ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພຣະເຈົ້າເອງ, ທີ່ເປັນເອກະລັກ V

ຄວາມສັກສິດຂອງພຣະເຈົ້າ (II)

ອ້າຍເອື້ອຍນ້ອງເອີຍ, ໃນມື້ນີ້ພວກເຮົາຈົ່ງພາກັນຮ້ອງເພງນະມັດສະການກັນ. ຊອກເພງທີ່ພວກເຈົ້າມັກ ແລະ ເພງທີ່ພວກເຈົ້າຮ້ອງຢູ່ເປັນປະຈຳ. (ພວກເຮົາຕ້ອງການຮ້ອງເພງນະມັດສະການຈາກພຣະທຳຂອງພຣະເຈົ້າ “ຄວາມຮັກບໍລິສຸດທີ່ປາສະຈາກມົນທິນ”).

1. “ຄວາມຮັກ” ຕາມທີ່ຖືກເອີ້ນ ແມ່ນໝາຍເຖິງຄວາມຮູ້ສຶກທີ່ບໍລິສຸດ ແລະ ບໍ່ມີຂໍ້ຕໍາໜິ, ເຊິ່ງເຈົ້າໃຊ້ຫົວໃຈຂອງເຈົ້າເພື່ອຮັກ, ເພື່ອຮູ້ສຶກ ແລະ ເພື່ອຄຸ່ນຄິດ. ໃນຄວາມຮັກແມ່ນບໍ່ມີເງື່ອນໄຂ, ບໍ່ມີອຸປະສັກ ແລະ ບໍ່ມີໄລຍະທາງ. ໃນຄວາມຮັກແມ່ນບໍ່ມີຂໍ້ສົງໄສ, ບໍ່ມີການຫຼອງລວງ ແລະ ບໍ່ມີເລ່ຫຼ່ຽມ. ໃນຄວາມຮັກແມ່ນບໍ່ມີໄລຍະຫ່າງ ແລະ ບໍ່ມີສິ່ງໃດເຈືອປົນ. ຫາກເຈົ້າຮັກ, ເຈົ້າຈະບໍ່ຫຼອກລວງ, ຈົ່ມວ່າ, ທໍລະຍົດ, ຕໍ່ຕ້ານ, ບີບບັງຄັບ ຫຼື ພະຍາຍາມຈະເອົາບາງສິ່ງບາງຢ່າງ ຫຼື ຈໍານວນໃດໜຶ່ງ.

2. “ຄວາມຮັກ” ຕາມທີ່ຖືກເອີ້ນ ແມ່ນໝາຍເຖິງຄວາມຮູ້ສຶກທີ່ບໍລິສຸດ ແລະ ບໍ່ມີຂໍ້ຕໍາໜິ, ເຊິ່ງເຈົ້າໃຊ້ຫົວໃຈຂອງເຈົ້າເພື່ອຮັກ, ເພື່ອຮູ້ສຶກ ແລະ ເພື່ອຄຸ່ນຄິດ. ໃນຄວາມຮັກແມ່ນບໍ່ມີເງື່ອນໄຂ, ບໍ່ມີອຸປະສັກ ແລະ ບໍ່ມີໄລຍະທາງ. ໃນຄວາມຮັກແມ່ນບໍ່ມີຂໍ້ສົງໄສ, ບໍ່ມີການຫຼອງລວງ ແລະ ບໍ່ມີເລ່ຫຼ່ຽມ. ໃນຄວາມຮັກແມ່ນບໍ່ມີໄລຍະຫ່າງ ແລະ ບໍ່ມີສິ່ງໃດເຈືອປົນ. ຫາກເຈົ້າຮັກ, ເຈົ້າຈະເສຍສະຫຼະ ແລະ ອົດທົນຕໍ່ຄວາມຍາກລໍາບາກຢ່າງມີຄວາມສຸກ ແລະ ເຈົ້າຈະເຂົ້າສະໜິດກັບພຣະເຈົ້າ. ເຈົ້າຈະມອບທຸກຢ່າງໃຫ້ແກ່ພຣະອົງ, ມອບຄອບຄົວຂອງເຈົ້າ, ອະນາຄົດຂອງເຈົ້າ, ໄວໜູ່ມຂອງເຈົ້າ ແລະ ການແຕ່ງງານຂອງເຈົ້າ. ບໍ່ດັ່ງນັ້ນ, ຄວາມຮັກຂອງເຈົ້າກໍບໍ່ແມ່ນຄວາມຮັກ, ແຕ່ເປັນການຫຼອກລວງ ແລະ ການທໍລະຍົດ!

ເພງນະມັດສະການນີ້ເປັນທາງເລືອກທີ່ດີ. ພວກເຈົ້າທຸກຄົນມັກຮ້ອງເພງນີ້ບໍ? (ມັກ). ພວກເຈົ້າຮູ້ສຶກແນວໃດຫຼັງຈາກທີ່ໄດ້ຮ້ອງເພງນັ້ນ? ພວກເຈົ້າສາມາດຮູ້ສຶກເຖິງຄວາມຮັກແບບນີ້ທີ່ຢູ່ພາຍໃນພວກເຈົ້າເອງບໍ? (ຍັງເທື່ອ). ທໍານອງອັນໃດທີ່ດົນໃຈເຈົ້າຢ່າງເລິກເຊິ່ງທີ່ສຸດ? (ໃນຄວາມຮັກແມ່ນບໍ່ມີເງື່ອນໄຂ, ບໍ່ມີອຸປະສັກ ແລະ ບໍ່ມີໄລຍະຫ່າງ. ໃນຄວາມຮັກແມ່ນບໍ່ມີຂໍ້ສົງໄສ, ບໍ່ມີການຫຼອງລວງ, ບໍ່ມີການແລກປ່ຽນ ແລະ ບໍ່ມີເລ່ຫຼ່ຽມ. ໃນຄວາມຮັກແມ່ນບໍ່ມີທາງເລືອກ ແລະ ບໍ່ມີສິ່ງໃດທີ່ບໍ່ບໍລິວຸດ. ແຕ່ພາຍໃນຕົວຂ້ານ້ອຍເອງ, ຂ້ານ້ອຍຍັງມີຫຼາຍສິ່ງທີ່ບໍ່ບໍລິສຸດ ແລະ ຫຼາຍສ່ວນໃນຕົວຂ້ານ້ອຍທີ່ພະຍາຍາມຕໍ່ລອງກັບພຣະເຈົ້າ ແລະ ມີຫຼາຍຂົງເຂດທີ່ຂ້ານ້ອຍຂາດ. ເມື່ອຄິດກ່ຽວກັບຕົວຂ້ານ້ອຍເອງໃນມື້ນີ້, ຂ້ານ້ອຍກໍເຫັນວ່າ ຂ້ານ້ອຍບໍ່ໄດ້ບັນລຸຄວາມຮັກປະເພດທີ່ບໍລິສຸດ ແລະ ປາສະຈາກມົນທິນຢ່າງແທ້ຈິງ). ຖ້າເຈົ້າບໍ່ໄດ້ບັນລຸຄວາມຮັກທີ່ບໍລິສຸດ ແລະ ປາສະຈາກມົນທິນ, ແລ້ວເຈົ້າໄດ້ບັນລຸຄວາມຮັກປະເພດໃດ? ແມ່ນຫຍັງຄືລະດັບຂອງຄວາມຮັກຂອງເຈົ້າ? (ຂ້ານ້ອຍພຽງແຕ່ຢູ່ໃນຂັ້ນຕອນທີ່ຂ້ານ້ອຍເຕັມໃຈສະແຫວງຫາ, ທີ່ຂ້ານ້ອຍກຳລັງປາຖະໜາ). ອີງຕາມວຸດທິພາວະຂອງເຈົ້າເອງ ແລະ ເມື່ອເວົ້າຈາກປະສົບການຂອງເຈົ້າເອງ, ເຈົ້າໄດ້ບັນລຸລະດັບໃດ? ເຈົ້າມີການຫຼອກລວງບໍ? ເຈົ້າມີຄວາມບໍ່ພໍໃຈບໍ? (ມີ). ເຈົ້າມີການຮຽກຮ້ອງພາຍໃນຫົວໃຈຂອງເຈົ້າບໍ? ມີສິ່ງຕ່າງໆທີ່ເຈົ້າຕ້ອງການ ແລະ ປາຖະໜາຈາກພຣະເຈົ້າບໍ? (ມີ, ຂ້ານ້ອຍມີສິ່ງເຫຼົ່ານີ້ທີ່ເປີເປື້ອນຢູ່ພາຍໃນ). ພວກມັນອອກມາຈາກສະພາບການໃດ? (ເມື່ອສະຖານະການທີ່ພຣະເຈົ້າໄດ້ຈັດແຈງໃຫ້ແກ່ຂ້ານ້ອຍບໍ່ເປັນໄປຕາມແນວຄິດຂອງຂ້ານ້ອຍ ຫຼື ເມື່ອຄວາມປາຖະໜາຂອງຂ້ານ້ອຍບໍ່ໄດ້ຖືກບັນລຸ: ໃນຊ່ວງເວລາດັ່ງກ່າວ, ຂ້ານ້ອຍກໍເປີດເຜີຍອຸປະນິໄສທີ່ເສື່ອມຊາມປະເພດນີ້). ພວກເຈົ້າ ອ້າຍເອື້ອຍນ້ອງທີ່ມາຈາກໄຕ້ຫວັນ, ພວກເຈົ້າຮ້ອງເພງສັນລະເສີນນີ້ຢູ່ເລື້ອຍໆເຊັ່ນກັນບໍ? ພວກເຈົ້າສາມາດເວົ້າໜ້ອຍໜຶ່ງກ່ຽວກັບວິທີທີ່ພວກເຈົ້າເຂົ້າໃຈ “ຄວາມຮັກບໍລິສຸດທີ່ປາສະຈາກມົນທິນ” ໄດ້ບໍ? ເປັນຫຍັງພຣະເຈົ້າຈຶ່ງໃຫ້ນິຍາມຄວາມຮັກໃນລັກສະນະນີ້? (ຂ້ານ້ອຍມັກເພງສັນລະເສີນນີ້ຫຼາຍ ຍ້ອນຂ້ານ້ອຍສາມາດເຫັນໄດ້ຈາກເພງນີ້ວ່າ ຄວາມຮັກນີ້ແມ່ນຄວາມຮັກທີ່ສົມບູນ. ເຖິງຢ່າງໃດກໍຕາມ, ຂ້ານ້ອຍກໍຮູ້ສຶກວ່າ ຂ້ານ້ອຍຍັງຂ້ອນຂ້າງຫ່າງໄກຈາກມາດຕະຖານນັ້ນ ແລະ ຂ້ານ້ອຍຍັງຫ່າງໄກຫຼາຍຈາກການບັນລຸຄວາມຮັກທີ່ແທ້ຈິງ. ມີບາງສິ່ງທີ່ຂ້ານ້ອຍສາມາດສ້າງຄວາມກ້າວໜ້າ ແລະ ຮ່ວມມືໄດ້ ແລະ ຂ້ານ້ອຍສາມາດຮ່ວມມືກັບພຣະເຈົ້າຜ່ານທາງກຳລັງທີ່ພຣະທຳຂອງພຣະອົງໄດ້ມອບໃຫ້ແກ່ຂ້ານ້ອຍ ແລະ ຜ່ານທາງຄຳອະທິຖານ. ເຖິງຢ່າງໃດກໍຕາມ ເມື່ອຜະເຊີນກັບສະພາບແວດລ້ອມໃດໜຶ່ງ ຫຼື ເມື່ອຂ້ານ້ອຍຖືກເປີດໂປງ, ຂ້ານ້ອຍກໍຮູ້ສຶກວ່າ ຂ້ານ້ອຍບໍ່ມີອະນາຄົດ ຫຼື ໂຊກຊະຕາ, ຂ້ານ້ອຍບໍ່ມີຈຸດໝາຍປາຍທາງ. ໃນຊ່ວງເວລາດັ່ງກ່າວ, ຂ້ານ້ອຍຮູ້ສຶກອ່ອນແອຫຼາຍ. ຫຼັງຈາກປະສົບການຊ່ວງເວລາໃດໜຶ່ງ ແລະ ໂດຍການເພິ່ງພາຄຳອະທິຖານ, ຂ້ານ້ອຍກໍສາມາດປ່ຽນສະພາວະນີ້ກັບຄືນໃນລະດັບໃດໜຶ່ງ, ແຕ່ບັນຫານີ້ກໍຍັງລົບກວນຂ້ານ້ອຍຢູ່). ໃນທີ່ສຸດແລ້ວ ເຈົ້າກໍາລັງໝາຍເຖິງຫຍັງ ເມື່ອເຈົ້າເວົ້າວ່າ “ອະນາຄົດ ແລະ ໂຊກຊະຕາ”? ມີບາງສິ່ງສະເພາະທີ່ເຈົ້າກຳລັງໝາຍເຖິງບໍ? ມັນເປັນພາບ ຫຼື ບາງສິ່ງທີ່ເຈົ້າຈິນຕະນາການບໍ ຫຼື ອະນາຄົດ ແລະ ໂຊກຊະຕາຂອງເຈົ້າເປັນສິ່ງທີ່ເຈົ້າສາມາດເຫັນໄດ້ຢ່າງແທ້ຈິງບໍ? ມັນເປັນສິ່ງຂອງທີ່ເປັນຈິງບໍ? ພວກເຈົ້າແຕ່ລະຄົນ ລອງຮູ້ສຶກໃນຫົວໃຈຂອງພວກເຈົ້າເບິ່ງວ່າ: ຄວາມກັງວົນທີ່ພວກເຈົ້າມີໃນຫົວໃຈຂອງພວກເຈົ້າ ເຊິ່ງກ່ຽວກັບອະນາຄົດຂອງພວກເຈົ້າ ແລະ ໂຊກຊະຕາຂອງພວກເຈົ້າ ແມ່ນໝາຍເຖິງຫຍັງ? (ມັນແມ່ນການທີ່ຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ເພື່ອວ່າຂ້ານ້ອຍຈະສາມາດຢູ່ລອດໄດ້. ຂ້ານ້ອຍຍັງຫວັງວ່າ ໃນການປະຕິບັດໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍຈະເໝາະສົມເທື່ອລະໜ້ອຍເພື່ອໃຫ້ພຣະເຈົ້າໃຊ້ ແລະ ຂ້ານ້ອຍບັນລຸມາດຕະຖານໃນການປະຕິບັດໜ້າທີ່ຂອງຂ້ານ້ອຍ. ເຖິງຢ່າງໃດກໍຕາມ, ຂ້ານ້ອຍກໍຖືກເປີດໂປງໃນຂົງເຂດນີ້ຢູ່ເລື້ອຍໆ ແລະ ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍຂາດເຂີນ ຄືກັບວ່າຂ້ານ້ອຍບໍ່ມີອະນາຄົດ). ພວກເຈົ້າ ອ້າຍເອື້ອຍນ້ອງຄົນອື່ນໆ, ພວກເຈົ້າກໍເວົ້າເລັກໆນ້ອຍໆເຖິງຄວາມເຂົ້າໃຈຂອງພວກເຈົ້າທີ່ກ່ຽວກັບ “ຄວາມຮັກບໍລິສຸດທີ່ປາສະຈາກມົນທິນ” ແດ່. (ເມື່ອບຸກຄົນມີຄວາມຮັກນັ້ນແລ້ວ ກໍບໍ່ມີມົນທິນທີ່ມາຈາກຕົວຕົນຂອງພວກເຂົາເອງ ແລະ ພວກເຂົາບໍ່ໄດ້ຖືກຄວບຄຸມໂດຍອະນາຄົດ ແລະ ໂຊກຊະຕາຂອງພວກເຂົາ. ບໍ່ວ່າພຣະເຈົ້າຈະປະຕິບັດຕໍ່ພວກເຂົາແນວໃດກໍຕາມ, ພວກເຂົາກໍສາມາດເຊື່ອຟັງພາລະກິດຂອງພຣະເຈົ້າ ແລະ ການປັ້ນແຕ່ງຂອງພຣະອົງຢ່າງສົມບູນ ແລະ ຕິດຕາມພຣະອົງຈົນເຖິງທີ່ສຸດແທ້ໆ. ມີພຽງແຕ່ຄວາມຮັກສຳລັບພຣະເຈົ້າປະເພດນີ້ເທົ່ານັ້ນຈຶ່ງເປັນຄວາມຮັກທີ່ບໍລິສຸດ ແລະ ປາສະຈາກມົນທິນ. ໃນການປະເມີນຕົວຂ້ານ້ອຍກັບຄວາມຮັກນີ້, ຂ້ານ້ອຍໄດ້ຄົ້ນພົບວ່າ ເຖິງຈະປາກົດວ່າຂ້ານ້ອຍໄດ້ເສຍສະຫຼະຕົນເອງ ຫຼື ປະຖິ້ມສິ່ງໃດໜຶ່ງໃນສອງສາມປີທີ່ຜ່ານມາທີ່ເຊື່ອໃນພຣະເຈົ້າ, ຂ້ານ້ອຍກໍບໍ່ສາມາດທີ່ຈະມອບຫົວໃຈຂອງຂ້ານ້ອຍແກ່ພຣະອົງຢ່າງແທ້ຈິງ. ເມື່ອພຣະເຈົ້າເປີດໂປງຂ້ານ້ອຍ, ຂ້ານ້ອຍກໍຮູ້ສຶກຄືກັບວ່າຂ້ານ້ອຍຖືກກໍານົດໃຫ້ມີລັກສະນະຂອງຜູ້ໃດຜູ້ໜຶ່ງບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ຂ້ານ້ອຍອາໄສຢູ່ໃນສະພາວະລົບນີ້. ຂ້ານ້ອຍເຫັນຕົນເອງກຳລັງປະຕິບັດໜ້າທີ່ຂອງຂ້ານ້ອຍ, ແຕ່ໃນເວລາດຽວກັນ ຂ້ານ້ອຍກໍພະຍາຍາມຕໍ່ລອງກັບພຣະເຈົ້າ, ຂ້ານ້ອຍບໍ່ສາມາດຮັກພຣະເຈົ້າດ້ວຍຫົວໃຈທັງໝົດຂອງຂ້ານ້ອຍ ແລະ ຈຸດໝາຍປາຍທາງຂອງຂ້ານ້ອຍ, ອະນາຄົດຂອງຂ້ານ້ອຍ ແລະ ໂຊກຊະຕາຂອງຂ້ານ້ອຍແມ່ນຢູ່ໃນຄວາມຄິດຂອງຂ້ານ້ອຍຢູ່ສະເໝີ).

ມັນເບິ່ງຄືກັບວ່າພວກເຈົ້າຮ້ອງເພງນະມັດການນີ້ຢູ່ເລື້ອຍໆ; ພວກເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບມັນ ແລະ ມັນມີການເຊື່ອມໂຍງບາງຢ່າງກັບປະສົບການຕົວຈິງຂອງພວກເຈົ້າ. ເຖິງຢ່າງໃດກໍຕາມ, ເກືອບທຸກຄົນມີລະດັບການຍອມຮັບທີ່ແຕກຕ່າງກັນຕໍ່ແຕ່ລະວະລີໃນເພງນະມັດສະການທີ່ມີຊື່ວ່າ “ຄວາມຮັກບໍລິສຸດທີ່ປາສະຈາກມົນທິນ”. ບາງຄົນຄິດວ່າ ມັນກ່ຽວກັບຄວາມເຕັມໃຈ, ບາງຄົນກຳລັງສະແຫວງຫາເພື່ອປະຖິ້ມອະນາຄົດຂອງພວກເຂົາ, ບາງຄົນກຳລັງສະແຫວງຫາເພື່ອປ່ອຍປະຄອບຄົວຂອງພວກເຂົາ ແລະ ບາງຄົນກໍບໍ່ສະແຫວງຫາເພື່ອຮັບເອົາຫຍັງເລີຍ. ຍັງມີຄົນອື່ນໆອີກທີ່ກຳລັງຮຽກຮ້ອງໃຫ້ຕົນເອງບໍ່ຫຼອກລວງ, ບໍ່ຕໍ່ວ່າ ແລະ ບໍ່ກະບົດຕໍ່ພຣະເຈົ້າ. ເປັນຫຍັງພຣະເຈົ້າຈຶ່ງຈະຕ້ອງການແນະນຳຄວາມຮັກປະເພດນີ້ ແລະ ຮຽກຮ້ອງໃຫ້ຜູ້ຄົນຮັກພຣະອົງໃນລັກສະນະນີ້? ນີ້ແມ່ນຄວາມຮັກປະເພດທີ່ຜູ້ຄົນສາມາດບັນລຸໄດ້ບໍ? ນັ້ນໝາຍຄວາມວ່າ ຜູ້ຄົນສາມາດຮັກໃນລັກສະນະນີ້ບໍ? ຜູ້ຄົນອາດເຫັນວ່າພວກເຂົາບໍ່ສາມາດຮັກໄດ້ ເພາະພວກເຂົາບໍ່ໄດ້ມີຄຳບອກໄບ້ຫຍັງກ່ຽວກັບຄວາມຮັກປະເພດນີ້. ເມື່ອຜູ້ຄົນບໍ່ໄດ້ມີສິ່ງນັ້ນ ແລະ ເມື່ອພວກເຂົາບໍ່ຮູ້ຈັກຄວາມຮັກໂດຍພື້ນຖານ, ພຣະເຈົ້າຈຶ່ງກ່າວພຣະທຳເຫຼົ່ານີ້ ແລະ ພຣະທຳເຫຼົ່ານີ້ຈຶ່ງເປັນສິ່ງທີ່ພວກເຂົາບໍ່ຄຸ້ນເຄີຍ. ຍ້ອນຜູ້ຄົນດຳລົງຊີວິດຢູ່ໃນໂລກນີ້ ແລະ ໃນອຸປະນິໄສທີ່ເສື່ອມຊາມ, ຖ້າຜູ້ຄົນມີຄວາມຮັກປະເພດນີ້ ຫຼື ຖ້າບຸກຄົນໃດໜຶ່ງສາມາດມີຄວາມຮັກປະເພດນີ້ ເຊິ່ງເປັນຄວາມຮັກທີ່ບໍ່ມີການຮ້ອງຂໍ ແລະ ບໍ່ມີການຮຽກຮ້ອງ, ຄວາມຮັກທີ່ພວກເຂົາເຕັມໃຈອຸທິດຕົນເອງ ແລະ ອົດກັ້ນຕໍ່ການທົນທຸກ ແລະ ຍອມສະຫຼະທຸກສິ່ງທີ່ພວກເຂົາມີ, ແລ້ວຄົນອື່ນຈະຄິດແນວໃດກັບຜູ້ໃດຜູ້ໜຶ່ງທີ່ມີຄວາມຮັກປະເພດນີ້? ບຸກຄົນດັ່ງກ່າວຈະບໍ່ຖືກເຮັດໃຫ້ສົມບູນບໍ? (ແມ່ນແລ້ວ). ບຸກຄົນທີ່ສົມບູນເຊັ່ນນັ້ນມີຢູ່ໃນໂລກນີ້ບໍ? ບໍ່, ບຸກຄົນດັ່ງກ່າວບໍ່ມີຢູ່, ແມ່ນບໍ? ບຸກຄົນປະເພດນີ້ບໍ່ມີຢູ່ໃນໂລກນີ້ເລີຍ ນອກຈາກພວກເຂົາຈະດຳລົງຊີວິດໃນສູນອາກາດ. ມັນບໍ່ແມ່ນແນວນັ້ນບໍ? ສະນັ້ນ ບາງຄົນໄດ້ສະຫຼະຄວາມພະຍາຍາມອັນໃຫຍ່ຫຼວງຜ່ານທາງປະສົບການຂອງພວກເຂົາເພື່ອປະເມີນຕົນເອງໃສ່ພຣະທຳເຫຼົ່ານີ້. ພວກເຂົາຈັດການກັບຕົນເອງ, ຍັບຍັ້ງຕົນເອງ ແລະ ພວກເຂົາເຖິງກັບປະຖິ້ມຕົນເອງຢູ່ເລື້ອຍໆ: ພວກເຂົາອົດກັ້ນກັບການທົນທຸກ ແລະ ເຮັດໃຫ້ຕົນເອງປະຖິ້ມແນວຄິດຂອງພວກເຂົາ. ພວກເຂົາປະຖິ້ມຄວາມກະບົດຂອງພວກເຂົາ ແລະ ຄວາມປາຖະໜາ ແລະ ຄວາມຕ້ອງການຂອງພວກເຂົາເອງ. ແຕ່ໃນທີ່ສຸດແລ້ວ ພວກເຂົາກໍຍັງບໍ່ສາມາດປະເມີນໄດ້. ເປັນຫຍັງຈຶ່ງເປັນແບບນັ້ນ? ພຣະເຈົ້າກ່າວສິ່ງເຫຼົ່ານີ້ເພື່ອໃຫ້ມາດຕະຖານແກ່ຜູ້ຄົນໄດ້ຕິດຕາມ, ເພື່ອຜູ້ຄົນຈະຮູ້ຈັກມາດຕະຖານທີ່ພຣະເຈົ້າຮຽກຮ້ອງສຳລັບພວກເຂົາ. ແຕ່ພຣະເຈົ້າເຄີຍເວົ້າບໍວ່າ ຜູ້ຄົນຕ້ອງບັນລຸສິ່ງນີ້ທັນທີ? ພຣະເຈົ້າເຄີຍເວົ້າບໍວ່າ ຜູ້ຄົນມີເວລາຫຼາຍສໍ່າໃດເພື່ອບັນລຸສິ່ງນີ້? (ບໍ່ເຄີຍ). ພຣະເຈົ້າເຄີຍເວົ້າບໍວ່າຜູ້ຄົນຕ້ອງຮັກພຣະອົງໃນລັກສະນະນີ້? ຂໍ້ຄວາມຕອນນີ້ໄດ້ເວົ້າແບບນັ້ນບໍ? ບໍ່, ມັນບໍ່ໄດ້ເວົ້າ. ພຣະເຈົ້າພຽງແຕ່ກຳລັງບອກຜູ້ຄົນກ່ຽວກັບຄວາມຮັກທີ່ພຣະອົງກຳລັງໝາຍເຖິງ. ສ່ວນວ່າຜູ້ຄົນຈະສາມາດຮັກພຣະເຈົ້າໃນລັກສະນະນີ້ ແລະ ປະຕິບັດຕໍ່ພຣະເຈົ້າໃນລັກສະນະນີ້ ຫຼື ບໍ່ນັ້ນ, ແມ່ນຫຍັງຄືສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ? ມັນບໍ່ຈຳເປັນທີ່ຈະໄປເຖິງສິ່ງເຫຼົ່ານັ້ນໃນທັນທີທັນໃດ ຍ້ອນນັ້ນຈະເກີນຄວາມສາມາດຂອງຜູ້ຄົນ. ພວກເຈົ້າເຄີຍຄິດບໍວ່າ ຜູ້ຄົນຕ້ອງບັນລຸເງື່ອນໄຂແບບໃດຈຶ່ງຈະຮັກໃນລັກສະນະນີ້ໄດ້? ຖ້າຜູ້ຄົນອ່ານພຣະທຳເຫຼົ່ານີ້ຢູ່ເລື້ອຍໆ, ພວກເຂົາກໍຈະມີຄວາມຮັກແບບນີ້ເທື່ອລະໜ້ອຍບໍ? (ບໍ່). ແລ້ວແມ່ນຫຍັງຄືເງື່ອນໄຂ? ກ່ອນອື່ນ, ຜູ້ຄົນສາມາດເປັນອິດສະຫຼະຈາກຄວາມສົງໄສກ່ຽວກັບພຣະເຈົ້າບໍ? (ມີພຽງແຕ່ຄົນຊື່ສັດເທົ່ານັ້ນຈຶ່ງສາມາດບັນລຸສິ່ງນີ້ໄດ້). ການເປັນອິດສະຫຼະຈາກການຫຼອກລວງເດ? (ພວກເຂົາຍັງຕ້ອງເປັນຜູ້ຄົນທີ່ຊື່ສັດເຊັ່ນກັນ). ການເປັນຄົນທີ່ບໍ່ຕໍ່ລອງກັບພຣະເຈົ້າເດ? ນັ້ນຍັງເປັນສ່ວນໜຶ່ງຂອງການເປັນບຸກຄົນທີ່ຊື່ສັດ. ການເປັນອິດສະຫຼະຈາກເລ່ຫຼຽມເດ? ການເວົ້າວ່າບໍ່ມີທາງເລືອກໃນຄວາມຮັກໝາຍເຖິງຫຍັງ? ທຸກສິ່ງເຫຼົ່ານີ້ກັບຄືນມາສູ່ການເປັນບຸກຄົນທີ່ຊື່ສັດບໍ? ມີລາຍລະອຽດຫຼາຍຢ່າງໃນບ່ອນນີ້. ແມ່ນຫຍັງພິສູດວ່າພຣະເຈົ້າສາມາດເວົ້າເຖິງ ແລະ ນິຍາມຄວາມຮັກແບບນີ້ໃນລັກສະນະນີ້ໄດ້? ພວກເຮົາສາມາດເວົ້າໄດ້ບໍວ່າພຣະເຈົ້າມີຄວາມຮັກປະເພດນີ້? (ເວົ້າໄດ້). ພວກເຈົ້າເຫັນສິ່ງນີ້ໄດ້ຈາກໃສ? (ໃນຄວາມຮັກທີ່ພຣະເຈົ້າມີສຳລັບມະນຸດ). ຄວາມຮັກຂອງພຣະເຈົ້າສຳລັບມະນຸດແມ່ນມີເງື່ອນໄຂບໍ? (ບໍ່ມີ). ມີສິ່ງກີດຂວາງ ຫຼື ໄລຍະຫ່າງລະຫວ່າງພຣະເຈົ້າ ແລະ ມະນຸດບໍ? (ບໍ່ມີ). ພຣະເຈົ້າມີຂໍ້ສົງໄສກ່ຽວກັບມະນຸດບໍ? (ບໍ່ມີ). ພຣະເຈົ້າສັງເກດມະນຸດ ແລະ ເຂົ້າໃຈມະນຸດ; ພຣະອົງເຂົ້າໃຈມະນຸດຢ່າງແທ້ຈິງ. ພຣະເຈົ້າຫຼອກລວງຕໍ່ມະນຸດບໍ? (ບໍ່). ຍ້ອນພຣະເຈົ້າເວົ້າເຖິງຄວາມຮັກນີ້ຢ່າງສົມບູນຫຼາຍ, ຫົວໃຈຂອງພຣະອົງ ຫຼື ແກ່ນແທ້ຂອງພຣະອົງຈະສາມາດມີຄວາມສົມບູນແບບນັ້ນເຊັ່ນກັນບໍ? (ສາມາດມີໄດ້). ຜູ້ຄົນເຄີຍນິຍາມຄວາມຮັກໃນລັກສະນະນີ້ບໍ? ມະນຸດນິຍາມຄວາມຮັກໃນສະຖານະການໃດແດ່? ມະນຸດເວົ້າແນວໃດກ່ຽວກັບຄວາມຮັກ? ມະນຸດບໍ່ເວົ້າເຖິງຄວາມຮັກ ໃນເລື່ອງຂອງການໃຫ້ ຫຼື ການຖວາຍບໍ? (ແມ່ນແລ້ວ). ນິຍາມແບບນີ້ຂອງຄວາມຮັກແມ່ນງ່າຍເກີນໄປ; ມັນຂາດແກ່ນແທ້.

