ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (12) ສ່ວນທີ ສີ່
II. ບໍ່ສົນໃຈ ຫຼື ຖາມໄຖ່ກ່ຽວກັບການໃຊ້ຈ່າຍເຄື່ອງຖວາຍ
ການສະແດງອອກອີກຢ່າງໜຶ່ງຂອງຜູ້ນໍາປອມກ່ຽວກັບການເກັບຮັກສາເຄື່ອງຖວາຍກໍຄື ພວກເຂົາບໍ່ຮູ້ວິທີຈັດການເຄື່ອງຖວາຍ. ພວກເຂົາຮູ້ພຽງແຕ່ວ່າເຄື່ອງຖວາຍບໍ່ຄວນຖືກແຕະຕ້ອງ, ບໍ່ຄວນຖືກນຳໃຊ້ຢ່າງບໍ່ເໝາະສົມຕາມອຳເພີໃຈ ຫຼື ຖືກຍັກຍອກ, ວ່າພວກມັນສັກສິດ, ຖືກແຍກອອກເປັນຂອງບໍລິສຸດ ແລະ ວ່າຄົນເຮົາບໍ່ສາມາດມີຄວາມຄິດທີ່ບໍ່ເໝາະສົມກ່ຽວກັບພວກມັນ. ແຕ່ເມື່ອເວົ້າເຖິງວິທີການຈັດການເຄື່ອງຖວາຍໃຫ້ດີຢ່າງແທ້ຈິງ, ວິທີການເປັນຜູ້ດູແລທີ່ດີໃນການເກັບຮັກສາພວກມັນ, ພວກເຂົາບໍ່ມີແນວທາງ, ບໍ່ມີຫຼັກການ, ບໍ່ມີແຜນການ ຫຼື ຂັ້ນຕອນທີ່ສະເພາະສຳລັບວຽກງານນີ້. ສະນັ້ນ, ໃນເລື່ອງຕ່າງໆ ເຊັ່ນ: ການລົງທະບຽນ, ການກວດນັບ ແລະ ການເກັບຮັກສາເຄື່ອງຖວາຍ, ພ້ອມທັງການກວດສອບບັນຊີລາຍຮັບ-ລາຍຈ່າຍ ແລະ ການກວດສອບການໃຊ້ຈ່າຍ, ຜູ້ນໍາປອມເຫຼົ່ານີ້ກໍຂ້ອນຂ້າງຢູ່ເສີຍ. ເມື່ອມີຄົນຍື່ນບາງຢ່າງເພື່ອຂໍອະນຸມັດ, ພວກເຂົາກໍເຊັນອະນຸມັດ. ເມື່ອມີຄົນຂໍເບີກຈ່າຍຄືນ, ພວກເຂົາກໍໃຫ້. ເມື່ອມີຄົນຂໍເງິນເພື່ອຈຸດປະສົງບາງຢ່າງ, ພວກເຂົາກໍມອບໃຫ້. ພວກເຂົາບໍ່ຮູ້ວ່າເຄື່ອງຈັກ ແລະ ອຸປະກອນຕ່າງໆຖືກເກັບຮັກສາໄວ້ຢູ່ໃສ. ພວກເຂົາຍັງບໍ່ຮູ້ອີກວ່າຜູ້ດູແລເໝາະສົມ ຫຼື ບໍ່, ທັງບໍ່ຮູ້ວ່າຈະບອກໄດ້ແນວໃດ; ພວກເຂົາບໍ່ສາມາດເບິ່ງທະລຸຈິດໃຈຂອງຄົນ ແລະ ພວກເຂົາບໍ່ສາມາດເບິ່ງທະລຸແກ່ນແທ້ຂອງຄົນ. ສະນັ້ນ, ເຖິງແມ່ນວ່າມີການບັນທຶກເຄື່ອງຖວາຍທີ່ຈ່າຍອອກທັງໝົດພາຍໃຕ້ຂອບເຂດການຈັດການຂອງຄົນເຫຼົ່ານີ້, ເມື່ອເບິ່ງລາຍລະອຽດຂອງການໃຊ້ຈ່າຍໃນບັນຊີເຫຼົ່ານັ້ນ, ການໃຊ້ຈ່າຍຫຼາຍຢ່າງກໍບໍ່ສົມເຫດສົມຜົນ ແລະ ບໍ່ຈຳເປັນ, ຫຼາຍຢ່າງກໍເກີນຂອບເຂດ ແລະ ສິ້ນເປືອງ. ເຄື່ອງຖວາຍໄດ້ສູນຫາຍໄປພາຍໃຕ້ລາຍເຊັນຂອງຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້. ເມື່ອເບິ່ງຈາກພາຍນອກ, ພວກເຂົາເບິ່ງຄືວ່າກຳລັງເຮັດວຽກງານທີ່ສະເພາະ, ແຕ່ຄວາມຈິງແລ້ວ, ບໍ່ມີຫຼັກການໃດໆເລີຍໃນສິ່ງທີ່ພວກເຂົາກຳລັງເຮັດ. ພວກເຂົາບໍ່ໄດ້ດຳເນີນການກວດສອບ, ພວກເຂົາພຽງແຕ່ເຮັດພໍເປັນພິທີ, ຍຶດໝັ້ນຕາມກົດລະບຽບ ແລະ ຂໍ້ກຳນົດ, ບໍ່ມີຫຍັງຫຼາຍກວ່ານັ້ນ. ສິ່ງນີ້ບໍ່ໄດ້ມາດຕະຖານສຳລັບການຈັດການເຄື່ອງຖວາຍເລີຍ, ຍິ່ງບໍ່ຕ້ອງເວົ້າເຖິງຫຼັກການຂອງມັນ. ສະນັ້ນ, ໃນຊ່ວງເວລາທີ່ຜູ້ນໍາປອມກຳລັງເຮັດວຽກ, ມີການໃຊ້ຈ່າຍທີ່ບໍ່ສົມເຫດສົມຜົນຫຼາຍເກີນໄປ. ຖ້າມີຄົນຢູ່ທີ່ນັ້ນເພື່ອຕິດຕາມກວດກາ ແລະ ຈັດການສິ່ງຕ່າງໆ, ການໃຊ້ຈ່າຍທີ່ບໍ່ສົມເຫດສົມຜົນເຫຼົ່ານີ້ເກີດຂຶ້ນໄດ້ແນວໃດ? ກໍເພາະວ່າຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ບໍ່ຮັບຜິດຊອບໃນວຽກງານຂອງພວກເຂົາ. ພວກເຂົາເຮັດພໍເປັນພິທີ ແລະ ຈັດການກັບສິ່ງຕ່າງໆແບບເຮັດພໍແລ້ວມືແລ້ວຕີນ ແລະ ພວກເຂົາບໍ່ໄດ້ກະທຳຕາມຫຼັກການ. ພວກເຂົາບໍ່ເຮັດໃຫ້ ຜິດໃຈຄົນອື່ນ, ພວກເຂົາປະພຶດຕົນຄືກັບຄົນປະຈົບປະແຈງ ແລະ ພວກເຂົາບໍ່ໄດ້ດຳເນີນການກວດສອບຢ່າງເໝາະສົມ. ອາດຈະບໍ່ມີ ຄົນທີ່ຮັບຜິດຊອບຢ່າງແທ້ຈິງແມ່ນແຕ່ຄົນດຽວໃນບັນດາຜູ້ທີ່ຈັດການເຄື່ອງຖວາຍ, ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດດຳເນີນການກວດສອບຢ່າງແທ້ຈິງ. ຜູ້ນໍາປອມບໍ່ໃສ່ໃຈວ່າຜູ້ທີ່ເກັບຮັກສາເຄື່ອງຖວາຍເໝາະສົມ ຫຼື ບໍ່ ຫຼື ວ່າຄຣິສຕະຈັກຂອງຄົນເຫຼົ່ານັ້ນມີສະຖານະການທີ່ອັນຕະລາຍໃດໆ ຫຼື ບໍ່. ສຳລັບພວກເຂົາແລ້ວ, ຕາບໃດທີ່ພວກເຂົາເອງປອດໄພ, ທຸກຢ່າງກໍບໍ່ເປັນຫຍັງ. ເມື່ອມີອັນຕະລາຍເກີດຂຶ້ນ, ສິ່ງທຳອິດທີ່ພວກເຂົາຄິດກໍຄືພວກເຂົາຈະໜີໄປໃສໄດ້ ແລະ ເງິນຂອງພວກເຂົາເອງຈະຖືກປຸ້ນສະດົມ ຫຼື ບໍ່, ໃນຂະນະທີ່ພວກເຂົາບໍ່ໄດ້ກວດສອບ ຫຼື ຖາມໄຖ່ກ່ຽວກັບບ່ອນຢູ່ຂອງເຄື່ອງຖວາຍ ຫຼື ວ່າພວກມັນຕົກຢູ່ໃນອັນຕະລາຍ ຫຼື ບໍ່. ສອງສາມເດືອນ ຫຼື ແມ່ນແຕ່ເຄິ່ງປີຫຼັງຈາກເກີດເຫດການ, ພວກເຂົາອາດຈະຖາມດ້ວຍຄວາມສຳນຶກ ແລະ ເມື່ອພວກເຂົາຮຽນຮູ້ວ່າເຄື່ອງຖວາຍບາງສ່ວນໄດ້ຖືກ ມັງກອນແດງທີ່ຍິ່ງໃຫຍ່ຍຶດເອົາໄປ, ບາງສ່ວນຖືກຟຸມເຟືອຍໂດຍຄົນຊົ່ວຊ້າ ແລະ ບ່ອນຢູ່ຂອງບາງສ່ວນກໍບໍ່ເປັນທີ່ຮູ້ຈັກ, ພວກເຂົາກໍຈະຮູ້ສຶກບໍ່ດີຢູ່ໄລຍະໜຶ່ງ, ພວກເຂົາຈະອະທິຖານໜ້ອຍໜຶ່ງ, ຍອມຮັບຄວາມຜິດພາດຂອງຕົນ ແລະ ກໍຈະຈົບລົງພຽງເທົ່ານັ້ນ. ຄົນເຫຼົ່ານີ້ແມ່ນສິ່ງຖືກສ້າງປະເພດໃດກັນນີ້? ການເຮັດວຽກແບບນີ້ບໍ່ແມ່ນວ່າມີບັນຫາບໍ? ພຣະເຈົ້າຈະປະຕິບັດຕໍ່ຄົນທີ່ມີທັດສະນະຄະຕິເຊັ່ນນີ້ຕໍ່ເຄື່ອງຖວາຍແນວໃດ? ພຣະອົງຈະຖືວ່າພວກເຂົາເປັນຜູ້ທີ່ເຊື່ອຢ່າງແທ້ຈິງບໍ? (ບໍ່.) ແລ້ວພຣະອົງຈະຖືວ່າພວກເຂົາເປັນຫຍັງ? (ເປັນຜູ້ບໍ່ມີຄວາມເຊື່ອ.) ເມື່ອພຣະເຈົ້າຖືວ່າຜູ້ໃດຜູ້ໜຶ່ງເປັນຜູ້ບໍ່ມີຄວາມເຊື່ອ, ຄົນຜູ້ນັ້ນມີຄວາມຮູ້ສຶກບໍ? ພວກເຂົາມຶນຊາ ແລະ ສະໝອງຕື້ໃນວິນຍານຂອງພວກເຂົາ ແລະ ເມື່ອພວກເຂົາກະທຳ, ພວກເຂົາກໍບໍ່ມີຄວາມສະຫວ່າງ ຫຼື ການຊີ້ນໍາຂອງພຣະເຈົ້າ ຫຼື ແສງສະຫວ່າງໃດໆ. ພວກເຂົາບໍ່ມີພຣະເຈົ້າປົກປ້ອງເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຂົາ ແລະ ພວກເຂົາມັກຈະຄິດລົບ ແລະ ອ່ອນແອ, ດຳລົງຊີວິດຢູ່ໃນຄວາມມືດ. ເຖິງແມ່ນວ່າພວກເຂົາຈະຟັງການເທດສະໜາເລື້ອຍໆ ແລະ ສາມາດທົນທຸກ ແລະ ຈ່າຍລາຄາໃນວຽກງານຂອງພວກເຂົາ, ພວກເຂົາກໍບໍ່ມີຄວາມຄືບໜ້າໃດໆເລີຍ ແລະ ພວກເຂົາກໍມີສະພາບທີ່ໜ້າສົມເພດ. ນັ້ນຄື “ຜົນລັບ” ຂອງພວກເຂົາ. ນີ້ບໍ່ແມ່ນສິ່ງທີ່ທົນໄດ້ຍາກກວ່າການລົງໂທດບໍ? ບອກເຮົາມາ, ຖ້ານີ້ຄືຜົນລັບຂອງຄວາມເຊື່ອຂອງຜູ້ໃດຜູ້ໜຶ່ງໃນພຣະເຈົ້າ, ນັ້ນເປັນສາເຫດຂອງຄວາມສຸກ ແລະ ການສະເຫຼີມສະຫຼອງ ຫຼື ຄວາມໂສກເສົ້າ ແລະ ການຄໍ່າຄວນ? ຕາມຄວາມຄິດເຫັນຂອງເຮົາແລ້ວ, ມັນບໍ່ແມ່ນສັນຍານທີ່ດີ.
