ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກເຊົາພ້ອມກັນ (ພາກທີໜຶ່ງ)

ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນການພັກເຊົາ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ. ພຣະອົງພຽງແຕ່ເລີ່ມພາລະກິດການຄຸ້ມຄອງຂອງພຣະອົງ ຫຼັງຈາກທີ່ເກີດມີມະນຸດ ແລະ ຫຼັງຈາກມະນຸດໄດ້ເສື່ອມຊາມ; ນັບແຕ່ນັ້ນມາ ພຣະອົງກໍບໍ່ໄດ້ຢຸດພັກເຊົາອີກເລີຍ ແຕ່ກົງກັນຂ້າມ ພຣະອົງແມ່ນເລີ່ມຫຍຸ້ງກັບການປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ເປັນຍ້ອນຄວາມເສື່ອມຊາມຂອງມະນຸດທີ່ເຮັດໃຫ້ພຣະເຈົ້າບໍ່ມີການພັກເຊົາ ແລະ ຍັງເປັນຍ້ອນການທໍລະຍົດຂອງອັກຄະທູດສະຫວັນອີກດ້ວຍ. ຖ້າພຣະເຈົ້າບໍ່ເອົາຊະນະຊາຕານ ແລະ ຊ່ວຍມະນຸດຊາດທີ່ເສື່ອມຊາມໃຫ້ລອດພົ້ນ, ພຣະອົງກໍຈະບໍ່ສາມາດເຂົ້າສູ່ການພັກເຊົາໄດ້ອີກ. ໃນເມື່ອມະນຸດຂາດການພັກເຊົາ, ພຣະເຈົ້າກໍຈະບໍ່ມີການພັກເຊົາເຊັ່ນກັນ ແລະ ເມື່ອພຣະເຈົ້າເຂົ້າສູ່ບ່ອນພັກເຊົາອີກຄັ້ງ, ມະນຸດກໍຈະເຂົ້າສູ່ບ່ອນພັກເຊົາເຊັ່ນກັນ. ການໃຊ້ຊີວິດຢູ່ໃນການພັກເຊົາໝາຍຄວາມວ່າເປັນຊີວິດທີ່ບໍ່ມີສົງຄາມ, ບໍ່ມີຄວາມເປິເປື້ອນ ແລະ ບໍ່ມີຄວາມບໍ່ຊອບທໍາຢ່າງຝັງແໜ້ນ. ນີ້ໝາຍຄວາມວ່າ ມັນເປັນຊີວິດທີ່ປາສະຈາກການລົບກວນຂອງຊາຕານ (ໃນນີ້ “ຊາຕານ” ໝາຍເຖິງກອງກໍາລັງສັດຕູ) ແລະ ປາສະຈາກຄວາມເສື່ອມຊາມຂອງຊາຕານ ແລະ ມີຄວາມສ່ຽງຕໍ່ການຮຸກຮານຂອງກອງກໍາລັງໃດໆທີ່ຕໍ່ຕ້ານພຣະເຈົ້າ; ເຊິ່ງມັນເປັນຊີວິດທີ່ທຸກສິ່ງປະຕິບັດຕາມປະເພດຂອງຕົນເອງ ແລະ ສາມາດນະມັດສະການພຣະຜູ້ເປັນເຈົ້າແຫ່ງການສ້າງ; ເຊິ່ງສະຫວັນ ແລະ ແຜ່ນດິນໂລກກໍຈະເຕັມໄປດ້ວຍຄວາມສະຫງົບ. ນີ້ຄືສິ່ງທີ່ໝາຍເຖິງຄໍາເວົ້າທີ່ວ່າ “ຊີວິດແຫ່ງການພັກເຊົາຂອງມະນຸດເອງ”. ເມື່ອພຣະເຈົ້າພັກເຊົາ ຄວາມບໍ່ຊອບທໍາກໍ່ຈະບໍ່ມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ ແລະ ຈະບໍ່ມີການຮຸກຮານຈາກກອງກໍາລັງໃດໆຂອງສັດຕູອີກ ແລະ ມະນຸດຊາດກໍຈະໄດ້ເຂົ້າສູ່ໂລກໃໝ່, ມະນຸດຊາດຈະບໍ່ຖືກຊາຕານເຮັດໃຫ້ເສື່ອມຊາມອີກຕໍ່ໄປ, ແຕ່ກົງກັນຂ້າມ ພວກເຂົາຄືມະນຸດທີ່ໄດ້ຖືກຊ່ວຍໃຫ້ລອດພົ້ນ ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ມື້ພັກເຊົາຂອງມະນຸດກໍຍັງຈະເປັນມື້ພັກເຊົາຂອງພຣະເຈົ້າເຊັ່ນກັນ. ພຣະເຈົ້າສູນເສຍການພັກເຊົາກໍຍ້ອນວ່າມະນຸດບໍ່ສາມາດເຂົ້າສູ່ການພັກເຊົາໄດ້, ບໍ່ແມ່ນເປັນຍ້ອນວ່າພຣະອົງບໍ່ສາມາດມີການພັກເຊົາຕັ້ງແຕ່ຕົ້ນ. ການເຂົ້າສູ່ບ່ອນພັກເຊົາບໍ່ໄດ້ໝາຍຄວາມວ່າ ທຸກສິ່ງທຸກຢ່າງຈະຢຸດການເຄື່ອນໄຫວ ຫຼື ຢຸດພັດທະນາ ແລະ ມັນບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າຈະຢຸດການເຮັດພາລະກິດ ຫຼື ມະນຸດຈະຢຸດການດໍາເນີນຊີວິດ. ສັນຍານຂອງການເຂົ້າສູ່ການພັກເຊົາແມ່ນເມື່ອຊາຕານໄດ້ຖືກທໍາລາຍ, ເມື່ອຄົນຊົ່ວຮ້າຍເຫຼົ່ານັ້ນທີ່ເຂົ້າຮ່ວມກັບຊາຕານໃນການເຮັດຄວາມຊົ່ວຮ້າຍໄດ້ຖືກລົງໂທດ ແລະ ຖືກກວາດລ້າງ ແລະ ເມື່ອກໍາລັງທັງໝົດ ທີ່ເປັນສັດຕູກັບພຣະເຈົ້າບໍ່ມີຢູ່ອີກຕໍ່ໄປ. ການທີ່ພຣະເຈົ້າເຂົ້າສູ່ການພັກເຊົາແມ່ນໝາຍຄວາມວ່າ ພຣະອົງຈະບໍ່ປະຕິບັດພາລະກິດແຫ່ງການລອດພົ້ນຂອງມະນຸດອີກຕໍ່ໄປ. ການທີ່ມະນຸດຊາດເຂົ້າສູ່ການພັກເຊົາແມ່ນໝາຍຄວາມວ່າ ມະນຸດທຸກຄົນຈະຢູ່ພາຍໃຕ້ແສງສະຫວ່າງຂອງພຣະເຈົ້າ ແລະ ພາຍໃຕ້ການໃຫ້ພອນຂອງພຣະອົງ ໂດຍປາສະຈາກຄວາມເສື່ອມຊາມຂອງຊາຕານ ແລະ ຄວາມບໍ່ຊອບທຳຈະບໍ່ເກີດຂຶ້ນອີກ. ພາຍໃຕ້ການເບິ່ງແຍງຂອງພຣະເຈົ້າ ມະນຸດຊາດຈະດໍາລົງຊີວິດຕາມປົກກະຕິເທິງແຜ່ນດິນໂລກ. ເມື່ອພຣະເຈົ້າ ແລະ ມະນຸດຊາດເຂົ້າສູ່ການພັກເຊົາຮ່ວມກັນກໍໝາຍຄວາມວ່າ ມະນຸດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຊາຕານໄດ້ຖືກທໍາລາຍ ແລະ ພາລະກິດຂອງພຣະເຈົ້າທີ່ປະຕິບັດຕໍ່ມະນຸດຊາດແມ່ນສໍາເລັດລົງຢ່າງສົມບູນ. ພຣະເຈົ້າຈະບໍ່ສືບຕໍ່ເຮັດພາລະກິດກັບມະນຸດອີກ ແລະ ພວກເຂົາຈະບໍ່ຢູ່ພາຍໃຕ້ອໍານາດຂອງຊາຕານອີກຕໍ່ໄປ. ດ້ວຍເຫດນັ້ນ ພຣະເຈົ້າກໍຈະບໍ່ຫຍຸ້ງ ແລະ ມະນຸດກໍຈະບໍ່ວຸ້ນວາຍຕະຫຼອດເວລາອີກຕໍ່ໄປ; ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກເຊົາພ້ອມໆກັນ. ພຣະເຈົ້າຈະກັບຄືນໄປສູ່ສະຖານທີ່ເດີມຂອງພຣະອົງ ແລະ ແຕ່ລະຄົນກໍຈະກັບໄປສູ່ສະຖານທີ່ອັນຖືກຕ້ອງຂອງຕົນ. ນີ້ແມ່ນຈຸດໝາຍປາຍທາງທີ່ພຣະເຈົ້າ ແລະ ມະນຸດຈະອາໄສຢູ່ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າສິ້ນສຸດລົງ. ພຣະເຈົ້າມີຈຸດໝາຍປາຍທາງຂອງພຣະອົງ ແລະ ມະນຸດກໍມີຈຸດໝາຍປາຍທາງຂອງມະນຸດ. ໃນຂະນະທີ່ພັກເຊົາ, ພຣະເຈົ້າຈະສືບຕໍ່ນໍາພາມະນຸດຊາດທັງໝົດໃນການດຳລົງຊີວິດຂອງພວກເຂົາເທິງແຜ່ນດິນໂລກ ແລະ ໃນຂະນະທີ່ຢູ່ໃຕ້ແສງສະຫວ່າງຂອງພຣະອົງ, ພວກເຂົາຈະນະມັດສະການພຣະເຈົ້າທີ່ແທ້ຈິງອົງດຽວຢູ່ເທິງສະຫວັນ. ພຣະເຈົ້າຈະບໍ່ຢູ່ໃນທ່າມກາງມະນຸດຊາດອີກຕໍ່ໄປ ແລະ ມະນຸດກໍຈະບໍ່ສາມາດຢູ່ກັບພຣະເຈົ້າໃນຈຸດໝາຍປາຍທາງຂອງພຣະອົງໄດ້. ພຣະເຈົ້າ ແລະ ມະນຸດບໍ່ສາມາດອາໄສຢູ່ໃນໂລກດຽວກັນ; ໃນທາງກົງກັນຂ້າມ, ທັງສອງແມ່ນມີລັກສະນະການດຳລົງຊີວິດຂອງຕົນເອງທີ່ແຕກຕ່າງກັນ. ພຣະເຈົ້າເປັນຜູ້ທີ່ນໍາພາມະນຸດຊາດທັງໝົດ ແລະ ມະນຸດທັງໝົດແມ່ນແກ້ວຜະລຶກແຫ່ງພາລະກິດການຄຸ້ມຄອງຂອງພຣະເຈົ້າ. ມະນຸດຊາດຄືຜູ້ທີ່ຖືກນໍາພາ ແລະ ບໍ່ມີທາດແທ້ຄືກັນກັບພຣະເຈົ້າ. ການເຂົ້າສູ່ບ່ອນ “ພັກເຊົາ” ໝາຍເຖິງການກັບຄືນໄປສະຖານທີ່ດັ່ງເດີມຂອງຕົນ. ດັ່ງນັ້ນ, ເມື່ອພຣະເຈົ້າເຂົ້າສູ່ການພັກເຊົາກໍໝາຍຄວາມວ່າ ພຣະອົງໄດ້ກັບຄືນສູ່ສະຖານທີ່ດັ່ງເດີມຂອງພຣະອົງ. ພຣະອົງຈະບໍ່ມີຊີວິດຢູ່ເທິງແຜ່ນດິນໂລກ ຫຼື ຢູ່ໃນທ່າມກາງມະນຸດເພື່ອແບ່ງປັນຄວາມສຸກ ແລະ ຄວາມທຸກທໍລະມານຂອງພວກເຂົາໄດ້ອີກຕໍ່ໄປ. ເມື່ອມະນຸດຊາດເຂົ້າສູ່ການພັກເຊົາກໍໝາຍຄວາມວ່າ ພວກເຂົາໄດ້ກາຍເປັນສິ່ງຊົງສ້າງທີ່ແທ້ຈິງແລ້ວ; ພວກເຂົາຈະນະມັດສະການພຣະເຈົ້າຈາກແຜ່ນດິນໂລກ ແລະ ມີຊີວິດຂອງມະນຸດແບບປົກກະຕິ. ຜູ້ຄົນຈະບໍ່ເປັນຜູ້ຄົນກະບົດພຣະເຈົ້າ ຫຼື ຕໍ່ຕ້ານພຣະອົງອີກຕໍ່ໄປ ແລະ ພວກເຂົາຈະກັບຄືນໄປຫາຊີວິດດັ່ງເດີມຂອງອາດາມ ແລະ ເອວາ. ສິ່ງເຫຼົ່ານີ້ຈະເປັນຊີວິດ ແລະ ຈຸດໝາຍປາຍທາງຂອງພຣະເຈົ້າ ແລະ ມະນຸດ ພາຍຫຼັງທີ່ພວກເຂົາໄດ້ເຂົ້າສູ່ການພັກເຊົາ. ຄວາມພ່າຍແພ້ຂອງຊາຕານເປັນແນວໂນ້ມທີ່ຫຼີກເວັ້ນບໍ່ໄດ້ໃນສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ. ດ້ວຍເຫດນັ້ນ, ການເຂົ້າສູ່ການພັກເຊົາຂອງພຣະເຈົ້າຫຼັງຈາກໄດ້ສໍາເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ມະນຸດຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ ແລະ ການເຂົ້າສູ່ບ່ອນພັກເຊົາກໍກາຍເປັນແນວໂນ້ມທີ່ຫຼີກເວັ້ນບໍ່ໄດ້ເຊັ່ນກັນ. ສະຖານທີ່ພັກເຊົາຂອງມະນຸດຊາດແມ່ນຢູ່ເທິງແຜ່ນດິນໂລກ ແລະ ສະຖານທີ່ພັກເຊົາຂອງພຣະເຈົ້າແມ່ນຢູ່ໃນສະຫວັນ. ໃນຂະນະທີ່ມະນຸດນະມັດສະການພຣະເຈົ້າທີ່ຢູ່ໃນການພັກເຊົາ, ພວກເຂົາຈະມີຊີວິດຢູ່ເທິງແຜ່ນດິນໂລກ ແລະ ໃນຂະນະທີ່ພຣະເຈົ້ານໍາພາມະນຸດຊາດທີ່ຍັງເຫຼືອເຂົ້າສູ່ການພັກເຊົາຂອງພວກເຂົາ, ພຣະອົງຈະນໍາພາພວກເຂົາຈາກສະຫວັນ ແລະ ບໍ່ແມ່ນຈາກແຜ່ນດິນໂລກ. ພຣະເຈົ້າຍັງຄົງຈະເປັນພຣະວິນຍານ ໃນຂະນະທີ່ມະນຸດຈະຍັງເປັນເນື້ອໜັງ. ພຣະເຈົ້າ ແລະ ມະນຸດແມ່ນພັກເຊົາໃນລັກສະນະທີ່ແຕກຕ່າງກັນ. ໃນຂະນະທີ່ພຣະເຈົ້າພັກເຊົາ, ພຣະອົງຈະສະເດັດມາ ແລະ ປາກົດຢູ່ທ່າມກາງມະນຸດ; ໃນຂະນະທີ່ມະນຸດພັກເຊົາ, ພວກເຂົາຈະຖືກນໍາພາໂດຍພຣະເຈົ້າເພື່ອໄປສູ່ສະຫວັນ ແລະ ພ້ອມທັງເພື່ອມີຄວາມສຸກກັບຊີວິດໃນສະຫວັນ. ຫຼັງຈາກພຣະເຈົ້າ ແລະ ມະນຸດເຂົ້າສູ່ການພັກເຊົາ ຊາຕານຈະບໍ່ມີຢູ່ອີກຕໍ່ໄປ; ເຊັ່ນດຽວກັນນັ້ນ ຄົນຊົ່ວທັງຫຼາຍກໍຈະບໍ່ມີຢູ່ອີກຕໍ່ໄປ. ກ່ອນທີ່ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ການພັກເຊົາ, ບຸກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນທີ່ເຄີຍຂົ່ມເຫັງພຣະເຈົ້າເທິງແຜ່ນດິນໂລກ, ພ້ອມທັງສັດຕູທີ່ກະບົດຕໍ່ພຣະອົງໃນທີ່ນັ້ນກໍຈະຖືກທໍາລາຍ; ພວກເຂົາຈະຖືກທໍາລາຍໂດຍໄພພິບັດທີ່ໃຫຍ່ຫຼວງໃນຍຸກສຸດທ້າຍ. ຫຼັງຈາກບຸກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນຖືກທໍາລາຍໝົດແລ້ວ, ແຜ່ນດິນໂລກກໍຈະບໍ່ພົບກັບການລົບກວນຂອງຊາຕານອີກ. ມີແຕ່ເມື່ອນັ້ນ ມະນຸດຊາດຈຶ່ງຈະໄດ້ຮັບຄວາມລອດພົ້ນຢ່າງສົມບູນ ແລະ ພາລະກິດຂອງພຣະເຈົ້າຈຶ່ງຈະສິ້ນສຸດລົງຢ່າງສົມບູນ. ສິ່ງເຫຼົ່ານີ້ແມ່ນເງື່ອນໄຂລ່ວງໜ້າສໍາລັບພຣະເຈົ້າ ແລະ ມະນຸດໃນການເຂົ້າສູ່ການພັກເຊົາ.