ການນິຍາມຄວາມຮັກຂອງພຣະເຈົ້າ ແລະ ວິທີທີ່ພຣະເຈົ້າກ່າວເຖິງຄວາມຮັກແມ່ນເຊື່ອມໂຍງກັບລັກສະນະຂອງແກ່ນແທ້ຂອງພຣະອົງ, ແຕ່ມັນຄືລັກສະນະອັນໃດ? ຄັ້ງກ່ອນ ພວກເຮົາໄດ້ສົນທະນາກັບກ່ຽວກັບຫົວຂໍ້ທີ່ສຳຄັນຫຼາຍ ເຊິ່ງເປັນຫົວຂໍ້ທີ່ຜູ້ຄົນໄດ້ສົນທະນາກັນມາກ່ອນຢູ່ເລື້ອຍໆ. ຫົວຂໍ້ນີ້ປະກອບມີຄຳເວົ້າທີ່ຖືກເວົ້າເຖິງຢູ່ເລື້ອຍໆໃນຊ່ວງເວລາການເຊື່ອໃນພຣະເຈົ້າ ແລະ ເຖິງຢ່າງໃດກໍຕາມ ມັນຍັງເປັນຄຳເວົ້າທີ່ທຸກຄົນທັງຮູ້ສຶກຄຸ້ນເຄີຍ ແລະ ບໍ່ຄຸ້ນເຄີຍ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ມັນເປັນຄຳເວົ້າທີ່ມາຈາກພາສາມະນຸດ; ເຖິງຢ່າງໃດກໍຕາມ ໃນທ່າມກາງມະນຸດ ການນິຍາມຂອງມັນແມ່ນທັງຊັດເຈນ ແລະ ຄຸມເຄືອ. ແມ່ນຫຍັງຄືຄຳເວົ້ານີ້? (ຄວາມສັກສິດ). ຄວາມສັກສິດ: ນັ້ນແມ່ນຫົວຂໍ້ຂອງພວກເຮົາຄັ້ງກ່ອນທີ່ພວກເຮົາໄດ້ສົນທະນາ. ພວກເຮົາໄດ້ສົນທະນາກັນກ່ຽວກັບພາກສ່ວນໜຶ່ງຂອງຫົວຂໍ້ນີ້. ຜ່ານທາງການສົນທະນາສ່ວນໜຶ່ງກ່ຽວກັບຫົວຂໍ້ນີ້ໃນຄັ້ງກ່ອນ, ທຸກຄົນໄດ້ຮັບເອົາຄວາມເຂົ້າໃຈໃໝ່ບາງຢ່າງກ່ຽວກັບແກ່ນແທ້ແຫ່ງຄວາມສັກສິດຂອງພຣະເຈົ້າບໍ? ລັກສະນະຫຍັງຂອງຄວາມເຂົ້າໃຈນີ້ທີ່ພວກເຈົ້າພິຈາລະນາວ່າເປັນສິ່ງໃໝ່ທັງສິ້ນ? ນັ້ນກໍຄື ແມ່ນຫຍັງທີ່ຢູ່ພາຍໃນຄວາມເຂົ້າໃຈນີ້ ຫຼື ພາຍໃນຄຳເວົ້າເຫຼົ່ານັ້ນທີ່ເຮັດໃຫ້ພວກເຈົ້າຮູ້ສຶກວ່າ ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມສັກສິດຂອງພຣະເຈົ້າແມ່ນແຕກຕ່າງ ຫຼື ບໍ່ຄືກັບຄວາມສັກສິດຂອງພຣະເຈົ້າທີ່ເຮົາເວົ້າເຖິງໃນລະຫວ່າງການສົນທະນາ? ພວກເຈົ້າມີຄວາມຮູ້ສຶກຫຍັງກ່ຽວກັບສິ່ງນີ້ບໍ? (ພຣະເຈົ້າເວົ້າສິ່ງທີ່ພຣະອົງຮູ້ສຶກໃນຫົວໃຈຂອງພຣະອົງ; ພຣະທຳຂອງພຣະອົງໄຮ້ມົນທິນ. ນີ້ແມ່ນການສະແດງອອກຂອງໜຶ່ງລັກສະນະຂອງຄວາມສັກສິດ). (ຍັງມີຄວາມສັກສິດເມື່ອພຣະເຈົ້າມີຄວາມໂກດຮ້າຍຕໍ່ມະນຸດ; ຄວາມໂກດຮ້າຍຂອງພຣະອົງແມ່ນປາສະຈາກມົນທິນ). (ແຕ່ສຳລັບຄວາມສັກສິດຂອງພຣະເຈົ້າ, ຂ້ານ້ອຍເຂົ້າໃຈວ່າມີທັງຄວາມໂກດຮ້າຍຂອງພຣະເຈົ້າ ແລະ ຄວາມເມດຕາຂອງພຣະອົງຢູ່ພາຍໃນອຸປະນິໄສອັນຊອບທຳຂອງພຣະອົງ. ສິ່ງນີ້ໄດ້ປ່ອຍໃຫ້ມີຄວາມຮູ້ສຶກອັນແຮງກ້າຫຼາຍໄວ້ໃນຂ້ານ້ອຍ. ໃນການສົນທະນາຄັ້ງກ່ອນຂອງພວກຂ້ານ້ອຍ, ຍັງມີການກ່າວວ່າ ອຸປະນິໄສອັນຊອບທຳຂອງພຣະເຈົ້າເປັນເອກະລັກ, ຂ້ານ້ອຍບໍ່ໄດ້ເຂົ້າໃຈສິ່ງນີ້ໃນອະດີດ. ພຣະອົງເວົ້າວ່າ ຄວາມໂກດຮ້າຍຂອງພຣະເຈົ້າແມ່ນແຕກຕ່າງຈາກຄວາມໃຈຮ້າຍຂອງມະນຸດ, ມັນເປັນສິ່ງທີ່ບໍ່ມີສິ່ງມີຊີວິດໃດມີ. ຄວາມໂກດຮ້າຍຂອງພຣະເຈົ້າເປັນສິ່ງທີ່ດີ ແລະ ມັນມີຫຼັກການ; ມັນຖືກສົ່ງອອກມາເນື່ອງຈາກແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າ. ພຣະເຈົ້າເຫັນວ່າບາງສິ່ງບໍ່ດີ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງປ່ອຍຄວາມໂກດຮ້າຍຂອງພຣະອົງ. ແຕ່ສຳລັບຄວາມເມດຕາຂອງພຣະເຈົ້ານັ້ນ, ຂ້ານ້ອຍໄດ້ເຫັນວ່າ ມັນຍັງເປັນສິ່ງທີ່ບໍ່ມີສິ່ງມີຊີວິດໃດມີ. ເຖິງແມ່ນວ່າມະນຸດມີການກະທຳທີ່ດີ ຫຼື ການປະຕິບັດທີ່ຊອບທຳ ເຊິ່ງເບິ່ງຄືຄ້າຍໆກັບຄວາມເມດຕາ, ພວກມັນກໍບໍ່ບໍລິສຸດ ແລະ ມີແຮງຈູງໃຈທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້. ບາງປະເພດຂອງສິ່ງທີ່ເອີ້ນວ່າ “ຄວາມເມດຕາ” ນັ້ນຍິ່ງປອມ ແລະ ວ່າງເປົ່າ. ແຕ່ຂ້ານ້ອຍໄດ້ເຫັນຄວາມລອດພົ້ນຂອງພຣະເຈົ້າ ເມື່ອພຣະອົງສະແດງຄວາມເມດຕາໃຫ້ແກ່ຜູ້ຄົນ ແລະ ຄວາມເມດຕານີ້ໄດ້ນໍາມະນຸດມາເຖິງເສັ້ນທາງແຫ່ງການຖືກຊ່ວຍໃຫ້ລອດພົ້ນໂດຍກົງ. ມັນວາງຜູ້ຄົນໄວ້ຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ, ຮັບປະກັນຈຸດໝາຍປາຍທາງທີ່ສວຍງາມໃຫ້ແກ່ພວກເຂົາ ແລະ ການບັນລຸຄວາມຫວັງຂອງພວກເຂົາ. ຄວາມເມດຕາຂອງພຣະເຈົ້າມີຢູ່ໃນແກ່ນແທ້ຂອງພຣະອົງ. ສະນັ້ນ ເຖິງແມ່ນພຣະເຈົ້າຈະທຳລາຍເມືອງໃດໜຶ່ງ ເນື່ອງຈາກຄວາມໂກດຮ້າຍຂອງພຣະອົງ, ຍ້ອນພຣະອົງມີແກ່ນແທ້ທີ່ເມດຕາ, ພຣະອົງຈຶ່ງສາມາດສະແດງຄວາມເມດຕາຂອງພຣະອົງເພື່ອຊ່ວຍ ແລະ ປົກປ້ອງປະຊາຊົນຂອງເມືອງນັ້ນໄດ້ທຸກເວລາ ຫຼື ທຸກສະຖານທີ່ ເນື່ອງຈາກການປ່ຽນແປງວິທີທາງຂອງພວກເຂົາເອງ. ນີ້ຄືຄວາມເຂົ້າໃຈຂອງຂ້ານ້ອຍ). ເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບອຸປະນິໄສອັນຊອບທຳຂອງພຣະເຈົ້າ. ຫົວຂໍ້ຂອງພວກເຮົາໃນມື້ນີ້ແມ່ນຄວາມສັກສິດຂອງພຣະເຈົ້າ. ຜູ້ຄົນລ້ວນແລ້ວແຕ່ໄດ້ຍິນ ແລະ ຮຽນຮູ້ບາງສິ່ງກ່ຽວກັບອຸປະນິໄສອັນຊອບທຳຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຫຼາຍຄົນເວົ້າເຖິງຄວາມສັກສິດ ແລະ ອຸປະນິໄສອັນຊອບທຳຂອງພຣະເຈົ້າເປັນສິ່ງດຽວກັນເປັນປະຈໍາ; ພວກເຂົາເວົ້າວ່າ ອຸປະນິໄສອັນຊອບທຳຂອງພຣະເຈົ້ານັ້ນສັກສິດ. ຄຳວ່າ “ສັກສິດ” ບໍ່ໄດ້ແປກໃໝ່ຕໍ່ຜູ້ໃດຜູ້ໜຶ່ງຢ່າງແນ່ນອນ. ມັນເປັນຄຳເວົ້າທີ່ຖືກໃຊ້ຢູ່ເປັນປະຈຳ. ແຕ່ເມື່ອເວົ້າເຖິງຄວາມໝາຍທີ່ຢູ່ພາຍໃນຄຳເວົ້ານັ້ນແລ້ວ, ແມ່ນຫຍັງຄືການສະແດງອອກຂອງຄວາມສັກສິດຂອງພຣະເຈົ້າໃຫ້ຜູ້ຄົນສາມາດເຫັນໄດ້? ພຣະເຈົ້າໄດ້ເປີດເຜີຍຫຍັງແດ່ທີ່ຜູ້ຄົນສາມາດຮັບຮູ້ໄດ້? ເຮົາຢ້ານວ່າ ນີ້ແມ່ນສິ່ງທີ່ບໍ່ມີຜູ້ໃດຮູ້ຈັກ. ອຸປະນິໄສຂອງພຣະເຈົ້າຊອບທຳ ແຕ່ຫຼັງຈາກນັ້ນ ຖ້າເຈົ້າຮັບເອົາອຸປະນິໄສອັນຊອບທຳຂອງພຣະເຈົ້າ ແລະ ເວົ້າວ່າ ມັນສັກສິດ, ນັ້ນເບິ່ງຄືກັບວ່າຄຸມເຄືອເລັກນ້ອຍ, ບິດເບືອນຄວາມຈິງເລັກນ້ອຍ; ເປັນຫຍັງຈຶ່ງເປັນແບບນັ້ນ? ເຈົ້າເວົ້າວ່າ ອຸປະນິໄສຂອງພຣະເຈົ້າຊອບທຳ ຫຼື ເຈົ້າເວົ້າວ່າອຸປະນິໄສຂອງພຣະອົງສັກສິດ, ແລ້ວໃນຫົວໃຈຂອງພວກເຈົ້າ, ພວກເຈົ້າຈຳແນກຄວາມສັກສິດຂອງພຣະເຈົ້າແນວໃດ, ພວກເຈົ້າເຂົ້າໃຈແນວໃດກ່ຽວກັບສິ່ງນີ້? ນັ້ນໝາຍຄວາມວ່າ ພຣະເຈົ້າໄດ້ເປີດເຜີຍຫຍັງ ຫຼື ແມ່ນຫຍັງຄືທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນ ເຊິ່ງຜູ້ຄົນຈະຮັບຮູ້ວ່າສັກສິດ? ພວກເຈົ້າໄດ້ຄິດກ່ຽວກັບສິ່ງນີ້ກ່ອນໜ້ານີ້ບໍ? ສິ່ງທີ່ເຮົາເຫັນກໍຄື ຜູ້ຄົນກ່າວຄຳເວົ້າທີ່ຖືກໃຊ້ໂດຍທົ່ວໄປອອກມາເປັນປະຈໍາ ຫຼື ມີວະລີທີ່ຖືກເວົ້າຊໍ້າແລ້ວຊໍ້າອີກ, ແຕ່ພວກເຂົາກໍບໍ່ຮູ້ແມ່ນແຕ່ສິ່ງທີ່ພວກເຂົາກຳລັງເວົ້າ. ນັ້ນເປັນພຽງວິທີທີ່ທຸກຄົນເວົ້າມັນອອກມາ ແລະ ພວກເຂົາເວົ້າມັນໂດຍເປັນນິໄສ ແລ້ວມັນຈຶ່ງກາຍມາເປັນຄຳເວົ້າທີ່ຕາຍຕົວສຳລັບພວກເຂົາ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາຕ້ອງສືບຄົ້ນ ແລະ ສຶກສາລາຍລະອຽດຢ່າງແທ້ຈິງ, ພວກເຂົາກໍຈະຄົ້ນພົບວ່າ ພວກເຂົາບໍ່ຮູ້ຈັກວ່າຄວາມໝາຍທີ່ແທ້ຈິງແມ່ນຫຍັງ ຫຼື ມັນໝາຍເຖິງຫຍັງ. ເຊັ່ນດຽວກັບຄຳທີ່ວ່າ “ສັກສິດ” ແມ່ນບໍ່ມີຜູ້ໃດຮູ້ແທ້ໆວ່າແມ່ນຫຍັງຄືລັກສະນະຂອງແກ່ນແທ້ຂອງພຣະເຈົ້າທີ່ກຳລັງໝາຍເຖິງ ກ່ຽວກັບຄວາມສັກສິດຂອງພຣະອົງທີ່ພວກເຂົາເວົ້າເຖິງ ແລະ ບໍ່ມີຜູ້ໃດຮູ້ຈັກວິທີເຊື່ອມຄຳທີ່ວ່າ “ສັກສິດ” ກັບພຣະເຈົ້າ. ຜູ້ຄົນສັບສົນໃນຫົວໃຈຂອງພວກເຂົາ ແລະ ການທີ່ພວກເຂົາຮັບຮູ້ເຖິງຄວາມສັກສິດຂອງພຣະເຈົ້າແມ່ນຄຸມເຄືອ ແລະ ບໍ່ຊັດເຈນ. ແຕ່ສຳລັບວ່າພຣະເຈົ້າສັກສິດແນວໃດນັ້ນ, ບໍ່ມີຜູ້ໃດມີຄວາມຊັດເຈນປານໃດ. ມື້ນີ້ ພວກເຮົາຈະສົນທະນາກັນກ່ຽວກັບຫົວຂໍ້ນີ້ ເພື່ອເຊື່ອມຄຳທີ່ວ່າ “ສັກສິດ” ກັບພຣະເຈົ້າ ເພື່ອວ່າຜູ້ຄົນຈະສາມາດເຫັນເຖິງເນື້ອຫາຕົວຈິງຂອງແກ່ນແທ້ແຫ່ງຄວາມສັກສິດຂອງພຣະເຈົ້າ. ສິ່ງນີ້ຈະປ້ອງກັນບາງຄົນບໍ່ໃຫ້ໃຊ້ຄຳເວົ້ານີ້ໂດຍເປັນນິໄສ ແລະ ຢ່າງບໍ່ລະມັດລະວັງ ແລະ ເວົ້າສິ່ງຕ່າງໆຢ່າງບໍ່ມີເປົ້າໝາຍ ເມື່ອພວກເຂົາບໍ່ຮູ້ຈັກວ່າພວກເຂົາໝາຍຄວາມເຖິງຫຍັງ ຫຼື ພວກເຂົາຖືກຕ້ອງ ແລະ ແນ່ນອນ ຫຼື ບໍ່. ຜູ້ຄົນເວົ້າແບບນີ້ຢູ່ສະເໝີ; ເຈົ້າກໍເວົ້າ, ເຂົາກໍເວົ້າ ແລະ ດ້ວຍເຫດນັ້ນ ມັນຈຶ່ງກາຍມາເປັນການເວົ້າຈົນເປັນນິໄສ. ສິ່ງນີ້ເຮັດໃຫ້ຄຳດັ່ງກ່າວເສື່ອມເສຍໂດຍບັງເອີນ.

ໃນທາງຜິວເຜີນແລ້ວ, ຄຳທີ່ວ່າ “ສັກສິດ” ແມ່ນເບິ່ງຄືວ່າເຂົ້າໃຈໄດ້ງ່າຍຫຼາຍ, ບໍ່ແມ່ນບໍ? ຢ່າງໜ້ອຍທີ່ສຸດ ຜູ້ຄົນກໍເຊື່ອວ່າ ຄຳທີ່ວ່າ “ສັກສິດ” ແມ່ນໝາຍເຖິງສະອາດ, ບໍ່ເປື້ອນ, ສັກສິດ ແລະ ບໍລິສຸດ. ຍັງມີຄົນທີ່ເຮັດໃຫ້ “ຄວາມສັກສິດ” ກ່ຽວຂ້ອງກັບ “ຄວາມຮັກ” ໃນເພງນະມັດສະການ “ຄວາມຮັກບໍລິສຸດທີ່ປາສະຈາກມົນທິນ” ທີ່ພວກເຮົາຫາກໍຮ້ອງແລ້ວ. ສິ່ງນີ້ຖືກຕ້ອງ; ສິ່ງນີ້ເປັນສ່ວນໜຶ່ງຂອງມັນ. ຄວາມຮັກຂອງພຣະເຈົ້າແມ່ນສ່ວນໜຶ່ງຂອງແກ່ນແທ້ຂອງພຣະອົງ, ແຕ່ມັນບໍ່ແມ່ນທັງໝົດ. ເຖິງຢ່າງໃດກໍຕາມ ໃນແນວຄິດຂອງຜູ້ຄົນ, ພວກເຂົາໄດ້ເຫັນຄຳເວົ້າ ແລະ ມັກຈະເຊື່ອມໂຍງມັນກັບສິ່ງຕ່າງໆທີ່ພວກເຂົາເອງເຫັນວ່າບໍລິສຸດ ແລະ ສະອາດ ຫຼື ກັບສິ່ງຕ່າງໆທີ່ພວກເຂົາຄິດເປັນການສ່ວນຕົວວ່າບໍ່ເປື້ອນ ແລະ ປາສະຈາກມົນທິນ. ຕົວຢ່າງເຊັ່ນ ບາງຄົນເວົ້າວ່າ ດອກບົວສະອາດ ແລະ ມັນອອກດອກໂດຍໄຮ້ມົນທິນຈາກຂີ້ຕົມທີ່ສົກກະປົກ. ສະນັ້ນ ຜູ້ຄົ້ນຈຶ່ງເລີ່ມນໍາໃຊ້ຄຳທີ່ວ່າ “ສັກສິດ” ກັບດອກບົວ. ບາງຄົນເບິ່ງເລື່ອງລາວຄວາມຮັກທີ່ແຕ່ງຂຶ້ນມາວ່າສັກສິດ ຫຼື ພວກເຂົາອາດເບິ່ງຕົວລະຄອນທີ່ແຕ່ງຂຶ້ນ ແລະ ມີສະຫງ່າລາສີວ່າເປັນສັກສິດ. ຍິ່ງໄປກວ່ານັ້ນ ບາງຄົນພິຈາລະນາຜູ້ຄົນຈາກພຣະຄຳພີ ຫຼື ຄົນອື່ນທີ່ຖືກບັນທຶກໃນໜັງສືຝ່າຍວິນຍານ ເຊັ່ນນັກບຸນ, ອັກຄະສາວົກ ຫຼື ຄົນອື່ນໆທີ່ເຄີຍຕິດຕາມພຣະເຈົ້າ ໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ ໂດຍວ່າເປັນການມີປະສົບການຝ່າຍວິນຍານທີ່ສັກສິດ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ຄິດຂຶ້ນໂດຍຜູ້ຄົນ; ພວກມັນແມ່ນແນວຄິດທີ່ຜູ້ຄົນມີ. ເປັນຫຍັງຜູ້ຄົນຈຶ່ງມີແນວຄິດແບບນີ້? ເຫດຜົນກໍງ່າຍດາຍຫຼາຍ: ມັນແມ່ນຍ້ອນຜູ້ຄົນດຳລົງຊີວິດທ່າມກາງອຸປະນິໄສທີ່ເສື່ອມຊາມ ແລະ ອາໄສຢູ່ໃນໂລກທີ່ຊົ່ວຮ້າຍ ແລະ ສົກກະປົກ. ທຸກສິ່ງທີ່ພວກເຂົາເຫັນ, ທຸກສິ່ງທີ່ພວກເຂົາສຳຜັດ, ທຸກສິ່ງທີ່ພວກເຂົາປະສົບກັບແມ່ນຄວາມຊົ່ວຮ້າຍ ແລະ ຄວາມເສື່ອມຊາມຂອງຊາຕານ ພ້ອມທັງກົນອຸບາຍ, ການປະຈັນບານ ແລະ ສົງຄາມທີ່ເກີດຂຶ້ນທ່າມກາງຜູ້ຄົນພາຍໃຕ້ອິດທິພົນຂອງຊາຕານ. ສະນັ້ນ ແມ່ນແຕ່ເມື່ອພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນຜູ້ຄົນ ແລະ ແມ່ນແຕ່ເມື່ອພຣະອົງກ່າວຕໍ່ພວກເຂົາ ແລະ ເປີດເຜີຍອຸປະນິໄສ ແລະ ແກ່ນແທ້ຂອງພຣະອົງ, ພວກເຂົາກໍບໍ່ສາມາດເຫັນ ຫຼື ຮູ້ຈັກເຖິງຄວາມສັກສິດ ແລະ ແກ່ນແທ້ຂອງພຣະເຈົ້າໄດ້. ຜູ້ຄົນເວົ້າຢູ່ເລື້ອຍໆວ່າພຣະເຈົ້າສັກສິດ ແຕ່ພວກເຂົາກໍຂາດຄວາມເຂົ້າໃຈທີ່ແທ້ຈິງ; ພວກເຂົາພຽງແຕ່ກ່າວຄຳເວົ້າທີ່ວ່າງເປົ່າ. ຍ້ອນຜູ້ຄົນດຳລົງຊີວິດຢູ່ທ່າມກາງຄວາມສົກກະປົກ ແລະ ຄວາມເສື່ອມຊາມ ແລະ ຢູ່ໃນອຳນາດຂອງຊາຕານ ແລະ ພວກເຂົາຈຶ່ງບໍ່ເຫັນແສງສະຫວ່າງ, ບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງທີ່ດີ ແລະ ຍິ່ງໄປກວ່ານັ້ນຄືບໍ່ຮູ້ຄວາມຈິງ, ບໍ່ມີຜູ້ໃດຮູ້ຈັກແທ້ໆວ່າ “ສັກສິດ” ແມ່ນໝາຍເຖິງຫຍັງ. ແລ້ວມີສິ່ງທີ່ສັກສິດ ຫຼື ຄົນທີ່ສັກສິດທ່າມກາງມະນຸດຊາດທີ່ເສື່ອມຊາມນີ້ບໍ? ພວກເຮົາສາມາດເວົ້າດ້ວຍຄວາມແນ່ນອນວ່າ: ບໍ່, ບໍ່ມີ, ຍ້ອນມີພຽງແຕ່ແກ່ນແທ້ຂອງພຣະເຈົ້າທີ່ສັກສິດ.

ຄັ້ງກ່ອນ, ພວກເຮົາໄດ້ສົນທະນາກັນກ່ຽວກັບໜຶ່ງລັກສະນະຂອງວິທີທີ່ແກ່ນແທ້ຂອງພຣະເຈົ້ານັ້ນສັກສິດ. ສິ່ງນີ້ໄດ້ໃຫ້ແຮງບັນດານໃຈແກ່ຜູ້ຄົນເພື່ອຮັບຄວາມຮູ້ກ່ຽວກັບຄວາມສັກສິດຂອງພຣະເຈົ້າ ແຕ່ມັນກໍບໍ່ພຽງພໍ. ມັນບໍ່ພຽງພໍທີ່ຈະສາມາດເຮັດໃຫ້ຜູ້ຄົນສາມາດຮູ້ຈັກເຖິງຄວາມສັກສິດຂອງພຣະເຈົ້າຢ່າງສົມບູນ ຫຼື ມັນບໍ່ພຽງພໍທີ່ຈະສາມາດເຮັດໃຫ້ພວກເຂົາເຂົ້າໃຈວ່າຄວາມສັກສິດຂອງພຣະເຈົ້າເປັນເອກະລັກ. ຍິ່ງໄປກວ່ານັ້ນ ມັນບໍ່ພຽງພໍທີ່ຈະສາມາດເຮັດໃຫ້ຜູ້ຄົນສາມາດເຂົ້າໃຈເຖິງຄວາມໝາຍທີ່ແທ້ຈິງຂອງຄວາມສັກສິດທີ່ປາກົດຕົວໃນພຣະເຈົ້າຢ່າງສົມບູນ. ສະນັ້ນ ມັນຈຶ່ງຈຳເປັນທີ່ພວກເຮົາຈະສືບຕໍ່ການສົນທະນາຂອງພວກເຮົາກ່ຽວກັບຫົວຂໍ້ນີ້. ຄັ້ງກ່ອນ ການສົນທະນາຂອງພວກເຮົາໄດ້ນໍາສະເໜີສາມຫົວຂໍ້, ສະນັ້ນ ພວກເຮົາຄວນສົນທະນາກ່ຽວກັບຢ່າງທີ່ສີ່ໃນຕອນນີ້. ພວກເຮົາຈະເລີ່ມຕົ້ນໂດຍອ່ານຈາກຂໍ້ພຣະຄຳພີ.

ການລໍ້ລວງຂອງຊາຕານ

ມັດທາຍ 4:1–4 ແລ້ວພຣະວິນຍານກໍໄດ້ນໍາພາພຣະເຢຊູມາທີ່ປ່າເພື່ອໃຫ້ມານຮ້າຍລໍ້ລວງ. ເມື່ອພຣະອົງໄດ້ອົດເຂົ້າເປັນເວລາສີ່ສິບມື້ ແລະ ສີ່ສິບຄືນ, ຫຼັງຈາກນັ້ນ ພຣະອົງກໍຫິວອາຫານ. ເມື່ອຜູ້ລໍ້ລວງມາຫາພຣະອົງ ເຂົາກໍກ່າວວ່າ ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫຼົ່ານີ້ໃຫ້ກາຍເປັນເຂົ້າຈີ່ແມະ. ແຕ່ພຣະອົງຕອບ ແລະ ກ່າວໄປວ່າ ມີຖ້ອຍຄຳທີ່ຂຽນໄວ້ວ່າ ມະນຸດຈະບໍ່ລ້ຽງຊີວິດດ້ວຍເຂົ້າຈີ່ຢ່າງດຽວ ແຕ່ດ້ວຍພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ.

ສິ່ງເຫຼົ່ານີ້ແມ່ນຄຳເວົ້າທີ່ມານຮ້າຍໄດ້ພະຍາຍາມລໍ່ລວງພຣະເຢຊູເຈົ້າເປັນຄັ້ງທຳອິດ. ແມ່ນຫຍັງຄືເນື້ອຫາຂອງສິ່ງທີ່ມານຮ້າຍໄດ້ກ່າວ? (“ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫຼົ່ານີ້ໃຫ້ກາຍເປັນເຂົ້າຈີ່ແມະ”). ຄຳເວົ້າເຫຼົ່ານີ້ທີ່ມານຮ້າຍໄດ້ເວົ້າມາແມ່ນຂ້ອນຂ້າງທຳມະດາ ແຕ່ມີບັນຫາຫຍັງກ່ຽວກັບເນື້ອຫາທີ່ສຳຄັນຂອງຄຳເວົ້າເຫຼົ່ານີ້ບໍ? ມານຮ້າຍເວົ້າວ່າ “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ” ແຕ່ໃນຫົວໃຈຂອງມັນ, ມັນຮູ້ ຫຼື ບໍ່ວ່າພຣະເຢຊູເປັນພຣະບຸດຂອງພຣະເຈົ້າ? ມັນຮູ້ ຫຼື ບໍ່ວ່າພຣະອົງເປັນພຣະຄຣິດ? (ມັນຮູ້). ແລ້ວເປັນຫຍັງມັນຈຶ່ງເວົ້າວ່າ “ຖ້າທ່ານເປັນ”? (ມັນກຳລັງພະຍາຍາມລໍ້ລວງພຣະເຈົ້າ). ແຕ່ແມ່ນຫຍັງຄືເປົ້າໝາຍຂອງມັນໃນການເຮັດແບບນັ້ນ? ມັນເວົ້າວ່າ “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ”. ໃນຫົວໃຈຂອງມັນ, ມັນຮູ້ວ່າພຣະເຢຊູຄຣິດເປັນພຣະບຸດຂອງພຣະເຈົ້າ, ມັນຊັດເຈນຫຼາຍກ່ຽວກັບສິ່ງນີ້ໃນຫົວໃຈຂອງມັນ, ແຕ່ເຖິງຈະຮູ້ເຊັ່ນນີ້, ມັນຍອມຕໍ່ພຣະອົງ ແລະ ນະມັດສະການພຣະອົງບໍ? (ບໍ່). ມັນຕ້ອງການເຮັດຫຍັງ? ມັນຕ້ອງການໃຊ້ວິທີການນີ້ ແລະ ກ່າວຄຳເວົ້າເຫຼົ່ານີ້ເພື່ອເຮັດໃຫ້ພຣະເຢຊູເຈົ້າໃຈຮ້າຍ ແລະ ລໍ້ລວງໃຫ້ພຣະອົງຕິດເຍື່ອຂອງມັນ, ເພື່ອຫຼອກລວງໃຫ້ພຣະເຢຊູເຈົ້າເຮັດສິ່ງຕ່າງໆຕາມວິທີຄິດຂອງມັນເອງ. ນີ້ບໍ່ແມ່ນຄວາມໝາຍທີ່ຢູ່ເບື້ອງຫຼັງຄຳເວົ້າຂອງມານຮ້າຍບໍ? ໃນຫົວໃຈຂອງຊາຕານ, ມັນຮູ້ຢ່າງຊັດເຈນວ່າ ນີ້ແມ່ນພຣະເຢຊູຄຣິດເຈົ້າ, ແຕ່ເຖິງຢ່າງໃດກໍຕາມ ມັນກໍກ່າວຄຳເວົ້າເຫຼົ່ານີ້. ນີ້ບໍ່ແມ່ນທຳມະຊາດຂອງຊາຕານບໍ? ແມ່ນຫຍັງຄືທຳມະຊາດຂອງຊາຕານ? (ການມີເລ່ຫຼຽມ, ຊົ່ວຮ້າຍ ແລະ ບໍ່ມີຄວາມເຄົາລົບສຳລັບພຣະເຈົ້າ). ມັນບໍ່ມີຄວາມເຄົາລົບສຳລັບພຣະເຈົ້າ. ແມ່ນຫຍັງຄືສິ່ງບໍ່ດີທີ່ມັນກຳລັງເຮັດໃນບ່ອນນີ້? ບໍ່ແມ່ນວ່າມັນຕ້ອງການໂຈມຕີພຣະເຈົ້າບໍ? ມັນຕ້ອງການໃຊ້ວິທີການນີ້ເພື່ອໂຈມຕີພຣະເຈົ້າ ແລະ ດ້ວຍເຫດນັ້ນ ມັນຈຶ່ງກ່າວວ່າ: “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫຼົ່ານີ້ໃຫ້ກາຍເປັນເຂົ້າຈີ່ແມະ”; ນີ້ບໍ່ແມ່ນເຈດຕະນາອັນຊົ່ວຮ້າຍຂອງຊາຕານບໍ? ມັນກຳລັງພະຍາຍາມເຮັດຫຍັງແທ້ໆ? ເປົ້າໝາຍຂອງມັນຊັດເຈນຫຼາຍ: ມັນກຳລັງພະຍາຍາມໃຊ້ວິທີການນີ້ເພື່ອປະຕິເສດຕໍາແໜ່ງ ແລະ ຕົວຕົນຂອງພຣະເຢຊູຄຣິດເຈົ້າ. ສິ່ງທີ່ຊາຕານໝາຍເຖິງໂດຍຄຳເວົ້າເຫຼົ່ານີ້ກໍຄື “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ, ໃຫ້ປ່ຽນກ້ອນຫີນເຫຼົ່ານີ້ກາຍເປັນເຂົ້າຈີ່. ຖ້າທ່ານບໍ່ສາມາດເຮັດສິ່ງນີ້ໄດ້, ແລ້ວທ່ານກໍບໍ່ແມ່ນພຣະບຸດຂອງພຣະເຈົ້າ, ແລ້ວທ່ານກໍບໍ່ຄວນປະຕິບັດພາລະກິດຂອງທ່ານອີກຕໍ່ໄປ”. ມັນບໍ່ແມ່ນແບບນີ້ບໍ? ມັນຕ້ອງການໃຊ້ວິທີການນີ້ເພື່ອໂຈມຕີພຣະເຈົ້າ, ມັນຕ້ອງການມ້າງ ແລະ ທຳລາຍພາລະກິດຂອງພຣະເຈົ້າ; ນີ້ຄືຄວາມມຸ່ງຮ້າຍຂອງຊາຕານ. ຄວາມມຸ່ງຮ້າຍຂອງມັນແມ່ນການສະແດງອອກໂດຍທຳມະຊາດຂອງທຳມະຊາດຂອງມັນ. ເຖິງແມ່ນວ່າ ມັນຮູ້ຈັກວ່າພຣະເຢຊູຄຣິດເຈົ້າເປັນພຣະບຸດຂອງພຣະເຈົ້າ, ການບັງເກີດເປັນມະນຸດແທ້ໆຂອງພຣະເຈົ້າເອງ, ມັນກໍເຮັດໄດ້ແຕ່ພຽງສິ່ງແບບນີ້ ໂດຍຕາມຫຼັງຂອງພຣະເຈົ້າຢ່າງໃກ້ຊິດ, ໂຈມຕີພຣະອົງຢ່າງບໍ່ຢຸດຢັ້ງ ແລະ ພະຍາຍາມຢ່າງໜັກເພື່ອລົບກວນ ແລະ ທຳລາຍພາລະກິດຂອງພຣະເຈົ້າ.

ບັດນີ້ ໃຫ້ພວກເຮົາວິເຄາະວະລີນີ້ທີ່ຊາຕານເວົ້າວ່າ: “ຈົ່ງສັ່ງກ້ອນຫີນເຫຼົ່ານີ້ໃຫ້ກາຍເປັນເຂົ້າຈີ່ແມະ”. ເຮັດໃຫ້ກ້ອນຫີນກາຍເປັນເຂົ້າຈີ່, ສິ່ງນີ້ມີຄວາມໝາຍຫຍັງບໍ? ຖ້າມີອາຫານ, ເປັນຫຍັງຈຶ່ງບໍ່ກິນມັນ? ເປັນຫຍັງມັນຈຶ່ງຈຳເປັນຕ້ອງເຮັດໃຫ້ກ້ອນຫີນກາຍເປັນອາຫານ? ມັນສາມາດເວົ້າໄດ້ບໍວ່າບໍ່ມີຄວາມໝາຍໃນບ່ອນນີ້? ເຖິງພຣະອົງກຳລັງອົດອາຫານໃນເວລານັ້ນ ແຕ່ແນ່ນອນບໍວ່າ ພຣະເຢຊູເຈົ້າມີອາຫານກິນ? (ພຣະອົງມີ). ສະນັ້ນ ໃນບ່ອນນີ້ ພວກເຮົາສາມາດເຫັນເຖິງຄວາມໄຮ້ເຫດຜົນຂອງຄຳເວົ້າຂອງຊາຕານ. ສຳລັບການທໍລະຍົດ ແລະ ຄວາມຄິດຮ້າຍທຸກຢ່າງຂອງຊາຕານ, ພວກເຮົາຍັງສາມາດເຫັນເຖິງຄວາມໄຮ້ເຫດຜົນ ແລະ ຄວາມໄຮ້ສາລະຂອງມັນ. ຊາຕານເຮັດຫຼາຍໆສິ່ງທີ່ເຈົ້າສາມາດເຫັນໄດ້ເຖິງທຳມະຊາດທີ່ມຸ່ງຮ້າຍຂອງມັນ; ເຈົ້າສາມາດເຫັນວ່າມັນກຳລັງເຮັດສິ່ງຕ່າງໆທີ່ທຳລາຍພາລະກິດຂອງພຣະເຈົ້າ ແລະ ເມື່ອເຫັນແບບນີ້ ເຈົ້າກໍຮູ້ສຶກວ່າມັນເປັນຕາຊັງ ແລະ ເປັນຕາໂມໂຫ. ແຕ່ໃນທາງກົງກັນຂ້າມ ເຈົ້າບໍ່ໄດ້ເຫັນເຖິງທຳມະຊາດຄືເດັກນ້ອຍ ແລະ ເປັນຕາຫົວທີ່ຢູ່ເບື້ອງຫຼັງຄຳເວົ້າ ແລະ ການກະທຳຂອງມັນບໍ? ນີ້ແມ່ນການເປີດເຜີຍກ່ຽວກັບທຳມະຊາດຂອງຊາຕານ; ຍ້ອນມັນມີທຳມະຊາດແບບນີ້, ມັນຈຶ່ງເຮັດສິ່ງແບບນີ້. ສຳລັບຜູ້ຄົນໃນປັດຈຸບັນ, ຄຳເວົ້າເຫຼົ່ານີ້ຂອງຊາຕານແມ່ນໄຮ້ເຫດຜົນ ແລະ ເປັນຕາຫົວ. ແຕ່ແນ່ນອນວ່າ ຊາຕານສາມາດກ່າວຄຳເວົ້າດັ່ງກ່າວໄດ້. ພວກເຮົາສາມາດເວົ້າໄດ້ບໍວ່າມັນໂງ່ຈ້າ ແລະ ໄຮ້ສາລະ? ຄວາມຊົ່ວຮ້າຍຂອງຊາຕານຢູ່ທຸກຫົນທຸກແຫ່ງ ແລະ ມັນກຳລັງຖືກເປີດໂປງຢູ່ເລື້ອຍໆ. ແລ້ວພຣະເຢຊູເຈົ້າຕອບມັນວ່າແນວໃດ? (“ມະນຸດຈະບໍ່ລ້ຽງຊີວິດດ້ວຍເຂົ້າຈີ່ຢ່າງດຽວ ແຕ່ດ້ວຍພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ”). ພຣະທຳເຫຼົ່ານີ້ມີລິດອຳນາດບໍ? (ພວກມັນມີ). ເປັນຫຍັງພວກເຮົາຈຶ່ງເວົ້າວ່າພວກມັນມີລິດອຳນາດ? ມັນກໍຍ້ອນພຣະທຳເຫຼົ່ານີ້ເປັນຄວາມຈິງ. ບັດນີ້ ມະນຸດລ້ຽງຊີວິດດ້ວຍເຂົ້າຈີ່ຢ່າງດຽວບໍ? ພຣະເຢຊູເຈົ້າອົດອາຫານເປັນເວລາສີ່ສິບມື້ ແລະ ຄືນ. ພຣະອົງອົດອາຫານຈົນຕາຍບໍ? (ບໍ່). ພຣະອົງບໍ່ໄດ້ອົດອາຫານຈົນຕາຍ, ສະນັ້ນ ຊາຕານຈຶ່ງເຂົ້າຫາພຣະອົງ, ກະຕຸ້ນໃຫ້ພຣະອົງປ່ຽນກ້ອນຫີນໃຫ້ກາຍເປັນອາຫານໂດຍເວົ້າສິ່ງຕ່າງໆເຊັ່ນ: “ຖ້າທ່ານປ່ຽນກ້ອນຫີນໃຫ້ກາຍເປັນອາຫານ, ແລ້ວທ່ານຈະບໍ່ມີແນວໃຫ້ກິນບໍ? ແລ້ວທ່ານກໍຈະບໍ່ຈຳເປັນຕ້ອງອົດອາຫານ, ບໍ່ຕ້ອງຫິວໂຫຍບໍ?” ແຕ່ພຣະເຢຊູເຈົ້າກ່າວວ່າ “ມະນຸດຈະບໍ່ລ້ຽງຊີວິດດ້ວຍເຂົ້າຈີ່ຢ່າງດຽວ” ເຊິ່ງໝາຍຄວາມວ່າ ເຖິງແມ່ນວ່າມະນຸດຈະດຳລົງຊີວິດໃນຮ່າງກາຍທາງກາຍະພາບ, ມັນບໍ່ແມ່ນອາຫານທີ່ເຮັດໃຫ້ຮ່າງກາຍທາງກາຍະພາບຂອງເຂົາດຳລົງຊີວິດ ແລະ ຫາຍໃຈ ແຕ່ເປັນພຣະທຳທຸກໆຂໍ້ທີ່ຖືກກ່າວອອກມາຈາກປາກຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ມະນຸດຖືວ່າພຣະທຳເຫຼົ່ານີ້ເປັນຄວາມຈິງ. ພຣະທຳເຫຼົ່ານີ້ມອບຄວາມເຊື່ອໃຫ້ແກ່ເຂົາ, ເຮັດໃຫ້ເຂົາຮູ້ສຶກວ່າເຂົາສາມາດເພິ່ງພາພຣະເຈົ້າ, ພຣະເຈົ້າຄືຄວາມຈິງ. ໃນທາງກົງກັນຂ້າມກັນ, ມີລັກສະນະຕົວຈິງໃນພຣະທຳເຫຼົ່ານີ້ບໍ? ພຣະເຢຊູເຈົ້າຍັງບໍ່ໄດ້ຢືນຢູ່ ແລະ ຍັງບໍ່ມີຊີວິດຢູ່ຫຼັງຈາກທີ່ອົດອາຫານເປັນເວລາສີ່ສິບມື້ ແລະ ຄືນບໍ? ນີ້ບໍ່ແມ່ນຕົວຢ່າງທີ່ແທ້ຈິງບໍ? ພຣະອົງບໍ່ໄດ້ກິນອາຫານເປັນເວລາສີ່ສິບມື້ ແລະ ຄືນ ແລະ ເຖິງຢ່າງໃດກໍຕາມ ພຣະອົງກໍຍັງມີຊີວິດ. ສິ່ງນີ້ຄືຫຼັກຖານທີ່ມີອຳນາດ ເຊິ່ງຢືນຢັນເຖິງຄວາມຈິງຂອງພຣະທຳຂອງພຣະອົງ. ພຣະທຳເຫຼົ່ານີ້ທຳມະດາ, ແຕ່ພຣະທຳເຫຼົ່ານີ້ທີ່ມາຈາກຫົວໃຈຂອງພຣະເຢຊູເຈົ້າຖືກສອນໃຫ້ແກ່ພຣະອົງໂດຍຜູ້ໃດຜູ້ໜຶ່ງບໍ ຫຼື ມັນເປັນພຽງແຕ່ຍ້ອນສິ່ງທີ່ຊາຕານເວົ້າຕໍ່ພຣະອົງບໍ ທີ່ເຮັດໃຫ້ພຣະອົງຄິດເຖິງພຣະທຳເຫຼົ່ານັ້ນ? ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າເປັນຄວາມຈິງ ແລະ ພຣະເຈົ້າເປັນຊີວິດ, ແຕ່ຄວາມຈິງ ແລະ ຊີວິດຂອງພຣະເຈົ້າເປັນການເພີ່ມຕື່ມພາຍຫຼັງບໍ? ພວກມັນເກີດຈາກປະສົບການໃນເວລາຕໍ່ມາບໍ? ບໍ່, ພວກມັນມີມາຕັ້ງແຕ່ເກີດໃນພຣະເຈົ້າ. ນັ້ນໝາຍຄວາມວ່າ ຄວາມຈິງ ແລະ ຊີວິດຄືແກ່ນແທ້ຂອງພຣະເຈົ້າ. ແມ່ນຫຍັງກໍຕາມທີ່ເກີດຂຶ້ນກັບພຣະອົງ, ສິ່ງທີ່ພຣະອົງເປີດເຜີຍກໍມີພຽງແຕ່ຄວາມຈິງ. ຄວາມຈິງນີ້, ພຣະທຳເຫຼົ່ານີ້, ບໍ່ວ່າເນື້ອຫາຂອງຄຳເວົ້າຂອງພຣະອົງຈະຍາວ ຫຼື ສັ້ນ ກໍສາມາດເຮັດໃຫ້ມະນຸດດຳລົງຊີວິດ ແລະ ມອບຊີວິດໃຫ້ແກ່ມະນຸດ; ພວກມັນສາມາດເຮັດໃຫ້ຜູ້ຄົນສາມາດໄດ້ຮັບເອົາຄວາມຈິງ ແລະ ຄວາມຊັດເຈນກ່ຽວກັບເສັ້ນທາງແຫ່ງຊີວິດມະນຸດ ແລະ ເຮັດໃຫ້ພວກເຂົາສາມາດມີຄວາມເຊື່ອໃນພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ແຫຼ່ງທີ່ມາຂອງການທີ່ພຣະເຈົ້າໃຊ້ພຣະທຳເຫຼົ່ານີ້ກໍເປັນສິ່ງທີ່ດີ. ສະນັ້ນ ພວກເຮົາສາມາດເວົ້າໄດ້ບໍວ່າສິ່ງທີ່ດີນີ້ຄືສິ່ງທີ່ສັກສິດ? (ເວົ້າໄດ້). ພຣະທຳເຫຼົ່ານັ້ນຂອງຊາຕານແມ່ນມາຈາກທຳມະຊາດຂອງຊາຕານ. ຊາຕານເປີດເຜີຍທຳມະຊາດອັນຊົ່ວຮ້າຍ ແລະ ມຸ່ງຮ້າຍຂອງມັນທຸກບ່ອນຢູ່ເລື້ອຍໆ. ບັດນີ້ ຊາຕານເຮັດການເປີດເຜີຍເຫຼົ່ານີ້ຢ່າງທຳມະຊາດບໍ? ມີຜູ້ໃດຜູ້ໜຶ່ງບັນຊາໃຫ້ມັນເຮັດແບບນີ້ບໍ? ມີຜູ້ໃດຜູ້ໜຶ່ງທີ່ຊ່ວຍມັນບໍ? ມີຜູ້ໃດຜູ້ໜຶ່ງທີ່ບັງຄັບມັນບໍ? (ບໍ່ມີ). ມັນເປີດເຜີຍສິ່ງເຫຼົ່ານີ້ທັງໝົດດ້ວຍຄວາມສະໝັກໃຈຂອງມັນເອງ. ນີ້ຄືທຳມະຊາດອັນຊົ່ວຮ້າຍຂອງຊາຕານ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ ແລະ ບໍ່ວ່າພຣະອົງຈະເຮັດມັນແນວໃດກໍຕາມ, ຊາຕານກໍຕິດຕາມສົ້ນນ່ອງຂອງພຣະອົງ. ທາດແທ້ ແລະ ທຳມະຊາດທີ່ແທ້ຈິງຂອງສິ່ງເຫຼົ່ານີ້ທີ່ຊາຕານເວົ້າ ແລະ ເຮັດແມ່ນທາດແທ້ຂອງຊາຕານ ເຊິ່ງເປັນທາດແທ້ທີ່ຊົ່ວຮ້າຍ ແລະ ມຸ່ງຮ້າຍ. ບັດນີ້ ໃນຂະນະທີ່ພວກເຮົາອ່ານຕໍ່, ຊາຕານໄດ້ເວົ້າຫຍັງອີກ? ໃຫ້ພວກເຮົາອ່ານ.

