ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (1) ສ່ວນທີ ສາມ

ຂໍ້ທີສອງ: ຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ (ພາກທີໜຶ່ງ)

ຜູ້ນໍາປອມເບິ່ງສະພາວະຂອງຄົນແຕ່ລະປະເພດບໍ່ອອກ

ຄວາມຮັບຜິດຊອບຂໍ້ທີສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນການກຳແໜ້ນສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ. ຜູ້ນໍາປອມຈັດຕັ້ງປະຕິບັດວຽກງານນີ້ແນວໃດ? ພວກເຂົາມີຄວາມສາມາດພຽງພໍສຳລັບໜ້າວຽກນີ້ບໍ? ໃຫ້ພວກເຮົາໄຈ້ແຍກຈຸດນີ້. ການກຳແໜ້ນສະພາວະຂອງຄົນແຕ່ລະປະເພດ, ສິ່ງນີ້ບັນລຸໄດ້ບົນພື້ນຖານຫຍັງ? ມັນບັນລຸໄດ້ບົນພື້ນຖານຂອງການເຂົ້າໃຈພຣະທຳຂອງພຣະເຈົ້າທີ່ເປີດໂປງອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ຂອງຄົນຕ່າງໆ. ເພື່ອກຳແໜ້ນສະພາວະຂອງຄົນຕ່າງໆ, ຄົນເຮົາຕ້ອງເຂົ້າໃຈພຣະທຳຂອງພຣະເຈົ້າທີ່ເປີດໂປງສະພາວະຕ່າງໆ, ອຸປະນິໄສທີ່ເສື່ອມຊາມ ແລະ ແກ່ນແທ້ທີ່ເສື່ອມຊາມຂອງຜູ້ຄົນກ່ອນ ແລະ ສາມາດເອົາພຣະທຳມາທຽບໃສ່ຕົນເອງໄດ້. ອຸປະນິໄສປະເພດທີ່ພຣະເຈົ້າເປີດໂປງນັ້ນໝາຍເຖິງຄົນປະເພດໃດ, ຄວາມເປັນມະນຸດຂອງພວກເຂົາເປັນແນວໃດ, ພວກເຂົາມີການສະແດງອອກ ແລະ ການເປີດເຜີຍປະເພດໃດ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າ, ພຣະທຳຂອງພຣະເຈົ້າ ແລະ ໜ້າທີ່ຂອງພວກເຂົາເປັນແນວໃດ; ສະພາວະເຫຼົ່ານີ້ຕ້ອງຖືກນຳມາທຽບໃສ່ກັບພຣະທຳຂອງພຣະເຈົ້າ ແລະ ໂດຍການເຮັດເຊັ່ນນັ້ນ, ຄົນເຮົາກໍຈະສາມາດກຳແໜ້ນສະພາວະຂອງບຸກຄົນຕ່າງໆໄດ້. ສະນັ້ນ, ການກຳແໜ້ນສະພາວະຂອງຄົນຕ່າງໆ ກ່ອນອື່ນໝົດແມ່ນບັນລຸໄດ້ບົນພື້ນຖານຂອງການເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ການມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ. ຜູ້ນໍາປອມບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ແລ້ວພວກເຂົາຈະສາມາດເຂົ້າໃຈຄວາມຈິງທີ່ຊັບຊ້ອນກ່ຽວກັບຄົນປະເພດຕ່າງໆທີ່ຖືກເປີດໂປງໂດຍພຣະທຳຂອງພຣະເຈົ້າ, ພ້ອມທັງສະພາວະຕ່າງໆ ແລະ ແກ່ນແທ້ທີ່ເສື່ອມຊາມທີ່ຖືກເປີດໂປງໄດ້ບໍ? (ບໍ່ໄດ້.) ພວກເຂົາບໍ່ເຂົ້າໃຈ, ບໍ່ຮູ້ຄວາມສຳພັນທີ່ກ່ຽວຂ້ອງໃນນີ້ ແລະ ບໍ່ຮູ້ຄວາມຈິງທີ່ກ່ຽວຂ້ອງ. ເພາະວ່າພວກເຂົາບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ການກຳແໜ້ນສະພາວະຂອງຄົນຕ່າງໆ, ເຊິ່ງເປັນເລື່ອງທີ່ຈຳເປັນຢ່າງຍິ່ງ ແລະ ສຳຄັນຫຼາຍນີ້, ຈຶ່ງເປັນໜ້າວຽກທີ່ສ້າງຄວາມລຳບາກ ແລະ ຫຍຸ້ງຍາກຫຼາຍສຳລັບຜູ້ນໍາປອມ.

ຜູ້ນໍາປອມກຳແໜ້ນສະພາວະຂອງຄົນຕ່າງໆແນວໃດ? ພວກເຂົາຄິດວ່າ “ຄົນນີ້ກະຕືລືລົ້ນ, ຄົນນັ້ນໃຈແຄບ, ຄົນນີ້ມັກແຕ່ງຕົວ, ຄົນນັ້ນມີຄວາມເຊື່ອໜ້ອຍ...”. ພວກເຂົາເບິ່ງພຽງແຕ່ປະກົດການພາຍນອກຜິວເຜີນເຫຼົ່ານີ້, ແຕ່ພວກເຂົາບໍ່ຮູ້ວ່າທັດສະນະຄະຕິທີ່ແທ້ຈິງຂອງຄົນໃດໜຶ່ງຕໍ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງເປັນແນວໃດ ແລະ ທຳມະຊາດ-ແກ່ນແທ້ຂອງພວກເຂົາເປັນແນວໃດກັນແທ້. ຕົວຢ່າງ: ຄົນໃດໜຶ່ງມີຄວາມເຊື່ອທີ່ແທ້ຈິງ ແລະ ມີຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ຂອງຕົນ, ແຕ່ຄວາມຫຍຸ້ງຍາກ ແລະ ສິ່ງຜູກມັດໃນຄອບຄົວຂອງພວກເຂົາສົ່ງຜົນກະທົບຕໍ່ໝາກຜົນຂອງໜ້າທີ່ຂອງພວກເຂົາ; ຜູ້ນໍາປອມ, ເມື່ອເຫັນເຊັ່ນນີ້, ກໍຈະຈັດປະເພດໃຫ້ພວກເຂົາຢ່າງຜິດໆ, ໂດຍກ່າວວ່າ “ຄົນຜູ້ນີ້ເປັນຜູ້ບໍ່ເຊື່ອ. ພວກເຂົາບໍ່ສາມາດຕັດຂາດຈາກຄອບຄົວຂອງພວກເຂົາໄດ້. ພວກເຂົາຄິດຮອດແຕ່ລູກຂອງພວກເຂົາຢູ່ຕະຫຼອດ. ພວກເຂົາມີເງິນເກັບຢູ່ເຮືອນ ແຕ່ບໍ່ຖວາຍ. ສະນັ້ນ ຄົນຜູ້ນີ້ຈຶ່ງເປັນບັນຫາຢ່າງຍິ່ງ ແລະ ບໍ່ສາມາດນຳໃຊ້ໃນວຽກງານທີ່ສຳຄັນໃນອະນາຄົດໄດ້”. ທີ່ຈິງແລ້ວ, ບັນຫາຂອງຄົນຜູ້ນີ້ບໍ່ໄດ້ຮ້າຍແຮງ; ມັນເປັນພຽງເພາະວ່າພວກເຂົາຫາກໍເຊື່ອໃນພຣະເຈົ້າໄດ້ບໍ່ດົນ ແລະ ມີຄວາມເຂົ້າໃຈຄວາມຈິງທີ່ຜິວເຜີນ ພວກເຂົາຈຶ່ງເບິ່ງຫຼາຍສິ່ງບໍ່ອອກ. ພວກເຂົາບໍ່ຮູ້ວິທີປະຕິບັດຕໍ່ຄອບຄົວ ແລະ ລູກຂອງພວກເຂົາ ຫຼື ຮັບມືກັບຊັບສິນຂອງພວກເຂົາ. ພວກເຂົາກຳລັງຢູ່ໃນໄລຍະຂອງການອະທິຖານ ແລະ ສະແຫວງຫາ ແລະ ຍັງບໍ່ທັນຊອກພົບຫຼັກການ ແລະ ວິທີການປະຕິບັດທີ່ຖືກຕ້ອງເທື່ອ. ພວກເຂົາມີຄວາມຕັ້ງໃຈທີ່ຈະປະຕິບັດຄວາມຈິງ, ແຕ່ເມື່ອປະເຊີນກັບສິ່ງຜູກມັດ ແລະ ຄວາມຫຍຸ້ງຍາກໃນຄອບຄົວ, ພວກເຂົາກໍອ່ອນແອໜ້ອຍໜຶ່ງເປັນການຊົ່ວຄາວ ແລະ ບໍ່ກະຕືລືລົ້ນປານໃດໃນການປະຕິບັດໜ້າທີ່ຂອງຕົນ. ແນວໃດກໍຕາມ, ພວກເຂົາສາມາດເຮັດວຽກທີ່ຄຣິສຕະຈັກມອບໝາຍໃຫ້ສຳເລັດຢ່າງຈິງຈັງ, ເຊິ່ງເປັນສິ່ງທີ່ຄົນສ່ວນໃຫຍ່ເຮັດບໍ່ໄດ້. ເມື່ອພິຈາລະນາຈາກຄວາມສາມາດ, ຄວາມເປັນມະນຸດ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ຄວາມຈິງແລ້ວ, ພວກເຂົາກໍເປັນຄົນດີ. ແຕ່ຜູ້ນໍາປອມບໍ່ໄດ້ເຫັນແບບນີ້ ເພາະພວກເຂົາບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ບໍ່ຮູ້ວິທີໃຊ້ພຣະທຳຂອງພຣະເຈົ້າເປັນມາດຕະຖານໃນການວັດແທກວ່າທຳມະຊາດ-ແກ່ນແທ້ຂອງຄົນໃດໜຶ່ງເປັນແນວໃດ ຫຼື ສະພາວະທີ່ຄົນໃດໜຶ່ງເປັນຢູ່ນັ້ນ ເປັນຍ້ອນທຳມະຊາດ-ແກ່ນແທ້ຂອງພວກເຂົາ ຫຼື ເປັນຄວາມອ່ອນແອຊົ່ວຄາວ, ຫຼື ເປັນບັນຫາເລື່ອງຂອງຄວາມເຕີບໂຕ; ພວກເຂົາບໍ່ສາມາດວັດແທກສິ່ງເຫຼົ່ານີ້ໄດ້. ຄວາມຫຍຸ້ງຍາກທີ່ຄົນປະເພດນີ້ພົບພໍ້ແມ່ນສິ່ງທີ່ເກີດຂຶ້ນໃນຊີວິດຈິງ ແລະ ກ່ຽວຂ້ອງກັບທາງເຂົ້າຂອງຊີວິດ, ຜູ້ນໍາປອມສາມາດຈັດການກັບບັນຫາປະເພດນີ້ໄດ້ບໍ? ພວກເຂົາສາມາດແກ້ໄຂຄວາມຫຍຸ້ງຍາກຂອງຄົນເຫຼົ່ານີ້ໄດ້ບໍ? (ບໍ່ໄດ້.) ເພາະວ່າຜູ້ນໍາປອມບໍ່ສາມາດກຳແໜ້ນສະພາວະຂອງຄົນຕ່າງໆໄດ້ຢ່າງຖືກຕ້ອງ ແລະ ບໍ່ສາມາດແຍກແຍະຄວາມດີ ແລະ ຄວາມຊົ່ວຂອງທຳມະຊາດ-ແກ່ນແທ້ຂອງຄົນຕ່າງໆໄດ້ຢ່າງຖືກຕ້ອງ, ພວກເຂົາຈຶ່ງບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາຂອງຄົນຕ່າງໆໄດ້ຢ່າງຖືກຕ້ອງເຊັ່ນກັນ. ໃນທາງກົງກັນຂ້າມ, ພວກເຂົາຖືວ່າຜູ້ທີ່ອີງໃສ່ພຽງແຕ່ຄວາມກະຕືລືລົ້ນ, ສາມາດທຽວໄປມາເພື່ອເສຍສະລະຕົນເອງ, ອົດທົນຕໍ່ຄວາມລຳບາກ ແລະ ຈ່າຍລາຄາ, ແຕ່ມີຄວາມສາມາດຕໍ່າ ແລະ ຂາດຄວາມສາມາດໃນການຢັ່ງຮູ້, ເປັນເປົ້າໝາຍສຳຄັນໃນການບົ່ມເພາະ ແລະ ພວກເຂົາກໍໂອ້ລົມເພື່ອແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາເມື່ອຄົນເຫຼົ່ານີ້ພົບພໍ້. ແຕ່ສຳລັບຜູ້ທີ່ມີຄຸນນະພາບ ແລະ ຄວາມເປັນມະນຸດທີ່ດີຢ່າງແທ້ຈິງ, ເມື່ອພວກເຂົາພົບພໍ້ກັບຄວາມຫຍຸ້ງຍາກ ແລະ ອ່ອນແອລົງໜ້ອຍໜຶ່ງ, ຜູ້ນໍາປອມແກ້ໄຂ ແລະ ຈັດການກັບພວກເຂົາແນວໃດ? ເມື່ອຄົນເຫຼົ່ານີ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ທີ່ຈິງແລ້ວພວກເຂົາພຽງແຕ່ອ່ອນແອລົງໜ້ອຍໜຶ່ງ, ຕາມສະຖານະການແລ້ວ, ພວກເຂົາຄວນໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອ; ຄົນເຮົາຄວນໂອ້ລົມເຖິງເຈດຕະນາຂອງພຣະເຈົ້າໃຫ້ພວກເຂົາຟັງ, ພວກເຂົາບໍ່ຄວນຖືກຕັດສິນໄປທັງໝົດ, ແຮງໄກທີ່ຈະຖືກຈັດປະເພດ. ແຕ່ຜູ້ນໍາປອມແກ້ໄຂຄວາມຫຍຸ້ງຍາກຂອງຄົນເຊັ່ນນັ້ນແນວໃດ? ພວກເຂົາເວົ້າວ່າ “ພາລະກິດຂອງພຣະເຈົ້າໄດ້ມາເຖິງຂັ້ນຕອນນີ້ແລ້ວ, ແຕ່ເຈົ້າຍັງຍຶດຕິດກັບຜົວຂອງເຈົ້າ, ກັບລູກຂອງເຈົ້າ; ເຈົ້າເຖິງກັບໃຫ້ລູກຂອງເຈົ້າໄປຮຽນມະຫາວິທະຍາໄລ ແລະ ສະແຫວງຫາອະນາຄົດຂອງພວກເຂົາ. ໃນຂະນະທີ່ໄພພິບັດນັບມື້ນັບຮ້າຍແຮງຂຶ້ນ, ໂລກນີ້ຍັງມີອະນາຄົດຢູ່ບໍ? ເຈົ້າບໍ່ສາມາດແມ່ນແຕ່ຈະເບິ່ງແຍງຊີວິດຂອງຕົນເອງໄດ້, ເຈົ້າຈະໄປສົນໃຈເລື່ອງເຫຼົ່ານັ້ນໄດ້ແນວໃດ? ພາລະກິດຂອງພຣະເຈົ້າໃກ້ຈະສຳເລັດແລ້ວ, ເວລາຊ່າງຮີບດ່ວນສໍ່າໃດ! ຖ້າເຈົ້າບໍ່ອຸທິດຕົນເອງທັງໝົດ, ເຈົ້າຍັງຈະຖືກເອີ້ນວ່າເປັນສິ່ງທີ່ຖືກສ້າງໄດ້ບໍ? ເຈົ້າຍັງເປັນມະນຸດຢູ່ບໍ?” ນີ້ແມ່ນສິ່ງທີ່ເປັນຄວາມຫຍຸ້ງຍາກຂອງຄົນເຫຼົ່ານີ້ແທ້ໆບໍ? (ບໍ່ແມ່ນ.) ເຫດຜົນທີ່ຄົນເຫຼົ່ານີ້ອ່ອນແອລົງໜ້ອຍໜຶ່ງເມື່ອພວກເຂົາປະເຊີນກັບຄວາມຫຍຸ້ງຍາກ ກໍເປັນພຽງຍ້ອນຄວາມເຕີບໂຕທີ່ນ້ອຍຂອງພວກເຂົາ, ບໍ່ແມ່ນເພາະວ່າພວກເຂົາບໍ່ຮັກຄວາມຈິງ ຫຼື ບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່. ສະນັ້ນ, ສິ່ງທີ່ຜູ້ນໍາປອມເວົ້າຈຶ່ງບໍ່ກົງກັບສະພາວະຂອງພວກເຂົາ; ມັນເປັນກໍລະນີຂອງການຈັດປະເພດທີ່ຜິດຢ່າງເຫັນໄດ້ຊັດ, ບໍ່ໄດ້ກຳແໜ້ນປະເດັນຫຼັກ ຫຼື ຈຸດສຳຄັນຂອງສະພາວະຂອງພວກເຂົາ, ບໍ່ໄດ້ກຳແໜ້ນວ່າພວກເຂົາຄິດຫຍັງແທ້, ພວກເຂົາເປັນຄົນປະເພດໃດ ແລະ ຄວນຊີ້ນໍາ ແລະ ຊ່ວຍເຫຼືອພວກເຂົາແນວໃດ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາ. ຜູ້ນໍາປອມບໍ່ຮູ້ວິທີແກ້ໄຂບັນຫາເຫຼົ່ານີ້. ແລ້ວ, ເມື່ອເກີດເລື່ອງແບບນີ້ຂຶ້ນ ຄວນແກ້ໄຂແນວໃດ? ເຈົ້າສາມາດເວົ້າໄດ້ວ່າ “ບັນຫາທີ່ເຈົ້າກຳລັງປະເຊີນຢູ່ນັ້ນ ເປັນບັນຫາທີ່ຫຼາຍຄົນພົບພໍ້. ຜູ້ທີ່ສາມາດປະຖິ້ມຄອບຄົວຂອງຕົນໄວ້ເບື້ອງຫຼັງ ແລະ ເສຍສະລະຕົນເອງຢ່າງສຸດໃຈເພື່ອພຣະເຈົ້າໄດ້ຢ່າງແທ້ຈິງນັ້ນ ບໍ່ໄດ້ກະທຳຕາມອາລົມຊົ່ວວູບ, ແຕ່ໄດ້ກະກຽມມາເປັນເວລາດົນນານແລ້ວ. ໃນດ້ານໜຶ່ງ, ພວກເຂົາໄດ້ເຂົ້າໃຈຄວາມຈິງພຽງພໍ ແລະ ມີຄວາມຕັ້ງໃຈຢ່າງແທ້ຈິງທີ່ຈະຕັດຂາດຈາກຄອບຄົວຂອງພວກເຂົາ, ເພື່ອເສຍສະລະຕົນເອງຢ່າງສຸດໃຈໃນເຮືອນຂອງພຣະເຈົ້າ ແລະ ພວກເຂົາສາມາດຮັບປະກັນໄດ້ວ່າພວກເຂົາຈະບໍ່ເສຍໃຈພາຍຫຼັງ, ພວກເຂົາໄດ້ຄິດໄຕ່ຕອງທຸກຢ່າງຢ່າງຮອບຄອບແລ້ວ. ຍິ່ງໄປກວ່ານັ້ນ, ໃນໄລຍະເວລານີ້, ພວກເຂົາຍັງອະທິຖານຫາພຣະເຈົ້າຂໍໃຫ້ພຣະອົງຈັດຕຽມ ແລະ ເປີດເສັ້ນທາງ, ໃນຂະນະທີ່ສືບຕໍ່ປະກອບຕົນເອງດ້ວຍຄວາມຈິງ, ເຮັດໃຫ້ຕົນເອງເຂົ້າໃຈຄວາມຈິງຫຼາຍຂຶ້ນ ແລະ ມີຄວາມເຊື່ອຫຼາຍຂຶ້ນໃນການປະຖິ້ມທຸກສິ່ງ ເພື່ອເສຍສະລະຕົນເອງຢ່າງສຸດໃຈເພື່ອພຣະເຈົ້າ. ສິ່ງນີ້ຕ້ອງການເວລາ, ການອະທິຖານ ແລະ ແນ່ນອນ, ການນໍາພາ ແລະ ການຈັດແຈງຂອງພຣະເຈົ້າ. ຖ້າເຈົ້າມີຄວາມຕັ້ງໃຈນີ້, ຢ່າຮ້ອນໃຈ. ຈົ່ງອະທິຖານຫາພຣະເຈົ້າ ແລະ ລໍຖ້າຢ່າງສະຫງົບ ແລະ ພຣະເຈົ້າຈະຈັດແຈງໃຫ້ເຈົ້າ. ຖ້າຄຳອະທິຖານ ແລະ ຄວາມຕັ້ງໃຈຂອງເຈົ້າສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ໄດ້ຮັບການຮັບຮອງຈາກພຣະເຈົ້າ, ຖ້າເຈົ້າພ້ອມແລ້ວ ແລະ ເຈົ້າຈະຍອມອ່ອນນ້ອມບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ ແລະ ບໍ່ຮູ້ສຶກເສຍໃຈ, ແລ້ວພຣະເຈົ້າກໍຈະເປີດເສັ້ນທາງໃຫ້ເຈົ້າຢ່າງແນ່ນອນ. ໃນໄລຍະເວລານີ້, ສິ່ງທີ່ຜູ້ຄົນຄວນເຮັດກໍຄືການກະກຽມ ແລະ ລໍຖ້າ; ສິ່ງດຽວທີ່ພວກເຂົາສາມາດເຮັດໄດ້ກໍຄືການປະກອບຕົນເອງດ້ວຍຄວາມຈິງ, ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ເຮັດໃຫ້ລະດັບຄວາມເຕີບໂຕຂອງຕົນເອງຄ່ອຍໆສູງຂຶ້ນ. ເມື່ອພຣະເຈົ້າຈັດສັນສະພາບແວດລ້ອມຕ່າງໆ, ຖ້າເຈົ້າສາມາດເລືອກທີ່ຈະຍອມອ່ອນນ້ອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າໂດຍບໍ່ມີການຈົ່ມວ່າໃດໆ, ນີ້ກໍຄືການມີຄວາມເຕີບໂຕ, ບໍ່ວ່າພຣະເຈົ້າຈະເຮັດຫຍັງ ຫຼື ຈັດແຈງແນວໃດ, ເຈົ້າກໍຈະສາມາດຍອມອ່ອນນ້ອມໄດ້”. ເຈົ້າຄິດແນວໃດກັບການຊີ້ນໍາປະເພດນີ້? (ດີ.) ໃນດ້ານໜຶ່ງ, ເຈົ້າກຳລັງເຮັດໜ້າທີ່ຮັບຜິດຊອບຂອງຕົນໃຫ້ສຳເລັດ, ຊ່ວຍໃຫ້ຜູ້ຄົນເຂົ້າໃຈເຈດຕະນາຂອງພຣະເຈົ້າ; ໃນຂະນະດຽວກັນ, ເຈົ້າກໍບໍ່ໄດ້ບັງຄັບເກີນຄວາມສາມາດຂອງພວກເຂົາ, ແຕ່ປະຕິບັດຕໍ່ພວກເຂົາຕາມສະຖານະການຕົວຈິງຂອງພວກເຂົາ. ນີ້ບໍ່ແມ່ນການແກ້ໄຂບັນຫາດ້ວຍພຣະທຳຂອງພຣະເຈົ້າບໍ? ມັນບໍ່ແມ່ນການແກ້ໄຂຄວາມຫຍຸ້ງຍາກທີ່ຜູ້ຄົນປະເຊີນໃນຊີວິດຈິງໂດຍອີງໃສ່ສະພາວະຂອງພວກເຂົາບໍ? (ແມ່ນແລ້ວ.)

ໃນການປະຕິບັດໜ້າທີ່ຂອງຕົນ, ບາງຄົນກໍເຮັດແບບພໍແລ້ວມືແລ້ວຕີນຢູ່ສະເໝີ ແລະ ບໍ່ສະແດງຄວາມຮັບຜິດຊອບເລີຍ, ພວກເຂົາວາງມາດຄືເຈົ້າໜ້າທີ່ສະເໝີ, ທັງຍິ່ງຍະໂສ, ຖືຕົນວ່າຊອບທໍາ ແລະ ບໍ່ສາມາດປະສານງານກັບຄົນອື່ນໄດ້ ແລະ ພວກເຂົາກໍນຳຄວາມເສຍຫາຍມາສູ່ວຽກງານຂອງຄຣິສຕະຈັກໂດຍບໍ່ຮູ້ສຶກຜິດແມ່ນແຕ່ໜ້ອຍດຽວ. ຜູ້ນໍາປອມຄົນໜຶ່ງ ເມື່ອເຫັນສະຖານະການເຊັ່ນນັ້ນ ກໍເລີ່ມຈັດການ ແລະ ແກ້ໄຂບັນຫາ ໂດຍກ່າວວ່າ: “ຄົນຜູ້ນີ້ມີບົດບາດສຳຄັນຫຼາຍໃນວຽກງານນີ້. ເບິ່ງຄືວ່າບໍ່ມີໃຜທີ່ເໝາະສົມທີ່ຈະມາແທນທີ່ພວກເຂົາ, ສະນັ້ນ ພວກເຮົາຈຶ່ງຈຳເປັນຕ້ອງໂອ້ລົມກັບພວກເຂົາເພື່ອແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາ”. ໃນລະຫວ່າງການໂອ້ລົມ, ຜູ້ນໍາປອມກໍຄົ້ນພົບວ່າຄົນຜູ້ນີ້ບໍ່ຢາກປະຕິບັດໜ້າທີ່ຂອງຕົນເລີຍ. ພວກເຂົາຢາກສະແຫວງຫາສິ່ງຕ່າງໆທາງໂລກ, ເພື່ອຫາເງິນຈາກອາຊີບຂອງພວກເຂົາ ແລະ ໃຊ້ຊີວິດທີ່ດີ ແລະ ພວກເຂົາຖືວ່າການທີ່ຖືກແຕ່ຕັ້ງໃຫ້ເຮັດໜ້າທີ່ຂອງຕົນເປັນການຮຽກຮ້ອງເກີນໂຕຂອງພວກເຂົາ. ພວກເຂົາຮູ້ສຶກວ່າການປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າໝາຍເຖິງການຫຍຸ້ງຢູ່ທຸກມື້, ບໍ່ພຽງແຕ່ທຳລາຍຊີວິດຄອບຄົວສ່ວນຕົວຂອງພວກເຂົາ ແຕ່ຍັງເຮັດໃຫ້ບໍ່ສາມາດຮັກສາຄວາມສຳພັນກັບສະມາຊິກໃນຄອບຄົວໄດ້ ແລະ ຖ້າພວກເຂົາລະເມີດຫຼັກການໃນຂະນະທີ່ປະຕິບັດໜ້າທີ່ ພວກເຂົາກໍຕ້ອງທົນກັບການຖືກລິຮານ. ພວກເຂົາເຫັນວ່າຊີວິດເຊັ່ນນັ້ນຂົມຂື່ນເກີນໄປ ແລະ ພວກເຂົາບໍ່ຢາກໃຊ້ຊີວິດແບບນັ້ນ. ບັນຫາແມ່ນຈະແຈ້ງ: ພຶດຕິກຳຂອງພວກເຂົາຊີ້ໃຫ້ເຫັນວ່າພວກເຂົາເປັນຜູ້ບໍ່ເຊື່ອ. ແຕ່ຜູ້ນໍາປອມຈັດການກັບມັນແນວໃດ? ຜູ້ນໍາປອມຄິດວ່າ: “ຄົນຜູ້ນີ້ມີພອນສະຫວັນໃນທ່າມກາງຜູ້ບໍ່ມີຄວາມເຊື່ອ; ມັນບໍ່ແມ່ນເລື່ອງງ່າຍທີ່ຈະຊອກຫາຄົນແບບພວກເຂົາ. ສະພາວະຂອງພວກເຂົາກາຍເປັນບັນຫາ; ຂ້ອຍຈຳເປັນຕ້ອງວາງວຽກທີ່ຫຍຸ້ງທີ່ສຸດໃນມືລົງໃຫ້ໄວ ເພື່ອໄປໂອ້ລົມກັບພວກເຂົາ, ເພື່ອຊ່ວຍພວກເຂົາແກ້ໄຂບັນຫານີ້. ຈະແກ້ໄຂແນວໃດ? ພຣະທຳຂອງພຣະເຈົ້າມີລິດອຳນາດທີ່ສຸດ; ກ່ອນອື່ນ, ຂ້ອຍຈະອ່ານພຣະທຳຂອງພຣະເຈົ້າສອງສາມຂໍ້ໃຫ້ພວກເຂົາຟັງ ເພື່ອແກ້ໄຂຄວາມບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ”. ຜູ້ນໍາປອມບອກພວກເຂົາວ່າ: “ຕອນນີ້ໄພພິບັດໄດ້ມາເຖິງແລ້ວ, ຜູ້ຄົນບໍ່ສາມາດໃຊ້ຊີວິດທີ່ດີໄດ້ອີກຕໍ່ໄປ. ເຈົ້າຍັງຢາກຫາເງິນຜ່ານອາຊີບ ແລະ ໃຊ້ຊີວິດຄອບຄົວທີ່ລຽບງ່າຍ, ແຕ່ອີກບໍ່ດົນທົ່ວໂລກກໍຈະວຸ້ນວາຍ ແລະ ຈະບໍ່ມີຄອບຄົວທີ່ລຽບງ່າຍອີກຕໍ່ໄປ. ເຈົ້າເບິ່ງສິ່ງເຫຼົ່ານີ້ບໍ່ທະລຸບໍ? ເຈົ້າຈຳເປັນຕ້ອງອະທິຖານຫາພຣະເຈົ້າໃຫ້ຫຼາຍຂຶ້ນ. ການອະທິຖານຫາພຣະເຈົ້າຈະໃຫ້ຄວາມເຊື່ອແກ່ເຈົ້າ. ເຈົ້າຍັງຈຳເປັນຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ. ຫຼັງຈາກທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າສອງສາມຄັ້ງ, ບັນຫາຂອງເຈົ້າກໍຈະຖືກແກ້ໄຂ”. ຈາກນັ້ນ, ພວກເຂົາກໍຊອກຫາພຣະທຳຂອງພຣະເຈົ້າ ຫ້າເຖິງສິບບົດ ເພື່ອອ່ານ ແລະ ໂອ້ລົມກັບຄົນຜູ້ນັ້ນ. ຄົນຜູ້ນັ້ນຕອບວ່າ: “ເຊົາໂອ້ລົມສາ. ຂ້ອຍເຂົ້າໃຈພຣະທຳທັງໝົດນີ້ຂອງພຣະເຈົ້າ; ຂ້ອຍມີການສຶກສາຫຼາຍກວ່າເຈົ້າ. ຢ່າອວດຮູ້”. ໂອ້ລົມກັນໝົດມື້ກໍບໍ່ມີຫຍັງຖືກແກ້ໄຂ. ຜູ້ນໍາປອມຄິດໃນໃຈວ່າ: “ຂ້ອຍໄດ້ເຮັດວຽກງານຄຣິສຕະຈັກມາຫຼາຍປີແລ້ວ; ຂ້ອຍບໍ່ເຊື່ອວ່າຂ້ອຍຈະແກ້ໄຂບັນຫາຂອງເຈົ້າບໍ່ໄດ້”. ໃນຕອນແລງ, ພວກເຂົາກໍຮີບຮ້ອນສືບຕໍ່ການໂອ້ລົມວ່າ: “ເຈົ້າຈຳເປັນຕ້ອງຮັກ ແລະ ນະມັດສະການພຣະເຈົ້າ! ເຈົ້າມີຄວາມຫວັງທີ່ຈະກາຍເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານ. ໜ້າທີ່ນີ້ບໍ່ໄດ້ມາໂດຍງ່າຍ; ເຈົ້າຕ້ອງທະນຸຖະໜອມໂອກາດນີ້, ເພາະຖ້າເຈົ້າພາດມັນໄປ, ຈະບໍ່ມີອີກເລີຍ. ດ້ວຍຄວາມສາມາດ ແລະ ເງື່ອນໄຂຂອງເຈົ້າທີ່ດີຫຼາຍ, ມັນຈະບໍ່ເປັນຕາໜ້າເສຍດາຍບໍທີ່ເຈົ້າບໍ່ປະຕິບັດໜ້າທີ່ຂອງເຈົ້າ? ຄົນທີ່ມີພອນສະຫວັນຄືເຈົ້າຄວນໄດ້ຮັບການສົ່ງເສີມ ແລະ ນຳໃຊ້ໃນເຮືອນຂອງພຣະເຈົ້າ; ເຈົ້າມີຄວາມຫວັງອັນຍິ່ງໃຫຍ່ຢູ່ທີ່ນີ້!” ຄົນຜູ້ນັ້ນເວົ້າວ່າ: “ເຊົາເວົ້າສາ. ຖ້າເຈົ້າໃຫ້ຂ້ອຍປະຕິບັດໜ້າທີ່, ທັດສະນະຄະຕິຂອງຂ້ອຍກໍຈະຍັງຄືເກົ່າ. ຖ້າບໍ່ໃຫ້ຂ້ອຍເຮັດ, ຂ້ອຍຈະໜີທັນທີ. ຂ້ອຍບໍ່ໄດ້ຂໍຮ້ອງທີ່ຈະຢູ່ທີ່ນີ້!” ຜູ້ນໍາປອມໃຊ້ຄຳເວົ້າທຸກຄຳເວົ້າ ແຕ່ກໍບໍ່ສາມາດຊັກຊວນຄົນຜູ້ນີ້ ຫຼື ແກ້ໄຂບັນຫາຂອງພວກເຂົາໄດ້. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ກໍເພາະວ່າພວກເຂົາບໍ່ສາມາດເບິ່ງທະລຸໄດ້ວ່າແມ່ນຫຍັງຄືແກ່ນແທ້ຂອງບັນຫາຂອງຄົນຜູ້ນີ້. ຄົນຜູ້ນີ້ ເວລາປະຕິບັດໜ້າທີ່ ຢາກເຮັດແບບພໍແລ້ວມືແລ້ວຕີນກໍເຮັດ, ຢາກຫຼອກລວງກໍຫຼອກ, ຢາກເຮັດແບບພໍເປັນພິທີກໍເຮັດ, ບໍ່ວ່າຈະເຮັດວຽກງານຫຍັງກໍບໍ່ມີຄວາມຮັບຜິດຊອບ. ພວກເຂົາບໍ່ເຕັມໃຈທີ່ຈະອອກແຮງຕື່ມອີກໜ້ອຍໜຶ່ງ ຫຼື ເວົ້າອີກສອງສາມຄຳເພື່ອແກ້ໄຂບັນຫາບາງຢ່າງ, ໂດຍເຫັນວ່າມັນເປັນເລື່ອງຫຍຸ້ງຍາກ ແລະ ໜ້າລຳຄານ. ພວກເຂົາຮູ້ຢ່າງແຈ່ມແຈ້ງວ່າຈະປະຕິບັດໜ້າທີ່ຂອງຕົນແນວໃດໃຫ້ໄດ້ມາດຕະຖານ ແລະ ຈະປະພຶດຕົນແນວໃດໃຫ້ເໝາະສົມ ແຕ່ກໍບໍ່ເຕັມໃຈທີ່ຈະປະຕິບັດໃນລັກສະນະນີ້. ເຖິງຢ່າງໃດກໍຕາມ, ພວກເຂົາກໍຍັງສືບຕໍ່ປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ. ສະຖານະການນີ້ມີລັກສະນະເປັນແນວໃດ? ແມ່ນຫຍັງຄືບັນຫາຢູ່ບ່ອນນີ້? (ພວກເຂົາມາດ້ວຍເຈດຕະນາທີ່ຈະໄດ້ຮັບພອນ ແລະ ເຮັດການຕໍ່ລອງ.) ພວກເຂົາມາດ້ວຍຄວາມຫວັງເຊັ່ນນັ້ນ; ຄົນແບບນີ້ຖືກເອີ້ນວ່າພວກສວຍໂອກາດ. ພວກເຂົາເວົ້າວ່າ: “ຂ້ອຍໄດ້ຍິນວ່າໂລກກຳລັງຈະສິ້ນສຸດໃນໄວໆນີ້, ວັນສິ້ນໂລກໃກ້ເຂົ້າມາແລ້ວ, ສະນັ້ນ ຂ້ອຍບໍ່ຈຳເປັນຕ້ອງໄປເຮັດວຽກອີກຕໍ່ໄປ; ຂ້ອຍກໍຫາເງິນໄດ້ພຽງພໍແລ້ວ. ຂ້ອຍອາດຈະມາເຮືອນຂອງພຣະເຈົ້າເພື່ອມາກິນຢູ່ລ້າໆ ແລະ ເພື່ອຮັບປະກັນບ່ອນນັ່ງໃຫ້ຕົນເອງ, ເພື່ອວ່າຂ້ອຍຈະມີຄວາມຫວັງທີ່ຈະໄດ້ຮັບພອນໃນພາຍຫຼັງ”. ເມື່ອຕັດສິນຈາກທັດສະນະຄະຕິ ແລະ ເຈດຕະນາຂອງພວກເຂົາໃນການປະຕິບັດໜ້າທີ່, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າແມ່ນການສວຍໂອກາດ; ພວກເຂົາມາເຮືອນຂອງພຣະເຈົ້າເພື່ອມາກິນຢູ່ລ້າໆ, ບໍ່ແມ່ນຍ້ອນຄວາມເຊື່ອທີ່ແທ້ຈິງ. ທັດສະນະຄະຕິຂອງພວກເຂົາເມື່ອປະຕິບັດໜ້າທີ່ແມ່ນເມີນເສີຍ ເປັນພິເສດ. ເພື່ອຈະໃຊ້ພວກເຂົາ, ຄຣິສຕະຈັກຕ້ອງໄດ້ຊັກຊວນ ແລະ ປຶກສາຫາລືກັບພວກເຂົາ, ແຕ່ພວກເຂົາກໍຍັງປະຕິບັດໄດ້ບໍ່ດີ. ຄົນທີ່ຂາດແມ່ນແຕ່ຄວາມສໍານຶກທີ່ຈະສາມາດປະຕິບັດໜ້າທີ່ຂອງຕົນຢ່າງແທ້ຈິງໄດ້ບໍ? ພວກເຂົາເປັນພຽງພວກສວຍໂອກາດ ແລະ ມາກິນຢູ່ລ້າໆ, ພວກເຂົາເປັນຜູ້ບໍ່ເຊື່ອ. ເມື່ອເບິ່ງລັກສະນະຂອງສອງດ້ານຂອງບັນຫານີ້, ໃນການພະຍາຍາມແກ້ໄຂມັນ, ຜູ້ນໍາປອມໄດ້ກຳແກ່ນແທ້ຂອງມັນບໍ? (ບໍ່ໄດ້.) ຍ້ອນເບິ່ງແກ່ນແທ້ຂອງບັນຫາບໍ່ທະລຸ, ພວກເຂົາຈຶ່ງຍັງຖືວ່າຄົນຜູ້ນີ້ເປັນຜູ້ເຊື່ອທີ່ແທ້ຈິງ, ເປັນພຽງຄົນທີ່ຂາດຄວາມເຂົ້າໃຈໃນຄວາມຈິງ, ມີຄວາມເຕີບໂຕເລັກໜ້ອຍ, ອ່ອນແອຊົ່ວຄາວ ແລະ ຕ້ອງການການສະໜັບສະໜູນ. ຈາກທັດສະນະເຫຼົ່ານີ້, ພວກເຂົາພະຍາຍາມໂອ້ລົມ ແລະ ຊ່ວຍເຫຼືອ, ແຕ່ກໍຖືກບອກວ່າ: “ເຊົາເວົ້າສາ. ຫຼັກຄຳສອນທີ່ເຈົ້າເວົ້ານັ້ນບໍ່ມີປະໂຫຍດ. ຂ້ອຍຮູ້ທັງໝົດນັ້ນແລ້ວ, ຂ້ອຍເຂົ້າໃຈຫຼາຍກວ່າເຈົ້າ. ເຈົ້າເຂົ້າໃຈຫຼັກຄຳສອນຫຼາຍສໍ່າໃດແທ້? ເຈົ້າມີການສຶກສາສໍ່າໃດ? ເລື່ອງຄວາມຮູ້ ເຈົ້າທຽບຂ້ອຍບໍ່ຕິດດອກ!” ທຳມະຊາດຂອງພວກເຂົາໄດ້ຖືກເປີດເຜີຍອອກມາແລ້ວ, ແມ່ນບໍ່? ຜູ້ນໍາປອມຍັງເຊື່ອວ່າພວກເຂົາກຳລັງເຮັດວຽກງານ, ໂດຍບໍ່ຮູ້ວ່າຄົນຜູ້ນີ້ທີ່ຈິງແລ້ວເປັນຜູ້ບໍ່ເຊື່ອ. ເມື່ອຜູ້ບໍ່ເຊື່ອປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ແມ່ນແຕ່ການອອກແຮງງານຂອງພວກເຂົາກໍຍັງບໍ່ໄດ້ມາດຕະຖານ. ຄວນເກັບຄົນແບບນີ້ໄວ້ບໍ? (ບໍ່ຄວນ.) ສະນັ້ນ, ນີ້ຄືຫຼັກການໃນການຈັດການກັບຄົນປະເພດນີ້ໃນເຮືອນຂອງພຣະເຈົ້າ: ຖ້າພວກເຂົາສາມາດ ແລະ ເຕັມໃຈທີ່ຈະອອກແຮງງານ, ກໍໃຫ້ເກັບພວກເຂົາໄວ້; ຖ້າພວກເຂົາບໍ່ເຕັມໃຈ, ກໍໃຫ້ສະລ້າງພວກເຂົາອອກໄປ, ໂດຍບໍ່ມີການຊັກຊວນໃຫ້ຢູ່ຕໍ່ ຫຼື ການຕັກເຕືອນ. ຜູ້ນໍາປອມຮູ້ຫຼັກການນີ້ບໍ? ພວກເຂົາບໍ່ຮູ້. ພວກເຂົາປະຕິບັດຕໍ່ຄົນຕາຍຄືກັບວ່າພວກເຂົາຍັງມີຊີວິດຢູ່, ໃຫ້ອາຫານ ແລະ ໃຫ້ນໍ້າພວກເຂົາ; ນັ້ນບໍ່ແມ່ນການກະທຳທີ່ໂງ່ຈ້າບໍ? ຜູ້ນໍາປອມກໍເຮັດແຕ່ເລື່ອງໂງ່ຈ້າເຊັ່ນນັ້ນ.

