ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (10) ສ່ວນທີ ສາມ

ໃນການຈັດຕັ້ງປະຕິບັດວຽກງານການຂຽນບົດຄວາມຄຳພະຍານຈາກປະສົບການ, ຂັ້ນຕອນການກວດກາແມ່ນສິ່ງທີ່ສຳຄັນຫຼາຍ, ເຊິ່ງຂຶ້ນກັບວ່າຜູ້ນໍາ ແລະ ຜູ້ເຮັດວຽກມີຄວາມເປັນຈິງຄວາມຈິງ ຫຼື ບໍ່. ນອກຈາກການກວດກາຜູ້ນໍາ ແລະ ຜູ້ເຮັດວຽກທີ່ມີຂີດຄວາມສາມາດຂ້ອນຂ້າງຕໍ່າ ແລະ ຂ້ອນຂ້າງອ່ອນແອແລ້ວ, ເຈົ້າກໍຄວນຖາມ ແລະ ທຳຄວາມເຂົ້າໃຈຜູ້ທີ່ມີຂີດຄວາມສາມາດທຳມະດາເຊັ່ນກັນ. ຖ້າສະພາບແວດລ້ອມບໍ່ເໝາະສົມ, ເຈົ້າສາມາດສົ່ງຄົນໄປສອບຖາມ ແລະ ທຳຄວາມເຂົ້າໃຈສະຖານະການ ແລະ ຈົດບັນທຶກລະອຽດ. ຖ້າສະພາບແວດລ້ອມເອື້ອອຳນວຍ, ມັນຈະເປັນການດີທີ່ສຸດທີ່ຈະໄປພົວພັນກັບຜູ້ກຳກັບດູແລວຽກງານນີ້ດ້ວຍຕົນເອງ; ຖາມຄຳຖາມ, ສອບຖາມ ແລະ ທຳຄວາມເຂົ້າໃຈສະຖານະການສະເພາະຂອງວຽກງານນີ້ ແລະ ເບິ່ງວ່າວຽກງານໄດ້ຖືກຈັດຕັ້ງປະຕິບັດໄດ້ດີສໍ່າໃດ. ສະຫຼຸບແລ້ວ, ເມື່ອການຈັດແຈງວຽກງານສຳລັບການຂຽນບົດຄວາມຄຳພະຍານຈາກປະສົບການຖືກມອບໝາຍແລ້ວ, ມັນບໍ່ແມ່ນສິ່ງທີ່ຈະສາມາດສະຫຼຸບຈົບໄດ້ໃນໜຶ່ງ ຫຼື ສອງເດືອນ. ນີ້ບໍ່ແມ່ນວຽກງານຊົ່ວຄາວ ແຕ່ເປັນວຽກງານໄລຍະຍາວ. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ຄວນພຽງແຕ່ໃຫ້ການຊີ້ແນະ, ການກຳກັບດູແລ, ການຊຸກຍູ້ ແລະ ການກວດກາພາຍໃນໜຶ່ງ ຫຼື ສອງເດືອນທຳອິດ ຫຼັງຈາກທີ່ການຈັດແຈງວຽກງານໄດ້ຖືກມອບໝາຍ ແລ້ວຖືວ່າມັນຈົບແລ້ວ. ແທນທີ່ຈະເຮັດແບບນັ້ນ, ພວກເຂົາຕ້ອງຕິດຕາມວຽກງານນີ້ຢ່າງຕໍ່ເນື່ອງໃນໄລຍະຍາວ. ສຳລັບຜູ້ນໍາຄຣິສຕະຈັກທີ່ອ່ອນແອກວ່າ, ພວກເຂົາຕ້ອງໄປ ແລະ ໃຫ້ການຊີ້ແນະດ້ວຍຕົນເອງ. ສຳລັບຜູ້ນໍາຄຣິສຕະຈັກທີ່ສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານໄດ້ດ້ວຍຕົນເອງ, ພວກເຂົາກໍຄວນປະຕິບັດການກວດກາເປັນປະຈຳ ເພື່ອທຳຄວາມເຂົ້າໃຈຄວາມຄືບໜ້າຂອງວຽກງານ ແລະ ແກ້ໄຂບັນຫາໃດໆທີ່ເກີດຂຶ້ນ. ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ. ສະນັ້ນ, ສິ່ງໜຶ່ງທີ່ແນ່ນອນກ່ຽວກັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດວຽກງານກໍຄື: ພວກເຂົາບໍ່ເຄີຍມີເວລາວ່າງເລີຍ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນຄິດສະເໝີວ່າ “ການຈັດແຈງວຽກງານກໍໄດ້ຖືກມອບໝາຍແລ້ວ ແລະ ຂ້ອຍກໍໄດ້ໂອ້ລົມກ່ຽວກັບວິທີຈັດຕັ້ງປະຕິບັດແລ້ວ. ຂ້ອຍເຮັດວຽກຂອງຂ້ອຍແລ້ວ, ບໍ່ມີຫຍັງໃຫ້ເຮັດອີກ. ສະນັ້ນ, ຂ້ອຍຈະເຮັດວຽກເຮືອນທີ່ເໝາະສົມບາງຢ່າງເຊັ່ນ: ຊ່ວຍແຕ່ງກິນ ແລະ ຈັດຕ້ອນຮັບ ຫຼື ຊື້ເຄື່ອງໃຊ້ປະຈຳວັນທີ່ອ້າຍເອື້ອຍນ້ອງຂາດເຂີນ”. ພວກເຂົາກາຍເປັນຄົນມີເວລາວ່າງ ຫຼັງຈາກທີ່ມອບໝາຍການຈັດແຈງວຽກງານ ແລະ ຮູ້ສຶກວ່າພວກເຂົາເຮັດວຽກຂອງພວກເຂົາແລ້ວ ແລະ ບໍ່ມີຫຍັງໃຫ້ເຮັດອີກ. ສິ່ງນີ້ສະແດງໃຫ້ເຫັນວ່າພວກເຂົາບໍ່ຮູ້ວິທີເຮັດວຽກງານ ຫຼື ຮັບຜິດຊອບວຽກງານສະເພາະ. ຄວາມຈິງແລ້ວ, ເມື່ອການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຖືກມອບໝາຍແລ້ວ, ຕາບໃດທີ່ເບື້ອງເທິງຍັງບໍ່ໄດ້ສັ່ງໃຫ້ຢຸດ, ວຽກງານກໍຕ້ອງສືບຕໍ່ ແລະ ບໍ່ສາມາດຢຸດກາງຄັນໄດ້. ຕົວຢ່າງ: ວຽກງານການຂຽນບົດຄວາມຄຳພະຍານຈາກປະສົບການ, ເບື້ອງເທິງໄດ້ສັ່ງໃຫ້ຢຸດແລ້ວບໍ? ມີແຈ້ງການໃດໆບອກໃຫ້ຢຸດວຽກງານນີ້ບໍ? (ບໍ່). ແລ້ວຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດວຽກງານນີ້ແນວໃດ? ຢ່າເຮັດແບບໄຟໄໝ້ເຟືອງ. ເມື່ອການຈັດແຈງວຽກງານຖືກມອບໝາຍຄັ້ງທຳອິດ, ເຈົ້າມີໃຈຮ້ອນຮົນ, ກະຕືລືລົ້ນ ແລະ ເປັນຝ່າຍເລີ່ມກ່ອນທີ່ຈະປະຕິບັດວຽກງານນີ້. ເຖິງຢ່າງໃດກໍຕາມ, ຫຼັງຈາກຜ່ານໄປໄລຍະໜຶ່ງ, ຖ້າເບື້ອງເທິງບໍ່ຊຸກຍູ້, ບໍ່ມອບໝາຍຄຳແນະນຳໃໝ່ ຫຼື ບໍ່ໃຫ້ການຊີ້ນຳເພີ່ມເຕີມສຳລັບການຈັດແຈງວຽກງານນີ້, ເຈົ້າອາດຈະຄິດວ່າເນື່ອງຈາກເບື້ອງເທິງບໍ່ໄດ້ຈັດແຈງຫຍັງໃໝ່, ເຈົ້າກໍສາມາດບໍ່ສົນໃຈວຽກງານນີ້ໄດ້. ສິ່ງນີ້ບໍ່ເປັນທີ່ຍອມຮັບ; ນີ້ຄືການລະເລີຍຄວາມຮັບຜິດຊອບ. ບໍ່ວ່າວຽກງານນີ້ຈະຖືກຈັດຕັ້ງປະຕິບັດມາດົນສໍ່າໃດ ແລະ ບໍ່ວ່າເບື້ອງເທິງຈະໄດ້ສອບຖາມ, ຊຸກຍູ້ ຫຼື ເນັ້ນໜັກວຽກງານນີ້ໃນຊ່ວງເວລານັ້ນ ຫຼື ບໍ່ ກໍຕາມ, ຕາບໃດທີ່ວຽກງານນີ້ໄດ້ຖືກມອບໝາຍໃຫ້ເຈົ້າ, ເຈົ້າກໍຄວນຮັບເອົາເປັນຄວາມຮັບຜິດຊອບ ແລະ ເຮັດມັນຢ່າງຕໍ່ເນື່ອງ, ປະຕິບັດມັນໃຫ້ດີ. ຄຳວ່າ “ຢ່າງຕໍ່ເນື່ອງ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າຕາບໃດທີ່ເບື້ອງເທິງບໍ່ສັ່ງໃຫ້ຢຸດ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງໃຫ້ການຊີ້ແນະ, ການກຳກັບດູແລ, ການຊຸກຍູ້, ການກວດກາ ແລະ ການຕິດຕາມວຽກງານນີ້ຢ່າງບໍ່ຂາດສາຍ ແລະ ຕໍ່ເນື່ອງ. ນອກຈາກວ່າເຈົ້າຈະລາອອກ ຫຼື ຖືກປົດອອກ, ຕາບໃດທີ່ເຈົ້າຍັງຢູ່ໃນຕຳແໜ່ງ, ວຽກງານນີ້ກໍເປັນສິ່ງທີ່ເຈົ້າຕ້ອງເຮັດໃຫ້ດີໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ. ມັນຍັງເປັນວຽກງານທີ່ເຈົ້າຕ້ອງຈັດຕັ້ງປະຕິບັດ ແລະ ຕິດຕາມຢ່າງຕໍ່ເນື່ອງອີກດ້ວຍ. ຄວນປະຕິບັດສິ່ງນີ້ແນວໃດ? ທຸກຄັ້ງທີ່ເຈົ້າໄປຢ້ຽມຢາມຄຣິສຕະຈັກ, ເຈົ້າຕ້ອງຖາມຜູ້ນໍາທ້ອງຖິ່ນ ແລະ ຜູ້ກຳກັບດູແລວຽກງານນີ້ວ່າ: “ໃນຊ່ວງເວລານີ້ ບົດຄວາມຄຳພະຍານເປັນແນວໃດແລ້ວ? ມີບົດຄວາມຄຳພະຍານທີ່ດີ, ຂ້ອນຂ້າງໜ້າປະທັບໃຈບໍ? ມີບົດຄວາມທີ່ມີປະສົບການພິເສດບໍ?” ຖ້າພວກເຂົາເວົ້າວ່າມີ, ເຈົ້າຄວນເບິ່ງບົດຄວາມເຫຼົ່ານີ້. ຖ້າພວກມັນມີປະສົບການທີ່ສໍາພັນກັບຊີວິດຈິງ ແລະ ເສີມສ້າງຜູ້ຄົນຢ່າງແທ້ຈິງ, ກໍຄວນສົ່ງຂຶ້ນໄປໂດຍໄວ. ທຸກຄັ້ງທີ່ເຈົ້າໄປຢ້ຽມຢາມຄຣິສຕະຈັກ, ເຈົ້າຕ້ອງຖາມກ່ຽວກັບເລື່ອງນີ້ກ່ອນ. ນີ້ຄືວຽກງານສະເພາະທີ່ເຈົ້າຕ້ອງຈັດຕັ້ງປະຕິບັດ, ເປັນພັນທະທີ່ບໍ່ສາມາດຫຼີກລ່ຽງໄດ້, ນີ້ຄືຄວາມຮັບຜິດຊອບຂອງເຈົ້າ. ບໍ່ວ່າເບື້ອງເທິງຈະຊຸກຍູ້ ຫຼື ສອບຖາມກ່ຽວກັບເລື່ອງນີ້ ຫຼື ບໍ່ກໍຕາມ, ວຽກງານນີ້ກໍເປັນສ່ວນໜຶ່ງໃນວຽກທີ່ເຈົ້າຕ້ອງເຮັດ. ຖ້າອ້າຍເອື້ອຍນ້ອງຫຍຸ້ງກັບການປະຕິບັດໜ້າທີ່ຂອງພວກເຂົາ ແລະ ບໍ່ມີເວລາຂຽນບົດຄວາມຄຳພະຍານ, ເຈົ້າຕ້ອງຊຸກຍູ້ພວກເຂົາ, ໂດຍເວົ້າວ່າ “ການຂຽນບົດຄວາມຄຳພະຍານທີ່ດີແມ່ນມີປະໂຫຍດຫຼາຍສຳລັບການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ ແລະ ມັນຍັງເປັນໜ້າທີ່ທີ່ສຳຄັນອີກດ້ວຍ”. ເຖິງຢ່າງໃດກໍຕາມ, ຜູ້ນໍາບາງຄົນເວົ້າວ່າ “ອ້າຍເອື້ອຍນ້ອງຮູ້ສຶກວ່າພວກເຂົາໄດ້ຂຽນປະສົບການທັງໝົດຂອງພວກເຂົາແລ້ວ ແລະ ບໍ່ມີຫຍັງຈະຂຽນອີກ”. ຄຳເວົ້ານີ້ຖືກຕ້ອງບໍ? ຄວາມຈິງແລ້ວ, ປະສົບການລະອຽດຫຼາຍຢ່າງບໍ່ໄດ້ຖືກຜູ້ຄົນສັງເກດເຫັນ ແລະ ຖືກເບິ່ງຂ້າມ. ມັນເປັນພຽງແຕ່ເມື່ອພວກເຂົາອ່ານຄຳພະຍານຈາກປະສົບການທີ່ຂຽນໂດຍຄົນອື່ນເທົ່ານັ້ນ ພວກເຂົາຈຶ່ງຈະຈື່ໄດ້ວ່າພວກເຂົາກໍເຄີຍມີປະສົບການທີ່ຄ້າຍຄືກັນ. ສະນັ້ນ, ການຂຽນບົດຄວາມຄຳພະຍານຈາກປະສົບການຮຽກຮ້ອງໃຫ້ມີການຄິດ ແລະ ການໄຕ່ຕອງຢ່າງຮອບຄອບ. ມີຄວາມເຂົ້າໃຈຈາກປະສົບການຫຼາຍຢ່າງທີ່ຄຸ້ມຄ່າທີ່ຈະຂຽນ. ການບໍ່ມີເວລາຂຽນເປັນເຫດຜົນທີ່ສົມເຫດສົມຜົນບໍ? ນີ້ຄືໜ້າທີ່ທີ່ຜູ້ຄົນຄວນເຮັດ. ບໍ່ວ່າພວກເຂົາຈະຫຍຸ້ງສໍ່າໃດກໍຕາມ, ພວກເຂົາກໍຄວນໃຊ້ເວລາຂຽນ. ຖ້າພວກເຂົາບໍ່ຮູ້ວິທີຂຽນບົດຄວາມຄຳພະຍານ, ພວກເຂົາຄວນບອກເລົ່າມັນອອກມາເພື່ອໃຫ້ຄົນອື່ນຊ່ວຍຮຽບຮຽງ, ດັ່ງນັ້ນຈຶ່ງຜະລິດບົດຄວາມທີ່ດີ. ດ້ວຍວິທີນີ້, ຜ່ານການຊຸກຍູ້ ແລະ ການຊີ້ນໍາຂອງເຈົ້າ, ບົດຄວາມຄຳພະຍານຈາກປະສົບການທີ່ດີອີກບົດໜຶ່ງກໍຈະຖືກຂຽນຂຶ້ນ. ເຈົ້າຮູ້ບໍວ່າບົດຄວາມນີ້ສາມາດເສີມສ້າງຄົນໄດ້ຈັກຄົນ? ມີຄົນຈັກຄົນທີ່ຈະໄດ້ຮັບຄວາມຊ່ວຍເຫຼືອ ແລະ ປະໂຫຍດຈາກມັນ? ຖ້າເຈົ້າບໍ່ກຳກັບດູແລ ແລະ ໃຫ້ການຊີ້ນໍາ ແລະ ຜູ້ນໍາຄຣິສຕະຈັກທ້ອງຖິ່ນກໍບໍ່ມີຄວາມຮູ້ສຶກເຖິງພາລະເຊັ່ນກັນ, ໂດຍຄິດວ່າອ້າຍເອື້ອຍນ້ອງໄດ້ຂຽນຄຳພະຍານຈາກປະສົບການທັງໝົດແລ້ວ ແລະ ບໍ່ມີບົດຄວາມທີ່ຈະຂຽນອີກແລ້ວ, ແລ້ວບົດຄວາມຄຳພະຍານຈາກປະສົບການທີ່ດີນີ້ກໍຈະບໍ່ເກີດຂຶ້ນ. ບາງຄັ້ງ ເມື່ອເຈົ້າໄປຢ້ຽມຢາມຄຣິສຕະຈັກ, ອ້າຍເອື້ອຍນ້ອງບາງຄົນກໍສົນທະນາກັບເຈົ້າ ແລະ ເວົ້າວ່າ “ຂ້ອຍໄດ້ທົນທຸກກັບຄວາມລຳບາກທຸກປະເພດໃນຊີວິດຂອງຂ້ອຍ. ຫຼັງຈາກທີ່ເຊື່ອໃນພຣະເຈົ້າ, ຂ້ອຍກໍຖືກຂົ່ມເຫັງຫຼາຍເຊັ່ນກັນ. ທຸກບາດກ້າວ, ມັນແມ່ນພຣະເຈົ້າທີ່ນໍາພາຂ້ອຍ. ຂ້ອຍໄດ້ເຫັນການກະທຳທີ່ອັດສະຈັນຂອງພຣະເຈົ້າ ແລະ ຮັບຮູ້ວ່າທຸກສິ່ງຖືກກຳນົດໂດຍພຣະເຈົ້າ ແລະ ພຣະເຈົ້າຊົງມີອຳນາດສູງສຸດເໜືອທຸກສິ່ງຢ່າງແທ້ຈິງ, ນີ້ຄືຄວາມຈິງແທ້ໆ!” ຫຼັງຈາກທີ່ພວກເຂົາບອກປະສົບການຂອງພວກເຂົາໃຫ້ເຈົ້າຟັງ, ເຈົ້າກໍຖາມວ່າພວກເຂົາໄດ້ຂຽນມັນລົງເປັນບົດຄວາມ ຫຼື ບໍ່ ແລະ ພວກເຂົາກໍເວົ້າວ່າ “ບໍ່, ຂ້ອຍມີລະດັບການສຶກສາຕໍ່າ ແລະ ຂຽນບໍ່ເປັນ. ນອກຈາກນີ້, ຄົນອື່ນກໍເວົ້າວ່າປະສົບການນີ້ບໍ່ມີຄຸນຄ່າ”. ເຈົ້າບອກພວກເຂົາວ່າ “ປະສົບການທີ່ອັດສະຈັນເຊັ່ນນີ້ຈະບໍ່ມີຄຸນຄ່າໄດ້ແນວໃດ? ຫຼັງຈາກແຕ່ລະບາດກ້າວຂອງປະສົບການຂອງເຈົ້າ, ເຈົ້າຮູ້ສຶກຢ່າງເລິກເຊິ່ງເຖິງອຳນາດສູງສຸດຂອງພຣະເຈົ້າ, ການນໍາພາຂອງພຣະເຈົ້າ ແລະ ການກຳນົດຂອງພຣະເຈົ້າ. ປະສົບການໃດຈະມີຄຸນຄ່າຫຼາຍກວ່ານີ້? ປະສົບການດັ່ງກ່າວຄວນຖືກຂຽນລົງ ແລະ ບໍ່ຄວນພາດ”. ຈາກນັ້ນ ເຈົ້າກໍຈັດແຈງຢ່າງໄວວາໃຫ້ອ້າຍເອື້ອຍນ້ອງທີ່ມີການສຶກສາຫຼາຍກວ່າຊ່ວຍພວກເຂົາຮຽບຮຽງມັນ. ພາຍໃນສາມມື້, ບົດຄວາມຄຳພະຍານທີ່ດີ ແລະ ດີເລີດກໍຖືກຂຽນຂຶ້ນ ແລະ ຈາກນັ້ນກໍຖືກນຳໄປເຮັດເປັນວິດີໂອຄຳພະຍານຈາກປະສົບການ. ທຸກຄົນທີ່ເບິ່ງມັນກໍເວົ້າວ່າ “ປະສົບການຂອງຕົວລະຄອນຫຼັກແມ່ນສຸດຍອດ! ມັນເສີມສ້າງຫຼາຍທີ່ໄດ້ເບິ່ງ! ມັນສະແດງໃຫ້ເຫັນຢ່າງແທ້ຈິງວ່າພຣະເຈົ້າຊົງມີອໍານາດສູງສຸດເໜືອທຸກສິ່ງ, ມັນແມ່ນແບບນັ້ນແທ້! ຕອນນີ້ສິ່ງນີ້ໄດ້ຮັບການຢືນຢັນໃນລະດັບທີ່ຍິ່ງໃຫຍ່ກວ່າເກົ່າແລ້ວ ແລະ ຄວາມເຊື່ອຂອງພວກເຮົາໃນພຣະເຈົ້າກໍເພີ່ມຂຶ້ນ”. ຄົນອື່ນກໍເວົ້າວ່າ “ບົດຄວາມຄຳພະຍານຈາກປະສົບການນີ້ຂຽນໄດ້ສໍາພັນກັບຊີວິດຈິງຫຼາຍ ແລະ ໜ້າປະທັບໃຈຫຼາຍ. ມັນຈະດີຍິ່ງຂຶ້ນອີກຖ້າມັນຖືກສ້າງເປັນຮູບເງົາ!” ອ້າຍເອື້ອຍນ້ອງຫຼາຍຄົນຕັ້ງໜ້າຕັ້ງຕາລໍຄອຍໃຫ້ມັນຖືກສ້າງເປັນຮູບເງົາໂດຍໄວ. ສະນັ້ນ, ຍ້ອນວ່າຜູ້ນໍາ ແລະ ຜູ້ເຮັດວຽກປະຕິບັດຕໍ່ວຽກງານຂອງຄຣິສຕະຈັກດ້ວຍຄວາມຮັບຜິດຊອບ ແລະ ຄວາມຈົງຮັກພັກດີ, ການສົນທະນາແບບທຳມະດາຈຶ່ງສາມາດນໍາໄປສູ່ບົດຄວາມທີ່ດີ ແລະ ເນື້ອໃນທີ່ດີສຳລັບຮູບເງົາ. ນີ້ຄືຄຳພະຍານທີ່ດີທີ່ສຸດ ແລະ ຫົວຂໍ້ເລື່ອງທີ່ດີທີ່ສຸດສຳລັບການເປັນພະຍານເຖິງອຳນາດສູງສຸດ ແລະ ການກຳນົດຂອງພຣະເຈົ້າ. ເລື່ອງລາວດັ່ງກ່າວສາມາດເພີ່ມຄວາມເຊື່ອຂອງຄົນຈຳນວນຫຼາຍ ແລະ ເສີມສ້າງຄົນຈຳນວນຫຼາຍໄດ້ເຊັ່ນກັນ! ເຈົ້າຄິດແນວໃດກັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດວຽກໃນລັກສະນະນີ້? ພວກເຂົາບໍ່ຍຶດຕິດກັບຮູບແບບໃດໆໃນວຽກງານຂອງພວກເຂົາ. ບໍ່ວ່າພວກເຂົາຈະໄປໃສ, ພວກເຂົາກໍຖາມຄຳຖາມ, ສອບຖາມ ແລະ ພົວພັນກັບອ້າຍເອື້ອຍນ້ອງ, ເຂົ້າໄປໃນທ່າມກາງພວກເຂົາໂດຍບໍ່ຖືຕົວ. ພວກເຂົາບໍ່ພຽງແຕ່ມີຄວາມຮູ້ສຶກເຖິງພາລະໃນໃຈຂອງພວກເຂົາເທົ່ານັ້ນ ແຕ່ຍັງມີຄວາມຮູ້ສຶກຮັບຜິດຊອບທີ່ເຂັ້ມແຂງອີກດ້ວຍ. ໂດຍການເຮັດສິ່ງນີ້ຢ່າງສະໝໍ່າສະເໝີ, ພວກເຂົາກໍຈະບັນລຸຜົນໄດ້ຮັບໂດຍທຳມະຊາດ. ສິ່ງນີ້ຈະບໍ່ຖືກຈື່ຈຳໂດຍພຣະເຈົ້າບໍ? ສິ່ງເຫຼົ່ານີ້ຄືການກະທຳທີ່ດີ, ບໍ່ແມ່ນບໍ? ບອກເຮົາມາເບິ່ງ, ມັນເມື່ອຍຍາກບໍທີ່ຈະເຮັດວຽກງານເລັກນ້ອຍນີ້? ມັນຮຽກຮ້ອງໃຫ້ມີການທົນທຸກບໍ? ມັນຮຽກຮ້ອງໃຫ້ປີນພູເຂົາດາບ ຫຼື ລຸຍທະເລໄຟບໍ? ບໍ່. ມັນບໍ່ຍາກ. ມັນພຽງແຕ່ຮຽກຮ້ອງໃຫ້ເອົາໃຈໃສ່ເທົ່ານັ້ນ. ດ້ວຍການມີວຽກງານນີ້ຢູ່ໃນໃຈຂອງເຈົ້າ, ບໍ່ວ່າເຈົ້າຈະໄປໃສ, ເຈົ້າກໍຖາມຄຳຖາມ ແລະ ສອບຖາມວ່າ: “ວຽກງານກຳລັງຄືບໜ້າແນວໃດ? ໃນຊ່ວງເວລານີ້ມີບົດຄວາມຄຳພະຍານທີ່ດີບໍ? ສຳລັບອ້າຍເອື້ອຍນ້ອງທີ່ມີປະສົບການ ແຕ່ຍັງບໍ່ໄດ້ຂຽນບົດຄວາມເທື່ອ, ພວກເຈົ້າຮູ້ວິທີນໍາພາພວກເຂົາໃຫ້ບອກເລົ່າປະສົບການຂອງພວກເຂົາບໍ? ພວກເຈົ້າຮູ້ວິທີຊ່ວຍພວກເຂົາຖ່າຍທອດ ແລະ ຊີ້ແນະພວກເຂົາໃຫ້ຂຽນມັນອອກມາບໍ?” ບໍ່ວ່າເຈົ້າຈະໄປໃສ, ເຈົ້າຕ້ອງໂອ້ລົມກ່ຽວກັບເລື່ອງນີ້ສະເໝີ, ເຮັດສິ່ງຕ່າງໆທີ່ກ່ຽວຂ້ອງກັບວຽກງານນີ້ ແລະ ເວົ້າຄຳເວົ້າທີ່ກ່ຽວຂ້ອງກັບວຽກງານນີ້. ການປະຕິບັດດ້ວຍວິທີນີ້ບໍ່ໄດ້ເຮັດໃຫ້ວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກມີຫຼາຍຂຶ້ນບໍ? ອາດຈະມີສະຖານະການທີ່ເຈົ້າມີເວລາວ່າງໂດຍບໍ່ມີວຽກເຮັດບໍ? (ບໍ່). ຜູ້ນໍາ ແລະ ຜູ້ເຮັດວຽກທີ່ເຮັດວຽກດ້ວຍວິທີນີ້ຈະເມື່ອຍ ຫຼື ເມື່ອຍປານຕາຍບໍ? (ບໍ່). ພວກເຂົາຈະບໍ່ເມື່ອຍ ຫຼື ເມື່ອຍປານຕາຍ, ວຽກງານຈະມີຜົນໄດ້ຮັບ ແລະ ມັນຈະຖືກຈື່ຈຳໂດຍພຣະເຈົ້າ. ຖ້າເຈົ້າເຮັດວຽກດ້ວຍວິທີນີ້, ຫຼາຍຄົນກໍຈະໄດ້ຮັບການເສີມສ້າງ ແລະ ອ້າຍເອື້ອຍນ້ອງກໍຈະຮູ້ສຶກວ່າການຂຽນບົດຄວາມຄຳພະຍານຈາກປະສົບການມີຄຸນຄ່າ ແລະ ມີຄວາມໝາຍ. ກ່ອນໜ້ານີ້, ພວກເຂົາຄິດວ່າປະສົບການຂອງພວກເຂົາບໍ່ມີຄຸນຄ່າ, ແຕ່ຜ່ານການຊີ້ແນະຂອງເຈົ້າ, ພວກເຂົາກໍເຂົ້າໃຈວິທີຂຽນບົດຄວາມຄຳພະຍານຈາກປະສົບການ. ສິ່ງນີ້ຍັງເປັນປະໂຫຍດຕໍ່ການເຂົ້າສູ່ຊີວິດຂອງພວກເຂົາອີກດ້ວຍ. ມີພຽງແຕ່ເມື່ອເຈົ້າເຮັດວຽກດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະຖືກຖືວ່າກຳລັງບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ.

ໂດຍຜ່ານການໂອ້ລົມກ່ຽວກັບວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນກວດກາວຽກງານ, ພວກເຈົ້າໄດ້ຮຽນຮູ້ວິທີກວດກາວຽກງານແລ້ວບໍ? ການກວດກາວຽກງານບໍ່ແມ່ນການຊອກຫາຂໍ້ຜິດພາດ ຫຼື ການຈັບຜິດ, ແຕ່ແມ່ນການເບິ່ງວ່າວຽກງານໄດ້ຖືກເຮັດແນວໃດ, ໄດ້ຮັບການຈັດແຈງແລ້ວ ຫຼື ບໍ່, ມີຜູ້ໃດຮັບຜິດຊອບວຽກງານ ຫຼື ບໍ່, ວຽກງານກຳລັງຄືບໜ້າແນວໃດ, ຄວາມຄືບໜ້າເປັນແນວໃດ, ມັນດຳເນີນໄປຢ່າງລ່ຽນໄຫຼ ຫຼື ບໍ່, ວຽກງານໄດ້ຖືກເຮັດຕາມຫຼັກການ ຫຼື ບໍ່, ມັນເກີດຜົນ ຫຼື ບໍ່ ແລະ ອື່ນໆ. ໃນເວລາດຽວກັນ, ພວກເຈົ້າຕ້ອງສັງເກດ, ທົບທວນ ແລະ ປະເມີນປະສິດທິຜົນຂອງວຽກງານ ແລະ ຈາກນັ້ນກໍຊອກຫາວິທີການທີ່ດີກວ່າ ແລະ ເໝາະສົມກວ່າເພື່ອຈັດຕັ້ງປະຕິບັດວຽກງານ. ສຳລັບການຈັດແຈງວຽກງານໃດໜຶ່ງເຊັ່ນ: ການຈັດແຈງການຂຽນບົດຄວາມຄຳພະຍານຈາກປະສົບການ, ຕາບໃດທີ່ເບື້ອງເທິງຍັງບໍ່ໄດ້ສັ່ງໃຫ້ຢຸດ, ວຽກງານນີ້ກໍຕ້ອງໄດ້ຮັບການຕິດຕາມ ແລະ ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ສິ່ງນີ້ກໍເປັນປະໂຫຍດຕໍ່ການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ. ຖ້າບາງຄົນຮູ້ສຶກວ່າມີບົດຄວາມຄຳພະຍານຈາກປະສົບການພຽງພໍແລ້ວ ແລະ ປະຊາກອນທີ່ພຣະເຈົ້າເລືອກກໍອ່ານບໍ່ໝົດ, ແລ້ວວຽກງານນີ້ຈະສາມາດຢຸດໄດ້ບໍ? ມັນບໍ່ສາມາດຢຸດໄດ້. ຍິ່ງມີບົດຄວາມຄຳພະຍານຈາກປະສົບການຫຼາຍເທົ່າໃດກໍຍິ່ງດີ ແລະ ຍິ່ງອຸດົມສົມບູນຂຶ້ນເທົ່ານັ້ນ, ນີ້ຄືສິ່ງທີ່ຊ່ວຍໃຫ້ປະຊາກອນທີ່ພຣະເຈົ້າເລືອກເຂົ້າສູ່ຄວາມເປັນຈິງຄວາມຈິງໄດ້ດີທີ່ສຸດ. ຜູ້ເຊື່ອໃໝ່ບາງຄົນ, ຫຼັງຈາກທີ່ໄດ້ອ່ານບົດຄວາມຄຳພະຍານຈາກປະສົບການເຫຼົ່ານີ້, ກໍຈະຮູ້ວິທີທີ່ຈະມີປະສົບການກັບວຽກງານຂອງພຣະເຈົ້າ. ຫຼັງຈາກທີ່ຜ່ານໄລຍະເວລາຂອງການມີປະສົບການ ແລະ ໄດ້ຮັບໝາກຜົນ, ໂດຍທຳມະຊາດແລ້ວ ພວກເຂົາກໍຈະສາມາດຂຽນບົດຄວາມຄຳພະຍານຈາກປະສົບການໄດ້. ບາງຄົນທີ່ມີປະສົບການຕື້ນເຂີນກໍຍັງສາມາດໄດ້ຮັບການເສີມສ້າງໂດຍການອ່ານບົດຄວາມຄຳພະຍານຈາກປະສົບການທີ່ຂ້ອນຂ້າງເລິກເຊິ່ງເຫຼົ່ານັ້ນອີກດ້ວຍ ແລະ ພວກເຂົາກໍສາມາດບັນລຸປະສົບການທີ່ເລິກເຊິ່ງກວ່າ ແລະ ຂຽນບົດຄວາມຄຳພະຍານທີ່ດີກວ່າໄດ້. ຄຳພະຍານເຫຼົ່ານີ້ເປັນປະໂຫຍດຕໍ່ທັງຜູ້ຄົນໃນສາສະໜາ ແລະ ປະຊາກອນທີ່ພຣະເຈົ້າເລືອກໃນເຮືອນຂອງພຣະເຈົ້າ. ສະນັ້ນ, ວຽກງານການຂຽນບົດຄວາມຄຳພະຍານຈາກປະສົບການຈຶ່ງບໍ່ສາມາດຢຸດໄດ້ຕະຫຼອດໄປ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຕິດຕາມວຽກງານນີ້ຢ່າງຕໍ່ເນື່ອງ ແລະ ບໍ່ຄວນຢຸດມັນດ້ວຍເຫດຜົນ ຫຼື ຂໍ້ອ້າງໃດໆ. ນີ້ຄືລາຍການວຽກງານທີ່ສຳຄັນໃນຄຣິສຕະຈັກ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນເປັນຜູ້ນໍາໜ້າໃນການຂຽນບົດຄວາມຄຳພະຍານຈາກປະສົບການ. ການປະຕິບັດນີ້ຈະເປີດເຜີຍໄດ້ດີທີ່ສຸດວ່າພວກເຂົາມີຄວາມເປັນຈິງຄວາມຈິງ ຫຼື ບໍ່. ຖ້າພວກເຂົາບໍ່ສາມາດຂຽນບົດຄວາມຄຳພະຍານຈາກປະສົບການໄດ້, ພວກເຂົາກໍບໍ່ໄດ້ມາດຕະຖານໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ບໍ່ສາມາດເຮັດວຽກງານຕົວຈິງໄດ້; ພວກເຂົາຄວນຖືກປົດອອກ ແລະ ກຳຈັດອອກ. ຫຼັງຈາກທີ່ເຮັດວຽກງານນີ້ໄດ້ດີແລ້ວ, ຜູ້ນໍາ ແລະ ຜູ້ເຮັດວຽກກໍຕ້ອງໄປຢ້ຽມຢາມຄຣິສຕະຈັກຕ່າງໆຢ່າງຕໍ່ເນື່ອງ ເພື່ອສອບຖາມກ່ຽວກັບຄວາມຄືບໜ້າຂອງວຽກງານ. ພວກເຂົາສາມາດຖາມຄຳຖາມ ແລະ ຊອກຮູ້ກ່ຽວກັບວຽກງານໄດ້ວ່າ: “ອ້າຍເອື້ອຍນ້ອງສອງສາມຄົນໃນຄຣິສຕະຈັກຂອງພວກເຈົ້າທີ່ຂ້ອນຂ້າງຈິງຈັງໃນການໄລ່ຕາມເສາະຫາຂອງພວກເຂົາລ້ວນແລ້ວແຕ່ມີປະສົບການບາງຢ່າງ, ພວກເຂົາສາມາດຂຽນບົດຄວາມຄຳພະຍານໄດ້ບໍ?” ພວກເຂົາຄວນຖາມຜູ້ທີ່ຫາກໍຍອມຮັບເສັ້ນທາງທີ່ແທ້ຈິງນຳອີກວ່າ ພວກເຂົາໄດ້ສືບສວນ ແລະ ມາຍອມຮັບມັນໄດ້ແນວໃດ ແລະ ພວກເຂົາສາມາດຂຽນຄວາມຮູ້ສຶກນຶກຄິດຂອງພວກເຂົາກ່ຽວກັບເລື່ອງນີ້ໄດ້ ຫຼື ບໍ່. ຜູ້ນໍາ ແລະ ຜູ້ເຮັດວຽກບໍ່ພຽງແຕ່ຕ້ອງສອບຖາມ, ຊອກຮູ້, ຕິດຕາມ ແລະ ຈັດຕັ້ງປະຕິບັດວຽກງານນີ້ຢ່າງຕໍ່ເນື່ອງເທົ່ານັ້ນ, ແຕ່ພວກເຂົາຍັງຕ້ອງກວດກາເບິ່ງວ່າການຈັດຕັ້ງປະຕິບັດດຳເນີນໄປໄດ້ດີສໍ່າໃດອີກດ້ວຍວ່າ: “ໃນຊ່ວງເວລານີ້, ພວກເຈົ້າໄດ້ຈັດແຈງໃຫ້ຜູ້ຄົນເຮັດວຽກງານນີ້ແລ້ວ ຫຼື ບໍ່? ມີບົດຄວາມຄຳພະຍານຈາກປະສົບການຖືກຂຽນຂຶ້ນຈັກບົດແລ້ວ? ມີຈັກບົດທີ່ໄດ້ມາດຕະຖານ? ອັດຕາສ່ວນຂອງບົດຄວາມທີ່ໄດ້ມາດຕະຖານແມ່ນເທົ່າໃດ?” ຜູ້ກຳກັບດູແລຕອບວ່າ: “ຫຼັງຈາກການໂອ້ລົມຄັ້ງທີ່ຜ່ານມາ, ບົດຄວາມຄຳພະຍານຈາກປະສົບການບາງບົດກໍໄດ້ຖືກຂຽນຂຶ້ນໃນຄຣິສຕະຈັກຂອງພວກເຮົາແລ້ວ ແລະ ບົດຄວາມທີ່ໄດ້ມາດຕະຖານຈຳນວນໜຶ່ງກໍໄດ້ຖືກສົ່ງຂຶ້ນໄປແລ້ວ. ພວກເຮົາໄດ້ເຮັດວຽກງານນີ້ຢ່າງຕໍ່ເນື່ອງ”. ແບບນີ້ກໍຖືວ່າເຮັດໄດ້ດີແລ້ວ; ນີ້ໝາຍຄວາມວ່າເຈົ້າໄດ້ເຮັດວຽກງານນີ້ຢ່າງຖືກຕ້ອງແລ້ວ. ເມື່ອເບິ່ງແບບນີ້ແລ້ວ, ມັນມີຄວາມສຳພັນໂດຍກົງລະຫວ່າງການທີ່ຄຣິສຕະຈັກສາມາດຜະລິດບົດຄວາມຄຳພະຍານຈາກປະສົບການທີ່ແທ້ຈິງ ແລະ ບົດບາດຂອງຜູ້ນໍາ ແລະ ຜູ້ເຮັດວຽກ ຫຼື ບໍ່? ໃນດ້ານໜຶ່ງ, ພວກເຈົ້າຕ້ອງໂອ້ລົມກ່ຽວກັບວຽກງານດ້ານນີ້ຢ່າງຕໍ່ເນື່ອງ; ໃນອີກດ້ານໜຶ່ງ, ພວກເຈົ້າຕ້ອງນໍາພາໂດຍການເປັນແບບຢ່າງ, ສອບຖາມກ່ຽວກັບວຽກງານຢ່າງຕໍ່ເນື່ອງ ແລະ ຍັງຕ້ອງມີສ່ວນຮ່ວມ ແລະ ຕິດຕາມວຽກງານອີກດ້ວຍ. ຫຼັງຈາກທີ່ຕິດຕາມມາໄລຍະໜຶ່ງ ແລ້ວອອກຈາກຄຣິສຕະຈັກນີ້, ຕໍ່ມາພວກເຈົ້າກໍຄວນກັບມາເພື່ອກວດກາການຈັດຕັ້ງປະຕິບັດ. ນີ້ບໍ່ແມ່ນສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດບໍ? ນີ້ຄືຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ.

