ພຣະເຈົ້າເອງ, ທີ່ເປັນເອກະລັກ VIII

ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ (II)

ພວກເຮົາຈະສືບຕໍ່ສົນທະນາກ່ຽວກັບຫົວຂໍ້ຄັ້ງກ່ອນຂອງພວກເຮົາ. ພວກເຈົ້າສາມາດຈື່ໄດ້ບໍວ່າຫົວຂໍ້ທີ່ພວກເຮົາສົນທະນາກັນຄັ້ງກ່ອນແມ່ນຫຍັງ? (ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ.) ຫົວຂໍ້: “ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ” ນີ້ ແມ່ນຫົວຂໍ້ທີ່ຮູ້ສຶກວ່າຫ່າງໄກຫຼາຍສຳລັບພວກເຈົ້າບໍ? ຫຼື ພວກເຈົ້າມີແນວຄວາມຄິດພໍປະມານກ່ຽວກັບສິ່ງນັ້ນໃນຫົວໃຈຂອງພວກເຈົ້າແລ້ວບໍ? ມີໃຜສາມາດເວົ້າໂດຍຫຍໍ້ກ່ຽວກັບປະເດັນສຳຄັນຂອງການສົນທະນາຄັ້ງກ່ອນຂອງພວກເຮົາທີ່ກ່ຽວກັບຫົວຂໍ້ນີ້ບໍ? (ຜ່ານການເນລະມິດສ້າງສິ່ງທັງປວງຂອງພຣະເຈົ້າ, ຂ້ານ້ອຍໄດ້ເຫັນວ່າ ພຣະອົງບໍາລຸງລ້ຽງທຸກສິ່ງ ແລະ ບໍາລຸງລ້ຽງມະນຸດຊາດ. ໃນອະດີດ, ຂ້ານ້ອຍຄິດຢູ່ສະເໝີວ່າ ເມື່ອພຣະເຈົ້າສະໜອງໃຫ້ແກ່ມະນຸດ, ພຣະອົງໃຫ້ພຣະທຳຂອງພຣະອົງເທົ່ານັ້ນແກ່ຜູ້ຄົນທີ່ຖືກເລືອກຂອງພຣະອົງ; ຂ້ານ້ອຍບໍ່ເຄີຍເຫັນວ່າ ຜ່ານທາງກົດເກນຕ່າງໆທີ່ປົກຄອງສິ່ງທັງປວງ ພຣະເຈົ້າບຳລຸງລ້ຽງມະນຸດຊາດທັງປວງ. ມັນແມ່ນຜ່ານການສື່ສານຂອງພຣະເຈົ້າເຖິງຄວາມຈິງນີ້ເທົ່ານັ້ນ ຂ້ານ້ອຍຈຶ່ງຮູ້ຈັກວ່າ ພຣະອົງເປັນຕົ້ນກຳເນີດຂອງສິ່ງທັງປວງ, ຊີວິດຂອງສິ່ງທັງປວງແມ່ນຖືກສະໜອງໃຫ້ໂດຍພຣະອົງ, ພຣະເຈົ້າຈັດແຈງກົດເກນເຫຼົ່ານີ້ ແລະ ບໍາລຸງລ້ຽງສິ່ງທັງປວງ. ຈາກການເນລະມິດສ້າງສິ່ງທັງປວງຂອງພຣະເຈົ້າ, ຂ້ານ້ອຍໄດ້ເຫັນເຖິງຄວາມຮັກຂອງພຣະອົງ.) ຄັ້ງກ່ອນ, ຫຼັກໆແມ່ນພວກເຮົາສົນທະນາກັນກ່ຽວກັບການເນລະມິດສ້າງສິ່ງທັງປວງຂອງພຣະເຈົ້າ ແລະ ວິທີທີ່ພຣະອົງສ້າງຕັ້ງກົດເກນ ແລະ ຫຼັກການສຳລັບສິ່ງເຫຼົ່ານັ້ນ. ພາຍໃຕ້ກົດເກນດັ່ງກ່າວ ແລະ ຫຼັກການດັ່ງກ່າວ, ທຸກສິ່ງດຳລົງຊີວິດ ແລະ ຕາຍ ແລະ ມີຢູ່ຮ່ວມກັນກັບມະນຸດພາຍໃຕ້ອຳນາດຂອງພຣະເຈົ້າ ແລະ ພາຍໃນສາຍຕາຂອງພຣະເຈົ້າ. ກ່ອນອື່ນ ພວກເຮົາໄດ້ກ່າວກ່ຽວກັບການທີ່ພຣະເຈົ້າເນລະມິດສ້າງສິ່ງທັງປວງ ແລະ ໃຊ້ວິທີການຂອງພຣະອົງເອງ ເພື່ອກຳນົດກົດເກນທີ່ສິ່ງເຫຼົ່ານັ້ນເຕີບໃຫຍ່, ພ້ອມທັງເສັ້ນໂຄຈອນ ແລະ ຮູບແບບໃນການເຕີບໃຫຍ່ຂອງພວກມັນ. ພຣະອົງຍັງກຳນົດວິທີການທີ່ທຸກສິ່ງເອົາຕົວລອດໃນດິນແດນນີ້ ເພື່ອພວກມັນຈະສືບຕໍ່ເຕີບໃຫຍ່ ແລະ ເພີ່ມທະວີ ແລະ ເອົາຕົວລອດໂດຍເພິ່ງພາອາໄສກັນ. ດ້ວຍວິທີການ ແລະ ກົດເກນດັ່ງກ່າວ, ທຸກສິ່ງຈຶ່ງສາມາດມີຢູ່ ແລະ ເຕີບໃຫຍ່ໄດ້ໃນດິນແດນນີ້ຢ່າງງ່າຍດາຍ ແລະ ຢ່າງສະຫງົບສຸກ ແລະ ດ້ວຍສະພາບແວດລ້ອມດັ່ງກ່າວເທົ່ານັ້ນ ມະນຸດຊາດຈຶ່ງມີເຮືອນທີ່ໝັ້ນຄົງ ແລະ ສະຖານະການໝັ້ນຄົງໃຫ້ດຳລົງຊີວິດຢູ່, ກ້າວໄປຂ້າງໜ້າພາຍໃຕ້ການນໍາພາຂອງພຣະເຈົ້າຢູ່ສະເໝີ ໂດຍກ້າວໄປຂ້າງໜ້າຕະຫຼອດໄປ.

ຄັ້ງກ່ອນ, ພວກເຮົາສົນທະນາກັນກ່ຽວກັບແນວຄວາມຄິດເບື້ອງຕົ້ນກ່ຽວກັບການທີ່ພຣະເຈົ້າສະໜອງໃຫ້ແກ່ສິ່ງທັງປວງ: ພຣະເຈົ້າສະໜອງໃຫ້ແກ່ທຸກສິ່ງໃນລັກສະນະນີ້ ເພື່ອວ່າທຸກສິ່ງຈະມີ ແລະ ດຳລົງຢູ່ເພື່ອຜົນປະໂຫຍດຂອງມະນຸດຊາດ. ເວົ້າອີກຢ່າງກໍຄື ສະພາບແວດລ້ອມດັ່ງກ່າວມີຢູ່ ຍ້ອນກົດເກນທີ່ພຣະເຈົ້າໄດ້ກຳນົດ. ເນື່ອງຈາກການຮັກສາ ແລະ ການບໍລິຫານກົດເກນດັ່ງກ່າວຂອງພຣະເຈົ້າເທົ່ານັ້ນ, ມະນຸດຊາດຈຶ່ງມີສະພາບແວດລ້ອມການດຳລົງຊີວິດໃນປັດຈຸບັນ. ມັນຄືການປ່ຽນແປງຄັ້ງຍິ່ງໃຫຍ່ລະຫວ່າງສິ່ງທີ່ພວກເຮົາສົນທະນາກັນຄັ້ງກ່ອນ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າທີ່ພວກເຮົາກ່າວເຖິງໃນອະດີດ. ແມ່ນຫຍັງຄືເຫດຜົນສຳລັບການມີຢູ່ຂອງການປ່ຽນແປງນັ້ນ? ມັນກໍຄື ເມື່ອພວກເຮົາລົມກັນກ່ຽວກັບການຮູ້ຈັກພຣະເຈົ້າໃນອະດີດ, ພວກເຮົາແມ່ນລົມກັນພາຍໃນຂອບເຂດທີ່ພຣະເຈົ້າຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ຄຸ້ມຄອງພວກເຂົາ ນັ້ນກໍຄື ຄວາມລອດພົ້ນ ແລະ ການຄຸ້ມຄອງຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ ແລະ ພາຍໃນຂອບເຂດນັ້ນ ພວກເຮົາໄດ້ເວົ້າເຖິງການຮູ້ຈັກພຣະເຈົ້າ, ການກະທຳຂອງພຣະເຈົ້າ, ອຸປະນິໄສຂອງພຣະອົງ, ສິ່ງທີ່ພຣະອົງມີ ແລະ ເປັນ, ຄວາມປະສົງຂອງພຣະອົງ ແລະ ວິທີທີ່ພຣະອົງສະໜອງໃຫ້ແກ່ມະນຸດດ້ວຍຄວາມຈິງ ແລະ ດ້ວຍຊີວິດ. ແຕ່ຄັ້ງກ່ອນ ຫົວຂໍ້ທີ່ພວກເຮົາເລີ່ມຕົ້ນແມ່ນບໍ່ໄດ້ຈຳກັດແຕ່ໃນເນື້ອຫາຂອງພຣະຄຳພີ ແລະ ໃນຂອບເຂດຂອງການທີ່ພຣະເຈົ້າຊ່ວຍຜູ້ຄົນທີ່ຖືກເລືອກຂອງພຣະອົງໃຫ້ລອດພົ້ນ. ກົງກັນຂ້າມ ຫົວຂໍ້ດັ່ງກ່າວໄດ້ຂະຫຍາຍໄປເກີນຂອບເຂດນີ້, ອອກຈາກຂອບເຂດຈຳກັດຂອງພຣະຄຳພີ ແລະ ສາມຂັ້ນຕອນຂອງພາລະກິດທີ່ພຣະອົງໄດ້ປະຕິບັດໃນຜູ້ຄົນທີ່ຖືກເລືອກຂອງພຣະອົງ ໂດຍສົນທະນາເຖິງພຣະເຈົ້າເອງແທນ. ສະນັ້ນ ເມື່ອເຈົ້າໄດ້ຍິນພາກສ່ວນນີ້ຂອງການສົນທະນາຂອງເຮົາ, ເຈົ້າຕ້ອງບໍ່ຈຳກັດຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າແຕ່ໃນພຣະຄຳພີ ແລະ ສາມຂັ້ນຕອນຂອງພາລະກິດຂອງພຣະອົງ. ກົງກັນຂ້າມ ເຈົ້າຕ້ອງເປີດກວ້າງທັດສະນະຂອງເຈົ້າ; ເຈົ້າຕ້ອງເຫັນການກະທຳຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນພາຍໃນສິ່ງທັງປວງ ແລະ ວິທີການທີ່ພຣະອົງສັ່ງການ ແລະ ຄຸ້ມຄອງສິ່ງທັງປວງ. ຜ່ານທາງວິທີການນີ້ ແລະ ບົນພື້ນຖານນີ້, ເຈົ້າຈຶ່ງຈະສາມາດເຫັນເຖິງວິທີທີ່ພຣະເຈົ້າສະໜອງໃຫ້ແກ່ສິ່ງທັງປວງ ເຊິ່ງເຮັດໃຫ້ມະນຸດຊາດສາມາດເຂົ້າໃຈວ່າ ພຣະເຈົ້າເປັນຕົ້ນກຳເນີດຂອງຊີວິດສຳລັບສິ່ງທັງປວງຢ່າງແທ້ຈິງ ເຊິ່ງໃນຄວາມເປັນຈິງແລ້ວ ນີ້ແມ່ນຕົວຕົນທີ່ແທ້ຈິງຂອງພຣະເຈົ້າເອງ. ນັ້ນໝາຍຄວາມວ່າ ຕົວຕົນ, ສະຖານະ ແລະ ສິດອຳນາດຂອງພຣະເຈົ້າ, ທຸກສິ່ງຂອງພຣະອົງ ບໍ່ໄດ້ມີໄວ້ສຳລັບຄົນທີ່ຕິດຕາມພຣະອົງໃນປັດຈຸບັນເທົ່ານັ້ນ, ບໍ່ແມ່ນສຳລັບພວກເຈົ້າ ເຊິ່ງເປັນຄົນກຸ່ມນີ້, ແຕ່ມີໄວ້ສຳລັບສິ່ງທັງປວງ. ສະນັ້ນ ຂອບເຂດຂອງສິ່ງທັງປວງຈຶ່ງກວ້າງຂວາງຫຼາຍ. ເຮົາໃຊ້ຄຳວ່າ “ສິ່ງທັງປວງ” ເພື່ອອະທິບາຍເຖິງຂອບເຂດຂອງການປົກຄອງຂອງພຣະເຈົ້າເໜືອທຸກສິ່ງ ຍ້ອນເຮົາຕ້ອງການບອກພວກເຈົ້າວ່າ ສິ່ງຕ່າງໆທີ່ພຣະເຈົ້າສັ່ງການບໍ່ແມ່ນພຽງສິ່ງທີ່ພວກເຈົ້າສາມາດເຫັນດ້ວຍຕາຂອງພວກເຈົ້າເອງເທົ່ານັ້ນ, ພວກມັນບໍ່ໄດ້ລວມເຖິງແຕ່ໂລກທີ່ສາມາດຈັບຕ້ອງໄດ້ ເຊິ່ງທຸກຄົນສາມາດເຫັນ, ແຕ່ຍັງເປັນອີກໂລກທີ່ຢູ່ນອກເໜືອໂລກທີ່ສາມາດຈັບຕ້ອງໄດ້ ທີ່ຕາມະນຸດບໍ່ສາມາດເຫັນ ແລະ ນອກເໜືອກວ່ານັ້ນອີກແມ່ນດາວເຄາະ ແລະ ອາວະກາດຂ້າງນອກ ບ່ອນທີ່ມະນຸດຊາດບໍ່ສາມາດອາໄສໄດ້. ນັ້ນແມ່ນຂອບເຂດອຳນາດຂອງພຣະເຈົ້າເໜືອສິ່ງທັງປວງ. ຂອບເຂດອຳນາດຂອງພຣະອົງແມ່ນກວ້າງໃຫຍ່ຫຼາຍ; ສຳລັບສ່ວນຂອງພວກເຈົ້າ, ພວກເຈົ້າແຕ່ລະຄົນຈຳເປັນ ແລະ ຕ້ອງເຂົ້າໃຈ, ເຫັນ ແລະ ມີຄວາມຊັດເຈນກ່ຽວກັບສິ່ງທີ່ພວກເຈົ້າຄວນເຂົ້າໃຈ, ສິ່ງທີ່ພວກເຈົ້າຄວນເຫັນ ແລະ ສິ່ງຕ່າງໆທີ່ພວກເຈົ້າຄວນຮູ້. ເຖິງແມ່ນຂອບເຂດຂອງຄຳວ່າ “ສິ່ງທັງປວງ” ແມ່ນກວ້າງຂວາງຫຼາຍກໍຈິງ, ເຮົາຈະບໍ່ບອກພວກເຈົ້າກ່ຽວກັບສິ່ງຕ່າງໆທີ່ຢູ່ພາຍໃນຂອບເຂດນັ້ນ ເຊິ່ງພວກເຈົ້າບໍ່ມີທາງເຫັນ ຫຼື ພວກເຈົ້າບໍ່ສາມາດພົບພໍ້ໄດ້ດ້ວຍຕົນເອງ. ເຮົາຈະພຽງແຕ່ບອກພວກເຈົ້າກ່ຽວກັບສິ່ງຕ່າງໆທີ່ຢູ່ພາຍໃນຂອບເຂດນັ້ນ ເຊິ່ງມະນຸດສາມາດພົບພໍ້, ເຂົ້າໃຈ ແລະ ຢັ່ງເຖິງ, ເພື່ອວ່າທຸກຄົນຈະສາມາດຮູ້ຈັກເຖິງຄວາມໝາຍທີ່ແທ້ຈິງຂອງວະລີທີ່ວ່າ “ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ”. ໃນລັກສະນະນີ້ ບໍ່ມີພຣະທຳໃດໃນການສົນທະນາຂອງເຮົາຕໍ່ພວກເຈົ້າຈະວ່າງເປົ່າ.

ຄັ້ງກ່ອນ ພວກເຮົາໃຊ້ວິທີການເລົ່າເລື່ອງເພື່ອໃຫ້ພາບລວມທົ່ວໄປກ່ຽວກັບຫົວຂໍ້: “ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ”, ເພື່ອວ່າຜູ້ຄົນຈະສາມາດຮັບເອົາຄວາມເຂົ້າໃຈພື້ນຖານກ່ຽວກັບວິທີທີ່ພຣະເຈົ້າສະໜອງໃຫ້ແກ່ສິ່ງທັງປວງ. ແມ່ນຫຍັງຄືຈຸດປະສົງຂອງການສັ່ງສອນແນວຄວາມຄິດພື້ນຖານນີ້ໃຫ້ແກ່ພວກເຈົ້າ? ມັນແມ່ນເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈວ່າ ພາລະກິດຂອງພຣະເຈົ້າໄປໄກເກີນກວ່າພຣະຄຳພີ ແລະ ຂັ້ນຕອນສາມຢ່າງຂອງພາລະກິດຂອງພຣະອົງ. ພຣະອົງກຳລັງປະຕິບັດພາລະກິດຫຼາຍຂຶ້ນ ເຊິ່ງມະນຸດບໍ່ສາມາດເຫັນໄດ້ ແລະ ພວກເຂົາບໍ່ສາມາດພົບພໍ້ໄດ້ ເຊິ່ງເປັນພາລະກິດທີ່ພຣະອົງດູແລເປັນການສ່ວນຕົວ. ຖ້າພຣະເຈົ້າປະຕິບັດພາລະກິດແຕ່ໃນການຄຸ້ມຄອງ ແລະ ການນໍາພາຜູ້ຄົນທີ່ຖືກເລືອກຂອງພຣະອົງໄປຂ້າງໜ້າເທົ່ານັ້ນ ແລະ ບໍ່ມີສ່ວນຮ່ວມໃນພາລະກິດອື່ນໆ, ແລ້ວມັນກໍຈະຍາກທີ່ມະນຸດຊາດນີ້ ລວມເຖິງພວກເຈົ້າທຸກຄົນ ຈະສືບຕໍ່ກ້າວໄປຂ້າງໜ້າ. ມະນຸດຊາດນີ້ ແລະ ໂລກນີ້ຈະບໍ່ສາມາດສືບຕໍ່ພັດທະນາໄດ້. ສິ່ງທີ່ນອນໃນທີ່ນີ້ກໍຄືຄວາມສຳຄັນຂອງວະລີ “ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ” ເຊິ່ງເປັນຫົວຂໍ້ຂອງການສົນທະນາທີ່ເຮົາຈະມີກັບພວກເຈົ້າໃນມື້ນີ້.

ສະພາບແວດລ້ອມພື້ນຖານສຳລັບຊີວິດທີ່ພຣະເຈົ້າທີ່ໄດ້ເນລະມິດສ້າງໄວ້ສຳລັບມະນຸດຊາດ

ພວກເຮົາໄດ້ສົນທະນາກັນຫຼາຍຫົວຂໍ້ ແລະ ເນື້ອຫາຫຼາຍຢ່າງທີ່ກ່ຽວຂ້ອງກັບພຣະທຳທີ່ວ່າ “ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ”, ແຕ່ພວກເຈົ້າຮູ້ໃນຫົວໃຈຂອງພວກເຈົ້າບໍວ່າ ພຣະເຈົ້າປະທານຫຍັງໃຫ້ແກ່ມະນຸດຊາດ ນອກຈາກການສະໜອງພຣະທຳຂອງພຣະອົງໃຫ້ແກ່ພວກເຈົ້າ ແລະ ປະຕິບັດພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງໃນພວກເຈົ້າ? ບາງຄົນອາດເວົ້າວ່າ “ພຣະເຈົ້າປະທານຄວາມກະລຸນາ ແລະ ພອນໃຫ້ແກ່ຂ້ານ້ອຍ; ພຣະອົງມອບວິໄນ ແລະ ຄວາມສະບາຍໃຈໃຫ້ແກ່ຂ້ານ້ອຍ ແລະ ພຣະອົງມອບການດູແລ ແລະ ການປົກປ້ອງໃນທຸກທາງທີ່ເປັນໄປໄດ້”. ຄົນອື່ນຈະເວົ້າວ່າ “ພຣະເຈົ້າປະທານອາຫານ ແລະ ເຄື່ອງດື່ມໃຫ້ແກ່ຂ້ານ້ອຍໃນແຕ່ລະມື້”, ໃນຂະນະທີ່ບາງຄົນຈະເຖິງກັບເວົ້າວ່າ “ພຣະເຈົ້າໄດ້ປະທານທຸກສິ່ງໃຫ້ແກ່ຂ້ານ້ອຍ”. ພວກເຈົ້າອາດຕອບໂຕ້ຕໍ່ບັນຫາເຫຼົ່ານັ້ນທີ່ຜູ້ຄົນຜະເຊີນໃນຊີວິດປະຈຳວັນຂອງພວກເຂົາດ້ວຍວິທີທີ່ກ່ຽວຂ້ອງກັບຂອບເຂດຂອງປະສົບການຊີວິດຝ່າຍເນື້ອໜັງຂອງພວກເຈົ້າເອງ. ພຣະເຈົ້າປະທານຫຼາຍສິ່ງໃຫ້ແກ່ແຕ່ລະຄົນ, ເຖິງແມ່ນສິ່ງທີ່ພວກເຮົາກຳລັງສົນທະນາໃນນີ້ແມ່ນຈຳກັດແຕ່ພຽງຂອບເຂດຄວາມຕ້ອງການປະຈຳວັນຂອງຜູ້ຄົນ, ແຕ່ມັນກໍມີຈຸດປະສົງເພື່ອຂະຫຍາຍຂອບເຂດມຸມມອງຂອງຄົນ ແລະ ເຮັດໃຫ້ເຈົ້າເຫັນສິ່ງຕ່າງໆຈາກທັດສະນະມະຫາພາກ. ເມື່ອພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ, ແລ້ວພຣະອົງຮັກສາຊີວິດຂອງສິ່ງທັງປວງໄດ້ແນວໃດ? ເວົ້າອີກຢ່າງກໍຄື ພຣະເຈົ້າມອບຫຍັງໃຫ້ແກ່ສິ່ງທັງປວງໃນການຊົງສ້າງຂອງພຣະອົງເພື່ອຮັກສາການເປັນຢູ່ຂອງພວກມັນ ແລະ ກົດເກນທີ່ສະໜັບສະໜູນມັນ ເພື່ອວ່າພວກມັນຈະສືບຕໍ່ມີຢູ່? ນັ້ນແມ່ນປະເດັນຫຼັກຂອງການສົນທະນາຂອງພວກເຮົາໃນມື້ນີ້. ພວກເຈົ້າເຂົ້າໃຈສິ່ງທີ່ເຮົາໄດ້ເວົ້າບໍ? ຫົວຂໍ້ນີ້ອາດເປັນສິ່ງທີ່ພວກເຈົ້າບໍ່ຄຸ້ນເຄີຍຫຼາຍ ແຕ່ເຮົາຈະບໍ່ເວົ້າກ່ຽວກັບທິດສະດີທີ່ເລິກເຊິ່ງເກີນໄປ. ເຮົາຈະພະຍາຍາມເຮັດໃຫ້ແນ່ໃຈວ່າພວກເຈົ້າຈະສາມາດຟັງພຣະທຳຂອງເຮົາ ແລະ ໄດ້ຮັບຄວາມເຂົ້າໃຈຈາກສິ່ງເຫຼົ່ານັ້ນ. ພວກເຈົ້າບໍ່ຈຳເປັນຕ້ອງຮູ້ສຶກເຖິງພາລະໃດໜຶ່ງ, ສິ່ງທີ່ພວກເຈົ້າຕ້ອງເຮັດມີພຽງແຕ່ຟັງຢ່າງລະມັດລະວັງ. ເຖິງຢ່າງໃດກໍຕາມ ໃນຈຸດນີ້ ເຮົາຕ້ອງເນັ້ນຢໍ້າອີກຄັ້ງວ່າ: ແມ່ນຫຍັງຄືຫົວຂໍ້ທີ່ເຮົາກຳລັງເວົ້າເຖິງ? ຈົ່ງບອກເຮົາເບິ່ງ. (ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ.) ແລ້ວພຣະເຈົ້າສະໜອງໃຫ້ແກ່ສິ່ງທັງປວງແນວໃດ? ພຣະເຈົ້າສະໜອງຫຍັງໃຫ້ແກ່ສິ່ງທັງປວງ ເພື່ອມັນຈະສາມາດເວົ້າໄດ້ວ່າ “ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ”? ພວກເຈົ້າມີແນວຄິດ ຫຼື ຄວາມຄິດກ່ຽວກັບສິ່ງນີ້ບໍ? ມັນເບິ່ງຄືກັບວ່າເຮົາກຳລັງສົນທະນາກັນໃນຫົວຂໍ້ທີ່ພວກເຈົ້າເກືອບບໍ່ຮູ້ຈັກເລີຍໃນຫົວໃຈຂອງພວກເຈົ້າ ແລະ ຄວາມຄິດຂອງພວກເຈົ້າ. ແຕ່ເຮົາຫວັງວ່າພວກເຈົ້າຈະສາມາດເຊື່ອມໂຍງຫົວຂໍ້ນີ້ ແລະ ສິ່ງທີ່ເຮົາຈະເວົ້າ ໃສ່ການກະທຳຂອງພຣະເຈົ້າ, ແທນທີ່ຈະໃສ່ຄວາມຮູ້, ວັດທະນະທຳມະນຸດ ຫຼື ການຄົ້ນຄວ້າໃດໜຶ່ງ. ເຮົາກຳລັງເວົ້າກ່ຽວກັບພຣະເຈົ້າ, ກ່ຽວກັບພຣະເຈົ້າເອງ. ນີ້ຄືການສະເໜີຂອງເຮົາຕໍ່ພວກເຈົ້າ. ເຮົາໝັ້ນໃຈວ່າພວກເຈົ້າຄົງເຂົ້າໃຈ, ແມ່ນບໍ?

ພຣະເຈົ້າໄດ້ປະທານຫຼາຍສິ່ງໃຫ້ແກ່ມະນຸດຊາດ. ເຮົາຈະເລີ່ມຕົ້ນໂດຍເວົ້າກ່ຽວກັບສິ່ງທີ່ຜູ້ຄົນສາມາດເຫັນໄດ້ ເຊິ່ງນັ້ນກໍຄື ສິ່ງທີ່ພວກເຂົາສາມາດຮູ້ສຶກໄດ້. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ຄົນສາມາດຍອມຮັບ ແລະ ເຂົ້າໃຈໄດ້ໃນຫົວໃຈຂອງພວກເຂົາ. ສະນັ້ນ ກ່ອນອື່ນ ໃຫ້ພວກເຮົາເລີ່ມຕົ້ນໂດຍການເວົ້າກ່ຽວກັບສິ່ງທີ່ພຣະເຈົ້າສະໜອງໃຫ້ແກ່ມະນຸດຊາດ ໂດຍສົນທະນາເຖິງໂລກທີ່ສາມາດຈັບຕ້ອງໄດ້.

