ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (13) ສ່ວນທີ ສີ່

IV. ການສ້າງຕັ້ງກຸ່ມກ້ອນ

ການສະແດງອອກທີສີ່ຂອງການຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກແມ່ນການສ້າງຕັ້ງກຸ່ມກ້ອນ, ເຊິ່ງເປັນລັກສະນະທີ່ຮ້າຍແຮງຫຼາຍ. ພຶດຕິກຳໃດແດ່ທີ່ປະກອບເປັນການສ້າງຕັ້ງກຸ່ມກ້ອນ? ຖ້າຄົນສອງຄົນທີ່ເຊື່ອໃນພຣະເຈົ້າໄດ້ເປັນຜູ້ເຊື່ອມາເປັນເວລາໄລຍະໜຶ່ງທີ່ຄ້າຍຄືກັນ, ມີອາຍຸ, ສະຖານະຄອບຄົວ, ຄວາມສົນໃຈ, ບຸກຄະລິກກະພາບ ແລະ ອື່ນໆທີ່ຄ້າຍຄືກັນ ແລະ ພວກເຂົາກໍເຂົ້າກັນໄດ້ດີ, ມັກນັ່ງນຳກັນໃນລະຫວ່າງການເຕົ້າໂຮມ ແລະ ມີຄວາມສະໜິດສະໜົມກັນຢ່າງໃກ້ຊິດ, ສິ່ງນີ້ຖືວ່າເປັນການສ້າງຕັ້ງກຸ່ມກ້ອນບໍ? (ບໍ່ແມ່ນ). ນີ້ແມ່ນປະກົດການທົ່ວໄປຂອງການພົວພັນລະຫວ່າງບຸກຄົນແບບປົກກະຕິ, ເຊິ່ງບໍ່ໄດ້ກໍ່ໃຫ້ເກີດການລົບກວນໃດໆຕໍ່ຄົນອື່ນ; ສະນັ້ນ, ມັນບໍ່ໄດ້ຖືວ່າເປັນການສ້າງຕັ້ງກຸ່ມກ້ອນ. ແລ້ວການສ້າງຕັ້ງກຸ່ມກ້ອນທີ່ກ່າວເຖິງຢູ່ນີ້ໝາຍເຖິງຫຍັງ? ຕົວຢ່າງ: ໃນທ່າມກາງອ້າຍເອື້ອຍນ້ອງຫ້າຄົນທີ່ເຕົ້າໂຮມກັນ, ສາມຄົນເປັນຄົນງານໃນເມືອງ ແລະ ສອງຄົນເປັນຊາວກະສິກອນຊົນນະບົດ. ຄົນງານໃນເມືອງສາມຄົນມັກຈະຈັບກຸ່ມກັນ, ເວົ້າເຖິງວ່າຊີວິດໃນເມືອງດີກວ່າ ແລະ ໃນຊົນນະບົດບໍ່ດີແນວໃດ, ບ່ອນທີ່ຜູ້ຄົນຂາດການສຶກສາ, ຂາດປະສົບການທາງໂລກ ແລະ ບໍ່ມີມາລະຍາດ. ພວກເຂົາດູຖູກຄົນຊົນນະບົດ, ເວົ້າຈາທັບຖົມບຸກຄົນຊົນນະບົດສອງຄົນຢູ່ສະເໝີ, ເຊິ່ງເຮັດໃຫ້ພວກເຂົາຮູ້ສຶກເຄືອງໃຈ ແລະ ຢາກຕໍ່ຕ້ານ, ໂດຍກ່າວວ່າຄົນໃນເມືອງໃຈແຄບ ແລະ ຄິດໄລ່ທຸກລາຍລະອຽດ, ໃນຂະນະທີ່ຄົນຊົນນະບົດມີນໍ້າໃຈກວ້າງຂວາງ. ໃນລະຫວ່າງການເຕົ້າໂຮມ, ພວກເຂົາເບິ່ງຄືວ່າບໍ່ເຄີຍເຫັນດີນຳກັນ, ເຊິ່ງມັກຈະນຳໄປສູ່ການຂັດແຍ້ງ ແລະ ການໂຕ້ຖຽງທີ່ບໍ່ຈຳເປັນ. ຄົນທັງຫ້າຄົນນີ້ເຂົ້າກັນໄດ້ຢ່າງປອງດອງບໍ? ພວກເຂົາເປັນໜຶ່ງດຽວກັນໃນພຣະທຳຂອງພຣະເຈົ້າບໍ? ພວກເຂົາເຂົ້າກັນໄດ້ບໍ? (ເຂົ້າກັນບໍ່ໄດ້) ເມື່ອຄົນໃນເມືອງເວົ້າສະເໝີວ່າ “ພວກເຮົາຄົນເມືອງ” ແລະ ຄົນຊົນນະບົດກໍເວົ້າສະເໝີວ່າ “ພວກເຮົາຄົນຊົນນະບົດ”, ພວກເຂົາກຳລັງເຮັດຫຍັງຢູ່? (ສ້າງຕັ້ງກຸ່ມກ້ອນ). ນີ້ຄືບັນຫາທີສີ່ທີ່ພວກເຮົາຈະໂອ້ລົມກັນ: ການສ້າງຕັ້ງກຸ່ມກ້ອນ. ພຶດຕິກຳແບບນີ້ໝາຍເຖິງການສ້າງຕັ້ງກຸ່ມ ແລະ ພັກພວກ. ການສ້າງຕັ້ງກຸ່ມແກ໊ງ, ພັກພວກຕ່າງໆ ແລະ ກຸ່ມພາຍໃນອື່ນໆ ໂດຍອີງໃສ່ພາກພື້ນ, ສະພາບເສດຖະກິດ ແລະ ຊົນຊັ້ນທາງສັງຄົມ, ພ້ອມທັງທັດສະນະທີ່ແຕກຕ່າງກັນ ເຊິ່ງປະກອບເປັນການສ້າງຕັ້ງກຸ່ມກ້ອນ. ບໍ່ວ່າໃຜຈະເປັນຜູ້ນຳກຸ່ມເຫຼົ່ານີ້ກໍຕາມ, ພາຍໃນຄຣິສຕະຈັກ, ການສ້າງຕັ້ງກຸ່ມ ແລະ ພັກພວກທີ່ແຕກຕ່າງກັນ ແລະ ການສ້າງຕັ້ງກຸ່ມທີ່ເຂົ້າກັນບໍ່ໄດ້ ລ້ວນແລ້ວແຕ່ເປັນປະກົດການຂອງການສ້າງຕັ້ງກຸ່ມກ້ອນ. ໃນບາງສະຖານທີ່, ຄອບຄົວໃຫຍ່ທັງໝົດເຊື່ອໃນພຣະເຈົ້າ ແລະ ໃນສະຖານທີ່ເຕົ້າໂຮມແຫ່ງໜຶ່ງ, ນອກຈາກຄົນສອງຄົນທີ່ມີນາມສະກຸນຕ່າງກັນແລ້ວ, ທີ່ເຫຼືອກໍເປັນຄົນໃນຄອບຄົວຂອງພວກເຂົາເອງ. ຄອບຄົວນີ້ຈຶ່ງສ້າງຕັ້ງພັກພວກ ຫຼື ກຸ່ມກ້ອນ, ເຮັດໃຫ້ຄົນສອງຄົນທີ່ມີນາມສະກຸນຕ່າງກັນກາຍເປັນຄົນນອກ. ບໍ່ວ່າໃຜໃນຄອບຄົວນີ້ຈະປະເຊີນກັບບັນຫາໃດກໍຕາມ ຫຼື ຖືກລິຮານ, ຖ້າມີຄົນໜຶ່ງສະແດງຄວາມເຄືອງໃຈ, ຄົນທີ່ເຫຼືອກໍພາກັນເວົ້າເສີມ. ຖ້າຫາກມີໃຜກະທຳຜິດຕໍ່ຫຼັກການ, ຄົນອື່ນໆກໍຈະປົກປ້ອງ ແລະ ປິດບັງການກະທຳຂອງພວກເຂົາ, ຫ້າມບໍ່ໃຫ້ໃຜເປີດໂປງ; ແມ່ນແຕ່ການກ່າວເຖິງບັນຫານີ້ພຽງເລັກນ້ອຍກໍເປັນສິ່ງທີ່ຍອມຮັບບໍ່ໄດ້, ແຮງໄກທີ່ຈະໃຫ້ຖືກລິຮານ. ບັນຫາຢູ່ທີ່ນີ້ແມ່ນຫຍັງ? ພວກເຈົ້າສາມາດແຍກແຍະມັນໄດ້ບໍ? ເມື່ອສະມາຊິກຄອບຄົວເຫຼົ່ານີ້ເຕົ້າໂຮມກັນ, ມັນກໍຄືກັບວ່າພວກເຂົາທັງໝົດສົມຮູ້ຮ່ວມຄິດກັນ, ເບິ່ງທ່າທີ ແລະ ຟັງສັນຍານກ່ອນຈະເວົ້າ. ຖ້າຫົວໜ້າແກ໊ງຂອງພວກເຂົາສະແດງຈຸດຢືນໃດໜຶ່ງ, ຄົນອື່ນໆທຸກຄົນກໍຈະເຮັດຕາມ ແລະ ຄົນອື່ນໆກໍບໍ່ກ້າທີ່ຈະຍຸຍົງພວກເຂົາ ຫຼື ເວົ້າຄັດຄ້ານ. ການເກີດຂຶ້ນຂອງປະກົດການນີ້ໃນຊີວິດຄຣິສຕະຈັກບໍ່ໄດ້ປະກອບເປັນການຂັດຂວາງ ແລະ ການລົບກວນຕໍ່ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກບໍ? ຄົນໃນກຸ່ມນີ້ເປັນຜູ້ກຳນົດວ່າພຣະທຳຂອງພຣະເຈົ້າຕອນໃດທີ່ຈະຕ້ອງກິນ ແລະ ດື່ມໃນລະຫວ່າງການເຕົ້າໂຮມ ແລະ ທຸກຄົນກໍຕ້ອງເຊື່ອຟັງ; ແມ່ນແຕ່ຜູ້ນຳຄຣິສຕະຈັກກໍຕ້ອງໄວ້ໜ້າພວກເຂົາ ແລະ ບໍ່ສາມາດຄັດຄ້ານໄດ້. ພວກເຂົາປະກາດວ່າໃຜຄວນຖືກເລືອກຕັ້ງເປັນຜູ້ນຳ ແລະ ຜູ້ເຮັດວຽກ ແລະ ຜູ້ນຳຄຣິສຕະຈັກກໍຕ້ອງພິຈາລະນາຄວາມຄິດເຫັນຂອງພວກເຂົາວ່າສຳຄັນທີ່ສຸດ ແລະ ບໍ່ຖືເບົາ. ໃນຂະນະດຽວກັນ, ພວກເຂົາກໍສືບຕໍ່ຮັບສະໝັກ “ຜູ້ມີພອນສະຫວັນ”, ດຶງເອົາຜູ້ທີ່ຈະເຊື່ອຟັງພວກເຂົາ, ຜູ້ທີ່ພວກເຂົາສາມາດໄວ້ວາງໃຈໄດ້ ແລະ ຜູ້ທີ່ມີປະໂຫຍດຕໍ່ພວກເຂົາ ເຂົ້າມາໃນກຸ່ມຂອງພວກເຂົາ ເພື່ອນຳໃຊ້ເພື່ອຈຸດປະສົງຂອງກຸ່ມ, ຂະຫຍາຍອິດທິພົນຂອງພວກເຂົາຢ່າງຕໍ່ເນື່ອງ. ກຸ່ມນີ້ມີຈຸດປະສົງເພື່ອຄວບຄຸມຊີວິດຄຣິສຕະຈັກ; ຫົວໜ້າແກ໊ງຂອງພວກເຂົາຕ້ອງການຄວບຄຸມຄຣິສຕະຈັກ. ກຸ່ມນີ້ມີອຳນາດຢ່າງຫຼວງຫຼາຍ; ພວກເຂົາລວມຫົວກັນເພື່ອດຳເນີນການພາຍໃນຄຣິສຕະຈັກ. ບໍ່ວ່າຈະເກີດຫຍັງຂຶ້ນໃນຄຣິສຕະຈັກ, ພວກເຂົາກໍຕ້ອງການມີສ່ວນຮ່ວມ. ຄົນອື່ນໆຕ້ອງເບິ່ງສີໜ້າຂອງພວກເຂົາກ່ອນທີ່ຈະເວົ້າ ຫຼື ຈັດການສິ່ງໃດ, ຈົນເຖິງຂັ້ນທີ່ວ່າເນື້ອໃນຂອງການເຕົ້າໂຮມແຕ່ລະຄັ້ງເພື່ອການກິນ ແລະ ການດື່ມກໍຕ້ອງປະຕິບັດຕາມການຈັດແຈງ ແລະ ຄວາມປາຖະໜາຂອງພວກເຂົາ. ແມ່ນແຕ່ຖ້າຜູ້ນຳຄຣິສຕະຈັກຕ້ອງການເຮັດສິ່ງໃດ, ພວກເຂົາກໍຕ້ອງປຶກສາຄວາມຄິດເຫັນຂອງກຸ່ມນີ້ກ່ອນ ແລະ ຮັບຟັງແນວຄິດຂອງພວກເຂົາ. ອ້າຍເອື້ອຍນ້ອງສ່ວນໃຫຍ່ຖືກຄວບຄຸມໂດຍພວກເຂົາ ແລະ ວຽກງານຂອງຄຣິສຕະຈັກຫຼາຍຢ່າງກໍຢູ່ພາຍໃຕ້ການຄວບຄຸມຂອງພວກເຂົາເຊັ່ນກັນ. ຄົນເຫຼົ່ານີ້ທີ່ສ້າງຕັ້ງກຸ່ມກ້ອນໄດ້ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ ແລະ ວຽກງານຂອງຄຣິສຕະຈັກຢ່າງຮ້າຍແຮງ. ບັນຫານີ້ຮ້າຍແຮງບໍ? ການກະທຳເຫຼົ່ານີ້ຄວນຖືກຈຳກັດບໍ? ຄວນຖືກແກ້ໄຂບໍ? ຫົວໜ້າແກ໊ງເຫຼົ່ານີ້ຄວນຖືກຈຳກັດ ແລະ ຖືກກຳຈັດອອກ ຫຼື ຖືກຂັບໄລ່ອອກ, ໃນຂະນະທີ່ຄົນເບົາປັນຍາທີ່ເຮັດຕາມຢ່າງບໍ່ລືມຫູລືມຕາຄວນໄດ້ຮັບການໂອ້ລົມ ແລະ ຊ່ວຍເຫຼືອກ່ອນ. ຖ້າພວກເຂົາບໍ່ກັບໃຈ ຫຼື ປ່ຽນແປງແນວທາງ, ແລ້ວພວກເຂົາກໍຕ້ອງຖືກຈຳກັດ. ບໍ່ຕ້ອງເກງໃຈພວກເຂົາ!

ການສ້າງຕັ້ງກຸ່ມກ້ອນແມ່ນຫຍັງ, ສິ່ງນີ້ເຂົ້າໃຈໄດ້ງ່າຍບໍ? ຖ້າຄົນໜຶ່ງຍົກບັນຫາຂຶ້ນມາ ແລະ ຄົນອື່ນໆຫຼາຍຄົນກໍເຫັນດີນຳ, ນັ້ນຖືວ່າເປັນການສ້າງຕັ້ງກຸ່ມກ້ອນບໍ? (ບໍ່ແມ່ນ). ຖ້າອ້າຍເອື້ອຍນ້ອງບາງຄົນທີ່ມີພາລະ ແລະ ຄວາມຮູ້ສຶກຍຸຕິທຳທີ່ຂ້ອນຂ້າງຫຼາຍກວ່າ, ຮຽກຮ້ອງໃຫ້ຄົນອື່ນເຂົ້າຮ່ວມກັບພວກເຂົາໃນການເຮັດໜ້າວຽກທີ່ສຳຄັນໃຫ້ສຳເລັດ ຫຼື ເພື່ອຈຸດປະສົງໃນການບັນລຸຜົນສຳເລັດໃນການເຕົ້າໂຮມ ແລະ ສາມາດເຂົ້າໃຈຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າໃນຫົວຂໍ້ທີ່ສຳຄັນ, ຖ້າພວກເຂົານຳພາທຸກຄົນໃນການໂອ້ລົມ ແລະ ທຸກຄົນກໍເຮັດຕາມແນວຄິດຂອງພວກເຂົາໃນການໂອ້ລົມ ແລະ ການອ່ານພ້ອມອະທິຖານພຣະທຳຂອງພຣະເຈົ້າ, ສິ່ງນີ້ຖືວ່າເປັນການສ້າງຕັ້ງກຸ່ມກ້ອນບໍ? (ບໍ່ແມ່ນ). ໃນຄຣິສຕະຈັກ, ຄົນປະເພດໃດທີ່ມັກຈະສ້າງຕັ້ງກຸ່ມກ້ອນ? ພຶດຕິກຳປະເພດໃດທີ່ປະກອບເປັນການສ້າງຕັ້ງກຸ່ມກ້ອນ? (ຄົນຫຼາຍຄົນປົກປ້ອງ ແລະ ໃຫ້ທ້າຍເຊິ່ງກັນແລະກັນ ຫຼື ມີສ່ວນຮ່ວມໃນຄວາມອິດສາ ແລະ ການຂັດແຍ້ງ, ເຊິ່ງທັງໝົດນີ້ຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ, ນີ້ຄືການສ້າງຕັ້ງກຸ່ມກ້ອນ). ນີ້ແມ່ນດ້ານໜຶ່ງ. ຈຸດສຳຄັນຢູ່ທີ່ນີ້ແມ່ນຫຍັງ? ການປົກປ້ອງ ແລະ ການໃຫ້ທ້າຍເຊິ່ງກັນແລະກັນທີ່ນຳໄປສູ່ການຂັດຂວາງ ແລະ ການລົບກວນ; ຮູ້ວ່າການເຮັດບາງສິ່ງນັ້ນຜິດ ແລະ ບໍ່ສອດຄ່ອງກັບຫຼັກການຄວາມຈິງ, ແຕ່ກໍຍັງເຈດຕະນາປິດບັງມັນໄວ້, ແກ້ຕົວທີ່ບິດເບືອນ ແລະ ບໍ່ບອກຄວາມຈິງ, ຍອມທຳລາຍວຽກງານຂອງຄຣິສຕະຈັກ ແລະ ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ພຽງເພື່ອປົກປ້ອງໜ້າຕາ ແລະ ສະຖານະຂອງບາງຄົນ ແລະ ປົກປ້ອງຜູ້ທີ່ເຮັດຄວາມຊົ່ວ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ໂດຍການທໍລະຍົດຕໍ່ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ, ນີ້ຄືການສ້າງຕັ້ງກຸ່ມກ້ອນ. ອີກສະຖານະການໜຶ່ງແມ່ນກ່ຽວຂ້ອງກັບການຍຸຍົງ ແລະ ລໍ້ລວງຜູ້ຄົນໃຫ້ຮ່ວມກັນຕໍ່ຕ້ານການຈັດແຈງຂອງເຮືອນຂອງພຣະເຈົ້າ. ນີ້ເປັນເລື່ອງທີ່ຮ້າຍແຮງໂດຍທຳມະຊາດ, ມັນກໍເປັນຮູບແບບໜຶ່ງຂອງການຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ. ຈຸດປະສົງຫຼັກຂອງການສ້າງຕັ້ງກຸ່ມກ້ອນແມ່ນຫຍັງ? ແມ່ນເພື່ອຄວບຄຸມຄຣິສຕະຈັກ ແລະ ຄວບຄຸມຜູ້ຄົນທີ່ພຣະເຈົ້າເລືອກ.

ຍັງມີການສ້າງຕັ້ງກຸ່ມກ້ອນອີກປະເພດໜຶ່ງທີ່ກ່ຽວຂ້ອງກັບການເວົ້າຕາມໃຈຄົນເພື່ອຊື້ໃຈຄົນປະເພດຕ່າງໆ. ເມື່ອເບິ່ງໂດຍຜິວເຜີນ, ເບິ່ງຄືວ່າທຸກຄົນໃນກຸ່ມປະເພດນີ້ສາມາດເວົ້າໄດ້ຢ່າງອິດສະຫຼະ ແລະ ສະແດງຄວາມຄິດເຫັນຂອງຕົນເອງ. ແນວໃດກໍຕາມ, ເມື່ອເບິ່ງຜົນໄດ້ຮັບສຸດທ້າຍ, ເຈົ້າຈະສາມາດເຫັນວ່າພວກເຂົາກຳລັງເຮັດຕາມທິດທາງຄຳເວົ້າຂອງຄົນຜູ້ໜຶ່ງຢ່າງແທ້ຈິງ ເຊິ່ງຄົນຜູ້ນັ້ນຄືຕົວຊີ້ທິດທາງຂອງພວກເຂົາ. ແລ້ວຄົນຜູ້ນັ້ນດຶງດູດຄົນອື່ນມາເປັນພວກຂອງຕົນໄດ້ແນວໃດ? ພວກເຂົາເບິ່ງວ່າໃຜທີ່ພວກເຂົາສາມາດດຶງດູດໄດ້ ແລະ ໃຜທີ່ດຶງດູດໄດ້ງ່າຍ ແລະ ພວກເຂົາກໍຈະຊ່ວຍເຫຼືອໜ້ອຍໜຶ່ງ, ໃຫ້ຄວາມຊ່ວຍເຫຼືອດ້ວຍຄວາມຮັກແພງແກ່ຄົນເຫຼົ່ານັ້ນ. ຈາກນັ້ນ ພວກເຂົາກໍສືບຫາຂໍ້ມູນຂອງຄົນເຫຼົ່ານັ້ນ, ຊອກຮູ້ວ່າຄົນເຫຼົ່ານັ້ນມັກຫຍັງ, ມັກເວົ້າແບບໃດ, ບຸກຄະລິກກະພາບຂອງຄົນເຫຼົ່ານັ້ນ ແລະ ກິດຈະກໍາທີ່ຄົນເຫຼົ່ານັ້ນມັກເຮັດແມ່ນຫຍັງ. ໃນຂະນະດຽວກັນ, ພວກເຂົາມັກຈະເຫັນດີນຳໃນການສົນທະນາເພື່ອຊື້ໃຈຂອງຄົນເຫຼົ່ານັ້ນ ແລະ ໃນທີ່ສຸດ, ພວກເຂົາກໍຄ່ອຍໆ “ໂນ້ມນ້າວ” ຄົນເຫຼົ່ານັ້ນໄດ້ເທື່ອລະໜ້ອຍ, ເຮັດໃຫ້ຄົນເຫຼົ່ານັ້ນເຂົ້າຮ່ວມກຸ່ມຂອງພວກເຂົາໂດຍບໍ່ຮູ້ໂຕ ແລະ ເຂົ້າຮ່ວມກັບກຸ່ມຂອງພວກເຂົາ. ໂດຍທົ່ວໄປແລ້ວ, ການເວົ້າຕາມໃຈຄົນເພື່ອຊື້ໃຈພວກເຂົາເປັນວິທີທີ່ອ່ອນໂຍນຫຼາຍ, ມັນເຕັມໄປດ້ວຍ “ນ້ຳໃຈ” ແລະ ມັນກໍມີປະສິດທິພາບຫຼາຍ. ຕົວຢ່າງ: ຖ້າຄົນໃດໜຶ່ງສະແດງຄວາມຮັກຕໍ່ຄົນອື່ນເປັນປະຈຳ, ເຫັນດີນຳພວກເຂົາໃນການສົນທະນາ ແລະ ສະແດງຄວາມເຂົ້າໃຈ ແລະ ຄວາມອົດທົນຕໍ່ພວກເຂົາ, ຄົນຜູ້ນັ້ນກໍຈະສ້າງຄວາມປະທັບໃຈທີ່ດີຕໍ່ພວກເຂົາໂດຍບໍ່ຮູ້ໂຕ ແລະ ມີຄວາມໃກ້ຊິດຂຶ້ນກັບພວກເຂົາ ແລະ ຈາກນັ້ນກໍຈະຖືກລວມເຂົ້າໄປໃນອຳນາດຂອງພວກເຂົາ. ກຸ່ມ ແລະ ພັກພວກດັ່ງກ່າວຈະສະແດງບົດບາດໃນສະຖານະການໃດ? ທັນທີທີ່ຜູ້ຕິດຕາມທີ່ດື້ດ້ານຂອງພວກເຂົາຄົນໃດຄົນໜຶ່ງຖືກເປີດໂປງ, ຮູ້ສຶກຖືກກະທຳ ຫຼື ຜົນປະໂຫຍດ, ສະຖານະ ຫຼື ຊື່ສຽງຂອງພວກເຂົາຖືກລົບກວນ ຫຼື ເສຍຫາຍຈາກສິ່ງໃດສິ່ງໜຶ່ງ ຫຼື ໃຜຜູ້ໃດຜູ້ໜຶ່ງທີ່ຢູ່ນອກພັກພວກຂອງພວກເຂົາ, ຄົນປະເພດນີ້ກໍຈະລຸກຂຶ້ນເວົ້າແທນພວກເຂົາ, ຕໍ່ສູ້ເພື່ອຜົນປະໂຫຍດ ແລະ ສິດທິຂອງພວກເຂົາ, ນີ້ຄືການສ້າງຕັ້ງກຸ່ມກ້ອນຂອງພວກເຂົາ. ການສ້າງຕັ້ງກຸ່ມກ້ອນສອງປະເພດທີ່ເຫັນໄດ້ຊັດເຈນແມ່ນການປົກປ້ອງຜູ້ຄົນ ແລະ ການໃຫ້ທ້າຍພວກເຂົາ ແລະ ການຕໍ່ຕ້ານຮ່ວມກັນ. ແນວໃດກໍຕາມ, ການສ້າງຕັ້ງກຸ່ມກ້ອນຜ່ານການເວົ້າຕາມໃຈຄົນເບິ່ງຄືວ່າບໍ່ໄດ້ແຂງກະດ້າງຄືກັບສອງປະເພດທີ່ຫາກໍກ່າວມາ ແລະ ສະມາຊິກຂອງພັກພວກດັ່ງກ່າວມັກຈະບໍ່ມີໃຜສັງເກດເຫັນພາຍໃນຄຣິສຕະຈັກ. ແຕ່ເມື່ອເຖິງເວລາທີ່ຜູ້ຄົນຕ້ອງເລືອກ, ຕ້ອງມີຈຸດຢືນທີ່ຊັດເຈນ, ພັກພວກດັ່ງກ່າວກໍຈະປາກົດໃຫ້ເຫັນຢ່າງຊັດເຈນ. ຕົວຢ່າງ: ຖ້າຫົວໜ້າພັກພວກເວົ້າວ່າຜູ້ນຳຄຣິສຕະຈັກຄົນໃດໜຶ່ງມີຄວາມສາມາດ, ຜູ້ຕິດຕາມຂອງພວກເຂົາກໍຈະຍົກຕົວຢ່າງຫຼາຍໆຢ່າງຂຶ້ນມາທັນທີວ່າຜູ້ນຳຄົນນັ້ນສະແດງອອກເຖິງຄວາມສາມາດນີ້ແນວໃດ. ຖ້າຫົວໜ້າພັກພວກເວົ້າວ່າຜູ້ນຳຄຣິສຕະຈັກຂາດຄວາມສາມາດໃນການເຮັດວຽກ, ມີຄວາມສາມາດຕໍ່າ ແລະ ມີຄວາມເປັນມະນຸດທີ່ບໍ່ດີ, ສະມາຊິກຄົນອື່ນໆກໍຈະເຮັດຕາມ, ເວົ້າເຖິງວ່າຜູ້ນຳຄຣິສຕະຈັກຄົນນັ້ນບໍ່ມີຄວາມສາມາດແນວໃດ, ພວກເຂົາບໍ່ສາມາດໂອ້ລົມຄວາມຈິງໄດ້ແນວໃດ, ພວກເຂົາກ່າວຄຳເວົ້າ ແລະ ຫຼັກຄຳສອນແນວໃດ ແລະ ພວກເຂົາກໍຈະເວົ້າວ່າທຸກຄົນຄວນເລືອກຄົນທີ່ຖືກຕ້ອງແທນ. ນີ້ຄືພັກພວກທີ່ເບິ່ງບໍ່ເຫັນປະເພດໜຶ່ງ. ເຖິງແມ່ນວ່າພວກເຂົາຈະບໍ່ອອກໜ້າມາຍຶດອຳນາດ ແລະ ຄວບຄຸມຜູ້ຄົນໃນຄຣິສຕະຈັກຢ່າງເປີດເຜີຍ, ແຕ່ກໍມີກອງກຳລັງທີ່ເບິ່ງບໍ່ເຫັນພາຍໃນພັກພວກ ແລະ ກຸ່ມດັ່ງກ່າວທີ່ຄວບຄຸມຊີວິດຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຄຣິສຕະຈັກ. ນີ້ຄືຮູບແບບການສ້າງຕັ້ງກຸ່ມກ້ອນທີ່ເຊື່ອງຊ້ອນ ແລະ ໜ້າຢ້ານກົວກວ່າ. ນອກເໜືອຈາກສອງສະຖານະການການສ້າງຕັ້ງກຸ່ມກ້ອນທີ່ແຍກແຍະໄດ້ງ່າຍທີ່ກ່າວມາກ່ອນໜ້ານີ້, ເຊິ່ງເປັນບັນຫາທີ່ຜູ້ນຳຄຣິສຕະຈັກຄວນແກ້ໄຂ, ການສ້າງຕັ້ງກຸ່ມກ້ອນແບບເຊື່ອງຊ້ອນປະເພດນີ້ກໍເປັນບັນຫາທີ່ຜູ້ນຳຄຣິສຕະຈັກຍິ່ງຄວນແກ້ໄຂ ແລະ ຈັດການຫຼາຍກວ່ານັ້ນ. ພວກເຂົາຄວນຈັດການກັບເລື່ອງນີ້ແນວໃດ? ພວກເຂົາຕ້ອງຈັດການກັບຫົວໜ້າກຸ່ມປະເພດນີ້ໂດຍກົງຜ່ານການໂອ້ລົມ. ເປັນຫຍັງຈຶ່ງຕ້ອງເນັ້ນໃສ່ການໂອ້ລົມກັບຫົວໜ້າກຸ່ມຄົນນີ້ກ່ອນ? ເມື່ອເບິ່ງຜິວເຜີນ, ເບິ່ງຄືວ່າສະມາຊິກຂອງພັກພວກດັ່ງກ່າວບໍ່ໄດ້ຖືກໃຜຄວບຄຸມ ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາທຸກຄົນຮູ້ດີໃນໃຈວ່າພວກເຂົາເຊື່ອຟັງໃຜ ແລະ ເຕັມໃຈທີ່ຈະເຊື່ອຟັງຄົນຜູ້ນັ້ນ. ສະນັ້ນ, ຜູ້ທີ່ພວກເຂົາຍົກຍ້ອງບູຊາ ແລະ ຜູ້ທີ່ຄວບຄຸມພວກເຂົາຄວນຖືກຈັດການ ແລະ ແກ້ໄຂ ແລະ ຄວນໂອ້ລົມຄວາມຈິງໃຫ້ບຸກຄົນນັ້ນຟັງ ເພື່ອໃຫ້ພວກເຂົາເຂົ້າໃຈເຖິງທໍາມະຊາດຂອງການກະທຳຂອງພວກເຂົາ. ເຖິງແມ່ນວ່າຫົວໜ້າກຸ່ມອາດຈະບໍ່ໄດ້ຕໍ່ຕ້ານເຮືອນຂອງພຣະເຈົ້າຢ່າງເປີດເຜີຍ ຫຼື ປະທ້ວງຜູ້ນຳ, ພວກເຂົາກໍຄວບຄຸມສິດໃນການເວົ້າ, ຄວາມຄິດ, ທັດສະນະ ແລະ ເສັ້ນທາງທີ່ຄົນເຫຼົ່ານີ້ຍ່າງຕາມ. ພວກເຂົາຄືຜູ້ຕໍ່ຕ້ານພຣະຄຣິສທີ່ເຊື່ອງຊ້ອນ. ບຸກຄົນດັ່ງກ່າວຕ້ອງຖືກລະບຸຕົວຕົນ, ຈາກນັ້ນກໍແຍກແຍະ ແລະ ໄຈ້ແຍກ. ຖ້າພວກເຂົາບໍ່ກັບໃຈ, ພວກເຂົາກໍຄວນຖືກຈຳກັດ ແລະ ແຍກອອກຕ່າງຫາກ. ຈາກນັ້ນ, ຄວນດຳເນີນການສືບສວນສະມາຊິກແຕ່ລະຄົນຂອງພວກເຂົາ ເພື່ອເບິ່ງວ່າໃຜໃນທ່າມກາງພວກເຂົາທີ່ເປັນຄົນປະເພດດຽວກັນ. ກ່ອນອື່ນໝົດ, ໃຫ້ແຍກບຸກຄົນເຫຼົ່ານີ້ອອກມາ ແລະ ຈາກນັ້ນກໍໂອ້ລົມກັບຄົນເບົາປັນຍາທີ່ຂີ້ແບະ, ຂີ້ຢ້ານ ແລະ ຖືກນຳພາຢ່າງຜິດໆ. ຖ້າພວກເຂົາສາມາດກັບໃຈ ແລະ ເລີກຕິດຕາມຜູ້ຕໍ່ຕ້ານພຣະຄຣິສ, ພວກເຂົາກໍອາດຈະຢູ່ໃນຄຣິສຕະຈັກໄດ້; ຖ້າບໍ່ໄດ້, ພວກເຂົາກໍຄວນຖືກແຍກອອກ. ວິທີການນີ້ເໝາະສົມບໍ? (ເໝາະສົມ). ປະກົດການນີ້ມີຢູ່ໃນຄຣິສຕະຈັກບໍ? ບັນຫາປະເພດນີ້ຄວນຖືກແກ້ໄຂບໍ? (ຄວນຖືກແກ້ໄຂ). ເປັນຫຍັງຈຶ່ງຄວນຖືກແກ້ໄຂ? ນັບຕັ້ງແຕ່ເຮືອນຂອງພຣະເຈົ້າເລີ່ມເຜີຍແຜ່ພຣະກິດຕິຄຸນ, ອຳນາດຂອງພວກຕໍ່ຕ້ານພຣະຄຣິສກໍມີຢູ່ທົ່ວທຸກແຫ່ງໃນຊີວິດຄຣິສຕະຈັກ, ແລະ ຜູ້ຄົນທີ່ພຣະເຈົ້າເລືອກຫຼາຍຄົນກໍໄດ້ຮັບຜົນກະທົບ, ຖືກລະງັບ ຫຼື ຖືກຄວບຄຸມໂດຍອຳນາດເຫຼົ່ານີ້ໃນລະດັບທີ່ແຕກຕ່າງກັນ. ເມື່ອໃດກໍຕາມທີ່ຄົນເຫຼົ່ານີ້ເວົ້າ ຫຼື ກະທຳ, ພວກເຂົາບໍ່ໄດ້ຢູ່ໃນສະພາວະທີ່ເປັນອິດສະຫຼະ ແລະ ການຫຼຸດພົ້ນ ແຕ່ພັດຖືກຊັກຈູງ, ໄດ້ຮັບອິດທິພົນ, ຖືກຄວບຄຸມ ແລະ ຖືກກັກຂັງໄວ້ໂດຍຄວາມຄິດ ແລະ ທັດສະນະຂອງບຸກຄົນບາງຄົນ. ຄົນເຫຼົ່ານີ້ຮູ້ສຶກຖືກບັງຄັບໃຫ້ເວົ້າ ແລະ ກະທຳໃນບາງວິທີ; ຖ້າພວກເຂົາບໍ່ເຮັດ, ພວກເຂົາກໍກັງວົນ ແລະ ຢ້ານທີ່ຈະຮັບຜິດຊອບຕໍ່ຜົນທີ່ຕາມມາທີ່ເກີດຂຶ້ນ. ສິ່ງນີ້ບໍ່ໄດ້ສົ່ງຜົນກະທົບ ແລະ ລົບກວນຊີວິດຄຣິສຕະຈັກບໍ? ນີ້ແມ່ນການສະແດງອອກຂອງຊີວິດຄຣິສຕະຈັກທີ່ປົກກະຕິບໍ? (ບໍ່ແມ່ນ). ຊີວິດຄຣິສຕະຈັກປະເພດນີ້ບໍ່ແມ່ນຄວາມເປັນລະບຽບຮຽບຮ້ອຍປົກກະຕິ ແຕ່ຖືກຄວບຄຸມໂດຍຄົນຊົ່ວຊ້າ. ຕາບໃດທີ່ຄົນຊົ່ວຊ້າມີອຳນາດໃນຄຣິສຕະຈັກ, ມັນກໍບໍ່ແມ່ນພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງທີ່ປົກຄອງຢູ່ບ່ອນນັ້ນ. ຜູ້ນຳ, ຜູ້ເຮັດວຽກ ແລະ ອ້າຍເອື້ອຍນ້ອງທີ່ເຂົ້າໃຈຄວາມຈິງຈະຖືກກົດຂີ່ຂົ່ມເຫັງ. ຄຣິສຕະຈັກດັ່ງກ່າວຄືຄຣິສຕະຈັກທີ່ຖືກຄວບຄຸມໂດຍອຳນາດຂອງພວກຕໍ່ຕ້ານພຣະຄຣິສ. ນີ້ກໍເປັນບັນຫາ ແລະ ປະກົດການແຫ່ງພາລະກິດຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກທີ່ຖືກຂັດຂວາງ ແລະ ຖືກລົບກວນ, ເຊິ່ງຜູ້ນຳ ແລະ ຜູ້ເຮັດວຽກຄວນຈັດການ ແລະ ແກ້ໄຂ. ບາງຄົນທີ່ຢູ່ໃນກຸ່ມຂອງຜູ້ຕໍ່ຕ້ານພຣະຄຣິສຢ້ານທີ່ຈະສູນເສຍຄວາມໄວ້ວາງໃຈຂອງກຸ່ມ, ສູນເສຍຜູ້ໜູນຫຼັງ, ສູນເສຍໝູ່ເພື່ອນ, ບໍ່ມີຜູ້ຊ່ວຍເຫຼືອໃນຍາມຕ້ອງການ ແລະ ອື່ນໆ. ສະນັ້ນ, ພວກເຂົາຈຶ່ງພະຍາຍາມສຸດຄວາມສາມາດເພື່ອຢູ່ໃນກຸ່ມຕໍ່ໄປ. ສະຖານະການນີ້ບໍ່ຮ້າຍແຮງບໍ? ມັນບໍ່ຄວນຖືກແກ້ໄຂບໍ? (ແມ່ນແລ້ວ). ເມື່ອສະຖານະການປະເພດນີ້ເກີດຂຶ້ນພາຍໃນຄຣິສຕະຈັກ, ຄົນສ່ວນໃຫຍ່ຮູ້ສຶກເຖິງມັນບໍ? ຄົນສ່ວນໃຫຍ່ແຍກແຍະມັນໄດ້ບໍ? ບາງຄົນຖືກຄວບຄຸມໂດຍຄົນໃດຄົນໜຶ່ງໂດຍບໍ່ຮູ້ໂຕ, ພວກເຂົາຕ້ອງເຮັດຕາມຄວາມຄິດ ແລະ ທັດສະນະ, ຄຳເວົ້າ ແລະ ການກະທຳ, ຄຳສອນຂອງຄົນຜູ້ນັ້ນສະເໝີ ແລະ ພວກເຂົາກໍຢ້ານທີ່ຈະເວົ້າວ່າ “ບໍ່”, ຢ້ານທີ່ຈະຕໍ່ຕ້ານຄົນຜູ້ນັ້ນ ແລະ ແມ່ນແຕ່ຕ້ອງງຶກຫົວເຫັນດີ ແລະ ຍິ້ມຮັບຢ່າງບໍ່ຈິງໃຈເມື່ອຄົນຜູ້ນັ້ນເວົ້າຍ້ອນຢ້ານທີ່ຈະລ່ວງເກີນພວກເຂົາ. ສະຖານະການແບບນີ້ມີຢູ່ບໍ? ບັນຫາທີ່ຄວນຖືກແກ້ໄຂຢູ່ບ່ອນນີ້ແມ່ນຫຍັງ? ຜູ້ນຳຄຣິສຕະຈັກຄວນຈັດການ ແລະ ແກ້ໄຂຫົວໜ້າແກ໊ງຜູ້ຕໍ່ຕ້ານພຣະຄຣິສຄົນນັ້ນທີ່ສາມາດນຳພາຢ່າງຜິດໆ ແລະ ຄວບຄຸມຄົນອື່ນ. ກ່ອນອື່ນ, ພວກເຂົາຄວນໂອ້ລົມຄວາມຈິງເພື່ອເຮັດໃຫ້ຄົນສ່ວນໃຫຍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິສຄົນນີ້, ຈາກນັ້ນກໍຈຳກັດຕົວຂອງຜູ້ຕໍ່ຕ້ານພຣະຄຣິສຜູ້ນັ້ນ. ຖ້າຜູ້ຕໍ່ຕ້ານພຣະຄຣິສບໍ່ກັບໃຈ, ລາວກໍຄວນຖືກກຳຈັດອອກໂດຍທັນທີ ເພື່ອປ້ອງກັນບໍ່ໃຫ້ລາວສືບຕໍ່ລົບກວນຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ.

