ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ (ພາກທີສອງ)

ເມື່ອພາລະກິດຂອງພຣະເຈົ້າໄປເຖິງຈຸດໃດໜຶ່ງ ແລະ ການຄຸ້ມຄອງຂອງພຣະອົງໄດ້ໄປເຖິງຈຸດໃດໜຶ່ງ, ຄົນທີ່ປະຕິບັດຕາມເຈດຕະນາຂອງພຣະອົງ ກໍລ້ວນແລ້ວແຕ່ເປັນຄົນທີ່ສາມາດປະຕິບັດຕາມເງື່ອນໄຂຂອງພຣະອົງ. ພຣະເຈົ້າຮຽກຮ້ອງມະນຸດຕາມມາດຕະຖານຂອງພຣະອົງເອງ ແລະ ຕາມສິ່ງທີ່ມະນຸດສາມາດບັນລຸໄດ້. ໃນຂະນະທີ່ເວົ້າເຖິງການຄຸ້ມຄອງຂອງພຣະອົງ, ພຣະອົງໄດ້ຊີ້ຫົນທາງໃຫ້ກັບມະນຸດ ແລະ ຈັດກຽມເສັ້ນທາງແຫ່ງຄວາມຢູ່ລອດໃຫ້ກັບມະນຸດ. ທັງການຄຸ້ມຄອງຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດແມ່ນຂັ້ນຕອນດຽວກັນຂອງພາລະກິດ ແລະ ຖືກປະຕິບັດໃນເວລາດຽວກັນ. ການເວົ້າເຖິງການຄຸ້ມຄອງຂອງພຣະເຈົ້າແມ່ນກ່ຽວພັນກັບການປ່ຽນແປງໃນອຸປະນິໄສຂອງມະນຸດ ແລະ ການເວົ້າເຖິງສິ່ງທີ່ມະນຸດຄວນປະຕິບັດ ແລະ ການປ່ຽນແປງໃນອຸປະນິໄສຂອງມະນຸດ ກໍກ່ຽວພັນກັບພາລະກິດຂອງພຣະເຈົ້າ; ບໍ່ມີຈັກເທື່ອທີ່ທັງສອງຢ່າງຈະຖືກແຍກອອກຈາກກັນ. ການປະຕິບັດຂອງມະນຸດປ່ຽນແປງເທື່ອລະບາດກ້າວ. ນັ້ນກໍຍ້ອນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດນັ້ນໄດ້ປ່ຽນແປງເຊັ່ນກັນ ແລະ ຍ້ອນພາລະກິດຂອງພຣະເຈົ້າປ່ຽນແປງ ແລະ ກ້າວໜ້າຢູ່ສະເໝີ. ຖ້າການປະຕິບັດຂອງມະນຸດຍັງຖືກກັບດັກຢູ່ໃນຄຳສັ່ງສອນ, ສິ່ງນີ້ກໍພິສູດວ່າ ເຂົາປາສະຈາກພາລະກິດ ແລະ ການນໍາພາຂອງພຣະເຈົ້ານັ້ນ; ຖ້າການປະຕິບັດຂອງມະນຸດບໍ່ປ່ຽນແປງຈັກເທື່ອ ຫຼື ບໍ່ເລິກເຊິ່ງຂຶ້ນ, ແລ້ວສິ່ງນີ້ກໍພິສູດວ່າ ການປະຕິບັດຂອງມະນຸດຖືກປະຕິບັດຕາມຄວາມຄິດຂອງມະນຸດ ແລະ ບໍ່ແມ່ນການປະຕິບັດແຫ່ງຄວາມຈິງ; ຖ້າມະນຸດບໍ່ມີເສັ້ນທາງໃຫ້ຍ່າງ, ແລ້ວເຂົາກໍຖືກຕົກລົງສູ່ກໍາມືຂອງຊາຕານໄປແລ້ວ ແລະ ຖືກຄວບຄຸມໂດຍຊາຕານ ເຊິ່ງໝາຍຄວາມວ່າ ເຂົາຖືກຄວບຄຸມໂດຍວິນຍານຊົ່ວຮ້າຍ. ຖ້າການປະຕິບັດຂອງມະນຸດບໍ່ໄດ້ເລິກເຊິ່ງກວ່າເກົ່າ, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ພັດທະນາ ແລະ ຖ້າບໍ່ມີການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ແລ້ວການເຂົ້າສູ່ຂອງມະນຸດກໍຈະຢຸດສະງັດ; ນີ້ເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້. ທົ່ວພາລະກິດທັງໝົດຂອງພຣະເຈົ້າ, ຖ້າມະນຸດຕ້ອງປະຕິບັດຕາມພຣະບັນຍັດຂອງພຣະເຢໂຮວາຕະຫຼອດເວລາ, ແລ້ວພາລະກິດຂອງພຣະເຈົ້າກໍບໍ່ສາມາດຄືບໜ້າໄດ້, ແລ້ວຍິ່ງເປັນໄປບໍ່ໄດ້ທີ່ຈະນໍາຍຸກທັງໝົດໄປສູ່ຈຸດສິ້ນສຸດ. ຖ້າມະນຸດຍຶດຕິດກັບໄມ້ກາງແຂນຢູ່ສະເໝີ ແລະ ມີແຕ່ຄວາມອົດທົນ ແລະ ຄວາມຖ່ອມຕົນ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໃຫ້ພາລະກິດຂອງພຣະເຈົ້າສືບຕໍ່ໄປຂ້າງໜ້າ. ການຄຸ້ມຄອງຫົກພັນປີຈະບໍ່ສາມາດສິ້ນສຸດລົງພຽງໃນທ່າມກາງຄົນທີ່ປະຕິບັດຕາມພຣະບັນຍັດ ຫຼື ຍຶດຕິດກັບໄມ້ກາງແຂນ ແລະ ຄົນທີ່ມີແຕ່ຄວາມອົດທົນ ແລະ ຄວາມຖ່ອມຕົນເທົ່ານັ້ນ. ກົງກັນຂ້າມ, ພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້າຈະຖືກເຮັດໃຫ້ສຳເລັດທ່າມກາງຄົນທີ່ຢູ່ໃນຍຸກສຸດທ້າຍ, ຄົນທີ່ຮູ້ຈັກພຣະເຈົ້າ ແລະ ຄົນທີ່ໄດ້ກອບກູ້ຄືນມາຈາກກໍາມືຂອງຊາຕານ ແລະ ປົດຕົນເອງອອກຈາກອິດທິພົນຂອງຊາຕານຢ່າງສົມບູນ. ນີ້ແມ່ນທິດທາງທີ່ບໍ່ສາມາດຫຼີກເວັ້ນໄດ້ໃນພາລະກິດຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າ ການປະຕິບັດຂອງຄົນທີ່ຢູ່ໃນຄຣິສຕະຈັກແຫ່ງສາສະໜາແມ່ນຫຼ້າສະໄໝ? ນັ້ນກໍເພາະວ່າ ສິ່ງທີ່ພວກເຂົານໍາເຂົ້າສູ່ການປະຕິບັດແມ່ນຫ່າງເຫີນຈາກພາລະກິດແຫ່ງປັດຈຸບັນ. ໃນຍຸກແຫ່ງພຣະຄຸນ, ສິ່ງທີ່ພວກເຂົານໍາເຂົ້າສູ່ການປະຕິບັດຄືສິ່ງທີ່ຖືກຕ້ອງ, ແຕ່ເມື່ອຍຸກໄດ້ຜ່ານພົ້ນໄປ ແລະ ພາລະກິດຂອງພຣະເຈົ້າໄດ້ປ່ຽນໄປ, ການປະຕິບັດຂອງພວກເຂົາກໍຫຼ້າສະໄໝຂຶ້ນເລື້ອຍໆ. ມັນຖືກທົດແທນດ້ວຍພາລະກິດໃໝ່ ແລະ ແສງສະຫວ່າງໃໝ່. ອີງຕາມພື້ນຖານເດີມ, ພາລະກິດຂອງພຣະວິນຍານບໍລິສຸດໄດ້ຄືບໜ້າລົງເລິກຕື່ມອີກສອງສາມບາດກ້າວ. ແຕ່ຄົນເຫຼົ່ານັ້ນຍັງຕິດຢູ່ໃນຂັ້ນຕອນທຳອິດຂອງພາລະກິດຂອງພຣະເຈົ້າ ແລະ ຍັງຕິດແໜ້ນຢູ່ກັບການປະຕິບັດທີ່ເກົ່າແກ່ນັ້ນ ແລະ ແສງສະຫວ່າງເດີມໆ. ພາລະກິດຂອງພຣະເຈົ້າສາມາດປ່ຽນແປງຢ່າງໃຫຍ່ຫຼວງໃນສາມ ຫຼື ຫ້າປີ, ແລ້ວຈະບໍ່ມີການປ່ຽນແປງທີ່ຍິ່ງໃຫຍ່ກວ່າເກີດຂຶ້ນໃນຊ່ວງເວລາ 2.000 ປີບໍ? ຖ້າມະນຸດບໍ່ມີແສງສະຫວ່າງ ຫຼື ການປະຕິບັດໃໝ່, ມັນກໍໝາຍຄວາມວ່າ ເຂົານໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດ. ນີ້ແມ່ນຄວາມລົ້ມເຫຼວຂອງມະນຸດ; ການມີຢູ່ຂອງພາລະກິດໃໝ່ຂອງພຣະເຈົ້າບໍ່ສາມາດຖືກປະຕິເສດໄດ້ ເພາະໃນປັດຈຸບັນ ຜູ້ຄົນເຫຼົ່ານັ້ນທີ່ໄດ້ຮັບພາລະກິດຜ່ານມາຂອງພຣະວິນຍານບໍລິສຸດຍັງປະຕິບັດຢ່າງຫຼ້າສະໄໝຢູ່. ພາລະກິດຂອງພຣະວິນຍານບໍລິສຸດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ທຸກຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດກໍຄວນກ້າວໜ້າໃຫ້ເລິກເຊິ່ງຂຶ້ນ ແລະ ຄວນປ່ຽນແປງເທື່ອລະບາດກ້າວ. ພວກເຂົາບໍ່ຄວນຢຸດຢູ່ຂັ້ນຕອນໃດໜຶ່ງ. ມີພຽງແຕ່ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດເທົ່ານັ້ນທີ່ຈະຍັງຄົງຢູ່ທ່າມກາງພາລະກິດທຳອິດຂອງພຣະອົງ ແລະ ບໍ່ຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ເຊິ່ງມີພຽງແຕ່ຄົນທີ່ກະບົດເທົ່ານັ້ນທີ່ຈະບໍ່ສາມາດຮັບພາລະກິດຂອງພຣະວິນຍານບໍລິສຸດ. ຖ້າການປະຕິບັດຂອງມະນຸດຕາມບໍ່ທັນກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ, ແລ້ວການປະຕິບັດຂອງມະນຸດກໍຫ່າງເຫີນຈາກພາລະກິດແຫ່ງປັດຈຸບັນຢ່າງແນ່ນອນ ແລະ ບໍ່ສາມາດເຂົ້າກັບພາລະກິດແຫ່ງປັດຈຸບັນໄດ້ຢ່າງແນ່ນອນ. ຄົນປະເພດດັ່ງກ່າວທີ່ຫຼ້າຫຼັງແມ່ນບໍ່ສາມາດເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດໄດ້, ແຮງໄກທີ່ພວກເຂົາຈະສາມາດກາຍເປັນຄົນທີ່ຢືນເປັນພະຍານໃຫ້ກັບພຣະເຈົ້າໃນທີ່ສຸດ. ຍິ່ງໄປກວ່ານັ້ນ, ແຜນການຄຸ້ມຄອງທັງໝົດບໍ່ສາມາດຖືກເຮັດໃຫ້ສຳເລັດໄດ້ທ່າມກາງກຸ່ມຄົນດັ່ງກ່າວ. ສຳລັບຄົນທີ່ເຄີຍຍຶດຖືພຣະບັນຍັດຂອງພຣະເຢໂຮວາ ແລະ ຄົນທີ່ເຄີຍທົນທຸກເພື່ອໄມ້ກາງແຂນ, ຖ້າພວກເຂົາບໍ່ສາມາດຍອມຮັບຂັ້ນຕອນຂອງພາລະກິດແຫ່ງຍຸກສຸດທ້າຍ, ແລ້ວທຸກສິ່ງທີ່ພວກເຂົາເຮັດກໍຈະສູນເປົ່າ ແລະ ບໍ່ມີປະໂຫຍດ. ການສະແດງອອກທີ່ຊັດເຈນທີ່ສຸດຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນຢູ່ໃນຕອນນີ້ ແລະ ໃນປັດຈຸບັນນີ້, ບໍ່ແມ່ນເກາະຕິດກັບອະດີດ. ຄົນທີ່ຕາມບໍ່ທັນພາລະກິດໃນປັດຈຸບັນ ແລະ ຄົນທີ່ຖືກແຍກອອກຈາກການປະຕິບັດໃນປັດຈຸບັນ ແມ່ນຄົນທີ່ຕໍ່ຕ້ານ ແລະ ບໍ່ຍອມຮັບພາລະກິດຂອງພຣະວິນຍານບໍລິສຸດ. ຄົນດັ່ງກ່າວລ້ວນແຕ່ແມ່ນທ້າທາຍພາລະກິດໃນປັດຈຸບັນຂອງພຣະເຈົ້າ. ເຖິງແມ່ນພວກເຂົາຍຶດຕິດກັບແສງສະຫວ່າງໃນອະດີດ, ມັນກໍບໍ່ສາມາດປະຕິເສດໄດ້ວ່າ ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ເປັນຫຍັງຈຶ່ງມີການເວົ້າເຖິງການປ່ຽນແປງໃນການປະຕິບັດຂອງມະນຸດ, ເຖິງຄວາມແຕກຕ່າງໃນການປະຕິບັດລະຫວ່າງອະດີດ ແລະ ປັດຈຸບັນ, ເຖິງວິທີການປະຕິບັດໃນລະຫວ່າງຍຸກທີ່ຜ່ານມາ ແລະ ເຖິງວິທີການປະຕິບັດໃນປັດຈຸບັນ? ຄວາມແຕກຕ່າງດັ່ງກ່າວໃນການປະຕິບັດຂອງມະນຸດຖືກກ່າວເຖິງຕະຫຼອດກໍ່ຍ້ອນພາລະກິດຂອງພຣະວິນຍານບໍລິສຸດກ້າວໄປຂ້າງໜ້າຢ່າງຕໍ່ເນື່ອງ ແລະ ສະນັ້ນ ການປະຕິບັດຂອງມະນຸດຈຶ່ງຈຳເປັນຕ້ອງປ່ຽນແປງຢ່າງຕໍ່ເນື່ອງ. ຖ້າມະນຸດຍັງຕິດຄ້າງຢູ່ໃນຂັ້ນຕອນໃດໜຶ່ງ, ແລ້ວນີ້ກໍພິສູດວ່າ ເຂົາບໍ່ສາມາດນໍາທັນພາລະກິດໃໝ່ ແລະ ແສງສະຫວ່າງໃໝ່ຂອງພຣະເຈົ້າໄດ້; ມັນບໍ່ໄດ້ພິສູດວ່າ ແຜນການຄຸ້ມຄອງຂອງພຣະເຈົ້າບໍ່ໄດ້ປ່ຽນແປງ. ຄົນທີ່ຢູ່ນອກກະແສຂອງພຣະວິນຍານບໍລິສຸດຄິດວ່າພວກເຂົາຖືກຕ້ອງຢູ່ສະເໝີ ແຕ່ຄວາມຈິງແລ້ວ ພາລະກິດຂອງພຣະເຈົ້າທີ່ຢູ່ໃນພວກເຂົາສິ້ນສຸດລົງແຕ່ດົນນານແລ້ວ ແລະ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຫາຍໄປຈາກພວກເຂົາແລ້ວ. ພາລະກິດຂອງພຣະເຈົ້າແມ່ນໄດ້ຍ້າຍໄປສູ່ຄົນກຸ່ມອື່ນຕັ້ງແຕ່ດົນແລ້ວ ເຊິ່ງເປັນກຸ່ມທີ່ພຣະອົງເຈດຕະນາຈະເຮັດໃຫ້ພາລະກິດໃໝ່ຂອງພຣະອົງສຳເລັດ. ເພາະຄົນທີ່ຢູ່ໃນສາສະໜາກໍບໍ່ສາມາດຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າໄດ້ ແລະ ພຽງແຕ່ຍຶດຕິດກັບພາລະກິດເດີມໃນອະດີດ, ສະນັ້ນ ພຣະເຈົ້າຈຶ່ງປະຖິ້ມຄົນເຫຼົ່ານີ້ ແລະ ປະຕິບັດພາລະກິດໃໝ່ຂອງພຣະອົງກັບຄົນທີ່ຍອມຮັບພາລະກິດໃໝ່ນີ້. ນີ້ແມ່ນຄົນທີ່ຮ່ວມມືໃນພາລະກິດໃໝ່ຂອງພຣະອົງ ແລະ ພຽງແຕ່ໃນວິທີນີ້ເທົ່ານັ້ນ ການຄຸ້ມຄອງຂອງພຣະອົງຈຶ່ງຈະສາມາດເຮັດໃຫ້ສຳເລັດໄດ້. ການຄຸ້ມຄອງຂອງພຣະເຈົ້າກ້າວໄປຂ້າງໜ້າຢູ່ສະເໝີ ແລະ ການປະຕິບັດຂອງມະນຸດກໍສູງຂຶ້ນເລື້ອຍໆ. ພຣະເຈົ້າປະຕິບັດພາລະກິດຢູ່ສະເໝີ ແລະ ມະນຸດກໍຕ້ອງການຢູ່ສະເໝີ, ເມື່ອທັງສອງໄປເຖິງຈຸດສຸດຍອດຂອງພວກເຂົາ, ພຣະເຈົ້າ ແລະ ມະນຸດຈະສາມາດລວມຕົວກັນຢ່າງສົມບູນ. ນີ້ແມ່ນການສະແດງອອກເຖິງຄວາມສຳເລັດຂອງພາລະກິດຂອງພຣະເຈົ້າ ແລະ ເປັນຜົນຮັບສຸດທ້າຍຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ.

ໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຍັງມີເງື່ອນໄຂທີ່ສອດຄ່ອງກັນຂອງມະນຸດ. ທຸກຄົນທີ່ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນມີການສະຖິດ ແລະ ວິໄນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ບໍ່ໄດ້ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນຢູ່ພາຍໃຕ້ການບັນຊາຂອງຊາຕານ ແລະ ປາສະຈາກພາລະກິດໃດໆຂອງພຣະວິນຍານບໍລິສຸດ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ແລະ ເປັນຄົນທີ່ຮ່ວມມືໃນພາລະກິດໃໝ່ຂອງພຣະເຈົ້າ. ຖ້າຄົນທີ່ຢູ່ພາຍໃນກະແສນີ້ບໍ່ສາມາດຮ່ວມມື ແລະ ບໍ່ສາມາດນໍາຄວາມຈິງທີ່ພຣະເຈົ້າຮຽກຮ້ອງນັ້ນເຂົ້າສູ່ການປະຕິບັດໃນເວລານີ້ໄດ້, ແລ້ວພວກເຂົາກໍຈະຖືກລົງວິໄນ ແລະ ຮ້າຍແຮງໄປກວ່ານັ້ນແມ່ນຈະຖືກພຣະວິນຍານບໍລິສຸດປະຖິ້ມ. ຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ຈະດຳລົງຊີວິດຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ຈະຮັບເອົາການດູເເລ ແລະ ການປົກປ້ອງຂອງພຣະວິນຍານບໍລິສຸດ. ຄົນທີ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ຄົນທີ່ບໍ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກລົງວິໄນໂດຍພຣະວິນຍານບໍລິສຸດ ແລະ ອາດເຖິງຂັ້ນຖືກລົງໂທດໄດ້. ບໍ່ວ່າພວກເຂົາຈະເປັນຄົນປະເພດໃດກໍຕາມ, ຖ້າພວກເຂົາຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ພຣະເຈົ້າກໍຈະຮັບຜິດຊອບທຸກຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະອົງເພື່ອເຫັນແກ່ນາມຂອງພຣະອົງ. ຜູ້ຄົນທີ່ສັນລະເສີນນາມຂອງພຣະອົງ ແລະ ເຕັມໃຈນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະໄດ້ຮັບພອນຂອງພຣະອົງ; ຄົນທີ່ກະບົດຕໍ່ພຣະອົງ ແລະ ບໍ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະໄດ້ຮັບການລົງໂທດຂອງພຣະອົງ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ ແລະ ຍ້ອນພວກເຂົາຍອມຮັບພາລະກິດໃໝ່, ພວກເຂົາຄວນມີການຮ່ວມມືທີ່ເໝາະສົມກັບພຣະເຈົ້າ ແລະ ບໍ່ຄວນປະພຶດຄືກັບພວກກະບົດທີ່ບໍ່ປະຕິບັດໜ້າທີ່ຂອງພວກເຂົາ. ນີ້ແມ່ນພຽງເງື່ອນໄຂດຽວເທົ່ານັ້ນທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ສຳລັບຄົນທີ່ບໍ່ຍອມຮັບພາລະກິດໃໝ່ແມ່ນຈະບໍ່ເປັນແບບນັ້ນ: ພວກເຂົາຢູ່ນອກກະແສຂອງພຣະວິນຍານບໍລິສຸດ ແລະ ການລົງວິໄນ ແລະ ການຕິເຕືອນຂອງພຣະວິນຍານບໍລິສຸດແມ່ນໃຊ້ບໍ່ໄດ້ກັບພວກເຂົາ. ໝົດມື້, ຄົນເຫຼົ່ານີ້ດຳລົງຊີວິດຢູ່ພາຍໃນເນື້ອໜັງ, ພວກເຂົາດຳລົງຊີວິດຢູ່ພາຍໃນຄວາມຄິດຂອງພວກເຂົາ ແລະ ທຸກສິ່ງທີ່ພວກເຂົາເຮັດກໍແມ່ນຕາມຄຳສັ່ງສອນທີ່ເກີດຈາກການວິເຄາະ ແລະ ການຄົ້ນຄວ້າດ້ວຍສະໝອງຂອງພວກເຂົາເອງ. ມັນບໍ່ແມ່ນເງື່ອນໄຂຂອງພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ແຮງໄກທີ່ມັນຈະເປັນການຮ່ວມມືກັບພຣະເຈົ້າ. ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າແມ່ນປາສະຈາກການສະຖິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄືປາສະຈາກພອນ ແລະ ການປົກປ້ອງຂອງພຣະເຈົ້າ. ຄຳເວົ້າ ແລະ ການກະທຳສ່ວນໃຫຍ່ຂອງພວກເຂົາແມ່ນຍຶດຕິດຢູ່ກັບເງື່ອນໄຂຂອງພາລະກິດໃນອະດີດຂອງພຣະວິນຍານບໍລິສຸດ; ພວກມັນເປັນຄຳສັ່ງສອນບໍ່ແມ່ນຄວາມຈິງ. ຄຳສັ່ງສອນ ແລະ ກົດລະບຽບດັ່ງກ່າວແມ່ນພຽງພໍທີ່ຈະພິສູດວ່າ ການຊຸມນຸມຂອງຜູ້ຄົນເຫຼົ່ານີ້ແມ່ນບໍ່ມີຫຍັງນອກຈາກດ້ານສາສະໜາ; ພວກເຂົາບໍ່ແມ່ນຄົນທີ່ຖືກເລືອກ ຫຼື ເປັນເປົ້າໝາຍຂອງພາລະກິດຂອງພຣະເຈົ້າ. ການຊຸມນຸມຂອງທຸກຄົນໃນທ່າມກາງພວກເຂົາ ສາມາດເອີ້ນໄດ້ວ່າ ສະພາໃຫຍ່ແຫ່ງສາສະໜາເທົ່ານັ້ນ ແລະ ບໍ່ສາມາດເອີ້ນວ່າຄຣິສຕະຈັກໄດ້. ນີ້ຄືຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ພວກເຂົາບໍ່ມີພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ສິ່ງທີ່ພວກເຂົາເຮັດເບິ່ງຄືກັບວ່າເປັນກິ່ນອາຍຂອງສາສະໜາ, ສິ່ງທີ່ພວກເຂົາດຳລົງຊີວິດຕາມເບິ່ງຄືກັບວ່າເຕັມໄປດ້ວຍສາສະໜາ; ພວກເຂົາບໍ່ມີການສະຖິດ ແລະ ພາລະກິດຂອງພຣະວິນຍານບໍລິສຸດ ແຮງໄກທີ່ພວກເຂົາຈະມີສິດຮັບເອົາການລົງວິໄນ ຫຼື ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຄົນເຫຼົ່ານີ້ລ້ວນແລ້ວແຕ່ເປັນຊາກສົບທີ່ບໍ່ມີຊີວິດ ແລະ ໜອນທີ່ປາສະຈາກຈິດວິນຍານ. ພວກເຂົາບໍ່ມີຄວາມຮູ້ກ່ຽວກັບການກະບົດ ແລະ ການຕໍ່ຕ້ານຂອງມະນຸດ, ບໍ່ມີຄວາມຮູ້ກ່ຽວກັບການເຮັດຊົ່ວທຸກຢ່າງຂອງມະນຸດ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງພາລະກິດຂອງພຣະເຈົ້າ ແລະ ເຈດຕະນາໃນປັດຈຸບັນຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ມີຄວາມຮູ້ ແລະ ຄົນຊັ້ນຕໍ່າ, ພວກເຂົາຄືຄົນຕໍ່າຊ້າທີ່ບໍ່ສົມຄວນໄດ້ຖືກເອີ້ນວ່າຜູ້ເຊື່ອ! ບໍ່ມີຫຍັງທີ່ພວກເຂົາເຮັດມີຄວາມກ່ຽວພັນໃດໆກັບການຄຸ້ມຄອງຂອງພຣະເຈົ້າ ແຮງໄກທີ່ມັນຈະສາມາດທຳລາຍແຜນການຂອງພຣະເຈົ້າໄດ້. ຄຳເວົ້າ ແລະ ການກະທຳຂອງພວກເຂົາເປັນຕາລັງກຽດເກີນໄປ, ເປັນຕາເວດທະນາເກີນໄປ ແລະ ບໍ່ສົມຄວນເອີຍເຖິງເລີຍ. ບໍ່ມີຫຍັງທີ່ປະຕິບັດໂດຍຄົນທີ່ບໍ່ໄດ້ຢູ່ໃນກະແສຂອງພຣະວິນຍານບໍລິສຸດ ມີສ່ວນກ່ຽວຂ້ອງກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ດ້ວຍເຫດນີ້, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍປາສະຈາກການລົງວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນ ແມ່ນປາສະຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຍ້ອນພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ຮັກຄວາມຈິງ ແລະ ທີ່ຖືກປະຕິເສດໂດຍພຣະວິນຍານບໍລິສຸດ. ພວກເຂົາຖືກເອີ້ນວ່າເປັນຄົນຊົ່ວຊ້າ ເພາະພວກເຂົາຍ່າງໃນເນື້ອໜັງ ແລະ ເຮັດຫຍັງກໍຕາມທີ່ພວກເຂົາພໍໃຈ ໂດຍພາຍໃຕ້ປ້າຍໂຄສະນາຂອງພຣະເຈົ້າ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດ, ພວກເຂົາກໍຕັ້ງໃຈຕໍ່ຕ້ານພຣະອົງ ແລະ ແລ່ນໃນທາງກົງກັນຂ້າມກັບພຣະອົງ. ຄວາມລົ້ມເຫຼວຂອງມະນຸດໃນການຮ່ວມມືກັບພຣະເຈົ້າຄືການກະບົດໃນຕົວມັນເອງຢ່າງແຮງ, ສະນັ້ນ ຄົນເຫຼົ່ານັ້ນທີ່ຕັ້ງໃຈຕໍ່ຕ້ານພຣະເຈົ້າຈະບໍ່ໄດ້ຮັບຜົນກຳສະໜອງທີ່ພວກເຂົາສົມຄວນໄດ້ຮັບບໍ? ເມື່ອເວົ້າເຖິງການເຮັດຊົ່ວຂອງຄົນເຫຼົ່ານີ້, ບາງຄົນແມ່ນຢາກສາບແຊ່ງພວກເຂົາ, ໃນຂະນະທີ່ພຣະເຈົ້າບໍ່ສົນໃຈພວກເຂົາເລີຍ. ສຳລັບມະນຸດແລ້ວ, ມັນເບິ່ງຄືກັບວ່າ ການກະທຳຂອງພວກເຂົາກ່ຽວຂ້ອງກັບນາມຂອງພຣະເຈົ້າ, ແຕ່ໃນຄວາມຈິງແລ້ວ ສຳລັບພຣະເຈົ້າ, ມັນບໍ່ກ່ຽວຂ້ອງຫຍັງກັບນາມຂອງພຣະອົງ ຫຼື ເປັນພະຍານໃຫ້ກັບພຣະອົງເລີຍ. ບໍ່ວ່າຄົນເຫຼົ່ານີ້ຈະເຮັດຫຍັງກໍຕາມ, ມັນກໍບໍ່ກ່ຽວພັນກັບພຣະເຈົ້າ: ມັນບໍ່ກ່ຽວພັນກັບນາມຂອງພຣະອົງ ແລະ ພາລະກິດໃນປັດຈຸບັນຂອງພຣະອົງ. ຄົນເຫຼົ່ານີ້ເຮັດໃຫ້ຕົນເອງອັບອາຍ ແລະ ສະແດງເຖິງຊາຕານ; ພວກເຂົາເປັນຄົນຊົ່ວທີ່ສະສົມມື້ແຫ່ງຄວາມໂກດຮ້າຍ. ໃນປັດຈຸບັນ, ບໍ່ວ່າການກະທຳຂອງພວກເຂົາຈະແມ່ນຫຍັງກໍຕາມ ແລະ ຖ້າພວກເຂົາບໍ່ຂັດຂວາງການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພາລະກິດໃໝ່ຂອງພຣະເຈົ້າ, ຄົນດັ່ງກ່າວກໍຈະບໍ່ຕົກຢູ່ໃນຜົນກຳສະໜອງທີ່ກ່ຽວຂ້ອງ ຍ້ອນມື້ແຫ່ງຄວາມໂກດຮ້າຍຍັງບໍ່ທັນມາຮອດເທື່ອ. ມີຫຼາຍສິ່ງທີ່ເຮັດໃຫ້ຜູ້ຄົນເຊື່ອວ່າພຣະເຈົ້າຄວນຈັດການໄດ້ແລ້ວ ແລະ ພວກເຂົາຄິດວ່າ ຄົນຊົ່ວເຫຼົ່ານັ້ນຄວນໄດ້ຮັບຜົນກຳສະໜອງຢ່າງໄວເທົ່າທີ່ຈະໄວໄດ້. ແຕ່ຍ້ອນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າຍັງບໍ່ໄດ້ມາເຖິງຈຸດສິ້ນສຸດເທື່ອ ແລະ ມື້ແຫ່ງຄວາມໂກດຮ້າຍຍັງບໍ່ໄດ້ມາຮອດ, ຄົນບໍ່ຊອບທຳກໍຍັງສືບຕໍ່ປະຕິບັດການກະທຳທີ່ບໍ່ຊອບທຳຂອງພວກເຂົາ. ບາງຄົນເວົ້າວ່າ “ຄົນທີ່ຢູ່ໃນສາສະໜາແມ່ນປາສະຈາກການສະຖິດ ຫຼື ພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົານໍາຄວາມອັບອາຍມາສູ່ນາມຂອງພຣະເຈົ້າ; ແລ້ວເປັນຫຍັງພຣະເຈົ້າຈຶ່ງບໍ່ທຳລາຍພວກເຂົາ ແທນທີ່ຈະຍັງອົດກັ້ນຕໍ່ຄວາມປະພຶດຢ່າງດື້ດ້ານຂອງພວກເຂົາ?” ຄົນເຫຼົ່ານີ້ ຜູ້ທີ່ເປັນການສະແດງຂອງຊາຕານ ແລະ ຜູ້ທີ່ສະແດງເຖິງເນື້ອໜັງ, ພວກເຂົາເປັນຄົນທີ່ບໍ່ມີຄວາມຮູ້ ແລະ ຕໍ່າຊ້າ, ພວກເຂົາເປັນຄົນທີ່ບໍ່ມີເຫດຜົນ. ພວກເຂົາຈະບໍ່ເຫັນການມາຂອງຄວາມໂກດຮ້າຍຂອງພຣະເຈົ້າກ່ອນທີ່ພວກເຂົາຈະເຂົ້າໃຈວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງແນວໃດທ່າມກາງມະນຸດ ແລະ ຫຼັງຈາກທີ່ພວກເຂົາຖືກເອົາຊະນະຢ່າງສົມບູນ, ຄົນຊົ່ວເຫຼົ່ານັ້ນກໍຈະໄດ້ຮັບຜົນກຳສະໜອງຂອງພວກເຂົາທັງໝົດ ແລະ ບໍ່ມີຜູ້ໃດໃນພວກເຂົາຈະສາມາດໜີພົ້ນມື້ແຫ່ງການໂກດຮ້າຍໄດ້. ປັດຈຸບັນບໍ່ແມ່ນເວລາສຳລັບການລົງໂທດມະນຸດ, ແຕ່ເປັນເວລາສຳລັບການປະຕິບັດພາລະກິດແຫ່ງການເອົາຊະນະ, ນອກຈາກວ່າຈະມີຄົນທຳລາຍການຄຸ້ມຄອງຂອງພຣະເຈົ້າ, ໃນກໍລະນີດັ່ງກ່າວ ພວກເຂົາແມ່ນຈະຖືກລົງໂທດອີງຕາມຄວາມຮຸນແຮງຂອງການກະທຳຂອງພວກເຂົາ. ໃນລະຫວ່າງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ, ທຸກຄົນທີ່ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນກ່ຽວຂ້ອງກັບພຣະເຈົ້າ. ຄົນທີ່ຖືກປະຕິເສດໂດຍພຣະວິນຍານບໍລິສຸດແມ່ນດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ສິ່ງທີ່ພວກເຂົານໍາໄປປະຕິບັດກໍບໍ່ກ່ຽວຂ້ອງກັບພຣະເຈົ້າ. ມີພຽງແຕ່ຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າເທົ່ານັ້ນ ແລະ ຄົນທີ່ຮ່ວມມືກັບພຣະເຈົ້າທີ່ກ່ຽວຂ້ອງກັບພຣະເຈົ້າ, ຍ້ອນພາລະກິດຂອງພຣະເຈົ້າແມ່ນແນໃສ່ຄົນທີ່ຍອມຮັບມັນເທົ່ານັ້ນ ແລະ ບໍ່ໄດ້ແນໃສ່ທຸກຄົນ, ບໍ່ວ່າພວກເຂົາຍອມຮັບມັນ ຫຼື ບໍ່ກໍຕາມ. ພາລະກິດທີ່ພຣະເຈົ້າປະຕິບັດມີເປົ້າໝາຍສະເໝີ ແລະ ບໍ່ໄດ້ຖືກປະຕິບັດຕາມອຳເພີໃຈ. ຄົນທີ່ກ່ຽວພັນກັບຊາຕານແມ່ນບໍ່ເໝາະສົມທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ ແຮງໄກທີ່ພວກເຂົາຈະເໝາະສົມໃນການຮ່ວມມືກັບພຣະເຈົ້າ.

ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນຕ້ອງການຄຳພະຍານຂອງມະນຸດ. ແຕ່ລະຂັ້ນຕອນຂອງພາລະກິດແມ່ນການສູ້ຮົບລະຫວ່າງພຣະເຈົ້າ ແລະ ຊາຕານ ແລະ ເປົ້າໝາຍຂອງການສູ້ຮົບກໍຄືຊາຕານ ໃນຂະນະທີ່ຄົນທີ່ຈະຖືກເຮັດໃຫ້ສົມບູນໂດຍພາລະກິດນີ້ແມ່ນມະນຸດ. ບໍ່ວ່າພາລະກິດຂອງພຣະເຈົ້າຈະເກີດຜົນ ຫຼື ບໍ່ ແມ່ນຂຶ້ນກັບລັກສະນະຂອງການເປັນພະຍານຂອງມະນຸດທີ່ມີຕໍ່ພຣະເຈົ້າ. ການເປັນພະຍານນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຄົນທີ່ຕິດຕາມພຣະອົງ; ມັນຄືການເປັນພະຍານທີ່ເກີດຂຶ້ນຕໍ່ໜ້າຊາຕານ ແລະ ຍັງເປັນເຄື່ອງພິສູດເຖິງຜົນໄດ້ຮັບຈາກພາລະກິດຂອງພຣະອົງ. ການຄຸ້ມຄອງທັງໝົດຂອງພຣະເຈົ້າແບ່ງອອກເປັນສາມຂັ້ນຕອນ ແລະ ເງື່ອນໄຂທີ່ເໝາະສົມໃນແຕ່ລະຍຸກ ຂອງມະນຸດ. ນອກນັ້ນເມື່ອຍຸກຕ່າງໆຜ່ານໄປ ແລະ ພັດທະນາຂຶ້ນ, ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຕໍ່ມະນຸດຊາດທັງປວງກໍສູງຂຶ້ນເລື້ອຍໆ. ດ້ວຍເຫດນີ້ ພາລະກິດຂອງການຄຸ້ມຄອງຂອງພຣະເຈົ້າ ແຕ່ລະຍຸກຈຶ່ງປະຕິບັດເຖິງຂັ້ນສູງສຸດ ເທື່ອລະບາດກ້າວ ຈົນກວ່າມະນຸດຈະເຫັນຄວາມຈິງຂອງ “ພຣະທຳປາກົດໃນເນື້ອໜັງ” ແລະ ໃນວິທີນີ້ ເງື່ອນໄຂຂອງມະນຸດກໍຈະຍິ່ງເພິ່ມທະວີຂຶ້ນ ແລະ ເປັນປະຈັກພະຍານທີ່ມະນຸດຕ້ອງເປັນ. ຍິ່ງມະນຸດສາມາດຮ່ວມມືກັບພຣະເຈົ້າຢ່າງແທ້ຈິງຫຼາຍສໍ່າໃດ, ພຣະເຈົ້າກໍ່ຍິ່ງໄດ້ຮັບສະຫງ່າລາສີຫຼາຍສໍ່ານັ້ນ. ການຮ່ວມມືຂອງມະນຸດຄືການເປັນພະຍານທີ່ເຂົາຈຳເປັນຕ້ອງມີ ແລະ ການເປັນພະຍານທີ່ເຂົາມີກໍຄືການປະຕິບັດຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພາລະກິດຂອງພຣະເຈົ້າຈະມີຜົນທັນທີ ຫຼື ບໍ່ ແລະ ບໍ່ວ່າຈະສາມາດມີຄຳພະຍານທີ່ແທ້ຈິງໄດ້ ຫຼື ບໍ່ ແມ່ນກ່ຽວໂຍງກັບການຮ່ວມມື