ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (13) ສ່ວນທີ ສອງ
II. ການເວົ້າຄຳເວົ້າ ແລະ ຫຼັກຄຳສອນເພື່ອນຳພາຜູ້ຄົນຢ່າງຜິດໆ ແລະ ເພື່ອໃຫ້ຄົນອື່ນຍົກຍ້ອງ
ການສະແດງອອກທີສອງຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໃນຊີວິດຄຣິສຕະຈັກກໍຄື ເວລາທີ່ຜູ້ຄົນເວົ້າຄຳເວົ້າ ແລະ ຫຼັກຄຳສອນ ເພື່ອນໍາພາຜູ້ຄົນຢ່າງຜິດໆ ແລະ ເພື່ອໃຫ້ຄົນອື່ນຍົກຍ້ອງ. ໂດຍປົກກະຕິແລ້ວ, ຄົນສ່ວນຫຼາຍກໍອາດຈະເວົ້າຄຳເວົ້າ ແລະ ຫຼັກຄຳສອນ. ຄົນສ່ວນຫຼາຍກໍເຄີຍເຮັດແບບນີ້. ພວກເຮົາຄວນຖືວ່າການທີ່ຄົນໃດໜຶ່ງເວົ້າຄຳເວົ້າ ແລະ ຫຼັກຄຳສອນທີ່ເກີດຂຶ້ນໂດຍທົ່ວໄປນັ້ນ ເປັນຜົນມາຈາກການທີ່ຄົນຜູ້ນັ້ນຍັງເຕີບໂຕບໍ່ເຕັມສ່ວນ ແລະ ຂາດຄວາມເຂົ້າໃຈໃນຄວາມຈິງ. ຕາບໃດທີ່ພວກເຂົາບໍ່ໃຊ້ເວລາຫຼາຍເກີນໄປ, ບໍ່ໄດ້ເຮັດໂດຍເຈດຕະນາ, ບໍ່ຜູກຂາດການສົນທະນາ, ບໍ່ຮຽກຮ້ອງໃຫ້ທຸກຄົນຕາມໃຈເພື່ອໃຫ້ຕົນເອງເວົ້າຕາມອຳເພີໃຈ, ບໍ່ຮຽກຮ້ອງໃຫ້ທຸກຄົນຟັງພວກເຂົາ ແລະ ບໍ່ໄດ້ນໍາພາຄົນອື່ນຢ່າງຜິດໆ ແລະ ພະຍາຍາມໃຫ້ຄົນອື່ນຍົກຍ້ອງ, ສິ່ງນັ້ນກໍບໍ່ຖືວ່າເປັນການຂັດຂວາງ ຫຼື ການລົບກວນ. ເພາະຄົນສ່ວນຫຼາຍຂາດຄວາມຈິງຄວາມເປັນຈິງ, ການເວົ້າຄຳເວົ້າ ແລະ ຫຼັກຄຳສອນຈຶ່ງເປັນເລື່ອງທີ່ເກີດຂຶ້ນທົ່ວໄປຫຼາຍ. ການເວົ້າທີ່ບໍ່ເໝາະສົມເລັກນ້ອຍກໍເປັນສິ່ງທີ່ໃຫ້ອະໄພໄດ້, ສາມາດຍົກໂທດໃຫ້ໄດ້ ແລະ ບໍ່ຖືເປັນເລື່ອງຈິງຈັງເກີນໄປ. ແນວໃດກໍຕາມ, ມີຂໍ້ຍົກເວັ້ນໜຶ່ງ, ນັ້ນກໍຄືເມື່ອຄົນທີ່ເວົ້າຄຳເວົ້າ ແລະ ຫຼັກຄຳສອນນັ້ນມີເຈດຕະນາ. ພວກເຂົາມີເຈດຕະນາເຮັດຫຍັງ? ບໍ່ແມ່ນການເວົ້າຄຳເວົ້າ ແລະ ຫຼັກຄຳສອນທີ່ພວກເຂົາເຮັດໂດຍເຈດຕະນາ, ເພາະພວກເຂົາກໍຂາດຄວາມຈິງຄວາມເປັນຈິງເຊັ່ນກັນ. ການກະທຳຂອງພວກເຂົາ, ເຊັ່ນ: ການເວົ້າຄຳເວົ້າ ແລະ ຫຼັກຄຳສອນ, ການຮ້ອງຄຳຂວັນ ແລະ ການເວົ້າກ່ຽວກັບທິດສະດີ ກໍຄືກັນກັບຄົນອື່ນໆ. ແນວໃດກໍຕາມ, ມີຄວາມແຕກຕ່າງຢ່າງໜຶ່ງຄື: ເມື່ອພວກເຂົາເວົ້າຄຳເວົ້າ ແລະ ຫຼັກຄຳສອນ, ພວກເຂົາຕ້ອງການໃຫ້ຄົນອື່ນຍົກຍ້ອງຢູ່ສະເໝີ ແລະ ຕ້ອງການທຽບຕົນເອງກັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ກັບຜູ້ທີ່ສະແຫວງຫາຄວາມຈິງ. ທີ່ໄຮ້ເຫດຜົນຍິ່ງໄປກວ່ານັ້ນກໍຄື ບໍ່ວ່າພວກເຂົາຈະເວົ້າຫຍັງ ຫຼື ເວົ້າແນວໃດ, ເປົ້າໝາຍຂອງພວກເຂົາກໍຄືການດຶງດູດຜູ້ຄົນມາເປັນພວກຂອງຕົນ, ເພື່ອນໍາພາຈິດໃຈຂອງຜູ້ຄົນຢ່າງຜິດໆ, ທັງໝົດກໍເພື່ອໃຫ້ຄົນອື່ນຍົກຍ້ອງ. ຈຸດປະສົງຂອງການສະແຫວງຫາການຍົກຍ້ອງແມ່ນຫຍັງ? ພວກເຂົາປາຖະໜາທີ່ຈະມີສະຖານະ ແລະ ກຽດຕິຍົດໃນຈິດໃຈຂອງຜູ້ຄົນ, ເພື່ອກາຍເປັນບຸກຄົນທີ່ໂດດເດັ່ນ ຫຼື ເປັນຜູ້ນໍາໃນທ່າມກາງຝູງຊົນ, ເພື່ອກາຍເປັນຄົນທີ່ບໍ່ທຳມະດາ ຫຼື ແຕກຕ່າງ, ເພື່ອກາຍເປັນບຸກຄົນພິເສດ, ເປັນຄົນທີ່ຄຳເວົ້າມີສິດອຳນາດ. ສະຖານະການນີ້ແຕກຕ່າງຈາກເຫດການທົ່ວໄປທີ່ຄົນເວົ້າຄຳເວົ້າ ແລະ ຫຼັກຄຳສອນ ແລະ ປະກອບເປັນການຂັດຂວາງ ແລະ ການລົບກວນ. ສິ່ງໃດທີ່ເຮັດໃຫ້ຄົນເຫຼົ່ານີ້ແຕກຕ່າງຈາກຜູ້ທີ່ເວົ້າຄຳເວົ້າ ແລະ ຫຼັກຄຳສອນໃນແບບທີ່ເຫັນໄດ້ທົ່ວໄປ? ມັນຄືຄວາມປາຖະໜາທີ່ຈະເວົ້າຢູ່ຕະຫຼອດເວລາຂອງພວກເຂົາ; ຫາກມີໂອກາດໃດກໍຕາມ, ພວກເຂົາກໍຈະເວົ້າ. ຕາບໃດທີ່ມີການເຕົ້າໂຮມ ຫຼື ມີກຸ່ມຄົນມາເຕົ້າໂຮມກັນ, ຕາບໃດທີ່ພວກເຂົາມີຜູ້ຟັງ, ພວກເຂົາກໍຈະເວົ້າ, ໂດຍມີຄວາມປາຖະໜາທີ່ຈະເວົ້າຢ່າງແຮງກ້າເປັນພິເສດ. ຈຸດປະສົງໃນການເວົ້າຂອງພວກເຂົາບໍ່ແມ່ນເພື່ອແບ່ງປັນຄວາມຄິດໃນໃຈ, ສິ່ງທີ່ໄດ້ຮັບ, ປະສົບການ, ຄວາມເຂົ້າໃຈ ຫຼື ຄວາມຮູ້ແຈ້ງຂອງພວກເຂົາໃຫ້ກັບອ້າຍເອື້ອຍນ້ອງ ເພື່ອສົ່ງເສີມຄວາມເຂົ້າໃຈໃນຄວາມຈິງ ຫຼື ເສັ້ນທາງໃນການປະຕິບັດຄວາມຈິງ. ແທນທີ່ຈະເປັນແນວນັ້ນ, ຈຸດປະສົງຂອງພວກເຂົາກໍຄືການໃຊ້ໂອກາດໃນການເວົ້າຫຼັກຄຳສອນເພື່ອສະແດງຕົນເອງ, ເພື່ອໃຫ້ຄົນອື່ນຮູ້ວ່າພວກເຂົາມີຄວາມຮູ້ກວ້າງຂວາງສໍ່າໃດ, ເພື່ອສະແດງໃຫ້ເຫັນວ່າພວກເຂົາມີສະໝອງ, ມີຄວາມຮູ້ ແລະ ມີການສຶກສາ, ຢູ່ເໜືອຄົນທົ່ວໄປ. ພວກເຂົາຕ້ອງການເປັນທີ່ຮູ້ຈັກໃນຖານະບຸກຄົນທີ່ມີຄວາມສາມາດ, ບໍ່ແມ່ນພຽງແຕ່ຄົນທຳມະດາ. ພວກເຂົາຕ້ອງການໃຫ້ເປັນແບບນັ້ນ ເພື່ອວ່າບໍ່ວ່າຈະມີເລື່ອງໃດກໍຕາມ, ທຸກຄົນຈະຫັນມາຫາພວກເຂົາ ແລະ ປຶກສາພວກເຂົາ. ສຳລັບບັນຫາໃດໆໃນຄຣິສຕະຈັກ ຫຼື ຄວາມຫຍຸ້ງຍາກໃດໆທີ່ອ້າຍເອື້ອຍນ້ອງພົບພໍ້, ພວກເຂົາຕ້ອງການເປັນຄົນທຳອິດທີ່ຄົນອື່ນຄິດເຖິງ; ພວກເຂົາຕ້ອງການໃຫ້ຄົນອື່ນບໍ່ສາມາດເຮັດຫຍັງໄດ້ຫາກປາສະຈາກພວກເຂົາ, ດັ່ງນັ້ນ ຄົນອື່ນຈຶ່ງບໍ່ກ້າຈັດການກັບເລື່ອງໃດໆໂດຍປາສະຈາກພວກເຂົາ, ໂດຍທີ່ທຸກຄົນລໍຖ້າຄຳສັ່ງຂອງພວກເຂົາ. ນີ້ຄືຜົນທີ່ພວກເຂົາປາຖະໜາ. ຈຸດປະສົງຂອງພວກເຂົາໃນການເວົ້າຄຳເວົ້າ ແລະ ຫຼັກຄຳສອນກໍຄືເພື່ອເຮັດໃຫ້ຫຼົງກົນ ແລະ ຄວບຄຸມຜູ້ຄົນ. ສຳລັບພວກເຂົາ, ການເວົ້າຄຳເວົ້າ ແລະ ຫຼັກຄຳສອນເປັນພຽງວິທີການ, ເປັນແນວທາງ; ມັນບໍ່ແມ່ນຍ້ອນພວກເຂົາບໍ່ເຂົ້າໃຈຄວາມຈິງຈຶ່ງເວົ້າຄຳເວົ້າ ແລະ ຫຼັກຄຳສອນ, ແຕ່ແທນທີ່ຈະເປັນແນວນັ້ນ, ຜ່ານການເຮັດເຊັ່ນນັ້ນ, ພວກເຂົາມີຈຸດປະສົງເພື່ອເຮັດໃຫ້ຜູ້ຄົນຊື່ນຊົມພວກເຂົາຈາກໃຈ, ເຄົາລົບນັບຖືພວກເຂົາ ແລະ ເຖິງກັບຢ້ານກົວພວກເຂົາ, ຖືກພວກເຂົາຈຳກັດ ແລະ ຄວບຄຸມ. ການເວົ້າຄຳເວົ້າ ແລະ ຫຼັກຄຳສອນປະເພດນີ້ຈຶ່ງປະກອບເປັນການຂັດຂວາງ ແລະ ການລົບກວນ. ໃນຊີວິດຄຣິສຕະຈັກ, ບຸກຄົນດັ່ງກ່າວຄວນຖືກຈຳກັດ ແລະ ພຶດຕິກຳການເວົ້າຄຳເວົ້າ ແລະ ຫຼັກຄຳສອນນີ້ກໍຄວນຖືກຢຸດຢັ້ງເຊັ່ນກັນ, ບໍ່ຄວນປ່ອຍໃຫ້ດຳເນີນຕໍ່ໄປໂດຍບໍ່ມີການກວດກາ. ບາງຄົນອາດຈະເວົ້າວ່າ “ຄົນເຊັ່ນນີ້ຄວນຖືກຈຳກັດ; ແລ້ວພວກເຂົາຄວນໄດ້ຮັບໂອກາດເວົ້າອີກບໍ?” ຖ້າເວົ້າໃນແງ່ຂອງຄວາມຍຸຕິທຳແລ້ວ, ພວກເຂົາສາມາດໄດ້ຮັບໂອກາດເວົ້າ, ແຕ່ທັນທີທີ່ພວກເຂົາກັບໄປເຮັດນິໄສເກົ່າໃນການອວດອົ່ງ, ພ້ອມກັບຄວາມທະເຍີທະຍານທີ່ກຳລັງຈະລະເບີດຂຶ້ນອີກຄັ້ງ, ກໍຄວນຢຸດພວກເຂົາທັນທີ ເພື່ອເຮັດໃຫ້ພວກເຂົາຮູ້ສຶກຕົວ ແລະ ສະຫງົບລົງ. ຈະຕ້ອງເຮັດແນວໃດຖ້າພວກເຂົາມັກອວດອົ່ງແບບນີ້ຢູ່ເລື້ອຍໆ ແລະ ຄວາມທະເຍີທະຍານຂອງພວກເຂົາກໍຍັງຖືກເປີດເຜີຍຢູ່ເລື້ອຍໆ ແລະ ຄວາມປາຖະໜາຂອງພວກເຂົາກໍຍາກທີ່ຈະລະງັບໄດ້? ພວກເຂົາຄວນຖືກຈຳກັດຢ່າງເດັດຂາດ ແລະ ຫ້າມບໍ່ໃຫ້ເວົ້າ. ຖ້າບໍ່ມີໃຜຢາກຟັງພວກເຂົາເມື່ອພວກເຂົາເວົ້າ ແລະ ນ້ຳສຽງ ແລະ ທ່າທາງຂອງພວກເຂົາ, ສາຍຕາ ແລະ ທ່າທາງປະກອບຂອງພວກເຂົາ ເປັນທີ່ໜ້າລັງກຽດສຳລັບທຸກຄົນທີ່ໄດ້ຍິນ ແລະ ໄດ້ເຫັນ, ແລ້ວມັນກໍເປັນບັນຫາທີ່ຮ້າຍແຮງ. ມັນໄປຮອດຈຸດທີ່ທຸກຄົນເບື່ອໜ່າຍ. ຄົນປະເພດນີ້, ຜູ້ທີ່ມີບົດບາດເປັນຕົວສົມທຽບໃນຄຣິສຕະຈັກ, ບໍ່ຄວນອອກຈາກເວທີໄປບໍ? ເຖິງເວລາແລ້ວທີ່ບົດບາດຂອງພວກເຂົາຈະຕ້ອງຈົບລົງ. ນັ້ນບໍ່ໄດ້ໝາຍຄວາມວ່າພວກເຂົາໄດ້ສຳເລັດການຮັບໃຊ້ແລ້ວບໍ? ຄວນເຮັດແນວໃດເມື່ອພວກເຂົາໄດ້ຮັບໃຊ້ຄັ້ງສຸດທ້າຍແລ້ວ? ພວກເຂົາຄວນຖືກຊຳລະລ້າງອອກໄປ. ທັນທີທີ່ພວກເຂົາເລີ່ມເວົ້າ, ມັນກໍເປັນຄຳເວົ້າເກົ່າໆຂອງພວກເຂົາ, ເຊິ່ງການຈຳກັດກໍບໍ່ສາມາດຢຸດຢັ້ງໄດ້. ທຸກຄົນເບື່ອທີ່ຈະຟັງມັນ. ໃບໜ້າທີ່ໜ້າກຽດຂອງພວກເຂົາ, ໃບໜ້າຂອງຊາຕານ, ຂອງມານຮ້າຍທີ່ຊົ່ວຮ້າຍ ກໍປາກົດອອກມາ. ຄົນເຫຼົ່ານີ້ແມ່ນຄົນປະເພດໃດ? ພວກເຂົາຄືພວກຕໍ່ຕ້ານພຣະຄຣິສ. ຖ້າພວກເຂົາຖືກກຳຈັດອອກໄວເກີນໄປ, ຄົນສ່ວນຫຼາຍກໍຈະມີແນວຄິດ ແລະ ບໍ່ເຊື່ອໃນໃຈ ແລະ ເວົ້າວ່າ “ເຮືອນຂອງພຣະເຈົ້າຂາດຄວາມຮັກ, ກຳຈັດຄົນໃດໜຶ່ງອອກໂດຍບໍ່ແມ່ນແຕ່ໃຫ້ພວກເຂົາຢູ່ໃນໄລຍະສັງເກດການ, ໂດຍບໍ່ປະໂອກາດໃຫ້ພວກເຂົາກັບໃຈເລີຍ. ພວກເຂົາພຽງແຕ່ເວົ້າຄຳເວົ້າສອງສາມຄຳຂອງຄົນນອກ, ເປີດໂປງອຸປະນິໄສທີ່ເສື່ອມຊາມເລັກນ້ອຍ ແລະ ອວດດີໜ້ອຍໜຶ່ງ, ແຕ່ເຈດຕະນາຂອງພວກເຂົາກໍບໍ່ໄດ້ຊົ່ວຮ້າຍ. ມັນບໍ່ຍຸຕິທຳທີ່ຈະປະຕິບັດຕໍ່ພວກເຂົາແບບນີ້”. ແນວໃດກໍຕາມ, ເມື່ອຄົນສ່ວນຫຼາຍສາມາດແຍກແຍະ ແລະ ເບິ່ງທະລຸແກ່ນແທ້ຂອງຄົນຊົ່ວຊ້າໄດ້, ແລ້ວມັນເໝາະສົມບໍທີ່ຈະປ່ອຍໃຫ້ຄົນຊົ່ວຊ້າດັ່ງກ່າວສືບຕໍ່ການກະທຳຜິດຢ່າງບໍ່ຢັ້ງຄິດ, ການຂັດຂວາງ ແລະ ການລົບກວນໃນຄຣິສຕະຈັກຕໍ່ໄປ? (ບໍ່ເໝາະສົມ). ມັນບໍ່ຍຸຕິທຳຕໍ່ອ້າຍເອື້ອຍນ້ອງທຸກຄົນ. ໃນກໍລະນີດັ່ງກ່າວ, ການກຳຈັດພວກເຂົາອອກກໍເປັນການແກ້ໄຂບັນຫາ. ເມື່ອພວກເຂົາໄດ້ຮັບໃຊ້ເປັນຄັ້ງສຸດທ້າຍ ແລະ ຄົນສ່ວນຫຼາຍກໍສາມາດແຍກແຍະພວກເຂົາໄດ້, ຄົນສ່ວນຫຼາຍກໍຈະບໍ່ຄັດຄ້ານເມື່ອເຈົ້າກຳຈັດພວກເຂົາອອກ, ພວກເຂົາຈະບໍ່ຈົ່ມວ່າ ຫຼື ເຂົ້າໃຈພຣະເຈົ້າຜິດ. ຖ້າຍັງມີຄົນທີ່ປົກປ້ອງພວກເຂົາຢູ່, ເຈົ້າກໍສາມາດເວົ້າໄດ້ວ່າ: “ຄົນຜູ້ນັ້ນໄດ້ກະທຳຄວາມຊົ່ວຫຼາຍຢ່າງໃນຄຣິສຕະຈັກ. ພວກເຂົາໄດ້ຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ຖືກກຳຈັດອອກໄປແລ້ວ. ແຕ່ເຈົ້າຍັງເຫັນໃຈພວກເຂົາຫຼາຍ; ເຈົ້າຍັງຄິດເຖິງຄວາມເມດຕາທີ່ພວກເຂົາໄດ້ສະແດງຕໍ່ເຈົ້າ ແລະ ມາປົກປ້ອງພວກເຂົາ. ເຈົ້າຊ່າງອາລົມອ່ອນໄຫວເກີນໄປ ແລະ ເຈົ້າກໍຂາດຫຼັກການຢ່າງສິ້ນເຊີງ. ຜົນທີ່ຈະຕາມມາຂອງສິ່ງນີ້ແມ່ນຫຍັງ? ຄວາມຊ່ວຍເຫຼືອເລັກນ້ອຍຈາກພວກເຂົາ, ແລ້ວເຈົ້າກໍບໍ່ສາມາດລືມມັນໄດ້; ບໍ່ວ່າພວກເຂົາຈະເວົ້າຫຍັງ, ເຈົ້າກໍເຊື່ອຟັງຢ່າງຈິງຈັງ, ໂດຍປາຖະໜາທີ່ຈະຕອບແທນພວກເຂົາຢູ່ສະເໝີ. ຕອນນີ້ພວກເຂົາຖືກກຳຈັດອອກໄປແລ້ວ. ເຈົ້າຢາກໄປນຳພວກເຂົາບໍ? ຖ້າເຈົ້າປາຖະໜາທີ່ຈະຖືກກຳຈັດອອກເຊັ່ນກັນ, ກໍໃຫ້ເປັນໄປຕາມນັ້ນ”. ນີ້ແມ່ນວິທີທີ່ເໝາະສົມໃນການຈັດການກັບສະຖານະການບໍ? ເມື່ອຮອດຈຸດນີ້, ມັນກໍເໝາະສົມແລ້ວ. ຖ້າຄົນປະເພດນີ້ເວົ້າຄຳເວົ້າ ແລະ ຫຼັກຄຳສອນ ເພື່ອນໍາພາຄົນອື່ນຢ່າງຜິດໆຢູ່ສະເໝີ, ລົບກວນຜູ້ຄົນຈົນທົນບໍ່ໄຫວ ຈົນພວກເຂົາບໍ່ຢາກມາຮ່ວມການເຕົ້າໂຮມອີກຕໍ່ໄປ, ນີ້ບໍ່ແມ່ນຍ້ອນວ່າຜູ້ນໍາ ແລະ ຜູ້ເຮັດວຽກດ້ານຊາ ແລະ ສະໝອງທື້, ຂາດການແຍກແຍະ ແລະ ບໍ່ສາມາດຈັດການກັບຄົນເຫຼົ່ານີ້ໄດ້ທັນເວລາບໍ? ນີ້ຄືການບໍ່ສາມາດເຮັດວຽກຂອງຕົນໄດ້, ເປັນຄວາມລົ້ມເຫຼວໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນ.
ມາຮອດຕອນນີ້, ຄົນສ່ວນຫຼາຍກໍມີການແຍກແຍະໃນລະດັບໜຶ່ງຕໍ່ພວກຕໍ່ຕ້ານພຣະຄຣິສທີ່ເວົ້າຄຳເວົ້າ ແລະ ຫຼັກຄຳສອນ. ນອກຈາກວ່າພວກເຂົາຈະບໍ່ສະແດງຕົວ, ທັນທີທີ່ພວກເຂົາເປີດເຜີຍຕົວ, ສະແດງອອກໂດຍສະເພາະເຈາະຈົງຢ່າງພຽງພໍໃນຫຼາຍໆວິທີ ແລະ ການສະແດງອອກຕ່າງໆຂອງພວກເຂົາກໍພຽງພໍໃຫ້ຜູ້ຄົນລະບຸໄດ້ວ່າພວກເຂົາເປັນພວກຕໍ່ຕ້ານພຣະຄຣິສ, ແລ້ວກໍບໍ່ຄວນມີການຊັກຊ້າ ຫຼື ລັງເລອີກຕໍ່ໄປ. ພວກເຂົາຄວນຖືກຈຳກັດ ແລະ ແຍກອອກທັນທີ. ຖ້າການຮັບໃຊ້ຂອງພວກເຂົາບໍ່ມີຄຸນຄ່າອີກຕໍ່ໄປ, ພວກເຂົາກໍຄວນຖືກກຳຈັດອອກທັນທີ. ມັນງ່າຍທີ່ຈະແຍກແຍະພວກຕໍ່ຕ້ານພຣະຄຣິສທີ່ໜ້າຊື່ໃຈຄົດເຊັ່ນນີ້, ຜູ້ທີ່ເວົ້າຄຳເວົ້າ ແລະ ຫຼັກຄຳສອນ, ເພາະຄົນປະເພດນີ້ເປັນພວກຕໍ່ຕ້ານພຣະຄຣິສຢ່າງເຫັນໄດ້ຊັດເຈນ. ພຽງແຕ່ວ່າຜູ້ຕໍ່ຕ້ານພຣະຄຣິສປະເພດນີ້ຕ້ອງການນໍາພາຜູ້ຄົນຢ່າງຜິດໆຢູ່ສະເໝີ ໂດຍການໃຊ້ໂອກາດໃນການເວົ້າຄຳເວົ້າ ແລະ ຫຼັກຄຳສອນ ເພື່ອບັນລຸເປົ້າໝາຍໃນການກຳອຳນາດຂອງພວກເຂົາ. ນີ້ແມ່ນວິທີໜຶ່ງທີ່ພວກຕໍ່ຕ້ານພຣະຄຣິສສະແດງອອກ ແລະ ມັນກໍແຍກແຍະໄດ້ງ່າຍ. ຫົວຂໍ້ນີ້ໄດ້ຖືກໂອ້ລົມກັນມາພຽງພໍແລ້ວກ່ອນໜ້ານີ້, ສະນັ້ນ ຈະບໍ່ອະທິບາຍລະອຽດຢູ່ທີ່ນີ້. ສະຫຼຸບແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນເອົາໃຈໃສ່ຄົນປະເພດນີ້ຢ່າງໃກ້ຊິດ, ທຳຄວາມເຂົ້າໃຈ ແລະ ກຳແໜ້ນການເຄື່ອນໄຫວ, ຄວາມຄິດ ແລະ ທັດສະນະຂອງພວກເຂົາ, ພ້ອມທັງແຜນການ ແລະ ການກະທຳຂອງພວກເຂົາ ແລະ ຄຳເວົ້າທີ່ຜິດພາດທີ່ພວກເຂົາເຜີຍແຜ່ ໂດຍທັນທີ ແລະ ຢ່າງຖືກຕ້ອງ ແລະ ຈັດການກັບພວກເຂົາຕາມນັ້ນໂດຍທັນທີ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ສະນັ້ນ, ຢ່າງໜ້ອຍທີ່ສຸດ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີຄວາມກະຕືລືລົ້ນທາງດ້ານຈິດວິນຍານ ແລະ ລະອຽດຮອບຄອບໃນໜ້າວຽກນີ້, ບໍ່ແມ່ນດ້ານຊາ ແລະ ໂງ່ຈ້າ. ຖ້າຜູ້ຕໍ່ຕ້ານພຣະຄຣິສນໍາພາຫຼາຍຄົນຢ່າງຜິດໆ ໂດຍການເວົ້າຄຳເວົ້າ ແລະ ຫຼັກຄຳສອນໃນລະຫວ່າງການເຕົ້າໂຮມ ແລະ ຜູ້ນໍາຄຣິສຕະຈັກຍັງບໍ່ຮັບຮູ້ວ່າພວກເຂົາເປັນຜູ້ຕໍ່ຕ້ານພຣະຄຣິສ ແລະ ບໍ່ສາມາດເປີດໂປງ ແລະ ຈັດການກັບພວກເຂົາໄດ້ທັນທີ, ນີ້ກໍຄືຄວາມລົ້ມເຫຼວໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນ. ຖ້າຫຼາຍຄົນໄດ້ຖືກນໍາພາຢ່າງຜິດໆໂດຍພວກຕໍ່ຕ້ານພຣະຄຣິສແລ້ວ ແລະ ພວກເຂົາເຫັນວ່າການເຕົ້າໂຮມບໍ່ມີຄວາມໝາຍເມື່ອພວກເຂົາບໍ່ໄດ້ຍິນພວກຕໍ່ຕ້ານພຣະຄຣິສເວົ້າຄຳເວົ້າ ແລະ ຫຼັກຄຳສອນຢູ່ທີ່ນັ້ນ ແລະ ດັ່ງນັ້ນຈຶ່ງບໍ່ເຕັມໃຈທີ່ຈະເຂົ້າຮ່ວມການເຕົ້າໂຮມ ຫຼື ເຖິງກັບບໍ່ເຕັມໃຈທີ່ຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ຟັງຄຳເທດສະໜາ, ໂດຍມັກຟັງພວກຕໍ່ຕ້ານພຣະຄຣິສເທດສະໜາຫຼາຍກວ່າ, ຖ້າຜູ້ນໍາຄຣິສຕະຈັກພຽງແຕ່ຮັບຮູ້ຄວາມຮ້າຍແຮງຂອງສະຖານະການ ແລະ ເລີ່ມລົງມືຈັດການ ແລະ ພິກສະຖານະການ ເມື່ອຜູ້ຄົນໄດ້ຖືກນໍາພາຢ່າງຜິດໆ ແລະ ຖືກຄວບຄຸມໂດຍພວກຕໍ່ຕ້ານພຣະຄຣິສເຖິງຂະໜາດນີ້, ສິ່ງນີ້ກໍຈະກໍ່ໃຫ້ເກີດຄວາມຊັກຊ້າຢ່າງຫຼວງຫຼາຍ! ທາງເຂົ້າຂອງຊີວິດຂອງຜູ້ທີ່ພຣະເຈົ້າເລືອກຫຼາຍຄົນຈະໄດ້ຮັບຄວາມເສຍຫາຍຍ້ອນຄວາມດ້ານຊາ ແລະ ສະໝອງທື້ຂອງຜູ້ນໍາປອມດັ່ງກ່າວ. ເມື່ອພວກຕໍ່ຕ້ານພຣະຄຣິສຖືກໄຈ້ແຍກ, ຖືກແຍກແຍະ ແລະ ຖືກກຳຈັດອອກ, ບາງຄົນອາດຈະຖືກນໍາພາຢ່າງຜິດໆ ແລະ ຕິດຕາມພວກເຂົາ. ບາງຄົນອາດຈະເຖິງຂັ້ນເວົ້າວ່າ “ຖ້າເຈົ້າກຳຈັດພວກເຂົາອອກ, ພວກເຮົາກໍຈະບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປ. ຖ້າເຈົ້າເຮັດໃຫ້ພວກເຂົາອອກໄປ, ພວກເຮົາກໍຈະອອກໄປທັງໝົດ!” ເມື່ອຮອດຈຸດນີ້, ມັນກໍເຫັນໄດ້ຊັດເຈນຢ່າງສິ້ນເຊີງວ່າຜູ້ນໍາຄຣິສຕະຈັກບໍ່ໄດ້ເຮັດວຽກງານຕົວຈິງໃດໆເລີຍ, ເຊິ່ງເປັນຄວາມລົ້ມເຫຼວທີ່ຮ້າຍແຮງໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນ.
ໃນຊີວິດຄຣິສຕະຈັກ, ສິ່ງທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດກໍຄືການກຳສະພາວະຂອງບຸກຄົນຕ່າງໆ. ພວກເຂົາຕ້ອງສັງເກດ ແລະ ທຳຄວາມເຂົ້າໃຈຢ່າງລະມັດລະວັງວ່າສະມາຊິກແຕ່ລະຄົນຂອງຄຣິສຕະຈັກໄດ້ເດີນຕາມເສັ້ນທາງໃດ ແລະ ອຸປະນິໄສ-ແກ່ນແທ້ຂອງພວກເຂົາເປັນແນວໃດຜ່ານການພົວພັນ ແລະ ຄົ້ນພົບ ແລະ ລະບຸໂດຍທັນທີ ແລະ ຢ່າງຖືກຕ້ອງວ່າໃຜກຳລັງເດີນຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິສ ແລະ ໃຜມີແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິສ. ຈາກນັ້ນ, ພວກເຂົາຄວນສຸມໃສ່ບຸກຄົນເຫຼົ່ານີ້, ເອົາໃຈໃສ່ພວກເຂົາຢ່າງໃກ້ຊິດ ແລະ ທຳຄວາມເຂົ້າໃຈ ແລະ ກຳແໜ້ນທັດສະນະ ແລະ ຄຳເວົ້າທີ່ພວກເຂົາເຜີຍແຜ່ໂດຍທັນທີ ແລະ ພວກເຂົາກຳລັງກະກຽມດຳເນີນການຫຍັງຢູ່ໃນປັດຈຸບັນ. ເມື່ອພວກເຂົາຕ້ອງການນໍາພາຜູ້ຄົນຢ່າງຜິດໆ ແລະ ເຮັດໃຫ້ຕິດກັບ ແລະ ຄວບຄຸມພວກເຂົາ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນລຸກຂຶ້ນຢຸດຢັ້ງພວກເຂົາໂດຍໄວ, ແທນທີ່ຈະລໍຖ້າຢ່າງບໍ່ມີປະຕິກິລິຍາ. ຖ້າເຈົ້າລໍຖ້າຈົນກວ່າພຣະເຈົ້າຈະເປີດເຜີຍພວກເຂົາ ຫຼື ຈົນກວ່າອ້າຍເອື້ອຍນ້ອງຈະຖືກນໍາພາຢ່າງຜິດໆ ຫຼື ຈົນກວ່າອ້າຍເອື້ອຍນ້ອງຈະມີຄວາມເຂົ້າໃຈ ແລະ ການແຍກແຍະຕໍ່ພວກເຂົາກ່ອນຈຶ່ງເປີດໂປງພວກຕໍ່ຕ້ານພຣະຄຣິສ, ນັ້ນກໍຈະເຮັດໃຫ້ເລື່ອງຊັກຊ້າໄປແລ້ວ. ສະນັ້ນ, ໃນການປ້ອງກັນພວກຕໍ່ຕ້ານພຣະຄຣິສ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນລິເລີ່ມປະຕິບັດຢ່າງຕັ້ງໜ້າ ແລະ ກະກຽມລ່ວງໜ້າ. ຂັ້ນຕອນທຳອິດກໍຄືການສົ່ງເສີມ ແລະ ເພາະປູກຜູ້ທີ່ຂ້ອນຂ້າງຊື່ຕົງ ແລະ ສາມາດສະແຫວງຫາຄວາມຈິງໄດ້; ນັ້ນກໍຄື, ການຫົດນໍ້າ ແລະ ສະໜອງໃຫ້ຜູ້ທີ່ຮັບບົດບາດນໍາພາໃນວຽກງານຕ່າງໆຢ່າງເໝາະສົມ ແລະ ເພາະປູກພວກເຂົາໃຫ້ເປັນເສົາຄໍ້າໃນຄຣິສຕະຈັກ. ມີພຽງວິທີນີ້ເທົ່ານັ້ນທີ່ວຽກງານຕ່າງໆຂອງຄຣິສຕະຈັກຈະສາມາດດຳເນີນໄປຢ່າງລ່ຽນໄຫຼ ແລະ ບໍ່ມີອຸປະສັກ ແລະ ວຽກງານພຣະກິດຕິຄຸນກໍສາມາດສືບຕໍ່ເຜີຍແຜ່ອອກໄປ. ບໍ່ວ່າມັນຈະເປັນຫຍັງກໍຕາມ, ຖ້າວຽກງານໃດຂາດຜູ້ນໍາທີ່ດີ, ວຽກງານນັ້ນກໍຈະດຳເນີນໄປໄດ້ຍາກຫຼາຍ. ການສະແດງອອກຫຼັກຂອງການຕໍ່ຕ້ານພຣະເຈົ້າຂອງພວກຕໍ່ຕ້ານພຣະຄຣິສກໍຄືການນໍາພາຜູ້ທີ່ພຣະເຈົ້າເລືອກຢ່າງຜິດໆໃຫ້ຕິດຕາມພວກເຂົາ ເພື່ອຂັດຂວາງ ແລະ ລົບກວນທຸກໆວຽກງານໃນເຮືອນຂອງພຣະເຈົ້າ. ໃນຄຣິສຕະຈັກໜຶ່ງ, ສິ່ງທຳອິດທີ່ພວກຕໍ່ຕ້ານພຣະຄຣິສຕັ້ງເປົ້າຈະເຮັດກໍຄືການທຳຮ້າຍຜູ້ທີ່ມີຄວາມຮູ້ສຶກຍຸຕິທຳ ແລະ ຜູ້ທີ່ຮັບບົດບາດນໍາພາໃນວຽກງານຕ່າງໆ. ພວກເຂົາດຶງດູດຜູ້ທີ່ພວກເຂົາສາມາດນໍາພາຢ່າງຜິດໆ ແລະ ຄວບຄຸມໄດ້ມາເປັນພວກຂອງຕົນ ແລະ ໃສ່ຮ້າຍ, ວາງກັບດັກ ແລະ ໂຄ່ນລົ້ມຜູ້ທີ່ພວກເຂົາບໍ່ສາມາດນໍາພາຢ່າງຜິດໆ ຫຼື ຄວບຄຸມໄດ້ ແລະ ໃນທີ່ສຸດກໍກຳຈັດພວກເຂົາອອກ. ສິ່ງນີ້ເປັນການປູທາງໃຫ້ພວກຕໍ່ຕ້ານພຣະຄຣິສຄວບຄຸມຄຣິສຕະຈັກ. ພວກເຂົາໂຄ່ນລົ້ມບຸກຄົນສຳຄັນຈຳນວນໜຶ່ງທີ່ສາມາດສະແຫວງຫາຄວາມຈິງໄດ້ກ່ອນ; ຄົນສ່ວນຫຼາຍທີ່ເຫຼືອກໍແມ່ນໄຫຼໄປຕາມລົມ. ຫຼັງຈາກນັ້ນ, ມັນກໍຈະງ່າຍຂຶ້ນຫຼາຍສຳລັບພວກເຂົາທີ່ຈະຈັດການກັບຜູ້ນໍາ ແລະ ຜູ້ເຮັດວຽກໂດຍສະເພາະ. ໂດຍປາສະຈາກການຮ່ວມມື ແລະ ການຊ່ວຍເຫຼືອຂອງຜູ້ທີ່ສະແຫວງຫາຄວາມຈິງ, ຜູ້ນໍາ ແລະ ຜູ້ເຮັດວຽກກໍກຳລັງຕໍ່ສູ້ຢ່າງລຳພັງເປັນຫຼັກໂດຍບໍ່ມີຜູ້ຊ່ວຍເຫຼືອ. ເຈົ້າຢູ່ໃນທີ່ແຈ້ງ, ໃນຂະນະທີ່ພວກຕໍ່ຕ້ານພຣະຄຣິສລີ້ຊ່ອນຢູ່ໃນຄວາມມືດ, ພ້ອມທີ່ຈະລອບຍິງທະນູໃສ່, ໃສ່ຮ້າຍ, ວາງກັບດັກ ແລະ ໝິ່ນປະໝາດເຈົ້າໄດ້ທຸກເວລາ, ໂຄ່ນເຈົ້າຈົນລົ້ມລົງກັບພື້ນຈົນເຈົ້າບໍ່ສາມາດລຸກຂຶ້ນໄດ້. ຈາກນັ້ນ ພວກຕໍ່ຕ້ານພຣະຄຣິສກໍຊອກຫາຄົນມາຢຽບຢໍ່າຊໍ້າເຕີມເຈົ້າໃນຂະນະທີ່ເຈົ້າລົ້ມຢູ່, ເຮັດໃຫ້ເຈົ້າໝົດກຳລັງໃຈ ແລະ ສິ້ນຫວັງຢ່າງສິ້ນເຊີງ. ສະນັ້ນ, ມັນຈຶ່ງຍາກຫຼາຍທີ່ຈະແກ້ໄຂບັນຫາຂອງພວກຕໍ່ຕ້ານພຣະຄຣິສໄດ້ຢ່າງທົ່ວເຖິງ ຖ້າຜູ້ທີ່ສະແຫວງຫາຄວາມຈິງບໍ່ຮ່ວມມືກັນຕໍ່ສູ້ກັບພວກເຂົາ. ໃນຊີວິດຄຣິສຕະຈັກ, ສິ່ງທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດກໍຄືການຮັກສາຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ. ຫາກມີຄົນຊົ່ວຊ້າເຫຼົ່ານີ້ທີ່ເດີນຕາມເສັ້ນທາງຂອງພວກຕໍ່ຕ້ານພຣະຄຣິສຢູ່, ຊີວິດຄຣິສຕະຈັກກໍຈະບໍ່ມີຜົນດີ, ມັນຈະບໍ່ສາມາດເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້ຢ່າງງ່າຍດາຍ ແລະ ຄົນສ່ວນຫຼາຍກໍຈະຖືກລົບກວນ ແລະ ໄດ້ຮັບອິດທິພົນຢູ່ເລື້ອຍໆ. ສະນັ້ນ, ການຄົ້ນພົບ, ການທຳຄວາມເຂົ້າໃຈ, ການກຳແໜ້ນ ແລະ ການຊີ້ຕົວຄົນຊົ່ວຊ້າ, ພວກຕໍ່ຕ້ານພຣະຄຣິສ ແລະ ຜູ້ທີ່ເດີນຕາມເສັ້ນທາງຂອງພວກຕໍ່ຕ້ານພຣະຄຣິສ ຈຶ່ງເປັນໜ້າວຽກທຳອິດ ແລະ ສຳຄັນທີ່ສຸດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະຕ້ອງປະຕິບັດກ່ຽວກັບຊີວິດຄຣິສຕະຈັກ. ມີພຽງແຕ່ການຈຳກັດ ຫຼື ກຳຈັດຄົນເຫຼົ່ານີ້ອອກເທົ່ານັ້ນຈຶ່ງຈະສາມາດຮັກສາຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກໄວ້ໄດ້. ຖ້າພວກເຂົາບໍ່ຖືກຈຳກັດ ແລະ ຖືກປ່ອຍໃຫ້ກະທຳການຕາມອຳເພີໃຈ ແລະ ກໍ່ໃຫ້ເກີດການລົບກວນ, ວຽກງານຕ່າງໆຂອງຄຣິສຕະຈັກກໍຈະຢຸດສະງັກ. ເນື່ອງຈາກຄົນສ່ວນຫຼາຍຂາດການແຍກແຍະຕໍ່ພວກເຂົາ ແລະ ບໍ່ສາມາດເບິ່ງທະລຸແກ່ນແທ້ຂອງພວກເຂົາໄດ້ ແລະ ເຖິງກັບຖືກລົບກວນ ແລະ ຖືກນໍາພາຢ່າງຜິດໆໂດຍຄວາມຄິດ ແລະ ທັດສະນະທີ່ຜິດພາດຕ່າງໆຂອງພວກເຂົາ, ມັນຈຶ່ງເປັນເລື່ອງຍາກສຳລັບຜູ້ທີ່ພຣະເຈົ້າເລືອກທີ່ຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໃນຊີວິດຄຣິສຕະຈັກ. ໃນຊ່ວງເວລານີ້, ຖ້າຊີວິດຄຣິສຕະຈັກເປັນປົກກະຕິດີ, ຜູ້ທີ່ພຣະເຈົ້າເລືອກໄດ້ຮັບຜົນປະໂຫຍດ ແລະ ມີຄວາມຄືບໜ້າໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມຄວາມຈິງ ແລະ ໃນທີ່ສຸດພວກເຂົາກໍມີທາງເຂົ້າຂອງຊີວິດ ແລະ ຄວາມຈິງຄວາມເປັນຈິງຢູ່ແດ່, ແຕ່ແລ້ວພວກເຂົາກໍຖືກນໍາພາຢ່າງຜິດໆ ແລະ ຖືກລົບກວນໂດຍພວກຕໍ່ຕ້ານພຣະຄຣິສທີ່ເວົ້າຄຳເວົ້າ ແລະ ຫຼັກຄຳສອນ, ແລ້ວບໍ່ພຽງແຕ່ພວກເຂົາຈະສູນເສຍການຢັ່ງຮູ້ທີ່ບໍລິສຸດ ແລະ ຄວາມເຂົ້າໃຈທີ່ແທ້ຈິງທີ່ພວກເຂົາຫາກໍໄດ້ຮັບໄປ, ແຕ່ພວກເຂົາຍັງຮັບເອົາຄຳສອນນອກຮີດ ແລະ ຄຳເວົ້າທີ່ຜິດພາດທີ່ຟັງແລ້ວໜ້າເຊື່ອຖືເຂົ້າມາຫຼາຍຢ່າງ, ພວກເຂົາກໍຈະກັບມາສັບສົນອີກຄັ້ງຢ່າງໄວວາ, ປຽບເໝືອນສີພາຍທີ່ຖືກກະແສນໍ້າພັດກັບຄືນຕອນທີ່ພວກເຂົາຢຸດພາຍ, ເຊິ່ງເປັນເລື່ອງທີ່ໜ້າລຳບາກໃຈຫຼາຍ. ການຈະເລີນເຕີບໂຕທາງຊີວິດຂອງຄົນເຮົາບໍ່ແມ່ນເລື່ອງງ່າຍ; ອາດຈະໃຊ້ເວລາຫຼາຍປີກວ່າຈະເຫັນຄວາມຄືບໜ້າເລັກນ້ອຍ, ເຊິ່ງຊ້າເປັນພິເສດ. ມັນເປັນເລື່ອງຍາກທີ່ຜູ້ຄົນຈະໄດ້ມາເຊິ່ງຄວາມເຕີບໂຕທີ່ພວກເຂົາມີຢູ່ນັ້ນ, ມັນບໍ່ໄດ້ມາໂດຍງ່າຍ. ຜ່ານການນໍາພາຢ່າງຜິດໆ ແລະ ການລົບກວນຂອງພວກຕໍ່ຕ້ານພຣະຄຣິສ, ການຢັ່ງຮູ້ອັນບໍລິສຸດທີ່ຜູ້ຄົນມີຢູ່ກໍສູນເສຍໄປ. ສິ່ງທີ່ຮ້າຍແຮງຍິ່ງໄປກວ່ານັ້ນກໍຄື ຫຼັງຈາກການລົບກວນໂດຍຊາຕານ ແລະ ພວກຕໍ່ຕ້ານພຣະຄຣິສ, ຜູ້ຄົນກໍເຕັມໄປດ້ວຍປັດຊະຍາຂອງຊາຕານ, ເລ່ກົນ ແລະ ກົນອຸບາຍຂອງຊາຕານ ແລະ ພິດທີ່ຊາຕານປູກຝັງໄວ້ໃນຕົວພວກເຂົາ. ສິ່ງເຫຼົ່ານີ້ບໍ່ພຽງແຕ່ບໍ່ຊ່ວຍໃຫ້ຜູ້ຄົນຮູ້ຈັກ ແລະ ອ່ອນນ້ອມຕໍ່ພຣະເຈົ້າ, ແຕ່ກົງກັນຂ້າມ, ມັນເຮັດໃຫ້ຜູ້ຄົນເກີດມີແນວຄິດ ແລະ ຄວາມເຂົ້າໃຈຜິດຕໍ່ພຣະເຈົ້າ ແລະ ຫ່າງເຫີນຈາກພຣະອົງ, ເຮັດໃຫ້ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນຮ້າຍແຮງຍິ່ງຂຶ້ນ, ເຮັດໃຫ້ພວກເຂົາສາມາດທໍລະຍົດຕໍ່ພຣະເຈົ້າໄດ້ຫຼາຍຂຶ້ນ. ຜົນທີ່ຈະຕາມມາຂອງສິ່ງນີ້ແມ່ນຮ້າຍແຮງຫຼາຍ. ບອກເຮົາມາເບິ່ງວ່າ, ເມື່ອປະເຊີນກັບຜົນຕາມມາທີ່ຮ້າຍແຮງເຊັ່ນນີ້, ມັນຈຳເປັນບໍທີ່ຈະຕ້ອງຢຸດຢັ້ງ ແລະ ຈຳກັດຜູ້ທີ່ນໍາພາຜູ້ຄົນຢ່າງຜິດໆດ້ວຍຄຳເວົ້າ ແລະ ຫຼັກຄຳສອນ? ນີ້ບໍ່ແມ່ນໜ້າວຽກທີ່ສຳຄັນທີ່ຜູ້ນໍາຄຣິສຕະຈັກຄວນປະຕິບັດບໍ? (ແມ່ນແລ້ວ). ສະນັ້ນ, ການຈຳກັດຄົນຊົ່ວຊ້າ ແລະ ຜູ້ບໍ່ເຊື່ອຈຶ່ງເປັນໜ້າວຽກທີ່ສຳຄັນສຳລັບຄຣິສຕະຈັກ. ບາງຄົນເວົ້າວ່າ “ຂ້ອຍບໍ່ມີການແຍກແຍະ. ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດ”. ທີ່ຈິງແລ້ວ, ຕາບໃດທີ່ເຈົ້າມີຄວາມຕັັ້ງໃຈ, ສັງເກດຢ່າງລະມັດລະວັງ ແລະ ກວດສອບເຈດຕະນາ ແລະ ແຮງຈູງໃຈຂອງຜູ້ຄົນຢູ່ສະເໝີ, ເຈົ້າກໍຈະພັດທະນາການແຍກແຍະຂຶ້ນເທື່ອລະໜ້ອຍ. ຜູ້ບໍ່ເຊື່ອ ແລະ ຄົນຊົ່ວຊ້າເຫຼົ່ານີ້, ທັນທີທີ່ພວກເຂົາສະແດງຕົວອອກມາ, ພວກເຂົາກໍມີເຈດຕະນາ ແລະ ແຮງຈູງໃຈຂອງຕົນເອງ, ທັງໝົດກໍເພື່ອເຮັດໃຫ້ຜູ້ຄົນນັບຖື ແລະ ບູຊາພວກເຂົາ ແລະ ເພື່ອໃຫ້ຜູ້ຄົນຟັງສິ່ງທີ່ພວກເຂົາເວົ້າ. ຖ້າເຈົ້າສາມາດຮັບຮູ້ເຈດຕະນາ ແລະ ແຮງຈູງໃຈຂອງພວກເຂົາໄດ້, ນີ້ກໍຖືວ່າມີການແຍກແຍະຢູ່ແດ່ແລ້ວ. ຖ້າເຈົ້າບໍ່ແນ່ໃຈ, ເຈົ້າກໍສາມາດໂອ້ລົມກ່ຽວກັບເລື່ອງນີ້ກັບບາງຄົນທີ່ຂ້ອນຂ້າງເຂົ້າໃຈຄວາມຈິງ. ໃນດ້ານໜຶ່ງ, ໃນລະຫວ່າງການໂອ້ລົມ ເຈົ້າສາມາດຕັດສິນໃຈໄດ້ຜ່ານຄວາມຈິງທີ່ທຸກຄົນເຂົ້າໃຈ ແລະ ຫຼັກຖານທີ່ເປັນຈິງຕ່າງໆທີ່ກຳແໜ້ນໄວ້. ໃນອີກດ້ານໜຶ່ງ, ເຈົ້າສາມາດໄດ້ຮັບການຢືນຢັນກ່ຽວກັບເລື່ອງນີ້ ຜ່ານຄວາມສະຫວ່າງ ແລະ ການຊີ້ນໍາຂອງພຣະເຈົ້າ ແລະ ແສງສະຫວ່າງທີ່ພຣະເຈົ້າປະທານໃຫ້ໃນລະຫວ່າງການໂອ້ລົມ, ເພື່ອຢືນຢັນວ່າບຸກຄົນທີ່ກ່າວເຖິງນັ້ນເປັນຜູ້ຕໍ່ຕ້ານພຣະຄຣິສແທ້ ຫຼື ບໍ່ ແລະ ເປັນຄົນທີ່ຄວນຖືກຈຳກັດແທ້ ຫຼື ບໍ່. ຜ່ານການໂອ້ລົມ, ຖ້າທຸກຄົນໄດ້ຮັບການຢືນຢັນ ແລະ ເຫັນດີເປັນເອກະພາບກັນໂດຍກ່າວວ່າບຸກຄົນນີ້ເປັນຜູ້ຕໍ່ຕ້ານພຣະຄຣິສທີ່ຄວນຖືກຈຳກັດແທ້, ຫຼັງຈາກທີ່ໄດ້ມີຄວາມເຫັນເປັນເອກະພາບກັນກັບອ້າຍເອື້ອຍນ້ອງ ແລະ ທຸກຄົນກໍມີທັດສະນະຄະຕິດຽວກັນແລ້ວ, ຂັ້ນຕອນຕໍ່ໄປສຳລັບຜູ້ນໍາ ແລະ ຜູ້ເຮັດວຽກກໍຄືຈັດການ ແລະ ກຳຈັດບຸກຄົນນີ້ອອກໂດຍໄວຕາມຫຼັກການຄວາມຈິງ. ນີ້ຄືຫຼັກການ. ເມື່ອຜູ້ຄົນເຂົ້າໃຈຫຼັກການນີ້ແລ້ວ, ພວກເຂົາກໍຄວນເຮັດວຽກງານຕົວຈິງ, ເຊິ່ງໝາຍເຖິງການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນ ແລະ ຈົງຮັກພັກດີ. ການເຂົ້າໃຈຫຼັກການບໍ່ແມ່ນເພື່ອເອົາໄວ້ເທດສະໜາ ຫຼື ເພື່ອຕື່ມໃສ່ໃນຫົວຂອງເຈົ້າ, ແຕ່ເພື່ອເອົາໄປນຳໃຊ້ໃນວຽກງານຕົວຈິງໃນໜ້າທີ່ຂອງເຈົ້າ. ໃນວຽກງານຕົວຈິງ, ການເຂົ້າໃຈຫຼັກການຊ່ວຍໃຫ້ເຈົ້າສາມາດປະຕິບັດໜ້າທີ່ຮັບຜິດຊອບ ແລະ ພັນທະຂອງເຈົ້າໄດ້ດີຂຶ້ນ ແລະ ຄົບຖ້ວນຫຼາຍຂຶ້ນ. ດັ່ງນັ້ນ, ນີ້ກໍເປັນສ່ວນໜຶ່ງຂອງວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນກັນ. ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ ແລະ ເພື່ອໃຫ້ອ້າຍເອື້ອຍນ້ອງສາມາດດຳລົງຊີວິດຄຣິສຕະຈັກໄດ້ຢ່າງປົກກະຕິ ແລະ ເຂົ້າສູ່ຄວາມຈິງທັງໝົດທີ່ພຣະເຈົ້າຕ້ອງການ, ເມື່ອພວກຕໍ່ຕ້ານພຣະຄຣິສທີ່ເວົ້າຄຳເວົ້າ ແລະ ຫຼັກຄຳສອນປາກົດຕົວ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນເປັນຜູ້ທຳອິດທີ່ລຸກຂຶ້ນຢຸດຢັ້ງ ແລະ ຈຳກັດພວກເຂົາ. ສຳລັບພວກຕໍ່ຕ້ານພຣະຄຣິສທີ່ເວົ້າຄຳເວົ້າ ແລະ ຫຼັກຄຳສອນ, ມັນບໍ່ແມ່ນການຈຳກັດພວກເຂົາພຽງເພາະພວກເຂົາເວົ້າສິ່ງທີ່ຜິດພຽງສອງສາມຢ່າງ. ຖ້າການສັງເກດການໃນໄລຍະຍາວ ຫຼື ຄຳຕິຊົມຂອງຄົນສ່ວນຫຼາຍ ແລະ ການສະແດງອອກທີ່ສະເພາະເຈາະຈົງຂອງພວກເຂົາພຽງພໍທີ່ຈະກຳນົດໄດ້ວ່າພວກເຂົາເປັນຄົນປະເພດຜູ້ຕໍ່ຕ້ານພຣະຄຣິສແທ້, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນອອກມາຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ບໍ່ຄວນປ່ອຍໃຫ້ພວກເຂົາດຳເນີນຕໍ່ໄປໂດຍບໍ່ມີການກວດສອບ. ການປ່ອຍປະລະເລີຍພວກເຂົາກໍເທົ່າກັບການປ່ອຍໃຫ້ມານຮ້າຍ, ຊາຕານ, ວິນຍານສົກກະປົກ ແລະ ວິນຍານຊົ່ວຮ້າຍທ່ຽວອາລະວາດໃນຄຣິສຕະຈັກ, ເຊິ່ງໝາຍຄວາມວ່າຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວກຳລັງລະເລີຍຕໍ່ໜ້າທີ່ຮັບຜິດຊອບຂອງຕົນ, ເຊິ່ງໂດຍເນື້ອແທ້ແລ້ວກໍຄືການເຮັດວຽກໃຫ້ຊາຕານ. ການໂອ້ລົມກ່ຽວກັບບັນຫາປະເພດທີສອງກ່ຽວກັບການຂັດຂວາງ ແລະ ການລົບກວນໃນຊີວິດຄຣິສຕະຈັກກໍຈົບລົງພຽງເທົ່ານີ້.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?