ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພຣະເຈົ້າເອງ, ທີ່ເປັນເອກະລັກ IX

ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ (III)

ຕະຫຼອດໄລຍະເວລາຜ່ານມາ, ພວກເຮົາໄດ້ກ່າວເຖິງຫຼາຍສິ່ງທີ່ກ່ຽວຂ້ອງກັບການຮູ້ຈັກພຣະເຈົ້າ ແລະ ເມື່ອບໍ່ດົນມານີ້ພວກເຮົາກໍໄດ້ເວົ້າກ່ຽວກັບຫົວຂໍ້ໜຶ່ງທີ່ກ່ຽວຂ້ອງກັບເລື່ອງນີ້ ແລະ ມີຄວາມສຳຄັນຫຼາຍ. ຫົວຂໍ້ດັ່ງກ່າວນີ້ແມ່ນຫຍັງ? (ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ). ເບິ່ງຄືກັບວ່າ ປະເດັນ ແລະ ຫົວຂໍ້ທີ່ເຮົາກ່າວເຖິງນັ້ນໄດ້ສ້າງຄວາມປະທັບໃຈໃຫ້ກັບທຸກຄົນຢ່າງຊັດເຈນ. ຄັ້ງກ່ອນພວກເຮົາໄດ້ເວົ້າເຖິງສອງສາມດ້ານກ່ຽວກັບສະພາບແວດລ້ອມເພື່ອການຢູ່ລອດທີ່ພຣະເຈົ້າໄດ້ສ້າງຂຶ້ນເພື່ອມວນມະນຸດ ແລະ ພ້ອມທັງອາຫານຫຼາກຫຼາຍປະເພດທີ່ຈຳເປັນສຳລັບການດຳລົງຊີວິດຂອງຜູ້ຄົນ ເຊິ່ງພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ແກ່ມວນມະນຸດ. ຄວາມຈິງແລ້ວ, ສິ່ງທີ່ພຣະເຈົ້າກະທຳບໍ່ໄດ້ຈຳກັດຢູ່ທີ່ການກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດຂອງຜູ້ຄົນ ຫຼື ການກະກຽມອາຫານປະຈຳວັນຂອງພວກເຂົາ. ກົງກັນຂ້າມ, ມັນປະກອບດ້ວຍການບັນລຸພາລະກິດທີ່ເລິກລັບ ແລະ ພາລະກິດຈຳເປັນ ເຊິ່ງກ່ຽວຂ້ອງກັບຫຼາຍແງ່ມຸມ ແລະ ຫຼາຍດ້ານເພື່ອຄວາມຢູ່ລອດຂອງຜູ້ຄົນ ແລະ ເພື່ອຊີວິດຂອງມວນມະນຸດ. ທັງໝົດນີ້ແມ່ນການກະທຳຂອງພຣະເຈົ້າ. ການກະທຳເຫຼົ່ານີ້ຂອງພຣະເຈົ້າບໍ່ພຽງແຕ່ຈຳກັດສະເພາະການກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດຂອງຄົນ ແລະ ກະກຽມອາຫານປະຈຳວັນຂອງພວກເຂົາເທົ່ານັ້ນ, ແຕ່ພວກມັນມີຂອບເຂດທີ່ກວ້າງຂວາງກວ່ານັ້ນ. ນອກຈາກພາລະກິດສອງປະເພດນີ້ແລ້ວ, ພຣະອົງຍັງກະກຽມສະພາບແວດລ້ອມ ແລະ ເງື່ອນໄຂຈໍາເປັນຕ່າງໆເພື່ອຄວາມຢູ່ລອດຂອງມະນຸດໃນການດຳລົງຊີວິດ. ນີ້ແມ່ຫົວຂໍ້ທີ່ພວກເຮົາຈະສົນທະນາກັນໃນມື້ນີ້. ມັນກ່ຽວຂ້ອງກັບການກະທຳຂອງພຣະເຈົ້າເຊັ່ນກັນ; ບໍ່ດັ່ງນັ້ນ, ການເວົ້າເຖິງມັນຢູ່ບ່ອນນີ້ອາດຈະບໍ່ມີຄວາມໝາຍຫຍັງເລີຍ. ຖ້າຄົນຢາກຮູ້ຈັກພຣະເຈົ້າ ແຕ່ວ່າພວກເຂົາມີຄວາມເຂົ້າໃຈ “ພຣະເຈົ້າ” ເປັນພຽງຄຳເວົ້າເທົ່ານັ້ນ ຫຼື ເຂົ້າໃຈດ້ານຕ່າງໆກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ, ນັ້ນກໍບໍ່ແມ່ນຄວາມເຂົ້າໃຈທີ່ແທ້ຈິງ. ແລ້ວເສັ້ນທາງສູ່ຄວາມຮູ້ກ່ຽວກັບພຣະເຈົ້າແມ່ນຫຍັງ? ມັນແມ່ນການມາຮູ້ຈັກພຣະອົງຜ່ານການກະທຳຂອງພຣະອົງ ແລະ ການໄດ້ຮູ້ຈັກພຣະອົງໃນທຸກດ້ານຂອງພຣະອົງ. ດັ່ງນັ້ນ, ພວກເຮົາຕ້ອງສືບຕໍ່ສົນທະນາໃນຫົວຂໍ້ກ່ຽວກັບການກະທຳຂອງພຣະເຈົ້າໃນຕອນທີ່ພຣະອົງຊົງສ້າງທຸກສິ່ງ.

ນັບຕັ້ງແຕ່ພຣະເຈົ້າສ້າງທຸກສິ່ງ, ພວກມັນກໍໄດ້ເຮັດໜ້າທີ່ ແລະ ສືບຕໍ່ພັດທະນາຢ່າງເປັນລະບົບ ແລະ ເປັນໄປຕາມກົດເກນທີ່ພຣະອົງກຳນົດໄວ້. ພາຍໃຕ້ສາຍຕາຂອງພຣະອົງ, ພາຍໃຕ້ການປົກຄອງຂອງພຣະອົງ ມະນຸດຊາດໄດ້ມີຊີວິດຢູ່ລອດ ແລະ ໃນຂະນະທີ່ທຸກສິ່ງກໍໄດ້ພັດທະນາໄປຢ່າງເປັນລະບຽບ. ບໍ່ມີສິ່ງໃດສາມາດປ່ຽນແປງ ຫຼື ທຳລາຍກົດເກນເຫຼົ່ານີ້ໄດ້. ຍ້ອນການປົກຄອງຂອງພຣະເຈົ້າ ທຸກສິ່ງທີ່ມີຊີວິດຈິ່ງສາມາດຄູນທະວີ ແລະ ຍ້ອນການປົກຄອງ ແລະ ການຄຸ້ມຄອງຂອງພຣະອົງ ທຸກສິ່ງທີ່ມີຊີວິດຈິ່ງສາມາດຢູ່ລອດໄດ້. ນີ້ເວົ້າໄດ້ວ່າ ພາຍໃຕ້ການປົກຄອງຂອງພຣະເຈົ້າ ທຸກສິ່ງທີ່ມີຊີວິດຈຶ່ງມີຢູ່, ຈະເລີນເຕີບໂຕຂຶ້ນ, ຕາຍໄປ ແລະ ເກີດໃໝ່ຕາມກົດເກນຂອງມັນ. ເມື່ອລະດູໃບໄມ້ປົ່ງມາເຖິງ ຝົນກໍຕົກເປັນຝອຍເຮັດໃຫ້ເກີດຄວາມຮູ້ສຶກເຖິງລະດູການທີ່ສົດໃສ ແລະ ເຮັດໃຫ້ແຜ່ນດິນໂລກຊຸ່ມເຢັນ. ພື້ນດິນເລີ່ມລະລາຍ ແລະ ຫຍ້າກໍເລີ່ມປົ່ງຂຶ້ນຈາກພື້ນດິນ ແລະ ເລີ່ມແຕກງອກ ໃນຂະນະທີ່ຕົ້ນໄມ້ກໍຄ່ອຍໆກາຍເປັນສີຂຽວ. ທຸກສິ່ງທີ່ມີຊີວິດເຫຼົ່ານີ້ນຳເອົາຊີວິດທີ່ສົດຊື່ນມາສູ່ແຜ່ນດິນໂລກ. ນີ້ຄືສິ່ງທີ່ມັນເປັນເມື່ອທຸກສິ່ງໄດ້ມີຊີວິດຢູ່ ແລະ ຈະເລີນເຕີບໃຫຍ່ຂຶ້້ນ. ສັດທຸກຊະນິດອອກຈາກຮູຂອງພວກມັນເພື່ອສຳຜັດກັບຄວາມອົບອຸ່ນຂອງລະດູໃບໄມ້ປົ່ງ ແລະ ເລີ່ມຕົ້ນປີໃໝ່. ທຸກສິ່ງທີ່ມີຊີວິດພາກັນຕາກແດດໃນລະດູຮ້ອນ ແລະ ມີຄວາມສຸກກັບອາຍອຸ່ນຂອງລະດູການ. ພວກມັນເຕີບໃຫຍ່ຂຶ້ນຢ່າງວ່ອງໄວ. ຕົ້ນໄມ້, ຫຍ້າ ແລະ ພືດທຸກຊະນິດກຳລັງເຕີບໃຫຍ່ຂຶ້ນຢ່າງໄວວາ ຈົນໃນທີ່ສຸດພວກມັນກໍເກີດດອກອອກຜົນ. ໃນລະຫວ່າງລະດູຮ້ອນ ທຸກສິ່ງທີ່ມີຊີວິດ ລວມທັງມະນຸດແມ່ນພາກັນສົນລະວົນ. ໃນລະດູໃບໄມ້ຫຼົ່ນ, ຝົນກໍນຳເອົາຄວາມຊຸ່ມເຢັນຂອງລະດູໃບໄມ້ຫຼົ່ນມາ ແລະ ສິ່ງທີ່ມີຊີວິດທຸກຊະນິດເລີ່ມຮູ້ສຶກເຖິງການມາຮອດຂອງລະດູເກັບກ່ຽວ. ທຸກສິ່ງທີ່ມີຊີວິດກໍເກີດດອກອອກຜົນ ແລະ ມະນຸດເອງກໍເລີ່ມເກັບກ່ຽວໝາກໄມ້ຫຼາກຫຼາຍຊະນິດ ເພື່ອຈະໄດ້ມີອາຫານກຽມພ້ອມໄວ້ສຳລັບລະດູໜາວ. ໃນລະດູໜາວ, ສິ່ງທີ່ມີຊີວິດທັງໝົດກໍຄ່ອຍໆເລີ່ມປັກຫຼັກຢູ່ໃນຄວາມສະຫງົບ ແລະ ພັກຜ່ອນຕາມສະພາບອາກາດທີ່ໜາວເຢັນ ແລະ ຜູ້ຄົນກໍຢຸດພັກໃນຊ່ວງລະດູການນີ້. ຈາກລະດູການສູ່ລະດູການ, ຜັນປ່ຽນຈາກລະດູໃບໄມ້ປົ່ງສູ່ລະດູຮ້ອນ ສູ່ລະດູໃບໄມ້ຫຼົ່ນ ສູ່ລະດູໜາວ, ການປ່ຽນແປງທັງໝົດເຫຼົ່ານີ້ເກີດຂຶ້ນຕາມກົດເກນທີ່ຖືກສ້າງຂຶ້ນໂດຍພຣະເຈົ້າ. ພຣະອົງນຳພາທຸກສິ່ງ ແລະ ມະນຸດຊາດໄດ້ນຳໃຊ້ກົດເກນເຫຼົ່ານີ້ ແລະ ໄດ້ຄິດຄົ້ນວິຖີຊີວິດທີ່ອຸດົມສົມບູນ ແລະ ມີສີສັນໃຫ້ກັບຕົນເອງ, ກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ມີອຸນຫະພູມ ແລະ ລະດູການແຕກຕ່າງກັນ. ດ້ວຍເຫດນີ້, ພາຍໃນສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເປັນໄປຕາມກົດເກນນີ້, ມະນຸດສາມາດຢູ່ລອດ ແລະ ເພີ່ມທະວີໄປຕາມກົດເກນຂອງມັນ. ມະນຸດບໍ່ສາມາດປ່ຽນແປງກົດເກນເຫຼົ່ານີ້ໄດ້ ແລະ ບໍ່ມີໃຜ ຫຼື ສິ່ງມີຊີວິດໃດສາມາດທຳລາຍມັນໄດ້. ເຖິງແມ່ນວ່າ ໄດ້ມີການປ່ຽນແປງເກີດຂຶ້ນຈົນນັບບໍ່ຖ້ວນ ເຊັ່ນ: ທະເລກາຍເປັນທົ່ງນາ, ໃນຂະນະທີ່ທົ່ງນາກໍກາຍເປັນທະເລ ກົດເກນເຫຼົ່ານີ້ກໍຄົງຍັງຢູ່. ພວກມັນມີຢູ່ກໍຍ້ອນວ່າ ພຣະເຈົ້າດຳລົງຢູ່ ແລະ ກໍຍ້ອນການປົກຄອງ ແລະ ການຄຸ້ມຄອງຂອງພຣະອົງ. ດ້ວຍສະພາບແວດລ້ອມທີ່ເປັນລະບົບຂະໜາດໃຫຍ່ແບບນີ້ ຊີວິດຂອງຜູ້ຄົນຈຶ່ງໄດ້ດຳເນີນໄປຕາມກົດເກນ ແລະ ກົດລະບຽບເຫຼົ່ານີ້. ພາຍໃຕ້ກົດເກນເຫຼົ່ານີ້ໄດ້ເກີດມີຜູ້ຄົນສືບທອດຈາກຮຸ່ນສູ່ຮຸ່ນ ແລະ ຜູ້ຄົນຈາກຮຸ່ນສູ່ຮຸ່ນໄດ້ມີຊີວິດລອດຢູ່ພາຍໃຕ້ກົດເກນນີ້. ຜູ້ຄົນໄດ້ຊື່ມຊົມກັບສະພາບແວດລ້ອມເພື່ອຄວາມຢູ່ລອດດັ່ງກ່າວນີ້ ພ້ອມດ້ວຍສິ່ງຕ່າງໆທີ່ຖືກສ້າງຂຶ້ນໂດຍພຣະເຈົ້າສໍາລັບຮຸ່ນສູ່ຮຸ່ນ ເຖິງແມ່ນຜູ້ຄົນຮູ້ສຶກວ່າ ກົດເກນເຫຼົ່ານີ້ມີມາແຕ່ກຳເນີດ ແລະ ບໍ່ເຫັນຄຸນຄ່າຂອງມັນກໍຕາມ ແລະ ເຖິງແມ່ນວ່າ ພວກເຂົາບໍ່ສາມາດຮູ້ໄດ້ວ່າພຣະເຈົ້າປັ້ນແຕ່ງກົດເກນເຫຼົ່ານີ້ ຫຼື ພຣະເຈົ້າປົກຄອງຢູ່ເໜືອກົດເກນເຫຼົ່ານີ້, ພຣະເຈົ້າກໍຍັງກະທໍາພາລະກິດນີ້ສະເໝີໂດຍບໍ່ມີການປ່ຽນແປງ. ວັດຖຸປະສົງຂອງພຣະອົງໃນການກະທໍາພາລະກິດນີ້ກໍເພື່ອຄວາມຢູ່ລອດຂອງມະນຸດຊາດ ແລະ ເພື່ອວ່າມະນຸດຊາດອາດມີຊີວິດຢູ່ຕໍ່ໄປ.

ພຣະເຈົ້າກຳນົດເຂດແດນສຳລັບທຸກສິ່ງເພື່ອດູແລມະນຸດຊາດທັງປວງ

ມື້ນີ້ເຮົາຈະເວົ້າກ່ຽວກັບຫົວຂໍ້ ແລະ ວິທີທີ່ພຣະເຈົ້າໄດ້ນຳເອົາກົດເກນປະເພດເຫຼົ່ານີ້ມາສູ່ທຸກສິ່ງ ແລະ ບຳລຸງລ້ຽງມວນມະນຸດທັງປວງ. ນີ້ແມ່ນຫົວຂໍ້ທີ່ຂ້ອນຂ້າງໃຫຍ່, ດັ່ງນັ້ນ ພວກເຮົາສາມາດແບ່ງມັນອອກເປັນຫຼາຍພາກສ່ວນ ແລະ ສົນທະນາກ່ຽວກັບມັນເທື່ອລະຫົວຂໍ້ ເພື່ອວ່າ ຈະໄດ້ອະທິບາຍຢ່າງຊັດເຈນສໍາລັບພວກເຈົ້າ. ວິທີນີ້ ຈະເຮັດໃຫ້ພວກເຈົ້າເຂົ້າໃຈງ່າຍຂຶ້ນ ແລະ ພວກເຈົ້າກໍຈະຄ່ອຍໆສາມາດເຂົ້າໃຈມັນໄດ້.

ສະນັນ, ໃຫ້ພວກເຮົາມາເລີ່ມກັບພາກສ່ວນທຳອິດເລີຍ. ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງຂີດເຂດແດນສຳລັບພູ, ທົ່ງພຽງ, ທະເລຊາຍ, ເນີນພູ, ຫ້ວຍນ້ຳ ແລະ ທະເລສາບ. ເທິງແຜ່ນດິນໂລກມີພູ, ທົ່ງພຽງ, ທະເລຊາຍ, ເນີນພູ ພ້ອມທັງແຫຼ່ງນ້ຳຕ່າງໆ. ສິ່ງເຫຼົ່ານີ້ສ້າງພູມສັນຖານທີ່ແຕກຕ່າງກັນບໍ່ແມ່ນບໍ? ພຣະເຈົ້າໄດ້ຂີດເສັ້ນເຂດແດນຕ່າງໆເພື່ອແບ່ງແຍກພວກມັນ. ເມື່ອພວກເຮົາເວົ້າເຖິງການຂີດເສັ້ນເຂດແດນ, ໝາຍຄວາມວ່າ ພູເຂົາມີເຂດແດນຂອງມັນ, ທົ່ງພຽງມີເຂດແດນຂອງມັນ, ທະເລຊາຍມີຂອບເຂດທີ່ແນ່ນອນ ແລະ ເນີນພູມີພື້ນທີ່ທີ່ແນ່ນອນ. ນອກຈາກນີ້ຍັງມີປະລິມານຂອງແຫຼ່ງນ້ຳທີ່ແນ່ນອນ ເຊັ່ນ: ແມ່ນ້ຳ ແລະ ທະເລສາບ. ນັ້ນກໍຄື ເມື່ອພຣະເຈົ້າສ້າງທຸກສິ່ງ ພຣະອົງແຍກທຸກສິ່ງອອກຢ່າງຈະແຈ້ງທີ່ສຸດ. ພຣະເຈົ້າໄດ້ກຳນົດໄວ້ແລ້ວວ່າ ລັດສະໝີຂອງພູເຂົາຄວນມີຈັກກິໂລແມັດ ແລະ ແມ່ນຫຍັງຄືຂອບເຂດຂອງມັນ. ພຣະອົງຍັງໄດ້ກຳນົດວ່າ ລັດສະໝີຂອງທົ່ງພຽງມີຈັກກິໂລແມັດ ແລະ ແມ່ນຫຍັງຄືຂອບເຂດຂອງມັນ. ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງຍັງໄດ້ກຳນົດຂອບເຂດຂອງທະເລຊາຍ ລວມເຖິງຂອບເຂດເນີນພູ ແລະ ສັດສ່ວນຂອງມັນ ແລະ ສິ່ງທີ່ອ້ອມເຂດແດນຂອງມັນ. ທັງໝົດນີ້ໄດ້ຖືກກຳນົດໂດຍພຣະອົງ. ພຣະອົງກຳນົດຂອບເຂດແມ່ນ້ຳ ແລະ ທະເລສາບ. ພວກມັນທັງໝົດມີເຂດແດນຂອງມັນ. ດັ່ງນັ້ນ, ເມື່ອພວກເຮົາເວົ້າເຖິງ “ເຂດແດນ” ພວກເຮົາໝາຍເຖິງຫຍັງ? ພວກເຮົາໄດ້ເວົ້າກ່ຽວກັບວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງໂດຍການສ້າງກົດເກນສຳລັບທຸກສິ່ງ. ນັ້ນກໍຄື ຂອບເຂດ ແລະ ເຂດແດນຂອງພູເຂົາຕ່າງໆຈະບໍ່ຂະຫຍາຍອອກ ຫຼື ຫຼຸດລົງຍ້ອນການໝຸນວຽນຂອງແຜ່ນດິນໂລກ ຫຼື ການຜ່ານພົ້ນຂອງການເວລາ. ພວກມັນຖືກກຳນົດຢ່າງຕາຍຕົວ, ບໍ່ປ່ຽນແປງ ແລະ ຄວາມບໍ່ປ່ຽນແປງຂອງມັນກໍຖືກກໍານົດໂດຍພຣະເຈົ້າ. ສໍາລັບພື້ນທີ່ຂອງທົ່ງພຽງ, ຂອບເຂດຂອງມັນ ແລະ ສິ່ງທີ່ຢູ່ອ້ອມເຂດແດນຂອງມັນ; ສິ່ງນີ້ແມ່ນຖືກກຳນົດໂດຍພຣະເຈົ້າເຊັ່ນກັນ. ພວກມັນມີເຂດແດນຂອງມັນ ແລະ ດັ່ງນັ້ນ ມັນເປັນໄປບໍ່ໄດ້ທີ່ດິນຈະໂຜ່ຂຶ້ນຈາກພຶ້ນດິນທົ່ງພຽງໂດຍບັງເອີນ. ທົ່ງພຽງບໍ່ສາມາດປ່ຽນເປັນພູເຂົາໄດ້ໃນທັນທີທັນໃດ, ສິ່ງນີ້ແມ່ນເປັນໄປບໍ່ໄດ້. ນີ້ຄືຄວາມໝາຍຂອງກົດເກນ ແລະ ເຂດແດນທີ່ພວກເຮົາກໍາລັງເວົ້າເຖິງ. ສ່ວນທະເລຊາຍ, ພວກເຮົາຈະບໍ່ເນັ້ນເຖິງໜ້າທີ່ສະເພາະຂອງທະເລຊາຍ ຫຼື ພູມສັນຖານປະເພດອື່ນໆ ຫຼື ທີ່ຕັ້ງພູມີສາດໃນເວລານີ້, ພວກເຂົາຈະເວົ້າເຖິງແຕ່ເຂດແດນຂອງພວກມັນເທົ່ານັ້ນ. ພາຍໃຕ້ການປົກຄອງຂອງພຣະເຈົ້າ, ຂອບເຂດຂອງທະເລຊາຍຈະບໍ່ຂະຫຍາຍອອກໄປ. ນີ້ກໍຍ້ອນວ່າ ພຣະເຈົ້າໄດ້ກໍານົນກົດເກນ ແລະ ຂອບເຂດຂອງມັນໄວ້ແລ້ວ. ພື້ນທີ່ຂອງມັນກວ້າງພຽງໃດ, ແມ່ນຫຍັງຄືໜ້າທີ່ຂອງມັນ, ແມ່ນຫຍັງທີ່ຢູ່ອ້ອມເຂດແດນຂອງມັນ ແລະ ບ່ອນທີ່ມັນຕັ້ງຢູ່, ທຸກສິ່ງເຫຼົ່ານີ້ແມ່ນຖືກພຣະເຈົ້າກຳນົດໄວ້ແລ້ວ. ມັນຈະບໍ່ຢູ່ເກີນຂອບເຂດຂອງມັນ ຫຼື ຍ້າຍຕຳແໜ່ງຂອງມັນ ແລະ ພື້ນທີ່ຂອງມັນຈະບໍ່ຂະຫຍາຍອອກຕາມລໍາພັງ. ເຖິງແມ່ນວ່າ ກະແສນ້ຳເຊັ່ນ: ແມ່ນ້ຳ ແລະ ທະເລສາບຕ່າງໆແມ່ນເປັນລະລົບ ແລະ ຕໍ່ເນື່ອງ, ພວກມັນຈະບໍ່ມີວັນໄຫຼອອກນອກຂອບເຂດ ຫຼື ເໜືອເຂດແດນຂອງມັນ. ພວກມັນທັງໝົດຈະໄຫຼໄປໃນທິດທາງດຽວກັນ, ໃນທິດທາງທີ່ພວກມັນຄວນຈະໄຫຼໄປຢ່າງເປັນລະບົບ. ດັ່ງນັ້ນ, ພາຍໃຕ້ກົດເກນແຫ່ງການປົກຄອງຂອງພຣະເຈົ້າ, ບໍ່ມີແມ່ນ້ຳ ຫຼື ທະເລສາບໃດທີ່ຈະເຫືອດແຫ້ງໂດຍທໍາມະຊາດ ຫຼື ປ່ຽນທິດທາງ ຫຼື ປ່ຽນປະລິມານກະແສນໍ້າຂອງມັນຍ້ອນການໝຸນວຽນຂອງແຜ່ນດິນໂລກ ຫຼື ການຜ່ານພົ້ນຂອງເວລາໄດ້ຕາມລໍາພັງ. ທັງໝົດນີ້ແມ່ນຢູ່ໃນການຄວບຄຸມຂອງພຣະເຈົ້າ. ໝາຍຄວາມວ່າ ທຸກສິ່ງທີ່ຖືກສ້າງຂຶ້ນໂດຍພຣະເຈົ້າໃນທ່າມກາງມະນຸດຊາດນີ້ມີສະຖານທີ່, ພື້ນທີ່ ແລະ ຂອບເຂດຂອງພວມມັນຢ່າງຕາຍໂຕ. ນັ້ນກໍຄື ເມື່ອພຣະເຈົ້າສ້າງທຸກສິ່ງ, ເຂດແດນຂອງພວກມັນແມ່ນໄດ້ຖືກສ້າງຂຶ້ນ ແລະ ພວກມັນບໍ່ສາມາດຖືກດັດແປງ, ຕໍ່ອາຍຸ ຫຼື ປ່ຽນແປງໄດ້ຕາມອຳເພີໃຈ. “ອຳເພີໃຈ” ໝາຍຄວາມວ່າແນວໃດ? ໝາຍຄວາມວ່າ ພວກມັນຈະບໍ່ປ່ຽນ, ຂະຫຍາຍອອກ ຫຼື ປ່ຽນແປງຮູບແບບເດີມຂອງພວກມັນຍ້ອນອາກາດ, ອຸນຫະພູມ ຫຼື ຄວາມໄວໃນການໝຸນວຽນຂອງແຜ່ນດິນໂລກ. ຕົວຢ່າງ: ພູເຂົາມີຄວາມສູງທີ່ແນ່ນອນ, ຖານຂອງມັນມີພື້ນທີ່ທີ່ແນ່ນອນ, ມີລະດັບຄວາມສູງທີ່ແນ່ນອນ ແລະ ມີພືດພັນຈຳນວນສະເພາະທີ່ແນ່ນອນ. ທັງໝົດນີ້ແມ່ນໄດ້ຖືກວາງແຜນ ແລະ ຄຳນວນໂດຍພຣະເຈົ້າແລ້ວ ແລະ ຄວາມສູງ ຫຼື ພື້ນທີ່ຂອງມັນຈະບໍ່ປ່ຽນແປງຕາມອຳເພີໃຈ. ສ່ວນທົ່ງພຽງ, ມະນຸດສ່ວນໃຫຍ່ອາໄສຢູ່ເຂດທົ່ງພຽງ ແລະ ບໍ່ມີການປ່ຽນແປງດ້ານພູມີອາກາດໃດທີ່ຈະສົ່ງຜົນກະທົບຕໍ່ພື້ນທີ່ ຫຼື ຄຸນຄ່າແຫ່ງການມີຢູ່ຂອງມັນໄດ້. ແມ່ນແຕ່ສິ່ງຕ່າງໆທີ່ມີຢູ່ໃນພູມສັນຖານ ແລະ ສະພາບແວດລ້ອມທາງພູມີສາດທີ່ໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າກໍຈະບໍ່ຖືກປ່ຽນແປງຕາມອຳເພີໃຈໄດ້. ຕົວຢ່າງເຊັ່ນ: ອົງປະກອບຂອງທະເລຊາຍ, ປະເພດຂອງແຮ່ທາດໃນໃຕ້ດິນ, ຈຳນວນເມັດຊາຍໃນທະເລຊາຍ ແລະ ສີຂອງມັນ, ຄວາມໜາຂອງທະເລຊາຍ; ສິ່ງເຫຼົ່ານີ້ຈະບໍ່ປ່ຽນແປງຕາມອຳເພີໃຈ. ເປັນຫຍັງຈິ່ງວ່າພວກມັນຈະບໍ່ປ່ຽນແປງຕາມອຳເພີໃຈ? ນັ້ນກໍຍ້ອນການປົກຄອງຂອງພຣະເຈົ້າ ແລະ ການຄຸ້ມຄອງຂອງພຣະອົງ. ໃນພູມສັນຖານ ແລະ ສະພາບແວດລ້ອມທາງພູມີສາດທັງໝົດນີ້ແມ່ນຖືກສ້າງຂຶ້ນໂດຍພຣະເຈົ້າ, ພຣະອົງຈັດການທຸກສິ່ງຕາມແຜນ ແລະ ຢ່າງເປັນລະບົບ. ດັ່ງນັ້ນ, ສະພາບແວດລ້ອມທາງພູມີສາດທັງໝົດນີ້ຍັງຄົງມີຢູ່ ແລະ ຍັງຄົງປະຕິບັດໜ້າທີ່ຂອງມັນເປັນເວລາຫຼາຍພັນປີ ແລະ ຫຼາຍສິບພັນປີຫຼັງຈາກທີ່ພວກມັນໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າ. ເຖິງແມ່ນວ່າ ມີບາງຊ່ວງເວລາທີ່ພູເຂົາໄຟແຕກ ແລະ ບາງຊ່ວງເວລາເມື່ອແຜ່ນດິນໄຫວເກີດຂຶ້ນ ແລະ ມີແຜ່ນດິນເຄື່ອນໄຫວຄັ້ງໃຫຍ່, ແນ່ນອນ ພຣະເຈົ້າຈະບໍ່ອະນຸຍາດໃຫ້ພູມສັນຖານຕ່າງໆສູນເສຍໜ້າທີ່ເດີມຂອງມັນ. ຍ້ອນການຄຸ້ມຄອງຂອງພຣະເຈົ້າ, ການປົກຄອງ ແລະ ການຄວບຄຸມຂອງພຣະອົງເໜືອກົດເກນເຫຼົ່ານີ້ທີ່ເຮັດໃຫ້ສິ່ງຕ່າງໆທັງໝົດນີ້ ທີ່ມະນຸດໄດ້ເຫັນ ແລະ ໄດ້ຊື່ນຊົມ ສາມາດຢູ່ລອດເທິງແຜ່ນດິນໂລກນີ້ໄດ້ຢ່າງສະບາຍ. ສະນັ້ນ, ເປັນຫຍັງພຣະເຈົ້າຈິ່ງຄຸ້ມຄອງພູມສັນຖານຕ່າງໆທັງໝົດເທິງແຜ່ນດິນໂລກດ້ວຍວິທີນີ້? ວັດຖຸປະສົງຂອງພຣະອົງແມ່ນເພື່ອໃຫ້ສິ່ງທີ່ມີຊີວິດລອດໃນສະພາບແວດລ້ອມທາງພູມີສາດທັງໝົດມີສະພາບແວດລ້ອມທີ່ໝັ້ນຄົງ ແລະ ເພື່ອວ່າ ພວກມັນຈະສາມາດສືບຕໍ່ມີຊີວິດ ແລະ ເພີ່ມທະວີຢູ່ໃນສະພາບແວດລ້ອມທີ່ໝັ້ນຄົງ. ທຸກສິ່ງເຫຼົ່ານີ້ທີ່ສາມາດເຄື່ອນໄຫວໄດ້ ແລະ ບໍ່ສາມາດເຄື່ອນໄຫວໄດ້, ບັນດາສິ່ງທີ່ສາມາດຫາຍໃຈທາງດັງ ແລະ ບັນດາສິ່ງທີ່ບໍ່ຫາຍໃຈທາງດັງ ໄດ້ສ້າງສະພາບແວດລ້ອມທີ່ເປັນເອກະລັກເພື່ອຄວາມຢູ່ລອດຂອງມະນຸດຊາດ. ມີພຽງສະພາບແວດລ້ອມແບບນີ້ເທົ່ານັ້ນທີ່ສາມາດບຳລຸງລ້ຽງມະນຸດຈາກຮຸ່ນສູ່ຮຸ່ນ ແລະ ມີພຽງສະພາບແວດລ້ອມແບບນີ້ເທົ່ານັ້ນທີ່ສາມາດຊ່ວຍມະນຸດໃຫ້ສືບຕໍ່ມີຊີວິດຢູ່ລອດໄດ້ຢ່າງສັນຕິສຸກຈາກຮຸ່ນສູ່ຮຸ່ນ.

