ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (15) ສ່ວນທີ ໜຶ່ງ
ຂໍ້ທີສິບສອງ: ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີສາມ)
ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ
ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ປະຊາກອນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ”. ກ່ຽວກັບຄວາມຮັບຜິດຊອບນີ້, ພວກເຮົາໄດ້ໂອ້ລົມກັນເປັນຫຼັກກ່ຽວກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບຊີວິດຄຣິສຕະຈັກ, ເຊິ່ງພວກເຮົາໄດ້ແບ່ງອອກເປັນສິບເອັດຂໍ້. ໃຫ້ອ່ານເບິ່ງແມ້. (ໜຶ່ງ, ການມັກນອກເລື່ອງໃນເວລາໂອ້ລົມຄວາມຈິງເປັນປະຈໍາ; ສອງ, ການເວົ້າຄຳເວົ້າ ແລະ ຫຼັກຄຳສອນເພື່ອເຮັດໃຫ້ຄົນຫຼົງຜິດ ແລະ ເພື່ອໃຫ້ຄົນອື່ນນັບຖືຕົນ; ສາມ, ການເວົ້າຈາເລື່ອງຄອບຄົວ, ການສ້າງສາຍສຳພັນສ່ວນຕົວ ແລະ ການຈັດການເລື່ອງສ່ວນຕົວ; ສີ່, ການສ້າງຕັ້ງກຸ່ມກ້ອນ; ຫ້າ, ການຍາດແຍ່ງສະຖານະ; ຫົກ, ການພົວພັນທີ່ບໍ່ເໝາະສົມ; ເຈັດ, ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມກັນ; ແປດ, ການເຜີຍແຜ່ຄວາມຄິດຫຼົງຜິດ; ເກົ້າ, ການລະບາຍຄວາມເປັນລົບ; ສິບ, ການເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ສິບເອັດ, ການບົ່ງການ ແລະ ການຂັດຂວາງການເລືອກຕັ້ງ.) ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຂໍ້ທີຫ້າ ເຊິ່ງແມ່ນການຍາດແຍ່ງສະຖານະ ແລະ ຂໍ້ທີຫົກ ເຊິ່ງແມ່ນການມີສ່ວນຮ່ວມໃນການພົວພັນທີ່ບໍ່ເໝາະສົມ. ບັນຫາສອງປະເພດນີ້, ເຊັ່ນດຽວກັບບັນຫາສີ່ຂໍ້ກ່ອນໜ້ານີ້ ກໍກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງຕໍ່ຊີວິດຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກເຊັ່ນກັນ. ເມື່ອເບິ່ງຈາກລັກສະນະຂອງບັນຫາສອງປະເພດນີ້, ຄວາມເສຍຫາຍທີ່ພວກມັນກໍ່ຂຶ້ນຕໍ່ຊີວິດຄຣິສຕະຈັກ ແລະ ຜົນກະທົບຕໍ່ການເຂົ້າສູ່ຊີວິດຂອງຜູ້ຄົນ, ພວກມັນທັງສອງສາມາດລວມເປັນຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໄດ້.
VII. ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ
ມື້ນີ້, ພວກເຮົາຈະໂອ້ລົມກັນກ່ຽວກັບບັນຫາຂໍ້ທີເຈັດ: ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ. ບັນຫາດັ່ງກ່າວແມ່ນພົບເຫັນໄດ້ທົ່ວໄປໃນຊີວິດຄຣິສຕະຈັກ ແລະ ເປັນທີ່ປະຈັກແກ່ທຸກຄົນ. ເມື່ອຜູ້ຄົນເຕົ້າໂຮມກັນເພື່ອກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ໂອ້ລົມກ່ຽວກັບປະສົບການສ່ວນຕົວຂອງພວກເຂົາ ຫຼື ປຶກສາຫາລືກ່ຽວກັບບັນຫາຕົວຈິງບາງຢ່າງ, ທັດສະນະທີ່ແຕກຕ່າງ ຫຼື ການໂຕ້ຖຽງກັນເລື່ອງຖືກຜິດ ກໍມັກຈະນຳໄປສູ່ການຖົກຖຽງ ແລະ ການໂຕ້ແຍ້ງລະຫວ່າງຜູ້ຄົນ. ຖ້າຜູ້ຄົນບໍ່ເຫັນດີນຳກັນ ແລະ ມີທັດສະນະທີ່ຫຼາກຫຼາຍ, ແຕ່ສິ່ງນີ້ບໍ່ໄດ້ລົບກວນຊີວິດຄຣິສຕະຈັກ, ສິ່ງນີ້ກໍຖືວ່າເປັນການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມບໍ? ສິ່ງນີ້ບໍ່ບັນລຸຕາມເກນ; ມັນຈັດຢູ່ໃນການໂອ້ລົມທີ່ເປັນປົກກະຕິ. ສະນັ້ນ, ເມື່ອເບິ່ງຜິວເຜີນແລ້ວ ບັນຫາຫຼາຍຢ່າງອາດເບິ່ງຄືວ່າກ່ຽວຂ້ອງກັບບັນຫາຂໍ້ທີເຈັດ, ແຕ່ຄວາມຈິງແລ້ວ, ມີພຽງແຕ່ບັນຫາທີ່ຮຸນແຮງກວ່າໃນດ້ານສະພາບການ ແລະ ລັກສະນະເທົ່ານັ້ນ ແລະ ດັ່ງນັ້ນຈຶ່ງປະກອບເປັນການຂັດຂວາງ ແລະ ການລົບກວນ ທີ່ຈັດຢູ່ໃນບັນຫານີ້. ຕອນນີ້ໃຫ້ພວກເຮົາໂອ້ລົມກັນວ່າ ບັນຫາທີ່ມີລັກສະນະແບບໃດທີ່ເຮັດໃຫ້ພວກມັນບັນລຸຕາມເກນເພື່ອລວມເຂົ້າໃນຂໍ້ນີ້.
