ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ (ພາກທີໜຶ່ງ)

ມີພາລະກິດຂອງມະນຸດຫຼາຍເທົ່າໃດທີ່ເປັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ມີຫຼາຍເທົ່າໃດທີ່ເປັນປະສົບການຂອງມະນຸດ? ມັນສາມາດເວົ້າໄດ້ວ່າ ຜູ້ຄົນຍັງບໍ່ເຂົ້າໃຈຄຳຖາມເຫຼົ່ານີ້ ແລະ ເຫດຜົນທີ່ພວກເຂົາບໍ່ເຂົ້າໃຈຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອເຮົາເວົ້າວ່າ “ພາລະກິດຂອງມະນຸດ”, ແນ່ນອນ ເຮົາໝາຍເຖິງພາລະກິດຂອງຄົນທີ່ມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ. ເຮົາບໍ່ໄດ້ໝາຍເຖິງພາລະກິດທີ່ກຳເນີດຈາກຄວາມປະສົງຂອງມະນຸດ ແຕ່ແມ່ນພາລະກິດຂອງພວກອັກຄະສາວົກ, ຄົນປະຕິບັດພາລະກິດ ຫຼື ອ້າຍເອື້ອຍນ້ອງທຳມະດາຕົກຢູ່ພາຍໃນຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ. ໃນທີ່ນີ້ “ພາລະກິດຂອງມະນຸດ” ບໍ່ໄດ້ໝາຍເຖິງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແຕ່ແມ່ນຂອບເຂດ ແລະ ຫຼັກການຂອງພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນຜູ້ຄົນ. ເຖິງແມ່ນວ່າ ຫຼັກການເຫຼົ່ານີ້ແມ່ນຫຼັກການ ແລະ ຂອບເຂດແຫ່ງພາລະກິດຂອງພຣະວິນຍານບໍລິສຸດ, ພວກມັນບໍ່ແມ່ນສິ່ງດຽວກັນກັບຫຼັກການ ແລະ ຂອບເຂດແຫ່ງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ພາລະກິດຂອງມະນຸດມີແກ່ນແທ້ ແລະ ຫຼັກການຂອງມະນຸດ ແລະ ພາລະກິດຂອງພຣະເຈົ້າມີແກ່ນແທ້ ແລະ ຫຼັກການຂອງພຣະເຈົ້າ.

ພາລະກິດໃນກະແສຂອງພຣະວິນຍານບໍລິສຸດ, ບໍ່ວ່າຈະແມ່ນພາລະກິດຂອງພຣະເຈົ້າເອງ ຫຼື ພາລະກິດຂອງຜູ້ຄົນທີ່ຖືກໃຊ້, ແມ່ນພາລະກິດຂອງພຣະວິນຍານບໍລິສຸດ. ແກ່ນແທ້ຂອງພຣະເຈົ້າເອງແມ່ນພຣະວິນຍານ ເຊິ່ງສາມາດເອີ້ນໄດ້ວ່າ ພຣະວິນຍານບໍລິສຸດ ຫຼື ພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ. ເບິ່ງໂດຍລວມແລ້ວ ພຣະອົງກໍແມ່ນພຣະວິນຍານຂອງພຣະເຈົ້າ, ເຖິງແມ່ນພຣະວິນຍານຂອງພຣະເຈົ້າໄດ້ຖືກເອີ້ນດ້ວຍຊື່ທີ່ແຕກຕ່າງກັນໃນຍຸກທີ່ແຕກຕ່າງກັນ. ແກ່ນແທ້ຂອງພຣະອົງຍັງເປັນອັນໜຶ່ງອັນດຽວກັນ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າເອງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດກໍບໍ່ແມ່ນໃຜນອກເໜືອຈາກພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດ. ພາລະກິດຂອງຜູ້ຄົນທີ່ຖືກໃຊ້ຍັງເປັນພາລະກິດຂອງພຣະວິນຍານບໍລິສຸດເຊັ່ນດຽວກັນ. ແຕ່ພາລະກິດຂອງພຣະເຈົ້າເປັນການສະແດງອອກຢ່າງສົມບູນຂອງພຣະວິນຍານບໍລິສຸດ ເຊິ່ງເປັນຈິງແທ້ໆ, ໃນຂະນະທີ່ພາລະກິດຂອງຜູ້ຄົນທີ່ຖືກໃຊ້ແມ່ນໄດ້ປະສົມກັບສິ່ງທີ່ເປັນມະນຸດຫຼາຍຢ່າງ ແລະ ບໍ່ແມ່ນການສະແດງອອກໂດຍກົງຂອງພຣະວິນຍານບໍລິສຸດ, ແຮງໄກທີ່ຈະເປັນການສະແດງອອກຢ່າງສົມບູນຂອງພຣະອົງ. ພາລະກິດຂອງພຣະວິນຍານບໍລິສຸດມີຫຼາກຫຼາຍ ແລະ ບໍ່ຖືກຈຳກັດໂດຍເງື່ອນໄຂໃດໆ. ພາລະກິດຂອງພຣະວິນຍານບໍລິສຸດມີຄວາມຫຼາກຫຼາຍໃນຜູ້ຄົນທີ່ແຕກຕ່າງກັນ; ມັນສະແດງທາດແທ້ທີ່ແຕກຕ່າງກັນ ແລະ ມັນແຕກຕ່າງກັນໃນແຕ່ລະຍຸກ ພ້ອມທັງໃນແຕ່ລະປະເທດ. ແນ່ນອນ, ເຖິງແມ່ນພຣະວິນຍານບໍລິສຸດປະຕິບັດພາລະກິດດ້ວຍຫຼາຍວິທີທີ່ແຕກຕ່າງກັນ ແລະ ສອດຄ່ອງກັບຫຼັກການຫຼາຍຢ່າງ, ບໍ່ວ່າພາລະກິດຈະສຳເລັດແນວໃດກໍຕາມ ຫຼື ໃນຄົນປະເພດໃດກໍຕາມ, ແກ່ນແທ້ຂອງພາລະກິດນັ້ນກໍແຕກຕ່າງກັນຢູ່ສະເໝີ; ພາລະກິດທັງໝົດທີ່ປະຕິບັດໃນຜູ້ຄົນທີ່ແຕກຕ່າງກັນແມ່ນມີຫຼັກການຂອງມັນ ແລະ ພາລະກິດທັງໝົດສາມາດເປັນຕົວແທນໃຫ້ແກ່ແກ່ນແທ້ຂອງຈຸດມຸ່ງໝາຍຂອງພາລະກິດນັ້ນ. ສິ່ງນີ້ເກີດຂຶ້ນກໍຍ້ອນພາລະກິດຂອງພຣະວິນຍານບໍລິສຸດຂ້ອນຂ້າງເຈາະຈົງໃນຂອບເຂດ ແລະ ຂ້ອນຂ້າງມີການວັດແທກ. ພາລະກິດທີ່ສຳເລັດລົງໃນເນື້ອໜັງທີ່ບັງເກີດເປັນມະນຸດບໍ່ຄືກັບພາລະກິດທີ່ປະຕິບັດໃນຜູ້ຄົນ ແລະ ພາລະກິດຍັງມີຄວາມຫຼາກຫຼາຍຕາມຄວາມສາມາດຂອງຜູ້ຄົນທີ່ໄດ້ຮັບການປະຕິບັດຈາກພາລະກິດ. ພາລະກິດທີ່ປະຕິບັດໃນເນື້ອໜັງທີ່ບັງເກີດເປັນມະນຸດແມ່ນບໍ່ໄດ້ປະຕິບັດໃນຜູ້ຄົນ ແລະ ມັນບໍ່ແມ່ນພາລະກິດດຽວກັນກັບທີ່ຖືກປະຕິບັດໃນຜູ້ຄົນ. ເວົ້າສັ້ນໆກໍຄື ບໍ່ວ່າຈະປະຕິບັດພາລະກິດແນວໃດກໍຕາມ, ພາລະກິດທີ່ຖືກປະຕິບັດດ້ວຍຈຸດປະສົງທີ່ແຕກຕ່າງກັນກໍບໍ່ເຄີຍເປັນອັນດຽວກັນຈັກເທື່ອ ແລະ ຫຼັກການທີ່ພຣະອົງປະຕິບັດພາລະກິດກໍແຕກຕ່າງກັນຕາມສະພາວະ ແລະ ທຳມະຊາດຂອງຄວາມແຕກຕ່າງຂອງມະນຸດທີ່ພຣະອົງປະຕິບັດພາລະກິດໃສ່. ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຜູ້ຄົນທີ່ແຕກຕ່າງກັນ ໂດຍອີງຕາມແກ່ນແທ້ຕາມທຳມະຊາດຂອງພວກເຂົາ ແລະ ບໍ່ໄດ້ຮຽກຮ້ອງໃນສິ່ງທີ່ນອກເໜືອແກ່ນແທ້ນັ້ນ ຫຼື ພຣະອົງບໍ່ປະຕິບັດພາລະກິດທີ່ຢູ່ນອກເໜືອຄວາມສາມາດທີ່ແທ້ຈິງຂອງພວກເຂົາ. ດ້ວຍເຫດນັ້ນ ພາລະກິດຂອງພຣະວິນຍານບໍລິສຸດໃນມະນຸດຈຶ່ງເຮັດໃຫ້ຜູ້ຄົນເຫັນແກ່ນແທ້ຂອງຈຸດປະສົງຂອງພາລະກິດນັ້ນ. ທາດແທ້ຕາມທຳມະຊາດຂອງມະນຸດບໍ່ປ່ຽນແປງ; ຄວາມສາມາດຕາມທຳມະຊາດຂອງເຂົາກໍມີຂໍ້ຈຳກັດ. ພຣະວິນຍານບໍລິສຸດໃຊ້ຜູ້ຄົນ ຫຼື ປະຕິບັດພາລະກິດໃນພວກເຂົາຕາມຂໍ້ຈຳກັດຂອງຄວາມສາມາດຂອງພວກເຂົາ, ເພື່ອພວກເຂົາອາດຈະໄດ້ຮັບຜົນປະໂຫຍດຈາກສິ່ງນັ້ນ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດທີ່ຖືກໃຊ້, ພອນສະຫວັນ ແລະ ຄວາມສາມາດຕາມທຳມະຊາດຂອງຜູ້ຄົນເຫຼົ່ານັ້ນກໍມີບົດບາດ, ບໍ່ໄດ້ຖືກຢັບຢັ້ງ. ຄວາມສາມາດຕາມທຳມະຊາດຂອງພວກເຂົາຈະຖືກນໍາມາໃຊ້ເພື່ອຮັບໃຊ້ພາລະກິດ. ມັນສາມາດເວົ້າໄດ້ວ່າ ພຣະອົງໃຊ້ພາກສ່ວນຂອງມະນຸດທີ່ສາມາດໃຊ້ໃນພາລະກິດຂອງພຣະອົງ, ເພື່ອບັນລຸຜົນໃນພາລະກິດນັ້ນ. ກົງກັນຂ້າມ ພາລະກິດທີ່ຖືກປະຕິບັດໃນເນື້ອໜັງທີ່ບັງເກີດເປັນມະນຸດກໍສະແດງອອກເຖິງພາລະກິດຂອງພຣະວິນຍານໂດຍກົງ ແລະ ບໍ່ໄດ້ປະສົມກັບຈິດໃຈ ແລະ ຄວາມຄິດຂອງມະນຸດ; ພອນສະຫວັນຂອງມະນຸດ ຫຼື ປະສົບການຂອງມະນຸດ ຫຼື ສະພາບການພາຍໃນຂອງມະນຸດບໍ່ສາມາດຢັ່ງເຖິງໄດ້. ພາລະກິດທັງໝົດທີ່ນັບບໍ່ຖ້ວນຂອງພຣະວິນຍານບໍລິສຸດແມ່ນເພື່ອໃຫ້ປະໂຫຍດ ແລະ ສັ່ງສອນມະນຸດ. ເຖິງຢ່າງໃດກໍຕາມ ບາງຄົນສາມາດຖືກເຮັດໃຫ້ສົມບູນ ໃນຂະນະທີ່ຄົນອື່ນບໍ່ມີເງື່ອນໄຂສູ່ຄວາມສົມບູນ, ເຊິ່ງໝາຍຄວາມວ່າ ພວກເຂົາບໍ່ສາມາດຖືກເຮັດໃຫ້ສົມບູນ ແລະ ອາດບໍ່ສາມາດໄດ້ຮັບການຊ່ວຍໃຫ້ພົ້ນ ແລະ ເຖິງແມ່ນວ່າ ພວກເຂົາອາດມີພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາກໍຈະຖືກກຳຈັດໃນທີ່ສຸດ. ນັ້ນໝາຍຄວາມວ່າ ເຖິງແມ່ນພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອສັ່ງສອນຜູ້ຄົນ, ຄົນໆໜຶ່ງບໍ່ສາມາດເວົ້າໄດ້ວ່າ ທຸກຄົນທີ່ມີພາລະກິດຂອງພຣະວິນຍານບໍລິສຸດຈະຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນ, ຍ້ອນເສັ້ນທາງທີ່ຫຼາຍຄົນຕິດຕາມໃນການສະແຫວງຫາຂອງພວກເຂົາບໍ່ແມ່ນເສັ້ນທາງສູ່ການຖືກເຮັດໃຫ້ສົມບູນ. ພວກເຂົາມີພຽງພາລະກິດຝ່າຍດຽວຂອງພຣະວິນຍານບໍລິສຸດ, ບໍ່ແມ່ນການຮ່ວມມືຕາມຄວາມຄິດຂອງມະນຸດ ຫຼື ການສະແຫວງຫາທີ່ຖືກຕ້ອງຂອງມະນຸດ. ສະນັ້ນ ພາລະກິດຂອງພຣະວິນຍານບໍລິສຸດໃນຜູ້ຄົນເຫຼົ່ານີ້ກໍມາຮັບໃຊ້ຄົນທີ່ກຳລັງຖືກເຮັດໃຫ້ສົມບູນ. ຜູ້ຄົນບໍ່ສາມາດເຫັນພາລະກິດຂອງພຣະວິນຍານບໍລິສຸດໂດຍກົງໄດ້ ຫຼື ບໍ່ສາມາດສຳຜັດໂດຍກົງດ້ວຍຕົວຂອງພວກເຂົາເອງໄດ້. ມັນພຽງແຕ່ສາມາດສະແດງອອກໂດຍຄົນທີ່ມີພອນສະຫວັນໃນການປະຕິບັດພາລະກິດ, ເຊິ່ງໝາຍຄວາມວ່າ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຖືກຈັດກຽມໃຫ້ແກ່ຜູ້ຕິດຕາມຜ່ານການສະແດງອອກຂອງມະນຸດ.

ພາລະກິດຂອງພຣະວິນຍານບໍລິສຸດຖືກເຮັດໃຫ້ສຳເລັດ ແລະ ສົມບູນຜ່ານຄົນຫຼາຍປະເພດ ແລະ ສະພາບການທີ່ແຕກຕ່າງກັນຫຼາຍຢ່າງ. ເຖິງແມ່ນພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດສາມາດເປັນຕົວແທນໃຫ້ແກ່ພາລະກິດຂອງຍຸກທັງໝົດ ແລະ ສາມາດເປັນຕົວແທນໃຫ້ແກ່ທາງເຂົ້າສູ່ຍຸກທັງໝົດຂອງຜູ້ຄົນ, ພາລະກິດກ່ຽວກັບລາຍລະອຽດທາງເຂົ້າຂອງຜູ້ຄົນຍັງຕ້ອງໄດ້ປະຕິບັດໂດຍມະນຸດທີ່ໃຊ້ໂດຍພຣະວິນຍານບໍລິສຸດ, ບໍ່ແມ່ນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ. ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າ ຫຼື ພັນທະກິດຂອງພຣະເຈົ້າເອງແມ່ນພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງມະນຸດບໍ່ສາມາດເຮັດແທນພຣະອົງໄດ້. ພາລະກິດຂອງພຣະວິນຍານບໍລິສຸດຖືກເຮັດໃຫ້ສຳເລັດຜ່ານຄົນຫຼາຍປະເພດທີ່ແຕກຕ່າງກັນ; ບໍ່ມີບຸກຄົນໃດໜຶ່ງສາມາດບັນລຸມັນໄດ້ທັງໝົດ ແລະ ບໍ່ມີບຸກຄົນໃດສາມາດກ່າວມັນອອກຢ່າງຄົບຖ້ວນ. ຄົນທີ່ນໍາພາຄຣິສຕະຈັກຍັງບໍ່ສາມາດເປັນຕົວແທນໃຫ້ແກ່ພາລະກິດຂອງພຣະວິນຍານບໍລິສຸດຢ່າງຄົບຖ້ວນ; ພວກເຂົາພຽງແຕ່ສາມາດປະຕິບັດພາລະກິດໃນການນໍາພາບາງຢ່າງ. ດ້ວຍເຫດນັ້ນ ພາລະກິດຂອງພຣະວິນຍານບໍລິສຸດສາມາດແບ່ງອອກເປັນສາມພາກສ່ວນ: ພາລະກິດຂອງພຣະເຈົ້າເອງ, ພາລະກິດຂອງມະນຸດທີ່ຖືກໃຊ້ ແລະ ພາລະກິດໃນທຸກຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ພາລະກິດຂອງພຣະເຈົ້າເອງແມ່ນເພື່ອນໍາພາຍຸກທັງໝົດ; ໂດຍຖືກສົ່ງໄປ ຫຼື ຮັບການຝາກຝັງຫຼັງຈາກທີ່ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງເອງ ພາລະກິດຂອງຄົນທີ່ຖືກໃຊ້ແມ່ນເພື່ອນໍາພາຜູ້ຕິດຕາມຂອງພຣະເຈົ້າ ແລະ ຄົນເຫຼົ່ານີ້ແມ່ນຄົນທີ່ຮ່ວມມືກັບພາລະກິດຂອງພຣະເຈົ້າ; ພາລະກິດທີ່ຖືກປະຕິບັດໂດຍພຣະວິນຍານບໍລິສຸດໃນຄົນທີ່ຢູ່ໃນກະແສແມ່ນເພື່ອຮັກສາພາລະກິດທຸກຢ່າງຂອງພຣະອົງເອງ, ນັ້ນກໍຄື ເພື່ອຮັກສາການຄຸ້ມຄອງທັງໝົດຂອງພຣະອົງ ແລະ ຄຳພະຍານຂອງພຣະອົງ, ໃນຂະນະດຽວກັນນັ້ນກໍເຮັດໃຫ້ຄົນທີ່ສາມາດຖືກເຮັດໃຫ້ສົມບູນນັ້ນສົມບູນ. ພ້ອມກັນນັ້ນ ສາມພາກສ່ວນເຫຼົ່ານີ້ແມ່ນພາລະກິດທີ່ສົມບູນຂອງພຣະວິນຍານບໍລິສຸດ, ແຕ່ຖ້າປາສະຈາກພາລະກິດຂອງພຣະເຈົ້າເອງ, ພາລະກິດການຄຸ້ມຄອງທັງໝົດກໍຈະຢູ່ລ້າໆ. ພາລະກິດຂອງພຣະເຈົ້າເອງກ່ຽວຂ້ອງກັບພາລະກິດຂອງມະນຸດຊາດທັງໝົດ ແລະ ມັນຍັງເປັນຕົວແທນໃຫ້ແກ່ພາລະກິດຂອງຍຸກທັງໝົດອີກດ້ວຍ ເຊິ່ງໝາຍຄວາມວ່າ ພາລະກິດຂອງພຣະເຈົ້າເອງເປັນຕົວແທນໃຫ້ແກ່ການເຄື່ອນໄຫວ ແລະ ແນວທາງຂອງພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພວກອັກຄະສາວົກເກີດຂຶ້ນຫຼັງຈາກພາລະກິດຂອງພຣະເຈົ້າເອງ ແລະ ຕາມມາພາຍຫຼັງພາລະກິດນັ້ນ ແລະ ບໍ່ໄດ້ນໍາພາຍຸກ ຫຼື ມັນບໍ່ໄດ້ສະແດງເຖິງແນວທາງພາລະກິດຂອງພຣະວິນຍານບໍລິສຸດໃນຍຸກທັງໝົດ. ພວກເຂົາພຽງແຕ່ປະຕິບັດພາລະກິດທີ່ມະນຸດຄວນປະຕິບັດ, ເຊິ່ງບໍ່ກ່ຽວຂ້ອງກັບພາລະກິດການຄຸ້ມຄອງເລີຍ. ພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົນເອງແມ່ນໂຄງການພາຍໃນພາລະກິດການຄຸ້ມຄອງ. ພາລະກິດຂອງມະນຸດພຽງແຕ່ແມ່ນໜ້າທີ່ໆຜູ້ຄົນທີ່ຖືກໃຊ້ນັ້ນປະຕິບັດ ແລະ ມັນບໍ່ມີສ່ວນກ່ຽວພັນກັບພາລະກິດການຄຸ້ມຄອງ. ເຖິງແມ່ນຈະມີຂໍ້ແທ້ຈິງທີ່ທັງສອງຢ່າງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ເນື່ອງຈາກຄວາມແຕກຕ່າງໃນຕົວຕົນ ແລະ ການເປັນຕົວຂອງພາລະກິດນັ້ນ, ມີຄວາມແຕກຕ່າງທີ່ຊັດເຈນ ແລະ ສຳຄັນລະຫວ່າງພາລະກິດຂອງພຣະເຈົ້າເອງ ແລະ ພາລະກິດຂອງມະນຸດ. ຍິ່ງໄປກວ່ານັ້ນ ຂອບເຂດຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານບໍລິສຸດມີຄວາມຫຼາກຫຼາຍໃນຈຸດມຸ່ງໝາຍທີ່ມີຕົວຕົນທີ່ແຕກຕ່າງກັນ. ສິ່ງເຫຼົ່ານີ້ແມ່ນຫຼັກການ ແລະ ຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ.

