ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (12) ສ່ວນທີ ສາມ
IV. ການຊອກຮູ້ກ່ຽວກັບທີ່ຢູ່ທີ່ໄປຂອງເຄື່ອງຖວາຍ ແລະ ສະຖານະການຕ່າງໆຂອງຜູ້ດູແລຮັກສາຢ່າງທັນການ
ນອກເໜືອຈາກການກວດກາສະຖານະການໃຊ້ຈ່າຍເຄື່ອງຖວາຍ ແລະ ການແກ້ໄຂລາຍຈ່າຍທີ່ບໍ່ສົມເຫດສົມຜົນແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍມີໜ້າວຽກທີ່ສຳຄັນທີ່ສຸດອີກຢ່າງໜຶ່ງຄື: ພວກເຂົາຕ້ອງຊອກຮູ້ກ່ຽວກັບທີ່ຢູ່ທີ່ໄປຂອງເຄື່ອງຖວາຍ ແລະ ສະຖານະການຕ່າງໆຂອງຜູ້ດູແລຮັກສາຢ່າງທັນການ. ຈຸດປະສົງຂອງການເຮັດເຊັ່ນນີ້ກໍຄືເພື່ອປ້ອງກັນບໍ່ໃຫ້ຄົນຊົ່ວຊ້າ, ຄົນທີ່ມີເລ່ຫຼ່ຽມໃນໃຈ ແລະ ຄົນທີ່ມີໃຈໂລບມາກ ສວຍໃຊ້ຊ່ອງຫວ່າງເພື່ອຍຶດຄອງເຄື່ອງຖວາຍ. ບາງຄົນເຫັນວ່າເຮືອນຂອງພຣະເຈົ້າມີສິ່ງຂອງຫຼາຍຢ່າງ ແລະ ບາງຢ່າງກໍບໍ່ມີໃຜເຝົ້າລະວັງ ຫຼື ເກັບກຳບັນທຶກໄວ້ ແລະ ດັ່ງນັ້ນ ພວກເຂົາຈຶ່ງຄິດຢູ່ສະເໝີວ່າເມື່ອໃດພວກເຂົາຈະເຮັດໃຫ້ສິ່ງຂອງເຫຼົ່ານັ້ນກາຍເປັນຊັບສິນສ່ວນຕົວຂອງພວກເຂົາ ແລະ ມີໄວ້ໃຊ້ເອງ. ມີຄົນແບບນີ້ຢູ່ທຸກຫົນທຸກແຫ່ງ. ບາງຄົນເບິ່ງພາຍນອກຄືວ່າບໍ່ເອົາປຽບຄົນອື່ນ ແລະ ບໍ່ມີຄວາມປາຖະໜາອັນໃຫຍ່ຫຼວງຕໍ່ວັດຖຸສິ່ງຂອງ ຫຼື ເງິນຄຳ, ແຕ່ນັ້ນກໍເພາະວ່າສະຖານະການ ແລະ ເງື່ອນໄຂບໍ່ເອື້ອອຳນວຍ, ຖ້າຫາກເຄື່ອງຖວາຍຖືກມອບໃຫ້ຢູ່ໃນມືຂອງພວກເຂົາເພື່ອເກັບຮັກສາໄວ້ແທ້ໆ, ພວກເຂົາກໍອາດຈະຍຶດເອົາມັນ. ບາງຄົນຖາມວ່າ: “ແຕ່ກ່ອນໜ້ານີ້ພວກເຂົາເປັນຄົນດີຫຼາຍ: ພວກເຂົາບໍ່ໄດ້ໂລບມາກ ແລະ ພວກເຂົາກໍມີຄຸນລັກສະນະທີ່ດີ, ແລ້ວເປັນຫຍັງພຽງແຕ່ການເອົາເຄື່ອງຖວາຍຈຳນວນໜຶ່ງໄວ້ໃນມືຂອງພວກເຂົາຈຶ່ງເປີດໂປງພວກເຂົາ?” ນີ້ກໍຍ້ອນວ່າເຈົ້າບໍ່ໄດ້ໃຊ້ເວລາຫຼາຍກັບຄົນເຫຼົ່ານີ້, ບໍ່ໄດ້ທຳຄວາມເຂົ້າໃຈພວກເຂົາຢ່າງເລິກເຊິ່ງ, ບໍ່ເຫັນທະລຸເຖິງທຳມະຊາດ-ແກ່ນແທ້ຂອງພວກເຂົາ. ຖ້າເຈົ້າໄດ້ຮັບຮູ້ຕັ້ງແຕ່ຕົ້ນວ່າຄົນຜູ້ນີ້ເປັນຄົນປະເພດໃດ, ເຄື່ອງຖວາຍກໍຄົງຈະລອດພົ້ນຈາກໂຊກຮ້າຍຂອງການຖືກຄົນຊົ່ວຊ້າຍຶດຄອງເອົາໄປ. ສະນັ້ນ, ເພື່ອປ້ອງກັນບໍ່ໃຫ້ເຄື່ອງຖວາຍຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ, ຜູ້ນໍາ ແລະ ຜູ້ເຮັດວຽກຈຶ່ງມີໜ້າວຽກທີ່ສຳຄັນກວ່ານັ້ນອີກຢ່າງໜຶ່ງຄື: ການຊອກຮູ້ ແລະ ຕິດຕາມໃຫ້ທັນສະເໝີກ່ຽວກັບທີ່ຢູ່ທີ່ໄປຂອງເຄື່ອງຖວາຍ ແລະ ສະຖານະການຕ່າງໆຂອງຜູ້ດູແລຮັກສາຢ່າງທັນການ. ສົມມຸດວ່າມີຄົນໃດໜຶ່ງມີເງິນສອງສາມຮ້ອຍ ຫຼື ສອງສາມພັນຢວນຢູ່ໃນການຄອບຄອງຂອງພວກເຂົາເພື່ອຈັດການ, ຖ້າພວກເຂົາມີຄວາມສຳນຶກໜ້ອຍໜຶ່ງ, ພວກເຂົາກໍຈະບໍ່ຍັກຍອກມັນ, ແຕ່ຖ້າມັນເປັນເງິນຫຼາຍສິບພັນ ຫຼື ຫຼາຍແສນຢວນ, ຄົນສ່ວນຫຼາຍກໍຈະບໍ່ສາມາດໄວ້ວາງໃຈໄດ້, ສິ່ງນີ້ຈະເປັນອັນຕະລາຍ ແລະ ຈິດໃຈຂອງພວກເຂົາກໍອາດຈະປ່ຽນແປງ. ຈິດໃຈຂອງພວກເຂົາອາດຈະປ່ຽນແປງແນວໃດ? ເງິນສອງສາມຮ້ອຍ ຫຼື ສອງສາມພັນຢວນບໍ່ໜ້າຈະເຮັດໃຫ້ຈິດໃຈຂອງຄົນຫວັ່ນໄຫວ, ແຕ່ດ້ວຍເງິນຫຼາຍສິບພັນ ຫຼື ຫຼາຍແສນຢວນ, ຈິດໃຈຂອງພວກເຂົາກໍອາດຈະຫວັ່ນໄຫວໄດ້ງ່າຍ. “ຂ້ອຍບໍ່ສາມາດຫາເງິນໄດ້ຫຼາຍຂະໜາດນີ້ໃນຫຼາຍຊົ່ວອາຍຸຄົນ ແລະ ຕອນນີ້ມັນກໍຢູ່ໃນມືຂອງຂ້ອຍ, ຊີວິດຂອງຂ້ອຍຈະດີຂຶ້ນສໍ່າໃດຖ້າມັນເປັນຂອງຂ້ອຍ!” ພວກເຂົາຄິດໄຕ່ຕອງວ່າ: “ຂ້ອຍບໍ່ຮູ້ສຶກຜິດຕໍ່ຄວາມຄິດເຫຼົ່ານີ້, ແລ້ວມີພຣະເຈົ້າຢູ່ແທ້ ຫຼື ບໍ່? ພຣະເຈົ້າຢູ່ໃສ? ບໍ່ແມ່ນວ່າບໍ່ມີໃຜຮູ້ບໍວ່າຂ້ອຍກຳລັງມີຄວາມຄິດເຫຼົ່ານີ້? ບໍ່ມີໃຜຮູ້ ແລະ ຂ້ອຍກໍບໍ່ຮູ້ສຶກຜິດ ຫຼື ບໍ່ດີ, ນີ້ໝາຍຄວາມວ່າບໍ່ມີພຣະເຈົ້າບໍ? ແລ້ວຖ້າຂ້ອຍເອົາເງິນນີ້ໄປເປັນຂອງຕົນເອງ, ຂ້ອຍຈະບໍ່ປະເຊີນກັບການລົງໂທດ ຫຼື ການຕອບແທນບໍ? ຈະບໍ່ມີຜົນທີ່ຕາມມາບໍ?” ຈິດໃຈຂອງຄົນຜູ້ນີ້ບໍ່ໄດ້ກຳລັງຢູ່ໃນຂະບວນການປ່ຽນແປງບໍ? ເຄື່ອງຖວາຍທີ່ຢູ່ໃນມືຂອງພວກເຂົາບໍ່ໄດ້ຕົກຢູ່ໃນອັນຕະລາຍບໍ? (ຕົກຢູ່ໃນອັນຕະລາຍ.) ນອກຈາກນີ້, ບາງຄົນທີ່ຈັດການເຄື່ອງຖວາຍກໍຂ້ອນຂ້າງເປັນຄົນດີ, ພວກເຂົາມີພື້ນຖານໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ພວກເຂົາກໍມີຄວາມຈົງຮັກພັກດີໃນການກະທຳຂອງພວກເຂົາ ແລະ ເຖິງແມ່ນວ່າເຈົ້າຈະໃຫ້ພວກເຂົາເກັບຮັກສາເງິນສອງສາມສິບພັນ ຫຼື