ມັດທາຍ 4:5–7 ແລ້ວມານຮ້າຍກໍໄດ້ນໍາພຣະອົງຂຶ້ນໄປເທິງເມືອງທີ່ສັກສິດ ແລະ ວາງພຣະອົງລົງທີ່ເທິງຍອດພຣະວິຫານ ແລະ ເວົ້າກັບພຣະອົງວ່າ ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂດດລົງ: ເພາະມີຖ້ອຍຄຳທີ່ຂຽນໄວ້ວ່າ ພຣະອົງຈະມອບທູດສະຫວັນຂອງພຣະອົງໃຫ້ດູແລສິ່ງທີ່ກ່ຽວກັບທ່ານ: ແລະ ໃນມືຂອງພວກເຂົາ, ພວກເຂົາຈະອູ້ມທ່ານຂຶ້ນເພື່ອບໍ່ໃຫ້ຕີນຂອງທ່ານກະແທກກັບກ້ອນຫີນບໍ່ວ່າໃນຕອນໃດກໍຕາມ. ພຣະເຢຊູກ່າວກັບມັນວ່າ ມີຖ້ອຍຄຳທີ່ຂຽນໄວ້ອີກວ່າ ເຈົ້າຈົ່ງຢ່າລໍ້ລວງພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າເລີຍ.

ໃຫ້ພວກເຮົາສົນທະນາກັນກ່ຽວກັບຄຳເວົ້າທີ່ຊາຕານເວົ້າໃນຈຸດນີ້ກ່ອນ. ຊາຕານເວົ້າວ່າ “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂດດລົງ” ແລະ ຫຼັງຈາກນັ້ນ ມັນກໍອ້າງຈາກຂໍ້ພຣະຄຳພີວ່າ: “ພຣະອົງຈະມອບທູດສະຫວັນຂອງພຣະອົງໃຫ້ດູແລສິ່ງທີ່ກ່ຽວກັບທ່ານ ແລະ ໃນມືຂອງພວກເຂົາ, ພວກເຂົາຈະອູ້ມທ່ານຂຶ້ນເພື່ອບໍ່ໃຫ້ຕີນຂອງທ່ານກະແທກກັບກ້ອນຫີນບໍ່ວ່າໃນຕອນໃດກໍຕາມ”. ເຈົ້າຮູ້ສຶກແນວໃດເມື່ອເຈົ້າໄດ້ຍິນຄຳເວົ້າຂອງຊາຕານ? ພວກມັນບໍຄືເດັກນ້ອຍຫຼາຍບໍ? ພວກມັນຄືເດັກນ້ອຍ, ໄຮ້ເຫດຜົນ ແລະ ເປັນຕາລັງກຽດ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຊາຕານເຮັດສິ່ງທີ່ໂງ່ຈ້າຢູ່ເລື້ອຍໆ ແລະ ມັນເຊື່ອວ່າຕົນເອງສະຫຼາດຫຼາຍ. ມັນອ້າງຈາກຂໍ້ພຣະຄຳພີຢູ່ເລື້ອຍໆ, ແມ່ນແຕ່ພຣະທຳທີ່ພຣະເຈົ້າກ່າວແທ້ໆ, ໂດຍພະຍາຍາມດັດປ່ຽນພຣະທຳເຫຼົ່ານີ້ໃສ່ພຣະເຈົ້າເພື່ອໂຈມຕີພຣະອົງ ແລະ ລໍ້ລວງພຣະອົງເພື່ອພະຍາຍາມບັນລຸຈຸດປະສົງຂອງມັນໃນການທຳລາຍແຜນການແຫ່ງພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ເຈົ້າສາມາດເຫັນຫຍັງໃນຄຳເວົ້າເຫຼົ່ານີ້ທີ່ຊາຕານໄດ້ກ່າວມາ? (ຊາຕານມີເຈດຕະນາອັນຊົ່ວຮ້າຍ). ໃນທຸກສິ່ງທີ່ຊາຕານເຮັດ, ມັນສະແຫວງຫາເພື່ອລໍ້ລວງມະນຸດຊາດຢູ່ສະເໝີ. ຊາຕານບໍ່ເວົ້າຢ່າງກົງໄປກົງມາ ແຕ່ໃນລັກສະນະທີ່ອ້ອມໄປມາ ໂດຍໃຊ້ການລໍ້ລວງ, ການຫຼອກລວງ ແລະ ການລໍ້ໃຈ. ຊາຕານເຂົ້າຫາການທີ່ມັນລໍ້ລວງພຣະເຈົ້າຄືກັບວ່າພຣະອົງເປັນມະນຸດທີ່ທຳມະດາ ໂດຍເຊື່ອວ່າພຣະເຈົ້າບໍ່ມີຄວາມຮູ້, ໂງ່ຈ້າ ແລະ ບໍ່ສາມາດແຍກແຍະຮູບຮ່າງທີ່ແທ້ຈິງຂອງສິ່ງຕ່າງໆເຊັ່ນກັນ ຄືກັນກັບທີ່ມະນຸດບໍ່ສາມາດເຮັດໄດ້. ຊາຕານຄິດວ່າ ພຣະເຈົ້າ ແລະ ມະນຸດແມ່ນບໍ່ສາມາດເຫັນທະລຸເຊິ່ງແກ່ນແທ້ຂອງມັນ ແລະ ການລໍ້ລວງ ແລະ ເຈດຕະນາທີ່ມຸ່ງຮ້າຍຂອງມັນຄືກັນ. ນີ້ບໍ່ແມ່ນສິ່ງທີ່ເປັນຄວາມໂງ່ຈ້າຂອງຊາຕານບໍ? ຍິ່ງໄປກວ່ານັ້ນ, ຊາຕານອ້າງຈາກຂໍ້ພຣະຄຳພີຢ່າງເປີດເຜີຍ ໂດຍເຊື່ອວ່າການເຮັດແບບນີ້ຈະເຮັດໃຫ້ມັນມີຄວາມໜ້າເຊື່ອຖື ແລະ ເຈົ້າຈະບໍ່ສາມາດຈັບຜິດຂໍ້ບົກຜ່ອງທີ່ຢູ່ໃນຄຳເວົ້າຂອງມັນ ຫຼື ຫຼີກຫຼ່ຽງການຖືກຫຼອກລວງໄດ້. ນີ້ບໍ່ແມ່ນຄວາມໄຮ້ສາລະ ແລະ ຄວາມເປັນເດັກນ້ອຍຂອງຊາຕານບໍ? ນີ້ເປັນຄືກັບເວລາທີ່ຜູ້ຄົນເຜີຍແຜ່ຂ່າວປະເສີດ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ: ບາງເທື່ອ ຜູ້ທີ່ບໍ່ເຊື່ອຈະບໍ່ເວົ້າບາງສິ່ງທີ່ຄ້າຍຄືກັບສິ່ງທີ່ຊາຕານເວົ້າບໍ? ພວກເຈົ້າໄດ້ຍິນຜູ້ຄົນເວົ້າບາງສິ່ງທີ່ຄ້າຍຄືກັນບໍ? ເຈົ້າຮູ້ສຶກແນວໃດເມື່ອເຈົ້າໄດ້ຍິນສິ່ງດັ່ງກ່າວ? ເຈົ້າຮູ້ສຶກເບື່ອໜ່າຍບໍ? (ແມ່ນແລ້ວ). ເມື່ອເຈົ້າຮູ້ສຶກເບື່ອໜ່າຍ, ເຈົ້າຮູ້ສຶກເຖິງຄວາມລັງກຽດ ແລະ ຄວາມກຽດຊັງເຊັ່ນກັນບໍ? ເມື່ອເຈົ້າມີຄວາມຮູ້ສຶກເຫຼົ່ານີ້, ເຈົ້າສາມາດຮັບຮູ້ໄດ້ບໍວ່າຊາຕານ ແລະ ອຸປະນິໄສເສື່ອມຊາມທີ່ຊາຕານໃສ່ເຂົ້າໄປໃນມະນຸດເປັນສິ່ງທີ່ຊົ່ວຮ້າຍ? ໃນຫົວໃຈຂອງເຈົ້າ, ເຈົ້າເຄີຍມີຄວາມເຂົ້າໃຈແບບນີ້ບໍ: “ເມື່ອຊາຕານເວົ້າ, ມັນກໍເວົ້າເພື່ອເປັນການໂຈມຕີ ແລະ ການລໍ້ລວງ; ຄຳເວົ້າຂອງຊາຕານແມ່ນໄຮ້ສາລະ, ເປັນຕາຫົວ, ຄືເດັກນ້ອຍ ແລະ ເປັນຕາເບື່ອໜ່າຍ; ເຖິງຢ່າງໃດກໍຕາມ ພຣະເຈົ້າກໍຈະບໍ່ກ່າວ ຫຼື ປະຕິບັດພາລະກິດໃນລັກສະນະດັ່ງກ່າວ ແລະ ແນ່ນອນຢູ່ແລ້ວທີ່ພຣະອົງບໍ່ເຄີຍເຮັດແບບນັ້ນ”? ແນ່ນອນຢູ່ແລ້ວທີ່ໃນສະຖານະການນີ້ ຜູ້ຄົນພຽງແຕ່ສາມາດຮູ້ສຶກເຖິງມັນໄດ້ໜ້ອຍໜຶ່ງ ແລະ ຍັງບໍ່ສາມາດເຂົ້າໃຈເຖິງຄວາມສັກສິດຂອງພຣະເຈົ້າ. ມັນບໍ່ແມ່ນແນວນັ້ນບໍ? ດ້ວຍວຸດທິພາວະຂອງພວກເຈົ້າໃນປັດຈຸບັນ, ພວກເຈົ້າພຽງແຕ່ຮູ້ສຶກວ່າ: “ທຸກສິ່ງທີ່ພຣະເຈົ້າກ່າວແມ່ນຄວາມຈິງ, ເປັນປະໂຫຍດຕໍ່ພວກຂ້ານ້ອຍ ແລະ ພວກຂ້ານ້ອຍຕ້ອງຍອມຮັບເອົາມັນ”. ບໍ່ວ່າເຈົ້າຈະສາມາດຍອມຮັບເອົາສິ່ງນີ້ໄດ້ ຫຼື ບໍ່, ເຈົ້າກໍເວົ້າໂດຍບໍ່ມີການຍົກເວັ້ນວ່າ ພຣະທຳຂອງພຣະເຈົ້າຄືຄວາມຈິງ ແລະ ພຣະເຈົ້າຄືຄວາມຈິງ ແຕ່ເຈົ້າບໍ່ຮູ້ຈັກວ່າຄວາມຈິງເອງແມ່ນສິ່ງທີ່ສັກສິດ ແລະ ພຣະເຈົ້ານັ້ນສັກສິດ.

ສະນັ້ນ ແມ່ນຫຍັງຄືການຕອບໂຕ້ຂອງພຣະເຢຊູຕໍ່ຄຳເວົ້າເຫຼົ່ານີ້ຂອງຊາຕານ? ພຣະເຢຊູກ່າວຕໍ່ມັນວ່າ: “ມີຖ້ອຍຄຳທີ່ຂຽນໄວ້ອີກວ່າ ເຈົ້າຈົ່ງຢ່າລໍ້ລວງພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າເລີຍ”. ມີຄວາມຈິງໃນພຣະທຳເຫຼົ່ານີ້ທີ່ພຣະເຢຊູກ່າວບໍ? (ມີ). ມີຄວາມຈິງໃນພຣະທຳເຫຼົ່ານີ້. ໃນທາງຜິວເຜີນແລ້ວ, ພຣະທຳເຫຼົ່ານີ້ຄືພຣະບັນຍັດໃຫ້ຜູ້ຄົນໄດ້ປະຕິບັດຕາມ, ເປັນວະລີທຳມະດາ, ແຕ່ເຖິງຢ່າງໃດກໍຕາມ ທັງມະນຸດ ແລະ ຊາຕານກໍລະເມີດພຣະທຳເຫຼົ່ານີ້ຢູ່ເລື້ອຍໆ. ສະນັ້ນ ພຣະເຢຊູເຈົ້າຈຶ່ງເວົ້າຕໍ່ຊາຕານວ່າ: “ເຈົ້າຈົ່ງຢ່າລໍ້ລວງພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າເລີຍ” ຍ້ອນນີ້ແມ່ນສິ່ງທີ່ຊາຕານເວົ້າຢູ່ເລື້ອຍໆ ໂດຍຮັບເອົາຄວາມເຈັບປວດໃນຂະນະທີ່ມັນສືບຕໍ່ເຮັດສິ່ງຕ່າງໆ. ສາມາດເວົ້າໄດ້ວ່າ ຊາຕານເຮັດສິ່ງນີ້ຢ່າງໜ້າດ້ານ ແລະ ບໍ່ມີຢາງອາຍ. ໃນທຳມະຊາດທີ່ສຳຄັນຂອງຊາຕານ, ມັນຄືການບໍ່ຢ້ານພຣະເຈົ້າ ແລະ ການບໍ່ມີຄວາມເຄົາລົບຕໍ່ພຣະເຈົ້າໃນຫົວໃຈຂອງມັນ. ແມ່ນແຕ່ໃນເວລາທີ່ຊາຕານຢືນຢູ່ຂ້າງພຣະເຈົ້າ ແລະ ສາມາດເຫັນພຣະອົງ, ມັນກໍບໍ່ສາມາດຫ້າມຕົນເອງບໍ່ໃຫ້ລໍ້ລວງພຣະເຈົ້າ. ສະນັ້ນ ພຣະເຢຊູເຈົ້າຈຶ່ງເວົ້າຕໍ່ຊາຕານວ່າ “ເຈົ້າຈົ່ງຢ່າລໍ້ລວງພຣະຜູ້ເປັນເຈົ້າ”. ສິ່ງເຫຼົ່ານີ້ແມ່ນພຣະທຳທີ່ພຣະເຈົ້າກ່າວຕໍ່ຊາຕານຢູ່ເລື້ອຍໆ. ແລ້ວມັນເໝາະສົມບໍທີ່ຈະນໍາໃຊ້ວະລີນີ້ໃນຍຸກປັດຈຸບັນ? (ເໝາະສົມ, ຍ້ອນພວກຂ້ານ້ອຍກໍລໍ້ລວງພຣະເຈົ້າຢູ່ເລື້ອຍໆເຊັ່ນກັນ). ເປັນຫຍັງຜູ້ຄົນຈຶ່ງລໍ້ລວງພຣະເຈົ້າຢູ່ເລື້ອຍໆ? ມັນເປັນຍ້ອນວ່າຜູ້ຄົນເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມແບບຊາຕານບໍ? (ແມ່ນແລ້ວ). ສະນັ້ນ ຄຳເວົ້າຂອງຊາຕານແມ່ນຢູ່ເໜືອສິ່ງໃດໜຶ່ງທີ່ຜູ້ຄົນເວົ້າຢູ່ເລື້ອຍໆບໍ? ແລ້ວຜູ້ຄົນເວົ້າຄຳເວົ້າເຫຼົ່ານີ້ໃນສະຖານະການໃດ? ຄົນໆໜຶ່ງສາມາດເວົ້າໄດ້ວ່າ ຜູ້ຄົນໄດ້ກ່າວສິ່ງຕ່າງໆແບບນີ້ ໂດຍບໍ່ຄຳນຶງເຖິງເວລາ ແລະ ສະຖານທີ່. ສິ່ງນີ້ພິສູດວ່າ ອຸປະນິໄສຂອງຜູ້ຄົນບໍ່ໄດ້ແຕກຕ່າງຈາກອຸປະນິໄສທີ່ເສື່ອມຊາມຂອງຊາຕານ. ພຣະເຢຊູເຈົ້າກ່າວພຽງພຣະທຳທີ່ທໍາມະດາສອງສາມຂໍ້ ເຊິ່ງເປັນພຣະທຳທີ່ເປັນຕົວແທນໃຫ້ແກ່ຄວາມຈິງ ແລະ ເປັນພຣະທຳທີ່ຜູ້ຄົນຕ້ອງການ. ເຖິງຢ່າງໃດກໍຕາມ, ໃນສະຖານະການນີ້, ພຣະເຢຊູເຈົ້າກຳລັງກ່າວໃນລັກສະນະດັ່ງກ່າວເພື່ອໂຕ້ຖຽງກັບຊາຕານບໍ? ມີຫຍັງທີ່ເປັນການປະທະກັນໃນສິ່ງທີ່ພຣະອົງກ່າວຕໍ່ຊາຕານບໍ? (ບໍ່ມີ). ພຣະເຢຊູເຈົ້າຮູ້ສຶກແນວໃດກ່ຽວກັບການລໍ້ລວງຂອງຊາຕານ ໃນຫົວໃຈຂອງພຣະອົງ? ພຣະອົງຮູ້ສຶກເບື່ອໜ່າຍ ແລະ ກຽດຊັງບໍ? (ຮູ້ສຶກ). ພຣະເຢຊູເຈົ້າຮູ້ສຶກກຽດຊັງ ແລະ ເບື່ອໜ່າຍ ແລະ ເຖິງຢ່າງໃດກໍຕາມ ພຣະອົງກໍບໍ່ໄດ້ໂຕ້ຖຽງກັບຊາຕານ ແລະ ແຮງໄກທີ່ພຣະອົງຈະເວົ້າຫຍັງກ່ຽວກັບຫຼັກການທີ່ໃຫຍ່ໂຕ. ເປັນຫຍັງຈຶ່ງເປັນແບບນັ້ນ? (ຍ້ອນຊາຕານເປັນແບບນີ້ຢູ່ສະເໝີ; ມັນບໍ່ສາມາດປ່ຽນແປງໄດ້). ສາມາດເວົ້າໄດ້ບໍວ່າຊາຕານບໍ່ໄດ້ຊືມຊັບເອົາເຫດຜົນ? (ເວົ້າໄດ້). ຊາຕານສາມາດຮັບຮູ້ໄດ້ບໍວ່າພຣະເຈົ້າຄືຄວາມຈິງ? ຊາຕານຈະບໍ່ຮັບຮູ້ຈັກເທື່ອວ່າພຣະເຈົ້າຄືຄວາມຈິງ ແລະ ຈະບໍ່ຍອມຮັບຈັກເທື່ອວ່າພຣະເຈົ້າຄືຄວາມຈິງ; ນີ້ຄືທຳມະຊາດຂອງມັນ. ຍັງມີອີກລັກສະນະຂອງທຳມະຊາດຂອງຊາຕານທີ່ເປັນຕາລັງກຽດ. ມັນແມ່ນຫຍັງ? ໃນຄວາມພະຍາຍາມຂອງມັນທີ່ຈະລໍ້ລວງພຣະເຢຊູເຈົ້າ, ຊາຕານຄິດວ່າ ເຖິງວ່າມັນຈະບໍ່ສຳເລັດ ແຕ່ເຖິງຢ່າງໃດກໍຕາມ ມັນກໍຍັງຈະລອງເຮັດແບບນັ້ນ. ເຖິງວ່າມັນຈະຖືກລົງໂທດ ແຕ່ເຖິງຢ່າງໃດກໍຕາມ ມັນກໍເລືອກທີ່ຈະລອງ. ເຖິງວ່າມັນຈະບໍ່ໄດ້ຮັບປະໂຫຍດຫຍັງຈາກການເຮັດແບບນັ້ນ ແຕ່ເຖິງແນວໃດກໍຕາມ ມັນກໍຈະລອງ ໂດຍບໍ່ຍອມທໍ້ຖອຍໃນຄວາມພະຍາຍາມຂອງມັນ ແລະ ຢືນຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດ. ນີ້ແມ່ນທຳມະຊາດແບບໃດ? ມັນບໍ່ຊົ່ວຮ້າຍບໍ? ຖ້າມະນຸດໂມໂຫ ແລະ ເກີດອາລົມໃຈຮ້າຍ ເມື່ອເວົ້າເຖິງພຣະເຈົ້າ ແລ້ວເຂົາໄດ້ເຫັນພຣະເຈົ້າບໍ? ເຂົາຮູ້ບໍວ່າພຣະເຈົ້າແມ່ນໃຜ? ເຂົາບໍ່ຮູ້ວ່າພຣະເຈົ້າແມ່ນໃຜ, ບໍ່ເຊື່ອໃນພຣະອົງ ແລະ ພຣະເຈົ້າບໍ່ໄດ້ເວົ້າກັບເຂົາ. ພຣະເຈົ້າບໍ່ເຄີຍເຮັດໃຫ້ເຂົາມີບັນຫາ, ແລ້ວເປັນຫຍັງເຂົາຈຶ່ງຈະໃຈຮ້າຍ? ພວກເຮົາສາມາດເວົ້າໄດ້ບໍວ່າບຸກຄົນນີ້ຊົ່ວຮ້າຍ? ສິ່ງອື່ນໃນໂລກບໍ່ໄດ້ເຮັດໃຫ້ມະນຸດດັ່ງກ່າວໃຈຮ້າຍ, ສິ່ງຕ່າງໆເຊັ່ນ ຄ່ານິຍົມທີ່ເປັນທີ່ນິຍົມ, ກິດຈະກຳໃນເວລາວ່າງ, ອາຫານ, ຄົນທີ່ມີຊື່ສຽງ, ຄົນທີ່ສວຍງາມ ເຊິ່ງບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ຈະລົບກວນມະນຸດດັ່ງກ່າວ ແຕ່ເມື່ອເວົ້າເຖິງຄຳທີ່ວ່າ “ພຣະເຈົ້າ” ຄັ້ງດຽວ ແລະ ເຂົາກໍເກີດອາລົມໃຈຮ້າຍ; ນີ້ບໍ່ໄດ້ປະກອບເປັນທຳມະຊາດອັນຊົ່ວຮ້າຍບໍ? ສິ່ງນີ້ພຽງພໍທີ່ຈະພິສູດວ່ານີ້ຄືທຳມະຊາດອັນຊົ່ວຮ້າຍຂອງມະນຸດ. ບັດນີ້ ໃນເວລາທີ່ມີການກ່າວເຖິງຄວາມຈິງ ຫຼື ເມື່ອມີການກ່າວເຖິງການທົດລອງມະນຸດຊາດຂອງພຣະເຈົ້າ ຫຼື ພຣະທຳແຫ່ງການພິພາກສາຂອງພຣະເຈົ້າຕໍ່ມະນຸດ, ເມື່ອໃຫ້ເວົ້າເພື່ອຕົວພວກເຈົ້າເອງແລ້ວ ພວກເຈົ້າແມ່ນຮູ້ສຶກກຽດຊັງ; ພວກເຈົ້າຮູ້ສຶກລັງກຽດ ແລະ ພວກເຈົ້າບໍ່ຕ້ອງການໄດ້ຍິນສິ່ງດັ່ງກ່າວແມ່ນບໍ? ຫົວໃຈຂອງພວກເຈົ້າອາດຄິດວ່າ: “ທຸກຄົນບໍ່ໄດ້ເວົ້າບໍວ່າພຣະເຈົ້າເປັນຄວາມຈິງ? ພຣະທຳເຫຼົ່ານີ້ບາງຂໍ້ກໍບໍ່ແມ່ນຄວາມຈິງ! ສິ່ງເຫຼົ່ານັ້ນເປັນພຽງແຕ່ພຣະທຳແຫ່ງການຕັກເຕືອນຂອງພຣະເຈົ້າຕໍ່ມະນຸດຢ່າງຊັດເຈນ!” ບາງຄົນອາດເຖິງກັບຮູ້ສຶກເຖິງຄວາມກຽດຊັງອັນແຮງກ້າໃນຫົວໃຈຂອງພວກເຂົາ ແລະ ຄິດວ່າ: “ສິ່ງນີ້ແມ່ນຖືກເວົ້າເຖິງທຸກໆມື້ ເຊິ່ງກໍຄືການທົດລອງຂອງພຣະອົງ, ການພິພາກສາຂອງພຣະອົງ, ແລ້ວເມື່ອໃດມັນຈະສິ້ນສຸດ? ເມື່ອໃດພວກຂ້ານ້ອຍຈະໄດ້ຮັບຈຸດໝາຍປາຍທາງທີ່ດີ?” ມັນບໍ່ເປັນທີ່ຮູ້ຈັກວ່າຄວາມໃຈຮ້າຍທີ່ໄຮ້ເຫດຜົນນີ້ມາຈາກໃສ. ນີ້ແມ່ນທຳມະຊາດແບບໃດ? (ທຳມະຊາດທີ່ຊົ່ວຮ້າຍ). ມັນຖືກບົງການ ແລະ ນໍາພາໂດຍທຳມະຊາດທີ່ຊົ່ວຮ້າຍຂອງຊາຕານ. ຈາກທັດສະນະຂອງພຣະເຈົ້າ ກ່ຽວກັບທຳມະຊາດທີ່ຊົ່ວຮ້າຍຂອງຊາຕານ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ພຣະອົງບໍ່ເຄີຍໂຕ້ຖຽງ ຫຼື ມີຄວາມຄຽດແຄ້ນຕໍ່ຜູ້ຄົນ ແລະ ພຣະອົງບໍ່ເຄີຍຄັດຄ້ານເມື່ອຜູ້ຄົນປະພຶດຢ່າງໂງ່ຈ້າ. ເຈົ້າຈະບໍ່ເຫັນຈັກເທື່ອວ່າພຣະເຈົ້າມີມຸມມອງທີ່ຄ້າຍຄືກັນກັບມະນຸດກ່ຽວກັບສິ່ງຕ່າງໆ ແລະ ຍິ່ງໄປກວ່ານັ້ນ ເຈົ້າຈະບໍ່ເຫັນວ່າພຣະອົງໃຊ້ມຸມມອງ, ຄວາມຮູ້, ວິທະຍາສາດ, ປັດຊະຍາ ຫຼື ຈິນຕະນາການຂອງມະນຸດຊາດເພື່ອຈັດການບັນຫາຕ່າງໆ. ກົງກັນຂ້າມ, ທຸກສິ່ງທີ່ພຣະເຈົ້າເຮັດ ແລະ ທຸກສິ່ງທີ່ພຣະອົງເປີດເຜີຍແມ່ນເຊື່ອມໂຍງກັບຄວາມຈິງ. ນັ້ນກໍຄື ພຣະທຳທຸກຂໍ້ທີ່ພຣະອົງກ່າວ ແລະ ທຸກການກະທຳທີ່ພຣະອົງໄດ້ເຮັດແມ່ນຜູກມັດກັບຄວາມຈິງ. ຄວາມຈິງນີ້ບໍ່ແມ່ນຜົນຂອງຄວາມເພີ້ຝັນທີ່ບໍ່ມີເຫດຜົນ; ຄວາມຈິງນີ້ ແລະ ພຣະທຳເຫຼົ່ານີ້ແມ່ນຖືກສະແດງອອກໂດຍພຣະເຈົ້າ ໂດຍຄຸນງາມຄວາມດີແຫ່ງແກ່ນແທ້ຂອງພຣະອົງ ແລະ ຊີວິດຂອງພຣະອົງ. ຍ້ອນພຣະທຳເຫຼົ່ານີ້ ແລະ ແກ່ນແທ້ຂອງທຸກສິ່ງທີ່ພຣະເຈົ້າໄດ້ເຮັດແມ່ນຄວາມຈິງ, ພວກເຮົາຈຶ່ງສາມາດເວົ້າວ່າແກ່ນແທ້ຂອງພຣະເຈົ້າສັກສິດ. ເວົ້າອີກຢ່າງກໍຄື ທຸກສິ່ງທີ່ພຣະເຈົ້າເວົ້າ ແລະ ເຮັດໄດ້ນໍາພາລະກຳລັງ ແລະ ແສງສະຫວ່າງມາເຖິງຜູ້ຄົນ, ເຮັດໃຫ້ຜູ້ຄົນສາມາດເຫັນສິ່ງທີ່ດີ ແລະ ຄວາມເປັນຈິງຂອງສິ່ງທີ່ດີເຫຼົ່ານັ້ນ ແລະ ຊີ້ເຖິງຫົນທາງສຳລັບມະນຸດຊາດ ເພື່ອວ່າພວກເຂົາອາດຍ່າງໃນເສັ້ນທາງທີ່ຖືກຕ້ອງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ຖືກກຳນົດໂດຍແກ່ນແທ້ຂອງພຣະເຈົ້າ ແລະ ໂດຍແກ່ນແທ້ແຫ່ງຄວາມສັກສິດຂອງພຣະອົງ. ບັດນີ້ ພວກເຈົ້າໄດ້ເຫັນແລ້ວ, ບໍ່ແມ່ນບໍ? ບັດນີ້, ພວກເຮົາຈະສືບຕໍ່ດ້ວຍການອ່ານອີກອັນໜຶ່ງຈາກຂໍ້ພຣະຄຳພີ.

ມັດທາຍ 4:8–11 ເປັນອີກຄັ້ງທີ່ມານຮ້າຍໄດ້ນໍາພຣະອົງຂຶ້ນໄປເທິງພູເຂົາທີ່ສູງຫຼາຍ ແລະ ສະແດງໃຫ້ພຣະອົງເຫັນເຖິງທຸກອານາຈັກໃນແຜ່ນດິນໂລກ ແລະ ຄວາມສະຫງ່າລາສີຂອງອານາຈັກເຫຼົ່ານັ້ນ; ແລະ ເວົ້າກັບພຣະອົງວ່າ ເຮົາຈະມອບທຸກສິ່ງເຫຼົ່ານີ້ໃຫ້ກັບທ່ານ ຖ້າທ່ານຈະກົ້ມລົງ ແລະ ນະມັດສະການເຮົາ. ແລ້ວພຣະເຢຊູກໍກ່າວກັບມັນວ່າ ຈົ່ງອອກໄປຈາກນີ້ ຊາຕານເອີຍ; ຍ້ອນມີຖ້ອຍຄໍາທີ່ຂຽນໄວ້ວ່າ ເຈົ້າຄວນນະມັດສະການພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າ ແລະ ເຈົ້າຄວນຮັບໃຊ້ພຣະອົງພຽງແຕ່ຜູ້ດຽວ. ແລ້ວມານຮ້າຍກໍຈາກພຣະອົງໄປ ແລະ ເບິ່ງແມ້ ໄດ້ມີທູດສະຫວັນມາ ແລະ ຄອຍຮັບໃຊ້ພຣະອົງ.

