ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ (ພາກທີສອງ)

ພາລະກິດຂອງມະນຸດຢູ່ພາຍໃນຂອບເຂດ ແລະ ມີຂໍ້ຈຳກັດ. ຄົນໜຶ່ງພຽງແຕ່ສາມາດປະຕິບັດພາລະກິດຂອງໄລຍະໃດໜຶ່ງ ແລະ ບໍ່ສາມາດປະຕິບັດພາລະກິດຂອງຍຸກທັງໝົດ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະນໍາຜູ້ຄົນເຂົ້າສູ່ກົດລະບຽບ. ພາລະກິດຂອງມະນຸດພຽງແຕ່ສາມາດນໍາໃຊ້ໄດ້ກັບເວລາ ຫຼື ໄລຍະໃດໜຶ່ງ. ນີ້ກໍຍ້ອນປະສົບການຂອງມະນຸດມີຂອບເຂດຂອງມັນ. ຄົນໃດໜຶ່ງບໍ່ສາມາດປຽບທຽບພາລະກິດຂອງມະນຸດກັບພາລະກິດຂອງພຣະເຈົ້າໄດ້. ວິທີການປະຕິບັດຂອງມະນຸດ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງແມ່ນລ້ວນແລ້ວແຕ່ໃຊ້ໄດ້ກັບຂອບເຂດໃດໜຶ່ງ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ມະນຸດກຳລັງຍ່າງແມ່ນເຈດຕະນາຂອງພຣະວິນຍານບໍລິສຸດຢ່າງສົມບູນ, ຍ້ອນມະນຸດພຽງແຕ່ສາມາດໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ບໍ່ສາມາດຖືກເຕີມເຕັມດ້ວຍພຣະວິນຍານບໍລິສຸດຢ່າງສົມບູນ. ສິ່ງທີ່ມະນຸດສາມາດຜະເຊີນໄດ້ແມ່ນລ້ວນແລ້ວແຕ່ຢູ່ພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ສາມາດເກີນກວ່າຂອບເຂດຂອງຄວາມຄິດໃນຈິດໃຈທີ່ທຳມະດາຂອງມະນຸດ. ທຸກຄົນທີ່ສາມາດດໍາລົງຢູ່ໃນຄວາມຈິງ-ຄວາມເປັນຈິງກໍ່ມີປະສົບການຢູ່ໃນຂອບເຂດນີ້. ເມື່ອພວກເຂົາມີປະສົບການກັບຄວາມຈິງ ມັນກໍເປັນປະສົບການໃນຊີວິດຂອງມະນຸດທໍາມະດາທີ່ຢູ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດຢູ່ສະເໝີ; ມັນບໍ່ແມ່ນວິທີການມີປະສົບການທີ່ຫັນເຫມາຈາກຊີວິດຂອງມະນຸດທໍາມະດາ. ພວກເຂົາຜະເຊີນກັບຄວາມຈິງທີ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດເທິງພື້ນຖານຂອງການໃຊ້ຊີວິດຂອງມະນຸດຂອງພວກເຂົາ. ຍິ່ງໄປກວ່ານັ້ນ ຄວາມຈິງນີ້ມີຄວາມຫຼາກຫຼາຍຈາກບຸກຄົນສູ່ບຸກຄົນ ແລະ ຄວາມເລິກຂອງຄວາມຈິງນັ້ນກໍຂຶ້ນກັບສະພາວະຂອງບຸກຄົນ. ຄົນໃດໜຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນຊີວິດທີ່ທຳມະດາຂອງມະນຸດທີ່ສະແຫວງຫາຄວາມຈິງ ແລະ ມັນອາດຖືກເອີ້ນໄດ້ວ່າ ເສັ້ນທາງທີ່ຄົນທຳມະດາຍ່າງ ຜູ້ເຊິ່ງໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນເສັ້ນທາງທີ່ພຣະວິນຍານບໍລິສຸດເລືອກ. ໃນປະສົບການຂອງມະນຸດທີ່ທໍາມະດາ, ຍ້ອນວ່າ ຄົນທີ່ສະແຫວງຫາບໍ່ຄືກັນ, ພາລະກິດຂອງພຣະວິນຍານບໍລິສຸດຈຶ່ງບໍ່ຄືກັນ. ນອກຈາກນັ້ນ ຍ້ອນສະພາບແວດລ້ອມທີ່ຜູ້ຄົນຜະເຊີນ ແລະ ຂອບເຂດຂອງປະສົບການຂອງພວກເຂົາບໍ່ຄືກັນ ແລະ ຍ້ອນການເຈືອປົນທາງດ້ານຈິດໃຈ ແລະ ຄວາມຄິດຂອງພວກເຂົາ, ປະສົບການຂອງພວກເຂົາຈຶ່ງຖຶກປະປົນຈົນເຖິງລະດັບທີ່ແຕກຕ່າງກັນ. ແຕ່ລະຄົນເຂົ້າໃຈຄວາມຈິງຕາມສະພາບການສ່ວນຕົວທີ່ແຕກຕ່າງກັນຂອງພວກເຂົາ. ຄວາມເຂົ້າໃຈຂອງພວກເຂົາໃນຄວາມໝາຍທີ່ແທ້ຈິງຂອງຄວາມຈິງແມ່ນບໍ່ຄົບຖ້ວນ ແລະ ເປັນພຽງໜຶ່ງ ຫຼື ສອງສາມລັກສະນະຂອງຄວາມຈິງ. ຂອບເຂດຄວາມຈິງທີ່ມະນຸດຜະເຊີນແມ່ນແຕກຕ່າງກັນໃນແຕ່ລະບຸກຄົນ ຕາມສະພາບການຂອງແຕ່ລະຄົນ. ດ້ວຍວິທີນີ້ ຄວາມຮູ້ແຫ່ງຄວາມຈິງອັນດຽວກັນ ເຊິ່ງຖືກສະແດງອອກໂດຍຄົນທີ່ແຕກຕ່າງກັນຈຶ່ງບໍ່ຄືກັນ. ນີ້ໝາຍຄວາມວ່າ ປະສົບການຂອງມະນຸດມີຂໍ້ຈຳກັດຢູ່ສະເໝີ ແລະ ບໍ່ສາມາດເປັນຕົວແທນໃຫ້ແກ່ເຈດຕະນາຂອງພຣະວິນຍານບໍລິສຸດໄດ້ຢ່າງຄົບຖ້ວນ ຫຼື ພາລະກິດຂອງມະນຸດກໍບໍ່ສາມາດຮັບຮູ້ໄດ້ວ່າເປັນພາລະກິດຂອງພຣະເຈົ້າ, ເຖິງແມ່ນວ່າ ສິ່ງທີ່ມະນຸດສະແດງອອກສອດຄ່ອງຢ່າງໃກ້ຄຽງຫຼາຍກັບເຈດຕະນາຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ປະສົບການຂອງມະນຸດໃກ້ຄຽງຫຼາຍກັບພາລະກິດໃນການເຮັດໃຫ້ສົມບູນທີ່ພຣະວິນຍານບໍລິສຸດປະຕິບັດຢູ່. ມະນຸດພຽງແຕ່ສາມາດເປັນຄົນຮັບໃຊ້ຂອງພຣະເຈົ້າ, ເຮັດພາລະກິດທີ່ພຣະເຈົ້າຝາກຝັງໃຫ້ແກ່ພວກເຂົາ. ມະນຸດພຽງແຕ່ສາມາດສະແດງຄວາມຮູ້ທີ່ຖືກສ່ອງແສງໂດຍພຣະວິນຍານບໍລິສຸດເທົ່ານັ້ນ ແລະ ຄວາມຈິງທີ່ໄດ້ຮັບຈາກປະສົບການສ່ວນຕົວຂອງເຂົາ. ມະນຸດບໍ່ມີຄຸນສົມບັດ ແລະ ບໍ່ໄດ້ບັນລຸເງື່ອນໄຂທີ່ຈະເປັນທາງອອກໃຫ້ກັບພຣະວິນຍານບໍລິສຸດ. ເຂົາບໍ່ມີສິດທີ່ຈະເວົ້າວ່າ ພາລະກິດຂອງເຂົາແມ່ນພາລະກິດຂອງພຣະເຈົ້າ. ມະນຸດມີຫຼັກການໃນການປະຕິບັດພາລະກິດຂອງມະນຸດ ແລະ ມະນຸດທຸກຄົນມີປະສົບການທີ່ແຕກຕ່າງກັນ ແລະ ມີສະພາບການທີ່ແຕກຕ່າງກັນອອກໄປ. ພາລະກິດຂອງມະນຸດປະກອບມີປະສົບການທຸກຢ່າງຂອງເຂົາພາຍໃຕ້ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ປະສົບການເຫຼົ່ານີ້ພຽງແຕ່ສາມາດເປັນຕົວແທນໃຫ້ແກ່ການເປັນຢູ່ຂອງມະນຸດ ແລະ ບໍ່ໄດ້ເປັນຕົວແທນໃຫ້ແກ່ການເປັນຢູ່ຂອງພຣະເຈົ້າ ຫຼື ເຈດຕະນາຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ເສັ້ນທາງທີ່ມະນຸດຍ່າງບໍ່ສາມາດເປັນເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ ຍ້ອນພາລະກິດຂອງມະນຸດບໍ່ສາມາດເປັນຕົວແທນໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ ແລະ ພາລະກິດຂອງມະນຸດ ແລະ ປະສົບການຂອງມະນຸດບໍ່ແມ່ນເຈດຕະນາອັນຄົບຖ້ວນຂອງພຣະວິນຍານບໍລິສຸດ. ພາລະກິດຂອງມະນຸດມີຄວາມສ່ຽງທີ່ຈະຕົກຢູ່ໃນກົດລະບຽບ ແລະ ວິທີການຂອງພາລະກິດຂອງເຂົາກໍຈະຖືກຈຳກັດໃຫ້ຢູ່ໃນຂອບເຂດທີ່ຈຳກັດຢ່າງງ່າຍດາຍ ແລະ ບໍ່ສາມາດນໍາຜູ້ຄົນເຂົ້າສູ່ຫົນທາງແຫ່ງອິດສະຫຼະໄດ້. ຜູ້ຕິດຕາມສ່ວນໃຫຍ່ມີຊີວິດຢູ່ພາຍໃນຂອບເຂດທີ່ຈຳກັດ ແລະ ວິທີການມີປະສົບການຂອງພວກເຂົາກໍຈະຖືກຈຳກັດໃນຂອບເຂດນັ້ນເຊັ່ນກັນ. ປະສົບການຂອງມະນຸດຖືກຈຳກັດຢູ່ສະເໝີ; ວິທີການຂອງພາລະກິດຂອງພວກເຂົາກໍຖືກຈຳກັດຢູ່ໃນສອງສາມປະເພດເຊັ່ນກັນ ແລະ ບໍ່ສາມາດທຽບກັບພາລະກິດຂອງພຣະວິນຍານບໍລິສຸດໄດ້ ຫຼື ພາລະກິດຂອງພຣະເຈົ້າເອງ. ນີ້ກໍຍ້ອນວ່າ ໃນທີ່ສຸດແລ້ວ ປະສົບການຂອງມະນຸດແມ່ນມີຂໍ້ຈຳກັດ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດຂອງພຣະອົງດ້ວຍວິທີໃດກໍຕາມ, ມັນກໍບໍ່ໄດ້ຖືກຜູກມັດໂດຍກົດລະບຽບ; ບໍ່ວ່າ ພາລະກິດນັ້ນຈະສຳເລັດລົງດ້ວຍວິທີໃດກໍຕາມ, ບໍ່ໄດ້ຖືກຈຳກັດດ້ວຍວິທີທາງໃດໜຶ່ງ. ບໍ່ມີກົດລະບຽບໃດໆໃນພາລະກິດຂອງພຣະເຈົ້າ, ພາລະກິດທັງໝົດຂອງພຣະອົງແມ່ນຖືກປ່ອຍ ແລະ ເປັນອິດສະຫຼະ. ບໍ່ວ່າ ມະນຸດຈະໃຊ້ເວລາຫຼາຍພຽງໃດໃນການຕິດຕາມພຣະອົງ, ເຂົາບໍ່ສາມາດກັ່ນຕອງເອົາກົດເກນໃດໜຶ່ງທີ່ປົກຄອງວິທີການປະຕິບັດພາລະກິດຂອງພຣະເຈົ້າ. ເຖິງແມ່ນພາລະກິດຂອງພຣະອົງມີຫຼັກການ ມັນກໍຖືກປະຕິບັດໃນວິທີທາງໃໝ່ຢູ່ສະເໝີ ແລະ ມີການພັດທະນາໃໝ່ຢູ່ສະເໝີ ແລະ ມັນຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ໃນລະຫວ່າງຊ່ວງເວລາໜຶ່ງ ພຣະເຈົ້າອາດມີພາລະກິດຫຼາຍປະເພດທີ່ແຕກຕ່າງກັນ ແລະ ວິທີການນໍາພາຜູ້ຄົນທີ່ແຕກຕ່າງກັນ ເຊິ່ງເຮັດໃຫ້ຜູ້ຄົນມີທາງເຂົ້າ ແລະ ການປ່ຽນແປງໃໝ່ຢູ່ສະເໝີ. ເຈົ້າບໍ່ສາມາດແຍກແຍະພຣະບັນຍັດຂອງພາລະກິດຂອງພຣະເຈົ້າໄດ້ ຍ້ອນພຣະອົງປະຕິບັດພາລະກິດໃນວິທີໃໝ່ຢູ່ສະເໝີ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ຜູ້ຕິດຕາມຂອງພຣະເຈົ້າຈະບໍ່ຖືກຜູກມັດໂດຍກົດລະບຽບ. ພາລະກິດຂອງພຣະເຈົ້າເອງຫຼີກລ່ຽງແນວຄິດຂອງຜູ້ຄົນ ແລະ ຕໍ່ຕ້ານພວກມັນຢູ່ສະເໝີ. ມີພຽງຄົນທີ່ຕິດຕາມ ແລະ ສະແຫວງຫາພຣະເຈົ້າດ້ວຍຫົວໃຈທີ່ແທ້ຈິງຈຶ່ງສາມາດປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ສາມາດມີຊີວິດຢ່າງອິດສະຫຼະໂດຍບໍ່ຖືກກົດລະບຽບບັງຄັບ ຫຼື ຖືກຈໍາກັດໂດຍແນວຄິດທາງສາສະໜາໃດໜຶ່ງ. ພາລະກິດຂອງມະນຸດຮຽກຮ້ອງຈາກຜູ້ຄົນ ໂດຍອີງຕາມປະສົບການຂອງເຂົາເອງ ແລະ ສິ່ງທີ່ເຂົາເອງສາມາດບັນລຸໄດ້. ມາດຕະຖານຂອງເງື່ອນໄຂເຫຼົ່ານີ້ແມ່ນຖືກຈຳກັດຢູ່ພາຍໃນຂອບເຂດໃດໜຶ່ງ ແລະ ວິທີການປະຕິບັດກໍມີຂໍ້ຈຳກັດຫຼາຍເຊັ່ນດຽວກັນ. ສະນັ້ນ ຜູ້ຕິດຕາມຈຶ່ງມີຊີວິດຢູ່ພາຍໃນຂອບເຂດທີ່ຈຳກັດນີ້ຢ່າງບໍ່ມີສະຕິ; ເມື່ອເວລາຜ່ານໄປ ສິ່ງຕ່າງໆເຫຼົ່ານີ້ກໍກາຍມາເປັນກົດລະບຽບ ແລະ ພິທີກຳ. ຖ້າພາລະກິດຂອງໄລຍະໜຶ່ງຖືກນໍາພາໂດຍຜູ້ໃດຜູ້ໜຶ່ງທີ່ບໍ່ໄດ້ຜ່ານການເຮັດໃຫ້ສົມບູນໂດຍພຣະເຈົ້າເປັນການສ່ວນຕົວ ແລະ ບໍ່ໄດ້ຮັບການພິພາກສາ, ຜູ້ຕິດຕາມທັງໝົດຂອງເຂົາຈະກາຍເປັນນັກສາສະໜາ ແລະ ຜູ້ຊ່ຽວຊານໃນການຕໍ່ຕ້ານພຣະເຈົ້າ. ດ້ວຍເຫດນັ້ນ ຖ້າຜູ້ໃດໜຶ່ງເປັນຜູ້ນໍາທີ່ມີຄຸນສົມບັດ, ຄົນນັ້ນຕ້ອງຜ່ານການພິພາກສາ ແລະ ຍອມຮັບການຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ໄດ້ຜ່ານການພິພາກສາ, ເຖິງແມ່ນວ່າພວກເຂົາອາດມີພາລະກິດຂອງພຣະວິນຍານບໍລິສຸດ, ກໍພຽງແຕ່ສະແດງສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ເປັນຈິງເທົ່ານັ້ນ. ໃນເວລານັ້ນ ພວກເຂົາຈະນໍາພາຜູ້ຄົນເຂົ້າສູ່ກົດລະບຽບທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ. ພາລະກິດທີ່ພຣະເຈົ້າປະຕິບັດບໍ່ສອດຄ່ອງກັບເນື້ອໜັງຂອງມະນຸດ. ມັນບໍ່ສອດຄ່ອງກັບຄວາມຄິດຂອງມະນຸດ ແຕ່ຕໍ່ຕ້ານແນວຄິດຂອງມະນຸດ; ມັນບໍ່ໄດ້ປະປົນກັບທາດແທ້ທີ່ບໍ່ແຈ່ມແຈ້ງຂອງສາສະໜາ. ຜົນຂອງພາລະກິດຂອງພຣະເຈົ້າບໍ່ສາມາດບັນລຸໄດ້ໂດຍຜູ້ໃດຜູ້ໜຶ່ງທີ່ບໍ່ໄດ້ຖືກພຣະອົງເຮັດໃຫ້ສົມບູນ; ພວກມັນເປັນສິ່ງທີ່ຢູ່ນອກເໜືອການຢັ່ງຄິດຂອງມະນຸດ.

