ຄວາມໝາຍຂອງການສະແຫວງຫາຄວາມຈິງ (2)
ໃນການເຕົ້າໂຮມຄັ້ງກ່ອນຂອງພວກເຮົາ, ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມໝາຍຂອງການສະແຫວງຫາຄວາມຈິງ. ພວກເຮົາມາເລີ່ມທົບທວນກັນເທາະ: ແມ່ນຫຍັງຄືຄວາມໝາຍຂອງການສະແຫວງຫາຄວາມຈິງ? ເຈົ້າມີຄຳຕອບສຳລັບຄຳຖາມນີ້ບໍ? ພວກເຈົ້າໄດ້ຕຶກຕອງມັນບໍ ຫຼັງຈາກການໂອ້ລົມກ່ອນໜ້າຂອງພວກເຮົາ? ຫຼັງຈາກທີ່ພວກເຮົາໄດ້ໂອ້ລົມກ່ຽວກັບຫົວຂໍ້ໃດໜຶ່ງແລ້ວ, ເຈົ້າຈຳເປັນຕ້ອງຕຶກຕອງກ່ຽວກັບພວກມັນ ແລະ ຈາກນັ້ນກໍຫາປະສົບການ ແລະ ຜ່ານພວກມັນໄປໃຫ້ໄດ້ໃນຊີວິດຕົວຈິງ. ໃນຕອນນັ້ນເອງ, ເຈົ້າຈຶ່ງຈະສາມາດຮັບເອົາຄວາມຮູ້ທີ່ແທ້ຈິງ; ໃນຕອນນັ້ນເອງ, ເຈົ້າຈຶ່ງຈະສາມາດເຂົ້າໃຈ ແລະ ຢັ່ງຮູ້ຫົວຂໍ້ເຫຼົ່ານີ້ທີ່ເຈົ້າກຳລັງຕຶກຕອງໄດ້ຢ່າງແທ້ຈິງ; ໃນຕອນນັ້ນເອງ, ເຈົ້າຈຶ່ງຈະສາມາດໃຫ້ປະສົບການ ແລະ ຄວາມຮູ້ທີ່ແທ້ຈິງ. ມັນບໍ່ໄດ້ເປັນເຊັ່ນນັ້ນບໍ? (ແມ່ນແລ້ວ.) ແລ້ວພວກເຈົ້າໄດ້ຕຶກຕອງກ່ຽວກັບຄຳຖາມດັ່ງກ່າວບໍ? ແມ່ນຫຍັງຄືຄວາມໝາຍຂອງການສະແຫວງຫາຄວາມຈິງ? ແມ່ນຫຍັງຄືອົງປະກອບທີ່ກ່ຽວຂ້ອງໃນການສະແຫວງຫາຄວາມຈິງ? ແມ່ນຫຍັງຄືສິ່ງຫຼັກໆທີ່ມັນກໍ່ໃຫ້ເກີດ? ພວກເຈົ້າຈັບໃຈຄວາມສິ່ງເຫຼົ່ານີ້ໄດ້ແລ້ວບໍ? (ຄັ້ງກ່ອນ, ພຣະເຈົ້າເລີ່ມຕົ້ນໂດຍການໂອ້ລົມກ່ຽວກັບຫຼາກຫຼາຍແນວຄິດທີ່ຜິດໆ, ມຸມມອງ ແລະ ທັດສະນະທີ່ມະນຸດມີກ່ຽວກັບການສະແຫວງຫາຄວາມຈິງ, ຈາກນັ້ນພຣະເຈົ້າກໍໂອ້ລົມຢ່າງລະອຽດກ່ຽວກັບຫ້າບາດກ້າວຂອງການສະແຫວງຫາຄວາມຈິງ.) ມີສອງສ່ວນສຳຄັນໃນການໂອ້ລົມຄັ້ງກ່ອນຂອງພວກເຮົາ: ສະພາວະລົບໆ ຫຼື ມຸມມອງທີ່ຜິດໆບາງຢ່າງທີ່ຫຼາຍຄົນມີກ່ຽວກັບການສະແຫວງຫາຄວາມຈິງ, ຄວາມເຂົ້າໃຈຜິດຂອງມະນຸດກ່ຽວກັບການສະແຫວງຫາຄວາມຈິງ, ພ້ອມທັງຂໍ້ແກ້ຕົວ ແລະ ຂໍ້ອ້າງທີ່ຄົນມີເພື່ອທີ່ຈະບໍ່ສະແຫວງຫາຄວາມຈິງ, ນັ້ນຄືສ່ວນສຳຄັນທຳອິດ. ສ່ວນທີສອງຄືການໂອ້ລົມກ່ຽວກັບວິທີການສະແຫວງຫາຄວາມຈິງ, ເຊິ່ງປະກອບດ້ວຍຫ້າບາດກ້າວ. ເຖິງແມ່ນວ່າມີພຽງແຕ່ສອງສ່ວນ, ພວກເຮົາກໍໄດ້ເວົ້າຫຼາຍເຖິງລາຍລະອຽດ ແລະ ຂໍ້ມູນສະເພາະພາຍໃນພວກມັນແຕ່ລະສ່ວນ. ເຮົາໄດ້ເປີດເຜີຍຄວາມຮູ້ ແລະ ການຢັ່ງຮູ້ຢ່າງຜິດໆຂອງມະນຸດກ່ຽວກັບການສະແຫວງຫາຄວາມຈິງ ແລະ ເຮົາຍັງເປີດໂປງຄວາມຫຍຸ້ງຍາກຫຼາຍຢ່າງທີ່ມະນຸດມີໃນການສະແຫວງຫາຄວາມຈິງ, ພ້ອມທັງຂໍ້ແກ້ຕົວ, ການໃຫ້ເຫດຜົນ ແລະ ຂໍ້ອ້າງທີ່ຄົນທີ່ເບື່ອໜ່າຍຄວາມຈິງມີເພື່ອທີ່ຈະບໍ່ສະແຫວງຫາມັນ. ທັດສະນະ ແລະ ການຮັບຮູ້ທີ່ຜິດໆ ແລະ ບໍ່ມີການດິ້ນຮົນຫຍັງທີ່ຜູ້ຄົນສະແດງອອກເມື່ອເວົ້າເຖິງການສະແຫວງຫາຄວາມຈິງກໍສອດຄ່ອງກັບວິຖີຊີວິດ ແລະ ການສະແຫວງຫາທີ່ພວກເຂົາມີໃນຊີວິດຕົວຈິງຂອງພວກເຂົາ, ພ້ອມທັງທັດສະນະທີ່ພວກເຂົາແອບມີຕໍ່ຄວາມຈິງ, ພວກມັນລ້ວນແລ້ວແຕ່ກ່ຽວຂ້ອງກັບພຶດຕິກຳທີ່ສະເພາະ ແລະ ການສະແດງອອກທີ່ສະເພາະຂອງຜູ້ຄົນ. ຈາກນັ້ນໂດຍອີງໃສ່ພຶດຕິກຳທີ່ຫຼາກຫຼາຍຂອງມະນຸດ, ເຮົາໄດ້ໃຫ້ວິທີການ ແລະ ບາດກ້າວການປະຕິບັດທີ່ສະເພາະສອງສາມຢ່າງກ່ຽວກັບເສັ້ນທາງຂອງການສະແຫວງຫາຄວາມຈິງ. ທຸກສິ່ງນັ້ນຊັດເຈນຕໍ່ເຈົ້າບໍ? (ຊັດເຈນ.) ຊັດແຈນແທ້ໆບໍ? ຖ້າແນວນັ້ນ, ເປັນຫຍັງເຈົ້າຈຶ່ງບໍ່ເວົ້າຫຍັງ? ມັນເບິ່ງຄືກັບວ່າມັນຍັງບໍ່ຊັດເຈນຫຼາຍສຳລັບເຈົ້າ; ມີອີກຫຼາຍຢ່າງທີ່ພວກເຮົາຈຳເປັນຕ້ອງໂອ້ລົມກັນເພີ່ມເຕີມ.
ເລື່ອງໃຫຍ່ທີ່ສຸດໃນການເຊື່ອໃນພຣະເຈົ້າຄືການສະແຫວງຫາຄວາມຈິງ. ແມ່ນຫຍັງຄືຄວາມໝາຍຂອງການສະແຫວງຫາຄວາມຈິງ? ເມື່ອເວົ້າເຖິງເລື່ອງການສະແຫວງຫາຄວາມຈິງ, ການສະແດງອອກທັງໝົດຂອງຜູ້ຄົນເປີດເຜີຍເຖິງບັນຫາ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງຂອງພວກເຂົາ ແລະ ຜູ້ຄົນມີຂໍ້ອ້າງ ແລະ ຂ້ໍແກ້ຕົວທຸກປະເພດເພື່ອທີ່ຈະບໍ່ສະແຫວງຫາຄວາມຈິງ, ອຸປະສັກນັ້ນໃຫຍ່ເກີນໄປແທ້ໆ. ຍ້ອນຄວາມຫຍຸ້ງຍາກທີ່ຫຼາກຫຼາຍຂອງຜູ້ຄົນ, ພວກເຂົາເບິ່ງຄືກັບວ່າມີຄວາມກົດດັນສູງ ແລະ ບໍ່ສະບາຍໃຈຫຼາຍທີ່ສຸດເມື່ອເວົ້າເຖິງການສະແຫວງຫາຄວາມຈິງ ແລະ ພວກເຂົາຄິດວ່າມັນຍາກຫຼາຍ. ໃນຄວາມເປັນຈິງແລ້ວ, ໂຕຄຳຖາມທີ່ວ່າ “ແມ່ນຫຍັງຄືຄວາມໝາຍຂອງການສະແຫວງຫາຄວາມຈິງ?” ເປັນຄຳຖາມທີ່ຕອບໄດ້ງ່າຍ, ສະນັ້ນເປັນຫຍັງຄົນຈຶ່ງບໍ່ສາມາດສະແຫວງຫາຄວາມຈິງ? ແມ່ນຫຍັງຄືເຫດຜົນ? ທຸກຄົນເວົ້າອວດວ່າພວກເຂົາມີຈິດສຳນຶກ ແລະ ຄວາມສຳນຶກ, ພວກເຂົາເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາເຕັມໃຈທີ່ຈະທົນທຸກ ແລະ ພ້ອມທີ່ຈະຈ່າຍລາຄາ. ໂດຍມີພຶດຕິກຳດີໆເຫຼົ່ານີ້ເປັນພື້ນຖານຂອງພວກເຂົາ, ມັນເປັນໄປໄດ້ແນວໃດທີ່ພວກເຂົາບໍ່ສາມາດເລີ່ມຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ? ພວກເຂົາມີຄວາມເປັນມະນຸດທີ່ດີ, ຄວາມຊື່ສັດ ແລະ ຊື່ສຽງທີ່ດີຫຼາຍຂະໜາດນັ້ນ; ພວກເຂົາມີຄວາມປະສົງ, ຄວາມທະເຍີທະຍານ ແລະ ຄວາມປາດຖະໜາກ່ຽວກັບການສະແຫວງຫາຂອງພວກເຂົາ; ພວກເຂົາມີການພະຍາຍາມສ່ວນຕົວຂອງພວກເຂົາຢ່າງໜັກ, ມີຄວາມປະສົງຂອງພວກເຂົາທີ່ຈະອົດກັ້ນກັບຄວາມລຳບາກ ແລະ ມີທ່າທີ່ທີ່ຈະຈ່າຍລາຄາ; ພວກເຂົາມີທ່າທີ່ທີ່ຫ້າວຫັນ, ເປັນບວກ ແລະ ທະເຍີທະຍານທີ່ຈະຍອມຮັບຄວາມຈິງ. ໂດຍມີສິ່ງເຫຼົ່ານີ້ເປັນພື້ນຖານຂອງພວກເຂົາ, ມັນເປັນໄປໄດ້ແນວໃດທີ່ພວກເຂົາບໍ່ມີຄຸນສົມບັດໃນການສະແຫວງຫາຄວາມຈິງ? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດປະສົບຜົນສຳເລັດໃນການສະແຫວງຫາຄວາມຈິງ? ຕົ້ນຕໍຂອງບັນຫາແມ່ນຢູ່ໃສ? (ມະນຸດມີທຳມະຊາດທີ່ບໍ່ຮັກຄວາມຈິງ ແລະ ເບື່ອໜ່າຍມັນ.) ນັ້ນຄືຄຳຕອບທີ່ຖືກຕ້ອງ. ເຫດຜົນພື້ນຖານທີ່ສຸດກໍຄືຄົນມີອຸປະນິໄສທີ່ເສື່ອມຊາມ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດແມ່ນອຸປະນິໄສຂອງຊາຕານ ແລະ ແມ່ນຫຍັງກໍຕາມທີ່ເປັນຂອງຊາຕານກໍເປັນປໍລະປັກຕໍ່ພຣະເຈົ້າ ແລະ ຄວາມຈິງ. ສະນັ້ນ, ການຂໍໃຫ້ຄົນສະແຫວງຫາຄວາມຈິງແມ່ນທຽບເທົ່າກັບການຮຽກຮ້ອງໃຫ້ພວກເຂົາປະຖິ້ມຊີວິດ ແລະ ລັກສະນະໂດຍທຳມະຊາດຂອງພວກເຂົາ ແລະ ວິທີການໂດຍທຳມະຊາດຂອງພວກເຂົາໃນການສະແຫວງຫາ ແລະ ທັດສະນະຕໍ່ຊີວິດ. ການປ່ອຍຖິ້ມສິ່ງທີ່ຜິດໆເຫຼົ່ານີ້, ການປະຖິ້ມຄວາມມັກທາງເນື້ອໜັງຂອງພວກເຂົາ ແລະ ສະແຫວງຫາ ແລະ ປະຕິບັດພຣະທຳຂອງພຣະເຈົ້າ ແລະ ຄວາມຈິງແທນ, ເຊິ່ງເນື້ອໜັງຂອງພວກເຂົາບໍ່ມັກ, ເຊິ່ງພວກເຂົາບໍ່ມີ ແລະ ເຊິ່ງພວກເຂົາດູຖູກ, ລັງກຽດ ແລະ ປະຕິເສດ, ນີ້ຄືສິ່ງທີ່ພວກເຂົາພົບວ່າຫຍຸ້ງຍາກ. ການຂໍໃຫ້ເຈົ້າສະແຫວງຫາຄວາມຈິງແມ່ນທຽບເທົ່າກັບການຂໍໃຫ້ເຈົ້າປ່ອຍຖິ້ມຊີວິດໂດຍທຳມະຊາດຂອງເຈົ້າ. ນັ້ນບໍ່ຄືກັບການໃຫ້ເຈົ້າສະຫຼະຊີວິດຂອງເຈົ້າບໍ? (ແມ່ນ.) ມັນຄືການໃຫ້ເຈົ້າສະຫຼະຊີວິດຂອງເຈົ້າເອງ. ຄົນເຕັມໃຈທີ່ຈະສະຫຼະຊີວິດຂອງພວກເຂົາສຳລັບສິ່ງຕ່າງໆບໍ? (ບໍ່.) ໃນສ່ວນເລິກໃນຫົວໃຈຂອງພວກເຂົາ, ພວກເຂົາເວົ້າວ່າ “ຂ້ອຍຈະບໍ່”, ເວົ້າເປັນຮ້ອຍຄັ້ງ, ເປັນພັນຄັ້ງ, ເປັນໝື່ນຄັ້ງ. “ຂ້ອຍຈະບໍ່”. ບໍ່ວ່າຫຍັງກໍຕາມ, ມັນຍາກສຳລັບຄົນທີ່ຈະປະຖິ້ມສິ່ງທີ່ເປັນທຳມະຊາດ ແລະ ຊົ່ວຮ້າຍທີ່ພວກເຂົາມີ. ນີ້ຄືຂໍ້ແທ້ຈິງ, ເປັນສິ່ງທີ່ພວກເຈົ້າໄດ້ມີປະສົບການຢ່າງເລິກຊຶ້ງ ແລະ ຢ່າງແທ້ຈິງ. ຈາກສ່ວນເລິກໃນຫົວໃຈຂອງພວກເຂົາ, ຄົນບໍ່ເຕັມໃຈທີ່ຈະປະຖິ້ມເນື້ອໜັງ; ຫຼື ປະຖິ້ມຊີວິດຂອງພວກເຂົາ, ເຊິ່ງມີທຳມະຊາດ ແລະ ແກ່ນແທ້ທີ່ເປັນຂອງຊາຕານ; ຫຼື ປະຖິ້ມລັກສະນະທີ່ເປັນທຳມະຊາດ ແລະ ຊົ່ວຮ້າຍຂອງພວກເຂົາ ຫຼື ທຳມະຊາດທີ່ຊົ່ວຮ້າຍຂອງພວກເຂົາເພື່ອສະແຫວງຫາຄວາມຈິງ. ສະນັ້ນສຳລັບຄົນທີ່ມີທຳມະຊາດທີ່ຊົ່ວຮ້າຍ, ຄົນທີ່ໃຊ້ຊີວິດຕາມອຸປະນິໄສທີ່ຊົ່ວຮ້າຍ, ການຮັກ ແລະ ການສະແຫວງຫາຄວາມຈິງຂັດກັບຄວາມປະສົງຂອງພວກເຂົາ ແລະ ພວກເຂົາຝຶນໃຈເຮັດມັນ. ແມ່ນຫຍັງຄືຕົ້ນຕໍຂອງເລື່ອງນີ້? ມັນຄືລັກສະນະທີ່ຢູ່ພາຍໃນມະນຸດແມ່ນເປັນຂອງຊາຕານ ແລະ ພວກເຂົາເປັນປໍລະປັກຕໍ່ພຣະເຈົ້າຢູ່ພາຍໃນ. ສະນັ້ນຫຼັງຈາກທີ່ຄົນໄດ້ຍິນ ແລະ ເຂົ້າໃຈຄວາມຈິງ, ມີພຽງແຕ່ທີ່ຮັກຄວາມຈິງ, ຄົນທີ່ເຕັມໃຈຈະດິ້ນຮົນໄປຫາມັນ ແລະ ຈ່າຍລາຄາ, ຄົນທີ່ມີຄວາມປະສົງ, ຄວາມທະເຍີທະຍານ ແລະ ຄວາມປາດຖະໜານີ້, ຈຶ່ງສາມາດນໍາຄວາມຈິງໄປປະຕິບັດທັນທີທີ່ພວກເຂົາເຂົ້າໃຈມັນ. ມີພຽງແຕ່ພວກເຂົາທີ່ສາມາດໃຊ້ຊີວິດຕາມຄວາມຈິງ ແລະ ດຳລົງຊີວິດຕາມຄວາມເປັນຈິງແຫ່ງຄວາມຈິງ. ມີຫຼາຍຄົນທີ່ເຕັມໃຈຈະປະຕິບັດຄວາມຈິງ, ແຕ່ພວກເຂົາຖືກກີດກັນໂດຍທຳມະຊາດ ແລະ ອຸປະນິໄສທີ່ຊົ່ວຮ້າຍຂອງພວກເຂົາ; ພວກເຂົາບໍ່ສາມາດປະຕິບັດຄວາມຈິງ, ເຖິງແມ່ນວ່າພວກເຂົາອາດຕ້ອງການເຮັດກໍຕາມ. ຂໍ້ແທ້ຈິງກໍຄືໃນຊີວິດຕົວຈິງ, ການປະຕິບັດຄວາມຈິງເປັນສິ່ງທີ່ເຮັດໄດ້ຍາກຫຼາຍ. ມັນເປັນເລື່ອງໜຶ່ງທີ່ຈະຂໍໃຫ້ເຈົ້າປ່ອຍຖິ້ມເສື້ອຜ້າ ແລະ ເຄື່ອງປະດັບທີ່ເຈົ້າມັກ ຫຼື ສິ່ງທີ່ເຈົ້າເພີດເພີນ ຫຼື ວຽກ ແລະ ອາຊີບທີ່ເຈົ້າມັກ ຫຼື ຈຸດແຂງ ແລະ ງານອະດິເຣກຂອງເຈົ້າ ຫຼື ສິ່ງອື່ນໆອີກ. ເຈົ້າສາມາດປະຖິ້ມສິ່ງເຫຼົ່ານີ້; ພວກມັນປ່ອຍຖິ້ມໄດ້ງ່າຍໆ. ແຕ່ການຂໍໃຫ້ເຈົ້າປະຖິ້ມເນື້ອໜັງຂອງເຈົ້າ ແລະ ອຸປະນິໄສທີ່ຊົ່ວຳຮ້າຍຂອງເຈົ້າ, ມາປະຕິບັດຄວາມຈິງ ແລະ ຍອມຕໍ່ພຣະເຈົ້າ, ນັ້ນຄືສິ່ງທີ່ຍາກຫຼາຍຍິ່ງຂຶ້ນ. ຖ້າຈະອະທິບາຍມັນໂດຍໃຊ້ວະລີທີ່ແນ່ນອນ, ມັນຈະເປັນຄືກັບການບັງຄັບໃຫ້ເປັດຂຶ້ນຂອນໄມ້ ຫຼື ການໃຫ້ງົວກະທິງປີນຕົ້ນໄມ້, ສິ່ງເຫຼົ່ານີ້ແມ່ນສ້າງຄວາມອິດເມື່ອຍໃຫ້ພວກມັນຫຼາຍເກີນໄປ. ຕອນນີ້, ມັນງ່າຍທີ່ຈະໃຫ້ແມວປີນຕົ້ນໄມ້; ນັ້ນຄືເລື່ອງທຳມະຊາດສຳລັບພວກມັນ. ແຕ່ມັນຂ້ອນຂ້າງເປັນໄປບໍ່ໄດ້ທີ່ຈະໃຫ້ແມວກິນເຟືອງແທນທີ່ຈະກິນຊີ້ນ. ຖ້າເຈົ້າຂໍໃຫ້ຄົນທົນທຸກໜ້ອຍໜຶ່ງ, ຈ່າຍລາຄາໜ້ອຍໜຶ່ງ ແລະ ໃຊ້ຊີວິດຢ່າງຖ່ອມຕົວຕະຫຼອດຊີວິດຂອງພວກເຂົາ, ນັ້ນເປັນສິ່ງທີ່ຄົນໃດໜຶ່ງທີ່ຄົນຜູ້ມີຄວາມປະສົງຈະເຮັດເຊັ່ນນັ້ນສາມາດປະສົບຜົນສຳເລັດໄດ້. ໃນຄວາມເປັນຈິງແລ້ວ, ບໍ່ມີຄວາມຫຍຸ້ງຍາກທາງຮ່າງກາຍໃດໆຈະເປັນບັນຫາໃຫຍ່ສຳລັບຄົນໃດໜຶ່ງທີ່ເຊື່ອໃນພຣະເຈົ້າ ແລະ ປາດຖະໜາຫາຄວາມຈິງ. ຍົກຕົວຢ່າງ: ການບໍ່ໝົກມຸ່ນໃນຄວາມສະບາຍທາງເນື້ອໜັງ; ຫຼື ການຫຼຸດຈຳນວນເວລາທີ່ພວກເຂົານອນໃນແຕ່ລະມື້; ຫຼື ການໃຊ້ຊີວິດຢ່າງຍາກລຳບາກເປັນເວລາສິບປີຕິດກັນ; ຫຼື ການດຳລົງຊີບດ້ວຍອາຫານ, ເຮືອນ ແລະ ການຂົນສົ່ງທີ່ບໍ່ດີຫຼາຍ, ຄົນໃດກໍຕາມສາມາດຮັບເອົາຄວາມລຳບາກ ແລະ ລາຄານັ້ນ ຕາບໃດທີ່ພວກເຂົາມີຄວາມປະສົງທີ່ເຮັດເຊັ່ນນັ້ນ ແລະ ເຕັມໃຈທີ່ຈະສະແຫວງຫາຄວາມຈິງ ແລະ ມີການຄວບຄຸມຕົນເອງໜ້ອຍໜຶ່ງ. ແຕ່ຖ້າເຈົ້າຂໍໃຫ້ຄົນໃດໜຶ່ງປະຖິ້ມເນື້ອໜັງ ແລະ ຊາຕານ, ເຮັດໂດຍສອດຄ່ອງກັບຂໍ້ຮຽກຮ້ອງຂອງພຣະເຈົ້າໂດຍສິ້ນເຊີງ ແລະ ອີງໃສ່ພຣະທຳຂອງພຣະອົງ, ປະຕິບັດຕາມຄວາມຈິງ ແລະ ເຊັ່ນນັ້ນກໍບັນລຸການຍອມອ່ອນນ້ອມຕໍ່ພຣະເຈົ້າ, ຄົນໃດໜຶ່ງຈະພົບວ່ານັ້ນເປັນສິ່ງທີ່ຍາກ. ນັ້ນຄືບ່ອນທີ່ມີຄວາມຫຍຸ້ງຍາກຂອງມະນຸດ. ສະນັ້ນໃນການສະແຫວງຫາຄວາມຈິງ, ມັນບໍ່ຄືກັບວ່າຄົນພຽງແຕ່ສາມາດມີຄວາມແນວແນ່ ແລະ ລອງພະຍາຍາມເຮັດມັນ ຫຼື ຝຶກການຄວບຄຸມ ແລະ ປະຕິບັດຕາມກົດລະບຽບ ແລະ ຈາກນັ້ນກໍສາມາດນໍາຄວາມຈິງໄປປະຕິບັດ ແລະ ມີຄວາມຈິງ. ການສະແຫວງຫາຄວາມຈິງເປັນສິ່ງທີ່ລຳບາກທີ່ສຸດ ແລະ ຍາກທີ່ສຸດທີ່ມະນຸດຊາດທີ່ເສື່ອມຊາມຕ້ອງເຮັດ. ຕົ້ນຕໍຂອງບັນຫານີ້ເລີ່ມມາຈາກໃສ? (ມັນເລີ່ມມາຈາກອຸປະນິໄສຂອງຊາຕານ.) ນັ້ນຄືສິ່ງທີ່ຖືກຕ້ອງ. ອຸປະນິໄສຂອງຊາຕານຄືຄວາມທ້າທາຍທີ່ໃຫຍ່ທີ່ສຸດຂອງມະນຸດ. ຄົນໆໜຶ່ງອາດມີຄວາມສາມາດທີ່ບໍ່ດີ ຫຼື ມີອາລົມ ແລະ ບຸກຄະລິກລັກສະນະທີ່ຊົ່ວຮ້າຍ, ພວກເຂົາອາດບໍ່ມີຈຸດແຂງ, ພອນສະຫວັນ ຫຼື ຂອງປະທານໃດໆໃຫ້ເວົ້າເຖິງ, ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ຈະເປັນຄວາມທ້າທາຍທີ່ໃຫຍ່ຫຼວງສຳລັບພວກເຂົາ. ໃນທີ່ສຸດແລ້ວ, ບັນຫາເລີ່ມມາຈາກອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ອຸປະນິໄສທີ່ເສື່ອມຊາມກຳມື ແລະ ຕີນຂອງຜູ້ຄົນ, ຈິດໃຈ ແລະ ແນວຄິດຂອງພວກເຂົາ, ຄວາມຄິດຂອງພວກເຂົາ, ວິທີການຄິດຂອງພວກເຂົາ ແລະ ສ່ວນເລິກໃນວິນຍານຂອງພວກເຂົາໄວ້ແໜ້ນຈົນບໍ່ສາມາດຫຼົບໜີໄດ້, ຈົນທຸກໆນິ້ວເທິງຫົນທາງຂອງການສະແຫວງຫາຄວາມຈິງເປັນບ່ອນທີ່ພວກເຂົາຍ່າງໄດ້ຍາກ. ຄົນໆໜຶ່ງອາດເຊື່ອໃນພຣະເຈົ້າເປັນເວລາສາມ ຫຼື ຫ້າປີໂດຍບໍ່ໄດ້ຮັບຫຍັງເລີຍ; ເຖິງກັບມີບາງຄົນທີ່ເຊື່ອເປັນເວລາສິບ, ຊາວ ຫຼື ສາມສິບປີ ແລະ ໄດ້ຮັບຄວາມຮູ້ພຽງຜິວເຜີນຈາກການຄວາມເຊື່ອນັ້ນ. ແລ້ວພວກເຂົາບາງຄົນບໍ່ໄດ້ຮັບຫຍັງເລີຍ, ຄົນທີ່ລົ້ມເຫຼວເຫຼົ່ານັ້ນຊ່າງເສື່ອມ ແລະ ໜ້າສົມເພດ! ພວກເຂົາເຊື່ອໃນພຣະເຈົ້າເປັນເວລາສາມສິບປີ ແຕ່ຍັງເສື່ອມ ແລະ ຕາບອດ, ບໍ່ມີຫຍັງໃຫ້ສະແດງກ່ຽວກັບມັນເລີຍ. ເມື່ອພວກເຂົາຈົມລົງສູ່ຄວາມຄິດລົບ, ພວກເຂົາບໍ່ຮູ້ຈັກວິທີການໂພ່ອອກຈາກມັນ; ເມື່ອພວກເຂົາຈົມລົງສູ່ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ, ພວກເຂົາບໍ່ຮູ້ຈັກວິທີການກຳຈັດພວກມັນ; ເມື່ອຄວາມລຳບາກຍາກແຄ້ນເກີດຂຶ້ນກັບພວກເຂົາ, ພວກເຂົາບໍ່ຮູ້ຈັກວິທີການຜະເຊີນໜ້າກັບມັນ ແລະ ພວກເຂົາບໍ່ຮູ້ຈັກວິທີການແກ້ໄຂຄວາມຫຍຸ້ງຍາກປະເພດນັ້ນ. ສາມາດແກ້ໄຂບັນຫາຕ່າງໆໂດຍການພຽງແຕ່ໃຊ້ກຳລັງໃຈສ່ວນຕົວເພື່ອຄວບຄຸມຕົນເອງ ຫຼື ໂດຍການອາໄສຄວາມອົດທົນຂອງຄົນໆໜຶ່ງເພື່ອບາກບັ່ນຢ່າງບໍ່ສິ້ນສຸດບໍ? ຄົນອາດພະຍາຍາມກ້າວໜ້າຜ່ານສະຖານະການຕ່າງໆຢ່າງເປັນຂັ້ນເປັນຕອນຈົນພວກເຂົາຜ່ານໄດ້ແລ້ວ, ແຕ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຍັງຄົງຢູ່. ພວກມັນບໍ່ໄດ້ຮັບການແກ້ໄຂ. ບໍ່ວ່າພວກເຂົາຈະຜະເຊີນກັບຄວາມຄິດລົບ ຫຼື ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ ຫຼື ມີແນວຄິດກ່ຽວກັບພຣະເຈົ້າ ຫຼື ລົ້ມເຫຼວ ແລະ ລົ້ມລົງ ແລະ ອ່ອນແອຫຼາຍສໍ່າໃດກໍຕາມ, ຈົນຮອດທຸກມື້ນີ້ພວກເຂົາຍັງບໍ່ສາມາດໃຫ້ຄຳພະຍານທີ່ເປັນປະສົບການແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາບໍ່ມີແມ່ນແຕ່ສິ່ງດຽວໃຫ້ເວົ້າກ່ຽວກັບຄວາມຮູ້ຂອງພວກເຂົາ, ປະສົບການ ຫຼື ການເປີດຮັບພຣະທຳຂອງພຣະເຈົ້າ. ຫົວໃຈຂອງພວກເຂົາຫວ່າງເປົ່າ; ສ່ວນເລິກໃນຫົວໃຈຂອງພວກເຂົາຫວ່າງເປົ່າ. ພວກເຂົາບໍ່ມີຄວາມເຂົ້າໃຈທີ່ເປັນປະສົບການກ່ຽວກັບຄວາມຈິງ ແລະ ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ພວກເຂົາຍັງຢູ່ຫ່າງຈາກການມີຄວາມຮູ້ກ່ຽວກັບພາລະກິດຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງ. ພວກເຂົາບໍ່ໄດ້ເສື່ອມ, ຕາບອດ ແລະ ໜ້າສົມເພດບໍ? (ແມ່ນແລ້ວ.) ຖ້າຄົນໃດໜຶ່ງບໍ່ສະແຫວງຫາຄວາມຈິງ, ແລ້ວບໍ່ວ່າພວກເຂົາເຊື່ອໃນພຣະເຈົ້າເທົ່າໃດປີກໍຕາມ, ມັນກໍໄຮ້ເປົ້າໝາຍ. ແລ້ວເປັນຫຍັງຄົນໃດໜຶ່ງຈຶ່ງຈະປ່ອຍໃຫ້ຕົນເອງໄປຮອດຈຸດນີ້? ສາເຫດແມ່ນຢູ່ບ່ອນໃດ? ຢູ່ບ່ອນນີ້, ບັນຫາກໍເລີ່ມມາຈາກອຸປະນິໄສທີ່ເສື່ອມຊາມຂອງມະນຸດເຊັ່ນກັນ. ນີ້ຄືສາເຫດທີ່ກົງໄປກົງມາ.
ພວກເຮົາໄດ້ເວົ້າມັນຊັດເຈນແລ້ວວ່າແມ່ນຫຍັງຄືສາເຫດທີ່ກົງໄປກົງມາທີ່ຄົນບໍ່ສະແຫວງຫາຄວາມຈິງ. ຕອນນີ້ພວກເຮົາຈະເວົ້າໜ້ອຍໜຶ່ງກ່ຽວກັບສາເຫດສ່ວນຕົວ. ສາເຫດສ່ວນຕົວຄືເຖິງແມ່ນຄົນອາດຮຽນຮູ້ວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມຈາກພາລະກິດຂອງພຣະເຈົ້າ ແລະ ພຣະທຳທັງໝົດຂອງພຣະອົງ ຫຼື ຈາກຊີວິດຕົວຈິງຂອງພວກເຂົາ, ພວກເຂົາຈະບໍ່ເອົາຕົນເອງທຽບໃສ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຈັກເທື່ອ, ພວກເຂົາຈະບໍ່ຮັບຄວາມຮູ້ ແລະ ປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈັກເທື່ອ ແລະ ພວກເຂົາຈະບໍ່ປະຕິບັດຕາມພຣະທຳຂອງພຣະເຈົ້າຈັກເທື່ອ. ມັນຄືເຖິງແມ່ນຄົນອາດພະຍາຍາມຢ່າງໜັກ ແລະ ເສຍສະຫຼະຫຼາຍຢ່າງເທິງຫົນທາງແຫ່ງຄວາມເຊື່ອໃນພຣະເຈົ້າ, ເຖິງແມ່ນພວກເຂົາອາດເຮັດວຽກໜັກຫຼາຍ, ທົນທຸກຢ່າງໃຫຍ່ຫຼວງ ແລະ ຈ່າຍລາຄາຫຼາຍຢ່າງໃຫ້ກັບມັນ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນພຶດຕິກຳພາຍນອກເທົ່ານັ້ນ. ພວກມັນບໍ່ໄດ້ພິສູດວ່າຄົນໆໜຶ່ງເລີ່ມຍ່າງໃນເສັ້ນທາງຂອງການສະແຫວງຫາຈິງ. ຄົນທີ່ທົນທຸກຫຼາຍທີ່ສຸດຄືຄົນທີ່ເລີ່ມຕິດຕາມພຣະເຈົ້າໃນຕອນເລີ່ມຕົ້ນ, ຄົນທີ່ຮັບໜ້າທີ່ຂອງພວກເຂົາເມື່ອພວກເຂົາອາຍຸປະມານຊາວປີ. ຕອນນີ້, ຄົນເຫຼົ່ານີ້ອາຍຸປະມານຫ້າສິບປີ ແລະ ຍັງບໍ່ໄດ້ແຕ່ງດອງ. ເຈົ້າສາມາດເວົ້າວ່າພວກເຂົາອຸທິດຄວາມໜຸ່ມຂອງພວກເຂົາໃຫ້ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ປ່ອຍຖິ້ມຄອບຄົວ ແລະ ການແຕ່ງດອງ. ນັ້ນແມ່ນລາຄາທີ່ຍິ່ງໃຫຍ່ບໍ? (ແມ່ນ.) ພວກເຂົາປະຖິ້ມຄວາມໜຸ່ມຂອງພວກເຂົາ ແລະ ຖວາຍໝົດຊີວິດຂອງພວກເຂົາ ແລະ ມັນເຮັດໃຫ້ເກີດຫຍັງຂຶ້ນ? ລາຄາທີ່ພວກເຂົາຈ່າຍແມ່ນຍິ່ງໃຫຍ່, ແຕ່ສິ່ງທີ່ພວກເຂົາໄດ້ຮັບໃນທີ່ສຸດບໍ່ໄດ້ເທົ່າກັບ ຫຼື ສອດຄ່ອງກັບການເສຍສະຫຼະຂອງພວກເຂົາ. ແມ່ນຫຍັງຄືບັນຫາໃນທີ່ນີ້? ອີງໃສ່ທັດສະນະ ແລະ ຄວາມເດັດດ່ຽວທີ່ພວກເຂົາມີເພື່ອຈ່າຍລາຄາ ແລະ ໄລຍະເວລາ, ຈຳນວນ ແລະ ລະດັບການເສຍສະຫຼະຂອງພວກເຂົາ, ມັນຈະເບິ່ງຄືກັບວ່າພວກເຂົາຄວນເຂົ້າໃຈຄວາມຈິງ ແລະ ສາມາດປະຕິບັດມັນ. ເຈົ້າຈະຄິດວ່າພວກເຂົາຄວນມີຄຳພະຍານ ແລະ ຫົວໃຈທີ່ຢຳເກງພຣະເຈົ້າ; ພວກເຂົາຄວນມີຄວາມຮູ້ກ່ຽວກັບພຣະເຈົ້າ; ພວກເຂົາຄວນເລີ່ມເດີນທາງໃນເສັ້ນທາງຂອງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍແລ້ວ; ພວກເຂົາຄວນເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງແລ້ວ. ແຕ່ໃນຄວາມເປັນຈິງແລ້ວ, ນັ້ນເປັນພຽງແຕ່ການອະນຸມານ, ສອງສິ່ງເຫຼົ່ານີ້ພຽງແຕ່ຄວາມສຳພັນເຊີງເຫດຜົນ, ມັນບໍ່ສອດຄ່ອງກັບຂໍ້ແທ້ຈິງ ຫຼື ສິ່ງທີ່ຄົນເຫຼົ່ານີ້ດຳລົງຊີວິດຕາມ. ແມ່ນຫຍັງຄືບັນຫາໃນທີ່ນີ້? ພວກເຮົາບໍ່ຄວນເອົາມັນໄປສືບສວນ ແລະ ສົນທະນາກັນບໍ? ນີ້ບໍ່ແມ່ນບັນຫາທີ່ສົມຄວນຕ້ອງໄດ້ຄິດຢ່າງເລິກຊຶ້ງບໍ? (ແມ່ນ.) ໃນບັນດາຄົນທີ່ໄດ້ຍອມຮັບຂັ້ນຕອນນີ້ໃນພາລະກິດຂອງພຣະເຈົ້າເປັນເວລາສອງ ຫຼື ສາມປີ, ມີຫຼາຍຄົນທີ່ມີປະສົບການ ແລະ ຄຳພະຍານຢ່າງບໍ່ຂາດເຂີນ. ພວກເຂົາເປັນພະຍານວ່າພຣະທຳຂອງພຣະເຈົ້າປ່ຽນແປງພວກເຂົາ ແລະ ເຮັດໃຫ້ພວກເຂົາກາຍມາເປັນຄົນຊື່ສັດໄດ້ແນວໃດ; ພວກເຂົາເປັນພະຍານວ່າພຣະທຳຂອງພຣະເຈົ້າໄດ້ເຮັດໃຫ້ພວກເຂົາສາມາດເຂົ້າໃຈຄວາມຈິງໃນຫົນທາງຂອງການສະແຫວງຫາມັນໄດ້ແນວໃດ; ພວກເຂົາເປັນພະຍານວ່າພຣະທຳຂອງພຣະເຈົ້າໄດ້ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ຄວາມອວດດີ ແລະ ຄວາມຫຼອກລວງຂອງພວກເຂົາ, ຄວາມກະບົດຂອງພວກເຂົາ, ຄວາມປາດຖະໜາຫາສະຖານະຂອງພວກເຂົາ, ຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາ ແລະ ອື່ນໆອີກ. ຄົນເຫຼົ່ານີ້ສາມາດມີປະສົບການ ແລະ ຄຳພະຍານຫຼັງຈາກທີ່ເຊື່ອໃນພຣະເຈົ້າໄດ້ພຽງສອງ ຫຼື ສາມປີ; ພວກເຂົາມີຄວາມເຂົ້າໃຈທີ່ເປັນປະສົບການຢ່າງເລິກຊຶ້ງກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ພວກເຂົາສາມາດຮູ້ສຶກເຖິງຄວາມເປັນຈິງໃນພຣະທຳຂອງພຣະອົງ. ແລ້ວເປັນຫຍັງບາງຄົນຈຶ່ງເຊື່ອໃນພຣະເຈົ້າເປັນເວລາຊາວ ຫຼື ສາມສິບປີ ແລະ ຈ່າຍລາຄາຫຼາຍຢ່າງ, ທົນທຸກຫຼາຍຢ່າງ ແລະ ຫຍຸ້ງນັ້ນຫຍຸ້ງນີ້ຫຼາຍ, ແຕ່ສ່ວນເລິກໃນຫົວໃຈຂອງພວກເຂົາ ແລະ ໂລກຝ່າຍວິນຍານຂອງພວກເຂົາຈຶ່ງຍັງຄົງຫວ່າງເປົ່າ ແລະ ບໍ່ມີຫຍັງ? ຫຼາຍຄົນທີ່ຢູ່ໃນສະພາວະປະເພດນີ້ມັກຮູ້ສຶກສິ້ນຫວັງ. ພວກເຂົາເວົ້າຢູ່ສະເໝີວ່າ “ຂ້ອຍສິ້ນຫວັງຫຼາຍ”. ເຮົາເວົ້າວ່າ “ເຈົ້າເຊື່ອໃນພຣະເຈົ້າເປັນເວລາຊາວ ຫຼື ສາມສິບປີແລ້ວໃນຕອນນີ້. ເຈົ້າຍັງສິ້ນຫວັງຢູ່ໄດ້ແນວໃດ? ມັນຊັດເຈນຫຼາຍທີ່ໄດ້ເຫັນວ່າເຈົ້າບໍ່ໄດ້ຮັບຫຍັງເລີຍ”. ຈົນຮອດມື້ນີ້, ບາງຄົນຍັງຄິດລົບ ແລະ ອ່ອນແອ. ພວກເຂົາເວົ້າວ່າ “ຂ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແລະ ຂ້ອຍໄດ້ຮັບຫຍັງ?” ມີຫຼາຍຄັ້ງເມື່ອພວກເຂົາຄິດລົບ ແລະ ອ່ອນແອ ຫຼື ເມື່ອພວກເຂົາຖືກຖອດສະຖານະ ແລະ ຜົນປະໂຫຍດຂອງພວກເຂົາ ຫຼື ເມື່ອບໍ່ໄດ້ຕອບສະໜອງຄວາມທະນົງຕົວຂອງພວກເຂົາ, ພວກເຂົາກໍກ່າວໂທດພຣະເຈົ້າ ແລະ ເສຍດາຍທີ່ໄດ້ເຊື່ອໃນພຣະອົງເປັນເວລາຫຼາຍປີ. ພວກເຂົາເສຍດາຍທີ່ເຊື່ອໃນພຣະທຳຂອງພຣະອົງຕັ້ງແຕ່ຕອນທຳອິດ, ພວກເຂົາເສຍດາຍທີ່ໄດ້ປ່ອຍຖິ້ມວຽກຂອງພວກເຂົາ, ການແຕ່ງດອງ ແລະ ຄອບຄົວ, ໂອກາດຂອງພວກເຂົາທີ່ຈະເຂົ້າຮຽນໃນວິທະຍາໄລ, ເພື່ອທີ່ຈະຕິດຕາມພຣະເຈົ້າ. ພວກເຂົາບາງຄົນເຖິງກັບຄິດທີ່ຈະອອກຈາກຄຣິສຕະຈັກ. ພວກເຂົາເຕັມໄປດ້ວຍຄວາມເສຍຫາຍຫຼາຍກ່ຽວກັບຄວາມເຊື່ອຂອງພວກເຂົາໃນຕອນນີ້, ເປັນຫຍັງພວກເຂົາຈຶ່ງຕ້ອງວົນວາຍກັບມັນຕັ້ງແຕ່ຕອນທຳອິດ? ພວກເຂົາເຊື່ອໃນພຣະເຈົ້າເປັນເວລາຊາວ ຫຼື ສາມສິບປີ, ພວກເຂົາໄດ້ຍິນຄວາມຈິງຫຼາຍຢ່າງ ແລະ ພວກເຂົາມີປະສົບການກັບພຣະທຳຂອງພຣະເຈົ້າຢ່າງຫຼວງຫຼາຍ, ເຖິງຢ່າງນັ້ນສ່ວນເລິກໃນຫົວໃຈຂອງພວກເຂົາກໍຍັງຫວ່າງເປົ່າ ແລະ ພວກເຂົາມັກຈົມລົງສູ່ສະພາວະທີ່ວຸ້ນວາຍ, ສັບສົນ, ເສຍດາຍ, ລັງເລ ແລະ ເຖິງກັບບໍ່ແນ່ໃຈກ່ຽວກັບອະນາຄົດຂອງພວກເຂົາ, ແມ່ນຫຍັງກໍ່ໃຫ້ເກີດສິ່ງນີ້? ຄົນແບບນັ້ນສົມຄວນໄດ້ຮັບຄວາມສົງສານບໍ? (ບໍ່.) ເມື່ອໃດກໍຕາມທີ່ເຮົາເຫັນຄົນເຫຼົ່ານີ້, ເມື່ອໃດກໍຕາມທີ່ເຮົາໄດ້ຍິນຂ່າວກ່ຽວກັບພວກເຂົາ ແລະ ຮຽນຮູ້ກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນໃນຊ່ວງນີ້ຂອງພວກເຂົາ, ເຮົາກໍມີການສັງຫອນໃຈກ່ຽວກັບພວກເຂົາ. ເຮົາເລີ່ມຄິດກ່ຽວກັບພວກເຂົາ. ມັນເປັນໄດ້ແນວໃດທີ່ສະພາວະຂອງພວກເຂົາ ແລະ ໂລກພາຍໃນຂອງພວກເຂົາເບິ່ງຄືລຶ້ງເຄີຍກັບເຮົາຫຼາຍ? ໃນຕອນນີ້ພວກເຂົາຍັງຄົງຢູ່ໃນເຮືອນຂອງພຣະເຈົ້າ, ປະຕິບັດໜ້າທີ່, ພວກເຂົາອາໄສຫຍັງ? ມັນເປັນຊຸດຄວາມຄິດຂອງຄວາມລອດພົ້ນໂດຍຄວາມກະລຸນາບໍ? ມັນເປັນຊຸດຄວາມຄິດທີ່ຖ້າຄົນໃດໜຶ່ງຕິດຕາມພຣະເຈົ້າຈົນເຖິງທີ່ສຸດ, ສິ່ງນີ້ຈະນໍາໄປສູ່ຄວາມລອດພົ້ນຢ່າງຫຼີກລ່ຽງບໍ່ໄດ້ບໍ? ຫຼື ມັນເປັນຄວາມຄິດທີ່ອີງໃສ່ຄວາມໂຊກດີ ແລະ ໂອກາດບໍ? ມັນບໍ່ແມ່ນຫຍັງໃນບັນດາສິ່ງເຫຼົ່ານີ້. ແລ້ວມັນແມ່ນຫຍັງ? ມັນເປັນຄືກັບສິ່ງທີ່ໂປໂລໄດ້ເວົ້າ: “ເຮົາໄດ້ຕໍ່ສູ່ຢ່າງກ້າຫານ, ເຮົາໄດ້ສຳເລັດການແຂ່ງຂັນ, ເຮົາໄດ້ຕັ້ງໝັ້ນໃນຄວາມເຊື່ອ: ຈາກນີ້ເປັນຕົ້ນໄປ ມີການຈັດກຽມມົງກຸດແຫ່ງຄວາມຊອບທຳໄວ້ໃຫ້ກັບເຮົາແລ້ວ” (2 ຕີໂມທຽວ 4:7-8). ເພື່ອວິເຄາະຂໍ້ຄວາມນີ້ ແລະ ຖ້າຈະເວົ້າມັນງ່າຍໆ, ຄຳເວົ້າເຫຼົ່ານີ້ມີຄຸນນະພາບທີ່ເປັນການຕໍ່ລອງໃນພວກມັນ, ມີທັດສະນະ, ແນວຄິດ ແລະ ແຜນການເພື່ອຕໍ່ລອງພາຍໃນພວກເຂົາ ແລະ ພວກມັນມາຈາກບ່ອນທີ່ມີຄວາມປາດຖະໜາ ແລະ ຄວາມທະເຍີທະຍານ. ເຈົ້າເຫັນຂໍ້ແທ້ຈິງຫຍັງໃນຄຳເວົ້າເຫຼົ່ານີ້? ຄົນສະແຫວງຫາຫຍັງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ? (ມົງກຸດ ແລະ ພອນ.) ແມ່ນ. ພວກເຂົາສະແຫວງຫາພອນ ແລະ ຈຸດໝາຍປາຍທາງທີ່ດີ. ແລ້ວພວກເຂົາຈະແລກປ່ຽນຫຍັງສຳລັບຈຸດໝາຍປາຍທາງທີ່ດີ ແລະ ພອນນັ້ນ? ພວກເຂົາຈະແລກປ່ຽນຫຍັງສຳລັບສິ່ງເຫຼົ່ານັ້ນ? (ການເຮັດວຽກ ແລະ ການໃຊ້ແຮງງານຂອງພວກເຂົາ, ການເສຍສະຫຼະ ແລະ ການຍອມສະຫຼະຂອງພວກເຂົາ, ການທົນທຸກ ແລະ ການຈ່າຍລາຄາຂອງພວກເຂົາ.) ເພື່ອໃຊ້ຄຳເວົ້າຂອງໂປໂລ, ພວກເຂົາໄດ້ຕໍ່ສູ້ຢ່າງກ້າຫານ, ພວກເຂົາໄດ້ສຳເລັດການແຂ່ງຂັນ. ພວກເຂົາເຊື່ອວ່າພວກເຂົາໄດ້ເຮັດທຸກສິ່ງທີ່ພວກເຂົາຄວນເຮັດ ແລະ ພວກເຂົາຄວນຮັບຈຸດໝາຍປາຍທາງທີ່ດີ ແລະ ພອນທີ່ພຣະເຈົ້າໄດ້ຈັດກຽມສຳລັບມະນຸດຊາດ. ພວກເຂົາຄິດວ່ານີ້ຄືສິ່ງທີ່ພຣະເຈົ້າຄວນເຮັດຢ່າງຊັດເຈນ, ສິ່ງທີ່ພຣະອົງຕ້ອງເຮັດ ແລະ ຖ້າພຣະອົງບໍ່ເຮັດ, ພຣະອົງຈະບໍ່ເປັນພຣະເຈົ້າ. ເຫັນໄດ້ຢ່າງຊັດເຈນວ່າບໍ່ມີຄວາມເຊື່ອຟັງຕໍ່ພຣະເຈົ້າໃນສິ່ງນີ້, ບໍ່ມີທ່າທີ່ການສະແຫວງຫາຄວາມຈິງ, ບໍ່ມີທ່າທີ່ ຫຼື ແຜນການທີ່ຈະປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ມັນເປັນພຽງຄວາມປາດຖະໜາທີ່ຈະແລກປ່ຽນສອງສາມຢ່າງທີ່ພວກເຂົາສາມາດເຮັດກັບພອນທີ່ພຣະເຈົ້າໄດ້ສັນຍາກັບມະນຸດຊາດ. ສະນັ້ນຄົນທີ່ພວກເຮົາຫາກໍເວົ້າເຖິງມັກຮູ້ສຶກວ່າບໍ່ມີປະໂຫຍດໃນໂລກພາຍໃນຂອງພວກເຂົາ ແລະ ພວກເຂົາບໍ່ມີຫຍັງໃຫ້ອາໄສໃນສ່ວນເລິກໃນຫົວໃຈຂອງພວກເຂົາ, ເຖິງຢ່າງນັ້ນພວກເຂົາກໍດຳເນີນໄປຕາມທີ່ພວກເຂົາເຄີຍເຮັດຢູ່ສະເໝີ, ຈ່າຍລາຄານັ້ນ ແລະ ທົນທຸກຫຼາຍ, ຕໍ່ສູ້ຢ່າງກ້າຫານ ແລະ ສຳເລັດການແຂ່ງຂັນຢ່າງດື້ດ້ານ. ພວກເຂົາອາໄສຫຍັງ? ມັນເປັນຄຳເວົ້າເຫຼົ່ານັ້ນຂອງໂປໂລທີ່ພວກເຂົາຍຶດຕິດ ແລະ ເຊື່ອຢ່າງຫຼັບຫູຫຼັບຕາໃນການຄໍ້າຈຸນ “ຄວາມເຊື່ອ” ນັ້ນຂອງພວກເຂົາ. ພວກເຂົາອາໄສຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາເພື່ອຮັບລາງວັນ ແລະ ຮັບມົງກຸດ. ພວກເຂົາອາໄສຄວາມຝັນຂອງພວກເຂົາໃນການໃຊ້ການແລກປ່ຽນທີ່ເປັນການຕໍ່ລອງເພື່ອຮັບພອນທີ່ຍິ່ງໃຫຍ່. ພວກເຂົາບໍ່ໄດ້ອາໄສຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າ ຫຼື ປະສົບການ ແລະ ຄວາມຮູ້ທີ່ໄດ້ຮັບໂດຍການສະແຫວງຫາຄວາມຈິງໃນຂະນະທີ່ເສຍສະຫຼະຕົນເອງເພື່ອພຣະເຈົ້າ. ນັ້ນບໍ່ແມ່ນສິ່ງທີ່ພວກເຂົາອາໄສ.
ເມື່ອພິຈາລະນາເບິ່ງສິ່ງທີ່ພວກເຮົາຫາກໍໂອ້ລົມກັນ, ຄົນໃດໜຶ່ງສາມາດເຫັນໄດ້ວ່າ ເຖິງແມ່ນວ່າມີຄວາມທ້າທາຍທີ່ເປັນຈິງຫຼາຍຢ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ, ພ້ອມທັງໂສ້ລ່າມ ແລະ ຂໍ້ຈຳກັດຈາກອຸປະນິໄສທີ່ເສື່ອມຊາມ ແລະ ຄວາມຫຍຸ້ງຍາກ ແລະ ອຸປະສັກທີ່ໃຫຍ່ຫຼວງຫຼາຍຢ່າງ, ຄົນໃດໜຶ່ງຄວນເຊື່ອວ່າຕາບໃດທີ່ຕົນເອງມີຄວາມເຊື່ອທີ່ແທ້ຈິງ, ແລ້ວໂດຍອາໄສການຊີ້ນໍາຈາກພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາຈະສາມາດເລີ່ມຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງຢ່າງສົມບູນ. ເປໂຕຄືຜູ້ທີ່ເຄີຍເປັນມາກ່ອນສຳລັບສິ່ງນີ້. ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ຫຼາຍຄົນໃຫ້ຄວາມສຳຄັນກັບການເຮັດວຽກສຳລັບພຣະເຈົ້າພຽງຢ່າງດຽວ, ພວກເຂົາພໍໃຈກັບການທົນທຸກ ແລະ ການຈ່າຍລາຄາເທົ່ານັ້ນ, ແຕ່ພວກເຂົາບໍ່ສະແຫວງຫາຄວາມຈິງເລີຍ. ຜົນຕາມມາກໍຄືພວກເຂົາຂາດຄວາມຮູ້ທີ່ແທ້ຈິງກ່ຽວກັບພາລະກິດຂອງພຣະເຈົ້າຫຼັງຈາກທີ່ເຊື່ອໃນພຣະອົງໄດ້ສິບປີ, ຊາວປີ, ສາມສິບປີ ແລະ ພວກເຂົາບໍ່ສາມາດເວົ້າກ່ຽວກັບປະສົບການ ຫຼື ຄວາມຮູ້ໃດໆກ່ຽວກັບຄວາມຈິງ ຫຼື ພຣະທຳຂອງພຣະເຈົ້າ. ໃນລະຫວ່າງການເຕົ້າໂຮມ, ເມື່ອພວກເຂົາພະຍາຍາມເວົ້າໜ້ອຍໜຶ່ງກ່ຽວກັບຄຳພະຍານຈາກປະສົບການຂອງພວກເຂົາ, ພວກເຂົາກໍບໍ່ມີຫຍັງໃຫ້ເວົ້າ; ພວກເຂົາບໍ່ຮູ້ໂດຍສິ້ນເຊີງວ່າພວກເຂົາຈະຖືກຊ່ວຍໃຫ້ລອດພົ້ນ ຫຼື ບໍ່. ແມ່ນຫຍັງຄືບັນຫາໃນທີ່ນີ້? ນີ້ຄືລັກສະນະທີ່ຄົນບໍ່ສະແຫວງຫາຄວາມຈິງນັ້ນເປັນ. ບໍ່ວ່າພວກເຂົາຈະເປັນຜູ້ເຊື່ອໄດ້ເທົ່າໃດປີກໍຕາມ, ພວກເຂົາບໍ່ສາມາດເຂົ້າໃຈຄວາມຈິງ, ແຮງໄກທີ່ຈະປະຕິບັດມັນໄດ້. ຄົນໃດໜຶ່ງທີ່ບໍ່ຍອມຮັບຄວາມຈິງເລີຍຈະສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ແນວໃດ? ມີບາງຄົນທີ່ບໍ່ສາມາດເບິ່ງບັນຫານີ້ອອກ. ພວກເຂົາເຊື່ອວ່າຖ້າຄົນທີ່ທ່ອງຄຳເວົ້າ ແລະ ວະລີຫຼັກຄຳສອນຄືກັບນົກແກ້ວນັ້ນປະຕິບັດຄວາມຈິງ, ພວກເຂົາກໍສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງເຊັ່ນກັນ. ນີ້ຄືສິ່ງທີ່ຖືກຕ້ອງບໍ? ຄົນທີ່ທ່ອງຄຳເວົ້າ ແລະ ວະລີຫຼັກຄຳສອນຄືກັບນົກແກ້ວແມ່ນບໍ່ສາມາດເຂົ້າໃຈຄວາມຈິງໄດ້ໂດຍທຳມະຊາດ, ສະນັ້ນພວກເຂົາຈະສາມາດປະຕິບັດມັນໄດ້ແນວໃດ? ສິ່ງທີ່ພວກເຂົາປະຕິບັດເບິ່ງຄືກັບວ່າບໍ່ໄດ້ລະເມີດຄວາມຈິງ ແລະ ເປັນການກະທຳທີ່ດີ ແລະ ພຶດຕິກຳທີ່ດີ, ແຕ່ການກະທຳທີ່ດີ ແລະ ພຶດຕິກຳທີ່ດີເຫຼົ່ານີ້ຈະສາມາດເອີ້ນວ່າເປັນຄວາມຈິງແຫ່ງຄວາມຈິງໄດ້ແນວໃດ? ຄົນທີ່ບໍ່ເຂົ້າໃຈຄວາມຈິງບໍ່ຮູ້ວ່າຄວາມເປັນຈິງແຫ່ງຄວາມຈິງແມ່ນຫຍັງ; ພວກເຂົາພິຈາລະນາວ່າການກະທຳທີ່ດີ ແລະ ພຶດຕິກຳທີ່ດີນັ້ນເປັນການປະຕິບັດຄວາມຈິງ. ນີ້ເປັນສິ່ງທີ່ບໍ່ມີເຫດຜົນ, ບໍ່ແມ່ນບໍ? ສິ່ງນີ້ແຕກຕ່າງຫຍັງຈາກຄວາມຄິດ ແລະ ມຸມມອງຂອງຄົນທີ່ເຄັ່ງສາດສະໜາ? ແລ້ວບັນຫາດັ່ງກ່າວກ່ຽວກັບການຢັ່ງຮູ້ທີ່ຜິດໆຈະສາມາດຮັບການແກ້ໄຂໄດ້ແນວໃດ? ຜູ້ຄົນຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າຈາກພຣະທຳຂອງພຣະອົງກ່ອນ, ພວກເຂົາຄວນຮູ້ວ່າການເຂົ້າໃຈຄວາມຈິງແມ່ນຫຍັງ ແລະ ການປະຕິບັດຄວາມຈິງແມ່ນຫຍັງ, ເພື່ອທີ່ຈະສາມາດເບິ່ງຄົນອື່ນ ແລະ ແຍກແຍະພວກເຂົາສຳລັບສິ່ງທີ່ພວກເຂົາເປັນແທ້ໆ ແລະ ເພື່ອທີ່ຈະສາມາດບອກໄດ້ວ່າພວກເຂົາມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່. ພາລະກິດຂອງພຣະເຈົ້າ ແລະ ຄວາມລອດພ້ົນຂອງມະນຸດແມ່ນມີເຈດຕະນາເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈ ແລະ ປະຕິບັດຄວາມຈິງ; ໃນຕອນນັ້ນເອງ, ຄົນຈຶ່ງຈະສາມາດລອກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຖິ້ມ, ເຮັດຕາມຫຼັກການ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ ແລະ ພຽງແຕ່ພໍໃຈກັບການເສຍສະຫຼະ, ການທົນທຸກ ແລະ ການຈ່າຍລາຄາສຳລັບພຣະເຈົ້າຕາມແນວຄິດ ແລະ ຈິນຕະນາການຂອງເຈົ້າເອງ, ທຸກສິ່ງທີ່ເຈົ້າເຮັດຈະເປັນຕົວແທນໃຫ້ການປະຕິບັດຄວາມຈິງ ແລະ ການຍອມອ່ອນນ້ອມຕໍ່ພຣະເຈົ້າຂອງເຈົ້າບໍ? ມັນຈະພິສູດວ່າເຈົ້າປ່ຽນແປງຊີວິດ-ອຸປະນິໄສຂອງເຈົ້າບໍ? ມັນຈະເປັນສະແດງໃຫ້ເຫັນວ່າທ່ານມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າບໍ? ບໍ່. ແລ້ວສະນັ້ນທຸກສິ່ງທີ່ເຈົ້າເຮັດຈະສະແດງໃຫ້ເຫັນຫຍັງ? ມັນພຽງແຕ່ສາມາດສະແດງເຖິງຄວາມມັກສ່ວນຕົວຂອງເຈົ້າ, ການຢັ່ງຮູ້ ແລະ ຄວາມຄິດທີ່ນຶກເອົາເອງວ່າເປັນຈິງ. ມັນຈະເປັນສິ່ງທີ່ເຈົ້າມັກເຮັດໂດຍສິ້ນເຊີງ, ເປັນສິ່ງທີ່ເຈົ້າເຕັມໃຈຈະເຮັດ; ທຸກສິ່ງທີ່ເຈົ້າເຮັດພຽງແຕ່ຕອບສະໜອງຄວາມປະສົງ, ຄວາມຕ້ອງການ ແລະ ອຸດົມການຂອງເຈົ້າເອງ. ເຫັນໄດ້ຢ່າງຊັດເຈນວ່ານັ້ນບໍ່ແມ່ນການສະແຫວງຫາຄວາມຈິງ. ການກະທຳ ຫຼື ພຶດຕິກຳຂອງເຈົ້າບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ ຫຼື ຂໍ້ຮຽກຮ້ອງຂອງພຣະເຈົ້າ. ການກະທຳ ແລະ ພຶດຕິກຳທັງໝົດຂອງເຈົ້າແມ່ນສຳລັບຕົວເຈົ້າເອງ; ເຈົ້າພຽງແຕ່ເຮັດວຽກ, ຕໍ່ສູ້ ແລະ ຫຍຸ້ງນັ້ນຫຍຸ້ງນີ້ເພື່ອເຫັນແກ່ອຸດົມການ, ຊື່ສຽງ ແລະ ສະຖານະຂອງເຈົ້າເອງ, ສິ່ງນີ້ບໍ່ໄດ້ເຮັດໃຫ້ເຈົ້າແຕກຕ່າງຫຍັງຈາກໂປໂລ, ເຊິ່ງເປັນຄົນທີ່ເຮັດວຽກໜັກ ແລະ ເຮັດວຽກຕະຫຼອດຊີວິດຂອງເພິ່ນພຽງແຕ່ເພື່ອຮັບລາງວັນ, ຮັບມົງກຸດ ແລະ ເຂົ້າສູ່ອານາຈັກສະຫວັນ, ສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າກຳລັງຍ່າງໃນເສັ້ນທາງຂອງໂປໂລຢ່າງຊັດເຈນ. ບາງຄົນເວົ້າວ່າ “ຂ້ອຍເຮັດວຽກໜັກ ແລະ ເຮັດວຽກຢ່າງເຕັມໃຈ. ຂ້ອຍບໍ່ໄດ້ພະຍາຍາມເຈລະຈາຕໍ່ລອງກັບພຣະເຈົ້າ”. ເຖິງຢ່າງໃດກໍຕາມ, ມັນບໍ່ໄດ້ສຳຄັນວ່າເຈົ້າໄດ້ພະຍາຍາມເຈລະຈາຕໍ່ລອງກັບພຣະເຈົ້າ ຫຼື ບໍ່, ເຈົ້າມີເຈດຕະນາທີ່ຈະແຈ້ງເພື່ອເຈລະຈາຕໍ່ລອງກັບພຣະເຈົ້າໃນຄວາມຄິດ ຫຼື ທັດສະນະຂອງເຈົ້າ ຫຼື ບໍ່, ບໍ່ວ່າເຈົ້າຈະມີແຜນການ ແລະ ເປົ້າໝາຍແບບນັ້ນ ຫຼື ບໍ່, ເຈົ້າກຳລັງພະຍາຍາມແລກປ່ຽນການເຮັດວຽກໜັກ ແລະ ການເຮັດວຽກຂອງເຈົ້າ, ຄວາມລຳບາກຂອງເຈົ້າ ແລະ ລາຄາທີ່ເຈົ້າຈ່າຍສຳລັບລາງວັນ ແລະ ມົງກຸດຂອງອານາຈັກສະຫວັນ. ແກ່ນແທ້ຂອງບັນຫານີ້ກໍຄືເຈົ້າກຳລັງພະຍາຍາມຕໍ່ລອງກັບພຣະເຈົ້າ, ມັນພຽງແຕ່ວ່າເຈົ້າບໍ່ຮູ້ວ່າເຈົ້າກຳລັງເຮັດເຊັ່ນນັ້ນ. ເຖິງຢ່າງໃດກໍຕາມ, ຕາບໃດທີ່ຄົນໃດໜຶ່ງຜ່ານຄວາມລຳບາກ ແລະ ຈ່າຍລາຄາເພື່ອຮັບເອົາພອນ, ແກ່ນແທ້ໃນການສະແຫວງຫາຂອງພວກເຂົາກໍເປັນຄືກັນກັບຂອງໂປໂລ. ພວກມັນຄືກັນໃນລັກສະນະໃດ? ພວກມັນທັງສອງຄືຄວາມພະຍາຍາມແລກປ່ຽນພຶດຕິກຳດີໆຂອງຄົນໆໜຶ່ງ ນັ້ນກໍຄື ການເຮັດວຽກໜັກຂອງພວກເຂົາ, ຄວາມລຳບາກທີ່ພວກເຮົາຜ່ານຜ່າ, ລາຄາທີ່ພວກເຂົາຈ່າຍ ແລະ ອື່ນໆອີກເພື່ອພອນຂອງພຣະເຈົ້າ, ສຳລັບພອນທີ່ພຣະອົງສັນຍາກັບມະນຸດຊາດ. ສິ່ງເຫຼົ່ານີ້ທີ່ບໍ່ໄດ້ຢູ່ໃນແກ່ນແທ້ເປັນສິ່ງດຽວກັນບໍ? (ແມ່ນແລ້ວ.) ພວກມັນເປັນແກ່ນແທ້ດຽວກັນ; ບໍ່ມີຄວາມແຕກຕ່າງທີ່ເປັນຈິງເລີຍ. ຖ້າເຈົ້າບໍ່ປາດຖະໜາທີ່ຈະຍ່າງໃນເສັ້ນທາງຂອງໂປໂລ, ແຕ່ເສັ້ນທາງຂອງເປໂຕ ແລະ ເຈົ້າປາດຖະໜາທີ່ຈະຮັບເອົາການເຫັນດີເຫັນພ້ອມຂອງພຣະເຈົ້າ, ເຈົ້າຄວນປະຕິບັດແນວໃດ? ບໍ່ຕ້ອງຂໍ້ສົງໄສເລີຍ: ເຈົ້າຕ້ອງຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ. ເຈົ້າຕ້ອງສາມາດຍອມຮັບຄວາມຈິງ, ພ້ອມທັງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ການຖືກລິຮານ ແລະ ການຖືກຈັດການ; ເຈົ້າຕ້ອງໃຫ້ຄວາມສຳຄັນກັບການຮູ້ຈັກຕົນເອງ ແລະ ການກໍ່ໃຫ້ເກີດການປ່ຽນແປງໃນອຸປະນິໄສຂອງເຈົ້າ ແລະ ພະຍາຍາມປະຕິບັດການຮັກພຣະເຈົ້າ. ນັ້ນຄືຄວາມໝາຍຂອງການຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ ແລະ ການເລີ່ມເດີນທາງໃນເສັ້ນທາງຂອງເປໂຕ. ເພື່ອຍ່າງໃນເສັ້ນທາງຂອງເປໂຕ, ເຈົ້າຕ້ອງເຂົ້າໃຈກ່ອນວ່າພຣະເຈົ້າຮຽກຮ້ອງຫຍັງຈາກມະນຸດ ແລະ ແມ່ນຫຍັງຄືເສັ້ນທາງທີ່ພຣະເຈົ້າໄດ້ຊີ້ໃຫ້ມະນຸດເຫັນ. ເຈົ້າຕ້ອງສາມາດແຍກແຍະເສັ້ນທາງຂອງຄວາມເຊື່ອໃນພຣະເຈົ້າທີ່ພາໄປສູ່ຄວາມລອດພົ້ນຈາກເສັ້ນທາງທີ່ພາໄປສູ່ຄວາມພິນາດ ແລະ ຄວາມຫາຍະນະ. ເຈົ້າພຽງແຕ່ຕ້ອງໄຕ່ຕອງກ່ຽວກັບວ່າເປັນຫຍັງເຈົ້າຈຶ່ງສາມາດຍ່າງໃນເສັ້ນທາງຂອງໂປໂລ ແລະ ສືບຈົນແນ່ໃຈວ່າແມ່ນຫຍັງຄືອຸປະນິໄສທີ່ສັ່ງການໃຫ້ເຈົ້າຍ່າງໃນເສັ້ນທາງນັ້ນແທ້ໆ. ເຈົ້າຄວນແຍກແຍະສິ່ງທີ່ໂດດເດັ່ນ ແລະ ເຫັນໄດ້ຢ່າງຊັດເຈນທີ່ສຸດທີ່ຢູ່ໃນອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຊັ່ນ: ຄວາມອວດດີ ຫຼື ຄວາມຫຼອກລວງ ຫຼື ສິ່ງຊົ່ວຮ້າຍ. ໂດຍເລີ່ມຕົ້ນຈາກອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້, ໃຫ້ໄຕ່ຕອງ, ວິເຄາະ ແລະ ມີຄວາມຮູ້ກ່ຽວກັບຕົວເຈົ້າເອງ. ຖ້າເຈົ້າສາມາດໄດ້ຮັບຄວາມຮູ້ກ່ຽວກັບຕົນເອງ ແລະ ກຽດຊັງຕົນເອງຢ່າງແທ້ຈິງ, ມັນຈະງ່າຍສຳລັບເຈົ້າທີ່ຈະລອກອຸປະນິໄສທີ່ເສື່ອມຊາມຂອງເຈົ້າຖິ້ມ ແລະ ມັນຈະງ່າຍສຳລັບເຈົ້າທີ່ຈະນໍາຄວາມຈິງໄປປະຕິບັດ. ສະນັ້ນຈະປະຕິບັດສິ່ງນີ້ເປັນການສະເພາະໄດ້ແນວໃດ? ພວກເຮົາມາໂອ້ລົມກ່ຽວກັບສິ່ງນີ້ແບບງ່າຍໆກັນເທາະ ໂດຍໃຊ້ຕົວຢ່າງຂອງອຸປະນິໄສທີ່ອວດດີ. ໃນຊີວິດປະຈຳວັນຂອງເຈົ້າ, ເມື່ອກຳລັງເວົ້າ, ປະພຶດຕົນເອງ ແລະ ຈັດການກັບສິ່ງຕ່າງໆ, ປະຕິບັດໜ້າທີ່ຂອງເຈົ້າ, ໂອ້ລົມກັບຄົນອື່ນ ແລະ ອື່ນໆອີກ, ບໍ່ວ່າຈະມີເລື່ອງຫຍັງໃນຕອນນີ້ ຫຼື ເຈົ້າຈະຢູ່ໃສ ຫຼື ສະຖານະການຈະເປັນແນວໃດ, ເຈົ້າຕ້ອງໃຫ້ຄວາມສຳຄັນກັບການກວດສອບປະເພດອຸປະນິໄສອວດດີທີ່ເຈົ້າໄດ້ສະແດງອອກຢູ່ຕະຫຼອດເວລາ. ເຈົ້າຕ້ອງຂຸດຄົ້ນການສະແດງອອກ, ຄວາມຄິດ ແລະ ແນວຄິດທັງໝົດທີ່ມາຈາກອຸປະນິໄສທີ່ອວດດີຂອງເຈົ້າ ເຊິ່ງເຈົ້າຮູ້ ແລະ ສາມາດຢັ່ງຮູ້ໄດ້, ພ້ອມທັງເຈດຕະນາ ແລະ ເປົ້າໝາຍຂອງເຈົ້າ, ໂດຍສະເພາະຄືຕ້ອງການສັ່ງສອນຄົນອື່ນຈາກຕຳແໜ່ງທີ່ສູງກວ່າ; ບໍ່ເຊື່ອຟັງຜູ້ໃດ; ເຫັນວ່າຕົນເອງດີກວ່າຄົນອື່ນ; ບໍ່ຍອມຮັບສິ່ງທີ່ຄົນອື່ນເວົ້າ, ບໍ່ວ່າພວກເຂົາອາດເວົ້າຖືກຕ້ອງສໍ່າໃດກໍຕາມ; ເຮັດໃຫ້ຄົນອື່ນຍອມຮັບ ແລະ ຍອມອ່ອນນ້ອມຕໍ່ສິ່ງທີ່ເຈົ້າເວົ້າ, ແມ່ນແຕ່ເມື່ອເຈົ້າຜິດ; ມີແນວໂນ້ມທີ່ຈະນໍາພາຄົນອື່ນຢູ່ສະເໝີ; ບໍ່ປະຕິບັດຕາມ ແລະ ໃຫ້ຂໍ້ອ້າງຕ່າງໆເມື່ອຜູ້ນໍາ ແລະ ຜູ້ເຮັດວຽກລິຮານ ແລະ ຈັດການກັບເຈົ້າ, ປະນາມວ່າພວກເຂົາຈອມປອມ; ປະນາມຄົນອື່ນ ແລະ ຍົກຍ້ອງຕົນເອງຢູ່ສະເໝີ; ຄິດຢູ່ສະເໝີວ່າເຈົ້າດີກວ່າທຸກຄົນ; ປາດຖະໜາທີ່ຈະເປັນຄົນທີ່ມີຊື່ສຽງ ແລະ ໂດດເດັ່ນຢູ່ສະເໝີ; ຮັກສາໃນການໂອ້ອວດຢູ່ສະເໝີ, ເພື່ອວ່າຄົນອື່ນຈະຖືວ່າເຈົ້າສູງສົ່ງ ແລະ ນະມັດສະການເຈົ້າ…. ຜ່ານການປະຕິບັດການໄຕ່ຕອງ ແລະ ການວິເຄາະການສະແດງອອກເຖິງຄວາມເສື່ອມຊາມ, ເຈົ້າສາມາດເລີ່ມຮູ້ໄດ້ວ່າອຸປະນິໄສທີ່ອວດດີຂອງເຈົ້າຂີ້ຮ້າຍສໍ່າໃດ ແລະ ເຈົ້າສາມາດລັງກຽດ ແລະ ຊິງຊັງຕົນອງ ແລະ ກຽດຊັງອຸປະນິໄສທີ່ອວດດີຂອງເຈົ້າຫຼາຍຍິ່ງຂຶ້ນ. ດ້ວຍເຫດນັ້ນ, ເຈົ້າຈຶ່ງເຕັມໃຈທີ່ຈະໄຕ່ຕອງກ່ຽວກັບວ່າເຈົ້າໄດ້ສະແດງອຸປະນິໄສທີ່ອວດດີໃນທຸກເລື່ອງ ຫຼື ບໍ່. ໜຶ່ງສ່ວນຂອງສິ່ງນີ້ແມ່ນການໄຕ່ຕອງກ່ຽວກັບວ່າແມ່ນຫຍັງຄືອຸປະນິໄສທີ່ອວດດີ ແລະ ຖືວ່າຕົນເອງຊອບທຳທີ່ສະແດງອອກໃນການປາກເວົ້າຂອງເຈົ້າ, ແມ່ນຫຍັງຄືສິ່ງທີ່ໂອ້ອວດ, ອວດດີ ແລະ ໂງ່ຈ້າທີ່ເຈົ້າເວົ້າ. ອີກສ່ວນໜຶ່ງຄືການໄຕ່ຕອງກ່ຽວກັບສິ່ງທີ່ບໍ່ສົມເຫດສົມຜົນ ແລະ ໂງ່ຈ້າທີ່ເຈົ້າເຮັດໃນຂະນະທີ່ເຮັດຕາມແນວຄິດ, ຈິນຕະນາການ, ຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງເຈົ້າ. ມີພຽງແຕ່ການໄຕ່ຕອງຕົນເອງປະເພດນີ້ເທົ່ານັ້ນຈຶ່ງສາມາດກໍ່ໃຫ້ການຮູ້ກ່ຽວກັບຕົນເອງ. ຫຼັງຈາກທີ່ເຈົ້າໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ, ເຈົ້າຄວນສະແຫວງຫາເສັ້ນທາງ ແລະ ຫຼັກການປະຕິບັດສຳລັບການເປັນຄົນຊື່ສັດໃນພຣະທຳຂອງພຣະເຈົ້າ ແລະ ຈາກນັ້ນກໍປະຕິບັດ, ເຮັດໜ້າທີ່ຂອງເຈົ້າ ແລະ ຮັບມື ແລະ ມີປະຕິສຳພັນກັບຄົນອື່ນຕາມເສັ້ນທາງ ແລະ ຫຼັກການທີ່ບົ່ງບອກໄວ້ໃນພຣະທຳຂອງພຣະເຈົ້າ. ເມື່ອເຈົ້າໄດ້ປະຕິບັດໃນລັກສະນະນີ້ຊົ່ວໄລຍະໜຶ່ງ, ບາງທີໜຶ່ງເດືອນ ຫຼື ສອງເດືອນ, ເຈົ້າຈະຮູ້ສຶກເຖິງຄວາມສົດໃສໃນຫົວໃຈກ່ຽວກັບມັນ ແລະ ເຈົ້າຈະໄດ້ຮັບບາງສິ່ງຈາກມັນ ແລະ ມີລົດຊາດຂອງຄວາມສຳເລັດ. ເຈົ້າຈະຮູ້ສຶກວ່າເຈົ້າມີເສັ້ນທາງທີ່ຈະກາຍມາເປັນຄົນຊື່ສັດ ແລະ ມີເຫດຜົນ ແລະ ເຈົ້າຈະຮູ້ສຶກວ່າມີພື້ນຖານຫຼາຍຍິ່ງຂຶ້ນ. ເຖິງແມ່ນວ່າເຈົ້າຈະບໍ່ສາມາດເວົ້າເຖິງຄວາມຮູ້ທີ່ເລິກຊຶ້ງກ່ຽວກັບຄວາມຈິງເປັນການສະເພາະ, ເຈົ້າຈະໄດ້ຮັບຄວາມຮູ້ບາງຢ່າງທີ່ເປັນການຢັ່ງຮູ້ກ່ຽວກັບມັນ, ພ້ອມທັງເສັ້ນທາງການປະຕິບັດ. ເຖິງແມ່ນວ່າເຈົ້າຈະບໍ່ສາມາດສະແດງມັນອອກຢ່າງຊັດເຈນເປັນຄຳເວົ້າ, ເຈົ້າຈະມີການຢັ່ງຮູ້ບາງຢ່າງກ່ຽວກັບຄວາມເສຍຫາຍທີ່ອຸປະນິໄສທີ່ອວດດີເຮັດຕໍ່ຜູ້ຄົນ ແລະ ມັນບິດເບືອນຄວາມເປັນມະນຸດຂອງພວກເຂົາແນວໃດ. ຕົວຢ່າງ: ຄົນທີ່ອວດດີ ແລະ ຫຍິ່ງຍະໂສມັກເວົ້າສິ່ງທີ່ໂອ້ອວດ, ສິ່ງທີ່ບ້າປ່ວງ ແລະ ເວົ້າຕົວະເພື່ອລໍ້ລວງຄົນອື່ນ; ພວກເຂົາກ່າວຄຳເວົ້າທີ່ຟັງຄືສູງສຸດ, ຮ້ອງຄຳຂວັນສຽງດັງ ແລະ ເປັ່ງວາທະກຳປຸກໃຈທີ່ສູງສົ່ງ. ສິ່ງເຫຼົ່ານີ້ບໍ່ແມ່ນການສະແດງອອກທີ່ຫຼາກຫຼາຍເຖິງອຸປະນິໄສທີ່ອວດດີບໍ? ມັນບໍ່ໄຮ້ຄວາມຮູ້ສຶກພໍສົມຄວນບໍທີ່ຈະສະແດງອຸປະນິໄສທີ່ອວດດີເຫຼົ່ານີ້ອອກມາ? ຖ້າເຈົ້າສາມາດເຂົ້າໃຈຢ່າງແທ້ຈິງວ່າເຈົ້າຄົງສູນເສຍເຫດຜົນມະນຸດທີ່ເປັນປົກກະຕິຂອງເຈົ້າເພື່ອສະແດງອຸປະນິໄສທີ່ອວດດີແບບນັ້ນ ແລະ ການໃຊ້ຊີວິດພາຍໃນອຸປະນິໄສທີ່ອວດດີໝາຍຄວາມວ່າເຈົ້າກຳລັງດຳລົງຊີວິດຕາມຄວາມໂຫດຫ້ຽມແທນທີ່ຈະຕາມຄວາມເປັນມະນຸດ, ແລ້ວເຈົ້າກໍຈະຮັບຮູ້ຢ່າງແທ້ຈິງວ່າອຸປະນິໄສທີ່ເສື່ອມຊາມເປັນອຸປະນິໄສທີ່ຊົ່ວຮ້າຍ ແລະ ເຈົ້າຈະສາມາດກຽດຊັງຊາຕານ ແລະ ເຮັດໃຫ້ອຸປະນິໄສຈາກຫົວໃຈຂອງເຈົ້ານັ້ນເສື່ອມຊາມ. ດ້ວຍເວລາທີ່ມີປະສົບການດັ່ງກ່າວໄດ້ຫົກເດືອນ ຫຼື ໜຶ່ງປີ, ເຈົ້າຈະສາມາດຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ຖ້າເຈົ້າສະແດງອຸປະນິໄສທີ່ອວດດີອີກຄັ້ງ, ເຈົ້າຈະຮູ້ມັນໃນທັນທີ ແລະ ເຈົ້າຈະສາມາດປະຖິ້ມ ແລະ ປະຕິເສດມັນ. ເຈົ້າຈະເລີ່ມປ່ຽນແປງ ແລະ ເຈົ້າຈະສາມາດໂຍນຖິ້ມອຸປະນິໄສທີ່ອວດດີຂອງເຈົ້າເທື່ອລະໜ້ອຍ ແລະ ເຂົ້າກັບຄົນອື່ນໄດ້ດີຢ່າງເປັນປົກກະຕິ. ເຈົ້າຈະສາມາດເວົ້າຢ່າງກົງໄປກົງມາ ແລະ ຈາກຫົວໃຈ; ເຈົ້າຈະບໍ່ເວົ້າຕົວະ ຫຼື ເວົ້າສິ່ງທີ່ອວດດີອີກຕໍ່ໄປ. ແລ້ວເຈົ້າຈະບໍ່ມີເຫດຜົນໜ້ອຍໜຶ່ງ ແລະ ລັກສະນະບາງຢ່າງຂອງຄົນຊື່ສັດບໍ? ເຈົ້າຈະບໍ່ໄດ້ຮັບການເຂົ້າເຖິງນັ້ນບໍ? ນີ້ຄືເວລາທີ່ເຈົ້າຈະເລີ່ມຮັບບາງຢ່າງ. ເມື່ອເຈົ້າຝືກເປັນຄົນຊື່ສັດໃນລັກສະນະນີ້, ເຈົ້າຈະສາມາດສະແຫວງຫາຄວາມຈິງ ແລະ ໄຕ່ຕອງຕົນເອງ ບໍ່ວ່າເຈົ້າຈະສະແດງອຸປະນິໄສທີ່ອວດດີປະເພດໃດກໍຕາມ ແລະ ຫຼັງຈາກທີ່ເຈົ້າມີປະສົບການກັບການເປັນຄົນຊື່ສັດໃນລັກສະນະນີ້ຊົ່ວໄລຍະໜຶ່ງ, ເຈົ້າຈະເລີ່ມເຂົ້າໃຈຄວາມຈິງ ແລະ ພຣະທຳຂອງພຣະເຈົ້າກ່ຽວກັບການເປັນຄົນຊື່ສັດຢ່າງບໍ່ຮູ້ຕົວ ແລະ ເທື່ອລະໜ້ອຍ. ແລ້ວເມື່ອເຈົ້າໃຊ້ຄວາມຈິງເຫຼົ່ານັ້ນເພື່ອແຍກແຍະອຸປະນິໄສທີ່ອວດດີຂອງເຈົ້າ, ໃນສ່ວນເລິກໃນຫົວໃຈຂອງເຈົ້າຈະມີແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະທຳຂອງພຣະເຈົ້າ ແລະ ຫົວໃຈຂອງເຈົ້າຈະເລີ່ມຮູ້ສຶກສົດໃສຂຶ້ນ. ເຈົ້າຈະເຫັນຢ່າງຊັດເຈນເຖິງຄວາມເສື່ອມຊາມທີ່ອຸປະນິໄສທີ່ອວດດີນໍາມາສູ່ຜູ້ຄົນ ແລະ ຄວາມຂີ້ຮ້າຍທີ່ມັນເຮັດໃຫ້ພວກເຂົາດຳລົງຊີວິດຕາມ ແລະ ເຈົ້າຈະສາມາດແຍກແຍະແຕ່ລະສະພາວະທີ່ເສື່ອມຊາມທີ່ຄົນພົບວ່າຕົນເອງມີ ເມື່ອພວກເຂົາສະແດງອຸປະນິໄສທີ່ອວດດີ. ດ້ວຍການວິເຄາະເພີ່ມເຕີມ, ເຈົ້າຈະເຫັນເຖິງຄວາມຂີ້ຮ້າຍຂອງຊາຕານໄດ້ຢ່າງຊັດເຈນຍິ່ງຂຶ້ນ ແລະ ເຈົ້າຈະກຽດຊັງຊາຕານຫຼາຍຍິ່ງຂຶ້ນ. ດ້ວຍເຫດນັ້ນມັນຈະງ່າຍສຳລັບເຈົ້າທີ່ຈະປະຖິ້ມອຸປະນິໄສທີ່ອວດດີຂອງເຈົ້າ. ເມື່ອຄວາມຮູ້ຂອງເຈົ້າໄປເຖິງຂອບເຂດນີ້, ເຈົ້າຈະສາມາດເຂົ້າໃຈພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າ ແລະ ຄວາມຈິງຢ່າງຈະແຈ້ງ ແລະ ເຈົ້າຈະຮູ້ວ່າສິ່ງດຽວທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຄືສິ່ງທີ່ຄົນທີ່ມີຄວາມເປັນມະນຸດໂດຍປົກກະຕິຄວນມີ ແລະ ດຳລົງຊີວິດຕາມ. ດ້ວຍເຫດນັ້ນ, ເຈົ້າຈະບໍ່ຮູ້ສຶກອີກຕໍ່ໄປວ່າການປະຕິບັດຄວາມຈິງເປັນສິ່ງທີ່ຍາກ. ໃນທາງກົງກັນຂ້າມ, ເຈົ້າຈະເຊື່ອວ່າການປະຕິບັດຄວາມຈິງໄດ້ຖືກກຳນົດໄວ້ໂດຍສະຫວັນ ແລະ ຮັບຮູ້ໂດຍແຜ່ນດິນໂລກ, ນັ້ນຄືລັກສະນະທີ່ມະນຸດຄວນດຳລົງຊີວິດຕາມ. ໃນຈຸດນັ້ນ, ການທີ່ເຈົ້າປະຕິບັດພຣະທຳຂອງພຣະເຈົ້າ ແລະ ຄວາມຈິງຈະເປັນໄປຕາມທຳມະຊາດ, ເປັນບວກ ແລະ ຫ້າວຫັນໂດຍສິ້ນເຊີງ ແລະ ໃນເວລາດຽວກັນເຈົ້າຈະຮັກຄວາມຈິງຫຼາຍຍິ່ງຂຶ້ນ. ຈຳນວນສິ່ງດີໆໃນຫົວໃຈຂອງເຈົ້າຈະເພີ່ມຂຶ້ນ ແລະ ຄວາມຮູ້ຢ່າງແທ້ຈິງກ່ຽວກັບພຣະເຈົ້າຈະຄ່ອຍໆເກີດຂຶ້ນໃນບ່ອນນັ້ນ. ນັ້ນຄືຄວາມໝາຍຂອງການເຂົ້າໃຈຄວາມຈິງຢ່າງແທ້ຈິງ. ເຈົ້າຈະມີມຸມມອງ ແລະ ທັດສະນະທີ່ຖືກຕ້ອງກ່ຽວກັບທຸກສິ່ງ ແລະ ຄວາມຮູ້ທີ່ແທ້ຈິງນີ້ ແລະ ມຸມມອງທີ່ຖືກຕ້ອງເຫຼົ່ານີ້ຈະຢັ່ງຮາກໃນຫົວໃຈຂອງເຈົ້າເທື່ອລະໜ້ອຍ. ນັ້ນຄືຄວາມໝາຍຂອງການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ມັນເປັນສິ່ງທີ່ບໍ່ມີຄົນໃດສາມາດພາກໄປຈາກເຈົ້າ ຫຼື ລັກເອົາໄປຈາກເຈົ້າ. ຫຼັງຈາກທີ່ເຈົ້າໄດ້ສະສົມສິ່ງດີໆເຫຼົ່ານີ້ເທື່ອລະໜ້ອຍ, ເຈົ້າຈະຮູ້ສຶກບໍລິບູນຫຼາຍໃນສ່ວນເລິກໃນຫົວໃຈຂອງເຈົ້າ. ເຈົ້າຈະບໍ່ຮູ້ສຶກອີກຕໍ່ໄປວ່າບໍ່ມີເປົ້າໝາຍໃນການເຊື່ອໃນພຣະເຈົ້າ ແລະ ຄວາມຮູ້ສຶກທີ່ຫວ່າງເປົ່າໃນຫົວໃຈຂອງເຈົ້າກໍຈະຫາຍໄປ. ເມື່ອເຈົ້າຮູ້ສຶກວ່າມັນອັດສະຈັນສໍ່າໃດທີ່ຈະເຂົ້າໃຈຄວາມຈິງ ແລະ ເຫັນແສງສະຫວ່າງໃນຊີວິດຂອງມະນຸດ, ຄວາມເຊື່ອທີ່ແທ້ຈິງຈະເກີດຂຶ້ນໃນຕົວເຈົ້າ. ແລ້ວເມື່ອເຈົ້າມີຄວາມເຊື່ອທີ່ຈະຜະເຊີນກັບພາລະກິດຂອງພຣະເຈົ້າ ແລະ ເຫັນວ່າການສະແຫວງຫາຄວາມຈິງ ແລະ ການບັນລຸຄວາມລອດພົ້ນນັ້ນແທ້ ແລະ ເປັນຈິງສໍ່າໃດ, ເຈົ້າກໍຈະປະຕິບັດ ແລະ ຜະເຊີນກັບພຣະທຳຂອງພຣະເຈົ້າດ້ວຍຄວາມຄິດບວກ ແລະ ຢ່າງຫ້າວຫັນ. ເຈົ້າຈະໂອ້ລົມກ່ຽວກັບປະສົບການ ແລະ ຄວາມຮູ້ທີ່ແທ້ຈິງຂອງເຈົ້າ, ແລ້ວເປັນພະຍານໃຫ້ພຣະເຈົ້າ ແລະ ຊ່ວຍໃຫ້ອີກຫຼາຍຄົນມາຮູ້ຈັກອຳນາດໃນພຣະທຳຂອງພຣະເຈົ້າ ແລະ ຜົນປະໂຫຍດທີ່ຄວາມຈິງໄດ້ນໍາໄປສູ່ມະນຸດ. ຈາກນັ້ນເຈົ້າຈະມີຄວາມເຊື່ອຫຼາຍຂຶ້ນທີ່ຈະປະຕິບັດຄວາມຈິງ ແລະ ປະຕິບັດໜ້າທີ່ຂອງເຈົ້າໄດ້ເປັນຢ່າງດີ ແລະ ດ້ວຍເຫດນັ້ນເຈົ້າຈະຍອມອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ. ເມື່ອເຈົ້າເວົ້າເຖິງຄຳພະຍານທີ່ເປັນປະສົບການຕົວຈິງຂອງເຈົ້າ, ຫົວໃຈຂອງເຈົ້າຈະເລີ່ມສົດໃສຍິ່ງຂຶ້ນ. ເຈົ້າຈະຮູ້ສຶກວ່າເຈົ້າມີເສັ້ນທາງຫຼາຍຂຶ້ນໃຫ້ປະຕິບັດຄວາມຈິງ ແລະ ໃນເວລາດຽວກັນ ເຈົ້າຈະເຫັນວ່າເຈົ້າມີຂໍ້ບົກຜ່ອງຫຼາຍຢ່າງ, ມີຄວາມຈິງຫຼາຍຢ່າງທີ່ເຈົ້າຄວນປະຕິບັດ. ຄຳພະຍານທີ່ເປັນປະສົບການດັ່ງກ່າວບໍ່ພຽງແຕ່ເປັນປະໂຫຍດ ແລະ ອົບຮົມສັ່ງສອນຄົນອື່ນ, ພວກເຈົ້າກໍຈະຮູ້ສຶກເຊັ່ນກັນວ່າເຈົ້າໄດ້ຮັບບາງຢ່າງໃນການທີ່ເຈົ້າສະແຫວງຫາຄວາມຈິງ ແລະ ເຈົ້າໄດ້ຮັບພອນຂອງພຣະເຈົ້າຢ່າງແທ້ຈິງ. ເມື່ອຄົນໃດໜຶ່ງຜະເຊີນກັບພາລະກິດຂອງພຣະເຈົ້າໃນລັກສະນະນີ້ຈົນພວກເຂົາສາມາດເປັນພະຍານໃຫ້ພຣະອົງ, ມັນຈະບໍ່ພຽງແຕ່ນໍາອີກຫຼາຍຄົນມາຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ປະຖິ້ມໂສ້ລ່າມ, ຂໍ້ຈຳກັດ ແລະ ຄວາມເດືອດຮ້ອນຈາກອຸປະນິໄສເຫຼົ່ານີ້ ແລະ ເຮັດໃຫ້ພວກເຂົາສາມາດອອກຈາກອຳນາດຂອງຊາຕານ, ມັນຍັງສາມາດເຮັດໃຫ້ຄົນນັ້ນມີຄວາມເຊື່ອຫຼາຍຂຶ້ນເລື້ອຍໆທີ່ຈະຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ ແລະ ການຖືກເຮັດໃຫ້ສົມບູນ. ປະສົບການດັ່ງກ່າວບໍ່ໄດ້ກາຍມາເປັນຄຳພະຍານທີ່ແທ້ຈິງບໍ? ນັ້ນຄືຄວາມໝາຍຂອງຄຳພະຍານທີ່ແທ້ຈິງ? ຄົນທີ່ສາມາດໃຫ້ຄຳພະຍານດັ່ງກ່າວສຳລັບພຣະເຈົ້າຈະຮູ້ສຶກວ່າການເຊື່ອໃນພຣະອົງເປັນສິ່ງທີ່ໜ້າເບື່ອ ຫຼື ໄຮ້ເປົ້າໝາຍ ຫຼື ຫວ່າງເປົ່າບໍ? ບໍ່ແມ່ນຢ່າງແນ່ນອນ. ເມື່ອຄົນໃດໜຶ່ງສາມາດເປັນພະຍານໃຫ້ພຣະເຈົ້າ ແລະ ເມື່ອພວກເຂົາມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ, ສ່ວນເລິກໃນຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມສະຫງົບສຸດ ແລະ ຄວາມປິຕິຍິນດີ ແລະ ພວກເຂົາຮູ້ສຶກບໍລິບູນ ແລະ ມີພື້ນຖານທີ່ສຸດ. ເມື່ອຄົນໃດໜຶ່ງໃຊ້ຊີວິດໃນສະພາວະ ແລະ ຂອບເຂດດັ່ງກ່າວ, ມັນເປັນເລື່ອງທຳມະຊາດທີ່ພວກເຂົາຈະບໍ່ບັງຄັບໃຫ້ຕົນເອງທົນຸທກ, ຈ່າຍລາຄາ, ຖືກຈຳກັດ. ພວກເຂົາຈະບໍ່ພຽງແຕ່ບັງຄັບຕົນເອງໃຫ້ລົງວິໄນຮ່າງກາຍຂອງພວກເຂົາ ແລະ ປະຖິ້ມເນື້ອໜັງ. ສິ່ງທີ່ພວກເຂົາຈະເຮັດຫຼາຍຂຶ້ນຄືການມີຄວາມຮູ້ກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາດ້ວຍຄວາມຄິດບວກ. ພວກເຂົາຍັງຈະສະແຫວງຫາຄວາມຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າ, ກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ເຂົ້າໃຈສິ່ງທີ່ຄົນໆໜຶ່ງຄວນເຮັດເພື່ອຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈ. ດ້ວຍເຫດນັ້ນພວກເຂົາຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນບັນດາພຣະທຳຂອງພຣະອົງ ແລະ ຊອກຫາຫຼັກການປະຕິບັດຄວາມຈິງ, ແທນທີ່ຈະກັງວົນກ່ຽວກັບຄວາມຮູ້ສຶກຊົ່ວຄາວພາຍໃນພວກເຂົາ. ຕົວຢ່າງ: ການບໍ່ສາມາດຈຳກັດຕົນເອງເມື່ອສິ່ງຕ່າງໆເກີດຂຶ້ນ, ການມີອາລົມຮ້າຍ, ການມີອາລົມບໍ່ດີ, ການເລີ່ມໃຈຮ້າຍອີກຄັ້ງໃນມື້ນັ້ນ, ການເຮັດບາງຢ່າງໄດ້ບໍ່ດີ ຫຼື ຕໍ່າກວ່າເກນຫຼັກການອີກຄັ້ງໃນມື້ນັ້ນ ຫຼື ເລື່ອງບໍ່ສຳຄັນເຊັ່ນນັ້ນ. ຕາບໃດທີ່ສິ່ງເຫຼົ່ານີ້ບໍ່ກີດຂວາງການທີ່ເຈົ້າປະຕິບັດຄວາມຈິງ, ບໍ່ຈຳເປັນຕ້ອງກັງວົນກ່ຽວກັບພວກມັນ. ເຈົ້າຄວນໃຫ້ຄວາມສຳຄັນກັບການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ຊອກຫາວິທີການປະຕິບັດໃນລັກສະນະທີ່ເຮັດໃຫ້ພຣະເຈົ້າພໍໃຈ ແລະ ສອດຄ່ອງກັບຄວາມປະສົງຂອງພຣະອົງ. ໃຫ້ປະຕິບັດຄວາມຈິງແບບນີ້ ແລະ ເຈົ້າຈະເຮັດໃຫ້ຄວາມກ້າວໜ້າໃນຊີວິດໄວຂຶ້ນ ແລະ ເຈົ້າຈະເລີ່ມເດີນທາງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ ແລະ ການຖືກເຮັດໃຫ້ສົມບູນ. ຫົວໃຈຂອງເຈົ້າຈະບໍ່ຫວ່າງເປົ່າອີກຕໍ່ໄປ; ເຈົ້າຈະມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ເຈົ້າຈະຍິ່ງສົນໃຈຫຼາຍຂຶ້ນໃນພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ ແລະ ຊື່ນຊົມພວກມັນຫຼາຍຍິ່ງຂຶ້ນ. ເຈົ້າຈະເລີ່ມເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງຂອງພຣະອົງຫຼາຍຂຶ້ນ. ເມື່ອຄົນໃດໜຶ່ງມາຮອດລະດັບນີ້, ພວກເຂົາກໍໄດ້ເຂົ້າສູ່ພຣະທຳຂອງພຣະເຈົ້າ ແລະ ຄວາມເປັນຈິງແຫ່ງຄວາມຈິງຢ່າງຄົບຖ້ວນສົມບູນ.