ເມື່ອໄດ້ລົ້ມເຫຼວໃນແຜນການສອງຄັ້ງກ່ອນໜ້າຂອງມັນ, ຊາຕານທີ່ເປັນມານຮ້າຍກໍໄດ້ພະຍາຍາມແຜນການອື່ນ: ມັນສະແດງອານາຈັກທັງໝົດໃນແຜ່ນດິນໂລກ ແລະ ຄວາມສະຫງ່າລາສີຂອງພວກມັນແກ່ພຣະເຢຊູເຈົ້າ ແລະ ຮຽກຮ້ອງໃຫ້ພຣະອົງນະມັດສະການມັນ. ເຈົ້າສາມາດເຫັນຫຍັງໄດ້ກ່ຽວກັບລັກສະນະທີ່ແທ້ຈິງຂອງມານຮ້າຍຈາກສະຖານະການນີ້? ຊາຕານທີ່ເປັນມານຮ້າຍບໍ່ໄດ້ໄຮ້ຢາງອາຍທີ່ສຸດບໍ? (ແມ່ນແລ້ວ). ມັນໄຮ້ຢາງອາຍແນວໃດ? ທຸກສິ່ງແມ່ນຖືກພຣະເຈົ້າເນລະມິດສ້າງ ແຕ່ຊາຕານກໍຫັນກັບໄປ ແລະ ສະແດງທຸກສິ່ງໃຫ້ແກ່ພຣະເຈົ້າ ໂດຍເວົ້າວ່າ “ເບິ່ງທີ່ຄວາມຮັ່ງມີ ແລະ ຄວາມສະຫງ່າລາສີຂອງອານາຈັກທັງໝົດເຫຼົ່ານີ້ແມ້. ຖ້າທ່ານນະມັດສະການຂ້ານ້ອຍ, ຂ້ານ້ອຍກໍຈະມອບພວກມັນທັງໝົດໃຫ້ແກ່ທ່ານ”. ນີ້ບໍ່ແມ່ນບົດບາດທີ່ກັບກັນທັງສິ້ນບໍ? ຊາຕານບໍ່ໄດ້ໄຮ້ຢາງອາຍບໍ? ພຣະເຈົ້າສ້າງທຸກສິ່ງ, ແຕ່ພຣະອົງສ້າງທຸກສິ່ງເພື່ອຄວາມສຸກຂອງພຣະອົງເອງບໍ? ພຣະເຈົ້າມອບທຸກສິ່ງໃຫ້ແກ່ມະນຸດຊາດ, ແຕ່ຊາຕານຕ້ອງການຍຶດມັນທັງໝົດ ແລະ ເມື່ອໄດ້ຍຶດມັນທັງໝົດແລ້ວ ມັນກໍບອກພຣະເຈົ້າວ່າ “ຈົ່ງນະມັດສະການຂ້ານ້ອຍ! ນະມັດສະການຂ້ານ້ອຍ ແລະ ຂ້ານ້ອຍຈະມອບທຸກສິ່ງນີ້ໃຫ້ແກ່ທ່ານ”. ນີ້ຄືໃບໜ້າທີ່ຂີ້ຮ້າຍຂອງຊາຕານ; ມັນໄຮ້ຢາງອາຍທີ່ສຸດ, ບໍ່ແມ່ນບໍ? ຊາຕານບໍ່ຮູ້ແມ່ນແຕ່ຄວາມໝາຍຂອງຄຳວ່າ “ຢາງອາຍ”. ນີ້ເປັນພຽງອີກໜຶ່ງຕົວຢ່າງຂອງຄວາມຊົ່ວຮ້າຍຂອງມັນ. ມັນບໍ່ຮູ້ແມ່ນແຕ່ວ່າຢາງອາຍແມ່ນຫຍັງ. ຊາຕານຮູ້ຢ່າງຊັດເຈນວ່າພຣະເຈົ້າເນລະມິດສ້າງທຸກສິ່ງ ແລະ ພຣະອົງຄຸ້ມຄອງ ແລະ ມີອຳນາດເໜືອສິ່ງທັງປວງ. ທຸກສິ່ງບໍ່ໄດ້ເປັນຂອງມະນຸດ ແລະ ແຮງໄກທີ່ຈະເປັນຂອງຊາຕານ, ແຕ່ເປັນຂອງພຣະເຈົ້າ ແລະ ເຖິງຢ່າງນັ້ນ ຊາຕານທີ່ເປັນມານຮ້າຍກໍເວົ້າຢ່າງໜ້າດ້ານວ່າ ມັນຈະມອບທຸກສິ່ງໃຫ້ແກ່ພຣະເຈົ້າ. ນີ້ບໍ່ແມ່ນອີກໜຶ່ງຕົວຢ່າງຂອງຊາຕານບໍທີ່ປະພຶດຢ່າງໄຮ້ເຫດຜົນ ແລະ ໄຮ້ຢາງອາຍ? ສິ່ງນີ້ເຮັດໃຫ້ພຣະເຈົ້າກຽດຊັງຊາຕານຫຼາຍຍິ່ງຂຶ້ນ, ບໍ່ແມ່ນບໍ? ແຕ່ບໍ່ວ່າຊາຕານຈະພະຍາຍາມຫຍັງກໍຕາມ, ພຣະເຢຊູເຈົ້າແມ່ນຖືກຫຼອກລວງບໍ? ພຣະເຢຊູເຈົ້າເວົ້າຫຍັງ? (“ເຈົ້າຄວນນະມັດສະການພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າ ແລະ ເຈົ້າຄວນຮັບໃຊ້ພຣະອົງພຽງແຕ່ຜູ້ດຽວ”). ພຣະທຳເຫຼົ່ານີ້ມີຄວາມໝາຍຕົວຈິງບໍ? (ມີ). ຄວາມໝາຍຕົວຈິງແບບໃດ? ພວກເຮົາໄດ້ເຫັນເຖິງຄວາມຊົ່ວຮ້າຍ ແລະ ຄວາມໄຮ້ຢາງອາຍຂອງຊາຕານໃນຄຳເວົ້າຂອງມັນ. ສະນັ້ນ ຖ້າມະນຸດນະມັດສະການຊາຕານ, ແມ່ນຫຍັງຈະເປັນຜົນທີ່ຕາມມາ? ພວກເຂົາຈະມີຄວາມຮັ່ງມີ ແລະ ຄວາມສະຫງ່າລາສີຂອງອານາຈັກທັງໝົດບໍ? (ບໍ່). ພວກເຂົາຈະໄດ້ຮັບຫຍັງ? ມະນຸດຊາດຈະພຽງແຕ່ໄຮ້ຢາງອາຍ ແລະ ເປັນຕາຫົວຄືກັບຊາຕານບໍ? (ແມ່ນແລ້ວ). ພວກເຂົາຈະບໍ່ແຕກຕ່າງຈາກຊາຕານເລີຍ. ສະນັ້ນ ພຣະເຢຊູເຈົ້າຈຶ່ງເວົ້າຄຳເວົ້າເຫຼົ່ານີ້ ເຊິ່ງສຳຄັນສຳລັບມະນຸດທຸກໆຄົນ: “ເຈົ້າຄວນນະມັດສະການພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າ ແລະ ເຈົ້າຄວນຮັບໃຊ້ພຣະອົງພຽງແຕ່ຜູ້ດຽວ”. ນີ້ໝາຍຄວາມວ່າ ນອກຈາກພຣະຜູ້ເປັນເຈົ້າແລ້ວ, ນອກຈາກພຣະເຈົ້າເອງ, ຖ້າເຈົ້າຮັບໃຊ້ຄົນອື່ນ, ຖ້າເຈົ້ານະມັດສະການຊາຕານທີ່ເປັນມານຮ້າຍ, ເຈົ້າກໍຈະກິ້ງເກືອກໃນຄວາມສົກກະປົກອັນດຽວກັນກັບຊາຕານ. ແລ້ວເຈົ້າກໍຈະຮ່ວມມີຄວາມໄຮ້ຢາງອາຍຂອງຊາຕານ ແລະ ຄວາມຊົ່ວຮ້າຍຂອງມັນ ແລະ ເຈົ້າກໍຈະລໍ້ລວງພຣະເຈົ້າ ແລະ ໂຈມຕີພຣະເຈົ້າຄືກັນກັບຊາຕານ. ແລ້ວແມ່ນຫຍັງຈະເປັນຜົນທີ່ຕາມມາສຳລັບເຈົ້າ? ເຈົ້າຈະຖືກພຣະເຈົ້າກຽດຊັງ, ຖືກພຣະເຈົ້າຕີໃຫ້ລົ້ມລົງ ແລະ ຖືກພຣະເຈົ້າທຳລາຍ. ຫຼັງຈາກທີ່ຊາຕານໄດ້ລໍ້ລວງພຣະເຢຊູເຈົ້າສອງສາມຄັ້ງໂດຍບໍ່ສຳເລັດແລ້ວ, ມັນໄດ້ພະຍາຍາມອີກຄັ້ງບໍ? ຊາຕານບໍ່ໄດ້ພະຍາຍາມອີກຄັ້ງ ແລະ ຫຼັງຈາກນັ້ນ ມັນກໍຈາກໄປ. ສິ່ງນີ້ໄດ້ພິສູດເຖິງຫຍັງ? ມັນພິສູດວ່າທຳມະຊາດທີ່ຊົ່ວຮ້າຍຂອງຊາຕານ, ຄວາມຄິດຮ້າຍຂອງມັນ ແລະ ຄວາມໄຮ້ສາລະ ແລະ ຄວາມໄຮ້ເຫດຜົນຂອງມັນບໍ່ສົມຄວນທີ່ຈະແມ່ນແຕ່ຖືກກ່າວເຖິງຕໍ່ໜ້າພຣະເຈົ້າ. ພຣະເຢຊູເຈົ້າເອົາຊະນະຊາຕານດ້ວຍສາມປະໂຫຍກເທົ່ານັ້ນ ເຊິ່ງຫຼັງຈາກນັ້ນ ມັນກໍຮີບໜີໄປໂດຍທີ່ຫາງຂອງມັນຄົດເຂົ້າຢູ່ລະຫວ່າງຂາຂອງມັນ, ໂດຍທີ່ອັບອາຍເກີນໄປທີ່ຈະສະແດງໃບໜ້າຂອງມັນ ແລະ ມັນຈະບໍ່ລໍ້ລວງພຣະເຢຊູເຈົ້າອີກຈັກເທື່ອ. ຍ້ອນພຣະເຢຊູເຈົ້າໄດ້ເອົາຊະນະການລໍ້ລວງນີ້ຂອງຊາຕານ, ບັດນີ້ ພຣະອົງກໍສາມາດສືບຕໍ່ພາລະກິດທີ່ພຣະອົງຕ້ອງເຮັດ ແລະ ໜ້າວຽກທີ່ຢູ່ຕໍ່ໜ້າພຣະອົງຢ່າງງ່າຍດາຍ. ທຸກສິ່ງທີ່ພຣະເຢຊູເຈົ້າເຮັດ ແລະ ກ່າວໃນສະຖານະການນີ້ຈະມີຄວາມໝາຍຕົວຈິງສຳລັບມະນຸດທຸກໆຄົນບໍ ຖ້າມັນຖືກນໍາໃຊ້ໃນປັດຈຸບັນ? (ມີ). ຄວາມໝາຍຕົວຈິງແບບໃດ? ການເອົາຊະນະຊາຕານເປັນສິ່ງງ່າຍດາຍທີ່ຈະເຮັດບໍ? ຜູ້ຄົນຕ້ອງມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບທຳມະຊາດທີ່ຊົ່ວຮ້າຍຂອງຊາຕານບໍ? ຜູ້ຄົນຕ້ອງມີຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບການລໍ້ລວງຂອງຊາຕານບໍ? (ຕ້ອງມີ). ເມື່ອເຈົ້າໄດ້ປະສົບກັບການລໍ້ລວງຂອງຊາຕານໃນຊີວິດຂອງເຈົ້າເອງ, ຖ້າເຈົ້າສາມາດເບິ່ງທະລຸທຳມະຊາດອັນຊົ່ວຮ້າຍຂອງຊາຕານ, ເຈົ້າຈະບໍ່ສາມາດເອົາຊະນະມັນໄດ້ບໍ? ຖ້າເຈົ້າຮູ້ກ່ຽວກັບຄວາມໄຮ້ສາລະ ແລະ ຄວາມໄຮ້ເຫດຜົນຂອງຊາຕານ, ເຈົ້າຈະຍັງຢືນຢູ່ຂ້າງຊາຕານ ແລະ ໂຈມຕີພຣະເຈົ້າບໍ? ຖ້າເຈົ້າເຂົ້າໃຈວິທີທີ່ຄວາມຄິດຮ້າຍ ແລະ ຄວາມໄຮ້ຢາງອາຍຂອງຊາຕານກຳລັງຖືກເປີດເຜີຍຜ່ານເຈົ້າ, ຖ້າເຈົ້າຮັບຮູ້ ແລະ ເຂົ້າໃຈສິ່ງເຫຼົ່ານີ້ຢ່າງຊັດເຈນ, ເຈົ້າຈະຍັງໂຈມຕີ ແລະ ລໍ້ລວງພຣະເຈົ້າໃນລັກສະນະນີ້ບໍ? (ບໍ່, ພວກຂ້ານ້ອຍຈະບໍ່ເຮັດ). ເຈົ້າຈະເຮັດຫຍັງ? (ພວກຂ້ານ້ອຍຈະກະບົດຕໍ່ຊາຕານ ແລະ ໂຍນມັນຖິ້ມ). ນັ້ນເປັນສິ່ງງ່າຍດາຍທີ່ຈະເຮັດບໍ? ມັນບໍ່ໄດ້ງ່າຍ. ເພື່ອທີ່ຈະເຮັດແບບນີ້, ຜູ້ຄົນຕ້ອງອະທິຖານຢູ່ເລື້ອຍໆ, ພວກເຂົາຕ້ອງວາງຕົນເອງຢູ່ໜ້າພຣະເຈົ້າຢູ່ເລື້ອຍໆ ແລະ ກວດສອບຕົນເອງ. ແລ້ວພວກເຂົາຕ້ອງປ່ອຍໃຫ້ການລົງວິໄນຂອງພຣະເຈົ້າ ແລະ ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງເກີດຂຶ້ນກັບພວກເຂົາ. ມີແຕ່ໃນລັກສະນະນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະເຮັດໃຫ້ຕົນເອງຫຼຸດພົ້ນຈາກການຫຼອກລວງ ແລະ ການຄວບຄຸມຂອງຊາຕານ.

ບັດນີ້ ໂດຍການຫຼຽວເບິ່ງທຸກຄຳເວົ້າເຫຼົ່ານີ້ທີ່ຊາຕານກ່າວເຖິງ, ພວກເຮົາຈະສະຫຼຸບສິ່ງຕ່າງໆທີ່ປະກອບເປັນແກ່ນແທ້ຂອງຊາຕານ. ຢ່າງທຳອິດ, ໂດຍລວມແລ້ວ ແກ່ນແທ້ຂອງຊາຕານສາມາດເວົ້າໄດ້ວ່າເປັນສິ່ງຊົ່ວຮ້າຍ ເຊິ່ງຢູ່ກົງກັນຂ້າມກັບຄວາມສັກສິດຂອງພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າວ່າແກ່ນແທ້ຂອງຊາຕານຊົ່ວຮ້າຍ? ເພື່ອທີ່ຈະຕອບຄຳຖາມນີ້, ຄົນໆໜຶ່ງຕ້ອງກວດສອບຜົນຕາມມາຂອງສິ່ງທີ່ຊາຕານເຮັດໃສ່ຜູ້ຄົນ. ຊາຕານຄວບຄຸມ ແລະ ເຮັດໃຫ້ມະນຸດເສື່ອມຊາມ ແລະ ມະນຸດກໍກະທຳໂດຍຢູ່ພາຍໃຕ້ອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ດຳລົງຊີວິດໃນໂລກຂອງຜູ້ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ມະນຸດຊາດຖືກຊາຕານຄອບງວໍາ ແລະ ຮັບໄວ້ຢ່າງບໍ່ຮູ້ຕົວ; ສະນັ້ນ ມະນຸດຈຶ່ງມີອຸນິໄສທີ່ເສື່ອມຊາມຂອງຊາຕານ ເຊິ່ງເປັນທຳມະຊາດຂອງຊາຕານ. ຈາກທຸກສິ່ງທີ່ຊາຕານໄດ້ກ່າວ ແລະ ເຮັດ, ເຈົ້າໄດ້ເຫັນເຖິງຄວາມອວດດີຂອງມັນບໍ? ເຈົ້າໄດ້ເຫັນເຖິງຄວາມຫຼອກລວງ ແລະ ຄວາມຄິດຮ້າຍຂອງມັນບໍ? ຫຼັກໆແລ້ວ ຄວາມອວດດີຂອງມັນແມ່ນສະແດງອອກແນວໃດ? ຊາຕານມີຄວາມປາຖະໜາທີ່ຈະຍຶດເອົາຕໍາແໜ່ງຂອງພຣະເຈົ້າຢູ່ສະເໝີ? ຊາຕານຕ້ອງການທີ່ຈະມ້າງທຳລາຍພາລະກິດຂອງພຣະເຈົ້າ ແລະ ຕໍາແໜ່ງຂອງພຣະເຈົ້າຢູ່ສະເໝີ ແລະ ເອົາມັນມາໃຫ້ຕົນເອງ ເພື່ອວ່າຜູ້ຄົນຈະຕິດຕາມ, ສະໜັບສະໜູນ ແລະ ນະມັດສະການຊາຕານ; ນີ້ຄືທຳມະຊາດທີ່ອວດດີຂອງຊາຕານ. ເມື່ອຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມ, ມັນບອກພວກເຂົາໂດຍກົງບໍວ່າພວກເຂົາຄວນເຮັດຫຍັງ? ເມື່ອຊາຕານລໍ້ລວງພຣະເຈົ້າ, ມັນອອກມາຂ້າງນອກ ແລະ ເວົ້າວ່າ “ຂ້ານ້ອຍກຳລັງລໍ້ລວງທ່ານ, ຂ້ານ້ອຍກຳລັງຈະໂຈມຕີທ່ານ” ບໍ? ມັນບໍ່ແມ່ນຢ່າງແນ່ນອນ. ແລ້ວຊາຕານນໍາໃຊ້ວິທີການຫຍັງ? ມັນຫຼອກລໍ້, ລໍ້ລວງ, ໂຈມຕີ ແລະ ວາງກັບດັກ ແລະ ເຖິງກັບກ່າວອ້າງຈາກຂໍ້ພຣະຄຳພີ. ຊາຕານເວົ້າ ແລະ ກະທຳດ້ວຍວິທີຕ່າງໆເພື່ອບັນລຸຈຸດປະສົງອັນມຸ່ງຮ້າຍຂອງມັນ ແລະ ບັນລຸເຈດຕະນາຂອງມັນ. ຫຼັງຈາກທີ່ຊາຕານໄດ້ເຮັດສິ່ງນີ້, ມັນສາມາດເຫັນຫຍັງຈາກສິ່ງທີ່ສະແດງອອກໃນມະນຸດ? ຜູ້ຄົນບໍ່ໄດ້ອວດດີເຊັ່ນກັນບໍ? ມະນຸດໄດ້ທົນທຸກຈາກຄວາມເສື່ອມຊາມຂອງຊາຕານເປັນເວລາຫຼາຍພັນປີ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງໄດ້ອວດດີ, ຫຼອກລວງ, ມຸ່ງຮ້າຍ ແລະ ໄກຈາກເຫດຜົນ. ທຸກສິ່ງເຫຼົ່ານີ້ແມ່ນໄດ້ເກີດຂຶ້ນເນື່ອງຈາກທຳມະຊາດຂອງຊາຕານ. ຍ້ອນທຳມະຊາດຂອງຊາຕານຊົ່ວຮ້າຍ, ມັນຈຶ່ງມອບທຳມະຊາດທີ່ຊົ່ວຮ້າຍນີ້ໃຫ້ແກ່ມະນຸດ ແລະ ນໍາອຸປະນິໄສທີ່ຊົ່ວຮ້າຍ ແລະ ເສື່ອມຊາມນີ້ມາຫາມະນຸດ. ສະນັ້ນ ມະນຸດຈຶ່ງດຳລົງຊີວິດຢູ່ພາຍໃຕ້ອຸປະນິໄສທີ່ເສື່ອມຊາມແບບຊາຕານ ແລະ ຕໍ່ຕ້ານພຣະເຈົ້າ, ໂຈມຕີພຣະເຈົ້າ ແລະ ລໍ້ລວງພຣະອົງຄືກັນກັບຊາຕານ ຈົນມະນຸດບໍ່ສາມາດນະມັດສະການພຣະເຈົ້າ ແລະ ບໍ່ມີຫົວໃຈທີ່ເຄົາລົບນັບຖືພຣະອົງ.

ກ່ຽວກັບຄວາມສັກສິດຂອງພຣະເຈົ້ານັ້ນ, ເຖິງແມ່ນມັນອາດເປັນຫົວຂໍ້ທີ່ຄຸ້ນເຄີຍ, ມັນກໍເປັນຫົວຂໍ້ທີ່ເມື່ອເວົ້າເຖິງແລ້ວ ກໍອາດຈະຂ້ອນຂ້າງເປັນນາມມະທຳສຳລັບບາງຄົນ ແລະ ເນື້ອຫາອາດຈະເລິກເຊິ່ງໜ້ອຍໜຶ່ງ. ນີ້ກໍຍ້ອນ ໃນອະດີດ ຜູ້ຄົນບໍ່ຄ່ອຍຈະຈັດການກັບລັກສະນະຕົວຈິງຂອງຫົວຂໍ້ນີ້. ແຕ່ບໍ່ຈຳເປັນຕ້ອງກັງວົນໃຈ. ພວກເຮົາຈະເຮັດຢ່າງຊ້າໆ ແລະ ເຮົາຈະຊ່ວຍໃຫ້ພວກເຈົ້າເຂົ້າໃຈວ່າຄວາມສັກສິດຂອງພຣະເຈົ້າແມ່ນຫຍັງ. ເພື່ອທີ່ຈະເຂົ້າໃຈວ່າຄົນໃດຄົນໜຶ່ງເປັນຄົນປະເພດໃດ, ໃຫ້ເບິ່ງສິ່ງທີ່ພວກເຂົາເຮັດ ແລະ ຜົນທີ່ຕາມມາຂອງການກະທຳຂອງພວກເຂົາ ແລະ ຫຼັງຈາກນັ້ນ ເຈົ້າກໍຈະສາມາດເຫັນແກ່ນທາດແທ້ຂອງບຸກຄົນນັ້ນ. ສາມາດເວົ້າໄດ້ແບບນີ້ບໍ? (ເວົ້າໄດ້). ສະນັ້ນ ໃຫ້ພວກເຮົາສົນທະນາກັນກ່ຽວກັບຄວາມສັກສິດຂອງພຣະເຈົ້າຈາກທັດສະນະນີ້. ສາມາດເວົ້າໄດ້ວ່າທາດແທ້ຂອງຊາຕານແມ່ນຊົ່ວຮ້າຍ ແລະ ດ້ວຍເຫດນັ້ນ ການກະທຳຂອງຊາຕານຕໍ່ມະນຸດຈຶ່ງແມ່ນເພື່ອເຮັດໃຫ້ພວກເຂົາເສື່ອມຊາມຢ່າງບໍ່ສິ້ນສຸດ. ຊາຕານຊົ່ວຮ້າຍ ເຊິ່ງດ້ວຍເຫດນັ້ນ ຜູ້ຄົນທີ່ມັນເຮັດໃຫ້ເສື່ອມຊາມຈຶ່ງຊົ່ວຮ້າຍຢ່າງແນ່ນອນ, ຖືກຕ້ອງບໍ? ຜູ້ໃດຜູ້ໜຶ່ງຈະເວົ້າບໍວ່າ “ຊາຕານຊົ່ວຮ້າຍ, ແຕ່ບາງເທື່ອ ຜູ້ໃດຜູ້ໜຶ່ງທີ່ມັນເຮັດໃຫ້ເສື່ອມຊາມກໍສັກສິດ”? ນັ້ນຈະເປັນເລື່ອງຕະລົກ, ບໍ່ແມ່ນບໍ? ສິ່ງດັ່ງກ່າວສາມາດເປັນໄປໄດ້ບໍ? (ບໍ່). ແລ້ວຢ່າຄິດກ່ຽວກັບມັນແບບນັ້ນເລີຍ. ຊາຕານຊົ່ວຮ້າຍ ແລະ ສິ່ງທີ່ປະກອບມີໃນຄວາມຊົ່ວຮ້າຍຂອງມັນແມ່ນທັງດ້ານທີ່ຈຳເປັນ ແລະ ຕົວຈິງ. ນີ້ບໍ່ແມ່ນການສົນທະນາທີ່ວ່າງເປົ່າເທົ່ານັ້ນ. ພວກເຮົາບໍ່ໄດ້ກຳລັງພະຍາຍາມກ່າວຮ້າຍຊາຕານ; ພວກເຮົາພຽງແຕ່ສົນທະນາກ່ຽວກັບຄວາມຈິງ ແລະ ຄວາມເປັນຈິງ. ການສົນທະນາກ່ຽວກັບຄວາມເປັນຈິງຂອງຫົວຂໍ້ນີ້ອາດທຳຮ້າຍບາງຄົນ ແລະ ຄົນກຸ່ມນ້ອຍໃດໜຶ່ງ ແຕ່ບໍ່ມີເຈດຕະນາທີ່ມຸ່ງຮ້າຍເລີຍ; ບາງເທື່ອ ພວກເຈົ້າຈະໄດ້ຍິນສິ່ງນີ້ໃນມື້ນີ້ ແລະ ຮູ້ສຶກອຶດອັດໜ້ອຍໜຶ່ງ, ແຕ່ມື້ໃດມື້ໜຶ່ງໃນອີກບໍ່ດົນ ເມື່ອພວກເຈົ້າສາມາດຮັບຮູ້ມັນໄດ້, ພວກເຈົ້າກໍຈະກຽດຊັງຕົວເອງ ແລະ ພວກເຈົ້າຈະຮູ້ສຶກວ່າສິ່ງທີ່ເຮົາເວົ້າເຖິງໃນມື້ນີ້ເປັນປະໂຫຍດຕໍ່ພວກເຈົ້າຫຼາຍ ແລະ ມີຄຸນຄ່າຫຼາຍ. ທາດແທ້ຂອງຊາຕານແມ່ນຊົ່ວຮ້າຍ, ສະນັ້ນ ພວກເຮົາສາມາດເວົ້າໄດ້ບໍວ່າ ຜົນຕາມມາຂອງການກະທຳຂອງຊາຕານນັ້ນຊົ່ວຮ້າຍໂດຍຫຼີກຫຼ່ຽງບໍ່ໄດ້ ຫຼື ຢ່າງໜ້ອຍທີ່ສຸດກໍຖືກຜູກມັດກັບຄວາມຊົ່ວຮ້າຍຂອງມັນ? (ເວົ້າໄດ້). ແລ້ວຊາຕານເຮັດໃຫ້ມະນຸດເສື່ອມຊາມໄປທົ່ວໄດ້ແນວໃດ? ຈາກສິ່ງຊົ່ວຮ້າຍທີ່ຊາຕານເຮັດຢູ່ໃນໂລກ ແລະ ໃນທ່າມກາງມະນຸດຊາດ, ລັກສະນະສະເພາະເຈາະຈົງໃດຂອງມັນທີ່ມະນຸດສາມາດເຫັນໄດ້ ແລະ ຮັບຮູ້ໄດ້? ພວກເຈົ້າເຄີຍຄິດກ່ຽວກັບສິ່ງນີ້ມາກ່ອນບໍ? ພວກເຈົ້າອາດຈະບໍ່ໄດ້ຄິດຫຼາຍກ່ຽວກັບມັນ, ສະນັ້ນ ໃຫ້ເຮົານໍາສະເໜີສອງສາມຂໍ້ຫຼັກ. ທຸກຄົນຮູ້ຈັກກ່ຽວກັບທິດສະດີການວິວັດທະນາການທີ່ຊາຕານໄດ້ນໍາສະເໜີ, ແມ່ນບໍ? ນີ້ຄືຂົງເຂດຄວາມຮູ້ທີ່ມະນຸດສຶກສາ, ບໍ່ແມ່ນບໍ? (ແມ່ນແລ້ວ). ສະນັ້ນ ຊາຕານຈຶ່ງໃຊ້ຄວາມຮູ້ເພື່ອເຮັດໃຫ້ມະນຸດເສື່ອມຊາມກ່ອນ ແລະ ໃຊ້ວິທີການແບບຊາຕານຂອງມັນເອງເພື່ອມອບຄວາມຮູ້ໃຫ້ແກ່ພວກເຂົາ. ຫຼັງຈາກນັ້ນ ມັນກໍໃຊ້ວິທະຍາສາດເພື່ອເຮັດໃຫ້ມະນຸດເສື່ອມຊາມ, ກະຕຸ້ນຄວາມສົນໃຈຂອງພວກເຂົາໃນຄວາມຮູ້, ວິທະຍາສາດ, ເລື່ອງລຶກລັບ ຫຼື ໃນເລື່ອງທີ່ຜູ້ຄົນປາຖະໜາຈະຄົ້ນຫາ. ສິ່ງຕໍ່ໄປທີ່ຊາຕານໃຊ້ເພື່ອເຮັດໃຫ້ມະນຸດເສື່ອມຊາມແມ່ນວັດທະນະທຳດັ້ງເດີມ ແລະ ຄວາມງົມງວາຍ ແລະ ຫຼັງຈາກນັ້ນກໍແມ່ນຄ່ານິຍົມໃນສັງຄົມ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ຜູ້ຄົນພົບພໍ້ໃນຊີວິດປະຈຳວັນຂອງພວກເຂົາ ແລະ ທຸກສິ່ງມີຢູ່ຢ່າງໃກ້ຊິດກັບຜູ້ຄົນ; ພວກມັນລ້ວນແລ້ວແຕ່ເຊື່ອມໂຍງກັບສິ່ງຕ່າງໆທີ່ພວກເຂົາເຫັນ, ສິ່ງທີ່ພວກເຂົາໄດ້ຍິນ, ສິ່ງທີ່ພວກເຂົາສຳຜັດ ແລະ ສິ່ງທີ່ພວກເຂົາປະສົບກັບ. ຄົນໆໜຶ່ງສາມາດເວົ້າໄດວ່າມະນຸດທຸກໆຄົນດຳລົງຊີວິດຂອງພວກເຂົາໂດຍອ້ອມລ້ອມດ້ວຍສິ່ງເຫຼົ່ານີ້ ໂດຍທີ່ບໍ່ສາມາດຫຼົບໜີ ຫຼື ປົດປ່ອຍຕົນເອງໃຫ້ເປັນອິດສະຫຼະໄດ້ ເຖິງວ່າພວກເຂົາຈະຕ້ອງການເຮັດກໍຕາມ. ເມື່ອຜະເຊີນກັບສິ່ງເຫຼົ່ານີ້, ມະນຸດຊາດແມ່ນໝົດຫົນທາງ ແລະ ສິ່ງທີ່ມະນຸດສາມາດເຮັດໄດ້ກໍມີພຽງແຕ່ຖືກໃສ່ອິດທິພົນ, ຖືກເຮັດໃຫ້ຕິດເຊື້ອ, ຖືກຄວບຄຸມ ແລະ ຜູກມັດໂດຍສິ່ງເຫຼົ່ານັ້ນ; ມະນຸດໄຮ້ລິດອຳນາດທີ່ຈະປົດປ່ອຍຕົນເອງຈາກສິ່ງເຫຼົ່ານັ້ນ.

1. ວິທີທີ່ຊາຕານໃຊ້ຄວາມຮູ້ເພື່ອເຮັດໃຫ້ມະນຸດເສື່ອມຊາມ

ກ່ອນອື່ນ, ພວກເຮົາຈະເວົ້າກ່ຽວກັບຄວາມຮູ້. ຄວາມຮູ້ເປັນສິ່ງທີ່ທຸກຄົນພິຈາລະນາວ່າເປັນສິ່ງທີ່ດີແມ່ນບໍ? ຢ່າງໜ້ອຍທີ່ສຸດ, ຜູ້ຄົນກໍຄິດວ່າ ຄວາມໝາຍແອບແຝງຂອງຄຳວ່າ “ຄວາມຮູ້” ເປັນສິ່ງທີ່ດີຫຼາຍກວ່າບໍ່ດີ. ແລ້ວເປັນຫຍັງພວກເຮົາຈຶ່ງກຳລັງເວົ້າໃນຈຸດນີ້ວ່າຊາຕານໃຊ້ຄວາມຮູ້ເພື່ອເຮັດໃຫ້ມະນຸດເສື່ອມຊາມ? ທິດສະດີແຫ່ງການວິວັດທະນາການບໍ່ແມ່ນລັກສະນະໜຶ່ງຂອງຄວາມຮູ້ບໍ? ກົດເກນທາງວິທະຍາສາດຂອງນິວຕັນບໍ່ແມ່ນສ່ວນໜຶ່ງຂອງຄວາມຮູ້ບໍ? ແຮງໂນ້ມຖ່ວງຂອງໂລກກໍຍັງເປັນສ່ວນໜຶ່ງຂອງຄວາມຮູ້, ບໍ່ແມ່ນບໍ? (ແມ່ນແລ້ວ). ແລ້ວເປັນຫຍັງຄວາມຮູ້ທີ່ຖືກລົງລາຍການໄວ້ໃນບັນດາສິ່ງຕ່າງໆທີ່ຊາຕານໃຊ້ເພື່ອເຮັດໃຫ້ມະນຸດຊາດເສື່ອມຊາມ? ແມ່ນຫຍັງຄືມຸມມອງຂອງພວກເຈົ້າກ່ຽວກັບສິ່ງນີ້? ຄວາມຮູ້ມີຄວາມຈິງແມ່ນແຕ່ໜ້ອຍດຽວບໍ? (ບໍ່ມີ). ແລ້ວແມ່ນຫຍັງຄືທາດແທ້ຂອງຄວາມຮູ້? ຄວາມຮູ້ທຸກຢ່າງທີ່ມະນຸດມີແມ່ນຮຽນຮູ້ຈາກພື້ນຖານຫຍັງ? ມັນອີງໃສ່ທິດສະດີແຫ່ງການວິວັດທະນາການບໍ? ຄວາມຮູ້ທີ່ມະນຸດໄດ້ຮັບຜ່ານທາງການສໍາຫຼວດ ແລະ ການສະຫຼຸບຂອງມັນບໍ່ແມ່ນອີງບົນຄວາມບໍ່ເຊື່ອໃນພຣະເຈົ້າບໍ? ຄວາມຮູ້ໃດໜຶ່ງນີ້ມີການເຊື່ອມໂຍງກັບພຣະເຈົ້າບໍ? ມັນເຊື່ອໂຍງກັບການນະມັດສະການພຣະເຈົ້າບໍ? ມັນເຊື່ອມໂຍງກັບຄວາມຈິງບໍ? (ບໍ່). ແລ້ວຊາຕານໃຊ້ຄວາມຮູ້ເພື່ອເຮັດໃຫ້ມະນຸດເສື່ອມຊາມໄດ້ແນວໃດ? ເຮົາຫາກໍເວົ້າວ່າ ບໍ່ມີຫຍັງໃນຄວາມຮູ້ນີ້ທີ່ເຊື່ອມໂຍງກັບການນະມັດສະການພຣະເຈົ້າ ຫຼື ກັບຄວາມຈິງ. ບາງຄົນຄິດແບບນີ້ກ່ຽວກັບມັນ: “ຄວາມຮູ້ອາດບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ, ແຕ່ເຖິງຢ່າງໃດກໍຕາມ ມັນກໍບໍ່ໄດ້ເຮັດໃຫ້ຜູ້ຄົນເສື່ອມຊາມ”. ແມ່ນຫຍັງຄືມຸມມອງຂອງພວກເຈົ້າກ່ຽວກັບສິ່ງນີ້? ຄວາມຮູ້ໄດ້ສອນເຈົ້າບໍວ່າ ຄວາມສຸກຂອງບຸກຄົນໃດໜຶ່ງຕ້ອງຖືກສ້າງຂຶ້ນດ້ວຍມືທັງສອງຂອງພວກເຂົາເອງ? ຄວາມຮູ້ສອນເຈົ້າບໍວ່າ ໂຊກຊະຕາຂອງມະນຸດຢູ່ໃນມືຂອງເຂົາເອງ? (ແມ່ນແລ້ວ). ນີ້ແມ່ນການສົນທະນາແບບໃດ? (ມັນໄຮ້ສາລະ). ຖືກຕ້ອງທີ່ສຸດ! ມັນໄຮ້ສາລະ! ຄວາມຮູ້ຄືຫົວຂໍ້ຊັບຊ້ອນທີ່ຈະສົນທະນາ. ເຈົ້າອາດກ່າວໄດ້ຢ່າງງ່າຍໆວ່າ ຂະແໜງຄວາມຮູ້ເປັນພຽງແຕ່ຄວາມຮູ້ເທົ່ານັ້ນ. ນັ້ນຄືຂະແໜງຄວາມຮູ້ ເຊິ່ງຖືກຮຽນຮູ້ບົນພື້ນຖານແຫ່ງການບໍ່ນະມັດສະການພຣະເຈົ້າ ແລະ ການທີ່ບໍ່ເຂົ້າໃຈວ່າພຣະເຈົ້າເນລະມິດສ້າງສິ່ງທັງປວງ. ເມື່ອຜູ້ຄົນສຶກສາຄວາມຮູ້ປະເພດນີ້, ພວກເຂົາກໍບໍ່ເຫັນວ່າພຣະເຈົ້າມີອຳນາດທີ່ສູງຊົ່ງເໜືອສິ່ງທັງປວງ; ພວກເຂົາບໍ່ເຫັນວ່າພຣະເຈົ້າຄວບຄຸມ ຫຼື ຄຸ້ມຄອງສິ່ງທັງປວງ. ກົງກັນຂ້າມ ສິ່ງທີ່ພວກເຂົາເຮັດແມ່ນພຽງແຕ່ການຄົ້ນຄວ້າ ແລະ ການສໍາຫຼວດຂະແໜງຄວາມຮູ້ນັ້ນຢ່າງບໍ່ສິ້ນສຸດ ແລະ ສະແຫວງຫາຄຳຕອບບົນຄວາມຮູ້. ເຖິງຢ່າງໃດກໍຕາມ, ມັນບໍ່ເປັນຈິງບໍທີ່ວ່າ ເຖິງແມ່ນຜູ້ຄົນບໍ່ເຊື່ອໃນພຣະເຈົ້າ ແລະ ກົງກັນຂ້າມຄືສະແຫວງຫາພຽງແຕ່ການຄົ້ນຄວ້າເທົ່ານັ້ນ, ພວກເຂົາຈະບໍ່ຄົ້ນພົບຄຳຕອບທີ່ແທ້ຈິງຈັກເທື່ອ? ທຸກສິ່ງທີ່ຄວາມຮູ້ສາມາດມອບໃຫ້ແກ່ເຈົ້າແມ່ນການຫາລ້ຽງຊີບ, ອາຊີບ ແລະ ລາຍຮັບ ເພື່ອວ່າເຈົ້າຈະບໍ່ຫິວ; ແຕ່ມັນຈະບໍ່ເຮັດໃຫ້ເຈົ້ານະມັດສະການພຣະເຈົ້າຈັກເທື່ອ ແລະ ມັນຈະບໍ່ຮັກສາເຈົ້າໃຫ້ຫ່າງຈາກສິ່ງຊົ່ວຮ້າຍຈັກເທື່ອ. ຍິ່ງເຈົ້າສຶກສາຄວາມຮູ້, ເຈົ້າກໍຍິ່ງປາຖະໜາທີ່ຈະກະບົດຕໍ່ພຣະເຈົ້າ, ວາງພຣະເຈົ້າໄວ້ພາຍໃຕ້ການສຶກສາຂອງເຈົ້າ, ລໍ້ລວງພຣະເຈົ້າ ແລະ ຕໍ່ຕ້ານພຣະເຈົ້າ. ແລ້ວພວກເຮົາເຫັນຫຍັງໃນຕອນນີ້ໃນເມື່ອຄວາມຮູ້ກຳລັງສັ່ງສອນຜູ້ຄົນ? ມັນລ້ວນແລ້ວແຕ່ເປັນປັດຊະຍາຂອງຊາຕານ. ປັດຊະຍາ ແລະ ກົດລະບຽບແຫ່ງການຢູ່ລອດທີ່ຊາຕານແຜ່ຂະຫຍາຍໃນບັນດາມະນຸດທີ່ເສື່ອມຊາມແມ່ນກ່ຽວຂ້ອງກັບຄວາມຈິງບໍ? ພວກມັນບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ ແລະ ໃນຄວາມເປັນຈິງແລ້ວ ແມ່ນຢູ່ກົງກັນຂ້າມກັບຄວາມຈິງ. ຜູ້ຄົນເວົ້າຢູ່ເລື້ອຍໆວ່າ “ຊີວິດຄືການເຄື່ອນໄຫວ” ແລະ “ມະນຸດຄືເຫຼັກ, ເຂົ້າຄືເຫຼັກກ້າ, ມະນຸດຮູ້ສຶກວ່າອຶດຢາກ ຖ້າເຂົາບໍ່ໄດ້ກິນເຂົ້າ”; ຄຳເວົ້າເຫຼົ່ານີ້ແມ່ນຫຍັງ? ພວກມັນຄືຄວາມເຊື່ອຜິດໆ ແລະ ການໄດ້ຍິນສິ່ງເຫຼົ່ານີ້ເຮັດໃຫ້ຮູ້ສຶກເບື່ອໜ່າຍ. ບາງເທື່ອ ທຸກຄົນມີແນວຄິດຫຍາບໆກ່ຽວກັບວິທີການທີ່ຊາຕານໃຊ້ຄວາມຮູ້ເພື່ອເຮັດໃຫ້ມະນຸດເສື່ອມຊາມ. ໃນສິ່ງທີ່ເອີ້ນວ່າຄວາມຮູ້ຂອງມະນຸດ, ຊາຕານໄດ້ເຮັດໃຫ້ເຕັມໄປດ້ວຍປັດຊະຍາຊີວິດ ແລະ ຄວາມຄິດຂອງມັນ. ແລ້ວໃນຂະນະທີ່ຊາຕານເຮັດແບບນີ້, ມັນກໍປ່ອຍໃຫ້ມະນຸດນໍາໃຊ້ຄວາມຄິດ, ປັດຊະຢາ ແລະ ມຸມມອງຂອງມັນ ເພື່ອວ່າມະນຸດອາດປະຕິເສດການມີຢູ່ຂອງພຣະເຈົ້າ, ປະຕິເສດອຳນາດຂອງພຣະເຈົ້າເໜືອສິ່ງທັງປວງ ແລະ ເໜືອໂຊກຊະຕາຂອງມະນຸດ. ແລ້ວໃນຂະນະທີ່ການສຶກສາຂອງມະນຸດຄືບໜ້າໄປ ແລະ ເຂົາໄດ້ຮັບຄວາມຮູ້ຫຼາຍຂຶ້ນ, ເຂົາກໍຮູ້ສຶກວ່າການມີຢູ່ຂອງພຣະເຈົ້າຄຸມເຄືອ ແລະ ເຖິງກັບອາດບໍ່ຮູ້ສຶກອີກຕໍ່ໄປວ່າພຣະເຈົ້າມີຢູ່. ໃນຂະນະທີ່ຊາຕານໄດ້ໃສ່ມຸມມອງ, ແນວຄິດ ແລະ ຄວາມຄິດໃສ່ໃນຄວາມຄິດຂອງມະນຸດ, ມະນຸດບໍ່ໄດ້ຖືກເຮັດໃຫ້ເສື່ອມຊາມໃນຂະບວນການນີ້ບໍ? (ແມ່ນແລ້ວ). ບັດນີ້ ມະນຸດອີງຊີວິດຂອງເຂົາບົນສິ່ງໃດ? ເຂົາກຳລັງດຳລົງຊີວິດບົນພື້ນຖານຄວາມຮູ້ນີ້ແທ້ໆບໍ? ບໍ່; ມະນຸດກຳລັງອີງຊີວິດຂອງເຂົາບົນຄວາມຄິດ, ມຸມມອງ ແລະ ປັດຊະຍາຂອງຊາຕານທີ່ຖືກເຊື່ອງໄວ້ພາຍໃນຄວາມຮູ້ນີ້. ນີ້ແມ່ນບ່ອນທີ່ສ່ວນສຳຄັນໃນການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມເກີດຂຶ້ນ; ນີ້ເປັນທັງເປົ້າໝາຍຂອງຊາຕານ ແລະ ວິທີການຂອງມັນເພື່ອເຮັດໃຫ້ມະນຸດເສື່ອມຊາມ.

ພວກເຮົາຈະເລີ່ມຕົ້ນດ້ວຍການກ່າວເຖິງລັກສະນະທີ່ຜິວເຜີນທີ່ສຸດຂອງຄວາມຮູ້. ຫຼັກໄວຍະກອນ ແລະ ຄຳເວົ້າໃນພາສາຕ່າງໆສາມາດເຮັດໃຫ້ຜູ້ຄົນເສື່ອມຊາມໄດ້ບໍ? ຄຳເວົ້າສາມາດເຮັດໃຫ້ຜູ້ຄົນເສື່ອມຊາມບໍ? (ບໍ່ໄດ້). ຄຳເວົ້າບໍ່ເຮັດໃຫ້ຜູ້ຄົນເສື່ອມຊາມ; ພວກມັນເປັນເຄື່ອງມືທີ່ຜູ້ຄົນໃຊ້ເພື່ອເວົ້າ ແລະ ພວກມັນຍັງເປັນເຄື່ອງມືທີ່ຜູ້ຄົນໃຊ້ສື່ສານກັບພຣະເຈົ້າ ແລ້ວບໍ່ຕ້ອງກ່າວເຖິງເລີຍວ່າໃນປັດຈຸບັນ, ພາສາ ແລະ ຄຳເວົ້າແມ່ນວິທີທີ່ພຣະເຈົ້າສື່ສານກັບຜູ້ຄົນ. ພວກມັນແມ່ນເຄື່ອງມື ແລະ ພວກມັນເປັນສິ່ງຈຳເປັນ. ໜຶ່ງບວກໜຶ່ງເທົ່າກັບສອງ ແລະ ສອງຄູນສອງເທົ່າກັບສີ່; ນີ້ບໍ່ແມ່ນຄວາມຮູ້ບໍ? ແຕ່ສິ່ງນີ້ສາມາດເຮັດໃຫ້ເຈົ້າເສື່ອມຊາມໄດ້ບໍ? ນີ້ມີຄວາມຮູ້ທົ່ວໄປ, ມັນຄືແບບແຜນທີ່ຄົງທີ່ ແລະ ດ້ວຍເຫດນັ້ນ ມັນຈຶ່ງບໍ່ສາມາດເຮັດໃຫ້ຜູ້ຄົນເສື່ອມຊາມ. ແລ້ວຄວາມຮູ້ປະເພດໃດທີ່ເຮັດໃຫ້ຜູ້ຄົນເສື່ອມຊາມ? ຄວາມຮູ້ທີ່ເຮັດໃຫ້ເສື່ອມຊາມຄືຄວາມຮູ້ທີ່ປະສົມກັບມຸມມອງ ແລະ ຄວາມຄິດຂອງຊາຕານ. ຊາຕານສະແຫວງຫາເພື່ອຕອກຢໍ້າມຸມມອງ ແລະ ຄວາມຄິດເຫຼົ່ານີ້ໃສ່ໃນມະນຸດຜ່ານທາງສື່ກາງແຫ່ງຄວາມຮູ້. ຕົວຢ່າງເຊັ່ນ ໃນບົດຄວາມແມ່ນບໍ່ມີຫຍັງຜິດກັບຄຳເວົ້າທີ່ຖືກຂຽນລົງໃນຕົວພວກມັນເອງ. ບັນຫາແມ່ນຢູ່ທີ່ມຸມມອງ ແລະ ເຈດຕະນາຂອງຜູ້ຂຽນ ເມື່ອພວກເຂົາຂຽນບົດຄວາມ ພ້ອມທັງເນື້ອຫາຂອງຄວາມຄິດຂອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນສິ່ງຂອງຝ່າຍວິນຍານ ແລະ ພວກມັນສາມາດເຮັດໃຫ້ຜູ້ຄົນເສື່ອມຊາມໄດ້. ຕົວຢ່າງເຊັ່ນ ຖ້າເຈົ້າກຳລັງເບິ່ງລາຍການໂທລະພາບ, ສິ່ງຂອງປະເພດໃດໃນລາຍການນັ້ນສາມາດປ່ຽນແປງມຸມມອງຂອງຜູ້ຄົນ? ສິ່ງທີ່ຜູ້ສະແດງໄດ້ກ່າວ ເຊິ່ງກໍຄືຄຳເວົ້າເຫຼົ່ານັ້ນເອງ ແມ່ນສາມາດເຮັດໃຫ້ຜູ້ຄົນເສື່ອມຊາມບໍ? (ບໍ່). ສິ່ງຂອງປະເພດໃດທີ່ຈະເຮັດໃຫ້ຜູ້ຄົນເສື່ອມຊາມ? ມັນຈະເປັນຄວາມຄິດຫຼັກ ແລະ ເນື້ອຫາຂອງການສະແດງ ເຊິ່ງຈະສະແດງເຖິງມຸມມອງຂອງຜູ້ກຳກັບ. ຂໍ້ມູນທີ່ປະກອບມີຢູ່ໃນມຸມມອງເຫຼົ່ານີ້ສາມາດແກວ່ງໄກວຫົວໃຈ ແລະ ຄວາມຄິດຂອງຜູ້ຄົນ. ມັນບໍ່ແມ່ນແນວນັ້ນບໍ? ບັດນີ້ ພວກເຈົ້າໄດ້ຮູ້ເຖິງສິ່ງທີ່ເຮົາກຳລັງໝາຍເຖິງໃນການສົນທະນາຂອງເຮົາກ່ຽວກັບການທີ່ຊາຕານໃຊ້ຄວາມຮູ້ເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ. ພວກເຈົ້າຈະບໍ່ເຂົ້າໃຈຜິດ, ແມ່ນບໍ? ສະນັ້ນ ຄັ້ງຕໍ່ໄປທີ່ເຈົ້າອ່ານນະວະນິຍາຍ ຫຼື ບົດຄວາມ, ເຈົ້າຈະສາມາດປະເມີນໄດ້ ຫຼື ບໍ່ວ່າ ຄວາມຄິດທີ່ສະແດງອອກໃນຄຳເວົ້າທີ່ຖືກຂຽນລົງນັ້ນເຮັດໃຫ້ມະນຸດຊາດເສື່ອມຊາມ ຫຼື ມີສ່ວນຊ່ວຍມະນຸດຊາດ? (ໄດ້, ໃນລະດັບນ້ອຍໆ). ນີ້ແມ່ນສິ່ງທີ່ຕ້ອງໄດ້ສຶກສາ ແລະ ປະສົບກັບຢ່າງຊ້າໆ ແລະ ມັນບໍ່ແມ່ນສິ່ງທີ່ເຂົ້າໃຈຢ່າງງ່າຍໆໄດ້ທັນທີທັນໃດ. ຕົວຢ່າງເຊັ່ນ ເມື່ອກຳລັງຄົ້ນຄວ້າ ຫຼື ສຶກສາຂະແໜງຄວາມຮູ້ໃດໜຶ່ງ, ບາງລັກສະນະທີ່ດີຂອງຄວາມຮູ້ນັ້ນອາດຊ່ວຍໃຫ້ເຈົ້າເຂົ້າໃຈຄວາມຮູ້ທົ່ວໄປບາງຢ່າງກ່ຽວກັບຂອບເຂດນັ້ນ ໃນຂະນະທີ່ຍັງເຮັດໃຫ້ເຈົ້າຮູ້ຈັກສິ່ງທີ່ຜູ້ຄົນຄວນຫຼີກຫຼ່ຽງ. ຕົວຢ່າງເຊັ່ນ “ໄຟຟ້າ”, ນີ້ຄືຂອບເຂດຂອງຄວາມຮູ້, ບໍ່ແມ່ນບໍ? ເຈົ້າຈະບໍ່ຂາດຄວາມຮູ້ບໍ ຖ້າເຈົ້າບໍ່ຮູ້ວ່າໄຟຟ້າສາມາດຊັອດ ແລະ ທຳຮ້າຍຜູ້ຄົນໄດ້? ແຕ່ຫຼັງຈາກທີ່ເຈົ້າເຂົ້າໃຈຂອບເຂດຂອງຄວາມຮູ້ນີ້, ເຈົ້າກໍຈະບໍ່ປະໝາດໃນການຈັບສິ່ງຂອງທີ່ມີກະແສໄຟຟ້າ ແລະ ເຈົ້າຈະຮູ້ຈັກວິທີໃຊ້ໄຟຟ້າ. ສິ່ງເຫຼົ່ານີ້ແມ່ນສິ່ງດີໆທັງສອງຢ່າງ. ບັດນີ້ ເຈົ້າມີຄວາມຊັດເຈນແລ້ວບໍ ກ່ຽວກັບສິ່ງທີ່ພວກເຮົາໄດ້ສົນທະນາໃນເລື່ອງຂອງວິທີທີ່ຄວາມຮູ້ເຮັດໃຫ້ຜູ້ຄົນເສື່ອມຊາມ? ຖ້າເຈົ້າເຂົ້າໃຈ, ພວກເຮົາກໍຈະບໍ່ສືບຕໍ່ເວົ້າກ່ຽວກັບມັນເພີ່ມເຕີ່ມ ເພາະມີຄວາມຮູ້ຫຼາຍປະເພດທີ່ຖືກສຶກສາໃນໂລກ ແລະ ພວກເຈົ້າຕ້ອງໃຊ້ເວລາຂອງພວກເຈົ້າເພື່ອແຍກແຍະສິ່ງເຫຼົ່ານີ້ສຳລັບຕົວພວກເຈົ້າເອງ.

2. ວິທີທີ່ຊາຕານໃຊ້ວິທະຍາສາດເພື່ອເຮັດໃຫ້ມະນຸດເສື່ອມຊາມ

ແມ່ນຫຍັງຄືວິທະຍາສາດ? ວິທະຍາສາດບໍ່ໄດ້ຖືກຍົກຂຶ້ນເປັນກຽດຕິຍົດອັນສູງສົ່ງໃນຄວາມຄິດຂອງມະນຸດແຕ່ລະຄົນ ແລະ ຖືກພິຈາລະນາວ່າເລິກເຊິ່ງບໍ? ເມື່ອເວົ້າເຖິງວິທະຍາສາດແລ້ວ, ຜູ້ຄົນບໍ່ໄດ້ຮູ້ສຶກວ່າ: “ນີ້ແມ່ນສິ່ງທີ່ຢູ່ເກີນກວ່າຜູ້ຄົນທຳມະດາຈະຢື້ເຖິງ;​ ນີ້ແມ່ນຫົວຂໍ້ທີ່ມີພຽງແຕ່ນັກຄົ້ນຄວ້າດ້ານວິທະຍາສາດ ຫຼື ວິຊາການເທົ່ານັ້ນທີ່ສາມາດຈັບຕ້ອງໄດ້; ມັນບໍ່ກ່ຽວຂ້ອງຫຍັງກັບພວກເຮົາທີ່ເປັນຄົນສາມັນທຳມະດາບໍ”? ມັນມີການເຊື່ອມໂຍງຫຍັງຕໍ່ຜູ້ຄົນທຳມະດາບໍ? (ແມ່ນແລ້ວ). ຊາຕານໃຊ້ວິທະຍາສາດເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມໄດ້ແນວໃດ? ໃນການສົນທະນາຂອງພວກເຮົາໃນທີ່ນີ້, ພວກເຮົາຈະລົມກັນກ່ຽວກັບສິ່ງຕ່າງໆທີ່ຜູ້ຄົນພົບພໍ້ໃນຊີວິດຂອງພວກເຂົາເອງຢູ່ເລື້ອຍເທົ່ານັ້ນ ແລະ ຈະບໍ່ສົນໃຈເລື່ອງອື່ນໆ. ມີຄຳວ່າ “ພັນທຸກຳ”. ພວກເຈົ້າເຄີຍໄດ້ຍິນມັນບໍ? ພວກເຈົ້າທຸກຄົນຄຸ້ນເຄີຍກັບຄຳສັບນີ້, ບໍ່ແມ່ນບໍ? ພັນທຸກຳບໍ່ໄດ້ຖືກຄົ້ນພົບຜ່ານທາງວິທະຍາສາດບໍ? ພັນທຸກຳໝາຍຄວາມວ່າແນວໃດແທ້ໆຕໍ່ຜູ້ຄົນ? ພວກມັນບໍ່ໄດ້ເຮັດໃຫ້ຜູ້ຄົນຮູ້ສຶກວ່າຮ່າງກາຍເປັນສິ່ງທີ່ລຶກລັບບໍ? ເມື່ອຜູ້ຄົນຖືກແນະນໍາແກ່ຫົວຂໍ້ນີ້, ຈະບໍ່ມີບາງຄົນ ໂດຍສະເພາະຄົນທີ່ຢາກຮູ້ຢາກເຫັນ ເຊິ່ງເປັນຜູ້ທີ່ຕ້ອງການຮູ້ເພິ່ມເຕີ່ມ ແລະ ຕ້ອງການລາຍລະອຽດເພີ່ມເຕີ່ມບໍ? ຜູ້ຄົນທີ່ຢາກຮູ້ຢາກເຫັນເຫຼົ່ານີ້ຈະສຸ່ມພະລັງງານຂອງພວກເຂົາໃສ່ຫົວຂໍ້ນີ້ ແລະ ເມື່ອພວກເຂົາບໍ່ມີສິ່ງອື່ນໆໃຫ້ເຮັດ, ພວກເຂົາກໍຈະຄົ້ນຫາຂໍ້ມູນໃນປຶ້ມ ແລະ ໃນອິນເຕີເນັດເພື່ອຮຽນຮູ້ລາຍລະອຽດເພີ່ມເຕີ່ມກ່ຽວກັບມັນ. ແມ່ນຫຍັງຄືວິທະຍາສາດ? ເວົ້າງ່າຍກໍຄື ວິທະຍາສາດແມ່ນຄວາມຄິດ ແລະ ທິດສະດີຂອງສິ່ງຕ່າງໆທີ່ມະນຸດຢາກຮູ້ຢາກເຫັນ, ສິ່ງຕ່າງໆທີ່ບໍ່ເປັນທີ່ຮູ້ຈັກ ແລະ ເປັນສິ່ງທີ່ພຣະເຈົ້າບໍ່ໄດ້ບອກພວກເຂົາ; ວິທະຍາສາດແມ່ນຄວາມຄິດ ແລະ ທິດສະດີກ່ຽວກັບຄວາມລຶກລັບທີ່ມະນຸດຕ້ອງການຄົ້ນຫາ. ແມ່ນຫຍັງຄືຂອບເຂດຂອງວິທະຍາສາດ? ເຈົ້າສາມາດເວົ້າໄດ້ວ່າ ມັນປະກອບມີທຸກສິ່ງ ແຕ່ມະນຸດເຮັດວຽກວິທະຍາສາດແນວໃດ? ມັນແມ່ນຜ່ານທາງການຄົ້ນຄວ້າບໍ? ວິທະຍາສາດປະກອບມີການຄົ້ນຄວ້າລາຍລະອຽດ ແລະ ກົດເກນຂອງສິ່ງຕ່າງໆເຫຼົ່ານີ້ ແລະ ຫຼັງຈາກນັ້ນກໍວາງທິດສະດີທີ່ພໍຟັງຂຶ້ນ ເຊິ່ງເຮັດໃຫ້ຜູ້ຄົນຄິດວ່າ: “ນັກວິທະຍາສາດເຫຼົ່ານີ້ຍອດຢ້ຽມແທ້ໆ! ພວກເຂົາຮູ້ຫຼາຍສິ່ງ ເຊິ່ງພຽງພໍທີ່ຈະເຂົ້າໃຈສິ່ງຕ່າງໆເຫຼົ່ານີ້!” ພວກເຂົາມີຄວາມຊື່ນຊົມຫຼາຍສຳລັບນັກວິທະຍາສາດ, ບໍ່ແມ່ນບໍ? ຜູ້ຄົນທີ່ຄົ້ນຄວ້າວິທະຍາສາດ, ພວກເຂົາມີມຸມມອງແບບໃດ? ພວກເຂົາບໍ່ຕ້ອງການຄົ້ນຄວ້າຈັກກະວານ, ຄົ້ນຄວ້າສິ່ງຕ່າງໆທີ່ລຶກລັບໃນຂົງເຂດຄວາມສົນໃຈຂອງພວກເຂົາບໍ? ແມ່ນຫຍັງຄືຜົນຕາມມາອັນສຸດທ້າຍຂອງສິ່ງນີ້? ໃນວິທະຍາສາດບາງຢ່າງ, ຜູ້ຄົນສະຫຼຸບໂດຍການສົມມຸດ ແລະ ໃນຢ່າງອື່ນໆ ພວກເຂົາອີງໃສ່ປະສົບການຂອງມະນຸດເພື່ອສະຫຼຸບ. ແຕ່ໃນຂົງເຂດອື່ນໆຂອງວິທະຍາສາດ, ຜູ້ຄົນມາເຖິງຂໍ້ສະຫຼຸບຂອງພວກເຂົາໂດຍອີງຕາມປະສົບການ ຫຼື ການສັງເກດດ້ານປະຫວັດສາດ ແລະ ເບື້ອງຫຼັງ. ມັນບໍ່ແມ່ນແບບນີ້ບໍ? ແລ້ວວິທະຍາສາດເຮັດຫຍັງສຳລັບຜູ້ຄົນ? ສິ່ງທີ່ວິທະຍາສາດເຮັດກໍມີພຽງແຕ່ປ່ອຍໃຫ້ຜູ້ຄົນໄດ້ເຫັນສິ່ງຂອງໃນໂລກທາງກາຍ ແລະ ເຮັດໃຫ້ພໍໃຈຕາມຄວາມຢາກຮູ້ຢາກເຫັນຂອງມະນຸດ ແຕ່ມັນບໍ່ສາມາດເຮັດໃຫ້ມະນຸດສາມາດເຫັນກົດເກນທີ່ພຣະເຈົ້າມີອຳນາດເໜືອສິ່ງທັງປວງໄດ້. ມະນຸດເບິ່ງຄືຈະຄົ້ນຫາຄຳຕອບໃນວິທະຍາສາດ ແຕ່ຄຳຕອບເຫຼົ່ານີ້ກໍສັບສົນ ແລະ ນໍາຄວາມພໍໃຈຊົ່ວຄາວມາເທົ່ານັ້ນ ເຊິ່ງເປັນຄວາມພໍໃຈທີ່ພຽງແຕ່ເຮັດໜ້າທີ່ຈຳກັດຫົວໃຈຂອງມະນຸດກັບໂລກທາງວັດຖຸ. ມະນຸດຮູ້ສຶກວ່າ ພວກເຂົາໄດ້ຮັບຄຳຕອບຈາກວິທະຍາສາດ, ແລ້ວບໍ່ວ່າບັນຫາຫຍັງກໍຕາມຈະເກີດຂຶ້ນ, ພວກເຂົາກໍໃຊ້ມຸມມອງດ້ານວິທະຍາສາດຂອງພວກເຂົາເປັນພື້ນຖານເພື່ອພິສູດ ແລະ ຍອມຮັບບັນຫານັ້ນ. ຫົວໃຈຂອງມະນຸດຖືກຄອບຄອງໂດຍວິທະຍາສາດ ແລະ ຖືກມັນລໍ້ລວງ ຈົນເຖິງຈຸດທີ່ມະນຸດບໍ່ມີຄວາມຄິດທີ່ຈະຮູ້ຈັກພຣະເຈົ້າ, ນະມັດສະການພຣະເຈົ້າ ແລະ ເຊື່ອວ່າທຸກສິ່ງມາຈາກພຣະເຈົ້າ ແລະ ມະນຸດຄວນເບິ່ງຫາພຣະອົງສຳລັບຄຳຕອບອີກຕໍ່ໄປ. ມັນບໍ່ແມ່ນແບບນີ້ບໍ? ຍິ່ງບຸກຄົນໃດໜຶ່ງເຊື່ອໃນວິທະຍາສາດຫຼາຍສໍ່າໃດ, ພວກເຂົາກໍຍິ່ງໄຮ້ເຫດຜົນຫຼາຍສໍ່ານັ້ນ ໂດຍເຊື່ອວ່າທຸກສິ່ງມີວິທີແກ້ໄຂທາງວິທະຍາສາດ ແລະ ການຄົ້ນຄວ້າສາມາດແກ້ໄຂທຸກຢ່າງໄດ້. ພວກເຂົາບໍ່ສະແຫວງຫາພຣະເຈົ້າ ແລະ ພວກເຂົາບໍ່ເຊື່ອວ່າພຣະອົງມີຢູ່; ເຖິງກັບມີບາງຄົນທີ່ໄດ້ຕິດຕາມພຣະເຈົ້າເປັນເວລາຫຼາຍປີທີ່ຈະໄປ ແລະ ຄົ້ນຄວ້າເຊື້ອຈຸລິນຊີຕາມອຳເພີໃຈ ຫຼື ຊອກຫາຂໍ້ມູນບາງຢ່າງສຳລັບຄຳຕອບຕໍ່ບັນຫາ. ຜູ້ຄົນດັ່ງກ່າວບໍ່ໄດ້ຫຼຽວເບິ່ງບັນຫາຈາກທັດສະນະຂອງຄວາມຈິງ ແລະ ໃນຫຼາຍກໍລະນີ ພວກເຂົາຕ້ອງການອີງໃສ່ມຸມມອງ ຫຼື ຄວາມຮູ້ທາງວິທະຍາສາດ ຫຼື ວິທີການແກ້ໄຂດ້ວຍວິທະຍາສາດເພື່ອແກ້ໄຂບັນຫາ; ພວກເຂົາບໍ່ເພິ່ງພາພຣະເຈົ້າ ແລະ ພວກເຂົາບໍ່ສະແຫວງຫາພຣະເຈົ້າ. ຜູ້ຄົນເຊັ່ນນີ້ຈະມີພຣະເຈົ້າໃນຫົວໃຈຂອງພວກເຂົາໄດ້ບໍ? (ບໍ່). ເຖິງກັບມີບາງຄົນທີ່ຕ້ອງການຄົ້ນຄວ້າພຣະເຈົ້າໃນລັກສະນະດຽວກັນກັບທີ່ພວກເຂົາສຶກສາວິທະຍາສາດ. ຕົວຢ່າງເຊັ່ນ ມີຊ່ຽວຊານ ດ້ານສາສະໜາຫຼາຍຄົນທີ່ໄດ້ໄປທີ່ພູເຂົາບ່ອນທີ່ເຮືອໄດ້ມາຢຸດຢູ່ ແລະ ດ້ວຍເຫດນັ້ນ ພວກເຂົາກໍໄດ້ພິສູດການມີຢູ່ຂອງເຮືອ. ແຕ່ໃນການປາກົດຕົວຂອງເຮືອ, ພວກເຂົາບໍ່ໄດ້ເຫັນເຖິງການມີຢູ່ຂອງພຣະເຈົ້າ. ພວກເຂົາເຊື່ອພຽງແຕ່ໃນເລື່ອງລາວ ແລະ ປະຫວັດສາດ; ນີ້ຄືຜົນຈາກການຄົ້ນຄວ້າວິທະຍາສາດຂອງພວກເຂົາ ແລະ ການສຶກສາໂລກຝ່າຍວັດຖຸ. ຖ້າເຈົ້າຄົ້ນຄວ້າສິ່ງຕ່າງໆທີ່ເປັນວັດຖຸ, ບໍ່ວ່າມັນຈະເປັນຈຸລະຊີບວິທະຍາ, ດາລາສາດ ຫຼື ພູມສາດ, ເຈົ້າກໍຈະບໍ່ຄົ້ນພົບຜົນຕາມມາທີ່ກຳນົດວ່າພຣະເຈົ້າມີຢູ່ ຫຼື ພຣະອົງມີອຳນາດສູງສຸດເໜືອສິ່ງທັງປວງ ຫຼື ບໍ່. ແລ້ວວິທະຍາສາດເຮັດຫຍັງເພື່ອມະນຸດ? ມັນບໍ່ໄດ້ເຮັດໃຫ້ມະນຸດຫ່າງອອກຈາກພຣະເຈົ້າບໍ? ມັນບໍ່ໄດ້ເຮັດໃຫ້ຜູ້ຄົນວາງພຣະເຈົ້າໄວ້ພາຍໃຕ້ການສຶກສາບໍ? ມັນບໍ່ໄດ້ເຮັດໃຫ້ຜູ້ຄົນສົງໄສຍິ່ງຂຶ້ນກ່ຽວກັບການມີຢູ່ຂອງພຣະເຈົ້າບໍ? (ແມ່ນແລ້ວ). ແລ້ວຊາຕານຕ້ອງການໃຊ້ວິທະຍາສາດເພື່ອເຮັດໃຫ້ມະນຸດເສື່ອມຊາມແນວໃດ? ຊາຕານບໍ່ຕ້ອງການໃຊ້ຂໍ້ສະຫຼຸບດ້ານວິທະຍາສາດເພື່ອຫຼອກລວງຜູ້ຄົນ ແລະ ເຮັດໃຫ້ພວກເຂົາດ້ານຊາ ແລະ ໃຊ້ຄຳຕອບທີ່ຄຸມເຄືອເພື່ອຈັບຫົວໃຈຂອງຜູ້ຄົນໄວ້ ເພື່ອວ່າພວກເຂົາຈະບໍ່ສະແຫວງຫາ ຫຼື ເຊື່ອໃນການເປັນຢູ່ຂອງພຣະເຈົ້າບໍ? (ແມ່ນແລ້ວ). ແລ້ວນີ້ຄືເຫດຜົນທີ່ເຮົາເວົ້າວ່າ ວິທະຍາສາດແມ່ນໜຶ່ງໃນວິທີທີ່ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມ.

3. ວິທີຊາຕານໃຊ້ວັດທະນະທຳດັ່ງເດີມເພື່ອເຮັດໃຫ້ມະນຸດເສື່ອມຊາມ

ມີ ຫຼື ບໍ່ມີຫຼາຍສິ່ງທີ່ຖືວ່າເປັນສ່ວນຂອງວັດທະນະທຳດັ່ງເດີມບໍ? (ມີ). “ວັດທະນະທຳດັ່ງເດີມ” ນີ້ໝາຍເຖິງຫຍັງ? ບາງຄົນເວົ້າວ່າ ມັນຖືກສືບທອດຈາກບັນພະບຸລຸດ ເຊິ່ງນີ້ແມ່ນລັກສະນະໜຶ່ງ. ຕັ້ງແຕ່ຕົ້ນເດີມ, ວິຖີຊິວິດ, ປະເພນີ, ຄຳເວົ້າ ແລະ ກົດລະບຽບໄດ້ຖືກສືບທອດພາຍໃນຄອບຄົວ, ກຸ່ມເຊື້ອຊາດ ແລະ ແມ່ນແຕ່ເຜົ່າພັນມະນຸດທັງໝົດ ແລະ ພວກມັນໄດ້ຖືກປູກຝັງໃນຄວາມຄິດຂອງຜູ້ຄົນ. ຜູ້ຄົນຖືກວ່າພວກມັນເປັນສ່ວນທີ່ຈຳເປັນຫຼາຍແທ້ໆໃນຊີວິດຂອງພວກເຂົາ ແລະ ຖືວ່າພວກມັນເປັນກົດລະບຽບ ໂດຍປະຕິບັດຕາມພວກມັນຄືກັບວ່າພວກມັນເປັນຊີວິດເອງ. ແນ່ນອນຢູ່ແລ້ວທີ່ພວກເຂົາບໍ່ຕ້ອງການປ່ຽນແປງ ຫຼື ປະຖິ້ມສິ່ງເຫຼົ່ານີ້ ຍ້ອນພວກມັນຖືກສືບທອດຈາກບັນພະບຸລຸດຂອງພວກເຂົາ. ມີອີກລັກສະນະຂອງວັດທະນະທຳດັ່ງເດີມທີ່ຝັງແໜ້ນໃນກະດູກຂອງຜູ້ຄົນ ຄືກັບສິ່ງຕ່າງໆທີ່ຖືກສືບທອດຈາກຂົງຈື້ ແລະ ເມິງຈື້ ແລະ ສິ່ງຕ່າງໆທີ່ລັດທິເຕົ໋າ ແລະ ລັດທິຂົງຈື້ຂອງຈີນໄດ້ສອນແກ່ຜູ້ຄົນ. ມັນບໍ່ແມ່ນແບບນີ້ບໍ? (ແມ່ນແລ້ວ). ແມ່ນຫຍັງຄືສິ່ງທີ່ຖືກປະກອບໃນວັດທະນະທຳດັ່ງເດີມ? ມັນລວມເຖິງມື້ພັກທີ່ຜູ້ຄົນສະເຫຼີມສະຫຼອງບໍ? ຕົວຢ່າງເຊັ່ນ: ບຸນສະຫຼອງປີໃໝ່ຈີນ, ບຸນສະຫຼອງໂຄມໄຟ, ວັນຂາບໄຫວ້ບັນພະລຸບຸດ, ບຸນສະຫຼອງແຂ່ງເຮືອມັງກອນ ພ້ອມທັງບຸນສະຫຼອງສາດຈີນ ແລະ ບຸນສະຫຼອງໄຫວ້ພະຈັນ. ບາງຄອບຄົວເຖິງກັບສະເຫຼີມສະຫຼອງມື້ຕ່າງໆເມື່ອທີ່ຜູ້ອາວຸໂສມີອາຍຸໃດໜຶ່ງ ຫຼື ມື້ທີ່ເດັກນ້ອຍໄດ້ຮອດໜຶ່ງເດືອນ ຫຼື ມີອາຍຸໜຶ່ງຮ້ອຍມື້. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນມື້ພັກດັ່ງເດີມ. ບໍ່ມີວັດທະນະທຳດັ່ງເດີມໃດທີ່ເປັນຮາກຖານໃຫ້ແກ່ມື້ພັກເຫຼົ່ານີ້ບໍ? ແມ່ນຫຍັງຄືແກ່ນແທ້ຂອງວັດທະນະທຳດັ່ງເດີມ? ມັນມີຫຍັງກ່ຽວຂ້ອງກັບການນະມັດສະການພຣະເຈົ້າບໍ? ມັນມີຫຍັງກ່ຽວຂ້ອງກັບການບອກໃຫ້ຜູ້ຄົນປະຕິບັດຄວາມຈິງບໍ? ມີມື້ພັກໃດເພື່ອໃຫ້ຜູ້ຄົນໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າ, ໄປທີ່ແທ່ນບູຊາຂອງພຣະເຈົ້າ ແລະ ຮັບເອົາຄຳສັ່ງສອນຂອງພຣະອົງບໍ? ມີມື້ພັກໃດທີ່ເປັນເຊັ່ນນີ້ບໍ? (ບໍ່ມີ). ຜູ້ຄົນເຮັດຫຍັງໃນມື້ພັກທັງໝົດເຫຼົ່ານີ້? ໃນສະໄໝໃໝ່ ພວກມັນຖືກເບິ່ງວ່າເປັນໂອກາດສຳລັບການກິນ, ການດື່ມ ແລະ ຄວາມມ່ວນຊື່ນ. ແມ່ນຫຍັງຄືແຫຼ່ງກຳເນີດທີ່ເປັນຮາກຖານໃຫ້ແກ່ວັດທະນະທຳດັ່ງເດີມ? ວັດທະນະທຳດັ່ງເດີມມາຈາກຜູ້ໃດ? (ຊາຕານ). ມັນມາຈາກຊາຕານ. ຢູ່ເບື້ອງຫຼັງສາກຂອງມື້ພັກດັ່ງເດີມເຫຼົ່ານີ້, ຊາຕານປູກຝັງສິ່ງໃດໜຶ່ງໃນມະນຸດ. ແມ່ນຫຍັງຄືສິ່ງເຫຼົ່ານີ້? ການຮັບປະກັນວ່າຜູ້ຄົນຈະຈື່ບັນພະບຸລຸດຂອງພວກເຂົາ, ນັ້ນແມ່ນໜຶ່ງໃນສິ່ງເຫຼົ່ານັ້ນບໍ? ຕົວຢ່າງເຊັ່ນ ໃນລະຫວ່າງວັນຂາບໄຫວ້ບັນພະບຸລຸດ, ຜູ້ຄົນທຳຄວາມສະອາດຂຸມຝັງສົບ ແລະ ຖວາຍເຄື່ອງບູຊາແກ່ບັນພະບຸລຸດຂອງພວກເຂົາ ເພື່ອວ່າຈະບໍ່ລືມບັນພະບຸລຸດຂອງພວກເຂົາ. ອີກຢ່າງ ຊາຕານກໍຮັບປະກັນວ່າຜູ້ຄົນຈະຈື່ຄວາມເປັນຊາດນິຍົມ ເຊິ່ງຕົວຢ່າງກໍຄືບຸນສະຫຼອງແຂ່ງເຮືອມັງກອນ. ແລ້ວບຸນສະຫຼອງໄຫວ້ພະຈັນເດ? (ການກັບຄືນຫາກັນຂອງຄອບຄົວ). ແມ່ນຫຍັງຄືເບື້ອງຫຼັງຂອງການກັບຄືຫາກັນຂອງຄອບຄົວ? ແມ່ນຫຍັງຄືເຫດຜົນສຳລັບສິ່ງນັ້ນ? ມັນແມ່ນເພື່ອສື່ສານ ແລະ ເຊື່ອມໂຍງດ້ວຍຄວາມຮູ້ສຶກ. ແນ່ນອນຢູ່ແລ້ວ, ບໍ່ວ່າມັນເປັນການສະເຫຼີມສະຫຼອງມື້ສົ່ງທ້າຍປີເກົ່າຕາມປີຈັນທະຄາດ ຫຼື ບຸນສະຫຼອງໂຄມໄຟ, ມີຫຼາຍວິທີເພື່ອອະທິບາຍເຫດຜົນທີ່ຢູ່ເບື້ອງຫຼັງການສະເຫຼີມສະຫຼອງເຫຼົ່ານີ້. ບໍ່ວ່າຄົນໆໜຶ່ງຈະອະທິບາຍເຫດຜົນເຫຼົ່ານັ້ນວ່າແນວໃດກໍຕາມ, ແຕ່ລະຢ່າງກໍຄືວິທີການທີ່ຊາຕານປູກຝັງປັດຊະຍາຂອງມັນ ແລະ ການຄິດຂອງມັນໃນຜູ້ຄົນ ເພື່ອວ່າພວກເຂົາຈະຫັນເຫຈາກພຣະເຈົ້າ ແລະ ບໍ່ຮູ້ວ່າມີພຣະເຈົ້າ ແລະ ຖວາຍເຄື່ອງບູຊາໃຫ້ແກ່ບັນພະບຸລຸດຂອງພວກເຂົາ ຫຼື ໃຫ້ແກ່ຊາຕານ ຫຼື ກິນ, ດື່ມ ແລະ ມ່ວນຊື່ນເພື່ອເຫັນແກ່ຄວາມປາຖະໜາຂອງເນື້ອໜັງ. ໃນຂະນະທີ່ມື້ພັກເຫຼົ່ານີ້ໄດ້ຖືກສະເຫຼີມສະຫຼອງ, ຄວາມຄິດ ແລະ ມຸມມອງຂອງຊາຕານແມ່ນຖືກຝັງເລິກພາຍໃນຄວາມຄິດຂອງຜູ້ຄົນໂດຍທີ່ພວກເຂົາບໍ່ຮູ້ຕົວ. ເມື່ອຜູ້ຄົນຮອດອາຍຸສີ່ສິບປີ, ຫ້າສິບປີ ຫຼື ແມ່ນເຖິງໄວເຖົ້າຊະລາ, ຄວາມຄິດ ແລະ ມຸມມອງເຫຼົ່ານີ້ຂອງຊາຕານກໍຖືກຝັງເລິກໃນຫົວໃຈຂອງພວກເຂົາແລ້ວ. ຍິ່ງໄປກວ່ານັ້ນ ຜູ້ຄົນເຮັດສຸດຄວາມສາມາດຂອງພວກເຂົາເພື່ອຖ່າຍທອດແນວຄິດເຫຼົ່ານີ້ ບໍ່ວ່າຈະຖືກຕ້ອງ ຫຼື ຜິດກໍຕາມ ເຊິ່ງລົງສູ່ຮຸ່ນຕໍ່ໄປ ໂດຍບໍ່ເລືອກເຟັ້ນ ແລະ ບໍ່ຈໍາກັດ. ມັນບໍ່ໄດ້ເປັນແບບນີ້ບໍ? (ແມ່ນແລ້ວ). ວັດທະນະທຳດັ່ງເດີມ ແລະ ມື້ພັກເຫຼົ່ານີ້ເຮັດໃຫ້ຜູ້ຄົນເສື່ອມຊາມໄດ້ແນວໃດ? ເຈົ້າຮູ້ບໍ? (ຜູ້ຄົນຖືກຈຳກັດ ແລະ ຖືກຜູກມັດໂດຍກົດລະບຽ-ບຕ່າງໆຂອງປະເພນີເຫຼົ່ານີ້ ຈົນພວກເຂົາບໍ່ມີເວລາ ຫຼື ພະລັງງານທີ່ຈະສະແຫວງຫາພຣະເຈົ້າ). ນີ້ແມ່ນໜຶ່ງລັກສະນະ. ຕົວຢ່າງເຊັ່ນ ທຸກຄົນສະເຫຼີມສະຫຼອງໃນລະຫວ່າງວັນຂຶ້ນປີໃໝ່ຕາມຈັນທະຄາດ, ຖ້າເຈົ້າບໍ່ສະເຫຼີມສະຫຼອງ, ເຈົ້າຈະບໍ່ຮູ້ສຶກເສຍໃຈບໍ? ມີສິ່ງງົມງວາຍອື່ນທີ່ເຈົ້າມີໃນຫົວໃຈຂອງເຈົ້າບໍ? ເຈົ້າອາດຮູ້ສຶກບໍວ່າ “ຂ້ານ້ອຍບໍ່ໄດ້ສະເຫຼີມສະຫຼອງວັນຂຶ້ນປີໃໝ່ ແລະ ຍ້ອນມື້ວັນຂຶ້ນປີໃໝ່ຕາມຈັນທະຄາດເປັນມື້ທີ່ບໍ່ດີ, ມື້ທັງໝົດທີ່ເຫຼືອໃນປີຈະເປັນມື້ທີ່ບໍ່ດີເຊັ່ນກັນ”? ເຈົ້າຈະບໍ່ຮູ້ສຶກບໍ່ສະບາຍຢ່າງງ່າຍດາຍ ແລະ ຢ້ານໜ້ອຍໜຶ່ງບໍ? ເຖິງກັບມີບາງຄົນທີ່ບໍ່ໄດ້ຖວາຍໃຫ້ແກ່ບັນພະບຸລຸດຂອງພວກເຂົາໃນປີຕ່າງໆ ແລະ ຄົນທີ່ຝັນຢ່າງກະທັນຫັນວ່າຄົນທີ່ເສຍຊີວິດໄປແລ້ວໄດ້ຂໍເງິນຈາກພວກເຂົາ. ພວກເຂົາຈະຮູ້ສຶກແນວໃດ? “ເປັນຕາໂສກເສົ້າທີ່ບຸກຄົນນີ້ ເຊິ່ງໃນຕອນນີ້ໄດ້ຈາກໄປແລ້ວ ແຕ່ຕ້ອງການເງິນເພື່ອໃຊ້ຈ່າຍ! ຂ້ານ້ອຍຈະເຜົາເງິນເຈ້ຍບາງສ່ວນໃຫ້ແກ່ພວກເຂົາ. ຖ້າຂ້ານ້ອຍບໍ່ເຮັດແບບນັ້ນ, ມັນກໍຈະບໍ່ຖືກຕ້ອງແທ້ໆ. ມັນອາດກໍ່ໃຫ້ເກີດບັນຫາສຳລັບພວກເຮົາ ເຊິ່ງເປັນຄົນທີ່ດຳລົງຊີວິດຢູ່. ຜູ້ໃດຈະສາມາດເວົ້າໄດ້ເຖິງເວລາທີ່ຄວາມໂຊກຮ້າຍຈະໂຈມຕີ”? ພວກເຂົາຈະມີເງົາມືດເລັກໆນ້ອຍໆແຫ່ງຄວາມຢ້ານ ແລະ ຄວາມກັງວົນນີ້ຢູ່ໃນຫົວໃຈຂອງພວກເຂົາຢູ່ສະເໝີ. ຜູ້ໃດມອບຄວາມກັງວົນນີ້ໃຫ້ແກ່ພວກເຂົາ? (ຊາຕານ). ຊາຕານຄືແຫຼ່ງກຳເນີດຂອງຄວາມກັງວົນນີ້. ນີ້ບໍ່ແມ່ນໜຶ່ງໃນວິທີການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມບໍ? ມັນໃຊ້ຫຼາກຫຼາຍວິທີການ ແລະ ຂໍ້ອ້າງເພື່ອຄວບຄຸມເຈົ້າ, ເພື່ອຂົ່ມຂູ່ເຈົ້າ ແລະ ເພື່ອຜູກມັດເຈົ້າ, ເພື່ອວ່າເຈົ້າຈະຕົກລົງໃນຄວາມມຶນງົງ ແລະ ຍອມຈຳນົນ ແລະ ຍອມອ່ອນນ້ອມຕໍ່ມັນ; ນີ້ແມ່ນວິທີທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ. ຫຼາຍຄັ້ງທີ່ຜູ້ຄົນອ່ອນແອ ຫຼື ເມື່ອພວກເຂົາບໍ່ຮູ້ເຖິງສະຖານະການນີ້ຢ່າງຖີ່ຖ້ວນ, ພວກເຂົາກໍອາດເຮັດບາງສິ່ງໃນລັກສະນະທີ່ໂງ່ຈ້າໂດຍບໍ່ເຈດຕະນາ;​ ນັ້ນກໍຄື ພວກເຂົາຈະຕົກລົງສູ່ອົ້ງມືຂອງຊາຕານໂດຍບໍ່ເຈດຕະນາ ແລະ ອາດກະທຳການໂດຍບໍ່ຮູ້ຕົວ ແລະ ອາດເຮັດສິ່ງຕ່າງໆໂດຍບໍ່ຮູ້ວ່າພວກເຂົາກຳລັງເຮັດຫຍັງຢູ່. ນີ້ຄືວິທີທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ. ບັດນີ້ ເຖິງກັບມີສອງສາມຄົມທີ່ຈະລັງເລຈາກວັດທະນະທຳດັ່ງເດີມທີ່ຝັງເລິກ ເຊິ່ງກໍຄືຄົນທີ່ບໍ່ສາມາດຍອມປ່ອຍມັນໄປແທ້ໆ. ໂດຍສະເພາະເວລາທີ່ພວກເຂົາອ່ອນແອ ແລະ ຂີ້ຄ້ານ, ພວກເຂົາປາຖະໜາທີ່ຈະສະເຫຼີມສະຫຼອງມື້ພັກປະເພດເຫຼົ່ານີ້ ແລະ ພວກເຂົາປາຖະໜາທີ່ຈະພົບກັບຊາຕານ ແລະ ເຮັດໃຫ້ຊາຕານພໍໃຈອີກຄັ້ງ ເພື່ອນໍາຄວາມສະບາຍໃຈມາສູ່ຫົວໃຈຂອງພວກເຂົາ. ແມ່ນຫຍັງຄືເບື້ອງຫຼັງຂອງວັດທະນະທຳດັ່ງເດີມດັ່ງກ່າວ? ມືທີ່ດຳມືດຂອງຊາຕານກຳລັງຊັກໄຍເບື້ອງຫຼັງສາກເຫຼົ່ານີ້ບໍ? ທຳມະຊາດທີ່ຊົ່ວຮ້າຍຂອງຊາຕານກຳລັງຈັດການ ແລະ ຄວບຄຸມບໍ? ການຄວບຄຸມຂອງຊາຕານແກວ່ງໄກວທຸກສິ່ງເຫຼົ່ານີ້ບໍ? (ແມ່ນແລ້ວ). ເມື່ອຜູ້ຄົນດຳລົງຊີວິດຢູ່ໃນວັດທະນະທຳດັ່ງເດີມ ແລະ ສະເຫຼີມສະຫຼອງມື້ພັກຕາມປະເພນີປະເພດເຫຼົ່ານີ້, ພວກເຮົາສາມາດເວົ້າບໍວ່າ ນີ້ແມ່ນສະພາບແວດລ້ອນທີ່ພວກເຂົາກຳລັງຖືກຊາຕານຫຼອກລວງ ແລະ ເຮັດໃຫ້ເສື່ອມຊາມ ແລະ ຍິ່ງໄປກວ່ານັ້ນ ພວກເຂົາມີຄວາມສຸກທີ່ຈະຖືກຊາຕານຫຼອກລວງ ແລະ ເຮັດໃຫ້ເສື່ອມຊາມ? (ແມ່ນແລ້ວ). ນີ້ຄືບາງສິ່ງທີ່ພວກເຈົ້າທຸກຄົນຮັບຮູ້, ບາງສິ່ງທີ່ພວກເຈົ້າທຸກຄົນຮູ້ຈັກ.

