​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພຣະເຈົ້າເອງ, ທີ່ເປັນເອກະລັກ IV

ຄວາມສັກສິດຂອງພຣະເຈົ້າ (I)

ພວກເຮົາໄດ້ມີສຳພັນທະພາບເພີ່ມເຕີມກ່ຽວກັບລິດອຳນາດຂອງພຣະເຈົ້າໃນລະຫວ່າງການພົບປະກັນຄັ້ງສຸດທ້າຍຂອງພວກເຮົາ, ແລະ ພວກເຮົາຈະບໍ່ເວົ້າເຖິງຄວາມຊອບທຳຂອງພຣະເຈົ້າໃນຕອນນີ້. ມື້ນີ້ພວກເຮົາຈະມາເວົ້າກ່ຽວກັບຫົວຂໍ້ໃໝ່ທັງໝົດ-ຄວາມສັກສິດຂອງພຣະເຈົ້າ. ຄວາມສັກສິດຂອງພຣະເຈົ້າແມ່ນອີກດ້ານໜຶ່ງກ່ຽວກັບທາດແທ້ທີ່ເປັນເອກະລັກຂອງພຣະເຈົ້າ, ດັ່ງນັ້ນຈິ່ງມີຄວາມຈຳເປັນຢ່າງຫຍິ່ງທີ່ຈະຕ້ອງກ່າວເຖິງຫົວຂໍ້ນີ້ຢູ່ທີ່ນີ້. ດ້ານນີ້ຂອງທາດແທ້ຂອງພຣະເຈົ້າທີ່ເຮົາຈະເວົ້າເຖິງ, ຄຽງຄູ່ກັບສອງດ້ານທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ກ່ຽວກັບນິໃສອັນຊອບທຳຂອງພຣະເຈົ້າ ແລະ ລິດອຳນາດຂອງພຣະເຈົ້າ-ພວກເພິ່ນທັງໝົດເປັນເອກະລັກບໍ? (ແມ່ນ.) ຄວາມສັກສິດຂອງພຣະເຈົ້າກໍ່ເປັນເປັນເອກະລັກເຊັ່ນກັນ, ດັ່ງນັ້ນ ພື້ນຖານຂອງຄວາມເປັນເອກະລັກນີ້, ຮາກເຫງົ້າຂອງຄວາມເປັນເອກະລັກນີ້, ແມ່ນຫົວຂໍ້ສຳລັບການຮ່ວມມິດຂອງພວກເຮົາໃນວັນນີ້. ເຂົ້າໃຈບໍ? ມື້ນີ້ພວກເຮົາຈະເວົ້າເຖິງທາດແທ້ທີ່ເປັນເອກະລັກຂອງພຣະເຈົ້າ-ຄວາມສັກສິດຂອງພຣະເຈົ້າ. ບາງທີພວກເຈົ້າບາງຄົນອາດມີຄວາມວິຕົກກັງວົນບາງຢ່າງ, ແລະ ຖາມວ່າ “ເປັນຫຍັງຈິ່ງເວົ້າເຖິງຄວາມສັກສິດຂອງພຣະເຈົ້າ?” ບໍ່ຕ້ອງກັງວົນ, ເຮົາຈະເວົ້າຜ່ານມັນໃຫ້ພວກເຈົ້າຟັງແບບຊ້າໆ. ທັນທີທີ່ພວກເຈົ້າໄດ້ຍິນມັນ ເຈົ້າຈະຮູ້ວ່າເປັນຫຍັງມັນຈິ່ງຈຳເປັນຫຼາຍສຳລັບເຮົາທີ່ຕ້ອງເວົ້າເຖິງຫົວຂໍ້ນີ້.

ກ່ອນອື່ນໝົດ ໃຫ້ເຮົານິຍາມຄຳວ່າ “ສັກສິດ” ເສຍກ່ອນ. ໃຊ້ຄວາມຮັບຮູ້ຂອງພວກເຈົ້າ ແລະ ຈາກຄວາມຮູ້ທັງໝົດທີ່ເຈົ້າໄດ້ຮຽນຮູ້ມາ, ພວກເຈົ້າເຂົ້າໃຈນິຍາມຂອງຄຳວ່າ “ສັກສິດ” ແມ່ນຫຍັງ? (“ສັກສິດ” ໝາຍເຖິງ ບໍ່ມີຮອຍເປື້ອນ, ບໍ່ມີການທຸດຈະລິດ ຫຼື ຂໍ້ບົກຜ່ອງໃດໆຂອງມວນມະນຸດ. ທຸກໆສິ່ງທີ່ມັນສາຍແສງ-ບໍ່ວ່າຄວາມຄິດ, ຄໍາເວົ້າ ຫຼື ການກະທຳ, ທຸກສິ່ງທຸກຢ່າງທີ່ມັນເຮັດ-ເປັນບວກຢ່າງສົມບູນ). ດີຫຼາຍ. (“ສັກສິດ” ແມ່ນສູງສົ່ງ, ບໍ່ເປື້ອນໝອງ, ບໍ່ສາມາດກະທຳໄດ້ໂດຍມະນຸດ. ມັນມີລັກສະນະສະເພາະ, ເປັນສັນຍາລັກຂອງພຣະເຈົ້າ.) ນີ້ແມ່ນນິຍາມຂອງພວກເຈົ້າ. ຢູ່ໃນຫົວໃຈຂອງແຕ່ລະຄົນ, ຄຳວ່າ “ສັກສິດ” ນີ້ມີຂອບເຂດ, ນິຍາມ ແລະ ການຕີຄວາມໝາຍ. ຢ່າງໜ້ອຍທີ່ສຸດ, ເມື່ອພວກເຈົ້າເຫັນຄຳວ່າ “ສັກສິດ” ຈິດໃຈຂອງເຈົ້າບໍ່ໄດ້ຫວ່າງເປົ່າ, ແລະ ບາງນິຍາມຂອງເຈົ້າກ່ຽວກັບມັນກໍ່ໃກ້ຄຽງກັບການໃຊ້ຄຳນີ້ເພື່ອກຳນົດແກ່ນແທ້ຂອງນິໃສພຣະເຈົ້າ. ນີ້ແມ່ນດີຫຼາຍ. ຄົນສ່ວນຫຼາຍເຊື່ອຄຳວ່າ “ສັກສິດ” ແມ່ນສິ່ງທີ່ເປັນບວກ ແລະ ສິ່ງນີ້ສາມາດຢືນຢັນໄດ້. ແຕ່ຄວາມສັກສິດຂອງພຣະເຈົ້າທີ່ເຮົາຢາກເວົ້າເຖິງໃນວັນນີ້ ຈະບໍ່ພຽງແຕ່ຖືກກຳນົດ, ຫຼື ພຽງແຕ່ຖືກອະທິບາຍ. ກົງກັນຂ້າມ, ເຮົາຈະໃຊ້ຄວາມຈິງບາງຢ່າງສຳລັບຊີ້ແຈງ ເພື່ອໃຫ້ເຈົ້າເຫັນວ່າເປັນຫຍັງເຮົາຈິ່ງເວົ້າວ່າພຣະເຈົ້າເປັນຜູ້ສັກສິດ, ແລະ ເປັນຫຍັງເຮົາຈິ່ງໃຊ້ຄຳວ່າ “ສັກສິດ” ເພື່ອບັນລະຍາຍທາດແທ້ຂອງພຣະເຈົ້າ. ເມື່ອເວລາທີ່ຄວາມມິດຕະພາບຂອງພວກເຮົາສິ້ນສຸດລົງ, ເຈົ້າຈະຮູ້ສຶກໄດ້ວ່າການໃຊ້ຄໍາວ່າ “ສັກສິດ” ເພື່ອກໍານົດທາດແທ້ຂອງພຣະເຈົ້າ ແລະ ການໃຊ້ຄຳນີ້ເພື່ອອ້າງອີງເຖິງພຣະເຈົ້ານັ້ນແມ່ນທັງສົມຄວນ ແລະ ເໝາະສົມທີ່ສຸດແລ້ວ. ຢ່າງໜ້ອຍທີ່ສຸດ, ເທົ່າທີ່ພາສາປັດຈຸບັນຂອງມະນຸດດຳເນີນໄປ, ການໃຊ້ຄຳນີ້ເພື່ອອ້າງອີງເຖິງພຣະເຈົ້າແມ່ນເໝາະສົມຢ່າງຍິ່ງ-ມັນແມ່ນຄຳດຽວໃນພາສາມະນຸດທີ່ເໝາະສົມທີ່ສຸດເພື່ອອ້າງອີງເຖິງພຣະເຈົ້າ. ມັນບໍ່ແມ່ນຄຳທີ່ຫວ່າງເປົ່າເມື່ອໃຊ້ອ້າງອີງເຖິງພຣະເຈົ້າ, ບໍ່ໄດ້ເປັນຄຳສັນຣະເສີນທີ່ບໍ່ມີເຫດຜົນ ຫຼື ການຍ້ອງຍໍທີ່ຫວ່າງເປົ່າ. ຈຸດປະສົງການຕິດຕາມຂອງພວກເຮົາແມ່ນເພື່ອໃຫ້ທຸກຄົນຮັບຮູ້ຄວາມຈິງດ້ານນີ້ກ່ຽວກັບທາດແທ້ຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ຢ້ານຄວາມເຂົ້າໃຈຂອງຄົນ, ແຕ່ຢ້ານຄວາມເຂົ້າໃຈຜິດຂອງພວກເຂົາເທົ່ານັ້ນ. ພຣະເຈົ້າປາດຖະໜາໃຫ້ທຸກຄົນຮູ້ຈັກທາດແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ດັ່ງນັ້ນ, ທຸກໆຄັ້ງທີ່ພວກເຮົາເນັັ້ນເຖິງທາດແທ້ດ້ານໃດໜຶ່ງຂອງພຣະເຈົ້າ, ພວກເຮົາສາມາດອ້າງອີງເຖິງຂໍ້ເທັດຈິງຫຼາຍໆປະການເພື່ອໃຫ້ຜູ້ຄົນໄດ້ເຫັນວ່າທາດແທ້ດ້ານນີ້ຂອງພຣະເຈົ້ານັ້ນມີຢູ່ຈິງແທ້.

ດຽວນີ້ພວກເຮົາມີນິຍາມກ່ຽວກັບຄຳວ່າ “ສັກສິດ”, ໃຫ້ພວກເຮົາຍົກບາງຕົວຢ່າງຂຶ້ນມາ. ໃນຄວາມຄິດທີ່ຜູ້ຄົນມີ, ພວກເຂົາຈິນຕະນາການຫຼາຍໆສິ່ງ“ສັກສິດ” ແລະ ຄົນ “ສັກສິດ”. ຕົວຢ່າງ: ເດັກຊາຍ ແລະ ເດັກຍິງພົມມະຈັນແມ່ນຖືກກໍານົດວ່າສັກສິດໃນວັດຈະນານຸກົມຂອງມວນມະນຸດ. ແຕ່ວ່າພວກເຂົາສັກສິດແທ້ບໍ? ນີ້ແມ່ນສິ່ງທີ່ເອີ້ນວ່າສັກສິດ ແລະ “ສັກສິດ” ທີ່ພວກເຮົາຈະເວົ້າເຖິງມື້ນີ້ແມ່ນອັນໜຶ່ງ ແລະ ອັນດຽວກັນບໍ? (ບໍ່.) ເມື່ອເບິ່ງບັນດາຜູ້ທີ່ມີສິນລະທຳສູງ, ມີຄຳເວົ້າທີ່ລະອຽດອ່ອນ ແລະ ມີວັດທະນະທຳ, ຜູ້ທີ່ບໍ່ເຄີຍທຳຮ້າຍຄົນອື່ນ ແລະ ຜູ້ທີ່, ເມື່ອພວກເຂົາເວົ້າ, ເຮັດໃຫ້ຜູ້ອື່ນສະບາຍໃຈ ແລະ ເຫັນດີນຳ-ພວກເຂົາສັກສິດບໍ? ນັກວິຊາການຂົງຈື້ ຫຼື ສຸພາບບຸລຸດທີ່ມີສິນລະທຳສູງ, ຜູ້ທີ່ກັ່ນກອງທັງຄຳເວົ້າ ແລະ ການກະທຳ-ພວກເຂົາສັກສິດບໍ? ຜູ້ທີ່ກະທຳດີເລື້ອຍໆ, ຜູ້ທີ່ມີເມດຕາ ແລະ ໃຫ້ການຊ່ວຍເຫຼືອຄົນອື່ນຢ່າງຫຍິ່ງໃຫຍ່, ບັນດາຜູ້ທີ່ນຳເອົາຄວາມສະໜຸກສະໜານມາສູ່ຊີວິດຂອງຜູ້ຄົນ-ພວກເຂົາສັກສິດບໍ? ຜູ້ບໍ່ມີຄວາມຄິດເພື່ອຮັບໃຊ້ຕົນເອງ, ຜູ້ບໍ່ຮຽກຮ້ອງຢ່າງຮຸນແຮງຕໍ່ໃຜ, ຜູ້ທີ່ອົດທົນຕໍ່ທຸກຄົນ-ພວກເຂົາສັກສິດບໍ? ຜູ້ທີ່ບໍ່ເຄີຍມີຂໍ້ຂັດແຍ່ງກັບໃຜ ຫຼື ບໍ່ເຄີຍເອົາປຽບໃຜ-ພວກເຂົາສັກສິດບໍ? ດັ່ງນັ້ນ ບັນດາຜູ້ທີ່ເຮັດດີເພື່ອຄົນອື່ນ, ສ້າງຜົນປະໂຫຍດໃຫ້ຄົນອື່ນ ແລະ ນຳເອົາການເສິມສ້າງມາສູ່ຄົນອື່ນໃນທຸກໆທາງ-ພວກເຂົາສັກສິດບໍ? ຜູ້ທີ່ເອົາເງິນເກັບອອມຕລອດຊີວິດຂອງຕົນໃຫ້ຄົນອື່ນ ແລະ ໃຊ້ຊີວິດຢ່າງລຽບງ່າຍ, ຜູ້ທີ່ເຂັ້ມງວດກັບຕົນເອງ ແຕ່ປະຕິບັດຕໍ່ຄົນອື່ນຢ່າງເສລີ-ພວກເຂົາສັກສິດບໍ? (ບໍ່.) ພວກເຈົ້າຈື່ໄດ້ວ່າແມ່ຂອງພວກເຈົ້າເອົາໃຈໃສ່ພວກເຈົ້າ ແລະ ເບິ່ງແຍງເຈົ້າໃນທຸກທາງທີ່ເປັນໄປໄດ້-ພວກເຂົາສັກສິດບໍ? ໄອດໍ້ຕ່າງໆທີ່ເຈົ້າຮັກແພງ, ບໍ່ວ່າພວກເຂົາຈະເປັນຄົນທີ່ມີຊື່ສຽງ, ດາລາ ຫຼື ບຸກຄົນທີ່ຫຍິ່ງໃຫຍ່-ພວກເຂົາສັກສິດບໍ? (ບໍ່.) ຕອນນີ້ໃຫ້ພວກເຮົາເບິ່ງບັນດາປະພາສົກໃນພຣະຄຳພີຜູ້ທີ່ສາມາດບອກເຖິງອະນາຄົດທີ່ບໍ່ຮູ້ຈັກໃຫ້ແກ່ຫຼາຍໆຄົນຮູ້-ບຸກຄົນແບບນີ້ສັກສິດບໍ? ຜູ້ທີ່ສາມາດບັນທຶກພຣະທຳຂອງພຣະເຈົ້າ ແລະ ຄວາມຈິງແຫ່ງພາລະກິດພຣະອົງໃນພຣະຄຳພີ-ພວກເຂົາສັກສິດບໍ? ໂມເສສ໌ສັກສິດບໍ? ອາບຣາຮາມສັກສິດບໍ? (ບໍ່.) ຈັອບຖືກພຣະເຈົ້າເອີ້ນວ່າເປັນຜູ້ຊອບທຳ, ເຫດໃດລາວຈິ່ງເວົ້າວ່າລາວບໍ່ແມ່ນຜູ້ສັກສິດ? ຜູ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍຢ່າງແທ້ຈິງແມ່ນຜູ້ສັກສິດບໍ? ແມ່ນພວກເຂົາຫຼືບໍ່? (ບໍ່.) ເຈົ້າມີຄວາມວິຕົກກັງວົນເລັກໜ້ອຍ, ບໍ່ແນ່ໃຈປານໃດ ແລະ ບໍ່ກ້າເວົ້າວ່າ “ແມ່ນ”, ດັ່ງນັ້ນເຈົ້າເວົ້າວ່າ “ບໍ່” ດ້ວຍຄວາມຫຍຸ້ງຍາກບາງຢ່າງ. ໃຫ້ເຮົາຖາມຄຳຖາມອື່ນເບິ່ງ. ຜູ້ສົ່ງສານຂອງພຣະເຈົ້າ-ຜູ້ສົ່ງສານທີ່ພຣະເຈົ້າໄດ້ສົ່ງມາໃນໂລກ-ພວກເຂົາສັກສິດບໍ? ເທວະດາສັກສິດບໍ? (ບໍ່.) ມວນມະນຸດທີ່ບໍ່ໄດ້ຖືກຊາຕານເຮັດໃຫ້ເສຍຫາຍ-ພວກເຂົາສັກສິດບໍ? (ບໍ່.) ພວກເຈົ້າຕອບວ່າ “ບໍ່” ແກ່ທຸກໆຄຳຖາມ. ອີງໃສ່ພື້ນຖານອັນໃດ? ທຸກໆປະໂຫຍກທີ່ເຮົາກ່າວແມ່ນເຫດຜົນທີ່ຕອນນີ້ເຈົ້າຕອບວ່າ “ບໍ່” ບໍ? ເຈົ້າສັບສົນແມ່ນບໍ? ສະນັ້ນເປັນຫຍັງແມ່ນແຕ່ເທວະດາກໍ່ເວົ້າວ່າພວກເພິ່ນບໍ່ສັກສິດ? ບ່ອນນີ້ເຈົ້າຮູ້ສຶກວິຕົກກັງວົນແມ່ນບໍ? ແລ້ວພວກເຈົ້າສາມາດຄົ້ນພົບບໍວ່າບົນພື້ນຖານອັນໃດທີ່ຄົນ, ສິ່ງຂອງ ຫຼື ສິ່ງມີຊີວິດທີ່ບໍ່ໄດ້ຖືກສ້າງຂຶ້ນເຊິ່ງພວກເຮົາໄດ້ກ່າວເຖິງກ່ອນໜ້ານີ້ບໍ່ສັກສິດ? ເຮົາໝັ້ນໃຈວ່າເຈົ້າບໍ່ສາມາດຕອບໄດ້, ແມ່ນບໍ? ດັ່ງນັ້ນ ການເວົ້າວ່າ “ບໍ່” ຂອງພວກເຈົ້າຈະເປັນການບໍ່ຮັບຜິດຊອບແມ່ນແຕ່ເລັກໜ້ອຍແມ່ນບໍ? ເຈົ້າບໍ່ໄດ້ຕອບແບບທັນຄວັນບໍ? ບາງຄົນກໍາລັງພິຈາລະນາວ່າ: “ເຈົ້າຖາມໃນທາງນັ້ນ, ແນ່ນອນວ່າມັນຕ້ອງບໍ່ແມ່ນ.” ຢ່າພຽງແຕ່ຕອບທັນທີທັນໃດ. ຈົ່ງຄິດຢ່າງຖີ່ຖ້ວນບໍ່ວ່າຄຳຕອບຈະເປັນແມ່ນ ຫຼື ບໍ່ກໍ່ຕາມ, ພວກເຈົ້າຈະຮູ້ເມື່ອພວກເຮົາເວົ້າເຖິງຫົວຂໍ້ຕໍ່ໄປວ່າເປັນຫຍັງຈິ່ງວ່າ “ບໍ່.” ເຮົາຈະໃຫ້ຄຳຕອບແກ່ພວກເຈົ້າແບບກະທັດຮັດ. ໃຫ້ພວກເຮົາອ່ານບາງຕອນໃນພຣະຄຳພີກ່ອນ.

ຄຳສັ່ງຂອງພຣະເຈົ້າເຢໂຮວາຕໍ່ມະນຸດ

ປະຖົມມະການ 2:15-17“ແລະ ພຣະເຈົ້າເຢໂຮວານໍາຊາຍຄົນນັ້ນມາ ແລ້ວວາງລາວໄວ້ໃນສວນເອເດັນເພື່ອຕົບແຕ່ງລາວ ແລະ ເບິ່ງແຍງລາວ. ແລ້ວພຣະເຈົ້າເຢໂຮວາສັ່ງຫ້າມຊາຍຄົນນັ້ນວ່າ ຈາກຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນ ເຈົ້າສາມາດກິນໄດ້ຢ່າງຕາມໃຈຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ.”

ການຊັກຊວນແມ່ຍິງຂອງງູ

ປະຖົມມະການ 3:1-5 “ງູເປັນສັດທີ່ມີເລ່ຫຼ່ຽມຫຼາຍກວ່າສັດໂຕອື່ນໆໃນຈຳນວນສັດທີ່ພຣະເຈົ້າເຢໂຮວາໄດ້ສ້າງ ແລະ ມັນໄດ້ເວົ້າກັບຜູ້ຍິງນັ້ນວ່າ ແມ່ນແລ້ວ ພຣະເຈົ້າໄດ້ກ່າວວ່າ ພວກເຈົ້າຕ້ອງບໍ່ກິນຈາກຕົ້ນໄມ້ທຸກໆຕົ້ນທີ່ຢູ່ໃນສວນບໍ? ແລະ ຜູ້ຍິງກໍກ່າວກັບງູນັ້ນວ່າ ພວກເຮົາສາມາດກິນໝາກໄມ້ຈາກທຸກໆຕົ້ນທີ່ຢູ່ໃນສວນ ນອກຈາກໝາກໄມ້ຂອງຕົ້ນທີ່ຢູ່ກາງສວນ ເຊິ່ງພຣະເຈົ້າໄດ້ເວົ້າວ່າ ພວກເຈົ້າບໍ່ຄວນກິນຈາກຕົ້ນນັ້ນ ຫຼື ຈັບຕ້ອງມັນ ບໍ່ດັ່ງນັ້ນພວກເຈົ້າກໍຈະມີຄວາມຕາຍ ແລະ ງູກໍເວົ້າກັບຜູ້ຍິງນັ້ນວ່າ ພວກເຈົ້າອາດຈະບໍ່ມີຄວາມຕາຍແທ້ດອກ ຍ້ອນພຣະເຈົ້າຮູ້ວ່າ ເມື່ອໃດທີ່ພວກເຈົ້າກິນຈາກຕົ້ນນັ້ນ ຕາຂອງພວກເຈົ້າກໍຈະສະຫວ່າງຂຶ້ນ ແລະ ພວກເຈົ້າຈະເປັນຄືກັບພຣະເຈົ້າ ທີ່ຮູ້ຈັກຄວາມດີ ແລະ ຄວາມຊົ່ວ.”

ສອງຂໍ້ຄວາມທີ່ຄັດມາຈາກໜັງສືປະຖົມມະການໃນພຣະຄຳພີ. ພວກເຈົ້າທັງໝົດຄຸ້ນເຄີຍກັບສອງຕອນເຫຼົ່ານີ້ບໍ? ນີ້ແມ່ນບາງສິ່ງທີ່ເກີດຂຶ້ນໃນຕອນຕົ້ນເມື່ອມວນມະນຸດຖືກສ້າງຂຶ້ນມາ; ມັນແມ່ນເຫດການຈິງ. ກ່ອນອື່ນໝົດໃຫ້ພວກເຮົາເບິ່ງວ່າພຣະເຈົ້າເຢໂຮວາໄດ້ມອບຄຳສັ່ງປະເພດໃດໃຫ້ແກ່ອາດາມ ແລະ ເອວ໌, ເນື່ອງຈາກວ່າເນື້ອໃນຂອງຄຳສັ່ງນີ້ສຳຄັນຫຼາຍສຳລັບຫົວຂໍ້ຂອງພວກເຮົາໃນມື້ນີ້. “ແລ້ວພຣະເຈົ້າເຢໂຮວາສັ່ງຫ້າມຊາຍຄົນນັ້ນວ່າ ຈາກຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນ ເຈົ້າສາມາດກິນໄດ້ຢ່າງຕາມໃຈຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ.” ຄຳສັ່ງຂອງພຣະເຈົ້າທີ່ມີຕໍ່ມະນຸດໃນຕອນນີ້ມີຫຍັງແດ່? ກ່ອນອື່ນໝົດ, ພຣະເຈົ້າບອກມະນຸດສິ່ງທີ່ເຂົາສາມາດກິນໄດ້, ແມ່ນໝາກໄມ້ຂອງຕົ້ນໄມ້ຫຼາກຫຼາຍຊະນິດ. ບໍ່ມີອັນຕະລາຍ ແລະ ບໍ່ເປັນພິດ, ທັງໝົດສາມາດກິນໄດ້ ແລະ ກິນໄດ້ຕາມປາດຖະໜາ, ໂດຍບໍ່ມີຄວາມວິຕົກກັງວົນໃດໆ. ນີ້ແມ່ນຕອນໜຶ່ງ. ສ່ວນຕອນອື່ນແມ່ນການເຕືອນ. ການເຕືອນນີ້ບອກມະນຸດວ່າໝາກໄມ້ຈາກຕົ້ນໃດທີ່ລາວບໍ່ສາມາດກິນໄດ້-ລາວຕ້ອງບໍ່ກິນໝາກໄມ້ຈາກຕົ້ນແຫ່ງຄວາມຮູ້ດີ ແລະ ຮູ້ຊົ່ວ. ຈະເກີດຫຍັງຂຶ້ນຖ້າລາວກິນ? ພຣະເຈົ້າໄດ້ບອກມະນຸດວ່າ: ຖ້າເຈົ້າກິນມັນ ເຈົ້າຈະຕ້ອງຕາຍແນ່ນອນ. ຄຳເຫຼົ່ານີ້ກົງໄປກົງມາຫຼືບໍ່? ຖ້າພຣະເຈົ້າບອກສິ່ງນີ້ແກ່ເຈົ້າ ແຕ່ເຈົ້າບໍ່ເຂົ້າໃຈວ່າເປັນຫຍັງ, ເຈົ້າຈະຖືມັນເປັນກົດເກນ ຫຼື ຄຳສັ່ງທີ່ຕ້ອງປະຕິບັດຕາມບໍ? ມັນຄວນຖືກປະຕິບັດຕາມ, ແມ່ນບໍ? ແຕ່ບໍ່ວ່າມະນຸດຈະສາມາດປະຕິບັດຕາມໄດ້ຫຼືບໍ່, ພຣະທຳຂອງພຣະເຈົ້ານັ້ນຊັດເຈນ. ພຣະເຈົ້າໄດ້ບອກມະນຸດຢ່າງແຈ່ມແຈ້ງແລ້ວວ່າມີຫຍັງທີ່ລາວສາມາດກິນໄດ້ ແລະ ມີຫຍັງແດ່ທີ່ລາວບໍ່ສາມາດກິນໄດ້, ແລະ ຈະເກີດຫຍັງຂຶ້ນຖ້າລາວກິນສິ່ງທີ່ບໍ່ຄວນກິນ. ເຈົ້າໄດ້ເຫັນນິໃສອັນໃດຂອງພຣະເຈົ້າໃນພຣະທຳຫຍໍ້ໆເຫຼົ່ານີ້ທີ່ພຣະອົງໄດ້ກ່າວບໍ? ພຣະທຳເຫຼົ່ານີ້ຂອງພຣະເຈົ້າແມ່ນແທ້ບໍ? ມີການຫຼອກລວງໃດໆບໍ? ມີຄວາມບໍ່ເປັນຈິງບໍ? ມີການຄຸກຄາມໃດໆບໍ? (ບໍ່) ພຣະເຈົ້າບອກມະນຸດຢ່າງກົງໄປກົງມາ, ຢ່າງທ່ຽງທຳ ແລະ ຢ່າງຈິງໃຈເຖິງສິ່ງທີ່ເຂົາສາມາດກິນໄດ້ ແລະ ສິ່ງທີ່ເຂົາບໍ່ສາມາດກິນໄດ້, ຊັດເຈນ ແລະ ທຳມະດາ. ມີຄວາມໝາຍທີ່ປິດບັງໄວ້ໃນພຣະທຳເຫຼົ່ານີ້ບໍ? ພຣະທຳເຫຼົ່ານີ້ກົງໄປກົງມາບໍ? ຈຳເປັນຕ້ອງຄາດເດົາບໍ? (ບໍ່.) ບໍ່ຈຳເປັນຕ້ອງທວາຍ. ຄວາມໝາຍຂອງພວກມັນຊັດເຈນ, ແລະ ເຈົ້າເຂົ້າໃຈທັນທີທີ່ເຈົ້າເຫັນມັນ. ມັນເປັນໃສຄືກັບແກ້ວ. ນັ້ນແມ່ນສິ່ງທີ່ພຣະເຈົ້າຕ້ອງການກ່າວ ແລະ ສິ່ງທີ່ພຣະອົງຕ້ອງການສະແດງອອກມາຈາກໃຈຂອງພຣະອົງ. ສິ່ງທີ່ພຣະເຈົ້າສະແດງອອກນັ້ນສະອາດ, ກົງໄປກົງມາ ແລະ ຊັດເຈນ. ບໍ່ມີແຮງຈູງໃຈທີ່ແອບແຝງ ແລະ ບໍ່ມີຄວາມໝາຍທີ່ຊຸກເຊື່ອງໄວ້. ພຣະອົງກ່າວກັບມະນຸດໂດຍກົງ, ບອກເຂົາສິ່ງທີ່ເຂົາສາມາກິນໄດ້ ແລະ ສິ່ງທີ່ເຂົາບໍ່ສາມາດກິນໄດ້. ເວົ້າໄດ້ວ່າ, ຜ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າ ມະນຸດສາມາດເຫັນໄດ້ວ່າຫົວໃຈຂອງພຣະເຈົ້ານັ້ນໂປ່ງໃສ, ຫົວໃຈຂອງພຣະເຈົ້ານັ້ນຈິງແທ້. ຢູ່ນີ້ບໍ່ມີຄວາມບໍ່ຈິງຢ່າງແນ່ນອນ; ບໍ່ໄດ້ບອກເຈົ້າວ່າເຈົ້າບໍ່ສາມາດກິນສິ່ງທີ່ກິນໄດ້ ຫຼື ບອກເຈົ້າວ່າ “ເຮັດມັນ ແລະ ເບິ່ງວ່າຈະມີຫຍັງເກີດຂຶ້ນ” ກັບສິ່ງທີ່ເຈົ້າບໍ່ສາມາດກິນໄດ້. ພຣະອົງບໍ່ໄດ້ໝາຍຄວາມວ່າຢ່າງນີ້. ສິ່ງໃດກໍ່ຕາມທີ່ພຣະເຈົ້າຄິດໃນໃຈຂອງພຣະອົງແມ່ນສິ່ງທີ່ພຣະອົງກ່າວ. ຖ້າເຮົາເວົ້າວ່າພຣະເຈົ້າເປັນຜູ້ສັກສິດຍ້ອນວ່າພຣະອົງສຳແດງ ແລະ ເປີດເຜີຍພຣະອົງເອງພາຍໃນພຣະທຳເຫຼົ່ານີ້ໃນທາງນີ້, ເຈົ້າອາດຮູ້ສິກວ່າເຮົາໄດ້ເຮັດໃຫ້ເປັນເລື່ອງໃຫຍ່ໂດຍບໍ່ມີຫຍັງເລີຍ ຫຼືວ່າ ເຮົາໄດ້ຂະຫຍາຍການຕີຄວາມໝາຍຂອງເຮົາຫຼາຍເກີນໄປ. ຖ້າເປັນດັ່ງນັ້ນ, ບໍ່ຕ້ອງຫ່ວງ, ພວກເຮົາຍັງບໍ່ສຳເລັດເທື່ອ.

ມາເວົ້າກ່ຽວກັບ “ການຊັກຊວນແມ່ຍິງຂອງງູ”. ງູແມ່ນໃຜ? (ຊາຕານ). ຊາຕານຫຼິ້ນບົດບາດເປັນຜູ້ທຳລາຍໃນແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ, ແລະ ເປັນບົດບາດທີ່ເຮົາບໍ່ສາມາດບໍ່ເວົ້າເຖິງເມື່ອພວກເຮົາເວົ້າເຖິງຄວາມສັກສິດຂອງພຣະເຈົ້າ. ເປັນຫຍັງເຮົາຈິ່ງເວົ້າສິ່ງນີ້? ຖ້າເຈົ້າບໍ່ຮູ້ຈັກຄວາມຊົ່ວ ແລະ ຄວາມຜິດຊອງຊາຕານ ຫຼື ທຳມະຊາດຂອງຊາຕານ, ເຈົ້າກໍ່ຈະບໍ່ມີທາງທີ່ຈະຮັບຮູ້ໄດ້, ຫຼື ເຈົ້າສາມາດຮູ້ໄດ້ວ່າຄວາມສັກສິດອັນແທ້ຈິງແມ່ນຫຍັງ. ໃນຄວາມສັບສົນ, ຜູ້ຄົນເຊື່ອວ່າສິ່ງທີ່ຊາຕານເຮັດນັ້ນຖືກຕ້ອງ, ຍ້ອນວ່າພວກເຂົາອາໃສຢູ່ໃນນິໃສການເຮັດຜິດແບບນີ້. ໂດຍບໍ່ມີການພ່າຍແພ້, ໂດຍບໍ່ມີຫຍັງມາປຽບທຽບໄດ້, ເຈົ້າຈິ່ງບໍ່ສາມາດຮູ້ໄດ້ວ່າຄວາມສັກສິດແມ່ນຫຍັງ, ດັ່ງນັ້ນຫົວຂໍ້ນີ້ຕ້ອງໄດ້ຖືກກ່າວເຖິງຢູ່ທີ່ນີ້. ພວກເຮົາບໍ່ໄດ້ດຶງເອົາຫົວຂໍ້ນີ້ອອກມາຈາກອາກາດ, ແຕ່ກົງກັນຂ້າມ, ຜ່ານຄໍາເວົ້າ ແລະ ການກະທໍາຂອງມັນພວກເຮົາຈະເຫັນວ່າຊາຕານເຮັດແນວໃດ, ມັນເຮັດໃຫ້ມວນມະນຸດຫຼົງຜິດແນວໃດ, ມັນມີທາດແທ້ແບບໃດ ແລະ ມັນມີໜ້າຕາແບບໃດ. ສະນັ້ນ, ແມ່ຍິງໄດ້ເວົ້າຫຍັງກັບງູ? ແມ່ຍິງໄດ້ເລົ່າໃຫ້ງູຟັງສິ່ງທີ່ພຣະເຈົ້າເຢໂຮວາໄດ້ກ່າວກັບນາງ. ຈາກສິ່ງທີ່ນາງເວົ້າ, ນາງໄດ້ຢືນຢັນເຖິງຄວາມຖືກຕ້ອງຂອງທຸກສິ່ງທີ່ພຣະເຈົ້າໄດ້ກ່າວກັບນາງບໍ? ນາງບໍ່ສາມາດຢັ້ງຢືນສິ່ງນີ້ໄດ້, ແມ່ນບໍ? ໃນຖານະເປັນຄົນທີ່ພວມຖືກສ້າງຂຶ້ນມາໃໝ່, ນາງບໍ່ສາມາດໄຈ້ແຍກຄວາມດີອອກຈາກຄວາມຊົ່ວໄດ້, ຫຼື ນາງບໍ່ມີຄວາມສາມາດຮັບຮູ້ສິ່ງໃດໆອ້ອມຮອບໂຕນາງໄດ້. ຕັດສິນຈາກຄຳເວົ້າທີ່ນາງເວົ້າກັບງູ, ນາງບໍ່ໄດ້ຢືນຢັນວ່າພຣະທຳຂອງພຣະເຈົ້ານັ້ນຖືກຕ້ອງຢູ່ໃນໃຈຂອງນາງ; ນີ້ແມ່ນທັດສະນະຄະຕິຂອງນາງ. ດັ່ງນັ້ນ, ເມື່ອງູເຫັນວ່າແມ່ຍິງບໍ່ມີທັດສະນະຄະຕິທີ່ຊັດເຈນຕໍ່ພຣະທຳຂອງພຣະເຈົ້າ, ມັນເວົ້າວ່າ: “ພວກເຈົ້າອາດຈະບໍ່ມີຄວາມຕາຍແທ້ດອກ ຍ້ອນພຣະເຈົ້າຮູ້ວ່າ ເມື່ອໃດທີ່ພວກເຈົ້າກິນຈາກຕົ້ນນັ້ນ ຕາຂອງພວກເຈົ້າກໍຈະສະຫວ່າງຂຶ້ນ ແລະ ພວກເຈົ້າຈະເປັນຄືກັບພຣະເຈົ້າ ທີ່ຮູ້ຈັກຄວາມດີ ແລະ ຄວາມຊົ່ວ.” ມີຫຍັງຜິດພາດກັບພຣະທຳເຫຼົ່ານີ້ບໍ? ເມື່ອພວກເຈົ້າອ່ານປະໂຫຍກນີ້ສຳເລັດແລ້ວ, ເຈົ້າເຂົ້າໃຈຄວາມຕັ້ງໃຈຂອງງູບໍ່? ງູມີຄວາມຕັ້ງໃຈຫຍັງ? (ຕົວຫຼອກໃຫ້ມະນຸດເຮັດບາບ.) ມັນຕ້ອງການຫຼອກລວງແມ່ຍິງເພື່ອຢຸດນາງຈາກການຟັງພຣະທຳຂອງພຣະເຈົ້າ, ແຕ່ມັນບໍ່ໄດ້ເວົ້າໂດຍກົງ. ດັ່ງນັ້ນເຮົາສາມາດເວົ້າໄດ້ວ່າມັນສະຫຼາດແກມໂກງຫຼາຍ. ມັນສະແດງຄວາມໝາຍຂອງມັນອອກມາໃນທາງທີ່ມີມານຍາ ແລະ ຫຼີກເວັ້ນ ເພື່ອບັນລຸຈຸດປະສົງທີ່ມັນຕັ້ງໃຈໄວ້ເຊິ່ງມັນເກັບເຊື່ອງໄວ້ຈາກມະນຸດຢູ່ພາຍໃນຕົວຂອງມັນເອງ-ນີ້ແມ່ນຄວາມສະຫຼາດແກມໂກງຂອງງູ. ຊາຕານເຄີຍເວົ້າ ແລະ ປະຕິບັດໃນທາງນີ້. ມັນເວົ້າວ່າ “ບໍ່ແນ່ໃຈ”, ໂດຍບໍ່ໄດ້ຢືນຢັນທາງໃດໜຶ່ງ ຫຼື ທາງອື່ນ. ແຕ່ເມື່ອໄດ້ຍິນດັ່ງນີ້, ຫົວໃຈຂອງຜູ້ຍິ່ງທີ່ໂງ່ຈ້າຄົນນີ້ໄດ້ຖືກກະຕຸ້ນ. ງູດີໃຈເພາະຄຳເວົ້າຂອງມັນໄດ້ຜົນຕາມທີ່ມັນຕ້ອງການ-ນີ້ແມ່ນຄວາມຕັ້ງໃຈອັນສະຫຼາດແກມໂກງຂອງງູ. ຍິ່ງໄປກວ່ານັ້ນ, ໂດຍສັນຍາຜົນໄດ້ຮັບທີ່ມະນຸດເຊື່ອວ່າເປັນອັນດີ, ມັນໄດ້ລໍ້ລວງນາງ, ເວົ້າວ່າ, “ເມື່ອໃດທີ່ພວກເຈົ້າກິນຈາກຕົ້ນນັ້ນ ຕາຂອງພວກເຈົ້າກໍຈະສະຫວ່າງຂຶ້ນ.” ດັ່ງນັັ້ນ ນາງຄິດວ່າ: “ການໃຫ້ດວງຕາຂອງນາງເປີດອອກນັ້ນເປັນເລື່ອງດີ!” ຈາກນັ້ນມັນໄດ້ເວົ້າບາງສິ່ງທີ່ດີກວ່າອີກ, ຄຳເວົ້າທີ່ມະນຸດບໍ່ຮູ້ຈັກ, ຄຳເວົ້າທີ່ມີອຳນາດອັນຫຍິ່ງໃຫຍ່ແຫ່ງການທົດລອງເໜືອຜູ້ທີ່ໄດ້ຍິນມັນ: “ພວກເຈົ້າຈະເປັນຄືກັບພຣະເຈົ້າ ທີ່ຮູ້ຈັກຄວາມດີ ແລະ ຄວາມຊົ່ວ.” ຄຳເວົ້າເຫຼົ່ານີ້ບໍ່ໄດ້ລໍ້ລວງມະນຸດຢ່າງແຮງກ້າບໍ? ມັນຄືກັບບາງຄົນທີ່ເວົ້າກັບເຈົ້າວ່າ: “ໃບໜ້າຂອງເຈົ້າມີຮູບຊົງທີ່ປະເສີດ. ພຽງແຕ່ສັນດັງສັ້ນໄປເລັກໜ້ອຍ, ແຕ່ຖ້າເຈົ້າໄດ້ແປງໂຕນັ້ນ, ເຈົ້າຈະເປັນຄົນທີ່ງາມລະດັບໂລກ!” ສຳລັບບາງຄົນທີ່ບໍ່ເຄີຍຕ້ອງການເຮັດຜ່າຕັດເສີມຄວາມງາມ, ຫົວໃຈຂອງພວກເຂົາຈະບໍ່ຖືກກະຕຸ້ນເມື່ອໄດ້ຍິນຄຳເຫຼົ່ານີ້ບໍ? ຄຳເວົ້າເຫຼົ່ານີ້ລໍ້ລວງບໍ? ການລໍ້ລວງນີ້ດຶງດູດເຈົ້າບໍ? ມັນແມ່ນການລອງໃຈບໍ? (ແມ່ນ.) ພຣະເຈົ້າກ່າວສິ່ງຕ່າງໆແບບນີ້ບໍ? ມີຄຳໃບ້ຫຍັງໃນພຣະທຳຂອງພຣະເຈົ້າທີ່ພວກເຮົາເບິ່ງຢູ່ດຽວນີ້ບໍ? (ບໍ່.) ພຣະເຈົ້າກ່າວສິ່ງທີ່ພຣະອົງຄິດຢູ່ໃນໃຈບໍ? ມະນຸດສາມາດເບິ່ງເຫັນຫົວໃຈຂອງພຣະເຈົ້າຜ່ານພຣະທຳຂອງພຣະອົງໄດ້ບໍ? (ແມ່ນ.) ແຕ່ເມື່ອງູໄດ້ກ່າວພຣະທຳເຫຼົ່ານັ້ນກັບແມ່ຍິງ, ເຈົ້າສາມາດເຫັນຈິດໃຈຂອງມັນບໍ? (ບໍ່.) ແລະຍ້ ອນຄວາມໂງ່ຈ້າຂອງມະນຸດ, ພວກເຂົາໄດ້ຖືກລໍ້ລວງຢ່າງງ່າຍດາຍດ້ວຍຄໍາເວົ້າຂອງງູ, ພວກເຂົາຕິດເບັດໄດ້ງ່າຍ ແລະ ຖືກນໍາພາຢ່າງງ່າຍດາຍ. ແລ້ວເຈົ້າສາມາດເຫັນຄວາມຕັ້ງໃຈຂອງຊາຕານໄດ້ບໍ? ເຈົ້າສາມາດເຫັນຈຸດປະສົງເບື້ອງຫຼັງສິ່ງທີ່ມັນເວົ້າບໍ? ເຈົ້າສາມາດເບິ່ງເຫັນການປອງຮ້າຍ ແລະ ໂຄງການອັນສະຫຼາດແກມໂກງຂອງມັນບໍ? (ບໍ່.) ນິໃສປະເພດໃດທີ່ສະແດງເຖິງວິທີການເວົ້າຂອງຊາຕານ? ແກ່ນແທ້ປະເພດໃດໃນຊາຕານທີ່ເຈົ້າໄດ້ເຫັນຜ່ານທາງຄໍາເວົ້າເຫຼົ່ານີ້? ມັນເກັ່ງກ້າບໍ? ບາງທີຕໍ່ໜ້າມັນຍິ້ມໃສ່ເຈົ້າ ຫຼື ເຜີຍໃຫ້ເຫັນການສະແດງອອກທີ່ບໍ່ມີຫຍັງ. ແຕ່ໃນໃຈຂອງມັນ ມັນກຳລັງຄິດໄລ່ວິທີການບັນລຸຈຸດປະສົງຂອງມັນ, ແລະ ແມ່ນຈຸດປະສົງນີ້ແຫຼະທີ່ເຈົ້າບໍ່ສາມາດເບິ່ງເຫັນໄດ້. ແລ້ວເຈົ້າກໍ່ຖືກລໍ້ລວງດ້ວຍຄຳສັນຍາທັງໝົດທີ່ມັນໃຫ້ເຈົ້າ, ຄວາມໄດ້ປຽບທັງໝົດທີ່ມັນເວົ້າເຖິງ. ເຈົ້າເຫັນວ່າພວກມັນດີ, ແລະ ເຈົ້າຮູ້ສຶກວ່າສິ່ງທີ່ມັນເວົ້ານັ້ນມີປະໂຫຍດຫຼາຍ, ຫຼວງຫຼາຍກວ່າສິ່ງທີ່ພຣະເຈົ້າກ່າວອີກ. ເມື່ອສິ່ງນີ້ເກີດເປັນມາ, ມະນຸດຈະບໍ່ກາຍເປັນນັກໂທດທີ່ຍອມແພ້ບໍ? ວິທີການນີ້ທີ່ນຳໃຊ້ໂດຍຊາຕານບໍ່ໂຫດຮ້າຍບໍ? ເຈົ້າປ່ອຍໃຫ້ຕົນເອງຈົມລົງ. ໂດຍທີ່ຊາຕານບໍ່ຕ້ອງຕີງນິ້ວມື, ດ້ວຍສອງປະໂຫຍກນີ້ ເຈົ້າກໍ່ຍິນດີທີ່ຈະປະຕິບັດຕາມມັນ, ໃຫ້ສອດຄ່ອງກັບມັນ. ຈຸດປະສົງຂອງມັນໄດ້ບັນລຸແລ້ວ. ຄວາມຕັ້ງໃຈນີ້ບໍ່ເປັນຕາຢ້ານບໍ? ນີ້ບໍ່ແມ່ນສີໜ້າກ່ອນໝູ່ທີ່ສຸດຂອງຊາຕານບໍ? ຈາກຄໍາເວົ້າຂອງຊາຕານ, ມະນຸດສາມາດເຫັນແຮງຈູງໃຈທີ່ເປັນຕາຢ້ານຂອງມັນ, ເຫັນສີໜ້າອັນເປັນຕາຊັງຂອງມັນ, ແລະ ເຫັນທຳມະຊາດຂອງມັນ. ນັ້ນມັນຖືກຕ້ອງບໍ? ໃນການປຽບທຽບປະໂຫຍກເຫຼົ່ານີ້, ໂດຍບໍ່ມີການວິເຄາະໃດໆ, ເຈົ້າອາດຮູ້ສຶກຄືກັບວ່າພຣະທຳຂອງພຣະເຈົ້າເຢໂຮວານັ້ນໜ້າເບື່ອ, ສາມັນ ແລະ ທຳມະດາ, ບໍ່ຄຸ້ມຄ່າທີ່ຈະເຮັດໃຫ້ເປັນກັງວົນກ່ຽວກັບການສັນຣະເສີນຄວາມຊື່ສັດຂອງພຣະເຈົ້າ. ເມືອພວກເຮົາເອົາຄຳເວົ້າຂອງຊາຕານ ແລະ ສີໜ້າອັນໜ້າເປັນຕາຊັງຂອງມັນ ແລະ ໃຊ້ມັນເປັນຜູ້ທຳລາຍ, ແນວໃດກໍ່ຕາມ, ພຣະທຳເຫຼົ່ານີ້ຂອງພຣະເຈົ້າມີນ້ຳໜັງຫຼາຍກວ່າສຳລັບຄົນໃນປັດຈຸບັນບໍ? (ແມ່ນ.) ຜ່ານຄວາມພ່າຍແພ້ນີ້, ມະນຸດສາມາດຮູ້ສຶກໄດ້ເຖິງຄວາມບໍລິສຸດໄຮ້ບ່ອນຕິຂອງພຣະເຈົ້າ. ທຸກໆຄຳເວົ້າທີ່ຊາຕານເວົ້າ ເຊັ່ນດຽວກັບແຮງຈູງໃຈຂອງມັນ, ຄວາມຕັ້ງໃຈຂອງມັນ ແລະ ວິທີທີ່ມັນເວົ້າ- ທັງໝົດແມ່ນປອມແປງ. ຄຸນລັກສະນະຕົ້ນຕໍຂອງວິທີທີ່ມັນເວົ້າແມ່ນຫຍັງ? ມັນໃຊ້ຄໍາເວົ້າກຳກວມເພື່ອລໍ້ລວງເຈົ້າໂດຍບໍ່ປ່ອຍໃຫ້ເຈົ້າເຫັນມັນ, ແລະ ບໍ່ອະນຸຍາດໃຫ້ເຈົ້າແຍກແຍະວ່າຈຸດປະສົງຂອງມັນແມ່ນຫຍັງ; ມັນປ່ອຍໃຫ້ເຈົ້າໄດ້ເຫຍື່ອລໍ້, ເຮັດໃຫ້ເຈົ້າສັນຣະເສີນມັນ ແລະ ຮ້ອງເພງຂໍ້ດີຂອງມັນ. ນີ້ບໍ່ແມ່ນອຸບາຍຂອງຊາຕານບໍ? (ແມ່ນແລ້ວ.) ດຽວນີ້ໃຫ້ເຮົາເບິ່ງຄຳເວົ້າອື່ນໆ ແລະ ການສະແດງອອກຂອງຊາຕານທີ່ເຮັດໃຫ້ມະນຸດເຫັນສີໜ້າອັນເປັນຕາຊັງຂອງມັນ. ໃຫ້ເຮົາສືບຕໍ່ອ່ານບາງຄຳພີ.

ບົດສົນທະນາລະຫວ່າງຊາຕານ ແລະ ພຣະເຈົ້າເຢໂຮວາ

ໂຢບ 1:6-11 ມີມື້ໜຶ່ງເມື່ອບຸດຊາຍຂອງພຣະເຈົ້າລົງມາເພື່ອສະເໜີຕົນເອງຕໍ່ໜ້າພຣະເຢໂຮວາ ແລະ ຊາຕານກໍມາທ່າມກາງພວກເຂົາເຊັ່ນກັນ. ພຣະເຢໂຮວາເວົ້າກັບຊາຕານວ່າ ເຈົ້າມາຈາກບ່ອນໃດ? ແລ້ວຊາຕານກໍຕອບພຣະເຢໂຮວາ ແລະ ເວົ້າວ່າ ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ. ພຣະເຢໂຮວາກໍກ່າວກັບຊາຕານວ່າ ເຈົ້າເຄີຍຄຳນຶງເຖິງໂຢບຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ? ແລ້ວຊາຕານກໍຕອບພຣະເຢໂຮວາ ແລະ ເວົ້າວ່າ ໂຢບຢຳເກງພຣະເຈົ້າຍ້ອນບໍ່ຫວັງຜົນຫຍັງບໍ? ພຣະອົງບໍ່ໄດ້ປົກປ້ອງລາວ, ປົກປ້ອງເຮືອນຂອງລາວ ແລະ ປົກປ້ອງທຸກຢ່າງທີ່ລາວມີບໍ? ພຣະອົງອວຍພອນວຽກງານທີ່ເຮັດຈາກມືຂອງລາວ ແລະ ຊັບສິນໃນທີ່ດິນຂອງລາວກໍເພີ່ມຂຶ້ນ. ແຕ່ຈົ່ງເດ່ມືຂອງພຣະອົງໄປແຕະຕ້ອງທຸກສິ່ງທີ່ລາວມີຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຢູ່ຕໍ່ໜ້າພຣະອົງເລີຍລະ.

ໂຢບ 2:1-5 ມີມື້ໜຶ່ງອີກເມື່ອບຸດຊາຍຂອງພຣະເຈົ້າມາສະເໜີຕົນເອງຕໍ່ໜ້າພຣະເຢໂຮວາ ແລະ ຊາຕານກໍໄດ້ມາທ່າມກາງພວກເຂົາອີກເຊັ່ນກັນເພື່ອສະເໜີຕົນເອງຕໍ່ໜ້າພຣະເຢໂຮວາ ແລະ ພຣະເຢໂຮວາໄດ້ກ່າວກັບຊາຕານວ່າ ເຈົ້າມາຈາກບ່ອນໃດ? ແລະ ຊາຕານກໍຕອບພຣະເຢໂຮວາ ແລະ ກ່າວວ່າ ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ. ພຣະເຢໂຮວາກໍກ່າວກັບຊາຕານນັ້ນວ່າ ເຈົ້າເຄີຍຄຳນຶງເຖິງໂຢບ ຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ? ແລະ ເຖິງແມ່ນວ່າເຈົ້າໄດ້ເຮັດໃຫ້ເຮົາຕໍ່ຕ້ານລາວ ແລະ ທຳລາຍລາວໂດຍບໍ່ມີເຫດຜົນຫຍັງກໍຕາມ ລາວກໍຍັງຍຶດໝັ້ນຢ່າງໜຽວແໜ້ນໃນຄວາມຊື່ສັດຂອງລາວ. ຊາຕານກໍຕອບພຣະເຢໂຮວາ ແລະ ກ່າວວ່າ ຜິວໜັງຕໍ່ຜິວໜັງ ແມ່ນແລ້ວ ທຸກສິ່ງທີ່ມະນຸດມີ ເຂົາຈະຍອມສະລະເພື່ອຊີວິດຂອງເຂົາ. ແຕ່ຈົ່ງເດ່ມືພຣະອົງອອກໄປແຕະຕ້ອງກະດູກ ແລະ ເນື້ອໜັງຂອງລາວຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຕໍ່ໜ້າພຣະອົງເລີຍລະ.

ທັງສອງຕອນີ້ແມ່ນບົດສົນທະນາລະຫວ່າງພຣະເຈົ້າ ແລະ ຊາຕານ, ແລະ ພວກເຂົາບັນທຶກສິ່ງທີ່ພຣະເຈົ້າກ່າວ ແລະ ສິ່ງທີ່ຊາຕານກ່າວ. ພຣະເຈົ້າບໍ່ໄດ້ກ່າວຫຼາຍ, ແລະ ກ່າວຢ່າງລຽບງ່າຍ. ພວກເຮົາສາມາດເຫັນຄວາມສັກສິດຂອງພຣະເຈົ້າໃນພຣະທຳງ່າຍໆຂອງພຣະອົງບໍ? ບາງຄົນຈະເວົ້າວ່ານີ້ມັນບໍ່ງ່າຍ. ສະນັ້ນ, ພວກເຮົາສາມາດເຫັນຄວາມເປັນຕາຊັງຂອງຊາຕານໃນການຕອບຂອງມັນບໍ? (ແມ່ນ.) ກ່ອນອື່ນ, ໃຫ້ພວກເຮົາເບິ່ງວ່າຄຳຖາມປະເພດໃດທີ່ພຣະເຈົ້າເຢໂຮວາໄດ້ຖາມຊາຕານ. “ເຈົ້າມາຈາກບ່ອນໃດ?” ນີ້ແມ່ນຄຳຖາມທີ່ກົງໄປກົງມາບໍ? ມັນມີຄວາມໝາຍທີ່ປິດບັງໄວ້ບໍ? (ບໍ່.) ມັນເປັນພຽງຄຳຖາມ, ບໍລິສຸດ, ບໍ່ມີວັດຖຸປະສົງອື່ນ. ຖ້າເຮົາຖາມພວກເຈົ້າວ່າ: “ເຈົ້າມາຈາກໃສ?” ແລ້ວພວກເຈົ້າຈະຕອບແນວໃດ? ມັນເປັນຄຳຖາມທີ່ຕອບຍາກບໍ? ເຈົ້າຈະຕອບວ່າ: “ຈາກໄປ ແລະ ເພື່ອ, ແລະ ຈາກຍ່າງຂຶ້ນ ແລະ ລົງ”? (ບໍ່.) ພວກເຈົ້າຈະບໍ່ຕອບເຊັ່ນນີ້, ດັ່ງນັ້ນ ພວກເຈົ້າຮູ້ສຶກແນວໃດເມື່ອພວກເຈົ້າເຫັນວ່າຊາຕານຕອບດ້ວຍວິທີນີ້? (ພວກເຮົາຮູ້ສຶກວ່າຊາຕານນັ້ນໄຮ້ເຫດຜົນ ແລະ ເຈົ້າເລ້) ເຈົ້າສາມາດບອກສິ່ງທີ່ເຮົາກຳລັງຮູ້ສຶກຢູ່ໄດ້ບໍ? ທຸກໆເທື່ອທີ່ເຮົາເຫັນພຣະທຳເຫຼົ່ານີ້ເຮົາຮູ້ສຶກເບື່ອໜ່າຍ, ເພາະວ່າມັນເວົ້າໂດຍບໍ່ໄດ້ກ່າວຫຍັງເລີຍ. ມັນໄດ້ຕອບຄຳຖາມຂອງພຣະເຈົ້າບໍ? ຄຳເວົ້າຂອງມັນບໍ່ແມ່ນຄຳຕອບ, ບໍ່ມີຜົນຫຍັງ. ພວກມັນບໍ່ແມ່ນຄຳຕອບທີ່ກົງກັບຄຳຖາມຂອງພຣະເຈົ້າ. “ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ.” ເຈົ້າເຂົ້າໃຈຫຍັງຈາກພຣະທຳເຫຼົ່ານີ້? ຊາຕານມາຈາກບ່ອນໃດຂອງໂລກ? ພວກເຈົ້າໄດ້ຄຳຕອບແລ້ວບໍ? (ບໍ່.) ນີ້ແມ່ນ “ຄວາມຫຼັກແຫຼມ” ອັນສະຫຼາດແກມໂກງຂອງຊາຕານ, ບໍ່ປ່ອຍໃຫ້ໃຜຄົ້ນພົບວ່າມັນເວົ້າຫຍັງແທ້. ໄດ້ຍິນຄຳເຫຼົ່ານີ້ແລ້ວ ເຈົ້າຍັງບໍ່ສາມາດເບິ່ງເຫັນໄດ້ວ່າມັນໄດ້ເວົ້າຫຍັງ, ແຕ່ມັນກໍ່ຕອບໄປແລ້ວ. ມັນເຊື່ອວ່າມັນໄດ້ຕອບຢ່າງສົມບູນແບບແລ້ວ. ແລ້ວເຈົ້າຮູ້ສຶກແນວໃດ? (ເບື່ອໜ່າຍ.) ດຽວນີ້ເຈົ້າເລີ້ມຮູ້ສຶກເບື່ອໜ່າຍກັບຄຳເວົ້າເຫຼົ່ານີ້. ຊາຕານບໍ່ໄດ້ເວົ້າໂດຍກົງ, ສະນັ້ນ ມັນປ່ອຍໃຫ້ເຈົ້າເກົາຫົວ ແລະ ບໍ່ສາມາດເຂົ້າໃຈແຫຼ່ງທີ່ມາຂອງຄໍາເວົ້າຂອງມັນ. ບາງຄັ້ງ, ມັນເວົ້າຢ່າງຈົງໃຈ, ຢ່າງເຈົ້າເລ້, ແລະ ບາງຄັ້ງມັນກໍ່ຖືກຄອບງຳໂດຍທາດແທ້ຂອງມັນ, ໂດຍທໍາມະຊາດຂອງມັນເອງ. ຄໍາເວົ້າເຫຼົ່ານີ້ອອກມາຈາກປາກຂອງຊາຕານ. ພວກມັນບໍ່ໄດ້ຖືກພິຈາລະນາເປັນໄລຍະເວລາຍາວນານ ແລະ ກ່າວໂດຍຊາຕານ, ຄິດວ່າຕົວມັນເອງສະຫຼາດ; ມັນສະແດງພວກມັນອອກມາໂດຍທໍາມະຊາດ. ທັນທີທີ່ເຈົ້າຖາມມັນວ່າມັນມາແຕ່ໃສ, ມັນໃຊ້ຄຳເຫຼົ່ານີ້ເພື່ອຕອບເຈົ້າ. ເຈົ້າຮູ້ສຶກສັບສົນຫຼາຍ, ບໍ່ເຄີຍຮູ້ແທ້ວ່າມັນມາແຕ່ໃສ. ມີໃຜໃນພວກເຈົ້າທີ່ເວົ້າໃນລັກສະນະນີ້ບໍ? (ມີ.) ຈະເວົ້າສິ່ງນີ້ດ້ວຍວິທີການໃດ? (ມັນບໍ່ແນ່ນອນ ແລະ ບໍ່ໃຫ້ຄຳຕອບທີ່ຊັດເຈນ.) ພວກເຮົາຄວນໃຊ້ຄຳເວົ້າປະເພດໃດເພື່ອບັນລະຍາຍວິທີການເວົ້ານີ້? ມັນເປັນສິ່ງທີ່ເຮັດໃຫ້ໄຂວ້ເຂວ ແລະ ເຮັດໃຫ້ເຂົ້າໃຈຜິດບໍ່ແມ່ນບໍ? ສົມມຸດວ່າບາງຄົນບໍ່ຕ້ອງການໃຫ້ຄົນອື່ນຮູ້ວ່າມື້ວານນີ້ພວກເຂົາໄປໃສມາ. ເຈົ້າຖາມເຂົາວ່າ: “ມື້ວານນີ້ເຮົາເຫັນເຈົ້າ. ເຈົ້າໄປໃສ?” ພວກເຂົາບໍ່ໄດ້ຕອບເຈົ້າໂດຍກົງເພື່ອບອກວ່າມື້ວານນີ້ພວກເຂົາໄປໃສ, ພວກເຂົາເວົ້າວ່າ “ມື້ວານນີ້ແມ່ນວັນຫຍັງ, ເມື່ອຍແທ້ໆ!” ພວກເຂົາຕອບຄຳຖາມຂອງເຈົ້າບໍ? ພວກເຂົາຕອບ, ແຕ່ບໍ່ແມ່ນຄຳຕອບທີ່ເຈົ້າຕ້ອງການ. ນີ້ແມ່ນ “ຄວາມຫຼັກແຫຼມ” ຂອງເລ່ຫຼ່ຽມມະນຸດ. ເຈົ້າບໍ່ສາມາດຄົ້ນພົບໄດ້ວ່າພວກເຂົາໝາຍຄວາມວ່າແນວໃດ ຫຼື ຮັບຮູ້ແຫຼ່ງຂໍ້ມູນ ຫຼື ຄວາມຕັ້ງໃຈເບື່ອງຫຼັງຄໍາເວົ້າຂອງພວກເຂົາ. ເຈົ້າບໍ່ຮູ້ວ່າພວກເຂົາພະຍາຍາມຫຼີກລ່ຽງຫຍັງຍ້ອນວ່າໃນໃຈຂອງພວກເຂົາມີເລື່ອງລາວຂອງພວກເຂົາຢູ່-ນີ້ແມ່ນຄວາມມີເລ່ຫຼ່ຽມ. ເຈົ້າກໍ່ເວົ້າດ້ວຍວິທີການນີ້ເລື້ອຍໆແມ່ນບໍ? (ແມ່ນ.) ແລ້ວວັດຖຸປະສົງຂອງເຈົ້າແມ່ນຫຍັງ? ບາງຄັ້ງແມ່ນເພື່ອປົກປ້ອງຜົນປະໂຫຍດຂອງເຈົ້າເອງແມ່ນບໍ? ບາງຄັ້ງເພື່ອຮັກສາຕຳແໜ່ງຂອງຕົວເຈົ້າເອງໄວ້, ພາບລັກຂອງເຈົ້າເອງ, ເພື່ອຮັກສາຄວາມລັບຂອງຊີວິດສ່ວນຕົວຂອງເຈົ້າ, ເພື່ອຮັກສາຊື່ສຽງຂອງເຈົ້າເອງບໍ? ບໍ່ວ່າຈະເພື່ອວັດຖຸປະສົງໃດ, ມັນບໍ່ສາມາດແຍກອອກຈາກຜົນປະໂຫຍດຂອງເຈົ້າໄດ້, ມັນເຊື່ອມໂຍງກັບຜົນປະໂຫຍດຂອງເຈົ້າ. ນີ້ບໍ່ແມ່ນທຳມະຊາດຂອງມະນຸດບໍ? ບໍ່ແມ່ນທຸກຄົນມີລັກນະນະເຊັ່ນນີ້ກັບຊາຕານບໍ? ພວກເຮົາສາມາດເວົ້າເຊັ່ນນີ້, ແມ່ນບໍ? ເວົ້າໂດຍລວມແລ້ວ, ການສຳແດງນີ້ເປັນຕາຊັງ ແລະ ໜ້າກຽດຊັງ. ດຽວນີ້ ພວກເຈົ້າກໍ່ຮູ້ສຶກເບື່ອໜ່າຍຄືກັນແມ່ນບໍ? (ແມ່ນ.)