ຜູ້ນໍາປອມບໍ່ເຄີຍເອົາໃຈໃສ່ວຽກງານການຈັດການເຄື່ອງຖວາຍຢ່າງຈິງຈັງ. ເຖິງແມ່ນພວກເຂົາເວົ້າວ່າ, “ຄົນເຮົາຕ້ອງບໍ່ແຕະຕ້ອງເຄື່ອງຖວາຍຂອງພຣະເຈົ້າ; ເຄື່ອງຖວາຍຂອງພຣະເຈົ້າບໍ່ຄວນຖືກຍັກຍອກໂດຍຜູ້ໃດ ແລະ ພວກມັນບໍ່ຄວນຕົກໄປຢູ່ໃນມືຂອງຄົນບໍ່ດີ” ແລະ ພວກເຂົາກໍຮ້ອງຄຳຂວັນເຫຼົ່ານີ້ໄດ້ດີຫຼາຍ ແລະ ຄຳເວົ້າຂອງພວກເຂົາກໍຟັງຄືວ່າມີສິນທຳ ແລະ ເໝາະສົມຫຼາຍ, ແຕ່ພວກເຂົາບໍ່ໄດ້ປະພຶດຕົນຄືກັບມະນຸດ. ເຖິງແມ່ນວ່າພວກເຂົາຈະບໍ່ຍັກຍອກເຄື່ອງຖວາຍ ແລະ ພວກເຂົາບໍ່ມີຄວາມຄິດທີ່ບໍ່ເໝາະສົມກ່ຽວກັບພວກມັນ ຫຼື ມີເຈດຕະນາໃດໆທີ່ຈະຍຶດເອົາພວກມັນ ແລະ ບາງຄົນໃນພວກເຂົາກໍບໍ່ເຄີຍໃຊ້ເງິນຂອງເຮືອນຂອງພຣະເຈົ້າ ຫຼື ແຕະຕ້ອງເຄື່ອງຖວາຍຂອງພຣະເຈົ້າສຳລັບຄ່າໃຊ້ຈ່າຍໃດໆທີ່ພວກເຂົາອາດຈະມີ ແລະ ແທນທີ່ຈະເປັນແນວນັ້ນ ພວກເຂົາພັດໃຊ້ເງິນຂອງຕົນເອງ, ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຂົາບໍ່ໄດ້ເຮັດວຽກງານທີ່ແທ້ຈິງເລີຍເມື່ອເວົ້າເຖິງການຈັດການເຄື່ອງຖວາຍ. ພວກເຂົາບໍ່ໄດ້ເຮັດແມ່ນແຕ່ສິ່ງທີ່ງ່າຍດາຍເຊັ່ນການຖາມໄຖ່ກ່ຽວກັບສະຖານະການໃຊ້ຈ່າຍເຄື່ອງຖວາຍ ຫຼື ການກວດສອບການໃຊ້ຈ່າຍເຄື່ອງຖວາຍ. ເຫັນໄດ້ຊັດເຈນວ່າ ຄົນເຫຼົ່ານີ້ແມ່ນຜູ້ນໍາປອມ. ທັດສະນະຄະຕິຂອງພວກເຂົາຕໍ່ເຄື່ອງຖວາຍກໍຄື: “ຂ້ານ້ອຍບໍ່ໄດ້ໃຊ້ພວກມັນ ແລະ ຂ້ານ້ອຍບໍ່ໄດ້ຍັກຍອກພວກມັນ ແລະ ຂ້ານ້ອຍກໍບໍ່ສົນໃຈວ່າຄົນອື່ນຈະໃຊ້ພວກມັນແນວໃດ ຫຼື ວ່າຄົນອື່ນຈະຍັກຍອກພວກມັນ ຫຼື ບໍ່”. ເຮົາຂໍບອກຜູ້ນໍາປອມເຫຼົ່ານີ້ວ່າ ທັດສະນະຄະຕິທີ່ບໍ່ເຢັນບໍ່ຮ້ອນຂອງເຈົ້ານັ້ນເປັນບັນຫາຫຼາຍ. ການບໍ່ໃຊ້ພວກມັນ ແລະ ບໍ່ຍັກຍອກພວກມັນແມ່ນສິ່ງທີ່ຄົນເຮົາຄວນເຮັດ, ແຕ່ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ສິ່ງທີ່ເຈົ້າຄວນເຮັດຍິ່ງໄປກວ່ານັ້ນກໍຄືການຈັດການເຄື່ອງຖວາຍໃຫ້ດີ, ແຕ່ເຈົ້າພັດບໍ່ສາມາດເຮັດສິ່ງນີ້ໄດ້. ນັ້ນເອີ້ນວ່າການລະເລີຍຕໍ່ໜ້າທີ່. ນີ້ຄືການສະແດງອອກຂອງຜູ້ນໍາປອມ. ເຈົ້າອາດຈະບໍ່ໄດ້ໃຊ້ຈ່າຍເງິນແມ່ນແຕ່ກີບດຽວ ຫຼື ຍັກຍອກເຄື່ອງຖວາຍແມ່ນແຕ່ຢ່າງດຽວ, ແຕ່ເນື່ອງຈາກເຈົ້າບໍ່ໄດ້ເຮັດວຽກງານທີ່ແທ້ຈິງ ແລະ ເຈົ້າບໍ່ໄດ້ເຮັດວຽກງານການຈັດການທີ່ສະເພາະໃດໆກ່ຽວກັບເຄື່ອງຖວາຍ, ເຈົ້າຈຶ່ງຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ ແລະ ການເຮັດເຊັ່ນນັ້ນກໍຖືກຕ້ອງ ແລະ ສົມເຫດສົມຜົນ. ຜູ້ນໍາບາງຄົນບໍ່ເຄີຍເອົາ ຫຼື ໃຊ້ເຄື່ອງຖວາຍໃດໆເລີຍ, ເຖິງແມ່ນວ່າຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໆທັງໝົດຈະໃຊ້ພວກມັນ, ພວກເຂົາກໍບໍ່ໃຊ້ ແລະ ເມື່ອເຮືອນຂອງພຣະເຈົ້າຈັດແຈງໃຫ້ບາງຢ່າງແກ່ພວກເຂົາ, ພວກເຂົາກໍປະຕິເສດ. ພວກເຂົາເບິ່ງຄືວ່າຂ້ອນຂ້າງສະອາດ ແລະ ບໍ່ມີຄວາມໂລບມາກ, ແຕ່ເມື່ອພວກເຂົາຖືກຈັດໃຫ້ຈັດການເຄື່ອງຖວາຍ, ພວກເຂົາກໍຈະບໍ່ເຮັດວຽກງານທີ່ສະເພາະໃດໆເລີຍ. ບໍ່ວ່າໃຜຈະໃຊ້ຈ່າຍເຄື່ອງຖວາຍ, ພວກເຂົາກໍຈະເຊັນອະນຸມັດ, ພວກເຂົາບໍ່ໄດ້ແມ່ນແຕ່ຈະສອບຖາມໃດໆ ແລະ ພວກເຂົາກໍບໍ່ເວົ້າຫຍັງຕື່ມອີກກ່ຽວກັບມັນ. ເຖິງແມ່ນວ່າຄົນເຫຼົ່ານີ້ຈະບໍ່ຍັກຍອກເຄື່ອງຖວາຍແມ່ນແຕ່ກີບດຽວ, ພາຍໃຕ້ຂອບເຂດການຈັດການຂອງພວກເຂົາ, ເຄື່ອງຖວາຍກໍຖືກຄົນຊົ່ວຊ້າຍຶດຄອງເອົາໄປ ແລະ ເນື່ອງຈາກຄວາມບໍ່ຮັບຜິດຊອບ ແລະ ການລະເລີຍຕໍ່ໜ້າທີ່ຂອງພວກເຂົາ, ເຄື່ອງຖວາຍອາດຈະຖືກຟຸມເຟືອຍ ແລະ ສິ້ນເປືອງໂດຍຜູ້ໃດກໍໄດ້. ການຟຸມເຟືອຍ ແລະ ການສິ້ນເປືອງນີ້ບໍ່ກ່ຽວຂ້ອງກັບການຈັດການທີ່ບໍ່ດີຂອງພວກເຂົາບໍ? ມັນບໍ່ໄດ້ເກີດຈາກການລະເລີຍຕໍ່ຄວາມຮັບຜິດຊອບຂອງພວກເຂົາບໍ? (ແມ່ນແລ້ວ.) ພວກເຂົາບໍ່ມີສ່ວນຮ່ວມໃນການກະທຳທີ່ຊົ່ວຊ້າຂອງຄົນເຫຼົ່ານີ້ບໍ? ພວກເຂົາບໍ່ໄດ້ຮັບຜິດຊອບຕໍ່ສິ່ງເຫຼົ່ານັ້ນບໍ? ນີ້ຄືຄວາມຮັບຜິດຊອບອັນໃຫຍ່ຫຼວງທີ່ຕ້ອງແບກຮັບ ແລະ ພວກເຂົາບໍ່ສາມາດຫຼີກລ່ຽງມັນໄດ້! ພວກເຂົາພຽງແຕ່ຍຶດໝັ້ນຕາມແນວທາງຂອງຕົນ: “ຢ່າງໃດກໍຕາມ, ຂ້ານ້ອຍບໍ່ໄດ້ຍັກຍອກເຄື່ອງຖວາຍຂອງພຣະເຈົ້າ ແລະ ຂ້ານ້ອຍບໍ່ໄດ້ປາຖະໜາ ຫຼື ວາງແຜນທີ່ຈະເຮັດ. ບໍ່ວ່າໃຜຈະໃຊ້ຈ່າຍເຄື່ອງຖວາຍຂອງພຣະເຈົ້າກໍຕາມ, ຂ້ານ້ອຍກໍບໍ່ໄດ້ໃຊ້; ບໍ່ວ່າໃຜຈະເອົາ ແລະ ໃຊ້ພວກມັນ, ຂ້ານ້ອຍກໍບໍ່ໄດ້ເອົາ; ບໍ່ວ່າໃຜຈະຊື່ນຊົມກັບພວກມັນ, ຂ້ານ້ອຍກໍບໍ່ໄດ້ຊື່ນຊົມ. ນີ້ຄືທັດສະນະຄະຕິຂອງຂ້ານ້ອຍຕໍ່ເຄື່ອງຖວາຍ, ເຈົ້າຈະເຮັດຫຍັງກໍໄດ້!”. ມີຄົນແບບນີ້ບໍ? (ມີ.) ພວກຕໍ່ຕ້ານພຣະຄຣິດໃຊ້ຈ່າຍເຄື່ອງຖວາຍຊື້ເຄື່ອງນຸ່ງຊັ້ນສູງ, ສິນຄ້າຫຼູຫຼາ ແລະ ແມ່ນແຕ່ລົດ. ບອກເຮົາມາ, ຜູ້ນໍາປອມປະເພດນີ້ສາມາດຮັບຮູ້ບັນຫານີ້ໄດ້ບໍ? ພວກເຂົາບໍ່ໄດ້ຍັກຍອກເຄື່ອງຖວາຍດ້ວຍຕົນເອງ, ພວກເຂົາມີທັດສະນະຄະຕິນີ້, ສະນັ້ນ ພວກເຂົາບໍ່ເຊື່ອບໍວ່າມັນບໍ່ດີທີ່ຈະຍັກຍອກພວກມັນ? (ພວກເຂົາເຊື່ອ.) ສະນັ້ນ, ເມື່ອພວກຕໍ່ຕ້ານພຣະຄຣິດເຮັດຄວາມຊົ່ວຊ້າອັນໃຫຍ່ຫຼວງເຊັ່ນນັ້ນ, ເປັນຫຍັງພວກເຂົາຈຶ່ງບໍ່ສົນໃຈ ແລະ ບໍ່ຢຸດຢັ້ງມັນ? ເປັນຫຍັງພວກເຂົາຈຶ່ງບໍ່ເອົາໃຈໃສ່ຢ່າງຈິງຈັງ? (ພວກເຂົາບໍ່ຢາກເຮັດໃຫ້ຜິດໃຈຄົນອື່ນ.) ນັ້ນບໍ່ແມ່ນການກະທຳທີ່ຊົ່ວຊ້າບໍ? (ແມ່ນແລ້ວ.) ນີ້ຄືການບໍ່ເຮັດໜ້າທີ່ຮັບຜິດຊອບທີ່ຜູ້ດູແລຄວນເຮັດໃຫ້ສຳເລັດ. ຖ້າໃນລະຫວ່າງການຈັດການຂອງເຈົ້າ, ເຄື່ອງຖວາຍຖືກຄົນຊົ່ວຊ້າຍຶດຄອງເອົາໄປ, ຖ້າພວກມັນຖືກຟຸມເຟືອຍ, ສິ້ນເປືອງ ແລະ ໃຊ້ຈ່າຍໃນລັກສະນະທີ່ບໍ່ສົມເຫດສົມຜົນ, ຖ້າພວກມັນສູນຫາຍໄປແບບນີ້ ແລະ ເຈົ້າພັດບໍ່ໄດ້ເຮັດວຽກງານໃດໆ ຫຼື