ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (15) ສ່ວນທີ ສາມ
3). ການປະທະຄາລົມ
ໃນຄຣິສຕະຈັກ, ກໍຍັງມີຄົນອີກປະເພດໜຶ່ງ, ຄົນປະເພດນີ້ມັກແກ້ຕົວໃຫ້ຕົນເອງເປັນພິເສດ. ຕົວຢ່າງ: ຖ້າພວກເຂົາເຮັດ ຫຼື ເວົ້າບາງຢ່າງຜິດ, ພວກເຂົາກໍຢ້ານວ່າຄົນອື່ນອາດຈະມີຄວາມຄິດເຫັນທີ່ບໍ່ດີຕໍ່ພວກເຂົາ ແລະ ສິ່ງນີ້ຈະສົ່ງຜົນກະທົບຕໍ່ພາບພົດຂອງພວກເຂົາໃນສາຍຕາຂອງຄົນສ່ວນໃຫຍ່, ສະນັ້ນ ພວກເຂົາຈຶ່ງແກ້ຕົວໃຫ້ຕົນເອງ ແລະ ອະທິບາຍເລື່ອງນັ້ນໃນລະຫວ່າງການເຕົ້າໂຮມ. ຈຸດປະສົງຂອງພວກເຂົາໃນການອະທິບາຍກໍຄືເພື່ອປ້ອງກັນບໍ່ໃຫ້ຜູ້ຄົນມີຄວາມຄິດເຫັນທີ່ບໍ່ດີຕໍ່ພວກເຂົາ, ສະນັ້ນ ພວກເຂົາຈຶ່ງທຸ່ມເທຄວາມພະຍາຍາມ ແລະ ຄວາມຄິດຢ່າງຫຼາຍເຂົ້າໃນເລື່ອງນີ້, ໂດຍໄຕ່ຕອງຕະຫຼອດທັງວັນວ່າ: “ຂ້ອຍຈະຊີ້ແຈງເລື່ອງນີ້ໄດ້ແນວໃດ? ຂ້ອຍຈະອະທິບາຍໃຫ້ຄົນນັ້ນເຂົ້າໃຈຢ່າງແຈ່ມແຈ້ງໄດ້ແນວໃດ? ຂ້ອຍຈະປະຕິເສດຄວາມຄິດເຫັນທີ່ບໍ່ດີທີ່ພວກເຂົາມີຕໍ່ຂ້ອຍໄດ້ແນວໃດ? ການເຕົ້າໂຮມມື້ນີ້ເປັນໂອກາດທີ່ດີທີ່ຈະເວົ້າກ່ຽວກັບເລື່ອງນີ້”. ໃນການເຕົ້າໂຮມ, ພວກເຂົາກໍເວົ້າວ່າ, “ສິ່ງທີ່ຂ້ານ້ອຍໄດ້ເຮັດຄັ້ງທີ່ຜ່ານມາບໍ່ໄດ້ມີເຈດຕະນາທີ່ຈະທຳຮ້າຍ ຫຼື ເປີດໂປງຜູ້ໃດ; ເຈດຕະນາຂອງຂ້ານ້ອຍແມ່ນດີ, ມັນແມ່ນເພື່ອຊ່ວຍເຫຼືອຜູ້ຄົນ. ແຕ່ບາງຄົນກໍເຂົ້າໃຈຂ້ານ້ອຍຜິດຢູ່ສະເໝີ, ຕ້ອງການຕັ້ງເປົ້າໃສ່ຂ້ານ້ອຍຢູ່ສະເໝີ ແລະ ຄິດຢູ່ສະເໝີວ່າຂ້ານ້ອຍເປັນຄົນໂລບມາກ ແລະ ທະເຍີທະຍານ ແລະ ວ່າຄວາມເປັນມະນຸດຂອງຂ້ານ້ອຍບໍ່ດີ. ແຕ່ທີ່ຈິງແລ້ວ ຂ້ານ້ອຍບໍ່ແມ່ນຄົນແບບນັ້ນເລີຍ, ແມ່ນບໍ່? ຂ້ານ້ອຍບໍ່ໄດ້ເຮັດ ຫຼື ເວົ້າສິ່ງຕ່າງໆປະເພດນັ້ນ. ເມື່ອຂ້ານ້ອຍເວົ້າເຖິງຜູ້ໃດຜູ້ໜຶ່ງຕອນທີ່ພວກເຂົາບໍ່ຢູ່, ມັນບໍ່ແມ່ນວ່າຂ້ານ້ອຍຕັ້ງໃຈສ້າງບັນຫາໃຫ້ພວກເຂົາ. ເມື່ອຄົນໄດ້ເຮັດສິ່ງທີ່ບໍ່ດີ, ເປັນຫຍັງພວກເຂົາຈຶ່ງບໍ່ໃຫ້ຄົນອື່ນເວົ້າເຖິງມັນໄດ້?” ພວກເຂົາເວົ້າຫຼາຍຢ່າງ, ທັງແກ້ຕົວ ແລະ ປົກປ້ອງຕົນເອງ, ໃນຂະນະດຽວກັນກໍເປີດໂປງບັນຫາຂອງອີກຝ່າຍໜຶ່ງບໍ່ໜ້ອຍ, ທັງໝົດກໍເພື່ອແຍກຕົວອອກຈາກເລື່ອງນັ້ນ, ເພື່ອເຮັດໃຫ້ທຸກຄົນເຊື່ອວ່າສິ່ງທີ່ພວກເຂົາເປີດເຜີຍອອກມານັ້ນບໍ່ແມ່ນອຸປະນິໄສທີ່ເສື່ອມຊາມ ແລະ ພວກເຂົາບໍ່ໄດ້ມີຄວາມເປັນມະນຸດທີ່ບໍ່ດີ ຫຼື ບໍ່ຮັກຄວາມຈິງ ແລະ ຍິ່ງໄປກວ່ານັ້ນແມ່ນບໍ່ມີເຈດຕະນາທີ່ປະສົງຮ້າຍ ແລະ ແທນທີ່ຈະເປັນແນວນັ້ນ ກັບຄິດວ່າພວກເຂົາກັບມີເຈດຕະນາດີ, ວ່າເຈດຕະນາດີຂອງພວກເຂົາມັກຈະຖືກເຂົ້າໃຈຜິດ ແລະ ພວກເຂົາມັກຈະຖືກກ່າວໂທດຍ້ອນຄວາມເຂົ້າໃຈຜິດຂອງຄົນອື່ນ. ທັງທາງກົງ ແລະ ທາງອ້ອມ, ຄຳເວົ້າຂອງພວກເຂົາເຮັດໃຫ້ຜູ້ຟັງຮູ້ສຶກວ່າພວກເຂົາເປັນຜູ້ບໍລິສຸດ ແລະ ຄົນທີ່ຄິດວ່າພວກເຂົາຜິດ ແລະ ບໍ່ດີນັ້ນຄືຄົນຊົ່ວຮ້າຍ ແລະ ເປັນຜູ້ທີ່ບໍ່ຮັກຄວາມຈິງ. ຫຼັງຈາກທີ່ໄດ້ຍິນເຊັ່ນນີ້, ອີກຝ່າຍໜຶ່ງກໍເຂົ້າໃຈວ່າ: “ຈຸດປະສົງໃນຄຳເວົ້າຂອງເຈົ້າບໍ່ແມ່ນເພື່ອຈະບອກວ່າເຈົ້າບໍ່ມີອຸປະນິໄສທີ່ເສື່ອມຊາມບໍ? ມັນບໍ່ແມ່ນພຽງເພື່ອເຮັດໃຫ້ຕົນເອງເບິ່ງດີບໍ? ນີ້ບໍ່ແມ່ນພຽງການບໍ່ຮູ້ຈັກຕົນເອງ, ບໍ່ຍອມຮັບຄວາມຈິງ, ບໍ່ຍອມຮັບຄວາມເປັນຈິງບໍ? ຖ້າເຈົ້າບໍ່ຍອມຮັບສິ່ງເຫຼົ່ານີ້ກໍແລ້ວໄປ, ແຕ່ເປັນຫຍັງຈຶ່ງຕັ້ງເປົ້າໃສ່ຂ້ານ້ອຍ? ຂ້ານ້ອຍບໍ່ໄດ້ຕັ້ງໃຈທີ່ຈະຕັ້ງເປົ້າໃສ່ເຈົ້າ, ທັງບໍ່ໄດ້ຢາກໂຈມຕີເຈົ້າ. ເຈົ້າຢາກຄິດແນວໃດກໍຄິດໄປ; ມັນກ່ຽວຫຍັງກັບຂ້ານ້ອຍ?” ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດຢັບຢັ້ງຕົນເອງໄດ້ ແລະ ເວົ້າວ່າ, “ເມື່ອບາງຄົນພົບບັນຫາເລັກນ້ອຍ, ທົນທຸກກັບການປະຕິບັດທີ່ບໍ່ຍຸຕິທຳ ຫຼື ຄວາມເຈັບປວດໜ້ອຍໜຶ່ງ, ພວກເຂົາກໍບໍ່ເຕັມໃຈທີ່ຈະຍອມຮັບມັນ ແລະ ຢາກແກ້ຕົວ ແລະ ອະທິບາຍການກະທຳຂອງຕົນເອງແກ່ຄົນອື່ນ; ພວກເຂົາພະຍາຍາມແຍກຕົວອອກຈາກບັນຫາຢູ່ສະເໝີ, ພວກເຂົາຢາກເຮັດໃຫ້ຕົນເອງເບິ່ງດີຢູ່ສະເໝີ, ເພື່ອເສີມແຕ່ງພາບພົດຂອງຕົນເອງ. ພວກເຂົາບໍ່ແມ່ນຄົນປະເພດນັ້ນ, ແລ້ວເປັນຫຍັງພວກເຂົາຈຶ່ງພະຍາຍາມເຮັດໃຫ້ຕົນເອງເບິ່ງດີ, ເພື່ອເຮັດໃຫ້ຕົນເອງເບິ່ງຄືວ່າສົມບູນແບບ? ນອກຈາກນີ້, ຂ້ານ້ອຍໂອ້ລົມຄວາມຈິງ, ຂ້ານ້ອຍບໍ່ໄດ້ຕັ້ງເປົ້າໃສ່ຜູ້ໃດ, ທັງບໍ່ໄດ້ຄິດທີ່ຈະໂຈມຕີ ຫຼື ແກ້ແຄ້ນຜູ້ໃດ. ປ່ອຍໃຫ້ຄົນຄິດໄປຕາມທີ່ພວກເຂົາຕ້ອງການ!” ຄົນທັງສອງນີ້ກຳລັງໂອ້ລົມຄວາມຈິງຢູ່ບໍ? (ບໍ່ແມ່ນ.) ແລ້ວພວກເຂົາກຳລັງເຮັດຫຍັງຢູ່? ຝ່າຍໜຶ່ງເວົ້າວ່າ, “ຂ້ານ້ອຍເຮັດສິ່ງເຫຼົ່ານັ້ນເພື່ອວຽກງານຂອງຄຣິສຕະຈັກ. ຂ້ານ້ອຍບໍ່ສົນໃຈວ່າເຈົ້າຄິດແນວໃດ”. ອີກຝ່າຍໜຶ່ງເວົ້າວ່າ, “ເມື່ອມະນຸດກະທຳ, ສະຫວັນກໍກຳລັງເບິ່ງຢູ່. ພຣະເຈົ້າຮູ້ຄວາມຄິດຂອງມະນຸດ. ຢ່າຄິດວ່າພຽງເພາະເຈົ້າມີເຈດຕະນາດີ, ມີຄວາມສາມາດ ແລະ ມີພອນສະຫວັນໃນການເວົ້າ ແລະ ເຈົ້າບໍ່ໄດ້ເຮັດສິ່ງທີ່ບໍ່ດີ ແລ້ວພຣະເຈົ້າຈະບໍ່ກວດສອບເຈົ້າ; ຢ່າຄິດວ່າຖ້າເຈົ້າເຊື່ອງຄວາມຄິດຂອງເຈົ້າໄວ້ເລິກແລ້ວພຣະເຈົ້າຈະບໍ່ສາມາດເຫັນໄດ້. ອ້າຍເອື້ອຍນ້ອງທຸກຄົນກໍສາມາດເຫັນໄດ້, ບໍ່ຕ້ອງເວົ້າເຖິງພຣະເຈົ້າ! ເຈົ້າບໍ່ຮູ້ບໍວ່າພຣະເຈົ້າກວດສອບສ່ວນເລິກໃນຈິດໃຈຂອງຜູ້ຄົນ?” ຄົນທັງສອງກຳລັງຜິດຖຽງກັນເລື່ອງຫຍັງ? ຝ່າຍໜຶ່ງກຳລັງພະຍາຍາມຢ່າງຫຼາຍເພື່ອແກ້ຕົວໃຫ້ຕົນເອງ, ເພື່ອພິສູດຄວາມບໍລິສຸດຂອງຕົນເອງ, ໂດຍບໍ່ຢາກໃຫ້ຄົນອື່ນມີຄວາມປະທັບໃຈທີ່ບໍ່ດີຕໍ່ພວກເຂົາ, ໃນຂະນະທີ່ອີກຝ່າຍໜຶ່ງຢືນຢັນທີ່ຈະບໍ່ປ່ອຍມັນໄປ, ບໍ່ອະນຸຍາດໃຫ້ຄົນນັ້ນເຮັດໃຫ້ຕົນເອງເບິ່ງດີ ແລະ ໃນເວລາດຽວກັນກໍຕັ້ງເປົ້າທີ່ຈະເປີດໂປງ ແລະ ກ່າວໂທດພວກເຂົາຜ່ານການຕຳໜິຕິຕຽນ. ເມື່ອເບິ່ງຈາກພາຍນອກ, ທັງສອງບໍ່ໄດ້ສາບແຊ່ງກັນໂດຍກົງ ຫຼື ເປີດໂປງກັນໂດຍກົງ, ແຕ່ຄຳເວົ້າຂອງພວກເຂົາມີຈຸດປະສົງ: ຝ່າຍໜຶ່ງພະຍາຍາມປ້ອງກັນບໍ່ໃຫ້ອີກຝ່າຍໜຶ່ງເຂົ້າໃຈຜິດ ແລະ ຮຽກຮ້ອງໃຫ້ພວກເຂົາລົບລ້າງມົນທິນໃຫ້, ໃນຂະນະທີ່ອີກຝ່າຍໜຶ່ງປະຕິເສດທີ່ຈະເຮັດເຊັ່ນນັ້ນ ແລະ ແທນທີ່ຈະເປັນແນວນັ້ນ ພັດຢືນຢັນທີ່ຈະໃສ່ຮ້າຍ ແລະ ກ່າວໂທດພວກເຂົາ ໂດຍຮຽກຮ້ອງໃຫ້ອີກຝ່າຍໜຶ່ງຍອມຮັບ. ການສົນທະນານີ້ແມ່ນການໂອ້ລົມຄວາມຈິງທີ່ເປັນປົກກະຕິບໍ? (ບໍ່ແມ່ນ.) ມັນແມ່ນການສົນທະນາທີ່ອີງໃສ່ສະຕິຮູ້ສຶກຜິດຊອບ ແລະ ເຫດຜົນບໍ? (ບໍ່ແມ່ນ.) ແລ້ວການສົນທະນາປະເພດນີ້ມີລັກສະນະແນວໃດ? ການສົນທະນາປະເພດນີ້ແມ່ນການໂຈມຕີເຊິ່ງກັນແລະກັນບໍ? (ແມ່ນແລ້ວ.) ຜູ້ທີ່ກຳລັງແກ້ຕົວໃຫ້ຕົນເອງນັ້ນກຳລັງໂອ້ລົມກ່ຽວກັບວິທີທີ່ພວກເຂົາສາມາດຍອມຮັບສິ່ງຕ່າງໆຈາກພຣະເຈົ້າ, ຮູ້ຈັກຕົນເອງ ແລະ ຊອກຫາຫຼັກການທີ່ຄວນປະຕິບັດຢູ່ບໍ? ບໍ່ແມ່ນ, ພວກເຂົາກຳລັງແກ້ຕົວໃຫ້ຕົນເອງຕໍ່ຄົນອື່ນ. ພວກເຂົາຢາກຊີ້ແຈງຄວາມຄິດ, ທັດສະນະ, ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາໃຫ້ຄົນອື່ນ, ເພື່ອອະທິບາຍຕົນເອງໃຫ້ອີກຝ່າຍໜຶ່ງ ແລະ ເພື່ອໃຫ້ອີກຝ່າຍໜຶ່ງລົບລ້າງມົນທິນໃຫ້. ຍິ່ງໄປກວ່ານັ້ນ, ພວກເຂົາຢາກປະຕິເສດການເປີດໂປງ ແລະ ການກ່າວໂທດຂອງອີກຝ່າຍໜຶ່ງທີ່ມີຕໍ່ພວກເຂົາ ແລະ ບໍ່ວ່າສິ່ງທີ່ອີກຝ່າຍໜຶ່ງເວົ້າຈະສອດຄ່ອງກັບຂໍ້ເທັດຈິງ ຫຼື ຄວາມຈິງ ຫຼື ບໍ່, ຕາບໃດທີ່ພວກເຂົາບໍ່ຮັບຮູ້ມັນ ຫຼື ບໍ່ເຕັມໃຈທີ່ຈະຍອມຮັບມັນ, ແລ້ວພວກເຂົາກໍຖືວ່າສິ່ງທີ່ອີກຝ່າຍໜຶ່ງເວົ້າແມ່ນຜິດ ແລະ ພວກເຂົາກໍຢາກແກ້ໄຂມັນ. ໃນຂະນະທີ່ອີກຝ່າຍໜຶ່ງບໍ່ປາຖະໜາທີ່ຈະລົບລ້າງມົນທິນໃຫ້ ແຕ່ແທນທີ່ຈະເປັນແນວນັ້ນ ພັດເປີດໂປງພວກເຂົາ, ໂດຍບັງຄັບໃຫ້ພວກເຂົາຍອມຮັບການກ່າວໂທດຂອງຕົນ. ຝ່າຍໜຶ່ງບໍ່ເຕັມໃຈທີ່ຈະຍອມຮັບ ແລະ ອີກຝ່າຍໜຶ່ງຢືນຢັນທີ່ຈະບັງຄັບໃຫ້ພວກເຂົາຍອມຮັບ, ເຊິ່ງນຳໄປສູ່ການໂຈມຕີລະຫວ່າງພວກເຂົາ. ລັກສະນະຂອງການສົນທະນາປະເພດນີ້ແມ່ນການໂຈມຕີເຊິ່ງກັນແລະກັນ. ແລ້ວການໂຈມຕີປະເພດນີ້ມີລັກສະນະແນວໃດ? ການສົນທະນານີ້ມີລັກສະນະເປັນການປະຕິເສດເຊິ່ງກັນແລະກັນ, ການຈົ່ມວ່າເຊິ່ງກັນແລະກັນ ແລະ ການກ່າວໂທດເຊິ່ງກັນແລະກັນບໍ? (ແມ່ນແລ້ວ.) ການສົນທະນາຮູບແບບນີ້ເກີດຂຶ້ນໃນຊີວິດຄຣິສຕະຈັກເຊັ່ນກັນບໍ? (ແມ່ນແລ້ວ.) ການສົນທະນາປະເພດນີ້ລ້ວນແຕ່ແມ່ນການປະທະຄາລົມທັງນັ້ນ.
ເປັນຫຍັງການສົນທະນາປະເພດນີ້ຈຶ່ງຖືກເອີ້ນວ່າການປະທະຄາລົມ? (ມັນເປັນເພາະວ່າຄົນທີ່ກ່ຽວຂ້ອງກຳລັງຜິດຖຽງກັນກ່ຽວກັບຄວາມຖືກຜິດ, ບໍ່ມີໃຜພະຍາຍາມທີ່ຈະຮູ້ຈັກຕົນເອງ ແລະ ບໍ່ມີໃຜໄດ້ຮັບຫຍັງເລີຍ; ພວກເຂົາພຽງແຕ່ຈົມຢູ່ກັບເລື່ອງນັ້ນຢ່າງບໍ່ລົດລະ ແລະ ການສົນທະນາກໍບໍ່ມີຄວາມໝາຍ.) ພວກເຂົາພຽງແຕ່ເວົ້າຫຼາຍ ແລະ ເສຍນໍ້າລາຍໄປຫຼາຍໃນການຜິດຖຽງກັນວ່າໃຜຖືກ ຫຼື ຜິດ, ໃຜເໜືອກວ່າ ຫຼື ຕໍ່າຕ້ອຍກວ່າ. ພວກເຂົາຜິດຖຽງກັນບໍ່ຢຸດໂດຍບໍ່ເຄີຍມີຜູ້ຊະນະ ແລະ ຈາກນັ້ນພວກເຂົາກໍສືບຕໍ່ຜິດຖຽງກັນ. ໃນທີ່ສຸດແລ້ວ ພວກເຂົາໄດ້ຮັບຫຍັງຈາກສິ່ງນີ້? ມັນແມ່ນຄວາມເຂົ້າໃຈໃນຄວາມຈິງ, ຄວາມເຂົ້າໃຈໃນເຈດຕະນາຂອງພຣະເຈົ້າບໍ? ມັນແມ່ນຄວາມສາມາດທີ່ຈະກັບໃຈ ແລະ ຍອມຮັບການກວດສອບຂອງພຣະເຈົ້າບໍ? ມັນແມ່ນຄວາມສາມາດທີ່ຈະຍອມຮັບສິ່ງຕ່າງໆຈາກພຣະເຈົ້າ ແລະ ຮູ້ຈັກຕົນເອງຫຼາຍຂຶ້ນບໍ? ພວກເຂົາບໍ່ໄດ້ຮັບສິ່ງໃດໆເຫຼົ່ານີ້ເລີຍ. ການໂຕ້ຖຽງທີ່ບໍ່ມີຄວາມໝາຍເຫຼົ່ານີ້ ແລະ ການສົນທະນາກ່ຽວກັບຄວາມຖືກຜິດເຫຼົ່ານີ້ແມ່ນການປະທະຄາລົມ. ເວົ້າງ່າຍໆ, ການປະທະຄາລົມແມ່ນການສົນທະນາທີ່ບໍ່ມີຄວາມໝາຍຢ່າງສິ້ນເຊີງ, ບ່ອນທີ່ທຸກສິ່ງທີ່ເວົ້າອອກມາແມ່ນເລື່ອງໄຮ້ສາລະ, ບໍ່ມີແມ່ນແຕ່ຄຳດຽວທີ່ເປັນການເສີມສ້າງ ຫຼື ເປັນປະໂຫຍດຕໍ່ຄົນອື່ນ, ແຕ່ແທນທີ່ຈະເປັນແນວນັ້ນ, ຄຳເວົ້າທີ່ເວົ້າອອກມາລ້ວນແຕ່ເປັນການທຳຮ້າຍຈິດໃຈ ແລະ ມີຕົ້ນກຳເນີດມາຈາກເຈດຕະນາຂອງມະນຸດ, ຄວາມຫົວຮ້ອນ, ຈິດໃຈຂອງຜູ້ຄົນ ແລະ ແນ່ນອນ, ຍິ່ງໄປກວ່ານັ້ນກໍແມ່ນມາຈາກອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ. ທຸກຄຳເວົ້າທີ່ເວົ້າອອກມາແມ່ນເພື່ອຜົນປະໂຫຍດຂອງຕົນເອງ, ພາບພົດ ແລະ ຊື່ສຽງຂອງຕົນເອງ, ບໍ່ແມ່ນເພື່ອການເສີມສ້າງ ຫຼື ການຊ່ວຍເຫຼືອຄົນອື່ນ, ບໍ່ແມ່ນເພື່ອຄວາມເຂົ້າໃຈຂອງຕົນເອງໃນຄວາມຈິງບາງດ້ານ ຫຼື ເພື່ອຄວາມເຂົ້າໃຈໃນເຈດຕະນາຂອງພຣະເຈົ້າ ແລະ ແນ່ນອນ ບໍ່ແມ່ນເພື່ອການໂອ້ລົມກັນວ່າອຸປະນິໄສທີ່ເສື່ອມຊາມດ້ານໃດຂອງຕົນທີ່ຖືກເປີດໂປງໃນພຣະທຳຂອງພຣະເຈົ້າ, ວ່າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກົງກັບພຣະທຳຂອງພຣະເຈົ້າ ຫຼື ບໍ່ ຫຼື ວ່າຄວາມເຂົ້າໃຈຂອງຕົນຖືກຕ້ອງ ຫຼື ບໍ່. ບໍ່ວ່າການແກ້ຕົວ ແລະ ການອະທິບາຍທີ່ບໍ່ມີຄວາມໝາຍເຫຼົ່ານີ້ຈະຟັງຄືວ່າໜ້າພໍໃຈ, ຈິງໃຈ ຫຼື ເຄັ່ງສາສະໜາສໍ່າໃດກໍຕາມ, ພວກມັນລ້ວນແຕ່ແມ່ນການປະທະຄາລົມ ແລະ ການໂຈມຕີ ແລະ ການຕັດສິນເຊິ່ງກັນແລະກັນ, ເຊິ່ງບໍ່ເປັນປະໂຫຍດທັງຕໍ່ຄົນອື່ນ ແລະ ຕົນເອງ. ພວກມັນບໍ່ພຽງແຕ່ທຳຮ້າຍຄົນອື່ນ ແລະ ສົ່ງຜົນກະທົບຕໍ່ຄວາມສຳພັນລະຫວ່າງບຸກຄົນທີ່ເປັນປົກກະຕິ, ພວກມັນຍັງຂັດຂວາງການເຕີບໂຕທາງຊີວິດຂອງຕົນເອງອີກດ້ວຍ. ສະຫຼຸບກໍຄື, ບໍ່ວ່າຈະໃຊ້ຂໍ້ອ້າງ, ເຈດຕະນາ, ທັດສະນະຄະຕິ, ນໍ້າສຽງ ຫຼື ວິທີການ ແລະ ຮູບແບບໃດກໍຕາມ, ຕາບໃດທີ່ກ່ຽວຂ້ອງກັບການຕັດສິນ ແລະ ການກ່າວໂທດຄົນອື່ນຕາມອຳເພີໃຈ, ແລ້ວຄຳເວົ້າ, ວິທີການ ແລະ ອື່ນໆເຫຼົ່ານີ້ກໍລ້ວນແຕ່ຕົກຢູ່ໃນໝວດໝູ່ຂອງການໂຈມຕີຄົນອື່ນ, ພວກມັນລ້ວນແຕ່ແມ່ນການປະທະຄາລົມທັງນັ້ນ. ຂອບເຂດນີ້ກວ້າງບໍ? (ມັນຂ້ອນຂ້າງກວ້າງ.) ສະນັ້ນ, ເມື່ອພວກເຈົ້າພົບພໍ້ກັບການໂຈມຕີ, ການຕັດສິນ ແລະ ການກ່າວໂທດຂອງຜູ້ຄົນ, ພວກເຈົ້າສາມາດລະເວັ້ນຈາກການມີສ່ວນຮ່ວມໃນພຶດຕິກຳການໂຈມຕີ ແລະ ການກ່າວໂທດຄົນອື່ນໄດ້ບໍ? ພວກເຈົ້າຄວນປະຕິບັດແນວໃດເມື່ອພວກເຈົ້າພົບພໍ້ກັບສະຖານະການປະເພດນີ້? (ພວກເຮົາຕ້ອງສະຫງົບຈິດໃຈຢູ່ຕໍ່ໜ້າພຣະເຈົ້າຜ່ານການອະທິຖານ; ແລ້ວຈະບໍ່ມີຄວາມກຽດຊັງໃນໃຈຂອງພວກເຮົາອີກຕໍ່ໄປ.) ຕາບໃດທີ່ຄົນເຮົາເປັນຄົນທີ່ເຂົ້າໃຈ ແລະ ມີເຫດຜົນ, ຕາບໃດທີ່ພວກເຂົາສາມາດສະຫງົບຕົນເອງຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານຕໍ່ພຣະອົງ ແລະ ຍອມຮັບຄວາມຈິງ, ພວກເຂົາກໍສາມາດຄວບຄຸມເຈດຕະນາ ແລະ ຄວາມປາຖະໜາຂອງຕົນໄດ້ ແລະ ຈາກນັ້ນພວກເຂົາກໍສາມາດບັນລຸຈຸດທີ່ພວກເຂົາບໍ່ຕັດສິນ ຫຼື ໂຈມຕີຄົນອື່ນ. ຕາບໃດທີ່ເຈດຕະນາ ແລະ ຈຸດປະສົງຂອງຜູ້ໃດຜູ້ໜຶ່ງບໍ່ແມ່ນເພື່ອລະບາຍຄວາມແຄ້ນສ່ວນຕົວ ຫຼື ສະແຫວງຫາການແກ້ແຄ້ນ ແລະ ແນ່ນອນ ບໍ່ແມ່ນເພື່ອໂຈມຕີອີກຝ່າຍໜຶ່ງ ແລະ ແທນທີ່ຈະເປັນແນວນັ້ນ ພວກເຂົາພັດທຳຮ້າຍອີກຝ່າຍໜຶ່ງໂດຍບໍ່ຕັ້ງໃຈ ເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ ຫຼື ເຂົ້າໃຈມັນແບບຜິວເຜີນເກີນໄປ ແລະ ເພາະພວກເຂົາຂ້ອນຂ້າງໂງ່ຈ້າ ແລະ ບໍ່ຮູ້ ຫຼື ດື້ດ້ານ, ແລ້ວຜ່ານການຊ່ວຍເຫຼືອ, ການສະໜັບສະໜູນ ແລະ ການໂອ້ລົມຈາກຄົນອື່ນ, ຫຼັງຈາກທີ່ເຂົ້າໃຈຄວາມຈິງແລ້ວ, ຄຳເວົ້າຂອງພວກເຂົາກໍຈະຖືກຕ້ອງຫຼາຍຂຶ້ນ, ເຊັ່ນດຽວກັບການປະເມີນ ແລະ ທັດສະນະຂອງພວກເຂົາຕໍ່ຄົນອື່ນ ແລະ ພວກເຂົາຈະສາມາດປະຕິບັດຕໍ່ອຸປະນິໄສທີ່ເສື່ອມຊາມທີ່ຄົນອື່ນເປີດເຜີຍອອກມາ ແລະ ການກະທຳທີ່ບໍ່ຖືກຕ້ອງຂອງພວກເຂົາໄດ້ຢ່າງຖືກຕ້ອງ, ດ້ວຍເຫດນີ້ຈຶ່ງຄ່ອຍໆຫຼຸດຜ່ອນການໂຈມຕີ ແລະ ການຕັດສິນຂອງພວກເຂົາຕໍ່ຄົນອື່ນ. ແນວໃດກໍຕາມ, ຖ້າຜູ້ໃດຜູ້ໜຶ່ງດຳລົງຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມຂອງຕົນຢູ່ສະເໝີ, ສະແຫວງຫາໂອກາດທີ່ຈະແກ້ແຄ້ນຜູ້ໃດກໍຕາມທີ່ຂັດຫູຂັດຕາພວກເຂົາ ຫຼື ຜູ້ທີ່ເຄີຍເຮັດໃຫ້ຜິດໃຈ ຫຼື ທຳຮ້າຍພວກເຂົາມາກ່ອນ, ມີເຈດຕະນາດັ່ງກ່າວຢູ່ສະເໝີ ແລະ ບໍ່ສະແຫວງຫາຄວາມຈິງ ຫຼື ອະທິຖານຕໍ່ ຫຼື ເພິ່ງພາພຣະເຈົ້າເລີຍ, ແລ້ວພວກເຂົາກໍສາມາດໂຈມຕີຄົນອື່ນໄດ້ທຸກເວລາ ແລະ ທຸກບ່ອນ ແລະ ສິ່ງນີ້ກໍຍາກທີ່ຈະແກ້ໄຂໄດ້. ການໂຈມຕີຄົນອື່ນໂດຍບໍ່ຕັ້ງໃຈແມ່ນແກ້ໄຂໄດ້ງ່າຍ, ແຕ່ການໂຈມຕີໂດຍເຈດຕະນາ ແລະ ຕັ້ງໃຈນັ້ນແກ້ໄຂໄດ້ຍາກ. ຖ້າຄົນເຮົາໂຈມຕີ ແລະ ຕັດສິນຄົນອື່ນເປັນບາງຄັ້ງຄາວ ແລະ ໂດຍບໍ່ຕັ້ງໃຈ, ຜ່ານການທີ່ຄົນອື່ນໂອ້ລົມຄວາມຈິງເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາ, ພວກເຂົາກໍຈະສາມາດປ່ຽນແປງແນວທາງຂອງຕົນໄດ້ ເມື່ອພວກເຂົາເຂົ້າໃຈຄວາມຈິງ. ແນວໃດກໍຕາມ, ຖ້າຜູ້ໃດຜູ້ໜຶ່ງສະແຫວງຫາທີ່ຈະແກ້ແຄ້ນ ແລະ ລະບາຍຄວາມແຄ້ນສ່ວນຕົວຢູ່ສະເໝີ, ຢາກທໍລະມານ ຫຼື ທຳລາຍຄົນອື່ນຢູ່ສະເໝີ ແລະ ພວກເຂົາໂຈມຕີຄົນອື່ນດ້ວຍເຈດຕະນາດັ່ງກ່າວ, ເຊິ່ງທຸກຄົນສາມາດຮູ້ສຶກ ແລະ ເຫັນໄດ້, ແລ້ວພຶດຕິກຳດັ່ງກ່າວກໍຈະກາຍເປັນການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກ; ມັນປະກອບເປັນການຂັດຂວາງ ແລະ ການລົບກວນໂດຍເຈດຕະນາຢ່າງສົມບູນ. ສະນັ້ນ, ການມີອຸປະນິໄສການໂຈມຕີຄົນອື່ນແບບນີ້ຈຶ່ງປ່ຽນແປງໄດ້ຍາກ.