ສອງສາມແສນຢວນ, ພວກເຂົາກໍຈະສາມາດເຮັດມັນໄດ້ດີ ແລະ ຮັບປະກັນໄດ້ວ່າພວກເຂົາຈະບໍ່ຍັກຍອກມັນ. ແຕ່ມີຜູ້ບໍ່ມີຄວາມເຊື່ອຈຳນວນໜຶ່ງໃນຄອບຄົວຂອງພວກເຂົາ ແລະ ເມື່ອຄົນເຫຼົ່ານັ້ນເຫັນເງິນ, ຕາຂອງພວກເຂົາກໍແດງຂຶ້ນ, ຄືກັບເວລາທີ່ໝາປ່າເຫັນເຫຍື່ອຂອງມັນ. ບໍ່ຕ້ອງເວົ້າເຖິງເງິນຫຼາຍສິບພັນ ຫຼື ຫຼາຍແສນຢວນ, ພວກເຂົາຈະຍັດເງິນໜຶ່ງພັນຢວນໃສ່ຖົງຂອງພວກເຂົາ ຖ້າພວກເຂົາເຫັນມັນ. ພວກເຂົາບໍ່ສົນໃຈວ່າມັນເປັນຂອງໃຜ; ພວກເຂົາເຊື່ອວ່າມັນເປັນຂອງໃຜກໍຕາມທີ່ສາມາດເອົາໃສ່ຖົງໄດ້, ໃຜຍາດໄດ້ກ່ອນກໍເປັນຂອງຄົນນັ້ນ. ຖ້າມີໝາປ່າທີ່ຊົ່ວຊ້າແບບນີ້ຢູ່ອ້ອມຂ້າງຄົນທີ່ກຳລັງເກັບຮັກສາເຄື່ອງຖວາຍ, ເຄື່ອງຖວາຍບໍ່ແມ່ນວ່າຕົກຢູ່ໃນອັນຕະລາຍທີ່ຈະຖືກຍຶດຄອງທຸກທີ່, ທຸກເວລາບໍ? ສະຖານະການແບບນັ້ນຈະເກີດຂຶ້ນໄດ້ບໍ? (ເກີດຂຶ້ນໄດ້.) ມັນບໍ່ເປັນອັນຕະລາຍບໍ ຖ້າຜູ້ນໍາ ແລະ ຜູ້ເຮັດວຽກປະໝາດ ແລະ ບໍ່ມີຄວາມຮູ້ສຶກຮັບຜິດຊອບ ແລະ ບໍ່ໄດ້ແມ່ນແຕ່ຈະສັງເກດເຫັນມັນ ຫຼື ໄປສອບຖາມກ່ຽວກັບມັນ ແລະ ກວດກາເບິ່ງມັນ ເມື່ອເຄື່ອງຖວາຍຕົກຢູ່ໃນສະຖານະການທີ່ອັນຕະລາຍເຊັ່ນນັ້ນ? ມີບາງຢ່າງອາດຈະຜິດພາດໄດ້ທຸກທີ່, ທຸກເວລາ. ຍັງມີສະຖານະການອີກປະເພດໜຶ່ງຄື: ຜູ້ດູແລຮັກສາບາງຄົນເກັບຮັກສາທັງເງິນ ແລະ ສິ່ງຂອງຕ່າງໆໃນເຮືອນຂອງພວກເຂົາ ແລະ ພວກເຂົາກໍຍັງຕ້ອນຮັບອ້າຍເອື້ອຍນ້ອງ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຢູ່ທີ່ນັ້ນ. ສິ່ງນີ້ອາດຈະຂ້ອນຂ້າງປອດໄພເປັນການຊົ່ວຄາວ, ແຕ່ມັນເໝາະສົມບໍທີ່ຈະເກັບເຄື່ອງຖວາຍໄວ້ທີ່ນັ້ນໃນໄລຍະຍາວ? (ບໍ່ເໝາະສົມ.) ເຖິງແມ່ນວ່າຜູ້ທີ່ເກັບຮັກສາພວກມັນຈະເໝາະສົມ, ແຕ່ສະພາບແວດລ້ອມ ແລະ ເງື່ອນໄຂກໍບໍ່ເໝາະສົມຢ່າງເດັດຂາດ. ບໍ່ວ່າຈະຕ້ອງຍ້າຍຄົນທີ່ພວກເຂົາກຳລັງຕ້ອນຮັບອອກໄປ ຫຼື ຕ້ອງຍ້າຍເຄື່ອງຖວາຍອອກໄປ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ກວດກາວຽກງານນີ້ ຫຼື ບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນກ່ຽວກັບມັນ, ກໍອາດຈະມີບາງຢ່າງຜິດພາດໄດ້ທຸກທີ່, ທຸກເວລາ; ເຄື່ອງຖວາຍອາດຈະເສຍຫາຍ ແລະ ຕົກໄປຢູ່ໃນມືຂອງມານຮ້າຍໄດ້ທຸກທີ່, ທຸກເວລາ. ຍັງມີສະຖານະການອີກປະເພດໜຶ່ງຄື: ຄຣິສຕະຈັກບາງແຫ່ງຢູ່ໃນສະພາບແວດລ້ອມທີ່ເປັນສັດຕູ ເຊິ່ງຜູ້ຄົນມັກຈະຖືກຈັບກຸມເລື້ອຍໆ ແລະ ຍ້ອນເຫດນີ້, ຈຶ່ງມີໂອກາດສູງທີ່ສະຖານທີ່ຂອງເຮືອນທີ່ເຄື່ອງຖວາຍຖືກເກັບຮັກສາຈະຖືກເປີດເຜີຍ ແລະ ຖືກບຸກຄົ້ນ ແລະ ກວດຄົ້ນໂດຍມັງກອນແດງທີ່ຍິ່ງໃຫຍ່, ເຄື່ອງຖວາຍອາດຈະຖືກປຸ້ນສະດົມໂດຍມານຮ້າຍທີ່ຊົ່ວຮ້າຍໄດ້ທຸກເວລາ. ສະຖານທີ່ແບບນັ້ນເໝາະສົມສຳລັບການເກັບຮັກສາເຄື່ອງຖວາຍບໍ? (ບໍ່ເໝາະສົມ.) ແລ້ວ, ຖ້າພວກມັນຖືກເອົາໄປໄວ້ທີ່ນັ້ນແລ້ວ, ຈະຕ້ອງເຮັດແນວໃດ? ໃຫ້ຍ້າຍພວກມັນອອກທັນທີ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນ ແລະ ບໍ່ໄດ້ເຮັດວຽກງານທີ່ແທ້ຈິງ. ພວກເຂົາບໍ່ສາມາດຄາດການລ່ວງໜ້າ ຫຼື ຄິດເຖິງສິ່ງເຫຼົ່ານີ້ໄດ້, ພວກເຂົາບໍ່ມີຄວາມຮັບຮູ້ກ່ຽວກັບພວກມັນ ແລະ ມີພຽງແຕ່ເມື່ອມີບາງຢ່າງຜິດພາດ ແລະ ເຄື່ອງຖວາຍຖືກຍຶດເອົາໄປໂດຍມານຮ້າຍທີ່ຊົ່ວຮ້າຍ, ພວກເຂົາຈຶ່ງຄິດວ່າ “ພວກເຮົາຄວນຈະຍ້າຍພວກມັນອອກຕັ້ງແຕ່ຕອນນັ້ນ” ແລະ ກໍພຽງແຕ່ຮູ້ສຶກເສຍໃຈເລັກນ້ອຍແບບນີ້. ແຕ່ຖ້າບໍ່ມີຫຍັງຜິດພາດ, ອີກສິບປີກໍສາມາດຜ່ານໄປໄດ້ ແລະ ພວກເຂົາກໍຍັງຈະບໍ່ຍ້າຍເຄື່ອງຖວາຍ. ພວກເຂົາບໍ່ສາມາດເຫັນໄດ້ວ່າຜົນທີ່ຕາມມາທີ່ຮ້າຍແຮງອັນໃດອາດຈະເກີດຂຶ້ນຍ້ອນບັນຫານີ້ ແລະ ພວກເຂົາກໍບໍ່ສາມາດຈັດລຳດັບຄວາມສຳຄັນຂອງສິ່ງຕ່າງໆໂດຍອີງໃສ່ຄວາມສຳຄັນ ແລະ ຄວາມຮີບດ່ວນ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບສະຖານະການນີ້ເມື່ອພວກເຂົາພົບພໍ້ມັນ: “ໜຶ່ງໃນສະຖານທີ່ທີ່ເຄື່ອງຖວາຍກຳລັງຖືກເກັບຮັກສາໄວ້ນັ້ນບໍ່ເໝາະສົມ. ສະພາບແວດລ້ອມອັນຕະລາຍເກີນໄປ ແລະ ມີອ້າຍເອື້ອຍນ້ອງຈຳນວນບໍ່ໜ້ອຍທີ່ຖືກຈັບກຸມ, ຖືກຕິດຕາມ ຫຼື ຖືກສອດແນມຢູ່ໃນບໍລິເວນໃກ້ຄຽງ. ພວກເຮົາຕ້ອງຄິດຫາວິທີເອົາເຄື່ອງຖວາຍອອກຈາກທີ່ນັ້ນ. ການເອົາພວກມັນໄປໄວ້ໃນບ່ອນທີ່ຂ້ອນຂ້າງປອດໄພຈະເປັນການກະທຳທີ່ດີກວ່າການປະໄວ້ບ່ອນທີ່ພວກມັນຢູ່ ແລະ ລໍຖ້າໃຫ້ພວກມັນຖືກຍຶດເອົາໄປ”. ເມື່ອສະຖານະການຫາກໍເກີດຂຶ້ນ ແລະ ພວກເຂົາຄາດການລ່ວງໜ້າວ່າເຄື່ອງຖວາຍຕົກຢູ່ໃນອັນຕະລາຍ, ພວກເຂົາກໍຄວນຍ້າຍພວກມັນໂດຍທັນທີ ເພື່ອປ້ອງກັນບໍ່ໃຫ້ພວກມັນຖືກຍຶດຄອງ ແລະ ຖືກກືນກິນໂດຍມັງກອນແດງທີ່ຍິ່ງໃຫຍ່, ມານຮ້າຍທີ່ຊົ່ວຮ້າຍ. ນີ້ຄືວິທີດຽວທີ່ຈະຮັບປະກັນຄວາມປອດໄພຂອງເຄື່ອງຖວາຍ ແລະ ເພື່ອຫຼີກລ່ຽງບໍ່ໃຫ້ເກີດມີຫຼຸມພາງ ຫຼື ຄວາມຜິດພາດໃດໆ. ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ. ທັນທີທີ່ມີສັນຍານອັນຕະລາຍແມ່ນແຕ່ໜ້ອຍດຽວ, ທັນທີທີ່ມີຄົນຖືກຈັບກຸມ, ທັນທີທີ່ມີສະຖານະການເກີດຂຶ້ນ, ສິ່ງທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຄິດກໍຄື ເຄື່ອງຖວາຍປອດໄພ ຫຼື ບໍ່, ພວກມັນອາດຈະຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ ຫຼື ບໍ່ ຫຼື ຖືກຍຶດຄອງເອົາໄປ ຫຼື ຖືກຍຶດເອົາໄປໂດຍມານຮ້າຍທີ່ຊົ່ວຮ້າຍ ຫຼື ບໍ່ ແລະ ເຄື່ອງຖວາຍໄດ້ຮັບການສູນເສຍໃດໆ ຫຼື ບໍ່. ພວກເຂົາຄວນໃຊ້ມາດຕະການໂດຍທັນທີເພື່ອປົກປ້ອງເຄື່ອງຖວາຍ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນອາດຈະເວົ້າວ່າ: “ການເຮັດສິ່ງເຫຼົ່ານີ້ເຮັດໃຫ້ພວກເຮົາຕ້ອງສ່ຽງ. ພວກເຮົາບໍ່ເຮັດມັນໄດ້ບໍ? ບໍ່ແມ່ນວ່າຜູ້ຄົນເປັນສິ່ງສຳຄັນອັນດັບທຳອິດຂອງພວກເຮົາບໍ, ຊຶ່ງໝາຍຄວາມວ່າບໍ່ຈຳເປັນຕ້ອງເອົາເຄື່ອງຖວາຍມາເປັນອັນດັບທຳອິດ ແລະ ຄວນເອົາຜູ້ຄົນມາເປັນອັນດັບທຳອິດ?” ພວກເຈົ້າຄິດແນວໃດກັບຄຳຖາມຂອງພວກເຂົາ? ຄົນເຫຼົ່ານີ້ມີຄວາມເປັນມະນຸດບໍ? (ບໍ່ມີ.) ການເກັບຮັກສາເຄື່ອງຖວາຍໃຫ້ດີ, ການຈັດການພວກມັນໃຫ້ດີ ແລະ ການເຝົ້າລະວັງພວກມັນໃຫ້ດີ, ສິ່ງເຫຼົ່ານີ້ແມ່ນຄວາມຮັບຜິດຊອບທີ່ຜູ້ດູແລທີ່ດີຄວນປະຕິບັດໃຫ້ສຳເລັດ. ຖ້າຈະເວົ້າຢ່າງຈິງຈັງກວ່ານັ້ນ, ເຖິງແມ່ນວ່າພວກເຈົ້າຈະຕ້ອງເສຍສະລະຊີວິດຂອງພວກເຈົ້າ, ມັນກໍຄຸ້ມຄ່າ ແລະ ເປັນສິ່ງທີ່ພວກເຈົ້າຄວນເຮັດ. ມັນເປັນຄວາມຮັບຜິດຊອບຂອງພວກເຈົ້າ. ຜູ້ຄົນມັກຈະຮ້ອງປ່າວວ່າ “ການຕາຍເພື່ອພຣະເຈົ້າເປັນການຕາຍທີ່ຄຸ້ມຄ່າ”. ຜູ້ຄົນເຕັມໃຈຕາຍເພື່ອພຣະເຈົ້າແທ້ບໍ? ຕອນນີ້ເຈົ້າບໍ່ໄດ້ຖືກຂໍໃຫ້ຕາຍເພື່ອພຣະເຈົ້າ; ເຈົ້າພຽງແຕ່ຖືກຮຽກຮ້ອງໃຫ້ສ່ຽງໜ້ອຍໜຶ່ງເພື່ອເກັບຮັກສາເຄື່ອງຖວາຍຢ່າງປອດໄພ. ເຈົ້າເຕັມໃຈທີ່ຈະເຮັດແນວນັ້ນບໍ? ເຈົ້າຄວນເວົ້າຢ່າງມີຄວາມສຸກວ່າ “ຂ້ານ້ອຍເຕັມໃຈ!” ເປັນຫຍັງ? ເພາະວ່ານີ້ຄືການຝາກຝັງ ແລະ ຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດ, ມັນເປັນຄວາມຮັບຜິດຊອບທີ່ບໍ່ສາມາດຫຼີກລ່ຽງໄດ້ຂອງເຈົ້າ ແລະ ເຈົ້າບໍ່ຄວນພະຍາຍາມຫຼີກລ່ຽງມັນ. ເມື່ອພິຈາລະນາວ່າເຈົ້າອ້າງວ່າເຈົ້າຈະຕາຍເພື່ອພຣະເຈົ້າ, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດຈ່າຍລາຄາໜ້ອຍໜຶ່ງ ແລະ ສ່ຽງໜ້ອຍໜຶ່ງເພື່ອເກັບຮັກສາເຄື່ອງຖວາຍ? ມັນບໍ່ແມ່ນສິ່ງທີ່ພວກເຈົ້າຄວນເຮັດບໍ? ຖ້າເຈົ້າບໍ່ໄດ້ເຮັດວຽກງານທີ່ແທ້ຈິງຫຍັງເລີຍ, ແຕ່ເຈົ້າມັກຈະຮ້ອງປ່າວກ່ຽວກັບການຕາຍເພື່ອພຣະເຈົ້າ, ຄຳເວົ້າເຫຼົ່ານີ້ບໍ່ແມ່ນຄຳເວົ້າທີ່ໄຮ້ແກ່ນສານບໍ? ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີຄວາມເຂົ້າໃຈທີ່ບໍລິສຸດກ່ຽວກັບວຽກງານການເກັບຮັກສາເຄື່ອງຖວາຍ ແລະ ພວກເຂົາຄວນແບກຮັບຄວາມຮັບຜິດຊອບນີ້. ພວກເຂົາບໍ່ຄວນຫຼີກລ່ຽງມັນ ຫຼື ຫຼົບຫຼີກມັນ ແລະ ພວກເຂົາບໍ່ຄວນຫຼົບຫຼີກຈາກຄວາມຮັບຜິດຊອບຂອງຕົນ. ເນື່ອງຈາກເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ວຽກງານນີ້ຈຶ່ງເປັນພາລະທີ່ເປັນໜ້າທີ່ຂອງເຈົ້າ. ມັນເປັນວຽກງານທີ່ສຳຄັນ, ເຈົ້າເຕັມໃຈທີ່ຈະເຮັດມັນບໍ, ເຖິງແມ່ນວ່າເຈົ້າຈະຕ້ອງສ່ຽງແດ່, ເຖິງແມ່ນວ່າຊີວິດຂອງເຈົ້າຈະຕົກຢູ່ໃນອັນຕະລາຍ? ເຈົ້າຄວນເຮັດມັນບໍ? (ຄວນ.) ເຈົ້າຄວນເຕັມໃຈທີ່ຈະເຮັດມັນ; ເຈົ້າຕ້ອງບໍ່ປັດຄວາມຮັບຜິດຊອບນີ້. ນີ້ຄືຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດ ແລະ ການຝາກຝັງທີ່ພຣະອົງມອບໃຫ້ມະນຸດ. ພຣະເຈົ້າໄດ້ບອກເຈົ້າເຖິງຂໍ້ກຳນົດ ແລະ ການຝາກຝັງຂັ້ນຕໍ່າທີ່ສຸດຂອງພຣະອົງ, ຖ້າເຈົ້າບໍ່ໄດ້ແມ່ນແຕ່ຈະເຕັມໃຈທີ່ຈະປະຕິບັດມັນ, ແລ້ວເຈົ້າຈະສາມາດເຮັດຫຍັງໄດ້ແດ່?
ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດວຽກງານການເກັບຮັກສາ ແລະ ການໃຊ້ຈ່າຍເຄື່ອງຖວາຍຢ່າງລະອຽດຖີ່ຖ້ວນ ແລະ ເປັນຮູບປະທຳເທົ່າທີ່ຈະເປັນໄປໄດ້. ພວກເຂົາບໍ່ຄວນເຮັດແບບຊະຊາຍກັບມັນ, ຍິ່ງບໍ່ຄວນປະຕິບັດຕໍ່ມັນຄືກັບເປັນວຽກຂອງຄົນອື່ນ ແລະ ປັດຄວາມຮັບຜິດຊອບ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນດຳເນີນການກວດສອບດ້ວຍຕົນເອງ, ເຂົ້າຮ່ວມ ແລະ ສອບຖາມກ່ຽວກັບສິ່ງເຫຼົ່ານີ້ ແລະ ແມ່ນແຕ່ຈັດການກັບພວກມັນດ້ວຍຕົນເອງ ເພື່ອປ້ອງກັນບໍ່ໃຫ້ຄົນຊົ່ວຊ້າ ແລະ ຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ ສວຍໃຊ້ຊ່ອງຫວ່າງ ແລະ ກໍ່ໃຫ້ເກີດການທຳລາຍ. ຍິ່ງເຈົ້າເຮັດວຽກງານນີ້ຢ່າງລະອຽດຖີ່ຖ້ວນຫຼາຍເທົ່າໃດ, ຄົນຊົ່ວຊ້າ ແລະ ຄົນບໍ່ດີກໍຈະມີໂອກາດສວຍໃຊ້ຊ່ອງຫວ່າງໜ້ອຍລົງເທົ່ານັ້ນ; ຍິ່ງການສອບຖາມຂອງເຈົ້າລະອຽດຫຼາຍເທົ່າໃດ ແລະ ການຄຸ້ມຄອງຂອງພວກເຈົ້າເຂັ້ມງວດຫຼາຍເທົ່າໃດ, ກໍຈະມີກໍລະນີການໃຊ້ຈ່າຍທີ່ບໍ່ສົມເຫດສົມຜົນ, ການຟຸມເຟືອຍ ແລະ ການສິ້ນເປືອງໜ້ອຍລົງເທົ່ານັ້ນ. ບາງຄົນເວົ້າວ່າ: “ການເຮັດແບບນີ້ແມ່ນກ່ຽວກັບການປະຢັດເງິນໃຫ້ເຮືອນຂອງພຣະເຈົ້າບໍ? ເຮືອນຂອງພຣະເຈົ້າຂາດເຂີນເງິນທຶນບໍ? ຖ້າແມ່ນ, ຂ້ານ້ອຍຈະຖວາຍຕື່ມອີກ”. ມັນແມ່ນເລື່ອງນັ້ນບໍ? (ບໍ່ແມ່ນ.) ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ມັນຄືຂໍ້ກຳນົດຂອງພຣະເຈົ້າຕໍ່ມະນຸດ ແລະ ມັນກໍເປັນຫຼັກການທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຍຶດໝັ້ນໃນການເຮັດວຽກງານນີ້. ໃນຖານະຜູ້ທີ່ເຊື່ອໃນພຣະເຈົ້າ, ໃນຖານະຜູ້ທີ່ໄດ້ຮັບບົດບາດເປັນຜູ້ດູແລໃນເຮືອນຂອງພຣະເຈົ້າ, ທັດສະນະຄະຕິຂອງເຈົ້າຕໍ່ເຄື່ອງຖວາຍຄວນເປັນທັດສະນະຄະຕິຂອງຄວາມຮັບຜິດຊອບ ແລະ ຂອງການດຳເນີນການກວດສອບຢ່າງເຂັ້ມງວດ; ຖ້າບໍ່ດັ່ງນັ້ນ, ເຈົ້າກໍບໍ່ມີຄຸນສົມບັດທີ່ຈະເຮັດວຽກງານນີ້. ຖ້າເຈົ້າເປັນຜູ້ເຊື່ອທຳມະດາທີ່ຂາດຄວາມຮູ້ສຶກຮັບຜິດຊອບ ແລະ ບໍ່ໄດ້ສະແຫວງຫາຄວາມຈິງ, ເຈົ້າກໍຈະບໍ່ຖືກຮຽກຮ້ອງໃຫ້ເຮັດສິ່ງເຫຼົ່ານີ້. ເຈົ້າເປັນຜູ້ນໍາ ຫຼື ຜູ້ເຮັດວຽກ; ຖ້າເຈົ້າບໍ່ມີຄວາມຮູ້ສຶກຮັບຜິດຊອບນີ້, ເຈົ້າກໍບໍ່ເໝາະສົມທີ່ຈະເປັນ, ແລະ ເຖິງແມ່ນວ່າເຈົ້າຈະຮັບໃຊ້ເປັນ, ເຈົ້າກໍເປັນຜູ້ນໍາປອມ ຫຼື ຜູ້ເຮັດວຽກປອມທີ່ບໍ່ມີຄວາມຮັບຜິດຊອບ ແລະ ເຈົ້າກໍຈະຖືກກຳຈັດອອກ, ບໍ່ຊ້າກໍໄວ. ທຸກຄົນທີ່ຂາດຄວາມຮູ້ສຶກຮັບຜິດຊອບຢ່າງສິ້ນເຊີງແມ່ນຄົນທີ່ບໍ່ໄດ້ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າເລີຍ, ພວກເຂົາທຸກຄົນຂາດແມ່ນແຕ່ຄວາມສຳນຶກ ແລະ ເຫດຜົນແມ່ນແຕ່ໜ້ອຍດຽວ. ຄົນແບບນັ້ນຈະສາມາດປະຕິບັດໜ້າທີ່ໄດ້ແນວໃດ? ພວກເຂົາທຸກຄົນເປັນພວກຂີ້ເຫຍື້ອທີ່ບໍ່ມີຫົວໃຈ, ພວກເຂົາຄວນອອກຈາກເຮືອນຂອງພຣະເຈົ້າທັນທີ ແລະ ກັບໄປສູ່ໂລກຂອງພວກເຂົາ!
ຖ້າພວກເຮົາບໍ່ໄດ້ໂອ້ລົມກັນແບບນີ້ກ່ຽວກັບຄວາມຮູ້ທົ່ວໄປກ່ຽວກັບເຄື່ອງຖວາຍ, ພ້ອມທັງຄວາມຈິງທີ່ກ່ຽວຂ້ອງກັບການເກັບຮັກສາເຄື່ອງຖວາຍ ແລະ ຫຼັກການທີ່ຜູ້ຄົນຄວນປະຕິບັດ, ພວກເຈົ້າບໍ່ຊັດເຈນກ່ຽວກັບສິ່ງເຫຼົ່ານີ້ບໍ່ແມ່ນບໍ? (ແມ່ນແລ້ວ.) ເມື່ອຜູ້ຄົນບໍ່ເຂົ້າໃຈຫຼັກການທີ່ແນ່ນອນຢ່າງແຈ່ມແຈ້ງ, ພວກເຂົາຈະສາມາດເຮັດໜ້າທີ່ຮັບຜິດຊອບຂອງຕົນໄດ້ແດ່ບໍ? ພວກເຂົາໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນຢູ່ບໍ? ບໍ່ແມ່ນວ່າຄົນສ່ວນຫຼາຍໄດ້ຍຶດຖືຕາມທິດສະດີ ແລະ ຫຼັກການທີ່ຕື້ນເຂີນທີ່ສຸດທີ່ວ່າ: “ຢ່າງໃດກໍຕາມ, ຂ້ານ້ອຍບໍ່ໄດ້ໂລບມາກເຄື່ອງຖວາຍຂອງພຣະເຈົ້າ, ຂ້ານ້ອຍບໍ່ໄດ້ຍັກຍອກ ຫຼື ສໍ້ໂກງເອົາພວກມັນ ແລະ ຂ້ານ້ອຍກໍເຝົ້າລະວັງພວກມັນເປັນຢ່າງດີ ແລະ ບໍ່ໃຫ້ຜູ້ຄົນໃຊ້ພວກມັນຕາມອຳເພີໃຈ, ນັ້ນກໍພຽງພໍແລ້ວ” ບໍ? ນີ້ແມ່ນການປະຕິບັດຄວາມຈິງບໍ? ນີ້ແມ່ນການເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດບໍ? (ບໍ່ແມ່ນ.) ຖ້າຄວາມຮູ້ຂອງຄົນສ່ວນຫຼາຍບໍ່ໄດ້ໄປໄກກວ່າມາດຕະຖານນີ້, ແລ້ວຫົວຂໍ້ນີ້ກໍສົມຄວນທີ່ຈະໂອ້ລົມກັນແທ້ໆ. ຜ່ານການໂອ້ລົມນີ້, ຕອນນີ້ພວກເຈົ້າຢັ່ງຮູ້ ແລະ ເຂົ້າໃຈຕື່ມອີກໜ້ອຍໜຶ່ງແລ້ວບໍ ກ່ຽວກັບວິທີການເກັບຮັກສາເຄື່ອງຖວາຍ ແລະ ທັດສະນະຄະຕິ ແລະ ຄວາມຮູ້ທີ່ພວກເຈົ້າຄວນມີໃນການເກັບຮັກສາພວກມັນ? (ແມ່ນແລ້ວ.) ພວກເຮົາຈະຈົບການໂອ້ລົມຂອງພວກເຮົາໄວ້ພຽງເທົ່ານີ້ກ່ຽວກັບຄວາມຈິງທີ່ກ່ຽວຂ້ອງກັບເຄື່ອງຖວາຍ ແລະ ກ່ຽວກັບຫຼັກການທີ່ກ່ຽວຂ້ອງກັບວິທີການປະຕິບັດຕໍ່ ແລະ ວິທີຈັດການເຄື່ອງຖວາຍ.
