ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (15) ສ່ວນທີ ສອງ

2). ການເປີດໂປງ ແລະ ໂຈມຕີເຊິ່ງກັນແລະກັນ

ບາງຄົນຂາດຄວາມສາມາດໃນການຢັ່ງຮູ້ໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ບໍ່ຮູ້ວິທີໂອ້ລົມຄວາມເຂົ້າໃຈຈາກປະສົບການຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ. ພວກເຂົາຮູ້ພຽງແຕ່ວິທີເຊື່ອມໂຍງພຣະທຳຂອງພຣະເຈົ້າທີ່ເປີດໂປງຜູ້ຄົນໄປໃສ່ກັບຄົນອື່ນ. ດັ່ງນັ້ນ, ເມື່ອໃດກໍຕາມທີ່ພວກເຂົາໂອ້ລົມກ່ຽວກັບຄວາມຈິງໃນພຣະທຳຂອງພຣະເຈົ້າ, ພວກເຂົາກໍມີແຮງຈູງໃຈສ່ວນຕົວຢູ່ສະເໝີ; ພວກເຂົາຢາກສວຍໂອກາດເພື່ອເປີດໂປງ ແລະ ໂຈມຕີຄົນອື່ນຢູ່ສະເໝີ, ເຊິ່ງກໍ່ໃຫ້ເກີດຄວາມບໍ່ສະຫງົບໃນຄຣິສຕະຈັກ. ຖ້າຜູ້ທີ່ຖືກເປີດໂປງສາມາດປະຕິບັດຕໍ່ສະຖານະການເຫຼົ່ານີ້ຢ່າງຖືກຕ້ອງ, ເຂົ້າໃຈວ່າພວກມັນມາຈາກພຣະເຈົ້າ ແລະ ຮຽນຮູ້ການອ່ອນນ້ອມ ແລະ ຄວາມອົດທົນ, ກໍຈະບໍ່ມີການໂຕ້ແຍ້ງໃດໆເກີດຂຶ້ນ. ແນວໃດກໍຕາມ, ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ທີ່ບາງຄົນອາດຈະຮູ້ສຶກຕໍ່ຕ້ານ ເມື່ອພວກເຂົາໄດ້ຍິນຄົນອື່ນໂອ້ລົມ ແລະ ເປີດໂປງບັນຫາຂອງພວກເຂົາ. ພວກເຂົາຄິດກັບຕົວເອງວ່າ, “ເປັນຫຍັງພໍເຈົ້າອ່ານພຣະທຳຂອງພຣະເຈົ້າແລ້ວ, ເຈົ້າຈຶ່ງບໍ່ແບ່ງປັນຄວາມເຂົ້າໃຈຈາກປະສົບການຂອງເຈົ້າກ່ຽວກັບພຣະທຳເຫຼົ່ານັ້ນ ຫຼື ເວົ້າກ່ຽວກັບການຮູ້ຈັກຕົນເອງ ແລະ ເຈົ້າຈຶ່ງມາໂຈມຕີ ແລະ ເລັງເປົ້າໝາຍໃສ່ພຽງແຕ່ຂ້ອຍແທນ? ເຈົ້າບໍ່ພໍໃຈຂ້ອຍບໍ? ພຣະທຳຂອງພຣະເຈົ້າໄດ້ກ່າວຢ່າງຊັດເຈນແລ້ວວ່າຂ້ອຍມີອຸປະນິໄສທີ່ເສື່ອມຊາມ, ເຈົ້າຈຳເປັນຕ້ອງເວົ້າແທ້ບໍ? ຂ້ອຍອາດຈະມີອຸປະນິໄສທີ່ເສື່ອມຊາມ, ແຕ່ເຈົ້າກໍມີຄືກັນບໍ່ແມ່ນບໍ? ເຈົ້າຕັ້ງເປົ້າໃສ່ຂ້ອຍຢູ່ສະເໝີ, ເອີ້ນຂ້ອຍວ່າຄົນເລ່ລ່ຽມ, ແຕ່ເຈົ້າເອງກໍມີເລ່ລ່ຽມບໍ່ໜ້ອຍຄືກັນ!” ດ້ວຍຄວາມຄຽດແຄ້ນ ແລະ ການຕໍ່ຕ້ານທີ່ເຕັມອົກ, ພວກເຂົາອາດຈະໃຊ້ຄວາມອົດທົນຄັ້ງໜຶ່ງ ຫຼື ສອງຄັ້ງ, ແຕ່ເມື່ອເວລາຜ່ານໄປ ແລະ ຄວາມຄັບແຄ້ນໃຈຂອງພວກເຂົາໄດ້ສະສົມຂຶ້ນ, ພວກເຂົາກໍລະເບີດອອກມາ. ແລະ ເມື່ອພວກເຂົາລະເບີດອອກມາແລ້ວ, ມັນກໍຈະຮ້າຍແຮງຫຼາຍ. ພວກເຂົາເວົ້າວ່າ, “ເມື່ອບາງຄົນກະທຳ ແລະ ເວົ້າຈາ, ພວກເຂົາທຳທ່າວ່າຊື່ສັດ ແລະ ເປີດເຜີຍຫຼາຍຢູ່ພາຍນອກ, ແຕ່ຄວາມຈິງແລ້ວ, ພວກເຂົາເຕັມໄປດ້ວຍເລ່ກົນທຸກປະເພດ ແລະ ວາງແຜນຮ້າຍເພື່ອທຳຮ້າຍຄົນອື່ນຢ່າງລັບໆຢູ່ສະເໝີ. ບໍ່ມີໃຜສາມາດຢັ່ງຮູ້ເຖິງຄວາມຄິດ ຫຼື ເຈດຕະນາຂອງພວກເຂົາໄດ້ເມື່ອເວົ້າກັບພວກເຂົາ; ພວກເຂົາເປັນຄົນເລ່ລ່ຽມ. ເມື່ອພວກເຮົາພົບພໍ້ກັບຄົນປະເພດນີ້, ພວກເຮົາບໍ່ສາມາດເວົ້າ ຫຼື ພົວພັນກັບພວກເຂົາໄດ້; ພວກເຂົາເປັນຕາຢ້ານເກີນໄປ. ຖ້າເຈົ້າບໍ່ລະວັງ, ເຈົ້າກໍຈະຕົກຢູ່ໃນກັບດັກຂອງພວກເຂົາ ແລະ ຖືກພວກເຂົາຫຼອກລວງ ແລະ ນຳໃຊ້. ຄົນປະເພດນີ້ແມ່ນຊົ່ວຮ້າຍທີ່ສຸດ, ເປັນປະເພດທີ່ພຣະເຈົ້າກຽດຊັງ ແລະ ລັງກຽດທີ່ສຸດ. ພວກເຂົາຄວນຖືກໂຍນລົງໃນຂຸມເລິກ, ໃນທະເລສາບແຫ່ງໄຟ ແລະ ມາດ!” ຫຼັງຈາກທີ່ໄດ້ຍິນສິ່ງນີ້, ອີກຄົນໜຶ່ງກໍຄິດວ່າ, “ເຈົ້າມີອຸປະນິໄສທີ່ເສື່ອມຊາມ ແຕ່ເຈົ້າຈະບໍ່ຍອມໃຫ້ຄົນອື່ນເປີດໂປງເຈົ້າບໍ? ເຈົ້າອວດດີ ແລະ ຖືຕົນວ່າຊອບທຳຫຼາຍ, ສະນັ້ນ ຂ້ອຍຈະຊອກຫາພຣະທຳຂອງພຣະເຈົ້າອີກຂໍ້ໜຶ່ງມາເປີດໂປງເຈົ້າ ແລະ ເບິ່ງວ່າເຈົ້າຈະມີຫຍັງເວົ້າອີກ!” ອີກຄົນໜຶ່ງກໍຍິ່ງໂກດຮ້າຍຂຶ້ນຫຼັງຈາກທີ່ຖືກເປີດໂປງ ແລະ ຄິດວ່າ: “ສະແດງວ່າເຈົ້າຄືຊິບໍ່ຈົບເລື່ອງນີ້ງ່າຍໆແມ່ນບໍ່? ຍັງບໍ່ຍອມຢຸດຕິເລື່ອງນີ້ແມ່ນບໍ່? ເຈົ້າພຽງແຕ່ບໍ່ມັກຂ້ອຍ ແລະ ຄິດວ່າຂ້ອຍມີອຸປະນິໄສທີ່ເສື່ອມຊາມ, ແມ່ນບໍ່? ໄດ້, ຂ້ອຍກໍຈະເປີດໂປງເຈົ້າຄືກັນ!” ແລ້ວພວກເຂົາກໍເວົ້າວ່າ, “ບາງຄົນກໍເປັນພຽງຜູ້ຕໍ່ຕ້ານພຣະຄຣິສ; ພວກເຂົາມັກສະຖານະ ແລະ ການຍ້ອງຍໍຈາກຄົນອື່ນ, ພວກເຂົາມັກສັ່ງສອນຄົນອື່ນ, ໃຊ້ພຣະທຳຂອງພຣະເຈົ້າເພື່ອເປີດໂປງ ແລະ ກ່າວໂທດຄົນອື່ນ, ເຮັດໃຫ້ຄົນອື່ນຄິດວ່າພວກເຂົາເອງບໍ່ມີອຸປະນິໄສທີ່ເສື່ອມຊາມ. ພວກເຂົາລ້ວນອວດດີ ແລະ ຖືຕົວ ແລະ ທັງຍັງຄິດວ່າຕົນເອງບໍລິສຸດແລ້ວ, ແຕ່ພວກເຂົາບໍ່ແມ່ນພຽງແຕ່ວິນຍານທີ່ສົກກະປົກບໍ? ພວກເຂົາບໍ່ແມ່ນພຽງແຕ່ຊາຕານ ແລະ ວິນຍານຊົ່ວຮ້າຍບໍ? ຜູ້ຕໍ່ຕ້ານພຣະຄຣິສແມ່ນໃຜ? ຜູ້ຕໍ່ຕ້ານພຣະຄຣິສກໍຄືຊາຕານ!” ພວກເຂົາສູ້ກັນຈັກຮອບແລ້ວ? ມີຜູ້ຊະນະບໍ? (ບໍ່.) ພວກເຂົາໄດ້ເວົ້າຫຍັງທີ່ອາດຈະສ້າງສາຄົນອື່ນບໍ? (ບໍ່.) ແລ້ວຄຳເວົ້າເຫຼົ່ານີ້ແມ່ນຫຍັງ? (ການຕັດສິນ, ການກ່າວໂທດ.) ພວກມັນຄືການຕັດສິນ. ພວກເຂົາກຳລັງເວົ້າແບບຊະຊາຍໂດຍບໍ່ຄຳນຶງເຖິງສະຖານະການຕົວຈິງ ຫຼື ຄວາມຈິງ, ຕັດສິນ ແລະ ກ່າວໂທດຄົນອື່ນຕາມອຳເພີໃຈ, ເຖິງກັບສາບແຊ່ງພວກເຂົາ. ພວກເຂົາມີພື້ນຖານຄວາມຈິງບໍໃນການເອີ້ນຄົນອື່ນວ່າເປັນຜູ້ຕໍ່ຕ້ານພຣະຄຣິສ? ຄົນຜູ້ນັ້ນໄດ້ສະແດງການກະທຳທີ່ຊົ່ວຮ້າຍ ແລະ ການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິສອັນໃດແດ່? ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບັນລຸເຖິງລະດັບແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສບໍ? ເມື່ອປະຊາກອນທີ່ພຣະເຈົ້າເລືອກໄດ້ຍິນພວກເຂົາເປີດໂປງອີກຄົນໜຶ່ງ, ພວກເຂົາຈະຄິດວ່າມັນເປັນກາງ ແລະ ເປັນຄວາມຈິງບໍ? ມີຄວາມໃຈດີ ຫຼື ເຈດຕະນາດີໃດໆໃນຄຳເວົ້າທີ່ຄົນທັງສອງນີ້ເວົ້າອອກມາບໍ? (ບໍ່ມີ.) ຈຸດປະສົງຂອງພວກເຂົາແມ່ນເພື່ອຊ່ວຍເຫຼືອເຊິ່ງກັນແລະກັນໃຫ້ຮູ້ຈັກຕົນເອງ ແລະ ເພື່ອເຮັດໃຫ້ພວກເຂົາສາມາດຖອດຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງໂດຍໄວເທົ່າທີ່ຈະໄວໄດ້ບໍ? (ບໍ່.) ແລ້ວພວກເຂົາເຮັດສິ່ງນີ້ເພື່ອຫຍັງ? ກໍເພື່ອລະບາຍຄວາມແຄ້ນສ່ວນຕົວ, ເພື່ອໂຈມຕີ ແລະ ແກ້ແຄ້ນອີກຝ່າຍໜຶ່ງ, ສະນັ້ນ ພວກເຂົາຈຶ່ງກ່າວຫາອີກຝ່າຍໜຶ່ງຕາມອຳເພີໃຈ, ເຊິ່ງມັນບໍ່ກົງກັບຄວາມຈິງເລີຍ. ພວກເຂົາບໍ່ໄດ້ປະເມີນ ແລະ ກຳນົດລັກສະນະຂອງກັນແລະກັນຢ່າງຖືກຕ້ອງໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ການເປີດເຜີຍ ແລະ ແກ່ນແທ້ຂອງອີກຝ່າຍໜຶ່ງ, ແທນທີ່ຈະເປັນແນວນັ້ນ ພວກເຂົາພັດກຳລັງໃຊ້ພຣະທຳຂອງພຣະເຈົ້າເພື່ອໂຈມຕີກັນແລະກັນ, ແກ້ແຄ້ນ ແລະ ລະບາຍຄວາມແຄ້ນສ່ວນຕົວ; ພວກເຂົາບໍ່ໄດ້ກຳລັງໂອ້ລົມຄວາມຈິງແຕ່ຢ່າງໃດ. ນີ້ເປັນບັນຫາທີ່ຮ້າຍແຮງ. ພວກເຂົາຈັບຈຸດອ່ອນຂອງອີກຄົນໜຶ່ງຢູ່ສະເໝີເພື່ອໂຈມຕີ ແລະ ກ່າວໂທດພວກເຂົາວ່າມີອຸປະນິໄສທີ່ອວດດີ, ທັດສະນະຄະຕິນີ້ແມ່ນແຝງຊົ່ວ ແລະ ປະສົງຮ້າຍ ແລະ ນີ້ບໍ່ແມ່ນການເປີດໂປງດ້ວຍເຈດຕະນາດີຢ່າງແນ່ນອນ. ຜົນກໍຄື ມັນນຳໄປສູ່ການເປັນສັດຕູ ແລະ ການກຽດຊັງເຊິ່ງກັນແລະກັນເທົ່ານັ້ນ. ຖ້າການເປີດໂປງຖືກດຳເນີນໄປດ້ວຍທັດສະນະຄະຕິຂອງການຊ່ວຍເຫຼືອຄົນອື່ນດ້ວຍຄວາມຮັກ, ຜູ້ຄົນກໍສາມາດຮັບຮູ້ສິ່ງນີ້ໄດ້ ແລະ ພວກເຂົາກໍສາມາດປະຕິບັດຕໍ່ມັນໄດ້ຢ່າງຖືກຕ້ອງ. ແຕ່ຖ້າຜູ້ໃດຜູ້ໜຶ່ງຈັບຈຸດອ່ອນອຸປະນິໄສທີ່ອວດດີຂອງອີກຄົນໜຶ່ງເພື່ອກ່າວໂທດ ແລະ ໂຈມຕີພວກເຂົາ, ມັນກໍແມ່ນເພື່ອໂຈມຕີ ແລະ ທໍລະມານຄົນຜູ້ນັ້ນເທົ່ານັ້ນ. ທຸກຄົນລ້ວນແຕ່ມີອຸປະນິໄສທີ່ອວດດີ, ສະນັ້ນ ເປັນຫຍັງຈຶ່ງຕັ້ງເປົ້າໃສ່ແຕ່ຄົນຜູ້ດຽວຢູ່ສະເໝີ? ເປັນຫຍັງຈຶ່ງຈັບຕາເບິ່ງແຕ່ຄົນຜູ້ດຽວຢູ່ສະເໝີໂດຍບໍ່ຍອມປ່ອຍ? ເປີດໂປງອຸປະນິໄສທີ່ອວດດີຂອງຄົນຜູ້ນັ້ນຢູ່ສະເໝີ, ຈຸດປະສົງຂອງສິ່ງນີ້ແມ່ນເພື່ອຊ່ວຍໃຫ້ພວກເຂົາຖອດຖິ້ມອຸປະນິໄສນັ້ນແທ້ໆບໍ? (ບໍ່.) ແລ້ວເຫດຜົນຂອງມັນແມ່ນຫຍັງ? ກໍເພາະວ່າພວກເຂົາບໍ່ພໍໃຈອີກຄົນໜຶ່ງ, ສະນັ້ນ ພວກເຂົາຈຶ່ງຊອກຫາໂອກາດທີ່ຈະໂຈມຕີ ແລະ ແກ້ແຄ້ນ, ໂດຍຢາກທໍລະມານພວກເຂົາຢູ່ສະເໝີ. ສະນັ້ນ, ເມື່ອພວກເຂົາເວົ້າວ່າອີກຄົນໜຶ່ງເປັນຜູ້ຕໍ່ຕ້ານພຣະຄຣິສ, ເປັນຊາຕານ, ເປັນມານຮ້າຍ, ເປັນຄົນເລ່ລ່ຽມ ແລະ ແຝງຊົ່ວ, ນັ້ນເປັນຄວາມຈິງບໍ? ມັນອາດຈະມີສ່ວນຈິງຢູ່ໜ້ອຍໜຶ່ງ, ແຕ່ຈຸດປະສົງຂອງພວກເຂົາໃນການເວົ້າສິ່ງເຫຼົ່ານີ້ບໍ່ແມ່ນເພື່ອຊ່ວຍເຫຼືອອີກຝ່າຍໜຶ່ງ ຫຼື ເພື່ອໂອ້ລົມຄວາມຈິງ ແຕ່ເພື່ອລະບາຍຄວາມແຄ້ນສ່ວນຕົວ ແລະ ແກ້ແຄ້ນ. ພວກເຂົາໄດ້ຖືກທໍລະມານ, ສະນັ້ນ ພວກເຂົາຈຶ່ງຢາກຕອບໂຕ້. ພວກເຂົາຕອບໂຕ້ແນວໃດ? ໂດຍການເປີດໂປງອີກຄົນໜຶ່ງ, ກ່າວໂທດພວກເຂົາ, ເອີ້ນພວກເຂົາວ່າເປັນມານຮ້າຍ, ເປັນຊາຕານ, ເປັນວິນຍານຊົ່ວຮ້າຍ, ເປັນຜູ້ຕໍ່ຕ້ານພຣະຄຣິສ, ສິ່ງໃດທີ່ຮ້າຍແຮງທີ່ສຸດກໍຍັດໃຫ້ ແລະ ຂໍ້ກ່າວຫາໃດທີ່ໜັກໜ່ວງທີ່ສຸດກໍຍັດໃຫ້. ນີ້ບໍ່ແມ່ນການຕັດສິນ ແລະ ການກ່າວໂທດຕາມອຳເພີໃຈບໍ? ເຈດຕະນາ, ຈຸດປະສົງ ແລະ ແຮງຈູງໃຈຂອງທັງສອງຝ່າຍໃນການເວົ້າສິ່ງເຫຼົ່ານີ້ບໍ່ແມ່ນເພື່ອຊ່ວຍເຫຼືອອີກຝ່າຍໜຶ່ງໃຫ້ຮູ້ຈັກຕົນເອງ ແລະ ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ຍິ່ງບໍ່ຕ້ອງເວົ້າເຖິງການຊ່ວຍໃຫ້ພວກເຂົາເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ຫຼື ເຂົ້າໃຈຫຼັກການຄວາມຈິງ. ແທນທີ່ຈະເປັນແນວນັ້ນ, ພວກເຂົາກຳລັງພະຍາຍາມໂຈມຕີ ແລະ ທຳຮ້າຍອີກຄົນໜຶ່ງ, ເປີດໂປງພວກເຂົາເພື່ອໃຫ້ພວກເຂົາສາມາດບັນລຸເປົ້າໝາຍໃນການລະບາຍຄວາມແຄ້ນສ່ວນຕົວ ແລະ ແກ້ແຄ້ນ. ນີ້ຄືການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ. ເຖິງແມ່ນວ່າວິທີການໂຈມຕີຄົນອື່ນແບບນີ້ອາດຈະເບິ່ງຄືວ່າມີພື້ນຖານຫຼາຍກວ່າການເປີດໂປງຈຸດອ່ອນຂອງກັນແລະກັນ ແລະ ມັນເປັນການເຊື່ອມໂຍງພຣະທຳຂອງພຣະເຈົ້າໃສ່ກັບອີກຝ່າຍໜຶ່ງເພື່ອເວົ້າວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ ແລະ ວ່າພວກເຂົາເປັນມານຮ້າຍ ແລະ ເປັນຊາຕານ ແລະ ເບິ່ງຜິວເຜີນແລ້ວມັນເບິ່ງຄືວ່າເປັນເລື່ອງຝ່າຍວິນຍານຫຼາຍ, ແຕ່ລັກສະນະຂອງທັງສອງວິທີນີ້ແມ່ນຄືກັນ. ທັງສອງວິທີນີ້ບໍ່ແມ່ນການໂອ້ລົມພຣະທຳຂອງພຣະເຈົ້າ ແລະ ຄວາມຈິງພາຍໃນຄວາມເປັນມະນຸດທີ່ປົກກະຕິ, ແທນທີ່ຈະເປັນແນວນັ້ນ ມັນເປັນການຕັດສິນ, ການກ່າວໂທດ ແລະ ການສາບແຊ່ງອີກຝ່າຍໜຶ່ງຢ່າງບໍ່ຮັບຜິດຊອບ ແລະ ຕາມອຳເພີໃຈໂດຍອີງໃສ່ຄວາມມັກສ່ວນຕົວ ແລະ ເປັນການໂຈມຕີສ່ວນບຸກຄົນ. ການສົນທະນາທີ່ມີລັກສະນະແບບນີ້ກໍກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນຊີວິດຄຣິສຕະຈັກເຊັ່ນກັນ ແລະ ພວກມັນກໍແຊກແຊງ ແລະ ສ້າງຄວາມເສຍຫາຍແກ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ.