ພາລະກິດໃນຈິດໃຈຂອງມະນຸດແມ່ນບັນລຸຜົນໂດຍມະນຸດໄດ້ຢ່າງງ່າຍດາຍເກີນໄປ. ຕົວຢ່າງ ສິດຍາພິບານ ແລະ ຜູ້ນໍາໃນໂລກແຫ່ງສາສະໜາອາໄສພອນສະຫວັນ ແລະ ຕໍາແໜ່ງຂອງພວກເຂົາເພື່ອປະຕິບັດພາລະກິດຂອງພວກເຂົາ. ຄົນທີ່ຕິດຕາມພວກເຂົາເປັນເວລາດົນນານຈະຕິດເຊື້ອໄດ້ຮັບຜົນກະທົບຈາກພອນສະຫວັນຂອງພວກເຂົາ ແລະ ໄດ້ຮັບອິດທິພົນຈາກສິ່ງທີ່ພວກເຂົາເປັນ. ພວກເຂົາແນໃສ່ພອນສະຫວັນ, ຄວາມສາມາດ ແລະ ຄວາມຮູ້ຂອງຜູ້ຄົນ ແລະ ພວກເຂົາໃສ່ໃຈກັບສິ່ງທີ່ເໜືອທຳມະຊາດບາງຢ່າງ ແລະ ທິດສະດີຫຼາຍຢ່າງທີ່ເລິກເຊິ່ງ ແລະ ບໍ່ເປັນຈິງ (ແນ່ນອນ ທິດສະດີທີ່ເລິກເຊິ່ງເຫຼົ່ານີ້ບໍ່ສາມາດຢັ່ງເຖິງໄດ້). ພວກເຂົາບໍ່ແນໃສ່ການປ່ຽນແປງໃນອຸປະນິໄສຂອງຜູ້ຄົນ, ແຕ່ກົງກັນຂ້າມ ພວກເຂົາແນໃສ່ຝຶກຝົນການເທດສະໜາຂອງຄົນ ແລະ ປະຕິບັດພາລະກິດ, ປັບປຸງຄວາມຮູ້ຂອງຄົນ ແລະ ທິດສະດີທາງສາສະໜາທີ່ອຸດົມສົມບູນຂອງພວກເຂົາ. ພວກເຂົາບໍ່ສົນໃຈວ່າ ອຸປະນິໄສຂອງຄົນປ່ຽນແປງຫຼາຍພຽງໃດ ຫຼື ຜູ້ຄົນເຂົ້າໃຈຄວາມຈິງຫຼາຍພຽງໃດ. ພວກເຂົາບໍ່ສົນໃຈກັບແກ່ນແທ້ຂອງຜູ້ຄົນ ແລະ ແຮງໄກທີ່ພວກເຂົາຈະພະຍາຍາມຮູ້ຈັກສະພາວະທີ່ທຳມະດາ ແລະ ບໍ່ທຳມະດາຂອງຜູ້ຄົນເລີຍ. ພວກເຂົາບໍ່ຕໍ່ຕ້ານແນວຄິດຂອງຜູ້ຄົນ ຫຼື ພວກເຂົາບໍ່ເປີດເຜີຍແນວຄິດຂອງພວກເຂົາ, ແຮງໄກທີ່ພວກເຂົາຈະລິຮານຜູ້ຄົນສຳລັບຄວາມຂາດຕົກບົກຜ່ອງ ຫຼື ການເສື່ອມຊາມຂອງພວກເຂົາເລີຍ. ຄົນສ່ວນໃຫຍ່ທີ່ຕິດຕາມພວກເຂົາກໍຮັບໃຊ້ດ້ວຍພອນສະຫວັນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາສະແດງອອກມາມີພຽງແນວຄິດທາງສາສະໜາ ແລະ ທິດສະດີໃນສາສະໜາສາດ, ເຊິ່ງບໍ່ໄດ້ສຳຜັດກັບຄວາມເປັນຈິງ ແລະ ບໍ່ສາມາດໃຫ້ມອບຊີວິດໃຫ້ແກ່ຜູ້ຄົນແທ້ໆ. ໃນຄວາມຈິງ ແກ່ນແທ້ຂອງພາລະກິດຂອງພວກເຂົາແມ່ນການບຳລຸງລ້ຽງພອນສະຫວັນ, ລ້ຽງດູບຸກຄົນທີ່ບໍ່ມີຫຍັງເລີຍໃຫ້ກາຍເປັນຜູ້ສຳເລັດທີ່ມີພອນສະຫວັນຈາກການສຳມະນາ ເຊິ່ງຕໍ່ມາກໍໄດ້ເປັນຜູ້ປະຕິບັດພາລະກິດ ແລະ ນໍາພາ. ເຈົ້າສາມາດແຍກແຍະພຣະບັນຍັດໃດໜຶ່ງໃນຫົກພັນປີແຫ່ງພາລະກິດຂອງພຣະເຈົ້າບໍ? ມີກົດລະບຽບ ແລະ ຂໍ້ກຳນົດຫຼາຍຢ່າງໃນພາລະກິດທີ່ມະນຸດປະຕິບັດ ແລະ ສະໝອງຂອງມະນຸດກໍດື້ດ້ານເກີນໄປ. ສະນັ້ນ ສິ່ງທີ່ມະນຸດສະແດງອອກແມ່ນຄວາມຮູ້ ແລະ ການເປັນຈິງທີ່ຢູ່ພາຍໃນຂອບເຂດປະສົບການຂອງເຂົາ. ມະນຸດບໍ່ສາມາດສະແດງສິ່ງໃດກໍຕາມນອກຈາກສິ່ງນີ້. ປະສົບການ ຫຼື ຄວາມຮູ້ຂອງມະນຸດບໍ່ໄດ້ເກີດຈາກພອນສະຫວັນມາຕັ້ງແຕ່ເກີດຂອງເຂົາ ຫຼື ສັນຊາດຕະຍານຂອງເຂົາ; ພວກມັນເກີດຂຶ້ນກໍຍ້ອນການນໍາພາຂອງພຣະເຈົ້າ ແລະ ການດູແລໂດຍກົງຂອງພຣະເຈົ້າ. ມະນຸດມີພຽງແຕ່ໜ້າທີ່ຮັບເອົາການດູແລນີ້ ແລະ ບໍ່ມີໜ້າທີ່ສະແດງອອກສິ່ງທີ່ເປັນພຣະເຈົ້າໂດຍກົງ. ມະນຸດບໍ່ສາມາດເປັນແຫຼ່ງກຳເນີດໄດ້; ເຂົາພຽງແຕ່ສາມາດເປັນພາຊະນະທີ່ຮັບນໍ້າຈາກແຫຼ່ງກຳເນີດ; ນີ້ແມ່ນສັນຊາດຕະຍານຂອງມະນຸດ, ເຊິ່ງເປັນໜ້າທີ່ໆຄົນໜຶ່ງຕ້ອງມີໃນຖານະທີ່ເປັນມະນຸດ. ຖ້າບຸກຄົນໜຶ່ງສູນເສຍໜ້າທີ່ໆຈະຍອມຮັບພຣະທຳຂອງພຣະເຈົ້າ ແລະ ສູນເສຍສັນຊາດຕະຍານຂອງມະນຸດ, ຄົນນັ້ນກໍສູນເສຍສິ່ງທີ່ລໍ້າຄ່າທີ່ສຸດເຊັ່ນດຽວກັນ, ບຸກຄົນນັ້ນຍັງ ສູນເສຍໜ້າທີ່ຂອງມະນຸດທີ່ຖືກສ້າງ. ຖ້າຄົນໜຶ່ງບໍ່ມີຄວາມຮູ້ ຫຼື ປະສົບການກ່ຽວກັບພຣະທຳຂອງພຣະເຈົ້າ ຫຼື ພາລະກິດຂອງພຣະອົງ, ຄົນນັ້ນກໍສູນເສຍໜ້າທີ່ຂອງເຂົາ, ໜ້າທີ່ໆເຂົາຄວນປະຕິບັດໃນຖານະທີ່ເປັນສິ່ງທີ່ຖືກສ້າງ ແລະ ສູນເສຍສັກສີຂອງການເປັນສິ່ງທີ່ຖືກສ້າງ. ມັນເປັນສັນຊາດຕະຍານຂອງພຣະເຈົ້າທີ່ຈະສະແດງໃຫ້ເຫັນວ່າ ຄວາມເປັນພຣະເຈົ້າແມ່ນຫຍັງ, ບໍ່ວ່າຄວາມເປັນພຣະເຈົ້າຈະຖືກສະແດງອອກໃນເນື້ອໜັງ ຫຼື ໂດຍພຣະວິນຍານໂດຍກົງ; ນີ້ແມ່ນພັນທະກິດຂອງພຣະເຈົ້າ. ມະນຸດສະແດງປະສົບການ ຫຼື ຄວາມຮູ້ຂອງເຂົາເອງ (ນັ້ນກໍຄື ສະແດງສິ່ງທີ່ເຂົາເປັນ) ໃນລະຫວ່າງພາລະກິດຂອງພຣະເຈົ້າ ຫຼື ພາຍຫຼັງ; ນີ້ແມ່ນສັນຊາດຕະຍານຂອງມະນຸດ ແລະ ໜ້າທີ່ຂອງມະນຸດ ແລະ ມັນແມ່ນສິ່ງທີ່ມະນຸດຄວນບັນລຸ. ເຖິງແມ່ນການສະແເດງອອກຂອງມະນຸດບໍ່ເປັນໄປຕາມສິ່ງທີ່ພຣະເຈົ້າສະແດງອອກ ແລະ ເຖິງແມ່ນການສະແດງອອກຂອງມະນຸດຖືກຜູກມັດໂດຍກົດລະບຽບຫຼາຍຢ່າງ, ມະນຸດຕ້ອງເຮັດໃຫ້ໜ້າທີ່ ທີ່ເຂົາຄວນເຮັດໃຫ້ສຳເລັດນັ້ນສຳເລັດລົງ ແລະ ປະຕິບັດໃນສິ່ງທີ່ພວກເຂົາຕ້ອງປະຕິບັດ. ມະນຸດຄວນປະຕິບັດທຸກສິ່ງທີ່ມະນຸດສາມາດເຮັດເພື່ອປະຕິບັດໜ້າທີ່ຂອງເຂົາ ແລະ ເຂົາບໍ່ຄວນມີການລະເວັ້ນແມ່ນແຕ່ໜ້ອຍດຽວ.