ພາລະກິດຂອງມະນຸດສະແດງເຖິງປະສົບການຂອງເຂົາ ແລະ ຄວາມເປັນມະນຸດຂອງເຂົາ. ສິ່ງທີ່ມະນຸດສະໜອງ ແລະ ພາລະກິດທີ່ເຂົາປະຕິບັດກໍເປັນຕົວແທນໃຫ້ແກ່ເຂົາ. ຄວາມເຂົ້າໃຈຂອງມະນຸດ, ເຫດຜົນຂອງມະນຸດ, ຕັກກະຂອງມະນຸດ ແລະ ຈິນຕະນາການທີ່ອຸດົມສົມບູນຂອງເຂົາແມ່ນລ້ວນແລ້ວແຕ່ຖືກລວມຢູ່ໃນພາລະກິດຂອງເຂົາ. ໂດຍສະເພາະ ປະສົບການຂອງມະນຸດສາມາດສະແດງໃຫ້ເຫັນເຖິງພາລະກິດຂອງເຂົາ ແລະ ປະສົບການຂອງຜູ້ຄົນກໍໄດ້ກາຍມາເປັນສ່ວນປະກອບຂອງພາລະກິດຂອງເຂົາ. ພາລະກິດຂອງມະນຸດສາມາດສະແດງເຖິງປະສົບການຂອງເຂົາ. ເມື່ອບາງຄົນກຳລັງຜະເຊີນກັບສິ່ງທີ່ບໍ່ດີ, ພາສາສ່ວນໃຫຍ່ໃນການສົນທະນາຂອງພວກເຂົາແມ່ນປະກອບດ້ວຍອົງປະກອບທີ່ບໍ່ດີ. ຖ້າປະສົບການຂອງພວກເຂົາໃນໄລຍະເວລາໃດໜຶ່ງຢູ່ໃນທາງບວກ ແລະ ໂດຍສະເພາະ ພວກເຂົາມີເສັ້ນທາງໃນລັກສະນະທີ່ເປັນບວກ, ການສົນທະນາຂອງພວກເຂົາແມ່ນສິ່ງທີ່ໃຫ້ກຳລັງໃຈຫຼາຍ ແລະ ຜູ້ຄົນຈະສາມາດຮັບການສະໜອງໃນທາງບວກຈາກສິ່ງເຫຼົ່ານີ້. ຖ້າຄົນປະຕິບັດພາລະກິດເລີ່ມຄິດລົບໃນໄລຍະເວລາໃດໜຶ່ງ, ການສົນທະນາຂອງເຂົາຈະມີອົງປະກອບໃນທາງລົບສະເໝີ. ການສົນທະນາປະເພດນີ້ເປັນຕາເສົ້າໃຈ ແລະ ຄົນອື່ນກໍຈະເສົ້າໃຈຢ່າງບໍ່ຮູ້ຕົວຫຼັງຈາກການສົນທະນາຂອງເຂົາ. ສະພາວະຂອງຜູ້ຕິດຕາມປ່ຽນໄປຕາມສະພາວະຂອງຜູ້ນໍາ. ສິ່ງທີ່ຄົນປະຕິບັດພາລະກິດເປັນໃນຂ້າງໃນ ນັ້ນກໍຄືສິ່ງທີ່ເຂົາສະແດງອອກມາ ແລະ ພາລະກິດຂອງພຣະວິນຍານບໍລິສຸດມັກຈະປ່ຽນແປງຕາມສະພາວະຂອງມະນຸດ. ພຣະອົງປະຕິບັດພາລະກິດຕາມປະສົບການຂອງມະນຸດ ແລະ ບໍ່ບັງຄັບພວກເຂົາ ແຕ່ຮຽກຮ້ອງໃຫ້ຜູ້ຄົນປະຕິບັດຕາມຊ່ວງເວລາແຫ່ງປະສົບການປົກກະຕິຂອງພວກເຂົາ. ນີ້ໝາຍຄວາມວ່າ ການສົນທະນາຂອງມະນຸດແຕກຕ່າງຈາກພຣະທຳຂອງພຣະເຈົ້າ. ສິ່ງທີ່ມະນຸດສົນທະນາສື່ເຖິງຄວາມເຂົ້າໃຈ ແລະ ປະສົບການສ່ວນຕົວຂອງພວກເຂົາ, ສະແດງເຖິງຄວາມເຂົ້າໃຈ ແລະ ປະສົບການຂອງພວກເຂົາບົນພື້ນຖານຂອງພາລະກິດຂອງພຣະເຈົ້າ. ໜ້າທີ່ຂອງພວກເຂົາແມ່ນເພື່ອຄົ້ນຫາສິ່ງທີ່ພວກເຂົາຄວນປະຕິບັດ ແລະ ເຂົ້າສູ່ ຫຼັງຈາກພຣະເຈົ້າປະຕິບັດພາລະກິດ ຫຼື ກ່າວ, ແລ້ວມອບໝາຍໃຫ້ກັບຜູ້ຕິດຕາມ. ດ້ວຍເຫດນັ້ນ ພາລະກິດຂອງມະນຸດຈຶ່ງເປັນຕົວແທນໃຫ້ແກ່ທາງເຂົ້າ ແລະ ການປະຕິບັດຂອງເຂົາ. ແນ່ນອນ ພາລະກິດດັ່ງກ່າວແມ່ນປະສົມກັບບົດຮຽນ ແລະ ປະສົບການຂອງມະນຸດ ຫຼື ຄວາມຄິດບາງຢ່າງຂອງມະນຸດ. ບໍ່ວ່າພຣະວິນຍານບໍລິສຸດຈະປະຕິບັດພາລະກິດແນວໃດກໍຕາມ, ບໍ່ວ່າພຣະອົງຈະປະຕິບັດພາລະກິດໃນມະນຸດ ຫຼື ໃນພຣະເຈົ້າທີ່ບັງເກີດເປັນມະນຸດ ຄົນປະຕິບັດພາລະກິດສະແດງເຖິງສິ່ງທີ່ພວກເຂົາເປັນຢູ່ສະເໝີ. ເຖິງແມ່ນພຣະວິນຍານບໍລິສຸດເປັນຜູ້ປະຕິບັດພາລະກິດ, ພາລະກິດກໍຈະຖືກຄົ້ນພົບໃນສິ່ງທີ່ມະນຸດເປັນໂດຍທຳມະຊາດ, ຍ້ອນພຣະວິນຍານບໍລິສຸດບໍ່ປະຕິບັດພາລະກິດໂດຍປາສະຈາກພື້ນຖານ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ພາລະກິດບໍ່ໄດ້ມາຈາກຄວາມວ່າງເປົ່າ, ແຕ່ປະຕິບັດໂດຍສອດຄ່ອງກັບສະພາບຕົວຈິງ ແລະ ເງື່ອນໄຂທີ່ເປັນຈິງຢູ່ສະເໝີ. ມີພຽງແຕ່ວິທີນີ້ເທົ່ານັ້ນ ອຸປະນິໄສຂອງມະນຸດ ແລະ ແນວຄິດເດີມຂອງເຂົາ ແລະ ຄວາມຄິດເດີມຂອງເຂົາຈຶ່ງຈະສາມາດໄດ້ຮັບການປ່ຽນແປງ. ສິ່ງທີ່ມະນຸດສະແດງອອກແມ່ນສິ່ງທີ່ເຂົາເຫັນ, ຜະເຊີນ ແລະ ສາມາດຈິນຕະນາການໄດ້ ແລະ ມັນສາມາດເຂົ້າເຖິງໄດ້ໂດຍຄວາມຄິດຂອງມະນຸດ, ເຖິງແມ່ນວ່າມັນຄືທິດສະດີ ຫຼື ແນວຄິດ. ພາລະກິດຂອງມະນຸດບໍ່ສາມາດເກີນຂອບເຂດປະສົບການຂອງມະນຸດ ຫຼື ສິ່ງທີ່ມະນຸດເຫັນ ຫຼື ສິ່ງທີ່ມະນຸດສາມາດຈິນຕະນາການ ຫຼື ຄົ້ນຄິດຂຶ້ນໄດ້ ບໍ່ວ່າຂະໜາດຂອງພາລະກິດຈະສໍ່າໃດກໍຕາມ. ທຸກສິ່ງທີ່ພຣະເຈົ້າສະແດງອອກແມ່ນສິ່ງທີ່ເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນບໍ່ສາມາດບັນລຸໄດ້ໂດຍມະນຸດ ນັ້ນກໍຄື ນອກເໜືອການຢັ່ງເຖິງຈາກຄວາມຄິດຂອງມະນຸດ. ພຣະອົງສະແດງພາລະກິດແຫ່ງການນໍາພາມະນຸດຊາດທັງໝົດຂອງພຣະອົງ ແລະ ສິ່ງນີ້ບໍ່ກ່ຽວຂ້ອງກັບລາຍລະອຽດຂອງປະສົບການມະນຸດ, ແຕ່ກົງກັນຂ້າມ ແມ່ນກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງເອງ. ສິ່ງທີ່ມະນຸດສະແດງອອກແມ່ນປະສົບການຂອງພວກເຂົາ ໃນຂະນະທີ່ສິ່ງທີ່ພຣະເຈົ້າສະແດງອອກແມ່ນອຸປະນິໄສໂດຍທຳມະຊາດຂອງພຣະອົງ, ຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ປະສົບການຂອງມະນຸດແມ່ນຄວາມເຂົ້າໃຈຂອງເຂົາ ແລະ ຄວາມຮູ້ທີ່ໄດ້ຮັບບົນພື້ນຖານການສະແດງອອກຂອງພຣະເຈົ້າກ່ຽວກັບການເປັນຢູ່ຂອງພຣະອົງ. ຄວາມເຂົ້າໃຈ ແລະ ຄວາມຮູ້ດັ່ງກ່າວແມ່ນເອີ້ນວ່າ ການເປັນຢູ່ຂອງມະນຸດ ແລະ ພື້ນຖານການສະແດງອອກຂອງພວກເຂົາແມ່ນອຸປະນິໄສ ແລະ ຄວາມສາມາດທີ່ເປັນທຳມະຊາດຂອງມະນຸດ, ດ້ວຍເຫດນີ້ ພວກມັນຈຶ່ງຖືກເອີ້ນວ່າ ການເປັນຢູ່ຂອງມະນຸດ. ມະນຸດສາມາດສົນທະນາໃນສິ່ງທີ່ພວກເຂົາມີປະສົບການ ແລະ ເຫັນ. ບໍ່ມີຜູ້ໃດສາມາດສົນທະນາໃນສິ່ງທີ່ພວກເຂົາບໍ່ໄດ້ມີປະສົບການ, ບໍ່ໄດ້ເຫັນ ຫຼື ຄວາມຄິດຂອງພວກເຂົາບໍ່ສາມາດຢັ່ງເຖິງໄດ້, ນັ້ນກໍຄື