ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (11) ສ່ວນທີ ໜຶ່ງ
ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກ່ຽວກັບຂໍ້ທີເກົ້າໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເຊິ່ງກໍຄື: “ໃຫ້ສື່ສານ, ມອບໝາຍ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດຂອງມັນ, ໃຫ້ການຊີ້ນໍາ, ການກວດກາ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດຂອງພວກເຂົາ”. ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດໃຫ້ສຳເລັດ ແລະ ວຽກງານທີ່ພວກເຂົາຕ້ອງເຮັດ ແລະ ພວກເຮົາຍັງໄດ້ໄຈ້ແຍກພຶດຕິກຳຈຳນວນໜຶ່ງຂອງຜູ້ນໍາປອມ. ເຖິງແມ່ນວ່າພວກເຮົາບໍ່ໄດ້ໂອ້ລົມກ່ຽວກັບລາຍລະອຽດສະເພາະກ່ຽວກັບວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຈັດຕັ້ງປະຕິບັດການຈັດແຈງວຽກງານແຕ່ລະຢ່າງ, ແຕ່ພວກເຮົາໄດ້ໂອ້ລົມກ່ຽວກັບລາຍລະອຽດສະເພາະຂອງຫຼັກການສຳລັບການຈັດຕັ້ງປະຕິບັດການຈັດແຈງເຫຼົ່ານັ້ນ, ຕະຫຼອດຈົນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ. ຜ່ານການໂອ້ລົມຂອງພວກເຮົາກ່ຽວກັບຂໍ້ທີເກົ້າ, ພວກເຈົ້າໄດ້ຮັບຄຳນິຍາມທີ່ສະເພາະເຈາະຈົງ ແລະ ຖືກຕ້ອງກວ່າເກົ່າກ່ຽວກັບວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດແລ້ວບໍ? ຕອນນີ້ພວກເຈົ້າເຂົ້າໃຈແຈ້ງແລ້ວບໍກ່ຽວກັບວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ? ສິ່ງສຳຄັນສຳລັບພວກເຂົາກໍຄືການຈັດຕັ້ງປະຕິບັດວຽກງານຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ການຈັດແຈງວຽກງານຂອງເຮືອນຂອງພຣະອົງ. ໂດຍພື້ນຖານແລ້ວກໍແມ່ນເທົ່ານັ້ນ. ຕອນນີ້, ພວກເຮົາທຸກຄົນກໍເຂົ້າໃຈແຈ້ງແລ້ວ. ວຽກງານໃດທີ່ຜູ້ນໍາ ຫຼື ຜູ້ເຮັດວຽກຕ້ອງເຮັດໃນເຮືອນຂອງພຣະເຈົ້າ ແລະ ຄວາມຮັບຜິດຊອບຂອງພວກເຂົາແມ່ນຫຍັງ, ຄວນຈະໄດ້ຮັບການໂອ້ລົມກັນຢ່າງລະອຽດພໍສົມຄວນໃນຂໍ້ທີເກົ້າ. ໂດຍພື້ນຖານແລ້ວແມ່ນຄົບຖ້ວນ. ຂອບເຂດຄວາມຮັບຜິດຊອບຂອງພວກເຂົາໄດ້ຖືກກຳນົດໄວ້ ແລະ ວຽກງານທີ່ພວກເຂົາຄວນເຮັດ, ຕະຫຼອດຈົນວິທີທີ່ພວກເຂົາຄວນເຮັດ ກໍໄດ້ລະບຸໄວ້ຢ່າງຊັດເຈນເຊັ່ນກັນ. ຖ້າໃຜຜູ້ໜຶ່ງຍັງບໍ່ຮູ້ວິທີເຮັດວຽກທີ່ເປັນຮູບປະທຳຕອນນີ້ທີ່ມັນໄດ້ຖືກລະບຸໄວ້ຢ່າງຊັດເຈນແລ້ວ, ນັ້ນເປັນບັນຫາຂອງການທີ່ພວກເຂົາມີຄວາມສາມາດຕໍ່າ. ພວກເຂົາກໍແມ່ນຜູ້ນໍາປອມປະເພດໜຶ່ງທີ່ບໍ່ສາມາດເຮັດວຽກໄດ້. ຍັງມີຜູ້ນໍາປອມອີກປະເພດໜຶ່ງທີ່ຈັດແຈງວຽກງານໂດຍອີງໃສ່ພຽງແຕ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ ແລະ ໃຊ້ຄົນຢ່າງຊະຊາຍ, ສົ່ງຜົນໃຫ້ມີຄົນເຮັດວຽກຫຼາຍເກີນໄປ. ບໍ່ພຽງແຕ່ວຽກງານຈະບໍ່ໄດ້ຖືກເຮັດເປັນຢ່າງດີເທົ່ານັ້ນ, ພວກເຂົາຍັງເຮັດໃຫ້ມັນສັບສົນວຸ້ນວາຍຢ່າງສົມບູນ, ເຮັດໃຫ້ມັນບໍ່ມີທາງໄປຕໍ່. ຜູ້ນໍາປອມຈະບໍ່ຈັດຕັ້ງປະຕິບັດການຈັດແຈງວຽກງານຈັກເທື່ອ, ແຮງໄກທີ່ຈະເຮັດວຽກຕົວຈິງ. ພວກເຂົາພຽງແຕ່ເຮັດວຽກທີ່ພວກເຂົາມັກ, ໂດຍສຸມໃສ່ພຽງແຕ່ວຽກງານທົ່ວໄປ; ເມື່ອພວກເຂົາເຮັດວຽກ, ພວກເຂົາຮູ້ພຽງແຕ່ວິທີອອກຄຳສັ່ງ ແລະ ຮ້ອງປ່າວຄຳຂວັນກັບຫຼັກຄຳສອນທີ່ໄຮ້ເນື້ອໃນ. ພວກເຂົາບໍ່ເຄີຍຕິດຕາມວຽກງານ, ທັງບໍ່ສົນໃຈວ່າມັນມີປະສິດທິຜົນ ຫຼື ບໍ່. ນີ້ແມ່ນຜູ້ນໍາປອມປະເພດໜຶ່ງ. ສະຫຼຸບແລ້ວ, ບໍ່ວ່າຄົນໃດຄົນໜຶ່ງຈະບໍ່ສາມາດເຮັດວຽກຕົວຈິງໄດ້ ຫຼື ບໍ່ເຮັດວຽກຕົວຈິງໃນຖານະຜູ້ນໍາ, ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ຖ້າພວກເຂົາບໍ່ສາມາດເຮັດສຳເລັດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ເຮັດວຽກງານແຫ່ງການຝາກຝັງຂອງພຣະເຈົ້າ ແລະ ຖ້າພວກເຂົາບໍ່ສາມາດຈັດການເພື່ອຈັດຕັ້ງປະຕິບັດວຽກງານຕ່າງໆທີ່ຈັດແຈງໂດຍເຮືອນຂອງພຣະເຈົ້າໄດ້, ແລ້ວພວກເຂົາກໍແມ່ນຜູ້ນໍາປອມ.
ຜ່ານການໂອ້ລົມຂອງພວກເຮົາກ່ຽວກັບຄວາມຮັບຜິດຊອບທັງເກົ້າຂໍ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ການເປີດໂປງວິທີການຕ່າງໆທີ່ຜູ້ນໍາປອມສະແດງອອກ, ຕອນນີ້ພວກເຈົ້າໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈພື້ນຖານບາງຢ່າງກ່ຽວກັບວິທີເຮັດໃຫ້ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກສຳເລັດແລ້ວບໍ? (ແມ່ນແລ້ວ.) ແລ້ວພວກເຈົ້າເຫັນວ່າວຽກງານຂອງເຮືອນຂອງພຣະເຈົ້າເຮັດງ່າຍບໍ? ຂໍ້ກຳນົດຕໍ່ມະນຸດສູງບໍ? ພວກມັນເກີນຂອບເຂດບໍ? (ພວກມັນບໍ່ສູງ; ພວກມັນລ້ວນແຕ່ເປັນຂໍ້ກຳນົດທີ່ພວກເຮົາສາມາດເຮັດໄດ້.) ມີຜູ້ນໍາ ແລະ ຜູ້ເຮັດວຽກຄົນໃດບໍທີ່ເວົ້າວ່າ: “ມີລາຍການ ແລະ ປະເພດວຽກງານຫຼາຍເກີນໄປທີ່ເຮືອນຂອງພຣະເຈົ້າກຳນົດໃຫ້ພວກເຮົາເຮັດ. ຍິ່ງຜູ້ນໍາຢູ່ໃນຕຳແໜ່ງສູງຂຶ້ນເທົ່າໃດ, ຂອບເຂດວຽກງານຂອງພວກເຂົາກໍຍິ່ງກວ້າງຂວາງຂຶ້ນ ແລະ ລາຍການວຽກງານທີ່ພວກເຂົາຮັບຜິດຊອບກໍຍິ່ງຫຼາຍຂຶ້ນເທົ່ານັ້ນ. ເພື່ອເຮັດວຽກງານນັ້ນໃຫ້ດີ ແລະ ເຫັນວ່າມັນຖືກຈັດຕັ້ງປະຕິບັດຕາມຂໍ້ກຳນົດຂອງເບື້ອງເທິງ, ພວກເຮົາຄົງຈະເມື່ອຍຕາຍ, ບໍ່ແມ່ນບໍ?” ມີໃຜລົ້ມປ່ວຍຍ້ອນຄວາມອິດເມື່ອຍຈາກການເຮັດວຽກທີ່ເປັນຮູບປະທຳທັງໝົດໄດ້ດີ, ຈາກການຈັດຕັ້ງປະຕິບັດວຽກງານທຸກລາຍການຈົນເຖິງບ່ອນທີ່ມັນຄວນຈະເປັນບໍ? (ບໍ່.) ມີໃຜເຈັບປ່ວຍຍ້ອນຄວາມອິດເມື່ອຍບໍ? ມີໃຜຫຍຸ້ງຫຼາຍຈົນບໍ່ມີເວລາກິນເຂົ້າ ຫຼື ນອນບໍ? (ບໍ່.) ບາງຄົນອາດຈະເວົ້າວ່າ “ເຈົ້າໝາຍຄວາມວ່າແນວໃດ, ບໍ່ມີ? ບາງຄົນກໍເມື່ອຍກັບການເຮັດວຽກງານຂອງຄຣິສຕະຈັກ, ເພາະພວກເຂົາໃຊ້ເວລາດົນໂດຍບໍ່ສາມາດກິນເຂົ້າຕາມເວລາປົກກະຕິ ຫຼື ເຮັດວຽກ ແລະ ພັກຜ່ອນຢ່າງເປັນລະບຽບ, ໂດຍມີການອອກແຮງງານ ແລະ ການພັກຜ່ອນທີ່ສົມດຸນກັນ. ພວກເຂົາລົງທ້າຍດ້ວຍການເຈັບປ່ວຍຍ້ອນຄວາມອິດເມື່ອຍ”. ພວກເຈົ້າເຄີຍໄດ້ຍິນສະຖານະການເຊັ່ນນີ້ເກີດຂຶ້ນບໍ? (ບໍ່.) ມີໃຜທີ່ຫຼັງຈາກໄດ້ຍິນຂໍ້ທີເກົ້າ ແລະ ເຫັນເນື້ອໃນສະເພາະຂອງລາຍການວຽກງານຕ່າງໆໃນເຮືອນຂອງພຣະເຈົ້າ, ຕະຫຼອດຈົນມາດຕະຖານທີ່ຈຳເປັນສຳລັບຜູ້ນໍາ ແລະ ຜູ້ເຮັດວຽກໃນການເຮັດວຽກສະເພາະນີ້, ແລ້ວຮູ້ສຶກຢ້ານກົວ ແລະ ຫວາດຫວັ່ນບໍ? ພວກເຂົາຮູ້ສຶກວ່າ “ການເປັນຜູ້ນໍາ ຫຼື ຜູ້ເຮັດວຽກບໍ່ແມ່ນເລື່ອງງ່າຍ, ຖ້າບໍ່ມີຮ່າງກາຍທີ່ແຂງແຮງ, ຄວາມສາມາດທີ່ດີ, ຈິດໃຈທີ່ກວ້າງຂວາງ, ທັງບໍ່ມີພະລັງງານ ແລະ ຄວາມເຂັ້ມແຂງທີ່ເໜືອມະນຸດແລ້ວ, ແມ່ນໃຜກັນທີ່ຈະສາມາດເຮັດວຽກໄດ້ດີ?” ມີໃຜເຄີຍຄິດແບບນີ້ບໍ? ມັນສົມເຫດສົມຜົນບໍ? (ບໍ່.) ແມ່ນຫຍັງເຮັດໃຫ້ມັນບໍ່ສົມເຫດສົມຜົນ? ກ່ອນອື່ນ, ເມື່ອປະຕິບັດວຽກງານຂອງເຮືອນຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະຢູ່ໃນລະດັບໃດກໍຕາມ ແລະ ບໍ່ວ່າຄວາມຮັບຜິດຊອບຂອງພວກເຂົາຈະເປັນແບບຄົບຖ້ວນ ຫຼື ສຳລັບວຽກງານລາຍການດຽວ, ຢ່າງໜ້ອຍ ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດວຽກງານຫຼັກຂອງພວກເຂົາໃຫ້ດີ, ພ້ອມກັບວຽກງານເພີ່ມເຕີມໜຶ່ງ ຫຼື ສອງລາຍການ ເປັນຢ່າງຫຼາຍທີ່ສຸດ. ເຖິງແມ່ນວ່າພວກເຂົາຈະໄດ້ຮັບມອບໝາຍວຽກງານທີ່ຄົບຖ້ວນ, ນັ້ນກໍບໍ່ໄດ້ໝາຍຄວາມວ່າພວກເຂົາຈະຕ້ອງໃຫ້ການຕິດຕາມ ຫຼື ການຊີ້ນໍາທີ່ຄົບຖ້ວນ. ພວກເຂົາຕ້ອງສຸມໃສ່ການຮັບຜິດຊອບວຽກງານທີ່ສຳຄັນທີ່ສຸດ ຫຼື ເອົາໃຈໃສ່ກັບຈຸດອ່ອນໃນວຽກງານບາງລາຍການໄປພ້ອມໆກັນ. ບາງຄົນອາດຈະເຕັມໄປດ້ວຍພະລັງງານ, ມີຄວາມຮັບຜິດຊອບສູງ ແລະ ມີຄວາມສາມາດທີ່ດີ ແລະ ພວກເຂົາສາມາດເຮັດວຽກງານທີ່ຫຼາກຫຼາຍດ້ານໃນຂອບເຂດກວ້າງ, ແຕ່ວຽກງານຫຼັກຂອງພວກເຂົາສ່ວນໃຫຍ່ປະກອບດ້ວຍວຽກງານພຽງໜຶ່ງ ຫຼື ສອງລາຍການເທົ່ານັ້ນ. ສ່ວນວຽກງານອື່ນໆ, ພວກເຂົາພຽງແຕ່ຕ້ອງໄຕ່ຖາມ, ສອບຖາມ ແລະ ພະຍາຍາມເຂົ້າໃຈມັນ ແລະ ແກ້ໄຂພຽງແຕ່ບັນຫາທີ່ພວກເຂົາຄົ້ນພົບເທົ່ານັ້ນ. ນັ້ນແມ່ນສ່ວນໜຶ່ງຂອງມັນ. ອີກສ່ວນໜຶ່ງກໍຄື ເຖິງແມ່ນວ່າພວກເຂົາຈະຮັບຜິດຊອບວຽກງານຫຼາຍລາຍການພ້ອມກັນ, ພວກເຂົາກໍພຽງແຕ່ຕ້ອງເພິ່ງພາຜູ້ຮັບຜິດຊອບຫຼັກເພື່ອເຮັດວຽກງານເຫຼົ່ານັ້ນ. ສິ່ງທີ່ພວກເຂົາເຮັດທັງໝົດກໍຄືການຕິດຕາມກວດກາວຽກງານຕ່າງໆ, ກວດກາພວກມັນ ແລະ ຊີ້ນໍາພວກມັນ; ວຽກງານຫຼັກທີ່ພວກເຂົາຕ້ອງເຮັດດ້ວຍຕົນເອງຍັງຄົງເປັນວຽກງານລາຍການດຽວ. ແລ້ວຄົນເຮົາຈະເມື່ອຍກັບການເຮັດວຽກງານລາຍການດຽວບໍ? (ບໍ່.) ຖ້າຄວາມສາມາດຂອງບຸກຄົນນັ້ນພຽງພໍ ແລະ ຄວາມຄິດຂອງພວກເຂົາຍືດຍຸ່ນ, ພວກເຂົາຈະຈັດແຈງວຽກງານຢ່າງສົມເຫດສົມຜົນໃນແງ່ຂອງການຈັດສັນເວລາ ແລະ ວິທີເຮັດໃຫ້ມັນມີປະສິດທິພາບ. ວຽກງານຂອງພວກເຂົາຈະບໍ່ສັບສົນວຸ້ນວາຍ ແລະ ຂາດແບບແຜນ. ພວກເຂົາຈະບໍ່ເບິ່ງຄືວ່າຫຍຸ້ງຫຼາຍ, ພວກເຂົາຈະເຮັດວຽກໄປຕາມລຳດັບຂັ້ນຕອນ, ແຕ່ວຽກງານຈະບໍ່ຂາດປະສິດທິພາບ ແລະ ມັນຈະໃຫ້ຜົນດີ. ນັ້ນແມ່ນຄົນທີ່ມີຄວາມສາມາດ, ຜູ້ທີ່ຮູ້ວິທີຈັດສັນກຳລັງຄົນ ແລະ ເວລາຢ່າງສົມເຫດສົມຜົນ. ຄົນທີ່ບໍ່ມີຄວາມສາມາດ ຫຼື ມີຄຸນນະພາບຕໍ່າແມ່ນເຮັດວຽກຫຍັງກໍເລະເທະໄປໝົດ. ພວກເຂົາຂ້ອນຂ້າງຫຍຸ້ງທຸກມື້, ແຕ່ສິ່ງທີ່ເຮັດໃຫ້ພວກເຂົາຫຍຸ້ງນັ້ນ, ພວກເຂົາເອງກໍເວົ້າຢ່າງແນ່ນອນບໍ່ໄດ້. ພວກເຂົາບໍ່ມີຕາຕະລາງເວລາ, ບໍ່ມີແນວຄິດເລື່ອງເວລາ; ພວກເຂົາຕື່ນຂ້ອນຂ້າງແຕ່ເຊົ້າ ແລະ ເຂົ້ານອນເດິກ; ພວກເຂົາບໍ່ສາມາດກິນເຂົ້າຕາມເວລາປົກກະຕິໄດ້, ແຕ່ເມື່ອເບິ່ງປະສິດທິພາບຂອງວຽກງານແລ້ວ, ພວກເຂົາບໍ່ໄດ້ເຮັດວຽກຕົວຈິງເລີຍ. ນີ້ບໍ່ແມ່ນກໍລະນີຂອງການມີຄວາມສາມາດທີ່ຕໍ່າເກີນໄປບໍ? (ແມ່ນແລ້ວ.) ຄົນປະເພດນີ້ເບິ່ງຄືວ່າຈະຫຍຸ້ງວຸ້ນວາຍທຸກມື້ໂດຍບໍ່ໄດ້ພັກຜ່ອນ, ແຕ່ພວກເຂົາຈັບຈຸດສຳຄັນຂອງວຽກງານບໍ່ໄດ້, ທັງບໍ່ສາມາດແຍກແຍະໄດ້ວ່າອັນໃດຮີບດ່ວນ ແລະ ອັນໃດທີ່ລໍຖ້າໄດ້ ແລະ ພວກເຂົາບໍ່ມີປະສິດທິພາບໃນການແກ້ໄຂບັນຫາ. ສິ່ງນີ້ເຮັດໃຫ້ວຽກງານຊັກຊ້າ. ພວກເຂົາກະວົນກະວາຍໃຈຈົນຮ້ອນໃນ ແລະ ເປັນບາດແຜໃນປາກ. ເຖິງຢ່າງໃດກໍຕາມ, ແມ່ນແຕ່ໃນກໍລະນີເຫຼົ່ານີ້, ພວກເຂົາກໍບໍ່ໄດ້ລົ້ມປ່ວຍຍ້ອນຄວາມອິດເມື່ອຍ. ຄົນທີ່ມີຄຸນນະພາບຕໍ່າອາດຈະເຮັດວຽກຫຼາຍກວ່າແປດຊົ່ວໂມງຕໍ່ມື້, ແຕ່ປະສິດທິພາບຂອງວຽກງານຂອງພວກເຂົາກໍຍັງຕໍ່າກວ່າຄົນທີ່ມີຄວາມສາມາດດີ. ສະນັ້ນ, ພວກເຂົາຕ້ອງຫຍຸ້ງ, ບໍ່ແມ່ນບໍ? ພວກເຂົາຄວນຈະຫຍຸ້ງ, ແມ່ນແຕ່ເມື່ອພວກເຂົາຫຍຸ້ງ ພວກເຂົາບໍ່ສາມາດໄດ້ຮັບຜົນລັບ; ຖ້າພວກເຂົາບໍ່ຫຍຸ້ງຢູ່ຕະຫຼອດ, ວຽກງານກໍຈະເປັນອຳມະພາດ. ນີ້ແມ່ນຄົນທີ່ມີຄວາມສາມາດຕໍ່າຫຼາຍຈົນພວກເຂົາບໍ່ມີຄຸນສົມບັດທີ່ຈະເຮັດວຽກ ຫຼື ຮັບຜິດຊອບວຽກງານນັ້ນໄດ້. ນອກຈາກນີ້, ຍັງມີຫຼາຍລາຍການໃນວຽກງານຂອງເຮືອນຂອງພຣະເຈົ້າ ແລະ ຂໍ້ກຳນົດກໍຂ້ອນຂ້າງເຂັ້ມງວດໃນດ້ານບຸກຄະລາກອນ ແລະ ເວລາ. ສຳລັບຄົນສ່ວນໃຫຍ່, ເມື່ອພວກເຂົາຫຍຸ້ງຫຼາຍຂຶ້ນໜ້ອຍໜຶ່ງ, ມັນກໍເພື່ອພະຍາຍາມໃຫ້ເກີດຄວາມເປັນເລີດ ແລະ ໄດ້ຮັບຜົນດີ, ເພາະວ່າວຽກງານຂອງເຮືອນຂອງພຣະເຈົ້າແຕກຕ່າງຈາກທຸລະກິດ ແລະ ໂຮງງານຂອງໂລກທີ່ບໍ່ເຊື່ອ, ເຊິ່ງພວກເຂົາຕ້ອງການຜົນປະໂຫຍດທາງເສດຖະກິດ, ໃນຂະນະທີ່ພວກເຮົາເນັ້ນໜັກໃສ່ຜົນຮັບຂອງການເຮັດວຽກ. ແຕ່ເນື່ອງຈາກວ່າຄົນສ່ວນໃຫຍ່ມີຄວາມສາມາດຕໍ່າ, ບໍ່ມີຫຼັກການ ແລະ ບໍ່ມີປະສິດທິພາບໃນວຽກງານຂອງພວກເຂົາຢ່າງຍິ່ງ, ມັນຈຶ່ງໃຊ້ເວລາຫຼາຍກວ່າເພື່ອໃຫ້ໄດ້ຜົນລັບ. ຕອນນີ້ພວກເຈົ້າສ່ວນໃຫຍ່ບໍ່ມີຄວາມຄິດລົບກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວບໍ? ມີສິ່ງໜຶ່ງທີ່ແນ່ນອນນັ້ນກໍຄື ຜູ້ນໍາ ແລະ ຜູ້ເຮັດວຽກຈະບໍ່ລົ້ມປ່ວຍຍ້ອນຄວາມອິດເມື່ອຍໂດຍການເຮັດວຽກຕາມຂໍ້ກຳນົດຂອງເຮືອນຂອງພຣະເຈົ້າ. ນອກເໜືອຈາກປັດໄຈພາຍນອກທີ່ພາວະວິໄສເຫຼົ່ານີ້, ຍັງມີສິ່ງອື່ນອີກທີ່ເຈົ້າສາມາດແນ່ໃຈໄດ້ຄື: ຖ້າບຸກຄົນໃດໜຶ່ງມີພາລະ ແລະ ມີຄວາມສາມາດໃນລະດັບໃດໜຶ່ງ ແລະ ຢ່າເບິ່ງຂ້າມຕໍ່ຄວາມຈິງທີ່ວ່າມີພາລະກິດຂອງພຣະວິນຍານບໍລິສຸດ, ແລ້ວດ້ວຍບັນຫາບາງຢ່າງທີ່ພວກເຂົາບໍ່ສາມາດຈິນຕະນາການ ຫຼື ຄາດເດົາໄດ້ ແລະ ດ້ວຍເລື່ອງບາງຢ່າງທີ່ພວກເຂົາບໍ່ເຄີຍຜ່ານຜ່າມາກ່ອນ ແລະ ບໍ່ມີປະສົບການ, ພຣະວິນຍານບໍລິສຸດຈະໃຫ້ການເຕືອນສະຕິພວກເຂົາຢູ່ສະເໝີ, ໃຫ້ຄວາມສະຫວ່າງ ແລະ ຊ່ວຍເຫຼືອພວກເຂົາໄດ້ທຸກເວລາ. ວຽກງານຂອງຄຣິສຕະຈັກບໍ່ໄດ້ເພິ່ງພາກຳລັງ, ພະລັງງານ ແລະ ພາລະຂອງມະນຸດທັງໝົດເພື່ອໃຫ້ສຳເລັດ, ສ່ວນໜຶ່ງຂອງມັນຕ້ອງເພິ່ງພາພາລະກິດ ແລະ ການນໍາພາຂອງພຣະວິນຍານບໍລິສຸດ, ດັ່ງທີ່ຄົນສ່ວນໃຫຍ່ໄດ້ປະສົບມາ. ສະນັ້ນ, ບໍ່ວ່າຈະເບິ່ງຈາກມຸມໃດກໍຕາມ, ການເຮັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດແມ່ນສິ່ງທີ່ຜູ້ນໍາ ຫຼື ຜູ້ເຮັດວຽກຄວນບັນລຸ. ມັນບໍ່ແມ່ນຂໍ້ກຳນົດເພີ່ມເຕີມສຳລັບພວກເຂົາ. ເມື່ອຜູ້ບໍ່ມີຄວາມເຊື່ອເຮັດວຽກໃນໂລກ, ພວກເຂົາກະທຳບົນພື້ນຖານຄວາມສາມາດສ່ວນຕົວຂອງພວກເຂົາ. ການເຮັດໜ້າທີ່ໃນເຮືອນຂອງພຣະເຈົ້າແມ່ນແຕກຕ່າງກັນ, ຄົນເຮົາບໍ່ພຽງແຕ່ເຮັດມັນບົນພື້ນຖານຄວາມສາມາດຂອງພວກເຂົາເທົ່ານັ້ນ, ພວກເຂົາຍັງຕ້ອງເພິ່ງພາຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຫຼັກການຄວາມຈິງ ຖ້າພວກເຂົາຈະບັນລຸຜົນລັບ. ບາງຄັ້ງ, ພວກເຂົາຍັງຕ້ອງຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ຮ່ວມມືກັນຢ່າງກົມກຽວ ເພື່ອໃຫ້ພວກເຂົາເຮັດໜ້າທີ່ຂອງພວກເຂົາໄດ້ດີ. ບາງຄົນອາດຈະຖາມວ່າ, “ການເຮັດວຽກໃນເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ພວກເຮົາຕ້ອງ ‘ອຸທິດຕົນຢ່າງສຸດກໍາລັງຈົນເຖິງວັນຕາຍຂອງພວກເຮົາເລີຍບໍ?’ ‘ພວກເຮົາຈຳເປັນຕ້ອງເຮັດວຽກຈົນລົມຫາຍໃຈສຸດທ້າຍ’, ພວກເຮົາຕ້ອງເຮັດໃຫ້ໄດ້ປານນັ້ນເລີຍບໍ? ເຮືອນຂອງພຣະເຈົ້າຈະພໍໃຈກັບພວກເຮົາກໍຕໍ່ເມື່ອພວກເຮົາກຳລັງຈະຕາຍຍ້ອນຄວາມອິດເມື່ອຍເທົ່ານັ້ນບໍ?” ນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດບໍ? (ບໍ່.) ການໂອ້ລົມຂອງພວກເຮົາກ່ຽວກັບຂໍ້ກຳນົດສຳລັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນມີຈຸດປະສົງພຽງເພື່ອໃຫ້ຜູ້ຄົນມີຄວາມກະຈ່າງແຈ້ງ ແລະ ຄວາມເຂົ້າໃຈກ່ຽວກັບວິທີການຮ່ວມມືກັບພາລະກິດຂອງພຣະເຈົ້າຕາມຫຼັກການຄວາມຈິງ ແລະ ວິທີການເຮັດວຽກທີ່ພຣະອົງກຳນົດ, ເພື່ອໃຫ້ພາລະກິດຂອງພຣະອົງສາມາດດຳເນີນໄປຂ້າງໜ້າຢ່າງເປັນລະບຽບ, ມີປະສິດທິພາບ ແລະ ເພື່ອໃຫ້ພຣະທຳ ແລະ ພາລະກິດຂອງພຣະອົງສາມາດບັນລຸປະສິດທິຜົນທີ່ດີກວ່າໃນຜູ້ຄົນທີ່ພຣະເຈົ້າເລືອກ. ດ້ານໜຶ່ງແມ່ນເພື່ອພັດທະນາ ແລະ ຂະຫຍາຍວຽກງານອອກໄປ; ອີກດ້ານໜຶ່ງແມ່ນກ່ຽວກັບການເຮັດໃຫ້ພຣະທຳ ແລະ ພາລະກິດຂອງພຣະເຈົ້າບັນລຸຜົນທີ່ຄວນຈະເປັນຕໍ່ຜູ້ທີ່ຕິດຕາມພຣະອົງ. ສິ່ງເຫຼົ່ານີ້ແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ສິ່ງທີ່ພວກເຂົາຕ້ອງບັນລຸໃນວຽກງານຂອງພວກເຂົາ.
ຂໍ້ທີສິບ: ເກັບຮັກສາຢ່າງຖືກຕ້ອງ ແລະ ຈັດສັນຢ່າງສົມເຫດສົມຜົນບັນດາລາຍການວັດຖຸຕ່າງໆຂອງເຮືອນຂອງພຣະເຈົ້າ (ໜັງສື, ອຸປະກອນຕ່າງໆ, ທັນຍາພືດ ແລະ ອື່ນໆ) ແລະ ດຳເນີນການກວດກາ, ການບຳລຸງຮັກສາ ແລະ ການສ້ອມແປງເປັນປະຈຳເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງ; ທັງຍັງຕ້ອງປ້ອງກັນບໍ່ໃຫ້ຄົນຊົ່ວຊ້າສວຍໂອກາດຍຶດເອົາສິ່ງເຫຼົ່ານັ້ນ
ມື້ນີ້, ພວກເຮົາຈະໂອ້ລົມກັນຕໍ່ກ່ຽວກັບຂໍ້ທີສິບໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ເຊິ່ງກໍຄື “ເກັບຮັກສາຢ່າງຖືກຕ້ອງ ແລະ ຈັດສັນຢ່າງສົມເຫດສົມຜົນບັນດາລາຍການວັດຖຸຕ່າງໆຂອງເຮືອນຂອງພຣະເຈົ້າ (ໜັງສື, ອຸປະກອນຕ່າງໆ, ທັນຍາພືດ ແລະ ອື່ນໆ) ແລະ ດຳເນີນການກວດກາ, ການບຳລຸງຮັກສາ ແລະ ການສ້ອມແປງເປັນປະຈຳເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງ; ທັງຍັງຕ້ອງປ້ອງກັນບໍ່ໃຫ້ຄົນຊົ່ວຊ້າສວຍໂອກາດຍຶດເອົາສິ່ງເຫຼົ່ານັ້ນ”. ຂໍ້ທີເກົ້າແມ່ນຂໍ້ກຳນົດທີ່ຂ້ອນຂ້າງຄົບຖ້ວນສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ. ຂໍ້ທີສິບແມ່ນອີກພາກສ່ວນໃຫຍ່ໜຶ່ງຂອງວຽກງານ, ເຊິ່ງປະກອບດ້ວຍຂໍ້ກຳນົດສະເພາະອີກຢ່າງໜຶ່ງສຳລັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ວຽກງານສ່ວນນີ້ກ່ຽວຂ້ອງກັບລາຍການຕ່າງໆທີ່ເປັນຂອງເຮືອນຂອງພຣະເຈົ້າ, ບາງສ່ວນແມ່ນຊື້ມາເພື່ອຕອບສະໜອງຄວາມຈຳເປັນໃນຊີວິດຂອງຜູ້ຄົນທີ່ເຮັດໜ້າທີ່ຂອງພວກເຂົາເຕັມເວລາ ແລະ ສ່ວນອື່ນໆແມ່ນອຸປະກອນ, ວັດສະດຸ ແລະ ອື່ນໆທີ່ຊື້ມາເພື່ອວຽກງານການເຜີຍແຜ່ຂ່າວປະເສີດ. ຍັງມີໜັງສືພຣະທຳຂອງພຣະເຈົ້າຈຳນວນໜຶ່ງ ແລະ ບາງສິ່ງດັ່ງກ່າວທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດຂອງອ້າຍເອື້ອຍນ້ອງ ແລະ ຄວນຖືກເກັບຮັກສາໄວ້ໂດຍເຮືອນຂອງພຣະເຈົ້າ. ສິ່ງເຫຼົ່ານີ້ແມ່ນວັດຖຸສິ່ງຂອງທີ່ກ່ຽວຂ້ອງກັບຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ. ມີທັງໝົດສາມປະເພດ, ນັ້ນກໍຄື ລາຍການທີ່ຈຳເປັນສຳລັບຊີວິດ, ລາຍການທີ່ຈຳເປັນສຳລັບວຽກງານ ແລະ ລາຍການທີ່ຈຳເປັນສຳລັບຄວາມເຊື່ອໃນພຣະເຈົ້າ. ບໍ່ວ່າລາຍການເຫຼົ່ານີ້ຈະຖືກຊື້ໂດຍເຮືອນຂອງພຣະເຈົ້າ ຫຼື ຖວາຍໂດຍອ້າຍເອື້ອຍນ້ອງ, ເມື່ອພວກມັນຕົກເປັນຂອງເຮືອນຂອງພຣະເຈົ້າ, ພວກມັນກໍກ່ຽວຂ້ອງກັບເລື່ອງການຈັດການ ແລະ ການຈັດສັນລາຍການວັດຖຸໂດຍຜູ້ນໍາ ແລະ ຜູ້ເຮັດວຽກ. ເຖິງແມ່ນວ່າວຽກງານນີ້ຈະບໍ່ເບິ່ງຄືວ່າສຳຄັນຫຼາຍຈາກພາຍນອກ ເມື່ອທຽບໃສ່ກັບຊີວິດໃນຄຣິສຕະຈັກ, ວຽກງານບໍລິຫານ ຫຼື ວຽກງານວິຊາຊີບ ແລະ ບໍ່ແມ່ນສິ່ງທີ່ຕ້ອງຖືກຈັດໃຫ້ເປັນວາລະສຳຄັນ, ມັນກໍຍັງເປັນວຽກງານທີ່ສຳຄັນທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ. ລາຍການຕ່າງໆຂອງເຮືອນຂອງພຣະເຈົ້າກ່ຽວຂ້ອງກັບວຽກງານ, ຊີວິດ, ການສຶກສາ ແລະ ສິ່ງທັງໝົດນັ້ນຂອງບຸກຄະລາກອນທຸກຄົນທີ່ເຮັດໜ້າທີ່ຕ່າງໆ, ສະນັ້ນການປົກປັກຮັກສາ ແລະ ການຈັດສັນຢ່າງສົມເຫດສົມຜົນຂອງພວກມັນຈຶ່ງສຳຄັນຫຼາຍ ແລະ ຕ້ອງບໍ່ຖືກເບິ່ງຂ້າມ.
ການເກັບຮັກສາຢ່າງເໝາະສົມ
ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ, ນອກເໜືອຈາກການເຮັດວຽກງານບໍລິຫານຂອງຄຣິສຕະຈັກ ແລະ ເຮັດໃຫ້ຊີວິດຄຣິສຕະຈັກດີແລ້ວ, ສິ່ງທີ່ສຳຄັນກວ່ານັ້ນກໍຄືການເຮັດວຽກງານເຜີຍແຜ່ຂ່າວປະເສີດໃຫ້ດີ, ພ້ອມທັງວຽກງານຕ່າງໆທີ່ກ່ຽວຂ້ອງ. ນອກຈາກນັ້ນ, ວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າກໍຄວນໄດ້ຮັບການຈັດການຢ່າງເໝາະສົມເຊັ່ນກັນ. ສິ່ງເຫຼົ່ານີ້ຄວນໄດ້ຮັບການເກັບຮັກສາໄວ້ເປັນຢ່າງດີ; ຢ່າປ່ອຍໃຫ້ມັນຂຶ້ນລາ ຫຼື ຖືກແມງໄມ້ທຳລາຍ ແລະ ຢ່າໃຫ້ຜູ້ຄົນຍຶດຄອງເອົາໄປເປັນຂອງຕົນ. ເຮືອນຂອງພຣະເຈົ້າຍັງມີຂໍ້ກຳນົດ ແລະ ຂັ້ນຕອນທີ່ລະອຽດກ່ຽວກັບວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະເຮັດວຽກງານນີ້ໃຫ້ດີ. ພວກເຂົາຕ້ອງເລີ່ມຕົ້ນໂດຍການກວດສອບວ່າບຸກຄະລາກອນທີ່ຈັດການສິ່ງຂອງເຫຼົ່ານີ້ເປັນຄົນທີ່ເໝາະສົມ, ມີຄວາມຮັບຜິດຊອບ ຫຼື ບໍ່, ພວກເຂົາຮູ້ວິທີຈັດການສິ່ງຂອງເຫຼົ່ານັ້ນ ຫຼື ບໍ່ ແລະ ພວກເຂົາສາມາດເຮັດໜ້າທີ່ຮັບຜິດຊອບຂອງຕົນຢ່າງພາກພຽນໄດ້ ຫຼື ບໍ່, ສິ່ງຂອງເຫຼົ່ານີ້ຈະຖືກເກັບຮັກສາໄວ້ຢ່າງປອດໄພໃນມືຂອງພວກເຂົາ ຫຼື ບໍ່. ຕົວຢ່າງ, ໃນການເກັບຮັກສາເຂົ້າສານ, ໃນລະຫວ່າງລະດູຝົນທີ່ອາກາດຊຸ່ມ ແລະ ມີຝົນຕົກຫຼາຍ, ສະຖານທີ່ເກັບມ້ຽນນັ້ນຊຸ່ມບໍ່. ຜູ້ທີ່ຮັບຜິດຊອບໄດ້ກວດກາມັນທັນເວລາບໍ່. ຖ້າເຂົ້າສານປຽກຊຸ່ມ, ພວກເຂົາເອົາມັນອອກໄປຕາກແດດບໍ່. ພວກເຂົາຈັດການສິ່ງເຫຼົ່ານີ້ຢ່າງລະອຽດຮອບຄອບຄືກັບວ່າເປັນຂອງຕົນເອງບໍ່. ພວກເຂົາມີຄວາມເປັນມະນຸດເຊັ່ນນັ້ນບໍ່. ພວກເຂົາມີຄວາມຈົງຮັກພັກດີເຊັ່ນນັ້ນບໍ່. ພວກເຂົາຕ້ອງເລີ່ມຕົ້ນໂດຍການກວດສອບຜູ້ທີ່ຮັບຜິດຊອບສິ່ງເຫຼົ່ານີ້ ເພື່ອເບິ່ງວ່າຄວາມເປັນມະນຸດຂອງພວກເຂົາເປັນແນວໃດ ແລະ ພວກເຂົາມີຄວາມສຳນຶກ ແລະ ມີຄຸນນະທຳ ຫຼື ບໍ່. ຖ້າບຸກຄົນໃດໜຶ່ງເບິ່ງຄືວ່າມີຄວາມເປັນມະນຸດທີ່ດີ ແລະ ມີໃຈເມດຕາ ແລະ ຄົນສ່ວນຫຼາຍກໍຕີລາຄາວ່າດີ, ແຕ່ພວກເຈົ້າຍັງບໍ່ຮູ້ວ່າພວກເຂົາເໝາະສົມທີ່ຈະຈັດການສິ່ງຂອງຂອງເຮືອນຂອງພຣະເຈົ້າ ຫຼື ບໍ່, ແລ້ວຈະຕ້ອງເຮັດແນວໃດ? ພວກເຈົ້າຕ້ອງຕິດຕາມ, ກວດກາສິ່ງຕ່າງໆ ແລະ ຊີ້ນໍາ. ພວກເຈົ້າຕ້ອງຖາມໄຖ່ກ່ຽວກັບເລື່ອງຕ່າງໆຫຼັງຈາກຜ່ານໄປໄລຍະໜຶ່ງ ເພື່ອເບິ່ງວ່າຜູ້ດູແລໄດ້ເຮັດສຳເລັດຄວາມຮັບຜິດຊອບຂອງຕົນ ຫຼື ບໍ່. ຕົວຢ່າງເຊັ່ນ ກັບເຂົ້າສານ, ສິ່ງທີ່ໜ້າເປັນຫ່ວງທີ່ສຸດແມ່ນຄວາມຊຸ່ມ. ຜູ້ດູແລຄວນກວດເບິ່ງວ່າສາງເກັບມ້ຽນຊຸ່ມ ຫຼື ບໍ່ ແລະ ເຂົ້າສານຈະເກີດມີແມງໄມ້ບໍ່ ແລະ ພວກເຂົາຄວນຊອກຫາຄົນທີ່ຮູ້ກ່ຽວກັບເລື່ອງດັ່ງກ່າວ ເພື່ອປຶກສາຫາລື ແລະ ທຳຄວາມເຂົ້າໃຈກ່ຽວກັບວິທີການປະຕິບັດທີ່ສາມາດຮັບປະກັນໄດ້ວ່າເຂົ້າສານຈະບໍ່ປຽກຊຸ່ມ ແລະ ຂຶ້ນລາ ຫຼື ຖືກແມງໄມ້ເຈາະ. ຫຼັງຈາກທີ່ພວກເຂົາເກັບມ້ຽນເຂົ້າສານແລ້ວ, ພວກເຂົາຄວນກວດກາສາງເກັບມ້ຽນເລື້ອຍໆ ຫຼື ເປີດປ່ອງຢ້ຽມເພື່ອລະບາຍອາກາດ. ນັ້ນຈະເປັນການເຮັດສຳເລັດໜ້າທີ່ຮັບຜິດຊອບຂອງຕົນຢ່າງແທ້ຈິງ. ຖ້າຜູ້ດູແລລິເລີ່ມເຮັດສິ່ງເຫຼົ່ານີ້ໂດຍບໍ່ຈຳເປັນຕ້ອງຖືກກະຕຸ້ນ ຫຼື ເຕືອນ, ແລ້ວພວກເຂົາກໍເປັນຄົນທີ່ໜ້າເຊື່ອຖື ເຊິ່ງເປັນສິ່ງທີ່ໜ້າອຸ່ນໃຈ. ແລ້ວຜູ້ທີ່ເກັບຮັກສາອຸປະກອນປະເພດຕ່າງໆເດ, ພວກເຂົາເໝາະສົມກັບວຽກງານນີ້ບໍ່. ພວກເຈົ້າຍັງບໍ່ຮູ້ເທື່ອ; ພວກເຈົ້າຕ້ອງກວດກາພວກເຂົາເຊັ່ນກັນ. ອຸປະກອນສ່ວນໃຫຍ່ ເຊັ່ນ: ເຄື່ອງໃຊ້ໄຟຟ້າ, ເຄື່ອງເຟີນີເຈີ, ສິ່ງອຳນວຍຄວາມສະດວກ ແລະ ອື່ນໆ ຈະຖືກເກັບຮັກສາແນວໃດ ຖ້າບໍ່ໄດ້ຖືກນຳໃຊ້ເປັນປົກກະຕິ? ຜູ້ດູແລໄດ້ເບິ່ງແຍງ ແລະ ບຳລຸງຮັກສາມັນບໍ່? ພວກເຂົາໄດ້ກວດກາເຄື່ອງໃຊ້ໄຟຟ້າເປັນປະຈຳ, ເປີດໄຟ ແລະ ເຮັດໃຫ້ມັນເຮັດວຽກບໍ່? ໂດຍການສອບຖາມ, ພວກເຈົ້າອາດຈະຮູ້ໄດ້ວ່າຜູ້ດູແລສິ່ງເຫຼົ່ານີ້ກຳລັງເຮັດສິ່ງນີ້ເປັນປະຈຳ. ສິ່ງເຫຼົ່ານັ້ນອາດຈະຖືກວາງໄວ້ຊື່ໆ, ແຕ່ບໍ່ມີຂີ້ຝຸ່ນຢູ່ເທິງພວກມັນ, ເຊິ່ງໝາຍຄວາມວ່າມີຄົນມາເບິ່ງແຍງພວກມັນເລື້ອຍໆ, ພວກເຈົ້າຈະເຫັນວ່າຜູ້ດູແລຂອງພວກເຂົາປະຕິບັດໜ້າທີ່ໄດ້ຢ່າງເໝາະສົມ, ພວກເຂົາກຳລັງເຮັດສຳເລັດໜ້າທີ່ຮັບຜິດຊອບຂອງຕົນ. ຫຼັງຈາກນັ້ນ ພວກເຈົ້າກໍສາມາດວາງໃຈໄດ້. ຍັງມີໜັງສືພຣະທຳຂອງພຣະເຈົ້າອີກ. ແຕ່ລະຫົວແມ່ນຍາກທີ່ຈະໄດ້ມາ ແລະ ນອກຈາກນັ້ນ, ໜັງສືພຣະທຳຂອງພຣະເຈົ້າກໍສຳຄັນກວ່າສິ່ງອື່ນໃດສຳລັບຜູ້ເຊື່ອໃນພຣະເຈົ້າທຸກຄົນ, ສຳຄັນກວ່າເຂົ້າສານ, ເຄື່ອງໃຊ້ໄຟຟ້າ ຫຼື ສິ່ງຂອງອື່ນໆ. ສະນັ້ນ, ກັບສິ່ງເຫຼົ່ານີ້, ຍິ່ງຄວນຊອກຫາຄົນທີ່ເໝາະສົມເພື່ອຈັດການພວກມັນ ແລະ ສະຖານທີ່ທີ່ເໝາະສົມເພື່ອເກັບຮັກສາພວກມັນ. ການລະບາຍອາກາດ, ການກຳກັບເບິ່ງແຍງ ແລະ ການກວດສອບທີ່ເໝາະສົມກໍເປັນສິ່ງຈຳເປັນເຊັ່ນກັນ, ພວກເຂົາບໍ່ສາມາດປ່ອຍໃຫ້ໜັງສືຊຸ່ມ ແລະ ປຽກ ຫຼື ຖືກໜູແຫ້ນ. ສິ່ງເຫຼົ່ານີ້ທັງໝົດຕ້ອງໄດ້ຮັບການເຝົ້າລະວັງ. ສະນັ້ນ, ຜູ້ທີ່ຈັດການສິ່ງຂອງດັ່ງກ່າວເໝາະສົມກັບວຽກງານນີ້ບໍ່? ພວກເຈົ້າຕ້ອງກວດກາເລື່ອງນີ້ເລື້ອຍໆເຊັ່ນກັນ. ຖ້າຜູ້ດູແລຂີ້ຄ້ານ, ລະເລີຍ ແລະ ບໍ່ໃສ່ໃຈ, ສິ່ງຂອງບາງຢ່າງຈະເສຍຫາຍ, ຖ້າບໍ່ແມ່ນຍ້ອນຄວາມຊຸ່ມ ແລະ ເຊື້ອລາ, ກໍແມ່ນຍ້ອນແມງໄມ້ທຳລາຍ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນການສູນເສຍ, ເຊິ່ງເກີດຈາກການຕິດຕາມ ແລະ ການກວດກາທີ່ບໍ່ເຂັ້ມງວດຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ຖ້າຜູ້ດູແລເບິ່ງແຍງສິ່ງຂອງເຫຼົ່ານີ້ຢ່າງເໝາະສົມ, ໜ້າທີ່ຮັບຜິດຊອບນີ້ຂອງຜູ້ນໍາ ແລະ ຜູ້ເຮັດວຽກກໍຖືວ່າສຳເລັດ. ບໍ່ວ່າສິ່ງຂອງເຫຼົ່ານີ້ຈະໃຫຍ່ ຫຼື ນ້ອຍ ແລະ ບໍ່ວ່າຈະຖືກນຳໃຊ້ເລື້ອຍໆ ຫຼື ບໍ່, ຕາບໃດທີ່ພວກມັນຢູ່ໃນປະເພດສິ່ງຂອງທີ່ເປັນຂອງເຮືອນຂອງພຣະເຈົ້າ, ກໍຄວນຈັດໃຫ້ມີຄົນມາຈັດການພວກມັນ. ສິ່ງຂອງຄວນປອດໄພ, ບໍ່ວ່າຈະເປັນປະເພດໃດ ແລະ ເກັບໄວ້ບ່ອນໃດກໍຕາມ ແລະ ຄວນຮັບປະກັນວ່າຈະບໍ່ມີຫຍັງຜິດພາດກັບມັນ. ນັ້ນຄືການຈົງຮັກພັກດີ ແລະ ມີຄວາມຮັບຜິດຊອບ. ຖ້າພົບວ່າຜູ້ທີ່ຈັດການສິ່ງຂອງບໍ່ເໝາະສົມ, ຈະຕ້ອງເຮັດແນວໃດ? ຕ້ອງໄດ້ປັບປ່ຽນໜ້າທີ່ຂອງພວກເຂົາທັນທີ ແລະ ຊອກຫາຄົນມາແທນ. ຕົວຢ່າງ, ບາງຄົນເປັນຄົນຂີ້ຄ້ານມັກງ່າຍ, ມັກກິນແຕ່ບໍ່ມັກເຮັດວຽກ, ບໍ່ມີຄວາມຮັບຜິດຊອບ. ພວກເຂົາປະຕິບັດຕໍ່ສິ່ງຂອງຂອງຄຣິສຕະຈັກຢ່າງບໍ່ໃສ່ໃຈ, ຄືກັບວ່າເປັນຂອງສ່ວນລວມ, ຄິດວ່າພຽງແຕ່ບໍ່ໃຫ້ເສຍກໍພໍແລ້ວ. ສ່ວນເລື່ອງທີ່ວ່າສິ່ງຂອງເຫຼົ່ານັ້ນຈະຂຶ້ນລາ ຫຼື ຖືກແມງໄມ້ທຳລາຍ, ຫຼື ມີອັນໃດເສຍຫາຍ ຫຼື ບໍ່, ພວກເຂົາກໍບໍ່ສົນໃຈ ແລະ ບໍ່ຖາມໄຖ່ເລີຍ. ເມື່ອໃດກໍຕາມທີ່ພວກເຈົ້າຖາມ, ພວກເຂົາກໍຈະຕອບວ່າໄດ້ໄປກວດເບິ່ງແລ້ວ ແລະ ທຸກຢ່າງປົກກະຕິດີ. ແຕ່ຄວາມຈິງແລ້ວ, ພວກເຂົາບໍ່ໄດ້ໄປກວດເບິ່ງເປັນເວລາດົນແລ້ວ. ແລ້ວມື້ໜຶ່ງ, ກໍມີຄົນໄປພົບວ່າເຂົ້າສານໄດ້ຂຶ້ນລາແລ້ວ, ສາຍໄຟຂອງອຸປະກອນບາງຢ່າງກໍຖືກໜູແຫ້ນຂາດ ແລະ ແມ່ນແຕ່ໜັງສືພຣະທຳຂອງພຣະເຈົ້າກໍປຽກຊຸ່ມຫຼາຍຈົນຕົວໜັງສືຈາງ ແລະ ອ່ານບໍ່ອອກ. ການມາພົບເຫັນບັນຫາເຫຼົ່ານີ້ໃນຕອນນັ້ນ, ມັນບໍ່ສາຍເກີນໄປບໍ? (ແມ່ນແລ້ວ, ຄວາມເສຍຫາຍໄດ້ເກີດຂຶ້ນແລ້ວ.) ນັ້ນຄືຜົນຂອງການຈັດການທີ່ບໍ່ເໝາະສົມ. ແລ້ວຜູ້ທີ່ຈັດການພວກມັນບໍ່ແມ່ນຄົນທີ່ບໍ່ເໝາະສົມບໍ? ພວກເຂົາບໍ່ແມ່ນຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ ແລະ ຂາດສິນທຳບໍ? (ແມ່ນແລ້ວ.) ຄົນທີ່ບໍ່ເຊື່ອຈະເອີ້ນຄົນປະເພດນີ້ວ່າຄົນຂາດສິນທຳ; ແລ້ວພວກເຮົາຈະວ່າແນວໃດ? ກໍຄືຄົນຜູ້ນີ້ມີຄວາມເປັນມະນຸດທີ່ບໍ່ດີ, ບໍ່ມີຄວາມຈົງຮັກພັກດີ. ແມ່ນແຕ່ຄວາມຮັບຜິດຊອບພຽງເລັກນ້ອຍນັ້ນພວກເຂົາກໍຍັງເຮັດບໍ່ສຳເລັດ; ພວກເຂົາບໍ່ສາມາດເຮັດແມ່ນແຕ່ສິ່ງທີ່ຄົນທີ່ພຽງແຕ່ໃສ່ໃຈໜ້ອຍໜຶ່ງ, ມີຄວາມສຳນຶກ ແລະ ຄວາມເປັນມະນຸດໜ້ອຍໜຶ່ງກໍສາມາດເຮັດໄດ້. ພວກເຂົາຍັງເປັນຜູ້ທີ່ເຊື່ອໃນພຣະເຈົ້າຢູ່ບໍ? ແມ່ນແຕ່ຄົນທີ່ບໍ່ເຊື່ອກໍຍັງມີທັດສະນະທີ່ວ່າ “ຈົ່ງເຮັດໃຫ້ດີທີ່ສຸດເພື່ອຈັດການສິ່ງທີ່ຄົນອື່ນໄວ້ວາງໃຈມອບໝາຍໃຫ້ເຈົ້າຢ່າງຊື່ສັດ”, ຄົນຜູ້ນີ້ແມ່ນແຕ່ມາດຕະຖານທາງສິນທຳຂັ້ນພື້ນຖານຂອງຄົນທີ່ບໍ່ເຊື່ອກໍຍັງບໍ່ຜ່ານ, ສະນັ້ນເຫັນໄດ້ຊັດເຈນວ່າພວກເຂົາບໍ່ເໝາະສົມທີ່ຈະເປັນຜູ້ຮັບຜິດຊອບຈັດການສິ່ງຂອງ. ຄົນທີ່ບໍ່ເໝາະສົມຕ້ອງຖືກຈັດການໂດຍທັນທີ ແລະ ຕ້ອງຊອກຫາຄົນທີ່ເໝາະສົມມາແທນ. ຖ້າພວກເຈົ້າບໍ່ໄວ້ວາງໃຈບຸກຄະລາກອນທີ່ຈັດການສິ່ງຂອງ ແລະ ພວກເຈົ້າບໍ່ມີເວລາໄປກວດກາດ້ວຍຕົນເອງ ຫຼື ບໍ່ສາມາດຕິດຕາມ ແລະ ກວດກາໄດ້ຍ້ອນເຫດຜົນທາງສະຖານະການ, ໃນກໍລະນີນັ້ນຈະຕ້ອງເຮັດແນວໃດ? ພວກເຈົ້າອາດຈະໃຫ້ຜູ້ທີ່ຈັດການສິ່ງຂອງຂຽນໜັງສືຄໍ້າປະກັນ, ໂດຍລະບຸວ່າຖ້າຫາກສິ່ງຂອງທີ່ພວກເຂົາຈັດການມີຄວາມເສຍຫາຍ, ພວກເຂົາຈະຕ້ອງຊົດໃຊ້ ຫຼື ຍິນດີຮັບການລົງໂທດໃດໆກໍຕາມຈາກເຮືອນຂອງພຣະເຈົ້າ. ບັນຫານີ້ຕ້ອງຖືກແກ້ໄຂຕາມລະບົບບໍລິຫານ. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກສາມາດເຮັດວຽກຂອງຕົນໄດ້ເຖິງລະດັບນີ້, ພວກເຂົາກໍຈະຖືວ່າໄດ້ເຮັດສຳເລັດໜ້າທີ່ຂອງຕົນ.
