ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (12) ສ່ວນທີ ໜຶ່ງ
ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຂໍ້ທີສິບໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ເກັບຮັກສາຢ່າງຖືກຕ້ອງ ແລະ ຈັດສັນຢ່າງສົມເຫດສົມຜົນບັນດາລາຍການວັດຖຸຕ່າງໆຂອງເຮືອນຂອງພຣະເຈົ້າ (ໜັງສື, ອຸປະກອນຕ່າງໆ, ທັນຍາພືດ ແລະ ອື່ນໆ) ແລະ ດຳເນີນການກວດກາ, ການບຳລຸງຮັກສາ ແລະ ການສ້ອມແປງເປັນປະຈຳເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງ; ທັງຍັງຕ້ອງປ້ອງກັນບໍ່ໃຫ້ຄົນຊົ່ວຊ້າສວຍໂອກາດຍຶດເອົາສິ່ງເຫຼົ່ານັ້ນ”. ການໂອ້ລົມກ່ຽວກັບຂໍ້ທີສິບແມ່ນກ່ຽວກັບວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ ແລະ ຄວາມຮັບຜິດຊອບທີ່ພວກເຂົາຄວນເຮັດໃຫ້ສຳເລັດ ກ່ຽວກັບບັນດາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ ແລະ ໃນຂະນະດຽວກັນ, ມັນກໍໄດ້ເປີດໂປງໂດຍການສົມທຽບການສະແດງອອກຕ່າງໆຂອງຜູ້ນໍາປອມ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເຮັດຄວາມຮັບຜິດຊອບທີ່ພວກເຂົາຄວນເຮັດ ແລະ ສາມາດເຮັດໄດ້ໃນວຽກງານແຕ່ລະລາຍການຂອງເຮືອນຂອງພຣະເຈົ້າສຳເລັດ, ແລ້ວພວກເຂົາກໍເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ໄດ້ມາດຕະຖານ; ຖ້າພວກເຂົາບໍ່ເຮັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ ແລະ ບໍ່ໄດ້ເຮັດວຽກງານຕົວຈິງໃດໆ, ແລ້ວກໍເປັນທີ່ຊັດເຈນວ່າພວກເຂົາແມ່ນຜູ້ນໍາປອມ. ກ່ຽວກັບຂໍ້ທີສິບ, ແນ່ນອນວ່າຜູ້ນໍາປອມບໍ່ໄດ້ເຮັດວຽກງານການເກັບຮັກສາ ແລະ ການຈັດສັນບັນດາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງສົມເຫດສົມຜົນໄດ້ດີ, ສິ່ງຂອງເຫຼົ່ານັ້ນບໍ່ໄດ້ຮັບການປົກປັກຮັກສາເປັນຢ່າງດີ ຫຼື ອາດຈະບໍ່ໄດ້ຮັບການປົກປັກຮັກສາເລີຍດ້ວຍຊໍ້າ ແລະ ຜູ້ນໍາປອມກໍເຮັດໃຫ້ການຈັດສັນຂອງພວກເຂົາສັບສົນວຸ້ນວາຍ. ພວກເຂົາອາດຈະບໍ່ໄດ້ເອົາໃຈໃສ່ວຽກງານນີ້ຢ່າງຈິງຈັງເລີຍດ້ວຍຊໍ້າ. ເຖິງແມ່ນວ່າມັນເປັນວຽກງານທົ່ວໄປ, ມັນກໍຍັງເປັນຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດໃຫ້ສຳເລັດ ແລະ ເປັນວຽກງານທີ່ພວກເຂົາຄວນເຮັດ. ໂດຍບໍ່ຄຳນຶງວ່າພວກເຂົາຈະເຮັດວຽກງານນັ້ນດ້ວຍຕົນເອງ ຫຼື ຈັດຫາຄົນທີ່ເໝາະສົມມາເຮັດ ແລະ ດຳເນີນການຕິດຕາມກວດກາ, ກວດສອບ, ຕິດຕາມ ແລະ ອື່ນໆ, ໃນກໍລະນີໃດກໍຕາມ, ວຽກງານນີ້ແມ່ນບໍ່ສາມາດແຍກອອກຈາກຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້, ພວກມັນກ່ຽວຂ້ອງກັນໂດຍກົງ. ສະນັ້ນ, ເມື່ອເວົ້າເຖິງວຽກງານນີ້, ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ປົກປັກຮັກສາຢ່າງຖືກຕ້ອງ ແລະ ຈັດສັນບັນດາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງສົມເຫດສົມຜົນ, ພວກເຂົາກໍບໍ່ໄດ້ເຮັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດ ແລະ ພວກເຂົາກໍບໍ່ໄດ້ເຮັດວຽກງານຂອງພວກເຂົາໄດ້ດີ. ນີ້ແມ່ນການສະແດງອອກຢ່າງໜຶ່ງຂອງຜູ້ນໍາປອມ. ໃນການເຕົ້າໂຮມຄັ້ງທີ່ຜ່ານມາຂອງພວກເຮົາ, ພວກເຮົາໄດ້ດຳເນີນການເປີດໂປງ ແລະ ໄຈ້ແຍກແບບງ່າຍດາຍກ່ຽວກັບການສະແດງອອກທີ່ຜູ້ນໍາປອມສະແດງອອກໃນຂະນະທີ່ຈັດການກັບລາຍການວຽກງານທົ່ວໄປນີ້ ແລະ ພວກເຮົາກໍໄດ້ຍົກຕົວຢ່າງຈຳນວນໜຶ່ງ. ຖ້າໃຜຜູ້ໜຶ່ງເປັນຜູ້ນໍາປອມ, ແລ້ວພວກເຂົາກໍບໍ່ໄດ້ເຮັດຄວາມຮັບຜິດຊອບຂອງຕົນໃນວຽກງານນີ້ໃຫ້ສຳເລັດຢ່າງແນ່ນອນ ແລະ ວຽກງານທີ່ພວກເຂົາເຮັດກໍບໍ່ໄດ້ມາດຕະຖານ. ນີ້ກໍເພາະວ່າຜູ້ນໍາປອມບໍ່ເຄີຍໃສ່ໃຈວຽກງານຕົວຈິງ, ເມື່ອຈັດແຈງແລ້ວ, ພວກເຂົາກໍຖືວ່າຈົບສິ້ນ ແລະ ພວກເຂົາບໍ່ເຄີຍຕິດຕາມ ຫຼື ເຂົ້າຮ່ວມໃນວຽກງານດັ່ງກ່າວ. ເຫດຜົນຫຼັກອີກຢ່າງໜຶ່ງກໍຄື ຜູ້ນໍາປອມບໍ່ເຂົ້າໃຈຫຼັກການຂອງວຽກງານໃດໆທີ່ພວກເຂົາເຮັດ. ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຢູ່ລ້າໆໃນວຽກງານຂອງພວກເຂົາ, ສິ່ງທີ່ພວກເຂົາເຮັດກໍບໍ່ສອດຄ່ອງກັບຫຼັກການ ແລະ ກົດທີ່ເຮືອນຂອງພຣະເຈົ້າກຳນົດໄວ້ ຫຼື ແມ່ນແຕ່ບໍ່ສອດຄ່ອງກັບຫຼັກການເລີຍ. ການບໍ່ສອດຄ່ອງກັບຫຼັກການໝາຍຄວາມວ່າແນວໃດ? ຄວາມໝາຍຂອງມັນກໍຄື ພວກເຂົາກຳລັງກະທຳການຕາມອຳເພີໃຈ, ປະພຶດຢ່າງຂາດວິໄນໂດຍອີງໃສ່ຈິນຕະນາການ, ເຈດຕະນາ ແລະ ຄວາມຮູ້ສຶກຂອງພວກເຂົາ ແລະ ອື່ນໆ. ສະນັ້ນ, ບໍ່ວ່າຈະເປັນແນວໃດກໍຕາມ, ມີການສະແດງອອກຫຼັກສອງຢ່າງຂອງຜູ້ນໍາປອມ ເມື່ອເວົ້າເຖິງລາຍການນີ້ໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ: ຢ່າງທຳອິດແມ່ນພວກເຂົາບໍ່ໄດ້ເຮັດວຽກງານຕົວຈິງ ແລະ ຢ່າງທີສອງແມ່ນພວກເຂົາບໍ່ສາມາດກຳແໜ້ນຫຼັກການໄດ້, ສະນັ້ນພວກເຂົາຈຶ່ງບໍ່ສາມາດເຮັດວຽກງານຕົວຈິງໄດ້. ສິ່ງເຫຼົ່ານີ້ແມ່ນການສະແດງອອກພື້ນຖານ. ໃນການເຕົ້າໂຮມຄັ້ງທີ່ຜ່ານມາຂອງພວກເຮົາ, ພວກເຮົາໄດ້ໂອ້ລົມ ແລະ ເປີດໂປງວ່າຄວາມເປັນມະນຸດຂອງຜູ້ນໍາປອມສະແດງອອກແນວໃດໃນການຈັດການວຽກງານທົ່ວໄປປະເພດນີ້. ແມ່ນແຕ່ວຽກງານທີ່ງ່າຍດາຍພຽງຢ່າງດຽວນີ້, ຜູ້ນໍາປອມກໍບໍ່ສາມາດເຮັດຄວາມຮັບຜິດຊອບຂອງຕົນໃຫ້ສຳເລັດໄດ້. ພວກເຂົາມີຄວາມສາມາດທີ່ຈະເຮັດວຽກງານນີ້, ແຕ່ພວກເຂົາບໍ່ລົງມືເຮັດ. ສິ່ງນີ້ກ່ຽວຂ້ອງກັບຄຸນລັກສະນະ ແລະ ຄວາມເປັນມະນຸດຂອງຄົນປະເພດນີ້. ມີບັນຫາຫຍັງກັບຄວາມເປັນມະນຸດຂອງພວກເຂົາ? ຈິດໃຈຂອງພວກເຂົາບໍ່ຊື່ຕົງ ແລະ ຄຸນລັກສະນະຂອງພວກເຂົາກໍຕໍ່າຕ້ອຍ. ໂດຍພື້ນຖານແລ້ວ ພວກເຮົາໄດ້ໂອ້ລົມກັນຈົບແລ້ວກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຫຼັກການທົ່ວໄປ ແລະ ການສະແດງອອກຕ່າງໆຂອງຜູ້ນໍາປອມພາຍໃຕ້ຂໍ້ທີສິບ. ມື້ນີ້, ພວກເຮົາຈະໂອ້ລົມກັນຕໍ່ກ່ຽວກັບຂໍ້ທີສິບເອັດໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ.
