ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (14) ສ່ວນທີ ສີ່

3. ການພົວພັນທາງຜົນປະໂຫຍດທີ່ບໍ່ເໝາະສົມ

ການພົວພັນທີ່ບໍ່ເໝາະສົມອີກປະເພດໜຶ່ງແມ່ນການພົວພັນທາງຜົນປະໂຫຍດ. ຜູ້ຄົນເຮັດສິ່ງຕ່າງໆ ເຊັ່ນ: ຍ້ອງຍໍ, ຍົກຍ້ອງ, ສັນລະເສີນ ແລະ ປະຈົບປະແຈງເຊິ່ງກັນແລະກັນເພື່ອຜົນປະໂຫຍດ. ການນຳເອົາການປະພຶດທີ່ຄົດໂກງ ແລະ ບັນຍາກາດທີ່ຊົ່ວຮ້າຍດັ່ງກ່າວເຂົ້າມາໃນຊີວິດຄຣິສຕະຈັກ ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄົນອື່ນທີ່ກຳລັງອ່ານພຣະທຳຂອງພຣະເຈົ້າຢ່າງງຽບໆ ຫຼື ຟັງປະສົບການທີ່ແບ່ງປັນ. ເມື່ອການພົວພັນທາງຜົນປະໂຫຍດຖືກສ້າງຂຶ້ນ, ບຸກຄົນທີ່ກ່ຽວຂ້ອງກໍມັກຈະເວົ້າ ຫຼື ເຮັດສິ່ງທີ່ຂັດກັບຄວາມປາຖະໜາຂອງຕົນເອງ ເພື່ອຜົນປະໂຫຍດຂອງຕົນເອງ. ຕົວຢ່າງ: ຖ້າຄົນໃດໜຶ່ງເຫັນວ່າຄົນອື່ນສາມາດໃຫ້ຜົນປະໂຫຍດແກ່ທຸລະກິດ ຫຼື ຜົນປະໂຫຍດຂອງຕົນໃນທາງໃດທາງໜຶ່ງ, ພວກເຂົາອາດຈະເລືອກຄົນນັ້ນເປັນຜູ້ນຳ, ສະເໜີຊື່ພວກເຂົາໃຫ້ເຮັດໜ້າທີ່ສະເພາະໃດໜຶ່ງ ຫຼື ເຫັນດີກັບທຸກສິ່ງທີ່ຄົນນັ້ນເວົ້າ, ໂດຍອ້າງວ່າມັນຖືກຕ້ອງໂດຍບໍ່ຄຳນຶງວ່າມັນສອດຄ່ອງກັບຄວາມຈິງ ຫຼື ບໍ່ ເພື່ອເອົາໃຈ. ເພື່ອທີ່ຈະເອົາໃຈຄົນເຫຼົ່ານັ້ນ, ພວກເຂົາເຮັດຫຼາຍສິ່ງຫຼາຍຢ່າງທີ່ບໍ່ສອດຄ່ອງກັບຫຼັກການ ແລະ ຂັດກັບຄວາມຈິງ, ເຊິ່ງລົບກວນປະຊາກອນທີ່ພຣະເຈົ້າເລືອກໃນການແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ແລະ ການເຂົ້າສູ່ຄວາມຈິງ. ພວກເຂົາພັນລະນາສິ່ງທີ່ຜິດ ແລະ ບິດເບືອນວ່າຖືກຕ້ອງ, ພັນລະນາແນວຄິດ ແລະ ຈິນຕະນາການຂອງມະນຸດວ່າສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ອື່ນໆ, ດັ່ງນັ້ນຈຶ່ງລົບກວນຄວາມຄິດຂອງຜູ້ຄົນ ແລະ ທິດທາງ ແລະ ເປົ້າໝາຍທີ່ຖືກຕ້ອງໃນການສະແຫວງຫາຂອງພວກເຂົາ. ພຶດຕິກຳທັງໝົດເຫຼົ່ານີ້ເກີດຂຶ້ນຈາກການຮັກສາການພົວພັນທາງຜົນປະໂຫຍດຂອງພວກເຂົາ. ເພື່ອປົກປ້ອງ ແລະ ຮັກສາຜົນປະໂຫຍດຂອງຕົນເອງ, ພວກເຂົາສາມາດເວົ້າຂັດກັບຈິດສຳນຶກຂອງຕົນເອງ ແລະ ກະທຳຂັດກັບຫຼັກການ. ສິ່ງທີ່ພວກເຂົາເວົ້າ ແລະ ເຮັດກໍ່ໃຫ້ເກີດການລົບກວນ ແລະ ການທຳລາຍຕໍ່ຊີວິດຄຣິສຕະຈັກ, ໃນທີ່ສຸດກໍນຳພາໃຫ້ຄົນຈຳນວນຫຼາຍບໍ່ສາມາດໂອ້ລົມພຣະທຳຂອງພຣະເຈົ້າ, ອະທິຖານ-ອ່ານພຣະທຳຂອງພຣະເຈົ້າ ຫຼື ແບ່ງປັນປະສົບການສ່ວນຕົວໃນລັກສະນະທີ່ເປັນປົກກະຕິ ແລະ ເປັນລະບຽບ, ສົ່ງຜົນໃຫ້ເກີດການສູນເສຍຕໍ່ຄວາມກ້າວໜ້າໃນການເຂົ້າສູ່ຊີວິດຂອງຜູ້ຄົນ. ເມື່ອຜູ້ຄົນໂອ້ລົມຄວາມເຂົ້າໃຈຈາກປະສົບການສ່ວນຕົວຂອງພວກເຂົາ, ພວກເຂົາມັກຈະພົບກັບການແຊກແຊງຈາກການພົວພັນທາງຜົນປະໂຫຍດຂອງຜູ້ຄົນ; ບາງຄັ້ງກໍເປັນການແຊກແຊງທາງວາຈາ, ບາງຄັ້ງກໍເປັນທາງພຶດຕິກຳ ແລະ ບາງຄັ້ງກໍກ່ຽວຂ້ອງກັບເປົ້າໝາຍ ແລະ ທິດທາງ. ຜູ້ຄົນມັກຈະຖືກຂັດຈັງຫວະເມື່ອໂອ້ລົມຄວາມຈິງ ແລະ ອະທິຖານ-ອ່ານພຣະທຳຂອງພຣະເຈົ້າ, ມັກຈະຖືກນຳພາອອກນອກເລື່ອງ ແລະ ມັກຈະໄດ້ຮັບຜົນກະທົບໃນລະດັບຕ່າງໆ. ສະນັ້ນ, ຜູ້ທີ່ມີການພົວພັນທາງຜົນປະໂຫຍດທີ່ບໍ່ເໝາະສົມ ແລະ ພຶດຕິກຳທີ່ກ່ຽວຂ້ອງຄວນຖືກຈຳກັດ. ຜູ້ນຳຄຣິສຕະຈັກທີ່ປະເຊີນກັບບັນຫາເຫຼົ່ານີ້ບໍ່ຄວນເຮັດບໍ່ຮູ້ບໍ່ເຫັນ ແລະ ພວກເຂົາບໍ່ຄວນອະນຸໂລມຕໍ່ການກະທຳທີ່ຊົ່ວຊ້າດັ່ງກ່າວຢ່າງແນ່ນອນ, ໂດຍຍອມໃຫ້ເລື່ອງດັ່ງກ່າວເກີດຂຶ້ນໃນຊີວິດຄຣິສຕະຈັກ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຄວນລະມັດລະວັງ ແລະ ມີໄຫວພິບ ແລະ ຢຸດຢັ້ງ ແລະ ຈຳກັດພວກເຂົາໂດຍທັນທີ.

ການມີການພົວພັນທາງຜົນປະໂຫຍດທີ່ບໍ່ເໝາະສົມ ເປັນສິ່ງທີ່ເກີດຂຶ້ນເປັນປະຈຳໃນຄຣິສຕະຈັກ. ຕົວຢ່າງ: ຖ້າຄົນໃດໜຶ່ງວາງແຜນທີ່ຈະລົງສະໝັກຮັບເລືອກຕັ້ງເປັນຜູ້ນຳຄຣິສຕະຈັກຄົນຕໍ່ໄປ, ພວກເຂົາອາດຈະດຶງຄົນກຸ່ມໜຶ່ງເຂົ້າມາ ແລະ ເປີດເຜີຍແນວຄິດຂອງພວກເຂົາໃຫ້ຄົນເຫຼົ່ານັ້ນ. ຄົນເຫຼົ່ານີ້ບໍ່ແມ່ນຄົນໂງ່; ພວກເຂົາກໍເວົ້າເປັນໄນວ່າ: “ຖ້າພວກເຮົາເລືອກຕັ້ງເຈົ້າ, ເຈົ້າຈະໃຫ້ຜົນປະໂຫຍດຫຍັງແກ່ພວກເຮົາ?” ດັ່ງນັ້ນ, ການພົວພັນທີ່ອີງໃສ່ຜົນປະໂຫຍດຈຶ່ງຖືກສ້າງຕັ້ງຂຶ້ນໃນທ່າມກາງພວກເຂົາ. ເພື່ອຮັກສາຜົນປະໂຫຍດຂອງພວກເຂົາ, ພວກເຂົາມັກຈະມີຈຸດຢືນອັນດຽວກັນໃນບັນຫາຕ່າງໆໃນລະຫວ່າງການເຕົ້າໂຮມ. ໂດຍທີ່ຄົນອື່ນບໍ່ຮູ້ໂຕ ຫຼື ບໍ່ຮູ້ເບື້ອງຫຼັງ, ພວກເຂົາກໍຈະເວົ້າສະເໝີວ່າຄົນນັ້ນດີແນວໃດ, ສິ່ງທີ່ຄົນນີ້ເຮັດນັ້ນພຣະເຈົ້າອະນຸຍາດ ແລະ ອວຍພອນແນວໃດ, ໃຜໄດ້ຖວາຍເຄື່ອງຖວາຍ ແລະ ຖວາຍຫຼາຍສໍ່າໃດ ແລະ ໃຜໄດ້ປະກອບສ່ວນຫຍັງແດ່ໃຫ້ແກ່ເຮືອນຂອງພຣະເຈົ້າ, ໂດຍຕ່າງຝ່າຍຕ່າງມັກຈະຮ້ອງເພງສັນລະເສີນ ແລະ ຍ້ອງຍໍເຊິ່ງກັນແລະກັນ. ໃນຊີວິດຄຣິສຕະຈັກ, ພວກເຂົາມັກຈະເຜີຍແຜ່ສິ່ງເຫຼົ່ານີ້ເພື່ອຮັກສາຂໍ້ຕົກລົງທີ່ພວກເຂົາໄດ້ຕົກລົງກັນໄວ້ກ່ອນໜ້ານີ້ ແລະ ເພື່ອຮັກສາຜົນປະໂຫຍດຮ່ວມກັນຂອງພວກເຂົາ. ຕົວຢ່າງ: ຄົນໃດໜຶ່ງອາດຈະເວົ້າວ່າ, “ຖ້າເຈົ້າເລືອກຕັ້ງຂ້ານ້ອຍເປັນຜູ້ນຳ, ເມື່ອຂ້ານ້ອຍໄດ້ຮັບຕຳແໜ່ງແລ້ວ, ຂ້ານ້ອຍຈະແຕ່ງຕັ້ງເຈົ້າເປັນຫົວໜ້າກຸ່ມ”. ພວກເຂົາທຸກຄົນກຳລັງຊອກຫາຜົນປະໂຫຍດສ່ວນຕົວຢູ່ບໍ່ແມ່ນບໍ? ເພື່ອໃຫ້ໄດ້ຜົນປະໂຫຍດຂອງຕົນ, ພວກເຂົາບໍ່ຈຳເປັນຕ້ອງເວົ້າບາງສິ່ງ ຫຼື ເຮັດບາງຢ່າງບໍ? ດັ່ງນັ້ນ, ພວກເຂົາຈຶ່ງສະແດງອອກໃນລັກສະນະຕ່າງໆໃນລະຫວ່າງການເຕົ້າໂຮມ, ເຊິ່ງທັງໝົດລ້ວນແຕ່ມີຈຸດປະສົງເພື່ອຮັກສາຂໍ້ຕົກລົງທີ່ພວກເຂົາໄດ້ຕົກລົງກັນໄວ້ກ່ອນໜ້ານີ້ ແລະ ຜົນປະໂຫຍດທີ່ກ່ຽວຂ້ອງ. ກ່ອນທີ່ຈະບັນລຸເປົ້າໝາຍຂອງພວກເຂົາ, ສິ່ງທີ່ພວກເຂົາເຮັດສ່ວນໃຫຍ່ແມ່ນຖືກຂັບເຄື່ອນດ້ວຍຜົນປະໂຫຍດ. ແລ້ວເຈດຕະນາ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງສິ່ງທີ່ພວກເຂົາເວົ້າ ແລະ ເຮັດນັ້ນ ບໍ່ເໝາະສົມຢ່າງຍິ່ງບໍ? ການພົວພັນທີ່ສ້າງຕັ້ງຂຶ້ນໃນທ່າມກາງພວກເຂົາບໍ່ແມ່ນການພົວພັນທີ່ບໍ່ເໝາະສົມບໍ? ການພົວພັນທີ່ບໍ່ເໝາະສົມດັ່ງກ່າວໃນຄຣິສຕະຈັກບໍ່ຄວນຖືກຈຳກັດບໍ? ບາງຄົນເວົ້າວ່າ, “ພວກເຮົາຈະຈຳກັດມັນໄດ້ແນວໃດ ຖ້າມັນບໍ່ຖືກຄົ້ນພົບ?” ເລື່ອງດັ່ງກ່າວ, ຖ້າບໍ່ໄດ້ເຮັດກໍແລ້ວໄປ, ແຕ່ເມື່ອໃດທີ່ໄດ້ລົງມືເຮັດແລ້ວ, ກໍສາມາດຖືກຄົ້ນພົບ ແລະ ຈະຖືກເປີດໂປງ. ຖ້າຜູ້ຄົນໂອ້ລົມຄວາມຈິງ ແລະ ຄວາມເຂົ້າໃຈ ແລະ ປະສົບການສ່ວນຕົວຂອງພວກເຂົາຢ່າງຖືກຕ້ອງ, ໂດຍບໍ່ມີການປະປົນສິ່ງໃດທີ່ບໍ່ກ່ຽວຂ້ອງກັບຄວາມຈິງ, ທຸກຄົນກໍສາມາດຮັບຮູ້ສິ່ງນີ້ໄດ້. ຖ້າມີການປະປົນ, ຜູ້ຄົນກໍສາມາດແຍກແຍະສິ່ງນີ້ໄດ້ເຊັ່ນກັນ. ສະນັ້ນ, ໃນຄຣິສຕະຈັກ, ການພົວພັນແບບແລກປ່ຽນຜົນປະໂຫຍດທີ່ເກີດຂຶ້ນເພື່ອຮັກສາຜົນປະໂຫຍດຮ່ວມກັນກໍຄວນຖືກຈຳກັດເຊັ່ນກັນ; ຢ່າງໜ້ອຍທີ່ສຸດ, ຜູ້ທີ່ກ່ຽວຂ້ອງຄວນໄດ້ຮັບການຕັກເຕືອນ ແລະ ໂອ້ລົມນຳ, ເພື່ອໃຫ້ພວກເຂົາຮັບຮູ້ບັນຫາຂອງຕົນເອງ ແລະ ເຂົ້າໃຈຜົນສະທ້ອນທີ່ຮ້າຍແຮງຂອງການມີສ່ວນຮ່ວມໃນກິດຈະກຳດັ່ງກ່າວ, ພ້ອມທັງຊ່ວຍໃຫ້ອ້າຍເອື້ອຍນ້ອງສາມາດແຍກແຍະລັກສະນະຂອງເລື່ອງເຫຼົ່ານີ້ໄດ້. ກິດຈະກຳປະເພດນີ້ມີຜົນກະທົບແນວໃດຕໍ່ຄົນສ່ວນໃຫຍ່? ມັນນຳພາໃຫ້ຜູ້ຄົນຄິດວ່າບໍ່ມີຄວາມແຕກຕ່າງຫຼາຍລະຫວ່າງຄຣິສຕະຈັກ ແລະ ສັງຄົມ, ທັງສອງເປັນສະຖານທີ່ທີ່ທຸກຄົນເອົາລັດເອົາປຽບເຊິ່ງກັນແລະກັນ ແລະ ຜູ້ຄົນມີສ່ວນຮ່ວມໃນການແລກປ່ຽນເພື່ອຜົນປະໂຫຍດຂອງຕົນເອງ. ພຶດຕິກຳນີ້ບໍ່ແມ່ນການລົບກວນທຳມະດາ ແຕ່ກໍ່ໃຫ້ເກີດການລົບກວນທີ່ຮ້າຍແຮງຕໍ່ຊີວິດຄຣິສຕະຈັກ. ບອກເຮົາມາເບິ່ງ, ຄົນທີ່ດຶງດູດຜູ້ຄົນເຂົ້າມາຢູ່ສະເໝີເພື່ອໃຫ້ໄດ້ຄະແນນສຽງໃນການເລືອກຕັ້ງ, ໂດຍນຳໃຊ້ວິທີການທີ່ຜິດປົກກະຕິເພື່ອຄວບຄຸມການເລືອກຕັ້ງ ແລະ ໄດ້ມາເຊິ່ງຕຳແໜ່ງຜູ້ນຳເປັນຄົນດີບໍ? ເຫັນໄດ້ຊັດເຈນວ່າຜູ້ນຳທີ່ຖືກເລືອກຕັ້ງດ້ວຍວິທີນີ້ບໍ່ແມ່ນຄົນດີ. ອ້າຍເອື້ອຍນ້ອງທີ່ຕົກຢູ່ໃນກຳມືຂອງພວກເຂົາຈະຄາດຫວັງສິ່ງທີ່ດີໄດ້ບໍ? ຖ້າຄົນໃດໜຶ່ງກາຍເປັນຜູ້ນຳຜ່ານວິທີການທີ່ຜິດປົກກະຕິ, ແທນທີ່ຈະຖືກເລືອກຕັ້ງໂດຍອີງໃສ່ຫຼັກການ, ຜູ້ນຳດັ່ງກ່າວກໍບໍ່ແມ່ນຄົນດີຢ່າງແນ່ນອນ. ຖ້າພວກເຂົາໄດ້ຮັບອະນຸຍາດໃຫ້ນຳພາ, ນັ້ນກໍເທົ່າກັບການມອບອ້າຍເອື້ອຍນ້ອງໃຫ້ກັບຄົນຊົ່ວຊ້າ, ໃຫ້ກັບພວກຕໍ່ຕ້ານພຣະຄຣິສຢ່າງເປີດເຜີຍ, ໂດຍຄົນສ່ວນໃຫຍ່ກໍຖືກສົ່ງມອບເຂົ້າໄປໃນກຳມືຂອງຊາຕານຢ່າງມີປະສິດທິພາບ; ໃນສະຖານະການດັ່ງກ່າວ, ຜົນໄດ້ຮັບຂອງຊີວິດຄຣິສຕະຈັກຂອງພວກເຂົາກໍຈະເປັນທີ່ປະຈັກແຈ້ງໃນຕົວມັນເອງ. ນີ້ຄືການພົວພັນທີ່ບໍ່ເໝາະສົມປະເພດໜຶ່ງທີ່ຕິດພັນກັບຜົນປະໂຫຍດ. ບໍ່ວ່າຈະເປັນລະຫວ່າງກຸ່ມ ຫຼື ບຸກຄົນ, ເມື່ອໃດທີ່ການພົວພັນລະຫວ່າງຜູ້ຄົນກ່ຽວຂ້ອງກັບຜົນປະໂຫຍດ, ພວກເຂົາກໍຈະມີແນວໂນ້ມທີ່ຈະຫັນໄປທາງຜົນປະໂຫຍດສ່ວນຕົວຫຼາຍກວ່າໃນການກະທຳຂອງພວກເຂົາ ແທນທີ່ຈະກະທຳຕາມຫຼັກການເພື່ອຮັກສາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ການພົວພັນດັ່ງກ່າວບໍ່ໄດ້ຕັ້ງຢູ່ບົນພື້ນຖານຂອງຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດປົກກະຕິ ແຕ່ກົງກັນຂ້າມກັບທັງຈິດສຳນຶກ ແລະ ເຫດຜົນ ແລະ ຍິ່ງໄປກວ່ານັ້ນກໍຄືຫຼັກການຄວາມຈິງ. ສິ່ງທີ່ພວກເຂົາເວົ້າ, ເຮັດ ແລະ ສະແດງອອກ, ພ້ອມທັງເຈດຕະນາ, ຈຸດປະສົງ, ແຮງຈູງໃຈ, ຕົ້ນກຳເນີດ ແລະ ອື່ນໆຂອງພວກເຂົາ, ລ້ວນແຕ່ຖືກຂັບເຄື່ອນດ້ວຍຜົນປະໂຫຍດ; ດັ່ງນັ້ນ, ການພົວພັນເຫຼົ່ານີ້ຈຶ່ງອາດຖືກນິຍາມວ່າບໍ່ເໝາະສົມ. ເນື່ອງຈາກການສ້າງຕັ້ງການພົວພັນດັ່ງກ່າວລົບກວນປະຊາກອນທີ່ພຣະເຈົ້າເລືອກໃນການດຳລົງຊີວິດຄຣິສຕະຈັກ, ເຮັດໃຫ້ຄົນສ່ວນໃຫຍ່ເປັນການຍາກທີ່ຈະອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ການພົວພັນທີ່ບໍ່ເໝາະສົມດັ່ງກ່າວຈຶ່ງຄວນຖືກຈຳກັດໃນຄຣິສຕະຈັກ. ສຳລັບກໍລະນີທີ່ຮ້າຍແຮງ ແລະ ປະກອບເປັນພຶດຕິກຳຂອງຄົນຊົ່ວຊ້າ, ຄວນມີການຕັກເຕືອນ ແລະ ຖ້າຜູ້ທີ່ກ່ຽວຂ້ອງບໍ່ກັບໃຈບໍ່ວ່າຈະເປັນແນວໃດກໍຕາມ, ພວກເຂົາກໍຄວນຖືກຄັດອອກຈາກຄຣິສຕະຈັກ.

4. ຄວາມກຽດຊັງລະຫວ່າງບຸກຄົນ

ການພົວພັນລະຫວ່າງບຸກຄົນທີ່ບໍ່ເໝາະສົມມີການສະແດງອອກທີ່ຫຼາກຫຼາຍ. ການສະແດງອອກອີກຢ່າງໜຶ່ງໃນນັ້ນກໍຄືຄວາມກຽດຊັງສ່ວນຕົວ. ຕົວຢ່າງ: ຄວາມຂັດແຍ້ງ ຫຼື ການຖົກຖຽງອາດຈະເກີດຂຶ້ນພາຍໃນຄອບຄົວລະຫວ່າງແມ່ຍ່າກັບລູກໄພ້, ລະຫວ່າງເອື້ອຍໄພ້-ນ້ອງໄພ້ ຫຼື ລະຫວ່າງອ້າຍນ້ອງ ຫຼື ອາດຈະເກີດຂຶ້ນລະຫວ່າງເພື່ອນບ້ານ. ບາງຄັ້ງສິ່ງນີ້ກໍພັດທະນາໄປເປັນຄວາມກຽດຊັງ ແລະ ຄືກັບຄູ່ອາຄາດ, ຄົນເຫຼົ່ານີ້ກໍບໍ່ສາມາດຮ່ວມມື ຫຼື ເຮັດວຽກຮ່ວມກັນໄດ້, ເຖິງຂັ້ນທີ່ພວກເຂົາບໍ່ສາມາດແມ່ນແຕ່ເບິ່ງໜ້າກັນໄດ້ ແລະ ຖົກຖຽງ ແລະ ຕໍ່ສູ້ກັນເມື່ອໃດກໍຕາມທີ່ພວກເຂົາພົບກັນ. ເມື່ອພວກເຂົາເຫັນໜ້າກັນໃນການເຕົ້າໂຮມ, ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມກຽດຊັງເຊັ່ນກັນ ແລະ ພວກເຂົາບໍ່ສາມາດເຮັດໃຫ້ຕົນເອງສະຫງົບຢູ່ຕໍ່ໜ້າພຣະເຈົ້າເພື່ອຊື່ນຊົມພຣະທຳຂອງພຣະເຈົ້າ ແລະ ສຳຫຼວດຕົນເອງ ແລະ ມາຮູ້ຈັກຕົນເອງໄດ້ ແລະ ແນ່ນອນວ່າພວກເຂົາບໍ່ສາມາດປະຖິ້ມອະຄະຕິ ແລະ ຄວາມກຽດຊັງຂອງພວກເຂົາເພື່ອໃຫ້ມີການເຕົ້າໂຮມທີ່ປົກກະຕິໄດ້. ກົງກັນຂ້າມ, ເມື່ອໃດກໍຕາມທີ່ພວກເຂົາພົບກັນ, ພວກເຂົາກໍຈະຜິດຖຽງ ແລະ ປະທະກັນ, ພວກເຂົາເປີດໂປງຂໍ້ບົກຜ່ອງຂອງກັນແລະກັນ ແລະ ໂຈມຕີກັນ ແລະ ແມ່ນແຕ່ປ້ອຍດ່າກັນ, ເຊິ່ງສົ່ງຜົນກະທົບໃນທາງລົບຢ່າງຮ້າຍແຮງຕໍ່ປະຊາກອນທີ່ພຣະເຈົ້າເລືອກ. ຄົນດັ່ງກ່າວແມ່ນຜູ້ບໍ່ເຊື່ອ, ພວກເຂົາແມ່ນຄົນທີ່ບໍ່ມີຄວາມເຊື່ອ. ສໍາລັບຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ຮັກຄວາມຈິງ, ບໍ່ວ່າຈະເກີດຫຍັງຂຶ້ນ ຫຼື ພວກເຂົາຈະມີຂໍ້ຂັດແຍ້ງກັບໃຜ ຫຼື ມີອະຄະຕິຕໍ່ໃຜ, ພວກເຂົາກໍສາມາດສະແຫວງຫາຄວາມຈິງ, ສຳຫຼວດຕົນເອງ ແລະ ຮູ້ຈັກຕົນເອງ ແລະ ແກ້ໄຂບັນຫາຕາມຫຼັກການຄວາມຈິງ. ຖ້າພວກເຂົາໄດ້ເຮັດສິ່ງທີ່ຜິດ ແລະ ຮູ້ສຶກຜິດຕໍ່ໃຜຜູ້ໜຶ່ງ, ພວກເຂົາກໍສາມາດເປັນຝ່າຍຂໍໂທດ ແລະ ຍອມຮັບຄວາມຜິດພາດຂອງພວກເຂົາກ່ອນ; ພວກເຂົາຈະບໍ່ຫັນໄປໃຊ້ວິທີກໍ່ການໂຕ້ຖຽງ ຫຼື ສ້າງບັນຫາໃນການເຕົ້າໂຮມຢ່າງເດັດຂາດ. ມັນເປັນການປະພຶດຕົວບໍ່ເໝາະສົມກັບສະຖານະຂອງໄພ່ພົນຢ່າງສິ້ນເຊີງທີ່ຈະມີສ່ວນຮ່ວມໃນການໂຕ້ຖຽງ ແລະ ກໍ່ຄວາມວຸ່ນວາຍໃນຄຣິສຕະຈັກ; ພຶດຕິກຳດັ່ງກ່າວເປັນການເຮັດໃຫ້ພຣະເຈົ້າເສື່ອມເສຍກຽດຢ່າງຮ້າຍແຮງ. ຄົນທີ່ປະພຶດຕົວແບບນີ້ຂາດຄວາມເປັນມະນຸດ, ຈິດສຳນຶກ ແລະ ເຫດຜົນຢ່າງຫຼວງຫຼາຍ; ພວກເຂົາບໍ່ແມ່ນຜູ້ທີ່ເຊື່ອໃນພຣະເຈົ້າທີ່ແທ້ຈິງຢ່າງເດັດຂາດ. ບັນຫານີ້ຂ້ອນຂ້າງພົບເຫັນໄດ້ເລື້ອຍໆໃນບັນດາຜູ້ເຊື່ອໃໝ່. ເພາະວ່າຜູ້ເຊື່ອໃໝ່ບໍ່ເຂົ້າໃຈຄວາມຈິງ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຍັງບໍ່ໄດ້ຮັບການຊໍາລະລ້າງ, ມັນຈຶ່ງເປັນເລື່ອງງ່າຍສໍາລັບພວກເຂົາທີ່ຈະມີສ່ວນຮ່ວມໃນການໂຕ້ຖຽງກັນໃນຫຼາຍໆສິ່ງ ແລະ ແມ່ນແຕ່ປ່ອຍໃຫ້ຄວາມຫົວຮ້ອນຂອງພວກເຂົາລະເບີດອອກມາ ແລະ ເຮັດໃຫ້ພວກເຂົາຕໍ່ສູ້ກັນ. ຖ້າອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ບໍ່ໄດ້ຮັບການແກ້ໄຂ, ຜູ້ຄົນກໍຈະເກັບຄວາມກຽດຊັງໄວ້ໃນໃຈຂອງພວກເຂົາ ແລະ ແມ່ນແຕ່ເມື່ອດໍາລົງຊີວິດຄຣິສຕະຈັກ, ພວກເຂົາກໍຍັງຈະມີສ່ວນຮ່ວມໃນການໂຕ້ຖຽງທີ່ບໍ່ມີວັນສິ້ນສຸດດ້ວຍຄວາມຫົວຮ້ອນ ແລະ ຄວາມກຽດຊັງນີ້. ສິ່ງນີ້ສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກ, ສົ່ງຜົນກະທົບຕໍ່ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າຂອງປະຊາກອນທີ່ພຣະເຈົ້າເລືອກ, ການສັນລະເສີນພຣະເຈົ້າ ແລະ ການແບ່ງປັນຄວາມເຂົ້າໃຈຈາກປະສົບການຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ. ມັນຍັງສົ່ງຜົນກະທົບໂດຍກົງຕໍ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ. ຜູ້ເຊື່ອໃໝ່ບາງຄົນຕົກຢູ່ໃນການໂຕ້ຖຽງກັນໄດ້ຢ່າງງ່າຍດາຍຍ້ອນຄວາມບໍ່ເຫັນດີເຫັນພ້ອມໃນເລື່ອງເລັກໆນ້ອຍໆ. ຕົວຢ່າງ: ກ່ອນການເຕົ້າໂຮມຈະເລີ່ມຂຶ້ນ, ບາງຄົນອາດຈະຢາກຮ້ອງເພງສັນລະເສີນບົດໜຶ່ງ ໃນຂະນະທີ່ຄົນອື່ນມັກບົດທີ່ແຕກຕ່າງອອກໄປ, ແມ່ນແຕ່ເລື່ອງເລັກນ້ອຍເຊັ່ນນີ້ກໍສາມາດນໍາໄປສູ່ການໂຕ້ຖຽງກັນໄດ້ຢ່າງງ່າຍດາຍ. ເຊັ່ນດຽວກັນ, ຄວາມຄິດເຫັນທີ່ແຕກຕ່າງກັນໃນເລື່ອງໃດໜຶ່ງບາງຄັ້ງກໍສາມາດກາຍເປັນການໂຕ້ຖຽງກັນຢ່າງວ່ອງໄວ ແລະ ແມ່ນແຕ່ການເຮັດໃຫ້ຄົນອື່ນຂຸ່ນເຄືອງໃຈເນື່ອງຈາກການຂາດຄວາມຄິດໄຕ່ຕອງໃນຄຳເວົ້າກໍສາມາດກໍ່ໃຫ້ເກີດການໂຕ້ຖຽງກັນໄດ້. ເຫດການປະເພດນີ້ແມ່ນພົບເຫັນໄດ້ເລື້ອຍໆໃນບັນດາຜູ້ເຊື່ອໃໝ່. ເມື່ອການໂຕ້ຖຽງເກີດຂຶ້ນໃນລະຫວ່າງການເຕົ້າໂຮມ, ມັນກໍລົບກວນຊີວິດຄຣິສຕະຈັກຢ່າງຫຼີກລ່ຽງບໍ່ໄດ້. ສິ່ງນີ້ບໍ່ໄດ້ລົບກວນປະຊາກອນທີ່ພຣະເຈົ້າເລືອກເຊັ່ນກັນບໍ? ຜູ້ທີ່ມີແນວໂນ້ມທີ່ຈະໂຕ້ຖຽງ ແລະ ຖົກຖຽງເລື່ອງຖືກຜິດແມ່ນຜູ້ທີ່ລົບກວນຊີວິດຄຣິສຕະຈັກໄດ້ງ່າຍທີ່ສຸດ. ພວກເຂົາໃສ່ໃຈພຽງແຕ່ການເຮັດໃຫ້ຄວາມທະນົງຕົວ ແລະ ໜ້າຕາຂອງຕົນເອງພໍໃຈ ໂດຍບໍ່ຄຳນຶງເຖິງຜົນປະໂຫຍດຂອງປະຊາກອນທີ່ພຣະເຈົ້າເລືອກ. ໂດຍການກະທຳແບບນີ້, ພວກເຂົາບໍ່ໄດ້ກໍ່ໃຫ້ເກີດການລົບກວນຕໍ່ຊີວິດຄຣິສຕະຈັກບໍ? (ແມ່ນແລ້ວ). ຄຣິສຕະຈັກແມ່ນສະຖານທີ່ທີ່ອ້າຍເອື້ອຍນ້ອງເຕົ້າໂຮມກັນເພື່ອກິນ, ດື່ມ ແລະ ຊື່ນຊົມກັບພຣະທຳຂອງພຣະເຈົ້າ; ມັນເປັນສະຖານທີ່ສຳລັບການອ່ອນນ້ອມ ແລະ ການນະມັດສະການພຣະເຈົ້າ. ມັນບໍ່ແມ່ນສະຖານທີ່ສຳລັບການລະບາຍຄວາມຄັບແຄ້ນໃຈສ່ວນຕົວຢ່າງເດັດຂາດ ແລະ ຍິ່ງບໍ່ແມ່ນສະຖານທີ່ສຳລັບການຜິດຖຽງກັນ ຫຼື ການໂຕ້ຖຽງກັນເລື່ອງຖືກຜິດ. ເມື່ອຄົນດັ່ງກ່າວກໍ່ການລົບກວນໃນລັກສະນະນີ້, ມັນຈະນຳໄປສູ່ຜົນສະທ້ອນຫຍັງແດ່? ມັນສົ່ງຜົນໂດຍກົງເຮັດໃຫ້ຂາດຄວາມຊື່ນຊົມໃນລະຫວ່າງການເຕົ້າໂຮມ; ມັນພາໃຫ້ປະຊາກອນທີ່ພຣະເຈົ້າເລືອກບໍ່ສາມາດໄດ້ຮັບການເສີມສ້າງ ແລະ ແມ່ນແຕ່ເຮັດໃຫ້ຄົນສ່ວນໃຫຍ່ບໍ່ສາມາດພົບຄວາມສະຫງົບ, ຕ້ອງທົນທຸກທໍລະມານຢ່າງບໍ່ສາມາດບັນລະຍາຍໄດ້. ເມື່ອເວລາຜ່ານໄປ, ບາງຄົນກໍກາຍເປັນຄົນຄິດລົບ ແລະ ອ່ອນແອ, ແມ່ນແຕ່ບໍ່ເຕັມໃຈທີ່ຈະເຂົ້າຮ່ວມການເຕົ້າໂຮມ. ສະຖານະການນີ້ແມ່ນພົບເຫັນໄດ້ທົ່ວໄປໃນຄຣິສຕະຈັກສ່ວນໃຫຍ່ ແລະ ເປັນສິ່ງທີ່ປະຊາກອນທີ່ພຣະເຈົ້າເລືອກທຸກຄົນໄດ້ປະສົບມາ. ແລ້ວບັນຫາການຜິດຖຽງ ແລະ ການຕໍ່ສູ້ກັນເລື້ອຍໆໃນການເຕົ້າໂຮມຄວນຖືກແກ້ໄຂແນວໃດ? ຄວນເລືອກພຣະທຳຂອງພຣະເຈົ້າຫຼາຍໆຕອນທີ່ກ່ຽວຂ້ອງກັບບັນຫານັ້ນ ແລະ ອ່ານຮ່ວມກັນຫຼາຍໆຄັ້ງໃນລະຫວ່າງການເຕົ້າໂຮມ; ຈາກນັ້ນ, ທຸກຄົນຄວນໂອ້ລົມກ່ຽວກັບຄວາມຈິງ, ແບ່ງປັນຄວາມເຂົ້າໃຈຂອງຕົນ. ແນວທາງນີ້ສາມາດໃຫ້ຜົນໄດ້ຮັບບາງຢ່າງໄດ້. ບໍ່ພຽງແຕ່ຜູ້ທີ່ມີແນວໂນ້ມທີ່ຈະໂຕ້ຖຽງສາມາດຮັບຮູ້ການຝ່າຝືນຂອງຕົນ ແລະ ຮູ້ສຶກສຳນຶກຜິດ, ແຕ່ແມ່ນແຕ່ຜູ້ສັງເກດການກໍສາມາດສຳຫຼວດໄດ້ວ່າພວກເຂົາໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໃນສະຖານະການທີ່ຄ້າຍຄືກັນ ຫຼື ບໍ່ ແລະ ພວກເຂົາຈະໂຕ້ຖຽງກັບຄົນອື່ນ ຫຼື ບໍ່, ດ້ວຍວິທີນີ້, ຜູ້ສັງເກດການກໍສາມາດຮູ້ຈັກຕົນເອງໄດ້ເຊັ່ນກັນ. ບໍ່ວ່າຄົນໃດຈະມີສ່ວນຮ່ວມໃນການໂຕ້ຖຽງ ຫຼື ບໍ່ກໍຕາມ, ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າຫຼາຍໆຕອນຫຼາຍໆຄັ້ງ, ພວກເຂົາກໍສາມາດຮັບຮູ້ອຸປະນິໄສທີ່ເສື່ອມຊາມຂອງຕົນເອງ ແລະ ເຫັນວ່າການດຳລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມນັ້ນໝາຍເຖິງການຂາດຈິດສຳນຶກ ແລະ ເຫດຜົນຢ່າງແທ້ຈິງ ແລະ ບໍ່ມີຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວ. ຜົນຂອງການດຳເນີນຊີວິດຄຣິສຕະຈັກແບບນີ້ກໍດີຢູ່ແມ່ນບໍ່? ເຖິງແມ່ນວ່າອາດຈະມີການໂຕ້ຖຽງກັນໃນຕອນເລີ່ມຕົ້ນຂອງການເຕົ້າໂຮມ, ຖ້າຫາກວ່າຫຼັງຈາກນັ້ນທຸກຄົນສາມາດອ່ານພຣະທຳຂອງພຣະເຈົ້າ, ເຮັດໃຫ້ຕົນເອງສະຫງົບຢູ່ຕໍ່ໜ້າພຣະເຈົ້າເພື່ອສຳຫຼວດຕົນເອງ, ແກ້ໄຂບັນຫາດ້ວຍຄວາມຈິງ ແລະ ກັບໃຈຢ່າງແທ້ຈິງ, ຖ້າສາມາດບັນລຸຜົນໄດ້ຮັບເຫຼົ່ານີ້ໄດ້, ແລ້ວນີ້ກໍຄືຊີວິດຄຣິສຕະຈັກທີ່ປົກກະຕິ. ສະນັ້ນ, ບໍ່ວ່າຈະເກີດຫຍັງຂຶ້ນໃນລະຫວ່າງການເຕົ້າໂຮມກໍບໍ່ຈຳເປັນຕ້ອງເປັນເລື່ອງບໍ່ດີສະເໝີໄປ; ຕາບໃດທີ່ທຸກຄົນມາເຕົ້າໂຮມກັນເປັນນ້ຳໜຶ່ງໃຈດຽວກັນເພື່ອສະແຫວງຫາຄວາມຈິງ ແລະ ອ່ານພຣະທຳຂອງພຣະເຈົ້າທີ່ກ່ຽວຂ້ອງຫຼາຍໆຕອນຮ່ວມກັນສອງສາມຄັ້ງ, ເຖິງແມ່ນວ່າບັນຫາຈະບໍ່ສາມາດຖືກແກ້ໄຂໄດ້ຢ່າງສົມບູນ, ຜູ້ຄົນກໍຈະສາມາດເບິ່ງທະລຸບັນຫາເຫຼົ່ານັ້ນໄດ້ໃນລະດັບໃດໜຶ່ງ ແລະ ມີການແຍກແຍະບາງຢ່າງ, ທຸກຄົນກໍຈະໄດ້ຮັບປະໂຫຍດຈາກສິ່ງນີ້. ພວກເຈົ້າຈະເວົ້າວ່າຊີວິດຄຣິສຕະຈັກດັ່ງກ່າວເປັນສິ່ງທີ່ຫາຍາກບໍ? ນີ້ຄືການປ່ຽນສິ່ງທີ່ບໍ່ດີໃຫ້ກາຍເປັນສິ່ງທີ່ດີ, ມັນເປັນຄືກັບພອນທີ່ແອບແຝງຢູ່. ແນວໃດກໍຕາມ, ສິ່ງນີ້ບໍ່ຄວນນຳພາຜູ້ຄົນໄປສະໜັບສະໜູນແນວຄິດທີ່ວ່າການໂຕ້ຖຽງ ແລະ ການຖົກຖຽງກັນເປັນສິ່ງທີ່ໜ້າປາຖະໜາໃນຊີວິດຄຣິສຕະຈັກ; ສິ່ງນີ້ບໍ່ສາມາດຖືກສະໜັບສະໜູນໄດ້ຢ່າງເດັດຂາດ. ການໂຕ້ຖຽງ ແລະ ການຖົກຖຽງກັນສາມາດນຳໄປສູ່ການລະເບີດຂອງຄວາມຫົວຮ້ອນ ແລະ ຄວາມຂັດແຍ້ງໄດ້ຢ່າງງ່າຍດາຍ, ເຊິ່ງບໍ່ດີຕໍ່ທຸກຄົນ ແລະ ກໍ່ໃຫ້ເກີດຄວາມທຸກໃຈສ່ວນຕົວແກ່ຜູ້ທີ່ກ່ຽວຂ້ອງ. ສະນັ້ນ, ການສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຈຶ່ງເປັນແນວທາງທີ່ດີທີ່ສຸດ ແລະ ການເຂົ້າໃຈຄວາມຈິງກໍສາມາດປ້ອງກັນເຫດການທີ່ຄ້າຍຄືກັນໃນອະນາຄົດໄດ້ຢ່າງມີປະສິດທິພາບ. ບຸກຄົນທີ່ສະຫຼາດຄວນຮັບເອົາທັດສະນະຄະຕິທີ່ອົດທົນ ແລະ ໃຈກວ້າງເມື່ອເກີດການກະທົບກະທັ່ງ ແລະ ການປະທະກັນ. ເນື່ອງຈາກພວກເຂົາກໍມີອຸປະນິໄສທີ່ເສື່ອມຊາມເຊັ່ນກັນ ແລະ ສາມາດທຳຮ້າຍຄົນອື່ນໄດ້ຢ່າງງ່າຍດາຍ, ເມື່ອພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາຄວນອະທິຖານຕໍ່ພຣະເຈົ້າໂດຍທັນທີ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ດ້ວຍວິທີນີ້, ເມື່ອເຖິງເວລາເຕົ້າໂຮມ, ຄວາມຄຽດແຄ້ນ ແລະ ຄວາມກຽດຊັງສ່ວນຕົວກໍໄດ້ສະຫຼາຍໄປໝົດ, ນຳໄປສູ່ຄວາມຮູ້ສຶກເປັນອິດສະຫຼະ ແລະ ໄດ້ຮັບການປົດປ່ອຍໃນໃຈຂອງພວກເຂົາ ແລະ ເຮັດໃຫ້ງ່າຍຂຶ້ນທີ່ຈະເຂົ້າກັນໄດ້ຢ່າງເປັນມິດກັບອ້າຍເອື້ອຍນ້ອງ, ດັ່ງນັ້ນຈຶ່ງສົ່ງເສີມໃຫ້ເກີດການຮ່ວມມືທີ່ກົມກຽວກັນ. ເມື່ອໃດກໍຕາມທີ່ໃຜຜູ້ໜຶ່ງເຫັນອ້າຍນ້ອງ ຫຼື ເອື້ອຍນ້ອງເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາຄວນໃຫ້ການຊ່ວຍເຫຼືອດ້ວຍຄວາມຮັກ, ບໍ່ແມ່ນຕັດສິນ, ກ່າວໂທດ ຫຼື ປະຕິເສດພວກເຂົາ. ມັນອາດຈະເກີດຂຶ້ນທີ່ບັນຫາບໍ່ໄດ້ຖືກແກ້ໄຂຫຼັງຈາກຄວາມພະຍາຍາມຊ່ວຍເຫຼືອໜຶ່ງ ຫຼື ສອງຄັ້ງ, ແຕ່ຄວາມອົດທົນ ແລະ ຄວາມອົດກັ້ນກໍຍັງເປັນສິ່ງທີ່ຈຳເປັນ. ຕາບໃດທີ່ພວກເຂົາບໍ່ລົບກວນຊີວິດຄຣິສຕະຈັກ ຫຼື ຕັ້ງໃຈກະທຳຄວາມຊົ່ວ, ພວກເຂົາກໍຄວນໄດ້ຮັບການປະຕິບັດດ້ວຍຄວາມອົດທົນ ແລະ ຄວາມອົດກັ້ນຈົນເຖິງທີ່ສຸດ, ຈະມີມື້ໜຶ່ງທີ່ພວກເຂົາຮູ້ສຶກຕົວ. ຖ້າຄົນໃດຄົນໜຶ່ງມີຄວາມເປັນມະນຸດທີ່ຊົ່ວຮ້າຍ ແລະ ປະຕິເສດການຊ່ວຍເຫຼືອໃດໆ, ບໍ່ຍອມຮັບຄວາມຈິງບໍ່ວ່າຈະໂອ້ລົມແນວໃດກໍຕາມ, ແລ້ວພວກເຂົາກໍບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ມັນຈຳເປັນທີ່ຈະຕ້ອງຮັກສາໄລຍະຫ່າງຈາກບຸກຄົນດັ່ງກ່າວ. ຖ້າພວກເຂົາລົບກວນຊີວິດຄຣິສຕະຈັກຊໍ້າແລ້ວຊໍ້າອີກ, ພວກເຂົາກໍຄວນຖືກປະຕິບັດ ແລະ ຖືກຈັດການຕາມຫຼັກການ. ຖ້າພວກເຂົາບໍ່ແມ່ນຄົນຊົ່ວຮ້າຍ ແຕ່ພຽງແຕ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເລື້ອຍໆ, ກຽດຊັງຕົນເອງ ແຕ່ຮູ້ສຶກບໍ່ສາມາດຄວບຄຸມຕົນເອງໄດ້ໃນເວລານີ້, ແລ້ວບຸກຄົນດັ່ງກ່າວກໍຄວນໄດ້ຮັບການຊ່ວຍເຫຼືອດ້ວຍຄວາມຮັກ; ຊ່ວຍໃຫ້ພວກເຂົາເຂົ້າໃຈຄວາມຈິງ ແລະ ແຍກແຍະ ແລະ ຮັບຮູ້ການເປີດເຜີຍຄວາມເສື່ອມຊາມຂອງພວກເຂົາ, ດ້ວຍວິທີນີ້, ການເປີດເຜີຍຄວາມເສື່ອມຊາມຂອງພວກເຂົາກໍຈະຄ່ອຍໆຫຼຸດລົງ. ຖ້າອ້າຍເອື້ອຍນ້ອງໄດ້ຮັບຜົນກະທົບຈາກຄົນເຫຼົ່ານີ້ພຽງແຕ່ເປັນບາງຄັ້ງຄາວ, ພວກເຂົາກໍອາດຈະໄດ້ຮັບການໃຫ້ອະໄພ; ຕາບໃດທີ່ບໍ່ມີບັນຫາໃຫຍ່ກັບຄວາມເປັນມະນຸດຂອງພວກເຂົາ ແລະ ພວກເຂົາບໍ່ແມ່ນຄົນເລ່ລ່ຽມ ຫຼື ຄົນຊົ່ວຮ້າຍ, ແລ້ວພວກເຂົາກໍຄວນໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອຜ່ານການໂອ້ລົມຄວາມຈິງ. ຖ້າພວກເຂົາສາມາດຍອມຮັບຄວາມຈິງໄດ້, ພວກເຂົາກໍຄວນໄດ້ຮັບການປະຕິບັດດ້ວຍຄວາມຮັກ. ແນວໃດກໍຕາມ, ຖ້າພວກເຂົາປະຕິເສດທີ່ຈະກັບໃຈ ແລະ ສົ່ງຜົນກະທົບໃນທາງລົບຕໍ່ຊີວິດຄຣິສຕະຈັກເປັນເວລາດົນນານ, ຜູ້ນໍາຄຣິສຕະຈັກຄວນອອກຄຳເຕືອນ ແລະ ບັງຄັບໃຊ້ຂໍ້ຈຳກັດ. ຖ້າພວກເຂົາປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງຕໍ່ເນື່ອງ, ບຸກຄົນດັ່ງກ່າວກໍແມ່ນຄົນຊົ່ວຮ້າຍ. ຄົນຊົ່ວຮ້າຍບໍ່ສາມາດເຂົ້າກັບໃຜໄດ້, ພວກເຂົາຄືປາໂຕດຽວເນົ່າເໝັນໝົດຂ້ອງ ແລະ ເປັນຜີຮ້າຍ. ການເກັບພວກເຂົາໄວ້ໃນຄຣິສຕະຈັກຈະມີແຕ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນເທົ່ານັ້ນ. ສະນັ້ນ, ຜູ້ທີ່ປະຕິເສດທີ່ຈະປ່ຽນແປງເຖິງວ່າຈະມີການຕັກເຕືອນຊໍ້າແລ້ວຊໍ້າອີກກໍຄວນຖືກຈັດການໃນຖານະຄົນຊົ່ວຮ້າຍ ແລະ ຖືກຄັດອອກຈາກຄຣິສຕະຈັກ. ໃຜກໍຕາມທີ່ລົບກວນຊີວິດຄຣິສຕະຈັກ ແລະ ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກເລື້ອຍໆກໍແມ່ນຜູ້ບໍ່ເຊື່ອ ແລະ ເປັນຄົນຊົ່ວຮ້າຍ ແລະ ພວກເຂົາຕ້ອງຖືກຄັດອອກຈາກຄຣິສຕະຈັກ. ບໍ່ວ່າຄົນຜູ້ນັ້ນຈະເປັນໃຜ ຫຼື ພວກເຂົາໄດ້ປະພຶດຕົວແນວໃດໃນອະດີດ, ຖ້າພວກເຂົາລົບກວນວຽກງານຂອງຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກເລື້ອຍໆ, ປະຕິເສດການຖືກລິຮານ ແລະ ປ້ອງກັນຕົນເອງດ້ວຍເຫດຜົນທີ່ບໍ່ຖືກຕ້ອງຢູ່ສະເໝີ, ພວກເຂົາກໍຕ້ອງຖືກຄັດອອກຈາກຄຣິສຕະຈັກ. ແນວທາງນີ້ແມ່ນເພື່ອຮັກສາຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຄຣິສຕະຈັກ ແລະ ປົກປ້ອງຜົນປະໂຫຍດຂອງປະຊາກອນທີ່ພຣະເຈົ້າເລືອກ ແລະ ມັນກໍສອດຄ່ອງກັບຫຼັກການຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າຢ່າງສົມບູນ. ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ ແລະ ວຽກງານຂອງຄຣິສຕະຈັກບໍ່ຄວນໄດ້ຮັບຜົນກະທົບຈາກການໂຕ້ຖຽງ ແລະ ການສ້າງບັນຫາທີ່ບໍ່ມີເຫດຜົນຂອງບຸກຄົນຊົ່ວຮ້າຍຈຳນວນໜຶ່ງ, ມັນບໍ່ຄຸ້ມຄ່າ ແລະ ຍັງບໍ່ຍຸຕິທຳຕໍ່ປະຊາກອນທີ່ພຣະເຈົ້າເລືອກອີກດ້ວຍ.