4. ວິທີທີ່ຊາຕານໃຊ້ຄວາມງົມງວາຍເພື່ອເຮັດໃຫ້ມະນຸດເສື່ອມຊາມ

ເຈົ້າຄຸ້ນເຄີຍກັບຄຳວ່າ “ຄວາມງົມງວາຍ”, ແມ່ນບໍ? ມີຄວາມເຊື່ອມໂຍງບາງຢ່າງລະຫວ່າງຄວາມງົມງວາຍ ແລະ ວັດທະນະທຳແບບດັ່ງເດີມ ແຕ່ພວກເຮົາຈະບໍ່ເວົ້າກ່ຽວກັບສິ່ງເຫຼົ່ານີ້ໃນມື້ນີ້. ກົງກັນຂ້າມ,​ ເຮົາຈະສົນທະນາກ່ຽວກັບລັກສະນະຂອງຄວາມງົມງວາຍທີ່ພົບພໍ້ຢູ່ເປັນປະຈຳທີ່ສຸດ: ການທຳນາຍໂຊກຊະຕາ, ການດູກວງ, ການຈູດທູບ ແລະ ການນະມັດສະການພະພຸດທະເຈົ້າ. ບາງຄົນເຮັດການທຳນາຍໂຊກຊະຕາ, ຄົນອື່ນນະມັດສະການພະພຸດທະເຈົ້າ ແລະ ຈູດທູບ, ໃນຂະນະທີ່ຄົນອື່ນໃຫ້ທຳນາຍໂຊກຊະຕາຂອງພວກເຂົາ ຫຼື ໃຫ້ຜູ້ໃດຜູ້ໜຶ່ງທຳນາຍລັກສະນະໃບໜ້າຂອງພວກເຂົາ ແລະ ບອກໂຊກຊະຕາຂອງພວກເຂົາໃນລັກສະນະນີ້. ມີພວກເຈົ້າຈັກຄົນທີ່ເຄີຍທຳນາຍໂຊກຊະຕາຂອງພວກເຈົ້າ ຫຼື ທຳນາຍຈາກໃບໜ້າ? ນີ້ແມ່ນສິ່ງທີ່ຄົນສ່ວນໃຫຍ່ສົນໃຈ, ບໍ່ແມ່ນບໍ? (ແມ່ນແລ້ວ). ເປັນຫຍັງ? ຜົນປະໂຫຍດແບບໃດທີ່ຜູ້ຄົນໄດ້ຮັບຈາກການທຳນາຍດວງຊະຕາ ແລະ ການທຳນາຍໂຊກຊະຕາ? ພວກເຂົາໄດ້ຮັບຄວາມພໍໃຈແບບໃດຈາກສິ່ງນັ້ນ? (ຄວາມຢາກຮູ້ຢາກເຫັນ). ມັນເປັນພຽງຄວາມຢາກຮູ້ຢາກເຫັນບໍ? ມັນບໍ່ຈຳເປັນຕ້ອງເປັນແບບນັ້ນ ຕາມທີ່ເຮົາເບິ່ງ. ແມ່ນຫຍັງຄືເປົ້າໝາຍຂອງການທຳນາຍໂຊກຊະຕາ? ເປັນຫຍັງມັນຈຶ່ງເກີດຂຶ້ນ? ມັນບໍ່ແມ່ນເພື່ອເຫັນເຖິງອະນາຄົດບໍ? ບາງຄົນໃຫ້ທຳນາຍໃບໜ້າຂອງພວກເຂົາເພື່ອພະຍາກອນເຖິງອະນາຄົດ, ຄົນອື່ນໆກໍເຮັດແບບນັ້ນເພື່ອເບິ່ງວ່າ ພວກເຂົາຈະມີວາດສະໜາ ຫຼື ບໍ່. ບາງຄົນກໍເຮັດແບບນັ້ນເພື່ອເບິ່ງວ່າການແຕ່ງດອງຂອງພວກເຂົາຈະເປັນແນວໃດ ແລະ ເຖິງຢ່າງໃດກໍຕາມ ຄົນອື່ນໆກໍເຮັດແບບນັ້ນເພື່ອເບິ່ງວ່າປີຂ້າງໜ້າຈະນໍາໂຊກຊະຕາຫຍັງມາ. ບາງຄົນໃຫ້ທຳນາຍໃບໜ້າຂອງພວກເຂົາເພື່ອເບິ່ງເຖິງໂອກາດຂອງພວກເຂົາ ແລະ ຄົນທີ່ຈະເປັນລູກຊາຍ ຫຼື ລູກສາວຂອງພວກເຂົາ ແລະ ນັກທຸລະກິດບາງຄົນກໍເຮັດແບບນັ້ນເພື່ອເບິ່ງວ່າພວກເຂົາຈະສ້າງເງິນໄດ້ຫຼາຍສໍ່າໃດ ໂດຍສະແຫວງຫາການນໍາພາຈາກຜູ້ທຳນາຍໃບໜ້າວ່າ ພວກເຂົາຄວນດຳເນີນການຫຍັງ. ແລ້ວການເຮັດສິ່ງນີ້ແມ່ນເພື່ອເຮັດໃຫ້ພໍໃຈຕາມຄວາມຢາກຮູ້ຢາກເຫັນເທົ່ານັ້ນບໍ? ເມື່ອຜູ້ຄົນໄດ້ໃຫ້ທຳນາຍໃບໜ້າຂອງພວກເຂົາ ຫຼື ເຮັດສິ່ງຕ່າງໆແບບນີ້, ມັນແມ່ນເພື່ອຜົນປະໂຫຍດສ່ວນຕົວຂອງພວກເຂົາເອງ; ພວກເຂົາເຊື່ອວ່າ ທຸກສິ່ງເຫຼົ່ານີ້ແມ່ນເຊື່ອມໂຍງກັບໂຊກຊະຕາຂອງພວກເຂົາເອງຢ່າງໜຽວແໜ້ນ. ມີອັນໃດໃນສິ່ງນີ້ທີ່ເປັນປະໂຫຍດບໍ? (ບໍ່ມີ). ເປັນຫຍັງມັນຈຶ່ງບໍ່ເປັນປະໂຫຍດ? ມັນບໍ່ແມ່ນສິ່ງທີ່ດີທີ່ຈະໄດ້ຮັບຄວາມຮູ້ບາງຢ່າງຜ່ານທາງສິ່ງເຫຼົ່ານີ້ບໍ? ການປະຕິບັດເຫຼົ່ານີ້ອາດຊ່ວຍໃຫ້ເຈົ້າຮູ້ຈັກເວລາທີ່ບັນຫາອາດເກີດຂຶ້ນ ແລະ ຖ້າເຈົ້າຮຽນຮູ້ກ່ຽວກັບບັນຫາເຫຼົ່ານີ້ກ່ອນທີ່ພວກມັນຈະເກີດຂຶ້ນ, ເຈົ້າຈະບໍ່ສາມາດຫຼີກຫຼ່ຽງພວກມັນບໍ? ຖ້າເຈົ້າໄດ້ທຳນາຍເຖິງໂຊກຊະຕາຂອງເຈົ້າ, ມັນອາດສະແດງໃຫ້ເຈົ້າເຫັນເຖິງວິທີທີ່ຖືກຕ້ອງໃນການອອກຈາກເຂົາວົງກົດ, ເພື່ອວ່າເຈົ້າອາດໄດ້ຮັບຄວາມໂຊກດີໃນປີຂ້າງໜ້າ ແລະ ມີຄວາມຮັ່ງມີອັນຍິ່ງໃຫຍ່ຜ່ານທາງທຸລະກິດຂອງເຈົ້າ. ແລ້ວມັນເປັນປະໂຫຍດ ຫຼື ບໍ່? ບໍ່ວ່າມັນຈະເປັນປະໂຫຍດ ຫຼື ບໍ່, ມັນກໍບໍ່ມີຫຍັງເຊື່ອມໂຍງກັບພວກເຮົາ ແລະ ການສົນທະນາຂອງພວກເຮົາໃນມື້ນີ້ຈະບໍ່ກ່ຽວພັນກັບຫົວຂໍ້ນີ້. ຊາຕານໃຊ້ຄວາມງົມງວາຍເພື່ອເຮັດໃຫ້ມະນຸດເສື່ອມຊາມໄດ້ແນວໃດ? ທຸກສິ່ງທີ່ຜູ້ຄົນຕ້ອງການຮູ້ຈັກຜ່ານທາງສິ່ງຕ່າງໆ ເຊັ່ນ ການທຳນາຍໂຊກຊະຕາ, ການທຳນາຍຈາກໃບໜ້າ ແລະ ການທຳນາຍດວງຊະຕາກໍມີເປົ້າໝາຍເພື່ອຮຽນຮູ້ວ່າໂຊກຊະຕາຂອງພວກເຂົາຈະເປັນແນວໃດໃນອະນາຄົດ ແລະ ຫົນທາງເບື້ອງໜັງຈະເປັນແນວໃດ ແຕ່ໃນທີ່ສຸດແລ້ວ ມືໃຜກຳລັງຄວບຄຸມສິ່ງຕ່າງໆເຫຼົ່ານີ້? (ມືຂອງພຣະເຈົ້າ). ທຸກສິ່ງເຫຼົ່ານີ້ຢູ່ໃນມືຂອງພຣະເຈົ້າ. ໃນການໃຊວິທີການເຫຼົ່ານີ້, ຊາຕານຕ້ອງການໃຫ້ຜູ້ຄົນຮູ້ຈັກຫຍັງ? ຊາຕານຕ້ອງການໃຊ້ການທຳນາຍຈາກໃບໜ້າ ແລະ ການທຳນາຍດວງຊະຕາເພື່ອບອກຜູ້ຄົນວ່າ ມັນຮູ້ຈັກໂຊກຊະຕາໃນອະນາຄົດຂອງພວກເຂົາ ແລະ ມັນບໍ່ພຽງແຕ່ຮູ້ຈັກສິ່ງເຫຼົ່ານີ້ ແຕ່ຍັງຄວບຄຸມພວກມັນ. ຊາຕານຕ້ອງການໃຊ້ໂອກາດນີ້ ແລະ ໃຊ້ວິທີການເຫຼົ່ານີ້ເພື່ອຄວບຄຸມຜູ້ຄົນ ຈົນຜູ້ຄົນເຊື່ອມັນຢ່າງລັບຫູລັບຕາ ແລະ ເຊື່ອຟັງທຸກໆຄຳເວົ້າຂອງມັນ. ຕົວຢ່າງເຊັ່ນ ຖ້າເຈົ້າໄດ້ທຳນາຍໃບໜ້າ, ຖ້າໝໍດູປິດຕາຂອງລາວ ແລະ ບອກເຈົ້າກ່ຽວກັບທຸກສິ່ງທີ່ໄດ້ເກີດຂຶ້ນໃນສອງສາມທົດສະວັດທີ່ຜ່ານມາຢ່າງຊັດເຈນທີ່ສຸດ, ເຈົ້າຈະຮູ້ສຶກແນວໃດຢູ່ພາຍໃນ? ເຈົ້າຈະຮູ້ສຶກທັນທີວ່າ “ລາວຖືກຕ້ອງຫຼາຍ! ຂ້ານ້ອຍບໍ່ເຄີຍບອກອະດີດຂອງຂ້ານ້ອຍແກ່ຜູ້ໃດມາກ່ອນ, ລາວຮູ້ມັນໄດ້ແນວໃດ? ຂ້ານ້ອຍນັບຖືໝໍດູຄົນນີ້ແທ້ໆ!” ສຳລັບຊາຕານແລ້ວ, ມັນບໍ່ງ່າຍເກີນໄປບໍທີ່ຈະຮູ້ຈັກອະດີດຂອງເຈົ້າ? ພຣະເຈົ້າໄດ້ນໍາພາເຈົ້າມາເຖິງບ່ອນທີ່ເຈົ້າຢູ່ໃນປັດຈຸບັນ ແລະ ຕະຫຼອດເວລາ ຊາຕານໄດ້ເຮັດໃຫ້ຜູ້ຄົນເສື່ອມຊາມ ແລະ ຕິດຕາມເຈົ້າ. ທາງຜ່ານຊີວິດໃນຫຼາຍທົດສະວັດຂອງເຈົ້າແມ່ນບໍ່ມີຫຍັງເລີຍສຳລັບຊາຕານ ແລະ ມັນບໍ່ຫຍຸ້ງຍາກສຳລັບຊາຕານທີ່ຈະຮູ້ຈັກສິ່ງຕ່າງໆເຫຼົ່ານີ້. ເມື່ອເຈົ້າຮຽນຮູ້ວ່າທຸກສິ່ງທີ່ຊາຕານເວົ້າຖືກຕ້ອງ, ເຈົ້າຈະບໍ່ມອບຫົວໃຈຂອງເຈົ້າໃຫ້ແກ່ມັນບໍ? ເຈົ້າຈະບໍ່ເພິ່ງພາມັນໃຫ້ຄວບຄຸມອະນາຄົດຂອງເຈົ້າ ແລະ ໂຊກຊະຕາຂອງເຈົ້າບໍ? ໃນທັນທີທັນໃດນັ້ນ, ຫົວໃຈຂອງເຈົ້າຈະຮູ້ສຶກເຖິງຄວາມເຄົາລົບ ຫຼື ຄວາມນັບຖືສຳລັບມັນ ແລະ ສຳລັບບາງຄົນແລ້ວ ວິນຍານຂອງພວກເຂົາອາດຖືກມັນຍາດເອົາໄປໃນຈຸດນີ້. ແລ້ວເຈົ້າຈະຖາມໝໍດູຢ່າງທັນທີທັນໃດວ່າ: “ຂ້ານ້ອຍຄວນເຮັດແນວໃດຕໍ່? ຂ້ານ້ອຍຄວນຫຼີກຫຼ່ຽງຫຍັງໃນປີທີ່ຈະມາເຖິງນີ້? ຂ້ານ້ອຍຕ້ອງບໍ່ເຮັດຫຍັງ”? ແລ້ວຫຼັງຈາກນັ້ນ ລາວກໍຈະເວົ້າວ່າ “ເຈົ້າຕ້ອງບໍ່ໄປທີ່ນັ້ນ, ເຈົ້າຕ້ອງບໍ່ເຮັດສິ່ງນີ້, ຢ່ານຸ່ງເຄື່ອງທີ່ມີສີໃດສີໜຶ່ງ, ເຈົ້າຄວນໄປສະຖານທີ່ໃດໜຶ່ງໃຫ້ໜ້ອຍລົງ, ເຮັດສິ່ງໃດສິ່ງໜຶ່ງໃຫ້ຫຼາຍຂຶ້ນ...”. ເຈົ້າຈະບໍ່ຮັບເອົາທຸກສິ່ງທີ່ລາວເວົ້າໃສ່ໃຈຂອງເຈົ້າຢ່າງທັນທີທັນໃດເລີຍບໍ? ເຈົ້າຈະຈື່ຄຳເວົ້າຂອງລາວໄດ້ໄວກວ່າພຣະທຳຂອງພຣະເຈົ້າ. ເປັນຫຍັງເຈົ້າຈຶ່ງຈື່ຄຳເວົ້າເຫຼົ່ານີ້ໄດ້ໄວແບບນີ້? ຍ້ອນເຈົ້າຕ້ອງການເພິ່ງພາຊາຕານເພື່ອຄວາມໂຊກດີ. ນີ້ບໍ່ແມ່ນເວລາທີ່ມັນຍຶດກຸມຫົວໃຈຂອງເຈົ້າບໍ? ເມື່ອຄຳທຳນາຍຂອງມັນກາຍມາເປັນຈິງ ເຊິ່ງອັນແລ້ວອັນເລົ່າ, ເຈົ້າຈະບໍ່ຕ້ອງການກັບຄືນໄປຫາມັນ ເພື່ອຄົ້ນຫາວ່າປີຖັດໄປຈະນໍາໂຊກຊະຕາຫຍັງມາບໍ? (ຕ້ອງການ). ເຈົ້າຈະເຮັດຫຍັງກໍຕາມທີ່ຊາຕານບອກໃຫ້ເຈົ້າເຮັດ ແລະ ເຈົ້າຈະຫຼີກຫຼ່ຽງສິ່ງຕ່າງໆທີ່ມັນບອກໃຫ້ຫຼີກຫຼ່ຽງ. ໃນລັກສະນະນີ້, ເຈົ້າຈະບໍ່ເຊື່ອຟັງທຸກສິ່ງທີ່ມັນເວົ້າບໍ? ເຈົ້າຈະຕົກລົງສູ່ອ້ອມກອດຂອງມັນ, ຖືກຫຼອກລວງ ແລະ ມາຢູ່ພາຍໃຕ້ການຄວບຄຸມຂອງມັນຢ່າງໄວຫຼາຍ. ສິ່ງນີ້ເກີດຂຶ້ນ ຍ້ອນເຈົ້າເຊື່ອວ່າສິ່ງທີ່ມັນເວົ້ານັ້ນເປັນຄວາມຈິງ ແລະ ຍ້ອນເຈົ້າເຊື່ອວ່າມັນຮູ້ຈັກກ່ຽວກັບຊີວິດໃນອະດີດຂອງເຈົ້າ, ຊີວິດເຈົ້າໃນຕອນນີ້ ແລະ ສິ່ງທີ່ອະນາຄົດຈະນໍາມາ. ນີ້ແມ່ນວິທີການທີ່ຊາຕານໃຊ້ເພື່ອຄວບຄຸມຜູ້ຄົນ. ແຕ່ໃນຄວາມເປັນຈິງແລ້ວ, ຜູ້ໃດຄວບຄຸມແທ້ໆ? ພຣະເຈົ້າເອງຄວບຄຸມ, ບໍ່ແມ່ນຊາຕານ. ຊາຕານພຽງແຕ່ໃຊ້ແຜນການອັນສະຫຼາດຂອງມັນໃນກໍລະນີນີ້ເພື່ອລໍ້ລວງຜູ້ຄົນທີ່ບໍ່ມີຄວາມຮູ້, ລໍ້ລວງຜູ້ຄົນທີ່ພຽງແຕ່ເຫັນໂລກທາງກາຍໃຫ້ເຊື່ອ ແລະ ເພິ່ງພາມັນ. ແລ້ວພວກເຂົາກໍຕົກເຂົ້າໃນອົ້ງມືຂອງຊາຕານ ແລະ ເຊື່ອຟັງທຸກຄຳເວົ້າຂອງມັນ. ແຕ່ຊາຕານເຄີຍເຮັດໃຫ້ການຍຶດຕິດຂອງມັນອ່ອນລົງບໍເມື່ອຜູ້ຄົນຕ້ອງການເຊື່ອ ແລະ ຕິດຕາມພຣະເຈົ້າ? ຊາຕານບໍ່ເຄີຍ. ໃນສະຖານະການນີ້, ຜູ້ຄົນຕົກຢູ່ໃນອົງມື້ຂອງຊາຕານແທ້ໆບໍ? (ແມ່ນແລ້ວ). ພວກເຮົາສາມາດເວົ້າໄດ້ບໍວ່າ ພຶດຕິກຳຂອງຊາຕານໃນລັກສະນະນີ້ແມ່ນໄຮ້ຢາງອາຍ? (ເວົ້າໄດ້). ເປັນຫຍັງພວກເຮົາຈຶ່ງເວົ້າແນວນັ້ນ? ເພາະສິ່ງເຫຼົ່ານີ້ແມ່ນຍຸດທະວິທີທີ່ສໍ້ໂກງ ແລະ ຫຼອກລວງ. ຊາຕານໄຮ້ຢາງອາຍ ແລະ ນໍາພາຜູ້ຄົນຢ່າງຜິດໆໃຫ້ຄິດວ່າມັນຄວບຄຸມທຸກສິ່ງທີ່ກ່ຽວກັບພວກເຂົາ ແລະ ມັນຄວບຄຸມໂຊກຊະຕາຂອງພວກເຂົາແທ້ໆ. ສິ່ງນີ້ເຮັດໃຫ້ຄົນທີ່ບໍ່ມີຄວາມຮູ້ເຊື່ອຟັງມັນຢ່າງສິ້ນເຊີງ. ພວກເຂົາຖືກຫຼອກລວງດ້ວຍຄຳເວົ້າພຽງແຕ່ສອງສາມຄຳ. ໃນຄວາມມຶນງົງຂອງພວກເຂົາ, ຜູ້ຄົນກົ້ມລົງຕໍ່ໜ້າມັນ. ແລ້ວຊາຕານນໍາໃຊ້ວິທີການແບບໃດ, ມັນເວົ້າຫຍັງເພື່ອເຮັດໃຫ້ເຈົ້າເຊື່ອໃນຕົວມັນ? ຕົວຢ່າງເຊັ່ນ ເຈົ້າອາດບໍ່ໄດ້ບອກຊາຕານວ່າມີເທົ່າໃດຄົນຢູ່ໃນຄອບຄົວຂອງເຈົ້າ ແຕ່ມັນອາດຈະສາມາດບອກເຈົ້າໄດ້ວ່າມີເທົ່າໃດຄົນ ແລະ ອາຍຸຂອງພໍ່ແມ່ ແລະ ລູກໆຂອງເຈົ້າ. ເຖິງວ່າເຈົ້າອາດມີຄວາມສົງໄສ ແລະ ຂໍ້ຂ້ອງໃຈຂອງເຈົ້າກ່ຽວກັບຊາຕານກ່ອນໜ້ານີ້ ແຕ່ຫຼັງຈາກທີ່ໄດ້ຍິນມັນເວົ້າສິ່ງເຫຼົ່ານີ້ ເຈົ້າກໍຈະບໍ່ຮູ້ສຶກວ່າມັນເປັນຕາເຊື່ອຂຶ້ນໜ້ອຍໜຶ່ງບໍ? ແລ້ວຊາຕານອາດເວົ້າວ່າ ວຽກງານນັ້ນລໍາບາກສໍ່າໃດສຳລັບເຈົ້າໃນເມື່ອບໍ່ດົນມານີ້ ທີ່ວ່າຫົວໜ້າຂອງເຈົ້າບໍ່ໃຫ້ການຍອມຮັບທີ່ເຈົ້າສົມຄວນໄດ້ຮັບ ແລະ ເຮັດວຽກຂັດໃສ່ເຈົ້າຢູ່ສະເໝີ ແລະ ອື່ນໆອີກ. ຫຼັງຈາກທີ່ໄດ້ຍິນແບບນັ້ນ, ເຈົ້າກໍຈະຄິດວ່າ “ນັ້ນຖືກຕ້ອງແທ້ໆ! ສິ່ງຕ່າງໆບໍ່ໄດ້ເປັນໄປລາບລື່ນໃນບ່ອນເຮັດວຽກ”. ແລ້ວເຈົ້າກໍຈະເຊື່ອຊາຕານຫຼາຍຂຶ້ນໜ້ອຍໜຶ່ງ. ແລ້ວມັນກໍຈະເວົ້າບາງສິ່ງອື່ນອີກເພື່ອຫຼອກລວງເຈົ້າ ແລະ ເຮັດໃຫ້ເຈົ້າເຊື່ອມັນຫຼາຍຂຶ້ນອີກ. ເຈົ້າຈະຄົ້ນພົບວ່າຕົນເອງບໍ່ສາມາດຕໍ່ຕ້ານ ຫຼື ຄົງສົງໄສມັນໄດ້ອີກຕໍ່ໄປເທື່ອລະເລັກເທື່ອລະໜ້ອຍ. ຊາຕານພຽງແຕ່ໃຊ້ອຸບາຍຕື້ນໆສອງສາມຢ່າງ, ແມ່ນແຕ່ອຸບາຍເລັກໆນ້ອຍໆ ແລະ ໃນລັກສະນະນີ້ກໍເຮັດໃຫ້ເຈົ້າສັບສົນ. ໃນຂະນະທີ່ເຈົ້າສັບສົນ, ເຈົ້າກໍຈະບໍ່ສາມາດຄົ້ນພົບຕໍາແໜ່ງທີ່ແທ້ຈິງຂອງເຈົ້າ, ເຈົ້າຈະມຶນງົງວ່າຈະເຮັດຫຍັງ ແລະ ເຈົ້າຈະເລີ່ມຕົ້ນປະຕິບັດຕາມສິ່ງທີ່ຊາຕານເວົ້າ. ນີ້ຄືວິທີການ “ອັນສະຫຼາດ” ທີ່ຊາຕານໃຊ້ເພື່ອເຮັດໃຫ້ມະນຸດເສື່ອມຊາມ ເຊິ່ງເຮັດໃຫ້ເຈົ້າຕົກລົງສູ່ກັບດັກຂອງມັນຢ່າງບໍ່ຮູ້ຕົວ ແລະ ຖືກມັນລໍ້ລວງ. ຊາຕານບອກເຈົ້າສອງສາມສິ່ງທີ່ຜູ້ຄົນຈິນຕະນາວ່າດີ ແລະ ຫຼັງຈາກນັ້ນ ມັນກໍບອກເຈົ້າກ່ຽວກັບສິ່ງທີ່ຄວນເຮັດ ແລະ ສິ່ງທີ່ຄວນຫຼີກຫຼ່ຽງ. ນີ້ຄືວິທີທີ່ເຈົ້າເລີ່ມຕົ້ນໃນເສັ້ນທາງນັ້ນໂດຍບໍ່ຮູ້ຕົວ. ຫຼັງຈາກທີ່ເຈົ້າລົງໄປໃນເສັ້ນທາງນັ້ນແລ້ວ, ມັນກໍຈະບໍ່ມີຫຍັງ ນອກຈາກບັນຫາສຳລັບເຈົ້າ; ເຈົ້າຈະຄິດກ່ຽວກັບສິ່ງທີ່ຊາຕານເວົ້າ ແລະ ສິ່ງທີ່ມັນບອກໃຫ້ເຈົ້າເຮັດຢູ່ຢ່າງສະໝໍ່າສະເໝີ ແລະ ເຈົ້າຈະຖືກມັນຄອບງໍາໂດຍບໍ່ຮູ້ຕົວ. ເປັນຫຍັງຈຶ່ງເປັນແບບນີ້? ມັນກໍຍ້ອນມະນຸດຊາດຂາດຄວາມຈິງ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ສາມາດຍຶດໝັ້ນ ແລະ ຕໍ່ຕ້ານການລໍ້ລວງ ແລະ ການຫຼອກລວງຂອງຊາຕານ. ເມື່ອຜະເຊີນກັບຄວາມຊົ່ວຮ້າຍຂອງຊາຕານ ແລະ ການຫຼອກລວງ, ການທໍລະຍົດ ແລະ ຄວາມຄິດຮ້າຍຂອງມັນ, ມະນຸດຊາດກໍໂງ່ຈ້າ, ເປັນເດັກນ້ອຍ ແລະ ອ່ອນແອ, ບໍ່ແມ່ນບໍ? ນີ້ບໍ່ແມ່ນໜຶ່ງໃນວິທີທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມບໍ? (ແມ່ນແລ້ວ). ມະນຸດຖືກຕົວະ ແລະ ຫຼອກລວງໂດຍບໍ່ຮູ້ຕົວ ເທື່ອລະໜ້ອຍ ໂດຍວິທີການຕ່າງໆຂອງຊາຕານ ຍ້ອນພວກເຂົາຂາດຄວາມສາມາດທີ່ຈະແຍກແຍະລະຫວ່າງສິ່ງທີ່ດີ ແລະ ສິ່ງທີ່ບໍ່ດີ. ພວກເຂົາຂາດວຸດທິພາວະນີ້ ແລະ ຄວາມສາມາດທີ່ຈະເອົາຊະນະເໜືອຊາຕານ.