ຂໍ້ທີສິບເອັດ: ເລືອກຄົນທີ່ໄວ້ໃຈໄດ້ ເຊິ່ງມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ໂດຍສະເພາະສຳລັບໜ້າທີ່ໃນການລົງທະບຽນ, ກວດນັບ ແລະ ການເກັບຮັກສາເຄື່ອງຖວາຍຢ່າງເປັນລະບົບ; ກວດກາ ແລະ ກວດສອບລາຍຮັບ-ລາຍຈ່າຍເປັນປະຈຳ ເພື່ອໃຫ້ສາມາດກວດພົບກໍລະນີການຟຸມເຟືອຍ ຫຼື ການສິ້ນເປືອງ, ພ້ອມທັງລາຍຈ່າຍທີ່ບໍ່ສົມເຫດສົມຜົນໄດ້ໂດຍທັນທີ, ຢຸດຕິສິ່ງດັ່ງກ່າວ ແລະ ຮຽກຮ້ອງຄ່າຊົດເຊີຍທີ່ສົມເຫດສົມຜົນ; ນອກຈາກນີ້, ຕ້ອງປ້ອງກັນຢ່າງເດັດຂາດບໍ່ໃຫ້ເຄື່ອງຖວາຍຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ ແລະ ຖືກພວກເຂົາຍຶດຄອງເອົາໄປ
ເຄື່ອງຖວາຍແມ່ນຫຍັງ
ເນື້ອໃນຂອງຂໍ້ທີສິບເອັດໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນ: “ເລືອກຄົນທີ່ໄວ້ໃຈໄດ້ ເຊິ່ງມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ໂດຍສະເພາະສຳລັບໜ້າທີ່ໃນການລົງທະບຽນ, ກວດນັບ ແລະ ການເກັບຮັກສາເຄື່ອງຖວາຍຢ່າງເປັນລະບົບ; ກວດກາ ແລະ ກວດສອບລາຍຮັບ-ລາຍຈ່າຍເປັນປະຈຳ ເພື່ອໃຫ້ສາມາດກວດພົບກໍລະນີການຟຸມເຟືອຍ ຫຼື ການສິ້ນເປືອງ, ພ້ອມທັງລາຍຈ່າຍທີ່ບໍ່ສົມເຫດສົມຜົນໄດ້ໂດຍທັນທີ, ຢຸດຕິສິ່ງດັ່ງກ່າວ ແລະ ຮຽກຮ້ອງຄ່າຊົດເຊີຍທີ່ສົມເຫດສົມຜົນ; ນອກຈາກນີ້, ຕ້ອງປ້ອງກັນຢ່າງເດັດຂາດບໍ່ໃຫ້ເຄື່ອງຖວາຍຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ ແລະ ຖືກພວກເຂົາຍຶດຄອງເອົາໄປ”. ໃນວຽກງານນີ້, ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ? ວຽກງານຫຼັກທີ່ພວກເຂົາຕ້ອງເຮັດແມ່ນຫຍັງ? (ການປົກປ້ອງເຄື່ອງຖວາຍຢ່າງເໝາະສົມ.) ຂໍ້ທີສິບແມ່ນກ່ຽວກັບການປົກປັກຮັກສາ ແລະ ການຈັດສັນບັນດາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງສົມເຫດສົມຜົນ; ຂໍ້ນີ້ແມ່ນກ່ຽວກັບການປົກປ້ອງເຄື່ອງຖວາຍຢ່າງເໝາະສົມ. ບັນດາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ ແລະ ເຄື່ອງຖວາຍຂອງມັນແມ່ນຂ້ອນຂ້າງຄ້າຍຄືກັນ, ແຕ່ພວກມັນຄືກັນບໍ? (ບໍ່.) ແມ່ນຫຍັງຄືຄວາມແຕກຕ່າງ? (ເຄື່ອງຖວາຍສ່ວນໃຫຍ່ໝາຍເຖິງເງິນ.) ເງິນແມ່ນດ້ານໜຶ່ງຂອງມັນ. ບັນດາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ ແລະ ເຄື່ອງຖວາຍແຕກຕ່າງກັນໃນລັກສະນະແນວໃດ? ໜັງສືພຣະທຳຂອງພຣະເຈົ້າແມ່ນເຄື່ອງຖວາຍບໍ? ເຄື່ອງຈັກຕ່າງໆທີ່ໃຊ້ສຳລັບວຽກງານແມ່ນເຄື່ອງຖວາຍບໍ? ເຄື່ອງໃຊ້ປະຈຳວັນຕ່າງໆທີ່ເຮືອນຂອງພຣະເຈົ້າຊື້ແມ່ນເຄື່ອງຖວາຍບໍ? (ບໍ່ແມ່ນ.) ແລ້ວສິ່ງເຫຼົ່ານີ້ແມ່ນຫຍັງ? ໃນເຮືອນຂອງພຣະເຈົ້າ, ໜັງສືພຣະທຳຂອງພຣະເຈົ້າທັງໝົດ ແລະ ອຸປະກອນປະເພດຕ່າງໆທັງໝົດທີ່ຈຳເປັນສຳລັບວຽກງານຂອງຕົນທີ່ຈັດຊື້ດ້ວຍເງິນທີ່ຖວາຍໂດຍຜູ້ທີ່ພຣະເຈົ້າເລືອກ, ລວມທັງສິ່ງຂອງຕ່າງໆ ເຊັ່ນ: ກ້ອງຖ່າຍຮູບ, ເຄື່ອງບັນທຶກສຽງ, ຄອມພິວເຕີ ແລະ ໂທລະສັບມືຖື, ທັງໝົດເຫຼົ່ານີ້ແມ່ນວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ. ນອກເໜືອຈາກສິ່ງເຫຼົ່ານີ້, ໂຕະ, ຕັ່ງ, ຕັ່ງຍາວ, ອາຫານ ແລະ ເຄື່ອງໃຊ້ປະຈຳວັນອື່ນໆ ກໍແມ່ນວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າເຊັ່ນກັນ. ສິ່ງຂອງເຫຼົ່ານີ້ບາງອັນແມ່ນຊື້ໂດຍອ້າຍເອື້ອຍນ້ອງ ແລະ ສ່ວນອື່ນໆ, ເຮືອນຂອງພຣະເຈົ້າກໍຊື້ດ້ວຍເຄື່ອງຖວາຍ; ພວກມັນທັງໝົດຖືກຈັດປະເພດເປັນວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ. ພວກເຮົາໄດ້ໂອ້ລົມກັນກ່ຽວກັບຫົວຂໍ້ນີ້ໃນການເຕົ້າໂຮມຄັ້ງທີ່ຜ່ານມາຂອງພວກເຮົາ. ຕອນນີ້ພວກເຮົາຈະມາເບິ່ງສິ່ງທີ່ສຳຄັນທີ່ພວກເຮົາຈະໂອ້ລົມກັນພາຍໃຕ້ຂໍ້ທີສິບເອັດ: ເຄື່ອງຖວາຍ. ເຄື່ອງຖວາຍແມ່ນຫຍັງກັນແທ້? ຂອບເຂດຂອງມັນຖືກກຳນົດແນວໃດ? ກ່ອນທີ່ພວກເຮົາຈະໂອ້ລົມກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ມັນເປັນສິ່ງຈຳເປັນທີ່ຈະຕ້ອງທຳຄວາມກະຈ່າງແຈ້ງກ່ຽວກັບຄຳຖາມທີ່ວ່າເຄື່ອງຖວາຍແມ່ນຫຍັງ. ເຖິງແມ່ນວ່າຄົນສ່ວນໃຫຍ່ເຄີຍເຊື່ອໃນພຣະເຢຊູໃນອະດີດ ແລະ ໄດ້ຍອມຮັບເອົາວຽກງານຂັ້ນຕອນນີ້ເປັນເວລາຫຼາຍປີ, ແນວຄິດຂອງພວກເຂົາກ່ຽວກັບເຄື່ອງຖວາຍກໍຍັງຄົງບໍ່ຊັດເຈນ. ພວກເຂົາບໍ່ແນ່ໃຈວ່າເຄື່ອງຖວາຍແມ່ນຫຍັງແທ້. ບາງຄົນຈະເວົ້າວ່າເຄື່ອງຖວາຍແມ່ນເງິນ ແລະ ວັດຖຸສິ່ງຂອງທີ່ຖວາຍໃຫ້ແກ່ພຣະເຈົ້າ, ໃນຂະນະທີ່ຄົນອື່ນໆຈະເວົ້າວ່າ ຫຼັກໆແລ້ວເຄື່ອງຖວາຍໝາຍເຖິງເງິນ. ຄຳກ່າວໃດໃນສອງຢ່າງນີ້ທີ່ຖືກຕ້ອງ? (ຕາບໃດທີ່ສິ່ງໃດໜຶ່ງຖືກຖວາຍໃຫ້ແກ່ພຣະເຈົ້າ, ບໍ່ວ່າຈະເປັນເງິນ ຫຼື ສິ່ງຂອງໃດກໍຕາມ, ໃຫຍ່ ຫຼື ນ້ອຍ, ມັນກໍແມ່ນເຄື່ອງຖວາຍ.) ນັ້ນແມ່ນບົດສະຫຼຸບທີ່ຂ້ອນຂ້າງຖືກຕ້ອງ. ຕອນນີ້ເມື່ອຂອບເຂດ ແລະ ຂີດຈຳກັດຂອງເຄື່ອງຖວາຍຊັດເຈນແລ້ວ, ໃຫ້ເຮົານິຍາມຢ່າງຖືກຕ້ອງວ່າເຄື່ອງຖວາຍແມ່ນຫຍັງກັນແທ້, ເພື່ອໃຫ້ທຸກຄົນສາມາດເຂົ້າໃຈແນວຄິດນີ້ໄດ້ຢ່າງຊັດເຈນ.
ກ່ຽວກັບເລື່ອງເຄື່ອງຖວາຍ, ພຣະຄໍາພີໄດ້ບັນທຶກໄວ້ວ່າ ໃນເບື້ອງຕົ້ນພຣະເຈົ້າໄດ້ຂໍໃຫ້ມະນຸດຖວາຍໜຶ່ງສ່ວນສິບໃຫ້ແກ່ພຣະເຈົ້າ, ນີ້ຄືເຄື່ອງຖວາຍ. ບໍ່ວ່າຈຳນວນທີ່ຖວາຍຈະຫຼາຍ ຫຼື ໜ້ອຍ ແລະ ບໍ່ວ່າຈະຖວາຍຫຍັງ, ບໍ່ວ່າຈະເປັນເງິນ ຫຼື ວັດຖຸສິ່ງຂອງ, ຕາບໃດທີ່ມັນເປັນໜຶ່ງສ່ວນສິບຂອງລາຍໄດ້ຂອງບຸກຄົນທີ່ຄວນຖວາຍ, ມັນກໍແມ່ນເຄື່ອງຖວາຍຢ່າງແນ່ນອນ. ນີ້ແມ່ນສິ່ງທີ່ພຣະເຈົ້າໄດ້ຂໍຈາກມະນຸດ, ເປັນສິ່ງທີ່ຜູ້ທີ່ເຊື່ອໃນພຣະເຈົ້າຄວນຖວາຍໃຫ້ແກ່ພຣະເຈົ້າ. ໜຶ່ງສ່ວນສິບທີ່ຕ້ອງຖວາຍນີ້ແມ່ນດ້ານໜຶ່ງຂອງເຄື່ອງຖວາຍ. ບາງຄົນຖາມວ່າ: “ໜຶ່ງສ່ວນສິບນັ້ນໝາຍເຖິງເງິນເທົ່ານັ້ນບໍ?” ບໍ່ຈຳເປັນ. ຕົວຢ່າງ, ຖ້າຄົນຜູ້ໜຶ່ງເກັບກ່ຽວທັນຍາພືດໄດ້ສິບເອເຄີ, ບໍ່ວ່າຈະມີທັນຍາພືດຫຼາຍສໍ່າໃດກໍຕາມ, ໃນທີ່ສຸດແລ້ວທັນຍາພືດໃນໜຶ່ງເອເຄີກໍຄວນຖືກຖວາຍໃຫ້ແກ່ພຣະເຈົ້າ, ໜຶ່ງສ່ວນສິບນີ້ແມ່ນສິ່ງທີ່ຜູ້ຄົນຄວນຖວາຍ. ສະນັ້ນ, ແນວຄິດຂອງ “ໜຶ່ງສ່ວນສິບ” ບໍ່ພຽງແຕ່ໝາຍເຖິງເງິນເທົ່ານັ້ນ, ມັນບໍ່ໄດ້ໝາຍຄວາມວ່າເມື່ອຄົນຜູ້ໜຶ່ງຫາເງິນໄດ້ໜຶ່ງພັນຢວນ, ພວກເຂົາຕ້ອງຖວາຍໃຫ້ພຣະເຈົ້າໜຶ່ງຮ້ອຍຢວນ, ແທນທີ່ຈະເປັນແນວນັ້ນ ມັນໝາຍເຖິງທຸກສິ່ງທີ່ຜູ້ຄົນໄດ້ຮັບ, ເຊິ່ງກວມເອົາຫຼາຍກວ່ານັ້ນ, ລວມທັງວັດຖຸສິ່ງຂອງ ແລະ ເງິນ. ນີ້ແມ່ນສິ່ງທີ່ພຣະຄໍາພີເວົ້າເຖິງ. ແນ່ນອນວ່າ, ໃນປັດຈຸບັນນີ້ ເຮືອນຂອງພຣະເຈົ້າບໍ່ໄດ້ປະຕິບັດຕາມພຣະຄໍາພີຢ່າງເຂັ້ມງວດໃນການຮຽກຮ້ອງໃຫ້ຜູ້ຄົນຖວາຍໜຶ່ງສ່ວນສິບຂອງທຸກສິ່ງທີ່ພວກເຂົາໄດ້ຮັບ. ໃນທີ່ນີ້, ເຮົາພຽງແຕ່ກຳລັງໂອ້ລົມກັນ ແລະ ເຜີຍແຜ່ແນວຄິດ ແລະ ນິຍາມຂອງ “ໜຶ່ງສ່ວນສິບ” ເທົ່ານັ້ນ, ເພື່ອໃຫ້ຜູ້ຄົນຮູ້ວ່າໜຶ່ງສ່ວນສິບທີ່ຕ້ອງຖວາຍນັ້ນແມ່ນດ້ານໜຶ່ງຂອງເຄື່ອງຖວາຍ. ເຮົາບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນຖວາຍໜຶ່ງສ່ວນສິບ; ການທີ່ຜູ້ຄົນຈະຖວາຍຫຼາຍເທົ່າໃດແມ່ນຂຶ້ນກັບຄວາມເຂົ້າໃຈສ່ວນຕົວ ແລະ ຄວາມເຕັມໃຈຂອງພວກເຂົາ ແລະ ເຮືອນຂອງພຣະເຈົ້າກໍບໍ່ມີຂໍ້ກຳນົດເພີ່ມເຕີມໃດໆກ່ຽວກັບເລື່ອງນີ້.