ກ. ອາກາດ

ຢ່າງທຳອິດ ພຣະເຈົ້າເນລະມິດສ້າງອາກາດ ເພື່ອວ່າມະນຸດຈະໄດ້ຫາຍໃຈ. ອາກາດແມ່ນວັດຖຸທາດທີ່ມະນຸດສາມາດພົບພໍ້ໃນປະຈຳວັນບໍ ແລະ ມັນແມ່ນສິ່ງທີ່ມະນຸດເພິ່ງພາຄັ້ງແລ້ວຄັ້ງເລົ່າ ແມ່ນແຕ່ໃນຂະນະທີ່ພວກເຂົານອນຫຼັບ. ອາກາດທີ່ພຣະເຈົ້າເນລະມິດສ້າງແມ່ນສຳຄັນຢ່າງຫຼວງຫຼາຍສຳລັບມະນຸດຊາດ: ມັນຈຳເປັນຕໍ່ທຸກລົມຫາຍໃຈຂອງພວກເຂົາ ແລະ ຕໍ່ຊີວິດເອງ. ວັດຖຸທາດນີ້ ທີ່ສາມາດຮູ້ສຶກໄດ້ ແຕ່ບໍ່ສາມາດເຫັນໄດ້ ແມ່ນຂອງຂວັນທຳອິດຂອງພຣະເຈົ້າສຳລັບສິ່ງທັງປວງໃນການເນລະມິດສ້າງຂອງພຣະອົງ. ແຕ່ຫຼັງຈາກທີ່ໄດ້ເນລະມິດສ້າງອາກາດ, ພຣະເຈົ້າໄດ້ຢຸດບໍ ຍ້ອນພິຈາລະນາວ່າພາລະກິດຂອງພຣະອົງສຳເລັດແລ້ວ? ຫຼື ພຣະອົງໄດ້ພິຈາລະນາຢູ່ບໍວ່າ ອາກາດຈະໜາແໜ້ນສໍ່າໃດ? ພຣະອົງໄດ້ພິຈາລະນາຢູ່ບໍວ່າອາກາດຈະປະກອບມີຫຍັງແດ່? ພຣະເຈົ້າກຳລັງຄິດຫຍັງ ເມື່ອພຣະອົງສ້າງອາກາດ? ເປັນຫຍັງພຣະເຈົ້າຈຶ່ງສ້າງອາກາດ ແລະ ແມ່ນຫຍັງຄືເຫດຜົນຂອງພຣະອົງ? ມະນຸດຕ້ອງການອາກາດ, ພວກເຂົາຈຳເປັນຕ້ອງຫາຍໃຈ. ກ່ອນອື່ນ ຄວາມໜາແໜ້ນຂອງອາກາດຕ້ອງເໝາະສົມສຳລັບປອດຂອງມະນຸດ. ມີຜູ້ໃດຮູ້ຈັກຄວາມໜາແໜ້ນຂອງອາກາດບໍ? ໃນຄວາມເປັນຈິງແລ້ວ ມັນບໍ່ໄດ້ຈຳເປັນທີ່ຜູ້ຄົນຈະຮູ້ຈັກຄຳຕອບສຳລັບຄຳຖາມນີ້ ໂດຍສະເພາະໃນເລື່ອງຂອງຕົວເລກ ແລະ ຂໍ້ມູນ ແລະ ແນ່ນອນຢູ່ແລ້ວທີ່ມັນຂ້ອນຂ້າງບໍ່ຈຳເປັນທີ່ຈະຮູ້ຈັກຄຳຕອບ, ມັນພຽງພໍແລ້ວແທ້ໆທີ່ຈະມີແນວຄິດທົ່ວໄປເທົ່ານັ້ນ. ພຣະເຈົ້າສ້າງອາກາດດ້ວຍຄວາມໜາແໜ້ນທີ່ຈະເໝາະສົມທີ່ສຸດໃຫ້ປອດຂອງມະນຸດໄດ້ຫາຍໃຈ. ນັ້ນກໍຄື ພຣະອົງສ້າງອາກາດ ເພື່ອວ່າມັນພ້ອມທີ່ຈະເຂົ້າສູ່ຮ່າງກາຍຂອງມະນຸດຜ່ານທາງລົມຫາຍໃຈຂອງພວກເຂົາ ແລະ ເພື່ອວ່າມັນຈະບໍ່ທຳຮ້າຍຮ່າງກາຍໃນຂະນະທີ່ຫາຍໃຈ. ສິ່ງເຫຼົ່ານີ້ແມ່ນການຄິດພິຈາລະນາຂອງພຣະເຈົ້າ ເມື່ອພຣະອົງສ້າງອາກາດ. ຕໍ່ມາ, ພວກເຮົາຈະລົມກັນກ່ຽວກັບສິ່ງທີ່ອາກາດປະກອບມີ. ສ່ວນປະກອບຂອງມັນບໍ່ເປັນພິດຕໍ່ມະນຸດ ແລະ ຈະບໍ່ທຳລາຍປອດ ຫຼື ສ່ວນໃດໜຶ່ງຂອງຮ່າງກາຍ. ພຣະເຈົ້າຕ້ອງພິຈາລະນາທຸກສິ່ງນີ້. ພຣະເຈົ້າຕ້ອງພິຈາລະນາວ່າ ອາກາດທີ່ມະນຸດຫາຍໃຈຄວນເຂົ້າ ແລະ ອອກຈາກຮ່າງກາຍຢ່າງສະດວກ ແລະ ຫຼັງຈາກທີ່ຫາຍໃຈເຂົ້າແລ້ວ, ທຳມະຊາດ ແລະ ປະລິມານຂອງວັດຖຸທາດທີ່ຢູ່ພາຍໃນອາກາດກໍຄວນມີຢູ່ໃນລະດັບທີ່ເລືອດ ພ້ອມທັງອາກາດເສດເຫຼືອໃນປອດ ແລະ ຮ່າງກາຍໂດຍລວມ ຈະຖືກເຜົາຜານຢ່າງຖືກຕ້ອງ. ຍິ່ງໄປກວ່ານັ້ນ, ພຣະອົງຕ້ອງພິຈາລະນາວ່າ ອາກາດບໍ່ຄວນມີສານໃດໜຶ່ງທີ່ເປັນພິດ. ເປົ້າໝາຍຂອງເຮົາໃນການບອກພວກເຈົ້າກ່ຽວກັບມາດຕະຖານສອງຢ່າງນີ້ສຳລັບອາກາດບໍ່ແມ່ນເພື່ອປ້ອນຄວາມຮູ້ທີ່ສະເພາະໃດໜຶ່ງໃຫ້ແກ່ພວກເຈົ້າ, ແຕ່ເພື່ອສະແດງແກ່ພວກເຈົ້າວ່າ ພຣະເຈົ້າໄດ້ເນລະມິດສ້າງທຸກໆສິ່ງພາຍໃນການເນລະມິດສ້າງຂອງພຣະອົງຕາມການພິຈາລະນາຂອງພຣະອົງເອງ ແລະ ທຸກສິ່ງທີ່ພຣະອົງສ້າງແມ່ນສິ່ງທີ່ດີທີ່ສຸດທີ່ສາມາດເປັນໄດ້. ຍິ່ງໄປກວ່ານັ້ນ ສຳລັບຈຳນວນຂີ້ຝຸ່ນທີ່ຢູ່ໃນອາກາດ; ແລະ ຈຳນວນຂີ້ຝຸ່ນ, ດິນຊາຍ ແລະ ຂີ້ດິນທີ່ຢູ່ເທິງແຜ່ນດິນໂລກ; ພ້ອມທັງຈຳນວນຂີ້ຝຸ່ນທີ່ປິວຈາກທ້ອງຟ້າລົງສູ່ແຜ່ນດິນໂລກ, ພຣະເຈົ້າມີວິທີການຂອງພຣະອົງໃນການຄຸ້ມຄອງສິ່ງເຫຼົ່ານີ້ເຊັ່ນກັນ ເຊິ່ງເປັນວິທີການກຳຈັດ ຫຼື ເຮັດໃຫ້ພວກມັນແຕກສະຫຼາຍ. ໃນຂະນະທີ່ມີປະລິມານຂີ້ຝຸ່ນໃນລະດັບໃດໜຶ່ງ, ພຣະເຈົ້າກໍເຮັດບໍ່ໃຫ້ຂີ້ຝຸ່ນທຳຮ້າຍຮ່າງກາຍຂອງມະນຸດ ແລະ ເປັນອັນຕະລາຍຕໍ່ການຫາຍໃຈຂອງມະນຸດ ແລະ ພຣະອົງສ້າງຝຸ່ນລະອອງໃຫ້ຢູ່ໃນຂະໜາດທີ່ຈະບໍ່ເປັນອັນຕະລາຍຕໍ່ຮ່າງກາຍ. ການເນລະມິດສ້າງອາກາດຂອງພຣະເຈົ້າບໍ່ແມ່ນຄວາມລຶກລັບບໍ? ມັນເປັນສິ່ງງ່າຍດາຍ ຄືກັບການເປົ່າອາກາດຫາຍໃຈອອກຈາກປາກຂອງພຣະອົງບໍ? (ບໍ່.) ແມ່ນແຕ່ໃນການເນລະມິດສ້າງສິ່ງງ່າຍດາຍທີ່ສຸດຂອງພຣະອົງ, ຄວາມລຶກລັບຂອງພຣະເຈົ້າ, ການເຮັດວຽກຂອງຄວາມຄິດຂອງພຣະອົງ, ວິທີການຄິດຂອງພຣະອົງ ແລະ ສະຕິປັນຍາຂອງພຣະອົງກໍລ້ວນແລ້ວແຕ່ເປັນທີ່ປະຈັກ. ພຣະເຈົ້າບໍ່ແທ້ຈິງບໍ? (ແມ່ນແລ້ວ, ພຣະອົງແທ້ຈິງ.) ຄວາມໝາຍຂອງສິ່ງນີ້ກໍຄື ແມ່ນແຕ່ໃນການເນລະມິດສ້າງສິ່ງທີ່ງ່າຍດາຍ, ພຣະເຈົ້າກໍຄິດເຖິງມະນຸດຊາດ. ກ່ອນອື່ນ ອາກາດທີ່ມະນຸດຫາຍໃຈແມ່ນສະອາດ ແລະ ສ່ວນປະສົມຂອງມັນກໍເໝາະສົມໃຫ້ມະນຸດໄດ້ຫາຍໃຈ, ບໍ່ເປັນພິດ ແລະ ບໍ່ກໍ່ໃຫ້ເກີດອັນຕະລາຍຕໍ່ມະນຸດ; ໃນລັກສະນະດຽວກັນ, ຄວາມໜາແໜ້ນຂອງອາກາດແມ່ນເໝາະສົມສຳລັບການຫາຍໃຈຂອງມະນຸດ. ອາກາດນີ້ ເຊິ່ງມະນຸດຫາຍໃຈເຂົ້າ ແລະ ຫາຍໃຈອອກຢ່າງສະໝໍ່າສະເໝີ ແມ່ນຈຳເປັນຕໍ່ຮ່າງກາຍມະນຸດ ແລະ ເນື້ອໜັງຂອງມະນຸດ. ນີ້ຄືເຫດຜົນທີ່ມະນຸດຫາຍໃຈຢ່າງເປັນອິດສະຫຼະ ໂດຍບໍ່ມີຂໍ້ຈຳກັດ ຫຼື ຄວາມກັງວົນ. ສະນັ້ນ ພວກເຂົາຈຶ່ງສາມາດຫາຍໃຈຢ່າງເປັນປົກກະຕິ. ອາກາດແມ່ນສິ່ງທີ່ພຣະເຈົ້າເນລະມິດສ້າງໃນຕອນຕົ້ນ ແລະ ສິ່ງທີ່ຈຳເປັນຫຼາຍແທ້ໆສຳລັບການຫາຍໃຈຂອງມະນຸດ.

ຂ. ອຸນຫະພູມ

ຢ່າງທີສອງທີ່ພວກເຮົາຈະສົນທະນາກັນແມ່ນອຸນຫະພູມ. ທຸກຄົນຮູ້ວ່າອຸນຫະພູມແມ່ນຫຍັງ. ອຸນຫະພູມແມ່ນສິ່ງທີ່ຈຳເປັນຕໍ່ສະພາບແວດລ້ອມທີ່ເໝາະສົມສຳລັບຄວາມຢູ່ລອດຂອງມະນຸດ. ຖ້າອຸນຫະພູມສູງເກີນໄປ, ຕົວຢ່າງ ລອງສົມມຸດວ່າອຸນຫະພູມສູງກວ່າສີ່ສິບອົງສາແຊນຊີອຸສ, ນີ້ຈະບໍ່ເຮັດໃຫ້ມະນຸດເຫື່ອອອກຫຼາຍບໍ? ມັນຈະບໍ່ເມື່ອຍແຮງຫຼາຍສຳລັບມະນຸດບໍທີ່ຈະດຳລົງຊີວິດໃນສະພາບການດັ່ງກ່າວ? ແລ້ວຖ້າອຸນຫະພູມຕໍ່າເກີນໄປເດ? ສົມມຸດວ່າອຸນຫະພູມຕົກລົງເຖິງຕິດລົບສີ່ສິບອົງສາແຊນຊີອຸສ, ມະນຸດກໍບໍ່ສາມາດທົນຕໍ່ສະພາບການເຫຼົ່ານີ້ໄດ້ເຊັ່ນກັນ. ສະນັ້ນ ພຣະເຈົ້າຈຶ່ງເຄັ່ງຄັດຫຼາຍໃນການກຳນົດຂອບເຂດອຸນຫະພູມ ເຊິ່ງເປັນຂອບເຂດອຸນຫະພູມທີ່ຮ່າງກາຍມະນຸດສາມາດປັບຕົວໄດ້, ເຊິ່ງຕົກຢູ່ໃນລະດັບບໍ່ຫຼາຍກໍໜ້ອຍລະຫວ່າງຕິດລົບສາມສິບອົງສາແຊນຊີອຸສ ແລະ ສີ່ສິບອົງສາແຊນຊີອຸສ. ອຸນຫະພູມໃນດິນຈາກພາກເໜືອຫາພາກໃຕ້ກໍຈຳເປັນຕ້ອງຕົກຢູ່ພາຍໃນຂອບເຂດນີ້. ໃນເຂດທີ່ໜາວຫຼາຍແທ້ໆ, ອຸນຫະພູມສາມາດຕົກລົງເຖິງປະມານຕິດລົບຫ້າສິບ ຫຼື ຫົກສິບອົງສາແຊນຊີອຸສ. ພຣະເຈົ້າຈະບໍ່ໃຫ້ມະນຸດດຳລົງຊີວິດໃນເຂດດັ່ງກ່າວ. ແລ້ວເປັນຫຍັງເຂດທີ່ເຢືອກເຢັນເຫຼົ່ານີ້ຈຶ່ງມີຢູ່? ພຣະເຈົ້າມີສະຕິປັນຍາຂອງພຣະອົງເອງ ແລະ ພຣະອົງມີເຈດຕະນາຂອງພຣະອົງເອງສຳລັບສິ່ງນີ້. ພຣະອົງຈະບໍ່ໃຫ້ເຈົ້າໄປໃກ້ສະຖານທີ່ເຫຼົ່ານັ້ນ. ສະຖານທີ່ໆຮ້ອນເກີນໄປ ແລະ ໜາວເກີນໄປແມ່ນຖືກປົກປ້ອງໂດຍພຣະເຈົ້າ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ໄດ້ວາງແຜນໃຫ້ມະນຸດດຳລົງຊີວິດໃນທີ່ນັ້ນ. ສະຖານທີ່ເຫຼົ່ານີ້ບໍ່ແມ່ນສຳລັບມະນຸດຊາດ. ແຕ່ເປັນຫຍັງພຣະເຈົ້າຈຶ່ງເຮັດໃຫ້ສະຖານທີ່ດັ່ງກ່າວມີຢູ່ເທິງແຜ່ນດິນໂລກ? ຖ້າສະຖານທີ່ເຫຼົ່ານີ້ເປັນບ່ອນທີ່ພຣະເຈົ້າບໍ່ໃຫ້ມະນຸດໄດ້ອາໄສຢູ່ ຫຼື ແມ່ນແຕ່ຢູ່ລອດໄດ້, ແລ້ວເປັນຫຍັງພຣະເຈົ້າຈຶ່ງສ້າງພວກມັນ? ມີສະຕິປັນຍາຂອງພຣະເຈົ້ານອນຢູ່ໃນທີ່ນີ້. ນັ້ນກໍຄື ພຣະເຈົ້າປັບຂອບເຂດອຸນຫະພູມຂອງສະພາບແວດລ້ອມໃຫ້ເໝາະສົມເຊິ່ງມະນຸດຢູ່ລອດໄດ້. ຍັງມີກົດເກນທຳມະຊາດທີ່ຖືກນໍາໃຊ້ທີ່ນີ້. ພຣະເຈົ້າເນລະມິດສ້າງສິ່ງໃດໜຶ່ງເພື່ອຮັກສາ ແລະ ຄວບຄຸມອຸນຫະພູມ. ພວກມັນແມ່ນຫຍັງ? ຢ່າງທຳອິດ ດວງຕາເວັນສາມາດນໍາຄວາມອົບອຸ່ນມາເຖິງຜູ້ຄົນ, ແຕ່ຜູ້ຄົນສາມາດອົດທົນຕໍ່ຄວາມອົບອຸ່ນນີ້ບໍ ເມື່ອມັນມີຫຼາຍເກີນໄປ? ມີຜູ້ໃດທີ່ກ້າເຂົ້າໃກ້ດວງຕາເວັນບໍ? ມີເຄື່ອງມືທາງວິທະຍາສາດໃດເທິງແຜ່ນດິນໂລກທີ່ສາມາດເຂົ້າໃກ້ດວງຕາເວັນບໍ? (ບໍ່ມີ.) ເປັນຫຍັງຈຶ່ງບໍ່ມີ? ດວງຕາເວັນຮ້ອນເກີນໄປ. ສິ່ງໃດກໍຕາມທີ່ເຂົ້າໃກ້ດວງຕາເວັນເກີນໄປແມ່ນຈະລະລາຍ. ສະນັ້ນ ພຣະເຈົ້າຈະປະຕິບັດພາລະກິດໂດຍສະເພາະເພື່ອກຳນົດລວງສູງຂອງດວງຕາເວັນທີ່ຢູ່ເໜືອມະນຸດຊາດ ແລະ ໄລຍະຫ່າງຂອງມັນຈາກເຂົາຕາມການຄຳນວນຢ່າງຖີ່ຖ້ວນຂອງພຣະອົງ ແລະ ດ້ວຍມາດຕະຖານຂອງພຣະອົງ. ແລ້ວມີຂົ້ວໂລກສອງແຫ່ງ ກໍຄືໃຕ້ ແລະ ເໜືອ. ເຂດເຫຼົ່ານີ້ແມ່ນເຢຶອກເຢັນ ແລະ ໜາວຫຼາຍແທ້ໆ. ມະນຸດຊາດສາມາດດຳລົງຊີວິດໃນເຂດທີ່ໜາວຫຼາຍແທ້ໆບໍ? ສະຖານທີ່ດັ່ງກ່າວເໝາະສົມແກ່ຄວາມຢູ່ລອດຂອງມະນຸດບໍ? ບໍ່, ຜູ້ຄົນບໍ່ໄປສະຖານທີ່ເຫຼົ່ານີ້. ຍ້ອນຜູ້ຄົນບໍ່ໄປຂົ້ວໂລກເໜືອ ແລະ ໃຕ້, ແມ່ນໍ້າໆກ້ອນຂອງພວກມັນຈຶ່ງຖືກຮັກສາ ແລະ ສາມາດເຮັດໜ້າທີ່ຕາມຈຸດປະສົງຂອງພວກມັນ ເຊິ່ງເປັນການຄວບຄຸມອຸນຫະພູມ. ເຈົ້າເຂົ້າໃຈແລ້ວບໍ? ຖ້າບໍ່ມີຂົ້ວໂລກໃຕ້ ແລະ ບໍ່ມີຂົ້ວໂລກເໜືອ, ແລ້ວຄວາມຮ້ອນຢ່າງຕໍ່ເນື່ອງຂອງດວງຕາເວັນຈະເຮັດໃຫ້ຜູ້ຄົນເທິງແຜ່ນດິນໂລກດັບສະຫຼາຍ. ແຕ່ພຣະເຈົ້າຮັກສາອຸນຫະພູມພາຍໃນຂອບເຂດທີ່ເໝາະສົມສຳລັບຄວາມຢູ່ລອດຂອງມະນຸດຜ່ານທາງສອງສິ່ງເຫຼົ່ານີ້ເທົ່ານັ້ນບໍ? ບໍ່. ຍັງມີສິ່ງມີຊີວິດທຸກຮູບແບບ ເຊັ່ນ: ຫຍ້າໃນທົ່ງນາ, ຕົ້ນໄມ້ຫຼາກຫຼາຍປະເພດ ແລະ ພືດທຸກປະເພດໃນປ່າໄມ້ທີ່ຊຶມຊັບຄວາມຮ້ອນຂອງດວງຕາເວັນ ແລະ ເມື່ອເຮັດແບບນັ້ນກໍລົບລ້າງພະລັງງານຄວາມຮ້ອນຂອງດວງຕາເວັນ ແລະ ໃນລັກສະນະທີ່ຄວບຄຸມອຸນຫະພູມຂອງສະພາບແວດລ້ອມທີ່ມະນຸດຊາດດຳລົງຊີວິດຢູ່. ຍັງມີແຫຼ່ງນໍ້າ ເຊັ່ນແມ່ນໍ້າ ແລະ ທະເລສາບ. ບໍ່ມີຜູ້ໃດສາມາດກໍານົດເນື້ອທີ່ໆແມ່ນໍ້າ ແລະ ທະເລສາບປົກຄຸມ. ບໍ່ມີຜູ້ໃດສາມາດຄວບຄຸມວ່າມີນໍ້າສໍ່າໃດເທິງແຜ່ນດິນໂລກ ຫຼື ນໍ້າຈະໄຫຼໄປໃສ, ທິດທາງການໄຫຼວຽນຂອງມັນ, ປະລິມານຂອງມັນ ຫຼື ຄວາມໄວຂອງມັນ. ມີພຽງແຕ່ພຣະເຈົ້າທີ່ຮູ້. ແຫຼ່ງນໍ້າຕ່າງໆເຫຼົ່ານັ້ນ ຈາກນໍ້າໃຕ້ດິນຫາແມ່ນໍ້າ ແລະ ທະເລສາບທີ່ສາມາດເຫັນໄດ້ເທິງດິນ ແມ່ນສາມາດຄວບຄຸມອຸນຫະພູມຂອງສະພາບແວດລ້ອມທີ່ມະນຸດດຳລົງຊີວິດຢູ່ອີກດ້ວຍ. ນອກຈາກແຫຼ່ງນ້ໍາແລ້ວ, ຍັງມີໂຄງສ້າງດ້ານພູມສາດທຸກປະເພດ ເຊັ່ນພູເຂົາ, ທົ່ງພຽງ, ຮ່ອມພູເລິກ ແລະ ໜອງທີ່ລ້ວນແລ້ວແຕ່ຄວບຄຸມອຸນຫະພູມໃນລະດັບຕາມສັດສ່ວນຂອງຂອບເຂດ ແລະ ເນື້ອທີ່ທາງພູມສາດຂອງພວກມັນ. ຕົວຢ່າງເຊັ່ນ ຖ້າພູເຂົາມີເສັ້ນຮອບວົງໜຶ່ງຮ້ອຍກິໂລແມັດ, ແລ້ວຮ້ອຍກິໂລແມັດເຫຼົ່ານັ້ນກໍຈະປະກອບສ່ວນເປັນປະໂຫຍດທີ່ມີຄຸນຄ່າໜຶ່ງຮ້ອຍກິໂລແມັດ. ແຕ່ສຳລັບວ່າພຣະເຈົ້າໄດ້ເນລະມິດສ້າງເທືອກເຂົາ ແລະ ຮ່ອມພູເລິກຫຼາຍສໍ່າໃດນັ້ນ, ນີ້ແມ່ນຈຳນວນທີ່ພຣະເຈົ້າໄດ້ພິຈາລະນາ. ເວົ້າອີກຢ່າງກໍຄື ເບື້ອງຫຼັງການເປັນຢູ່ຂອງທຸກສິ່ງທີ່ພຣະເຈົ້າໄດ້ເນລະມິດສ້າງແມ່ນມີເລື່ອງລາວ ແລະ ແຕ່ລະສິ່ງແມ່ນປະກອບມີສະຕິປັນຍາ ແລະ ແຜນການຂອງພຣະເຈົ້າ. ຍົກຕົວຢ່າງເຊັ່ນ ໃຫ້ພິຈາລະນາປ່າໄມ້ ແລະ ພືດພັນຕ່າງໆທຸກປະເພດ, ຂອບເຂດ ແລະ ຂະໜາດຂອງເນື້ອທີ່ໆພວກເຂົາມີຢູ່ ແລະ ເພີ່ມຂຶ້ນແມ່ນຢູ່ເໜືອການຄວບຄຸມຂອງມະນຸດຄົນໃດໜຶ່ງ ແລະ ບໍ່ມີຜູ້ໃດສັ່ງການສິ່ງເຫຼົ່ານີ້ໄດ້. ເຊັ່ນດຽວກັນ ບໍ່ມີມະນຸດຄົນໃດສາມາດຄວບຄຸມວ່າພວກມັນຈະຊຶມຊັບນໍ້າໄດ້ຫຼາຍສໍ່າໃດ ຫຼື ພວກມັນຊຶມຊັບພະລັງງານຄວາມຮ້ອນຈາກດວງຕາເວັນຫຼາຍສໍ່າໃດ. ທຸກສິ່ງເຫຼົ່ານີ້ຕົກຢູ່ພາຍໃນຂອບເຂດຂອງແຜນການທີ່ພຣະເຈົ້າໄດ້ວາງໄວ້ເມື່ອພຣະອົງເນລະມິດສ້າງສິ່ງທັງປວງ.

ມັນແມ່ນເນື່ອງຈາກການວາງແຜນ, ການພິຈາລະນາ ແລະ ການຈັດແຈງຢ່າງລະມັດລະວັງຂອງພຣະເຈົ້າໃນທຸກລັກສະນະ, ມະນຸດຈຶ່ງສາມາດດຳລົງຊີວິດໃນສະພາບແວດລ້ອມດ້ວຍອຸນຫະພູມທີ່ເໝາະສົມດັ່ງກ່າວ. ສະນັ້ນ ທຸກສິ່ງທີ່ມະນຸດເຫັນດ້ວຍຕາຂອງເຂົາ ເຊັ່ນດວງຕາເວັນ, ຂົ້ວໂລກໃຕ້ ແລະ ເໜືອທີ່ມະນຸດມັກໄດ້ຍິນຢູ່ເລື້ອຍໆ ພ້ອມທັງສິ່ງມີຊີວິດຕ່າງໆທີ່ຢູ່ເທິງ ແລະ ລຸ່ມພື້ນດິນ ແລະ ໃນນໍ້າ ແລະ ຈຳນວນພື້ນທີ່ໆປົກຄຸມດ້ວຍປ່າໄມ້ ແລະ ພືດພັນຮູບແບບອື່ນໆ ແລະ ແຫຼ່ງນໍ້າ, ພືນນໍ້າຕ່າງໆ, ປະລິມານນໍ້າເຄັມ ແລະ ນໍ້າຈືດ ແລະ ສະພາບແວດລ້ອມທາງພູມສາດທີ່ແຕກຕ່າງກັນ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ພຣະເຈົ້າໃຊ້ເພື່ອຮັກສາອຸນຫະພູມປົກກະຕິສຳລັບຄວາມຢູ່ລອດຂອງມະນຸດ. ສິ່ງນີ້ສົມບູນ. ມັນເປັນຍ້ອນພຣະເຈົ້າໄດ້ຄິດກ່ຽວກັບສິ່ງນີ້ຢ່າງເລິກເຊິ່ງ, ມະນຸດຈຶ່ງສາມາດດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ມີອຸນຫະພູມທີ່ເໝາະສົມດັ່ງກ່າວ. ມັນຕ້ອງບໍ່ໜາວເກີນໄປ ຫຼື ຮ້ອນເກີນໄປ: ສະຖານທີ່ໆຮ້ອນເກີນໄປ ເຊິ່ງເປັນບ່ອນທີ່ອຸນຫະພູມສູງເກີນທີ່ຮ່າງກາຍມະນຸດຈະສາມາດປັບຕົວໄດ້ ແມ່ນບໍ່ໄດ້ຖືກພຣະເຈົ້າປະໄວ້ໃຫ້ເຈົ້າຢ່າງແນ່ນອນ. ສະຖານທີ່ໆເຢັນເກີນໄປ ເຊິ່ງເປັນບ່ອນທີ່ອຸນຫະພູມຕໍ່າເກີນໄປ, ເປັນບ່ອນທີ່ມະນຸດຈະແຂງກະດ້າງແທ້ໆໃນສອງສາມນາທີເທົ່ານັ້ນຫຼັງຈາກໄປຮອດບ່ອນນັ້ນ ຈົນພວກເຂົາບໍ່ສາມາດເວົ້າ, ສະໝອງຂອງພວກເຂົາແຂງກະດ້າງ, ພວກເຂົາບໍ່ສາມາດຄິດ ແລະ ໃນອີກບໍ່ດົນ ພວກເຂົາກໍຈະມີອາການຂາດອາກາດຫາຍໃຈ. ພຣະເຈົ້າບໍ່ໄດ້ປະສະຖານທີ່ດັ່ງກ່າວໄວ້ໃຫ້ແກ່ມະນຸດຊາດ. ບໍ່ວ່າມະນຸດຈະຕ້ອງການປະຕິບັດການຄົ້ນຄວ້າປະເພດໃດກໍຕາມ ຫຼື ພວກເຂົາຕ້ອງການປ່ຽນແປງໃໝ່ ຫຼື ຜ່ານຝ່າຂໍ້ຈຳກັດດັ່ງກ່າວ, ບໍ່ວ່າຜູ້ຄົນຈະມີຄວາມຄິດແນວໃດກໍຕາມ, ພວກເຂົາກໍຈະບໍ່ສາມາດເຮັດກາຍຂີດຈຳກັດທີ່ຮ່າງກາຍມະນຸດສາມາດປັບຕົວໄດ້. ພວກເຂົາຈະບໍ່ສາມາດກຳຈັດຂີດຈຳກັດເຫຼົ່ານີ້ທີ່ພຣະເຈົ້າໄດ້ເນລະມິດສ້າງສຳລັບມະນຸດ. ນີ້ກໍຍ້ອນພຣະເຈົ້າສ້າງມະນຸດ ແລະ ພຣະເຈົ້າຮູ້ດີທີ່ສຸດວ່າຮ່າງກາຍມະນຸດສາມາດປັບຕົວໃຫ້ເຂົ້າກັບອຸນຫະພູມເທົ່າໃດ. ແຕ່ມະນຸດເອງແມ່ນບໍ່ຮູ້. ເປັນຫຍັງເຮົາຈຶ່ງເວົ້າວ່າມະນຸດບໍ່ຮູ້? ແມ່ນຫຍັງຄືສິ່ງໂງ່ໆທີ່ມະນຸດໄດ້ເຮັດ? ມີຫຼາຍຄົນບໍ່ໄດ້ພະຍາຍາມທ້າທາຍຂົ້ວໂລກເໜືອ ແລະ ໃຕ້ຢູ່ຕະລອດບໍ? ຜູ້ຄົນດັ່ງກ່າວຕ້ອງການໄປສະຖານທີ່ເຫຼົ່ານັ້ນຢູ່ສະເໝີເພື່ອເຂົ້າຍຶດດິນແດນ, ເພື່ອວ່າພວກເຂົາຈະສາມາດວາງຮາກຖານໃນທີ່ນັ້ນ. ມັນແມ່ນການກະທຳທີ່ບໍ່ສົມເຫດສົມຜົນ. ເຖິງແມ່ນວ່າເຈົ້າຄົ້ນຄວ້າກ່ຽວກັບຂົ້ວໂລກຢ່າງລະອຽດ, ແລ້ວຄືຫຍັງ? ເຖິງແມ່ນເຈົ້າສາມາດປັບຕົວໃຫ້ເຂົ້າກັບອຸນຫະພູມ ແລະ ສາມາດດຳລົງຊີວິດໃນທີ່ນັ້ນ, ມັນຈະມີປະໂຫຍດຕໍ່ມະນຸດຊາດໃນລັກສະນະໃດໜຶ່ງບໍ ຖ້າເຈົ້າຕ້ອງ “ປັບປຸງ” ສະພາບແວດລ້ອມໃນປັດຈຸບັນສຳລັບຊີວິດໃນຂົ້ວໂລກໃຕ້ ແລະ ເໜືອ? ມະນຸດຊາດມີສະພາບແວດລ້ອມທີ່ຕົນສາມາດຢູ່ລອດໄດ້, ແຕ່ມະນຸດກໍບໍ່ຢູ່ທີ່ນັ້ນຢ່າງງຽບໆ ແລະ ໂດຍຟັງເຫດຜົນ, ແຕ່ກົງກັນຂ້າມພວກເຂົາຢືນຢັນທີ່ຈະສ່ຽງໄພເຂົ້າໄປໃນສະຖານທີ່ໆພວກເຂົາບໍ່ສາມາດຢູ່ລອດໄດ້. ນີ້ໝາຍຄວາມວ່າແນວໃດ? ພວກເຂົາເລີ່ມເບື່ອໜ່າຍ ແລະ ບໍ່ອົດທົນກັບຊີວິດໃນອຸນຫະພູມທີ່ເໝາະສົມນີ້ ແລະ ໄດ້ຮັບເອົາພອນທີ່ຫຼາຍເກີນໄປ. ອີກຢ່າງ ສະພາບແວດລ້ອມທີ່ປົກກະຕິສຳລັບຊີວິດນີ້ແມ່ນເກືອບຖືກທຳລາຍໂດຍມະນຸດຊາດຢ່າງສິ້ນເຊີງ ແລ້ວບັດນີ້ ພວກເຂົາກໍຄິດວ່າພວກເຂົາອາດໄປຂົ້ວໂລກໃຕ້ ແລະ ຂົ້ວໂລກເໜືອເພື່ອທຳລາຍເພີ່ມອີກ ຫຼື ສະແຫວງຫາ “ເຫດຜົນ” ບາງຢ່າງ ຈົນພວກເຂົາສາມາດຄົ້ນພົບວິທີການບາງຢ່າງໃນ “ການລະເບີດເສັ້ນທາງໃໝ່”. ນີ້ບໍ່ແມ່ນເລື່ອງທີ່ໂງ່ຈ້າບໍ? ນັ້ນໝາຍຄວາມວ່າ ພາຍໃຕ້ການນໍາພາຂອງບັນພະບຸລຸດຊາຕານ, ມະນຸດຊາດນີ້ສືບຕໍ່ເຮັດສິ່ງທີ່ໄຮ້ເຫດຜົນຄັ້ງແລ້ວຄັ້ງເລົ່າ, ທຳລາຍເຮືອນສວຍງາມທີ່ພຣະເຈົ້າໄດ້ເນລະມິດສ້າງໄວ້ສຳລັບພວກເຂົາຢ່າງບໍ່ລະວັງ ແລະ ບໍ່ມີເຫດຜົນ. ນີ້ຄືການກະທຳຂອງຊາຕານ. ຍິ່ງໄປກວ່ານັ້ນ ເມື່ອເຫັນວ່າຄວາມຢູ່ລອດຂອງມະນຸດຊາດເທິງແຜ່ນດິນໂລກຂ້ອນຂ້າງຕົກຢູ່ໃນອັນຕະລາຍ, ຫຼາຍຄົນກໍສະແຫວງຫາວິທີໄປຢ້ຽມຢາມດວງເດືອນ, ຕ້ອງການທີ່ຈະສ້າງຕັ້ງວິທີເພື່ອຢູ່ລອດໃນທີ່ນັ້ນ. ແຕ່ໃນທີ່ສຸດແລ້ວ, ດວງເດືອນຂາດອົກຊີແຊນ. ມະນຸດສາມາດຢູ່ລອດໂດຍປາສະຈາກອົກຊີແຊນໄດ້ບໍ? ຍ້ອນດວງເດືອນຂາດອົກຊີແຊນ, ມັນຈຶ່ງບໍ່ແມ່ນສະຖານທີ່ໆມະນຸດສາມາດຢູ່ໄດ້, ແຕ່ມະນຸດກໍດື້ດຶງໃນຄວາມປາຖະໜາຂອງເຂົາທີ່ຈະໄປທີ່ນັ້ນ. ພຶດຕິກຳນີ້ຄວນຖືກເອີ້ນວ່າຫຍັງ? ມັນເປັນການທຳລາຍຕົນເອງອີກດ້ວຍ. ດວງເດືອນແມ່ນສະຖານທີ່ໆປາສະຈາກອາກາດ ແລະ ອຸນຫະພູມຂອງມັນບໍ່ເໝາະສົມສຳລັບຄວາມຢູ່ລອດຂອງມະນຸດ, ສະນັ້ນ ມັນຈຶ່ງບໍ່ແມ່ນສະຖານທີ່ພຣະເຈົ້າໄດ້ປະໄວ້ສຳລັບມະນຸດ.