ກ່ອນອື່ນໝົດ, ເມື່ອເບິ່ງການສະແດງອອກຂອງການໂຈມຕີເຊິ່ງກັນແລະກັນ, ສິ່ງນີ້ແນ່ນອນວ່າບໍ່ແມ່ນກ່ຽວກັບການໂອ້ລົມຄວາມຈິງ ຫຼື ການສະແຫວງຫາຄວາມຈິງທີ່ເປັນປົກກະຕິ ຫຼື ການມີຄວາມເຂົ້າໃຈ ຫຼື ຄວາມສະຫວ່າງທີ່ແຕກຕ່າງກັນໂດຍອີງໃສ່ການໂອ້ລົມຄວາມຈິງ ຫຼື ການສະແຫວງຫາ, ການໂອ້ລົມ, ການປຶກສາຫາລືຫຼັກການຄວາມຈິງ ແລະ ການສະແຫວງຫາເສັ້ນທາງແຫ່ງການປະຕິບັດກ່ຽວກັບຄວາມຈິງໃດໜຶ່ງ, ແຕ່ມັນແມ່ນກ່ຽວກັບການຖົກຖຽງ ແລະ ການໂຕ້ແຍ້ງກັນເລື່ອງຖືກຜິດ. ໂດຍພື້ນຖານແລ້ວມັນສະແດງອອກມາແບບນີ້. ບັນຫາປະເພດນີ້ເກີດຂຶ້ນໃນຊີວິດຄຣິສຕະຈັກເປັນບາງຄັ້ງຄາວບໍ? (ແມ່ນແລ້ວ.) ພຽງແຕ່ອີງໃສ່ການສະແດງອອກພາຍນອກ, ກໍເຫັນໄດ້ຊັດເຈນວ່າການກະທຳເຊັ່ນການໂຈມຕີເຊິ່ງກັນແລະກັນນັ້ນ ແນ່ນອນວ່າບໍ່ແມ່ນກ່ຽວກັບການສະແຫວງຫາຄວາມຈິງ ຫຼື ກ່ຽວກັບການໂອ້ລົມຄວາມຈິງພາຍໃຕ້ການຊີ້ນໍາຂອງພຣະວິນຍານບໍລິສຸດ ຫຼື ກ່ຽວກັບການຮ່ວມມືກັນຢ່າງປອງດອງ, ແຕ່ແທນທີ່ຈະເປັນແນວນັ້ນ ມັນກັບມີຮາກຖານມາຈາກຄວາມຫົວຮ້ອນ ແລະ ພາສາທີ່ໃຊ້ໃນນັ້ນກໍປະກອບດ້ວຍການຕັດສິນ ແລະ ການກ່າວໂທດ ແລະ ແມ່ນແຕ່ຄຳສາບແຊ່ງ, ການສະແດງອອກປະເພດນີ້ຄືການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງຊາຕານຢ່າງແທ້ຈິງ. ເມື່ອຜູ້ຄົນໂຈມຕີກັນ, ບໍ່ວ່າພາສາຂອງພວກເຂົາຈະແຫຼມຄົມ ຫຼື ນຸ່ມນວນກໍຕາມ, ມັນກໍມີທັງຄວາມຫົວຮ້ອນ, ຄວາມມຸ່ງຮ້າຍ ແລະ ຄວາມກຽດຊັງຢູ່ໃນນັ້ນ ແລະ ມັນຂາດຄວາມຮັກ, ຄວາມອົດທົນ ແລະ ຄວາມອົດກັ້ນ ແລະ ແນ່ນອນວ່າ ມັນຍິ່ງຂາດການຮ່ວມມືທີ່ປອງດອງກັນ. ວິທີການທີ່ຜູ້ຄົນໃຊ້ເພື່ອໂຈມຕີກັນນັ້ນມີຫຼາກຫຼາຍ. ຕົວຢ່າງ: ເມື່ອຄົນສອງຄົນກຳລັງປຶກສາຫາລືເລື່ອງໃດໜຶ່ງ, ຄົນ ກ. ເວົ້າກັບຄົນ ຂ. ວ່າ, “ບາງຄົນມີຄວາມເປັນມະນຸດທີ່ບໍ່ດີ ແລະ ມີອຸປະນິໄສທີ່ອວດດີ; ພວກເຂົາໂອ້ອວດເມື່ອໃດກໍຕາມທີ່ພວກເຂົາເຮັດຫຍັງໄດ້ໜ້ອຍໜຶ່ງ ແລະ ພວກເຂົາບໍ່ຟັງໃຜ. ພວກເຂົາກໍຄືກັບທີ່ພຣະທຳຂອງພຣະເຈົ້າກ່າວເຖິງຜູ້ທີ່ປ່າເຖື່ອນ ແລະ ຂາດຄວາມເປັນມະນຸດຄືກັບສັດເດຍລະສານ”. ຫຼັງຈາກທີ່ໄດ້ຍິນແນວນີ້, ຄົນ ຂ. ກໍຄິດວ່າ, “ສິ່ງທີ່ເຈົ້າເວົ້າມາວ່າງກີ້ນີ້ບໍ່ແມ່ນແນໃສ່ຂ້ອຍບໍ? ເຈົ້າເຖິງກັບຍົກເອົາພຣະທຳຂອງພຣະເຈົ້າມາເພື່ອເປີດໂປງຂ້ອຍ! ເມື່ອເຈົ້າເວົ້າເຖິງຂ້ອຍແລ້ວ, ຂ້ອຍກໍຈະບໍ່ເກງໃຈຄືກັນ. ເຈົ້າບໍ່ມີຄວາມເມດຕາຕໍ່ຂ້ອຍ, ຂ້ອຍກໍຈະເຮັດບໍ່ດີຕໍ່ເຈົ້າຄືກັນ!” ດັ່ງນັ້ນ, ຄົນ ຂ. ຈຶ່ງເວົ້າວ່າ, “ບາງຄົນອາດຈະເບິ່ງຄືວ່າສັດທາຫຼາຍເມື່ອເບິ່ງຈາກພາຍນອກ, ແຕ່ທີ່ຈິງແລ້ວ ເລິກໆລົງໄປ ພວກເຂົາແຝງຊົ່ວກວ່າໃຜທັງໝົດ. ພວກເຂົາເຖິງກັບມີສ່ວນຮ່ວມໃນການພົວພັນທີ່ບໍ່ເໝາະສົມກັບເພດກົງກັນຂ້າມ, ຄືກັນກັບຍິງໂສເພນີ ແລະ ຍິງແມ່ຈ້າງທີ່ກ່າວເຖິງໃນພຣະທຳຂອງພຣະເຈົ້າ, ພຣະເຈົ້າລັງກຽດຄົນປະເພດນີ້ເປັນຢ່າງຍິ່ງ, ພຣະອົງຮູ້ສຶກເບື່ອໜ່າຍພວກເຂົາຢ່າງແຮງ. ການເບິ່ງຄືວ່າສັດທາຈາກພາຍນອກຈະມີປະໂຫຍດຫຍັງ? ນັ້ນເປັນພຽງການແກ້ງເຮັດທັງໝົດ. ພຣະເຈົ້າບໍ່ມັກຄົນແກ້ງເຮັດທີ່ສຸດ; ຄົນແກ້ງເຮັດທັງໝົດແມ່ນພວກຟາຣີຊາຍ!” ຫຼັງຈາກທີ່ໄດ້ຍິນແນວນີ້, ຄົນ ກ. ກໍຄິດວ່າ, “ນີ້ຄືການຕອບໂຕ້ຂ້ອຍ! ໄດ້, ເຈົ້າບໍ່ມີເມດຕາຕໍ່ຂ້ອຍ, ສະນັ້ນ ຢ່າໂທດຂ້ອຍທີ່ບໍ່ເກງໃຈ!” ທັງສອງກໍເລີ່ມຕໍ່ສູ້ກັນໄປມາ. ນີ້ແມ່ນການໂອ້ລົມພຣະທຳຂອງພຣະເຈົ້າບໍ? (ບໍ່.) ພວກເຂົາກຳລັງເຮັດຫຍັງ? (ໂຈມຕີກັນ ແລະ ຕໍ່ສູ້ກັນ.) ພວກເຂົາແມ່ນແຕ່ສວຍໃຊ້ເຄື່ອງມືຕໍ່ລອງ ແລະ ຊອກຫາ “ພື້ນຖານ” ສຳລັບການໂຈມຕີຂອງພວກເຂົາ, ໂດຍຍົກເອົາພຣະທຳຂອງພຣະເຈົ້າມາເປັນພື້ນຖານ, ນີ້ຄືການໂຈມຕີເຊິ່ງກັນແລະກັນ ແລະ ໃນເວລາດຽວກັນ, ມັນກໍຄືການປະທະຄາລົມ. ການໂອ້ລົມຮູບແບບນີ້ພົບເຫັນໃນຊີວິດຄຣິສຕະຈັກເປັນບາງຄັ້ງຄາວບໍ? ນີ້ແມ່ນການໂອ້ລົມທີ່ເປັນປົກກະຕິບໍ? ມັນແມ່ນການໂອ້ລົມພາຍໃນຄວາມເປັນມະນຸດທີ່ປົກກະຕິບໍ? (ບໍ່.) ແລ້ວການໂອ້ລົມຮູບແບບນີ້ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກບໍ? ມັນກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນປະເພດໃດ? (ຊີວິດຄຣິສຕະຈັກທີ່ເປັນປົກກະຕິຖືກລົບກວນ, ຜູ້ຄົນຕົກຢູ່ໃນການໂຕ້ຖຽງກັນເລື່ອງຖືກຜິດ ແລະ ດ້ວຍເຫດນັ້ນຈຶ່ງບໍ່ສາມາດໄຕ່ຕອງ ແລະ ໂອ້ລົມພຣະທຳຂອງພຣະເຈົ້າຢ່າງສະຫງົບໄດ້.) ເມື່ອຜູ້ຄົນມີສ່ວນຮ່ວມໃນການຕໍ່ສູ້ກັນ ແລະ ໂຕ້ຖຽງກັນເລື່ອງຖືກຜິດດັ່ງກ່າວ ແລະ ດຳເນີນການໂຈມຕີສ່ວນບຸກຄົນໃນລະຫວ່າງຊີວິດຄຣິສຕະຈັກ, ພຣະວິນຍານບໍລິສຸດຍັງເຮັດວຽກຢູ່ບໍ? ພຣະວິນຍານບໍລິສຸດບໍ່ໄດ້ເຮັດວຽກ; ການໂອ້ລົມປະເພດນີ້ເຮັດໃຫ້ຈິດໃຈຂອງຜູ້ຄົນສັບສົນວຸ້ນວາຍ. ມີບາງຂໍ້ຄວາມໃນຄຳພີໄບເບິນ, ພວກເຈົ້າຈື່ໄດ້ບໍ? (“ເຮົາບອກພວກເຈົ້າອີກວ່າ, ຖ້າພວກເຈົ້າສອງຄົນໃນໂລກນີ້ເຫັນດີນຳກັນໃນສິ່ງໃດກໍຕາມທີ່ພວກເຂົາຈະຂໍ, ພຣະບິດາຂອງເຮົາຜູ້ສະຖິດໃນສະຫວັນກໍຈະກະທຳສິ່ງນັ້ນໃຫ້ພວກເຂົາ. ເພາະບ່ອນໃດທີ່ມີສອງ ຫຼື ສາມຄົນເຕົ້າໂຮມກັນໃນນາມຂອງເຮົາ, ເຮົາກໍຢູ່ທ່າມກາງພວກເຂົາທີ່ນັ້ນ” (ມັດທາຍ 18:19-20).) ພຣະທຳເຫຼົ່ານີ້ໝາຍຄວາມວ່າແນວໃດ? ເມື່ອຜູ້ຄົນເຕົ້າໂຮມກັນຕໍ່ໜ້າພຣະເຈົ້າ, ພວກເຂົາຕ້ອງເປັນຈິດໜຶ່ງໃຈດຽວກັນ ແລະ ເປັນໜຶ່ງດຽວກັນຕໍ່ໜ້າພຣະເຈົ້າ; ພຣະເຈົ້າຈະປະທານພອນໃຫ້ພວກເຂົາ ແລະ ພຣະວິນຍານບໍລິສຸດຈະຊົງເຮັດວຽກ ກໍຕໍ່ເມື່ອຜູ້ຄົນເປັນຈິດໜຶ່ງໃຈດຽວກັນເທົ່ານັ້ນ. ແຕ່ຄົນສອງຄົນທີ່ກຳລັງໂຕ້ຖຽງກັນທີ່ເຮົາຫາກໍກ່າວເຖິງນັ້ນເປັນຈິດໜຶ່ງໃຈດຽວກັນບໍ? (ບໍ່.) ພວກເຂົາກຳລັງເຮັດຫຍັງ? ໂຈມຕີເຊິ່ງກັນແລະກັນ, ຕໍ່ສູ້ກັນ ແລະ ແມ່ນແຕ່ຕັດສິນ ແລະ ກ່າວໂທດກັນ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ໃຊ້ຄຳເວົ້າຫຍາບຄາຍ ຫຼື ເອີ່ຍຊື່ໃຜເມື່ອເບິ່ງຈາກພາຍນອກ, ແຮງຈູງໃຈທີ່ຢູ່ເບື້ອງຫຼັງຄຳເວົ້າຂອງພວກເຂົາກໍບໍ່ແມ່ນເພື່ອໂອ້ລົມຄວາມຈິງ ຫຼື ສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ໄດ້ເວົ້າດ້ວຍຄວາມມີຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ທຸກຄຳເວົ້າທີ່ພວກເຂົາເວົ້າອອກມາແມ່ນຂາດຄວາມຮັບຜິດຊອບ ແລະ ມີທັງຄວາມກ້າວລ້າວ ແລະ ຄວາມມຸ່ງຮ້າຍ; ຄຳເວົ້າແຕ່ລະຄຳບໍ່ສອດຄ່ອງກັບຂໍ້ເທັດຈິງ, ທັງບໍ່ມີພື້ນຖານໃດໆ. ຄຳເວົ້າແຕ່ລະຄຳບໍ່ແມ່ນກ່ຽວກັບການຕັດສິນເລື່ອງໃດໜຶ່ງຕາມພຣະທຳຂອງພຣະເຈົ້າ ແລະ ຂໍ້ກຳນົດຂອງພຣະເຈົ້າ, ມັນແມ່ນການໂຈມຕີ, ການຕັດສິນ ແລະ ການກ່າວໂທດສ່ວນບຸກຄົນໂດຍອີງໃສ່ຄວາມມັກ ແລະ ຄວາມປາຖະໜາຂອງຕົນເອງຕໍ່ຄົນທີ່ພວກເຂົາກຽດຊັງ ແລະ ດູຖູກ. ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ເປັນການສະແດງອອກຂອງການເປັນຈິດໜຶ່ງໃຈດຽວກັນ; ແທນທີ່ຈະເປັນແນວນັ້ນ, ສິ່ງເຫຼົ່ານີ້ຄືຄຳເວົ້າ ແລະ ການສະແດງອອກທີ່ມາຈາກຄວາມຫົວຮ້ອນ ແລະ ອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ພວກມັນບໍ່ເປັນທີ່ພໍພຣະໄທຂອງພຣະເຈົ້າ; ສະນັ້ນ, ຈຶ່ງບໍ່ມີວຽກງານຂອງພຣະວິນຍານບໍລິສຸດຢູ່ທີ່ນັ້ນ. ນີ້ຄືການສະແດງອອກຂອງການໂຈມຕີເຊິ່ງກັນແລະກັນ.