ສິ່ງທີ່ເຮົາຫາກໍ່ເວົ້າເຖິງແມ່ນຫົວຂໍ້ໃຫຍ່ພໍສົມຄວນ, ດັ່ງນັ້ນ ບາງທີມັນອາດຈະເບິ່ງຄືກັບວ່າ ຖືກຕັດຂາດຈາກຊີວິດຂອງພວກເຈົ້າ, ແຕ່ເຮົາເຊື່ອວ່າພວກເຈົ້າສາມາດເຂົ້າໃຈມັນໄດ້ທັງໝົດ, ແມ່ນບໍ? ໝາຍຄວາມວ່າ, ກົດເກນຂອງພຣະເຈົ້າໃນການປົກຄອງຂອງພຣະອົງເໜືອທຸກສິ່ງນັ້ນສຳຄັນຫຼາຍ ແລະ ສຳຄັນຫຼາຍຢ່າງແນ່ນອນ! ແມ່ນຫຍັງຄືເງື່ອນໄຂສຳລັບການເຕີບໂຕຂອງທຸກສິ່ງທີ່ມີຊີວິດພາຍໃຕ້ກົດເກນເຫຼົ່ານີ້? ມັນເປັນຍ້ອນການປົກຄອງຂອງພຣະເຈົ້າ. ຍ້ອນການປົກຄອງຂອງພຣະອົງ ທຸກສິ່ງຈຶ່ງປະຕິບັດໜ້າທີ່ພາຍໃນການປົກຄອງຂອງພຣະອົງ. ຕົວຢ່າງເຊັ່ນ: ພູເຂົາບຳລຸງລ້ຽງປ່າໄມ້ ແລະ ປ່າໄມ້ກໍບຳລຸງລ້ຽງ ແລະ ປົກປ້ອງນົກ ແລະ ສັດຕ່າງໆທີ່ອາໃສຢູ່ໃນປ່າໄມ້ເປັນການຕອບແທນ. ທົ່ງພຽງແມ່ນພື້ນທີ່ທີ່ຖືກກະກຽມໄວ້ເພື່ອໃຫ້ມະນຸດປູກພືດຕ່າງໆ ພ້ອມທັງເພື່ອນົກ ແລະ ສັດຕ່າງໆອີກດ້ວຍ. ທົ່ງພຽງເຮັດໃຫ້ມະນຸດຊາດສ່ວນໃຫຍ່ໄດ້ອາໄສຢູ່ເທິງດິນພຽງ ແລະ ສະໜອງຄວາມສະດວກໃນການໃຊ້ຊີວິດຂອງພວກເຂົາ. ທົ່ງພຽງຍັງປະກອບດ້ວຍທົ່ງຫຍ້າອີກດ້ວຍ, ເປັນທົ່ງຫຍ້າທີ່ກວ້າງໃຫຍ່ໄພສານ. ທົ່ງຫຍ້າສະໜອງພືດພັນຕ່າງໆເພື່ອປົກຫຸ້ມພື້ນແຜ່ນດິນໂລກ. ພວກມັນປົກປ້ອງດິນ ແລະ ບຳລຸງລ້ຽງງົວ, ແກະ ແລະ ມ້າທີ່ອາໃສຢູ່ໃນທົ່ງຫຍ້າ. ທະເລຊາຍກໍປະຕິບັດໜ້າທີ່ຂອງມັນເຊັ່ນກັນ. ມັນບໍ່ແມ່ນບ່ອນທີ່ມະນຸດອາໄສຢູ່; ໜ້າທີ່ຂອງມັນແມ່ນເຮັດໃຫ້ພູມີອາກາດແຫ້ງແລ້ງ. ສາຍນ້ຳ ຈາກຫ້ວຍນໍ້າ ແລະ ທະເລສາບນຳເອົານ້ຳດື່ມມາໃຫ້ຜູ້ຄົນໃນທາງທີ່ສະດວກ. ເມື່ອໃດກໍຕາມທີ່ພວກມັນໄຫຼ ຜູ້ຄົນກໍຈະມີນ້ຳດື່ນ ແລະ ຄວາມຕ້ອງການນ້ຳຂອງທຸກສິ່ງກໍ່ຈະຖືກຕື່ມເຕັມຢ່າງສະດວກສະບາຍ. ນີ້ແມ່ນເຂດແດນທີ່ໄດ້ຖືກຂີດໄວ້ໂດຍພຣະເຈົ້າສຳລັບພູມສັນຖານຕ່າງໆ.

ຍ້ອນເຂດແດນເຫຼົ່ານີ້ທີ່ພຣະເຈົ້າໄດ້ຂີດໄວ້, ພູມສັນຖານຕ່າງໆຈຶ່ງໄດ້ສ້າງສະພາບແວດລ້ອມເພື່ອຄວາມຢູ່ລອດ ແລະ ສະພາບແວດລ້ອມເພື່ອຄວາມຢູ່ລອດເຫຼົ່ານີ້ກໍສະດວກສະບາຍສຳລັບນົກ ແລະ ສັດຕ່າງໆ ແລະ ຍັງໃຫ້ພື້ນທີ່ເພື່ອໃຫ້ພວກມັນມີຊີວິດລອດອີກດ້ວຍ. ຈາກສິ່ງນີ້ ເຂດແດນສຳລັບສະພາບແວດລ້ອມເພື່ອຄວາມຢູ່ລອດຂອງສິ່ງມີຊີວິດຕ່າງໆຈຶ່ງໄດ້ຖືກພັດທະນາຂຶ້ນ. ນີ້ແມ່ນຫົວຂໍ້ທີສອງທີ່ພວກເຮົາຈະເວົ້າຕໍ່ໄປ. ກ່ອນອື່ນໝົດ, ນົກ, ສັດ ແລະ ແມງໄມ້ອາໄສຢູ່ໃສ? ພວກມັນອາໄສຢູ່ໃນປ່າດົງ ແລະ ທົ່ງຫຍ້າແມ່ນບໍ່? ນີ້ແມ່ນເຮືອນຂອງພວກມັນ. ດັ່ງນັ້ນ, ນອກຈາກການສ້າງເຂດແດນສຳລັບສະພາບແວດລ້ອມທາງພູມີສາດຕ່າງໆແລ້ວ, ພຣະເຈົ້າຍັງໄດ້ຂີດເຂດແດນ ແລະ ສ້າງຕັ້ງກົດເກນສຳລັບນົກ, ສັດ, ປາ, ແມງໄມ້ ແລະ ພືດພັນທັງໝົດອີກດ້ວຍ. ຍ້ອນຄວາມແຕກຕ່າງລະຫວ່າງສະພາບແວດລ້ອມທາງພູມີສາດ ແລະ ຍ້ອນການມີຢູ່ຂອງສະພາບແວດລ້ອມທາງພູມີສາດທີ່ແຕກຕ່າງກັນ, ນົກ, ສັດ, ປາ, ແມງໄມ້ ແລະ ພືດພັນຊະນິດຕ່າງໆຈຶ່ງມີສະພາບແວດລ້ອມທີ່ແຕກຕ່າງກັນເພື່ອຄວາມຢູ່ລອດ. ນົກ, ສັດ ແລະ ແມງໄມ້ອາໄສຢູ່ທ່າມກາງພືດຕ່າງໆ, ສ່ວນປາແມ່ນອາໄສຢູ່ໃນນ້ຳ, ແລະ ພືດພັນຕ່າງໆແມ່ນເຕີບໃຫຍ່ຂຶ້ນຢູ່ເທິງແຜ່ນດິນ. ແຜ່ນດິນປະກອບດ້ວຍເຂດຕ່າງໆເຊັ່ນ: ພູ, ທົ່ງພຽງ ແລະ ເນີນພູ. ດັ່ງນັ້ນ ເມື່ອນົກ ແລະ ສັດໄດ້ປັກຫຼັກບ່ອນຢູ່ອາໄສຂອງມັນແລ້ວ, ພວກມັນກໍຈະບໍ່ໄປບ່ອນອື່ນ. ບ່ອນຢູ່ອາໄສຂອງພວກມັນແມ່ນປ່າໄມ້ ແລະ ພູເຂົາ. ຖ້າມື້ໜຶ່ງບ່ອນຢູ່ອາໄສຂອງພວກມັນຖືກທຳລາຍ, ສະພາບແວດລ້ອມກໍຈະຕົກຢູ່ໃນຄວາມວຸ້ນວາຍ. ເມື່ອສະພາບແວດລ້ອມດັ່ງກ່າວຕົກຢູ່ໃນຄວາມວຸ້ນວາຍ, ແມ່ນຫຍັງຄືຜົນທີ່ຈະຕາມມາ? ໃຜເປັນຜູ້ທຳອິດທີ່ຈະໄດ້ຮັບຄວາມທຸກ? (ມະນຸດຊາດ). ແມ່ນແລ້ວມະນຸດ. ໃນກົດເກນ ແລະ ຂອບເຂດເຫຼົ່ານີ້ທີ່ພຣະເຈົ້າສ້າງຂຶ້ນ, ພວກເຈົ້າໄດ້ເຫັນປະກົດການແປກໆອັນໃດແດ່? ຕົວຢ່າງ: ຊ້າງຍ່າງຊັດເຊໃນທະເລຊາຍຢ່າງໄຮ້ຈຸດໝາຍ. ເຈົ້າເຄີຍເຫັນສິ່ງນັ້ນບໍ່? ຖ້າເລື່ອງນີ້ເກີດຂຶ້ນຈິງ ມັນຈະເປັນປະກົດການທີ່ແປກປະຫຼາດຫຼາຍ, ຍ້ອນວ່າຊ້າງອາໄສຢູ່ໃນປ່າ ແລະ ນັ້ນແມ່ນສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ມັນເພື່ອດໍາລົງຊີວິດ. ພວກມັນມີສະພາບແວດລ້ອມເພື່ອຄວາມຢູ່ລອດຂອງພວກມັນເອງ ແລະ ມີບ່ອນຢູ່ອາໄສຂອງພວກມັນເອງ. ແລ້ວພວກມັນຈະແລ່ນໄປມາເຮັດຫຍັງ? ມີໃຜເຄີຍເຫັນສິງໂຕ ຫຼື ເສືອຍ່າງໄປມາຕາມຝັ່ງມະຫາສະໝຸດບໍ? ບໍ່, ເຈົ້າບໍ່ໄດ້ເຫັນ. ບ່ອນຢູ່ອາໄສຂອງສິງໂຕ ແລະ ເສືອແມ່ນປ່າ ແລະ ພູເຂົາ. ມີໃຜເຄີຍເຫັນສັດຢູ່ມະຫາສະໝຸດ ເຊັ່ນ: ປາວານ ຫຼື ປາສະຫຼາມຍ່າງຜ່ານທະເລຊາຍບໍ? ບໍ່, ເຈົ້າບໍ່ໄດ້ເຫັນ. ປາວານ ແລະ ປາສະຫຼາມອາໄສຢູ່ໃນມະຫາສະໝຸດ. ໃນສະພາບແວດລ້ອມການດຳລົງຊີວິດຂອງມະນຸດ, ມີໃຜບໍທີ່ອາໄສຢູ່ຄຽງຄູ່ກັບໝີສີນ້ຳຕານ? ມີບໍຄົນທີ່ຖືກອ້ອມຮອບໄປດ້ວຍນົກຍູງ ຫຼື ນົກອື່ນໆ ທັງໃນ ແລະ ນອກເຮືອນຂອງຕົນ? ມີໃຜເຄີຍເຫັນນົກອິນຊີ ຫຼື ຫ່ານແລ່ນຫຼິ້ນກັບລີງບໍ? (ບໍ່). ສິ່ງທັງໝົດເຫຼົ່ານີ້ຈະເປັນປະກົດການແປກທີ່ສຸດ. ເຫດຜົນທີ່ເຮົາເວົ້າເຖິງສິ່ງເຫຼົ່ານີ້ທີ່ຟັງຄືວ່າແປກຕໍ່ຫູຂອງພວກເຈົ້ານັ້ນ ກໍເພື່ອໃຫ້ພວກເຈົ້າເຂົ້າໃຈວ່າທຸກສິ່ງໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າ. ບໍ່ວ່າພວກມັນຈະຖືກກຳນົດໃຫ້ຢູ່ບ່ອນໃດໜຶ່ງ ຫຼື ບໍ່ວ່າພວກມັນຈະສາມາດຫາຍໃຈຜ່ານທາງຮູດັງຂອງພວກມັນ ຫຼື ບໍ່; ພວກມັນກໍມີກົດເກນເພື່ອຄວາມຢູ່ລອດຂອງພວກມັນເອງ. ກ່ອນທີ່ພຣະເຈົ້າຈະສ້າງສິ່ງມີຊີວິດເຫຼົ່ານີ້, ພຣະອົງໄດ້ກະກຽມບ່ອນຢູ່ອາໄສຂອງພວກມັນ ແລະ ສະພາບແວດລ້ອມເພື່ອຄວາມຢູ່ລອດໃຫ້ພວກມັນແຕ່ດົນແລ້ວ. ສິ່ງມີຊີວິດເຫຼົ່ານີ້ມີສະພາບແວດລ້ອມທີ່ຕາຍໂຕເພື່ອຄວາມຢູ່ລອດຂອງພວກມັນ, ມີອາຫານຂອງຕົວເອງ ແລະ ມີບ່ອນຢູ່ອາໄສທີ່ແນ່ນອນຂອງຕົວເອງ ແລະ ພວກມັນມີສະຖານທີ່ທີ່ໝັ້ນຄົງສໍາລັບຕົວເອງເຊິ່ງແທດເໝາະສຳລັບການເອົາຊີວິດລອດຂອງພວກມັນ, ເປັນສະຖານທີ່ທີ່ມີອຸນຫະພູມເໝາະສົມເພື່ອຄວາມຢູ່ລອດ. ເພາະສະນັ້ນ, ພວກມັນຈະບໍ່ລ້ອນເລ້ອອກນອກທິດທາງ ຫຼື ທຳລາຍການຢູ່ລອດຂອງມະນຸດ ຫຼື ມີຜົນກະທົບຕໍ່ຊີວິດຂອງຜູ້ຄົນ. ນີ້ແມ່ນວິທີການທີ່ພຣະເຈົ້າຄຸ້ມຄອງທຸກສິ່ງ, ເປັນວິທີສະໜອງສະພາບແວດລ້ອມທີ່ດີທີ່ສຸດເພື່ອຄວາມຢູ່ລອດຂອງມະນຸດຊາດ. ສິ່ງມີຊີວິດໃນທ່າມກາງທຸກສິ່ງລ້ວນແລ້ວແຕ່ມີອາຫານເພື່ອບໍາລຸງລ້ຽງຊີວິດຂອງພວກມັນໃນສະພາບແວດລ້ອມເພື່ອຄວາມຢູ່ລອດຂອງພວກມັນເອງ. ດ້ວຍອາຫານເຫຼົ່ານັ້ນ, ພວມມັນຈຶ່ງໄດ້ເກາະຕິດກັບສະພາບແວດລ້ອມດັ່ງເດີມເພື່ອການຢູ່ລອດຂອງພວກມັນ. ໃນສະພາບແວດລ້ອມດັ່ງກ່າວນັ້ນ, ພວກມັນສືບຕໍ່ມີຊີວິດຢູ່ລອດ, ອອກແມ່ແຜ່ລູກ ແລະ ເຕີບໃຫຍ່ຢ່າງສອດຄ່ອງກັບກົດເກນທີ່ພຣະເຈົ້າໄດ້ສ້າງຂຶ້ນເພື່ອພວກມັນ. ຍ້ອນກົດເກນປະເພດເຫຼົ່ານີ້, ຍ້ອນການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ ທຸກສິ່ງຈິ່ງອາໄສຢູ່ຢ່າງສັນຕິກັບມະນຸດຊາດ ແລະ ມະນຸດກໍດຳລົງຢູ່ຮ່ວມກັບທຸກສິ່ງໂດຍເພິ່ງພາອາໄສເຊິ່ງກັນ ແລະ ກັນ.

ພຣະເຈົ້າສ້າງທຸກສິ່ງ ແລະ ສ້າງຕັ້ງເຂດແດນສຳລັບພວກມັນ; ທ່າມກາງພວກມັນ ພຣະອົງໄດ້ບຳລຸງລ້ຽງສິ່ງມີຊີວິດທຸກຊະນິດ. ໃນຂະນະດຽວກັນ, ພຣະອົງຍັງໄດ້ກະກຽມວິທີການເອົາຊີວິດລອດທີ່ແຕກຕ່າງກັນໃຫ້ມວນມະນຸດ ເພື່ອເຈົ້າຈະສາມາດເຫັນໄດ້ວ່າມະນຸດຊາດບໍ່ພຽງແຕ່ມີວິທີດຽວໃນການເອົາຊີວິດລອດ ຫຼື ພວກເຂົາບໍ່ໄດ້ມີພຽງສະພາບແວດລ້ອມແບບດຽວເພື່ອຄວາມຢູ່ລອດ. ກ່ອນໜ້ານີ້ພວກເຮົາໄດ້ເວົ້າກ່ຽວກັບພຣະເຈົ້າກະກຽມອາຫານປະເພດຕ່າງໆ ແລະ ແຫຼ່ງນ້ຳສຳລັບມະນຸດ ເຊິ່ງເປັນສິ່ງສຳຄັນສຳລັບການເຮັດໃຫ້ຊີວິດຂອງມະນຸດໃນເນື້ອໜັງດຳເນີນຕໍ່ໄປ. ແນວໃດກໍຕາມ, ທ່າມກາງມວນມະນຸດນີ້, ບໍ່ແມ່ນທຸກຄົນທີ່ຈະມີຊີວິດຢູ່ດ້ວຍທັນຍະພືດ. ຜູ້ຄົນມີວິທີການເອົາຊີວິດລອດທີ່ແຕກຕ່າງກັນ ນັ້ນກໍຍ້ອນຄວາມແຕກຕ່າງດ້ານສະພາບແວດລ້ອມທາງພູມີສາດ ແລະ ພູມສັນຖານ. ວິທີການເອົາຊີວິດລອດທັງໝົດເຫຼົ່ານີ້ໄດ້ຖືກຈັດຕຽມໄວ້ໂດຍພຣະເຈົ້າ. ດັ່ງນັ້ນ ບໍ່ແມ່ນມະນຸດທຸກຄົນທີ່ຈະເຮັດການປູກຝັງເປັນຫຼັກ. ໝາຍຄວາມວ່າ ບໍ່ແມ່ນທຸກຄົນທີ່ຈະໄດ້ອາຫານຂອງພວກເຂົາຈາກການປູກພືດ. ນີ້ແມ່ນຫົວຂໍ້ທີສາມທີ່ພວກເຮົາຈະເວົ້າເຖິງ: ເຂດແດນໄດ້ເກີດຂຶ້ນກໍຍ້ອນວິຖີຊີວິດທີ່ແຕກຕ່າງກັນຂອງມວນມະນຸດ. ແລ້ວແມ່ນຫຍັງຄືວິຖີຊີວິດຢ່າງອື່ນທີ່ມະນຸດມີ? ໃນດ້ານແຫຼ່ງອາຫານທີ່ແຕກຕ່າງກັນ, ມີຄົນປະເພດອື່ນອີກບໍ່? ມັນມີສອງສາມປະເພດຫຼັກໆ.

ປະເພດທຳອິດແມ່ນວິຖີຊີວິດການລ່າສັດ. ທຸກຄົນຮູ້ວ່ານັ້ນແມ່ນຫຍັງ, ແມ່ນບໍ? ພວກເຈົ້າທຸກຄົນເປັນຄົນທັນສະໄໝ. ພວກເຈົາບໍ່ຮູ້ວິທີລ່າສັດ ຫຼື ວິທີຖືປືນ. ແຫຼ່ງອາຫານຂອງພວກເຈົ້າຖືກຜະລິດມາຈາກແຜ່ນດິນໂລກ. ຄົນທີ່ດຳລົງຊີວິດໂດຍການລ່າສັດກິນຫຍັງ? (ສັດປ່າ). ພວກເຂົາກິນນົກ ແລະ ສັດໃນປ່າ. “ສັດປ່າ” ແມ່ນຄຳສັບທີ່ທັນສະໄໝ. ນັກລ່າບໍ່ໄດ້ຄິດວ່າມັນເປັນສັດປ່າ; ພວກເຂົາຄິດວ່າມັນເປັນອາຫານ, ເປັນສະບຽງອາຫານປະຈຳວັນຂອງພວກເຂົາ. ຕົວຢ່າງ: ພວກເຂົາໄດ້ກວາງ. ເມື່ອພວກເຂົາໄດ້ກວາງດັ່ງກ່າວ, ມັນກໍຄືກັບຊາວນາທີ່ໄດ້ຮັບອາຫານຈາກດິນ. ຊາວນາຄົນໜຶ່ງໄດ້ຮັບອາຫານຈາກດິນ ແລະ ເມື່ອເຂົາເຫັນອາຫານນີ້, ເຂົາກໍມີຄວາມສຸກ ແລະ ຮູ້ສຶກສະບາຍໃຈ. ຄອບຄົວຈະບໍ່ຫິວເຂົ້າຍ້ອນມີພືດພັນກິນ. ຫົວໃຈຂອງຊາວນາກໍບໍ່ມີຄວາມກັງວົນໃຈ ແລະ ພວກເຂົາຮູ້ສຶກພໍໃຈ. ນາຍພານກໍຮູ້ສຶກສະບາຍໃຈ ແລະ ພໍໃຈເມື່ອຫຼຽວເບິ່ງສິ່ງທີ່ເຂົາຈັບມາໄດ້ ຍ້ອນວ່າພວກເຂົາບໍ່ຕ້ອງກັງວົນເລື່ອງອາຫານອີກຕໍ່ໄປ. ມີສິ່ງທີ່ຈະກິນໃນຄາບຕໍ່ໄປ ແລະ ບໍ່ຈຳເປັນຕ້ອງຫິວອີກ. ນີ້ຄືຄົນທີ່ລ່າສັດເພື່ອຫາລ້ຽງຊີບ. ຄົນສ່ວນໃຫຍ່ທີ່ດຳລົງຊີວິດດ້ວຍການລ່າສັດອາໄສຢູ່ໃນພູຜາປ່າດົງ. ພວກເຂົາບໍ່ເຮັດການປູກຝັງ. ມັນບໍ່ແມ່ນເລື່ອງງ່າຍທີ່ຈະຫາພື້ນທີ່ດິນປູກຝັງຢູ່ທີ່ນັ້ນ, ສະນັ້ນ ພວກເຂົາຈິ່ງເອົາຊີວິດລອດດ້ວຍອາໄສສິ່ງມີຊີວິດຕ່າງໆ ແລະ ເຍື່ອປະເພດຕ່າງໆ. ນີ້ແມ່ນວິຖີຊີວິດປະເພດທຳອິດທີ່ແຕກຕ່າງຈາກຜູ້ຄົນທົ່ວໄປ.

ປະເພດທີສອງແມ່ນວິຖີຊີວິດຂອງຜູ້ລ້ຽງສັດ. ຄົນທີ່ລ້ຽງສັດເພື່ອຄວາມຢູ່ລອດກໍເຮັດໄຮ່ເຮັດນາຄືກັນບໍ? (ບໍ່). ແລ້ວພວກເຂົາເຮັດຫຍັງ? ຖ້າໃຜໃນນີ້ເປັນຊາວມົງໂກເລຍ, ເຈົ້າກໍສາມາດເວົ້າກ່ຽວກັບວິຖີຊີວິດພະເນຈອນຂອງເຈົ້າໄດ້. (ສ່ວນໃຫຍ່ແລ້ວ, ພວກຂ້ານ້ອຍລ້ຽງງົວ ແລະ ແກະເພື່ອການຢູ່ລອດ ໂດຍບໍ່ໄດ້ເຮັດການປູກຝັງ ແລະ ໃນລະດູໜາວພວກຂ້ານ້ອຍຂ້າ ແລະ ກິນສັດລ້ຽງຂອງພວກຂ້ານ້ອຍ. ອາຫານຫຼັກຂອງພວກຂ້ານ້ອຍແມ່ນຊີ້ນງົວ ແລະ ຊີ້ນແກະ ແລະ ພວກຂ້ານ້ອຍດື່ມຊານົມ. ເຖິງແມ່ນວ່າ ຜູ້ລ້ຽງສັດຫຍຸ້ງຢູ່ຕະຫຼອດສີ່ລະດູການ, ພວກຂ້ານ້ອຍກໍກິນດີຢູ່ດີ. ພວກຂ້ານ້ອຍມີນ້ຳນົມຫຼາຍ, ມີຜະລິດຕະພັນນົມ ແລະ ຊີ້ນ). ຫຼັກໆແລ້ວຊາວມົງໂກເລຍກິນຊີ້ນງົວ ແລະ ຊີ້ນແກະເປັນອາຫານ, ດື່ມນົມແກະ ແລະ ນົມງົວ, ຂີ່ງົວ ແລະ ມ້າເພື່ອລ້ຽງສັດຂອງພວກເຂົາຢູ່ໃນທົ່ງໂດຍມີລົມພັດຜົມ ແລະ ແດດສ່ອງໜ້າຂອງພວກເຂົາ. ພວກເຂົາບໍ່ໄດ້ຜະເຊີນກັບຄວາມກົດດັນຂອງຊີວິດທີ່ທັນສະໄໝ. ພວກເຂົາແນມເບິ່ງທ້ອງຟ້າສີຟ້າ ແລະ ທົ່ງຫຍ້າອັນກວ້າງໃຫຍ່ໄພສານໝົດມື້. ຄົນສ່ວນໃຫຍ່ທີ່ດຳລົງຊີວິດດ້ວຍການລ້ຽງສັດອາໄສຢູ່ທົ່ງຫຍ້າ ແລະ ພວກເຂົາສາມາດສານຕໍ່ວິຖີຊີວິດພະເນຈອນຂອງພວກເຂົາໄປໄດ້ຫຼາຍເຊັ່ນຄົນ. ເຖິງແມ່ນວ່າ ຊີວິດຢູ່ໃນທົ່ງຫຍ້າອາດຈະໂດດດ່ຽວເລັກໜ້ອຍ, ແຕ່ກໍເປັນຊີວິດທີ່ມີຄວາມສຸກ. ມັນບໍ່ແມ່ນວິຖີຊີວິດທີ່ບໍ່ດີ!

ປະເພດທີ່ສາມແມ່ນວິຖີຊີວິດການປະມົງ. ມີພຽງມະນຸດສ່ວນໜ້ອຍທີ່ດຳລົງຊີວິດຢູ່ໃນມະຫາສະໝຸດ ຫຼື ເທິງເກາະນ້ອຍຕ່າງໆ. ພວກເຂົາຖືກອ້ອມລ້ອມດ້ວຍນ້ຳ, ຜະເຊີນໜ້າກັບມະຫາສະໝຸດ. ຄົນເຫຼົ່ານີ້ຫາປາເພື່ອລ້ຽງຊີບ. ແມ່ນຫຍັງຄືແຫຼ່ງອາຫານສຳລັບຄົນທີ່ຫາປາເພື່ອລ້ຽງຊີບ? ແມ່ນແລ້ວ, ແຫຼ່ງອາຫານຂອງພວກເຂົາປະກອບດ້ວຍປາທຸກຊະນິດ, ອາຫານທະເລ ແລະ ຜະລິດຕະພັນອື່ນໆຈາກທະເລ. ຍ້ອນກັບໄປໃນສະໄໝທີ່ຮົງກົງເປັນພຽງບ້ານຊາວປະມົງນ້ອຍໆ, ຄົນທີ່ອາໄສຢູ່ທີ່ນັ້ນຈະຫາປາເພື່ອລ້ຽງຊີບ. ພວກເຂົາບໍ່ໄດ້ເຮັດການປູກຝັງ, ແຕ່ກົງກັນຂ້າມ ພວກເຂົາໃຊ້ເວລາທຸກມື້ໃນການຫາປາ. ອາຫານຫຼັກຂອງພວກເຂົາປະກອບດ້ວຍປາຊະນິດຕ່າງໆ ແລະ ຜະລິດຕະພັນຈາກທະເລ. ພວກເຂົາຈະແລກປ່ຽນສິ່ງເຫຼົ່ານີ້ເອົາເຂົ້າ, ແປ້ງ ແລະ ສິ່ງຈຳເປັນໃນຊີວິດປະຈຳວັນເປັນບາງຄັ້ງຄາວ. ນີ້ແມ່ນວິຖີຊີວິດທີ່ແຕກຕ່າງຂອງຜູ້ຄົນອາໄສຢູ່ໃກ້ນ້ຳ. ການອາໄສຢູ່ໃກ້ນ້ຳ, ພວກເຂົາເພິ່ງພານໍ້າໃນການດໍາລົງຊີວິດຂອງພວກເຂົາ ແລະ ໃຊ້ຊີວິດການເປັນຢູ່ຂອງພວກເຂົາຈາການຫາປາ. ການຫາປາບໍ່ພຽງແຕ່ໃຫ້ແຫຼ່ງອາຫານແກ່ພວກເຂົາເທົ່ານັ້ນ ແຕ່ຍັງເປັນວິທີທາງໃນການທຳມາຫາກິນຂອງພວກເຂົາອີກດ້ວຍ.

ນອກຈາກການປູກຝັງແລ້ວ, ມະນຸດຊາດສ່ວນໃຫຍ່ດຳລົງຊີວິດຕາມສາມວິຖີຊີວິດທີ່ກ່າວມາຂ້າງເທິງນີ້. ແນວໃດກໍຕາມ, ຄົນສ່ວນໃຫຍ່ແມ່ນປູກຝັງເພື່ອລ້ຽງຊີບ, ມີພຽງຄົນກຸ່ມນ້ອຍເທົ່ານັ້ນທີ່ດຳລົງຊີວິດດ້ວຍການລ້ຽງສັດ, ຫາປາ ແລະ ລ່າສັດ. ແລ້ວຄົນທີ່ດຳລົງຊີວິດດ້ວຍການປູກຝັງຕ້ອງການຫຍັງ? ສິ່ງທີ່ພວກເຂົາຕ້ອງການຄືທີ່ດິນ. ຈາກຮຸ່ນສູ່ຮຸ່ນ ພວກເຂົາມີຊີວິດຢູ່ດ້ວຍການປູກພືດໃນດິນ ແລະ ເຖິງແມ່ນວ່າ ພວກເຂົາປູກຜັກ, ໝາກໄມ້ ຫຼື ພືດພັນຕ່າງໆ, ມັນແມ່ນຈາກພື້ນດິນທີ່ພວກເຂົາໄດ້ຮັບອາຫານ ແລະ ສິ່ງຈຳເປັນສຳລັບຊີວິດປະຈຳວັນຂອງພວກເຂົາ.

ແມ່ນຫຍັງຄືເງື່ອໄຂພື້ນຖານທີ່ສະໜັບສະໜູນວິຖີຊີວິດທີ່ແຕກຕ່າງກັນເຫຼົ່ານີ້ຂອງມະນຸດ? ມັນບໍ່ຈຳເປັນແທ້ບໍທີ່ສະພາບແວດລ້ອມທີ່ພວກເຂົາສາມາດຢູ່ລອດໄດ້ຖືກສະຫວງນໄວ້ໃນຂັ້ນພື້ນຖານ? ໝາຍຄວາມວ່າ, ຖ້າຜູ້ທີ່ດຳລົງຊີວິດດ້ວຍການລ່າສັດກໍສູນເສຍພູຜາປ່າດົງ ຫຼື ນົກ ແລະ ສັດປ່າ, ແຫຼ່ງຫາລ້ຽງຊີບຂອງພວກເຂົາກໍຈະຫາຍໄປ. ທິດທາງທີ່ຊົນຊາດນີ້ ແລະ ຜູ້ຄົນປະເພດນີ້ຄວນໄປກໍຈະບໍ່ແນ່ນອນ ແລະ ພວກເຂົາອາດເຖິງກັບຈະສູນຫາຍໄປຈາກແຜ່ນດິນໂລກ. ແລ້ວຜູ້ທີ່ລ້ຽງສັດເພື່ອລ້ຽງຊີບຂອງພວກເຂົາເດ? ພວກເຂົາເພິ່ງພາຫຍັງ? ສິ່ງທີ່ພວກເຂົາເພິ່ງພາຢ່າງແທ້ຈິງບໍ່ແມ່ນສັດລ້ຽງຂອງພວກເຂົາ ແຕ່ແມ່ນສະພາບແວດລ້ອມທີ່ສັດລ້ຽງຂອງພວກເຂົາສາມາດຢູ່ລອດໄດ້ ນັ້ນກໍຄືທົ່ງຫຍ້າ. ຖ້າບໍ່ມີທົ່ງຫຍ້າ, ຜູ້ລ້ຽງສັດຈະລ້ຽງສັດຂອງພວກເຂົາຢູ່ໃສ? ງົວ ແລະ ແກະຈະກິນຫຍັງ? ປາດສະຈາກສັດລ້ຽງ, ຄົນພະເນຈອນເຫຼົ່ານີ້ກໍຈະບໍ່ມີການທຳມາຫາກິນ. ປາດສະຈາກແຫຼ່ງທຳມາຫາກິນຂອງພວກເຂົາ, ຄົນເຫຼົ່ານີ້ຈະພາກັນໄປໃສ? ມັນຈະເປັນການຍາກຫຼາຍສຳລັບພວກເຂົາທີ່ຈະມີຊີວິດຢູ່ລອດຕໍ່ໄປ; ພວກເຂົາຈະບໍ່ມີອະນາຄົດ. ຖ້າບໍ່ມີແຫຼ່ງນ້ຳ, ທັງແມ່ນ້ຳ ແລະ ທະເລສາບກໍຈະແຫ້ງໝົດ, ປາທຸກໂຕທີ່ອາໄສນ້ຳເພື່ອການດຳລົງຊີວິດຈະຍັງມີຢູ່ອີກບໍ? ພວກມັນຈະບໍ່ມີອີກ. ແລ້ວຄົນເຫຼົ່ານີ້ທີ່ເພິ່ງພາອາໄສນ້ຳ ແລະ ປາເພື່ອການດຳລົງຊີວິດຂອງພວກເຂົາຈະມີຊີວິດລອດຕໍ່ໄປໄດ້ບໍ? ເມື່ອພວກເຂົາບໍ່ມີອາຫານອີກຕໍ່ໄປ, ເມື່ອພວກເຂົາບໍ່ມີແຫຼ່ງທຳມາຫາກິນຂອງພວກເຂົາອີກຕໍ່ໄປ ຄົນເຫຼົ່ານີ້ກໍຈະບໍ່ສາມາດມີຊີວິດຢູ່ລອດຕໍ່ໄປໄດ້. ນັ້ນກໍຄື ຖ້າເຜົ່າພັນໃດກໍ່ຕາມທີ່ກຳລັງປະສົບບັນຫາກັບຊີວິດການເປັນຢູ່ຂອງພວກເຂົາ ຫຼື ຄວາມຢູ່ລອດຂອງພວກເຂົາ, ເຜົ່າພັນນັ້ນກໍຈະບໍ່ສາມາດຢູ່ລອດ ແລະ ພວກເຂົາອາດຈະຫາຍສາບສູນຈາກແຜ່ນດິນໂລກ ແລະ ສູນພັນໄປເລີຍ. ຖ້າບັນດາຄົນທີ່ປູກຝັງເພື່ອລ້ຽງຊີບສູນເສຍທີ່ດິນຂອງພວກເຂົາ, ຖ້າພວກເຂົາບໍ່ສາມາດປູກພືດຕ່າງໆ ແລະ ໄດ້ຮັບອາຫານຈາກພືດເຫຼົ່ານັ້ນ, ແລ້ວຜົນໄດ້ຮັບຈະເປັນແນວໃດ? ປາດສະຈາກອາຫານ, ຄົນຈະບໍ່ອຶດຢາກຈົນເຖິງແກ່ຄວາມຕາຍບໍ? ຖ້າຄົນອຶດຢາກຈົນເຖິງແກ່ຄວາມຕາຍ, ມະນຸດຊາດຈະບໍ່ຖືກລຶບລ້າງໄປໝົດບໍ? ດັ່ງນັນ, ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການຮັກສາສະພາບແວດລ້ອມປະເພດຕ່າງໆ. ພຣະເຈົ້າມີພຽງຈຸດປະສົງດຽວໃນການຮັກສາສະພາບແວດລ້ອມ, ຮັກສາລະບົບນິເວດປະເພດຕ່າງໆ ແລະ ສິ່ງທີ່ມີຊີວິດຕ່າງໆທັງໝົດທີ່ອາໄສໃນສະພາບແວດລ້ອມເຫຼົ່ານັ້ນ; ແລະ ນັ້ນກໍເພື່ອບຳລຸງລ້ຽງຄົນທຸກປະເພດ ແລະ ເພື່ອບຳລຸງລ້ຽງຄົນທີ່ອາໄສຢູ່ໃນສະພາບແວດລ້ອມທາງພູມີສາດຕ່າງໆ.

ຖ້າທຸກສິ່ງຈາກການຊົງສ້າງສູນເສຍກົດເກນຂອງພວກມັນເອງ, ພວກມັນກໍຈະບໍ່ດຳລົງຢູ່ອີກຕໍ່ໄປ; ຖ້າກົດເກນຂອງທຸກສິ່ງສູນເສຍໄປ, ແລ້ວສິ່ງມີຊີວິດທີ່ຢູ່ທ່າມກາງທຸກສິ່ງກໍຈະບໍ່ສາມາດສືບຕໍ່ຢູ່ໄດ້. ມະນຸດຊາດກໍຈະສູນເສຍສະພາບແວດລ້ອມທີ່ພວກເຂົາເພິ່ງພາເພື່ອຄວາມຢູ່ລອດເຊັ່ນດຽວກັນ. ຖ້າມະນຸດຊາດສູນເສຍທັງໝົດນັ້ນ, ພວກເຂົາກໍຈະບໍ່ສາມາດສືບຕໍ່ຈະເລີນເຕີບໂຕ ແລະ ອອກແມ່ແຜ່ລູກຈາກຮຸ່ນສູ່ຮຸ່ນ ດັ່ງທີ່ພວກເຂົາໄດ້ກະທຳຜ່ານມາ. ເຫດຜົນທີ່ມະນຸດຢູ່ລອດມາຈົນເຖິງປັດຈຸບັນນີ້ແມ່ນຍ້ອນພຣະເຈົ້າໄດ້ສະໜອງທຸກສິ່ງຂອງການຊົງສ້າງເພື່ອບຳລຸງລ້ຽງພວກເຂົາ, ເພື່ອບຳລຸງລ້ຽງມວນມະນຸດຊາດໃນຮູບແບບທີ່ແຕກຕ່າງກັນ. ຍ້ອນພຣະເຈົ້າບຳລຸງລ້ຽງມວນມະນຸດໃນຮູບແບບທີ່ແຕກຕ່າງກັນເທົ່ານັ້ນ ມວນມະນຸດຊາດຈິ່ງຢູ່ລອດໄດ້ມາເຖິງປັດຈຸບັນນີ້, ຮອດທຸກວັນນີ້. ດ້ວຍສະພາບແວດລ້ອມຕາຍໂຕເພື່ອຄວາມຢູ່ລອດທີ່ເອື້ອອຳນວຍ ແລະ ກົດເກນທຳມະຊາດທີ່ເປັນລະບຽບ, ຄົນທຸກປະເພດໃນແຜ່ນດິນໂລກ, ທຸກຊົນຊາດສາມາດຢູ່ລອດໄດ້ໃນພື້ນທີ່ຂອງຕົນທີ່ໄດ້ຖືກກຳນົດໄວ້. ບໍ່ມີໃຜສາມາດອອກນອກພື້ນທີ່ເຫຼົ່ານີ້ ຫຼື ເຂດແດນລະຫວ່າງພວກມັນຍ້ອນວ່າ ພຣະເຈົ້າເປັນຜູ້ກຳນົດພວກມັນ. ເປັນຫຍັງພຣະເຈົ້າຈຶ່ງກຳນົດເຂດແດນດ້ວຍວິທີນີ້? ນີ້ເປັນເລື່ອງທີ່ສຳຄັນຢ່າງຍິ່ງສຳລັບມວນມະນຸດທັງໝົດ, ເປັນຄວາມສຳຄັນທີ່ຍິ່ງໃຫຍ່ແທ້ຈິງ! ພຣະເຈົ້າໄດ້ກຳນົດຂອບເຂດສຳລັບສິ່ງມີຊີວິດແຕ່ລະຊະນິດ ແລະ ກຳນົດວິທີການເອົາຊີວິດລອດສຳລັບມະນຸດແຕ່ລະປະເພດ. ພຣະອົງຍັງໄດ້ແບ່ງຄົນປະເພດຕ່າງໆ ແລະ ຊົນຊາດຕ່າງໆເທິງແຜ່ນດິນໂລກ ແລະ ສ້າງຕັ້ງຂອບເຂດໃຫ້ພວກເຂົາ. ນີ້ແມ່ນສິ່ງທີ່ພວກເຮົາຈະສົນທະນາກັນຕໍ່ໄປ.

ຢ່າງທີສີ່, ພຣະເຈົ້າໄດ້ຂີດເຂດແດນລະຫວ່າງຊົນຊາດຕ່າງໆ. ຢູ່ເທິງແຜ່ນດິນໂລກມີທັງຄົນຜິວຂາວ, ຄົນຜິວດຳ, ຄົນຜິວສີນ້ຳຕານ ແລະ ຄົນຜິວເຫຼືອງ. ນີ້ແມ່ນຄົນປະເພດຕ່າງໆ. ພຣະເຈົ້າຍັງໄດ້ກຳນົດຂອບເຂດສຳລັບຊີວິດຂອງຄົນຕ່າງໆເຫຼົ່ານີ້ດ້ວຍ ແລະ ໂດຍບໍ່ຮູ້ຕົວ ຜູ້ຄົນດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ເໝາະສົມເພື່ອຄວາມຢູ່ລອດພາຍໃຕ້ການຄຸ້ມຄອງຂອງພຣະເຈົ້າ. ບໍ່ມີໃຜສາມາດກ້າວອອກຈາກສິ່ງນີ້ໄດ້. ຕົວຢ່າງ: ພວກເຮົາມາພິຈາລະນາຄົນຜິວຂາວເບິ່ງວ່າ ແມ່ນຫຍັງຄືຂອບເຂດທາງດ້ານພູມີສາດທີ່ພວກເຂົາສ່ວນໃຫຍ່ອາໄສຢູ່? ສ່ວນໃຫຍ່ແມ່ນອາໃສຢູ່ທະວີບເອີຣົບ ແລະ ອາເມຣິກາ. ຂອບເຂດທາງພູມີສາດທີ່ຄົນຜິວດຳອາໄສຢູ່ເປັນຫຼັກແມ່ນທະວີບອາຟຣິກາ. ແລ້ວແມ່ນຫຍັງຄືຂອບເຂດທາງພູມີສາດທີ່ຄົນຜິວສີນ້ຳຕານອາໄສຢູ່? ພວກເຂົາສ່ວນຫຼາຍອາໄສຢູ່ໃນອາຊີຕາເວັນອອກສ້ຽງໃຕ້ ແລະ ອາຊີໃຕ້, ຢູ່ໃນບັນດາປະເທດເຊັ່ນ: ໄທ, ອິນເດຍ, ມຽນມາ, ຫວຽດນາມ ແລະ ລາວ. ຄົນຜິວເຫຼືອງສ່ວນຫຼາຍອາໄສຢູ່ໃນທະວີບອາຊີ, ນັ້ນກໍຄືບັນດາປະເທດຕ່າງໆເຊັ່ນ: ຈີນ, ຍີ່ປຸ່ນ ແລະ ເກົາຫຼີໃຕ້. ພຣະເຈົ້າໄດ້ແຈກຢາຍເຊື້່ອຊາດຕ່າງໆທັງໝົດເຫຼົ່ານີ້ຢ່າງເໝາະສົມເພື່ອວ່າເຊື່ອຊາດຕ່າງໆເຫຼົ່ານີ້ຈະໄດ້ກະຈາຍໄປທົ່ວພາກສ່ວນຕ່າງໆຂອງໂລກ. ຢູ່ໃນພາກສ່ວນຕ່າງໆເຫຼົ່ານີ້ຂອງໂລກ, ພຣະເຈົ້າໄດ້ກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເໝາະສົມສຳລັບແຕ່ລະຊົນຊາດທີ່ແຕກຕ່າງກັນຂອງມະນຸດມາເປັນເວລາດົນນານແລ້ວ. ພາຍໃນສະພາບແວດລ້ອມເພື່ອຄວາມຢູ່ລອດເຫຼົ່ານີ້ ພຣະເຈົ້າໄດ້ກະກຽມດິນຫຼາກຫຼາຍສີ ແລະ ໂຄງສ້າງດິນສໍາລັບພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ອົງປະກອບທີ່ສ້າງຮ່າງກາຍຂອງຄົນຜິວຂາວນັ້ນບໍ່ຄືກັນກັບອົງປະກອບທີ່ສ້າງຮ່າງກາຍຂອງຄົນຜິວດຳ ແລະ ພວກມັນກໍຍັງແຕກຕ່າງຈາກອົງປະກອບທີ່ສ້າງຮ່າງກາຍຂອງຄົນເຊື່ອຊາດອື່ນໆອີກດ້ວຍ. ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງແມ່ນໄດ້ກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດໃຫ້ກັບຊົນຊາດນັ້ນຮຽບຮ້ອຍແລ້ວ. ວັດຖຸປະສົງຂອງພຣະອົງໃນການກະທໍາເຊັ່ນນັ້ນກໍເພື່ອວ່າ ເມື່ອຄົນປະເພດນັ້ນເລີ່ມອອກແມ່ແຜ່ລູກ ແລະ ເພີ່ມຈຳນວນ, ພວກເຂົາຈະໄດ້ຢູ່ໃນຂອບເຂດໃດໜຶ່ງຢ່າງຕາຍຕົວ. ກ່ອນທີ່ພຣະເຈົ້າໄດ້ສ້າງມະນຸດ, ພຣະອົງໄດ້ຄິດໄວ້ລ່ວງໜ້າໝົດແລ້ວ, ພຣະອົງສະຫງວນເອີຣົບ ແລະ ອາເມຣິກາໄວ້ສຳລັບຄົນຜິວຂາວເພື່ອໃຫ້ພວກເຂົາພັດທະນາ ແລະ ຢູ່ລອດ. ດັ່ງນັ້ນ, ເມື່ອພຣະເຈົ້າສ້າງແຜ່ນດິນໂລກ ພຣະອົງແມ່ນໄດ້ວາງແຜນໄວ້ແລ້ວ, ພຣະອົງມີເປົ້າໝາຍ ແລະ ຈຸດປະສົງໃນການວາງສິ່ງທີ່ພຣະອົງວາງລົງເທິງດິນຜືນນັ້ນ ແລະ ມີເປົ້າໝາຍ ແລະ ຈຸດປະສົງໃນການບຳລຸງລ້ຽງສິ່ງທີ່ພຣະອົງບຳລຸງລ້ຽງໃນດິນຜືນນັ້ນ. ຕົວຢ່າງ: ພູໃດ, ທົ່ງພຽງຈັກແຫ່ງ, ແຫຼ່ງນ້ຳຈັກແຫ່ງ, ນົກ ແລະ ສັດປະເພດໃດ, ປາຫຍັງ ແລະ ພືດຊະນິດໃດທີ່ຈະຢູ່ໃນຜືນດິນນັ້ນ, ພຣະເຈົ້າໄດ້ກະກຽມພວກມັນທັງໝົດໄວ້ດົນແລ້ວ. ເມື່ອກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດສຳລັບປະເພດມະນຸດທີ່ໄດ້ກຳນົດໄວ້, ສໍາລັບຊົນຊາດທີ່ໄດ້ກຳນົດໄວ້, ພຣະເຈົ້າຈຳເປັນຕ້ອງໄດ້ພິຈາລະນາຫຼາຍໆປະເດັນຈາກທຸກມຸມເຊັ່ນ: ສະພາບແວດລ້ອມທາງພູມີສາດ, ການສ້າງດິນ, ນົກ ແລະ ສັດປ່າສາຍພັນຕ່າງໆ, ຂະໜາດຂອງປາຊະນິດຕ່າງໆ, ອົງປະກອບໃນການສ້າງຮ່າງກາຍຂອງປາ, ຄວາມແຕກຕ່າງດ້ານຄຸນນະພາບນ້ຳ ແລະ ພືດພັນທຸກຊະນິດ... ທັງໝົດນີ້ແມ່ນພຣະເຈົ້າໄດ້ກະກຽມໄວ້ເປັນເວລາດົນນານແລ້ວ. ສະພາບແວດລ້ອມປະເພດນີ້ແມ່ນສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະເຈົ້າໄດ້ສ້າງ ແລະ ກະກຽມໄວ້ສຳລັບຄົນຜິວຂາວ ແລະ ນັ້ນກໍເປັນຂອງພວກເຂົາໂດຍທຳມະຊາດ. ພວກເຈົ້າໄດ້ເຫັນບໍວ່າເມື່ອພຣະເຈົ້າສ້າງທຸກສິ່ງ ພຣະອົງໄດ້ໃຊ້ຄວາມຄິດຢ່າງຫຼວງຫຼາຍ ແລະ ປະຕິບັດຕາມແຜນ? (ແມ່ນແລ້ວ, ພວກຂ້ານ້ອຍໄດ້ເຫັນວ່າການພິຈາລະນາຂອງພຣະເຈົ້າສຳລັບຄົນຫຼາກຫຼາຍປະເພດນັ້ນຮອບຄອບຫຼາຍ. ເນື່ອງຈາກວ່າສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະເຈົ້າໄດ້ສ້າງເພື່ອຄົນປະເພດຕ່າງໆ, ນົກ, ສັດປ່າ ແລະ ປາຊະນິດໃດ, ພູຈັກໜ່ວຍ ແລະ ທົ່ງພຽງຈັກແຫ່ງທີ່ພຣະອົງຈະກະກຽມໄວ້, ພຣະອົງໄດ້ພິຈາລະນາດ້ວຍຄວາມຮອບຄອບ ແລະ ຄວາມລະອຽດທີ່ສຸດ). ຍົກຄົນຜິວຂາວເປັນຕົວຢ່າງ. ຫຼັກໆແລ້ວຄົນຜິວຂາວກິນອາຫານຫຍັງ? ອາຫານທີ່ຄົນຜິວຂາວກິນນັ້ນແຕກຕ່າງກັນຫຼາຍກັບອາຫານທີ່ຄົນອາຊີກິນ. ອາຫານຫຼັກທີ່ຄົນຜິວຂາວກິນ ຫຼັກໆແລ້ວ ປະກອບດ້ວຍຊີ້ນ, ໄຂ່, ນ້ຳນົມ ແລະ ສັດປີກ. ເມັດພືດເຊັ່ນເຂົ້າຈີ່ ແລະ ເຂົ້າເປັນອາຫານເສີມທົ່ວໄປທີ່ວາງຢູ່ທ້າງຂ້າງອາຫານຈານຫຼັກ. ແມ່ນແຕ່ຕອນກິນສະຫຼັດຜັກ, ພວກເຂົາມັກຈະໃສ່ຊີ້ນງົວອົບ ຫຼື ໄກ່ສອງສາມຕ່ອນ ແລະ ແມ່ນແຕ່ຕອນກິນອາຫານທີ່ມີເຂົ້າໂພດເປັນຫຼັກ, ພວກເຂົາກໍມັກຈະເພີ່ມເນີຍ, ໄຂ່ ຫຼື ຊີ້ນ. ເວົ້າໄດ້ວ່າ ອາຫານຫຼັກຂອງພວກເຂົາບໍ່ໄດ້ປະກອບດ້ວຍອາຫານທີ່ມີເຂົ້າໂພດ ຫຼື ເຂົ້າເປັນຫຼັກ; ພວກເຂົາກິນຊີ້ນ ແລະ ເນີຍໃນປະລິມານຢ່າງຫຼວງຫຼາຍ. ພວກເຂົາມັກຈະດື່ມນ້ຳທີ່ມີນ້ຳແຂງເນື່ອງຈາກວ່າອາຫານທີ່ພວກເຂົາກິນມີແຄລໍຣີສູງຫຼາຍ. ດັ່ງນັ້ນ, ຄົນຜິວຂາວຈຶ່ງແຂງແຮງເປັນພິເສດ. ນັ້ນຄືແຫຼ່ງການດຳລົງຊີວິດຂອງພວກເຂົາ ແລະ ສະພາບແວດລ້ອມການດຳລົງຊີວິດທີ່ຖືກກະກຽມໄວ້ໃຫ້ພວກເຂົາໂດຍພຣະເຈົ້າ ເຊິ່ງເຮັດໃຫ້ພວກເຂົາມີວິຖີຊີວິດແບບນີ້ທີ່ແຕກຕ່າງຈາກວິຖີຊີວິດຂອງຄົນຊົນຊາດອື່ນໆ. ບໍ່ມີຖືກ ຫຼື ຜິດໃນວິຖີຊີວິດແບບນີ້, ມັນເປັນມາແຕ່ກຳເນີດ, ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ ແລະ ມັນເກີດຂຶ້ນຈາກການບົງການຂອງພຣະເຈົ້າ ແລະ ການຈັດແຈງຂອງພຣະອົງ. ທີ່ຊົນຊາດນີ້ມີວິຖີຊີວິດແບບນີ້ ແລະ ແຫຼ່ງທີ່ມາເຫຼົ່ານີ້ເພື່ອການດຳລົງຊີວິດຂອງພວກເຂົາກໍຍ້ອນຊົນຊາດຂອງພວກເຂົາ ແລະ ຍ້ອນສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ຖືກກະກຽມໄວ້ໃຫ້ພວກເຂົາໂດຍພຣະເຈົ້າ. ເຈົ້າອາດຈະເວົ້າວ່າ ສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະເຈົ້າໄດ້ກະກຽມໄວ້ໃຫ້ຄົນຜິວຂາວ ແລະ ອາຫານຢັ່ງຊີບປະຈຳວັນທີ່ພວກເຂົາໄດ້ຮັບຈາກສະພາບແວດລ້ອມນັ້ນອຸດົມສົມບູນ ແລະ ເຫຼືອລົ້ນ.

