ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (13) ສ່ວນທີ ໜຶ່ງ
ການໂອ້ລົມໃນການເຕົ້າໂຮມຄັ້ງສຸດທ້າຍຂອງພວກເຮົາແມ່ນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບເອັດຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ພວກເຮົາໄດ້ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດໃຫ້ສຳເລັດ ແລະ ວຽກງານທີ່ພວກເຂົາຄວນເຮັດໃນການເກັບຮັກສາເຄື່ອງຖວາຍ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດວຽກງານຫຍັງໃນການເກັບຮັກສາເຄື່ອງຖວາຍ? (ໜ້າວຽກທຳອິດແມ່ນການເກັບຮັກສາພວກມັນ. ທີສອງແມ່ນການກວດສອບບັນຊີ. ທີສາມແມ່ນການຕິດຕາມ, ຊອກຮູ້ ແລະ ກວດກາວ່າລາຍຈ່າຍຕ່າງໆ ສອດຄ່ອງກັບຫຼັກການ ຫຼື ບໍ່. ຕ້ອງມີການກວດສອບຢ່າງເຂັ້ມງວດ ແລະ ລາຍຈ່າຍທີ່ບໍ່ສົມເຫດສົມຜົນຕ້ອງຖືກຈຳກັດຢ່າງເຂັ້ມງວດ. ດີທີ່ສຸດແມ່ນການປ້ອງກັນການຟຸມເຟືອຍ ແລະ ການສິ້ນເປືອງກ່ອນທີ່ມັນຈະເກີດຂຶ້ນ. ຖ້າພວກມັນເກີດຂຶ້ນແລ້ວ, ຕ້ອງເອົາຜິດກັບຜູ້ທີ່ຮັບຜິດຊອບ. ບໍ່ພຽງແຕ່ຄວນມີການຕັກເຕືອນ, ແຕ່ຍັງຕ້ອງມີການຮຽກຮ້ອງຄ່າຊົດເຊີຍນຳອີກ). ໂດຍພື້ນຖານແລ້ວກໍມີເທົ່ານັ້ນ. ສິ່ງສຳຄັນແມ່ນການເກັບຮັກສາພວກມັນ, ຈາກນັ້ນກໍກວດສອບບັນຊີ, ຕໍ່ຈາກນັ້ນກໍຕິດຕາມ ແລະ ກວດກາລາຍຈ່າຍ, ພ້ອມທັງນໍາໃຊ້ ແລະ ໃຊ້ຈ່າຍຢ່າງຖືກຕ້ອງ. ຫຼັງຈາກທີ່ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບເອັດຈົບແລ້ວ, ຕອນນີ້ຜູ້ຄົນກໍມີຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ຖືກຕ້ອງກ່ຽວກັບເຄື່ອງຖວາຍ ແລະ ຕອນນີ້ພວກເຂົາກໍຍັງຮູ້ວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດໃນການເກັບຮັກສາເຄື່ອງຖວາຍ, ພ້ອມທັງວິທີທີ່ຜູ້ນໍາປອມເຮັດວຽກງານນີ້ ແລະ ພຶດຕິກຳສະເພາະຂອງພວກເຂົາໃນການເຮັດວຽກງານນີ້ອີກດ້ວຍ. ບໍ່ວ່າການໂອ້ລົມຂອງພວກເຮົາຈະກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ກ່ຽວກັບພຶດຕິກຳຕ່າງໆ ຂອງຜູ້ນໍາປອມ ແລະ ບໍ່ວ່າມັນຈະເປັນການໂອ້ລົມກ່ຽວກັບສິ່ງທີ່ເປັນບວກ ຫຼື ການເປີດໂປງສິ່ງທີ່ເປັນລົບ, ຈຸດປະສົງຫຼັກຂອງມັນກໍຄືເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈວິທີການເຮັດວຽກງານເກັບຮັກສາເຄື່ອງຖວາຍຢ່າງເໝາະສົມ ແລະ ວິທີການກຳຈັດການປະຕິບັດທີ່ບໍ່ສົມເຫດສົມຜົນໃນການເກັບຮັກສາ, ການໃຊ້ຈ່າຍ ແລະ ການແຈກຢາຍເຄື່ອງຖວາຍ. ຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນ, ບໍ່ວ່າພວກເຂົາຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ບໍ່ກໍຕາມ, ຄວນປະຕິບັດໃຫ້ສຳເລັດຄວາມຮັບຜິດຊອບຂອງຕົນໃນການເກັບຮັກສາເຄື່ອງຖວາຍ. ແລ້ວຄວາມຮັບຜິດຊອບນີ້ແມ່ນຫຍັງ? ມັນຄືການກຳກັບດູແລ ແລະ ລາຍງານບັນຫາໃດໆ ທີ່ພົບເຫັນໂດຍທັນທີ, ນັ້ນກໍຄື ການປະຕິບັດບົດບາດກຳກັບດູແລ ແລະ ລາຍງານ. ຢ່າຄິດວ່າ “ການເກັບຮັກສາເຄື່ອງຖວາຍເປັນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພວກເຮົາທີ່ເປັນຜູ້ເຊື່ອທຳມະດາ”. ມຸມມອງນີ້ບໍ່ຖືກຕ້ອງ. ເນື່ອງຈາກຜູ້ຄົນໄດ້ເຂົ້າໃຈຄວາມຈິງເຫຼົ່ານີ້ແລ້ວ, ພວກເຂົາກໍຄວນປະຕິບັດໃຫ້ສຳເລັດຄວາມຮັບຜິດຊອບຂອງພວກເຂົາ. ສຳລັບບັນຫາທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດລະບຸໄດ້ ຫຼື ສຳລັບຈຸດບອດ, ສະຖານທີ່ທີ່ບໍ່ສາມາດລະບຸໄດ້ງ່າຍ, ຖ້າຜູ້ໃດພົບເຫັນບັນຫາທີ່ບໍ່ສົມເຫດສົມຜົນ ຫຼື ການລະເມີດຫຼັກການໃນການເກັບຮັກສາ, ການແຈກຢາຍ ແລະ ການນໍາໃຊ້ເຄື່ອງຖວາຍ, ພວກເຂົາຄວນລາຍງານສິ່ງເຫຼົ່ານີ້ໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກໂດຍທັນທີ ເພື່ອຮັບປະກັນການເກັບຮັກສາທີ່ສົມເຫດສົມຜົນ, ການນໍາໃຊ້ທີ່ສົມເຫດສົມຜົນ ແລະ ການແຈກຢາຍທີ່ສົມເຫດສົມຜົນຂອງເຄື່ອງຖວາຍ. ນີ້ຄືຄວາມຮັບຜິດຊອບຂອງຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນ.
ຂໍ້ທີສິບສອງ: ລະບຸຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີໜຶ່ງ)
ຕອນນີ້ການໂອ້ລົມກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບເອັດຈົບແລ້ວ, ພວກເຮົາກໍຈະມາໂອ້ລົມກັນຕໍ່ກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ລະບຸຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ທີ່ຖືກເລືອກຂອງພຣະເຈົ້າພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ”. ເນື້ອໃນຫຼັກຂອງຄວາມຮັບຜິດຊອບຂໍ້ນີ້ແມ່ນຫຍັງ? ໂດຍຫຼັກໆແລ້ວແມ່ນການຮຽກຮ້ອງໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຈັດການກັບຄົນ, ເຫດການ ແລະ ສິ່ງຕ່າງໆ ພ້ອມທັງບັນຫາຕ່າງໆ ໃນຄຣິສຕະຈັກ ທີ່ລົບກວນ, ຂັດຂວາງ ແລະ ທຳລາຍຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຂົ້າໃຈຫຍັງກ່ອນ ເພື່ອທີ່ຈະຈັດການ ແລະ ແກ້ໄຂບັນຫາເຫຼົ່ານີ້ຢ່າງມີປະສິດທິພາບ, ປະຕິບັດໃຫ້ສຳເລັດຄວາມຮັບຜິດຊອບຂອງຕົນ ແລະ ເຮັດວຽກງານນີ້ໃຫ້ດີ? ຄວາມຮັບຜິດຊອບຂໍ້ນີ້ແມ່ນ “ລະບຸຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ”; ນີ້ຄືຂອບເຂດຂອງວຽກງານນີ້. ເມື່ອມີເປົ້າໝາຍ ແລະ ຂອບເຂດ, ມັນກໍຈະແຈ້ງວ່າບັນຫາໃດທີ່ຕ້ອງແກ້ໄຂ ແລະ ວຽກງານ ແລະ ຄວາມຮັບຜິດຊອບໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮັບຜິດຊອບ. ພາຍໃນຄວາມຮັບຜິດຊອບຂໍ້ທີສິບສອງ, ຂໍ້ກຳນົດຫຼັກສຳລັບຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ? ມັນຄືການຢຸດຢັ້ງ ແລະ ຈຳກັດຄົນ, ເຫດການ ແລະ ສິ່ງຕ່າງໆທີ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ ແລະ ພິກສະຖານະການ, ພ້ອມທັງໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ບົດຮຽນຈາກພວກມັນ. ເງື່ອນໄຂເບື້ອງຕົ້ນໃດທີ່ຕ້ອງບັນລຸ ເພື່ອທີ່ຈະເຮັດສິ່ງນີ້ໄດ້? ຖ້າພວກເຈົ້າເຫັນຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ, ຂັດຂວາງ ແລະ ທຳລາຍຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ ແຕ່ຄິດວ່ານີ້ບໍ່ແມ່ນບັນຫາ, ແລ້ວມັນກໍເປັນບັນຫາແລ້ວ. ສິ່ງນີ້ຊີ້ໃຫ້ເຫັນວ່າພວກເຈົ້າບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາໄດ້, ນັ້ນກໍຄື ບໍ່ເຂົ້າໃຈຄວາມເສຍຫາຍທີ່ການລົບກວນ ແລະ ການຂັດຂວາງຊີວິດຄຣິສຕະຈັກສາມາດນໍາມາສູ່ວຽກງານຂອງຄຣິສຕະຈັກ ແລະ ຜົນສະທ້ອນ ແລະ ຜົນກະທົບທີ່ມັນອາດຈະມີຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວຍັງສາມາດເຮັດວຽກງານຄຣິສຕະຈັກໄດ້ດີຢູ່ບໍ? ພວກເຂົາສາມາດແກ້ໄຂບັນຫາ ແລະ ພິກສະຖານະການໄດ້ບໍ? (ບໍ່ໄດ້). ແລ້ວຈຸດສຳຄັນທີ່ຈະໂອ້ລົມກັນໃນທີ່ນີ້ແມ່ນຫຍັງ? ມັນຄືການທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາຕ່າງໆ ແລະ ແກ້ໄຂບັນຫາຕົວຈິງຕ່າງໆ ຢ່າງມີປະສິດທິພາບໄດ້ ກໍຕໍ່ເມື່ອພວກເຂົາເຂົ້າໃຈຫຼັກການຄວາມຈິງກ່ອນ. ເພື່ອທີ່ຈະເຮັດວຽກງານຄຣິສຕະຈັກໄດ້ດີ, ກ່ອນອື່ນ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮູ້ວ່າບັນຫາໃດທີ່ມັກເກີດຂຶ້ນໃນວຽກງານຄຣິສຕະຈັກ. ຈາກນັ້ນ, ພວກເຂົາຕ້ອງເຂົ້າໃຈ, ແຍກແຍະ ແລະ ຕັດສິນລັກສະນະຂອງບັນຫາທີ່ເກີດຂຶ້ນຢ່າງຖືກຕ້ອງ, ວ່າພວກມັນຈະສົ່ງຜົນກະທົບຕໍ່ວຽກງານຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ ຫຼື ບໍ່ ແລະ ວ່າພວກມັນຈະມີລັກສະນະເປັນການລົບກວນ ແລະ ການຂັດຂວາງວຽກງານຄຣິສຕະຈັກ ຫຼື ບໍ່. ນີ້ແມ່ນບັນຫາທີ່ສຳຄັນຫຼາຍທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈກ່ອນ. ຫຼັງຈາກທີ່ເຂົ້າໃຈສິ່ງນີ້ແລ້ວເທົ່ານັ້ນ ຈຶ່ງຈະສາມາດແກ້ໄຂບັນຫາເຫຼົ່ານີ້ຢ່າງມີປະສິດທິພາບ ແລະ ສາມາດ “ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ” ດັ່ງທີ່ກ່າວໄວ້ໃນຄວາມຮັບຜິດຊອບຂໍ້ທີສິບສອງ. ສະຫຼຸບກໍຄື ກ່ອນທີ່ຈະແກ້ໄຂບັນຫາ, ກ່ອນອື່ນ ເຈົ້າຕ້ອງເຂົ້າໃຈວ່າບັນຫາຢູ່ໃສ, ສະພາວະ ແລະ ສະຖານະການທີ່ກ່ຽວຂ້ອງແມ່ນຫຍັງ, ລັກສະນະຂອງບັນຫາແມ່ນຫຍັງ, ມັນຮ້າຍແຮງສໍ່າໃດ, ຈະໄຈ້ແຍກ ແລະ ແຍກແຍະມັນແນວໃດ ແລະ ຈະປະຕິບັດຢ່າງຖືກຕ້ອງແນວໃດ. ນີ້ຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຂົ້າໃຈກ່ອນ. ເນື່ອງຈາກຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຂົ້າໃຈສິ່ງເຫຼົ່ານີ້, ໃຫ້ພວກເຮົາໂອ້ລົມກັນກ່ຽວກັບພວກມັນຈາກຫຼາຍໆດ້ານໂດຍສະເພາະ ເພື່ອໃຫ້ທັງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ຜູ້ຄົນທີ່ພຣະເຈົ້າເລືອກສາມາດເຂົ້າໃຈວິທີການປະເຊີນໜ້າກັບບັນຫາເຫຼົ່ານີ້ເມື່ອພວກມັນເກີດຂຶ້ນ, ວິທີການນຳເອົາສິ່ງເຫຼົ່ານັ້ນມາທຽບໃສ່ກັບພຣະທຳຂອງພຣະເຈົ້າ ແລະ ວິທີການນໍາໃຊ້ຫຼັກການຄວາມຈິງເພື່ອແກ້ໄຂພວກມັນ. ດ້ວຍວິທີນີ້, ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກພົບພໍ້ກັບຄວາມຫຍຸ້ງຍາກທີ່ພວກເຂົາບໍ່ສາມາດແກ້ໄຂໄດ້, ຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນກໍສາມາດປະເຊີນໜ້າກັບພວກມັນຮ່ວມກັນ ແລະ ສະແຫວງຫາຄວາມຈິງເພື່ອຫາທາງອອກ ແລະ ເມື່ອພົບພໍ້ກັບບັນຫາການລົບກວນ ແລະ ການຂັດຂວາງໃນວຽກງານຄຣິສຕະຈັກ, ທຸກຄົນກໍສາມາດລຸກຂຶ້ນເພື່ອຢຸດຢັ້ງ ແລະ ຈຳກັດພວກມັນ. ໃນເວລາດຽວກັນ, ສຳລັບຄົນ ແລະ ເລື່ອງທີ່ບໍ່ດີ, ພວກເຂົາສາມາດດຳເນີນການໄຈ້ແຍກ, ການແຍກແຍະ ແລະ ການກຳນົດລັກສະນະຢ່າງເປີດເຜີຍ, ດັ່ງນັ້ນຈຶ່ງເຮັດໃຫ້ບັນຫາເຫຼົ່ານີ້ຖືກຢຸດຢັ້ງ, ຖືກຈຳກັດ ແລະ ຖືກກຳຈັດທີ່ຕົ້ນເຫດ. ແລ້ວໃຫ້ພວກເຮົາເລີ່ມຕົ້ນໂອ້ລົມກັນຈາກບັນຫາທີ່ສະເພາະເຈາະຈົງທີ່ສຸດ.
ບັນດາບຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ
ເພື່ອລະບຸບັນຫາທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນເລີ່ມຕົ້ນຈາກດ້ານໃດ? ພວກເຂົາຄວນເລີ່ມຕົ້ນໂດຍການກວດສອບຊີວິດຄຣິສຕະຈັກເພື່ອຄົ້ນພົບບັນຫາເຫຼົ່ານີ້. ພວກເຈົ້າທຸກຄົນພໍຈະຮູ້ບໍ່ວ່າ ບັນຫາໃດແດ່ທີ່ມັກເກີດຂຶ້ນໃນຊີວິດຄຣິສຕະຈັກ ເຊິ່ງມີລັກສະນະເປັນການກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ? ບໍ່ວ່າຈະມີຄົນຈັກຄົນໃນຄຣິສຕະຈັກ, ແນ່ນອນວ່າຍ່ອມມີຄົນຈຳນວນບໍ່ໜ້ອຍທີ່ຈະລົບກວນ ແລະ ຂັດຂວາງວຽກງານຄຣິສຕະຈັກ. ການກະທຳທີ່ເປັນການລົບກວນ ແລະ ການຂັດຂວາງທີ່ພວກເຈົ້າໄດ້ຮຽນຮູ້ມາມີຫຍັງແດ່? (ເວລາໂອ້ລົມຄວາມຈິງໃນການເຕົ້າໂຮມກັນ ມັກຈະເວົ້ານອກເລື່ອງສະເໝີ, ໂດຍບໍ່ໄດ້ເນັ້ນໃສ່ບັນຫາຫຼັກ). (ນອກຈາກນີ້, ຍັງເວົ້າຄຳເວົ້າ ແລະ ຫຼັກຄຳສອນເປັນປະຈຳ). ການເວົ້ານອກເລື່ອງເວລາໂອ້ລົມຄວາມຈິງ. ຕົວຢ່າງ: ເມື່ອຄົນອື່ນກຳລັງໂອ້ລົມກັນກ່ຽວກັບວິທີການຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງຕົນ, ພວກເຂົາກໍຈະເວົ້າກ່ຽວກັບວິທີການເບິ່ງແຍງສາມີ (ຫຼື ພັນລະຍາ) ແລະ ລູກຂອງພວກເຂົາໃຫ້ດີ. ເມື່ອຄົນອື່ນກຳລັງໂອ້ລົມກັນກ່ຽວກັບວ່າ ການຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງຕົນແມ່ນເພື່ອເຮັດໃຫ້ພຣະເຈົ້າພໍພຣະໄທ ແລະ ອ່ອນນ້ອມຕໍ່ພຣະອົງ, ພວກເຂົາກໍຈະເວົ້າກ່ຽວກັບວ່າ ການຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງຕົນແມ່ນເພື່ອໃຫ້ໄດ້ຮັບພອນສຳລັບຄອບຄົວ ແລະ ຄົນທີ່ຮັກຂອງຕົນ. ນີ້ບໍ່ແມ່ນການເວົ້ານອກເລື່ອງບໍ? (ແມ່ນແລ້ວ). ຖ້າເຈົ້າບໍ່ຂັດຈັງຫວະພວກເຂົາ, ພວກເຂົາກໍຈະເວົ້າໄປບໍ່ຢຸດ. ຖ້າເຈົ້າຈຳກັດພວກເຂົາ, ພວກເຂົາກໍຈະໃຈຮ້າຍ ແລະ ໂມໂຫຍ້ອນຄວາມອັບອາຍ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ພຶດຕິກຳທີ່ບໍ່ດີຂອງພວກເຂົາຮ້າຍແຮງຂຶ້ນໄປອີກ. ແລ້ວບັນຫານີ້, ໂດຍລັກສະນະຂອງມັນແລ້ວ ກໍຢູ່ໃນລະດັບຂອງການລົບກວນ ແລະ ການຂັດຂວາງ ເຊິ່ງຮ້າຍແຮງຫຼາຍ. ເຖິງແມ່ນວ່າການເວົ້ານອກເລື່ອງເວລາໂອ້ລົມຄວາມຈິງເປັນບັນຫາທີ່ພົບເຫັນທົ່ວໄປ, ແຕ່ໃນທາງພາວະວິໄສແລ້ວ, ມັນສາມາດລົບກວນ ແລະ ຂັດຂວາງຊີວິດຂອງຄຣິສຕະຈັກໄດ້. ນີ້ຄືບັນຫາທີໜຶ່ງ. ກ່ຽວກັບບັນຫາທີສອງ, “ການເວົ້າຄຳເວົ້າ ແລະ ຫຼັກຄຳສອນ”, ການທີ່ສິ່ງນີ້ຈະຖືວ່າເປັນການລົບກວນ ແລະ ການຂັດຂວາງ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບຄວາມຮ້າຍແຮງຂອງກໍລະນີ. ບາງຄົນເວົ້າຄຳເວົ້າ ແລະ ຫຼັກຄຳສອນ ເພາະພວກເຂົາຂາດຄວາມຈິງຄວາມເປັນຈິງ; ທັນທີທີ່ພວກເຂົາເປີດປາກ, ມັນກໍມີແຕ່ຄຳເວົ້າ ແລະ ຫຼັກຄຳສອນທີ່ເປັນພຽງທິດສະດີທີ່ວ່າງເປົ່າ. ແນວໃດກໍຕາມ, ເຈດຕະນາຂອງພວກເຂົາບໍ່ແມ່ນເພື່ອທີ່ຈະນໍາພາຄົນອື່ນຢ່າງຜິດໆ ແລະ ໃຫ້ຄົນອື່ນນັບຖື. ດ້ວຍການຈຳກັດ ແລະ ການຫ້າມປາມ, ພວກເຂົາກໍຈະມີການຮັບຮູ້ຕົວເອງ ແລະ ຫຼັງຈາກນັ້ນ, ພວກເຂົາກໍຈະເວົ້າຄຳເວົ້າ ແລະ ຫຼັກຄຳສອນໜ້ອຍລົງ ແລະ ພວກເຂົາຈະບໍ່ຂັດຂວາງທາງເຂົ້າຂອງຊີວິດຂອງອ້າຍເອື້ອຍນ້ອງອີກຕໍ່ໄປ. ສິ່ງນີ້ບໍ່ນັບວ່າເປັນການລົບກວນ ແລະ ການຂັດຂວາງ. ແນວໃດກໍຕາມ, ຜູ້ທີ່ເຈດຕະນາເວົ້າຄຳເວົ້າ ແລະ ຫຼັກຄຳສອນ ດ້ວຍເຈດຕະນາທີ່ຈະນໍາພາຄົນອື່ນຢ່າງຜິດໆ ກໍຍັງເຮັດເຊັ່ນນັ້ນ ເຖິງແມ່ນວ່າພວກເຂົາຈະຮູ້ດີວ່າສິ່ງທີ່ພວກເຂົາເວົ້າເປັນຄຳເວົ້າ ແລະ ຫຼັກຄຳສອນກໍຕາມ. ຈຸດປະສົງຂອງພວກເຂົາໃນການເຮັດສິ່ງນີ້ກໍຄືເພື່ອໃຫ້ຄົນອື່ນນັບຖື; ພວກເຂົາຕ້ອງການດຶງດູດຜູ້ຄົນມາເປັນພວກຂອງຕົນ ແລະ ນໍາພາພວກເຂົາຢ່າງຜິດໆ ແລະ ຍາດຊີງເອົາສະຖານະ. ສິ່ງນີ້ມີລັກສະນະທີ່ຂ້ອນຂ້າງຮ້າຍແຮງ. ມັນມີລັກສະນະທີ່ແຕກຕ່າງຈາກການທີ່ສາມາດເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນເທົ່ານັ້ນ ຍ້ອນບໍ່ເຂົ້າໃຈຄວາມຈິງ. ພຶດຕິກຳດັ່ງກ່າວປະກອບເປັນການລົບກວນ ແລະ ການຂັດຂວາງ. ບັນດາຄົນ, ເຫດການ ແລະ ສິ່ງຕ່າງໆທີ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງໃນຊີວິດຄຣິສຕະຈັກແມ່ນມີຢູ່ທົ່ວໄປ. ພວກມັນບໍ່ແມ່ນພຽງແຕ່ບັນຫາເຊັ່ນ: ການເວົ້າຄຳເວົ້າ ແລະ ຫຼັກຄຳສອນ ຫຼື ການເວົ້ານອກເລື່ອງ. ມີຫຍັງອີກແດ່? (ການສ້າງກຸ່ມກ້ອນ, ການສ້າງຄວາມແຕກແຍກ ແລະ ການບັນທອນກຳລັງໃຈຂອງຄົນອື່ນ). (ຍັງມີການລະບາຍຄວາມເປັນລົບ ແລະ ການສ້າງບັນຫາ ແລະ ລົບກວນຜູ້ຄົນຢ່າງບໍ່ຢຸດຢັ້ງ). (ເມື່ອບາງຄົນມີແນວຄິດກ່ຽວກັບການຈັດແຈງວຽກງານໃນເຮືອນຂອງພຣະເຈົ້າ, ພວກເຂົາກໍເຜີຍແຜ່ແນວຄິດເຫຼົ່ານີ້ ແລະ ລະບາຍຄວາມເປັນລົບຂອງພວກເຂົາ, ເຊິ່ງກໍ່ໃຫ້ເກີດແນວຄິດກ່ຽວກັບການຈັດແຈງວຽກງານໃນຄົນອື່ນເຊັ່ນກັນ). ສິ່ງເຫຼົ່ານັ້ນຖືວ່າເປັນການລົບກວນ ແລະ ການຂັດຂວາງ. ການສ້າງກຸ່ມກ້ອນແມ່ນຢ່າງໜຶ່ງ, ການສ້າງຄວາມແຕກແຍກແມ່ນອີກຢ່າງໜຶ່ງ, ພ້ອມທັງການທໍລະມານ ແລະ ການໂຈມຕີຜູ້ຄົນ, ການເຜີຍແຜ່ແນວຄິດ, ການລະບາຍຄວາມຄິດລົບ, ການເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງ ແລະ ການຍາດຊີງສະຖານະ, ທັງໝົດນີ້ລ້ວນແຕ່ເປັນການລົບກວນ ແລະ ການຂັດຂວາງ. ບັນຫາເຫຼົ່ານີ້ມີລັກສະນະທີ່ຮ້າຍແຮງກວ່າການເວົ້ານອກເລື່ອງເວລາໂອ້ລົມຄວາມຈິງຫຼາຍ. ຍັງມີບັນຫາທີ່ກ່ຽວຂ້ອງກັບການເລືອກຕັ້ງອີກ. ບັນຫາປະເພດໃດທີ່ເກີດຂຶ້ນໃນລະຫວ່າງການເລືອກຕັ້ງ ເຊິ່ງກ່ຽວຂ້ອງກັບການກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ? ຕົວຢ່າງເຊັ່ນ: ການຄວບຄຸມຄະແນນສຽງ, ໂດຍການສັນຍາຜົນປະໂຫຍດເພື່ອໃຫ້ໄດ້ຄະແນນສຽງໃຫ້ຕົນເອງ. ນີ້ຄືວິທີໜຶ່ງໃນການທຳລາຍການເລືອກຕັ້ງ. ການກະທຳທີ່ລັບໆ, ການເຮັດວຽກກັບແນວຄິດຂອງຜູ້ຄົນຢູ່ເບື້ອງຫຼັງ ເພື່ອດຶງດູດພວກເຂົາມາເປັນພວກຂອງເຈົ້າ, ນໍາພາພວກເຂົາຢ່າງຜິດໆ ແລະ ເຮັດໃຫ້ພວກເຂົາລົງຄະແນນສຽງໃຫ້ເຈົ້າ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນບັນຫາທີ່ເກີດຂຶ້ນໃນລະຫວ່າງການເລືອກຕັ້ງ. ສິ່ງເຫຼົ່ານີ້ປະກອບເປັນການລົບກວນ ແລະ ການຂັດຂວາງບໍ? (ແມ່ນແລ້ວ). ບັນຫາເຫຼົ່ານີ້ເອີ້ນລວມກັນວ່າ ການລະເມີດຫຼັກການການເລືອກຕັ້ງ. ບັນຫາອີກຢ່າງໜຶ່ງແມ່ນການລົມເລື່ອງຄອບຄົວ, ການສ້າງສາຍສຳພັນສ່ວນຕົວ ແລະ ການຈັດການເລື່ອງສ່ວນຕົວ. ຄົນໃດໜຶ່ງອາດຈະມາຮ່ວມການເຕົ້າໂຮມເພື່ອເຮັດສິ່ງເຫຼົ່ານີ້, ບໍ່ແມ່ນເພື່ອເຂົ້າໃຈຄວາມຈິງ ຫຼື ໂອ້ລົມພຣະທຳຂອງພຣະເຈົ້າ, ແຕ່ເພື່ອຈັດການເລື່ອງສ່ວນຕົວ. ບັນຫາດັ່ງກ່າວເປັນປະເພດທີ່ຮ້າຍແຮງບໍ? (ແມ່ນແລ້ວ). ມັນກໍເທົ່າກັບເປັນການກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງເຊັ່ນກັນ.
ຕອນນີ້, ໃຫ້ພວກເຮົາສະຫຼຸບບັນຫາຕ່າງໆທີ່ເປັນການລົບກວນ ແລະ ການຂັດຂວາງທີ່ເກີດຂຶ້ນໃນຊີວິດຄຣິສຕະຈັກ: ຂໍ້ທີໜຶ່ງ, ການມັກເວົ້ານອກເລື່ອງໃນເວລາໂອ້ລົມຄວາມຈິງ; ຂໍ້ທີສອງ, ການເວົ້າຄຳເວົ້າ ແລະ ຫຼັກຄຳສອນເພື່ອນຳພາຜູ້ຄົນຢ່າງຜິດໆ ແລະ ເພື່ອໃຫ້ຄົນອື່ນນັບຖືຕົນ; ຂໍ້ທີສາມ, ການລົມເລື່ອງຄອບຄົວ, ການສ້າງສາຍສຳພັນສ່ວນຕົວ ແລະ ການຈັດການເລື່ອງສ່ວນຕົວ; ຂໍ້ທີສີ່, ການສ້າງຕັ້ງກຸ່ມກ້ອນ; ຂໍ້ທີຫ້າ, ການຍາດແຍ່ງສະຖານະ; ຂໍ້ທີຫົກ, ການສ້າງຄວາມແຕກແຍກ; ຂໍ້ທີເຈັດ, ການໂຈມຕີ ແລະ ທໍລະມານຜູ້ຄົນ; ຂໍ້ທີແປດ, ການເຜີຍແຜ່ແນວຄິດ; ຂໍ້ທີເກົ້າ, ການລະບາຍຄວາມເປັນລົບ; ຂໍ້ທີສິບ, ການເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງ ແລະ ຂໍ້ທີສິບເອັດ, ການລະເມີດຫຼັກການການເລືອກຕັ້ງ. ລວມທັງໝົດສິບເອັດຂໍ້. ການສະແດງອອກສິບເອັດຂໍ້ນີ້ແມ່ນບັນຫາຂອງການລົບກວນ ແລະ ການຂັດຂວາງທີ່ມັກເກີດຂຶ້ນໃນຊີວິດຄຣິສຕະຈັກ. ເມື່ອດຳເນີນຊີວິດຄຣິສຕະຈັກ, ຖ້າບັນຫາເຫຼົ່ານີ້ເກີດຂຶ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຈຳເປັນຕ້ອງລຸກຂຶ້ນ ແລະ ຢຸດຢັ້ງພວກມັນ, ຈຳກັດພວກມັນ ແລະ ບໍ່ປ່ອຍໃຫ້ພວກມັນຂະຫຍາຍຕົວໄປໂດຍບໍ່ມີການກວດສອບ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດຈຳກັດພວກເຂົາໄດ້, ແລ້ວອ້າຍເອື້ອຍນ້ອງທຸກຄົນກໍຄວນຮ່ວມໃຈກັນຈຳກັດພວກມັນ. ຖ້າຄົນທີ່ກ່ຽວຂ້ອງບໍ່ໄດ້ມີຄວາມເປັນມະນຸດທີ່ຊົ່ວຮ້າຍ ແລະ ບໍ່ໄດ້ເຈດຕະນາກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ ແຕ່ພຽງແຕ່ຂາດຄວາມເຂົ້າໃຈໃນຄວາມຈິງ, ພວກເຂົາກໍສາມາດໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນຜ່ານການໂອ້ລົມຄວາມຈິງ. ຖ້າຄົນທີ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງເປັນຄົນຊົ່ວຊ້າ ແລະ ກໍລະນີບໍ່ຮ້າຍແຮງ, ແລ້ວກໍຄວນຢຸດຢັ້ງ ແລະ ຈຳກັດການລົບກວນ ແລະ ການຂັດຂວາງຂອງພວກເຂົາຜ່ານການໂອ້ລົມ ແລະ ການເປີດໂປງ. ຖ້າພວກເຂົາຍິນດີທີ່ຈະກັບໃຈ ແລະ ບໍ່ເວົ້າ ຫຼື ກະທຳໃນທາງທີ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງອີກຕໍ່ໄປ, ຍິນດີທີ່ຈະເປັນສະມາຊິກທີ່ຕໍ່າຕ້ອຍທີ່ສຸດໃນຄຣິສຕະຈັກ, ສາມາດຮັບຟັງ ແລະ ເຊື່ອຟັງໂດຍດີ ແລະ ເຮັດທຸກຢ່າງທີ່ຄຣິສຕະຈັກຈັດແຈງໃຫ້, ຍອມຮັບການຈຳກັດທີ່ກຳນົດໂດຍອ້າຍເອື້ອຍນ້ອງ, ແລ້ວພວກເຂົາກໍສາມາດຢູ່ໃນຄຣິສຕະຈັກໄດ້ເປັນການຊົ່ວຄາວ. ແຕ່ຖ້າພວກເຂົາບໍ່ຍອມຮັບ ແລະ ກົງກັນຂ້າມພັດຕໍ່ຕ້ານ ແລະ ເປັນສັດຕູຕໍ່ຄົນສ່ວນໃຫຍ່, ແລ້ວກໍຄວນດຳເນີນການຂັ້ນຕອນທີສອງ, ນັ້ນກໍຄື ການກຳຈັດພວກເຂົາອອກ. ວິທີການນີ້ເໝາະສົມບໍ? (ເໝາະສົມ).