ສະຫຼຸບແລ້ວ, ໃນຊີວິດຄຣິສຕະຈັກທີ່ປົກກະຕິ, ອ້າຍເອື້ອຍນ້ອງຄວນສາມາດໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ, ພ້ອມທັງຄວາມເຂົ້າໃຈ, ຄວາມຢັ່ງຮູ້, ປະສົບການ ແລະ ຄວາມຫຍຸ້ງຍາກສ່ວນຕົວຂອງພວກເຂົາໄດ້ຢ່າງເປັນອິດສະຫຼະ ແລະ ບໍ່ມີຂໍ້ຈຳກັດ. ແນ່ນອນ, ພວກເຂົາກໍຄວນມີສິດທີ່ຈະໃຫ້ຄຳແນະນຳ, ຕຳໜິຕິຕຽນ ແລະ ເປີດໂປງການກະທຳໃດໆຂອງຜູ້ນຳ ແລະ ຜູ້ເຮັດວຽກທີ່ລະເມີດຫຼັກການ, ໃນຂະນະດຽວກັນກໍມີສິດທີ່ຈະໃຫ້ຄວາມຊ່ວຍເຫຼືອ ແລະ ຄຳປຶກສາອີກດ້ວຍ. ທັງໝົດນີ້ຄວນເປັນໄປຢ່າງອິດສະຫຼະ ແລະ ທຸກດ້ານເຫຼົ່ານີ້ຄວນເປັນເລື່ອງປົກກະຕິ; ພວກເຂົາບໍ່ຄວນຖືກຄວບຄຸມໂດຍບຸກຄົນໃດໜຶ່ງ, ເຊິ່ງຈະນຳໄປສູ່ການລະງັບຜູ້ຄົນທີ່ພຣະເຈົ້າເລືອກ, ນັ້ນຈະບໍ່ແມ່ນຊີວິດຄຣິສຕະຈັກທີ່ປົກກະຕິ. ເຮືອນຂອງພຣະເຈົ້າມີຂໍ້ກຳນົດ, ກົດລະບຽບ ແລະ ຫຼັກການສຳລັບວິທີທີ່ອ້າຍເອື້ອຍນ້ອງຄວນເວົ້າ, ກະທຳ ແລະ ປະພຶດຕົນ ແລະ ວິທີທີ່ພວກເຂົາຄວນສ້າງສາຍສຳພັນລະຫວ່າງບຸກຄົນທີ່ປົກກະຕິໃນຊີວິດຄຣິສຕະຈັກ ແລະ ອື່ນໆ ແລະ ສິ່ງເຫຼົ່ານີ້ບໍ່ໄດ້ຖືກກຳນົດໂດຍບຸກຄົນໃດໜຶ່ງ. ເມື່ອອ້າຍເອື້ອຍນ້ອງເຮັດສິ່ງໃດສິ່ງໜຶ່ງ, ພວກເຂົາບໍ່ຈຳເປັນຕ້ອງຄອຍຈັບສີໜ້າຂອງບຸກຄົນໃດໜຶ່ງ, ພວກເຂົາບໍ່ຈຳເປັນຕ້ອງເຮັດຕາມຄຳສັ່ງຂອງບຸກຄົນໃດໜຶ່ງ ຫຼື ຖືກລະງັບໂດຍບຸກຄົນໃດໜຶ່ງ. ບໍ່ມີໃຜຄວນຮັບໃຊ້ເປັນຕົວຊີ້ທິດທາງ ຫຼື ຄົນຄຸມທ້າຍ; ສິ່ງດຽວທີ່ສາມາດໃຫ້ທິດທາງໄດ້ກໍຄືພຣະທຳຂອງພຣະເຈົ້າ, ຄວາມຈິງ. ສະນັ້ນ, ສິ່ງທີ່ຜູ້ຄົນທີ່ພຣະເຈົ້າເລືອກຕ້ອງຍຶດໝັ້ນກໍຄືພຣະທຳຂອງພຣະເຈົ້າ, ຄວາມຈິງ ແລະ ຫຼັກການຂອງການໂອ້ລົມຄວາມຈິງໃນການເຕົ້າໂຮມ. ຖ້າເຈົ້າຖືກລະງັບໂດຍຄົນອື່ນຢູ່ສະເໝີ, ຕ້ອງເບິ່ງການສະແດງອອກຂອງພວກເຂົາເພື່ອໃຫ້ຮູ້ວ່າຕ້ອງເຮັດແນວໃດຢູ່ສະເໝີ ແລະ ບໍ່ກ້າເວົ້າຕໍ່ໄປເມື່ອເຈົ້າເຫັນສີໜ້າທີ່ບໍ່ພໍໃຈ ຫຼື ໜ້າງໍຂອງພວກເຂົາ, ຖ້າເຈົ້າຖືກຈຳກັດໂດຍຄົນຜູ້ນັ້ນຢູ່ສະເໝີໃນຂະນະທີ່ໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ຄວາມເຂົ້າໃຈຈາກປະສົບການສ່ວນຕົວຂອງເຈົ້າ, ຮູ້ສຶກຖືກລະງັບຢູ່ສະເໝີ, ບໍ່ສາມາດກະທຳຕາມຫຼັກການຄວາມຈິງໄດ້ ແລະ ຖ້າຄຳເວົ້າ, ສາຍຕາ, ສີໜ້າ, ນໍ້າສຽງ ແລະ ຄຳເວົ້າທີ່ທັງສຽດສີທັງຂົ່ມຂູ່ທາງອ້ອມຂອງຄົນຜູ້ນັ້ນຜູກມັດເຈົ້າຢູ່ສະເໝີ, ແລ້ວເຈົ້າກໍກຳລັງຖືກຄວບຄຸມຢູ່ພາຍໃນພັກພວກທີ່ນຳໂດຍບຸກຄົນຜູ້ນີ້. ອັນນີ້ເປັນບັນຫາໃຫຍ່ແລ້ວ; ນີ້ບໍ່ແມ່ນຊີວິດຄຣິສຕະຈັກ, ແຕ່ເປັນຊີວິດຂອງພັກພວກທີ່ປົກຄອງໂດຍພວກຕໍ່ຕ້ານພຣະຄຣິສ. ເມື່ອເວົ້າເຖິງບັນຫາປະເພດນີ້, ຜູ້ນຳ ແລະ ຜູ້ເຮັດວຽກຄວນກ້າວອອກມາເພື່ອແກ້ໄຂມັນ ແລະ ອ້າຍເອື້ອຍນ້ອງກໍມີພັນທະ ແລະ ສິດທິໃນການປົກປ້ອງຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກເຊັ່ນກັນ. ຜູ້ທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ, ໂດຍສະເພາະຜູ້ທີ່ສ້າງຕັ້ງກຸ່ມກ້ອນ ແລະ ຕ້ອງການຄວບຄຸມຄຣິສຕະຈັກ, ຄວນຖືກຢຸດຢັ້ງ, ເປີດໂປງ ແລະ ໄຈ້ແຍກ ເພື່ອເຮັດໃຫ້ທຸກຄົນໄດ້ຮັບການແຍກແຍະ ແລະ ສາມາດເບິ່ງເຫັນແກ່ນແທ້ຂອງບັນຫາໄດ້ວ່າເປັນຄວາມຕ້ອງການທີ່ຈະສ້າງອານາຈັກທີ່ເປັນເອກະລາດ. ຄຣິສຕະຈັກບໍ່ອະນຸຍາດໃຫ້ມີການສ້າງຕັ້ງກຸ່ມກ້ອນ ແລະ ການແບ່ງແຍກຄຣິສຕະຈັກບໍ່ວ່າດ້ວຍເຫດຜົນໃດກໍຕາມ. ຕົວຢ່າງ: ການແບ່ງເປັນກຸ່ມໂດຍອີງໃສ່ຕົວຕົນ ແລະ ສະຖານະທາງສັງຄົມ, ເຂດບ້ານໃກ້ເຮືອນຄຽງ, ພາກພື້ນ ຫຼື ນິກາຍສາສະໜາ ຫຼື ການແບ່ງເປັນກຸ່ມໂດຍອີງໃສ່ລະດັບການສຶກສາ, ຄວາມຮັ່ງມີ, ເຊື້ອຊາດ ແລະ ສີຜິວ ແລະ ອື່ນໆ, ທັງໝົດນີ້ແມ່ນຂັດກັບຫຼັກການຄວາມຈິງ ແລະ ບໍ່ຄວນເກີດຂຶ້ນໃນຄຣິສຕະຈັກ. ບໍ່ວ່າຈະໃຊ້ຂໍ້ອ້າງໃດກໍຕາມໃນການແບ່ງແຍກຜູ້ຄົນອອກເປັນລຳດັບຊັ້ນ, ຕຳແໜ່ງ, ພັກພວກ ແລະ ກຸ່ມກ້ອນ, ມັນກໍຈະຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ ແລະ ມັນກໍເປັນບັນຫາທີ່ຜູ້ນຳ ແລະ ຜູ້ເຮັດວຽກຄວນແກ້ໄຂໂດຍທັນທີ. ສະຫຼຸບໂດຍຫຍໍ້, ບໍ່ວ່າເຫດຜົນຂອງການທີ່ຜູ້ຄົນແບ່ງອອກເປັນກຸ່ມ, ພັກພວກ ຫຼື ກຸ່ມກ້ອນຈະເປັນແນວໃດກໍຕາມ, ຖ້າພວກເຂົາໄດ້ຮວບຮວມອຳນາດໄດ້ໃນລະດັບໜຶ່ງ ແລະ ພວກເຂົາກໍ່ໃຫ້ເກີດການລົບກວນຕໍ່ວຽກງານຂອງຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຊີວິດຄຣິສຕະຈັກ, ພວກເຂົາກໍຄວນຖືກຢຸດຢັ້ງ ແລະ ຈຳກັດ. ຖ້າສະມາຊິກຂອງພັກພວກດັ່ງກ່າວບໍ່ຟັງຄວາມ, ຜູ້ເຮັດຄວາມຊົ່ວເຫຼົ່ານີ້ກໍສາມາດຖືກແຍກອອກຕ່າງຫາກ ແລະ ກຳຈັດອອກ. ການຈັດການກັບບັນຫາເຫຼົ່ານີ້ກໍເປັນສ່ວນໜຶ່ງຂອງວຽກງານ ແລະ ຄວາມຮັບຜິດຊອບທີ່ຜູ້ນຳ ແລະ ຜູ້ເຮັດວຽກຄວນປະຕິບັດເຊັ່ນກັນ. ສະນັ້ນ, ສິ່ງທີ່ຕ້ອງເຂົ້າໃຈຢູ່ທີ່ນີ້ແມ່ນຫຍັງ? ມັນຄື ເມື່ອຄົນບາງຄົນໄດ້ສ້າງຕັ້ງອຳນາດຂຶ້ນໃນຄຣິສຕະຈັກ ແລະ ສາມາດເປັນປໍລະປັກ ແລະ ຕໍ່ຕ້ານຜູ້ນຳຄຣິສຕະຈັກ, ວຽກງານຂອງຄຣິສຕະຈັກ ແລະ ພຣະທຳຂອງພຣະເຈົ້າ ແລະ ສາມາດລົບກວນ ແລະ ທຳລາຍຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ, ພຶດຕິກຳ, ການສະແດງອອກ ແລະ ສະຖານະການດັ່ງກ່າວຄວນຖືກຈຳກັດ ແລະ ຖືກຈັດການໂດຍທັນທີ. ເມື່ອເວົ້າເຖິງການສ້າງຕັ້ງກຸ່ມກ້ອນແມ່ນບໍ່ມີການຈຳແນກໃດໆໂດຍອີງໃສ່ຈຳນວນຄົນທີ່ກ່ຽວຂ້ອງ. ຖ້າຄົນສອງຄົນເຂົ້າກັນໄດ້ດີ ແລະ ບໍ່ໄດ້ກໍ່ໃຫ້ເກີດການລົບກວນໃດໆຕໍ່ຄຣິສຕະຈັກ, ກໍບໍ່ຕ້ອງໄປສົນໃຈ. ແນວໃດກໍຕາມ, ທັນທີທີ່ພວກເຂົາເລີ່ມກໍ່ໃຫ້ເກີດການລົບກວນ ແລະ ສ້າງຕັ້ງອຳນາດຂຶ້ນເພື່ອຄວບຄຸມຄຣິສຕະຈັກ, ບຸກຄົນເຫຼົ່ານີ້ກໍຄວນຖືກຢຸດຢັ້ງ ແລະ ຖືກຈຳກັດ. ຖ້າພວກເຂົາບໍ່ກັບໃຈ, ພວກເຂົາກໍຄວນຖືກກຳຈັດອອກ ຫຼື ຂັບໄລ່ໂດຍທັນທີ. ນີ້ຄືຫຼັກການ.

ວັນທີ 22 ພຶດສະພາ 2021

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?