5. ວິທີທີ່ຊາຕານໃຊ້ຄ່ານິຍົມໃນສັງຄົມເພື່ອເຮັດໃຫ້ມະນຸດເສື່ອມຊາມ

ຄ່ານິຍົມໃນສັງຄົມເກີດຂຶ້ນເມື່ອໃດ? ພວກມັນຫາກໍມີຂຶ້ນໃນຍຸກປັດຈຸບັນບໍ? ຄົນໆໜຶ່ງສາມາດເວົ້າໄດ້ວ່າ ຄ່ານິຍົມໃນສັງຄົມເກີດຂຶ້ນ ເມື່ອຊາຕານເລີ່ມເຮັດໃຫ້ຜູ້ຄົນເສື່ອມຊາມ. ຄ່ານິຍົມໃນສັງຄົມປະກອບມີຫຍັງ? (ລັກສະນະການແຕ່ງຕົວ ແລະ ການແຕ່ງໜ້າ). ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ຄົນພົບພໍ້ຢູ່ເລື້ອຍໆ. ລັກສະນະການແຕ່ງຕົວ, ລົດສະນິຍົມ ແລະ ຄ່ານິຍົມ, ສິ່ງເຫຼົ່ານີ້ປະກອບເປັນລັກສະນະໜຶ່ງທີ່ເລັກນ້ອຍ. ມີຫຍັງອີກບໍ? ວະລີທີ່ມີຊື່ສຽງທີ່ຜູ້ຄົນເວົ້າອອກມາຢູ່ເລື້ອຍໆກໍນັບບໍ? ວິຖີຊີວິດທີ່ຜູ້ຄົນປາຖະໜາແມ່ນນັບບໍ? ດາລາສິລະປິນ, ຄົນມີຊື່ສຽງ, ວາລະສານ ແລະ ນະວະນິຍາຍທີ່ຜູ້ຄົນມັກກໍນັບບໍ? (ນັບ). ໃນຄວາມຄິດຂອງພວກເຈົ້າ, ລັກສະນະໃດຂອງຄ່ານິຍົມໃນສັງຄົມທີ່ສາມາດເຮັດໃຫ້ມະນຸດເສື່ອມຊາມ? ອັນໃດຂອງຄ່ານິຍົມເຫຼົ່ານີ້ທີ່ເປັນຕາດຶງດູດໃຈສໍາລັບພວກເຈົ້າຫຼາຍທີ່ສຸດ? ບາງຄົນກໍເວົ້າວ່າ: “ພວກຂ້ານ້ອຍທຸກຄົນໄດ້ຮອດອາຍຸໃດໜຶ່ງ, ພວກຂ້ານ້ອຍຢູ່ໃນຊ່ວງຫ້າສິບ ຫຼື ຫົກສິບປີ, ໃນຊ່ວງເຈັດສິບ ຫຼື ແປດສິບປີ ແລະ ພວກຂ້ານ້ອຍບໍ່ເໝາະສົມກັບຄ່ານິຍົມເຫຼົ່ານີ້ອີກຕໍ່ໄປ ແລະ ພວກມັນກໍບໍ່ດຶງດູດຄວາມສົນໃຈຂອງພວກຂ້ານ້ອຍແທ້ໆ”. ສິ່ງນີ້ຖືກຕ້ອງບໍ? ຄົນອື່ນເວົ້າວ່າ: “ພວກຂ້ານ້ອຍບໍ່ຕິດຕາມຄົນທີ່ມີຊື່ສຽງ, ນັ້ນແມ່ນສິ່ງທີ່ຊາວໜຸ່ມໃນຊ່ວງຊາວປີເຮັດ; ພວກຂ້ານ້ອຍຍັງບໍ່ສວມໃສ່ເສື້ອຜ້າທີ່ທັນສະໄໝ, ນັ້ນແມ່ນສິ່ງທີ່ຄົນທີ່ຄຳນຶງເຖິງພາບລັກເຮັດ”. ແລ້ວອັນໃດໃນບັນດາສິ່ງເຫຼົ່ານີ້ທີ່ສາມາດເຮັດໃຫ້ພວກເຈົ້າເສື່ອມຊາມໄດ້? (ຄຳເວົ້າທີ່ມີຊື່ສຽງ). ຄຳເວົ້າເຫຼົ່ານີ້ສາມາດເຮັດໃຫ້ຜູ້ຄົນເສື່ອມຊາມບໍ? ເຮົາຈະໃຫ້ຕົວຢ່າງ ແລະ ພວກເຈົ້າກໍຈະສາມາດເຫັນໄດ້ວ່າ ມັນສາມາດເຮັດໃຫ້ຜູ້ຄົນເສື່ອມຊາມ ຫຼື ບໍ່: “ເງິນເຮັດໃຫ້ໂລກໝູນໄປ”; ນີ້ແມ່ນຄ່ານິຍົມບໍ? ເມື່ອປຽບທຽບກັບລົດສະນິຍົມ ແລະ ຄ່ານິຍົມກ່ຽວກັບອາຫານທີ່ພວກເຈົ້າກ່າວເຖິງ, ນີ້ຍິ່ງຈະບໍ່ຮ້າຍແຮງກວ່າບໍ? “ເງິນເຮັດໃຫ້ໂລກໝູນໄປ” ແມ່ນປັດຊະຍາຂອງຊາຕານ ແລະ ມັນມີກຳລັງເໜືອມະນຸດຊາດທັງປວງ ເຊິ່ງຢູ່ໃນທ່າມກາງທຸກສັງຄົມຂອງມະນຸດ. ເຈົ້າສາມາດເວົ້າໄດ້ວ່າ ມັນແມ່ນຄ່ານິຍົມ ຍ້ອນມັນຖືກປູກຝັງເຂົ້າໃນຫົວໃຈຂອງທຸກໆຄົນ ແລະ ບັດນີ້ກໍຕິດແໜ້ນຢູ່ໃນຫົວໃຈຂອງພວກເຂົາ. ໃນຕອນທໍາອິດ, ຜູ້ຄົນບໍ່ຍອມຮັບເອົາຄຳເວົ້ານີ້ ແລະ ຫຼັງຈາກນັ້ນພວກເຂົາກໍລຶ້ງເຄີຍກັບມັນ ເພື່ອວ່າເມື່ອພວກເຂົາພົບພໍ້ກັບຄວາມເປັນຈິງໃນຊີວິດ, ພວກເຂົາກໍຍິນຍອມຮັບເອົາມັນເທື່ອລະໜ້ອຍໂດຍປະລິຍາຍ, ຮັບຮູ້ການມີຢູ່ຂອງມັນ ແລະ ໃນທີ່ສຸດແລ້ວ ພວກເຂົາກໍຈະໃຫ້ຕາປະທັບແຫ່ງຄວາມຍິນຍອມຂອງພວກເຂົາເອງແກ່ມັນ. ນີ້ບໍ່ແມ່ນຂະບວນການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມບໍ? ບາງເທື່ອ ຜູ້ຄົນບໍ່ເຂົ້າໃຈຄຳເວົ້ານີ້ໃນລະດັບດຽວກັນ ແຕ່ທຸກຄົນມີການຕີຄວາມໝາຍ ແລະ ການຮັບຮູ້ຄຳເວົ້ານີ້ໃນລະດັບທີ່ແຕກຕ່າງກັນ ໂດຍອີງຕາມສິ່ງຕ່າງໆທີ່ເກີດຂຶ້ນອ້ອມຂ້າງພວກເຂົາ ແລະ ດ້ວຍປະສົບການສ່ວນຕົວຂອງພວກເຂົາເອງ. ນັ້ນບໍ່ເປັນຄວາມຈິງບໍ? ໂດຍບໍ່ຄຳນຶງເຖິງວ່າຜູ້ໃດຜູ້ໜຶ່ງຈະມີປະສົບການຫຼາຍສໍ່າໃດກັບຄຳເວົ້ານີ້, ແມ່ນຫຍັງຄືຜົນລົບທີ່ມັນສາມາດມີໃນຫົວໃຈຂອງຜູ້ໃດຜູ້ໜຶ່ງ? ບາງສິ່ງແມ່ນຖືກເປີດເຜີຍຜ່ານອຸປະນິໄສມະນຸດຂອງຜູ້ຄົນໃນໂລກນີ້ ລວມເຖິງພວກເຈົ້າທຸກໆຄົນ. ສິ່ງນີ້ທີ່ຖືກເປີດເຜີຍອອກແມ່ນຖືກຕີຄວາມໝາຍແນວໃດ? ມັນຄືການນະມັດສະການເງິນ. ມັນຍາກທີ່ຈະກຳຈັດສິ່ງນີ້ອອກຈາກຫົວໃຈຂອງຜູ້ໃດຜູ້ໜຶ່ງບໍ? ມັນຍາກຫຼາຍ! ເບິ່ງຄືກັບວ່າ ການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມແມ່ນເລິກແທ້ໆ! ສະນັ້ນ ຫຼັງຈາກທີ່ຊາຕານໃຊ້ຄ່ານິຍົມນີ້ເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ, ມັນກໍຖືກສະແດງອອກໃນພວກເຂົາແນວໃດ? ພວກເຈົ້າຮູ້ສຶກບໍວ່າ ພວກເຈົ້າບໍ່ສາມາດຢູ່ລອດໃນໂລກນີ້ໄດ້ ຫາກປາສະຈາກເງິນ, ແມ່ນແຕ່ມື້ດຽວທີ່ປາສະຈາກເງິນກໍເປັນໄປບໍ່ໄດ້? ສະຖານະຂອງຜູ້ຄົນແມ່ນຂຶ້ນກັບວ່າພວກເຂົາມີເງິນຫຼາຍສໍ່າໃດ ເຊັ່ນດຽວກັນກັບຄວາມເຄົາລົບນັບຖືທີ່ພວກເຂົາໄດ້ຮັບ. ຫຼັງຂອງຄົນທຸກຍາກແມ່ນຄົດດ້ວຍຄວາມອັບອາຍ ໃນຂະນະທີ່ຄົນລໍ້າລວຍໄດ້ຮັບສະຖານະທີ່ສູງສົ່ງຂອງພວກເຂົາ. ພວກເຂົາເຊີດໜ້າຊູຕາ ແລະ ພາກພູມໃຈ, ເວົ້າຢ່າງສຽງດັງ ແລະ ດຳລົງຊີວິດຢ່າງອວດດີ. ຄຳເວົ້າ ແລະ ຄ່ານິຍົມນີ້ນໍາຫຍັງມາເຖິງຜູ້ຄົນ? ມັນບໍ່ເປັນຈິງບໍທີ່ຫຼາຍຄົນໄດ້ເສຍສະຫຼະເພື່ອສະແຫວງຫາເງິນ? ຫຼາຍຄົນບໍ່ໄດ້ສູນເສຍສັກສີ ແລະ ຄວາມຊື່ສັດຂອງພວກເຂົາເພື່ອສະແຫວງຫາເງິນເພີ່ມບໍ? ຍິ່ງໄປກວ່ານັ້ນ, ຫຼາຍຄົນບໍ່ໄດ້ສູນເສຍໂອກາດໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຕິດຕາມພຣະເຈົ້າ ເພື່ອເຫັນແກ່ເງິນບໍ? ນີ້ບໍ່ແມ່ນການສູນເສຍສຳລັບຜູ້ຄົນບໍ? (ແມ່ນແລ້ວ). ຊາຕານບໍ່ໄດ້ມຸ່ງຮ້າຍບໍທີ່ໃຊ້ວິທີການນີ້ ແລະ ຄຳເວົ້ານີ້ເພື່ອເຮັດໃຫ້ມະນຸດເສື່ອມຊາມຈົນເຖິງລະດັບດັ່ງກ່າວ? ນີ້ບໍ່ແມ່ນກົນອຸບາຍທີ່ປອງຮ້າຍບໍ? ໃນຂະນະທີ່ເຈົ້າກ້າວຈາກການຂັດຄ້ານຄຳເວົ້າທີ່ມີຊື່ສຽງນີ້ຈົນຍອມຮັບວ່າມັນເປັນຄວາມຈິງໃນທີ່ສຸດ, ຫົວໃຈຂອງເຈົ້າກໍຕົກຢູ່ໃນອົງມື້ຂອງຊາຕານຢ່າງສົມບູນ ແລະ ສະນັ້ນ ເຈົ້າຈຶ່ງມາດຳລົງຊີວິດດ້ວຍຄຳເວົ້ານັ້ນໂດຍບໍ່ໄດ້ຕັ້ງໃຈ. ຄຳເວົ້ານີ້ມີຜົນຕໍ່ເຈົ້າຈົນເຖິງລະດັບໃດ? ເຈົ້າອາດຮູ້ຈັກຫົນທາງທີ່ແທ້ຈິງ, ເຈົ້າອາດຮູ້ຈັກຄວາມຈິງ, ແຕ່ເຈົ້າກໍໄຮ້ອຳນາດທີ່ຈະສະແຫວງຫາມັນ. ເຈົ້າອາດຮູ້ຈັກພຣະທຳຂອງພຣະເຈົ້າຢ່າງຊັດເຈນ ແຕ່ເຈົ້າກໍບໍ່ເຕັມໃຈທີ່ຈະຈ່າຍລາຄາ, ບໍ່ເຕັມໃຈທີ່ຈະທົນທຸກເພື່ອມັນ. ກົງກັນຂ້າມ, ເຈົ້າຈະເສຍສະຫຼະອະນາຄົດ ແລະ ໂຊກຊະຕາຂອງເຈົ້າເອງເພື່ອຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດແທ້ໆ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ບໍ່ວ່າເຈົ້າຈະເຂົ້າໃຈ ຫຼື ບໍ່ວ່າຄວາມຮັກຂອງພຣະເຈົ້າສຳລັບເຈົ້ານັ້ນເລິກເຊິ່ງສໍ່າໃດ ແລະ ຍິ່ງໃຫຍ່ສໍ່າໃດ, ເຈົ້າກໍຈະຢືນຢັນຢ່າງດື້ດຶງທີ່ຈະເຮັດຕາມທາງຂອງເຈົ້າເອງ ແລະ ຈ່າຍລາຄາສຳລັບຄຳເວົ້ານີ້. ນັ້ນໝາຍຄວາມວ່າ ຄຳເວົ້ານີ້ໄດ້ຄວບຄຸມພຶດຕິກຳຂອງເຈົ້າ ແລະ ຄວາມຄິດຂອງເຈົ້າແລ້ວ ແລະ ເຈົ້າຈະໃຫ້ໂຊກຊະຕາຂອງເຈົ້າຖືກມັນຄວບຄຸມແທນທີ່ຈະປ່ອຍມັນໄປໝົດ. ຂໍ້ແທ້ຈິງທີ່ຜູ້ຄົນປະຕິບັດໃນລັກສະນະນີ້, ທີ່ພວກເຂົາຖືກຄວບຄຸມໂດຍຄຳເວົ້ານີ້ ແລະ ຖືກມັນຈັດການ ບໍ່ໄດ້ອະທິບາຍວ່າ ການທີ່ຊາຕານກຳລັງເຮັດໃຫ້ມະນຸດເສື່ອມຊາມແມ່ນມີປະສິດທິຜົນບໍ? ນີ້ບໍ່ແມ່ນການທີ່ປັດຊະຍາ ແລະ ອຸປະນິໄສທີ່ເສື່ອມຊາມຂອງຊາຕານໄດ້ຢັ່ງຮາກໃນຫົວໃຈຂອງເຈົ້າບໍ? ຖ້າເຈົ້າເຮັດແບບນີ້, ຊາຕານຈະບໍ່ໄດ້ບັນລຸເປົ້າໝາຍຂອງມັນແລ້ວບໍ? (ແມ່ນແລ້ວ). ເຈົ້າໄດ້ເຫັນເຖິງວິທີທີ່ຊາຕານໄດ້ເຮັດໃຫ້ມະນຸດເສື່ອມຊາມໃນລັກສະນະນີ້ບໍ? ເຈົ້າສາມາດຮູ້ສຶກເຖິງມັນໄດ້ບໍ? (ບໍ່). ເຈົ້າບໍ່ໄດ້ເຫັນມັນ ຫຼື ຮູ້ສຶກເຖິງມັນ. ເຈົ້າໄດ້ເຫັນຄວາມຊົ່ວຮ້າຍຂອງຊາຕານໃນທີ່ນີ້ບໍ? ຊາຕານເຮັດໃຫ້ມະນຸດເສື່ອມຊາມຢູ່ສະເໝີ ແລະ ຢູ່ໃນຫົນແຫ່ງ. ຊາຕານເຮັດໃຫ້ມັນເປັນໄປບໍ່ໄດ້ສຳລັບມະນຸດທີ່ຈະປ້ອງກັນຕໍ່ຄວາມເສື່ອມຊາມນີ້ ແລະ ເຮັດໃຫ້ມະນຸດໝົດຫົນທາງຕໍ່ຕ້ານມັນ. ຊາຕານເຮັດໃຫ້ເຈົ້າຍອມຮັບເອົາຄວາມຄິດຂອງມັນ, ມຸມມອງຂອງມັນ ແລະ ສິ່ງຊົ່ວຮ້າຍທີ່ມາຈາກມັນໃນສະຖານະການຕ່າງໆທີ່ເຈົ້າບໍ່ຮູ້ຕົວ ແລະ ເວລາທີ່ເຈົ້າບໍ່ຮັບຮູ້ກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນກັບເຈົ້າ. ຜູ້ຄົນຍອມຮັບສິ່ງເຫຼົ່ານີ້ ແລະ ບໍ່ໄດ້ຄັດຄ້ານພວກເຂົາ. ພວກເຂົາຊື່ນຊົມ ແລະ ຍຶດຖືສິ່ງເຫຼົ່ານີ້ຄືກັບຊັບສົມບັດ, ພວກເຂົາປ່ອຍໃຫ້ສິ່ງເຫຼົ່ານີ້ຈັດການພວກເຂົາ ແລະ ຫຼິ້ນກັບພວກເຂົາ; ນີ້ແມ່ນວິທີທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມຫຼາຍຍິ່ງຂຶ້ນເລື້ອຍໆ.

ຊາຕານໃຊ້ແຕ່ລະວິທີການເຫຼົ່ານີ້ເພື່ອເຮັດໃຫ້ມະນຸດເສື່ອມຊາມ. ມະນຸດມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຫຼັກການທາງວິທະຍາສາດບາງຢ່າງ, ມະນຸດດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງວັດທະນະທຳດັ່ງເດີມ ແລະ ມະນຸດທຸກຄົນເປັນຜູ້ສືບມໍລະດົກ ແລະ ຜູ້ຖ່າຍທອດວັດທະນະທຳດັ່ງເດີມ. ມະນຸດຖືກຜູກມັດໃຫ້ສືບຕໍ່ວັດທະນະທຳດັງເດີມທີ່ຊາຕານໄດ້ມອບໃຫ້ແກ່ເຂົາ ແລະ ມະນຸດຍັງປະຕິບັດຕາມຄ່ານິຍົມໃນສັງຄົມທີ່ຊາຕານໄດ້ໃຫ້ແກ່ມະນຸດຊາດ. ມະນຸດບໍ່ສາມາດຖືກແຍກອອກຈາກຊາຕານໄດ້ ໂດຍປະຕິບັດຕາມທຸກສິ່ງທີ່ຊາຕານເຮັດຢູ່ທຸກເວລາ, ຍອມຮັບຄວາມຊົ່ວຮ້າຍ, ການຫຼອກລວງ, ຄວາມຄິດຮ້າຍ ແລະ ຄວາມອວດດີຂອງມັນ. ຫຼັງຈາກທີ່ມະນຸດໄດ້ມີອຸປະນິໄສເຫຼົ່ານີ້ຂອງຊາຕານ, ເຂົາມີຄວາມສຸກ ຫຼື ຄວາມໂສກເສົ້າທີ່ໄດ້ດຳລົງຊີວິດຢູ່ທ່າມກາງມະນຸດຊາດນີ້ ແລະ ໃນໂລກນີ້ບໍ? (ຄວາມໂສກເສົ້າ). ເປັນຫຍັງເຈົ້າຈຶ່ງເວົ້າແນວນັ້ນ? (ເພາະມະນຸດຖືກຜູກມັດດ້ວຍສິ່ງເຫຼົ່ານີ້ ແລະ ຊີວິດຂອງເຂົາກໍຫຍຸ້ງຍາກຢ່າງຂົມຂືນ). ບາງຄົນສວມໃສ່ແວ່ນຕາ ແລະ ເບິ່ງຄືສະຫຼາດຫຼາຍ; ພວກເຂົາຍົກສຽງຂອງພວກເຂົາຂຶ້ນໜ້ອຍເທື່ອຫຼາຍ, ພວກເຂົາເວົ້າດ້ວຍຄວາມຄ່ອງແຄວ ແລະ ເຫດຜົນ ແລະ ຍິ່ງໄປກວ່ານັ້ນ ຍ້ອນອາຍຸທີ່ອາວຸໂສຂອງພວກເຂົາ,​ ພວກເຂົາອາດໄດ້ຜ່ານຫຼາຍສິ່ງ ແລະ ມີປະສົບການຫຼາຍ; ພວກເຂົາອາດສາມາດເວົ້າຢ່າງລະອຽດກ່ຽວກັບເລື່ອງຕ່າງໆທີ່ຍິ່ງໃຫຍ່ ແລະ ເລັກນ້ອຍ ແລະ ມີພື້ນຖານໃນເຫດຜົນສຳລັບສິ່ງທີ່ພວກເຂົາເວົ້າຢູ່ສະເໝີ; ພວກເຂົາອາດຍັງມີຊຸດທິດສະດີເພື່ອປະເມີນຄວາມຈິງ ແລະ ເຫດຜົນຂອງສິ່ງຕ່າງໆ. ຜູ້ຄົນອາດຫຼຽວເບິ່ງທີ່ພຶດຕິກຳ, ລັກສະນະພາຍນອກ ແລະ ຄວາມປະພຶດຂອງຜູ້ຄົນດັ່ງກ່າວ ແລະ ເຫັນເຖິງຄວາມຊື່ສັດ ແລະ ລັກສະນະນິໄສຂອງພວກເຂົາ ແລະ ບໍ່ຄົ້ນພົບຂໍ້ບົກຜ່ອງໃນພວກເຂົາ. ໂດຍສະເພາະແລ້ວ ຄົນດັ່ງກ່າວສາມາດປັບຕົວໃຫ້ເຂົ້າກັບຄ່ານິຍົມໃນສັງຄົມໃນປັດຈຸບັນ ແລະ ບໍ່ເຄີຍຄິດເຖິງການຫຼ້າຫຼັງ. ເຖິງວ່າຜູ້ຄົນເຫຼົ່ານີ້ອາດອາວຸໂສກວ່າ, ພວກເຂົາກໍບໍ່ເຄີຍຕົກຢູ່ຫຼັງຄ່ານິຍົມໃນເວລາຕ່າງໆ ແລະ ບໍ່ເຄີຍແກ່ເກີນໄປທີ່ຈະຮຽນຮູ້. ໃນທາງຜິວເຜີນ, ບໍ່ມີຜູ້ໃດສາມາດຄົ້ນພົບຂໍ້ບົກຜ່ອງໃນບຸກຄົນດັ່ງກ່າວ, ແຕ່ຂ້າງໃນ ພວກເຂົາແມ່ນຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງສິ້ນເຊີງ ແລະ ຢ່າງສົມບູນ. ເຖິງຈະບໍ່ສາມາດພົບຂໍ້ບົກຜ່ອງພາຍນອກກັບຜູ້ຄົນເຫຼົ່ານີ້, ເຖິງວ່າໃນທາງຜິວເຜີນ ພວກເຂົາອ່ອນໂຍນ, ສຸພາບຮຽບຮ້ອຍ ແລະ ມີຄວາມຮູ້ ແລະ ສິນທຳໃດໜຶ່ງ ແລະ ພວກເຂົາມີຄວາມຊື່ສັດ ແລະ ເຖິງວ່າໃນເລື່ອງຂອງຄວາມຮູ້ ພວກເຂົາບໍ່ມີທາງດ້ອຍກວ່າຄົນໜຸ່ມ, ແຕ່ໃນເລື່ອງທຳມະຊາດ ແລະ ທາດແທ້ຂອງພວກເຂົາແລ້ວ, ຜູ້ຄົນດັ່ງກ່າວແມ່ນຫຸ່ນຈຳລອງທີ່ສົມບູນ ແລະ ມີຊີວິດຢູ່ຂອງຊາຕານ; ພວກເຂົາຄືພາບລັກທີ່ຄ້າຍຄືກັບຊາຕານ. ນີ້ຄື “ໝາກຜົນ” ຂອງການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ. ສິ່ງທີ່ເຮົາເວົ້າອາດເຈັບປວດສຳລັບພວກເຈົ້າ ແຕ່ມັນລ້ວນແລ້ວແຕ່ເປັນຄວາມຈິງ. ຄວາມຮູ້ທີ່ມະນຸດສຶກສາ, ວິທະຍາສາດທີ່ເຂົາເຂົ້າໃຈ ແລະ ວິທີການທີ່ເຂົາເລືອກຄ່ານິຍົມໃນສັງຄົມເພື່ອເຂົ້າຢູ່ໃນ ແມ່ນເຄື່ອງມືທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ ໂດຍບໍ່ມີຂໍ້ຍົກເວັ້ນ. ສິ່ງນີ້ເປັນຈິງທີ່ສຸດ. ສະນັ້ນ ມະນຸດກໍດຳລົງຊີວິດພາຍໃນອຸປະນິໄສທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງສິ້ນເຊີງ ແລະ ມະນຸດບໍ່ມີທາງຮູ້ຈັກວ່າຄວາມສັກສິດຂອງພຣະເຈົ້າແມ່ນຫຍັງ ແລະ ແກ່ນແທ້ຂອງພຣະເຈົ້າແມ່ນຫຍັງ. ນີ້ກໍຍ້ອນ ໃນທາງຜິວເຜີນ ຄົນໆໜຶ່ງບໍ່ສາມາດພົບຂໍ້ບົກຜ່ອງໃນວິທີທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ; ຄົນໆໜຶ່ງບໍ່ສາມາດບອກໄດ້ຈາກພຶດຕິກຳຂອງຜູ້ໃດຜູ້ໜຶ່ງວ່າມີຫຍັງທີ່ບໍ່ຖືກຕ້ອງ. ທຸກຄົນເຮັດວຽກຂອງພວກເຂົາຢ່າງເປັນປົກກະຕິ ແລະ ດຳລົງຊີວິດທີ່ປົກກະຕິ; ພວກເຂົາອ່ານໜັງສື ແລະ ໜັງສືພິມຢ່າງເປັນປົກກະຕິ, ພວກເຂົາສຶກສາ ແລະ ເວົ້າຢ່າງເປັນປົກກະຕິ; ບາງຄົນເຖິງກັບຮຽນຮູ້ເພື່ອສ້າງສາກບັງໜ້າຂອງສິນທຳ ເຊິ່ງພວກເຂົາໃຊ້ທັກທາຍຜູ້ຄົນຢ່າງອ່ອນນ້ອຍ, ສຸພາບ ແລະ ມີມາລະຍາດດີ, ມີຄວາມເຂົ້າໃຈ ແລະ ເປັນມິດ, ມັກຊ່ວຍເຫຼືອ ແລະ ຈິດໃຈກຸສົນຕໍ່ຄົນອື່ນ ແລະ ບໍ່ຜິດຖຽງເລັກໆນ້ອຍໆກັບຄົນອື່ນ ຫຼື ເອົາປຽບຄົນອື່ນ. ເຖິງຢ່າງໃດກໍຕາມ, ອຸປະນິໄສແບບຊາຕານທີ່ເສື່ອມຊາມຂອງພວກເຂົາຖືກຝັງເລິກຢູ່ພາຍໃນພວກເຂົາ ແລະ ທາດແທ້ນີ້ບໍ່ສາມາດປ່ຽນແປງໄດ້ໂດຍການເພິ່ງພາຄວາມພະຍາຍາມພາຍນອກເທົ່ານັ້ນ. ຍ້ອນທາດແທ້ນີ້, ມະນຸດຈຶ່ງບໍ່ສາມາດຮູ້ຈັກຄວາມສັກສິດຂອງພຣະເຈົ້າ ແລະ ເຖິງວ່າແການແທ້ແຫ່ງຄວາມສັກສິດຂອງພຣະເຈົ້າຈະຖືກເປີດເຜີຍຕໍ່ມະນຸດ, ມະນຸດກໍບໍ່ຈິງຈັງກັບສິ່ງນີ້. ນີ້ກໍຍ້ອນຊາຕານໄດ້ຄອບງໍາຄວາມຮູ້ສຶກ, ແນວຄິດ, ມຸມມອງ ແລະ ຄວາມຄິດຂອງມະນຸດຢ່າສົມບູນຜ່ານທາງວິທີການຕ່າງໆ. ການຄອບງໍາ ແລະ ຄວາມເສື່ອມຊາມນີ້ບໍ່ໄດ້ເປັນສິ່ງຊົ່ວຄາວ ຫຼື ເປັນຄັ້ງຄາວ ແຕ່ຢູ່ທຸກຫົນທຸກແຫ່ງ ແລະ ຢູ່ທຸກເວລາ. ສະນັ້ນ ຫຼາຍຄົນທີ່ເຊື່ອໃນພຣະເຈົ້າເປັນເວລາສາມ ຫຼື ສີ່ປີ, ແມ່ນແຕ່ຫ້າ ຫຼື ຫົກປີ, ກໍຍັງຍຶດຕິດກັບຄວາມຄິດ ແລະ ມຸມມອງທີ່ຊາຕານໄດ້ປູກຝັງໃນພວກເຂົາ ຄືກັບວ່າພວກເຂົາກຳລັງຈັບຄວ້າຊັບສົມບັດ. ເພາະມະນຸດໄດ້ຍອມຮັບສິ່ງຊົ່ວຮ້າຍ, ອວດດີ ແລະ ມີເຈດຕະນາຮ້າຍ ທີ່ມາຈາກທຳມະຊາດຂອງຊາຕານ, ມັນຈຶ່ງມີຂໍ້ຂັດແຍ້ງ, ການຜິດຖຽງ ແລະ ຄວາມບໍ່ເຂົ້າກັນຢູ່ເລື້ອຍໆໃນຄວາມສຳພັນລະຫວ່າງບຸກຄົນຂອງມະນຸດຢ່າງຫຼີກຫຼ່ຽງບໍ່ໄດ້ ເຊິ່ງເກີດຂຶ້ນຍ້ອນຜົນຕາມມາຂອງທຳມະຊາດທີ່ອວດດີຂອງຊາຕານ. ຖ້າຊາຕານໄດ້ມອບສິ່ງທີ່ດີໃຫ້ແກ່ມະນຸດຊາດ, ຕົວຢ່າງເຊັ່ນ ຖ້າລັດທິຂົງຈື້ ແລະ ລັດທິເຕົ໋າແຫ່ງວັດທະນະທຳດັ່ງເດີມທີ່ມະນຸດຍອມຮັບເປັນສິ່ງທີ່ດີ, ຄົນປະເພດດຽວກັນກໍຄວນຈະສາມາດເຂົ້າກັນໄດ້ດີກັບຄົນອື່ນຫຼັງຈາກທີ່ໄດ້ຍອມຮັບເອົາສິ່ງເຫຼົ່ານັ້ນ. ແລ້ວເປັນຫຍັງຈຶ່ງເກີດມີການແບ່ງແຍກທີ່ໃຫຍ່ຫຼວງລະຫວ່າງຜູ້ຄົນທີ່ຍອມຮັບເອົາສິ່ງດຽວກັນ? ເປັນຫຍັງຈຶ່ງເປັນແບບນັ້ນ? ມັນກໍຍ້ອນສິ່ງເຫຼົ່ານີ້ມາຈາກຊາຕານ ແລະ ຊາຕານສ້າງການແບ່ງແຍກທ່າມກາງຜູ້ຄົນ. ສິ່ງຕ່າງໆຈາກຊາຕານ ບໍ່ວ່າພວກມັນຈະປາກົດວ່າສະຫງ່າງາມ ຫຼື ຍິ່ງໃຫຍ່ສໍ່າໃດກໍຕາມໃນທາງຜິວເຜີນ ແມ່ນໄດ້ນໍາພຽງແຕ່ຄວາມໂງ່ຈ້າມາສູ່ມະນຸດ ແລະ ອອກຈາກຊີວິດຂອງມະນຸດ ແລະ ບໍ່ມີຫຍັງເລີຍນອກຈາກການຫຼອກລວງຂອງທຳມະຊາດອັນຊົ່ວຮ້າຍຂອງຊາຕານ. ມັນບໍ່ແມ່ນແນວນັ້ນບໍ? ຜູ້ໃດຜູ້ໜຶ່ງທີ່ສາມາດປອມຕົນເອງ, ຜູ້ທີ່ມີຄວາມຮູ້ຢ່າງຫຼວງລາຍ ຫຼື ຜູ້ທີ່ມີການອົບຮົມສັ່ງສອນເປັນຢ່າງດີຈະຍັງຫຍຸ້ງຍາກໃນການປິດບັງທຳມະຊາດແບບຊາຕານທີ່ເສື່ອມຊາມຂອງພວກເຂົາ. ນັ້ນໝາຍຄວາມວ່າ ບໍ່ວ່າບຸກຄົນນີ້ຈະປິດບັງຕົນເອງໃນຈັກວິທີກໍຕາມ, ບໍ່ວ່າເຈົ້າຈະຄິດວ່າພວກເຂົາເປັນນັກບຸນ ຫຼື ບໍ່ ຫຼື ເຈົ້າຄິດວ່າພວກເຂົາສົມບູນ ຫຼື ບໍ່ ຫຼື ເຈົ້າຄິດວ່າພວກເຂົາເປັນທູດສະຫວັນ ຫຼື ບໍ່ ແລະ ບໍ່ວ່າເຈົ້າຄິດວ່າພວກເຂົາບໍລິສຸດສໍ່າໃດກໍຕາມ, ຊີວິດທີ່ເປັນຈິງຂອງພວກເຂົາແມ່ນເປັນແນວໃດໃນເບື້ອງຫຼັງສາກຕ່າງໆ? ເຈົ້າຈະເຫັນທາດແທ້ຫຍັງໃນການເປີດເຜີຍອຸປະນິໄສຂອງພວກເຂົາ? ແນ່ນອນຢູ່ແລ້ວວ່າ ເຈົ້າຈະເຫັນເຖິງທຳມະຊາດອັນຊົ່ວຮ້າຍຂອງຊາຕານ. ມັນຍອມຮັບໄດ້ບໍທີ່ຈະເວົ້າແບບນັ້ນ? (ໄດ້). ຕົວຢ່າງເຊັ່ນ ສົມມຸດວ່າເຈົ້າຮູ້ຈັກຜູ້ໃດຜູ້ໜຶ່ງທີ່ໃກ້ຊິດກັບພວກເຈົ້າ ເຊິ່ງເປັນຜູ້ທີ່ເຈົ້າຄິດວ່າເປັນຄົນດີ, ບາງເທື່ອເປັນຜູ້ໃດຜູ້ໜຶ່ງທີ່ເຈົ້າເຫຼື້ອມໃສຫຼາຍ. ດ້ວຍວຸດທິພາວະໃນປັດຈຸບັນຂອງເຈົ້າ, ເຈົ້າຄິດແນວໃດກ່ຽວກັບພວກເຂົາ? ກ່ອນອື່ນ, ເຈົ້າຈະປະເມີນວ່າບຸກຄົນປະເພດນີ້ມີຄວາມເປັນມະນຸດ ຫຼື ບໍ່, ພວກເຂົາຊື່ສັດ ຫຼື ບໍ່, ພວກເຂົາມີຄວາມຮັກທີ່ແທ້ຈິງສຳລັບຜູ້ຄົນ ຫຼື ບໍ່, ຄຳເວົ້າ ແລະ ການກະທຳຂອງພວກເຂົາເປັນປະໂຫຍດ ແລະ ຊ່ວຍເຫຼືອຄົນອື່ນ ຫຼື ບໍ່. (ພວກເຂົາບໍ່ໄດ້ເປັນແບບນັ້ນ). ແມ່ນຫຍັງຄືສິ່ງທີ່ຖືກເອີ້ນວ່າຄວາມເມດຕາ, ຄວາມຮັກ ຫຼື ຄວາມດີທີ່ຄົນເຫຼົ່ານີ້ເປີດເຜີຍອອກ? ມັນລ້ວນແລ້ວແຕ່ເປັນສິ່ງຈອມປອມ, ມັນລ້ວນແລ້ວແຕ່ເປັນສາກບັງໜ້າ. ເບື້ອງຫຼັງສາກບັງໜ້ານີ້ແມ່ນມີເປົ້າໝາຍແອບແຝງທີ່ຊົ່ວຮ້າຍ: ເພື່ອເຮັດໃຫ້ບຸກຄົນນັ້ນເປັນທີ່ເຄົາລົບນັບຖື ແລະ ເຫຼື້ອມໃສຫຼາຍ. ພວກເຈົ້າເຫັນສິ່ງນີ້ຢ່າງຊັດເຈນບໍ? (ເຫັນ).