ຫຼັງຈາກການປະຕິບັດພາລະກິດເປັນເວລາຫຼາຍປີ, ມະນຸດຈະສະຫຼຸບປະສົບການໃນຫຼາຍປີທີ່ປະຕິບັດພາລະກິດຂອງເຂົາ ພ້ອມທັງສະຕິປັນຍາ ແລະ ກົດລະບຽບທີ່ເຂົາຮວບໂຮມໄດ້. ຄົນທີ່ປະຕິບັດພາລະກິດເປັນເວລາດົນນານກໍຮູ້ຈັກວິທີການສຳຜັດການເຄື່ອນໄຫວແຫ່ງພາລະກິດຂອງພຣະວິນຍານບໍລິສຸດ; ເຂົາຮູ້ຈັກວິທີການສົນທະນາ ໃນຂະນະທີ່ແບກພາລະ; ແລະ ເຂົາມີສະຕິກ່ຽວກັບສະພາວະປົກກະຕິໃນພາລະກິດຂອງພຣະວິນຍານບໍລິສຸດ ແລະ ສະພາວະປົກກະຕິຂອງການເຕີບໃຫຍ່ໃນຊີວິດຂອງຜູ້ຄົນ. ຄົນດັ່ງກ່າວແມ່ນຄົນທີ່ໄດ້ປະຕິບັດພາລະກິດເປັນເວລາຫຼາຍປີ ແລະ ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ໄດ້ປະຕິບັດພາລະກິດເປັນເວລາດົນນານເວົ້າຢ່າງໝັ້ນໃຈ ແລະ ບໍ່ຮີບຮ້ອນ; ເຖິງແມ່ນໃນເວລາທີ່ພວກເຂົາບໍ່ມີຫຍັງເວົ້າ ພວກເຂົາກໍຈະງຽບສະຫງົບ. ຂ້າງໃນພວກເຂົາສາມາດສືບຕໍ່ອະທິຖານເພື່ອສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຊື່ອຟັງພຣະເຈົ້າຢ່າງແທ້ຈິງ; ພວກເຂົາມີປະສົບການໃນການປະຕິບັດພາລະກິດ. ຄົນທີ່ໄດ້ປະຕິບັດພາລະກິດເປັນເວລາດົນນານ ຜູ້ເຊິ່ງມີປະສົບການຫຼາຍ ແລະ ໄດ້ຮຽນຮູ້ຫຼາຍບົດຮຽນ ແມ່ນມີຫຼາຍຢ່າງຢູ່ຂ້າງໃນທີ່ເປັນອຸປະສັກຕໍ່ພາລະກິດຂອງພຣະວິນຍານບໍລິສຸດ; ນີ້ແມ່ນຄວາມບົກຜ່ອງຂອງພາລະກິດໄລຍະຍາວຂອງເຂົາ. ຄົນທີ່ຫາກໍເລີ່ມຕົ້ນປະຕິບັດພາລະກິດຍັງບໍ່ຖືກເຈືອປົນໂດຍບົດຮຽນ ຫຼື ປະສົບການຂອງມະນຸດ ແລະ ມຶນງົງໂດຍສະເພາະກ່ຽວກັບວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ. ເຖິງຢ່າງໃດກໍຕາມ ໃນລະຫວ່າງຊ່ວງເວລາຂອງພາລະກິດ ເຂົາກໍຮຽນຮູ້ເທື່ອລະໜ້ອຍທີ່ຈະຮູ້ສຶກເຖິງວິທີການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ ແລະ ເລີ່ມມີຮັບຮູ້ໃນສິ່ງທີ່ຕ້ອງເຮັດເພື່ອໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ, ສິ່ງທີ່ຕ້ອງເຮັດເພື່ອໂຈມຕີຈຸດສຳຄັນຂອງຄົນອື່ນແທ້ໆ ແລະ ສິ່ງອື່ນໆ ເຊັ່ນ: ຄວາມຮູ້ສາມັນ ເຊິ່ງຄົນທີ່ປະຕິບັດພາລະກິດຄວນມີ. ຕະຫຼອດເວລາ ເຂົາໄດ້ມາຮູ້ຈັກສະຕິປັນຍາດັ່ງກ່າວ ແລະ ຄວາມຮູ້ສາມັນກ່ຽວກັບການປະຕິບັດພາລະກິດຄືກັບຫຼັງມືຂອງພວກເຂົາ ແລະ ເບິ່ງຄືຈະນໍາໃຊ້ມັນຢ່າງງ່າຍດາຍເມື່ອກຳລັງປະຕິບັດພາລະກິດ. ເຖິງຢ່າງໃດກໍຕາມ ເມື່ອພຣະວິນຍານບໍລິສຸດປ່ຽນແປງວິທີທີ່ພຣະອົງປະຕິບັດພາລະກິດ, ເຂົາກໍຍັງຍຶດຕິດກັບຄວາມຮູ້ເດີມຂອງເຂົາກ່ຽວກັບພາລະກິດ ແລະ ກົດລະບຽບເດີມກ່ຽວກັບພາລະກິດ ແລະ ຮູ້ຈັກພຽງໜ້ອຍດຽວກ່ຽວກັບການເຄື່ອນໄຫວໃໝ່ຂອງພາລະກິດ. ຫຼາຍປີໃນການປະຕິບັດພາລະກິດ ແລະ ການເຕັມໄປດ້ວຍການສະຖິດ ແລະ ການນໍາພາຂອງພຣະວິນຍານບໍລິສຸດ ເຮັດໃຫ້ເຂົາໄດ້ຮັບບົດຮຽນຫຼາຍຂຶ້ນກ່ຽວກັບພາລະກິດ ແລະ ຍິ່ງມີປະສົບການຫຼາຍຂຶ້ນ. ສິ່ງດັ່ງກ່າວໄດ້ເຕີມເຕັມເຂົາດ້ວຍຄວາມໝັ້ນໃຈໃນຕົວເອງເຊິ່ງບໍ່ແມ່ນຄວາມພາກພູມໃຈເລີຍ. ເວົ້າອີກຢ່າງໜຶ່ງກໍຄື ເຂົາຂ້ອນຂ້າງພໍໃຈກັບພາລະກິດຂອງເຂົາເອງ ແລະ ພໍໃຈກັບຄວາມຮູ້ສາມັນທີ່ເຂົາໄດ້ຮັບ ເຊິ່ງກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ. ໂດຍສະເພາະແລ້ວ ການໄດ້ຮັບ ຫຼື ການຮັບຮູ້ສິ່ງເຫຼົ່ານີ້ທີ່ຄົນມີບໍ່ໄດ້ເຮັດໃຫ້ພວກເຂົາຍິ່ງມີຄວາມໝັ້ນໃຈໃນຕົນເອງຫຼາຍຂຶ້ນ; ມັນເບິ່ງຄືກັບວ່າ ພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ພາຍໃນຕົວເຂົາບໍ່ສາມາດເຮັດໃຫ້ມອດດັບໄດ້, ໃນຂະນະທີ່ຄົນອື່ນບໍ່ມີຄຸນສົມບັດທີ່ຈະໄດ້ຮັບການປະຕິບັດທີ່ພິເສດນີ້. ມີພຽງຄົນປະເພດແບບເຂົາ ຜູ້ທີ່ໄດ້ປະຕິບັດພາລະກິດເປັນເວລາຫຼາຍປີ ແລະ ມີຄຸນຄ່ານໍາໃຊ້ທີ່ສຳຄັນຈຶ່ງມີຄຸນສົມບັດໃນການຮັບສິ່ງນັ້ນ. ສິ່ງເຫຼົ່ານີ້ກາຍມາເປັນອຸປະສັກທີ່ຍິ່ງໃຫຍ່ສຳລັບພວກເຂົາໃນການຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ເຖິງແມ່ນເຂົາສາມາດຍອມຮັບພາລະກິດໃໝ່, ເຂົາກໍບໍ່ສາມາດເຮັດໄດ້ພຽງຂ້າມຄືນ. ເຂົາຕ້ອງຜ່ານສະຖານະການສະຫຼັບຊັບຊ້ອນກ່ອນທີ່ຈະຍອມຮັບມັນໄດ້ຢ່າງແນ່ນອນ. ສະຖານະການນີ້ພຽງແຕ່ສາມາດຖືກປີ້ນກັບເທື່ອລະໜ້ອຍ, ຫຼັງຈາກທີ່ແນວຄວາມຄິດເກົ່າຂອງເຂົາຖືກລິຮານ ແລະ ອຸປະນິໄສເກົ່າຂອງເຂົາຖືກພິພາກສາ. ຫາກປາສະຈາກການຜ່ານຂັ້ນຕອນເຫຼົ່ານີ້ ພວກເຂົາຈະບໍ່ປ່ອຍໄປ ແລະ ຍອມຮັບຄຳສັ່ງສອນໃໝ່ ແລະ ພາລະກິດທີ່ບໍ່ສອດຄ່ອງກັບແນວຄິດເດີມຂອງເຂົາຢ່າງງ່າຍດາຍ. ນີ້ຄືສິ່ງທີ່ຍາກສຸດກ່ຽວກັບການຈັດການມະນຸດ ແລະ ມັນບໍ່ງ່າຍທີ່ຈະປ່ຽນແປງ. ໃນຖານະທີ່ເປັນຄົນປະຕິບັດພາລະກິດ ຖ້າເຂົາສາມາດບັນລຸຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດທັນທີ ແລະ ສະຫຼຸບການເຄື່ອນໄຫວຂອງພາລະກິດນັ້ນ ແລະ ຖ້າເຂົາສາມາດທີ່ຈະບໍ່ຖືກຈຳກັດໂດຍປະສົບການ ໃນພາລະກິດຂອງເຂົາ ແລະ ຍອມຮັບພາລະກິດໃໝ່ຕາມຄວາມຈິງແຫ່ງພາລະກິດເກົ່າ, ແລ້ວເຂົາແມ່ນຄົນທີ່ມີສະຕິປັນຍາ ແລະ ຄົນປະຕິບັດພາລະກິດທີ່ມີຄຸນສົມບັດ. ຜູ້ຄົນເປັນແບບນີ້ຢູ່ເລື້ອຍໆ: ພວກເຂົາປະຕິບັດພາລະກິດເປັນເວລາຫຼາຍປີໂດຍບໍ່ສາມາດສະຫຼຸບປະສົບການໃນພາລະກິດຂອງພວກເຂົາ ຫຼື ຫຼັງຈາກທີ່ໄດ້ສະຫຼຸບປະສົບການ ແລະ ສະຕິປັນຍາຂອງພວກເຂົາທີ່ກ່ຽວຂ້ອງກັບພາລະກິດ, ພວກເຂົາກໍຖືກຂັດຂວາງບໍ່ໃຫ້ຍອມຮັບພາລະກິດໃໝ່ ແລະ ບໍ່ສາມາດເຂົ້າໃຈຢ່າງເໝາະສົມ ຫຼື ປະຕິບັດຕໍ່ພາລະກິດທີ່ເກົ່າ ແລະ ໃໝ່ຢ່າງຖືກຕ້ອງ. ຜູ້ຄົນເປັນສິ່ງທີ່ຈັດການຍາກແທ້ໆ! ພວກເຈົ້າສ່ວນໃຫຍ່ເປັນແບບນີ້. ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດເປັນເວລາຫຼາຍປີກໍພົບວ່າ ມັນຍາກທີ່ຈະຍອມຮັບພາລະກິດໃໝ່ ແລະ ພວກເຂົາເຕັມໄປດ້ວຍແນວຄິດຢູ່ທີ່ພວກເຂົາບໍ່ສາມາດໂຍນຖິ້ມຢູ່ສະເໝີ, ໃນຂະນະທີ່ມະນຸດທີ່ຫາກໍເລີ່ມຕົ້ນປະຕິບັດພາລະກິດພັດຂາດຄວາມຮູ້ສາມັນກ່ຽວກັບພາລະກິດ ແລະ ບໍ່ຮູ້ແມ່ນແຕ່ວິທີຈັດການກັບບັນຫາບາງຢ່າງທີ່ເລັກນ້ອຍທີ່ສຸດ. ພວກເຈົ້າເປັນຄົນທີ່ຫຍຸ້ງຍາກແທ້ໆ! ຄົນທີ່ມີຄວາມເປັນອາວຸໂສບາງຢ່າງກໍພາກພູມໃຈຫຼາຍ ແລະ ທະນົງຕົວວ່າຈົນພວກເຂົາລືມວ່າ ພວກເຂົາມາຈາກໃສ. ພວກເຂົາດູຖູກຄົນໜຸ່ມກວ່າຢູ່ສະເໝີ ແຕ່ພວກເຂົາບໍ່ສາມາດຍອມຮັບພາລະກິດໃໝ່ ແລະ ປະຖິ້ມແນວຄິດທີ່ພວກເຂົາໄດ້ສະສົມ ແລະ ຮັກສາເປັນເວລາຫຼາຍປີ. ເຖິງແມ່ນຄົນໜຸ່ມນ້ອຍທີ່ໂງ່ຈ້າເຫຼົ່ານັ້ນຈະສາມາດຍອມຮັບພາລະກິດໃໝ່ທີ່ເລັກນ້ອຍຂອງພຣະວິນຍານບໍລິສຸດ ແລະ ຂ້ອນຂ້າງຈະກະຕືລືລົ້ນ, ພວກເຂົາກໍສັບສົນຢູ່ສະເໝີ ແລະ ບໍ່ຮູ້ວ່າຈະເຮັດແນວໃດເມື່ອບັນຫາເກີດຂຶ້ນ. ພວກເຂົາກະຕືລືລົ້ນ ແຕ່ໂງ່ຈ້າ. ພວກເຂົາພຽງແຕ່ມີຄວາມຮູ້ເລັກນ້ອຍກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ສາມາດນໍາໃຊ້ມັນໃນຊີວິດຂອງພວກເຂົາ; ມັນເປັນພຽງທິດສະດີທີ່ບໍ່ມີປະໂຫຍດເລີຍ. ມີຫຼາຍຄົນທີ່ຄ້າຍຄືກັນກັບພວກເຈົ້າ; ມີຈັກຄົນທີ່ເໝາະສົມແກ່ການນໍາໃຊ້? ມີຈັກຄົນທີ່ສາມາດອ່ອນນ້ອມຕໍ່ແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດ ແລະ ຈັດການໃຫ້ສອດຄອ່ງກັບເຈດຕະນາຂອງພຣະເຈົ້າ? ມັນເບິ່ງຄືກັບວ່າ ພວກເຈົ້າເຫຼົ່ານັ້ນທີ່ເຄີຍເປັນຜູ້ຕິດຕາມຈົນຮອດປັດຈຸບັນໄດ້ອ່ອນນ້ອມຫຼາຍ, ແຕ່ໃນຄວາມຈິງ ພວກເຈົ້າບໍ່ເຄີຍປະຖິ້ມແນວຄິດຂອງພວກເຈົ້າເລີຍ, ພວກເຈົ້າຍັງສະແຫວງຫາໃນພຣະຄຳພີ, ເຊື່ອໃນຄວາມບໍ່ແຈ່ມແຈ້ງ ຫຼື ຫຼົງທາງໃນແນວຄິດ. ບໍ່ມີໃຜທີ່ສືບສວນພາລະກິດທີ່ແທ້ຈິງໃນປັດຈຸບັນຢ່າງລະມັດລະວັງ ຫຼື ລົງເລິກກັບພາລະກິດນັ້ນ. ພວກເຈົ້າກຳລັງຍອມຮັບວິທີທາງແຫ່ງປັດຈຸບັນດ້ວຍແນວຄິດເດີມຂອງພວກເຈົ້າ. ພວກເຈົ້າຈະສາມາດຮັບຫຍັງຈາກຄວາມເຊື່ອດັ່ງກ່າວ? ມັນສາມາດເວົ້າໄດ້ວ່າ ມີແນວຄິດຫຼາຍຢ່າງທີ່ເຊື່ອງຊ້ອນໃນຕົວພວກເຈົ້າທີ່ບໍ່ຖືກເປີດເຜີຍເທື່ອ ແລະ ພວກເຈົ້າພຽງແຕ່ພະຍາຍາມຢ່າງສຸດຂີດເພື່ອປິດບັງແນວຄິດເຫຼົ່ານັ້ນ, ບໍ່ເປີດເຜີຍພວກມັນຢ່າງງ່າຍດາຍ. ພວກເຈົ້າບໍ່ຍອມຮັບພາລະກິດໃໝ່ຢ່າງຈິງໃຈ ແລະ ພວກເຈົ້າບໍ່ວາງແຜນທີ່ຈະປະຖິ້ມແນວຄິດເດີມຂອງພວກເຈົ້າ; ພວກເຈົ້າມີປັດຊະຍາສຳລັບການຈັດການທາງໂລກຫຼາຍເກີນໄປ ແລະ ພວກມັນກໍມີຢູ່ຢ່າງຫຼວງຫຼາຍ. ພວກເຈົ້າບໍ່ປະຖິ້ມແນວຄິດເດີມຂອງພວກເຈົ້າ ແລະ ພວກເຈົ້າຈັດການກັບພາລະກິດໃໝ່ຢ່າງບໍ່ເຕັມໃຈ. ຫົວໃຈຂອງພວກເຈົ້າຊົ່ວຮ້າຍແທ້ໆ ແລະ ພວກເຈົ້າພຽງແຕ່ບໍ່ນໍາບາດກ້າວແຫ່ງພາລະກິດໃໝ່ເຂົ້າສູ່ຫົວໃຈເລີຍ. ຄົນເສດເຫຼືອແບບພວກເຈົ້າຈະສາມາດປະຕິບັດພາລະກິດແຫ່ງການເຜີຍແຜ່ຂ່າວປະເສີດໄດ້ບໍ? ພວກເຈົ້າຈະສາມາດຮັບພາລະກິດແຫ່ງການເຜີຍແຜ່ຂ່າວປະເສີດໄປທົ່ວທັງຈັກກະວານໄດ້ບໍ? ການປະຕິບັດເຫຼົ່ານີ້ຂອງພວກເຈົ້າກຳລັງຢຸດພວກເຈົ້າບໍ່ໃຫ້ປ່ຽນແປງອຸປະນິໄສຂອງພວກເຈົ້າ ແລະ ບໍ່ໃຫ້ຮູ້ຈັກພຣະເຈົ້າ. ຖ້າພວກເຈົ້າຍັງສືບຕໍ່ເປັນແບບນີ້ ພວກເຈົ້າກໍຈະຖືກກຳຈັດຢ່າງແນ່ນອນ.

ພວກເຈົ້າຕ້ອງຮູ້ຈັກຈຳແນກພາລະກິດຂອງພຣະເຈົ້າຈາກພາລະກິດຂອງມະນຸດ. ເຈົ້າສາມາດເຫັນຫຍັງໃນພາລະກິດຂອງມະນຸດ? ມີອົງປະກອບຫຼາຍຢ່າງກ່ຽວກັບປະສົບການຂອງມະນຸດໃນພາລະກິດຂອງເຂົາ; ສິ່ງທີ່ມະນຸດສະແດງອອກກໍຄືສິ່ງທີ່ເຂົາເປັນ. ພາລະກິດຂອງພຣະເຈົ້າເອງກໍສະແດງອອກເຖິງສິ່ງທີ່ພຣະອົງເປັນ ແຕ່ສິ່ງທີ່ພຣະອົງເປັນແມ່ນແຕກຕ່າງຈາກສິ່ງທີ່ມະນຸດເປັນ. ສິ່ງທີ່ມະນຸດເປັນແມ່ນຕົວແທນຂອງປະສົບການ ແລະ ຊີວິດຂອງມະນຸດ (ສິ່ງທີ່ມະນຸດຜະເຊີນ ຫຼື ພົບພໍ້ໃນຊີວິດຂອງເຂົາ ຫຼື ປັດຊະຍາສຳລັບການຈັດການທາງໂລກທີ່ເຂົາມີ) ແລະ ຄົນທີ່ມີຊີວິດໃນສະພາບແວດລ້ອມທີ່ແຕກຕ່າງກັນກໍສະແດງເຖິງການເປັນຢູ່ທີ່ແຕກຕ່າງກັນ. ບໍ່ວ່າເຈົ້າມີປະສົບການໃນສັງຄົມ ຫຼື ບໍ່ ແລະ ເຈົ້າມີຊີວິດຢ່າງແທ້ຈິງແນວໃດໃນຄອບຄົວຂອງເຈົ້າ ແລະ ມີປະສົບການໃນຄອບຄົວຂອງເຈົ້າແນວໃດ ແມ່ນສາມາດເຫັນໄດ້ຈາກສິ່ງທີ່ເຈົ້າສະແດງອອກ, ໃນຂະນະທີ່ເຈົ້າບໍ່ສາມາດເຫັນຈາກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດວ່າ ພຣະອົງຈະມີປະສົບການໃນສັງຄົມ ຫຼື ບໍ່. ພຣະອົງຮັບຮູ້ເຖິງທາດແທ້ຂອງມະນຸດເປັນຢ່າງດີ ແລະ ສາມາດເປີດເຜີຍການປະຕິບັດທຸກປະເພດທີ່ເປັນຂອງຄົນທຸກປະເພດ. ພຣະອົງຍິ່ງດີກວ່າໃນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ພຶດຕິກຳທີ່ເປັນກະບົດຂອງມະນຸດ. ພຣະອົງບໍ່ມີຊີວິດຢູ່ທ່າມກາງຄົນໃນໂລກ, ແຕ່ພຣະອົງຮັບຮູ້ເຖິງທຳມະຊາດຂອງມະນຸດ ແລະ ຄວາມເສື່ອມຊາມທັງໝົດຂອງຄົນໃນໂລກ. ນີ້ຄືສິ່ງທີ່ພຣະອົງເປັນ. ເຖິງແມ່ນວ່າ ພຣະອົງບໍ່ຈັດການກັບໂລກ, ພຣະອົງກໍຮູ້ຈັກກົດລະບຽບໃນການຈັດການກັບໂລກ ຍ້ອນພຣະອົງເຂົ້າໃຈເຖິງທຳມະຊາດຂອງມະນຸດຢ່າງສົມບູນ. ພຣະອົງຮູ້ຈັກກ່ຽວກັບພາລະກິດຂອງພຣະວິນຍານທີ່ຕາຂອງມະນຸດບໍ່ສາມາດເຫັນໄດ້ ແລະ ຫູຂອງມະນຸດບໍ່ສາມາດໄດ້ຍິນ ທັງໃນປັດຈຸບັນ ແລະ ໃນອະດີດ. ນີ້ລວມເຖິງສະຕິປັນຍາທີ່ບໍ່ແມ່ນປັດຊະຍາສຳລັບການຈັດການທາງໂລກ ແລະ ສິ່ງອັດສະຈັນທີ່ໃຫ້ຜູ້ຄົນຢັ່ງເຖິງໄດ້ຍາກ. ນີ້ຄືສິ່ງທີ່ພຣະອົງເປັນ ນັ້ນກໍຄື ເປີດເຜີຍກັບຜູ້ຄົນ ແລະ ຍັງລີ້ລັບຈາກຜູ້ຄົນ. ສິ່ງທີ່ພຣະອົງສະແດງອອກບໍ່ແມ່ນສິ່ງທີ່ຄົນພິເສດເປັນ, ແຕ່ເປັນຄຸນລັກສະນະໂດຍທຳມະຊາດ ແລະ ການເປັນຢູ່ຂອງພຣະວິນຍານ. ພຣະອົງບໍ່ໄດ້ເດີນທາງອ້ອມໂລກ ແຕ່ຮູ້ຈັກທຸກສິ່ງກ່ຽວກັບໂລກ. ພຣະອົງພົບພໍ້ “ລີງໂທນ” ຜູ້ເຊິ່ງບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈ, ແຕ່ພຣະອົງສະແດງພຣະທຳທີ່ຢູ່ເໜືອກວ່າຄວາມຮູ້ ແລະ ເໜືອກວ່າມະນຸດທີ່ຍິ່ງໃຫຍ່. ພຣະອົງມີຊີວິດຢູ່ທ່າມກາງກຸ່ມຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ສຶກ ຜູ້ເຊິ່ງບໍ່ມີຄວາມເປັນມະນຸດ ແລະ ຜູ້ເຊິ່ງບໍ່ເຂົ້າໃຈທຳນຽມ ແລະ ຊີວິດຂອງມະນຸດ, ແຕ່ພຣະອົງສາມາດຮຽກຮ້ອງໃຫ້ມະນຸດຊາດໃຊ້ຊີວິດຕາມຄວາມເປັນມະນຸດທຳມະດາໄດ້, ໃນຂະນະດຽວກັນກໍເປີດເຜີຍພື້ນຖານ ແລະ ຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງມະນຸດຊາດ. ທຸກສິ່ງນີ້ແມ່ນສິ່ງທີ່ພຣະອົງເປັນ ເຊິ່ງສູງກວ່າຄົນທີ່ມີເນື້ອໜັງ ແລະ ເລືອດເນື້ອ. ສຳລັບພຣະອົງ ມັນບໍ່ຈຳເປັນທີ່ຕ້ອງຜະເຊີນກັບຊີວິດສັງຄົມທີ່ຊັບຊ້ອນ, ຫຍຸ້ງຍາກ ແລະ ສົກກະປົກເພື່ອປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ ແລະ ເປີດເຜີຍເຖິງທາດແທ້ຂອງມະນຸດຊາດທີ່ເສື່ອມຊາມຢ່າງທົ່ວເຖິງ. ຊີວິດສັງຄົມທີ່ສົກກະປົກບໍ່ໄດ້ສັ່ງສອນເນື້ອໜັງຂອງພຣະອົງ. ພາລະກິດ ແລະ ພຣະທຳຂອງພຣະອົງພຽງແຕ່ເປີດເຜີຍການກະບົດຂອງມະນຸດ ແລະ ບໍ່ໄດ້ຈັດກຽມມະນຸດດ້ວຍປະສົບການ ແລະ ບົດຮຽນໃນການຈັດການກັບໂລກນີ້. ພຣະອົງບໍ່ຕ້ອງສືບສວນສັງຄົມ ຫຼື ຄອບຄົວຂອງມະນຸດ ເມື່ອພຣະອົງຈັດຕຽມມະນຸດດ້ວຍຊີວິດ. ການເປີດເຜີຍ ແລະ ການພິພາກສາມະນຸດບໍ່ແມ່ນການສະແດງອອກເຖິງປະສົບການຂອງເນື້ອໜັງຂອງພຣະອົງ; ມັນເປັນການເປີດເຜີຍເຖິງຄວາມບໍ່ຊອບທຳຂອງມະນຸດຫຼັງຈາກທີ່ຮູ້ຈັກຄວາມກະບົດຂອງມະນຸດເປັນເວລາດົນນານ ແລະ ກຽດຊັງຄວາມເສື່ອມຊາມຂອງມະນຸດຊາດ. ພາລະກິດທີ່ພຣະອົງປະຕິບັດທັງໝົດແມ່ນການເປີດເຜີຍອຸປະນິໄສໃຫ້ກັບມະນຸດ ແລະ ສະແດງເຖິງການເປັນຢູ່ຂອງພຣະອົງ. ມີພຽງແຕ່ພຣະເຈົ້າທີ່ສາມາດປະຕິບັດພາລະກິດນີ້, ມັນບໍ່ແມ່ນສິ່ງທີ່ຄົນມີເນື້ອໜັງ ແລະ ເລືອດເນື້ອສາມາດເຮັດໃຫ້ສຳເລັດໄດ້. ຈາກພາລະກິດຂອງພຣະອົງ ມະນຸດບໍ່ສາມາດບອກໄດ້ວ່າ ພຣະອົງເປັນຄົນປະເພດໃດ. ມະນຸດຍັງບໍ່ສາມາດຈັດແບ່ງພຣະອົງໃຫ້ເປັນຄົນປະເພດທີ່ຖືກສ້າງບົນພື້ນຖານແຫ່ງພາລະກິດຂອງພຣະອົງ. ສິ່ງທີ່ພຣະອົງເປັນຍັງເຮັດໃຫ້ພຣະອົງບໍ່ສາມາດຖືກຈັດແບ່ງໃຫ້ເປັນຄົນປະເພດທີ່ຖືກສ້າງ. ມະນຸດພຽງແຕ່ສາມາດພິຈາລະນາໃຫ້ພຣະອົງເປັນສິ່ງທີ່ບໍ່ແມ່ນມະນຸດ, ແຕ່ບໍ່ຮູ້ຈັກຈັດແບ່ງພຣະອົງຢູ່ໃນປະເພດໃດ, ສະນັ້ນ ມະນຸດຈຶ່ງຖືກບັງຄັບໃຫ້ຈັດພຣະອົງຢູ່ໃນປະເພດຂອງພຣະເຈົ້າ. ມັນບໍ່ສົມເຫດສົມຜົນສຳລັບມະນຸດທີ່ຈະເຮັດແບບນີ້, ຍ້ອນພຣະເຈົ້າໄດ້ສຳເລັດພາລະກິດຫຼາຍຢ່າງທ່າມກາງຜູ້ຄົນ ເຊິ່ງມະນຸດບໍ່ສາມາດເຮັດໄດ້.