ຖ້າຄົນຊົ່ວຮ້າຍມັກຈະກໍ່ການລົບກວນໃນຄຣິສຕະຈັກເລື້ອຍໆ, ເຊິ່ງພາໃຫ້ຊີວິດຄຣິສຕະຈັກບໍ່ມີປະສິດທິພາບ, ວິທີແກ້ໄຂທີ່ດີທີ່ສຸດແມ່ນການຈັດແບ່ງປະເພດຄົນ ແລະ ແບ່ງການເຕົ້າໂຮມອອກເປັນກຸ່ມຕ່າງໆ: ຜູ້ທີ່ຮັກຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງຈິງໃຈກໍເຕົ້າໂຮມນຳກັນ; ຜູ້ທີ່ຢາກສະແຫວງຫາຄວາມຈິງແຕ່ບໍ່ປະຕິບັດໜ້າທີ່ຂອງຕົນກໍເຕົ້າໂຮມນຳກັນ; ແລະ ຜູ້ທີ່ມັກກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ນິນທາຄົນອື່ນ ແລະ ຕັດສິນ ແລະ ກ່າວໂທດຄົນອື່ນກໍເຕົ້າໂຮມນຳກັນ. ດ້ວຍວິທີນີ້, ຄົນໃນຄຣິສຕະຈັກກໍຈະຖືກແບ່ງອອກເປັນສາມກຸ່ມຫຼັກໆ, ອາດຈະເວົ້າໄດ້ວ່າເປັນການຈັດແຕ່ລະຄົນຕາມປະເພດຂອງພວກເຂົາ, ດັ່ງນັ້ນຈຶ່ງຮັບປະກັນໄດ້ວ່າກຸ່ມເຫຼົ່ານີ້ຈະບໍ່ລົບກວນເຊິ່ງກັນແລະກັນໃນລະຫວ່າງການເຕົ້າໂຮມ. ຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ, ບໍ່ວ່າພວກເຂົາຈະກະທຳຜິດຕາມອຳເພີໃຈແນວໃດກໍຕາມ, ກໍຈະບໍ່ສົ່ງຜົນກະທົບຕໍ່ຄົນອື່ນ ແຕ່ຈະທຳຮ້າຍຕົນເອງເທົ່ານັ້ນ. ບາງຄົນມີອຸປະນິໄສທີ່ໂຫດຮ້າຍ. ຖ້າໃຜຜູ້ໜຶ່ງເວົ້າບາງຢ່າງທີ່ທຳຮ້າຍ ຫຼື ເຮັດໃຫ້ພວກເຂົາຂຸ່ນເຄືອງໃຈ, ພວກເຂົາກໍຈະກຽດຊັງຄົນຜູ້ນັ້ນ ແລະ ຄິດຫາວິທີທີ່ຈະໂຈມຕີ ແລະ ແກ້ແຄ້ນພວກເຂົາ. ບໍ່ວ່າຄວາມຈິງໄດ້ຖືກໂອ້ລົມກັບພວກເຂົາແນວໃດ ຫຼື ພວກເຂົາໄດ້ຖືກລິຮານແນວໃດ, ພວກເຂົາກໍບໍ່ຍອມຮັບ. ພວກເຂົາຍອມຕາຍດີກວ່າທີ່ຈະກັບໃຈ ແລະ ຍັງຄົງລົບກວນຊີວິດຄຣິສຕະຈັກຕໍ່ໄປ. ສິ່ງນີ້ພິສູດວ່າພວກເຂົາແມ່ນຄົນຊົ່ວຮ້າຍ. ພວກເຮົາບໍ່ສາມາດທົນຕໍ່ຄົນຊົ່ວຮ້າຍປະເພດນີ້ຕໍ່ໄປໄດ້. ພວກເຂົາຄວນຖືກຄັດອອກຈາກຄຣິສຕະຈັກຕາມຫຼັກການຄວາມຈິງ. ນີ້ແມ່ນວິທີດຽວທີ່ຈະແກ້ໄຂບັນຫານີ້ໄດ້ຢ່າງເຖິງຖອງ. ບໍ່ວ່າພວກເຂົາຈະໄດ້ເຮັດຜິດພາດຫຍັງ ຫຼື ເຮັດສິ່ງທີ່ບໍ່ດີຫຍັງກໍຕາມ, ຄົນທີ່ມີອຸປະນິໄສທີ່ໂຫດຮ້າຍເຫຼົ່ານັ້ນຈະບໍ່ອະນຸຍາດໃຫ້ໃຜເປີດໂປງພວກເຂົາ ຫຼື ລິຮານພວກເຂົາ. ຖ້າໃຜຜູ້ໜຶ່ງເປີດໂປງ ແລະ ເຮັດຜິດໃຈພວກເຂົາ, ພວກເຂົາກໍຈະໂກດແຄ້ນ, ແກ້ແຄ້ນ ແລະ ບໍ່ຍອມປ່ອຍວາງເລື່ອງນັ້ນ. ພວກເຂົາບໍ່ມີຄວາມອົດທົນ ແລະ ຄວາມອົດກັ້ນຕໍ່ຄົນອື່ນ ແລະ ບໍ່ສະແດງຄວາມໃຈກວ້າງຕໍ່ພວກເຂົາ. ການປະພຶດຕົນຂອງພວກເຂົາອີງໃສ່ຫຼັກການໃດ? “ຂ້ອຍຍອມທໍລະຍົດ ດີກວ່າຖືກທໍລະຍົດ”. ເວົ້າອີກຢ່າງໜຶ່ງ, ພວກເຂົາບໍ່ທົນຖືກໃຜເຮັດຜິດໃຈ. ນີ້ບໍ່ແມ່ນຮູບແບບການຄິດຂອງຄົນຊົ່ວຮ້າຍບໍ? ນີ້ຄືຮູບແບບການຄິດຂອງຄົນຊົ່ວຮ້າຍຢ່າງແທ້ຈິງ. ບໍ່ມີໃຜໄດ້ຮັບອະນຸຍາດເຮັດຜິດໃຈພວກເຂົາ. ສໍາລັບພວກເຂົາແລ້ວ, ມັນເປັນສິ່ງທີ່ຍອມຮັບບໍ່ໄດ້ທີ່ໃຜຈະມາແຕະຕ້ອງພວກເຂົາແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາກໍກຽດຊັງໃຜກໍຕາມທີ່ເຮັດເຊັ່ນນັ້ນ. ພວກເຂົາຈະຕາມລ້າງຕາມຜານຄົນຜູ້ນັ້ນ ແລະ ບໍ່ເຄີຍປ່ອຍວາງເລື່ອງນັ້ນ, ຄົນຊົ່ວຮ້າຍກໍເປັນແບບນັ້ນ. ເຈົ້າຄວນແຍກອອກໄປ ຫຼື ຄັດຄົນຊົ່ວຮ້າຍອອກທັນທີທີ່ເຈົ້າຄົ້ນພົບວ່າພວກເຂົາມີແກ່ນແທ້ຂອງຄົນຊົ່ວຮ້າຍ, ກ່ອນທີ່ພວກເຂົາຈະສາມາດກະທຳຄວາມຊົ່ວຮ້າຍອັນໃຫຍ່ຫຼວງໄດ້. ສິ່ງນີ້ຈະຫຼຸດຜ່ອນຄວາມເສຍຫາຍທີ່ພວກເຂົາເຮັດໃຫ້ໜ້ອຍທີ່ສຸດ; ມັນເປັນທາງເລືອກທີ່ສະຫຼາດ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກລໍຖ້າຈົນກວ່າຄົນຊົ່ວຮ້າຍກໍ່ໃຫ້ເກີດໄພພິບັດບາງຢ່າງເພື່ອຈັດການກັບພວກເຂົາ, ພວກເຂົາກໍກຳລັງເປັນຝ່າຍຕັ້ງຮັບ. ນັ້ນຈະພິສູດວ່າຜູ້ນໍາ ແລະ ຜູ້ເຮັດວຽກນັ້ນໂງ່ຫຼາຍ ແລະ ບໍ່ມີຫຼັກການໃນການກະທຳຂອງພວກເຂົາ. ມີຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນທີ່ໂງ່ ແລະ ບໍ່ຮູ້ເລື່ອງແບບນີ້. ພວກເຂົາຢືນຢັນທີ່ຈະລໍຖ້າຈົນກວ່າພວກເຂົາຈະມີຫຼັກຖານທີ່ຊັດເຈນກ່ອນທີ່ຈະຈັດການກັບຄົນຊົ່ວຮ້າຍ ເພາະວ່າພວກເຂົາຄິດວ່ານັ້ນເປັນວິທີດຽວທີ່ເຮັດໃຫ້ພວກເຂົາສະບາຍໃຈໄດ້. ແຕ່ຄວາມຈິງແລ້ວ, ເຈົ້າບໍ່ຈຳເປັນຕ້ອງມີຫຼັກຖານທີ່ຊັດເຈນເພື່ອໃຫ້ແນ່ໃຈວ່າຄົນໃດຄົນໜຶ່ງເປັນຄົນຊົ່ວຮ້າຍ. ເຈົ້າສາມາດເຫັນໄດ້ຈາກຄຳເວົ້າ ແລະ ການກະທຳປະຈຳວັນຂອງພວກເຂົາ. ເມື່ອເຈົ້າແນ່ໃຈແລ້ວວ່າພວກເຂົາເປັນຄົນຊົ່ວຮ້າຍ, ເຈົ້າສາມາດເລີ່ມຕົ້ນໂດຍການຈຳກັດ ຫຼື ແຍກພວກເຂົາອອກໄປ. ສິ່ງນີ້ຈະຮັບປະກັນວ່າທັງວຽກງານຂອງຄຣິສຕະຈັກ ແລະ ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກຈະບໍ່ໄດ້ຮັບຄວາມເສຍຫາຍ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ສາມາດແຍກແຍະໄດ້ວ່າໃຜເປັນຄົນຊົ່ວຮ້າຍ, ທັງບໍ່ສາມາດຈັດການກັບຄົນຊົ່ວຮ້າຍໄດ້ຢ່າງທັນການ. ຜົນກໍຄື, ວຽກງານຂອງຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກໄດ້ຮັບຜົນກະທົບ ແລະ ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກກໍຖືກຂັດຂວາງ. ນີ້ເປັນສິ່ງທີ່ໂງ່ຫຼາຍ. ນີ້ຄືວິທີທີ່ຜູ້ນໍາປອມດຳເນີນວຽກງານ. ດ້ານໜຶ່ງ, ພວກເຂົາຂາດການແຍກແຍະ ແລະ ອີກດ້ານໜຶ່ງ, ພວກເຂົາເປັນຄົນປະຈົບປະແຈງທີ່ຢ້ານການເຮັດຜິດໃຈຄົນອື່ນ. ເມື່ອຮັບໃຊ້ເປັນຜູ້ນໍາ, ປະການທີໜຶ່ງ, ຄົນດັ່ງກ່າວ, ບໍ່ສາມາດເຮັດວຽກຕົວຈິງໄດ້ ແລະ ປະການທີສອງ, ພວກເຂົາທຳຮ້າຍປະຊາກອນທີ່ພຣະເຈົ້າເລືອກ. ພວກເຂົາບໍ່ສາມາດແມ່ນແຕ່ຈະແກ້ໄຂບັນຫາການລົບກວນທີ່ເກີດຈາກຄົນຊົ່ວຮ້າຍໄດ້ຢ່າງທັນການ, ທັງບໍ່ສາມາດປົກປ້ອງອ້າຍເອື້ອຍນ້ອງໄດ້; ຄົນດັ່ງກ່າວບໍ່ເໝາະສົມທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກ. ບອກເຮົາມາເບິ່ງ, ຖ້າຄົນໃດຄົນໜຶ່ງຖືກກຳນົດລັກສະນະວ່າເປັນຄົນຊົ່ວຮ້າຍ, ຍັງມີຄວາມຈຳເປັນທີ່ຈະຕ້ອງໂອ້ລົມຄວາມຈິງເພື່ອຊ່ວຍພວກເຂົາຢູ່ບໍ? (ບໍ່). ບໍ່ຈຳເປັນຕ້ອງໃຫ້ໂອກາດພວກເຂົາ. ບາງຄົນມີ “ຄວາມຮັກ” ຫຼາຍເກີນໄປ, ໃຫ້ໂອກາດຄົນຊົ່ວຮ້າຍກັບໃຈສະເໝີ, ແຕ່ວິທີນີ້ຈະໄດ້ຜົນບໍ? ສິ່ງນີ້ສອດຄ່ອງກັບຫຼັກການແຫ່ງພຣະທຳຂອງພຣະເຈົ້າບໍ? ເຈົ້າເຄີຍເຫັນຄົນຊົ່ວຮ້າຍຄົນໃດທີ່ສາມາດກັບໃຈຢ່າງແທ້ຈິງໄດ້ບໍ? ບໍ່ມີໃຜເຄີຍເຫັນແບບນັ້ນ. ການຫວັງໃຫ້ຄົນຊົ່ວຮ້າຍກັບໃຈກໍຄືກັບການສົງສານງູພິດ; ມັນຄືການສົງສານສັດຮ້າຍ. ນີ້ກໍເພາະວ່າໂດຍອີງໃສ່ແກ່ນແທ້ຂອງຄົນຊົ່ວຮ້າຍ, ກໍສາມາດກຳນົດໄດ້ວ່າຄົນຊົ່ວຮ້າຍຈະບໍ່ມີວັນຮັກສິ່ງທີ່ເປັນບວກ, ຈະບໍ່ມີວັນຍອມຮັບຄວາມຈິງ ແລະ ຈະບໍ່ມີວັນກັບໃຈ. ເຈົ້າຈະບໍ່ພົບຄຳວ່າ “ການກັບໃຈ” ໃນວັດຈະນານຸກົມຂອງພວກເຂົາ. ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງກັບພວກເຂົາແນວໃດກໍຕາມ, ພວກເຂົາກໍຈະບໍ່ປະຖິ້ມເຈດຕະນາ ແລະ ຜົນປະໂຫຍດຂອງຕົນເອງ ແລະ ຈະຊອກຫາເຫດຜົນ ແລະ ຂໍ້ອ້າງຕ່າງໆເພື່ອແກ້ຕົວໃຫ້ຕົນເອງ ແລະ ບໍ່ມີໃຜສາມາດຊັກຈູງພວກເຂົາໄດ້. ຖ້າພວກເຂົາໄດ້ຮັບຄວາມສູນເສຍ, ມັນກໍເປັນສິ່ງທີ່ທົນບໍ່ໄດ້ສຳລັບພວກເຂົາ ແລະ ພວກເຂົາກໍຈະນຳກວນໃຈຄົນອື່ນກ່ຽວກັບເລື່ອງນັ້ນຢ່າງບໍ່ມີວັນສິ້ນສຸດ. ຄົນເຊັ່ນນັ້ນ, ຜູ້ທີ່ບໍ່ເຕັມໃຈທີ່ຈະຮັບຄວາມສູນເສຍໃດໆ, ຈະສາມາດກັບໃຈຢ່າງແທ້ຈິງໄດ້ແນວໃດ? ຄົນທີ່ເຫັນແກ່ຕົວຢ່າງຍິ່ງແມ່ນຜູ້ທີ່ໃຫ້ຄວາມສຳຄັນກັບຜົນປະໂຫຍດຂອງຕົນເອງເໜືອສິ່ງອື່ນໃດ; ພວກເຂົາແມ່ນຄົນຊົ່ວຮ້າຍ ແລະ ພວກເຂົາຈະບໍ່ມີວັນກັບໃຈ. ຖ້າເຈົ້າໄດ້ຮັບຮູ້ຢ່າງລະອຽດແລ້ວວ່າຄົນເຊັ່ນນັ້ນເປັນຄົນຊົ່ວຮ້າຍ ແລະ ເຈົ້າຍັງໃຫ້ໂອກາດພວກເຂົາກັບໃຈ, ນັ້ນບໍ່ແມ່ນຄວາມໂງ່ຈ້າບໍ? ສິ່ງນີ້ທຽບເທົ່າກັບການເອົາງູທີ່ແຂງຍ້ອນຄວາມໜາວມາອຸ້ມໄວ້ໃນເອິກເພື່ອໃຫ້ຄວາມອົບອຸ່ນ, ພຽງເພື່ອຈະຖືກມັນກັດໃນພາຍຫຼັງ. ມີພຽງຄົນໂງ່ເທົ່ານັ້ນທີ່ຈະເຮັດສິ່ງທີ່ໂງ່ຈ້າເຊັ່ນນັ້ນ. ໃນຄຣິສຕະຈັກ, ການທີ່ປະຊາກອນທີ່ພຣະເຈົ້າເລືອກກຽດຊັງຄົນຊົ່ວຮ້າຍແມ່ນປະກົດການທີ່ປົກກະຕິ, ເພາະວ່າຄົນຊົ່ວຮ້າຍຂາດຄວາມເປັນມະນຸດ ແລະ ເຮັດສິ່ງທີ່ຜິດສິນທຳຢູ່ສະເໝີ. ການກຽດຊັງຄົນຊົ່ວຮ້າຍແມ່ນແນວຄິດທີ່ຖືກຕ້ອງ. ມັນເປັນສ່ວນໜຶ່ງຂອງສິ່ງທີ່ຜູ້ຄົນຄວນມີໃນຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາ.

ບອກເຮົາມາເບິ່ງ, ຄົນປະເພດໃດທີ່ບໍ່ມີຄວາມຮັກຕໍ່ອ້າຍເອື້ອຍນ້ອງເລີຍ? ເປັນຫຍັງພວກເຂົາຈຶ່ງບໍ່ມີແມ່ນແຕ່ການພົວພັນລະຫວ່າງບຸກຄົນທີ່ປົກກະຕິເລັກນ້ອຍກັບອ້າຍເອື້ອຍນ້ອງ? ຄົນປະເພດນີ້, ບໍ່ວ່າພວກເຂົາຈະພົວພັນກັບໃຜ, ກໍຈະຜູກມັດການພົວພັນເຫຼົ່ານີ້ກັບຜົນປະໂຫຍດ ແລະ ການແລກປ່ຽນເທົ່ານັ້ນ; ຖ້າບໍ່ມີຜົນປະໂຫຍດ ຫຼື ການແລກປ່ຽນມາກ່ຽວຂ້ອງ, ພວກເຂົາກໍຈະບໍ່ສົນໃຈຄົນອື່ນ. ຄົນປະເພດນີ້ບໍ່ແມ່ນຄົນຊົ່ວຮ້າຍບໍ? ບາງຄົນບໍ່ສະແຫວງຫາຄວາມຈິງ ແລະ ດຳລົງຊີວິດໂດຍອີງໃສ່ພຽງແຕ່ຄວາມຮູ້ສຶກ; ໃຜກໍຕາມທີ່ປະຕິບັດດີຕໍ່ພວກເຂົາ, ພວກເຂົາກໍຈະສະໜິດສະໜົມນຳ ແລະ ໃຜກໍຕາມທີ່ຊ່ວຍເຫຼືອພວກເຂົາ, ພວກເຂົາກໍຄິດວ່າເປັນຄົນດີ. ຄົນດັ່ງກ່າວກໍບໍ່ມີການພົວພັນລະຫວ່າງບຸກຄົນທີ່ປົກກະຕິເຊັ່ນກັນ. ພວກເຂົາດຳລົງຊີວິດໂດຍອີງໃສ່ພຽງແຕ່ຄວາມຮູ້ສຶກ, ແລ້ວພວກເຂົາຈະສາມາດປະຕິບັດຕໍ່ອ້າຍເອື້ອຍນ້ອງຢ່າງຍຸຕິທຳ ແລະ ເປັນທຳໄດ້ບໍ? ສິ່ງນີ້ແມ່ນບໍ່ສາມາດບັນລຸໄດ້ຢ່າງເດັດຂາດ. ສະນັ້ນ, ໃຜກໍຕາມທີ່ບໍ່ມີການພົວພັນລະຫວ່າງບຸກຄົນທີ່ປົກກະຕິກັບອ້າຍເອື້ອຍນ້ອງ ຫຼື ກັບຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ, ກໍແມ່ນຄົນທີ່ບໍ່ມີຈິດສຳນຶກ ແລະ ເຫດຜົນ, ແມ່ນຄົນທີ່ບໍ່ມີຄວາມເປັນມະນຸດທີ່ປົກກະຕິ ແລະ ແນ່ນອນວ່າບໍ່ແມ່ນຄົນທີ່ຮັກຄວາມຈິງ. ບຸກຄົນເຫຼົ່ານີ້ບໍ່ແຕກຕ່າງຈາກພວກຄົນຕ່ຳຊ້າໃນໝູ່ຜູ້ບໍ່ມີຄວາມເຊື່ອ; ພວກເຂົາພົວພັນກັບໃຜກໍຕາມທີ່ເປັນປະໂຫຍດຕໍ່ພວກເຂົາ ແລະ ບໍ່ສົນໃຈຜູ້ທີ່ບໍ່ເປັນປະໂຫຍດ. ຍິ່ງໄປກວ່ານັ້ນ, ເມື່ອພວກເຂົາເຫັນຄົນທີ່ກຳລັງໄລ່ຕາມຄວາມຈິງ ຫຼື ຄົນທີ່ສາມາດແບ່ງປັນຄຳພະຍານຈາກປະສົບການ, ຄົນທີ່ທຸກຄົນຊື່ນຊົມ ແລະ ມັກ, ພວກເຂົາກໍຈະອິດສາ ແລະ ກຽດຊັງ ແລະ ພະຍາຍາມທຸກວິທີທາງເພື່ອຊອກຫາຈັບຜິດພວກເຂົາ. ເພື່ອທີ່ຈະຕັດສິນ ແລະ ກ່າວໂທດຄົນເຫຼົ່ານີ້ທີ່ໄລ່ຕາມຄວາມຈິງ. ນີ້ບໍ່ແມ່ນສິ່ງທີ່ຄົນຊົ່ວຮ້າຍເຮັດບໍ? ຄົນດັ່ງກ່າວຂາດຈິດສຳນຶກ ແລະ ເຫດຜົນ, ພວກເຂົາຕໍ່າຊ້າກວ່າສັດເດຍລະສານ. ພວກເຂົາບໍ່ສາມາດປະຕິບັດຕໍ່ຜູ້ຄົນຢ່າງຖືກຕ້ອງ, ບໍ່ສາມາດເຂົ້າກັບຄົນອື່ນໄດ້ຕາມປົກກະຕິ, ບໍ່ສາມາດສ້າງການພົວພັນລະຫວ່າງບຸກຄົນທີ່ປົກກະຕິກັບປະຊາກອນທີ່ພຣະເຈົ້າເລືອກໄດ້ ແລະ ແມ່ນແຕ່ສາມາດກຽດຊັງຜູ້ທີ່ສະແຫວງຫາຄວາມຈິງ. ຄົນດັ່ງກ່າວຕ້ອງຮູ້ສຶກໂດດດ່ຽວ ແລະ ເປົ່າປ່ຽວຫຼາຍໃນໃຈຂອງພວກເຂົາ, ຈົ່ມວ່າໃຫ້ສະຫວັນ ແລະ ຄົນອື່ນຢູ່ສະເໝີ. ພວກເຂົາມີຄວາມສຸກ ຫຼື ຄວາມໝາຍຫຍັງໃນການດຳລົງຊີວິດ? ຄົນເຫຼົ່ານີ້ມີອຸປະນິໄສທີ່ໂຫດຮ້າຍ ແລະ ບໍ່ວ່າພວກເຂົາຈະພົວພັນກັບໃຜ, ພວກເຂົາກໍສາມາດເກີດຄວາມກຽດຊັງຍ້ອນເລື່ອງເລັກໆນ້ອຍໆ, ກ່າວໂທດ ແລະ ແກ້ແຄ້ນພວກເຂົາ, ນຳເອົາໄພພິບັດມາສູ່ພວກເຂົາ. ບຸກຄົນຊົ່ວຮ້າຍດັ່ງກ່າວແມ່ນມານຮ້າຍຢ່າງແທ້ຈິງ, ນຳເອົາໄພພິບັດມາສູ່ຄຣິສຕະຈັກໃນແຕ່ລະມື້ທີ່ພວກເຂົາຍັງຄົງຢູ່. ຖ້າພວກເຂົາຢູ່ເປັນເວລາດົນ, ໄພພິບັດກໍຈະບໍ່ມີວັນສິ້ນສຸດ. ມີພຽງແຕ່ການຄັດພວກເຂົາອອກຈາກຄຣິສຕະຈັກເທົ່ານັ້ນຈຶ່ງຈະສາມາດຫຼີກລ່ຽງໄພພິບັດໄດ້. ນອກຈາກນີ້, ຍັງມີຜູ້ທີ່ພາຍນອກເບິ່ງຄືວ່າເປັນຄົນສຸພາບ ແຕ່ມີຄວາມມັກໃນຜົນປະໂຫຍດເປັນພິເສດ. ດັ່ງນັ້ນ, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍແມ່ນເພື່ອການສະແຫວງຫາຜົນປະໂຫຍດເຊັ່ນກັນ. ຖ້າພວກເຂົາບໍ່ໄດ້ຮັບຜົນປະໂຫຍດມາໄລຍະໜຶ່ງ, ໜ້າຕາຂອງພວກເຂົາກໍຈະມືດມົວໄປດ້ວຍຄວາມເສົ້າໝອງ, ຄືກັບວ່າມີຄົນຕິດໜີ້ພວກເຂົາເປັນເງິນຈຳນວນຫຼາຍ. ໃຜກໍຕາມທີ່ເຫັນໃບໜ້າທີ່ເຕັມໄປດ້ວຍຄວາມຄຽດແຄ້ນ ແລະ ໝົດຫວັງຂອງພວກເຂົາກໍຈະໄດ້ຮັບຜົນກະທົບທາງດ້ານອາລົມທັນທີ. ພວກເຈົ້າຄິດວ່າໃບໜ້າເຊັ່ນນັ້ນຈະນຳເອົາຜົນກະທົບຫຍັງມາ ຖ້າມັນປາກົດໃນຊີວິດຄຣິສຕະຈັກ? ປະຊາກອນທີ່ພຣະເຈົ້າເລືອກສ່ວນໃຫຍ່ຈະຮູ້ສຶກບໍ່ສະບາຍໃຈຢ່າງແນ່ນອນທີ່ເຫັນມັນ ແລະ ການອ່ານພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມຄວາມຈິງຂອງພວກເຂົາກໍຈະຖືກລົບກວນ ແລະ ໄດ້ຮັບຜົນກະທົບໃນລະດັບທີ່ແຕກຕ່າງກັນໄປ. ໂດຍສະເພາະສຳລັບຜູ້ທີ່ຍັງບໍ່ໄດ້ຢັ່ງຮາກຕົນເອງໃນຫົນທາງທີ່ແທ້ຈິງ, ການເຫັນໃບໜ້າທີ່ຫົດຫູ່ຢູ່ຕະຫຼອດເວລານີ້ໃນຊີວິດຄຣິສຕະຈັກເລື້ອຍໆກໍຈະສົ່ງຜົນກະທົບຕໍ່ພວກເຂົາໄດ້ງ່າຍເກີນໄປ! ຄຣິສຕະຈັກຄວນມີຄົນທີ່ມີບຸກຄະລິກທີ່ເບີກບານມ່ວນຊື່ນຫຼາຍຂຶ້ນ, ຜູ້ທີ່ເວົ້າຈາຢ່າງບໍລິສຸດ ແລະ ຢ່າງເປີດເຜີຍ ແລະ ມີຄົນທີ່ມີຫົວໃຈເຕັມໄປດ້ວຍຄວາມສະຫງົບສຸກ ແລະ ຄວາມສຸກຫຼາຍຂຶ້ນ ແລະ ຜູ້ທີ່ມີຈິດໃຈ ແລະ ອາລົມເປັນອິດສະຫຼະ ແລະ ໄດ້ຮັບການປົດປ່ອຍ. ສິ່ງນີ້ຈະເຮັດໃຫ້ຊີວິດຄຣິສຕະຈັກໜ້າຊື່ນຊົມ. ຄົນໜ້າບູດບຶ້ງທີ່ຫົດຫູ່ຢູ່ຕະຫຼອດເວລາເຫຼົ່ານັ້ນຄວນອະທິຖານຕໍ່ພຣະເຈົ້າຢູ່ເຮືອນ ແລະ ປັບແນວຄິດຂອງຕົນເອງກ່ອນທີ່ຈະມາທີ່ການເຕົ້າໂຮມ. ດ້ວຍວິທີນີ້, ພວກເຂົາຈະມີອາລົມດີ ແລະ ພວກເຂົາຈະໄດ້ຮັບບາງສິ່ງບາງຢ່າງຈາກການເຕົ້າໂຮມ. ນອກຈາກນີ້, ສິ່ງນີ້ກໍຈະເປັນປະໂຫຍດຕໍ່ຄົນອື່ນເຊັ່ນກັນ; ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຈະບໍ່ຖືກລົບກວນ. ເພື່ອຮັບປະກັນວ່າປະຊາກອນທີ່ພຣະເຈົ້າເລືອກສາມາດດຳເນີນຊີວິດຄຣິສຕະຈັກທີ່ປົກກະຕິໄດ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮຽນຮູ້ທີ່ຈະໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ. ຖ້າໃຜຜູ້ໜຶ່ງມາງານເຕົ້າໂຮມດ້ວຍໃບໜ້າທີ່ຫົດຫູ່, ຜູ້ນໍາ ແລະ ຜູ້ເຮັດວຽກຄວນກ້າວອອກໄປຂ້າງໜ້າ ແລະ ຖາມວ່າ, “ເຈົ້າຕ້ອງການຄວາມຊ່ວຍເຫຼືອບໍ?” ນີ້ເອີ້ນວ່າການເປັນຝ່າຍເລີ່ມກ່ອນໃນການຊ່ວຍເຫຼືອຄົນອື່ນດ້ວຍຄວາມຮັກ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເຫັນຄົນທີ່ມີບັນຫາ ແລະ ເມີນເສີຍ, ຫຼີກລ່ຽງ ແລະ ຢູ່ຫ່າງຈາກ “ຄົນໜ້າບູດບຶ້ງ” ເຫຼົ່ານັ້ນໂດຍບໍ່ໂອ້ລົມຄວາມຈິງເພື່ອເຮັດໃຫ້ວັນຂອງພວກເຂົາສົດໃສຂຶ້ນ, ແລ້ວພວກເຂົາກໍບໍ່ໄດ້ເຮັດວຽກຕົວຈິງ. ເພື່ອເຮັດວຽກງານຄຣິສຕະຈັກຢ່າງມີປະສິດທິພາບ, ຜູ້ນໍາ ແລະ ຜູ້ເຮັດວຽກກ່ອນອື່ນໝົດຕ້ອງຮຽນຮູ້ທີ່ຈະເປັນຄູ່ຄິດທີ່ໄວ້ໃຈໄດ້ຂອງປະຊາກອນທີ່ພຣະເຈົ້າເລືອກ, ຄືກັບທີ່ຜູ້ບໍ່ມີຄວາມເຊື່ອເອີ້ນວ່າເປັນພະນັກງານລັດທີ່ເບິ່ງແຍງປະຊາຊົນ. ບາງຄົນບໍ່ເຕັມໃຈທີ່ຈະຮັບບົດບາດດັ່ງກ່າວ, ມັກທີ່ຈະເປັນພຽງຜູ້ສັງເກດການຢູ່ສະເໝີ, ພວກເຂົາຈະສາມາດນຳພາປະຊາກອນທີ່ພຣະເຈົ້າເລືອກໃຫ້ດຳເນີນຊີວິດຄຣິສຕະຈັກທີ່ດີດ້ວຍວິທີນີ້ໄດ້ແນວໃດ? ຄວາມຈິງແລ້ວ, ບໍ່ວ່າຄົນໃດຄົນໜຶ່ງມີບັນຫາໃນໃຈ ຫຼື ບໍ່ກໍສາມາດເຫັນໄດ້ໃນລະດັບໃດໜຶ່ງຈາກການສະແດງອອກທາງສີໜ້າຂອງພວກເຂົາ. ຖ້າໃບໜ້າຂອງຄົນໃດຄົນໜຶ່ງມືດມົວຢູ່ສະເໝີ, ມັນໝາຍຄວາມວ່າຫົວໃຈຂອງພວກເຂົາດຳມືດໂດຍບໍ່ມີແສງສະຫວ່າງແມ່ນແຕ່ຈຸດດຽວ. ຖ້າພວກເຂົາຈົມຢູ່ກັບການໂຕ້ຖຽງກັນເລື່ອງຖືກຜິດໝົດມື້, ໃບໜ້າຂອງພວກເຂົາຍັງຈະມີຮອຍຍິ້ມໄດ້ຢູ່ບໍ? ໃບໜ້າຂອງຄົນເຫຼົ່ານີ້ຖືກປົກຄຸມໄປດ້ວຍເມກດຳຢູ່ສະເໝີ, ໂດຍບໍ່ມີຊ່ວງເວລາຂອງແສງແດດ ແລະ ສິ່ງນີ້ກໍສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາເຊັ່ນກັນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຊັກຊ້າໃນການຈັດການ ແລະ ແກ້ໄຂບັນຫານີ້, ເຊິ່ງເຮັດໃຫ້ອ້າຍເອື້ອຍນ້ອງຕ້ອງທົນທຸກທໍລະມານຈາກການລົບກວນຢ່າງຕໍ່ເນື່ອງ ແລະ ຄວາມທຸກທໍລະມານທີ່ບໍ່ສາມາດເວົ້າໄດ້, ມັນກໍພິສູດວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດປະຕິບັດວຽກງານຕົວຈິງໄດ້, ບໍ່ສາມາດແກ້ໄຂບັນຫາດ້ວຍຄວາມຈິງໄດ້ ແລະ ເປັນຄົນໄຮ້ຄ່າຢ່າງສິ້ນເຊີງ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເຂົ້າໃຈຄວາມຈິງ ແລະ ສາມາດລະບຸບັນຫາຂອງອ້າຍເອື້ອຍນ້ອງໄດ້ ແລະ ສາມາດໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໄດ້ທັນການ, ບໍ່ພຽງແຕ່ສາມາດຊ່ວຍແກ້ໄຂບັນຫາຂອງຜູ້ຄົນ, ແຕ່ຍັງສາມາດຊ່ວຍໃຫ້ຜູ້ຄົນເຂົ້າໃຈຫຼັກການຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາໄດ້, ແລ້ວການປະຕິບັດໜ້າທີ່ ແລະ ການຈັດການເລື່ອງຕ່າງໆຂອງພວກເຂົາກໍຈະມີປະສິດທິພາບ ແລະ ວຽກງານຄຣິສຕະຈັກກໍຈະບໍ່ໄດ້ຮັບຜົນກະທົບ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດລະບຸ ແລະ ແກ້ໄຂບັນຫາໄດ້ທັນການ, ສິ່ງນີ້ກໍສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດລະບຸ ແລະ ຈັດການບັນຫາໄດ້, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກ ແລະ ຂັດຂວາງການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ, ພວກເຂົາບໍ່ໄດ້ເຮັດຜິດຕໍ່ພຣະເຈົ້າ ແລະ ປະຊາກອນທີ່ພຣະເຈົ້າເລືອກບໍ? ພວກເຂົາບໍ່ຂາດຫຼັກການໃນການຈັດການເລື່ອງຕ່າງໆບໍ? ການຈັດການບັນຫາໂດຍທັນທີ ແລະ ໂດຍບໍ່ລັງເລຫຼັງຈາກທີ່ເບິ່ງທະລຸແກ່ນແທ້ຂອງມັນ, ນີ້ເອີ້ນວ່າການປະຕິບັດຄວາມຮັບຜິດຊອບສຸດຄວາມສາມາດ ແລະ ການເປັນຄົນທີ່ຈົງຮັກພັກດີ ແລະ ນີ້ຄືການປະຕິບັດໜ້າທີ່ຂອງຕົນໃນແບບທີ່ໄດ້ມາດຕະຖານ.

ຫົວຂໍ້ຂອງການໂອ້ລົມໃນມື້ນີ້ແມ່ນປະເດັນທີຫົກ, ການມີການພົວພັນທີ່ບໍ່ເໝາະສົມ. ບັນຫາປະເພດນີ້ທີ່ເກີດຂຶ້ນໃນຊີວິດຄຣິສຕະຈັກໂດຍພື້ນຖານແລ້ວແມ່ນມີດັ່ງນີ້: ການພົວພັນທີ່ບໍ່ເໝາະສົມລະຫວ່າງຍິງ-ຊາຍ, ການພົວພັນແບບເພດດຽວກັນ, ການພົວພັນເພື່ອຮັກສາຜົນປະໂຫຍດສ່ວນຕົວ ແລະ ຄວາມກຽດຊັງລະຫວ່າງບຸກຄົນ. ບໍ່ວ່າຈະເປັນການພົວພັນທີ່ອີງໃສ່ຕັນຫາທາງເນື້ອໜັງ, ຜົນປະໂຫຍດທາງເນື້ອໜັງ ຫຼື ຄວາມຜູກພັນທາງອາລົມທີ່ຊັບຊ້ອນຂອງເນື້ອໜັງ, ພວກມັນລ້ວນແຕ່ຕົກຢູ່ໃນໝວດໝູ່ຂອງການພົວພັນທີ່ບໍ່ເໝາະສົມ ເພາະວ່າພວກມັນເກີນຂອບເຂດຂອງຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ການມີຢູ່ຂອງການພົວພັນທີ່ບໍ່ເໝາະສົມເຫຼົ່ານີ້ສາມາດລົບກວນຈິດໃຈຂອງຜູ້ຄົນໄດ້ໃນລະດັບໃດໜຶ່ງ. ທີ່ຮ້າຍແຮງໄປກວ່ານັ້ນ, ພວກມັນສາມາດລົບກວນການເຂົ້າສູ່ຊີວິດຂອງຜູ້ຄົນ, ການສະແຫວງຫາຂອງພວກເຂົາກ່ຽວກັບຄວາມຈິງ ແລະ ການໄລ່ຕາມຂອງພວກເຂົາທີ່ຈະຮູ້ຈັກພຣະເຈົ້າ. ການພົວພັນທີ່ບໍ່ເໝາະສົມປະເພດຕ່າງໆເຫຼົ່ານີ້ບໍ່ໄດ້ເກີດຈາກຈິດສຳນຶກ ຫຼື ເຫດຜົນ ແລະ ພວກມັນກໍຂັດກັບຄວາມເປັນມະນຸດທີ່ປົກກະຕິ. ມັນເປັນເລື່ອງຍາກສຳລັບຜູ້ຄົນທີ່ຈະຍອມຮັບ ແລະ ປະຕິບັດຄວາມຈິງເມື່ອພວກເຂົາດຳລົງຊີວິດຢູ່ພາຍໃນການພົວພັນທີ່ຜິດປົກກະຕິເຫຼົ່ານີ້ ແລະ ສິ່ງນີ້ກໍລົບກວນພວກເຂົາໃນການດຳເນີນຊີວິດຄຣິສຕະຈັກ ແລະ ການໄລ່ຕາມການເຕີບໂຕຂອງຊີວິດ, ທັງຍັງລົບກວນຄວາມເປັນລະບຽບຮຽບຮ້ອຍຂອງຊີວິດຄຣິສຕະຈັກອີກດ້ວຍ. ສິ່ງນີ້ເປັນອັນຕະລາຍຕໍ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ ແລະ ຍັງສາມາດສ້າງຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກໄດ້ອີກດ້ວຍ. ຍ້ອນສິ່ງທັງໝົດນີ້, ມັນຈຶ່ງເປັນສິ່ງຈຳເປັນຢ່າງຍິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະຕ້ອງລະບຸ ແລະ ຈັດການບັນຫາເຫຼົ່ານີ້ໂດຍທັນທີ.

ກ່ຽວກັບການພົວພັນທີ່ບໍ່ເໝາະສົມ, ພວກເຮົາໄດ້ລະບຸສະຖານະການຕ່າງໆ ແລະ ຈັດແບ່ງປະເພດພວກມັນແລ້ວ. ພວກເຈົ້າສາມາດຍົກຕົວຢ່າງບາງຢ່າງເພື່ອຝຶກຝົນການແຍກແຍະໄດ້ບໍ? ຈຸດປະສົງຂອງການຮຽນຮູ້ການແຍກແຍະແມ່ນຫຍັງ? ມັນແມ່ນເພື່ອເຮັດໃຫ້ພວກເຈົ້າສາມາດແຍກແຍະ ແລະ ກຳນົດແກ່ນແທ້ຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໄດ້, ເພື່ອທີ່ຈະຕັດສິນຢ່າງຖືກຕ້ອງ ແລະ ຈາກນັ້ນກໍປະຕິບັດຕໍ່ພວກເຂົາຕາມຫຼັກການ. ນີ້ຄືຜົນຮັບສຸດທ້າຍ. ມີໃຜເຄີຍເວົ້າບໍວ່າ, “ເຈົ້າເວົ້າຢູ່ໝົດມື້ກ່ຽວກັບເລື່ອງຖືກຜິດເຫຼົ່ານີ້, ເລື່ອງປະຈຳວັນເຫຼົ່ານີ້, ພວກເຮົາບໍ່ເຕັມໃຈທີ່ຈະຟັງມັນອີກຕໍ່ໄປ; ພວກເຮົາເຖິງກັບບໍ່ຢາກມາງານເຕົ້າໂຮມອີກແລ້ວ. ເຈົ້າບໍ່ຄວນໂອ້ລົມກ່ຽວກັບຄວາມຈິງບໍ? ເປັນຫຍັງຈຶ່ງເວົ້າເຖິງສະຖານະການເຫຼົ່ານີ້ຢູ່ສະເໝີ?” ພວກເຈົ້າເຄີຍສັງເກດເຫັນຄົນເຊັ່ນນັ້ນບໍ? ພວກເຂົາແມ່ນຄົນປະເພດໃດ? (ຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ). ພວກເຮົາໂອ້ລົມດ້ວຍວິທີນີ້, ແຕ່ພວກເຂົາກໍຍັງບໍ່ສາມາດເຂົ້າໃຈຄວາມຈິງໄດ້, ສະຕິປັນຍາຂອງພວກເຂົາບໍ່ຮອດລະດັບຄົນປົກກະຕິ; ຄົນເຊັ່ນນັ້ນແມ່ນເກີນທີ່ຈະແກ້ໄຂໄດ້. ຄົນທີ່ສະຕິປັນຍາບໍ່ຮອດລະດັບຂອງມະນຸດຍັງຈະໃຫ້ລາວມາຟັງຄຳເທດສະໜາຕໍ່ໄປບໍ? ບາງທີພວກເຂົາອາດຈະສະເໜີວ່າ: “ການເຕົ້າໂຮມແມ່ນກ່ຽວກັບການໂອ້ລົມຄວາມຈິງສະເໝີ, ເວົ້າເຖິງເລື່ອງຕ່າງໆເຊັ່ນການປະຕິບັດຄວາມຈິງຢູ່ສະເໝີ, ຂ້ອຍເບື່ອທີ່ຈະຟັງເລື່ອງນີ້ແລ້ວ. ຂ້ອຍບໍ່ເຕັມໃຈທີ່ຈະມາງານເຕົ້າໂຮມອີກຕໍ່ໄປ”. ຖ້າພວກເຂົາມີທັດສະນະແບບນັ້ນແທ້, ແລ້ວພວກເຂົາກໍແມ່ນຜູ້ທີ່ເບື່ອໜ່າຍຄວາມຈິງ. ສຳລັບຄົນເຊັ່ນນັ້ນ, ເຮືອນຂອງພຣະເຈົ້າບໍ່ໄດ້ບັງຄັບໃຫ້ພວກເຂົາເຂົ້າຮ່ວມ; ໃຫ້ຟ້າວປົດພວກເຂົາອອກ. ຖ້າພວກເຂົາເອງບໍ່ເຕັມໃຈທີ່ຈະມາງານເຕົ້າໂຮມ ແລະ ບໍ່ເປີດໃຈຮັບຟັງສິ່ງທີ່ສົນທະນາກັນໃນງານ, ພວກເຮົາກໍບໍ່ໄດ້ບັງຄັບ, ພວກເຮົາບໍ່ໄດ້ຕ້ອງການເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບພວກເຂົາ. ຄົນແບບນີ້, ເຖິງແມ່ນວ່າພວກເຂົາເຊື່ອໃນພຣະເຈົ້າຕະຫຼອດຊີວິດ, ກໍຈະບໍ່ເຂົ້າໃຈຄວາມຈິງ ແລະ ຈະບໍ່ເຂົ້າສູ່ຄວາມເປັນຈິງ; ມັນເປັນການເສຍຄວາມພະຍາຍາມໄປລ້າໆ. ຖ້າພວກເຂົາມັກຟັງຄວາມຮູ້ທາງເທວະວິທະຍາ, ກໍໃຫ້ພວກເຂົາໄປສຶກສາຄວາມຮູ້ທາງເທວະວິທະຍາ; ມື້ໜຶ່ງ, ເມື່ອພວກເຂົາບໍ່ໄດ້ຮັບຄວາມຈິງເປັນຊີວິດ, ພວກເຂົາກໍຈະເສຍໃຈ.

ວັນທີ 29 ພຶດສະພາ 2021

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?