ສຳລັບທຸກການຈັດແຈງວຽກງານທີ່ເຮືອນຂອງພຣະເຈົ້າມອບໝາຍ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງປະຕິບັດຕໍ່ມັນຢ່າງຈິງຈັງ ແລະ ຈັດຕັ້ງປະຕິບັດມັນຢ່າງຈິງຈັງ. ພວກເຈົ້າຄວນໃຊ້ການຈັດແຈງວຽກງານເພື່ອປຽບທຽບ ແລະ ກວດກາວຽກງານທັງໝົດທີ່ພວກເຈົ້າໄດ້ເຮັດຢູ່ເລື້ອຍໆ. ພວກເຈົ້າຄວນກວດສອບ ແລະ ໄຕ່ຕອງເບິ່ງອີກວ່າວຽກງານໃດທີ່ພວກເຈົ້າຍັງເຮັດບໍ່ໄດ້ດີ ຫຼື ຍັງຈັດຕັ້ງປະຕິບັດບໍ່ທົ່ວເຖິງໃນຊ່ວງເວລານີ້. ສຳລັບວຽກງານໃດໆທີ່ໄດ້ຮັບມອບໝາຍ ແລະ ຮຽກຮ້ອງໂດຍການຈັດແຈງວຽກງານທີ່ຖືກລະເລີຍ, ພວກເຈົ້າຄວນແກ້ໄຂຄືນ ແລະ ສອບຖາມກ່ຽວກັບມັນໂດຍໄວ. ຖ້າເຈົ້າກຳລັງຫຍຸ້ງຢູ່ກັບວຽກງານສະເພາະໃດໜຶ່ງ ແລະ ບໍ່ສາມາດຖອນຕົວອອກມາໄດ້, ເຈົ້າສາມາດມອບໝາຍໃຫ້ຄົນອື່ນກວດກາ ແລະ ຕິດຕາມວຽກງານທີ່ຍັງເຮັດບໍ່ໄດ້ດີ. ຢ່າພຽງແຕ່ອອກຄຳສັ່ງ ແລະ ຄິດວ່າວຽກງານສຳເລັດແລ້ວ ຫຼັງຈາກທີ່ໄດ້ມອບໝາຍ ແລະ ຈັດແຈງວຽກງານ, ແລ້ວກໍຢືນຢູ່ເສີຍໆ. ໃນຖານະຜູ້ນໍາ, ພວກເຈົ້າຕ້ອງຮັບຜິດຊອບວຽກງານທັງໝົດ, ບໍ່ແມ່ນພຽງແຕ່ວຽກງານດຽວ. ຖ້າເຈົ້າເຫັນວ່າວຽກງານໃດໜຶ່ງສຳຄັນເປັນພິເສດ, ເຈົ້າສາມາດກວດກາວຽກງານນັ້ນໄດ້, ແຕ່ພວກເຈົ້າກໍຕ້ອງຫາເວລາເພື່ອກວດກາ, ຊີ້ນໍາ ແລະ ຕິດຕາມວຽກງານອື່ນໆເຊັ່ນກັນ. ຖ້າພວກເຈົ້າພໍໃຈພຽງແຕ່ກັບການເຮັດວຽກງານດຽວໃຫ້ໄດ້ດີ ແລ້ວກໍຖືວ່າສຳເລັດແລ້ວ ແລະ ມອບໝາຍວຽກງານອື່ນໃຫ້ຄົນອື່ນໂດຍບໍ່ສົນໃຈ ຫຼື ຖາມເຖິງ, ນີ້ຄືພຶດຕິກຳທີ່ບໍ່ຮັບຜິດຊອບ ແລະ ເປັນການລະເລີຍຄວາມຮັບຜິດຊອບ. ຖ້າເຈົ້າເປັນຜູ້ນໍາ, ບໍ່ວ່າເຈົ້າຈະຮັບຜິດຊອບຈັກວຽກງານກໍຕາມ, ມັນກໍເປັນຄວາມຮັບຜິດຊອບຂອງເຈົ້າທີ່ຈະຕ້ອງຖາມຄຳຖາມກ່ຽວກັບພວກມັນ ແລະ ສອບຖາມຢູ່ສະເໝີ, ໃນຂະນະດຽວກັນກໍຕ້ອງກວດກາພວກມັນ ແລະ ແກ້ໄຂບັນຫາໂດຍທັນເວລາເມື່ອມັນເກີດຂຶ້ນ. ນີ້ຄືວຽກຂອງເຈົ້າ. ດັ່ງນັ້ນ, ບໍ່ວ່າເຈົ້າຈະເປັນຜູ້ນຳພາກ, ຜູ້ນຳເຂດ, ຜູ້ນໍາຄຣິສຕະຈັກ ຫຼື ຫົວໜ້າທີມ ຫຼື ຜູ້ກຳກັບດູແລໃດໆກໍຕາມ, ເມື່ອເຈົ້າໄດ້ຮູ້ຂອບເຂດຄວາມຮັບຜິດຊອບຂອງເຈົ້າແລ້ວ, ເຈົ້າຕ້ອງກວດສອບຢູ່ເລື້ອຍໆວ່າເຈົ້າກຳລັງເຮັດວຽກງານຕົວຈິງ ຫຼື ບໍ່, ເຈົ້າໄດ້ບັນລຸຄວາມຮັບຜິດຊອບທີ່ຜູ້ນໍາ ຫຼື ຜູ້ເຮັດວຽກຄວນບັນລຸ ຫຼື ບໍ່, ພ້ອມທັງວຽກງານໃດແດ່ໃນວຽກງານສອງສາມຢ່າງທີ່ໄດ້ມອບໝາຍໃຫ້ເຈົ້າທີ່ເຈົ້າຍັງບໍ່ໄດ້ເຮັດ, ວຽກງານໃດທີ່ເຈົ້າບໍ່ຢາກເຮັດ, ວຽກງານໃດທີ່ເກີດຜົນບໍ່ດີ ແລະ ວຽກງານໃດທີ່ເຈົ້າບໍ່ສາມາດກຳແໜ້ນຫຼັກການໄດ້. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ເຈົ້າຄວນກວດສອບຢູ່ເລື້ອຍໆ. ໃນເວລາດຽວກັນ, ເຈົ້າຕ້ອງຮຽນຮູ້ທີ່ຈະໂອ້ລົມ ແລະ ຖາມຄຳຖາມກັບຄົນອື່ນ ແລະ ຕ້ອງຮຽນຮູ້ວິທີຄົ້ນຫາແຜນການ, ຫຼັກການ ແລະ ເສັ້ນທາງສຳລັບການປະຕິບັດໃນພຣະທຳຂອງພຣະເຈົ້າ ແລະ ການຈັດແຈງວຽກງານ. ຕໍ່ກັບການຈັດແຈງວຽກງານໃດໆ, ບໍ່ວ່າມັນຈະກ່ຽວຂ້ອງກັບການບໍລິຫານ, ບຸກຄະລາກອນ ຫຼື ຊີວິດຄຣິສຕະຈັກ ຫຼື ວຽກງານວິຊາຊີບປະເພດໃດກໍຕາມ, ຖ້າມັນກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ມັນກໍເປັນຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸ ແລະ ຢູ່ໃນຂອບເຂດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງຮັບຜິດຊອບ, ເຊິ່ງສິ່ງເຫຼົ່ານີ້ກໍຄືວຽກງານທີ່ເຈົ້າຄວນໃສ່ໃຈ. ຕາມທຳມະຊາດແລ້ວ, ຄວນຈັດລຳດັບຄວາມສຳຄັນຕາມສະຖານະການ; ບໍ່ມີວຽກງານໃດທີ່ສາມາດຊັກຊ້າໄດ້. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ: “ຂ້ອຍບໍ່ໄດ້ມີສາມຫົວຫົກແຂນໃດ໋. ມີວຽກງານຫຼາຍຢ່າງໃນການຈັດແຈງວຽກງານ; ຂ້ອຍບໍ່ສາມາດຈັດການໄດ້ຢ່າງແນ່ນອນ ຖ້າຂ້ອຍຖືກມອບໝາຍໃຫ້ຮັບຜິດຊອບທັງໝົດ”. ຖ້າມີບາງວຽກງານທີ່ເຈົ້າບໍ່ສາມາດມີສ່ວນຮ່ວມດ້ວຍຕົນເອງໄດ້, ແລ້ວເຈົ້າໄດ້ຈັດແຈງໃຫ້ຄົນອື່ນເຮັດມັນແລ້ວ ຫຼື ບໍ່? ຫຼັງຈາກທີ່ໄດ້ຈັດແຈງແລ້ວ, ເຈົ້າໄດ້ຕິດຕາມ ແລະ ສອບຖາມບໍ? ເຈົ້າໄດ້ກວດສອບວຽກງານຂອງພວກເຂົາບໍ? ມັນເປັນໄປບໍ່ໄດ້ທີ່ເຈົ້າຈະບໍ່ມີເວລາແມ່ນແຕ່ຈະສອບຖາມ ແລະ ກວດສອບ! ເວລາພຽງເທົ່ານີ້ຕ້ອງມີຢ່າງແນ່ນອນ! ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນເວົ້າວ່າ: “ຂ້ອຍສາມາດເຮັດວຽກໄດ້ເທື່ອລະຢ່າງເທົ່ານັ້ນ. ຖ້າເຈົ້າຂໍໃຫ້ຂ້ອຍກວດສອບ, ຂ້ອຍກໍສາມາດກວດສອບໄດ້ເທື່ອລະວຽກງານເທົ່ານັ້ນ; ຫຼາຍກວ່ານັ້ນແມ່ນເປັນໄປບໍ່ໄດ້”. ຖ້າເປັນແນວນັ້ນ, ເຈົ້າກໍເປັນຄົນບໍ່ໄດ້ເລື່ອງ, ຂີດຄວາມສາມາດຂອງເຈົ້າຕໍ່າທີ່ສຸດ, ເຈົ້າບໍ່ມີຄວາມສາມາດໃນການເຮັດວຽກ, ເຈົ້າບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ເຈົ້າຄວນລາອອກ. ຈົ່ງເຮັດວຽກງານບາງຢ່າງທີ່ເໝາະສົມກັບເຈົ້າ, ຢ່າເຮັດໃຫ້ວຽກງານຂອງຄຣິສຕະຈັກ ແລະ ການເຕີບໂຕຂອງຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກຊັກຊ້າ ຍ້ອນຂີດຄວາມສາມາດຂອງເຈົ້າຕໍ່າເກີນໄປທີ່ຈະເຮັດວຽກໄດ້; ຖ້າເຈົ້າຂາດເຫດຜົນນີ້, ເຈົ້າກໍເປັນຄົນເຫັນແກ່ຕົວ ແລະ ຊົ່ວຊ້າ. ຖ້າເຈົ້າມີຂີດຄວາມສາມາດທຳມະດາ ແຕ່ສາມາດຄຳນຶງເຖິງເຈດຕະນາຂອງພຣະເຈົ້າໄດ້, ເຈົ້າເຕັມໃຈທີ່ຈະຝຶກຝົນ ແລະ ເຈົ້າຮູ້ສຶກບໍ່ແນ່ໃຈວ່າຈະສາມາດເຮັດວຽກໄດ້ດີ, ແລ້ວເຈົ້າກໍຄວນຊອກຫາຄົນທີ່ມີຂີດຄວາມສາມາດດີສອງສາມຄົນມາຮ່ວມມືກັບເຈົ້າໃນວຽກງານ. ນີ້ເປັນວິທີການທີ່ດີ ແລະ ຖືວ່າມີເຫດຜົນ. ຖ້າຂີດຄວາມສາມາດຂອງເຈົ້າຕໍ່າເກີນໄປ ແລະ ເຈົ້າບໍ່ສາມາດແບກຮັບວຽກງານນີ້ໄດ້ຢ່າງແທ້ຈິງ, ແຕ່ຍັງຄົງຢາກຢູ່ໃນຕຳແໜ່ງນີ້ຕໍ່ໄປ ແລະ ເພີດເພີນກັບຜົນປະໂຫຍດຂອງມັນ, ແລ້ວເຈົ້າກໍເປັນຄົນເຫັນແກ່ຕົວ ແລະ ຊົ່ວຊ້າ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງມີຈິດສຳນຶກ ແລະ ເຫດຜົນ, ນີ້ຄືສິ່ງທີ່ສຳຄັນທີ່ສຸດ. ຖ້າບໍ່ມີແມ່ນແຕ່ຄວາມເປັນມະນຸດນີ້, ພວກເຂົາກໍບໍ່ສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກໄດ້ຢ່າງແນ່ນອນ ແລະ ເຖິງແມ່ນວ່າພວກເຂົາຈະເຮັດວຽກເລັກນ້ອຍ, ພວກເຂົາກໍຈະເປັນຜູ້ນໍາປອມທີ່ຈະນຳເອົາຄວາມເສຍຫາຍມາສູ່ປະຊາກອນທີ່ພຣະເຈົ້າເລືອກ ແລະ ເປັນອັນຕະລາຍຕໍ່ວຽກງານຂອງຄຣິສຕະຈັກເທົ່ານັ້ນ. ຜູ້ນໍາ ແລະ ຜູ້ເຮັດວຽກຄວນຄຳນຶງເຖິງເຈດຕະນາຂອງພຣະເຈົ້າ; ພວກເຂົາຕ້ອງບໍ່ເປັນຜະເດັດການ ແລະ ຮັບຜິດຊອບທຸກຢ່າງດ້ວຍຕົນເອງຢ່າງເດັດຂາດ, ຈົນໃນທີ່ສຸດກໍບໍ່ໄດ້ເຮັດວຽກໃດດີ ແລະ ເຮັດໃຫ້ວຽກງານທັງໝົດຂອງຄຣິສຕະຈັກຊັກຊ້າ, ພ້ອມທັງການເຂົ້າສູ່ຊີວິດຂອງປະຊາກອນທີ່ພຣະເຈົ້າເລືອກ. ນັ້ນຈະບໍ່ເປັນການກະທໍາຜິດທີ່ຮ້າຍແຮງບໍ? ສະນັ້ນ, ຄົນທີ່ມີຂີດຄວາມສາມາດຕໍ່າເກີນໄປບໍ່ສາມາດເປັນຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຢ່າງແນ່ນອນ. ຜູ້ທີ່ຂາດຫົວໃຈທີ່ຢຳເກງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດຄຳນຶງເຖິງເຈດຕະນາຂອງພຣະເຈົ້າໄດ້ນັ້ນ ກໍຍິ່ງບໍ່ສາມາດເປັນຜູ້ນໍາ ແລະ ຜູ້ເຮັດວຽກໄດ້; ພວກເຂົາບໍ່ສາມາດຖືກມອບໝາຍໃຫ້ຮັບຜິດຊອບວຽກງານໃດໆໄດ້. ໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ, ການຮູ້ຈັກຕົນເອງເປັນສິ່ງທີ່ສຳຄັນ. ຖ້າເຈົ້າບໍ່ສາມາດເຮັດວຽກງານຕົວຈິງໄດ້ ແຕ່ຍັງຢາກຮັບຜິດຊອບທຸກຢ່າງດ້ວຍຕົນເອງ ແລະ ມັກເພີດເພີນກັບຜົນປະໂຫຍດຈາກສະຖານະ, ນີ້ຄືຄຳນິຍາມທີ່ແທ້ຈິງຂອງຜູ້ນໍາປອມ ແລະ ເຈົ້າຄວນຖືກປົດອອກ ແລະ ກຳຈັດອອກ.

