ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (12) ສ່ວນທີ ສອງ
ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກກ່ຽວກັບການເກັບຮັກສາເຄື່ອງຖວາຍ
I. ການເກັບຮັກສາເຄື່ອງຖວາຍຢ່າງເໝາະສົມ
ຕໍ່ໄປ, ພວກເຮົາຈະມາເບິ່ງວ່າແທ້ຈິງແລ້ວຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຄວາມຮັບຜິດຊອບຫຍັງໃຫ້ສຳເລັດ ເມື່ອເວົ້າເຖິງການເກັບຮັກສາເຄື່ອງຖວາຍ. ສຳລັບເຄື່ອງຖວາຍ, ກ່ອນອື່ນ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຂົ້າໃຈວ່າເຄື່ອງຖວາຍແມ່ນຫຍັງ. ເມື່ອຜູ້ຄົນຖວາຍໜຶ່ງສ່ວນສິບທີ່ຕ້ອງຖວາຍຈາກສິ່ງທີ່ພວກເຂົາໄດ້ຮັບ, ນັ້ນຄືເຄື່ອງຖວາຍ; ເມື່ອພວກເຂົາລະບຸຢ່າງຊັດເຈນວ່າພວກເຂົາກຳລັງຖວາຍເງິນ ຫຼື ສິ່ງຂອງໃຫ້ແກ່ພຣະເຈົ້າ, ສິ່ງເຫຼົ່ານັ້ນກໍແມ່ນເຄື່ອງຖວາຍ; ເມື່ອພວກເຂົາລະບຸຢ່າງຊັດເຈນວ່າພວກເຂົາກຳລັງຖວາຍສິ່ງຂອງໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ, ນັ້ນກໍແມ່ນເຄື່ອງຖວາຍ. ເມື່ອພວກເຂົາເຂົ້າໃຈຄຳນິຍາມ ແລະ ແນວຄິດຂອງເຄື່ອງຖວາຍແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງກຳແໜ້ນ ແລະ ຈັດການເຄື່ອງຖວາຍທີ່ຜູ້ຄົນຖວາຍຢ່າງແນ່ນອນ ແລະ ດຳເນີນການກວດສອບຢ່າງເໝາະສົມໃນເລື່ອງນີ້. ກ່ອນອື່ນ, ພວກເຂົາຕ້ອງຊອກຫາຄົນທີ່ໄວ້ໃຈໄດ້ ເຊິ່ງມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ເພື່ອເຮັດໜ້າທີ່ເປັນຜູ້ດູແລຮັກສາໃນການບັນທຶກເຄື່ອງຖວາຍ ແລະ ເກັບຮັກສາເຄື່ອງຖວາຍຢ່າງເປັນລະບົບ. ນີ້ຄືໜ້າວຽກທຳອິດໃນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ. ຜູ້ດູແລຮັກສາເຄື່ອງຖວາຍເຫຼົ່ານີ້ອາດຈະມີຄວາມສາມາດປານກາງ ແລະ ບໍ່ສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້, ແຕ່ພວກເຂົາຈະເປັນຄົນທີ່ໜ້າເຊື່ອຖື ແລະ ຈະບໍ່ຍັກຍອກສິ່ງໃດ, ໃນຂະນະທີ່ຢູ່ໃນການຄອບຄອງຂອງພວກເຂົາ, ເຄື່ອງຖວາຍຈະບໍ່ສູນຫາຍ ຫຼື ສັບສົນປົນເປ ແລະ ຈະຖືກເກັບຮັກສາຢ່າງເໝາະສົມ. ມີກົດລະບຽບໃນການຈັດແຈງວຽກງານສຳລັບເລື່ອງນີ້. ຕ້ອງເປັນຄົນທີ່ໄວ້ໃຈໄດ້ ເຊິ່ງມີຄວາມເປັນມະນຸດທີ່ໄດ້ມາດຕະຖານເທົ່ານັ້ນ. ເມື່ອຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີເຫັນຂອງດີ, ພວກເຂົາກໍຈະໂລບມາກ ແລະ ພວກເຂົາຈະຊອກຫາໂອກາດທີ່ຈະເອົາໄປເປັນຂອງຕົນເອງຢູ່ສະເໝີ. ບໍ່ວ່າຈະເກີດຫຍັງຂຶ້ນ, ພວກເຂົາກໍຈະສະແຫວງຫາຜົນປະໂຫຍດຢູ່ສະເໝີ. ຄົນປະເພດນີ້ບໍ່ສາມາດນຳໃຊ້ໄດ້. ຄົນທີ່ມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ຢ່າງໜ້ອຍທີ່ສຸດຕ້ອງເປັນຄົນຊື່ສັດ, ເປັນຄົນທີ່ຜູ້ຄົນໄວ້ວາງໃຈ. ຖ້າໄດ້ຮັບມອບໝາຍໃຫ້ເກັບຮັກສາເຄື່ອງຖວາຍ ຫຼື ຈັດການຊັບສິນຂອງຄຣິສຕະຈັກ, ພວກເຂົາກໍຈະເຮັດມັນໄດ້ດີ, ຢ່າງລະອຽດຮອບຄອບ, ພາກພຽນ ແລະ ດ້ວຍຄວາມໃສ່ໃຈຢ່າງຍິ່ງ. ພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ຈະບໍ່ນຳໃຊ້ສິ່ງເຫຼົ່ານີ້ໃນທາງທີ່ຜິດ, ບໍ່ໃຫ້ຄົນອື່ນຢືມ ແລະ ອື່ນໆ. ສະຫຼຸບໂດຍຫຍໍ້, ເຈົ້າສາມາດວາງໃຈໄດ້ເມື່ອເຈົ້າໄດ້ມອບເຄື່ອງຖວາຍໄວ້ໃນມືຂອງພວກເຂົາ, ຮັບປະກັນວ່າເງິນທອງຈະບໍ່ຂາດຕົກບົກພ່ອງແມ່ນແຕ່ກີບດຽວ ແລະ ສິ່ງຂອງກໍຈະບໍ່ສູນຫາຍແມ່ນແຕ່ຢ່າງດຽວ. ຕ້ອງຊອກຫາຄົນແບບນີ້. ນອກຈາກນີ້, ເຮືອນຂອງພຣະເຈົ້າມີກົດລະບຽບວ່າບໍ່ພຽງແຕ່ຊອກຫາຄົນດັ່ງກ່າວພຽງຄົນດຽວ; ສອງ ຫຼື ສາມຄົນແມ່ນດີທີ່ສຸດ, ໂດຍໃຫ້ບາງຄົນບັນທຶກ ແລະ ບາງຄົນເກັບຮັກສາ. ເມື່ອຊອກຫາຄົນເຫຼົ່ານີ້ໄດ້ແລ້ວ, ເຄື່ອງຖວາຍຕ້ອງຖືກຈັດປະເພດ ແລະ ບັນທຶກຢ່າງເປັນລະບົບວ່າໃຜກຳລັງປົກປ້ອງສິ່ງຂອງປະເພດໃດ ແລະ ພວກເຂົາກຳລັງເກັບຮັກສາຫຼາຍສໍ່າໃດ. ເມື່ອຊອກຫາຄົນທີ່ເໝາະສົມໄດ້ແລ້ວ ແລະ ສິ່ງຂອງຕ່າງໆໄດ້ຖືກເກັບຮັກສາ ແລະ ຖືກລົງທະບຽນຕາມປະເພດແລ້ວ, ຖືວ່າຈົບສິ້ນແລ້ວບໍ? (ບໍ່.) ແລ້ວຄວນເຮັດຫຍັງຕໍ່ໄປ? ຕ້ອງກວດກາບັນຊີລາຍຮັບ-ລາຍຈ່າຍທຸກໆສາມຫາຫ້າເດືອນ ເພື່ອເບິ່ງວ່າມັນຖືກຕ້ອງ ຫຼື ບໍ່, ນັ້ນກໍຄື ຜູ້ບັນທຶກໄດ້ບັນທຶກຢ່າງຖືກຕ້ອງ ຫຼື ບໍ່, ມີສິ່ງໃດຕົກຫຼົ່ນໃນຂະນະທີ່ລົງທະບຽນ ຫຼື ບໍ່, ຈຳນວນທັງໝົດສອດຄ່ອງກັບບັນຊີລາຍຮັບ-ລາຍຈ່າຍ ຫຼື ບໍ່ ແລະ ອື່ນໆ. ວຽກງານບັນຊີດັ່ງກ່າວຕ້ອງເຮັດຢ່າງລະອຽດຮອບຄອບ. ຜູ້ນໍາ ແລະ ຜູ້ເຮັດວຽກທີ່ບໍ່ຊຳນານໃນວຽກງານດັ່ງກ່າວປານໃດ ຄວນຈັດຫາຄົນທີ່ຂ້ອນຂ້າງຊຳນານໃນວຽກງານນັ້ນມາເຮັດ, ຈາກນັ້ນກໍດຳເນີນການກວດກາເປັນປະຈຳ ແລະ ຮັບຟັງການລາຍງານຂອງພວກເຂົາ. ສະຫຼຸບແລ້ວ, ບໍ່ວ່າພວກເຂົາເອງຈະເຂົ້າໃຈວຽກງານບັນຊີ ແລະ ການວາງແຜນໂດຍລວມ ຫຼື ບໍ່ກໍຕາມ, ພວກເຂົາກໍບໍ່ສາມາດປະລະວຽກງານການເກັບຮັກສາເຄື່ອງຖວາຍໄວ້ໂດຍບໍ່ໃສ່ໃຈ, ທັງບໍ່ສາມາດບໍ່ສົນໃຈມັນ ແລະ ພຽງແຕ່ບໍ່ຖາມໄຖ່ໄດ້. ແທນທີ່ຈະເປັນແນວນັ້ນ, ພວກເຂົາຕ້ອງດຳເນີນການກວດກາເປັນປະຈຳ, ຖາມວ່າບັນຊີທີ່ໄດ້ກວດກາແລ້ວເປັນແນວໃດ ແລະ ມັນຕົງກັນ ຫຼື ບໍ່, ຈາກນັ້ນກໍກວດສອບບັນທຶກລາຍຈ່າຍບາງລາຍການແບບສຸ່ມ ເພື່ອເບິ່ງວ່າສະຖານະການການໃຊ້ຈ່າຍໃນໄລຍະທີ່ຜ່ານມາເປັນແນວໃດ, ມີການສິ້ນເປືອງ ຫຼື ບໍ່, ສະພາບການບັນທຶກເປັນແນວໃດ ແລະ ລາຍຮັບຕົງກັບລາຍຈ່າຍ ຫຼື ບໍ່. ຜູ້ນໍາ ແລະ ຜູ້ເຮັດວຽກຄວນສາມາດເຂົ້າໃຈ ສະຖານະການເຫຼົ່ານີ້ທັງໝົດໄດ້ຢ່າງຈະແຈ້ງ. ນີ້ຄືໜ້າວຽກໜຶ່ງທີ່ກ່ຽວຂ້ອງກັບການເກັບຮັກສາເຄື່ອງຖວາຍ. ພວກເຈົ້າຈະເວົ້າໄດ້ບໍວ່າໜ້າວຽກນີ້ງ່າຍ? ມັນມີຄວາມທ້າທາຍໃນລະດັບໃດໜຶ່ງບໍ? ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ: “ຂ້ອຍບໍ່ມັກຕົວເລກ; ຂ້ອຍປວດຫົວເມື່ອເຫັນພວກມັນ”. ກໍໃຫ້ຊອກຫາຄົນທີ່ເໝາະສົມມາຊ່ວຍເຈົ້າໃນການກວດກາ ແລະ ຊີ້ນໍາເບິ່ງແມ; ໃຫ້ພວກເຂົາຊ່ວຍເຈົ້າກວດສອບສິ່ງເຫຼົ່ານີ້. ເຈົ້າອາດຈະບໍ່ມັກ ຫຼື ບໍ່ເກັ່ງໃນວຽກງານນີ້, ແຕ່ຖ້າເຈົ້າຮູ້ຈັກໃຊ້ຄົນ ແລະ ໃຊ້ຢ່າງຖືກຕ້ອງ, ເຈົ້າກໍຍັງຈະສາມາດເຮັດວຽກງານນີ້ໄດ້ດີ. ຈົ່ງໃຊ້ຄົນທີ່ເໝາະສົມເພື່ອເຮັດມັນ ແລະ ເຈົ້າກໍພຽງແຕ່ຮັບຟັງການລາຍງານຂອງພວກເຂົາ. ນັ້ນກໍໃຊ້ໄດ້ຄືກັນ. ຈົ່ງຍຶດໝັ້ນຫຼັກການນີ້: ກວດກາ ແລະ ກວດນັບຊັບສິນທີ່ຖືກເກັບຮັກສາທັງໝົດເປັນປະຈຳກັບຜູ້ທີ່ຮັບຜິດຊອບວຽກງານນັ້ນ, ຈາກນັ້ນກໍຖາມຄຳຖາມຈຳນວນໜຶ່ງກ່ຽວກັບລາຍຈ່າຍທີ່ສຳຄັນ, ເຈົ້າສາມາດບັນລຸສິ່ງນີ້ໄດ້ບໍ? (ໄດ້.) ເປັນຫຍັງຜູ້ນໍາ ແລະ ຜູ້ເຮັດວຽກຈຶ່ງຕ້ອງເຮັດວຽກງານນີ້? ເພາະມັນເປັນການປົກປ້ອງເຄື່ອງຖວາຍ, ມັນເປັນຄວາມຮັບຜິດຊອບຂອງເຈົ້າ.
ເຄື່ອງຖວາຍທີ່ຜູ້ຄົນຖວາຍໃຫ້ແກ່ພຣະເຈົ້າແມ່ນເພື່ອໃຫ້ພຣະເຈົ້າຊົມໃຊ້, ແຕ່ພຣະອົງໄດ້ນຳໃຊ້ພວກມັນບໍ? ພຣະເຈົ້ານຳໃຊ້ເງິນ ແລະ ສິ່ງຂອງເຫຼົ່ານີ້ໄດ້ບໍ? ບໍ່ແມ່ນວ່າເຄື່ອງຖວາຍເຫຼົ່ານີ້ແກ່ພຣະເຈົ້າ ມີຈຸດປະສົງເພື່ອຖືກນຳໃຊ້ໃນການເຜີຍແຜ່ວຽກງານພຣະກິດຕິຄຸນບໍ? ບໍ່ແມ່ນວ່າພວກມັນມີຈຸດປະສົງເພື່ອລາຍຈ່າຍທັງໝົດຂອງວຽກງານຂອງເຮືອນຂອງພຣະເຈົ້າບໍ? ເນື່ອງຈາກວ່າພວກມັນກ່ຽວຂ້ອງກັບວຽກງານຂອງເຮືອນຂອງພຣະເຈົ້າ, ທັງການຈັດການ ແລະ ການໃຊ້ຈ່າຍເຄື່ອງຖວາຍກໍລ້ວນແລ້ວແຕ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ບໍ່ວ່າໃຜຈະຖວາຍເງິນນີ້ ຫຼື ສິ່ງຂອງເຫຼົ່ານີ້ຈະມາຈາກໃສກໍຕາມ, ຕາບໃດທີ່ພວກມັນເປັນຂອງເຮືອນຂອງພຣະເຈົ້າ, ເຈົ້າກໍຄວນຈັດການພວກມັນໃຫ້ດີ ແລະ ເຈົ້າຄວນຕິດຕາມ, ກວດກາ ແລະ ໃສ່ໃຈວຽກງານນີ້. ຖ້າຫາກເຄື່ອງຖວາຍທີ່ຖວາຍໃຫ້ແກ່ພຣະເຈົ້າບໍ່ສາມາດຖືກໃຊ້ຈ່າຍຢ່າງເໝາະສົມເພື່ອເຜີຍແຜ່ວຽກງານພຣະກິດຕິຄຸນຂອງພຣະເຈົ້າ, ແຕ່ພັດຖືກຟຸມເຟືອຍ ແລະ ສິ້ນເປືອງຢ່າງຊະຊາຍ ຫຼື ແມ່ນແຕ່ຖືກຍຶດຄອງໂດຍຄົນຊົ່ວຊ້າ, ສິ່ງນັ້ນເໝາະສົມບໍ? ນັ້ນບໍ່ແມ່ນການລະເລີຍຕໍ່ໜ້າທີ່ໃນສ່ວນຂອງຜູ້ນໍາ ແລະ ຜູ້ເຮັດວຽກບໍ? (ແມ່ນແລ້ວ.) ມັນເປັນການລະເລີຍຕໍ່ໜ້າທີ່ໃນສ່ວນຂອງພວກເຂົາ. ສະນັ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດວຽກງານນີ້. ມັນເປັນຄວາມຮັບຜິດຊອບທີ່ພວກເຂົາບໍ່ສາມາດຫຼີກລ່ຽງໄດ້. ການຈັດການເຄື່ອງຖວາຍໃຫ້ດີ ເພື່ອເຮັດໃຫ້ພວກມັນສາມາດຖືກນຳໃຊ້ຢ່າງຖືກຕ້ອງໃນການເຜີຍແຜ່ວຽກງານພຣະກິດຕິຄຸນ ແລະ ໃນວຽກງານໃດໆທີ່ກ່ຽວຂ້ອງກັບພາລະກິດຄຸ້ມຄອງຂອງພຣະເຈົ້າ ແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ບໍ່ຄວນຖືກເບິ່ງຂ້າມ. ອ້າຍເອື້ອຍນ້ອງໄດ້ພາກພຽນຢ່າງລຳບາກເພື່ອເກັບເງິນຈຳນວນໜຶ່ງມາຖວາຍໃຫ້ແກ່ພຣະເຈົ້າ. ສົມມຸດວ່າ, ຍ້ອນການລະເລີຍ ແລະ ການບໍ່ໃສ່ໃຈໃນໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເງິນຈຳນວນນີ້ຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ, ມັນຖືກຟຸມເຟືອຍ ແລະ ສິ້ນເປືອງຢ່າງຊະຊາຍໂດຍຄົນຊົ່ວຊ້າ ຫຼື ແມ່ນແຕ່ຖືກພວກເຂົາຍຶດຄອງເອົາໄປ. ຜົນຕາມມາກໍຄື, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ມີເງິນພຽງພໍສຳລັບຄ່າເດີນທາງ ຫຼື ຄ່າຄອງຊີບ ແລະ ແມ່ນແຕ່ບໍ່ມີເງິນພຽງພໍເມື່ອເຖິງເວລາພິມໜັງສືພຣະທຳຂອງພຣະເຈົ້າ ຫຼື ຊື້ອຸປະກອນ ແລະ ເຄື່ອງມືທີ່ຈຳເປັນ. ສິ່ງນີ້ບໍ່ແມ່ນການເຮັດໃຫ້ວຽກງານຊັກຊ້າບໍ? ເມື່ອເງິນທີ່ອ້າຍເອື້ອຍນ້ອງຖວາຍຖືກຄົນຊົ່ວຊ້າຍຶດຄອງເອົາໄປ ແທນທີ່ຈະຖືກນຳໃຊ້ຢ່າງເໝາະສົມ ແລະ ເມື່ອຈຳເປັນຕ້ອງໃຊ້ເງິນສຳລັບວຽກງານຂອງເຮືອນຂອງພຣະເຈົ້າ ແຕ່ພັດບໍ່ພຽງພໍ, ວຽກງານກໍບໍ່ໄດ້ຖືກຂັດຂວາງບໍ? ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ລົ້ມເຫຼວໃນການເຮັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດບໍ? (ແມ່ນແລ້ວ.) ຍ້ອນວ່າຜູ້ນໍາ ແລະ ຜູ້ເຮັດວຽກໄດ້ລົ້ມເຫຼວໃນການເຮັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ ແລະ ບໍ່ໄດ້ຈັດການເຄື່ອງຖວາຍເປັນຢ່າງດີ, ທັງບໍ່ໄດ້ເປັນຜູ້ດູແລທີ່ດີ ຫຼື ທຸ່ມເທຈິດໃຈໃນການເຮັດຄວາມຮັບຜິດຊອບຂອງຕົນກ່ຽວກັບວຽກງານນີ້, ຈຶ່ງໄດ້ເກີດການສູນເສຍຕໍ່ເຄື່ອງຖວາຍ ແລະ ວຽກງານຂອງຄຣິສຕະຈັກບາງຢ່າງກໍຕົກຢູ່ໃນສະພາວະຢຸດສະງັກ ຫຼື ຢຸດຊົ່ວຄາວ. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ແບກຮັບຄວາມຮັບຜິດຊອບອັນໃຫຍ່ຫຼວງສຳລັບເລື່ອງນີ້ບໍ? ນີ້ຄືບາບກຳ. ເຈົ້າອາດຈະບໍ່ໄດ້ຍຶດຄອງ, ຟຸມເຟືອຍ ຫຼື ເຮັດໃຫ້ເຄື່ອງຖວາຍເຫຼົ່ານີ້ສິ້ນເປືອງ ແລະ ເຈົ້າອາດຈະບໍ່ໄດ້ເອົາມັນໃສ່ຖົງຂອງຕົນເອງ, ແຕ່ສະຖານະການນີ້ໄດ້ເກີດຂຶ້ນຍ້ອນຄວາມບໍ່ໃສ່ໃຈ ແລະ ການລະເລີຍຕໍ່ໜ້າທີ່ຂອງເຈົ້າ. ເຈົ້າບໍ່ຄວນແບກຮັບຄວາມຮັບຜິດຊອບຕໍ່ເລື່ອງນີ້ບໍ? (ຄວນ.) ນີ້ເປັນຄວາມຮັບຜິດຊອບທີ່ໜັກໜ່ວງຢ່າງຍິ່ງ!