ພຣະເຈົ້າຍັງໄດ້ກະກຽມສະພາບແວດລ້ອມທີ່ຈຳເປັນເພື່ອຄວາມຢູ່ລອດສຳລັບຊົນຊາດອື່ນໆອີກດ້ວຍ. ນອກນັ້ນຍັງມີຄົນຜິວດຳ. ຄົນຜິວດຳຕັ້ງຖິ່ນຖານຢູ່ໃສ? ສ່ວນໃຫຍ່ແລ້ວ ພວກເຂົາຕັ້ງຖິ່ນຖານຢູ່ອາຟຣິກາກາງ ແລະ ອາຟຣິກາໃຕ້. ພຣະເຈົ້າໄດ້ກະກຽມຫຍັງໃຫ້ພວກເຂົາໃນສະພາບແວດລ້ອມເພື່ອການດຳລົງຊີວິດແບບນັ້ນ? ປ່າຝົນເຂດຮ້ອນ, ນົກ ແລະ ສັດປ່າທຸກຊະນິດ ແລະ ຍັງມີທະເລຊາຍ ແລະ ພືດທຸກຊະນິດທີ່ມີຊີວິດຢູ່ຄຽງຂ້າງກັບຄົນ. ພວກເຂົາມີແຫຼ່ງນ້ຳ, ຊີວິດການເປັນຢູ່ຂອງພວກເຂົາ ແລະ ອາຫານ. ພຣະເຈົ້າບໍ່ໄດ້ລຳອຽງຕໍ່ພວກເຂົາ. ບໍ່ວ່າພວກເຂົາເຄີຍກະທຳສິ່ງໃດ, ການຢູ່ລອດຂອງພວກເຂົາກໍ່ບໍ່ເຄີຍເປັນບັນຫາ. ພວກເຂົາກໍ່ມີທີ່ຕັ້ງໃດໜຶ່ງ ແລະ ພື້ນທີ່ໃດໜຶ່ງທີ່ຢູ່ສ່ວນໃດສ່ວນໜຶ່ງຂອງໂລກເຊັ່ນດຽວກັນ.

ບັດນີ້, ພວກເຮົາມາເວົ້າກ່ຽວກັບຄົນຜິວເຫຼືອງກັນເບິ່ງ. ຄົນຜິວເຫຼືອງສ່ວນໃຫຍ່ຕັ້ງຖິ່ນຖານຢູ່ໃນພາກຕາເວັນອອກຂອງແຜ່ນດິນໂລກ. ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງສະພາບແວດລ້ອມ ແລະ ຕຳແໜ່ງພູມີສາດຂອງພາກຕາເວັນອອກ ແລະ ພາກຕາເວັນຕົກ? ຢູ່ພາກຕາເວັນອອກ, ແຜ່ນດິນສ່ວນໃຫຍ່ອຸດົມສົມບູນ ແລະ ອຸດົມໄປດ້ວຍແຫຼ່ງວັດຖຸ ແລະ ແຮ່ທາດຕ່າງໆ. ນັ້ນກໍຄືແຫຼ່ງຊັບພະຍາກອນທຸກຊະນິດທັງຢູ່ເທິງດິນ ແລະ ໃຕ້ດິນແມ່ນອຸດົມສົມບູນ. ສໍາລັບຄົນກຸ່ມນີ້, ຊົນຊາດນີ້, ພຣະເຈົ້າຍັງໄດ້ກະກຽມດິນທີ່ເໝາະສົມ, ພູມີອາກາດ ແລະ ສະພາບແວດລ້ອມທາງພູມີສາດທີ່ຫຼາກຫຼາຍຢ່າງແທດເໝາະໃຫ້ພວກເຂົາ. ເຖິງແມ່ນວ່າມີຄວາມແຕກຕ່າງຢ່າງໃຫຍ່ຫຼວງລະຫວ່າງສະພາບແວດລ້ອມທາງພູມີສາດນັ້ນ ແລະ ສະພາບແວດລ້ອມຈາກພາກຕາເວັນຕົກ, ແຕ່ອາຫານທີ່ຈຳເປັນຂອງຄົນ, ຊີວິດການເປັນຢູ່ ແລະ ແຫຼ່ງຄວາມຢູ່ລອດກໍຍັງຖືກກະກຽມໂດຍພຣະເຈົ້າເຊັ່ນກັນ. ມັນເປັນພຽງສະພາບແວດລ້ອມເພື່ອການດຳລົງຊີວິດທີ່ແຕກຕ່າງຈາກຄົນຜິວຂາວມີຢູ່ໃນພາກຕາເວັນຕົກເທົ່ານັ້ນ. ແຕ່ແມ່ນຫຍັງຄືສິ່ງດຽວທີ່ເຮົາຕ້ອງການຮຽກຮ້ອງໃຫ້ພວກເຈົ້າສົນໃຈ, ທີ່ເຮົາຢາກບອກພວກເຈົ້າ? ຈຳນວນຄົນຂອງຊົນຊາດຕາເວັນອອກແມ່ນຂ້ອນຂ້າງຫຼາຍ, ດັ່ງນັ້ນພຣະເຈົ້າຈຶ່ງໄດ້ເພີ່ມອົງປະກອບຫຼາຍຢ່າງລົງໃນພາກສ່ວນນັ້ນຂອງແຜ່ນດິນໂລກທີ່ແຕກຕ່າງຈາກພາກຕາເວັນຕົກ. ພຣະອົງໄດ້ເພີ່ມຫຼາກຫຼາຍພູມີປະເທດທີ່ແຕກຕ່າງກັນ ແລະ ວັດຖຸທີ່ອຸດົມສົມບູນທຸກປະເພດຢູ່ທີ່ນັ້ນ. ແຫຼ່ງຊັບພະຍາກອນທຳມະຊາດຢູ່ທີ່ນັ້ນອຸດົມສົມບູນຫຼາຍ; ພູມສັນຖານຍັງມີຄວາມຫຼາກຫຼາຍ ແລະ ຫຼວງຫຼາຍ ເຊິ່ງພຽງພໍທີ່ຈະບຳລຸງລ້ຽງຄົນຈຳນວນຫຼວງຫຼາຍຂອງຊົນຊາດຕາເວັນອອກ. ສິ່ງທີ່ຈຳແນກພາກຕາເວັນອອກຈາກພາກຕາເວັນຕົກກໍຄື ໃນພາກຕາເວັນອອກ ຕັ້ງແຕ່ໃຕ້ຫາເໜືອ ແລະ ຕາເວັນອອກຫາຕາເວັນຕົກ ພູມີອາກາດແມ່ນດີກວ່າທາງທິດຕາເວັນຕົກ. ລະດູການທັງສີ່ມີຄວາມແຕກຕ່າງກັນຢ່າງຊັດເຈນ, ອຸນຫະພູມເໝາະສົມ, ແຫຼ່ງຊັບພະຍາກອນທຳມະຊາດອຸດົມສົມບູນ, ທິວທັດທຳມະຊາດ ແລະ ປະເພດພູມສັນຖານນັ້ນດີກວ່າຢູ່ພາກຕາເວັນຕົກຫຼາຍ. ເປັນຫຍັງພຣະເຈົ້າຈຶ່ງເຮັດແບບນັ້ນ? ພຣະເຈົ້າສ້າງຄວາມສົມດຸນຢ່າງສົມເຫດສົມຜົນລະຫວ່າງຄົນຜິວຂາວ ແລະ ຄົນຜິວເຫຼືອງ. ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າທຸກດ້ານຂອງອາຫານຂອງຄົນຜິວຂາວ, ສິ່ງຕ່າງໆທີ່ພວກເຂົາໃຊ້ ແລະ ສິ່ງທີ່ສະໜອງເພື່ອຄວາມສຸກຂອງພວກເຂົານັ້ນດີກວ່າສິ່ງທີ່ຄົນຜິວເຫຼືອງສາມາດຊື່ມຊົມໄດ້. ເຖິງແນວໃດກໍຕາມ, ພຣະເຈົ້າບໍ່ໄດ້ລຳອຽງຕໍ່ຊົນຊາດໃດໆ. ພຣະເຈົ້າໄດ້ມອບສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ງົດງາມກວ່າ ແລະ ດີກວ່າໃຫ້ແກ່ຄົນຜິວເຫຼືອງ. ນີ້ຄືຄວາມສົມດຸນ. ຕອນນີ້ເຈົ້າເຂົ້າໃຈແລ້ວ ແມ່ນບໍ?

ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າແລ້ວວ່າຄົນແບບໃດຄວນດຳລົງຊີວິດຢູ່ພາກສ່ວນໃດຂອງໂລກ ແລະ ມະນຸດບໍ່ສາມາດຂ້າມຂີດຈຳກັດເຫຼົ່ານີ້ໄດ້. ມັນເປັນສິ່ງທີ່ໜ້າອັດສະຈັນແທ້ໆ! ເຖິງແມ່ນວ່າມີສົງຄາມ ຫຼື ການບຸກລຸກໃນຊ່ວງຍຸກຕ່າງໆ ຫຼື ໃນເວລາພິເສດ, ສົງຄາມ ແລະ ການບຸກລຸກເຫຼົ່ານີ້ກໍບໍ່ສາມາດທຳລາຍສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າສຳລັບແຕ່ລະຊົນຊາດໄດ້ຢ່າງແນ່ນອນ. ນັ້ນກໍຄື ພຣະເຈົ້າໄດ້ກຳນົດປະເພດຄົນໃດໜຶ່ງໃນສ່ວນໃດໜຶ່ງຂອງໂລກ ແລະ ພວກເຂົາບໍ່ສາມາດຂ້າມຂີດຈຳກັດເຫຼົ່ານີ້ໄດ້. ເຖິງແມ່ນວ່າຄົນມີຄວາມທະເຍີທະຍານບາງຢ່າງເພື່ອທີ່ຈະປ່ຽນແປງ ຫຼື ຂະຫຍາຍອານາເຂດຂອງພວກເຂົາ, ໂດຍບໍ່ໄດ້ຮັບການອະນຸຍາດຈາກພຣະເຈົ້າ ສິ່ງນີ້ກໍຍາກທີ່ຈະບັນລຸ. ມັນຈະເປັນສິ່ງທີ່ຍາກຫຼາຍສຳລັບພວກເຂົາທີ່ຈະປະສົບຜົນສຳເລັດ. ຕົວຢ່າງ: ຄົນຜິວຂາວຕ້ອງການຂະຫຍາຍອານາເຂດຂອງພວກເຂົາ ແລະ ພວກເຂົາໄດ້ເອົາປະເທດອື່ນໆເປັນຫົວເມືອງຂຶ້ນ. ຊາວເຢຍລະມັນຮຸກຮານບາງປະເທດ ແລະ ຄັ້ງໜຶ່ງອັງກິດເຄີຍຄອບຄອງປະເທດອິນເດຍ. ຜົນໄດ້ຮັບແມ່ນຫຍັງ? ສຸດທ້າຍ ພວກເຂົາກໍ່ລົ້ມເຫຼວ. ພວກເຮົາເຫັນຫຍັງຈາກຄວາມລົ້ມເຫຼວຂອງພວກເຂົາ? ພວກເຂົາເຫັນສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າ ແມ່ນບໍ່ໄດ້ຮັບອະນຸຍາດໃຫ້ຖືກທຳລາຍໄດ້. ດັ່ງນັ້ນ, ບໍ່ວ່າເຈົ້າອາດໄດ້ເຫັນກອງກຳລັງທີ່ຍິ່ງໃຫຍ່ພຽງໃດໃນການຂະຫຍາຍອານາເຂດຂອງອັງກິດ, ຜົນສຸດທ້າຍຄືພວກເຂົາຍັງຕ້ອງໄດ້ຖອນກຳລັງ ແລະ ອອກຈາກດິນແດນທີ່ຍັງຄົງເປັນຂອງປະເທດອິນເດຍ. ບັນດາຜູ້ທີ່ອາໄສຢູ່ໃນດິນແດນນັ້ນກໍ່ຍັງເປັນຄົນອິນເດຍຄືເກົ່າ, ບໍ່ໄດ້ເປັນຄົນອັງກິດ ຍ້ອນວ່າພຣະເຈົ້າຈະບໍ່ອະນຸຍາດໃຫ້ເປັນເຊັ່ນນັ້ນ. ບາງຄົນທີ່ຄົ້ນຄວ້າປະຫວັດສາດ ຫຼື ການເມືອງໄດ້ໃຫ້ບົດຄວາມວິໄຈກ່ຽວກັບເລື່ອງນີ້. ພວກເຂົາໃຫ້ເຫດຜົນວ່າເປັນຫຍັງອັງກິດຈຶ່ງລົ້ມເຫຼວໂດຍເວົ້າວ່າ ມັນອາດຈະເປັນຍ້ອນຊົນເຜົ່າໃດໜຶ່ງທີ່ບໍ່ສາມາດເອົາຊະນະໄດ້ ຫຼື ອາດຈະເປັນຍ້ອນບາງເຫດຜົນອື່ນໆຂອງມະນຸດ... ສິ່ງເຫຼົ່ານີ້ບໍ່ແມ່ນເຫດຜົນທີ່ແທ້ຈິງ. ເຫດຜົນທີ່ແທ້ຈິງແມ່ນເປັນຍ້ອນພຣະເຈົ້າ, ພຣະອົງຈະບໍ່ອະນຸຍາດ! ພຣະເຈົ້າໃຫ້ຊົນເຜົ່າໃດໜຶ່ງອາໄສຢູ່ຜືນແຜ່ນດິນໃດໜຶ່ງ ແລະ ໃຫ້ພວກເຂົາຕັ້ງຖິ່ນຖານຢູ່ທີ່ນັ້ນ ແລະ ຖ້າພຣະເຈົ້າບໍ່ອະນຸຍາດໃຫ້ພວກເຂົາຍ້າຍອອກຈາກດິນແດນນັ້ນ, ພວກເຂົາກໍ່ຈະບໍ່ມີວັນສາມາດຍ້າຍອອກໄປໄດ້. ຖ້າພຣະເຈົ້າຈັດແຈງພື້ນທີ່ໆກຳນົດໃຫ້ກັບພວກເຂົາ, ພວກເຂົາກໍຈະອາໄສຢູ່ໃນພື້ນທີ່ນັ້ນ. ມະນຸດຊາດບໍ່ສາມາດເປັນອິດສະຫຼະ ຫຼື ເຮັດໃຫ້ຕົວເອງຫຼຸດພົ້ນຈາກພື້ນທີ່ໆໄດ້ກຳນົດໄວ້ເຫຼົ່ານີ້. ນີ້ແມ່ນແນ່ນອນ. ບໍ່ວ່າຜູ້ບຸກລຸກຈະມີກອງກຳລັງຍິ່ງໃຫຍ່ພຽງໃດ ຫຼື ບໍ່ວ່າຜູ້ຖືກບຸກລຸກຈະອ່ອນແອພຽງໃດ, ຄວາມສຳເລັດຂອງຜູ້ບຸກລຸກນັ້ນ ໃນທີ່ສຸດແລ້ວກໍ່ແມ່ນພຣະເຈົ້າທີ່ຈະຕ້ອງຕັດສິນ. ມັນໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະອົງແລ້ວ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້.

ຂ້າງເທິງແມ່ນວິທີການທີ່ພຣະເຈົ້າໄດ້ແຈກຢາຍຊົນຊາດຕ່າງໆ. ພາລະກິດຫຍັງທີ່ພຣະເຈົ້າໄດ້ເຮັດສຳເລັດໃນການແຈກຢາຍຊົດຊາດຕ່າງໆ? ພາລະກິດທີ່ໜຶ່ງ, ພຣະອົງໄດ້ກະກຽມສະພາບແວດລ້ອມທາງພູມີສາດຂະໜາດໃຫຍ່, ຈັດແຈງຕຳແໜ່ງທີ່ຕັ້ງທີ່ແຕກຕ່າງກັນສຳລັບຄົນຈາກຮຸ່ນສູ່ຮຸ່ນທີ່ຢູ່ລອດໃນສະຖານທີ່ເຫຼົ່ານັ້ນ. ນີ້ໄດ້ຖືກກຳນົດໄວ້, ພື້ນທີ່ໆຖືກກຳນົດເພື່ອຄວາມຢູ່ລອດຂອງພວກເຂົາໄດ້ຖືກກຳນົດໄວ້ແລ້ວ. ຊີວິດຂອງພວກເຂົາ, ສິ່ງທີ່ພວກເຂົາກິນ, ສິ່ງທີ່ພວກເຂົາດື່ມ ແລະ ຊີວິດການເປັນຢູ່ຂອງພວກເຂົາ; ພຣະເຈົ້າໄດ້ກຳນົດທັງໝົດມາເປັນເວລາດົນນານແລ້ວ. ເມື່ອພຣະເຈົ້າໄດ້ສ້າງທຸກສິ່ງ, ພຣະອົງກໍໄດ້ເຮັດການກະກຽມທີ່ແຕກຕ່າງກັນສຳລັບຄົນປະເພດຕ່າງໆ: ມີສ່ວນປະກອບຂອງດິນທີ່ແຕກຕ່າງກັນ, ພູມີອາກາດທີ່ແຕກຕ່າງກັນ, ພືດທີ່ແຕກຕ່າງກັນ ແລະ ສະພາບແວດລ້ອມທາງພູມີສາດທີ່ແຕກຕ່າງກັນ. ສະຖານທີ່ແຕກຕ່າງກັນກໍມີນົກ ແລະ ສັດປ່າທີ່ແຕກຕ່າງກັນ, ນ້ຳທີ່ແຕກຕ່າງກັນມີປາຊະນິດພິເສດ ແລະ ຜົນຜະລິດໃນນ້ຳຂອງພວກມັນເອງ. ແມ່ນແຕ່ປະເພດຂອງແມງໄມ້ກໍຖືກກຳນົດໄວ້ໂດຍພຣະເຈົ້າ. ຕົວຢ່າງ, ນົກກະຈອກຢູ່ປະເທດສະຫະລັດອາເມຣິການັ້ນແຕກຕ່າງຈາກນົກກະຈອກຢູ່ຈີນແຜ່ນດິນໃຫຍ່. ສິ່ງທີ່ເຕີບໃຫຍ່ຢູ່ທະວີບອາເມຣິກາລ້ວນແຕ່ມີຂະໜາດໃຫຍ່ຫຼາຍ, ສູງຫຼາຍ ແລະ ແຂງແຮງຫຼາຍ. ຮາກຂອງຕົ້ນໄມ້ໃນປ່າພູເຂົາທັງໝົດກໍຕື້ນຫຼາຍ ແຕ່ພວກມັນເຕີບໃຫຍ່ຂຶ້ນສູງຫຼາຍ. ພວກມັນສາມາດສູງເຖິງຮ້ອຍແມັດ ຫຼື ຫຼາຍກວ່ານັ້ນ, ແຕ່ຕົ້ນໄມ້ໃນປ່າຢູ່ທະວີບອາຊີສ່ວນຫຼາຍແມ່ນບໍ່ສູງປານໃດ. ເຮົາແນ່ໃຈວ່າພວກເຈົ້າທຸກຄົນເຄີຍໄດ້ຍິນກ່ຽວກັບຫວ້ານຫາງແຂ້. ຢູ່ຍີ່ປຸ່ນພວກມັນແປ ແລະ ບາງຫຼາຍ, ແຕ່ຫວ້ານຫາງແຂ້ຢູ່ສະຫະລັດອາເມຣິການັ້ນມີຂະໜາດໃຫຍ່ຫຼາຍ. ມີຄວາມແຕກຕ່າງກັນຢູ່ບ່ອນນີ້. ມັນແມ່ນພືດຊະນິດດຽວກັນທີ່ມີຊື່ອັນດຽວກັນ ແຕ່ຢູ່ທະວີບອາເມຣິກາ ມັນໃຫຍ່ຂຶ້ນເປັນພິເສດ. ຄວາມແຕກຕ່າງໃນດ້ານຕ່າງໆເຫຼົ່ານີ້ອາດຈະບໍ່ສາມາດເບິ່ງເຫັນໄດ້ ຫຼື ຮັບຮູ້ໄດ້ໂດຍຜູ້ຄົນ, ແຕ່ຕອນທີ່ພຣະເຈົ້າສ້າງທຸກສິ່ງ ພຣະອົງໄດ້ກຳນົດພວກມັນ ແລະ ກະກຽມສະພາບແວດລ້ອມທາງພູມີສາດທີ່ແຕກຕ່າງກັນ, ພູມສັນຖານທີ່ແຕກຕ່າງກັນ ແລະ ສິ່ງມີຊີວິດທີ່ແຕກຕ່າງກັນສຳລັບຊົນຊາດຕ່າງໆ. ນັ້ນກໍ່ຍ້ອນພຣະເຈົ້າໄດ້ສ້າງຄົນປະເພດຕ່າງໆ ແລະ ພຣະອົງຮູ້ສິ່ງທີ່ພວກເຂົາແຕ່ລະຄົນຕ້ອງການ ແລະ ແມ່ນຫຍັງຄືວິຖີຊີວິດຂອງພວກເຂົາ.

ຫຼັງຈາກທີ່ໄດ້ເວົ້າກ່ຽວກັບບາງສິ່ງເຫຼົ່ານີ້, ຕອນນີ້ພວກເຈົ້າຮູ້ສຶກວ່າພວກເຈົ້າໄດ້ຮຽນຮູ້ບາງສິ່ງບາງຢ່າງກ່ຽວກັບຫົວຂໍ້ຫຼັກທີ່ພວກເຮົາຫາກໍສົນທະນາກັນບໍ? ເຈົ້າຄິດວ່າເຈົ້າເລີ່ມເຂົ້າໃຈມັນແລ້ວບໍ? ເຮົາເຊື່ອວ່າຕອນນີ້ເຈົ້າຄວນພໍມີຄວາມຄິດແດ່ແລ້ວວ່າເປັນຫຍັງເຮົາຈິ່ງເລືອກເວົ້າກ່ຽວກັບດ້ານນີ້ໃນຫົວຂໍ້ລວມ. ນັ້ນແມ່ນຖືກປະເດັນບໍ? ບາງທີພວກເຈົ້າສາມາດເວົ້າໜ້ອຍໜຶ່ງວ່າພວກເຈົ້າເຂົ້າໃຈມັນຫຼາຍປານໃດແລ້ວ. (ມວນມະນຸດທັງໝົດໄດ້ຮັບການບຳລຸງລ້ຽງໂດຍກົດເກນທີ່ໄດ້ຖືກກຳນົດໄວ້ໂດຍພຣະເຈົ້າສຳລັບທຸກສິ່ງ. ເມື່ອພຣະເຈົ້າຊົງກຳນົດກົດເກນເຫຼົ່ານີ້, ພຣະອົງສະໜອງສະພາບແວດລ້ອມທີ່ແຕກຕ່າງກັນໃຫ້ເຊື້ອຊາດຕ່າງໆ, ວິຖີຊີວິດທີ່ແຕກຕ່າງກັນ, ອາຫານທີ່ແຕກຕ່າງກັນ ພ້ອມພູມີອາກາດ ແລະ ອຸນຫະພູມທີ່ແຕກຕ່າງກັນ. ນີ້ກໍເພື່ອໃຫ້ມວນມະນຸດທັງໝົດສາມາດຕັ້ງຖິ່ນຖານຢູ່ເທິງແຜ່ນດິນໂລກ ແລະ ຢູ່ລອດໄດ້. ຈາກນີ້ ຂ້ານ້ອຍສາມາດເຫັນແຜນການຂອງພຣະເຈົ້າເພື່ອຄວາມຢູ່ລອດຂອງມວນມະນຸດນັ້ນຊັດເຈນຫຼາຍ ແລະ ຂ້ານ້ອຍສາມາດເຫັນສະຕິປັນຍາ ແລະ ຄວາມສົມບູນແບບຂອງພຣະອົງ, ເຫັນຄວາມຮັກຂອງພຣະອົງຕໍ່ພວກຂ້ານ້ອຍຜູ້ເປັນມະນຸດ). (ກົດເກນ ແລະ ຂອບເຂດທີໄດ້ກຳນົດໄວ້ໂດຍພຣະເຈົ້າບໍ່ສາມາດຖືກປ່ຽນແປງໄດ້ໂດຍຜູ້ຄົນ, ເຫດການ ຫຼື ສິ່ງໃດໆ. ທັງໝົດແມ່ນຢູ່ໃຕ້ການປົກຄອງຂອງພຣະອົງ). ເບິ່ງຈາກມຸມມອງຂອງກົດເກນທີ່ຖືກກຳນົດໄວ້ໂດຍພຣະເຈົ້າສຳລັບການເຕີບໃຫຍ່ຂອງທຸກສິ່ງ, ບໍ່ແມ່ນມວນມະນຸດທັງໝົດ, ໃນທຸກຄວາມຫຼາກຫຼາຍຂອງພວກເຂົາ ຖືກສະໜອງ ແລະ ບຳລຸງລ້ຽງໂດຍພຣະເຈົ້າບໍ? ຖ້າກົດເກນເຫຼົ່ານີ້ຖືກທຳລາຍ ຫຼື ຖ້າພຣະເຈົ້າບໍ່ໄດ້ສ້າງກົດເກດເຫຼົ່ານີ້ໃຫ້ມວນມະນຸດ, ຄວາມຄາດຫວັງຂອງມະນຸດຊາດຈະເປັນແນວໃດ? ຫຼັງຈາກທີ່ມະນຸດສູນເສຍພີ້ນຖານຂອງສະພາບແວດລ້ອມເພື່ອຄວາມຢູ່ລອດຂອງພວກເຂົາ, ພວກເຂົາຈະມີແຫຼ່ງອາຫານໃດບໍ? ອາດເປັນໄປໄດ້ວ່າແຫຼ່ງອາຫານອາດຈະກາຍເປັນບັນຫາ. ຖ້າຄົນສູນເສຍແຫຼ່ງອາຫານຂອງພວກເຂົາ, ນັ້ນກໍຄື ຖ້າພວກເຂົາບໍ່ສາມາດຫາຫຍັງກິນໄດ້, ພວກເຂົາຈະສາມາດຢູ່ໄດ້ຈັກມື້? ອາດເປັນໄປໄດ້ວ່າ ພວກເຂົາຈະບໍ່ສາມາດຢູ່ໄດ້ແມ່ນແຕ່ເດືອນດຽວ ແລະ ຄວາມຢູ່ລອດຂອງພວກເຂົາກໍຈະກາຍເປັນບັນຫາ. ສະນັ້ນ, ທຸກສິ່ງທີ່ພຣະເຈົ້າກະທຳເພື່ອຄວາມຢູ່ລອດຂອງຄົນ, ເພື່ອການດຳລົງຢູ່ຕໍ່ໄປຂອງພວກເຂົາ, ການສືບພັນ ແລະ ການລ້ຽງຊີບແມ່ນມີຄວາມສຳຄັນຫຼາຍ. ທຸກໆສິ່ງທີ່ພຣະເຈົ້າກະທຳທ່າມກາງສິ່ງຕ່າງໆແຫ່ງການຊົງສ້າງແມ່ນກ່ຽວພັນກັນຢ່າງໃກ້ຊິດ ແລະ ບໍ່ສາມາດແຍກອອກໄດ້ຈາກຄວາມຢູ່ລອດຂອງມວນມະນຸດ. ຖ້າຄວາມຢູ່ລອດຂອງມະນຸດຊາດກາຍມາເປັນບັນຫາ, ການຄຸ້ມຄອງຂອງພຣະເຈົ້າຈະສາມາດສືບຕໍ່ໄປໄດ້ບໍ? ການຄຸ້ມຄອງຂອງພຣະເຈົ້າຍັງຈະຄົງມີຢູ່ບໍ? ການຄຸ້ມຄອງຂອງພຣະເຈົ້າດຳລົງຢູ່ຮ່ວມກັນກັບຄວາມຢູ່ລອດຂອງມວນມະນຸດທີ່ພຣະອົງໄດ້ຊົງບຳລຸງລ້ຽງ, ດັ່ງນັ້ນ ບໍ່ວ່າພຣະເຈົ້າໄດ້ເຮັດການກະກຽມໃດກໍຕາມເພື່ອທຸກສິ່ງແຫ່ງການຊົງສ້າງຂອງພຣະອົງ ແລະ ສິ່ງທີ່ພຣະອົງກະທຳເພື່ອມະນຸດ, ທັງໝົດນີ້ຈຳເປັນສຳລັບພຣະອົງ ແລະ ມັນສຳຄັນຫຼາຍຕໍ່ຄວາມຢູ່ລອດຂອງມວນມະນຸດ. ຖ້າກົດເກນເຫຼົ່ານີ້ທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບທຸກສິ່ງຖືກປະຖິ້ມ, ຖ້າກົດເກນເຫຼົ່ານີ້ຖືກແຕກຫັກ ຫຼື ທໍາລາຍ, ທຸກສິ່ງກໍຈະບໍ່ສາມາດມີຊີວິດຢູ່ໄດ້ອີກຕໍ່ໄປ, ສະພາບແວດລ້ອມເພື່ອຄວາມຢູ່ລອດຂອງມວນມະນຸດກໍຈະບໍ່ມີຢູ່ຕໍ່ໄປ ລວມທັງສະບຽງອາຫານປະຈຳວັນ ແລະ ມວນມະນຸດເອງດ້ວຍ. ດ້ວຍເຫດນີ້, ການຄຸ້ມຄອງຄວາມລອດພົ້ນຂອງມະນຸດຊາດຂອງພຣະເຈົ້າກໍ່ຈະຢຸດຕິລົງເຊັ່ນດຽວກັນ.