ໃນຊີວິດຄຣິສຕະຈັກ, ຜູ້ຄົນມັກຈະເກີດການໂຕ້ແຍ້ງ ແລະ ມີຄວາມຂັດແຍ້ງຕໍ່ກັນ ຍ້ອນເລື່ອງເລັກໆນ້ອຍໆ ຫຼື ຍ້ອນມີທັດສະນະ ແລະ ຜົນປະໂຫຍດທີ່ບໍ່ລົງລອຍກັນ. ການໂຕ້ແຍ້ງກໍມັກຈະເກີດຂຶ້ນເລື້ອຍໆ ເນື່ອງຈາກບຸກຄະລິກກະພາບ, ຄວາມທະເຍີທະຍານ ແລະ ຄວາມມັກທີ່ເຂົ້າກັນບໍ່ໄດ້. ຄວາມບໍ່ເຫັນດີ ແລະ ຄວາມບໍ່ລົງລອຍກັນປະເພດຕ່າງໆກໍເກີດຂຶ້ນໃນທ່າມກາງບຸກຄົນ ເນື່ອງຈາກຄວາມແຕກຕ່າງທາງດ້ານສະຖານະພາບທາງສັງຄົມ ແລະ ລະດັບການສຶກສາ ຫຼື ຄວາມແຕກຕ່າງທາງດ້ານຄວາມເປັນມະນຸດ ແລະ ທຳມະຊາດຂອງພວກເຂົາ ແລະ ແມ່ນແຕ່ຄວາມແຕກຕ່າງທາງດ້ານວິທີການເວົ້າ ແລະ ການຈັດການເລື່ອງຕ່າງໆ, ໃນບັນດາເຫດຜົນອື່ນໆ. ຖ້າຜູ້ຄົນບໍ່ສະແຫວງຫາທີ່ຈະແກ້ໄຂບັນຫາເຫຼົ່ານີ້ໂດຍການໃຊ້ພຣະທຳຂອງພຣະເຈົ້າ, ຖ້າບໍ່ມີຄວາມເຂົ້າອົກເຂົ້າໃຈກັນ, ຄວາມອົດກັ້ນ, ການສະໜັບສະໜູນກັນ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ, ແຕ່ກັບມີອະຄະຕິ ແລະ ຄວາມກຽດຊັງຢູ່ໃນໃຈ ແລະ ປະຕິບັດຕໍ່ກັນດ້ວຍຄວາມຫົວຮ້ອນພາຍໃນອຸປະນິໄສທີ່ເສື່ອມຊາມ, ແລ້ວສິ່ງນີ້ກໍມີແນວໂນ້ມທີ່ຈະນຳໄປສູ່ການໂຈມຕີ ແລະ ການຕັດສິນເຊິ່ງກັນແລະກັນ. ບາງຄົນມີສະຕິຮູ້ສຶກຜິດຊອບ ແລະ ເຫດຜົນຢູ່ແດ່ ແລະ ເມື່ອການໂຕ້ແຍ້ງເກີດຂຶ້ນ, ພວກເຂົາກໍສາມາດໃຊ້ຄວາມອົດທົນ, ກະທຳດ້ວຍເຫດຜົນ ແລະ ຊ່ວຍເຫຼືອອີກຝ່າຍດ້ວຍຄວາມຮັກ. ແນວໃດກໍຕາມ, ບາງຄົນບໍ່ສາມາດບັນລຸສິ່ງນີ້ໄດ້, ພວກເຂົາຂາດແມ່ນແຕ່ຄວາມອົດກັ້ນ, ຄວາມອົດທົນ, ຄວາມເປັນມະນຸດ ແລະ ເຫດຜົນຂັ້ນພື້ນຖານທີ່ສຸດ. ພວກເຂົາມັກຈະເກີດມີອະຄະຕິ, ຄວາມສົງໄສ ແລະ ຄວາມເຂົ້າໃຈຜິດຕ່າງໆຕໍ່ຄົນອື່ນຍ້ອນເລື່ອງເລັກໆນ້ອຍໆທີ່ບໍ່ເປັນເລື່ອງ ຫຼື ຄຳເວົ້າພຽງຄຳດຽວ ຫຼື ສີໜ້າ, ເຊິ່ງນຳໄປສູ່ການທີ່ພວກເຂົາມີຄວາມຄິດ, ຄວາມສົງໄສ, ການຕັດສິນ ແລະ ການກ່າວໂທດປະເພດຕ່າງໆຕໍ່ຄົນອື່ນຢູ່ໃນໃຈ. ປະກົດການເຫຼົ່ານີ້ເກີດຂຶ້ນເລື້ອຍໆພາຍໃນຄຣິສຕະຈັກ ແລະ ມັກຈະສົ່ງຜົນກະທົບຕໍ່ຄວາມສຳພັນທີ່ເປັນປົກກະຕິລະຫວ່າງບຸກຄົນ, ການພົວພັນທີ່ປອງດອງຂອງອ້າຍເອື້ອຍນ້ອງ ແລະ ແມ່ນແຕ່ການໂອ້ລົມຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ. ມັນເປັນເລື່ອງທຳມະດາທີ່ການໂຕ້ແຍ້ງຈະເກີດຂຶ້ນເມື່ອຜູ້ຄົນພົວພັນກັນ, ແຕ່ຖ້າບັນຫາດັ່ງກ່າວເກີດຂຶ້ນເລື້ອຍໆໃນຊີວິດຄຣິສຕະຈັກ, ພວກມັນກໍສາມາດສົ່ງຜົນກະທົບ, ລົບກວນ ແລະ ແມ່ນແຕ່ທຳລາຍຊີວິດຄຣິສຕະຈັກທີ່ເປັນປົກກະຕິໄດ້. ຕົວຢ່າງ: ຖ້າໃຜຜູ້ໜຶ່ງເລີ່ມໂຕ້ຖຽງກັນໃນການເຕົ້າໂຮມ, ແລ້ວການເຕົ້າໂຮມນັ້ນກໍຈະຖືກລົບກວນ, ຊີວິດຄຣິສຕະຈັກກໍຈະບໍ່ເກີດດອກອອກຜົນ ແລະ ຜູ້ທີ່ເຂົ້າຮ່ວມການເຕົ້າໂຮມກໍຈະບໍ່ໄດ້ຮັບຫຍັງເລີຍ, ກໍເທົ່າກັບວ່າເຕົ້າໂຮມໄປແບບໄຮ້ປະໂຫຍດ ແລະ ເສຍເວລາລ້າໆ. ສະນັ້ນ, ບັນຫາເຫຼົ່ານີ້ກໍໄດ້ສົ່ງຜົນກະທົບຕໍ່ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກແລ້ວ.