ຕອນນີ້, ພວກເຈົ້າເຂົ້າໃຈວິທີແກ້ໄຂບັນຫາການໂຈມຕີ ແລະ ການກ່າວໂທດຄົນອື່ນແລ້ວບໍ? ມີພຽງວິທີດຽວເທົ່ານັ້ນ, ຄົນເຮົາຕ້ອງອະທິຖານຕໍ່ ແລະ ເພິ່ງພາພຣະເຈົ້າ ແລະ ຈາກນັ້ນຄວາມກຽດຊັງຂອງພວກເຂົາກໍຈະຄ່ອຍໆຫາຍໄປ. ໂດຍຫຼັກໆແລ້ວ ມີຄົນສອງປະເພດທີ່ສາມາດໂຈມຕີຄົນອື່ນ. ປະເພດໜຶ່ງແມ່ນຜູ້ທີ່ເວົ້າບໍ່ຄິດ, ຜູ້ທີ່ປາກໄວໃຈຊື່, ຜູ້ທີ່ອາດຈະເວົ້າບາງຢ່າງທີ່ທຳຮ້າຍຈິດໃຈ ເມື່ອໃດກໍຕາມທີ່ພວກເຂົາເຫັນວ່າຄົນອື່ນຂັດຫູຂັດຕາພວກເຂົາ. ແນວໃດກໍຕາມ, ສ່ວນຫຼາຍແລ້ວ ພວກເຂົາບໍ່ໄດ້ໂຈມຕີຄົນໂດຍຕັ້ງໃຈ ຫຼື ເຈດຕະນາ, ພວກເຂົາພຽງແຕ່ບໍ່ສາມາດຫ້າມຕົນເອງໄດ້, ນີ້ເປັນພຽງອຸປະນິໄສຂອງພວກເຂົາ ແລະ ພວກເຂົາກໍສ້າງການໂຈມຕີຕໍ່ຄົນອື່ນໂດຍບໍ່ໄດ້ຕັ້ງໃຈ. ຖ້າພວກເຂົາຖືກລິຮານ, ພວກເຂົາກໍສາມາດຍອມຮັບມັນໄດ້ ແລະ ດັ່ງນັ້ນ ຄົນເຫຼົ່ານີ້ຈຶ່ງບໍ່ແມ່ນຄົນຊົ່ວຮ້າຍ ແລະ ບໍ່ຈັດຢູ່ໃນກຸ່ມຄົນທີ່ຈະຖືກສະລ້າງອອກ. ແຕ່ຄົນຊົ່ວຮ້າຍບໍ່ຍອມຮັບການຖືກລິຮານ ແລະ ພວກເຂົາມັກຈະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກ, ພວກເຂົາໂຈມຕີ, ຕັດສິນ, ທຳຮ້າຍ ແລະ ແກ້ແຄ້ນຄົນອື່ນເລື້ອຍໆ ແລະ ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ. ພວກເຂົາຄືຄົນຊົ່ວຮ້າຍ ແລະ ພວກເຂົາຄືຜູ້ທີ່ຄຣິສຕະຈັກຕ້ອງຈັດການ ແລະ ສະລ້າງອອກ. ເປັນຫຍັງພວກເຂົາຈຶ່ງຕ້ອງຖືກຈັດການ ແລະ ຖືກສະລ້າງອອກ? ເມື່ອຕັດສິນຈາກທຳມະຊາດ-ແກ່ນແທ້ຂອງພວກເຂົາ, ພຶດຕິກຳການໂຈມຕີຄົນອື່ນຂອງພວກເຂົາບໍ່ແມ່ນການບໍ່ຕັ້ງໃຈ, ແຕ່ເປັນການເຈດຕະນາ. ນີ້ເປັນເພາະວ່າຄົນເຫຼົ່ານີ້ມີຄວາມເປັນມະນຸດທີ່ປະສົງຮ້າຍ, ໃຜຈະມາແຕະຕ້ອງກໍບໍ່ໄດ້ ຫຼື ໃຜຈະມາຕຳໜິຕິຕຽນກໍບໍ່ໄດ້ ແລະ ຖ້າຜູ້ໃດຜູ້ໜຶ່ງເວົ້າບາງຢ່າງທີ່ບັງເອີນທຳຮ້າຍພວກເຂົາໜ້ອຍໜຶ່ງ, ພວກເຂົາກໍຈະຄິດຫາໂອກາດແກ້ແຄ້ນ ແລະ ດັ່ງນັ້ນ ຄົນປະເພດນີ້ຈຶ່ງສາມາດສ້າງການໂຈມຕີຕໍ່ຄົນອື່ນໄດ້. ນີ້ຄືຄົນປະເພດໜຶ່ງທີ່ຄຣິສຕະຈັກຕ້ອງຈັດການ ແລະ ສະລ້າງອອກ. ໃຜກໍຕາມທີ່ມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ, ບໍ່ວ່າພວກເຂົາຈະເປັນຝ່າຍໃດ, ບໍ່ວ່າພວກເຂົາຈະໂຈມຕີແບບເປັນຝ່າຍເລີ່ມກ່ອນ ຫຼື ເປັນຝ່າຍຕັ້ງຮັບ, ຕາບໃດທີ່ພວກເຂົາມີສ່ວນຮ່ວມໃນການໂຈມຕີປະເພດນີ້, ພວກເຂົາກໍຄືຄົນຊົ່ວຮ້າຍທີ່ມີເຈດຕະນາຮ້າຍແອບແຝງ, ຜູ້ທີ່ຈະທໍລະມານຄົນອື່ນເມື່ອມີຄວາມບໍ່ພໍໃຈແມ່ນແຕ່ໜ້ອຍດຽວ. ຄົນປະເພດນີ້ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນທີ່ຮ້າຍແຮງຕໍ່ຊີວິດຄຣິສຕະຈັກ. ພວກເຂົາຄືຄົນຊົ່ວຮ້າຍປະເພດໜຶ່ງພາຍໃນຄຣິສຕະຈັກ. ກໍລະນີທີ່ຮ້າຍແຮງໜ້ອຍກວ່າແມ່ນສາມາດຈັດການໄດ້ໂດຍການແຍກຄົນຜູ້ນັ້ນອອກເພື່ອການໄຕ່ຕອງ; ໃນກໍລະນີທີ່ຮ້າຍແຮງກວ່ານັ້ນ, ຄົນຜູ້ນັ້ນຕ້ອງຖືກກຳຈັດອອກ ຫຼື ຖືກຂັບໄລ່ອອກ. ນີ້ຄືຫຼັກການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຂົ້າໃຈເມື່ອເວົ້າເຖິງການຈັດການເລື່ອງນີ້.
ຜ່ານການໂອ້ລົມນີ້, ຕອນນີ້ພວກເຈົ້າເຂົ້າໃຈຄວາມໝາຍຂອງການໂຈມຕີຄົນອື່ນແລ້ວບໍ? ພວກເຈົ້າສາມາດແຍກແຍະມັນໄດ້ບໍ? ຫຼັງຈາກທີ່ເຮົາໄດ້ນິຍາມວ່າການໂຈມຕີແມ່ນຫຍັງ, ບາງຄົນກໍຄິດວ່າ, “ດ້ວຍຄຳນິຍາມທີ່ກວ້າງຂວາງຂອງການໂຈມຕີຄົນອື່ນແບບນີ້, ໃຜຈະກ້າເວົ້າໃນອະນາຄົດ? ບໍ່ມີມະນຸດຄົນໃດໃນພວກເຮົາທີ່ເຂົ້າໃຈຄວາມຈິງ, ສະນັ້ນ ພຽງແຕ່ເວົ້າອອກປາກກໍຈະສົ່ງຜົນໃຫ້ພວກເຮົາໂຈມຕີຄົນອື່ນ, ເຊິ່ງເປັນເລື່ອງທີ່ໜ້າຢ້ານ! ໃນອະນາຄົດ, ພວກເຮົາຄວນພຽງແຕ່ກິນອາຫານ ແລະ ດື່ມນໍ້າ ແລະ ມິດງຽບ, ປິດຜະນຶກປາກຂອງພວກເຮົາ ແລະ ບໍ່ເວົ້າໂດຍບໍ່ລະວັງຕັ້ງແຕ່ຕອນທີ່ພວກເຮົາຕື່ນນອນໃນຕອນເຊົ້າເພື່ອຫຼີກລ່ຽງການໂຈມຕີຄົນອື່ນ. ນັ້ນຄົງຈະດີຫຼາຍ ແລະ ວັນເວລາຂອງພວກເຮົາກໍຈະສະຫງົບສຸກຫຼາຍຂຶ້ນ”. ການຄິດແບບນີ້ຖືກຕ້ອງບໍ? ການປິດຜະນຶກປາກບໍ່ໄດ້ແກ້ໄຂບັນຫາ; ແກ່ນແທ້ຂອງບັນຫາການໂຈມຕີຄົນອື່ນແມ່ນບັນຫາຂອງຈິດໃຈຂອງຄົນເຮົາ, ມັນເກີດຈາກອຸປະນິໄສທີ່ເສື່ອມຊາມຂອງຄົນເຮົາ ແລະ ມັນບໍ່ແມ່ນບັນຫາກັບປາກຂອງຄົນເຮົາ. ສິ່ງທີ່ຄົນເວົ້າດ້ວຍປາກຂອງພວກເຂົາແມ່ນຖືກຄອບງຳໂດຍອຸປະນິໄສທີ່ເສື່ອມຊາມ ແລະ ຄວາມຄິດຂອງພວກເຂົາ. ຖ້າອຸປະນິໄສທີ່ເສື່ອມຊາມຂອງຄົນເຮົາຖືກແກ້ໄຂ ແລະ ພວກເຂົາເຂົ້າໃຈຄວາມຈິງບາງຢ່າງຢ່າງແທ້ຈິງ ແລະ ຄຳເວົ້າຂອງພວກເຂົາກໍກາຍເປັນສິ່ງທີ່ມີຫຼັກການ ແລະ ຮູ້ຈັກຂອບເຂດ, ແລ້ວບັນຫາການໂຈມຕີຄົນອື່ນຂອງພວກເຂົາກໍຈະຖືກແກ້ໄຂເປັນບາງສ່ວນ. ແນ່ນອນ, ພາຍໃນຊີວິດຄຣິສຕະຈັກ, ເພື່ອໃຫ້ຜູ້ຄົນມີຄວາມສຳພັນລະຫວ່າງບຸກຄົນທີ່ເປັນປົກກະຕິ ແລະ ບໍ່ມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ຫຼື