ສິ່ງທີ່ຫຼາຍຄົນກຳລັງປະຕິບັດ ແລະ ເຂົ້າສູ່ໃນຕອນນີ້ບໍ່ແມ່ນຄວາມເປັນຈິງແຫ່ງຄວາມຈິງ, ແຕ່ພວກເຂົາເຂົ້າສູ່ສະພາວະປະເພດໜຶ່ງ, ເຊິ່ງພວກເຂົາຈະສະແດງພຶດຕິກຳທີ່ດີໆຢູ່ພາຍນອກ ແລະ ພວກເຂົາເຕັມໃຈທີ່ຈະຈ່າຍລາຄາ ແລະ ພ້ອມທີ່ຈະທົນທຸກ ແລະ ພ້ອມທີ່ຈະເສຍສະຫຼະທຸກສິ່ງ. ເຖິງຢ່າງໃດກໍຕາມ, ສ່ວນເລິກໃນຫົວໃຈຂອງພວກເຂົາຍັງຄົງຫວ່າງເປົ່າ ແລະ ພວກເຂົາບໍ່ມີໃຫ້ສະໜັບສະນູນພວກເຂົາໃນໂລກພາຍໃນຂອງພວກເຂົາ. ເປັນຫຍັງພວກເຂົາຈຶ່ງບໍ່ການສະໜັບສະໜູນ? ເພາະພວກເຂົາຂາດເສັ້ນທາງເມື່ອສິ່ງໃດໜຶ່ງເກີດຂຶ້ນກັບພວກເຂົາ; ພວກເຂົາອາໄສຄວາມຄິດທີ່ນຶກເອົາເອງວ່າເປັນຈິງ ແລະ ພວກເຂົາບໍ່ມີຫຼັກການສຳລັບການປະຕິບັດຄວາມຈິງ. ເມື່ອອຸປະນິໄສທີ່ເສື່ອມຊາມສະແດງອອກມາຈາກພວກເຂົາ, ພວກເຂົາກໍພຽງແຕ່ສາມາດປະຕິບັດການຄວບຄຸມຕົນເອງ, ພວກເຂົາບໍ່ສາມາດສະແຫວງຫາຄວາມຈິງເພື່ອແກ້ໄຂມັນ. ໂຊກດີສຳລັບຜູ້ຄົນທີ່ເນື້ອໜັງເດີມຂອງພວກເຂົາມີຄວາມສາມາດໂດຍໂດຍສັນຊາດຕະຍານ. ມັນສາມາດທົນທຸກໄດ້. ມີຄຳເວົ້າໃນບັນດາຜູ້ບໍ່ເຊື່ອທີ່ວ່າ “ບໍ່ມີການທົນທຸກໃດທີ່ບໍ່ສາມາດອົດກັ້ນໄດ້, ເປັນພຽງແຕ່ພອນທີ່ບໍ່ສາມາດຮັບເອົາໄດ້”. ເນື້ອໜັງຂອງມະນຸດມີຄວາມສາມາດໂດຍກຳເນີດ ແລະ ໂດຍສັນຊາດຕະຍານ. ມັນບໍ່ສາມາດຮັບເອົາຄວາມສຸກຫຼາຍຢ່າງ, ແຕ່ມັນສາມາດທົນທຸກສິ່ງໃດສິ່ງໜຶ່ງ ແລະ ອົດກັ້ນກັບມັນ ແລະ ຄວບຄຸມຕົນເອງ. ນີ້ເປັນສິ່ງທີ່ດີບໍ? ມັນເປັນຈຸດແຂງ ຫຼື ຂໍ້ບົກຜ່ອງ, ເປັນຄວາມຂາດເຂີນ? ຄຳເວົ້ານັ້ນຂອງພວກເຂົາເປັນຈິງບໍ? (ບໍ່.) ມັນບໍ່ດີ ແລະ ຖ້າສິ່ງໃດໜຶ່ງບໍ່ແມ່ນຄວາມຈິງ, ມັນກໍໄຮ້ສາລະ. ຄຳເວົ້ານັ້ນເປັນພຽງຄຳເວົ້າທີ່ຫວ່າງເປົ່າ, ມັນບໍ່ສາມາດແກ້ໄຂບັນຫາໃດໆຂອງເຈົ້າໄດ້ ແລະ ມັນບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກຕົວຈິງຂອງເຈົ້າ. ຖ້າຈະເວົ້າມັນໃຫ້ຖືກຕ້ອງ, ມັນບໍ່ສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ສະນັ້ນຈຶ່ງບໍ່ມີປະໂຫຍດຫຍັງໃນການເວົ້າມັນອອກມາ. ເຖິງແມ່ນວ່າເຈົ້າອາດມີຄວາມຮູ້ບາງຢ່າງກ່ຽວກັບມັນ, ຮູ້ຈັກມັນ ແລະ ມີປະສົບການກັບມັນຢ່າງເລິກຊຶ້ງ, ມັນກໍຍັງບໍ່ເປັນປະໂຫຍດຫຍັງ. ຜູ້ບໍ່ເຊື່ອມີຄຳເວົ້າອື່ນໆເຊັ່ນກັນ ເຊັ່ນ: “ຂ້ອຍບໍ່ຢ້ານທີ່ຈະຕາຍ, ສະນັ້ນເປັນຫຍັງຈຶ່ງຕ້ອງຢ້ານທີ່ຈະມີຊີວິດຢູ່?” ແລະ “ເມື່ອລະດູໜາວມາຮອດບ່ອນນີ້ແລ້ວ, ອີກດົນສໍ່າໃດຈຶ່ງຈະຮອດລະດູໃບໄມ້ປົ່ງ?” ສິ່ງເຫຼົ່ານັ້ນເປັນຖ້ອຍຄຳທີ່ໃຫຍ່ໂຕພໍສົມຄວນ, ແມ່ນບໍ? ຂ້ອນຂ້າງສ້າງແຮງຜັກດັນ ແລະ ເປັນປັດຊະຍາ, ບໍ່ແມ່ນບໍ? ຜູ້ບໍ່ເຊື່ອເອີ້ນຄຳເວົ້າເຫຼົ່ານີ້ວ່າ “ແກງໄກສຳລັບວິນຍານ”. ເຈົ້າມັກຄຳເວົ້າປະເພດເຫຼົ່ານີ້ບໍ? (ບໍ່.) ເປັນຫຍັງຈຶ່ງບໍ? ບາງຄົນອາດເວົ້າວ່າ “ພວກເຮົາພຽງແຕ່ບໍ່ມັກພວກມັນ. ພວກມັນເປັນສິ່ງທີ່ຜູ້ບໍ່ເຊື່ອເວົ້າ; ພວກເຮົາມັກຄຳເວົ້າຂອງພຣະເຈົ້າ”. ແລ້ວເຈົ້າມັກສ່ວນໃດໃນພຣະທຳຂອງພຣະເຈົ້າ? ເຈົ້າຖືວ່າວະລີໃດເປັນຄວາມຈິງ? ເຈົ້າມີປະສົບການ, ປະຕິບັດ ແລະ ເຂົ້າສູ່ ແລະ ໄດ້ຮັບວະລີໃດ? ມັນໄຮ້ປະໂຫຍດ, ພຽງແຕ່ບໍ່ມັກຄຳເວົ້າຂອງຜູ້ບໍ່ເຊື່ອເຫຼົ່ານີ້; ເຈົ້າອາດບໍ່ມັກພວກມັນ, ແຕ່ເຈົ້າບໍ່ສາມາດແຍກແຍະແກ່ນແທ້ຂອງພວກມັນໄດ້ຢ່າງຊັດເຈນ. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? (ບໍ່.) ບໍ່ວ່າຈະຖືກຕ້ອງ ຫຼື ບໍ່, ຄຳເວົ້າຂອງຜູ້ບໍ່ເຊື່ອບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງ. ເຖິງແມ່ນວ່າຄົນຖືວ່າພວກມັນເປັນສິ່ງທີ່ດີ ແລະ ຖືກຕ້ອງ, ພວກມັນບໍ່ໄດ້ສອດຄ່ອງກັບຄວາມຈິງ ແລະ ພວກມັນບໍ່ສາມາດເພີ່ມຂຶ້ນຈົນຮອດລະດັບຄວາມຈິງໄດ້. ພວກມັນທັງໝົດລະເມີດຄວາມຈິງ ແລະ ເປັນສັດຕູກັບຄວາມຈິງ. ຜູ້ບໍ່ເຊື່ອບໍ່ຄວນຍອມຮັບຄວາມຈິງ, ສະນັ້ນຈຶ່ງບໍ່ຈຳເປັນຕ້ອງໂຕ້ຖຽງກັບພວກເຂົາກ່ຽວກັບສິ່ງທີ່ຖືກຕ້ອງ ແລະ ຜິດ. ສິ່ງດຽວທີ່ພວກເຮົາສາມາດເຮັດໄດ້ຄືການປະຕິບັດຕໍ່ຄຳເວົ້າຂອງພວກເຂົາຄືກັບວ່າເປັນສິ່ງໄຮ້ສາລະທີ່ມຶນງົງ ແລະ ບໍ່ສົນໃຈພວກມັນ. ຄຳວ່າ “ໄຮ້ສາລະ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມເຖິງຄຳເວົ້າທີ່ບໍ່ເປັນການອົບຮົມສັ່ງສອນ ຫຼື ມີຄຸນຄ່າຕໍ່ຄົນ, ຕໍ່ຊີວິດຂອງພວກເຂົາ, ຕໍ່ເສັ້ນທາງທີ່ພວກເຂົາຍ່າງ ຫຼື ຕໍ່ຄວາມລອດພົ້ນຂອງພວກເຂົາເລີຍ. ການເວົ້າທັງໝົດນັ້ນແມ່ນໄຮ້ສາລະ; ມັນຍັງສາມາດເອີ້ນໄດ້ວ່າເປັນຄຳເວົ້າທີ່ຫວ່າງເປົ່າ. ມັນບໍ່ມີຫຍັງກ່ຽວຂ້ອງກັບຊີວິດ ແລະ ຄວາມຕາຍຂອງມະນຸດ ຫຼື ເສັ້ນທາງທີ່ພວກເຂົາຍ່າງ ແລະ ເປັນສິ່ງໄຮ້ສາລະທີ່ບໍ່ສາມາດເຮັດໜ້າທີ່ດີໆໄດ້ເລີຍ. ຄົນໄດ້ຍິນວະລີດັ່ງກ່າວ ແລະ ໃຊ້ຊີວິດຂອງພວກເຂົາຕາມທີ່ພວກເຂົາຕ້ອງການ, ດັ່ງທີ່ພວກເຂົາໄດ້ໃຊ້ຢູ່ສະເໝີ; ວະລີດັ່ງກ່າວຈະບໍ່ປ່ຽນແປງຂໍ້ແທ້ຈິງໃດໆ, ເພາະມັນບໍ່ແມ່ນຄວາມຈິງ. ຄວາມຈິງພຽງຢ່າງດຽວເປັນການອົບຮົມສັ່ງສອນມະນຸດ; ມັນມີຄຸນຄ່າທີ່ບໍ່ສາມາດວັດແທກໄດ້. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ເພາະຄວາມຈິງສາມາດປ່ຽນແປງໂຊກຊະຕາຂອງຜູ້ຄົນ ແລະ ຄວາມຄິດ ແລະ ມຸມມອງຂອງພວກເຂົາ ແລະ ໂລກພາຍໃນຂອງພວກເຂົາ. ສິ່ງທີ່ສຳຄັນທີ່ສຸດກໍຄືຄວາມຈິງສາມາດກຳຈັດອຸປະນິໄສທີ່ເສື່ອມຊາມຂອງມະນຸດ; ມັນສາມາດປ່ຽນແປງລັກສະນະຂອງບຸກຄົນໜຶ່ງ, ປ່ຽນລັກສະນະທີ່ຊົ່ວຮ້າຍຂອງພວກເຂົາໃຫ້ເປັນລັກສະນະຂອງຄວາມຈິງ, ມັນສາມາດຈັບເອົາບຸກຄົນໜຶ່ງທີ່ໃຊ້ຊີວິດຕາມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ປ່ຽນໃຫ້ພວກເຂົາກາຍເປັນຄົນທີ່ໃຊ້ຊີວິດຕາມຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ. ເມື່ອຄົນໃດໜຶ່ງດຳລົງຊີວິດຕາມຄວາມເປັນຈິງແຫ່ງຄວາມຈິງ, ໂດຍມີພຣະທຳຂອງພຣະເຈົ້າເປັນພື້ນຖານຂອງພວກເຂົາ, ແລ້ວຊີວິດຂອງພວກເຂົາຈະບໍ່ໄດ້ຮັບການປ່ຽນແປງບໍ? ເມື່ອຊີວິດຂອງຄົນໃດໜຶ່ງປ່ຽນແປງ, ມັນໝາຍຄວາມວ່າຄວາມຄິດ ແລະ ມຸມມອງຂອງພວກເຂົາມີການປ່ຽນແປງແລ້ວ; ມັນໝາຍຄວາມວ່າທັດສະນະ, ທ່າທີ່ ແລະ ມຸມມອງຂອງພວກເຂົາຕໍ່ຜູ້ຄົນ ແລະ ສ່ິງຕ່າງໆມີການປ່ຽນແປງ; ມັນໝາຍຄວາມວ່າທັດສະນະທ່າທີ່ ແລະ ມຸມມອງຂອງພວກເຂົາກ່ຽວກັບເຫດການ ແລະ ສິ່ງຕ່າງໆນັ້ນແຕກຕ່າງຈາກເມື່ອກ່ອນ. ຄຳເວົ້າເຫຼົ່ານັ້ນຈາກຜູ້ບໍ່ເຊື່ອລ້ວນແລ້ວແຕ່ເປັນຄຳເວົ້າທີ່ຫວ່າງເປົ່າ ແລະ ໄຮ້ສາລະ. ພວກມັນບໍ່ສາມາດແກ້ໄຂບັນຫາໃດໆໄດ້. ຄຳເວົ້າທີ່ເຮົາຫາກໍເວົ້າເຖິງ “ບໍ່ມີການທົນທຸກໃດທີ່ບໍ່ສາມາດອົດກັ້ນໄດ້, ເປັນພຽງແຕ່ພອນທີ່ບໍ່ສາມາດຮັບເອົາໄດ້”, ນັ້ນບໍ່ແມ່ນສິ່ງໄຮ້ສາລະ ແລະ ຄຳເວົ້າຫວ່າງເປົ່າບໍ? (ແມ່ນ.) ເຈົ້າສາມາດທົນທຸກໄດ້, ແລ້ວແນວໃດ? ເຈົ້າບໍ່ໄດ້ທົນທຸກເພື່ອຮັບເອົາຄວາມຈິງ; ເຈົ້າທົນທຸກເພື່ອຮັບເອົາກຽດຕິຍົດ ແລະ ສະຖານະ. ການທົນທຸກຂອງເຈົ້າບໍ່ມີຄຸນຄ່າ ຫຼື ຄວາມໝາຍສຳຄັນຫຍັງເລີຍ. ໃຫ້ພິຈາລະນາເບິ່ງຂໍ້ແທ້ຈິງດັ່ງນີ້: ເຈົ້າໄດ້ທົນທຸກຫຼາຍ ແລະ ຈ່າຍລາຄາທີ່ໃຫຍ່ຫຼວງຫຼາຍ, ເຖິງຢ່າງນັ້ນເຈົ້າກໍຍັງບໍ່ຮູ້ຈັກຕົນເອງ ແລະ ເຈົ້າເຖິງກັບບໍ່ສາມາດເຂົ້າໃຈຄວາມຄິດ ແລະ ແນວຄິດທີ່ເກີດຈາກອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ເຈົ້າບໍ່ສາມາດແກ້ໄຂພວກມັນໄດ້. ແລ້ວເຈົ້າຄິດວ່າເຈົ້າສາມາດເຂົ້າສູ່ຊີວິດບໍ? ການທົນທຸກຂອງເຈົ້າມີຄຸນຄ່າບໍ? ມັນບໍ່ມີຄຸນຄ່າຫຍັງເລີຍ. ການທົນທຸກຂອງບາງຄົນມີຄຸນຄ່າ. ຕົວຢ່າງ: ການທົນທຸກທີ່ຄົນຜ່ານຜ່າເພື່ອຮັບເອົາຄວາມຈິງແມ່ນມີຄຸນຄ່າ: ເມື່ອຄົນໃດໜຶ່ງໄດ້ຮັບເອົາຄວາມຈິງ, ພວກເຂົາສາມາດອົບຮົມສັ່ງສອນ ແລະ ສະໜອງໃຫ້ແກ່ຄົນອື່ນ. ຫຼາຍຄົນທົນທຸກ ແລະ ຈ່າຍລາຄາເພື່ອເຜີຍແຜ່ຂ່າວປະເສີດ, ຊ່ວຍຂະຫຍາຍວຽກງານຂອງຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ ແລະ ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ. ຈາກສິ່ງນີ້, ພວກເຮົາສາມາດເຫັນໄດ້ວ່າຜູ້ໃດກໍຕາມທີ່ທົນທຸກ ແລະ ຈ່າຍລາຄາເພື່ອຮັບເອົາຄວາມຈິງ ແລະ ເຮັດໃຫ້ພຣະເຈົ້າພໍໃຈກໍຈະໄດ້ຮັບບາງຢ່າງຈາກມັນ. ຄົນເຫຼົ່ານີ້ຈະໄດ້ຮັບການເຫັນດີເຫັນພ້ອມຂອງພຣະເຈົ້າ. ແຕ່ມີບາງຄົນທີ່ບໍ່ສະແຫວງຫາຄວາມຈິງ ແລະ ເຖິງແມ່ນວ່າພວກເຂົາອາດເສຍສະຫຼະຕົນເອງ ແລະ ທົນທຸກເພື່ອພຣະເຈົ້າ ແລະ ຮັບເອົາຄວາມກະລຸນາຂອງພຣະອົງ, ຄວາມກະລຸນານັ້ນກໍບໍ່ໄດ້ເປັນຫຼາຍກວ່າຄວາມສົງສານ ແລະ ຄວາມອົດກັ້ນຂອງພຣະເຈົ້າ ແລະ ການສະທ້ອນເຖິງຄວາມໂປດປານທີ່ພຣະອົງສະແດງແກ່ມະນຸດ, ພ້ອມທັງຄວາມກະລຸນາທີ່ພຣະອົງຍື່ນໃຫ້ແກ່ມະນຸດ. ຄວາມກະລຸນາປະເພດໃດ? ພອນທີ່ເປັນວັດຖຸສອງສາມຢ່າງ, ບໍ່ໄດ້ເປັນຫຼາຍກວ່ານັ້ນ. ນັ້ນແມ່ນສິ່ງທີ່ເຈົ້າຕ້ອງການບໍ? ນັ້ນຄືເປົ້າໝາຍສຸດທ້າຍຂອງເຈົ້າໃນການເຊື່ອໃນພຣະເຈົ້າບໍ? ເຮົາບໍ່ຄິດເຊັ່ນນັ້ນ. ນັບຕັ້ງແຕ່ມື້ທີ່ເຈົ້າມາເຊື່ອໃນພຣະເຈົ້າ, ເຈົ້າພຽງແຕ່ປາດຖະໜາເພື່ອຮັບເອົາຄວາມກະລຸນາຂອງພຣະອົງ, ການປົກປ້ອງຂອງພຣະອົງ ແລະ ພອນທີ່ເປັນວັດຖຸສອງສາມຢ່າງທີ່ພຣະອົງປະທານໃຫ້ບໍ? ສິ່ງເຫຼົ່ານັ້ນເປັນສິ່ງທີ່ເຈົ້າຕ້ອງການບໍ? ພວກມັນແມ່ນສິ່ງທີ່ເຈົ້າສະແຫວງຫາໃນຄວາມເຊື່ອຂອງເຈົ້າບໍ? (ບໍ່.) ສິ່ງເຫຼົ່ານີ້ສາມາດແກ້ໄຂບັນຫາຄວາມລອດພົ້ນຂອງເຈົ້າບໍ? (ບໍ່.) ມັນເບິ່ງຄືກັບວ່າພວກເຈົ້າກຳລັງຄິດໄດ້ຢ່າງຊັດເຈນພໍສົມຄວນ. ເຈົ້າເຂົ້າໃຈວ່າແມ່ນຫຍັງເປັນສິ່ງສຳຄັນຫຼາຍ ແລະ ແມ່ນຫຍັງສຳຄັນ. ເຈົ້າບໍ່ສັບສົນ. ເຈົ້າຮູ້ວ່າແມ່ນຫຍັງມີນໍ້າໜັກ ແລະ ແມ່ນຫຍັງບໍ່ມີ. ເຖິງຢ່າງໃດກໍຕາມ, ຍັງຄົງເຫັນໄດ້ວ່າເຈົ້າສາມາດເລີ່ມເດີນທາງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ ຫຼື ບໍ່.
ການເຊື່ອໃນພຣະເຈົ້າບໍ່ໄດ້ກ່ຽວກັບການຮັບເອົາຄວາມກະລຸນາ ຫຼື ຄວາມອົດກັ້ນ ແລະ ຄວາມສົງສານຂອງພຣະເຈົ້າ. ແລ້ວມັນກ່ຽວກັບຫຍັງ? ມັນກ່ຽວກັບການຖືກຊ່ວຍໃຫ້ລອດພົ້ນ. ສະນັ້ນແມ່ນຫຍັງຄືເຄື່ອງໝາຍຂອງຄວາມລອດພົ້ນ? ແມ່ນຫຍັງຄືມາດຕະຖານທີ່ພຣະເຈົ້າຮຽກຮ້ອງ? ມັນຕ້ອງມີຫຍັງແດ່ເພື່ອທີ່ຈະຖືກຊ່ວຍໃຫ້ລອດພົ້ນ? ການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ. ນີ້ຄືປະເດັນສຳຄັນຂອງເລື່ອງດັ່ງກ່າວ. ສະນັ້ນໃນທີ່ສຸດແລ້ວ, ເມື່ອໄດ້ເວົ້າ ແລະ ເຮັດທຸກສິ່ງແລ້ວ, ບໍ່ວ່າເຈົ້າຈະທົນທຸກຫຼາຍສໍ່າໃດກໍຕາມ ຫຼື ເຈົ້າໄດ້ຈ່າຍລາຄາຫຼາຍສໍ່າໃດກໍຕາມ ຫຼື ເຈົ້າປະກາດວ່າຕົນເອງເປັນຜູ້ເຊື່ອທີ່ແທ້ຈິງຫຼາຍສໍ່າໃດກໍຕາມ, ຖ້າໃນທີ່ສຸດແລ້ວ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ໄດ້ຮັບການແກ້ໄຂເລີຍ, ມັນກໍໝາຍຄວາມວ່າເຈົ້າບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ. ຫຼື ມັນສາມາດເວົ້າໄດ້ວ່າເພາະເຈົ້າບໍ່ໄດ້ສະແຫວງຫາຄວາມຈິງ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈຶ່ງບໍ່ໄດ້ຮັບການແກ້ໄຂ. ນີ້ໝາຍຄວາມວ່າເຈົ້າບໍ່ໄດ້ເລີ່ມຍ່າງໃນເສັ້ນທາງຂອງຄວາມລອດພົ້ນເລີຍ; ມັນໝາຍຄວາມວ່າທຸກສິ່ງທີ່ພຣະເຈົ້າເວົ້າ ແລະ ທຸກພາລະກິດທີ່ພຣະອົງເຮັດເພື່ອຊ່ວຍມະນຸດໃຫ້ລອດພົ້ນນັ້ນບໍ່ໄດ້ເກີດຜົນຫຍັງໃນຕົວເຈົ້າ, ມັນບໍ່ໄດ້ກໍ່ໃຫ້ເກີດຄຳພະຍານຈາກຕົວເຈົ້າ ແລະ ມັນບໍ່ເກີດໝາກຜົນໃດໆພາຍໃນຕົວເຈົ້າ. ພຣະເຈົ້າຈະເວົ້າວ່າ “ເພາະເຈົ້າໄດ້ທົນທຸກ ແລະ ຈ່າຍລາຄາ, ເຮົາໄດ້ມອບຄວາມກະລຸນາ, ພອນ, ການດູແລ ແລະ ການປົກປ້ອງທີ່ເຈົ້າສົມຄວນໄດ້ຮັບໃນຊີວິດນີ້ ແລະ ໂລກນີ້ໃຫ້ແກ່ເຈົ້າ. ແຕ່ເຈົ້າບໍ່ມີສ່ວນໃນສິ່ງທີ່ມະນຸດສົມຄວນໄດ້ຮັບຫຼັງຈາກທີ່ຖືກຊ່ວຍໃຫ້ລອດພົ້ນ. ເປັນຫຍັງຈຶ່ງເປັນແນວນັ້ນ? ມັນເປັນເພາະວ່າເຮົາໄດ້ປະທານສິ່ງທີ່ເຈົ້າສົມຄວນໄດ້ຮັບໃນຊີວິດນີ້ ແລະ ໂລກນີ້ໃຫ້ແກ່ເຈົ້າແລ້ວ; ແຕ່ສຳລັບສິ່ງທີ່ມະນຸດສົມຄວນໄດ້ຮັບຫຼັງຈາກຄວາມລອດພົ້ນ, ບໍ່ມີຫຍັງສຳລັບເຈົ້າ ເພາະເຈົ້າບໍ່ໄດ້ເລີ່ມເດີນທາງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ”. ເຈົ້າບໍ່ໄດ້ຢູ່ໃນບັນດາຄົນທີ່ຈະຖືກຊ່ວຍໃຫ້ລອດພົ້ນ, ເຈົ້າບໍ່ໄດ້ກາຍມາເປັນສິ່ງຖືກສ້າງຢ່າງແທ້ຈິງ ແລະ ພຣະເຈົ້າບໍ່ຕ້ອງການເຈົ້າ. ພຣະເຈົ້າບໍ່ຕ້ອງການຄົນທີ່ພຽງແຕ່ເຮັດວຽກ, ຫຍຸ້ງນັ້ນຫຍຸ້ງນີ້, ທົນທຸກ ແລະ ຈ່າຍລາຄາສຳລັບພຣະອົງ, ຄົນທີ່ຂ້ອນຂ້າງເຊື່ອຢ່າງແທ້ຈິງ ແລະ ມີຄວາມເຊື່ອໜ້ອຍໜຶ່ງ ແລະ ບໍ່ມີຫຍັງອີກ. ຄົນແບບນັ້ນແມ່ນສາມາດພົບເຫັນໄດ້ທຸກບ່ອນພາຍໃນກຸ່ມຜູ້ເຊື່ອຂອງພຣະອົງ. ເວົ້າອີກຢ່າງກໍຄືມີຄົນແບບນັ້ນຫຼາຍແທ້ໆ, ເຊິ່ງເປັນຄົນທີ່ເຮັດວຽກ ແລະ ໃຫ້ບໍລິການແກ່ພຣະເຈົ້າ, ເປັນຈຳນວນທີ່ບໍ່ສາມາດນັບໄດ້. ຖ້າພວກເຂົາເປັນຄົນທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າ ແລະ ເລືອກໄວ້, ເປັນຄົນທີ່ພຣະເຈົ້າໄດ້ນໍາພາກັບຄືນໄປເຮືອນຂອງພຣະເຈົ້າ, ແລ້ວບໍ່ມີພວກເຂົາຄົນໃດຈະບໍ່ເຕັມໃຈເຮັດວຽກ ແລະ ໃຫ້ບໍລິການແກ່ພຣະອົງ. ເປັນຫຍັງຈຶ່ງເປັນແນວນັ້ນ? ເພາະມັນງ່າຍຫຼາຍທີ່ຈະເຮັດເຊັ່ນນັ້ນ. ນີ້ຄືເຫດຜົນທີ່ມີຫຼາຍຄົນທີ່ໃຫ້ບໍລິການ ແລະ ໃຊ້ແຮງງານເພື່ອພຣະເຈົ້າ. ເຖິງກັບມີຜູ້ຕໍ່ຕ້ານພຣະຄຣິດ ແລະ ຄົນຊົ່ວຮ້າຍທີ່ສາມາດເຮັດສິ່ງນີ້ໄດ້ເຊັ່ນກັນ, ຄືກັບໂປໂລ. ບໍ່ໄດ້ມີຄົນຫຼາຍເກີນໄປທີ່ເປັນຄືກັບໂປໂລບໍ? (ມີຫຼາຍຄົນ.) ຖ້າເຈົ້າເຂົ້າໄປໃນຄຣິສຕະຈັກ ແລະ ເທດສະໜາໃນລັກສະນະນີ້, “ຕາບໃດທີ່ເຈົ້າເຕັມໃຈຈະຫຍຸ້ງນັ້ນຫຍຸ້ງນີ້, ທົນທຸກ ແລະ ຈ່າຍລາຄາສຳລັບພຣະເຈົ້າ, ແລ້ວມົງກຸດແຫ່ງຄວາມຊອບທຳກໍຈະລໍຖ້າເຈົ້າ”, ເຈົ້າຄິດວ່າຫຼາຍຄົນຈະຕອບຮັບການກະຕຸ້ນຂອງເຈົ້າບໍ? ຫຼາຍຄົນຈະຕອບຮັບ. ແຕ່ເປັນເລື່ອງທີ່ໜ້າເສຍດາຍ, ໃນທີ່ສຸດແລ້ວ ຄົນເຫຼົ່ານີ້ບໍ່ແມ່ນຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ ຫຼື ຄົນທີ່ສາມາດຖືກໃຫ້ລອດພົ້ນ. ຄົນແບບນັ້ນພຽງແຕ່ຄ້າງຄາໃນຂັ້ນຕອນການໃຫ້ບໍລິການ; ພວກເຂົາພຽງແຕ່ເຕັມໃຈຈະໃຫ້ບໍລິການແກ່ພຣະເຈົ້າ. ເວົ້າອີກຢ່າງກໍຄືຄົນເຫຼົ່ານີ້ພຽງແຕ່ເຕັມໃຈຈະແລກປ່ຽນແຮງງານຂອງພວກເຂົາກັບໂຊກຊະຕາທີ່ດີຂອງພຣະເຈົ້າ, ກັບຄວາມກະລຸນາ ແລະ ພອນຂອງພຣະອົງ. ພວກເຂົາບໍ່ປາດຖະໜາທີ່ຈະປ່ຽນແປງວິທີການເອົາຕົວລອດຂອງພວກເຂົາ ຫຼື ວິທີການໃຊ້ຊີວິດຂອງພວກເຂົາ ຫຼື ພື້ນຖານທີ່ພວກເຂົາເພິ່ງພາເພື່ອເອົາຕົວລອດ; ພວກເຂົາບໍ່ຕ້ອງການຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ຫຼື ສະແຫວງຫາຄວາມຈິງເພື່ອຮັບເອົາຄວາມລອດພົ້ນ. ໂດຍທຳມະຊາດແລ້ວ, ເຈົ້າຍັງສາມາດເວົ້າວ່າຄົນເຫຼົ່ານີ້ພຽງແຕ່ເຕັມໃຈຈະທົນທຸກ ແລະ ຈ່າຍລາຄາ, ພວກເຂົາພຽງແຕ່ເຕັມໃຈຈະປະຖິ້ມ ແລະ ມອບທຸກສິ່ງທີ່ພວກເຂົາມີ, ພວກເຂົາໄດ້ເສຍສະຫຼະທຸກສິ່ງທີ່ພວກເຂົາສາມາດເສຍສະຫຼະໄດ້, ບໍ່ວ່າຕົ້ນທຶນຈະແມ່ນຫຍັງກໍຕາມ ແລະ ພວກເຂົາເຕັມໃຈທີ່ຈະໃຊ້ແຮງງານໃນລັກສະນະໃດໜຶ່ງທີ່ເປັນໄປໄດ້, ແຕ່ຖ້າເຈົ້າຂໍໃຫ້ພວກເຂົາຮູ້ຈັກຕົນເອງ, ຍອມຮັບຄວາມຈິງ, ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ປະຖິ້ມເນື້ອໜັງ, ປະຕິບັດຄວາມຈິງ ແລະ ເຊົາເຮັດສິ່ງຊົ່ວຮ້າຍຂອງພວກເຂົາ ແລະ ຫັນກັບມາຫາພຣະເຈົ້າດັ່ງທີ່ຊາວເມືອງນີນາເວໄດ້ຮັບ ແລະ ເອົາໃຈໃສ່ກັບພຣະທຳຂອງພຣະອົງ ແລະ ໃຊ້ຊີວິດຕາມພຣະທຳຂອງພຣະອົງ, ມັນຈະຫຍຸ້ງຍາກທີ່ສຸດສຳລັບພວກເຂົາ. ມັນບໍ່ໄດ້ເປັນເຊັ່ນນັ້ນບໍ? (ແມ່ນແລ້ວ.) ນີ້ບໍ່ເປັນບັນຫາພໍສົມຄວນບໍ? ພຣະເຈົ້າໄດ້ເຮັດພາລະກິດຫຼາຍຢ່າງ ແລະ ເວົ້າພຣະທຳຫຼາຍຢ່າງ, ສະນັ້ນເປັນຫຍັງຄົນຈຶ່ງຮູ້ສຶກວ່າການສະແຫວງຫາຄວາມຈິງຍາກຫຼາຍ? ເປັນຫຍັງພວກເຂົາຈຶ່ງກະຕືລືລົ້ນກັບມັນຢູ່ສະເໝີ? ແມ່ນແຕ່ຫຼັງຈາກທີ່ໄດ້ຍິນຄຳເທດສະໜາເປັນເວລາຫຼາຍປີ, ພວກເຂົາຍັງບໍ່ມີເຈດຕະນາທີ່ຈະປ່ຽນແປງ. ພວກເຂົາບໍ່ເຄີຍກັບໃຈມາຫາພຣະເຈົ້າຢ່າງຈິງໃຈໃນສ່ວນເລິກຂອງຫົວໃຈຂອງພວກເຂົາຈັກເທື່ອ ແລະ ພວກເຂົາບໍ່ເຄີຍຮັບຮູ້ ຫຼື ຍອມຮັບຂໍ້ແທ້ຈິງທີ່ວ່າພວກເຂົາມີອຸປະນິໄສທີ່ເສື່ອມຊາມຢ່າງແທ້ຈິງຈັກເທື່ອ. ໃນທັງສອງມຸມມອງຂອງພວກເຂົາກ່ຽວກັບສິ່ງຕ່າງໆ ແລະ ການກະທຳຕ່າງໆ, ພວກເຂົາບໍ່ເຄີຍປ່ອຍຖິ້ມທັດສະນະຂອງພວກເຂົາເອງ ແລະ ສະແຫວງຫາຄວາມຈິງຈັກເທື່ອ; ພວກເຂົາບໍ່ຮັບມືກັບທຸກເລື່ອງດ້ວຍທ່າທີ່ທີ່ແກ້ໄຂທັດສະນະຂອງພວກເຂົາ ແລະ ກັບໃຈມາຫາພຣະເຈົ້າ. ສະນັ້ນຈຶ່ງມີຫຼາຍຄົນທີ່ມີປະສົບການຫຼາຍຢ່າງ ແລະ ເຮັດວຽກຢ່າງຫຼວງຫຼາຍ, ເປັນຄົນທີ່ເຮັດໜ້າທີ່ຂອງພວກເຂົາຊົ່ວໄລຍະໜຶ່ງ, ແຕ່ຍັງບໍ່ສາມາດສ້າງຄຳພະຍານໃດໆໄດ້. ພວກເຂົາຍັງບໍ່ມີຄວາມຮູ້ ຫຼື ປະສົບການກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ເມື່ອພວກເຂົາເວົ້າເຖິງປະສົບການ ແລະ ຄວາມຮູ້ຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ, ພວກເຂົາກໍລະອາຍໃຈ ແລະ ສິ້ນຫວັງຫຼາຍ ແລະ ປາກົດວ່າພວກເຂົາບໍ່ໄດ້ຊຳນານທີ່ສຸດ. ເຫດຜົນສຳລັບສິ່ງນີ້ຄືພວກເຂົາບໍ່ມີຄວາມຮູ້ກ່ຽວກັບຄວາມຈິງ ຫຼື ພວກເຂົາບໍ່ສົນໃຈໃນມັນ. ໃນອີກດ້ານໜຶ່ງ, ການໃຊ້ແຮງງານເປັນເລື່ອງທຳມະດາຫຼາຍ, ເປັນເລື່ອງງ່າຍຫຼາຍ. ສະນັ້ນທຸກຄົນເຕັມໃຈທີ່ຈະໃຫ້ບໍລິການແກ່ພຣະເຈົ້າ, ແຕ່ພວກເຂົາບໍ່ເລືອກທີ່ຈະສະແຫວງຫາຄວາມຈິງ.