ການໃກ້ເຖິງຈຸດສິ້ນສຸດຂອງທຸກສັບພະສິ່ງຊີ້ໃຫ້ເຫັນເຖິງການສິ້ນສຸດພາລະກິດຂອງພຣະເຈົ້າ ແລະ ພ້ອມທັງຊີ້ໃຫ້ເຫັນເຖິງການສິ້ນສຸດຂອງການພັດທະນາຂອງມະນຸດ. ນີ້ໝາຍຄວາມວ່າມະນຸດທີ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານຈະເຖິງຂັ້ນຕອນສຸດທ້າຍຂອງການພັດທະນາຂອງພວກເຂົາ ແລະ ເຊື້ອສາຍຂອງອາດາມ ແລະ ເອວາກໍຈະໄດ້ສິ້ນສຸດການແຜ່ພັນຂອງພວກເຂົາ. ມັນຍັງໝາຍຄວາມວ່າ ມັນເປັນໄປບໍ່ໄດ້ສໍາລັບມະນຸດດັ່ງກ່າວ ທີ່ເສື່ອມຊາມຍ້ອນຊາຕານຈະສືບຕໍ່ພັດທະນາ. ອາດາມ ແລະ ເອວາ ໃນຕອນເລີ່ມຕົ້ນບໍ່ໄດ້ຖືກເຮັດໃຫ້ເສື່ອມຊາມ ແຕ່ອາດາມ ແລະ ເອວາ ທີ່ຖືກຂັບໄລ່ອອກຈາກສວນເອເດນໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ. ເມື່ອພຣະເຈົ້າ ແລະ ມະນຸດເຂົ້າສູ່ການພັກເຊົາຮ່ວມກັນ, ອາດາມ ແລະ ເອວາທີ່ຖືກຂັບໄລ່ອອກຈາກສວນເອເດນ ແລະ ເຊື້ອສາຍຂອງພວກເຂົາກໍຈະໄປສູ່ຈຸດຈົບໃນທີ່ສຸດ. ມະນຸດຊາດໃນອະນາຄົດຈະຍັງມີເຊື້ອສາຍຂອງອາດາມ ແລະ ເອວາ ແຕ່ພວກເຂົາຈະບໍ່ເປັນຄົນທີ່ຢູ່ພາຍໃຕ້ອິດທິພົນຂອງຊາຕານ. ກົງກັນຂ້າມ, ພວກເຂົາຈະເປັນຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຖືກຊໍາລະລ້າງໃຫ້ບໍລິສຸດ. ພວກເຂົາເຫຼົ່ານີ້ຈະເປັນມະນຸດທີ່ຖືກພິພາກສາ ແລະ ຖືກຂ້ຽນຕີແລ້ວ ແລະ ເປັນຄົນທີ່ບໍລິສຸດ. ຜູ້ຄົນເຫຼົ່ານີ້ຈະບໍ່ຄືກັນກັບເຊື້ອຊາດຂອງມະນຸດໃນຕອນທຳອິດ; ເກືອບສາມາດເວົ້າໄດ້ວ່າພວກເຂົາເປັນບຸກຄົນທີ່ແຕກຕ່າງຢ່າງສິ້ນເຊີງຈາກອາດາມ ແລະ ເອວາໃນເບື້ອງຕົ້ນ. ຜູ້ຄົນເຫຼົ່ານີ້ຈະໄດ້ຮັບການຄັດເລືອກຈາກຈຳນວນຄົນທັງໝົດທີ່ເສື່ອມຊາມຍ້ອນຊາຕານ ແລະ ພວກເຂົາຈະເປັນຄົນທີ່ຢືນຢູ່ຢ່າງໝັ້ນຄົງໃນໄລຍະການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ; ພວກເຂົາຈະເປັນກຸ່ມທີ່ລອດເຫຼືອຈາກກຸ່ມຄົນທີ່ເສື່ອມຊາມ. ມີພຽງແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ຈະສາມາດເຂົ້າສູ່ການພັກເຊົາຮ່ວມກັບພຣະເຈົ້າໄດ້. ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຂ້ຽນຕີຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ເຊິ່ງນັ້ນກໍຄື ໃນໄລຍະພາລະກິດຂັ້ນຕອນສຸດທ້າຍຂອງການຊໍາລະລ້າງບາບ ຈະເປັນຜູ້ໄດ້ເຂົ້າສູ່ການພັກເຊົາກັບພຣະເຈົ້າ; ສະນັ້ນ, ທຸກຄົນທີ່ເຂົ້າສູ່ການພັກເຊົາລ້ວນແລ້ວແຕ່ເປັນຄົນທີ່ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ໄດ້ຖືກຮັບເອົາໂດຍພຣະເຈົ້າ ຫຼັງຈາກທີ່ໄດ້ຜ່ານພາລະກິດຊໍາລະລ້າງໃຫ້ບໍລິສຸດບາບຂອງພຣະອົງ. ໃນທີ່ສຸດ ມະນຸດເຫຼົ່ານີ້ທີ່ຖືກຮັບເອົາໂດຍພຣະເຈົ້າຈະໄດ້ເຂົ້າສູ່ການພັກເຊົາຄັ້ງສຸດທ້າຍ. ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າໃນແກ່ນແທ້ແລ້ວແມ່ນເພື່ອເຮັດໃຫ້ມະນຸດຊາດບໍລິສຸດ ເພື່ອມື້ແຫ່ງການພັກເຊົາຄັ້ງສຸດທ້າຍ; ຖ້າບໍ່ດັ່ງນັ້ນ ບໍ່ມີມະນຸດຄົນໃດທີ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ການພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະເປີດໂປງອົງປະກອບທີ່ກະບົດຂອງມະນຸດຊາດ ເພື່ອຈໍາແນກຜູ້ທີ່ຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດນີ້ຂອງພຣະອົງສິ້ນສຸດລົງ, ຜູ້ທີ່ອະນຸຍາດໃຫ້ມີຊີວິດຢູ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ດິນແດນທີ່ສູງຂຶ້ນຂອງມະນຸດ ເຊິ່ງພວກເຂົາຈະມີຄວາມສຸກກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ເທິງແຜ່ນດິນໂລກ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະເຂົ້າສູ່ວັນແຫ່ງການພັກເຊົາຂອງມະນຸດ ແລະ ໃຊ້ຊີວິດຢູ່ຮ່ວມກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ, ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍທັງໝົດ ເຊິ່ງຫຼັງຈາກນັ້ນ ພວກເຂົາທຸກຄົນກໍຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປຄືດັ່ງຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນດັ່ງກ່າວບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງການພັກເຊົາສຸດທ້າຍ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າຮ່ວມວັນແຫ່ງການພັກເຊົາທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍໃນການລົງໂທດ ແລະ ເປັນຄົນຊົ່ວຊ້າ ແລະ ຄົນໄຮ້ສິນທໍາ. ພວກເຂົາໄດ້ຮັບການໄຖ່ບາບຄັ້ງໜຶ່ງ ແລະ ພວກເຂົາກໍຖືກພິພາກສາ ແລະ ຂ້ຽນຕີ; ພວກເຂົາຍັງໄດ້ໃຫ້ການຮັບໃຊ້ຄັ້ງໜຶ່ງແກ່ພຣະເຈົ້າ. ຢ່າງໃດກໍຕາມ, ເມື່ອວັນສຸດທ້າຍມາເຖິງ, ພວກເຂົາຈະຖືກກໍາຈັດ ແລະ ຖືກທໍາລາຍ ຍ້ອນຄວາມຊົ່ວຮ້າຍຂອງພວກເຂົາເອງ ແລະ ຍ້ອນການກະບົດ ແລະ ຄວາມບໍ່ສາມາດທີ່ຈະໄດ້ຮັບການໄຖ່ບາບຂອງພວກເຂົາ; ພວກເຂົາຈະບໍ່ມີຢູ່ໃນໂລກແຫ່ງອະນາຄົດ ແລະ ພວກເຂົາຈະບໍ່ມີຊີວິດໃນທ່າມກາງເຊື້ອຊາດຂອງມະນຸດໃນອະນາຄົດ. ບໍ່ວ່າພວກເຂົາຈະເປັນວິນຍານຂອງຄົນຕາຍ ຫຼື ເປັນຄົນທີ່ຍັງໃຊ້ຊີວິດໃນເນື້ອໜັງ, ຄົນຊົ່ວຮ້າຍທຸກຄົນ ແລະ ທຸກຄົນທີ່ບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ຈະຖືກທໍາລາຍຫຼັງຈາກທີ່ຄົນທີ່ບໍລິສຸດໃນທ່າມກາງມະນຸດຊາດໄດ້ເຂົ້າສູ່ການພັກເຊົາ. ສໍາລັບວິນຍານທີ່ຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍເຫຼົ່ານີ້ ຫຼື ວິນຍານຂອງຄົນທີ່ຊອບທໍາ ແລະ ຄົນທີ່ເຮັດໃນສິ່ງທີ່ຊອບທໍາ, ບໍ່ວ່າຈະຢູ່ໃນຍຸກໃດກໍຕາມ ທຸກຄົນທີ່ຊົ່ວຈະຖືກທໍາລາຍໃນທີ່ສຸດ ແລະ ທຸກຄົນທີ່ຊອບທໍາຈະຢູ່ລອດ. ການທີ່ບຸກຄົນ ຫຼື ວິນຍານຈະໄດ້ຮັບຄວາມລອດພົ້ນແມ່ນບໍ່ໄດ້ຖືກຕັດສິນໂດຍອີງໃສ່ພາລະກິດຂອງຍຸກສຸດທ້າຍທັງໝົດ; ກົງກັນຂ້າມ, ມັນຖືກກໍານົດໂດຍອີງໃສ່ວ່າພວກເຂົາໄດ້ຕໍ່ຕ້ານ ຫຼື ກະບົດຕໍ່ພຣະເຈົ້າ ຫຼື ບໍ່. ຖ້າຜູ້ຄົນໃນຍຸກກ່ອນໄດ້ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ກໍຈະເປັນເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ ແລະ ຄົນໃນຍຸກນີ້ທີ່ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ກໍຈະເປັນເປົ້າໝາຍຂອງການລົງໂທດຢ່າງແນ່ນອນເຊັ່ນກັນ. ມະນຸດຖືກແຍກອອກ ໂດຍອີງໃສ່ພື້ນຖານຄວາມດີ ແລະ ຄວາມຊົ່ວ, ບໍ່ແມ່ນໃນຍຸກທີ່ພວກເຂົາອາໄສຢູ່. ເມື່ອຖືກແບ່ງແຍກ, ພວກເຂົາຈະບໍ່ຖືກລົງໂທດ ຫຼື ໄດ້ຮັບລາງວັນທັນທີ; ແຕ່ກົງກັນຂ້າມ ພຣະເຈົ້າຈະພຽງແຕ່ປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄວາມຊົ່ວ ແລະ ໃຫ້ລາງວັນແກ່ຄວາມດີ ຫຼັງຈາກທີ່ພຣະອົງໄດ້ດໍາເນີນພາລະກິດແຫ່ງການເອົາຊະນະຂອງພຣະອົງໃນຍຸກສຸດທ້າຍ. ຄວາມຈິງແລ້ວ, ພຣະອົງໄດ້ແບ່ງແຍກມະນຸດອອກເປັນຄົນດີ ແລະ ຄົນຊົ່ວນັບຕັ້ງແຕ່ພຣະອົງເລີ່ມດໍາເນີນພາລະກິດທີ່ພຣະອົງຊ່ວຍມະນຸດຊາດໃຫ້ລອດພົ້ນ. ມັນເປັນພຽງແຕ່ວ່າພຣະອົງຈະມອບລາງວັນໃຫ້ແກ່ຄົນຊອບທໍາ ແລະ ລົງໂທດຄົນຊົ່ວຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງເທົ່ານັ້ນ; ມັນບໍ່ແມ່ນວ່າ ພຣະອົງຈະແຍກພວກເຂົາອອກເປັນປະເພດໃຜລາວຫຼັງຈາກສໍາເລັດພາລະກິດຂອງພຣະອົງ ແລ້ວຫຼັງຈາກນັ້ນກໍເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄົນຊົ່ວ ແລະ ມອບລາງວັນໃຫ້ຄົນດີທັນທີ. ກົງກັນຂ້າມ, ໜ້າວຽກນີ້ຈະຖືກປະຕິບັດເມື່ອພາລະກິດຂອງພຣະອົງສຳເລັດລົງຢ່າງສົມບູນເທົ່ານັ້ນ. ຈຸດປະສົງດຽວທີ່ຢູ່ເບື້ອງຫຼັງພາລະກິດສຸດທ້າຍຂອງພຣະເຈົ້າໃນການລົງໂທດຄົນຊົ່ວ ແລະ ການມອບລາງວັນໃຫ້ແກ່ຄົນດີນັ້ນ ແມ່ນເພື່ອຊໍາລະລ້າງມະນຸດທັງປວງຢ່າງລະອຽດເພື່ອໃຫ້ບໍລິສຸດ ເພື່ອວ່າພຣະອົງຈະສາມາດນໍາເອົາມວນມະນຸດຜູ້ທີ່ບໍລິສຸດເຂົ້າສູ່ການພັກເຊົາຢ່າງນິລັນດອນ. ຂັ້ນຕອນພາລະກິດນີ້ຂອງພຣະອົງແມ່ນສໍາຄັນທີ່ສຸດ; ມັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຄຸ້ມຄອງທັງໝົດຂອງພຣະອົງ. ຖ້າພຣະເຈົ້າບໍ່ໄດ້ທໍາລາຍຄົນຊົ່ວ ແຕ່ປ່ອຍໃຫ້ພວກເຂົາຍັງຢູ່, ມະນຸດຊາດທັງໝົດກໍຈະບໍ່ສາມາດເຂົ້າສູ່ການພັກເຊົາໄດ້ ແລະ ພຣະເຈົ້າກໍຈະບໍ່ສາມາດນໍາເອົາພວກເຂົາເຂົ້າສູ່ໂລກທີ່ດີກວ່ານີ້ໄດ້. ແລ້ວພາລະກິດດັ່ງກ່າວກໍຈະບໍ່ສໍາເລັດຜົນຢ່າງສິ້ນເຊິງ. ເມື່ອພຣະອົງສໍາເລັດພາລະກິດຂອງພຣະອົງ, ມວນມະນຸດທັງປວງກໍຈະເປັນຄົນບໍລິສຸດທັງໝົດ; ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະສາມາດເຂົ້າສູ່ການພັກເຊົາໄດ້ຢ່າງສະຫງົບ.

ຜູ້ຄົນໃນທຸກມື້ນີ້ຍັງບໍ່ສາມາດປ່ອຍວາງສິ່ງຕ່າງໆທາງຝ່າຍເນື້ອໜັງ; ພວກເຂົາບໍ່ສາມາດປະຖິ້ມຄວາມສຸກຂອງເນື້ອໜັງ, ທາງໂລກ, ເງິນ ຫຼື ອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ຜູ້ຄົນສ່ວນຫຼາຍແມ່ນສະແຫວງຫາພໍເປັນພິທີ. ທີ່ຈິງແລ້ວ, ຜູ້ຄົນເຫຼົ່ານີ້ບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາເລີຍ; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ຢ້ານພຣະເຈົ້າ. ພວກເຂົາບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາ ແລະ ດັ່ງນັ້ນ ພວກເຂົາບໍ່ສາມາດເຂົ້າໃຈທຸກຢ່າງທີ່ພຣະເຈົ້າກະທຳ ແລະ ແຮງໄກທີ່ພວກເຂົາຈະສາມາດເຊື່ອໃນພຣະທໍາທີ່ພຣະອົງກ່າວ. ຜູ້ຄົນດັ່ງກ່າວແມ່ນຍຶດຕິດກັບເນື້ອໜັງຫຼາຍເກີນໄປ; ພວກເຂົາເສື່ອມຊາມຢ່າງໜັກ ແລະ ຂາດຄວາມຈິງທຸກປະການ. ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຈະສາມາດກາຍເປັນເນື້ອໜັງ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນເນື້ອໜັງຂອງພຣະເຈົ້າ ເຊິ່ງນັ້ນກໍຄື ໃຜກໍຕາມທີ່ບໍ່ເຊື່ອໃນພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ພາລະກິດ ແລະ ພຣະທໍາຂອງພຣະອົງ, ແຕ່ກົງກັນຂ້າມ ບູຊາພຣະເຈົ້າທີ່ເບິ່ງບໍ່ເຫັນໃນສະຫວັນ ແມ່ນບຸກຄົນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ຄົນດັ່ງກ່າວເປັນຄົນກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາບໍ່ມີຄວາມເປັນມະນຸດ ແລະ ບໍ່ມີເຫດຜົນ, ແຮງໄກທີ່ຈະມີຄວາມຈິງ. ຍິ່ງໄປກວ່ານັ້ນ ສໍາລັບຜູ້ຄົນເຫຼົ່ານີ້, ພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ຈັບຕ້ອງໄດ້ແມ່ນຍິ່ງບໍ່ສາມາດເຊື່ອ, ແຕ່ພວກເຂົາຄິດວ່າພຣະເຈົ້າທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້ແມ່ນໜ້າເຊື່ອຖືທີ່ສຸດ ແລະ ໜ້າຍິນດີທີ່ສຸດ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຄວາມຈິງແທ້ ແລະ ມັນບໍ່ແມ່ນແກ່ນແທ້ຂອງຊີວິດ; ແຮງໄກທີ່ຈະແມ່ນເຈດຕະນາຂອງພຣະເຈົ້າ. ກົງກັນຂ້າມ ພວກເຂົາສະແຫວງຫາຄວາມຕື່ນເຕັ້ນ. ສິ່ງໃດກໍຕາມທີ່ສາມາດເຮັດໃຫ້ພວກເຂົາບັນລຸຄວາມປາດຖະໜາຂອງພວກເຂົາ ແນ່ນອນ ຄືສິ່ງທີ່ພວກເຂົາເຊື່ອ ແລະ ສິ່ງທີ່ພວກເຂົາສະແຫວງຫາ. ພວກເຂົາພຽງແຕ່ເຊື່ອໃນພຣະເຈົ້າ ເພື່ອຕອບສະໜອງຄວາມປາດຖະໜາຂອງພວກເຂົາເອງ, ບໍ່ແມ່ນເພື່ອສະແຫວງຫາຄວາມຈິງ. ຜູ້ຄົນດັ່ງກ່າວບໍ່ແມ່ນຄົນຊົ່ວຮ້າຍບໍ? ພວກເຂົາມີຄວາມໝັ້ນໃຈໃນຕົວເອງສູງຫຼາຍ ແລະ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຢູ່ໃນສະຫວັນຈະທໍາລາຍ “ຄົນດີ” ຄືພວກເຂົາໄດ້. ກົງກັນຂ້າມ, ພວກເຂົາເຊື່ອວ່າພຣະເຈົ້າຈະອະນຸຍາດໃຫ້ພວກເຂົາມີຊີວິດຢູ່ ແລະ ຍິ່ງໄປກວ່ານັ້ນຈະໃຫ້ລາງວັນແກ່ພວກເຂົາຢ່າງສວຍງາມ ຍ້ອນພວກເຂົາໄດ້ເຮັດຫຼາຍສິ່ງຫຼາຍຢ່າງໃຫ້ແກ່ພຣະເຈົ້າ ແລະ ໄດ້ສະແດງເຖິງຄວາມ “ພັກດີ” ອັນໃຫຍ່ຫຼວງຕໍ່ພຣະອົງ. ຖ້າພວກເຂົາຕ້ອງສະແຫວງຫາພຣະເຈົ້າທີ່ເບິ່ງເຫັນໄດ້, ເມື່ອຄວາມປາດຖະໜາຂອງພວກເຂົາບໍ່ໄດ້ດັ່ງຄາດຫວັງ ພວກເຂົາກໍຈະໂຈມຕີຄືນພຣະເຈົ້າທັນທີ ຫຼື ເກີດມີຄວາມໂກດແຄ້ນ. ພວກເຂົາສະແດງຕົນເອງເປັນຄົນຕໍ່າຕ້ອຍທີ່ຊອກຫາເຮັດຕາມຄວາມປາດຖະໜາຂອງພວກເຂົາເອງເທົ່ານັ້ນ; ພວກເຂົາບໍ່ແມ່ນຄົນທີ່ມີຄວາມຊື່ສັດໃນການສະແຫວງຫາຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າຄົນຊົ່ວທີ່ຕິດຕາມພຣະຄຣິດ. ຜູ້ຄົນເຫຼົ່ານີ້ທີ່ບໍ່ໄດ້ສະແຫວງຫາຄວາມຈິງແມ່ນບໍ່ສາມາດມີທາງເຊື່ອຄວາມຈິງໄດ້ ແລະ ທຸກຄົນຍິ່ງບໍ່ສາມາດເຂົ້າໃຈຜົນໄດ້ຮັບໃນອະນາຄົດຂອງມະນຸດຊາດໄດ້ ເພາະວ່າພວກເຂົາບໍ່ເຊື່ອໃນພາລະກິດ ຫຼື ພຣະທໍາໃດໆຂອງພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ນີ້ພ້ອມທັງບໍ່ສາມາດເຊື່ອໃນຈຸດໝາຍປາຍທາງໃນອະນາຄົດຂອງມະນຸດຊາດ. ເພາະສະນັ້ນ, ເຖິງແມ່ນວ່າພວກເຂົາຈະຕິດຕາມພຣະເຈົ້າທີ່ເບິ່ງເຫັນໄດ້, ພວກເຂົາກໍຍັງສ້າງຄວາມຊົ່ວ ແລະ ບໍ່ໄດ້ສະແຫວງຫາຄວາມຈິງເລີຍ ແລະ ພວກເຂົາບໍ່ປະຕິບັດຄວາມຈິງທີ່ເຮົາຕ້ອງການ. ໃນທາງກົງກັນຂ້າມ, ຜູ້ຄົນເຫຼົ່ານັ້ນທີ່ບໍ່ເຊື່ອວ່າພວກເຂົາຈະຖືກທໍາລາຍແມ່ນບຸກຄົນທີ່ຈະຖືກທໍາລາຍ. ພວກເຂົາທັງໝົດເຊື່ອວ່າພວກເຂົາເປັນຄົນທີ່ສະຫຼາດຫຼາຍ ແລະ ພວກເຂົາເຊື່ອວ່າພວກເຂົາເອງເປັນຜູ້ທີ່ປະຕິບັດຄວາມຈິງ. ພວກເຂົາຖືວ່າການກະທໍາຊົ່ວຮ້າຍຂອງພວກເຂົາແມ່ນຄວາມຈິງ ແລະ ສະນັ້ນ ຈຶ່ງໄດ້ຖະໜອມມັນ. ຄົນຊົ່ວດັ່ງກ່າວມີຄວາມໝັ້ນໃຈໃນຕົວເອງຫຼາຍ; ພວກເຂົາຖືຄວາມຈິງເປັນຫຼັກຄຳສອນ ແລະ ຖືການກະທໍາຊົ່ວຂອງພວກເຂົາເປັນຄວາມຈິງ, ແຕ່ໃນທີ່ສຸດ ພວກເຂົາກໍຈະໄດ້ເກັບກ່ຽວສິ່ງທີ່ພວກເຂົາຫວ່ານເທົ່ານັ້ນ. ຍິ່ງຜູ້ຄົນມີຄວາມໝັ້ນໃຈໃນຕົວເອງສູງເທົ່າໃດ ແລະ ພວກເຂົາຍິ່ງອວດດີຫຼາຍເທົ່າໃດ, ພວກເຂົາກໍຍິ່ງບໍ່ສາມາດໄດ້ຮັບຄວາມຈິງຫຼາຍເທົ່ານັ້ນ; ຍິ່ງຜູ້ຄົນເຊື່ອໃນພຣະເຈົ້າເທິງສະຫວັນຫຼາຍເທົ່າໃດ, ພວກເຂົາກໍຍິ່ງຕໍ່ຕ້ານພຣະເຈົ້າຫຼາຍເທົ່ານັ້ນ. ຜູ້ຄົນເຫຼົ່ານີ້ແມ່ນຜູ້ຄົນທີ່ຈະຖືກລົງໂທດ. ກ່ອນມະນຸດເຂົ້າສູ່ການພັກເຊົາ, ການທີ່ຄົນແຕ່ລະປະເພດຖືກລົງໂທດ ຫຼື ໄດ້ຮັບລາງວັນ ແມ່ນຈະຖືກກໍານົດໂດຍອີງຕາມວ່າ ພວກເຂົາສະແຫວງຫາຄວາມຈິງ, ວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ວ່າພວກເຂົາຈະສາມາດເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ບໍ່. ຜູ້ທີ່ໄດ້ຮັບໃຊ້ແກ່ພຣະເຈົ້າທີ່ເບິ່ງເຫັນໄດ້ ແຕ່ຍັງບໍ່ຮູ້ ຫຼື ບໍ່ເຊື່ອຟັງພຣະອົງແມ່ນບໍ່ມີຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຄົນຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍກໍຄືເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ; ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກລົງໂທດອີງຕາມການກະທໍາຊົ່ວຂອງພວກເຂົາ. ພຣະເຈົ້າແມ່ນເພື່ອໃຫ້ຜູ້ຄົນເຊື່ອ ແລະ ພຣະອົງສົມຄວນໄດ້ຮັບການອ່ອນນ້ອມຂອງມະນຸດເຊັ່ນກັນ. ຜູ້ທີ່ພຽງແຕ່ເຊື່ອໃນພຣະເຈົ້າເລື່ອນລອຍ ແລະ ເບິ່ງບໍ່ເຫັນແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ສາມາດເຊື່ອຟັງພຣະເຈົ້າ. ຖ້າຄົນເຫຼົ່ານີ້ຍັງບໍ່ສາມາດຈັດການໃນການເຊື່ອພຣະເຈົ້າທີ່ເບິ່ງເຫັນໄດ້ ໃນເວລາທີ່ພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າສິ້ນສຸດລົງ ແລະ ຍັງສືບຕໍ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າທີ່ເຫັນໄດ້ໃນເນື້ອໜັງ, ແລ້ວ “ຜູ້ເຊື່ອເລື່ອນລອຍ” ເຫຼົ່ານີ້ຈະກາຍເປັນເປົ້າໝາຍຂອງການທໍາລາຍຢ່າງບໍ່ຕ້ອງສົງໄສ. ມັນເປັນຄືກັບບາງຄົນທ່າມກາງພວກເຈົ້າ ເຊິ່ງກໍຄືທຸກຄົນທີ່ຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍຄໍາເວົ້າ ແຕ່ບໍ່ສາມາດປະຕິບັດຄວາມຈິງໃນການເຊື່ອຟັງພຣະເຈົ້າທີ່ບັງເກີດເປັນມະນຸດ ໃນທີ່ສຸດ ກໍຈະຖືກປະຖິ້ມ ແລະ ທໍາລາຍ. ຍິ່ງໄປກວ່ານັ້ນ ທຸກຄົນທີ່ຮັບຮູ້ພຣະເຈົ້າທີ່ເບິ່ງເຫັນໄດ້ດ້ວຍຄໍາເວົ້າ ແລະ ກິນ ແລະ ດື່ມຄວາມຈິງທີ່ສະແດງອອກໂດຍພຣະອົງ ແຕ່ຍັງສະແຫວງຫາພຣະເຈົ້າທີ່ເລື່ອນລອຍ ເຊິ່ງຍິ່ງໄປກວ່ານັ້ນ ກໍຍິ່ງຈະເປັນເປົ້າໝາຍທີ່ຕ້ອງຖືກທຳລາຍຢ່າງແນ່ນອນ. ບໍ່ມີຜູ້ໃດໃນຜູ້ຄົນເຫຼົ່ານີ້ ທີ່ຈະສາມາດຄົງຢູ່ຈົນຮອດເວລາແຫ່ງການພັກເຊົາທີ່ຈະມາເຖິງຫຼັງຈາກທີ່ພາລະກິດຂອງພຣະເຈົ້າໄດ້ສິ້ນສຸດລົງ ຫຼື ຈະບໍ່ມີບຸກຄົນໃດ ທີ່ຄືກັນກັບຜູ້ຄົນດັ່ງກ່າວຍັງຄົງຢູ່ຈົນຮອດເວລາແຫ່ງການພັກເຊົາ. ຄົນທີ່ເປັນຜີສາດແມ່ນຜູ້ທີ່ບໍ່ປະຕິບັດຄວາມຈິງ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານ ແລະ ການກະບົດພຣະເຈົ້າ ແລະ ພວກເຂົາບໍ່ມີຈຸດປະສົງທີ່ຈະເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຜູ້ຄົນດັ່ງກ່າວຈະຖືກທໍາລາຍທັງໝົດ. ການທີ່ເຈົ້າຈະມີຄວາມຈິງ ແລະ ການທີ່ເຈົ້າຈະຕໍ່ຕ້ານພຣະເຈົ້າແມ່ນຂຶ້ນຢູ່ກັບທາດແທ້ຂອງເຈົ້າ, ບໍ່ແມ່ນຂຶ້ນຢູ່ກັບຮູບລັກພາຍນອກຂອງເຈົ້າ ຫຼື ວິທີທີ່ເຈົ້າອາດເວົ້າ ຫຼື ປະພຶດ. ການທີ່ບຸກຄົນໃດໜຶ່ງຈະຖືກທໍາລາຍ ຫຼື ບໍ່ ແມ່ນກໍານົດໂດຍທາດແທ້ຂອງພວກເຂົາ; ມັນຖືກຕັດສິນອີງຕາມທາດແທ້ທີ່ເປີດເຜີຍອອກໂດຍພຶດຕິກໍາ ແລະ ການສະແຫວງຫາຄວາມຈິງຂອງພວກເຂົາ. ໃນບັນດາຜູ້ທີ່ປະຕິບັດພາລະກິດ ແລະ ປະຕິບັດພາລະກິດໃນຈໍານວນເທົ່າກັນ, ຜູ້ທີ່ມີທາດແທ້ຂອງມະນຸດທີ່ດີທີ່ມີຄວາມຈິງ ແມ່ນຜູ້ທີ່ສາມາດຄົງຢູ່, ໃນຂະນະຜູ້ທີ່ມີທາດແທ້ຊົ່ວຂອງມະນຸດ ທີ່ກະບົດຕໍ່ພຣະເຈົ້າທີ່ເບິ່ງເຫັນໄດ້ແມ່ນຄົນທີ່ຈະເປັນເປົ້າໝາຍແຫ່ງການທໍາລາຍ. ພາລະກິດ ຫຼື ພຣະທໍາທັງໝົດຂອງພຣະເຈົ້າທີ່ກ່ຽວຂ້ອງກັບຈຸດໝາຍປາຍທາງຂອງມະນຸດ ແມ່ນຈະໄດ້ຈັດການກັບມະນຸດຢ່າງເໝາະສົມ ໂດຍອີງໃສ່ທາດແທ້ຂອງມະນຸດແຕ່ລະຄົນ; ຈະບໍ່ມີຄວາມຜິດພາດເກີດຂຶ້ນແມ່ນແຕ່ໜ້ອຍດຽວ ແລະ ຍິ່ງໄປກວ່ານັ້ນ ຈະບໍ່ມີຂໍ້ຜິດພາດແມ່ນແຕ່ຂໍ້ດຽວ. ມີພຽງແຕ່ເມື່ອຜູ້ຄົນປະຕິບັດພາລະກິດ ຄວາມຮູ້ສຶກ ຫຼື ຄວາມໝາຍຂອງມະນຸດຈຶ່ງຈະປະສົມປະສານກັນ. ພາລະກິດທີ່ພຣະເຈົ້າເຮັດແມ່ນເໝາະສົມທີ່ສຸດ; ພຣະອົງຈະບໍ່ນໍາເອົາຄໍາກ່າວອ້າງທີ່ບໍ່ຖືກຕ້ອງມາສູ່ສິ່ງທີ່ຖືກສ້າງຢ່າງເດັດຂາດ. ໃນປັດຈຸບັນນີ້ມີຫຼາຍຄົນທີ່ບໍ່ສາມາດເຂົ້າໃຈຈຸດໝາຍປາຍທາງຂອງມະນຸດຊາດໃນອະນາຄົດ ແລະ ບໍ່ເຊື່ອໃນພຣະທໍາທີ່ເຮົາກ່າວ; ທຸກຄົນທີ່ບໍ່ເຊື່ອ ພ້ອມທັງຜູ້ທີ່ບໍ່ປະຕິບັດຄວາມຈິງແມ່ນພວກຜີສາດ!

ທຸກມື້ນີ້ ຜູ້ທີ່ສະແຫວງຫາ ແລະ ຜູ້ທີ່ບໍ່ສະແຫວງຫາ ແມ່ນກຸ່ມຄົນສອງປະເພດທີ່ແຕກຕ່າງກັນ ເຊິ່ງຈຸດໝາຍປາຍທາງຂອງພວກເຂົາກໍຍັງແຕກຕ່າງກັນອີກດ້ວຍ. ຜູ້ທີ່ສະແຫວງຫາຄວາມຮູ້ກ່ຽວກັບຄວາມຈິງ ແລະ ປະຕິບັດຄວາມຈິງ ແມ່ນຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ. ຜູ້ທີ່ບໍ່ຮູ້ວິທີທາງທີ່ແທ້ຈິງ ແມ່ນຜີສາດ ແລະ ສັດຕູ; ພວກເຂົາເປັນເຊື້ອສາຍຂອງເທວະທູດ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ແມ່ນແຕ່ຜູ້ທີ່ເຊື່ອຢ່າງຕາຍໃຈໃນພຣະເຈົ້າເລື່ອນລອຍ, ພວກເຂົາບໍ່ແມ່ນພວກຜີສາດເຊັ່ນກັນບໍ? ຜູ້ຄົນທີ່ມີຈິດສຳນຶກດີແຕ່ບໍ່ຍອມຮັບວິທີທາງທີ່ແທ້ຈິງແມ່ນພວກຜີສາດ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານພຣະເຈົ້າ. ຜູ້ທີ່ບໍ່ຍອມຮັບວິທີທາງທີ່ແທ້ຈິງແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ເຖິງແມ່ນວ່າຄົນດັ່ງກ່າວຈະຜະເຊີນກັບຄວາມລໍາບາກນາໆປະການກໍຕາມ, ພວກເຂົາກໍຍັງຈະຖືກທໍາລາຍ. ຜູ້ທີ່ບໍ່ເຕັມໃຈທີ່ຈະປະຖິ້ມທາງໂລກ, ຜູ້ທີ່ບໍ່ສາມາດຮັບການພັດພາກຈາກພໍ່ແມ່ຂອງພວກເຂົາ ແລະ ຜູ້ທີ່ບໍ່ສາມາດຍອມກໍາຈັດຄວາມສຸກຂອງຕົນເອງຈາກຝ່າຍເນື້ອໜັງ ແມ່ນຜູ້ທີ່ກະບົດຕໍ່ພຣະເຈົ້າ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຜີສາດ; ແລະ ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກທໍາລາຍ. ຜູ້ທີ່ມີຄວາມເຊື່ອແຕ່ບໍ່ປະຕິບັດຄວາມຈິງ, ຜູ້ທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າຈະເປັນເປົ້າໝາຍຂອງການທໍາລາຍ. ຄົນທີ່ຈະຖືກອະນຸຍາດໃຫ້ຄົງຢູ່ ແມ່ນຄົນທີ່ໄດ້ຜ່ານການທົນທຸກຂອງການຫຼໍ່ຫຼອມ ແລະ ຢືນຢັດຢ່າງໝັ້ນຄົງ; ນີ້ແມ່ນຄົນທີ່ໄດ້ຜ່ານການທົດລອງຢ່າງແທ້ຈິງ. ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າຄືສັດຕູ; ນັ້ນກໍຄື ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ, ບໍ່ວ່າພວກເຂົາຈະຢູ່ພາຍໃນ ຫຼື ພາຍນອກກະແສນີ້ກໍຕາມຖືວ່າເປັນຜູ້ຕໍ່ຕ້ານພຣະຄຣິດ! ໃຜແມ່ນຊາຕານ, ໃຜແມ່ນຜີສາດ ແລະ ໃຜແມ່ນສັດຕູຂອງພຣະເຈົ້າ ຖ້າບໍ່ແມ່ນຜູ້ຕໍ່ຕ້ານທີ່ບໍ່ເຊື່ອໃນພຣະເຈົ້າ? ພວກເຂົາບໍ່ແມ່ນຄົນທີ່ກະບົດຕໍ່ພຣະເຈົ້າບໍ? ພວກເຂົາບໍ່ແມ່ນຜູ້ທີ່ອ້າງວ່າມີຄວາມເຊື່ອ ແຕ່ປາສະຈາກຄວາມຈິງບໍ? ພວກເຂົາບໍ່ແມ່ນຜູ້ທີ່ພຽງແຕ່ສະແຫວງຫາເພື່ອໄດ້ຮັບພອນ ໃນຂະນະທີ່ບໍ່ສາມາດເປັນພະຍານຕໍ່ພຣະເຈົ້າບໍ? ເຈົ້າຍັງຜູກພັນກັບພວກຜີສາດເຫຼົ່ານັ້ນໃນປັດຈຸບັນ ແລະ ປະຕິບັດກັບພວກມັນດ້ວຍມະໂນທຳ ແລະ ຄວາມຮັກ; ແລ້ວໃນກໍລະນີນີ້ເຈົ້າບໍ່ແມ່ນຂະຫຍາຍຄວາມຕັ້ງໃຈທີ່ດີໃຫ້ກັບຊາຕານບໍ? ເຈົ້າບໍ່ໄດ້ສົມຮູ້ຮ່ວມຄິດ ກັບພວກຜີສາດບໍ? ຖ້າຜູ້ຄົນໄດ້ມາຮອດຈຸດນີ້ ແລະ ຍັງບໍ່ສາມາດແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ ແລະ ສືບຕໍ່ສະແດງຄວາມຮັກ ແລະ ຄວາມເມດຕາຢ່າງຕາບອດ ໂດຍບໍ່ຕ້ອງການທີ່ຈະສະແຫວງຫາເຈດຕະນາຂອງພຣະເຈົ້າ ຫຼື ບໍ່ສາມາດໃນທຸກວິທີທາງເພື່ອຮັບເອົາເຈດຕະນາຂອງພຣະເຈົ້າມາເປັນຂອງຕົວເອງ, ແລ້ວ ຈຸດຈົບຂອງພວກເຂົາກໍຈະເປັນຕາສົມເພດຍິ່ງຂຶ້ນ. ໃຜກໍຕາມທີ່ບໍ່ເຊື່ອໃນພຣະເຈົ້າທີ່ຢູ່ໃນເນື້ອໜັງ ແມ່ນສັດຕູຂອງພຣະເຈົ້າ. ຖ້າເຈົ້າສາມາດສະແດງມະໂນທຳ ແລະ ຄວາມຮັກຕໍ່ສັດຕູໄດ້, ເຈົ້າບໍ່ຂາດຄວາມຮູ້ສຶກເຖິງຄວາມຍຸຕິທໍາບໍ? ຖ້າເຈົ້າເຂົ້າກັນໄດ້ກັບຄົນທີ່ເຮົາກຽດຊັງ ແລະ ບໍ່ເຫັນດີນຳ ແລະ ຍັງສະແດງຄວາມຮັກ ຫຼື ຄວາມຮູ້ສຶກສ່ວນຕົວກັບພວກເຂົາ, ແລ້ວເຈົ້າບໍ່ແມ່ນຄົນທີ່ກະບົດບໍ? ເຈົ້າບໍ່ໄດ້ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາບໍ? ຄົນແບບນີ້ມີຄວາມຈິງແທ້ບໍ? ຖ້າຄົນສະແດງມະໂນທຳຕໍ່ສັດຕູ, ສະແດງຄວາມຮັກຕໍ່ພວກຜີສາດ ແລະ ຄວາມເມດຕາຕໍ່ຊາຕານ, ແລ້ວພວກເຂົາບໍ່ໄດ້ຂັດຂວາງພາລະກິດຂອງພຣະເຈົ້າໂດຍເຈດຕະນາບໍ? ຜູ້ຄົນທີ່ເຊື່ອພຽງແຕ່ໃນພຣະເຢຊູ ແລະ ບໍ່ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍ ພ້ອມທັງຜູ້ທີ່ກ່າວອ້າງວ່າ ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດ ແຕ່ພັດເຮັດຄວາມຊົ່ວແມ່ນຜູ້ຕໍ່ຕ້ານພຣະຄຣິດທັງໝົດ, ນີ້ຍັງບໍ່ໄດ້ເວົ້າເຖິງຜູ້ທີ່ເຖິງຂັ້ນບໍ່ເຊື່ອໃນພຣະເຈົ້າເລີຍ. ຜູ້ຄົນເຫຼົ່ານີ້ຈະເປັນເປົ້າໝາຍຂອງການທໍາລາຍທັງໝົດ. ມາດຕະຖານທີ່ມະນຸດໃຊ້ຕັດສິນມະນຸດແມ່ນອີງໃສ່ພຶດຕິກຳຂອງພວກເຂົາ; ຜູ້ທີ່ມີພຶດຕິກຳດີເປັນຄົນຊອບທໍາ ແລະ ຄົນທີ່ມີພຶດຕິກຳທີ່ໜ້າລັງກຽດແມ່ນເປັນຄົນຊົ່ວ. ມາດຕະຖານທີ່ພຣະເຈົ້າໃຊ້ພິພາກສາມະນຸດແມ່ນອີງໃສ່ວ່າ ທາດແທ້ຂອງພວກເຂົາແມ່ນເຊື່ອຟັງພຣະອົງ ຫຼື ບໍ່; ຜູ້ທີ່ເຊື່ອຟັງພຣະເຈົ້າແມ່ນເປັນຄົນທີ່ຊອບທໍາ ແລະ ຄົນທີ່ບໍ່ເຊື່ອຟັງພຣະເຈົ້າແມ່ນເປັນສັດຕູ ແລະ ເປັນຄົນຊົ່ວ ໂດຍບໍ່ວ່າຄົນນັ້ນຈະມີພຶດຕິກຳທີ່ດີ ຫຼື ບໍ່ດີ ແລະ ບໍ່ວ່າຄໍາເວົ້າຂອງພວກເຂົາຈະຖືກຕ້ອງ ຫຼື ບໍ່ຖືກຕ້ອງ. ບາງຄົນປາດຖະໜານໍາໃຊ້ການກະທຳທີ່ດີ ເພື່ອໃຫ້ໄດ້ຈຸດໝາຍປາຍທາງທີ່ດີໃນອະນາຄົດ ແລະ ບາງຄົນປາດຖະໜານຳໃຊ້ຄໍາເວົ້າທີ່ດີເພື່ອຮັບເອົາຈຸດໝາຍປາຍທາງທີ່ດີ. ທຸກຄົນເຊື່ອຜິດໆວ່າ ພຣະເຈົ້າກຳນົດຜົນສຸດທ້າຍຂອງມະນຸດຫຼັງຈາກໄດ້ເບິ່ງພຶດຕິກໍາ ຫຼື ຫຼັງຈາກໄດ້ຟັງຄຳເວົ້າຂອງພວກເຂົາ; ດັ່ງນັ້ນ ຫຼາຍຄົນຈຶ່ງຕ້ອງການທີ່ຈະໃຊ້ສິ່ງນີ້ ເພື່ອລໍ້ລວງພຣະເຈົ້າໃຫ້ພໍໃຈພວກເຂົາຊົ່ວຄາວ. ໃນອະນາຄົດ ຜູ້ຄົນທີ່ຈະມີຊີວິດລອດໃນສະພາບທີ່ສະຫງົບສຸກ ຈະຕ້ອງໄດ້ທົນຕໍ່ວັນແຫ່ງຄວາມຍາກລໍາບາກ ແລະ ຍັງຈະໄດ້ເປັນພະຍານໃຫ້ກັບພຣະເຈົ້າອີກດ້ວຍ; ພວກເຂົາທັງໝົດຈະເປັນຄົນທີ່ເຮັດສໍາເລັດໜ້າທີ່ຂອງພວກເຂົາ ແລະ ເປັນຄົນທີ່ຕັ້ງໃຈເຊື່ອຟັງພຣະເຈົ້າ. ຜູ້ທີ່ພຽງແຕ່ຕ້ອງການໃຊ້ໂອກາດ ເພື່ອເຮັດການຮັບໃຊ້ດ້ວຍຕັ້ງໃຈ ເພື່ອຫຼີກເວັ້ນການປະຕິບັດຄວາມຈິງຈະບໍ່ຖືກອະນຸຍາດໃຫ້ຄົງຢູ່ໄດ້. ພຣະເຈົ້າແມ່ນມີມາດຕະຖານທີ່ເໝາະສົມສໍາລັບການຈັດແຈງຜົນສຸດທ້າຍຂອງທຸກຄົນ; ພຣະອົງບໍ່ພຽງແຕ່ເຮັດການຕັດສິນໃຈເຫຼົ່ານີ້ຕາມຄໍາເວົ້າ ແລະ ພຶດຕິກຳຂອງຄົນເທົ່ານັ້ນ ຫຼື ພຣະອົງບໍ່ໄດ້ຕັດສິນໃຈຕາມການກະທໍາຂອງພວກເຂົາໃນເວລາໃດໜຶ່ງເທົ່ານັ້ນ. ພຣະອົງຈະບໍ່ຜ່ອນຜັນຕໍ່ການກະທໍາຊົ່ວຮ້າຍຂອງຄົນຢ່າງເດັດຂາດຍ້ອນການຮັບໃຊ້ພຣະເຈົ້າຜ່ານມາຂອງພວກເຂົາ ແລະ ພຣະອົງຈະບໍ່ລະເວັ້ນຜູ້ໃດຈາກຄວາມຕາຍຍ້ອນວ່າໄລຍະເວລາທີ່ໄດ້ເສຍສະຫຼະໃຫ້ກັບພຣະເຈົ້າ ທີ່ບໍ່ມີໃຜສາມາດຫຼີກເວັ້ນການລົງໂທດຕໍ່ຄວາມຊົ່ວຮ້າຍຂອງພວກເຂົາ ແລະ ບໍ່ມີໃຜສາມາດປົກປິດການກະທໍາຊົ່ວຮ້າຍຂອງພວກເຂົາ ເພື່ອຫຼີກເວັ້ນການທໍລະມານຈາກການທໍາລາຍໄດ້. ຖ້າຜູ້ຄົນສາມາດເຮັດໜ້າທີ່ຂອງພວກເຂົາເອງໄດ້ຢ່າງແທ້ຈິງ, ນັ້ນກໍໝາຍຄວາມວ່າ ບໍ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ຄວາມໂຊກຮ້າຍກໍຕາມ, ພວກເຂົາແມ່ນພັກດີຕໍ່ພຣະເຈົ້າຕະຫຼອດໄປ ແລະ ບໍ່ໄດ້ສະແຫວງຫາລາງວັນ, ຖ້າຜູ້ຄົນມີຄວາມພັກດີຕໍ່ພຣະເຈົ້າເມື່ອເວລາທີ່ພວກເຂົາເຫັນພອນ ແຕ່ເສຍຄວາມພັກດີເມື່ອພວກເຂົາບໍ່ສາມາດເຫັນພອນໃດໆ ແລະ ໃນທີ່ສຸດ ຖ້າຜູ້ຄົນເຫຼົ່ານີ້ທີ່ຄັ້ງໜຶ່ງເຄີຍຮັບໃຊ້ພຣະເຈົ້າຢ່າງພັກດີຍັງບໍ່ສາມາດເປັນພະຍານຕໍ່ພຣະເຈົ້າ ຫຼື ປະຕິບັດໜ້າທີ່ມອບໝາຍໃຫ້ພວກເຂົາ, ແລ້ວຜູ້ຄົນດັ່ງກ່າວກໍ່ຍັງຈະເປັນເປົ້າໝາຍທີ່ຈະຖືກທຳລາຍ. ສະຫຼຸບແລ້ວ, ຄົນຊົ່ວບໍ່ສາມາດຢູ່ລອດໄດ້ຕະຫຼອດການ ແລະ ພວກເຂົາບໍ່ສາມາດເຂົ້າສູ່ບ່ອນພັກເຊົາໄດ້; ມີພຽງແຕ່ຄົນຊອບທໍາເທົ່ານັ້ນທີ່ຈະເປັນເຈົ້ານາຍຂອງການພັກເຊົາ. ຫຼັງຈາກມະນຸດຊາດຢູ່ບົນເສັ້ນທາງທີ່ຖືກຕ້ອງ, ຜູ້ຄົນກໍຈະມີຊີວິດມະນຸດຢ່າງປົກກະຕິ. ພວກເຂົາທັງໝົດຈະເຮັດໜ້າທີ່ຂອງຕົນເອງ ແລະ ມີຄວາມພັກດີຢ່າງໝັ້ນຄົງຕໍ່ພຣະເຈົ້າ. ພວກເຂົາຈະປະຖິ້ມຄວາມກະບົດ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາທັງໝົດ ແລະ ພວກເຂົາຈະດໍາລົງຊີວິດເພື່ອພຣະເຈົ້າ ແລະ ຍ້ອນພຣະເຈົ້າ, ພວກເຂົາຈະບໍ່ກະບົດ ແລະ ບໍ່ຕໍ່ຕ້ານ. ພວກເຂົາທຸກຄົນຈະສາມາດອ່ອນນ້ອມຕໍ່ພຣະເຈົ້າຢ່າງສົມບູນ. ສິ່ງນີ້ຈະເປັນຊີວິດຂອງພຣະເຈົ້າ ແລະ ມະນຸດ; ມັນຈະເປັນຊີວິດຂອງອານາຈັກ ແລະ ມັນຈະເປັນຊີວິດແຫ່ງການພັກເຊົາ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?