ທຸກສິ່ງທຸກຢ່າງທີ່ພວກເຮົາໄດ້ສົນທະນາກັນ, ທຸກໆສິ່ງ, ທຸກຫົວຂໍ້ແມ່ນເຊື່ອມໂຍງກັນຢ່າງໃກ້ຊິດກັບຄວາມຢູ່ລອດຂອງທຸກຄົນ. ພວກເຈົ້າອາດຈະເວົ້າວ່າ “ສິ່ງທີ່ພຣະອົງກຳລັງເວົ້າເຖິງນັ້ນໃຫຍ່ເກີນໄປ, ມັນບໍ່ແມ່ນສິ່ງທີ່ພວກຂ້ານ້ອຍສາມາດເຫັນໄດ້” ແລະ ບາງທີມີຄົນທີ່ອາດຈະເວົ້າວ່າ “ສິ່ງທີ່ພຣະອົງກຳລັງເວົ້າເຖິງບໍ່ກ່ຽວຫຍັງກັບຂ້ານ້ອຍເລີຍ”. ແນວໃດກໍ່ຕາມ, ຢ່າລືມວ່າ ການດຳລົງຊີວິດຢູ່ຂອງເຈົ້າເປັນພຽງສ່ວນໜຶ່ງຂອງທຸກສິ່ງເທົ່ານັ້ນ; ເຈົ້າເປັນພຽງສ່ວນໜຶ່ງໃນທ່າມກາງທຸກສິ່ງແຫ່ງການຊົງສ້າງພາຍໃຕ້ການປົກຄອງຂອງພຣະເຈົ້າ. ສິ່ງຕ່າງໆແຫ່ງການຊົງສ້າງຂອງພຣະເຈົ້າບໍ່ສາມາດຖືກແຍກອອກຈາກການປົກຄອງຂອງພຣະອົງໄດ້ ແລະ ບໍ່ມີຄົນໃດສາມາດແຍກຕົວເອງອອກຈາກການປົກຄອງຂອງພຣະອົງໄດ້. ການສູນເສຍການປົກຄອງຂອງພຣະອົງ ແລະ ການສູນເສຍການລ້ຽງດູຂອງພຣະອົງອາດຈະໝາຍເຖິງຊີວິດຂອງຄົນ, ຊີວິດຝ່າຍເນື້ອໜັງຂອງຄົນອາດຈະສາບສູນໄປ. ນີ້ແມ່ນຄວາມສຳຄັນແຫ່ງການສ້າງສະພາບແວດລ້ອມເພື່ອຄວາມຢູ່ລອດສຳລັບມະນຸດຂອງພຣະເຈົ້າ. ມັນບໍ່ສຳຄັນວ່າເຈົ້າເປັນຄົນເຊື້ອຊາດໃດ ຫຼື ເຈົ້າອາໄສຢູ່ໃນດິນແດນໃດ, ຢູ່ທາງພາກຕາເວັນຕົກ ຫຼື ຕາເວັນອອກ, ເຈົ້າບໍ່ສາມາດແຍກຕົວເຈົ້າເອງອອກຈາກສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະເຈົ້າໄດ້ສ້າງຂຶ້ນສຳລັບມະນຸດຊາດໄດ້ ແລະ ເຈົ້າກໍບໍ່ສາມາດແຍກຕົວເຈົ້າເອງອອກຈາກການບຳລຸງລ້ຽງ ແລະ ການສະໜອງສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະອົງໄດ້ສ້າງຂຶ້ນເພື່ອມະນຸດໄດ້. ບໍ່ວ່າຊີວິດການເປັນຢູ່ຂອງເຈົ້າຈະເປັນແນວໃດກໍຕາມ, ຈະເປັນສິ່ງທີ່ເຈົ້າອາໄສເພື່ອດຳລົງຊີວິດ ຫຼື ສິ່ງທີ່ເຈົ້າເພິ່ງພາເພື່ອຮັກສາຊີວິດຝ່າຍເນື້ອໜັງຂອງເຈົ້າກໍຕາມ, ເຈົ້າບໍ່ສາມາດແຍກຕົວເຈົ້າເອງອອກຈາກການປົກຄອງຂອງພຣະເຈົ້າ ແລະ ການຄຸ້ມຄອງຂອງພຣະອົງໄດ້. ບາງຄົນເວົ້າວ່າ “ຂ້ານ້ອຍບໍ່ແມ່ນຊາວນາ; ຂ້ານ້ອຍບໍ່ໄດ້ປູກພືດເພື່ອຫາລ້ຽງຊີບ. ຂ້ານ້ອຍບໍ່ໄດ້ເພິ່ງພາສະຫວັນສຳລັບອາຫານຂອງຂ້ານ້ອຍ, ດັ່ງນັ້ນ ຄວາມຢູ່ລອດຂອງຂ້ານ້ອຍຈຶ່ງບໍ່ໄດ້ຢູ່ໃນສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ຖືກສ້າງຂຶ້ນໂດຍພຣະເຈົ້າ. ຂ້ານ້ອຍບໍ່ໄດ້ຮັບຫຍັງຈາກສະພາບແວດລ້ອມແບບນັ້ນເລີຍ”. ນັ້ນຖືກຕ້ອງບໍ? ເຈົ້າເວົ້າວ່າເຈົ້າບໍ່ປູກພືດເພື່ອຫາລ້ຽງຊີບຂອງເຈົ້າ, ແຕ່ເຈົ້າບໍ່ກິນເມັດພືດບໍ? ເຈົ້າບໍ່ກິນຊີ້ນ ແລະ ໄຂ່ບໍ? ເຈົ້າບໍ່ກິນຜັກ ແລະ ໝາກໄມ້ບໍ? ທຸກສິ່ງທຸກຢ່າງທີ່ເຈົ້າກິນ, ທຸກສິ່ງເຫຼົ່ານີ້ທີ່ເຈົ້າຢາກກິນນັ້ນແມ່ນບໍ່ສາມາດແຍກອອກຈາກສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ຖືກສ້າງຂຶ້ນໂດຍພຣະເຈົ້າສຳລັບມວນມະນຸດໄດ້. ແຫຼ່ງທີ່ມາຂອງທຸກສິ່ງທີ່ມະນຸດຕ້ອງການນັ້ນບໍ່ສາມາດແຍກກອອກຈາກທຸກສິ່ງທີ່ຖືກສ້າງຂຶ້ນມາໂດຍພຣະເຈົ້າໄດ້ ເຊິ່ງທັງໝົດນີ້ປະກອບເປັນສະພາບແວດລ້ອມເພື່ອຄວາມຢູ່ລອດຂອງເຈົ້າ. ນ້ຳທີ່ເຈົ້າດື່ມ, ເສື້ອຜ້າທີ່ເຈົ້ານຸ່ງ ແລະ ທຸກສິ່ງທີ່ເຈົ້າໃຊ້; ສິ່ງໃດໃນນີ້ທີ່ບໍ່ໄດ້ມາຈາກການສ້າງຂອງພຣະເຈົ້າແດ່? ບາງຄົນເວົ້າວ່າ “ມີບາງລາຍການທີ່ບໍ່ໄດ້ມາຈາກສິ່ງແຫ່ງການຊົງສ້າງຂອງພຣະເຈົ້າ. ພຣະອົງເຫັນບໍ່ວ່າ ຢາງຄືໜຶ່ງໃນບັນດາລາຍການເຫຼົ່ານັ້ນ. ມັນແມ່ນວັດຖຸສານເຄມີ, ເປັນສິ່ງທີ່ມະນຸດສ້າງຂຶ້ນ”. ຖືກຕ້ອງແລ້ວບໍ? ແມ່ນແທ້ ຢາງແມ່ນມະນຸດສ້າງຂຶ້ນ ແລະ ມັນກໍ່ແມ່ນວັດຖຸທີ່ມີສານເຄມີ, ແຕ່ອົງປະກອບດັ່ງເດີມຂອງຢາງມາຈາກໃສ? ອົງປະກອບດັ່ງເດີມແມ່ນໄດ້ມາຈາກວັດຖຸທີ່ຖືກສ້າງຂຶ້ນໂດຍພຣະເຈົ້າ. ສິ່ງຕ່າງໆທີ່ເຈົ້າເຫັນ ແລະ ຊື່ນຊົມ, ທຸກສິ່ງທີ່ເຈົ້າໃຊ້, ທັງໝົດແມ່ນໄດ້ມາຈາກສິ່ງທີ່ພຣະເຈົ້າສ້າງ. ໝາຍຄວາມວ່າ, ບໍ່ວ່າຄົນໆນັ້ນຈະເປັນຄົນເຊື້ອຊາດໃດ, ບໍ່ວ່າຈະມີຊີວິດການເປັນຢູ່ແບບໃດ ຫຼື ບໍ່ວ່າພວກເຂົາຈະດຳລົງຊີວິດຢູ່ໃນສະພາບແວດລ້ອມເພື່ອຄວາມຢູ່ລອດແບບໃດກໍຕາມ ພວກເຂົາກໍບໍ່ສາມາດແຍກຕົວອອກຈາກສິ່ງທີ່ພຣະເຈົ້າສະໜອງໃຫ້ໄດ້. ດັ່ງນັ້ນ, ສິ່ງເຫຼົ່ານີ້ທີ່ພວກເຮົາໄດ້ສົນທະນາກັນໃນມື້ນີ້ແມ່ນກ່ຽວຂ້ອງກັບຫົວຂໍ້: “ພຣະເຈົ້າຄືຕົ້ນກຳເນີດແຫ່ງຊີວິດສຳລັບທຸກສິ່ງ” ບໍ? ສິ່ງທີ່ພວກເຮົາໄດ້ສົນທະນາກັນໃນມື້ນີ້ແມ່ນຕົກຢູ່ໃນຫົວຂໍ້ລວມນີ້ບໍ? (ແມ່ນແລ້ວ). ບາງທີບາງສິ່ງທີ່ເຮົາໄດ້ເວົ້າເຖິງໃນມື້ນີ້ອາດຈະເປັນນາມມະທຳເລັກໜ້ອຍ ແລະ ຍາກທີ່ຈະສົນທະນາກັນ. ແນວໃດກໍຕາມ, ເຮົາຄິດວ່າຕອນນີ້ພວກເຈົ້າຄົງຈະເຂົ້າໃຈມັນດີຂຶ້ນແລ້ວ.

ໃນການສົນທະນາກັນສອງສາມຄັ້ງຜ່ານມານີ້, ຂອບເຂດຂອງຫົວຂໍ້ທີ່ພວກເຮົາໄດ້ສົນທະນາກັນນັ້ນຂ້ອນຂ້າງກວ້າງ ແລະ ຂອບເຂດຂອງມັນກໍຂ້ອນຂ້າງກວມລວມ, ດັ່ງນັ້ນ ພວກເຈົ້າຕ້ອງໄດ້ໃຊ້ຄວາມພະຍາຍາມເພື່ອທີ່ຈະເຂົ້າໃຈມັນທັງໝົດ. ນີ້ກໍຍ້ອນວ່າຫົວຂໍ້ເຫຼົ່ານີ້ແມ່ນສິ່ງທີ່ບໍ່ເຄີຍຖືກປະຕິບັດມາກ່ອນໃນຄວາມເຊື່ອຂອງຄົນທີ່ເຊື່ອພຣະເຈົ້າ. ບາງຄົນໄດ້ຍິນສິ່ງເຫຼົ່ານີ້ເປັນສິ່ງເລິກລັບ ແລະ ບາງຄົນໄດ້ຍິນພວກມັນເປັນເລື່ອງເລົ່າ. ມຸມມອງໃດທີ່ຖືກຕ້ອງ? ພວກເຈົ້າໄດ້ຍິນທັງໝົດນີ້ຈາກມຸມມອງໃດ? (ພວກຂ້ານ້ອຍໄດ້ເຫັນວິທີການທີ່ພຣະເຈົ້າຈັດແຈງທຸກສິ່ງແຫ່ງການຊົງສ້າງຂອງພຣະອົງຢ່າງເປັນລະບຽບ ແລະ ທຸກສິ່ງນັ້ນມີກົດເກນ, ຜ່ານຄຳເວົ້າເຫຼົ່ານີ້ ພວກຂ້ານ້ອຍສາມາດເຂົ້າໃຈການກະທຳຂອງພຣະເຈົ້າ ແລະ ການຈັດແຈງຢ່າງລະອຽດຂອງພຣະອົງເພື່ອຄວາມລອດພົ້ນຂອງມະນຸດຫຼາຍຂຶ້ນ). ຜ່ານການສົນທະນາໃນຊ່ວງເວລາຜ່ານມານີ້, ພວກເຈົ້າເຫັນບໍວ່າຂອບເຂດແຫ່ງການຄຸ້ມຄອງທຸກສິ່ງຂອງພຣະເຈົ້າຂະຫຍາຍອອກໄປໃກພຽງໃດ? (ເໜືອມະນຸດຊາດທັງໝົດ, ເໜືອທຸກສິ່ງ). ພຣະເຈົ້າເປັນພຽງພຣະເຈົ້າຂອງເຊື້ອຊາດໃດໜຶ່ງເທົ່ານັ້ນບໍ? ພຣະອົງເປັນພຣະເຈົ້າຂອງຄົນປະເພດໃດໜຶ່ງເທົ່ານັ້ນບໍ? ພຣະອົງເປັນພຣະເຈົ້າຂອງມະນຸດສ່ວນໜ້ອຍເທົ່ານັ້ນບໍ? (ບໍ່, ພຣະອົງບໍ່ໄດ້ເປັນແບບນັ້ນ). ໃນເມື່ອບໍ່ແມ່ນແບບນັ້ນ, ແລ້ວອີງຕາມຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າ, ຖ້າພຣະອົງເປັນພຣະເຈົ້າຂອງມະນຸດສ່ວນໜ້ອຍເທົ່ານັ້ນ ຫຼື ຖ້າພຣະອົງເປັນພຣະເຈົ້າຂອງພວກເຈົ້າເທົ່ານັ້ນ, ມຸມມອງນີ້ຖືກຕ້ອງບໍ? ໃນເມື່ອພຣະເຈົ້າຄຸ້ມຄອງ ແລະ ປົກຄອງເໜືອທຸກສິ່ງ, ຄົນຄວນເຫັນການກະທຳຂອງພຣະອົງ, ສະຕິປັນຍາຂອງພຣະອົງ ແລະ ລິດອຳນາດສູງສຸດຂອງພຣະອົງທີ່ໄດ້ຖືກເປີດເຜີຍຢູ່ໃນການປົກຄອງຂອງພຣະອົງເໜືອທຸກສິ່ງ. ນີ້ຄືສິ່ງທີ່ຄົນຕ້ອງຮູ້. ຖ້າເຈົ້າເວົ້າວ່າພຣະເຈົ້າຄຸ້ມຄອງທຸກສິ່ງ, ປົກຄອງເໜືອທຸກສິ່ງ ແລະ ປົກຄອງເໜືອມະນຸດຊາດທັງປວງ ແຕ່ຖ້າເຈົ້າບໍ່ມີຄວາມເຂົ້າໃຈ ຫຼື ບໍ່ເຂົ້າໃຈໃນການປົກຄອງເໜືອມວນມະນຸດຂອງພຣະອົງ ແລ້ວເຈົ້າສາມາດຍອມຮັບໄດ້ແທ້ບໍ່ວ່າພຣະອົງປົກຄອງຢູ່ເໜືອທຸກສິ່ງ? ເຈົ້າອາດຄິດຢູ່ໃນໃຈວ່າ “ຂ້ານ້ອຍສາມາດ ຍ້ອນຂ້ານ້ອຍເຫັນວ່າຊີວິດຂອງຂ້ານ້ອຍທັງໝົດຖືກປົກຄອງໂດຍພຣະເຈົ້າ”. ແຕ່ວ່າພຣະເຈົ້ານ້ອຍປານນັ້ນແທ້ບໍ? ບໍ່, ພຣະອົງບໍ່ໄດ້ນ້ອຍປານນັ້ນ! ເຈົ້າເຫັນພຽງຄວາມລອດພົ້ນຂອງພຣະເຈົ້າສຳລັບເຈົ້າ ແລະ ພາລະກິດຂອງພຣະອົງໃນຕົວເຈົ້າ ແລະ ມັນແມ່ນຈາກສິ່ງເຫຼົ່ານີ້ເທົ່ານັ້ນທີ່ເຈົ້າເຫັນການປົກຄອງຂອງພຣະອົງ. ນັ້ນແມ່ນຂອບເຂດທີ່ນ້ອຍເກີນໄປ ແລະ ມັນເປັນຜົນກະທົບທີ່ອັນຕະລາຍຕໍ່ໂອກາດຂອງເຈົ້າທີ່ຈະມີຄວາມຮູ້ແທ້ຈິງກ່ຽວກັບພຣະເຈົ້າ. ນອກນັ້ນມັນຍັງຈຳກັດຄວາມຮູ້ທີ່ແທ້ຈິງກ່ຽວກັບການປົກຄອງຂອງພຣະເຈົ້າເໜືອທຸກສິ່ງອີກດ້ວຍ. ຖ້າເຈົ້າຈຳກັດຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າຢູ່ໃນຂອບເຂດຂອງສິ່ງທີ່ພຣະເຈົ້າສະໜອງໃຫ້ເຈົ້າ ແລະ ຄວາມລອດພົ້ນຂອງພຣະອົງສຳລັບເຈົ້າແລ້ວ, ເຈົ້າກໍຈະບໍ່ສາມາດຮັບຮູ້ໄດ້ວ່າພຣະອົງປົກຄອງຢູ່ເໜືອທຸກສິ່ງ, ວ່າພຣະອົງປົກຄອງເໜືອສິ່ງຕ່າງໆທັງໝົດ ແລະ ປົກຄອງເໜືອມະນຸດຊາດທັງໝົດ. ເມື່ອເຈົ້າບໍ່ຮັບຮູ້ທັງໝົດນີ້, ເຈົ້າຈະສາມາດຮັບຮູ້ຄວາມຈິງທີ່ວ່າພຣະເຈົ້າປົກຄອງຢູ່ເໜືອໂຊກຊະຕາຂອງເຈົ້າໄດ້ບໍ? ບໍ່, ເຈົ້າບໍ່ສາມາດຮັບຮູ້ໄດ້. ຢູ່ໃນຫົວໃຈຂອງເຈົ້າ ເຈົ້າຈະບໍ່ສາມາດຮັບຮູ້ດ້ານນັ້ນໄດ້. ເຈົ້າຈະບໍບັນລຸຄວາມເຂົ້າໃຈລະດັບສູງເຊັ່ນນັ້ນໄດ້. ເຈົ້າເຂົ້າໃຈສິ່ງທີ່ເຮົາກຳລັງເວົ້າຢູ່ນີ້ແມ່ນບໍ? ແທ້ຈິງແລ້ວ, ເຮົາຮູ້ວ່າພວກເຈົ້າສາມາດເຂົ້າໃຈຫົວຂໍ້ເຫຼົ່ານີ້ໄດ້ໃນລະດັບໃດ, ເຂົ້າໃຈເນື້ອໃນນີ້ທີ່ເຮົາກຳລັງເວົ້າເຖິງໃນລະດັບ, ແລ້ວເປັນຫຍັງເຮົາຈິ່ງຍັງເວົ້າເຖິງມັນຢູ່? ຍ້ອນວ່າ ຫົວຂໍ້ເຫຼົ່ານີ້ຕ້ອງໄດ້ຮັບການຍົກຍ້ອງຈາກຜູ້ຕິດຕາມຂອງພຣະເຈົ້າທຸກຄົນ, ທຸກຄົນທີ່ຢາກຖືກຊ່ວຍໃຫ້ລອດໂດຍພຣະເຈົ້າ. ມັນຈຳເປັນທີ່ຈະຕ້ອງເຂົ້າໃຈຫົວຂໍ້ເຫຼົ່ານີ້. ເຖິງແມ່ນວ່າໃນເວລານີ້ເຈົ້າບໍ່ເຂົ້າໃຈພວກມັນ, ມື້ໃດມື້ໜຶ່ງ ເມື່ອຊີວິດຂອງເຈົ້າ ແລະ ປະສົບການແຫ່ງຄວາມຈິງຂອງເຈົ້າບັນລຸລະດັບໃດໜຶ່ງ, ເມື່ອການປ່ຽນແປງໃນຊີວິດ-ອຸປະນິໄສຂອງເຈົ້າບັນລຸລະດັບໃດໜຶ່ງ ແລະ ເຈົ້າບັນລຸວຸທິພາວະໃນລະດັບໃດໜຶ່ງ, ເມື່ອນັ້ນຫົວຂໍ້ເຫຼົ່ານີ້ທີ່ເຮົາກຳລັງສື່ສານກັບເຈົ້າໃນການສົນທະນານີ້ຈິ່ງຈະສະໜອງໃຫ້ ແລະ ບັນລຸການສະແຫວງຫາຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າໄດ້ຢ່າງແທ້ຈິງ. ດັ່ງນັ້ນຄຳເວົ້າເຫຼົ່ານີ້ແມ່ນການວາງພີ້ນຖານເພື່ອກະກຽມພວກເຈົ້າໃຫ້ພ້ອມສຳລັບຄວາມເຂົ້າໃຈໃນອະນາຄົດຂອງພວກເຈົ້າວ່າພຣະເຈົ້າປົກຄອງເໜືອທຸກສິ່ງ ແລະ ເພື່ອຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບພຣະເຈົ້າເອງ.

ຄວາມເຂົ້າໃຈກ່ຽວກັບພຣະເຈົ້າຢູ່ໃນຫົວໃຈຂອງຄົນຫຼາຍເທົ່າໃດ ນັ້ນຍັງແມ່ນຂອບເຂດຂອງຕຳແໜ່ງທີ່ພຣະອົງມີຢູ່ໃນໃຈຂອງພວກເຂົາ. ລະດັບຄວາມຮູ້ກ່ຽວກັບພຣະເຈົ້າທີ່ຢູ່ໃນຫົວໃຈຂອງພວກເຂົາຍິ່ງໃຫຍ່ພຽງໃດ ນັ້ນຄືພຣະເຈົ້າຍິ່ງໃຫຍ່ພຽງໃດຢູ່ໃນຫົວໃຈຂອງພວກເຂົາ. ຖ້າພຣະເຈົ້າທີ່ເຈົ້າຮູ້ຈັກນັ້ນຫວ່າງເປົ່າ ແລະ ເລື່ອນລອຍ, ພຣະເຈົ້າທີ່ເຈົ້າເຊື່ອກໍຫວ່າງເປົ່າ ແລະ ເລື່ອນລອຍເຊັ່ນກັນ. ຖ້າພຣະເຈົ້າທີ່ເຈົ້າຮູ້ຈັກຖືກກຳນົດຢູ່ໃນຂອບເຂດຂອງຊີວິດສ່ວນຕົວເຈົ້າເອງ, ພຣະເຈົ້າຂອງເຈົ້າກໍເປັນພຣະເຈົ້າທີ່ນ້ອຍຫຼາຍ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າທີ່ແທ້ຈິງເລີຍ. ເພາະສະນັ້ນ, ການຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າ, ການຮູ້ຈັກຄວາມຈິງຂອງພຣະເຈົ້າ ແລະ ການມີອຳນາດໃນທຸກຢ່າງຂອງພຣະອົງ, ການຮູ້ຈັກຕົວຕົນແທ້ຈິງຂອງພຣະເຈົ້າເອງ, ການຮູ້ຈັກສິ່ງທີ່ພຣະອົງມີ ແລະ ເປັນ, ການຮູ້ຈັກການກະທໍາທີ່ພຣະອົງໄດ້ສະແດງອອກທ່າມກາງທຸກສິ່ງແຫ່ງການຊົງສ້າງຂອງພຣະອົງ, ສິ່ງເຫຼົ່ານີ້ສຳຄັນຫຼາຍສໍາລັບທຸກຄົນທີ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ. ພວກມັນມີຜົນກະທົບໂດຍກົງຕໍ່ຄວາມສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຂອງຜູ້ຄົນ. ຖ້າເຈົ້າຈຳກັດຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າຢູ່ພຽງແຕ່ຄຳເວົ້າ, ຖ້າເຈົ້າຈຳກັດມັນຢູ່ທີ່ປະສົບການອັນເລັກນ້ອຍຂອງເຈົ້າເອງ, ຢູ່ໃນສິ່ງທີ່ເຈົ້າຄິດວ່າເປັນພຣະຄຸນຂອງພຣະເຈົ້າ ຫຼື ຢູ່ທີ່ການເປັນປະຈັກພະຍານພຽງເລັກນ້ອຍຂອງເຈົ້າຕໍ່ພຣະເຈົ້າ ແລ້ວເຮົາຂໍບອກວ່າພຣະເຈົ້າທີ່ເຈົ້າເຊື່ອນັ້ນບໍ່ແມ່ນພຣະເຈົ້າທີ່ແທ້ຈິງຢ່າງແນ່ນອນ. ບໍ່ພຽງແຕ່ເທົ່ານັ້ນ ມັນຍັງສາມາດເວົ້າໄດ້ອີກວ່າ ພຣະເຈົ້າທີ່ເຈົ້າເຊື່ອນັ້ນຄືພຣະເຈົ້າໃນຈິນຕະນາການ ແລະ ບໍ່ແມ່ນພຣະເຈົ້າທີ່ແທ້ຈິງ. ນີ້ກໍຍ້ອນວ່າ ພຣະເຈົ້າທີ່ແທ້ຈິງແມ່ນອົງທີ່ປົກຄອງເໜືອທຸກສິ່ງ, ຍ່າງໃນທ່າມກາງທຸກສິ່ງ ແລະ ຄຸ້ມຄອງທຸກສິ່ງ. ພຣະອົງແມ່ນພຣະເຈົ້າທີ່ຖືຊະຕາກໍາຂອງມະນຸດຊາດທັງປວງ ແລະ ຖືທຸກສິ່ງໄວ້ໃນມືຂອງພຣະອົງ. ພາລະກິດ ແລະ ກິດຈະການຂອງພຣະເຈົ້າທີ່ເຮົາກຳລັງເວົ້າເຖິງບໍ່ໄດ້ຈຳກັດຢູ່ທີ່ຄົນສ່ວນໜ້ອຍເທົ່ານັ້ນ. ນັ້ນຄືວ່າ ພວກມັນບໍ່ໄດ້ຈຳກັດຢູ່ພຽງແຕ່ຄົນທີ່ຕິດຕາມພຣະອົງໃນປັດຈຸບັນ. ການກະທຳຂອງພຣະອົງໄດ້ສະແດງອອກທ່າມກາງທຸກສິ່ງ, ສະແດງອອກຢູ່ໃນຄວາມຢູ່ລອດຂອງຸທຸກສິ່ງ ແລະ ຢູ່ໃນກົດເກນແຫ່ງການປ່ຽນແປງຂອງທຸກສິ່ງ.