ຕອນນີ້ເມື່ອໄດ້ເວົ້າເຊັ່ນນັ້ນແລ້ວ, ການສະແຫວງຫາຄວາມຈິງໝາຍຄວາມວ່າແນວໃດແທ້ໆ? ພວກເຮົາໄດ້ເວົ້າຫຼາຍຢ່າງ; ພວກເຮົາບໍ່ຄວນໃຫ້ນິຍາມຄວາມໝາຍຂອງການສະແຫວງຫາຄວາມຈິງບໍ? ພວກເຈົ້າສາມາດໃຫ້ນິຍາມມັນໄດ້ບໍ? ມັນຄວນເປັນນິຍາມທີ່ຂ້ອນຂ້າງທຳມະດາ, ບໍ່ແມ່ນບໍ? ພວກເຈົ້າຈະຄິດອອກບໍ ຖ້າພວກເຈົ້າພຽງແຕ່ຕຶກຕອງ, ຄຸ່ນຄິດ ແລະ ຄິດໄຕ່ຕອງຄຳເວົ້າຕ່າງໆ? ອາດມີບາງຄົນທີ່ຈະເວົ້າວ່າ “ການສະແຫວງຫາຄວາມຈິງເປັນຫົວຂໍ້ທີ່ໃຫຍ່. ບໍ່ສາມາດກ່າວມັນອອກຢ່າງຊັດເຈນດ້ວຍສອງສາມປະໂຫຍກເທົ່ານັ້ນ. ຂ້ອຍບໍ່ຮູ້ວ່າຈະເວົ້າຫຍັງກ່ຽວກັບມັນ? ຄຳເວົ້າໃດສາມາດອະທິບາຍມັນໄດ້ແດ່? ການສະແຫວງຫາຄວາມຈິງເປັນເລື່ອງໃຫຍ່ ແລະ ບໍ່ມີຄຳເວົ້າໃຫຍ່ໂຕທີ່ສຸດໃດໆສາມາດອະທິບາຍ ແລະ ໃຫ້ນິຍາມມັນຢ່າງເໝາະສົມ, ນັ້ນຄືວິທີດຽວທີ່ຈະເຮັດໃຫ້ທຸກຄົນປະທັບໃຈແທ້ໆ!” ພວກເຈົ້າຄິດວ່ານັ້ນຄືຮູບແບບທີ່ມັນຕ້ອງເປັນບໍ? (ບໍ່.) ດີ, ຖ້າເປັນແນວນັ້ນ ລອງນິຍາມການສະແຫວງຫາຄວາມຈິງດ້ວຍພາສາປະຈຳວັນເບິ່ງ. (ການສະແຫວງຫາຄວາມຈິງໝາຍເຖິງການໃຊ້ຄວາມຈິງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ.) ນັ້ນມີຄຸນສົມບັດທີ່ຈະເປັນນິຍາມບໍ? ເຈົ້າກຳລັງສະຫຼຸບດ້ວຍສິ່ງນີ້ບໍ? ການສະແຫວງຫາຄວາມຈິງແມ່ນນິຍາມໄດ້ງ່າຍໆບໍ? ການໃຫ້ນິຍາມມັນບໍ່ແມ່ນໜ້າວຽກທີ່ງ່າຍ; ເຈົ້າຈຳເປັນຕ້ອງໃຊ້ຄວາມພະຍາຍາມບາງຢ່າງເພື່ອຕຶກຕອງມັນ. ແມ່ນຫຍັງຄືຄວາມໝາຍຂອງການສະແຫວງຫາຄວາມຈິງ? ພວກເຮົາມາລອງໃຫ້ນິຍາມມັນເບິ່ງບໍ? ສ່ວນດີທີ່ສຸດຂອງພາສາທັງໝົດຂອງມະນຸດກໍຄືສ່ວນທີ່ງ່າຍ, ເປັນພາສາເວົ້າ ແລະ ເປັນຈິງຕໍ່ຊີວິດ. ພວກເຮົາຈະບໍ່ເວົ້າດ້ວຍພາສາຕ່າງດາວ ຫຼື ດ້ວຍຄຳເວົ້າໃຫຍ່ໂຕບາງຢ່າງ. ພວກເຮົາຈະເວົ້າພາສາປະຈຳວັນຂອງຄົນປົກກະຕິ, ໃນລັກສະນະທີ່ຄ່ອງແຄ້ວ, ເປັນພາສາເວົ້າ ແລະ ເຂົ້າໃຈໄດ້ງ່າຍໆ, ເພື່ອວ່າຜູ້ຄົນຈະສາມາດເຂົ້າໃຈສິ່ງທີ່ພວກເຮົາເວົ້າເຖິງໄດ້ໃນທັນທີ. ນອກຈາກຜູ້ເຍົາ ຫຼື ຄົນທີ່ທຳມະດາເກີນໄປ ຫຼື ບໍ່ມີຄວາມເໝາະສົມທາງຈິດໃຈທີ່ຈະເຂົ້າມັນ, ຜູ້ໃຫຍ່ຄົນໃດໜຶ່ງທີ່ຄິດຢ່າງເປັນປົກກະຕິກໍຈະສາມາດເຂົ້າໃຈພາສາທີ່ພວກເຮົາໄດ້ໃຊ້ໃນທັນທີທີ່ພວກເຂົາໄດ້ຍິນມັນ. ນັ້ນຄືສິ່ງທີ່ໝາຍເຖິງເພື່ອໃຫ້ພາສາເປັນພາສາເວົ້າ; ນັ້ນຄືສິ່ງທີ່ເອີ້ນວ່າພາສາປະຈຳວັນ. ສະນັ້ນ, ແມ່ນຫຍັງຄືຄວາມໝາຍຂອງການສະແຫວງຫາຄວາມຈິງ? ການເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຕົນເອງ ແລະ ການກະທຳ, ໂດຍອີງໃສ່ພຣະທຳຂອງພຣະເຈົ້າທັງໝົດ, ຕາມພຣະທຳຂອງພຣະເຈົ້າ, ໂດຍມີຄວາມຈິງເປັນເກນຂອງຄົນໆໜຶ່ງ, ນັ້ນຄືຄວາມໝາຍຂອງການສະແຫວງຫາຄວາມຈິງ. ນັ້ນຄືສິ່ງທີ່ຟັງຄ້າຍຄືກັບນິຍາມທີ່ແທ້ຈິງຂອງການສະແຫວງຫາຄວາມຈິງ. ຄຳຖາມ: ແມ່ນຫຍັງຄືຄວາມໝາຍຂອງການສະແຫວງຫາຄວາມຈິງ? ຄຳຕອບ: ການເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຕົນເອງ ແລະ ການກະທຳ, ຕາມພຣະທຳຂອງພຣະເຈົ້າທັງໝົດ, ໂດຍມີຄວາມຈິງເປັນເກນຂອງຄົນໆໜຶ່ງ. ນັ້ນຄືນິຍາມຂອງການສະແຫວງຫາຄວາມຈິງ. ງ່າຍໆ, ບໍ່ແມ່ນບໍ? ພວກເຈົ້າບາງຄົນອາດເວົ້າວ່າ “ພຣະອົງໄດ້ໂອ້ລົມຕະຫຼອດເວລານີ້ກ່ຽວກັບຄວາມໝາຍຂອງການສະແຫວງຫາຄວາມຈິງ, ເມື່ອນິຍາມຂອງມັນມີພຽງແຕ່ໜຶ່ງປະໂຫຍກເທົ່ານັ້ນ. ມັນງ່າຍຂະໜາດນັ້ນບໍ?” ແມ່ນ, ມັນງ່າຍຂະໜາດນັ້ນ. ມັນເປັນນິຍາມທີ່ງ່າຍ, ແຕ່ມັນແຕະຕ້ອງຮອດຫຼາຍຫົວຂໍ້ທີ່ກ່ຽວຂ້ອງ ແລະ ຫົວຂໍ້ທີ່ກ່ຽວຂ້ອງເຫຼົ່ານັ້ນກໍລ້ວນແລ້ວແຕ່ແຕະຕ້ອງຮອດຫົວຂໍ້ການສະແຫວງຫາຄວາມຈິງ. ຫົວຂໍ້ເຫຼົ່ານີ້ລວມເຖິງຄວາມຫຍຸ້ງຍາກຂອງມະນຸດ ແລະ ຄວາມຄິດ ແລະ ທັດສະນະຂອງມະນຸດ, ພ້ອມທັງຫຼາກຫຼາຍຂໍ້ອ້າງ, ການໃຫ້ຂໍ້ອ້າງ, ວິທີການ ແລະ ທ່າທີ່ທັງໝົດທີ່ມະນຸດມີຕໍ່ການສະແຫວງຫາຄວາມຈິງ. ຍັງມີຫົວຂໍ້ກ່ຽວກັບການທີ່ມະນຸດຕໍ່ຕ້ານການສະແຫວງຫາຄວາມຈິງ ແລະ ການປະຕິເສດທີ່ຈະເຮັດເຊັ່ນນັ້ນ, ເຊິ່ງເກີດຂຶ້ນຈາກອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ແນ່ນອນ, ສິ່ງຕ່າງໆທີ່ເຮົາໄດ້ບອກເຈົ້າ, ຫຼາຍເສັ້ນທາງ ແລະ ບາດກ້າວສຳລັບການສະແຫວງຫາຄວາມຈິງ, ວິທີການທີ່ຄົນໃດໜຶ່ງສະແຫວງຫາຄວາມຈິງ, ຜົນຮັບທີ່ບັນລຸໂດຍການສະແຫວງຫາຄວາມຈິງ ແລະ ຄວາມເປັນຈິງຂອງຄວາມຈິງທີ່ສາມາດເຫັນໄດ້ໃນຄົນທີ່ໃຊ້ຊີວິດຕາມມັນ, ສິ່ງເຫຼົ່ານີ້ຍັງແຕະຕ້ອງຮອດຫົວຂໍ້ການສະແຫວງຫາຄວາມຈິງ. ຜົນຮັບສຸດທ້າຍຂອງສິ່ງນີ້ກໍຄືຄຳພະຍານຈາກປະສົບການຕໍ່ພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າທີ່ຊ່ວຍມະນຸດໃຫ້ລອດພົ້ນ ເຊິ່ງເກີດຂຶ້ນເມື່ອຄົນສະແຫວງຫາຄວາມຈິງ ແລະ ປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະອົງ. ນີ້ຄືຜົນຮັບທີ່ຍິ່ງໃຫຍ່ທີ່ສຸດ. ໜຶ່ງລັກສະນະຂອງຄຳພະຍານດັ່ງກ່າວກໍຄືມັນເປັນພະຍານໃຫ້ຜົນຮັບໃນພາລະກິດຂອງພຣະເຈົ້າ, ອີກໜຶ່ງລັກສະນະຄືມັນເປັນພະຍານໃຫ້ຜົນບວກທີ່ສາມາດເຫັນໄດ້ໃນຄົນທີ່ໄດ້ສະແຫວງຫາຄວາມຈິງ, ເຊິ່ງກໍຄືອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຮັບການແກ້ໄຂບໍ່ຫຼາຍກໍໜ້ອຍ. ຕົວຢ່າງ: ຄົນໃດໜຶ່ງທີ່ເຄີຍອວດດີຫຼາຍ, ຄົນທີ່ເຮັດຕາມອຳເພີໃຈ, ເລິນເລີ້ ແລະ ເປັນກົດໝາຍໃຫ້ພວກເຂົາເອງໃນການກະທຳຂອງພວກເຂົາ, ຮຽນຮູ້ວ່ານີ້ຄືອຸປະນິໄສທີ່ເສື່ອມຊາມຜ່ານການອ່ານພຣະທຳຂອງພຣະເຈົ້າ ແລະ ຈາກນັ້ນກໍສືບຕໍ່ຍອມຮັບສິ່ງນີ້ ແລະ ຮັບຮູ້ມັນ. ພວກເຂົາຈະຄ່ອຍໆຮູ້ເຖິງຄວາມເສຍຫາຍທີ່ອຸປະນິໄສທີ່ເສື່ອມຊາມນີ້ນໍາໄປສູ່ຄົນອື່ນ ແລະ ພວກເຂົາເອງ: ຈາກທັດສະນະທີ່ນ້ອຍກວ່ານັ້ນ ມັນເປັນອັນຕະລາຍຕໍ່ຜູ້ຄົນ ແລະ ຈາກທັດສະນະທີ່ໃຫຍ່ກວ່ານັ້ນ ມັນລົບກວນ, ຂັດຂວາງ ແລະ ສ້າງຄວາມເສຍຫາຍໃຫ້ວຽກງານຂອງຄຣິສຕະຈັກ. ນີ້ເປັນສ່ວນໜຶ່ງຂອງຜົນຮັບ; ມັນເປັນສິ່ງທີ່ຄົນໆໜຶ່ງຮຽນຮູ້ເມື່ອພວກເຂົາເຂົ້າໃຈພຣະທຳຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ບົນພື້ນຖານການເປີດເຜີຍຈາກພຣະທຳຂອງພຣະເຈົ້າ ພວກເຂົາກໍຮັບຮູ້ເຖິງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຈາກນັ້ນໃນສະຖານະການທີ່ຈັດແຈງໂດຍພຣະເຈົ້າ, ພວກເຂົາຈະຄ່ອຍໆກັບໃຈ ແລະ ພວກເຂົາຈະປ່ອຍຖິ້ມວິຖີຊີວິດ ແລະ ລັກສະນະພາຍນອກໃນຄວາມປະພຶດຂອງພວກເຂົາ ແລະ ການກະທຳທີ່ພວກເຂົາເຄີຍຍຶດຕິດຄັ້ງໜຶ່ງ. ພວກເຂົາຊອກຫາຫຼັກການ ແລະ ເສັ້ນທາງໃນບັນດາພຣະທຳຂອງພຣະເຈົ້າ ແລະ ພວກເຂົາຮັບມືກັບເລື່ອງຕ່າງໆຕາມຫຼັກການຂອງການປະຕິບັດທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ. ນີ້ຄືການກັບໃຈທີ່ແທ້ຈິງ ແລະ ເປັນການປ່ຽນແປງຕົນເອງຢ່າງແທ້ຈິງ. ພວກເຂົາສາມາດປະພຶດຕົນເອງ ແລະ ກະທຳໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລະ ໃນທີ່ສຸດແລ້ວ ພວກເຂົາກໍເລີ່ມສະແຫວງຫາຫຼັກການແຫ່ງຄວາມຈິງເມື່ອກໍຕາມທີ່ພວກເຂົາກະທຳ ແລະ ພວກເຂົາຈະດຳລົງຊີວິດຕາມສ່ວນໜຶ່ງຂອງຄວາມເປັນຈິງທີ່ຮັບເອົາພຣະທຳຂອງພຣະເຈົ້າເປັນພື້ນຖານຂອງພວກເຂົາ. ນີ້ຄືຕົວຢ່າງຂອງການແກ້ໄຂອຸປະນິໄສທີ່ອວດດີ. ຜົນຮັບສຸດທ້າຍທີ່ໄດ້ຮັບໂດຍສິ່ງນີ້ກໍຄືບຸກຄົນນີ້ບໍ່ດຳລົງຊີວິດຕາມຄວາມອວດດີອີກຕໍ່ໄປ; ໃນທາງກົງກັນຂ້າມພວກເຂົາມີຈິດສຳນຶກ ແລະ ເຫດຜົນ, ພວກເຂົາສາມາດສະແຫວງຫາຫຼັກການແຫ່ງຄວາມຈິງ ແລະ ພວກເຂົາຍອມຕໍ່ຄວາມຈິງຢ່າງແທ້ຈິງ; ສິ່ງທີ່ພວກເຂົາປະຕິບັດ ແລະ ດຳລົງຊີວິດຕາມບໍ່ໄດ້ຖືກຄອບງໍາໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາອີກຕໍ່ໄປ, ໃນທາງກົງກັນຂ້າມພວກເຂົາຮັບເອົາຄວາມຈິງເປັນເກນຂອງພວກເຂົາ ແລະ ພວກເຂົາດຳລົງຊີວິດຕາມຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ, ນັ້ນຄືຜົນຮັບ. ຜົນຮັບນີ້ບໍ່ແມ່ນໄດ້ຮັບໂດຍການສະແຫວງຫາຄວາມຈິງບໍ? (ແມ່ນແລ້ວ.) ນີ້ຄືຜົນຮັບປະເພດໜຶ່ງທີ່ການສະແຫວງຫາຄວາມຈິງກໍ່ໃຫ້ເກີດໃນຕົວຄົນໆໜຶ່ງ. ແລ້ວສຳລັບພຣະເຈົ້ານັ້ນ ການໃຊ້ຊີວິດໃນລັກສະນະນີ້ຄືການເປັນພະຍານທີ່ແທ້ຈິງໃຫ້ພຣະອົງ ແລະ ພາລະກິດຂອງພຣະອົງ, ມັນເປັນຜົນຮັບທີ່ໄດ້ຮັບເມື່ອສິ່ງຖືກສ້າງຜ່ານຜ່າການພິພາກສາ, ການຂ້ຽນຕີ ແລະ ການເປີດເຜີຍຈາກພຣະທຳຂອງພຣະເຈົ້າ. ມັນເປັນຄຳພະຍານທີ່ແທ້ຈິງ ແລະ ນັ້ນຄືສິ່ງທີ່ມີສະຫງ່າລາສີສຳລັບພຣະເຈົ້າ. ແນ່ນອນສຳລັບມະນຸດນັ້ນມັນບໍ່ແມ່ນສິ່ງທີ່ມີສະຫງ່າລາສີ; ມັນພຽງແຕ່ສາມາດເອີ້ນວ່າເປັນສິ່ງທີ່ມີກຽດ ແລະ ພາກພູມໃຈ ແລະ ມັນເປັນຄຳພະຍານທີ່ສິ່ງຖືກສ້າງຄວນມີ ແລະ ດຳລົງຊີວິດຕາມຫຼັງຈາກທີ່ມີປະສົບການກັບພາລະກິດຂອງພຣະເຈົ້າ. ມັນເປັນຜົນບວກທີ່ໄດ້ຮັບໃນຄົນໆໜຶ່ງທີ່ສະແຫວງຫາຄວາມຈິງ. ພຣະເຈົ້າຍັງຖືວ່າປະສົບການ ແລະ ຄວາມຮູ້ດັ່ງກ່າວ ແລະ ສິ່ງທີ່ຄົນດຳລົງຊີວິດຕາມເປັນຜົນຮັບທີ່ໄດ້ຮັບໂດຍພາລະກິດຂອງພຣະອົງ. ສຳລັບພຣະອົງນັ້ນ, ມັນເປັນຄຳພະຍານທີ່ໂຈມຕີຊາຕານກັບດ້ວຍກຳລັງທີ່ຍິ່ງໃຫຍ່. ນີ້ຄືສິ່ງທີ່ພຣະເຈົ້າຮັກ ແລະ ສິ່ງທີ່ພຣະເຈົ້າເຊີດຊູ.
ພວກເຮົາຫາກໍໃຫ້ນິຍາມຄວາມໝາຍຂອງການສະແຫວງຫາຄວາມຈິງ. ຜ່ານນິຍາມນີ້, ມຸມມອງຂອງພວກເຈົ້າກ່ຽວກັບຄວາມໝາຍຂອງການສະແຫວງຫາຄວາມຈິງເລີ່ມເຂົ້າໃກ້ຄວາມເປັນຈິງຂຶ້ນບໍ? (ແມ່ນ.) ຕອນນີ້ເມື່ອພວກເຮົາໄດ້ໃຫ້ນິຍາມການສະແຫວງຫາຄວາມຈິງໃນລັກສະນະທີ່ພວກເຈົ້າເຂົ້າໃຈ, ພວກເຈົ້າຄວນພິຈາລະນາການສະແຫວງຫາກ່ອນໜ້າຂອງເຈົ້າແນວໃດ? ມັນເປັນໄປໄດ້ທີ່ພວກເຈົ້າສ່ວນໃຫຍ່ບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ. ສິ່ງນີ້ອາດສ້າງຄວາມບໍ່ພໍໃຈໜ້ອຍໜຶ່ງເມື່ອພວກເຈົ້າໄດ້ຍິນ, ບໍ່ແມ່ນບໍ? ໃຫ້ອ່ານນິຍາມອີກຄັ້ງໜຶ່ງ. (ແມ່ນຫຍັງຄືຄວາມໝາຍຂອງການສະແຫວງຫາຄວາມຈິງ? ຄຳຕອບ: ການເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຕົນເອງ ແລະ ການກະທຳ, ຕາມພຣະທຳຂອງພຣະເຈົ້າທັງໝົດ, ໂດຍມີຄວາມຈິງເປັນເກນຂອງຄົນໆໜຶ່ງ.) ຕອນນີ້ພວກເຈົ້າສາມາດເວົ້າມັນໄດ້ຢ່າງຖືກຕ້ອງ. ເມື່ອພິຈາລະນາເພີ່ມເຕີມແລ້ວ, ມັນຖືກຕ້ອງບໍ? (ແມ່ນແລ້ວ.) ຖ້າເຈົ້າປະເມີນການສະແຫວງຫາ ແລະ ການປະຕິບັດກ່ອນໜ້າຂອງພວກເຈົ້າໂດຍອີງໃສ່ນິຍາມນີ້, ແມ່ນຫຍັງຈະເປັນຜົນຮັບ? ພວກເຈົ້າຈະສາມາດຮຽນຮູ້ວ່າພວກເຈົ້າມີຄວາມເປັນຈິງແຫ່ງຄວາມຈິງໃນປັດຈຸບັນ ຫຼື ບໍ່ ແລະ ພວກເຈົ້າຈະສາມາດຢືນຢັນວ່າຄວາມປະພຶດໃນປັດຈຸບັນຂອງພວກເຈົ້າຄືການສະແຫວງຫາຄວາມຈິງ ຫຼື ບໍ່. ນີ້ບໍ່ມີວິທີອະທິບາຍຢ່າງເປັນນາມມະທຳ, ແມ່ນບໍ? ມັນເປັນພາສາເວົ້າພໍສົມຄວນ, ບໍ່ແມ່ນບໍ? (ແມ່ນແລ້ວ.) ມັນເປັນພາສາທຳມະດາທີ່ຄົນທຳມະດາຄົນໃດກໍສາມາດເຂົ້າໃຈໄດ້. ເຖິງແມ່ນວ່າມັນອາດເບິ່ງຄືກັບວ່າເຂົ້າໃຈໄດ້ງ່າຍພໍສົມຄວນ, ຄົນກໍມີບັນຫາ. ນັ້ນແມ່ນບັນຫາຫຍັງ? ຫຼັງຈາກພວກເຂົາໄດ້ເຂົ້າໃຈນິຍາມແລ້ວ, ພວກເຂົາຮູ້ສຶກບໍ່ສະບາຍໃຈ ແລະ ບໍ່ພໍໃຈ. ເປັນຫຍັງພວກເຂົາຈຶ່ງບໍ່ພໍໃຈ? ເພາະພວກເຂົາຮູ້ສຶກວ່າການທົນທຸກໃນອະດີດຂອງພວກເຂົາ ແລະ ລາຄາທີ່ພວກເຂົາໄດ້ຈ່າຍນັ້ນຖືກປະນາມ, ຮູ້ສຶກວ່າສິ່ງທີ່ພວກເຂົາໃຫ້ນັ້ນແມ່ນສູນເປົ່າ ແລະ ສິ່ງນີ້ເຮັດໃຫ້ພວກເຂົາຮູ້ສຶກບໍ່ພໍໃຈ. ເມື່ອໄດ້ຍິນເຊັ່ນນີ້, ບາງຄົນຈະເວົ້າວ່າ “ໂອ, ນັ້ນເອງຄືນິຍາມຂອງການສະແຫວງຫາຄວາມຈິງ. ຖ້າພວກເຮົາໃຊ້ນິຍາມນັ້ນ, ແລ້ວລາຄາທັງໝົດທີ່ພວກເຮົາໄດ້ຈ່າຍ ແລະ ການເສຍສະຫຼະທັງໝົດໃນອະດີດຂອງພວກເຮົາຈະບໍ່ເສຍເປົ່າບໍ? ຖ້າພຣະອົງບໍ່ໃຫ້ນິຍາມຄວາມໝາຍຂອງການສະແຫວງຫາຄວາມຈິງ, ພວກເຮົາກໍຈະສືບຕໍ່ຄິດວ່າພວກເຮົາເຮັດໄດ້ດີໃນການສະແຫວງຫາຂອງພວກເຮົາ; ຕອນນີ້ເມື່ອພຣະອົງໄດ້ໃຫ້ນິຍາມມັນເຊັ່ນນີ້, ການສະແຫວງຫາຂອງພວກເຮົາ ແລະ ລາຄາທີ່ພວກເຮົາຈ່າຍຈະບໍ່ລ້ວນແລ້ວແຕ່ເສຍຖິ້ມບໍ? ຄວາມຝັນທັງໝົດຂອງພວກເຮົາເພື່ອຮັບມົງກຸດ ແລະ ລາງວັນຈະບໍ່ຖືກທຳລາຍບໍ? ເມື່ອພວກເຮົາເຂົ້າໃຈຄວາມຈິງ, ພວກເຮົາຄວນໄດ້ຮັບພອນ ແລະ ຄວາມຝັນຂອງພວກເຮົາຄວນກາຍມາເປັນຈິງ, ສະນັ້ນເປັນຫຍັງພວກເຮົາຈຶ່ງຖືກພິພາກສາເມື່ອພວກເຮົາໄດ້ເຂົ້າໃຈຄວາມຈິງ? ເປັນຫຍັງພວກເຮົາຈຶ່ງໃຊ້ຊີວິດຢ່າງສິ້ນຫວັງໃນຄວາມມືດມົວ? ອະດີດ ແລະ ປັດຈຸບັນຂອງພວກເຮົາໄດ້ຖືກປະນາມ ແລະ ບໍ່ຮູ້ວ່າອະນາຄົດຈະເປັນແນວໃດ? ມັນເບິ່ງຄືກັບວ່າພວກເຮົາບໍ່ມີຄວາມຫວັງທີ່ຈະໄດ້ຮັບພອນ”. ນັ້ນຄືລັກສະນະທີ່ມັນເປັນບໍ? ມັນຖືກຕ້ອງບໍທີ່ຄົນຈະຄິດກ່ຽວກັບສິ່ງນັ້ນໃນລັກສະນະນີ້? (ບໍ່.) ແລ້ວຄົນຄວນຄິດກ່ຽວກັບມັນໃນລັກສະນະນີ້ບໍ? (ບໍ່.) ພວກເຂົາບໍ່ຄວນ. ແຕ່ມີສິ່ງດີໆໜຶ່ງຢ່າງກ່ຽວກັບສິ່ງນີ້: ເຈົ້າສາມາດອະທິຖານ ແລະ ອ່ານນິຍາມນີ້ຂອງການສະແຫວງຫາຄວາມຈິງຊໍ້າໄປຊໍ້າມາ, ຈາກນັ້ນກໍຍ້ອນກັບໄປເບິ່ງອະດີດຂອງເຈົ້າ, ເບິ່ງທີ່ປັດຈຸບັນຂອງເຈົ້າ ແລະ ເບິ່ງໄປຫາອະນາຄົດຂອງເຈົ້າ. ເຈົ້າອາດຮູ້ສຶກບໍ່ພໍໃຈ, ແຕ່ຄວາມຮູ້ສຶກນັ້ນໝາຍຄວາມວ່າເຈົ້າບໍ່ໄດ້ມຶນຊາ. ເຈົ້າຮູ້ທີ່ຈະພິຈາລະນາອະດີດ, ປັດຈຸບັນ ແລະ ອະນາຄົດຂອງເຈົ້າ ແລະ ເຈົ້າຮູ້ທີ່ຈະວາງແຜນສຳລັບຄວາມຄາດຫວັງໃນອະນາຄົດຂອງເຈົ້າ ແລະ ຄິດກ່ຽວກັບພວກມັນ, ກັງວົນກ່ຽວກັບພວກມັນ ແລະ ເລີ່ມປັ່ນປ່ວນກ່ຽວກັບພວກມັນ. ນັ້ນຄືສິ່ງທີ່ດີ. ມັນພິສູດວ່າເຈົ້າຍັງມີຊີວິດ, ເຈົ້າເປັນຄົນທີ່ມີຊີວິດ ແລະ ຫົວໃຈຂອງເຈົ້າບໍ່ໄດ້ຕາຍເທື່ອ. ສິ່ງທີ່ໜ້າກັງວົນຄືເມື່ອຄົນໃດໜຶ່ງຍັງກະຕືລືລົ້ນ ບໍ່ວ່າຈະເວົ້າຫຍັງກໍຕາມກັບພວກເຂົາ ຫຼື ຈະມີການໂອ້ລົມເຖິງເສັ້ນທາງຂອງການສະແຫວງຫາຄວາມຈິງຢ່າງຊັດເຈນສໍ່າໃດກໍຕາມກັບພວກເຂົາ. ພວກເຂົາຄິດວ່າ “ນີ້ຄືຕົວຕົນຂອງຂ້ານ້ອຍແທ້ໆ; ຜູ້ໃດຈະສົນໃຈວ່າຂ້ານ້ອຍຈະຮັບພອນ ຫຼື ໄພພິບັດຈະເກີດກັບຂ້ານ້ອຍ? ພິພາກສາຂ້ານ້ອຍເລີຍ, ປະນາມຂ້ານ້ອຍເລີຍ, ເຮັດແມ່ນຫຍັງຕາມທີ່ພຣະອົງຕ້ອງການ”. ບໍ່ວ່າຈະເວົ້າຫຍັງກັບພວກເຂົາ, ພວກເຂົາກໍມຶນຊາກັບມັນ. ນັ້ນເຮັດໃຫ້ເກີດບັນຫາຢ່າງແນ່ນອນ. ເຮົາໝາຍຄວາມວ່າແນວໃດກັບບັນຫາ? ມັນໝາຍຄວາມວ່າບໍ່ວ່າເຈົ້າຈະໂອ້ລົມແນວໃດກໍຕາມກ່ຽວກັບຄວາມຈິງກັບພວກເຂົາ, ພວກເຂົາຈະບໍ່ເຂົ້າໃຈມັນ; ພວກເຂົາເປັນຄົນຕາຍແລ້ວທີ່ບໍ່ມີວິນຍານ. ພວກເຂົາບໍ່ມີວີແວວກ່ຽວກັບສິ່ງຕ່າງໆ ເຊັ່ນ: ການເຊື່ອໃນພຣະເຈົ້າ, ການສະແຫວງຫາຄວາມຈິງ, ການຖືກຊ່ວຍໃຫ້ລອດພົ້ນ ຫຼື ພາລະກິດຂອງພຣະເຈົ້າທີ່ຊ່ວຍມະນຸດໃຫ້ລອດພົ້ນ ແລະ ພວກເຂົາບໍ່ເຂົ້າໃຈສິ່ງດັ່ງກ່າວ. ມັນເປັນຄືກັບການພະຍາຍາມສັ່ງສອນຄົນຮ້ອງເພງຜິດທຳນອງໃຫ້ຮ້ອງເພງ ຫຼື ການສັ່ງສອນຄົນຕາບອດສີໃຫ້ປະສົມສີ: ມັນເປັນໄປບໍ່ໄດ້ແທ້ໆ. ການໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ແມ່ນປາດສະຈາກຄວາມໝາຍສຳຄັນ ຫຼື ຄຸນຄ່າໃດໆສຳລັບພວກເຂົາ, ເພາະບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ, ບໍ່ວ່າມັນຈະເລິກຊຶ້ງ ຫຼື ຜິວເຜີນ, ບໍ່ວ່າມັນຈະສະເພາະ ຫຼື ກວ້າງໆ, ມັນກໍຈະບໍ່ແຕກຕ່າງຫຍັງ, ພວກເຂົາຈະບໍ່ຮູ້ສຶກຫຍັງບໍ່ວ່າໃນກໍລະນີໃດກໍຕາມ. ພວກເຂົາເປັນຄືກັບຄົນຕາບອດທີ່ສວມໃສ່ແວ່ນຕາ, ການທີ່ພວກເຂົາສວມໃສ່ແວ່ນຕາເຫຼົ່ານັ້ນ ຫຼື ບໍ່ ແມ່ນບໍ່ມີຜົນຕໍ່ການເບິ່ງເຫັນຂອງພວກເຂົາ. ບາງຄົນເວົ້າຢູ່ເລື້ອຍໆວ່າ “ເມື່ອລະດູໜາວມາຮອດບ່ອນນີ້ແລ້ວ, ອີກດົນສໍ່າໃດຈຶ່ງຈະຮອດລະດູໃບໄມ້ປົ່ງ” ແລະ “ຂ້ອຍບໍ່ຢ້ານທີ່ຈະຕາຍ, ສະນັ້ນເປັນຫຍັງຈຶ່ງຕ້ອງຢ້ານທີ່ຈະມີຊີວິດຢູ່?” ແລະ “ຂ້ອຍສະບັດມືຂອງຂ້ອຍ, ແມ່ນແຕ່ກ້ອນເມກກຳມືໜຶ່ງຂ້ອຍກໍບໍ່ສາມາດເຮັດໃຫ້ຫາຍໄປໄດ້”. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄຳເວົ້າຂອງຄົນທີ່ຫ່ຽວແຫ້ງ ແລະ ຕາຍແລ້ວ ເຊິ່ງຄິດວ່າພວກເຂົາເອງສະຫຼາດຫຼາຍ. ຖ້າຈະໃຊ້ຄຳເວົ້າຝ່າຍວິນຍານ, ພວກເຂົາຂາດຄວາມເຂົ້າໃຈຝ່າຍວິນຍານ. ຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານກໍເປັນຄົນທີ່ຕາຍແລ້ວ, ເຖິງແມ່ນວ່າພວກເຂົາຍັງມີຊີວິດຢູ່. ຄົນທີ່ຕາຍແລ້ວຈະສາມາດເຂົ້າໃຈຄຳເວົ້າຂອງຄົນທີ່ມີຊີວິດຢູ່ບໍ? ພວກເຂົາຄິດວ່າ “ການເວົ້າທັງໝົດນີ້ທີ່ກ່ຽວກັບການສະແຫວງຫາຄວາມຈິງ ແລະ ມຸມມອງຂອງຄົນໆໜຶ່ງຕໍ່ຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດ ແລະ ການກະທຳຂອງຄົນໆໜຶ່ງ, ມັນກ່ຽວຂ້ອງຫຍັງກັບຂ້ອຍ? ຂ້ອຍບໍ່ຢ້ານທີ່ຈະຕາຍ, ສະນັ້ນເປັນຫຍັງຈຶ່ງຕ້ອງຢ້ານທີ່ຈະມີຊີວິດຢູ່?” ຜູ້ໃດກໍຕາມທີ່ຄິດເຊັ່ນນີ້ກໍຈົບສິ້ນແລ້ວ. ພວກເຂົາເປັນໜຶ່ງໃນຄົນທີ່ຕາຍແລ້ວ. ນັ້ນຄືລັກສະນະທີ່ເປັນຢູ່ສຳລັບນິຍາມຂອງການສະແຫວງຫາຄວາມຈິງ. ບໍ່ວ່າເຈົ້າຈະມີເຈດຕະນາ ຫຼື ແຜນການຫຍັງກໍຕາມສຳລັບເສັ້ນທາງໃນອະນາຄົດຂອງເຈົ້າຫຼັງຈາກທີ່ໄດ້ອ່ານນິຍາມນີ້ ຫຼື ບໍ່ວ່າເຈົ້າຈະປ່ຽນແປງແນວໃດກໍຕາມ, ມັນກໍລ້ວນແລ້ວແຕ່ເປັນຍ້ອນການສະແຫວງຫາສ່ວນຕົວຂອງເຈົ້າ. ສິ່ງເຫຼົ່ານີ້ຄືຄຳເວົ້າທີ່ເຮົາຈຳເປັນຕ້ອງເວົ້າ ແລະ ພາລະກິດທີ່ເຮົາຈຳເປັນຕ້ອງເຮັດ. ເຮົາໄດ້ເວົ້າທຸກສິ່ງທີ່ເຮົາຈຳເປັນຕ້ອງເວົ້າ ແລະ ເຮົາໄດ້ເວົ້າທຸກຢ່າງທີ່ເຮົາຕ້ອງເວົ້າ. ຖ້າພວກເຈົ້າຮັກຄວາມຈິງແທ້ໆ ແລະ ມີຄວາມປະສົງທີ່ຈະສະແຫວງຫາມັນ, ເຈົ້າຈະເຮັດໄດ້ດີໃນການປັບໃຊ້ນິຍາມຂອງການສະແຫວງຫາຄວາມຈິງທີ່ເຮົາໄດ້ໃຫ້ໄວ້ເປັນດັ່ງເປົ້າໝາຍ ແລະ ທິດທາງສຳລັບການສະແຫວງຫາຂອງເຈົ້າ ເມື່ອເວົ້າເຖິງວິທີການທີ່ພວກເຈົ້າເບິ່ງຄົນ ແລະ ສິ່ງຕ່າງໆໂດຍປົກກະຕິ ແລະ ປະພຶດຕົນເອງ ແລະ ກະທຳ ຫຼື ປັບໃຊ້ມັນໃຫ້ເປັນບ່ອນອ້າງອີງ, ເພື່ອວ່າເຈົ້າອາດຄ່ອຍໆເຂົ້າສູ່ຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ. ຖ້າເຈົ້າເຮັດ, ແລ້ວໃນອະນາຄົດອັນໃກ້ນີ້ ເຈົ້າຈະໄດ້ຮັບບາງສິ່ງໃນເສັ້ນທາງຂອງການສະແຫວງຫາຄວາມຈິງຢ່າງແນ່ນອນ. ບາງຄົນອາດເວົ້າວ່າ “ມັນບໍ່ຊ້າເກີນໄປທີ່ຈະສະແຫວງຫາຄວາມຈິງຈັກເທື່ອ”. ນີ້ຄືສິ່ງທີ່ບໍ່ຖືກຕ້ອງ, ຖ້າເຈົ້າບໍ່ສະແຫວງຫາຄວາມຈິງຈົນພາລະກິດຂອງພຣະເຈົ້າໄດ້ສິ້ນສຸດລົງແລ້ວ, ນັ້ນກໍຈະຊ້າເກີນໄປຢ່າງແນ່ນອນ. ຈະອະທິບາຍແນວຄິດນັ້ນແນວໃດ? ການສະແຫວງຫາຄວາມຈິງຕ້ອງເກີດຂຶ້ນກ່ອນທີ່ພາລະກິດຂອງພຣະເຈົ້າຈະສິ້ນສຸດລົງ. ເວົ້າອີກຢ່າງກໍຄື ຖ້ອຍຄຳນີ້ເປັນຈິງກ່ອນທີ່ພຣະເຈົ້າຈະຕີລະຄັງເພື່ອສະແດງໃຫ້ຮູ້ວ່າພາລະກິດຂອງພຣະອົງໄດ້ມາຮອດຈຸດຈົບແລ້ວ. ແຕ່ເມື່ອພາລະກິດຂອງພຣະເຈົ້າຈົບລົງ ແລະ ພຣະອົງເວົ້າວ່າ “ເຮົາຈະບໍ່ເຮັດພາລະກິດເພື່ອຊ່ວຍມະນຸດໃຫ້ລອດພົ້ນອີກຕໍ່ໄປ ແລະ ເຮົາຈະບໍ່ກ່າວຄຳເວົ້າເພື່ອຊ່ວຍໃຫ້ຄົນໄດ້ຮັບຄວາມລອດພົ້ນ ຫຼື ຄຳເວົ້າທີ່ກ່ຽວຂ້ອງກັບຄວາມລອດພົ້ນຂອງມະນຸດອີກຕໍ່ໄປ. ເຮົາຈະບໍ່ເວົ້າເຖິງສິ່ງເຫຼົ່ານັ້ນອີກຕໍ່ໄປ”, ແລ້ວພາລະກິດຂອງພຣະອົງກໍສິ້ນສຸດລົງຢ່າງແທ້ຈິງ. ຖ້າເຈົ້າລໍຖ້າຈົນຮອດຕອນນີ້ເພື່ອສະແຫວງຫາຄວາມຈິງ, ມັນກໍຈະຊ້າເກີນໄປແທ້ໆ. ບໍ່ວ່າຫຍັງກໍຕາມ, ຖ້າເຈົ້າເລີ່ມສະແຫວງຫາໃນຕອນນີ້, ເຈົ້າຈະຍັງມີເວລາ, ເຈົ້າຍັງມີໂອກາດທີ່ຈະຮັບເອົາຄວາມລອດພົ້ນ. ນັບຕັ້ງແຕ່ນີ້ໄປ, ໃຫ້ເຮັດສຸດຄວາມສາມາດທີ່ສຸດຂອງເຈົ້າເພື່ອຄ່ອຍໆເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນເອງ ແລະ ກະທຳຕາມພຣະທຳຂອງພຣະເຈົ້າ, ໂດຍມີຄວາມຈິງເປັນເກນຂອງເຈົ້າ. ໃຫ້ດິ້ນຮົນເພື່ອອ່ານ ແລະ ເຂົ້າໃຈພຣະທຳທັງໝົດຂອງພຣະເຈົ້າທີ່ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດໃນໄລຍະເວລາສັ້ນໆ ແລະ ຝຶກໄຕ່ຕອງຕົນເອງ ແລະ ຮູ້ຈັກຕົນເອງ. ການເຮັດເຊັ່ນນັ້ນເປັນປະໂຫຍດຢ່າງໃຫຍ່ຫຼວງຕໍ່ການເຂົ້າສູ່ຊີວິດຂອງເຈົ້າ. ຍົກຕົວຢ່າງໃນບັນດາພຣະທຳຂອງພຣະເຈົ້າທີ່ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດແມ່ນສິ່ງທີ່ແຕະຕ້ອງຮອດອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິດ. ສິ່ງເຫຼົ່ານັ້ນບໍ່ແມ່ນຄຳເວົ້າພື້ນຖານທີ່ສຸດບໍ? (ແມ່ນແລ້ວ.) ແລ້ວເຈົ້າຄວນເຮັດຫຍັງເພື່ອໃຫ້ຄຳເວົ້າເຫຼົ່ານັ້ນເປັນພື້ນຖານຂອງເຈົ້າ? ປະນາມຕົນເອງບໍ? ສາບແຊ່ງຕົນເອງບໍ? ຍົກເລີກອະນາຄົດ ແລະ ໂຊກຊະຕາຂອງເຈົ້າອອກຈາກຕົວເຈົ້າເອງບໍ? ບໍ່, ເຈົ້າຕ້ອງໃຊ້ພວກມັນເພື່ອຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ຢ່າພະຍາຍາມຫຼົບໜີຈາກສິ່ງນີ້. ນີ້ຄືຈຸດຫົວລ້ຽວຫົວຕໍ່ທີ່ທຸກຄົນຕ້ອງຜ່ານ. ມັນໝາຍຄວາມວ່າແນວໃດທີ່ທຸກຄົນຕ້ອງຜ່ານມັນ? ມັນເປັນຄືກັບວ່າທຸກຄົນເກີດຈາກແມ່ ແລະ ພໍ່, ຈາກນັ້ນກໍເຕີບໃຫຍ່, ຈາກນັ້ນກໍເຖົ້າແກ່, ຈາກນັ້ນກໍຕາຍແທ້ໆ. ສິ່ງເຫຼົ່ານີ້ຄືຈຸດຫົວລ້ຽວຫົວຕໍ່ທີ່ທຸກຄົນຕ້ອງຜ່ານເທື່ອລະຢ່າງ. ການສະແຫວງຫາຄວາມຈິງສຳຄັນແນວໃດ? ມັນສຳຄັນຄືກັບອາຫານ ແລະ ເຄື່ອງດື່ມປະຈຳວັນຂອງມະນຸດ. ຖ້າເຈົ້າເຊົາກິນ ແລະ ດື່ມໃນແຕ່ລະມື້, ເນື້ອໜັງຂອງເຈົ້າຈະບໍ່ສາມາດຢູ່ລອດໄດ້; ຊີວິດຂອງເຈົ້າຈະບໍ່ສາມາດສືບຕໍ່ໄດ້. “ຕາມພຣະທຳຂອງພຣະເຈົ້າ” ໝາຍຄວາມວ່າເຈົ້າຕ້ອງເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນເອງ ແລະ ກະທຳ, ຕາມພຣະທຳຂອງພຣະເຈົ້າທັງໝົດ, ເຊິ່ງໃນທາງກັບກັນຈະກໍ່ໃຫ້ເກີດທັດສະນະ, ວິທີການ ແລະ ການປະຕິບັດຂອງເຈົ້າ. ແນ່ນອນ “ຕາມພຣະທຳຂອງພຣະເຈົ້າ” ແມ່ນທຽບເທົ່າກັບ “ໂດຍມີຄວາມຈິງເປັນເກນຂອງຄົນໆໜຶ່ງ”. ສະນັ້ນໃນນິຍາມຂອງການສະແຫວງຫາຄວາມຈິງ “ຕາມພຣະທຳຂອງພຣະເຈົ້າ” ແມ່ນພຽງພໍໃນໂຕມັນເອງ. ເປັນຫຍັງຈຶ່ງຕ້ອງເພີ່ມ “ໂດຍມີຄວາມຈິງເປັນເກນຂອງຄົນໆໜຶ່ງ”? ເພາະມີບັນຫາທີ່ສະເພາະບາງຢ່າງທີ່ບໍ່ໄດ້ຖືກນໍາສະເໜີໃນພຣະທຳຂອງພຣະເຈົ້າ. ໃນກໍລະນີເຫຼົ່ານັ້ນ, ເຈົ້າຄວນສະແຫວງຫາຫຼັກການແຫ່ງຄວາມຈິງ ແລະ ເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນເອງ ແລະ ກະທຳພາຍໃນຫຼັກການເຫຼົ່ານັ້ນ. ໂດຍການເຮັດເຊັ່ນນັ້ນເຈົ້າຈະໄດ້ຮັບຄວາມຖືກຕ້ອງທີ່ສຸດຢ່າງແນ່ນອນ. ກ່ອນທີ່ຈະຮັບເອົາຄວາມຖືກຕ້ອງທີ່ສຸດ, ຄົນໆໜຶ່ງຕ້ອງຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຮັບຮູ້ການສະແດງອອກທີ່ເສື່ອມຊາມ ແລະ ແກ່ນແທ້ທີ່ເສື່ອມຊາມຂອງພວກເຂົາ. ຫຼັງຈາກນັ້ນ, ພວກເຂົາຕ້ອງກັບໃຈຢ່າງຈິງໃຈ ແລະ ຈາກນັ້ນກໍປ່ຽນແປງຕົນເອງຢ່າງແທ້ຈິງ. ແຕ່ລະຂະບວນການໃນຊຸດນີ້ແມ່ນບໍ່ສາມາດຕັດອອກຈາກກັນໄດ້, ຄືກັບເມື່ອຄົນໆໜຶ່ງກິນ: ອາຫານຕ້ອງຢູ່ໃນປາກຂອງພວກເຂົາ ແລະ ຈາກນັ້ນມັນຕ້ອງຜ່ານທໍ່ອາຫານຂອງພວກເຂົາໄປໃນກະເພາະຂອງພວກເຂົາ, ຫຼັງຈາກນັ້ນມັນກໍຈະຖືກຍ່ອຍ ແລະ ດູດຊຶມ. ໃນຕອນນັ້ນເອງ ມັນຈຶ່ງຈະຄ່ອຍໆເຂົ້າສູ່ເລືອດຂອງພວກເຂົາ ແລະ ກາຍມາເປັນໂພຊະນາການທີ່ຮ່າງກາຍຂອງພວກເຂົາຕ້ອງການ. ຄົນສະແຫວງຫາຄວາມຈິງ ແລະ ຖືວ່າມັນເປັນເກນຂອງພວກເຂົາ, ຈາກນັ້ນພວກເຂົາສາມາດນໍາຄວາມຈິງໄປປະຕິບັດ ແລະ ດຳລົງຊີວິດຕາມມັນ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ແຕ່ລະຂະບວນການທີ່ເປັນປົກກະຕິໃນລຳດັບນີ້ແມ່ນບໍ່ສາມາດຕັດອອກຈາກກັນໄດ້; ພວກມັນເປັນບາດກ້າວທີ່ບັງຄັບ ເຊິ່ງທຸກຄົນທີ່ສະແຫວງຫາຄວາມຈິງຕ້ອງຄິດທົບທວນເຖິງອົງປະກອບໃດໜຶ່ງໃນຄວາມຈິງ. ບາງຄົນອາດເວົ້າວ່າ “ຂ້ອຍບໍ່ຕ້ອງການບາດກ້າວ ແລະ ຂະບວນການເຫຼົ່ານັ້ນເພື່ອສະແຫວງຫາຄວາມຈິງ. ຂ້ອຍຈະພຽງແຕ່ສະແຫວງຫາຄວາມຈິງໂດຍກົງ ແລະ ຈາກນັ້ນກໍນໍາມັນໄປປະຕິບັດ ແລະ ເຮັດໃຫ້ມັນເປັນຄວາມເປັນຈິງຂອງຂ້ອຍ”. ນັ້ນຄືຄວາມເຂົ້າໃຈທີ່ມັກງ່າຍ, ແຕ່ຖ້າມັນສາມາດເກີດຜົນຮັບ, ແລ້ວມັນກໍເປັນວິທີທີ່ດີກວ່າຢ່າງແນ່ນອນ. ມັນສະແດງໃຫ້ເຫັນວ່າເຈົ້າໄດ້ຮວບຮວມຄວາມຮູ້ ແລະ ຄວາມສຳເລັດສໍ່າໃດສໍ່າໜຶ່ງແລ້ວ ໃນຂະນະທີ່ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງເຈົ້າຢູ່ເປັນປະຈຳ, ສະນັ້ນເຈົ້າສາມາດຍົກເວັ້ນຂະບວນການກວດສອບ, ຮູ້ຈັກ, ຍອມຮັບ, ກັບໃຈ ແລະ ອື່ນໆ ແລະ ໄປຫາການສະແຫວງຫາຫຼັກການແຫ່ງຄວາມຈິງໂດຍກົງເລີຍ. ເພື່ອໃຫ້ຄົນໃດໜຶ່ງໄປຫາການສະແຫວງຫາຫຼັກການແຫ່ງຄວາມຈິງໂດຍກົງເລີຍ, ພວກເຂົາຕ້ອງມີວຸດທິພາວະໃດໜຶ່ງ. ການມີວຸດທິພາວະນັ້ນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພວກເຂົາມີຄວາມຮູ້ທີ່ແທ້ຈິງກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ເມື່ອພວກເຂົາບໍ່ເຂົ້າໃຈຄວາມຈິງກ່ຽວກັບສິ່ງທີ່ເກີດຂຶ້ນກັບພວກເຂົາ, ພວກເຂົາບໍ່ຈຳເປັນຕ້ອງຮູ້ຈັກຕົນເອງອີກຕໍ່ໄປ ຫຼື ກັບໃຈ ຫຼື ແກ້ໄຂແນວທາງປະຕິບັດຂອງພວກເຂົາ. ສິ່ງດຽວທີ່ພວກເຂົາຈຳເປັນຕ້ອງເຮັດກໍຄືຮັບເອົາການເຂົ້າໃຈກ່ຽວກັບຫຼັກການແຫ່ງຄວາມຈິງໂດຍກົງ ແລະ ຈາກນັ້ນກໍສືບຕໍ່ປະຕິບັດຕາມພວກມັນ. ນັ້ນແມ່ນພຽງພໍ. ນີ້ບໍ່ແມ່ນວຸດທິພາວະຂອງຄົນທຳມະດາ. ຢ່າງໜ້ອຍທີ່ສຸດ, ຄົນທີ່ມີວຸດທິພາວະເຊັ່ນນັ້ນກໍມີປະສົບການກັບຂະບວນການຖືກພິພາກສານຢ່າງຮຸນແຮງ, ຖືກຂ້ຽນຕີ, ຖືກລົງວິໄນ ແລະ ຖືກທົດສອບໂດຍພຣະເຈົ້າ. ພວກເຂົາໄດ້ຍອມອ່ອນນ້ອມຕໍ່ພຣະອົງ ແລະ ຢູ່ໃນຫົນທາງສູ່ການຖືກເຮັດໃຫ້ສົມບູນແລ້ວ. ຄົນເຫຼົ່ານີ້ບໍ່ຕ້ອງການຂະບວນການຕ່າງໆ ເຊັ່ນ: ການຮູ້ຈັກຄວາມເສື່ອມຊາມຂອງພວກເຂົາ, ຈາກນັ້ນກໍຮັບຮູ້ມັນ, ກັບໃຈ ແລະ ປ່ຽນແປງຕົນເອງ. ແລ້ວພວກເຈົ້າເດ? ພວກເຈົ້າສ່ວນໃຫຍ່ຈຳເປັນຕ້ອງເລີ່ມຕົ້ນດ້ວຍການຮູ້ຈັກຕົນເອງບໍ? ຖ້າເຈົ້າບໍ່ຮູ້ຈັກຕົນເອງ, ເຈົ້າຈະບໍ່ເຊື່ອໝັ້ນ ແລະ ມັນຈະບໍ່ງ່າຍສຳລັບເຈົ້າທີ່ຈະຍອມຮັບຄວາມຈິງ ແລະ ເຈົ້າຈະບໍ່ສາມາດກັບໃຈໄດ້ຢ່າງແທ້ຈິງ. ຖ້າເຈົ້າບໍ່ກັບໃຈຢ່າງແທ້ຈິງ, ເຈົ້າສາມາດຍອມຕໍ່ຄວາມຈິງບໍ? ເຈົ້າສາມາດຍອມຕໍ່ພຣະເຈົ້າບໍ? ບໍ່ໄດ້ຢ່າງແນ່ນອນ ແລະ ໃນກໍລະນີນັ້ນ, ເຈົ້າບໍ່ແມ່ນຄົນທີ່ຈະຖືກຊ່ວຍໃຫ້ລອດພົ້ນ.