I. ການມັກເວົ້ານອກເລື່ອງໃນເວລາໂອ້ລົມຄວາມຈິງເປັນປະຈໍາ
ຕອນນີ້, ພວກເຮົາຈະໂອ້ລົມກ່ຽວກັບຄົນ, ເຫດການ ແລະ ສິ່ງຕ່າງໆປະເພດຕ່າງໆທີ່ປາກົດໃນຊີວິດຄຣິສຕະຈັກ ເຊິ່ງໂດຍທຳມະຊາດແລ້ວຖືເປັນການລົບກວນ ແລະ ການຂັດຂວາງ. ຂໍ້ທີໜຶ່ງແມ່ນ ການມັກເວົ້ານອກເລື່ອງໃນເວລາໂອ້ລົມຄວາມຈິງ. ການເວົ້ານອກເລື່ອງໃນເວລາໂອ້ລົມຄວາມຈິງນັ້ນໄດ້ຖືກກຳນົດໄດ້ແນວໃດ? ເຮົາຈະສາມາດຮັບຮູ້ຄຳໂອ້ລົມທີ່ເວົ້ານອກເລື່ອງໄດ້ຢ່າງແຈ່ມແຈ້ງໄດ້ແນວໃດ? ພວກເຈົ້າມັກເວົ້ານອກເລື່ອງໃນການໂອ້ລົມຄວາມຈິງຂອງພວກເຈົ້າບໍ? (ແມ່ນແລ້ວ). ບັນຫານີ້ຕ້ອງຮ້າຍແຮງເຖິງລະດັບໃດ ລັກສະນະຂອງມັນຈຶ່ງຈະຖືກນັບວ່າເປັນການລົບກວນ ແລະ ການຂັດຂວາງ? ຖ້າທຸກກໍລະນີຂອງການເວົ້ານອກເລື່ອງໃນເວລາໂອ້ລົມຄວາມຈິງຖືກກຳນົດລັກສະນະວ່າເປັນການລົບກວນ ແລະ ການຂັດຂວາງ, ແລ້ວໃນອະນາຄົດ ຜູ້ຄົນຄົງຈະບໍ່ຢ້ານທີ່ຈະເວົ້າ ຫຼື ໂອ້ລົມໃນຊີວິດຄຣິສຕະຈັກບໍ? ແລ້ວຖ້າຜູ້ຄົນຢ້ານທີ່ຈະໂອ້ລົມ, ມັນບໍ່ໄດ້ໝາຍຄວາມວ່າພວກເຂົາບໍ່ໄດ້ຮັບຮູ້ບັນຫານີ້ຢ່າງແຈ່ມແຈ້ງບໍ? (ແມ່ນແລ້ວ). ສະນັ້ນ, ເມື່ອມີການກຳນົດຢ່າງຖືກຕ້ອງວ່າ ການເວົ້ານອກເລື່ອງໃນຂະນະທີ່ໂອ້ລົມຄວາມຈິງປະເພດໃດທີ່ຖືເປັນການລົບກວນ ແລະ ການຂັດຂວາງ, ຄົນສ່ວນຫຼາຍກໍຈະຖືກປົດປ່ອຍອອກຈາກຂໍ້ຈຳກັດຂອງພວກເຂົາ. ເມື່ອເຫັນວ່າພວກເຈົ້າເອງກໍເວົ້ານອກເລື່ອງແມ່ນແຕ່ໃນການສົນທະນາທົ່ວໄປ, ການເຮັດເຊັ່ນນັ້ນໃນເວລາໂອ້ລົມຄວາມຈິງກໍຍິ່ງເປັນເລື່ອງທຳມະດາຫຼາຍຂຶ້ນ. ສະນັ້ນ, ມັນຈຳເປັນທີ່ຈະຕ້ອງໂອ້ລົມກັນກ່ຽວກັບເລື່ອງນີ້ໃຫ້ກະຈ່າງແຈ້ງ ເພື່ອປ້ອງກັນບໍ່ໃຫ້ພວກເຈົ້າຖືກຈຳກັດ. ຢ່າໃຫ້ຄວາມຢ້ານກົວທີ່ຈະເວົ້ານອກເລື່ອງ ແລະ ການກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ ມາຂັດຂວາງພວກເຈົ້າບໍ່ໃຫ້ເວົ້າ ແລະ ເຮັດໃຫ້ພວກເຈົ້າບໍ່ກ້າທີ່ຈະໂອ້ລົມ ເຖິງແມ່ນວ່າພວກເຈົ້າຈະມີຄວາມຮູ້ກໍຕາມ ຫຼື ເມື່ອພວກເຈົ້າຢາກຈະໂອ້ລົມ, ຢ່າງບັງຄັບເຈົ້າໃຫ້ໄຕ່ຕອງກ່ອນວ່າ: “ສິ່ງທີ່ຂ້ອຍຢາກເວົ້ານັ້ນກ່ຽວຂ້ອງກັບຫົວຂໍ້ຫຼັກບໍ? ມັນນອກເລື່ອງບໍ? ຂ້ອຍຄວນຮ່າງ ແລະ ຂຽນໂຄງຮ່າງຄວາມຄິດຂອງຂ້ອຍກ່ອນທີ່ຈະເວົ້າ ແລະ ຈາກນັ້ນກໍຍຶດໝັ້ນຕາມໂຄງຮ່າງ ເພື່ອວ່າຂ້ອຍຈະບໍ່ເວົ້ານອກເລື່ອງ ບໍ່ວ່າຈະເປັນແນວໃດກໍຕາມ. ຖ້າຂ້ອຍເວົ້ານອກເລື່ອງ, ມັນກໍຈະບໍ່ເປັນປະໂຫຍດຕໍ່ໃຜ ແລະ ຈະເປັນການເສຍເວລາອັນມີຄ່າຂອງການເຕົ້າໂຮມ, ສົ່ງຜົນກະທົບຕໍ່ຄວາມເຂົ້າໃຈຄວາມຈິງຂອງອ້າຍເອື້ອຍນ້ອງ. ແລະ ຖ້າມັນຮ້າຍແຮງ, ມັນກໍອາດຈະລົບກວນ ແລະ ຂັດຂວາງຊີວິດຄຣິສຕະຈັກໄດ້”. ແລ້ວພວກເຮົາຄວນເບິ່ງເລື່ອງການເວົ້ານອກເລື່ອງແນວໃດ? ກ່ອນອື່ນ, ພວກເຮົາຕ້ອງພິຈາລະນາວ່າການເວົ້ານອກເລື່ອງນັ້ນເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງ ຫຼື ບໍ່ ແລະ ຈາກນັ້ນ ພວກເຮົາກໍຕ້ອງເບິ່ງໃຫ້ເຫັນຢ່າງແຈ່ມແຈ້ງວ່າ ຜົນສະທ້ອນຂອງການເວົ້ານອກເລື່ອງຕໍ່ຊີວິດຄຣິສຕະຈັກແມ່ນຫຍັງ. ດ້ວຍວິທີນີ້, ພວກເຮົາຈຶ່ງສາມາດເຫັນໄດ້ຢ່າງແຈ່ມແຈ້ງວ່າ ການເວົ້ານອກເລື່ອງບໍ່ແມ່ນບັນຫາເລັກນ້ອຍ; ໃນກໍລະນີທີ່ຮ້າຍແຮງ, ມັນເຖິງກັບສາມາດກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງຕໍ່ຊີວິດຄຣິສຕະຈັກ ແລະ ວຽກງານຂອງຄຣິສຕະຈັກໄດ້. ສົມມຸດວ່າ ໃນບາງຫົວຂໍ້, ເຈົ້າຊອກຫາພຣະທຳຂອງພຣະເຈົ້າຕອນໜຶ່ງເພື່ອໂອ້ລົມກ່ຽວກັບຄວາມຮູ້ ແລະ ຄວາມເຂົ້າໃຈຂອງເຈົ້າ; ຫຼື ສົມມຸດວ່າ ໃນບາງຫົວຂໍ້, ເຈົ້າໂອ້ລົມກ່ຽວກັບຄວາມຮູ້ທີ່ເຈົ້າໄດ້ຮັບ, ຄວາມຈິງທີ່ເຈົ້າໄດ້ເຂົ້າໃຈ ແລະ ເຈດຕະນາຂອງພຣະເຈົ້າທີ່ເຈົ້າໄດ້ເຂົ້າໃຈຈາກບາງສິ່ງທີ່ເຈົ້າໄດ້ປະສົບ; ຫຼື ສົມມຸດວ່າ ການໂອ້ລົມຂອງເຈົ້າໃນຫົວຂໍ້ໃດໜຶ່ງນັ້ນຍືດຍາວໜ້ອຍໜຶ່ງ ແລະ ເຈົ້າບໍ່ໄດ້ສະແດງອອກຢ່າງແຈ່ມແຈ້ງເທົ່າທີ່ຄວນ, ໂດຍເວົ້າຊໍ້າໄປຊໍ້າມາຫຼາຍເທື່ອ, ໃນສະຖານະການເຫຼົ່ານີ້ ເຈົ້າກຳລັງເວົ້ານອກເລື່ອງຢູ່ບໍ? ສິ່ງເຫຼົ່ານີ້ບໍ່ໄດ້ຖືກນັບວ່າເປັນການເວົ້ານອກເລື່ອງ. ແລ້ວການເວົ້ານອກເລື່ອງແມ່ນຫຍັງ? ການເວົ້ານອກເລື່ອງແມ່ນເມື່ອສິ່ງທີ່ເຈົ້າເວົ້າມີຄວາມກ່ຽວຂ້ອງໜ້ອຍ ຫຼື ບໍ່ກ່ຽວຂ້ອງເລີຍກັບຫົວຂໍ້ຂອງການໂອ້ລົມ, ເມື່ອມັນເປັນພຽງການເວົ້າໄປເລີຍກ່ຽວກັບເລື່ອງພາຍນອກ ແລະ ບໍ່ໄດ້ເສີມສ້າງຜູ້ຄົນເລີຍ. ນັ້ນຄືການເວົ້ານອກເລື່ອງຢ່າງສົມບູນ. ຕອນນີ້, ໃຫ້ເຮົາມາໂອ້ລົມກັນວ່າສິ່ງໃດທີ່ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ. ໃນກໍລະນີຂອງການເວົ້ານອກເລື່ອງໃນເວລາໂອ້ລົມຄວາມຈິງ, ຄຳເວົ້າ ແລະ ພຶດຕິກຳປະເພດໃດທີ່ຖືເປັນການລົບກວນ ແລະ ການຂັດຂວາງ? ແກ່ນແທ້ຂອງບັນຫາໃນທີ່ນີ້ແມ່ນຫຍັງ? ໂດຍທຳມະຊາດແລ້ວ ການເວົ້ານອກເລື່ອງນັ້ນຖືເປັນການລົບກວນ ແລະ ການຂັດຂວາງໄດ້ແນວໃດ? ເລື່ອງນີ້ບໍ່ສົມຄວນທີ່ຈະໂອ້ລົມກັນບໍ? ເມື່ອໄດ້ໂອ້ລົມກັນແລ້ວ, ພວກເຈົ້າຈະເຂົ້າໃຈບໍວ່າການເວົ້ານອກເລື່ອງໝາຍຄວາມວ່າແນວໃດ? (ເຂົ້າໃຈ). ຖ້າຢ່າງນັ້ນ, ໃຫ້ພວກເຈົ້າຕອບຄຳຖາມນີ້ເບິ່ງ. (ເມື່ອການໂອ້ລົມຂອງຄົນໃດໜຶ່ງເປັນເລື່ອງກ່ຽວກັບຫົວຂໍ້ທີ່ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ, ຕົວຢ່າງ: ການເວົ້າຈາໄຮ້ສາລະ ແລະ ການເວົ້າເລື່ອງຄອບຄົວທີ່ບໍ່ເປັນສາລະ ແລະ ການໂອ້ລົມເລື່ອງທີ່ກ່ຽວຂ້ອງກັບກະແສສັງຄົມທີ່ລົບກວນຈິດໃຈຂອງຜູ້ຄົນ, ຂັດຂວາງພວກເຂົາຈາກການສະຫງົບຢູ່ຕໍ່ໜ້າພຣະເຈົ້າ ແລະ ໄຕ່ຕອງພຣະທຳຂອງພຣະອົງ, ການໂອ້ລົມນັ້ນກໍຄືການເວົ້ານອກເລື່ອງ). ນັ້ນເວົ້າເຖິງຈັກປະເດັນຫຼັກ? (ຂໍ້ໜຶ່ງແມ່ນ ຫົວຂໍ້ບໍ່ກ່ຽວຂ້ອງກັບຄວາມຈິງ). ນີ້ແມ່ນຈຸດທີ່ສຳຄັນຫຼາຍ: ການບໍ່ກ່ຽວຂ້ອງກັບຄວາມຈິງ. ຈຸດໜຶ່ງແມ່ນການເວົ້າຈາໄຮ້ສາລະ ແລະ ການລົມເລື່ອງຄອບຄົວທີ່ບໍ່ເປັນສາລະ. ອີກຢ່າງໜຶ່ງແມ່ນການເວົ້າເຖິງວັດທະນະທຳດັ້ງເດີມ, ແນວຄິດສິນທຳຂອງມະນຸດ ແລະ ສິ່ງທີ່ຜູ້ຄົນຖືວ່າສູງສົ່ງ ຄືກັບວ່າພວກມັນເປັນຄວາມຈິງ. ນີ້ແມ່ນບັນຫາຂອງຄວາມເຂົ້າໃຈທີ່ບິດເບືອນ; ສິ່ງທັງໝົດນີ້ບໍ່ກ່ຽວຂ້ອງກັບຄວາມຈິງ. ຕົວຢ່າງ, ພຣະທຳຂອງພຣະເຈົ້າກ່າວວ່າ: “ຄົນໜຸ່ມສາວບໍ່ຄວນຂາດຄວາມປາຖະໜາ”. ບາງຄົນກໍໂອ້ລົມວ່າ “ນັບແຕ່ສະໄໝບູຮານ, ວິລະບຸລຸດໄດ້ປາກົດຕົວໃນຊ່ວງໄວໜຸ່ມຂອງພວກເຂົາ” ຫຼື “ຄວາມມຸ່ງມາດປາດຖະໜາບໍ່ໄດ້ຖືກຈຳກັດດ້ວຍອາຍຸ” ຫຼື ເມື່ອພວກເຈົ້າເວົ້າກ່ຽວກັບວິທີຢຳເກງພຣະເຈົ້າ, ພວກເຂົາກໍໂອ້ລົມວ່າ: “ມີພຣະເຈົ້າຢູ່ເໜືອຫົວເຈົ້າສາມຟຸດ”; “ເມື່ອມະນຸດກະທຳ, ສະຫວັນກໍກຳລັງເບິ່ງຢູ່”; “ຖ້າເຈົ້າມີຈິດສຳນຶກທີ່ສະອາດ, ເຈົ້າກໍບໍ່ຈຳເປັນຕ້ອງຢ້ານຜີມາເຄາະປະຕູ”; ຫຼື “ຈິດໃຈຂອງຄົນເຮົາຕ້ອງມຸ່ງໄປສູ່ຄວາມດີ”. ນີ້ບໍ່ແມ່ນການເວົ້ານອກເລື່ອງບໍ? ບໍ່ແມ່ນຄຳເວົ້າເຫຼົ່ານີ້ບໍ່ໄດ້ກ່ຽວຂ້ອງກັບຄວາມຈິງບໍ? ຄຳເວົ້າເຫຼົ່ານີ້ແມ່ນຫຍັງ? (ປັດຊະຍາຊາຕານ). ມັນຄືປັດຊະຍາຊາຕານ ແລະ ພວກມັນກໍຍັງເປັນວັດທະນະທຳດັ້ງເດີມຂອງຊົນຊາດໃດໜຶ່ງອີກດ້ວຍ. ການສະແດງອອກຢ່າງທີໜຶ່ງຂອງການເວົ້ານອກເລື່ອງແມ່ນເມື່ອຫົວຂໍ້ທີ່ເວົ້ານັ້ນບໍ່ກ່ຽວຂ້ອງກັບຄວາມຈິງ; ມັນແມ່ນເມື່ອຄົນເຮົາເວົ້າປັດຊະຍາ ແລະ ທິດສະດີທີ່ພວກຜູ້ບໍ່ເຊື່ອຖືວ່າຖືກຕ້ອງ ແລະ ສູງສົ່ງ ແລະ ເຊື່ອມໂຍງສິ່ງເຫຼົ່ານັ້ນເຂົ້າກັບຄວາມຈິງດ້ວຍການບັງຄັບ. ນັ້ນຄືການເວົ້ານອກເລື່ອງ. ຫົວຂໍ້ບໍ່ກ່ຽວຂ້ອງກັບຄວາມຈິງ, ການສະແດງອອກນີ້ຄວນຈະເຂົ້າໃຈໄດ້ງ່າຍ. ການສະແດງອອກຢ່າງທີສອງແມ່ນເມື່ອຫົວຂໍ້ທີ່ໂອ້ລົມກັນນັ້ນລົບກວນຈິດໃຈຂອງຜູ້ຄົນ. ເມື່ອບໍ່ມີການໂອ້ລົມຄວາມຈິງໃນການເຕົ້າໂຮມ ແລະ ສິ່ງທີ່ໂອ້ລົມກັນນັ້ນແມ່ນຄວາມຮູ້, ວິຊາການ, ປັດຊະຍາ ແລະ ກົດໝາຍ ຫຼື ປະກົດການທາງສັງຄົມ ແລະ ຄວາມສຳພັນລະຫວ່າງບຸກຄົນທີ່ຊັບຊ້ອນຕ່າງໆ, ແລ້ວມັນກໍລົບກວນຈິດໃຈຂອງຜູ້ຄົນ. ນີ້ແມ່ນເມື່ອຄົນໃດໜຶ່ງໂອ້ລົມກ່ຽວກັບບັນຫາທີ່ໂດຍພື້ນຖານແລ້ວບໍ່ໄດ້ກ່ຽວຂ້ອງກັບຄວາມຈິງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງເລີຍ ຄືກັບວ່າສິ່ງເຫຼົ່ານັ້ນເປັນຄວາມຈິງ. ສິ່ງນີ້ກໍ່ໃຫ້ເກີດຄວາມສັບສົນໃນຈິດໃຈຂອງຄົນອື່ນ ແລະ ໃນຂະນະທີ່ພວກເຂົາຟັງ, ຄວາມຄິດຂອງພວກເຂົາກໍຈະອອກຈາກການໂອ້ລົມຄວາມຈິງໄປສູ່ເລື່ອງພາຍນອກ. ແລ້ວຄົນເຫຼົ່ານີ້ປະພຶດຕົນແນວໃດ? ພວກເຂົາເລີ່ມສຸມໃສ່ຄວາມຮູ້ ແລະ ວິຊາການ. ການລົບກວນຈິດໃຈຂອງຜູ້ຄົນນັ້ນ ໂດຍທຳມະຊາດແລ້ວເປັນເລື່ອງທີ່ຮ້າຍແຮງ. ການສະແດງອອກຢ່າງທີສາມແມ່ນເມື່ອຫົວຂໍ້ທີ່ໂອ້ລົມກັນນັ້ນເຮັດໃຫ້ຜູ້ຄົນເຂົ້າໃຈພຣະເຈົ້າຜິດ, ສົ່ງຜົນໃຫ້ຂາດຄວາມແຈ່ມແຈ້ງກ່ຽວກັບນິມິດ. ບາງຄົນກໍບໍ່ຄ່ອຍແຈ່ມແຈ້ງກ່ຽວກັບຄວາມຈິງດ້ວຍຕົນເອງ, ແຕ່ພວກເຂົາກໍຢາກທຳທ່າວ່າຕົນເອງມີຄວາມແຈ່ມແຈ້ງ ແລະ ມີຄວາມເຂົ້າໃຈ. ສະນັ້ນ, ເມື່ອພວກເຂົາໂອ້ລົມຄວາມຈິງ, ພວກເຂົາກໍຈະຍົກເອົາຫຼັກຄຳສອນທີ່ເລິກເຊິ່ງບາງຢ່າງເຂົ້າມາໃນສິ່ງທີ່ພວກເຂົາເວົ້າ, ໂດຍເອົາຫຼັກຄຳສອນທາງສາສະໜາທີ່ພວກເຂົາເຄີຍໄດ້ຍິນ ແລະ ເຂົ້າໃຈມາປະສົມປະສານກັນຢ່າງບໍ່ເປັນລະບຽບ, ເວົ້າຈາຄຸມເຄືອຈົນຈັບຕົ້ນຊົນປາຍບໍ່ຖືກ. ຫຼັງຈາກທີ່ໄດ້ຟັງພວກເຂົາ, ຜູ້ຄົນກໍສູນເສຍຄວາມແຈ່ມແຈ້ງກ່ຽວກັບນິມິດ; ພວກເຂົາບໍ່ຮູ້ວ່າຄວາມຈິງທີ່ຄົນນັ້ນຕັ້ງໃຈຈະໂອ້ລົມແມ່ນຫຍັງກັນແທ້. ຍິ່ງພວກເຂົາຟັງ, ພວກເຂົາກໍຍິ່ງສັບສົນ ແລະ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍຍິ່ງຫຼຸດໜ້ອຍຖອຍລົງ ແລະ ພວກເຂົາອາດຈະເກີດຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າໄດ້. ຜູ້ຄົນບໍ່ພຽງແຕ່ອອກຈາກການໂອ້ລົມນີ້ໂດຍບໍ່ມີຄວາມເຂົ້າໃຈຄວາມຈິງເທົ່ານັ້ນ, ແຕ່ຈິດໃຈຂອງພວກເຂົາຍັງສັບສົນອີກດ້ວຍ. ມັນມີຜົນກະທົບໃນທາງລົບ. ນີ້ຄືສິ່ງທີ່ເກີດຂຶ້ນຈາກການເວົ້ານອກເລື່ອງ.
ການເວົ້ານອກເລື່ອງໃນເວລາໂອ້ລົມຄວາມຈິງສະແດງອອກໃນຫຼາຍວິທີ ແລະ ແຕ່ລະຢ່າງນັ້ນ ໂດຍລັກສະນະຂອງມັນແລ້ວກໍຖືເປັນການລົບກວນຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນ. ເມື່ອຜູ້ຄົນໄດ້ຟັງການໂອ້ລົມເຊັ່ນນັ້ນ, ພວກເຂົາບໍ່ພຽງແຕ່ຂາດຄວາມເຂົ້າໃຈທີ່ແຈ່ມແຈ້ງກ່ຽວກັບຄວາມຈິງ ແລະ ເສັ້ນທາງແຫ່ງການປະຕິບັດເທົ່ານັ້ນ. ແທນທີ່ຈະເປັນແນວນັ້ນ, ຈິດໃຈຂອງພວກເຂົາກໍສັບສົນ, ພວກເຂົາຍິ່ງມຶນງົງກ່ຽວກັບຄວາມຈິງ ແລະ ພວກເຂົາກໍເກີດມີການຕີຄວາມໝາຍທີ່ຜິດ ແລະ ຄວາມເຂົ້າໃຈທີ່ຫຼອກລວງອີກດ້ວຍ. ນີ້ຄືຜົນກະທົບ ແລະ ຜົນສະທ້ອນທີ່ບໍ່ດີທີ່ການເວົ້ານອກເລື່ອງໃນເວລາໂອ້ລົມຄວາມຈິງມີຕໍ່ຜູ້ຄົນ. ການສະແດງອອກແຕ່ລະຂໍ້ຂອງສາມຢ່າງນີ້ ລ້ວນແລ້ວແຕ່ມີລັກສະນະທີ່ຂ້ອນຂ້າງຮ້າຍແຮງ. ຕົວຢ່າງ: ຂໍ້ທີໜຶ່ງແມ່ນ “ຫົວຂໍ້ທີ່ເວົ້ານັ້ນບໍ່ກ່ຽວຂ້ອງກັບຄວາມຈິງ”. ການເວົ້າສິ່ງທີ່ເບິ່ງຄືວ່າຖືກຕ້ອງແຕ່ບໍ່ແມ່ນ ແລະ ການນຳເອົາສິ່ງທີ່ເປັນຂອງຊາຕານ ເຊັ່ນ: ຄວາມຮູ້, ປັດຊະຍາ, ທິດສະດີ, ວັດທະນະທຳດັ້ງເດີມຂອງມະນຸດ ແລະ ຄຳຄົມຂອງບຸກຄົນທີ່ມີຊື່ສຽງ ເຂົ້າມາໃນຄຣິສຕະຈັກເພື່ອເທດສະໜາ ແລະ ໄຈ້ແຍກ, ໂດຍໃຊ້ໂອກາດໃນການໂອ້ລົມຄວາມຈິງເພື່ອນຳພາຜູ້ຄົນຢ່າງຜິດໆ, ກໍຖືເປັນການລົບກວນພວກເຂົາ. ສິ່ງນີ້ມີລັກສະນະທີ່ຮ້າຍແຮງຫຼາຍ. ຖ້າຫາກຄົນທີ່ມີການແຍກແຍະໄດ້ຟັງການໂອ້ລົມເຊັ່ນນັ້ນ, ພວກເຂົາກໍຈະເວົ້າວ່າ “ສິ່ງທີ່ເຈົ້າເວົ້ານັ້ນບໍ່ຖືກຕ້ອງ; ມັນບໍ່ແມ່ນຄວາມຈິງ. ສິ່ງທີ່ເຈົ້າກຳລັງເວົ້າຢູ່ນັ້ນແມ່ນພຶດຕິກຳທາງສິນທຳ ແລະ ຄຳເວົ້າທີ່ພວກຜູ້ບໍ່ມີຄວາມເຊື່ອຄິດວ່າດີ. ສິ່ງເຫຼົ່ານັ້ນແມ່ນຫຼັກການຂອງພວກຜູ້ບໍ່ເຊື່ອສຳລັບວິທີການປະພຶດຕົນ ແລະ ປະຕິບັດຕໍ່ໂລກ, ເຊິ່ງໂດຍພື້ນຖານແລ້ວບໍ່ກ່ຽວຂ້ອງກັບຄວາມຈິງ”. ແນວໃດກໍຕາມ, ບາງຄົນກໍຂາດການແຍກແຍະ ແລະ ເມື່ອພວກເຂົາໄດ້ຍິນຄຳເວົ້າທີ່ຜິດພາດເຫຼົ່ານີ້, ພວກເຂົາກໍເຖິງກັບເຫັນດີນຳ ແລະ ຍຶດໝັ້ນກັບພວກມັນຄືກັບວ່າພວກມັນເປັນຄວາມຈິງ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຢຸດຢັ້ງ ແລະ ຈຳກັດສິ່ງນີ້ໃນເວລາດັ່ງກ່າວ, ຖ້າພວກເຂົາບໍ່ໂອ້ລົມກ່ຽວກັບມັນ ແລະ ໄຈ້ແຍກມັນເພື່ອໃຫ້ຜູ້ຄົນໄດ້ຮັບການແຍກແຍະ, ແລ້ວຜູ້ຄົນທີ່ພຣະເຈົ້າເລືອກບາງຄົນກໍອາດຈະຖືກນຳພາຢ່າງຜິດໆ. ຜົນສະທ້ອນຂອງການຖືກນຳພາຢ່າງຜິດໆແມ່ນຫຍັງ? ພວກເຂົາຈະເຊື່ອວ່າສິ່ງທີ່ບຸກຄົນທີ່ມີຊື່ສຽງຂອງໂລກທີ່ບໍ່ເຊື່ອໄດ້ເທດສະໜາ, ເຊິ່ງຜູ້ຄົນຄິດວ່າຖືກຕ້ອງ, ດີ ແລະ ເລິກເຊິ່ງ, ເຊັ່ນ: ສຸພາສິດພື້ນເມືອງ ແລະ ຄະຕິພົດຂອງບຸກຄົນທີ່ມີຊື່ສຽງ ແລະ ທິດສະດີກ່ຽວກັບການປະພຶດຕົນ ລ້ວນແລ້ວແຕ່ຖືກຕ້ອງ ແລະ ວ່າພວກມັນເປັນຄວາມຈິງ, ເຊັ່ນດຽວກັບພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ໄດ້ຖືກນຳພາຢ່າງຜິດໆບໍ? ເມື່ອເບິ່ງຜິວເຜີນ, ມັນເບິ່ງຄືວ່າພວກເຂົາກຳລັງໂອ້ລົມຄວາມຈິງ, ແຕ່ຄວາມຈິງແລ້ວ, ມັນປະປົນໄປດ້ວຍແນວຄິດຂອງມະນຸດບາງຢ່າງ ແລະ ປັດຊະຍາການນຳພາຢ່າງຜິດໆບາງຢ່າງຂອງຊາຕານ ແລະ ສິ່ງນີ້ກໍເຫັນໄດ້ຊັດເຈນວ່າເປັນການລົບກວນຜູ້ຄົນ. ຖ້າຄົນໃດໜຶ່ງນຳພາຜູ້ຄົນຢ່າງຜິດໆໂດຍການປອມແປງປັດຊະຍາຂອງຊາຕານ ແລະ ຄວາມຮູ້ຂອງມະນຸດໃຫ້ເປັນຄວາມຈິງ, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນເປີດໂປງ ແລະ ໄຈ້ແຍກເລື່ອງດັ່ງກ່າວ ເພື່ອໃຫ້ອ້າຍເອື້ອຍນ້ອງເຕີບໃຫຍ່ໃນການແຍກແຍະ ແລະ ເຂົ້າໃຈວ່າຄວາມຈິງທີ່ແທ້ຈິງແມ່ນຫຍັງ. ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ. ການສະແດງອອກຢ່າງທີສອງແມ່ນ “ການລົບກວນຈິດໃຈຂອງຜູ້ຄົນ”. ບາງຄົນສວຍໃຊ້ໂອກາດໃນການໂອ້ລົມຄວາມຈິງສະເໝີເພື່ອເວົ້າກ່ຽວກັບສິ່ງທີ່ເບິ່ງຄືວ່າຖືກຕ້ອງແຕ່ບໍ່ແມ່ນ, ໂດຍຍົກຍ້ອງຄວາມຮູ້, ວິຊາການ, ຂອງປະທານ ແລະ ພອນສະຫວັນຂອງມະນຸດ. ພວກເຂົາຍັງເວົ້າກ່ຽວກັບບັນທັດຖານທາງສິນທຳ, ວັດທະນະທຳດັ້ງເດີມ ແລະ ອື່ນໆ. ພວກເຂົາປອມແປງສິ່ງເຫຼົ່ານີ້ທີ່ມາຈາກຊາຕານໃຫ້ເປັນສິ່ງທີ່ເປັນບວກ, ເປັນຄວາມຈິງ, ເຊິ່ງນຳພາຜູ້ຄົນໄປສູ່ຄວາມເຊື່ອທີ່ຜິດພາດວ່າສິ່ງເຫຼົ່ານີ້ຄວນໄດ້ຮັບການສະໜັບສະໜູນ, ຄວນຖືກເຜີຍແຜ່ ແລະ ຍົກຍ້ອງໃນຄຣິສຕະຈັກ, ຄວນຖືກຍຶດໝັ້ນໂດຍທຸກຄົນ; ເຮັດໃຫ້ມີການເພີ່ມຂຶ້ນຂອງຄວາມເຊື່ອຜິດໆ ແລະ ຄຳສອນນອກຮີດ, ເຊິ່ງເບິ່ງຄືວ່າຖືກຕ້ອງແຕ່ບໍ່ແມ່ນ, ໃນຈິດໃຈຂອງຜູ້ຄົນ ແລະ ເຮັດໃຫ້ຈິດໃຈຂອງຜູ້ຄົນສັບສົນ ແລະ ເຮັດໃຫ້ພວກເຂົາຮູ້ສຶກລ່ອງລອຍ, ບໍ່ຮູ້ວ່າຄວາມຈິງທີ່ແທ້ຈິງແມ່ນຫຍັງ ຫຼື ຈະປະຕິບັດຢ່າງຖືກຕ້ອງແນວໃດເມື່ອປະເຊີນກັບບັນຫາ ຫຼື ເສັ້ນທາງໃດເປັນເສັ້ນທາງທີ່ຖືກຕ້ອງ. ສິ່ງນີ້ເຮັດໃຫ້ຈິດໃຈຂອງພວກເຂົາຕົກຢູ່ໃນຄວາມມືດ. ນີ້ຄືຜົນສະທ້ອນຂອງການເຜີຍແຜ່ຄຳສອນນອກຮີດ ແລະ ຄວາມເຊື່ອຜິດໆເພື່ອນຳພາຜູ້ຄົນຢ່າງຜິດໆ. ສຳລັບການສະແດງອອກຢ່າງທີສາມ, ພວກເຮົາຈະບໍ່ໂອ້ລົມກ່ຽວກັບມັນຢ່າງລະອຽດ. ໂດຍສະຫຼຸບແລ້ວ, ການໂອ້ລົມທີ່ເວົ້ານອກເລື່ອງບາງຢ່າງກໍກ່ຽວຂ້ອງກັບຄວາມຮູ້, ບາງຢ່າງກໍກ່ຽວຂ້ອງກັບແນວຄິດຂອງມະນຸດ ແລະ ບາງຢ່າງກໍກ່ຽວຂ້ອງກັບພຶດຕິກຳທີ່ດີທາງສິນທຳ ແລະ ທ່າມກາງສິ່ງອື່ນໆ. ແຕ່ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ກ່ຽວຂ້ອງກັບຄວາມຈິງ, ພວກມັນລ້ວນແລ້ວແຕ່ກົງກັນຂ້າມກັບຄວາມຈິງ. ສະນັ້ນ, ເມື່ອບັນຫາເຫຼົ່ານີ້ເກີດຂຶ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນຢຸດຢັ້ງ ແລະ ຈຳກັດພວກມັນ. ຫຼັງຈາກທີ່ໄດ້ຟັງການໂອ້ລົມຂອງຄົນໃດໜຶ່ງ, ຖ້າຫາກວ່າ ຜູ້ຄົນບໍ່ພຽງແຕ່ຂາດຄວາມແຈ່ມແຈ້ງໃນໃຈກ່ຽວກັບຄວາມຈິງ, ແຕ່ຍັງຖືກລົບກວນ, ໂດຍຈິດໃຈທີ່ເຄີຍແຈ່ມໃສຂອງພວກເຂົາກໍສັບສົນ, ບໍ່ຮູ້ວ່າຈະປະຕິບັດຢ່າງເໝາະສົມແນວໃດ, ແລ້ວການໂອ້ລົມຂອງຄົນຜູ້ນັ້ນກໍຄວນຖືກຢຸດຢັ້ງ ແລະ ຈຳກັດ. ຕົວຢ່າງ: ໃນການໂອ້ລົມຂອງພວກເຂົາກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບຄວາມເປັນມະນຸດປົກກະຕິ, ບາງຄົນເວົ້າວ່າ: “ສິ່ງທີ່ພຣະເຈົ້າມັກທີ່ສຸດໃນຄວາມເປັນມະນຸດປົກກະຕິແມ່ນຄວາມສາມາດໃນການອົດທົນຕໍ່ຄວາມຍາກລຳບາກ, ການບໍ່ຢາກໄດ້ຄວາມສຸກ ຫຼື ຄວາມສະບາຍທາງເນື້ອໜັງ, ການສະຫຼະອາຫານທີ່ແຊບ, ການບໍ່ມີຄວາມສຸກກັບສິ່ງທີ່ຄົນເຮົາຄວນມີຄວາມສຸກ ຫຼື ສິ່ງທີ່ພຣະເຈົ້າໄດ້ຕຽມໄວ້ໃຫ້, ການສາມາດກະບົດຕໍ່ຄວາມປາຖະໜາທາງເນື້ອໜັງເຫຼົ່ານີ້, ການຫ້າມຄວາມປາຖະໜາທັງໝົດຂອງເນື້ອໜັງ, ການເອົາຊະນະຕົນເອງ ແລະ ການບໍ່ປ່ອຍໃຫ້ເນື້ອໜັງໄດ້ຕາມໃຈ. ສະນັ້ນ, ເມື່ອເຈົ້າຢາກນອນໃນຕອນກາງຄືນ, ເຈົ້າຕ້ອງກະບົດຕໍ່ເນື້ອໜັງ. ຖ້າເຈົ້າເຮັດບໍ່ໄດ້, ເຈົ້າກໍຕ້ອງຊອກຫາວິທີທີ່ຈະຫ້າມມັນ. ຍິ່ງເຈົ້າມີຄວາມຕັ້ງໃຈທີ່ຈະກະບົດຕໍ່ເນື້ອໜັງຫຼາຍເທົ່າໃດ ແລະ ຍິ່ງເຈົ້າກະບົດຕໍ່ເນື້ອໜັງຫຼາຍເທົ່າໃດ, ຍິ່ງມີການສະແດງອອກຂອງການປະຕິບັດຄວາມຈິງຫຼາຍເທົ່າໃດ ແລະ ຍິ່ງພິສູດວ່າເຈົ້າມີຄວາມຈົງຮັກພັກດີຕໍ່ພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ເຮົາຄິດວ່າການສະແດງອອກທີ່ໂດດເດັ່ນທີ່ສຸດຂອງຄວາມເປັນມະນຸດປົກກະຕິ ແລະ ເປັນສິ່ງທີ່ຄວນໄດ້ຮັບການສະໜັບສະໜູນຫຼາຍທີ່ສຸດກໍຄື