ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (1) ສ່ວນທີ ໜຶ່ງ

ເປັນຫຍັງຈຶ່ງຈຳເປັນຕ້ອງແຍກແຍະຜູ້ນໍາປອມ

ຕອນນີ້ພວກເຮົາໄດ້ໂອ້ລົມກ່ຽວກັບການສະແດງອອກຕ່າງໆຂອງພວກຕໍ່ຕ້ານພຣະຄຣິດຈົບແລ້ວ, ມື້ນີ້ພວກເຮົາຈະໂອ້ລົມກັນໃນຫົວຂໍ້ໃໝ່ ນັ້ນກໍຄື ການສະແດງອອກຕ່າງໆ ຂອງຜູ້ນໍາປອມ. ໃນຫຼາຍປີທີ່ຜ່ານມາຂອງການເຊື່ອໃນພຣະເຈົ້າ, ພວກເຈົ້າໄດ້ພົບພໍ້ກັບການສະແດງອອກ ແລະ ການປະຕິບັດທຸກປະເພດຂອງຜູ້ນໍາປອມ. ໃນຂະບວນການທີ່ເຮືອນຂອງພຣະເຈົ້າປົດຜູ້ນໍາປອມອອກໃນທຸກລະດັບ, ຄົນສ່ວນໃຫຍ່ກໍໄດ້ຮັບການແຍກແຍະ ບໍ່ຫຼາຍກໍໜ້ອຍ ກ່ຽວກັບຜູ້ນໍາປອມ; ນັ້ນກໍຄື, ຄົນສ່ວນໃຫຍ່ມີຄວາມເຂົ້າໃຈເລັກນ້ອຍກ່ຽວກັບການສະແດງອອກທີ່ສະເພາະເຈາະຈົງບາງຢ່າງຂອງຜູ້ນໍາປອມ. ແຕ່ບໍ່ວ່າພວກເຈົ້າຈະຢັ່ງຮູ້ ຫຼື ເຂົ້າໃຈຫຼາຍສໍ່າໃດກໍຕາມ, ໃນທີ່ສຸດແລ້ວມັນກໍຍັງບໍ່ເປັນລະບົບ ຫຼື ສະເພາະເຈາະຈົງພຽງພໍ. ໃນລະຫວ່າງການເລືອກຕັ້ງຂອງຄຣິສຕະຈັກ, ຫຼາຍຄົນບໍ່ເຂົ້າໃຈຫຼັກການຂອງການເລືອກຕັ້ງຜູ້ນໍາ, ຄວນເລືອກຄົນປະເພດໃດເປັນຜູ້ນໍາ ແລະ ຄົນປະເພດໃດທີ່ໃນຖານະຜູ້ນໍາ ສາມາດນໍາພາອ້າຍເອື້ອຍນ້ອງເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ໄດ້ມາດຕະຖານເປັນຜູ້ນໍາ. ພວກເຂົາບໍ່ໄດ້ຮັບຮູ້ ຫຼື ເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບສິ່ງເຫຼົ່ານີ້. ແມ່ນແຕ່ມີຄົນທີ່ມຶນງົງ ແລະ ບໍ່ມີການແຍກແຍະບາງຄົນທີ່ເລືອກຕັ້ງຜູ້ນໍາປອມຢ່າງເຈາະຈົງ ໃນລະຫວ່າງການເລືອກຕັ້ງ, ໂດຍເລືອກເອົາຜູ້ໃດກໍຕາມທີ່ຄືກັບຜູ້ນໍາປອມ ໃນຂະນະທີ່ເບິ່ງບໍ່ເຫັນຜູ້ທີ່ມີຄຸນສົມບັດຢ່າງແທ້ຈິງ ແລະ ສາມາດເປັນຜູ້ນໍາໄດ້, ພ້ອມທັງມີຄວາມສາມາດ ແລະ ຄວາມເປັນມະນຸດຂອງຜູ້ນໍາ. ຜູ້ທີ່ໂດຍພື້ນຖານແລ້ວບໍ່ມີຄວາມສາມາດ ແລະ ຄວາມເປັນມະນຸດທີ່ຈະເປັນຜູ້ນໍາໄດ້ຖືກເລືອກຕັ້ງ ຍ້ອນຄວາມກະຕືລືລົ້ນພາຍນອກ ຫຼື ພຶດຕິກຳທີ່ດີບາງຢ່າງຂອງພວກເຂົາ ແລະ ຍ້ອນພວກເຂົາສອດຄ່ອງກັບແນວຄິດຂອງຜູ້ຄົນທີ່ວ່າ “ດີ”, ໃນຂະນະທີ່ຜູ້ທີ່ມີຄຸນສົມບັດຄົບຖ້ວນທຸກຢ່າງທີ່ຈະນໍາພາໄດ້ນັ້ນ ຈະບໍ່ມີທາງຖືກເລືອກຕັ້ງເລີຍ. ຜູ້ທີ່ສະແຫວງຫາຄວາມໂດດເດັ່ນ ແລະ ເສຍສະລະຕົນເອງຢ່າງກະຕືລືລົ້ນ, ແຕ່ບໍ່ມີຄວາມສາມາດໃນການເຮັດວຽກໃດໆ, ຈະປາກົດຕົວໃນສະຖານະການຕ່າງໆຢູ່ສະເໝີ, ເບິ່ງຄືວ່າມີຄວາມຫ້າວຫັນເປັນພິເສດ ແລະ ຄົນສ່ວນໃຫຍ່ຈະຄິດວ່າຄົນປະເພດນີ້ມີຄຸນສົມບັດ ແລະ ຄວນຖືກເລືອກຕັ້ງ. ຜົນກໍຄື ຫຼັງຈາກທີ່ຄົນດັ່ງກ່າວຖືກເລືອກຕັ້ງ, ພວກເຂົາກໍບໍ່ສາມາດແບກຮັບວຽກງານໃດໆໄດ້. ພວກເຂົາແມ່ນແຕ່ບໍ່ສາມາດຈັດຕັ້ງປະຕິບັດການຈັດແຈງວຽກງານຂອງເບື້ອງເທິງໄດ້ ແລະ ພວກເຂົາບໍ່ຮູ້ວ່າຈະເຮັດແນວໃດ. ເຖິງແມ່ນວ່າພວກເຂົາຈະເຮັດໃຫ້ຕົນເອງຫຍຸ້ງຢູ່ສະເໝີຢ່າງກະຕືລືລົ້ນ, ຫຼັງຈາກທີ່ນໍາພາໄດ້ໄລຍະໜຶ່ງກໍບໍ່ມີການປັບປຸງ ແລະ ມີຄວາມຄືບໜ້າເລັກໜ້ອຍໃນວຽກງານໃດໆ ຂອງຄຣິສຕະຈັກ ແລະ ສະຖານະການຕ່າງໆ ກໍມັກຈະເກີດຂຶ້ນ ເຊິ່ງວຽກງານຂອງຄຣິສຕະຈັກກະຈັດກະຈາຍ ຫຼື ຜູ້ຄົນບໍ່ສາມັກຄີກັນ, ເປັນຍ້ອນການລົບກວນ ຫຼື ການຍຶດອຳນາດໂດຍຄົນຊົ່ວຊ້າ. ສິ່ງເຫຼົ່ານີ້ຄືຜົນສະທ້ອນທີ່ເກີດຈາກວຽກງານຂອງຜູ້ນໍາປອມ. ຫຼັງຈາກທີ່ຜູ້ນໍາປອມຖືກເລືອກຕັ້ງ, ບໍ່ພຽງແຕ່ທາງເຂົ້າຂອງຊີວິດຂອງອ້າຍເອື້ອຍນ້ອງຈະໄດ້ຮັບອິດທິພົນ ແລະ ໄດ້ຮັບຄວາມເສຍຫາຍ, ແຕ່ໃນເວລາດຽວກັນ ວຽກງານຕ່າງໆ ຂອງຄຣິສຕະຈັກກໍຈະໄດ້ຮັບຜົນກະທົບໃນທາງລົບ, ເຮັດໃຫ້ວຽກງານເຜີຍແຜ່ຂ່າວປະເສີດບໍ່ສາມາດດຳເນີນໄປຢ່າງລ່ຽນໄຫຼ ຫຼື ມີປະສິດທິພາບ. ສ່ວນໜຶ່ງນີ້ເປັນບັນຫາທີ່ເກີດຈາກຕົວຜູ້ນໍາປອມເອງ, ແຕ່ສ່ວນໜຶ່ງກໍກ່ຽວຂ້ອງກັບຜູ້ທີ່ເລືອກຕັ້ງພວກເຂົາເຊັ່ນກັນ. ຖ້າເຈົ້າບໍ່ເຂົ້າໃຈຫຼັກການຄວາມຈິງ, ບໍ່ມີການແຍກແຍະ ແລະ ຕາບອດ ແລະ ບໍ່ສາມາດເບິ່ງທະລຸຜູ້ຄົນໄດ້ ຈົນໃນທີ່ສຸດເຈົ້າກໍເລືອກຕັ້ງຜູ້ນໍາປອມ, ແລ້ວເຈົ້າບໍ່ພຽງແຕ່ທຳຮ້າຍຕົນເອງ ແລະ ຄົນອື່ນ, ແຕ່ວຽກງານຂອງຄຣິສຕະຈັກກໍໄດ້ຮັບຄວາມເສຍຫາຍເຊັ່ນກັນ. ນີ້ຄືຜົນກະທົບ ແລະ ຄວາມເສຍຫາຍທີ່ເກີດຈາກຜູ້ນໍາປອມຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ວຽກງານຂອງຄຣິສຕະຈັກ. ສະນັ້ນ, ພວກເຮົາຕ້ອງແຍກແຍະ ແລະ ແຈກແຈງການສະແດງອອກຕ່າງໆ ຂອງຜູ້ນໍາປອມ ແລະ ບົນພື້ນຖານນັ້ນ ເຮົາຈະເຮັດໃຫ້ພວກເຈົ້າເຂົ້າໃຈວ່າ ພຶດຕິກຳໃດທີ່ຜູ້ນໍາທີ່ໄດ້ມາດຕະຖານຄວນສະແດງອອກ, ພວກເຂົາຄວນເຮັດວຽກງານຫຍັງ ແລະ ຂອບເຂດຄວາມຮັບຜິດຊອບຂອງພວກເຂົາແມ່ນຫຍັງແທ້. ຫົວຂໍ້ການແຍກແຍະຜູ້ນໍາປອມມີຄວາມສຳຄັນຢ່າງຍິ່ງ, ເພາະມັນກ່ຽວຂ້ອງກັບວຽກງານຂອງຄຣິສຕະຈັກ, ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນ ແລະ ໂດຍສະເພາະຢ່າງຍິ່ງ ຄວາມຄືບໜ້າຂອງແຕ່ລະໜ້າທີ່. ບາງຄົນອາດຈະເວົ້າວ່າ: “ຂ້າພະເຈົ້າບໍ່ໄດ້ຕັ້ງໃຈທີ່ຈະລົງສະໝັກຮັບເລືອກຕັ້ງ ແລະ ຂ້າພະເຈົ້າບໍ່ມີຄວາມທະເຍີທະຍານ ຫຼື ຄວາມປາຖະໜາທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ. ຂ້າພະເຈົ້າຮັບຮູ້ຕົວເອງ ແລະ ການເປັນຜູ້ເຊື່ອທຳມະດາກໍພຽງພໍແລ້ວ, ສະນັ້ນ ຫຼັກການຄວາມຈິງດ້ານນີ້ບໍ່ມີຫຍັງກ່ຽວຂ້ອງກັບຂ້າພະເຈົ້າ. ຖ້າຂ້າພະເຈົ້າຢາກຟັງ, ຂ້າພະເຈົ້າກໍຈະຟັງບາງຢ່າງກ່ຽວກັບທາງເຂົ້າຂອງຊີວິດ ແລະ ຄວາມລອດພົ້ນຂອງຂ້າພະເຈົ້າເອງ. ການສະແດງອອກຕ່າງໆ ຂອງຜູ້ນໍາປອມ ແລະ ຄວາມຈິງທີ່ກ່ຽວຂ້ອງນັ້ນບໍ່ໄດ້ກ່ຽວຂ້ອງກັບທາງເຂົ້າຂອງຊີວິດຂອງຂ້າພະເຈົ້າເອງ, ສະນັ້ນ ຂ້າພະເຈົ້າບໍ່ຈຳເປັນຕ້ອງຟັງ ຫຼື ຂ້າພະເຈົ້າສາມາດຟັງແບບບໍ່ໃສ່ໃຈ ຫຼື ແບບເສີຍເມີຍ ແລະ ພຽງແຕ່ເຮັດແບບພໍເປັນພິທີໂດຍບໍ່ເອົາມາໃສ່ໃຈ”. ທັດສະນະຄະຕິນີ້ດີບໍ? (ບໍ່, ບໍ່ແມ່ນ.) ຄົນອື່ນເວົ້າວ່າ: “ຂ້າພະເຈົ້າບໍ່ມີຄວາມທະເຍີທະຍານ ແລະ ບໍ່ຢາກລົງສະໝັກເປັນຜູ້ນໍາ. ຕັ້ງແຕ່ຂ້າພະເຈົ້າຍັງນ້ອຍ, ຂ້າພະເຈົ້າບໍ່ເຄີຍຕັ້ງໃຈທີ່ຈະເປັນເຈົ້າໜ້າທີ່ ຫຼື ໂດດເດັ່ນຈາກຄົນອື່ນ, ຂ້າພະເຈົ້າມັກເປັນຄົນທຳມະດາສາມັນ. ຂ້າພະເຈົ້າຢາກເປັນຜູ້ຕິດຕາມຕັ້ງແຕ່ຊ່ວງເວລາທີ່ຂ້າພະເຈົ້າເລີ່ມເຊື່ອໃນພຣະເຈົ້າ. ຂ້າພະເຈົ້າມັກເຮັດຕາມຄຳສັ່ງຂອງຄົນອື່ນ ແລະ ຂ້າພະເຈົ້າເຮັດທຸກຢ່າງທີ່ພວກເຂົາຂໍໃຫ້ຂ້າພະເຈົ້າເຮັດ. ການເປັນຄົນປະເພດນີ້ລຽບງ່າຍພຽງໃດ! ຂ້າພະເຈົ້າເປັນພຽງຄົນລຽບງ່າຍທີ່ບໍ່ຢາກກັງວົນ ຫຼື ແບກຮັບພາລະ, ສະນັ້ນ ຂ້າພະເຈົ້າບໍ່ຈຳເປັນຕ້ອງຟັງສິ່ງເຫຼົ່ານີ້ ແລະ ຂ້າພະເຈົ້າບໍ່ຢາກຟັງ”. ມຸມມອງນີ້ຖືກຕ້ອງ ຫຼື ບໍ່? (ບໍ່ຖືກຕ້ອງ.) ມັນບໍ່ຖືກຕ້ອງບ່ອນໃດ? (ເຖິງແມ່ນວ່າພວກເຂົາບໍ່ຢາກເປັນຜູ້ນໍາ, ຖ້າພວກເຂົາບໍ່ເຂົ້າໃຈຄວາມຈິງດ້ານນີ້ ແລະ ບໍ່ສາມາດແຍກແຍະຜູ້ນໍາປອມໄດ້, ແລ້ວໃນລະຫວ່າງການເລືອກຕັ້ງ, ພວກເຂົາກໍມີແນວໂນ້ມສູງທີ່ຈະເລືອກຜູ້ນໍາປອມ, ເຊິ່ງຈະສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ ແລະ ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ.) ນີ້ແມ່ນດ້ານໜຶ່ງ. ມີຫຍັງອີກບໍ? (ບັນຫາຂອງຜູ້ນໍາປອມມີຢູ່ໃນພວກເຮົາແຕ່ລະຄົນ ແລະ ພວກເຮົາຄວນກວດສອບ, ໄຕ່ຕອງ ແລະ ເຂົ້າໃຈຕົນເອງ.) (ຖ້າພວກເຮົາບໍ່ສາມາດແຍກແຍະຜູ້ນໍາປອມໄດ້, ພວກເຮົາກໍຈະບໍ່ຮູ້ແມ່ນແຕ່ຕອນທີ່ພວກເຮົາຖືກນໍາພາຢ່າງຜິດໆ ໂດຍຜູ້ນໍາປອມ ແລະ ຊີວິດຂອງພວກເຮົາເອງກໍຈະໄດ້ຮັບຄວາມເສຍຫາຍ.) (ມຸມມອງປະເພດນີ້ເປັນການສະແດງອອກເຖິງການບໍ່ສະແຫວງຫາຄວາມຈິງ. ການເປັນຜູ້ນໍາໃນເຮືອນຂອງພຣະເຈົ້າບໍ່ຄືກັນກັບການມີຄວາມທະເຍີທະຍານ ແລະ ຢາກເປັນເຈົ້າໜ້າທີ່ໃນໂລກ. ການເປັນຜູ້ນໍາແມ່ນເພື່ອສະແຫວງຫາຄວາມຈິງໃຫ້ດີຂຶ້ນ, ເພື່ອແບກຮັບພາລະສຳລັບວຽກງານຂອງຄຣິສຕະຈັກ ແລະ ເພື່ອຄຳນຶງເຖິງເຈດຕະນາຂອງພຣະເຈົ້າ. ນີ້ຄືການພະຍາຍາມກ້າວໄປສູ່ຄວາມຈິງ.) (ໃນຖານະຜູ້ຄົນທີ່ພຣະເຈົ້າເລືອກ, ພວກເຮົາມີພັນທະ ແລະ ຄວາມຮັບຜິດຊອບທີ່ຈະລາຍງານຜູ້ນໍາປອມ. ຖ້າພວກເຮົາບໍ່ສາມາດແຍກແຍະຜູ້ນໍາປອມໄດ້, ແລ້ວພວກເຮົາອາດຈະປ່ອຍໃຫ້ຜູ້ນໍາປອມຍຶດອຳນາດ ແລະ ສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ.) ນັ້ນມີຈັກດ້ານ? (ຫ້າດ້ານ.) ແຕ່ລະດ້ານໃນຫ້າດ້ານນີ້ແມ່ນຖືກຕ້ອງ ແລະ ຂ້ອນຂ້າງແມ່ນຍໍາ. ການໄຈ້ແຍກແກ່ນແທ້ຂອງບັນຫານີ້ໂດຍອີງໃສ່ມຸມມອງຂອງຄົນປະເພດທີ່ເຮົາຫາກໍກ່າວເຖິງ, ໂດຍພື້ນຖານແລ້ວແມ່ນມີຫ້າດ້ານນີ້. ບໍ່ວ່າພວກເຈົ້າຈະຢາກເປັນຜູ້ນໍາ ຫຼື ບໍ່ກໍຕາມ, ໃນຖານະໜຶ່ງໃນຜູ້ຄົນທີ່ພຣະເຈົ້າເລືອກ, ພວກເຈົ້າຄວນຮັບບົດບາດໃນການກວດກາຜູ້ນໍາ ແລະ ຜູ້ເຮັດວຽກ. ເຮືອນຂອງພຣະເຈົ້າກໍແມ່ນເຮືອນຂອງພວກເຈົ້າເຊັ່ນກັນ ແລະ ຜູ້ນໍາກໍປຽບເໝືອນຜູ້ດູແລເຮືອນໂຕນ້ອຍໆ. ຖ້າພວກເຂົາຈັດການສິ່ງຕ່າງໆ ບໍ່ດີ, ພວກເຈົ້າກໍຈະໄດ້ຮັບຜົນກະທົບ ແລະ ພົວພັນໄປນຳ, ສະນັ້ນ ພວກເຈົ້າມີຄວາມຮັບຜິດຊອບ ແລະ ພັນທະທີ່ຈະກຳກັບດູແລວຽກງານທັງໝົດຂອງພວກເຂົາ.

ພາບລວມຂອງຄວາມຮັບຜິດຊອບສິບຫ້າປະການຂອງຜູ້ນໍາ ແລະ ຜູ້ເຮັດວຽກ

ການແຍກແຍະຜູ້ນໍາປອມບໍ່ແມ່ນເລື່ອງຍາກ, ເພາະຄົນປະເພດນີ້ມີຈໍານວນບໍ່ໜ້ອຍໃນຄຣິສຕະຈັກ; ພວກເຂົາມີຕົວຕົນຢູ່ແລ້ວນັບຕັ້ງແຕ່ມີຜູ້ນໍາຄຣິສຕະຈັກ ແລະ ວຽກງານຄຣິສຕະຈັກ. ຂີດຄວາມສາມາດ ແລະ ຄວາມສາມາດໃນການຢັ່ງຮູ້ຂອງພວກເຂົາ, ຄຸນລັກສະນະ ແລະ ເສັ້ນທາງທີ່ເລືອກຂອງພວກເຂົາ ລ້ວນແລ້ວແຕ່ມີການສະແດງອອກທີ່ຊັດເຈນຫຼາຍຢ່າງ. ກ່ອນທີ່ຈະໄຈ້ແຍກການສະແດງອອກທີ່ຊັດເຈນເຫຼົ່ານີ້, ກ່ອນອື່ນ ພວກເຮົາຄວນເຂົ້າໃຈວ່າຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງ ແລະ ໂດຍຫຼັກໆແລ້ວແມ່ນລວມມີວຽກງານສະເພາະໃດແດ່. ມີພຽງແຕ່ຜູ້ທີ່ສາມາດເຮັດວຽກງານສະເພາະນີ້ໄດ້ດີເທົ່ານັ້ນຈຶ່ງເປັນຜູ້ນໍາ ແລະ ຜູ້ເຮັດວຽກທີ່ມີຄຸນສົມບັດຄົບຖ້ວນ; ສ່ວນຜູ້ທີ່ບໍ່ສາມາດເຮັດວຽກງານນີ້ໄດ້ກໍຄືຜູ້ນໍາປອມ. ບາງທີຄົນສ່ວນໃຫຍ່ອາດຈະຍັງບໍ່ມີວິທີທາງໃນການແຍກແຍະຜູ້ນໍາປອມ, ບໍ່ສາມາດກຳແໜ້ນຫຼັກການພື້ນຖານ ແລະ ບໍ່ຮູ້ວ່າດ້ານໃດທີ່ສຳຄັນທີ່ສຸດໃນການແຍກແຍະ. ມື້ນີ້, ກ່ອນອື່ນ ໃຫ້ພວກເຮົາໂອ້ລົມກັນຢ່າງເປັນລະບົບກ່ຽວກັບວ່າຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກແມ່ນຫຍັງແທ້, ໂດຍລະບຸລາຍການອອກມາເທື່ອລະຂໍ້ເພື່ອໃຫ້ທຸກຄົນມີຄວາມຊັດເຈນກ່ຽວກັບພວກມັນ. ຫຼັງຈາກພວກເຈົ້າເຂົ້າໃຈຫຼັກການເຫຼົ່ານີ້, ເມື່ອພວກເຈົ້າເລືອກຕັ້ງຜູ້ນໍາ ຫຼື ຜູ້ເຮັດວຽກອີກຄັ້ງ, ພວກເຈົ້າກໍຈະມີມາດຕະຖານທີ່ຖືກຕ້ອງ ເພື່ອໃຊ້ວັດແທກວ່າຈະເລືອກຕັ້ງພວກເຂົາແນວໃດແທ້ ແລະ ໃຜກັນແທ້ທີ່ເປັນຄົນທີ່ເໝາະສົມທີ່ຈະຖືກເລືອກ. ສະນັ້ນ, ໃຫ້ພວກເຮົາໄລ່ລຽງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກມາກ່ອນ.

ໜ້າທີ່ຂອງຜູ້ນໍາ ແລະ ຜູ້ເຮັດວຽກ:

1. ນໍາພາຜູ້ຄົນໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ໃຫ້ເຂົ້າໃຈພຣະທໍາເຫຼົ່ານັ້ນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ.

2. ຄຸ້ນເຄີຍກັບສະພາວະຂອງຄົນແຕ່ລະປະເພດ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆທີ່ກ່ຽວຂ້ອງກັບທາງເຂົ້າຂອງຊີວິດທີ່ພວກເຂົາພົບພໍ້ໃນຊີວິດຈິງຂອງພວກເຂົາ.

3. ໂອ້ລົມກ່ຽວກັບຫຼັກການຄວາມຈິງທີ່ຄວນທຳຄວາມເຂົ້າໃຈ ເພື່ອປະຕິບັດແຕ່ລະໜ້າທີ່ໃຫ້ດີ.

4. ກຳສະຖານະການຂອງຜູ້ຮັບຜິດຊອບວຽກງານຕ່າງໆ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານສຳຄັນຕ່າງໆໄວ້ສະເໝີ ແລະ ປັບປ່ຽນການມອບໝາຍໜ້າທີ່ຂອງພວກເຂົາ ຫຼື ປົດພວກເຂົາອອກໂດຍທັນທີຕາມຄວາມຈຳເປັນ, ເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມເສຍຫາຍທີ່ເກີດຈາກການໃຊ້ຄົນທີ່ບໍ່ເໝາະສົມ ແລະ ຮັບປະກັນປະສິດທິພາບ ແລະ ຄວາມຄືບໜ້າຢ່າງລ່ຽນໄຫຼຂອງວຽກງານ.

