ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (11) ສ່ວນທີ ສາມ

ການຈັດການວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າໃຫ້ດີ ແມ່ນຄວາມຮັບຜິດຊອບຂອງຜູ້ທີ່ພຣະເຈົ້າເລືອກທຸກຄົນ

ຫຼັງຈາກທີ່ໄດ້ເຂົ້າໃຈຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວ, ພວກເຈົ້າໄດ້ເຂົ້າໃຈຫຼັກການທີ່ອ້າຍເອື້ອຍນ້ອງແຕ່ລະຄົນຄວນກຳແໜ້ນໃນການປະຕິບັດຕໍ່ວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າເຊັ່ນກັນບໍ? ພວກເຈົ້າອາດຈະບໍ່ແມ່ນຜູ້ນໍາ ແລະ ຜູ້ເຮັດວຽກ, ແຕ່ພວກເຈົ້າກໍຍັງຄວນເຮັດໜ້າທີ່ຮັບຜິດຊອບໃນການກວດກາ. ນີ້ຄືສິດທິຂອງຜູ້ທີ່ພຣະເຈົ້າເລືອກ. ນອກຈາກນີ້, ສຳລັບວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ ເຊັ່ນ, ໜັງສື ແລະ ເຄື່ອງມືທຸກປະເພດ; ອາຫານ, ເຄື່ອງດື່ມ ແລະ ສິ່ງຂອງປະຈຳວັນ ແລະ ອື່ນໆ, ທຸກຄົນຕ້ອງປະຕິບັດຕໍ່ສິ່ງຂອງເຫຼົ່ານັ້ນດ້ວຍຄວາມຮັກ ແລະ ການໃສ່ໃຈ. ທຸກຄົນກໍຄວນດຳເນີນການກວດກາ, ສ້ອມແປງ ແລະ ບຳລຸງຮັກສາສິ່ງຂອງຕ່າງໆທີ່ພວກເຂົາກຳລັງນຳໃຊ້ເປັນປະຈຳ ແລະ ພວກເຂົາຄວນນຳໃຊ້ພວກມັນຢ່າງສົມເຫດສົມຜົນ, ຢ່າປ່ອຍໃຫ້ສິ່ງຂອງເຫຼົ່ານີ້ເສຍຫາຍ ແລະ ສິ້ນເປືອງໃນຂະນະທີ່ຢູ່ໃນມືຂອງເຈົ້າ ຫຼື ກຳຈັດມັນຢ່າງບໍ່ຈຳແນກ. ບາງຄົນເວົ້າວ່າ “ຢ່າງໃດກໍຕາມ, ສິ່ງນີ້ບໍ່ແມ່ນຂອງຂ້ອຍ. ຂ້ອຍບໍ່ໄດ້ຊື້ມັນດ້ວຍເງິນຂອງຂ້ອຍ. ເຮືອນຂອງພຣະເຈົ້າມອບມັນໃຫ້ຂ້ອຍ, ມັນເປັນຂອງສ່ວນລວມ. ຂ້ອຍບໍ່ຈຳເປັນຕ້ອງສົນໃຈວ່າມັນຈະຖືກບຳລຸງຮັກສາ ແລະ ສ້ອມແປງເມື່ອໃດ ຫຼື ຈະເກັບໄວ້ບ່ອນໃດ. ຂ້ອຍບໍ່ສາມາດເອົາມັນໄປນຳໄດ້, ຄືກັບວ່າຂ້ອຍໄດ້ຍຶດເອົາມັນໄປ”. ຄວາມຄິດນີ້ສົມເຫດສົມຜົນບໍ? ມັນບໍ່ແມ່ນຂ້ອນຂ້າງເຫັນແກ່ຕົວ ແລະ ຂາດຄວາມເປັນມະນຸດບໍ? (ແມ່ນແລ້ວ.) ສະນັ້ນ, ຄວນປະຕິບັດຕາມຫຼັກການໃດໃນການນຳໃຊ້ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ? ຖ້າຫາກມີສິ່ງໃດໜຶ່ງຖືກຈັດສັນໃຫ້ເຈົ້ານຳໃຊ້, ມັນກໍເປັນຂອງເຈົ້າທີ່ຈະຕ້ອງສ້ອມແປງ ແລະ ເບິ່ງແຍງໃນຂະນະທີ່ເຈົ້ານຳໃຊ້ມັນ. ເຈົ້າຕ້ອງຮັບຜິດຊອບທັງໝົດ; ໂດຍບໍ່ຕ້ອງໃຫ້ຜູ້ອື່ນຊຸກຍູ້ ຫຼື ກວດກາ, ເຈົ້າຄວນປະຕິບັດຕໍ່, ທະນຸຖະໜອມ ແລະ ປົກປ້ອງສິ່ງຂອງນັ້ນຄືກັບວ່າມັນເປັນຊັບສິນສ່ວນຕົວຂອງເຈົ້າ. ນັ້ນຄືສິ່ງທີ່ເອີ້ນວ່າການມີຄວາມເປັນມະນຸດ. ບໍ່ວ່າສິ່ງຂອງນັ້ນຈະຢູ່ໃນສະພາບໃດເມື່ອມັນຖືກມອບໃຫ້ເຈົ້າ, ເມື່ອເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ນຳໃຊ້ມັນອີກຕໍ່ໄປ ຫຼື ໃຊ້ແລ້ວ, ເຈົ້າຄວນສົ່ງຄືນໃຫ້ຜູ້ທີ່ເກັບຮັກສາມັນໃນສະພາບເດີມທີ່ບໍ່ມີຄວາມເສຍຫາຍ. ສິ່ງນີ້ເອີ້ນວ່າການມີເຫດຜົນ; ນີ້ແມ່ນສິ່ງທີ່ຄວນມີຢູ່ໃນຄວາມເປັນມະນຸດ. ເຈົ້າເວົ້າວ່າເຈົ້າເຊື່ອໃນພຣະເຈົ້າ, ວ່າເຈົ້າມີຄວາມສຳນຶກ ແລະ ເຫດຜົນ, ວ່າເຈົ້າຮັກຄວາມຈິງ, ສະແຫວງຫາມັນ ແລະ ຍອມອ່ອນນ້ອມຕໍ່ມັນ, ແຕ່ຖ້າເຈົ້າບໍ່ມີແມ່ນແຕ່ຄວາມເປັນມະນຸດຂັ້ນພື້ນຖານທີ່ສຸດທີ່ເຈົ້າຄວນມີໃນການປະຕິບັດຕໍ່ວັດຖຸສິ່ງຂອງ, ເຈົ້າຈະເວົ້າເຖິງການຮັກຄວາມຈິງ ຫຼື ການປະຕິບັດມັນໄດ້ແນວໃດ? ນັ້ນບໍ່ແມ່ນສິ່ງທີ່ວ່າງເປົ່າເກີນໄປໜ້ອຍໜຶ່ງບໍ? ຖ້າເຈົ້າບໍ່ສາມາດເຮັດໜ້າທີ່ຮັບຜິດຊອບທີ່ເຈົ້າຄວນເຮັດໃນການປະຕິບັດຕໍ່ວັດຖຸສິ່ງຂອງໄດ້, ມັນກໍໝາຍຄວາມວ່າຄວາມເປັນມະນຸດຂອງເຈົ້າບໍ່ດີ ເຊິ່ງເອີ້ນກັນທົ່ວໄປວ່າ “ການຂາດຄວາມເປັນມະນຸດ”. ນອກຈາກນີ້, ບໍ່ວ່າເຈົ້າຈະນຳໃຊ້ສິ່ງຂອງຂອງເຈົ້າເອງແນວໃດ, ບໍ່ວ່າເຈົ້າຈະປະຕິບັດຕໍ່ມັນຢ່າງຊະຊາຍ ຫຼື ພິຖີພິຖັນ, ນັ້ນກໍເປັນສິດທິຂອງເຈົ້າ. ບໍ່ມີໃຜຈະແຊກແຊງ. ແຕ່ເຮືອນຂອງພຣະເຈົ້າມີຫຼັກການໃນການນຳໃຊ້ສິ່ງຂອງຂອງຕົນ. ຫຼັກການເຫຼົ່ານີ້ລ້ວນແລ້ວແຕ່ຕັ້ງຢູ່ບົນພື້ນຖານຂອງຄວາມສຳນຶກ ແລະ ເຫດຜົນ ແລະ ເຖິງແມ່ນວ່າມັນອາດຈະບໍ່ສູງສົ່ງເຖິງລະດັບຂອງຄວາມຈິງ, ຢ່າງໜ້ອຍທີ່ສຸດ ພວກມັນກໍສອດຄ່ອງກັບມາດຕະຖານຂອງຄວາມເປັນມະນຸດ. ຖ້າເຈົ້າບໍ່ສາມາດບັນລຸມາດຕະຖານຂອງຄວາມເປັນມະນຸດນີ້ໄດ້, ຖ້າເຈົ້າບໍ່ສາມາດແມ່ນແຕ່ປະຕິບັດຕໍ່ ແລະ ນຳໃຊ້ເຄື່ອງມື ແລະ ເຄື່ອງໃຊ້ທີ່ເຮືອນຂອງພຣະເຈົ້າມອບໃຫ້ເຈົ້າຢ່າງຖືກຕ້ອງໄດ້, ແລ້ວການທີ່ເຈົ້າຈະສາມາດເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງກໍເປັນບັນຫາ, ມັນເປັນເລື່ອງທີ່ໜ້າສົງໄສ. ສະນັ້ນ, ເມື່ອເວົ້າເຖິງການປະຕິບັດຕໍ່ສິ່ງຂອງເຫຼົ່ານີ້, ເຈົ້າມີສິດທີ່ຈະນຳໃຊ້ພວກມັນ ແລະ ແນ່ນອນ ເຈົ້າກໍມີຄວາມຮັບຜິດຊອບທີ່ຈະສ້ອມແປງ, ບຳລຸງຮັກສາ ແລະ ເບິ່ງແຍງພວກມັນເຊັ່ນກັນ. ເຈົ້າຕ້ອງເອົາໃຈໃສ່ຕໍ່ສິ່ງເຫຼົ່ານີ້ຢ່າງຈິງຈັງ. ຖ້າເຈົ້າ, ຄືກັບພວກຜູ້ບໍ່ເຊື່ອ, ເວົ້າວ່າ “ຢ່າງໃດກໍຕາມ, ມັນບໍ່ແມ່ນຂອງຂ້ອຍ. ຂ້ອຍບໍ່ໄດ້ຊື້ມັນດ້ວຍເງິນຂອງຂ້ອຍ. ຖ້າຂອງສ່ວນລວມເພ, ກໍໃຫ້ມັນເພໄປ, ພຽງແຕ່ຊື້ໜ່ວຍໃໝ່ ຫຼື ຖ້າຮ້າຍແຮງທີ່ສຸດກໍສ້ອມແປງມັນ. ເຖິງຢ່າງໃດກໍຕາມ, ມັນກໍບໍ່ແມ່ນວ່າຂ້ອຍໄດ້ສູນເສຍຫຍັງ”. ຖ້ານັ້ນຄືວິທີທີ່ເຈົ້າຄິດ, ນັ້ນກໍເປັນບັນຫາ, ເຈົ້າກຳລັງຕົກຢູ່ໃນອັນຕະລາຍ. ເຈົ້າບໍ່ມີຄຸນລັກສະນະທີ່ທ່ຽງທຳ ແລະ ຈິດໃຈທີ່ບໍ່ຊື່ຕົງ. ການໃຊ້ສິ່ງຂອງຂອງຕົນເອງຢ່າງປະຢັດ, ແຕ່ປະຕິບັດຕໍ່ສິ່ງຂອງຂອງເຮືອນຂອງພຣະເຈົ້າຄືກັບບໍ່ສຳຄັນ, ບໍ່ຄິດທີ່ຈະທະນຸຖະໜອມມັນ, ນັ້ນບໍ່ແມ່ນຄົນທີ່ຈິດໃຈບໍ່ຊື່ຕົງບໍ? ພຣະເຈົ້າມັກຄົນທີ່ຈິດໃຈບໍ່ຊື່ຕົງບໍ? (ບໍ່ມັກ.) ບອກເຮົາເບິ່ງ, ພຣະເຈົ້າກວດສອບຄົນທີ່ຈິດໃຈບໍ່ຊື່ຕົງບໍ? (ແມ່ນແລ້ວ.) ພຣະເຈົ້າກວດສອບທັງຜູ້ທີ່ມີຈິດໃຈຊື່ຕົງ ແລະ ຜູ້ທີ່ບໍ່ມີຄືກັນ. ເມື່ອເຈົ້າຍອມຮັບການກວດສອບຂອງພຣະເຈົ້າ, ຈະຕ້ອງເຮັດແນວໃດຖ້າເຈົ້າພົບວ່າຕົນເອງກຳລັງຄິດແບບນັ້ນ? ບໍ່ສົນໃຈມັນບໍ? ປ່ອຍໄວ້ໂດຍບໍ່ກວດສອບບໍ? ບໍ່ໃສ່ໃຈມັນບໍ? “ສິ່ງທີ່ຂ້ອຍຄິດແມ່ນເລື່ອງຂອງຂ້ອຍ. ເຈົ້າເປັນໃຜຈຶ່ງມາຫຍຸ້ງກ່ຽວກັບມັນ? ຖ້າເຈົ້າໃຫ້ຂ້ອຍໃຊ້ບາງຢ່າງ, ຂ້ອຍກໍມີສິດທີ່ຈະໃຊ້ມັນ ແລະ ຢ່າງໃດກໍຕາມ, ມັນກໍຈະບໍ່ເປັນຫຍັງ ຖ້າຂ້ອຍພຽງແຕ່ບໍ່ເຮັດໃຫ້ເຄື່ອງຈັກເພ. ເປັນຫຍັງເຈົ້າຈຶ່ງຕັ້ງຂໍ້ກຳນົດທີ່ສູງ ແລະ ຫຼາຍຢ່າງເຊັ່ນນີ້?” ຄວາມຄິດແບບນີ້ດີບໍ? (ບໍ່ດີ.) ມັນຄື “ການຂາດຄວາມເປັນມະນຸດ”. ຖ້າເຈົ້າມີຄວາມຄິດເຊັ່ນນັ້ນ, ເຈົ້າຕ້ອງຍອມຮັບການກວດສອບຂອງພຣະເຈົ້າ ແລະ ເວົ້າວ່າ “ຂ້າແດ່ພຣະເຈົ້າ, ຂ້ານ້ອຍມີອຸປະນິໄສທີ່ເສື່ອມຊາມ ແລະ ຄວາມເປັນມະນຸດຂອງຂ້ານ້ອຍກໍບໍ່ດີ. ຂ້ານ້ອຍເຄີຍຄິດວ່າຕົນເອງຂ້ອນຂ້າງສູງສົ່ງ ແລະ ມີກຽດ, ວ່າຂ້ານ້ອຍມີສັກສີ; ຂ້ານ້ອຍບໍ່ຄິດວ່າສິ່ງຂອງເລັກນ້ອຍນີ້ຈະເປີດເຜີຍຂ້ານ້ອຍ: ຂ້ານ້ອຍມີຄວາມປາຖະໜາທີ່ເຫັນແກ່ຕົວ; ຈິດໃຈຂອງຂ້ານ້ອຍບໍ່ຊື່ຕົງ; ຂ້ານ້ອຍມີເປົ້າໝາຍເລັກນ້ອຍຂອງຕົນເອງ. ຂ້ານ້ອຍເຕັມໃຈທີ່ຈະຍອມຮັບການກວດສອບຂອງພຣະອົງ ແລະ ການລົງວິໄນຂອງພຣະອົງ ແລະ ຂ້ານ້ອຍເຕັມໃຈທີ່ຈະຫັນປ່ຽນຕົນເອງ”. ເຈົ້າຕ້ອງອະທິຖານ ແລະ ກັບໃຈຕໍ່ໜ້າພຣະເຈົ້າ ແລະ ໃຫ້ພຣະອົງກວດສອບເຈົ້າ. ເມື່ອເຈົ້າຍອມຮັບການກວດສອບຂອງພຣະອົງແລ້ວ, ເຈົ້າຄວນຫັນປ່ຽນຕົນເອງແນວໃດ? ເຈົ້າຈະເວົ້າວ່າ “ການຄິດແບບທີ່ຂ້ອຍເຄີຍຄິດນັ້ນຂາດສິນທຳ, ນັ້ນຄືຄວາມຄິດຂອງຜູ້ບໍ່ມີຄວາມເຊື່ອ, ຂອງຜູ້ບໍ່ເຊື່ອ. ຂ້ອຍບໍ່ສາມາດຄິດແບບນັ້ນໄດ້ອີກຕໍ່ໄປ. ຂ້ອຍຕ້ອງບໍ່ເດີນຕາມເສັ້ນທາງນັ້ນ. ຂ້ອຍເປັນຜູ້ທີ່ເຊື່ອໃນພຣະເຈົ້າ; ຂ້ອຍຕ້ອງເປັນຄົນທີ່ມີຄວາມເປັນມະນຸດ ແລະ ມີສັກສີ, ຂ້ອຍຕ້ອງເຮັດສິ່ງທີ່ພຣະເຈົ້າຮັກ. ຂ້ອຍຕ້ອງປ່ຽນແປງວິທີການຂອງຂ້ອຍໃນການນຳໃຊ້ເຄື່ອງມື ແລະ ເຄື່ອງຈັກໃນອະນາຄົດ. ຂ້ອຍຕ້ອງໃຫ້ພວກມັນພັກຜ່ອນເມື່ອຄວນພັກ, ສ້ອມແປງເມື່ອຈຳເປັນ ແລະ ບຳລຸງຮັກສາເມື່ອຈຳເປັນ. ຂ້ອຍຕ້ອງທຳຄວາມສະອາດພວກມັນເລື້ອຍໆ ແລະ ກວດກາອົງປະກອບຕ່າງໆຂອງພວກມັນເປັນປະຈຳ ເພື່ອຮັບປະກັນການນຳໃຊ້ພວກມັນໄດ້ປົກກະຕິ. ແລະ ຂ້ອຍຈະທຳຄວາມສະອາດທັນທີເມື່ອໃຊ້ແລ້ວ ແລະ ເກັບຮັກສາໄວ້ຢ່າງປອດໄພ ເພື່ອບໍ່ໃຫ້ຜູ້ທີ່ບໍ່ກ່ຽວຂ້ອງມາຫຍຸ້ງກ່ຽວກັບພວກມັນ”. ຈາກນັ້ນ, ເມື່ອເຈົ້ານຳໃຊ້ເຄື່ອງຈັກອີກຄັ້ງໃນອະນາຄົດ, ເຈົ້າກໍຈະລະມັດລະວັງ ແລະ ເອົາໃຈໃສ່ເປັນພິເສດ. ທັດສະນະຂອງເຈົ້າຈະປ່ຽນແປງຢູ່ສະເໝີ ແລະ ວິທີການຂອງເຈົ້າກໍຈະປັບປຸງ, ຫັນປ່ຽນຈາກຄວາມຄິດ ແລະ ການກະທຳທີ່ເຫັນແກ່ຕົວ ແລະ ຕ່ຳຊ້າໃນເມື່ອກ່ອນ ໄປສູ່ຄວາມຮູ້ສຶກຮັບຜິດຊອບ, ຈິດໃຈທີ່ຈະເບິ່ງແຍງສິ່ງຂອງ ແລະ ຈິດໃຈທີ່ຈະຮັບຜິດຊອບ. ການປ່ຽນແປງໃນຄວາມຄິດຂອງເຈົ້າຄືການເລີ່ມຕົ້ນຂອງການຫັນປ່ຽນຕົນເອງຢ່າງແທ້ຈິງ. ມັນຈະກາຍເປັນການປ່ຽນແປງໃນວິທີການຂອງເຈົ້າ ເມື່ອເຈົ້າເຮັດໃຫ້ຄວາມຄິດ ແລະ ແນວຄິດຂອງເຈົ້າເປັນຈິງໃນການປະຕິບັດຂອງເຈົ້າ. ເມື່ອມັນບັນລຸເຖິງລະດັບນີ້ ພຣະເຈົ້າຈຶ່ງຈະເຫັນວ່າເຈົ້າກຳລັງຫັນປ່ຽນ ແລະ ກັບໃຈຢ່າງແທ້ຈິງ; ການຫັນປ່ຽນ ແລະ ການປ່ຽນແປງທີ່ເຈົ້າເຮັດເຫຼົ່ານີ້ຈະເປັນທີ່ຍອມຮັບຂອງພຣະເຈົ້າຢ່າງແທ້ຈິງ. ນີ້ຄືການປະຕິບັດຄວາມຈິງ. ສິ່ງທີ່ພື້ນຖານທີ່ສຸດທີ່ຄົນເຮົາຕ້ອງມີໃນການປະຕິບັດຄວາມຈິງແມ່ນຫຍັງ? ຄວາມສຳນຶກ ແລະ ເຫດຜົນທີ່ຜູ້ຄົນຄວນມີ. ແລ້ວຄົນທີ່ເຫັນແກ່ຕົວ ແລະ ຕ່ຳຊ້າມີຄວາມສຳນຶກ ແລະ ເຫດຜົນບໍ? (ບໍ່ມີ.) ຕາມຫຼັກຄຳສອນແລ້ວ ເຈົ້າອາດຈະຮູ້ວ່າເຈົ້າບໍ່ສາມາດປະຖິ້ມສິ່ງຂອງຂອງເຮືອນຂອງພຣະເຈົ້າໄວ້ຊະຊາຍ ຫຼື ເຮັດໃຫ້ເສຍຫາຍ ແລະ ສິ້ນເປືອງ ຫຼື ບໍ່ຮັບຜິດຊອບຕໍ່ສິ່ງຂອງເຫຼົ່ານັ້ນ, ແຕ່ທັດສະນະໃນໃຈ ແລະ ຄວາມຄິດຂອງເຈົ້າເປັນແນວໃດ? “ຈະໄປສົນໃຈເລື່ອງເຫຼົ່ານັ້ນເຮັດຫຍັງ? ສິ່ງຂອງນັ້ນກໍບໍ່ແມ່ນຂອງຂ້ອຍຊ້ຳ”. ຄວາມຄິດເຊັ່ນນັ້ນຈະຊີ້ນຳພຶດຕິກຳຂອງເຈົ້າ ແລະ ແລ້ວຫຼັກຄຳສອນທີ່ເຈົ້າຮູ້ຈະມີປະໂຫຍດຫຍັງບໍ? ບໍ່ມີ, ມັນຈະເປັນພຽງຫຼັກຄຳສອນທີ່ບໍ່ມີປະໂຫຍດຫຍັງເລີຍ. ມີພຽງແຕ່ເມື່ອຄວາມຄິດ ແລະ ທັດສະນະຂອງເຈົ້າຫັນປ່ຽນ ແລະ ເຈົ້າໄດ້ຫັນປ່ຽນ ແລະ ກັບໃຈຢ່າງແທ້ຈິງຕໍ່ໜ້າພຣະເຈົ້າ, ເມື່ອນັ້ນພຶດຕິກຳ ແລະ ການກະທຳຕົວຈິງຂອງເຈົ້າຈຶ່ງຈະເລີ່ມປ່ຽນແປງ. ນັ້ນຄືເວລາທີ່ສິ່ງທີ່ເຈົ້າດຳລົງຊີວິດຢູ່ຈະເລີ່ມມີຄວາມເປັນມະນຸດ; ນັ້ນຄືເວລາທີ່ເຈົ້າຈະເລີ່ມເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ເລື່ອງເລັກນ້ອຍເຊັ່ນນີ້ເປີດເຜີຍຄວາມເປັນມະນຸດຂອງບຸກຄົນ, ພ້ອມທັງເປີດເຜີຍວ່າບຸກຄົນນັ້ນຮັກຄວາມຈິງຢ່າງແທ້ຈິງ ຫຼື ບໍ່.

ການຈັດການວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າແມ່ນຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດໃຫ້ສຳເລັດ ແລະ ຜູ້ທີ່ພຣະເຈົ້າເລືອກທຸກຄົນຄວນຮ່ວມກັນກວດກາ, ຊ່ວຍເຫຼືອ ແລະ ໃຫ້ຄວາມຮ່ວມມືຢ່າງສຸດກໍາລັງ. ນີ້ຄືຄວາມຮັບຜິດຊອບຂອງທຸກຄົນ. ຜູ້ທີ່ພຣະເຈົ້າເລືອກຄວນເປັນແບບຢ່າງ. ພວກເຂົາຄວນເລີ່ມຕົ້ນຈາກຕົນເອງ, ມີພຽງແຕ່ເມື່ອພວກເຂົາເຮັດໄດ້ດີດ້ວຍຕົນເອງເທົ່ານັ້ນ ພວກເຂົາຈຶ່ງມີຄຸນສົມບັດທີ່ຈະກວດກາຄົນອື່ນ ແລະ ປະເມີນວ່າສິ່ງທີ່ຄົນອື່ນເຮັດນັ້ນເໝາະສົມ ແລະ ສອດຄ່ອງກັບຫຼັກການ ຫຼື ບໍ່. ນີ້ແມ່ນເລື່ອງທີ່ກ່ຽວຂ້ອງກັບທຸກຄົນ, ເລື່ອງເລັກນ້ອຍນັ້ນເປີດເຜີຍຄວາມເປັນມະນຸດຂອງຜູ້ຄົນ, ພ້ອມທັງທັດສະນະຂອງພວກເຂົາຕໍ່ຄວາມຈິງ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດວຽກງານນີ້ໃຫ້ດີ ແລະ ຢ່າງສຸດກໍາລັງ, ຕາມຫຼັກການຂອງເຮືອນຂອງພຣະເຈົ້າ ແລະ ອ້າຍເອື້ອຍນ້ອງທຳມະດາທຸກຄົນກໍຄວນປະຕິບັດຕໍ່ເລື່ອງນີ້ດ້ວຍຄວາມເຂັ້ມງວດ ແລະ ຄວາມລະມັດລະວັງເຊັ່ນກັນ. ເຈົ້າຕ້ອງກວດສອບຕົນເອງເລື້ອຍໆ, ກວດສອບເບິ່ງວ່າມີບັນຫາໃນຄວາມເປັນມະນຸດ ແລະ ຄວາມຄິດຂອງເຈົ້າ ຫຼື ບໍ່ ແລະ ເຈົ້າມີທັດສະນະຄະຕິແບບໃດ. ເມື່ອເຈົ້າພົບວ່າມີບັນຫາກັບທັດສະນະ ແລະ ຄວາມຄິດຂອງເຈົ້າ, ເຈົ້າຄວນອະທິຖານ ແລະ ຫັນປ່ຽນຕົນເອງໂດຍທັນທີ ແລະ ເມື່ອຈັດການ ຫຼື ນຳໃຊ້ສິ່ງຂອງຂອງເຮືອນຂອງພຣະເຈົ້າ, ເຈົ້າຄວນພະຍາຍາມໃນດ້ານໜຶ່ງບໍ່ໃຫ້ຖືກຕຳໜິໂດຍຄວາມສຳນຶກຂອງຕົນ ແລະ ບໍ່ຂາດຕົກບົກຜ່ອງຕໍ່ພຣະເຈົ້າ ແລະ ໃນອີກດ້ານໜຶ່ງ ເພື່ອໃຫ້ຄົນອື່ນຊື່ນຊົມ ແລະ ເຫັນດີນຳສິ່ງທີ່ເຈົ້າເຮັດ ແລະ ເວົ້າວ່າເຈົ້າມີຄວາມເປັນມະນຸດ ເຊິ່ງເປັນທີ່ປະຈັກແກ່ສາຍຕາທຸກຄົນ. ສິ່ງທີ່ສຳຄັນທີ່ສຸດກໍຄືຜູ້ຄົນຕ້ອງຍຶດໝັ້ນຫຼັກການເມື່ອເຮັດສິ່ງນີ້. ນີ້ຄືພັນທະທີ່ຜູ້ຄົນຄວນປະຕິບັດໃຫ້ສຳເລັດ, ເປັນສິ່ງທີ່ສະມາຊິກຄົນໃດກໍຕາມຂອງເຮືອນຂອງພຣະເຈົ້າຄວນບັນລຸ. ມັນບໍ່ແມ່ນພຽງແຕ່ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກເທົ່ານັ້ນ.

ຕອນນີ້ພວກເຈົ້າຂ້ອນຂ້າງຈະແຈ້ງກ່ຽວກັບຂໍ້ທີສິບຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວບໍ? ຫຼັງຈາກທີ່ໄດ້ເຂົ້າໃຈຫຼັກການແລ້ວ, ຄົນເຮົາຄວນເອົາໃຈໃສ່ ແລະ ລະອຽດຮອບຄອບຫຼາຍຂຶ້ນໃນການເຮັດວຽກງານນີ້ ແລະ ພວກເຂົາຄວນເອົາໃຈໃສ່ກັບມັນໃຫ້ຫຼາຍຂຶ້ນ ແລະ ບໍ່ຂີ້ຄ້ານ, ແລ້ວໂດຍພື້ນຖານແລ້ວ ພວກເຂົາກໍຈະສາມາດຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງຂອງວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ ແລະ ປ້ອງກັນບໍ່ໃຫ້ພວກມັນຖືກຍຶດຄອງໂດຍຄົນຊົ່ວຊ້າ. ສິ່ງນີ້ຄວນຈະສາມາດບັນລຸໄດ້. ເປັນຫຍັງເຮົາຈຶ່ງເວົ້າວ່າມັນບັນລຸໄດ້ງ່າຍ? ເລື່ອງເຫຼົ່ານີ້ແມ່ນເລື່ອງທີ່ທຸກຄົນອາດຈະພົບພໍ້ໃນຊີວິດປະຈຳວັນຢູ່ເຮືອນ. ມັນງ່າຍທີ່ຈະເອົາໃຈໃສ່ໃນການຈັດການສິ່ງຂອງໃນເຮືອນຂອງເຈົ້າເອງ, ສະນັ້ນ ຖ້າເຈົ້າເກັບຮັກສາສິ່ງຂອງຂອງເຮືອນຂອງພຣະເຈົ້າຄືກັບວ່າມັນເປັນຂອງເຈົ້າເອງ, ຕາມຂໍ້ກຳນົດຂອງເຮືອນຂອງພຣະອົງ, ຈັດສັນພວກມັນຢ່າງສົມເຫດສົມຜົນ, ຈົນສາມາດຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງ ແລະ ບໍ່ໃຫ້ຄົນຊົ່ວຊ້າຍຶດຄອງເອົາໄປ, ແລ້ວເຈົ້າກໍຈະໄດ້ເຮັດໜ້າທີ່ຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໃຫ້ສຳເລັດ. ວຽກງານນີ້ເບິ່ງຄືວ່າໂດຍທຳມະຊາດແລ້ວເປັນໜ້າວຽກທົ່ວໄປ. ເປັນຫຍັງພວກເຮົາຈຶ່ງເອີ້ນມັນວ່າໜ້າວຽກທົ່ວໄປ? ມັນກ່ຽວຂ້ອງກັບການຈັດການວັດຖຸສິ່ງຂອງ. ຈົ່ງຈັດການ ແລະ ຈັດສັນພວກມັນໃຫ້ດີ ແລະ ເຈົ້າກໍຈະໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ. ນອກຈາກນີ້, ຫຼັກການຂອງວຽກງານນີ້ກໍຂ້ອນຂ້າງງ່າຍດາຍ, ມັນກ່ຽວຂ້ອງກັບຫຼັກການພຽງຢ່າງດຽວ ແລະ ບໍ່ກ່ຽວຂ້ອງກັບຄວາມຈິງທີ່ຊັບຊ້ອນ. ຕາບໃດທີ່ຄົນເຮົາມີພາລະ ແລະ ມີເຈດຕະນາທີ່ຖືກຕ້ອງ, ພວກເຂົາກໍສາມາດເຮັດວຽກງານນີ້ໄດ້ດີໂດຍບໍ່ຈຳເປັນຕ້ອງເຂົ້າໃຈຄວາມຈິງຫຼາຍເກີນໄປ ແລະ ໂດຍບໍ່ຈຳເປັນຕ້ອງມີການໂອ້ລົມຄວາມຈິງຫຼາຍເກີນໄປໃຫ້ພວກເຂົາຟັງ. ສະນັ້ນ, ວຽກງານນີ້ຈຶ່ງເປັນໜ້າວຽກໜຶ່ງດຽວ ແລະ ເປັນໜ້າວຽກທົ່ວໄປ. ມັນເປັນວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກເຮັດໄດ້ງ່າຍ. ຕາບໃດທີ່ເຈົ້າດຸໝັ່ນຂຶ້ນໜ້ອຍໜຶ່ງ, ຖາມຫຼາຍຂຶ້ນ, ສອບຖາມຫຼາຍຂຶ້ນ, ເອົາໃຈໃສ່ຫຼາຍຂຶ້ນ ແລະ ມີເຈດຕະນາທີ່ຖືກຕ້ອງ, ເຈົ້າກໍສາມາດເຮັດມັນໄດ້. ມັນບໍ່ຊັບຊ້ອນເລີຍ. ພວກເຮົາໄດ້ໂອ້ລົມກັນຈົບແລ້ວກ່ຽວກັບຂໍ້ທີສິບຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ມັນກໍງ່າຍດາຍພຽງເທົ່ານັ້ນ.

ທັດສະນະ ແລະ ການສະແດງອອກຂອງຜູ້ນໍາປອມກ່ຽວກັບວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ

ຕອນນີ້ເມື່ອພວກເຈົ້າໄດ້ເຂົ້າໃຈຄວາມຮັບຜິດຊອບນີ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວ, ກ່ຽວກັບເລື່ອງນີ້, ພວກເຮົາຈະໄຈ້ແຍກຕໍ່ໄປເຖິງການສະແດງອອກທີ່ຜູ້ນໍາປອມສະແດງອອກເມື່ອພວກເຂົາປະຕິບັດວຽກງານນີ້ ແລະ ສິ່ງທີ່ພວກເຂົາເຮັດທີ່ໝາຍຄວາມວ່າພວກເຂົາສາມາດຖືກຈັດປະເພດວ່າເປັນຜູ້ນໍາປອມ. ກ່ອນອື່ນ, ເມື່ອຜູ້ນໍາປອມເຮັດວຽກງານນີ້, ພວກເຂົາບໍ່ສາມາດເກັບຮັກສາສິ່ງຂອງຕ່າງໆຢ່າງເໝາະສົມ. ການເກັບຮັກສາແມ່ນວຽກງານທີ່ສຳຄັນອັນດັບທຳອິດເມື່ອເວົ້າເຖິງວັດຖຸສິ່ງຂອງທຸກປະເພດ. ຜູ້ນໍາປອມເຮັດທຸກຢ່າງແບບບໍ່ເປັນລະບຽບ; ນອກເໜືອຈາກຄວາມສັບສົນວຸ້ນວາຍເມື່ອເວົ້າເຖິງຄວາມຈິງ ແລະ ຫຼັກການຕ່າງໆທີ່ກ່ຽວຂ້ອງກັບຄວາມຈິງແລ້ວ, ພວກເຂົາກໍຍັງສັບສົນເຊັ່ນດຽວກັນເມື່ອເວົ້າເຖິງການເກັບຮັກສາວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ. ພວກເຂົາບໍ່ຮູ້ວ່າຈະຊອກຫາຄົນປະເພດໃດເພື່ອຈັດການສິ່ງຂອງເຫຼົ່ານັ້ນ ຫຼື ວິທີທີ່ຄວນເກັບຮັກສາ. ພວກເຂົາບໍ່ມີເປົ້າໝາຍທີ່ຊັດເຈນ ແລະ ບໍ່ມີແຜນການທີ່ສະເພາະ, ແຮງໄກທີ່ຈະມີຂັ້ນຕອນທີ່ລະອຽດໃນການເຮັດວຽກງານນີ້. ຖ້າມີຄົນທີ່ເຕັມໃຈຈະເອົາໃຈໃສ່, ສິ່ງຂອງເຫຼົ່ານີ້ກໍສາມາດຖືກເກັບຮັກສາໄດ້; ຖ້າບໍ່ມີ, ຜູ້ນໍາປອມກໍຈະປ່ອຍໃຫ້ສິ່ງຂອງເຫຼົ່ານີ້ຖືກວາງປະໄວ້ຊະຊາຍ. ພວກເຂົາບໍ່ຊອກຫາຄົນທີ່ເໝາະສົມເພື່ອເກັບຮັກສາພວກມັນ ຫຼື ສະຖານທີ່ທີ່ເໝາະສົມເພື່ອເກັບມ້ຽນພວກມັນ ແລະ ແຮງໄກທີ່ພວກເຂົາຈະໂອ້ລົມກ່ຽວກັບຫຼັກການສະເພາະຂອງການເກັບຮັກສາພວກມັນ. ໃນຂະນະດຽວກັນ, ພວກເຂົາກໍບໍ່ໄດ້ຈັດການໃດໆສຳລັບການວາງ, ການສ້ອມແປງ ແລະ ການບຳລຸງຮັກສາວັດຖຸສິ່ງຂອງເຫຼົ່ານີ້ໃນອະນາຄົດ. ຜູ້ນໍາປອມບາງຄົນເຖິງກັບບໍ່ຮູ້ຫຍັງເລີຍກ່ຽວກັບວ່າເຮືອນຂອງພຣະເຈົ້າມີສິ່ງຂອງຫຍັງແດ່, ພວກເຂົາບໍ່ສົນໃຈ ແລະ ບໍ່ຖາມກ່ຽວກັບເລື່ອງນີ້. ຕົວຢ່າງ, ສົມມຸດວ່າເຮືອນຂອງພຣະເຈົ້າໄດ້ພິມໜັງສືພຣະທຳຂອງພຣະເຈົ້າຊຸດໃໝ່. ມີໜັງສືເຫຼືອຈັກຫົວຫຼັງຈາກທີ່ໄດ້ແຈກຢາຍໄປແລ້ວ, ໃຜຖືກຈັດໃຫ້ເກັບຮັກສາປື້ມເຫຼົ່ານັ້ນ, ພວກມັນຖືກເກັບຮັກສາແນວໃດ ແລະ ພວກມັນຖືກເກັບຮັກສາໃນສະຖານທີ່ທີ່ເໝາະສົມ ຫຼື ບໍ່, ຜູ້ນໍາປອມຈະບໍ່ຮູ້ຫຍັງກ່ຽວກັບເລື່ອງເຫຼົ່ານີ້ເລີຍ, ທັງຈະບໍ່ຖາມ ຫຼື ສອບຖາມກ່ຽວກັບພວກມັນ. ເປັນຫຍັງພວກເຂົາຈຶ່ງບໍ່ສອບຖາມ? ພວກເຂົາຄິດວ່າການເກັບຮັກສາວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າເປັນເລື່ອງເລັກນ້ອຍ, ວ່າພວກເຂົາເປັນຜູ້ນໍາ, ເປັນຄົນທີ່ເຮັດສິ່ງສຳຄັນ, ຜູ້ທີ່ເທດສະໜາສະເພາະ. ພວກເຂົາບໍ່ໃສ່ໃຈເລີຍຕໍ່ “ເລື່ອງເລັກນ້ອຍ” ເຫຼົ່ານີ້, ແຕ່ພັດໂຍນໃຫ້ຄົນທີ່ບໍ່ເຂົ້າໃຈຫຍັງເຮັດ ແລະ ພວກເຂົາກໍບໍ່ສົນໃຈວ່າມັນຈະເຮັດໄດ້ດີ ຫຼື ບໍ່ດີ. ສະນັ້ນ, ພວກເຂົາຈຶ່ງບໍ່ເອົາໃຈໃສ່ຕໍ່ວຽກງານການເກັບຮັກສາວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າຢ່າງຈິງຈັງເລີຍ. ນີ້ແມ່ນເຫດຜົນໜຶ່ງ. ອີກເຫດຜົນໜຶ່ງກໍຄື ຜູ້ນໍາປອມບາງຄົນເປັນຄົນເບົາປັນຍາ, ຈິດໃຈຂອງພວກເຂົາສັບສົນວຸ້ນວາຍ. ພວກເຂົາບໍ່ມີຄວາມຄິດທີ່ປົກກະຕິ ຫຼື ຄວາມຮັບຮູ້ໃນການເກັບຮັກສາສິ່ງຂອງ ແລະ ພວກເຂົາບໍ່ມີຂັ້ນຕອນ ຫຼື ແນວທາງກ່ຽວກັບວິທີການເກັບຮັກສາສິ່ງຂອງຂອງເຮືອນຂອງພຣະເຈົ້າ. ສະນັ້ນ, ພວກເຂົາຈຶ່ງບໍ່ຮູ້ວ່າມີສິ່ງຂອງເຫຼົ່ານີ້ເສຍຫາຍຫຼາຍສໍ່າໃດ ແລະ ພວກເຂົາກໍບໍ່ຮູ້ວ່າມີກໍລະນີການສິ້ນເປືອງເກີດຂຶ້ນ ຫຼື ບໍ່. ເມື່ອສິ່ງຂອງບາງຢ່າງຖືກຄົນຊົ່ວຊ້າຍຶດຄອງ, ຜູ້ນໍາປອມກໍເວົ້າວ່າ “ປ່ອຍມັນໄປ, ຢ່າງໃດກໍຕາມ, ທຸກສິ່ງກໍຢູ່ໃນພຣະຫັດຂອງພຣະເຈົ້າ”. ສິ່ງຂອງສຳຄັນບາງຢ່າງຖືກບຸກຄົນນຳໃຊ້ໂດຍບໍ່ໄດ້ຮັບອະນຸຍາດຈາກໃຜ; ຄົນເຫຼົ່ານັ້ນກໍຍຶດເອົາສິ່ງຂອງເຫຼົ່ານີ້ໄປ ແລະ ຄົນອື່ນກໍບໍ່ສາມາດນຳໃຊ້ມັນໃນວຽກງານຂອງພວກເຂົາໄດ້ ແລະ ບໍ່ມີໃຜກ້າທວງເອົາສິ່ງເຫຼົ່ານັ້ນຄືນມາ. ຜູ້ນໍາປອມກໍເວົ້າວ່າ “ບໍ່ເປັນຫຍັງດອກ. ຊື້ໜ່ວຍໃໝ່ກໍໄດ້. ພວກເຂົາຍຶດເອົາສິ່ງນັ້ນໄປ, ກໍໃຫ້ພວກເຂົາໃຊ້ມັນກ່ອນ. ມັນກໍເປັນພຽງສິ່ງຂອງ, ໃຜໃຊ້ກໍຄືກັນ. ຖ້າພວກເຂົານຳໃຊ້ມັນຢ່າງບໍ່ສົມເຫດສົມຜົນ, ນັ້ນກໍເປັນເລື່ອງລະຫວ່າງພວກເຂົາກັບພຣະເຈົ້າ. ພວກເຮົາບໍ່ຈຳເປັນຕ້ອງແຊກແຊງ”. ເບິ່ງແມ, ພວກເຂົາເທດສະໜາຫຼັກຄຳສອນທີ່ຍິ່ງໃຫຍ່ແນວໃດເພື່ອ “ຈັດການ” ກັບບັນຫາ, ເຮັດໃຫ້ເລື່ອງໃຫຍ່ກາຍເປັນເລື່ອງນ້ອຍ ແລະ ເລື່ອງນ້ອຍກາຍເປັນບໍ່ມີຫຍັງ. ຜູ້ນໍາປອມບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນເລີຍເມື່ອເວົ້າເຖິງການເກັບຮັກສາສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ. ພວກເຂົາບໍ່ສົນໃຈ ຫຼື ຖາມກ່ຽວກັບມັນ ແລະ ພວກເຂົາກໍບໍ່ແກ້ໄຂ ຫຼື ຈັດການກັບບັນຫາໃດໆ. ແມ່ນແຕ່ຖ້າເບື້ອງເທິງກວດສອບວຽກງານຂອງພວກເຂົາ, ພວກເຂົາກໍພຽງແຕ່ເວົ້າບ່າຍບ່ຽງເພື່ອຈັດການຄົນເຫຼົ່ານັ້ນຢ່າງບໍ່ໃສ່ໃຈ ແລະ ກໍເທົ່ານັ້ນ.