1. ການສະແດງອອກຫຼາຍປະເພດຂອງການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ
1). ການເປີດໂປງຈຸດອ່ອນຂອງກັນແລະກັນ
ບາງຄົນມັກຈະລົມເລື່ອງຄອບຄົວ ແລະ ຫົວຂໍ້ທີ່ບໍ່ສຳຄັນໃນລະຫວ່າງການເຕົ້າໂຮມ ແລະ ພວກເຂົາກໍລົມກັນກ່ຽວກັບເລື່ອງເລັກໆນ້ອຍໆໃນຄົວເຮືອນ ແລະ ລົມກັນຫຼິ້ນເລື່ອງອື່ນໆກັບອ້າຍເອື້ອຍນ້ອງເມື່ອໃດກໍຕາມທີ່ພວກເຂົາພົບກັນ, ເຊິ່ງເຮັດໃຫ້ອ້າຍເອື້ອຍນ້ອງເຫຼົ່ານັ້ນຮູ້ສຶກໝົດປັນຍາ. ບາງຄົນອາດຈະລຸກຂຶ້ນເພື່ອເວົ້າຂັດຈັງຫວະພວກເຂົາ, ແຕ່ເກີດຫຍັງຂຶ້ນຫຼັງຈາກນັ້ນ? ຖ້າພວກເຂົາຖືກເວົ້າຂັດຈັງຫວະຢູ່ເລື້ອຍໆ, ພວກເຂົາກໍຈະບໍ່ພໍໃຈ ແລະ ການທີ່ພວກເຂົາບໍ່ພໍໃຈກໍໝາຍເຖິງບັນຫາ. ພວກເຂົາຄິດວ່າ: “ເຈົ້າເວົ້າຂັດຈັງຫວະຂ້ອຍຕະຫຼອດ ແລະ ບໍ່ປ່ອຍໃຫ້ຂ້ອຍເວົ້າ. ໄດ້, ຄັນຊັ້ນ. ຂ້ອຍກໍຈະຂັດຈັງຫວະເຈົ້າຄືກັນເມື່ອເຈົ້າເວົ້າ! ເມື່ອເຈົ້າໂອ້ລົມພຣະທຳຂອງພຣະເຈົ້າ, ຂ້ອຍກໍຈະເວົ້າແຊກດ້ວຍພຣະທຳຂອງພຣະເຈົ້າຂໍ້ອື່ນ. ເມື່ອເຈົ້າໂອ້ລົມກ່ຽວກັບການຮູ້ຈັກຕົນເອງ, ຂ້ອຍກໍຈະໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າທີ່ພິພາກສາຜູ້ຄົນ. ເມື່ອເຈົ້າໂອ້ລົມກ່ຽວກັບການເຂົ້າໃຈອຸປະນິໄສທີ່ອວດດີຂອງເຈົ້າ, ຂ້ອຍກໍຈະໂອ້ລົມພຣະທຳຂອງພຣະເຈົ້າກ່ຽວກັບການກຳນົດຜົນໄດ້ຮັບ ແລະ ຈຸດໝາຍປາຍທາງຂອງຜູ້ຄົນ. ບໍ່ວ່າເຈົ້າຈະເວົ້າຫຍັງ, ຂ້ອຍກໍຈະເວົ້າສິ່ງທີ່ແຕກຕ່າງ!” ບໍ່ພຽງແຕ່ເທົ່ານັ້ນ, ຖ້າຄົນອື່ນເຂົ້າຮ່ວມໃນການເວົ້າຂັດຈັງຫວະພວກເຂົາ, ບຸກຄົນຜູ້ນີ້ກໍຈະລຸກຂຶ້ນ ແລະ ໂຈມຕີພວກເຂົາ. ໃນເວລາດຽວກັນ, ເພາະວ່າພວກເຂົາມີຄວາມຄຽດແຄ້ນ ແລະ ຄວາມກຽດຊັງຢູ່ໃນໃຈ, ໃນລະຫວ່າງການເຕົ້າໂຮມ ພວກເຂົາມັກຈະເປີດໂປງຈຸດອ່ອນຂອງຄົນທີ່ເວົ້າຂັດຈັງຫວະພວກເຂົາ, ໂດຍເວົ້າກ່ຽວກັບວ່າຄົນຜູ້ນັ້ນເຄີຍສໍ້ໂກງຄົນອື່ນໃນທຸລະກິດແນວໃດກ່ອນທີ່ພວກເຂົາຈະມາເຊື່ອໃນພຣະເຈົ້າ, ພວກເຂົາຊ່າງເຮັດໂດຍບໍ່ເລືອກວິທີການໃນການພົວພັນກັບຄົນອື່ນ ແລະ ອື່ນໆ, ພວກເຂົາເວົ້າກ່ຽວກັບສິ່ງເຫຼົ່ານີ້ເມື່ອໃດກໍຕາມທີ່ຄົນຜູ້ນັ້ນເວົ້າ. ໃນຕອນທຳອິດ, ຄົນຜູ້ນັ້ນສາມາດໃຊ້ຄວາມອົດທົນໄດ້, ແຕ່ເມື່ອເວລາຜ່ານໄປ, ພວກເຂົາກໍເລີ່ມຄິດວ່າ: “ຂ້ອຍຊ່ວຍເຈົ້າສະເໝີ, ຂ້ອຍສະແດງຄວາມອົດກັ້ນ ແລະ ຄວາມອົດທົນຕໍ່ເຈົ້າສະເໝີ, ແຕ່ເຈົ້າບໍ່ໄດ້ສະແດງຄວາມອົດກັ້ນໃດໆຕໍ່ຂ້ອຍເລີຍ. ຖ້າເຈົ້າປະຕິບັດຕໍ່ຂ້ອຍແບບນີ້, ກໍຢ່າໂທດຂ້ອຍທີ່ບໍ່ເກງໃຈ! ພວກເຮົາອາໄສຢູ່ໃນບ້ານດຽວກັນມາດົນນານ, ພວກເຮົາທັງສອງກໍຮູ້ຈັກກັນດີ. ເຈົ້າໂຈມຕີຂ້ອຍ, ຂ້ອຍກໍຈະໂຈມຕີເຈົ້າ; ເຈົ້າເປີດໂປງຈຸດອ່ອນຂອງຂ້ອຍ, ແຕ່ເຈົ້າເອງກໍມີຈຸດອ່ອນຫຼາຍຢ່າງຄືກັນ”. ດັ່ງນັ້ນ, ພວກເຂົາຈຶ່ງເວົ້າວ່າ, “ເຈົ້າແມ່ນແຕ່ລັກສິ່ງຂອງຕອນທີ່ເຈົ້າຍັງໜຸ່ມ; ການລັກເລັກຂະໂມຍນ້ອຍທີ່ເຈົ້າເຮັດນັ້ນຍິ່ງໜ້າອັບອາຍກວ່າ! ຢ່າງໜ້ອຍສິ່ງທີ່ຂ້ອຍເຮັດກໍເປັນທຸລະກິດ, ທັງໝົດກໍເພື່ອການຫາລ້ຽງຊີບ. ໃຜແດ່ທີ່ບໍ່ເຮັດຜິດພາດຈັກສອງສາມຢ່າງໃນໂລກນີ້? ແລ້ວພຶດຕິກຳຂອງເຈົ້າເດ? ຂອງເຈົ້ານັ້ນແມ່ນພຶດຕິກຳຂອງໂຈນ, ຂອງນັກປຸ້ນ!” ນີ້ບໍ່ແມ່ນການໂຈມຕີເຊິ່ງກັນແລະກັນບໍ? ວິທີການໂຈມຕີເຫຼົ່ານີ້ແມ່ນຫຍັງ? ມັນຄືການເປີດໂປງຈຸດອ່ອນຂອງກັນແລະກັນ, ແມ່ນບໍ່? (ແມ່ນແລ້ວ.) ພວກເຂົາເຖິງກັບຄິດໃນໃຈວ່າ: “ເຈົ້າເປີດໂປງຈຸດອ່ອນຂອງຂ້ອຍຢູ່ເລື້ອຍໆ, ເຮັດໃຫ້ທຸກຄົນຮູ້ກ່ຽວກັບພວກມັນ ແລະ ກ່ຽວກັບອະດີດທີ່ໄຮ້ກຽດຂອງຂ້ອຍ, ເຮັດໃຫ້ຄົນອື່ນບໍ່ຍົກຍ້ອງຂ້ອຍອີກຕໍ່ໄປ, ຄັນຊັ້ນ, ຂ້ອຍກໍຈະບໍ່ເກງໃຈຄືກັນ. ຂ້ອຍຮູ້ທັງໝົດວ່າເຈົ້າເຄີຍມີຄົນຮັກຈັກຄົນ, ເຄີຍຄົບຫາກັບຄົນຕ່າງເພດຈັກຄົນ; ຈຸດອ່ອນທັງໝົດນີ້ຢູ່ໃນກຳມືຂອງຂ້ອຍແລ້ວ. ຖ້າເຈົ້າເປີດໂປງຈຸດອ່ອນຂອງຂ້ອຍອີກ ແລະ ເຮັດໃຫ້ຂ້ອຍໃຈຮ້າຍ, ຂ້ອຍຈະເປີດເຜີຍການກະທຳຜິດທັງໝົດຂອງເຈົ້າອອກມາ!” ການເປີດໂປງຈຸດອ່ອນຂອງກັນແລະກັນເປັນບັນຫາທີ່ພົບເຫັນທົ່ວໄປໃນທ່າມກາງຜູ້ທີ່ຄຸ້ນເຄີຍກັນດີ ແລະ ຮູ້ຈັກກັນດີ. ບາງທີອາດເປັນຍ້ອນຄວາມບໍ່ເຫັນດີນຳກັນ ຫຼື ເພາະວ່າມີຄວາມຂັດແຍ້ງ ຫຼື ຄວາມຄັບແຄ້ນໃຈລະຫວ່າງພວກເຂົາ, ຄົນສອງຄົນຈຶ່ງຂຸດຄົ້ນເອົາເລື່ອງເກົ່າໆທີ່ບໍ່ເປັນຕາເວົ້າຂຶ້ນມາເພື່ອໃຊ້ເປັນອາວຸດໂຈມຕີກັນໃນລະຫວ່າງການເຕົ້າໂຮມ. ຄົນສອງຄົນນີ້ເປີດໂປງຈຸດອ່ອນຂອງກັນແລະກັນ ແລະ ໂຈມຕີ ແລະ ກ່າວໂທດກັນ, ເຊິ່ງໃຊ້ເວລາຂອງທຸກຄົນໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກທີ່ເປັນປົກກະຕິ. ການເຕົ້າໂຮມດັ່ງກ່າວຈະເກີດດອກອອກຜົນໄດ້ບໍ? ຄົນທີ່ຢູ່ອ້ອມຂ້າງພວກເຂົາຍັງມີອາລົມຢາກເຕົ້າໂຮມຢູ່ບໍ? ອ້າຍເອື້ອຍນ້ອງບາງຄົນເລີ່ມຄິດວ່າ: “ສອງຄົນນີ້ເປັນຕາລຳຄານແທ້ໆ, ການຍົກເອົາເລື່ອງໃນອະດີດເຫຼົ່ານັ້ນຂຶ້ນມາມີປະໂຫຍດຫຍັງ! ຕອນນີ້ພວກເຂົາທັງສອງກໍເຊື່ອໃນພຣະເຈົ້າແລ້ວ, ພວກເຂົາຄວນຈະປ່ອຍວາງເລື່ອງເຫຼົ່ານັ້ນ. ໃຜແດ່ທີ່ບໍ່ມີບັນຫາ? ຕອນນີ້ພວກເຂົາທັງສອງບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າແລ້ວບໍ? ບັນຫາທັງໝົດເຫຼົ່ານີ້ສາມາດແກ້ໄຂໄດ້ດ້ວຍພຣະທຳຂອງພຣະເຈົ້າ. ການເປີດໂປງຈຸດອ່ອນບໍ່ແມ່ນການປະຕິບັດຄວາມຈິງ, ທັງບໍ່ແມ່ນການຮຽນຮູ້ຈາກຈຸດແຂງຂອງຄົນໜຶ່ງເພື່ອຊົດເຊີຍຈຸດອ່ອນຂອງອີກຄົນໜຶ່ງ; ມັນຄືການໂຈມຕີເຊິ່ງກັນແລະກັນ, ມັນຄືພຶດຕິກຳແບບຊາຕານ”. ການໂຈມຕີເຊິ່ງກັນແລະກັນຂອງພວກເຂົາໄດ້ລົບກວນ ແລະ ທຳລາຍຊີວິດຄຣິສຕະຈັກທີ່ເປັນປົກກະຕິ. ບໍ່ມີໃຜສາມາດຢຸດຢັ້ງພວກເຂົາໄດ້ ແລະ ພວກເຂົາກໍຈະບໍ່ຟັງບໍ່ວ່າໃຜຈະໂອ້ລົມຄວາມຈິງກັບພວກເຂົາກໍຕາມ. ບາງຄົນແນະນຳພວກເຂົາວ່າ: “ຢຸດເປີດໂປງຈຸດອ່ອນຂອງກັນແລະກັນສາ. ທີ່ຈິງແລ້ວ, ເລື່ອງທັງໝົດນີ້ບໍ່ແມ່ນເລື່ອງໃຫຍ່ຫຍັງ; ມັນບໍ່ແມ່ນພຽງແຕ່ການໂຕ້ຖຽງກັນທາງວາຈາສັ້ນໆເທົ່ານັ້ນບໍ? ບໍ່ມີຄວາມກຽດຊັງອັນເລິກເຊິ່ງລະຫວ່າງເຈົ້າທັງສອງ. ຖ້າພວກເຈົ້າທັງສອງສາມາດເປີດໃຈ, ເປີດເຜີຍຕົນເອງ, ປ່ອຍວາງອະຄະຕິ, ຄວາມຄຽດແຄ້ນ ແລະ ຄວາມກຽດຊັງ ເພື່ອອະທິຖານ ແລະ ສະແຫວງຫາຄວາມຈິງຕໍ່ໜ້າພຣະເຈົ້າ, ບັນຫາທັງໝົດເຫຼົ່ານີ້ກໍຈະສາມາດແກ້ໄຂໄດ້”. ແຕ່ຄົນທັງສອງກໍຍັງບໍ່ຍອມລົງໃຫ້ກັນ. ໜຶ່ງໃນນັ້ນເວົ້າວ່າ, “ຖ້າລາວສາມາດຂໍໂທດຂ້ອຍກ່ອນ ແລະ ຖ້າລາວເປີດໃຈ ແລະ ເປີດເຜີຍຕົນເອງກ່ອນ, ແລ້ວຂ້ອຍກໍຈະເຮັດຄືກັນ. ແຕ່ຖ້າລາວຍັງບໍ່ຍອມປ່ອຍວາງເລື່ອງນີ້ຄືແຕ່ກ່ອນ, ແລ້ວຂ້ອຍກໍຈະບໍ່ເກງໃຈລາວ! ເຈົ້າຂໍໃຫ້ຂ້ອຍປະຕິບັດຄວາມຈິງ, ເປັນຫຍັງລາວຈຶ່ງບໍ່ປະຕິບັດມັນ? ເຈົ້າຂໍໃຫ້ຂ້ອຍປ່ອຍວາງ, ເປັນຫຍັງລາວຈຶ່ງບໍ່ປ່ອຍວາງກ່ອນ?” ນີ້ບໍ່ແມ່ນການບໍ່ມີເຫດຜົນບໍ? (ແມ່ນແລ້ວ.) ພວກເຂົາເລີ່ມເຮັດໂຕບໍ່ມີເຫດຜົນແລ້ວ. ຄຳແນະນຳຂອງໃຜກໍບໍ່ມີຜົນຕໍ່ພວກເຂົາ ແລະ ພວກເຂົາກໍບໍ່ຟັງການໂອ້ລົມຄວາມຈິງ. ທັນທີທີ່ພວກເຂົາເຫັນໜ້າກັນ, ພວກເຂົາກໍໂຕ້ຖຽງກັນ, ພວກເຂົາເປີດໂປງຈຸດອ່ອນຂອງກັນແລະກັນ ແລະ ພວກເຂົາກໍໂຈມຕີກັນ. ນອກເໜືອຈາກການບໍ່ລົງມືຕີກັນແລ້ວ, ກໍມີຄວາມກຽດຊັງໃນທຸກສິ່ງທີ່ພວກເຂົາເຮັດຕໍ່ກັນ ແລະ ທຸກຄຳເວົ້າທີ່ພວກເຂົາເວົ້າກໍແຝງໄປດ້ວຍການໂຈມຕີ ແລະ ການສາບແຊ່ງ. ຖ້າໃນຊີວິດຄຣິສຕະຈັກ, ມີຄົນສອງຄົນແບບນີ້ທີ່ໂຈມຕີ ແລະ ປະທະຄາລົມກັນທັນທີທີ່ພວກເຂົາເຫັນໜ້າກັນ, ຊີວິດຄຣິສຕະຈັກແບບນີ້ຈະເກີດດອກອອກຜົນໄດ້ບໍ? ຜູ້ຄົນຈະໄດ້ຮັບສິ່ງໃດທີ່ເປັນບວກຈາກມັນບໍ? (ບໍ່.) ເມື່ອສະຖານະການດັ່ງກ່າວເກີດຂຶ້ນ, ຄົນສ່ວນຫຼາຍກໍກັງວົນ, ໂດຍເວົ້າວ່າ, “ທຸກຄັ້ງທີ່ພວກເຮົາເຕົ້າໂຮມກັນ, ສອງຄົນນັ້ນກໍຕໍ່ສູ້ກັນຕະຫຼອດ ແລະ ພວກເຂົາກໍບໍ່ຟັງຄຳແນະນຳຂອງໃຜເລີຍ. ພວກເຮົາຄວນເຮັດແນວໃດ?” ຕາບໃດທີ່ພວກເຂົາຢູ່ທີ່ນັ້ນ, ການເຕົ້າໂຮມກໍບໍ່ສະຫງົບສຸກ ແລະ ທຸກຄົນກໍຖືກພວກເຂົາລົບກວນ. ໃນກໍລະນີດັ່ງກ່າວ, ຜູ້ນໍາຄຣິສຕະຈັກຄວນເຂົ້າມາຈັດການເພື່ອແກ້ໄຂບັນຫານີ້; ພວກເຂົາຕ້ອງບໍ່ອະນຸຍາດໃຫ້ບຸກຄົນດັ່ງກ່າວສືບຕໍ່ລົບກວນຊີວິດຄຣິສຕະຈັກ. ຖ້າຫຼັງຈາກການແນະນຳ, ການໂອ້ລົມ ແລະ ການຊີ້ນໍາໃນທາງບວກຊ້ຳແລ້ວຊ້ຳອີກ ແຕ່ບໍ່ໄດ້ຮັບຜົນໃດໆ ແລະ ທັງສອງຝ່າຍຍັງຄົງຍຶດໝັ້ນກັບອະຄະຕິຂອງຕົນ ແລະ ປະຕິເສດທີ່ຈະໃຫ້ອະໄພເຊິ່ງກັນແລະກັນ ແລະ ສືບຕໍ່ໂຈມຕີກັນ ແລະ ລົບກວນຊີວິດຄຣິສຕະຈັກ, ແລ້ວກໍຈຳເປັນຕ້ອງຈັດການເລື່ອງດັ່ງກ່າວຕາມຫຼັກການ. ຄວນບອກພວກເຂົາວ່າ: “ພວກເຈົ້າທັງສອງຢູ່ໃນສະພາບນີ້ມາດົນແລ້ວ ແລະ ມັນໄດ້ກໍ່ໃຫ້ເກີດການລົບກວນຢ່າງຮ້າຍແຮງຕໍ່ຊີວິດຄຣິສຕະຈັກ ແລະ ຕໍ່ອ້າຍເອື້ອຍນ້ອງທຸກຄົນ. ຄົນສ່ວນຫຼາຍມີຄວາມຄຽດແຄ້ນແຕ່ບໍ່ກ້າເວົ້າຫຍັງອອກມາຕໍ່ພຶດຕິກຳນີ້ຂອງພວກເຈົ້າ. ເມື່ອເບິ່ງຈາກທັດສະນະຄະຕິ ແລະ ການສະແດງອອກໃນປັດຈຸບັນຂອງພວກເຈົ້າ, ຄຣິສຕະຈັກຕ້ອງລະງັບການເຂົ້າຮ່ວມຊີວິດຄຣິສຕະຈັກຂອງພວກເຈົ້າຕາມຫຼັກການ ແລະ ໃຫ້ພວກເຈົ້າແຍກຕົວອອກໄປເພື່ອໄຕ່ຕອງຕົນເອງ. ເມື່ອໃດທີ່ພວກເຈົ້າສາມາດຢູ່ຮ່ວມກັນຢ່າງປອງດອງ, ເຂົ້າຮ່ວມການໂອ້ລົມທີ່ເປັນປົກກະຕິ ແລະ ມີຄວາມສຳພັນລະຫວ່າງບຸກຄົນທີ່ເປັນປົກກະຕິ, ເມື່ອນັ້ນພວກເຈົ້າຈຶ່ງສາມາດກັບຄືນສູ່ຊີວິດຄຣິສຕະຈັກໄດ້”. ບໍ່ວ່າພວກເຂົາຈະເຫັນດີກັບເລື່ອງນີ້ຫຼືບໍ່ກໍຕາມ, ຄຣິສຕະຈັກກໍຄວນຕັດສິນໃຈແບບນີ້; ນີ້ຄືການຈັດການເລື່ອງດັ່ງກ່າວໂດຍອີງໃສ່ຫຼັກການ. ເລື່ອງເຫຼົ່ານີ້ຄວນຖືກຈັດການໃນລັກສະນະດັ່ງກ່າວ. ໃນດ້ານໜຶ່ງ, ສິ່ງນີ້ເປັນປະໂຫຍດຕໍ່ບຸກຄົນທັງສອງ; ມັນສາມາດກະຕຸ້ນໃຫ້ພວກເຂົາໄຕ່ຕອງ ແລະ ຮູ້ຈັກຕົນເອງ. ໃນອີກດ້ານໜຶ່ງ, ມັນເປັນການປົກປ້ອງອ້າຍເອື້ອຍນ້ອງສ່ວນຫຼາຍຈາກການຖືກລົບກວນໂດຍຄົນຊົ່ວຮ້າຍເປັນຫຼັກ. ບາງຄົນເວົ້າວ່າ, “ພວກເຂົາບໍ່ໄດ້ເຮັດຄວາມຊົ່ວໃດໆ; ໃນດ້ານແກ່ນແທ້ຂອງພວກເຂົາ, ພວກເຂົາກໍບໍ່ແມ່ນຄົນຊົ່ວຮ້າຍເຊັ່ນກັນ. ພວກເຂົາພຽງແຕ່ມີຂໍ້ບົກຜ່ອງເລັກນ້ອຍໃນຄວາມເປັນມະນຸດຂອງພວກເຂົາ, ພວກເຂົາພຽງແຕ່ເອົາແຕ່ໃຈ, ມັກຈະໄຮ້ເຫດຜົນ ແລະ ມັກຈະອິດສາ ແລະ ຂັດແຍ້ງ. ເປັນຫຍັງຈຶ່ງແຍກພວກເຂົາອອກໄປພຽງແຕ່ຍ້ອນເລື່ອງນີ້?” ບໍ່ວ່າຄວາມເປັນມະນຸດຂອງພວກເຂົາຈະເປັນແນວໃດ, ຕາບໃດທີ່ພວກເຂົາປະກອບເປັນການລົບກວນຕໍ່ຊີວິດຄຣິສຕະຈັກ, ຜູ້ນໍາຄຣິສຕະຈັກກໍຄວນເຂົ້າມາຈັດການເພື່ອແກ້ໄຂບັນຫານີ້. ຖ້າບຸກຄົນທັງສອງນີ້ເປັນຄົນຊົ່ວຮ້າຍ, ແລ້ວທັນທີທີ່ສິ່ງນີ້ຖືກແຍກແຍະໄດ້, ການຕອບສະໜອງກໍບໍ່ຄວນແມ່ນພຽງແຕ່ການແຍກພວກເຂົາອອກໄປແບບງ່າຍດາຍ; ຕ້ອງມີການຕັດສິນໃຈທັນທີເພື່ອກຳຈັດພວກເຂົາອອກໂດຍກົງ. ຖ້າການກະທຳຂອງພວກເຂົາຈຳກັດຢູ່ພຽງການໂຈມຕີກັນ ແລະ ການໂຕ້ຖຽງກັນເລື່ອງຖືກຜິດ ໂດຍບໍ່ໄດ້ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຄົນອື່ນ ຫຼື ກະທຳການທີ່ບໍ່ດີອື່ນໆທີ່ເປັນສາເຫດຂອງການສູນເສຍຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ແມ່ນຄົນຊົ່ວຮ້າຍ, ແລ້ວພວກເຂົາກໍບໍ່ຈຳເປັນຕ້ອງຖືກກຳຈັດອອກ. ແທນທີ່ຈະເປັນແນວນັ້ນ, ຊີວິດຄຣິສຕະຈັກຂອງພວກເຂົາຄວນຖືກລະງັບ ແລະ ພວກເຂົາຄວນຖືກແຍກອອກໄປເພື່ອໄຕ່ຕອງຕົນເອງ. ວິທີການນີ້ແມ່ນເໝາະສົມທີ່ສຸດ. ຈຸດປະສົງຂອງການຈັດການເລື່ອງດັ່ງກ່າວດ້ວຍວິທີນີ້ກໍຄືເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ ແລະ ຮັບປະກັນວ່າວຽກງານຄຣິສຕະຈັກສາມາດດຳເນີນໄປຢ່າງເປັນປົກກະຕິ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?