ຖ້າເຈົ້າບໍ່ສາມາດເຫັນ ຫຼື ຮັບຮູ້ການກະທຳໃດໆຂອງພຣະເຈົ້າທ່າມກາງທຸກສິ່ງແຫ່ງການຊົງສ້າງຂອງພຣະອົງ, ເຈົ້າກໍຈະບໍ່ສາມາດເປັນພະຍານໃຫ້ແກ່ການກະທຳໃດໆຂອງພຣະອົງໄດ້. ຖ້າເຈົ້າບໍ່ສາມາດເປັນພະຍານໃຫ້ພຣະເຈົ້າໄດ້, ຖ້າເຈົ້າຍັງສືບຕໍ່ເວົ້າເຖິງອົງນ້ອຍໆທີ່ເອີ້ນວ່າ “ພຣະເຈົ້າ” ທີ່ເຈົ້າຮູ້ຈັກ, ພຣະເຈົ້າຜູ້ທີ່ຖືກຈຳກັດຢູ່ໃນຄວາມຄິດຂອງເຈົ້າເອງ ແລະ ມີຢູ່ສະເພາະໃນຂອບເຂດແຄບໆຂອງຫົວໃຈເຈົ້າ, ຖ້າເຈົ້າຍັງສືບຕໍ່ເວົ້າເຖິງພຣະເຈົ້າປະເພດນັ້ນ, ພຣະເຈົ້າກໍຈະບໍ່ຍົກຍ້ອງຄວາມເຊື່ອຂອງເຈົ້າ. ເມື່ອເຈົ້າເປັນພະຍານໃຫ້ພຣະເຈົ້າ, ຖ້າເຈົ້າເຮັດເຊັ່ນນັ້ນພຽງແຕ່ໃນແງ່ທີ່ເຈົ້າຊື່ນຊົມພຣະຄຸນຂອງພຣະເຈົ້າ, ອີງຕາມວິທີການທີ່ເຈົ້າຍອມຮັບວິໄນຂອງພຣະເຈົ້າ ແລະ ການຕິສອນຂອງພຣະອົງ, ອີງຕາມວິທີທີ່ເຈົ້າໄດ້ຮັບພອນຂອງພຣະອົງເພື່ອເປັນພະຍານໃຫ້ກັບພຣະອົງ, ແລ້ວນັ້ນກໍບໍ່ພຽງພໍ ແລະ ບໍ່ໃກ້ແມ່ນແຕ່ຈະເຮັດໃຫ້ພຣະອົງເພິ່ງພໍໃຈເລີຍ. ຖ້າເຈົ້າຢາກເປັນພະຍານໃຫ້ກັບພຣະເຈົ້າໃນທາງທີ່ສອດຄ່ອງກັບຄວາມປະສົງຂອງພຣະອົງ, ເປັນພະຍານໃຫ້ກັບພຣະອົງເຈົ້າທີ່ແທ້ຈິງ, ເຈົ້າຕ້ອງເຫັນສິ່ງທີ່ພຣະເຈົ້າມີ ແລະ ເປັນຈາກການກະທໍາຂອງພຣະອົງ. ເຈົ້າຕ້ອງເຫັນສິດອຳນາດຂອງພຣະເຈົ້າຈາກການຄວບຄຸມທຸກສິ່ງຂອງພຣະອົງ ແລະ ເຫັນຄວາມຈິງຈາກວິທີທີ່ພຣະອົງສະໜອງໃຫ້ແກ່ມວນມະນຸດ. ຖ້າເຈົ້າພຽງແຕ່ຮັບຮູ້ວ່າອາຫານປະຈຳວັນຂອງເຈົ້າ ແລະ ສິ່ງທີ່ຈຳເປັນໃນຊີວິດຂອງເຈົ້າມາຈາກພຣະເຈົ້າ ແຕ່ເຈົ້າບໍ່ເຫັນຄວາມຈິງທີ່ພຣະເຈົ້າໄດ້ເອົາທຸກສິ່ງແຫ່ງການຊົງສ້າງຂອງພຣະອົງເພື່ອສະໜອງໃຫ້ແກ່ມະນຸດທັງມວນ ແລະ ໂດຍການປົກຄອງເໜືອທຸກສິ່ງ ພຣະອົງກຳລັງນຳພາມະນຸດທັງມວນຢູ່, ເຈົ້າກໍຈະບໍ່ສາມາດເປັນພະຍານໃຫ້ພຣະເຈົ້າໄດ້. ຕອນນີ້ເຈົ້າເຂົ້າໃຈທັງໝົດນີ້ແລ້ວແມ່ນບໍ່? ຈຸດປະສົງທີ່ເຮົາເວົ້າເຖິງສິ່ງທັງໝົດນີ້ແມ່ນຫຍັງ? ມັນແມ່ນເພື່ອວ່າພວກເຈົ້າຈະບໍ່ຖືເບົາໃນເລື່ອງນີ້, ເພື່ອວ່າພວກເຈົ້າຈະບໍ່ເຊື່ອແບບຜິດໆວ່າຫົວຂໍ້ເຫຼົ່ານີ້ທີ່ເຮົາໄດ້ເວົ້າເຖິງນັ້ນແມ່ນບໍ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດສ່ວນຕົວຂອງພວກເຈົ້າເອງ ແລະ ເພື່ອວ່າພວກເຈົ້າຈະບໍ່ຖືເອົາຫົວຂໍ້ເຫຼົ່ານີ້ເປັນພຽງຄວາມຮູ້ ຫຼື ຫຼັກຄຳສອນປະເພດໜຶ່ງ. ຖ້າພວກເຈົ້າຟັງສິ່ງທີ່ເຮົາກຳລັງເວົ້າຢູ່ດ້ວຍທັດສະນະຕະຕິແບບນັ້ນ, ພວກເຈົ້າກໍຈະບໍ່ໄດ້ຮັບສິ່ງໃດເລີຍ. ພວກເຈົ້າຈະສູນເສຍໂອກາດອັນຍິ່ງໃຫຍ່ທີ່ຈະໄດ້ຮູ້ຈັກພຣະເຈົ້າ. ເຈົ້າຈະຈື່ເລື່ອງນີ້ບໍ? ເຮົາຄິດວ່າເຈົ້າຈະຈື່.

ແມ່ນຫຍັງຄືເປົ້າໝາຍຂອງເຮົາໃນການເວົ້າເຖິງສິ່ງຕ່າງໆທັງໝົດເຫຼົ່ານີ້? ເປົ້າໝາຍຂອງເຮົາແມ່ນເພື່ອໃຫ້ມີຄົນຮູ້ຈັກພຣະເຈົ້າ, ເພື່ອໃຫ້ມີຄົນເຂົ້າໃຈກິດຈະການທີ່ແທ້ຈິງຂອງພຣະເຈົ້າ. ເມື່ອເຈົ້າເຂົ້າໃຈພຣະເຈົ້າ ແລະ ເຈົ້າຮູ້ຈັກກິດຈະການຂອງພຣະອົງແລ້ວ, ເມື່ອນັ້ນເຈົ້າກໍຈະມີໂອກາດ ຫຼື ຄວາມເປັນໄປໄດ້ທີ່ຈະຮູ້ຈັກພຣະອົງ. ຕົວຢ່າງ: ຖ້າເຈົ້າຢາກເຂົ້າໃຈຄົນໃດໜຶ່ງ, ເຈົ້າຈະເຂົ້າໃຈພວກເຂົາໄດ້ແນວໃດ? ບໍ່ແມ່ນຜ່ານການເບິ່ງຮູບລັກພາຍນອກຂອງພວກເຂົາບໍ? ບໍ່ແມ່ນຜ່ານການເບິ່ງສິ່ງທີ່ພວກເຂົານຸ່ງ ແລະ ວິທີການແຕ່ງກາຍຂອງພວກເຂົາບໍ? ບໍ່ແມ່ນຜ່ານການເບິ່ງວິທີທີ່ພວກເຂົາຍ່າງບໍ? ບໍ່ແມ່ນຜ່ານການເບິ່ງຂອບເຂດຄວາມຮູ້ຂອງພວກເຂົາບໍ? (ບໍ່). ແລ້ວເຈົ້າເຂົ້າໃຈພວກເຂົາໄດ້ແນວໃດ? ເຈົ້າຕັດສິນໂດຍອີງຕາມຄຳເວົ້າ ແລະ ການປະພຶດຂອງຜູ້ຄົນ, ຕາມຄວາມຄິດຂອງພວກເຂົາ ແລະ ສິ່ງທີ່ພວກເຂົາສະແດງອອກ ແລະ ເປີດເຜີຍກ່ຽວກັບຕົວເອງ. ນີ້ແມ່ນວິທີທີ່ເຈົ້າຮູ້ຈັກຜູ້ຄົນ, ເປັນວິທີການທີ່ເຈົ້າເຂົ້າໃຈຄົນໃດໜຶ່ງ. ໃນທຳນອງດຽວກັນ, ຖ້າເຈົ້າຢາກຮູ້ຈັກພຣະເຈົ້າ, ຖ້າເຈົ້າຢາກເຂົ້າໃຈດ້ານການປະຕິບັດຂອງພຣະອົງ, ມຸມມອງທີ່ແທ້ຈິງຂອງພຣະອົງ, ພວກເຈົ້າຕ້ອງຮູ້ຈັກພຣະອົງຜ່ານການກະທຳຂອງພຣະອົງ ແລະ ຜ່ານທຸກສິ່ງທີ່ພຣະອົງກະທຳ. ນີ້ແມ່ນວິທີທີ່ດີທີ່ສຸດ ແລະ ເປັນວິທີດຽວ. ສະນັ້ນ, ຕອນນີ້ເຈົ້າເຂົ້າໃຈແລ້ວບໍ? ເຮົາເຊື່ອວ່າເຈົ້າເຂົ້າໃຈ.

ພຣະເຈົ້າຊັ່ງຊາຄວາມສຳພັນລະຫວ່າງທຸກສິ່ງເພື່ອໃຫ້ມະນຸດມີສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ໝັ້ນຄົງ

ພຣະເຈົ້າເປີດເຜີຍການກະທຳຂອງພຣະອົງທ່າມກາງທຸກສິ່ງ, ທ່າມກາງທຸກສິ່ງທີ່ພຣະອົງປົກຄອງ ແລະ ຄວບຄຸມກົດເກນຕ່າງໆຂອງທຸກສິ່ງ. ພວກເຮົາພຽງແຕ່ເວົ້າເຖິງວິທີການທີ່ພຣະເຈົ້າປົກຄອງຢູ່ເໜືອກົດເກນຂອງທຸກສິ່ງ ແລະ ວິທີການທີ່ພຣະອົງສະໜອງ ແລະ ບຳລຸງລ້ຽງມະນຸດທັງມວນພາຍໃຕ້ກົດເກນເຫຼົ່ານັ້ນ. ນີ້ແມ່ນດ້ານໜຶ່ງ. ຕໍ່ໄປ ພວກເຮົາຈະເວົ້າເຖິງດ້ານອື່ນ ເຊິ່ງມັນເປັນວິທີການໜຶ່ງທີ່ພຣະເຈົ້າໃຊ້ເພື່ອຄວບຄຸມຢູ່ເໜືອທຸກສິ່ງ. ເຮົາກຳລັງເວົ້າເຖິງວິທີການທີ່ພຣະເຈົ້າຊັ່ງຊາຄວາມສຳພັນລະຫວ່າງທຸກສິ່ງທີ່ພຣະອົງສ້າງ. ນີ້ແມ່ນຫົວຂໍ້ທີ່ຂ້ອນຂ້າງໃຫຍ່ເຊັ່ນກັນສຳລັບພວກເຈົ້າ. ການຊັ່ງຊາຄວາມສຳພັນລະຫວ່າງທຸກສິ່ງ ແມ່ນສິ່ງທີ່ມະນຸດສາມາດເຮັດສຳເລັດໄດ້ບໍ? ບໍ່, ມະນຸດບໍ່ມີຄວາມສາມາດສູງຂະໜາດນັ້ນ. ຜູ້ຄົນສາມາດເຮັດໄດ້ພຽງແຕ່ການທຳລາຍເທົ່ານັ້ນ. ພວກເຂົາບໍ່ສາມາດຊັ່ງຊາຄວາມສຳພັນລະຫວ່າງສິ່ງຕ່າງໆທັງໝົດໄດ້; ພວກເຂົາບໍ່ສາມາດຄຸ້ມຄອງພວກມັນໄດ້; ສິດອຳນາດ ແລະ ອຳນາດຍິ່ງໃຫຍ່ເຊັ່ນນັ້ນແມ່ນຢູ່ເໜືອຄວາມຢັ່ງເຖິງຂອງມະນຸດ. ມີພຽງພຣະເຈົ້າເທົ່ານັ້ນທີ່ມີອຳນາດກະທໍາສິ່ງດັ່ງກ່າວນີ້ໄດ້. ແລ້ວແມ່ນຫຍັງຄືຈຸດປະສົງຂອງພຣະເຈົ້າໃນການກະທໍາສິ່ງດັ່ງກ່າວ, ກະທໍາເພື່ອຫຍັງ? ສິ່ງນີ້ແມ່ນກ່ຽວຂ້ອງຢ່າງໃກ້ຊີດກັບຄວາມຢູ່ລອດຂອງມະນຸດຊາດເຊັ່ນກັນ. ທຸກສິ່ງທີ່ພຣະເຈົ້າຕ້ອງການເຮັດນັ້ນແມ່ນຈຳເປັນ. ບໍ່ມີສິ່ງໃດທີ່ພຣະອົງອາດຈະເຮັດ ຫຼື ບໍ່ເຮັດ. ເພື່ອໃຫ້ພຣະອົງປົກປ້ອງຄວາມຢູ່ລອດຂອງມວນມະນຸດ ແລະ ປະທານສະພາບແວດລ້ອມທີ່ດີເພື່ອຄວາມຢູ່ລອດໃຫ້ກັບຜູ້ຄົນ, ມັນມີບາງສິ່ງທີ່ຂາດບໍ່ໄດ້ ແລະ ເປັນສິ່ງສຳຄັນທີ່ພຣະອົງຕ້ອງໄດ້ກະທໍາ.

ຈາກຄວາມໝາຍໃນຕົວຂອງປະໂຫຍກ “ພຣະເຈົ້າຊັ່ງຊາທຸກສິ່ງ”, ເບິ່ງຄືກັບວ່າ ເປັນຫົວຂໍ້ທີ່ກວ້າງຫຼາຍ. ກ່ອນອື່ນໝົດ, ມັນສະໜອງຜູ້ຄົນດ້ວຍແນວຄວາມຄິດທີ່ວ່າ “ການຊັ່ງຊາທຸກສິ່ງ” ຍັງໝາຍເຖິງການເປັນນາຍຂອງພຣະເຈົ້າຢູ່ເໜືອທຸກສິ່ງອີກດ້ວຍ. ຄຳວ່າ “ຊັ່ງຊາ” ໝາຍເຖິງຫຍັງ? ກ່ອນອື່ນ “ຊັ່ງຊາ” ໝາຍເຖິງການບໍ່ອະນຸຍາດໃຫ້ບາງສິ່ງຫຼຸດອອກຈາກຄວາມສົມດຸນ. ທຸກຄົນຮູ້ວ່າຊິງແມ່ນຫຍັງ. ເມື່ອໃຊ້ຊິງຊັ່ງນ້ຳໜັກບາງສິ່ງບາງຢ່າງ, ເຈົ້າວາງວັດຖຸທີ່ຈະຊັ່ງນັ້ນຢູ່ເບື້ອງໜຶ່ງຂອງຊິງ ແລະ ໃສ່ນໍ້າໜັກລົງອີກຂ້າງໜຶ່ງ. ນ້ຳໜັກຂອງວັດຖຸຖືກຄິດໄລ່ໂດຍນ້ຳໜັກອີກຂ້າງເພື່ອເຮັດໃຫ້ຊິງມີຄວາມສົມດຸນ. ນັ້ນເອີ້ນວ່າ “ການຊັ່ງຊາ”. ເພື່ອເຮັດໃຫ້ຊິງມີຄວາມສົມດຸນ, ນ້ຳໜັກທັງສອງເບື້ອງຕ້ອງເທົ່າກັນ. ພຣະເຈົ້າໄດ້ສ້າງສິ່ງຕ່າງໆຫຼາກຫຼາຍປະເພດ: ສິ່ງທີ່ຖືກຕັ້ງໄວ້ຢູ່ກັບທີ່, ສິ່ງທີເຄື່ອນໄຫວໄດ້, ສິ່ງທີມີຊີວິດ, ສິ່ງທີ່ຫາຍໃຈ ແລະ ສິ່ງທີ່ບໍ່ຫາຍໃຈ. ມັນງ່າຍບໍສຳລັບສິ່ງຕ່າງໆເຫຼົ່ານີ້ທີ່ຈະບັນລຸຄວາມກ່ຽວພັນແຫ່ງການເພິ່ງພາອາໄສ, ຄວາມເຊື່ອມໂຍງກັນ ທີ່ທຸກສິ່ງອູ້ມຊູກັນແລະກັນ ແລະ ກວດສອບເຊິ່ງກັນແລະກັນ? ແນ່ນອນວ່າມີຫຼັກການຢູ່ໃນສິ່ງທັງໝົດນີ້ ແຕ່ວ່າມັນສັບສົນຫຼາຍ ແມ່ນບໍ່? ມັນບໍ່ຍາກສຳລັບພຣະເຈົ້າ ແຕ່ສຳລັບຄົນແລ້ວມັນແມ່ນເລື່ອງທີ່ສັບສົນຫຼາຍທີ່ຈະຮຽນຮູ້. “ຊັ່ງຊາ” ເປັນຄຳເວົ້າທີ່ລຽບງ່າຍຫຼາຍ. ແນວໃດກໍຕາມ, ຖ້າຄົນສຶກສາມັນ ແລະ ຖ້າຄົນຕ້ອງການສ້າງຄວາມດຸນດ່ຽງດ້ວຍຕົວພວກເຂົາເອງ, ເຖິງແມ່ນວ່ານັກວິຊາການທຸກປະເພດກຳລັງສຶກສາຄົ້ນຄວ້າຢູ່ ເຊິ່ງບໍ່ວ່າຈະເປັນນັກຊີວະວິທະຍາດ້ານມະນຸດ, ນັກດາຣາສາດ, ນັກຟິຊິກ, ນັກເຄມີ ແລະ ແມ່ນແຕ່ນັກປະຫວັດສາດ; ຜົນໄດ້ຮັບສຸດທ້າຍຂອງການຄົ້ນຄວ້ານັ້ນຈະເປັນແນວໃດ? ຜົນໄດ້ຮັບຂອງມັນແມ່ນບໍ່ມີຫຍັງເລີຍ. ນີ້ກໍຍ້ອນວ່າ ການສ້າງທຸກສິ່ງຂອງພຣະເຈົ້ານັ້ນມະຫັດສະຈັນເກີນໄປ, ມະນຸດຈະບໍ່ມີທາງເປີດຄວາມລັບຂອງມັນໄດ້. ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງສ້າງກົດເກນລະຫວ່າງພວກມັນ, ສ້າງວິທີການເອົາຊີວິດລອດທີ່ແຕກຕ່າງກັນເພື່ອຄວາມສົມດຸນ, ຄວາມສຳພັນ ແລະ ການລ້ຽງດູເຊິ່ງກັນແລະກັນ. ຫຼາກຫຼາຍວິທີການເຫຼົ່ານີ້ສະຫຼັບສັບຊ້ອນຫຼາຍ, ແນ່ນອນວ່າພວກມັນບໍ່ງ່າຍ ຫຼື ໄປໃນທິດທາງດຽວກັນ. ເມື່ອຄົນໃຊ້ຄວາມຄິດຂອງພວກເຂົາ, ຄວາມຮູ້ທີ່ພວກເຂົາໄດ້ຮັບ ແລະ ປະກົດການທີ່ພວກເຂົາສັງເກດເພື່ອຢືນຢັນ ຫຼື ສຶກສາຫຼັກການທີ່ຢູ່ເບື້ອງຫລັງການຄວບຄຸມຢູ່ເໜືອທຸກສິ່ງຂອງພຣະເຈົ້າ, ສິ່ງເຫຼົ່ານີ້ຍາກຫຼາຍທີ່ຈະຄົ້ນພົບ ແລະ ມັນຍັງຍາກຫຼາຍທີ່ຈະບັນລຸຜົນໄດ້ຮັບໃດໆອີກດ້ວຍ. ມັນຍາກຫຼາຍສຳລັບຄົນທີ່ຈະໄດ້ຮັບຜົນຮັບໃດໆ; ມັນຍາກຫຼາຍສຳລັບຄົນທີ່ຈະຮັກສາຄວາມສົມດຸນຂອງພວກເຂົາເມື່ອອີງໃສ່ຄວາມຄິດ ແລະ ຄວາມຮູ້ຂອງມະນຸດເພື່ອປົກຄອງທຸກສິ່ງທີ່ພຣະເຈົ້າສ້າງ. ນີ້ກໍຍ້ອນວ່າ ຖ້າຄົນບໍ່ຮູ້ຈັກຫຼັກການແຫ່ງຄວາມຢູ່ລອດຂອງທຸກສິ່ງແລ້ວ ພວກເຂົາກໍຈະບໍ່ຮູ້ວິທີການຮັກສາຄວາມສົມດຸນແບບນີ້ໄດ້. ດັ່ງນັ້ນ, ຖ້າຄົນຄຸ້ມຄອງ ແລະ ປົກຄອງທຸກສິ່ງ, ພວກເຂົາອາດຈະທຳລາຍຄວາມສົມດຸນນີ້. ເມື່ອຄວາມສົມດຸນຖືກທຳລາຍ, ສະພາບແວດລ້ອມເພື່ອຄວາມຢູ່ລອດຂອງມວນມະນຸດກໍຈະຖືກທຳລາຍ ແລະ ເມື່ອສິ່ງນີ້ເກີດຂຶ້ນ, ມັນຈະຕາມມາດ້ວຍວິກິດສໍາລັບຄວາມຢູ່ລອດຂອງມະນຸດຊາດ. ມັນຈະນໍາມາເຊິ່ງໄພພິບັດ. ຖ້າມວນມະນຸດອາໄສຢູ່ທ່າມກາງໄພພິບັດ, ອະນາຄົດຂອງພວກເຂົາຈະເປັນແນວໃດ? ຜົນໄດ້ຮັບແມ່ນຍາກທີ່ຈະປະເມີນໄດ້ ແລະ ເປັນໄປບໍ່ໄດ້ທີ່ຈະທຳນວາຍໄດ້ດ້ວຍຄວາມໝັ້ນໃຈ.

