຖິງແມ່ນວ່າເຈົ້າຈະໂອ້ລົມຄວາມຈິງ ແລະ ແກ້ໄຂບັນຫາຕາມການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍຈະຈັບຜິດ ແລະ ວິຈານ, ຊອກຫາຄວາມຜິດໃນທຸກສິ່ງທີ່ເຈົ້າເຮັດ. ພວກເຂົາຕັ້ງໃຈກໍ່ບັນຫາ ແລະ ທຸກຄົນກໍຕົກເປັນເປົ້າການໂຈມຕີຂອງພວກເຂົາ. ທຸກຄັ້ງທີ່ຄົນແບບນີ້ປາກົດຕົວໃນຄຣິສຕະຈັກ, ເຈົ້າຕ້ອງຈັດການກັບພວກເຂົາ; ຖ້າພວກເຂົາປາກົດຕົວສອງຄົນ, ແລ້ວເຈົ້າກໍຄວນຈັດການກັບພວກເຂົາທັງສອງຄົນ. ນີ້ກໍເພາະວ່າຄວາມເສຍຫາຍທີ່ພວກເຂົາກໍ່ໃຫ້ເກີດຕໍ່ຊີວິດຄຣິສຕະຈັກນັ້ນໃຫຍ່ຫຼວງຫຼາຍ, ພວກເຂົາກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ວຽກງານຂອງຄຣິສຕະຈັກ ແລະ ຜົນສະທ້ອນຂອງສິ່ງນີ້ກໍຮ້າຍແຮງຢ່າງຍິ່ງ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?