ຜູ້ນໍາປອມບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກ ແລະ ບັນຫາທີ່ຜູ້ຄົນພົບພໍ້ໃນທາງເຂົ້າຊີວິດຂອງພວກເຂົາ

ໃນສະຖານະການຕ່າງໆ, ເມື່ອຄົນທີ່ແຕກຕ່າງກັນເປີດເຜີຍສະພາວະ ແລະ ການສະແດງອອກຕ່າງໆ, ຜູ້ນໍາປອມກໍລົ້ມເຫຼວທີ່ຈະກຳແກ່ນແທ້ຂອງການເປີດເຜີຍເຫຼົ່ານີ້ຢູ່ສະເໝີ ແລະ ບໍ່ສາມາດແກ້ໄຂບັນຫາທີ່ເກີດຂຶ້ນຈາກພວກມັນໄດ້. ເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ, ພວກເຂົາຈຶ່ງເຫັນງົວເປັນຄວາຍ ແລະ ກະທຳການແບບຊະຊາຍ, ໂດຍເຂົ້າໃຈຜິດວ່າຜູ້ທີ່ອ່ອນແອຊົ່ວຄາວ ຫຼື ຄິດລົບເປັນບາງຄັ້ງຄາວນັ້ນເປັນຜູ້ບໍ່ເຊື່ອ ແລະ ເປັນຄົນທີ່ທໍລະຍົດຕໍ່ພຣະເຈົ້າ. ໃນຂະນະດຽວກັນ, ຜູ້ບໍ່ເຊື່ອເຫຼົ່ານັ້ນທີ່ເບິ່ງຜິວເຜີນແລ້ວມີຂອງປະທານບາງຢ່າງ, ທີ່ສາມາດເຮັດວຽກງານງ່າຍໆ ແລະ ອອກແຮງງານໄດ້, ກໍຖືກຖືວ່າເປັນເປົ້າໝາຍສຳຄັນທີ່ຕ້ອງໄດ້ຮັບການສະໜັບສະໜູນ. ຄົນເຫຼົ່ານີ້ຮູ້ສຶກອັບອາຍທີ່ຈະກ່າວໂດຍກົງເຖິງຄວາມບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງຕົນ, ແຕ່ຜູ້ນໍາປອມກໍເບິ່ງບໍ່ທະລຸເຖິງສິ່ງນີ້ ແລະ ຍັງຄົງຊັກຊວນໃຫ້ພວກເຂົາຢູ່ຕໍ່. ຜູ້ນໍາປອມບໍ່ໄດ້ເຮັດຫຍັງເລີຍນອກຈາກການກະທຳທີ່ໂງ່ຈ້າ; ຄົນຊົ່ວຊ້າລົບກວນຄຣິສຕະຈັກ, ແຕ່ພວກເຂົາກໍຍັງບໍ່ສາມາດເບິ່ງເຫັນໄດ້ ແລະ ບໍ່ໄດ້ຈັດການກັບບັນຫາ. ນີ້ບໍ່ແມ່ນການກະທຳແບບຊະຊາຍບໍ? ການກະທຳແບບຊະຊາຍຂອງຜູ້ນໍາປອມເກີດຂຶ້ນໄດ້ແນວໃດ? ພວກເຂົາຂາດຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງ, ສະນັ້ນ ເມື່ອປະເຊີນກັບສະຖານະການຕ່າງໆ, ພວກເຂົາກໍອາໄສຫຼັກຄຳສອນທີ່ຜິວເຜີນທີ່ສຸດທີ່ພວກເຂົາເຂົ້າໃຈ ແລະ ການນຳໃຊ້ມັນຊໍ້າແລ້ວຊໍ້າອີກກໍເປັນພຽງການກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງເທົ່ານັ້ນ. ຫຼາຍຄັ້ງ, ບໍ່ພຽງແຕ່ພວກເຂົາລົ້ມເຫຼວທີ່ຈະແກ້ໄຂຄວາມຫຍຸ້ງຍາກທີ່ຜູ້ຄົນພົບພໍ້ໃນທາງເຂົ້າຂອງຊີວິດ ແລະ ບໍ່ພຽງແຕ່ພວກເຂົາລົ້ມເຫຼວທີ່ຈະສະໜັບສະໜູນຜູ້ຄົນຈາກຄວາມອ່ອນແອໄປສູ່ຄວາມເຂັ້ມແຂງ, ແຕ່ພວກເຂົາຍັງເຮັດໃຫ້ຜູ້ຄົນມີແນວຄິດ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ, ເຮັດໃຫ້ພວກເຂົາຄິດວ່າຄຣິສຕະຈັກກຳລັງພະຍາຍາມຊັກຊວນພວກເຂົາເພື່ອເອົາປຽບການຮັບໃຊ້ຂອງພວກເຂົາ, ຄືກັບວ່າເຮືອນຂອງພຣະເຈົ້າຂາດບຸກຄົນທີ່ມີພອນສະຫວັນ ແລະ ບໍ່ສາມາດຊອກຫາຄົນທີ່ເໝາະສົມໄດ້. ນີ້ຄືຜົນກະທົບໃນທາງລົບທີ່ເກີດຈາກວຽກງານຂອງຜູ້ນໍາປອມ. ສິ່ງນີ້ເກີດຂຶ້ນໄດ້ແນວໃດ? (ຜູ້ນໍາປອມບໍ່ສາມາດຢັ່ງຮູ້ຄວາມຈິງ, ບໍ່ເຂົ້າໃຈຄວາມຈິງ ແລະ ເມື່ອພວກເຂົາພົບພໍ້ສະຖານະການ, ພວກເຂົາກໍພຽງແຕ່ນຳໃຊ້ລະບຽບ.) ພວກເຂົາບໍ່ສາມາດຢັ່ງຮູ້ຄວາມຈິງ, ພວກເຂົາພຽງແຕ່ສາມາດຈື່ຈຳຄຳເວົ້າ ແລະ ປະໂຫຍກທີ່ຕາຍຕົວບາງຢ່າງໄດ້. ພວກເຂົາຂາດຄວາມເຂົ້າໃຈຈາກປະສົບການ ແລະ ການຊາບຊຶ້ງເຖິງຄວາມຈິງທີ່ແທ້ຈິງ. ດັ່ງນັ້ນ, ເມື່ອບັນຫາເກີດຂຶ້ນໃນທີ່ສຸດ, ພວກເຂົາກໍສາມາດເວົ້າໄດ້ພຽງແຕ່ປະໂຫຍກແຫ້ງໆສອງສາມປະໂຫຍກ: “ຈົ່ງຮັກພຣະເຈົ້າ”; “ຈົ່ງເປັນຄົນຊື່ສັດ”; “ຈົ່ງເຊື່ອຟັງ ແລະ ອ່ອນນ້ອມເມື່ອປະເຊີນກັບສະຖານະການ”; “ຈົ່ງປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ”; “ເຈົ້າຈຳເປັນຕ້ອງຈົງຮັກພັກດີ”; “ເຈົ້າຕ້ອງກະບົດຕໍ່ເນື້ອໜັງ”; “ເຈົ້າຈຳເປັນຕ້ອງເສຍສະລະຕົນເອງເພື່ອພຣະເຈົ້າ”. ພວກເຂົາໃຊ້ບັນດາຫຼັກຄຳສອນ, ຄຳຂວັນ ແລະ ຄຳເວົ້າທີ່ວ່າງເປົ່າເຫຼົ່ານີ້ເພື່ອປະດັບປະດາຕົນເອງ ແລະ ຍັງສອນໃຫ້ຄົນອື່ນ, ໂດຍຫວັງວ່າຈະມີອິດທິພົນ ແລະ ສ້າງຜົນກະທົບໃນທາງບວກຕໍ່ພວກເຂົາ, ແຕ່ມັນກໍບໍ່ໄດ້ຮັບຜົນຫຍັງ ແລະ ບໍ່ໄດ້ປ່ຽນແປງຫຍັງເລີຍ. ສະນັ້ນ, ຜູ້ນໍາປອມຈຶ່ງບໍ່ສາມາດເຮັດວຽກງານໃດໆໃຫ້ສຳເລັດໄດ້. ເນື່ອງຈາກພວກເຂົາບໍ່ສາມາດແມ່ນແຕ່ຈະແກ້ໄຂຄວາມຫຍຸ້ງຍາກທີ່ຜູ້ຄົນທີ່ພຣະເຈົ້າເລືອກພົບພໍ້ໃນທາງເຂົ້າຂອງຊີວິດ, ແລ້ວພວກເຂົາຈະສາມາດເຮັດວຽກງານນຳພາຄຣິສຕະຈັກໄດ້ດີແນວໃດ?

ເມື່ອຜູ້ຄົນພົບພໍ້ຄວາມຫຍຸ້ງຍາກຕ່າງໆໃນຊີວິດຈິງ ແລະ ບໍ່ຮູ້ວ່າຈະປະເຊີນໜ້າກັບມັນແນວໃດ, ທັງບໍ່ຮູ້ວ່າຈະປະຕິບັດຄວາມຈິງແນວໃດ, ພວກເຂົາກໍຈຳເປັນຕ້ອງສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າເພື່ອແກ້ໄຂບັນຫາເຫຼົ່ານີ້. ຖ້າຄົນທີ່ມີຄວາມເຕີບໂຕໜ້ອຍບໍ່ຮູ້ວິທີສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າ, ທັງບໍ່ຮູ້ວິທີຊອກຫາພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າ, ແລ້ວພວກເຂົາກໍຄວນສະແຫວງຫາຜູ້ທີ່ເຂົ້າໃຈຄວາມຈິງເພື່ອໂອ້ລົມແກ້ໄຂບັນຫາ, ພ້ອມທັງຝຶກຝົນວິທີຊອກຫາພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າ ແລະ ວິທີຢັ່ງຮູ້ຄວາມຈິງ. ນີ້ໝາຍເຖິງການຊອກຫາໃນພຣະທຳຂອງພຣະເຈົ້າວ່າແມ່ນຫຍັງຄືຫຼັກການ ແລະ ມາດຕະຖານທີ່ຈໍາເປັນຂອງພຣະເຈົ້າ, ພຣະເຈົ້ານິຍາມເລື່ອງນີ້ແນວໃດ ແລະ ພຣະອົງຮຽກຮ້ອງຫຍັງກ່ຽວກັບເລື່ອງນີ້ ແລະ ມີລາຍລະອຽດສະເພາະໃດໆທີ່ຖືກອະທິບາຍໄວ້ ຫຼື ບໍ່. ຖ້າພຣະທຳຂອງພຣະເຈົ້າກ່ຽວກັບຫົວຂໍ້ນີ້ຂ້ອນຂ້າງລຽບງ່າຍ, ພຽງແຕ່ກ່າວເຖິງຫຼັກການໂດຍບໍ່ໄດ້ໃຫ້ຕົວຢ່າງລະອຽດ, ແລ້ວເຈົ້າກໍຄວນຮຽນຮູ້ທີ່ຈະໄຕ່ຕອງ. ຖ້າເຈົ້າບໍ່ສາມາດຄິດອອກໄດ້ຜ່ານການໄຕ່ຕອງ, ກໍໃຫ້ສະແຫວງຫາຄົນມາໂອ້ລົມນຳໃຫ້ຫຼາຍຂຶ້ນ, ໂອ້ລົມໃນການເຕົ້າໂຮມ ແລະ ຄຳຫາ ແລະ ສະແຫວງຫາໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ, ໄດ້ຮັບຄວາມສະຫວ່າງ ແລະ ການໃຫ້ແສງເຍືອງທາງ, ແລະ ດັ່ງນັ້ນຈຶ່ງຄ່ອຍໆເຂົ້າໃຈວ່າແມ່ນຫຍັງຄືແກ່ນແທ້ຂອງບັນຫາທີ່ກຳລັງປະເຊີນຢູ່. ສຸດທ້າຍ, ຈົ່ງເຂົ້າສູ່ຕາມຫຼັກການໃນພຣະທຳຂອງພຣະເຈົ້າເພື່ອບັນລຸການແກ້ໄຂຄວາມຫຍຸ້ງຍາກເຫຼົ່ານີ້. ຕົວຢ່າງ: ບາງຄົນຂີ້ຄ້ານ ແລະ ບໍ່ສາມາດຮວບຮວມກຳລັງເພື່ອປະຕິບັດໜ້າທີ່ຂອງຕົນໄດ້ເລີຍ; ແຕ່ເມື່ອກ່າວເຖິງການກິນ, ການດື່ມ ແລະ ການມ່ວນຊື່ນ, ພວກເຂົາກໍເບີກບານຂຶ້ນ ແລະ ເຕັມໄປດ້ວຍກຳລັງວັງຊາ, ຄືກັບວ່າມີຊີວິດຊີວາຂຶ້ນມາກະທັນຫັນ. ຜູ້ນໍາປອມແກ້ໄຂບັນຫາເຊັ່ນນີ້ແນວໃດ? ພວກເຂົາກໍມີວິທີການເຊັ່ນກັນ: ມອບໝາຍໜ້າວຽກໃຫ້ຄົນເຫຼົ່ານີ້ຫຼາຍຂຶ້ນ, ເຮັດໃຫ້ພວກເຂົາບໍ່ມີເວລາວ່າງ. ວິທີການນີ້ສາມາດແກ້ໄຂບັນຫາໄດ້ບໍ? ບາງຄົນບໍ່ເຕັມໃຈທີ່ຈະເຮັດແມ່ນແຕ່ວຽກງານເລັກນ້ອຍທີ່ຖືກມອບໝາຍໃຫ້; ພວກເຂົາພຽງແຕ່ຢາກກິນຢູ່ລ້າໆ, ຄິດວ່າມັນດີທີ່ສຸດທີ່ຈະບໍ່ເຮັດວຽກຫຍັງເລີຍ! ແມ່ນຫຍັງຄືບັນຫາກັບຄົນທີ່ຂີ້ຄ້ານແຮງໆ? ມັນກ່ຽວຂ້ອງກັບທຳມະຊາດ-ແກ່ນແທ້ຂອງພວກເຂົາ, ກ່ຽວກັບວ່າພວກເຂົາຮັກສິ່ງທີ່ເປັນບວກ ຫຼື ບໍ່ ແລະ ຍັງກ່ຽວຂ້ອງກັບຄວາມມັກ ແລະ ການສະແຫວງຫາຂອງພວກເຂົາ. ມີບາງຄົນທີ່ພໍຈະມີຄວາມສາມາດຢູ່ແດ່; ຖ້າພວກເຂົາເປັນພຽງຜູ້ຕິດຕາມທຳມະດາໂດຍບໍ່ມີພາລະໃດໆວາງເທິງພວກເຂົາ, ພວກເຂົາກໍຂາດກຳລັງທີ່ຈະເຮັດວຽກງານຂອງພວກເຂົາ ແລະ ບໍ່ເຫັນຄວາມສົນໃຈໃດໆໃນມັນ. ແນວໃດກໍຕາມ, ຖ້າຫາກອີງຕາມຄວາມສາມາດຂອງພວກເຂົາ ແລະ ໜ້າທີ່ທີ່ພວກເຂົາສາມາດເຮັດໄດ້, ພວກເຂົາໄດ້ຮັບພາລະໃນການເປັນຜູ້ຮັບຜິດຊອບ, ໄດ້ຮັບອະນຸຍາດໃຫ້ມີຕຳແໜ່ງບາງຢ່າງ ແລະ ຮັບຜິດຊອບພັນທະບາງຢ່າງ, ຄວາມສົນໃຈຂອງພວກເຂົາໃນວຽກງານກໍຈະຖືກກະຕຸ້ນ. ບາງຄັ້ງ, ເມື່ອພວກເຂົາກາຍເປັນຄົນບໍ່ຮັບຜິດຊອບໃນວຽກງານຂອງພວກເຂົາ ຫຼື ກາຍເປັນຄົນຂີ້ຄ້ານ, ພວກເຂົາກໍສາມາດຖືກລິຮານ; ໃນບາງຄັ້ງ, ພວກເຂົາກໍສາມາດໄດ້ຮັບການໃຫ້ກຳລັງໃຈ ແລະ ການຍ້ອງຍໍ. ດັ່ງນັ້ນ, ຄົນເຫຼົ່ານີ້, ຜູ້ທີ່ໃສ່ໃຈເລື່ອງໜ້າຕາ, ມັກສະຖານະ ແລະ ມັກຖືກຍ້ອງຍໍ, ກໍຈະໄດ້ຮັບກຳລັງໃນການປະຕິບັດໜ້າທີ່ຂອງຕົນ. ເມື່ອພວກເຂົາຄິດທີ່ຈະຂີ້ຄ້ານ, ພວກເຂົາກໍໄຕ່ຕອງວ່າ: “ເພື່ອເຫັນແກ່ສະຖານະ, ເພື່ອເຫັນແກ່ພາລະທີ່ຂ້ອຍແບກຮັບ, ຂ້ອຍຕ້ອງເຮັດໃຫ້ດີ”. ດ້ວຍວິທີນີ້, ຄວາມຂີ້ຄ້ານຂອງຄົນປະເພດນີ້ກໍສາມາດຖືກແກ້ໄຂໄດ້ສ່ວນໜຶ່ງ. ເມື່ອຜູ້ນໍາປອມພົບພໍ້ບັນຫາປະເພດນີ້ທີ່ກ່ຽວຂ້ອງກັບຄວາມເປັນມະນຸດ ຫຼື ສະພາວະທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ເກີດຂຶ້ນໃນຂະບວນການປະຕິບັດໜ້າທີ່, ພວກເຂົາກໍເຫັນວ່າມັນຍາກ ແລະ ທ້າທາຍຫຼາຍທີ່ຈະແກ້ໄຂ. ພວກເຂົາບໍ່ຮູ້ວິທີແກ້ໄຂສະພາວະ ແລະ ບັນຫາເຫຼົ່ານີ້ ຫຼື ຈະໃຊ້ພຣະທຳຂອງພຣະເຈົ້າຂໍ້ໃດເພື່ອແກ້ໄຂຢ່າງເຈາະຈົງ. ສ່ວນຫຼາຍແລ້ວ, ວິທີການຂອງພວກເຂົາກໍຄືການໂນ້ມນ້າວ ຫຼື ຊັກຊວນໃຫ້ຄົນເຮັດດີ; ຖ້າການໂນ້ມນ້າວ ແລະ ການຊັກຊວນບໍ່ໄດ້ຜົນ, ພວກເຂົາກໍຈະໃຊ້ວິທີໃຈຮ້າຍ ແລະ ລິຮານພວກເຂົາ. ຖ້າການລິຮານພວກເຂົາບໍ່ໄດ້ຜົນ, ພວກເຂົາກໍຈະອ່ານພຣະທຳທີ່ເຂັ້ມງວດຂອງພຣະເຈົ້າສອງສາມບົດເພື່ອເປັນການເຕືອນ, ເພື່ອໃຫ້ຄົນຮູ້ວ່າພວກເຂົາຄວນປັບປຸງຕົນເອງ. ຖ້ານັ້ນຍັງບໍ່ໄດ້ຜົນ, ວິທີສຸດທ້າຍຂອງພວກເຂົາກໍຄືການຈັດຄົນມາເຝົ້າລະວັງ ແລະ ຈັດການພວກເຂົາ. ພວກເຂົາມີພຽງແຕ່ເຕັກນິກສອງສາມຢ່າງນີ້ເທົ່ານັ້ນ ແລະ ຖ້າສິ່ງເຫຼົ່ານີ້ບໍ່ໄດ້ຜົນ, ພວກເຂົາກໍໝົດທາງເລືອກ.