ທັດສະນະ ແລະ ການສະແດງອອກຂອງຜູ້ນໍາປອມກ່ຽວກັບເຄື່ອງຖວາຍ
I. ປະຕິບັດຕໍ່ເຄື່ອງຖວາຍວ່າເປັນຊັບສິນສ່ວນລວມ
ຕໍ່ໄປ, ພວກເຮົາຈະທຳການເປີດໂປງ ແລະ ໄຈ້ແຍກແບບງ່າຍດາຍກ່ຽວກັບຜູ້ນໍາປອມ ກ່ຽວກັບຂໍ້ທີສິບເອັດໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ພວກເຮົາຈະມາເບິ່ງວ່າຜູ້ນໍາປອມມີການສະແດງອອກແນວໃດໃນທັດສະນະຄະຕິຂອງພວກເຂົາຕໍ່ເຄື່ອງຖວາຍ ແລະ ໃນການເກັບຮັກສາ ແລະ ການຈັດການເຄື່ອງຖວາຍ. ການສະແດງອອກຢ່າງທຳອິດແມ່ນ ຜູ້ນໍາປອມຂາດຄວາມຮູ້ທີ່ຖືກຕ້ອງກ່ຽວກັບເຄື່ອງຖວາຍ. ພວກເຂົາເຊື່ອວ່າ, “ເຄື່ອງຖວາຍໃນນາມແລ້ວແມ່ນຖວາຍໃຫ້ແກ່ພຣະເຈົ້າ, ແຕ່ທີ່ຈິງແລ້ວ, ພວກມັນແມ່ນຖວາຍໃຫ້ແກ່ຄຣິສຕະຈັກ. ພວກເຮົາບໍ່ຮູ້ວ່າພຣະເຈົ້າຢູ່ໃສ ແລະ ຢ່າງໃດກໍຕາມ, ພຣະອົງກໍບໍ່ສາມາດໃຊ້ຂອງຫຼາຍປານນັ້ນໄດ້. ເຄື່ອງຖວາຍເຫຼົ່ານີ້ເປັນພຽງການຖວາຍໃຫ້ແກ່ພຣະເຈົ້າໃນນາມເທົ່ານັ້ນ; ທີ່ຈິງແລ້ວ, ພວກມັນກຳລັງຖືກຖວາຍໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ ແລະ ພວກມັນບໍ່ໄດ້ຖືກຖວາຍໃຫ້ບຸກຄົນໃດໜຶ່ງຢ່າງເຈາະຈົງ. ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າແມ່ນຄຳທີ່ໃຊ້ແທນຄົນທັງໝົດ ແລະ ຄວາມໝາຍໂດຍໄນຂອງສິ່ງນີ້ກໍຄື ເຄື່ອງຖວາຍແມ່ນຂອງທຸກຄົນ ແລະ ສິ່ງທີ່ເປັນຂອງທຸກຄົນກໍຄືຊັບສິນສ່ວນລວມ. ສະນັ້ນ, ເຄື່ອງຖວາຍຈຶ່ງເປັນຊັບສິນສ່ວນລວມທີ່ເປັນຂອງອ້າຍເອື້ອຍນ້ອງທຸກຄົນ”. ຄວາມເຂົ້າໃຈນີ້ຖືກຕ້ອງບໍ? ມັນບໍ່ຖືກຕ້ອງຢ່າງຊັດເຈນ. ບໍ່ແມ່ນວ່າມີບັນຫາກັບຄວາມເປັນມະນຸດຂອງຄົນທີ່ມີຄວາມເຂົ້າໃຈເຊັ່ນນັ້ນບໍ? ພວກເຂົາບໍ່ແມ່ນຄົນທີ່ໂລບມາກເຄື່ອງຖວາຍບໍ? ຄົນທີ່ມີຈິດໃຈທີ່ໂລບມາກ ແລະ ມີຄວາມປາຖະໜາທີ່ຈະຍຶດເອົາເຄື່ອງຖວາຍ ໄດ້ນຳໃຊ້ວິທີການນີ້ ແລະ ທັດສະນະນີ້ ເມື່ອເວົ້າເຖິງເຄື່ອງຖວາຍ. ເຫັນໄດ້ຊັດເຈນວ່າ ພວກເຂົາກຳລັງຈັບຕາເບິ່ງເຄື່ອງຖວາຍ ແລະ ຢາກຈະຍຶດເອົາພວກມັນມາເປັນຂອງຕົນເອງເພື່ອຄວາມສຸກສະບາຍຂອງຕົນ. ຄົນເຫຼົ່ານີ້ແມ່ນສິ່ງຖືກສ້າງປະເພດໃດກັນນີ້? ພວກເຂົາບໍ່ແມ່ນຄົນປະເພດດຽວກັນກັບຢູດາບໍ? ສະນັ້ນ, ຜູ້ນໍາ ຫຼື ຜູ້ເຮັດວຽກປະເພດນີ້ຈຶ່ງຖືເອົາເຄື່ອງຖວາຍຂອງພຣະເຈົ້າເປັນຊັບສິນສ່ວນລວມຂອງຄຣິສຕະຈັກ. ພວກເຂົາຍຶດຖືທັດສະນະຄະຕິແບບນີ້ໄວ້ໃນໃຈ, ພວກເຂົາບໍ່ໄດ້ເກັບຮັກສາເຄື່ອງຖວາຍຢ່າງຈິງຈັງ ຫຼື ຈັດການພວກມັນຢ່າງສົມເຫດສົມຜົນ ແລະ ຢ່າງມີຄວາມຮັບຜິດຊອບ, ແທນທີ່ຈະເປັນແນວນັ້ນ, ພວກເຂົາພັດນຳໃຊ້ເຄື່ອງຖວາຍຕາມອຳເພີໃຈ, ຢ່າງໜ້າດ້ານ ແລະ ຢ່າງບໍ່ມີຂອບເຂດ, ໂດຍຂາດຫຼັກການຢ່າງສົມບູນ. ພວກເຂົາອະນຸຍາດໃຫ້ໃຜກໍໄດ້ນຳໃຊ້ພວກມັນ ແລະ ໃຜກໍຕາມທີ່ມີ “ຕຳແໜ່ງທາງການ” ທີ່ສູງກວ່າ, ໃຜກໍຕາມທີ່ມີສະຖານະສູງກວ່າ, ໃຜກໍຕາມທີ່ມີຊື່ສຽງໃນທ່າມກາງອ້າຍເອື້ອຍນ້ອງ ກໍຈະໄດ້ຮັບບູລິມະສິດໃນການຄອບຄອງ ແລະ ນຳໃຊ້. ມັນກໍຄືກັນກັບໃນບໍລິສັດ ແລະ ໂຮງງານຂອງສັງຄົມ, ບ່ອນທີ່ລົດຂອງບໍລິສັດ ແລະ ຂອງດີ, ຂອງຊັ້ນສູງແມ່ນເພື່ອໃຫ້ຜູ້ຈັດການ, ຜູ້ອຳນວຍການໂຮງງານ ແລະ ປະທານບໍລິສັດນຳໃຊ້. ພວກເຂົາເຊື່ອວ່າມັນຄວນຈະເປັນແບບນີ້ກັບເຄື່ອງຖວາຍຂອງພຣະເຈົ້າເຊັ່ນກັນ, ວ່າໃຜກໍຕາມທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກກໍມີບຸລິມະສິດໃນການຊື່ນຊົມກັບຂອງຊັ້ນສູງຂອງເຮືອນຂອງພຣະເຈົ້າ, ໃນການຊື່ນຊົມກັບເຄື່ອງຖວາຍທີ່ຖວາຍໃຫ້ແກ່ພຣະເຈົ້າ. ສະນັ້ນ, ທຸກຄົນທີ່ໃຊ້ການເປັນຜູ້ນໍາ ແລະ ຜູ້ເຮັດວຽກເປັນຂໍ້ອ້າງເພື່ອຊື້ຄອມພິວເຕີ ແລະ ໂທລະສັບມືຖືຊັ້ນດີ, ພ້ອມທັງຜູ້ນໍາ ແລະ ຜູ້ເຮັດວຽກທຸກຄົນທີ່ເອົາເຄື່ອງຖວາຍມາເປັນຂອງຕົນເອງ, ເຊື່ອວ່າເຄື່ອງຖວາຍເປັນຊັບສິນສ່ວນລວມ ແລະ ວ່າເຄື່ອງຖວາຍຄວນຖືກນຳໃຊ້ ແລະ ຟຸມເຟືອຍຕາມທີ່ພວກເຂົາພໍໃຈ. ເມື່ອອ້າຍເອື້ອຍນ້ອງບາງຄົນຖວາຍເຄື່ອງປະດັບຄຳ ແລະ ເງິນ, ກະເປົາ, ເຄື່ອງນຸ່ງ ແລະ ເກີບ, ພວກເຂົາບໍ່ໄດ້ລະບຸວ່າກຳລັງຖວາຍໃຫ້ແກ່ພຣະເຈົ້າ ແລະ ດ້ວຍເຫດນັ້ນ ຜູ້ນໍາປອມບາງຄົນຈຶ່ງເຊື່ອວ່າ, “ເນື່ອງຈາກພວກເຂົາບໍ່ໄດ້ລະບຸວ່າສິ່ງຂອງເຫຼົ່ານີ້ກຳລັງຖືກຖວາຍໃຫ້ແກ່ພຣະເຈົ້າ, ພວກມັນກໍຄວນເປັນຂອງໃຫ້ຄຣິສຕະຈັກນຳໃຊ້. ສິ່ງໃດກໍຕາມທີ່ຖວາຍໃຫ້ຄຣິສຕະຈັກກໍແມ່ນຊັບສິນສ່ວນລວມ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີບູລິມະສິດໃນການຊື່ນຊົມກັບຊັບສິນສ່ວນລວມກ່ອນ”. ດັ່ງນັ້ນ, ພວກເຂົາຈຶ່ງເອົາສິ່ງຂອງເຫຼົ່ານີ້ມາເປັນຂອງຕົນເອງໂດຍຖືວ່າເປັນສິດຂອງຕົນ. ສິ່ງຂອງທີ່ເຫຼືອຫຼັງຈາກທີ່ພວກເຂົາເລືອກເອົາໄປແລ້ວ, ໃຜຢາກໃຊ້ກໍໃຊ້ໄດ້ ແລະ ໃຜຢາກເອົາກໍເອົາໄປ, ທຸກຄົນກໍແບ່ງປັນກັນ. ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ເອີ້ນສິ່ງນີ້ວ່າເປັນການແບ່ງປັນຜົນປະໂຫຍດໃຫ້ທຸກຄົນ; ໃນການຕິດຕາມພວກເຂົາ, ຜູ້ຄົນສາມາດກິນດີຢູ່ດີ ແລະ ມີຄວາມສຸກຢ່າງແທ້ຈິງ. ທຸກຄົນກໍມີຄວາມສຸກ ແລະ ເວົ້າວ່າ, “ຂອບພຣະຄຸນພຣະເຈົ້າ, ພວກເຮົາຈະສາມາດຊື່ນຊົມກັບສິ່ງເຫຼົ່ານີ້ໄດ້ບໍ ຖ້າພວກເຮົາບໍ່ໄດ້ເຊື່ອໃນພຣະອົງ? ສິ່ງເຫຼົ່ານີ້ແມ່ນເຄື່ອງຖວາຍ ແລະ ພວກເຮົາບໍ່ສົມຄວນທີ່ຈະຊື່ນຊົມກັບພວກມັນ!”. ພວກເຂົາເວົ້າວ່າພວກເຂົາບໍ່ສົມຄວນ, ແຕ່ພວກເຂົາກໍກຳສິ່ງຂອງເຫຼົ່ານັ້ນໄວ້ແໜ້ນ ແລະ ບໍ່ຍອມປ່ອຍ. ຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວບໍ່ພຽງແຕ່ຍຶດເອົາເຄື່ອງຖວາຍ ແລະ ແບ່ງປັນກັນ ແລະ ຊື່ນຊົມກັບພວກມັນເປັນການສ່ວນຕົວໂດຍບໍ່ໄດ້ຮັບການອະນຸມັດຈາກໃຜ, ໃນຂະນະທີ່ພວກເຂົາເຮັດເຊັ່ນນີ້, ພວກເຂົາບໍ່ໃສ່ໃຈຢ່າງສິ້ນເຊີງຕໍ່ການຈັດການ, ການໃຊ້ຈ່າຍ ແລະ ການນຳໃຊ້ເຄື່ອງຖວາຍ, ທັງບໍ່ເລືອກຄົນທີ່ເໝາະສົມເພື່ອຈັດການ ແລະ ເກັບກຳບັນທຶກ, ບໍ່ຕ້ອງເວົ້າເຖິງການກວດສອບບັນຊີ ຫຼື ການທົບທວນສະພາບການໃຊ້ຈ່າຍຢ່າງເຂັ້ມງວດ. ຄວາມບໍ່ໃສ່ໃຈຂອງຜູ້ນໍາປອມຕໍ່ການຈັດການເຄື່ອງຖວາຍນຳໄປສູ່ຄວາມສັບສົນວຸ້ນວາຍ ແລະ ເຄື່ອງຖວາຍບາງສ່ວນກໍສູນຫາຍ ແລະ ຖືກຟຸມເຟືອຍ. ສິ່ງທີ່ໂດດເດັ່ນທີ່ສຸດໃນວຽກງານຂອງຜູ້ນໍາປອມກໍຄື ທຸກຄົນກະທຳຕາມອຳເພີໃຈຂອງຕົນ. ສິ່ງທີ່ຫົວໜ້າທີມໃດໜຶ່ງເວົ້າ, ກໍເປັນໄປຕາມນັ້ນ ແລະ ເມື່ອທີມໃດໜຶ່ງຕ້ອງການຊື້ບາງຢ່າງ, ພວກເຂົາກໍອາດຈະຕັດສິນໃຈເຮັດເອງໄດ້ ໂດຍບໍ່ຈຳເປັນຕ້ອງຍື່ນຄຳຮ້ອງຂໍອະນຸມັດ. ຕາບໃດທີ່ສິ່ງໃດໜຶ່ງຈຳເປັນສຳລັບວຽກງານ, ພວກເຂົາກໍສາມາດຊື້ມັນໄດ້ ໂດຍບໍ່ຕ້ອງກັງວົນວ່າມັນຈະແພງສໍ່າໃດ, ຈະສາມາດນຳໃຊ້ມັນໄດ້ ຫຼື ບໍ່ ຫຼື ວ່າມັນຈຳເປັນ ຫຼື ບໍ່, ຢ່າງໃດກໍຕາມ, ພວກເຂົາກຳລັງໃຊ້ຈ່າຍເຄື່ອງຖວາຍ, ບໍ່ແມ່ນເງິນຂອງບຸກຄົນໃດໜຶ່ງ. ຜູ້ນໍາປອມບໍ່ໄດ້ຕິດຕາມກວດກາສິ່ງນີ້ ຫຼື ດຳເນີນການກວດສອບ, ຍິ່ງບໍ່ຕ້ອງເວົ້າເຖິງການໂອ້ລົມກ່ຽວກັບຫຼັກການ. ເມື່ອຊື້ຂອງມາແລ້ວ, ຜູ້ນໍາປອມກໍບໍ່ໃສ່ໃຈຢ່າງສິ້ນເຊີງວ່າຈະມີໃຜເກັບຮັກສາມັນ ຫຼື ບໍ່, ຈະມີບັນຫາຫຍັງເກີດຂຶ້ນກັບມັນ ຫຼື ບໍ່ ຫຼື ວ່າມັນຄຸ້ມຄ່າກັບເງິນທີ່ຈ່າຍໄປ ຫຼື ບໍ່. ເປັນຫຍັງພວກເຂົາຈຶ່ງບໍ່ໃສ່ໃຈສິ່ງເຫຼົ່ານີ້? ກໍເພາະວ່າເງິນນັ້ນບໍ່ແມ່ນຂອງພວກເຂົາ, ພວກເຂົາຄິດວ່າໃຜກໍສາມາດໃຊ້ມັນໄດ້, ເພາະບໍ່ວ່າຈະເປັນແນວໃດ ມັນກໍບໍ່ແມ່ນເງິນຂອງພວກເຂົາທີ່ຖືກໃຊ້ຈ່າຍ. ມີຄວາມສັບສົນວຸ້ນວາຍໃນທຸກດ້ານຂອງການຈັດການເຄື່ອງຖວາຍ. ມັນສັບສົນວຸ້ນວາຍສໍ່າໃດ? ມັນກໍຄືກັນກັບໃນໂຮງງານໃຫຍ່ຂອງລັດໃນປະເທດສັງຄົມນິຍົມ, ບ່ອນທີ່ທຸກຄົນໄດ້ຮັບສ່ວນແບ່ງເທົ່າທຽມກັນ ບໍ່ວ່າພວກເຂົາຈະເຮັດວຽກຫຼາຍສໍ່າໃດກໍຕາມ. ທຸກຄົນເອົາຂອງກັບເມືອເຮືອນ, ກິນອາຫານຂອງໂຮງງານ ແລະ ຫາເງິນຈາກໂຮງງານ ແລະ ຍັກຍອກສິ່ງຂອງຂອງໂຮງງານ. ມັນຄືຄວາມສັບສົນວຸ້ນວາຍຢ່າງສິ້ນເຊີງ. ຜູ້ນໍາປອມບໍ່ໄດ້ສ້າງກົດລະບຽບໃດໆສຳລັບການໃຊ້ຈ່າຍໃນການຈັດຊື້ອຸປະກອນ ຫຼື ເຄື່ອງມືໃດໆ. ເຮືອນຂອງພຣະເຈົ້າໄດ້ສ້າງກົດລະບຽບ, ແຕ່ພວກເຂົາບໍ່ໄດ້ທົບທວນ, ກວດສອບ, ຕິດຕາມ ຫຼື ກວດກາການໃຊ້ຈ່າຍຢ່າງເຂັ້ມງວດ. ພວກເຂົາບໍ່ໄດ້ເຮັດວຽກງານໃດໆເຫຼົ່ານີ້ເລີຍ. ວຽກງານຂອງຜູ້ນໍາປອມແມ່ນສັບສົນວຸ້ນວາຍຢ່າງສິ້ນເຊີງ, ບໍ່ມີຄວາມເປັນລະບຽບຮຽບຮ້ອຍໃດໆ ແລະ ມີຂໍ້ບົກຜ່ອງຢູ່ທົ່ວທຸກແຫ່ງ. ໃນທຸກບາດກ້າວ, ຄົນຊົ່ວຊ້າ ແລະ ຜູ້ທີ່ມີຈິດໃຈທີ່ບໍ່ຊື່ຕົງກໍໄດ້ຮັບອະນຸຍາດໃຫ້ສວຍໃຊ້ຊ່ອງຫວ່າງ ແລະ ເອົາປຽບ. ເຄື່ອງຖວາຍຂອງພຣະເຈົ້າຖືກຟຸມເຟືອຍ ແລະ ສິ້ນເປືອງຢ່າງບໍ່ມີຂອບເຂດໂດຍຄົນເຫຼົ່ານັ້ນ, ແຕ່ພວກເຂົາກໍບໍ່ໄດ້ຖືກລົງໂທດ ຫຼື ຖືກລົງວິໄນໃນທາງໃດທາງໜຶ່ງ, ພວກເຂົາບໍ່ໄດ້ຮັບແມ່ນແຕ່ຄຳເຕືອນ. ຜູ້ນໍາ ແລະ ຜູ້ເຮັດວຽກປະເພດໃດກັນນີ້? ພວກເຂົາບໍ່ໄດ້ກິນໃນເຮືອນຂີ້ຮວາດເທິງຫຼັງຄາບໍ? ພວກເຂົາແມ່ນຜູ້ດູແລຂອງເຮືອນຂອງພຣະເຈົ້າບໍ? ພວກເຂົາຄືໂຈນທໍລະຍົດຂອງເຮືອນຂອງພຣະເຈົ້າ!