ໃຫ້ເຮົາເບິ່ງຄືນຕອນທຳອິດ, ຊາຕານຕອບຄ້ານພຣະເຈົ້າເຢໂຮວາ, ເວົ້າວ່າ: “ໂຢບຢຳເກງພຣະເຈົ້າຍ້ອນບໍ່ຫວັງຜົນຫຍັງບໍ?” ມັນເລີ່ມໂຈມຕີການປະເມີນພຣະເຈົ້າເຢໂຮວາກ່ຽວກັບຈັອບ, ແລະ ການໂຈມຕີນີ້ແມ່ນຖືກຕື່ມສີສັນດ້ວຍຄວາມເປັນປໍລະປັກ. “ພຣະອົງບໍ່ໄດ້ປົກປ້ອງລາວ, ປົກປ້ອງເຮືອນຂອງລາວ ແລະ ປົກປ້ອງທຸກຢ່າງທີ່ລາວມີບໍ?” ນີ້ແມ່ນຄວາມເຂົ້າໃຈ ແລະ ການປະເມີນພາລະກິດຂອງພຣະເຈົ້າເຢໂຮວາຂອງຊາຕານກ່ຽວກັບຈັອບ. ຊາຕານປະເມີນມັນແບບນີ້, ໂດຍເວົ້າວ່າ: “ພຣະອົງອວຍພອນວຽກງານທີ່ເຮັດຈາກມືຂອງລາວ ແລະ ຊັບສິນໃນທີ່ດິນຂອງລາວກໍເພີ່ມຂຶ້ນ. ແຕ່ຈົ່ງເດ່ມືຂອງພຣະອົງໄປແຕະຕ້ອງທຸກສິ່ງທີ່ລາວມີຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຢູ່ຕໍ່ໜ້າພຣະອົງເລີຍລະ.” ຊາຕານເຄີຍເວົ້າແບບຄຸມເຄືອ, ແຕ່ທີ່ນີ້ມັນເວົ້າດ້ວຍຄວາມໝັ້ນໃຈ. ແນວໃດກໍ່ຕາມ, ຄຳເວົ້າເຫຼົ່ານີ້ທີ່ເວົ້າດ້ວຍຄວາມໝັ້ນໃຈແມ່ນການໂຈມຕີ, ແມ່ນການດູໝິ່ນ ແລະ ແຂ່ງຂັນກັບພຣະເຈົ້າເຢໂຮວາ, ພຣະເຈົ້າເອງ. ເຈົ້າຮູ້ສຶກແນວໃດເມື່ອພວກເຈົ້າໄດ້ຍິນມັນ? ເຈົ້າຮູ້ສຶກຂີ້ດຽດບໍ? ເຈົ້າສາມາດເຫັນຄວາມຕັ້ງໃຈຂອງພວກມັນບໍ? ກ່ອນອື່ນໝົດ, ມັນປະຕິເສດການປະເມີນຂອງພຣະເຈົ້າເຢໂຮວາກ່ຽວກັບຈັອບ-ຜູ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ຈາກນັ້ນມັນປະຕິເສດທຸກສິ່ງທຸກຢ່າງທີ່ຈັອບເວົ້າ ແລະ ກະທຳ, ນັ້ນແມ່ນ ມັນປະຕິດເສດຄວາມຢຳເກງຂອງມັນຕໍ່ພຣະເຈົ້າເຢໂຮວາ. ມັນແມ່ນຂໍ້ກ່າວຫາບໍ? ຊາຕານກ່າວຫາ, ປະຕິເສດ ແລະ ສົງໃສທຸກສິ່ງທຸກຢ່າງທີພຣະເຈົ້າເຢໂຮວາກະທຳ ແລະ ກ່າວ. ມັນບໍ່ເຊື່ອ, ເວົ້າວ່າ, “ຖ້າເຈົ້າເວົ້າສິ່ງຕ່າງໆແບບນີ້, ແລ້ວເຮົາຈະບໍ່ເຫັນມັນໄດ້ແນວໃດ? ເຈົ້າໄດ້ປະທານພອນໃຫ້ເຂົາຢ່າງຫຼວງຫຼາຍ, ແລ້ວຈະບໍ່ໃຫ້ເຂົາຢຳເກງເຈົ້າໄດ້ແນວໃດ?” ນີ້ບໍ່ແມ່ນການປະຕິເສດທຸກສິ່ງທຸກຢ່າງທີ່ພຣະເຈົ້າກະທຳບໍ? ການກ່າວຫາ, ການປະຕິເສດ, ການດູໝິ່ນ-ຄຳເວົ້າຂອງມັນບໍ່ຮຸກຮານບໍ? ພວກມັນບໍ່ແມ່ນການສະແດງອອກທີ່ແທ້ຈິງເຖິງສິ່ງທີ່ຊາຕານຄິດໃນໃຈຂອງມັນບໍ? ແນ່ນອນວ່າຄຳເວົ້າເຫຼົ່ານີ້ບໍ່ຄືກັບຄຳເວົ້າທີ່ເຮົາພວກອ່ານຢູ່ດຽວນີ້: “ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ.” ພວກມັນແຕກຕ່າງກັນຢ່າງສິ້ນເຊີງຈາກຄຳເຫຼົ່ານັ້ນ. ຜ່ານພຣະທຳເຫຼົ່ານີ້, ຊາຕານວາງທັດສະນະຄະຕິຕໍ່ພຣະເຈົ້າ ແລະ ກຽດຊັງຄວາມຢຳເກງພຣະເຈົ້າຂອງຈັອບທີ່ມັນເກັບໄວ້ຢູ່ໃນໃຈຂອງມັນຢ່າງສົມບູນ. ເມື່ອສິ່ງນີ້ເກີດເປັນມາ, ຄວາມຊົ່ວຮ້າຍ ແລະ ທໍາມະຊາດທີ່ຊົ່ວຮ້າຍຂອງມັນຈະຖືກເປີດເຜີຍອອກຢ່າງສົມບູນ. ມັນກຽດຊັງບັນດາຜູ້ທີ່ຢໍາເກງພຣະເຈົ້າ, ກຽດຊັງບັນດາຜູ້ທີ່ຫຼີກລ່ຽງຄວາມຊົ່ວຮ້າຍ, ແລະ ຫຍິ່ງໄປກວ່ານັ້ນມັນກຽດຊັງພຣະເຈົ້າເຢໂຮວາທີ່ໄດ້ປະທານພຣະພອນໃຫ້ມະນຸດ. ມັນຢາກໃຊ້ໂອກາດນີ້ທຳລາຍຈັອບຜູ້ພຣະເຈົ້າໄດ້ຍົກຍໍຂຶ້ນດ້ວຍພຣະຫັດຂອງພຣະອົງເອງ, ເພື່ອເຮັດໃຫ້ເຂົາເສຍຫາຍ, ເວົ້າວ່າ: “ເຈົ້າເວົ້າວ່າຈັອບຢໍາເກງເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ເຮົາເຫັນມັນເປັນຢ່າງອື່ນ.” ມັນໃຊ້ຫຼາກຫຼາຍວິທີການເພື່ອກະຕຸ້ນ ແລະ ລໍ້ລວງພຣະເຈົ້າເຢໂຮວາ, ແລະ ໃຊ້ຫຼາຍຫຼາຍວິທີການຈົນວ່າພຣະເຈົ້າເຢໂຮວາມອບຈັອບໃຫ້ຊາຕານເພື່ອທີ່ຈະໄດ້ຈັດການຢ່າງບໍ່ຖືກຕ້ອງ, ເຮັດໃຫ້ເຈັບປວດ ແລະ ຖືກຄວບຄຸມ. ມັນຕ້ອງການໃຊ້ປະໂຫຍດຈາກໂອກາດນີ້ເພື່ອກຳຈັດຊາຍຄົນນີ້ທີ່ເປັນຜູ້ຊອບທຳ ແລະ ສົມບູນແບບໃນສາຍຕາຂອງພຣະເຈົ້າ. ມັນມີຈິດໃຈແບບນີ້ເປັນການກະຕຸ້ນຊົ່ວຄາວບໍ? ບໍ່, ມັນບໍ່ແມ່ນ. ມັນໃຊ້ເວລາດົນເພື່ອສ້າງ. ພາລະກິດຂອງພຣະເຈົ້າ, ພຣະເຈົ້າເອົາໃຈໃສ່ຕໍ່ຄົນ, ເບິ່ງແຍງເຂົາ, ແລະ ຊາຕານຕິດຕາມພຣະອົງທຸກບາດກ້າວ. ຜູ້ໃດກໍ່ຕາມທີ່ພຣະເຈົ້າຊົງຫວງແຫນ, ຊາຕານກໍ່ເບິ່ງເຊັ່ນກັນ, ຕິດຕາມມາຕາມຫຼັງ. ຖ້າພຣະເຈົ້າຕ້ອງການບຸກຄົນນີ້, ຊາຕານຈະເຮັດທຸກສິ່ງທຸກຢ່າງດໃນອຳນາດຂອງມັນເພື່ອຂັດຂວາງພຣະເຈົ້າ, ໃຊ້ຫຼາກຫຼາຍວິທີການອັນຊົ່ວຮ້າຍເພື່ອຫຼອກລວງ, ກໍ່ກວນ ແລະ ທໍາລາຍພາລະກິດທີ່ພຣະເຈົ້າກະທໍາເພື່ອບັນລູເປົ້າໝາຍທີ່ເຊື່ອງໄວ້ຂອງມັນ. ເປົ້າໝາຍຂອງມັນແມ່ນຫຍັງ? ມັນບໍ່ຕ້ອງການໃຫ້ພຣະເຈົ້າໄດ້ໃຜໄປ; ມັນຕ້ອງການທຸກຄົນທີ່ພຣະເຈົ້າຕ້ອງການ, ເພື່ອຄອບຄອງພວກເຂົາ, ຄວບຄຸມພວກເຂົາ, ເບິ່ງແຍງພວກເຂົາເພື່ອວ່າໃຫ້ພວກເຂົາບູຊາມັນ, ດັ່ງນັ້ນ ພວກເຂົາຈະເຮັດຊົ່ວຄຽງຂ້າງກັນກັບມັນ. ນີ້ບໍ່ແມ່ນແຮງຈູງໃຈທີ່ເປັນຕາຢ້ານຂອງຊາຕານບໍ? ປົກກະຕິແລ້ວ, ພວກເຈົ້າເວົ້າເລື້ອຍໆວ່າຊາຕານນັ້ນຊົ່ວຮ້າຍຫຼາຍ, ບໍ່ດີຫຼາຍ, ແຕ່ວ່າພວກເຈົ້າເຄີຍເຫັນມັນແລ້ວບໍ? ເຈົ້າສາມາດເຫັນພຽງວ່າມະນຸດຊົ່ວພຽງໃດ. ແຕ່ໃນຄວາມເປັນຈິງແລ້ວບໍ່ເຄີຍເຫັນວ່າແທ້ຈິງແລ້ວຊາຕາຍຊົ່ວພຽງໃດ. ແຕ່ເຈົ້າໄດ້ເຫັນມັນໃນເລື່ອງກ່ຽວກັບຈັອບບໍ? (ແມ່ນ.) ເລື່ອງນີ້ເຮັດໃຫ້ເຫັນໂສມໜ້າອັນເປັນຕາຊັງຂອງຊາຕານ ແລະ ທຳມະຊາດຂອງມັນຢ່າງຊັດເຈນ. ຊາຕານກຳລັງເຮັດສົງຄາມກັບພຣະເຈົ້າ, ມັນຕາມຫຼັງພຣະອົງໄປ. ຈຸດປະສົງຂອງມັນຄືທຳລາຍພາລະກິດທັງໝົດທີ່ພຣະເຈົ້າຕ້ອງການກະທຳ, ເພື່ອກໍ່ກວນ ແລະ ຄວບຄຸມບັນດາຜູ້ທີ່ພຣະເຈົ້າຕ້ອງການ, ເພື່ອທຳລາຍຜູ້ທີພຣະເຈົ້າຕ້ອງການຢ່າງສົມບູນ. ຖ້າພວກເຂົາບໍ່ຖືກທໍາລາຍ, ພວກເຂົາກໍ່ຈະຖືກຊາຕານຄອບຄອງເພື່ອຖືກມັນນຳໃຊ້-ນີ້ແມ່ນຈຸດປະສົງຂອງມັນ. ແລ້ວພຣະເຈົ້າກະທຳສິ່ງໃດ? ພຣະເຈົ້າພຽງແຕ່ກ່າວປະໂຫຍກງ່າຍໆໃນຕອນນີ້; ບໍ່ມີການບັນທຶກຫຍັງອີກກ່ຽວກັບສິ່ງທີ່ພຣະເຈົ້າກະທຳ, ແຕ່ພວກເຮົາເຫັນມີການບັນທຶກອີກຫຼວງຫຼາຍກ່ຽວກັບສິ່ງທີ່ຊາຕານເຮັດ ແລະ ເວົ້າ. ໃນຕອນຂອງຄຳພີຂ້າງລຸ່ມ, ພຣະເຈົ້າເຢໂຮວາຖາມຊາຕານວ່າ, “ເຈົ້າມາຈາກບ່ອນໃດ?” ຄຳຕອບຂອງຊາຕານແມ່ນຫຍັງ? ມັນຍັງແມ່ນ “ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ.” ມັນຍັງແມ່ນປະໂຫຍກນັ້ນຢູ່. ມັນກາຍເປັນຄຳຂວັນຂອງຊາຕານ, ເປັນຜົນງານຊິນເອກຂອງຊາຕານໄດ້ແນວໃດ? ຊາຕານບໍ່ເປັນທີ່ກຽດຊັງບໍ? ເວົ້າປະໂຫຍກທີ່ໜ້າກຽດຊັງນີ້ພຽງຄັ້ງດຽວກໍ່ພຽງພໍແລ້ວ. ເປັນຫຍັງຊາຕານຈິ່ງກັບມາຫາປະໂຫຍກນີ້ຕະຫລອດ? ສິ່ງນີ້ພິສູດສິ່ງໜຶ່ງ: ທຳມະຊາດຂອງຊາຕານນັ້ນບໍ່ປ່ຽນແປງ. ໃບໜ້າອັນໜ້າກຽດຊັງຂອງມັນບໍ່ແມ່ນບາງສິ່ງທີ່ມັນສາມາດເກັບເຊື່ອງໄວ້ເປັນເວລາດົນ. ພຣະເຈົ້າຖາມມັນໜຶ່ງຄຳຖາມ ແລະ ມັນຕອບໃນທາງເຊັ່ນນັ້ນ, ບໍ່ເປັນຫຍັງນັ້ນແມ່ນວິທີທີ່ມັນປະຕິບັດຕໍ່ຜູ້ຄົນ! ມັນບໍ່ຢ້ານພຣະເຈົ້າ, ມັນບໍ່ຢຳເກງພຣະເຈົ້າ, ແລະ ມັນບໍ່ເຊື່ອຟັງພຣະເຈົ້າ. ດັ່ງນັ້ນມັນຈິ່ງກ້າອວດດີແບບໄຮ້ຢາງອາຍຕໍ່ໜ້າພຣະເຈົ້າ, ໃຊ້ຄຳເວົ້າດຽວກັນນີ້ເພື່ອລົບລ້າງຄຳຖາມຂອງພຣະເຈົ້າ, ໃຊ້ຄຳຕອບດຽວກັນນີ້ເພື່ອຕອບຄຳຖາມຂອງພຣະເຈົ້າ, ພະຍາຍາມໃຊ້ຄຳຕອບນີ້ເພື່ອເຮັດໃຫ້ພຣະເຈົ້າຈົນປັນຍາ-ນີ້ແມ່ນໃບໜ້າອັນຂີ້ຮ້າຍຂອງຊາຕານ. ມັນບໍ່ເຊື່ອໃນຄວາມຫຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ເຊື່ອໃນອຳນາດຂອງພຣະເຈົ້າ, ແລະ ແນ່ນອນ ບໍ່ເຕັມໃຈທີ່ຈະເຊື່ອຟັງຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າ. ເປັນການຕໍ່ຕ້ານພຣະເຈົ້າຢ່າງຕໍ່ເນື່ອງ, ໂຈມຕີທຸກໆການກະທຳຂອງພຣະເຈົ້າຢ່າງຕໍ່ເນື່ອງ, ພະຍາຍາມທຳລາຍທຸກສິ່ງທຸກຢ່າງທີ່ພຣະເຈົ້າກະທຳ-ນີ້ແມ່ນຈຸດປະສົງອັນຊົ່ວຮ້າຍຂອງມັນ.