ພວກເຈົ້າຄວນເຮັດແນວໃດເມື່ອພວກເຈົ້າພົບພໍ້ກັບຄົນສອງຄົນທີ່ກຳລັງໂຈມຕີກັນແລະກັນໂດຍການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງກັນແລະກັນ? ມັນຈຳເປັນບໍທີ່ຈະຕ້ອງຕົບໂຕະ ແລະ ສັ່ງສອນພວກເຂົາ? ມັນຈຳເປັນບໍທີ່ຈະຕ້ອງເອົານ້ຳເຢັນຖັງໜຶ່ງມາສາດໃສ່ພວກເຂົາເພື່ອໃຫ້ພວກເຂົາໃຈເຢັນລົງ ແລະ ເຮັດໃຫ້ພວກເຂົາຮັບຮູ້ວ່າພວກເຂົາບໍ່ຖືກຕ້ອງ ແລະ ຂໍໂທດເຊິ່ງກັນແລະກັນ? ວິທີການເຫຼົ່ານີ້ສາມາດແກ້ໄຂບັນຫາໄດ້ບໍ? (ບໍ່ໄດ້.) ທັງສອງຄົນນີ້ຕໍ່ສູ້ກັນຢູ່ສະເໝີໃນທຸກໆການເຕົ້າໂຮມ ແລະ ຫຼັງຈາກການເຕົ້າໂຮມແຕ່ລະຄັ້ງສິ້ນສຸດລົງ, ພວກເຂົາກໍກຽມພ້ອມສຳລັບການຕໍ່ສູ້ກັນຄັ້ງຕໍ່ໄປ. ຢູ່ເຮືອນ, ພວກເຂົາຊອກຫາພຣະທຳຂອງພຣະເຈົ້າ ແລະ ພື້ນຖານທີ່ຈະໃຊ້ໃນການໂຈມຕີຂອງພວກເຂົາ, ພວກເຂົາເຖິງກັບຂຽນບົດຮ່າງ ແລະ ຄິດຫາວິທີທີ່ຈະໂຈມຕີອີກຝ່າຍໜຶ່ງ, ຈະໂຈມຕີດ້ານໃດຂອງພວກເຂົາ, ຈະຕັດສິນ ແລະ ກ່າວໂທດພວກເຂົາແນວໃດ, ຈະໃຊ້ນ້ຳສຽງແບບໃດ ແລະ ຈະໃຊ້ພຣະທຳຂໍ້ໃດຂອງພຣະເຈົ້າເພື່ອທຳການໂຈມຕີ ແລະ ກ່າວໂທດທີ່ໜ້າເຊື່ອຖືທີ່ສຸດ. ພວກເຂົາຍັງຊອກຫາຄຳສັບທາງຝ່າຍວິນຍານຕ່າງໆ ແລະ ໃຊ້ວິທີການສະແດງອອກທີ່ແຕກຕ່າງກັນເພື່ອກ່າວໂທດ ແລະ ໂຈມຕີອີກຝ່າຍໜຶ່ງ, ບໍ່ໃຫ້ພວກເຂົາພິກສະຖານະການໄດ້ ແລະ ພວກເຂົາພະຍາຍາມທີ່ຈະເອົາຊະນະອີກຝ່າຍໃຫ້ໄດ້ໃນຮອບຕໍ່ໄປ ແລະ ເຮັດໃຫ້ອີກຝ່າຍບໍ່ສາມາດລຸກຂຶ້ນມາໄດ້ອີກ. ພຶດຕິກຳເຫຼົ່ານີ້ລ້ວນແຕ່ຕົກຢູ່ພາຍໃຕ້ໝວດໝູ່ຂອງການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມກັນ. ບັນຫາປະເພດນີ້ແກ້ໄຂງ່າຍບໍ? ຖ້າຫຼັງຈາກທີ່ໄດ້ຮັບຄຳແນະນຳ, ການຊ່ວຍເຫຼືອ ແລະ ການໂອ້ລົມຄວາມຈິງຈາກຄົນສ່ວນໃຫຍ່ແລ້ວ, ພວກເຂົາຍັງບໍ່ກັບໃຈ ຫຼື ປ່ຽນແປງແນວທາງຂອງຕົນ, ນັ້ນກໍຄື ພວກເຂົາຖຽງ ແລະ ສາບແຊ່ງກັນແລະກັນເມື່ອພົບໜ້າ, ບໍ່ຟັງຄຳແນະນຳຂອງໃຜ ແລະ ບໍ່ຍອມຮັບເມື່ອມີໃຜໂອ້ລົມຄວາມຈິງ ຫຼື ລິຮານພວກເຂົາ, ຄວນຈະເຮັດແນວໃດ? ເລື່ອງນີ້ຈັດການໄດ້ງ່າຍ: ພວກເຂົາຄວນຖືກສະລ້າງອອກ. ນັ້ນຈະບໍ່ແກ້ໄຂບັນຫາໄດ້ບໍ? ນັ້ນບໍ່ງ່າຍບໍ? ມັນຈຳເປັນບໍທີ່ຈະຕ້ອງໂອ້ລົມກັບພວກເຂົາຕໍ່ໄປ? ມັນຈຳເປັນບໍທີ່ຈະຕ້ອງຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກອີກຕໍ່ໄປ? ບອກເຮົາມາເບິ່ງດູ, ມັນເໝາະສົມບໍທີ່ຈະສະແດງຄວາມອົດກັ້ນ ແລະ ຄວາມອົດທົນດ້ວຍຄວາມຮັກຕໍ່ຄົນປະເພດນີ້? (ບໍ່ເໝາະສົມ.) ເປັນຫຍັງຈຶ່ງບໍ່ເໝາະສົມ? (ພວກເຂົາບໍ່ຍອມຮັບຄວາມຈິງ, ການໂອ້ລົມກັບພວກເຂົາບໍ່ມີປະໂຫຍດ.) ຖືກຕ້ອງ, ພວກເຂົາບໍ່ຍອມຮັບຄວາມຈິງ. ພວກເຂົາເຂົ້າຮ່ວມການເຕົ້າໂຮມພຽງເພື່ອປະທະຄາລົມກັນ. ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າເພື່ອໄລ່ຕາມຄວາມຈິງ ແລະ ພວກເຂົາພຽງແຕ່ມັກການປະທະຄາລົມກັນ. ນີ້ແມ່ນການເປີດເຜີຍ ແລະ ການສະແດງອອກຂອງຄວາມເປັນມະນຸດທີ່ປົກກະຕິບໍ? ພວກເຂົາມີຄຸນສົມບັດສິນທຳທີ່ຄວາມເປັນມະນຸດທີ່ປົກກະຕິຄວນມີບໍ? (ບໍ່.) ພວກເຂົາຂາດຄຸນສົມບັດສິນທຳຂອງຄວາມເປັນມະນຸດທີ່ປົກກະຕິ. ໃນລະຫວ່າງການເຕົ້າໂຮມ, ຄົນປະເພດນີ້ບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າຢ່າງຕັ້ງໃຈ ແລະ ຢ່າງເໝາະສົມເພື່ອໃຫ້ພວກເຂົາສາມາດເຂົ້າໃຈ ແລະ ໄດ້ຮັບຄວາມຈິງຈາກພຣະທຳຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນຈຶ່ງແກ້ໄຂອຸປະນິໄສທີ່ເສື່ອມຊາມ ແລະ ບັນຫາຂອງພວກເຂົາ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດຢາກແກ້ໄຂບັນຫາຂອງຄົນອື່ນຢູ່ສະເໝີ. ສາຍຕາຂອງພວກເຂົາຈົດຈໍ່ຢູ່ກັບຄົນອື່ນຢູ່ຕະຫຼອດເວລາ, ຊອກຫາຂໍ້ຜິດພາດໃນຕົວພວກເຂົາ; ພວກເຂົາມຸ່ງໝັ້ນທີ່ຈະຊອກຫາບັນຫາຂອງຄົນອື່ນໃນພຣະທຳຂອງພຣະເຈົ້າຢູ່ສະເໝີ. ພວກເຂົາໃຊ້ໂອກາດໃນການອ່ານ ແລະ ໂອ້ລົມພຣະທຳຂອງພຣະເຈົ້າເພື່ອເປີດໂປງ ແລະ ໂຈມຕີຄົນອື່ນ ແລະ ພວກເຂົາໃຊ້ພຣະທຳຂອງພຣະເຈົ້າເພື່ອຕັດສິນ, ດູຖູກ ແລະ ກ່າວໂທດຄົນອື່ນ. ແຕ່ພວກເຂົາພັດວາງຕົວເອງແຍກອອກຈາກພຣະທຳຂອງພຣະເຈົ້າ. ພວກເຂົາເປັນຄົນປະເພດໃດ? ຄົນເຫຼົ່ານີ້ແມ່ນຜູ້ທີ່ຍອມຮັບຄວາມຈິງບໍ? (ບໍ່.) ພວກເຂົາເກັ່ງ ແລະ ກະຕືລືລົ້ນໃນເລື່ອງໜຶ່ງເປັນພິເສດ: ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ພວກເຂົາມັກຈະພົບເຫັນບັນຫາ, ສະພາວະ ແລະ ການສະແດງອອກຕ່າງໆທີ່ພຣະທຳຂອງພຣະອົງເປີດໂປງໃນຕົວຄົນອື່ນໄດ້ເລື້ອຍໆ. ຍິ່ງພວກເຂົາລະບຸບັນຫາເຫຼົ່ານີ້ໄດ້ຫຼາຍເທົ່າໃດ, ພວກເຂົາກໍຍິ່ງຮູ້ສຶກວ່າມີຄວາມຮັບຜິດຊອບທີ່ຍິ່ງໃຫຍ່ເທົ່ານັ້ນ ແລະ ເຊື່ອວ່າມີຫຼາຍຢ່າງທີ່ພວກເຂົາສາມາດເຮັດໄດ້, ຄິດວ່າພວກເຂົາຄວນເປີດໂປງບັນຫາເຫຼົ່ານີ້. ໃຜມີບັນຫາເຫຼົ່ານີ້ພວກເຂົາກໍຈະບໍ່ປ່ອຍໄປ. ພວກເຂົາເປັນຄົນປະເພດໃດ? ຄົນປະເພດນີ້ມີເຫດຜົນບໍ? ພວກເຂົາມີຄວາມສາມາດໃນການຢັ່ງຮູ້ຄວາມຈິງບໍ? (ບໍ່ມີ.) ໃນຄຣິສຕະຈັກ, ຖ້າຄົນປະເພດນີ້ບໍ່ເວົ້າອອກມາ ຫຼື ກໍ່ໃຫ້ເກີດການລົບກວນ, ກໍບໍ່ຈຳເປັນຕ້ອງຈັດການກັບພວກເຂົາ. ແນວໃດກໍຕາມ, ຖ້າພວກເຂົາກະທຳໃນລັກສະນະນີ້ຢ່າງສະໝໍ່າສະເໝີ, ໂຈມຕີ, ຕັດສິນ ແລະ ກ່າວໂທດຄົນອື່ນຢູ່ສະເໝີ, ແລ້ວຄຣິສຕະຈັກກໍຄວນດຳເນີນການທີ່ເໝາະສົມເພື່ອຈັດການກັບພວກເຂົາ, ໂດຍການສະລ້າງພວກເຂົາອອກ. ສ່ວນຜູ້ທີ່ຖືກຜູ້ຄົນເປີດໂປງ ແລະ ຈາກນັ້ນກໍໂຈມຕີ, ຕັດສິນ ແລະ ກ່າວໂທດພວກເຂົາໂດຍໃຊ້ວິທີການ ແລະ ເຄື່ອງມືແບບດຽວກັນ, ຖ້າສະຖານະການຮ້າຍແຮງ ແລະ ພວກເຂົາໄດ້ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ, ພວກເຂົາກໍຄວນຖືກສະລ້າງອອກເຊັ່ນດຽວກັນ ແລະ ແຍກອອກຈາກປະຊາກອນທີ່ພຣະເຈົ້າເລືອກ, ບໍ່ຕ້ອງສະແດງຄວາມປານີໃດໆແກ່ພວກເຂົາ.

ການສະແດງອອກອື່ນໃດອີກຂອງການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມກັນ ທີ່ມີລັກສະນະເປັນການຂັດຂວາງ ແລະ ການລົບກວນຊີວິດຄຣິສຕະຈັກ? ການເປີດໂປງຈຸດອ່ອນຂອງກັນແລະກັນ ແລະ ການເປີດໂປງອຸປະນິໄສທີ່ເສື່ອມຊາມຂອງກັນແລະກັນເພື່ອລະບາຍຄວາມແຄ້ນສ່ວນຕົວ ແລະ ແກ້ແຄ້ນເຊິ່ງກັນແລະກັນ ແມ່ນການສະແດງອອກທີ່ເຫັນໄດ້ຊັດເຈນຂອງການຂັດຂວາງ ແລະ ການລົບກວນຊີວິດຄຣິສຕະຈັກ. ນອກເໜືອຈາກສອງການສະແດງອອກນີ້, ຍັງມີການທຳທ່າວ່າເປີດໃຈ, ເປີດເຜີຍຕົວເອງ ແລະ ໄຈ້ແຍກຕົວເອງເພື່ອທີ່ຈະເປີດໂປງ ແລະ ໄຈ້ແຍກຄົນອື່ນໂດຍເຈດຕະນາ, ການໂຈມຕີປະເພດນີ້ກໍເປັນການສະແດງອອກຂອງການຂັດຂວາງ ແລະ ການລົບກວນຊີວິດຄຣິສຕະຈັກເຊັ່ນກັນ. ສະນັ້ນ, ສິ່ງທີ່ຄົນຜູ້ໜຶ່ງເວົ້າຈະເປັນການໂຈມຕີບໍ ຕາບໃດທີ່ມັນບໍ່ແມ່ນກ່ຽວກັບບັນຫາຂອງຕົນເອງ ແຕ່ເປັນເລື່ອງຂອງຄົນອື່ນ, ໂດຍບໍ່ຄຳນຶງວ່າມັນຈະເປັນການເວົ້າແບບເຈາະຈົງ ຫຼື ເວົ້າຜ່ານໆທາງອ້ອມ, ເວົ້າແບບນຸ່ມນວນບໍ? (ບໍ່.) ແລ້ວສະຖານະການໃດທີ່ເປັນການໂຈມຕີ? ມັນຂຶ້ນຢູ່ກັບເຈດຕະນາ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງສິ່ງທີ່ເວົ້າ. ຖ້າບາງສິ່ງຖືກເວົ້າເພື່ອໂຈມຕີ ແລະ ແກ້ແຄ້ນຜູ້ຄົນ ຫຼື ເພື່ອລະບາຍຄວາມແຄ້ນສ່ວນຕົວ, ນີ້ກໍຄືການໂຈມຕີ. ນີ້ແມ່ນສະຖານະການໜຶ່ງ. ຍິ່ງໄປກວ່ານັ້ນ, ການຈັບເອົາພຽງປະກົດການຜິວເຜີນຂອງບັນຫາມາຂະຫຍາຍຄວາມເປັນເລື່ອງໃຫຍ່ ເພື່ອຕັດສິນ ແລະ ກ່າວໂທດຜູ້ຄົນທີ່ຂັດກັບຄວາມຈິງ ແລະ ສິ່ງທີ່ເປັນຈິງ, ການຮີບຮ້ອນສະຫຼຸບຢ່າງບໍ່ຮັບຜິດຊອບໂດຍບໍ່ໄດ້ເບິ່ງເລີຍວ່າແກ່ນແທ້ຂອງບັນຫາແມ່ນຫຍັງ, ນີ້ກໍເປັນການລະບາຍຄວາມແຄ້ນສ່ວນຕົວ ແລະ ການແກ້ແຄ້ນເຊັ່ນກັນ, ມັນຄືການຕັດສິນ ແລະ ການກ່າວໂທດ ແລະ ສະຖານະການປະເພດນີ້ກໍເປັນການໂຈມຕີເຊັ່ນກັນ. ມີຫຍັງອີກບໍ? (ການສ້າງຂ່າວລືທີ່ບໍ່ມີມູນຄວາມຈິງກ່ຽວກັບຜູ້ຄົນ, ນັ້ນແມ່ນໜຶ່ງໃນນັ້ນບໍ?) ການສ້າງຂ່າວລືທີ່ບໍ່ມີມູນຄວາມຈິງກໍນັບເປັນການໂຈມຕີຢ່າງແນ່ນອນ, ຍິ່ງໄປກວ່ານັ້ນອີກ. ມີຈັກສະຖານະການທີ່ເປັນການໂຈມຕີ? (ສາມ.) ຈົ່ງສະຫຼຸບສະຖານະການເຫຼົ່ານີ້. (ທີໜຶ່ງແມ່ນການໂຈມຕີຄົນອື່ນດ້ວຍຈຸດປະສົງທີ່ສະເພາະ. ທີສອງແມ່ນການຕັດສິນ ແລະ ກ່າວໂທດຄົນອື່ນໃນລັກສະນະທີ່ຂັດກັບຄວາມຈິງ ແລະ ສິ່ງທີ່ເປັນຈິງ, ເຊິ່ງເປັນການກຳນົດລັກສະນະຂອງຄົນອື່ນຕາມອຳເພີໃຈຢ່າງບໍ່ຮັບຜິດຊອບ. ທີສາມແມ່ນການສ້າງຂ່າວລືທີ່ບໍ່ມີມູນຄວາມຈິງກ່ຽວກັບຜູ້ຄົນ.) ລັກສະນະຂອງແຕ່ລະສະຖານະການທັງສາມນີ້ຕົກຢູ່ພາຍໃຕ້ໝວດໝູ່ຂອງການໂຈມຕີສ່ວນບຸກຄົນ. ພວກເຮົາຈະແຍກແຍະໄດ້ແນວໃດວ່າສະຖານະການໃດຕົກຢູ່ພາຍໃຕ້ໝວດໝູ່ຂອງການໂຈມຕີສ່ວນບຸກຄົນ ແລະ ສະຖານະການໃດບໍ່ຕົກຢູ່ພາຍໃຕ້ໝວດໝູ່ດັ່ງກ່າວ? ເມື່ອເວົ້າເຖິງຜູ້ທີ່ກຳລັງເຮັດການໂຈມຕີ, ການກະທຳ ຫຼື ຄຳເວົ້າໃດທີ່ເປັນການໂຈມຕີ? ສົມມຸດວ່າຄຳເວົ້າຂອງຄົນຜູ້ໜຶ່ງມີລັກສະນະທີ່ຊີ້ນຳໜ້ອຍໜຶ່ງ ແລະ ສາມາດນຳພາຄົນອື່ນຢ່າງຜິດໆໄດ້ ແລະ ຍັງມີຄຸນລັກສະນະຂອງການສ້າງຂ່າວລືອີກ. ຄົນຜູ້ນັ້ນກຳລັງສ້າງເລື່ອງຂຶ້ນມາຈາກຄວາມວ່າງເປົ່າ ແລະ ແຕ່ງຂ່າວລື ແລະ ຄຳຕົວະຂຶ້ນມາເພື່ອຫຼອກລວງ ແລະ ນຳພາຜູ້ຄົນຢ່າງຜິດໆ. ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາແມ່ນເພື່ອເຮັດໃຫ້ຄົນຈຳນວນຫຼາຍຂຶ້ນຍອມຮັບ ແລະ ເຊື່ອວ່າສິ່ງທີ່ພວກເຂົາເວົ້າແມ່ນຖືກຕ້ອງ ແລະ ເຫັນດີວ່າສິ່ງທີ່ພວກເຂົາເວົ້າສອດຄ່ອງກັບຄວາມຈິງ. ໃນເວລາດຽວກັນ, ພວກເຂົາຍັງຕ້ອງການແກ້ແຄ້ນຄົນອື່ນ, ເພື່ອເຮັດໃຫ້ພວກເຂົາຄິດລົບ ແລະ ອ່ອນແອ. ພວກເຂົາຄິດໃນໃຈວ່າ, “ເຈົ້າມີລັກສະນະທີ່ຊົ່ວຮ້າຍຫຼາຍ, ຂ້ອຍຕ້ອງເປີດໂປງສະຖານະການຕົວຈິງຂອງເຈົ້າ, ບຳຮາບຄວາມອວດດີຂອງເຈົ້າ, ເບິ່ງວ່າເຈົ້າຍັງຈະອວດອົ່ງ ແລະ ໂອ້ອວດຫຍັງໄດ້ອີກ! ມີເຈົ້າຢູ່ຂ້ອຍຈະເດັ່ນໄດ້ແນວໃດ? ຄວາມກຽດຊັງຂອງຂ້ອຍຈະບໍ່ບັນເທົາລົງຈົນກວ່າຂ້ອຍຈະຜາບແພ້ເຈົ້າໃຫ້ຕົກຢູ່ໃນຄວາມເປັນລົບ ແລະ ລົ້ມເຈົ້າລົງຈຶ່ງຈະສາແກ່ໃຈ. ຂ້ອຍຈະສະແດງໃຫ້ທຸກຄົນເຫັນວ່າເຈົ້າກໍສາມາດຄິດລົບໄດ້ ແລະ ເຈົ້າກໍມີຈຸດອ່ອນຄືກັນ!” ຖ້ານີ້ຄືຈຸດປະສົງຂອງພວກເຂົາ, ແລ້ວຄຳເວົ້າຂອງພວກເຂົາກໍເປັນການໂຈມຕີ. ແຕ່ສົມມຸດວ່າເຈດຕະນາຂອງພວກເຂົາເປັນພຽງການຊີ້ແຈງຄວາມຈິງ ແລະ ສິ່ງທີ່ເປັນຈິງກ່ຽວກັບເລື່ອງໃດໜຶ່ງ, ຫຼັງຈາກທີ່ໄດ້ຮັບຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບມັນ ແລະ ຄົ້ນພົບແກ່ນແທ້ຂອງບັນຫາຜ່ານປະສົບການໄລຍະໜຶ່ງ, ພວກເຂົາກໍຮູ້ສຶກວ່າມັນຄວນຖືກໂອ້ລົມເພື່ອໃຫ້ຄົນສ່ວນໃຫຍ່ສາມາດເຂົ້າໃຈມັນ ແລະ ຮູ້ວ່າຄວາມເຂົ້າໃຈປະເພດໃດກ່ຽວກັບເລື່ອງນີ້ທີ່ບໍລິສຸດ, ນັ້ນກໍຄື ຈຸດປະສົງຂອງພວກເຂົາແມ່ນເພື່ອແກ້ໄຂທັດສະນະທີ່ບິດເບືອນ ຫຼື ທັດສະນະຝ່າຍດຽວຂອງຄົນຈຳນວນຫຼາຍຂຶ້ນກ່ຽວກັບເລື່ອງນີ້, ນີ້ແມ່ນການໂຈມຕີບໍ? (ບໍ່.) ພວກເຂົາບໍ່ໄດ້ບັງຄັບອີກຝ່າຍໜຶ່ງໃຫ້ຍອມຮັບຄຳຄິດເຫັນສ່ວນຕົວຂອງພວກເຂົາ ແລະ ຍິ່ງບໍ່ຕ້ອງເວົ້າເຖິງການມີເຈດຕະນາໃດໆໃນການແກ້ແຄ້ນສ່ວນຕົວ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພຽງແຕ່ປາຖະໜາທີ່ຈະຊີ້ແຈງຄວາມຈິງຂອງຂໍ້ເທັດຈິງ; ພວກເຂົາກຳລັງໃຊ້ຄວາມຮັກເພື່ອຊ່ວຍອີກຝ່າຍໜຶ່ງໃຫ້ເຂົ້າໃຈ ແລະ ເພື່ອປ້ອງກັນບໍ່ໃຫ້ພວກເຂົາຫຼົງທາງຜິດຜ່ານຄວາມເຂົ້າໃຈນີ້. ໂດຍບໍ່ຄຳນຶງວ່າອີກຝ່າຍໜຶ່ງຈະຍອມຮັບສິ່ງນີ້ ຫຼື ບໍ່, ພວກເຂົາກໍສາມາດເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ. ດັ່ງນັ້ນ ພຶດຕິກຳນີ້, ແນວທາງນີ້, ຈຶ່ງບໍ່ແມ່ນການໂຈມຕີ. ຜ່ານພາສາ, ການເລືອກໃຊ້ຄຳສັບ ແລະ ລັກສະນະ, ນ້ຳສຽງ ແລະ ທ່າທີໃນການເວົ້າໃນສອງການສະແດງອອກທີ່ແຕກຕ່າງກັນນີ້, ຄົນເຮົາກໍສາມາດບອກໄດ້ວ່າເຈດຕະນາ ແລະ ຈຸດປະສົງຂອງຄົນຜູ້ນັ້ນແມ່ນຫຍັງ. ຖ້າຄົນຜູ້ໜຶ່ງຕັ້ງໃຈທີ່ຈະໂຈມຕີອີກຝ່າຍໜຶ່ງ, ຄຳເວົ້າຂອງພວກເຂົາກໍຈະແຫຼມຄົມຢ່າງແນ່ນອນ ແລະ ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາກໍຈະເຫັນໄດ້ຊັດເຈນໃນນ້ຳສຽງ, ສຽງສູງຕ່ຳ, ການເລືອກໃຊ້ຄຳສັບ ແລະ ທ່າທີຂອງພວກເຂົາ. ຖ້າພວກເຂົາບໍ່ໄດ້ກຳລັງບັງຄັບອີກຝ່າຍໜຶ່ງໃຫ້ຍອມຮັບສິ່ງທີ່ພວກເຂົາກຳລັງເວົ້າ ແລະ ພວກເຂົາບໍ່ໄດ້ກຳລັງໂຈມຕີພວກເຂົາຢ່າງແນ່ນອນ, ແລ້ວຄຳເວົ້າຂອງພວກເຂົາກໍຈະສອດຄ່ອງກັບການສະແດງອອກຂອງຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິຢ່າງແນ່ນອນ. ນອກຈາກນີ້, ທ່າທີ, ນ້ຳສຽງ ແລະ ການເລືອກໃຊ້ຄຳສັບໃນການເວົ້າຂອງພວກເຂົາກໍຈະມີເຫດຜົນຢ່າງແນ່ນອນ, ໂດຍຕົກຢູ່ໃນຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິ.

ຫຼັງຈາກທີ່ໂອ້ລົມຫຼັກການຂອງການແຍກແຍະສິ່ງທີ່ເປັນການໂຈມຕີສ່ວນບຸກຄົນ ແລະ ສິ່ງທີ່ບໍ່ແມ່ນການໂຈມຕີສ່ວນບຸກຄົນແລ້ວ, ຕອນນີ້ພວກເຈົ້າສາມາດແຍກແຍະສິ່ງນີ້ໄດ້ແລ້ວບໍ? ຖ້າພວກເຈົ້າຍັງບໍ່ສາມາດແຍກແຍະສິ່ງນີ້ໄດ້, ແລ້ວພວກເຈົ້າກໍຈະບໍ່ສາມາດເບິ່ງທະລຸແກ່ນແທ້ຂອງບັນຫາໄດ້. ບໍ່ວ່າການໂອ້ລົມຂອງຜູ້ໃດຜູ້ໜຶ່ງຈະຟັງຄືມ່ວນສໍ່າໃດກໍຕາມ, ຖ້າພວກເຂົາບໍ່ໄດ້ກຳລັງປະຕິບັດຕາມຫຼັກການ, ຖ້າພວກເຂົາບໍ່ໄດ້ກຳລັງຕັ້ງເປົ້າທີ່ຈະຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງ ແລະ ເຮັດໜ້າທີ່ຂອງຕົນຢ່າງເໝາະສົມ, ແຕ່ແທນທີ່ຈະເປັນແນວນັ້ນ ພັດຊອກຫາຈຸດອ່ອນເພື່ອໃຊ້ໂຈມຕີຄົນອື່ນເພື່ອກໍ່ກວນພວກເຂົາບໍ່ຢຸດ, ໂດຍພະຍາຍາມຢ່າງສຸດຄວາມສາມາດເພື່ອຕັດສິນ ແລະ ກ່າວໂທດພວກເຂົາ ແລະ ເຖິງແມ່ນວ່າພວກເຂົາຈະປາກົດຕົວຄືກັບວ່າພວກເຂົາກຳລັງແຍກແຍະຜູ້ຄົນຢູ່ພາຍນອກ, ແຕ່ຄວາມຈິງແລ້ວ ເຈດຕະນາ ແລະ ຈຸດປະສົງຂອງພວກເຂົາແມ່ນເພື່ອກ່າວໂທດ ແລະ ໂຈມຕີຄົນອື່ນ, ແລ້ວສະຖານະການນີ້ກໍກ່ຽວຂ້ອງກັບການໂຈມຕີສ່ວນບຸກຄົນ. ເລື່ອງເລັກໆນ້ອຍໆທີ່ເກີດຂຶ້ນລະຫວ່າງຜູ້ຄົນແມ່ນລຽບງ່າຍ ແລະ ເຂົ້າໃຈໄດ້ງ່າຍ; ຖ້າຫາກມີການໂອ້ລົມຄວາມຈິງກ່ຽວກັບເລື່ອງເຫຼົ່ານີ້, ມັນກໍຈະໃຊ້ເວລາບໍ່ຮອດໜຶ່ງການເຕົ້າໂຮມ. ແລ້ວມັນຈຳເປັນບໍທີ່ຈະຕ້ອງໃຊ້ເວລາຂອງອ້າຍເອື້ອຍນ້ອງໂດຍການເວົ້າຫຼາຍກ່ຽວກັບເລື່ອງເຫຼົ່ານັ້ນໃນທຸກໆການເຕົ້າໂຮມ? ມັນບໍ່ຈຳເປັນ. ຖ້າຜູ້ຄົນກໍ່ກວນຄົນອື່ນບໍ່ຢຸດຢູ່ສະເໝີ, ນັ້ນກໍເປັນການໂຈມຕີຜູ້ຄົນ ແລະ ກໍ່ໃຫ້ເກີດການລົບກວນ. ແມ່ນຫຍັງຄືເຫດຜົນທີ່ຜູ້ຄົນຍຶດຕິດຢູ່ກັບເລື່ອງດຽວ ແລະ ເວົ້າກ່ຽວກັບມັນບໍ່ສິ້ນສຸດ? ກໍຄືບໍ່ມີໃຜເຕັມໃຈທີ່ຈະປະຖິ້ມເຈດຕະນາ ແລະ ຈຸດປະສົງຂອງຕົນເອງ, ບໍ່ມີໃຜພະຍາຍາມທີ່ຈະຮູ້ຈັກຕົນເອງ ແລະ ບໍ່ມີໃຜຍອມຮັບຄວາມຈິງ ຫຼື ຂໍ້ເທັດຈິງ ແລະ ສິ່ງທີ່ເປັນຈິງ ແລະ ດັ່ງນັ້ນ ພວກເຂົາຈຶ່ງກໍ່ກວນຄົນອື່ນບໍ່ຢຸດ. ແມ່ນຫຍັງຄືລັກສະນະຂອງການກໍ່ກວນຄົນອື່ນບໍ່ຢຸດ? ມັນຄືການໂຈມຕີ. ມັນຄືການຊອກຫາຈຸດອ່ອນເພື່ອໃຊ້ໂຈມຕີຄົນອື່ນ, ການຈັບຜິດໃນການເລືອກໃຊ້ຄຳສັບຂອງຄົນອື່ນ ແລະ ການໃຊ້ຈຸດອ່ອນຂອງຄົນອື່ນເພື່ອໂຈມຕີພວກເຂົາ, ໂດຍຍຶດຕິດຢູ່ກັບເລື່ອງດຽວຢ່າງບໍ່ສິ້ນສຸດ ແລະ ຖຽງກັນຈົນໜ້າແດງ. ຖ້າຜູ້ຄົນກຳລັງໂອ້ລົມຈາກພາຍໃນຄວາມເປັນມະນຸດທີ່ປົກກະຕິ, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ນັ້ນກໍຄື ການເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ, ແລ້ວຄວາມສຳພັນລະຫວ່າງພວກເຂົາກໍຈະດີຂຶ້ນເລື້ອຍໆ. ແຕ່ຖ້າພວກເຂົາກຳລັງໂຈມຕີ ແລະ ຜິດຖຽງກັນແລະກັນ, ເຮັດໃຫ້ຕົນເອງເຂົ້າໄປພົວພັນກັນ ແລະ ກັນເພື່ອຊີ້ແຈງເຫດຜົນຂອງຕົນເອງ, ຢາກໄດ້ປຽບຢູ່ສະເໝີ, ບໍ່ຢາກຍອມຮັບຄວາມພາຍແພ້ ແລະ ບໍ່ປະນີປະນອມ, ບໍ່ປ່ອຍວາງຄວາມຄັບແຄ້ນໃຈສ່ວນຕົວ, ແລ້ວຄວາມສຳພັນລະຫວ່າງຄົນທັງສອງກໍຈະເຄັ່ງຕຶງຂຶ້ນເລື້ອຍໆ ແລະ ຮ້າຍແຮງລົງເລື້ອຍໆໃນທີ່ສຸດ; ມັນຈະບໍ່ແມ່ນຄວາມສຳພັນລະຫວ່າງບຸກຄົນທີ່ປົກກະຕິ ແລະ ມັນເຖິງກັບສາມາດໄປເຖິງຈຸດທີ່ຕາຂອງພວກເຂົາຈະກາຍເປັນສີແດງເມື່ອໃດກໍຕາມທີ່ພົບກັນ. ລອງຄິດເບິ່ງ, ເມື່ອໝາສູ້ກັນ, ຕາຂອງໂຕທີ່ດຸຮ້າຍຈະກາຍເປັນສີແດງ. ເລື່ອງຕາຂອງມັນເປັນສີແດງນັ້ນແມ່ນຫຍັງ? ບໍ່ແມ່ນວ່າມັນເຕັມໄປດ້ວຍຄວາມກຽດຊັງບໍ? ມັນບໍ່ຄືກັນບໍກັບການທີ່ຜູ້ຄົນໂຈມຕີກັນແລະກັນ? ເມື່ອຜູ້ຄົນໂອ້ລົມຄວາມຈິງ, ຖ້າພວກເຂົາບໍ່ໂຈມຕີກັນແລະກັນ, ແຕ່ແທນທີ່ຈະເປັນແນວນັ້ນ ກັບສາມາດຊົດເຊີຍຈຸດອ່ອນຂອງກັນແລະກັນໂດຍການນຳໃຊ້ຈຸດແຂງຂອງກັນແລະກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນ, ມັນຈະເປັນໄປໄດ້ບໍທີ່ຄວາມສຳພັນລະຫວ່າງພວກເຂົາຈະບໍ່ດີ? ຄວາມສຳພັນຂອງພວກເຂົາຈະກາຍເປັນປົກກະຕິຂຶ້ນເລື້ອຍໆຢ່າງແນ່ນອນ. ເມື່ອຄົນສອງຄົນເວົ້າ, ສົນທະນາ, ໂອ້ລົມ ຫຼື ແມ່ນແຕ່ໂຕ້ວາທີກັນພາຍໃນຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ, ຄວາມສຳພັນຂອງພວກເຂົາກໍຈະເປັນປົກກະຕິ ແລະ ພວກເຂົາຈະບໍ່ໂກດຮ້າຍ ຫຼື ເລີ່ມສູ້ກັນທັນທີທີ່ພົບກັນ. ຖ້າຄວາມກຽດຊັງ ແລະ ຄວາມໂກດຮ້າຍທີ່ອະທິບາຍບໍ່ໄດ້ເກີດຂຶ້ນໃນຕົວຜູ້ຄົນ ເມື່ອພວກເຂົາຍັງບໍ່ໄດ້ຊ່ອງໜ້າກັນຊ້ຳ, ພຽງແຕ່ຍ້ອນວ່າອີກຝ່າຍໜຶ່ງຖືກກ່າວເຖິງ, ແລ້ວນັ້ນກໍບໍ່ແມ່ນການສະແດງອອກຂອງການມີເຫດຜົນ ແລະ ຈິດສຳນຶກຂອງຄວາມເປັນມະນຸດທີ່ປົກກະຕິ. ຜູ້ຄົນໂຈມຕີກັນແລະກັນເພາະວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມ; ມັນບໍ່ກ່ຽວຂ້ອງກັບສະພາບແວດລ້ອມຂອງພວກເຂົາເລີຍ. ທັງໝົດນີ້ກໍເພາະວ່າຜູ້ຄົນບໍ່ຮັກຄວາມຈິງ, ບໍ່ສາມາດຍອມຮັບຄວາມຈິງ ແລະ ບໍ່ປະຕິບັດຄວາມຈິງ ຫຼື ຈັດການເລື່ອງຕ່າງໆໂດຍອີງໃສ່ຫຼັກການເມື່ອມີການຂັດແຍ້ງເກີດຂຶ້ນ ແລະ ດັ່ງນັ້ນ ມັນຈຶ່ງເປັນເລື່ອງທຳມະດາທີ່ກໍລະນີຂອງການເປີດໂປງຈຸດອ່ອນຂອງກັນແລະກັນ, ການຕັດສິນ ແລະ ແມ່ນແຕ່ການໂຈມຕີ ແລະ ການກ່າວໂທດເຊິ່ງກັນແລະກັນຈະເກີດຂຶ້ນໃນຊີວິດຄຣິສຕະຈັກ. ເພາະວ່າຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ພວກເຂົາມັກຈະຢູ່ໃນສະພາວະທີ່ຂາດເຫດຜົນ ແລະ ພວກເຂົາດຳລົງຊີວິດໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ເຖິງແມ່ນວ່າພວກເຂົາເຂົ້າໃຈຄວາມຈິງບາງຢ່າງ, ມັນກໍຍາກສຳລັບພວກເຂົາທີ່ຈະປະຕິບັດມັນ, ການຂັດແຍ້ງ ແລະ ການໂຈມຕີປະເພດຕ່າງໆຈຶ່ງເກີດຂຶ້ນລະຫວ່າງພວກເຂົາໄດ້ງ່າຍ. ຖ້າການໂຈມຕີເຫຼົ່ານີ້ເກີດຂຶ້ນເປັນບາງຄັ້ງຄາວ, ພວກມັນກໍມີຜົນກະທົບພຽງຊົ່ວຄາວຕໍ່ຊີວິດຄຣິສຕະຈັກ, ແຕ່ຜູ້ທີ່ມັກຈະໂຈມຕີກັນແລະກັນຢູ່ສະເໝີກໍກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນທີ່ຮ້າຍແຮງຕໍ່ຊີວິດຄຣິສຕະຈັກ ແລະ ພວກເຂົາຍັງສົ່ງຜົນກະທົບ ແລະ ແຊກແຊງຢ່າງຮຸນແຮງຕໍ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?