II. ການກວດສອບບັນຊີ
ໃນວຽກງານຂອງພວກເຂົາ, ນອກເໜືອຈາກການຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຢ່າງເໝາະສົມ ແລະ ສາມາດໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາໄດ້ແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກຍັງຕ້ອງເກັບຮັກສາເຄື່ອງຖວາຍໃຫ້ດີ. ພວກເຂົາຕ້ອງຊອກຫາຄົນທີ່ເໝາະສົມ ຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ເພື່ອດຳເນີນການຈັດການເຄື່ອງຖວາຍຢ່າງເປັນລະບົບ ແລະ ພວກເຂົາຕ້ອງກວດສອບບັນຊີເປັນໄລຍະໆ. ບາງຄົນຖາມວ່າ: “ຂ້ອຍຈະກວດສອບມັນໄດ້ແນວໃດ ເມື່ອສະຖານະການບໍ່ເອື້ອອຳນວຍ?” “ສະຖານະການບໍ່ເອື້ອອຳນວຍ”, ນັ້ນແມ່ນເຫດຜົນທີ່ຈະບໍ່ກວດສອບບັນຊີບໍ? ເຈົ້າສາມາດກວດສອບໄດ້ ເຖິງແມ່ນວ່າສະຖານະການຈະບໍ່ເອື້ອອຳນວຍກໍຕາມ; ຖ້າເຈົ້າບໍ່ສາມາດໄປດ້ວຍຕົນເອງ, ເຈົ້າຕ້ອງສົ່ງຄົນທີ່ໜ້າເຊື່ອຖື ແລະ ເໝາະສົມໄປດຳເນີນການຊີ້ນໍາ ແລະ ເບິ່ງວ່າຜູ້ດູແລຮັກສາກຳລັງເກັບຮັກສາເຄື່ອງຖວາຍຢ່າງເໝາະສົມ ຫຼື ບໍ່, ມີຄວາມຜິດພາດໃນບັນຊີ ຫຼື ບໍ່, ຜູ້ດູແລຮັກສາໜ້າເຊື່ອຖື ຫຼື ບໍ່, ສະພາວະຂອງພວກເຂົາໃນໄລຍະທີ່ຜ່ານມາເປັນແນວໃດ ແລະ ພວກເຂົາຄິດລົບ ຫຼື ບໍ່, ພວກເຂົາຮູ້ສຶກຢ້ານກົວເມື່ອປະເຊີນກັບສະຖານະການບາງຢ່າງ ຫຼື ບໍ່ ແລະ ມີຄວາມເປັນໄປໄດ້ທີ່ຈະທໍລະຍົດ ຫຼື ບໍ່. ສົມມຸດວ່າເຈົ້າໄດ້ຍິນວ່າຄອບຄົວຂອງພວກເຂົາກຳລັງຂັດສົນເລື່ອງເງິນຄຳ, ມັນເປັນໄປໄດ້ບໍທີ່ພວກເຂົາອາດຈະນຳໃຊ້ເຄື່ອງຖວາຍໃນທາງທີ່ຜິດ? ຜ່ານການໂອ້ລົມ ແລະ ການກວດສອບສະຖານະການ, ເຈົ້າອາດຈະເຫັນວ່າຜູ້ດູແລຮັກສາຂ້ອນຂ້າງໜ້າເຊື່ອຖື, ພວກເຂົາຮູ້ວ່າເຄື່ອງຖວາຍບໍ່ຄວນຖືກແຕະຕ້ອງ ແລະ ບໍ່ວ່າຄອບຄົວຂອງພວກເຂົາຈະຂັດສົນເລື່ອງເງິນຄຳສໍ່າໃດ, ພວກເຂົາກໍບໍ່ໄດ້ແຕະຕ້ອງເຄື່ອງຖວາຍ ແລະ ຜ່ານການສັງເກດເປັນເວລາດົນ, ກໍອາດຈະພິສູດໄດ້ວ່າຜູ້ດູແລຮັກສາໜ້າເຊື່ອຖືຢ່າງສົມບູນ. ນອກຈາກນີ້, ຕ້ອງກວດສອບວ່າສະພາບແວດລ້ອມອ້ອມຂ້າງຂອງເຮືອນທີ່ເກັບຮັກສາເຄື່ອງຖວາຍນັ້ນອັນຕະລາຍ ຫຼື ບໍ່, ມີອ້າຍເອື້ອຍນ້ອງຄົນໃດຖືກມັງກອນແດງທີ່ຍິ່ງໃຫຍ່ຈັບກຸມຢູ່ທີ່ນັ້ນ ຫຼື ບໍ່, ຜູ້ດູແລຮັກສາເຄື່ອງຖວາຍໄດ້ປະເຊີນກັບອັນຕະລາຍໃດໆ ຫຼື ບໍ່, ເຄື່ອງຖວາຍຖືກເກັບຮັກສາໃນສະຖານທີ່ທີ່ເໝາະສົມ ຫຼື ບໍ່ ແລະ ຄວນຍົກຍ້າຍພວກມັນ ຫຼື ບໍ່. ສະພາບແວດລ້ອມ ແລະ ສະຖານະການຂອງເຮືອນຂອງຜູ້ດູແລຮັກສາຕ້ອງຖືກກວດກາເລື້ອຍໆ ເພື່ອໃຫ້ສາມາດມີການຕອບສະໜອງ ແລະ ການວາງແຜນທີ່ເໝາະສົມໄດ້ທຸກເວລາ. ໃນຂະນະທີ່ເຈົ້າເຮັດສິ່ງນີ້, ເຈົ້າກໍຕ້ອງສອບຖາມເປັນໄລຍະໆວ່າທີມໃດໄດ້ຮັບອຸປະກອນໃໝ່ເມື່ອບໍ່ດົນມານີ້ ແລະ ອຸປະກອນເຫຼົ່ານັ້ນໄດ້ມາແນວໃດ. ຖ້າຫາກຊື້ມາ, ເຈົ້າຕ້ອງຖາມວ່າມີໃຜກວດສອບຄຳຮ້ອງຂໍ ແລະ ເຊັນອະນຸມັດກ່ອນທີ່ຈະຊື້ ຫຼື ບໍ່, ພວກມັນຖືກຊື້ໃນລາຄາສູງ ຫຼື ລາຄາຕະຫຼາດທີ່ສົມເຫດສົມຜົນ, ມີການໃຊ້ຈ່າຍເງິນທີ່ບໍ່ຈຳເປັນ ຫຼື ບໍ່ ແລະ ອື່ນໆ. ສົມມຸດວ່າ, ຜ່ານການກວດກາ ແລະ ກວດສອບບັນຊີແມ່ນບໍ່ພົບເຫັນບັນຫາໃດໆໃນປຶ້ມບັນທຶກ, ແຕ່ຄົ້ນພົບວ່າຜູ້ຈັດຊື້ບາງຄົນໄດ້ຟຸມເຟືອຍເຄື່ອງຖວາຍຢ່າງຊະຊາຍເລື້ອຍໆ. ບໍ່ວ່າສິ່ງຂອງບາງຢ່າງຈະແພງສໍ່າໃດ, ພວກເຂົາກໍຈະຊື້; ຍິ່ງໄປກວ່ານັ້ນ, ເມື່ອພວກເຂົາຮູ້ດີວ່າສິນຄ້າຈະຫຼຸດລາຄາ, ວ່າລາຄາຂອງມັນຈະຫຼຸດລົງ, ພວກເຂົາກໍບໍ່ລໍຖ້າ, ແທນທີ່ຈະເປັນແນວນັ້ນ ພວກເຂົາຈະຊື້ມັນທັນທີ ແລະ ພວກເຂົາຈະຊື້ຂອງດີ, ຂອງຊັ້ນດີ, ລຸ້ນໃໝ່ລ່າສຸດ. ຜູ້ຈັດຊື້ເຫຼົ່ານີ້ໃຊ້ຈ່າຍເງິນໂດຍບໍ່ມີຫຼັກການ ແລະ ຢ່າງຊະຊາຍ ແລະ ພວກເຂົາໃຊ້ຈ່າຍເຄື່ອງຖວາຍເພື່ອຊື້ສິ່ງຂອງໃຫ້ເຮືອນຂອງພຣະເຈົ້າຄືກັບວ່າພວກເຂົາກຳລັງເຮັດສິ່ງຕ່າງໆໃຫ້ສັດຕູຂອງພວກເຂົາ. ພວກເຂົາບໍ່ເຄີຍຊື້ສິ່ງຂອງທີ່ໃຊ້ງານໄດ້ຈິງຕາມຫຼັກການ, ແຕ່ພຽງແຕ່ຊອກຫາຮ້ານໃດກໍໄດ້ ແລະ ຊື້ສິ່ງຂອງທັນທີ ໂດຍບໍ່ສົນໃຈລາຄາ ແລະ ຄຸນນະພາບ. ເມື່ອນຳສິ່ງຂອງກັບມາແລ້ວ, ມັນກໍເພພາຍໃນບໍ່ເທົ່າໃດມື້ທີ່ນຳໃຊ້ ແລະ ຜູ້ຈັດຊື້ເຫຼົ່ານີ້ກໍບໍ່ເອົາໄປສ້ອມແປງເມື່ອມັນເພ, ພວກເຂົາກໍຊື້ໜ່ວຍໃໝ່. ໃນກໍລະນີທີ່ກວດສອບບັນຊີ ແລະ ກວດສອບລາຍຈ່າຍທາງການເງິນແລ້ວພົບວ່າບາງຄົນໄດ້ຟຸມເຟືອຍ ແລະ ເຮັດໃຫ້ເຄື່ອງຖວາຍສິ້ນເປືອງຢ່າງຮ້າຍແຮງ, ຈະຈັດການກັບເລື່ອງນີ້ແນວໃດ? ຄົນເຫຼົ່ານັ້ນຄວນໄດ້ຮັບຄຳເຕືອນທາງວິໄນ ຫຼື ຄວນໃຫ້ພວກເຂົາຊົດໃຊ້ຄ່າເສຍຫາຍບໍ? ແນ່ນອນວ່າທັງສອງຢ່າງແມ່ນຈຳເປັນ. ຖ້າພົບວ່າຈິດໃຈຂອງພວກເຂົາບໍ່ຊື່ຕົງ, ວ່າພວກເຂົາເປັນພຽງຄົນຕ່າງຊາດ, ຜູ້ບໍ່ເຊື່ອ, ວ່າພວກເຂົາເປັນມານຮ້າຍ, ແລ້ວບັນຫາກໍບໍ່ສາມາດແກ້ໄຂໄດ້ໂດຍພຽງແຕ່ໃຫ້ຄຳເຕືອນທາງວິໄນ ຫຼື ລິຮານພວກເຂົາ. ບໍ່ວ່າຈະໂອ້ລົມຄວາມຈິງແນວໃດ, ພວກເຂົາກໍຈະບໍ່ຍອມຮັບ; ບໍ່ວ່າຈະລິຮານພວກເຂົາແນວໃດ, ພວກເຂົາກໍຈະບໍ່ເອົາໃຈໃສ່. ຖ້າຖືກຂໍໃຫ້ຊົດໃຊ້ຄ່າເສຍຫາຍ, ພວກເຂົາກໍຈະຊົດໃຊ້, ແຕ່ພວກເຂົາກໍຈະປະພຶດແບບເດີມໃນອະນາຄົດ ແລະ ພວກເຂົາຈະບໍ່ປ່ຽນແປງ. ພວກເຂົາຈະບໍ່ກະທຳຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າຢ່າງແນ່ນອນ; ແທນທີ່ຈະເປັນແນວນັ້ນ, ພວກເຂົາຈະກະທຳຕາມອຳເພີໃຈ, ຢ່າງຊະຊາຍ ແລະ ບໍ່ມີຫຼັກການ. ຈະຈັດການກັບຄົນປະເພດນີ້ແນວໃດ? ພວກເຂົາສາມາດຖືກນຳໃຊ້ຕໍ່ໄປໄດ້ບໍ? ບໍ່ຄວນ; ຖ້າຖືກນຳໃຊ້, ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກກໍເປັນຄົນໂງ່ຈ້າທີ່ສຸດ, ພວກເຂົາຊ່າງໂງ່ຈ້າແທ້ໆ! ເມື່ອພົບເຫັນຜູ້ບໍ່ເຊື່ອເຊັ່ນນີ້, ພວກເຂົາຄວນຖືກປົດອອກ, ຖືກກຳຈັດ ແລະ ຖືກສະລ້າງອອກຈາກຄຣິສຕະຈັກທັນທີ. ພວກເຂົາບໍ່ມີຄຸນສົມບັດແມ່ນແຕ່ຈະຮັບໃຊ້, ພວກເຂົາບໍ່ສົມຄວນທີ່ຈະເຮັດເຊັ່ນນັ້ນ!
ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກກຳລັງກວດສອບບັນຊີ ແລະ ລາຍຈ່າຍ, ພວກເຂົາອາດຈະບໍ່ພຽງແຕ່ພົບເຫັນກໍລະນີການຟຸມເຟືອຍ ແລະ ການສິ້ນເປືອງ ຫຼື ລາຍຈ່າຍທີ່ບໍ່ສົມເຫດສົມຜົນບາງຢ່າງເທົ່ານັ້ນ, ພວກເຂົາອາດຈະພົບວ່າບາງຄົນທີ່ເຮັດວຽກງານນີ້ມີຄຸນລັກສະນະທີ່ຕໍ່າຕ້ອຍ, ວ່າພວກເຂົາຊົ່ວຊ້າ ແລະ ເຫັນແກ່ຕົວ ແລະ ວ່າພວກເຂົາໄດ້ກໍ່ໃຫ້ເກີດການສູນເສຍຕໍ່ວຽກງານຂອງຄຣິສຕະຈັກ. ຖ້າເຈົ້າພົບເຫັນສະຖານະການແບບນີ້, ເຈົ້າຄວນຈັດການກັບມັນແນວໃດ? ມັນຈັດການໄດ້ງ່າຍດັ່ງນີ້: ເຈົ້າຕ້ອງຈັດການ ແລະ ແກ້ໄຂມັນທັນທີ, ປົດຄົນເຫຼົ່ານັ້ນອອກ, ຈາກນັ້ນກໍເລືອກຄົນທີ່ເໝາະສົມມາເຮັດວຽກງານນັ້ນ. ຄົນທີ່ເໝາະສົມໝາຍເຖິງຜູ້ທີ່ມີຄວາມເປັນມະນຸດທີ່ໄດ້ມາດຕະຖານ, ຜູ້ທີ່ມີຄວາມສຳນຶກ ແລະ ເຫດຜົນ ແລະ ຜູ້ທີ່ສາມາດຈັດການສິ່ງຕ່າງໆຕາມຫຼັກການຂອງເຮືອນຂອງພຣະເຈົ້າ. ເມື່ອພວກເຂົາຊື້ເຄື່ອງໃຫ້ເຮືອນຂອງພຣະເຈົ້າ, ພວກເຂົາຈະຊື້ຂອງທີ່ປະຢັດ ເຊິ່ງກໍຂ້ອນຂ້າງໃຊ້ງານໄດ້ຈິງ ແລະ ທົນທານ, ເປັນສິ່ງທີ່ຈຳເປັນຕ້ອງຊື້. ພວກເຂົາບໍ່ຈຳເປັນຕ້ອງຕັ້ງໃຈຊື້ແຕ່ຂອງຖືກ, ແຕ່ພວກເຂົາກໍບໍ່ຮູ້ສຶກວ່າຈຳເປັນຕ້ອງຊື້ຂອງທີ່ແພງທີ່ສຸດເຊັ່ນກັນ; ໃນກຸ່ມສິນຄ້າທີ່ຄ້າຍຄືກັນ ພວກເຂົາຈະເລືອກສິນຄ້າທີ່ມີຄຳວິຈານ ແລະ ຊື່ສຽງທີ່ຂ້ອນຂ້າງດີ, ພ້ອມທັງລາຄາທີ່ເໝາະສົມ ແລະ ແນ່ນອນ, ຖ້າການຮັບປະກັນຂອງມັນຍາວນານກວ່າ, ກໍຍິ່ງດີ. ນີ້ຄືຄົນປະເພດທີ່ເຈົ້າຕ້ອງຊອກຫາເພື່ອມາຊື້ເຄື່ອງໃຫ້ເຮືອນຂອງພຣະເຈົ້າ. ພວກເຂົາຕ້ອງມີຈິດໃຈທີ່ຊື່ຕົງ ແລະ ພວກເຂົາຕ້ອງຄຳນຶງເຖິງເຮືອນຂອງພຣະເຈົ້າໃນການກະທຳຂອງພວກເຂົາ ແລະ ຄິດໄຕ່ຕອງຢ່າງຮອບຄອບ; ພວກເຂົາຍັງຕ້ອງຈັດການສິ່ງຕ່າງໆຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ, ກະທຳ ແລະ ປະພຶດຕົນຢ່າງມີລະບຽບວິໄນ, ໂດຍບໍ່ມີການປົກປິດຄວາມຈິງ ແລະ ມີຄວາມຊັດເຈນແຈ່ມແຈ້ງ. ເມື່ອເຈົ້າຊອກຫາຄົນແບບນັ້ນໄດ້ແລ້ວ, ໃຫ້ພວກເຂົາຈັດການສິ່ງຕ່າງໆຈຳນວນໜຶ່ງໃຫ້ເຮືອນຂອງພຣະເຈົ້າ ແລະ ສັງເກດເບິ່ງພວກເຂົາ. ຖ້າພວກເຂົາເບິ່ງຄືວ່າຂ້ອນຂ້າງເໝາະສົມ, ກໍອາດຈະນຳໃຊ້ພວກເຂົາໄດ້. ແຕ່ມັນບໍ່ແມ່ນວ່າຈະຈົບສິ້ນເມື່ອໄດ້ຈັດແຈງແລ້ວ, ໃນຕໍ່ໜ້າ, ເຈົ້າຕ້ອງພົບປະກັບພວກເຂົາ, ໂອ້ລົມກັບພວກເຂົາ ແລະ ກວດກາວຽກງານຂອງພວກເຂົາ. ບາງຄົນຖາມວ່າ: “ນັ້ນເປັນເພາະວ່າພວກເຂົາບໍ່ໜ້າໄວ້ວາງໃຈບໍ?” ເຫດຜົນບໍ່ແມ່ນຍ້ອນຂາດຄວາມໄວ້ວາງໃຈເທົ່ານັ້ນ, ບາງຄັ້ງ, ເຖິງແມ່ນວ່າພວກເຂົາຈະໜ້າໄວ້ວາງໃຈ, ກໍຍັງຕ້ອງມີການກວດກາ. ແລ້ວຈະກວດກາຫຍັງ? ເບິ່ງວ່າມີການບ່ຽງເບນໃນການປະຕິບັດຂອງພວກເຂົາໃນສະຖານະການທີ່ພວກເຂົາບໍ່ເຂົ້າໃຈຫຼັກການ ຫຼື ບໍ່ ຫຼື ວ່າພວກເຂົາມີຄວາມເຂົ້າໃຈທີ່ບິດເບືອນ ຫຼື ບໍ່. ມັນເປັນສິ່ງຈຳເປັນທີ່ຈະຕ້ອງຊ່ວຍເຫຼືອພວກເຂົາໂດຍການດຳເນີນການກວດສອບ. ຕົວຢ່າງ, ສົມມຸດວ່າພວກເຂົາເວົ້າວ່າມີສິນຄ້າທີ່ເປັນທີ່ນິຍົມຫຼາຍໃນຕະຫຼາດ, ແຕ່ພວກເຂົາບໍ່ຮູ້ວ່າເຮືອນຂອງພຣະເຈົ້າຈະນຳໃຊ້ມັນໄດ້ ຫຼື ບໍ່ ແລະ ພວກເຂົາກັງວົນວ່າຖ້າບໍ່ຊື້ຕອນນີ້ ອາດຈະບໍ່ມີຂາຍອີກໃນອະນາຄົດ. ພວກເຂົາຖາມເຈົ້າວ່າຈະຈັດການກັບເລື່ອງນີ້ແນວໃດ. ຖ້າເຈົ້າບໍ່ຮູ້, ເຈົ້າກໍຄວນໃຫ້ພວກເຂົາໄປຖາມຄົນທີ່ກ່ຽວຂ້ອງກັບວຽກງານວິຊາຊີບນັ້ນ. ຈາກນັ້ນ ມືອາຊີບຄົນນັ້ນກໍເວົ້າວ່າສິນຄ້ານັ້ນເປັນພຽງສິນຄ້າຕາມກະແສທີ່ບໍ່ຄ່ອຍໄດ້ໃຊ້ ແລະ ບໍ່ຈຳເປັນຕ້ອງເສຍເງິນຊື້ມັນມາ. ໂດຍມີຄວາມຄິດເຫັນຂອງຜູ້ຊ່ຽວຊານເປັນບ່ອນອ້າງອີງ, ກໍໄດ້ຕັດສິນໃຈວ່າບໍ່ຈຳເປັນຕ້ອງຊື້ສິນຄ້ານັ້ນ, ການຊື້ມັນຈະເປັນການສິ້ນເປືອງ ແລະ ການບໍ່ຊື້ມັນໃນຕອນນີ້ກໍບໍ່ແມ່ນການສູນເສຍ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດວຽກງານຂອງຕົນໃຫ້ເຖິງລະດັບນີ້. ບໍ່ວ່າສິ່ງໃດໜຶ່ງຈະສຳຄັນ ຫຼື ບໍ່ສຳຄັນ, ຖ້າພວກເຂົາສາມາດເຫັນມັນ, ຄິດເຖິງມັນ ຫຼື ຮູ້ກ່ຽວກັບມັນ, ພວກເຂົາກໍຕ້ອງຕິດຕາມ ແລະ ກວດກາມັນຢ່າງສະເໝີຕົ້ນສະເໝີປາຍ ແລະ ເຮັດສິ່ງນີ້ຕາມຂັ້ນຕອນທີ່ກຳນົດໄວ້ຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ. ນີ້ຄືສິ່ງທີ່ເອີ້ນວ່າການເຮັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ.
ບາງຄົນຍື່ນຄຳຮ້ອງຂໍຊື້ສິ່ງຂອງບາງຢ່າງເລື້ອຍໆ, ໂດຍຂໍໃຫ້ເຮືອນຂອງພຣະເຈົ້າຊື້ສິນຄ້າເຫຼົ່ານີ້ ແລະ ຜ່ານການກວດສອບ ແລະ ການກວດກາຢ່າງລະອຽດ, ໂດຍປົກກະຕິແລ້ວຈະພົບວ່າໃນຫ້າຢ່າງທີ່ຂໍມານັ້ນ ມີພຽງຢ່າງດຽວທີ່ຈຳເປັນຕ້ອງຊື້ ແລະ ອີກສີ່ຢ່າງທີ່ເຫຼືອແມ່ນບໍ່ຈຳເປັນຕ້ອງຊື້. ໃນກໍລະນີເຊັ່ນນີ້ຄວນເຮັດແນວໃດ? ສິ່ງຂອງທີ່ພວກເຂົາຍື່ນຄຳຮ້ອງຂໍຕ້ອງຖືກກວດສອບ ແລະ ພິຈາລະນາຢ່າງເຂັ້ມງວດ, ບໍ່ຄວນຟ້າວຊື້. ບໍ່ຄວນຊື້ພຽງເພາະວ່າຄົນເຫຼົ່ານັ້ນເວົ້າວ່າວຽກງານຕ້ອງການ, ບໍ່ຄວນປ່ອຍໃຫ້ຄົນເຫຼົ່ານັ້ນຍື່ນຄຳຮ້ອງຂໍສິ່ງຕ່າງໆຕາມອຳເພີໃຈໂດຍອ້າງວ່າເປັນເພື່ອວຽກງານຂອງພວກເຂົາ. ບໍ່ວ່າຄົນເຫຼົ່ານີ້ຈະອ້າງເຫດຜົນໃດກໍຕາມ ແລະ ບໍ່ວ່າພວກເຂົາຈະຮີບຮ້ອນສໍ່າໃດ, ຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຜູ້ທີ່ຮັບຜິດຊອບຈັດການເຄື່ອງຖວາຍຕ້ອງມີຈິດໃຈທີ່ໜັກແໜ້ນຢ່າງເດັດຂາດ. ພວກເຂົາຕ້ອງກວດກາ ແລະ ກວດສອບສິ່ງເຫຼົ່ານີ້ຢ່າງເອົາໃຈໃສ່; ຈະຕ້ອງບໍ່ມີຂໍ້ຜິດພາດແມ່ນແຕ່ໜ້ອຍດຽວ. ສິ່ງທີ່ຈຳເປັນຕ້ອງຊື້ຢ່າງແທ້ຈິງຕ້ອງໄດ້ຮັບການສຶກສາ ແລະ ອະນຸມັດຈາກຜູ້ນໍາ ແລະ ຖ້າການຊື້ເປັນທາງເລືອກ, ກໍໃຫ້ປະຕິເສດ, ບໍ່ອະນຸມັດ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເຮັດວຽກງານນີ້ຢ່າງລະອຽດ, ເປັນຮູບປະທຳ ແລະ ເລິກເຊິ່ງ, ມັນກໍຈະຫຼຸດຜ່ອນກໍລະນີການຟຸມເຟືອຍ ແລະ ການສິ້ນເປືອງເຄື່ອງຖວາຍ ແລະ ແນ່ນອນ, ມັນກໍຈະຫຼຸດຜ່ອນລາຍຈ່າຍທີ່ບໍ່ສົມເຫດສົມຜົນຍິ່ງຂຶ້ນ. ການເຮັດວຽກງານນີ້ບໍ່ແມ່ນພຽງແຕ່ການເບິ່ງຢ່າງລະອຽດວ່າລາຍຮັບ-ລາຍຈ່າຍທີ່ບັນທຶກໄວ້ໃນບັນຊີແມ່ນຫຍັງ, ຕົວເລກແມ່ນຫຍັງ. ນັ້ນເປັນເລື່ອງສຳຮອງ. ຈຸດທີ່ສຳຄັນທີ່ສຸດກໍຄື ຈິດໃຈຂອງເຈົ້າຕ້ອງຊື່ຕົງ ແລະ ເຈົ້າຕ້ອງປະຕິບັດຕໍ່ທຸກລາຍຈ່າຍ ແລະ ທຸກລາຍການບັນທຶກຄືກັບວ່າມັນເປັນລາຍການໃນບັນຊີທະນາຄານຂອງເຈົ້າເອງ. ແລ້ວເຈົ້າກໍຈະເບິ່ງມັນຢ່າງລະອຽດ, ເຈົ້າຈະສາມາດຈື່ມັນໄດ້ ແລະ ເຈົ້າຈະສາມາດເຂົ້າໃຈມັນໄດ້ ແລະ ຖ້າມີຂໍ້ຜິດພາດ ຫຼື ບັນຫາ, ເຈົ້າກໍຈະສາມາດເບິ່ງອອກ. ຖ້າເຈົ້າເບິ່ງມັນຄືກັບບັນຊີຂອງຄົນອື່ນ ຫຼື ບັນຊີສ່ວນລວມ, ເຈົ້າກໍຈະຕາບອດໃຈບອດຢ່າງແນ່ນອນ, ບໍ່ສາມາດຄົ້ນພົບບັນຫາໃດໆໄດ້. ບາງຄົນເກັບເງິນໄວ້ໃນທະນາຄານຈຳນວນໜຶ່ງ ແລະ ທຸກໆເດືອນ, ພວກເຂົາກໍຈະອ່ານໃບລາຍງານ ແລະ ເບິ່ງດອກເບ້ຍ, ຈາກນັ້ນພວກເຂົາກໍຈະກວດສອບບັນຊີ, ພວກເຂົາກວດເບິ່ງວ່າແຕ່ລະເດືອນພວກເຂົາໃຊ້ຈ່າຍເທົ່າໃດ, ຖອນເງິນຈັກຄັ້ງ ແລະ ຝາກເງິນເທົ່າໃດ. ທຸກລາຍການບັນທຶກຖືກຈົດຈຳໄວ້ໃນໃຈຂອງພວກເຂົາ, ພວກເຂົາຮູ້ທຸກຕົວເລກດີຂຶ້ນໃຈ ແລະ ພວກເຂົາກໍເຂົ້າໃຈມັນຢ່າງແຈ່ມແຈ້ງໃນໃຈ. ຖ້າມີບັນຫາເກີດຂຶ້ນຢູ່ບ່ອນໃດ, ພວກເຂົາກໍສາມາດເບິ່ງອອກໄດ້ທັນທີ ແລະ ພວກເຂົາບໍ່ເບິ່ງຂ້າມແມ່ນແຕ່ຂໍ້ຜິດພາດທີ່ເລັກນ້ອຍທີ່ສຸດ. ຄົນເຮົາສາມາດລະມັດລະວັງກັບເງິນຂອງຕົນເອງໄດ້ປານນີ້, ແຕ່ພວກເຂົາສະແດງຄວາມເປັນຫ່ວງແບບດຽວກັນຕໍ່ເຄື່ອງຖວາຍຂອງພຣະເຈົ້າບໍ? ໃນຄວາມຄິດເຫັນຂອງເຮົາ, ຄົນ 99.9% ບໍ່ໄດ້ເປັນແບບນັ້ນ, ສະນັ້ນ ເມື່ອເຄື່ອງຖວາຍຂອງພຣະເຈົ້າຖືກມອບໃຫ້ຄົນເກັບຮັກສາ, ຈຶ່ງມັກມີກໍລະນີການຟຸມເຟືອຍ ແລະ ການສິ້ນເປືອງ ແລະ ລາຍຈ່າຍທີ່ບໍ່ສົມເຫດສົມຜົນປະເພດຕ່າງໆ, ແຕ່ກໍບໍ່ມີໃຜຮູ້ສຶກວ່າມັນເປັນບັນຫາ ແລະ ຜູ້ທີ່ຮັບຜິດຊອບວຽກງານນີ້ກໍບໍ່ເຄີຍຮູ້ສຶກຜິດໃນໃຈເລີຍ. ບໍ່ຕ້ອງເວົ້າເຖິງການເສຍເງິນໜຶ່ງຮ້ອຍຢວນ, ແມ່ນແຕ່ຖ້າພວກເຂົາເສຍໜຶ່ງພັນ, ໜຶ່ງໝື່ນ, ໃຈພວກເຂົາກໍ່ບໍ່ຮູ້ສຶກເຖິງການຕຳໜິ, ເປັນໜີ້ ຫຼື ການກ່າວໂທດຕົວເອງເລີຍ. ເປັນຫຍັງຄົນເຮົາຈຶ່ງເບົາປັນຍາກັບເລື່ອງນີ້ປານນັ້ນ? ບໍ່ແມ່ນສິ່ງນີ້ໄດ້ຊີ້ໃຫ້ເຫັນວ່າຈິດໃຈຂອງຄົນສ່ວນຫຼາຍບໍ່ຊື່ຕົງບໍ? ເປັນໄປໄດ້ແນວໃດທີ່ເຈົ້າຈະຮູ້ຢ່າງແຈ່ມແຈ້ງວ່າເຈົ້າມີເງິນເກັບຢູ່ໃນທະນາຄານເທົ່າໃດ? ເມື່ອເງິນຂອງເຮືອນຂອງພຣະເຈົ້າຖືກຝາກໄວ້ໃນບັນຊີຂອງເຈົ້າຊົ່ວຄາວ, ເພື່ອໃຫ້ເຈົ້າເກັບຮັກສາ, ເຈົ້າກໍບໍ່ເອົາໃຈໃສ່ ຫຼື ສົນໃຈມັນ. ນີ້ແມ່ນແນວຄິດແບບໃດ? ເຈົ້າບໍ່ໄດ້ຈົງຮັກພັກດີແມ່ນແຕ່ໃນການເກັບຮັກສາເຄື່ອງຖວາຍຂອງພຣະເຈົ້າ, ແລ້ວເຈົ້າຍັງເປັນຜູ້ທີ່ເຊື່ອໃນພຣະເຈົ້າຢູ່ບໍ? ທັດສະນະຄະຕິຂອງຄົນຕໍ່ເຄື່ອງຖວາຍເປັນຫຼັກຖານຢັ້ງຢືນທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ, ທັດສະນະຄະຕິຂອງພວກເຂົາຕໍ່ເຄື່ອງຖວາຍບອກໄດ້ຫຼາຍຢ່າງ. ຄົນເຮົາບໍ່ໃສ່ໃຈເຄື່ອງຖວາຍ ແລະ ພວກເຂົາບໍ່ສົນໃຈມັນ. ພວກເຂົາບໍ່ເສຍໃຈຖ້າເຄື່ອງຖວາຍເສຍໄປ; ພວກເຂົາບໍ່ຮັບຜິດຊອບ ແລະ ພວກເຂົາບໍ່ສົນໃຈ. ສະນັ້ນ, ພວກເຂົາບໍ່ມີທັດສະນະຄະຕິແບບດຽວກັນຕໍ່ພຣະເຈົ້າບໍ? (ແມ່ນແລ້ວ.) ມີໃຜເວົ້າວ່າ: “ເຄື່ອງຖວາຍຂອງພຣະເຈົ້າເປັນຂອງພຣະອົງ. ຕາບໃດທີ່ຂ້ອຍບໍ່ໂລບມາກ ຫຼື ຍຶດຄອງເອົາ, ທຸກຢ່າງກໍບໍ່ເປັນຫຍັງ. ໃຜກໍຕາມທີ່ຍຶດຄອງເອົາກໍຈະຖືກລົງໂທດ, ນັ້ນເປັນເລື່ອງຂອງພວກເຂົາ ແລະ ພວກເຂົາກໍສົມຄວນແລ້ວ. ມັນບໍ່ກ່ຽວຫຍັງກັບຂ້ອຍ. ຂ້ອຍບໍ່ມີພັນທະທີ່ຈະຕ້ອງສົນໃຈມັນ”? ຄຳເວົ້ານີ້ຖືກຕ້ອງບໍ? ເຫັນໄດ້ຊັດເຈນວ່າບໍ່ຖືກຕ້ອງ. ແລ້ວມັນຜິດຢູ່ບ່ອນໃດ? (ຈິດໃຈຂອງພວກເຂົາບໍ່ຖືກຕ້ອງ; ພວກເຂົາບໍ່ປົກປ້ອງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ປົກປ້ອງເຄື່ອງຖວາຍ.) ຄວາມເປັນມະນຸດຂອງຄົນປະເພດນີ້ເປັນແນວໃດ? (ເຫັນແກ່ຕົວ ແລະ ຊົ່ວຊ້າ. ພວກເຂົາໃສ່ໃຈສິ່ງຂອງຂອງຕົນເອງຫຼາຍ ແລະ ປົກປ້ອງມັນເປັນຢ່າງດີ, ແຕ່ພວກເຂົາບໍ່ສົນໃຈ ຫຼື ຖາມໄຖ່ກ່ຽວກັບເຄື່ອງຖວາຍຂອງພຣະເຈົ້າ. ຄວາມເປັນມະນຸດຂອງຄົນແບບນັ້ນມີຄຸນນະພາບຕໍ່າຫຼາຍ.) ຕົ້ນຕໍແມ່ນເຫັນແກ່ຕົວ ແລະ ຊົ່ວຊ້າ. ຄົນປະເພດນີ້ບໍ່ແມ່ນຄົນເລືອດເຢັນບໍ? ພວກເຂົາເຫັນແກ່ຕົວ ແລະ ຊົ່ວຊ້າ, ເລືອດເຢັນ ແລະ ໄຮ້ນ້ຳໃຈ. ຄົນແບບນີ້ສາມາດຮັກພຣະເຈົ້າໄດ້ບໍ? ພວກເຂົາສາມາດອ່ອນນ້ອມຕໍ່ພຣະອົງໄດ້ບໍ? ພວກເຂົາສາມາດມີຫົວໃຈທີ່ຢຳເກງພຣະເຈົ້າໄດ້ບໍ? (ບໍ່ໄດ້.) ແລ້ວຄົນແບບນີ້ຕິດຕາມພຣະເຈົ້າເພື່ອຫຍັງ? (ເພື່ອໄດ້ຮັບພອນ.) ນີ້ບໍ່ແມ່ນການໜ້າດ້ານໄຮ້ຢາງອາຍບໍ? ວິທີທີ່ຄົນປະຕິບັດຕໍ່ເຄື່ອງຖວາຍຂອງພຣະເຈົ້າເປີດເຜີຍທຳມະຊາດຂອງພວກເຂົາໄດ້ດີທີ່ສຸດ. ຄວາມຈິງແລ້ວ ຄົນເຮົາບໍ່ສາມາດເຮັດຫຍັງເພື່ອພຣະເຈົ້າໄດ້. ເຖິງແມ່ນວ່າພວກເຂົາຈະສາມາດປະຕິບັດໜ້າທີ່ໄດ້ໜ້ອຍໜຶ່ງ, ນັ້ນກໍມີຈຳກັດຫຼາຍ. ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະປະຕິບັດຕໍ່ເຄື່ອງຖວາຍ, ເຊິ່ງເປັນຂອງພຣະເຈົ້າ, ຢ່າງຖືກຕ້ອງ ຫຼື ເກັບຮັກສາມັນໄດ້ດີ, ຖ້າເຈົ້າມີທັດສະນະ ແລະ ແນວຄິດແບບນັ້ນ, ແລ້ວເຈົ້າບໍ່ແມ່ນຄົນທີ່ຂາດຄວາມເປັນມະນຸດທີ່ສຸດບໍ? ການທີ່ເຈົ້າເວົ້າວ່າເຈົ້າຮັກພຣະເຈົ້າບໍ່ແມ່ນເລື່ອງຕົວະບໍ? ມັນບໍ່ແມ່ນການຫຼອກລວງບໍ? ຊ່າງຫຼອກລວງແທ້! ຄົນປະເພດນີ້ບໍ່ມີຄວາມເປັນມະນຸດເລີຍ, ພຣະເຈົ້າຈະຊ່ວຍເສດມະນຸດແບບນີ້ໃຫ້ລອດພົ້ນບໍ?