ເຖິງກັບບໍ່ເວົ້າຫຍັງເລີຍ, ນັ້ນບໍ່ແມ່ນການລະເລີຍຕໍ່ຄວາມຮັບຜິດຊອບບໍ? ນັ້ນບໍ່ແມ່ນການສະແດງອອກຂອງຜູ້ນໍາປອມບໍ? ຖ້າເຈົ້າບໍ່ເວົ້າໃນສິ່ງທີ່ເຈົ້າຄວນເວົ້າ, ບໍ່ເຮັດວຽກງານທີ່ເຈົ້າຄວນເຮັດ, ບໍ່ເຮັດໜ້າທີ່ຮັບຜິດຊອບທີ່ເຈົ້າຄວນເຮັດໃຫ້ສຳເລັດ ແລະ ເຖິງແມ່ນວ່າເຈົ້າຈະເຂົ້າໃຈທຸກຫຼັກຄຳສອນ, ເຈົ້າພຽງແຕ່ບໍ່ໄດ້ເຮັດວຽກງານທີ່ແທ້ຈິງ, ແລ້ວເຈົ້າກໍຄືຜູ້ນໍາປອມຢ່າງແນ່ນອນ. ເຈົ້າເຊື່ອວ່າ, “ຢ່າງໃດກໍຕາມ, ຂ້ານ້ອຍບໍ່ໄດ້ຍັກຍອກເຄື່ອງຖວາຍ; ຖ້າຄົນອື່ນເຮັດ, ນັ້ນກໍເປັນເລື່ອງຂອງພວກເຂົາ”. ແລ້ວເຈົ້າບໍ່ແມ່ນຜູ້ນໍາປອມບໍ? ການບໍ່ຍັກຍອກເຄື່ອງຖວາຍເປັນເລື່ອງສ່ວນຕົວຂອງເຈົ້າ, ແຕ່ເຈົ້າໄດ້ເກັບຮັກສາເຄື່ອງຖວາຍດີແລ້ວບໍ? ເຈົ້າໄດ້ເຮັດໜ້າທີ່ຮັບຜິດຊອບຂອງເຈົ້າໃຫ້ສຳເລັດກ່ຽວກັບເຄື່ອງຖວາຍແລ້ວບໍ? ຖ້າເຈົ້າຍັງບໍ່ໄດ້ເຮັດ, ເຈົ້າກໍຄືຜູ້ນໍາປອມ. ຢ່າຫາຂໍ້ອ້າງໃຫ້ຕົນເອງ ໂດຍເວົ້າວ່າ: “ຢ່າງໃດກໍຕາມ, ຂ້ານ້ອຍບໍ່ໄດ້ຍັກຍອກເຄື່ອງຖວາຍ, ສະນັ້ນ ຂ້ານ້ອຍບໍ່ແມ່ນຜູ້ນໍາປອມ!”. ການບໍ່ຍັກຍອກເຄື່ອງຖວາຍບໍ່ໄດ້ເປັນເກນໃນການວັດແທກວ່າຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ມາດຕະຖານ ຫຼື ບໍ່; ເກນທີ່ແທ້ຈິງວ່າພວກເຂົາໄດ້ມາດຕະຖານ ຫຼື ບໍ່ກໍຄື ພວກເຂົາເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ, ປະຕິບັດສິ່ງທີ່ຄົນເຮົາຄວນເຮັດ ແລະ ເຮັດພັນທະທີ່ຄົນເຮົາຄວນເຮັດໃຫ້ສຳເລັດ ໃນສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ພວກເຂົາ, ນັ້ນຄືສິ່ງທີ່ສຳຄັນທີ່ສຸດ. ສະນັ້ນ, ໃນການຈັດການເຄື່ອງຖວາຍ, ແມ່ນຫຍັງຄືພັນທະ ແລະ ຄວາມຮັບຜິດຊອບຂອງເຈົ້າ? ເຈົ້າໄດ້ປະຕິບັດທັງໝົດນັ້ນແລ້ວບໍ? ເຫັນໄດ້ຊັດເຈນວ່າເຈົ້າຍັງບໍ່ໄດ້ເຮັດ. ເຈົ້າພຽງແຕ່ເຮັດພໍເປັນພິທີ; ເຈົ້າຢ້ານທີ່ຈະເຮັດໃຫ້ຜິດໃຈຄົນອື່ນ, ແຕ່ເຈົ້າບໍ່ຢ້ານທີ່ຈະເຮັດໃຫ້ຜິດໃຈພຣະເຈົ້າ. ເຈົ້າບໍ່ໃສ່ໃຈເຄື່ອງຖວາຍ ເພາະເຈົ້າຢ້ານທີ່ຈະເຮັດໃຫ້ຜິດໃຈຄົນອື່ນ, ຢ້ານທີ່ຈະທຳລາຍພາບພົດທີ່ດີຂອງເຈົ້າໃນສາຍຕາຂອງພວກເຂົາ, ຖ້າເຈົ້າມີການສະແດງອອກແບບນີ້, ເຈົ້າກໍຄືຜູ້ນໍາປອມຢ່າງແນ່ນອນ. ນີ້ບໍ່ແມ່ນການປະທັບຕາເຈົ້າ. ຄວາມຈິງໄດ້ຖືກເປີດເຜີຍໃຫ້ທຸກຄົນເຫັນ: ເຈົ້າບໍ່ສາມາດແມ່ນແຕ່ຈະເຮັດພັນທະ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ, ເຈົ້າເຫັນແກ່ຕົວຫຼາຍ! ເຈົ້າຈັດການສິ່ງຂອງຂອງເຈົ້າເອງ, ຊັບສິນສ່ວນຕົວຂອງເຈົ້າໄດ້ຂ້ອນຂ້າງດີ, ຢ່າງມີສະຕິ ແລະ ຢ່າງຮອບຄອບ. ເຈົ້າບໍ່ປ່ອຍໃຫ້ສິ່ງຂອງເຫຼົ່ານັ້ນຖືກແດດຖືກຝົນ; ເຈົ້າບໍ່ປ່ອຍໃຫ້ໃຜເອົາພວກມັນໄປ ແລະ ເຈົ້າບໍ່ປ່ອຍໃຫ້ໃຜເອົາປຽບເຈົ້າ. ແຕ່ສຳລັບເຄື່ອງຖວາຍ, ເຈົ້າບໍ່ມີຄວາມຮູ້ສຶກຮັບຜິດຊອບເລີຍ, ເຈົ້າບໍ່ໄດ້ ປະຕິບັດແມ່ນແຕ່ໜຶ່ງສ່ວນສິບຂອງຄວາມຮັບຜິດຊອບທີ່ເຈົ້າເຮັດເມື່ອເວົ້າເຖິງການຈັດການສິ່ງຂອງຂອງເຈົ້າເອງ. ເຈົ້າຈະຖືກຖືວ່າເປັນຜູ້ດູແລທີ່ດີໄດ້ແນວໃດ? ເຈົ້າຈະຖືກຖືວ່າເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ແນວໃດ? ເຈົ້າຄືຜູ້ນໍາປອມຢ່າງເຫັນໄດ້ຊັດ. ນີ້ຄືການສະແດງອອກຂອງຜູ້ນໍາປອມປະເພດໜຶ່ງ.
III. ການຈຳກັດລາຍຈ່າຍທີ່ສົມເຫດສົມຜົນ
ຍັງມີຜູ້ນໍາປອມອີກປະເພດໜຶ່ງ ແລະ ພວກເຂົາກໍຂ້ອນຂ້າງເປັນຕາໜ້າລັງກຽດເຊັ່ນກັນ. ຫຼັງຈາກທີ່ຄົນປະເພດນີ້ກາຍເປັນຜູ້ນໍາ, ພວກເຂົາເຫັນວ່າຜູ້ເກັບຮັກສາເຄື່ອງຖວາຍໄດ້ໃຊ້ຈ່າຍເງິນຢ່າງຟຸມເຟືອຍ ແລະ ສິ້ນເປືອງຫຼາຍ, ສະນັ້ນ ພວກເຂົາຈຶ່ງໄລ່ຄົນຜູ້ນັ້ນອອກ. ຈາກນັ້ນ ພວກເຂົາກໍຢາກຊອກຫາຄົນທີ່ສາມາດວາງແຜນຢ່າງລະອຽດ ແລະ ຈັດສັນງົບປະມານຢ່າງຮອບຄອບ, ເປັນຄົນທີ່ຄິດໄລ່ທຸກກີບທຸກອັດ ແລະ ເປັນຄົນທີ່ຮູ້ວິທີຄຸ້ມຄອງຄອບຄົວຢ່າງປະຢັດ. ພວກເຂົາຄິດວ່າຄົນປະເພດນັ້ນຈະເປັນຜູ້ດູແລທີ່ດີ ແລະ ປາກົດວ່າ ພວກເຂົາບໍ່ຄິດວ່າມີໃຜເໝາະສົມ ແລະ ລົງທ້າຍດ້ວຍການເກັບຮັກສາເຄື່ອງຖວາຍດ້ວຍຕົນເອງ. ເມື່ອອ້າຍເອື້ອຍນ້ອງເວົ້າວ່າຈຳເປັນຕ້ອງຕີພິມໜັງສືພຣະທຳຂອງພຣະເຈົ້າຈຳນວນໜຶ່ງເພື່ອເຜີຍແຜ່ພຣະກິດຕິຄຸນ, ຜູ້ນໍາເຫຼົ່ານີ້ກໍບໍ່ອະນຸຍາດໃຫ້ເຮັດ, ໂດຍຄິດວ່າມັນໃຊ້ເງິນຫຼາຍພໍສົມຄວນໃນການພິມໜັງສື; ພວກເຂົາບໍ່ສົນໃຈວ່າມັນເປັນສິ່ງທີ່ຈຳເປັນຮີບດ່ວນສຳລັບວຽກງານ ຫຼື ບໍ່, ສຳລັບພວກເຂົາແລ້ວ, ມັນກໍດີຕາບໃດທີ່ພວກເຂົາປະຢັດເງິນໄດ້. ພວກເຂົາບໍ່ຮູ້ຈັກເລີຍວ່າການນຳໃຊ້ເຄື່ອງຖວາຍຂອງພຣະເຈົ້າຢູ່ບ່ອນໃດຈຶ່ງຈະສອດຄ່ອງກັບເຈດຕະນາຂອງພຣະອົງທີ່ສຸດ; ທັງໝົດທີ່ພວກເຂົາຮູ້ກໍຄືການປົກປ້ອງເຄື່ອງຖວາຍຂອງພຣະເຈົ້າ ແລະ ບໍ່ໃຫ້ພວກມັນຖືກແຕະຕ້ອງເລີຍ. ພວກເຂົາບໍ່ໃຊ້ຈ່າຍໃນສິ່ງທີ່ຄວນໃຊ້ຈ່າຍ, ພວກເຂົາດຳເນີນການກວດສອບໄດ້ “ດີເລີດ” ເກີນຄາດແທ້ໆ! ວຽກງານຈະດຳເນີນຕໍ່ໄປແບບນີ້ໄດ້ແນວໃດ? ຜູ້ນໍາເຫຼົ່ານີ້ມີຫຼັກການໃນການກະທຳຂອງພວກເຂົາບໍ? (ບໍ່ມີ.) ພວກເຂົາບໍ່ອະນຸຍາດໃຫ້ວຽກງານທີ່ຄວນຖືກເຮັດນັ້ນສຳເລັດ ຫຼື ບໍ່ອະນຸຍາດໃຫ້ພິມໜັງສືທີ່ຄວນພິມ ຫຼື ບໍ່ອະນຸຍາດໃຫ້ໃຊ້ຈ່າຍເງິນທີ່ຕ້ອງໃຊ້, ພວກເຂົາບໍ່ອະນຸຍາດໃຫ້ມີລາຍຈ່າຍທີ່ສົມເຫດສົມຜົນໃດໆ. ນັ້ນແມ່ນການຈັດການບໍ? (ບໍ່ແມ່ນ.) ມັນແມ່ນຫຍັງ? ມັນຄືການຂາດຄວາມເຂົ້າໃຈໃນຫຼັກການ. ຄົນທີ່ຂາດຄວາມເຂົ້າໃຈໃນຫຼັກການບໍ່ຮູ້ວິທີຈັດການເຄື່ອງຖວາຍເມື່ອພວກເຂົາເຮັດວຽກ. ພວກເຂົາເຊື່ອວ່າພວກເຂົາຕ້ອງເຝົ້າລະວັງເງິນໄວ້ ແລະ ບໍ່ໃຫ້ມັນຫຼຸດລົງແມ່ນແຕ່ກີບດຽວ ແລະ ບໍ່ວ່າຈະເປັນລາຍຈ່າຍໃດກໍຕາມ, ກໍບໍ່ໃຫ້ແຕະຕ້ອງເງິນນັ້ນ. ສິ່ງນີ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າບໍ? (ບໍ່, ບໍ່ສອດຄ່ອງ) ການຄວບຄຸມສິ່ງຕ່າງໆ ແລະ ການດຳເນີນການກວດສອບໂດຍບໍ່ມີຫຼັກການບໍ່ແມ່ນການຈັດການ. ການໃຊ້ຈ່າຍຕາມອຳເພີໃຈ, ການສິ້ນເປືອງ ແລະ ການຟຸມເຟືອຍບໍ່ແມ່ນການຈັດການ, ແຕ່ການບໍ່ໃຫ້ໃຊ້ຈ່າຍແມ່ນແຕ່ກີບດຽວ ແລະ ການຈຳກັດລາຍຈ່າຍທີ່ສົມເຫດສົມຜົນເນື່ອງຈາກການກວດສອບກໍບໍ່ແມ່ນການຈັດການເຊັ່ນກັນ. ທັງສອງຢ່າງບໍ່ສອດຄ່ອງກັບຫຼັກການ. ເພາະວ່າບາງຄົນບໍ່ເຂົ້າໃຈຫຼັກການໃນການນຳໃຊ້, ການຈັດສັນ ແລະ ການຈັດການເຄື່ອງຖວາຍ, ຈຶ່ງເກີດມີເລື່ອງໜ້າຫົວຂວັນ ແລະ ຄວາມວຸ້ນວາຍທຸກປະເພດເກີດຂຶ້ນ. ຜູ້ນໍາເຫຼົ່ານີ້ເບິ່ງຈາກພາຍນອກຄືວ່າມີຄວາມຮັບຜິດຊອບ ແລະ ອຸທິດຕົນຫຼາຍ, ແຕ່ວຽກງານທີ່ພວກເຂົາກຳລັງເຮັດເປັນແນວໃດ? (ມັນບໍ່ມີຫຼັກການ.) ແລ້ວຍ້ອນວ່າມັນບໍ່ມີຫຼັກການ, ວຽກງານພຣະກິດຕິຄຸນໃນເຂດຂອງພວກເຂົາຈຶ່ງພົບກັບອຸປະສັກ ແລະ ຂໍ້ຈຳກັດ ແລະ ວຽກງານວິຊາຊີບຈຳນວນໜຶ່ງກໍຖືກຈຳກັດເຊັ່ນກັນ ເນື່ອງຈາກການກວດສອບການນຳໃຊ້ເຄື່ອງຖວາຍທີ່ເຂັ້ມງວດເກີນໄປຂອງພວກເຂົາ. ເມື່ອເບິ່ງຜິວເຜີນ, ພວກເຂົາເບິ່ງຄືວ່າມີຄວາມຮອບຄອບ ແລະ ມີຄວາມຮັບຜິດຊອບ ຫຼາຍໃນການເກັບຮັກສາເຄື່ອງຖວາຍ. ແຕ່ຄວາມຈິງແລ້ວ, ເພາະວ່າພວກເຂົາບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ພຽງແຕ່ກະທຳໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາ ແລະ ພວກເຂົາເຖິງກັບດຳເນີນການກວດສອບໃຫ້ເຮືອນຂອງພຣະເຈົ້າ ພາຍໃຕ້ຂໍ້ອ້າງຂອງການປະຢັດເພື່ອເຫັນແກ່ຄຣິສຕະຈັກ, ພວກເຂົາກໍສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄວາມຄືບໜ້າຂອງວຽກງານຕ່າງໆຂອງຄຣິສຕະຈັກ ໂດຍທີ່ພວກເຂົາບໍ່ຮູ້ໂຕເລີຍ. ຄົນປະເພດນີ້ສາມາດຖືກກຳນົດລັກສະນະວ່າເປັນຜູ້ນໍາປອມໄດ້ບໍ? (ໄດ້.) ພຽງເທົ່ານີ້ກໍພໍທີ່ຈະຈັດວ່າພວກເຂົາເປັນຜູ້ນໍາປອມແລ້ວ. ໃນລະດັບໃດໜຶ່ງ, ພວກເຂົາໄດ້ກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງຕໍ່ວຽກງານພຣະກິດຕິຄຸນ ແລະ ວຽກງານຂອງຄຣິສຕະຈັກແລ້ວ. ການລົບກວນ ແລະ ການຂັດຂວາງເຫຼົ່ານີ້ເກີດຈາກການທີ່ພວກເຂົາຂາດຄວາມເຂົ້າໃຈໃນຫຼັກການ, ພ້ອມທັງການທີ່ພວກເຂົາເຮັດວຽກແບບຊະຊາຍຕາມອຳເພີໃຈໂດຍອີງໃສ່ຄວາມມັກ ແລະ ແນວຄິດຂອງຕົນເອງ ແລະ ບໍ່ສະແຫວງຫາຫຼັກການຄວາມຈິງ ຫຼື ປຶກສາຫາລືສິ່ງຕ່າງໆ ຫຼື ຮ່ວມມືກັບຄົນອື່ນ. ເຄື່ອງຖວາຍຈະບໍ່ຖືກສິ້ນເປືອງ ຫຼື ຟຸມເຟືອຍເມື່ອຢູ່ກັບພວກເຂົາ, ແຕ່ພວກເຂົາບໍ່ສາມາດນຳໃຊ້ເຄື່ອງຖວາຍຢ່າງສົມເຫດສົມຜົນຕາມຫຼັກການ ແລະ ບໍ່ອະນຸຍາດໃຫ້ນຳໃຊ້ພວກມັນພຽງເພື່ອເຫັນແກ່ການປົກປ້ອງພວກມັນ ແລະ ຜົນກໍຄື ວຽກງານເຜີຍແຜ່ພຣະກິດຕິຄຸນກໍຊັກຊ້າ ແລະ ການດຳເນີນງານທີ່ເປັນປົກກະຕິຂອງວຽກງານຂອງເຮືອນຂອງພຣະເຈົ້າກໍໄດ້ຮັບຜົນກະທົບ. ສະນັ້ນ, ໂດຍອີງໃສ່ການສະແດງອອກນີ້, ມັນບໍ່ແມ່ນການເກີນເລີຍທີ່ຈະກຳນົດລັກສະນະພວກເຂົາວ່າເປັນຜູ້ນໍາປອມ. ເປັນຫຍັງຄົນປະເພດນີ້ຈຶ່ງຖືກກຳນົດລັກສະນະວ່າເປັນຜູ້ນໍາປອມເຊັ່ນກັນ? ພວກເຂົາບໍ່ຮູ້ວິທີເຮັດວຽກ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບວິທີການປະຕິບັດຕໍ່ເຄື່ອງຖວາຍ ແລະ ແນວທາງຂອງພວກເຂົາໃນການປະຕິບັດຕໍ່ພວກມັນກໍບິດເບືອນຫຼາຍ, ແລ້ວພວກເຂົາຈະສາມາດເຮັດວຽກງານອື່ນໄດ້ດີບໍ? ບໍ່ໄດ້ຢ່າງແນ່ນອນ. ຄວາມເຂົ້າໃຈຂອງຄົນເຫຼົ່ານີ້ມີບັນຫາບໍ່? (ມີ.) ຄວາມເຂົ້າໃຈຂອງພວກເຂົາບິດເບືອນ, ພວກເຂົາຍຶດໝັ້ນກັບກົດລະບຽບ, ພວກເຂົາເສແສ້ງທຳທ່າ ແລະ ພວກເຂົາເປັນພວກຝ່າຍວິນຍານປອມ. ພວກເຂົາບໍ່ຄຳນຶງເຖິງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ກະທຳຕາມຫຼັກການ, ພວກເຂົາບໍ່ສາມາດຊອກຫາຫຼັກການໃນການກະທຳໄດ້ ແລະ ພວກເຂົາພຽງແຕ່ເຮັດຕາມຄວາມສະຫຼາດເລັກນ້ອຍ ແລະ ຄວາມຕັ້ງໃຈຂອງຕົນເອງ ແລະ ຍຶດໝັ້ນຕາມກົດລະບຽບ. ນັ້ນຄືເຫດຜົນທີ່ຜົນງານຂອງພວກເຂົາກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ. ວິທີການເຮັດວຽກຂອງພວກເຂົາແມ່ນໂງ່ຈ້າ ແລະ ງຸ່ມງ່າມ, ມັນເປັນຕາໜ້າລັງກຽດ. ຄົນປະເພດນີ້ເຫັນໄດ້ຊັດເຈນວ່າເປັນຜູ້ນໍາປອມ. ມີໃຜທີ່ເວົ້າວ່າ: “ຂ້ານ້ອຍເກັບຮັກສາເຄື່ອງຖວາຍໄດ້ດີຫຼາຍ, ຂ້ານ້ອຍເຮັດວຽກງານນີ້ຢ່າງເອົາໃຈໃສ່, ແຕ່ຂ້ານ້ອຍກໍຍັງຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ. ຂ້ານ້ອຍຈະບໍ່ຈັດການພວກມັນອີກຕໍ່ໄປ! ໃຜຢາກໃຊ້ຈ່າຍກໍໃຊ້ຈ່າຍ, ໃຜຢາກນຳໃຊ້ກໍນຳໃຊ້, ໃຜຢາກເອົາກໍເອົາໄປ!”? ມີໃຜທີ່ມີຄວາມຄິດແບບນັ້ນບໍ? ແລ້ວແມ່ນຫຍັງຄືຈຸດປະສົງຂອງພວກເຮົາໃນການເປີດໂປງສະພາວະ ແລະ ການສະແດງອອກທີ່ແຕກຕ່າງກັນຂອງຜູ້ນໍາປອມປະເພດຕ່າງໆ? (ເພື່ອໃຫ້ຜູ້ຄົນກຳແໜ້ນຫຼັກການ ແລະ ຫຼີກລ່ຽງການເດີນຕາມເສັ້ນທາງຂອງຜູ້ນໍາປອມ.) ຖືກຕ້ອງ. ມັນຄືການເຮັດໃຫ້ຜູ້ຄົນກຳແໜ້ນຫຼັກການ, ສາມາດເຮັດວຽກງານຂອງຕົນໄດ້ດີ ແລະ ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດຕາມຫຼັກການ, ບໍ່ເຮັດຕາມຈິນຕະນາການ ແລະ ແນວຄິດ, ບໍ່ມີເຈດຕະນາຂອງມະນຸດ ຫຼື ຄວາມບໍ່ຮອບຄອບ, ບໍ່ໃຫ້ທິດສະດີທີ່ພວກເຂົາຈິນຕະນາການຂຶ້ນມາແທນທີ່ຫຼັກການຄວາມຈິງ, ບໍ່ໃຫ້ເສແສ້ງທຳທ່າເປັນຄົນຝ່າຍວິນຍານ ແລະ ບໍ່ໃຫ້ນຳໃຊ້ສິ່ງທີ່ພວກເຂົາເຊື່ອວ່າເປັນເລື່ອງຝ່າຍວິນຍານມາປອມແປງ ຫຼື ທົດແທນຫຼັກການ. ຄົນປະເພດນີ້ມີຢູ່ແທ້ໃນບັນດາຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ມັນກໍຄຸ້ມຄ່າທີ່ຈະເອົາພວກເຂົາເປັນຄຳເຕືອນ.