ພວກເຂົາບໍ່ມີການເປັນຢູ່ເຫຼົ່ານັ້ນຢູ່ພາຍໃນພວກເຂົາ. ຖ້າສິ່ງທີ່ສະແດງອອກບໍ່ໄດ້ມາຈາກປະສົບການຂອງເຂົາ, ແລ້ວມັນກໍແມ່ນຈິນຕະນາການ ຫຼື ທິດສະດີຂອງເຂົາ. ເວົ້າງ່າຍໆກໍຄື ບໍ່ມີຄວາມເປັນຈິງໃດໆໃນຄຳເວົ້າຂອງເຂົາເລີຍ. ຖ້າເຈົ້າບໍ່ເຄີຍຕິດຕໍ່ພົວພັນກັບສິ່ງທີ່ຢູ່ໃນສັງຄົມ ເຈົ້າຈະບໍ່ສາມາດສົນທະນາໄດ້ຢ່າງຊັດເຈນກ່ຽວກັບຄວາມສຳພັນທີ່ຊັບຊ້ອນຂອງສັງຄົມ. ຖ້າເຈົ້າບໍ່ມີຄອບຄົວ ແຕ່ຄົນອື່ນກຳລັງລົມກັນກ່ຽວກັບບັນຫາຄອບຄົວ, ເຈົ້າບໍ່ສາມາດເຂົ້າໃຈສິ່ງສ່ວນໃຫຍ່ທີ່ພວກເຂົາກຳລັງລົມກັນ. ສະນັ້ນ ສິ່ງທີ່ມະນຸດສົນທະນາ ແລະ ພາລະກິດທີ່ເຂົາປະຕິບັດແມ່ນເປັນຕົວແທນໃຫ້ແກ່ການເປັນຢູ່ພາຍໃນຕົວເຂົາ. ຖ້າຜູ້ໃດຜູ້ໜຶ່ງສົນທະນາກ່ຽວກັບຄວາມເຂົ້າໃຈໃນການຂ້ຽນຕີ ແລະ ການພິພາກສາຂອງເຂົາ, ແຕ່ເຈົ້າບໍ່ມີປະສົບການໃນສິ່ງນັ້ນ, ເຈົ້າບໍ່ກ້າປະຕິເສດຄວາມຮູ້ຂອງເຂົາ, ແຮງໄກທີ່ເຂົາຈະກ້າໝັ້ນໃຈເຖິງໜຶ່ງຮ້ອຍເປີເຊັນເລີຍ. ນີ້ກໍຍ້ອນວ່າ ການສົນທະນາຂອງພວກເຂົາແມ່ນສິ່ງທີ່ເຈົ້າບໍ່ເຄີຍມີປະສົບການຈັກເທື່ອ, ສິ່ງທີ່ເຈົ້າບໍ່ເຄີຍຮູ້ຈັກມາກ່ອນ ແລະ ຈິດໃຈຂອງເຈົ້າບໍ່ສາມາດຈິນຕະນາການມັນອອກ. ຈາກຄວາມຮູ້ຂອງພວກເຂົາ, ສິ່ງທີ່ເຈົ້າພຽງແຕ່ສາມາດຮັບເອົາແມ່ນເສັ້ນທາງເພື່ອນໍາມາສູ່ການຂ້ຽນຕີ ແລະ ການພິພາກສາໃນອະນາຄົດ. ແຕ່ເສັ້ນທາງນີ້ສາມາດເປັນພຽງແຕ່ການເຂົ້າໃຈໂດຍອີງຕາມທິດສະດີ; ມັນບໍ່ສາມາດແທນທີ່ຄວາມເຂົ້າໃຈຂອງເຈົ້າເອງໄດ້, ແຮງໄກທີ່ຈະແທນທີ່ປະສົບການຂອງເຈົ້າ. ບາງຄັ້ງ ເຈົ້າຄິດວ່າສິ່ງທີ່ພວກເຂົາເວົ້າແມ່ນຖືກຕ້ອງພໍສົມຄວນ, ແຕ່ໃນປະສົບການຂອງເຈົ້າເອງ, ເຈົ້າພົບວ່າມັນໃຊ້ການບໍ່ໄດ້ໃນຫຼາຍໆສິ່ງ. ບາງຄັ້ງ ເຈົ້າຮູ້ສຶກວ່າ ບາງສິ່ງທີ່ເຈົ້າໄດ້ຍິນແມ່ນໃຊ້ການບໍ່ໄດ້ແທ້ໆ; ເຈົ້າເຊື່ອແນວຄິດກ່ຽວກັບສິ່ງນັ້ນໃນເວລາໃດໜຶ່ງ ແລະ ເຖິງແມ່ນເຈົ້າຍອມຮັບມັນ, ເຈົ້າກໍພຽງແຕ່ເຮັດດ້ວຍຄວາມບໍ່ເຕັມໃຈເທົ່ານັ້ນ. ແຕ່ໃນປະສົບການຂອງເຈົ້າເອງ, ຄວາມຮູ້ທີ່ໃຫ້ແນວຄິດກັບເຈົ້າກາຍມາເປັນວິທີການປະຕິບັດຂອງເຈົ້າ ແລະ ຍິ່ງເຈົ້າປະຕິບັດຫຼາຍພຽງໃດ, ເຈົ້າກໍຍິ່ງເຂົ້າໃຈຄຸນຄ່າທີ່ແທ້ຈິງ ແລະ ຄວາມໝາຍຂອງຄຳເວົ້າທີ່ເຈົ້າໄດ້ຍິນຫຼາຍພຽງນັ້ນ. ຫຼັງຈາກທີ່ເຈົ້າມີປະສົບການຂອງເຈົ້າເອງ, ແລ້ວເຈົ້າກໍສາມາດລົມກ່ຽວກັບຄວາມຮູ້ທີ່ເຈົ້າຄວນມີກ່ຽວກັບສິ່ງທີ່ເຈົ້າໄດ້ຜະເຊີນ. ນອກຈາກນັ້ນ ເຈົ້າກໍ່ຍັງຈະສາມາດຈຳແນກລະຫວ່າງຄວາມຮູ້ຂອງຜູ້ໃດເປັນຈິງ ແລະ ໃຊ້ການໄດ້ ແລະ ຄວາມຮູ້ຂອງຜູ້ໃດທີ່ອີງຕາມທິດສະດີ ແລະ ບໍ່ມີຄ່າ. ສະນັ້ນ ບໍ່ວ່າຄວາມຮູ້ທີ່ເຈົ້າກຳລັງເວົ້າເຖິງຈະສອດຄ່ອງກັບຄວາມຈິງເປັນສ່ວນໃຫຍ່ ຫຼື ບໍ່ ແມ່ນຂຶ້ນກັບວ່າ ເຈົ້າມີປະສົບການທີ່ໃຊ້ການໄດ້ ຫຼື ບໍ່. ບ່ອນໃດທີ່ມີຄວາມຈິງໃນປະສົບການຂອງເຈົ້າ, ຄວາມຮູ້ຂອງເຈົ້າກໍຈະເປັນຄວາມຈິງ ແລະ ມີຄຸນຄ່າ. ຜ່ານປະສົບການຂອງເຈົ້າ, ເຈົ້າຍັງສາມາດໄດ້ຮັບການເບິ່ງອອກ ແລະ ຄວາມເຂົ້າໃຈ, ເຮັດໃຫ້ຄວາມຮູ້ຂອງເຈົ້າເລິກເຊິ່ງຂຶ້ນ ແລະ ເພີ່ມສະຕິປັນຍາຂອງເຈົ້າ ແລະ ສາມັນສຳນຶກກ່ຽວກັບວິທີທີ່ເຈົ້າຄວນປະພຶດຕົນເອງ. ຄວາມຮູ້ທີ່ຖືກສະແດງອອກໂດຍຄົນທີ່ບໍ່ມີຄວາມຈິງແມ່ນທິດສະດີ ບໍ່ວ່າມັນອາດສູງສົ່ງສໍ່າໃດກໍຕາມ. ຄົນປະເພດນີ້ອາດຈະສະຫຼາດຫຼາຍ ເມື່ອເວົ້າກ່ຽວກັບເລື່ອງຝ່າຍເນື້ອໜັງ ແຕ່ບໍ່ສາມາດແຍກແຍະເມື່ອເວົ້າກ່ຽວກັບເລື່ອງຝ່າຍວິນຍານ. ສິ່ງນີ້ເກີດຂຶ້ນກໍຍ້ອນວ່າຄົນດັ່ງກ່າວບໍ່ມີປະສົບການຫຍັງເລີຍກ່ຽວກັບເລື່ອງທັງໝົດໃນຝ່າຍວິນຍານ. ນີ້ແມ່ນຄົນທີ່ບໍ່ໄດ້ຮັບແສງສະຫວ່າງໃນເລື່ອງຝ່າຍວິນຍານ ແລະ ບໍ່ເຂົ້າໃຈວິນຍານ. ບໍ່ວ່າເຈົ້າຈະສະແດງຄວາມຮູ້ປະເພດໃດກໍຕາມ ຕາບໃດທີ່ມັນຄືການເປັນຢູ່ຂອງເຈົ້າ ແລ້ວມັນກໍເປັນປະສົບການສ່ວນຕົວຂອງເຈົ້າ, ຄວາມຮູ້ທີ່ແທ້ຈິງຂອງເຈົ້າ. ສິ່ງຄົນທີ່ເວົ້າພຽງແຕ່ທິດສະດີ ນັ້ນກໍຄື ຄົນທີ່ບໍ່ມີຄວາມຈິງ ຫຼື ຄວາມເປັນຈິງ ສົນທະນາກັນແມ່ນສາມາດຖືກເອີ້ນໄດ້ວ່າການເປັນຢູ່ຂອງພວກເຂົາ, ຍ້ອນພວກເຂົາມາເຖິງທິດສະດີຂອງພວກເຂົາ ພຽງແຕ່ຜ່ານການຕຶກຕອງຢ່າງເລິກເຊິ່ງ ແລະ ຍ້ອນຜົນທີ່ຂອງການໄຕ່ຕອງຢ່າງເລິກເຊິ່ງຂອງພວກເຂົາ, ແຕ່ມັນເປັນພຽງທິດສະດີເທົ່ານັ້ນ, ບໍ່ແມ່ນຫຍັງນອກຈາກຈິນຕະນາການ! ປະສົບການຂອງຄົນທຸກປະເພດເປັນຕົວແທນໃຫ້ແກ່ສິ່ງທີ່ຢູ່ພາຍໃນພວກເຂົາ. ຄົນທີ່ບໍ່ມີປະສົບການຝ່າຍວິນຍານບໍ່ສາມາດເວົ້າກ່ຽວກັບຄວາມຮູ້ແຫ່ງຄວາມຈິງ ຫຼື ຄວາມຮູ້ທີ່ຖືກຕ້ອງກ່ຽວກັບເລື່ອງຝ່າຍວິນຍານຕ່າງໆ. ສິ່ງທີ່ມະນຸດສະແດງອອກແມ່ນສິ່ງທີ່ພວກເຂົາເປັນຢູ່ພາຍໃນ, ນີ້ຄືສິ່ງທີ່ແນ່ນອນ. ຖ້າຄົນໜຶ່ງປາຖະໜາທີ່ຈະມີຄວາມຮູ້ກ່ຽວກັບສິ່ງຕ່າງໆໃນຝ່າຍວິນຍານ ແລະ ຄວາມຮູ້ກ່ຽວກັບຄວາມຈິງ, ຄົນໆນັ້ນຕ້ອງມີປະສົບການທີ່ແທ້ຈິງ. ຖ້າເຈົ້າບໍ່ສາມາດເວົ້າກ່ຽວກັບສາມັນສຳນຶກໃນຊີວິດຂອງມະນຸດຢ່າງຊັດເຈນ, ແລ້ວມັນຈະບໍ່ແຮງໄກບໍທີ່ເຈົ້າຈະສາມາດເວົ້າກ່ຽວກັບສິ່ງຕ່າງໆໃນຝ່າຍວິນຍານ? ຄົນທີ່ສາມາດນໍາພາຄຣິດຕະຈັກ, ສະໜອງຊີວິດໃຫ້ກັບຜູ້ຄົນ ແລະ ເປັນອັກຄະສາວົກໃຫ້ກັບຜູ້ຄົນ ຕ້ອງມີປະສົບການທີ່ແທ້ຈິງ; ພວກເຂົາຕ້ອງມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບສິ່ງຕ່າງໆໃນຝ່າຍວິນຍານ ແລະ ການເຂົ້າໃຈທີ່ຖືກຕ້ອງ ແລະ ປະສົບການແຫ່ງຄວາມຈິງ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ເທົ່ານັ້ນ ຈຶ່ງມີຄຸນສົມບັດໃນການເປັນຄົນປະຕິບັດພາລະກິດ ຫຼື ອັກຄະສາວົກທີ່ນໍາພາຄຣິດຕະຈັກ. ຖ້າບໍ່ດັ່ງນັ້ນ ພວກເຂົາພຽງແຕ່ສາມາດຕິດຕາມໃນຖານະຄົນທີ່ຕ້ອຍຕໍ່າສຸດ ແລະ ບໍ່ສາມາດນໍາພາໄດ້, ແຮງໄກທີ່ຈະເປັນອັກຄະສາວົກທີ່ສາມາດສະໜອງຊີວິດໃຫ້ກັບຜູ້ຄົນເລີຍ. ນີ້ກໍຍ້ອນວ່າ ໜ້າທີ່ຂອງອັກຄະສາວົກບໍ່ແມ່ນການແລ່ນໜີ ຫຼື ການຕໍ່ສູ້; ມັນແມ່ນເພື່ອປະຕິບັດພາລະກິດແຫ່ງລ້ຽງດູຊີວິດ ແລະ ນໍາພາຄົນອື່ນໃຫ້ປ່ຽນແປງອຸປະນິໄສຂອງພວກເຂົາ. ຄົນທີ່ປະຕິບັດໜ້າທີ່ນີ້ແມ່ນຖືກຝາກຝັງໃຫ້ແບກຮັບໜ້າທີ່ຮັບຜິດຊອບທີ່ໜັກໜ່ວງ, ຄວາມຮັບຜິດຊອບທີ່ບໍ່ແມ່ນຜູ້ໃດກໍຕາມຈະສາມາດແບກໄດ້. ພາລະກິດປະເພດນີ້ພຽງແຕ່ສາມາດປະຕິບັດໄດ້ໂດຍຄົນທີ່ການເປັນຢູ່ໃນຊີວິດ ນັ້ນກໍຄື ຄົນທີ່ມີປະສົບການແຫ່ງຄວາມຈິງ. ມັນບໍ່ສາມາດຖືກປະຕິບັດໂດຍຜູ້ໃດກໍຕາມທີ່ສາມາດຍອມຈໍານົນໄດ້, ສາມາດແລ່ນໄດ້ ຫຼື ເຕັມໃຈທີ່ຈະເສຍສະຫຼະຕົນເອງ; ຄົນທີ່ບໍ່ມີປະສົບການແຫ່ງຄວາມຈິງ, ຄົນທີ່ບໍ່ໄດ້ຖືກລິຮານ ຫຼື ພິພາກສາ ບໍ່ສາມາດປະຕິບັດພາລະກິດປະເພດນີ້ໄດ້. ຄົນທີ່ບໍ່ມີປະສົບການ, ຄົນທີ່ປາສະຈາກຄວາມເປັນຈິງ ແມ່ນບໍ່ສາມາດເຫັນຄວາມເປັນຈິງຢ່າງຊັດເຈນ ຍ້ອນພວກເຂົາເອງບໍ່ມີການເປັນຢູ່ປະເພດນີ້. ດັ່ງນັ້ນ ຄົນປະເພດນີ້ບໍ່ພຽງແຕ່ບໍ່ສາມາດປະຕິບັດພາລະກິດແຫ່ງການເປັນຜູ້ນໍາໄດ້, ແຕ່ຖ້າພວກເຂົາຍັງຄົງບໍ່ມີຄວາມຈິງເປັນເວລາດົນນານ ພວກເຂົາຈະຖືກໂຍນອອກ. ຄວາມເຂົ້າໃຈທີ່ເຈົ້າກ່າວສາມາດພິສູດໃຫ້ເຫັນຄວາມລໍາບາກທີ່ເຈົ້າຜະເຊີນໃນຊີວິດ, ເຫັນສິ່ງທີ່ເຈົ້າຖືກຂ້ຽນຕີ ແລະ ບັນຫາທີ່ເຮັດໃຫ້ເຈົ້າຖືກພິພາກສາ. ສິ່ງນີ້ເປັນຈິງໃນການທົດລອງເຊັ່ນດຽວກັນ: ບ່ອນທີ່ເຮັດໃຫ້ຄົນໃດໜຶ່ງບໍລິສຸດ, ບ່ອນທີ່ເຮັດໃຫ້ຄົນໃດໜຶ່ງອ່ອນແອ, ສິ່ງເຫຼົ່ານີ້ແມ່ນບ່ອນທີ່ເຮັດໃຫ້ຄົນໃດໜຶ່ງມີປະສົບການ, ສິ່ງທີ່ເຮັດໃຫ້ຄົນໃດໜຶ່ງມີຫົນທາງ. ຕົວຢ່າງ ຖ້າຜູ້ໃດຜູ້ໜຶ່ງຜິດຫວັງກັບຊີວິດແຕ່ງດອງ, ພວກເຂົາກໍມັກສົນທະນາກັນວ່າ “ຂອບຄຸນພຣະເຈົ້າ, ສັນລະເສີນພຣະອົງ, ຂ້ານ້ອຍຕ້ອງຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ຖວາຍຊີວິດທັງໝົດຂອງຂ້ານ້ອຍ ແລະ ຂ້ານ້ອຍຕ້ອງ ມອບການແຕ່ງດອງຂອງຂ້ານ້ອຍໄວ້ໃນມືຂອງພຣະອົງຢ່າງສິ້ນເຊີງ. ຂ້ານ້ອຍເຕັມໃຈທີ່ຈະປະຕິຍານຊີວິດທັງໝົດຂອງຂ້ານ້ອຍໃຫ້ແກ່ພຣະອົງ”. ທຸກສິ່ງທີ່ຢູ່ໃນມະນຸດສາມາດສະແດງເຖິງສິ່ງທີ່ເຂົາເປັນຜ່ານການສົນທະນາ. ອັດຕາຄວາມໄວຂອງຄຳເວົ້າຂອງຄົນ, ບໍ່ວ່າພວກເຂົາຈະເວົ້າດັງ ຫຼື ງຽບ, ບັນຫາດັ່ງກ່າວທີ່ບໍ່ແມ່ນເລື່ອງຂອງປະສົບການ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບສິ່ງທີ່ພວກເຂົາມີ ແລະ ເປັນ. ສິ່ງເຫຼົ່ານີ້ພຽງແຕ່ສາມາດບອກໄດ້ວ່າ ລັກສະນະຂອງພວກເຂົາດີ ຫຼື ຊົ່ວ ຫຼື ທຳມະຊາດຂອງພວກເຂົາດີ ຫຼື ຊົ່ວ, ແຕ່ພວກມັນບໍ່ສາມາດທຽບເທົ່າກັບວ່າຜູ້ໃດຜູ້ໜຶ່ງມີປະສົບການ ຫຼື ບໍ່. ຄວາມສາມາດທີ່ຈະສະແດງເຖິງຄົນໃດໜຶ່ງໃນເວລາທີ່ກຳລັງເວົ້າ ຫຼື ທັກສະ ຫຼື ຄວາມໄວຂອງຄຳເວົ້າ, ແມ່ນເປັນພຽງເລື່ອງການປະຕິບັດ ແລະ ບໍ່ສາມາດທົດແທນປະສົບການຂອງຜູ້ໃດຜູ້ໜຶ່ງ. ເມື່ອເຈົ້າເວົ້າກ່ຽວກັບປະສົບການສ່ວນຕົວຂອງເຈົ້າ, ເຈົ້າຈະສົນທະນາໃນສິ່ງທີ່ເຈົ້າໃຫ້ຄວາມສຳຄັນ ແລະ ທຸກສິ່ງທີ່ຢູ່ພາຍໃນເຈົ້າ. ຄຳເວົ້າຂອງເຮົາສະແດງເຖິງການເປັນຢູ່ຂອງເຮົາ, ແຕ່ສິ່ງທີ່ເຮົາເວົ້າແມ່ນນອກເໜືອການຢັ່ງເຖິງຂອງມະນຸດ. ສິ່ງທີ່ເຮົາເວົ້າບໍ່ແມ່ນສິ່ງທີ່ມະນຸດຜະເຊີນ ແລະ ມັນບໍ່ແມ່ນສິ່ງທີ່ມະນຸດສາມາດເຫັນໄດ້; ມັນບໍ່ແມ່ນສິ່ງທີ່ມະນຸດສາມາດຈັບຕ້ອງໄດ້ເຊັ່ນກັນ, ແຕ່ມັນເປັນສິ່ງທີ່ເຮົາເປັນ. ບາງຄົນພຽງແຕ່ຮັບຮູ້ວ່າ ສິ່ງທີ່ເຮົາສົນທະນາແມ່ນສິ່ງທີ່ເຮົາໄດ້ຜະເຊີນ, ແຕ່ພວກເຂົາບໍ່ເຂົ້າໃຈວ່າ ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ. ແນ່ນອນ, ສິ່ງທີ່ເຮົາເວົ້າແມ່ນສິ່ງທີ່ເຮົາໄດ້ຜະເຊີນ. ມັນແມ່ນເຮົາທີ່ເປັນຜູ້ປະຕິບັດພາລະກິດການຄຸ້ມຄອງເປັນເວລາຫົກພັນປີ. ເຮົາໄດ້ຜະເຊີນກັບທຸກສິ່ງຈາກການເລີ່ມຕົ້ນຂອງການສ້າງມະນຸດຊາດຈົນເຖິງປັດຈຸບັນ; ເຮົາຈະບໍ່ສາມາດສົນທະນາກ່ຽວກັບສິ່ງນັ້ນໄດ້ແນວໃດ? ເມື່ອເວົ້າເລື່ອງທຳມະຊາດຂອງມະນຸດ ເຮົາໄດ້ເຫັນຢ່າງຊັດເຈນ; ເຮົາສັງເກດມັນມາເປັນເວລາດົນນານແລ້ວ; ເຮົາຈະບໍ່ສາມາດເວົ້າກ່ຽວກັບສິ່ງນັ້ນຢ່າງຊັດເຈນໄດ້ແນວໃດ? ຍ້ອນເຮົາໄດ້ເຫັນທາດແທ້ຂອງມະນຸດຢ່າງຊັດເຈນ, ເຮົາມີຄຸນສົມບັດທີ່ຈະຂ້ຽນຕີມະນຸດ ແລະ ພິພາກສາມະນຸດ, ຍ້ອນວ່າມະນຸດທຸກຄົນມາຈາກເຮົາ ແຕ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ. ແນ່ນອນ ເຮົາຍັງມີຄຸນສົມບັດໃນການປະເມີນພາລະກິດທີ່ເຮົາໄດ້ປະຕິບັດ. ເຖິງແມ່ນພາລະກິດນີ້ບໍ່ແມ່ນຖືກປະຕິບັດໂດຍເນື້ອໜັງຂອງເຮົາ, ມັນແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ນີ້ແມ່ນສິ່ງທີ່ເຮົາມີ ແລະ ສິ່ງທີ່ເຮົາເປັນ. ດ້ວຍເຫດນັ້ນ ເຮົາມີຄຸນສົມບັດທີ່ຈະສະແດງອອກເຖິງສິ່ງນີ້ ແລະ ປະຕິບັດພາລະກິດທີ່ເຮົາຄວນເຮັດ. ສິ່ງທີ່ຜູ້ຄົນເວົ້າແມ່ນສິ່ງທີ່ພວກເຂົາຜະເຊີນ. ມັນແມ່ນສິ່ງທີ່ພວກເຂົາເຫັນ, ສິ່ງທີ່ຈິດໃຈຂອງພວກເຂົາສາມາດຢັ່ງເຖິງ ແລະ ສິ່ງທີ່ຄວາມຮູ້ສຶກຂອງພວກເຂົາສາມາດກວດຈັບໄດ້. ນັ້ນຄືສິ່ງທີ່ພວກເຂົາສາມາດສົນທະນາ. ພຣະທຳທີ່ກ່າວໂດຍເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າແມ່ນການສະແດງອອກໂດຍກົງຂອງພຣະວິນຍານ ແລະ ພວກມັນສະແດງເຖິງພາລະກິດທີ່ພຣະວິນຍານປະຕິບັດ ເຊິ່ງເນື້ອໜັງບໍ່ໄດ້ຜະເຊີນ ຫຼື ເຫັນໃນສິ່ງນັ້ນ, ແຕ່ພຣະອົງຍັງສະແດງເຖິງການເປັນຢູ່ຂອງພຣະອົງ, ຍ້ອນວ່າ ແກ່ນແທ້ຂອງເນື້ອໜັງແມ່ນພຣະວິນຍານ ແລະ ພຣະອົງສະແດງເຖິງພາລະກິດຂອງພຣະວິນຍານ. ມັນຄືພາລະກິດທີ່ຖືກເຮັດສຳເລັດໂດຍພຣະວິນຍານ ເຖິງແມ່ນມັນຢູ່ນອກເໜືອການຢັ່ງເຖິງຂອງເນື້ອໜັງ. ຫຼັງຈາກການບັງເກີດເປັນມະນຸດ ຜ່ານການສະແດງອອກຂອງເນື້ອໜັງ ພຣະອົງເຮັດໃຫ້ຜູ້ຄົນສາມາດຮູ້ຈັກເຖິງການເປັນຢູ່ຂອງພຣະເຈົ້າ ແລະ ເຮັດໃຫ້ຜູ້ຄົນເຫັນອຸປະນິໄສຂອງພຣະເຈົ້າ ແລະ ພາລະກິດທີ່ພຣະອົງໄດ້ເຮັດສຳເລັດ. ພາລະກິດຂອງມະນຸດເຮັດໃຫ້ຜູ້ຄົນມີຄວາມຊັດເຈນຫຼາຍຂຶ້ນກ່ຽວກັບສິ່ງທີ່ພວກເຂົາຄວນເຂົ້າສູ່ ແລະ ສິ່ງທີ່ພວກເຂົາຄວນເຂົ້າໃຈ; ມັນກ່ຽວຂ້ອງກັບການນໍາຜູ້ຄົນສູ່ການເຂົ້າໃຈ ແລະ ການຜະເຊີນກັບຄວາມຈິງ. ພາລະກິດຂອງມະນຸດຄືການສະໜັບສະໜູນຜູ້ຄົນ; ພາລະກິດຂອງພຣະເຈົ້າແມ່ນການເປີດເສັ້ນທາງໃໝ່ ແລະ ເປີດຍຸກໃໝ່ສຳລັບມະນຸດຊາດ ແລະ ການເປີດເຜີຍໃຫ້ຜູ້ຄົນເຫັນເຖິງສິ່ງທີ່ມະນຸດບໍ່ເຄີຍຮູ້, ເຮັດໃຫ້ພວກເຂົາສາມາດຮູ້ຈັກອຸປະນິໄສຂອງພຣະອົງ. ພາລະກິດຂອງພຣະເຈົ້າແມ່ນເພື່ອນໍາພາມະນຸດຊາດ.

ພາລະກິດທັງໝົດຂອງພຣະວິນຍານບໍລິສຸດແມ່ນຖືກປະຕິບັດເພື່ອເປັນປະໂຫຍດແກ່ຜູ້ຄົນ; ມັນກ່ຽວກັບການສັ່ງສອນຜູ້ຄົນ; ບໍ່ມີພາລະກິດໃດທີ່ບໍ່ໃຫ້ຜົນປະໂຫຍດກັບຜູ້ຄົນ. ບໍ່ວ່າຄວາມຈິງຈະເລິກ ຫຼື ຕື້ນ ແລະ ບໍ່ວ່າຄວາມສາມາດຂອງຄົນທີ່ຍອມຮັບຄວາມຈິງຈະເປັນແນວໃດ, ມັນກໍໃຫ້ຜົນປະໂຫຍດກັບຜູ້ຄົນ. ແຕ່ພາລະກິດຂອງພຣະວິນຍານບໍລິສຸດບໍ່ສາມາດເຮັດໃຫ້ສຳເລັດໂດຍກົງ; ມັນຕ້ອງຖືກສະແດງອອກຜ່ານຜູ້ຄົນທີ່ຮ່ວມມືກັບພຣະອົງ. ມີພຽງແຕ່ວິທີນີ້ເທົ່ານັ້ນ ຜົນຂອງພາລະກິດຂອງພຣະວິນຍານບໍລິສຸດຈຶ່ງສາມາດຖືກຮັບເອົາໄດ້. ແນ່ນອນ ເມື່ອມັນເປັນພຣະວິນຍານບໍລິສຸດປະຕິບັດພາລະກິດໂດຍກົງ, ມັນບໍ່ໄດ້ຮັບການເຈືອປົນເລີຍ; ແຕ່ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດຜ່ານມະນຸດ, ມັນຈຶ່ງໄດ້ຮັບການເຈືອປົນຫຼາຍ ແລະ ບໍ່ແມ່ນພາລະກິດເດີມຂອງພຣະວິນຍານບໍລິສຸດ. ດ້ວຍວິທີນີ້ ຄວາມຈິງຈຶ່ງປ່ຽນແປງໃນລະດັບທີ່ແຕກຕ່າງ. ຜູ້ຕິດຕາມບໍ່ໄດ້ຮັບເຈດຕະນາເດີມຂອງພຣະວິນຍານບໍລິສຸດ, ແຕ່ເປັນການປະສົມກັນລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ປະສົບການ ແລະ ຄວາມຮູ້ຂອງມະນຸດ. ພາກສ່ວນຂອງສິ່ງທີ່ຜູ້ຕິດຕາມຮັບທີ່ເປັນພາລະກິດຂອງພຣະວິນຍານບໍລິສຸດຖືກຕ້ອງ, ໃນຂະນະທີ່ປະສົບການ ແລະ ຄວາມຮູ້ຂອງມະນຸດທີ່ໄດ້ຮັບແມ່ນມີຄວາມຫຼາກຫຼາຍ ຍ້ອນຄົນປະຕິບັດພາລະກິດແຕກຕ່າງກັນ. ຄົນປະຕິບັດພາລະກິດທີ່ມີແສງສະຫວ່າງ ແລະ ການນໍາພາຂອງພຣະວິນຍານບໍລິສຸດຈະສືບຕໍ່ມີປະສົບການ ໂດຍອີງຕາມແສງສະຫວ່າງ ແລະ ການນໍາພານີ້. ພາຍໃນປະສົບການເຫຼົ່ານີ້ແມ່ນປະສົມມີຈິດໃຈ ແລະ ປະສົບການຂອງມະນຸດ, ພ້ອມທັງການເປັນຢູ່ຂອງມະນຸດ ແລະ ຫຼັງຈາກນັ້ນ ພວກເຂົາຈຶ່ງໄດ້ຮັບຄວາມຮູ້ ຫຼື ຄວາມເຂົ້າໃຈທີ່ພວກເຂົາຄວນມີ. ສິ່ງນີ້ແມ່ນວິທີການປະຕິບັດຂອງມະນຸດຫຼັງຈາກທີ່ໄດ້ຜະເຊີນກັບຄວາມຈິງ. ວິທີການປະຕິບັດນີ້ບໍ່ຄືກັນສະເໝີໄປ ຍ້ອນຜູ້ຄົນມີປະສົບການທີ່ແຕກຕ່າງກັນ ແລະ ສິ່ງທີ່ຜູ້ຄົນສໍາຜັດກໍແຕກຕ່າງກັນ. ດ້ວຍວິທີນີ້ ແສງສະຫວ່າງດຽວກັນຂອງພຣະວິນຍານບໍລິສຸດກໍເກີດຜົນໃນຄວາມຮູ້ ແລະ ການປະຕິບັດທີ່ແຕກຕ່າງກັນ, ຍ້ອນຄົນທີ່ຮັບແສງສະຫວ່າງແມ່ນແຕກຕ່າງກັນ. ບາງຄົນເຮັດຜິດພາດເລັກນ້ອຍໃນລະຫວ່າງການປະຕິບັດ ໃນຂະນະທີ່ບາງຄົນເຮັດຜິດພາດຢ່າງຮ້າຍແຮງ ແລະ ບາງຄົນບໍ່ໄດ້ສ້າງຫຍັງເລີຍນອກຈາກຄວາມຜິດພາດ. ນີ້ກໍຍ້ອນວ່າ ຜູ້ຄົນແຕກຕ່າງກັນໃນຄວາມສາມາດທີ່ຈະເຂົ້າໃຈຂອງພວກເຂົາ ແລະ ຍັງເປັນຍ້ອນຄວາມສາມາດໂດຍທຳມະຊາດຂອງພວກເຮົາແຕກຕ່າງເຊັ່ນກັນ. ບາງຄົນມີຄວາມເຂົ້າໃຈບາງຢ່າງຫຼັງຈາກທີ່ໄດ້ຍິນຂໍ້ຄວາມ ແລະ ບາງຄົນມີຄວາມເຂົ້າໃຈອີກຢ່າງ ຫຼັງຈາກທີ່ໄດ້ຍິນຄວາມຈິງ. ບາງຄົນອອກນອກທາງເລັກນ້ອຍ, ໃນຂະນະທີ່ບາງຄົນບໍ່ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງຄວາມຈິງເລີຍ. ດ້ວຍເຫດນັ້ນ ຄວາມເຂົ້າໃຈຂອງຄົນໆໜຶ່ງຈະກຳນົດວິທີທີ່ຄົນໆນັ້ນຈະນໍາພາຄົນອື່ນ; ສິ່ງນີ້ເປັນຈິງແນ່ນອນ, ຍ້ອນພາລະກິດຂອງຄົນໆໜຶ່ງແມ່ນເປັນພຽງການສະແດງອອກຂອງການເປັນຢູ່ຂອງຄົນໆນັ້ນເທົ່ານັ້ນ. ຜູ້ຄົນທີ່ຖືກນໍາພາໂດຍຄົນທີ່ມີຄວາມເຂົ້າໃຈຄວາມຈິງຢ່າງຖືກຕ້ອງຈະມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຄວາມຈິງເຊັ່ນກັນ. ເຖິງແມ່ນ ມີຄົນທີ່ມີຄວາມເຂົ້າໃຈທີ່ບໍ່ມີເຫດຜົນກໍມີຈຳນວນໜ້ອຍ ແລະ ບໍ່ແມ່ນໝົດທຸກຄົນທີ່ຈະເປັນແບບນີ້. ຖ້າຄົນໆໜຶ່ງມີຄວາມເຂົ້າໃຈທີ່ບໍ່ມີເຫດຜົນກ່ຽວກັບຄວາມຈິງ, ຄົນທີ່ຕິດຕາມເຂົາກໍຖືກບິດເບືອນໂດຍບໍ່ຕ້ອງສົງໄສເຊັ່ນກັນ ແລະ ຄົນເຫຼົ່ານີ້ຈະເປັນປະເພດທີ່ບໍ່ມີເຫດຜົນໃນຄຳເວົ້າທຸກປະການ. ລະດັບຄວາມເຂົ້າໃຈທີ່ຜູ້ຕິດຕາມເຂົ້າໃຈຄວາມຈິງແມ່ນຂຶ້ນຢູ່ກັບຄົນປະຕິບັດພາລະກິດເປັນສ່ວນໃຫຍ່. ແນ່ນອນ ຄວາມຈິງຈາກພຣະເຈົ້າເປັນສິ່ງທີ່ຖືກຕ້ອງ ແລະ ປາສະຈາກຂໍ້ຜິດພາດ ແລະ ແນ່ນອນທີ່ສຸດ. ເຖິງຢ່າງໃດກໍຕາມ ຄົນປະຕິບັດພາລະກິດແມ່ນບໍ່ຖືກຕ້ອງທັງໝົດ ແລະ ບໍ່ສາມາດເວົ້າໄດ້ວ່າ ສາມາດເຊື່ອຖືໄດ້ທັງໝົດ. ຖ້າຄົນປະຕິບັດພາລະກິດມີວິທີການປະຕິບັດຄວາມຈິງ ທີ່ມີຄວາມເປັນຈິງຫຼາຍ ແລ້ວຜູ້ຕິດຕາມກໍຈະມີວິທີການປະຕິບັດເຊັ່ນດຽວກັນ. ຖ້າຄົນປະຕິບັດພາລະກິດບໍ່ມີວິທີການປະຕິບັດຄວາມຈິງ ມີແຕ່ທິດສະດີເທົ່ານັ້ນ, ແລ້ວຜູ້ຕິດຕາມຈະບໍ່ມີຄວາມເປັນຈິງໃດໆເລີຍ. ຄວາມສາມາດ ແລະ ທຳມະຊາດຂອງຜູ້ຕິດຕາມແມ່ນຖືກກຳນົດໂດຍການເກີດ ແລະ ບໍ່ກ່ຽວເນື່ອງກັບຄົນປະຕິບັດພາລະກິດ, ແຕ່ຂອບເຂດທີ່ຜູ້ຕິດຕາມເຂົ້າໃຈຄວາມຈິງ ແລະ ຮູ້ຈັກພຣະເຈົ້າແມ່ນຂຶ້ນຢູ່ກັບຄົນປະຕິບັດພາລະກິດ (ສິ່ງນີ້ເປັນຈິງສຳລັບບາງຄົນເທົ່ານັ້ນ). ບໍ່ວ່າຜູ້ຄົນປະຕິບັດພາລະກິດຈະເປັນແນວໃດກໍຕາມ, ຜູ້ຕິດຕາມທີ່ເຂົານໍາພາກໍຈະເປັນແນວນັ້ນ. ສິ່ງທີ່ຄົນປະຕິບັດພາລະກິດສະແດງອອກແມ່ນການເປັນຢູ່ຂອງເຂົາເອງ, ປາສະຈາກຂໍ້ຈຳກັດ. ຄວາມຮຽກຮ້ອງທີ່ເຂົາມີຕໍ່ຜູ້ທີ່ຕິດຕາມເຂົາແມ່ນສິ່ງທີ່ເຂົາເອງເຕັມໃຈເຮັດໃຫ້ບັນລຸ ຫຼື ສາມາດບັນລຸ. ຄົນປະຕິບັດພາລະກິດສ່ວນໃຫຍ່ໃຊ້ສິ່ງທີ່ພວກເຂົາເຮັດເປັນພື້ນໃນການຮຽກຮ້ອງຈາກຜູ້ຕິດຕາມຂອງພວກເຂົາ ໂດຍບໍ່ຄຳນຶງວ່າມີຫຼາຍສິ່ງທີ່ຜູ້ຕິດຕາມຂອງພວກເຂົາບໍ່ສາມາດບັນລຸໄດ້ເລີຍ ແລະ ສິ່ງທີ່ຄົນໆໜຶ່ງບໍ່ສາມາດບັນລຸໄດ້ກາຍມາເປັນອຸປະສັກໃນທາງເຂົ້າຂອງຄົນໆນັ້ນ.

ມີການຄາດເຄື່ອນໜ້ອຍລົງໃນພາລະກິດຂອງຄົນທີ່ໄດ້ຜ່ານການລິຮານ, ການພິພາກສາ ແລະ ການຂ້ຽນຕີ ແລະ ການສະແດງອອກຂອງພາລະກິດຂອງພວກເຂົາກໍຖືກຕ້ອງຫຼາຍກວ່າ. ຄົນທີ່ອາໄສຄວາມເປັນທຳມະຊາດຂອງພວກເຂົາເພື່ອປະຕິບັດພາລະກິດແມ່ນເຮັດຜິດພາດຮ້າຍແຮງພໍສົມຄວນ. ພາລະກິດຂອງຜູ້ຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນສະແດງຄວາມເປັນທໍາມະຊາດຂອງພວກເຂົາເອງຫຼາຍເກີນໄປ ເຊິ່ງກໍ່ໃຫ້ເກີດອຸປະສັກໃຫຍ່ຫຼວງຕໍ່ພາລະກິດຂອງພຣະວິນຍານບໍລິສຸດ. ບໍ່ວ່າຄວາມສາມາດຂອງບຸກຄົນຈະດີສໍ່າໃດກໍຕາມ, ພວກເຂົາກໍຕ້ອງໄດ້ຜ່ານກັບການລິຮານ ແລະ ການພິພາກສາກ່ອນທີ່ພວກເຂົາຈະສາມາດປະຕິບັດພາລະກິດແຫ່ງການຝາກຝັງຂອງພຣະເຈົ້າໄດ້. ຖ້າພວກເຂົາຍັງບໍ່ໄດ້ຜ່ານການພິພາກສາດັ່ງກ່າວ, ບໍ່ວ່າພວກເຂົາຈະເຮັດໄດ້ດີພຽງໃດ ພາລະກິດຂອງພວກເຂົາກໍບໍ່ສາມາດສອດຄ່ອງກັບຫຼັກການແຫ່ງຄວາມຈິງໄດ້ ແລະ ເປັນຜົນຂອງຄວາມເປັນທຳມະຊາດຂອງພວກເຂົາເອງ ແລະ ຄວາມດີຂອງມະນຸດຢູ່ສະເໝີ. ພາລະກິດຂອງຄົນທີ່ໄດ້ຜ່ານການລິຮານ ແລະ ການພິພາກສາແມ່ນຖືກຕ້ອງຫຼາຍກວ່າພາລະກິດຂອງຄົນທີ່ບໍ່ເຄີຍຖືກລິຮານ ແລະ ພິພາກສາ. ຄົນທີ່ບໍ່ໄດ້ຜ່ານການພິພາກສາບໍ່ສະແດງອອກເຖິງຫຍັງນອກຈາກເນື້ອໜັງ ແລະ ຄວາມຄິດຂອງມະນຸດ ທີ່ເຈືອປົນກັບຄວາມສະຫຼາດ ແລະ ຄວາມສາມາດຕັ້ງແຕ່ເກີດຂອງມະນຸດ. ນີ້ບໍ່ແມ່ນການສະແດງອອກຢ່າງຖືກຕ້ອງຂອງມະນຸດກ່ຽວກັບພາລະກິດຂອງພຣະເຈົ້າ. ຄົນທີ່ຕິດຕາມຜູ້ຄົນດັ່ງກ່າວຖືກນໍາມາຢູ່ຕໍ່ໜ້າພວກເຂົາໂດຍຄວາມສາມາດມີມາຕັ້ງແຕ່ເກີດຂອງພວກເຂົາ. ຍ້ອນພວກເຂົາສະແດງອອກເຖິງຄວາມເຂົ້າໃຈ ແລະ ປະສົບການຫຼາຍຢ່າງເກີນໄປຂອງມະນຸດ, ເຊິ່ງເກືອບແຍກອອກຈາກເຈດຕະນາເດີມຂອງພຣະເຈົ້າ ແລະ ຫັນເຫຈາກສິ່ງນັ້ນຫຼາຍເກີນໄປ, ພາລະກິດຂອງຄົນປະເພດນີ້ຈຶ່ງບໍ່ສາມາດນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າໄດ້, ແຕ່ກົງກັນຂ້າມແມ່ນນໍາພວກເຂົາມາຢູ່ຕໍ່ໜ້າມະນຸດ. ສະນັ້ນ ຄົນທີ່ບໍ່ໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີແມ່ນບໍ່ມີຄຸນສົມບັດໃນການປະຕິບັດພາລະກິດແຫ່ງການຝາກຝັງຂອງພຣະເຈົ້າ. ພາລະກິດຂອງຄົນປະຕິບັດພາລະກິດທີ່ມີຄຸນສົມບັດສາມາດນໍາຜູ້ຄົນເຂົ້າສູ່ຫົນທາງທີ່ຖືກຕ້ອງ ແລະ ມອບທາງເຂົ້າທີ່ຍິ່ງໃຫຍ່ຂຶ້ນສູ່ຄວາມຈິງໃຫ້ແກ່ພວກເຂົາ. ພາລະກິດຂອງພຣະເຈົ້າສາມາດນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ. ນອກຈາກນັ້ນ ພາລະກິດທີ່ເຂົາປະຕິບັດສາມາດປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ ແລະ ບໍ່ຖືກຜູກມັດໂດຍກົດລະບຽບ, ເຮັດໃຫ້ຜູ້ຄົນຖືກປົດປ່ອຍ ແລະ ຮັບອິດສະຫຼະພາບ ແລະ ຄວາມສາມາດໃນການເຕີບໃຫຍ່ໃນຊີວິດເທື່ອລະໜ້ອຍ ແລະ ການມີທາງເຂົ້າທີ່ເລິກເຊິ່ງຫຼາຍຂຶ້ນໃນຄວາມຈິງເທື່ອລະໜ້ອຍ. ພາລະກິດຂອງຄົນປະຕິບັດພາລະກິດທີ່ບໍ່ມີຄຸນສົມບັດແມ່ນບໍ່ເປັນໄປຕາມຄາດຫວັງຫຼາຍ. ພາລະກິດຂອງເຂົາໂງ່ຈ້າ. ເຂົາພຽງແຕ່ສາມາດນໍາຜູ້ຄົນມາສູ່ກົດລະບຽບເທົ່ານັ້ນ ແລະ ສິ່ງທີ່ເຂົາຮຽກຮ້ອງຈາກຜູ້ຄົນບໍ່ປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ; ເຂົາບໍ່ປະຕິບັດພາລະກິດຕາມຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນ. ໃນພາລະກິດປະເພດນີ້ ມີກົດລະບຽບຫຼາຍເກີນໄປ ແລະ ທິດສະດີຫຼາຍເກີນໄປ ແລະ ມັນບໍ່ສາມາດນໍາຜູ້ຄົນເຂົ້າສູ່ຄວາມເປັນຈິງ ຫຼື ສູ່ການປະຕິບັດປົກກະຕິແຫ່ງການເຕີບໃຫຍ່ໃນຊີວິດໄດ້. ມັນສາມາດພຽງແຕ່ເຮັດໃຫ້ຜູ້ຄົນຍຶດຖືກົດລະບຽບສອງສາມຂໍ້ທີ່ບໍ່ມີຄ່າຫຍັງເລີຍ. ການນໍາພາແບບນີ້ພຽງແຕ່ສາມາດນໍາຜູ້ຄົນໃຫ້ຫຼົງທາງ. ເຂົານໍາພາເຈົ້າໃຫ້ກາຍເປັນຄືກັບເຂົາ; ເຂົາສາມາດນໍາເຈົ້າເຂົ້າສິ່ງທີ່ເຂົາມີ ແລະ ເປັນ. ເພື່ອທີ່ຜູ້ຕິດຕາມຈະແຍກແຍະວ່າ ຜູ້ນໍາມີຄຸນສົມບັດ ຫຼື ບໍ່, ສິ່ງສໍາຄັນແມ່ນຕ້ອງເບິ່ງທີ່ເສັ້ນທາງທີ່ພວກເຂົານໍາພາ ແລະ ຜົນຂອງພາລະກິດຂອງພວກເຂົາ ແລະ ເບິ່ງວ່າ ຜູ້ຕິດຕາມໄດ້ຮັບຫຼັກການຕາມຄວາມຈິງ ຫຼື ບໍ່ ແລະ ພວກເຂົາໄດ້ຮັບວິທີການປະຕິບັດທີ່ເໝາະສົມສຳລັບການປ່ຽນແປງຂອງພວກເຂົາ ຫຼື ບໍ່. ເຈົ້າຄວນຈຳແນກລະຫວ່າງພາລະກິດທີ່ແຕກຕ່າງຂອງຜູ້ຄົນປະເພດຕ່າງໆ; ເຈົ້າບໍ່ຄວນເປັນຜູ້ຕິດຕາມທີ່ໂງ່ຈ້າ. ສິ່ງນີ້ມີຜົນຕໍ່ເລື່ອງທາງເຂົ້າສູ່ຂອງເຈົ້າ. ຖ້າເຈົ້າບໍ່ສາມາດຈຳແນກວ່າ ການເປັນຜູ້ນໍາຂອງໃຜມີເສັ້ນທາງ ແລະ ຂອງໃຜບໍ່ມີ, ເຈົ້າກໍຈະຖືກເຮັດໃຫ້ເຂົ້າໃຈຜິດຢ່າງງ່າຍດາຍ. ທຸກສິ່ງນີ້ມີຄວາມກ່ຽວຂ້ອງໂດຍກົງກັບຊີວິດຂອງເຈົ້າເອງ. ມີຄວາມເປັນທຳມະຊາດຫຼາຍເກີນໄປໃນພາລະກິດຂອງຜູ້ຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ; ມັນປະປົນກັບຄວາມປະສົງຂອງມະນຸດຫຼາຍຢ່າງ. ການເປັນຢູ່ຂອງພວກເຂົາແມ່ນຄວາມເປັນທຳມະຊາດ, ສິ່ງທີ່ພວກເຂົາເກີດມາພ້ອມ. ມັນບໍ່ແມ່ນຊີວິດຫຼັງຈາກທີ່ຖືກລິຮານ ຫຼື ຄວາມເປັນຈິງຫຼັງຈາກທີ່ໄດ້ຮັບການປ່ຽນແປງ. ຄົນປະເພດນີ້ຈະສາມາດສົ່ງເສີມຄົນທີ່ກໍາລັງສະແຫວງຫາຊີວິດໄດ້ແນວໃດ? ຊີວິດດັ້ງເດີມທີ່ມະນຸດເປັນແມ່ນຄວາມສະຫຼາດ ແລະ ພອນສະຫວັນທີ່ມີມາຕັ້ງແຕ່ເກີດຂອງເຂົາ. ຄວາມສະຫຼາດ ຫຼື ພອນສະຫວັນປະເພດນີ້ຫ່າງຈາກສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຢ່າງແນ່ນອນຫຼາຍ. ຖ້າມະນຸດບໍ່ໄດ້ຖືກເຮັດໃຫ້ສົມບູນ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ່ໄດ້ຖືກລິຮານ, ຈະມີຊ່ອງວ່າງທີ່ກວ້າງລະຫວ່າງສິ່ງທີ່ພວກເຂົາສະແດງອອກ ແລະ ຄວາມຈິງ; ສິ່ງທີ່ເຂົາສະແດງອອກຈະປະສົມກັບສິ່ງທີ່ບໍ່ແຈ່ມແຈ້ງ ເຊັ່ນ: ຈິນຕະນາການ ແລະ ປະສົບການຝ່າຍດຽວຂອງເຂົາ. ຍິ່ງໄປກວ່ານັ້ນ ບໍ່ວ່າເຂົາຈະປະຕິບັດພາລະກິດແນວໃດກໍຕາມ, ຜູ້ຄົນຮູ້ສຶກວ່າ ບໍ່ມີເປົ້າໝາຍໂດຍລວມ ແລະ ບໍ່ມີຄວາມຈິງທີ່ເໝາະສົມສຳລັບທາງເຂົ້າຂອງທຸກຄົນ. ສິ່ງທີ່ຮຽກຮ້ອງສ່ວນໃຫຍ່ຈາກຜູ້ຄົນແມ່ນຢູ່ນອກເໜືອຄວາມສາມາດຂອງພວກເຂົາ, ຄືກັບວ່າພວກເຂົາເປັນເປັດທີ່ຖືກໄລ່ໃຫ້ປີນງ່າໄມ້. ນີ້ແມ່ນພາລະກິດທີ່ມີຄວາມປະສົງຂອງມະນຸດ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ຄວາມຄິດຂອງເຂົາ ແລະ ແນວຄິດຂອງເຂົາແຜ່ຄຸມໄປທົ່ວທຸກພາກສ່ວນໃນຮ່າງກາຍຂອງເຂົາ. ມະນຸດບໍ່ໄດ້ເກີດພ້ອມກັບສັນຊາດຕະຍານໃນການປະຕິບັດຄວາມຈິງ ຫຼື ເຂົາບໍ່ມີສັນຊາດຕະຍານທີ່ຈະເຂົ້າໃຈຄວາມຈິງໂດຍກົງ. ຖ້າປະກອບກັບອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ເມື່ອບຸກຄົນທີ່ທຳມະຊາດປະເພດນີ້ປະຕິບັດພາລະກິດ, ມັນຈະບໍ່ກໍ່ໃຫ້ເກີດການຂັດຂວາງບໍ? ແຕ່ວ່າມະນຸດທີ່ຖືກເຮັດໃຫ້ສົມບູນແມ່ນມີປະສົບການແຫ່ງຄວາມຈິງທີ່ຜູ້ຄົນຄວນເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເພື່ອວ່າສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ເປັນຈິງໃນພາລະກິດຂອງເຂົາຈະຫາຍໄປເທື່ອລະໜ້ອຍ, ມົນທິນຂອງມະນຸດກໍຍິ່ງມີໜ້ອຍລົງ ແລະ ພາລະກິດ ແລະ ການບໍລິການຂອງເຂົາກໍຍິ່ງຫຍັບເຂົ້າໃກ້ມາດຕະຖານທີ່ພຣະເຈົ້າຮຽກຮ້ອງຫຼາຍຂຶ້ນ. ສະນັ້ນ ພາລະກິດຂອງເຂົາເຂົ້າສູ່ຄວາມຈິງ-ຄວາມເປັນຈິງ ແລະ ມັນຍັງກາຍມາເປັນຈິງອີກດ້ວຍ. ຄວາມຄິດທີ່ຢູ່ໃນຈິດໃຈຂອງມະນຸດຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດໂດຍສະເພາະ. ມະນຸດມີຈິນຕະນາການທີ່ອຸດົມສົມບູນ ແລະ ເຫດຜົນທີ່ສົມເຫດສົມຜົນ ແລະ ປະສົບການອັນຍາວນານໃນການຈັດການກັບເລື່ອງຕ່າງໆ. ຖ້າລັກສະນະເຫຼົ່ານີ້ບໍ່ຜ່ານການລິຮານ ແລະ ການເຮັດໃຫ້ຖືກຕ້ອງ, ພວກມັນທັງໝົດກໍຈະເປັນອຸປະສັກຕໍ່ພາລະກິດ. ດ້ວຍເຫດນັ້ນ ພາລະກິດຂອງມະນຸດບໍ່ສາມາດຢັ່ງເຖິງລະດັບທີ່ຖືກຕ້ອງທີ່ສຸດໄດ້, ໂດຍສະເພາະພາລະກິດຂອງຄົນທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?