ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (11) ສ່ວນທີ ສອງ

ການຈັດສັນຢ່າງສົມເຫດສົມຜົນ

ສຳລັບວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ, ນອກເໜືອຈາກການເກັບຮັກສາພວກມັນແລ້ວ ຍັງມີວຽກງານທີ່ສຳຄັນອີກຢ່າງໜຶ່ງ ນັ້ນກໍຄືການຈັດສັນພວກມັນຢ່າງສົມເຫດສົມຜົນ. ວັດຖຸສິ່ງຂອງທັງໝົດເຫຼົ່ານີ້ແມ່ນສຳລັບໃຫ້ຜູ້ຄົນນຳໃຊ້, ພວກມັນລ້ວນແລ້ວແຕ່ເປັນສິ່ງຂອງທີ່ມີປະໂຫຍດ. ສະນັ້ນ, ເປົ້າໝາຍຫຼັກໃນການເກັບຮັກສາພວກມັນກໍຄືເພື່ອໃຫ້ພວກມັນສາມາດຖືກນຳໃຊ້ຢ່າງສົມເຫດສົມຜົນ. ກ່ອນທີ່ຈະນຳເອົາສິ່ງຂອງເຫຼົ່ານີ້ໄປໃຊ້ຢ່າງສົມເຫດສົມຜົນ, ມັນເປັນໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ຈະຈັດສັນພວກມັນຢ່າງສົມເຫດສົມຜົນ. ການຈັດສັນຢ່າງສົມເຫດສົມຜົນແມ່ນຫຍັງ? ສ່ວນວ່າສິ່ງຂອງເຫຼົ່ານີ້ຄວນມອບໃຫ້ໃຜນຳໃຊ້, ເຮືອນຂອງພຣະເຈົ້າກໍມີຫຼັກການ ແລະ ມີຂໍ້ກຳນົດ. ເປົ້າໝາຍຫຼັກຂອງສິ່ງຂອງເຫຼົ່ານີ້, ບໍ່ວ່າຈະເປັນເຄື່ອງຖວາຍຈາກອ້າຍເອື້ອຍນ້ອງ ຫຼື ຂອງທີ່ເຮືອນຂອງພຣະເຈົ້າຈັດຊື້ມາ, ບໍ່ແມ່ນການເກັບສະສົມໄວ້ເພື່ອການບັນເທົາທຸກ ຫຼື ເປັນຂອງທານສຳລັບວຽກງານສະຫວັດດີການ, ແທນທີ່ຈະເປັນແນວນັ້ນ ພວກມັນແມ່ນເພື່ອໃຫ້ອ້າຍເອື້ອຍນ້ອງທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນເຕັມເວລານຳໃຊ້. ສະນັ້ນ, ພວກເຂົາຈະຖືກຈັດສັນແນວໃດ, ຫຼັກການສຳລັບການຈັດສັນຂອງພວກເຂົາແມ່ນຫຍັງ ແມ່ນອີກຄວາມຮັບຜິດຊອບໜຶ່ງທີ່ຜູ້ນຳ ແລະ ຜູ້ເຮັດວຽກຄວນເຮັດໃຫ້ສຳເລັດໃນການຈັດການວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ. ພວກເຮົາໄດ້ກ່າວເຖິງການຈັດສັນຢ່າງສົມເຫດສົມຜົນຢູ່ບ່ອນນີ້; ໃນກໍລະນີນີ້, ຄວາມ “ສົມເຫດສົມຜົນ” ແມ່ນຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດ.

1. ການຈັດສັນໜັງສືພຣະທຳຂອງພຣະເຈົ້າຢ່າງສົມເຫດສົມຜົນ

ພວກເຮົາຈະເລີ່ມຕົ້ນດ້ວຍໜັງສືພຣະທຳຂອງພຣະເຈົ້າ. ທຸກໆຄັ້ງທີ່ມີການອອກໜັງສືໃໝ່, ເຮືອນຂອງພຣະເຈົ້າມີຂໍ້ກຳນົດ ແລະ ກົດເກນກ່ຽວກັບຫຼັກການຕ່າງໆກ່ຽວກັບວ່າຄວນຈະມອບໜັງສືເຫຼົ່ານັ້ນໃຫ້ແກ່ຜູ້ໃດ. ໃນຄຣິສຕະຈັກ, ມີຄົນທີ່ອ່ານພຣະທຳຂອງພຣະເຈົ້າ ແລະ ມີຄົນທີ່ບໍ່ອ່ານ, ມີຄົນທີ່ຮັກຄວາມຈິງ ແລະ ມີຄົນທີ່ບໍ່ຮັກ ແລະ ມີຄົນທີ່ປະຕິບັດໜ້າທີ່ ແລະ ມີຄົນທີ່ບໍ່ປະຕິບັດ, ຄວນມີການຈຳແນກລະຫວ່າງຄົນປະເພດເຫຼົ່ານີ້. ຍັງມີໜັງສືພິເສດບາງຫົວໃນປະເພດຕຳລາຮຽນ ເຊັ່ນ, ໜັງສືໄວຍະກອນ, ວັດຈະນານຸກົມ ແລະ ໜັງສືເຄື່ອງມືອື່ນໆ. ໜັງສືທັງໝົດເຫຼົ່ານີ້ຄວນຖືກແຈກຢາຍຢ່າງເຂັ້ມງວດຕາມຫຼັກການ. ຕ້ອງມອບໃຫ້ແກ່ຜູ້ທີ່ຕ້ອງການ ແລະ ບໍ່ແມ່ນຜູ້ທີ່ບໍ່ຕ້ອງການໜັງສືເຫຼົ່ານັ້ນ. ແລ້ວຍັງມີໜັງສືເຄື່ອງມືບາງຫົວທີ່ພິມອອກໃນປະລິມານທີ່ຂ້ອນຂ້າງໜ້ອຍ, ຖ້າຫາກໜັງສືເຫຼົ່ານີ້ຖືກມອບໃຫ້ບຸກຄົນໃດໜຶ່ງ, ແມ່ນຫຍັງຄືຂໍ້ກຳນົດສຳລັບບຸກຄົນຜູ້ນັ້ນ? ເຈົ້າສາມາດອ່ານໄດ້, ແຕ່ຢ່າເຮັດໃຫ້ມັນເສຍຫາຍ, ຢ່າວາງປະໄວ້ຊະຊາຍ ຫຼື ຈີກເຈ້ຍອອກຈາກໜັງສືຕາມອຳເພີໃຈ. ຄວນສົ່ງຄືນໄວ້ບ່ອນເກົ່າເມື່ອເຈົ້າອ່ານແລ້ວ. ສຳລັບໜັງສືກ່ຽວກັບຄວາມເຊື່ອໃນພຣະເຈົ້າ, ຜູ້ນໍາ ແລະ ຜູ້ເຮັດວຽກຄວນແຈກຢາຍພວກມັນຢ່າງເຂັ້ມງວດຕາມການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ແລະ ພວກເຂົາຄວນເຮັດໃຫ້ຜູ້ທີ່ພຣະເຈົ້າເລືອກເຂົ້າໃຈຫຼັກການເຊັ່ນກັນ ແລະ ປະຕິບັດຕາມຫຼັກການເຫຼົ່ານັ້ນ.

2. ການຈັດສັນອຸປະກອນປະເພດຕ່າງໆຢ່າງສົມເຫດສົມຜົນ

ຕໍ່ໄປນີ້ແມ່ນວິທີການຈັດສັນອຸປະກອນປະເພດຕ່າງໆ. ນີ້ແມ່ນວຽກງານທີ່ຂ້ອນຂ້າງສຳຄັນ. ການຈັດສັນອຸປະກອນປະເພດຕ່າງໆແມ່ນມີຄວາມເຂັ້ມງວດກວ່າໜ້ອຍໜຶ່ງ. ອຸປະກອນດັ່ງກ່າວລວມມີເຄື່ອງໃຊ້ໄຟຟ້າ, ພ້ອມທັງເຄື່ອງມືທີ່ຈຳເປັນສຳລັບວຽກງານຕ່າງໆ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກແຈກຢາຍສິ່ງຂອງເຫຼົ່ານີ້, ກໍຄວນມີຫຼັກການຕໍ່ສິ່ງນັ້ນໆເຊັ່ນກັນ. ຜູ້ທີ່ໄດ້ຮັບຕ້ອງເປັນຜູ້ທີ່ສາມາດໃຊ້ອຸປະກອນດັ່ງກ່າວໄດ້ຢ່າງຊຳນານ ແລະ ນຳໃຊ້ຢ່າງຖືກຕ້ອງ ແລະ ສົມເຫດສົມຜົນ. ຖ້າຫາກຜູ້ໃດໜຶ່ງເປັນມືໃໝ່ ຫຼື ພຽງແຕ່ບໍ່ຮູ້ວິທີນຳໃຊ້ສິ່ງຂອງນັ້ນ, ກໍຕ້ອງບໍ່ມອບໃຫ້ພວກເຂົາ. ໂດຍສະເພາະຢ່າງຍິ່ງສຳລັບເຄື່ອງເອເລັກໂທຣນິກທີ່ດີ, ຊັ້ນດີ ແລະ ມີລາຄາແພງ ເຊັ່ນ ກ້ອງຖ່າຍຮູບຊັ້ນດີ ແລະ ຄອມພິວເຕີລາຄາແພງ, ພ້ອມທັງອຸປະກອນບັນທຶກສຽງ, ອຸປະກອນຖ່າຍຮູບ ຫຼື ອຸປະກອນທີ່ຈຳເປັນສຳລັບການຕັດຕໍ່ວິດີໂອ, ຍິ່ງບໍ່ຄວນມອບອຸປະກອນເຊັ່ນນີ້ໃຫ້ແກ່ຄົນປະເພດນັ້ນ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮັບປະກັນວ່າຜູ້ທີ່ນຳໃຊ້ອຸປະກອນດັ່ງກ່າວ, ໜຶ່ງ, ສາມາດທະນຸຖະໜອມເຄື່ອງຈັກໄດ້ ແລະ ສອງ, ສາມາດນຳໃຊ້ ແລະ ບຳລຸງຮັກສາມັນໄດ້ຢ່າງຖືກຕ້ອງ. ຕົວຢ່າງ, ເຄື່ອງຈັກບາງຢ່າງ, ຕາມຂໍ້ກຳນົດແລ້ວ, ຕ້ອງໄດ້ພັກສິບນາທີຫຼັງຈາກໃຊ້ງານສອງຊົ່ວໂມງ ເພື່ອໃຫ້ມັນເຢັນລົງ. ຖ້າມັນບໍ່ເຢັນລົງ, ມັນຈະສ້າງຄວາມເສຍຫາຍໃຫ້ແກ່ເຄື່ອງຈັກ ແລະ ເຮັດໃຫ້ອາຍຸການໃຊ້ງານຂອງມັນສັ້ນລົງ. ຄົນທີ່ທະນຸຖະໜອມເຄື່ອງຈັກຈະນຳໃຊ້ມັນຢ່າງເຂັ້ມງວດຕາມຂໍ້ຄວນລະວັງໃນການບຳລຸງຮັກສາ; ພວກເຂົາຈະປະຕິບັດຕາມດ້ວຍຕົນເອງ, ໂດຍບໍ່ຕ້ອງໃຫ້ເຈົ້າບອກ ແລະ ພວກເຂົາຈະເຂັ້ມງວດ ແລະ ຖືກຕ້ອງຍິ່ງຂຶ້ນຖ້າເຈົ້າໄດ້ຊຸກຍູ້ພວກເຂົາ. ຄົນປະເພດນີ້ເໝາະສົມທີ່ຈະນຳໃຊ້ເຄື່ອງຈັກ; ພວກເຂົາເໝາະສົມທີ່ຈະນຳໃຊ້ຂອງຊັ້ນດີ ເພາະພວກເຂົາຮູ້ຈັກທະນຸຖະໜອມເຄື່ອງຈັກ ແລະ ພວກເຂົາເອົາໃຈໃສ່ຕໍ່ຂໍ້ຄວນລະວັງໃນການບຳລຸງຮັກສາ ແລະ ການສ້ອມແປງຢ່າງຈິງຈັງ. ຄົນປະເພດນີ້, ຜູ້ທີ່ສາມາດທະນຸຖະໜອມເຄື່ອງຈັກ ແລະ ນຳໃຊ້ມັນໄດ້ຢ່າງປົກກະຕິ ແມ່ນຜູ້ທີ່ເໝາະສົມທີ່ສຸດສຳລັບການຈັດສັນ ແລະ ແຈກຢາຍເຄື່ອງຈັກຊັ້ນດີ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນດຳເນີນການກວດສອບຢ່າງເໝາະສົມໃນເລື່ອງນີ້. ຖ້າມີຄອມພິວເຕີຊັ້ນດີໜ່ວຍໜຶ່ງ ແລະ ມັນຖືກມອບໃຫ້ຜູ້ໃດກໍຕາມທີ່ສະໝັກໂດຍລະບຸຄວາມຕ້ອງການຂອງຕົນ, ຫຼັກການນັ້ນຖືກຕ້ອງບໍ? (ບໍ່ຖືກຕ້ອງ.) ແມ່ນຫຍັງທີ່ບໍ່ຖືກຕ້ອງກ່ຽວກັບເລື່ອງນີ້? ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ, ສ່ວນໜຶ່ງຂອງການແຈກຢາຍ ແລະ ຈັດສັນສິ່ງຂອງດັ່ງກ່າວຄວນອີງໃສ່ຄວາມສາມາດທາງວິຊາຊີບຂອງບຸກຄົນທີ່ໄດ້ຮັບມອບໝາຍວຽກງານນັ້ນ; ອີກສ່ວນໜຶ່ງແມ່ນພວກເຂົາຕ້ອງອີງໃສ່ລະດັບການທະນຸຖະໜອມເຄື່ອງຈັກຂອງບຸກຄົນນັ້ນ, ອີງໃສ່ວ່າພວກເຂົາມີຄວາມເປັນມະນຸດ ຫຼື ບໍ່, ວ່າພວກເຂົາທະນຸຖະໜອມເຄື່ອງຈັກເມື່ອນຳໃຊ້ ຫຼື ບໍ່. ຖ້າບຸກຄົນນັ້ນບໍ່ຮູ້ຈັກເບິ່ງແຍງເຄື່ອງຈັກ ແລະ ບໍ່ຊຳນານໃນທັກສະທາງວິຊາຊີບ ແລະ ພຽງແຕ່ຢາກຫຼິ້ນເຄື່ອງຈັກດ້ວຍຄວາມຢາກຮູ້ຢາກເຫັນ, ກໍຄວນຈຳກັດ ແລະ ຫ້າມບໍ່ໃຫ້ພວກເຂົານຳໃຊ້. ພວກເຂົາບໍ່ເໝາະສົມທີ່ຈະນຳໃຊ້ ແລະ ເບິ່ງແຍງເຄື່ອງຈັກຊັ້ນດີ. ມັນກໍພຽງພໍແລ້ວທີ່ຈະໃຫ້ຜູ້ທີ່ປະຕິບັດໜ້າທີ່ທົ່ວໄປນຳໃຊ້ເຄື່ອງຈັກທຳມະດາ. ຜູ້ທີ່ຮູ້ຈັກວິຊາຊີບ ແມ່ນຄົນມີຄວາມເປັນມະນຸດທີ່ດີ ແລະ ຮູ້ວິທີນຳໃຊ້, ບຳລຸງຮັກສາ ແລະ ທະນຸຖະໜອມເຄື່ອງຈັກ ສາມາດນຳໃຊ້ຂອງມີປະສິດທິພາບສູງໄດ້ ເພາະພວກເຂົາຊຳນານໃນວິຊາຊີບ ແລະ ສາມາດນຳໃຊ້ເຄື່ອງຈັກມີປະສິດທິພາບສູງໄດ້. ຖ້າເຈົ້າມອບຂອງຊັ້ນດີໃຫ້ຄົນຈິດສັບສົນ ຫຼື ຄົນປະໝາດນຳໃຊ້, ພວກເຂົາຈະເຮັດໃຫ້ເຄື່ອງຈັກເສຍຫາຍໃນເວລາພຽງບໍ່ເທົ່າໃດມື້. ຄົນອື່ນກໍຈະບໍ່ສາມາດນຳໃຊ້ມັນໄດ້ ແລະ ມັນກໍຈະສ້ອມແປງໄດ້ບໍ່ງ່າຍ. ສິ່ງນີ້ບໍ່ພຽງແຕ່ກີດຂວາງວຽກງານຂອງຄຣິສຕະຈັກ, ແຕ່ຍັງເຮັດໃຫ້ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າສິ້ນເປືອງອີກດ້ວຍ. ມີຄວາມໝາຍຫຍັງແຝງຢູ່ໃນນີ້? ນັ້ນກໍຄືຄົນປະເພດນັ້ນບໍ່ເໝາະສົມທີ່ຈະນຳໃຊ້ເຄື່ອງຈັກທີ່ດີ. ເຄື່ອງຈັກທີ່ດີຕ້ອງມອບໃຫ້ຄົນທີ່ມີຄວາມເປັນມະນຸດ, ຜູ້ທີ່ຊຳນານໃນວິຊາຊີບຂອງຕົນເປັນຜູ້ນຳໃຊ້. ມັນກໍດີພໍແລ້ວສຳລັບຜູ້ທີ່ບໍ່ແມ່ນຜູ້ຊ່ຽວຊານໃນວິຊາຊີບ ແລະ ມີຄວາມເປັນມະນຸດທີ່ບໍ່ດີ ທີ່ຈະນຳໃຊ້ຂອງທຳມະດາ. ການຈັດສັນສິ່ງຂອງແບບນີ້ສົມເຫດສົມຜົນບໍ? (ແມ່ນແລ້ວ.)

ສຳລັບວັດຖຸສິ່ງຂອງທຸກປະເພດ, ຄົນຕ່າງກັນກໍມີວິທີປະຕິບັດຕໍ່ສິ່ງຂອງເຫຼົ່ານັ້ນບໍ່ຄືກັນ. ບາງຄົນຊື້ຄອມພິວເຕີຊັ້ນດີໜ່ວຍໜຶ່ງ ແລະ ຫຼັງຈາກໃຊ້ງານສອງປີ, ມັນກໍຍັງເບິ່ງຄືໃໝ່ຢູ່, ບໍ່ເຄີຍມີຮອຍນິ້ວມືໃຫ້ເຫັນເທິງໜ້າຈໍ ແລະ ແປ້ນພິມກໍສະອາດຢູ່ສະເໝີ, ໂດຍບໍ່ມີຝຸ່ນຕິດແມ່ນແຕ່ໜ້ອຍດຽວ. ໜ້າຈໍເດັສທັອບກໍຈົບງາມ ແລະ ເປັນລະບຽບເຊັ່ນກັນ ແລະ ສິ່ງທີ່ເກັບໄວ້ໃນຄອມພິວເຕີກໍເປັນລະບຽບ ແລະ ຊັດເຈນດີ. ຖ້າຫາກມີຄົນບອກພວກເຂົາວ່າມັນບໍ່ດີຕໍ່ໜ້າຈໍຖ້າໃຊ້ງານເປັນເວລາດົນ, ພວກເຂົາກໍຈະຖາມທັນທີວ່າຈະປົກປ້ອງໜ້າຈໍໄດ້ດີທີ່ສຸດແນວໃດ, ວິທີໃດດີທີ່ສຸດ, ພວກເຂົາກໍເຮັດຕາມນັ້ນ. ຖ້າຫາກມີຄົນບອກພວກເຂົາວ່າຄອມພິວເຕີຕ້ອງໄດ້ພັກຫຼັງຈາກໃຊ້ງານດົນ, ມັນຈະເຮັດວຽກໄດ້ບໍ່ດີຖ້າມັນຮ້ອນເກີນໄປ, ເຊິ່ງສົ່ງຜົນກະທົບຕໍ່ອາຍຸການໃຊ້ງານຂອງເຄື່ອງ, ແລ້ວເມື່ອພວກເຂົາຮູ້ວ່າພວກເຂົາໃຊ້ຄອມພິວເຕີມາດົນກວ່າສອງຊົ່ວໂມງ, ພວກເຂົາກໍຈະຢຸດທັນທີເພື່ອໃຫ້ມັນເຢັນລົງ. ຖ້າມັນເຢັນລົງຊ້າຍ້ອນອາກາດຮ້ອນເກີນໄປ, ພວກເຂົາກໍຈະເປີດພັດລົມເປົ່າໃສ່ມັນ. ພວກເຂົາປະຕິບັດຕໍ່ເຄື່ອງຈັກດ້ວຍການດູແລເອົາໃຈໃສ່ເປັນພິເສດຄືກັບວ່າມັນເປັນລູກຂອງພວກເຂົາ. ພວກເຂົາເອົາໃຈໃສ່ ແລະ ລະມັດລະວັງເປັນພິເສດເມື່ອເອົາມັນໃສ່ກະເປົາ ແລະ ເມື່ອພວກເຂົາວາງມັນເທິງໂຕະ, ພວກເຂົາກໍຕ້ອງທຳຄວາມສະອາດພື້ນຜິວຂອງໂຕະ ແລະ ວາງເຄື່ອງຈັກຢ່າງເໝາະສົມ. ນີ້ບໍ່ແມ່ນຈຸດແຂງຂອງພວກເຂົາແທ້ບໍ? (ແມ່ນແລ້ວ.) ຄົນປະເພດນີ້ບໍ່ພຽງແຕ່ທະນຸຖະໜອມເຄື່ອງຈັກດ້ວຍຕົນເອງ, ເມື່ອພວກເຂົາເຫັນຄົນອື່ນເຮັດໃຫ້ເຄື່ອງຈັກເສື່ອມເສຍ ແລະ ເສຍຫາຍ, ພວກເຂົາກໍຮູ້ສຶກທົນບໍ່ໄດ້. ຄົນປະເພດນີ້ເໝາະສົມທີ່ຈະນຳໃຊ້ເຄື່ອງຈັກທີ່ດີ. ຄົນມີເງິນບາງຄົນກໍຈະຊື້ຄອມພິວເຕີຊັ້ນດີເຊັ່ນກັນ, ເຊິ່ງພວກເຂົາບໍ່ທະນຸຖະໜອມມັນເລີຍຫຼັງຈາກທີ່ໄດ້ມັນກັບເມືອເຮືອນ. ພວກເຂົາບໍ່ທຳຄວາມສະອາດມັນ, ບໍ່ວ່າຈະມີຝຸ່ນຈັບຫຼາຍສໍ່າໃດກໍຕາມ ແລະ ພວກເຂົາກໍເຮັດໃຫ້ມັນຂ້ອນຂ້າງເປິເປື້ອນ. ຄົນອື່ນຈະໃຊ້ເຄື່ອງຈັກເປັນເວລາສອງປີ ແລະ ມັນກໍຍັງເບິ່ງຄືໃໝ່, ສ່ວນຄົນເຫຼົ່ານີ້ໃຊ້ເຄື່ອງຈັກເປັນເວລາສອງເດືອນ ແລະ ມັນກໍເບິ່ງຄືກັບວ່າມັນຖືກໃຊ້ງານມາແລ້ວສິບປີ. ບອກພວກເຂົາວ່າເຄື່ອງຈັກຕ້ອງການການບຳລຸງຮັກສາ ແລະ ພວກເຂົາກໍຈະເວົ້າວ່າ “ຊິໄປບຳລຸງຮັກສາມັນເຮັດຫຍັງ? ເຄື່ອງຈັກໃຫ້ບໍລິການແກ່ຜູ້ຄົນ, ເພື່ອຮັບໃຊ້ຜູ້ຄົນ. ຖ້າມັນເພ, ກໍພຽງແຕ່ຊື້ໜ່ວຍໃໝ່”. ຜົນກໍຄື, ເຄື່ອງຈັກເພໃນເວລາບໍ່ຮອດຫົກເດືອນຍ້ອນການນຳໃຊ້ທີ່ບໍ່ຖືກຕ້ອງ. ເຈົ້າຄິດແນວໃດກັບຄົນປະເພດນີ້? ພວກເຂົາເໝາະສົມທີ່ຈະນຳໃຊ້ເຄື່ອງຈັກຊັ້ນດີບໍ? (ບໍ່ເໝາະສົມ.) ບໍ່ວ່າຄອມພິວເຕີທີ່ພວກເຂົາຊື້ຈະດີສໍ່າໃດ, ພວກເຂົາກໍບໍ່ຄິດທີ່ຈະທະນຸຖະໜອມມັນ, ແຕ່ພັດໂຍນມັນໄປມາ ແລະ ວາງໄວ້ຢ່າງບໍ່ໃສ່ໃຈ. ຄອມພິວເຕີຂອງພວກເຂົາບາງໜ່ວຍກໍມີຮອຍຂີດຂ່ວນ, ບາງໜ່ວຍກໍເສຍຫາຍຍ້ອນນໍ້າ, ບາງໜ່ວຍກໍຕົກລົງພື້ນ ແລະ ເພ. ພວກເຂົານຳໃຊ້ມັນຢ່າງຊະຊາຍຫຼາຍ. ມີບາງຢ່າງຂາດຫາຍໄປໃນຄວາມເປັນມະນຸດຂອງຄົນປະເພດນີ້. ພວກເຈົ້າເຕັມໃຈທີ່ຈະຈັດສັນເຄື່ອງຈັກທີ່ດີໃຫ້ຄົນປະເພດນີ້ນຳໃຊ້ບໍ? (ບໍ່ເຕັມໃຈ.) ບາງຄົນໃສ່ແວ່ນຕາ ແລະ ເລນແວ່ນຕາກໍຖືກເຊັດສະອາດຢູ່ສະເໝີ, ໃນຂະນະທີ່ເລນແວ່ນຕາຂອງຄົນອື່ນມີໜ້າແວ່ນເປິເປື້ອນ, ມີທັງຝຸ່ນ ແລະ ຮອຍນິ້ວມື ແລະ ສິ່ງອື່ນໆ. ພວກເຂົາຈະໃສ່ມັນແບບນັ້ນໄດ້ແນວໃດ? ຜູ້ທີ່ຈະເບິ່ງແຍງແວ່ນຕາຂອງພວກເຂົາຈະມີຄວາມລະມັດລະວັງເປັນພິເສດເມື່ອວາງມັນລົງ; ພວກເຂົາຈະບໍ່ຍອມໃຫ້ເລນແວ່ນຕາສຳຜັດກັບໜ້າໂຕະ ຫຼື ວັດຖຸໃດໆຢ່າງເດັດຂາດ, ທັງຈະບໍ່ຍອມໃຫ້ແວ່ນຕາຖືກຂູດຂີດ ຫຼື ມີຮອຍຂູດໃດໆ. ແວ່ນຕາສຳຄັນຫຼາຍສຳລັບຄົນສາຍຕາສັ້ນເປັນພິເສດ, ເຈົ້າຈະໃຊ້ມັນໄດ້ແນວໃດຖ້າເຈົ້າເຮັດໃຫ້ເລນແວ່ນຕາເປັນຮອຍ? ບາງຄົນກໍໃຊ້ແວ່ນຕາຢ່າງຊະຊາຍ ແລະ ເລນແວ່ນຕາກໍມົວໄປໝົດຫຼັງຈາກທີ່ພວກເຂົາໃສ່ມັນໄດ້ພຽງໄລຍະເວລາສັ້ນໆ. ພວກເຂົາບໍ່ສາມາດເຫັນຫຍັງໄດ້ຊັດເຈນເມື່ອໃສ່ມັນ, ບໍ່ໃສ່ມັນເສຍຍັງຈະດີກວ່າ. ແຕ່ພວກເຂົາກໍຄິດວ່າມັນບໍ່ເປັນຫຍັງທີ່ຈະໃສ່ມັນຕໍ່ໄປຄືເກົ່າ, ຄືກັບວ່າມັນບໍ່ມີຫຍັງແຕກຕ່າງ. ເຮົາງົງກັບເລື່ອງນີ້: ເປົ້າໝາຍຂອງພວກເຂົາໃນການໃສ່ແວ່ນຕາບໍ່ແມ່ນເພື່ອໃຫ້ສາມາດເຫັນສິ່ງຕ່າງໆໄດ້ຊັດເຈນຂຶ້ນບໍ? ພວກເຂົາຈະເຫັນຫຍັງໄດ້ຊັດເຈນ ເມື່ອເລນແວ່ນຕາຂອງພວກເຂົາຂູດຂີດໄປໝົດ? ຄົນເຫຼົ່ານີ້ບໍ່ແມ່ນຄົນປະໝາດເລິນເລີ້ບໍ? ແມ່ນແທ້, ປະໝາດເລິນເລີ້ແທ້ໆ! ມີບາງຢ່າງຂາດຫາຍໄປໃນຄວາມເປັນມະນຸດຂອງຄົນທີ່ປະໝາດເລິນເລີ້ເກີນໄປ, ພວກເຂົາບໍ່ຮູ້ຈັກວິທີເບິ່ງແຍງສິ່ງຂອງ, ແຮງໄກທີ່ພວກເຂົາຈະຄິດທີ່ຈະທະນຸຖະໜອມພວກມັນ.

ສຳລັບອຸປະກອນ ແລະ ເຄື່ອງມືທີ່ສຳຄັນຂອງເຮືອນຂອງພຣະເຈົ້າ, ຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມຮັບຜິດຊອບຫຍັງ? ເມື່ອຈັດສັນອຸປະກອນດັ່ງກ່າວ, ຕ້ອງມອບໃຫ້ແກ່ບຸກຄົນທີ່ເໝາະສົມ. ຜູ້ທີ່ນຳໃຊ້ອຸປະກອນທີ່ສຳຄັນ ແລະ ຊັ້ນດີດັ່ງກ່າວຕ້ອງເປັນຄົນທີ່ຮູ້ຈັກວິທີທະນຸຖະໜອມສິ່ງຂອງຢ່າງແນ່ນອນ. ພວກເຂົາຈະທະນຸຖະໜອມມັນ, ເບິ່ງແຍງມັນ ແລະ ບຳລຸງຮັກສາມັນ; ເມື່ອມັນຢູ່ໃນການຄອບຄອງຂອງພວກເຂົາ, ເຈົ້າສາມາດໝັ້ນໃຈໄດ້ວ່າພວກເຂົາຈະບໍ່ທຳລາຍ ຫຼື ເຮັດໃຫ້ມັນເສຍຫາຍໂດຍເຈດຕະນາ ຫຼື ທີ່ເກີດຈາກການກະທຳຂອງຕົນເອງ, ເວັ້ນເສຍແຕ່ຈະເປັນການປະໝາດຊົ່ວຄາວ ຫຼື ຂາດອົງປະກອບຄວາມຮູ້ທົ່ວໄປບາງຢ່າງ. ຄົນປະເພດນີ້ອາດຈະນຳໃຊ້ອຸປະກອນເຫຼົ່ານີ້ໄດ້, ອຸປະກອນຊັ້ນດີທີ່ມີຄຸນນະພາບສູງອາດຈະຖືກຈັດສັນໃຫ້ພວກເຂົາ. ສຳລັບຄົນທີ່ນຳໃຊ້ສິ່ງຂອງຢ່າງປະໝາດໂດຍທຳມະຊາດ, ມັນກໍພຽງພໍແລ້ວທີ່ຈະໃຫ້ພວກເຂົານຳໃຊ້ຂອງທຳມະດາ. ນອກຈາກນີ້, ຜູ້ດູແລອຸປະກອນ ແລະ ເຄື່ອງມືດັ່ງກ່າວມີຄວາມຮັບຜິດຊອບໃນການເກັບກຳບັນທຶກການນຳໃຊ້ຂອງພວກເຂົາ: ໃຜເອົາຫຍັງໄປ ແລະ ພວກເຂົາໃຊ້ມັນດົນສໍ່າໃດ ຫຼື ສິ່ງຂອງໃດທີ່ເປັນຂອງໃຊ້ສະເພາະຂອງບຸກຄົນໃດໜຶ່ງ, ຖ້າມັນເສຍຫາຍ, ໃຜຄວນຊົດເຊີຍຕາມມູນຄ່າຂອງມັນ. ທັງສອງຝ່າຍຕ້ອງເຊັນຮັບຮອງສິ່ງເຫຼົ່ານີ້ ເພື່ອໃຫ້ທຸກຢ່າງເປັນທຳ ແລະ ສົມເຫດສົມຜົນສຳລັບທຸກຄົນ. ເຄື່ອງຈັກ ແລະ ອຸປະກອນຕ້ອງໄດ້ຮັບການເບິ່ງແຍງເປັນຢ່າງດີ, ບໍ່ວ່າຈະເປັນການນຳໃຊ້ໄລຍະສັ້ນ ຫຼື ໄລຍະຍາວ, ຜູ້ໃຊ້ຕ້ອງຮຽນຮູ້ທີ່ຈະນຳໃຊ້ມັນຢ່າງຖືກຕ້ອງ ແລະ ຖ້າມັນເຮັດວຽກຜິດປົກກະຕິ, ກໍຄວນສ້ອມແປງໂດຍທັນທີ. ຍິ່ງວຽກງານນີ້ເຮັດໄດ້ລະອຽດສໍ່າໃດກໍຍິ່ງດີ. ຖ້າຫາກເກີດສະຖານະການທີ່ລະບອບຂອງຊາຕານຈັບກຸມຜູ້ຄົນ, ຄວາມຮັບຜິດຊອບທີ່ສຳຄັນທີ່ສຸດຂອງຜູ້ນໍາ ແລະ ຜູ້ເຮັດວຽກໃນຕອນນັ້ນກໍຄືການຈັດສັນອຸປະກອນ ແລະ ເຄື່ອງມືທີ່ສຳຄັນໃຫ້ແກ່ຄົນທີ່ໜ້າເຊື່ອຖື ແລະ ໄວ້ວາງໃຈໄດ້. ຫຼັງຈາກທີ່ພວກເຂົາສົ່ງມັນໄປແລ້ວ, ພວກເຂົາຄວນໃຫ້ຄຳແນະນຳແກ່ບຸກຄົນນັ້ນ, ໂດຍບອກພວກເຂົາວ່າ “ສິ່ງເຫຼົ່ານີ້ແມ່ນຂອງຈາກເຮືອນຂອງພຣະເຈົ້າ, ເພື່ອໃຫ້ເຈົ້ານຳໃຊ້ໃນການປະຕິບັດໜ້າທີ່ຂອງເຈົ້າ. ພວກມັນບໍ່ແມ່ນຂອງຫຼິ້ນ. ເຈົ້າຄວນນຳໃຊ້ມັນຢ່າງສົມເຫດສົມຜົນ ແລະ ເບິ່ງແຍງມັນເປັນຢ່າງດີ. ຢ່າເຮັດໃຫ້ມັນເສຍຫາຍ. ເນື່ອງຈາກອຸປະກອນ ແລະ ເຄື່ອງມືເຫຼົ່ານີ້ຈຳເປັນສຳລັບການປະຕິບັດໜ້າທີ່, ຖ້າຫາກມີຄວາມເສຍຫາຍ, ຄວນມີການຊົດເຊີຍຕາມມູນຄ່າຂອງມັນ. ຖ້າວຽກງານຊັກຊ້າຍ້ອນອຸປະກອນເສຍຫາຍ, ນັ້ນກໍເປັນບັນຫາທີ່ມີລັກສະນະທີ່ຮ້າຍແຮງກວ່າ, ຊຶ່ງໝາຍຄວາມວ່າມີການລົບກວນ ແລະ ການທຳລາຍຕໍ່ວຽກງານ. ສະນັ້ນ, ເຈົ້າຕ້ອງຮູ້ວິທີນຳໃຊ້ອຸປະກອນ ແລະ ເຄື່ອງມືທຸກປະເພດຢ່າງຖືກຕ້ອງໃນການປະຕິບັດໜ້າທີ່, ເຈົ້າຕ້ອງບໍ່ທຳລາຍຊັບສິນຂອງເຮືອນຂອງພຣະເຈົ້າຢ່າງເດັດຂາດ. ຈົ່ງຈື່ຈຳຫຼັກການເຫຼົ່ານີ້ໃຫ້ດີ: ການນຳໃຊ້ຢ່າງສົມເຫດສົມຜົນ ແລະ ການກວດກາ, ສ້ອມແປງ ແລະ ບຳລຸງຮັກສາເປັນປະຈຳ, ຖ້າຫາກມີສິ່ງໃດເຮັດວຽກຜິດປົກກະຕິ, ໃຫ້ລາຍງານໂດຍທັນທີ ແລະ ຂໍສ້ອມແປງ”. ເພື່ອເຮັດວຽກງານນີ້ໃຫ້ດີ, ໃນດ້ານໜຶ່ງ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮູ້ຫຼັກການໃນການຈັດສັນ ແລະ ການນຳໃຊ້, ອີກດ້ານໜຶ່ງແມ່ນພວກເຂົາຄວນເຮັດໃຫ້ຜູ້ໃຊ້ນຳໃຊ້ຮູ້ວິທີບຳລຸງຮັກສາ ແລະ ເບິ່ງແຍງ, ວິທີສ້ອມແປງ ແລະ ອື່ນໆ ເມື່ອເກີດການເຮັດວຽກຜິດປົກກະຕິ. ນີ້ແມ່ນຄວາມຮູ້ພື້ນຖານທີ່ຜູ້ຄົນຄວນເຂົ້າໃຈ ແລະ ມີໄວ້ ເມື່ອເວົ້າເຖິງການເບິ່ງແຍງ ແລະ ການນຳໃຊ້ອຸປະກອນ ແລະ ເຄື່ອງມືທຸກປະເພດ.

ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຈັດສັນອຸປະກອນຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງສົມເຫດສົມຜົນ. ຕົວຢ່າງ, ຖ້າຫາກບຸກຄະລາກອນຄົນໜຶ່ງຕ້ອງການຄອມພິວເຕີທີ່ມີຄຸນສົມບັດຂ້ອນຂ້າງຄົບຖ້ວນ, ເຈົ້າກໍຄວນຈັດສັນໃຫ້ພວກເຂົາໜ່ວຍໜຶ່ງ. ຖ້າພວກເຂົາເວົ້າວ່າໜ່ວຍໜຶ່ງບໍ່ພໍ, ເຈົ້າຕ້ອງຖາມພວກເຂົາວ່າເປັນຫຍັງ ແລະ ເຈົ້າຕ້ອງສອບຖາມເບິ່ງວ່າສິ່ງທີ່ພວກເຂົາເວົ້ານັ້ນເປັນຄວາມຈິງ ຫຼື ບໍ່. ຢ່າພຽງແຕ່ອີງໃສ່ຄຳຮ້ອງຂໍຂອງພວກເຂົາ ແລະ ໃຫ້ຄອມພິວເຕີຫຼາຍເທົ່າທີ່ພວກເຂົາຂໍ, ໃຫ້ສອງໜ່ວຍຖ້າພວກເຂົາເວົ້າວ່າໜ່ວຍໜຶ່ງບໍ່ພໍ, ໃຫ້ສາມໜ່ວຍຖ້າພວກເຂົາເວົ້າວ່າສອງໜ່ວຍບໍ່ພໍ. ແລ້ວເຈົ້າຈະບໍ່ແມ່ນກຳລັງແຈກຢາຍຄອມພິວເຕີຄືກັບວ່າມັນເປັນຂອງຫຼິ້ນບໍ? ນັ້ນຈະບໍ່ແມ່ນການເຮັດຕາມອຳເພີໃຈບໍ? ເຈົ້າຄວນສືບສວນສະຖານະການກ່ອນ ແລະ ຕັດສິນໃຈໂດຍອີງໃສ່ຫຼັກການຂອງເຮືອນຂອງພຣະເຈົ້າ. ເຈົ້າຕ້ອງບໍ່ອະນຸມັດຄຳຮ້ອງຂໍທຸກປະເພດຕາມອຳເພີໃຈຢ່າງເດັດຂາດ, ໃນກໍລະນີທີ່ບາງຄົນພຽງແຕ່ຍື່ນຄຳຮ້ອງຂໍຢ່າງບໍ່ຈຳແນກພາຍໃຕ້ຂໍ້ອ້າງຂອງການປະຕິບັດໜ້າທີ່. ຍິ່ງໄປກວ່ານັ້ນ, ບາງຄົນທີ່ເຮັດວຽກສຳຄັນອາດຈະຕ້ອງການຄອມພິວເຕີຊັ້ນດີ, ແຕ່ຄອມພິວເຕີສ່ວນຕົວຂອງພວກເຂົາມີສະເປັກທີ່ຕໍ່າກວ່າ. ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງກວດສອບເລື່ອງນີ້ໂດຍທັນທີເຊັ່ນກັນ ແລະ ຈັດສັນອຸປະກອນຢ່າງສົມເຫດສົມຜົນ. ການຈັດຫາຄອມພິວເຕີຄວນຖືກຕັດສິນໃຈໂດຍອີງໃສ່ລັກສະນະຂອງວຽກງານຂອງບຸກຄົນ ແລະ ຂໍ້ກຳນົດສຳລັບລະດັບຂອງຄອມພິວເຕີ. ຖ້າຫາກຜູ້ໃດໜຶ່ງເປັນພຽງຜູ້ນໍາ ຫຼື ຜູ້ເຮັດວຽກທຳມະດາ ແລະ ພວກເຂົາບໍ່ໄດ້ເຮັດວຽກດ້ານເທັກໂນໂລຢີຄອມພິວເຕີ ຫຼື ການຜະລິດວິດີໂອ ແລະ ພຽງແຕ່ນຳໃຊ້ຄອມພິວເຕີເພື່ອເຮັດສິ່ງຕ່າງໆ ເຊັ່ນ: ເຂົ້າອິນເຕີເນັດ, ຊອກຫາຂໍ້ມູນ ແລະ ໂທອອກ ແລະ ພວກເຂົາບໍ່ໄດ້ຕ້ອງການສະເປັກຄອມພິວເຕີທີ່ສູງຫຼາຍ, ມັນກໍພຽງພໍແລ້ວທີ່ພວກເຂົາຈະນຳໃຊ້ເຄື່ອງທຳມະດາ. ຜູ້ສູງອາຍຸບາງຄົນຮູ້ພຽງແຕ່ວິທີການໃຊ້ງານງ່າຍໆ ເຊັ່ນ: ການພິມ, ການເຂົ້າອອນລາຍ ແລະ ການໂທອອກ, ແຕ່ເມື່ອພວກເຂົາກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາກໍໄດ້ຮັບຄອມພິວເຕີຊັ້ນດີຫຼາຍ. ສິ່ງນີ້ສົມເຫດສົມຜົນບໍ? ພວກເຂົາບໍ່ໄດ້ກຳລັງສະແຫວງຫາສິດທິພິເສດບໍ? ພວກເຂົາບໍ່ໄດ້ກຳລັງໄດ້ຮັບຜົນປະໂຫຍດຈາກສະຖານະບໍ? (ແມ່ນແລ້ວ.) ອຸປະກອນຊັ້ນດີ ແລະ ຄຸນນະພາບສູງປະເພດນີ້ໃຊ້ເພື່ອຫຍັງ? ພວກມັນຕ້ອງຖືກມອບໃຫ້ແກ່ບຸກຄະລາກອນທີ່ກ່ຽວຂ້ອງ ແລະ ບຸກຄະລາກອນມືອາຊີບນຳໃຊ້. ພວກມັນບໍ່ຈຳເປັນຕ້ອງຖືກຈັບຄູ່ກັບສະຖານະຂອງບຸກຄົນ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເຊື່ອຢ່າງຜິດໆວ່າພວກເຂົາຄວນໄດ້ຮັບສິດທິພິເສດໃນການນຳໃຊ້ສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ. ນັ້ນແມ່ນກົດລະບຽບໃນເຮືອນຂອງພຣະເຈົ້າບໍ? ບໍ່ແມ່ນ. ເມື່ອບາງຄົນກາຍເປັນຜູ້ນໍາ ແລະ ຜູ້ເຮັດວຽກ, ພວກເຂົາກໍໄດ້ຮັບຄອມພິວເຕີ, ໂທລະສັບມືຖື ແລະ ຫູຟັງຊັ້ນດີຢ່າງໄວວາ, ພວກເຂົາໄດ້ຮັບອຸປະກອນຊັ້ນດີທຸກປະເພດ. ຜົນທີ່ຕາມມາຂອງສິ່ງນີ້ແມ່ນຫຍັງ? ສິ່ງນີ້ເຮັດໄປເພື່ອໃຫ້ໄດ້ຜົນດີໃນວຽກງານແທ້ບໍ? ຄົນເຫຼົ່ານັ້ນບໍ່ໄດ້ກຳລັງໂລບມາກໃນຄວາມສຸກທາງເນື້ອໜັງບໍ? ແລ້ວເຈົ້າເອົາຄອມພິວເຕີຊັ້ນດີໄປເຮັດຫຍັງ? ບໍ່ແມ່ນວ່າເຈົ້າພຽງແຕ່ຈັດການປະຊຸມອອນລາຍ ແລະ ເທດສະໜາຄຳເວົ້າ ແລະ ຫຼັກຄຳສອນບໍ? ເຈົ້າຮູ້ວິທີອັບໂຫຼດວິດີໂອ ຫຼື ສາມາດຜະລິດວິດີໂອໄດ້ບໍ? ເຈົ້າຮູ້ວິທີຮັກສາຄວາມປອດໄພຂອງເຄືອຂ່າຍ ຫຼື ສາມາດສ້າງເວັບໄຊໄດ້ບໍ? ເຈົ້າຮູ້ຈັກວິຊາຊີບເຫຼົ່ານີ້ບໍ? ຖ້າເຈົ້າບໍ່ຮູ້, ເຈົ້າຈະໃຊ້ຄອມພິວເຕີຊັ້ນດີໄປເພື່ອຫຍັງ? ການກະທຳເຊັ່ນນີ້ບໍ່ເປັນຕາໜ້າລັງກຽດບໍ? (ແມ່ນແລ້ວ.) ຖ້າເຈົ້າມີເງິນຂອງຕົນເອງ, ບໍ່ມີໃຜສົນໃຈວ່າເຈົ້າຈະຊື້ຄອມພິວເຕີຈັກໜ່ວຍ ແລະ ບໍ່ມີໃຜຈະແຊກແຊງບໍ່ວ່າພວກມັນຈະເປັນຊັ້ນດີສໍ່າໃດກໍຕາມ. ຕອນນີ້ພວກເຮົາກຳລັງເວົ້າເຖິງວິທີທີ່ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າຕ້ອງຖືກຈັດສັນຢ່າງສົມເຫດສົມຜົນ. “ສົມເຫດສົມຜົນ” ໝາຍຄວາມວ່າແນວໃດ? ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກນຳໃຊ້ອຸປະກອນຊັ້ນດີນີ້ຂອງເຮືອນຂອງພຣະເຈົ້າ, ນັ້ນນັບວ່າເປັນການນຳໃຊ້ຢ່າງ “ສົມເຫດສົມຜົນ” ບໍ? (ບໍ່ແມ່ນ.) ພວກເຂົາບໍ່ຮູ້ວິຊາຊີບ ແລະ ກໍບໍ່ຮູ້ວ່າຈະເຮັດຫຍັງ. ການມີຄອມພິວເຕີຊັ້ນດີເຮັດໃຫ້ພວກເຂົາກາຍເປັນຄົນຊັ້ນສູງບໍ? ພວກເຂົາກຳລັງອວດອ້າງໂຕໄປເພື່ອຫຍັງ? ເຮືອນຂອງພຣະເຈົ້າບໍ່ມີກົດທີ່ໃຫ້ສິດທິພິເສດໃນການນຳໃຊ້ ແລະ ຈັດສັນວັດຖຸສິ່ງຂອງຂອງຕົນໃຫ້ແກ່ຜູ້ນໍາ ແລະ ຜູ້ເຮັດວຽກ; ພວກເຂົາບໍ່ມີສິດທິພິເສດນັ້ນ ແລະ ນີ້ບໍ່ແມ່ນຫຼັກການທີ່ສົມເຫດສົມຜົນສຳລັບການຈັດສັນສິ່ງຂອງຂອງເຮືອນຂອງພຣະເຈົ້າ, ມັນບໍ່ສົມເຫດສົມຜົນເລີຍ. ສິ່ງຂອງເຫຼົ່ານີ້ ຖ້າໃຜມີເງື່ອນໄຂກໍຊື້ດ້ວຍຕົນເອງ; ຖ້າບໍ່ມີເງື່ອນໄຂ ແລະ ຈຳເປັນຕ້ອງໃຫ້ເຮືອນຂອງພຣະເຈົ້າຈັດສັນໃຫ້, ກໍໃຫ້ໃຊ້ຂອງທຳມະດາທົ່ວໄປກໍພໍ. ນີ້ແມ່ນຍຸຕິທຳ ແລະ ສົມເຫດສົມຜົນ. ຜູ້ທີ່ຮູ້ວິທີນຳໃຊ້ອຸປະກອນຊັ້ນດີນີ້ຢ່າງແທ້ຈິງແມ່ນບຸກຄະລາກອນມືອາຊີບທີ່ກ່ຽວຂ້ອງກັບວຽກງານນີ້, ສະນັ້ນ ເຮືອນຂອງພຣະເຈົ້າຄວນຈັດສັນອຸປະກອນນີ້ໃຫ້ພວກເຂົາ. ສິ່ງເຫຼົ່ານີ້ແມ່ນຫຼັກການບາງຢ່າງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຂົ້າໃຈ ແລະ ກຳແໜ້ນກ່ຽວກັບການຈັດສັນວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ. ໂດຍອີງໃສ່ຫຼັກການເຫຼົ່ານີ້, ຈົ່ງກວດສອບອີກຄັ້ງ ເພື່ອເບິ່ງວ່າມີການຈັດສັນສິ່ງຂອງເຫຼົ່ານີ້ຢ່າງບໍ່ສົມເຫດສົມຜົນຢູ່ບ່ອນໃດ ຫຼື ບໍ່. ຖ້າມີ, ໃຫ້ຮີບຮ້ອນແກ້ໄຂມັນ. ຫຼັງຈາກທີ່ບາງຄົນກາຍເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາເຫັນວ່າບໍ່ມີໃຜໃນເຮືອນຂອງພຣະເຈົ້າທີ່ປະຈົບປະແຈງພວກເຂົາ, ບໍ່ມີໃຜມອບຂອງຊັ້ນດີໃຫ້ພວກເຂົາ ແລະ ພວກເຂົາຍັງນຸ່ງເຄື່ອງເກົ່າຂອງຕົນເອງ, ຍັງໃຊ້ຄອມພິວເຕີໜ່ວຍນ້ອຍທີ່ທຳມະດາທີ່ສຸດຂອງຕົນເອງ ແລະ ເຮືອນຂອງພຣະເຈົ້າກໍບໍ່ໄດ້ຈັດຫາເຄື່ອງທີ່ດີໃຫ້ພວກເຂົາ. ສະນັ້ນ, ພວກເຂົາຈຶ່ງໄປຫາທີມການເງິນ ແລະ ຂໍຊື້ຄອມພິວເຕີ. ສິ່ງນີ້ສົມເຫດສົມຜົນບໍ? (ບໍ່ສົມເຫດສົມຜົນ) ພວກເຂົາເວົ້າວ່າ “ຖ້າເຈົ້າບໍ່ມອບມັນໃຫ້ຂ້ອຍ, ຂ້ອຍຈະບໍ່ປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍຈະຫາໂອກາດເຮັດໃຫ້ເຮືອນຂອງພຣະເຈົ້າຊື້ຄອມພິວເຕີຊັ້ນດີກວ່າ, ລຸ້ນໃໝ່ກວ່າ, ໄວກວ່າໃຫ້ຂ້ອຍ!” ພວກເຂົາກ້າຫານຫຼາຍ, ບໍ່ມີຫຍັງທີ່ພວກເຂົາບໍ່ກ້າເຮັດ. ຫຼັງຈາກທີ່ຄົນເຫຼົ່ານີ້ກາຍເປັນຜູ້ນໍາ, ພວກເຂົາກໍປະຕິບັດຕໍ່ເຮືອນຂອງພຣະເຈົ້າຄືກັບເປັນຂອງຕົນເອງ, ໂດຍຄິດວ່າ “ເງິນຂອງເຮືອນຂອງພຣະເຈົ້າກໍແມ່ນເງິນຂອງຂ້ອຍຄືກັນ, ຂ້ອຍຈະໃຊ້ມັນຕາມທີ່ຂ້ອຍພໍໃຈ!” ນີ້ແມ່ນສິ່ງທີ່ພວກຕໍ່ຕ້ານພຣະຄຣິສສາມາດເຮັດໄດ້.