ໃນແຜນການປົກຄອງຫົວພັນປີຂອງພຣະເຈົ້າ, ທັງສອງຕອນທີ່ຊາຕານເວົ້າ ແລະ ສິ່ງທີ່ຊາຕານກະທຳໃນປຶ້ມຂອງຈັອບແມ່ນສະແດງເຖິງການຕໍ່ຕ້ານຂອງມັນຕໍ່ພຣະເຈົ້າ, ນີ້ແມ່ນຊາຕານສະແດງສີສັນທີ່ແທ້ຈິງຂອງມັນ. ເຈົ້າເຄີຍເຫັນຄຳເວົ້າ ແລະ ການກະທຳຂອງຊາຕານໃນຊີວິດຈິງບໍ? ເມື່ອເຈົ້າເຫັນພວກມັນ, ເຈົ້າອາດບໍ່ຄິດວ່າພວກມັນແມ່ນສິ່ງທີ່ໄດ້ກ່າວໂດຍຊາຕານ, ແຕ່ກົງກັນຂ້າມກັບຄິດວ່າພວກມັນສິ່ງທີ່ໄດ້ກ່າວໂດຍມະນຸດ. ມັນສະແດງເຖິງຫຍັງ ເມື່ອສິ່ງນັ້ນໆໄດ້ຖືກກ່າວໂດຍມະນຸດ? ມັນສະແດງເຖິງຊາຕານ. ເຖິງແມ່ນວ່າເຈົ້າຈື່ມັນໄດ້, ແຕ່ເຈົ້າບໍ່ສາມາດຮັບຮູ້ໄດ້ວ່າແທ້ຈິງແລ້ວແມ່ນຊາຕານທີ່ກໍາລັງເວົ້າມັນຢູ່. ແຕ່ວ່າຢູ່ທີ່ນີ້ ແລະ ດຽວນີ້ ເຈົ້າໄດ້ເຫັນສິ່ງທີ່ຊາຕານເວົ້າຢ່າງແຈ່ມແຈ້ງ, ດຽວນີ້ເຈົ້າມີຄວາມເຂົ້າໃຈທີ່ແຈ່ມແຈ້ງ ແລະ ຊັດເຈນກ່ຽວກັບສີໜ້າອັນເປັນຕາຊັງ ແລະ ຄວາມຊົ່ວຮ້າຍຂອງຊາຕານ. ສະນັ້ນ, ທັງສອງຕອນທີ່ຊາຕານໄດ້ເວົ້າມີຄຸນຄ່າພໍໃຫ້ຜູ້ຄົນໃນປັດຈຸບັນນີ້ສາມາດຮູ້ໄດ້ເຖິງທຳມະຊາດຂອງຊາຕານບໍ? ທັງສອງຕອນນີ້ຄຸ້ມຄ່າໃນການສະສົມເພື່ອໃຫ້ມວນມະນຸດໃນວັນນີ້ສາມາດຈື່ຈຳໃບໜ້າອັນເປັນຕາຊັງຂອງຊາຕານ, ຈື່ຈຳໃບໜ້າຕົ້ນສະບັບ ແລະ ໃບຫນ້າທີ່ແທ້ຈິງຂອງຊາຕານບໍ? ເຖິງແມ່ນວ່າການເວົ້າແບບນີ້ອາດເບິ່ງບໍ່ເໝາະສົມປານໃດ, ແຕ່ການສະແດງອອກດ້ວຍວິທີນີ້ກໍ່ຍັງຖືວ່າຖືກຕ້ອງຢູ່. ເຮົາສາມາດເຮັດໄດ້ແຕ່ວິທີນີ້ເທົ່ານັ້ນ ແລະ ຖ້າພວກເຈົ້າສາມາດເຂົ້າໃຈໄດ້, ນັ້ນກໍ່ພຽງພໍແລ້ວ. ຊາຕານໂຈມຕີສິ່ງທີ່ພຣະເຈົ້າເຢໂຮວາກະທຳຢູ່ຊ້ຳໆ, ໂດຍການກ່າວຫາກ່ຽວກັບຄວາມຍຳເກງຂອງຈັອບທີ່ມີຕໍ່ພຣະເຈົ້າເຢໂຮວາ. ມັນພະຍາຍາມກະຕຸ້ນພຣະເຈົ້າເຢໂຮວາດ້ວຍຫຼາກຫຼາຍວິທີການ, ໃຫ້ພຣະເຈົ້າເຢໂຮວາອະນຸຍາດໃຫ້ມັນຫຼອກລວງຈັອບ. ຄຳເວົ້າຂອງມັນມີຄວາມກະຕືລືລົ້ນສູງ. ດັ່ງນັ້ນ ຈົ່ງບອກເຮົາວ່າ, ເມື່ອຊາຕານໄດ້ກ່າວຄໍາເວົ້າເຫຼົ່ານີ້, ພຣະເຈົ້າສາມາດເຫັນໄດ້ຢ່າງຊັດເຈນບໍວ່າຊາຕານຕ້ອງການເຮັດຫຍັງ? (ແມ່ນ.) ໃນຫົວໃຈຂອງພຣະເຈົ້າ, ຊາຍຄົນນີ້ ຈັອບຜູ້ທີ່ພຣະເຈົ້າເຝົ້າເບິ່ງຢູ່-ຜູ້ຮັບໃຊ້ຄົນນີ້ຂອງພຣະເຈົ້າ, ທີ່ພຣະເຈົ້າຖືເປັນບຸລຸດຜູ້ຊອບທຳ, ເປັນຄົນທີ່ສົມບູນແບບ-ເຂົາສາມາດທົນຕໍ່ການທົດລອງແບບນີ້ໄດ້ບໍ? (ແມ່ນ.) ເປັນຫຍັງພຣະເຈົ້າຈິ່ງເວົ້າວ່າ “ແມ່ນ” ດ້ວຍຄວາມໝັ້ນໃຈເຊັ່ນນັ້ນ? ພຣະເຈົ້າກວດສອບຈິດໃຈຂອງມະນຸດຕະຫລອດບໍ? (ແມ່ນ.) ສະນັ້ນ, ຊາຕານສາມາດກວດສອບຈິດໃຈຂອງມະນຸດໄດ້ບໍ? ຊາຕານບໍ່ສາມາດກວດສອບໄດ້. ເຖິງແມ່ນວ່າຊາຕານສາມາດເຫັນຈິດໃຈຂອງມະນຸດໄດ້, ທາດແທ້ຄວາມຊົ່ວຮ້າຍຂອງມັນບໍ່ເຄີຍເຊື່ອວ່າຄວາມສັກສິດແມ່ນຄວາມສັກສິດ, ຫຼືວ່າ ຄວາມຊົ່ວຊ້າແມ່ນຄວາມຊົ່ວຊ້າ. ຊາຕານຜູ້ຊົ່ວຮ້າຍບໍ່ເຄີຍສາມາດວັດແທກສິ່ງທີ່ສັກສິດ, ຊອບທໍາ ແລະ ແຈ້ງສະຫວ່າງໄດ້. ຊາຕານບໍ່ສາມາດຊ່ວຍໄດ້ ແຕ່ບໍ່ມີຄວາມເຈັບປວດທີ່ຈະກະທຳຜ່ານທາງທຳມະຊາດຂອງມັນ, ຄວາມຊົ່ວຮ້າຍຂອງມັນ, ແລະ ຜ່ານທາງວິທີການເຫຼົ່ານີ້ທີ່ມັນໃຊ້. ເຖິງແມ່ນວ່າຕົວມັນເອງຈະຖືກພຣະເຈົ້າລົງໂທດ ຫຼື ທໍາລາຍ, ມັນບໍ່ລັງເລທີ່ຈະຕໍ່ຕ້ານພຣະເຈົ້າຢ່າງດື້ດ້ານ-ນີ້ແມ່ນຄວາມຊົ່ວຮ້າຍ, ນີ້ແມ່ນທຳມະຊາດຂອງຊາຕານ. ສະນັ້ນ ໃນຕອນນີ້, ຊາຕານເວົ້າວ່າ: “ຜິວໜັງຕໍ່ຜິວໜັງ ແມ່ນແລ້ວ ທຸກສິ່ງທີ່ມະນຸດມີ ເຂົາຈະຍອມສະລະເພື່ອຊີວິດຂອງເຂົາ. ແຕ່ຈົ່ງເດ່ມືພຣະອົງອອກໄປແຕະຕ້ອງກະດູກ ແລະ ເນື້ອໜັງຂອງລາວຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຕໍ່ໜ້າພຣະອົງເລີຍລະ.” ຊາຕານຄິດວ່າຄວາມຢຳເກງພຣະເຈົ້າຂອງມະນຸດແມ່ນເນື່ອງຈາກວ່າມະນຸດໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກພຣະເຈົ້າ. ມະນຸດໄດ້ຮັບຜົນປະໂຫຍດຈາກພຣະເຈົ້າ, ດັ່ງນັ້ນເຂົາຈິ່ງເວົ້າວ່າພຣະເຈົ້ານັ້ນດີ. ແຕ່ບໍ່ແມ່ນຍ້ອນວ່າພຣະເຈົ້າດີ, ມັນແມ່ນຍ້ອນມະນຸດໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍເທົ່ານັ້ນຈິ່ງເຮັດໃຫ້ເຂົາສາມາດຢໍາເກງພຣະເຈົ້າໃນທາງນີ້: ເມື່ອພຣະເຈົ້າຢຶດເອົາຜົນປະໂຫຍດເຫຼົ່ານີ້ຈາກເຂົາ, ເຂົາກໍ່ຈະປະຖິ້ມພຣະເຈົ້າ. ໃນທາດແທ້ຄວາມຊົ່ວຮ້າຍຂອງມັນ, ຊາຕານບໍ່ເຊື່ອວ່າຫົວໃຈຂອງມະນຸດສາມາດຢຳເກງພຣະເຈົ້າໄດ້ຢ່າງແທ້ຈິງ. ຍ້ອນທາດແທ້ຄວາມຊົ່ວຮ້າຍຂອງມັນ ມັນບໍ່ຮູ້ວ່າຄວາມສັກສິດແມ່ນຫຍັງ, ມັນຮູ້ໜ້ອຍຫຼາຍວ່າຄວາມເຄົາລົບນັບຖືອັນໜ້າຢ້ານກົວນັ້ນແມ່ນຍັງ. ມັນບໍ່ຮູ້ວ່າການເຊື່ອຟັງພຣະເຈົ້າແມ່ນຫຍັງ ຫຼື ການຢຳເກງພຣະເຈົ້າແມ່ນຫຍັງ. ຍ້ອນວ່າຕົວຂອງມັນເອງບໍ່ໄດ້ຢໍາເກງພຣະເຈົ້າ, ມັນເຊື່ອວ່າມະນຸດກໍ່ບໍ່ສາມາດຢໍາເກງພຣະເຈົ້າໄດ້ເຊັ່ນກັນ, ນັ້ນມັນເປັນໄປບໍ່ໄດ້. ບອກເຮົາເບິ່ງດູ, ຊາຕານບໍ່ຊົ່ວຮ້າຍບໍ? ຍົກເວັ້ນພຣະຄຣິດຕະຈັກຂອງພວກເຮົາ, ບໍ່ວ່າມີຫຼາກຫຼາຍສາດສະໜາ ແລະ ນິກາຍ, ຫຼື ກຸ່ມທາງສາດສະໜາ ແລະ ສັງຄົມ, ບໍ່ມີໃຜໃນພວກເຂົາເຊື່ອເຖິງການມີຢູ່ຈິງຂອງພຣະເຈົ້າ ຫຼື ເຊື່ອວ່າພຣະເຈົ້າສາມາດປະຕິບັດພາລະກິດໄດ້, ດັ່ງນັ້ນພວກເຂົາຄິດວ່າສິ່ງທີ່ເຈົ້າເຊື່ອກໍ່ບໍ່ແມ່ນພຣະເຈົ້າເຊັ່ນກັນ. ຄົນທີ່ມົ້ວເບິ່ງ ແລະ ເຫັນຄົນອື່ນໆເປັນຄົນມົ້ວຄືກັນກັບລາວ. ຄົນທີ່ຕົວະຫຼອກຕະຫຼອດເວລາເບິ່ງ ແລະ ບໍ່ເຫັນໃຜສັດຊື່, ເຫັນພວກເຂົາທັງໝົດເລົ່າເລື່ອງຂີ້ຕົວະ. ຄົນຊົ່ວຮ້າຍເຫັນທຸກຄົນເປັນຄົນຊົ່ວ ແລະ ຕ້ອງການຕໍ່ສູ້ກັບທຸກຄົນທີ່ເຂົາເຫັນ. ໃນຂະນະທີ່ຄົນເຫຼົ່ານັ້ນທີ່ເປັນຄົນຂ້ອນຂ້າງສັດຊື່ເຫັນຄົນອື່ນໆເປັນຄົນສັດຊື່, ສະນັ້ນຈິ່ງຕິດກັບດັກຢູ່ສະເໝີ, ຖືກໂກງຢູ່ສະເໝີ ແລະ ບໍ່ມີຫຍັງກ່ຽວກັບມັນທີ່ພວກເຂົາສາມາດເຮັດໄດ້. ເຮົາເວົ້າສອງສາມຕົວຢ່າງເຫຼົ່ານີ້ເພື່ອເຮັດໃຫ້ພວກເຈົ້າແນ່ໃຈຫຼາຍຂຶ້ນ: ທໍາມະຊາດຄວາມຊົ່ວຮ້າຍຂອງຊາຕານບໍ່ໄດ້ເປັນການບີບບັງຄັບຊົ່ວຄາວ ຫຼື ບາງສິ່ງບາງຢ່າງທີ່ເກີດຈາກສະພາບແວດລ້ອມຂອງມັນ, ທັງບໍ່ແມ່ນການໄຂສຳແດງຊົ່ວຄາວທີ່ເກີດຈາກເຫດຜົນ ຫຼື ພື້ນຖານໃດໆ. ບໍ່ແມ່ນແນ່ນອນ! ມັນບໍ່ສາມາດຊ່ວຍໄດ້ ແຕ່ແມ່ນທາງນີ້. ມັນບໍ່ສາມາດເຮັດຫຍັງດີໆໄດ້. ເຖິງແມ່ນວ່າເມື່ອມັນເວົ້າບາງສິ່ງບາງຢ່າງທີ່ເປັນຕາຟັງເມື່ອໄດ້ຍິນ, ມັນພຽງຫຼອກລວງເຈົ້າ. ຫຍິ່ງຄໍາເວົ້າຂອງມັນຊື່ນໃຈຫຼາຍເທົ່າໃດ, ຮູ້ຈັກກາລະເທສະຫຼາຍເທົ່າໃດ, ສຸພາບຫຼາຍເທົ່າໃດ, ຄວາມຕັ້ງໃຈອັນຊົ່ວຮ້າຍຂອງມັນທີ່ຢູ່ເບື້ອງຫຼັງຄໍາເຫຼົ່ານີ້ຫຍິ່ງຮ້າຍແຮງຂຶ້ນກວ່າອີກ. ໃບໜ້າແບບໃດ, ທຳມະຊາດແບບໃດທີ່ຊາຕານສະແດງອອກໃນທັງສອງຕອນນີ້? (ຮ້າຍກາດ, ເປັນອັນຕະລາຍ ແລະ ຄວາມຊົ່ວຮ້າຍ.) ລັກສະນະພື້ນຖານຂອງມັນແມ່ນຄວາມຊົ່ວຮ້າຍ, ພິເສດແມ່ນຄວາມຊົ່ວຮ້າຍ ແລະ ເປັນອັນຕະລາຍ.