ຫົວຂໍ້ຂອງພວກເຮົາເມື່ອກີ້ນີ້ ກໍຄືອຸນຫະພູມ ແມ່ນສິ່ງທີ່ຜູ້ຄົນພົບພໍ້ໃນຊີວິດປະຈຳວັນຂອງພວກເຂົາ. ອຸນຫະພູມແມ່ນສິ່ງທີ່ຮ່າງກາຍມະນຸດທຸກຄົນສາມາດຮູ້ສຶກໄດ້, ແຕ່ບໍ່ມີຜູ້ໃດຄິດວ່າອຸນຫະພູມເກີດຂຶ້ນໄດ້ແນວໃດ ຫຼື ຜູ້ໃດຮັບຜິດຊອບມັນ ແລະ ຄວບຄຸມມັນຈົນມັນເໝາະສົມແກ່ຄວາມຢູ່ລອດຂອງມະນຸດ. ນີ້ແມ່ນສິ່ງທີ່ພວກເຮົາກຳລັງຮຽນຮູ້ໃນຕອນນີ້. ສະຕິປັນຍາຂອງພຣະເຈົ້າຢູ່ພາຍໃນສິ່ງນີ້ບໍ? ການກະທຳຂອງພຣະເຈົ້າຢູ່ພາຍໃນສິ່ງນີ້ບໍ? (ແມ່ນແລ້ວ.) ເມື່ອພິຈາລະນາວ່າພຣະເຈົ້າເນລະມິດສ້າງສະພາບແວດລ້ອມດ້ວຍອຸນຫະພູມທີ່ເໝາະສົມສຳລັບຄວາມຢູ່ລອດຂອງມະນຸດ, ນີ້ແມ່ນໜຶ່ງໃນວິທີທີ່ພຣະເຈົ້າສະໜອງໃຫ້ແກ່ສິ່ງທັງປວງບໍ? ມັນແມ່ນແລ້ວ.

ຄ. ສຽງ

ແມ່ນຫຍັງຄືຢ່າງທີສາມ? ມັນຍັງເປັນພາກສ່ວນທີ່ຈຳເປັນສຳລັບສະພາບແວດລ້ອມປົກກະຕິຂອງການເປັນຢູ່ຂອງມະນຸດ, ເປັນສິ່ງທີ່ພຣະເຈົ້າຈັດກຽມ ເມື່ອພຣະອົງເນລະມິດສ້າງສິ່ງທັງປວງ. ມັນສຳຄັນຫຼາຍຕໍ່ພຣະເຈົ້າ ແລະ ຕໍ່ມະນຸດທຸກຄົນ. ຖ້າພຣະເຈົ້າບໍ່ເອົາໃຈໃສ່ສິ່ງນີ້, ມັນກໍຈະແຊກແຊງຄວາມຢູ່ລອດຂອງມະນຸດຊາດຢ່າງໃຫຍ່ຫຼວງ ເຊິ່ງໝາຍຄວາມວ່າ ມັນຈະມີຜົນກະທົບທີ່ສຳຄັນຕໍ່ຊີວິດມະນຸດ ແລະ ຮ່າງກາຍຝ່າຍເນື້ອໜັງຂອງເຂົາ ຈົນມະນຸດບໍ່ສາມາດຢູ່ລອດໄດ້ໃນສະພາບແວດລ້ອມດັ່ງກ່າວ. ສາມາດເວົ້າໄດ້ວ່າ ບໍ່ມີສິ່ງມີຊີວິດໃດສາມາດຢູ່ລອດໄດ້ໃນສະພາບແວດລ້ອມດັ່ງກ່າວ. ແລ້ວແມ່ນຫຍັງຄືສິ່ງນີ້ທີ່ເຮົາກຳລັງເວົ້າເຖິງ? ເຮົາກຳລັງເວົ້າກ່ຽວກັບສຽງ. ພຣະເຈົ້າສ້າງທຸກສິ່ງ ແລະ ທຸກສິ່ງທີ່ມີຊີວິດກໍດຳລົງຊີວິດຢູ່ໃນພາຍໃນມືຂອງພຣະເຈົ້າ. ສິ່ງທັງປວງໃນການເນລະມິດສ້າງຂອງພຣະເຈົ້າແມ່ນກຳລັງດຳລົງຊີວິດ ແລະ ປ່ຽນແປງການເຄື່ອນໄຫວຢູ່ເລື້ອຍໆພາຍໃນສາຍຕາຂອງພຣະອົງ. ຄວາມໝາຍຂອງເຮົາສຳລັບສິ່ງນີ້ກໍຄື ແຕ່ລະສິ່ງທີ່ພຣະເຈົ້າເນລະມິດສ້າງແມ່ນມີຄຸນຄ່າ ແລະ ຄວາມໝາຍໃນການເປັນຢູ່ຂອງມັນ; ນັ້ນກໍຄື ມີບາງສິ່ງທີ່ຈຳເປັນກ່ຽວກັບການເປັນຢູ່ຂອງແຕ່ລະສິ່ງ ແລະ ທຸກສິ່ງ. ໃນສາຍຕາຂອງພຣະເຈົ້າແລ້ວ, ແຕ່ລະສິ່ງແມ່ນມີຊີວິດ ແລະ ຍ້ອນທຸກສິ່ງມີຊີວິດ, ພວກມັນແຕ່ລະຢ່າງຈຶ່ງເກີດມີສຽງ. ຕົວຢ່າງເຊັ່ນ ໂລກປ່ຽນແປງໄປຢູ່ເລື້ອຍໆ, ດວງຕາເວັນປ່ຽນແປງໄປຢູ່ເລື້ອຍໆ ແລະ ດວງເດືອນກໍປ່ຽນແປງໄປຢູ່ເລື້ອຍໆເຊັ່ນກັນ. ໃນຂະນະທີ່ທຸກສິ່ງຂະຫຍາຍພັນ, ພັດທະນາ ແລະ ເຄື່ອນໄຫວ, ພວກມັນກໍສົ່ງສຽງອອກມາຢູ່ເລື້ອຍໆ. ສິ່ງທັງປວງຈາກການເນລະມິດສ້າງຂອງພຣະເຈົ້າທີ່ມີຢູ່ເທິງແຜ່ນດິນໂລກແມ່ນຂະຫຍາຍພັນ, ພັດທະນາ ແລະ ເຄື່ອນໄຫວຢູ່ເລື້ອຍໆ. ຕົວຢ່າງເຊັ່ນ ຕີນພູເຂົາກຳລັງເຄື່ອນໄຫວ ແລະ ເຄື່ອນຍ້າຍ ແລະ ທຸກສິ່ງທີ່ມີຊີວິດໃນສ່ວນເລິກຂອງທະເລແມ່ນກຳລັງລອຍນໍ້າ ແລະ ເຄື່ອນໄຫວໄປມາ. ນີ້ໝາຍຄວາມວ່າ ສິ່ງທີ່ມີຊີວິດເຫຼົ່ານີ້, ທຸກສິ່ງໃນສາຍຕາຂອງພຣະເຈົ້າແມ່ນເຄື່ອນໄຫວຢູ່ເລື້ອຍໆ ແລະ ເປັນປົກກະຕິ ຕາມແບບແຜນທີ່ຖືກສ້າງຕັ້ງຂຶ້ນ. ແລ້ວແມ່ນຫຍັງຄືສິ່ງທີ່ຖືກເຮັດໃຫ້ມີຢູ່ ໂດຍສິ່ງທັງປວງທີ່ຂະຫຍາຍພັນ ແລະ ພັດທະນາໃນຄວາມມືດ ແລະ ເຄື່ອນໄຫວຢ່າງລັບໆ? ສຽງ, ສຽງທີ່ຍິ່ງໃຫຍ່ ແລະ ມີພະລັງ. ນອກເໜືອຈາກດາວເຄາະໂລກ, ດາວເຄາະທຸກປະເພດແມ່ນເຄື່ອນໄຫວຢູ່ເລື້ອຍໆ ແລະ ສິ່ງມີຊີວິດ ແລະ ອິນຊີໃນດາວເຄາະເຫຼົ່ານີ້ກໍກຳລັງຂະຫຍາຍພັນ, ພັດທະນາ ແລະ ເຄື່ອນໄຫວຢູ່ເລື້ອຍໆ. ນັ້ນກໍຄື ສິ່ງທັງປວງທີ່ມີຊີວິດ ແລະ ປາສະຈາກຊີວິດແມ່ນກຳລັງເຄື່ອນໄປຂ້າງໜ້າຢ່າງສະໝໍ່າສະເໝີໃນສາຍຕາຂອງພຣະເຈົ້າ ແລະ ໃນຂະນະທີ່ພວກມັນເຄື່ອນໄປ, ພວກມັນແຕ່ລະຢ່າງກໍສົ່ງສຽງອອກມາອີກດ້ວຍ. ພຣະເຈົ້າຍັງຈັດກຽມສຳລັບສຽງເຫຼົ່ານີ້ ແລະ ເຮົາເຊື່ອວ່າພວກເຈົ້າໄດ້ຮູ້ເຖິງເຫດຜົນຂອງພຣະອົງສຳລັບສິ່ງນີ້ແລ້ວ, ບໍ່ແມ່ນບໍ? ເມື່ອເຈົ້າເຂົ້າໃກ້ເຮືອບິນ, ສຽງເຄື່ອງຈັກຂອງມັນມີຜົນກະທົບຫຍັງຕໍ່ເຈົ້າ? ຖ້າເຈົ້າຢູ່ໃກ້ມັນດົນເກີນໄປ, ຫູຂອງເຈົ້າກໍຈະໜວກ. ແລ້ວຫົວໃຈຂອງເຈົ້າເດ, ມັນຈະສາມາດທົນຕໍ່ຄວາມທໍລະມານດັ່ງກ່າວບໍ? ບາງຄົນທີ່ມີຫົວໃຈອ່ອນແອກໍຈະທົນບໍ່ໄດ້. ແນ່ນອນວ່າ ແມ່ນແຕ່ຄົນທີ່ມີຫົວໃຈເຂັ້ມແຂງກໍຈະບໍ່ສາມາດທົນມັນໄດ້ດົນເກີນໄປ. ນັ້ນໝາຍຄວາມວ່າ ຜົນກະທົບຂອງສຽງທີ່ມີຕໍ່ຮ່າງກາຍມະນຸດ ບໍ່ວ່າມັນຈະເປັນຫູ ຫຼື ຫົວໃຈ ແມ່ນໃຫຍ່ຫຼວງຫຼາຍທີ່ສຸດສຳລັບມະນຸດທຸກຄົນ ແລະ ສຽງທີ່ດັງເກີນໄປກໍຈະທຳຮ້າຍຜູ້ຄົນ. ສະນັ້ນ ເມື່ອພຣະເຈົ້າເນລະມິດສ້າງສິ່ງທັງປວງ ແລະ ຫຼັງຈາກທີ່ພວກມັນໄດ້ເລີ່ມເຮັດໜ້າທີ່ເປັນປົກກະຕິແລ້ວ, ພຣະເຈົ້າກໍຈັດແຈງສຽງເຫຼົ່ານີ້ຢ່າງເໝາະສົມ, ສຽງຂອງສິ່ງທັງປວງທີ່ເຄື່ອນໄຫວ. ນີ້ກໍເປັນໜຶ່ງໃນບັນຫາທີ່ພຣະເຈົ້າໄດ້ພິຈາລະນາເມື່ອເນລະມິດສ້າງສະພາບແວດລ້ອມສຳລັບມະນຸດຊາດເຊັ່ນກັນ.

ກ່ອນອື່ນ ຄວາມສູງຂອງຊັ້ນບັນຍາກາດທີ່ຢູ່ເໜືອພື້ນຜິວແຜ່ນດິນໂລກແມ່ນມີຜົນກະທົບຕໍ່ສຽງ. ອີກຢ່າງ, ຂະໜາດຊ່ອງວ່າງໃນດິນກໍຈະຍັງປັບປ່ຽນ ແລະ ມີຜົນກະທົບຕໍ່ສຽງ. ແລ້ວມີສະພາບແວດລ້ອມທາງພູມສາດຕ່າງໆ ເຊິ່ງການລວມຕົວຂອງມັນມີຜົນກະທົບຕໍ່ສຽງເຊັ່ນດຽວກັນ. ນັ້ນໝາຍຄວາມວ່າ ພຣະເຈົ້າໃຊ້ວິທີການບາງຢ່າງເພື່ອກຳຈັດສຽງບາງຢ່າງ ເພື່ອວ່າມະນຸດຈະຢູ່ລອດໃນສະພາບແວດລ້ອມທີ່ຫູ ແລະ ຫົວໃຈຂອງພວກເຂົາສາມາດທົນໄດ້. ບໍ່ດັ່ງນັ້ນ ສຽງຈະກໍ່ໃຫ້ເກີດອຸປະສັກອັນໃຫຍ່ຫຼວງຕໍ່ຄວາມຢູ່ລອດຂອງມະນຸດຊາດ ໂດຍກາຍມາເປັນການລົບກວນທີ່ຍິ່ງໃຫຍ່ໃນຊີວິດຂອງພວກເຂົາ ແລະ ກໍ່ໃຫ້ເກີດບັນຫາທີ່ຮຸນແຮງສຳລັບພວກເຂົາ. ນີ້ໝາຍຄວາມວ່າ ພຣະເຈົ້າພິຖີພິຖັນໃນການເນລະມິດສ້າງດິນແດນ, ຊັ້ນບັນຍາກາດ ແລະ ສະພາບແວດລ້ອມທາງພູມສາດປະເພດຕ່າງໆຂອງພຣະອົງ ແລະ ມີສະຕິປັນຍາຂອງພຣະເຈົ້າປະກອບຢູ່ພາຍໃນແຕ່ລະສິ່ງເຫຼົ່ານີ້. ຄວາມເຂົ້າໃຈຂອງມະນຸດຊາດກ່ຽວກັບສິ່ງນີ້ບໍ່ຈຳເປັນຕ້ອງລະອຽດ, ມັນພຽງພໍສຳລັບຜູ້ຄົນທີ່ຈະຮູ້ວ່າການກະທຳຂອງພຣະເຈົ້າປະກອບມີຢູ່ໃນທີ່ນີ້. ບັດນີ້ ພວກເຈົ້າບອກເຮົາເບິ່ງວ່າ ພາລະກິດນີ້ທີ່ພຣະເຈົ້າເຮັດ ນັ້ນກໍຄື ການປັບສຽງໃຫ້ທ່ຽງຢ່າງແນ່ນອນເພື່ອຮັກສາສະພາບແວດລ້ອມການດຳລົງຊີວິດຂອງມະນຸດຊາດ ແລະ ຊີວິດປົກກະຕິຂອງພວກເຂົາ, ມັນຈຳເປັນບໍ? (ຈໍາເປັນ.) ຍ້ອນພາລະກິດນີ້ຈຳເປັນ, ແລ້ວຈາກທັດສະນະນີ້ ແມ່ນສາມາດເວົ້າບໍໄດ້ວ່າ ພຣະເຈົ້າໃຊ້ພາລະກິດນີ້ເປັນວິທີທີ່ຈະສະໜອງໃຫ້ແກ່ສິ່ງທັງປວງ? ພຣະເຈົ້າເນລະມິດສ້າງສະພາບແວດລ້ອມທີ່ງຽບດັ່ງກ່າວສຳລັບການສະໜອງຂອງມະນຸດຊາດ ເພື່ອວ່າຮ່າງກາຍມະນຸດຈະສາມາດຳລົງຊີວິດໄດ້ເປັນປົກກະຕິພາຍໃນສະພາບແວດລ້ອມນັ້ນ ໂດຍບໍ່ທົນທຸກຕໍ່ການລົບກວນໃດໜຶ່ງ ແລະ ເພື່ອວ່າມະນຸດຊາດຈະສາມາດມີຊີວິດຢູ່ ແລະ ດຳລົງຊີວິດຢ່າງເປັນປົກກະຕິ. ແລ້ວນີ້ບໍ່ແມ່ນໜຶ່ງໃນວິທີທີ່ພຣະເຈົ້າສະໜອງໃຫ້ແກ່ມະນຸດຊາດບໍ? ນີ້ບໍ່ແມ່ນສິ່ງສຳຄັນຫຼາຍທີ່ພຣະເຈົ້າໄດ້ເຮັດບໍ? (ແມ່ນແລ້ວ.) ມີຄວາມຕ້ອງການສິ່ງນີ້ຢ່າງແຮງ. ແລ້ວພວກເຈົ້າເຫັນຄຸນຄ່າແນວໃດກ່ຽວກັບສິ່ງນີ້? ເຖິງແມ່ນພວກເຈົ້າຈະບໍ່ສາມາດຮູ້ສຶກໄດ້ວ່າ ນີ້ແມ່ນການກະທຳຂອງພຣະເຈົ້າ ຫຼື ພວກເຈົ້າບໍ່ຮູ້ວ່າພຣະເຈົ້າປະຕິບັດການກະທຳນີ້ໃນເວລານັ້ນໄດ້ແນວໃດ, ພວກເຈົ້າຍັງສາມາດຮູ້ສຶກເຖິງຄວາມຈຳເປັນທີ່ພຣະເຈົ້າເຮັດສິ່ງນີ້ໄດ້ບໍ? ພວກເຈົ້າສາມາດຮູ້ສຶກເຖິງສະຕິປັນຍາຂອງພຣະເຈົ້າ ແລະ ຄວາມຫ່ວງໃຍ ແລະ ຄວາມຄິດທີ່ພຣະອົງໃສ່ໄວ້ໃນມັນໄດ້ບໍ? (ໂດຍ, ພວກຂ້ານ້ອຍສາມາດຮູ້ສຶກໄດ້.) ຖ້າພວກເຈົ້າສາມາດຮູ້ສຶກເຖິງສິ່ງນີ້ໄດ້, ນັ້ນກໍພຽງພໍແລ້ວ. ມີການກະທຳຫຼາຍຢ່າງທີ່ພຣະເຈົ້າປະຕິບັດທ່າມກາງສິ່ງຕ່າງໆໃນການເນລະມິດສ້າງຂອງພຣະອົງທີ່ຜູ້ຄົນບໍ່ສາມາດຮູ້ສຶກເຖິງ ຫຼື ເຫັນໄດ້. ເຮົາຍົກສິ່ງນີ້ຂຶ້ນມາເພື່ອແຈ້ງພວກເຈົ້າກ່ຽວກັບການກະທຳຂອງພຣະເຈົ້າເທົ່ານັ້ນ ເພື່ອວ່າພວກເຈົ້າອາດມາຮູ້ຈັກພຣະເຈົ້າ. ສິ່ງເຫຼົ່ານີ້ແມ່ນຮ່ອງຮອຍທີ່ສາມາດຊ່ວຍໃຫ້ພວກເຈົ້າຮູ້ຈັກ ແລະ ເຂົ້າໃຈພຣະເຈົ້າໄດ້ດີຂຶ້ນ.

ງ. ແສງ

ຢ່າງທີສີ່ແມ່ນກ່ຽວຂ້ອງກັບຕາຂອງຜູ້ຄົນ: ແສງ. ສິ່ງນີ້ກໍສຳຄັນຫຼາຍເຊັ່ນດຽວກັນ. ເມື່ອເຈົ້າເຫັນແສງທີ່ສະຫວ່າງ ແລະ ຄວາມສະຫວ່າງຂອງມັນໄປຮອດລະດັບໃດໜຶ່ງ, ມັນກໍສາມາດເຮັດໃຫ້ຕາມະນຸດບອດໄດ້. ບໍ່ວ່າຢ່າງໃດກໍຕາມ, ຕາມະນຸດກໍແມ່ນຕາຂອງເນື້ອໜັງ. ພວກມັນບໍ່ສາມາດທົນຕໍ່ການລະຄາຍເຄືອງໄດ້. ຜູ້ໃດກ້າຈ້ອງເບິ່ງດວງຕາເວັນໂດຍກົງບໍ? ບາງຄົນໄດ້ລອງມັນແລ້ວ ແລະ ຖ້າພວກເຂົາສວມໃສ່ແວ່ນຕາກັນແດດ ມັນກໍຈະບໍ່ເປັນຫຍັງ, ແຕ່ນັ້ນກໍຈຳເປັນຕ້ອງມີການນໍາໃຊ້ເຄື່ອງມື. ຫາກປາສະຈາກເຄື່ອງມື, ຕາເປົ່າຂອງມະນຸດແມ່ນບໍ່ມີຄວາມສາມາດທີ່ຈະຜະເຊີນກັບດວງຕາເວັນ ແລະ ຈ້ອງເບິ່ງມັນໂດຍກົງ. ເຖິງຢ່າງໃດກໍຕາມ, ພຣະເຈົ້າໄດ້ເນລະມິດສ້າງດວງຕາເວັນເພື່ອສ່ອງແສງໃຫ້ແກ່ມະນຸດຊາດ ແລະ ແສງນີ້ກໍແມ່ນສິ່ງທີ່ພຣະອົງເອົາໃຈໃສ່ເຊັ່ນກັນ. ພຣະເຈົ້າບໍ່ພຽງແຕ່ສຳເລັດການເນລະມິດສ້າງດວງຕາເວັນເທົ່ານັ້ນ, ວາງມັນໄວ້ໃນບ່ອນໃດບ່ອນໜຶ່ງ ແລະ ຫຼັງຈາກນັ້ນກໍບໍ່ສົນໃຈມັນ; ນັ້ນບໍ່ແມ່ນວິທີທີ່ພຣະເຈົ້າເຮັດສິ່ງຕ່າງໆ. ພຣະອົງລະມັດລະວັງໃນການກະທຳຂອງພຣະອົງ ແລະ ຄິດເຖິງພວກມັນຢ່າງລະອຽດລະອໍ. ພຣະເຈົ້າສ້າງຕາສຳລັບມະນຸດຊາດ ເພື່ອວ່າພວກເຂົາຈະໄດ້ເຫັນ ແລະ ພຣະອົງຍັງກຳນົດຂອບເຂດຂອງແສງທີ່ມະນຸດເຫັນສິ່ງຕ່າງໆໄວ້ລ່ວງໜ້າ. ມັນຈະບໍ່ເປັນການດີ ຖ້າແສງດັ່ງກ່າວມົວເກີນໄປ. ເມື່ອມັນມືດເກີນໄປຈົນຜູ້ຄົນບໍ່ສາມາດເຫັນນິ້ວມືຂອງພວກເຂົາທີ່ຢູ່ຕໍ່ໜ້າພວກເຂົາໄດ້, ຕາຂອງພວກເຂົາກໍຈະສູນເສຍໜ້າທີ່ຂອງພວກມັນ ແລະ ບໍ່ມີປະໂຫຍດຫຍັງ. ແຕ່ແສງທີ່ສະຫວ່າງເກີນໄປກໍເຮັດໃຫ້ຕາມະນຸດບໍ່ສາມາດເຫັນສິ່ງຕ່າງໆໄດ້ພໍໆກັນ ຍ້ອນຄວາມສະຫວ່າງແມ່ນເປັນສິ່ງທີ່ຄົນເຮົາບໍ່ສາມາດທົນໄດ້. ສະນັ້ນ ພຣະເຈົ້າຈຶ່ງຕົບແຕ່ງສະພາບແວດລ້ອມຂອງການເປັນຢູ່ຂອງມະນຸດຊາດດ້ວຍຈຳນວນແສງທີ່ເໝາະສົມສຳລັບຕາມະນຸດ ເຊິ່ງເປັນຈຳນວນທີ່ຈະບໍ່ເປັນໄພ ຫຼື ທຳລາຍຕາຂອງຜູ້ຄົນ ແລ້ວແຮງໄກທີ່ຈະ ເຮັດໃຫ້ພວກມັນສູນເສຍສະມັດຕະພາບຂອງພວກມັນ. ນີ້ຄືເຫດຜົນທີ່ພຣະເຈົ້າເພີ່ມຊັ້ນເມກອ້ອມດວງຕາເວັນ ແລະ ແຜ່ນດິນໂລກ ແລະ ເຫດຜົນທີ່ຄວາມໜາແໜ້ນຂອງອາກາດສາມາດກັ່ນຕອງປະເພດຂອງແສງທີ່ສາມາດທຳຮ້າຍຕາ ຫຼື ຜິວໜັງຂອງຜູ້ຄົນໄດ້, ສິ່ງເຫຼົ່ານີ້ແມ່ນຖືກຕ້ອງ ແລະ ເໝາະສົມ. ອີກຢ່າງ, ສີຂອງແຜ່ນດິນໂລກທີ່ພຣະເຈົ້າເນລະມິດສ້າງກໍສະທ້ອນແສງຕາເວັນ ແລະ ແສງທຸກປະເພດ ແລະ ສາມາດກຳຈັດຮູບແບບຂອງແສງທີ່ສະຫວ່າງເກີນໄປທີ່ຈະໃຫ້ຕາມະນຸດປັບຕົວໄດ້. ສະນັ້ນ ຜູ້ຄົນຈຶ່ງສາມາດຍ່າງຢູ່ຂ້າງນອກ ແລະ ໃຊ້ຊີວິດຂອງພວກເຂົາໂດຍບໍ່ຈຳເປັນຕ້ອງສວມໃສ່ແວ່ນຕາກັນແດດທີ່ມືດຫຼາຍຢູ່ເລື້ອຍໆ. ພາຍໃຕ້ສະຖານະການປົກກະຕິ, ຕາມະນຸດສາມາດເຫັນສິ່ງຕ່າງໆພາຍໃນຂອບເຂດສາຍຕາຂອງພວກເຂົາໄດ້ ໂດຍທີ່ບໍ່ຖືກແສງລົບກວນ. ນັ້ນໝາຍຄວາມວ່າ ມັນຈະບໍ່ເປັນການດີ ຖ້າແສງຮຸນແຮງເກີນໄປ ຫຼື ມັນມົວເກີນໄປ. ຖ້າມັນມົວເກີນໄປ, ຕາຂອງຜູ້ຄົນຈະເສຍຫາຍ ແລະ ຫຼັງຈາກທີ່ໃຊ້ໃນເວລາອັນສັ້ນໆ ມັນກໍຈະຖືກທຳລາຍ; ຖ້າມັນສະຫວ່າງເກີນໄປ, ຕາຂອງຜູ້ຄົນກໍຈະບໍ່ສາມາດທົນຕໍ່ມັນໄດ້. ແສງນີ້ທີ່ຜູ້ຄົນມີຕ້ອງເໝາະສົມທີ່ຈະໃຫ້ຕາມະນຸດເຫັນໄດ້ ແລະ ຜ່ານວິທີການຕ່າງໆ ພຣະເຈົ້າໄດ້ຫຼຸດຜ່ອນຄວາມເສຍຫາຍທີ່ແສງຈະກໍ່ໃຫ້ເກີດແກ່ຕາມະນຸດ; ແລະ ເຖິງແມ່ນແສງນີ້ອາດມີຜົນປະໂຫຍດ ຫຼື ສ້າງຄວາມເດືອດຮ້ອນໃຫ້ແກ່ຕາມະນຸດ, ມັນກໍພຽງພໍທີ່ຈະໃຫ້ຜູ້ຄົນໄປເຖິງບັ້ນປາຍຊີວິດຂອງພວກເຂົາ ໃນຂະນະທີ່ບໍາລຸງຮັກສາການນໍາໃຊ້ຕາຂອງພວກເຂົາ. ພຣະເຈົ້າບໍ່ລະອຽດລະອໍໃນການພິຈາລະນາສິ່ງນີ້ບໍ? ແຕ່ຜີຮ້າຍ ເຊິ່ງກໍຄື ຊາຕານ ກໍກະທຳໂດຍບໍ່ມີການພິຈາລະນາດັ່ງກ່າວໄຫຼ່ຜ່ານຄວາມຄິດຂອງມັນເລີຍ. ຫາກມີຊາຕານ, ແສງກໍຈະສະຫວ່າງເກີນໄປ ຫຼື ມົວເກີນໄປຢູ່ສະເໝີ. ນີ້ແມ່ນວິທີທີ່ຊາຕານກະທຳ.

ພຣະເຈົ້າເຮັດສິ່ງເຫຼົ່ານີ້ຕໍ່ທຸກລັກສະນະຂອງຮ່າງກາຍມະນຸດ ເຊິ່ງກໍຄື ຕໍ່ສາຍຕາ, ການໄດ້ຍິນ, ການຊີມລົດຊາດ, ການຫາຍໃຈ, ຄວາມຮູ້ສຶກຂອງມັນ ແລະ ອື່ນໆອີກ ເພື່ອເພີ່ມທະວີການປັບຕົວເພື່ອຢູ່ລອດຂອງມະນຸດຊາດໃຫ້ໄດ້ສູງສຸດ, ເພື່ອວ່າພວກເຂົາຈະສາມາດດຳລົງຊີວິດໄດ້ຢ່າງເປັນປົກກະຕິ ແລະ ສືບຕໍ່ດຳລົງຊີວິດ. ເວົ້າອີກຢ່າງກໍຄື ສະພາບແວດລ້ອມໃນປັດຈຸບັນສຳລັບຊີວິດທີ່ພຣະເຈົ້າເນລະມິດສ້າງຂຶ້ນແມ່ນສະພາບແວດລ້ອມທີ່ເໝາະສົມ ແລະ ເປັນປະໂຫຍດທີ່ສຸດສຳລັບຄວາມຢູ່ລອດຂອງມະນຸດຊາດ. ບາງຄົນອາດຄິດວ່າ ສິ່ງນີ້ບໍ່ໄດ້ສຳຄັນຫຼາຍ ແລະ ມັນລ້ວນແລ້ວແຕ່ເປັນສິ່ງທີ່ທຳມະດາຫຼາຍ. ສຽງ, ແສງ ແລະ ອາກາດແມ່ນສິ່ງທີ່ຜູ້ຄົນຮູ້ສຶກວ່າ ເປັນສິດຂອງພວກເຂົາທີ່ໄດ້ໃຊ້ຕັ້ງແຕ່ຊ່ວງເວລາທີ່ພວກເຂົາເກີດ. ແຕ່ເບື້ອງຫຼັງສິ່ງເຫຼົ່ານີ້ທີ່ເຈົ້າສາມາດໄດ້ໃຊ້ກໍຄືການທີ່ ພຣະເຈົ້າໄດ້ປະຕິບັດພາລະກິດ; ນີ້ແມ່ນສິ່ງທີ່ມະນຸດຕ້ອງເຂົ້າໃຈ ແລະ ແມ່ນ ສິ່ງທີ່ພວກເຂົາຈຳເປັນຕ້ອງຮູ້. ບໍ່ວ່າເຈົ້າຈະຮູ້ສຶກວ່າ ບໍ່ມີຄວາມຈຳເປັນທີ່ຈະເຂົ້າໃຈສິ່ງເຫຼົ່ານີ້ ຫຼື ຮູ້ຈັກພວກມັນ ຫຼື ບໍ່, ສະຫຼຸບແລ້ວກໍຄື ເມື່ອພຣະເຈົ້າໄດ້ຊົງສ້າງພວກມັນ, ພຣະອົງໄດ້ຄິດກ່ຽວກັບພວກມັນຫຼາຍ, ພຣະອົງມີແຜນການ ແລະ ພຣະອົງມີແນວຄິດທີ່ແນ່ນອນ. ພຣະອົງບໍ່ໄດ້ພຽງແຕ່ວາງມະນຸດຊາດໄວ້ໃນສະພາບແວດລ້ອມສຳລັບຊີວິດດັ່ງກ່າວຢ່າງຫຼິ້ນໆ ຫຼື ງ່າຍດາຍ ໂດຍບໍ່ຄິດຫຍັງເລີຍ. ພວກເຈົ້າອາດຄິດວ່າເຮົາເວົ້າໃຫຍ່ເກີນໄປກ່ຽວກັບແຕ່ລະຢ່າງທີ່ເລັກນ້ອຍເຫຼົ່ານີ້ ແຕ່ໃນມຸມມອງຂອງເຮົາ, ແຕ່ລະສິ່ງທີ່ພຣະເຈົ້າສະໜອງໃຫ້ແກ່ມະນຸດຊາດແມ່ນຈຳເປັນຕໍ່ຄວາມຢູ່ລອດຂອງມະນຸດຊາດ. ມີການກະທຳຂອງພຣະເຈົ້າໃນສິ່ງນີ້.

ຈ. ກະແສລົມ

ແມ່ນຫຍັງຄືຢ່າງທີຫ້າ? ສິ່ງນີ້ແມ່ນກ່ຽວຂ້ອງຢ່າງໃກ້ຊິດກັບແຕ່ລະມື້ຂອງຊີວິດຂອງແຕ່ລະຄົນ. ຄວາມສຳພັນຂອງມັນໃກ້ຊິດກັບຊີວິດມະນຸດຫຼາຍ ຈົນຮ່າງກາຍມະນຸດບໍ່ສາມາດຳລົງຊີວິດໄດ້ໃນໂລກທີ່ສາມາດຈັບຕ້ອງໄດ້ນີ້ຫາກປາສະຈາກມັນ. ສິ່ງນີ້ກໍຄືກະແສລົມ. ບາງເທື່ອ ຜູ້ໃດຜູ້ໜຶ່ງສາມາດເຂົ້າໃຈຄຳນາມ “ກະແສລົມ” ຫຼັງຈາກທີ່ຫາກໍໄດ້ຍິນມັນ. ແລ້ວແມ່ນຫຍັງຄືກະແສລົມ? ເຈົ້າສາມາດເວົ້າໄດ້ວ່າ “ກະແສລົມ” ເປັນພຽງການເຄື່ອນໄຫວທີ່ໄຫຼວຽນຂອງອາກາດເທົ່ານັ້ນ. ກະແສລົມເປັນລົມທີ່ຕາມະນຸດບໍ່ສາມາດເຫັນໄດ້. ມັນຍັງເປັນວິທີໜຶ່ງທີ່ກາສເຄື່ອນໄຫວ. ແຕ່ໃນການສົນທະນາຄັ້ງນີ້, ຫຼັກໆແລ້ວ “ກະແສລົມ” ແມ່ນໝາຍເຖິງຫຍັງ? ທັນທີທີ່ເຮົາເວົ້າກ່ຽວກັບມັນ, ພວກເຈົ້າກໍຈະເຂົ້າໃຈໄດ້. ໂລກແບກຮັບພູເຂົາ, ທະເລ ແລະ ສິ່ງທັງປວງໃນການເນລະມິດສ້າງ ໃນຂະນະທີ່ມັນໝູນ ແລະ ເມື່ອມັນໝູນ, ມັນກໍໝູນດ້ວຍຄວາມໄວ. ເຖິງແມ່ນເຈົ້າບໍ່ຮູ້ສຶກຫຍັງເຖິງການໝູນນີ້, ເຖິງຢ່າງໃດກໍຕາມ ການໝູນຂອງແຜ່ນດິນໂລກແມ່ນມີຢູ່. ການໝູນຂອງມັນກໍ່ໃຫ້ເກີດຫຍັງ? ເມື່ອເຈົ້າແລ່ນ, ລົມບໍ່ໄດ້ປາກົດຂຶ້ນ ແລະ ແລ່ນຜ່ານຫູຂອງເຈົ້າບໍ? ຖ້າລົມສາມາດຖືກສ້າງຂຶ້ນໄດ້ເມື່ອເຈົ້າແລ່ນ ແລ້ວຈະບໍ່ມີລົມໄດ້ແນວໃດເມື່ອແຜ່ນດິນໂລກໝູນ? ເມື່ອແຜ່ນດິນໂລກໝູນ, ສິ່ງທັງປວງກໍເຄື່ອນໄຫວ. ແຜ່ນດິນໂລກເອງເຄື່ອນໄຫວ ແລະ ໝູນດ້ວຍຄວາມໄວໃນລະດັບໃດໜຶ່ງ ໃນຂະນະທີ່ສິ່ງທັງປວງທີ່ຢູ່ໃນແຜ່ນດິນໂລກຍັງຂະຫຍາຍພັນ ແລະ ພັດທະນາຢູ່ເລື້ອຍໆ. ສະນັ້ນ ການເຄື່ອນໄຫວໃນຄວາມໄວໃນລະດັບໃດໜຶ່ງຈະເຮັດໃຫ້ເກີດກະແສລົມໂດຍທຳມະຊາດ. ນີ້ແມ່ນສິ່ງທີ່ເຮົາເຖິງກ່ຽວກັບ “ກະແສລົມ”. ກະແສລົມນີ້ບໍ່ກະທົບຕໍ່ຮ່າງກາຍມະນຸດຈົນຮອດລະດັບໃດໜຶ່ງບໍ? ໃຫ້ພິຈາລະນາພາຍຸມໍລະສຸມ: ພາຍຸມໍລະສຸມປົກກະຕິແມ່ນບໍ່ໄດ້ຮຸນແຮງເປັນພິເສດ, ແຕ່ເມື່ອພວກມັນໂຈມຕີ, ຜູ້ຄົນບໍ່ສາມາດແມ່ນແຕ່ຈະຢືນຢ່າງໝັ້ນຄົງໄດ້ ແລະ ມັນຍາກສຳລັບພວກເຂົາທີ່ຈະຍ່າງໃນລົມ. ແມ່ນແຕ່ບາດກ້າວດຽວກໍຍາກລຳບາກ ແລະ ບາງຄົນອາດຈະເຖິງກັບຖືກລົມພັດໃຫ້ຕໍາກັບບາງສິ່ງ ໂດຍທີ່ບໍ່ສາມາດເຄື່ອນໄຫວໄດ້. ນີ້ແມ່ນໜຶ່ງໃນວິທີການທີ່ກະແສລົມສາມາດມີຜົນກະທົບຕໍ່ມະນຸດຊາດ. ຖ້າແຜ່ນດິນໂລກທັງປວງຖືກປົກຄຸມດ້ວຍທົ່ງພຽງ ແລ້ວເມື່ອແຜ່ນດິນໂລກ ແລະ ສິ່ງທັງປວງໝູນ, ຮ່າງກາຍມະນຸດກໍຈະບໍ່ສາມາດທົນຕໍ່ກະແສລົມທີ່ເກີດຂຶ້ນໂດຍສິ້ນເຊີງ. ມັນຈະລໍາບາກຫຼາຍແທ້ໆ ທີ່ຈະຕອບໂຕ້ສະຖານະການດັ່ງກ່າວ. ຖ້ານີ້ເປັນຄວາມຈິງແທ້ໆ, ກະແສລົມດັ່ງກ່າວຈະບໍ່ພຽງແຕ່ນໍາຄວາມເສຍຫາຍມາເຖິງມະນຸດຊາດ ແຕ່ຄວາມຫາຍະນະທັງໝົດ. ມະນຸດຈະບໍ່ສາມາດຢູ່ລອດໃນສະພາບແວດລ້ອມດັ່ງກ່າວ. ນີ້ຄືເຫດຜົນທີ່ພຣະເຈົ້າສ້າງສະພາບແວດລ້ອມທາງພູມສາດທີ່ແຕກຕ່າງກັນເພື່ອແກ້ໄຂກະແສລົມດັ່ງກ່າວ ເຊິ່ງນັ້ນກໍຄື ໃນສະພາບແວດລ້ອມທີ່ແຕກຕ່າງກັນ, ກະແສລົມແມ່ນຍິ່ງອ່ອນແອລົງ, ປ່ຽນແປງທິດທາງຂອງພວກມັນ, ປ່ຽນແປງຄວາມໄວຂອງພວກມັນ ແລະ ປ່ຽນແປງກຳລັງຂອງພວກມັນ. ນັ້ນຄືເຫດຜົນທີ່ຜູ້ຄົນສາມາດເຫັນຄຸນລັກສະນະທາງພູມສາດທີ່ແຕກຕ່າງກັນ ເຊັ່ນ ພູເຂົາ, ເທືອກເຂົາໃຫຍ່, ທົ່ງພຽງ, ເນີນພູ, ອ່າງນໍ້າ, ຮ່ອມພູ, ທົ່ງຮາບ ແລະ ແມ່ນໍ້າໃຫຍ່. ດ້ວຍຄຸນລັກສະນະທາງພູມສາດທີ່ແຕກຕ່າງກັນເຫຼົ່ານີ້, ພຣະເຈົ້າໄດ້ປ່ຽນແປງຄວາມໄວ, ທິດທາງ ແລະ ກຳລັງຂອງກະແສລົມ. ນີ້ແມ່ນວິທີທີ່ພຣະອົງໃຊ້ເພື່ອຫຼຸດຜ່ອນ ຫຼື ປັບປ່ຽນກະແສລົມໃຫ້ກາຍເປັນລົມທີ່ມີຄວາມໄວ, ທິດທາງ ແລະ ກຳລັງຢ່າງເໝາະສົມ ເພື່ອວ່າມະນຸດຈະມີສະພາບແວດລ້ອມປົກກະຕິໃຫ້ດຳລົງຊີວິດຢູ່. ມີຄວາມຈຳເປັນສຳລັບສິ່ງນີ້ບໍ? (ມີ.) ການເຮັດສິ່ງແບບນີ້ແມ່ນເບິ່ງຄືວ່າຍາກສຳລັບມະນຸດ, ແຕ່ມັນງ່າຍສຳລັບພຣະເຈົ້າ ເພາະພຣະອົງສັງເກດເບິ່ງສິ່ງທັງປວງ. ສຳລັບພຣະອົງແລ້ວ, ມັນຈະທຳມະດາກວ່າ ຫຼື ງ່າຍກວ່າທີ່ຈະສ້າງສະພາບແວດລ້ອມທີ່ມີກະແສລົມທີ່ເໝາະສົມສຳລັບມະນຸດຊາດ. ສະນັ້ນ ໃນສະພາບແວດລ້ອມດັ່ງກ່າວທີ່ພຣະເຈົ້າເນລະມິດສ້າງຂຶ້ນ, ແຕ່ລະສິ່ງທີ່ຢູ່ພາຍໃນການເນລະມິດສ້າງທັງປວງຂອງພຣະອົງແມ່ນຈຳເປັນຫຼາຍແທ້ໆ. ມີຄຸນຄ່າ ແລະ ຄວາມຈຳເປັນໃນການເປັນຢູ່ຂອງທຸກໆສິ່ງ. ເຖິງຢ່າງໃດກໍຕາມ, ຊາຕານ ຫຼື ມະນຸດຊາດ ທີ່ຖືກເຮັດໃຫ້ເສື່ອມຊາມ ແມ່ນບໍ່ເຂົ້າໃຈຫຼັກການນີ້. ພວກເຂົາສືບຕໍ່ທຳລາຍ ແລະ ພັດທະນາ ແລະ ຂູດຮີດ ໂດຍມີຄວາມຝັນລົມໆແລ້ງໆທີ່ຈະປ່ຽນພູເຂົາໃຫ້ກາຍເປັນດິນພຽງ, ເຕີມເຕັມຮ່ອມພູເລິກ ແລະ ສ້າງຕຶກສູງສໍ່າຟ້າໃນດິນພຽງເພື່ອສ້າງປ່າດົງທີ່ເປັນຄອນກຣີດ. ມັນຄືຄວາມຫວັງຂອງພຣະເຈົ້າທີ່ມະນຸດຊາດຈະສາມາດດຳລົງຊີວິດຢ່າງມີຄວາມສຸກ, ເຕີບໃຫຍ່ຢ່າງມີຄວາມສຸກ ແລະ ໃຊ້ແຕ່ລະມື້ຢ່າງມີຄວາມສຸກໃນທ່າມກາງສະພາບແວດລ້ອມທີ່ເໝາະສົມທີ່ສຸດນີ້ ເຊິ່ງພຣະອົງໄດ້ຈັດກຽມໄວ້ສຳລັບພວກເຂົາ. ນັ້ນຄືເຫດຜົນທີ່ພຣະເຈົ້າບໍ່ເຄີຍເລີນເລີ້ໃນວິທີທີ່ພຣະອົງປະຕິບັດຕໍ່ສະພາບແວດລ້ອມທີ່ມະນຸດຊາດດຳລົງຊີວິດຢູ່. ນັບຕັ້ງແຕ່ອຸນຫະພູມຈົນເຖິງອາກາດ, ຈາກສຽງຈົນເຖິງແສງ, ພຣະເຈົ້າໄດ້ວາງແຜນ ແລະ ຈັດແຈງຢ່າງຊັບຊ້ອນ ເພື່ອວ່າຮ່າງກາຍຂອງມະນຸດ ແລະ ສະພາບແວດລ້ອມໃນການດຳລົງຊີວິດຂອງພວກເຂົາຈະບໍ່ເປັນເປົ້າໝາຍຂອງການແຊກແຊງໃດໜຶ່ງໃນສະພາບການທາງທຳມະຊາດ ແລະ ໃນທາງກົງກັນຂ້າມ ມະນຸດຊາດຈະສາມາດດຳລົງຊີວິດ ແລະ ເພີ່ມທະວີຢ່າງເປັນປົກກະຕິ ແລະ ດຳລົງຊີວິດຢ່າງເປັນປົກກະຕິກັບສິ່ງທັງປວງ ໂດຍຢູ່ຮ່ວມກັນຢ່າງປອງດອງ. ພຣະເຈົ້າໄດ້ສະໜອງທຸກສິ່ງນີ້ໃຫ້ແກ່ສິ່ງທັງປວງ ແລະ ແກ່ມະນຸດຊາດ.

ໃນລັກສະນະທີ່ພຣະເຈົ້າຈັດແຈງສະພາບການພື້ນຖານຫ້າຢ່າງນີ້ສຳລັບຄວາມຢູ່ລອດຂອງມະນຸດ, ເຈົ້າສາມາດເຫັນເຖິງວິທີທີ່ພຣະອົງສະໜອງໃຫ້ແກ່ມະນຸດຊາດບໍ? (ສາມາດເຫັນ.) ນັ້ນໝາຍຄວາມວ່າ ພຣະເຈົ້າເປັນພຣະຜູ້ສ້າງຂອງສະພາບການທັງໝົດທີ່ເປັນພື້ນຖານທີ່ສຸດສຳລັບຄວາມຢູ່ລອດຂອງມະນຸດ ແລະ ພຣະເຈົ້າຍັງຄຸ້ມຄອງ ແລະ ຄວບຄຸມສິ່ງເຫຼົ່ານີ້; ແມ່ນແຕ່ໃນຕອນນີ້ ຫຼັງຈາກຫຼາຍພັນປີແຫ່ງການເປັນຢູ່ຂອງມະນຸດ, ພຣະເຈົ້າກໍຍັງສືບຕໍ່ປ່ຽນແປງສະພາບແວດລ້ອມການດຳລົງຊີວິດຂອງພວກເຂົາ, ໃຫ້ສະພາບແວດລ້ອມທີ່ດີທີ່ສຸດ ແລະ ເໝາະສົມທີ່ສຸດໃຫ້ແກ່ພວກເຂົາ ເພື່ອວ່າຊີວິດຂອງພວກເຂົາຈະສາມາດຖືກຮັກສາດ້ວຍວິທີທີ່ປົກກະຕິ. ສະຖານະການດັ່ງກ່າວສາມາດຖືກຮັກສາໄດ້ອີກດົນສໍ່າໃດ? ເວົ້າອີກຢ່າງກໍຄື ພຣະເຈົ້າຈະສືບຕໍ່ສະໜອງສະພາບແວດລ້ອມດັ່ງກ່າວໄດ້ດົນສໍ່າໃດ? ມັນຈະຢູ່ຈົນກວ່າພຣະເຈົ້າຈະສຳເລັດພາລະກິດການຄຸ້ມຄອງຂອງພຣະອົງຢ່າງສົມບູນ. ແລ້ວພຣະເຈົ້າຈະປ່ຽນແປງສະພາບແວດລ້ອມການດຳລົງຊີວິດຂອງມະນຸດຊາດ. ອາດຈະເປັນໄປໄດ້ວ່າ ພຣະອົງຈະເຮັດການປ່ຽນແປງເຫຼົ່ານີ້ດ້ວຍວິທີການເດີມ ຫຼື ອາດແມ່ນດ້ວຍວິທີການທີ່ແຕກຕ່າງ. ແຕ່ສິ່ງທີ່ຜູ້ຄົນຕ້ອງຮູ້ໃນຕອນນີ້ກໍຄື ພຣະເຈົ້າສະໜອງໃຫ້ແກ່ຄວາມຕ້ອງການຂອງມະນຸດຊາດຢ່າງຕໍ່ເນື່ອງ; ຄຸ້ມຄອງສະພາບແວດລ້ອມທີ່ມະນຸດຊາດດຳລົງຊີວິດ; ແລະ ສະຫງວນ, ປົກປ້ອງ ແລະ ຮັກສາສະພາບແວດລ້ອມນັ້ນ. ດ້ວຍສະພາບແວດລ້ອມດັ່ງກ່າວ, ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າແມ່ນສາມາດດຳລົງຊີວິດໃນລັກສະນະທີ່ເປັນປົກກະຕິ ແລະ ຍອມຮັບເອົາຄວາມລອດພົ້ນ ແລະ ການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ. ທຸກສິ່ງສືບຕໍ່ເອົາຕົວລອດ ຍ້ອນອຳນາດສູງສຸດຂອງພຣະເຈົ້າ ແລະ ມະນຸດຊາດທັງປວງສືບຕໍ່ຂັບເຄື່ອນໄປຂ້າງໜ້າ ຍ້ອນການສະໜອງດັ່ງກ່າວຈາກພຣະເຈົ້າ.