ອ້າຍເອື້ອຍນ້ອງບາງຄົນຊື້ອຸປະກອນ, ເຄື່ອງນຸ່ງ ແລະ ຢາເພື່ອໃຫ້ເຮືອນຂອງພຣະເຈົ້ານຳໃຊ້ ແລະ ເມື່ອຜູ້ນໍາປອມເຫັນສິ່ງຂອງເຫຼົ່ານັ້ນ, ພວກເຂົາກໍຈະເລືອກເອົາເຄື່ອງນຸ່ງ, ເກີບ ແລະ ກະເປົາທີ່ດີໆໄປກ່ອນ ແລະ ປະໃຫ້ຄົນອື່ນເອົາແຕ່ຂອງທີ່ເຫຼືອທີ່ພວກເຂົາເອງບໍ່ຕ້ອງການ. ເມື່ອພວກສະໝຸນທີ່ໂງ່ຈ້າຂອງພວກເຂົາເຫັນເຊັ່ນນີ້, ພວກເຂົາກໍເວົ້າວ່າ “ຜູ້ນໍາຂອງພວກເຮົາເລືອກເອົາສິ່ງທີ່ລາວຕ້ອງການແລ້ວ, ຕອນນີ້ເຖິງຮອບຂອງພວກເຮົາແລ້ວ. ເມື່ອພວກເຮົາເລືອກແລ້ວ, ພວກເຮົາຈະໂຍນຂອງທີ່ບໍ່ມີຄ່າທີ່ເຫຼືອໃຫ້ອ້າຍເອື້ອຍນ້ອງທີ່ຢູ່ລະດັບຕໍ່າກວ່າພວກເຮົາ”. ສິ່ງຂອງເຫຼົ່ານີ້ຕົກໄປຢູ່ໃນມືໃຜ, ກໍເປັນຂອງຄົນນັ້ນ ແລະ ສິ່ງຂອງທີ່ເຫຼືອທີ່ບໍ່ມີໃຜມັກກໍຖືກປະຖິ້ມໄວ້ ແລະ ບໍ່ມີໃຜເກັບຮັກສາ. ສະນັ້ນ, ຕາມຊື່ແລ້ວ ວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າມີສະຖານທີ່ເກັບຮັກສາ, ແຕ່ຄວາມຈິງແລ້ວ, ພວກມັນບໍ່ໄດ້ຖືກເກັບຮັກສາເລີຍ, ສະຖານທີ່ເຫຼົ່ານັ້ນກໍຄືບ່ອນຖິ້ມຂີ້ເຫຍື້ອ, ໂດຍບໍ່ມີໃຜຈັດການເລີຍ. ພວກເຂົາພຽງແຕ່ຖິ້ມສິ່ງຂອງໄວ້ບ່ອນໃດບ່ອນໜຶ່ງ ແລະ ປ່ອຍໃຫ້ມັນກອງກັນ. ມີທັງເຄື່ອງນຸ່ງ, ເກີບ ແລະ ຖົງຕີນ, ຢາ ແລະ ເຄື່ອງໃຊ້ໄຟຟ້າ, ພ້ອມທັງເຄື່ອງໃຊ້ປະຈຳວັນ ແລະ ເຄື່ອງຄົວ, ມັນສັບສົນປົນເປ, ມີທັງຂອງທີ່ກອງໂຮມກັນຢ່າງບໍ່ເປັນລະບຽບ ແລະ ແມ່ນແຕ່ອາຫານຂອງຄົນ ແລະ ອາຫານຂອງໝາກໍປົນກັນ. ຖ້າເຈົ້າຖາມວ່າໃຜກຳລັງຈັດການສິ່ງຂອງເຫຼົ່ານີ້ ແລະ ພວກເຂົາຈັດແຍກປະເພດຂອງພວກມັນ ຫຼື ບໍ່; ຫຼື ວ່າມີຄຳແນະນຳສຳລັບສິ່ງຂອງເຫຼົ່ານີ້ ຫຼື ບໍ່ ແລະ ພວກມັນຕ້ອງຖືກເກັບຮັກສາແນວໃດ; ຫຼື ຖ້າສິ່ງຂອງເຫຼົ່ານີ້ບໍ່ຈຳເປັນສຳລັບວຽກງານຂອງເຮືອນຂອງພຣະເຈົ້າ, ອ້າຍເອື້ອຍນ້ອງຕ້ອງການພວກມັນ ຫຼື ບໍ່, ກໍບໍ່ມີໃຜຮູ້ຄຳຕອບ. ມັນເປັນເລື່ອງປົກກະຕິທີ່ອ້າຍເອື້ອຍນ້ອງຈະບໍ່ຮູ້, ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກກໍບໍ່ມີຄຳຕອບສຳລັບຄຳຖາມເຫຼົ່ານີ້ເຊັ່ນກັນ, ພວກເຂົາປັດຄວາມຮັບຜິດຊອບຕໍ່ສິ່ງເຫຼົ່ານີ້ຢ່າງສິ້ນເຊີງ, ໂດຍເວົ້າວ່າ “ຂ້ອຍບໍ່ຮູ້” ຫຼື “ມີຄົນເບິ່ງແຍງຢູ່ແລ້ວ”, ດ້ວຍເຫດນີ້ຈຶ່ງເປັນການໄລ່ເຈົ້າ ແລະ ຫຼອກລວງເຮືອນຂອງພຣະເຈົ້າ. ສິ່ງນີ້ເຮັດໃຫ້ບັນຫາເຫຼົ່ານີ້ບໍ່ໄດ້ຮັບການແກ້ໄຂ. ມັນບໍ່ຍາກສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະຊອກຫາຄົນທີ່ເໝາະສົມເພື່ອຈັດການວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ, ແມ່ນບໍ? ຜູ້ນໍາປອມບໍ່ໄດ້ເຮັດແມ່ນແຕ່ວຽກງານງ່າຍໆໃນການຊອກຫາຄົນທີ່ຈົງຮັກພັກດີເພື່ອເກັບຮັກສາສິ່ງຂອງເຫຼົ່ານີ້ຢ່າງເໝາະສົມ, ເພື່ອເກັບກຳບັນທຶກທີ່ດີ ແລະ ຈັດແຍກໃຫ້ເປັນລະບຽບ. ແລ້ວພວກເຂົາເຮັດຫຍັງ? ເມື່ອອ້າຍເອື້ອຍນ້ອງໄດ້ຖວາຍເຄື່ອງນຸ່ງ ຫຼື ເຄື່ອງໃຊ້ປະຈຳວັນໃຫ້ແກ່ເຮືອນຂອງພຣະເຈົ້າ ແລະ ຜູ້ນໍາປອມເຫັນສິ່ງຂອງເຫຼົ່ານີ້, ພວກເຂົາກໍແຫ່ມາລ້ອມຮອບ, ຄືກັບຝູງໝາປ່າທີ່ຫິວໂຫຍກຳລັງແບ່ງກັນກິນຊີ້ນ. ພວກເຂົາລອງເຄື່ອງນຸ່ງທີ່ເໝາະສົມກັບພວກເຂົາເທື່ອແລ້ວເທື່ອເລົ່າ, ເລືອກເອົາສິ່ງຂອງໃຫ້ຕົນເອງຢ່າງບໍ່ມີທີ່ສິ້ນສຸດ. ເມື່ອເຮືອນຂອງພຣະເຈົ້າຈັດຊື້ເຄື່ອງຈັກ ແລະ ອຸປະກອນທີ່ສຳຄັນ ແລະ ລາຄາແພງປະເພດຕ່າງໆ, ພວກເຂົາກໍຟ້າວເລືອກເອົາຂອງດີໆໃຫ້ຕົນເອງກ່ອນ. ເປັນຫຍັງພວກເຂົາຈຶ່ງເລືອກເອົາຂອງດີ? ພວກເຂົາຄິດວ່າໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາມີສິດນຳໃຊ້ສິ່ງຂອງຂອງເຮືອນຂອງພຣະເຈົ້າກ່ອນຄົນອື່ນ. ບໍ່ວ່າເຮືອນຂອງພຣະເຈົ້າຈະມອບຫຍັງໃຫ້, ພວກເຂົາກໍຈະເລືອກເອົາຂອງດີທີ່ສຸດກ່ອນສະເໝີ. ນີ້ຄືວິທີທີ່ພວກເຂົາປະຕິບັດຕໍ່ສິ່ງຂອງຂອງເຮືອນຂອງພຣະເຈົ້າ. ນີ້ແມ່ນການເຮັດວຽກບໍ? ນີ້ບໍ່ແມ່ນການສະແດງອອກຂອງຜູ້ນໍາປອມບໍ? ເມື່ອເວົ້າເຖິງສິ່ງຂອງທີ່ມີວັນໝົດອາຍຸ, ຕົວຢ່າງ, ອາຫານ ແລະ ຢາ, ຜູ້ນໍາປອມກໍພຽງແຕ່ບໍ່ສົນໃຈພວກມັນ. ພວກເຂົາບໍ່ຊອກຫາບຸກຄະລາກອນທີ່ເໝາະສົມເພື່ອຈັດການພວກມັນ, ທັງບໍ່ບອກບຸກຄະລາກອນວ່າ “ສິ່ງຂອງເຫຼົ່ານີ້ບາງຢ່າງມີວັນໝົດອາຍຸ, ສະນັ້ນ ໃຫ້ເຮັດບັນທຶກໄວ້ທັນທີ. ໃຫ້ຮີບຮ້ອນຈັດສັນໃຫ້ອ້າຍເອື້ອຍນ້ອງກ່ອນວັນໝົດອາຍຸ ເພື່ອໃຫ້ພວກມັນຖືກນຳໃຊ້ຢ່າງສົມເຫດສົມຜົນ, ຢ່າລໍຖ້າໃຫ້ມັນໝົດອາຍຸ; ຢ່າປ່ອຍໃຫ້ມັນສິ້ນເປືອງ”. ຜູ້ນໍາປອມບໍ່ເຄີຍເຮັດສິ່ງເຫຼົ່ານີ້. ເມື່ອສິ່ງໃດໜຶ່ງໝົດອາຍຸ, ພວກເຂົາກໍພຽງແຕ່ຖິ້ມມັນໄປ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກປະຕິບັດວຽກງານໃນເຮືອນຂອງພຣະເຈົ້າ, ຖ້າຈະເວົ້າຢ່າງເຂັ້ມງວດແລ້ວ, ພວກເຂົາຄວນເປັນຜູ້ດູແລຂອງເຮືອນຂອງພຣະເຈົ້າ. ສິ່ງທຳອິດທີ່ພວກເຂົາຄວນເຮັດກໍຄືການເກັບຮັກສາສິ່ງຂອງຂອງເຮືອນຂອງພຣະເຈົ້າໃຫ້ດີຢ່າງສົມເຫດສົມຜົນ, ເຝົ້າລະວັງຢ່າງເຂັ້ມງວດ ແລະ ດຳເນີນການກວດສອບຢ່າງເໝາະສົມໃນເລື່ອງນີ້. ນີ້ກໍເປັນລາຍການພື້ນຖານຂອງວຽກງານຂອງເຮືອນຂອງພຣະເຈົ້າເຊັ່ນກັນ, ແຕ່ຜູ້ນໍາປອມບໍ່ສາມາດເຮັດແມ່ນແຕ່ວຽກງານພື້ນຖານເຊັ່ນນີ້ໄດ້. ພວກເຂົາເປັນຄົນເບົາປັນຍາ, ມີຄວາມສາມາດຕໍ່າ ແລະ ໂງ່ຈ້າ ຫຼື ວ່າຈິດໃຈຂອງພວກເຂົາບໍ່ຊື່ຕົງ? ຖ້າພວກເຂົາເປັນຄົນໂງ່ຈ້າ ແລະ ຄົນເບົາປັນຍາ, ພວກເຂົາຮູ້ຈັກເລືອກເອົາຂອງດີໆໃຫ້ຕົນເອງໄດ້ແນວໃດ? ເປັນຫຍັງພວກເຂົາຈຶ່ງບໍ່ແບ່ງປັນສິ່ງຂອງຂອງຕົນເອງ ຫຼື ມອບໃຫ້ຄົນອື່ນຢ່າງຊະຊາຍ? ເປັນຫຍັງພວກເຂົາຈຶ່ງບໍ່ທຳລາຍ ຫຼື ເຮັດໃຫ້ສິ່ງຂອງຕົນເອງເສຍຫາຍ? ແລ້ວ ເປັນຫຍັງນີ້ຈຶ່ງເປັນທັດສະນະຂອງພວກເຂົາຕໍ່ສິ່ງຂອງຂອງເຮືອນຂອງພຣະເຈົ້າ? ເຫັນໄດ້ຊັດເຈນວ່າ ພວກເຂົາຂາດສິນທຳ ແລະ ຈິດໃຈຂອງພວກເຂົາກໍບໍ່ຊື່ຕົງ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຮັບສະຖານະ ແລະ ໄດ້ສຳຜັດກັບຂອບເຂດວຽກງານທີ່ກວ້າງຂວາງຂຶ້ນຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍຈະໄດ້ຮັບສິດທິພິເສດໃນການເຂົ້າເຖິງວັດຖຸສິ່ງຂອງຕ່າງໆ ແລະ ຊັບສິນສ່ວນລວມຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍເປັນຜູ້ທີ່ຮູ້ຂໍ້ມູນກ່ຽວກັບສິ່ງເຫຼົ່ານີ້ດີທີ່ສຸດ. ແຕ່ພວກເຂົາກໍພັດບໍ່ສົນໃຈພວກມັນ, ບໍ່ເກັບຮັກສາພວກມັນຢ່າງເໝາະສົມ ແລະ ປ່ອຍໃຫ້ໃຜກໍໄດ້ນຳໃຊ້ ແລະ ເອົາໄປ, ພວກເຂົາພຽງແຕ່ປ່ອຍໃຫ້ໃຜກໍຕາມທີ່ເຕັມໃຈຈະໃສ່ໃຈເຮັດໄປ ແລະ ຖ້າຫາກມີຄົນບໍ່ເຕັມໃຈທີ່ຈະໃສ່ໃຈ ແລະ ບໍ່ຮັບຜິດຊອບ, ພວກເຂົາກໍບໍ່ສົນໃຈ ແລະ ແມ່ນແຕ່ຖ້າພວກເຂົາຮູ້ວ່າຄົນໃດໜຶ່ງມີບັນຫາ, ພວກເຂົາກໍບໍ່ແກ້ໄຂມັນ. ຄົນເຫຼົ່ານີ້ຄືຜູ້ນໍາປອມ. ມາຮອດຈຸດນີ້, ພວກເຮົາໄດ້ສະຫຼຸບວ່າ ຜູ້ນໍາປອມ, ນອກເໜືອຈາກການມີຄຸນນະພາບຕໍ່າ ແລະ ບໍ່ແບກຮັບພາລະແລ້ວ, ຍັງມີຈິດໃຈທີ່ບໍ່ຊື່ຕົງ ແລະ ມີຄຸນລັກສະນະທີ່ບໍ່ດີອີກດ້ວຍ. ເນື່ອງຈາກຜູ້ນໍາເຫຼົ່ານີ້ມີຄຸນນະພາບຕໍ່າ ແລະ ຂາດຄວາມສາມາດໃນການຢັ່ງຮູ້, ການທີ່ພວກເຂົາເຮັດວຽກງານທີ່ກ່ຽວຂ້ອງກັບຄວາມຈິງ ແລະ ທາງເຂົ້າຂອງຊີວິດໄດ້ບໍ່ດີກໍເປັນສິ່ງທີ່ເຂົ້າໃຈໄດ້. ແລ້ວເນື່ອງຈາກພວກເຂົາມີຄຸນນະພາບຕໍ່າ ແລະ ບໍ່ມີຄວາມສາມາດໃນການເຮັດວຽກ, ການທີ່ພວກເຂົາເຮັດວຽກງານທີ່ກ່ຽວຂ້ອງກັບການບໍລິຫານໄດ້ບໍ່ດີກໍເປັນສິ່ງທີ່ສາມາດທົນໄດ້ເຊັ່ນກັນ. ແຕ່ການທີ່ພວກເຂົາບໍ່ສາມາດແມ່ນແຕ່ປະຕິບັດວຽກງານທີ່ກ່ຽວຂ້ອງກັບການຈັດການສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ, ເຊິ່ງເປັນວຽກງານທີ່ເລັກນ້ອຍທີ່ສຸດ, ງ່າຍດາຍທີ່ສຸດ, ກໍຍິ່ງສະແດງໃຫ້ເຫັນບາງສິ່ງຢ່າງຊັດເຈນຍິ່ງຂຶ້ນ: ສຳລັບຜູ້ນໍາປອມບາງຄົນ, ບັນຫາຂອງພວກເຂົາບໍ່ແມ່ນພຽງແຕ່ການມີຄວາມສາມາດຕໍ່າ ແລະ ບໍ່ແບກຮັບພາລະ, ຍິ່ງໄປກວ່ານັ້ນ ພວກເຂົາຍັງມີຄຸນລັກສະນະທີ່ຕໍ່າຕ້ອຍ ແລະ ມີຄວາມເປັນມະນຸດທີ່ບໍ່ດີເປັນພິເສດ. ຜ່ານການໂອ້ລົມຂອງພວກເຮົາກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ການສະແດງອອກອີກຢ່າງໜຶ່ງຂອງຜູ້ນໍາປອມກໍໄດ້ຖືກເປີດເຜີຍ: ພວກເຂົາບໍ່ພຽງແຕ່ມີຄຸນນະພາບຕໍ່າ, ບໍ່ແບກຮັບພາລະ ແລະ ເພີດເພີນກັບຄວາມສຸກສະບາຍທາງເນື້ອໜັງ, ພວກເຂົາຍັງມີຄຸນລັກສະນະທີ່ບໍ່ດີ ແລະ ຈິດໃຈຂອງພວກເຂົາກໍບໍ່ຊື່ຕົງ. ສິ່ງຂອງທີ່ບໍ່ແມ່ນຂອງພວກເຂົາກໍບໍ່ແມ່ນເລື່ອງທີ່ພວກເຂົາສົນໃຈ, ພວກເຂົາບໍ່ໄດ້ເກັບຮັກສາມັນແມ່ນແຕ່ໜ້ອຍດຽວ. ເຈົ້າໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ດູແລຂອງເຮືອນຂອງພຣະເຈົ້າ, ແຕ່ເຈົ້າພັດລ້ຽງບໍ່ເຊື້ອງ ແລະ ບໍ່ປົກປ້ອງຜົນປະໂຫຍດຂອງເຮືອນຂອງພຣະເຈົ້າທັງໆທີ່ອາໄສຢູ່ກັບເຮືອນຂອງພຣະອົງ; ເຈົ້າໂຍນສິ່ງຂອງຂອງເຮືອນຂອງພຣະເຈົ້າໄປຂ້າງທາງຊະຊາຍ, ຄືກັບວ່າມັນເປັນຂອງຄົນນອກ ແລະ ເຈົ້າກໍບໍ່ເກັບຮັກສາພວກມັນ ແລະ ເຈົ້າກໍຄິດວ່າມັນບໍ່ແມ່ນເລື່ອງໃຫຍ່. ນີ້ບໍ່ແມ່ນການລົ້ມເຫຼວໃນການເຮັດໜ້າທີ່ຮັບຜິດຊອບຂອງເຈົ້າ, ມັນເປັນບັນຫາກັບຄວາມເປັນມະນຸດຂອງເຈົ້າ, ມັນຄືການຂາດສິນທຳຢ່າງໃຫຍ່ຫຼວງ! ການເກັບຮັກສາສິ່ງຂອງທີ່ພວກເຂົາຄວນເກັບຮັກສາໄດ້ບໍ່ດີ ຫຼື ບໍ່ເກັບຮັກສາເລີຍ ສະແດງໃຫ້ເຫັນວ່າຜູ້ນໍາປອມບໍ່ມີຄວາມເປັນມະນຸດ ແລະ ຈິດໃຈຂອງພວກເຂົາກໍບໍ່ຊື່ຕົງ. ພວກເຂົາບໍ່ສາມາດແມ່ນແຕ່ເກັບຮັກສາສິ່ງຂອງຂອງເຮືອນຂອງພຣະເຈົ້າໄດ້ດີ, ສະນັ້ນ ຖ້າຫາກໃຫ້ພວກເຂົາຈັດສັນ, ພວກເຂົາຈະສາມາດເຮັດໄດ້ຢ່າງສົມເຫດສົມຜົນບໍ? ພວກເຂົາຍິ່ງຫ່າງໄກຈາກການກະທຳຕາມຫຼັກການ. ພວກເຂົາເຫັນສິ່ງຂອງຂອງເຮືອນຂອງພຣະເຈົ້າຖືກຖິ້ມຢ່າງຊະຊາຍ, ເສຍຫາຍ ແລະ ສິ້ນເປືອງ, ໂດຍບໍ່ມີຄົນດີຄອຍຈັດການ ແລະ ພວກເຂົາກໍຮູ້ດີໃນໃຈວ່າການເຮັດເຊັ່ນນັ້ນບໍ່ຖືກຕ້ອງ, ແຕ່ພວກເຂົາກໍຍັງບໍ່ຈັດການກັບເລື່ອງນີ້. ນັ້ນຄືການມີຈິດໃຈທີ່ບໍ່ຊື່ຕົງ. ຄົນຖ່ອຍເຫຼົ່ານັ້ນ, ທີ່ຈິດໃຈບໍ່ຊື່ຕົງ, ຈະສາມາດຈັດສັນວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງສົມເຫດສົມຜົນໄດ້ບໍ? ພວກເຂົາຍິ່ງບໍ່ສາມາດເຮັດໄດ້, ຖ້າເຈົ້າໃຫ້ພວກເຂົາຈັດສັນສິ່ງຂອງເຫຼົ່ານັ້ນ, ພວກເຂົາກໍຈະເຮັດສິ່ງທີ່ຍິ່ງຂາດສິນທຳຫຼາຍຂຶ້ນ.

ໃນຄຣິສຕະຈັກຟາມແຫ່ງໜຶ່ງທີ່ລ້ຽງໝາ, ຜູ້ທີ່ຮັບຜິດຊອບລ້ຽງໝາໄດ້ເອົາໃຈໃສ່ລູກໝາເກີດໃໝ່ເປັນພິເສດ. ພວກເຂົາຢ້ານວ່າລູກໝາຈະບໍ່ໄດ້ຮັບສານອາຫານທີ່ຈຳເປັນ, ສະນັ້ນ ພວກເຂົາຈຶ່ງຍື່ນຄຳຮ້ອງຂໍໄຂ່ປອດສານພິດໃຫ້ໝາກິນ. ຜູ້ນໍາປອມຢູ່ທີ່ນັ້ນກໍໄດ້ອະນຸມັດຄຳຮ້ອງຂໍນັ້ນທັນທີ; ພວກເຂົາບໍ່ໄດ້ຄິດເລີຍວ່າໄຂ່ປອດສານພິດນັ້ນຫາຍາກສໍ່າໃດ. ແມ່ນແຕ່ຄົນກໍຍັງບໍ່ພໍກິນ, ແລ້ວເປັນຫຍັງພວກເຂົາຈຶ່ງເອົາໃຫ້ໝາກິນ? ນີ້ບໍ່ແມ່ນວິທີການທີ່ໜ້າຂັນໃນການຈັດການກັບເລື່ອງນີ້ບໍ? ແມ່ນຫຍັງຄືລັກສະນະຂອງພຶດຕິກຳນີ້ຂອງຜູ້ນໍາປອມຜູ້ນັ້ນ? ມັນຈະຖືກກຳນົດລັກສະນະແນວໃດ? ການກະທຳຂອງຜູ້ນໍາປອມຜູ້ນັ້ນບໍ່ໄຮ້ສາລະບໍ? ຄຳເວົ້າທີ່ຜູ້ນໍາປອມຜູ້ນັ້ນເວົ້າອອກມາຢູ່ສະເໝີກໍຄືຫຼັກຄຳສອນທີ່ຖືກໃຈຄົນ, ແຕ່ຄວາມຈິງແລ້ວ, ພວກເຂົາບໍ່ເຂົ້າໃຈຫຼັກການຄວາມຈິງແມ່ນແຕ່ໜ້ອຍດຽວ, ສະນັ້ນ ເມື່ອມີບາງຢ່າງເກີດຂຶ້ນ, ພວກເຂົາກໍຮັບມື ແລະ ຈັດການກັບມັນຕາມຈິນຕະນາການ, ຄວາມມັກ ແລະ ຄວາມປາຖະໜາສ່ວນຕົວຂອງມະນຸດ ແລະ ໃນທີ່ສຸດ ພວກເຂົາກໍລົງທ້າຍດ້ວຍການເຮັດສິ່ງທີ່ເປັນຕາໜ້າລັງກຽດເຊັ່ນການເອົາໄຂ່ປອດສານພິດໃຫ້ໝາກິນ. ການຈັດສັນສິ່ງຂອງຂອງເຮືອນຂອງພຣະເຈົ້າແບບນີ້ໂດຍຜູ້ນໍາປອມຜູ້ນັ້ນສາມາດຖືວ່າສົມເຫດສົມຜົນໄດ້ບໍ? (ບໍ່ໄດ້.) ເປັນຫຍັງພວກເຂົາຈຶ່ງບໍ່ສາມາດບັນລຸການຈັດສັນຢ່າງສົມເຫດສົມຜົນໄດ້? ເມື່ອເບິ່ງຜິວເຜີນ, ເບິ່ງຄືວ່າຜູ້ນໍາປອມໄດ້ແຊກແຊງ, ເອົາໃຈໃສ່ ແລະ ຕິດຕາມແມ່ນແຕ່ເລື່ອງທີ່ເລັກນ້ອຍນີ້ ແລະ ພວກເຂົາກໍມີເຫດຜົນ ແລະ ຫຼັກຖານພຽງພໍທີ່ຈະສະໜັບສະໜູນຄຳຮ້ອງຂໍນີ້, ແຕ່ພວກເຂົາໄດ້ກະທຳຕາມຫຼັກການບໍ? ພວກເຂົາໄດ້ກະທຳຕາມຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດບໍ? ບໍ່. ສະນັ້ນ, ເມື່ອເບິ່ງລັກສະນະຂອງການກະທຳນີ້ຂອງພວກເຂົາ, ມັນເປັນການກະທຳທີ່ດີ ຫຼື ການກະທຳທີ່ຊົ່ວຊ້າ? ມັນເປັນການເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ ຫຼື ເປັນການລະເລີຍຕໍ່ໜ້າທີ່? ມັນເປັນການລະເລີຍຕໍ່ໜ້າທີ່, ມັນບໍ່ມີຫຼັກການ, ມັນເປັນການປະພຶດຊົ່ວຊ້າຢ່າງບໍ່ມີຂອບເຂດ! ຜ່ານເລື່ອງນີ້, ເຈົ້າເຫັນວ່າແກ່ນແທ້ແຫ່ງຄວາມເປັນມະນຸດຂອງຜູ້ນໍາປອມຜູ້ນີ້ແມ່ນຫຍັງ? ມັນບໍ່ແມ່ນຄວາມເຂົ້າໃຈທີ່ບິດເບືອນ ແລະ ການນຳໃຊ້ລະບຽບຢ່າງຫຼັບຫູຫຼັບຕາບໍ? ສິ່ງທີ່ພວກເຂົາເວົ້າທຸກຄຳແມ່ນຫຼັກຄຳສອນທີ່ຖືກຕ້ອງ ແລະ ຟັງຄືກັບວ່າບໍ່ມີວະລີໃດທີ່ຜິດ, ແຕ່ຄວາມຈິງແລ້ວ, ມັນບິດເບືອນ. ຄົນປະເພດນີ້ເປັນພວກຝ່າຍວິນຍານປອມ ແລະ ມີຄວາມເຂົ້າໃຈທີ່ບິດເບືອນ, ພວກເຂົາເປັນພວກໄຮ້ຄ່າທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ. ພວກເຮົາໄດ້ກ່າວເຖິງເມື່ອກີ້ນີ້ວ່າ ຄວາມເປັນມະນຸດຂອງຜູ້ນໍາປອມກໍຄື ພວກເຂົາມີຄຸນລັກສະນະຕໍ່າຕ້ອຍ ແລະ ມີຈິດໃຈທີ່ບໍ່ຊື່ຕົງ. ພວກເຂົາຂາດຫຼັກການເມື່ອເຖິງເວລາຈັດສັນສິ່ງຂອງຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາກໍຈັດສັນຢ່າງຫຼັບຫູຫຼັບຕາ, ຊຶ່ງເປີດເຜີຍວ່າຜູ້ນໍາປອມມີຄວາມເຂົ້າໃຈທີ່ບິດເບືອນ ແລະ ນຳໃຊ້ລະບຽບຢ່າງຫຼັບຫູຫຼັບຕາ ແລະ ພວກເຂົາບໍ່ມີຫຼັກການໃນການກະທຳຂອງພວກເຂົາ, ພວກເຂົາພຽງແຕ່ກະທຳຢ່າງຫຼັບຫູຫຼັບຕາ ແລະ ຕາມອຳເພີໃຈ. ເມື່ອເບິ່ງຈາກພາຍນອກ ຜູ້ນໍາປອມເບິ່ງຄືວ່າມີເມດຕາ ແລະ ໃຈດີຫຼາຍ, ແຕ່ຄວາມຈິງແລ້ວ, ນີ້ຄືຄວາມເມດຕາປອມ ແລະ ຄວາມໃຈດີປອມ. ຕົວຢ່າງ, ເມື່ອແມ່ໝາອອກລູກ, ຄົນລ້ຽງໝາກໍເວົ້າວ່າພວກເຂົາຄວນເອົາຜ້າຫົ່ມໃໝ່ທີ່ເປັນຂອງຄົນໃຫ້ໝາໃຊ້. ຈາກນັ້ນກໍມີຄົນໜຶ່ງເວົ້າວ່າ “ມັນໜ້າເສຍດາຍທີ່ຈະເອົາຜ້າຫົ່ມໃໝ່ໃຫ້ໝາ, ເອົາໃຫ້ອ້າຍເອື້ອຍນ້ອງໃຊ້ຈະດີກວ່າ ແລະ ເອົາຜ້າຫົ່ມເກົ່າທີ່ພວກເຮົາກຳລັງຈະປ່ຽນອອກໃຫ້ສັດໃຊ້”. ເຈົ້າຄິດແນວໃດກັບຄຳແນະນຳນີ້? ການຈັດສັນຂອງໃໝ່ໃຫ້ຄົນ ແລະ ຂອງເກົ່າໃຫ້ສັດແມ່ນຂ້ອນຂ້າງສົມເຫດສົມຜົນ. ນີ້ຄືຫຼັກການ; ນີ້ຄືການຈັດສັນຢ່າງສົມເຫດສົມຜົນ. ຜູ້ນໍາປອມຈັດການກັບເລື່ອງແບບນີ້ແນວໃດເມື່ອພວກເຂົາພົບພໍ້? ຫຼັງຈາກໄດ້ຍິນດັ່ງນັ້ນ, ຜູ້ນໍາປອມຢູ່ທີ່ນັ້ນກໍຄິດໄຕ່ຕອງວ່າ: “ສັດບໍ່ເຄີຍໄດ້ໃຊ້ຂອງໃໝ່. ພວກມັນໃຊ້ແຕ່ຂອງເກົ່າ, ເປິເປື້ອນຢູ່ສະເໝີ. ສ່ວນພວກເຮົາຜູ້ຄົນກໍໄດ້ໃຊ້ຂອງໃໝ່ຢູ່ສະເໝີ. ພຣະທຳຂອງພຣະເຈົ້າໄດ້ກ່າວໄວ້ວ່າ ບາງຄັ້ງພວກເຮົາກໍບໍ່ດີເທົ່າໝູ ຫຼື ໝາ. ສະນັ້ນ, ຢ່າຍາດຊີງສິ່ງຂອງກັບໝູ ແລະ ໝາ. ນັ້ນຄືການຂາດຄວາມເປັນມະນຸດ”. ດັ່ງນັ້ນ, ພວກເຂົາກໍລົງທ້າຍດ້ວຍການເອົາຜ້າຫົ່ມໃໝ່ໃຫ້ສັດເຫຼົ່ານັ້ນ. ຄົນຢູ່ທີ່ນັ້ນອາດຈະບໍ່ໄດ້ເສຍຫາຍຫຍັງໂດຍການໃຊ້ຜ້າຫົ່ມເກົ່າ, ແຕ່ວິທີການຈັດການກັບເລື່ອງນີ້ກໍສະແດງໃຫ້ເຫັນເຖິງບັນຫາໄດ້ເປັນຢ່າງດີ. ຜູ້ນໍາປອມມີບົດບາດຫຍັງໃນເລື່ອງນີ້? ພວກເຈົ້າຈະເວົ້າໄດ້ບໍວ່າຄົນປົກກະຕິຈະສາມາດເຮັດສິ່ງເຊັ່ນນີ້ໄດ້? (ບໍ່ໄດ້.) ແລ້ວຄົນປະເພດໃດທີ່ຈະປ່ອຍໃຫ້ເລື່ອງລາວເປັນໄປເຖິງຂັ້ນນີ້ໃນຂະນະທີ່ຈັດການກັບເລື່ອງນີ້? (ຄົນປະເພດໄຮ້ສາລະ ທີ່ຂາດເຫດຜົນ ຫຼື ຄວາມຄິດຂອງຄົນປົກກະຕິ). ຄຳຕອບເຫຼົ່ານີ້ລ້ວນແລ້ວແຕ່ຖືກຕ້ອງ, ຄົນເຫຼົ່ານັ້ນບໍ່ມີຄ່າຫຍັງເລີຍ. ເມື່ອຄົນປົກກະຕິພົບພໍ້ບາງຢ່າງເຊັ່ນນີ້, ພວກເຂົາກໍຮູ້ວິທີຈັດການກັບມັນຢ່າງສົມເຫດສົມຜົນ, ແຕ່ຜູ້ນໍາປອມທີ່ເປັນພວກຝ່າຍວິນຍານປອມທີ່ມີຄວາມເຂົ້າໃຈທີ່ບິດເບືອນພັດບໍ່ຮູ້ວິທີຈັດການກັບມັນ. ວິທີການຈັດການຂອງພວກເຂົາກໍເບິ່ງຄືວ່າມີຫຼັກຖານ ແລະ ເບິ່ງຄືວ່າສອດຄ່ອງກັບຫຼັກການຂອງເຮືອນຂອງພຣະເຈົ້າ ແລະ ມີເຫດຜົນທີ່ສົມເຫດສົມຜົນ ແລະ ພຽງພໍມາສະໜັບສະໜູນ, ແຕ່ເມື່ອໄດ້ຍິນແລ້ວ ກໍເຮັດໃຫ້ຄົນບໍ່ຮູ້ວ່າຈະຫົວ ຫຼື ໄຫ້, ມັນໜ້າຂັນທີ່ສຸດ. ເປັນໄປໄດ້ແນວໃດທີ່ພວກເຂົາບໍ່ສາມາດແມ່ນແຕ່ຈະເຂົ້າໃຈເຫດຜົນທີ່ງ່າຍດາຍ ແລະ ຊັດເຈນເຊັ່ນນີ້ໄດ້? ເປັນໄປໄດ້ແນວໃດທີ່ພວກເຂົາລົງທ້າຍດ້ວຍການຈັດການກັບມັນໃນທາງທີ່ບິດເບືອນເຊັ່ນນີ້? ມັນເປັນຕາໜ້າລັງກຽດ. ຖ້າເຈົ້າໃຫ້ພວກເຂົາເຮັດໜ້າທີ່ເປັນຜູ້ດູແລ, ພວກເຂົາກໍຈະໃຫ້ໝາຈັບໜູ, ໃຫ້ແມວເຝົ້າເຮືອນ ແລະ ໃຫ້ໝູນອນເທິງຕຽງ, ທຸກຢ່າງຈະສັບສົນວຸ້ນວາຍໄປໝົດ. ຜູ້ນໍາປອມສາມາດຈັດສັນວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງສົມເຫດສົມຜົນໄດ້ບໍ? (ບໍ່ໄດ້.) ພວກເຂົາເປັນຄົນຜິດປົກກະຕິ, ເປັນພວກຄົນເບົາປັນຍາ ແລະ ເປັນພວກຄົນໄຮ້ສາລະ. ນອກເໜືອຈາກຜູ້ນໍາປອມເຫຼົ່ານັ້ນທີ່ມີຄວາມເຂົ້າໃຈທີ່ບິດເບືອນເປັນພິເສດ ແລະ ມີຈິດໃຈທີ່ບໍ່ຊື່ຕົງແລ້ວ, ຜູ້ນໍາປອມສ່ວນຫຼາຍກໍຍັງເຮັດໃຫ້ວຽກງານປະເພດນີ້ສັບສົນ ແລະ ວຸ້ນວາຍ, ເຖິງແມ່ນວ່າພວກເຂົາຈະມີຄວາມສາມາດຢູ່ແດ່ ແລະ ບໍ່ມີຄວາມເຂົ້າໃຈທີ່ບິດເບືອນກໍຕາມ. ພວກເຂົາບໍ່ສາມາດແມ່ນແຕ່ຈະເຮັດໜ້າທີ່ຮັບຜິດຊອບຂັ້ນພື້ນຖານທີ່ສຸດທີ່ພວກເຂົາຄວນເຮັດໃຫ້ສຳເລັດໄດ້. ສະນັ້ນ, ເມື່ອເຈົ້າຖາມພວກເຂົາກ່ຽວກັບວຽກງານນີ້, ຄຳຕອບຂອງພວກເຂົາກໍຈະເປັນແບບເດີມສະເໝີ: “ເລື່ອງນີ້ມີຄົນຮັບຜິດຊອບຢູ່ແລ້ວ, ມີຄົນຮູ້ເລື່ອງນີ້ຢູ່. ຖ້າເຈົ້າມີຄຳຖາມຫຍັງ, ຂ້ອຍຕ້ອງໄປຖາມເພິ່ນກ່ອນ”. ແລ້ວນັ້ນກໍເປັນຄັ້ງສຸດທ້າຍທີ່ເຈົ້າຈະໄດ້ຍິນກ່ຽວກັບເລື່ອງນີ້. ນີ້ຄືການສະແດງອອກທີ່ຜູ້ນໍາປອມສະແດງອອກເມື່ອພວກເຂົາກຳລັງເຮັດວຽກງານນີ້.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?