ວັດຖຸສິ່ງຂອງໃດໜຶ່ງຂອງເຮືອນຂອງພຣະເຈົ້າ, ບໍ່ວ່າມັນຈະໃຫຍ່ ຫຼື ນ້ອຍ, ແພງ ຫຼື ຖືກ, ບໍ່ວ່າມັນຈະເປັນປະໂຫຍດກັບເຈົ້າ ຫຼື ບໍ່ກໍຕາມ, ຖ້າເຈົ້າຖືກມອບໝາຍໃຫ້ຈັດການມັນ, ມັນກໍເປັນຄວາມຮັບຜິດຊອບຂອງເຈົ້າ. ວຽກງານນີ້ກໍຢູ່ໃນຂອບເຂດໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ສະນັ້ນ ເຈົ້າຄວນຊອກຫາຄົນທີ່ເໝາະສົມ ແລະ ສະຖານທີ່ທີ່ເໝາະສົມເພື່ອເກັບຮັກສາມັນໄວ້ຢ່າງເໝາະສົມ. ຢ່າປ່ອຍໃຫ້ສິ່ງຂອງຂອງເຮືອນຂອງພຣະເຈົ້າເສຍຫາຍ. ຕົວຢ່າງ, ໃນການເກັບຮັກສາໜັງສືພຣະທຳຂອງພຣະເຈົ້າ, ຫຼັງຈາກທີ່ຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ຈັດຫາບຸກຄະລາກອນທີ່ເໝາະສົມແລ້ວ, ພວກເຂົາກໍຍັງຄວນຖາມໄຖ່ກ່ຽວກັບມັນເປັນບາງຄັ້ງຄາວ: “ບໍ່ດົນມານີ້ໄດ້ມີການແຈກຢາຍໜັງສືອອກໄປຫຼາຍຫົວແລ້ວ, ແຕ່ກໍຢ່າປະໝາດ, ເຖິງແມ່ນວ່າຈະເຫຼືອໜ້ອຍກໍຕາມ. ໃນການເກັບຮັກສາໜັງສື, ສິ່ງທີ່ສຳຄັນທີ່ສຸດແມ່ນບໍ່ໃຫ້ມັນປຽກຊຸ່ມ ຫຼື ຖືກຄວາມເສຍຫາຍຈາກແສງແດດ ແລະ ບໍ່ໃຫ້ພວກມັນຖືກກົດທັບ ແລະ ບິດບ້ຽວ”. ພວກເຂົາຕ້ອງຖາມໄຖ່ ແລະ ສອບຖາມເປັນບາງຄັ້ງຄາວ. ຖ້າມີໜັງສືໃໝ່ມາ, ພວກເຂົາຕ້ອງຖາມວ່າໄດ້ຮັບການເກັບຮັກສາໄວ້ດີສໍ່າໃດ; ສະຖານທີ່ເດີມສາມາດເກັບໄວ້ໄດ້ໝົດບໍ່ ແລະ ຖ້າເກັບໄວ້ບໍ່ໝົດ, ໄດ້ຊອກຫາສະຖານທີ່ອື່ນໄວ້ແລ້ວບໍ່ ແລະ ສະຖານທີ່ນັ້ນເປັນແນວໃດ, ປອດໄພ ແລະ ແຫ້ງດີບໍ່; ໜັງສືຖືກເກັບມ້ຽນໄວ້ດີບໍ່; ແລະ ຖ້າເປັນຫ່ວງເລື່ອງໜູ, ຈຳເປັນຕ້ອງລ້ຽງແມວໄວ້ບໍ່. ສິ່ງທັງໝົດນີ້ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງເຮັດ ແລະ ເປັນຄວາມຮັບຜິດຊອບທີ່ຕ້ອງບັນລຸ. ວຽກງານນີ້ອາດຈະເບິ່ງຄືວ່າບໍ່ສຳຄັນປານໃດ, ແຕ່ມັນກໍເປັນໜຶ່ງໃນໜ້າວຽກທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດເປັນປະຈຳ. ຢ່າດູຖູກມັນ, ຕ້ອງຖືເປັນເລື່ອງສຳຄັນ. ສິ່ງເຫຼົ່ານັ້ນອາດຈະເປັນຂອງສ່ວນລວມ ແລະ ບໍ່ແມ່ນຂອງບຸກຄົນໃດໜຶ່ງ, ແຕ່ພວກມັນຕ້ອງໄດ້ຮັບການເກັບຮັກສາໄວ້ເປັນຢ່າງດີ; ບໍ່ວ່າພວກມັນຈະເປັນປະໂຫຍດສຳລັບເຈົ້າໃນອະນາຄົດ ຫຼື ບໍ່ ແລະ ບໍ່ວ່າມັນຈະເປັນຂອງສຳລັບເຈົ້າໃຊ້ ຫຼື ບໍ່, ການເກັບຮັກສາມັນໄວ້ເປັນຢ່າງດີແມ່ນຄວາມຮັບຜິດຊອບຂອງເຈົ້າ, ເປັນສິ່ງທີ່ຢູ່ໃນໜ້າທີ່ຂອງເຈົ້າ ແລະ ເຈົ້າບໍ່ຄວນຊອກຫາເຫດຜົນ ຫຼື ຂໍ້ອ້າງໃດໆເພື່ອປັດຄວາມຮັບຜິດຊອບ ແລະ ບໍ່ໃສ່ໃຈ. ຕາບໃດທີ່ມັນເປັນຄວາມຮັບຜິດຊອບຂອງເຈົ້າ, ມັນກໍເປັນສິ່ງທີ່ເຈົ້າຄວນຈັດການ, ເປັນວຽກທີ່ເຈົ້າຄວນເຮັດ. ກັບຄວາມຮັບຜິດຊອບທັງໝົດຂອງເຈົ້າ, ເຈົ້າຄວນສອບຖາມ ແລະ ພະຍາຍາມທຳຄວາມເຂົ້າໃຈ ຫຼື ເຂົ້າຮ່ວມດ້ວຍຕົນເອງ. ແນ່ນອນວ່າ, ຖ້າພວກເຈົ້າມີເວລາໄປເບິ່ງສະຖານທີ່ຈິງດ້ວຍຕົນເອງກໍຈະດີກວ່າ. ແຕ່ຖ້າສະຖານະການ ແລະ ເງື່ອນໄຂບໍ່ເອື້ອອຳນວຍ ຫຼື ຖ້າພວກເຈົ້າຫຍຸ້ງກັບວຽກຫຼາຍເກີນໄປ, ພວກເຈົ້າກໍຍັງຄວນສອບຖາມ ແລະ ຖາມໄຖ່ກ່ຽວກັບມັນຢ່າງທັນການ, ເພື່ອພະຍາຍາມປ້ອງກັນບໍ່ໃຫ້ສິ່ງຂອງຂອງເຮືອນຂອງພຣະເຈົ້າຖືກທຳລາຍ ຫຼື ສິ້ນເປືອງໃນທາງໃດທາງໜຶ່ງ. ການເຮັດເຊັ່ນນີ້ໝາຍຄວາມວ່າ ພວກເຈົ້າໄດ້ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແລ້ວ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?