ດັ່ງນັ້ນ, ພຣະເຈົ້າຊັ່ງຊາຄວາມສຳພັນລະຫວ່າງທຸກສິ່ງແນວໃດ? ວິທີທີ່ໜຶ່ງ, ມີບ່າງພື້ນທີ່ໃນໂລກທີ່ປົກຄຸມດ້ວຍນ້ຳກ້ອນ ແລະ ຫິມະຕະຫຼອດປີ ໃນຂະນະທີ່ບາງພື້ນທີ່ມີສີ່ລະດູການທີ່ເປັນຄືລະດູໃບໄມ້ປົ່ງ ແລະ ລະດູໜາວບໍ່ເຄີຍມາເຖິງເລີຍ, ໃນພື້ນທີ່ແບບນີ້ ເຈົ້າຈະບໍ່ເຫັນແຜ່ນນໍ້າກ້ອນ ຫຼື ເກັດຫີມະແມ່ນແຕ່ເກັດດຽວ. ໃນນີ້, ພວກເຮົາແມ່ນເວົ້າເຖິງສະພາບອາກາດແບບກວມລວມ ແລະ ຕົວຢ່າງນີ້ກໍຄືວິທີການໜຶ່ງທີ່ພຣະເຈົ້າຊັ່ງຊາຄວາມສຳພັນລະຫວ່າງາທຸກສິ່ງ. ວິທີທີ່ສອງກໍຄື: ເມື່ອເບິ່ງສາຍພູສາຍໜຶ່ງ, ຈະເຫັນວ່າ ມັນຖືກປົກຄຸມໄປດ້ວຍພືດພັນຂຽວງາມ, ພື້ນດິນປູໄປດ້ວຍພືດພັນທຸກຊະນິດ ແລະ ເປັນປ່າທຶບໜາ ໃນເວລາເຈົ້າຍ່າງຜ່ານ ເຈົ້າຈະບໍ່ສາມາດເຫັນດວງອາທິດທີ່ຢູ່ຂ້າງເທິ່ງໄດ້. ແຕ່ເມື່ອເບິ່ງສາຍພູອື່ນ, ຈະເຫັນວ່າ ບໍ່ມີແມ່ນແຕ່ຫຍ້າຕົ້ນດຽວທີ່ປົ່ງຂຶ້ນ, ມີພຽງພື້ນດິນທີ່ແຫ້ງແລ້ງ ແລະ ເປັນພູທີ່ຮົກເຮື້ອ. ໃນຮູບລັກສະນະພາຍນອກ, ໂດຍພື້ນຖານແລ້ວ ທັງສອງປະເພດແມ່ນກ້ອນດິນທີ່ກອງຊ້ອນກັນຂຶ້ນເປັນໜ່ວຍພູຄືກັນ ແຕ່ໜ່ວຍໜຶ່ງປົກຄຸມດ້ວຍປ່າທຶບໜາ ສ່ວນອີກໜ່ວຍໜຶ່ງບໍ່ມີພືດຫຍັງເກີດຂຶ້ນເລີຍ, ບໍ່ມີແມ່ນແຕ່ຕົ້ນຫຍ້າຕົ້ນດຽວ. ນີ້ແມ່ນວິທີທີ່ສອງທີ່ພຣະເຈົ້າຊັ່ງຊາຄວາມສຳພັນລະຫວ່າງທຸກສິ່ງ. ວິທີທີ່ສາມກໍຄື: ເມື່ອເບິ່ງໄປທາງໜຶ່ງ, ເຈົ້າອາດຈະເຫັນທົ່ງຫຍ້າອັນກ້ວາງໃຫຍ່ ແລະ ເປັນທົ່ງທີ່ເຕັມໄປດ້ວຍຄື້ນຫຍ້າສີຂຽວ. ເມື່ອເບິ່ງໄປທາງອື່ນ, ເຈົ້າອາດຈະເຫັນທະເລຊາຍທີ່ກວ້າງໃຫຍ່ຈົນສຸດສາຍຕາ ທີ່ແຫ້ງແລ້ງ, ປາດສະຈາກສິ່ງມີຊີວິດໃດໆໃນທ່າມກາງດິນຊາຍທີ່ຖືກລົມພັດປິວໄປມາ, ແຮງໄກທີ່ຈະມີແຫຼ່ງນ້ຳ. ວິທີທີ່ສີ່ຄື: ເມື່ອເບິ່ງໄປທາງໜຶ່ງ, ທຸກສິ່ງຈົມຢູ່ໃຕ້ທະເລ ນັ້ນກໍຄື ແຫຼ່ງນ້າອັນກວ້າງໃຫຍ່, ໃນຂະນະທີ່ເບິ່ງໄປອີກທາງໜຶ່ງ ເຈົ້າຈະບໍ່ເຫັນນ້ຳສົດຈາກທຳມະຊາດແມ່ນແຕ່ຢົດດຽວເລີຍ. ວິທີທີ່ຫ້າຄື: ໃນພື້ນດິນທາງນີ້, ມີຝົນຝອຍເລື້ອຍໆ ແລະ ສະພາບອາກາດເຕັມໄປດ້ວຍນ້ຳໝອກ ແລະ ຄວາມປຽກຊຸ່ມ, ໃນຂະນະທີ່ພື້ນດິນທາງພຸ້ນ ມີແສງແດດກ້າທົ່ວທ້ອງຟ້າ ແລະ ເປັນເຫດການທີ່ແປກເມື່ອມີຝົນຕົກແມ່ນແຕ່ເມັດດຽວ. ວິທີທີ່ຫົກຄື: ຢູ່ບ່ອນໜຶ່ງມີພູພຽງທີ່ມີອາກາດບາງ ແລະ ມະນຸດກໍຫາຍໃຈຍາກ ໃນຂະນະທີ່ອີກບ່ອນໜຶ່ງມີບຶງ ແລະ ທົ່ງພຽງທີ່ເປັນບ່ອນຢູ່ອາໄສຂອງນົກອົບພະຍົບຫຼາຍຊະນິດ. ນີ້ແມ່ນສະພາບອາກາດປະເພດຕ່າງໆ ຫຼື ພວກມັນເປັນສະພາບອາກາດ ຫຼື ສະພາບແວດລ້ອມທີ່ກົງກັບສະພາບແວດລ້ອມທາງພູມີສາດທີ່ແຕກຕ່າງກັນ. ນັ້ນເວົ້າໄດ້ວ່າ, ພຣະເຈົ້າຊັ່ງຊາສະພາບແວດລ້ອມພື້ນຖານເພື່ອຄວາມຢູ່ລອດຂອງມະນຸດພາຍໃຕ້ສະພາບແວດລ້ອມຂະໜາດໃຫຍ່, ຈາກສະພາບອາກາດສູ່ສະພາບແວດລ້ອມທາງພູມີສາດ ແລະ ຈາກອົງປະກອບຕ່າງໆຂອງດິນສູ່ຈຳນວນຂອງແຫຼ່ງນ້ຳ, ທັງໝົດນີ້ແມ່ນເພື່ອບັນລຸຄວາມສົມດຸນໃນອາກາດ, ອຸນຫະພູມ ແລະ ຄວາມຊຸ່ມຊື່ນຂອງສະພາບແວດລ້ອມທີ່ຄົນສາມາດຢູ່ລອດໄດ້. ຍ້ອນສະພາບແວດລ້ອມທາງພູມີສາດທີ່ແຕກຕ່າງກັນເຫຼົ່ານີ້ ຄົນຈິ່ງມີອາກາດທີ່ໝັ້ນຄົງ. ອຸນຫະພູມ ແລະ ຄວາມຊຸ່ມຊື່ນຂອງລະດູການທີ່ແຕກຕ່າງກັນກໍຍັງຄົງໝັ້ນຄົງ. ສິ່ງນີ້ເຮັດໃຫ້ຜູ້ຄົນມີຊີວິດຢູ່ຕໍ່ໄປໃນສະພາບແວດລ້ອມແບບນັ້ນເພື່ອຄວາມຢູ່ລອດດັ່ງທີ່ພວກເຂົາເຄີຍມີສະເໝີມາ. ກ່ອນອື່ນ, ສະພາບແວດລ້ອມຂະໜາດໃຫຍ່ຕ້ອງໄດ້ຖືກເຮັດໃຫ້ສົມດຸນ. ສິ່ງນີ້ແມ່ນເຮັດຜ່ານການໃຊ້ປະໂຫຍດຈາກທີ່ຕັ້ງທາງພູມີສາດ ແລະ ການສ້າງຕັ້ງທີ່ແຕກຕ່າງກັນ ລວມເຖິງການປ່ຽນແປງລະຫວ່າງສະພາບອາກາດຕ່າງໆທີ່ເຮັດໃຫ້ພວກມັນຈໍາກັດ ແລະ ກວດສອບເຊິ່ງກັນແລະກັນເພື່ອບັນລຸຄວາມສົມດຸນທີ່ພຣະເຈົ້າຕ້ອງການ ແລະ ທີ່ມະນຸດຮຽກຮ້ອງ. ນີ້ແມ່ນການເວົ້າຈາກມຸມມອງຂອງສະພາບແວດລ້ອມຂະໜາດໃຫຍ່.

ບັດນີ້ ພວກເຮົາຈະມາເວົ້າກ່ຽວກັບລາຍລະອຽດປີກຍ່ອຍ ເຊັ່ນ: ພືດ. ຄວາມສົມດຸນຂອງມັນບັນລຸໄດ້ແນວໃດ? ໝາຍຄວາມວ່າ, ພືດສາມາດສືບຕໍ່ຢູ່ລອດໃນສະພາບແວດລ້ອມທີ່ສົມດຸນເພື່ອຄວາມຢູ່ລອດໄດ້ແນວໃດ? ຄຳຕອບຄື: ໂດຍການຄຸ້ມຄອງອາຍຸໄຂ, ອັດຕາການຈະເລີນເຕີບໂຕ ແລະ ອັດຕາການສືບພັນຂອງພືດພັນຫຼາກຫຼາຍຊະນິດເພື່ອປົກປ້ອງສະພາບແວດລ້ອມເພື່ອຄວາມຢູ່ລອດຂອງພວກມັນ. ໃຫ້ພວກເຮົາເອົາຫຍ້ານ້ອຍໆເປັນຕົວຢ່າງ. ລະດູໃບໄມ້ປົ່ງແຕກໜໍ່, ລະດູຮ້ອນອອກດອກ ແລະ ລະດູໃບໄມ້ຫຼົ່ນກາຍເປັນເມັດພືດ. ເມັດພືດຕົກລົງດິນ ແລະ ຫຍ້າກໍຕາຍໄປ. ປີຕໍ່ມາ, ແກ່ນຈາກເມັດພືດກໍແຕກໜໍ່ ແລະ ສືບຕໍ່ຕາມກົດເກນແບບເກົ່າ. ອາຍຸໄຂຂອງຫຍ້ານັ້ນສັ້ນຫຼາຍ; ທຸກໆເມັດຕົກລົງສູ່ພື້ນດິນ, ປົ່ງຮາກ ແລະ ແຕກໜໍ່, ອອກດອກ ແລະ ເກີດເປັນເມັດພືດ, ຂະບວນການທັງໝົດສຳເລັດລົງຫຼັງຈາກສາມລະດູການເທົ່ານັ້ນ ເຊິ່ງມີລະດູໃບໄມ້ປົ່ງ, ລະດູຮ້ອນ ແລະ ລະດູໃບໄມ້ຫຼົ່ນ. ຕົ້ນໄມ້ທຸກຊະນິດກໍມີອາຍຸໄຂຂອງພວກມັນເອງເຊັ່ນກັນ ແລະ ມີຊ້ວງເວລາທີ່ແຕກຕ່າງກັນສຳລັບການແຕກໜໍ່ ແລະ ອອກໝາກ. ຕົ້ນໄມ້ບາງຕົ້ນຕາຍໄປຫຼັງຈາກອາຍຸໄດ້ 30 ຫາ 50 ປີ, ນີ້ແມ່ນອາຍຸໄຂຂອງພວກມັນ. ແຕ່ໝາກຂອງພວກມັນຕົກລົງພື້ນດິນ ເຊິ່ງຕໍ່ມາໄດ້ປົ່ງຮາກ ແລະ ແຕກໜໍ່, ອອກດອກ ແລະ ເປັນໝາກ ແລະ ມີອາຍຸຕໍ່ໄປອີກ 30 ຫາ 50 ປີ. ນີ້ແມ່ນໄລຍະການເກີດໃໝ່ຂອງພວກມັນ. ຕົ້ນໄມ້ແກ່ຕາຍໄປ ແລະ ຕົ້ນໄມ້ອ່ອນເຕີບໃຫຍ່ຂຶ້ນ; ນີ້ແມ່ນເຫດຜົນທີ່ພວກເຈົ້າສາມາດເຫັນຕົ້ນໄມ້ເຕີບໃຫຍ່ຂຶ້ນໃນປ່າສະເໝີ. ແຕ່ມັນກໍ່ມີວົງຈອນ, ມີຂະບວນການເກີດ ແລະ ການຕາຍທີ່ເໝາະສົມຂອງມັນ. ຕົ້ນໄມ້ບາງຕົ້ນສາມາດຢູ່ໄດ້ຫຼາຍກວ່າພັນປີ ແລະ ບາງຕົ້ນສາມາດມີຊີວິດຢູ່ໄດ້ຮອດສາມພັນປີ. ບໍ່ວ່າມັນຈະເປັນພືດຊະນິດໃດ ຫຼື ອາຍຸໄຂຂອງມັນຍາວປານໃດກໍຕາມ, ເວົ້າໂດຍລວມແລ້ວ ແມ່ນພຣະເຈົ້າເປັນຜູ້ຄຸ້ມຄອງຄວາມສົມດຸນຂອງມັນໂດຍອີງຕາມອາຍຸການຂອງມັນ, ຄວາມສາມາດຂອງມັນໃນການສືບພັນ, ຄວາມໄວ ແລະ ຄວາມຖີ່ໃນການສືບພັນ ແລະ ຈຳນວນສາຍພັນທີ່ມັນຜະລິດ. ສິ່ງນີ້ເຮັດໃຫ້ພືດ, ຈາກຫຍ້າສູ່ຕົ້ນໄມ້ ສາມາດສືບຕໍ່ຈະເລີນເຕີບໃຫຍ່ໃນສະພາບແວດລ້ອມລະບົບນິເວດທີ່ສົມດຸນ. ດັ່ງນັ້ນ, ເມື່ອເຈົ້າເບິ່ງປ່າໃນແຜ່ນດິນໂລກ, ທຸກສິ່ງທຸກຢ່າງທີ່ເຕີບໃຫຍ່ຂຶ້ນໃນປ່ານັ້ນ, ທັງຫຍ້າ ແລະ ຕົ້ນໄມ້ແມ່ນກຳລັງສືບພັນ ແລະ ເຕີບໃຫຍ່ຂຶ້ນຢ່າງຕໍ່ເນື່ອງໂດຍອີງຕາມກົດເກນຂອງພວກມັນເອງ. ພວກມັນບໍ່ຕ້ອງການແຮງງານ ຫຼື ການຊ່ວຍເຫຼືອເພີ່ມເຕີມໃດໆຈາກມະນຸດ. ນັ້ນກໍຍ້ອນວ່າພວກມັນມີຄວາມສົມດຸນແບບນີ້ທີ່ພວກມັນສາມາດຮັກສາສະພາບແວດລ້ອມເພື່ອຄວາມຢູ່ລອດຂອງພວກມັນເອງໄດ້. ນັ້ນກໍຍ້ອນວ່າພວກມັນມີສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເໝາະສົມ ທີ່ປ່າ ແລະ ທົ່ງຫຍ້າໃນໂລກສາມາດມີຊີວິດຢູ່ຕໍ່ໄປເທິງແຜ່ນດິນໂລກ. ການດຳລົງຢູ່ຂອງພວກມັນບຳລຸງລ້ຽງຄົນຈາກຮຸ່ນສູ່ຮຸ່ນ ແລະ ສິ່ງມີຊີວິດທຸກຊະນິດຈາກຮຸ່ນສູ່ຮຸ່ນພ້ອມດ້ວຍສິ່ງທີ່ອາໄສຢູ່ໃນປ່າ ແລະ ທົ່ງຫຍ້າ ເຊັ່ນ: ນົກ ແລະ ສັດປ່າຕ່າງໆ, ແມງໄມ້ ແລະ ຈຸລິນຊີທຸກຊະນິດ.

ພຣະເຈົ້າຍັງຄວບຄຸມຄວາມສົມດຸນລະຫວ່າງສັດທຸກຊະນິດອີກດ້ວຍ. ພຣະອົງຄວບຄຸມຄວາມສົມດຸນນີ້ແນວໃດ? ມັນຄ້າຍຄືກັບພືດ; ພຣະອົງຄຸ້ມຄອງຄວາມສົມດຸນຂອງພວກມັນ ແລະ ກຳນົດຈຳນວນຂອງພວກມັນໂດຍອີງຕາມຄວາມສາມາດສືບພັນຂອງພວກມັນ, ປະລິມານ ແລະ ຄວາມຖີ່ໃນການສືບພັນຂອງພວກມັນ ພ້ອມບົດບາດຂອງພວກມັນໃນໂລກຂອງສັດ. ຕົວຢ່າງ: ສິງໂຕກິນມ້າລາຍ, ດັ່ງນັ້ນ ຖ້າຈຳນວນຂອງສິງຫຼາຍກວ່າຈຳນວນຂອງມ້າລາຍແລ້ວ ຊະຕາກຳຂອງມ້າລາຍຈະເປັນແນວໃດ? ພວກມັນກໍຈະສູນພັນໄປ. ຖ້າມ້າລາຍອຸກລູກໜ້ອຍກວ່າສິງໂຕ, ຊະຕາກຳຂອງພວກມັນຈະເປັນແນວໃດ? ພວກມັນກໍຈະສູນພັນໄປເຊັ່ນກັນ. ດັ່ງນັ້ນ, ຈຳນວນຂອງມ້າລາຍຕ້ອງຫຼາຍກວ່າຈຳນວນຂອງສິງໂຕ. ນີ້ກໍຍ້ອນວ່າ ມ້າລາຍບໍ່ພຽງແຕ່ມີຊີວິດຢູ່ເພື່ອພວກມັນເອງເທົ່ານັ້ນ, ແຕ່ພວກມັນຍັງມີຊີວິດຢູ່ເພື່ອສິງໂຕອີກດ້ວຍ. ເວົ້າໄດ້ອີກຢ່າງໜຶ່ງກໍຄື: ມ້າລາຍທຸກໂຕເປັນພາກສ່ວນໜຶ່ງຂອງມ້າລາຍທັງໝົດ, ແຕ່ມັນຍັງເປັນອາຫານສຳລັບປາກຂອງສິງໂຕອີກດ້ວຍ. ຄວາມໄວໃນການສືບພັນຂອງສິງໂຕບໍ່ສາມາດໄວໄປກວ່າມ້າລາຍໄດ້, ດັ່ງນັ້ນຈຳນວນຂອງພວກມັນຈິ່ງບໍ່ເຄີຍຫຼາຍກວ່າຈຳນວນຂອງມ້າລາຍ. ມີພຽງວິທີນີ້ເທົ່ານັ້ນທີ່ແຫຼ່ງອາຫານຂອງສິງໂຕຈຶ່ງສາມາດຖືກຮັບປະກັນໄດ້. ເພາະສະນັ້ນ ເຖິງແມ່ນວ່າ ສິງໂຕເປັນສັດຕູທາງທຳມະຊາດຂອງມ້າລາຍ, ຄົນມັກຈະເຫັນສັດທັງສອງສາຍພັນນີ້ພັກເຊົາຢູ່ໃນບໍລິເວນດຽວກັນ. ມ້າລາຍຈະບໍ່ມີວັນຫຼຸດຈຳນວນລົງ ຫຼື ສູນພັນໄປຍ້ອນສິງໂຕລ້າ ແລະ ກິນພວກມັນ, ສິງໂຕກໍຈະບໍ່ມີວັນເພີ່ມຈຳນວນຂຶ້ນຍ້ອນສະຖານະເປັນ “ລາຊາ” ຂອງພວກມັນ. ຄວາມສົມດຸນນີ້ແມ່ນສິ່ງທີ່ພຣະເຈົ້າໄດ້ສ້າງຂຶ້ນມາເປັນເວລາດົນນານແລ້ວ. ນັ້ນກໍຄື ພຣະເຈົ້າໄດ້ສ້າງກົດເກນແຫ່ງຄວາມສົມດຸນລະຫວ່າງສັດຕ່າງໆທັງໝົດ ເພື່ອວ່າພວກມັນຈະສາມາດບັນລຸຄວາມສົມດຸນແບບນີ້ໄດ້ ແລະ ນີ້ກໍແມ່ນສິ່ງທີ່ຄົນເຫັນຢູ່ເລື້ອຍໆ. ສິງໂຕເປັນສັດຕູໂດຍທຳມະຊາດຂອງມ້າລາຍເທົ່ານັ້ນບໍ? ບໍ່, ແຂ້ກໍ່ກິນມ້າລາຍເຊັ່ນກັນ. ການເຫັນແຂ້ກິນມ້າລາຍກໍເປັນພາບທີ່ໂຫດຮ້າຍເຊັ່ນກັນ. ເບິ່ງຄືວ່າ ມ້າລາຍເປັນປະເພດສັດທີ່ຊ່ວຍໂຕເອງບໍ່ໄດ້ເລີຍ. ພວກມັນບໍ່ມີຄວາມໂຫດຮ້າຍຂອງສິງໂຕ, ເມື່ອຜະເຊີນໜ້າກັບສິງໂຕ ສັດຕູຜູ້ເປັນຕາຢ້ານນີ້, ສິ່ງທີ່ພວມມັນເຮັດໄດ້ກໍຄືແລ່ນ. ພວກມັນບໍ່ມີກຳລັງແມ່ນແຕ່ຈະຕໍ່ຕ້ານ. ເມື່ອພວກມັນບໍ່ສາມາດແລ່ນໜີຈາກສິງໂຕໄດ້, ພວກມັນກໍປ່ອຍໃຫ້ໂຕເອງຖືກກິນໂດຍສິງໂຕ. ນີ້ສາມາດເຫັນຢູ່ເລື້ອຍໆໃນໂລກຂອງສັດ. ເມື່ອພວກເຈົ້າເຫັນສິ່ງດັ່ງກ່າວນີ້ ພວກເຈົ້າມີຄວາມຮູ້ສຶກ ຫຼື ຄວາມຄິດແນວໃດ? ເຈົ້າຮູ້ສຶກເສຍໃຈກັບມ້າລາຍບໍ່? ເຈົ້າກຽດຊັງສິງໂຕບໍ? ມ້າລາຍເປັນສັດທີ່ເບິ່ງງາມຫຼາຍ! ສ່ວນສິງໂຕ, ພວກມັນເບິ່ງມ້າລາຍຢ່າງໂລບມາກສະເໝີ. ໂງ່ແທ້ໆ, ມ້າລາຍບໍ່ເຄີຍແລ່ນໜີໄປໄກ. ພວກມັນເຫັນສິງໂຕຖ້າພວກມັນຢູ່ບ່ອນນັ້ນ ຢູ່ຮົ່ມຕົ້ນໄມ້ເຢັນໆ. ສິງໂຕອາດມາ ແລະ ກິນມ້າລາຍຍາມໃດກໍໄດ້. ໃນໃຈຂອງມ້າລາຍ ພວກມັນຮູ້ເລື່ອງນີ້ດີ ແຕ່ພວກມັນກໍຍັງບໍ່ໜີຈາກດິນຜືນນັ້ນ. ນີ້ເປັນສິ່ງທີ່ໜ້າອັດສະຈັນ, ເປັນສິ່ງມະຫັດສະຈັນທີ່ສະແດງໃຫ້ເຫັນການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ ແລະ ການປົກຄອງຂອງພຣະອົງ. ເຈົ້າຮູ້ສຶກເສຍໃຈກັບມ້າລາຍ ແຕ່ເຈົ້າບໍ່ສາມາດຊ່ວຍມັນໄດ້, ເຈົ້າກຽດຊັງສິງໂຕ ແຕ່ເຈົ້າບໍ່ສາມາດທຳລາຍມັນໄດ້. ມ້າລາຍແມ່ນອາຫານທີ່ພຣະເຈົ້າໄດ້ກະກຽມໄວ້ໃຫ້ສິງໂຕ, ບໍ່ວ່າສິງໂຕຈະກິນມ້າລາຍຈັກໂຕ ມ້າລາຍກໍຈະບໍ່ສູນພັນ. ຈຳນວນລູກຂອງສິງໂຕແມ່ນມີໜ້ອຍ ແລະ ພວກມັນເກີດລູກຊ້າ, ເພາະສະນັ້ນ ບໍ່ວ່າພວກມັນຈະກິນມ້າລາຍໝົດຈັກໂຕ ຈຳນວນຂອງພວກມັນກໍຈະບໍ່ຫຼາຍກວ່າຈຳນວນຂອງມ້າລາຍໄດ້ຈັກເທື່ອ. ນີ້ຄືຄວາມສົມດຸນ.