ສ່ວນສຸດທ້າຍນີ້ຂອງການສົນທະນາຂອງພວກເຮົາໄດ້ນໍາຄວາມຄິດໃໝ່ໆມາເຖິງພວກເຈົ້າບໍ? ບັດນີ້ ພວກເຈົ້າຮູ້ຈັກເຖິງຄວາມແຕກຕ່າງອັນຍິ່ງໃຫຍ່ທີ່ສຸດລະຫວ່າງພຣະເຈົ້າ ແລະ ມະນຸດຊາດບໍ? ໃນທີ່ສຸດແລ້ວ ຜູ້ໃດເປັນເຈົ້ານາຍຂອງສິ່ງທັງປວງ? ແມ່ນມະນຸດບໍ? (ບໍ່ແມ່ນ.) ແລ້ວການປະຕິບັດຕໍ່ການເນລະມິດສ້າງທັງປວງລະຫວ່າງພຣະເຈົ້າ ແລະ ມະນຸດແມ່ນມີຫຍັງທີ່ແຕກຕ່າງກັນ? (ພຣະເຈົ້າປົກຄອງ ແລະ ຈັດແຈງສິ່ງທັງປວງ ໃນຂະນະທີ່ມະນຸດໄດ້ຮັບສິ່ງເຫຼົ່ານັ້ນ.) ພວກເຈົ້າເຫັນດີກັບສິ່ງນີ້ບໍ? ຄວາມແຕກຕ່າງອັນຍິ່ງໃຫຍ່ທີ່ສຸດລະຫວ່າງພຣະເຈົ້າ ແລະ ມະນຸດຊາດກໍຄື ພຣະເຈົ້າປົກຄອງ ແລະ ສະໜອງໃຫ້ແກ່ການເນລະມິດສ້າງທັງປວງ. ພຣະອົງເປັນຕົ້ນກຳເນີດຂອງຊີວິດຂອງທຸກສິ່ງ ແລະ ໃນຂະນະທີ່ພຣະເຈົ້າສະໜອງໃຫ້ແກ່ການເນລະມິດສ້າງທັງປວງ, ມະນຸດຊາດກໍມີຄວາມສຸກກັບມັນ. ນັ້ນໝາຍຄວາມວ່າ ມະນຸດມີຄວາມສຸກກັບສິ່ງທັງປວງຂອງການເນລະມິດສ້າງ ເມື່ອເຂົາຍອມຮັບຊີວິດທີ່ພຣະເຈົ້າປະທານໃຫ້ແກ່ສິ່ງທັງປວງ. ພຣະເຈົ້າເປັນເຈົ້ານາຍ ແລະ ມະນຸດຊາດເພີດເພີນກັບໝາກໄມ້ຂອງການເນລະມິດສ້າງສິ່ງທັງປວງຂອງພຣະເຈົ້າ. ແລ້ວຈາກທັດສະນະຂອງສິ່ງທັງປວງຂອງການເນລະມິດສ້າງຂອງພຣະເຈົ້າ, ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພຣະເຈົ້າ ແລະ ມະນຸດຊາດ? ພຣະເຈົ້າສາມາດເຫັນຢ່າງຊັດເຈນເຖິງກົດເກນຂອງວິທີທີ່ສິ່ງທັງປວງເຕີບໃຫຍ່ ແລະ ພຣະອົງຄວບຄຸມ ແລະ ມີອຳນາດເໜືອກົດເກນເຫຼົ່ານີ້. ນັ້ນກໍຄື ສິ່ງທັງປວງແມ່ນຢູ່ພາຍໃນສາຍຕາຂອງພຣະເຈົ້າ ແລະ ພາຍໃນຂອບເຂດການພິຈາລະນາຢ່າງຖີ່ຖ້ວນຂອງພຣະອົງ. ມະນຸດຊາດສາມາດເຫັນສິ່ງທັງປວງໄດ້ບໍ? ສິ່ງທີ່ມະນຸດຊາດສາມາດເຫັນໄດ້ກໍຈຳກັດແຕ່ໃນສິ່ງທີ່ຢູ່ຕໍ່ໜ້າພວກເຂົາໂດຍກົງ. ຖ້າເຈົ້າປີນພູເຂົາ, ແລ້ວສິ່ງທີ່ເຈົ້າເຫັນກໍເປັນພຽງພູເຂົານັ້ນ. ເຈົ້າບໍ່ສາມາດເຫັນເຖິງສິ່ງທີ່ຢູ່ໃນອີກດ້ານຂອງພູເຂົາ. ຖ້າເຈົ້າໄປຝັ່ງທະເລ ແລ້ວສິ່ງທີ່ເຈົ້າເຫັນກໍເປັນພຽງດ້ານໜຶ່ງຂອງມະຫາສະໝຸດ ແລະ ເຈົ້າບໍ່ສາມາດຮູ້ໄດ້ວ່າອີກດ້ານໜຶ່ງຂອງມະຫາສະໝຸດເປັນແນວໃດ. ຖ້າເຈົ້າເຂົ້າໄປໃນປ່າ, ເຈົ້າກໍສາມາດເຫັນພືດພັນຕໍ່ໜ້າເຈົ້າ ແລະ ອ້ອມຂ້າງເຈົ້າ, ແຕ່ເຈົ້າບໍ່ສາມາດເຫັນໄດ້ວ່າແມ່ນຫຍັງຢູ່ເບື້ອງໜ້າ. ມະນຸດບໍ່ສາມາດເຫັນສະຖານທີ່ຕ່າງໆທີ່ສູງກວ່າ, ໄກກວ່າ ແລະ ເລິກກວ່າ. ສິ່ງດຽວທີ່ພວກເຂົາສາມາດເຫັນເປັນພຽງສິ່ງທີ່ຢູ່ຕໍ່ໜ້າພວກເຂົາໂດຍກົງ ທີ່ຢູ່ພາຍໃນຂອບເຂດສາຍຕາຂອງພວກເຂົາ. ເຖິງວ່າມະນຸດຈະຮູ້ຈັກກົດເກນທີ່ສັ່ງການສີ່ລະດູການຂອງປີ ຫຼື ກົດເກນກ່ຽວກັບການເຕີບໃຫຍ່ຂອງສິ່ງທັງປວງ, ພວກເຂົາກໍຍັງບໍ່ສາມາດຄຸ້ມຄອງ ຫຼື ສັ່ງການສິ່ງທັງປວງໄດ້. ແຕ່ວິທີທີ່ພຣະເຈົ້າເຫັນສິ່ງທັງປວງຂອງການເນລະມິດສ້າງແມ່ນສໍ່າກັບການທີ່ພຣະອົງເຫັນເຄື່ອງຈັກທີ່ພຣະອົງໄດ້ສ້າງຂຶ້ນດ້ວຍຕົວພຣະອົງເອງ. ພຣະອົງຄຸ້ນເຄີຍກັບທຸກສ່ວນປະກອບ ແລະ ທຸກການເຊື່ອມໂຍງຢ່າງເລິກເຊິ່ງ, ແມ່ນຫຍັງຄືຫຼັກການຂອງພວກມັນ, ແມ່ນຫຍັງຄືແບບແຜນຂອງພວກມັນ ແລະ ແມ່ນຫຍັງຄືຈຸດປະສົງຂອງພວກມັນ, ພຣະເຈົ້າຮູ້ທຸກສິ່ງນີ້ດ້ວຍຄວາມຊັດເຈນລະດັບສູງສຸດ. ດັ່ງນັ້ນ ພຣະເຈົ້າກໍເປັນພຣະເຈົ້າ ແລະ ມະນຸດກໍເປັນມະນຸດ! ເຖິງວ່າມະນຸດອາດລົງເລິກໃນການຄົ້ນຄວ້າກ່ຽວກັບວິທະຍາສາດຂອງເຂົາ ແລະ ກົດເກນຕ່າງໆທີ່ປົກຄອງສິ່ງທັງປວງ, ການຄົ້ນຄວ້ານັ້ນກໍຈຳກັດແຕ່ໃນຂອບເຂດ ໃນຂະນະທີ່ພຣະເຈົ້າຄວບຄຸມທຸກຢ່າງ ເຊິ່ງສຳລັບມະນຸດແລ້ວ ການຄວບຄຸມຂອງພຣະເຈົ້າແມ່ນບໍ່ມີຂອບເຂດ. ມະນຸດສາມາດໃຊ້ຊົ່ວຊີວິດຂອງເຂົາໃນການຄົ້ນຄວ້າການກະທຳເລັກນ້ອຍທີ່ສຸດຂອງພຣະເຈົ້າ ໂດຍບໍ່ບັນລຸຜົນຢ່າງແທ້ຈິງເລີຍ. ນີ້ຄືເຫດຜົນວ່າ ຖ້າເຈົ້າໃຊ້ພຽງຄວາມຮູ້ ແລະ ສິ່ງທີ່ເຈົ້າຮຽນຮູ້ເພື່ອສຶກສາກ່ຽວກັບພຣະເຈົ້າ, ເຈົ້າກໍຈະບໍ່ສາມາດຮູ້ຈັກພຣະເຈົ້າ ຫຼື ເຂົ້າໃຈພຣະອົງຈັກເທື່ອ. ແຕ່ຖ້າເຈົ້າເລືອກວິທີໃນການສະແຫວງຫາຄວາມຈິງ ແລະ ສະແຫວງຫາພຣະເຈົ້າ ແລະ ຫຼຽວເບິ່ງພຣະເຈົ້າຈາກທັດສະນະຂອງການມາຮູ້ຈັກພຣະອົງ ແລ້ວມື້ໜຶ່ງ ເຈົ້າກໍຈະຮັບຮູ້ວ່າການກະທຳ ແລະ ສະຕິປັນຍາຂອງພຣະເຈົ້າຢູ່ທຸກຫົນທຸກແຫ່ງ ແລະ ເຈົ້າຈະຮູ້ຈັກວ່າເປັນຫຍັງພຣະເຈົ້າຈຶ່ງຖືກເອີ້ນວ່າເຈົ້ານາຍຂອງສິ່ງທັງປວງ ແລະ ຕົ້ນກຳເນີດຂອງຊີວິດສຳລັບສິ່ງທັງປວງ. ຍິ່ງເຈົ້າໄດ້ຮັບຄວາມເຂົ້າໃຈດັ່ງກ່າວຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງຖືກເອີ້ນວ່າເຈົ້ານາຍຂອງສິ່ງທັງປວງ. ສິ່ງທັງປວງ ແລະ ທຸກສິ່ງ ລວມເຖິງຕົວເຈົ້າ ແມ່ນໄດ້ຮັບກະແສການສະໜອງຂອງພຣະເຈົ້າຢູ່ເລື້ອຍໆ. ເຈົ້າຈະຍັງສາມາດຮູ້ສຶກໄດ້ຢ່າງຊັດເຈນວ່າ ໃນໂລກນີ້ ແລະ ທ່າມກາງມະນຸດຊາດນີ້ ບໍ່ມີຜູ້ໃດນອກຈາກພຣະເຈົ້າ ທີ່ຈະສາມາດມີຄວາມສາມາດ ແລະ ແກ່ນແທ້ທີ່ພຣະອົງປົກຄອງ, ຄຸ້ມຄອງ ແລະ ຮັກສາການເປັນຢູ່ຂອງສິ່ງທັງປວງ. ເມື່ອເຈົ້າມີຄວາມເຂົ້າໃຈແບບນີ້, ເຈົ້າກໍຈະຮັບຮູ້ຢ່າງແທ້ຈິງວ່າພຣະເຈົ້າເປັນພຣະເຈົ້າຂອງເຈົ້າ. ເມື່ອເຈົ້າໄປເຖິງຈຸດນີ້, ເຈົ້າກໍຈະໄດ້ຍອມຮັບພຣະເຈົ້າຢ່າງແທ້ຈິງ ແລະ ຍອມໃຫ້ພຣະອົງເປັນພຣະເຈົ້າຂອງເຈົ້າ ແລະ ເປັນເຈົ້ານາຍຂອງເຈົ້າ. ເມື່ອເຈົ້າໄດ້ຮັບຄວາມເຂົ້າໃຈດັ່ງກ່າວ ແລະ ຊີວິດຂອງເຈົ້າໄດ້ໄປເຖິງຈຸດດັ່ງກ່າວ, ພຣະເຈົ້າຈຶ່ງຈະບໍ່ທົດສອບເຈົ້າ ແລະ ພິພາກສາເຈົ້າອີກຕໍ່ໄປ ຫຼື ພຣະອົງຈະບໍ່ຮຽກຮ້ອງຈາກເຈົ້າ ເພາະເຈົ້າຈະເຂົ້າໃຈພຣະອົງ, ຈະຮູ້ຈັກຫົວໃຈຂອງພຣະອົງ ແລະ ຈະຍອມຮັບພຣະເຈົ້າໃນຫົວໃຈຂອງເຈົ້າຢ່າງແທ້ຈິງ. ນີ້ຄືເຫດຜົນທີ່ສຳຄັນທີ່ຈະສົນທະນາໃນຫົວຂໍ້ເຫຼົ່ານີ້ທີ່ກ່ຽວກັບການມີອຳນາດ ແລະ ການຄຸ້ມຄອງສິ່ງທັງປວງຂອງພຣະເຈົ້າ. ການເຮັດແບບນັ້ນກໍແມ່ນເພື່ອມອບຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ຜູ້ຄົນຫຼາຍຂຶ້ນ, ບໍ່ແມ່ນພຽງແຕ່ໃຫ້ເຈົ້າໄດ້ຮັບຮູ້ເທົ່ານັ້ນ, ແຕ່ໃຫ້ເຈົ້າໄດ້ຮູ້ຈັກ ແລະ ເຂົ້າໃຈການກະທຳຂອງພຣະເຈົ້າໃນວິທີທີ່ເປັນຈິງຫຼາຍຂຶ້ນ.

ອາຫານ ແລະ ເຄື່ອງດື່ມປະຈຳວັນທີ່ພຣະເຈົ້າຈັດກຽມໃຫ້ແກ່ມະນຸດຊາດ

ເມື່ອກີ້ນີ້, ພວກເຮົາຫາກໍເວົ້າກ່ຽວກັບສ່ວນໜຶ່ງຂອງສະພາບແວດລ້ອມໂດຍລວມ ໂດຍສະເພາະແມ່ນສະພາບການທີ່ຈຳເປັນຕໍ່ຄວາມຢູ່ລອດຂອງມະນຸດ ເຊິ່ງພຣະເຈົ້າໄດ້ຈັດກຽມ ເມື່ອພຣະອົງເນລະມິດສ້າງໂລກ. ພວກເຮົາເວົ້າກ່ຽວກັບຫ້າສິ່ງ ເຊິ່ງເປັນຫ້າອົງປະກອບຂອງສະພາບແວດລ້ອມດັ່ງກ່າວ. ຫົວຂໍ້ຕໍ່ໄປຂອງພວກເຮົາແມ່ນກ່ຽວຂ້ອງຢ່າງໃກ້ຊິດກັບຊີວິດຝ່າຍຮ່າງກາຍຂອງມະນຸດທຸກຄົນ ແລະ ມັນຍິ່ງກ່ຽວພັນກັບຊີວິດນັ້ນ ແລະ ການບັນລຸສະພາບການທີ່ຈຳເປັນຫຼາຍກວ່າຫ້າຢ່າງທີ່ຜ່ານມາ. ເປັນຕົ້ນແມ່ນອາຫານທີ່ຜູ້ຄົນກິນ. ພຣະເຈົ້າໄດ້ເນລະມິດສ້າງມະນຸດ ແລະ ວາງເຂົາໃນສະພາບແວດລ້ອມທີ່ເໝາະສົມສຳລັບຊີວິດ; ຫຼັງຈາກນັ້ນ ມະນຸດກໍຕ້ອງການອາຫານ ແລະ ນໍ້າ. ມະນຸດມີຄວາມຕ້ອງການນີ້, ສະນັ້ນ ພຣະເຈົ້າຈຶ່ງເຮັດການຈັດກຽມທີ່ກ່ຽວຂ້ອງສຳລັບເຂົາ. ສະນັ້ນ ແຕ່ລະບາດກ້າວໃນພາລະກິດຂອງພຣະເຈົ້າ ແລະ ແຕ່ລະສິ່ງທີ່ພຣະອົງເຮັດຈຶ່ງບໍ່ແມ່ນພຣະທຳວ່າງເປົ່າທີ່ກຳລັງຖືກກ່າວອອກມາ ແຕ່ເປັນການກະທຳທີ່ເປັນຈິງ ແລະ ແທ້ຈິງທີ່ກຳລັງເກີດຂຶ້ນ. ອາຫານບໍ່ໄດ້ຈຳເປັນຫຼາຍແທ້ໆໃນຊີວິດປະຈຳວັນຂອງຜູ້ຄົນບໍ? ອາຫານສຳຄັນກວ່າອາກາດບໍ? ພວກມັນສຳຄັນພໍໆກັນ. ທັງສອງຢ່າງແມ່ນສະພາບການທີ່ຈຳເປັນ ແລະ ວັດຖຸທາດສຳລັບຄວາມຢູ່ລອດຂອງມະນຸດຊາດ ແລະ ສຳລັບຮັກສາການສືບຕໍ່ຊີວິດຂອງມະນຸດ. ອັນໃດສຳຄັນກວ່າກັນ, ອາກາດ ຫຼື ນໍ້າ? ອຸນຫະພູມ ຫຼື ອາຫານ? ພວກມັນລ້ວນແລ້ວແຕ່ສຳຄັນພໍໆກັນ. ຜູ້ຄົນບໍ່ສາມາດເລືອກໄດ້ລະຫວ່າງສິ່ງເຫຼົ່ານັ້ນ ເພາະພວກເຂົາບໍ່ສາມາດປາສະຈາກສິ່ງໃດສິ່ງໜຶ່ງໃນບັນດາສິ່ງເຫຼົ່ານັ້ນໄດ້. ນີ້ຄືບັນຫາທີ່ເປັນຈິງ ແລະ ແທ້ຈິງ, ບໍ່ແມ່ນໜຶ່ງໃນການເລືອກສິ່ງຕ່າງໆຂອງເຈົ້າ. ເຈົ້າບໍ່ຮູ້, ແຕ່ພຣະເຈົ້າຮູ້. ເມື່ອເຈົ້າເຫັນອາຫານ, ເຈົ້າກໍຄິດວ່າ “ຂ້ານ້ອຍບໍ່ສາມາດປາສະຈາກອາຫານໄດ້!” ແຕ່ທັນທີຫຼັງຈາກທີ່ເຈົ້າຖືກສ້າງຂຶ້ນມາ, ເຈົ້າຮູ້ບໍວ່າເຈົ້າຕ້ອງການອາຫານ? ເຈົ້າບໍ່ຮູ້, ແຕ່ພຣະເຈົ້າຮູ້. ມີແຕ່ເມື່ອເຈົ້າຫິວເຂົ້າ ແລະ ເຫັນໝາກໄມ້ເທິງຕົ້ນໄມ້ ແລະ ເມັດເຂົ້າທີ່ຢູ່ເທິງດິນໃຫ້ເຈົ້າໄດ້ກິນ, ເຈົ້າຈຶ່ງຮູ້ວ່າເຈົ້າຕ້ອງການອາຫານ. ມີແຕ່ເມື່ອເຈົ້າຫິວນໍ້າ ແລະ ຫຼຽວເຫັນນໍ້າພຸ, ມີແຕ່ເມື່ອເຈົ້າດື່ມນໍ້າ ເຈົ້າຈຶ່ງຮູ້ວ່າເຈົ້າຕ້ອງການນໍ້າ. ນໍ້າແມ່ນຖືກຈັດກຽມໄວ້ລ່ວງໜ້າໂດຍພຣະເຈົ້າສຳລັບມະນຸດຊາດແລ້ວ. ບໍ່ວ່າຄົນເຮົາຈະກິນອາຫານສາມຄາບຕໍ່ມື້ ຫຼື ສອງຄາບ ຫຼື ແມ່ນແຕ່ຫຼາຍກວ່ານັ້ນ, ເວົ້າສັ້ນໆແລ້ວ ອາຫານກໍແມ່ນສິ່ງທີ່ຈຳເປັນຫຼາຍແທ້ໆສຳລັບມະນຸດໃນຊີວິດປະຈຳວັນຂອງພວກເຂົາ. ມັນແມ່ນໜຶ່ງໃນສິ່ງທີ່ຈຳເປັນເພື່ອຮັກສາຄວາມຢູ່ລອດທີ່ປົກກະຕິ ແລະ ຕໍ່ເນື່ອງຂອງຮ່າງກາຍມະນຸດ. ແລ້ວອາຫານສ່ວນໃຫຍ່ມາຈາກໃສ? ຢ່າງທຳອິດ, ມັນມາຈາກດິນ. ດິນແມ່ນຖືກຈັດກຽມໄວ້ລ່ວງໜ້າໂດຍພຣະເຈົ້າສຳລັບມະນຸດຊາດ ແລະ ມັນເໝາະສົມສຳລັບຄວາມຢູ່ລອດຂອງພືດຫຼາຍປະເພດ, ບໍ່ແມ່ນພຽງຕົ້ນໄມ້ ຫຼື ຫຍ້າ. ພຣະເຈົ້າຈັດກຽມເມັດພືດຂອງເຂົ້າທຸກປະເພດ ແລະ ເມັດພືດຂອງອາຫານອື່ນໆອີກຫຼາກຫຼາຍໃຫ້ແກ່ມະນຸດຊາດ ແລະ ພຣະອົງມອບດິນທີ່ເໝາະສົມ ແລະ ພື້ນດິນເພື່ອຫວ່ານພືດໃຫ້ແກ່ມະນຸດຊາດ ແລະ ດ້ວຍສິ່ງເຫຼົ່ານີ້ ມະນຸດຊາດຈຶ່ງໄດ້ຮັບອາຫານ. ແມ່ນຫຍັງຄືປະເພດຕ່າງໆຂອງອາຫານ? ພວກເຈົ້າກໍອາດຈະຮູ້ແລ້ວ. ຢ່າງທຳອິດແມ່ນມີເມັດເຂົ້າທີ່ຫຼາກຫຼາຍ. ມີເມັດເຂົ້າປະເພດໃດແດ່ທີ່ແຕກຕ່າງກັນ? ເຂົ້າສາລີ, ເຂົ້າເຟືອງຫາງໝາ, ເຂົ້າເດືອຍ, ເຂົ້າເຟືອງສີແດງ ແລະ ເມັດເຂົ້າເປືອກຊະນິດອື່ນໆ. ທັນຍະພືດກໍມາໃນທຸກຮູບແບບເຊັ່ນກັນ ດ້ວຍຄວາມຫຼາກຫຼາຍທີ່ແຕກຕ່າງກັນ ຈາກພາກໃຕ້ຈົນຮອດພາກເໜືອ: ເຂົ້າບາເລ້, ເຂົ້າສາລີ, ເຂົ້າໂອດ, ບັກວີດ ແລະ ອື່ນໆອີກ. ຊະນິດທີ່ແຕກຕ່າງກັນແມ່ນເໝາະແກ່ການປູກຝັງໃນເຂດທີ່ແຕກຕ່າງກັນ. ຍັງມີເຂົ້າອີກຫຼາກຫຼາຍປະເພດ. ພາກໃຕ້ແມ່ນມີເຂົ້າຊະນິດຕ່າງຂອງມັນເອງ ເຊິ່ງແມ່ນເມັດເຂົ້າທີ່ຍາວກວ່າ ແລະ ເໝາະສຳລັບຜູ້ຄົນທີ່ມາຈາກພາກໃຕ້ ຍ້ອນດິນຟ້າອາກາດແມ່ນຮ້ອນກວ່າໃນທີ່ນັ້ນ ເຊິ່ງໝາຍຄວາມວ່າ ປະຊາຊົນໃນທ້ອງຖິ່ນຕ້ອງກິນເຂົ້າຊະນິດຕ່າງໆ ເຊັ່ນ ເຂົ້າອິນດິກາ ເຊິ່ງບໍ່ໜຽວເກີນໄປ. ເຂົ້າຂອງພວກເຂົາບໍ່ສາມາດໜຽວເກີນໄປ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍຈະເຊົາຢາກອາຫານ ແລະ ບໍ່ສາມາດທົນຕໍ່ມັນໄດ້. ຄົນພາກເໜືອກິນເຂົ້າທີ່ໜຽວກວ່າ ຍ້ອນທິດເໜືອເຢັນຢູ່ສະເໝີ, ສະນັ້ນ ຜູ້ຄົນໃນທີ່ນັ້ນຈຶ່ງຕ້ອງກິນສິ່ງທີ່ໜຽວຫຼາຍກວ່າ. ຕໍ່ໄປແມ່ນມີຊະນິດຕ່າງໆຂອງໝາກຖົ່ວ ທີ່ເກີດຢູ່ເທິງພື້ນດິນ ແລະ ຜັກມີຮາກທີ່ເກີດຢູ່ໃຕ້ດິນ ເຊັ່ນ ມັນຝຣັ່ງ, ມັນດ້າງ, ເຜືອກ ແລະ ອື່ນໆອີກຫຼາຍ. ມັນຝຣັ່ງເກີດຢູ່ພາກເໜືອ ເຊິ່ງເປັນບ່ອນທີ່ຄຸນນະພາບຂອງພວກມັນສູງຫຼາຍ. ເມື່ອຜູ້ຄົນບໍ່ມີເມັດເຂົ້າໃຫ້ກິນ, ມັນຝຣັ່ງ ທີ່ເປັນອາຫານຫຼັກ ກໍສາມາດເຮັດໃຫ້ພວກເຂົາກິນອາຫານສາມຄາບຕໍ່ມື້ໄດ້. ມັນຝຣັ່ງສາມາດໃຊ້ເປັນອາຫານສຳຮອງອີກດ້ວຍ. ຄຸນນະພາບຂອງມັນດ້າງແມ່ນຂ້ອນຂ້າງບໍ່ດີສໍ່າມັນຝຣັ່ງ, ແຕ່ພວກມັນຍັງສາມາດຖືກໃຊ້ເປັນອາຫານຫຼັກເພື່ອເຮັດໃຫ້ຄົບສາມຄາບຕໍ່ມື້. ເມື່ອຫາເມັດເຂົ້າຍາກ, ຜູ້ຄົນກໍສາມາດກຳຈັດຄວາມຫິວໂຫຍດ້ວຍມັນດ້າງ. ເຜືອກທີ່ຜູ້ຄົນໃນພາກໃຕ້ກິນຢູ່ເລື້ອຍໆ ແມ່ນສາມາດໃຊ້ໃນລັກສະນະດຽວກັນ ແລະ ມັນຍັງສາມາດໃຊ້ເປັນອາຫານຫຼັກໄດ້. ສິ່ງດັ່ງກ່າວແມ່ນພືດຜົນທີ່ແຕກຕ່າງກັນຫຼາຍ ເຊິ່ງເປັນສ່ວນຈຳເປັນໃນອາຫານ ແລະ ເຄື່ອງດື່ມປະຈຳວັນຂອງຜູ້ຄົນ. ຜູ້ຄົນໃຊ້ເມັດເຂົ້າຕ່າງໆເພື່ອເຮັດເສັ້ນໝີ່, ສາລະເປົາ, ເຂົ້າ, ເສັ້ນເຂົ້າ ແລະ ສິ່ງອື່ນໆ. ພຣະເຈົ້າໄດ້ປະທານຫຼາກຫຼາຍເມັດເຂົ້າເຫຼົ່ານີ້ໃຫ້ແກ່ມະນຸດຊາດຢ່າງອຸດົມສົມບູນ. ເປັນຫຍັງການມີຫຼາກຫຼາຍຊະນິດຈຶ່ງເປັນຄວາມປະສົງຂອງພຣະເຈົ້າ: ພວກມັນເໝາະສົມທີ່ຈະເກີດໃນດິນ ແລະ ດິນຟ້າອາກາດທີ່ແຕກຕ່າງກັນຂອງພາກເໜືອ, ພາກໃຕ້, ພາກຕາເວັນອອກ ແລະ ພາກຕາເວັນຕົກ; ໃນຂະນະທີ່ສ່ວນປະກອບ ແລະ ສ່ວນປະສົມທີ່ຫຼາກຫຼາຍຂອງພວກມັນສອດຄ່ອງກັບສ່ວນປະກອບ ແລະ ສ່ວນປະສົມທີ່ຫຼາກຫຼາຍກັນຂອງຮ່າງກາຍມະນຸດ. ດ້ວຍການກິນເມັດເຂົ້າເຫຼົ່ານີ້ເທົ່ານັ້ນ ຜູ້ຄົນຈຶ່ງສາມາດຮັກສາສານອາຫານ ແລະ ວັດຖຸທາດຕ່າງໆທີ່ຮ່າງກາຍຂອງພວກເຂົາຕ້ອງການ. ອາຫານຂອງພາກເໜືອ ແລະ ອາຫານຂອງພາກໃຕ້ແມ່ນແຕກຕ່າງກັນ, ແຕ່ພວກມັນມີຄວາມຄ້າຍຄືກັນຫຼາຍກວ່າຄວາມແຕກຕ່າງ. ທັງສອງຢ່າງສາມາດຕອບສະໜອງຄວາມຕ້ອງການປົກກະຕິຂອງຮ່າງກາຍມະນຸດ ແລະ ສະໜັບສະໜູນຄວາມຢູ່ລອດໂດຍປົກກະຕິຂອງມັນ. ສະນັ້ນ ຈຶ່ງເກີດມີອາຫານຊະນິດຕ່າງໆຢ່າງອຸດົມສົມບູນໃນແຕ່ລະເຂດ ຍ້ອນຮ່າງກາຍຂອງມະນຸດຕ້ອງການສິ່ງທີ່ອາຫານທີ່ແຕກຕ່າງກັນເຫຼົ່ານັ້ນສະໜອງໃຫ້, ພວກມັນຈຳເປັນຕ້ອງຖືກສະໜອງໂດຍອາຫານຕ່າງໆເຫຼົ່ານີ້ທີ່ເກີດຈາກດິນເພື່ອບໍາລຸງລ້ຽງການເປັນຢູ່ປົກກະຕິຂອງຮ່າງກາຍ ເພື່ອພວກເຂົາຈະສາມາດມີຊີວິດມະນຸດທີ່ເປັນປົກກະຕິ. ສະຫຼຸບກໍຄື ພຣະເຈົ້າຄຳນຶງເຖິງມະນຸດຊາດຫຼາຍ. ອາຫານຕ່າງໆທີ່ພຣະເຈົ້າປະທານໃຫ້ແກ່ຜູ້ຄົນກໍບໍ່ໄດ້ແຕກຕ່າງ ເຊິ່ງໃນທາງກົງກັນຂ້າມ ພວກມັນຂ້ອນຂ້າງຖືກຄັດສັນຈາກສິ່ງທີ່ດີທີ່ສຸດ. ຖ້າຜູ້ຄົນຕ້ອງການກິນທັນຍະພືດ, ພວກເຂົາກໍສາມາດກິນທັນຍະພືດ. ບາງຄົນມັກກິນເຂົ້າຫຼາຍກວ່າເຂົ້າສາລີ ແລະ ເມື່ອບໍ່ມັກເຂົ້າສາລີ ພວກເຂົາກໍສາມາດກິນເຂົ້າໄດ້. ມີເຂົ້າທຸກປະເພດ, ເມັດຍາວ, ເມັດສັ້ນ ແລະ ແຕ່ລະປະເພດກໍສາມາດສະໜອງໃຫ້ແກ່ຄວາມຢາກຂອງຜູ້ຄົນ. ສະນັ້ນ ຖ້າຜູ້ຄົນກິນເມັດເຂົ້າເຫຼົ່ານີ້ ຕາບເທົ່າທີ່ພວກເຂົາບໍ່ເລືອກອາຫານຂອງພວກເຂົາຫຼາຍ ພວກເຂົາກໍຈະບໍ່ຂາດສານອາຫານ ແລະ ຮັບປະກັນໄດ້ວ່າຈະດຳລົງຊີວິດຢ່າງມີສຸຂະພາບທີ່ແຂງແຮງຈົນພວກເຂົາຕາຍ. ນັ້ນແມ່ນແນວຄິດທີ່ພຣະເຈົ້າມີໃນຄວາມຄິດ ເມື່ອພຣະອົງປະທານອາຫານໃຫ້ແກ່ມະນຸດຊາດ. ຮ່າງກາຍມະນຸດບໍ່ສາມາດຢູ່ໄດ້ຫາກປາສະຈາກສິ່ງເຫຼົ່ານີ້, ນັ້ນບໍ່ແມ່ນຄວາມຈິງບໍ? ສິ່ງເຫຼົ່ານີ້ຄືບັນຫາແທ້ຈິງທີ່ມະນຸດບໍ່ສາມາດແກ້ໄຂໄດ້ດ້ວຍຕົນເອງ, ແຕ່ພຣະເຈົ້າໄດ້ຈັດກຽມສຳລັບພວກເຂົາແລ້ວ: ພຣະອົງຄິດເຖິງພວກເຂົາລ່ວງໜ້າ ແລະ ຈັດກຽມສຳລັບມະນຸດຊາດ.