ພາລະກິດທີ່ພຣະເຈົ້າປະຕິບັດບໍ່ໄດ້ເປັນຕົວແທນໃຫ້ແກ່ປະສົບການຂອງເນື້ອໜັງຂອງພຣະອົງ; ພາລະກິດທີ່ມະນຸດປະຕິບັດເປັນຕົວແທນໃຫ້ແກ່ປະສົບການຂອງມະນຸດ. ທຸກຄົນເວົ້າກ່ຽວກັບປະສົບການສ່ວນຕົວຂອງພວກເຂົາ. ພຣະເຈົ້າສາມາດສະແດງຄວາມຈິງໂດຍກົງ, ໃນຂະນະທີ່ມະນຸດພຽງແຕ່ສາມາດສະແດງປະສົບການທີ່ສອດຄ່ອງກັບການຜະເຊີນກັບຄວາມຈິງຂອງເຂົາເທົ່ານັ້ນ. ພາລະກິດຂອງພຣະເຈົ້າບໍ່ມີກົດລະບຽບ ແລະ ບໍ່ຢູ່ພາຍໃຕ້ເວລາ ຫຼື ຂໍ້ຈຳກັດທາງພູມສາດ. ພຣະອົງສາມາດສະແດງສິ່ງທີ່ພຣະອົງເປັນໃນເວລາໃດກໍໄດ້, ຢູ່ໃສກໍໄດ້. ພຣະອົງປະຕິບັດພາລະກິດດັ່ງທີ່ພຣະອົງພໍໃຈ. ພາລະກິດຂອງມະນຸດມີເງື່ອນໄຂ ແລະ ບໍລິບົດ; ຫາກປາສະຈາກສິ່ງເຫຼົ່ານັ້ນ ເຂົາກໍບໍ່ສາມາດປະຕິບັດພາລະກິດ ແລະ ບໍ່ສາມາດສະແດງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າໄດ້ ຫຼື ປະສົບການຂອງເຂົາທີ່ກ່ຽວກັບຄວາມຈິງ. ເພື່ອທີ່ຈະບອກວ່າສິ່ງໃດສິ່ງໜຶ່ງແມ່ນພາລະກິດຂອງພຣະເຈົ້າເອງ ຫຼື ພາລະກິດຂອງມະນຸດ, ເຈົ້າພຽງແຕ່ຕ້ອງປຽບທຽບຄວາມແຕກຕ່າງລະຫວ່າງພາລະກິດເຫຼົ່ານັ້ນ. ຖ້າບໍ່ມີພາລະກິດທີ່ເຮັດໃຫ້ສຳເລັດໂດຍພຣະເຈົ້າເອງ ແລະ ມີພຽງແຕ່ພາລະກິດຂອງມະນຸດ, ເຈົ້າຈະຮູ້ຈັກຢ່າງງ່າຍດາຍວ່າ ການສັ່ງສອນຂອງມະນຸດນັ້ນສູງສົ່ງ, ນອກເໜືອຄວາມສາມາດຂອງຄົນໃດຄົນໜຶ່ງ; ນໍ້າສຽງໃນການເວົ້າຂອງພວກເຂົາ, ຫຼັກການຂອງພວກເຂົາໃນການເວົ້າ ແລະ ວິທີການປະຕິບັດພາລະກິດທີ່ມີປະສົບການ ແລະ ໝັ້ນຄົງຂອງພວກເຂົາແມ່ນຢູ່ນອກເໜືອການຢັ່ງເຖິງຂອງຄົນອື່ນ. ພວກເຈົ້າທຸກຄົນຍົກຍ້ອງຄົນເຫຼົ່ານີ້ທີ່ມີຄວາມສາມາດດີ ແລະ ຄວາມຮູ້ອັນສູງສົ່ງ, ແຕ່ເຈົ້າບໍ່ສາມາດເຫັນຈາກພາລະກິດ ແລະ ພຣະທຳຂອງພຣະເຈົ້າວ່າ ຄວາມເປັນມະນຸດຂອງພຣະອົງສູງສົ່ງພຽງໃດ. ກົງກັນຂ້າມ ພຣະອົງທຳມະດາ ແລະ ເມື່ອປະຕິບັດພາລະກິດ ພຣະອົງກໍທຳມະດາ ແລະ ເປັນຈິງ ແຕ່ບໍ່ສາມາດວັດແທກໄດ້ໂດຍມະນຸດ, ເຊິ່ງດ້ວຍເຫດນັ້ນຈຶ່ງເຮັດໃຫ້ຄົນມີຫົວໃຈທີ່ຢໍາເກງພຣະອົງ. ບາງເທື່ອ ປະສົບການຂອງບຸກຄົນໃດໜຶ່ງໃນພາລະກິດຂອງເຂົາກໍກ້າວໜ້າຢ່າງຍິ່ງ ຫຼື ຈິນຕະນາການ ແລະ ການໃຫ້ເຫດຜົນຂອງເຂົາກໍກ້າວໜ້າຢ່າງຍິ່ງ, ແລະ ຄວາມເປັນມະນຸດຂອງເຂົາກໍດີເປັນພິເສດ; ລັກສະນະດັ່ງກ່າວພຽງແຕ່ສາມາດໄດ້ຮັບການເຄົາລົບຂອງຜູ້ຄົນ ແຕ່ບໍ່ສາມາດປຸກຄວາມຢຳເກງ ແລະ ຄວາມຢ້ານກົວຂອງພວກເຂົາໄດ້. ທຸກຄົນເຄົາລົບຄົນທີ່ສາມາດປະຕິບັດພາລະກິດໄດ້ເປັນຢ່າງດີ, ຄົນທີ່ມີປະສົບການຢ່າງເລິກເຊິ່ງເປັນພິເສດ ແລະ ຄົນທີ່ສາມາດປະຕິບັດຄວາມຈິງ ແຕ່ຜູ້ຄົນດັ່ງກ່າວບໍ່ສາມາດດຶງດູດຄວາມຢຳເກງໄດ້ຈັກເທື່ອ, ມີພຽງຄວາມເຄົາລົບ ແລະ ຄວາມອິດສາ. ແຕ່ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າບໍ່ເຄົາລົບພຣະເຈົ້າ, ກົງກັນຂ້າມ ພວກເຂົາຮູ້ສຶກວ່າ ພາລະກິດຂອງພຣະອົງຢູ່ນອກເໜືອການຢັ່ງເຖິງຂອງມະນຸດ ແລະ ບໍ່ສາມາດຢັ່ງເຖິງໄດ້ໂດຍມະນຸດຄົນໃດ, ມັນເປັນພາລະກິດທີ່ສົດໃໝ່ ແລະ ອັດສະຈັນ. ເມື່ອຜູ້ຄົນຜະເຊີນກັບພາລະກິດຂອງພຣະເຈົ້າ, ຄວາມຮູ້ທຳອິດທີ່ພວກເຂົາມີກ່ຽວກັບພຣະອົງແມ່ນພຣະອົງບໍ່ສາມາດຢັ່ງເຖິງໄດ້, ມີສະຕິປັນຍາ ແລະ ອັດສະຈັນ ແລະ ພວກເຂົາກໍຢໍາເກງພຣະອົງຢ່າງບໍ່ມີສະຕິ ແລະ ຮູ້ສຶກເຖິງຄວາມເລິກລັບຂອງພາລະກິດທີ່ພຣະອົງປະຕິບັດ, ເຊິ່ງຢູ່ນອກເໜືອການຢັ່ງເຖິງຂອງຈິດໃຈຂອງມະນຸດ. ຜູ້ຄົນພຽງແຕ່ຢາກສາມາດບັນລຸຕາມເງື່ອນໄຂຂອງພຣະອົງ, ເພື່ອເຮັດໃຫ້ເປັນທີ່ພໍໃຈຕາມເຈດຕະນາຂອງພຣະອົງ; ພວກເຂົາບໍ່ປາຖະໜາທີ່ຈະເປັນໃຫຍ່ກວ່າພຣະອົງ, ຍ້ອນພາລະກິດທີ່ພຣະອົງປະຕິບັດແມ່ນຢູ່ເໜືອຄວາມຄິດ ແລະ ຈິນຕະນາການຂອງມະນຸດຢູ່ແລ້ວ ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດແທນພຣະອົງໄດ້. ແມ່ນແຕ່ມະນຸດເອງຍັງບໍ່ຮູ້ຈັກເຖິງຄວາມຂາດຕົກບົກຜ່ອງຂອງເຂົາເອງເລີຍ, ແຕ່ພຣະເຈົ້າໄດ້ເປີດເສັ້ນທາງໃໝ່ ແລະ ມາເພື່ອນໍາມະນຸດເຂົ້າສູ່ໂລກທີ່ໃໝ່ ແລະ ສວຍງາມກວ່າເກົ່າ ແລະ ເພື່ອມະນຸດຊາດຈະມີຄວາມກ້າວໜ້າ ແລະ ມີການເລີ່ມຕົ້ນໃໝ່. ສິ່ງທີ່ມະນຸດຮູ້ສຶກກ່ຽວກັບພຣະອົງບໍ່ແມ່ນການເຄົາລົບ ຫຼື ກົງກັນຂ້າມ ບໍ່ແມ່ນພຽງການເຄົາລົບ. ປະສົບການທີ່ເລິກເຊິ່ງທີ່ສຸດຂອງພວກເຂົາແມ່ນຄວາມຢຳເກງ ແລະ ຄວາມຮັກ; ຄວາມຮູ້ສຶກຂອງພວກເຂົາກໍຄືພຣະເຈົ້ານັ້ນອັດສະຈັນຢ່າງແທ້ຈິງ. ພຣະອົງປະຕິບັດພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້, ກ່າວໃນສິ່ງທີ່ມະນຸດບໍ່ສາມາດກ່າວໄດ້. ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງຜະເຊີນກັບຄວາມຮູ້ສຶກທີ່ບໍ່ສາມາດອະທິບາຍໄດ້ຢູ່ຕະຫຼອດເວລາ. ຄົນທີ່ມີປະສົບການຢ່າງເລິກເຊິ່ງກໍສາມາດເຂົ້າໃຈຄວາມຮັກຂອງພຣະເຈົ້າ; ພວກເຂົາສາມາດຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະອົງ, ຮູ້ສຶກວ່າພາລະກິດຂອງພຣະອົງມີສະຕິປັນຍາຫຼາຍ, ອັດສະຈັນຫຼາຍ ແລະ ດ້ວຍວິທີນີ້ຈຶ່ງກໍ່ໃຫ້ເກີດລິດອຳນາດທີ່ບໍ່ມີສິ້ນສຸດທ່າມກາງພວກເຂົາ. ມັນບໍ່ແມ່ນຄວາມຢ້ານກົວ ຫຼື ຄວາມຮັກບາງຄັ້ງບາງຄາວ ແລະ ຄວາມນັບຖື, ແຕ່ເປັນຄວາມຮູ້ສຶກອັນເລິກເຊິ່ງເຖິງຄວາມເຫັນອົກເຫັນໃຈຂອງພຣະເຈົ້າທີ່ມີສຳລັບມະນຸດ ແລະ ຄວາມອົດທົນຕໍ່ເຂົາ. ເຖິງຢ່າງໃດກໍຕາມ ຄົນທີ່ໄດ້ຜະເຊີນກັບການຂ້ຽນຕີ ແລະ ການພິພາກສາຂອງພຣະອົງກໍຮູ້ສຶກເຖິງສະຫງ່າງາມຂອງພຣະອົງ ແລະ ພຣະອົງບໍ່ສາມາດທົນຕໍ່ການເຮັດຜິດໄດ້. ແມ່ນແຕ່ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງຫຼາຍຢ່າງກໍຍັງບໍ່ສາມາດຢັ່ງເຖິງພຣະອົງໄດ້; ທຸກຄົນທີ່ຢໍາເກງພຣະອົງຢ່າງແທ້ຈິງກໍຮູ້ຈັກວ່າ ພາລະກິດຂອງພຣະອົງບໍ່ສອດຄ່ອງກັບແນວຄິດຂອງມະນຸດ ແຕ່ຂັດກັບແນວຄິດຂອງພວກເຂົາຕະຫຼອດເວລາ. ພຣະອົງບໍ່ຕ້ອງການຄົນໃຫ້ເຄົາລົບພຣະອົງໂດຍສິ້ນເຊີງ ຫຼື ສະແດງໃຫ້ລັກສະນະຂອງການອ່ອນນ້ອມຕໍ່ພຣະອົງ; ກົງກັນຂ້າມ ພວກເຂົາຄວນບັນລຸຄວາມຢໍາເກງຢ່າງແທ້ຈິງ ແລະ ການຍອມຢ່າງແທ້ຈິງ. ໃນພາລະກິດທີ່ຫຼວງຫຼາຍຂອງພຣະອົງ ຄົນໃດທີ່ມີປະສົບການກັບການມີຫົວໃຈທີ່ຢໍາເກງພຣະອົງ, ເຊິ່ງຢູ່ສູງກວ່າການຍົກຍ້ອງ. ຄົນທີ່ໄດ້ເຫັນອຸປະນິໄສຂອງພຣະອົງຍ້ອນພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາ ແລະ ດ້ວຍເຫດນັ້ນ ພວກເຂົາກໍມີຫົວໃຈທີ່ຢໍາເກງພຣະອົງ. ພຣະເຈົ້າສົມຄວນແກ່ການຢໍາເກງ ແລະ ການອ່ອນນ້ອມ, ຍ້ອນການເປັນຢູ່ຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງບໍ່ຄືກັບສິ່ງທີ່ຖືກສ້າງ ແລະ ຢູ່ເໜືອສິ່ງທີ່ຖືກສ້າງ. ພຣະເຈົ້າເປັນຢູ່ເອງ ແລະ ຢູ່ຊົ່ວນິດນິລັນດອນ, ພຣະອົງບໍ່ແມ່ນສິ່ງທີ່ຖືກສ້າງ ແລະ ມີແຕ່ພຣະອົງທີ່ສົມຄວນແກ່ການຢໍາເກງ ແລະ ການອ່ອນນ້ອມ; ມະນຸດບໍ່ມີຄຸນສົມບັດສຳລັບສິ່ງນີ້. ສະນັ້ນ ທຸກຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງກໍມີຫົວໃຈທີ່ຢໍາເກງພຣະອົງ. ເຖິງຢ່າງໃດກໍຕາມ ຄົນທີ່ບໍ່ປະຖິ້ມແນວຄິດຂອງພວກເຂົາກ່ຽວກັບພຣະອົງ, ນັ້ນກໍຄື ຄົນທີ່ບໍ່ນັບຖືພຣະອົງເປັນພຣະເຈົ້າເລີຍນັ້ນ ແມ່ນຂາດຫົວໃຈທີ່ຢໍາເກງພຣະອົງ ແລະ ເຖິງແມ່ນວ່າພວກເຂົາຕິດຕາມພຣະອົງ ພວກເຂົາບໍ່ໄດ້ຖືກເອົາຊະນະ; ພວກເຂົາເປັນຄົນທີ່ກະບົດໂດຍທຳມະຊາດ. ສິ່ງທີ່ພຣະອົງໝາຍເຖິງໃນການບັນລຸໂດຍປະຕິບັດພາລະກິດແບບນັ້ນກໍແມ່ນເພື່ອສິ່ງທີ່ຖືກສ້າງທັງໝົດມີຫົວໃຈແຫ່ງການຢໍາເກງພຣະຜູ້ສ້າງ, ນະມັດສະການພຣະອົງ ແລະ ຍອມຈໍານົນຕໍ່ອຳນາດຂອງພຣະອົງໂດຍບໍ່ມີເງື່ອນໄຂ. ນີ້ຄືຜົນສຸດທ້າຍທີ່ທຸກພາລະກິດຂອງພຣະອົງມຸ່ງໝາຍທີ່ຈະເຮັດໃຫ້ສຳເລັດ. ຖ້າຫາກຄົນທີ່ໄດ້ຜະເຊີນພາລະກິດດັ່ງກ່າວບໍ່ມີຫົວໃຈທີ່ຢໍາເກງພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ຖ້າການກະບົດຂອງພວກເຂົາໃນອະດີດບໍ່ປ່ຽນແປງເລີຍ, ແລ້ວພວກເຂົາກໍຈະຖືກກຳຈັດຢ່າງແນ່ນອນ. ຖ້າຫາກທ່າທີຂອງຄົນໃດໜຶ່ງທີ່ມີຕໍ່ພຣະເຈົ້າເປັນພຽງການຍົກຍ້ອງພຣະອົງ ຫຼື ສະແດງຄວາມນັບຖືຢູ່ໄກໆ ແລະ ບໍ່ໄດ້ຮັກແມ່ນແຕ່ໜ້ອຍດຽວ, ແລ້ວນີ້ກໍຄືຜົນທີ່ຄົນປາສະຈາກຫົວໃຈທີ່ຮັກພຣະເຈົ້າໄດ້ມາເຖິງ ແລະ ຄົນນັ້ນຂາດສະພາບທີ່ຈະຖືກເຮັດໃຫ້ສົມບູນ. ຖ້າພາລະກິດຢ່າງຫຼວງຫຼາຍບໍ່ສາມາດໄດ້ຮັບຄວາມຮັກທີ່ແທ້ຈິງຈາກບຸກຄົນໃດໜຶ່ງ, ແລ້ວບຸກຄົນນັ້ນບໍ່ໄດ້ຮັບພຣະເຈົ້າ ແລະ ບໍ່ສະແຫວງຫາຄວາມຈິງຢ່າງແທ້ຈິງ. ຄົນທີ່ບໍ່ຮັກພຣະເຈົ້າກໍບໍ່ຮັກຄວາມຈິງ ແລະ ດ້ວຍເຫດນັ້ນ ກໍບໍ່ສາມາດໄດ້ຮັບພຣະເຈົ້າ ແຮງໄກທີ່ຈະຮັບເອົາການຍິນຍອມຈາກພຣະເຈົ້າ. ຄົນດັ່ງກ່າວ ບໍ່ວ່າພວກເຂົາຈະຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດແນວໃດກໍຕາມ ແລະ ບໍ່ວ່າພວກເຂົາຈະຜະເຊີນກັບການພິພາກສາແນວໃດ ກໍຕາມ ແມ່ນບໍ່ສາມາດມີຫົວໃຈທີ່ຢໍາເກງພຣະເຈົ້າໄດ້. ນີ້ແມ່ນຄົນທີ່ມີທຳມະຊາດທີ່ບໍ່ສາມາດປ່ຽນແປງໄດ້, ເຊິ່ງເປັນຄົນທີ່ມີອຸປະນິໄສທີ່ຊົ່ວຮ້າຍທີ່ສຸດ. ທຸກຄົນທີ່ບໍ່ມີຫົວໃຈທີ່ຢໍາເກງພຣະເຈົ້າຕ້ອງຖືກກຳຈັດ, ເປັນຈຸດມຸ່ງໝາຍຂອງການລົງໂທດ ແລະ ຈະຖືກລົງໂທດຄືກັບຄົນທີ່ເຮັດສິ່ງຊົ່ວຮ້າຍ, ຍິ່ງທົນທຸກຫຼາຍກວ່າຄົນທີ່ໄດ້ເຮັດສິ່ງທີ່ບໍ່ຊອບທຳ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?