ການປະທະຄາລົມ, ມັນຈຳເປັນທີ່ພວກເຂົາຕ້ອງມາຢູ່ຕໍ່ໜ້າພຣະເຈົ້າໃນການອະທິຖານເລື້ອຍໆ, ຂໍການຊີ້ນໍາຈາກພຣະເຈົ້າ ແລະ ເພື່ອໃຫ້ພວກເຂົາສະຫງົບຢູ່ຕໍ່ໜ້າພຣະເຈົ້າດ້ວຍຫົວໃຈທີ່ເຄັ່ງສາສະໜາ ທີ່ຫິວກະຫາຍຄວາມຊອບທຳ. ດ້ວຍວິທີນັ້ນ, ເມື່ອຜູ້ໃດຜູ້ໜຶ່ງເວົ້າບາງຢ່າງທີ່ທຳຮ້າຍເຈົ້າໂດຍບໍ່ໄດ້ຕັ້ງໃຈ, ໃຈຂອງເຈົ້າກໍສາມາດສະຫງົບຢູ່ຕໍ່ໜ້າພຣະເຈົ້າໄດ້, ເຈົ້າຈະບໍ່ຖືສາພວກເຂົາ ແລະ ເຈົ້າຈະບໍ່ຢາກຜິດຖຽງກັບຄົນຜູ້ນັ້ນ, ຍິ່ງບໍ່ຕ້ອງເວົ້າເຖິງການປົກປ້ອງ ແລະ ແກ້ຕົວໃຫ້ຕົນເອງ. ແທນທີ່ຈະເປັນແນວນັ້ນ, ເຈົ້າຈະຍອມຮັບມັນຈາກພຣະເຈົ້າ, ຂອບໃຈພຣະເຈົ້າທີ່ໃຫ້ໂອກາດທີ່ດີແກ່ເຈົ້າໃນການຮູ້ຈັກຕົນເອງ ແລະ ຂອບໃຈພຣະອົງທີ່ອະນຸຍາດໃຫ້ເຈົ້າຮັບຮູ້ວ່າເຈົ້າຍັງມີບັນຫາດັ່ງກ່າວຜ່ານຄຳເວົ້າຂອງຄົນອື່ນ. ນີ້ຄືໂອກາດທີ່ດີສຳລັບເຈົ້າທີ່ຈະຮູ້ຈັກຕົນເອງ, ມັນຄືພຣະຄຸນຂອງພຣະເຈົ້າ ແລະ ເຈົ້າຄວນຍອມຮັບມັນຈາກພຣະເຈົ້າ. ເຈົ້າບໍ່ຄວນມີຄວາມແຄ້ນໃຈຕໍ່ຄົນທີ່ທຳຮ້າຍເຈົ້າ, ທັງບໍ່ຄວນຮູ້ສຶກລັງກຽດ ແລະ ກຽດຊັງຕໍ່ຄົນທີ່ບັງເອີນຍົກເອົາຄວາມຜິດພາດຂອງເຈົ້າຂຶ້ນມາ ຫຼື ເປີດໂປງຂໍ້ບົກຜ່ອງຂອງເຈົ້າ, ທັງການຫຼີກລ່ຽງພວກເຂົາໂດຍຕັ້ງໃຈ ຫຼື ບໍ່ຕັ້ງໃຈ ຫຼື ການໃຊ້ວິທີການຕ່າງໆນາໆເພື່ອແກ້ແຄ້ນພວກເຂົາ. ບໍ່ມີວິທີການໃດໆເຫຼົ່ານີ້ທີ່ເປັນທີ່ພໍພຣະໄທພຣະເຈົ້າ. ຈົ່ງມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານເລື້ອຍໆ ແລະ ຫຼັງຈາກທີ່ໃຈຂອງເຈົ້າສະຫງົບລົງແລ້ວ, ເຈົ້າກໍຈະສາມາດປະຕິບັດຕໍ່ມັນໄດ້ຢ່າງຖືກຕ້ອງເມື່ອຄົນອື່ນທຳຮ້າຍເຈົ້າໂດຍບໍ່ຕັ້ງໃຈ, ເຈົ້າຈະສາມາດສະແດງຄວາມອົດກັ້ນ ແລະ ຄວາມອົດທົນຕໍ່ພວກເຂົາ. ຖ້າຜູ້ໃດຜູ້ໜຶ່ງທຳຮ້າຍເຈົ້າໂດຍຕັ້ງໃຈ, ເຈົ້າຄວນເຮັດແນວໃດ? ເຈົ້າຈະຮັບມືກັບມັນແນວໃດ, ເຈົ້າຈະຜິດຖຽງກັບພວກເຂົາດ້ວຍຄວາມຫົວຮ້ອນ ຫຼື ເຈົ້າຈະສະຫງົບຕົນເອງຢູ່ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາຄວາມຈິງ? ແນ່ນອນ, ໂດຍບໍ່ຕ້ອງໃຫ້ເຮົາບອກ, ພວກເຈົ້າທຸກຄົນກໍຮູ້ຢ່າງແຈ່ມແຈ້ງວ່າທາງເຂົ້າໃດແມ່ນທາງເລືອກທີ່ຖືກຕ້ອງ.
ມັນເປັນການຍາກຫຼາຍທີ່ຈະຫຼີກລ່ຽງການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມໃນຊີວິດຄຣິສຕະຈັກ ໂດຍການເພິ່ງພາກຳລັງຂອງມະນຸດ, ການຄວບຄຸມຕົນເອງຂອງມະນຸດ ແລະ ຄວາມອົດທົນຂອງມະນຸດ. ບໍ່ວ່າຄວາມເປັນມະນຸດຂອງເຈົ້າຈະດີສໍ່າໃດ, ເຈົ້າຈະອ່ອນໂຍນ ແລະ ໃຈດີສໍ່າໃດ ຫຼື ໃຈກວ້າງຂວາງສໍ່າໃດ, ມັນກໍເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ເຈົ້າຈະພົບພໍ້ກັບຄົນ ຫຼື ສິ່ງຕ່າງໆທີ່ທຳຮ້າຍສັກສີ, ຄວາມຊື່ສັດຂອງເຈົ້າ ແລະ ອື່ນໆ. ເຈົ້າຄວນມີຫຼັກການໃນໃຈຂອງເຈົ້າວ່າຈະຈັດການ ແລະ ປະຕິບັດຕໍ່ບັນຫາປະເພດນີ້ແນວໃດ. ຖ້າເຈົ້າຮັບມືກັບບັນຫາເຫຼົ່ານີ້ດ້ວຍຄວາມຫົວຮ້ອນ, ມັນກໍງ່າຍຫຼາຍ: ພວກເຂົາສາບແຊ່ງເຈົ້າ ແລະ ເຈົ້າກໍສາບແຊ່ງພວກເຂົາ, ພວກເຂົາໂຈມຕີເຈົ້າ ແລະ ເຈົ້າກໍໂຈມຕີພວກເຂົາ, ແຂ້ວຕໍ່ແຂ້ວ, ຕາຕໍ່ຕາ, ຕອບໂຕ້ຄືນທຸກຢ່າງທີ່ພວກເຂົາໂຍນໃສ່ເຈົ້າດ້ວຍວິທີການດຽວກັນ ແລະ ເຈົ້າກໍປົກປ້ອງສັກສີ, ຄວາມຊື່ສັດ ແລະ ໜ້າຕາຂອງເຈົ້າ. ສິ່ງນີ້ບັນລຸໄດ້ງ່າຍຫຼາຍ. ແນວໃດກໍຕາມ, ເຈົ້າຄວນຊັ່ງຊາເບິ່ງໃນໃຈຂອງເຈົ້າວ່າວິທີການນີ້ສົມຄວນເຮັດ ຫຼື ບໍ່, ວ່າມັນເປັນປະໂຫຍດທັງຕໍ່ເຈົ້າ ແລະ ຄົນອື່ນ ຫຼື ບໍ່ ແລະ ວ່າມັນເປັນທີ່ພໍພຣະໄທພຣະເຈົ້າ ຫຼື ບໍ່. ເລື້ອຍຄັ້ງ, ເມື່ອຜູ້ຄົນຍັງບໍ່ທັນເຂົ້າໃຈແກ່ນແທ້ຂອງບັນຫານີ້, ຄວາມຄິດທຳອິດຂອງພວກເຂົາກໍຄື, “ລາວບໍ່ສະແດງຄວາມເມດຕາຕໍ່ຂ້ອຍ, ແລ້ວເປັນຫຍັງຂ້ອຍຈຶ່ງຕ້ອງສະແດງຄວາມເມດຕາຕໍ່ລາວ? ລາວບໍ່ສະແດງຄວາມຮັກຕໍ່ຂ້ອຍ, ແລ້ວເປັນຫຍັງຂ້ອຍຈຶ່ງຕ້ອງປະຕິບັດຕໍ່ລາວດ້ວຍຄວາມຮັກ? ລາວບໍ່ມີຄວາມອົດທົນຕໍ່ຂ້ອຍ ແລະ ບໍ່ຊ່ວຍເຫຼືອຂ້ອຍ, ແລ້ວເປັນຫຍັງຂ້ອຍຈຶ່ງຕ້ອງອົດທົນຕໍ່ລາວ ຫຼື ຊ່ວຍເຫຼືອລາວ? ລາວບໍ່ໃຈດີຕໍ່ຂ້ອຍ, ສະນັ້ນ ຂ້ອຍກໍຈະເຮັດບໍ່ດີຕໍ່ລາວ. ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຕອບໂຕ້ແບບແຂ້ວຕໍ່ແຂ້ວ, ຕາຕໍ່ຕາໄດ້?” ສິ່ງເຫຼົ່ານີ້ຄືຄວາມຄິດທຳອິດທີ່ເຂົ້າມາໃນຈິດໃຈຂອງຜູ້ຄົນ. ແຕ່ເມື່ອເຈົ້າກະທຳແບບນັ້ນແທ້ໆ, ເຈົ້າຮູ້ສຶກສະຫງົບພາຍໃນ ຫຼື ບໍ່ສະບາຍໃຈ ແລະ ເຈັບປວດ? ເມື່ອເຈົ້າເລືອກແບບນີ້ແທ້ໆ, ເຈົ້າໄດ້ຮັບຫຍັງ? ເຈົ້າໄດ້ຫຍັງມາ? ຫຼາຍຄົນໄດ້ມີປະສົບການວ່າເມື່ອພວກເຂົາກະທຳແບບນີ້ແທ້ໆ, ພວກເຂົາກໍຮູ້ສຶກບໍ່ສະບາຍໃຈພາຍໃນ. ແນ່ນອນ, ສຳລັບຄົນສ່ວນໃຫຍ່, ມັນບໍ່ແມ່ນເລື່ອງຂອງຄວາມຮູ້ສຶກຜິດໃນໃຈ, ຍິ່ງບໍ່ແມ່ນຄວາມບໍ່ສະບາຍໃຈທີ່ເກີດຈາກຄວາມຮູ້ສຶກວ່າພວກເຂົາເປັນໜີ້ບຸນຄຸນພຣະເຈົ້າ; ຜູ້ຄົນບໍ່ມີວຸດທິພາວະປະເພດນັ້ນ. ແມ່ນຫຍັງທີ່ເຮັດໃຫ້ເກີດຄວາມບໍ່ສະບາຍໃຈນີ້ໃນພວກເຂົາ? ມັນເກີດຈາກຄວາມກຽດຊັງຂອງຜູ້ຄົນ, ການທ້າທາຍຕໍ່ສັກສີ ແລະ ຄວາມຊື່ສັດຂອງພວກເຂົາເມື່ອພວກເຂົາຖືກດູຖູກ, ພ້ອມທັງຄວາມເຈັບປວດທີ່ພວກເຂົາຮູ້ສຶກ ແລະ ການລະເບີດຄວາມໂກດແຄ້ນ, ຄວາມກຽດຊັງ, ການຕໍ່ຕ້ານ ແລະ ຄວາມຄຽດແຄ້ນທີ່ເກີດຂຶ້ນໃນໃຈຂອງພວກເຂົາຫຼັງຈາກທີ່ຖືກຍຸແຍ່ດ້ວຍຄຳເວົ້າ, ທັງໝົດນີ້ເຮັດໃຫ້ຜູ້ຄົນຮູ້ສຶກບໍ່ສະບາຍໃຈ. ຜົນສະທ້ອນຂອງຄວາມບໍ່ສະບາຍໃຈນີ້ແມ່ນຫຍັງ? ທັນທີຫຼັງຈາກທີ່ຮູ້ສຶກມັນ, ເຈົ້າກໍຈະເລີ່ມໄຕ່ຕອງວ່າຈະໃຊ້ຄຳເວົ້າເພື່ອຈັດການກັບຄົນຜູ້ນັ້ນແນວໃດ, ຈະໃຊ້ວິທີການທີ່ຖືກຕ້ອງຕາມກົດໝາຍ ແລະ ສົມເຫດສົມຜົນເພື່ອທຳລາຍພວກເຂົາແນວໃດ, ເພື່ອສະແດງໃຫ້ພວກເຂົາເຫັນວ່າເຈົ້າມີສັກສີ ແລະ ຄວາມຊື່ສັດ ແລະ ບໍ່ແມ່ນຄົນທີ່ຈະຂົ່ມເຫັງໄດ້ງ່າຍ. ເມື່ອເຈົ້າຮູ້ສຶກບໍ່ສະບາຍໃຈ, ເມື່ອເຈົ້າເກີດຄວາມກຽດຊັງ, ສິ່ງທີ່ເຈົ້າຄິດບໍ່ແມ່ນການສະແດງຄວາມອົດທົນ ແລະ ຄວາມອົດກັ້ນຕໍ່ຄົນຜູ້ນັ້ນ ຫຼື ການປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ ຫຼື ສິ່ງທີ່ເປັນບວກອື່ນໆ, ແຕ່ແທນທີ່ຈະເປັນແນວນັ້ນ ພັດແມ່ນສິ່ງທີ່ເປັນລົບທັງໝົດ, ເຊັ່ນ: ຄວາມອິດສາ, ຄວາມລັງກຽດ, ຄວາມກຽດຊັງ, ຄວາມເປັນປໍລະປັກ, ຄວາມບໍ່ມັກຢ່າງແຮງ ແລະ ການກ່າວໂທດ, ຈົນເຖິງຂັ້ນທີ່ເຈົ້າສາບແຊ່ງພວກເຂົານັບຄັ້ງບໍ່ຖ້ວນໃນໃຈຂອງເຈົ້າ ແລະ ບໍ່ວ່າຈະເປັນເວລາໃດ, ແມ່ນແຕ່ໃນຂະນະທີ່ເຈົ້າກຳລັງກິນເຂົ້າ ຫຼື ນອນຫຼັບ, ເຈົ້າກໍຄິດກ່ຽວກັບວິທີແກ້ແຄ້ນພວກເຂົາ, ແລະ ຈິນຕະນາການວ່າເຈົ້າຈະຈັດການກັບພວກເຂົາ ແລະ ຮັບມືກັບສະຖານະການດັ່ງກ່າວແນວໃດ ຖ້າພວກເຂົາໂຈມຕີ ຫຼື ກ່າວໂທດເຈົ້າ ແລະ ອື່ນໆ. ເຈົ້າໃຊ້ເວລາໝົດມື້ໄຕ່ຕອງວ່າຈະໂຄ່ນລົ້ມອີກຝ່າຍໜຶ່ງແນວໃດ, ຈະລະບາຍຄວາມແຄ້ນໃຈ ແລະ ຄວາມກຽດຊັງຂອງເຈົ້າແນວໃດ ແລະ ເຮັດໃຫ້ອີກຝ່າຍໜຶ່ງຍອມຈຳນົນຕໍ່ເຈົ້າ ແລະ ຢ້ານເຈົ້າ ແລະ ບໍ່ກ້າຍຸແຍ່ເຈົ້າອີກ. ເຈົ້າຍັງມັກຄິດກ່ຽວກັບວິທີສອນບົດຮຽນໃຫ້ຄົນອື່ນ, ເພື່ອໃຫ້ພວກເຂົາຮູ້ວ່າເຈົ້າມີອຳນາດສ່ຳໃດ. ເມື່ອຄວາມຄິດດັ່ງກ່າວເກີດຂຶ້ນ ແລະ ເມື່ອສະຖານະການທີ່ຈິນຕະນາການຂຶ້ນມາປາກົດຊໍ້າແລ້ວຊໍ້າອີກໃນໃຈຂອງເຈົ້າ, ການລົບກວນ ແລະ ຜົນສະທ້ອນທີ່ພວກມັນກໍ່ໃຫ້ເກີດຕໍ່ເຈົ້ານັ້ນແມ່ນເກີນກວ່າທີ່ຈະວັດແທກໄດ້. ເມື່ອເຈົ້າຕົກຢູ່ໃນສະພາວະຂອງການມີສ່ວນຮ່ວມໃນການປະທະຄາລົມ ແລະ ການໂຈມຕີເຊິ່ງກັນແລະກັນ, ຜົນສະທ້ອນແມ່ນຫຍັງ? ມັນງ່າຍບໍທີ່ຈະສະຫງົບຢູ່ຕໍ່ໜ້າພຣະເຈົ້າໃນຕອນນັ້ນ? ມັນບໍ່ໄດ້ເປັນການຖ່ວງດຶງການເຂົ້າສູ່ຊີວິດຂອງເຈົ້າບໍ? (ແມ່ນແລ້ວ.) ນີ້ຄືຜົນກະທົບຕໍ່ຄົນເຮົາຈາກການເລືອກວິທີທີ່ຜິດໃນການຈັດການເລື່ອງຕ່າງໆ. ຖ້າເຈົ້າເລືອກເສັ້ນທາງທີ່ຖືກຕ້ອງ, ເມື່ອຜູ້ໃດຜູ້ໜຶ່ງເວົ້າໃນລັກສະນະທີ່ທຳຮ້າຍພາບພົດ ຫຼື ໜ້າຕາຂອງເຈົ້າ ຫຼື ດູຖູກຄວາມຊື່ສັດ ແລະ ສັກສີຂອງເຈົ້າ, ເຈົ້າກໍສາມາດເລືອກທີ່ຈະອົດກັ້ນ. ເຈົ້າຈະບໍ່ມີສ່ວນຮ່ວມໃນການຜິດຖຽງກັບພວກເຂົາໂດຍໃຊ້ຄຳເວົ້າປະເພດໃດໆ ຫຼື ແກ້ຕົວໃຫ້ຕົນເອງໂດຍເຈດຕະນາ ແລະ ໂຕ້ແຍ້ງ ແລະ ໂຈມຕີອີກຝ່າຍໜຶ່ງ, ເຊິ່ງກໍ່ໃຫ້ເກີດຄວາມກຽດຊັງໃນຕົວເຈົ້າເອງ. ແກ່ນແທ້ ແລະ ຄວາມສຳຄັນຂອງການອົດກັ້ນແມ່ນຫຍັງ? ເຈົ້າເວົ້າວ່າ, “ບາງສິ່ງທີ່ລາວເວົ້າບໍ່ສອດຄ່ອງກັບຄວາມເປັນຈິງ, ແຕ່ທຸກຄົນກໍເປັນແບບນັ້ນກ່ອນທີ່ພວກເຂົາຈະເຂົ້າໃຈຄວາມຈິງ ແລະ ບັນລຸຄວາມລອດພົ້ນ ແລະ ຂ້ອຍກໍເຄີຍເປັນແບບນີ້ຄືກັນ. ຕອນນີ້ຂ້ອຍເຂົ້າໃຈຄວາມຈິງແລ້ວ, ຂ້ອຍບໍ່ໄດ້ເດີນຕາມເສັ້ນທາງຂອງຜູ້ບໍ່ມີຄວາມເຊື່ອໃນການຜິດຖຽງກັນກ່ຽວກັບຄວາມຖືກຜິດ ຫຼື ການມີສ່ວນຮ່ວມໃນປັດຊະຍາຂອງການຕໍ່ສູ້, ຂ້ອຍເລືອກຄວາມອົດກັ້ນ ແລະ ການປະຕິບັດຕໍ່ຄົນອື່ນດ້ວຍຄວາມຮັກ. ບາງສິ່ງທີ່ລາວເວົ້າບໍ່ສອດຄ່ອງກັບຄວາມເປັນຈິງ, ແຕ່ຂ້ອຍບໍ່ໃສ່ໃຈພວກມັນ. ຂ້ອຍຍອມຮັບສິ່ງທີ່ຂ້ອຍສາມາດຮັບຮູ້ ແລະ ຢັ່ງຮູ້ໄດ້. ຂ້ອຍຍອມຮັບມັນຈາກພຣະເຈົ້າ ແລະ ນຳມັນມາຢູ່ຕໍ່ໜ້າພຣະເຈົ້າໃນການອະທິຖານ, ຂໍໃຫ້ພຣະອົງຈັດສະຖານະການທີ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງຂ້ອຍ, ອະນຸຍາດໃຫ້ຂ້ອຍຮູ້ຈັກແກ່ນແທ້ຂອງອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ ແລະ ມີໂອກາດທີ່ຈະເລີ່ມຈັດການກັບບັນຫາເຫຼົ່ານີ້, ຄ່ອຍໆເອົາຊະນະພວກມັນ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງ. ສ່ວນວ່າໃຜທຳຮ້າຍຂ້ອຍດ້ວຍຄຳເວົ້າຂອງພວກເຂົາ ແລະ ວ່າສິ່ງທີ່ພວກເຂົາເວົ້າຖືກຕ້ອງ ຫຼື ບໍ່ ຫຼື ວ່າເຈດຕະນາຂອງພວກເຂົາແມ່ນຫຍັງ, ໃນດ້ານໜຶ່ງ, ຂ້ອຍກໍປະຕິບັດການແຍກແຍະມັນ ແລະ ໃນອີກດ້ານໜຶ່ງ, ຂ້ອຍກໍອົດທົນຕໍ່ພວກເຂົາ”. ຖ້າຄົນຜູ້ນີ້ເປັນຜູ້ທີ່ຍອມຮັບຄວາມຈິງ, ເຈົ້າກໍສາມາດນັ່ງລົງ ແລະ ໂອ້ລົມກັບພວກເຂົາຢ່າງສະຫງົບ. ຖ້າພວກເຂົາບໍ່ແມ່ນຜູ້ຍອມຮັບຄວາມຈິງ, ຖ້າພວກເຂົາເປັນຄົນຊົ່ວຮ້າຍ, ແລ້ວກໍຢ່າໃສ່ໃຈພວກເຂົາ. ຈົ່ງລໍຖ້າຈົນກວ່າພວກເຂົາຈະສະແດງທາດແທ້ອອກມາຢ່າງພຽງພໍ ແລະ ອ້າຍເອື້ອຍນ້ອງທຸກຄົນກໍແຍກແຍະພວກເຂົາໄດ້ຢ່າງຖີ່ຖ້ວນ ແລະ ເຈົ້າກໍເຊັ່ນກັນ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກກຳລັງຈະກຳຈັດພວກເຂົາອອກ ແລະ ຈັດການກັບພວກເຂົາ, ນັ້ນຄືເວລາທີ່ພຣະເຈົ້າຈະຈັດການກັບພວກເຂົາ ແລະ ແນ່ນອນ, ເຈົ້າກໍຈະຮູ້ສຶກປິຕິຍິນດີເຊັ່ນກັນ. ແນວໃດກໍຕາມ, ເສັ້ນທາງທີ່ເຈົ້າຄວນເລືອກນັ້ນບໍ່ແມ່ນການມີສ່ວນຮ່ວມໃນການປະທະຄາລົມກັບຄົນຊົ່ວຮ້າຍ ຫຼື ຜິດຖຽງກັບພວກເຂົາ ແລະ ພະຍາຍາມແກ້ຕົວໃຫ້ຕົນເອງເລີຍ. ແທນທີ່ຈະເປັນແນວນັ້ນ, ມັນຄືການປະຕິບັດຕາມຫຼັກການຄວາມຈິງ ເມື່ອໃດກໍຕາມທີ່ມີສິ່ງໃດໜຶ່ງເກີດຂຶ້ນ. ບໍ່ວ່າຈະເປັນການຈັດການກັບຄົນທີ່ທຳຮ້າຍເຈົ້າ ຫຼື ຜູ້ທີ່ບໍ່ໄດ້ທຳຮ້າຍ ແລະ ເປັນປະໂຫຍດຕໍ່ເຈົ້າ, ຫຼັກການຂອງການປະຕິບັດກໍຄວນຈະຄືກັນ. ເມື່ອເຈົ້າເລືອກເສັ້ນທາງນີ້, ຈະມີຄວາມກຽດຊັງໃດໆໃນໃຈຂອງເຈົ້າບໍ? ອາດຈະມີຄວາມບໍ່ສະບາຍໃຈເລັກນ້ອຍ. ໃຜຈະບໍ່ຮູ້ສຶກບໍ່ສະບາຍໃຈເມື່ອສັກສີຂອງພວກເຂົາຖືກທຳຮ້າຍ? ຖ້າຜູ້ໃດຜູ້ໜຶ່ງອ້າງວ່າບໍ່ຮູ້ສຶກບໍ່ສະບາຍໃຈ, ນັ້ນກໍຄືຄຳຕົວະ, ມັນຄືການຫຼອກລວງ, ແຕ່ເຈົ້າສາມາດອົດທົນ ແລະ ທົນທຸກກັບຄວາມຍາກລຳບາກນີ້ໄດ້ເພື່ອເຫັນແກ່ການປະຕິບັດຄວາມຈິງ. ເມື່ອເຈົ້າເລືອກເສັ້ນທາງນີ້, ເຈົ້າຈະມີຈິດສຳນຶກທີ່ຊັດເຈນເມື່ອເຈົ້າມາຢູ່ຕໍ່ໜ້າພຣະເຈົ້າອີກຄັ້ງ. ເປັນຫຍັງເຈົ້າຈຶ່ງມີຈິດສຳນຶກທີ່ຊັດເຈນ? ເພາະເຈົ້າຈະຮູ້ຢ່າງແຈ່ມແຈ້ງວ່າຄຳເວົ້າຂອງເຈົ້າບໍ່ໄດ້ເກີດຈາກຄວາມຫົວຮ້ອນ, ວ່າເຈົ້າບໍ່ໄດ້ມີສ່ວນຮ່ວມໃນການຜິດຖຽງກັບຄົນອື່ນຈົນໜ້າແດງເພື່ອເຫັນແກ່ຄວາມປາຖະໜາທີ່ເຫັນແກ່ຕົວຂອງເຈົ້າເອງ ແລະ ວ່າໂດຍອີງໃສ່ພື້ນຖານຂອງການຢັ່ງຮູ້ຄວາມຈິງ, ແທນທີ່ຈະເປັນແນວນັ້ນ ເຈົ້າພັດຕິດຕາມຫົນທາງຂອງພຣະເຈົ້າ ແລະ ເດີນຕາມເສັ້ນທາງຂອງເຈົ້າເອງ. ເຈົ້າຈະແຈ່ມແຈ້ງຢ່າງທີ່ສຸດໃນໃຈຂອງເຈົ້າວ່າເສັ້ນທາງທີ່ເຈົ້າໄດ້ເລືອກນັ້ນຖືກຊີ້ນໍາໂດຍພຣະເຈົ້າ, ຖືກຮຽກຮ້ອງໂດຍພຣະເຈົ້າ ແລະ ດັ່ງນັ້ນ ເຈົ້າຈຶ່ງຈະຮູ້ສຶກສະຫງົບເປັນພິເສດພາຍໃນ. ເມື່ອເຈົ້າມີຄວາມສະຫງົບດັ່ງກ່າວ, ຄວາມກຽດຊັງ ແລະ ຄວາມແຄ້ນສ່ວນຕົວລະຫວ່າງເຈົ້າ ແລະ ຄົນອື່ນຈະລົບກວນເຈົ້າບໍ? (ບໍ່.) ເມື່ອເຈົ້າປ່ອຍວາງຢ່າງແທ້ຈິງ ແລະ ເຕັມໃຈເລືອກເສັ້ນທາງທີ່ເປັນບວກ, ໃຈຂອງເຈົ້າກໍຈະສະຫງົບ ແລະ ຢູ່ເຢັນເປັນສຸກ. ເຈົ້າຈະບໍ່ຖືກລົບກວນໂດຍຄວາມແຄ້ນໃຈ, ຄວາມກຽດຊັງ ແລະ ແນວຄິດ ແລະ ແຜນການແກ້ແຄ້ນທີ່ເກີດຈາກຄວາມກຽດຊັງນັ້ນອີກຕໍ່ໄປ, ໃນທ່າມກາງສິ່ງອື່ນໆທີ່ເປັນຂອງຄວາມຫົວຮ້ອນ. ເສັ້ນທາງທີ່ເຈົ້າໄດ້ເລືອກຈະນຳຄວາມສະຫງົບສຸກ ແລະ ຫົວໃຈທີ່ສະຫງົບມາໃຫ້ເຈົ້າ ແລະ ສິ່ງຕ່າງໆທີ່ເປັນຂອງຄວາມຫົວຮ້ອນກໍຈະບໍ່ສາມາດລົບກວນເຈົ້າໄດ້ອີກຕໍ່ໄປ. ເມື່ອພວກມັນບໍ່ສາມາດລົບກວນເຈົ້າໄດ້ອີກຕໍ່ໄປ, ເຈົ້າຈະຍັງຄິດຫາວິທີໂຈມຕີຜູ້ທີ່ທຳຮ້າຍເຈົ້າດ້ວຍຄຳເວົ້າຂອງພວກເຂົາ ຫຼື ມີສ່ວນຮ່ວມໃນການປະທະຄາລົມກັບພວກເຂົາຢູ່ບໍ? ເຈົ້າຈະບໍ່ຄິດ. ແນ່ນອນ, ບາງຄັ້ງຄາວ ຄວາມຫົວຮ້ອນ, ຄວາມຫຸນຫັນ ແລະ ຄວາມແຄ້ນໃຈຂອງເຈົ້າຈະຖືກກະຕຸ້ນຂຶ້ນມາຍ້ອນຄວາມເຕີບໂຕທີ່ຍັງນ້ອຍຂອງເຈົ້າ ຫຼື ຍ້ອນສະພາບການພິເສດບາງຢ່າງ. ແນວໃດກໍຕາມ, ຄວາມຕັ້ງໃຈ, ຄວາມຕັດສິນໃຈ ແລະ ເຈດຈຳນົງຂອງເຈົ້າທີ່ຈະປະຕິບັດຄວາມຈິງຈະປ້ອງກັນບໍ່ໃຫ້ສິ່ງເຫຼົ່ານີ້ລົບກວນໃຈຂອງເຈົ້າ. ນັ້ນກໍຄື, ສິ່ງເຫຼົ່ານີ້ບໍ່ສາມາດລົບກວນເຈົ້າໄດ້. ເຈົ້າອາດຈະຍັງມີການລະເບີດຂອງຄວາມຫົວຮ້ອນ, ເຊັ່ນ: ການຄິດວ່າ, “ລາວກຳລັງສ້າງຄວາມລຳບາກໃຫ້ຂ້ອຍຢູ່ຕະຫຼອດ. ຂ້ອຍຄວນຈະລົມກັບລາວໃຫ້ມັນຮູ້ເລື່ອງໃນມື້ໃດມື້ໜຶ່ງ ແລະ ຖາມລາວວ່າເປັນຫຍັງລາວຈຶ່ງຕັ້ງເປົ້າໃສ່ຂ້ອຍຢູ່ສະເໝີ ແລະ ສ້າງຄວາມລຳບາກໃຫ້ຂ້ອຍຢູ່ສະເໝີ. ຂ້ອຍຄວນຖາມລາວວ່າເປັນຫຍັງລາວຈຶ່ງດູຖູກຂ້ອຍ ແລະ ໝິ່ນປະໝາດຂ້ອຍຢູ່ສະເໝີ”. ເຈົ້າອາດຈະມີຄວາມຄິດປະເພດນີ້ໃນບາງຄັ້ງ. ແນວໃດກໍຕາມ, ຫຼັງຈາກທີ່ຄິດຕື່ມອີກໜ້ອຍໜຶ່ງ, ເຈົ້າກໍຈະຮູ້ວ່າມັນຜິດ ແລະ ການກະທຳແບບນັ້ນຈະບໍ່ເປັນທີ່ພໍພຣະໄທພຣະເຈົ້າ. ເມື່ອຄວາມຄິດດັ່ງກ່າວເກີດຂຶ້ນ, ເຈົ້າກໍຈະກັບຄືນມາຢູ່ຕໍ່ໜ້າພຣະເຈົ້າຢ່າງໄວວາເພື່ອປ່ຽນແປງສະພາວະນີ້, ສະນັ້ນ ຄວາມຄິດທີ່ຜິດພາດເຫຼົ່ານີ້ຈະບໍ່ຄອບງຳເຈົ້າ. ດ້ວຍເຫດນັ້ນ, ສິ່ງທີ່ເປັນບວກບາງຢ່າງກໍຈະເລີ່ມເກີດຂຶ້ນພາຍໃນຕົວເຈົ້າ, ເຊັ່ນ: ການຮູ້ຈັກຕົນເອງ, ພ້ອມທັງຄວາມຮູ້ແຈ້ງ ແລະ ການໃຫ້ແສງເຍືອງທາງບາງຢ່າງທີ່ພຣະເຈົ້າໃຫ້ແກ່ເຈົ້າ, ເຊິ່ງຈະເຮັດໃຫ້ເຈົ້າສາມາດແຍກແຍະຜູ້ຄົນ ແລະ ເບິ່ງທະລຸເລື່ອງຕ່າງໆໄດ້ ແລະ ສິ່ງທີ່ເປັນບວກເຫຼົ່ານີ້ຈະເຮັດໃຫ້ເຈົ້າເຂົ້າໃຈ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງຫຼາຍຂຶ້ນໂດຍທີ່ເຈົ້າບໍ່ຮູ້ຕົວ. ໃນຈຸດນີ້, ຄວາມຕ້ານທານຂອງເຈົ້າ, ນັ້ນກໍຄື “ພູມຕ້ານທານ” ທີ່ປ້ອງກັນຄວາມກຽດຊັງ, ຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ຄວາມຫົວຮ້ອນ, ກໍຈະນັບມື້ນັບເຂັ້ມແຂງຂຶ້ນ ແລະ ຄວາມເຕີບໂຕຂອງເຈົ້າກໍຈະນັບມື້ນັບໃຫຍ່ຂຶ້ນ. ສິ່ງຕ່າງໆທີ່ເປັນຂອງຄວາມຫົວຮ້ອນກໍຈະບໍ່ສາມາດຄວບຄຸມເຈົ້າໄດ້ອີກຕໍ່ໄປ. ເຖິງແມ່ນວ່າເຈົ້າອາດຈະມີຄວາມຄິດ, ແນວຄິດ ແລະ ຄວາມກະຕຸ້ນທີ່ບໍ່ຖືກຕ້ອງເປັນບາງຄັ້ງຄາວ, ສິ່ງເຫຼົ່ານີ້ກໍຈະຫາຍໄປຢ່າງໄວວາ, ພວກມັນຈະຖືກກຳຈັດ ແລະ ລົບລ້າງໂດຍຄວາມຕ້ານທານ ແລະ ຄວາມເຕີບໂຕຂອງເຈົ້າ. ໃນເວລານີ້, ສິ່ງທີ່ເປັນບວກ, ຄວາມເປັນຈິງຂອງຄວາມຈິງ ແລະ ພຣະທຳຂອງພຣະເຈົ້າຈະຄອບງຳພາຍໃນຕົວເຈົ້າ. ເມື່ອສິ່ງທີ່ເປັນບວກເຫຼົ່ານີ້ຄອບງຳ, ເຈົ້າກໍຈະບໍ່ໄດ້ຮັບອິດທິພົນຈາກບຸກຄົນ, ເຫດການ ແລະ ສິ່ງຕ່າງໆພາຍນອກອີກຕໍ່ໄປ. ຄວາມເຕີບໂຕຂອງເຈົ້າຈະໃຫຍ່ຂຶ້ນ, ສະພາວະຂອງເຈົ້າຈະກາຍເປັນປົກກະຕິນັບມື້ນັບຫຼາຍຂຶ້ນ ແລະ ເຈົ້າຈະບໍ່ດຳລົງຊີວິດໂດຍອຸປະນິໄສທີ່ເສື່ອມຊາມ ແລະ ພັດທະນາໄປໃນທິດທາງຂອງວົງຈອນທີ່ຊົ່ວຮ້າຍອີກຕໍ່ໄປ ແລະ ດ້ວຍວິທີນີ້, ຄວາມເຕີບໂຕຂອງເຈົ້າກໍຈະເຕີບໃຫຍ່ຂຶ້ນຢ່າງຕໍ່ເນື່ອງ.
ເມື່ອເຈົ້າຢູ່ໃນຄຣິສຕະຈັກ ຫຼື ທ່າມກາງກຸ່ມຄົນ, ມັນເປັນປະໂຫຍດຖ້າເຈົ້າສາມາດເລືອກທີ່ຈະອົດກັ້ນ ແລະ ອົດທົນ ແລະ ເລືອກເສັ້ນທາງປະຕິບັດທີ່ຖືກຕ້ອງ ເມື່ອເຈົ້າພົບພໍ້ກັບການໂຈມຕີສ່ວນບຸກຄົນທີ່ທຳຮ້າຍສັກສີ ແລະ ຄວາມຊື່ສັດຂອງເຈົ້າ. ເຈົ້າອາດຈະບໍ່ເຫັນຜົນປະໂຫຍດນີ້, ແຕ່ເມື່ອເຈົ້າປະສົບກັບເຫດການປະເພດນີ້, ເຈົ້າຈະຄົ້ນພົບໂດຍບໍ່ຮູ້ຕົວວ່າຂໍ້ກຳນົດຂອງພຣະເຈົ້າສຳລັບມະນຸດ ແລະ ເສັ້ນທາງທີ່ພຣະອົງຈັດຕຽມໃຫ້ພວກເຂົານັ້ນຄືເສັ້ນທາງແຫ່ງຄວາມສະຫວ່າງ ແລະ ເປັນເສັ້ນທາງທີ່ແທ້ຈິງ ແລະ ມີຊີວິດ, ວ່າມັນເຮັດໃຫ້ຜູ້ຄົນສາມາດໄດ້ຮັບຄວາມຈິງ ແລະ ເປັນປະໂຫຍດຕໍ່ຜູ້ຄົນ ແລະ ວ່າມັນຄືເສັ້ນທາງທີ່ມີຄວາມໝາຍທີ່ສຸດ. ເມື່ອເຈົ້າຢູ່ທ່າມກາງກຸ່ມຄົນ, ໂດຍສະເພາະເມື່ອເຈົ້າຢູ່ໃນຊີວິດຄຣິສຕະຈັກ, ເຈົ້າສາມາດເອົາຊະນະການລໍ້ລວງ ແລະ ການຊັກຊວນຕ່າງໆໄດ້. ເມື່ອຜູ້ໃດຜູ້ໜຶ່ງໂຈມຕີ ແລະ ທຳຮ້າຍເຈົ້າຢ່າງປະສົງຮ້າຍ ຫຼື ສະແຫວງຫາການແກ້ແຄ້ນຕໍ່ເຈົ້າໂດຍເຈດຕະນາ ແລະ ລະບາຍຄວາມກຽດຊັງຂອງພວກເຂົາໃສ່ເຈົ້າ, ມັນເປັນສິ່ງສຳຄັນທີ່ສຸດທີ່ເຈົ້າຈະສາມາດຮັບມືກັບສິ່ງນີ້ ແລະ ປະຕິບັດຕາມຫຼັກການຄວາມຈິງ. ເພາະພຣະເຈົ້າກຽດຊັງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ, ພຣະອົງຈຶ່ງບອກຜູ້ຄົນບໍ່ໃຫ້ຮັບມືກັບສິ່ງທີ່ພວກເຂົາພົບພໍ້ດ້ວຍຄວາມຫົວຮ້ອນ, ແຕ່ໃຫ້ສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າ ແລະ ຈາກນັ້ນກໍຈະເຂົ້າໃຈວ່າຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນແມ່ນຫຍັງຢ່າງແທ້ຈິງ. ຄວາມອົດທົນຂອງມະນຸດມີຂີດຈຳກັດ, ແຕ່ເມື່ອຄົນເຮົາເຂົ້າໃຈຄວາມຈິງແລ້ວ, ກໍຈະມີຫຼັກການຕໍ່ຄວາມອົດທົນຂອງພວກເຂົາ ແລະ ມັນສາມາດກາຍເປັນກຳລັງຂັບເຄື່ອນ ແລະ ສິ່ງຊ່ວຍເຫຼືອໃຫ້ຄົນຜູ້ນັ້ນປະຕິບັດຄວາມຈິງ. ແນວໃດກໍຕາມ, ຖ້າຄົນໆໜຶ່ງບໍ່ຮັກຄວາມຈິງ, ມັກຜິດຖຽງກັນເລື່ອງຄວາມຖືກ-ຜິດ ແລະ ໂຈມຕີຄົນອື່ນ ແລະ ມີແນວໂນ້ມທີ່ຈະດຳລົງຊີວິດຢູ່ໃນຄວາມຫົວຮ້ອນຂອງຕົນ, ແລ້ວເມື່ອພວກເຂົາຖືກໂຈມຕີ, ພວກເຂົາກໍຈະມີແນວໂນ້ມທີ່ຈະມີສ່ວນຮ່ວມໃນການປະທະຄາລົມ ແລະ ການໂຈມຕີເຊິ່ງກັນແລະກັນ. ສິ່ງນີ້ກໍນຳຄວາມເສຍຫາຍມາສູ່ທຸກຄົນທີ່ກ່ຽວຂ້ອງ, ໂດຍບໍ່ໄດ້ໃຫ້ການເສີມສ້າງ ຫຼື ການຊ່ວຍເຫຼືອໃດໆແກ່ຜູ້ໃດ. ເມື່ອໃດກໍຕາມທີ່ຜູ້ໃດຜູ້ໜຶ່ງມີສ່ວນຮ່ວມໃນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ, ຫຼັງຈາກນັ້ນ ພວກເຂົາກໍຈະອິດເມື່ອຍ, ເມື່ອຍຫຼາຍ ແລະ ຕ່າງຝ່າຍຕ່າງໄດ້ຮັບບາດເຈັບ; ພວກເຂົາບໍ່ສາມາດໄດ້ຮັບຄວາມຈິງໃດໆເລີຍ ແລະ ໃນທີ່ສຸດພວກເຂົາກໍບໍ່ໄດ້ຮັບຫຍັງເລີຍ. ສິ່ງທີ່ເຫຼືອຢູ່ກໍມີພຽງແຕ່ຄວາມກຽດຊັງ ແລະ ເຈດຕະນາທີ່ຈະແກ້ແຄ້ນເມື່ອພວກເຂົາມີໂອກາດ. ນີ້ຄືຜົນຮ້າຍທີ່ການປະທະຄາລົມ ແລະ ການໂຈມຕີເຊິ່ງກັນແລະກັນນຳມາສູ່ຜູ້ຄົນໃນທີ່ສຸດ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?