ແຕ່ນີ້ບໍ່ແມ່ນທຸກສິ່ງທີ່ພຣະເຈົ້າໄດ້ມອບໃຫ້ແກ່ມະນຸດຊາດ, ພຣະອົງຍັງມອບຜັກໃຫ້ແກ່ມະນຸດຊາດນໍາ! ຖ້ານັ້ນແມ່ນທັງໝົດທີ່ເຈົ້າກິນ, ມີເຂົ້າໂດຍທີ່ບໍ່ມີສິ່ງອື່ນອີກ, ເຈົ້າກໍອາດຈະບໍ່ໄດ້ຮັບສານອາຫານຢ່າງພຽງພໍ. ໃນອີກດ້ານໜຶ່ງ, ຖ້າເຈົ້າທອດຜັກຈຳນວນໜຶ່ງ ຫຼື ປະສົມກັບສະຫຼັດເພື່ອກິນກັບອາຫານຂອງເຈົ້າ, ແລ້ວວິຕາມິນທີ່ຢູ່ໃນຜັກ ແລະ ທາດຕ່າງໆທີ່ເປັນສ່ວນສຳຄັນຂອງພວກມັນ ແລະ ສານອາຫານອື່ນໆກໍຈະສາມາດສະໜອງຄວາມຕ້ອງການຂອງຮ່າງກາຍຂອງເຈົ້າໂດຍທຳມະຊາດ. ແລ້ວຜູ້ຄົນຍັງສາມາດກິນໝາກໄມ້ໜ້ອຍໜຶ່ງລະຫວ່າງອາຫານ. ບາງເທື່ອ ຜູ້ຄົນຕ້ອງການຂອງແຫຼວຫຼາຍຂຶ້ນ ຫຼື ສານອາຫານອື່ນໆ ຫຼື ລົດຊາດທີ່ແຕກຕ່າງກັນ ແລ້ວມັນກໍມີໝາກໄມ້ ແລະ ຜັກເພື່ອຕອບສະໜອງຄວາມຕ້ອງການເຫຼົ່ານີ້. ຍ້ອນພາກເໜືອ, ພາກໃຕ້, ພາກຕາເວັນອອກ ແລະ ພາກຕາເວັນຕົກມີດິນ ແລະ ດິນຟ້າອາກາດທີ່ແຕກຕ່າງກັນ, ພວກມັນຈຶ່ງຜະລິດຜັກ ແລະ ໝາກໄມ້ຊະນິດທີ່ແຕກຕ່າງກັນ. ຍ້ອນດິນຟ້າອາກາດຢູ່ພາກໃຕ້ຮ້ອນຫຼາຍເກີນໄປ, ໝາກໄມ້ ແລະ ຜັກສ່ວນໃຫຍ່ທີ່ມີຢູ່ບ່ອນນັ້ນຈຶ່ງເປັນປະເພດທີ່ເຢັນ ເຊິ່ງຫຼັງຈາກທີ່ກິນ ພວກມັນແມ່ນສາມາດເຮັດໃຫ້ຄວາມເຢັນ ແລະ ຄວາມຮ້ອນໃນຮ່າງກາຍມະນຸດມີຄວາມສົມດຸນກັນ. ໃນທາງກົງກັນຂ້າມ, ມີຊະນິດຜັກ ແລະ ໝາກໄມ້ທີ່ໜ້ອຍກວ່າໃນພາກເໜືອ ແຕ່ກໍພຽງພໍໃຫ້ຜູ້ຄົນທ້ອງຖິ່ນໄດ້ກິນ. ເຖິງຢ່າງໃດກໍຕາມ, ເນື່ອງຈາກການພັດທະນາໃນສັງຄົມໃນບໍ່ຫຼາຍປີມານີ້ ແລະ ສິ່ງທີ່ເອີ້ນວ່າຄວາມກ້າວໜ້າທາງສັງຄົມ ພ້ອມທັງການປັບປຸງໃນການສື່ສານ ແລະ ການຂົ່ນສົ່ງທີ່ເຊື່ອມໂຍງພາກເໜືອ, ພາກໃຕ້, ພາກຕາເວັນອອກ ແລະ ພາກຕາເວັນຕົກ, ຜູ້ຄົນທີ່ຢູ່ໃນພາກເໜືອຈຶ່ງຍັງສາມາດກິນໝາກໄມ້ບາງປະເພດຈາກພາກໃຕ້ ແລະ ຜັກ ຫຼື ຜະລິດຕະພັນຂອງເຂດຈາກພາກໃຕ້ ແລະ ພວກເຂົາສາມາດກິນໝົດສີ່ລະດູໃນປີເລີຍ. ເຖິງແມ່ນສິ່ງນີ້ຈະສາມາດສະໜອງຄວາມຢາກຂອງຜູ້ຄົນ ແລະ ຄວາມປາຖະໜາທາງກາຍ ແຕ່ຮ່າງກາຍຂອງພວກເຂົາກໍຕົກຢູ່ໃນອັນຕະລາຍໃນຫຼາກຫຼາຍລະດັບໂດຍບໍ່ຮູ້ຕົວ. ນີ້ກໍຍ້ອນ ໃນບັນດາອາຫານທີ່ພຣະເຈົ້າໄດ້ຈັດກຽມໃຫ້ມະນຸດຊາດ, ມີອາຫານ ແລະ ໝາກໄມ້ ແລະ ຜັກທີ່ໃຫ້ສຳລັບຜູ້ຄົນໃນພາກໃຕ້ ພ້ອມທັງອາຫານ ແລະ ໝາກໄມ້ ແລະ ຜັກທີ່ໃຫ້ສຳລັບຜູ້ຄົນໃນພາກເໜືອ. ນັ້ນໝາຍຄວາມວ່າ ຖ້າເຈົ້າເກີດໃນພາກໃຕ້, ມັນກໍເໝາະສົມທີ່ເຈົ້າຈະກິນສິ່ງຕ່າງໆຈາກພາກໃຕ້. ພຣະເຈົ້າຈັດກຽມອາຫານ ແລະ ໝາກໄມ້ ແລະ ຜັກເຫຼົ່ານີ້ໂດຍສະເພາະ ຍ້ອນພາກໃຕ້ມີດິນຟ້າອາກາດທີ່ພິເສດ. ພາກເໜືອມີອາຫານທີ່ຈຳເປັນສຳລັບຮ່າງກາຍຂອງຜູ້ຄົນໃນພາກເໜືອ. ແຕ່ຍ້ອນຜູ້ຄົນມີຄວາມຢາກທີ່ໂລພາ, ພວກເຂົາຈຶ່ງປ່ອຍໃຫ້ຕົນເອງຖືກພັດພາໃນກະແສຄວາມນິຍົມແບບໃໝ່ໃນສັງຄົມໂດຍບໍ່ຮູ້ຕົວ ແລະ ພວກເຂົາກໍລະເມີດກົດເກນເຫຼົ່ານີ້ໂດຍບໍ່ຮູ້ສຶກຕົວ. ເຖິງວ່າຜູ້ຄົນຈະຮູ້ສຶກວ່າຊີວິດຂອງພວກເຂົາດີກວ່າໃນອະດີດ ແຕ່ຄວາມກ້າວໜ້າແບບນີ້ໃນສັງຄົມກໍກໍ່ໃຫ້ເກີດອັນຕະລາຍທີ່ແອບແຝງຕໍ່ຮ່າງກາຍຂອງຈຳນວນຄົນທີ່ເພີ່ມຂຶ້ນ. ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າຕ້ອງການເຫັນ ແລະ ມັນບໍ່ແມ່ນສິ່ງທີ່ພຣະອົງເຈດຕະນາ ເມື່ອພຣະອົງສະໜອງອາຫານ, ໝາກໄມ້ ແລະ ຜັກເຫຼົ່ານີ້ໃຫ້ແກ່ມະນຸດຊາດ. ມະນຸດເອງກໍໄດ້ເຮັດໃຫ້ເກີດສະຖານະການປັດຈຸບັນ ໂດຍລະເມີດກົດເກນຂອງພຣະເຈົ້າ.

ແມ່ນແຕ່ນອກຈາກທຸກສິ່ງເຫຼົ່ານັ້ນ, ລາງວັນທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດຊາດກໍອຸດົມສົມບູນຫຼາຍຢ່າງແທ້ຈິງ ແລະ ແຕ່ລະແຫ່ງກໍມີຜະລິດຕະພັນທ້ອງຖິ່ນຂອງມັນເອງ. ຕົວຢ່າງເຊັ່ນ ບາງບ່ອນອຸດົມສົມບູນໄປດ້ວຍໝາກອິນທະພາລຳແດງ (ຍັງເປັນທີ່ຮູ້ຈັກກັນວ່າ ໝາກກະທັນ), ບ່ອນອື່ນແມ່ນອຸດົມສົມບູນໄປດ້ວຍວໍນັດ ແລະ ບ່ອນອື່ນແມ່ນອຸດົມສົມບູນໄປດ້ວຍຖົ່ວດິນ ແລະ ໝາກຖົ່ວອື່ນໆອີກຫຼາກຫຼາຍ. ສິ່ງຂອງທາງກາຍເຫຼົ່ານີ້ລ້ວນແລ້ວແຕ່ສະໜອງສານອາຫານທີ່ຈຳເປັນສຳລັບຮ່າງກາຍມະນຸດ. ແຕ່ພຣະເຈົ້າສະໜອງໃຫ້ແກ່ມະນຸດຊາດດ້ວຍສິ່ງຕ່າງໆໃນປະລິມານທີ່ເໝາະສົມ ແລະ ໃນເວລາທີ່ເໝາະສົມ ຕາມລະດູການ ແລະ ເວລາຂອງປີ. ມະນຸດຊາດຢາກໄດ້ຄວາມສຸກທາງກາຍ ແລະ ຄວາມໂລພາ ເຊິ່ງເຮັດໃຫ້ມັນງ່າຍທີ່ຈະລະເມີດ ແລະ ທຳລາຍກົດເກນທຳມະຊາດຂອງການເຕີບໃຫຍ່ຂອງມະນຸດທີ່ພຣະອົງໄດ້ສ້າງຕັ້ງຂຶ້ນ ເມື່ອພຣະອົງໄດ້ເນລະມິດສ້າງມະນຸດຊາດ. ໃຫ້ພວກເຮົາຍົກໝາກແຊຣີເປັນຕົວຢ່າງ. ພວກມັນສຸກປະມານເດືອນມິຖຸນາ. ພາຍໃຕ້ສະຖານະການທີ່ປົກກະຕິ ໃນເດືອນສິງຫາແມ່ນບໍ່ມີໝາກແຊຣີເຫຼືອແລ້ວ. ພວກມັນສາມາດຖືກເກັບຮັກສາໃຫ້ສົດຢູ່ໄດ້ສອງເດືອນເທົ່ານັ້ນ ແຕ່ເມື່ອໃຊ້ເຕັກນິກທາງວິທະຍາສາດ, ບັດນີ້ ຜູ້ຄົນກໍສາມາດຂະຫຍາຍຊ່ວງເວລານັ້ນເປັນສິບສອງເດືອນ ແລະ ແມ່ນແຕ່ຕະຫຼອດລະດູໝາກແຊຣີຂອງປີຖັດໄປ. ນີ້ໝາຍຄວາມວ່າມີໝາກແຊຣີໝົດປີ. ປາກົດການນີ້ປົກກະຕິບໍ? (ບໍ່.) ແລ້ວເມື່ອໃດແມ່ນລະດູການທີ່ດີທີ່ສຸດທີ່ຈະກິນໝາກແຊຣີ? ນັ້ນຈະເປັນຊ່ວງເວລາຕັ້ງແຕ່ເດືອນມິຖຸນາຈົນເຖິງເດືອນສິງຫາ. ເມື່ອກາຍເວລານີ້, ບໍ່ວ່າເຈົ້າຈະຮັກສາພວກມັນໃຫ້ສົດສໍ່າໃດກໍຕາມ, ພວກມັນກໍບໍ່ມີລົດຊາດຄືເກົ່າແລ້ວ ຫຼື ພວກມັນຈະບໍ່ສະໜອງສິ່ງທີ່ຮ່າງກາຍມະນຸດຕ້ອງການ. ຫຼັງຈາກກາຍວັນໝົດອາຍຸແລ້ວ, ບໍ່ວ່າເຈົ້າຈະໃຊ້ສານເຄມີຫຍັງກໍຕາມ, ເຈົ້າກໍຈະບໍ່ສາມາດເຮັດໃຫ້ພວກມັນເຕັມໄປດ້ວຍທຸກສິ່ງທີ່ພວກມັນມີເມື່ອເກີດຕາມທຳມະຊາດ. ອີກຢ່າງ ອັນຕະລາຍທີ່ສານເຄມີໄດ້ມີຕໍ່ມະນຸດກໍເປັນສິ່ງທີ່ບໍ່ມີຜູ້ໃດສາມາດແກ້ໄຂ ຫຼື ປ່ຽນແປງໄດ້, ບໍ່ວ່າພວກເຂົາຈະພະຍາຍາມເຮັດຫຍັງກໍຕາມ. ແລ້ວເສດຖະກິດຕະຫຼາດໃນປັດຈຸບັນນໍາຫຍັງມາໃຫ້ຜູ້ຄົນ? ຊີວິດຂອງຜູ້ຄົນເບິ່ງຄືດີຂຶ້ນ, ການຂົນສົ່ງລະຫວ່າງເຂດຕ່າງໆກໍຍິ່ງສະດວກສະບາຍຫຼາຍຂຶ້ນ ແລະ ຜູ້ຄົນສາມາດກິນໝາກໄມ້ທຸກປະເພດໃນລະດູໃດກໍຕາມໃນບັນດາສີ່ລະດູການ. ຜູ້ຄົນທີ່ຢູ່ພາກເໜືອສາມາດກິນໝາກກ້ວຍເປັນປະຈຳ ພ້ອມທັງອາຫານແຊບປະຈຳທ້ອງຖິ່ນ, ໝາກໄມ້ ຫຼື ອາຫານອື່ນໆຈາກພາກໃຕ້. ແຕ່ນີ້ບໍ່ແມ່ນຊີວິດທີ່ພຣະເຈົ້າຕ້ອງການມອບໃຫ້ແກ່ມະນຸດຊາດ. ເສດຖະກິດຕະຫຼາດປະເພດນີ້ອາດນໍາຜົນປະໂຫຍດບາງຢ່າງມາສູ່ຊີວິດຂອງຜູ້ຄົນ, ແຕ່ມັນກໍຍັງສາມາດນໍາອັນຕະລາຍມານໍາ. ຍ້ອນຄວາມອຸດົມສົມບູນໃນຕະຫຼາດ, ຫຼາຍຄົນກິນໂດຍບໍ່ຄິດເຖິງສິ່ງທີ່ພວກເຂົາເອົາໃສ່ປາກຂອງພວກເຂົາ. ພຶດຕິກຳນີ້ແມ່ນການລະເມີດຕໍ່ກົດເກນທຳມະຊາດ ແລະ ມັນເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ຄົນ. ສະນັ້ນ ເສດຖະກິດຕະຫຼາດບໍ່ສາມາດນໍາຄວາມສຸກທີ່ແທ້ຈິງມາເຖິງຜູ້ຄົນ. ຈົ່ງເບິ່ງດ້ວຍຕົວພວກເຈົ້າເອງ. ໝາກອະງຸ່ນບໍ່ໄດ້ຂາຍໃນຕະຫຼາດໝົດສີ່ລະດູການບໍ? ໃນຄວາມເປັນຈິງແລ້ວ ໝາກອະງຸ່ນຈະມີຄວາມສົດໄດ້ເປັນຊ່ວງເວລາສັ້ນໆເທົ່ານັ້ນ ຫຼັງຈາກທີ່ໄດ້ເດັດພວກມັນ. ຖ້າເຈົ້າເກັບຮັກສາພວກມັນຈົນຮອດເດືອນມິຖຸນາຂອງປີໜ້າ, ຈະຍັງສາມາດຖືກເອີ້ນພວກມັນວ່າ ໝາກອະງຸ່ນໄດ້ບໍ? ຫຼື ຄໍາວ່າ “ຂີ້ເຫຍື່ອ” ຈະເປັນຊື່ທີ່ດີກວ່າສຳລັບພວກມັນບໍ? ພວກມັນພຽງແຕ່ຂາດວັດຖຸທາດຂອງໝາກອະງຸ່ນສົດເທົ່ານັ້ນ, ພວກມັນມີຜະລິດຕະພັນທາງເຄມີຫຼາຍຂຶ້ນໃນຕົວພວກມັນ. ຫຼັງຈາກປີໜຶ່ງ, ພວກມັນກໍບໍ່ສົດອີກຕໍ່ໄປ ແລະ ສານອາຫານທີ່ພວກມັນມີກໍຫາຍໄປດົນແລ້ວ. ເມື່ອຜູ້ຄົນກິນໝາກອະງຸ່ນ, ພວກເຂົາກໍມີຄວາມຮູ້ສຶກນີ້: “ພວກເຮົາຊ່າງໂຊກດີ! ພວກເຮົາຈະສາມາດກິນໝາກອະງຸ່ນໃນລະດູການນີ້ໄດ້ບໍ ຖ້າເປັນສາມສິບປີກ່ອນ? ເຈົ້າບໍ່ສາມາດກິນໄດ້ ເຖິງແມ່ນວ່າເຈົ້າຈະຕ້ອງການກິນກໍຕາມ! ຊີວິດດີຫຼາຍໃນຕອນນີ້!” ນີ້ແມ່ນຄວາມສຸກທີ່ແທ້ຈິງບໍ? ຖ້າເຈົ້າສົນໃຈ, ເຈົ້າກໍສາມາດຄົ້ນຄວ້າດ້ວຍຕົນເອງກ່ຽວກັບໝາກອະງຸ່ນທີ່ຖືກເກັບຮັກສາໄວ້ດ້ວຍສານເຄມີ ແລະ ເບິ່ງວ່າພວກມັນເຮັດມາຈາກຫຍັງ ແລະ ເບິ່ງວ່າວັດຖຸທາດເຫຼົ່ານີ້ສາມາດເປັນປະໂຫຍດຕໍ່ມະນຸດ ຫຼື ບໍ່. ໃນຍຸກແຫ່ງພຣະບັນຍັດ, ເມື່ອຊາວອິດສະຣາເອນໄດ້ອອກຈາກອີຢີບ ແລະ ກຳລັງເດີນທາງ, ພຣະເຈົ້າໄດ້ມອບນົກຂຸ້ມ ແລະ ມານາໃຫ້ແກ່ພວກເຂົາ. ແຕ່ພຣະເຈົ້າອະນຸຍາດໃຫ້ຜູ້ຄົນເກັບຮັກສາອາຫານເຫຼົ່ານີ້ບໍ? ບາງຄົນສາຍຕາສັ້ນ ແລະ ຢ້ານວ່າຈະບໍ່ມີອາຫານອີກໃນມື້ຕໍ່ໄປ, ສະນັ້ນ ພວກເຂົາຈຶ່ງຈົ່ງບາງສ່ວນໄວ້ສຳລັບເວລາຕໍ່ມາ. ແລ້ວເກີດຫຍັງຂຶ້ນ? ມື້ຕໍ່ມາມັນກໍເໜົ່າເປື່ອຍ. ພຣະເຈົ້າບໍ່ໄດ້ອະນຸຍາດໃຫ້ເຈົ້າຈົ່ງບາງສ່ວນໄວ້ ຍ້ອນພຣະອົງໄດ້ເຮັດການຈັດກຽມທີ່ຈະຮັບປະກັນໄດ້ວ່າເຈົ້າຈະບໍ່ຫິວ. ແຕ່ມະນຸດຊາດບໍ່ມີຄວາມເຊື່ອໝັ້ນແບບນັ້ນ ຫຼື ພວກເຂົາບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ພວກເຂົາຕ້ອງການໃຫ້ຕົນເອງມີພື້ນທີ່ເພື່ອຫຼົບຫຼີກຢູ່ສະເໝີ ແລະ ບໍ່ສາມາດເຫັນຄວາມຫ່ວງໃຍ ແລະ ຄວາມຄິດທຸກຢ່າງທີ່ຢູ່ເບື້ອງຫຼັງການຈັດກຽມຂອງພຣະເຈົ້າສຳລັບມະນຸດຊາດ. ພວກເຂົາບໍ່ສາມາດຮູ້ສຶກເຖິງມັນໄດ້, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດມອບຄວາມເຊື່ອຂອງພວກເຂົາໄວ້ໃນພຣະເຈົ້າໄດ້ຢ່າງສົມບູນ ໂດຍຄິດຢູ່ສະເໝີວ່າ: “ການກະທຳຂອງພຣະເຈົ້າເພິ່ງພາບໍ່ໄດ້! ຜູ້ໃດຈະຮູ້ວ່າພຣະເຈົ້າຈະມອບສິ່ງທີ່ພວກຂ້ານ້ອຍຕ້ອງການໃຫ້ແກ່ພວກຂ້ານ້ອຍ ຫຼື ບໍ່ ຫຼື ເມື່ອໃດພຣະອົງຈະມອບມັນໃຫ້ແກ່ພວກຂ້ານ້ອຍ! ຖ້າຂ້ານ້ອຍຫິວຫຼາຍ ແລະ ພຣະເຈົ້າກໍບໍ່ສະໜອງໃຫ້ ແລ້ວຂ້ານ້ອຍຈະບໍ່ຫິວຕາຍບໍ? ຂ້ານ້ອຍຈະບໍ່ຂາດໂພຊະນາການບໍ?” ຈົ່ງເບິ່ງວ່າຄວາມເຊື່ອໝັ້ນຂອງມະນຸດບອບບາງສໍ່າໃດ!

ເມັດພືດ, ໝາກໄມ້ ແລະ ຜັກ ແລະ ໝາກຖົ່ວທຸກປະເພດ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນອາຫານສຳລັບຜູ້ກິນເຈ. ພວກມັນປະກອບມີສານອາຫານທີ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍມະນຸດ ເຖິງແມ່ນພວກມັນເປັນອາຫານສຳລັບຜູ້ກິນເຈກໍຕາມ. ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ໄດ້ເວົ້າວ່າ: “ເຮົາພຽງແຕ່ຈະມອບອາຫານເຫຼົ່ານີ້ໃຫ້ແກ່ມະນຸດຊາດ. ໃຫ້ພວກເຂົາກິນພຽງແຕ່ສິ່ງເຫຼົ່ານີ້ເທົ່ານັ້ນ!” ພຣະເຈົ້າບໍ່ໄດ້ຢຸດແຕ່ສໍ່ານັ້ນ, ແຕ່ສືບຕໍ່ຈັດກຽມອາຫານອີກທີ່ຍິ່ງແຊບກວ່າເກົ່າໃຫ້ແກ່ມະນຸດຊາດ. ແມ່ນຫຍັງຄືອາຫານເຫຼົ່ານີ້? ພວກມັນແມ່ນຊີ້ນ ແລະ ປາປະເພດຕ່າງໆທີ່ພວກເຈົ້າສ່ວນໃຫຍ່ສາມາດເຫັນ ແລະ ກິນໄດ້. ພຣະອົງຈັດກຽມຊີ້ນ ແລະ ປາຫຼາຍປະເພດແທ້ໆໃຫ້ແກ່ມະນຸດ. ປາອາໄສຢູ່ໃນນໍ້າ ແລະ ຊີ້ນປາໃນນໍ້າກໍມີວັດຖຸທາດທີ່ແຕກຕ່າງກັນຈາກຊີ້ນຂອງສັດທີ່ອາໄສເທິງບົກ ແລະ ມັນສາມາດສະໜອງສານອາຫານທີ່ແຕກຕ່າງກັນໃຫ້ແກ່ມະນຸດ. ປາມີຄຸນສົມບັດທີ່ສາມາດຄວບຄຸມຄວາມເຢັນ ແລະ ຄວາມຮ້ອນໃນຮ່າງກາຍມະນຸດ ເຊິ່ງເປັນປະໂຫຍດຕໍ່ມະນຸດຫຼາຍ. ແຕ່ຕ້ອງບໍ່ກິນອາຫານທີ່ແຊບຫຼາຍຈົນເກີນໄປ. ດັ່ງທີ່ເຮົາໄດ້ເວົ້າແລ້ວ ພຣະເຈົ້າປະທານໃຫ້ແກ່ມະນຸດໃນປະລິມານທີ່ເໝາະສົມໃນເວລາທີ່ເໝາະສົມ ເພື່ອວ່າຜູ້ຄົນຈະສາມາດຮັບເອົາສິ່ງປະທານຂອງພຣະອົງຢ່າງຖືກຕ້ອງໃນລັກສະນະທີ່ປົກກະຕິ ແລະ ຕາມລະດູການ ແລະ ເວລາ. ຕອນນີ້ ອາຫານປະເພດໃດທີ່ຖືກລວມໄວ້ໃນຈຳພວກສັດປີກ? ໄກ່, ນົກຂຸ້ມ, ນົກກາງແກ ແລະ ອື່ນໆອີກຫຼາຍ. ຫຼາຍຄົນກໍກິນເປັດ ແລະ ຫ່ານອີກດ້ວຍ. ເຖິງແມ່ນວ່າພຣະເຈົ້າຈະສະໜອງຊີ້ນທຸກປະເພດເຫຼົ່ານີ້, ພຣະອົງກໍມີການຮຽກຮ້ອງບາງຢ່າງຈາກຜູ້ຄົນທີ່ຖືກເລືອກຂອງພຣະອົງ ແລະ ກຳນົດຂໍ້ຈຳກັດທີ່ສະເພາະໃນອາຫານຂອງພວກເຂົາໃນລະຫວ່າງຍຸກແຫ່ງພຣະບັນຍັດ. ທຸກມື້ນີ້, ຂໍ້ຈຳກັດເຫຼົ່ານີ້ແມ່ນອີງຕາມລົດຊາດສ່ວນບຸກຄົນ ແລະ ການຕີຄວາມໝາຍສ່ວນຕົວ. ຊີ້ນຕ່າງໆເຫຼົ່ານີ້ສະໜອງສານອາຫານທີ່ແຕກຕ່າງກັນໃຫ້ແກ່ຮ່າງກາຍມະນຸດ, ເຕີມເຕັມໂປຣຕີນ ແລະ ທາດເຫຼັກ, ເພີ່ມພູນເລືອດ, ເພີ່ມກຳລັງໃຫ້ກັບກ້າມຊີ້ນ ແລະ ກະດູກ ແລະ ສ້າງພະລັງງານໃນຮ່າງກາຍ. ບໍ່ວ່າຜູ້ຄົນຈະຄົວກິນ ແລະ ກິນພວກມັນແນວໃດກໍຕາມ, ຊີ້ນເຫຼົ່ານີ້ສາມາດຊ່ວຍໃຫ້ຜູ້ຄົນປັບປຸງລົດຊາດອາຫານຂອງພວກເຂົາ ແລະ ເພີ່ມຄວາມຢາກຂອງພວກເຂົາ ໃນຂະນະທີ່ເຮັດໃຫ້ອີ່ມທ້ອງຂອງພວກເຂົາອີກດ້ວຍ. ສິ່ງທີ່ສຳຄັນທີ່ສຸດ, ອາຫານເຫຼົ່ານີ້ສາມາດສະໜອງຮ່າງກາຍມະນຸດດ້ວຍຄວາມຕ້ອງການດ້ານສານອາຫານໃນປະຈຳວັນຂອງຮ່າງກາຍ. ນີ້ແມ່ນການຄິດພິຈາລະນາຂອງພຣະເຈົ້າ ເມື່ອພຣະອົງເຮັດໃຫ້ອາຫານພ້ອມສຳລັບມະນຸດຊາດ. ມີຜັກ, ມີຊີ້ນ, ນີ້ບໍ່ແມ່ນຄວາມອຸດົມສົມບູນບໍ? ແຕ່ຜູ້ຄົນຄວນເຂົ້າໃຈວ່າແມ່ນຫຍັງຄືເຈດຕະນາຂອງພຣະເຈົ້າ ເມື່ອພຣະອົງຈັດກຽມອາຫານທັງໝົດສຳລັບມະນຸດຊາດ. ມັນແມ່ນເພື່ອເຮັດໃຫ້ມະນຸດຊາດໝົກມຸ້ນໃນອາຫານເຫຼົ່ານີ້ຈົນເກີນໄປບໍ? ເກີດຫຍັງຂຶ້ນເມື່ອມະນຸດຕິດກັບດັກໃນການພະຍາຍາມສະໜອງຄວາມປາຖະໜາທາງກາຍເຫຼົ່ານີ້? ເຂົາບໍ່ໄດ້ຮັບການບໍາລຸງລ້ຽງຫຼາຍເກີນໄປບໍ? ການບໍາລຸງລ້ຽງຫຼາຍເກີນໄປບໍ່ໄດ້ເຮັດໃຫ້ຮ່າງກາຍມະນຸດເຈັບປວດໃນຫຼາຍວິທີບໍ? (ແມ່ນແລ້ວ.) ນັ້ນຄືເຫດຜົນທີ່ພຣະເຈົ້າຈັດແບ່ງປະລິມານທີ່ເໝາະສົມໃນເວລາທີ່ເໝາະສົມ ແລະ ໃຫ້ຜູ້ຄົນໄດ້ຮັບອາຫານທີ່ແຕກຕ່າງກັນຕາມຊ່ວງເວລາ ແລະ ລະດູການທີ່ແຕກຕ່າງກັນ. ຕົວຢ່າງເຊັ່ນ ຫຼັງຈາກລະດູຮ້ອນຫຼາຍ ຜູ້ຄົນກໍສະສົມຄວາມຮ້ອນໄວ້ໃນຮ່າງກາຍຂອງພວກເຂົາຫຼາຍ ພ້ອມທັງຄວາມແຫ້ງ ແລະ ຄວາມຊຸ່ມທີ່ພາໃຫ້ເກີດໂລກ. ເມື່ອລະດູໃບໄມ້ຫຼົ່ນມາເຖິງ, ໝາກໄມ້ຫຼາຍປະເພດກໍສຸກ ແລະ ເມື່ອຜູ້ຄົນກິນໝາກໄມ້ເຫຼົ່ານີ້, ຄວາມຊຸ່ມທີ່ຢູ່ໃນຮ່າງກາຍຂອງພວກເຂົາກໍຖືກຂັບໄລ່ອອກ. ໃນເວລານີ້, ຄວາຍງົວ ແລະ ແກະກໍເຂັ້ມແຂງຂຶ້ນເຊັ່ນກັນ, ສະນັ້ນ ນີ້ຈຶ່ງເປັນເວລາທີ່ຜູ້ຄົນຄວນກິນຊີ້ນຫຼາຍຂຶ້ນເພື່ອການບໍາລຸງລ້ຽງ. ໂດຍການກິນຊີ້ນຫຼາກຫຼາຍປະເພດ, ຮ່າງກາຍຂອງຜູ້ຄົນໄດ້ຮັບພະລັງງານ ແລະ ຄວາມອົບອຸ່ນເພື່ອຊ່ວຍໃຫ້ພວກເຂົາທົນຕໍ່ຄວາມເຢັນຂອງລະດູໜາວ ແລະ ຜົນຕາມມາກໍຄື ພວກເຂົາກໍສາມາດຜ່ານລະດູໜາວໄປໄດ້ຢ່າງປອດໄພ ແລະ ຢ່າງສຸຂະພາບດີ. ດ້ວຍການດູແລທີ່ດີທີ່ສຸດ ແລະ ຄວາມແນ່ນອນ, ພຣະເຈົ້າຄວບຄຸມ ແລະ ປະສານງານສິ່ງ ແລະ ເວລາທີ່ຈະສະໜອງໃຫ້ແກ່ມະນຸດຊາດ; ແລະ ເວລາທີ່ພຣະອົງຈະເຮັດໃຫ້ສິ່ງຕ່າງໆເຕີບໃຫຍ່, ອອກໝາກ ແລະ ສຸກ. ສິ່ງນີ້ແມ່ນກ່ຽວຂ້ອງກັບ “ວິທີທີ່ພຣະເຈົ້າຈັດກຽມອາຫານທີ່ມະນຸດຕ້ອງການໃນຊີວິດປະຈຳວັນຂອງເຂົາ”. ນອກຈາກອາຫານຫຼາຍປະເພດແລ້ວ, ພຣະເຈົ້າກໍຍັງສະໜອງແຫຼ່ງນໍ້າໃຫ້ແກ່ມະນຸດຊາດ. ຫຼັງຈາກທີ່ໄດ້ກິນ, ຜູ້ຄົນກໍຍັງຕ້ອງການດື່ມນໍ້າ. ໝາກໄມ້ພຽງຢ່າງດຽວຈະພຽງພໍບໍ? ຜູ້ຄົນບໍ່ສາມາດອາໄສໝາກໄມ້ແຕ່ຢ່າງດຽວ ແລະ ອີກຢ່າງ ບໍ່ມີໝາກໄມ້ໃນບາງລະດູການ. ແລ້ວບັນຫານໍ້າຂອງມະນຸດຊາດຈະສາມາດໄດ້ຮັບການແກ້ໄຂແນວໃດ? ພຣະເຈົ້າໄດ້ແກ້ໄຂມັນໂດຍຈັດກຽມແຫຼ່ງນໍ້າຫຼາຍແຫ່ງຢູ່ເທິງ ແລະ ຢູ່ລຸ່ມພື້ນດິນ ເຊິ່ງລວມເຖິງທະເລສາບ, ແມ່ນໍ້າ ແລະ ນໍ້າພຸ. ແຫຼ່ງນໍ້າເຫຼົ່ານີ້ແມ່ນເໝາະສຳລັບດື່ມ ຕາບໃດທີ່ບໍ່ມີສິ່ງເປິເປື້ອນ ແລະ ຕາບໃດທີ່ຜູ້ຄົນບໍ່ໄດ້ປັບແປງ ຫຼື ທຳລາຍພວກມັນ. ເວົ້າອີກຢ່າງກໍຄື ໃນເລື່ອງຂອງແຫຼ່ງອາຫານທີ່ບໍາລຸງລ້ຽງຊີວິດດ້ານຮ່າງກາຍຂອງມະນຸດຊາດ, ພຣະເຈົ້າໄດ້ຈັດກຽມຢ່າງແນ່ນອນຫຼາຍ, ຖືກຕ້ອງຫຼາຍ ແລະ ເໝາະສົມຫຼາຍ ເພື່ອວ່າຊີວິດຂອງຜູ້ຄົນຈະຮັ່ງມີ ແລະ ອຸດົມສົມບູນ ແລະ ບໍ່ຂາດຫຍັງເລີຍ. ນີ້ແມ່ນສິ່ງທີ່ຜູ້ຄົນສາມາດຮູ້ສຶກ ແລະ ເຫັນໄດ້.

ອີກຢ່າງ, ພຣະເຈົ້າໄດ້ເນລະມິດສ້າງພືດບາງປະເພດ, ສັດ ແລະ ສະໝູນໄພຕ່າງໆໃນບັນດາສິ່ງທັງປວງ ເຊິ່ງມີຈຸດປະສົງເພື່ອຮັກສາບາດແຜ ຫຼື ປິ່ນປົວຄວາມເຈັບປ່ວຍທີ່ຢູ່ໃນຮ່າງກາຍມະນຸດໂດຍສະເພາະ. ຕົວຢ່າງ ຖ້າຜູ້ໃດຜູ້ໜຶ່ງຖືກໄຟໄໝ້ ຫຼື ລວກຕົນເອງໂດຍບັງເອີນພວກເຂົາຄວນເຮັດຫຍັງ? ເຈົ້າຈະສາມາດລ້າງແຜໄໝ້ດ້ວຍນໍ້າເທົ່ານັ້ນບໍ? ເຈົ້າຈະສາມາດຫໍ່ມັນດ້ວຍເສດຜ້າເກົ່າໆເທົ່ານັ້ນບໍ? ຖ້າເຈົ້າເຮັດແບບນັ້ນ, ບາດແຜອາດເຕັມໄປດ້ວຍໜອງ ຫຼື ຕິດເຊື້ອ. ຕົວຢ່າງ ຖ້າຜູ້ໃດຜູ້ໜຶ່ງເປັນໄຂ້ ຫຼື ເປັນຫວັດ; ໄດ້ຮັບບາດແຜໃນຂະນະທີ່ກຳລັງເຮັດວຽກ; ມີບາດແຜໃນກະເພາະອາຫານຈາກການກິນສິ່ງທີ່ບໍ່ຖືກຕ້ອງ; ຫຼື ມີໂລກບາງຢ່າງທີ່ເກີດຈາກປັດໃຈການໃຊ້ຊີວິດ ຫຼື ບັນຫາເລື່ອງຄວາມຮູ້ສຶກ ລວມເຖິງໂລກກ່ຽວກັບເສັ້ນເລືອດ, ອາການທາງຈິດ ຫຼື ໂລກຕ່າງໆຂອງອະໄວຍະວະພາຍໃນ, ແລ້ວມີພືດຄູ່ກັນທີ່ຮັກສາອາການຂອງພວກເຂົາໄດ້. ມີພືດທີ່ປັບປຸງການໄຫຼວຽນຂອງເລືອດ ແລະ ກຳຈັດການຕົກຄ້າງ, ບັນເທົາຄວາມເຈັບປວດ, ຫ້າມເລືອດ, ເຮັດໃຫ້ຮູ້ສຶກຊາ, ຊ່ວຍຮັກສາຜິວໜັງ ແລະ ເຮັດໃຫ້ມັນກັບຄືນສູ່ສະພາບປົກກະຕິ ແລະ ສະຫຼາຍເລືອດທີ່ຕົກຄ້າງ ແລະ ກຳຈັດສານພິດອອກຈາກຮ່າງກາຍ, ເວົ້າສັ້ນໆກໍຄື ພືດເຫຼົ່ານີ້ມີປະໂຫຍດໃນຊີວິດປະຈຳວັນ. ຜູ້ຄົນສາມາດໃຊ້ພວກມັນ ແລະ ພວກມັນຖືກຈັດກຽມໂດຍພຣະເຈົ້າສຳລັບຮ່າງກາຍມະນຸດ ໃນກໍລະນີທີ່ຕ້ອງການ. ພຣະເຈົ້າຍອມໃຫ້ມະນຸດຄົ້ນພົບພວກມັນບາງສ່ວນໂດຍບັງເອີນ, ໃນຂະນະທີ່ສ່ວນອື່ນໆແມ່ນຖືກຄົ້ນພົບໂດຍຄົນທີ່ພຣະເຈົ້າເລືອກໃຫ້ຄົ້ນພົບ ຫຼື ເປັນຜົນຕາມມາຂອງປາກົດການພິເສດທີ່ພຣະເຈົ້າໄດ້ປັ້ນແຕ່ງ. ຫຼັງຈາກການຄົ້ນພົບພືດເຫຼົ່ານີ້ແລ້ວ, ມະນຸດຊາດກໍຈະສົ່ງຕໍ່ພວກມັນ ແລະ ຫຼາຍຄົນກໍຈະມາຮູ້ຈັກກ່ຽວກັບພວກມັນ. ການທີ່ພຣະເຈົ້າເນລະມິດສ້າງພືດເຫຼົ່ານີ້ໃນລັກສະນະນັ້ນກໍມີຄຸນຄ່າ ແລະ ຄວາມໝາຍ. ສະຫຼຸບກໍຄື ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ມາຈາກພຣະເຈົ້າ, ຖືກຈັດກຽມ ແລະ ປູກໄວ້ໂດຍພຣະອົງ ເມື່ອພຣະອົງໄດ້ເນລະມິດສ້າງສະພາບແວດລ້ອມການດຳລົງຊີວິດຂອງມະນຸດຊາດ. ພວກມັນມີຄວາມຈຳເປັນ. ຄວາມຄິດຂອງພຣະເຈົ້າດຳເນີນການຢ່າງທົ່ວເຖິງກວ່າຄວາມຄິດຂອງມະນຸດຊາດບໍ? ເມື່ອເຈົ້າເຫັນທຸກສິ່ງທີ່ພຣະເຈົ້າໄດ້ເຮັດ, ເຈົ້າມີຄວາມຮູ້ສຶກເຖິງດ້ານດີຂອງພຣະເຈົ້າບໍ? ພຣະເຈົ້າປະຕິບັດພາລະກິດຢ່າງລັບໆ. ພຣະເຈົ້າເນລະມິດສ້າງທຸກສິ່ງເຫຼົ່ານີ້ ເມື່ອມະນຸດຍັງບໍ່ທັນໄດ້ເຂົ້າມາຢູ່ໃນໂລກເທື່ອ ເຊິ່ງເປັນເວລາທີ່ພຣະອົງບໍ່ໄດ້ມີການພົວພັນກັບມະນຸດຊາດ. ທຸກສິ່ງແມ່ນຖືກເຮັດໃຫ້ສຳເລັດໂດຍມີການຄິດເຖິງມະນຸດຊາດ, ເພື່ອການເປັນຢູ່ຂອງມະນຸດ ແລະ ດ້ວຍຄວາມຄິດເພື່ອຄວາມຢູ່ລອດຂອງພວກເຂົາ, ເພື່ອວ່າມະນຸດຊາດຈະໄດ້ດຳລົງຊີວິດຢ່າງມີຄວາມສຸກໃນໂລກທາງກາຍທີ່ຮັ່ງມີ ແລະ ອຸດົມສົມບູນນີ້ ທີ່ພຣະເຈົ້າໄດ້ຈັດກຽມໄວ້ສຳລັບພວກເຂົາ ເຊິ່ງປາສະຈາກຄວາມກັງວົນກ່ຽວກັບອາຫານ ແລະ ເຄື່ອງນຸ່ງໂດຍທີ່ບໍ່ຂາດຫຍັງເລີຍ. ໃນສະພາບແວດລ້ອມດັ່ງກ່າວ, ມະນຸດຊາດສາມາດສືບຕໍ່ແຜ່ພັນ ແລະ ຢູ່ລອດໄດ້.

ໃນບັນດາການກະທຳທີ່ໃຫຍ່ ແລະ ນ້ອຍຂອງພຣະເຈົ້າ, ມີຫຍັງທີ່ບໍ່ມີຄຸນຄ່າ ຫຼື ຄວາມໝາຍບໍ? ທຸກສິ່ງທີ່ພຣະເຈົ້າເຮັດແມ່ນມີຄຸນຄ່າ ແລະ ຄວາມໝາຍ. ໃຫ້ພວກເຮົາເລີ່ມຕົ້ນການສົນທະນາຂອງພວກເຮົາດ້ວຍຫົວຂໍ້ທົ່ວໄປ. ຜູ້ຄົນຖາມຢູ່ເລື້ອຍໆວ່າ: ໄກ່ ຫຼື ໄຂ່, ອັນໃດມາກ່ອນ? (ໄກ່.) ໄກ່ມາກ່ອນ ໂດຍບໍ່ຕ້ອງສົງໄສເລີຍ! ເປັນຫຍັງໄກ່ຈຶ່ງມາກ່ອນ? ເປັນຫຍັງໄຂ່ຈຶ່ງບໍ່ມາກ່ອນ? ໄກ່ບໍ່ໄດ້ອອກຈາກໄຂ່ບໍ? ຫຼັງຈາກຊາວເອັດມື້, ໄກ່ກໍອອກ ແລະ ຫຼັງຈາກນັ້ນ ໄກ່ໂຕນັ້ນກໍວາງໄຂ່ເພີ່ມອີກ ແລະ ໄກ່ກໍອອກຈາກໄຂ່ເຫຼົ່ານັ້ນເພີ່ມຂຶ້ນ. ແລ້ວໄກ່ ຫຼື ໄຂ່ມາກ່ອນ? ພວກເຈົ້າຕອບ “ໄກ່” ດ້ວຍຄວາມໝັ້ນໃຈທີ່ສຸດ. ແຕ່ເປັນຫຍັງນີ້ຈຶ່ງເປັນຄຳຕອບຂອງພວກເຈົ້າ? (ພຣະຄຳພີເວົ້າວ່າ ພຣະເຈົ້າໄດ້ເນລະມິດສ້າງນົກ ແລະ ສັດ.) ແລ້ວຄຳຕອບຂອງເຈົ້າກໍອີງບົນພຣະຄຳພີ. ແຕ່ເຮົາຕ້ອງການໃຫ້ພວກເຈົ້າລົມກ່ຽວກັບຄວາມເຂົ້າໃຈຂອງພວກເຈົ້າເອງ, ເພື່ອວ່າເຮົາຈະສາມາດເບິ່ງວ່າພວກເຈົ້າມີຄວາມຮູ້ຫຍັງທີ່ເປັນຈິງກ່ຽວກັບການກະທຳຂອງພຣະເຈົ້າ ຫຼື ບໍ່. ບັດນີ້ ພວກເຈົ້າໝັ້ນໃຈໃນຄຳຕອບຂອງພວກເຈົ້າ ຫຼື ບໍ່? (ພຣະເຈົ້າໄດ້ເນລະມິດສ້າງໄກ່, ແລ້ວໃຫ້ຄວາມສາມາດແກ່ມັນໃນການຂະຫຍາຍພັນ ເຊິ່ງໝາຍເຖິງຄວາມສາມາດໃນການຟັກໄຂ່.) ການຕີຄວາມໝາຍນີ້ແມ່ນຖືກຕ້ອງບໍ່ຫຼາຍກໍໜ້ອຍ. ໄກ່ມາກ່ອນ ແລະ ຫຼັງຈາກນັ້ນກໍໄຂ່. ນີ້ແມ່ນສິ່ງທີ່ແນ່ນອນ. ມັນບໍ່ແມ່ນຄວາມລຶກລັບທີ່ເລິກເຊິ່ງເປັນພິເສດ, ແຕ່ເຖິງຢ່າງໃດກໍຕາມ ຜູ້ຄົນເທິງແຜ່ນດິນໂລກກໍພິຈາລະນາວ່າເປັນແບບນັ້ນ ແລະ ພະຍາຍາມແກ້ໄຂມັນດ້ວຍທິດສະດີທາງປັດຊະຍາ ໂດຍບໍ່ໄປເຖິງຂໍ້ສະຫຼຸບຈັກເທື່ອ. ນີ້ເປັນຄືກັບຕອນທີ່ຜູ້ຄົນບໍ່ຮູ້ວ່າພຣະເຈົ້າໄດ້ເນລະມິດສ້າງພວກເຂົາເທົ່ານັ້ນ. ພວກເຂົາບໍ່ຮູ້ຈັກຫຼັກການພື້ນຖານນີ້ ຫຼື ພວກເຂົາບໍ່ມີແນວຄິດທີ່ຊັດເຈນກ່ຽວກັບວ່າໄຂ່ ຫຼື ໄກ່ທີ່ຄວນມາກ່ອນ. ພວກເຂົາບໍ່ຮູ້ວ່າອັນໃດຄວນມາກ່ອນ, ແລ້ວພວກເຂົາກໍບໍ່ສາມາດຄົ້ນພົບຄຳຕອບໄດ້ຈັກເທື່ອ. ມັນຂ້ອນຂ້າງເປັນເລື່ອງທຳມະຊາດທີ່ໄກ່ມາກ່ອນ. ຖ້າມີໄຂ່ກ່ອນໄກ່, ນັ້ນກໍຈະຜິດປົກກະຕິ! ມັນເປັນສິ່ງງ່າຍໆຫຼາຍ, ໄກ່ມາກ່ອນຢ່າງແນ່ນອນ. ນີ້ບໍ່ແມ່ນຄຳຖາມທີ່ຈະເປັນຕ້ອງມີຄວາມຮູ້ລະດັບສູງ. ພຣະເຈົ້າເນລະມິດສ້າງທຸກສິ່ງ ດ້ວຍເຈດຕະນາເພື່ອໃຫ້ມະນຸດໄດ້ເພີດເພີນກັບມັນ. ຫຼັງຈາກທີ່ໄກ່ມີຢູ່, ໄຂ່ກໍຕາມມາເປັນເລື່ອງປົກກະຕິ. ນີ້ບໍ່ແມ່ນຄໍາຕອບທີ່ພ້ອມແລ້ວບໍ? ຖ້າໄຂ່ຖືກເນລະມິດສ້າງກ່ອນ, ມັນຈະຍັງບໍ່ຕ້ອງການໃຫ້ໄກ່ຟັກມັນບໍ? ການເນລະມິດສ້າງໄກ່ໂດຍກົງກໍເປັນຄໍາຕອບທີ່ພ້ອມກວ່າຢູ່ແລ້ວ. ໃນລັກສະນະນີ້ ໄກ່ກໍສາມາດວາງໄຂ່ ແລະ ຟັກລູກໄກ່ທີ່ຢູ່ຂ້າງໃນ ແລະ ຜູ້ຄົນກໍສາມາດມີໄກ່ໃຫ້ກິນ. ຊ່າງສະດວກສະບາຍ! ວິທີທີ່ພຣະເຈົ້າເຮັດສິ່ງຕ່າງໆແມ່ນເປັນລະບຽບ ແລະ ສະອາດ, ບໍ່ສັບສົນເລີຍ. ໄຂ່ມາຈາກໃສ? ມັນມາຈາກໄກ່. ບໍ່ມີໄຂ່ທີ່ປາສະຈາກໄກ່. ສິ່ງທີ່ພຣະເຈົ້າເນລະມິດສ້າງແມ່ນສິ່ງມີຊີວິດ! ມະນຸດຊາດໄຮ້ເຫດຜົນ ແລະ ເປັນຕາໜ່າຍ, ຫຍຸ້ງຍາກກັບສິ່ງງ່າຍໆແບບນີ້ຢູ່ສະເໝີ ແລະ ລົງເອີຍດ້ວຍຄວາມເຊື່ອຜິດໆທີ່ໄຮ້ເຫດຜົນຈຳນວນໜຶ່ງ. ມະນຸດຊ່າງເປັນເດັກນ້ອຍ! ຄວາມສຳພັນລະຫວ່າງໄຂ່ ແລະ ໄກ່ແມ່ນຊັດເຈນ: ໄກ່ມາກ່ອນ. ນີ້ຄືຄຳອະທິບາຍທີ່ຖືກຕ້ອງທີ່ສຸດ, ວິທີທີ່ຖືກຕ້ອງທີ່ສຸດໃນການເຂົ້າໃຈມັນ ແລະ ຄຳຕອບທີ່ຖືກຕ້ອງທີ່ສຸດ. ມັນຖືກຕ້ອງ.

