ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (1) ສ່ວນທີ ສອງ
ຂໍ້ທີໜຶ່ງ: ນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໃຫ້ເຂົ້າໃຈພຣະທໍາເຫຼົ່ານັ້ນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ
ຜູ້ນໍາປອມບໍ່ມີຄຸນນະພາບ ແລະ ຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ
ຜູ້ນໍາປອມແມ່ນຫຍັງ? ແນ່ນອນ ຜູ້ນໍາປອມກໍຄືຄົນທີ່ບໍ່ສາມາດເຮັດວຽກງານຕົວຈິງໄດ້, ຄົນທີ່ບໍ່ໃສ່ໃຈໜ້າທີ່ຂອງພວກເຂົາໃນຖານະຜູ້ນໍາ. ພວກເຂົາບໍ່ໄດ້ເຮັດວຽກງານທີ່ແທ້ຈິງ ຫຼື ສໍາຄັນໃດໆ; ພວກເຂົາພຽງແຕ່ເບິ່ງແຍງວຽກງານທົ່ວໄປບາງຢ່າງ ແລະ ໜ້າວຽກຜິວເຜີນບາງຢ່າງ, ສິ່ງທີ່ບໍ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດ ຫຼື ຄວາມຈິງ. ບໍ່ວ່າພວກເຂົາຈະເຮັດວຽກງານນີ້ຫຼາຍສໍ່າໃດກໍຕາມ, ມັນກໍບໍ່ມີຄວາມໝາຍໃນການປະຕິບັດມັນ. ນັ້ນຄືເຫດຜົນທີ່ຜູ້ນໍາດັ່ງກ່າວຈຶ່ງຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ. ແລ້ວຈະແຍກແຍະຜູ້ນໍາປອມໄດ້ແນວໃດແທ້? ຕອນນີ້ໃຫ້ພວກເຮົາເລີ່ມການໄຈ້ແຍກຂອງພວກເຮົາກັນເທາະ. ກ່ອນອື່ນໝົດຕ້ອງເວົ້າໃຫ້ຊັດເຈນວ່າ ຄວາມຮັບຜິດຊອບທຳອິດຂອງຜູ້ນໍາ ຫຼື ຜູ້ເຮັດວຽກແມ່ນການນໍາພາຄົນອື່ນໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໂອ້ລົມກ່ຽວກັບຄວາມຈິງໃນລັກສະນະທີ່ຄົນອື່ນອາດຈະເຂົ້າໃຈມັນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ນີ້ແມ່ນບັນທັດຖານທີ່ສຳຄັນທີ່ສຸດໃນການກວດສອບວ່າຜູ້ນໍາຈິງ ຫຼື ປອມ. ໃຫ້ເບິ່ງວ່າພວກເຂົາສາມາດນໍາພາຄົນອື່ນໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງໄດ້ ຫຼື ບໍ່ ແລະ ພວກເຂົາສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາໄດ້ ຫຼື ບໍ່. ນັ້ນແມ່ນບັນທັດຖານໜຶ່ງດຽວໃນການກວດສອບວ່າ ຜູ້ນໍາ ຫຼື ຜູ້ເຮັດວຽກມີຂີດຄວາມສາມາດ ແລະ ຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າແບບໃດ ແລະ ພວກເຂົາສາມາດນໍາພາຜູ້ຄົນທີ່ພຣະເຈົ້າເລືອກໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ ຫຼື ບໍ່. ຖ້າຜູ້ນໍາ ຫຼື ຜູ້ເຮັດວຽກສາມາດຢັ່ງຮູ້ພຣະທຳຂອງພຣະເຈົ້າໄດ້ຢ່າງບໍລິສຸດ ແລະ ເຂົ້າໃຈຄວາມຈິງ, ພວກເຂົາຄວນແກ້ໄຂແນວຄິດ ແລະ ຈິນຕະນາການທີ່ຜູ້ຄົນມີກ່ຽວກັບຄວາມເຊື່ອໃນພຣະເຈົ້າຕາມພຣະທຳຂອງພຣະເຈົ້າ ແລະ ຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມເປັນຈິງໃນພາລະກິດຂອງພຣະເຈົ້າ. ພວກເຂົາຍັງຄວນແກ້ໄຂຄວາມຫຍຸ້ງຍາກຕົວຈິງທີ່ຜູ້ຄົນທີ່ພຣະເຈົ້າເລືອກພົບພໍ້ ຕາມພຣະທຳຂອງພຣະອົງ, ໂດຍສະເພາະເມື່ອເວົ້າເຖິງທັດສະນະຜິດໆ ທີ່ພວກເຂົາມີໃນຄວາມເຊື່ອຂອງພວກເຂົາ ຫຼື ຄວາມເຂົ້າໃຈຜິດທີ່ພວກເຂົາມີກ່ຽວກັບການເຮັດໜ້າທີ່. ພວກເຂົາຍັງຕ້ອງນຳໃຊ້ພຣະທຳຂອງພຣະເຈົ້າ ເພື່ອແກ້ໄຂບັນຫາທີ່ສະແດງອອກ ເມື່ອຜູ້ຄົນຜະເຊີນກັບການລອງໃຈ ແລະ ຄວາມລຳບາກຍາກແຄ້ນຕ່າງໆ ແລະ ສາມາດນໍາພາຜູ້ຄົນທີ່ພຣະເຈົ້າເລືອກໃຫ້ເຂົ້າໃຈ ແລະ ປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ. ໃນເວລາດຽວກັນ, ພວກເຂົາຕ້ອງໄຈ້ແຍກອຸປະນິໄສທີ່ເສື່ອມຊາມຕ່າງໆ ຂອງຜູ້ຄົນ ໂດຍອີງໃສ່ສະພາວະທີ່ເສື່ອມຊາມທີ່ຖືກເປີດເຜີຍໃນພຣະທຳຂອງພຣະເຈົ້າ, ເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກສາມາດເຫັນວ່າສະພາວະໃດໃຊ້ກັບພວກເຂົາ, ຈົນບັນລຸຄວາມຮູ້ກ່ຽວກັບຕົນເອງ ແລະ ກຽດຊັງ ແລະ ກະບົດຕໍ່ຊາຕານ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກສາມາດຢືນຢັດໃນຄຳພະຍານຂອງພວກເຂົາ, ເອົາຊະນະຊາຕານ ແລະ ຖວາຍກຽດແດ່ພຣະເຈົ້າທ່າມກາງການທົດລອງທຸກປະເພດ. ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ. ມັນເປັນວຽກງານທີ່ເປັນພື້ນຖານທີ່ສຸດ, ສໍາຄັນທີ່ສຸດ ແລະ ຈຳເປັນທີ່ສຸດຂອງຄຣິສຕະຈັກ. ຖ້າຜູ້ຄົນທີ່ຮັບໃຊ້ເປັນຜູ້ນໍາມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ມີຂີດຄວາມສາມາດໃນການເຂົ້າໃຈຄວາມຈິງ, ພວກເຂົາບໍ່ພຽງແຕ່ຈະສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງຂອງພຣະທຳເຫຼົ່ານັ້ນ, ພວກເຂົາຍັງຈະສາມາດຊີ້ນໍາ, ນໍາພາ ແລະ ຊ່ວຍເຫຼືອຜູ້ທີ່ພວກເຂົານໍາພາ ໃຫ້ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງຂອງພຣະທຳເຫຼົ່ານັ້ນ. ແຕ່ຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງແມ່ນສິ່ງທີ່ຜູ້ນໍາປອມຂາດແຄນຢ່າງແທ້ຈິງ. ພວກເຂົາບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ຮູ້ຈັກອຸປະນິໄສທີ່ເສື່ອມຊາມທີ່ຜູ້ຄົນເປີດເຜີຍໃນສະຖານະການຕ່າງໆ ເຊິ່ງຖືກເປີດໂປງໃນພຣະທຳຂອງພຣະອົງ ຫຼື ສະພາວະໃດທີ່ກໍ່ໃຫ້ເກີດການຕໍ່ຕ້ານ, ການຈົ່ມວ່າ ແລະ ການທໍລະຍົດຕໍ່ພຣະເຈົ້າ ແລະ ອື່ນໆ. ຜູ້ນໍາປອມບໍ່ສາມາດໄຕ່ຕອງກ່ຽວກັບຕົນເອງ ຫຼື ເຊື່ອມໂຍງພຣະທຳຂອງພຣະເຈົ້າກັບຕົນເອງ, ພວກເຂົາພຽງແຕ່ເຂົ້າໃຈຫຼັກຄຳສອນເລັກນ້ອຍ ແລະ ລະບຽບການສອງສາມຂໍ້ຈາກຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າ. ເມື່ອພວກເຂົາໂອ້ລົມກັບຄົນອື່ນ, ພວກເຂົາພຽງແຕ່ທ່ອງຈຳພຣະທຳບາງຂໍ້ຂອງພຣະອົງ, ຈາກນັ້ນກໍອະທິບາຍຄວາມໝາຍຕາມຕົວອັກສອນຂອງພຣະທຳເຫຼົ່ານັ້ນ. ແລ້ວດ້ວຍເຫດນັ້ນ, ພວກເຂົາຄິດວ່າພວກເຂົາກຳລັງໂອ້ລົມກ່ຽວກັບຄວາມຈິງ ແລະ ເຮັດວຽກງານຕົວຈິງ. ຖ້າຄົນໃດໜຶ່ງສາມາດອ່ານ ແລະ ທ່ອງຈຳພຣະທຳຂອງພຣະເຈົ້າຄືກັບທີ່ພວກເຂົາເຮັດ, ພວກເຂົາຈະຄິດວ່າຄົນນັ້ນເປັນຄົນທີ່ຮັກ ແລະ ເຂົ້າໃຈຄວາມຈິງ. ຜູ້ນໍາປອມພຽງແຕ່ເຂົ້າໃຈຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າ; ໂດຍພື້ນຖານແລ້ວ ພວກເຂົາບໍ່ເຂົ້າໃຈຄວາມຈິງໃນພຣະທຳຂອງພຣະເຈົ້າ ແລະ ດັ່ງນັ້ນຈຶ່ງບໍ່ສາມາດເວົ້າກ່ຽວກັບຄວາມຮູ້ຈາກປະສົບການຂອງພວກເຂົາກ່ຽວກັບພຣະທຳເຫຼົ່ານັ້ນ. ຜູ້ນໍາປອມບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ; ພວກເຂົາເຂົ້າໃຈໄດ້ພຽງຄວາມໝາຍຜິວເຜີນ ແຕ່ກໍເຊື່ອວ່ານັ້ນຄືການຢັ່ງຮູ້ພຣະທຳຂອງພຣະອົງ ແລະ ເຂົ້າໃຈຄວາມຈິງແລ້ວ. ໃນຊີວິດປະຈຳວັນ ພວກເຂົາຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມຕົວອັກສອນຢູ່ສະເໝີເພື່ອແນະນໍາ ແລະ ຊ່ວຍເຫຼືອຄົນອື່ນ, ໂດຍເຊື່ອວ່າການເຮັດເຊັ່ນນັ້ນຄືການເຮັດວຽກງານ ແລະ ພວກເຂົາກຳລັງນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງຂອງພຣະທຳເຫຼົ່ານັ້ນ. ຄວາມຈິງກໍຄື ເຖິງແມ່ນວ່າຜູ້ນໍາປອມມັກຈະໂອ້ລົມກັບຄົນອື່ນໃນລັກສະນະນີ້ກ່ຽວກັບພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງໄດ້ແມ່ນແຕ່ໜ້ອຍດຽວ ແລະ ຜູ້ຄົນທີ່ພຣະເຈົ້າເລືອກກໍບໍ່ສາມາດປະຕິບັດ ຫຼື ມີປະສົບການກັບພຣະທຳຂອງພຣະອົງ. ບໍ່ວ່າພວກເຂົາຈະເຂົ້າຮ່ວມການເຕົ້າໂຮມ ຫຼື ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງບໍ່ເຂົ້າໃຈຄວາມຈິງ, ທັງບໍ່ມີທາງເຂົ້າຂອງຊີວິດ ແລະ ບໍ່ມີຜູ້ໃດໃນພວກເຂົາທີ່ສາມາດເວົ້າກ່ຽວກັບຄວາມຮູ້ຈາກປະສົບການຂອງພວກເຂົາ. ເຖິງແມ່ນວ່າມີຄົນຊົ່ວຊ້າ ແລະ ຜູ້ບໍ່ເຊື່ອທີ່ກໍ່ໃຫ້ເກີດການລົບກວນໃນຄຣິສຕະຈັກ, ກໍບໍ່ມີຜູ້ໃດສາມາດແຍກແຍະພວກເຂົາໄດ້. ເມື່ອຜູ້ນໍາປອມເຫັນຜູ້ບໍ່ເຊື່ອ ຫຼື ຄົນຊົ່ວຊ້າທີ່ກໍ່ໃຫ້ເກີດການລົບກວນ, ພວກເຂົາບໍ່ໄດ້ໃຊ້ການແຍກແຍະ, ແຕ່ສະແດງຄວາມຮັກຂອງພວກເຂົາ ແລະ ຊຸກຍູ້ຄົນເຫຼົ່ານັ້ນ, ຂໍໃຫ້ຄົນອື່ນມີຄວາມອົດທົນ ແລະ ໃຈເຢັນຕໍ່ພວກເຂົາ, ປ່ອຍປະລະເລີຍຄົນເຫຼົ່ານີ້ ໃນຂະນະທີ່ພວກເຂົາສືບຕໍ່ກໍ່ໃຫ້ເກີດການລົບກວນໃນຄຣິສຕະຈັກ. ສິ່ງນີ້ເຮັດໃຫ້ວຽກງານແຕ່ລະຢ່າງຂອງຄຣິສຕະຈັກບໍ່ເກີດດອກອອກຜົນເລີຍ. ນີ້ຄືຜົນສະທ້ອນຂອງຄວາມລົ້ມເຫຼວຂອງຜູ້ນໍາປອມໃນການເຮັດວຽກງານຕົວຈິງ. ຜູ້ນໍາປອມບໍ່ສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາ, ເຊິ່ງພຽງພໍທີ່ຈະສະແດງໃຫ້ເຫັນວ່າພວກເຂົາບໍ່ມີຄວາມເປັນຈິງແຫ່ງຄວາມຈິງ. ເມື່ອພວກເຂົາເວົ້າ, ພວກເຂົາເວົ້າໄດ້ພຽງແຕ່ໂຕໜັງສື ແລະ ຫຼັກຄຳສອນ ແລະ ທຸກສິ່ງທີ່ພວກເຂົາບອກໃຫ້ຄົນອື່ນປະຕິບັດກໍຄືຫຼັກຄຳສອນ ແລະ ລະບຽບການຕ່າງໆ. ຕົວຢ່າງ: ເມື່ອຄົນໃດໜຶ່ງເກີດຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ, ຜູ້ນໍາປອມຈະເວົ້າກັບພວກເຂົາວ່າ, “ພຣະທຳຂອງພຣະເຈົ້າໄດ້ກວມເອົາທັງໝົດນີ້ແລ້ວ, ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ມັນກໍຄືຄວາມລອດພົ້ນຂອງມະນຸດ, ມັນຄືຄວາມຮັກ. ເບິ່ງແມວ່າພຣະທຳຂອງພຣະອົງຊັດເຈນ, ແຈ່ມແຈ້ງສໍ່າໃດ. ເຈົ້າຍັງສາມາດເຂົ້າໃຈພຣະອົງຜິດໄດ້ແນວໃດ”. ນີ້ຄືຄຳແນະນໍາປະເພດທີ່ຜູ້ນໍາປອມໃຫ້ກັບຜູ້ຄົນ. ພວກເຂົາເວົ້າຄຳເວົ້າ ແລະ ຫຼັກຄຳສອນເພື່ອກະຕຸ້ນຜູ້ຄົນ, ຈໍາກັດພວກເຂົາ ແລະ ເຮັດໃຫ້ພວກເຂົາປະຕິບັດຕາມລະບຽບການ. ສິ່ງນີ້ບໍ່ມີປະສິດທິຜົນແມ່ນແຕ່ໜ້ອຍດຽວ ແລະ ມັນບໍ່ສາມາດແກ້ໄຂບັນຫາໃດໆໄດ້. ຜູ້ນໍາປອມສາມາດເວົ້າໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນເພື່ອຊີ້ນໍາຜູ້ຄົນ, ເຊິ່ງເຮັດໃຫ້ຄົນເຫຼົ່ານັ້ນຄິດວ່າການທີ່ສາມາດເວົ້າຫຼັກຄຳສອນໄດ້ໝາຍຄວາມວ່າພວກເຂົາໄດ້ເຂົ້າສູ່ຄວາມຈິງຄວາມເປັນຈິງແລ້ວ. ແຕ່ເມື່ອຄວາມຫຍຸ້ງຍາກເກີດຂຶ້ນກັບພວກເຂົາ, ພວກເຂົາບໍ່ຮູ້ວ່າຈະປະຕິບັດແນວໃດ, ພວກເຂົາບໍ່ມີເສັ້ນທາງ ແລະ ຄຳເວົ້າ ແລະ ຫຼັກຄຳສອນທັງໝົດທີ່ພວກເຂົາເຂົ້າໃຈກໍຖືກປະຖິ້ມໄວ້. ສິ່ງນີ້ສະແດງໃຫ້ເຫັນຫຍັງ? ມັນສະແດງໃຫ້ເຫັນວ່າການເຂົ້າໃຈຫຼັກຄຳສອນບໍ່ມີປະໂຫຍດ ຫຼື ມີຄຸນຄ່າເລີຍ. ສິ່ງດຽວທີ່ຜູ້ນໍາປອມເຂົ້າໃຈກໍຄືຫຼັກຄຳສອນ. ພວກເຂົາບໍ່ສາມາດໂອ້ລົມກ່ຽວກັບຄວາມຈິງເພື່ອແກ້ໄຂບັນຫາ; ບໍ່ມີຫຼັກການໃນການກະທຳຂອງພວກເຂົາ ແລະ ໃນຊີວິດຂອງພວກເຂົາ ພວກເຂົາພຽງແຕ່ປະຕິບັດຕາມລະບຽບການບາງຢ່າງທີ່ພວກເຂົາຖືວ່າດີ. ຄົນດັ່ງກ່າວບໍ່ມີຄວາມຈິງຄວາມເປັນຈິງ. ນັ້ນຄືເຫດຜົນທີ່ວ່າ ເມື່ອຜູ້ນໍາປອມນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ມັນບໍ່ມີຜົນທີ່ແທ້ຈິງ. ພວກເຂົາພຽງແຕ່ສາມາດເຮັດໃຫ້ຜູ້ຄົນເຂົ້າໃຈຄວາມໝາຍຂອງພຣະທຳຂອງພຣະເຈົ້າຕາມຕົວອັກສອນ ແລະ ບໍ່ສາມາດຊ່ວຍໃຫ້ພວກເຂົາໄດ້ຮັບຄວາມສະຫວ່າງຈາກພຣະທຳຂອງພຣະເຈົ້າ ຫຼື ເຂົ້າໃຈວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມປະເພດໃດ. ຜູ້ນໍາປອມບໍ່ເຂົ້າໃຈວ່າສະພາວະຂອງຜູ້ຄົນເປັນແນວໃດ ຫຼື ແມ່ນຫຍັງຄືອຸປະນິໄສ-ແກ່ນແທ້ທີ່ຜູ້ຄົນເປີດເຜີຍ ເມື່ອພົບພໍ້ກັບສະຖານະການໃດໜຶ່ງ, ຄວນໃຊ້ພຣະທຳຂອງພຣະເຈົ້າຂໍ້ໃດ ເພື່ອແກ້ໄຂສະພາວະທີ່ຜິດພາດ ແລະ ອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້, ມີການກ່າວເຖິງພວກມັນແນວໃດໃນພຣະທຳຂອງພຣະເຈົ້າ, ຂໍ້ກຳນົດ ແລະ ຫຼັກການໃນພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງທີ່ຢູ່ພາຍໃນ. ຜູ້ນໍາປອມບໍ່ເຂົ້າໃຈຫຍັງກ່ຽວກັບຄວາມເປັນຈິງແຫ່ງຄວາມຈິງເຫຼົ່ານີ້. ພວກເຂົາພຽງແຕ່ແນະນໍາຜູ້ຄົນໂດຍເວົ້າວ່າ, “ຈົ່ງກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ. ມີຄວາມຈິງຢູ່ໃນນັ້ນ. ເຈົ້າຈະເຂົ້າໃຈເມື່ອເຈົ້າໄດ້ອ່ານພຣະທຳຂອງພຣະອົງຫຼາຍຂຶ້ນ. ຖ້າເຈົ້າບໍ່ເຂົ້າໃຈບາງຂໍ້, ພວກເຈົ້າຄວນອະທິຖານ, ສະແຫວງຫາ ແລະ ໄຕ່ຕອງກ່ຽວກັບພຣະທຳເຫຼົ່ານັ້ນໃຫ້ຫຼາຍຂຶ້ນ”. ນີ້ຄືວິທີທີ່ພວກເຂົາໃຫ້ຄຳປຶກສາແກ່ຜູ້ຄົນ ແລະ ພວກເຂົາບໍ່ສາມາດແກ້ໄຂບັນຫາ ໂດຍການເຮັດເຊັ່ນນັ້ນ. ບໍ່ວ່າຜູ້ໃດຈະພົບບັນຫາ ແລະ ມາສະແຫວງຫາຈາກພວກເຂົາ, ພວກເຂົາກໍເວົ້າສິ່ງດຽວກັນ. ຫຼັງຈາກນັ້ນ, ຄົນນັ້ນກໍຍັງບໍ່ຮູ້ຈັກຕົນເອງ ແລະ ຍັງບໍ່ເຂົ້າໃຈຄວາມຈິງ. ພວກເຂົາຈະບໍ່ສາມາດແກ້ໄຂບັນຫາທີ່ແທ້ຈິງຂອງພວກເຂົາເອງ ຫຼື ເຂົ້າໃຈວ່າພວກເຂົາຄວນປະຕິບັດພຣະທຳຂອງພຣະເຈົ້າແນວໃດ ແລະ ພວກເຂົາຈະພຽງແຕ່ຍຶດໝັ້ນກັບຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າ ແລະ ລະບຽບການ. ເມື່ອເວົ້າເຖິງຫຼັກການຄວາມຈິງໃນການປະຕິບັດພຣະທຳຂອງພຣະເຈົ້າ ຫຼື ຄວາມເປັນຈິງໃດທີ່ພວກເຂົາຄວນເຂົ້າສູ່, ພວກເຂົາກໍຍັງບໍ່ເຂົ້າໃຈ. ນີ້ຄືສິ່ງທີ່ເກີດຂຶ້ນຈາກວຽກງານຂອງຜູ້ນໍາປອມ. ບໍ່ມີຜົນທີ່ແທ້ຈິງແມ່ນແຕ່ຢ່າງດຽວ.
ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນແຕ່ງກາຍຢ່າງສຸພາບ ແລະ ເໝາະສົມ ໂດຍໃຫ້ສົມກັບຄວາມເປັນໄພ່ພົນ. “ສຸພາບ ແລະ ເໝາະສົມ, ໃຫ້ສົມກັບຄວາມເປັນໄພ່ພົນ”, ລວມທັງໝົດເປັນສິບສອງພະຍາງ, ແຕ່ພວກເຈົ້າເຂົ້າໃຈຄວາມໝາຍຂອງມັນບໍ? (ພວກເຮົາທຸກຄົນຮູ້ທາງຫຼັກຄຳສອນວ່າ ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນແຕ່ງກາຍຢ່າງສຸພາບ ແລະ ເໝາະສົມ ໂດຍໃຫ້ສົມກັບຄວາມເປັນໄພ່ພົນ ແຕ່ເມື່ອແຕ່ງກາຍ ພວກເຮົາບໍ່ຮູ້ວ່າຈະວັດແທກແນວໃດວ່າອັນໃດສຸພາບ ຫຼື ເໝາະສົມ.) ສິ່ງນີ້ກ່ຽວຂ້ອງກັບບັນຫາທີ່ວ່າ ມີການເຂົ້າໃຈຄວາມຈິງ ຫຼື ບໍ່. ຖ້າເຈົ້າບໍ່ສາມາດວັດແທກສິ່ງນີ້ໄດ້, ມັນກໍພິສູດແລ້ວວ່າ ເຈົ້າບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ. ແລ້ວການເຂົ້າໃຈພຣະທຳຂອງພຣະເຈົ້າໝາຍຄວາມວ່າແນວໃດ? ມັນໝາຍເຖິງການເຂົ້າໃຈບັນທັດຖານຄວາມສຸພາບ ແລະ ຄວາມເໝາະສົມທີ່ພຣະເຈົ້າກ່າວເຖິງ ຫຼື ໂດຍສະເພາະກໍຄື ສີ ແລະ ຮູບແບບຂອງເຄື່ອງນຸ່ງ. ສີ ແລະ ຮູບແບບໃດທີ່ສຸພາບ ແລະ ເໝາະສົມ? ຜູ້ທີ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງຈະຮູ້ວ່າອັນໃດສຸພາບ ແລະ ເໝາະສົມ ແລະ ອັນໃດແປກປະຫຼາດ. ເຖິງແມ່ນວ່າເຄື່ອງນຸ່ງຈໍານວນໜຶ່ງຈະສຸພາບ ແລະ ເໝາະສົມ, ພວກມັນກໍມີຮູບແບບທີ່ຫຼ້າສະໄໝ. ພຣະເຈົ້າບໍ່ມັກສິ່ງທີ່ຫຼ້າສະໄໝ ແລະ ພຣະອົງບໍ່ໄດ້ຂໍໃຫ້ຜູ້ຄົນຮຽນແບບຮູບແບບຂອງອະດີດ ຫຼື ກາຍເປັນພວກຟາຣີຊາຍທີ່ໜ້າຊື່ໃຈຄົດ. ສິ່ງທີ່ພຣະເຈົ້າໝາຍເຖິງ “ສຸພາບ ແລະ ເໝາະສົມ” ຄືການມີຄວາມເໝືອນມະນຸດທີ່ປົກກະຕິ, ເບິ່ງສູງສົ່ງ, ສະຫງ່າງາມ ແລະ ມີລະດັບ. ພຣະເຈົ້າບໍ່ໄດ້ຂໍໃຫ້ຜູ້ຄົນນຸ່ງເຄື່ອງທີ່ແປກປະຫຼາດ ແລະ ບໍ່ໄດ້ໃຫ້ແຕ່ງກາຍດ້ວຍເສື້ອຜ້າຂາດໆ ຄືກັບຄົນຍາກຈົນ ແຕ່ພຣະອົງຂໍໃຫ້ຜູ້ຄົນແຕ່ງກາຍຢ່າງສຸພາບ ແລະ ເໝາະສົມ ໂດຍໃຫ້ສົມກັບຄວາມເປັນໄພ່ພົນ. ນີ້ຄືຄວາມເຂົ້າໃຈຂອງຄົນປົກກະຕິ. ແຕ່ຫຼັງຈາກທີ່ໄດ້ຍິນສິ່ງນີ້, ຜູ້ນໍາປອມກໍເກີດຄວາມກະຕືລືລົ້ນຂຶ້ນມາ ໂດຍກ່າວວ່າ “ພຣະທຳຂອງພຣະເຈົ້າໃຫ້ຂອບເຂດແກ່ພວກເຮົາໃນການແຕ່ງກາຍ. ‘ສຸພາບ ແລະ ເໝາະສົມ ໂດຍໃຫ້ສົມກັບຄວາມເປັນໄພ່ພົນ’, ຖ້າພວກເຮົາຮັກສາສິບສອງພະຍາງນີ້ໄວ້, ພວກເຮົາກໍຖວາຍກຽດແກ່ພຣະເຈົ້າ, ບໍ່ນໍາຄວາມອັບອາຍມາສູ່ພຣະອົງ ແລະ ຈະເປັນຄົນທີ່ໄດ້ຮັບການນັບຖືຢ່າງສູງໃນທ່າມກາງຜູ້ບໍ່ມີຄວາມເຊື່ອ. ແລ້ວອັນໃດຄືສຸພາບ ແລະ ເໝາະສົມ? ມັນຄືການທີ່ເຈົ້າຕ້ອງເວົ້າ ແລະ ກະທຳດ້ວຍຄວາມເໝືອນມະນຸດ ແລະ ຕ້ອງມີມາລະຍາດຂອງຄວາມເປັນໄພ່ພົນ. ເມື່ອເວົ້າເຖິງໄພ່ພົນ, ໂດຍທົ່ວໄປແລ້ວ ພວກເຮົາໝາຍເຖິງໄພ່ພົນໃນສະໄໝບູຮານ. ຖ້າພວກເຮົາຢາກມີມາລະຍາດຂອງຄວາມເປັນໄພ່ພົນ, ພວກເຮົາກໍຕ້ອງຮຽນແບບຮູບແບບຂອງໄພ່ພົນໃນສະໄໝບູຮານ ແຕ່ຖ້າເຈົ້າຍ່າງໄປມາໂດຍນຸ່ງເຄື່ອງບູຮານ, ຜູ້ຄົນກໍຈະຄິດວ່າເຈົ້າເປັນບ້າ. ສິ່ງນີ້ບໍ່ສອດຄ່ອງກັບຫຼັກການຂອງການຖວາຍກຽດແກ່ພຣະເຈົ້າ ແຕ່ຄວນມີບາງຫຼັກຖານກ່ຽວກັບເຄື່ອງນຸ່ງທີ່ໄພ່ພົນໃນສະໄໝບໍ່ດົນມານີ້ນຸ່ງ ເຊິ່ງພວກເຮົາສາມາດຕິດຕາມໄດ້. ສະພາບສັງຄົມເມື່ອຫຼາຍສິບປີກ່ອນນັ້ນດີ. ຜູ້ຄົນລຽບງ່າຍຂຶ້ນ ແລະ ແຕ່ງກາຍແບບອະນຸລັກ ແລະ ເໝາະສົມຂຶ້ນ. ຖ້າເຈົ້າແຕ່ງກາຍຕາມມາດຕະຖານນີ້, ເຈົ້າກໍຈະສຸພາບ ແລະ ເໝາະສົມ ແລະ ມີມາລະຍາດຂອງຄວາມເປັນໄພ່ພົນ. ນີ້ຄືເສັ້ນທາງສຳລັບການປະຕິບັດ”. ເມື່ອພົບວ່າຄົນໃນຊຸມປີ 1970 ແລະ 1980 ນຸ່ງເສື້ອເຊີດສີຂາວ ແລະ ໂສ້ງສີຟ້າ, ລາວກໍບອກອ້າຍເອື້ອຍນ້ອງວ່າ “ຂ້າພະເຈົ້າໄດ້ເຫັນແສງສະຫວ່າງໃນພຣະທຳຂອງພຣະເຈົ້າ. ຄົນໃນຊຸມປີ ເຈັດສິບ ແລະ ແປດສິບ ແຕ່ງກາຍດ້ວຍຊຸດທີ່ຂ້ອນຂ້າງເໝາະສົມ ແລະ ລຽບງ່າຍ. ບໍ່ສາມາດເວົ້າໄດ້ວ່າພວກມັນມີກຽດ ແຕ່ເບິ່ງຄືວ່າສອດຄ່ອງກັບຂໍ້ກຳນົດໃນພຣະທຳຂອງພຣະເຈົ້າຫຼາຍກວ່າ, ສະນັ້ນ ພວກເຮົາຈະແຕ່ງກາຍຕາມມາດຕະຖານນີ້”. ຜູ້ນໍາໄດ້ນໍາພາໃນການນຸ່ງເຄື່ອງນີ້ ແລະ ທຸກຄົນກໍຄິດວ່າມັນເບິ່ງດີ, ຂ້ອນຂ້າງເໝາະສົມ ແລະ ລຽບງ່າຍ. ຜູ້ນໍາກ່າວວ່າ “ພຣະເຈົ້າກ່າວວ່າຢ່ານຸ່ງເຄື່ອງທີ່ແປກປະຫຼາດ. ກ່ອນອື່ນໝົດ, ກະດຸມເທິງເສື້ອເຊີດຕ້ອງຕິດຂຶ້ນໄປຈົນຮອດຄໍ ແລະ ກະດຸມທັງໝົດເທິງແຂນເສື້ອກໍຕ້ອງຕິດເຊັ່ນກັນ. ຂໍ້ມືຕ້ອງບໍ່ຖືກເປີດເຜີຍ, ເສື້ອເຊີດຕ້ອງຍັດເຂົ້າໃນໂສ້ງ ແລະ ທຸກຢ່າງຕ້ອງຖືກປົກປິດຢ່າງແໜ້ນໜາ ໂດຍບໍ່ມີການເປີດເຜີຍໜ້າເອິກ ຫຼື ຫຼັງ. ໃຫ້ເບິ່ງວ່າມັນສຸພາບ ແລະ ເໝາະສົມສໍ່າໃດ! ນີ້ບໍ່ແມ່ນສິ່ງທີ່ສຸພາບ ແລະ ເໝາະສົມ ແລະ ມັນບໍ່ສອດຄ່ອງກັບມາລະຍາດຂອງຄວາມເປັນໄພ່ພົນ ດັ່ງທີ່ພຣະເຈົ້າຮຽກຮ້ອງບໍ?” ຜູ້ນໍາພໍໃຈເປັນພິເສດກັບຊຸດທີ່ລາວກຳລັງນຸ່ງຢູ່ໃນຂະນະນັ້ນ ແລະ ໃນເວລາດຽວກັນ ລາວກໍຮຽກຮ້ອງໃຫ້ຄົນອື່ນວ່າ “ເຄື່ອງນຸ່ງຂອງພວກເຈົ້າທັນສະໄໝເກີນໄປ, ເປັນແຟຊັນເກີນໄປ. ພວກມັນນໍາຄວາມເສື່ອມເສຍມາສູ່ພຣະເຈົ້າ ແລະ ພຣະອົງບໍ່ມັກພວກມັນ. ທຸກຄົນ, ຟ້າວນຸ່ງເຄື່ອງທີ່ຂ້າພະເຈົ້ານຸ່ງ, ຈົ່ງເປັນຄືກັບຂ້າພະເຈົ້າ!” ຄົນທີ່ບໍ່ມີການແຍກແຍະກໍເຮັດຕາມ, ຊອກຫາ ແລະ ນຸ່ງຊຸດທີ່ເອີ້ນວ່າສຸພາບ ແລະ ເໝາະສົມ ເຊິ່ງສອດຄ່ອງກັບມາລະຍາດຂອງຄວາມເປັນໄພ່ພົນ ແລະ ຄົນສ່ວນໃຫຍ່ກໍເຖິງກັບຄິດວ່າມັນດີ. ແຕ່ບາງຄົນກໍລັງກຽດໃນໃຈຕໍ່ສິ່ງທີ່ຫຼ້າສະໄໝເຫຼົ່ານີ້ ແລະ ຮູ້ສຶກວ່າການເຮັດເຊັ່ນນີ້ບໍ່ເໝາະສົມ ແລະ ຄວາມເຂົ້າໃຈພຣະທຳຂອງພຣະເຈົ້າແບບນີ້ແມ່ນບິດເບືອນ. ເຖິງແມ່ນວ່າບໍ່ສາມາດເວົ້າໄດ້ຢ່າງຊັດເຈນວ່າ ການຟັງຜູ້ນໍາເປັນສິ່ງຖືກ ຫຼື ຜິດ ແລະ ບໍ່ກ້າສະຫຼຸບ, ຄົນເຫຼົ່ານີ້ກໍສະໜັບສະໜູນການບໍ່ເຮັດຕາມກະແສຢ່າງຫຼັບຫູຫຼັບຕາ. ພວກເຂົາເຊື່ອວ່າສິ່ງທີ່ຜູ້ນໍາເວົ້າບໍ່ຖືກຕ້ອງທັງໝົດ ແລະ ພວກເຂົາບໍ່ໄດ້ເຮັດຕາມ. ມີພຽງແຕ່ຄົນໂງ່ເຫຼົ່ານັ້ນ, ຄົນທີ່ຂາດຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າດ້ວຍຕົນເອງ, ເຮັດຕາມທຸກຢ່າງທີ່ຜູ້ນໍາປອມເວົ້າ ແລະ ເຮັດທຸກຢ່າງທີ່ພວກເຂົາຖືກບອກໃຫ້ເຮັດ ຕາມວິທີທີ່ພວກເຂົາຖືກບອກໃຫ້ເຮັດ. ພວກເຂົາຕິດຕາມຜູ້ນໍາປອມ ແລະ ຮຽນແບບລາວ, ແຕ່ງກາຍຄືກັນເມື່ອອອກໄປຂ້າງນອກ. ເມື່ອໃດກໍຕາມທີ່ພວກເຂົາອອກໄປທ່າມກາງຝູງຊົນ, ພວກເຂົາກໍຮູ້ສຶກຍິນດີຫຼາຍ ໂດຍຄິດວ່າ “ພວກເຮົາເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ມີມາລະຍາດຂອງຄວາມເປັນໄພ່ພົນຫຼາຍໃນຊຸດຂອງຂ້າພະເຈົ້າ. ພວກເຈົ້ານຸ່ງຫຍັງຢູ່? ທັງມີສີສັນ, ມີຄວາມທັນສະໄໝ, ຈັ່ງແມ່ນເປັນສິ່ງທີ່ຊົ່ວຮ້າຍ! ຈົ່ງເບິ່ງພວກເຮົາ, ພວກເຮົາບໍ່ໄດ້ເປີດເຜີຍຫຍັງເລີຍ!” ພວກເຂົາຄິດວ່າພວກເຂົາໜ້າອັດສະຈັນ. ຜູ້ນໍາປອມບໍ່ພຽງແຕ່ບໍ່ຮັບຮູ້ວ່າ ນີ້ຄືການຕີຄວາມໝາຍພຣະທຳຂອງພຣະເຈົ້າທີ່ຜິດ ແຕ່ທີ່ຈິງແລ້ວ ຍັງຄິດວ່າລາວກຳລັງປະຕິບັດພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງຂອງພຣະທຳເຫຼົ່ານັ້ນ. ນີ້ຄືສິ່ງທີ່ຜູ້ນໍາປອມເຮັດ. ແມ່ນແຕ່ຂໍ້ກຳນົດທີ່ງ່າຍດາຍທີ່ສຸດ ແລະ ເຂົ້າໃຈງ່າຍທີ່ສຸດຂອງພຣະເຈົ້າສຳລັບຜູ້ຄົນ, ຜູ້ນໍາປອມກໍບໍ່ສາມາດເຂົ້າໃຈຢ່າງແທ້ຈິງວ່າພຣະທຳຂອງພຣະເຈົ້າໝາຍເຖິງຫຍັງ, ມາດຕະຖານທີ່ຈໍາເປັນ ຫຼື ຫຼັກການຂອງພຣະທຳເຫຼົ່ານັ້ນ. ແລ້ວພວກເຂົາຈະສາມາດເຂົ້າໃຈສິ່ງທີ່ພຣະເຈົ້າກ່າວກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ ຫຼື ກ່ຽວກັບສະພາວະທຸກປະເພດຂອງມະນຸດໄດ້ບໍ? ພວກເຂົາສາມາດຮູ້ໄດ້ຢ່າງແນ່ນອນບໍວ່າ ຄວາມຈິງຢູ່ທີ່ນີ້ແມ່ນຫຍັງ? ແນ່ນອນວ່າບໍ່ໄດ້.
ຜູ້ນໍາປອມບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ; ພວກເຂົາຮູ້ພຽງແຕ່ຈາກຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າວ່າ ພຣະເຈົ້າໄດ້ກ່າວສິ່ງໃດ ແຕ່ບໍ່ເຂົ້າໃຈວ່າພຣະທຳຂອງພຣະເຈົ້າສະແດງອອກເຖິງຄວາມຈິງຫຍັງ, ພຣະເຈົ້າຮຽກຮ້ອງຫຍັງຈາກຜູ້ຄົນ ຫຼື ຫຼັກການຄວາມຈິງໃດທີ່ຜູ້ຄົນຄວນທຳຄວາມເຂົ້າໃຈ. ສະນັ້ນ, ເມື່ອພວກເຂົາໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ, ພວກເຂົາພຽງແຕ່ຕີຄວາມໝາຍຕາມຕົວອັກສອນ ແລະ ໃຫ້ລະບຽບການບາງຢ່າງແກ່ຜູ້ຄົນ, ໃຫ້ຂໍ້ກຳນົດບາງຢ່າງໃຫ້ຜູ້ຄົນປະຕິບັດຕາມ, ໂດຍໃຊ້ສິ່ງເຫຼົ່ານີ້ເພື່ອພິສູດວ່າພວກເຂົາກໍເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ໄດ້ເຮັດວຽກງານແລ້ວ. ຜູ້ນໍາປອມບາງຄົນເຖິງກັບຄິດວ່າພຣະທຳຂອງພຣະເຈົ້າໄດ້ກ່າວໄວ້ຢ່າງຊັດເຈນແລ້ວ, ພຽງແຕ່ຜູ້ຄົນບໍ່ຍອມກິນ ແລະ ດື່ມພຣະທຳເຫຼົ່ານັ້ນ ຫຼື ບໍ່ພະຍາຍາມ. ເມື່ອເຫັນວ່າທຸກຄົນມີໜັງສືພຣະທຳຂອງພຣະເຈົ້າຢູ່ໃນມື, ພວກເຂົາກໍຖືວ່າການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າເປັນສິ່ງທີ່ຊໍ້າຊ້ອນ. ສະນັ້ນ, ເມື່ອພວກເຂົາພົບບັນຫາໃນລະຫວ່າງການເຕົ້າໂຮມ ຫຼື ໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາພຽງແຕ່ສົ່ງບາງບົດທີ່ຄັດເລືອກມາຈາກພຣະທຳຂອງພຣະເຈົ້າໃຫ້ຜູ້ຄົນ, ໂດຍບອກພວກເຂົາເຊັ່ນວ່າ “ຈົ່ງອ່ານພຣະທຳຂອງພຣະເຈົ້າບົດນີ້”; “ຈົ່ງອ່ານພຣະທຳຂອງພຣະເຈົ້າຕອນນັ້ນ”; ຫຼື “ພຣະທຳຂອງພຣະເຈົ້າກ່າວເຖິງດ້ານນີ້ແບບນີ້ ແລະ ກ່າວເຖິງດ້ານນັ້ນແບບນັ້ນ”. ພວກເຂົາພຽງແຕ່ສົ່ງບົດທີ່ຄັດເລືອກມາຈາກພຣະທຳຂອງພຣະເຈົ້າໃຫ້ຜູ້ຄົນ, ໂດຍໃຊ້ວິທີການຊັກຊວນເພື່ອຊຸກຍູ້ໃຫ້ຜູ້ຄົນອ່ານພຣະທຳຂອງພຣະເຈົ້າ, ໂດຍເຊື່ອວ່ານີ້ຄືວິທີການນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ວ່າພວກເຂົາກຳລັງເຮັດຄວາມຮັບຜິດຊອບຂອງຜູ້ນໍາໃຫ້ສຳເລັດ. ຫຼັງຈາກທີ່ໄດ້ເຫັນພຣະທຳເຫຼົ່ານີ້, ຜູ້ຄົນກໍເວົ້າວ່າ “ຂ້ອຍກໍເຄີຍອ່ານພຣະທຳຂອງພຣະເຈົ້າເຫຼົ່ານີ້ຄືກັນ; ການທີ່ເຈົ້າເກັບກຳພຣະທຳເຫຼົ່ານີ້ມາໃຫ້ຂ້ອຍບໍ່ແມ່ນສິ່ງທີ່ຊໍ້າຊ້ອນບໍ?” ແນວໃດກໍຕາມ, ຜູ້ນໍາປອມກໍຄິດວ່າ “ຖ້າຂ້ອຍບໍ່ສົ່ງໃຫ້ເຈົ້າ, ເຈົ້າກໍຈະບໍ່ສາມາດຊອກຫາໄດ້ວ່າພຣະທຳເຫຼົ່ານີ້ຢູ່ໃນບົດໃດ ຫຼື