ອີກລັກສະນະໜຶ່ງຂອງເຄື່ອງຖວາຍແມ່ນສິ່ງທີ່ຜູ້ຄົນຖວາຍໃຫ້ແກ່ພຣະເຈົ້າ. ຖ້າເວົ້າໃນຄວາມໝາຍກວ້າງ, ແນ່ນອນວ່ານີ້ກໍລວມເຖິງໜຶ່ງສ່ວນສິບທີ່ຕ້ອງຖວາຍເຊັ່ນກັນ; ຖ້າເວົ້າໂດຍສະເພາະແລ້ວ, ນອກເໜືອຈາກໜຶ່ງສ່ວນສິບທີ່ຕ້ອງຖວາຍ, ສິ່ງໃດກໍຕາມທີ່ຜູ້ຄົນຖວາຍໃຫ້ແກ່ພຣະເຈົ້າກໍລ້ວນແລ້ວແຕ່ຢູ່ໃນປະເພດຂອງເຄື່ອງຖວາຍ. ສິ່ງທີ່ຖວາຍໃຫ້ແກ່ພຣະເຈົ້າກວມເອົາຂອບເຂດທີ່ກວ້າງຂວາງ, ຕົວຢ່າງ, ອາຫານ, ເຄື່ອງໃຊ້, ເຄື່ອງໃຊ້ປະຈຳວັນ, ອາຫານເສີມເພື່ອສຸຂະພາບ, ຕະຫຼອດຈົນງົວ, ແກະ ແລະ ອື່ນໆທີ່ຖືກຖວາຍເທິງແທ່ນບູຊາໃນສະໄໝພຣະຄໍາພີເດີມ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນເຄື່ອງຖວາຍ. ການທີ່ສິ່ງໃດໜຶ່ງຈະເປັນເຄື່ອງຖວາຍ ຫຼື ບໍ່ແມ່ນຂຶ້ນກັບເຈດຕະນາຂອງຜູ້ຖວາຍ; ຖ້າຜູ້ຖວາຍເວົ້າວ່າສິ່ງນີ້ຖືກຖວາຍໃຫ້ແກ່ພຣະເຈົ້າ, ບໍ່ວ່າຈະຖືກມອບໃຫ້ພຣະເຈົ້າໂດຍກົງ ຫຼື ວາງໄວ້ໃນເຮືອນຂອງພຣະເຈົ້າເພື່ອການປົກປັກຮັກສາ, ມັນກໍຕົກຢູ່ໃນປະເພດຂອງເຄື່ອງຖວາຍ ແລະ ຜູ້ຄົນບໍ່ສາມາດແຕະຕ້ອງຕາມອຳເພີໃຈໄດ້. ຕົວຢ່າງເຊັ່ນ: ເມື່ອຄົນໃດໜຶ່ງຊື້ຄອມພິວເຕີຊັ້ນດີ ແລະ ຖວາຍໃຫ້ແກ່ພຣະເຈົ້າ, ມັນກໍກາຍເປັນເຄື່ອງຖວາຍ; ເມື່ອຄົນໃດໜຶ່ງຊື້ລົດໃຫ້ພຣະເຈົ້າ, ມັນກໍກາຍເປັນເຄື່ອງຖວາຍ; ເມື່ອຄົນໃດໜຶ່ງຊື້ອາຫານເສີມເພື່ອສຸຂະພາບສອງຂວດ ແລະ ຖວາຍໃຫ້ແກ່ພຣະເຈົ້າ, ຂວດເຫຼົ່ານັ້ນກໍກາຍເປັນເຄື່ອງຖວາຍ. ບໍ່ມີຄຳນິຍາມທີ່ສະເພາະເຈາະຈົງວ່າວັດຖຸສິ່ງຂອງທີ່ຖວາຍໃຫ້ແກ່ພຣະເຈົ້ານັ້ນແມ່ນຫຍັງ. ສະຫຼຸບແລ້ວ, ມັນເປັນຂອບເຂດທີ່ກວ້າງຂວາງຫຼາຍ, ມັນຄືສິ່ງຕ່າງໆທີ່ຜູ້ທີ່ຕິດຕາມພຣະອົງຖວາຍໃຫ້ແກ່ພຣະເຈົ້າ. ບາງຄົນອາດຈະເວົ້າວ່າ: “ຕອນນີ້ພຣະເຈົ້າໄດ້ບັງເກີດເປັນມະນຸດຢູ່ເທິງໂລກ ແລະ ສິ່ງທີ່ຖວາຍໃຫ້ພຣະອົງກໍເປັນຂອງພຣະອົງ, ແຕ່ຖ້າຫາກພຣະອົງບໍ່ໄດ້ຢູ່ເທິງໂລກເດ? ເມື່ອພຣະເຈົ້າສະຖິດຢູ່ໃນສະຫວັນ, ສິ່ງທີ່ຖວາຍໃຫ້ພຣະອົງບໍ່ແມ່ນເຄື່ອງຖວາຍບໍ?” ສິ່ງນີ້ຖືກຕ້ອງບໍ? (ບໍ່.) ສິ່ງນີ້ບໍ່ໄດ້ອີງໃສ່ວ່າພຣະເຈົ້າຢູ່ໃນຊ່ວງເວລາຂອງການບັງເກີດເປັນມະນຸດ ຫຼື ບໍ່. ໃນກໍລະນີໃດກໍຕາມ, ຕາບໃດທີ່ສິ່ງໃດໜຶ່ງຖືກຖວາຍໃຫ້ແກ່ພຣະເຈົ້າ, ມັນກໍແມ່ນເຄື່ອງຖວາຍ. ຄົນອື່ນໆອາດຈະເວົ້າວ່າ: “ມີສິ່ງຂອງຫຼາຍຢ່າງທີ່ຖືກຖວາຍໃຫ້ແກ່ພຣະເຈົ້າ. ພຣະອົງສາມາດນຳໃຊ້ພວກມັນໄດ້ບໍ? ພຣະອົງສາມາດໃຊ້ພວກມັນທັງໝົດໄດ້ບໍ?” (ນັ້ນບໍ່ກ່ຽວຫຍັງກັບມະນຸດ.) ນັ້ນເປັນຄຳເວົ້າທີ່ຖືກຕ້ອງ ແລະ ເຂົ້າເຖິງແກ່ນແທ້. ສິ່ງເຫຼົ່ານີ້ຖືກຖວາຍໃຫ້ແກ່ພຣະເຈົ້າໂດຍມະນຸດ; ພຣະອົງຈະນຳໃຊ້ພວກມັນແນວໃດ ແລະ ພຣະອົງຈະສາມາດໃຊ້ພວກມັນທັງໝົດໄດ້ ຫຼື ບໍ່ ແລະ ພຣະອົງຈະຈັດສັນ ແລະ ຈັດການກັບພວກມັນແນວໃດ, ກໍບໍ່ກ່ຽວຫຍັງກັບມະນຸດ. ເຈົ້າເອງບໍ່ຈຳເປັນຕ້ອງກັງວົນ ຫຼື ທຸກໃຈກ່ຽວກັບເລື່ອງນັ້ນ. ສະຫຼຸບໂດຍຫຍໍ້, ທັນທີທີ່ຄົນໃດໜຶ່ງຖວາຍບາງສິ່ງໃຫ້ແກ່ພຣະເຈົ້າ, ສິ່ງນັ້ນກໍຕົກຢູ່ໃນຂອບເຂດຂອງເຄື່ອງຖວາຍ. ມັນເປັນຂອງພຣະເຈົ້າ ແລະ ມັນບໍ່ກ່ຽວຫຍັງກັບບຸກຄົນໃດ. ບາງຄົນອາດຈະເວົ້າວ່າ: “ຟັງຈາກທີ່ພຣະອົງເວົ້າ, ມັນຄືກັບວ່າພຣະເຈົ້າກຳລັງບັງຄັບອ້າງກຳມະສິດເໜືອສິ່ງນັ້ນ”. ມັນເປັນແບບນັ້ນບໍ? (ບໍ່ແມ່ນ.) ສິ່ງນັ້ນເປັນຂອງພຣະເຈົ້າ, ສະນັ້ນມັນຈຶ່ງຖືກເອີ້ນວ່າເຄື່ອງຖວາຍ. ຜູ້ຄົນບໍ່ສາມາດແຕະຕ້ອງມັນ ຫຼື ຈັດສັນມັນຕາມອຳເພີໃຈ. ບາງຄົນອາດຈະຖາມວ່າ: “ນັ້ນບໍ່ແມ່ນການສິ້ນເປືອງບໍ?” ເຖິງແມ່ນວ່າມັນສິ້ນເປືອງ, ນັ້ນກໍບໍ່ແມ່ນທຸລະຂອງເຈົ້າ. ຄົນອື່ນໆອາດຈະເວົ້າວ່າ: “ເມື່ອພຣະເຈົ້າສະຖິດຢູ່ໃນສະຫວັນ ແລະ ບໍ່ໄດ້ບັງເກີດເປັນມະນຸດ, ພຣະອົງບໍ່ສາມາດຊື່ນຊົມ ຫຼື ນຳໃຊ້ສິ່ງທີ່ຜູ້ຄົນຖວາຍໃຫ້ພຣະອົງໄດ້. ແລ້ວຈະຕ້ອງເຮັດແນວໃດ?” ນັ້ນເປັນເລື່ອງທີ່ຈັດການໄດ້ງ່າຍ: ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກຢູ່ທີ່ນັ້ນເພື່ອຈັດການກັບສິ່ງເຫຼົ່ານີ້ຕາມຫຼັກການ; ບໍ່ຈຳເປັນທີ່ເຈົ້າຈະຕ້ອງກັງວົນໃຈກ່ຽວກັບມັນ ຫຼື ທຸກໃຈກ່ຽວກັບມັນ. ສະຫຼຸບແລ້ວ, ບໍ່ວ່າສິ່ງໃດໜຶ່ງຈະຖືກຈັດການແນວໃດກໍຕາມ, ທັນທີທີ່ມັນຕົກຢູ່ໃນປະເພດຂອງເຄື່ອງຖວາຍ, ທັນທີທີ່ມັນຖືກຈັດປະເພດເປັນເຄື່ອງຖວາຍ, ມັນກໍບໍ່ກ່ຽວຫຍັງກັບມະນຸດ. ແລ້ວຍ້ອນວ່າສິ່ງນັ້ນເປັນຂອງພຣະເຈົ້າ, ຜູ້ຄົນບໍ່ສາມາດເຮັດກັບມັນໄດ້ຕາມທີ່ພວກເຂົາຕ້ອງການ, ການເຮັດເຊັ່ນນັ້ນມີຜົນທີ່ຕາມມາ. ໃນຍຸກພຣະຄໍາພີເດີມ, ໃນຊ່ວງເວລາເກັບກ່ຽວໃນລະດູໃບໄມ້ຫຼົ່ນ, ຜູ້ຄົນໄດ້ຖວາຍສິ່ງຂອງທຸກປະເພດທີ່ແທ່ນບູຊາ. ບາງຄົນຖວາຍທັນຍາພືດ, ໝາກໄມ້ ແລະ ພືດຜົນອື່ນໆຫຼາຍຢ່າງ, ໃນຂະນະທີ່ຄົນອື່ນໆຖວາຍງົວ ແລະ ແກະ. ພຣະເຈົ້າໄດ້ຊື່ນຊົມກັບພວກມັນບໍ? ພຣະອົງກິນສິ່ງເຫຼົ່ານັ້ນບໍ? (ບໍ່.) ເຈົ້າຮູ້ໄດ້ແນວໃດວ່າພຣະອົງບໍ່ກິນ? ເຈົ້າເຫັນບໍ? ນັ້ນແມ່ນແນວຄິດຂອງເຈົ້າ. ເຈົ້າເວົ້າວ່າພຣະເຈົ້າບໍ່ກິນພວກມັນ, ແລ້ວ ຖ້າຫາກພຣະອົງໄດ້ລອງຊີມ, ນັ້ນຈະເຮັດໃຫ້ເຈົ້າຮູ້ສຶກແນວໃດ? ນັ້ນຈະບໍ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງເຈົ້າບໍ? ບໍ່ແມ່ນວ່າມີບາງຄົນເຊື່ອວ່າເນື່ອງຈາກພຣະເຈົ້າບໍ່ກິນ ຫຼື ຊື່ນຊົມກັບສິ່ງເຫຼົ່ານັ້ນ, ຈຶ່ງບໍ່ຈຳເປັນຕ້ອງຖວາຍພວກມັນບໍ? ເປັນໄປໄດ້ແນວໃດທີ່ພວກເຈົ້າຈະແນ່ໃຈປານນັ້ນ? ພວກເຈົ້າເວົ້າວ່າ “ພຣະເຈົ້າບໍ່ກິນພວກມັນ” ເພາະພວກເຈົ້າຄິດວ່າພຣະອົງເປັນອົງພຣະວິນຍານ ແລະ ບໍ່ສາມາດກິນໄດ້, ຫຼື ເພາະພວກເຈົ້າຄິດວ່າພຣະເຈົ້າມີຕົວຕົນຂອງພຣະອົງໃນຖານະພຣະເຈົ້າ, ພຣະອົງບໍ່ແມ່ນເນື້ອໜັງ ແລະ ຕາຍເປັນ ແລະ ພຣະອົງບໍ່ຄວນຊື່ນຊົມກັບສິ່ງເຫຼົ່ານີ້? ມັນເປັນເລື່ອງໜ້າອັບອາຍບໍທີ່ພຣະເຈົ້າຈະຊື່ນຊົມກັບເຄື່ອງຖວາຍທີ່ຜູ້ຄົນຖວາຍໃຫ້ພຣະອົງ? (ບໍ່.) ແລ້ວມັນບໍ່ສອດຄ່ອງກັບແນວຄິດຂອງຜູ້ຄົນ ຫຼື ມັນບໍ່ສອດຄ່ອງກັບຕົວຕົນຂອງພຣະເຈົ້າ? ມັນແມ່ນອັນໃດກັນແທ້? (ຄົນເຮົາບໍ່ຄວນສົນທະນາເລື່ອງນີ້.) ຖືກຕ້ອງແລ້ວ, ມັນບໍ່ແມ່ນສິ່ງທີ່ຄົນເຮົາຄວນເປັນກັງວົນ. ເຈົ້າບໍ່ຈຳເປັນຕ້ອງຕັດສິນໃຈວ່າພຣະເຈົ້າຕ້ອງຊື່ນຊົມກັບພວກມັນ ຫຼື ວ່າພຣະອົງບໍ່ຄວນຊື່ນຊົມກັບພວກມັນ. ຈົ່ງເຮັດໃນສິ່ງທີ່ເຈົ້າຄວນເຮັດ, ເຮັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ສຳເລັດ ແລະ ເຮັດພັນທະຂອງເຈົ້າໃຫ້ສຳເລັດ, ນັ້ນກໍພຽງພໍແລ້ວ. ຈາກນັ້ນເຈົ້າກໍຈະເຮັດວຽກຂອງເຈົ້າສຳເລັດ. ສ່ວນວ່າພຣະເຈົ້າຈະຈັດການກັບສິ່ງເຫຼົ່ານັ້ນແນວໃດ, ນັ້ນແມ່ນທຸລະຂອງພຣະອົງ. ບໍ່ວ່າພຣະເຈົ້າຈະແບ່ງປັນພວກມັນກັບຜູ້ຄົນ ຫຼື ປະໄວ້ໃຫ້ມັນເນົ່າເປື່ອຍ ຫຼື ບໍ່ວ່າພຣະອົງຈະຊື່ນຊົມກັບພວກມັນໜ້ອຍໜຶ່ງ, ຫຼື ເບິ່ງພວກມັນ, ສິ່ງນີ້ບໍ່ແມ່ນສິ່ງທີ່ຈະຕ້ອງຕຳໜິຕິຕຽນ ແລະ ມັນກໍເປັນສິ່ງທີ່ຖືກຕ້ອງ. ພຣະເຈົ້າມີອິດສະຫຼະຂອງພຣະອົງ ເມື່ອເວົ້າເຖິງວິທີທີ່ພຣະອົງຈັດການກັບເລື່ອງເຫຼົ່ານີ້. ມັນບໍ່ແມ່ນສິ່ງທີ່ຄົນເຮົາຄວນເປັນກັງວົນ, ທັງບໍ່ແມ່ນສິ່ງທີ່ພວກເຂົາຄວນຕັດສິນ. ຜູ້ຄົນບໍ່ຄວນຈິນຕະນາການຕາມອຳເພີໃຈກ່ຽວກັບເລື່ອງເຫຼົ່ານີ້, ແຮງໄກທີ່ຈະຕັດສິນ ຫຼື ຕັດສິນລົງຄຳຂາດຕາມອຳເພີໃຈກ່ຽວກັບພວກມັນ. ຕອນນີ້ເຈົ້າເຂົ້າໃຈແລ້ວບໍ? ພຣະເຈົ້າຄວນຈັດການກັບເຄື່ອງຖວາຍທີ່ຜູ້ຄົນຖວາຍໃຫ້ພຣະອົງແນວໃດ? (ພຣະອົງຈະຈັດການກັບພວກມັນຕາມທີ່ພຣະອົງຕ້ອງການ.) ຖືກຕ້ອງແລ້ວ. ຜູ້ຄົນທີ່ເຂົ້າໃຈສິ່ງນີ້ໃນລັກສະນະນັ້ນກໍມີເຫດຜົນທີ່ປົກກະຕິ. ພຣະເຈົ້າຈະຈັດການກັບສິ່ງເຫຼົ່ານີ້ຕາມທີ່ພຣະອົງຕ້ອງການ. ພຣະອົງອາດຈະຫຼຽວເບິ່ງພວກມັນ ຫຼື ພຽງແຕ່ບໍ່ເບິ່ງພວກມັນ ຫຼື ບໍ່ໃສ່ໃຈພວກມັນເລີຍ. ຈົ່ງສົນໃຈພຽງແຕ່ການຖວາຍເມື່ອເຖິງເວລາທີ່ຕ້ອງເຮັດເຊັ່ນນັ້ນ ແລະ ຈົ່ງຖວາຍເມື່ອເຈົ້າປາຖະໜາທີ່ຈະຖວາຍ, ຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ດ້ວຍການເຮັດຄວາມຮັບຜິດຊອບຂອງມະນຸດໃຫ້ສຳເລັດ. ຢ່າສົນໃຈວ່າພຣະເຈົ້າຈະຈັດການ ແລະ ປະຕິບັດຕໍ່ເລື່ອງດັ່ງກ່າວແນວໃດ. ສະຫຼຸບໂດຍຫຍໍ້, ມັນພຽງພໍແລ້ວຖ້າສິ່ງທີ່ເຈົ້າເຮັດຢູ່ໃນຂອບເຂດຂໍ້ກຳນົດຂອງພຣະເຈົ້າ, ສອດຄ່ອງກັບມາດຕະຖານຂອງຄວາມສຳນຶກ ແລະ ສອດຄ່ອງກັບໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງມະນຸດຊາດ. ສ່ວນວ່າພຣະເຈົ້າຈະຈັດການ ແລະ ປະຕິບັດຕໍ່ສິ່ງຂອງເຫຼົ່ານີ້ແນວໃດ, ນັ້ນເປັນເລື່ອງຂອງພຣະອົງເອງ ແລະ ຜູ້ຄົນຕ້ອງບໍ່ຕັດສິນ ຫຼື ຕັດສິນລົງຄຳຂາດກ່ຽວກັບເລື່ອງນີ້ຢ່າງເດັດຂາດ. ພາຍໃນເວລາພຽງບໍ່ເທົ່າໃດວິນາທີ ພວກເຈົ້າກໍໄດ້ເຮັດຜິດພາດອັນໃຫຍ່ຫຼວງ. ເຮົາໄດ້ຖາມພວກເຈົ້າວ່າພຣະເຈົ້າຊື່ນຊົມ ຫຼື ກິນສິ່ງເຫຼົ່ານີ້ບໍ ແລະ ພວກເຈົ້າກໍເວົ້າວ່າພຣະອົງບໍ່ກິນ ຫຼື ຊື່ນຊົມກັບພວກມັນ. ແມ່ນຫຍັງຄືຄວາມຜິດພາດຂອງພວກເຈົ້າ? (ການຕັດສິນພຣະເຈົ້າ.) ມັນຄືການກຳນົດຂອບເຂດຢ່າງບໍ່ຮອບຄອບ ແລະ ການຕັດສິນຢ່າງບໍ່ຮອບຄອບ ແລະ ນີ້ກໍພິສູດວ່າຜູ້ຄົນຍັງມີຂໍ້ຮຽກຮ້ອງຕໍ່ພຣະເຈົ້າຢູ່ພາຍໃນພວກເຂົາ. ສຳລັບພວກເຂົາແລ້ວ, ມັນເປັນການຜິດທີ່ພຣະເຈົ້າຈະຊື່ນຊົມກັບສິ່ງເຫຼົ່ານີ້ ແລະ ມັນກໍເປັນການຜິດທີ່ພຣະອົງຈະບໍ່ຊື່ນຊົມ. ຖ້າພຣະອົງຊື່ນຊົມ, ພວກເຂົາກໍຈະເວົ້າວ່າ: “ພຣະອົງເປັນອົງພຣະວິນຍານ, ບໍ່ແມ່ນເນື້ອໜັງ ແລະ ຕາຍເປັນ. ເປັນຫຍັງພຣະອົງຈຶ່ງຊື່ນຊົມກັບສິ່ງເຫຼົ່ານີ້? ມັນເປັນສິ່ງທີ່ຄິດບໍ່ເຖິງແທ້ໆ!” ແລ້ວຖ້າພຣະເຈົ້າບໍ່ໃສ່ໃຈສິ່ງເຫຼົ່ານີ້, ຜູ້ຄົນກໍຈະເວົ້າວ່າ: “ພວກເຮົາໄດ້ອອກແຮງຢ່າງລຳບາກເພື່ອຖວາຍໃຈຂອງພວກເຮົາໃຫ້ແກ່ພຣະອົງ, ພຽງເພື່ອໃຫ້ພຣະອົງບໍ່ແມ່ນແຕ່ຈະຫຼຽວເບິ່ງສິ່ງຂອງທີ່ພວກເຮົາໄດ້ຖວາຍ. ພຣະອົງໃສ່ໃຈພວກເຮົາແທ້ໆບໍ?” ໃນທີ່ນີ້, ຜູ້ຄົນກໍມີບາງສິ່ງທີ່ຈະເວົ້າເຊັ່ນກັນ. ນີ້ຄືການຂາດເຫດຜົນ. ສະຫຼຸບແລ້ວ, ແມ່ນຫຍັງຄືທັດສະນະຄະຕິທີ່ຜູ້ຄົນຄວນມີຕໍ່ເລື່ອງນີ້? (ຜູ້ຄົນຄວນຖວາຍສິ່ງທີ່ພວກເຂົາຄວນຖວາຍໃຫ້ແກ່ພຣະເຈົ້າ ແລະ ສ່ວນວ່າພຣະເຈົ້າຈະຈັດການກັບສິ່ງເຫຼົ່ານີ້ແນວໃດ, ຜູ້ຄົນບໍ່ຄວນມີແນວຄິດ ຫຼື ຈິນຕະນາການໃດໆກ່ຽວກັບເລື່ອງນີ້ເລີຍ, ທັງບໍ່ຄວນຕັດສິນມັນ.) ແມ່ນແລ້ວ, ນັ້ນຄືເຫດຜົນທີ່ຜູ້ຄົນຄວນມີ. ນີ້ກ່ຽວຂ້ອງກັບສິ່ງຂອງທີ່ຖວາຍໃຫ້ແກ່ພຣະເຈົ້າ, ເຊິ່ງກໍເປັນລັກສະນະໜຶ່ງຂອງເຄື່ອງຖວາຍເຊັ່ນກັນ. ວັດຖຸສິ່ງຂອງທີ່ຖວາຍໃຫ້ແກ່ພຣະເຈົ້າລວມມີສິ່ງຕ່າງໆທີ່ຫຼາກຫຼາຍ. ນີ້ກໍເພາະວ່າຜູ້ຄົນດຳລົງຊີວິດຢູ່ໃນໂລກວັດຖຸ ແລະ ນອກເໜືອຈາກເງິນ, ຄໍາ, ເງິນ ແລະ ເຄື່ອງປະດັບແລ້ວ, ຍັງມີສິ່ງອື່ນໆອີກຫຼາຍຢ່າງທີ່ພວກເຂົາຖືວ່າຂ້ອນຂ້າງດີ ແລະ ມີຄ່າ ແລະ ເມື່ອບາງຄົນຄິດເຖິງພຣະເຈົ້າ ຫຼື ພວກເຂົາຄິດເຖິງຄວາມຮັກຂອງພຣະເຈົ້າ, ພວກເຂົາກໍເຕັມໃຈທີ່ຈະຖວາຍສິ່ງທີ່ພວກເຂົາຖືວ່າມີຄ່າ ແລະ ລໍ້າຄ່າໃຫ້ແກ່ພຣະເຈົ້າ. ເມື່ອສິ່ງເຫຼົ່ານີ້ຖືກຖວາຍໃຫ້ແກ່ພຣະເຈົ້າ, ພວກມັນກໍຕົກຢູ່ໃນຂອບເຂດຂອງເຄື່ອງຖວາຍ; ພວກມັນກໍກາຍເປັນເຄື່ອງຖວາຍ. ແລ້ວໃນຂະນະດຽວກັນທີ່ພວກມັນກາຍເປັນເຄື່ອງຖວາຍ, ມັນກໍຂຶ້ນກັບພຣະເຈົ້າທີ່ຈະຈັດການກັບພວກມັນ, ຜູ້ຄົນບໍ່ສາມາດແຕະຕ້ອງພວກມັນໄດ້, ພວກມັນບໍ່ຢູ່ພາຍໃຕ້ການຄວບຄຸມຂອງຜູ້ຄົນ ແລະ ພວກມັນບໍ່ແມ່ນຂອງຜູ້ຄົນ. ເມື່ອເຈົ້າໄດ້ຖວາຍບາງສິ່ງໃຫ້ແກ່ພຣະເຈົ້າ, ມັນກໍເປັນຂອງພຣະເຈົ້າ, ມັນບໍ່ຂຶ້ນກັບເຈົ້າທີ່ຈະຈັດການກັບມັນ ແລະ ເຈົ້າບໍ່ສາມາດແຊກແຊງໃນເລື່ອງນີ້ໄດ້ອີກຕໍ່ໄປ. ບໍ່ວ່າພຣະເຈົ້າຈະຈັດການ ຫຼື ປະຕິບັດຕໍ່ສິ່ງນັ້ນແນວໃດ, ມັນບໍ່ກ່ຽວຫຍັງກັບມະນຸດ. ວັດຖຸສິ່ງຂອງທີ່ຖວາຍໃຫ້ແກ່ພຣະເຈົ້າກໍເປັນລັກສະນະໜຶ່ງຂອງເຄື່ອງຖວາຍເຊັ່ນກັນ. ບາງຄົນຖາມວ່າ: “ມີພຽງແຕ່ເງິນ ແລະ ຄໍາ, ເງິນ ແລະ ເຄື່ອງປະດັບທີ່ມີຄ່າເທົ່ານັ້ນບໍທີ່ເປັນເຄື່ອງຖວາຍ? ສົມມຸດວ່າຄົນໃດໜຶ່ງຖວາຍເກີບ, ຖົງຕີນ ຫຼື ແຜ່ນຮອງເກີບໃຫ້ແກ່ພຣະເຈົ້າ, ສິ່ງເຫຼົ່ານັ້ນນັບເປັນເຄື່ອງຖວາຍບໍ?” ຖ້າພວກເຮົາອີງໃສ່ຄຳນິຍາມຂອງເຄື່ອງຖວາຍ, ບໍ່ວ່າສິ່ງໃດໜຶ່ງຈະໃຫຍ່ ຫຼື ນ້ອຍ, ມີຄ່າ ຫຼື ຖືກ, ເຖິງແມ່ນວ່າມັນຈະເປັນປາກກາ ຫຼື ເຈ້ຍ, ຕາບໃດທີ່ມັນຖືກຖວາຍໃຫ້ແກ່ພຣະເຈົ້າ, ມັນກໍແມ່ນເຄື່ອງຖວາຍ.