ຄວນເບິ່ງຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ທີ່ບໍ່ຮັບຜິດຊອບເມື່ອເວົ້າເຖິງການເກັບຮັກສາເຄື່ອງຖວາຍແນວໃດ? ພວກເຂົາບໍ່ແມ່ນຄົນທີ່ມີຄຸນລັກສະນະຕໍ່າຕ້ອຍ ແລະ ຂາດຄວາມສຳນຶກ ແລະ ເຫດຜົນບໍ? ຜູ້ນໍາປອມເຫຼົ່ານີ້ຖືວ່າສິ່ງຂອງທີ່ອ້າຍເອື້ອຍນ້ອງຖວາຍໃຫ້ແກ່ພຣະເຈົ້າ ແລະ ຄຣິສຕະຈັກເປັນຊັບສິນຂອງເຮືອນຂອງພຣະເຈົ້າ ແລະ ເວົ້າວ່າສິ່ງຂອງເຫຼົ່ານັ້ນຄວນຖືກຈັດການໂດຍອ້າຍເອື້ອຍນ້ອງເປັນກຸ່ມ. ສະນັ້ນ, ເມື່ອບັນຫາຖືກເປີດໂປງ ແລະ ເບື້ອງເທິງກຳລັງທວງຖາມຜູ້ຮັບຜິດຊອບ, ພວກເຂົາກໍພະຍາຍາມຢ່າງສຸດກຳລັງເພື່ອປົກປ້ອງຕົນເອງ ແລະ ບໍ່ຍອມຮັບຮູ້ວ່າລັກສະນະຂອງການທີ່ພວກເຂົາລັກ ແລະ ຍຶດເອົາເຄື່ອງຖວາຍຂອງພຣະເຈົ້າ ຫຼັງຈາກທີ່ໄດ້ກາຍເປັນຜູ້ນໍາ ແລະ ໄດ້ຮັບສະຖານະນັ້ນ ມັນຮ້າຍແຮງສໍ່າໃດ. ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ມີຄຸນລັກສະນະຕໍ່າຕ້ອຍບໍ? ພວກເຂົາໜ້າດ້ານແທ້ໆ! ພວກເຂົາບໍ່ຮູ້ວ່າເປັນຫຍັງອ້າຍເອື້ອຍນ້ອງຈຶ່ງຖວາຍເງິນ ແລະ ສິ່ງຂອງ, ທັງບໍ່ຮູ້ວ່າພວກເຂົາຖວາຍໃຫ້ໃຜ. ຖ້າບໍ່ມີພຣະເຈົ້າ, ໃຜຈະຖວາຍສິ່ງຂອງທີ່ຕົນມັກອອກໄປຢ່າງງ່າຍດາຍ? ນີ້ເປັນເຫດຜົນທີ່ງ່າຍດາຍຫຼາຍ, ແຕ່ຜູ້ທີ່ເອີ້ນກັນວ່າ “ຜູ້ນໍາ” ເຫຼົ່ານີ້ພັດບໍ່ຮູ້ ຫຼື ບໍ່ເຂົ້າໃຈ. ຜູ້ນໍາປອມເຫຼົ່ານີ້ມີຄຳເວົ້າຕິດປາກວ່າ: “ເຄື່ອງຖວາຍຂອງເຮືອນຂອງພຣະເຈົ້າ”. ຄຳເວົ້ານີ້ບໍ່ຈຳເປັນຕ້ອງໄດ້ຮັບການແກ້ໄຂບໍ? ຄຳເວົ້າທີ່ຖືກຕ້ອງຄວນເປັນແນວໃດ? “ເຄື່ອງຖວາຍ” ຫຼື “ເຄື່ອງຖວາຍຂອງພຣະເຈົ້າ”. ຖ້າຈະໃສ່ຄຳຂະຫຍາຍ, ເຈົ້າຄວນໃສ່ຄຳວ່າ “ພຣະເຈົ້າ”: ເຄື່ອງຖວາຍເປັນຂອງພຣະເຈົ້າພຽງຜູ້ດຽວ. ຖ້າເຈົ້າບໍ່ໃສ່ຄຳຂະຫຍາຍ, ມັນກໍເປັນພຽງແຕ່ “ເຄື່ອງຖວາຍ”, ຜູ້ຄົນກໍຍັງຄວນຮູ້ວ່າເຈົ້າຂອງເຄື່ອງຖວາຍແມ່ນພຣະຜູ້ສ້າງ, ຄືພຣະເຈົ້າ, ບໍ່ແມ່ນມະນຸດ. ມະນຸດບໍ່ສົມຄວນທີ່ຈະຄອບຄອງເຄື່ອງຖວາຍ ແລະ ແມ່ນແຕ່ປະໂລຫິດກໍບໍ່ສາມາດເວົ້າໄດ້ວ່າເຄື່ອງຖວາຍເປັນຂອງພວກເຂົາ, ພວກເຂົາອາດຈະຊື່ນຊົມກັບເຄື່ອງຖວາຍໄດ້ໂດຍການອະນຸຍາດຂອງພຣະເຈົ້າ, ແຕ່ພວກມັນບໍ່ແມ່ນຂອງພວກເຂົາ. ຄຳຂະຫຍາຍສຳລັບ “ເຄື່ອງຖວາຍ” ຈະບໍ່ແມ່ນບຸກຄົນໃດເລີຍ, ມັນສາມາດເປັນໄດ້ພຽງແຕ່ພຣະເຈົ້າ ແລະ ບໍ່ມີໃຜອື່ນ. ສະນັ້ນ, ເຫັນໄດ້ຂ້ອນຂ້າງຊັດເຈນວ່າ ຄຳເວົ້າທີ່ວ່າ “ເຄື່ອງຖວາຍຂອງເຮືອນຂອງພຣະເຈົ້າ” ທີ່ຜູ້ນໍາປອມມັກເວົ້າກັນນັ້ນແມ່ນຜິດພາດ ແລະ ຄວນໄດ້ຮັບການແກ້ໄຂ. ບໍ່ຄວນມີຄຳເວົ້າເຊັ່ນ “ເຄື່ອງຖວາຍຂອງເຮືອນຂອງພຣະເຈົ້າ” ຫຼື “ເຄື່ອງຖວາຍຂອງຄຣິສຕະຈັກ”. ມີບາງຄົນທີ່ເຖິງກັບເວົ້າວ່າ “ເຄື່ອງຖວາຍຂອງພວກເຮົາ” ແລະ “ເຄື່ອງຖວາຍຂອງເຮືອນຂອງພຣະເຈົ້າຂອງພວກເຮົາ”. ຄຳເວົ້າທັງໝົດເຫຼົ່ານີ້ແມ່ນຜິດ. ເຄື່ອງຖວາຍແມ່ນຖືກຖວາຍໃຫ້ແກ່ພຣະເຈົ້າໂດຍມະນຸດຊາດທີ່ຖືກສ້າງ, ໂດຍຜູ້ທີ່ຕິດຕາມພຣະເຈົ້າ. ພຣະເຈົ້າພຽງຜູ້ດຽວເທົ່ານັ້ນທີ່ມີສິດທິພິເສດໃນການເປັນເຈົ້າຂອງ, ຜູ້ໃຊ້ ແລະ ຜູ້ຊື່ນຊົມ. ເຄື່ອງຖວາຍບໍ່ແມ່ນຊັບສິນສ່ວນລວມ; ພວກມັນບໍ່ແມ່ນຂອງມະນຸດ, ຍິ່ງບໍ່ຕ້ອງເວົ້າເຖິງການເປັນຂອງຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ, ແທນທີ່ຈະເປັນແນວນັ້ນ, ພວກມັນເປັນຂອງພຣະເຈົ້າ. ພຣະເຈົ້າອະນຸຍາດໃຫ້ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າໃຊ້ພວກມັນ, ນີ້ຄືການຝາກຝັງຂອງພຣະອົງ. ສະນັ້ນ, ຄຳເວົ້າທັງໝົດເຊັ່ນ “ເຄື່ອງຖວາຍຂອງເຮືອນຂອງພຣະເຈົ້າ”, “ເຄື່ອງຖວາຍຂອງຄຣິສຕະຈັກ” ແລະ “ເຄື່ອງຖວາຍຂອງພວກເຮົາ” ແມ່ນບໍ່ແມ່ນຍໍາ ແລະ ຍິ່ງໄປກວ່ານັ້ນ, ພວກມັນເປັນຄຳເວົ້າຂອງຄົນທີ່ມີເຈດຕະນາບໍ່ດີ, ພວກມັນມີຈຸດປະສົງເພື່ອນຳພາຜູ້ຄົນຢ່າງຜິດໆ ແລະ ເຮັດໃຫ້ພວກເຂົາມຶນຊາ ແລະ ຍິ່ງໄປກວ່ານັ້ນ, ເພື່ອຊີ້ນໍາຜູ້ຄົນຢ່າງຜິດໆ. ຄົນເຫຼົ່ານີ້ຈັດປະເພດເຄື່ອງຖວາຍເປັນຊັບສິນສ່ວນລວມທີ່ເປັນຂອງຄຣິສຕະຈັກ ຫຼື ເຮືອນຂອງພຣະເຈົ້າ ຫຼື ອ້າຍເອື້ອຍນ້ອງທຸກຄົນ. ທັງໝົດນີ້ແມ່ນເປັນບັນຫາ ແລະ ຜິດພາດ ແລະ ຄວນໄດ້ຮັບການແກ້ໄຂ. ນີ້ຄືການສະແດງອອກຂອງຜູ້ນໍາປອມປະເພດໜຶ່ງ. ຄົນປະເພດນີ້ຖືວ່າເຄື່ອງຖວາຍເປັນຊັບສິນສ່ວນລວມ ແລະ ນຳໃຊ້ຕາມອຳເພີໃຈ; ຫຼື ພວກເຂົາເຊື່ອວ່າໃນຖານະຜູ້ນໍາ, ພວກເຂົາມີສິດທີ່ຈະຈັດສັນສິ່ງຂອງເຫຼົ່ານີ້ ແລະ ດັ່ງນັ້ນ ພວກເຂົາຈຶ່ງຈັດສັນໃຫ້ຄົນທີ່ພວກເຂົາມັກ ຫຼື ໃຫ້ທຸກຄົນຢ່າງເທົ່າທຽມກັນ. ພວກເຂົາກຳລັງພະຍາຍາມສ້າງສະຖານະການແບບໃດ? ສະຖານະການທີ່ທຸກຄົນເທົ່າທຽມກັນ, ບ່ອນທີ່ທຸກຄົນສາມາດຊື່ນຊົມກັບພຣະຄຸນຂອງພຣະເຈົ້າ, ບ່ອນທີ່ທຸກຄົນມີສ່ວນຮ່ວມ. ພວກເຂົາຢາກຈະຊື້ໃຈຄົນໂດຍການໃຈກວ້າງກັບຊັບສິນຂອງເຮືອນຂອງພຣະເຈົ້າ. ນັ້ນບໍ່ແມ່ນສິ່ງທີ່ໜ້າລັງກຽດບໍ? ມັນເປັນພຶດຕິກຳທີ່ຊົ່ວຊ້າ ແລະ ໜ້າດ້ານ! ຄົນປະເພດນີ້ຈະຖືກກຳນົດລັກສະນະແນວໃດ? ຜູ້ນໍາປອມດັ່ງກ່າວໂລບມາກເຄື່ອງຖວາຍ ແລະ ເພື່ອປ້ອງກັນບໍ່ໃຫ້ຄົນອື່ນກວດກາ, ເປີດໂປງ ແລະ ແຍກແຍະພວກເຂົາ, ພວກເຂົາຈຶ່ງຈັດສັນສິ່ງຂອງທີ່ເຫຼືອທີ່ພວກເຂົາບໍ່ໄດ້ໃຊ້ໃຫ້ແກ່ອ້າຍເອື້ອຍນ້ອງ, ເພື່ອຊື້ໃຈພວກເຂົາ ແລະ ບັນລຸສະຖານະການທີ່ທຸກຄົນເທົ່າທຽມກັນ ແລະ ເຮັດໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກການຄົບຫາກັບພວກເຂົາ, ເພື່ອບໍ່ໃຫ້ມີໃຜເປີດໂປງພວກເຂົາ. ຖ້າພວກເຈົ້າພົບພໍ້ຜູ້ນໍາປະເພດນີ້, ຜູ້ທີ່ສາມາດເຮັດໃຫ້ພວກເຈົ້າໄດ້ຮັບຜົນປະໂຫຍດບາງຢ່າງ ແລະ ຜູ້ທີ່ພວກເຈົ້າສາມາດຊື່ນຊົມກັບ “ຊັບສິນສ່ວນລວມ” ບາງຢ່າງໄດ້, ຖ້າພວກເຈົ້າມີສິດທິນີ້ ແລະ ໄດ້ຮັບຜົນປະໂຫຍດແບບນີ້, ພວກເຈົ້າຈະພໍໃຈກັບສິ່ງນັ້ນບໍ? ພວກເຈົ້າຈະສາມາດປະຕິເສດມັນໄດ້ບໍ? (ໄດ້.) ຖ້າພວກເຈົ້າເປັນຄົນໂລບມາກ, ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ບໍ່ຢ້ານກົວພຣະເຈົ້າ, ເຈົ້າກໍຈະບໍ່ສາມາດເຮັດໄດ້. ໃຜກໍຕາມທີ່ມີຄວາມຊື່ສັດໜ້ອຍໜຶ່ງ, ມີເຫດຜົນໜ້ອຍໜຶ່ງ ແລະ ມີຫົວໃຈທີ່ຢຳເກງພຣະເຈົ້າໜ້ອຍໜຶ່ງ ກໍຈະປະຕິເສດມັນ ແລະ ພວກເຂົາກໍຈະລຸກຂຶ້ນຕຳໜິຜູ້ນໍາຄົນນັ້ນ, ລິຮານພວກເຂົາ, ຢຸດຢັ້ງພວກເຂົາ ໂດຍກ່າວວ່າ: “ສິ່ງທຳອິດທີ່ເຈົ້າຄວນເຮັດໃນຖານະຜູ້ນໍາກໍຄືການຈັດການເຄື່ອງຖວາຍໃຫ້ດີ, ບໍ່ແມ່ນການຍັກຍອກພວກມັນ, ຍິ່ງບໍ່ຕ້ອງເວົ້າເຖິງການຕັດສິນໃຈໂດຍບໍ່ໄດ້ຮັບອະນຸຍາດເພື່ອຈັດສັນໃຫ້ທຸກຄົນຕາມຄວາມຕັ້ງໃຈຂອງເຈົ້າເອງ. ເຈົ້າບໍ່ມີສິດທິນັ້ນ; ນັ້ນບໍ່ແມ່ນການຝາກຝັງຂອງພຣະເຈົ້າຕໍ່ເຈົ້າ. ເຄື່ອງຖວາຍເປັນຂອງພຣະເຈົ້າທີ່ຈະນຳໃຊ້ ແລະ ມີຫຼັກການໃນການນຳໃຊ້ຂອງຄຣິສຕະຈັກ, ບໍ່ມີໃຜມີສິດຕັດສິນໃຈສູງສຸດກ່ຽວກັບເຄື່ອງຖວາຍ. ເຈົ້າອາດຈະເປັນຜູ້ນໍາ, ແຕ່ເຈົ້າບໍ່ມີສິດທິພິເສດນັ້ນ. ພຣະເຈົ້າບໍ່ໄດ້ມອບສິດທິນັ້ນໃຫ້ເຈົ້າ. ເຈົ້າບໍ່ມີສິດທີ່ຈະໃຊ້ຂອງຂອງພຣະເຈົ້າ, ພຣະເຈົ້າບໍ່ໄດ້ຝາກຝັງວຽກງານນັ້ນໃຫ້ເຈົ້າ. ສະນັ້ນ, ຈົ່ງຮີບຮ້ອນຖອດເຄື່ອງປະດັບຄຳ ແລະ ເງິນທີ່ອ້າຍເອື້ອຍນ້ອງຖວາຍໃຫ້ພຣະເຈົ້າອອກ ແລະ ຖອດເຄື່ອງນຸ່ງທີ່ພວກເຂົາຖວາຍໃຫ້ພຣະອົງອອກ. ຈົ່ງຮີບຮ້ອນຈ່າຍຄ່າຊົດເຊີຍສຳລັບສິ່ງທີ່ເຈົ້າໄດ້ກິນໄປທັງໆທີ່ບໍ່ຄວນກິນ. ຖ້າເຈົ້າຍັງເປັນມະນຸດ ແລະ ມີຄວາມລະອາຍຢູ່ແດ່, ຈົ່ງເຮັດສິ່ງນີ້ທັນທີ. ຍິ່ງໄປກວ່ານັ້ນ, ບໍ່ວ່າເຈົ້າໄດ້ສົ່ງເຄື່ອງຖວາຍເຫຼົ່ານີ້ໃຫ້ໃຜເພື່ອເອົາໃຈພວກເຂົາ ຫຼື ໃຫ້ໃຜຍຶດເອົາ ແລະ ຊື່ນຊົມກັບພວກມັນ, ຈົ່ງເອົາເຄື່ອງຖວາຍເຫຼົ່ານັ້ນຄືນມາທັນທີ. ຖ້າເຈົ້າບໍ່ເຮັດ, ພວກເຮົາຈະແຈ້ງໃຫ້ອ້າຍເອື້ອຍນ້ອງທຸກຄົນຮູ້ ແລະ ຈັດການກັບເຈົ້າຄືກັບຢູດາ!” ພວກເຈົ້າຈະກ້າເຮັດແບບນີ້ບໍ? (ກ້າ.) ທຸກຄົນມີຄວາມຮັບຜິດຊອບນີ້ເມື່ອເວົ້າເຖິງເຄື່ອງຖວາຍ ແລະ ພວກເຂົາຄວນປະຕິບັດຕໍ່ເຄື່ອງຖວາຍດ້ວຍຄວາມສຳນຶກ ແລະ ທັດສະນະຄະຕິແບບນີ້. ແນ່ນອນ, ພວກເຂົາຍັງມີພັນທະນີ້ທີ່ຈະກວດກາເບິ່ງວ່າຄົນອື່ນປະຕິບັດຕໍ່ເຄື່ອງຖວາຍແນວໃດ, ວ່າພວກເຂົາກຳລັງເກັບຮັກສາມັນໄດ້ດີ ຫຼື ບໍ່ ແລະ ວ່າພວກເຂົາກຳລັງຈັດການມັນຕາມຫຼັກການ ຫຼື ບໍ່. ຢ່າຄິດວ່າສິ່ງນີ້ບໍ່ກ່ຽວຂ້ອງກັບເຈົ້າ ແລ້ວກໍບໍ່ຮັບຜິດຊອບ ໂດຍເວົ້າວ່າ, “ຢ່າງໃດກໍຕາມ, ຂ້ານ້ອຍບໍ່ແມ່ນຜູ້ນໍາ ຫຼື ຜູ້ເຮັດວຽກ, ນີ້ບໍ່ແມ່ນຄວາມຮັບຜິດຊອບຂອງຂ້ານ້ອຍ. ເຖິງແມ່ນວ່າຂ້ານ້ອຍຈະຄົ້ນພົບມັນ, ຂ້ານ້ອຍກໍບໍ່ຈຳເປັນຕ້ອງຫຍຸ້ງກ່ຽວກັບມັນ ຫຼື ເວົ້າຫຍັງກ່ຽວກັບມັນ, ນັ້ນເປັນເລື່ອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ໃຜກໍຕາມທີ່ໃຊ້ຈ່າຍເງິນຕາມອຳເພີໃຈ ແລະ ຍັກຍອກເຄື່ອງຖວາຍ, ພວກເຂົາກໍຄືຢູດາ ແລະ ພຣະເຈົ້າຈະລົງໂທດພວກເຂົາເມື່ອເຖິງເວລາ. ໃຜກໍຕາມທີ່ກໍ່ໃຫ້ເກີດຜົນສະທ້ອນ, ພວກເຂົາກໍຮັບຜິດຊອບຕໍ່ສິ່ງນັ້ນ. ບໍ່ຈຳເປັນທີ່ຂ້ານ້ອຍຈະຕ້ອງຫຍຸ້ງກ່ຽວກັບເລື່ອງນີ້. ການທີ່ຂ້ານ້ອຍຈະເວົ້າເກີນໜ້າທີ່ໄປມັນຈະມີປະໂຫຍດຫຍັງ?”. ເຈົ້າຄິດແນວໃດກັບຄົນປະເພດນີ້? (ພວກເຂົາບໍ່ມີຄວາມສຳນຶກ.) ຖ້າເຈົ້າຄົ້ນພົບວ່າ ໃນບາງພື້ນທີ່ທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ກວດກາ, ມີຄົນກຳລັງຟຸມເຟືອຍ ແລະ ຍຶດເອົາເຄື່ອງຖວາຍ, ເຈົ້າຄວນເຕືອນຜູ້ທີ່ກ່ຽວຂ້ອງເປັນການສ່ວນຕົວ ແລະ ພ້ອມທັງລາຍງານໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຊາບໂດຍທັນທີ. ເຈົ້າຄວນເວົ້າວ່າ, “ຫົວໜ້າທີມ ແລະ ຜູ້ນໍາຂອງພວກເຮົາ ມັກຈະເອົາເຄື່ອງຖວາຍມາເປັນຂອງຕົນເອງ. ພວກເຂົາຍັງໃຊ້ຈ່າຍເຄື່ອງຖວາຍຕາມອຳເພີໃຈ ແລະ ພວກເຂົາບໍ່ໄດ້ປຶກສາຫາລືກັບຄົນອື່ນ ແລະ ພຽງແຕ່ຕັດສິນໃຈດ້ວຍຕົນເອງເພື່ອຊື້ສິ່ງນັ້ນສິ່ງນີ້. ການໃຊ້ຈ່າຍສ່ວນຫຼາຍຂອງພວກເຂົາບໍ່ສອດຄ່ອງກັບຫຼັກການ. ເຮືອນຂອງພຣະເຈົ້າສາມາດຈັດການກັບເລື່ອງນີ້ໄດ້ບໍ?”. ມັນເປັນຄວາມຮັບຜິດຊອບຂອງຜູ້ທີ່ພຣະເຈົ້າເລືອກທີ່ຈະລາຍງານ ແລະ ແຈ້ງກ່ຽວກັບບັນຫາທີ່ພວກເຂົາພົບ. ການໂອ້ລົມກ່ອນໜ້ານີ້ຂອງພວກເຮົາແມ່ນກ່ຽວກັບການສະແດງອອກຂອງຜູ້ນໍາປອມປະເພດໜຶ່ງ, ທັດສະນະຄະຕິຂອງພວກເຂົາຕໍ່ເຄື່ອງຖວາຍກໍຄືການປະຕິບັດຕໍ່ພວກມັນວ່າເປັນຊັບສິນສ່ວນລວມ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?