ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (11) ສ່ວນທີ ສີ່
ເມື່ອເວົ້າເຖິງວຽກງານການຈັດສັນວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ, ຜູ້ນໍາປອມບໍ່ພຽງແຕ່ບໍ່ສາມາດເຮັດສິ່ງນີ້ຕາມຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດ, ພວກເຂົາຍັງເອົາຄວາມຮູ້ສຶກສ່ວນຕົວ, ຄວາມມັກ ແລະ ຄວາມປາຖະໜາຫຼາຍຢ່າງຂອງພວກເຂົາ, ພ້ອມທັງຄວາມເຂົ້າໃຈສ່ວນຕົວຂອງພວກເຂົາ ມາປົນເປນຳອີກ. ພວກເຂົາເຮັດໃຫ້ວຽກງານນີ້ສັບສົນວຸ້ນວາຍ, ໂດຍບໍ່ມີຫຼັກການໃດໆໃຫ້ເວົ້າເຖິງເລີຍ. ສະນັ້ນ, ເມື່ອຜູ້ນໍາປອມກຳລັງຈັດການວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ, ຈຶ່ງມັກເກີດມີສະຖານະການທີ່ສິ່ງຂອງຖືກທຳລາຍ, ສິ້ນເປືອງໄປລ້າໆ ຫຼື ເສຍໄປ ແລະ ຈຳນວນກໍບໍ່ຕົງກັນ ໂດຍທີ່ບໍ່ມີໃຜຮູ້. ສິ່ງຂອງອື່ນໆກໍຖືກບຸກຄົນເອົາໄປໃຊ້ສ່ວນຕົວ, ໂດຍບໍ່ໄດ້ລົງທະບຽນ ຫຼື ລາຍງານເລື່ອງນີ້. ຜູ້ນໍາປອມບໍ່ສາມາດແມ່ນແຕ່ຈະຈັດການວຽກງານທົ່ວໄປທີ່ງ່າຍດາຍເຊັ່ນນີ້ໃຫ້ດີໄດ້. ພວກເຂົາເຮັດໃຫ້ວຽກງານນີ້ສັບສົນວຸ້ນວາຍ, ແຕ່ພວກເຂົາກໍຍັງຮູ້ສຶກສະບາຍໃຈ, ໂດຍຄິດວ່າພວກເຂົາໄດ້ເຮັດວຽກຫຼາຍແລ້ວ. ຜູ້ນໍາປອມບໍ່ເຄີຍດຳເນີນການກວດກາ, ບຳລຸງຮັກສາ ແລະ ເບິ່ງແຍງວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າເປັນປະຈຳ; ໃນໃຈແລ້ວ, ພວກເຂົາບໍ່ສົນໃຈສິ່ງຂອງເຫຼົ່ານີ້ແມ່ນແຕ່ໜ້ອຍດຽວ. ສົມມຸດວ່າເຈົ້າຖາມພວກເຂົາວ່າ “ມີໃຜເບິ່ງແຍງການບຳລຸງຮັກສາ ແລະ ການເບິ່ງແຍງອຸປະກອນເຫຼົ່ານີ້ບໍ? ມີກໍລະນີການສິ້ນເປືອງໃນການຈັດຊື້ອາໄຫຼ່ສຳຮອງເມື່ອສ້ອມແປງພວກມັນບໍ? ຫຼື ມີໃຜໃຊ້ຈ່າຍເກີນ ຫຼື ຖືກໂກງບໍ? ມີໃຜຖືກຮັບຜິດຊອບຫຼັງຈາກເຫດການເຫຼົ່ານັ້ນບໍ? ມີໃຜຖືກປັບໃໝ ຫຼື ໄດ້ຮັບຄຳເຕືອນບໍ?” ຜູ້ນໍາປອມຈະບໍ່ຮູ້ ຫຼື ສົນໃຈເລື່ອງໃດໆເຫຼົ່ານີ້ເລີຍ. ບໍ່ວ່າເງິນຈະຖືກໃຊ້ຈ່າຍຢ່າງບໍ່ຖືກຕ້ອງເມື່ອຊື້ສິ່ງຂອງໃຫ້ເຮືອນຂອງພຣະເຈົ້າ, ບໍ່ວ່າມີໃຜຖືກມອບໝາຍໃຫ້ຈັດການສິ່ງຂອງເຫຼົ່ານັ້ນຫຼັງຈາກທີ່ຊື້ມາ, ບໍ່ວ່າສິ່ງຂອງທີ່ຊື້ມາເໝາະສົມ ຫຼື ບໍ່ ແລະ ສາມາດນຳໃຊ້ໄດ້ຢ່າງມີປະສິດທິພາບ ຫຼື ບໍ່ ແລະ ຖ້ານຳໃຊ້ບໍ່ໄດ້ຜົນ, ພວກມັນຖືກສົ່ງຄືນ ຫຼື ປ່ຽນຄືນພາຍໃນກຳນົດເວລາທີ່ກຳນົດໄວ້ ຫຼື ບໍ່, ພວກເຂົາບໍ່ຮູ້ກ່ຽວກັບເລື່ອງໃດໆເຫຼົ່ານີ້ເລີຍ. ພວກເຂົາເປັນຄົນເບົາປັນຍາແທ້ໆ, ພວກເຂົາບໍ່ຮູ້ຫຍັງເລີຍ. ສິ່ງດຽວທີ່ຜູ້ນໍາປອມຄິດກໍຄືວິທີການເທດສະໜາຫຼັກຄຳສອນໃນການປະຊຸມເພື່ອເຮັດໃຫ້ຄົນນັບຖືພວກເຂົາ; ພວກເຂົາບໍ່ມີຄວາມສາມາດໃນການເຮັດວຽກເມື່ອເວົ້າເຖິງເລື່ອງສະເພາະຂອງການຈັດການສິ່ງຂອງ, ທັງບໍ່ມີທັດສະນະຄະຕິໃດໆຕໍ່ເລື່ອງນີ້. ພວກເຂົາບໍ່ຮູ້ວ່ານີ້ຄືວຽກທີ່ພວກເຂົາຄວນເຮັດ, ທັງບໍ່ຮູ້ວິທີເຮັດມັນ. ທັດສະນະທີ່ຜູ້ນໍາປອມມີຕໍ່ສິ່ງຂອງຂອງເຮືອນຂອງພຣະເຈົ້າກໍຄື ພວກມັນເປັນຂອງທຸກຄົນ, ສະນັ້ນ ໃຜກໍຕາມທີ່ຢາກໃຊ້ຫຍັງກໍສາມາດໃຊ້ໄດ້ ແລະ ໃຜກໍຕາມທີ່ຕ້ອງການຫຍັງກໍສາມາດເອົາໄປ ຫຼື ຂໍຈາກເບື້ອງເທິງໄດ້, ວ່ານີ້ຄືສິດທິຂອງທຸກຄົນ ແລະ ວ່າສິ່ງຂອງຂອງເຮືອນຂອງພຣະເຈົ້າບໍ່ຄວນຢູ່ພາຍໃຕ້ການຈັດການ ຫຼື ການຄວບຄຸມຂອງບຸກຄົນໃດໜຶ່ງ. ສະນັ້ນ, ຖ້າຫາກມີຄົນເຮັດເຄື່ອງຈັກເພ ຫຼື ເສຍ, ພວກເຂົາກໍບໍ່ສົນໃຈ ແລະ ຖ້າຫາກມີຄົນຂໍຊື້ບາງຢ່າງ, ພວກເຂົາກໍບໍ່ສົນໃຈວ່າສິ່ງນັ້ນຈະແພງ ຫຼື ຖືກ. ຄວາມຈິງກໍຄື ເຮືອນຂອງພຣະເຈົ້າມີຂໍ້ກຳນົດສຳລັບສິ່ງເຫຼົ່ານີ້. ຕາບໃດທີ່ຜູ້ນໍາ ແລະ ຜູ້ເຮັດວຽກເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ ແລະ ດຳເນີນການກວດສອບຢ່າງເໝາະສົມຕາມຫຼັກການຂອງເຮືອນຂອງພຣະເຈົ້າ, ການສູນເສຍ ແລະ ການສິ້ນເປືອງດັ່ງກ່າວທັງໝົດກໍສາມາດຫຼີກລ່ຽງໄດ້. ແຕ່ຜູ້ນໍາປອມບໍ່ໄດ້ເຮັດແມ່ນແຕ່ວຽກງານທີ່ງ່າຍດາຍທີ່ສຸດນີ້ທີ່ອາດຈະປ້ອງກັນການສູນເສຍໄດ້. ພວກເຂົາບໍ່ແມ່ນພຽງແຕ່ກິນອາຫານຂອງເຮືອນຂອງພຣະເຈົ້າລ້າໆບໍ? ພວກເຂົາບໍ່ແມ່ນກາຝາກບໍ? ນີ້ບໍ່ແມ່ນການສະແດງອອກທີ່ສະເພາະຂອງ “ຄວາມປອມ” ຂອງຜູ້ນໍາປອມບໍ? ຖ້າຫາກພວກເຈົ້າພົບພໍ້ຜູ້ນໍາແບບນັ້ນ, ພວກເຈົ້າຈະຈັດການກັບພວກເຂົາແນວໃດ? (ໂດຍການປົດພວກເຂົາອອກ.) ພຽງແຕ່ປົດພວກເຂົາອອກ, ແລ້ວກໍແລ້ວບໍ? ພວກເຈົ້າບໍ່ຈຳເປັນຕ້ອງສັ່ງສອນພວກເຂົາຈັກໜ້ອຍບໍ? “ເຄື່ອງຈັກໜ່ວຍນັ້ນວາງໄວ້ຫັ້ນຈົນປຽກຊຸ່ມ ແລະ ບໍ່ມີໃຜກວດກາເປັນເວລາຫຼາຍມື້. ກໍບໍ່ຮູ້ວ່າໄຟຍັງໃຊ້ໄດ້ຢູ່ ຫຼື ບໍ່ ຫຼື ວ່າໜູໄດ້ແຫ້ນສາຍໄຟແລ້ວ. ເປັນຫຍັງເຈົ້າຈຶ່ງບໍ່ສົນໃຈສິ່ງເຫຼົ່ານີ້? ຄອມພິວເຕີທີ່ຂ້ານ້ອຍໃຊ້ເພ ແລະ ຕ້ອງການການສ້ອມແປງ. ຖ້າບໍ່ສ້ອມແປງກໍຈະເຮັດໃຫ້ວຽກງານຊັກຊ້າ. ແຕ່ຂ້ານ້ອຍໄດ້ຂໍຈາກເຈົ້າຫຼາຍຄັ້ງແລ້ວ, ເປັນຫຍັງເຈົ້າຈຶ່ງບໍ່ໃສ່ໃຈ? ເຈົ້າກຳລັງເຮັດຫຍັງວຸ້ນວາຍໄປທົ່ວໝົດມື້ຄືກັບຄົນບໍ່ມີຈຸດໝາຍປາຍທາງ? ເມື່ອຕ້ອງເພິ່ງພາຜູ້ນໍາແບບເຈົ້າເຮັດວຽກ, ເຈົ້າກໍເຮັດໃຫ້ວຽກງານທັງໝົດຊັກຊ້າ ແລະ ເຄື່ອງຈັກ ແລະ ວັດຖຸສິ່ງຂອງທັງໝົດກໍຖືກທຳລາຍດ້ວຍມືຂອງເຈົ້າ. ເຈົ້າບໍ່ເບິ່ງແຍງ ຫຼື ຈັດການວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ. ເຈົ້າບໍ່ເໝາະສົມທີ່ຈະເປັນຜູ້ນໍາ, ຮີບຮ້ອນລົງຈາກຕຳແໜ່ງສາ!” ການສັ່ງສອນພວກເຂົາແບບນີ້ເໝາະສົມບໍ? (ເໝາະສົມ.) ຄົນທີ່ກ້າສັ່ງສອນຜູ້ນໍາ ແລະ ຜູ້ເຮັດວຽກມີຫຍັງແດ່? ກ່ອນອື່ນ ພວກເຂົາຕ້ອງກ້າຫານ ແລະ ຕ້ອງມີຄວາມຮູ້ສຶກຍຸຕິທຳ. ບາງຄົນອາດຈະເວົ້າວ່າ “ຂ້ານ້ອຍບໍ່ກ້າສັ່ງສອນຜູ້ນໍາ ແລະ ຜູ້ເຮັດວຽກ. ພວກເຂົາເປັນນາຍ, ສ່ວນຂ້ານ້ອຍເປັນພຽງທະຫານ, ຕຳແໜ່ງຂອງຂ້ານ້ອຍຕໍ່າກວ່າພວກເຂົາຫຼາຍ. ພວກເຂົາມີຄວາມຈິງ ແລະ ສາມາດເທດສະໜາໄດ້. ຂ້ານ້ອຍບໍ່ເກັ່ງຫຍັງເລີຍ ແລະ ບໍ່ຢູ່ໃນຖານະທີ່ຈະສັ່ງສອນພວກເຂົາ”. ນີ້ບໍ່ແມ່ນເຫດຜົນຂອງຄົນໄຮ້ເຫດຜົນບໍ? (ແມ່ນແລ້ວ.) ແລ້ວ, ພວກເຈົ້າຈະສັ່ງສອນຜູ້ນໍາປະເພດນີ້ແນວໃດ? “ຖ້າເຈົ້າສາມາດເຮັດວຽກງານນີ້ໄດ້, ກໍຈົ່ງພະຍາຍາມເຮັດໃຫ້ດີທີ່ສຸດ ແລະ ເຮັດຕາມຫຼັກການຂອງເຮືອນຂອງພຣະເຈົ້າ. ບໍ່ວ່າເຈົ້າຈະຈັດແຈງໃຫ້ພວກເຮົາເຮັດຫຍັງ, ພວກເຮົາກໍຈະເຊື່ອຟັງ. ແຕ່ຖ້າເຈົ້າບໍ່ພະຍາຍາມເຮັດວຽກງານນີ້ໃຫ້ດີທີ່ສຸດ, ຖ້າເຈົ້າບໍ່ເຮັດຕາມຫຼັກການຂອງເຮືອນຂອງພຣະເຈົ້າ, ເຈົ້າຢ່າຫວັງວ່າພວກເຮົາຈະຟັງເຈົ້າເລີຍ! ຍິ່ງໄປກວ່ານັ້ນ, ຖ້າເຈົ້າບໍ່ເຮັດວຽກງານທີ່ແທ້ຈິງ, ພວກເຮົາມີສິດທີ່ຈະປົດເຈົ້າອອກຈາກຕຳແໜ່ງ ແລະ ກຳຈັດເຈົ້າອອກ! ຖ້າເຈົ້າຢາກສ້າງຄວາມເສຍຫາຍ, ກໍສ້າງໃຫ້ແຕ່ໂຕເຈົ້າເອງ, ເຈົ້າຢ່າພະຍາຍາມມາສ້າງຄວາມເສຍຫາຍໃຫ້ພວກເຮົາທຸກຄົນ”. ພວກເຈົ້າຈະກ້າສັ່ງສອນພວກເຂົາແບບນີ້ບໍ? (ກ້າ.) ຕອນນີ້ພວກເຈົ້າເວົ້າແນວນັ້ນ; ເມື່ອເຖິງເວລາແທ້ໆ, ພວກເຈົ້າຈະກ້າເຮັດແທ້ບໍ? ໂດຍທົ່ວໄປແລ້ວ, ສຳລັບເລື່ອງທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ ແລະ ເລື່ອງສຳຄັນ, ພວກເຈົ້າບໍ່ກ້າເວົ້າຕາມອຳເພີໃຈ, ຍ້ອນຢ້ານວ່າການທີ່ບໍ່ເຂົ້າໃຈຢ່າງເລິກເຊິ່ງ ແລະ ເວົ້າບໍ່ແຈ່ມແຈ້ງ ອາດຈະກາຍເປັນການຕັດສິນຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ກໍ່ໃຫ້ເກີດການລົບກວນ. ແຕ່ພວກເຈົ້າຄວນຈະສາມາດມີຄວາມເຂົ້າໃຈຢ່າງເລິກເຊິ່ງໃນເລື່ອງການຈັດການວັດຖຸສິ່ງຂອງ; ພວກເຈົ້າຄວນຮຽນຮູ້ການແຍກແຍະໃນເລື່ອງນີ້ ແລະ ກຳແໜ້ນຫຼັກການຂອງມັນ.
ໃນທີມງານຜະລິດຮູບເງົາ ມີຜູ້ຊາຍຄົນໜຶ່ງທີ່ຮັບຜິດຊອບເລື່ອງເຄື່ອງນຸ່ງ. ລາວປະພຶດຕົວບໍ່ເປັນລະບຽບ ແລະ ລັກລອບຍັກຍອກສິ່ງຂອງຂອງເຮືອນຂອງພຣະເຈົ້າຢູ່ສະເໝີ. ເມື່ອລາວອອກຈາກທີມງານຜະລິດຮູບເງົາ, ລາວກໍໄດ້ເອົາສິ່ງຂອງບາງຢ່າງໄປນຳ ແລະ ຕໍ່ມາການກວດສອບບັນຊີກໍພົບວ່າເງິນທີ່ລາວໄດ້ຮັບຈຳນວນຫຼາຍບໍ່ຕົງກັນ. ຍິ່ງໄປກວ່ານັ້ນ, ເຖິງແມ່ນວ່າລາວບໍ່ໄດ້ເຮັດວຽກ, ລາວກໍມີເງິນ ແລະ ຍັງໄດ້ຊື້ຂອງຊັ້ນດີຫຼາຍຢ່າງ. ຫຼາຍຄົນໄດ້ປະຈົບປະແຈງລາວໃນຂະນະທີ່ລາວຢູ່ໃນທີມງານຜະລິດຮູບເງົາ ແລະ ພວກເຂົາທຸກຄົນກໍຢາກມີຄວາມສຳພັນທີ່ດີກັບລາວ, ເພື່ອວ່າເມື່ອພວກເຂົາຕ້ອງການເຄື່ອງນຸ່ງ, ພວກເຂົາພຽງແຕ່ຂໍ, ລາວກໍຈະເອົາໃຫ້. ຖ້າຫາກຄົນໃດມີຄວາມສຳພັນທີ່ບໍ່ດີກັບລາວ, ລາວກໍຈະບໍ່ເອົາແມ່ນແຕ່ເຄື່ອງນຸ່ງທີ່ພວກເຂົາຄວນຈະໄດ້ຮັບໃຫ້. ນີ້ແມ່ນບັນຫາຫຍັງ? ມັນເປັນບັນຫາກັບບຸກຄະລາກອນຝ່າຍຈັດການ. ສ່ວນໜຶ່ງກໍຄືລາວຍັກຍອກສິ່ງຂອງເຫຼົ່ານີ້ດ້ວຍຕົນເອງ; ອີກສ່ວນໜຶ່ງກໍຄືລາວບໍ່ໄດ້ຈັດສັນສິ່ງຂອງຂອງເຮືອນຂອງພຣະເຈົ້າຕາມຫຼັກການ, ແຕ່ພັດເຮັດຕາມຄວາມຮູ້ສຶກຂອງຕົນ, ຄວາມຕັ້ງໃຈຂອງຕົນເອງ ແລະ ຄວາມສຳພັນຂອງລາວ. ຕາມຫຼັກການແລ້ວ, ຄົນຜູ້ນີ້ຄວນຖືກສະລ້າງອອກ. ນີ້ແມ່ນບັນຫາທີ່ເຫັນໄດ້ຊັດເຈນ. ຜູ້ນໍາປອມບໍ່ພຽງແຕ່ບໍ່ໄດ້ເຮັດເຊັ່ນນັ້ນ, ແຕ່ຍັງຖືວ່າລາວເປັນຄົນດີ ແລະ ຈັດແຈງໃຫ້ລາວໄປປະຕິບັດໜ້າທີ່ຢູ່ບ່ອນອື່ນ. ນີ້ບໍ່ແມ່ນການເຮັດໃຫ້ຄວາມຜິດພາດຮ້າຍແຮງຂຶ້ນບໍ? ເຈົ້າຄິດວ່າວຽກງານນີ້ຖືກປະຕິບັດເປັນແນວໃດ? ມັນສອດຄ່ອງກັບຫຼັກການບໍ? ຜູ້ນໍາຜູ້ນີ້ໄດ້ເຮັດໜ້າທີ່ຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດໃຫ້ສຳເລັດບໍ? (ບໍ່.) ໂດຍບໍ່ຕ້ອງຄຳນຶງເຖິງວ່າຜູ້ນໍາຈະໄດ້ຮັບຜົນປະໂຫຍດຫຍັງຈາກການຈັດການກັບຄົນຜູ້ນັ້ນໃນລັກສະນະນີ້, ພຽງແຕ່ຕັດສິນຈາກວິທີທີ່ພວກເຂົາຈັດການກັບເລື່ອງນີ້, ແມ່ນຫຍັງຄືລັກສະນະຂອງສິ່ງນີ້? ມັນຄືການປົກປ້ອງຄົນຊົ່ວຊ້າໂດຍອີງໃສ່ຄວາມຮູ້ສຶກ ແລະ ບໍ່ຈັດການກັບລາວຕາມຫຼັກການຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ເພື່ອເຊື່ອມໂຍງສິ່ງນັ້ນກັບຂໍ້ທີສິບຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຜູ້ນໍາ ແລະ ຜູ້ເຮັດວຽກປະເພດນີ້ໄດ້ເຮັດຜິດພາດຫຍັງໃນການປະຕິບັດຕໍ່ວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ? ຜູ້ນໍາຜູ້ນີ້ໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດບໍ? ການຈັດການກັບເລື່ອງນີ້ຂອງພວກເຂົາແມ່ນອີງໃສ່ການປົກປ້ອງສິ່ງຂອງຂອງເຮືອນຂອງພຣະເຈົ້າບໍ? ບໍ່ແມ່ນຢ່າງແນ່ນອນ. ພວກເຂົາບໍ່ໄດ້ເອົາໃຈໃສ່ສິ່ງຂອງຂອງເຮືອນຂອງພຣະເຈົ້າຢ່າງຈິງຈັງ, ເຖິງກັບເຮັດເປັນບໍ່ຮູ້ບໍ່ເຫັນ ໃນຂະນະທີ່ພວກເຂົາປ່ອຍໃຫ້ສິ່ງຂອງເຫຼົ່ານີ້ຖືກທຳລາຍ ຫຼື ເອົາໄປຕາມອຳເພີໃຈໂດຍຄົນຊົ່ວຊ້າ. ນັ້ນແມ່ນວິທີທີ່ພວກເຂົາຈະຈັດການບໍ ຖ້າຫາກສິ່ງຂອງຂອງຕົນເອງເສຍຫາຍ ຫຼື ຖືກຄົນອື່ນຍຶດຄອງເອົາໄປ? ບໍ່ແມ່ນ, ຕອນນັ້ນພວກເຂົາກໍຄົງຈະຄິດເຖິງການແກ້ແຄ້ນ ແລະ ການຊົດເຊີຍ. ສະນັ້ນ, ເປັນຫຍັງພວກເຂົາຈຶ່ງບໍ່ຈັດການກັບສິ່ງຂອງຂອງເຮືອນຂອງພຣະເຈົ້າໃນລັກສະນະນັ້ນ? ພວກເຂົາເຖິງກັບເວົ້າວ່າ “ລາວຈະເອົາຂອງໄປຈັກສອງສາມຢ່າງກໍໄດ້ ຖ້າລາວມັກ, ລາວບໍ່ໄດ້ເອົາໄປຫຼາຍປານນັ້ນ. ລາວຈະຍັກຍອກຂອງເຫຼົ່ານີ້ໜ້ອຍໜຶ່ງກໍໄດ້ ຖ້າລາວມັກ, ໃຜແດ່ທີ່ບໍ່ມີຄວາມປາຖະໜາເລັກນ້ອຍທີ່ຈະເຮັດແນວນັ້ນ? ຈຳນວນໜ້ອຍທີ່ລາວຍັກຍອກໄປນັ້ນມັນສຳຄັນຫຍັງ? ມັນບໍ່ແມ່ນວ່າຄົນອື່ນຈະໄດ້ໜ້ອຍລົງ”. ນີ້ແມ່ນທັດສະນະຄະຕິປະເພດໃດ? ນີ້ແມ່ນທັດສະນະຄະຕິທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນມີຕໍ່ສິ່ງຂອງຂອງເຮືອນຂອງພຣະເຈົ້າບໍ? (ບໍ່ແມ່ນ.) ພວກເຂົາບໍ່ໄດ້ລ້ຽງບໍ່ເຊື້ອງບໍ? ແລ້ວໃນທີ່ສຸດ ພວກເຂົາໄດ້ໃຫ້ເຫດຜົນຫຍັງ? “ປ່ອຍໃຫ້ລາວຍັກຍອກຂອງເຫຼົ່ານັ້ນໄປ, ບໍ່ຈຳເປັນທີ່ພວກເຮົາຈະຕ້ອງໄປສະສາງບັນຊີເຫຼົ່ານີ້ກັບລາວ. ເງິນເລັກນ້ອຍ ແລະ ສິ່ງຂອງເລັກນ້ອຍເຫຼົ່ານັ້ນມັນສຳຄັນຫຍັງ? ພວກຕໍ່ຕ້ານພຣະຄຣິສຍັກຍອກຫຼາຍກວ່ານັ້ນຫຼາຍ. ການຍັກຍອກສິ່ງຂອງເຫຼົ່ານັ້ນຂອງລາວເປັນເລື່ອງລະຫວ່າງລາວກັບພຣະເຈົ້າ, ມັນເປັນເລື່ອງຂອງລາວວ່າລາວຈະສະສາງບັນຊີຕໍ່ໜ້າພຣະເຈົ້າແນວໃດເມື່ອເຖິງເວລາ. ມັນບໍ່ກ່ຽວຫຍັງກັບພວກເຮົາ”. ພວກເຈົ້າປະສົບກັບຄວາມຄິດ ແລະ ຄວາມຮູ້ສຶກຫຍັງ ຫຼັງຈາກທີ່ໄດ້ຍິນຜູ້ນໍາເວົ້າສິ່ງເຊັ່ນນັ້ນ? ໃຜກໍຕາມທີ່ມີຄວາມຮູ້ສຶກຍຸຕິທຳ, ມີຄວາມສຳນຶກຜິດຊອບຊົ່ວດີໜ້ອຍໜຶ່ງ, ກໍຈະຮ້ອງໄຫ້ຢູ່ໃນໃຈເມື່ອໄດ້ຍິນຄຳເວົ້າເຫຼົ່ານີ້ ແລະ ພວກເຂົາກໍຈະຮູ້ສຶກເຈັບປວດໃຈ ແລະ ຜິດຫວັງ, ເຖິງແມ່ນວ່າພວກເຂົາຈະເປັນພຽງຜູ້ຕິດຕາມທຳມະດາ, ແຮງໄກທີ່ພວກເຂົາຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ! ຜູ້ນໍາປອມປະເພດນີ້ໄດ້ຮັບພຣະຄຸນ ແລະ ການປົກປ້ອງຂອງພຣະເຈົ້າຫຼາຍ ແລະ ໄດ້ຮັບຄວາມຈິງຂອງພຣະອົງຫຼາຍ, ແຕ່ພວກເຂົາກໍຍັງມີທັດສະນະຄະຕິທີ່ເລືອດເຢັນແບບນີ້ຕໍ່ສິ່ງຂອງຂອງເຮືອນຂອງພຣະອົງ. ພວກເຂົາມີຄວາມເປັນມະນຸດບໍ? ພວກເຂົາເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກບໍ? (ບໍ່ເໝາະສົມ.) ເມື່ອຄົນເຊັ່ນນັ້ນຖືກປົດອອກແລ້ວ, ພວກເຂົາຍັງມີຄຸນສົມບັດທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກໃນອະນາຄົດອີກບໍ? (ບໍ່ມີ, ຄວາມເປັນມະນຸດຂອງພວກເຂົາບໍ່ດີ.) ຄວາມເປັນມະນຸດທີ່ບໍ່ດີຂອງພວກເຂົາສະແດງອອກແນວໃດ? (ໃນການທີ່ພວກເຂົາບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ.) ແມ່ນຫຍັງຄືການກະທຳທີ່ສະເພາະວ່າພວກເຂົາບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ? ແມ່ນຫຍັງຄືແກ່ນແທ້ຂອງການສະແດງອອກທີ່ສະເພາະນີ້? ຄົນແບບນີ້ມີຈິດໃຈທີ່ບໍ່ຊື່ຕົງ ແລະ ມີຄຸນລັກສະນະທີ່ຕໍ່າຕ້ອຍ; ພວກເຂົາເວົ້າຈາຂ້ອນຂ້າງດີ, ແຕ່ພວກເຂົາບໍ່ໄດ້ເຮັດຫຍັງທີ່ເປັນຊິ້ນເປັນອັນ. ຄົນປະເພດນີ້ຕ້ອງບໍ່ເປັນຜູ້ນໍາ ແລະ ຜູ້ເຮັດວຽກຢ່າງເດັດຂາດ. ຜູ້ທີ່ມີຈິດໃຈທີ່ບໍ່ຊື່ຕົງບໍ່ແມ່ນຜູ້ທີ່ຮັກຄວາມຈິງ, ແຕ່ເປັນຜູ້ທີ່ສະແຫວງຫາຜົນປະໂຫຍດຂອງຕົນເອງ; ຜູ້ທີ່ມີຈິດໃຈທີ່ບໍ່ຊື່ຕົງບໍ່ໄດ້ຄິດເຖິງຜູ້ທີ່ພຣະເຈົ້າເລືອກຢ່າງເດັດຂາດ ແລະ ພວກເຂົາບໍ່ປົກປ້ອງວຽກງານຂອງຄຣິສຕະຈັກ ຫຼື ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າຢ່າງເດັດຂາດ.