ຍັງມີອີກລັກສະນະໜຶ່ງຂອງເຄື່ອງຖວາຍ: ວັດຖຸສິ່ງຂອງທີ່ຖືກຖວາຍໃຫ້ແກ່ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກ. ສິ່ງເຫຼົ່ານີ້ກໍຕົກຢູ່ໃນປະເພດຂອງເຄື່ອງຖວາຍເຊັ່ນກັນ. ວັດຖຸສິ່ງຂອງດັ່ງກ່າວລວມມີຫຍັງແດ່? ຕົວຢ່າງ, ສົມມຸດວ່າຄົນໃດໜຶ່ງຊື້ລົດຄັນໜຶ່ງ ແລະ ຫຼັງຈາກຂັບມັນໄດ້ໄລຍະໜຶ່ງ, ພວກເຂົາກໍຮູ້ສຶກວ່າມັນເກົ່າແດ່ແລ້ວ ແລະ ພວກເຂົາກໍຊື້ຄັນໃໝ່ ແລະ ໄດ້ຖວາຍຄັນເກົ່າໃຫ້ແກ່ເຮືອນຂອງພຣະເຈົ້າ ເພື່ອໃຫ້ເຮືອນຂອງພຣະເຈົ້າສາມາດນຳໃຊ້ມັນໃນວຽກງານຂອງຕົນ. ລົດຄັນນີ້ຈຶ່ງເປັນຂອງເຮືອນຂອງພຣະເຈົ້າ. ສິ່ງທີ່ເປັນຂອງເຮືອນຂອງພຣະເຈົ້າຄວນຖືກຈັດເປັນເຄື່ອງຖວາຍ, ນີ້ແມ່ນຖືກຕ້ອງ. ແນ່ນອນວ່າ, ອຸປະກອນ ແລະ ເຄື່ອງມືບໍ່ແມ່ນສິ່ງດຽວທີ່ຖືກຖວາຍໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ, ຍັງມີສິ່ງອື່ນໆອີກ; ຂອບເຂດນີ້ແມ່ນຂ້ອນຂ້າງກວ້າງຂວາງ. ບາງຄົນເວົ້າວ່າ: “ໜຶ່ງສ່ວນສິບທີ່ຜູ້ຄົນຖວາຍຈາກທຸກສິ່ງທີ່ພວກເຂົາໄດ້ຮັບແມ່ນເຄື່ອງຖວາຍ, ເຊັ່ນດຽວກັບເງິນ ແລະ ວັດຖຸສິ່ງຂອງທີ່ຖວາຍໃຫ້ແກ່ພຣະເຈົ້າ; ພວກເຮົາບໍ່ມີຂໍ້ຄັດຄ້ານໃດໆຕໍ່ການຈັດປະເພດສິ່ງເຫຼົ່ານີ້ເປັນເຄື່ອງຖວາຍ, ບໍ່ມີຫຍັງທີ່ໜ້າສົງໄສກ່ຽວກັບເລື່ອງນີ້. ແຕ່ເປັນຫຍັງວັດຖຸສິ່ງຂອງທີ່ຖວາຍໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າຈຶ່ງຕົກຢູ່ໃນປະເພດຂອງເຄື່ອງຖວາຍເຊັ່ນກັນ? ນັ້ນບໍ່ຄ່ອຍສົມເຫດສົມຜົນປານໃດ”. ບອກເຮົາເບິ່ງ, ມັນສົມເຫດສົມຜົນບໍທີ່ພວກມັນຈະຖືກຈັດເປັນເຄື່ອງຖວາຍ? (ສົມເຫດສົມຜົນ.) ແລ້ວເປັນຫຍັງພວກເຈົ້າຈຶ່ງເວົ້າແນວນັ້ນ? (ຄຣິສຕະຈັກມີຢູ່ກໍເພາະວ່າພຣະເຈົ້າມີຢູ່, ສະນັ້ນສິ່ງໃດກໍຕາມທີ່ຖວາຍໃຫ້ແກ່ຄຣິສຕະຈັກກໍແມ່ນເຄື່ອງຖວາຍເຊັ່ນກັນ.) ເວົ້າໄດ້ດີ. ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າເປັນຂອງພຣະເຈົ້າ ແລະ ພວກມັນມີຢູ່ກໍເພາະວ່າພຣະເຈົ້າມີຢູ່; ມີແຕ່ສະຖານທີ່ດຽວສຳລັບອ້າຍເອື້ອຍນ້ອງທີ່ຈະເຕົ້າໂຮມ ແລະ ດຳລົງຊີວິດກໍເພາະວ່າຄຣິສຕະຈັກມີຢູ່ ແລະ ບັນຫາທັງໝົດຂອງອ້າຍເອື້ອຍນ້ອງມີບ່ອນທີ່ຈະໄດ້ຮັບການແກ້ໄຂ ແລະ ອ້າຍເອື້ອຍນ້ອງມີບ້ານທີ່ແທ້ຈິງກໍເພາະວ່າມີເຮືອນຂອງພຣະເຈົ້າ. ທັງໝົດນີ້ມີຢູ່ບົນພື້ນຖານການມີຢູ່ຂອງພຣະເຈົ້າເທົ່ານັ້ນ. ຜູ້ຄົນບໍ່ໄດ້ຖວາຍສິ່ງຂອງໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ ເພາະວ່າຜູ້ຄົນໃນຄຣິສຕະຈັກເຊື່ອໃນພຣະເຈົ້າ ແລະ ເປັນສະມາຊິກຂອງເຮືອນຂອງພຣະເຈົ້າ, ນັ້ນບໍ່ແມ່ນເຫດຜົນທີ່ຖືກຕ້ອງ. ມັນແມ່ນຍ້ອນພຣະເຈົ້າທີ່ຜູ້ຄົນຖວາຍສິ່ງຂອງໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ. ຄວາມໝາຍໂດຍໄນຂອງສິ່ງນີ້ແມ່ນຫຍັງ? ແມ່ນໃຜຈະຖວາຍສິ່ງຂອງໃຫ້ແກ່ຄຣິສຕະຈັກຢ່າງງ່າຍດາຍ ຖ້າບໍ່ແມ່ນຍ້ອນພຣະເຈົ້າ? ຖ້າບໍ່ມີພຣະເຈົ້າ, ຄຣິສຕະຈັກກໍຈະບໍ່ມີຢູ່. ເມື່ອຜູ້ຄົນມີສິ່ງຂອງທີ່ພວກເຂົາບໍ່ຕ້ອງການ ຫຼື ເຫຼືອເກີນຄວາມຕ້ອງການ, ພວກເຂົາກໍສາມາດຖິ້ມມັນໄປ ຫຼື ປະໄວ້ໂດຍບໍ່ໃຊ້; ສິ່ງຂອງບາງຢ່າງກໍສາມາດຂາຍໄດ້ເຊັ່ນກັນ. ວິທີການທັງໝົດນີ້ສາມາດຖືກນຳໃຊ້ເພື່ອຈັດການກັບສິ່ງເຫຼົ່ານີ້ໄດ້, ແມ່ນບໍ? ສະນັ້ນເປັນຫຍັງຜູ້ຄົນຈຶ່ງບໍ່ຈັດການກັບພວກມັນດ້ວຍວິທີເຫຼົ່ານີ້, ເປັນຫຍັງພວກເຂົາຈຶ່ງຖວາຍໃຫ້ແກ່ຄຣິສຕະຈັກແທນ? ມັນບໍ່ແມ່ນຍ້ອນພຣະເຈົ້າບໍ? (ແມ່ນແລ້ວ.) ມັນແມ່ນຍ້ອນພຣະເຈົ້າມີຢູ່ຢ່າງແທ້ຈິງທີ່ຜູ້ຄົນຖວາຍສິ່ງຂອງໃຫ້ແກ່ຄຣິສຕະຈັກ. ສະນັ້ນ, ສິ່ງໃດກໍຕາມທີ່ຖືກຖວາຍໃຫ້ແກ່ຄຣິສຕະຈັກ ຫຼື ເຮືອນຂອງພຣະເຈົ້າກໍຄວນຖືກຈັດເປັນເຄື່ອງຖວາຍ. ບາງຄົນເວົ້າວ່າ: “ຂ້າພະເຈົ້າຖວາຍສິ່ງນີ້ຂອງຂ້າພະເຈົ້າໃຫ້ແກ່ຄຣິສຕະຈັກ”. ການຖວາຍສິ່ງນັ້ນໃຫ້ແກ່ຄຣິສຕະຈັກກໍເທົ່າກັບການຖວາຍມັນໃຫ້ແກ່ພຣະເຈົ້າ ແລະ ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າກໍມີສິດອຳນາດຢ່າງເຕັມທີ່ເໜືອການຈັດການສິ່ງດັ່ງກ່າວ. ເມື່ອເຈົ້າຖວາຍບາງສິ່ງໃຫ້ແກ່ຄຣິສຕະຈັກ, ມັນກໍບໍ່ມີຄວາມກ່ຽວຂ້ອງໃດໆກັບເຈົ້າອີກຕໍ່ໄປ. ເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກຈະຈັດສັນ, ນຳໃຊ້ ແລະ ຈັດການວັດຖຸສິ່ງຂອງເຫຼົ່ານີ້ຢ່າງສົມເຫດສົມຜົນຕາມຫຼັກການທີ່ກຳນົດໂດຍເຮືອນຂອງພຣະເຈົ້າ. ແລ້ວຫຼັກການເຫຼົ່ານີ້ມາຈາກໃສ? ຈາກພຣະເຈົ້າ. ໂດຍພື້ນຖານແລ້ວ, ຫຼັກການສຳລັບການນຳໃຊ້ສິ່ງເຫຼົ່ານີ້ກໍຄື ພວກມັນຄວນຖືກນຳໃຊ້ເພື່ອແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ເພື່ອການເຜີຍແຜ່ວຽກງານພຣະກິດຕິຄຸນຂອງພຣະເຈົ້າ. ພວກມັນບໍ່ແມ່ນເພື່ອການນຳໃຊ້ສະເພາະຂອງບຸກຄົນໃດໜຶ່ງ, ແຮງໄກທີ່ຈະເປັນຂອງກຸ່ມຄົນໃດໜຶ່ງ, ແຕ່ແມ່ນເພື່ອຖືກນຳໃຊ້ສຳລັບວຽກງານການເຜີຍແຜ່ຂ່າວປະເສີດ ແລະ ສຳລັບລາຍການວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ບໍ່ມີໃຜມີສິດທິພິເສດທີ່ຈະນຳໃຊ້ສິ່ງເຫຼົ່ານີ້; ຫຼັກການ ແລະ ພື້ນຖານພຽງຢ່າງດຽວສຳລັບການນຳໃຊ້ ແລະ ການຈັດສັນຂອງພວກມັນກໍຄືການເຮັດຕາມຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດ. ສິ່ງນີ້ແມ່ນສົມເຫດສົມຜົນ ແລະ ເໝາະສົມ.
ສິ່ງເຫຼົ່ານີ້ແມ່ນສາມສ່ວນຂອງຄຳນິຍາມຂອງເຄື່ອງຖວາຍ, ແຕ່ລະສ່ວນແມ່ນຄຳນິຍາມລັກສະນະໜຶ່ງຂອງເຄື່ອງຖວາຍ ແລະ ເປັນລັກສະນະໜຶ່ງຂອງຂອບເຂດຂອງມັນ. ຕອນນີ້ພວກເຈົ້າເຂົ້າໃຈແຈ້ງແລ້ວບໍວ່າເຄື່ອງຖວາຍແມ່ນຫຍັງ? (ເຂົ້າໃຈດີແລ້ວ.) ກ່ອນໜ້ານີ້ມີບາງຄົນເວົ້າວ່າ: “ສິ່ງນີ້ບໍ່ແມ່ນເງິນ ແລະ ຜູ້ທີ່ຖວາຍກໍບໍ່ໄດ້ເວົ້າວ່າມັນແມ່ນເພື່ອພຣະເຈົ້າ. ພວກເຂົາພຽງແຕ່ເວົ້າວ່າພວກເຂົາກຳລັງຖວາຍມັນ. ສະນັ້ນ, ມັນບໍ່ສາມາດຖືກນຳໃຊ້ໂດຍເຮືອນຂອງພຣະເຈົ້າ ແລະ ແຮງໄກທີ່ຈະສາມາດມອບໃຫ້ພຣະເຈົ້າໄດ້”. ດ້ວຍເຫດນັ້ນ, ພວກເຂົາຈຶ່ງບໍ່ໄດ້ບັນທຶກມັນໄວ້ ແລະ ພວກເຂົາກໍໄດ້ໃຊ້ສິ່ງນັ້ນຢ່າງລັບໆຕາມທີ່ພວກເຂົາພໍໃຈ. ສິ່ງນັ້ນສົມເຫດສົມຜົນບໍ? (ບໍ່ສົມເຫດສົມຜົນ.) ຄຳເວົ້າຂອງພວກເຂົາເອງກໍບໍ່ສົມເຫດສົມຜົນ; ພວກເຂົາຍັງເວົ້າອີກວ່າ: “ເຄື່ອງຖວາຍໃຫ້ແກ່ຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າແມ່ນຊັບສິນສ່ວນລວມ, ໃຜກໍສາມາດໃຊ້ມັນໄດ້”, ຊຶ່ງເປັນສິ່ງທີ່ບໍ່ສົມເຫດສົມຜົນຢ່າງຊັດເຈນ. ມັນແມ່ນຍ້ອນວ່າຄົນສ່ວນໃຫຍ່ບໍ່ແນ່ໃຈ ແລະ ບໍ່ຊັດເຈນກ່ຽວກັບຄຳນິຍາມ ແລະ ແນວຄິດຂອງເຄື່ອງຖວາຍ ທີ່ເຮັດໃຫ້ຄົນຖ່ອຍບາງຄົນ ແລະ ບາງຄົນທີ່ມີຈິດໃຈທີ່ໂລບມາກ ແລະ ຄວາມປາຖະໜາທີ່ບໍ່ເໝາະສົມສວຍໃຊ້ສະຖານະການ ແລະ ຄິດທີ່ຈະຍຶດເອົາສິ່ງຂອງເຫຼົ່ານັ້ນ. ຕອນນີ້ເມື່ອພວກເຈົ້າເຂົ້າໃຈແຈ້ງແລ້ວກ່ຽວກັບຄຳນິຍາມ ແລະ ແນວຄິດທີ່ຖືກຕ້ອງຂອງເຄື່ອງຖວາຍ, ພວກເຈົ້າກໍຈະມີການແຍກແຍະເມື່ອພວກເຈົ້າພົບພໍ້ກັບເຫດການ ແລະ ຄົນແບບນັ້ນໃນອະນາຄົດ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?