ການເອົາຊະນະຮ່າງກາຍຕົນເອງ, ການກະບົດຕໍ່ຄວາມປາຖະໜາຂອງເນື້ອໜັງ, ບໍ່ແມ່ນການໂລບຄວາມສຸກສະບາຍທາງເນື້ອໜັງ ແລະ ການປະຢັດມັດທະຍັດໃນຄວາມສຸກທາງວັດຖຸ. ຍິ່ງເຈົ້າປະຢັດມັດທະຍັດຫຼາຍເທົ່າໃດ, ເຈົ້າກໍຈະຍິ່ງສະສົມພອນໃນອານາຈັກສະຫວັນໄດ້ຫຼາຍຂຶ້ນເທົ່ານັ້ນ”. ຄຳເວົ້າເຫຼົ່ານີ້ຟັງເບິ່ງຄືວ່າຂ້ອນຂ້າງເປັນບວກແມ່ນບໍ່? ມີຂໍ້ຜິດພາດໃນຄຳເວົ້າເຫຼົ່ານັ້ນບໍ? ເມື່ອວັດແທກດ້ວຍເຫດຜົນ, ຫຼັກການ ແລະ ແນວຄິດຂອງມະນຸດ, ຄຳເວົ້າເຫຼົ່ານີ້ຈະຜ່ານໄດ້ໃນກຸ່ມສາສະໜາ ຫຼື ກຸ່ມສັງຄົມໃດກໍໄດ້; ທຸກຄົນກໍຈະຍົກໂປ້ມືໃຫ້ເພື່ອສະແດງຄວາມເຫັນດີເຫັນພ້ອມຂອງພວກເຂົາ ແລະ ເວົ້າວ່າສິ່ງທີ່ພວກເຂົາເວົ້ານັ້ນຖືກຕ້ອງ, ວ່າຄວາມເຊື່ອຂອງພວກເຂົາດີ ແລະ ບໍລິສຸດ. ມີບາງຄົນໃນຄຣິສຕະຈັກທີ່ເຊື່ອແບບນີ້ຄືກັນແມ່ນບໍ່? ເມື່ອວັດແທກດ້ວຍແນວຄິດຂອງມະນຸດ, ຄຳເວົ້າທັງໝົດນີ້ແມ່ນຖືກຕ້ອງ, ມັນຖືກຕ້ອງບ່ອນໃດ? ບາງຄົນອາດຈະເວົ້າວ່າ “ພຣະເຈົ້າມັກຄົນແບບນັ້ນ. ນັ້ນກໍຄືວິທີການດຳລົງຊີວິດທີ່ປະຢັດມັດທະຍັດຂອງພຣະອົງເຊັ່ນກັນ”. ນີ້ບໍ່ແມ່ນແນວຄິດຂອງມະນຸດບໍ? ຜູ້ຄົນມີແນວຄິດປະເພດນີ້, ສະນັ້ນ ຖ້າຫາກມີຄົນໃດໜຶ່ງໃຫ້ການໂອ້ລົມປະເພດນີ້ແທ້ໆ, ມັນກໍຈະບໍ່ເປັນການສອດຄ່ອງກັບແນວຄິດຂອງຄົນສ່ວນຫຼາຍບໍ? (ແມ່ນແລ້ວ). ເມື່ອຜູ້ຄົນຍອມຮັບແນວຄິດປະເພດນີ້, ພວກເຂົາກໍບໍ່ໄດ້ເຫັນດີກັບທັດສະນະຂອງຄົນຜູ້ນັ້ນບໍ? ເມື່ອເຈົ້າໄດ້ເຫັນດີ ແລະ ຍອມຮັບທັດສະນະຂອງຄົນຜູ້ນັ້ນແລ້ວ, ເຈົ້າກໍບໍ່ໄດ້ເຫັນດີກັບການກະທຳຂອງພວກເຂົາບໍ? ແລ້ວເຈົ້າຈະບໍ່ພະຍາຍາມຮຽນແບບພວກເຂົາບໍ? ແລ້ວເມື່ອພວກເຈົ້າສາມາດຮຽນແບບໄດ້, ເສັ້ນທາງທີ່ເຈົ້າຕິດຕາມ, ເສັ້ນທາງແຫ່ງການປະຕິບັດຂອງເຈົ້າ, ຈະບໍ່ຕາຍຕົວໄປບໍ? ການຕາຍຕົວໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າຕັ້ງໃຈແລ້ວວ່າເຈົ້າຈະກະທຳ ແລະ ປະຕິບັດໃນລັກສະນະດັ່ງກ່າວ. ເນື່ອງຈາກເຈົ້າເຊື່ອໃນໃຈວ່າພຣະເຈົ້າຮັກຄົນແບບນັ້ນ ແລະ ມັກເມື່ອເຈົ້າກະທຳແບບນີ້, ວ່າໂດຍການເຮັດເຊັ່ນນັ້ນເທົ່ານັ້ນ ເຈົ້າຈຶ່ງຈະສາມາດເປັນຄົນທີ່ພຣະເຈົ້າຍອມຮັບ, ເປັນຄົນທີ່ສາມາດເຂົ້າສູ່ອານາຈັກສະຫວັນ ແລະ ໄດ້ຮັບພອນໃນສະຫວັນ, ຜູ້ທີ່ມີຈຸດໝາຍປາຍທາງທີ່ດີ, ເຈົ້າຈຶ່ງຕັ້ງໃຈທີ່ຈະກະທຳແບບນີ້. ເມື່ອເຈົ້າຕັ້ງໃຈເຮັດເຊັ່ນນີ້, ຈິດໃຈຂອງເຈົ້າບໍ່ໄດ້ຖືກລົບກວນ ແລະ ຖືກນຳພາຢ່າງຜິດໆໂດຍຄວາມຄິດ ແລະ ທັດສະນະປະເພດນີ້ແລ້ວບໍ? ນີ້ຄືຄວາມຈິງ; ນີ້ຄືຜົນສະທ້ອນ. ຈິດໃຈຂອງເຈົ້າຖືກລົບກວນ ແລະ ເຈົ້າກໍບໍ່ໄດ້ຮູ້ສຶກຕົວເລີຍ. ໃນທີ່ນີ້ກໍຍັງມີບັນຫາອີກຢ່າງໜຶ່ງເຊັ່ນກັນ: ເມື່ອຈິດໃຈຂອງພວກເຈົ້າເປັນອຳມະພາດ ແລະ ຖືກລົບກວນໂດຍແນວຄິດ ແລະ ທັດສະນະດັ່ງກ່າວ, ເຈົ້າບໍ່ໄດ້ສູນເສຍຄວາມແຈ່ມແຈ້ງກ່ຽວກັບເຈດຕະນາ ແລະ ຂໍ້ກຳນົດຂອງພຣະເຈົ້າບໍ? ແລ້ວເຈົ້າບໍ່ໄດ້ເກີດຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ ແລະ ຫ່າງເຫີນຈາກພຣະອົງບໍ? ສິ່ງນີ້ບໍ່ໄດ້ຊີ້ໃຫ້ເຫັນວ່າເຈົ້າບໍ່ແຈ່ມແຈ້ງກ່ຽວກັບນິມິດບໍ? ໃຫ້ລອງຄິດເບິ່ງດີໆ: ເມື່ອເຈົ້າຖືກນຳພາຢ່າງຜິດໆໂດຍຄວາມຄິດ ຫຼື ທັດສະນະບາງຢ່າງທີ່ຄົນເຫັນວ່າຖືກຕ້ອງແຕ່ມັນຜິດພາດ, ແລ້ວຈິດໃຈຂອງເຈົ້າບໍ່ໄດ້ຖືກລົບກວນບໍ? ແລ້ວນິມິດໃນໃຈຂອງເຈົ້າຈະຍັງແຈ່ມແຈ້ງຢູ່ໄດ້ບໍ? (ບໍ່ໄດ້). ສະນັ້ນ, ຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້ານັ້ນຖືກຕ້ອງ ຫຼື ເປັນຄວາມເຂົ້າໃຈຜິດ? ເຫັນໄດ້ຊັດເຈນວ່າມັນເປັນຄວາມເຂົ້າໃຈຜິດ. ສະນັ້ນ, ສິ່ງທີ່ເຈົ້າເຂົ້າໃຈ ແລະ ສິ່ງທີ່ເຈົ້າເຊື່ອວ່າຖືກຕ້ອງນັ້ນແມ່ນຄວາມຈິງແທ້ບໍ? ບໍ່, ບໍ່ແມ່ນ, ມັນຂັດແຍ້ງກັບພຣະທຳຂອງພຣະເຈົ້າ, ຂັດກັບຄວາມຈິງ, ເດີນໄປໃນທິດທາງກົງກັນຂ້າມກັບພວກມັນ. ສະນັ້ນ, ການເວົ້ານອກເລື່ອງປະເພດນີ້ໃນເວລາໂອ້ລົມຄວາມຈິງກໍຖືເປັນການລົບກວນຈິດໃຈຂອງຜູ້ຄົນຢ່າງແທ້ຈິງ. ເນື່ອງຈາກວ່າການເວົ້ານອກເລື່ອງນີ້ກໍ່ໃຫ້ເກີດການລົບກວນຈິດໃຈຂອງຜູ້ຄົນຢ່າງໃຫຍ່ຫຼວງ, ຈະສາມາດເວົ້າໄດ້ບໍວ່າມັນເປັນການຂັດຂວາງວຽກງານຂອງພຣະເຈົ້າ? ມັນນຳພາຜູ້ຄົນເຂົ້າສູ່ແນວຄິດ ແລະ ເຂົ້າສູ່ປັດຊະຍາ ແລະ ເຫດຜົນຂອງຊາຕານ, ສະນັ້ນ ມັນບໍ່ໄດ້ດຶງຜູ້ຄົນອອກຈາກພຣະພັກຂອງພຣະເຈົ້າບໍ? ເມື່ອຜູ້ຄົນເຂົ້າໃຈພຣະເຈົ້າຜິດ, ເມື່ອພວກເຂົາບໍ່ເຂົ້າໃຈເຈດຕະນາຂອງພຣະອົງ ແລະ ບໍ່ສາມາດປະຕິບັດຕາມເຈດຕະນາ ແລະ ຂໍ້ກຳນົດຂອງພຣະອົງ, ແຕ່ພັດປະຕິບັດຕາມເຫດຜົນຂອງຊາຕານ ແລະ ຕາມແນວຄິດຂອງມະນຸດ, ແລ້ວພວກເຂົາໃກ້ຊິດພຣະເຈົ້າຫຼາຍຂຶ້ນ ຫຼື ຫ່າງເຫີນຈາກພຣະອົງຫຼາຍຂຶ້ນ? (ພວກເຂົາຫ່າງເຫີນຈາກພຣະອົງຫຼາຍຂຶ້ນ). ພວກເຂົາຫ່າງເຫີນຈາກພຣະອົງຫຼາຍຂຶ້ນ. ສະນັ້ນ, ການໂອ້ລົມຫົວຂໍ້ປະເພດນີ້ບໍ່ຄວນຖືກຈຳກັດໃນລະຫວ່າງການເຕົ້າໂຮມບໍ? (ສົມຄວນ). ການເວົ້ານອກເລື່ອງປະເພດນີ້ມີລັກສະນະເປັນການລົບກວນຜູ້ຄົນ, ສະນັ້ນ ມັນຕ້ອງຖືກຈຳກັດຢ່າງແທ້ຈິງ. ຖ້າມັນບໍ່ຖືກຢຸດຢັ້ງ ແລະ ຖືກຈຳກັດ, ກໍຈະມີຄົນເບົາປັນຍາຈຳນວນໜຶ່ງ ທີ່ມີຄວາມສາມາດຕໍ່າ ແລະ ມຶນຊາ, ໂດຍສະເພາະຜູ້ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ຜູ້ທີ່ຮຽນແບບ ແລະ ຕິດຕາມຄົນທີ່ເວົ້ານອກເລື່ອງ. ນີ້ຄືເວລາທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນລຸກຂຶ້ນຢຸດຢັ້ງມັນໂດຍທັນທີ. ພວກເຂົາຕ້ອງບໍ່ອະນຸຍາດໃຫ້ຄົນຜູ້ນັ້ນສືບຕໍ່ເວົ້ານອກເລື່ອງ; ພວກເຂົາຕ້ອງບໍ່ອະນຸຍາດໃຫ້ຫົວຂໍ້ການໂອ້ລົມຂອງພວກເຂົານຳພາຜູ້ຄົນຢ່າງຜິດໆຫຼາຍຂຶ້ນ ແລະ ລົບກວນຈິດໃຈຂອງຜູ້ຄົນຈຳນວນຫຼາຍຂຶ້ນ. ນີ້ຄືຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດ, ເປັນບົດບາດທີ່ພວກເຂົາຄວນເຮັດ.
ການໂອ້ລົມຂອງພວກເຮົາກ່ຽວກັບຫົວຂໍ້ການເວົ້ານອກເລື່ອງໃນເວລາໂອ້ລົມຄວາມຈິງກໍມີພຽງເທົ່ານີ້. ຕໍ່ໄປ, ພວກເຮົາຈະສະຫຼຸບວ່າຄົນເຮົາຕ້ອງເວົ້ານອກເລື່ອງໄກສໍ່າໃດໃນການໂອ້ລົມຄວາມຈິງຂອງພວກເຂົາ ແລະ ຕ້ອງໂອ້ລົມຫົວຂໍ້ໃດ ລັກສະນະຂອງສິ່ງນີ້ຈຶ່ງຈະຖືກຈັດວ່າເປັນການລົບກວນ ແລະ ການຂັດຂວາງ. ການເວົ້ານອກເລື່ອງບາງປະເພດກໍເຫັນໄດ້ຊັດເຈນ: ເມື່ອຄົນໃດໜຶ່ງເວົ້ານອກເລື່ອງຢ່າງສົມບູນ, ເມື່ອພວກເຂົາເລີ່ມເວົ້າຈາໄຮ້ສາລະ ຫຼື ໂອ້ລົມເລື່ອງພາຍໃນຄອບຄົວ, ສິ່ງນັ້ນກໍແຍກແຍະໄດ້ງ່າຍ. ຕົວຢ່າງ: ເມື່ອທຸກຄົນກຳລັງໂອ້ລົມກ່ຽວກັບວິທີປະຕິບັດໜ້າທີ່ຂອງຕົນ, ບາງຄົນອາດຈະໂອ້ລົມກ່ຽວກັບອະດີດທີ່ “ຮຸ່ງເຮືອງ” ຂອງພວກເຂົາ, ເວົ້າກ່ຽວກັບສິ່ງທີ່ດີທີ່ພວກເຂົາໄດ້ເຮັດ ຫຼື ວິທີທີ່ພວກເຂົາໄດ້ຊ່ວຍເຫຼືອອ້າຍເອື້ອຍນ້ອງ ແລະ ອື່ນໆ. ບໍ່ມີໃຜຢາກຟັງເລື່ອງນີ້ ແລະ ຍິ່ງພວກເຂົາຟັງ, ກໍຍິ່ງເບື່ອໜ່າຍ, ຈົນພວກເຂົາບໍ່ສົນໃຈຄົນຜູ້ນັ້ນ. ແລ້ວຄົນຜູ້ນັ້ນກໍຈະພົບວ່າມັນໜ້າອັບອາຍ. ຕາບໃດທີ່ຄົນສ່ວນຫຼາຍສາມາດແຍກແຍະຄົນຜູ້ນີ້ໄດ້, ພວກເຂົາກໍຈະບໍ່ສາມາດເວົ້າຕໍ່ໄປໄດ້. ມັນບໍ່ຈຳເປັນຕ້ອງມີຄວາມເຂົ້າໃຈຄວາມຈິງຫຼາຍເພື່ອທີ່ຈະສາມາດແຍກແຍະຄວາມຫຼາກຫຼາຍຂອງການເວົ້ານອກເລື່ອງນີ້ໄດ້. ການເວົ້າຈາໄຮ້ສາລະ, ການລົມເລື່ອງຄອບຄົວ, ການຍົກຍ້ອງຕົນເອງ, ການອວດອ້າງຕົນເອງ ແລະ ການສວຍໃຊ້ຫົວຂໍ້ຂອງການໂອ້ລົມເພື່ອເວົ້າກ່ຽວກັບອະດີດທີ່ “ຮຸ່ງເຮືອງ” ຂອງຕົນເອງ, ການເວົ້ານອກເລື່ອງປະເພດນີ້ແມ່ນແຍກແຍະໄດ້ງ່າຍ. ໂດຍພື້ນຖານແລ້ວ ມັນບໍ່ໄດ້ກໍ່ໃຫ້ເກີດການລົບກວນຫຼາຍປານໃດ, ເພາະວ່າຄົນສ່ວນຫຼາຍລັງກຽດສິ່ງດັ່ງກ່າວ ແລະ ບໍ່ເຕັມໃຈທີ່ຈະຟັງ ແລະ ພວກເຂົາກໍຮູ້ວ່າຄົນເຫຼົ່ານັ້ນກຳລັງອວດອ້າງຕົນເອງ ແລະ ບໍ່ໄດ້ໂອ້ລົມຄວາມຈິງ, ວ່າພວກເຂົາເວົ້ານອກເລື່ອງແລ້ວ. ຕອນທີ່ພວກເຂົາເລີ່ມເວົ້າໃໝ່ໆ, ໃນກຸ່ມອາດຈະບໍ່ພະຍາຍາມເຮັດໃຫ້ພວກເຂົາອັບອາຍທັນທີ, ແຕ່ເມື່ອພວກເຂົາເວົ້າຍາວອອກໄປ, ຜູ້ຄົນກໍເລີ່ມລັງກຽດ ແລະ ບໍ່ເຕັມໃຈທີ່ຈະຟັງຕໍ່ໄປ ແລະ ຮູ້ສຶກວ່າການອ່ານພຣະທຳຂອງພຣະເຈົ້າດ້ວຍຕົນເອງຈະດີກວ່າ. ຖ້າຄົນຜູ້ນັ້ນຍັງເວົ້າຕໍ່ໄປ, ພວກເຂົາກໍຈະລຸກຂຶ້ນ ແລະ ໜີໄປ. ເມື່ອຄົນຜູ້ນັ້ນເຫັນວ່າສະຖານະການປ່ຽນໄປ ແລະ ພວກເຂົາກຳລັງເຮັດໃຫ້ຕົນເອງອັບອາຍ, ພວກເຂົາກໍຈະບໍ່ເວົ້າຕໍ່ໄປ. ການເວົ້ານອກເລື່ອງປະເພດໃດທີ່ໄດ້ສົ່ງອິດທິພົນທີ່ບໍ່ດີຕໍ່ຜູ້ຄົນແລ້ວ, ແຕ່ຜູ້ຄົນກໍຍັງບໍ່ສາມາດເບິ່ງທະລຸໄດ້ວ່າມັນເປັນສິ່ງທີ່ເປັນລົບ ແລະ ແທນທີ່ຈະເປັນແນວນັ້ນ ກໍພັດຖືເອົາເນື້ອໃນທີ່ເວົ້ານອກເລື່ອງນັ້ນເປັນຄວາມຈິງ ແລະ ຕັ້ງໃຈຟັງມັນ? ການເວົ້ານອກເລື່ອງປະເພດນີ້ສາມາດກໍ່ໃຫ້ເກີດການລົບກວນຜູ້ຄົນ ແລະ ຄົນເຮົາຄວນມີການແຍກແຍະຕໍ່ກໍລະນີດັ່ງກ່າວ. ໃຫ້ຍົກຕົວຢ່າງການເວົ້ານອກເລື່ອງປະເພດນີ້ເບິ່ງ. (ເມື່ອຄົນໃດໜຶ່ງບໍ່ໄຕ່ຕອງກ່ຽວກັບຕົນເອງ ຫຼັງຈາກທີ່ຖືກລິຮານ, ແຕ່ພັດສຸມການເວົ້າຂອງຕົນໃສ່ແຕ່ເລື່ອງຄວາມຖືກຕ້ອງ ແລະ ຄວາມຜິດພາດຂອງບັນຫາ, ມັນເຮັດໃຫ້ຈິດໃຈຂອງທຸກຄົນສັບສົນ. ສິ່ງນີ້ບໍ່ພຽງແຕ່ເຮັດໃຫ້ຜູ້ຄົນບໍ່ສາມາດພັດທະນາການແຍກແຍະໄດ້; ແທນທີ່ຈະເປັນແນວນັ້ນ, ຜູ້ຄົນພັດຮູ້ສຶກວ່າສິ່ງທີ່ຄົນຜູ້ນີ້ເວົ້ານັ້ນສອດຄ່ອງກັບຄວາມຈິງ ແລະ ພວກເຂົາເວົ້າຖືກຕ້ອງ. ສິ່ງນີ້ເຮັດໃຫ້ທຸກຄົນເຂົ້າຂ້າງພວກເຂົາ). ໂດຍໃຊ້ຂໍ້ອ້າງໃນການໂອ້ລົມກ່ຽວກັບວິທີຍອມຮັບການຖືກລິຮານ, ພວກເຂົາປົກປ້ອງ ແລະ ແກ້ຕ່າງໃຫ້ຕົນເອງ, ເຮັດໃຫ້ຜູ້ຄົນຄິດວ່າພວກເຂົາຖືກລິຮານຢ່າງບໍ່ເປັນທຳ, ເຮັດໃຫ້ຜູ້ຄົນເຂົ້າຂ້າງ ແລະ ເຫັນໃຈພວກເຂົາ ແລະ ນອກຈາກນັ້ນ, ຍັງເຮັດໃຫ້ຜູ້ຄົນຊື່ນຊົມຄວາມສາມາດຂອງພວກເຂົາໃນການອ່ອນນ້ອມ ແລະ ຍອມຮັບການຖືກລິຮານພາຍໃຕ້ສະຖານະການດັ່ງກ່າວ. ສິ່ງນີ້ເປັນການນຳພາຜູ້ຄົນຢ່າງຜິດໆ; ມັນເປັນກໍລະນີຂອງການເວົ້ານອກເລື່ອງໂດຍເຈດຕະນາ ແລະ ຕັ້ງໃຈ, ເຊິ່ງບໍ່ພຽງແຕ່ເຮັດໃຫ້ຜູ້ຟັງບໍ່ສາມາດອ່ອນນ້ອມເມື່ອປະເຊີນກັບການລິຮານ ແລະ ບໍ່ສາມາດຍອມຮັບການລິຮານ ແລະ ໄຕ່ຕອງ ແລະ ຮູ້ຈັກຕົນເອງ, ແຕ່ແທນທີ່ຈະເປັນແນວນັ້ນ ພັດເຮັດໃຫ້ພວກເຂົາລະແວງ ແລະ ຕໍ່ຕ້ານການຖືກລິຮານ. ການໂອ້ລົມເຊັ່ນນັ້ນບໍ່ໄດ້ຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມສຳຄັນຂອງການຖືກລິຮານ, ວິທີທີ່ຜູ້ຄົນຄວນມີທັດສະນະຄະຕິທີ່ຖືກຕ້ອງເມື່ອປະເຊີນກັບການລິຮານ, ວິທີຍອມຮັບມັນ ແລະ ວິທີປະຕິບັດ. ແທນທີ່ຈະເປັນແນວນັ້ນ, ມັນນຳພາຜູ້ຄົນໃຫ້ເລືອກວິທີອື່ນໃນການຈັດການກັບການລິຮານ, ເປັນວິທີທີ່ບໍ່ແມ່ນການປະຕິບັດຄວາມຈິງ ແລະ ບໍ່ແມ່ນການກະທຳຕາມຫຼັກການຄວາມຈິງ, ແຕ່ເປັນສິ່ງທີ່ເຮັດໃຫ້ຜູ້ຄົນມີເລ່ຫຼ່ຽມຫຼາຍຂຶ້ນ. ການໂອ້ລົມເຊັ່ນນັ້ນເຮັດໃຫ້ເກີດການນຳພາຜູ້ຄົນຢ່າງຜິດໆ. ການເວົ້ານອກເລື່ອງໃນເວລາໂອ້ລົມຄວາມຈິງແມ່ນບັນຫາປະເພດໜຶ່ງທີ່ເກີດຂຶ້ນໃນຊີວິດຄຣິສຕະຈັກ. ຖ້າບັນຫາປະເພດນີ້ເຖິງລະດັບຂອງການລົບກວນ ແລະ ການຂັດຂວາງ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນກ້າວຂຶ້ນມາຢຸດຢັ້ງ ແລະ ຈຳກັດມັນ, ໂອ້ລົມ ແລະ ໄຈ້ແຍກມັນ ເພື່ອໃຫ້ຄົນສ່ວນຫຼາຍເຕີບໃຫຍ່ໃນການແຍກແຍະ, ຮຽນຮູ້ຈາກປະສົບການ ແລະ ໄດ້ຮັບບົດຮຽນ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?