ສິ່ງພື້ນຖານທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດກໍຄືການເຝົ້າລະວັງວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງເໝາະສົມ, ດຳເນີນການກວດສອບ ແລະ ເຝົ້າຍາມໃຫ້ເຮືອນຂອງພຣະເຈົ້າຢ່າງເໝາະສົມ, ບໍ່ໃຫ້ສິ່ງຂອງໃດໆເສຍຫາຍ, ສິ້ນເປືອງ ຫຼື ຖືກຄົນຊົ່ວຊ້າຍຶດຄອງເອົາໄປ. ນີ້ຄືສິ່ງຂັ້ນຕໍ່າທີ່ສຸດທີ່ພວກເຂົາຄວນເຮັດ. ທັນທີທີ່ເຈົ້າຖືກເລືອກໃຫ້ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຮືອນຂອງພຣະເຈົ້າກໍຖືວ່າເຈົ້າເປັນຜູ້ດູແລຂອງຕົນ: ເຈົ້າຢູ່ໃນຊັ້ນຜູ້ຈັດການ ແລະ ໜ້າວຽກທີ່ເຈົ້າແບກຮັບກໍໜັກໜ່ວງກວ່າຂອງຄົນອື່ນ. ເຈົ້າແບກຮັບຄວາມຮັບຜິດຊອບອັນໃຫຍ່ຫຼວງ. ນັ້ນຄືເຫດຜົນທີ່ທຸກທັດສະນະຄະຕິຂອງເຈົ້າ, ທຸກການກະທຳຂອງເຈົ້າ, ທຸກແຜນການຂອງເຈົ້າໃນການຈັດການກັບບັນຫາ ແລະ ທຸກວິທີການຂອງເຈົ້າໃນການແກ້ໄຂບັນຫາ ລ້ວນແລ້ວແຕ່ກ່ຽວຂ້ອງກັບຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຖ້າເຈົ້າບໍ່ໄດ້ແມ່ນແຕ່ຈະຄຳນຶງເຖິງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ຫຼື ເອົາໃຈໃສ່, ເຈົ້າກໍບໍ່ເໝາະສົມທີ່ຈະເປັນຜູ້ດູແລຂອງເຮືອນຂອງພຣະອົງ. ຄົນປະເພດນີ້ແມ່ນຄົນແບບໃດ? ເປັນຫຍັງພວກເຂົາຈຶ່ງບໍ່ເໝາະສົມທີ່ຈະເປັນຜູ້ດູແລຂອງເຮືອນຂອງພຣະເຈົ້າ? ໃນບັນດາຜູ້ນໍາປອມ, ມີບາງຄົນທີ່ບໍ່ພຽງແຕ່ມີຄຸນນະພາບຕໍ່າ, ບັນຫາສຳຄັນຂອງພວກເຂົາກໍຄືພວກເຂົາບໍ່ແບກຮັບພາລະ; ພວກເຂົາບໍ່ຮູ້ວິທີເຮັດວຽກ, ແຕ່ພວກເຂົາກໍບໍ່ສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ສາມາດເຮັດໜ້າທີ່ຮັບຜິດຊອບຂັ້ນພື້ນຖານທີ່ສຸດທີ່ຜູ້ດູແລຄວນເຮັດໄດ້. ພວກເຂົາບໍ່ມີຄວາມສຳນຶກ ແລະ ເຫດຜົນ. ນີ້ກໍເພາະວ່າຈິດໃຈຂອງພວກເຂົາບໍ່ຊື່ຕົງ, ພວກເຂົາມີຄຸນລັກສະນະທີ່ຕໍ່າຕ້ອຍ ແລະ ພວກເຂົາເຫັນແກ່ຕົວ ແລະ ຊົ່ວຊ້າ; ພວກເຂົາບໍ່ປົກປ້ອງວຽກງານຂອງຄຣິສຕະຈັກເລີຍ, ແຕ່ມັກຈະທຳລາຍ ແລະ ຂາຍຜົນປະໂຫຍດຂອງຄຣິສຕະຈັກ, ເອົາໃຈຄົນ ແລະ ຮັກສາຄວາມສຳພັນຂອງພວກເຂົາກັບຄົນອື່ນ ໂດຍແລກກັບການສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຄຣິສຕະຈັກ. ພວກເຂົາປ່ອຍໃຫ້ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າເສຍຫາຍ, ສິ້ນເປືອງ, ສູນຫາຍ ຫຼື ແມ່ນແຕ່ຖືກຄົນຊົ່ວຊ້າຍຶດຄອງເອົາໄປ ແລະ ພວກເຂົາກໍບໍ່ສົນໃຈເລື່ອງນີ້ເລີຍ ຫຼື ມີຄວາມຮູ້ສຶກເປັນໜີ້ ຫຼື ສຳນຶກຜິດກັບເລື່ອງນີ້ແມ່ນແຕ່ໜ້ອຍດຽວ. ສະນັ້ນ, ເມື່ອເວົ້າເຖິງການເລືອກຜູ້ນໍາ ແລະ ຜູ້ເຮັດວຽກ, ເມື່ອເບິ່ງຈາກທັດສະນະຂອງຄວາມເປັນມະນຸດ, ແມ່ນຫຍັງຄືສິ່ງພື້ນຖານທີ່ສຸດທີ່ພວກເຂົາຄວນມີ? ພວກເຂົາຕ້ອງມີຄວາມສຳນຶກ ແລະ ຄວາມຮູ້ສຶກຍຸຕິທຳ ແລະ ແຮງຈູງໃຈຂອງພວກເຂົາກໍຄວນເໝາະສົມ. ຄວາມເປັນມະນຸດຂອງພວກເຂົາຕ້ອງຜ່ານເກນກ່ອນ. ບໍ່ວ່າພວກເຂົາຈະມີຄວາມສາມາດໃນການເຮັດວຽກຫຼາຍສໍ່າໃດ ຫຼື ມີລະດັບຄວາມສາມາດສູງສໍ່າໃດ, ຄົນປະເພດນັ້ນກໍຈະໄດ້ມາດຕະຖານໃນຖານະຜູ້ດູແລ ຖ້າພວກເຂົາເຮັດໜ້າທີ່ເປັນຜູ້ຮັບຜິດຊອບ. ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຈະສາມາດປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ຜົນປະໂຫຍດສ່ວນລວມຂອງອ້າຍເອື້ອຍນ້ອງ. ພວກເຂົາຈະບໍ່ຂາຍຜົນປະໂຫຍດຂອງອ້າຍເອື້ອຍນ້ອງຢ່າງເດັດຂາດ, ທັງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ເມື່ອຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງກຳລັງຈະໄດ້ຮັບຄວາມເສຍຫາຍ ຫຼື ໄດ້ຮັບບາດເຈັບ, ພວກເຂົາກໍຈະຄິດເຖິງມັນລ່ວງໜ້າ ແລະ ພວກເຂົາກໍຈະເປັນຄົນທຳອິດທີ່ອອກໜ້າປົກປ້ອງພວກເຂົາ, ເຖິງແມ່ນວ່າການເຮັດເຊັ່ນນັ້ນຈະສົ່ງຜົນກະທົບຕໍ່ຄວາມປອດໄພຂອງຕົນເອງ ຫຼື ຮຽກຮ້ອງໃຫ້ພວກເຂົາຕ້ອງຈ່າຍລາຄາ ຫຼື ທົນທຸກກໍຕາມ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ຄົນທີ່ມີຄວາມສຳນຶກ ແລະ ເຫດຜົນສາມາດເຮັດໄດ້. ຜູ້ນໍາປອມ ແລະ ຜູ້ເຮັດວຽກປອມບາງຄົນກໍຮີບຮ້ອນຊອກຫາບ່ອນທີ່ປອດໄພເພື່ອລີ້ຊ່ອນຕົວເມື່ອພວກເຂົາປະເຊີນກັບສະຖານະການທີ່ອັນຕະລາຍ, ແຕ່ສຳລັບສິ່ງຂອງທີ່ສຳຄັນຂອງເຮືອນຂອງພຣະເຈົ້າ ເຊັ່ນ, ໜັງສືພຣະທຳຂອງພຣະເຈົ້າ, ໂທລະສັບມືຖື, ຄອມພິວເຕີ ແລະ ອື່ນໆ, ພວກເຂົາກໍບໍ່ສົນໃຈພວກມັນ ຫຼື ຖາມໄຖ່ເລີຍ. ຖ້າພວກເຂົາກັງວົນວ່າການຖືກຈັບກຸມຂອງພວກເຂົາຈະສົ່ງຜົນກະທົບຕໍ່ພາບລວມຂອງວຽກງານຂອງຄຣິສຕະຈັກ, ພວກເຂົາກໍສາມາດສົ່ງຄົນອື່ນໄປຈັດການກັບສິ່ງເຫຼົ່ານີ້ໄດ້, ແຕ່ຜູ້ນໍາປອມເຫຼົ່ານີ້ພັດລີ້ຊ່ອນພຽງເພື່ອຄວາມປອດໄພຂອງຕົນເອງ. ພວກເຂົາຢ້ານຈົນຕາຍ ແລະ ເພື່ອຮັບປະກັນຄວາມປອດໄພຂອງຕົນເອງ, ພວກເຂົາກໍບໍ່ເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້. ສະນັ້ນ ຈຶ່ງມີຫຼາຍກໍລະນີທີ່ການລະເລີຍ, ການບໍ່ກະທຳ ແລະ ການບໍ່ຮັບຜິດຊອບຂອງຜູ້ນໍາປອມ ທີ່ເຮັດໃຫ້ວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ ແລະ ເຄື່ອງຖວາຍແກ່ພຣະເຈົ້າຖືກມັງກອນແດງທີ່ຍິ່ງໃຫຍ່ປຸ້ນສະດົມ ແລະ ຍຶດເອົາໄປເມື່ອເກີດສະຖານະການອັນຕະລາຍ, ຊຶ່ງນຳໄປສູ່ການສູນເສຍຢ່າງຮ້າຍແຮງ. ເມື່ອສະຖານະການເຫຼົ່ານັ້ນຫາກໍເກີດຂຶ້ນໃນຄຣິສຕະຈັກ, ສິ່ງທຳອິດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນຄິດກໍຄືການເອົາອຸປະກອນ ແລະ ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າໄປໄວ້ໃນບ່ອນທີ່ເໝາະສົມ, ມອບໃຫ້ຄົນທີ່ເໝາະສົມຈັດການພວກມັນ; ຕ້ອງບໍ່ປ່ອຍໃຫ້ມັງກອນແດງທີ່ຍິ່ງໃຫຍ່ຍຶດເອົາໄປຢ່າງເດັດຂາດ. ແຕ່ຜູ້ນໍາປອມບໍ່ເຄີຍມີສິ່ງດັ່ງກ່າວຢູ່ໃນໃຈ; ພວກເຂົາບໍ່ເຄີຍເອົາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າມາເປັນອັນດັບທຳອິດ, ແທນທີ່ຈະເປັນແນວນັ້ນ ພວກເຂົາພັດເອົາຄວາມປອດໄພຂອງຕົນເອງມາເປັນອັນດັບທຳອິດ. ການທີ່ຜູ້ນໍາປອມບໍ່ເຮັດວຽກງານທີ່ແທ້ຈິງມັກຈະເຮັດໃຫ້ວັດຖຸສິ່ງຂອງທີ່ສຳຄັນຕ່າງໆຂອງເຮືອນຂອງພຣະເຈົ້າໄດ້ຮັບການສູນເສຍ ຫຼື ເສຍຫາຍ. ນີ້ບໍ່ແມ່ນການລະເລີຍຕໍ່ໜ້າທີ່ຢ່າງຮ້າຍແຮງໃນສ່ວນຂອງຜູ້ນໍາປອມບໍ? (ແມ່ນແລ້ວ.)
ກ່ຽວກັບຂໍ້ທີສິບຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ແມ່ນຫຍັງຄືການສະແດງອອກຫຼັກຂອງຜູ້ນໍາປອມທີ່ພວກເຮົາກຳລັງເປີດເຜີຍ? ທັດສະນະຄະຕິຂອງຜູ້ນໍາປອມຕໍ່ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າແມ່ນການບໍ່ໃສ່ໃຈ ແລະ ການບໍ່ສົນໃຈ; ພວກເຂົາບໍ່ເຮັດຕາມຫຼັກການ, ແຕ່ຈັດສັນສິ່ງຂອງເຫຼົ່ານັ້ນຢ່າງຊະຊາຍ, ຕາມຈິນຕະນາການ ແລະ ຄວາມມັກຂອງຕົນເອງ. ໃນຂະນະທີ່ພວກເຂົາກຳລັງຈັດການສິ່ງຕ່າງໆ, ສິ່ງຂອງຂອງເຮືອນຂອງພຣະເຈົ້າມັກຈະໄດ້ຮັບຄວາມເສຍຫາຍ ແລະ ການສິ້ນເປືອງບໍ່ຫຼາຍກໍ່ໜ້ອຍ, ຊຶ່ງກໍ່ໃຫ້ເກີດການສູນເສຍຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ. ນີ້ຄືການສະແດງອອກຫຼັກຂອງຜູ້ນໍາປອມ. ຜູ້ນໍາປອມບໍ່ສາມາດແມ່ນແຕ່ຈະຈັດການວຽກງານທົ່ວໄປພຽງຢ່າງດຽວທີ່ງ່າຍດາຍທີ່ສຸດນີ້ໄດ້; ພວກເຂົາບໍ່ສາມາດແມ່ນແຕ່ຈະເຮັດສິ່ງນັ້ນ ຫຼື ເຮັດໃຫ້ດີໄດ້, ແລ້ວພວກເຂົາຈະເຮັດຫຍັງໄດ້? ສະນັ້ນ, ເມື່ອພວກເຈົ້າເຫັນຄົນແບບນີ້ເຮັດໜ້າທີ່ເປັນຜູ້ນໍາ, ພວກເຈົ້າອາດຈະກວດກາ ແລະ ຊີ້ນໍາວຽກງານຂອງພວກເຂົາໄດ້. ຖ້າພວກເຂົາເຮັດໃຫ້ວຽກງານທົ່ວໄປພຽງຢ່າງດຽວນີ້ສັບສົນວຸ້ນວາຍ, ບໍ່ເຮັດແມ່ນແຕ່ສິ່ງທີ່ພວກເຂົາສາມາດເຮັດໄດ້ ແລະ ບໍ່ຊອກຫາຄົນອື່ນທີ່ເໝາະສົມມາເຮັດເມື່ອພວກເຂົາບໍ່ມີເວລາ, ແລ້ວຜູ້ນໍາແບບນັ້ນກໍຕ້ອງຖືກໄລ່ອອກ ແລະ ປົດອອກຈາກຕຳແໜ່ງທັນທີ. ເຮືອນຂອງພຣະເຈົ້າຈະບໍ່ໃຊ້ພວກເຂົາອີກເລີຍ. ສິ່ງນີ້ເໝາະສົມບໍ? (ເໝາະສົມ.) ເປັນຫຍັງ? ຄົນທີ່ຈິດໃຈບໍ່ຊື່ຕົງ, ມີຄວາມເຂົ້າໃຈທີ່ບິດເບືອນ ແລະ ພຽງແຕ່ກະທຳຕາມຄວາມຮູ້ສຶກ ແລະ ຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ຊົ່ວຊາມຂອງຕົນ, ກໍເປັນຄົນທີ່ບໍ່ໜ້າໄວ້ວາງໃຈ. ຄົນທີ່ບໍ່ໜ້າໄວ້ວາງໃຈຈະສາມາດເຮັດວຽກງານໃດໄດ້ດີ? ພວກເຂົາຈະສາມາດປະຕິບັດໜ້າທີ່ໃດໄດ້ດີ? ພວກເຂົາສາມາດປະຕິບັດໜ້າທີ່ດ້ວຍຄວາມຈົງຮັກພັກດີໄດ້ບໍ? (ບໍ່ໄດ້.)