ດຽວນີ້ພວກເຮົາໄດ້ເວົ້າກ່ຽວກັບຊາຕານສຳເລັດແລ້ວ, ໃຫ້ພວກເຮົາກັບມາເວົ້າກ່ຽວກັບພຣະເຈົ້າຂອງພວກເຮົາ. ໃນໄລຍະແຜນການຄຸ້ມຄອງຫົວພັນປີຂອງພຣະເຈົ້າ, ຄຳເວົ້າໂດຍກົງຂອງພຣະເຈົ້າທີ່ຖືກບັນທຶກໄວ້ໃນພຣະຄຳພີມີໜ້ອຍຫຼາຍ, ແລະ ທີ່ຖືກບັນທຶກໄວ້ນັ້ນແມ່ນລຽບງ່າຍຫຼາຍ. ສະນັ້ນ ໃຫ້ພວກເຮົາເລີ່ມຕັ້ງແຕ່ຕອນເລີ່ມຕົ້ນ. ພຣະເຈົ້າໄດ້ສ້າງມະນຸດ ແລະ ນັບຕັ້ງແຕ່ນັ້ນມາກໍ່ໄດ້ນຳພາຊີວິດຂອງມວນມະນຸດ. ບໍ່ວ່າຈະເປັນການປະທານພຣະພອນໃຫ້ມວນມະນຸດ, ປະທານພຣະບັນຢັດ ແລະ ບົດບັນຢັດຂອງພຣະອົງໃຫ້ພວກເຂົາ, ຫຼື ກຳນົດກົດເກນຕ່າງໆສຳລັບຊີວິດ, ພວກເຈົ້າຮູ້ບໍວ່າເປົ້າໝາຍທີ່ພຣະເຈົ້າຕັ້ງໃຈໄວ້ແມ່ນຫຍັງໃນການເຮັດສິ່ງເຫຼົ່ານີ້? ກ່ອນອື່ນໝົດ, ເຈົ້າສາມາດເວົ້າໄດ້ຢ່າງໝັ້ນໃຈບໍວ່າສິ່ງທີ່ພຣະເຈົ້າເຮັດນັ້ນແມ່ນເພື່ອຄວາມດີຂອງມວນມະນຸດ? ພວກເຈົ້າອາດຄິດວ່າປະໂຫຍກນີ້ຂ້ອນຂ້າງກວ້າງ ແລະ ໂຂ່ງ, ແຕ່ແມ່ນການເວົ້າແບບພິເສດ, ທຸກສິ່ງທຸກຢ່າງທີ່ພຣະເຈົ້າກະທໍາແມ່ນເພື່ອນຳພາ ແລະ ນຳທາງມະນຸດໄປສູ່ການດໍາລົງຊີວິດທີ່ທໍາມາດາ. ບໍ່ວ່າມະນຸດເກັບຮັກສາກົດເກນ ແລະ ພຣະບັນຢັດຂອງພຣະເຈົ້າ, ເປົ້າໝາຍຂອງພຣະເຈົ້າແມ່ນເພື່ອບໍ່ໃຫ້ມະນຸດນະມັດສະການຊາຕານ, ບໍ່ຖືກຊາຕານເຮັດໃຫ້ບາດເຈັບ; ນີ້ແມ່ນຮາກຖານທີ່ສຸດ, ແລະ ນີ້ແມ່ນສິ່ງທີ່ໄດ້ສຳເລັດລົງໃນຕອນຕົ້ນ. ໃນຕອນຕົ້ນໆ, ເມື່ອມະນຸດບໍ່ໄດ້ເຂົ້າໃຈພຣະປະສົງຂອງພຣະເຈົ້າ ພຣະອົງໄດ້ວາງບາງພຣະບັນຢັດ ແລະ ກົດເກນງ່າຍໆ, ແລະ ຈັດເຮັດບົດບັນຢັດທີ່ຄວບຄຸມທຸກດ້ານ. ບົດບັນຢັດເຫຼົ່ານີ້ລຽບງ່າຍ, ຢູ່ໃນນັ້ນມີພຣະປະສົງຂອງພຣະເຈົ້າບັນຈຸຢູ່. ພຣະເຈົ້າຊົງສະຫງວນໄວ້, ຫວງແຫນ ແລະ ຮັກແພງມວນມະນຸດຢ່າງສຸດຊຶ້ງ. ບໍ່ແມ່ນແບບນັ້ນບໍ? (ແມ່ນ.) ສະນັ້ນ ພວກເຮົາສາມາດເວົ້າໄດ້ບໍວ່າຫົວໃຈຂອງພຣະອົງສັກສິດ? ພວກເຮົາສາມາດເວົ້າໄດ້ບໍວ່າຫົວໃຈຂອງພຣະອົງສະອາດ? (ແມ່ນ.) ພຣະເຈົ້າມີຄວາມຕັ້ງໃຈທີ່ລີ້ລັບໃດໆບໍ? (ບໍ່.) ດັ່ງນັ້ນ, ເປົ້າໝາຍຂອງພຣະອົງຖືກຕ້ອງ ແລະ ເປັນບວກບໍ? (ແມ່ນ.) ບໍ່ວ່າພຣະເຈົ້າໄດ້ສ້າງບົດບັດຢັດອັນໃດ, ໃນຫຼັກສູດພາລະກິດຂອງພຣະອົງ ພວກມັນທັງໝົດລ້ວນມີຜົນດີຕໍ່ມະນຸດ, ແລະ ພວກມັນກໍ່ນຳທາງ. ສະນັ້ນ, ໃນຄວາມຄິດຂອງພຣະເຈົ້າມີຄວາມຄິດເພື່ອຮັບໃຊ້ຕົນເອງບໍ? ພຣະເຈົ້າມີເປົ້າໝາຍເພີ່ມເຕີມທີ່ມະນຸດຕ້ອງກັງວົນບໍ, ຫຼື ພຣະອົງຕ້ອງການໃຊ້ມະນຸດໃນບາງທາງບໍ? (ບໍ່.) ບໍ່ເລີຍ. ພຣະເຈົ້າກະທຳດັ່ງທີ່ພຣະອົງກ່າວ, ແລະ ໃນຫົວໃຈຂອງພຣະອົງ ພຣະອົງກໍ່ຄິດແບບນີ້ເຊັ່ນກັນ. ບໍ່ມີວັດຖຸປະສົງທີ່ເຈືອປົນ, ບໍ່ມີຄວາມຄິດແບບຮັບໃຊ້ຕົນເອງ. ພຣະອົງບໍ່ໄດ້ກະທໍາສິ່ງໃດໆເພື່ອພຣະອົງເອງ, ແຕ່ເຮັດທຸກສິ່ງທຸກຢ່າງເພື່ອມະນຸດຢ່າງແນ່ນອນ, ໂດຍປາດສະຈາກເປົ້າໝາຍສ່ວນຕົວໃດໆ. ເຖິງແມ່ນວ່າພຣະອົງມີແຜນການ ແລະ ຄວາມຕັ້ງໃຈສໍາລັບມະນຸດ, ພຣະອົງກໍ່ບໍ່ໄດ້ເຮັດສິ່ງໃດໆເພື່ອພຣະອົງເອງ. ທຸກສິ່ງທຸກຢ່າງທີ່ພຣະອົງໄດ້ເຮັດແມ່ນເພື່ອມະນຸດລ້ວນໆ, ເພື່ອປົກປ້ອງມະນຸດ, ເພື່ອປ້ອງກັນບໍ່ໃຫ້ມະນຸດຫຼົງທາງ. ສະນັ້ນ, ຫົວໃຈດວງນີ້ບໍ່ລໍ້າຄ່າບໍ? ເຈົ້າສາມາດເຫັນແມ່ນແຕ່ຄໍາໃບ້ທີ່ນ້ອຍທີ່ສຸດຂອງຫົວໃຈອັນລໍ້າຄ່ານີ້ໃນຊາຕານບໍ? (ບໍ່.) ເຈົ້າບໍ່ສາມາດເຫັນແມ່ນແຕ່ຄໍາໃບ້ດຽວໃນຊາຕານ. ທຸກສິ່ງທຸກຢ່າງທີ່ພຣະເຈົ້າເຮັດໄດ້ຖືກໄຂສຳແດງແບບທຳມະຊາດ. ໂດຍການແນມເບິ່ງວິທີທີ່ພຣະເຈົ້າເຮັດພາລະກິດ, ພຣະເອົງເຮັດພາລະກິດແນວໃດ? ພຣະເຈົ້າຊົງໃຊ້ພຣະບັນຢັດ ແລະ ພຣະທຳຂອງພຣະອົງ ແລະ ມັດມັນຢ່າງແໜ້ນໃສ່ຫົວຂອງທຸກໆຄົນຄືກັບຄາຖາແຫ່ງບ້ວງທອງຄຳ,[ກ] ກໍາໜົດພວກມັນໃຫ້ແຕ່ລະຄົນ. ພຣະອົງຊົງເຮັດວຽກໃນທາງນີ້ບໍ? (ບໍ່.) ແລ້ວພຣະເຈົ້າຊົງເຮັດພາລະກິດຂອງພຣະອົງໃນທາງໃດ? (ພຣະອົງຊົງນຳທາງພວກເຮົາ. ພຣະອົງແນະນໍາ ແລະ ໃຫ້ກໍາລັງໃຈພວກເຮົາ.) ພຣະອົງຄຸກຄາມບໍ? ພຣະອົງເວົ້າກັບພວກເຈົ້າແບບກ້ຽວໄປວຽນມາບໍ? (ບໍ່.) ເມື່ອເຈົ້າບໍ່ເຂົ້າໃຈຄວາມຈິງ, ພຣະເຈົ້ານຳທາງເຈົ້າແນວໃດ? (ພຣະອົງສ່ອງແສງສະຫວ່າງ.) ພຣະອົງສ່ອງແສງສະຫວ່າງໃສ່ເຈົ້າ, ບອກເຈົ້າຢ່າງແຈ່ມແຈ້ງວ່າສິ່ງນີ້ບໍ່ສອດຄ່ອງກັບຄວາມຈິງ ແລະ ສິ່ງທີ່ເຈົ້າຄວນເຮັດ. ຈາກວິທີທາງເຫຼົ່ານີ້ທີ່ພຣະເຈົ້າຊົງປະຕິບັດພາລະກິດ, ເຈົ້າຈະບໍ່ຮູ້ສຶກວ່າພຣະເຈົ້າຢູ່ໄກເກີນເອື້ອມ, ກົ່ງກັນຂ້າມ, ເຈົ້າຈະຮູ້ສຶກວ່າພຣະເຈົ້າຢູ່ໃກ້ເຈົ້າເປັນພິເສດ, ບໍ່ມີໄລຍະຫວ່າງລະຫວ່າງເຈົ້າ. ເພື່ອພຣະເຈົ້າຊົງນຳທາງເຈົ້າ, ເມື່ອພຣະອົງປະທານໃຫ້ເຈົ້າ, ຊ່ວຍເຈົ້າ ແລະ ສະໜັບສະໜູນເຈົ້າ, ເຈົ້າຮູ້ສຶກໄດ້ເຖິງຄວາມເປັນມິດຂອງພຣະເຈົ້າ, ຄວາມໜ້າເຄົາລົບນັບຖືຂອງພຣະອົງ, ເຈົ້າຮູ້ສຶກໄດ້ວ່າພຣະເຈົ້າຊົງນ່າຮັກພຽງໃດ, ອົບອຸ່ນພຽງໃດ. ແຕ່ເມື່ອພຣະເຈົ້າຊົງຕໍາໜິການເຮັດຜິດຂອງເຈົ້າ, ຫຼື ເມື່ອພຣະອົງຕັດສິນ ແລະ ໃສ່ວິໃນເຈົ້າສຳລັບການກໍ່ກະບົດຕໍ່ຕ້ານພຣະອົງ, ພຣະເຈົ້າໃຊ້ວິທີການໃດ? ພຣະອົງຕຳໜິເຈົ້າດ້ວຍຄຳເວົ້າບໍ? ພຣະອົງໃສ່ວິໃນເຈົ້າຜ່ານສະພາບແວດລ້ອມຂອງເຈົ້າ ແລະ ຜ່ານຜູ້ຄົນ, ກິດຈະການ ແລະ ສິ່ງຕ່າງໆບໍ? (ແມ່ນ.) ວິໃນນີ້ໄປເຖິງລະດັບໃດ? ມັນໄປຮອດຈຸດດຽວກັບທີ່ຊາຕານທຳຮ້າຍມະນຸດບໍ? (ບໍ່, ມັນຮອດຂັ້ນທີ່ມະນຸດສາມາດທົນໄດ້.) ພຣະເຈົ້າປະຕິບັດພາລະກິດໃນວິທີທີ່ອ່ອນໂຍນ, ຮັກ, ລະອຽດອ່ອນ ແລະ ຫ່ວງໃຍ, ພິເສດແມ່ນວິທີທາງທີ່ສາມາດວັດແທກໄດ້ ແລະ ເໝາະສົມ. ວິທີທາງຂອງພຣະອົງບໍ່ໄດ້ເຮັດໃຫ້ເຈົ້າຮູ້ສຶກເຖິງອາລົມທີ່ຮຸນແຮງເຊັ່ນ, “ພຣະເຈົ້າຕ້ອງປ່ອຍໃຫ້ເຮົາເຮັດສິ່ງນີ້” ຫຼື “ພຣະເຈົ້າຕ້ອງປ່ອຍໃຫ້ເຮົາເຮັດສິ່ງນັ້ນ”. ພຣະເຈົ້າບໍ່ເຄີຍປະທານຄວາມຄິດທີ່ຮຸນແຮງ ຫຼື ຄວາມຮູ້ສຶກທີ່ຮຸນແຮງທີ່ເຮັດໃຫ້ບໍ່ສາມາດທົນສິ່ງຕ່າງໆໄດ້ໃຫ້ແກ່ເຈົ້າບໍ່ແມ່ນບໍ? ແມ່ນແຕ່ເມື່ອເຈົ້າຍອມຮັບພຣະທຳແຫ່ງການພິພາກສາ ແລະ ຕິສອນຂອງພຣະເຈົ້າ, ແລ້ວເຈົ້າຮູ້ສຶກແນວໃດ? ເມື່ອເຈົ້າຮູ້ສຶກເຖິງລິດອໍານາດ ແລະ ພະລັງຂອງພຣະເຈົ້າ, ເຈົ້າຮູ້ສຶກແນວໃດ? ເຈົ້າຮູ່ສຶກວ່າພຣະເຈົ້າສູງສົ່ງ ແລະ ບໍ່ສາມາດທຳລາຍໄດ້ແມ່ນບໍ? (ແມ່ນ.) ໃນຊ່ວງເວລາເຫຼົ່ານີ້ເຈົ້າຮູ້ສຶກເຫີນຫ່າງຈາກພຣະເຈົ້າບໍ? ເຈົ້າຮູ້ສຶກຢ້ານກົວພຣະເຈົ້າບໍ? ບໍ່, ກົງກັນຂ້າມ, ເຈົ້າຮູ້ສຶກຢໍາເກງຄວາມໜ້າເຄົາລົບນັບຖືຂອງພຣະເຈົ້າ. ຜູ້ຄົນຈະບໍ່ຮູ້ສຶກເຖິງສິ່ງທັງໝົດເຫຼົ່ານີ້ຍ້ອນພາລະກິດຂອງພຣະເຈົ້າບໍ? ຖ້າຊາຕານເຮັດວຽກໃນຕົວມະນຸດ ພວກເຂົາຈະມີຄວາມຮູ້ສຶກເຫຼົ່ານີ້ບໍ? (ບໍ່.) ພຣະເຈົ້າຊົງໃຊ້ພຣະທຳຂອງພຣະອົງ, ຄວາມຈິງ ແລະ ຊີວິດຂອງພຣະອົງເພື່ອປະທານໃຫ້ມະນຸດຢ່າງຕໍ່ເນື່ອງ, ເພື່ອຊ່ວຍມະນຸດ. ເມື່ອມະນຸດອ່ອນແອ, ເມື່ອມະນຸດຮູ້ສຶກຄ້ອຍໃຈ, ແນ່ນອນພຣະເຈົ້າບໍ່ໄດ້ກ່າວຢ່າງຮຸນແຮງ, ເວົ້າວ່າ: “ບໍ່ຕ້ອງຮູ້ສຶກຄ້ອຍໃຈ, ເຈົ້າເຮັດຫຍັງລົງໄປ? ເຈົ້າອ່ອນແອຍ້ອນຫຍັງ? ເຈົ້າອ່ອນແອກ່ຽວກັບຫຍັງ? ເຈົ້າອ່ອນແອ ແລະ ອ່ອນແອລົງເລື້ອຍໆ. ຈຸດປະສົງໃນການດຳລົງຊີວິດແມ່ນຫຍັງ? ພຽງແຕ່ຕາຍ!” ພຣະເຈົ້າເຮັດພາລະກິດໃນທາງນີ້ບໍ? (ບໍ່.) ພຣະເຈົ້າມີລິດອຳນາດເພື່ອເຮັດແບບນີ້ບໍ? (ແມ່ນ.) ແຕ່ພຣະເຈົ້າບໍ່ໄດ້ເຮັດແບບນີ້. ເຫດຜົນທີ່ພຣະເຈົ້າບໍ່ໄດ້ເຮັດແບບນີ້ນັ້ນກໍ່ຍ້ອນທາດແທ້ຂອງພຣະອົງ, ທາດແທ້ແຫ່ງຄວາມສັກສິດຂອງພຣະເຈົ້າ. ຄວາມຮັກຂອງພຣະອົງຕໍ່ມະນຸດ, ການສະຫງວນໄວ້ ແລະ ຄວາມຫວງແຫນຂອງພຣະອົງທີ່ມີຕໍ່ມະນຸດບໍ່ສາມາດຖືກສະແດງອອກຢ່າງຊັດເຈນພຽງແຕ່ໃນໜຶ່ງ ຫຼື ສອງປະໂຫຍກເທົ່ານັ້ນ. ບໍ່ແມ່ນສິ່ງທີ່ເກີດຈາກການໂອ້ອວດຂອງມະນຸດ, ແຕ່ແມ່ນສິ່ງທີ່ພຣະເຈົ້ານຳມາໃຊ້ໃນການປະຕິບັດຕົວຈິງ; ມັນແມ່ນການເປີດເຜີຍທາດແທ້ຂອງພຣະເຈົ້າ. ທຸກໆວິທີທາງທີ່ພຣະເຈົ້າປະຕິບັດພາລະກິດສາມາດອະນຸຍາດໃຫ້ມະນຸດເຫັນຄວາມສັກສິດຂອງພຣະເຈົ້າໄດ້ບໍ? ໃນທຸກໆວິທີທາງທີ່ພຣະເຈົ້າປະຕິບັດພາລະກິດ, ລວມເຖິງເຈດຕະນາດີຂອງພຣະເຈົ້າ, ລວມເຖິງຜົນໄດ້ຮັບທີ່ພຣະເຈົ້າປາດຖະນາທີ່ຈະບັນລຸໃນຕົວມະນຸດ, ລວມເຖິງວິທີການຕ່າງໆທີ່ພຣະເຈົ້າໃຊ້ເພື່ອເຮັດພາລະກິດໃນຕົວມະນຸດ, ປະເພດພາລະກິດທີ່ພຣະອົງປະຕິບັດ, ສິ່ງທີ່ພຣະອົງຕ້ອງການເຂົ້າໃຈ-ເຈົ້າເຄີຍເຫັນຄວາມຊົ່ວຮ້າຍ ຫຼື ຄວາມເຈົ້າເລ່ໃນເຈດຕະນາດີຂອງພຣະເຈົ້າບໍ? (ບໍ່.) ດັ່ງນັ້ນ, ໃນທຸກສິ່ງທຸກຢ່າງທີ່ພຣະເຈົ້າກະທຳ, ທຸກສິ່ງທຸກຢ່າງທີ່ພຣະເຈົ້າກ່າວ, ທຸກສິ່ງທຸກຢ່າງທີ່ພຣະອົງຄິດໃນໃຈຂອງພຣະອົງ, ເຊັ່ນດຽວກັບທາດແທ້ທັງໝົດຂອງພຣະເຈົ້າທີ່ພຣະອົງໄຂສຳແດງ-ພວກເຮົາສາມາດເອີ້ນວ່າພຣະເຈົ້າສັກສິດໄດ້ບໍ? (ແມ່ນ.) ມີມະນຸດຄົນໃດເຄີຍເຫັນຄວາມສັກສິດນີ້ໃນໂລກ, ຫຼື ໃນຕົວຂອງເຂົາເອງບໍ? ນອກຈາກພຣະເຈົ້າ, ເຈົ້າເຄີຍເຫັນມັນໃນຕົວມະນຸດຄົນໃດ ຫຼື ໃນຊາຕານບໍ? (ບໍ່.) ຈາກສິ່ງທີ່ພວກເຮົາໄດ້ເວົ້າເຖິງ, ພວກເຮົາສາມາດເອີ້ນພຣະເຈົ້າວ່າເປັນໜຶ່ງ, ພຣະອົງເອງເປັນຜູ້ສັກສິດໄດ້ບໍ? (ແມ່ນ.) ທັງໝົດທີ່ພຣະເຈົ້າປະທານໃຫ້ມະນຸດ, ລວມເຖິງພຣະຄໍາຂອງພຣະເຈົ້າ, ວິທີການຕ່າງໆທີ່ພຣະເຈົ້າປະຕິບັດພາລະກິດໃນຕົວມະນຸດ, ທີ່ພຣະເຈົ້າບອກມະນຸດ, ທີ່ພຣະເຈົ້າເຕືອນຄວາມຈຳມະນຸດ, ທີ່ພຣະອົງແນະນຳ ແລະ ໃຫ້ກຳລັງໃຈ, ທັງໝົດມາຈາກທາດແທ້ໜຶ່ງດຽວກັນ: ທັງໝົດມາຈາກຄວາມສັກສິດຂອງພຣະເຈົ້າ. ຖ້າບໍ່ມີພຣະເຈົ້າສັກສິດເຊັ່ນນີ້, ບໍ່ມີມະນຸດຄົນໃດສາມາດແທນທີ່ພຣະອົງເພື່ອເຮັດພາລະກິດທີ່ພຣະອົງກະທຳໄດ້.ຖ້າພຣະເຈົ້າເອົາຄົນເຫຼົ່ານີ້ ແລະ ມອບພວກເຂົາທັງໝົດໃຫ້ຊາຕານ, ເຈົ້າເຄີຍພິຈາລະນາປະເພດສະພາບຂອງພວກເຈົ້າທັງໝົດໃນມື້ນີ້ບໍ? ພວກເຈົ້າທັງໝົດຈະນັ່ງຢູ່ທີ່ນີ້, ສົມບູນແບບ ແລະ ບໍ່ເປັນອັນຕະລາຍບໍ? ພວກເຈົ້າຈະເວົ້າເຊັ່ນກັນວ່າ: “ໄປໆມາໆ ແລະ ຍ່າງຂຶ້ນໆລົງໆເທິງແຜ່ນດິນໂລກ”? ເຈົ້າຈະຂີ້ໂມ້ຫຼາຍ, ກ້າຫານຫຼາຍ ແລະ ໂອ້ອວດໂດຍບໍ່ມີຄວາມອັບອາຍຕໍ່ໜ້າພຣະເຈົ້າ, ແລະ ຍ່າງໄປຮອບໆ ເວົ້າໃນວິທີທາງເຊັ່ນນີ້ບໍ? (ແມ່ນ.) ເຈົ້າຈະເຮັດຮ້ອຍເປີເຊັນ! ເຈົ້າຈະເຮັດແນ່ນອນ! ທັດສະນະຄະຕິຂອງຊາຕານຕໍ່ມະນຸດເຮັດໃຫ້ພວກເຂົາເຫັນວ່າທຳມະຊາດຂອງຊາຕານ ແລະ ທາດແທ້ຂອງມັນນັ້ນແຕກຕ່າງຈາກຂອງພຣະເຈົ້າຢ່າງສິ້ນເຊີງ. ທາດແທ້ຫຍັງຂອງຊາຕານທີ່ກົງກັນຂ້າມກັບຄວາມສັກສິດຂອງພຣະເຈົ້າ? (ຄວາມຊົ່ວຮ້າຍຂອງມັນ.) ທໍາມະຊາດຄວາມຊົ່ວຮ້າຍຂອງຊາຕານແມ່ນສິ່ງທີ່ກົງກັນຂ້າມກັບຄວາມສັກສິດຂອງພຣະເຈົ້າ. ເຫດຜົນເປັນຫຍັງຄົນສ່ວນຫຼາຍບໍ່ຮູ້ຈັກການສະແດງອອກນີ້ຂອງພຣະເຈົ້າ ແລະ ທາດແທ້ນີ້ແຫ່ງຄວາມສັກສິດຂອງພຣະເຈົ້າແມ່ນຍ້ອນວ່າພວກເຂົາດໍາລົງຊີວິດຢູ່ພາຍໃຕ້ອານາເຂດຂອງຊາຕານ, ພາຍໃນການເຮັດຜິດຂອງຊາຕານ ແລະ ພາຍໃນຄອກຂອງຊາຕານ. ພວກເຂົາບໍ່ຮູ້ຈັກວ່າຄວາມສັກສິດແມ່ນຫຍັງ ຫຼື ຮູ້ວິທີນິຍາມຄວາມສັກສິດ. ແມ່ນແຕ່ເມື່ອເຈົ້າຮັບຮູ້ຄວາມສັກສິດຂອງພຣະເຈົ້າ, ເຈົ້າຍັງບໍ່ສາມາດນິຍາມມັນວ່າແມ່ນຄວາມສັກສິດຂອງພຣະເຈົ້າດ້ວຍຄວາມແນ່ໃຈ. ນີ້ຄືຄວາມແຕກຕ່າງຂອງຄວາມຮູ້ມະນຸດກ່ຽວກັບຄວາມສັກສິດຂອງພຣະເຈົ້າ.