ໜ້າໃດ. ເຈົ້າບໍ່ຮູ້ແມ່ນແຕ່ບໍລິບົດທີ່ພຣະເຈົ້າກ່າວພຣະທຳເຫຼົ່ານີ້. ໃນຖານະທີ່ເປັນຜູ້ນໍາ, ຂ້ອຍຄວນຮັບຜິດຊອບໜ້າທີ່ນີ້, ເພື່ອສົ່ງພຣະທຳຂອງພຣະເຈົ້າໃຫ້ເຈົ້າໄດ້ທຸກເວລາ, ທຸກສະຖານທີ່”. ຜູ້ນໍາປອມບາງຄົນ, ດ້ວຍຄວາມຮັກອັນລົ້ນເຫຼືອ, ເຖິງກັບສົ່ງບົດພຣະທຳຂອງພຣະເຈົ້າສິບຫາຊາວຕອນໃຫ້ຄົນໆໜຶ່ງໃນມື້ດຽວ ເພື່ອສະແດງໃຫ້ເຫັນເຖິງຄວາມຈົງຮັກພັກດີຂອງພວກເຂົາຕໍ່ວຽກງານຂອງພວກເຂົາ ແລະ ຄວາມຕັ້ງໃຈຂອງພວກເຂົາທີ່ຈະນໍາພາຜູ້ຄົນເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າເຫຼົ່ານີ້ຖືກສົ່ງໃຫ້ຜູ້ຄົນ, ແຕ່ບັນຫາຂອງພວກເຂົາໄດ້ຮັບການແກ້ໄຂບໍ? ພວກເຂົາໄດ້ເຮັດໜ້າທີ່ຂອງຜູ້ນໍາໄດ້ດີບໍ? ໂດຍສ່ວນຫຼາຍແລ້ວ, ພວກເຂົາເຮັດບົດບາດໄດ້ບໍ່ດີນີ້, ເພາະຖ້າຜູ້ຄົນສາມາດເຂົ້າໃຈພຣະທຳເຫຼົ່ານີ້ດ້ວຍຕົນເອງ, ພວກເຂົາກໍຈະບໍ່ຕ້ອງການຜູ້ນໍາ. ພຣະທຳຂອງພຣະເຈົ້າບົດທີ່ຜູ້ນໍາປອມສົ່ງໃຫ້ນັ້ນ ທີ່ຈິງແລ້ວເປັນທີ່ຮູ້ຈັກກັນດີໃນບັນດາຜູ້ທີ່ອ່ານພຣະທຳຂອງພຣະເຈົ້າເລື້ອຍໆ, ແຕ່ແມ່ນຫຍັງທີ່ຜູ້ຄົນຂາດເຂີນ? ແມ່ນຫຍັງຄືຄວາມຫຍຸ້ງຍາກ ແລະ ບັນຫາຂອງພວກເຂົາ? ນັ້ນກໍຄື ເມື່ອເວົ້າເຖິງບັນຫາທີ່ກ່ຽວຂ້ອງກັບຄວາມຈິງເຫຼົ່ານີ້, ເມື່ອປະເຊີນກັບຄວາມຫຍຸ້ງຍາກ, ຜູ້ຄົນບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງບັນຫາເຫຼົ່ານີ້, ບໍ່ຮູ້ວ່າຈະເລີ່ມຕົ້ນແກ້ໄຂພວກມັນຈາກໃສ ແລະ ບໍ່ຮູ້ວິທີເຂົ້າສູ່ຄວາມຈິງເຫຼົ່ານີ້ ແລະ ຜູ້ນໍາປອມກໍບໍ່ຮູ້ເຊັ່ນກັນ. ແລ້ວພວກເຂົາໄດ້ເຮັດໜ້າທີ່ຮັບຜິດຊອບຂອງຕົນໃນເລື່ອງນີ້ໃຫ້ສຳເລັດບໍ? ພວກເຂົາມີຄວາມສາມາດໃນວຽກງານການນໍາພາບໍ? ເຫັນໄດ້ຊັດເຈນວ່າ ພວກເຂົາບໍ່ໄດ້ເຮັດໜ້າທີ່ຮັບຜິດຊອບນີ້ໃຫ້ສຳເລັດ. ຕົວຢ່າງ: ເມື່ອຜູ້ຄົນອ່ານກ່ຽວກັບການເປັນຄົນຊື່ສັດໃນພຣະທຳຂອງພຣະເຈົ້າ, ຜູ້ນໍາປອມ, ເພາະວ່າພວກເຂົາບໍ່ຮູ້ວິທີກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ຂາດຄວາມສາມາດໃນການຢັ່ງຮູ້ ແລະ ເຂົ້າໃຈຄວາມຈິງ, ກໍຈະເວົ້າວ່າ: “ຂໍ້ກຳນົດຂອງພຣະເຈົ້າບໍ່ໄດ້ສູງ. ພຣະເຈົ້າຂໍໃຫ້ພວກເຮົາເປັນຄົນຊື່ສັດ ແລະ ການເປັນຄົນຊື່ສັດກໍໝາຍເຖິງການເວົ້າຄວາມຈິງ. ບໍ່ແມ່ນວ່າພຣະທຳຂອງພຣະເຈົ້າໄດ້ກ່າວໄວ້ໝົດແລ້ວບໍວ່າ: ‘ແຕ່ໃຫ້ການສື່ສານຂອງພວກເຈົ້າເປັນ ແມ່ນ ກໍວ່າແມ່ນ; ບໍ່ ກໍວ່າບໍ’ (ມັດທາຍ 5:37)? ພຣະທຳຂອງພຣະເຈົ້າຊ່າງຊັດເຈນສໍ່າໃດ! ພຽງແຕ່ເວົ້າສິ່ງທີ່ເຈົ້າຄິດ; ມັນຊ່າງງ່າຍດາຍສໍ່າໃດ! ເປັນຫຍັງເຈົ້າຈຶ່ງເຮັດບໍ່ໄດ້? ພຣະທຳຂອງພຣະເຈົ້າຄືຄວາມຈິງ, ພວກເຮົາຕ້ອງປະຕິບັດມັນ. ການບໍ່ປະຕິບັດຄືການກະບົດ ແລະ ພຣະເຈົ້າຊ່ວຍຜູ້ທີ່ກະບົດຕໍ່ພຣະອົງໃຫ້ລອດພົ້ນບໍ? ພຣະອົງບໍ່ຊົງຊ່ວຍ”. ເມື່ອໄດ້ຍິນດັ່ງນີ້, ຜູ້ຄົນກໍຕອບວ່າ “ທຸກສິ່ງທີ່ເຈົ້າເວົ້າມາແມ່ນຖືກຕ້ອງ, ແຕ່ພວກເຮົາກໍຍັງບໍ່ຮູ້ວິທີທີ່ຈະເປັນຄົນຊື່ສັດ. ເພາະຫຼາຍຄັ້ງ, ການເວົ້າຕົວະແມ່ນເປັນສິ່ງທີ່ຫ້າມໃຈບໍ່ໄດ້ ຫຼື ເປັນສິ່ງທີ່ຄົນເຮົາເຮັດເມື່ອບໍ່ມີທາງເລືອກອື່ນ ແລະ ມັນມີເຫດຜົນຢູ່ເບື້ອງຫຼັງ. ຄວນແກ້ໄຂສິ່ງນີ້ແນວໃດ?” ຜູ້ນໍາປອມຈະເວົ້າວ່າແນວໃດ? “ເລື່ອງນີ້ມັນຊິຍາກຫຍັງ? ບໍ່ແມ່ນວ່າພຣະທຳຂອງພຣະເຈົ້າໄດ້ກ່າວໄວ້ຢ່າງຊັດເຈນແລ້ວບໍ? ການເປັນຄົນຊື່ສັດກໍຄືກັບການເປັນເດັກນ້ອຍ; ມັນຊ່າງງ່າຍດາຍສໍ່າໃດ! ບໍ່ວ່າເຈົ້າຈະອາຍຸເທົ່າໃດ, ເຈົ້າເປັນຄືກັບເດັກນ້ອຍບໍ່ໄດ້ບໍ? ພຽງແຕ່ເບິ່ງວ່າເດັກນ້ອຍປະພຶດຕົວແນວໃດ”. ຜູ້ຟັງຈຶ່ງຄິດໄຕ່ຕອງວ່າ: “ພຶດຕິກຳຫຼັກຂອງເດັກນ້ອຍຄືການໄຮ້ດຽງສາ ແລະ ມີຊີວິດຊີວາ, ກະໂດດໂລດເຕັ້ນ, ບໍ່ເປັນຜູ້ໃຫຍ່ ແລະ ບໍ່ເຂົ້າໃຈຫຼາຍສິ່ງ. ເນື່ອງຈາກຜູ້ນໍາໄດ້ເວົ້າເຊັ່ນນັ້ນ, ຂ້ອຍກໍຈະເຮັດຕາມວິທີນີ້”. ມື້ຕໍ່ມາ, ຄົນຜູ້ນີ້ທີ່ຢູ່ໃນຊ່ວງສາມສິບ ຫຼື ສີ່ສິບປີ ກໍໄດ້ມັດຜົມເປຍນ້ອຍສອງຂ້າງ, ໃສ່ຜ້າຄາດຜົມ ແລະ ກິບຕິດຜົມສີບົວ, ນຸ່ງເສື້ອ, ເກີບ ແລະ ຖົງຕີນສີບົວ, ແຕ່ງກາຍດ້ວຍຊຸດສີບົວທັງໝົດ. ເມື່ອເຫັນດັ່ງນີ້, ຜູ້ນໍາກໍເວົ້າວ່າ “ຖືກຕ້ອງແລ້ວ! ຈົ່ງຍ່າງໃຫ້ຄືກັບເດັກນ້ອຍຫຼາຍຂຶ້ນ, ຍ່າງແບບກະໂດດໂລດເຕັ້ນ. ຈົ່ງເວົ້າໃຫ້ໄຮ້ດຽງສາຄືກັບເດັກນ້ອຍຫຼາຍຂຶ້ນ, ດ້ວຍດວງຕາທີ່ປາສະຈາກຄວາມຊົ່ວຮ້າຍ ແລະ ມີຮອຍຍິ້ມເທິງໃບໜ້າ, ນີ້ບໍ່ແມ່ນການກັບຄືນສູ່ທ່າທາງຂອງເດັກນ້ອຍບໍ? ນີ້ຄືຮູບແບບຂອງຄົນຊື່ສັດ!” ຜູ້ນໍາພໍໃຈເປັນຢ່າງຍິ່ງ, ໃນຂະນະທີ່ຄົນອື່ນເຫັນວ່ານີ້ເປັນພຶດຕິກຳທີ່ໂງ່ຈ້າ, ຜິດປົກກະຕິ. ຜູ້ນໍາປອມຜູ້ນີ້ບໍ່ພຽງແຕ່ບໍ່ສາມາດແກ້ໄຂບັນຫາໄດ້, ແຕ່ຍັງບໍ່ຮູ້ວິທີສະແຫວງຫາຫຼັກການຄວາມຈິງເລີຍ, ເປັນການນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ໄຮ້ສາລະ. ແມ່ນແຕ່ສຳລັບຄວາມຈິງທີ່ງ່າຍດາຍທີ່ສຸດຂອງການເປັນຄົນຊື່ສັດ, ຜູ້ນໍາປອມກໍບໍ່ຮູ້ວິທີຢັ່ງຮູ້ມັນຢ່າງຖືກຕ້ອງ ແລະ ຖ່ອງແທ້, ໄດ້ແຕ່ນຳໃຊ້ລະບຽບການຢ່າງຫຼັບຫູຫຼັບຕາ, ຢັ່ງຮູ້ມັນຢ່າງບິດເບືອນຈົນເປັນຕາໜ້າລັງກຽດຕໍ່ຜູ້ທີ່ໄດ້ຍິນ. ນີ້ຄືສິ່ງທີ່ຜູ້ນໍາປອມເຮັດ.
