ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກເຊົາພ້ອມກັນ (ພາກທີສອງ)

ຜູ້ທີ່ລາກດຶງລູກຫຼານ ແລະ ຍາດຕິພີ່ນ້ອງທີ່ບໍ່ມີຄວາມເຊື່ອທັງໝົດເຂົ້າໃນຄຣິສຕະຈັກແມ່ນຄົນທີ່ເຫັນແກ່ຕົວທີ່ສຸດ ແລະ ພວກເຂົາແມ່ນພຽງສະແດງຄວາມມີນ້ຳໃຈເທົ່ານັ້ນ. ຄົນເຫຼົ່ານີ້ພຽງແຕ່ສົນໃຈກັບການຖືກຮັກ ໂດຍບໍ່ຄຳນຶງວ່າ ພວກເຂົາເຊື່ອ ຫຼື ບໍ່ ຫຼື ບໍ່ຄຳນຶງວ່າມັນເປັນເຈດຕະນາຂອງພຣະເຈົ້າ ຫຼື ບໍ່. ບາງຄົນນຳເອົາພັນລະຍາຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ລາກດຶງເອົາພໍ່ແມ່ຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ຄຳນຶງວ່າ ພຣະວິນຍານບໍລິສຸດເຫັນດີກັບສິ່ງນີ້ ຫຼື ບໍ່ ຫຼື ປະຕິບັດພາລະກິດໃນພວກເຂົາ ຫຼື ບໍ່, ພວກເຂົາຫຼັບຫູຫຼັບຕາສືບຕໍ່ “ຮັບເອົາຄົນທີ່ມີພອນສະຫວັນ” ເພື່ອພຣະເຈົ້າ. ມັນສາມາດໄດ້ຜົນປະໂຫຍດຫຍັງແນ່ຈາກການແຜ່ຄວາມເມດຕາຕໍ່ຄົນທີ່ບໍ່ມີຄວາມເຊື່ອເຫຼົ່ານີ້? ເຖິງແມ່ນວ່າ ຄົນທີ່ບໍ່ມີຄວາມເຊື່ອເຫຼົ່ານີ້, ຜູ້ທີ່ປາສະຈາກການສະຖິດຂອງພຣະວິນຍານບໍລິສຸດຈະລັງເລໃນການຕິດຕາມພຣະເຈົ້າ, ພວກເຂົາກໍຍັງຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນດັ່ງທີ່ຜູ້ຄົນອາດເຂົ້າໃຈ. ທີ່ຈິງແລ້ວ ຜູ້ທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນນັ້ນບໍ່ແມ່ນໄດ້ຮັບມາແບບງ່າຍໆ. ຜູ້ທີ່ບໍ່ໄດ້ຜ່ານພາລະກິດ ແລະ ການທົດລອງຂອງພຣະວິນຍານບໍລິສຸດ ແລະ ບໍ່ໄດ້ຮັບການເຮັດໃຫ້ສົມບູນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ສະນັ້ນ, ຜູ້ຄົນເຫຼົ່ານີ້ຂາດການສະຖິດຂອງພຣະວິນຍານບໍລິສຸດຕັ້ງແຕ່ວິນາທີທີ່ພວກເຂົາເລີ່ມຕົ້ນຕິດຕາມພຣະເຈົ້າແລ້ວ. ອີງຕາມເງື່ອນໄຂ ແລະ ສະພາບທີ່ແທ້ຈິງຂອງພວກເຂົາ, ພວກເຂົາແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ດັ່ງນັ້ນ, ພຣະວິນຍານບໍລິສຸດບໍ່ໄດ້ຕັດສິນໃຈທີ່ຈະເສຍເຫື່ອແຮງກັບພວກເຂົາຫຼາຍ ແລະ ພຣະອົງບໍ່ໄດ້ໃຫ້ແສງສະຫວ່າງ ຫຼື ຊີ້ນໍາພວກເຂົາໃນທິດທາງໃດເລີຍ; ພຣະອົງພຽງແຕ່ອະນຸຍາດໃຫ້ພວກເຂົາຕິດຕາມ ແລະ ສຸດທ້າຍກໍຈະເປີດເຜີຍຜົນຕາມມາຂອງພວກເຂົາ, ນີ້ແມ່ນພຽງພໍແລ້ວ. ຄວາມກະຕືລືລົ້ນ ແລະ ຄວາມຕັ້ງໃຈຂອງມະນຸດແມ່ນມາຈາກຊາຕານ ແລະ ບໍ່ມີທາງທີ່ສິ່ງເຫຼົ່ານີ້ຈະສາມາດເຮັດສໍາເລັດພາລະກິດຂອງພຣະວິນຍານບໍລິສຸດໄດ້. ບໍ່ວ່າຜູ້ຄົນຈະເປັນແນວໃດກໍຕາມ, ພວກເຂົາຕ້ອງມີພາລະກິດຂອງພຣະວິນຍານບໍລິສຸດ. ມະນຸດສາມາດເຮັດໃຫ້ມະນຸດສົມບູນໄດ້ບໍ? ເປັນຫຍັງສາມີຈຶ່ງຮັກພັນລະຍາຂອງຕົນເອງ? ເປັນຫຍັງພັນລະຍາຈຶ່ງຮັກສາມີຂອງນາງ? ເປັນຫຍັງລູກໆຈຶ່ງປະຕິບັດໜ້າທີ່ຂອງພວກເຂົາຕໍ່ພໍ່ແມ່? ເປັນຫຍັງພໍ່ແມ່ຈຶ່ງຮັກລູກໆຂອງພວກເຂົາ? ຜູ້ຄົນມີຄວາມຕັ້ງໃຈແບບໃດກັນແທ້? ຄວາມຕັ້ງໃຈຂອງພວກເຂົາບໍ່ແມ່ນເພື່ອປະຕິບັດຕາມແຜນການ ແລະ ຄວາມປາດຖະໜາທີ່ເຫັນແກ່ຕົວຂອງພວກເຂົາເອງບໍ? ພວກເຂົາຕັ້ງໃຈປະຕິບັດເພື່ອແຜນການຄຸ້ມຄອງຂອງພຣະເຈົ້າແທ້ບໍ? ພວກເຂົາປະຕິບັດເພື່ອພາລະກິດຂອງພຣະເຈົ້າແທ້ບໍ? ຄວາມຕັ້ງໃຈຂອງພວກເຂົາແມ່ນເພື່ອສໍາເລັດໜ້າທີ່ຂອງສິ່ງຖືກສ້າງເອງບໍ? ນັບຕັ້ງແຕ່ນາທີທີ່ພວກເຂົາເລີ່ມມີຄວາມເຊື່ອໃນພຣະເຈົ້າ ຜູ້ຄົນແມ່ນບໍ່ສາມາດຮັບການສະຖິດຢູ່ຂອງພຣະວິນຍານບໍລິສຸດ, ບໍ່ສາມາດຮັບພາລະກິດຂອງພຣະວິນຍານບໍລິສຸດ; ຜູ້ຄົນເຫຼົ່ານີ້ໄດ້ຖືກກໍານົດໃຫ້ເປັນເປົ້າໝາຍທີ່ຈະຖືກທໍາລາຍ. ບໍ່ວ່າພວກເຂົາຈະມີຄວາມຮັກຫຼາຍເທົ່າໃດກໍຕາມ, ມັນກໍບໍ່ສາມາດທົດແທນພາລະກິດຂອງພຣະວິນຍານບໍລິສຸດໄດ້. ຄວາມກະຕືລືລົ້ນ ແລະ ຄວາມຮັກຂອງຜູ້ຄົນແມ່ນສະແດງເຖິງຄວາມຕັ້ງໃຈຂອງມະນຸດ ແລະ ບໍ່ສາມາດເປັນຕົວແທນເຈດຕະນາຂອງພຣະເຈົ້າໄດ້ ແລະ ບໍ່ສາມາດທົດແທນພາລະກິດຂອງພຣະເຈົ້າໄດ້. ເຖິງແມ່ນວ່າ ຄົນຈະສະແດງຄວາມຮັກ ຫຼື ຄວາມເມດຕາຫຼາຍທີ່ສຸດຕໍ່ບັນດາຜູ້ທີ່ເຊື່ອໃນພຣະເຈົ້າພຽງແຕ່ໃນນາມ ແລະ ທໍາທ່າຕິດຕາມພຣະອົງໂດຍບໍ່ຮູ້ວ່າ ການເຊື່ອໃນພຣະເຈົ້ານັ້ນໝາຍເຖິງຫຍັງກັນແທ້, ພວກເຂົາກໍຈະບໍ່ໄດ້ຮັບຄວາມເຫັນໃຈຈາກພຣະເຈົ້າ ຫຼື ພວກເຂົາຈະບໍ່ໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ. ເຖິງແມ່ນວ່າຄົນທີ່ຕິດຕາມພຣະເຈົ້າຢ່າງຈິງໃຈຈະມີຄວາມສາມາດຕໍ່າ ແລະ ບໍ່ສາມາດເຂົ້າໃຈຄວາມຈິງຫຼາຍຢ່າງ, ທີ່ພວກເຂົາຍັງສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດເປັນຄັ້ງຄາວ, ຜູ້ທີ່ມີຄວາມສາມາດສູງ ແຕ່ບໍ່ເຊື່ອຢ່າງຈິງໃຈແມ່ນບໍ່ສາມາດໄດ້ຮັບການສະຖິດຂອງພຣະວິນຍານບໍລິສຸດໄດ້. ບໍ່ມີທາງເປັນໄປໄດ້ເດັດຂາດທີ່ຈະຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນ. ເຖິງແມ່ນວ່າ ພວກເຂົາຈະອ່ານພຣະທໍາຂອງພຣະເຈົ້າ ຫຼື ບາງຄັ້ງໄດ້ຟັງຄໍາເທດສະໜາ ຫຼື ເຖິງກັບຮ້ອງເພງສັນລະເສີນພຣະເຈົ້າ, ໃນທີ່ສຸດ ພວກເຂົາກໍຈະບໍ່ສາມາດມີຊີວິດຢູ່ຕໍ່ໄປຈົນເຖິງເວລາແຫ່ງການພັກເຊົາໄດ້. ການທີ່ຄົນສະແຫວງຫາດ້ວຍຄວາມຈິງໃຈ ແມ່ນບໍ່ໄດ້ກໍານົດດ້ວຍການຕັດສິນຂອງຄົນອື່ນ ຫຼື ດ້ວຍວິທີທີ່ຄົນອ້ອມຂ້າງເບິ່ງພວກເຂົາ ແຕ່ຂຶ້ນຢູ່ກັບວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດກັບພວກເຂົາ ຫຼື ບໍ່ ແລະ ຂຶ້ນກັບວ່າ ພວກເຂົາໄດ້ຮັບການສະຖິດຂອງພຣະວິນຍານບໍລິສຸດ ຫຼື ບໍ່. ຍິ່ງໄປກວ່ານັ້ນ ມັນຂຶ້ນຢູ່ກັບວ່າອຸປະນິໄສຂອງພວກເຂົາປ່ຽນແປງ ຫຼື ບໍ່ ຫຼື ຂຶ້ນກັບວ່າພວກເຂົາມີຄວາມຮູ້ກ່ຽວກັບພຣະເຈົ້າ ຫຼື ບໍ່ ຫຼັງຈາກທີ່ໄດ້ຜ່ານພາລະກິດຂອງພຣະວິນຍານບໍລິສຸດໃນເວລາໃດໜຶ່ງ. ຖ້າພຣະວິນຍານບໍລິສຸດປະຕິບັດພາລະກິດຕໍ່ບຸກຄົນໃດໜຶ່ງ, ອຸປະນິໄສຂອງບຸກຄົນນັ້ນກໍຈະຄ່ອຍໆປ່ຽນແປງ ແລະ ມຸມມອງຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າກໍຈະຄ່ອຍໆບໍລິສຸດຂຶ້ນ. ບໍ່ວ່າຜູ້ຄົນຈະຕິດຕາມພຣະເຈົ້າເປັນເວລາດົນນານເທົ່າໃດກໍຕາມ, ຕາບໃດທີ່ພວກເຂົາໄດ້ປ່ຽນແປງ, ມັນກໍໝາຍຄວາມວ່າ ພຣະວິນຍານບໍລິສຸດກໍາລັງປະຕິບັດພາລະກິດກັບພວກເຂົາ. ຖ້າພວກເຂົາບໍ່ປ່ຽນແປງ, ນັ້ນກໍໝາຍຄວາມວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດກັບພວກເຂົາ. ເຖິງແມ່ນວ່າຜູ້ຄົນເຫຼົ່ານີ້ໄດ້ເຮັດວຽກງານຮັບໃຊ້ບາງຢ່າງ, ແຕ່ສິ່ງທີ່ກະຕຸ້ນພວກເຂົາໃຫ້ເຮັດແບບນັ້ນຄືຄວາມປາຖະໜາຢາກຮັບການອວຍພອນ. ພຽງປະຕິບັດຮັບໃຊ້ບໍລິການບາງຄັ້ງຄາວບໍ່ສາມາດທົດແທນປະສົບການການປ່ຽນແປງໃນອຸປະນິໄສຂອງພວກເຂົາໄດ້. ໃນທີ່ສຸດ ພວກເຂົາກໍຍັງຈະຖືກທໍາລາຍ ເພາະບໍ່ມີຄວາມຈໍາເປັນຕ້ອງມີຜູ້ບໍລິການປະເພດນີ້ໃນອານາຈັກ ແລະ ບໍ່ມີຄວາມຈຳເປັນຕ້ອງມີຄົນທີ່ບໍ່ມີການປ່ຽນແປງອຸປະນິໄສ ເພື່ອມາບໍລິການຜູ້ທີ່ຖືກເຮັດໃຫ້ສົມບູນ ແລະ ຜູ້ທີ່ມີຄວາມພັກດີຕໍ່ພຣະເຈົ້າ. ພຣະທໍາເຫຼົ່ານັ້ນທີ່ກ່າວໃນອະດີດທີ່ວ່າ: “ເມື່ອຄົນໃດເຊື່ອໃນພຣະຜູ້ເປັນເຈົ້າ, ໂຊກລາບກໍຈະມີແກ່ຄອບຄົວຂອງຄົນໆນັ້ນ” ແມ່ນເໝາະສົມສໍາລັບຍຸກແຫ່ງພຣະຄຸນ ແຕ່ມັນບໍ່ກ່ຽວກັບຈຸດໝາຍປາຍທາງຂອງມະນຸດ. ພຣະທໍາເຫຼົ່ານັ້ນເໝາະສົມກັບຍຸກແຫ່ງພຣະຄຸນເທົ່ານັ້ນ. ຄວາມໝາຍຂອງພຣະທໍາເຫຼົ່ານັ້ນແມ່ນແນໃສ່ຄວາມສະຫງົບສຸກ ແລະ ພອນແຫ່ງວັດຖຸທີ່ຜູ້ຄົນໄດ້ຮັບ; ມັນບໍ່ໄດ້ໝາຍຄວາມວ່າ ທັງໝົດຄອບຄົວຂອງຜູ້ທີ່ເຊື່ອໃນພຣະຜູ້ເປັນເຈົ້າຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ບໍ່ໄດ້ໝາຍຄວາມວ່າ ເມື່ອຄົນໃດໜຶ່ງໄດ້ຮັບພອນ, ທັງໝົດຄອບຄົວຂອງຄົນນັ້ນກໍ່ສາມາດຖືກນໍາພາໄປສູ່ການພັກເຊົາເຊັ່ນກັນ. ການທີ່ຄົນໃດໜຶ່ງໄດ້ຮັບພອນ ຫຼື ທົນທຸກກັບຄວາມໂຊກຮ້າຍແມ່ນຖືກກໍານົດຕາມທາດແທ້ຂອງຄົນນັ້ນ ແລະ ບໍ່ໄດ້ຖືກກໍານົດຕາມທາດແທ້ທີ່ຄົນນັ້ນມີຄືກັນກັບຄົນອື່ນໆ. ອານາຈັກບໍ່ມີຄໍາກ່າວ ຫຼື ກົດລະບຽບແບບນີ້. ຖ້າຄົນໃດໜຶ່ງສາມາດຢູ່ລອດໄດ້ໃນທີ່ສຸດ ນັ້ນກໍຍ້ອນວ່າ ຄົນໆນັ້ນໄດ້ບັນລຸເງື່ອນໄຂຂອງພຣະເຈົ້າ ແລະ ຖ້າຫາກວ່າ ຄົນນັ້ນບໍ່ສາມາດຢູ່ລອດຈົນເຖິງເວລາແຫ່ງການພັກເຊົາ ນັ້ນກໍຍ້ອນວ່າ ບຸກຄົນດັ່ງກ່າວກະບົດຕໍ່ພຣະເຈົ້າ ແລະ ບໍ່ສາມາດຕອບສະໜອງຕາມເງື່ອນໄຂຂອງພຣະເຈົ້າໄດ້. ທຸກຄົນແມ່ນມີຈຸດໝາຍປາຍທາງທີ່ເໝາະສົມ ເຊິ່ງຖືກກໍານົດຕາມທາດແທ້ຂອງແຕ່ລະຄົນ ແລະ ບໍ່ໄດ້ກ່ຽວຂ້ອງກັບຄົນອື່ນໆຢ່າງສິ້ນເຊີງ. ການກະທໍາຊົ່ວຮ້າຍຂອງລູກບໍ່ສາມາດໂອນໄປໃຫ້ພໍ່ແມ່ຂອງພວກເຂົາໄດ້ ແລະ ຄວາມຊອບທໍາຂອງລູກກໍບໍ່ສາມາດແບ່ງປັນກັບພໍ່ແມ່ຂອງພວກເຂົາໄດ້. ການກະທໍາທີ່ຊົ່ວຮ້າຍຂອງພໍ່ແມ່ບໍ່ສາມາດໂອນໄປໃຫ້ລູກໆຂອງພວກເຂົາໄດ້ ແລະ ຄວາມຊອບທໍາຂອງພໍ່ແມ່ກໍບໍ່ສາມາດແບ່ງປັນກັບລູກໆຂອງພວກເຂົາໄດ້. ທຸກຄົນແມ່ນແບກຮັບບາບກໍາຂອງຕົນເອງ ແລະ ທຸກຄົນແມ່ນເພີດເພີນກັບພອນຂອງຕົນເອງ. ບໍ່ມີໃຜສາມາດທົດແທນຄົນອື່ນໄດ້; ນີ້ແມ່ນຄວາມຊອບທໍາ. ໃນມຸມມອງຂອງມະນຸດ, ຖ້າພໍ່ແມ່ຮັບພອນ, ລູກໆຂອງພວກເຂົາກໍຈະໄດ້ຮັບເຊັ່ນກັນ ແລະ ຖ້າລູກໆເຮັດຄວາມຊົ່ວ, ພໍ່ແມ່ຂອງພວກເຂົາກໍຕ້ອງຊົດໃຊ້ຄວາມບາບເຫຼົ່ານັ້ນ. ນີ້ແມ່ນມຸມມອງຂອງມະນຸດ ແລະ ວິທີການກະທຳສິ່ງຕ່າງໆຂອງມະນຸດ. ມັນບໍ່ແມ່ນມຸມມອງຂອງພຣະເຈົ້າ. ຜົນໄດ້ຮັບຂອງແຕ່ລະຄົນແມ່ນຖືກກໍານົດຕາມທາດແທ້ທີ່ເກີດຈາກການກະທໍາຂອງພວກເຂົາ ແລະ ມັນຖືກກໍານົດຢ່າງເໝາະສົມສະເໝີ. ບໍ່ມີໃຜສາມາດແບກຮັບບາບຂອງຄົນອື່ນໄດ້; ແຮງຍິ່ງໄປກວ່ານັ້ນ, ບໍ່ມີໃຜສາມາດຮັບໂທດແທນຄົນອື່ນໄດ້. ນີ້ແມ່ນສິ່ງທີ່ແນ່ນອນທີ່ສຸດ. ການດູແລຢ່າງຖະໜອມຂອງພໍ່ແມ່ຕໍ່ລູກຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນລູກໆຂອງພວກເຂົາໄດ້ ແລະ ຄວາມຮັກກະຕັນຍູຂອງລູກໆທີ່ມີຕໍ່ພໍ່ແມ່ຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນພໍ່ແມ່ຂອງພວກເຂົາໄດ້. ນີ້ຄືຄວາມໝາຍທີ່ແທ້ຈິງຂອງຂໍ້ພຣະທໍາທີ່ວ່າ: “ແລ້ວໃນທົ່ງນາມີຊາຍສອງຄົນ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ. ຍິງສອງຄົນກຳລັງບົດແປ້ງຢູ່ໃນໂຮງເຮັດແປ້ງ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ”. ຜູ້ຄົນບໍ່ສາມາດນຳເອົາລູກໆຂອງພວກເຂົາ ທີ່ເຮັດສິ່ງຊົ່ວຮ້າຍໄປສູ່ການພັກເຊົາໄດ້ບົນພື້ນຖານຄວາມຮັກອັນເລິກເຊິ່ງຂອງພວກເຂົາທີ່ມີຕໍ່ລູກໆ ແລະ ບໍ່ມີໃຜສາມາດເອົາພັນລະຍາ (ຫຼື ສາມີ) ຂອງພວກເຂົາໄປສູ່ການພັກເຊົາໄດ້ບົນພື້ນຖານການປະພຶດທີ່ຊອບທໍາຂອງຕົນເອງ. ສິ່ງນີ້ແມ່ນກົດແຫ່ງການປົກຄອງ; ບໍ່ມີຂໍ້ຍົກເວັ້ນຕໍ່ບຸກຄົນໃດໆ. ສຸດທ້າຍກໍຄື ຜູ້ທີ່ປະຕິບັດຄວາມຊອບທໍາແມ່ນຜູ້ປະຕິບັດຄວາມຊອບທໍາ ແລະ ຜູ້ທີ່ກະທໍາຄວາມຊົ່ວແມ່ນຜູ້ທີ່ກະທໍາຄວາມຊົ່ວ. ຜູ້ທີ່ປະຕິບັດຄວາມຊອບທໍາ ໃນທີ່ສຸດ ກໍຈະຖືກອະນຸຍາດໃຫ້ຢູ່ລອດ ໃນຂະນະຜູ້ທີ່ກະທໍາຄວາມຊົ່ວຈະຖືກທໍາລາຍ. ຜູ້ທີ່ບໍລິສຸດແມ່ນຜູ້ທີ່ບໍລິສຸດ; ພວກເຂົາບໍ່ສົກກະປົກ. ຜູ້ທີ່ສົກກະປົກແມ່ນຜູ້ທີ່ສົກກະປົກ ແລະ ບໍ່ມີພາກສ່ວນໃດຂອງພວກເຂົາບໍລິສຸດ. ຜູ້ຄົນທີ່ຈະຖືກທໍາລາຍແມ່ນລ້ວນແລ້ວແຕ່ເປັນຄົນຊົ່ວ ແລະ ຜູ້ຄົນທີ່ຈະມີຊີວິດລອດລ້ວນແລ້ວແຕ່ເປັນຄົນຊອບທໍາ, ແມ່ນແຕ່ ລູກໆຂອງຄົນຊົ່ວທີ່ໄດ້ເຮັດສິ່ງທີ່ຊອບທໍາ ແລະ ແມ່ນແຕ່ ພໍ່ແມ່ຂອງຄົນຊອບທໍາທີ່ໄດ້ເຮັດຄວາມຊົ່ວ. ບໍ່ມີຄວາມສໍາພັນ ລະຫວ່າງສາມີທີ່ເຊື່ອ ແລະ ພັນລະຍາທີ່ບໍ່ເຊື່ອ ແລະ ບໍ່ມີຄວາມສໍາພັນລະຫວ່າງລູກໆທີ່ເຊື່ອ ແລະ ພໍ່ແມ່ທີ່ບໍ່ເຊື່ອ; ຄົນສອງປະເພດເຫຼົ່ານີ້ແມ່ນບໍ່ກ່ຽວຂ້ອງກັນ. ກ່ອນທີ່ຈະກ້າວເຂົ້າໄປຢູ່ໃນການພັກເຊົາ, ຜູ້ຄົນມີຄວາມຮັກທາງເນື້ອໜັງ ແລະ ຄອບຄົວ ແຕ່ເມື່ອພວກເຂົາໄດ້ເຂົ້າໄປສູ່ການພັກເຊົາ, ຈະບໍ່ມີຄວາມຮັກທາງເນື້ອໜັງ ແລະ ຄອບຄົວໃຫ້ກ່າວເຖິງອີກ. ຜູ້ທີ່ເຮັດໜ້າທີ່ຂອງພວກເຂົາເປັນສັດຕູກັບຜູ້ທີ່ບໍ່ເຮັດໜ້າທີ່; ຜູ້ທີ່ຮັກພຣະເຈົ້າ ແລະ ຜູ້ທີ່ກຽດຊັງພຣະອົງແມ່ນຢູ່ກົງກັນຂ້າມກັນ. ຜູ້ທີ່ຈະເຂົ້າສູ່ການພັກເຊົາ ແລະ ຜູ້ທີ່ຈະຖືກທໍາລາຍແມ່ນສິ່ງມີຊີວິດຄົນລະປະເພດທີ່ບໍ່ຄືກັນ. ສິ່ງມີຊີວິດທີ່ເຮັດສໍາເລັດໜ້າທີ່ຂອງພວກເຂົາຈະສາມາດມີຊີວິດລອດ ແລະ ສິ່ງມີຊີວິດທີ່ບໍ່ເຮັດສໍາເລັດໜ້າທີ່ຂອງພວກເຂົາຈະເປັນເປົ້າໝາຍຂອງການທໍາລາຍ; ຍິ່ງໄປກວ່ານີ້, ສິ່ງນີ້ຈະຍືນຍົງຕະຫຼອດໄປ. ເຈົ້າຮັກສາມີຂອງເຈົ້າເພື່ອປະຕິບັດໜ້າທີ່ຂອງເຈົ້າໃນຖານະທີ່ເປັນສິ່ງຖືກສ້າງບໍ? ເຈົ້າຮັກພັນລະຍາຂອງເຈົ້າເພື່ອປະຕິບັດໜ້າທີ່ຂອງເຈົ້າໃນຖານະທີ່ເປັນສິ່ງຖືກສ້າງບໍ? ເຈົ້າເຊື່ອຟັງພໍ່ແມ່ທີ່ບໍ່ເຊື່ອຂອງເຈົ້າເພື່ອປະຕິບັດໜ້າທີ່ໃນຖານະທີ່ເປັນສິ່ງຖືກສ້າງບໍ? ທັດສະນະຂອງມະນຸດຕໍ່ການເຊື່ອໃນພຣະເຈົ້ານັ້ນຖືກ ຫຼື ບໍ່? ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ເຈົ້າຕ້ອງການຢາກໄດ້ຮັບຫຍັງ? ເຈົ້າຮັກພຣະເຈົ້າແນວໃດ? ຜູ້ທີ່ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃນຖານະທີ່ເປັນສິ່ງຖືກສ້າງ ແລະ ຜູ້ທີ່ບໍ່ສາມາດໃຊ້ຄວາມພະຍາຍາມຢ່າງເຕັມທີ່ແມ່ນຈະກາຍເປັນເປົ້າໝາຍຂອງການທໍາລາຍ. ຄົນໃນປັດຈຸບັນມີຄວາມສໍາພັນທາງດ້ານຮ່າງກາຍຕໍ່ກັນ, ພ້ອມທັງສາຍສຳພັນທາງສາຍເລືອດ ແຕ່ໃນອະນາຄົດສິ່ງເຫຼົ່ານີ້ຈະຖືກທໍາລາຍທັງໝົດ. ຜູ້ທີ່ເຊື່ອ ແລະ ຜູ້ທີ່ບໍ່ເຊື່ອແມ່ນເຂົ້າກັນບໍ່ໄດ້ ກົງກັນຂ້າມ ພວກເຂົາຈະຕໍ່ຕ້ານເຊິ່ງກັນແລະກັນ. ຜູ້ທີ່ຢູ່ໃນການພັກເຊົາເຊື່ອວ່າ ມີພຣະເຈົ້າ ແລະ ເຊື່ອຟັງພຣະເຈົ້າ ໃນຂະນະຜູ້ທີ່ກະບົດຕໍ່ພຣະເຈົ້າຈະຖືກທໍາລາຍທັງໝົດ. ຄອບຄົວຈະບໍ່ມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ; ແລ້ວຈະມີພໍ່ແມ່ ຫຼື ລູກໆ ຫຼື ຄວາມສໍາພັນລະຫວ່າງສາມີ ແລະ ພັນລະຍາໄດ້ແນວໃດ? ຄວາມເຊື່ອ ແລະ ຄວາມບໍ່ເຊື່ອທີ່ເຂົ້າກັນບໍ່ໄດ້ ສຸດທ້າຍ ກໍຈະຕັດຂາດຄວາມສຳພັນທາງດ້ານຮ່າງກາຍດັ່ງກ່າວຢ່າງສິ້ນເຊີງ!

ແຕ່ຕົ້ນເດີມນັ້ນບໍ່ມີຄອບຄົວລະຫວ່າງມະນຸດຊາດ; ມີພຽງແມ່ຍິງ ແລະ ຜູ້ຊາຍ ເຊິ່ງນັ້ນກໍຄື ມະນຸດສອງປະເພດທີ່ແຕກຕ່າງກັນ. ບໍ່ມີປະເທດຕ່າງໆ, ສ່ວນເລື່ອງຄອບຄົວແມ່ນບໍ່ຕ້ອງເວົ້າເຖິງ, ແຕ່ເນື່ອງຈາກຜົນຂອງການເສື່ອມຊາມຂອງມະນຸດ, ຜູ້ຄົນທຸກປະເພດຈຶ່ງຈັດຕັ້ງຕົນເອງເປັນຕະກູນໃຜລາວ ແລ້ວຕໍ່ມາກໍພັດທະນາໄປເປັນປະເທດ ແລະ ຊົນເຜົ່າຕ່າງໆ. ບັນດາປະເທດ ແລະ ເຊື້ອຊາດຕ່າງໆເຫຼົ່ານີ້ປະກອບດ້ວຍຄອບຄົວຂະໜາດນ້ອຍຂອງຕົນເອງ ແລະ ໃນລັກສະນະນີ້ ຄົນທຸກປະເພດຖືກແຜ່ຂະຫຍາຍອອກທ່າມກາງເຊື້ອຊາດຕ່າງໆຕາມຄວາມແຕກຕ່າງທາງດ້ານພາສາ ແລະ ເຂດແດນ. ຄວາມຈິງແລ້ວ, ບໍ່ວ່າໃນໂລກຈະປະກອບມີຈັກເຊື້ອຊາດ, ມະນຸດຊາດມີບັນພະບຸລຸດດຽວກັນ. ໃນຕອນເລີ່ມຕົ້ນ, ມີມະນຸດພຽງແຕ່ສອງປະເພດ ແລະ ສອງປະເພດເຫຼົ່ານີ້ແມ່ນຜູ້ຊາຍ ແລະ ແມ່ຍິງ. ຢ່າງໃດກໍຕາມ, ເນື່ອງຈາກຄວາມກ້າວໜ້າໃນພາລະກິດຂອງພຣະເຈົ້າ, ການເຄື່ອນໄຫວຂອງປະຫວັດສາດ ແລະ ການປ່ຽນແປງທາງພູມສາດ, ໃນລະດັບຕ່າງໆ ມະນຸດທັງສອງປະເພດເຫຼົ່ານີ້ຍິ່ງພັດທະນາອອກເປັນຫຼາກຫຼາຍມະນຸດຍິ່ງຂຶ້ນ. ໂດຍພື້ນຖານແລ້ວ, ບໍ່ວ່າຈະມີເຊື້ອຊາດປະກອບໃນມະນຸດຊາດຫຼາຍພຽງໃດກໍຕາມ, ມະນຸດຊາດທັງປວງກໍຍັງແມ່ນສິ່ງຊົງສ້າງຂອງພຣະເຈົ້າຢູ່ດີ. ບໍ່ວ່າຜູ້ຄົນຈະເປັນເຊື້ອຊາດໃດກໍຕາມ, ພວກເຂົາທັງໝົດກໍຄືສິ່ງມີຊີວິດຂອງພຣະເຈົ້າ; ພວກເຂົາລ້ວນແລ້ວແຕ່ເປັນເຊື້ອສາຍຂອງອາດາມ ແລະ ເອວາ. ເຖິງແມ່ນວ່າພວກເຂົາບໍ່ໄດ້ຖືກສ້າງດ້ວຍມືຂອງພຣະເຈົ້າ, ພວກເຂົາທັງໝົດກໍເປັນເຊື້ອສາຍຂອງອາດາມ ແລະ ເອວາ ຜູ້ທີ່ພຣະເຈົ້າສ້າງດ້ວຍຕົວພຣະອົງເອງ. ບໍ່ວ່າຜູ້ຄົນຈະເປັນຄົນປະເພດໃດກໍຕາມ, ພວກເຂົາທັງໝົດຄືສິ່ງມີຊີວິດຂອງພຣະອົງ; ໃນເມື່ອພວກເຂົາແມ່ນມະນຸດຊາດ ທີ່ຖືກສ້າງໂດຍພຣະເຈົ້າ, ຈຸດໝາຍປາຍທາງຂອງພວກເຂົາກໍຄືສິ່ງທີ່ມະນຸດຄວນມີ ແລະ ພວກເຂົາໄດ້ຖືກແບ່ງອອກຕາມກົດລະບຽບທີ່ຈັດຕັ້ງມະນຸດ. ນັ້ນໝາຍຄວາມວ່າ ສຸດທ້າຍແລ້ວ ຄົນທີ່ເຮັດຊົ່ວ ແລະ ຄົນທີ່ເຮັດສິ່ງທີ່ຊອບທໍາແມ່ນສິ່ງທີ່ຖືກສ້າງ. ສິ່ງທີ່ມີຊີວິດທີ່ກະທໍາຄວາມຊົ່ວຈະຖືກທໍາລາຍໃນທີ່ສຸດ ແລະ ສິ່ງທີ່ຖືກສ້າງທີ່ກະທໍາຄວາມດີຈະມີຊີວິດລອດ. ນີ້ແມ່ນການຈັດແຈງທີ່ເໝາະສົມທີ່ສຸດສໍາລັບສິ່ງທີ່ຖືກສ້າງທັງສອງປະເພດ. ເນື່ອງຈາກຄວາມກະບົດຂອງພວກເຂົາ, ຄົນທີ່ກະທໍາຄວາມຊົ່ວຈະປະຕິເສດວ່າ ເຖິງແມ່ນວ່າພວກເຂົາແມ່ນສິ່ງຊົງສ້າງຂອງພຣະເຈົ້າ ແຕ່ພວກເຂົາຖືກຊາຕານຈັບກຸມ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນໄດ້. ໂດຍອີງຕາມການທີ່ພວກເຂົາຈະລອດພົ້ນ, ສິ່ງຊົງສ້າງທີ່ກະທໍາຄວາມດີ ບໍ່ສາມາດປະຕິເສດວ່າພວກເຂົາຖືກສ້າງຂຶ້ນໂດຍພຣະເຈົ້າ ແຕ່ໄດ້ຮັບການຊ່ວຍໃຫ້ລອດພົ້ນຫຼັງຈາກທີ່ຊາຕານໄດ້ເຮັດໃຫ້ພວກເຂົາເສື່ອມຊາມ. ຄົນທີ່ກະທໍາຊົ່ວແມ່ນສິ່ງທີ່ຖືກສ້າງທີ່ກະບົດຕໍ່ພຣະເຈົ້າ; ພວກເຂົາເປັນສິ່ງທີ່ຖືກສ້າງທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ໄດ້ຖືກຊາຕານຈັບກຸມຢ່າງສົມບູນ. ຜູ້ຄົນທີ່ກະທໍາຄວາມຊົ່ວກໍແມ່ນຄົນເຊັ່ນກັນ; ພວກເຂົາແມ່ນມະນຸດທີ່ຖືກເສື່ອມຊາມຢ່າງຮ້າຍແຮງ ແລະ ເປັນຜູ້ທີ່ບໍ່ສາມາດຊ່ວຍໃຫ້ລອດພົ້ນໄດ້. ຍ້ອນພວກເຂົາເປັນສິ່ງທີ່ຖືກສ້າງ, ຄົນທີ່ກະທໍາຄວາມດີກໍຖືກເສື່ອມຊາມເຊັ່ນກັນ ແຕ່ພວກເຂົາແມ່ນຄົນທີ່ເຕັມໃຈແຍກຕົວອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ ແລະ ກາຍເປັນຄົນທີ່ສາມາດເຊື່ອຟັງພຣະເຈົ້າ. ຜູ້ຄົນທີ່ກະທໍາຄວາມດີບໍ່ໄດ້ເຕັມໄປດ້ວຍຄວາມຊອບທໍາ, ກົງກັນຂ້າມພວກເຂົາໄດ້ຮັບຄວາມລອດພົ້ນ ແລະ ປະຖິ້ມອຸປະນິໄສອັນເສື່ອມຊາມຂອງພວກເຂົາ; ພວກເຂົາສາມາດເຊື່ອຟັງພຣະເຈົ້າ. ພວກເຂົາຈະຕັ້ງໝັ້ນໄດ້ໃນທີ່ສຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ພວກເຂົາບໍ່ເຄີຍຖືກຊາຕານເຮັດໃຫ້ເສື່ອມຊາມຈັກເທື່ອ. ຫຼັງຈາກພາລະກິດຂອງພຣະເຈົ້າສິ້ນສຸດລົງ, ທ່າມກາງສິ່ງທີ່ຖືກສ້າງຂອງພຣະອົງຈະມີຜູ້ຄົນຖືກທໍາລາຍ ແລະ ຖືກຊ່ວຍໃຫ້ລອດພົ້ນ. ນີ້ແມ່ນກະແສພາລະກິດຄຸ້ມຄອງຂອງພຣະອົງທີ່ບໍ່ສາມາດຫຼີກເວັ້ນໄດ້ ແລະ ບໍ່ມີໃຜສາມາດປະຕິເສດມັນໄດ້. ຄົນກະທໍາຄວາມຊົ່ວບໍ່ອະນຸຍາດໃຫ້ຢູ່ລອດ; ຄົນທີ່ເຊື່ອຟັງ ແລະ ຕິດຕາມພຣະອົງຈົນເຖິງທີ່ສຸດກໍ່ຈະຢູ່ລອດຢ່າງແນ່ນອນ. ເນື່ອງຈາກວ່າ ພາລະກິດນີ້ແມ່ນການຄຸ້ມຄອງມະນຸດຊາດ, ດັ່ງນັ້ນຈຶ່ງຈະມີຜູ້ທີ່ລອດພົ້ນ ແລະ ຜູ້ທີ່ຖືກກໍາຈັດ. ສິ່ງເຫຼົ່ານີ້ແມ່ນຜົນຕາມມາທີ່ແຕກຕ່າງກັນສຳລັບຜູ້ຄົນປະເພດທີ່ແຕກຕ່າງກັນ ແລະ ນີ້ແມ່ນການຈັດແຈງທີ່ເໝາະສົມທີ່ສຸດສໍາລັບສິ່ງທີ່ຖືກສ້າງຂອງພຣະອົງ. ການຈັດແຈງຂັ້ນສຸດທ້າຍຂອງພຣະເຈົ້າຕໍ່ມະນຸດຊາດ ແມ່ນເພື່ອແບ່ງແຍກພວກເຂົາ ໂດຍແບ່ງແຍກຄອບຄົວ, ທຳລາຍເຊື້ອຊາດຕ່າງໆ ແລະ ທຳລາຍເຂດແດນລະຫວ່າງປະເທດໃນການຈັດແຈງໂດຍປາສະຈາກຄອບຄົວ ຫຼື ຊາຍແດນປະເທດ, ເພາະໃນທີ່ສຸດແລ້ວ ມະນຸດແມ່ນມາຈາກບັນພະບຸລຸດດຽວກັນ ແລະ ເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ. ສະຫຼຸບແລ້ວ, ສິ່ງທີ່ຖືກສ້າງທັງໝົດທີ່ກະທໍາຊົ່ວຈະຖືກທໍາລາຍ ແລະ ສິ່ງທີ່ຖືກສ້າງທີ່ອ່ອນນ້ອມຕໍ່ພຣະເຈົ້າຈະລອດພົ້ນ. ດ້ວຍວິທີນີ້, ຈະບໍ່ມີຄອບຄົວ, ບໍ່ມີປະເທດ ແລະ ໂດຍສະເພາະ ແມ່ນຈະບໍ່ມີເຊື້ອຊາດຕ່າງໆໃນເວລາພັກຜ່ອນທີ່ຈະມາເຖິງ; ມະນຸດຊາດປະເພດນີ້ແມ່ນມະນຸດຊາດທີ່ບໍລິສຸດທີ່ສຸດ. ອາດາມ ແລະ ເອວາໄດ້ຖືກສ້າງຂຶ້ນໃນເບື້ອງຕົ້ນ ເພື່ອໃຫ້ມະນຸດສາມາດເບິ່ງແຍງທຸກສັບພະສິ່ງໃນແຜ່ນດິນໂລກ, ເຊິ່ງໃນເບື້ອງຕົ້ນ ມະນຸດແມ່ນເຈົ້ານາຍຂອງສັບພະສິ່ງທັງປວງ. ຈຸດປະສົງຂອງພຣະເຢໂຮວາໃນການສ້າງມະນຸດແມ່ນເພື່ອອະນຸຍາດໃຫ້ພວກເຂົາມີຊີວິດຢູ່ເທິງແຜ່ນດິນໂລກ ແລະ ເບິ່ງແຍງສັບພະສິ່ງເທິງແຜ່ນດິນໂລກ ຍ້ອນວ່າດັ່ງເດີມແລ້ວ ມະນຸດແມ່ນບໍ່ໄດ້ເສື່ອມຊາມ ແລະ ບໍ່ສາມາດກະທຳສິ່ງທີ່ຊົ່ວຮ້າຍໄດ້. ຢ່າງໃດກໍຕາມ, ຫຼັງຈາກທີ່ມະນຸດໄດ້ເສື່ອມຊາມ, ພວກເຂົາກໍບໍ່ແມ່ນຜູ້ດູແລສັບພະສິ່ງທັງໝົດອີກຕໍ່ໄປ. ຈຸດປະສົງໃນການຊ່ວຍໃຫ້ລອດພົ້ນຂອງພຣະເຈົ້າ ແມ່ນເພື່ອຟື້ນຟູຄວາມສາມາດດັ່ງກ່າວນີ້ຂອງມະນຸດຊາດ, ເພື່ອຟື້ນຟູເຫດຜົນ ແລະ ຄວາມອ່ອນນ້ອມແຕ່ດັ່ງເດີມຂອງມະນຸດຊາດ; ມະນຸດຊາດຢູ່ໃນການພັກເຊົາແມ່ນການສະແດງເຖິງຜົນສໍາເລັດທີ່ພຣະເຈົ້າຫວັງຈະບັນລຸດ້ວຍພາລະກິດການຊ່ວຍໃຫ້ລອດພົ້ນຂອງພຣະອົງ. ເຖິງແມ່ນວ່າມັນຈະບໍ່ເປັນຊີວິດຄືດັ່ງໃນສວນເອເດນອີກຕໍ່ໄປ, ແຕ່ທາດແທ້ຂອງພວກເຂົາກໍຈະຄືເກົ່າ; ມະນຸດຊາດຈະບໍ່ເປັນມະນຸດທີ່ເສື່ອມຊາມຄືດັ່ງທີ່ຜ່ານມາ ແຕ່ກົງກັນຂ້າມ ຈະເປັນມະນຸດທີ່ຖືກເສື່ອມຊາມມາແລ້ວ ແລະ ຕໍ່ມາໄດ້ຮັບການຊ່ວຍໃຫ້ລອດພົ້ນ. ຜູ້ຄົນເຫຼົ່ານີ້ທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ (ໝາຍຄວາມວ່າ ຫຼັງຈາກພາລະກິດຂອງພຣະອົງໄດ້ສິ້ນສຸດລົງ) ໃນທີ່ສຸດ ແມ່ນຈະໄດ້ເຂົ້າສູ່ການພັກເຊົາ. ເຊັ່ນດຽວກັນ, ຜົນຮັບຂອງຄົນທີ່ຖືກລົງໂທດຈະຖືກເປີດເຜີຍຢ່າງສົມບູນໃນທີ່ສຸດ ແລະ ພວກເຂົາຈະຖືກທໍາລາຍເທົ່ານັ້ນຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງ. ເວົ້າອີກຢ່າງໜຶ່ງກໍຄື ຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງ, ຄົນກະທຳຄວາມຊົ່ວ ແລະ ຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນຈະໄດ້ຮັບການເປີດໂປງທັງໝົດ ເພາະວ່າພາລະກິດຂອງການເປີດໂປງຜູ້ຄົນທຸກປະເພດ (ບໍ່ວ່າພວກເຂົາຈະເປັນຄົນກະທໍາຄວາມຊົ່ວ ຫຼື ໃນບັນດາຄົນທີ່ຖືກຊ່ວຍໃຫ້ລອດພົ້ນ) ຈະຖືກປະຕິບັດຕໍ່ທຸກຄົນໄປພ້ອມໆກັນ. ຄົນທີ່ກະທໍາຄວາມຊົ່ວຈະຖືກກໍາຈັດ ແລະ ຄົນທີ່ອະນຸຍາດໃຫ້ຢູ່ລອດຈະໄດ້ຮັບການເປີດເຜີຍພ້ອມໆກັນ. ດັ່ງນັ້ນ, ຜົນໄດ້ຮັບຂອງຄົນທຸກປະເພດຈະໄດ້ຮັບການເປີດເຜີຍພ້ອມໆກັນ. ພຣະເຈົ້າຈະບໍ່ອະນຸຍາດໃຫ້ກຸ່ມຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນນັ້ນ ເຂົ້າໄປສູ່ການພັກເຊົາກ່ອນການແຍກຜູ້ຄົນທີ່ກະທໍາຄວາມຊົ່ວນັ້ນອອກ ເພື່ອຕັດສິນ ຫຼື ລົງໂທດພວກເຂົາເທື່ອລະໜ້ອຍ; ນັ້ນຈະບໍ່ສອດຄ່ອງກັບຄວາມເປັນຈິງ. ເມື່ອຄົນທີ່ກະທໍາຄວາມຊົ່ວຖືກທໍາລາຍ ແລະ ຄົນທີ່ສາມາດລອດພົ້ນໄດ້ເຂົ້າໄປສູ່ການພັກເຊົາ, ພາລະກິດຂອງພຣະອົງທົ່ວຈັກກະວານກໍຈະສໍາເລັດລົງ. ຈະບໍ່ມີການຍົກລໍາດັບຄວາມສໍາຄັນລະຫວ່າງຄົນທີ່ໄດ້ຮັບພອນ ແລະ ຄົນທີ່ໄດ້ຮັບຄວາມໂຊກຮ້າຍ; ຄົນທີ່ໄດ້ຮັບພອນຈະດໍາລົງຊີວິດຢ່າງນິລັນດອນ ແລະ ຄົນທີ່ທົນທຸກທໍລະມານກັບຄວາມໂຊກຮ້າຍຈະພິນາດໄປຊົ່ວນິລັນດອນ. ທັງສອງຂັ້ນຕອນຂອງພາລະກິດເຫຼົ່ານີ້ຈະສຳເລັດລົງພ້ອມໆກັນ ມັນເປັນຍ້ອນວ່າ ຍັງມີຄົນທີ່ບໍ່ເຊື່ອຟັງ ຄວາມຊອບທໍາຂອງຄົນທີ່ອ່ອນນ້ອມຈຶ່ງຈະຖືກເປີດເຜີຍ ແລະ ເນື່ອງຈາກວ່າ ຍັງມີຄົນທີ່ໄດ້ຮັບພອນ ຄວາມໂຊກຮ້າຍທີ່ທົນທຸກໂດຍຜູ້ກະທໍາຄວາມຊົ່ວສໍາລັບການປະພຶດຊົ່ວຂອງພວກເຂົາກໍຈະຖືກເປີດເຜີຍ. ຖ້າພຣະເຈົ້າບໍ່ເປີດໂປງຄົນກະທໍາຄວາມຊົ່ວ, ແລ້ວ ຜູ້ຄົນທີ່ເຊື່ອຟັງພຣະເຈົ້າຢ່າງຈິງໃຈກໍຈະບໍ່ມີວັນເຫັນຕາເວັນໄດ້; ຖ້າພຣະເຈົ້າບໍ່ເອົາຄົນທີ່ເຊື່ອຟັງພຣະອົງໄປສູ່ຈຸດໝາຍປາຍທາງທີ່ເໝາະສົມ, ແລ້ວຜູ້ຄົນກະບົດນັ້ນພຣະເຈົ້າກໍຈະບໍ່ສາມາດໄດ້ຮັບການລົງໂທດຂອງພວກເຂົາຢ່າງສົມຄວນ. ສິ່ງນີ້ແມ່ນຂະບວນການຂອງພາລະກິດຂອງພຣະອົງ. ຖ້າພຣະອົງບໍ່ດໍາເນີນພາລະກິດແຫ່ງການລົງໂທດຄົນຊົ່ວ ແລະ ໃຫ້ລາງວັນແກ່ຄົນດີ, ແລ້ວສິ່ງທີ່ຖືກສ້າງຂອງພຣະອົງກໍຈະບໍ່ມີວັນສາມາດເຂົ້າສູ່ຈຸດໝາຍປາຍທາງຂອງພວກເຂົາເອງໄດ້. ເມື່ອມະນຸດຊາດໄດ້ເຂົ້າສູ່ການພັກເຊົາ, ຄົນກະທໍາຄວາມຊົ່ວກໍຈະຖືກທໍາລາຍ, ມະນຸດຊາດທັງໝົດຈະເຂົ້າໄປສູ່ເສັ້ນທາງທີ່ຖືກຕ້ອງ; ຄົນທຸກປະເພດຈະຢູ່ກັບປະເພດຂອງຕົນເອງຕາມໜ້າທີ່ທີ່ພວກເຂົາຄວນປະຕິບັດ. ມີພຽງວິທີນີ້ຈຶ່ງຈະມີວັນແຫ່ງການພັກເຊົາຂອງມະນຸດຊາດ, ມັນຈະເປັນແນວທາງທີ່ບໍ່ສາມາດຫຼີກເວັ້ນໄດ້ໃນການພັດທະນາຂອງມະນຸດ ແລະ ເມື່ອມະນຸດຊາດໄດ້ເຂົ້າສູ່ການພັກເຊົາເທົ່ານັ້ນ ຜົນສໍາເລັດອັນຍິ່ງໃຫຍ່ ແລະ ຄັ້ງສຸດທ້າຍຂອງພຣະເຈົ້າຈຶ່ງຈະບັນລຸຜົນ; ນີ້ຈະເປັນພາກສ່ວນສຸດທ້າຍຂອງພາລະກິດຂອງພຣະອົງ. ພາລະກິດນີ້ຈະສິ້ນສຸດຊີວິດຝ່າຍຮ່າງກາຍທີ່ເສື່ອມໂຊມຂອງມະນຸດຊາດທັງໝົດ ພ້ອມທັງຊີວິດຂອງມະນຸດຊາດທີ່ເສື່ອມຊາມທັງໝົດ. ຈາກຈຸດນີ້ ມະນຸດຈະເຂົ້າສູ່ໂລກໃໝ່. ເຖິງແມ່ນວ່າ ມະນຸດທຸກຄົນອາໄສຢູ່ໃນເນື້ອໜັງ, ມັນຈະມີຄວາມແຕກຕ່າງທີ່ສໍາຄັນລະຫວ່າງທາດແທ້ຂອງຊີວິດນີ້ ແລະ ທາດແທ້ຂອງຊີວິດມະນຸດຊາດທີ່ເສື່ອມຊາມ. ຄວາມໝາຍຂອງການມີຊີວິດນີ້ ແລະ ຄວາມໝາຍຂອງການມີຊີວິດທີ່ເສື່ອມຊາມກໍແຕກຕ່າງເຊັ່ນກັນ. ເຖິງແມ່ນວ່າ ນີ້ບໍ່ແມ່ນຊີວິດຂອງຄົນປະເພດໃໝ່, ແຕ່ສາມາດເວົ້າໄດ້ວ່າ ເປັນຊີວິດຂອງມະນຸດຊາດທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ພ້ອມທັງເປັນຊີວິດທີ່ໄດ້ຮັບຄວາມເປັນມະນຸດ ແລະ ເຫດຜົນອີກຄັ້ງ. ຄົນເຫຼົ່ານີ້ແມ່ນຄົນທີ່ກະບົດຕໍ່ພຣະເຈົ້າມາກ່ອນ, ຜູ້ທີ່ພຣະເຈົ້າໄດ້ເອົາຊະນະ ແລະ ຫຼັງຈາກນັ້ນກໍໄດ້ຮັບການຊ່ວຍໃຫ້ລອດພົ້ນໂດຍພຣະອົງ; ຄົນເຫຼົ່ານີ້ແມ່ນຄົນທີ່ເຮັດໃຫ້ພຣະອົງເສຍກຽດ ແລະ ຕໍ່ມາໄດ້ເປັນພະຍານໃຫ້ກັບພຣະອົງ. ຫຼັງຈາກທີ່ພວກເຂົາໄດ້ຜ່ານ ແລະ ລອດພົ້ນຈາກການທົດສອບຂອງພຣະອົງ, ການດໍາລົງຢູ່ຂອງພວກເຂົາຈະເປັນການດໍາລົງຢູ່ທີ່ມີຄວາມໝາຍຫຼາຍທີ່ສຸດ; ພວກເຂົາຄືຄົນທີ່ເປັນພະຍານໃຫ້ພຣະເຈົ້າຕໍ່ໜ້າຊາຕານ ແລະ ເປັນມະນຸດທີ່ເໝາະສົມທີ່ຈະດໍາລົງຢູ່. ຄົນທີ່ຈະຖືກທໍາລາຍແມ່ນຄົນທີ່ບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ບໍ່ເໝາະສົມທີ່ຈະມີຊີວິດຢູ່. ພວກເຂົາຈະຖືກທໍາລາຍຍ້ອນການປະພຶດຊົ່ວຂອງພວກເຂົາ ແລະ ການທໍາລາຍລ້າງດັ່ງກ່າວກໍຄືຈຸດໝາຍປາຍທາງທີ່ດີທີ່ສຸດສໍາລັບພວກເຂົາ. ໃນອະນາຄົດ ເມື່ອມະນຸດເຂົ້າສູ່ໂລກທີ່ສວຍງາມ, ຈະບໍ່ມີຄວາມສໍາພັນລະຫວ່າງສາມີ ແລະ ພັນລະຍາ, ລະຫວ່າງ ພໍ່ ແລະ ລູກສາວ ຫຼື ລະຫວ່າງ ແມ່ ແລະ ລູກຊາຍ ທີ່ມະນຸດຈິນຕະນາການວ່າ ພວກເຂົາຈະໄດ້ພົບເຫັນ. ໃນເວລານັ້ນ, ມະນຸດແຕ່ລະຄົນຈະປະຕິບັດຕາມປະເພດຂອງພວກເຂົາເອງ ແລະ ຄອບຄົວຕ່າງໆກໍຈະຖືກມ້າງເພໄປແລ້ວ. ເມື່ອໄດ້ລົ້ມເຫຼວຢ່າງສິ້ນເຊີງແບບນີ້, ຊາຕານຈະບໍ່ມີວັນລົບກວນມະນຸດອີກຕໍ່ໄປ ແລະ ມະນຸດກໍຈະບໍ່ມີອຸປະນິໄສທີ່ເສື່ອມຊາມຄືກັບຊາຕານອີກຕໍ່ໄປ. ຜູ້ຄົນທີ່ກະບົດຈະຖືກທໍາລາຍໄປໝົດແລ້ວ ແລະ ຈະມີແຕ່ຜູ້ຄົນທີ່ເຊື່ອຟັງເທົ່ານັ້ນຢູ່ລອດ. ດັ່ງນັ້ນ, ຈະມີຄອບຄົວພຽງຈໍານວນເລັກນ້ອຍທີ່ຢູ່ລອດ; ແລ້ວຄວາມສໍາພັນທາງດ້ານຮ່າງກາຍຈະສາມາດຄົງຢູ່ໄດ້ແນວໃດ? ຊີວິດຜ່ານມາຂອງມະນຸດທາງຝ່າຍເນື້ອໜັງຈະຖືກເກືອດຫ້າມທັງໝົດ; ແລ້ວການສໍາພັນທາງດ້ານຮ່າງກາຍຈະສາມາດຄົງຢູ່ລະຫວ່າງຜູ້ຄົນໄດ້ແນວໃດ? ເຊິ່ງປາສະຈາກອຸປະນິໄສທີ່ເສື່ອມຊາມຂອງຊາຕານ, ຊີວິດຂອງມະນຸດຈະບໍ່ເປັນຊີວິດແບບເກົ່າຄືໃນອະດີດອີກຕໍ່ໄປ, ແຕ່ກົງກັນຂ້າມ ຈະເປັນຊີວິດໃໝ່. ພໍ່ແມ່ຈະສູນເສຍລູກໆ ແລະ ລູກໆຈະສູນເສຍພໍ່ແມ່. ສາມີຈະສູນເສຍພັນລະຍາ ແລະ ພັນລະຍາຈະສູນເສຍສາມີ. ໃນປັດຈຸບັນຍັງມີຄວາມສໍາພັນທາງດ້ານຮ່າງກາຍລະຫວ່າງຜູ້ຄົນ, ແຕ່ເມື່ອພວກເຂົາທັງໝົດໄດ້ເຂົ້າສູ່ການພັກເຊົາ ກໍຈະບໍ່ມີຄວາມສໍາພັນນັ້ນອີກຕໍ່ໄປ. ມີພຽງມະນຸດຊາດປະເພດດັ່ງກ່າວເທົ່ານັ້ນທີ່ຈະມີຄວາມຊອບທໍາ ແລະ ຄວາມບໍລິສຸດ; ມີພຽງມະນຸດຊາດປະເພດດັ່ງກ່າວເທົ່ານັ້ນສາມາດນະມັດສະການພຣະເຈົ້າ.

ພຣະເຈົ້າສ້າງມະນຸດ, ພຣະອົງວາງພວກເຂົາໄວ້ເທິງແຜ່ນດິນໂລກ ແລະ ໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ, ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ ແລະ ໃນທີ່ສຸດ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນຈົນຈົບ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງສິ່ງທີ່ຖືກສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ກະບົດຕໍ່ພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານ ແລະ ຢູ່ພາຍໃຕ້ການຄວບຄຸມຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຄວາມຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງໄດ້ສູນເສຍໄປ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ ກໍາຈັດມະນຸດຊາດອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ເພື່ອເອົາມະນຸດຄືນມາຈາກຊາຕານ, ພຣະອົງຕ້ອງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ. ມີພຽງວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດຄ່ອຍໆຟື້ນຟູລັກສະນະ ແລະ ໜ້າທີ່ດັ່ງເດີມຂອງມະນຸດ ແລະ ສຸດທ້າຍ ກໍຟື້ນຟູອານາຈັກຂອງພຣະອົງ. ໃນທີ່ສຸດແລ້ວ ການທໍາລາຍບຸດຊາຍທີ່ກະບົດເຫຼົ່ານັ້ນຢ່າງສົມບູນກໍເພື່ອເຮັດໃຫ້ມະນຸດນະມັດສະການພຣະເຈົ້າດີຂຶ້ນ ແລະ ມີຊີວິດຢູ່ເທິງແຜ່ນດິນໂລກດີຂຶ້ນ. ຍ້ອນພຣະເຈົ້າສ້າງມະນຸດ, ພຣະອົງກໍຕ້ອງເຮັດໃຫ້ມະນຸດນະມັດສະການພຣະອົງ; ຍ້ອນພຣະອົງປາຖະໜາຟື້ນຟູໜ້າທີ່ດັ່ງເດີມຂອງມະນຸດຊາດ, ພຣະອົງຈະຕ້ອງຟື້ນຟູສິ່ງນັ້ນທັງໝົດ ແລະ ປາສະຈາກການເຈືອປົນໃດໆ. ການຟື້ນຟູສິດອໍານາດຂອງພຣະອົງໝາຍເຖິງການເຮັດໃຫ້ມະນຸດນະມັດສະການພຣະອົງ ແລະ ເຊື່ອຟັງພຣະອົງ; ໝາຍຄວາມວ່າ ພຣະອົງຈະຕ້ອງເຮັດໃຫ້ມະນຸດດໍາລົງຊີວິດຍ້ອນພຣະອົງ ແລະ ເຮັດໃຫ້ສັດຕູຂອງພຣະອົງດັບສູນຍ້ອນສິດອໍານາດຂອງພຣະອົງ; ໝາຍຄວາມວ່າ ພຣະອົງຈະເຮັດໃຫ້ທຸກສິ່ງກ່ຽວກັບພຣະອົງໝັ້ນຄົງໃນທ່າມກາງມະນຸດຊາດ ໂດຍປາສະຈາກການຕໍ່ຕ້ານຈາກບຸກຄົນໃດໆ. ອານາຈັກທີ່ພຣະອົງປາດຖະໜາທີ່ຈະສ້າງຕັ້ງຄືອານາຈັກຂອງພຣະອົງເອງ. ມະນຸດຊາດທີ່ພຣະອົງປາດຖະໜາແມ່ນຜູ້ທີ່ນະມັດສະການພຣະອົງ, ຜູ້ທີ່ເຊື່ອຟັງພຣະອົງທັງໝົດ ແລະ ມີຄວາມສະຫງ່າລາສີຂອງພຣະອົງ. ຖ້າພຣະອົງບໍ່ຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ, ແລ້ວຄວາມໝາຍທີ່ຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງກໍຈະສູນຫາຍໄປ; ພຣະອົງຈະບໍ່ມີສິດອໍານາດໃນທ່າມກາງມະນຸດອີກຕໍ່ໄປ ແລະ ອານາຈັກຂອງພຣະອົງຈະບໍ່ສາມາດມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ. ຖ້າພຣະອົງບໍ່ທໍາລາຍສັດຕູຜູ້ທີ່ກະບົດຕໍ່ພຣະອົງເຫຼົ່ານັ້ນ, ເຊິ່ງພຣະອົງກໍຈະບໍ່ສາມາດຮັບເອົາຄວາມສະຫງ່າລາສີຂອງພຣະອົງທັງໝົດ ຫຼື ພຣະອົງຈະບໍ່ສາມາດສ້າງຕັ້ງອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກໄດ້. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງຄວາມສໍາເລັດຂອງພາລະກິດຂອງພຣະອົງ ແລະ ຜົນສໍາເລັດທີ່ຍິ່ງໃຫຍ່ຂອງພຣະອົງ: ເພື່ອທໍາລາຍໃຫ້ໝົດສໍາລັບຜູ້ທີ່ຢູ່ໃນທ່າມກາງມະນຸດທີ່ກະບົດຕໍ່ພຣະອົງ ແລະ ເພື່ອນໍາເອົາຜູ້ທີ່ຖືກເຮັດໃຫ້ສົມບູນເຂົ້າສູ່ການພັກເຊົາ. ເມື່ອມະນຸດໄດ້ຖືກຟື້ນຟູສູ່ລັກສະນະດັ່ງເດີມ ແລະ ເມື່ອພວກເຂົາສາມາດບັນລຸຜົນຕາມໜ້າທີ່ຂອງພວກເຂົາເອງ, ສາມາດຮັກສາຕໍາແໜ່ງຂອງພວກເຂົາເອງຢ່າງເໝາະສົມ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ພຣະເຈົ້າຈະຮັບເອົາກຸ່ມຄົນທີ່ນະມັດສະການພຣະອົງຢູ່ເທິງແຜ່ນດິນໂລກ ແລະ ພຣະອົງຍັງຈະໄດ້ສ້າງຕັ້ງອານາຈັກເທິງແຜ່ນດິນໂລກທີ່ນະມັດສະການພຣະອົງ. ພຣະອົງຈະຮັບໄຊຊະນະຢູ່ເທິງແຜ່ນດິນໂລກໂດຍນິລັນດອນ ແລະ ຜູ້ທີ່ຕໍ່ຕ້ານພຣະອົງຈະຖືກທໍາລາຍລົງຢ່າງນິລັນດອນ. ນີ້ຈະເປັນການຟື້ນຟູເຈດຕະນາດັ່ງເດີມຂອງພຣະອົງໃນການສ້າງມະນຸດຊາດ; ມັນຈະເປັນການຟື້ນຟູເຈດຕະນາໃນການສ້າງສັບພະສິ່ງທັງປວງ ແລະ ມັນຍັງຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ນັ້ນກໍຄື ທ່າມກາງສັບພະທຸກສິ່ງ ແລະ ທ່າມກາງສັດຕູຂອງພຣະອົງ. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງໄຊຊະນະທັງໝົດຂອງພຣະອົງ. ຕໍ່ຈາກນີ້ໄປ ມະນຸດຊາດຈະເຂົ້າສູ່ການພັກເຊົາ ແລະ ເລີ່ມຕົ້ນຊີວິດບົນເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າຈະເຂົ້າສູ່ການພັກເຊົາຢ່າງນິລັນດອນກັບມະນຸດຊາດເຊັ່ນກັນ ແລະ ເລີ່ມຕົ້ນຊີວິດຢ່າງນິດນິລັນຮ່ວມກັນ ລະຫວ່າງ ພຣະອົງເອງ ແລະ ມະນຸດ. ສິ່ງສົກກະປົກ ແລະ ສິ່ງທີ່ກະບົດເທິງແຜ່ນດິນໂລກຈະສູນຫາຍໄປ ແລະ ຜູ້ທີ່ຮ້ອງໄຫ້ເສຍໃຈຈະຖືກດັບສູນ ແລະ ທຸກສິ່ງໃນໂລກນີ້ທີ່ຕໍ່ຕ້ານພຣະເຈົ້າຈະບໍ່ມີຢູ່ອີກຕໍ່ໄປ. ມີແຕ່ພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງຊ່ວຍໃຫ້ລອດເທົ່ານັ້ນທີ່ຈະຍັງຢູ່; ມີແຕ່ການຊົງສ້າງຂອງພຣະອົງເທົ່ານັ້ນທີ່ຈະຍັງຢູ່.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?