ລັກສະນະຕົວແທນປະເພດໃດທີ່ສະແດງອອກເຖິງພາລະກິດຂອງຊາຕານກັບມະນຸດ? ເຈົ້າຄວນສາມາດຮຽນຮູ້ສິ່ງນີ້ຜ່ານທາງປະສົບການຂອງຕົວພວກເຈົ້າເອງ-ມັນແມ່ນລັກສະນະທີ່ເປັນຕົວແທນຫຼາຍທີ່ສຸດຂອງຊາຕານ, ສິ່ງທີ່ມັນເຮັດຫຼາຍທີ່ສຸດ, ສິ່ງທີ່ມັນພະຍາຍາມເຮັດກັບທຸກຄົນ. ບາງທີເຈົ້າອາດບໍ່ສາມາດເຫັນລັກສະນະນີ້, ດັ່ງນັ້ນເຈົ້າຈິ່ງບໍ່ຮູ້ສຶກວ່າຊາຕານນັ້ນໜ້າຢ້ານກົວ ແລະ ເປັນຕາຊັງຫຼາຍ. ມີໃຜຮູ້ບໍວ່າລັກສະນະນີ້ແມ່ນຫຍັງ? ບອກເຮົາແດ່. (ທຸກສິ່ງທຸກຢ່າງທີ່ມັນເຮັດລົງໄປແມ່ນເພື່ອທຳຮ້າຍມະນຸດ.) ມັນທຳຮ້າຍມະນຸດແນວໃດ? ຂໍໃຫ້ເຈົ້າສະແດງໃຫ້ເຮົາເຫັນຢ່າງຊັດເຈນ ແລະ ຢ່າງລະອຽດຂຶ້ນໄດ້ບໍ? (ມັນອິນອອຍ, ລໍ້ລວງ ແລະ ຫຼອກລວງມະນຸດ). ນັ້ນຖືກຕ້ອງແລ້ວ, ສິ່ງນີ້ສະແດງໃຫ້ເຫັນຫຼາຍໆດ້ານ. ນອກຈາກນີ້ມັນຍັງລວງຕາ, ໂຈມຕີ ແລະ ກ່າວຫາມະນຸດ-ທັງໝົດນີ້. ຍັງມີອີກບໍ? (ມັນຂີ້ຕົວະ.) ຂີ້ໂກງ ແລະ ຂີ້ຕົວະມາຈາກທຳມະຊາດທີ່ສຸດຂອງຊາຕານ. ມັນເຮັດເລື້ອຍຈົນວ່າການຕົວະຫຼອກອອກຈາກປາກຂອງມັນໂດຍທີ່ມັນບໍ່ຕ້ອງຄິດ. ມີຫຍັງອີກບໍ? (ມັນຫວ່ານການຄັດຄັ້ນ.) ອັນນີ້ບໍ່ສຳຄັນປານໃດ. ເຮົາຈະບັນລະຍາຍບາງຢ່າງໃຫ້ພວກເຈົ້າຟັງເຊິ່ງຈະເຮັດໃຫ້ພວກເຈົ້າຢ້ານ, ແຕ່ເຮົາບໍ່ໄດ້ເຮັດມັນເພື່ອໃຫ້ພວກເຈົ້າຢ້ານ. ພຣະເຈົ້າເຮັດວຽກກັບມະນຸດ ແລະ ມະນຸດເປັນທີ່ຫວງແຫນທັງໃນທັດສະນະຄະຕິຂອງພຣະເຈົ້າ ແລະ ໃນຫົວໃຈຂອງພຣະອົງ. ໃນທາງກົງກັນຂ້າມ, ຊາຕານຫວງແຫນມະນຸດບໍ? ມັນບໍ່ໄດ້ຫວງແຫນມະນຸດ. ທັງໝົດທີ່ມັນຄິດແມ່ນທຳຮ້າຍມະນຸດ. ນັ້ນບໍ່ຖືກຕ້ອງບໍ? ເມື່ອມັນເມົາແຕ່ຄິດຫຼາຍກວ່າການທຳຮ້າຍມະນຸດ, ມັນຈະເຮັດເຊັ່ນນັ້ນໃນສະພາບຈິດໃຈທີ່ຟ້າວຟັ່ງບໍ? (ແມ່ນ.) ດັ່ງນັ້ນ, ເມື່ອເວົ້າເຖິງການເຮັດວຽກຂອງຊາຕານກັບມະນຸດ, ຢູ່ບ່ອນນີ້ເຮົາມີສອງປະໂຫຍກທີ່ສາມາດບັນລະຍາຍທຳມະຊາດທີ່ເປັນອັນຕະລາຍ ແລະ ຊົ່ວຊ້າຂອງຊາຕານໄດ້ຢ່າງພຽງພໍ, ເຊິ່ງສາມາດເຮັດໃຫ້ພວກເຈົ້າເຂົ້າໃຈຄວາມກຽດຊັງຂອງຊາຕານໄດ້ຢ່າງແທ້ຈິງ: ໃນວິທີການຂອງຊາຕານຕໍ່ມະນຸດ, ມັນຕ້ອງການທີ່ຈະຄອບຄອງ ແລະ ຄອບງຳເຂົາຢ່າງມີພະລັງສະເໝີ, ແຕ່ລະຄົນ ແລະ ທຸກຄົນ, ເພື່ອວ່າມັນຈະໄປເຖິງຈຸດທີ່ມັນສາມາດຄວບຄຸມມະນຸດໄດ້ຢ່າງສົມບູນ, ທໍາຮ້າຍມະນຸດ, ເພື່ອວ່າມັນຈະສາມາດບັນລຸຈຸດປະສົງ ແລະ ຄວາມໄຝ່ສູງນີ້. “ການຄອບຄອງຢ່າງມີພະລັງ” ໝາຍຄວາມວ່າແນວໃດ? ມັນເກີດຂຶ້ນຈາກການຍິນຍອມຂອງເຈົ້າ ຫຼື ປາດສະຈາກການຍິນຍອມຂອງເຈົ້າ? ມັນເກີດຂຶ້ນດ້ວຍການຮັບຮູ້ຂອງເຈົ້າ ຫຼື ປາດສະຈາກການຮັບຮູ້ຂອງເຈົ້າ? ມັນປາດສະຈາກການທີ່ເຈົ້າຮູ້ຢ່າງສິ້ນເຊີງ! ໃນສະຖານະການທີ່ເຈົ້າບໍ່ຮູ້ຕົວ, ເປັນໄປໄດ້ເມື່ອມັນບໍ່ໄດ້ເວົ້າຫຍັງ ຫຼື ເປັນໄປໄດ້ເມື່ອມັນບໍ່ໄດ້ເຮັດຫຍັງເລີຍ, ເມື່ອບໍ່ມີຫຼັກຖານ, ເມື່ອບໍ່ມີເນື້ອໃນ, ມັນຢູ່ອ້ອມຂ້າງເຈົ້າ, ອ້ອມຮອບຕົວເຈົ້າ. ມັນແນມຫາໂອກາດທີ່ຈະເອົາປຽບ, ຈາກນັ້ນກໍ່ຈະຄອບຄອງເຈົ້າທັນທີ, ຄອບງໍາເຈົ້າ, ບັນລຸຈຸດປະສົງຂອງມັນໃນການຄວບຄຸມເຈົ້າ ແລະ ທໍາຮ້າຍເຈົ້າຢ່າງສົມບູນ. ນີ້ແມ່ນຄວາມຕັ້ງໃຈ ແລະ ພຶດຕິກຳທົ່ວໄປທີ່ສຸດໃນການຕໍ່ສູ້ຕໍ່ຕ້ານພຣະເຈົ້າຂອງຊາຕານເພື່ອມວນມະນຸດ. ຮູ້ສືກແນວໃດເມື່ອພວກເຈົ້າໄດ້ຍິນສິ່ງນີ້? (ຢ້ານ ແລະ ຫວາດກົວຢູ່ໃນໃຈຂອງພວກເຮົາ.) ເຈົ້າຮູ້ສຶກເບື່ອໜ່າຍບໍ? (ແມ່ນ.) ເມື່ອພວກເຈົ້າຮູ້ສຶກເບື່ອໜ່າຍ, ພວກເຈົ້າຄິດວ່າຊາຕານບໍ່ລະອາຍໃຈບໍ? ເມື່ອພວກເຈົ້າຄິດວ່າຊາຕານບໍ່ລະອາຍໃຈ, ແລ້ວພວກເຈົ້າຮູ້ສຶກເບື່ອໜ່າຍກັບຄົນເຫຼົ່ານັ້ນອ້ອມຮອບຕົວເຈົ້າທີ່ຕ້ອງການຄວບຄຸມພວກເຈົ້າສະເໝີບໍ, ບັນດາຜູ້ທີ່ທະເຍີທະຍານກັບສະຖານະ ແລະ ຜົນປະໂຫຍດບໍ? (ແມ່ນ.) ສະນັ້ນ ຊາຕານໃຊ້ວິທີການໃດເພື່ອຄອບງຳ ແລະ ຄອບຄອງມະນຸດຢ່າງມີພະລັງ? ກ່ຽວກັບສິ່ງນີ້ພວກເຈົ້າຈະແຈ້ງແລ້ວບໍ? ເມື່ອເຈົ້າໄດ້ຍິນສອງວະລີນີ້ກ່ຽວກັບ “ການຄອບຄອງຢ່າງມີພະລັງ” ແລະ “ການຄອບງຳ”, ເຈົ້າຮູ້ສຶກແປກໆ ແລະ ຮູ້ສຶກກຽດຊັງແມ່ນບໍ? ເຈົ້າໄດ້ຮັບລົດຊາດກິ່ນອາຍຄວາມຊົ່ວຂອງພວກເຂົາບໍ? ໂດຍປາດສະຈາກການຍິນຍອມຂອງເຈົ້າ ຫຼື ຄວາມຮູ້ຂອງເຈົ້າ, ມັນຄອບງຳເຈົ້າ, ຄອບຄອງເຈົ້າ ແລະ ເຮັດໃຫ້ເຈົ້າເສຍຫາຍ. ເຈົ້າສາມາດຊີມລົດຊາດຫຍັງໃນຫົວໃຈຂອງເຈົ້າໄດ້ແນ່? ເຈົ້າຮູ້ສຶກກຽດຊັງ ແລະ ລັງກຽດບໍ? (ແມ່ນ.) ເມື່ອເຈົ້າຮູ້ສຶກເຖິງຄວາມກຽດຊັງ ແລະ ການລັງກຽດຕໍ່ເສັ້ນທາງນີ້ຂອງຊາຕານ, ແລ້ວຄວາມຮູ້ສຶກປະເພດໃດທີ່ເຈົ້າມີຕໍ່ພຣະເຈົ້າ? (ຂອບພຣະຄຸນ.) ຂອບພຣະຄຸນພຣະເຈົ້າທີ່ໄດ້ຊ່ວຍເຈົ້າໃຫ້ຮອດ. ສະນັ້ນດຽວນີ້, ໃນເວລານີ້, ເຈົ້າມີຄວາມປາດຖະໜາ ຫຼື ຄວາມຕັ້ງໃຈທີ່ຈະໃຫ້ພຣະເຈົ້າເບິ່ງແຍງທຸກສິ່ງທຸກຢ່າງຂອງເຈົ້າ ແລະ ຄອບຄອງທຸກສິ່ງທຸກຢ່າງຂອງເຈົ້າບໍ? (ແມ່ນ.) ໃນບໍລິບົດໃດ? ເຈົ້າເວົ້າວ່າແມ່ນຍ້ອນວ່າເຈົ້າຢ້ານຖືກຊາຕານຄອບຄອງຢ່າງມີພະລັງ ແລະ ຄອບງໍາແມ່ນບໍ? (ແມ່ນ.) ເຈົ້າບໍ່ສາມາດມີຄວາມຄິດແບບນີ້ໄດ້, ມັນບໍ່ຖືກຕ້ອງ. ບໍ່ຕ້ອງຢ້ານ, ພຣະເຈົ້າຢູ່ນີ້ແລ້ວ. ບໍ່ມີຫຍັງຕ້ອງຢ້ານ. ເມື່ອເຈົ້າໄດ້ເຂົ້າໃຈເຖິງທໍາມະຊາດຄວາມຊົ່ວຮ້າຍຂອງຊາຕານແລ້ວ, ເຈົ້າຄວນມີຄວາມເຂົ້າໃຈທີ່ຖືກຕ້ອງຫຼາຍຂຶ້ນ ຫຼື ການສະຫງວນທີ່ເລິກເຊິ່ງກວ່າຂອງຄວາມຮັກພຣະເຈົ້າ, ຄວາມຕັ້ງໃຈທີ່ດີຂອງພຣະເຈົ້າ, ຄວາມເມດຕາຂອງພຣະເຈົ້າ ແລະ ຄວາມອົດທົນທີ່ມີຕໍ່ມະນຸດ ແລະ ນິໃສອັນຊອບທຳຂອງພຣະອົງ. ຊາຕານນັ້ນເປັນຕາຊັງຫຼາຍ, ແຕ່ຖ້າສິ່ງນີ້ຍັງບໍ່ສ້າງແຮງບັນດານໃຈໃຫ້ກັບຄວາມຮັກຂອງເຈົ້າຕໍ່ພຣະເຈົ້າ, ແລ້ວເຈົ້າແມ່ນຄົນປະເພດໃດ? ເຈົ້າຕັ້ງໃຈປະໃຫ້ຊາຕານທຳຮ້າຍເຈົ້າບໍ? ຫຼັງຈາກທີ່ເຫັນຄວາມຊົ່ວຮ້າຍ ແລະ ຄວາມໜ້າລັງກຽດຂອງຊາຕານແລ້ວ, ພວກເຮົາຫັນກັບມາ ແລະ ເບິ່ງໄປທີ່ພຣະເຈົ້າ. ຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າໃນປັດຈຸບັນນີ້ປະສົບກັບການປ່ຽນແປງໃດໆບໍ? ເຈົ້າສາມາດເວົ້າໄດ້ບໍວ່າພຣະເຈົ້ານັ້ນສັກສິດ? “ພຣະເຈົ້າແມ່ນຄວາມສັກສິດໜຶ່ງດຽວ”-ພຣະເຈົ້າສາມາດທົນພາຍໃຕ້ຫົວຂໍ້ນີ້ໄດ້ບໍ? (ແມ່ນ.) ສະນັ້ນ ຢູ່ໃນໂລກ ແລະ ທ່າມກາງສິ່ງຕ່າງໆທັງໝົດ, ມີພຽງພຣະເຈົ້າເອງບໍ່ທີ່ສາມາດທົນຢູ່ພາຍໃຕ້ຄວາມເຂົ້າໃຈນີ້ຂອງມະນຸດໄດ້? ມີຄົນອື່ນໆອີກບໍ? (ບໍ່.) ສະນັ້ນ ແທ້ຈິງແລ້ວພຣະເຈົ້າປະທານຫຍັງໃຫ້ມະນຸດ? ພຣະອົງໃຫ້ການເບິ່ງແຍງພຽງເລັກໜ້ອຍບໍ, ຄວາມກັງວົນ ແລະ ການພິຈາລະນາເມື່ອເຈົ້າບໍ່ເອົາໃຈໃສ່ບໍ? ພຣະເຈົ້າໄດ້ປະທານຫຍັງໃຫ້ມະນຸດ? ພຣະເຈົ້າໄດ້ປະທານຊີວິດໃຫ້ມະນຸດ, ປະທານທຸກສິ່ງທຸກຢ່າງໃຫ້ມະນຸດ, ແລະ ປະທານໃຫ້ມະນຸດຢ່າງບໍ່ມີເງື່ອນໄຂໂດຍບໍ່ໄດ້ຮຽກຮ້ອງອີຫຍັງເລີຍ, ໂດຍບໍ່ມີເຈດຕະນາລີ້ລັບໃດໆ. ພຣະອົງໃຊ້ຄວາມຈິງ,ໃຊ້ພຣະທຳຂອງພຣະອົງ, ໃຊ້ຊີິວິດຂອງພຣະອົງເພື່ອຊີ້ນໍາ ແລະ ນໍາພາມະນຸດ, ເອົາມະນຸດໜີຫ່າງຈາກການທໍາຮ້າຍຂອງຊາຕານ, ໜີຫ່າງຈາກການຫຼອກລວງຂອງຊາຕານ, ໜີຫ່າງຈາກການລໍ້ລວງຂອງຊາຕານ ແລະ ອະນຸຍາດໃຫ້ມະນຸດເຫັນຢ່າງຊັດເຈນຜ່ານທາງທໍາມະຊາດຄວາມຊົ່ວຮ້າຍຂອງຊາຕານ ແລະ ໃບໜ້າທີ່ເປັນຕາຂີ້ດຽດຂອງມັນ. ຄວາມຮັກ ແລະ ຄວາມເປັນຫ່ວງຂອງພຣະເຈົ້າຕໍ່ມວນມະນຸດແມ່ນແທ້ບໍ? ມັນແມ່ນບາງສິ່ງບາງຢ່າງທີ່ພວກເຈົ້າທຸກຄົນສາມາດປະສົບໄດ້ບໍ? (ແມ່ນ.)