ຫຼັງຈາກທີ່ໄດ້ໂອ້ລົມກ່ຽວກັບຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນບັນລຸກ່ຽວກັບການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າແລ້ວ, ຕອນນີ້ພວກເຈົ້າມີເສັ້ນທາງກ່ຽວກັບວິທີທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນປະຕິບັດຕໍ່ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານແລ້ວບໍ? (ມີແລ້ວ). ມີຄວາມຫຍຸ້ງຍາກຫຍັງບໍ? ໃນບັນດາວຽກງານຕ່າງໆ ທີ່ໄດ້ກ່າວໄວ້ໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກທີ່ພວກເຮົາໄດ້ໂອ້ລົມກັນ, ບາງຄົນອາດຈະສຸມໃສ່ພຽງແຕ່ດ້ານໜຶ່ງ ຫຼື ສອງດ້ານເທົ່ານັ້ນ, ໃນຂະນະທີ່ຄົນອື່ນອາດຈະບໍ່ສາມາດເຮັດສຳເລັດໄດ້ແມ່ນແຕ່ດ້ານໜຶ່ງ ຫຼື ສອງດ້ານ. ສຳລັບຜູ້ນໍາ ແລະ ຜູ້ເຮັດວຽກທີ່ສາມາດສຸມໃສ່ດ້ານໜຶ່ງ ຫຼື ສອງດ້ານຂອງວຽກງານ, ຖ້າພວກເຂົາມີຂີດຄວາມສາມາດພຽງພໍ ແລະ ຍັງສາມາດຮຽນຮູ້ທີ່ຈະຕິດຕາມດ້ານອື່ນໆຂອງວຽກງານອີກດ້ວຍ, ແລ້ວໂດຍພື້ນຖານແລ້ວ ພວກເຂົາກໍໄດ້ມາດຕະຖານ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາຢູ່ໃນລະດັບຂອງການເທດສະໜາຫຼັກຄຳສອນ ແລະ ການຈັດການເຕົ້າໂຮມເທົ່ານັ້ນ ແຕ່ບໍ່ສາມາດເຮັດວຽກງານສະເພາະໄດ້ ແລະ ເມື່ອຖືກຂໍໃຫ້ມີສ່ວນຮ່ວມໃນການກວດກາ ແລະ ຕິດຕາມວຽກງານສະເພາະ, ພວກເຂົາກໍກັງວົນ, ໂດຍບໍ່ມີແຜນການ, ຂັ້ນຕອນ ຫຼື ເສັ້ນທາງທີ່ຈະປະຕິບັດຕາມ, ບໍ່ຮູ້ວ່າຈະເຮັດຫຍັງ, ນີ້ກໍສະແດງໃຫ້ເຫັນເຖິງຂີດຄວາມສາມາດທີ່ຕໍ່າ. ຄົນທີ່ມີຂີດຄວາມສາມາດຕໍ່າສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານໄດ້ບໍ? (ບໍ່ໄດ້). ຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວແມ່ນບໍ່ໄດ້ມາດຕະຖານ. ພວກເຈົ້າຄວນຈັດການກັບຜູ້ນໍາ ແລະ ຜູ້ເຮັດວຽກດັ່ງກ່າວແນວໃດ? ຈົ່ງບອກພວກເຂົາວ່າ: “ການຈັດແຈງວຽກງານໄດ້ຖືກມອບໝາຍແລ້ວ ແລະ ພວກເຮົາກໍມີຄວາມເຂົ້າໃຈຢ່າງຊັດເຈນແລ້ວວ່າຕ້ອງປະຕິບັດວຽກງານໃດ ແລະ ຍຶດໝັ້ນໃນຫຼັກການໃດ, ແຕ່ເຈົ້າບໍ່ຮູ້ວ່າຈະເຮັດຫຍັງ ແລະ ບໍ່ມີເສັ້ນທາງທີ່ຈະປະຕິບັດຕາມ. ແຕ່ເຈົ້າຍັງໜ້າດ້ານມາໂອ້ລົມ ແລະ ເທດສະໜາສັ່ງສອນພວກເຮົາອີກ. ເຈົ້າຄວນລາອອກທັນທີ! ເຈົ້າບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ເຈົ້າບໍ່ສາມາດບັນລຸຄວາມຮັບຜິດຊອບນີ້ໄດ້. ຈົ່ງມອບມັນໃຫ້ຄົນທີ່ມີຄວາມສາມາດໂດຍໄວ! ເຊົາຮ້ອງຄຳຂວັນຢູ່ບ່ອນນີ້ໄດ້ແລ້ວ, ບໍ່ມີໃຜຢາກຟັງ!” ນີ້ເປັນວິທີການຈັດການທີ່ເໝາະສົມບໍ? (ເໝາະສົມ). ຖ້າເຈົ້າເຮັດວຽກບໍ່ເປັນ, ຈະຮ້ອງຄຳຂວັນຢ່າງຫຼັບຫູຫຼັບຕາໄປເພື່ອຫຍັງ! ທຸກຄົນສາມາດອ່ານຄຳເວົ້າໃນການຈັດແຈງວຽກງານໄດ້; ທຸກຄົນສາມາດເວົ້າຫຼັກຄຳສອນໄດ້, ສິ່ງສຳຄັນຄືເຈົ້າລົງມືເຮັດແນວໃດ. ຖ້າເຈົ້າເຮັດບໍ່ເປັນ, ແລ້ວເຈົ້າກໍບໍ່ເໝາະສົມທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ບໍ່ມີວຽກງານໃດທີ່ງ່າຍດາຍຄືກັບໜຶ່ງບວກໜຶ່ງເທົ່າກັບສອງ. ທຸກວຽກງານຮຽກຮ້ອງໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກກຳນົດແຜນການຈັດຕັ້ງປະຕິບັດສະເພາະພາຍໃນຂອບເຂດຂອງຫຼັກການໂດຍອີງໃສ່ສະຖານະການສະເພາະ. ໃນເວລາດຽວກັນ, ພວກເຂົາຕ້ອງຮູ້ວິທີກຳກັບດູແລ, ກວດກາ ແລະ ຕິດຕາມຈົນກວ່າວຽກງານຈະຖືກຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ຕອບສະໜອງຂໍ້ກຳນົດຂອງການຈັດແຈງວຽກງານຢ່າງຄົບຖ້ວນ, ເກີດໝາກອອກຜົນ ແລະ ໄດ້ຮັບຜົນສຳເລັດ. ເມື່ອນັ້ນເທົ່ານັ້ນທີ່ພວກເຂົາໄດ້ບັນລຸຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ; ເມື່ອນັ້ນເທົ່ານັ້ນທີ່ພວກເຂົາໄດ້ມາດຕະຖານໃນຖານະຜູ້ນໍາ ແລະ ຜູ້ເຮັດວຽກ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?