ວິທີການທີ່ຊາຕານໃຊ້ເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມໄດ້ນໍາຫຍັງມາສູ່ມະນຸດຊາດ? ພວກມັນນໍາສິ່ງດີໆມາບໍ? ກ່ອນອື່ນ, ມະນຸດສາມາດແຍກແຍະຄວາມດີ ແລະ ຄວາມຊົ່ວຮ້າຍບໍ? ເຈົ້າກໍໄດ້ເຫັນພ້ອມກັບຄົນອື່ນໆໃນໂລກນີ້, ບໍ່ວ່າມັນຈະເປັນບາງຄົນທີ່ຍິ່ງໃຫຍ່ ຫຼື ວາລະສານບາງສະບັບ, ເມື່ອພວກເຂົາປະກາດວ່າສິ່ງນີ້ ຫຼື ສິ່ງນັ້ນດີ ຫຼື ຊົ່ວຮ້າຍ, ການຕັດສິນຂອງພວກເຂົານັ້ນທ່ຽງຕົງບໍ? ພວກມັນຖືກຕ້ອງບໍ? ການທີ່ພວກເຂົາປະເມີນເຫດການ ແລະ ຜູ້ຄົນຕ່າງໆນັ້ນຍຸຕິທຳບໍ? ພວກມັນປະກອບມີຄວາມຈິງບໍ? ໂລກນີ້, ມະນຸດຊາດນີ້ ແມ່ນປະເມີນສິ່ງທີ່ດີ ແລະ ບໍ່ດີ ໂດຍອີງໃສ່ມາດຕະຖານຂອງຄວາມຈິງບໍ? (ບໍ່ແມ່ນ). ເປັນຫຍັງຜູ້ຄົນຈຶ່ງບໍ່ມີຄວາມສາມາດນັ້ນ? ຜູ້ຄົນໄດ້ສຶກສາຄວາມຮູ້ຢ່າງຫຼວງຫຼາຍ ແລະ ຮູ້ຈັກຫຼາຍຢ່າງກ່ຽວກັບວິທະຍາສາດ, ສະນັ້ນ ພວກເຂົາຈຶ່ງມີຄວາມສາມາດອັນຍິ່ງໃຫຍ່, ບໍ່ແມ່ນບໍ? ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ສາມາດແຍກແຍະລະຫວ່າງສິ່ງທີ່ດີ ແລະ ບໍ່ດີໄດ້? ເປັນຫຍັງຈຶ່ງເປັນແບບນີ້? (ຍ້ອນຜູ້ຄົນບໍ່ມີຄວາມຈິງ; ວິທະຍາສາດ ແລະ ຄວາມຮູ້ບໍ່ແມ່ນຄວາມຈິງ). ທຸກສິ່ງທີ່ຊາຕານນໍາມາສູ່ມະນຸດຊາດແມ່ນຊົ່ວຮ້າຍ, ເສື່ອມຊາມ ແລະ ຂາດຄວາມຈິງ, ຊີວິດ ແລະ ຫົນທາງ. ດ້ວຍຄວາມຊົ່ວຮ້າຍ ແລະ ຄວາມເສື່ອມຊາມທີ່ຊາຕານນໍາມາສູ່ມະນຸດ, ເຈົ້າສາມາດເວົ້າໄດ້ບໍວ່າຊາຕານມີຄວາມຮັກ? ເຈົ້າສາມາດເວົ້າໄດ້ບໍວ່າມະນຸດມີຄວາມຮັກ? ບາງຄົນອາດເວົ້າວ່າ: “ເຈົ້າຜິດ; ມີຫຼາຍຄົນທົ່ວໂລກທີ່ຊ່ວຍເຫຼືອຄົນທຸກຍາກ ຫຼື ຄົນໄຮ້ບ້ານ. ຄົນເຫຼົ່ານັ້ນບໍ່ແມ່ນຄົນດີບໍ? ຍັງມີອົງກອນການກຸສົນທີ່ເຮັດວຽກດີ; ວຽກທີ່ພວກເຂົາເຮັດບໍ່ແມ່ນວຽກທີ່ດີບໍ”? ແລ້ວພວກເຮົາຈະເວົ້າແນວໃດກ່ຽວກັບສິ່ງນັ້ນ? ຊາຕານໃຊ້ຫຼາຍວິທີການ ແລະ ທິດສະດີທີ່ແຕກຕ່າງກັນເພື່ອເຮັດໃຫ້ມະນຸດເສື່ອມຊາມ; ການເຮັດໃຫ້ມະນຸດເສື່ອມຊາມນີ້ບໍ່ແມ່ນແນວຄິດຄຸມເຄືອບໍ? ບໍ່, ມັນບໍ່ຄຸມເຄືອເລີຍ. ຊາຕານຍັງເຮັດສິ່ງທີ່ເປັນຈິງບາງຢ່າງ ແລະ ມັນຍັງສົ່ງເສີມມຸມມອງ ຫຼື ທິດສະດີໃນໂລກນີ້ ແລະ ໃນສັງຄົມ. ໃນທຸກລາຊະວົງ ແລະ ໃນທຸກຍຸກສະໄໝ, ມັນສົ່ງເສີມທິດສະດີ ແລະ ປູກຝັງຄວາມຄິດເຂົ້າໃສ່ຄວາມຄິດຂອງມະນຸດ. ຄວາມຄິດ ແລະ ທິດສະດີເຫຼົ່ານີ້ຢັງຮາກລົງໃນຫົວໃຈຂອງຜູ້ຄົນເທື່ອລະໜ້ອຍ ແລະ ຫຼັງຈາກນັ້ນ ພວກເຂົາກໍເລີ່ມດຳລົງຊີວີດຕາມສິ່ງເຫຼົ່ານັ້ນ. ຫຼັງຈາກທີ່ພວກເຂົາເລີ່ມຕົ້ນດຳລົງຊີວິດໂດຍສິ່ງເຫຼົ່ານີ້, ພວກເຂົາຈະບໍ່ກາຍມາເປັນຊາຕານຢ່າງບໍ່ຮູ້ຕົວບໍ? ແລ້ວຜູ້ຄົນຈະບໍ່ກາຍມາເປັນອັນໜຶ່ງອັນດຽວກັບຊາຕານບໍ? ເມື່ອຜູ້ຄົນໄດ້ກາຍມາເປັນອັນໜຶ່ງອັນດຽວກັບຊາຕານ, ໃນທີ່ສຸດແລ້ວແມ່ນຫຍັງຄືທັດສະນະຂອງພວກເຂົາຕໍ່ພຣະເຈົ້າ? ມັນບໍ່ແມ່ນທັດສະນະດຽວກັນກັບທີ່ຊາຕານມີຕໍ່ພຣະເຈົ້າບໍ? ບໍ່ມີຜູ້ໃດກ້າຍອມຮັບສິ່ງນີ້, ແມ່ນບໍ? ຊ່າງເປັນຕາຢ້ານຫຼາຍແທ້ໆ! ເປັນຫຍັງເຮົາຈຶ່ງເວົ້າວ່າ ທຳມະຊາດຂອງຊາຕານຊົ່ວຮ້າຍ? ເຮົາບໍ່ໄດ້ເວົ້າສິ່ງນີ້ໂດຍບໍ່ມີຫຼັກຖານ; ກົງກັນຂ້າມ ທຳມະຊາດຂອງຊາຕານແມ່ນຖືກກຳນົດ ແລະ ວິເຄາະໂດຍອີງໃສ່ສິ່ງທີ່ມັນໄດ້ເຮັດ ແລະ ສິ່ງຕ່າງໆທີ່ມັນໄດ້ເປີດເຜີຍ. ຖ້າເຮົາພຽງແຕ່ເວົ້າວ່າຊາຕານຊົ່ວຮ້າຍ, ພວກເຈົ້າຈະຄິດວ່າແນວໃດ? ພວກເຈົ້າກໍຈະຄິດວ່າ: “ແນ່ນອນຢູ່ແລ້ວວ່າຊາຕານຊົ່ວຮ້າຍ”. ສະນັ້ນ ເຮົາຈຶ່ງຖາມເຈົ້າວ່າ: “ລັກສະນະໃດຂອງຊາຕານທີ່ຊົ່ວຮ້າຍ?” ຖ້າເຈົ້າເວົ້າວ່າ: “ການທີ່ຊາຕານຕໍ່ຕ້ານພຣະເຈົ້າເປັນສິ່ງຊົ່ວຮ້າຍ” ເຈົ້າກໍຍັງບໍ່ໄດ້ເວົ້າດ້ວຍຄວາມຊັດເຈນ. ບັດນີ້ເມື່ອເຮົາໄດ້ເວົ້າກ່ຽວກັບສິ່ງທີ່ເຈາະຈົງໃນລັກສະນະນີ້, ພວກເຈົ້າມີຄວາມເຂົ້າໃຈກ່ຽວກັບເນື້ອຫາທີ່ສະເພາະເຈາະຈົງຂອງທາດແທ້ແຫ່ງຄວາມຊົ່ວຮ້າຍຂອງຊາຕານບໍ? (ມີ). ຖ້າເຈົ້າສາມາດເຫັນໄດ້ຢ່າງຊັດເຈນເຖິງທຳມະຊາດທີ່ຊົ່ວຮ້າຍຂອງຊາຕານ​ ແລ້ວເຈົ້າກໍຈະເຫັນສະພາບການຂອງເຈົ້າເອງ. ມີຄວາມສຳພັນຫຍັງລະຫວ່າງສອງສິ່ງເຫຼົ່ານີ້ບໍ? ສິ່ງນີ້ເປັນປະໂຫຍດຕໍ່ພວກເຈົ້າ ຫຼື ບໍ່? (ມັນເປັນປະໂຫຍດ). ເມື່ອເຮົາສົນທະນາກ່ຽວກັບແກ່ນແທ້ຂອງຄວາມສັກສິດຂອງພຣະເຈົ້າ, ມັນຈຳເປັນບໍທີ່ເຮົາຈະສົນທະນາກ່ຽວກັບທາດແທ້ອັນຊົ່ວຮ້າຍຂອງຊາຕານ? ແມ່ນຫຍັງຄືຄວາມຄິດເຫັນຂອງພວກເຈົ້າກ່ຽວກັບສິ່ງນີ້? (ໂດຍ, ມັນຈຳເປັນ). ເປັນຫຍັງ? (ຄວາມຊົ່ວຮ້າຍຂອງຊາຕານເຮັດໃຫ້ຄວາມສັກສິດຂອງພຣະເຈົ້າຫຼຸດລົງ). ນັ້ນແມ່ນແບບທີ່ມັນເປັນບໍ? ສິ່ງນີ້ຖືກຕ້ອງແຕ່ພຽງສ່ວນໜຶ່ງ, ໃນຄວາມຮູ້ສຶກທີ່ວ່າ ຫາກປາສະຈາກຄວາມຊົ່ວຮ້າຍຂອງຊາຕານ, ຜູ້ຄົນກໍຈະບໍ່ຮູ້ຈັກວ່າພຣະເຈົ້າສັກສິດ; ມັນຖືກຕ້ອງທີ່ເວົ້າແບບນີ້. ເຖິງຢ່າງໃດກໍຕາມ ຖ້າເຈົ້າເວົ້າວ່າຄວາມສັກສິດຂອງພຣະເຈົ້າພຽງແຕ່ມີຢູ່ ເນື່ອງຈາກຄວາມແຕກຕ່າງຂອງມັນກັບຄວາມຊົ່ວຮ້າຍຂອງຊາຕານ, ສິ່ງນີ້ຈະຖືກຕ້ອງບໍ? ວິທີການຄິດຕອບໂຕ້ແບບນີ້ແມ່ນຜິດ. ຄວາມສັກສິດຂອງພຣະເຈົ້າແມ່ນແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າ; ແມ່ນແຕ່ເມື່ອພຣະເຈົ້າເປີດເຜີຍມັນຜ່ານທາງການກະທຳຂອງພຣະອົງ, ນີ້ກໍຍັງເປັນການສະແດງອອກໂດຍທຳມະຊາດເຖິງແກ່ນແທ້ຂອງພຣະເຈົ້າ ແລະ ມັນຍັງເປັນແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າ; ມັນໄດ້ມີຢູ່ສະເໝີ ແລະ ເປັນຈິງສຳລັບພຣະເຈົ້າເອງ ເຖິງວ່າມະນຸດບໍ່ສາມາດເຫັນກໍຕາມ. ນີ້ກໍຍ້ອນມະນຸດດຳລົງຊີວິດທ່າມກາງອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ພວກເຂົາບໍ່ຮູ້ຈັກກ່ຽວກັບຄວາມສັກສິດ ແລ້ວແຮງໄກທີ່ຈະຮູ້ຈັກກ່ຽວກັບເນື້ອຫາທີ່ສະເພາະເຈາະຈົງແຫ່ງຄວາມສັກສິດຂອງພຣະເຈົ້າ. ແລ້ວມັນຈຳເປັນບໍທີ່ພວກເຮົາສົນທະນາກັນກ່ອນກ່ຽວກັບທາດແທ້ອັນຊົ່ວຮ້າຍຂອງຊາຕານ? (ໂດຍ,​ ມັນຈໍາເປັນ). ບາງຄົນອາດສະແດງຄວາມສົງໄສບາງຢ່າງວ່າ: “ພຣະອົງກຳລັງສົນທະນາກ່ຽວກັບພຣະເຈົ້າເອງ ແລ້ວເປັນຫຍັງພຣະອົງຈຶ່ງເວົ້າຢູ່ສະເໝີກ່ຽວກັບວິທີທີ່ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມ ແລະ ວິທີທີ່ທຳມະຊາດຂອງຊາຕານຊົ່ວຮ້າຍ?” ຕອນນີ້ ເຈົ້າເຊົາກັງວົນກ່ຽວກັບຂໍ້ສົງໄສເຫຼົ່ານີ້ແລ້ວ, ບໍ່ແມ່ນບໍ? ເມື່ອຜູ້ຄົນມີການຢັ່ງຮູ້ເຖິງຄວາມຊົ່ວຮ້າຍຂອງຊາຕານ ແລະ ເມື່ອພວກເຂົາມີນິຍາມທີ່ຖືກຕ້ອງກ່ຽວກັບມັນ, ເມື່ອຜູ້ຄົນສາມາດເຫັນເຖິງເນື້ອຫາທີ່ສະເພາະເຈາະຈົງ ແລະ ການສຳແດງອອກເຖິງຄວາມຊົ່ວຮ້າຍ, ແຫຼ່ງກຳເນີດ ແລະ ທາດແທ້ຂອງຄວາມຊົ່ວຮ້າຍຢ່າງຊັດເຈນ, ມີແຕ່ເມື່ອນັ້ນ ຜູ້ຄົນຈຶ່ງຈະສາມາດເຂົ້າໃຈ ແລະ ຮັບຮູ້ຢ່າງຊັດເຈນວ່າຄວາມສັກສິດຂອງພຣະເຈົ້າແມ່ນຫຍັງ ແລະ ຄວາມສັກສິດແມ່ນຫຍັງ ຜ່ານທາງການສົນທະນາກ່ຽວກັບຄວາມສັກສິດຂອງພຣະເຈົ້າ. ຖ້າເຮົາບໍ່ສົນທະນາກັນກ່ຽວກັບຄວາມຊົ່ວຮ້າຍຂອງຊາຕານ, ບາງຄົນກໍຈະເຊື່ອຢ່າງຜິດໆວ່າ ບາງສິ່ງທີ່ຜູ້ຄົນເຮັດໃນສັງຄົມ ແລະ ທ່າມກາງຜູ້ຄົນ ຫຼື ສິ່ງໃດໜຶ່ງທີ່ມີຢູ່ໃນໂລກນີ້ ແມ່ນອາດມີຄວາມເຊື່ອມໂຍງບາງຢ່າງກັບຄວາມສັກສິດ. ນີ້ບໍ່ແມ່ນມຸມມອງທີ່ຜິດບໍ? (ແມ່ນແລ້ວ).

ບັດນີ້ເມື່ອເຮົາໄດ້ສົນທະນາກັນກ່ຽວກັບທາດແທ້ຂອງຊາຕານໃນລັກສະນະນີ້, ພວກເຈົ້າໄດ້ຮັບຄວາມເຂົ້າໃຈແບບໃດຜ່ານທາງປະສົບການຂອງພວກເຈົ້າໃນສອງສາມປີທີ່ຜ່ານມາ, ຈາກການອ່ານພຣະທຳຂອງພຣະເຈົ້າ ແລະ ຈາກການປະສົບກັບພາລະກິດຂອງພຣະອົງ? ເອົາເລີຍ ແລະ ເວົ້າກ່ຽວກັບສິ່ງນັ້ນ. ເຈົ້າບໍ່ຈຳເປັນຕ້ອງໃຊ້ພຣະທຳທີ່ມ່ວນຫູ ແຕ່ພຽງແຕ່ເວົ້າຈາກປະສົບການຂອງເຈົ້າເອງ. ຄວາມສັກສິດຂອງພຣະເຈົ້າປະກອບມີຄວາມຮັກຂອງພຣະອົງເປັນຫຼັກບໍ? ມັນເປັນພຽງຄວາມຮັກຂອງພຣະເຈົ້າບໍທີ່ພວກເຮົາອະທິບາຍວ່າເປັນຄວາມສັກສິດ? ນັ້ນຈະເປັນສິ່ງທີ່ບໍ່ຍຸຕິທຳ, ບໍ່ແມ່ນບໍ? ນອກຈາກຄວາມຮັກຂອງພຣະເຈົ້າ ແມ່ນມີອີກລັກສະນະຂອງແກ່ນແທ້ຂອງພຣະເຈົ້າ. ພວກເຈົ້າໄດ້ເຫັນສິ່ງເຫຼົ່ານັ້ນແລ້ວບໍ? (ໂດຍ. ພຣະເຈົ້າລັງກຽດງານບຸນ ແລະ ມື້ພັກ, ປະເພນີ ແລະ ຄວາມງົມງວາຍ; ນີ້ຍັງແມ່ນຄວາມສັກສິດຂອງພຣະເຈົ້າ). ພຣະເຈົ້າສັກສິດ, ແລ້ວດ້ວຍເຫດນັ້ນ ພຣະອົງຈຶ່ງກຽດຊັງສິ່ງຕ່າງໆ, ນັ້ນຄືສິ່ງທີ່ເຈົ້າໝາຍເຖິງບໍ? ເມື່ອທົບທວນທັງໝົດແລ້ວ, ແມ່ນຫຍັງຄືຄວາມສັກສິດຂອງພຣະເຈົ້າ? ຄວາມສັກສິດຂອງພຣະເຈົ້າບໍ່ມີເນື້ອຫາທີ່ເປັນຈິງ, ມີແຕ່ຄວາມກຽດຊັງບໍ? ໃນຄວາມຄິດຂອງພວກເຈົ້າ, ພວກເຈົ້າກຳລັງຄິດວ່າ: “ຍ້ອນພຣະເຈົ້າກຽດຊັງສິ່ງທີ່ຊົ່ວຮ້າຍເຫຼົ່ານີ້, ສະນັ້ນ ຄົນໆໜຶ່ງສາມາດເວົ້າໄດ້ວ່າພຣະເຈົ້າສັກສິດ” ບໍ? ນີ້ບໍ່ແມ່ນການຄາດເດົາໃນທີ່ນີ້ບໍ? ນີ້ບໍ່ແມ່ນລັກສະນະຂອງການຄາດຄິດເກີນໄປ ແລະ ການຕັດສິນບໍ? ແມ່ນຫຍັງຄືການກ້າວຜິດທີ່ໃຫຍ່ທີ່ສຸດທີ່ຕ້ອງຫຼີກຫຼ່ຽງແທ້ໆ ເມື່ອເວົ້າເຖິງຄວາມເຂົ້າໃຈຂອງພວກເຮົາກ່ຽວກັບແກ່ນແທ້ຂອງພຣະເຈົ້າ? (ມັນຄືເວລາທີ່ພວກເຮົາປະຖິ້ມຄວາມເປັນຈິງໄວ້ເບື້ອງຫຼັງ ແລະ ເວົ້າເຖິງທິດສະດີແທນ). ນີ້ຄືການກ້າວຜິດທີ່ໃຫຍ່ຫຼາຍ. ມີສິ່ງອື່ນອີກບໍ? (ການຄາດເດົາ ແລະ ຈິນຕະນາການ). ສິ່ງເຫຼົ່ານີ້ຍັງເປັນການກ້າວຜິດທີ່ຮ້າຍແຮງ. ເປັນຫຍັງການຄາດເດົາ ແລະ ຈິນຕະນາການຈຶ່ງບໍ່ເປັນປະໂຫຍດ? ສິ່ງຕ່າງໆທີ່ເຈົ້າຄາດເດົາ ແລະ ຈິນຕະນາການແມ່ນສິ່ງທີ່ເຈົ້າສາມາດເຫັນໄດ້ຢ່າງແທ້ຈິງບໍ? ພວກມັນຄືແກ່ນແທ້ທີ່ແທ້ຈິງຂອງພຣະເຈົ້າບໍ? (ບໍ່ແມ່ນ). ມີຫຍັງອີກທີ່ຕ້ອງຫຼີກຫຼ່ຽງ? ມັນຄືການກ້າວຜິດບໍທີ່ຈະພຽງແຕ່ທ່ອງການລຽງຄຳທີ່ສວຍງາມເພື່ອບັນຍາຍເຖິງແກ່ນແທ້ຂອງພຣະເຈົ້າ? (ແມ່ນແລ້ວ). ນີ້ບໍ່ແມ່ນສິ່ງທີ່ຫຼູຫຼາ ແລະ ໄຮ້ສາລະບໍ? ການຕັດສິນ ແລະ ການຄາດເດົາເປັນສິ່ງທີ່ໄຮ້ສາລະ ເຊັ່ນດຽວກັນການກະທຳທີ່ເລືອກເຟັ້ນຄຳເວົ້າທີ່ສວຍງາມ. ຄຳສັນລະເສີນທີ່ວ່າງເປົ່າກໍໄຮ້ສາລະເຊັ່ນກັນ, ບໍ່ແມ່ນບໍ? ພຣະເຈົ້າມັກຟັງຜູ້ຄົນເວົ້າເຖິງສິ່ງທີ່ໄຮ້ສາລະປະເພດນີ້ບໍ? (ບໍ່, ພຣະອົງບໍ່ມັກ). ພຣະອົງຮູ້ສຶກບໍ່ສະບາຍໃຈ ເມື່ອພຣະອົງໄດ້ຍິນມັນ! ເມື່ອພຣະເຈົ້ານໍາພາ ແລະ ຊ່ວຍກຸ່ມຄົນໃຫ້ລອດພົ້ນ ຫຼັງຈາກທີ່ກຸ່ມຄົນນີ້ໄດ້ຍິນພຣະທຳຂອງພຣະເຈົ້າ ແຕ່ເຖິງຢ່າງໃດກໍຕາມ ພວກເຂົາກໍບໍ່ເຂົ້າໃຈສິ່ງທີ່ພຣະອົງໝາຍເຖິງຈັກເທື່ອ. ບາງຄົນອາດເວົ້າວ່າ: “ພຣະເຈົ້າດີບໍ?” ແລ້ວພວກເຂົາກໍຈະຕອບໂຕ້ວ່າ “ດີ!” “ດີແນວໃດ?” “ດີຫຼາຍ!” “ພຣະເຈົ້າຮັກມະນຸດບໍ?” “ຮັກ!” “ສໍ່າໃດ? ເຈົ້າສາມາດອະທິບາຍມັນໄດ້ບໍ?” “ຫຼາຍໆ! ຄວາມຮັກຂອງພຣະເຈົ້າເລິກກວ່າທະເລ, ສູງກວ່າທ້ອງຟ້າ!” ພຣະທຳເຫຼົ່ານີ້ບໍ່ແມ່ນສິ່ງທີ່ໄຮ້ສາລະບໍ? ແລ້ວສິ່ງທີ່ໄຮ້ສາລະນີ້ບໍ່ຄ້າຍຄືກັບສິ່ງທີ່ພວກເຈົ້າຫາກໍເວົ້າບໍທີ່ວ່າ: “ພຣະເຈົ້າກຽດຊັງອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ສະນັ້ນ ພຣະເຈົ້າຈຶ່ງສັກສິດ”? (ແມ່ນແລ້ວ). ສິ່ງທີ່ພວກເຈົ້າຫາກໍເວົ້າບໍ່ແມ່ນສິ່ງທີ່ໄຮ້ສາລະບໍ? ແລ້ວສິ່ງທີ່ໄຮ້ສາລະເຫຼົ່ານີ້ສ່ວນໃຫຍ່ແມ່ນມາຈາກໃສ? (ຊາຕານ). ສິ່ງທີ່ໄຮ້ສາລະທີ່ເວົ້າເຖິງຫຼັກໆແມ່ນມາຈາກການຂາດຄວາມຮັບຜິດຊອບ ແລະ ການບໍ່ເຄົາລົບພຣະເຈົ້າ. ພວກເຮົາສາມາດເວົ້າແບບນັ້ນໄດ້ບໍ? ເຈົ້າບໍ່ມີຄວາມເຂົ້າໃຈຫຍັງເລີຍ ແລະ ເຖິງຢ່າງໃດກໍຕາມ ເຈົ້າກໍຍັງເວົ້າຢ່າງໄຮ້ສາລະ. ນັ້ນບໍ່ແມ່ນການຂາດຄວາມຮັບຜິດຊອບບໍ? ນັ້ນບໍ່ແມ່ນການບໍ່ເຄົາລົບພຣະເຈົ້າບໍ? ເຈົ້າໄດ້ຮຽນຮູ້ຄວາມຮູ້ບາງຢ່າງ, ເຂົ້າໃຈການໃຫ້ເຫດຜົນ ແລະ ຕັກກະບາງຢ່າງ, ເຈົ້າໄດ້ໃຊ້ສິ່ງເຫຼົ່ານີ້ ແລະ ຍິ່ງໄປກວ່ານັ້ນ ກໍເຮັດແບບນັ້ນເພື່ອເປັນວິທີການເຂົ້າໃຈພຣະເຈົ້າ. ເຈົ້າຄິດວ່າພຣະເຈົ້າຮູ້ສຶກເສຍໃຈບໍເມື່ອພຣະອົງໄດ້ຍິນເຈົ້າກ່າວໃນລັກສະນະນັ້ນ? ພວກເຈົ້າຈະສາມາດພະຍາຍາມຮູ້ຈັກພຣະເຈົ້າໂດຍໃຊ້ວິທີການເຫຼົ່ານີ້ໄດ້ແນວໃດ? ເມື່ອເຈົ້າເວົ້າແບບນັ້ນ, ມັນບໍ່ຟັງເບິ່ງຄືແປກໆບໍ? ສະນັ້ນ ເມື່ອເວົ້າເຖິງຄວາມຮູ້ກ່ຽວກັບພຣະເຈົ້າ, ຄົນໆໜຶ່ງຕ້ອງລະມັດລະວັງ; ກ່າວເຖິງພຽງແຕ່ໃນຂອບເຂດທີ່ເຈົ້າຮູ້ຈັກພຣະເຈົ້າເທົ່ານັ້ນ. ກ່າວຢ່າງຊື່ສັດ ແລະ ຕາມຄວາມເປັນຈິງ ແລະ ຢ່າປະດັບປະດາຄຳເວົ້າຂອງເຈົ້າດ້ວຍການຍ້ອງຍໍທີ່ປະຈົບເອົາໃຈ ແລະ ຢ່າໃຊ້ການປະຈົບປະແຈງ; ພຣະເຈົ້າບໍ່ຕ້ອງການມັນ; ສິ່ງແບບນີ້ມາຈາກຊາຕານ. ອຸປະນິໄສຂອງຊາຕານຄືຄວາມອວດດີ; ຊາຕານມັກຖືກປະຈົບປະແຈງ ແລະ ຟັງຄຳເວົ້າມ່ວນໆ. ຊາຕານຈະພໍໃຈ ແລະ ມີຄວາມສຸກ ຖ້າຜູ້ຄົນທ່ອງຄຳເວົ້າອັນດີງາມທີ່ພວກເຂົາໄດ້ຮຽນຮູ້ ແລະ ໃຊ້ພວກມັນສຳລັບຊາຕານ. ແຕ່ພຣະເຈົ້າບໍ່ຕ້ອງການສິ່ງນີ້; ພຣະເຈົ້າບໍ່ຕ້ອງການຍົກຍ້ອງເກີນໄປ ຫຼື ການປະຈົບປະແຈງ ແລະ ພຣະອົງບໍ່ຕ້ອງການໃຫ້ຜູ້ຄົນເວົ້າສິ່ງທີ່ໄຮ້ສາລະ ແລະ ສັນລະເສີນພຣະອົງຢ່າງລັບຫູລັບຕາ. ພຣະເຈົ້າກຽດຊັງ ແລະ ຈະບໍ່ເຖິງກັບຟັງຕໍ່ຄຳສັນລະເສີນ ແລະ ການປະຈົບປະແຈງທີ່ບໍ່ສອດຄ່ອງກັບຄວາມເປັນຈິງ. ແລ້ວເມື່ອບາງຄົນສັນລະເສີນພຣະເຈົ້າຢ່າງບໍ່ຈິງໃຈ ແລະ ສາບານ ແລະ ອະທິຖານຕໍ່ພຣະອົງຢ່າງລັບຫູລັບຕາ, ພຣະເຈົ້າກໍຈະບໍ່ຟັງເລີຍ. ເຈົ້າຕ້ອງຮັບຜິດຊອບກັບສິ່ງທີ່ເຈົ້າເວົ້າ. ຖ້າເຈົ້າບໍ່ຮູ້ສິ່ງໃດສິ່ງໜຶ່ງ, ກໍໃຫ້ເວົ້າແບບນັ້ນ; ຖ້າເຈົ້າຮູ້ສິ່ງໃດສິ່ງໜຶ່ງ ກໍໃຫ້ກ່າວມັນອອກມາໃນລັກສະນະທີ່ເປັນຈິງ. ບັດນີ້ ສຳລັບເນື້ອຫາຕົວຈິງຂອງຄວາມສັກສິດຂອງພຣະເຈົ້າ, ພວກເຈົ້າມີຄວາມເຂົ້າໃຈທີ່ສະເພາະເຈາະຈົງກ່ຽວກັບມັນບໍ? (ເມື່ອຂ້ານ້ອຍສະແດງຄວາມກະບົດອອກມາ, ເມື່ອຂ້ານ້ອຍໄດ້ຝ່າຝືນ, ຂ້ານ້ອຍໄດ້ຮັບເອົາການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ໃນທີ່ນີ້ ຂ້ານ້ອຍໄດ້ເຫັນເຖິງຄວາມສັກສິດຂອງພຣະເຈົ້າ. ແລ້ວເມື່ອຂ້ານ້ອຍໄດ້ຜະເຊີນກັບສະພາບແວດລ້ອມທີ່ບໍ່ໄດ້ສອດຄ່ອງກັບຄວາມຄາດຫວັງຂອງຂ້ານ້ອຍ, ຂ້ານ້ອຍກໍອະທິຖານກ່ຽວກັບສິ່ງເຫຼົ່ານີ້ ແລະ ຂ້ານ້ອຍສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ໃນຂະນະທີ່ພຣະເຈົ້າສ່ອງແສງສະຫວ່າງ ແລະ ນໍາພາຂ້ານ້ອຍດ້ວຍພຣະທຳຂອງພຣະອົງ, ຂ້ານ້ອຍກໍໄດ້ເຫັນເຖິງຄວາມສັກສິດຂອງພຣະເຈົ້າ). ນີ້ແມ່ນມາຈາກປະສົບການຂອງເຈົ້າເອງ, ບໍ່ແມ່ນບໍ? (ຂ້ານ້ອຍໄດ້ເຫັນຈາກສິ່ງທີ່ພຣະເຈົ້າໄດ້ກ່າວເຖິງວ່າມະນຸດຈະກາຍມາເປັນຫຍັງເມື່ອຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຖືກທຳຮ້າຍ. ເຖິງຢ່າງໃດກໍຕາມ ພຣະເຈົ້າໄດ້ມອບທຸກສິ່ງເພື່ອຊ່ວຍພວກຂ້ານ້ອຍໃຫ້ລອດພົ້ນ ແລະ ຈາກສິ່ງນີ້ ຂ້ານ້ອຍໄດ້ເຫັນເຖິງຄວາມສັກສິດຂອງພຣະເຈົ້າ). ນີ້ຄືລັກສະນະຕົວຈິງຂອງການເວົ້າ; ມັນຄືຄວາມຮູ້ທີ່ແທ້ຈິງ. ມີວິທີອື່ນໆທີ່ແຕກຕ່າງກັນເພື່ອເຂົ້າໃຈສິ່ງນີ້ບໍ? (ຂ້ານ້ອຍບໍ່ຮູ້ວ່າຄວາມເຂົ້າໃຈຂອງຂ້ານ້ອຍຖືກຕ້ອງ ຫຼື ບໍ່. ຂ້ານ້ອຍເຫັນຄວາມຊົ່ວຮ້າຍຂອງຊາຕານຈາກຄຳເວົ້າທີ່ມັນເວົ້າເພື່ອລໍ້ລວງເອວາໃຫ້ເຮັດບາບ ແລະ ການທີ່ມັນລໍ້ລວງພຣະເຢຊູເຈົ້າ. ຈາກພຣະທຳທີ່ພຣະເຈົ້າກ່າວແກ່ອາດາມ ແລະ ເອວາກ່ຽວກັບສິ່ງທີ່ພວກເຂົາສາມາດກິນໄດ້ ແລະ ບໍ່ສາມາດກິນໄດ້, ຂ້ານ້ອຍກໍເຫັນວ່າ ພຣະເຈົ້າກ່າວຢ່າງກົງໄປກົງມາ, ຢ່າງບໍລິສຸດ ແລະ ເຊື່ອຖືໄດ້; ຈາກສິ່ງນີ້ ຂ້ານ້ອຍໄດ້ເຫັນເຖິງຄວາມບໍລິສຸດຂອງພຣະເຈົ້າ). ເມື່ອໄດ້ຍິນຂໍ້ຄິດເຫັນຂ້າງເທິງ, ຄຳເວົ້າຂອງຜູ້ໃດດົນບັນດານໃຫ້ພວກເຈົ້າເວົ້າວ່າ “ອາແມນ” ຫຼາຍທີ່ສຸດ? ການສົນທະນາຂອງຜູ້ໃດໃກ້ຄຽງກັບຫົວຂໍ້ການສົນທະນາຂອງພວກເຮົາໃນມື້ນີ້? ຄຳເວົ້າຂອງຜູ້ໃດເປັນຈິງທີ່ສຸດ? ການສົນທະນາຂອງເອື້ອຍນ້ອງຄົນສຸດທ້າຍເປັນແນວໃດ? (ດີ). ພວກເຈົ້າເວົ້າວ່າ “ອາແມນ” ຕໍ່ສິ່ງທີ່ນາງກ່າວ. ແມ່ນຫຍັງຄືສິ່ງທີ່ນາງເວົ້າ ເຊິ່ງກົງປະເດັນທີ່ສຸດ? (ໃນຄຳເວົ້າທີ່ນາງຫາກໍເວົ້າ, ຂ້ານ້ອຍໄດ້ຍິນວ່າ ພຣະທຳຂອງພຣະເຈົ້າກົງໄປກົງມາ ແລະ ຊັດເຈນຫຼາຍ ແລະ ມັນບໍ່ຄືກັບການເວົ້າອ້ອມໄປອ້ອມມາຂອງຊາຕານ. ຂ້ານ້ອຍໄດ້ເຫັນເຖິງຄວາມສັກສິດຂອງພຣະເຈົ້າໃນສິ່ງນີ້). ນີ້ເປັນສ່ວນໜຶ່ງ. ມັນຖືກຕ້ອງບໍ? (ຖືກຕ້ອງ). ດີຫຼາຍ. ເຮົາເຫັນວ່າ ພວກເຈົ້າໄດ້ຮັບເອົາບາງສິ່ງໃນການສົນທະນາສອງຄັ້ງທີ່ຜ່ານມານີ້ ແຕ່ພວກເຈົ້າຕ້ອງສືບຕໍ່ເຮັດວຽກໜັກ. ເຫດຜົນທີ່ພວກເຈົ້າຕ້ອງເຮັດວຽກໜັກກໍເພາະການເຂົ້າໃຈເຖິງແກ່ນແທ້ຂອງພຣະເຈົ້າຄືບົດຮຽນທີ່ເລິກເຊິ່ງຫຼາຍ; ມັນບໍ່ແມ່ນສິ່ງທີ່ຜູ້ໃດຜູ້ໜຶ່ງສາມາດເຂົ້າໃຈໄດ້ທັນທີທັນໃດ ຫຼື ຜູ້ໃດຜູ້ໜຶ່ງສາມາດກ່າວອອກຢ່າງຊັດເຈນດ້ວຍຄຳເວົ້າສອງສາມຄຳເທົ່ານັ້ນ.

ທຸກລັກສະນະຂອງອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງຜູ້ຄົນ, ຄວາມຮູ້, ປັດຊະຍາ, ຄວາມຄິດ ແລະ ມຸມມອງຂອງຜູ້ຄົນ ແລະ ລັກສະນະສ່ວນຕົວບາງຢ່າງຂອງບຸກຄົນໃດໜຶ່ງແມ່ນຂັດຂວາງພວກເຂົາຫຼາຍເພື່ອບໍ່ໃຫ້ຮູ້ຈັກແກ່ນແທ້ຂອງພຣະເຈົ້າ; ແລ້ວເມື່ອເຈົ້າໄດ້ຍິນຫົວຂໍ້ເຫຼົ່ານີ້, ພວກມັນບາງຫົວຂໍ້ກໍອາດຢູ່ເໜືອການຍື້ເຖິງຂອງພວກເຈົ້າ; ພວກເຈົ້າບາງຄົນອາດບໍ່ເຂົ້າໃຈ ໃນຂະນະທີ່ພວກເຈົ້າບາງຄົນອາດບໍ່ສາມາດເຂົ້າກັບຄວາມເປັນຈິງໄດ້ໂດຍພື້ນຖານ. ເຖິງແນວໃດກໍຕາມ, ເຮົາໄດ້ຍິນກ່ຽວກັບຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມສັກສິດຂອງພຣະເຈົ້າ ແລະ ເຮົາຮູ້ວ່າ ໃນຫົວໃຈຂອງພວກເຈົ້າ, ພວກເຈົ້າກຳລັງເລີ່ມຮັບຮູ້ສິ່ງທີ່ເຮົາໄດ້ເວົ້າ ແລະ ສົນທະນາກ່ຽວກັບຄວາມສັກສິດຂອງພຣະເຈົ້າ. ເຮົາຮູ້ວ່າ ໃນຫົວໃຈຂອງພວກເຈົ້າ, ຄວາມປາຖະໜາທີ່ຈະເຂົ້າໃຈເຖິງແກ່ນແທ້ແຫ່ງຄວາມສັກສິດຂອງພຣະເຈົ້າແມ່ນເລີ່ມງອກອອກ. ແຕ່ສິ່ງທີ່ເຮັດໃຫ້ເຮົາມີຄວາມສຸກຫຼາຍຍິ່ງຂຶ້ນກໍຄືພວກເຈົ້າບາງຄົນສາມາດໃຊ້ຄຳເວົ້າທີ່ງ່າຍທີ່ສຸດເພື່ອບັນຍາຍເຖິງຄວາມຮູ້ຂອງພວກເຈົ້າກ່ຽວກັບຄວາມສັກສິດຂອງພຣະເຈົ້າແລ້ວ. ເຖິງວ່ານີ້ເປັນສິ່ງທຳມະດາທີ່ຈະເວົ້າ ແລະ ເຮົາໄດ້ເວົ້າສິ່ງນີ້ກ່ອນໜ້ານີ້, ແຕ່ໃນຫົວໃຈຂອງພວກເຈົ້າສ່ວນໃຫຍ່, ພວກເຈົ້າຍັງບໍ່ໄດ້ຍອມຮັບພຣະທຳເຫຼົ່ານີ້ ແລະ ພວກມັນບໍ່ມີຄວາມປະທັບໃຈໃນຄວາມຄິດຂອງພວກເຈົ້າເລີຍ. ເຖິງຢ່າງໃດກໍຕາມ, ພວກເຈົ້າບາງຄົນໄດ້ອຸທິດພຣະທຳເຫຼົ່ານີ້ເຂົ້າໃນຄວາມຊົງຈຳ. ນີ້ຄືການເລີ່ມຕົ້ນທີ່ດີຫຼາຍ ແລະ ມີຫວັງຫຼາຍ. ເຮົາຫວັງວ່າ ພວກເຈົ້າຈະສືບຕໍ່ໄຕ່ຕອງ ແລະ ສົນທະນາຫຼາຍຂຶ້ນກ່ຽວກັບຫົວຂໍ້ທີ່ພວກເຈົ້າຄິດວ່າເລິກເຊິ່ງ ຫຼື ຫົວຂໍ້ທີ່ຢູ່ເໜືອການຍື້ເຖິງຂອງພວກເຈົ້າ. ສຳລັບບັນຫາເຫຼົ່ານີ້ທີ່ຢູ່ເໜືອການຍື້ເຖິງຂອງພວກເຈົ້າ, ມັນຈະມີບາງຄົນທີ່ຈະໃຫ້ການນໍາພາແກ່ພວກເຈົ້າຫຼາຍຂຶ້ນ. ຖ້າເຈົ້າມີສ່ວນໃນການສົນທະນາຫຼາຍຂຶ້ນກ່ຽວກັບຂົງເຂດຕ່າງໆທີ່ຢູ່ພາຍໃນການຍື້ເຖິງຂອງພວກເຈົ້າໃນຕອນນີ້, ພຣະວິນຍານບໍລິສຸດກໍຈະປະຕິບັດພາລະກິດຂອງພຣະອົງ ແລະ ພວກເຈົ້າກໍຈະເຂົ້າໃຈຫຼາຍຍິ່ງຂຶ້ນ. ການເຂົ້າໃຈແກ່ນແທ້ຂອງພຣະເຈົ້າ ແລະ ການຮູ້ຈັກເຖິງແກ່ນແທ້ຂອງພຣະເຈົ້າແມ່ນມີຄວາມສຳຄັນທີ່ສຸດຕໍ່ການເຂົ້າສູ່ຊີວິດຂອງຜູ້ຄົນ. ເຮົາຫວັງວ່າ ພວກເຈົ້າບໍ່ເມີນເສີຍຕໍ່ສິ່ງນີ້ ຫຼື ເຫັນມັນເປັນເກມ ຍ້ອນການຮູ້ຈັກພຣະເຈົ້າຄືຮາກຖານຂອງຄວາມເຊື່ອຂອງມະນຸດ ແລະ ກະແຈທີ່ຈະໃຫ້ມະນຸດສະແຫວງຫາຄວາມຈິງ ແລະ ບັນລຸຄວາມລອດພົ້ນ. ຖ້າຜູ້ຄົນເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງ, ຖ້າພວກເຂົາພຽງແຕ່ເຊື່ອໃນຄຳເວົ້າ ແລະ ທິດສະດີ, ມັນກໍຈະເປັນໄປບໍ່ໄດ້ຈັກເທື່ອທີ່ພວກເຂົາຈະບັນລຸຄວາມລອດພົ້ນ, ເຖິງວ່າພວກເຂົາຈະປະຕິບັດ ແລະ ດຳລົງຊີວິດຕາມຄວາມໝາຍຜິວເຜີນຂອງຄວາມຈິງ. ນັ້ນໝາຍຄວາມວ່າ ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງ, ແລ້ວຄວາມເຊື່ອຂອງເຈົ້າກໍສູນເປົ່າທັງສິ້ນ ແລະ ບໍ່ມີຫຍັງເລີຍທີ່ມາຈາກຄວາມເປັນຈິງ. ພວກເຈົ້າເຂົ້າໃຈ, ແມ່ນບໍ? (ແມ່ນແລ້ວ, ພວກຂ້ານ້ອຍເຂົ້າໃຈ). ການສົນທະນາຂອງພວກເຮົາຈະສິ້ນສຸດລົງໃນຈຸດນີ້ສຳລັບມື້ນີ້. (ຂອບໃຈພຣະເຈົ້າ!)

ວັນທີ 4 ມັງກອນ 2014

​ກ່ອນ​ນີ້ :ພຣະເຈົ້າເອງ, ທີ່ເປັນເອກະລັກ IV

ຕໍ່​ໄປ:ພຣະເຈົ້າເອງ, ທີ່ເປັນເອກະລັກ VII

ເນື່ອຫາທີ່ກ່ຽວຂ້ອງ