ຈົ່ງຫັນກັບໄປເບິ່ງຊີວິດຂອງເຈົ້າຈົນຮອດທຸກວັນນີ້ ສິ່ງຕ່າງໆທັງໝົດທີ່ພຣະເຈົ້າໄດ້ເຮັດກັບເຈົ້າໃນປີທັງໝົດແຫ່ງຄວາມເຊື່ອຂອງເຈົ້າ. ບໍ່ວ່າເຈົ້າຈະຮູ້ສຶກເຖິງມັນຢ່າງເລິກເຊິ່ງ ຫຼື ບໍ່ກໍ່ຕາມ, ມັນບໍ່ຈໍາເປັນທີ່ສຸດບໍ? ມັນບໍ່ແມ່ນສິ່ງທີ່ເຈົ້າຕ້ອງການຢາກໄດ້ມາທີ່ສຸດບໍ? (ແມ່ນ.) ນີ້ບໍ່ແມ່ນຄວາມຈິງບໍ? ນີ້ບໍ່ແມ່ນຊີວິດບໍ? (ແມ່ນ.) ສະນັ້ນ, ພຣະເຈົ້າເຄີຍສ່ອງສະຫວ່າງເຈົ້າຕອບແທນສິ່ງໃດໜຶ່ງ ຫຼື ຄືນສິ່ງໃດໜຶ່ງຫຼັງຈາກທີ່ພຣະອົງໄດ້ປະທານສິ່ງຕ່າງໆເຫຼົ່ານີ້ໃຫ້ເຈົ້າບໍ? (ບໍ່.) ດັ່ງນ້ນ, ເປັນຫຍັງພຣະເຈົ້າຈິ່ງເຮັດເຊັ່ນນີ້? ພຣະເຈົ້າກໍ່ມີຈຸດປະສົງທີ່ຈະຄອບຄອງເຈົ້າເຊັ່ນກັນບໍ? (ບໍ່.) ພຣະເຈົ້າຕ້ອງການຂຶ້ນຄອງບັນລັງຂອງພຣະອົງໃນໃຈຂອງມະນຸດບໍ? (ແມ່ນ.) ແລ້ວຄວາມແຕ່ກຕ່າງລະຫວາງພຣະເຈົ້າຂຶ້ນຄອງບັນລັງຂອງພຣະອົງ ແລະ ການຄອບຄອງຢ່າງມີພະລັງຂອງຊາຕານແມ່ນຫຍັງ? ພຣະເຈົ້າຢາກໄດ້ຫົວໃຈຂອງມະນຸດ, ພຣະອົງຕ້ອງການຄອບຄອງຫົວໃຈຂອງມະນຸດ-ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະເຈົ້າຕ້ອງການໃຫ້ມະນຸດກາຍເປັນຫຸ່ນເຊີດຂອງພຣະອົງ, ເປັນເຄື່ອງຈັກຂອງພຣະອົງບໍ? (ບໍ່.) ແລ້ວວັດຖຸປະສົງຂອງພຣະເຈົ້າແມ່ນຫຍັງ? ມີຄວາມແຕກຕ່າງລະຫວ່າງພຣະເຈົ້າຕ້ອງການຄອບຄອງຫົວໃຈຂອງມະນຸດ ແລະ ການຄອບຄອງຢ່າງມີພະລັງ ແລະ ການຄອບງຳມະນຸດຂອງຊາຕານບໍ? (ແມ່ນ.) ພຣະເຈົ້າຕ້ອງການຫົວໃຈຂອງເຈົ້າເພື່ອຫຍັງ? ແລະ ຄຽງຄູ່ກັນນັ້ນ, ພຣະເຈົ້າຕ້ອງການຄອບຄອງເຈົ້າເພື່ອຫຍັງ? ໃນໃຈຂອງເຈົ້າ ເຈົ້າເຂົ້າໃຈ “ພຣະເຈົ້າຄອບຄອງຫົວໃຈຂອງມະນຸດ” ວ່າແນວໃດ? ພວກເຈົ້າຕ້ອງຍຸດຕິທຳກັບພຣະເຈົ້າຢູ່ທີ່ນີ້, ບໍ່ດັ່ງນັ້ນ ຜູ້ຄົນກໍ່ຈະເຂົ້າໃຈຜິດສະເໝີໄປ, ແລະ ຄິດວ່າ: “ພຣະເຈົ້າຕ້ອງການຄອບຄອງເຮົາຕະຫຼອດ. ພຣະເຈົ້າຕ້ອງການຄອບຄອງເຮົາເພື່ອຫຍັງ? ເຮົາບໍ່ຢາກຖືກຄອບຄອງ, ເຮົາຢາກເປັນຕົວຂອງຕົວເອງ. ເຈົ້າເວົ້າວ່າຊາຕານຄອບຄອງຜູ້ຄົນ: ມັນບໍ່ແມ່ນອັນດຽວກັນບໍ? ເຮົາບໍ່ຕ້ອງການໃຫ້ໃຜຄອບຄອງເຮົາ, ເຮົາເປັນຕົວຂອງເຮົາເອງ!” ຄວາມແຕກຕ່າງຢູ່ທີ່ນີ້ແມ່ນຫຍັງ? ໃຊ້ເວລາຄິດກ່ຽວກັບມັນໜຶ່ງນາທີ. ເຮົາຂໍຖາມພວກເຈົ້າວ່າ, “ພຣະເຈົ້າຄອບຄອງມະນຸດ” ແມ່ນວະລີຫວ່າງເປົ່າບໍ? ການຄອບຄອງມະນຸດຂອງພຣະເຈົ້າໝາຍເຖິງາພຣະອົງອາໃສຢູ່ໃນໃຈເຈົ້າ ແລະ ຄອບຄອງທຸກໆຄຳເວົ້າ ແລະ ການເຄື່ອນໄຫວຂອງເຈົ້າບໍ? ຖ້າພຣະອົງບອກເຈົ້າໃຫ້ນັ່ງ, ເຈົ້າກ້າຢືນບໍ? ຖ້າພຣະອົງບອກໃຫ້ເຈົ້າໄປທາງທິດຕາເວັນອອກ, ເຈົ້າກ້າໄປທາງທິດຕາເວັນຕົກບໍ່? ມັນແມ່ນການຄອບຄອງທີ່ໝາຍເຖິງບາງສິ່ງບາງຢ່າງແບບນີ້ບໍ? (ບໍ່, ມັນບໍ່ແມ່ນ. ພຣະເຈົ້າຕ້ອງການໃຫ້ມະນຸດອາໃສຢູ່ໃນສິ່ງທີ່ພຣະເຈົ້າມີ ແລະ ເປັນ.) ຕະຫຼອດຫຼາຍໆປີທີ່ພຣະເຈົ້າຈັດການມະນຸດ, ໃນພາລະກິດຂອງພຣະອົງກັບມະນຸດຈົນຮອດຕອນນີ້ໃນຂັ້ນຕອນສຸດທ້າຍນີ້, ຜົນກະທົບທີ່ຕັ້ງໃຈໄວ້ກັບມະນຸດຂອງພຣະທຳທັງໝົດທີ່ພຣະອົງໄດ້ກ່າວແມ່ນຫຍັງ? ນັ້ນແມ່ນວ່າມະນຸດອາໃສຢູ່ໃນສິ່ງທີ່ພຣະເຈົ້າມີ ແລະ ເປັນບໍ? ເບິ່ງຄວາມໝາຍທີ່ແທ້ຈິງຂອງ “ພຣະເຈົ້າຄອບຄອງຫົວໃຈຂອງມະນຸດ”, ເບິ່ງຄືກັບວ່າ ຖ້າພຣະເຈົ້າເອົາຫົວໃຈຂອງມະນຸດ ແລະ ຄອບຄອງມັນ, ອາໃສຢູ່ໃນມັນ ແລະ ບໍ່ອອກມາອີກ; ພຣະອົງກໍ່ກາຍເປັນນາຍຂອງຫົວໃຈມະນຸດ ແລະ ສາມາດຄອບຄອງ ແລະ ຈັດສັນຫົວໃຈຂອງມະນຸດໄດ້ຕາມໃຈ, ດັ່ງນັ້ນມະນຸດຕ້ອງເຮັດທຸກສິ່ງທີ່ພຣະເຈົ້າບອກໃຫ້ເຂົາເຮັດ. ໃນຄວາມໝາຍລະດັບນີ້, ເບິ່ງຄືກັບວ່າ ຖ້າທຸກຄົນໄດ້ກາຍເປັນພຣະເຈົ້າ,ໃນການຄອບງຳແຫ່ງທາດແທ້ຂອງພຣະເຈົ້າ, ໃນການຄອບງຳແຫ່ງນິໃສຂອງພຣະເຈົ້າ. ດັ້ງນັ້ນ ໃນກໍລະນີນີ້, ມະນຸດກໍ່ສາມາດປະຕິບັດການກະທຳຂອງພຣະເຈົ້າໄດ້ບໍ? “ການຄອບຄອງ” ສາມາດຖືກອະທິບາຍໃນທາງນີ້ໄດ້ບໍ? (ບໍ່.) ສະນັ້ນ, ມັນແມ່ນຫຍັງ? ພວກເຈົ້າຮູ້ບໍວ່າຊີວິດທີ່ພຣະເຈົ້າມອບໃຫ້ກັບມະນຸດນັ້ນແມ່ນຫຍັງ? ເຮົາຂໍຖາມພວກເຈົ້າດັ່ງນີ້ວ່າ: ພຣະທຳ ແລະ ຄວາມຈິງທັງໝົດທີ່ພຣະເຈົ້າສະໜອງໃຫ້ແກ່ມະນຸດແມ່ນການໄຂສຳແດງທາດແທ້ຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນບໍ? (ແມ່ນ.) ອັນນີ້ແນ່ນອນ. ແຕ່ວ່າພຣະທໍາທັງໝົດທີ່ພຣະເຈົ້າສະໜອງໃຫ້ມະນຸດແມ່ນເພື່ອພຣະເຈົ້າເອງເປັນຜູ້ປະຕິບັດບໍ, ເພື່ອຄອບງໍາພຣະເຈົ້າເອງບໍ! ໃຊ້ເວລາຈັກຄາວຄິດກ່ຽວກັບມັນ. ເມື່ອພຣະເຈົ້າພິພາກສາຕັດສິນມະນຸດ, ຍ້ອນສິ່ງທີ່ພຣະອົງເຮັດນີ້ບໍ? ເນື້ອໃນຂອງພຣະຄໍາເຫຼົ່ານີ້ທີ່ພຣະເຈົ້າກ່າວເມື່ອພຣະອົງພິພາກສາຕັດສິນມະນຸດແມ່ນຫຍັງ? ພວກມັນອີງໃສ່ຫຍັງ? ພວກມັນອີງໃສ່ນິໃສການເຮັດຜິດຂອງມະນຸດບໍ? ຜົນທີ່ເກີດຂຶ້ນຈາກການພິພາກສາຕັດສິນມະນຸດຂອງພຣະເຈົ້າຂຶ້ນຢູ່ກັບທາດແທ້ຂອງພຣະເຈົ້າບໍ? (ແມ່ນ.) ສະນັ້ນ, ການຄອບຄອງມະນຸດຂອງພຣະເຈົ້າແມ່ນວະລີທີ່ຫວ່າງເປົ່າບໍ? ແນ່ນອນວ່າບໍ່ແມ່ນ. ແລ້ວເປັນຫຍັງພຣະເຈົ້າຈິ່ງກ່າວພຣະຄໍາເຫຼົ່ານີ້ກັບມະນຸດ? ວັດຖຸປະສົງໃນການກ່າວພຣະຄໍາເຫຼົ່ານີ້ຂອງພຣະອົງແມ່ນຫຍັງ? ພຣະອົງຕ້ອງການໃຊ້ພຣະທໍາເຫຼົ່ານີ້ເພື່ອຊີວິດຂອງມະນຸດບໍ? (ແມ່ນ.) ພຣະເຈົ້າຕ້ອງການໃຊ້ຄວາມຈິງທັງໝົດນີ້ທີ່ພຣະອົງໄດ້ກ່າວເພື່ອຊີວິດຂອງມະນຸດ. ເມື່ອມະນຸດເອົາຄວາມຈິງທັງໝົດ ແລະ ພຣະຄໍາຂອງພຣະເຈົ້າ ແລະ ຜັນປ່ຽນພວກມັນເຂົ້າໃນຊີວິດຂອງເຂົາເອງ, ແລ້ວມະນຸດສາມາດເຊື່ອຟັງພຣະເຈົ້າໄດ້ບໍ? ມະນຸດສາມາດຢໍາເກງພຣະເຈົ້າໄດ້ບໍ? ແລ້ວມະນຸດສາມາດຫຼີກລ່ຽງຄວາມຊົ່ວຮ້າຍໄດ້ບໍ? ເມື່ອມະນຸດມາຮອດຈຸດນີ້ແລ້ວ, ເຂົາຈະເຊື່ອຟັງອໍານາດອະທິປະໄຕ ແລະ ການຈັດການຂອງພຣະເຈົ້າໄດ້ບໍ? ມະນຸດຢູ່ໃນຖານະທີ່ຈະຍອມຈຳນົນຕໍ່ລິດອໍານາດຂອງພຣະເຈົ້າບໍ? ເມື່ອຜູ້ຄົນຄືຈັອບ ຫຼື ປີເຕີມາເຖິງຈຸດສິ້ນສຸດຂອງເສັ້ນທາງພວກເຂົາ, ເມື່ອຊີວິດຂອງພວກເຂົາໄດ້ຮັບການພິຈາລະນາວ່າຄົບກຳນົດ, ເມື່ອພວກເຂົາມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າຢ່າງແທ້ຈິງ-ຊາຕານຍັງຈະສາມາດເຮັດໃຫ້ພວກເຂົາຫຼົງທາງໄດ້ບໍ? ຊາຕານຍັງສາມາດຄອບຄອງພວກເຂົາໄດ້ບໍ? ຊາຕານຍັງສາມາດຄອບງຳພວກເຂົາຢ່າງມີພະຍັງໄດ້ບໍ? (ບໍ່.) ແລ້ວນີ້ແມ່ນຄົນປະເພດໃດ? ນີ້ແມ່ນບາງຄົນຜູ້ທີ່ຖືກພຣະເຈົ້າເຮັດໃຫ້ໄດ້ຮັບຢ່າງສົມບູນບໍ? (ແມ່ນ.) ໃນຄວາມໝາຍລະດັບນີ້, ພວກເຈົ້າເຫັນຄົນປະເພດນີ້ຜູ້ທີ່ຖືກພຣະເຈົ້າເຮັດໃຫ້ໄດ້ຮັບຢ່າງສົມບູນແບບແນວໃດ? ສຳລັບພຣະເຈົ້າ, ພາຍໃຕ້ສະຖານະການເຫຼົ່ານີ້, ພຣະອົງໄດ້ຄອງຄອງຫົວໃຈຂອງຄົນນີ້ຮຽບຮ້ອຍແລ້ວ. ແຕ່ວ່າຄົນໆນີ້ຮູ້ສຶກຫຍັງ? ນັ້ນໝາຍເຖິງພຣະຄໍາຂອງພຣະເຈົ້າ, ລິດອໍານາດຂອງພຣະເຈົ້າ ແລະ ສາຍທາງຂອງພຣະເຈົ້າກາຍເປັນຊີວິດຢູ່ໃນຕົວມະນຸດ, ແລ້ວຊີວິດນີ້ຄອບຄອງຄວາມເປັນຢູ່ທັງໝົດຂອງມະນຸດ, ແລະ ມັນເຮັດໃຫ້ສິ່ງທີ່ເຂົາດໍາລົງຊີວິດຢູ່ນຳ ຕະຫຼອດເຖິງທາດແທ້ຂອງເຂົາພຽງພໍທີ່ຈະເຮັດໃຫ້ພຣະເຈົ້າພໍພຣະໄທບໍ? ສໍາລັບພຣະເຈົ້າ, ຫົວໃຈຂອງມະນຸດໃນເວລານີ້ຖືກພຣະອົງຄອບຄອງແລ້ວບໍ? (ແມ່ນ.) ຕອນນີ້, ພວກເຈົ້າເຂົ້າໃຈຄວາມໝາຍລະດັບນີ້ແນວໃດ? ແມ່ນພຣະວິນຍານຂອງພຣະເຈົ້າທີ່ຄອບຄອງເຈົ້າບໍ? (ບໍ່, ມັນແມ່ນພຣະຄໍາຂອງພຣະເຈົ້າທີ່ຄອບຄອງພວກເຮົາ.) ມັນແມ່ນວິທີການຂອງພຣະເຈົ້າ ແລະ ພຣະຄໍາຂອງພຣະເຈົ້າທີ່ໄດ້ກາຍເປັນຊີວິດຂອງເຈົ້າ, ແລະ ມັນແມ່ນຄວາມຈິງທີ່ໄດ້ກາຍເປັນຊີວິດຂອງເຈົ້າ. ໃນເວລານີ້, ມະນຸດມີຊີວິດທີ່ມາຈາກພຣະເຈົ້າ, ແຕ່ພວກເຮົາບໍ່ສາມາດເວົ້າໄດ້ວ່າຊີວິດນີ້ແມ່ນຊີວິດຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍ່ຄື, ພວກເຮົາບໍ່ສາມາດເວົ້າວ່າຊີວິດມະນຸດຄວນໄດ້ມາຈາກພຣະຄໍາຂອງພຣະເຈົ້າແມ່ນຊີວິດຂອງພຣະເຈົ້າ. ດັ່ງນັ້ນ, ບໍ່ວ່າມະນຸດຈະຕິດຕາມພຣະເຈົ້າດົນປານໃດ, ບໍ່ວ່າມະນຸດໄດ້ຮັບພຣະທຳຈາກພຣະເຈົ້າຫຼາຍປານໃດ, ມະນຸດບໍ່ສາມາດກາຍເປັນພຣະເຈົ້າໄດ້. ເຖິງແມ່ນວັນໜຶ່ງພຣະເຈົ້າເວົ້າວ່າ, “ເຮົາໄດ້ຄອງຄອງຫົວໃຈຂອງເຈົ້າແລ້ວ, ດຽວນີ້ເຈົ້າມີຊີວິດຂອງເຮົາ,” ເຈົ້າຮູ້ສຶກວ່າເຈົ້າເປັນພຣະເຈົ້າບໍ? (ບໍ່.) ແລ້ວເຈົ້າຈະກາຍເປັນຫຍັງ? ເຈົ້າຈະບໍ່ມີການເຊື່ອຟັງພຣະເຈົ້າຢ່າງແທ້ຈິງບໍ? ຮ່າງກາຍ ແລະ ຫົວໃຈຂອງເຈົ້າຈະບໍ່ຖືກຕື່ມເຕັມດ້ວຍຊີວິດທີ່ພຣະເຈົ້າປະທານໃຫ້ເຈົ້າບໍ? ນີ້ແມ່ນການປາກົດຕົວທີ່ປົກກະຕິຫຼາຍເມື່ອພຣະເຈົ້າຄອບຄອງຫົວໃຈຂອງມະນຸດ. ນີ້ແມ່ນຄວາມຈິງ. ສະນັ້ນ ເມື່ອເບິ່ງມັນຈາກດ້ານນີ້, ມະນຸດສາມາດກາຍເປັນພຣະເຈົ້າໄດ້ບໍ? ເມື່ອມະນຸດໄດ້ຮັບພຣະທຳທັງໝົດຂອງພຣະເຈົ້າ, ເມື່ອມະນຸດສາມາດຢໍາເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ, ມະນຸດສາມາດມີຕົວຕົນ ແລະ ທາດແທ້ຂອງພຣະເຈົ້າໄດ້ບໍ? (ບໍ່.) ບໍ່ວ່າມີຫຍັງເກີດຂຶ້ນ, ເມື່ອທຸກສິ່ງໄດ້ຖືກກ່າວ ແລະ ປະຕິບັດ ມະນຸດກໍ່ຍັງເປັນມະນຸດຢູ່. ເຈົ້າແມ່ນສິ່ງສ້າງ; ເມື່ອເຈົ້າໄດ້ຮັບພຣະທຳຂອງພຣະເຈົ້າຈາກພຣະເຈົ້າ ແລະ ໄດ້ຮັບເສັ້ນທາງຂອງພຣະເຈົ້າ, ເຈົ້າມີພຽງຊີວິດທີ່ມາຈາກພຣະຄໍາຂອງພຣະເຈົ້າ, ແລະ ເຈົ້າບໍ່ສາມາດເປັນພຣະເຈົ້າໄດ້.

ຕອນນີ້ກັບມາທີ່ຫົວຂໍ້ຂອງພວກເຮົາ, ເຮົາໄດ້ຖາມຄໍາຖາມພວກເຈົ້າໜຶ່ງຄໍາຖາມ-ອາບຣາຮາມສັກສິດບໍ? (ບໍ່.) ຈັອບສັກສິດບໍ? (ບໍ່.) ຢູ່ພາຍໃນຄວາມສັກສິດນີ້ມີທາດແທ້ຂອງພຣະເຈົ້າບັນຈຸຢູ່. ມະນຸດບໍ່ມີທາດແທ້ຂອງພຣະເຈົ້າ ຫຼື ນິໃສຂອງພຣະເຈົ້າ. ເຖິງແມ່ນວ່າເຂົາໄດ້ປະສົບພຣະຄໍາທັງໝົດຂອງພຣະເຈົ້າ ແລະ ມີທາດແທ້ແຫ່ງພຣະທໍາຂອງພຣະເຈົ້າ, ມະນຸດຍັງບໍ່ສາມາດຖືກເອີ້ນວ່າສັກສິດໄດ້; ມະນຸດຄືມະນຸດ. ເຈົ້າເຂົ້າໃຈແມ່ນບໍ? ສະນັ້ນ, ຕອນນີ້ເຈົ້າເຂົ້າໃຈວະລີນີ້ “ພຣະເຈົ້າຄອບຄອງຫົວໃຈຂອງມະນຸດ” ວ່າແນວໃດ? (ມັນແມ່ນພຣະຄໍາຂອງພຣະເຈົ້າ, ເສັ້ນທາງຂອງພຣະເຈົ້າ ແລະ ຄວາມຈິງຂອງພຣະອົງທີ່ກາຍເປັນຊີວິດຂອງມະນຸດ.) ເຈົ້າໄດ້ຈື່ຈໍາພຣະຄໍາເຫຼົ່ານີ້. ເຮົາຫວັງວ່າພວກເຈົ້າຈະມີຄວາມເຂົ້າໃຈທີ່ເລິກເຊິ່ງກວ່າອີກ. ບາງຄົນອາດຖາມວ່າ, “ເປັນຫຍັງຈິ່ງວ່າຜູ້ສົ່ງສານ ແລະ ເທວະດາຂອງພຣະເຈົ້ານັ້ນບໍ່ສັກສິດ?” ພວກເຈົ້າຄິດແນວໃດກ່ຽວກັບຄໍາຖາມນີ້? ບາງທີເຈົ້າອາດບໍ່ໄດ້ພິຈາລະນາມັນມາກ່ອນ. ເຮົາຈະໃຊ້ຕົວຢ່າງງ່າຍໆ: ເມື່ອເຈົ້າເປີດຫຸ່ນຍົນ, ມັນສາມາດທັງເຕັ້ນ ແລະ ເວົ້າໄດ້, ແລະ ເຈົ້າສາມາດເຂົ້າໃຈສິ່ງທີ່ມັນເວົ້າ. ເຈົ້າອາດເອີ້ນມັນວ່ານ່າຮັກ ແລະ ມີຊີວິດຊີວາ, ແຕ່ມັນຈະບໍ່ເຂົ້າໃຈຍ້ອນວ່າມັນບໍ່ມີຊີິວິດ. ເມື່ອເຈົ້າມອດແຫຼ່ງຈ່າຍພະລັກງານຂອງມັນ, ມັນຍັງສາມາດເໜັງຕີງໄປມາໄດ້ຢູ່ບໍ? ເມື່ອເປີດໃຊ້ງານຫຸ່ນຍົນນີ້, ເຈົ້າສາມາດເຫັນໄດ້ວ່າມັນມີຊີວິດຊີວາ ແລະ ນ່າຮັກ. ເຈົ້າເຮັດການປະເມີນມັນ, ບໍ່ວ່າຈະເປັນການປະເມີນທີ່ແທ້ຈິງ ຫຼື ເປັນການປະເມີນແບບຜິວເຜີນກໍ່ຕາມ, ແຕ່ສິ່ງໃດກໍ່ຕາມທີ່ຕາຂອງເຈົ້າສາມາດເຫັນໄດ້ຄືມັນເໜັງຕີງຢູ່. ແຕ່ເມື່ອເຈົ້າປິດແຫຼ່ງຈ່າຍພະລັງງານຂອງມັນ, ເຈົ້າເຫັນບຸກຄະລິກປະເພດໃດໃນຕົວມັນບໍ? ເຈົ້າເຫັນມັນມີທາດແທ້ປະເພດໃດບໍ? ເຈົ້າເຂົ້າໃຈຄວາມໝາຍສິ່ງທີ່ເຮົາກຳລັງເວົ້າຢູ່ນີ້ບໍ? ເວົ້າໄດ້ວ່າ, ເຖິງແມ່ນວ່າຫຸ່ນຍົນນີ້ສາມາດເຄື່ອນຍ້າຍໄດ້ ແລະ ມັນສາມາດຢຸດໄດ້, ເຈົ້າບໍ່ສາມາດບັນລະຍາຍໄດ້ວ່າມັນມີທາດແທ້ປະເພດໃດ. ນີ້ບໍ່ແມ່ນຄວາມຈິງບໍ? ເຮົາຈະບໍ່ເວົ້າກ່ຽວກັບສິ່ງນີ້ອີກ. ມັນພຽງພໍແລ້ວສຳລັບເຈົ້າທີ່ຈະເຂົ້າໃຈຄວາມໝາຍໂດຍທົ່ວໄປ. ໃຫ້ພວກເຮົາຈົບມິດຕະພາບຂອງພວກເຮົາຢຸ່ບ່ອນີ້. ລາກ່ອນ!

17 ທັນວາ, 2013

ໝາຍເຫດ:

ກ. “ຄາຖາແຫ່ງບ້ວງທອງຄຳ” ໝາຍເຖິງນະຍະນິຍາຍຈີນທີ່ມີຊື່ສຽງ “ການເດີນທາງສູ່ທິດຕາເວັນຕົກ,” ເຊິ່ງພຣະຊວນຊາງໃຊ້ຄາຖາເພື່ອເຮັດໃຫ້ລາຊາວານອນຢູ່ພາຍໃຕ້ການຄວບຄຸມດ້ວຍວິທີການວາງບ້ວງຄຳໃສ່ເທິງຫົວຂອງລາຊາວານອນທີ່ສາມາດຮັດເຂົ້າໄດ້ຢ່າງໜ້າອັດສະຈັນ, ນັ້ນເຮັດໃຫ້ເຈັບຫົວຈົນບໍ່ສາມາດທົນໄດ້. ມັນໄດ້ກາຍເປັນຄຳອຸປະມາສຳລັບຜູກມັນຄົນໃນຕໍ່ມາ.

​ກ່ອນ​ນີ້ :ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ

ຕໍ່​ໄປ:ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ເນື່ອຫາທີ່ກ່ຽວຂ້ອງ