ແມ່ນຫຍັງຄືເປົ້າໝາຍຂອງພຣະເຈົ້າໃນການຮັກສາຄວາມສົມດຸນແບບນີ້? ສິ່ງນີ້ກ່ຽວຂ້ອງກັບສະພາບແວດລ້ອມເພື່ອຄວາມຢູ່ລອດຂອງຄົນ ແລະ ຄວາມຢູ່ລອດຂອງມະນຸດຊາດ. ຖ້າມ້າລາຍ ຫຼື ເຫຍື່ອທີ່ຄ້າຍຄືກັນຂອງສິງໂຕ ເຊັ່ນ: ກວາງ ຫຼື ສັດອື່ນໆສືບພັນຊ້າເກີນໄປ ແລະ ຈຳນວນຂອງສິງໂຕເພີ່ມຂຶ້ນຢ່າງໄວ, ມວນມະນຸດຈະຜະເຊີນກັບອັນຕະລາຍແບບໃດ? ສິງໂຕທີ່ກຳລັງກິນເຍື່ອຂອງພວກມັນແມ່ນປາກົດການປົກກະຕິ, ແຕ່ສິງໂຕທີ່ກຳລັງກິນຄົນແມ່ນໂສກກະນາດຕະກຳ. ໂສກກະນາດຕະກຳນີ້ບໍ່ແມ່ນສິ່ງທີ່ຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ, ບໍ່ແມ່ນສິ່ງທີ່ເກີດຂຶ້ນພາຍໃຕ້ການປົກຄອງຂອງພຣະອົງ, ແຮງໄກທີ່ມັນຈະແມ່ນສິ່ງທີ່ພຣະອົງໄດ້ນຳມາສູ່ມະນຸດ. ກົງກັນຂ້າມ, ມັນແມ່ນສິ່ງທີ່ມະນຸດນຳມາສູ່ຕົວພວກເຂົາເອງ. ດັ່ງນັ້ນ, ຕາມທີ່ພຣະເຈົ້າເຫັນ, ຄວາມສົມດຸນລະຫວ່າງທຸກສິ່ງນັ້ນສຳຄັນສຳລັບຄວາມຢູ່ລອດຂອງມະນຸດຊາດ. ບໍ່ວ່າຈະເປັນພືດ ຫຼື ສັດ, ບໍ່ມີຫຍັງສາມາດສູນເສຍຄວາມສົມດຸນທີ່ເໝາະສົມຂອງມັນໄດ້. ພືດ, ສັດ, ພູ ແລະ ທະເລສາບ; ພຣະເຈົ້າໄດ້ກະກຽມສະພາບແວດລ້ອມລະບົບນິເວດປົກກະຕິໃຫ້ແກ່ມະນຸດຊາດແລ້ວ. ມີພຽງແຕ່ເມື່ອຜູ້ຄົນມີສະພາບແວດລ້ອມລະບົບນິເວດທີ່ມີຄວາມສົມດຸນແບບນີ້ເທົ່ານັ້ນ ຄວາມຢູ່ລອດຂອງພວກເຂົາຈິ່ງປອດໄພ. ຖ້າຕົ້ນໄມ້ ຫຼື ຫຍ້າມີຄວາມສາມາດຕ່ຳໃນການສືບພັນ ຫຼື ຄວາມໄວໃນການສືບພັນຂອງພວກມັນນັ້ນຊ້າຫຼາຍ, ດິນກໍຈະບໍ່ເສຍຄວາມຊຸ່ມຂອງມັນບໍ? ຖ້າຫາກວ່າດິນໄດ້ເສຍຄວາມຊຸ່ມຂອງມັນແລ້ວ, ມັນຍັງຈະອຸດົມສົມບູນຢູ່ບໍ? ຖ້າດິນສູນເສຍພືດພັນ ແລະ ຄວາມຊຸ່ມຂອງມັນ, ມັນກໍຈະຖືກທຳລາຍໂດຍໄວ ແລະ ດິນຊາຍກໍຈະເກີດຂຶ້ນແທນທີ່ມັນ. ເມື່ອດິນເສື່ອມລົງ, ສະພາບແວດລ້ອມເພື່ອຄວາມຢູ່ລອດຂອງມະນຸດກໍຈະຖືກທຳລາຍເຊັ່ນດຽວກັນ. ໄພພິບັດຫຼາຍຢ່າງກໍຈະມາພ້ອມກັບການທຳລາຍນີ້. ປາດສະຈາກຄວາມສົມດຸນທາງລະບົບນິເວດແບບນີ້, ປາດສະຈາກສະພາບແວດລ້ອມທາງລະບົບນິເວດແບບນີ້, ຜູ້ຄົນກໍຈະປະສົບໄພພິບັດຈາກຄວາມບໍ່ສົມດຸນຂອງສິ່ງຕ່າງໆທັງໝົດ. ຕົວຢ່າງ: ເມື່ອມີຄວາມບໍ່ສົມດຸນທາງສະພາບແວດລ້ອມທີ່ທຳລາຍລະບົບນິເວດຂອງກົບ, ພວກມັນທັງໝົດຈະເຕົ້າໂຮມກັນ, ຈຳນວນຂອງພວກມັນເພິ່ມຂຶ້ນຢ່າງໄວວາ ແລະ ຄົນຍັງເຫັນກົບຈຳນວນຫຼວງຫຼາຍຂ້າມທາງໃນເມືອງ. ຖ້າກົບຈຳນວນຫຼວງຫຼາຍຢຶດຄອງສະພາບແວດລ້ອມເພື່ອຄວາມຢູ່ລອດຂອງມະນຸດ, ນັ້ນຈະເອີ້ນວ່າແນວໃດ? ໄພພິບັດ. ເປັນຫຍັງມັນຈິ່ງຖືກເອີ້ນວ່າໄພພິບັດ? ສັດນ້ອຍເຫຼົ່ານີ້ທີ່ເປັນປະໂຫຍດຕໍ່ມະນຸດມີປະໂຫຍດສຳລັບຄົນເມື່ອພວກມັນຢູ່ບ່ອນທີ່ເໝາະສົມຂອງພວກມັນ; ພວກມັນສາມາດຮັກສາຄວາມສົມດຸນຂອງສະພາບແວດລ້ອມເພື່ອຄວາມຢູ່ລອດຂອງຄົນໄດ້. ແຕ່ຖ້າພວກມັນກາຍເປັນໄພພິບັດ, ພວກມັນກໍຈະສົ່ງຜົນກະທົບຕໍ່ຄວາມເປັນລະບຽບຂອງຊີວິດຄົນ. ສິ່ງຕ່າງໆທັງໝົດ ແລະ ທຸກອົງປະກອບທີ່ກົບນຳມາໃນຮ່າງກາຍຂອງພວກມັນສາມາດສົ່ງຜົນກະທົບຕໍ່ຄຸນນະພາບຊີວິດຂອງຄົນໄດ້. ພວກມັນຍັງສາມາດເຮັດໃຫ້ອະໄວຍະວະຮ່າງກາຍຂອງຄົນຖືກໂຈມຕີໄດ້ອີກດ້ວຍ, ນີ້ແມ່ນໄພພິບັດປະເພດໜຶ່ງ. ອີກໄພພິບັດປະເພດໜຶ່ງເຊິ່ງເປັນສິ່ງທີ່ມະນຸດໄດ້ປະສົບຢູ່ເລື້ອຍໆກໍຄືການປາກົດຕົວຂອງຕັກແຕນເປັນຈຳນວນຫຼວງຫຼາຍ. ນີ້ບໍ່ແມ່ນໄພພິບັດບໍ? ແມ່ນ, ມັນເປັນໄພພິບັດທີ່ໜ້າຢ້ານກົວ. ມັນບໍ່ສຳຄັນວ່າມະນຸດມີຄວາມສາມາດສ່ຳໃດ, ຄົນສາມາດຜະລິດຍົນ, ປືນໃຫຍ່ ແລະ ລະເບີດປະລາມະນູ, ເມື່ອຕັກແຕນເຂົ້າໂຈມຕີ, ມະນຸດມີວິທີແກ້ໄຂແນວໃດແດ່? ພວກເຂົາໃຊ້ປືນໃຫຍ່ກັບພວກມັນໄດ້ບໍ? ພວກເຂົາຍິງພວກມັນດ້ວຍປືນກົນໄດ້ບໍ? ບໍ່, ພວກເຂົາບໍ່ສາມາດເຮັດໄດ້. ແລ້ວພວກເຂົາສາມາດສີດຢາຂ້າແມງໄມ້ເພື່ອຂັບໄລ່ພວກມັນໄດ້ບໍ? ນັ້ນກໍບໍ່ແມ່ນເປັນສິ່ງງ່າຍເຊັ່ນກັນ. ຕັກແຕນນ້ອຍໆເຫຼົ່ານັ້ນມາເຮັດຫຍັງ? ພວກມັນກິນພືດພັນ ແລະ ເມັດພືດໂດຍສະເພາະ. ບໍ່ວ່າຕັກແຕນໄປບ່ອນໃດ, ພືດພັນຈະຖືກທຳລາຍຈົນໝົດກ້ຽງ. ໃນເວລາຕັກແຕນບຸກລຸກ, ອາຫານທັງໝົດທີ່ຊາວນາເພິ່ງພາທັງປີແມ່ນຖືກຕັກແຕນກິນຈົນໝົດພາຍໃນພິບຕາດຽວ. ສຳລັບມະນຸດ, ການມາຂອງຕັກແຕນບໍ່ພຽງແຕ່ກໍ່ໃຫ້ເກີດຄວາມເຄືອງໃຈເທົ່ານັ້ນ ແຕ່ມັນແມ່ນໄພພິບັດ. ດັ່ງນັ້ນ, ພວກເຮົາຮູ້ວ່າການປາກົດຕົວຂອງຕັກແຕນຈຳນວນຫຼວງຫຼາຍແມ່ນໄພພິບັດປະເພດໜຶ່ງ, ແຕ່ວ່າໜູເດ? ຖ້າບໍ່ມີນົກລ້າເຫຍື່ອທີ່ກິນໜູເປັນອາຫານ, ພວກມັນກໍຈະເພີ່ມຈຳນວນຢ່າງໄວວາ, ໄວກວ່າທີ່ເຈົ້າຈະສາມາດຈິນຕະນາການໄດ້ອີກ. ຖ້າໜູແຜ່ກະຈາຍແບບບໍ່ມີຈຳກັດ, ມະນຸດຈະສາມາດມີຊີວິດທີ່ດີໄດ້ບໍ? ມະນຸດຈະຜະເຊີນກັບບັນຫາຫຍັງ? (ການລະບາດ). ແຕ່ເຈົ້າຄິດວ່າການລະບາດຄືຜົນໄດ້ຮັບພຽງຢ່າງດຽວເທົ່ານັ້ນບໍ? ໜູຈະກັດກິນທຸກສິ່ງ ແລະ ແມ່ນແຕ່ໄມ້ພວກມັນກໍຈະກັດ. ຖ້າມີໜູສອງໂຕຢູ່ໃນເຮືອນຫຼັງໜຶ່ງ, ພວກມັນກໍຈະສ້າງຄວາມລຳຄານໃຫ້ກັບທຸກຄົນທີ່ອາໄສຢູ່ເຮືອນຫຼັງນັ້ນ. ບາງຄັ້ງພວກມັນກໍລັກກິນນ້ຳມັນພືດ ແລະ ບາງຄັ້ງພວກມັນກໍກິນເຂົ້າຈີ່ ຫຼື ທັນຍາພືດ. ສ່ວນສິ່ງທີ່ພວກມັນບໍ່ກິນ ພວກມັນກໍກັດ ແລະ ເຮັດໃຫ້ເປັນບ່ອນເປິເປື້ອນ. ພວກມັນກັດເສື້ອຜ້າ, ເກີບ, ເຄື່ອງຕົກແຕ່ງເຮືອນ; ພວກມັນກັດທຸກສິ່ງ. ບາງຄັ້ງພວກມັນຈະປີນຂຶ້ນເທິ່ງບ່ອນມ້ຽນຈານ; ຈານເຫຼົ່ານັ້ນຍັງສາມາດໃຊ້ໄດ້ບໍ່ຫຼັງຈາກທີ່ໜູຢຽບແລ້ວ? ເຖິງແມ່ນວ່າເຈົ້າຈະຂ້າເຊື່ອພວກມັນ ເຈົ້າກໍຍັງຮູ້ສຶກບໍ່ສະບາຍໃຈ, ທາງດຽວຄື ເຈົ້າໂຍນພວກມັນຖິ້ມ. ທັງໝົດນີ້ແມ່ນຄວາມລຳຄານທີ່ໜູນຳມາສູ່ຜູ້ຄົນ. ເຖິງແມ່ນວ່າໜູເປັນສັດນ້ອຍໆ, ຄົນບໍ່ມີວິທີທີ່ຈະຈັດການກັບພວກມັນ, ກົງກັນຂ້າມ ຕ້ອງໄດ້ທົນກັບການປຸ້ນສະດົມຂອງພວກມັນ. ໜູພຽງແຕ່ສອງໂຕກໍຍັງສາມາດເຮັດໃຫ້ເກີດຄວາມວຸ້ນວາຍແລ້ວ, ແຮງໄກຖ້າມີໜູເປັນຈຳນວນຫຼວງຫຼາຍ. ຖ້າຈຳນວນຂອງພວກມັນເພີ່ມຂຶ້ນ ແລະ ກາຍເປັນໄພພິບັດ, ຜົນທີ່ຈະຕາມມາແມ່ນບໍ່ສາມາດນຶກຄິດໄດ້. ແມ່ນແຕ່ສິ່ງມີຊີວິດນ້ອຍໆເຊັ່ນມົດກໍອາດຈະເປັນໄພພິບັດໄດ້. ຖ້າສິ່ງນັ້ນເກີດຂຶ້ນ ຄວາມເສຍຫາຍທີ່ພວກມັນຈະສ້າງໃຫ້ກັບມະນຸດຊາດແມ່ນບໍ່ສາມາດລະເລີຍໄດ້ເຊັ່ນກັນ. ຕົວຢ່າງຂອງມົດທີ່ກັດກິນເຮືອນຈົນເຖິງຈຸດທີ່ເຮັດໃຫ້ມັນພັງລົງນັ້ນແມ່ນມີບໍ່ອຶດ. ຄວາມແຂງແຮງຂອງພວກມັນຕ້ອງບໍ່ຖືກເບິ່ງຂ້າມ. ບາງເທື່ອເຈົ້າອາດເຄີຍໄດ້ຍິນວ່າມົດກິນມ້າແມ່ນບໍ? ມົດຫຼາຍໂຕຫຸ້ມເຈາະກິນມ້າໂຕໃຫຍ່ເປັນຄື້ນໆ ແລະ ສິ່ງທີ່ຍັງເຫຼືອແມ່ນໂຄງກະດູກ. ນັ້ນບໍ່ເປັນຕາຢ້ານແມ່ນແຕ່ຈະຈິດຕະນາການບໍ? ເມື່ອຄົນຂີ່ມ້າເຫັນສິ່ງທີ່ເກີດຂຶ້ນ, ເຂົາຈະໜີໄປໃສ? ມີທະເລສາບຢູ່ໃກ້ໆ, ດັ່ງນັ້ນເຂົາຈິ່ງແລ່ນໄປທີ່ທະເລສາບ ແລະ ລອຍຂ້າມໄປອີກຟາກ. ນັ້ນຄືວິທີທີ່ເຂົາເອົາຊີວິດລອດ. ແຕ່ຕະຫຼອດຊີວິດທີ່ຍັງເຫຼືອຂອງເຂົາ ເຂົາຈະບໍ່ສາມາດລືມໄດ້ວ່າມົດໂຕນ້ອຍໆເຫຼົ່ານີ້ມີກຳລັງທີ່ໜ້າຢ້ານກົວພຽງໃດ. ພວກມັນເກືອບຈະກິນເຂົາ. ຖ້າພວກມັນບໍ່ໄດ້ກິນມ້າກ່ອນ, ມົດຈະຕ້ອງກິນເຂົາຢ່າງແນ່ນອນ ແລະ ຍ້ອນເຂົາສາມາດເອົານ້ຳມາຂັ້ນລະຫວ່າງພວກເຂົາເທົ່ານັ້ນ ມົດຈິ່ງບໍ່ສາມາດສ້າງຂົວເພື່ອຈັບໂຕເຂົາໄດ້ທັນເວລາ, ເຂົາຈິ່ງບໍ່ຖືກກິນ. ຖ້າບໍ່ມີນ້ຳຢູ່ທີ່ນັ້ນ, ມ້າ ແລະ ຄົນກໍ່ຈະຖືກກິນພ້ອມໆກັນ. ຄວາມແຂງແກ່ນຂອງມົດບໍ່ສາມາດຖືກເບິ່ງຂ້າມໄດ້. ມັນຈະບໍ່ເປັນຕາຢ້ານບໍຖ້ານົກຊະນິດຕ່າງໆໄດ້ສ້າງໄພພິບັດຂຶ້ນ? (ແມ່ນແລ້ວ). ເວົ້າອີກຢ່າງໜຶ່ງກໍຄື, ເມື່ອໃດກໍຕາມທີ່ສັດ ຫຼື ສິ່ງມີຊີວິດ, ບໍ່ວ່າພວກມັນເປັນສັດຊະນິດໃດກໍ່ຕາມ ສູນເສຍຄວາມສົມດຸນຂອງພວກມັນ, ພວກມັນກໍຈະເຕີບໃຫຍ່ຂຶ້ນ, ສືບພັນ ແລະ ອາໄສຢູ່ໃນຂອບເຂດທີ່ຜິດປົກກະຕິ, ຂອບເຂດທີ່ບໍ່ປົກກະຕິ. ນັ້ນຈະນຳເອົາຜົນສະທ້ອນທີ່ບໍ່ສາມາດຈິນຕະນາການໄດ້ມາສູ່ມະນຸດ. ນັ້ນຈະບໍ່ສົ່ງຜົນກະທົບພຽງແຕ່ສະເພາະຄວາມຢູ່ລອດ ແລະ ຊີວິດຂອງຄົນເທົ່ານັ້ນ ແຕ່ມັນຍັງຈະນຳເອົາໄພພິບັດມາສູ່ມວນມະນຸດອີກດ້ວຍ, ຈົນເຖິງຈຸດທີ່ຜູ້ຄົນອາດຕອງປະສົບກັບຊະຕາກຳແຫ່ງການທຳລາຍລ້າງ ແລະ ການສູນພັນຢ່າງສົມບູນ.

ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງໃຊ້ທຸກວິທີທາງ ແລະ ວີທີການຕ່າງໆເພື່ອສ້າງຄວາມສົມດຸນ, ເພື່ອຊັ່ງຊາສະພາບການດຳລົງຢູ່ຂອງພູ ແລະ ທະເລສາບ, ຂອງພືດ ແລະ ສັດທຸກຊະນິດ, ນົກ ແລະ ແມງໄມ້. ເປົ້າໝາຍຂອງພຣະອົງແມ່ນເພື່ອເຮັດໃຫ້ສິ່ງມີຊີວິດທຸກຊະນິດອາໄສຢູ່ ແລະ ອອກແມ່ແຜ່ລູກຢູ່ໃຕ້ກົດເກນທີ່ພຣະອົງໄດ້ສ້າງຂຶ້ນ. ບໍ່ມີສິ່ງໃດແຫ່ງການຊົງສ້າງສາມາດຢູ່ນອກເໜືອກົດເກນເຫຼົ່ານີ້ໄດ້ ແລະ ກົດເກນເຫຼົ່ານີ້ກໍບໍ່ສາມາດທໍາລາຍໄດ້. ຢູ່ໃນສະພາບແວດລ້ອມພື້ນຖານແບບນີ້ເທົ່ານັ້ນມະນຸດຈຶ່ງສາມາດມີຊີວິດຢູ່ໄດ້ ແລະ ເພີ່ມທະວີຈຳນວນໄດ້ຢ່າງປອດໄພຈາກຮຸນສູ່ຮຸ່ນ. ຖ້າສິ່ງມີຊີວິດໃດທີ່ເກີນປະລິມານ ຫຼື ຂອບເຂດທີ່ພຣະເຈົ້າກຳນົດໄວ້ ຫຼື ຖ້າມັນເກີນອັດຕາການເຕີບໃຫຍ່, ຄວາມຖີ່ໃນການສືບພັນ ຫຼື ຈຳນວນທີ່ຖືກກຳນົດໄວ້ໂດຍພຣະອົງແລ້ວ, ສະພາບແວດລ້ອມເພື່ອຄວາມຢູ່ລອດຂອງມະນຸດກໍຈະປະສົບກັບຄວາມພິນາດໃນຫຼາຍລະດັບ. ໃນເວລາດຽວກັນ, ຄວາມຢູ່ລອດຂອງມວນມະນຸດກໍຈະຖືກຄຸກຄາມ. ຖ້າສິ່ງມີຊີວິດຊະນິດໜຶ່ງມີຈຳນວນຫຼາຍເກີນໄປ, ມັນຈະປຸ້ນສະດົມອາຫານຂອງຄົນ, ທຳລາຍແຫຼ່ງນ້ຳຂອງຄົນ ແລະ ທຳລາຍບ້ານເກີດເມືອງນອນຂອງພວກເຂົາ. ໃນທຳນອງນັ້ນ, ການສືບພັນຂອງມະນຸດ ຫຼື ສະຖານະຄວາມຢູ່ລອດກໍຈະໄດ້ຮັບຜົນກະທົບທັນທີ. ຕົວຢ່າງ: ນ້ຳນັ້ນສຳຄັນຫຼາຍສຳລັບທຸກສິ່ງ. ຖ້າມີໜູ, ມົດ, ຕັກແຕນ, ກົບ ຫຼື ສັດຊະນິດອື່ນໆຫຼາຍເກີນໄປ ພວກມັນກໍຈະກິນນ້ຳຫຼາຍຂຶ້ນ. ເນື່ອງຈາກປະລິມານນ້ຳທີ່ພວກມັນກິນເພີ່ມຂຶ້ນ, ນ້ຳດື່ມຂອງຄົນ ແລະ ແຫຼ່ງນ້ຳຢູ່ໃນບໍລີເວນແຫຼ່ງນ້ຳດື່ມ ແລະ ພື້ນທີ່ນ້ຳທີ່ໄດ້ກຳນົດໄວ້ຈະລົດລົງ ແລະ ພວກເຂົາຈະປະສົບກັບພາວະຂາດແຄນນ້ຳ. ຖ້າແຫຼ່ງນ້ຳດື່ມຂອງຄົນຖືກທຳລາຍໄປ, ຖືກເຮັດໃຫ້ເປື້ອນ ຫຼື ຖືກຕັດອອກຍ້ອນສັດທຸກຊະນິດທີ່ໄດ້ເພີ່ມຈຳນວນຂຶ້ນ, ພາຍໃຕ້ສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ໂຫດຮ້າຍແບບນັ້ນ, ຄວາມຢູ່ລອດຂອງມວນມະນຸດກໍຈະຖືກຄຸກຄາມຢ່າງໜັກ. ຖ້າມີພຽງສິ່ງມີຊີວິດຊະນິດດຽວ ຫຼື ຫຼາຍໆຊະນິດເກີນຈຳນວນທີ່ເໝາະສົມຂອງພວກມັນ, ແລ້ວອາກາດ, ອຸນຫະພູມ, ຄວາມຊຸ່ມແລະ ແມ່ນແຕ່ອົງປະກອບຂອງອາກາດຢູ່ໃນພື້ນທີ່ຄວາມຢູ່ລອດຂອງມະນຸດກໍຈະໄດ້ຮັບສານພິດ ແລະ ຖືກທຳລາຍໃນຫຼາຍລະດັບ. ພາຍໃຕ້ສະຖານະການເຫຼົ່ານີ້, ຄວາມຢູ່ລອດ ແລະ ໂຊກຊະຕາຂອງມະນຸດກໍຈະຖືກຄຸກຄາມຈາກປັດໄຈດ້ານນິເວດວິທະຍາເຫຼົ່ານີ້ເຊັ່ນກັນ. ດັ່ງນັ້ນ, ຖ້າຄວາມສົມດຸນເຫຼົ່ານີ້ສູນເສຍໄປ, ອາກາດທີ່ຄົນເຮົາຫາຍໃຈກໍຈະຖືກທຳລາຍ, ນ້ຳທີ່ຄົນດື່ມກໍຈະຖືກເຈືອປົນ, ອຸນຫະພູມທີ່ພວກເຂົາຕ້ອງການກໍຈະປ່ຽນໄປ ແລະ ສົ່ງຜົນກະທົບໃນຫຼາຍລະດັບເຊັ່ນດຽວກັນ. ຖ້າສິ່ງນັ້ນເກີດຂຶ້ນ, ສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເປັນຂອງມະນຸດໂດຍທຳມະຊາດກໍຈະໄດ້ຮັບຜົນກະທົບ ແລະ ຖືກທ້າທາຍຢ່າງໃຫຍ່ຫຼວງ. ໃນກໍລະນີທີ່ສະພາບແວດລ້ອມພື້ນຖານເພື່ອຄວາມຢູ່ລອດຂອງມະນຸດໄດ້ຖືກທຳລາຍໄປ, ຊະຕາກຳ ແລະ ໂອກາດຂອງມວນມະນຸດຈະເປັນແນວໃດ? ນີ້ເປັນບັນຫາທີ່ຮ້າຍແຮງຫຼາຍ! ຍ້ອນວ່າ ພຣະເຈົ້າຮູ້ວ່າ ເຫດຜົນຂອງແຕ່ລະສິ່ງທີ່ຖືກສ້າງມີຢູ່ເພື່ອມະນຸດຄືຫຍັງ, ແມ່ນຫຍັງຄືບົດບາດຂອງສິ່ງຕ່າງໆທີ່ພຣະອົງໄດ້ສ້າງຂຶ້ນ, ແຕ່ລະສິ່ງມີຜົນກະທົບແບບໃດຕໍ່ມະນຸດ ແລະ ມັນມີຜົນປະໂຫຍດຕໍ່ມະນຸດໃນລະດັບໃດ, ຍ້ອນວ່າຢູ່ໃນຫົວໃຈຂອງພຣະເຈົ້າມີແຜນການສຳລັບທັງໝົດນີ້ ແລະ ພຣະອົງຄຸ້ມຄອງທຸກດ້ານຂອງທຸກສິ່ງທີ່ພຣະອົງສ້າງ, ດ້ວຍເຫດນີ້ ທຸກສິ່ງທີ່ພຣະອົງກະທໍາຈຶ່ງມີຄວມສຳຄັນ ແລະ ຈຳເປັນຫຼາຍສຳລັບມະນຸດ. ດັ່ງນັ້ນ, ນັບແຕ່ນີ້ໄປ, ເມື່ອໃດກໍ່ຕາມທີ່ເຈົ້າສັງເກດເຫັນປະກົດການດ້ານລະບົບນິເວດທ່າມກາງສິ່ງຕ່າງໆທີ່ພຣະເຈົ້າສ້າງ ຫຼື ບາງກົດເກນທຳມະຊາດສ້າງຜົນກະທົບທ່າມກາງສິ່ງຕ່າງໆແຫ່ງການຊົງສ້າງຂອງພຣເຈົ້າ, ເຈົ້າກໍຈະບໍ່ສົງໄສເຖິງຄວາມຈຳເປັນຂອງທຸກສິ່ງທີ່ຖືກສ້າງຂຶ້ນໂດຍພຣະເຈົ້າອີກຕໍ່ໄປ. ເຈົ້າຈະບໍ່ໃຊ້ຄຳເວົ້າໂງ່ໆອີກຕໍ່ໄປເພື່ອຕັດສິນຕາມອຳເພີໃຈຕໍ່ການຈັດແຈງທຸກສິ່ງຂອງພຣະເຈົ້າ ແລະ ວິທີຕ່າງໆທີ່ພຣະອົງສະໜອງໃຫ້ກັບມະນຸດ. ເຈົ້າຈະບໍ່ສະຫຼຸບຕາມອຳເພີໃຈກ່ຽວກັບກົດເກນຕ່າງໆຂອງພຣະເຈົ້າສຳລັບສັບພະທຸກສິ່ງທີ່ພຣະອົງສ້າງ. ສິ່ງນີ້ບໍ່ຖືກຕ້ອງບໍ?

ທັງໝົດນີ້ທີ່ພວກເຮົາຫາກໍເວົ້າເຖິງນັ້ນແມ່ນຫຍັງ? ຈົ່ງຄິດເບິ່ງໜ້ອຍໜຶ່ງ. ພຣະເຈົ້າມີຄວາມປະສົງຂອງພຣະອົງເອງໃນທຸກໆສິ່ງທີ່ພຣະອົງກະທຳ. ເຖິງແມ່ນວ່າຄວາມປະສົງຂອງພຣະອົງນັ້ນເລິກລັບຍາກທີ່ຈະເຂົ້າໃຈສຳລັບມະນຸດ, ມັນກໍກ່ຽວຂ້ອງກັບຄວາມຢູ່ລອດຂອງມະນຸດຢ່າງແຍກບໍ່ອອກ ແລະ ຢ່າງມີພະລັງສະເໝີ. ເປັນສິ່ງທີ່ຂາດບໍ່ໄດ້ແທ້ໆ. ນີ້ກໍຍ້ອນວ່າພຣະເຈົ້າບໍ່ເຄີຍເຮັດສິ່ງໃດທີ່ໄຮ້ປະໂຫຍດ. ຫຼັກການຕ່າງໆທີ່ຢູ່ເບື້ອງຫຼັງທຸກສິ່ງທີ່ພຣະອົງກະທຳນັ້ນແມ່ນຖືກຫຼອມເຂົ້າໃນແຜນການ ແລະ ສະຕິປັນຍາຂອງພຣະອົງ. ເປົ້າໝາຍ ແລະ ຄວາມປະສົງທີ່ຢູ່ເບື່ອງຫຼັງແຜນການນັ້ນແມ່ນເພື່ອການປົກປ້ອງມະນຸດ, ເພື່ອຊ່ວຍມະນຸດໃຫ້ຫຼີກເວັ້ນໄພພິບັດ, ປົກປ້ອງການທໍາລາຍສິ່ງມີຊີວິດອື່ນໆ ແລະ ຄວາມເສຍຫາຍໃດໆທີ່ເກີດກັບມະນຸດຈາກສິ່ງທີ່ພຣະເຈົ້າສ້າງຂຶ້ນ. ດັ່ງນັ້ນ, ເວົ້າໄດ້ບໍວ່າການກະທຳຂອງພຣະເຈົ້າທີ່ພວກເຮົາໄດ້ເຫັນຢູ່ໃນຫົວຂໍ້ນີ້ເປັນອີກວິທີໜຶ່ງທີ່ພຣະເຈົ້າສະໜອງໃຫ້ກັບມະນຸດ? ພວກເຮົາເວົ້າໄດ້ບໍວ່າ ຜ່ານການກະທຳເຫຼົ່ານີ້, ພຣະເຈົ້າກຳລັງລ້ຽງດູ ແລະ ບຳລຸງລ້ຽງມວນມະນຸດຊາດຢູ່? (ແມ່ນ). ມີຄວາມສຳພັນຢ່າງແໜ້ນແຟ້ນລະຫວ່າງຫົວຂໍ້ນີ້ ແລະ ຫົວຂໍ້ແຫ່ງການສົນທະນາຂອງພວກເຮົາກ່ຽວກັບ “ພຣະເຈົ້າຄືແຫຼ່ງກຳເນີດແຫ່ງຊີວິດສຳລັບທຸກສິ່ງ” ບໍ່? (ມີ). ມີຄວາມສຳພັນທີ່ແໜ້ນແຟ້ນຫຼາຍ ແລະ ຫົວຂໍ້ນີ້ກໍແມ່ນອີກມຸມມອງໜຶ່ງໃນນັ້ນ. ກ່ອນເວົ້າເຖິງຫົວຂໍ້ເຫຼົ່ານີ້, ຜູ້ຄົນແມ່ນມີພຽງບາງຈິນຕະນາການທີ່ເລື່ອນລອຍກ່ຽວກັບພຣະເຈົ້າ, ກ່ຽວກັບພຣະອົງເຈົ້າເອງ ແລະ ການກະທຳຂອງພຣະອົງ. ພວກເຂົາຂາດຄວາມເຂົ້າໃຈທີ່ແທ້ຈິງ. ແນວໃດກໍຕາມ, ເມື່ອຄົນຖືກບອກເລົ່າກ່ຽວກັບການກະທຳຂອງພຣະອົງ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ກະທຳ, ພວກເຂົາຈິ່ງສາມາດເຂົ້າໃຈ ແລະ ຢັ່ງເຖິງຫຼັກການຂອງສິ່ງທີ່ພຣະເຈົ້າກະທຳ ແລະ ພວກເຂົາສາມາດໄດ້ຮັບຄວາມເຂົ້າໃຈ ແລະ ສາມາດເຂົ້າເຖິງພວກມັນໄດ້. ສິ່ງນີ້ບໍ່ຖືກຕ້ອງບໍ? ເຖິງແມ່ນວ່າໃນຫົວໃຈຂອງພຣະເຈົ້າ, ເມື່ອໃດກໍຕາມທີ່ພຣະອົງເຮັດສິ່ງໃດໜຶ່ງ ເຊັ່ນ: ການສ້າງ ແລະ ການປົກຄອງເໜືອທຸກສິ່ງ, ພຣະອົງຈະມີທິດສະດີ, ຫຼັກການ ແລະ ກົດເກນທີ່ຊັບຊ້ອນທຸກປະເພດ, ມັນເປັນໄປບໍ່ໄດ້ທີ່ເຈົ້າຈະໄດ້ຮັບຄວາມເຂົ້າໃຈໃນຫົວໃຈຂອງພວກເຈົ້າວ່າ ທັງໝົດນີ້ແມ່ນການກະທຳຂອງພຣະເຈົ້າ ແລະ ພວກມັນກໍເປັນຈິງແທ້ ໂດຍປ່ອຍໃຫ້ພວກເຈົ້າຮຽນຮູ້ກ່ຽວກັບພາກສ່ວນດຽວຂອງພວກມັນເທົ່ານັ້ນ ໃນການສົນທະນາຂອງພວກເຮົາ? (ແມ່ນແລ້ວ). ແລ້ວຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າແຕກຕ່າງຈາກແຕ່ກ່ອນບໍ? ມັນແຕກຕ່າງຢູ່ໃນໃຈຄວາມຂອງມັນ. ກ່ອນໜ້ານີ້, ຄວາມເຂົ້າໃຈຂອງເຈົ້ານັ້ນໂຂ່ງເກີນໄປ, ເລືອນລອຍເກີນໄປ, ແຕ່ປັດຈຸບັນນີ້ຄວາມເຂົ້າໃຈຂອງເຈົ້າມີຫຼັກຖານທີ່ເປັນຮູບປະທຳທີ່ກົງກັນກັບການກະທຳຂອງພຣະເຈົ້າ, ທີ່ກົງກັນກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ. ເພາະສະນັ້ນ, ທັງໝົດທີ່ເຮົາໄດ້ກ່າວມານັ້ນແມ່ນເປັນບົດຮຽນທີ່ດີເລີດສຳລັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າຂອງພວກເຈົ້າ.

ຂໍຈົບການຊຸມນຸມໃນມື້ນີ້ໄວ້ພຽງເທົ່ານີ້. ລາກ່ອນ! ຂໍໃຫ້ມີຄວາມສຸກໃນຕອນຄໍ່າ! (ລາກ່ອນ, ພຣະເຈົ້າຜູ້ຊົງລິດທານຸພາບສູງສຸດ!)

ວັນທີ 9 ກຸມພາ 2014

​ກ່ອນ​ນີ້ :ພຣະເຈົ້າເອງ, ທີ່ເປັນເອກະລັກ VIII

ຕໍ່​ໄປ:ພຣະເຈົ້າເອງ, ທີ່ເປັນເອກະລັກ X

ເນື່ອຫາທີ່ກ່ຽວຂ້ອງ