ຜ່ານການໂອ້ລົມຂອງມື້ນີ້ກ່ຽວກັບຂໍ້ທີສິບຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເຮົາບໍ່ໄດ້ອະທິບາຍຫຼັກການ ແລະ ມາດຕະຖານທີ່ຈຳເປັນອີກຢ່າງໜຶ່ງສຳລັບຜູ້ນໍາ ແລະ ຜູ້ເຮັດວຽກຢ່າງແຈ່ມແຈ້ງແລ້ວບໍ? ສິ່ງທີ່ກ່ຽວຂ້ອງໃນທີ່ນີ້ບໍ່ແມ່ນເລື່ອງກ່ຽວກັບຄວາມສາມາດ, ທັງບໍ່ແມ່ນເລື່ອງກ່ຽວກັບຄວາມສາມາດໃນການເຮັດວຽກ, ແຕ່ເປັນເລື່ອງກ່ຽວກັບຄວາມເປັນມະນຸດ. ຈົ່ງສັງເກດເບິ່ງຜູ້ທີ່ກຳລັງຮັບໃຊ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ຜູ້ທີ່ຄຣິສຕະຈັກກຳລັງເພາະປູກ ແລະ ເບິ່ງວ່າມີໃຜໃນບັນດາພວກເຂົາທີ່ມີຄວາມເປັນມະນຸດທີ່ບໍ່ດີ ແລະ ມີຈິດໃຈທີ່ບໍ່ຊື່ຕົງ, ຜູ້ທີ່ມີຄວາມເປັນມະນຸດຄືກັນກັບຜູ້ນໍາປອມທີ່ຖືກໄຈ້ແຍກໃນຂໍ້ທີສິບ. ຖ້າຫາກເຈົ້າພົບເຫັນຜູ້ນໍາ ແລະ ຜູ້ເຮັດວຽກແບບນັ້ນແທ້ໆ, ເຈົ້າກໍຄວນປົດພວກເຂົາອອກ ແລະ ເຈົ້າຕ້ອງຈື່ໄວ້ວ່າຢ່າເລືອກຄົນແບບນັ້ນເປັນຜູ້ນໍາເດັດຂາດ ແລະ ຢ່າເພາະປູກຄົນແບບນັ້ນໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກເດັດຂາດ. ຖ້າຫາກບາງຄົນບໍ່ເຂົ້າໃຈຄຸນນະພາບຄວາມເປັນມະນຸດຂອງຄົນເຫຼົ່ານັ້ນ ແລະ ເລືອກພວກເຂົາ, ກໍໃຫ້ລາຍງານພວກເຂົາທັນທີ. ຢ່າໃຫ້ໂອກາດພວກເຂົາໄດ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກ. ຄົນເຫຼົ່ານັ້ນບໍ່ໄດ້ກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກເພື່ອເຮັດວຽກງານທີ່ແທ້ຈິງ, ແຕ່ເພື່ອທຳລາຍວຽກງານຂອງຄຣິສຕະຈັກ. ຖ້າພວກເຂົາກາຍເປັນຜູ້ນໍາ, ວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າກໍຈະພອຍໄດ້ຮັບເຄາະຮ້າຍໄປນຳ. ພວກເຈົ້າເຕັມໃຈທີ່ຈະເຫັນຜົນທີ່ຕາມມາແບບນັ້ນບໍ? (ບໍ່ເຕັມໃຈ.) ສະນັ້ນ, ພວກເຈົ້າຄວນປະຕິບັດຕໍ່ຄົນແບບນັ້ນແນວໃດ? ຖ້າພວກເຂົາກຳລັງຮັບໃຊ້ເປັນຜູ້ນໍາຢູ່, ກໍໃຫ້ລາຍງານພວກເຂົາ ແລະ ປົດພວກເຂົາອອກຈາກຕຳແໜ່ງ. ແຕ່ຖ້າພວກເຂົາບໍ່ໄດ້ຢູ່ໃນຕຳແໜ່ງ ແລະ ຍັງບໍ່ທັນຖືກເລືອກ, ກໍໃຫ້ບອກທຸກຄົນວ່າ: “ຄົນຜູ້ນີ້ບໍ່ດີ. ຢ່າເລືອກພວກເຂົາ, ບໍ່ວ່າຈະເຮັດຫຍັງກໍຕາມ; ມັນຈະເປັນການສ້າງຄວາມເສຍຫາຍຕໍ່ຄຣິສຕະຈັກ”. ແລ້ວຖ້າຫາກຜູ້ຄົນຖືກຫຼອກລວງ ແລະ ນໍາພາຢ່າງຜິດໆຈົນເລືອກພວກເຂົາ, ເຈົ້າກໍຕ້ອງແຈ້ງໃຫ້ທຸກຄົນຮູ້ທັນທີວ່າ: “ມື້ນີ້ພວກເຮົາໄດ້ເຮັດສິ່ງທີ່ຜິດພາດ. ພວກເຮົາໄດ້ເລືອກຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ, ຜູ້ທີ່ມີຈິດໃຈທີ່ບໍ່ຊື່ຕົງ, ມາເປັນຜູ້ນໍາຂອງພວກເຮົາ. ຕອນນີ້ເມື່ອພວກເຮົາໄດ້ເຮັດສິ່ງນີ້ແລ້ວ, ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າກໍຈະໄດ້ຮັບການສູນເສຍ ແລະ ຄວາມເສຍຫາຍ. ພວກເຮົາຕ້ອງປົດພວກເຂົາອອກຈາກຕຳແໜ່ງທັນທີ ເພື່ອປ້ອງກັນບໍ່ໃຫ້ຜົນປະໂຫຍດ ແລະ ສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າໄດ້ຮັບຄວາມເສຍຫາຍ. ພວກເຮົາຕ້ອງບໍ່ປ່ອຍໃຫ້ອຸບາຍຂອງພວກເຂົາສຳເລັດ”. ການເຮັດແບບນີ້ເໝາະສົມບໍ? (ເໝາະສົມ.)
ຜູ້ທີ່ຖືກເລືອກໃຫ້ເປັນຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີທັງຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກ; ຕອນນີ້ກໍຍັງມີຂໍ້ກຳນົດດ້ານຄຸນນະພາບຄວາມເປັນມະນຸດຂອງພວກເຂົາອີກດ້ວຍ. ພວກເຈົ້າວ່າແນວໃດ, ແລ້ວຄົນສ່ວນຫຼາຍກໍບໍ່ມີຄຸນສົມບັດຄົບຖ້ວນຕາມເກນທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກແມ່ນບໍ? ໃນສາມຢ່າງນີ້, ອັນໃດສຳຄັນທີ່ສຸດ? (ຄວາມເປັນມະນຸດ.) ອັນດັບສອງເດ? (ຄວາມສາມາດໃນການເຮັດວຽກ.) ຕໍ່ຈາກນັ້ນເດ? (ວ່າພວກເຂົາມີຄວາມສາມາດ ຫຼື ບໍ່.) ການຈັດລຳດັບນັ້ນຂ້ອນຂ້າງຖືກຕ້ອງ. ເມື່ອພວກເຈົ້າເລືອກຕັ້ງຜູ້ນໍາໃນອະນາຄົດ, ໃຫ້ວັດແທກພວກເຂົາຕາມລຳດັບນີ້. ບາງຄົນເວົ້າວ່າ: “ການຈັດລຳດັບແບບນີ້ມີບັນຫາຢູ່. ສົມມຸດວ່າຄວາມເປັນມະນຸດມາກ່ອນ ແລະ ມີບາງຄົນທີ່ມີຄວາມເປັນມະນຸດທີ່ດີ ແຕ່ມີຄວາມສາມາດທີ່ຂ້ອນຂ້າງຕໍ່າ ແລະ ຖ້າພວກເຂົາຖືກເລືອກໃຫ້ເປັນຜູ້ນໍາ, ພວກເຂົາກໍຈະບໍ່ສາມາດເຮັດວຽກງານທີ່ແທ້ຈິງໄດ້, ແລ້ວມັນຈະຍັງເໝາະສົມບໍທີ່ຈະພິຈາລະນາແຕ່ຄວາມເປັນມະນຸດຂອງຄົນ?” ຄວາມເປັນມະນຸດຂອງຄົນແມ່ນສຳຄັນທີ່ສຸດ ແລະ ເປັນສິ່ງທຳອິດທີ່ເຈົ້າຄວນເບິ່ງ, ແຕ່ມັນບໍ່ແມ່ນສິ່ງດຽວທີ່ຕ້ອງພິຈາລະນາເມື່ອເລືອກຕັ້ງຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າຄວາມເປັນມະນຸດຂອງຄົນໃດໜຶ່ງໄດ້ມາດຕະຖານ, ຕໍ່ໄປກໍໃຫ້ເບິ່ງຄວາມສາມາດໃນການເຮັດວຽກຂອງພວກເຂົາ. ຖ້າພວກເຂົາຂາດຄວາມສາມາດໃນການເຮັດວຽກ ແລະ ບໍ່ສາມາດເຮັດວຽກງານທີ່ແທ້ຈິງໄດ້, ເຈົ້າກໍສາມາດຂໍໃຫ້ພວກເຂົາຮັບຜິດຊອບວຽກງານທີ່ບໍ່ໜັກໜ່ວງເກີນຄວາມສາມາດຂອງພວກເຂົາ. ຖ້າພວກເຂົາມີຄວາມເປັນມະນຸດທີ່ດີ ແລະ ສາມາດແບກຮັບວຽກງານ ແລະ ພະຍາຍາມເຮັດມັນໃຫ້ດີທີ່ສຸດ, ເປັນຄົນທີ່ໜ້າໄວ້ວາງໃຈ ແລະ ເຮືອນຂອງພຣະເຈົ້າກໍບໍ່ຕ້ອງກັງວົນໃນການໃຊ້ພວກເຂົາ ແລະ ພວກເຂົາເປັນການສ້າງສາ, ເປັນປະໂຫຍດ ແລະ ເປັນຜົນດີຕໍ່ອ້າຍເອື້ອຍນ້ອງສ່ວນຫຼາຍ, ແລ້ວພວກເຂົາກໍໄດ້ມາດຕະຖານ. ຖ້າຄວາມສາມາດຂອງພວກເຂົາຕໍ່າ ແລະ ພວກເຂົາຂາດຄວາມສາມາດໃນການເຮັດວຽກ ຫຼື ຖ້າພວກເຂົາມີຄວາມສາມາດໃນການເຮັດວຽກໃນລະດັບປານກາງ, ກໍໃຫ້ພວກເຂົາເຮັດວຽກງານທີ່ງ່າຍດາຍ ຫຼື ວຽກງານພຽງຢ່າງດຽວ. ຖ້າພວກເຂົາມີຄວາມສາມາດທີ່ດີ ແລະ ມີຄວາມສາມາດໃນການເຮັດວຽກທີ່ສູງ, ພວກເຂົາກໍສາມາດເຮັດວຽກງານທີ່ສຳຄັນ ຫຼື ວຽກງານທີ່ແຕກຕ່າງກັນຫຼາຍຢ່າງ. ພວກເຈົ້າບໍ່ສາມາດແມ່ນແຕ່ຈະຈັດການຈັດແຈງແບບນີ້ໄດ້ບໍ? ຖ້າພວກເຂົາມີຄວາມເປັນມະນຸດທີ່ບໍ່ດີ ແລະ ມີຈິດໃຈທີ່ບໍ່ຊື່ຕົງ, ແລ້ວບໍ່ວ່າຄວາມສາມາດໃນການເຮັດວຽກຂອງພວກເຂົາຈະດີສໍ່າໃດກໍຕາມ, ພວກເຂົາຈະສາມາດເຮັດວຽກງານໄດ້ດີບໍ? (ບໍ່ໄດ້.) ຖ້າພວກເຂົາຈັດການບໍລິສັດ ຫຼື ພະນັກງານຈຳນວນໜຶ່ງ, ມັນອາດຈະບໍ່ເປັນບັນຫາ, ແຕ່ຈະເກີດບັນຫາຫຍັງຂຶ້ນ ຖ້າພວກເຂົາຖືກຂໍໃຫ້ຈັດການວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ? ກ່ອນອື່ນໝົດ, ພວກເຂົາຈະບໍ່ຈັດການສິ່ງຂອງເຫຼົ່ານັ້ນ ຫຼື ຈັດການກັບເລື່ອງຕ່າງໆຕາມຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດຢ່າງເດັດຂາດ. ຈິດໃຈຂອງພວກເຂົາບໍ່ຊື່ຕົງ, ພວກເຂົາບໍ່ຮັກຄວາມຈິງ ແລະ ໃນໃຈຂອງພວກເຂົາມີແຕ່ກົນອຸບາຍທີ່ຊົ່ວຮ້າຍ, ມີແຕ່ແນວຄິດ ແລະ ຄວາມຄິດທີ່ຊົ່ວຮ້າຍ, ສະນັ້ນ ເມື່ອໃດກໍຕາມທີ່ພວກເຂົາກະທຳ, ພວກເຂົາກໍເຮັດຕາມຄວາມມັກຂອງຕົນເອງ ແລະ ອີງໃສ່ຜົນປະໂຫຍດຂອງຕົນເອງ, ບໍ່ແມ່ນອີງໃສ່ຫຼັກການຄວາມຈິງ, ທັງບໍ່ແມ່ນອີງໃສ່ຄວາມຍຸຕິທຳ. ພວກເຂົາພິຈາລະນາພຽງແຕ່ສິ່ງທີ່ພວກເຂົາຈະໄດ້ ຫຼື ເສຍ ແລະ ບໍ່ໄດ້ຄິດເຖິງຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດໄວ້ ແລະ ດັ່ງນັ້ນ ພວກເຂົາຈຶ່ງຖືກກຳນົດໃຫ້ລົ້ມເຫຼວໃນວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ສິ່ງນີ້ຖືກກຳນົດໂດຍຫຍັງ? ໂດຍຄຸນນະພາບຄວາມເປັນມະນຸດຂອງພວກເຂົາ; ມັນບໍ່ໄດ້ຖືກກຳນົດໂດຍຄວາມສາມາດໃນການເຮັດວຽກຂອງພວກເຂົາ. ເພາະສະນັ້ນ, ເມື່ອຊັ່ງຊາເບິ່ງວ່າຄົນໃດໜຶ່ງສູງສົ່ງ ຫຼື ຕໍ່າຕ້ອຍ ແລະ ວ່າພວກເຂົາຜ່ານມາດຕະຖານຂອງເຮືອນຂອງພຣະເຈົ້າສຳລັບການເລືອກຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ບໍ່, ກ່ອນອື່ນ ໃຫ້ເບິ່ງຄວາມເປັນມະນຸດຂອງພວກເຂົາ: ຖ້າຄວາມເປັນມະນຸດຂອງພວກເຂົາໜ້າເຊື່ອຖື ແລະ ໄດ້ມາດຕະຖານ, ຕໍ່ໄປກໍໃຫ້ພິຈາລະນາວ່າພວກເຂົາມີຄວາມສາມາດໃນການເຮັດວຽກ ແລະ ແບກຮັບພາລະ ຫຼື ບໍ່; ຈາກນັ້ນຈຶ່ງພິຈາລະນາດ້ານອື່ນໆ.
ນີ້ຄືຂໍ້ທີສິບຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ໃນຂໍ້ທີສິບນີ້ ການໄຈ້ແຍກການສະແດງອອກຕ່າງໆຂອງຜູ້ນໍາປອມກໍມີປະມານນີ້ແຫຼະ. ຈາກທັດສະນະຄະຕິ ແລະ ການສະແດງອອກທີ່ຜູ້ນໍາປອມປະຕິບັດຕໍ່ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ, ເຮົາສາມາດເຫັນໄດ້ວ່າ ພວກເຂົາສ່ວນຫຼາຍຂາດຄວາມສຳນຶກ ແລະ ເຫດຜົນ, ວ່າພວກເຂົາມີຄວາມເປັນມະນຸດທີ່ບໍ່ດີຫຼາຍ ແລະ ບໍ່ມີຄວາມຮັບຜິດຊອບ, ເຈົ້າສາມາດເວົ້າໄດ້ວ່າຈິດໃຈຂອງພວກເຂົາບໍ່ຊື່ຕົງ. ຕອນນີ້ພວກເຮົາບໍ່ມີຫຼັກຖານອີກຢ່າງໜຶ່ງທີ່ສາມາດໃຊ້ເພື່ອກຳນົດວ່າຜູ້ໃດຜູ້ໜຶ່ງເປັນຜູ້ນໍາປອມແລ້ວບໍ? ຜູ້ນໍາປອມບາງຄົນບໍ່ສາມາດເຮັດວຽກໄດ້ ຍ້ອນວ່າຄວາມສາມາດຂອງພວກເຂົາຕໍ່າ ແລະ ຍ້ອນວ່າພວກເຂົາຕາບອດ ແລະ ບໍ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງໃນສິ່ງຕ່າງໆ. ບາງຄົນບໍ່ເຮັດວຽກງານທີ່ແທ້ຈິງ ຍ້ອນວ່າຈິດໃຈຂອງພວກເຂົາບໍ່ຊື່ຕົງ ແລະ ພວກເຂົາສະແຫວງຫາແຕ່ຜົນປະໂຫຍດຂອງຕົນເອງເທົ່ານັ້ນ, ພວກເຂົາບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາບໍ່ສົນໃຈວ່າຜູ້ທີ່ພຣະເຈົ້າເລືອກຈະເປັນ ຫຼື ຕາຍ. ຜູ້ນໍາປອມທຸກປະເພດຕ້ອງຖືກປົດອອກ ແລະ ຖືກກຳຈັດອອກໂດຍໄວເທົ່າທີ່ຈະໄວໄດ້, ເພື່ອປ້ອງກັນຄວາມຊັກຊ້າຕໍ່ວຽກງານຂອງເຮືອນຂອງພຣະເຈົ້າ ແລະ ການທຳຮ້າຍຕໍ່ຜູ້ທີ່ຖືກເລືອກຂອງພຣະອົງ.
1 ພຶດສະພາ 2021
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?