IV. ການຍຶດຄອງ ແລະ ການຊົມໃຊ້ເຄື່ອງຖວາຍ
ຍັງມີຜູ້ນໍາປອມອີກປະເພດໜຶ່ງ ແລະ ວຽກງານທີ່ພວກເຂົາເຮັດເມື່ອເວົ້າເຖິງການຈັດການເຄື່ອງຖວາຍກໍຍິ່ງຫຍຸ້ງເຫຍີງໄປກວ່າເກົ່າ. ພວກເຂົາເຊື່ອວ່າໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາບໍ່ສາມາດຈັບຕາເບິ່ງເຄື່ອງຖວາຍຢູ່ຕະຫຼອດເວລາ ຫຼື ເອົາໃຈໃສ່ຫຼາຍເມື່ອເວົ້າເຖິງເຄື່ອງຖວາຍ. ພວກເຂົາຄິດວ່າພວກເຂົາພຽງແຕ່ຕ້ອງເຮັດວຽກງານບໍລິຫານຂອງຄຣິສຕະຈັກໃຫ້ດີ, ປະຕິບັດວຽກງານຊີວິດໃນຄຣິສຕະຈັກ ແລະ ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກໃຫ້ດີ ແລະ ນອກເໜືອຈາກນັ້ນ ແມ່ນການຮັບປະກັນວ່າວຽກງານວິຊາຊີບປະເພດຕ່າງໆຈະຖືກເຮັດເປັນຢ່າງດີ. ພວກເຂົາເຊື່ອວ່າເຄື່ອງຖວາຍແມ່ນເງິນ ແລະ ສິ່ງຂອງທີ່ພຣະເຈົ້າປະທານໃຫ້ແກ່ຄຣິສຕະຈັກ ແລະ ເງິນ ແລະ ສິ່ງຂອງເຫຼົ່ານີ້ກໍມີໄວ້ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ນໍາ ແລະ ຜູ້ເຮັດວຽກໃນຊີວິດ ແລະ ວຽກງານຂອງພວກເຂົາ. ນັ້ນໝາຍຄວາມວ່າເຄື່ອງຖວາຍຖືກຈັດກຽມໄວ້ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ເມື່ອຜູ້ໃດຜູ້ໜຶ່ງຖືກເລືອກໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພຣະເຈົ້າກໍອະນຸຍາດໃຫ້ພວກເຂົາຊົມໃຊ້ເຄື່ອງຖວາຍເຫຼົ່ານີ້ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກກໍໄດ້ຮັບບຸລິມະສິດໃນການຈັດສັນ, ຊົມໃຊ້ ແລະ ໃຊ້ຈ່າຍເຄື່ອງຖວາຍເຫຼົ່ານັ້ນ. ດັ່ງນັ້ນ, ເມື່ອຄົນຜູ້ໜຶ່ງກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາກໍກາຍເປັນເຈົ້ານາຍຂອງເຄື່ອງຖວາຍ, ເປັນຜູ້ຈັດການ ແລະ ເຈົ້າຂອງເຄື່ອງຖວາຍ. ເມື່ອຄົນປະເພດນີ້ໄດ້ສຳຜັດກັບເຄື່ອງຖວາຍໃນວຽກງານຂອງພວກເຂົາ, ພວກເຂົາບໍ່ໄດ້ລົງທະບຽນ, ກວດນັບ ຫຼື ເກັບຮັກສາພວກມັນ, ທັງບໍ່ໄດ້ກວດສອບບັນຊີລາຍຮັບ-ລາຍຈ່າຍຂອງເຄື່ອງຖວາຍ, ຍິ່ງບໍ່ຕ້ອງເວົ້າເຖິງວ່າພວກເຂົາຈະກວດກາສະຖານະຂອງລາຍຈ່າຍ ແລະ ການຈັດສັນຂອງພວກມັນ. ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດຊອກຮູ້ ແລະ ກຳແໜ້ນວ່າມີເຄື່ອງຖວາຍຫຍັງແດ່ ແລະ ມີອັນໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກສາມາດຊົມໃຊ້ໄດ້ ຫຼື ບໍ່. ນີ້ຄືທັດສະນະຄະຕິປະເພດທີ່ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ມີຕໍ່ເຄື່ອງຖວາຍ. ໃນທັດສະນະຂອງພວກເຂົາ, ເຄື່ອງຖວາຍບໍ່ຈຳເປັນຕ້ອງຖືກລົງທະບຽນ, ກວດນັບ, ເກັບຮັກສາ ຫຼື ກວດສອບລາຍຮັບ-ລາຍຈ່າຍ ຫຼື ສະຖານະຂອງລາຍຈ່າຍ. ສິ່ງດັ່ງກ່າວບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ. ພວກເຂົາພຽງແຕ່ຕ້ອງຈັດສັນເຄື່ອງຖວາຍໃຫ້ແກ່ຜູ້ນໍາ ແລະ ຜູ້ເຮັດວຽກ ໂດຍໃຫ້ບຸລິມະສິດແກ່ພວກເຂົາເມື່ອເວົ້າເຖິງການຊົມໃຊ້ເຄື່ອງຖວາຍ. ໃນທັດສະນະຂອງພວກເຂົາ, ຄຳເວົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍຄືຫຼັກການ. ມັນເປັນການຕັດສິນໃຈຂອງພວກເຂົາວ່າຈະໃຊ້ຈ່າຍ ແລະ ຈັດສັນເຄື່ອງຖວາຍແນວໃດ. ພວກເຂົາເຊື່ອວ່າການຖືກເລືອກໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກໝາຍຄວາມວ່າຄົນຜູ້ນັ້ນໄດ້ຖືກເຮັດໃຫ້ສົມບູນແລ້ວ ແລະພວກເຂົາມີສິດທິພິເສດທີ່ຈະຊົມໃຊ້ເຄື່ອງຖວາຍຄືກັບປະໂລຫິດ ພ້ອມທັງມີສິດອຳນາດໃນການຕັດສິນ, ສິດໃນການນຳໃຊ້ ແລະ ສິດໃນການຈັດສັນເຄື່ອງຖວາຍ. ໃນຄຣິສຕະຈັກບາງແຫ່ງ, ກ່ອນທີ່ສິ່ງຂອງທີ່ອ້າຍເອື້ອຍນ້ອງຖວາຍຈະສາມາດຖືກລົງທະບຽນ, ກວດນັບ ແລະ ເກັບເຂົ້າສາງໂດຍບຸກຄະລາກອນທີ່ໄດ້ຮັບມອບໝາຍໂດຍສະເພາະ ຜູ້ນໍາ ແລະ ຜູ້ເຮັດວຽກກໍໄດ້ກວດເບິ່ງ, ຄັດເລືອກ ແລະ ກັ່ນຕອງພວກມັນແລ້ວ ໂດຍເກັບເອົາສິ່ງໃດກໍຕາມທີ່ພວກເຂົາສາມາດນຳໃຊ້ໄດ້, ກິນສິ່ງໃດກໍຕາມທີ່ພວກເຂົາສາມາດກິນໄດ້, ນຸ່ງສິ່ງໃດກໍຕາມທີ່ພວກເຂົາສາມາດນຸ່ງໄດ້ ແລະ ຈັດສັນສິ່ງໃດກໍຕາມທີ່ພວກເຂົາບໍ່ຕ້ອງການໃຫ້ແກ່ຜູ້ທີ່ຕ້ອງການໂດຍກົງ ເຊິ່ງດ້ວຍເຫດນີ້ຈຶ່ງເປັນການຕັດສິນໃຈແທນພຣະເຈົ້າ. ນີ້ຄືຫຼັກການຂອງພວກເຂົາ. ເກີດຫຍັງຂຶ້ນຢູ່ບ່ອນນີ້? ພວກເຂົາຄິດວ່າຕົນເອງເປັນປະໂລຫິດແທ້ໆບໍ? ນີ້ບໍ່ແມ່ນການຂາດເຫດຜົນຢ່າງທີ່ສຸດບໍ? (ແມ່ນ.) ຍັງມີຜູ້ນໍາ ແລະ ຜູ້ເຮັດວຽກຄົນອື່ນໆທີ່ເຫັນວ່າຄອບຄົວໜຶ່ງຂາດຕັ່ງສອງໜ່ວຍ, ອີກຄອບຄົວໜຶ່ງຂາດເຕົາໄຟ ແລະ ມີຄົນໜຶ່ງທີ່ສຸຂະພາບບໍ່ດີ ແລະ ຕ້ອງການກິນອາຫານເສີມ ແລ້ວກໍນຳໃຊ້ເງິນຂອງເຮືອນຂອງພຣະເຈົ້າໄປຊື້ສິ່ງຂອງທັງໝົດເຫຼົ່ານີ້. ການຈັດສັນ, ການບໍລິໂພກ, ການໃຊ້ຈ່າຍ ແລະ ສິດທິໃນການນຳໃຊ້ເຄື່ອງຖວາຍທັງໝົດລ້ວນແລ້ວແຕ່ເປັນຂອງຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້. ສິ່ງນີ້ສົມເຫດສົມຜົນບໍ? ວິທີການນີ້ບໍ່ແມ່ນຍ້ອນການຮັບຮູ້ຂອງພວກເຂົາຜິດພ້ຽນໄປແລ້ວບໍ? ພວກເຂົາອາໄສຫຍັງຈຶ່ງຕັດສິນໃຈເອງ? ຜູ້ນໍາ ແລະ ຜູ້ເຮັດວຽກມີສິດທີ່ຈະຄວບຄຸມເຄື່ອງຖວາຍບໍ? (ບໍ່ມີ.) ເຄື່ອງຖວາຍແມ່ນເພື່ອໃຫ້ພວກເຂົາຈັດການ, ບໍ່ແມ່ນເພື່ອໃຫ້ພວກເຂົາຄວບຄຸມ ແລະ ນຳໃຊ້. ພວກເຂົາບໍ່ມີສິດທິພິເສດທີ່ຈະຊົມໃຊ້ພວກມັນ. ຜູ້ນໍາ ແລະ ຜູ້ເຮັດວຽກທຽບເທົ່າກັບປະໂລຫິດບໍ? ທຽບເທົ່າກັບຜູ້ທີ່ຖືກເຮັດໃຫ້ສົມບູນບໍ? ພວກເຂົາເປັນເຈົ້າຂອງເຄື່ອງຖວາຍບໍ? (ບໍ່ແມ່ນ.) ແລ້ວເປັນຫຍັງພວກເຂົາຈຶ່ງຕັດສິນໃຈນຳໃຊ້ເຄື່ອງຖວາຍເພື່ອຊື້ສິ່ງຂອງໃຫ້ຄອບຄົວນີ້ ແລະ ຄອບຄົວນັ້ນໂດຍບໍ່ໄດ້ຮັບອະນຸຍາດ. ເປັນຫຍັງພວກເຂົາຈຶ່ງມີສິດນັ້ນ? ໃຜມອບສິດນັ້ນໃຫ້ພວກເຂົາ? ການຈັດແຈງວຽກງານໄດ້ກຳນົດໄວ້ວ່າ: “ສິ່ງທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຫຼັງຈາກເຂົ້າຮັບຕຳແໜ່ງກໍຄືການຍຶດອຳນາດຄວບຄຸມການເງິນທັງໝົດຂອງເຮືອນຂອງພຣະເຈົ້າ” ບໍ? (ບໍ່ແມ່ນ.) ແລ້ວເປັນຫຍັງຈຶ່ງມີຜູ້ນໍາ ແລະ ຜູ້ເຮັດວຽກສ່ວນໜຶ່ງທີ່ເຊື່ອແບບນີ້? ມີບັນຫາຫຍັງຢູ່ບ່ອນນັ້ນ? ເມື່ອອ້າຍເອື້ອຍນ້ອງຖວາຍເສື້ອຜ້າລາຄາແພງ ແລະ ໃນມື້ຕໍ່ມາກໍມີຜູ້ນໍາ ຫຼື ຜູ້ເຮັດວຽກນຸ່ງມັນ, ເກີດຫຍັງຂຶ້ນ? ເປັນຫຍັງເຄື່ອງຖວາຍທີ່ອ້າຍເອື້ອຍນ້ອງຖວາຍຈຶ່ງຕົກໄປຢູ່ໃນມືຂອງບຸກຄົນ? “ບຸກຄົນ” ໃນນີ້ບໍ່ໄດ້ໝາຍເຖິງໃຜ ນອກຈາກຜູ້ນໍາ ຫຼື ຜູ້ເຮັດວຽກ. ພວກເຂົາບໍ່ພຽງແຕ່ປະຕິເສດທີ່ຈະຈັດການເຄື່ອງຖວາຍໃຫ້ດີ, ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດນຳໜ້າໃນການຍຶດຄອງເອົາພວກມັນ ແລະ ຊົມໃຊ້ພວກມັນເປັນການສ່ວນຕົວ. ມີບັນຫາຫຍັງຢູ່ບ່ອນນີ້? ຖ້າພວກເຮົາເບິ່ງຜູ້ນໍາ ຫຼື ຜູ້ເຮັດວຽກຜູ້ນີ້ໃນແງ່ທີ່ວ່າພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງກ່ຽວກັບການຈັດການເຄື່ອງຖວາຍ, ພວກເຂົາກໍອາດຈະຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ ແຕ່ຖ້າພວກເຮົາເບິ່ງພວກເຂົາໃນແງ່ທີ່ວ່າພວກເຂົາຍຶດຄອງ ແລະ ຊົມໃຊ້ເຄື່ອງຖວາຍເປັນການສ່ວນຕົວ, ພວກເຂົາກໍສາມາດຖືກກຳນົດລັກສະນະວ່າເປັນພວກຕໍ່ຕ້ານພຣະຄຣິສໄດ້ຮ້ອຍເປີເຊັນ. ສະນັ້ນ, ຄວນຈະກຳນົດລັກສະນະຄົນຜູ້ນັ້ນວ່າແນວໃດຈຶ່ງຈະເໝາະສົມທີ່ສຸດ? (ໃນຖານະພວກຕໍ່ຕ້ານພຣະຄຣິສ.) ພວກເຂົາເປັນທັງຜູ້ນໍາປອມ ແລະ ເປັນທັງພວກຕໍ່ຕ້ານພຣະຄຣິສ. ໃນການຈັດການເຄື່ອງຖວາຍ, ຜູ້ນໍາປອມໄດ້ກວດເບິ່ງເຄື່ອງຖວາຍທັງໝົດ ແລະ ພວກເຂົາກໍມອບໝາຍໃຫ້ຄົນຈັດການພວກມັນ. ແຕ່ກ່ອນທີ່ພວກເຂົາຈະເຮັດແນວນັ້ນ, ພວກເຂົາກໍຍຶດເອົາສ່ວນໜຶ່ງໄວ້ໃຫ້ຕົນເອງ ແລະ ຕັດສິນໃຈໂດຍບໍ່ໄດ້ຮັບອະນຸຍາດເພື່ອຈັດສັນອີກສ່ວນ. ສ່ວນສິ່ງຂອງທີ່ເຫຼືອ ເຊິ່ງພວກເຂົາບໍ່ຕ້ອງການ ຫຼື ບໍ່ຮູ້ຈັກ ແຕ່ກໍບໍ່ຢາກໃຫ້ຄົນອື່ນ, ພວກເຂົາກໍວາງສິ່ງຂອງເຫຼົ່ານີ້ໄວ້ຂ້າງໜຶ່ງກ່ອນ. ເມື່ອເວົ້າເຖິງບ່ອນຢູ່ຂອງເຄື່ອງຖວາຍເຫຼົ່ານັ້ນ, ບໍ່ວ່າມີຄົນທີ່ເໝາະສົມເກັບຮັກສາພວກມັນ ຫຼື ບໍ່, ບໍ່ວ່າຄວນມີການກວດກາເປັນປະຈຳ ຫຼື ບໍ່, ບໍ່ວ່າມີໃຜລັກເອົາພວກມັນ ຫຼື ບໍ່ ຫຼື ບໍ່ວ່າມີໃຜຍຶດຄອງພວກມັນ ຫຼື ບໍ່, ຜູ້ນໍາປອມກໍບໍ່ສົນໃຈສິ່ງເຫຼົ່ານີ້ເລີຍ. ຫຼັກການຂອງພວກເຂົາກໍຄື: “ຂ້ອຍໄດ້ສິ່ງທີ່ຂ້ອຍຄວນຈະຊົມໃຊ້ ແລະ ສິ່ງທີ່ຂ້ອຍຕ້ອງການມາໄວ້ໃນມືແລ້ວ. ໃຜຢາກເອົາຂອງທີ່ເຫຼືອທີ່ຂ້ອຍບໍ່ຕ້ອງການກໍເອົາໄປໄດ້; ໃຜຢາກຈັດການກໍຈັດການໄປ. ໃຜມືໄວໃຜໄດ້ກໍເປັນຂອງຄົນນັ້ນ, ຕົກຢູ່ໃນມືໃຜຄົນນັ້ນກໍໄດ້ປຽບ”. ນີ້ແມ່ນຫຼັກການ ແລະ ເຫດຜົນປະເພດໃດ? ຄົນປະເພດນີ້ເປັນພຽງມານຮ້າຍ ແລະ ສັດເດຍລະສານ!