ຜູ້ນໍາປອມຢັ່ງຮູ້ພຣະທຳຂອງພຣະເຈົ້າໃນຫຼາຍຮູບຫຼາຍແບບ, ຄິດຫາແຕ່ທັດສະນະທີ່ແປກປະຫຼາດ ແລະ ຜິດແປກຕ່າງໆ ນາໆ. ພວກເຂົາຍັງໃຊ້ການປະຕິບັດ ແລະ ຕິດຕາມພຣະທຳຂອງພຣະເຈົ້າມາບັງໜ້າ, ທັງຮຽກຮ້ອງໃຫ້ຄົນອື່ນຍອມຮັບ ແລະ ຍຶດໝັ້ນຕາມຄວາມເຂົ້າໃຈຂອງພວກເຂົາ. ສະຫຼຸບກໍຄື ຄົນແບບຜູ້ນໍາປອມເຫຼົ່ານີ້ ມັກຈະມີຄວາມເຂົ້າໃຈທີ່ຜິວເຜີນ ແລະ ບິດເບືອນຄວາມເຂົ້າໃຈກ່ຽວກັບພຣະທຳຂອງພຣະເຈົ້າ. ຖ້າໃຊ້ຄຳສັບທາງວິນຍານມານິຍາມມັນ, ພວກເຮົາກໍຈະເວົ້າວ່າພວກເຂົາ “ຂາດຄວາມເຂົ້າໃຈຝ່າຍວິນຍານ”. ບໍ່ພຽງແຕ່ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າທີ່ຖືກບິດເບືອນ, ແຕ່ພວກເຂົາຍັງມັກຮຽກຮ້ອງໃຫ້ຄົນອື່ນປະຕິບັດຕາມຫຼັກຄຳສອນ ແລະ ລະບຽບການທີ່ບິດເບືອນເຫຼົ່ານີ້ຄືກັບພວກເຂົາ. ໃນຂະນະດຽວກັນ, ພວກເຂົາກໍໃຊ້ຄວາມເຂົ້າໃຈທີ່ບິດເບືອນຂອງພວກເຂົາ ເພື່ອປະນາມຜູ້ທີ່ມີຄວາມເຂົ້າໃຈທີ່ບໍລິສຸດກ່ຽວກັບຄວາມຈິງ. ຜູ້ນໍາປອມເຫຼົ່ານີ້ ທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ ບໍ່ໄດ້ພິຈາລະນາກວດສອບ ແລະ ວິເຄາະພຣະທຳຂອງພຣະເຈົ້າຄືກັບທີ່ພວກຕໍ່ຕ້ານພຣະຄຣິດເຮັດ. ເມື່ອເບິ່ງຈາກພາຍນອກ, ມັນເບິ່ງຄືວ່າພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າ ດ້ວຍທ່າທີການກິນ ແລະ ດື່ມ ແລະ ຍອມຮັບທີ່ອ່ອນນ້ອມເຊື່ອຟັງ. ແນວໃດກໍຕາມ, ຍ້ອນຄວາມສາມາດທີ່ຕໍ່າ ແລະ ຄວາມບໍ່ສາມາດຢັ່ງຮູ້ພຣະທຳຂອງພຣະເຈົ້າຂອງພວກເຂົາ, ພວກເຂົາຈຶ່ງປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບວ່າພວກມັນເປັນຕຳລາຮຽນ, ໂດຍເຊື່ອວ່າພຣະທຳຂອງພຣະເຈົ້າເປັນໄປຕາມເຫດຜົນທີ່ວ່າ “ໜຶ່ງບວກໜຶ່ງເທົ່າກັບສອງ, ສອງບວກສອງເທົ່າກັບສີ່”. ພວກເຂົາບໍ່ຮູ້ວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ເພື່ອທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ, ຄົນເຮົາຕ້ອງເຂົ້າໃຈວ່າ ຄວາມຈິງທີ່ກ່າວໄວ້ໃນພຣະທຳຂອງພຣະເຈົ້າທີ່ອ້າງເຖິງ ແລະ ສະພາວະ ແລະ ເນື້ອໃນຕ່າງໆ ທີ່ຄວາມຈິງເຫຼົ່ານີ້ກ່ຽວຂ້ອງນັ້ນແມ່ນຫຍັງ. ເມື່ອຄົນອື່ນຢັ່ງຮູ້ພຣະທຳຂອງພຣະເຈົ້າໃນລັກສະນະທີ່ເປັນຮູບປະທຳ ແລະ ເປັນຈິງຫຼາຍ, ພວກເຂົາກໍຖືວ່າມັນຜິວເຜີນ ແລະ ບໍ່ຄຸ້ມຄ່າທີ່ຈະຟັງ, ໂດຍເວົ້າວ່າ “ຂ້ອຍເຂົ້າໃຈທັງໝົດແລ້ວ, ຂ້ອຍຮູ້ທຸກຢ່າງ. ສິ່ງທີ່ເຈົ້າກຳລັງເວົ້າຢູ່ນັ້ນ ໄດ້ຖືກອະທິບາຍໄວ້ຢ່າງຊັດເຈນແລ້ວໃນພຣະທຳຂອງພຣະເຈົ້າ, ເປັນຫຍັງເຈົ້າຈຶ່ງຕ້ອງເວົ້າມັນອີກ?” ທີ່ຈິງແລ້ວ, ພວກເຂົາບໍ່ຮູ້ວ່າສິ່ງທີ່ຄົນອື່ນກຳລັງສົນທະນານັ້ນ ກ່ຽວຂ້ອງກັບເນື້ອໃນສະເພາະທີ່ກ່ຽວພັນກັບຄວາມຈິງໃນພຣະທຳຂອງພຣະເຈົ້າ. ເພາະວ່າຜູ້ນໍາປອມເຫຼົ່ານີ້ຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ພວກເຂົາຈຶ່ງຄິດວ່າ ຄວາມຈິງທັງໝົດກໍຄືກັນບໍ່ຫຼາຍກໍໜ້ອຍ, ໂດຍບໍ່ມີຄວາມແຕກຕ່າງທີ່ສະເພາະເຈາະຈົງ ໃນບັນດາບັນຫາທີ່ຄວາມຈິງໄດ້ພາດພິງເຖິງ; ພວກເຂົາເຊື່ອວ່າ ບໍ່ວ່າຈະເວົ້າໄປບໍ່ຈົບບໍ່ສິ້ນກ່ຽວກັບສິ່ງເຫຼົ່ານີ້, ໂດຍພື້ນຖານແລ້ວມັນກໍເປັນບັນຫາດຽວກັນ. ຄວາມເຊື່ອແບບນີ້ສະແດງເຖິງບັນຫາທີ່ຮ້າຍແຮງ ແລະ ມັນຈະຊີ້ຊະຕາວ່າຄົນເຊັ່ນນັ້ນຈະບໍ່ມີທາງເຂົ້າໃຈຄວາມຈິງໄດ້ເລີຍ.
ຜູ້ນໍາປອມບໍ່ສາມາດນໍາພາຜູ້ຄົນເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້
ຕອນນີ້, ມີບຸກຄົນທີ່ມີຄວາມສາມາດ ແລະ ມີຄວາມສາມາດໃນການຢັ່ງຮູ້ ເປັນຜູ້ທີ່ໄດ້ຮັບປະສົບການ ແລະ ທາງເຂົ້າບາງຢ່າງໃນພຣະທຳພື້ນຖານຂອງພຣະເຈົ້າແລ້ວ ແລະ ມີຄວາມຈິງຄວາມເປັນຈິງຢູ່ແດ່, ແຕ່ພວກເຂົາຕ້ອງການການຊີ້ນໍາ ແລະ ການນໍາພາທີ່ສະເພາະເຈາະຈົງຫຼາຍຂຶ້ນ ເພື່ອໃຫ້ການເຂົ້າສູ່ຂອງພວກເຂົາສາມາດລະອຽດຍິ່ງຂຶ້ນ ແລະ ເຈາະຈົງຫຼາຍຂຶ້ນ. ມີພຽງແຕ່ຜູ້ນໍາປອມເທົ່ານັ້ນທີ່ບໍ່ເຂົ້າໃຈວ່າ ລາຍລະອຽດສະເພາະຂອງຄວາມຈິງທີ່ອ້າງເຖິງ ຫຼື ເປັນຫຍັງຈຶ່ງກ່າວເຖິງໃນລັກສະນະນັ້ນ, ໂດຍຄິດວ່າມັນເປັນການເຮັດໃຫ້ສິ່ງຕ່າງໆ ຊັບຊ້ອນໂດຍບໍ່ຈຳເປັນ ຫຼື ເປັນການຫຼິ້ນຄຳ. ພວກເຂົາບໍ່ເຂົ້າໃຈ ຫຼື ບໍ່ຮູ້ວິທີທີ່ຈະຢັ່ງຮູ້ ຫຼື ມີປະສົບການກັບດ້ານຕ່າງໆ ທີ່ກ່ຽວຂ້ອງກັບຄວາມຈິງ. ສະນັ້ນ, ສິ່ງທີ່ພວກເຂົາສາມາດເຮັດໄດ້ຫຼັງຈາກທີ່ກາຍມາເປັນຜູ້ນໍາ ກໍເປັນພຽງການນໍາພາຜູ້ຄົນໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າທີ່ໂອ້ລົມກັນເປັນປະຈຳ, ຈາກນັ້ນກໍເວົ້າເຖິງຫຼັກຄຳສອນບາງຢ່າງ ແລະ ສະຫຼຸບວິທີການບາງຢ່າງໃນການປະຕິບັດຕາມລະບຽບ ແລະ ສິ່ງທີ່ຜູ້ຄົນໄດ້ຮັບຈາກພວກເຂົາກໍເປັນພຽງຄຳສັບທາງວິນຍານທີ່ຜິວເຜີນ ແລະ ຄຳເວົ້າ ແລະ ຫຼັກຄຳສອນ, ລະບຽບ ແລະ ຄຳຂວັນທີ່ເວົ້າກັນເປັນປະຈຳເທົ່ານັ້ນ. ສຳລັບຜູ້ທີ່ຫາກໍເຊື່ອໃໝ່, ຄຳເທດສະໜາຂອງຜູ້ນໍາປອມອາດຈະເກືອບບໍ່ພຽງພໍສຳລັບໜຶ່ງ ຫຼື ສອງປີ, ແຕ່ຫຼັງຈາກໜຶ່ງ ຫຼື ສອງປີ, ຜູ້ທີ່ເລີ່ມເຂົ້າໃຈຄວາມຈິງບາງຢ່າງກໍຈະເລີ່ມແຍກແຍະບັນດາຄຳເວົ້າ ແລະ ວິທີການທີ່ເປັນຂອງຜູ້ນໍາປອມໄດ້. ສ່ວນຜູ້ທີ່ໂດຍພື້ນຖານແລ້ວຂາດຄວາມສາມາດໃນການຢັ່ງຮູ້, ບໍ່ວ່າຜູ້ນໍາປອມຈະເທດສະໜາແນວໃດ, ພວກເຂົາກໍບໍ່ຮູ້ສຶກຫຍັງ, ບໍ່ມີຄວາມຮັບຮູ້ ແລະ ບໍ່ຮັບຮູ້ວ່າສິ່ງທີ່ຜູ້ນໍາເຫຼົ່ານີ້ກຳລັງເທດສະໜານັ້ນເປັນພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນ ແລະ ສິ່ງທີ່ພວກເຂົາເຂົ້າໃຈກໍເປັນພຽງທິດສະດີບາງຢ່າງທີ່ໄຮ້ແກ່ນສານ, ຄຳຂວັນ ແລະ ລະບຽບການ, ເຊິ່ງບໍ່ແມ່ນຄວາມຈິງເລີຍ. ໂດຍອີງໃສ່ການສະແດງອອກເຫຼົ່ານີ້, ຜູ້ນໍາປອມສາມາດເຮັດໜ້າທີ່ຮັບຜິດຊອບ “ນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໃຫ້ເຂົ້າໃຈພຣະທໍາເຫຼົ່ານັ້ນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ” ໄດ້ບໍ? ພວກເຂົາສາມາດປະຕິບັດບົດບາດນີ້ໃຫ້ສຳເລັດໄດ້ບໍ? ພວກເຂົາສາມາດເຮັດໜ້າທີ່ຮັບຜິດຊອບຂອງຕົນໄດ້ບໍ? (ບໍ່ໄດ້.) ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຮັດໄດ້? ບັນຫາສຳຄັນແມ່ນຫຍັງ? (ຄົນປະເພດນີ້ຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ສາມາດຢັ່ງຮູ້ຄວາມຈິງໄດ້.) ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານ ແລະ ບໍ່ສາມາດຢັ່ງຮູ້ຄວາມຈິງໄດ້, ແຕ່ພວກເຂົາຍັງຢາກນໍາພາຄົນອື່ນ, ນີ້ເປັນສິ່ງທີ່ເປັນໄປບໍ່ໄດ້ຢ່າງແນ່ແທ້! ການຄາດຫວັງໃຫ້ຜູ້ນໍາປອມນໍາພາຜູ້ຄົນໃຫ້ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້ານັ້ນ ກໍຄືກັບການສອນສັງຂານໃຫ້ຮ້ອງເພງ, ມັນຈະບໍ່ເກີດຂຶ້ນເລີຍ! ຍົກຕົວຢ່າງການເປັນຄົນຊື່ສັດ: ພຣະທຳຂອງພຣະເຈົ້າກ່າວເຖິງປະເດັນນີ້ແບບທຳມະດາພໍສົມຄວນ, ເປັນພຽງສອງສາມປະໂຫຍກ, ບໍ່ຊັບຊ້ອນ. ໃຜກໍຕາມທີ່ມີການສຶກສາໜ້ອຍໜຶ່ງກໍຮູ້ວ່າຄຳເວົ້າເຫຼົ່ານີ້ໝາຍຄວາມວ່າແນວໃດ. ແຕ່ຜູ້ນໍາປອມ, ເພື່ອພິສູດວ່າພວກເຂົາມີຄວາມສາມາດໃນວຽກງານ ແລະ ສາມາດນໍາພາຜູ້ຄົນໄດ້, ຈຶ່ງໄດ້ອະທິບາຍຢ່າງລະອຽດບົນພື້ນຖານພຣະທຳຂອງພຣະເຈົ້າວ່າ: “ແມ່ນຫຍັງຄືຄວາມໝາຍສຳຄັນຂອງຂໍ້ກຳນົດຂອງພຣະເຈົ້າທີ່ໃຫ້ຜູ້ຄົນເປັນຄົນຊື່ສັດ? ນັ້ນກໍຄື ການເປັນຄົນຊື່ສັດແມ່ນສິ່ງທີ່ພຣະເຈົ້າຮັກ. ຜູ້ບໍ່ມີຄວາມເຊື່ອເປັນຜູ້ບໍ່ຊື່ສັດ, ພວກເຂົາບໍ່ເວົ້າຄວາມຈິງ ແລະ ສິ່ງທີ່ພວກເຂົາເວົ້າກໍລ້ວນແລ້ວແຕ່ເປັນຄຳຕົວະ ແລະ ຄຳເວົ້າທີ່ຫຼອກລວງ; ໂລກທັງໝົດເປັນດິນແດນຍິ່ງໃຫຍ່ແຫ່ງຄວາມຈອມປອມ. ສະນັ້ນ, ສິ່ງທຳອິດທີ່ພຣະເຈົ້າຮຽກຮ້ອງເມື່ອພຣະອົງສະເດັດມາໃນມື້ນີ້ກໍຄືໃຫ້ຜູ້ຄົນເປັນຄົນຊື່ສັດ. ຖ້າເຈົ້າບໍ່ແມ່ນຄົນຊື່ສັດ, ພຣະເຈົ້າກໍຈະບໍ່ຮັກເຈົ້າ; ຖ້າເຈົ້າບໍ່ແມ່ນຄົນຊື່ສັດ, ເຈົ້າກໍບໍ່ສາມາດລອດພົ້ນໄດ້, ທັງບໍ່ສາມາດເຂົ້າສູ່ລາຊະອານາຈັກໄດ້; ຖ້າເຈົ້າບໍ່ແມ່ນຄົນຊື່ສັດ, ເຈົ້າກໍບໍ່ສາມາດປະຕິບັດຄວາມຈິງໄດ້ ແລະ ເຈົ້າກໍເປັນຄົນເລ່ຫຼ່ຽມຢ່າງແນ່ນອນ; ຖ້າເຈົ້າບໍ່ແມ່ນຄົນຊື່ສັດ, ເຈົ້າກໍບໍ່ໄດ້ມາດຕະຖານໃນຖານະສິ່ງທີ່ຖືກສ້າງ”. ຕອນນີ້ພວກເຈົ້າເຂົ້າໃຈວິທີທີ່ຈະເປັນຄົນຊື່ສັດແລ້ວບໍ? (ບໍ່.) ຫຼັງຈາກທັງໝົດນັ້ນ, ມັນກໍຍັງບໍ່ຊັດເຈນ. ຜູ້ເຊື່ອໃໝ່, ເມື່ອໄດ້ຍິນດັ່ງນີ້, ກໍຮູ້ສຶກວ່າຄຳເວົ້າເຫຼົ່ານີ້ດີເລີດ, ເປັນສິ່ງທີ່ພວກເຂົາບໍ່ເຄີຍໄດ້ຍິນມາຕະຫຼອດຊາວ ຫຼື ສາມສິບປີໃນສາສະໜາ. ບາງຄົນເຖິງກັບເວົ້າວ່າ “ຄຳເວົ້າເຫຼົ່ານີ້ຊົງພະລັງ, ທຸກປະໂຫຍກສົມຄວນໄດ້ຮັບຄຳວ່າ ‘ອາແມນ’. ຄຳເທດສະໜານີ້ດີແທ້ໆ, ມັນເປັນຄຳເທດສະໜາຂອງຍຸກແຫ່ງລາຊະອານາຈັກຢ່າງແທ້ຈິງ!” ຈາກນັ້ນ ຜູ້ນໍາປອມກໍກ່າວຕໍ່ໄປວ່າ: “ພຣະເຈົ້າຂໍໃຫ້ພວກເຮົາເປັນຄົນຊື່ສັດ, ແລ້ວພວກເຮົາເປັນຄົນຊື່ສັດບໍ?” ບາງຄົນກໍຄິດໄຕ່ຕອງກ່ຽວກັບເລື່ອງນີ້ວ່າ: “ເນື່ອງຈາກພຣະເຈົ້າກຳລັງຂໍໃຫ້ພວກເຮົາເປັນຄົນຊື່ສັດ, ມັນກໍໝາຍຄວາມວ່າພວກເຮົາຍັງບໍ່ແມ່ນຄົນຊື່ສັດ”. ບາງຄົນກໍມິດຢູ່, ໂດຍຄິດວ່າ “ຂ້ອຍຖືວ່າຕົນເອງເປັນຄົນທີ່ບໍ່ມີເລ່ຫຼ່ຽມ. ຂ້ອຍບໍ່ເຄີຍຕໍ່ສູ້ກັບຄົນອື່ນ ແລະ ເມື່ອເຮັດທຸລະກິດ, ຂ້ອຍກໍບໍ່ກ້າສໍ້ໂກງໃຜ. ບາງຄັ້ງ, ຖ້າຂ້ອຍເອົາປຽບເລັກນ້ອຍ, ຂ້ອຍກໍເຖິງກັບນອນບໍ່ຫຼັບໃນຕອນກາງຄືນ. ຂ້ອຍເປັນຄົນຊື່ສັດບໍ? ຂ້ອຍຄິດວ່າຂ້ອຍເປັນຄົນບໍ່ມີເລ່ຫຼ່ຽມ ແລະ ນັ້ນບໍ່ໄດ້ໝາຍຄວາມວ່າເປັນສິ່ງດຽວກັນກັບການເປັນຄົນຊື່ສັດບໍ?” ຄົນອື່ນກໍເວົ້າວ່າ “ຂ້ອຍເປັນຄົນທີ່ເວົ້າຕົວະບໍ່ເປັນ ໂດຍທຳມະຊາດ. ໜ້າຂອງຂ້ອຍຈະແດງຂຶ້ນທຸກຄັ້ງທີ່ຂ້ອຍເວົ້າສິ່ງທີ່ບໍ່ຈິງ, ສະນັ້ນ ຂ້ອຍຕ້ອງເປັນຄົນຊື່ສັດ, ແມ່ນບໍ່?” ຈາກນັ້ນ ຜູ້ນໍາປອມກໍກ່າວຕື່ມວ່າ “ບໍ່ວ່າເຈົ້າຈະເປັນຄົນຊື່ສັດ ຫຼື ບໍ່ກໍຕາມ, ເນື່ອງຈາກພຣະທຳຂອງພຣະເຈົ້າຂໍໃຫ້ພວກເຮົາເປັນຄົນຊື່ສັດ, ມັນຈຶ່ງເປັນສິ່ງຈຳເປັນທີ່ເຈົ້າຈະຕ້ອງເປັນຄົນຊື່ສັດ. ຖ້າເຈົ້າກະທຳຕາມພຣະທຳຂອງພຣະເຈົ້າ, ເຈົ້າກໍເປັນຄົນຊື່ສັດ. ຈາກນັ້ນ ເຈົ້າກໍຈະຫຼຸດພົ້ນຈາກຄວາມເລ່ຫຼ່ຽມ, ຈາກການຜູກມັດຂອງອິດທິພົນແຫ່ງຄວາມມືດຂອງຊາຕານ. ຫຼັງຈາກທີ່ເຈົ້າກາຍເປັນຄົນຊື່ສັດ, ເຈົ້າກໍຈະເຂົ້າສູ່ຄວາມຈິງຄວາມເປັນຈິງ, ສາມາດເຮັດໜ້າທີ່ຂອງຕົນໄດ້ດີ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າ”. ຕອນນີ້ພວກເຈົ້າເຂົ້າໃຈວິທີທີ່ຈະເປັນຄົນຊື່ສັດແລ້ວບໍ? (ບໍ່.) ແຕ່ບາງຄົນກໍດີໃຈວ່າ: “ຄຳເວົ້າເຫຼົ່ານີ້ຊົງພະລັງ. ອາແມນ! ທຸກປະໂຫຍກຖືກຕ້ອງ. ບໍ່ມີຄຳໃດທີ່ມາຈາກພຣະທຳຂອງພຣະເຈົ້າໂດຍກົງ, ແຕ່ທັງໝົດແມ່ນຢັ່ງຮູ້ມາຈາກພຣະທຳຂອງພຣະເຈົ້າ. ຄວາມເຂົ້າໃຈນີ້ໜ້າອັດສະຈັນແທ້ໆ! ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຢັ່ງຮູ້ແບບນີ້ໄດ້? ມັນເບິ່ງຄືວ່າຜູ້ນໍາຄົນນີ້ສົມຄວນກັບຕຳແໜ່ງຢ່າງແທ້ຈິງ, ພວກເຂົາເກີດມາເພື່ອເປັນຜູ້ນໍາແທ້ໆ!” ຜູ້ທີ່ມີຄວາມສາມາດ ແລະ ສະຫຼາດຫຼັກແຫຼມກໍຄິດໄຕ່ຕອງ ຫຼັງຈາກທີ່ໄດ້ຍິນດັ່ງນີ້ວ່າ: “ເຈົ້າຍັງບໍ່ໄດ້ອະທິບາຍວ່າຄົນຊື່ສັດແມ່ນຫຍັງ. ຄົນເຮົາຈະເປັນຄົນຊື່ສັດໄດ້ແນວໃດແທ້?” ຜູ້ນໍາປອມກໍກ່າວຕໍ່ໄປວ່າ: “ການເປັນຄົນຊື່ສັດໝາຍເຖິງການບໍ່ເວົ້າຕົວະ. ຕົວຢ່າງ: ຖ້າເຈົ້າເຄີຍເຮັດຜິດບາບທາງເພດມາກ່ອນ, ແລ້ວເຈົ້າກໍອະທິຖານຫາພຣະເຈົ້າ ແລະ ຊີ້ແຈງວ່າເຈົ້າໄດ້ເຮັດຈັກຄັ້ງ ແລະ ເຮັດກັບໃຜ. ຖ້າເຈົ້າຮູ້ສຶກວ່າເຈົ້າບໍ່ສາມາດເຫັນ ຫຼື ແຕະຕ້ອງພຣະເຈົ້າໄດ້, ແລ້ວເຈົ້າກໍຕ້ອງຊີ້ແຈງຕໍ່ຜູ້ນໍາ, ໂດຍຊີ້ແຈງທຸກຢ່າງໃຫ້ຊັດເຈນ. ການຊີ້ແຈງຢ່າງກົງໄປກົງມາຄືຂໍ້ກຳນົດພື້ນຖານທີ່ສຸດຂອງການເປັນຄົນຊື່ສັດ. ນອກຈາກນັ້ນ, ມັນກໍກ່ຽວກັບການເວົ້າສິ່ງທີ່ຢູ່ໃນໃຈຂອງເຈົ້າອອກມາ, ບໍ່ປະສົມເອົາຄວາມບໍ່ຈິງເຂົ້າໃນສິ່ງໃດສິ່ງໜຶ່ງ. ເຈົ້າຄິດແນວໃດກ່ຽວກັບສິ່ງໃດສິ່ງໜຶ່ງ, ເຈົ້າມີເຈດຕະນາຫຍັງ, ເຈົ້າເປີດເຜີຍຄວາມເສື່ອມຊາມຫຍັງ, ເຈົ້າກຽດຊັງ ຫຼື ໄດ້ສາບແຊ່ງໃຜໃນໃຈຂອງເຈົ້າ, ເຈົ້າຢາກທຳຮ້າຍ ຫຼື ວາງແຜນຕໍ່ຕ້ານໃຜ, ທັງໝົດຄວນຖືກຊີ້ແຈງຕໍ່ບຸກຄົນເຫຼົ່ານັ້ນ. ໂດຍການເຮັດເຊັ່ນນັ້ນ, ເຈົ້າກໍຈະກາຍເປັນຄົນທີ່ເປີດເຜີຍ ແລະ ກົງໄປກົງມາ, ດຳລົງຊີວິດຢູ່ໃນຄວາມສະຫວ່າງ. ນີ້ຄືຄວາມໝາຍຂອງການເປັນຄົນຊື່ສັດ. ຄົນຊື່ສັດຕ້ອງປະຖິ້ມອັດຕະຂອງຕົນ; ພວກເຂົາຕ້ອງສາມາດສະແດງອອກ ແລະ ໄຈ້ແຍກສ່ວນທີ່ຊົ່ວຮ້າຍທີ່ສຸດ ແລະ ມືດມົນທີ່ສຸດຂອງຫົວໃຈຂອງພວກເຂົາ”. ເມື່ອໄດ້ຍິນດັ່ງນີ້, ຕອນນີ້ ພວກເຈົ້າເຂົ້າໃຈວິທີທີ່ຈະເປັນຄົນຊື່ສັດແລ້ວບໍ? (ຍັງບໍ່.) ແມ່ນແຕ່ຫຼັງຈາກທີ່ໄດ້ຟັງແລ້ວ, ສິ່ງທີ່ຄົນເຮົາເຂົ້າໃຈກໍເປັນພຽງຫຼັກຄຳສອນ, ບໍ່ແມ່ນການປະຕິບັດທີ່ສະເພາະເຈາະຈົງ. ດ້ວຍການຢັ່ງຮູ້ພຣະທຳຂອງພຣະເຈົ້າເຊັ່ນນີ້, ຜູ້ນໍາປອມຈຶ່ງນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນລັກສະນະນີ້ ແລະ ພວກເຂົາຍັງໂອ້ລົມກັນໃນລັກສະນະນີ້, ໂດຍຄິດວ່າພວກເຂົາເຂົ້າໃຈພຣະທຳຂອງພຣະເຈົ້າຫຼາຍທີ່ສຸດ, ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ ແລະ ສາມາດນໍາພາຜູ້ຄົນເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າໄດ້. ທີ່ຈິງແລ້ວ ສິ່ງທີ່ພວກເຂົາຢັ່ງຮູ້ໄດ້ ແລະ ໂອ້ລົມນັ້ນ ລ້ວນແລ້ວແຕ່ເປັນພຽງຫຼັກຄຳສອນ ແລະ ຄຳຂວັນ, ໂດຍບໍ່ໄດ້ຊ່ວຍເຫຼືອໃດໆເລີຍຕໍ່ຜູ້ທີ່ປາຖະໜາທີ່ຈະສະແຫວງຫາຄວາມຈິງຄວາມເປັນຈິງ ແລະ ເຂົ້າໃຈຫຼັກການຄວາມຈິງ. ແຕ່ເຖິງຢ່າງໃດກໍຕາມ, ຜູ້ນໍາປອມກໍຍັງເຊື່ອວ່າພວກເຂົາມີຄວາມສາມາດໃນການຢັ່ງຮູ້ທີ່ຍິ່ງໃຫຍ່, ມີຄວາມເຂົ້າໃຈທີ່ເປັນເອກະລັກກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ເໜືອກວ່າຄົນທຳມະດາ. ພວກເຂົາທ່ຽວເທດສະໜາຫຼັກຄຳສອນ ແລະ ຄຳຂວັນເຫຼົ່ານີ້, ເຖິງຂັ້ນປຽບທຽບຕົນເອງກັບຄົນອື່ນ, ມັກໃຊ້ຫຼັກຄຳສອນ ແລະ ຄຳຂວັນເຫຼົ່ານີ້ເພື່ອເປີດສົງຄາມນໍ້າລາຍໃສ່ກັນ ແລະ ເຖິງຂັ້ນມັກໃຊ້ພວກມັນເພື່ອສັ່ງສອນ, ລິຮານ, ຕັດສິນ ແລະ ປະນາມຜູ້ຄົນ. ພວກເຂົາຄິດວ່າ ໂດຍການເຮັດເຊັ່ນນັ້ນ, ພວກເຂົາກຳລັງເຮັດວຽກງານ, ກຳລັງນຳເອົາພຣະທຳຂອງພຣະເຈົ້າມາສູ່ຊີວິດຈິງ ແລະ ກຳລັງນຳໃຊ້ພຣະທຳຂອງພຣະເຈົ້າ. ນີ້ບໍ່ແມ່ນເລື່ອງທີ່ສ້າງຄວາມລຳບາກບໍ? ຜູ້ນໍາປອມບໍ່ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້, ພວກເຂົາບໍ່ສາມາດນໍາພາຜູ້ຄົນເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າໄດ້. ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍສາມາດໂອ້ລົມໄດ້ພຽງແຕ່ຄຳເວົ້າ ແລະ ຫຼັກຄຳສອນບາງຢ່າງ, ແຕ່ພວກເຂົາກໍຍັງທ່ຽວເທດສະໜາ ແລະ ໂອ້ອວດພວກມັນ. ແນວໃດກໍຕາມ, ທີ່ຈິງແລ້ວ, ພວກເຂົາບໍ່ເຂົ້າໃຈຄວາມຈິງໃດໆ ໃນພຣະທຳຂອງພຣະເຈົ້າເລີຍ. ຕົວຢ່າງ: ພວກເຂົາບໍ່ເຂົ້າໃຈຄຳສັບທາງວິນຍານທີ່ຄ້າຍຄືກັນ ຫຼື ຖ້ອຍຄຳທີ່ຄ້າຍຄືກັນ, ທັງບໍ່ຮູ້ຄວາມແຕກຕ່າງລະຫວ່າງພວກມັນ ຫຼື ວິທີປັບໃຊ້ພວກມັນໃຫ້ເຂົ້າກັບສະຖານະການຕົວຈິງ. ນອກເໜືອຈາກການຍຶດໝັ້ນລະບຽບການ ແລະ ການເວົ້າຄຳເວົ້າ ແລະ ຫຼັກຄຳສອນແລ້ວ, ພວກເຂົາກໍຂາດຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ບໍ່ໄດ້ປະຕິບັດພຣະທຳເຫຼົ່ານັ້ນຢ່າງແທ້ຈິງ. ສະນັ້ນ, ມັນຊັດເຈນວ່າ ຜູ້ນໍາປອມເອງກໍບໍ່ເຂົ້າໃຈຄວາມຈິງ, ທັງບໍ່ມີຄວາມສາມາດທີ່ຈະນໍາພາຜູ້ຄົນໃຫ້ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມຈິງຄວາມເປັນຈິງໄດ້. ພວກເຮົາໄດ້ຍົກຕົວຢ່າງເລື່ອງນີ້ດ້ວຍການເປັນຄົນຊື່ສັດ. ຜູ້ນໍາປອມ ທີ່ບໍ່ຮູ້ວິທີຮັບຮູ້ຄວາມຈິງຂອງການເປັນຄົນຊື່ສັດ ກໍໄດ້ແຕ່ເວົ້າຄຳເວົ້າ ແລະ ຫຼັກຄຳສອນ ແລະ ເທດສະໜາຄຳຂວັນ, ນໍາພາພວກຄົນໂງ່ ແລະ ຄົນເບົາປັນຍາເຫຼົ່ານັ້ນ ທີ່ຂາດຄວາມເຂົ້າໃຈຝ່າຍວິນຍານຢ່າງຜິດໆ, ເຮັດໃຫ້ພວກເຂົາສັບສົນຈົນບໍ່ຮູ້ເໜືອຮູ້ໃຕ້. ຫຼັງຈາກທີ່ໄດ້ຟັງຄຳເວົ້າ ແລະ ຫຼັກຄຳສອນເຫຼົ່ານີ້, ພວກເຂົາກໍຍິ່ງເຄົາລົບບູຊາຜູ້ນໍາປອມເປັນພິເສດ ແລະ ຫຼັງຈາກທີ່ຕິດຕາມພວກເຂົາເປັນເວລາຫຼາຍປີ, ໃນທີ່ສຸດກໍບໍ່ເຂົ້າໃຈແມ່ນແຕ່ຄວາມຈິງທີ່ເປັນພື້ນຖານທີ່ສຸດ, ໂດຍບໍ່ມີການເຂົ້າສູ່ໃດໆ ເລີຍ. ພວກເຮົາຈະສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບລາຍການນີ້ໄວ້ພຽງເທົ່ານີ້.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?