5. ກຳແໜ້ນ ແລະ ເຂົ້າໃຈສະຖານະ ແລະ ຄວາມຄືບໜ້າຂອງວຽກງານແຕ່ລະຢ່າງໃຫ້ເປັນປັດຈຸບັນຢູ່ສະເໝີ ແລະ ສາມາດແກ້ໄຂບັນຫາ, ແກ້ໄຂການບ່ຽງເບນ ແລະ ແກ້ໄຂຂໍ້ບົກຜ່ອງໃນວຽກງານໂດຍທັນທີ ເພື່ອໃຫ້ວຽກງານດຳເນີນໄປຢ່າງລ່ຽນໄຫຼ.

6. ສົ່ງເສີມ ແລະ ບົ່ມເພາະຜູ້ມີພອນສະຫວັນທີ່ມີຄຸນສົມບັດທຸກປະເພດ ເພື່ອໃຫ້ທຸກຄົນທີ່ສະແຫວງຫາຄວາມຈິງສາມາດມີໂອກາດໄດ້ຮັບການຝຶກຝົນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໂດຍໄວເທົ່າທີ່ຈະໄວໄດ້.

7. ຈັດສັນ ແລະ ນໍາໃຊ້ຄົນປະເພດຕ່າງໆຢ່າງສົມເຫດສົມຜົນ, ໂດຍອີງໃສ່ຄວາມເປັນມະນຸດ ແລະ ຈຸດແຂງຂອງພວກເຂົາ, ເພື່ອໃຫ້ແຕ່ລະຄົນຖືກນໍາໃຊ້ຢ່າງເກີດປະໂຫຍດສູງສຸດ.

8. ໃຫ້ລາຍງານ ແລະ ສະແຫວງຫາວິທີແກ້ໄຂຄວາມສັບສົນ ແລະ ຄວາມຫຍຸ້ງຍາກທີ່ພົບພໍ້ໃນວຽກງານໂດຍທັນທີ.

9. ໃຫ້ສື່ສານ, ມອບໝາຍ ແລະ ຈັດຕັ້ງປະຕິບັດການຈັດແຈງວຽກງານຕ່າງໆຂອງເຮືອນຂອງພຣະເຈົ້າຢ່າງຖືກຕ້ອງຕາມຂໍ້ກຳນົດຂອງມັນ, ໃຫ້ການຊີ້ນໍາ, ການກວດກາ ແລະ ການຊຸກຍູ້ ແລະ ກວດກາ ແລະ ຕິດຕາມສະຖານະການຈັດຕັ້ງປະຕິບັດຂອງພວກເຂົາ.

10. ເກັບຮັກສາຢ່າງເໝາະສົມ ແລະ ຈັດສັນວັດຖຸສິ່ງຂອງຕ່າງໆຂອງເຮືອນຂອງພຣະເຈົ້າ (ໜັງສື, ອຸປະກອນຕ່າງໆ, ທັນຍາພືດ ແລະ ອື່ນໆ) ຢ່າງສົມເຫດສົມຜົນ ແລະ ດຳເນີນການກວດກາ, ການບໍາລຸງຮັກສາ ແລະ ການສ້ອມແປງເປັນປະຈຳ ເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ການສິ້ນເປືອງ; ພ້ອມທັງປ້ອງກັນບໍ່ໃຫ້ຄົນຊົ່ວຊ້າຍຶດຄອງເອົາໄປ.

11. ເລືອກຄົນທີ່ໄວ້ໃຈໄດ້ ເຊິ່ງມີຄວາມເປັນມະນຸດທີ່ໄດ້ມາດຕະຖານ ໂດຍສະເພາະສຳລັບໜ້າທີ່ໃນການລົງທະບຽນ, ກວດນັບ ແລະ ເກັບຮັກສາເຄື່ອງຖວາຍຢ່າງເປັນລະບົບ; ກວດກາ ແລະ ກວດສອບລາຍຮັບ-ລາຍຈ່າຍເປັນປະຈຳ ເພື່ອໃຫ້ສາມາດກວດພົບກໍລະນີການຟຸມເຟືອຍ ຫຼື ການສິ້ນເປືອງ, ພ້ອມທັງລາຍຈ່າຍທີ່ບໍ່ສົມເຫດສົມຜົນໄດ້ໂດຍທັນທີ, ຢຸດຕິສິ່ງດັ່ງກ່າວ ແລະ ຮຽກຮ້ອງຄ່າຊົດເຊີຍທີ່ສົມເຫດສົມຜົນ; ນອກຈາກນີ້, ຕ້ອງປ້ອງກັນຢ່າງເດັດຂາດບໍ່ໃຫ້ເຄື່ອງຖວາຍຕົກໄປຢູ່ໃນມືຂອງຄົນຊົ່ວຊ້າ ແລະ ຖືກພວກເຂົາຍຶດຄອງເອົາໄປ.

12. ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ແມ່ນຍຳ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ.

13. ປົກປ້ອງຜູ້ຄົນທີ່ພຣະເຈົ້າເລືອກຈາກການຖືກລົບກວນ, ນໍາພາຢ່າງຜິດໆ, ຄວບຄຸມ ແລະ ທຳຮ້າຍຢ່າງສາຫັດໂດຍພວກຕໍ່ຕ້ານພຣະຄຣິດ ແລະ ເຮັດໃຫ້ພວກເຂົາສາມາດແຍກແຍະພວກຕໍ່ຕ້ານພຣະຄຣິດ ແລະ ປະຖິ້ມພວກເຂົາຈາກໃຈ.

14. ໃຫ້ແຍກແຍະ ແລະ ຈາກນັ້ນກໍກຳຈັດອອກ ຫຼື ຂັບໄລ່ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິດທຸກປະເພດໂດຍທັນທີ.

15. ປົກປ້ອງບຸກຄະລາກອນທຸກປະເພດທີ່ເຮັດວຽກງານສຳຄັນ, ປົກປ້ອງພວກເຂົາຈາກການແຊກແຊງຂອງໂລກພາຍນອກ ແລະ ຮັກສາພວກເຂົາໃຫ້ປອດໄພ ເພື່ອຮັບປະກັນວ່າລາຍການວຽກງານສຳຄັນຕ່າງໆສາມາດດຳເນີນໄປຢ່າງເປັນລະບຽບ.

ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກໄດ້ຖືກສະຫຼຸບອອກມາທັງໝົດສິບຫ້າຂໍ້ ແລະ ພວກເຮົາກໍຈະໂອ້ລົມກັນໂດຍອີງໃສ່ຂໍ້ເຫຼົ່ານີ້. ກ່ອນອື່ນ ໃຫ້ເຮົາມາເບິ່ງໜ້າວຽກແຕ່ລະຢ່າງທີ່ຢູ່ໃນສິບຫ້າຂໍ້ນີ້. ສາມຂໍ້ທຳອິດແມ່ນກ່ຽວກັບບັນຫາທີ່ຜູ້ຄົນເຂົ້າໃຈຄວາມຈິງ ແລະ ທາງເຂົ້າຂອງຊີວິດ. ນີ້ແມ່ນວຽກງານພື້ນຖານທີ່ສຸດທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດ ແລະ ເປັນໜຶ່ງໃນໝວດໃຫຍ່. ໃນຖານະທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ໂດຍພື້ນຖານທີ່ສຸດແລ້ວ ເຈົ້າຕ້ອງສາມາດປະຕິບັດໜ້າວຽກເຫຼົ່ານີ້, ມີຄວາມສາມາດປະເພດນີ້, ມີພາລະແບບນີ້ ແລະ ສາມາດແບກຫາບຄວາມຮັບຜິດຊອບນີ້ໄດ້. ສິ່ງເຫຼົ່ານີ້ແມ່ນສິ່ງພື້ນຖານທີ່ສຸດທີ່ເຈົ້າຄວນມີ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງສາມາດໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ, ຊອກຫາເສັ້ນທາງແຫ່ງການປະຕິບັດຈາກພຣະທຳເຫຼົ່ານັ້ນ, ນໍາພາຜູ້ຄົນໃຫ້ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ນໍາພາຜູ້ຄົນໃຫ້ມີປະສົບການ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າໃນຊີວິດຈິງ ແລະ ສາມາດນໍາເອົາພຣະທຳເຫຼົ່ານັ້ນເຂົ້າມາສູ່ຊີວິດຈິງ, ໂດຍໃຊ້ພຣະທຳເຫຼົ່ານັ້ນເພື່ອແກ້ໄຂບັນຫາ ຫຼື ຄວາມຫຍຸ້ງຍາກຕ່າງໆທີ່ພົບພໍ້ໃນຊີວິດຈິງ ແລະ ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ. ຖ້າຜູ້ຄົນທີ່ພຣະເຈົ້າເລືອກມີບັນຫາທີ່ຕ້ອງການໃຫ້ຜູ້ນໍາ ຫຼື ຜູ້ເຮັດວຽກແກ້ໄຂ, ແຕ່ຜູ້ນໍາ ຫຼື ຜູ້ເຮັດວຽກບໍ່ສາມາດໃຊ້ຄວາມຈິງເພື່ອແກ້ໄຂບັນຫາໄດ້, ແລ້ວຜູ້ນໍາ ຫຼື ຜູ້ເຮັດວຽກຄົນນັ້ນກໍໄຮ້ປະໂຫຍດ, ບໍ່ສາມາດເຮັດແມ່ນແຕ່ວຽກງານພື້ນຖານທີ່ສຸດໄດ້. ຜູ້ນໍາ ຫຼື ຜູ້ເຮັດວຽກປະເພດນີ້ແມ່ນບໍ່ໄດ້ມາດຕະຖານ. ຂໍ້ທີສີ່ ແລະ ຂໍ້ທີຫ້າແມ່ນກ່ຽວຂ້ອງກັບລາຍການວຽກງານຕ່າງໆຂອງຄຣິສຕະຈັກ ແລະ ຜູ້ຮັບຜິດຊອບລາຍການວຽກງານເຫຼົ່ານັ້ນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ໄດ້ກວດກາຜູ້ຮັບຜິດຊອບຢ່າງເໝາະສົມ, ແລ້ວວຽກງານຂອງຄຣິສຕະຈັກກໍອາດຈະບໍ່ເປັນລະບຽບ ຫຼື ຖືກລົບກວນໂດຍຄົນຊົ່ວຊ້າ, ສິ່ງນີ້ຈະສົ່ງຜົນກະທົບຕໍ່ປະສິດທິຜົນ ແລະ ຄວາມຄືບໜ້າຂອງວຽກງານ ແລະ ວຽກງານນັ້ນເອງກໍອາດຈະກາຍເປັນອຳມະພາດ. ສະນັ້ນ, ໜ້າວຽກທີສີ່ ແລະ ທີຫ້າກໍແມ່ນໜ້າວຽກທີ່ຜູ້ນໍາທີ່ໄດ້ມາດຕະຖານຕ້ອງເຮັດໃຫ້ດີ. ຂໍ້ທີຫົກ ແລະ ຂໍ້ທີເຈັດແມ່ນກ່ຽວຂ້ອງກັບການສົ່ງເສີມ, ການບົ່ມເພາະ ແລະ ການນໍາໃຊ້ຄົນທຸກປະເພດ. ຫຼັກການໃນການໃຊ້ຄົນກໍຄືການໃຊ້ທຸກຄົນໃຫ້ເກີດປະໂຫຍດສູງສຸດ ແລະ ຄົນທຸກປະເພດສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ ຕາບໃດທີ່ຄວາມເປັນມະນຸດຂອງພວກເຂົາໄດ້ມາດຕະຖານ ແລະ ພວກເຂົາສາມາດບັນລຸມາດຕະຖານທີ່ຈໍາເປັນຂອງເຮືອນຂອງພຣະເຈົ້າ. ນັ້ນກໍຄື ອະນຸຍາດໃຫ້ຄົນທຸກປະເພດສາມາດປະຕິບັດໜ້າທີ່ທີ່ເໝາະສົມ; ບໍ່ຈຳເປັນຕ້ອງບອກໃຫ້ປາແລ່ນຢູ່ເທິງບົກ ຫຼື ບອກໃຫ້ນົກຍ່າງຢູ່ໃນນໍ້າ, ມັນພຽງພໍແລ້ວທີ່ຄົນໃດໜຶ່ງເໝາະສົມກັບໜ້າວຽກ, ສາມາດເຮັດມັນໄດ້ດີ ແລະ ມີຄວາມສາມາດ. ຍິ່ງໄປກວ່ານັ້ນ, ບາງໜ້າວຽກກໍກ່ຽວຂ້ອງກັບດ້ານເຕັກນິກ, ດ້ານວິຊາຊີບ ແລະ ບາງຄົນອາດຈະເກັ່ງໃນດ້ານເຫຼົ່ານັ້ນ ແຕ່ກໍບໍ່ເຄີຍເຮັດວຽກໃນຂົງເຂດນີ້ມາກ່ອນ ແລະ ພວກເຂົາບໍ່ເຂົ້າໃຈຫຼັກການທີ່ກ່ຽວຂ້ອງ. ສຳລັບຄົນເຫຼົ່ານີ້, ຖ້າພວກເຂົາບັນລຸມາດຕະຖານສຳລັບການສົ່ງເສີມ ແລະ ການບົ່ມເພາະໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຄວນໄດ້ຮັບໂອກາດ ແລະ ໄດ້ຮັບການສົ່ງເສີມ ແລະ ບົ່ມເພາະ ເພື່ອໃຫ້ພວກເຂົາສາມາດຮຽນຮູ້ໄດ້. ດ້ວຍວິທີນີ້, ວຽກງານຕ່າງໆໃນເຮືອນຂອງພຣະເຈົ້າກໍຈະສາມາດມີຄົນທີ່ເໝາະສົມຫຼາຍຂຶ້ນມາຮັບຜິດຊອບພວກມັນ ແລະ ຈະບໍ່ມີຕຳແໜ່ງວ່າງ ເມື່ອໃດກໍຕາມທີ່ຄຣິສຕະຈັກຕ້ອງການຄົນສຳລັບວຽກງານຕ່າງໆ. ສິ່ງເຫຼົ່ານີ້ແມ່ນບັນຫາຂອງສອງດ້ານ ຄື ການສົ່ງເສີມ ແລະ ການບົ່ມເພາະຄົນ ແລະ ການນໍາໃຊ້ຄົນ. ໃຫ້ເຮົາມາເບິ່ງຂໍ້ທີແປດ ແລະ ຂໍ້ທີເກົ້າ: ສອງຂໍ້ນີ້ກ່ຽວຂ້ອງກັບທັດສະນະຄະຕິທີ່ຜູ້ນໍາ ແລະ ຜູ້ເຮັດວຽກມີຕໍ່ວຽກງານ ນັ້ນກໍຄື ພວກເຂົາສາມາດປະຕິບັດຄວາມຮັບຜິດຊອບຂອງຕົນ, ມີຄວາມຈົງຮັກພັກດີ ແລະ ມີຄວາມສາມາດທີ່ຈະເຮັດວຽກງານໄດ້ດີໃນການຮັບມືຂອງພວກເຂົາຕໍ່ກັບຂໍ້ກຳນົດຂອງພຣະເຈົ້າ ແລະ ການຈັດແຈງໃນເຮືອນຂອງພຣະເຈົ້າ ແລະ ໃນຂະນະທີ່ພົບພໍ້ກັບຄວາມຫຍຸ້ງຍາກໃນວຽກງານ ຫຼື ບໍ່. ຂໍ້ທີສິບ ແລະ ຂໍ້ທີສິບເອັດແມ່ນກ່ຽວຂ້ອງກັບຫຼັກການທີ່ຢູ່ເບື້ອງຫຼັງການປະຕິບັດຕໍ່ເຄື່ອງຖວາຍ ແລະ ຊັບສິນທຸກປະເພດໃນເຮືອນຂອງພຣະເຈົ້າ. ໃນດ້ານໜຶ່ງ, ສອງຂໍ້ນີ້ກ່ຽວຂ້ອງກັບຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກຂອງຜູ້ຄົນ ແລະ ໃນອີກດ້ານໜຶ່ງ ພວກມັນກໍກ່ຽວຂ້ອງກັບບັນຫາຂອງຄວາມເປັນມະນຸດ, ບໍ່ວ່າຄົນໃດໜຶ່ງມີຄວາມຈົງຮັກພັກດີ ຫຼື ບໍ່ ແລະ ພວກເຂົາສາມາດປະຕິບັດຄວາມຮັບຜິດຊອບຂອງພວກເຂົາໄດ້ ຫຼື ບໍ່. ຕໍ່ໄປ ໃຫ້ເຮົາມາເບິ່ງຂໍ້ທີສິບສອງ, ສິບສາມ ແລະ ສິບສີ່, ກ່ຽວກັບສະຖານະການພິເສດບາງຢ່າງທີ່ເກີດຂຶ້ນໃນຄຣິສຕະຈັກ, ຕົວຢ່າງ: ຖ້າຄົນໃດໜຶ່ງເປັນຄົນລົບກວນ ແລະ ຂັດຂວາງ ແລ້ວກໍ່ກວນຊີວິດທີ່ເປັນປົກກະຕິຂອງຄຣິສຕະຈັກ. ແນ່ນອນວ່າ ສິ່ງທີ່ຮ້າຍແຮງທີ່ສຸດແມ່ນການປາກົດຕົວຂອງພວກຕໍ່ຕ້ານພຣະຄຣິດ ຫຼື ຄົນປະເພດອື່ນທີ່ຄວນຖືກກຳຈັດອອກ ຫຼື ຂັບໄລ່. ວິທີການຈັດການກັບຄົນປະເພດນີ້ ແລະ ພາຍໃຕ້ຫຼັກການໃດ ກໍເປັນວຽກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກເຊັ່ນກັນ. ການທີ່ສາມາດພົບເຫັນບັນຫາໃນທັນທີ ແລະ ການທີ່ສາມາດຢຸດຢັ້ງ, ຈັດການ ແລະ ແກ້ໄຂສິ່ງນີ້ໃນທັນທີ ເມື່ອເຈົ້າພົບວ່າຄົນໃດໜຶ່ງກຳລັງກໍ່ຄວາມລົບກວນ ແລະ ການຂັດຂວາງ ແລະ ຮັບປະກັນວ່າວຽກງານຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກບໍ່ຖືກລົບກວນ, ສິ່ງເຫຼົ່ານີ້ແມ່ນບັນຫາທີ່ກ່ຽວຂ້ອງກັບສາມຂໍ້ນີ້. ຂໍ້ສຸດທ້າຍແມ່ນກ່ຽວຂ້ອງກັບບັນຫາຄວາມປອດໄພສ່ວນບຸກຄົນຂອງບຸກຄະລາກອນທີ່ເຮັດວຽກສຳຄັນທຸກປະເພດ, ພ້ອມທັງບັນຫາທີ່ວ່າສາມາດຮັບປະກັນວຽກງານສຳຄັນທຸກປະເພດໄດ້ ຫຼື ບໍ່. ວຽກງານສາມາດດຳເນີນໄປໄດ້ເມື່ອບຸກຄະລາກອນປອດໄພ, ແຕ່ຖ້າມີບັນຫາ ຫຼື ອັນຕະລາຍທີ່ເຊື່ອງຊ້ອນເກີດຂຶ້ນຕໍ່ຄວາມປອດໄພຂອງບຸກຄະລາກອນ, ການທີ່ວຽກງານຈະສາມາດດຳເນີນຕໍ່ໄປໄດ້ ຫຼື ບໍ່ກໍຈະກາຍເປັນບັນຫາ. ໃຫ້ເຮົາກັບໄປ ແລະ ເບິ່ງວ່າທັງໝົດມີຈັກໝວດໃຫຍ່. ຂໍ້ທີໜຶ່ງ, ທີສອງ ແລະ ທີສາມແມ່ນຢູ່ໃນໝວດທີໜຶ່ງ: ທາງເຂົ້າຂອງຊີວິດມະນຸດ. ຂໍ້ທີສີ່ ແລະ ທີຫ້າແມ່ນຢູ່ໃນໝວດທີສອງ: ວຽກງານຕ່າງໆ ຂອງຄຣິສຕະຈັກ ແລະ ຜູ້ຮັບຜິດຊອບຂອງວຽກງານເຫຼົ່ານັ້ນ. ຂໍ້ທີຫົກ ແລະ ທີເຈັດແມ່ນຢູ່ໃນໝວດທີສາມ: ການນໍາໃຊ້, ການບົ່ມເພາະ ແລະ ການສົ່ງເສີມຄົນທຸກປະເພດ. ຂໍ້ທີແປດ ແລະ ທີເກົ້າແມ່ນຢູ່ໃນໝວດທີສີ່: ການຈັດແຈງວຽກງານໃນເຮືອນຂອງພຣະເຈົ້າ ແລະ ຄວາມຫຍຸ້ງຍາກໃນວຽກງານ. ຂໍ້ທີສິບ ແລະ ທີສິບເອັດແມ່ນຢູ່ໃນໝວດທີຫ້າ: ເຄື່ອງຖວາຍ ແລະ ຊັບສິນໃນເຮືອນຂອງພຣະເຈົ້າ. ຂໍ້ທີສິບສອງ, ສິບສາມ ແລະ ສິບສີ່ແມ່ນຢູ່ໃນໝວດທີຫົກ: ສະຖານະການພິເສດທີ່ເກີດຂຶ້ນໃນຄຣິສຕະຈັກ. ຂໍ້ທີສິບຫ້າແມ່ນຢູ່ໃນໝວດທີເຈັດ: ວຽກງານສຳຄັນຂອງຄຣິສຕະຈັກ ແລະ ຄວາມປອດໄພຂອງບຸກຄະລາກອນ. ທັງໝົດມີເຈັດໝວດ, ເຊິ່ງກ່ຽວຂ້ອງກັບສິບຫ້າຂໍ້. ເຈັດໝວດນີ້ແມ່ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ ແລະ ເປັນສ່ວນໜຶ່ງໃນໜ້າທີ່ວຽກງານຂອງພວກເຂົາ. ໃນຖານະທີ່ເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ໜ້າວຽກພື້ນຖານທີ່ສຸດໃນວຽກຂອງເຈົ້າກໍຄືເຈັດໝວດເຫຼົ່ານີ້ ແລະ ເຈັດໝວດນີ້ກໍຄືຂອບເຂດຂໍ້ກຳນົດໃນເຮືອນຂອງພຣະເຈົ້າສຳລັບຜູ້ນໍາ ຫຼື ຜູ້ເຮັດວຽກ. ຖ້າພວກເຮົາຕ້ອງການປະເມີນວ່າຜູ້ນໍາຄົນໜຶ່ງສາມາດເຮັດວຽກໄດ້ດີ ຫຼື ບໍ່, ພວກເຂົາມີຄວາມສາມາດໃນການເຮັດວຽກ ຫຼື ບໍ່, ພວກເຂົາມີຄວາມສາມາດໃນການເປັນຜູ້ນໍາ ຫຼື ບໍ່ ແລະ ພວກເຂົາໄດ້ມາດຕະຖານເປັນຜູ້ນໍາ ຫຼື ບໍ່, ພວກເຮົາຄວນໃຊ້ເຈັດໝວດນີ້. ເມື່ອເຂົ້າໃຈສິ່ງນີ້ແລ້ວ, ໂດຍອີງໃສ່ເຈັດໝວດໃຫຍ່ນີ້, ພວກເຮົາຈະໂອ້ລົມກັນ ແລະ ໄຈ້ແຍກການສະແດງອອກ ແລະ ການປະຕິບັດສະເພາະຂອງຜູ້ນໍາປອມເທື່ອລະຢ່າງ, ພ້ອມທັງສິ່ງທີ່ພວກເຂົາໄດ້ເຮັດໃນລະຫວ່າງເວລາທີ່ພວກເຂົາເປັນຜູ້ນໍາ ເຊິ່ງພິສູດວ່າພວກເຂົາເປັນຜູ້ນໍາປອມ ແລະ ບໍ່ແມ່ນຜູ້ທີ່ໄດ້ມາດຕະຖານ. ເມື່ອປະເມີນຕາມເຈັດໝວດນີ້ກໍຈະມີຫຼັກຖານທີ່ຊັດເຈນ ແລະ ສິ່ງນີ້ກໍຂ້ອນຂ້າງຍຸຕິທຳ ແລະ ສົມເຫດສົມຜົນ. ບອກເຮົາມາເບິ່ງ, ພວກເຮົາຄວນໂອ້ລົມກັນກ່ຽວກັບເຈັດໝວດນີ້ ເທື່ອລະໝວດ ຫຼື ສິບຫ້າຂໍ້? ວິທີໃດດີກວ່າ? (ໂອ້ລົມກັນຕາມສິບຫ້າຂໍ້ເທື່ອລະຂໍ້.) ນັ້ນກໍເໝາະກັບຄວາມມັກຂອງພວກເຈົ້າ, ຍິ່ງລະອຽດຫຼາຍເທົ່າໃດ ກໍຍິ່ງດີ, ແມ່ນບໍ່? ຕໍ່ໄປ, ພວກເຮົາຈະເລີ່ມຕົ້ນການໂອ້ລົມກັນຢ່າງເປັນທາງການກ່ຽວກັບການສະແດງອອກຕ່າງໆ ຂອງຜູ້ນໍາປອມ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?