III. ການຕິດຕາມ, ການສອບຖາມ ແລະ ການກວດກາລາຍຈ່າຍທຸກປະເພດ, ດຳເນີນການກວດສອບຢ່າງເຂັ້ມງວດ
ເພື່ອໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກເປັນຜູ້ດູແລທີ່ດີຂອງເຮືອນຂອງພຣະເຈົ້າ, ວຽກງານທຳອິດທີ່ພວກເຂົາຕ້ອງເຮັດໃຫ້ດີກໍຄືການຈັດການເຄື່ອງຖວາຍຢ່າງເໝາະສົມ. ນອກເໜືອຈາກການເກັບຮັກສາເຄື່ອງຖວາຍຢ່າງເໝາະສົມແລ້ວ, ພວກເຂົາຄວນດຳເນີນການກວດສອບຢ່າງເຂັ້ມງວດກ່ຽວກັບລາຍຈ່າຍຂອງເຄື່ອງຖວາຍ. ການດຳເນີນການກວດສອບຢ່າງເຂັ້ມງວດໝາຍຄວາມວ່າແນວໃດ? ໂດຍຫຼັກແລ້ວ, ມັນໝາຍເຖິງການກຳຈັດລາຍຈ່າຍທີ່ບໍ່ສົມເຫດສົມຜົນອອກຢ່າງສິ້ນເຊີງ ແລະ ພະຍາຍາມເຮັດໃຫ້ທຸກລາຍຈ່າຍຂອງເຄື່ອງຖວາຍສົມເຫດສົມຜົນ ແລະ ມີປະສິດທິພາບ, ແທນທີ່ຈະໃຫ້ເຄື່ອງຖວາຍຖືກໃຊ້ຈ່າຍຢ່າງຟຸມເຟືອຍ ແລະ ສິ້ນເປືອງ. ຖ້າຫາກພົບເຫັນກໍລະນີການສິ້ນເປືອງ ຫຼື ການຟຸມເຟືອຍ, ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ພຽງແຕ່ຕ້ອງຢຸດຢັ້ງພວກມັນໂດຍທັນທີ, ແຕ່ຍັງຕ້ອງສອບສວນຄວາມຮັບຜິດຊອບ ແລະ ຍັງຕ້ອງຊອກຫາຄົນທີ່ເໝາະສົມເພື່ອເຮັດວຽກງານນັ້ນ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮູ້ຢ່າງແນ່ນອນວ່າແຕ່ລະລາຍຈ່າຍໄປໃສ ແລະ ແຕ່ລະລາຍຈ່າຍແມ່ນເພື່ອຫຍັງ ພາຍໃນຂອບເຂດການຄຸ້ມຄອງຂອງພວກເຂົາ, ພວກເຂົາຄວນກວດກາສິ່ງເຫຼົ່ານີ້ຢ່າງເຂັ້ມງວດ. ຕົວຢ່າງ, ຖ້າຫ້ອງຂາດພັດລົມ, ພວກເຂົາຄວນກຳນົດຂອບເຂດວ່າໃຜຈະໄປຊື້, ຈະໃຊ້ເງິນເທົ່າໃດ ແລະ ຈະໃຫ້ມີລະບົບການເຮັດວຽກໃດຈຶ່ງຈະເໝາະສົມທີ່ສຸດ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ: “ພວກເຮົາຫຍຸ້ງ, ພວກເຮົາບໍ່ສາມາດຫາເວລາໄປຊື້ກັບພວກເຂົາໄດ້”. ບໍ່ໄດ້ມີການຂໍໃຫ້ເຈົ້າໄປຊື້ມັນດ້ວຍຕົນເອງ. ເຈົ້າຄວນຫາຄົນດີ, ຄົນທີ່ມີຄວາມສາມາດມາຮັບຜິດຊອບໜ້າວຽກນີ້. ຢ່າໃຫ້ຄົນອັບປັນຍາ ຫຼື ຄົນບໍ່ດີທີ່ຈິດໃຈບໍ່ຊື່ຕົງໄປຊື້. ຄົນທີ່ມີຄວາມເປັນມະນຸດປົກກະຕິຈະຮູ້ວ່າພວກເຂົາຕ້ອງຊື້ຂອງທີ່ມີລະບົບການເຮັດວຽກທີ່ເໝາະສົມ ແລະ ລາຄາທີ່ເໝາະສົມ, ລະບົບການເຮັດວຽກທີ່ຫຼາຍເກີນໄປແມ່ນບໍ່ມີປະໂຫຍດ ແລະ ມັນກໍມີລາຄາແພງກວ່າຫຼາຍ. ໃນທາງກົງກັນຂ້າມ, ຜູ້ທີ່ສະແຫວງຫາຄວາມສຸກທີ່ຈິດໃຈບໍ່ຊື່ຕົງ ຈະຊື້ຂອງທີ່ບໍ່ສາມາດໃຊ້ງານໄດ້ຈິງ ເຊິ່ງມີລະບົບການເຮັດວຽກຕ່າງໆທີ່ສັບສົນປົນເປ, ເຊິ່ງເຮັດໃຫ້ເສຍເງິນຫຼາຍຂຶ້ນ. ຜູ້ຊື້ຕ້ອງມີເຫດຜົນ; ພວກເຂົາຕ້ອງເຂົ້າໃຈຫຼັກການ. ສິ່ງຂອງທີ່ຊື້ມາຕ້ອງສາມາດໃຊ້ງານໄດ້ຈິງໂດຍບໍ່ມີລາຄາແພງ ແລະ ທຸກຄົນຖືວ່າເໝາະສົມ. ຖ້າພວກເຈົ້າມອບໝາຍໃຫ້ຄົນທີ່ບໍ່ມີຄວາມຮັບຜິດຊອບ ທີ່ມັກໃຊ້ຈ່າຍ ແລະ ຟຸມເຟືອຍເງິນແບບບໍ່ຄິດໜ້າຄິດຫຼັງ ໄປຊື້ຂອງນີ້, ພວກເຂົາກໍຈະຈ່າຍໃນລາຄາສູງເພື່ອຊື້ເຄື່ອງປັບອາກາດຊັ້ນເລີດ, ເຊິ່ງແພງກວ່າການຊື້ພັດລົມເຖິງສິບເທົ່າ. ພວກເຂົາເຊື່ອວ່າ ເຖິງແມ່ນວ່າມັນຈະແພງກວ່າໜ້ອຍໜຶ່ງ, ແຕ່ພວກເຮົາຕ້ອງຖືຜູ້ຄົນເປັນສຳຄັນທີ່ສຸດ, ເຄື່ອງປັບອາກາດນັ້ນບໍ່ພຽງແຕ່ກອງອາກາດ, ມັນຍັງສາມາດປັບຄວາມຊຸ່ມ ແລະ ອຸນຫະພູມໄດ້ ແລະ ມັນກໍມີໂມງຈັບເວລາ ແລະ ການຕັ້ງຄ່າຕ່າງໆ. ນັ້ນບໍ່ແມ່ນການສິ້ນເປືອງບໍ? ນີ້ຄືການສິ້ນເປືອງ ແລະ ການຟຸມເຟືອຍ. ຄົນຜູ້ນັ້ນກຳລັງສະແຫວງຫາຄວາມສຸກໃຫ້ຕົນເອງ ແລະ ພວກເຂົາກຳລັງໃຊ້ເງິນເພື່ອຄວາມຕື່ນເຕັ້ນ, ເພື່ອອວດອ້າງ, ບໍ່ແມ່ນເພື່ອຊື້ຂອງທີ່ໃຊ້ງານໄດ້ຈິງ. ຄົນປະເພດນີ້ມີຈິດໃຈທີ່ບໍ່ຊື່ຕົງ. ຖ້າພວກເຂົາຊື້ຂອງໃຫ້ຕົນເອງ, ພວກເຂົາຈະຊອກຫາວິທີປະຢັດເງິນ, ຊອກຫາສິນຄ້າຫຼຸດລາຄາ ແລະ ພະຍາຍາມຕໍ່ລອງ. ພວກເຂົາຈະປະຢັດເງິນຖ້າສາມາດປະຢັດໄດ້, ຍິ່ງຖືກຍິ່ງດີ. ແຕ່ເມື່ອພວກເຂົາຊື້ຂອງໃຫ້ເຮືອນຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະໃຊ້ເງິນຫຼາຍສໍ່າໃດ, ພວກເຂົາກໍບໍ່ສົນໃຈ. ພວກເຂົາບໍ່ໄດ້ແມ່ນແຕ່ຈະເບິ່ງຂອງຖືກ; ພວກເຂົາພຽງແຕ່ຢາກຊື້ຂອງແພງ, ຊັ້ນດີ, ທັນສະໄໝທີ່ສຸດ. ນີ້ໝາຍຄວາມວ່າຈິດໃຈຂອງພວກເຂົາບໍ່ຊື່ຕົງ. ຄົນທີ່ຈິດໃຈບໍ່ຊື່ຕົງສາມາດນຳໃຊ້ໄດ້ບໍ? (ບໍ່ໄດ້.) ເມື່ອຈັດການໜ້າວຽກໃຫ້ເຮືອນຂອງພຣະເຈົ້າ, ຄົນທີ່ຈິດໃຈບໍ່ຊື່ຕົງຈະເຮັດແຕ່ສິ່ງທີ່ໄຮ້ສາລະ ແລະ ບໍ່ມີຄ່າ. ພວກເຂົາບໍ່ໄດ້ໃຊ້ເງິນກັບສິ່ງທີ່ຖືກຕ້ອງ; ພວກເຂົາພຽງແຕ່ສິ້ນເປືອງ ແລະ ຟຸມເຟືອຍເຄື່ອງຖວາຍ ແລະ ທຸກລາຍຈ່າຍຂອງພວກເຂົາກໍບໍ່ສົມເຫດສົມຜົນ.
ຄົນອີກຈຳພວກໜຶ່ງມີແນວຄິດແບບຄົນຈົນ ແລະ ພວກເຂົາເຊື່ອວ່າພວກເຂົາຕ້ອງຊື້ຂອງທີ່ຖືກທີ່ສຸດເມື່ອຊື້ຂອງໃຫ້ເຮືອນຂອງພຣະເຈົ້າ, ຍິ່ງຖືກຍິ່ງດີ. ພວກເຂົາຄິດວ່ານີ້ຄືການປະຢັດເງິນໃຫ້ເຮືອນຂອງພຣະເຈົ້າ, ສະນັ້ນ ພວກເຂົາຈຶ່ງຊື້ແຕ່ຂອງທີ່ລ້າສະໄໝ, ຂອງລ້າງສະຕັອກ. ຜົນກໍຄື, ພວກເຂົາຊື້ເຄື່ອງຈັກທີ່ຖືກທີ່ສຸດທີ່ບໍ່ມີຄຸນນະພາບ. ເຄື່ອງຈັກເຫຼົ່ານີ້ເພທັນທີທີ່ນຳໃຊ້, ທັງສ້ອມແປງກໍບໍ່ໄດ້ ແລະ ໃຊ້ງານບໍ່ໄດ້. ຈາກນັ້ນກໍຈຳເປັນຕ້ອງຊື້ເຄື່ອງໃໝ່ທີ່ມີຄຸນນະພາບພຽງພໍ ແລະ ສາມາດນຳໃຊ້ໄດ້ປົກກະຕິ ແລະ ດັ່ງນັ້ນກໍຕ້ອງເສຍເງິນອີກກ້ອນໜຶ່ງ. ນີ້ບໍ່ແມ່ນຄວາມໂງ່ຈ້າບໍ? ຄົນປະເພດນີ້ຖືກເອີ້ນວ່າຄົນຂີ້ຖີ່ ແລະ ເປັນຜູ້ທີ່ມີແນວຄິດແບບຄົນຈົນ. ພວກເຂົາຢາກປະຢັດເງິນໃຫ້ເຮືອນຂອງພຣະເຈົ້າສະເໝີ ແລະ ຜົນຂອງການປະຢັດມັດທະຍັດທັງໝົດຂອງພວກເຂົາເປັນແນວໃດ? ມັນກາຍເປັນການສິ້ນເປືອງ, ເປັນການຟຸມເຟືອຍເງິນ. ພວກເຂົາເຖິງກັບຫາຂໍ້ອ້າງໃຫ້ຕົນເອງວ່າ: “ຂ້ອຍບໍ່ໄດ້ຕັ້ງໃຈເຮັດ. ຂ້ອຍມີເຈດຕະນາດີ, ຂ້ອຍພຽງແຕ່ພະຍາຍາມປະຢັດເງິນໃຫ້ເຮືອນຂອງພຣະເຈົ້າ, ຂ້ອຍບໍ່ຢາກໃຊ້ເງິນແບບບໍ່ຄິດໜ້າຄິດຫຼັງ”. ການທີ່ພວກເຂົາບໍ່ຢາກເຮັດແບບນັ້ນມັນມີປະໂຫຍດຫຍັງບໍ? ຄວາມຈິງແລ້ວ, ພວກເຂົາກຳລັງໃຊ້ເງິນແບບບໍ່ຄິດ, ພວກເຂົາກໍ່ໃຫ້ເກີດການສິ້ນເປືອງ ແລະ ສິ່ງນີ້ກໍຜານທັງເງິນ ແລະ ກໍາລັງຄົນ. ຄົນປະເພດນີ້ກໍບໍ່ສາມາດນຳໃຊ້ໄດ້ເຊັ່ນກັນ, ພວກເຂົາເປັນຄົນອັບປັນຍາ, ພວກເຂົາບໍ່ສະຫຼາດພໍ. ສະຫຼຸບແລ້ວ, ຄົນທີ່ຈິດໃຈບໍ່ຊື່ຕົງບໍ່ຄວນຖືກໃຊ້ໃຫ້ໄປຊື້ຂອງໃຫ້ເຮືອນຂອງພຣະເຈົ້າ ແລະ ຄົນອັບປັນຍາກໍເຊັ່ນກັນ. ຜູ້ທີ່ຄວນຖືກນຳໃຊ້ແມ່ນຄົນທີ່ສະຫຼາດ ຜູ້ທີ່ມີປະສົບການໃນການຊື້ຂອງໃນລະດັບໃດໜຶ່ງ ແລະ ມີຄວາມສາມາດໃນລະດັບໃດໜຶ່ງ ແລະ ຜູ້ທີ່ເບິ່ງທຸກສິ່ງຢ່າງທ່ຽງທຳ. ບໍ່ວ່າຈະຊື້ຫຍັງກໍຕາມ, ມັນຕ້ອງສາມາດໃຊ້ງານໄດ້ຈິງ ແລະ ລາຄາຂອງມັນກໍຕ້ອງສົມເຫດສົມຜົນ ແລະ ເຖິງແມ່ນວ່າມັນຈະເພ, ມັນກໍຕ້ອງສ້ອມແປງໄດ້ງ່າຍ ແລະ ຕ້ອງຊື້ອາໄຫຼ່ໄດ້ງ່າຍ. ນັ້ນຈຶ່ງສົມເຫດສົມຜົນ. ຫຼັງຈາກທີ່ບາງຄົນຊື້ຂອງມາ, ພວກເຂົາເຫັນວ່າມັນມີກຳນົດເວລາສົ່ງຄືນໜຶ່ງເດືອນ ແລະ ກໍຟ້າວລອງໃຊ້ ແລະ ພວກເຂົາກໍໄດ້ຮັບຜົນພາຍໃນເດືອນນັ້ນ. ຖ້າມັນມີຂໍ້ບົກພ່ອງໜ້ອຍໜຶ່ງ ແລະ ໃຊ້ງານບໍ່ດີ, ພວກເຂົາກໍຈະສົ່ງຄືນທັນທີ ແລະ ເລືອກເອົາອັນອື່ນ, ເປັນການຫຼຸດຜ່ອນການສູນເສຍ. ຄົນເຫຼົ່ານີ້ມີຄວາມເປັນມະນຸດທີ່ຂ້ອນຂ້າງດີ. ຄົນທີ່ບໍ່ມີຄວາມເປັນມະນຸດເມື່ອຊື້ຂອງມາແລ້ວ ກໍໂຍນມັນປະໄວ້. ພວກເຂົາບໍ່ໄດ້ລອງໃຊ້ມັນເພື່ອເບິ່ງວ່າມີຫຍັງຜິດປົກກະຕິ ຫຼື ມັນທົນທານ ຫຼື ບໍ່, ທັງບໍ່ໄດ້ເບິ່ງວ່າການຮັບປະກັນຂອງມັນດົນສໍ່າໃດ ຫຼື ພວກເຂົາມີເວລາສົ່ງຄືນດົນສໍ່າໃດ, ພວກເຂົາບໍ່ສົນໃຈເລື່ອງໃດໆເຫຼົ່ານີ້ເລີຍ. ເມື່ອມື້ໜຶ່ງພວກເຂົາເກີດສົນໃຈສິ່ງຂອງນັ້ນຂຶ້ນມາກະທັນຫັນ, ພວກເຂົາກໍເອົາມັນມາລອງໃຊ້, ເມື່ອນັ້ນຈຶ່ງພົບວ່າມັນເພແລ້ວ. ພວກເຂົາກວດເບິ່ງໃບບິນ ແລະ ເຫັນວ່າກຳນົດເວລາສົ່ງຄືນໄດ້ຜ່ານໄປແລ້ວ ແລະ ສິ່ງຂອງນັ້ນກໍບໍ່ສາມາດສົ່ງຄືນໄດ້ອີກ. ຈາກນັ້ນ ພວກເຂົາກໍເວົ້າວ່າ “ຖ້າແນວນັ້ນກໍຊື້ໜ່ວຍໃໝ່ສາ”. ນັ້ນບໍ່ແມ່ນການສິ້ນເປືອງບໍ? “ຊື້ໜ່ວຍໃໝ່ສາ”, ດ້ວຍວະລີນັ້ນ, ເຮືອນຂອງພຣະເຈົ້າກໍຕ້ອງຈ່າຍເງິນອີກກ້ອນໜຶ່ງ. ການຂໍຊື້ໜ່ວຍໃໝ່ ເມື່ອເບິ່ງຜິວເຜີນແລ້ວ ເບິ່ງຄືວ່າເປັນໄປເພື່ອວຽກງານຂອງຄຣິສຕະຈັກ ແລະ ເປັນລາຍຈ່າຍທີ່ສົມເຫດສົມຜົນ, ແຕ່ຄວາມຈິງແລ້ວ, ເບື້ອງຫຼັງຂອງມັນກໍຄື ມັນເກີດຈາກການທີ່ພວກເຂົາລະເລີຍໃນໜ້າທີ່ຂອງຕົນ ໂດຍການບໍ່ກວດກາສິ່ງຂອງນັ້ນໂດຍທັນທີຫຼັງຈາກທີ່ຊື້ມາ. ເຄື່ອງຖວາຍກ້ອນໜຶ່ງຖືກເຮັດໃຫ້ສິ້ນເປືອງ ແລະ ອີກກ້ອນໜຶ່ງກໍຖືກຈ່າຍອອກໄປ ແລະ ສິ່ງຂອງໃໝ່ກໍຍັງບໍ່ມີຄົນດີມາເກັບຮັກສາ, ສະນັ້ນ ມັນກໍຖືກໃຊ້ໄດ້ພຽງໄລຍະສັ້ນໆກ່ອນທີ່ຈະເພ. ເປັນຕາແປກໃຈທີ່ບໍ່ມີໃຜຕິດຕາມກວດກາສິ່ງເຫຼົ່ານີ້, ບໍ່ມີໃຜຈັດການກັບບັນຫາທີ່ເກີດຂຶ້ນ, ຜູ້ນໍາ ແລະ ຜູ້ເຮັດວຽກກຳລັງເຮັດຫຍັງຢູ່? ພວກເຂົາໄດ້ລະເລີຍຕໍ່ຄວາມຮັບຜິດຊອບຂອງຕົນຢ່າງສິ້ນເຊີງກ່ຽວກັບວຽກງານນີ້, ພວກເຂົາບໍ່ໄດ້ເຮັດໜ້າທີ່ໃນການຊີ້ນຳ, ການກວດກາ ແລະ ການດຳເນີນການກວດສອບ ແລະ ດັ່ງນັ້ນ ເຄື່ອງຖວາຍຈຶ່ງຖືກຟຸມເຟືອຍ ແລະ ສິ້ນເປືອງແບບນີ້. ຖ້າຜູ້ຊື້ເປັນຄົນທີ່ມີຄວາມຮັບຜິດຊອບ, ພວກເຂົາກໍຈະສົ່ງຄືນສິ່ງຂອງທີ່ພວກເຂົາຊື້ມາໂດຍທັນທີ ເມື່ອພວກເຂົາເຫັນວ່າມັນບໍ່ສາມາດໃຊ້ງານໄດ້ຈິງ. ສິ່ງນີ້ຊ່ວຍຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງ. ຖ້າພວກເຂົາເປັນຄົນທີ່ບໍ່ມີຄວາມຮັບຜິດຊອບ ແລະ ມີຈິດໃຈທີ່ບໍ່ຊື່ຕົງ, ພວກເຂົາກໍຈະຊື້ຂອງທີ່ບໍ່ມີຄຸນນະພາບ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ເຄື່ອງຖວາຍສິ້ນເປືອງ. ແລ້ວ, ການສູນເສຍເງິນນີ້ຄວນຈະເປັນຄວາມຮັບຜິດຊອບຂອງໃຜກັນແທ້? ຜູ້ຊື້ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ແມ່ນວ່າຕ້ອງຮັບຜິດຊອບຮ່ວມກັນຕໍ່ເລື່ອງນີ້ບໍ? ຖ້າຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຈັດການກັບເລື່ອງນີ້ຢ່າງຈິງຈັງ, ເປັນຮູບປະທຳ ແລະ ລະອຽດຖີ່ຖ້ວນ, ບັນຫາເຫຼົ່ານີ້ຈະບໍ່ຖືກຄົ້ນພົບບໍ? ຂໍ້ບົກພ່ອງເຫຼົ່ານີ້ຈະບໍ່ຖືກແກ້ໄຂບໍ? (ແກ້ໄຂໄດ້.) ຖ້າຜູ້ນໍາ ແລະ ຜູ້ເຮັດວຽກໄປກວດກາສະຖານະການໃຊ້ຈ່າຍເຄື່ອງຖວາຍຢູ່ຄຣິສຕະຈັກໃນສະຖານທີ່ຕ່າງໆເລື້ອຍໆ, ພວກເຂົາກໍຈະສາມາດພົບເຫັນບັນຫາ ແລະ ກຳຈັດການຟຸມເຟືອຍ ແລະ ການສິ້ນເປືອງປະເພດນີ້ໄດ້. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຂີ້ຄ້ານ ແລະ ບໍ່ມີຄວາມຮັບຜິດຊອບ, ກໍລະນີການໃຊ້ຈ່າຍທີ່ບໍ່ສົມເຫດສົມຜົນ ແລະ ການຟຸມເຟືອຍ ແລະ ການສິ້ນເປືອງເຫຼົ່ານີ້ກໍຈະເກີດຂຶ້ນຊ້ຳແລ້ວຊ້ຳອີກ, ພວກມັນຈະສືບຕໍ່ແຜ່ລາມອອກໄປ. ແມ່ນຫຍັງທີ່ກໍ່ໃຫ້ເກີດການແຜ່ລາມນີ້? ມັນບໍ່ກ່ຽວຂ້ອງກັບການທີ່ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ເຮັດວຽກງານທີ່ແທ້ຈິງ ແລະ ແທນທີ່ຈະເປັນແນວນັ້ນ ພັດຕັ້ງຕົນຢູ່ເໜືອຄົນອື່ນ ແລະ ເຮັດໂຕເປັນເຈົ້າເປັນນາຍບໍ? (ແມ່ນແລ້ວ.) ຜູ້ນໍາ ແລະ ຜູ້ເຮັດວຽກແບບນັ້ນບໍ່ມີຄວາມສຳນຶກ ຫຼື ເຫດຜົນ ແລະ ພວກເຂົາກໍບໍ່ມີຄວາມເປັນມະນຸດ. ເພາະວ່າເງິນທັງໝົດທີ່ຄຣິສຕະຈັກໃຊ້ຈ່າຍແມ່ນເປັນຂອງເຮືອນຂອງພຣະເຈົ້າ ແລະ ມັນກໍແມ່ນເຄື່ອງຖວາຍທັງໝົດຂອງພຣະເຈົ້າ ແລະ ພວກເຂົາກໍເຊື່ອວ່າມັນບໍ່ກ່ຽວຫຍັງກັບພວກເຂົາ, ພວກເຂົາຈຶ່ງບໍ່ສົນໃຈ ຫຼື ຖາມກ່ຽວກັບມັນ ແລະ ພວກເຂົາກໍບໍ່ໃສ່ໃຈມັນ. ຄົນສ່ວນຫຼາຍເຊື່ອວ່າເງິນຂອງເຮືອນຂອງພຣະເຈົ້າຄວນຖືກໃຊ້ຈ່າຍ, ມັນບໍ່ເປັນຫຍັງທີ່ຈະໃຊ້ມັນໃນລັກສະນະໃດກໍໄດ້, ຕາບໃດທີ່ພວກເຂົາບໍ່ໄດ້ເອົາໃສ່ຖົງຕົນເອງ ຫຼື ຍັກຍອກມັນ, ມັນກໍບໍ່ສຳຄັນວ່າມັນຈະຖືກເຮັດໃຫ້ສິ້ນເປືອງ ແລະ ມັນກໍເປັນພຽງການທີ່ຄົນເຮົາຊື້ປະສົບການ ແລະ ເປີດຫູເປີດຕາ. ຜູ້ນໍາ ແລະ ຜູ້ເຮັດວຽກກໍພຽງແຕ່ເຮັດເປັນບໍ່ຮູ້ບໍ່ເຫັນ: “ໃຜກໍສາມາດໃຊ້ເງິນນັ້ນໄດ້ຕາມທີ່ພວກເຂົາຕ້ອງການ ແລະ ຊື້ຫຍັງກໍໄດ້ຕາມທີ່ພວກເຂົາຕ້ອງການ. ມັນບໍ່ສຳຄັນວ່າຈະສິ້ນເປືອງຫຼາຍສໍ່າໃດ, ໃຜເຮັດໃຫ້ເງິນສິ້ນເປືອງກໍເປັນຜູ້ຮັບຜິດຊອບ ແລະ ພວກເຂົາກໍຈະປະເຊີນກັບຜົນກຳ ແລະ ການລົງໂທດໃນອະນາຄົດ, ສິ່ງນີ້ບໍ່ກ່ຽວຫຍັງກັບຂ້ານ້ອຍ. ຢ່າງໃດກໍຕາມ, ຂ້ານ້ອຍບໍ່ແມ່ນຜູ້ທີ່ໃຊ້ມັນ ແລະ ມັນກໍບໍ່ແມ່ນເງິນຂອງຂ້ານ້ອຍທີ່ຖືກໃຊ້ຈ່າຍ”. ນີ້ບໍ່ແມ່ນມຸມມອງ ແລະ ທັດສະນະຄະຕິແບບດຽວກັນກັບທີ່ຜູ້ບໍ່ມີຄວາມເຊື່ອມີຕໍ່ການໃຊ້ຈ່າຍເງິນສ່ວນລວມບໍ? ມັນຄືກັບວ່າພວກເຂົາກຳລັງໃຊ້ເງິນຂອງສັດຕູຂອງພວກເຂົາ. ເມື່ອຄົນທີ່ບໍ່ເຊື່ອເຮັດວຽກໃນໂຮງງານ, ຖ້າການຄຸ້ມຄອງບໍ່ເຂັ້ມງວດ, ສິ່ງຂອງສ່ວນລວມກໍຈະຖືກລັກ ແລະ ເອົາກັບເມືອເຮືອນ ຫຼື ຖືກທຳລາຍຢ່າງຊະຊາຍຢູ່ສະເໝີ ແລະ ຖ້າມີບາງຢ່າງເພ, ພວກເຂົາກໍຈະຂໍໃຫ້ໂຮງງານຊື້ໜ່ວຍໃໝ່. ເມື່ອພວກເຂົາຊື້ຂອງໃຫ້ໂຮງງານ, ພວກເຂົາກໍຈະຊື້ແຕ່ຂອງດີ, ຂອງແພງເທົ່ານັ້ນ. ຢ່າງໃດກໍຕາມ, ເງິນກໍຈະຖືກໃຊ້ຈ່າຍຕາມອຳເພີໃຈ ແລະ ໂດຍບໍ່ມີຂີດຈຳກັດສູງສຸດ. ຖ້າຜູ້ທີ່ເຊື່ອໃນພຣະເຈົ້າມີແນວຄິດແບບນັ້ນຕໍ່ເຄື່ອງຖວາຍ, ພວກເຂົາຈະສາມາດໄດ້ຮັບຄວາມລອດພົ້ນບໍ? ພຣະເຈົ້າຈະປະຕິບັດພາລະກິດໃນທ່າມກາງຄົນກຸ່ມນັ້ນບໍ? (ບໍ່.) ຖ້າຜູ້ຄົນມີທັດສະນະຄະຕິແບບນີ້ຕໍ່ເຄື່ອງຖວາຍຂອງພຣະເຈົ້າ, ແລ້ວເຈົ້າກໍຄວນຈະຮູ້ໄດ້ໂດຍທີ່ເຮົາບໍ່ຕ້ອງບອກເຈົ້າ ວ່າພຣະເຈົ້າມີທັດສະນະຄະຕິແບບໃດຕໍ່ຄົນເຫຼົ່ານັ້ນ.
ວິທີທີ່ກົງໄປກົງມາທີ່ສຸດທີ່ທັດສະນະຄະຕິຂອງບຸກຄົນໃດໜຶ່ງຕໍ່ພຣະເຈົ້າສະແດງອອກກໍຄືໃນທັດສະນະຄະຕິຂອງພວກເຂົາຕໍ່ເຄື່ອງຖວາຍ. ບໍ່ວ່າທັດສະນະຄະຕິຂອງເຈົ້າຕໍ່ເຄື່ອງຖວາຍຈະເປັນແນວໃດ, ນັ້ນກໍຄືທັດສະນະຄະຕິຂອງເຈົ້າຕໍ່ພຣະເຈົ້າ. ຖ້າເຈົ້າປະຕິບັດຕໍ່ເຄື່ອງຖວາຍຄືກັບທີ່ເຈົ້າປະຕິບັດຕໍ່ລາຍການໃນບັນຊີທະນາຄານຂອງເຈົ້າເອງ, ນັ້ນກໍຄື ຢ່າງລະອຽດຖີ່ຖ້ວນ, ລະມັດລະວັງ, ຮອບຄອບ, ເຂັ້ມງວດ, ມີຄວາມຮັບຜິດຊອບ ແລະ ເອົາໃຈໃສ່, ແລ້ວທັດສະນະຄະຕິຂອງພວກເຈົ້າຕໍ່ພຣະເຈົ້າກໍຄືກັນກັບສິ່ງນີ້ບໍ່ຫຼາຍກໍ່ໜ້ອຍ. ຖ້າທັດສະນະຄະຕິຂອງເຈົ້າຕໍ່ເຄື່ອງຖວາຍຄືກັບທັດສະນະຄະຕິຂອງເຈົ້າຕໍ່ຊັບສິນສ່ວນລວມ, ຕໍ່ຜັກຢູ່ຕະຫຼາດ, ນັ້ນກໍຄື ຊື້ຂອງທີ່ເຈົ້າຕ້ອງການພຽງເລັກນ້ອຍຢ່າງຊະຊາຍ ແລະ ບໍ່ໄດ້ແມ່ນແຕ່ຈະເບິ່ງຜັກຊະນິດໃດທີ່ເຈົ້າບໍ່ມັກ, ບໍ່ສົນໃຈພວກມັນບໍ່ວ່າພວກມັນຈະຖືກກອງໄວ້ບ່ອນໃດ, ບໍ່ສົນໃຈວ່າຈະມີໃຜເອົາໄປໃຊ້ ແລະ ທຳທ່າບໍ່ເຫັນເມື່ອພວກມັນຕົກລົງພື້ນ ແລະ ມີຄົນຢຽບພວກມັນ, ໂດຍເຊື່ອວ່າທັງໝົດນີ້ບໍ່ກ່ຽວຫຍັງກັບເຈົ້າ, ແລ້ວນັ້ນກໍໝາຍເຖິງບັນຫາສຳລັບເຈົ້າ. ຖ້ານັ້ນຄືທັດສະນະຄະຕິປະເພດທີ່ເຈົ້າມີຕໍ່ເຄື່ອງຖວາຍ, ເຈົ້າເປັນຄົນທີ່ມີຄວາມຮັບຜິດຊອບບໍ? ຄົນແບບເຈົ້າຈະສາມາດປະຕິບັດໜ້າທີ່ໄດ້ດີບໍ? ມັນເຫັນໄດ້ຊັດເຈນວ່າເຈົ້າມີຄວາມເປັນມະນຸດປະເພດໃດ. ສະຫຼຸບແລ້ວ, ໃນວຽກງານການຈັດການເຄື່ອງຖວາຍ, ຄວາມຮັບຜິດຊອບຫຼັກຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ນອກເໜືອຈາກການເກັບຮັກສາພວກມັນໃຫ້ດີແລ້ວ, ກໍຄືພວກເຂົາຕ້ອງຕິດຕາມວຽກງານທີ່ຕາມມາ, ສິ່ງທີ່ສຳຄັນທີ່ສຸດກໍຄື ພວກເຂົາຕ້ອງກວດກາບັນຊີເປັນປະຈຳ, ພ້ອມທັງຕິດຕາມ, ສອບຖາມ ແລະ ກວດກາລາຍຈ່າຍທຸກປະເພດ ແລະ ດຳເນີນການກວດສອບຢ່າງເຂັ້ມງວດ. ພວກເຂົາຕ້ອງກຳຈັດລາຍຈ່າຍທີ່ບໍ່ສົມເຫດສົມຜົນອອກຢ່າງເດັດຂາດກ່ອນທີ່ມັນຈະນຳໄປສູ່ການຟຸມເຟືອຍ ແລະ ການສິ້ນເປືອງ; ແລະ ຖ້າຫາກລາຍຈ່າຍທີ່ບໍ່ສົມເຫດສົມຜົນໄດ້ນຳໄປສູ່ສິ່ງເຫຼົ່ານັ້ນແລ້ວ, ພວກເຂົາກໍຕ້ອງສອບສວນຄວາມຮັບຜິດຊອບຈາກຜູ້ທີ່ຮັບຜິດຊອບ, ໃຫ້ຄຳເຕືອນແກ່ພວກເຂົາ ແລະ ໃຫ້ພວກເຂົາຈ່າຍຄ່າຊົດເຊີຍ. ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະເຮັດວຽກງານນີ້ໄດ້ດີ, ກໍໃຫ້ຮີບຮ້ອນລາອອກ, ຢ່າຍຶດຄອງຕຳແໜ່ງຜູ້ນໍາ ຫຼື ຜູ້ເຮັດວຽກ, ເພາະເຈົ້າບໍ່ສາມາດເຮັດວຽກງານນັ້ນໄດ້. ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະຮັບຜິດຊອບວຽກງານນີ້ ແລະ ເຈົ້າບໍ່ສາມາດເຮັດມັນໄດ້ດີ, ເຈົ້າຈະສາມາດເຮັດວຽກງານໃດໄດ້? ເຈົ້າຈົ່ງບອກຢ່າງເປັນລະບົບວ່າ: ມີໜ້າວຽກທັງໝົດຈັກຢ່າງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດກ່ຽວກັບເຄື່ອງຖວາຍ? (ຢ່າງທຳອິດແມ່ນການເກັບຮັກສາພວກມັນ. ຢ່າງທີສອງແມ່ນການກວດກາບັນຊີ. ຢ່າງທີສາມແມ່ນການຕິດຕາມ, ການສອບຖາມ ແລະ ການກວດກາລາຍຈ່າຍທຸກປະເພດ ແລະ ການດຳເນີນການກວດສອບຢ່າງເຂັ້ມງວດ; ລາຍຈ່າຍທີ່ບໍ່ສົມເຫດສົມຜົນຕ້ອງຖືກກຳຈັດອອກ ແລະ ບໍ່ວ່າໃຜຈະກໍ່ໃຫ້ເກີດການຟຸມເຟືອຍ ຫຼື ການສິ້ນເປືອງ, ພວກເຂົາກໍຕ້ອງຖືກທວງຄວາມຮັບຜິດຊອບ ແລະ ຖືກບັງຄັບໃຫ້ຈ່າຍຄ່າຊົດເຊີຍ.) ມັນງ່າຍບໍທີ່ຈະເຮັດວຽກຕາມຂັ້ນຕອນເຫຼົ່ານີ້? (ງ່າຍ.) ນີ້ຄືວິທີການເຮັດວຽກທີ່ກຳນົດໄວ້ຢ່າງຊັດເຈນ. ຖ້າເຈົ້າບໍ່ສາມາດແມ່ນແຕ່ຈະເຮັດວຽກງານທີ່ງ່າຍດາຍເຊັ່ນນີ້ໄດ້, ແລ້ວແມ່ນຫຍັງທີ່ເຈົ້າສາມາດເຮັດໄດ້ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ໃນຖານະຜູ້ດູແລຂອງເຮືອນຂອງພຣະເຈົ້າ? ມີກໍລະນີທີ່ເຄື່ອງຖວາຍຖືກເຮັດໃຫ້ສິ້ນເປືອງ ແລະ ຟຸມເຟືອຍຢູ່ທຸກຫົນທຸກແຫ່ງ ແລະ ຖ້າຫາກໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າບໍ່ມີຄວາມຮັບຮູ້ກ່ຽວກັບມັນ ແລະ ບໍ່ຮູ້ສຶກບໍ່ດີກັບມັນເລີຍ, ແລ້ວພຣະເຈົ້າຢູ່ໃນໃຈຂອງເຈົ້າແທ້ບໍ, ມີບ່ອນສຳລັບພຣະອົງຢູ່ທີ່ນັ້ນແທ້ບໍ? ສິ່ງນີ້ໜ້າສົງໄສ. ເຈົ້າເວົ້າວ່າຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າຍິ່ງໃຫຍ່ ແລະ ເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າແທ້ໆ, ແຕ່ເມື່ອເຄື່ອງຖວາຍຂອງພຣະອົງຖືກຟຸມເຟືອຍ ແລະ ສິ້ນເປືອງແບບນີ້, ເຈົ້າພັດບໍ່ມີຄວາມຮັບຮູ້ກ່ຽວກັບມັນ ແລະ ບໍ່ຮູ້ສຶກບໍ່ດີກັບມັນເລີຍ, ນັ້ນບໍ່ໄດ້ເຮັດໃຫ້ຄວາມຮັກ ແລະ ຄວາມຢຳເກງພຣະເຈົ້າຂອງເຈົ້າໜ້າສົງໄສບໍ? (ແມ່ນແລ້ວ.) ແມ່ນແຕ່ຄວາມເຊື່ອຂອງເຈົ້າກໍໜ້າສົງໄສ, ບໍ່ຕ້ອງເວົ້າເຖິງຄວາມຮັກ ແລະ ຄວາມຢຳເກງພຣະເຈົ້າຂອງເຈົ້າເລີຍ. ຄວາມຮັກ ແລະ ຄວາມຢຳເກງພຣະເຈົ້າຂອງເຈົ້າບໍ່ມີພື້ນຖານຄວາມຈິງ, ມັນໃຊ້ການບໍ່ໄດ້! ການປົກປ້ອງເຄື່ອງຖວາຍໃຫ້ດີແມ່ນພັນທະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດໃຫ້ສຳເລັດ ແລະ ມັນກໍເປັນຄວາມຮັບຜິດຊອບທີ່ບໍ່ສາມາດຫຼີກລ່ຽງໄດ້ຂອງພວກເຂົາເຊັ່ນກັນ. ຖ້າເຄື່ອງຖວາຍບໍ່ໄດ້ຮັບການເກັບຮັກສາເປັນຢ່າງດີ, ນັ້ນກໍຄືການລະເລີຍຕໍ່ໜ້າທີ່ໃນສ່ວນຂອງພວກເຂົາ, ສາມາດເວົ້າໄດ້ວ່າ ທຸກຄົນທີ່ເກັບຮັກສາເຄື່ອງຖວາຍໄດ້ບໍ່ດີແມ່ນຜູ້ນໍາປອມ ແລະ ຜູ້ເຮັດວຽກປອມ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?