ຫຼັງຈາກການໂອ້ລົມນີ້, ໃນຕອນນີ້ພວກເຈົ້າມີເສັ້ນທາງເລັກໆນ້ອຍໆເພື່ອສະແຫວງຫາຄວາມຈິງແລ້ວບໍ? ພວກເຈົ້າມີຄວາມເຊື່ອໝັ້ນທີ່ຈະສະແຫວງຫາມັນບໍ? (ແມ່ນແລ້ວ.) ນັ້ນຄືສິ່ງທີ່ດີ; ມັນຈະໜ້າກັງວົນ ຖ້າເຈົ້າບໍ່ມີຫຍັງ. ອາດມີພວກເຈົ້າບາງຄົນທີ່ຮູ້ສຶກລົບໆຫຼັງຈາກຄຳເທດສະໜາ. “ໂອ ບໍ່ໆ, ຂ້ອຍມີຄວາມສາມາດທີ່ຕໍ່າຕ້ອຍ. ຂ້ອຍໄດ້ຮັບຟັງຄຳເທດສະໜາ, ແຕ່ຂ້ອຍບໍ່ສາມາດເຂົ້າໃຈມັນເລີຍ; ຂ້ອຍພຽງແຕ່ເຂົ້າໃຈຫຼັກຄຳສອນໜ້ອຍໜຶ່ງ. ມັນເບິ່ງຄືກັບວ່າຂ້ອຍບໍ່ມີຄວາມເຂົ້າໃຈຝ່າຍວິນຍານຫຼາຍເລີຍ. ຂ້ອຍຮູ້ສຶກບໍ່ມີຊີວິດຊີວາກ່ຽວກັບການສະແຫວງຫາຄວາມຈິງ. ໃນການປະຕິບັດໜ້າທີ່ຂອງຂ້ອຍ, ສິ່ງດຽວທີ່ຂ້ອຍສາມາດເຮັດໄດ້ຄືການໃຊ້ແຮງງານໜ້ອຍໜຶ່ງ. ຂ້ອຍມີຂໍ້ບົກຜ່ອງຫຼາຍເກີນໄປ ແລະ ຂ້ອຍເຕັມໄປດ້ວຍອຸປະນິໄສທີ່ເສື່ອມຊາມ. ຂ້ອຍຄາດເດົາວ່າສິ່ງນີ້ແມ່ນບໍ່ສາມາດປ່ຽນແປງໄດ້. ນັ້ນຄືລັກສະນະທີ່ມັນເປັນແທ້ໆ. ການເປັນຜູ້ເຮັດບໍລິການແມ່ນພຽງພໍສຳລັບຂ້ອຍແທ້ໆ”. ຄົນໃດໜຶ່ງທີ່ມີຄວາມຄິດລົບໆແບບຄົນເຫຼົ່ານີ້ຈະສາມາດກ້າວຂາໃນເສັ້ນທາງຂອງການສະແຫວງຫາຄວາມຈິງບໍ? ມັນເບິ່ງຄືອັນຕະລາຍໜ້ອຍໜຶ່ງ, ຄືກັບວ່າມັນເປັນຄວາມຄິດລົບທີ່ກໍ່ໃຫ້ເກີດອຸປະສັກທີ່ໃຫຍ່ຫຼວງໃນການສະແຫວງຫາຄວາມຈິງຂອງຄົນໆໜຶ່ງ. ຖ້າຄົນໃດໜຶ່ງບໍ່ແກ້ໄຂພວກມັນ, ແລ້ວພວກເຂົາກໍຈະບໍ່ສາມາດເລີ່ມຍ່າງໃນເສັ້ນທາງນີ້, ບໍ່ວ່າມັນຈະດີສໍ່າໃດກໍຕາມ. ບາງຄົນໄດ້ລົ້ມເຫຼວ ແລະ ລົ້ມລົງຫຼາຍຄັ້ງໃນຫົນທາງຂອງການສະແຫວງຫາຄວາມຈິງ ແລະ ພວກເຂົາຈົບລົງດ້ວຍການທໍ້ໃຈ: “ຈົບແລ້ວ, ຂ້ອຍບໍ່ຈຳເປັນຕ້ອງສະແຫວງຫາຄວາມຈິງອີກຕໍ່ໄປ. ມັນບໍ່ແມ່ນໂຊກຊະຕາຂອງຂ້ອຍທີ່ຈະໄດ້ຮັບພອນ. ພຣະເຈົ້າບໍ່ໄດ້ເວົ້າດ້ວຍພຣະອົງເອງບໍວ່າ: ‘ເຈົ້າມີໜ້າຕາຂອງຄົນທີ່ສາມາດໄດ້ຮັບພອນບໍ?’ ການຫຼຽວເບິ່ງໃນກະຈົກໄດ້ສະແດງໃຫ້ຂ້ອຍເຫັນວ່າຂ້ອຍເຕັມໄປດ້ວຍຮູບລັກສະນະທົ່ວໄປ, ມີດວງຕາທີ່ຫ່ຽວແຫ້ງ ແລະ ລັກສະນະໜ້າຕາທີ່ບໍ່ໄດ້ສັດສ່ວນດີ, ບໍ່ມີຄວາມປານີດສວຍງາມແມ່ນແຕ່ໜ້ອຍດຽວ. ບໍ່ວ່າເຈົ້າຈະພິຈາລະນາເບິ່ງມັນແນວໃດກໍຕາມ, ຂ້ອຍບໍ່ໄດ້ເບິ່ງຄືກັບຄົນທີ່ຈະໄດ້ຮັບພອນແທ້ໆ. ຖ້າພຣະເຈົ້າບໍ່ໄດ້ກຳນົດມັນລ່ວງໜ້າໃຫ້ເປັນເຊັ່ນນັ້ນ, ຄົນສາມາດສະແຫວງຫາຫຼາຍສໍ່າທີ່ພວກເຂົາຕ້ອງການ, ມັນຈະບໍ່ເປັນປະໂຫຍດຫຍັງເລີຍ!” ເບິ່ງຄວາມຄິດຂອງຄົນເຫຼົ່ານີ້ແມະ: ດ້ວຍຫຼາຍສິ່ງທີ່ໜ້າກຽດໃນຫົວໃຈຂອງພວກເຂົາແຕ່ບໍ່ທັນໄດ້ຮັບການແກ້ໄຂເທື່ອ, ພວກເຂົາຈະສາມາດເລີ່ມຍ່າງໃນຫົນທາງຂອງການສະແຫວງຫາຄວາມຈິງໄດ້ແນວໃດ? ການສະແຫວງຫາຄວາມຈິງເປັນເລື່ອງທີ່ສຳຄັນທີ່ສຸດໃນຊີວິດ ແລະ ສິ່ງທີ່ໂຫດຮ້າຍທີ່ສຸດທີ່ເຈົ້າສາມາດເຮັດໄດ້ກໍຄືການເຊື່ອມໂຍງມັນຢູ່ສະເໝີເພື່ອຮັບເອົາພອນ. ຄົນໆໜຶ່ງຕ້ອງແກ້ໄຂເຈດຕະນາຂອງພວກເຂົາກ່ອນເພື່ອຮັບເອົາພອນ. ຫຼັງຈາກນັ້ນ, ການສະແຫວງຫາຄວາມຈິງຈະດຳເນີນໄປໄດ້ດ້ວຍດີຂຶ້ນໜ້ອຍໜຶ່ງ. ເມື່ອເວົ້າເຖິງການສະແຫວງຫາຄວາມຈິງ, ສິ່ງຈຳເປັນຢ່າງຍິ່ງທີ່ສຸດບໍ່ແມ່ນການເບິ່ງວ່າມີຫຼາຍຄົນໃນເສັ້ນທາງນີ້ ຫຼື ບໍ່ ແລະ ບໍ່ແມ່ນການເຮັດຕາມສິ່ງທີ່ຄົນສ່ວນໃຫຍ່ເລືອກ, ແຕ່ເປັນການໃຫ້ຄວາມສຳຄັນກັບການດິ້ນຮົນເພື່ອບັນລຸຂໍ້ຮຽກຮ້ອງຂອງພຣະເຈົ້າເທົ່ານັ້ນ, ເປັນການຮຽນແບບເປໂຕ. ສິ່ງສຳຄັນທີ່ສຸດຄືການເບິ່ງປັດຈຸບັນຢ່າງຊັດເຈນ ແລະ ການໃຊ້ຊີວິດໃນປັດຈຸບັນ, ການຮູ້ວ່າແມ່ນຫຍັງຄືອຸປະນິໄສເສື່ອມຊາມທີ່ສະແດງອອກຈາກຕົວເຈົ້າ ແລະ ການສະແຫວງຫາຄວາມຈິງໃນທັນທີ ແລະ ໂດຍບໍ່ຊັກຊ້າເພື່ອແກ້ໄຂມັນ, ວິເຄາະມັນກ່ອນ ແລະ ຮູ້ຈັກມັນຢ່າງຖີ່ຖ້ວນ ແລະ ຈາກນັ້ນກໍກັບໃຈມາຫາພຣະເຈົ້າ. ເມື່ອເຈົ້າກັບໃຈ, ການນໍາຄວາມຈິງໄປປະຕິບັດເປັນສິ່ງທີ່ສຳຄັນທີ່ສຸດ, ມັນເປັນຫົນທາງດຽວທີ່ຈະບັນຜົນຮັບທີ່ເປັນຈິງ. ຖ້າເຈົ້າພຽງແຕ່ເວົ້າກັບພຣະເຈົ້າວ່າ “ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະກັບໃຈ. ຂ້ານ້ອຍຂໍໂທດ. ຂ້ານ້ອຍຜິດໄປແລ້ວ. ໄດ້ໂປດໃຫ້ອະໄພຂ້ານ້ອຍດ້ວຍ!” ແລະ ຄິດວ່ານີ້ຄືສິ່ງດຽວທີ່ເຈົ້າຕ້ອງການເພື່ອຮັບເອົາການເຫັນດີເຫັນພ້ອມຂອງພຣະເຈົ້າ, ສິ່ງນັ້ນຈະໃຊ້ການໄດ້ບໍ? (ບໍ່.) ຖ້າເຈົ້າເຕັມໃຈທີ່ຈະເວົ້າກັບພຣະເຈົ້າຢູ່ສະເໝີວ່າ “ພຣະເຈົ້າ, ຂ້ານ້ອຍຂໍໂທດ. ຂ້ານ້ອຍຜິດໄປແລ້ວ”, ໂດຍຫວັງວ່າເມື່ອເຈົ້າເຮັດເຊັ່ນນັ້ນ ພຣະເຈົ້າຈະເວົ້າວ່າ “ມັນບໍ່ເປັນຫຍັງ. ສືບຕໍ່ເຮັດເລີຍ”, ຖ້າເຈົ້າໃຊ້ຊີວິດໃນສະພາບການປະເພດນີ້ຢູ່ສະເໝີ, ເຈົ້າກໍຈະບໍ່ສາມາດເຂົ້າສູ່ຄວາມຈິງ. ແລ້ວເຈົ້າຄວນອະທິຖານ ແລະ ກັບໃຈຫາພຣະເຈົ້າແນວໃດ? ມີເສັ້ນທາງບໍ? ຜູ້ໃດກໍຕາມທີ່ມີປະສົບການກ່ຽວກັບສິ່ງນີ້ສາມາດເວົ້າກ່ຽວກັບມັນໜ້ອຍໜຶ່ງໄດ້. ບໍ່ມີຜູ້ໃດບໍ? ມັນເບິ່ງຄືກັບວ່າໂດຍປົກກະຕິແລ້ວ ພວກເຈົ້າບໍ່ເຄີຍອະທິຖານ ຫຼື ກັບໃຈ ແລະ ພວກເຈົ້າບໍ່ເຄີຍສາລະພາບຄວາມຜິດບາບຂອງພວກເຈົ້າ ແລະ ກັບໃຈມາຫາພຣະເຈົ້າຈັກເທື່ອ. ແລ້ວພວກເຈົ້າຄວນປ່ອຍຖິ້ມຄວາມປາດຖະໜາ ແລະ ເຈດຕະນາຂອງພວກເຈົ້າແນວໃດ? ພວກເຈົ້າຄວນແກ້ໄຂຄວາມເສື່ອມຊາມຂອງພວກເຈົ້າແນວໃດ? ພວກເຈົ້າມີເສັ້ນທາງຂອງການປະຕິບັດ? ຍົກຕົວຢ່າງ, ຖ້າເຈົ້າບໍ່ມີເສັ້ນທາງເພື່ອແກ້ໄຂອຸປະນິໄສທີ່ອວດດີ, ເຈົ້າຄວນອະທິຖານຫາພຣະເຈົ້າໃນລັກສະນະນີ້: “ພຣະເຈົ້າ, ຂ້ານ້ອຍມີອຸປະນິໄສທີ່ອວດດີ. ຂ້ານ້ອຍຄິດວ່າຂ້ານ້ອຍດີກວ່າຄົນອື່ນ, ດີກວ່າຄົນອື່ນ, ສະຫຼາດກວ່າຄົນອື່ນ ແລະ ຂ້ານ້ອຍຕ້ອງການເຮັດໃຫ້ຄົນອື່ນເຮັດຕາມສິ່ງທີ່ຂ້ານ້ອຍເວົ້າ. ສິ່ງນີ້ປາດສະຈາກຄວາມສຳນຶກຫຼາຍ. ເປັນຫຍັງຂ້ານ້ອຍຈຶ່ງບໍ່ສາມາດປ່ອຍມັນຖິ້ມ, ເຖິງແມ່ນຂ້ານ້ອຍຮູ້ວ່າມັນຄືຄວາມອວດດີ? ຂ້ານ້ອຍຂໍໃຫ້ພຣະອົງລົງວິໄນ ແລະ ຕິຕຽນຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະປ່ອຍຖິ້ມຄວາມອວດດີຂອງຂ້ານ້ອຍ ແລະ ຄວາມປະສົງຂອງຂ້ານ້ອຍເອງ ເພື່ອສະແຫວງຫາຄວາມປະສົງຂອງພຣະອົງແທນ. ຂ້ານ້ອຍເຕັມໃຈທີ່ຈະຮັບຟັງພຣະທຳຂອງພຣະອົງ ແລະ ຍອມຮັບພວກມັນໃຫ້ເປັນຊີວິດຂອງຂ້ານ້ອຍ ແລະ ຫຼັກການທີ່ຂ້ານ້ອຍເຮັດຕາມ. ຂ້ານ້ອຍເຕັມໃຈທີ່ຈະດຳລົງຊີວິດຕາມພຣະທຳຂອງພຣະອົງ. ຂ້ານ້ອຍຂໍໃຫ້ພຣະອົງຊີ້ນໍາຂ້ານ້ອຍ, ຂ້ານ້ອຍຂໍໃຫ້ພຣະອົງຊ່ວຍເຫຼືອຂ້ານ້ອຍ ແລະ ນໍາພາຂ້ານ້ອຍ”. ມີທ່າທີ່ການຍອມອ່ອນນ້ອມໃນຄຳເວົ້າເຫຼົ່ານີ້ບໍ? ມີຄວາມປາດຖະໜາທີ່ຈະຍອມອ່ອນນ້ອມບໍ? (ແມ່ນ.) ບາງຄົນອາດເວົ້າວ່າ “ການອະທິຖານແຕ່ຄັ້ງດຽວບໍ່ໄດ້ເຮັດໃຫ້ເກີດຜົນຫຍັງ. ເມື່ອມີບາງສິ່ງເກີດຂຶ້ນກັບຂ້ອຍ, ຂ້ອຍຈະໃຊ້ຊີວິດຕາມອຸປະນິໄສທີ່ເສືອມຊາມຂອງຂ້ອຍ ແລະ ຂ້ອຍຍັງຕ້ອງການຄວບຄຸມ”. ໃນກໍລະນີນັ້ນ, ໃຫ້ສືບຕໍ່ອະທິຖານວ່າ: “ພຣະເຈົ້າ, ຂ້ານ້ອຍອວດດີຫຼາຍ, ກະບົດຫຼາຍ! ຂ້ານ້ອຍຂໍໃຫ້ພຣະອົງລົງວິໄນຂ້ານ້ອຍ, ຫ້າມບໍ່ໃຫ້ຂ້ານ້ອຍເຮັດຊົ່ວໃນທັນທີ ແລະ ຄວບຄຸມອຸປະນິໄສທີ່ອວດດີຂອງຂ້ານ້ອຍ. ຂ້ານ້ອຍຂໍໃຫ້ພຣະອົງຊີ້ນໍາຂ້ານ້ອຍ ແລະ ນໍາພາຂ້ານ້ອຍ, ເພື່ອວ່າຂ້ານ້ອຍອາດດຳລົງຊີວິດຕາມພຣະທຳຂອງພຣະອົງ ແລະ ເຮັດ ແລະ ປະຕິບັດຕາມພຣະທຳຂອງພຣະອົງ ແລະ ຂໍ້ຮຽກຮ້ອງຂອງພຣະອົງ”. ໃຫ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ວິງວອນຫຼາຍຂຶ້ນ ແລະ ປ່ອຍໃຫ້ພຣະອົງເຮັດພາລະກິດ. ຍິ່ງຄຳເວົ້າຂອງເຈົ້າຈິງໃຈຫຼາຍສໍ່າໃດ ແລະ ຍິ່ງຫົວໃຈຂອງເຈົ້າຈິງໃຈຫຼາຍສໍ່າໃດ, ຄວາມປາດຖະໜາຂອງເຈົ້າທີ່ຈະປະຖິ້ມເນື້ອໜັງຂອງເຈົ້າ ແລະ ຕົວເຈົ້າເອງກໍຈະຍິ່ງໃຫຍ່ຫຼາຍສໍ່ານັ້ນ. ເມື່ອສິ່ງນີ້ຖ້ວມທົ້ນຄວາມປາດຖະໜາຂອງເຈົ້າທີ່ຈະເຮັດຕາມຄວາມປະສົງຂອງເຈົ້າເອງ, ຫົວໃຈຂອງເຈົ້າຈະຄ່ອຍໆປ່ຽນແປງຕົວມັນເອງ ແລະ ເມື່ອສິ່ງນັ້ນເກີດຂຶ້ນ, ມັນຈະມີຄວາມຫວັງໃຫ້ເຈົ້າປະຕິບັດຄວາມຈິງ ແລະ ເຮັດຕາມຫຼັກການຂອງມັນ. ເມື່ອເຈົ້າອະທິຖານ, ພຣະເຈົ້າຈະບໍ່ເວົ້າຫຍັງກັບເຈົ້າ ຫຼື ບົ່ງບອກຫຍັງໃຫ້ເຈົ້າ ຫຼື ສັນຍາຫຍັງກັບເຈົ້າ, ແຕ່ພຣະອົງຈະກວດສອບຫົວໃຈຂອງເຈົ້າ ແລະ ເຈດຕະນາທີ່ຢູ່ເບື້ອງຫຼັງຄຳເວົ້າຂອງເຈົ້າ; ພຣະອົງຈະສັງເກດວ່າສິ່ງທີ່ເຈົ້າເວົ້ານັ້ນຈິງໃຈ ແລະ ເປັນຈິງ ຫຼື ບໍ່ ແລະ ເຈົ້າກຳລັງວິງວອນ ແລະ ອະທິຖານຫາພຣະອົງດ້ວຍຫົວໃຈທີ່ຊື່ສັດ ຫຼື ບໍ່. ເມື່ອພຣະເຈົ້າເຫັນວ່າຫົວໃຈຂອງເຈົ້າຊື່ສັດ, ພຣະອົງຈະນໍາພາ ແລະ ຊີ້ນໍາເຈົ້າ, ດັ່ງທີ່ເຈົ້າໄດ້ຮ້ອງຂໍ ແລະ ອະທິຖານໃຫ້ພຣະອົງເຮັດເຊັ່ນນັ້ນ ແລະ ແນ່ນອນ ພຣະອົງຍັງຈະຕຳນິ ແລະ ລົງວິໄນເຈົ້າອີກດ້ວຍ. ເມື່ອພຣະເຈົ້າສຳເລັດສິ່ງທີ່ເຈົ້າວິງວອນແລ້ວ, ຫົວໃຈຂອງເຈົ້າຈະໄດ້ຮັບແສງສະຫວ່າງ ແລະ ປ່ຽນແປງພໍສົມຄວນ. ໃນທາງກັບກັນ, ຖ້າຄຳອະທິຖານ ແລະ ການວິງວອນຂອງເຈົ້າຕໍ່ພຣະເຈົ້ານັ້ນບໍ່ຈິງໃຈ ແລະ ເຈົ້າບໍ່ມີຄວາມປາດຖະໜາຢ່າງແທ້ຈິງທີ່ຈະກັບໃຈ, ແຕ່ພະຍາຍາມເຮັດພໍເປັນພິທີເພື່ອໃຫ້ພຣະເຈົ້າພໍໃຈ ແລະ ຫຼອກລວງພຣະອົງດ້ວຍຄຳເວົ້າຂອງເຈົ້າເທົ່ານັ້ນ, ແລ້ວເມື່ອພຣະເຈົ້າໄດ້ກວດສອບຫົວໃຈຂອງເຈົ້າ, ພຣະອົງຈະບໍ່ເຮັດຫຍັງໃຫ້ເຈົ້າ ແລະ ພຣະອົງຈະລັງກຽດ ແລະ ປະຕິເສດເຈົ້າ. ພາຍໃຕ້ສະຖານະການເຫຼົ່ານີ້, ເຈົ້າຈະຍັງບໍ່ຮູ້ສຶກວ່າພຣະເຈົ້າເວົ້າຫຍັງກັບເຈົ້າ ຫຼື ເຮັດຫຍັງ ຫຼື ດຳເນີນການຫຍັງເລີຍ, ແຕ່ພຣະເຈົ້າຈະບໍ່ເຮັດພາລະກິດໃດໆໃນຕົວເຈົ້າ ເພາະເຈົ້າມີຫົວໃຈທີ່ບໍ່ຊື່ສັດ. ແລ້ວເມື່ອພຣະເຈົ້າບໍ່ເຮັດພາລະກິດຫຍັງ, ແມ່ນຫຍັງຈະເກີດຂຶ້ນ? ດັ່ງທີ່ເຈົ້າເຈດຕະນາ, ຫົວໃຈຂອງເຈົ້າຈະຂາດຄວາມປາດຖະໜາທີ່ຈະກັບໃຈ ແລະ ມັນຈະບໍ່ປ່ຽນແປງຫຍັງເລີຍ. ແລ້ວດ້ວຍເຫດນັ້ນ ໃນສະພາບແວດລ້ອມນັ້ນ ແລະ ໃນເຫດການທີ່ໄດ້ເກີດຂຶ້ນກັບເຈົ້າ, ສິ່ງທີ່ເຈົ້າເຮັດຈະຍັງຖືກສັ່ງການໂດຍຄວາມປາດຖະໜງຂອງມະນຸດ ແລະ ອຸປະນິໄສທີ່ເສື່ອມຊາມ, ແທນທີ່ຈະມີພື້ນຖານຳໃນຫຼັກການຂອງຄວາມຈິງ. ເຈົ້າຈະຍັງເຮັດ ແລະ ປະຕິບັດຕາມສິ່ງທີ່ເຈົ້າຕ້ອງການ ແລະ ປາດຖະໜາ. ຜົນຮັບຈາກຄຳອະທິຖານຂອງເຈົ້າຕໍ່ພຣະເຈົ້າຈະເປັນຄືກັບກ່ອນທີ່ເຈົ້າອະທິຖານ; ມັນຈະບໍ່ມີການປ່ຽນແປງຫຍັງເລີຍ. ເຈົ້າຈະຍັງເຮັດແມ່ນຫຍັງກໍຕາມທີ່ເຈົ້າຕ້ອງການ, ໂດຍບໍ່ມີການປ່ຽນແປງຕົນເອງເລີຍ. ນີ້ໝາຍຄວາມວ່າໃນຂະບວນການສະແຫວງຫາຄວາມຈິງ, ຄວາມພະຍາຍາມສ່ວນຕົວຂອງຜູ້ຄົນເປັນສິ່ງສຳຄັນ, ບໍ່ວ່າພວກເຂົາຈະເຂົ້າໃຈຄວາມຈິງ ຫຼື ບໍ່. ໃນເວລາດຽວກັນ, ເມື່ອຄົນເຂົ້າໃຈຄວາມຈິງ ແລະ ປາດຖະໜາທີ່ຈະປະຕິບັດມັນ, ແຕ່ພົບວ່າມັນຍາກທີ່ຈະເຮັດເຊັ່ນນັ້ນ, ພວກເຂົາຕ້ອງເພິ່ງພາພຣະເຈົ້າ ແລະ ຖວາຍຫົວໃຈຂອງພວກເຂົາ ແລະ ຄຳອະທິຖານທີ່ຈິງໃຈຂອງພວກເຂົາ. ນີ້ຍັງເປັນສິ່ງສຳຄັນຫຼາຍ; ສິ່ງເຫຼົ່ານີ້ແມ່ນບໍ່ສາມາດຕັດອອກຈາກກັນໄດ້ໂດຍສິ້ນເຊີງ. ຖ້າສິ່ງດຽວທີ່ເຈົ້າເຮັດຄືການອະທິຖານຫາພຣະເຈົ້າໃນລັກສະນະທີ່ບໍ່ໄດ້ຫົວຊາ ແລະ ພໍເປັນພິທີ, ໂດຍເວົ້າວ່າ: “ພຣະເຈົ້າ, ຂ້ານ້ອຍຜິດໄປແລ້ວ. ຂ້ານ້ອຍຂໍໂທດ” ແລະ ຖ້າເຈົ້າເຮັດພໍເປັນພິທີກັບພຣະເຈົ້າໃນຫົວໃຈຂອງເຈົ້າຄືກັບໃນຄຳອະທິຖານຂອງເຈົ້າ, ແລ້ວພຣະເຈົ້າບໍ່ເຮັດພາລະກິດ ແລະ ພຣະອົງຈະບໍ່ສົນໃຈເຈົ້າ. ຖ້າເຈົ້າເວົ້າວ່າ “ພຣະເຈົ້າ, ຂ້ານ້ອຍຂໍໂທດ. ຂ້ານ້ອຍຜິດໄປແລ້ວ”, ພຣະເຈົ້າບໍ່ເວົ້າຢ່າງແນ່ນອນວ່າ: “ມັນບໍ່ເປັນຫຍັງ”. ຍ້ອນຄຳເວົ້າທີ່ບໍ່ໄດ້ຫົວຊາ ແລະ ພໍເປັນພິທີທີ່ເຈົ້າໄດ້ເວົ້າກັບພຣະອົງ, ພຣະເຈົ້າຈະຖາມເຈົ້າວ່າ: “ເຈົ້າຜິດໃນເລື່ອງຫຍັງ? ເຈົ້າເຈດຕະນາທີ່ຈະເຮັດຫຍັງ? ເຈົ້າຈະກັບໃຈບໍ? ເຈົ້າຈະປະຖິ້ມສິ່ງຊົ່ວຮ້າຍຂອງເຈົ້າ ແລະ ປ່ຽນແປງຕົນເອງບໍ? ເຈົ້າຈະປ່ອຍຖິ້ມຄວາມປາດຖະໜາ, ເຈດຕະນາ ແລະ ຜົນປະໂຫຍດຂອງເຈົ້າເອງ ແລະ ຟ້າວປ່ຽນແປງຕົນເອງບໍ? ເຈົ້າຈະສາມາດມີຄວາມແນວແນ່ທີ່ຈະປ່ຽນແປງຕົນເອງບໍ?” ເຈົ້າອາດບໍ່ໄດ້ຖາມຫຍັງກັບເຈົ້າເມື່ອສິ່ງນີ້ກຳລັງເກີດຂຶ້ນ, ແຕ່ຖ້າເຈົ້າເວົ້າກັບພຣະເຈົ້າວ່າ “ພຣະເຈົ້າ, ຂ້ານ້ອຍຂໍໂທດ. ຂ້ານ້ອຍຜິດໄປແລ້ວ”, ຈາກທັດສະນະຂອງພຣະເຈົ້ານັ້ນ ທ່າທີ່ຂອງພຣະອົງຈະເປັນຄືດັ່ງທີ່ເຮົາເວົ້າວ່າ: ພຣະອົງຈະຕັ້ງຄຳຖາມກັບເຈົ້າດ້ວຍຄຳເວົ້າເຫຼົ່ານີ້. ພຣະອົງຈະຕັ້ງຄຳຖາມກັບເຈົ້າບໍ? ພຣະອົງຈະສືບຕໍ່ເຝົ້າເບິ່ງສິ່ງທີ່ເຈົ້າເຮັດ ແລະ ຕົວເລືອກທີ່ເຈົ້າຕັດສິນໃຈຫຼັງຈາກທີ່ເວົ້າວ່າ: “ພຣະເຈົ້າ, ຂ້ານ້ອຍຂໍໂທດ. ຂ້ານ້ອຍຜິດໄປແລ້ວ.” ພຣະອົງຈະເບິ່ງທີ່ວ່າເຈົ້າມີການກັບໃຈທີ່ເປັນຈິງເຊິ່ງເກີດມາຈາກການຮັບຮູ້ຢ່າງແທ້ຈິງ ແລະ ການກຽດຊັງຄວາມເສື່ອມຊາມຂອງເຈົ້າເອງ ຫຼື ບໍ່. ພຣະເຈົ້າຈະເບິ່ງທີ່ວ່າແມ່ນຫຍັງຄືທ່າທີ່ຂອງເຈົ້າຕໍ່ພຣະອົງ, ແມ່ນຫຍັງຄືທ່າທີ່ຂອງເຈົ້າຕໍ່ຄວາມຈິງ, ເຈົ້າພິຈາລະນາແນວໃດກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງ ແລະ ເຈົ້າມີມຸມມອງຫຍັງກ່ຽວກັບສິ່ງນັ້ນ ແລະ ເຈົ້າມີເຈດຕະນາທີ່ຈະປ່ອຍຖິ້ມມຸມມອງທີ່ຜິດໆ ແລະ ວິທີທາງທີ່ຜິດໆຂອງເຈົ້າ ຫຼື ບໍ່; ພຣະອົງຈະເບິ່ງທີ່ຕົວເລືອກຂອງເຈົ້າ, ເບິ່ງວ່າເຈົ້າເລືອກທີ່ຈະຍ່າງໃນຫົນທາງຂອງການສະແຫວງຫາຄວາມຈິງ ຫຼື ບໍ່, ເບິ່ງທີ່ວ່າເຈົ້າຄວນເຮັດແນວໃດ ແລະ ຫຼັກການທີ່ເຈົ້າຄວນຄໍ້າຊູເມື່ອໄປຂ້າງໜ້າ, ເບິ່ງທີ່ວ່າເຈົ້າສາມາດປະຕິບັດຄວາມຈິງ ແລະ ຍອມອ່ອນນ້ອມຕໍ່ພຣະອົງ ຫຼື ບໍ່. ພຣະເຈົ້າຈະສຳຫຼວດເຈົ້າທຸກໆການເຄື່ອນໄຫວ, ທຸກໆເຈດຕະນາ ແລະ ຕົວເລືອກຂອງເຈົ້າ ແລະ ເມື່ອພຣະອົງເຮັດເຊັ່ນນັ້ນ, ພຣະອົງຈະເບິ່ງທີ່ວ່າສິ່ງຕ່າງໆທີ່ເຈົ້າເຮັດຫຼັງຈາກທີ່ເລືອກເຮັດສິ່ງເຫຼົ່ານັ້ນເປັນການກະທຳທີ່ກັບໃຈ ແລະ ການທີ່ເຈົ້າປ່ຽນແປງຕົນເອງແທ້ໆ ຫຼື ບໍ່. ນີ້ຄືບັນຫາຂັ້ນວິກິດ.