ພວກເຮົາຫາກໍສົນທະນາກັນກ່ຽວກັບຫົວຂໍ້ຫຍັງ? ພວກເຮົາເລີ່ມຕົ້ນໂດຍລົມກັນກ່ຽວກັບສະພາບແວດລ້ອມທີ່ມະນຸດຊາດອາໄສຢູ່ ແລະ ສິ່ງທີ່ພຣະເຈົ້າໄດ້ເຮັດເພື່ອສະພາບແວດລ້ອມນັ້ນ ແລະ ການຈັດກຽມທີ່ພຣະອົງໄດ້ເຮັດ. ພວກເຮົາສົນທະນາເຖິງສິ່ງທີ່ພຣະອົງໄດ້ຈັດແຈງ; ຄວາມສຳພັນລະຫວ່າງສິ່ງຕ່າງໆໃນການເນລະມິດສ້າງ ເຊິ່ງພຣະເຈົ້າໄດ້ຈັດກຽມໄວ້ໃຫ້ແກ່ມະນຸດຊາດ; ແລະ ວິທີທີ່ພຣະເຈົ້າຈັດແຈງຄວາມສຳພັນເຫຼົ່ານີ້ເພື່ອປ້ອງກັນສິ່ງຕ່າງໆໃນການເນລະມິດສ້າງຂອງພຣະອົງບໍ່ໃຫ້ທຳຮ້າຍມະນຸດຊາດ. ພຣະເຈົ້າຍັງຫຼຸດຜ່ອນຄວາມເສຍຫາຍທີ່ຫຼາຍປັດໄຈທີ່ແຕກຕ່າງກັນໃນການເນລະມິດສ້າງຂອງພຣະອົງອາດມີຕໍ່ສະພາບແວດລ້ອມຂອງມະນຸດຊາດ, ເຮັດໃຫ້ທຸກສິ່ງຮັບໃຊ້ຈຸດປະສົງສູງສຸດຂອງພວກມັນ ແລະ ນໍາສະພາບແວດລ້ອມທີ່ເປັນປະໂຫຍດພ້ອມກັບອົງປະກອບທີ່ເປັນປະໂຫຍດມາໃຫ້ແກ່ມະນຸດຊາດ ເຊິ່ງດ້ວຍເຫດນັ້ນກໍເຮັດໃຫ້ມະນຸດຊາດສາມາດປັບຕົວເຂົ້າໃນສະພາບແວດລ້ອມດັ່ງກ່າວ ແລະ ສືບຕໍ່ວົງຈອນຊີວິດ ແລະ ການແຜ່ພັນຢ່າງໝັ້ນຄົງ. ຕໍ່ມາ ພວກເຮົາໄດ້ສົນທະນາກັນກ່ຽວກັບອາຫານທີ່ຮ່າງກາຍມະນຸດຕ້ອງການ ເຊິ່ງກໍຄືອາຫານ ແລະ ເຄື່ອງດື່ມປະຈຳວັນຂອງມະນຸດຊາດ. ນີ້ກໍຍັງເປັນສະພາບການທີ່ຈຳເປັນສຳລັບການຢູ່ລອດຂອງມະນຸດຊາດ. ນັ້ນໝາຍຄວາມວ່າ ຮ່າງກາຍມະນຸດບໍ່ສາມາດດຳລົງຊີວິດໂດຍການຫາຍໃຈແຕ່ຢ່າງດຽວ, ດ້ວຍແສງຕາເວັນສຳລັບການບໍາລຸງລ້ຽງ ຫຼື ລົມ ຫຼື ອຸນຫະພູມທີ່ເໝາະສົມ. ມະນຸດຍັງຈຳເປັນຕ້ອງເຮັດໃຫ້ທ້ອງຂອງພວກເຂົາອີ່ມ ແລະ ພຣະເຈົ້າກໍໄດ້ຈັດກຽມຕົ້ນກຳເນີດຂອງສິ່ງຕ່າງໆທີ່ອາດເຮັດໃຫ້ພວກເຂົາອີ່ມທ້ອງໃຫ້ແກ່ມະນຸດຊາດ ເຊິ່ງເປັນຕົ້ນກຳເນີດອາຫານຂອງມະນຸດຊາດ ໂດຍບໍ່ໄດ້ເບິ່ງຂ້າມຫຍັງເລີຍ. ເມື່ອເຈົ້າໄດ້ເຫັນພືດຜົນດັງກ່າວທີ່ອຸດົມສົມບູນ ແລະ ມີຈໍານວນຫຼາຍ ເຊິ່ງເປັນຕົ້ນກຳເນີດຂອງອາຫານ ແລະ ເຄື່ອງດື່ມຂອງມະນຸດຊາດ, ເຈົ້າສາມາດເວົ້າໄດ້ບໍວ່າ ພຣະເຈົ້າເປັນຕົ້ນກຳເນີດຂອງການສະໜອງສຳລັບມະນຸດຊາດ ແລະ ສຳລັບທຸກສິ່ງໃນການເນລະມິດສ້າງຂອງພຣະອົງ? ຖ້າໃນຊ່ວງການເນລະມິດສ້າງ, ພຣະເຈົ້າພຽງແຕ່ສ້າງຕົ້ນໄມ້ ແລະ ຫຍ້າ ຫຼື ສິ່ງມີຊີວິດອື່ນໆອີກຈຳນວນຫຼາຍ ແລະ ຖ້າຍົກຕົວຢ່າງ ສິ່ງມີຊີວິດ ແລະ ພືດທີ່ຫຼາກຫຼາຍເຫຼົ່ານີ້ແມ່ນລ້ວນແລ້ວແຕ່ສຳລັບໃຫ້ງົວ ແລະ ແກະກິນ ຫຼື ໃຫ້ມ້າລາຍ, ກວາງ ແລະ ສັດອື່ນໆອີກຫຼາກຫຼາຍປະເພດ, ສິງໂຕກໍຕ້ອງກິນສັດປະເພດມ້າລາຍ ແລະ ກວາງ ແລະ ເສືອຕ້ອງກິນສັດປະເພດແກະ ແລະ ໝູ, ແຕ່ບໍ່ມີສິ່ງໃດເລີຍທີ່ເໝາະສົມໃຫ້ມະນຸດໄດ້ກິນ ແລ້ວນັ້ນຈະໃຊ້ການໄດ້ບໍ? ມັນຈະໃຊ້ການບໍ່ໄດ້. ມະນຸດຊາດຈະບໍ່ສາມາດຢູ່ລອດໄດ້ດົນ. ຖ້າມະນຸດກິນພຽງແຕ່ໃບໄມ້ເດ? ມັນຈະໃຊ້ການໄດ້ບໍ? ມະນຸດສາມາດກິນຫຍ້າທີ່ມີໄວ້ສຳລັບແກະບໍ? ມັນອາດບໍ່ເຈັບປວດ ຖ້າພວກເຂົາລອງໜ້ອຍໜຶ່ງ, ແຕ່ຖ້າພວກເຂົາກິນສິ່ງດັ່ງກ່າວເປັນເວລາດົນນານ, ທ້ອງຂອງພວກເຂົາຈະບໍ່ສາມາດທົນໄດ້ ແລະ ຜູ້ຄົນຈະບໍ່ດຳລົງຊີວິດຢູ່ໄດ້ດົນ. ມີສິ່ງຕ່າງໆທີ່ສັດສາມາດກິນ ແຕ່ເປັນພິດຕໍ່ມະນຸດ, ສັດຕ່າງໆກິນພວກມັນໂດຍບໍ່ມີຜົນຫຍັງ, ແຕ່ມັນບໍ່ໄດ້ເປັນແບບນັ້ນສຳລັບມະນຸດ. ນີ້ໝາຍຄວາມວ່າ ພຣະເຈົ້າໄດ້ເນລະມິດສ້າງມະນຸດ, ສະນັ້ນ ພຣະເຈົ້າຈຶ່ງຮູ້ຈັກຫຼັກການ ແລະ ໂຄງສ້າງຮ່າງກາຍຂອງມະນຸດ ແລະ ສິ່ງທີ່ມະນຸດຕ້ອງການໄດ້ເປັນຢ່າງດີທີ່ສຸດ. ພຣະເຈົ້າຮູ້ຈັກຢ່າງຊັດເຈນແທ້ໆເຖິງສ່ວນປະກອບ ແລະ ສ່ວນປະສົມຂອງຮ່າງກາຍ, ຄວາມຕ້ອງການຂອງມັນ ແລະ ໜ້າທີ່ຂອງອະໄວຍະວະພາຍໃນຂອງມັນ ແລະ ວິທີທີ່ພວກມັນຊຶມຊັບ, ກຳຈັດ ແລະ ເຜົາຜານວັດຖຸທາດຕ່າງໆ. ມະນຸດບໍ່ຮູ້; ບາງຄັ້ງ ພວກເຂົາກິນຢ່າງບໍ່ລະມັດລະວັງ ຫຼື ມີສ່ວນໃນການດູແລຕົນເອງທີ່ບໍ່ລະມັດລະວັງ ເຊິ່ງມີຫຼາຍສິ່ງທີ່ກໍ່ໃຫ້ເກີດຄວາມບໍ່ສົມດຸນ. ຖ້າເຈົ້າກິນ ແລະ ເພີດເພີນກັບສິ່ງຕ່າງໆທີ່ພຣະເຈົ້າຈັດກຽມໄວ້ໃຫ້ແກ່ເຈົ້າໃນລັກສະນະທີ່ປົກກະຕິ, ເຈົ້າກໍຈະບໍ່ມີບັນຫາດ້ານສຸຂະພາບ. ເຖິງແມ່ນບາງຄັ້ງ ເຈົ້າອາລົມເສຍ ແລະ ເຈົ້າມີເລືອດຕົກຄ້າງ, ສິ່ງນີ້ກໍຈະບໍ່ກໍ່ໃຫ້ເກີດບັນຫາຫຍັງເລີຍ. ເຈົ້າພຽງແຕ່ຕ້ອງກິນພືດບາງປະເພດ ແລະ ພາວະເລືອດຕົກຄ້າງກໍຈະເຊົາໄປ. ພຣະເຈົ້າໄດ້ຈັດກຽມສຳລັບທຸກສິ່ງເຫຼົ່ານີ້. ສະນັ້ນ ໃນສາຍຕາຂອງພຣະເຈົ້າ ມະນຸດຊາດແມ່ນຢູ່ເໜືອກວ່າສິ່ງມີຊີວິດອື່ນໆຫຼາຍ. ພຣະເຈົ້າຈັດກຽມສະພາບແວດລ້ອມສຳລັບພືດແຕ່ລະປະເພດ ແລະ ພຣະອົງຈັດກຽມອາຫານ ແລະ ສະພາບແວດລ້ອມສຳລັບສັດແຕ່ລະປະເພດ, ແຕ່ມະນຸດຊາດມີຄວາມຕ້ອງການທີ່ເຄັ່ງຄັດທີ່ສຸດຈາກສະພາບແວດລ້ອມຂອງພວກເຂົາ ແລະ ຄວາມຕ້ອງການເຫຼົ່ານັ້ນແມ່ນບໍ່ສາມາດເບິ່ງຂ້າມໄດ້ແມ່ນແຕ່ໜ້ອຍດຽວ; ຖ້າພວກມັນຖືກເບິ່ງຂ້າມ, ມະນຸດຊາດກໍຈະບໍ່ສາມາດສືບຕໍ່ພັດທະນາ ແລະ ດຳລົງຊີວິດ ແລະ ແຜ່ພັນໃນລັກສະນະທີ່ປົກກະຕິໄດ້. ແມ່ນພຣະເຈົ້າທີ່ຮູ້ຈັກສິ່ງນີ້ໄດ້ດີທີ່ສຸດ ໃນຫົວໃຈຂອງພຣະອົງ. ເມື່ອພຣະເຈົ້າເຮັດສິ່ງນີ້, ພຣະອົງກໍໃຫ້ຄວາມສຳຄັນກັບສິ່ງນັ້ນຫຼາຍກວ່າສິ່ງອື່ນໃດ. ບາງເທື່ອ ເຈົ້າບໍ່ສາມາດຮູ້ສຶກເຖິງຄວາມສຳຄັນຂອງບາງສິ່ງທີ່ທຳມະດາທີ່ເຈົ້າສາມາດເຫັນ ແລະ ເພີດເພີນໄດ້ໃນຊີວິດຂອງເຈົ້າ ຫຼື ສິ່ງທີ່ເຈົ້າເຫັນ ແລະ ເພີດເພີນ ເຊິ່ງເຈົ້າມີຕັ້ງແຕ່ເກີດ, ແຕ່ພຣະເຈົ້າໄດ້ຈັດແຈງໃຫ້ແກ່ເຈົ້າເປັນເວລາດົນນານມາແລ້ວ ຫຼື ຢ່າງລັບໆ. ຈົນເຖິງລະດັບທີ່ເປັນໄປໄດ້ຫຼາຍທີ່ສຸດ, ພຣະເຈົ້າໄດ້ກຳຈັດ ແລະ ຫຼຸດຜ່ອນອົງປະກອບທີ່ເປັນລົບທັງໝົດ ທີ່ບໍ່ອຳນວຍຕໍ່ມະນຸດຊາດ ແລະ ອາດທຳຮ້າຍຮ່າງກາຍມະນຸດ. ສິ່ງນີ້ສະແດງເຖິງຫຍັງ? ມັນສະແດງເຖິງທັດສະນະທີ່ພຣະເຈົ້າມີຕໍ່ມະນຸດ ເມື່ອພຣະອົງເນລະມິດສ້າງພວກເຂົາໃນເວລານີ້ບໍ? ແມ່ນຫຍັງຄືທັດສະນະນັ້ນ? ທັດສະນະທີ່ຂອງພຣະເຈົ້າແມ່ນຮອບຄອບ ແລະ ຈິງໃຈ ແລະ ມັນບໍ່ກໍ່ໃຫ້ເກີດມີການແຊກແຊງຈາກກຳລັງສັດຕູໃດໜຶ່ງ ຫຼື ປັດໃຈ ຫຼື ສະພາບການພາຍນອກ ທີ່ບໍ່ໄດ້ມາຈາກພຣະອົງ. ໃນສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ທັດສະນະຂອງພຣະເຈົ້າໃນການເນລະມິດສ້າງ ແລະ ການຄຸ້ມຄອງມະນຸດຊາດໃນເວລານີ້. ແລ້ວແມ່ນຫຍັງຄືທັດສະນະຂອງພຣະເຈົ້າ? ຜ່ານທາງສະພາບແວດລ້ອມສຳລັບຄວາມຢູ່ລອດ ແລະ ຊີວິດທີ່ມະນຸດໄດ້ຮັບ ພ້ອມທັງໃນອາຫານ ແລະ ເຄື່ອງດື່ມປະຈຳວັນ ແລະ ຄວາມຕ້ອງການປະຈຳວັນຂອງພວກເຂົາ, ພວກເຮົາສາມາດເຫັນໄດ້ເຖິງທັດສະນະຂອງພຣະເຈົ້າກ່ຽວກັບຄວາມຮັບຜິດຊອບຕໍ່ມະນຸດຊາດ ເຊິ່ງພຣະອົງໄດ້ມີນັບຕັ້ງແຕ່ທີ່ພຣະອົງໄດ້ເນລະມິດສ້າງມະນຸດ ພ້ອມທັງຄວາມຕັ້ງໃຈຂອງພຣະອົງທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນໃນເວລານີ້. ສາມາດເຫັນຄວາມແທ້ຈິງຂອງພຣະເຈົ້າໄດ້ໃນສິ່ງເຫຼົ່ານີ້ບໍ? ຄວາມອັດສະຈັນຂອງພຣະອົງເດ? ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະອົງເດ? ອຳນາດອັນໄພສານຂອງພຣະອົງເດ? ພຣະເຈົ້າໃຊ້ວິທີການທີ່ມີສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະອົງເພື່ອສະໜອງໃຫ້ແກ່ມະນຸດຊາດທັງປວງ ພ້ອມທັງສະໜອງໃຫ້ແກ່ທຸກສິ່ງໃນການເນລະມິດສ້າງຂອງພຣະອົງ. ຕອນນີ້ ຫຼັງຈາກທີ່ເຮົາໄດ້ກ່າວຫຼາຍຢ່າງຕໍ່ພວກເຈົ້າ, ພວກເຈົ້າສາມາດເວົ້າໄດ້ບໍວ່າ ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ? (ໄດ້.) ມັນຈະເປັນແບບນັ້ນຢ່າງແນ່ນອນ. ພວກເຈົ້າມີຂໍ້ສົງໄສບໍ? (ບໍ່ມີ.) ການສະໜອງຂອງພຣະເຈົ້າສຳລັບສິ່ງທັງປວງກໍພຽງພໍແລ້ວທີ່ຈະສະແດງວ່າ ພຣະອົງເປັນຕົ້ນກຳເນີດຂອງຊີວິດສຳລັບສິ່ງທັງປວງ ຍ້ອນພຣະອົງເປັນຕົ້ນກຳເນີດຂອງການສະໜອງທີ່ເຮັດໃຫ້ສິ່ງທັງປວງສາມາດມີຢູ່, ດຳລົງຊີວິດ, ແຜ່ພັນ ແລະ ສືບຕໍ່ ແລະ ບໍ່ມີຕົ້ນກຳເນີດໃດ ນອກຈາກພຣະເຈົ້າເອງ. ພຣະເຈົ້າສະໜອງໃຫ້ແກ່ຄວາມຕ້ອງການທັງໝົດຂອງສິ່ງທັງປວງ ແລະ ຄວາມຕ້ອງການທັງໝົດຂອງມະນຸດຊາດ, ບໍ່ວ່າສິ່ງເຫຼົ່ານັ້ນຈະເປັນຄວາມຕ້ອງການດ້ານສະພາບແວດລ້ອມເບື້ອງຕົ້ນທີ່ສຸດ, ຄວາມຕ້ອງການໃນຊີວິດປະຈຳວັນຂອງພວກເຂົາ ຫຼື ຄວາມຕ້ອງການສຳລັບຄວາມຈິງທີ່ພຣະອົງສະໜອງໃຫ້ແກ່ຈິດວິນຍານຂອງຜູ້ຄົນ. ໃນທຸກລັກສະນະ, ຕົວຕົນຂອງພຣະເຈົ້າ ແລະ ສະຖານະຂອງພຣະອົງເປັນສິ່ງທີ່ສຳຄັນຫຼາຍສຳລັບມະນຸດຊາດ; ມີພຽງແຕ່ພຣະເຈົ້າເອງທີ່ເປັນຕົ້ນກຳເນີດຂອງຊີວິດສຳລັບສິ່ງທັງປວງ. ນັ້ນໝາຍຄວາມວ່າ ພຣະເຈົ້າເປັນຜູ້ປົກຄອງ, ເຈົ້ານາຍ ແລະ ຜູ້ສະໜອງຂອງໂລກນີ້, ໂລກນີ້ທີ່ຜູ້ຄົນສາມາດເຫັນ ແລະ ສຳຜັດໄດ້. ສຳລັບມະນຸດຊາດແລ້ວ, ນີ້ບໍ່ແມ່ນຕົວຕົນຂອງພຣະເຈົ້າບໍ? ບໍ່ມີຫຍັງທີ່ປອມໃນສິ່ງນີ້. ແລ້ວເມື່ອເຈົ້າເຫັນນົກບິນຢູ່ໃນທ້ອງຟ້າ, ເຈົ້າກໍຄວນຮູ້ວ່າພຣະເຈົ້າໄດ້ເນລະມິດສ້າງທຸກສິ່ງທີ່ສາມາດບິນໄດ້. ມີສິ່ງມີຊີວິດທີ່ລອຍຢູ່ໃນນໍ້າ ແລະ ພວກມັນກໍມີວິທີການເອົາຕົວລອດຂອງພວກມັນເອງ. ຕົ້ນໄມ້ ແລະ ພືດທີ່ດຳລົງຊີວິດຢູ່ໃນດິນກໍອອກໜໍ່ ແລະ ງອກໃນລະດູໃບໄມ້ປົ່ງ ແລະ ອອກໝາກ ແລະ ຫຼົ່ນໃບໃນລະດູໃບໄມ້ຫຼົ່ນ ແລະ ໃນລະດູໜາວ ໃບໄມ້ທັງໝົດກໍຫຼົ່ນຈົນໝົດໃນຂະນະທີ່ພືດເຫຼົ່ານັ້ນກຽມຜ່ານລະດູໜາວ. ນັ້ນແມ່ນວິທີການເອົາຕົວລອດຂອງພວກມັນ. ພຣະເຈົ້າເນລະມິດສ້າງສິ່ງທັງປວງ ແລະ ແຕ່ລະສິ່ງກໍດຳລົງຊີວິດຢູ່ໃນຮູບຮ່າງທີ່ແຕກຕ່າງກັນ ແລະ ລັກສະນະທີ່ແຕກຕ່າງກັນ ແລະ ໃຊ້ວິທີການທີ່ແຕກຕ່າງກັນເພື່ອສະແດງເຖິງພະລັງຊີວິດຂອງມັນ ແລະ ຮູບຮ່າງທີ່ມັນດຳລົງຊີວິດ. ບໍ່ວ່າສິ່ງຕ່າງໆຈະເລີ່ມດຳລົງຊີວິດແນວໃດກໍຕາມ, ພວກມັນລ້ວນແລ້ວແຕ່ຢູ່ພາຍໃຕ້ກົດລະບຽບຂອງພຣະເຈົ້າ. ແມ່ນຫຍັງຄືຈຸດປະສົງຂອງພຣະອົງໃນການປົກຄອງຊີວິດ ແລະ ສິ່ງມີຊີວິດທີ່ມີຮູບຮ່າງແຕກຕ່າງກັນທັງໝົດ? ມັນແມ່ນເພື່ອຄວາມຢູ່ລອດຂອງມະນຸດຊາດບໍ? ພຣະອົງຄວບຄຸມກົດເກນທັງໝົດຂອງຊີວິດ ເຊິ່ງລ້ວນແລ້ວແຕ່ເພື່ອຄວາມຢູ່ລອດຂອງມະນຸດຊາດ. ນີ້ສະແດງວ່າຄວາມຢູ່ລອດຂອງມະນຸດຊາດສຳຄັນສຳລັບຕໍ່ພຣະເຈົ້າສໍ່າໃດ.

ໂດຍປົກກະຕິແລ້ວ ຄວາມສາມາດໃນການຢູ່ລອດ ແລະ ແຜ່ພັນຂອງມະນຸດຊາດແມ່ນມີຄວາມສຳຄັນຕໍ່ພຣະເຈົ້າທີ່ສຸດ. ສະນັ້ນ ພຣະເຈົ້າຈຶ່ງສະໜອງໃຫ້ແກ່ມະນຸດຊາດ ແລະ ສິ່ງທັງປວງໃນການເນລະມິດສ້າງຂອງພຣະອົງຢ່າງສະໝໍ່າສະເໝີ. ພຣະອົງສະໜອງໃຫ້ແກ່ສິ່ງທັງປວງໃນວິທີທີ່ແຕກຕ່າງກັນ ແລະ ໂດຍການຮັກສາຄວາມຢູ່ລອດຂອງສິ່ງທັງປວງ, ພຣະອົງເຮັດໃຫ້ມະນຸດຊາດສາມາດສືບຕໍ່ກ້າວໄປຂ້າງໜ້າ ແລະ ຮັກສາຄວາມຢູ່ລອດທີ່ປົກກະຕິຂອງມະນຸດຊາດ. ສິ່ງເຫຼົ່ານີ້ແມ່ນສອງລັກສະນະຂອງການສົນທະນາຂອງພວກເຮົາໃນມື້ນີ້. ແມ່ນຫຍັງຄືສອງລັກສະນະນີ້? (ນັບຕັ້ງແຕ່ທັດສະນະມະຫາພາກ, ພຣະເຈົ້າໄດ້ເນລະມິດສ້າງສະພາບແວດລ້ອມທີ່ມະນຸດດຳລົງຊີວິດ. ນັ້ນແມ່ນລັກສະນະທຳອິດ. ພຣະເຈົ້າຍັງຈັດກຽມສິ່ງທີ່ສາມາດຈັບຕ້ອງໄດ້ທີ່ມະນຸດຊາດຕ້ອງການ ແລະ ສາມາດເຫັນ ແລະ ສຳຜັດໄດ້.) ພວກເຮົາໄດ້ສົນທະນາກັນເຖິງຫົວຂໍ້ຫຼັກຂອງພວກເຮົາຜ່ານທາງສອງລັກສະນະນີ້. ແມ່ນຫຍັງຄືຫົວຂໍ້ຫຼັກຂອງພວກເຮົາ? (ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ.) ຕອນນີ້ ເຈົ້າກໍຄວນມີຄວາມເຂົ້າໃຈບາງຢ່າງວ່າ ເປັນຫຍັງການສົນທະນາຂອງເຮົາໃນຫົວຂໍ້ນີ້ຈຶ່ງມີເນື້ອຫາດັ່ງກ່າວ. ມີການສົນທະນາຫຍັງທີ່ບໍ່ກ່ຽວຂ້ອງກັບຫົວຂໍ້ຫຼັກບໍ? ບໍ່ມີເລີຍ! ບາງເທື່ອ ຫຼັງຈາກທີ່ໄດ້ຍິນສິ່ງເຫຼົ່ານີ້ ພວກເຈົ້າບາງຄົນກໍໄດ້ຮັບຄວາມເຂົ້າໃຈບາງຢ່າງ ແລະ ຕອນນີ້ກໍຮູ້ສຶກວ່າພຣະທຳເຫຼົ່ານີ້ມີນໍ້າໜັກ, ພວກມັນສຳຄັນຫຼາຍ, ແຕ່ຄົນອື່ນອາດມີຄວາມເຂົ້າໃຈບາງຢ່າງຕາມໂຕເທົ່ານັ້ນ ແລະ ຮູ້ສຶກວ່າພຣະທຳເຫຼົ່ານີ້ບໍ່ສຳຄັນໃນຕົວ ແລະ ກ່ຽວກັບພວກເຂົາເອງ. ບໍ່ວ່າພວກເຈົ້າຈະເຂົ້າໃຈແນວໃດກໍຕາມກ່ຽວກັບສິ່ງນີ້ໃນຊ່ວງເວລາປັດຈຸບັນ, ເມື່ອປະສົບການຂອງພວກເຈົ້າໄດ້ມາເຖິງມື້ໃດໜຶ່ງ, ເມື່ອຄວາມເຂົ້າໃຈຂອງພວກເຈົ້າໄດ້ໄປເຖິງຈຸດໃດໜຶ່ງ ເຊິ່ງນັ້ນກໍຄື ເມື່ອຄວາມຮູ້ຂອງພວກເຈົ້າກ່ຽວກັບການກະທຳຂອງພຣະເຈົ້າ ແລະ ພຣະເຈົ້າເອງໄດ້ໄປເຖິງລະດັບໃດໜຶ່ງ, ພວກເຈົ້າກໍຈະໃຊ້ຄຳເວົ້າຂອງພວກເຈົ້າເອງທີ່ເປັນຈິງ ເພື່ອໃຫ້ຄຳພະຍານທີ່ເລິກເຊິ່ງ ແລະ ແທ້ຈິງເຖິງການກະທຳຂອງພຣະເຈົ້າ.

ເຮົາຄິດວ່າຄວາມເຂົ້າໃຈໃນປັດຈຸບັນຂອງພວກເຈົ້າຍັງຂ້ອນຂ້າງຜິວເຜີນ ແລະ ຕາມໂຕ, ແຕ່ເມື່ອໄດ້ຍິນສອງລັກສະນະນີ້ໃນການສົນທະນາຂອງເຮົາ, ຢ່າງໜ້ອຍທີ່ສຸດ ພວກເຈົ້າສາມາດຮູ້ໄດ້ບໍວ່າ ພຣະເຈົ້າໃຊ້ວິທີການໃດເພື່ອສະໜອງໃຫ້ແກ່ມະນຸດຊາດ ຫຼື ພຣະເຈົ້າສະໜອງຫຍັງໃຫ້ແກ່ມະນຸດຊາດ? ພວກເຈົ້າມີແນວຄວາມຄິດພື້ນຖານ ກໍຄືຄວາມເຂົ້າໃຈພື້ນຖານບໍ? (ມີ.) ແຕ່ສອງລັກສະນະນີ້ທີ່ເຮົາໄດ້ສົນທະນາແມ່ນກ່ຽວຂ້ອງກັບພຣະຄຳພີບໍ? ພວກມັນກ່ຽວຂ້ອງກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າໃນຍຸກແຫ່ງອານາຈັກບໍ? (ບໍ່.) ແລ້ວເປັນຫຍັງເຮົາຈຶ່ງສົນທະນາກ່ຽວກັບພວກມັນ? ມັນແມ່ນຍ້ອນຜູ້ຄົນຕ້ອງເຂົ້າໃຈພວກມັນເພື່ອຮູ້ຈັກພຣະເຈົ້າບໍ? (ແມ່ນແລ້ວ.) ມັນຈຳເປັນຫຼາຍທີ່ຈະຕ້ອງຮູ້ຈັກສິ່ງເຫຼົ່ານີ້ ແລະ ມັນຍັງຈຳເປັນຫຼາຍທີ່ຈະຕ້ອງເຂົ້າໃຈກ່ຽວກັບພວກມັນ. ໃນຂະນະທີ່ພວກເຈົ້າສະແຫວງຫາເພື່ອເຂົ້າໃຈພຣະເຈົ້າຢ່າງສົມບູນ, ຈົ່ງຢ່າຈຳກັດຕົນເອງແຕ່ໃນພຣະຄຳພີ ແລະ ຢ່າຈຳກັດຕົນເອງແຕ່ໃນການພິພາກສາ ແລະ ການຂ້ຽນຕີມະນຸດຂອງພຣະເຈົ້າ. ແມ່ນຫຍັງຄືຈຸດປະສົງຂອງເຮົາໃນການເວົ້າສິ່ງນີ້? ມັນແມ່ນເພື່ອເຮັດໃຫ້ຜູ້ຄົນຮູ້ຈັກວ່າ ພຣະເຈົ້າບໍ່ແມ່ນພຽງພຣະເຈົ້າຂອງຜູ້ຄົນທີ່ຖືກເລືອກຂອງພຣະອົງ. ເຈົ້າຕິດຕາມພຣະເຈົ້າໃນປັດຈຸບັນ ແລະ ພຣະອົງແມ່ນພຣະເຈົ້າຂອງເຈົ້າ, ແຕ່ພຣະອົງແມ່ນພຣະເຈົ້າຂອງຄົນທີ່ບໍ່ໄດ້ຕິດຕາມພຣະອົງບໍ? ພຣະເຈົ້າແມ່ນພຣະເຈົ້າຂອງທຸກຄົນທີ່ບໍ່ໄດ້ຕິດຕາມພຣະອົງບໍ? ພຣະເຈົ້າແມ່ນພຣະເຈົ້າຂອງສິ່ງທັງປວງບໍ? (ແມ່ນ.) ແລ້ວພາລະກິດ ແລະ ການກະທຳຂອງພຣະເຈົ້າຖືກຈຳກັດແຕ່ໃນຂອບເຂດຂອງຄົນທີ່ຕິດຕາມພຣະອົງເທົ່ານັ້ນບໍ? (ບໍ່.) ແມ່ນຫຍັງຄືຂອບເຂດຂອງພາລະກິດ ແລະ ການກະທຳຂອງພຣະອົງ? ໃນລະດັບທີ່ນ້ອຍທີ່ສຸດ, ຂອບເຂດຂອງພາລະກິດ ແລະ ການກະທຳຂອງພຣະອົງປະກອບດ້ວຍມະນຸດຊາດທັງປວງ ແລະ ທຸກສິ່ງໃນການເນລະມິດສ້າງ. ໃນລະດັບທີ່ສູງທີ່ສຸດ, ມັນປະກອບດ້ວຍຈັກກະວານທັງປວງ ເຊິ່ງຜູ້ຄົນບໍ່ສາມາດເຫັນໄດ້. ແລ້ວພວກເຮົາອາດເວົ້າໄດ້ວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ ແລະ ກະທຳການຂອງພຣະອົງທ່າມກາງມະນຸດຊາດທັງປວງ ແລະ ສິ່ງນີ້ກໍພຽງພໍທີ່ຈະເຮັດໃຫ້ຜູ້ຄົນມາຮູ້ຈັກພຣະເຈົ້າເອງຢ່າງສົມບູນ. ຖ້າເຈົ້າຕ້ອງການຮູ້ຈັກພຣະເຈົ້າ, ຮູ້ຈັກພຣະອົງຢ່າງແທ້ຈິງ, ເຂົ້າໃຈພຣະອົງຢ່າງແທ້ຈິງ, ຊັ້ນກໍຢ່າຈຳກັດຕົນເອງພຽງແຕ່ໃນສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຫຼື ໃນເລື່ອງລາວກ່ຽວກັບພາລະກິດທີ່ພຣະອົງປະຕິບັດໃນອະດີດເທົ່ານັ້ນ. ຖ້າເຈົ້າພະຍາຍາມທີ່ຈະຮູ້ຈັກພຣະອົງໃນລັກສະນະນັ້ນ ເຈົ້າກໍກຳລັງວາງຂໍ້ຈຳກັດໃສ່ພຣະເຈົ້າ ໂດຍຈໍາກັດຂອບເຂດຂອງພຣະອົງ. ເຈົ້າກຳລັງເຫັນວ່າພຣະເຈົ້າເປັນສິ່ງທີ່ນ້ອຍຫຼາຍ. ການເຮັດແບບນັ້ນຈະສົ່ງຜົນກະທົບຕໍ່ຜູ້ຄົນແນວໃດ? ເຈົ້າຈະບໍ່ສາມາດຮູ້ຈັກເຖິງຄວາມອັດສະຈັນ ແລະ ຄວາມລໍ້າເລີດຂອງພຣະເຈົ້າ ຫຼື ລິດອຳນາດ ແລະ ອຳນາດອັນໄພສານຂອງພຣະອົງ ແລະ ຂອບເຂດຂອງສິດອຳນາດຂອງພຣະອົງຈັກເທື່ອ. ຄວາມເຂົ້າໃຈດັ່ງກ່າວຈະມີຜົນກະທົບຕໍ່ຄວາມສາມາດຂອງເຈົ້າໃນການຍອມຮັບຄວາມຈິງທີ່ວ່າ ພຣະເຈົ້າເປັນຜູ້ປົກຄອງສິ່ງທັງປວງ ພ້ອມທັງຄວາມຮູ້ຂອງເຈົ້າກ່ຽວກັບຕົວຕົນ ແລະ ສະຖານະທີ່ແທ້ຈິງຂອງພຣະເຈົ້າ. ເວົ້າອີກຢ່າງກໍຄື ຖ້າຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າຖືກຈຳກັດແຕ່ໃນຂອບເຂດ, ສິ່ງທີ່ເຈົ້າສາມາດຮັບເອົາກໍຈະຖືກຈຳກັດເຊັ່ນກັນ. ນີ້ຄືເຫດຜົນທີ່ເຈົ້າຕ້ອງເຮັດໃຫ້ຂອບເຂດຂອງເຈົ້າກວ້າງອອກ ແລະ ຂະຫຍາຍຂອບເຂດຂອງເຈົ້າ. ເຈົ້າຄວນສະແຫວງຫາເພື່ອເຂົ້າໃຈທຸກສິ່ງນີ້ ເຊິ່ງນັ້ນກໍຄື ຂອບເຂດຂອງພາລະກິດຂອງພຣະເຈົ້າ, ການຄຸ້ມຄອງຂອງພຣະອົງ, ການປົກຄອງຂອງພຣະອົງ ແລະ ສິ່ງທັງປວງທີ່ພຣະອົງຄຸ້ມຄອງ ແລະ ທີ່ພຣະອົງປົກຄອງ. ໂດຍຜ່ານສິ່ງເຫຼົ່ານີ້, ເຈົ້າຈຶ່ງຈະເຂົ້າໃຈການກະທຳຂອງພຣະເຈົ້າ. ດ້ວຍຄວາມເຂົ້າໃຈດັ່ງກ່າວ, ເຈົ້າຈະຮູ້ສຶກວ່າ ພຣະເຈົ້າປົກຄອງ, ຄຸ້ມຄອງ ແລະ ສະໜອງໃຫ້ແກ່ສິ່ງທັງປວງທ່າມກາງສິ່ງເຫຼົ່ານັ້ນ ໂດຍທີ່ບໍ່ຮູ້ຕົວ ແລະ ເຈົ້າຍັງຈະຮູ້ສຶກວ່າເຈົ້າເປັນສ່ວນໜຶ່ງ ແລະ ເປັນສະມາຊິກຂອງສິ່ງທັງປວງ. ໃນຂະນະທີ່ພຣະເຈົ້າສະໜອງໃຫ້ແກ່ສິ່ງທັງປວງ, ເຈົ້າກໍກຳລັງຍອມຮັບການປົກຄອງ ແລະ ການສະໜອງຂອງພຣະເຈົ້າເຊັ່ນດຽວກັນ. ນີ້ຄືຂໍ້ແທ້ຈິງທີ່ບໍ່ມີຜູ້ໃດສາມາດປະຕິເສດໄດ້. ທຸກສິ່ງແມ່ນຂຶ້ນຢູ່ກັບກົດເກນຂອງພວກມັນເອງພາຍໃຕ້ກົດລະບຽບຂອງພຣະເຈົ້າ ແລະ ພາຍໃຕ້ກົດລະບຽບຂອງພຣະເຈົ້າ, ທຸກສິ່ງກໍມີກົດລະບຽບຂອງພວກມັນເອງສຳລັບການຢູ່ລອດ. ໂຊກຊະຕາ ແລະ ຄວາມຈຳເປັນຂອງມະນຸດຊາດຍັງຖືກຜູກມັດຮ່ວມກັບການປົກຄອງ ແລະ ການສະໜອງຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ມະນຸດຊາດ ແລະ ສິ່ງທັງປວງເຊື່ອມໂຍງກັນ, ອາໄສກັນ ແລະ ປະສົມປະສານກັນ ພາຍໃຕ້ອຳນາດ ແລະ ກົດລະບຽບຂອງພຣະເຈົ້າ. ນີ້ຄືຈຸດປະສົງ ແລະ ຄຸນຄ່າຂອງການເນລະມິດສ້າງສິ່ງທັງປວງຂອງພຣະເຈົ້າ.

ວັນທີ 2 ກຸມພາ 2014

ກ່ອນນີ້: ພຣະເຈົ້າເອງ, ທີ່ເປັນເອກະລັກ VII

ຕໍ່ໄປ: ພຣະເຈົ້າເອງ, ທີ່ເປັນເອກະລັກ IX

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້