3. ການຈັດສັນເຄື່ອງໃຊ້ປະຈຳວັນ ແລະ ອາຫານຕ່າງໆຢ່າງສົມເຫດສົມຜົນ

ຕອນນີ້ພວກເຮົາເວົ້າຈົບແລ້ວກ່ຽວກັບການຈັດສັນວັດຖຸສິ່ງຂອງ ແລະ ອຸປະກອນຕ່າງໆຢ່າງສົມເຫດສົມຜົນ. ຕໍ່ໄປ, ພວກເຮົາຈະເວົ້າເຖິງສິ່ງຂອງສຳລັບການດຳລົງຊີວິດປະຈຳວັນ, ຕົວຢ່າງ: ທັນຍາພືດ, ຜັກ ແລະ ອາຫານແຫ້ງ, ພ້ອມທັງເຄື່ອງປຸງທີ່ຈຳເປັນສຳລັບການປຸງແຕ່ງອາຫານ, ອາຫານເສີມຕ່າງໆ ແລະ ອື່ນໆ. ສິ່ງຂອງເຫຼົ່ານີ້ບໍ່ພຽງແຕ່ຕ້ອງຖືກເກັບຮັກສາຢ່າງສົມເຫດສົມຜົນ, ແຕ່ຍັງຕ້ອງຖືກຈັດສັນຢ່າງສົມເຫດສົມຜົນເຊັ່ນກັນ. ແລ້ວ, ຈະຈັດສັນສິ່ງຂອງຕ່າງໆເຫຼົ່ານີ້ຢ່າງສົມເຫດສົມຜົນໄດ້ແນວໃດ? ເຮືອນຂອງພຣະເຈົ້າມີມາດຕະຖານດ້ານອາຫານ ແລະ ຜູ້ທີ່ຈັດການສິ່ງຂອງດັ່ງກ່າວຄວນຈັດສັນພວກມັນຢ່າງສົມເຫດສົມຜົນໂດຍຍຶດໝັ້ນຕາມມາດຕະຖານເຫຼົ່ານັ້ນຢ່າງເຂັ້ມງວດ. ພວກເຂົາບໍ່ຄວນໃຫ້ອາຫານທີ່ດີຫຼາຍກວ່າແກ່ຜູ້ທີ່ໃກ້ຊິດພວກເຂົາ. ຕົວຢ່າງ, ຖ້າຫາກຊື້ເຂົ້າສານຄຸນນະພາບດີທີ່ແຊບ ຫຼື ຖ້າຫາກຊື້ໝາກໄມ້ ຫຼື ຊີ້ນເປັນບາງຄັ້ງຄາວ ແລະ ເຈົ້າກໍມອບໃຫ້ຜູ້ທີ່ເຈົ້າສະໜິດສະໜົມຫຼາຍກວ່າ ຫຼື ມອບຂອງດີທັງໝົດໃຫ້ພວກເຂົາ, ສົ່ງຂອງບໍ່ດີໃຫ້ຄົນອື່ນ, ນັ້ນຖືວ່າເປັນການຈັດສັນຢ່າງສົມເຫດສົມຜົນບໍ? (ບໍ່ສົມເຫດສົມຜົນ) ແລ້ວ, “ຄວາມສົມເຫດສົມຜົນ” ໃນທີ່ນີ້ຈະວັດແທກໄດ້ແນວໃດ? ການຈັດສັນສິ່ງຕ່າງໆແບບໃດຈຶ່ງຈະຖືວ່າສົມເຫດສົມຜົນ? ໃຫ້ຈັດສັນຢ່າງເທົ່າທຽມກັນ ຕາມຫຼັກການ ແລະ ຕາມມາດຕະຖານທີ່ຈຳເປັນທີ່ເຮືອນຂອງພຣະເຈົ້າກຳນົດໄວ້ສຳລັບອາຫານ ໂດຍໃຫ້ມອບໃຫ້ຫຼາຍເທົ່າທີ່ຄວນຈະມອບ. ຖ້າເຈົ້າຮູ້ສຶກວ່າເຈົ້າໃກ້ຊິດກັບຜູ້ໃດຜູ້ໜຶ່ງ, ເຈົ້າກໍສາມາດໃຫ້ສ່ວນຂອງເຈົ້າເອງແກ່ພວກເຂົາ. ຢ່າໃຈກວ້າງກັບສິ່ງຂອງຂອງຄົນອື່ນ ແລະ ຢ່າໃຊ້ວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າເພື່ອສະແດງຄວາມໃຈກວ້າງຕໍ່ຄົນອື່ນ, ຖ້າເຈົ້າຢາກໃຈກວ້າງ, ຈົ່ງເຮັດດ້ວຍສິ່ງຂອງຂອງເຈົ້າເອງ. ຄວາມໃຈກວ້າງບໍ່ແມ່ນຫຼັກການໃນເຮືອນຂອງພຣະເຈົ້າ, ຫຼັກການຂອງເຮືອນຂອງພຣະເຈົ້າແມ່ນການຈັດສັນຢ່າງສົມເຫດສົມຜົນ. ການແຈກຢາຍສິ່ງຂອງຈຳເປັນໃນຊີວິດປະຈຳວັນ ແລະ ອາຫານຕ່າງໆຄວນເຮັດຕາມມາດຕະຖານທີ່ກຳນົດໂດຍເຮືອນຂອງພຣະເຈົ້າ, ບໍ່ແມ່ນຕາມອຳເພີໃຈ. ແນ່ນອນ, ຜູ້ນໍາ ແລະ ຜູ້ເຮັດວຽກສາມາດກວດກາ ແລະ ເບິ່ງວ່າຜູ້ທີ່ຮັບຜິດຊອບການແຈກຢາຍສິ່ງຂອງດັ່ງກ່າວມີຈິດໃຈທີ່ຖືກຕ້ອງ ຫຼື ບໍ່, ວ່າການແຈກຢາຍຂອງພວກເຂົາສົມເຫດສົມຜົນ ຫຼື ບໍ່, ວ່າການແຈກຢາຍນັ້ນເຮັດຕາມຫຼັກການຂອງເຮືອນຂອງພຣະເຈົ້າ ຫຼື ບໍ່, ເບິ່ງວ່າຄົນສ່ວນຫຼາຍມີຄວາມເຫັນແນວໃດ, ພວກເຂົາມີຄຳຮ້ອງທຸກ ຫຼື ບໍ່ ແລະ ທຸກຄົນໄດ້ຮັບການເບິ່ງແຍງ ຫຼື ບໍ່. ຈະເຮັດແນວໃດຖ້າຫາກສິ່ງຂອງຂາດເຂີນໃນບາງຄັ້ງ? ມັນເໝາະສົມບໍທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະເກັບມັນໄວ້ກິນເອງ? ບາງຄົນອາດຈະເວົ້າວ່າ “ຜູ້ນໍາ ແລະ ຜູ້ເຮັດວຽກມີສະຖານະ ແລະ ຊື່ສຽງສູງສຸດ ແລະ ພວກເຂົາກໍມັກຈະເປັນຜູ້ທີ່ເວົ້າກັບພວກເຮົາຫຼາຍທີ່ສຸດ, ເຊິ່ງເຮັດໃຫ້ພວກເຂົາຄໍແຫ້ງ. ຖ້າມີຂອງດີ, ໃຫ້ເກັບໄວ້ໃຫ້ພວກເຂົາກິນ”. ການຈັດສັນສິ່ງຂອງແບບນີ້ເໝາະສົມບໍ? (ບໍ່ເໝາະສົມ, ສິ່ງຂອງຄວນເກັບໄວ້ໃຫ້ຜູ້ທີ່ຕ້ອງການແທ້ໆ). ຖ້າຫາກຜະລິດຕະພັນເພື່ອສຸຂະພາບທີ່ມີລາຄາແພງບາງຢ່າງຂາດເຂີນ, ຄວນຈັດສັນແນວໃດ? ຄວນຈັດສັນໃຫ້ແກ່ຜູ້ທີ່ໄດ້ອຸທິດຕົນເພື່ອພຣະເຈົ້າມາຫຼາຍປີ ແລະ ໄດ້ປະກອບສ່ວນ. ຄົນເຫຼົ່ານີ້ມີສຸຂະພາບບໍ່ດີຍ້ອນອາຍຸຂອງພວກເຂົາ, ແຕ່ພວກເຂົາກໍຍັງປະຕິບັດໜ້າທີ່ຂອງຕົນຢ່າງມີຈິດສຳນຶກ ແລະ ອ້າຍເອື້ອຍນ້ອງກໍໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກພວກເຂົາ. ຄົນເຫຼົ່ານີ້ຕ້ອງການການບຳລຸງ ແລະ ເບິ່ງແຍງຮ່າງກາຍຂອງພວກເຂົາໜ້ອຍໜຶ່ງ ແລະ ມັນກໍຖືກຕ້ອງແລ້ວທີ່ພວກເຂົາຈະໄດ້ຮັບອະນຸຍາດໃຫ້ກິນ ແລະ ໃຊ້ຜະລິດຕະພັນເພື່ອສຸຂະພາບເຫຼົ່ານັ້ນ. ບໍ່ມີໃຜຄວນຍາດແຍ່ງຂອງທີ່ຂາດເຂີນ. ນີ້ແມ່ນວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຈັດສັນສິ່ງຂອງເຫຼົ່ານີ້. ສິ່ງນີ້ສົມເຫດສົມຜົນບໍ? (ແມ່ນແລ້ວ.) ແລ້ວຄົນສ່ວນຫຼາຍຈະຄັດຄ້ານການຈັດສັນດັ່ງກ່າວບໍ? ມີໃຜທີ່ເວົ້າວ່າ “ຂ້ອຍອາດຈະບໍ່ເຖົ້າປານນັ້ນ, ແຕ່ຂ້ອຍກໍມີວຽກຫຼາຍທີ່ຕ້ອງເຮັດ, ຂ້ອຍເຮັດວຽກຫຼາຍກວ່າແປດຊົ່ວໂມງທຸກມື້. ວຽກຂອງຂ້ອຍອາດຈະບໍ່ມີປະສິດທິພາບປານນັ້ນ ແລະ ຂ້ອຍອາດຈະບໍ່ໄດ້ເຮັດມັນມາຫຼາຍປີ, ແຕ່ບາງຄັ້ງສຸຂະພາບຂອງຂ້ອຍກໍບໍ່ດີປານໃດຄືກັນ. ເປັນຫຍັງບໍ່ມີໃຜເບິ່ງແຍງຂ້ອຍ? ເມື່ອມີຂອງດີ, ກໍບໍ່ເຄີຍຮອດຮອບຂອງຂ້ອຍທີ່ຈະໄດ້ຮັບພວກມັນ, ແຕ່ເມື່ອມີວຽກທີ່ຕ້ອງເຮັດ, ກໍແມ່ນຂ້ອຍສະເໝີທີ່ຖືກຕາມຫາ”? ຄົນແບບນີ້ຄວນໄດ້ຮັບສ່ວນແບ່ງບໍ? ເນື່ອງຈາກພວກເຂົາກ້າພໍທີ່ຈະຂໍແບບນີ້, ກໍໃຫ້ເຫຼືອໄວ້ໃຫ້ພວກເຂົາແດ່, ນັ້ນສົມເຫດສົມຜົນບໍ? ພວກເຈົ້າຈະເຫັນດີນຳການເຮັດແບບນັ້ນບໍ? (ບໍ່ເຫັນດີ) ຖ້າເປັນເຮົາ, ເຮົາກໍຈະເຫັນດີ. ເປັນຫຍັງຕ້ອງກັງວົນກັບເລື່ອງແບບນັ້ນຫຼາຍ? ຜູ້ຄົນບໍ່ໄດ້ດຳລົງຊີວິດເພື່ອຄວາມສຸກ, ພວກເຂົາບໍ່ໄດ້ດຳລົງຊີວິດເພື່ອກິນ, ດື່ມ ແລະ ມ່ວນຊື່ນ. ເປັນຫຍັງຕ້ອງຍາດແຍ່ງສິ່ງຂອງແບບນັ້ນ? ຖ້າຫາກມີຄົນຢາກຍາດແຍ່ງມັນແທ້ໆ ແລະ ສະຖານະການຂອງພວກເຂົາກໍຂ້ອນຂ້າງເໝາະສົມ, ກໍໃຫ້ພວກເຂົາຊື່ນຊົມກັບສິ່ງຂອງເຫຼົ່ານັ້ນໜ້ອຍໜຶ່ງ. ພວກເຂົາຈະໄດ້ຮັບຄວາມໂປດປານເປັນພິເສດ, ແຕ່ເຈົ້າກໍບໍ່ໄດ້ເສຍຫາຍຫຍັງ, ບໍ່ຈຳເປັນຕ້ອງກັງວົນຫຼາຍ. ສະນັ້ນ, ສົມມຸດວ່າມີຄົນເວົ້າວ່າ “ເປັນຫຍັງເຈົ້າບໍ່ໃຫ້ຂ້ອຍແດ່? ສຸຂະພາບຂອງຂ້ອຍກໍບໍ່ດີຄືກັນ, ຖ້າຂ້ອຍໄດ້ກິນຂອງດີແທ້ໆ, ດ້ວຍສຸຂະພາບທີ່ດີຂຶ້ນ ຂ້ອຍກໍຈະສາມາດເຮັດວຽກໄດ້ຫຼາຍຂຶ້ນ ແລະ ອອກແຮງຫຼາຍຂຶ້ນເພື່ອເຮືອນຂອງພຣະເຈົ້າ ແລະ ວຽກຂອງຂ້ອຍກໍຈະມີປະສິດທິພາບຫຼາຍຂຶ້ນ”. ເນື່ອງຈາກພວກເຂົາໄດ້ຍື່ນຄຳຮ້ອງຂໍນີ້, ຢ່າເຮັດໃຫ້ພວກເຂົາອັບອາຍໂດຍການປະຕິເສດ, ຈົ່ງແບ່ງປັນໃຫ້ພວກເຂົາແດ່. ຄົນອື່ນບໍ່ຄວນກັງວົນຫຼາຍກັບເລື່ອງນີ້, ຈົ່ງມີໃຈກວ້າງຂຶ້ນໜ້ອຍໜຶ່ງ. ຖ້າບໍ່ມີສິ່ງຂອງເຫຼົ່ານັ້ນ ຊີວິດຂອງເຈົ້າກໍຈະບໍ່ດຳເນີນຕໍ່ໄປຄືເກົ່າບໍ? ສິ່ງທີ່ພຣະເຈົ້າມອບໃຫ້ຜູ້ຄົນນັ້ນບໍ່ໄດ້ຂາດເຂີນ, ມັນອຸດົມສົມບູນ ແລະ ເຫຼືອເຟືອ, ບໍ່ຈຳເປັນຕ້ອງຍາດແຍ່ງກັນ. ຖ້າມີສິ່ງຂອງພິເສດຢ່າງໜຶ່ງ ແລະ ບໍ່ມີໃຜຮູ້ສຶກວ່າພວກເຂົາຕ້ອງການມັນ ຫຼື ຕ້ອງການຊື່ນຊົມກັບມັນ, ແລ້ວຄົນປະເພດໃດກໍຕາມທີ່ຄົນສ່ວນຫຼາຍເຫັນດີວ່າເໝາະສົມທີ່ສຸດກໍຄວນເອົາມັນໃຫ້ຄົນນັ້ນໄປກິນ. ພວກເຮົາເນັ້ນໜັກເຖິງຄວາມເປັນມະນຸດ ແລະ ການຈັດສັນສິ່ງຂອງຢ່າງສົມເຫດສົມຜົນ. ຜູ້ທີ່ໄດ້ຮັບສິ່ງຂອງເຫຼົ່ານີ້ຄວນຍອມຮັບພວກມັນຈາກພຣະເຈົ້າ ແລະ ຂອບໃຈພຣະອົງສຳລັບພຣະຄຸນຂອງພຣະອົງ. ຄົນອື່ນບໍ່ຄວນຍາດແຍ່ງພວກມັນ. ຖ້າເຈົ້າເຮັດເຊັ່ນນັ້ນ, ເຈົ້າກໍເປັນຄົນບໍ່ມີເຫດຜົນ, ເຈົ້າກຳລັງຈົງໃຈສ້າງບັນຫາ ແລະ ເຈົ້າເຮັດເກີນຂອບເຂດ. ນີ້ແມ່ນວິທີທີ່ຄວນຈັດການກັບສະຖານະການພິເສດດັ່ງກ່າວ. ມີຫຼັກການສຳລັບສະຖານະການພິເສດ ແລະ ສະຖານະການທຳມະດາຄືກັນ, ພວກມັນບໍ່ຄວນຖືກປະຕິບັດຢ່າງບໍ່ຈຳແນກ, ແຮງໄກທີ່ຈະປະຕິບັດບົນພື້ນຖານຄວາມຕ້ອງການດ້ານຄວາມສຳພັນຂອງມະນຸດ. ເມື່ອສິ່ງຂອງເຫຼົ່ານີ້ຖືກຈັດສັນຢ່າງສົມເຫດສົມຜົນ, ຜູ້ນໍາ ແລະ ຜູ້ເຮັດວຽກກໍໄດ້ປະຕິບັດໜ້າທີ່ຂອງຕົນສຳເລັດ.

ໃນການຈັດສັນເຄື່ອງໃຊ້ປະຈຳວັນ ແລະ ອາຫານ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຄວນເຮັດເຊັ່ນນັ້ນໂດຍອີງໃສ່ສະຖານະການຕົວຈິງ, ຈຳນວນຄົນຕົວຈິງ ແລະ ປະລິມານທີ່ຕ້ອງການຕົວຈິງ ເພື່ອຈັດສັນສິ່ງຂອງເຫຼົ່ານັ້ນຢ່າງສົມເຫດສົມຜົນແທ້ໆ, ໂດຍມີຈຸດປະສົງເພື່ອບໍ່ໃຫ້ພວກມັນຖືກສິ້ນເປືອງ ຫຼື ເກີດການສູນເສຍ. ນີ້ແມ່ນຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດໃຫ້ສຳເລັດ. ບາງຄັ້ງ, ເມື່ອພວກເຂົາບໍ່ມີຄວາມເຂົ້າໃຈສະຖານະການສະເພາະ, ພວກເຂົາອາດຈະຈັດສັນສິ່ງຂອງບາງຢ່າງຕາມຫຼັກການພື້ນຖານ ແລະ ມາຮູ້ພາຍຫຼັງຜ່ານຄຳຕິຊົມຂອງທຸກຄົນ ແລະ ການຕິດຕາມກວດກາຕໍ່ມາວ່າ ການຈັດສັນນັ້ນບໍ່ສົມເຫດສົມຜົນ, ຍຶດຕິດກັບກົດລະບຽບໜ້ອຍໜຶ່ງ. ໃນກໍລະນີນັ້ນ, ພວກເຂົາຕ້ອງປັບປຸງໃນຄັ້ງຕໍ່ໄປ ເພື່ອຫຼີກລ່ຽງບໍ່ໃຫ້ບັນຫານັ້ນເກີດຂຶ້ນຊ້ຳ ແລະ ເພື່ອຫຼຸດຜ່ອນການສິ້ນເປືອງ ແລະ ການສູນເສຍ. ນັ້ນຄືການເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ. ແນ່ນອນ, ເພື່ອຫຼີກລ່ຽງຄວາມເສຍຫາຍ ແລະ ການສິ້ນເປືອງ, ໃນດ້ານໜຶ່ງ ພວກເຂົາຕ້ອງປຶກສາຫາລືໃຫ້ຫຼາຍຂຶ້ນເມື່ອຈັດສັນສິ່ງຕ່າງໆ; ພວກເຂົາຍັງຕ້ອງຍຶດໝັ້ນຕາມຫຼັກການຢ່າງເຂັ້ມງວດອີກດ້ວຍ. ນີ້ແມ່ນສິ່ງທີ່ຈຳເປັນ. ຢ່າມອບສິ່ງຂອງໃຫ້ຢ່າງບໍ່ຈຳແນກ, ບໍ່ມອບໃຫ້ຜູ້ທີ່ຕ້ອງການແທ້ໆ, ບໍ່ມອບໃຫ້ຜູ້ທີ່ປະຕິບັດໜ້າທີ່ຂອງຕົນຢ່າງຈິງໃຈ, ຜູ້ທີ່ມີຄວາມເປັນຈິງແຫ່ງຄວາມຈິງ, ແຕ່ພັດມອບໃຫ້ສະເພາະພວກປະຈົບປະແຈງທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ. ການເຮັດແບບນັ້ນເປັນການກະທຳຕາມຫຼັກການບໍ? (ບໍ່ແມ່ນ.) ການເຮັດແບບນັ້ນບໍ່ແມ່ນເຮັດຕາມອຳເພີໃຈບໍ? ການທີ່ບໍ່ປະຕິບັດຕາມຫຼັກການ ກໍໝາຍຄວາມວ່າບໍ່ໄດ້ເຮັດໜ້າທີ່ຂອງຕົນໃຫ້ສຳເລັດ. ການເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດໝາຍເຖິງຫຍັງ? ມັນບໍ່ແມ່ນການເຮັດພໍເປັນພິທີ ແລະ ການຍຶດໝັ້ນຕາມກົດລະບຽບ ແລະ ມັນບໍ່ແມ່ນວ່າຈະສຳເລັດໄດ້ໂດຍການເຮັດຕາມຂັ້ນຕອນທີ່ກຳນົດໄວ້, ແທນທີ່ຈະເປັນແນວນັ້ນ ມັນຄືການກະທຳໂດຍຍຶດໝັ້ນຕາມຫຼັກການທີ່ກຳນົດໂດຍເຮືອນຂອງພຣະເຈົ້າຢ່າງເຂັ້ມງວດແທ້ໆ, ພ້ອມທັງຮັບປະກັນວ່າບໍ່ມີກໍລະນີການສິ້ນເປືອງ ຫຼື ຄວາມເສຍຫາຍເກີດຂຶ້ນກັບສິ່ງຂອງໃດໆຂອງເຮືອນຂອງພຣະເຈົ້າ. ນັ້ນຈິ່ງຖືວ່າເປັນການເຮັດໜ້າທີ່ຮັບຜິດຊອບຂອງເຈົ້າໃຫ້ສຳເລັດຢ່າງແທ້ຈິງ. ຕົວຢ່າງ, ໃນການມອບໄຂ່ໃຫ້ຄົນຫ້າຄົນ, ເຈົ້າຄວນໃຫ້ຄົນລະໜ່ວຍຕໍ່ມື້ ແລະ ມອບໃຫ້ທຸກໆສິບມື້, ສະນັ້ນ ເຈົ້າຈະສົ່ງໄຂ່ຫ້າສິບໜ່ວຍພໍດີ. ໃນດ້ານໜຶ່ງ ເຈົ້າຄວນມອບໃຫ້ແບບນີ້ ເພາະມັນເປັນຈຳນວນໜ້ອຍ ແລະ ເບິ່ງແຍງງ່າຍ; ຍິ່ງໄປກວ່ານັ້ນ, ມັນເປັນປະລິມານທີ່ພໍດີສຳລັບພວກເຂົາທີ່ຈະກິນ. ການປະຕິບັດແບບນີ້ ໂດຍຕາມມາດຕະຖານ ແລະ ຂໍ້ກຳນົດທີ່ເຮືອນຂອງພຣະເຈົ້າກຳນົດ ແມ່ນຖືກຕ້ອງແລ້ວ, ມັນຄືການກະທຳຕາມຫຼັກການ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກ, ຍ້ອນຢ້ານຄວາມລຳບາກ, ໄດ້ມອບໄຂ່ໃຫ້ພວກເຂົາໃນປະລິມານສຳລັບໜຶ່ງຮ້ອຍມື້ໃນຄັ້ງດຽວ, ເຊິ່ງກໍຄືໄຂ່ຫ້າຮ້ອຍໜ່ວຍ, ນັ້ນຈະເໝາະສົມບໍ? ພວກເຈົ້າລອງບອກເຮົາເບິ່ງ, ໄຂ່ຫ້າສິບໜ່ວຍ ຫຼື ຫ້າຮ້ອຍໜ່ວຍ ອັນໃດຂົນສົ່ງ ແລະ ເບິ່ງແຍງງ່າຍກວ່າກັນ? (ຫ້າສິບໜ່ວຍ.) ຈຳນວນທີ່ໜ້ອຍກວ່າແມ່ນຂົນສົ່ງ ແລະ ເບິ່ງແຍງງ່າຍກວ່າ. ບາງຄົນກໍສົ່ງໃຫ້ໃນປະລິມານສຳລັບໜຶ່ງຮ້ອຍມື້ ແລະ ຜົນກໍຄື, ບາງໜ່ວຍກໍແຕກລະຫວ່າງທາງ ແລະ ບາງໜ່ວຍກໍຖືກບີບແຕກເມື່ອຖືກຍົກຍ້າຍຢູ່ປາຍທາງ. ດ້ວຍການແຕກຫັກເທື່ອລະເລັກເທື່ອລະໜ້ອຍ, ສ່ວນໜຶ່ງກໍໄດ້ຮັບຄວາມເສຍຫາຍ. ນອກຈາກນີ້, ເມື່ອຜູ້ຄົນເຫັນວ່າໄດ້ຮັບໄຂ່ຫຼາຍ, ພວກເຂົາກໍຈະໃຊ້ມັນຢ່າງສິ້ນເປືອງ ແລະ ດັ່ງນັ້ນ ພວກເຂົາກໍຈະບໍ່ມີໄຂ່ກິນກ່ອນມື້ທີ່ຈະມີການສົ່ງຄັ້ງຕໍ່ໄປ. ສະນັ້ນ, ເມື່ອໄຂ່ເຫຼົ່ານີ້ແຕກ ແລະ ໄດ້ຮັບຄວາມເສຍຫາຍ, ມັນບໍ່ແມ່ນການລະເລີຍຕໍ່ໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ກໍ່ໃຫ້ເກີດສິ່ງນີ້ບໍ? (ແມ່ນແລ້ວ.) ຖ້າພວກເຂົາຂໍຕື່ມ, ເຈົ້າຈະໃຫ້ພວກເຂົາໄດ້ບໍ? ຕາມຫຼັກການແລ້ວ, ເຈົ້າບໍ່ສາມາດໃຫ້ພວກເຂົາຕື່ມອີກກ່ອນວັນທີທີ່ກຳນົດ, ແຕ່ພວກເຂົາກໍຮູ້ສຶກນ້ອຍໃຈເມື່ອບໍ່ມີຫຍັງກິນ. ຈະຕ້ອງເຮັດແນວໃດໃນກໍລະນີນີ້? ເລື່ອງນີ້ຈຳເປັນຕ້ອງມີການຈັດສັນທີ່ສົມເຫດສົມຜົນ. ເມື່ອຈັດສັນສິ່ງຂອງເຫຼົ່ານີ້, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຍຶດໝັ້ນຕາມຫຼັກການຂອງການຈັດສັນຢ່າງສົມເຫດສົມຜົນ ແລະ ມາດຕະຖານທີ່ກຳນົດໂດຍເຮືອນຂອງພຣະເຈົ້າຢ່າງເດັດຂາດ, ໂດຍໃຫ້ມອບໃຫ້ຕົງເວລາ ແລະ ເປັນປະຈຳ. ນອກເໜືອຈາກນັ້ນ, ພວກເຂົາຕ້ອງເຂົ້າໃຈຢ່າງທັນທ່ວງທີວ່າມີກໍລະນີການສິ້ນເປືອງເກີດຂຶ້ນ ຫຼື ບໍ່, ມີການຂໍຕື່ມ ຫຼື ຮ້ອງຂໍສິ່ງຂອງທີ່ຂາດເຂີນຍ້ອນການສິ້ນເປືອງ ຫຼື ບໍ່ ແລະ ມີກໍລະນີການສິ້ນເປືອງກັບສິ່ງຂອງທີ່ມອບໃຫ້ແລ້ວຄົນບໍ່ມັກກິນ ຫຼື ບໍ່. ຕົວຢ່າງ, ຊີ້ນ ແລະ ຜັກຖືກມອບໃຫ້ທັງສອງຢ່າງ ແລະ ຄົນສ່ວນຫຼາຍມັກກິນຊີ້ນ, ສະນັ້ນ ພວກເຂົາອາດຈະກິນມັນໝົດພາຍໃນສາມຫາຫ້າມື້ ແລະ ເຮັດໃຫ້ຜັກເຫຼືອ. ຜັກເກັບໄວ້ໄດ້ບໍ່ດົນ; ບາງສ່ວນກໍເນົ່າເປື່ອຍຫຼັງຈາກຜ່ານໄປໄລຍະໜຶ່ງ ແລະ ດັ່ງນັ້ນ ມັນກໍໝົດກ່ອນທີ່ຈະມີການມອບຊຸດຕໍ່ໄປ. ຈາກນັ້ນ ບາງຄົນອາດຈະສະໝັກຂໍໃໝ່ ແລະ ຂໍຕື່ມອີກ. ໃນກໍລະນີແບບນີ້ ຄວນໃຫ້ຕື່ມອີກບໍ? ມັນສົມເຫດສົມຜົນບໍທີ່ຈະໃຫ້ພວກເຂົາຕື່ມອີກ? (ບໍ່ສົມເຫດສົມຜົນ.) ຄົນອື່ນກໍຈະລັກກິນຊີ້ນ ແລະ ໄຂ່ຈົນໝົດ ແລະ ກິນຜັກທຸກຊະນິດທີ່ພວກເຂົາມັກຈົນໝົດ ໃນຂະນະທີ່ໃຫ້ເຫດຜົນ ແລະ ຂໍ້ອ້າງຕ່າງໆນາໆເພື່ອບໍ່ກິນຜັກທີ່ພວກເຂົາບໍ່ມັກ. ເມື່ອຜັກເຫຼືອງ ແລະ ເນົ່າ, ພວກເຂົາກໍເວົ້າວ່າມັນກິນບໍ່ໄດ້ ແລະ ສຸດທ້າຍກໍເອົາໄປໃຫ້ໝູ ແລະ ໄກ່ກິນ ຫຼື ບໍ່ກໍພຽງແຕ່ຖິ້ມໄປ, ແລ້ວກໍຂໍຕື່ມອີກ. ເມື່ອຜູ້ນໍາ ແລະ ຜູ້ເຮັດວຽກພົບພໍ້ກໍລະນີແບບນີ້, ພວກເຂົາຈະຈັດການກັບມັນແນວໃດ? ຖ້າພວກເຂົາເວົ້າວ່າ “ຄັ້ງໜ້າຂ້ອຍຈະໃຫ້ພວກເຈົ້າຫຼາຍຂຶ້ນ ເພາະເຫັນວ່າມັນບໍ່ພຽງພໍ, ຂ້ອຍຈະຈັດຫາໃຫ້ພວກເຈົ້າຕື່ມ ເພາະພວກເຈົ້າກິນຫຼາຍ”, ນັ້ນແມ່ນວິທີທີ່ເໝາະສົມໃນການຈັດການກັບມັນບໍ? ນັ້ນບໍ່ແມ່ນການກະທຳແບບບໍ່ລືມຫູລືມຕາບໍ? (ແມ່ນແລ້ວ.) ພວກເຂົາຕາບອດແນວໃດ? (ພວກເຂົາບໍ່ເຂົ້າໃຈສະຖານະການຕົວຈິງ: ເຫດຜົນຫຼັກທີ່ອາຫານທີ່ພວກເຂົາມອບໃຫ້ບໍ່ພຽງພໍກໍຄືມັນຖືກເຮັດໃຫ້ສິ້ນເປືອງ.) ພວກເຂົາຟ້າວສະຫຼຸບໂດຍບໍ່ເຂົ້າໃຈສະຖານະການຕົວຈິງ. ໃນສະຖານທີ່ສ່ວນໃຫຍ່, ອາຫານທີ່ມອບໃຫ້ຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າແມ່ນພຽງພໍທີ່ຈະກິນ. ເປັນຫຍັງມັນຈຶ່ງບໍ່ເຄີຍພຽງພໍສຳລັບສະຖານທີ່ນັ້ນພຽງແຫ່ງດຽວ? ນັ້ນບໍ່ຈຳເປັນຕ້ອງມີການສືບສວນສະເພາະບໍ? ພວກເຂົາຕ້ອງໄປທີ່ສະຖານທີ່ນັ້ນ ແລະ ສອບຖາມກ່ຽວກັບສະຖານະການຢ່າງລະມັດລະວັງ ແລະ ຢ່າງລະອຽດ ເພື່ອເບິ່ງວ່າມີຫຍັງເກີດຂຶ້ນ. ໃນທີ່ສຸດ, ຜ່ານການສືບສວນ ແລະ ການທຳຄວາມເຂົ້າໃຈຂອງພວກເຂົາ, ພວກເຂົາກໍພົບວ່າຄົນຄົວໃນສະຖານທີ່ນັ້ນເປັນຄົນບໍ່ດີ ແລະ ຂາດສິນທຳ, ຜູ້ທີ່ເອົາອາຫານຂອງຄົນໄປໃຫ້ໄກ່ກິນ, ໂດຍເຈດຕະນາເຮັດໃຫ້ອາຫານຂອງເຮືອນຂອງພຣະເຈົ້າສິ້ນເປືອງ. ພວກເຂົາຂ້ອນຂ້າງເລືອກກິນ ແລະ ມັກກິນແຕ່ຂອງແຊບ. ພວກເຂົາຈະບໍ່ກິນຜັກເມື່ອບໍ່ມີຊີ້ນ ແລະ ເມື່ອມີຊີ້ນ, ພວກເຂົາກໍຈະບໍ່ກິນແມ່ນແຕ່ເຕົ້າຮູ້. ເມື່ອພວກເຂົາໄດ້ໄຂ່, ພວກເຂົາກໍກິນມັນທຸກຄາບ. ພວກເຂົາເລືອກກິນແຕ່ອາຫານແຊບໆ ແລະ ບໍ່ກິນຜັກທຳມະດາເລີຍ, ທັງບໍ່ສົນໃຈວ່າມັນຈະເນົ່າເປື່ອຍ. ການທຳຄວາມເຂົ້າໃຈໄດ້ສະແດງໃຫ້ເຫັນວ່າຄົນຄົວເປັນຄົນບໍ່ດີ, ແລ້ວພວກເຂົາຄວນໄດ້ຮັບການເພີ່ມປະລິມານໃນຄັ້ງຕໍ່ໄປທີ່ມອບສິ່ງຂອງໃຫ້ບໍ? (ບໍ່ຄວນ.) ການບໍ່ໃຫ້ພວກເຂົາຕື່ມອີກແມ່ນທັງໝົດທີ່ຕ້ອງເຮັດແລ້ວບໍ? ບັນຫານີ້ຈະຖືກຈັດການແນວໃດ ເມື່ອຖືກຄົ້ນພົບ? ໃຫ້ປ່ຽນພວກເຂົາອອກທັນທີ; ປ່ຽນພວກເຂົາອອກດ້ວຍຄົນທີ່ມີຄວາມເປັນມະນຸດແດ່ເພື່ອຮັບຜິດຊອບໜ້າທີ່ນັ້ນ. ໃຫ້ຄົ້ນພົບ ແລະ ແກ້ໄຂບັນຫາໂດຍທັນທີ ແລະ ກຳຈັດຄົນຊົ່ວຊ້າເຊັ່ນນັ້ນ, ຄົນຖ່ອຍເຊັ່ນນັ້ນ. ບາງຄົນອາດຈະຖາມວ່າ “ເນື່ອງຈາກພວກເຂົາບໍ່ໄດ້ແຕ່ງກິນອີກຕໍ່ໄປ, ມັນຈະເປັນການດີບໍທີ່ຈະໃຫ້ພວກເຂົາລ້ຽງໄກ່?” (ບໍ່ໄດ້.) ຖ້າພວກເຂົາລ້ຽງໄກ່, ໄກ່ກໍຈະບໍ່ໄຂ່; ຖ້າພວກເຂົາລ້ຽງໝູ, ໝູກໍຈະຈ່ອຍຜອມ. ມັນຈະບໍ່ເປັນການດີທີ່ຈະໃຫ້ພວກເຂົາລ້ຽງຫຍັງເລີຍ. ຄົນປະເພດນີ້ຕ້ອງຖືກສົ່ງໄປ, ພວກເຂົາບໍ່ເໝາະສົມທີ່ຈະປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ. ຖ້າພົບເຫັນບັນຫາອື່ນໆໃນຂະນະທີ່ຈັດສັນວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ, ກໍຄວນແກ້ໄຂພວກມັນໂດຍທັນທີເຊັ່ນກັນ. ເປົ້າໝາຍຂອງການແກ້ໄຂບັນຫາເຫຼົ່ານີ້ແມ່ນຫຍັງ? ເພື່ອຫຼຸດຜ່ອນການສິ້ນເປືອງ ແລະ ຄວາມເສຍຫາຍທີ່ເກີດຂຶ້ນກັບວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ. ບາງຄົນອາດຈະຖາມວ່າ “ເພື່ອແກ້ໄຂບັນຫາເຫຼົ່ານັ້ນ, ຄົນເຮົາຕ້ອງໄປສືບສວນໃນເຮືອນຄົວ. ບໍ່ແມ່ນວ່າພຣະອົງເຄີຍເວົ້າບໍວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນເຮືອນຄົວ? ເປັນຫຍັງຕອນນີ້ພວກເຂົາຈຶ່ງໄດ້ຮັບອະນຸຍາດ?” ນັ້ນເປັນຄົນລະເລື່ອງກັນ. ເຮົາບໍ່ໄດ້ເວົ້າວ່າພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ໄປ, ມັນເປັນການໄຈ້ແຍກກ່ຽວກັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ບໍ່ຮູ້ວິທີເຮັດວຽກ, ປ່ອຍເວລາໄປລ້າໆ ແລະ ຍ່າງຫຼິ້ນໄປມາ, ເພີດເພີນກັບຜົນປະໂຫຍດຈາກສະຖານະ, ໄປເຮືອນຄົວສະເໝີເພື່ອຊອກຫາຂອງດີກິນ. ໃນກໍລະນີປັດຈຸບັນ, ພວກເຂົາກຳລັງໄປເຮືອນຄົວເພື່ອແກ້ໄຂບັນຫາ, ບໍ່ແມ່ນເພື່ອຊອກຫາຂອງດີກິນ. ໃຫ້ໄປເມື່ອເຈົ້າຄວນໄປ ແລະ ຢ່າໄປເມື່ອເຈົ້າບໍ່ຄວນໄປ. ຜູ້ນໍາ ແລະ ຜູ້ເຮັດວຽກມີວຽກຫຼາຍທີ່ຕ້ອງເຮັດ ແລະ ນີ້ກໍເປັນໜຶ່ງໃນໜ້າວຽກຂອງພວກເຂົາ, ເປັນໜ້າວຽກທີ່ບັນຫາສະເພາະຂອງມັນຈະສາມາດຮູ້ໄດ້ກໍຕໍ່ເມື່ອໄດ້ເຂົ້າໄປໃນເຮືອນຄົວຢ່າງເລິກເຊິ່ງ ແລະ ທຳຄວາມເຂົ້າໃຈລາຍລະອຽດ. ຖ້າພົບວ່າຄົນຄົວບໍ່ເໝາະສົມ, ກໍຕ້ອງປົດພວກເຂົາອອກທັນທີ ແລະ ປ່ຽນແທນດ້ວຍຄົນທີ່ເໝາະສົມ. ການເຮັດເຊັ່ນນັ້ນຮັບປະກັນວ່າສິ່ງຂອງທີ່ມອບໃຫ້ໂດຍເຮືອນຂອງພຣະເຈົ້າຈະບໍ່ຖືກເຮັດໃຫ້ສິ້ນເປືອງ ແລະ ເນົ່າເປື່ອຍ. ບໍ່ວ່າເຮົາຈະເວົ້າແນວໃດກໍຕາມ, ຂໍ້ກຳນົດຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍຄືພວກເຂົາຕ້ອງເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ, ຖ້າມັນເປັນສິ່ງທີ່ເຈົ້າຄວນກັງວົນ ແລະ ເຮັດ, ເຈົ້າກໍຕ້ອງກັງວົນ ແລະ ເຮັດມັນຢ່າງເດັດຂາດ. ເຈົ້າຕ້ອງສັງເກດດ້ວຍຕາຂອງເຈົ້າ ແລະ ໃຊ້ຫູຂອງເຈົ້າເພື່ອຮັບຟັງຢ່າງຕັ້ງໃຈຕໍ່ສິ່ງທີ່ຄົນແຕ່ລະປະເພດເວົ້າ ແລະ ແນ່ນອນ, ເຈົ້າຍັງຕ້ອງຮຽນຮູ້ດ້ວຍໃຈທີ່ຈະມີຄວາມຄິດເຫັນ, ຄວາມຄິດ ແລະ ການແຍກແຍະກ່ຽວກັບສິ່ງຕ່າງໆທຸກປະເພດ; ອີກສ່ວນໜຶ່ງທີ່ສຳຄັນກໍຄືການເອົາໃຈໃສ່ຕໍ່ຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດໃຫ້ປະຕິບັດຕາມ ແລະ ບໍ່ປ່ຽນແປງຈາກຫຼັກການເຫຼົ່ານັ້ນໃນເວລາໃດກໍຕາມ. ບໍ່ວ່າເຈົ້າຈະເຮັດວຽກຫຍັງກໍຕາມ, ເຈົ້າຕ້ອງເຂົ້າໃຈກ່ອນວ່າຫຼັກການ ແລະ ກົດລະບຽບທີ່ເຮືອນຂອງພຣະເຈົ້າກຳນົດແມ່ນຫຍັງ; ກ່ອນທີ່ເຈົ້າຈະເລີ່ມເຮັດວຽກ, ເຈົ້າຕ້ອງຖາມຕົວເອງຫຼາຍໆຄັ້ງດ້ວຍຄຳຖາມເຊັ່ນ: ຂ້ອຍເຂົ້າໃຈຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດແຈ່ມແຈ້ງແລ້ວບໍ? ຄວນເຮັດແນວໃດ ຖ້າຈະເຮັດຕາມຫຼັກການຂອງເຮືອນຂອງພຣະເຈົ້າ? ຄວນເຮັດແນວໃດຕາມຫຼັກການໃນສະຖານະການພິເສດ? ຈະຈັດການແນວໃດໃນສະຖານະການທຳມະດາ? ເຈົ້າຕ້ອງຖາມຕົວເອງດ້ວຍຄຳຖາມເຫຼົ່ານີ້ ແລະ ຄຳຖາມອື່ນໆໃຫ້ຫຼາຍຂຶ້ນຢ່າງເດັດຂາດກ່ອນທີ່ເຈົ້າຈະເລີ່ມເຮັດວຽກ ແລະ ອະທິຖານຕໍ່ໜ້າພຣະເຈົ້າໃຫ້ຫຼາຍຂຶ້ນ. ສ່ວນໜຶ່ງແມ່ນການກວດສອບຕົນເອງ; ອີກສ່ວນໜຶ່ງແມ່ນການຍອມຮັບການກວດສອບຂອງພຣະເຈົ້າ. ການເຮັດເຊັ່ນນັ້ນຊ່ວຍໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກເຮັດຜິດພາດໜ້ອຍລົງ ແລະ ບ່ຽງເບນໜ້ອຍລົງໃນວຽກງານຂອງພວກເຂົາ, ຫຼຸດຜ່ອນການສິ້ນເປືອງວັດຖຸສິ່ງຂອງຂອງເຮືອນຂອງພຣະເຈົ້າ ແລະ ຫຼຸດຜ່ອນການສູນເສຍທີ່ເກີດຂຶ້ນກັບເຮືອນຂອງພຣະອົງ. ສິ່ງທີ່ສຳຄັນກວ່ານັ້ນກໍຄື ການເຮັດເຊັ່ນນັ້ນເປັນການຍຶດໝັ້ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ເຮັດໜ້າທີ່ຮັບຜິດຊອບເຫຼົ່ານັ້ນໃຫ້ສຳເລັດ. ມັນຄືສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດຢ່າງແທ້ຈິງ. ນີ້ຄືຂໍ້ກຳນົດຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ການປົກປ້ອງ ແລະ ການຈັດສັນວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າບໍ່ແມ່ນໜ້າວຽກທີ່ຊັບຊ້ອນ. ໃນດ້ານໜຶ່ງ, ມັນເປັນເລື່ອງຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ຕ້ອງຄຸ້ນເຄີຍກັບຫຼັກການດ້ວຍຕົນເອງ; ອີກດ້ານໜຶ່ງກໍຄື ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໂອ້ລົມກ່ຽວກັບຫຼັກການເຫຼົ່ານີ້ໃຫ້ຫຼາຍຂຶ້ນກັບຜູ້ທີ່ຮັບຜິດຊອບຈັດການວັດຖຸສິ່ງຂອງຕ່າງໆ, ຕິດຕາມສິ່ງຕ່າງໆໃຫ້ຫຼາຍຂຶ້ນ ແລະ ພະຍາຍາມທຳຄວາມເຂົ້າໃຈສິ່ງຕ່າງໆໃຫ້ຫຼາຍຂຶ້ນ ແລະ ສືບສວນກ່ຽວກັບສະຖານະການຈັດການໃຫ້ຫຼາຍຂຶ້ນ, ພ້ອມທັງໂອ້ລົມໃຫ້ຫຼາຍຂຶ້ນກັບຜູ້ຮັບຜິດຊອບການຈັດສັນວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ ເພື່ອໃຫ້ພວກເຂົາກຳແໜ້ນຫຼັກການເຫຼົ່ານີ້ຢ່າງລະອຽດຖີ່ຖ້ວນຫຼາຍຂຶ້ນ. ແນ່ນອນ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງສອບຖາມ ແລະ ຖາມຢ່າງຕໍ່ເນື່ອງວ່າຄົນເຫຼົ່ານັ້ນຈັດສັນ ແລະ ມອບສິ່ງຂອງແນວໃດ ແລະ ມີສະຖານະການພິເສດໃດໆ ຫຼື ບໍ່, ຕົວຢ່າງ, ຜູ້ຮັບຜິດຊອບໄດ້ຈັດສັນສິ່ງຂອງຕາມຫຼັກການທີ່ເຮືອນຂອງພຣະເຈົ້າກຳນົດໃນລະດູການຕ່າງໆ, ໃນເວລາຕ່າງໆ ແລະ ໃນກໍລະນີທີ່ຄົນປະເພດຕ່າງໆມີຄວາມຕ້ອງການທີ່ແຕກຕ່າງກັນ ຫຼື ບໍ່. ເປົ້າໝາຍໃນການເຮັດເຊັ່ນນັ້ນກໍຄືເພື່ອເຮັດໃຫ້ສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າສາມາດເຮັດໜ້າທີ່ຂອງຕົນໄດ້ຢ່າງມີປະສິດທິພາບ ແລະ ຖືກນຳໃຊ້ຢ່າງສົມເຫດສົມຜົນໃນຂອບເຂດທີ່ເປັນໄປໄດ້ສູງສຸດ ແລະ ຖືກເກັບຮັກສາໄວ້ໃນການດູແລທີ່ດີທີ່ສຸດ, ດ້ວຍການບຳລຸງຮັກສາທີ່ດີທີ່ສຸດ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?