ຫຼັງຈາກທີ່ຄົນເລືອກກັບໃຈ, ພວກເຂົາຈະເລີ່ມປ່ຽນແປງຕົນເອງແນວໃດ? ໂດຍການປ່ອຍຖິ້ມຄວາມປາດຖະໜາຂອງເຈົ້າ, ຄວາມຄິດ ແລະ ມຸມມອງຂອງເຈົ້າ ແລະ ວິທີການເຮັດສິ່ງຕ່າງໆໃນແບບເດີມໆຂອງເຈົ້າເພື່ອປະຕິບັດຄວາມຈິງ ແລະ ການປ່ຽນແປງແທ້ໆ. ນັ້ນຄືຄວາມໝາຍຂອງການປ່ຽນແປງຕົນເອງຢ່າງແທ້ຈິງ. ຖ້າເຈົ້າພຽງແຕ່ອ້າງວ່າເຕັມໃຈທີ່ຈະປ່ຽນແປງຕົນເອງ, ແຕ່ໃນຫົວໃຈຂອງເຈົ້ານັ້ນ ເຈົ້າຍັງຍຶດຕິດກັບຄວາມປາດຖະໜາຂອງເຈົ້າເອງ, ປະຖິ້ມຄວາມຈິງ ແລະ ສືບຕໍ່ເຮັດຕາມວິທີການເີດມໆຂອງເຈົ້າ, ແລ້ວເຈົ້າກໍບໍ່ໄດ້ປ່ຽນແປງຕົນເອງຢ່າງແທ້ຈິງ. ຖ້າສິ່ງດຽວທີ່ເຈົ້າເວົ້າຕໍ່ພຣະເຈົ້າເມື່ອເຈົ້າອະທິຖານຄື “ພຣະເຈົ້າ, ຂ້ານ້ອຍຂໍໂທດ. ຂ້ານ້ອຍຜິດໄປແລ້ວ”, ແຕ່ໃນພຶດຕິກຳທັງໝົດຂອງເຈົ້າທີ່ຕິດຕາມມາ, ເຈົ້າຍັງຕັດສິນໃຈ, ເຮັດ, ປະຕິບັດ ແລະ ໃຊ້ຊີວິດຕາມຄວາມປະສົງຂອງເຈົ້າເອງ, ເຮັດຂັດກັບຄວາມຈິງໃນທຸກສິ່ງເຫຼົ່ານີ້, ແລ້ວຈາກທັດສະນະຂອງພຣະເຈົ້ານັ້ນ ເຈົ້າຄວນຖືກນິຍາມວ່າແນວໃດ? ເຈົ້າບໍ່ໄດ້ປ່ຽນແປງຕົນເອງ. ຢ່າງໜ້ອຍທີ່ສຸດ, ພຣະອົງຈະເວົ້າວ່າເຈົ້າບໍ່ໄດ້ຕັ້ງໃຈປ່ຽນແປງຕົນເອງ. ເຈົ້າອາດເວົ້າກັບພຣະເຈົ້າວ່າ “ພຣະເຈົ້າ, ຂ້ານ້ອຍຂໍໂທດ. ຂ້ານ້ອຍຜິດໄປແລ້ວ”, ແຕ່ສິ່ງເຫຼົ່ານີ້ເປັນພຽງຄຳເວົ້າທີ່ບໍ່ໄດ້ຫົວຊາ, ພວກມັນບໍ່ແມ່ນການກັບໃຈ ແລະ ການສາລະພາບທີ່ມາຈາກສ່ວນເລິກໃນຫົວໃຈຂອງເຈົ້າ. ພວກມັນບໍ່ໄດ້ສະທ້ອນເຖິງທ່າທີ່ທີ່ຍອມຕໍ່ຂໍ້ຜິດພາດ ແລະ ການກັບໃຈ; ພວກມັນເປັນພຽງຄຳເວົ້າຫວ່າງເປົ່າ. ພຣະເຈົ້າບໍ່ຮັບຟັງສິ່ງທີ່ເຈົ້າເວົ້າ, ພຣະອົງເບິ່ງທີ່ວ່າເຈົ້າກຳລັງຄິດ, ວາງແຜນ ແລະ ວາງອຸບາຍຫຍັງ. ແລ້ວເມື່ອພຣະເຈົ້າເຫັນວ່າພື້ນຖານ ແລະ ຫຼັກການສຳລັບການກະທຳຂອງເຈົ້າຍັງຂັດກັບຄວາມຈິງ, ພຣະອົງຈະຕັດສິນເຈົ້າຢ່າງແທ້ຈິງ, ຢ່າງເປັນຈິງ ແລະ ຢ່າງຖືກຕ້ອງ. ພຣະອົງຈະເວົ້າວ່າ “ເຈົ້າບໍ່ໄດ້ປ່ຽນແປງຕົນເອງ ແລະ ເຈົ້າບໍ່ໄດ້ກຳລັງປ່ຽນແປງຕົນເອງ”. ແລ້ວເມື່ອພຣະເຈົ້າເວົ້າສິ່ງນີ້, ເມື່ອພຣະເຈົ້າຕັດສິນເຈົ້າເຊັ່ນນີ້, ພຣະອົງຈະບໍ່ປ່ອຍໃຫ້ພຣະອົງຫຍຸ້ງກ່ຽວກັບເຈົ້າອີກຕໍ່ໄປ. ແລ້ວເມື່ອພຣະເຈົ້າບໍ່ປ່ອຍໃຫ້ພຣະອົງເອງຫຍຸ້ງກ່ຽວກັບເຈົ້າ, ຫົວໃຈຂອງເຈົ້າກໍຈະມືດມົນໃນມື້ຕໍ່ມາຫຼັງຈາກນັ້ນ ແລະ ເຈົ້າຈະຂາດແສງສະຫວ່າງ ແລະ ແສງເຍືອງທາງໃນທຸກສິ່ງທີ່ເຈົ້າເຮັດ ແລະ ເຈົ້າຈະບໍ່ຮັບຮູ້ຫຍັງເລີຍເມື່ອເຈ້ົາສະແດງອຸປະນິໄສທີ່ເສື່ອມຊາມ ແລະ ເຈົ້າຈະບໍ່ຖືກລົງວິໄນຍ້ອນສິ່ງນັ້ນ. ເຈົ້າຈະສືບຕໍ່, ມຶນຊາ ແລະ ບໍ່ມີຊີວິດຊີວາ ແລະ ເຈົ້າຈະຮູ້ສຶກຫວ່າງເປົ່າ ແລະ ເຈົ້າບໍ່ມີຫຍັງໃຫ້ເພິ່ງພາ. ສິ່ງທີ່ໂຫດຮ້າຍທີ່ສຸດກໍຄື ເຈົ້າຈະສືບຕໍ່ໝົກມຸ່ນໃນພຶດຕິກຳຕາມອຳເພີໃຈ ແລະ ເລິນເລີ້ຂອງເຈົ້າ ແລະ ເຈົ້າຈະສືບຕໍ່ປ່ອຍໃຫ້ອຸປະນິໄສທີ່ເສື່ອມຊາມຂອງເຈົ້າພອງຂຶ້ນ ແລະ ເຕີບໃຫຍ່ໂດຍບໍ່ມີການກວດກາ. ນີ້ຄືສິ່ງທີ່ຈະເກີດຂຶ້ນ. ແມ່ນຫຍັງເປັນຜົນຕາມມາໃນທີ່ສຸດຂອງຄົນທີ່ເຮັດໃນລັກສະນະນີ້? ເມື່ອຄົນໃດໜຶ່ງປະຖິ້ມຄວາມຈິງ, ຜົນຕາມມາທີ່ພວກເຂົານໍາມາສູ່ພວກເຂົາເອງກໍຄືພຣະເຈົ້າຈະບໍ່ປ່ອຍໃຫ້ພຣະອົງເອງຫຍຸ້ງກ່ຽວກັບພວກເຂົາ. ເຖິງແມ່ນວ່າພຣະເຈົ້າອາດບໍ່ເວົ້າຫຍັງ ຫຼື ບົ່ງບອກຫຍັງຢ່າງຊັດເຈນກັບເຈົ້າ, ເຈົ້າຈະສາມາດຮູ້ສຶກມັນໄດ້. ອີງໃສ່ຄວາມຄິດ ແລະ ແນວຄິດຂອງເຈົ້າ, ສະພາວະທີ່ແທ້ຈິງຂອງເຈົ້າ ແລະ ທ່າທີ່ຂອງເຈົ້າຕໍ່ຄວາມຈິງ, ມັນກໍຈະຊັດເຈນວ່າສະພາບການໂດຍລວມຂອງເຈົ້າເປັນສະພາບການທີ່ມຶນຊາ, ບໍ່ມີຊີວິດຊີວາ, ຫົວດື້ ແລະ ການສຳແດງອອກອື່ນໆ. ສິ່ງເຫຼົ່ານີ້ແມ່ນສະທ້ອນໃຫ້ເຫັນໃນຜູ້ຄົນ. ສະນັ້ນຫຼັງຈາກທີ່ປຽບທຽບຊີວິດຕົວຈິງຂອງພວກເຈົ້າ ແລະ ສິ່ງຕ່າງໆທີ່ພວກເຈົ້າປະຕິບັດໃນສິ່ງນີ້, ພວກເຈົ້າອາດຕ້ອງການສຶກສາ ຫຼື ສືບຄົ້ນສິ່ງດັ່ງຕໍ່ໄປນີ້: ເມື່ອເຈົ້າບໍ່ໄດ້ຫັນຫຼັງໃຫ້ພຣະເຈົ້າເລີຍ, ເຈົ້າອາດກ່າວຄຳເວົ້າທີ່ຟັງດູດີ ແລະ ອ່ອນຫວານຕໍ່ພຣະອົງຢ່າງຫຼວງຫຼາຍ, ແຕ່ເຈົ້າຢູ່ໃນສະພາວະ ແລະ ສະພາບການປະເພດໃດແມ່ນເມື່ອເຈົ້າເຮັດເຊັ່ນນັ້ນ? ແລ້ວເມື່ອເຈົ້າປ່ຽນແປງຕົນເອງຢ່າງແທ້ຈິງ, ເຖິງແມ່ນວ່າເຈົ້າອາດບໍ່ອະທິຖານຫາພຣະເຈົ້າດ້ວຍຄຳເວົ້າທີ່ອ່ອນຫວານ ຫຼື ຟັງດູດີ ແລະ ພຽງແຕ່ເວົ້າເລັກໆນ້ອຍໆຈາກຫົວໃຈຂອງເຈົ້າ, ແລ້ວເຈົ້າຢູ່ໃນສະພາວະ ແລະ ສະພາບການປະເພດໃດ? ສອງສະພາວະດັ່ງກ່າວແມ່ນແຕກຕ່າງກັນໂດຍສິ້ນເຊີງ. ພຣະເຈົ້າອາດບໍ່ບົ່ງບອກຫຍັງກັບຜູ້ຄົນໃນຊີວິດປະຈຳວັນຂອງພວກເຂົາ ຫຼື ເວົ້າກັບພວກເຂົາດ້ວຍຄຳເວົ້າທີ່ຊັດເຈນ, ແຕ່ຄົນຄວນທີ່ຈະສາມາດຮູ້ສຶກເຖິງພາລະກິດຂອງພຣະວິນຍານບໍລິສຸດ ແລະ ທຸກສິ່ງທີ່ພຣະອົງເຮັດ ແລະ ທຸກຄວາມປະສົງທີ່ພຣະອົງປາດຖະໜາຈະສະແດງ, ໃນຊີວິດປະຈຳວັນຂອງພວກເຂົາ. ໂດຍທຳມະຊາດແລ້ວ, ຜູ້ສັງເກດການສາມາດກວດພົບສິ່ງເຫຼົ່ານີ້ເຊັ່ນກັນ. ຄົນໃດໜຶ່ງທີ່ມຶນຊາ ແລະ ເບົາປັນຍາອາດເລີ່ມສະຫຼາດຂຶ້ນໃນທັນທີ ຫຼື ຄົນໃດໜຶ່ງທີ່ສະຫຼາດໂດຍເປັນປົກກະຕິອາດເລີ່ມມຶນຊາ, ເບົາປັນຍາ ແລະ ໄຮ້ປະໂຫຍດໃນທັນທີ. ສອງສະພາບການ ຫຼື ສະພາວະເຫຼົ່ານີ້ສາມາດເກີດຂຶ້ນໄດ້ໃນເວລາດຽວກັນໃນຕົວຄົນໜຶ່ງ ຫຼື ໃນຄົນທີ່ແຕກຕ່າງກັນ, ນີ້ຄືສິ່ງທີ່ເກີດຂຶ້ນຂ້ອນຂ້າງຢູ່ເລື້ອຍໆ. ຈາກນີ້, ຄົນໆໜຶ່ງສາມາດເຫັນໄດ້ວ່າໃນຫຼາຍກໍລະນີ, ການທີ່ຄົນໃດໜຶ່ງສະຫຼາດ ຫຼື ໂງ່ຈ້າບໍ່ໄດ້ກ່ຽວກັບສະໝອງ, ຄວາມຄິດ ຫຼື ຄວາມສາມາດຂອງພວກເຂົາ; ມັນຖືກກຳນົດໄວ້ໂດຍພຣະເຈົ້າ. ນັ້ນຄືສິ່ງທີ່ຊັດເຈນບໍ? (ແມ່ນ.) ເຈົ້າຈະບໍ່ເຂົ້າໃຈສິ່ງເຫຼົ່ານີ້ຈັກເທື່ອຈົນກວ່າທ່ານຈະໄດ້ມີປະສົບການກັບພວກມັນ. ຫຼັງຈາກທີ່ເຈົ້າໄດ້ມີປະສົບການກັບພວກມັນ, ເຈົ້າຈະຮູ້ວ່າ ຍິ່ງປະສົບການຂອງເຈົ້າກ່ຽວກັບພວກມັນເລິກຊຶ້ງສໍ່າໃດກໍຕາມ, ຄວາມເຂົ້າໃຈຂອງເຈົ້າກໍຍິ່ງຈະລະອຽດສໍ່ານັ້ນ ແລະ ການທີ່ເຈົ້າເຂົ້າໃຈພວກມັນກໍຈະຍິ່ງເລິກຊຶ້ງສໍ່ານັ້ນ. ຄວາມປະສົງຂອງພຣະເຈົ້າຢູ່ໃນການກະທຳຂອງພຣະອົງ; ພຣະອົງຈະບໍ່ໃຫ້ການບົ່ງບອກເຖິງມັນຢ່າງຊັດເຈນ ແລະ ພຣະອົງຈະບໍ່ບອກເຈົ້າຢ່າງຈະແຈ້ງກ່ຽວກັບມັນ ຫຼື ເວົ້າເຖິງມັນຕໍ່ເຈົ້າ, ແຕ່ສິ່ງນີ້ບໍ່ໄດ້ໝາຍຄວາມວ່າພຣະອົງບໍ່ມີທັດສະນະທ່າທີ່ຕໍ່ເຈົ້າ. ມັນບໍ່ໄດ້ໝາຍຄວາມວ່າພຣະເຈົ້າບໍ່ມີມຸມມອງກ່ຽວກັບຄວາມຄິດ, ແນວຄິດ, ສະພາວະ ຫຼື ທ່າທີ່ໃດໆທີ່ເຈົ້າມີ. ເມື່ອຄົນໃດໜຶ່ງແອບມີເຈດຕະນາ ແລະ ແຜນການສ່ວນຕົວຂອງພວກເຂົາເອງເມື່ອບາງຢ່າງເກີດຂຶ້ນກັບພວກເຂົາ, ເມື່ອພວກເຂົາສະແດງອຸປະນິໄສທີ່ເສື່ອມຊາມຢ່າງຊັດເຈນ, ສິ່ງເຫຼົ່ານີ້ຄືຊ່ວງເວລາທີ່ພວກເຂົາຈຳເປັນຕ້ອງໄຕ່ຕອງຕົນເອງ ແລະ ສະແຫວງຫາຄວາມຈິງຢ່າງຄັກແນ່ ແລະ ສິ່ງເຫຼົ່ານີ້ຍັງເປັນຊ່ວງເວລາທີ່ຈຳເປັນຢ່າງຍິ່ງເມື່ອພຣະເຈົ້າກວດສອບບຸກຄົນນັ້ນ. ສະນັ້ນ, ບໍ່ວ່າເຈົ້າຈະສາມາດສະແຫວງຫາຄວາມຈິງ, ຍອມຮັບຄວາມຈິງ ແລະ ກັບໃຈຢ່າງແທ້ຈິງ, ສິ່ງເຫຼົ່ານີ້ຄືຊ່ວງເວລາທີ່ເປີດເຜີຍຄົນໃດໜຶ່ງຫຼາຍທີ່ສຸດ. ໃນເວລາດັ່ງກ່າວ, ເຈົ້າຄວນຍອມຮັບວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມ ແລະ ເຕັມໃຈທີ່ຈະກັບໃຈຢ່າງແທ້ຈິງ. ເຈົ້າຄວນຢືນຢັນຕໍ່ພຣະເຈົ້າຢ່າງຈິງໃຈ, ແທນທີ່ຈະເວົ້າໂດຍບໍ່ຕັ້ງໃຈກັບພຣະອົງວ່າ “ພຣະເຈົ້າ, ຂ້ານ້ອຍຂໍໂທດ. ຂ້ານ້ອຍຜິດໄປແລ້ວ”. ສິ່ງທີ່ພຣະເຈົ້າຕ້ອງການຈາກເຈົ້າບໍ່ແມ່ນການເວົ້າໂດຍບໍ່ຕັ້ງໃຈຂອງເຈົ້າ, ແຕ່ເປັນທ່າທີ່ທີ່ກັບໃຈຢ່າງຈິງໃຈ. ຖ້າເຈົ້າມີຄວາມຫຍຸ້ງຍາກ, ພຣະເຈົ້າຈະຊ່ວຍເຫຼືອເຈົ້າ, ຊີ້ນໍາເຈົ້າ ແລະ ນໍາພາເຈົ້າເທື່ອລະບາດກ້າວໃນການປ່ຽນແປງຕົນເອງ, ສູ່ເສັ້ນທາງຂອງການຍອມຮັບ ແລະ ການສະແຫວງຫາຄວາມຈິງ. ແນ່ນອນວ່າຖ້າການກັບໃຈຂອງເຈົ້າມີແຕ່ໃນຄຳເວົ້າເທົ່ານັ້ນ ຫຼື ຖ້າເຈົ້າເຈດຕະນາຈະກັບໃຈ ແລະ ປາດຖະໜາທີ່ຈະປ່ອຍຖິ້ມເຈດຕະນາ ແລະ ຄວາມປາດຖະໜາຂອງເຈົ້າ, ແຕ່ເຈົ້າບໍ່ຈິງໃຈກ່ຽວກັບມັນ ແລະ ບໍ່ມີຄວາມປະສົງທີ່ຈະເຮັດເຊັ່ນນັ້ນ, ພຣະເຈົ້າຈະບໍ່ບັງຄັບເຈົ້າ. ເມື່ອເວົ້າເຖິງພຣະເຈົ້າແລ້ວ, ບໍ່ມີ “ຕ້ອງ” ໃນທ່າທີ່ຂອງພຣະອົງຕໍ່ມະນຸດ; ພຣະເຈົ້າຈະໃຫ້ເສລີພາບແກ່ເຈົ້າ ແລະ ພຣະເຈົ້າຈະໃຫ້ຕົວເລືອກແກ່ເຈົ້າ ແລະ ພຣະອົງກຳລັງລໍຖ້າ. ພຣະອົງກຳລັງລໍຖ້າຫຍັງ? ພຣະອົງກຳລັງລໍຖ້າເພື່ອເບິ່ງວ່າເຈົ້າຈົບລົງດ້ວຍການຕັດສິນໃຈແນວໃດ ແລະ ເຈົ້າເຈດຕະນາທີ່ຈະກັບໃຈ ຫຼື ບໍ່. ຖ້າເຈົ້າເຈດຕະນາທີ່ຈະກັບໃຈ, ເຈ້ົາຈະເຮັດມັນໃນເມື່ອໃດ? ການກັບໃຈຂອງເຈົ້າຈະສຳແດງອອກແນວໃດ? ຖ້າເຈົ້າເຈດຕະນາທີ່ຈະກັບໃຈ ແລະ ເຕັມໃຈທີ່ເຮັດເຊັ່ນນັ້ນ, ແຕ່ເຈົ້າຍັງພະຍາຍາມທີ່ຈະປົກປ້ອງຜົນປະໂຫຍດຂອງເຈົ້າເອງເມື່ອເຈົ້າກະທຳ ແລະ ເຈົ້າຍັງບໍ່ປາດຖະໜາທີ່ຈະສູນເສຍສະຖານະຂອງເຈົ້າ, ແລ້ວມັນກໍຊັດເຈນວ່າເຈົ້າກັບໃຈຢ່າງແທ້ຈິງ ຫຼື ບໍ່, ເຈົ້າບໍ່ໄດ້ຈິງໃຈກ່ຽວກັບມັນ. ເຈົ້າພຽງແຕ່ປາດຖະໜາທີ່ຈະກັບໃຈເລັກໆນ້ອຍໆ, ແຕ່ເຈົ້າບໍ່ໄດ້ກັບໃຈຢ່າງແທ້ຈິງ. ພຣະເຈົ້າຈະເຮັດພາລະກິດໃນຕົວເຈົ້າ ຖ້າເຈົ້າພຽງແຕ່ເຈດຕະນາຈະກັບໃຈແຕ່ບໍ່ໄດ້ກັບໃຈຢ່າງແທ້ຈິງ? ພຣະອົງຈະບໍ່ເຮັດ. ພຣະອົງຈະເວົ້າວ່າ “ຖ້າເປັນແນວນັ້ນ, ເຈົ້າເຈດຕະນາຈະກັບໃຈໃນເມື່ອໃດ?” ເຈົ້າກໍຈະບໍ່ຮູ້. ພຣະເຈົ້າຈະຖາມເຈົ້າອີກຄັ້ງ? ບໍ່, ພຣະອົງຈະເວົ້າວ່າ “ຖ້າເປັນແນວນັ້ນ, ເຈົ້າກໍບໍ່ໄດ້ກັບໃຈຢ່າງແທ້ຈິງ. ຖ້າເປັນແນວນັ້ນ, ເຮົາພຽງແຕ່ຈະລໍຖ້າ”. ເຈົ້າອາດບໍ່ເຈດຕະນາທີ່ຈະກັບໃຈ, ເຈົ້າອາດບໍ່ເຕັມໃຈທີ່ຈະກັບໃຈ ຫຼື ປ່ອຍຖິ້ມສະຖານະຂອງເຈົ້າ ແລະ ຜົນປະໂຫຍດຂອງເຈົ້າ. ຖ້າເປັນແນວນັ້ນກໍດີເລີຍ. ພຣະເຈົ້າມອບເສລີພາບໃຫ້ເຈົ້າ ແລະ ເຈົ້າສາມາດຕັດສິນໃຈແນວໃດກໍໄດ້ຕາມທີ່ເຈົ້າຕ້ອງການ. ພຣະເຈົ້າຈະບໍ່ບັງຄັບເຈົ້າ. ແຕ່ມີຂໍ້ແທ້ຈິງໜຶ່ງຢ່າງໃຫ້ເຈົ້າພິຈາລະນາ, ເຊັ່ນດຽວກັນກັບຊາວເມືອງນີນາເວ ຖ້າເຈົ້າບໍ່ປ່ຽນແປງຕົນເອງ ແລະ ກັບໃຈ, ມັນຈະເກີດຜົນຫຍັງ? ເຈົ້າຈະຖືກທຳລາຍ. ຖ້າໃນປັດຈຸບັນ, ເຈົ້າພຽງແຕ່ເຈດຕະນາທີ່ຈະກັບໃຈແຕ່ບໍ່ໄດ້ດຳເນີນການຢ່າງແທ້ຈິງຕໍ່ການກັບໃຈ, ແລ້ວພຣະເຈົ້າຈະບໍ່ປ່ອຍໃຫ້ພຣະອົງເອງຫຍຸ້ງກ່ຽວກັບເຈົ້າ. ເປັນຫຍັງພຣະອົງຈຶ່ງບໍ່ປ່ອຍໃຫ້ພຣະອົງເອງຫຍຸ້ງກ່ຽວກັບເຈົ້າ? ພຣະເຈົ້າເວົ້າວ່າ “ເຈົ້າບໍ່ໄດ້ເຮັດຈິງ, ເຈົ້າບໍ່ໄດ້ຢືນຢັນຈຸດຢືນຂອງເຈົ້າ ແລະ ຫົວໃຈຂອງເຈົ້າຍັງແກວ່ງໄກວ”. ຫຼັງຈາກທີ່ຄິດຊ່ວງເວລາໜຶ່ງ, ເຈົ້າອາດເວົ້າວ່າເຈົ້າເຕັມໃຈທີ່ຈະກັບໃຈແຕ່ເປັນພຽງຄວາມຄິດຂອງເຈົ້າ, ເປັນຖ້ອຍຄຳທີ່ຫວ່າງເປົ່າ, ບໍ່ມີການດຳເນີນການໃດໆ ຫຼື ແຜນການທີ່ເປັນຮູບປະທຳໃດໆ. ນັ້ນຄືເຫດຜົນທີ່ພຣະເຈົ້າຈະເວົ້າວ່າ “ເຮົາພຽງແຕ່ຈະບໍ່ສົນໃຈກັບຄົນແບບເຈົ້າ. ເຈົ້າບໍ່ມີຄວາມຫຍຸ້ງກ່ຽວກັບເຮົາ. ໃຫ້ເຮັດຕາມທີ່ເຈົ້າຕ້ອງການ”. ເມື່ອມື້ໜຶ່ງເຈົ້າຮັບຮູ້ວ່າ “ໂອ ບໍ່, ຂ້ອຍຈຳເປັນຕ້ອງກັບໃຈ”, ເຈົ້າຄວນເລີ່ມດຳເນີນການກ່ຽວກັບມັນແນວໃດ? ພຣະເຈົ້າຈະບໍ່ຖືກຫຼອກລວງໂດຍຄຳເວົ້າເຫຼົ່ານັ້ນຂອງເຈົ້າ ແລະ ໄປເຮັດພາລະກິດຢ່າງຫຼັບຫູຫຼັບຕາ ແລ້ວເວົ້າວ່າ “ເຂົາເຈດຕະນາທີ່ຈະກັບໃຈ, ສະນັ້ນຕອນນີ້ເຮົາຕ້ອງອວຍພອນເຂົາບໍ?” ພຣະເຈົ້າຈະບໍ່ເຮັດສິ່ງນັ້ນ. ພຣະອົງຈະເຮັດຫຍັງ? ພຣະອົງຈະກວດສອບເຈົ້າ. ເຈົ້າເຈດຕະນາທີ່ຈະກັບໃຈ, ເຈົ້າປາດຖະໜາທີ່ຈະກັບໃຈ ແລະ ຄວາມຕ້ອງການຂອງເຈົ້າໃນການກັບໃຈແມ່ນຮຸນແຮງກວ່າເມື່ອກ່ອນ, ແຕ່ບໍ່ມີຜູ້ໃດຮູ້ວ່າມັນຈະໃຊ້ເວລາດົນສໍ່າໃດກ່ອນທີ່ເຈົ້າຈະເຮັດມັນແທ້ໆ. ຖ້າເຈົ້າບໍ່ໄດ້ດຳເນີນບາດກ້າວຢ່າງເປັນຮູບປະທຳ ຫຼື ບໍ່ມີແຜນການທີ່ເປັນຮູບປະທຳເພື່ອປະຕິບັດການກັບໃຈ, ນັ້ນບໍ່ແມ່ນການກັບໃຈຢ່າງແທ້ຈິງ. ເຈົ້າຕ້ອງດຳເນີນການຢ່າງເປັນຈິງ. ຫຼັງຈາກທີ່ເຈົ້າດຳເນີນການຢ່າງເປັນຈິງ, ພາລະກິດຂອງພຣະເຈົ້າຈະຕາມມາ. ບໍ່ມີຫຼັກການໃນພາລະກິດຂອງພຣະເຈົ້າ ແລະ ການທີ່ພຣະອົງປະຕິບັດຕໍ່ຜູ້ຄົນບໍ? ເມື່ອພຣະເຈົ້າໄປເຮັດພາລະກິດ, ຄົນໃດໜຶ່ງກໍໄດ້ຮັບແສງສະຫວ່າງ, ດວງຕາຂອງພວກເຂົາຈະເປັ່ງປະກາຍ, ພວກເຂົາຈະສາມາດເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ຜົນປະໂຫຍດຂອງພວກເຂົາເພີ່ມທະວີຂຶ້ນຮ້ອຍເທົ່າ, ພັນເທົ່າ. ຫຼັງຈາກທີ່ສິ່ງນີ້ເກີດຂຶ້ນ, ເຈົ້າກໍໄດ້ຮັບພອນຢ່າງແທ້ຈິງ. ສະນັ້ນຄົນຕ້ອງສ້າງຂຶ້ນບົນພື້ນຖານຫຍັງເພື່ອບັນລຸສິ່ງເຫຼົ່ານີ້? (ຄວາມສາມາດທີ່ຈະກັບໃຈຢ່າງແທ້ຈິງ.) ຖືກຕ້ອງແລ້ວ. ເມື່ອຜູ້ຄົນປ່ອຍຖິ້ມຜົນປະໂຫຍດ ແລະ ຄວາມປະສົງຂອງພວກເຂົາເອງ, ເມື່ອພວກເຂົາກັບໃຈມາຫາພຣະເຈົ້າຢ່າງແທ້ຈິງ, ເຊິ່ງໝາຍຄວາມວ່າພວກເຂົາຢຸດການກະທຳຊົ່ວຂອງພວກເຂົາໃນທັນທີ; ແລະ ປ່ອຍຖິ້ມສິ່ງຊົ່ວຮ້າຍຂອງພວກເຂົາ ແລະ ຄວາມປາດຖະໜາ ແລະ ເຈດຕະນາຂອງພວກເຂົາ; ແລະ ສາລະພາບກັບພຣະເຈົ້າ; ແລະ ຍອມຮັບຂໍ້ຮຽກຮ້ອງຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງ, ຈາກນັ້ນພວກເຂົາຈະເລີ່ມເຂົ້າສູ່ຄວາມເປັນຈິງຂອງການປ່ຽນແປງຕົນເອງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການກັບໃຈທີ່ແທ້ຈິງ.