ແລະ ການເປັນພະຍານຂອງມະນຸດໂດຍຕັດຂາດຈາກກັນບໍ່ໄດ້. ເມື່ອພາລະກິດຖືກເຮັດໃຫ້ສຳເລັດ ເຊິ່ງໝາຍຄວາມວ່າ ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າເຖິງຈຸດສິ້ນສຸດແລ້ວ, ມະນຸດຈຳເປັນຕ້ອງເປັນພະຍານໃຫ້ສູງຂຶ້ນ ແລະ ເມື່ອພາລະກິດຂອງພຣະເຈົ້າເຖິງຈຸດສິ້ນສຸດ, ການປະຕິບັດ ແລະ ການເຂົ້າສູ່ຂອງມະນຸດຈະເຖິງຈຸດສູງສຸດ. ຜ່ານມາ ເງື່ອນໄຂຂອງມະນຸດແມ່ນຕ້ອງປະຕິບັດຕາມກົດໝາຍ ແລະ ພຣະບັນຍັດ ແລະ ຕ້ອງເປັນຄົນອົດທົນ ແລະ ອ່ອນນ້ອມຖ່ອມຕົນ. ໃນປັດຈຸບັນ ມະນຸດຕ້ອງອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າທັງໝົດ ແລະ ຕ້ອງມີຄວາມຮັກຢ່າງໃຫຍ່ຫຼວງຕໍ່ພຣະເຈົ້າ ແລະ ໃນທີ່ສຸດ ບໍ່ວ່າຈະຢູ່ໃນສະພາບທຸກຍາກລໍາບາກພຽງໃດກໍຕາມ ເຂົາກໍຕ້ອງຍັງຮັກພຣະເຈົ້າສະເໝີ. ທັງສາມຍຸກເຫຼົ່ານີ້ແມ່ນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ເທື່ອລະບາດກ້າວ ຕະຫຼອດການຄຸ້ມຄອງທັງໝົດຂອງພຣະອົງ. ພາລະກິດແຕ່ລະຂັ້ນຕອນຂອງພຣະເຈົ້າແມ່ນດໍາເນີນໜັກຂຶ້ນກວ່າເກົ່າ ແລະ ເງື່ອນໄຂຂອງມະນຸດໃນແຕ່ລະຂັ້ນຕອນກໍສູງຂຶ້ນກວ່າເກົ່າ. ດ້ວຍວິທີນີ້ ການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຄ່ອຍໆເປັນຮູບຮ່າງຂຶ້ນ. ມັນແມ່ນຍ້ອນເງື່ອນໄຂຂອງມະນຸດສູງຂຶ້ນທີ່ເຮັດໃຫ້ອຸປະນິໄສຂອງມະນຸດໃກ້ຄຽງກັບມາດຕະຖານທີ່ພຣະເຈົ້າກໍານົດໄວ້ ແລະ ຍ້ອນສາເຫດດັ່ງກ່າວນີ້ມະນຸດຊາດທັງໝົດຈຶ່ງເລີ່ມຄ່ອຍໆຫຼຸດພົ້ນອອກຈາກອິດທິພົນຂອງຊາຕານ, ຈົນກວ່າເມື່ອພາລະກິດຂອງພຣະເຈົ້ານັ້ນຈະສິ້ນສຸດລົງຢ່າງສົມບູນ, ມວນມະນຸດຊາດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກອິດທິພົນຂອງຊາຕານໄດ້. ເມື່ອເວລານັ້ນມາເຖິງ, ພາລະກິດຂອງພຣະເຈົ້າກໍຈະເຖິງຈຸດສິ້ນສຸດ ແລະ ການຮ່ວມມືຂອງມະນຸດກັບພຣະເຈົ້າເພື່ອບັນລຸການປ່ຽນແປງໃນອຸປະນິໄສຂອງເຂົາກໍຈະບໍ່ມີຢູ່ອີກ ແລະ ມະນຸດຊາດທັງປວງກໍຈະດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ແລະ ຈາກນັ້ນເປັນຕົ້ນໄປ ກໍຈະບໍ່ມີການກະບົດ ຫຼື ການຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຈະບໍ່ຮຽກຮ້ອງຈາກມະນຸດອີກ ແລະ ຈະມີການຮ່ວມມືຢ່າງປອງດອງລະຫວ່າງມະນຸດ ແລະ ພຣະເຈົ້າຫຼາຍຂຶ້ນ ເຊິ່ງຈະເປັນຊີວິດຂອງມະນຸດ ແລະ ພຣະເຈົ້າຢູ່ຮ່ວມກັນ, ຊີວິດທີ່ມາຈາກການຄຸ້ມຄອງຂອງພຣະເຈົ້າແມ່ນຖືກເຮັດໃຫ້ສຳເລັດຢ່າງສົມບູນ ແລະ ຫຼັງຈາກທີ່ມະນຸດຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກກໍາມືຂອງຊາຕານ. ຄົນທີ່ບໍ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າຢ່າງໃກ້ຊິດແມ່ນບໍ່ສາມາດບັນລຸຊີວິດດັ່ງກ່າວໄດ້. ພວກເຂົາຈະປ່ອຍໃຫ້ຕົນເອງຕົກລົງສູ່ຄວາມມືດ ເຊິ່ງເປັນບ່ອນທີ່ພວກເຂົາຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ; ພວກເຂົາເປັນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ຕິດຕາມພຣະອົງ ຜູ້ທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ອ່ອນນ້ອມຕໍ່ພາລະກິດທັງໝົດຂອງພຣະອົງ. ໃນເມື່ອມະນຸດເຊື່ອໃນພຣະເຈົ້າ, ເຂົາກໍຕ້ອງຕິດຕາມບາດກ້າວຂອງພຣະເຈົ້າເທື່ອລະບາດກ້າວຢ່າງໃກ້ຊິດ; ເຂົາຄວນ “ຕິດຕາມພຣະເມສານ້ອຍບໍ່ວ່າພຣະອົງຈະໄປໃສກໍຕາມ”. ມີພຽງແຕ່ຄົນເຫຼົ່ານີ້ທີ່ເປັນຄົນສະແຫວງຫາຫົນທາງທີ່ແທ້ຈິງ, ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ຕິດຕາມຕົວຄໍາເວົ້າ ແລະ ຄຳສັ່ງສອນຄືກັບທາດ ແມ່ນຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານບໍລິສຸດ. ໃນແຕ່ລະໄລຍະຂອງເວລາ, ພຣະເຈົ້າຈະເລີ່ມຕົ້ນພາລະກິດໃໝ່ ແລະ ໃນແຕ່ລະໄລຍະຈະມີການເລີ່ມຕົ້ນໃໝ່ທ່າມກາງມະນຸດ. ຖ້າມະນຸດພຽງແຕ່ປະຕິບັດຕາມຄວາມຈິງທີ່ວ່າ “ພຣະເຢໂຮວາເປັນພຣະເຈົ້າ” ແລະ “ພຣະເຢຊູເປັນພຣະຄຣິດ” ເຊິ່ງເປັນຄວາມຈິງທີ່ພຽງແຕ່ໃຊ້ໄດ້ກັບຍຸກທີ່ກ່ຽວຂ້ອງ, ແລ້ວມະນຸດກໍຈະນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດໄດ້ຈັກເທື່ອ ແລະ ຈະບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດຕະຫຼອດໄປ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ, ມະນຸດກໍຕິດຕາມໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວ ແລະ ເຂົາກໍຕິດຕາມຢ່າງໃກ້ຊິດ. ໃນວິທີນີ້, ມະນຸດຈະສາມາດຖືກພຣະວິນຍານບໍລິສຸດກຳຈັດໄດ້ແນວໃດ? ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຕາບໃດທີ່ມະນຸດໝັ້ນໃຈວ່າ ນັ້ນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຮ່ວມມືໃນພາລະກິດຂອງພຣະວິນຍານບໍລິສຸດໂດຍບໍ່ມີຂໍ້ສົງໄສໃດໆແລ້ວ ແລະ ພະຍາຍາມບັນລຸເງື່ອນໄຂຂອງພຣະເຈົ້າ, ແລ້ວເຂົາຈະຖືກລົງໂທດໄດ້ແນວໃດ? ພາລະກິດຂອງພຣະເຈົ້າບໍ່ເຄີຍຢຸດຈັກເທື່ອ, ບາດກ້າວຂອງພຣະອົງບໍ່ເຄີຍຢຸດສະງັດຈັກເທື່ອ ແລະ ກ່ອນການສຳເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ, ພຣະອົງຫຍຸ້ງຢູ່ສະເໝີ ແລະ ບໍ່ເຄີຍຢຸດຈັກເທື່ອ. ແຕ່ມະນຸດແມ່ນແຕກຕ່າງ: ເມື່ອໄດ້ຮັບພຽງແຕ່ຈຳນວນເລັກນ້ອຍຂອງພາລະກິດຂອງພຣະວິນຍານບໍລິສຸດ, ເຂົາກໍປະຕິບັດຕໍ່ສິ່ງນັ້ນຄືກັບວ່າມັນຈະບໍ່ປ່ຽນແປງຈັກເທື່ອ; ເມື່ອໄດ້ຮັບຄວາມຮູ້ເລັກນ້ອຍ, ເຂົາກໍບໍ່ສືບຕໍ່ຕິດຕາມບາດກ້າວພາລະກິດທີ່ໃໝ່ກວ່າຂອງພຣະເຈົ້າ; ເມື່ອໄດ້ເຫັນພຽງແຕ່ສ່ວນເລັກນ້ອຍໃນພາລະກິດຂອງພຣະເຈົ້າ, ເຂົາກໍກຳນົດໃຫ້ພຣະເຈົ້າເປັນຮ່າງໄມ້ພິເສດທັນທີ ແລະ ເຊື່ອວ່າພຣະເຈົ້າຈະຍັງຄົງຢູ່ໃນຮູບຮ່າງນີ້ທີ່ເຂົາເຫັນຢູ່ຕໍ່ໜ້າເຂົາ, ເຊິ່ງມັນເປັນແບບນີ້ໃນອະດີດ ແລະ ຈະເປັນແບບນີ້ໃນອະນາຄົດ; ເມື່ອໄດ້ຮັບພຽງແຕ່ຄວາມຮູ້ຜິວເຜີນ, ມະນຸດກໍພູມໃຈຈົນເຂົາລືມຕົນເອງ ແລະ ເລີ່ມປະກາດແບບບໍ່ມີເຫດຜົນເຖິງອຸປະນິໄສ ແລະ ຄວາມເປັນຢູ່ຂອງພຣະເຈົ້າວ່າບໍ່ມີຢູ່ຈິງແທ້; ແລະ ເມື່ອໝັ້ນໃຈກ່ຽວກັບຂັ້ນຕອນໜຶ່ງໃນພາລະກິດຂອງພຣະວິນຍານບໍລິສຸດ, ບໍ່ວ່າຄົນທີ່ປະກາດພາລະກິດໃໝ່ຂອງພຣະເຈົ້າຈະເປັນຄົນປະເພດໃດກໍຕາມ, ມະນຸດກໍບໍ່ຍອມຮັບມັນ. ນີ້ແມ່ນຄົນທີ່ບໍ່ສາມາດຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ພວກເຂົາຫົວບູຮານເກີນໄປ ແລະ ບໍ່ສາມາດຍອມຮັບສິ່ງໃໝ່ໄດ້. ຄົນປະເພດດັ່ງກ່າວແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຍັງປະຕິເສດພຣະເຈົ້າ. ມະນຸດເຊື່ອວ່າ ຊາວອິດສະຣາເອນແມ່ນຜິດທີ່ “ເຊື່ອໃນພຣະເຢໂຮວາເທົ່ານັ້ນ ແລະ ບໍ່ເຊື່ອໃນພຣະເຢຊູ” ແຕ່ຄົນສ່ວນໃຫຍ່ກໍສະແດງບົດບາດທີ່ພວກເຂົາ “ເຊື່ອໃນພຣະເຢໂຮວາເທົ່ານັ້ນ ແລະ ປະຕິເສດພຣະເຢຊູ” ແລະ “ປາຖະໜາເຖິງການກັບມາຂອງພຣະເມຊີອາ, ແຕ່ຕໍ່ຕ້ານພຣະເມຊີອາຜູ້ທີ່ຖືກເອີ້ນວ່າ ພຣະເຢຊູ”. ແລ້ວບໍ່ແປກໃຈເລີຍທີ່ຜູ້ຄົນຍັງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານຫຼັງຈາກທີ່ຍອມຮັບໜຶ່ງຂັ້ນຕອນຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຍັງບໍ່ໄດ້ຮັບພອນຂອງພຣະເຈົ້າ. ນີ້ບໍ່ແມ່ນຜົນຂອງການກະບົດຂອງມະນຸດບໍ? ຊາວຄຣິດສະຕຽນທົ່ວໂລກທີ່ນໍາບໍ່ທັນພາລະກິດໃໝ່ແຫ່ງປັດຈຸບັນ ລ້ວນແລ້ວແຕ່ຍຶດຕິດກັບຄວາມຫວັງທີ່ວ່າ ພວກເຂົາຈະໄດ້ໂຊກດີ ແລະ ສົມມຸດວ່າພຣະເຈົ້າຈະເຮັດໃຫ້ຄວາມປາຖະໜາແຕ່ລະຢ່າງຂອງພວກເຂົາສຳເລັດ. ແຕ່ພວກເຂົາບໍ່ສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ເປັນຫຍັງພຣະເຈົ້າຈຶ່ງພາພວກເຂົາຂຶ້ນສູ່ສະຫວັນຊັ້ນສາມ ຫຼື ພວກເຂົາບໍ່ໝັ້ນໃຈວ່າ ພຣະເຢຊູຈະມາເພື່ອຮັບເອົາພວກເຂົາຂີ່ເທິງເມກສີຂາວໄດ້ແນວໃດ, ແຮງໄກທີ່ພວກເຂົາຈະເວົ້າດ້ວຍຄວາມໝັ້ນໃຈທີ່ສຸດວ່າ ພຣະເຢຊູມາເທິງເມກສີຂາວແທ້ໆໃນມື້ທີ່ພວກເຂົາຈິນຕະນາການ ຫຼື ບໍ່. ພວກເຂົາທຸກຄົນວິຕົກກັງວົນ ແລະ ເຮັດຫຍັງບໍ່ຖືກ; ພວກເຂົາເອງຍິ່ງບໍ່ຮູ້ຈັກວ່າ ພຣະເຈົ້າຈະພາພວກເຂົາແຕ່ລະຄົນທີ່ເປັນຄົນກຸ່ມນ້ອຍໆທີ່ມີຄວາມຫຼາກຫຼາຍ ຜູ້ທີ່ມາຈາກແຕ່ລະນິກາຍຂຶ້ນໄປ ຫຼື ບໍ່. ພາລະກິດທີ່ພຣະເຈົ້າປະຕິບັດໃນຕອນນີ້, ໃນຍຸກປັດຈຸບັນ, ເຈດຕະນາຂອງພຣະເຈົ້າ, ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້ ແລະ ບໍ່ສາມາດເຮັດຫຍັງໄດ້ນອກຈາກນັບມື້ດ້ວຍນິ້ວມືຂອງພວກເຂົາ. ມີພຽງແຕ່ຄົນທີ່ຕິດຕາມບາດກ້າວຂອງພຣະເມສານ້ອຍຈົນເຖິງເວລາສຸດທ້າຍເທົ່ານັ້ນ ຈຶ່ງຈະສາມາດຮັບເອົາພອນສຸດທ້າຍໄດ້, ໃນຂະນະທີ່ “ຄົນສະຫຼາດ” ເຫຼົ່ານັ້ນ ທີ່ບໍ່ສາມາດຕິດຕາມຈົນເຖິງເວລາສຸດທ້າຍ ແຕ່ຍັງເຊື່ອວ່າພວກເຂົາຈະໄດ້ຮັບທັງໝົດ ແມ່ນບໍ່ສາມາດເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າໄດ້. ພວກເຂົາທຸກຄົນເຊື່ອວ່າ ພວກເຂົາເປັນຄົນສະຫຼາດທີ່ສຸດເທິງແຜ່ນດິນໂລກ ແລະ ພວກເຂົາຢຸດການພັດທະນາທີ່ສືບເນື່ອງຂອງພາລະກິດຂອງພຣະເຈົ້າໂດຍບໍ່ມີເຫດຜົນເລີຍ ແລະ ເບິ່ງຄືກັບວ່າ ພວກເຂົາເຊື່ອດ້ວຍຄວາມໝັ້ນໃຈທີ່ສຸດວ່າ ພຣະເຈົ້າຈະພາພວກເຂົາຜູ້ທີ່ “ມີຄວາມຊື່ສັດທີ່ສຸດຕໍ່ພຣະເຈົ້າ, ຕິດຕາມພຣະເຈົ້າ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ” ຂຶ້ນສູ່ສະຫວັນ. ເຖິງແມ່ນວ່າພວກເຂົາມີ “ຄວາມຊື່ສັດທີ່ສຸດ” ຕໍ່ພຣະທຳທີ່ພຣະເຈົ້າກ່າວ, ຄຳເວົ້າ ແລະ ການກະທຳຂອງພວກເຂົາກໍຍັງເປັນຕາລັງກຽດຫຼາຍ ເພາະພວກເຂົາຕໍ່ຕ້ານພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຮັດການຫຼອກລວງ ແລະ ການຊົ່ວຮ້າຍ. ຄົນທີ່ບໍ່ສາມາດຕິດຕາມຈົນເຖິງເວລາສຸດທ້າຍ, ຄົນທີ່ບໍ່ສາມາດຕາມທັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ພຽງແຕ່ຍຶດຕິດກັບພາລະກິດເດີມ ແມ່ນບໍ່ພຽງແຕ່ບໍ່ສາມາດບັນລຸຄວາມຊື່ສັດຕໍ່ພຣະເຈົ້າ, ແຕ່ໃນທາງກົງກັນຂ້າມ ແມ່ນໄດ້ກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ, ໄດ້ກາຍເປັນຄົນທີ່ຖືກປະຕິເສດໃນຍຸກໃໝ່ ແລະ ເປັນຄົນທີ່ຈະຖືກລົງໂທດ. ມີຄົນທີ່ເປັນຕາເວດທະນາກວ່າພວກເຂົາຢູ່ບໍ? ຫຼາຍຄົນເຖິງກັບເຊື່ອວ່າ ທຸກຄົນທີ່ປະຕິເສດພຣະບັນຍັດເດີມ ແລະ ຍອມຮັບພາລະກິດໃໝ່ແມ່ນບໍ່ມີຄວາມສຳນຶກ. ຄົນເຫຼົ່ານີ້ ທີ່ພຽງແຕ່ເວົ້າເຖິງ “ຄວາມສຳນຶກ” ແລະ ບໍ່ຮູ້ຈັກວ່າພາລະກິດຂອງພຣະວິນຍານບໍລິສຸດຈະຖືກຄວາມສຳນຶກຂອງພວກເຂົາເອງຕັດຄວາມຄາດຫວັງຂອງພວກເຂົາໃນທີ່ສຸດ. ພາລະກິດຂອງພຣະເຈົ້າບໍ່ໄດ້ປະຕິບັດຕາມຄຳສັ່ງສອນ ແລະ ເຖິງແມ່ນວ່າມັນເປັນພາລະກິດຂອງພຣະອົງເອງ, ແຕ່ພຣະເຈົ້າກໍຍັງບໍ່ຍຶດຕິດກັບມັນ. ສິ່ງທີ່ຄວນຖືກປະຕິເສດກໍຖືກປະຕິເສດ, ສິ່ງທີ່ຄວນຖືກກຳຈັດກໍຖືກກຳຈັດ. ແຕ່ມະນຸດເຮັດໃຫ້ຕົນເອງເປັນສັດຕູກັບພຣະເຈົ້າໂດຍຍຶດຕິດພຽງແຕ່ສ່ວນເລັກນ້ອຍດຽວຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ນີ້ບໍ່ແມ່ນຄວາມບໍ່ມີເຫດຜົນຂອງມະນຸດບໍ? ນີ້ບໍ່ແມ່ນຄວາມໂງ່ຈ້າຂອງມະນຸດບໍ? ຍິ່ງຜູ້ຄົນບໍ່ກ້າ ແລະ ລະມັດລະວັງເກີນໄປຍ້ອນພວກເຂົາຢ້ານບໍ່ໄດ້ຮັບພອນຂອງພຣະເຈົ້າຫຼາຍສໍ່າໃດ, ພວກເຂົາກໍຍິ່ງບໍ່ສາມາດໄດ້ຮັບພອນທີ່ຍິ່ງໃຫຍ່ຫຼາຍສໍ່ານັ້ນ ແລະ ບໍ່ສາມາດໄດ້ຮັບພອນສຸດທ້າຍ. ຄົນເຫຼົ່ານີ້ທີ່ປະຕິບັດຕາມພຣະບັນຍັດຢ່າງທາດ ກໍລ້ວນແລ້ວແຕ່ສະແດງຄວາມຊື່ສັດທີ່ສຸດຕໍ່ພຣະບັນຍັດ ແລະ ຍິ່ງພວກເຂົາສະແດງຄວາມຊື່ສັດດັ່ງກ່າວຕໍ່ພຣະບັນຍັດຫຼາຍສໍ່າໃດ, ພວກເຂົາກໍຍິ່ງເປັນກະບົດທີ່ຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ຍ້ອນປັດຈຸບັນແມ່ນຍຸກແຫ່ງລາຊະອານາຈັກ ແລະ ບໍ່ແມ່ນຍຸກແຫ່ງພຣະບັນຍັດ ແລະ ພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະດີດກໍບໍ່ສາມາດກ່າວໃນລົມຫາຍໃຈດຽວກັນ ຫຼື ພາລະກິດໃນອະດີດແມ່ນບໍ່ສາມາດປຽບທຽບກັບພາລະກິດໃນປັດຈຸບັນໄດ້. ພາລະກິດຂອງພຣະເຈົ້າໄດ້ປ່ຽນແປງໄປ ແລະ ການປະຕິບັດຂອງມະນຸດກໍໄດ້ປ່ຽນແປງໄປເຊັ່ນກັນ; ມັນບໍ່ແມ່ນການຍຶດຕິດກັບພຣະບັນຍັດ ຫຼື ແບກໄມ້ກາງແຂນ. ສະນັ້ນ ຄວາມຊື່ສັດຂອງຜູ້ຄົນຕໍ່ພຣະບັນຍັດ ແລະ ໄມ້ກາງແຂນແມ່ນຈະບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າ.

ມະນຸດຈະຖືກເຮັດໃຫ້ສົມບູນທັງໝົດໃນຍຸກແຫ່ງລາຊະອານາຈັກ. ຫຼັງຈາກພາລະກິດແຫ່ງການເອົາຊະນະ, ມະນຸດຈະຕົກຢູ່ໃນການຫຼໍ່ຫຼອມ ແລະ ຄວາມລຳບາກຍາກແຄ້ນ. ຄົນທີ່ສາມາດເອົາຊະນະ ແລະ ຢືນຢ່າງໝັ້ນຄົງໃນຄໍາພະຍານຂອງພວກເຂົາໃນລະຫວ່າງຄວາມລຳບາກຍາກແຄ້ນນີ້ ແມ່ນຄົນທີ່ຈະຖືກເຮັດໃຫ້ສົມບູນໃນທີ່ສຸດ; ພວກເຂົາເປັນຜູ້ເອົາຊະນະ. ໃນລະຫວ່າງຄວາມລໍາບາກຍາກແຄ້ນ, ມະນຸດຈຳເປັນຕ້ອງຍອມຮັບການຫຼໍ່ຫຼອມນີ້ ແລະ ການຫຼໍ່ຫຼອມນີ້ແມ່ນກໍລະນີສຸດທ້າຍຂອງພາລະກິດຂອງພຣະເຈົ້າ. ມັນເປັນຄັ້ງສຸດທ້າຍທີ່ມະນຸດຈະຖືກຫຼໍ່ຫຼອມກ່ອນການສິ້ນສຸດພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້ານັ້ນ ແລະ ທຸກຄົນທີ່ຕິດຕາມພຣະເຈົ້າກໍຕ້ອງຍອມຮັບການທົດສອບສຸດທ້າຍນີ້ ແລະ ຕ້ອງຍອມຮັບການຫຼໍ່ຫຼອມຄັ້ງສຸດທ້າຍນີ້. ຄົນທີ່ຖືກອ້ອມລ້ອມໄປດ້ວຍຄວາມລໍາບາກຍາກແຄ້ນແມ່ນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ ແລະ ການນໍາພາຂອງພຣະເຈົ້າ, ແຕ່ຄົນທີ່ຖືກເອົາຊະນະຢ່າງແທ້ຈິງ ແລະ ສະແຫວງຫາພຣະເຈົ້າຢ່າງແທ້ຈິງຈະໝັ້ນຄົງໃນທີ່ສຸດ; ພວກເຂົາເປັນຄົນທີ່ມີຄວາມເປັນມະນຸດ ແລະ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຄົນເຫຼົ່ານີ້ທີ່ມີໄຊຊະນະຈະບໍ່ປາສະຈາກນິມິດ ແລະ ຍັງຈະນໍາຄວາມຈິງເຂົ້າສູ່ການປະຕິບັດໃນການເປັນພະຍານຂອງພວກເຂົາໂດຍບໍ່ມີການລົ້ມເຫຼວ. ພວກເຂົາຄືຜູ້ທີ່ຈະລອດພົ້ນຈາກຄວາມລໍາບາກຍາກແຄ້ນທີ່ຍິ່ງໃຫຍ່ໃນທີ່ສຸດ. ເຖິງແມ່ນວ່າຄົນທີ່ຕຶກເບັດໃນນໍ້າຂຸ່ນຍັງສາມາດສວຍໂອກາດໃນປັດຈຸບັນ, ແຕ່ ບໍ່ມີໃຜສາມາດຫຼົບໜີຄວາມລໍາບາກຍາກແຄ້ນສຸດທ້າຍໄດ້ ແລະ ບໍ່ມີໃຜສາມາດຫຼົບໜີການທົດສອບສຸດທ້າຍໄດ້. ສຳລັບຄົນທີ່ເອົາຊະນະ, ຄວາມລໍາບາກຍາກແຄ້ນດັ່ງກ່າວເປັນການຫຼໍ່ຫຼອມທີ່ໃຫຍ່ຫຼວງ; ແຕ່ສຳລັບຄົນທີ່ຕຶກເບັດໃນນໍ້າຂຸ່ນ, ມັນເປັນພາລະກິດແຫ່ງການກໍາຈັດໂດຍສິ້ນເຊີງ. ບໍ່ວ່າພວກເຂົາຈະຖືກທົດລອງແນວໃດກໍຕາມ, ຄວາມຈົງຮັກພັກດີຂອງຄົນທີ່ມີພຣະເຈົ້າໃນຫົວໃຈຂອງພວກເຂົາກໍຍັງບໍ່ປ່ຽນແປງ; ແຕ່ສຳລັບຄົນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ, ຫຼັງຈາກທີ່ພາລະກິດຂອງພຣະເຈົ້າບໍ່ມີປະໂຫຍດຕໍ່ເນື້ອໜັງຂອງພວກເຂົາ, ພວກເຂົາກໍປ່ຽນມຸມມອງກ່ຽວກັບພຣະເຈົ້າ ແລະ ເຖິງກັບໜີອອກຈາກພຣະເຈົ້າ. ຄົນດັ່ງກ່າວແມ່ນຄົນທີ່ຈະບໍ່ໝັ້ນຄົງໃນທີ່ສຸດ, ເປັນຄົນທີ່ພຽງແຕ່ສະແຫວງຫາພອນຂອງພຣະເຈົ້າ ແລະ ບໍ່ປາຖະໜາທີ່ຈະເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ອຸທິດຕົນເອງໃຫ້ກັບພຣະອົງ. ຄົນຕໍ່າຊ້າດັ່ງກ່າວນີ້ຈະຖືກຂັບໄລ່ໜີທັງໝົດ ເມື່ອພາລະກິດຂອງພຣະເຈົ້າມາເຖິງຈຸດສິ້ນສຸດ ແລະ ພວກເຂົາບໍ່ສົມຄວນແກ່ການເຫັນອົກເຫັນໃຈໃດໆເລີຍ. ຄົນທີ່ປາສະຈາກຄວາມເປັນມະນຸດແມ່ນບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເມື່ອສະພາບແວດລ້ອມປອດໄພ ແລະ ໝັ້ນຄົງ ຫຼື ພວກເຂົາສາມາດຮັບຜົນປະໂຫຍດ, ພວກເຂົາກໍເຊື່ອຟັງພຣະເຈົ້າໃນທຸກສິ່ງ, ແຕ່ຫຼັງຈາກສິ່ງທີ່ພວກເຂົາປາຖະໜານັ້ນຕົກຢູ່ໃນອັນຕະລາຍ ຫຼື ຖືກໂຕ້ແຍ້ງໃນທີ່ສຸດ, ພວກເຂົາກໍກະບົດທັນທີ. ແມ່ນແຕ່ໃນຊ່ວງເວລາພຽງແຕ່ຄືນດຽວ, ພວກເຂົາອາດປ່ຽນຈາກຄົນທີ່ຍິ້ມແຍ້ມ ແລະ “ໃຈດີ” ມາເປັນຄາດຕະກອນທີ່ຂີ້ຮ້າຍ ແລະ ໂຫດຮ້າຍ, ປະຕິບັດຕໍ່ຜູ້ອຸປະກາລະຂອງພວກເຂົາໃນມື້ວານຄືກັບສັດຕູທີ່ເອົາເປັນເອົາຕາຍທັນທີ ໂດຍບໍ່ມີຄວາມສອດຄ່ອງ ຫຼື ເຫດຜົນ. ຖ້າຜີຮ້າຍເຫຼົ່ານີ້ບໍ່ຖືກໂຍນອອກ, ຜີຮ້າຍເຫຼົ່ານີ້ຈະຂ້າພາຍໃນພິບຕາ, ພວກເຂົາຈະບໍ່ກາຍເປັນຄວາມອັນຕະລາຍຢ່າງລັບໆບໍ? ພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນບໍ່ໄດ້ຖືກບັນລຸຫຼັງຈາກການສຳເລັດພາລະກິດແຫ່ງການເອົາຊະນະ. ເຖິງແມ່ນວ່າ ພາລະກິດແຫ່ງການເອົາຊະນະຈະສິ້ນສຸດລົງແລ້ວ, ພາລະກິດແຫ່ງການຊໍາລະລ້າງຍັງບໍ່ໄດ້ສິ້ນສຸດລົງເທື່ອ; ພາລະກິດດັ່ງກ່າວຈະຖືກເຮັດໃຫ້ສຳເລັດຫຼັງຈາກທີ່ມະນຸດຖືກຊໍາລະລ້າງທັງໝົດເທົ່ານັ້ນ, ຫຼັງຈາກທີ່ຄົນອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງຖືກເຮັດໃຫ້ສົມບູນ ແລະ ຫຼັງຈາກທີ່ຄົນປອມຕົວເຫຼົ່ານັ້ນທີ່ປາສະຈາກພຣະເຈົ້າໃນຫົວໃຈຂອງພວກເຂົາຖືກກວາດລ້າງ. ຄົນທີ່ບໍ່ພໍໃຈພຣະເຈົ້າໃນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະອົງຈະຖືກກຳຈັດທັງໝົດ ແລະ ຄົນທີ່ຖືກກຳຈັດແມ່ນພວກຜີຮ້າຍ. ເມື່ອພວກເຂົາບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ພວກເຂົາກໍກະບົດຕໍ່ພຣະເຈົ້າ ແລະ ເຖິງແມ່ນຄົນເຫຼົ່ານີ້ຕິດຕາມພຣະເຈົ້າໃນປັດຈຸບັນ, ແຕ່ສິ່ງນີ້ບໍ່ໄດ້ພິສູດວ່າ ພວກເຂົາເປັນຄົນທີ່ຈະຢູ່ລອດໃນທີ່ສຸດ. ໃນພຣະທຳທີ່ກ່າວວ່າ: “ຄົນທີ່ຕິດຕາມພຣະເຈົ້າຈົນເຖິງທີ່ສຸດຈະໄດ້ຮັບເອົາຄວາມລອດພົ້ນ” ຄວາມໝາຍຂອງຄຳວ່າ “ຕິດຕາມ” ຄືການຢືນຢ່າງໝັ້ນຄົງທ່າມກາງຄວາມລໍາບາກຍາກແຄ້ນ. ໃນປັດຈຸບັນ, ຫຼາຍຄົນເຊື່ອວ່າການຕິດຕາມພຣະເຈົ້າເປັນສິ່ງທີ່ງ່າຍ, ແຕ່ເມື່ອພາລະກິດຂອງພຣະເຈົ້າກຳລັງຈະສິ້ນສຸດລົງ, ເຈົ້າຈະຮູ້ຄວາມໝາຍທີ່ແທ້ຈິງຂອງຄຳວ່າ “ຕິດຕາມ”. ຍ້ອນເຈົ້າຍັງສາມາດຕິດຕາມພຣະເຈົ້າໃນປັດຈຸບັນຫຼັງຈາກທີ່ຖືກເອົາຊະນະ, ນີ້ກໍບໍ່ໄດ້ພິສູດວ່າ ເຈົ້າເປັນໜຶ່ງໃນຄົນທີ່ຈະຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ສາມາດອົດທົນຕໍ່ການທົດລອງ, ຄົນທີ່ບໍ່ສາມາດເອົາໄຊຊະນະເໜືອຄວາມລໍາບາກຍາກແຄ້ນ ຈະບໍ່ສາມາດຢືນຢ່າງໝັ້ນຄົງໃນທີ່ສຸດ ແລະ ສະນັ້ນກໍຈະບໍ່ສາມາດຕິດຕາມພຣະເຈົ້າຈົນເຖິງທີ່ສຸດ. ຄົນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງແມ່ນສາມາດທົນທານຕໍ່ການທົດສອບໃນພາລະກິດຂອງພວກເຂົາ, ໃນຂະນະທີ່ຄົນທີ່ບໍ່ຕິດຕາມພຣະເຈົ້າຢ່າງແທ້ຈິງແມ່ນບໍ່ສາມາດທົນຕໍ່ການທົດລອງໃດໆຂອງພຣະເຈົ້າເລີຍ. ບໍ່ຊ້າກໍໄວ ພວກເຂົາຈະຖືກຂັບໄລ່ໜີ, ໃນຂະນະທີ່ຜູ້ເອົາຊະນະຈະຄົງຢູ່ໃນອານາຈັກ. ບໍ່ວ່າມະນຸດຈະສະແຫວງຫາພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແມ່ນຖືກກຳນົດໂດຍການທົດສອບຂອງພາລະກິດຂອງເຂົາ ນັ້ນກໍຄື ການທົດລອງຂອງພຣະເຈົ້າ ແລະ ບໍ່ກ່ຽວຫຍັງກັບການຕັດສິນໃຈຂອງມະນຸດເອງ. ພຣະເຈົ້າບໍ່ປະຕິເສດບຸກຄົນໃດໜຶ່ງໂດຍການຖືເບົາ; ທຸກສິ່ງທີ່ພຣະອົງເຮັດແມ່ນສາມາດເຮັດໃຫ້ມະນຸດເຊື່ອໄດ້ຢ່າງສິ້ນເຊີງ. ພຣະອົງບໍ່ເຮັດໃນສິ່ງໃດທີ່ມະນຸດບໍ່ສາມາດເຫັນໄດ້ ຫຼື ພາລະກິດໃດກໍຕາມທີ່ບໍ່ສາມາດເຮັດໃຫ້ມະນຸດເຊື່ອໄດ້. ບໍ່ວ່າຄວາມເຊື່ອຂອງມະນຸດຈະຖືກຕ້ອງ ຫຼື ບໍ່ ແມ່ນຖືກພິສູດໂດຍຄວາມຈິງ ແລະ ບໍ່ສາມາດຕັດສິນໂດຍມະນຸດ. “ເຂົ້າສາລີບໍ່ສາມາດເຮັດໃຫ້ກາຍເປັນເຂົ້ານົກ ແລະ ເຂົ້ານົກບໍ່ສາມາດເຮັດໃຫ້ກາຍເປັນເຂົ້າສາລີໄດ້” ກໍເປັນຄຳເວົ້າທີ່ບໍ່ຕ້ອງສົງໄສເລີຍ. ທຸກຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງຈະຍັງຄົງຢູ່ໃນອານາຈັກ ແລະ ພຣະເຈົ້າຈະບໍ່ປະຕິບັດຢ່າງບໍ່ດີຕໍ່ໃຜກໍຕາມທີ່ຮັກພຣະອົງຢ່າງແທ້ຈິງ. ອີງຕາມໜ້າທີ່ ແລະ ຄຳພະຍານທີ່ແຕກຕ່າງຂອງພວກເຂົາ, ຜູ້ເອົາຊະນະທີ່ຢູ່ພາຍໃນອານາຈັກຈະຮັບໃຊ້ເປັນປະໂລຫິດ ຫຼື ຜູ້ຕິດຕາມ ແລະ ທຸກຄົນທີ່ໄດ້ຮັບໄຊຊະນະທ່າມກາງຄວາມລໍາບາກຍາກແຄ້ນກໍຈະກາຍເປັນຄະນະປະໂລຫິດພາຍໃນອານາຈັກ. ຄະນະປະໂລຫິດຈະຖືກຈັດຕັ້ງຂຶ້ນເມື່ອພາລະກິດແຫ່ງຂ່າວປະເສີດທົ່ວທັງຈັກກະວານໄດ້ມາເຖິງເວລາສຸດທ້າຍ. ເມື່ອເວລານັ້ນມາເຖິງ, ສິ່ງທີ່ມະນຸດຄວນເຮັດກໍຈະເປັນການປະຕິບັດໜ້າທີ່ຂອງເຂົາພາຍໃນອານາຈັກຂອງພຣະເຈົ້າ ແລະ ການທີ່ເຂົາດຳລົງຊີວິດຢູ່ຮ່ວມກັບພຣະເຈົ້າພາຍໃນອານາຈັກ. ໃນຄະນະປະໂລຫິດ ຈະມີປະໂລຫິດຕົນໃຫຍ່ ແລະ ປະໂລຫິດ ແລະ ຄົນທີ່ເຫຼືອຈະເປັນບຸດຊາຍ ແລະ ປະຊາຊົນຂອງພຣະເຈົ້າ. ສິ່ງນີ້ແມ່ນໄດ້ຖືກກຳນົດໂດຍຄຳພະຍານທີ່ພວກເຂົາມີຕໍ່ພຣະເຈົ້າໃນລະຫວ່າງຄວາມລໍາບາກຍາກແຄ້ນ; ພວກມັນບໍ່ແມ່ນຕໍາແໜ່ງທີ່ມອບໃຫ້ຕາມອຳເພີໃຈ. ຫຼັງຈາກທີ່ສະຖານະຂອງມະນຸດຖືກແຕ່ງຕັ້ງແລ້ວ, ພາລະກິດຂອງພຣະເຈົ້າກໍຈະສິ້ນສຸດ ຍ້ອນແຕ່ລະຄົນຖືກຈັດແບ່ງຕາມປະເພດຂອງໃຜລາວ ແລະ ກັບຄືນສູ່ທີ່ເດີມຂອງພວກເຂົາ ແລະ ນີ້ຄືເຄື່ອງໝາຍທີ່ບົ່ງບອກຄວາມສຳເລັດຂອງພາລະກິດຂອງພຣະເຈົ້າ, ນີ້ແມ່ນຜົນສຸດທ້າຍຂອງພາລະກິດຂອງພຣະເຈົ້າ ແລະ ເປັນແກ້ວຜະລຶກຂອງນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ການຮ່ວມມືຂອງມະນຸດ. ໃນທີ່ສຸດ, ມະນຸດກໍຈະໄດ້ພົບບ່ອນພັກເຊົາໃນອານາຈັກຂອງພຣະເຈົ້າ ແລະ ພຣະເຈົ້າກໍຈະກັບຄືນສູ່ບ່ອນຢູ່ອາໄສຂອງພຣະອົງເພື່ອພັກເຊົາເຊັ່ນກັນ. ນີ້ຄືຜົນສຸດທ້າຍຂອງການຮ່ວມມືເປັນເວລາ 6.000 ປີລະຫວ່າງພຣະເຈົ້າ ແລະ ມະນຸດ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?