ຄັ້ງໜຶ່ງ, ຜູ້ນໍາປອມຄົນໜຶ່ງເວົ້າວ່າມີຂອງຫຼາຍພໍສົມຄວນຢູ່ໃນສາງ ແລະ ເຮົາກໍຖາມວ່າພວກເຂົາໄດ້ລົງທະບຽນມັນແລ້ວບໍ. ພວກເຂົາເວົ້າວ່າ: “ຂ້ານ້ອຍຮອດບໍ່ຮູ້ຊ້ຳວ່າຂອງບາງຢ່າງເຫຼົ່ານັ້ນແມ່ນຫຍັງ, ສະນັ້ນ ບໍ່ມີທາງທີ່ຈະລົງທະບຽນພວກມັນໄດ້”. ເຮົາເວົ້າວ່າ: “ນັ້ນເປັນຄຳເວົ້າທີ່ໄຮ້ສາລະ. ເຈົ້າຈະບໍ່ມີທາງລົງທະບຽນພວກມັນໄດ້ແນວໃດ? ມັນຄວນຈະມີບັນທຶກໄວ້ຕັ້ງແຕ່ຕອນທີ່ເອົາມາທຳອິດ!” “ມັນຂ້ອນຂ້າງດົນຫຼາຍແລ້ວ, ບໍ່ມີທາງທີ່ຈະຮູ້ໄດ້”. ນີ້ແມ່ນຄຳເວົ້າປະເພດໃດ? ພວກເຂົາກຳລັງຮັບຜິດຊອບບໍ? (ບໍ່.) ເຮົາເວົ້າວ່າ: “ມີເຄື່ອງນຸ່ງຈຳນວນໜຶ່ງ, ໃຫ້ໄປເບິ່ງວ່າອ້າຍເອື້ອຍນ້ອງຄົນໃດຕ້ອງການ ແລະ ກໍແຈກຢາຍເຄື່ອງນຸ່ງໃຫ້ພວກເຂົາ”. “ບາງໂຕກໍລ້າສະໄໝແລ້ວ. ບໍ່ມີໃຜສົນໃຈດອກ”. ເຮົາເວົ້າວ່າ: “ອັນໃດທີ່ອ້າຍເອື້ອຍນ້ອງຕ້ອງການກໍໃຫ້ແຈກຢາຍອອກໄປ ແລະ ອັນໃດທີ່ພວກເຂົາບໍ່ຕ້ອງການກໍໃຫ້ຈັດການຢ່າງເໝາະສົມ”. ພວກເຂົາບໍ່ໄດ້ປະຕິບັດຕາມນີ້. ພວກເຂົາກຳລັງມີຄວາມຮອບຄອບ ແລະ ດຸໝັ່ນຢູ່ບໍ? ເມື່ອຖືກຂໍໃຫ້ເຮັດວຽກໃດໜຶ່ງ, ພວກເຂົາກໍຈົ່ມວ່າຢູ່ເລື້ອຍ, ເວົ້າໃນແງ່ລົບ ແລະ ຍົກໃຫ້ເຫັນຄວາມຫຍຸ້ງຍາກ. ສິ່ງທີ່ພວກເຂົາບໍ່ເວົ້າກໍຄື ພວກເຂົາຈະຈັດການສິ່ງເຫຼົ່ານີ້ໃຫ້ດີຕາມຫຼັກການ. ພວກເຂົາບໍ່ມີເຈດຕະນາທີ່ຈະຍອມອ່ອນນ້ອມເລີຍ. ບໍ່ວ່າໃຜຈະຮຽກຮ້ອງຫຍັງຈາກພວກເຂົາ, ພວກເຂົາກໍຈະເວົ້າແຕ່ເລື່ອງຄວາມຫຍຸ້ງຍາກຢູ່ເລື້ອຍ, ຄືກັບວ່າຖ້າພວກເຂົາເຮັດໃຫ້ຄົນຜູ້ນັ້ນເວົ້າຫຍັງບໍ່ອອກໂດຍການເວົ້າແບບນີ້ຕໍ່ໄປ, ພວກເຂົາກໍຈະຊະນະ ແລະ ໄດ້ປຽບ ແລະ ແລ້ວວຽກງານຂອງພວກເຂົາກໍຈະສຳເລັດ. ຄົນຜູ້ນີ້ແມ່ນສິ່ງມີຊີວິດປະເພດໃດ? ເຈົ້າບໍ່ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກເພື່ອໃຫ້ເຈົ້າສ້າງບັນຫາ ຫຼື ເພື່ອໃຫ້ເຈົ້າຍົກໃຫ້ເຫັນຄວາມຫຍຸ້ງຍາກ ແລະ ບັນຫາ, ແຕ່ແມ່ນເພື່ອໃຫ້ເຈົ້າແກ້ໄຂບັນຫາ ແລະ ຈັດການກັບຄວາມຫຍຸ້ງຍາກ. ຖ້າເຈົ້າມີຄວາມສາມາດໃນການເຮັດວຽກຢ່າງແທ້ຈິງ, ແລ້ວຫຼັງຈາກທີ່ຍົກບັນຫາ ແລະ ຄວາມຫຍຸ້ງຍາກຂຶ້ນມາ, ເຈົ້າກໍຈະເວົ້າຕໍ່ໄປວ່າເຈົ້າຈະຈັດການ ແລະ ແກ້ໄຂພວກມັນຕາມຫຼັກການແນວໃດ. ຜູ້ນໍາປອມສາມາດເຮັດໄດ້ພຽງແຕ່ຮ້ອງຄຳຂວັນ, ເທດສະໜາທິດສະດີ, ເວົ້າໂອ້ອວດ ແລະ ເວົ້າເຖິງເຫດຜົນພາຍນອກ ແລະ ຂໍ້ອ້າງຕ່າງໆ, ພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກຕົວຈິງເລີຍ ແລະ ກັບການຈັດການເຄື່ອງຖວາຍ, ພວກເຂົາກໍບໍ່ສາມາດກະທຳຕາມຫຼັກການ ຫຼື ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດໄດ້ເຊັ່ນກັນ. ນີ້ຄືຄວາມປັນຍາອ່ອນ ແລະ ໄຮ້ຄວາມສາມາດຂອງພວກເຂົາ, ແຕ່ພວກເຂົາກໍຍັງຮູ້ສຶກວ່າຕອນນີ້ທີ່ພວກເຂົາເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາມີສິດທິພິເສດ ແລະ ສະຖານະ, ມີຕົວຕົນທີ່ມີກຽດ ແລະ ເປັນເຈົ້າຂອງ ແລະ ຜູ້ນຳໃຊ້ເຄື່ອງຖວາຍ. ຜູ້ນໍາປອມປະເພດນີ້ຮູ້ພຽງແຕ່ວິທີຊົມໃຊ້ສິດທິພິເສດໃນການໃຊ້ຈ່າຍເຄື່ອງຖວາຍ, ພວກເຂົາບໍ່ສາມາດເຫັນ ຫຼື ຄົ້ນພົບກໍລະນີການໃຊ້ຈ່າຍເຄື່ອງຖວາຍທີ່ບໍ່ສົມເຫດສົມຜົນ ແລະ ຕາມອຳເພີໃຈໃດໆເລີຍ ແລະ ພວກເຂົາອາດຈະເຫັນພວກມັນ ແຕ່ກໍບໍ່ເຮັດຫຍັງເພື່ອຈັດການກັບພວກມັນ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ກໍເພາະວ່າພວກເຂົາຮູ້ພຽງແຕ່ການຊົມໃຊ້ຄວາມຮູ້ສຶກເໜືອກວ່າທີ່ມາພ້ອມກັບການເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາບໍ່ມີຄວາມເຂົ້າໃຈເລີຍກ່ຽວກັບຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຫຼັກການໃນການເຮັດວຽກງານຂອງເຮືອນຂອງພຣະເຈົ້າ. ພວກເຂົາເປັນພຽງຄົນໄຮ້ປະໂຫຍດ, ເປັນພຽງຂີ້ເຫຍື້ອ ແລະ ເປັນພຽງຄົນປັນຍາອ່ອນ. ມັນບໍ່ເປັນຕາໜ້າລັງກຽດບໍທີ່ຄົນເບົາປັນຍາແບບນີ້ຍັງຢາກຊົມໃຊ້ຜົນປະໂຫຍດຈາກສະຖານະ? ຜ່ານການທີ່ພວກເຮົາເປີດໂປງຜູ້ນໍາປອມປະເພດນີ້ ພວກເຈົ້າໄດ້ເຂົ້າໃຈຫຍັງແດ່? ທັນທີທີ່ຄົນປະເພດນີ້ກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາກໍຢາກຄິດຫາຊ່ອງທາງເອົາປະໂຫຍດຈາກເຄື່ອງຖວາຍ ແລະ ສາຍຕາຂອງພວກເຂົາກໍຈັບຈ້ອງຢູ່ທີ່ເຄື່ອງຖວາຍ. ພຽງແຕ່ຫຼຽວເບິ່ງຄັ້ງດຽວ, ຄົນເຮົາກໍສາມາດບອກໄດ້ວ່າພວກເຂົາປາຖະໜາຢ່າງແຮງກ້າມາດົນແລ້ວທີ່ຈະໃຊ້ຈ່າຍເງິນຢ່າງຟຸມເຟືອຍ ແລະ ຜານເຄື່ອງຖວາຍ. ໃນທີ່ສຸດ, ຕອນນີ້ພວກເຂົາກໍມີໂອກາດ; ພວກເຂົາສາມາດໃຊ້ຈ່າຍເງິນຕາມອຳເພີໃຈໃນລັກສະນະນັ້ນ ແລະ ນຳໃຊ້ເຄື່ອງຖວາຍຂອງພຣະເຈົ້າຕາມທີ່ພວກເຂົາຕ້ອງການ, ຊົມໃຊ້ສິ່ງທີ່ພວກເຂົາບໍ່ໄດ້ອອກແຮງງານຫາ. ທາດແທ້ທີ່ໂລບມາກຂອງພວກເຂົາຈຶ່ງຖືກເປີດໂປງຢ່າງສິ້ນເຊີງ. ພວກເຈົ້າເຫັນຄົນປະເພດນີ້ໃນບັນດາຜູ້ນໍາ ແລະ ຜູ້ເຮັດວຽກ, ທັງໃນອະດີດ ແລະ ປັດຈຸບັນບໍ? ພວກເຂົາຕີຄວາມໝາຍຄວາມຮັບຜິດຊອບ ແລະ ຄຳນິຍາມຂອງຜູ້ນໍາ ແລະ ຜູ້ເຮັດວຽກຜິດຢູ່ສະເໝີ ແລະ ທັນທີທີ່ພວກເຂົາກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາກໍຖືວ່າຕົນເອງເປັນເຈົ້ານາຍຂອງເຮືອນຂອງພຣະເຈົ້າ, ພວກເຂົາຈັດຕົນເອງຢູ່ໃນຖັນແຖວຂອງປະໂລຫິດ ແລະ ພວກເຂົາກໍຄິດວ່າຕົນເອງເປັນຄົນທີ່ມີກຽດ. ນີ້ບໍ່ແມ່ນການກະທຳທີ່ປັນຍາອ່ອນໜ້ອຍໜຶ່ງບໍ? ເມື່ອຜູ້ໃດຜູ້ໜຶ່ງກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາກໍບໍ່ແມ່ນມະນຸດທີ່ເສື່ອມຊາມອີກຕໍ່ໄປແລ້ວບໍ? ພວກເຂົາກາຍເປັນຄົນທີ່ຖືກຊຳລະໃຫ້ບໍລິສຸດທັນທີເລີຍບໍ? ເມື່ອພວກເຂົາກາຍເປັນຜູ້ນໍາ, ພວກເຂົາກໍບໍ່ຮູ້ຈັກວ່າຕົນເອງເປັນໃຜອີກຕໍ່ໄປ ແລະ ພວກເຂົາກໍຄິດວ່າພວກເຂົາຄວນຈະຊົມໃຊ້ເຄື່ອງຖວາຍ, ຄົນປະເພດນີ້ບໍ່ແມ່ນຄົນປັນຍາອ່ອນບໍ? ຄົນປະເພດນີ້ເປັນຄົນປັນຍາອ່ອນຢ່າງແນ່ນອນ, ພວກເຂົາບໍ່ມີເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ແມ່ນແຕ່ຫຼັງຈາກທີ່ພວກເຮົາໄດ້ໂອ້ລົມກັນແບບນີ້ແລ້ວ, ພວກເຂົາກໍຍັງບໍ່ຮູ້ວ່າໜ້າທີ່ ແລະ ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ. ມີຜູ້ນໍາ ແລະ ຜູ້ເຮັດວຽກແບບນີ້ຢ່າງແນ່ນອນ ແລະ ການສະແດງອອກຂອງຄົນປະເພດນີ້ກໍຂ້ອນຂ້າງຊັດເຈນ ແລະ ໂດດເດັ່ນ.
ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ຄືການສະແດງອອກຂອງຜູ້ນໍາປອມປະເພດຕ່າງໆກ່ຽວກັບການເກັບຮັກສາເຄື່ອງຖວາຍ. ຜູ້ທີ່ມີບັນຫາຮ້າຍແຮງກວ່ານັ້ນບໍ່ໄດ້ຢູ່ໃນປະເພດຂອງຜູ້ນໍາປອມ, ພວກເຂົາຄືພວກຕໍ່ຕ້ານພຣະຄຣິສ. ສະນັ້ນ, ພວກເຈົ້າຕ້ອງກຳແໜ້ນຂອບເຂດນີ້ໃຫ້ດີ. ຖ້າຜູ້ໃດຜູ້ໜຶ່ງເປັນຜູ້ນໍາປອມ, ກໍຄືຜູ້ນໍາປອມ, ພວກເຂົາບໍ່ສາມາດຖືກກຳນົດລັກສະນະວ່າເປັນພວກຕໍ່ຕ້ານພຣະຄຣິສໄດ້. ພວກຕໍ່ຕ້ານພຣະຄຣິສແມ່ນຊົ່ວຮ້າຍກວ່າຜູ້ນໍາປອມຫຼາຍ ໃນດ້ານຄວາມເປັນມະນຸດ, ການກະທຳ, ການສະແດງອອກ ແລະ ແກ່ນແທ້. ຜູ້ນໍາປອມສ່ວນຫຼາຍມີຄວາມສາມາດຕໍ່າ, ພວກເຂົາປັນຍາອ່ອນ, ພວກເຂົາຂາດຄວາມສາມາດໃນການເຮັດວຽກ, ມີຄວາມເຂົ້າໃຈທີ່ບິດເບືອນ ແລະ ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ມີລັກສະນະທີ່ຕໍ່າຊາມ, ເຫັນແກ່ຕົວ ແລະ ຊົ່ວຊ້າ ແລະ ມີຈິດໃຈທີ່ບໍ່ຊື່ຕົງ. ສິ່ງນີ້ເຮັດໃຫ້ພວກເຂົາບໍ່ສາມາດ ແລະ ບໍ່ໄດ້ເຮັດວຽກງານຕົວຈິງກ່ຽວກັບການເກັບຮັກສາເຄື່ອງຖວາຍ ແລະ ມັນກໍສົ່ງຜົນກະທົບຕໍ່ການຈັດການທີ່ສົມເຫດສົມຜົນ ແລະ ການເກັບຮັກສາເຄື່ອງຖວາຍທີ່ເໝາະສົມ. ເຄື່ອງຖວາຍສ່ວນໜຶ່ງເຖິງກັບຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ ຍ້ອນວ່າຜູ້ນໍາປອມລະເລີຍຕໍ່ຄວາມຮັບຜິດຊອບຂອງຕົນ, ບໍ່ໄດ້ເຮັດວຽກງານຕົວຈິງ ແລະ ບໍ່ໄດ້ກະທຳຕາມຫຼັກການ ແລະ ຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ບັນຫາປະເພດນີ້ກໍມັກຈະເກີດຂຶ້ນເລື້ອຍໆເຊັ່ນກັນ. ການສະແດງອອກຕ່າງໆຂອງຜູ້ນໍາປອມໃນການເກັບຮັກສາເຄື່ອງຖວາຍໂດຍພື້ນຖານແລ້ວຖືກເປີດໂປງດັ່ງນີ້: ລັກສະນະຂອງພວກເຂົາຕໍ່າຊາມ, ພວກເຂົາເຫັນແກ່ຕົວ ແລະ ຊົ່ວຊ້າ, ຄວາມເຂົ້າໃຈຂອງພວກເຂົາບິດເບືອນ, ພວກເຂົາຂາດຄວາມສາມາດໃນການເຮັດວຽກ, ຄວາມສາມາດຂອງພວກເຂົາຕໍ່າ, ພວກເຂົາບໍ່ສະແຫວງຫາຫຼັກການຄວາມຈິງເລີຍ ແລະ ພວກເຂົາກໍຄືກັບຄົນໂງ່ຈ້າ ແລະ ປັນຍາອ່ອນ. ບາງຄົນອາດຈະເວົ້າວ່າ: “ພວກເຮົາຮັບຮູ້ການສະແດງອອກອື່ນໆທັງໝົດທີ່ພຣະອົງໄດ້ເປີດໂປງ, ແຕ່ຖ້າພວກເຂົາໂງ່ຈ້າ ແລະ ປັນຍາອ່ອນ, ພວກເຂົາຈະກາຍເປັນຜູ້ນໍາໄດ້ແນວໃດ?” ພວກເຈົ້າຍອມຮັບບໍວ່າຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນໂງ່ຈ້າ ແລະ ປັນຍາອ່ອນ? ມີຄົນປະເພດນີ້ຢູ່ບໍ? ບາງຄົນອາດຈະເວົ້າວ່າ: “ພຣະອົງດູຖູກພວກເຮົາເກີນໄປ. ພວກເຮົາລ້ວນແຕ່ເປັນຄົນສະໄໝໃໝ່, ເປັນຜູ້ທີ່ຈົບມະຫາວິທະຍາໄລ ຫຼື ມັດທະຍົມປາຍ, ພວກເຮົາມີຄວາມສາມາດໃນການແຍກແຍະທີ່ດີເລີດກ່ຽວກັບສັງຄົມ ແລະ ມະນຸດຊາດນີ້. ພວກເຮົາຈະເລືອກຄົນປັນຍາອ່ອນມາເປັນຜູ້ນໍາຂອງພວກເຮົາໄດ້ແນວໃດ? ນັ້ນເປັນໄປບໍ່ໄດ້ຢ່າງແນ່ນອນ!” ແມ່ນຫຍັງທີ່ເປັນໄປບໍ່ໄດ້ລະ? ພວກເຈົ້າສ່ວນຫຼາຍກໍປັນຍາອ່ອນ ແລະ ມີສະຕິປັນຍາບໍ່ພຽງພໍເຊັ່ນກັນ, ສະນັ້ນ ມັນຈຶ່ງງ່າຍເກີນໄປທີ່ພວກເຈົ້າຈະເລືອກຄົນປັນຍາອ່ອນມາເປັນຜູ້ນໍາ. ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຈົ້າສ່ວນຫຼາຍປັນຍາອ່ອນ? ກໍເພາະວ່າພວກເຈົ້າສ່ວນຫຼາຍ, ບໍ່ວ່າຈະມີປະສົບການຫຼາຍສໍ່າໃດ, ກໍບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງສິ່ງຕ່າງໆ ແລະ ບໍ່ສາມາດກຳແໜ້ນຫຼັກການໄດ້. ພວກເຈົ້າສາມາດຍຶດໝັ້ນພຽງແຕ່ການປະຕິບັດຕາມລະບຽບເປັນເວລາຫຼາຍປີ, ໃຊ້ວິທີການເກົ່າໆຊໍ້າແລ້ວຊໍ້າອີກໂດຍບໍ່ປ່ຽນແປງ, ຍັງຄົງບໍ່ສາມາດກຳແໜ້ນຫຼັກການໄດ້ ບໍ່ວ່າຈະມີການໂອ້ລົມຄວາມຈິງໃຫ້ຟັງແນວໃດກໍຕາມ. ມີບັນຫາຫຍັງຢູ່ບ່ອນນີ້? ຄວາມສາມາດຂອງພວກເຈົ້າຕໍ່າເກີນໄປ. ພວກເຈົ້າບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ ຫຼື ຮາກເຫງົ້າຂອງບັນຫາ ແລະ ບໍ່ສາມາດພົບເຫັນຮູບແບບການພັດທະນາຂອງສິ່ງຕ່າງໆໄດ້, ບໍ່ຕ້ອງເວົ້າເຖິງການປະຕິບັດຕາມຫຼັກການທີ່ຄວນມີໃນການເຮັດສິ່ງຕ່າງໆ, ສິ່ງນີ້ເອີ້ນວ່າການເປັນຄົນປັນຍາອ່ອນ. ພວກເຈົ້າທຸກຄົນໃຊ້ເວລາດົນສໍ່າໃດຈຶ່ງຈະກຳແໜ້ນຫຼັກການສຳລັບສິ່ງທີ່ກ່ຽວຂ້ອງກັບໜ້າທີ່ຂອງພວກເຈົ້າ? ມີບາງຄົນທີ່ໄດ້ເຮັດວຽກງານຂໍ້ຄວາມມາຫຼາຍປີ, ແຕ່ເຖິງແມ່ນຕອນນີ້, ບົດຄວາມ ແລະ ບົດລະຄອນທີ່ພວກເຂົາຂຽນກໍຍັງຄົງເປັນຄຳເວົ້າທີ່ໄຮ້ເນື້ອໃນ, ພວກເຂົາຍັງບໍ່ສາມາດກຳແໜ້ນຫຼັກການໄດ້ ແລະ ບໍ່ຮູ້ວ່າຄວາມເປັນຈິງແມ່ນຫຍັງ ຫຼື ຈະເວົ້າສິ່ງທີ່ເປັນຈິງໄດ້ແນວໃດ. ນີ້ຄືການມີຄວາມສາມາດທີ່ຕໍ່າເກີນໄປ ແລະ ມີສະຕິປັນຍາທີ່ຕໍ່າເກີນໄປ. ດ້ວຍສະຕິປັນຍາທີ່ພວກເຈົ້າມີ, ມັນຈະບໍ່ງ່າຍເກີນໄປບໍທີ່ພວກເຈົ້າຈະເລືອກຄົນປັນຍາອ່ອນມາເປັນຜູ້ນໍາ? ພວກເຈົ້າບໍ່ພຽງແຕ່ຈະເລືອກພວກເຂົາ, ພວກເຈົ້າຍັງຈະປັກໃຈເຊື່ອພວກເຂົາອີກດ້ວຍ. ເມື່ອພວກເຂົາຈະຖືກໄລ່ອອກ, ພວກເຈົ້າກໍຈະບໍ່ຢາກໃຫ້ມັນເກີດຂຶ້ນ. ສອງປີຕໍ່ມາ, ເມື່ອພວກເຈົ້າໄດ້ເບິ່ງທະລຸພວກເຂົາ ແລະ ເຂົ້າໃຈແລ້ວ, ນັ້ນຄືເວລາທີ່ພວກເຈົ້າຈະສາມາດແຍກແຍະໄດ້ວ່າພວກເຂົາເປັນຜູ້ນໍາປອມ, ແຕ່ໃນຕອນນັ້ນ, ບໍ່ວ່າຈະມີຄົນບອກພວກເຈົ້າແນວໃດ, ພວກເຈົ້າກໍຈະບໍ່ຍອມໃຫ້ພວກເຂົາຖືກໄລ່ອອກ. ພວກເຈົ້າບໍ່ປັນຍາອ່ອນກວ່າພວກເຂົາອີກບໍ? ເປັນຫຍັງເຮົາຈຶ່ງເວົ້າວ່າຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນມີສະຕິປັນຍາບໍ່ພຽງພໍ? ກໍເພາະວ່າພວກເຂົາຮູ້ພຽງແຕ່ວິທີເຮັດວຽກງານທີ່ງ່າຍດາຍທີ່ສຸດເທົ່ານັ້ນ. ເມື່ອເວົ້າເຖິງວຽກງານທີ່ຊັບຊ້ອນຂຶ້ນໜ້ອຍໜຶ່ງ, ພວກເຂົາກໍບໍ່ຮູ້ວິທີເຮັດມັນ, ເມື່ອພວກເຂົາພົບກັບຄວາມຫຍຸ້ງຍາກເລັກນ້ອຍ, ພວກເຂົາກໍບໍ່ຮູ້ວິທີຈັດການມັນ ແລະ ເມື່ອພວກເຂົາໄດ້ຮັບວຽກງານເພີ່ມເຕີມ, ພວກເຂົາກໍບໍ່ຮູ້ວ່າຈະເຮັດຫຍັງກັບຕົວເອງ. ນີ້ບໍ່ແມ່ນບັນຫາກັບສະຕິປັນຍາຂອງພວກເຂົາບໍ? ຜູ້ນໍາແບບນີ້ບໍ່ແມ່ນຖືກເລືອກໂດຍພວກເຈົ້າບໍ? ແລ້ວພວກເຈົ້າກໍກາບໄຫວ້ຊົມເຊີຍພວກເຂົາ: “ພວກເຂົາເຊື່ອໃນພຣະເຈົ້າໂດຍບໍ່ຊອກຫາຄູ່ຄອງ ແລະ ພວກເຂົາໄດ້ເສຍສະລະເພື່ອພຣະເຈົ້າມາຫຼາຍກວ່າຊາວປີ. ເອົາລະ, ພວກເຂົາມີຄວາມມຸ່ງໝັ້ນທີ່ຈະທົນທຸກ ແລະ ພວກເຂົາກໍເອົາຈິງເອົາຈັງກັບວຽກງານຂອງພວກເຂົາຫຼາຍ”. “ແລ້ວພວກເຂົາເຂົ້າໃຈຫຼັກການໃນວຽກງານຂອງພວກເຂົາບໍ?” “ຖ້າພວກເຂົາບໍ່ເຂົ້າໃຈ, ແລ້ວໃຜຈະເຂົ້າໃຈ?” ແລ້ວຜົນກໍຄື ວຽກງານຂອງພວກເຂົາກໍຫຍຸ້ງເຫຍີງໄປໝົດເມື່ອຖືກກວດກາ, ພວກເຂົາບໍ່ສາມາດຈັດຕັ້ງປະຕິບັດວຽກງານໃດໆໄດ້. ພວກເຂົາໄດ້ຖືກບອກເຖິງຫຼັກການໃນການເຮັດວຽກຂອງພວກເຂົາ, ແຕ່ພວກເຂົາກໍບໍ່ເຄີຍຮູ້ວິທີເຮັດມັນ. ພວກເຂົາພຽງແຕ່ຖາມຄຳຖາມຢູ່ເລື້ອຍ ແລະ ພວກເຂົາກໍບໍ່ຮູ້ວ່າຈະເຮັດແນວໃດ ເວັ້ນເສຍແຕ່ຈະຖືກບອກໂດຍກົງ. ການບອກຫຼັກການໃຫ້ພວກເຂົາຟັງກໍຄືກັບບໍ່ໄດ້ເວົ້າຫຍັງເລີຍ; ແມ່ນແຕ່ຖ້າຫຼັກການຖືກຂຽນອອກມາເປັນຂໍ້ໆ, ພວກເຂົາກໍຍັງບໍ່ຮູ້ວິທີຈັດຕັ້ງປະຕິບັດວຽກງານ. ມີຜູ້ນໍາແບບນີ້ບໍ? ບໍ່ວ່າຈະບອກຫຼັກການໃຫ້ພວກເຂົາແນວໃດ, ພວກເຂົາກໍບໍ່ເຂົ້າໃຈ ແລະ ພວກເຂົາກໍບໍ່ສາມາດຈັດຕັ້ງປະຕິບັດວຽກງານໄດ້. ໂອ້ລົມກັບພວກເຂົາ ຫຼື ສັ່ງສອນພວກເຂົາກ່ຽວກັບຄຳເວົ້າ ຫຼື ເລື່ອງດຽວກັນຫຼາຍຄັ້ງ, ພວກເຂົາກໍຍັງຈະບໍ່ເຂົ້າໃຈ ແລະ ບັນຫາກໍຈະບໍ່ໄດ້ຮັບການແກ້ໄຂເລີຍໃນພາຍຫຼັງ, ພວກເຂົາກໍຍັງຈະຖາມວ່າຕ້ອງເຮັດຫຍັງ ແລະ ຂາດໄປແມ່ນແຕ່ຄຳດຽວກໍບໍ່ໄດ້. ພວກເຂົາບໍ່ແມ່ນຄົນປັນຍາອ່ອນບໍ? ຜູ້ນໍາທີ່ປັນຍາອ່ອນເຫຼົ່ານີ້ບໍ່ແມ່ນຖືກເລືອກໂດຍພວກເຈົ້າບໍ? (ແມ່ນ.) ພວກເຈົ້າປະຕິເສດບໍ່ໄດ້, ແມ່ນບໍ? ມີຜູ້ນໍາແບບນີ້ຢ່າງແນ່ນອນ.
ການສະແດງອອກຕ່າງໆຂອງຜູ້ນໍາປອມທີ່ພວກເຮົາໄດ້ໂອ້ລົມກັນໃນມື້ນີ້ ຫຼັກໆແລ້ວແມ່ນກ່ຽວຂ້ອງກັບວຽກງານການຈັດການເຄື່ອງຖວາຍ. ຜ່ານການເປີດໂປງການສະແດງອອກຕ່າງໆຂອງຜູ້ນໍາປອມ, ຜູ້ຄົນຄວນຮູ້ວ່າການຈັດການເຄື່ອງຖວາຍແມ່ນວຽກງານທີ່ສຳຄັນສ່ວນໜຶ່ງສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ພວກເຂົາບໍ່ຄວນເບິ່ງຂ້າມມັນ. ເຖິງແມ່ນວ່າວຽກງານກິດຈະການທົ່ວໄປສ່ວນນີ້ຈະແຕກຕ່າງຈາກວຽກງານອື່ນ, ມັນກໍກ່ຽວຂ້ອງກັບການດຳເນີນງານທີ່ເປັນປົກກະຕິຂອງວຽກງານອື່ນໆຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ການຈັດການເຄື່ອງຖວາຍຈຶ່ງເປັນວຽກງານສ່ວນໜຶ່ງທີ່ສຳຄັນ ແລະ ຂາດບໍ່ໄດ້. ມັນສຳຄັນແນວໃດ? ສິ່ງຂອງທີ່ຖືກເກັບຮັກສາໃນວຽກງານການຈັດການເຄື່ອງຖວາຍແມ່ນເປັນຂອງພຣະເຈົ້າ, ຖ້າຈະເວົ້າແບບບໍ່ເໝາະສົມໜ້ອຍໜຶ່ງ, ສິ່ງຂອງເຫຼົ່ານັ້ນກໍຄືຊັບສິນສ່ວນຕົວຂອງພຣະເຈົ້າ, ສະນັ້ນ ຜູ້ນໍາ ແລະ ຜູ້ເຮັດວຽກຍິ່ງຄວນມີໃຈມຸ້ງໝັ້ນ, ມີຄວາມຮອບຄອບ ແລະ ດຸໝັ່ນຫຼາຍຂຶ້ນຕໍ່ວຽກງານນີ້. ຖ້າພວກເຮົາເບິ່ງວຽກງານນີ້ໃນແງ່ຂອງລັກສະນະຂອງມັນ, ເຮົາຄິດວ່າມັນບໍ່ແມ່ນການເວົ້າເກີນຈິງທີ່ຈະຈັດມັນໄວ້ໃນໝວດວຽກງານບໍລິຫານ. ເຫດຜົນທີ່ພວກເຮົາຈັດມັນໄວ້ໃນໝວດວຽກງານບໍລິຫານກໍຄື ການເຮັດວຽກງານນີ້ກ່ຽວຂ້ອງກັບທັດສະນະຄະຕິຂອງຜູ້ຄົນຕໍ່ພຣະເຈົ້າ ແລະ ຕໍ່ຊັບສິນຂອງພຣະອົງ. ສະນັ້ນ, ມັນຈຶ່ງຈຳເປັນທີ່ຜູ້ຄົນຈະຕ້ອງມີທັດສະນະຄະຕິທີ່ຖືກຕ້ອງ ແລະ ກຳແໜ້ນຫຼັກການທີ່ຖືກຕ້ອງໃນການເຮັດວຽກງານນີ້. ເຫດຜົນທີ່ພວກເຮົາຈັດມັນໄວ້ໃນໝວດວຽກງານບໍລິຫານກໍເພື່ອເຮັດໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກເຂົ້າໃຈວ່າມັນສຳຄັນຫຼາຍທີ່ຈະເຮັດວຽກງານສ່ວນນີ້ ແລະ ວຽກງານນີ້ກໍເປັນການມອບໝາຍທີ່ສຳຄັນ ແລະ ເປັນພາລະອັນໜັກໜ່ວງ. ມັນຄືການເຮັດໃຫ້ພວກເຂົາເຂົ້າໃຈວ່າພວກເຂົາບໍ່ຄວນປະຕິບັດຕໍ່ມັນຄືກັບວ່າມັນເປັນວຽກງານກິດຈະການທົ່ວໄປທຳມະດາ, ວ່າພວກເຂົາຕ້ອງມີຄວາມຮູ້ທີ່ຖືກຕ້ອງ ແລະ ເລິກເຊິ່ງກ່ຽວກັບຄວາມສຳຄັນຂອງວຽກງານນີ້ ແລະ ຈາກນັ້ນຈຶ່ງເປັນຄົນມີໃຈມຸ້ງໝັ້ນ, ມີຄວາມຮອບຄອບ ແລະ ດຸໝັ່ນກ່ຽວກັບມັນ. ຄົນເຮົາສາມາດບໍ່ທຸ່ມເທຈິດໃຈຕໍ່ຄົນອື່ນໄດ້, ແມ່ນແຕ່ຖ້າເກີດຄວາມຜິດພາດຂຶ້ນ, ມັນກໍບໍ່ແມ່ນບັນຫາໃຫຍ່. ແຕ່ເຮົາຂໍຮຽກຮ້ອງໃຫ້ຜູ້ຄົນຢ່າເບົາປັນຍາ, ຢ່າເຮັດພໍແລ້ວມືແລ້ວຕີນ ແລະ ຢ່າດີແຕ່ເວົ້າແຕ່ບໍ່ລົງມືເຮັດ ໃນວິທີທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າ. ການເຮັດວຽກງານການຈັດການເຄື່ອງຖວາຍໃຫ້ດີແມ່ນການຝາກຝັງທີ່ສຳຄັນຈາກພຣະເຈົ້າສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ.
8 ພຶດສະພາ 2021
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?