ສະຫຼຸບແລ້ວ, ບໍ່ວ່າຜູ້ນໍາປອມຈະປະເຊີນກັບບັນຫາຫຍັງໃນວຽກງານຂອງພວກເຂົາ, ພວກເຂົາກໍບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາໄດ້, ເປັນເລື່ອງຍາກທີ່ຈະກຳສະພາວະ ແລະ ພູມຫຼັງທີ່ແທ້ຈິງຂອງຄົນຕ່າງໆ, ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງບໍ່ສາມາດເບິ່ງທະລຸໄດ້ວ່າຮາກເຫງົ້າຂອງບັນຫາຢູ່ໃສ ຫຼື ຈະເລີ່ມຕົ້ນຈາກບ່ອນໃດເພື່ອແກ້ໄຂບັນຫາຢ່າງເໝາະສົມທີ່ສຸດ. ພວກເຂົາຂາດຫຼັກການ ແລະ ວິທີການເຫຼົ່ານີ້ໃນການຈັດການກັບບັນຫາ, ສະນັ້ນ ວຽກງານຂອງຜູ້ນໍາປອມຈຶ່ງບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງຕ່າງໆໄດ້. ພວກເຂົາເຮັດໄດ້ພຽງແຕ່ເທດສະໜາຫຼັກຄຳສອນບາງຢ່າງ, ໂຮ່ຮ້ອງຄຳຂວັນບາງຢ່າງ, ປະຕິບັດຕາມລະບຽບບາງຢ່າງ ແລະ ເຮັດແບບພໍເປັນພິທີ. ຄົນເຊັ່ນນີ້ຈະມີຄວາມສາມາດໃນວຽກງານການນຳພາຂອງຄຣິສຕະຈັກໄດ້ແນວໃດ? ບໍ່ວ່າພວກເຂົາຈະຝຶກຝົນຫຼາຍສໍ່າໃດ ຫຼື ເຊື່ອອີກຈັກປີ, ພວກເຂົາກໍຈະບໍ່ມີຄວາມສາມາດໃນວຽກງານການນຳພາຂອງຄຣິສຕະຈັກ. ພວກເຈົ້າເຄີຍພົບພໍ້ຕົວຢ່າງຂອງເລື່ອງນີ້ບໍ່? (ໃນຄຣິສຕະຈັກຂອງພວກເຮົາ, ມີຄົນໜຶ່ງທີ່ເຮັດໜ້າທີ່ຕ້ອນຮັບເຊິ່ງມັກຈະເວົ້າຈາຕັດສິນ ແລະ ໂຈມຕີຜູ້ອື່ນ, ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຮົາ ແລະ ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ຫຼັງຈາກທີ່ພວກເຮົາໄດ້ລາຍງານເລື່ອງນີ້ໃຫ້ຜູ້ນໍາຊາບ, ລາວກໍພຽງແຕ່ຢືນຢັນໃຫ້ພວກເຮົາຮູ້ຈັກຕົນເອງ ແລະ ຍອມຈຳນົນຕໍ່ສະພາບແວດລ້ອມທີ່ພຣະເຈົ້າຊົງຈັດຕຽມໄວ້, ໂດຍບໍ່ແກ້ໄຂບັນຫາທີ່ແທ້ຈິງ, ເຊິ່ງສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ. ຈົນກວ່າຈະມີການປ່ຽນຜູ້ນໍາຄົນໃໝ່ບັນຫານີ້ຈຶ່ງໄດ້ຮັບການແກ້ໄຂ.) ນີ້ຄືການສະແດງອອກທີ່ເປັນແບບຢ່າງຂອງຜູ້ນໍາປອມ. ນີ້ຄືຜູ້ນໍາປອມປະເພດທີ່ພົບເຫັນໄດ້ທົ່ວໄປ: ຜູ້ທີ່ບໍ່ສາມາດລະບຸຄົນຊົ່ວ ຫຼື ຜູ້ຕໍ່ຕ້ານພຣະຄຣິດໄດ້ເມື່ອພົບພໍ້, ແລະ ບອກໃຫ້ຄົນອື່ນອົດທົນ ແລະ ຍອມຮັບ, ເພື່ອຮຽນຮູ້ຈາກປະສົບການ ແລະ ເຊື່ອຟັງຄົນຊົ່ວ ຫຼື ຜູ້ຕໍ່ຕ້ານພຣະຄຣິດ. ພວກເຂົາບໍ່ແຍກແຍະຜູ້ຕໍ່ຕ້ານພຣະຄຣິດ ຫຼື ຄົນຊົ່ວ, ທັງບໍ່ເຮັດຫຍັງກັບພວກເຂົາເລີຍ. ຫຼັງຈາກທີ່ມີການໂອ້ລົມຢ່າງຫຼວງຫຼາຍກ່ຽວກັບວິທີການທີ່ຜູ້ຕໍ່ຕ້ານພຣະຄຣິດສະແດງອອກ, ທຸກຄົນທີ່ເຂົ້າໃຈຄວາມຈິງໃນຕອນນີ້ຈະຕ້ອງສາມາດລະບຸພວກເຂົາໄດ້ຈຳນວນໜຶ່ງ. ແຕ່ຄົນເຊັ່ນຜູ້ນໍາປອມຈະສາມາດເບິ່ງເຫັນໄດ້ບໍວ່າການໂອ້ລົມນັ້ນສອດຄ່ອງກັບການສະແດງອອກຂອງຜູ້ຕໍ່ຕ້ານພຣະຄຣິດແນວໃດ? ພວກເຂົາສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິດໄດ້ບໍ? (ບໍ່ໄດ້.) ແລະ ຜົນທີ່ຕາມມາຈາກການທີ່ພວກເຂົາບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິດໄດ້ແມ່ນຫຍັງ? ເປັນໄປໄດ້ວ່າຜູ້ຕໍ່ຕ້ານພຣະຄຣິດຈະຍຶດອຳນາດຈາກພວກເຂົາ, ວ່າພວກເຂົາຈະປ່ອຍໃຫ້ຜູ້ຕໍ່ຕ້ານພຣະຄຣິດຄວບຄຸມຄຣິສຕະຈັກ ແລະ ໃນທີ່ສຸດກໍບໍ່ເຮັດຫຍັງເລີຍໃນຂະນະທີ່ຜູ້ຕໍ່ຕ້ານພຣະຄຣິດສ້າງຕັ້ງອານາຈັກອິດສະຫຼະຂຶ້ນມາ. ຖ້າພວກເຂົາບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິດໄດ້, ພວກເຂົາກໍບໍ່ມີທາງທີ່ຈະປະຕິບັດຕໍ່ຜູ້ຕໍ່ຕ້ານພຣະຄຣິດໃນຖານະສັດຕູ ແລະ ເປີດໂປງ, ແຍກແຍະ ແລະ ປະຕິເສດພວກເຂົາໄດ້; ຖ້າພວກເຂົາບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິດໄດ້, ພວກເຂົາກໍມີແນວໂນ້ມທີ່ຈະປະຕິບັດຕໍ່ຜູ້ຕໍ່ຕ້ານພຣະຄຣິດໃນຖານະອ້າຍເອື້ອຍນ້ອງ, ດ້ວຍຄວາມອົດທົນ ແລະ ການຍອມຮັບ, ເຊິ່ງສົ່ງຜົນໃຫ້ຜູ້ຕໍ່ຕ້ານພຣະຄຣິດຂຶ້ນມາຄອງອຳນາດໃນຄຣິສຕະຈັກ ແລະ ຄວບຄຸມມັນ. ສະນັ້ນ, ຜົນທີ່ຕາມມາຂອງການບໍ່ສາມາດແຍກແຍະຜູ້ຕໍ່ຕ້ານພຣະຄຣິດໄດ້ຈຶ່ງເປັນເລື່ອງຮ້າຍແຮງ, ຮ້າຍແຮງເກີນກວ່າຈະຄາດຄິດ. ຜູ້ນໍາປອມບໍ່ເຂົ້າໃຈຄວາມຈິງ; ພວກເຂົາບໍ່ສາມາດແຍກແຍະແກ່ນແທ້ຂອງຄົນປະເພດຕ່າງໆໄດ້. ສິ່ງທີ່ພວກເຂົາເຮັດທັງໝົດຄືເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ ແລະ ນຳໃຊ້ລະບຽບ, ດ້ວຍຄວາມຮັກຕໍ່ທຸກຄົນ, ປ່ອຍໃຫ້ທຸກຄົນກັບໃຈ ແລະ ໃຫ້ໂອກາດທຸກຄົນ, ບໍ່ວ່າພວກເຂົາຈະເປັນໃຜກໍຕາມ. ນີ້ບໍ່ແມ່ນການປະພຶດຂອງນັກບວດໃນສາສະໜາບໍ? ນີ້ບໍ່ແມ່ນການປະພຶດຂອງພວກຟາຣີຊາຍບໍ? ຜູ້ນໍາປອມ, ເມື່ອພົບພໍ້ຜູ້ຕໍ່ຕ້ານພຣະຄຣິດ, ໂດຍປົກກະຕິແລ້ວຈະເລືອກທີ່ຈະປະນີປະນອມ ແລະ ຍອມຖອຍ, ແມ່ນແຕ່ຫາຂໍ້ອ້າງ ຫຼື ເຫດຜົນເພື່ອອ້າງວ່ານີ້ຄືການປະຕິບັດຕໍ່ຜູ້ອື່ນດ້ວຍຄວາມຮັກ. ການທີ່ຮູ້ວ່າໃຜບາງຄົນມີບັນຫາ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິດ, ແຕ່ພວກເຂົາກໍບໍ່ກ້າປະເຊີນໜ້າ ຫຼື ບໍ່ມີຄວາມກ້າທີ່ຈະແຍກແຍະ ແລະ ເປີດໂປງພວກເຂົາ; ນີ້ຄືສິ່ງທີ່ຜູ້ນໍາປອມເຮັດຢ່າງແທ້ຈິງ. ແມ່ນແຕ່ເມື່ອອ້າຍເອື້ອຍນ້ອງບາງຄົນໄດ້ແຍກແຍະແລ້ວວ່າຄົນຜູ້ນັ້ນເປັນຄົນຊົ່ວ ຫຼື ຜູ້ຕໍ່ຕ້ານພຣະຄຣິດ, ຜູ້ນໍາປອມກໍຈະຍັງຄົງເວົ້າວ່າ: “ພວກເຮົາບໍ່ສາມາດຕັດສິນຄົນ ຫຼື ປະນາມພວກເຂົາຢ່າງງ່າຍດາຍໄດ້. ຄົນຜູ້ນັ້ນມີຄວາມກະຕືລືລົ້ນທີ່ຈະເສຍສະລະຕົນເອງ ແລະ ເຕັມໃຈທີ່ຈະຈ່າຍລາຄາ, ພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິດ ຫຼື ຄົນຊົ່ວ. ພຽງເພາະໃຜບາງຄົນເວົ້າຄຳເວົ້າທີ່ຮຸນແຮງສອງສາມຄຳກໍບໍ່ໄດ້ເຮັດໃຫ້ພວກເຂົາເປັນຄົນຊົ່ວ, ແມ່ນບໍ່?” ຜູ້ນໍາປອມບໍ່ສາມາດເຫັນແກ່ນແທ້ຂອງຄົນໄດ້, ທັງບໍ່ສາມາດເຫັນຜົນທີ່ຕາມມາຈາກການກະທຳຂອງຜູ້ຕໍ່ຕ້ານພຣະຄຣິດ, ຍັງຄົງສະແດງຄວາມຮັກ, ການຍອມຮັບ ແລະ ຄວາມອົດທົນຕໍ່ຜູ້ຕໍ່ຕ້ານພຣະຄຣິດ, ແມ່ນແຕ່ຊຸກຍູ້ໃຫ້ຜູ້ຕໍ່ຕ້ານພຣະຄຣິດໄຕ່ຕອງ, ຮູ້ຈັກຕົນເອງ ແລະ ກັບໃຈຢ່າງແທ້ຈິງ. ບໍ່ວ່າຜູ້ຕໍ່ຕ້ານພຣະຄຣິດຈະພະຍາຍາມຮູ້ຈັກຕົນເອງແນວໃດ, ທຳມະຊາດຂອງພວກເຂົາສາມາດປ່ຽນແປງໄດ້ບໍ? ພວກເຂົາສາມາດຮູ້ຈັກຕົນເອງຢ່າງແທ້ຈິງໄດ້ບໍ? ບໍ່ໄດ້ຢ່າງເດັດຂາດ. ເຖິງແມ່ນວ່າຜູ້ຕໍ່ຕ້ານພຣະຄຣິດອາດຈະເບິ່ງຄືວ່າໄດ້ລະຖິ້ມບາງສິ່ງ ແລະ ເສຍສະລະຕົນເອງເລັກນ້ອຍຢູ່ພາຍນອກ, ແຕ່ພາຍໃນພວກເຂົາກໍມີຄວາມທະເຍີທະຍານ ແລະ ແຜນການທີ່ຍິ່ງໃຫຍ່. ເຫດຜົນທີ່ຜູ້ນໍາປອມບໍ່ສາມາດເບິ່ງທະລຸຄົນເຊັ່ນຜູ້ຕໍ່ຕ້ານພຣະຄຣິດໄດ້ກໍຄື ຜູ້ນໍາປອມບໍ່ເຂົ້າໃຈຄວາມຈິງ, ທັງບໍ່ສາມາດແຍກແຍະຄົນປະເພດຕ່າງໆໄດ້. ພວກເຂົາບໍ່ສາມາດເບິ່ງທະລຸເຖິງທຳມະຊາດ-ແກ່ນແທ້ຂອງຄົນຕ່າງໆ, ທັງບໍ່ຮູ້ວິທີປະຕິບັດຕໍ່ ຫຼື ຈັດການກັບຄົນປະເພດຕ່າງໆ. ເມື່ອພວກເຂົາເຫັນຄົນອື່ນເປີດໂປງຜູ້ຕໍ່ຕ້ານພຣະຄຣິດ, ພວກເຂົາກໍບໍ່ກ້າເຂົ້າຮ່ວມ ແລະ ພວກເຂົາຍິ່ງຢ້ານທີ່ຈະຮັບມືຜູ້ຕໍ່ຕ້ານພຣະຄຣິດ, ຢ້ານການໂຕ້ຕອບ ຖ້າພວກເຂົາເຮັດໃຫ້ຜູ້ຕໍ່ຕ້ານພຣະຄຣິດຂຸ່ນເຄືອງ. ວິທີການຂອງພວກເຂົາຕໍ່ຜູ້ຕໍ່ຕ້ານພຣະຄຣິດຖືກຈຳກັດຢູ່ແຕ່ການເທດສະໜາຫຼັກຄຳສອນ ແລະ ການຕັກເຕືອນ. ນອກເໜືອຈາກການບໍ່ສາມາດແຍກແຍະຄົນຊົ່ວ ແລະ ຜູ້ຕໍ່ຕ້ານພຣະຄຣິດໄດ້ແລ້ວ, ຜູ້ນໍາປອມຍັງບໍ່ສາມາດແກ້ໄຂບັນຫາຕ່າງໆທີ່ມີຢູ່ໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກໄດ້ອີກດ້ວຍ. ສິ່ງນີ້ພິສູດໃຫ້ເຫັນວ່າຜູ້ນໍາປອມບໍ່ມີຄວາມເຂົ້າໃຈໃນຄວາມຈິງເລີຍ; ພວກເຂົາບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້ ແລະ ບໍ່ສາມາດນຳພາຜູ້ຄົນທີ່ພຣະເຈົ້າເລືອກເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້. ບໍ່ວ່າຜູ້ນໍາປອມຈະເວົ້າ ຫຼື ເຮັດຫຍັງ, ເຈົ້າກໍຈະບໍ່ໄດ້ຍິນຄຳເວົ້າແຫ່ງຄວາມສະຫວ່າງໃດໆທີ່ຖືກກະຕຸ້ນໂດຍການເປີດແຈ້ງຂອງພຣະວິນຍານບໍລິສຸດ, ແຮງໄກທີ່ເຈົ້າຈະເຫັນວ່າພວກເຂົາມີຄວາມເປັນຈິງແຫ່ງຄວາມຈິງໃດໆ. ສະນັ້ນ, ຜູ້ນໍາປອມຈຶ່ງບໍ່ໄດ້ໃຫ້ປະໂຫຍດ ຫຼື ຄວາມຊ່ວຍເຫຼືອໃດໆໃນແງ່ຂອງທາງເຂົ້າຂອງຊີວິດຂອງຜູ້ຄົນ; ວຽກງານເລັກນ້ອຍທີ່ພວກເຂົາເຮັດນັ້ນກ່ຽວຂ້ອງກັບການເທດສະໜາຄຳເວົ້າ ແລະ ຫຼັກຄຳສອນ, ການໂຮ່ຮ້ອງຄຳຂວັນ ແລະ ການເຮັດແບບພໍເປັນພິທີ. ພວກເຂົາລົ້ມເຫຼວຢ່າງສິ້ນເຊີງໃນການເຮັດບົດບາດທີ່ຜູ້ນໍາຄວນຈະເຮັດໃຫ້ດີ.

ນັ້ນຄືທັງໝົດສຳລັບການໂອ້ລົມຂອງພວກເຮົາໃນມື້ນີ້. ພົບກັນໃໝ່!

9 ມັງກອນ 2021

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?