ພວກເຮົາຫາກໍໂອ້ລົມກ່ຽວກັບບັນຫາທີ່ພົບເຫັນຢູ່ເລື້ອຍໆໃນລະຫວ່າງທີ່ມະນຸດສະແຫວງຫາຄວາມຈິງ ແລະ ບັນຫາທີ່ຄົນທີ່ສະແຫວງຫາຄວາມຈິງສາມາດຮັບຮູ້ ແລະ ມາຮູ້ຈັກໄດ້. ພວກມັນເປັນບັນຫາທີ່ຄວນໄດ້ຮັບການແກ້ໄຂແທ້ໆ. ພວກເຮົາອາດບໍ່ໄດ້ອະທິບາຍ ຫຼື ວິເຄາະບັນຫາເຫຼົ່ານີ້ຫຼາຍເທົ່າທີ່ຄວນໃນອະດີດ, ພວກເຮົາອາດບໍ່ໄດ້ແມ່ນແຕ່ມີຂໍ້ສະຫຼຸບທີ່ຊັດເຈນໃດໆກ່ຽວກັບພວກມັນ, ແຕ່ພິຈາລະນາແຕ່ລະບາດກ້າວທີ່ມະນຸດມີປະສົບການໃນຂະບວນການສະແຫວງຫາຄວາມຈິງ ແລະ ພຶດຕິກຳ ແລະ ສະພາວະແຕກຕ່າງກັນທີ່ພວກເຂົາມີໃນລະຫວ່າງເວລານີ້, ພຣະເຈົ້າມີພຣະທຳ ແລະ ພາລະກິດທີ່ສອດຮັບກັນ ແລະ ພຣະອົງມີຫົນທາງ ແລະ ວິທີການທີ່ກ່ຽວຂ້ອງໃນການຮັບມື ແລະ ການແກ້ໄຂພວກມັນ. ຄົນສາມາດມີປະສົບການ ແລະ ເຂົ້າໃຈທຸກສິ່ງນີ້ໄດ້ໜ້ອຍໜຶ່ງ; ພວກເຂົາບໍ່ຄວນເຂົ້າໃຈພຣະເຈົ້າຜິດ ຫຼື ແອບມີແນວຄິດ ຫຼື ຈິນຕະນາການໃດໆກ່ຽວກັບພຣະເຈົ້າທີ່ບໍ່ສອດຄ່ອງກັບຄວາມເປັນຈິງ. ຍິ່ງໄປກວ່ານັ້ນ, ພຣະເຈົ້າໃຫ້ເສລີພາບຢ່າງພຽງພໍ ແລະ ໜ້າທີ່ເປັນຕົວແທນຢ່າງພຽງພໍແກ່ຜູ້ຄົນເພື່ອຕັດສິນໃຈໃນທຸກໆບາດກ້າວ, ທຸກໆເສັ້ນທາງການກະທຳ ແລະ ທຸກໆຫົນທາງການປະຕິບັດທີ່ກ່ຽວຂ້ອງໃນການສະແຫວງຫາຄວາມຈິງ, ພຣະອົງບໍ່ໄດ້ບີບບັງຄັບຜູ້ຄົນ. ແລ້ວເຖິງແມ່ນວ່າຄຳເວົ້າ ແລະ ຂໍ້ຮຽກຮ້ອງເຫຼົ່ານີ້ຖືກພິມໄວ້ເປັນຂໍ້ຄວາມ ແລະ ເວົ້າຢ່າງຊັດເຈນ, ໃນພາສາທີ່ຈະແຈ້ງ, ແຕ່ມັນກໍຍັງຂຶ້ນກັບທຸກຄົນທີ່ຈະຕັດສິນໃຈດ້ວຍພວກເຂົາເອງຢ່າງເປັນອິດສະຫຼະກ່ຽວກັບວິທີການທີ່ພວກເຮົາຈະເຂົ້າເຖິງຄວາມຈິງເຫຼົ່ານີ້. ພຣະເຈົ້າບໍ່ໄດ້ບັງຄັບຜູ້ຄົນ. ຖ້າເຈົ້າເຕັມໃຈທີ່ຈະສະແຫວງຫາຄວາມຈິງ, ແລ້ວເຈົ້າກໍມີຄວາມຫວັງທີ່ຈະຖືກຊ່ວຍເຫຼືອໃຫ້ລອດພົ້ນ. ຖ້າເຈົ້າບໍ່ເຕັມໃຈທີ່ຈະສະແຫວງຫາຄວາມຈິງ, ຖ້າເຈົ້າບໍ່ສົນໃຈກ່ຽວກັບຄວາມຈິງເຫຼົ່ານີ້ ແລະ ເມີນເສີຍພວກມັນ, ຖ້າເຈົ້າບໍ່ໄດ້ສົນໃຈໃນວິທີການປະຕິບັດການສະແຫວງຫາຄວາມຈິງເລີຍ, ນັ້ນກໍບໍ່ເປັນຫຍັງເຊັ່ນກັນ. ພຣະເຈົ້າຈະບໍ່ບັງຄັບເຈົ້າ. ມັນບໍ່ເປັນຫຍັງເຊັ່ນກັນ, ຖ້າເຈົ້າພຽງແຕ່ເຕັມໃຈທີ່ຈະໃຊ້ແຮງງານເພື່ອພຣະເຈົ້າ. ຕາບໃດທີ່ເຈົ້າບໍ່ລະເມີດຫຼັກການ, ເຮືອນຂອງພຣະເຈົ້າຈະປ່ອຍໃຫ້ເຈົ້າຕັດສິນໃຈດ້ວຍຕົວເຈົ້າເອງ. ເຖິງແມ່ນວ່າການສະແຫວງຫາຄວາມຈິງເຊື່ອມໂຍງກັບການຮັບເອົາຄວາມລອດພົ້ນຢ່າງຫຼີກລ່ຽງບໍ່ໄດ້ ແລະ ກ່ຽວຂ້ອງກັບມັນຢ່າງສະໜິດແໜ້ນ, ຍັງມີຄົນຈຳນວນບໍ່ໜ້ອຍທີ່ບໍ່ສົນໃຈໃນການສະແຫວງຫາຄວາມຈິງ, ຄົນທີ່ບໍ່ມີຄວາມຄິດກ່ຽວກັບມັນ ຫຼື ເຈດຕະນາທີ່ຈະເຮັດມັນ ແລະ ບໍ່ມີແຜນໃດໆທີ່ຈະເຮັດ. ຖ້າເປັນແນວນັ້ນ, ຄົນເຫຼົ່ານີ້ຈະຖືກປະນາມບໍ? ບໍ່ແມ່ນແທ້ໆ. ຖ້າຄົນເຫຼົ່ານີ້ບັນລຸຂໍ້ຮຽກຮ້ອງໃນເຮືອນຂອງພຣະເຈົ້າໃນການປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາສາມາດສືບຕໍ່ປະຕິບັດໜ້າທີ່ຂອງພວກເຂົາຢູ່ບ່ອນນັ້ນ. ເຮືອນຂອງພຣະເຈົ້າຈະບໍ່ຖອນສິດຂອງເຈົ້າໃນການປະຕິບັດໜ້າທີ່ ເພາະເຈົ້າບໍ່ສະແຫວງຫາຄວາມຈິງ. ແຕ່ຈົນເຖິງທຸກມື້ນີ້, ການປະຕິບັດໜ້າທີ່ຂອງຄົນໆໜຶ່ງໃນລັກສະນະນີ້ໄດ້ຖືກຈັດປະເພດໃຫ້ເປັນ “ການໃຊ້ແຮງງານ”. “ການໃຊ້ແຮງງານ” ຄືວິທີທີ່ດີໃນການອະທິບາຍມັນ, ມັນເປັນຄຳສັບທີ່ເຮືອນຂອງພຣະເຈົ້າໃຊ້, ແຕ່ໃນຄວາມເປັນຈິງແລ້ວ ມັນຍັງສາມາດເອີ້ນງ່າຍໆວ່າ “ການປະຕິບັດວຽກ”. ພວກເຈົ້າບາງຄົນອາດເວົ້າວ່າ “ເມື່ອເຈົ້າເຮັດວຽກ, ເຈົ້າກໍໄດ້ຮັບຄ່າຈ້າງ”. ແມ່ນແລ້ວ, ເຈົ້າສາມາດໄດ້ຮັບຄ່າຈ້າງສຳລັບການເຮັດວຽກ. ສະນັ້ນແມ່ນຫຍັງຄືຄ່າຈ້າງຂອງເຈົ້າ? ຄວາມກະລຸນາທັງໝົດທີ່ພຣະເຈົ້າໄດ້ມອບໃຫ້ແກ່ເຈົ້າ, ສິ່ງເຫຼົ່ານັ້ນຄືຄ່າຈ້າງຂອງເຈົ້າ. ແລ້ວສຳລັບການສະແຫວງຫາຄວາມຈິງ, ບໍ່ວ່າເຈົ້າເຈດຕະນາຈະເຮັດຫຍັງກໍຕາມ ຫຼື ວາງແຜນຈະເຮັດຫຍັງກໍຕາມ ຫຼື ປາດຖະໜາທີ່ຈະເຮັດຫຍັງກໍຕາມ, ເຮົາສາມາດບອກເຈົ້າໄດ້ຢ່າງຊັດເຈນໃນຕອນນີ້ວ່າເຈົ້າເປັນອິດສະຫຼະ. ເຈົ້າສາມາດສະແຫວງຫາຄວາມຈິງ, ນັ້ນບໍ່ເປັນຫຍັງ; ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ, ນັ້ນກໍບໍ່ເປັນຫຍັງເຊັ່ນກັນ. ແຕ່ສິ່ງສຸດທ້າຍທີ່ເຮົາຈະບອກພວກເຈົ້າກໍຄືຄົນໃດໜຶ່ງສາມາດຖືກຊ່ວຍໃຫ້ລອດພົ້ນຜ່ານການສະແຫວງຫາຄວາມຈິງເທົ່ານັ້ນ. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ, ຄວາມຫວັງຂອງເຈົ້າທີ່ຈະຖືກຊ່ວຍໃຫ້ລອດພົ້ນກໍເປັນສູນ. ນັ້ນຄືຂໍ້ແທ້ຈິງທີ່ເຮົາຈະບອກພວກເຈົ້າ. ພວກເຈົ້າຕ້ອງຮັບຊາບຂໍ້ແທ້ຈິງນີ້, ເພື່ອວ່າມັນຈະຖືກສະລັກເຂົ້າໄປໃນຫົວໃຈຂອງເຈົ້າຢ່າງຊັດເຈນ, ຢ່າງຈະແຈ້ງ, ຢ່າງຖືກຕ້ອງ ແລະ ຢ່າງຊັດແຈ້ງ, ເພື່ອວ່າເຈົ້າອາດຮູ້ຢ່າງຊັດເຈນໃນຫົວໃຈຂອງເຈົ້າວ່າຄວາມຫວັງທີ່ຈະຮັບເອົາຄວາມລອດພົ້ນແມ່ນຖືກສ້າງຂຶ້ນບົນພື້ນຖານຫຍັງ. ຖ້າເຈົ້າພໍໃຈກັບການໃຊ້ແຮງງານເທົ່ານັ້ນໂດຍຄິດວ່າ “ສິ່ງຕ່າງໆກໍເປັນໄປໄດ້ດີ ຖ້າຂ້ອຍພຽງແຕ່ສາມາດປະຕິບັດໜ້າທີ່ຂອງຂ້ອຍ ແລະ ບໍ່ຖືກຂັບໄລ່ຈາກເຮືອນຂອງພຣະເຈົ້າ; ຂ້ອຍບໍ່ຈຳເປັນຕ້ອງເຮັດໃຫ້ຕົນເອງວຸ້ນວາຍກັບບາງສິ່ງທີ່ຫຍຸ້ງຍາກຄືກັບການສະແຫວງຫາຄວາມຈິງ”, ມຸມມອງນີ້ຂອງຂ້ອຍເຈົ້າຈະຢືນຍັດໄດ້? ເຖິງແມ່ນວ່າເຈົ້າຍັງເຊື່ອໃນພຣະເຈົ້າໃນຕອນນີ້ ຫຼື ປະຕິບັດໜ້າທີ່, ເຈົ້າໝັ້ນໃຈບໍວ່າເຈົ້າສາມາດຕິດຕາມພຣະເຈົ້າຈົນເຖິງທີ່ສຸດ? ບໍ່ວ່າຫຍັງກໍຕາມ, ການສະແຫວງຫາຄວາມຈິງເປັນເລື່ອງໃຫຍ່ໃນຊີວິດ, ການແຕ່ງດອງ ແລະ ການມີລູກແມ່ນສຳຄັນຫຼາຍກວ່າການລ້ຽງລູກຊາຍ ແລະ ລູກສາວຂອງເຈົ້າ, ຫຼາຍກວ່າການໃຊ້ຊີວິດຂອງເຈົ້າ ແລະ ການຫາເງິນລ້ຽງຊີບຂອງເຈົ້າ. ມັນຍິ່ງສຳຄັນຫຼາຍກວ່າການປະຕິບັດໜ້າທີ່ ແລະ ການສະແຫວງຫາອະນາຄົດໃນເຮືອນຂອງພຣະເຈົ້າ. ເມື່ອໄດ້ເວົ້າ ແລະ ເຮັດທຸກສິ່ງແລ້ວ, ການສະແຫວງຫາຄວາມຈິງເປັນສິ່ງທີ່ມີຄວາມໝາຍສຳຄັນທີ່ສຸດຕໍ່ເສັ້ນທາງຊີວິດຂອງຄົນໃດໜຶ່ງ. ຖ້າພວກເຈົ້າບໍ່ໄດ້ພັດທະນາຜົນປະໂຫຍດໃນການສະແຫວງຫາຄວາມຈິງເທື່ອ, ບໍ່ມີຜູ້ໃດຈະຕັດສິນພວກເຈົ້າ ແລະ ເວົ້າວ່າພວກເຈົ້າຈະບໍ່ສະແຫວງຫາຄວາມຈິງໃນອະນາຄົດ. ເຮົາຈະບໍ່ຕັດສິນພວກເຈົ້າເຊັ່ນກັນ ແລະ ເວົ້າວ່າຖ້າພວກເຈົ້າບໍ່ສະແຫວງຫາຄວາມຈິງໃນຕອນນີ້, ພວກເຈົ້າຈະບໍ່ເຮັດມັນໃນອະນາຄົດຈັກເທື່ອ. ນັ້ນບໍ່ແມ່ນສິ່ງທີ່ກຳລັງເກີດຂຶ້ນ. ບໍ່ມີຄວາມສຳພັນທີ່ເປັນເຫດເປັນຜົນແບບນັ້ນ; ນີ້ບໍ່ແມ່ນຂໍ້ແທ້ຈິງ. ບໍ່ວ່າຫຍັງກໍຕາມ, ເຮົາຫວັງວ່າໃນອະນາຄົດອັນໃກ້ ຫຼື ແມ່ນແຕ່ໃນຊ່ວງເວລານີ້ແທ້ໆ, ພວກເຈົ້າສາມາດເລີ່ມຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ ແລະ ກາຍມາເປັນຄົນທີ່ສະແຫວງຫາຄວາມຈິງ ແລະ ນັບຢູ່ໃນບັນດາຄົນທີ່ມີຄວາມຫວັງທີ່ຈະຮັບຄວາມລອດພົ້ນ.
ການສະແຫວງຫາຄວາມຈິງແມ່ນກ່ຽວຂ້ອງກັບການຮັບເອົາຄວາມລອດພົ້ນໂດຍກົງ, ສະນັ້ນຫົວຂໍ້ຂອງການສະແຫວງຫາຄວາມຈິງຈຶ່ງບໍ່ແມ່ນນ້ອຍໆ. ເຖິງແມ່ນວ່າມັນອາດເປັນຫົວຂໍ້ທົ່ວໄປ, ມັນກໍເວົ້າຮອດເຖິງຄວາມຈິງຫຼາຍຢ່າງ. ໃນຄວາມເປັນຈິງແລ້ວ, ຫົວຂໍ້ນີ້ແມ່ນຜູກມັດຢ່າງສະໜິດແໜ້ນກັບຄວາມຄາດຫວັງໃນອະນາຄົດ ແລະ ໂຊກຊະຕາຂອງມະນຸດ ແລະ ເຖິງແມ່ນວ່າພວກເຮົາໄດ້ໂອ້ລົມກ່ຽວກັບມັນຢູ່ເລື້ອຍໆ, ຄົນກໍຍັງບໍ່ຊັດເຈນຫຼາຍກ່ຽວກັບຫຼາກຫຼາຍຄວາມຈິງ ແລະ ບັນຫາທີ່ພວກເຂົາຈຳເປັນຕ້ອງເຂົ້າໃຈກ່ຽວກັບການສະແຫວງຫາຄວາມຈິງ. ໃນທາງກົງກັນຂ້າມ, ດ້ວຍລັກສະນະທີ່ມຶນງົງ ພວກເຂົາພຽງແຕ່ຖືເອົາຫຼາກຫຼາຍພຶດຕິກຳ ແລະ ວິທີການທີ່ຜູ້ຄົນຖືວ່າດີ, ພ້ອມທັງຄວາມຄິດ ແລະ ມຸມມອງບາງຢ່າງທີ່ຄົນເຫັນວ່າເປັນຄວາມກະຕືລືລົ້ນພໍສົມຄວນ, ທະເຍີທະຍານ ແລະ ເປັນຄວາມຄິດບວກ ແລະ ສະແຫວງຫາພວກມັນຄືກັບເປັນຄວາມຈິງ. ນີ້ຄືຂໍ້ຜິດພາດທີ່ສຸດ. ມີຫຼາຍຢ່າງທີ່ຄົນເຫັນວ່າດີ, ເໝາະສົມ ແລະ ຖືກຕ້ອງ ເຊິ່ງຖ້າຈະເວົ້າຢ່າງຖືກຕ້ອງກໍຄືພວກມັນບໍ່ແມ່ນຄວາມຈິງ. ຢ່າງຫຼາຍທີ່ສຸດ, ພວກມັນບາງຢ່າງອາດສອດຄ່ອງຄວາມຈິງ, ແຕ່ຄົນໆໜຶ່ງບໍ່ສາມາດເວົ້າໄດ້ວ່າພວກມັນເປັນຄວາມຈິງ. ຄົນສ່ວນໃຫຍ່ມີຄວາມເຂົ້າໃຈຜິດຢ່າງຮ້າຍແຮງກ່ຽວກັບການສະແຫວງຫາຄວາມຈິງ ແລະ ພວກເຂົາແອບມີຄວາມເຂົ້າໃຈທີ່ຜິດພາດສອງສາມຢ່າງ ແລະ ມີອະຄະຕິຕໍ່ຄວາມຈິງ. ນັ້ນຄືເຫດຜົນທີ່ວ່າເປັນຫຍັງມັນຈຶ່ງຈຳເປັນສຳລັບພວກເຮົາທີ່ຈະໂອ້ລົມກ່ຽວກັບສິ່ງນີ້ຢ່າງຊັດເຈນ ແລະ ເຮັດໃຫ້ຜູ້ຄົນເຂົ້າໃຈຄວາມຈິງທີ່ຢູ່ພາຍໃນນັ້ນທີ່ພວກເຂົາຄວນເຂົ້າໃຈ ແລະ ບັນຫາທີ່ພວກເຂົາຄວນແກ້ໄຂ. ພວກເຈົ້າມີຄວາມຄິດໃດໆກ່ຽວກັບເນື້ອຫາສະເພາະກ່ຽວກັບການສະແຫວງຫາຄວາມຈິງທີ່ພວກເຮົາຫາກໍໂອ້ລົມກັນບໍ? ພວກເຈົ້າມີແຜນການ ຫຼື ເຈດຕະນາໃດໆບໍ? ຕອນນີ້ເມື່ອພວກເຮົາໄດ້ໃຫ້ນິຍາມທີ່ສະເພາະຂຶ້ນກ່ຽວກັບຄວາມໝາຍຂອງການສະແຫວງຫາຄວາມຈິງຜ່ານການໂອ້ລົມຂອງພວກເຮົາ, ຫຼາຍຄົນກໍມຶນງົງໜ້ອຍໜຶ່ງກ່ຽວກັບສິ່ງຕ່າງໆທີ່ພວກເຂົາເຄີຍເຮັດ ແລະ ສະແດງອອກ, ພ້ອມທັງສິ່ງທີ່ພວກເຂົາເຈດຕະນາຈະເຮັດໃນອະນາຄົດ. ພວກເຂົາບໍ່ພໍໃຈ ແລະ ບາງຄົນເຖິງກັບຮູ້ສຶກວ່າພວກເຂົາບໍ່ມີຄວາມຫວັງ ແລະ ພວກເຂົາຕົກຢູ່ໃນອັນຕະລາຍທີ່ຈະຖືກໂຍນຖິ້ມ. ຖ້າມີການໂອ້ລົມກ່ຽວກັບຄວາມຈິງຢ່າງຊັດເຈນ ແລະ ເຖິງຢ່າງນັ້ນຄົນກໍຍັງຮູ້ສຶກບໍ່ມີຊີວິດຊີວາ, ສະພາວະຂອງພວກເຂົາຖືກຕ້ອງບໍ? ມັນປົກກະຕິບໍ? (ບໍ່, ມັນບໍ່ປົກກະຕິ.) ຖ້າເຈົ້າສະແຫວງຫາຄວາມຈິງໃນເມື່ອກ່ອນ ແລະ ໄດ້ຮັບການຢືນຢັນກ່ຽວກັບສິ່ງນັ້ນໂດຍການຟັງການໂອ້ລົມນີ້, ເຈົ້າຈະບໍ່ຮູ້ສຶກມີກຳລັງໃຈຫຼາຍຂຶ້ນບໍ? (ແມ່ນ.) ສະນັ້ນເປັນຫຍັງຄົນຈຶ່ງຮູ້ສຶກບໍ່ມີຊີວິດຊີວາ? ແມ່ນຫຍັງຄືຕົ້ນຕໍຂອງຄວາມບໍ່ມີຊີວິດຊີວານັ້ນ? ຍິ່ງມີການໂອ້ລົມກ່ຽວກັບຄວາມຈິງໄດ້ຢ່າງໂປ່ງໃສ່ ແລະ ຢ່າງຊັດເຈນຫຼາຍສໍ່າໃດ, ຄົນກໍຄວນມີເສັ້ນທາງຫຼາຍສໍ່ານັ້ນ, ສະນັ້ນເປັນຫຍັງຖ້າຄົນມີເສັ້ນທາງຫຼາຍຂຶ້ນ, ພວກເຂົາຈະຮູ້ສຶກບໍ່ມີຊີວິດຊີວາຫຼາຍຂຶ້ນບໍ? ບໍ່ແມ່ນມີບັນຫາໃນທີ່ນີ້ບໍ? (ມີ.) ບັນຫາຫຍັງ? (ຖ້າຄົນໃດໜຶ່ງຮູ້ວ່າມັນດີທີ່ຈະສະແຫວງຫາຄວາມຈິງ ແຕ່ບໍ່ເຕັມໃຈທີ່ຈະສະແຫວງຫາມັນ, ມັນເປັນເພາະພວກເຂົາບໍ່ຮັກຄວາມຈິງ.) ຄົນບໍ່ຮັກຄວາມຈິງ ຫຼື ເຈດຕະນາທີ່ຈະສະແຫວງຫາມັນ, ນັ້ນຄືເຫດຜົນທີ່ພວກເຂົາຮູ້ສຶກບໍ່ມີຊີວິດຊີວາ. ແລ້ວການກະທຳທີ່ຜ່ານມາຂອງພວກເຂົາເປັນແນວໃດ? (ພວກເຂົາຖືກປະນາມ.) “ປະນາມ” ບໍ່ຄ່ອຍເປັນຄຳເວົ້າທີ່ຖືກຕ້ອງ, ຖ້າຈະເວົ້າຢ່າງຖືກຕ້ອງ ການກະທຳທີ່ຜ່ານມາຂອງພວກເຂົາບໍ່ເປັນທີ່ຮັບຮູ້. ການບໍ່ຮັບຮູ້ການກະທຳຂອງຄົນໆໜຶ່ງນັ້ນເປັນຜົນຮັບປະເພດໃດ? ກຳລັງເກີດຫຍັງຂຶ້ນເມື່ອການກະທຳຂອງຄົນໆໜຶ່ງບໍ່ເປັນທີ່ຮັບຮູ້? ມັນໝາຍຄວາມວ່າແນວໃດ? ນັ້ນຄືເລື່ອງງ່າຍໆ, ຖ້າການກະທຳຂອງຄົນໆໜຶ່ງບໍ່ເປັນທີ່ຮັບຮູ້, ມັນກໍສະແດງວ່າພວກເຂົາບໍ່ໄດ້ກຳລັງສະແຫວງຫາຄວາມຈິງ ແລະ ພວກເຂົາສະແຫວງຫາສິ່ງຕ່າງໆທີ່ມະນຸດຖືວ່າຖືກຕ້ອງ ແລະ ດີແທນ ແລະ ພວກເຂົາຍັງດຳລົງຊີວິດຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາ. ນີ້ບໍ່ແມ່ນສິ່ງທີ່ກຳລັງເກີດຂຶ້ນບໍ? (ແມ່ນ.) ນັ້ນຄືສິ່ງທີ່ກຳລັງເກີດຂຶ້ນ. ເມື່ອການກະທຳຂອງຜູ້ຄົນບໍ່ເປັນທີ່ຮັບຮູ້ໂດຍພຣະເຈົ້າ, ພວກເຂົາຮູ້ສຶກບໍ່ພໍໃຈ. ໃນເວລານັ້ນພວກເຂົາບໍ່ມີບາງຢ່າງທີ່ເປັນເສັ້ນທາງການປະຕິບັດທີ່ດີ ແລະ ຖືກຕ້ອງບໍ? ມັນຈະຖືກຕ້ອງບໍສຳລັບຄົນໃດໜຶ່ງຈະຄິດລົບ, ປະຖິ້ມໜ້າທີ່ຂອງພວກເຂົາ ແລະ ຍອມຖິ້ມຕົນເອງຄືກັບຄົນສິ້ນຫວັງພຽງແຕ່ເພາະການກະທຳຂອງພວກເຂົາບໍ່ເປັນທີ່ຮັບຮູ້? ນັ້ນແມ່ນເສັ້ນທາງການປະຕິບັດທີ່ຖືກຕ້ອງບໍ? (ບໍ່.) ມັນບໍ່ແມ່ນເສັ້ນທາງການປະຕິບັດທີ່ຖືກຕ້ອງ. ເມື່ອສິ່ງແບບນີ້ເກີດຂຶ້ນກັບຄົນໃດໜຶ່ງ ແລະ ພວກເຂົາຄົ້ນພົບບັນຫາຂອງພວກເຂົາເອງ, ພວກເຂົາຄວນແກ້ໄຂແນວທາງປະຕິບັດຂອງພວກເຂົາໃນທັນທີ. ຖ້າພວກເຂົາຄົ້ນພົບຜ່ານການໂອ້ລົມຂອງພວກເຮົາກ່ຽວກັບຄວາມໝາຍຂອງການສະແຫວງຫາຄວາມຈິງ, ການກະທຳ ແລະ ພຶດຕິກຳກ່ອນໜ້າຂອງເຈົ້າບໍ່ມີຫຍັງກ່ຽວຂ້ອງກັບການສະແຫວງຫາຄວາມຈິງ, ແລ້ວບໍ່ວ່າມັນເຮັດໃຫ້ເຈົ້າບໍ່ພໍໃຈ ຫຼື ບໍ່, ສິ່ງທຳອິດທີ່ເຈົ້າຄວນເຮັດຄືແກ້ໄຂຫົນທາງ ແລະ ວິທີການປະຕິບັດເດີມໆ ແລະ ຜິດພາດຂອງເຈົ້າ, ພ້ອມທັງເປັນເສັ້ນທາງທີ່ບໍ່ຖືກຕ້ອງໃນການສະແຫວງຫາຂອງເຈົ້າ. ເຈົ້າຄວນແກ້ໄຂສິ່ງເຫຼົ່ານັ້ນໃນທັນທີ. ເມື່ອການກະທຳກ່ອນໜ້າຂອງພວກເຂົາຖືກເມີນເສີຍ ແລະ ບໍ່ເປັນທີ່ຮັບຮູ້ໂດຍພຣະເຈົ້າ, ເມື່ອພຣະເຈົ້າເວົ້າວ່າການກະທຳເຫຼົ່ານີ້ເປັນພຽງການໃຊ້ແຮງງານ ແລະ ພວກມັນບໍ່ມີຫຍັງກ່ຽວຂ້ອງກັບການສະແຫວງຫາຄວາມຈິງ, ບາງຄົນຈະຄິດວ່າ “ໂອ, ພວກເຮົາທີ່ເປັນມະນຸດແມ່ນໂງ່ຈ້າ ແລະ ຕາບອດແທ້ໆ. ພວກເຮົາບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສາມາດເບິ່ງສິ່ງຕ່າງໆຕາມສິ່ງທີ່ພວກມັນເປັນ ແລະ ຕະຫຼອດເວລານີ້, ພວກເຮົາເຊື່ອວ່າພວກເຮົາກຳລັງປະຕິບັດຄວາມຈິງ ແລະ ສະແຫວງຫາຄວາມຈິງ ແລະ ເຮັດໃຫ້ພຣະເຈົ້າພໍໃຈ. ໃນຕອນນີ້ເອງພວກເຮົາຈຶ່ງຮຽນຮູ້ວ່າສິ່ງຕ່າງໆທີ່ພວກເຮົາເຮັດໃນສິ່ງທີ່ພວກເຮົາຄິດຜິດໆວ່າເປັນ ‘ການສະແຫວງຫາຄວາມຈິງ’ ນັ້ນເປັນພຽງພຶດຕິກຳດີໆຂອງມະນຸດ, ພວກເຂົາພຽງແຕ່ເປັນສິ່ງທີ່ຄົນເຮັດໂດຍອີງໃສ່ຫຼາກຫຼາຍຄວາມສາມາດໂດຍສັນຊາດຕະຍານ, ຄວາມສາມາດ ແລະ ພອນສະຫວັນທີ່ເປັນເນື້ອໜັງຂອງພວກເຂົາ. ພວກມັນບໍ່ໄດ້ຢູ່ໃກ້ແກ່ນແທ້, ນິຍາມ ແລະ ຂໍ້ຮຽກຮ້ອງໃນການສະແຫວງຫາຄວາມຈິງ; ພວກມັນພຽງແຕ່ບໍ່ມີຫຍັງກ່ຽວຂ້ອງກັບມັນເລີຍ. ພວກເຮົາຄວນເຮັດຫຍັງກ່ຽວກັບສິ່ງນີ້?” ນີ້ຄືບັນຫາໃຫຍ່ ແລະ ມັນຄວນໄດ້ຮັບການແກ້ໄຂ. ແມ່ນຫຍັງຄືວິທີການໃນການແກ້ໄຂສິ່ງນີ້? ມີການສະເໜີຄຳຖາມ: ເນື່ອງຈາກພຶດຕິກຳ ແລະ ວິທີການທີ່ຄົນຖືວ່າດີກ່ອນໜ້ານີ້ນັ້ນໄດ້ຖືກເມີນເສີຍຢ່າງເປັນເອກະພາບ ແລະ ພຣະເຈົ້າບໍ່ຈົດຈຳພວກມັນ ແລະ ພຣະອົງບໍ່ໃຫ້ນິຍາມວ່າພວກມັນເປັນການສະແຫວງຫາຄວາມຈິງ, ແລ້ວແມ່ນຫຍັງຄືການສະແຫວງຫາຄວາມຈິງ? ເພື່ອຕອບຄຳຖາມນີ້, ຄົນໆໜຶ່ງຕ້ອງອະທິຖານ ແລະ ອ່ານນິຍາມຂອງການສະແຫວງຫາຄວາມຈິງຢ່າງຮອບຄອບ ແລະ ຊອກຫາວິທີການປະຕິບັດຈາກນິຍາມນັ້ນ ແລະ ປ່ຽນມັນໃຫ້ກາຍເປັນຄວາມເປັນຈິງໃນຊີວິດຂອງພວກເຂົາ. ຄົນບໍ່ປະຕິບັດການສະແຫວງຫາຄວາມຈິງໃນອະດີດ, ສະນັ້ນນັບຕັ້ງແຕ່ນີ້ເປັນຕົ້ນໄປ ພວກເຂົາຕ້ອງຮັບເອົານິຍາມຂອງການສະແຫວງຫາຄວາມຈິງເປັນພື້ນຖານຂອງພວກເຂົາ ແລະ ເປັນພື້ນຖານໃນຄວາມປະພຶດຂອງພວກເຂົາ. ສະນັ້ນແມ່ນຫຍັງຄືນິຍາມຂອງການສະແຫວງຫາຄວາມຈິງ? ມັນເປັນເຊັ່ນນີ້: ການເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຕົນເອງ ແລະ ກະທຳ, ຕາມພຣະທຳຂອງພຣະເຈົ້າທັງໝົດ, ໂດຍມີຄວາມຈິງເປັນເກນຂອງຄົນໆໜຶ່ງ. ບໍ່ສາມາດອະທິບາຍສິ່ງນີ້ໄດ້ຊັດເຈນ ຫຼື ຈະແຈ້ງໄປຫຼາຍກວ່ານີ້ແລ້ວ. ແມ່ນຫຍັງຄືການກະທຳ ແລະ ພຶດຕິກຳກ່ອນໜ້ານີ້ທັງໝົດຂອງມະນຸດ? ພວກມັນສອດຄ່ອງກັບພຣະທຳຂອງພຣະເຈົ້າ, ໂດຍມີຄວາມຈິງເປັນເກນຂອງພວກເຂົາບໍ? ໃຫ້ທົບທວນຄິດ, ພວກມັນສອດຄ່ອງບໍ? (ບໍ່.) ມັນອາດເວົ້າໄດ້ວ່າການກະທຳ ແລະ ພຶດຕິກຳດັ່ງກ່າວແມ່ນພົບເຫັນໄດ້ດົນໆຄັ້ງ, ພວກເຂົາເກືອບບໍ່ພົບເຫັນຢູ່ໃສເລີຍ. ສະນັ້ນມະນຸດບໍ່ໄດ້ບັນລຸຫຍັງແທ້ໆເລີຍບໍ ຕະຫຼອດເວລາຫຼາຍປີທີ່ເຊື່ອໃນພຣະເຈົ້າ ແລະ ອ່ານ ແລະ ໂອ້ລົມກ່ຽວກັບພຣະທຳຂອງພຣະອົງ? ຄົນບໍ່ໄດ້ປະຕິບັດແມ່ນແຕ່ສິ່ງດຽວຕາມພຣະທຳຂອງພຣະເຈົ້າບໍ? ນິຍາມທີ່ວ່າ “ການເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຕົນເອງ ແລະ ການກະທຳ, ຕາມພຣະທຳຂອງພຣະເຈົ້າທັງໝົດ, ໂດຍມີຄວາມຈິງເປັນເກນຂອງຄົນໆໜຶ່ງ” ທີ່ພວກເຮົາເວົ້າເຖິງໃນທີ່ນີ້ແມ່ນແນໃສ່ຫຍັງ? ແມ່ນຫຍັງຄືບັນຫາທີ່ມັນຈະແກ້ໄຂ? ມັນແນໃສ່ບັນຫາໃດຂອງມະນຸດ ແລະ ແງ່ມຸມໃດໃນແກ່ນແທ້ຂອງອຸປະນິໄສຂອງມະນຸດ? ຕອນນີ້ຄົນອາດເຂົ້າໃຈນິຍາມຂອງການສະແຫວງຫາຄວາມຈິງ, ແຕ່ເມື່ອເວົ້າເຖິງວ່າເປັນຫຍັງການກະທຳທີ່ຜ່ານມາຂອງພວກເຂົາຈຶ່ງບໍ່ເປັນທີ່ຮັບຮູ້ ແລະ ເປັນຫຍັງພວກມັນຈຶ່ງຖືກນິຍາມວ່າບໍ່ແມ່ນການສະແຫວງຫາຄວາມຈິງ, ສິ່ງເຫຼົ່ານີ້ກໍຍັງຄົງບໍ່ຊັດເຈນ, ບໍ່ສາມາດຢັ່ງເຖິງໄດ້ ແລະ ຄຸມເຄືອສຳລັບພວກເຂົາ. ບາງຄົນຈະເວົ້າວ່າ “ພວກເຮົາໄດ້ປະຖິ້ມຫຼາຍຢ່າງນັບຕັ້ງແຕ່ທີ່ພວກເຮົາໄດ້ຍອມຮັບຊື່ຂອງພຣະເຈົ້າ: ພວກເຮົາໄດ້ປະຖິ້ມຄອບຄົວຂອງພວກເຮົາ ແລະ ວຽກງານຂອງພວກເຮົາ ແລະ ພວກເຮົາປະຖິ້ມຄວາມຄາດຫວັງໃນອະນາຄົດຂອງພວກເຮົາ. ພວກເຮົາບາງຄົນໄດ້ລາອອກຈາກວຽກດີ; ພວກເຮົາບາງຄົນໄດ້ປະຖິ້ມຄອບຄົວທີ່ມີຄວາມສຸກ; ພວກເຮົາບາງຄົນມີອາຊີບທີ່ດີຫຼາຍເຊິ່ງໄດ້ຮັບເງິນດີພ້ອມກັບມີຄວາມຄາດຫວັງໃນອະນາຄົດທີ່ໄຮ້ຂອບເຂດ ແລະ ປ່ອຍມັນຖິ້ມທັງໝົດ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຮົາໄດ້ປະຕິເສດ. ນັບຕັ້ງແຕ່ທີ່ມາເຊື່ອໃນພຣະເຈົ້າ, ພວກເຮົາໄດ້ຮຽນຮູ້ທີ່ຈະຖ່ອມຕົວ, ອົດທົນ ແລະ ອົດກັ້ນ. ພວກເຮົາບໍ່ໂຕ້ຖຽງກັບຄົນອື່ນເມື່ອພວກເຮົາມີປະຕິສຳພັນກັບພວກເຂົາ, ພວກເຮົາເຮັດສຸດຄວາມສາມາດຂອງພວກເຮົາເພື່ອຮັບມືກັບເລື່ອງໃດໜຶ່ງທີ່ເກີດຂຶ້ນໃນຄຣິສຕະຈັກ ແລະ ພວກເຮົາເຮັດສຸດຄວາມສາມາດຂອງພວກເຮົາເພື່ອຊ່ວຍເຫຼືອອ້າຍເອື້ອຍນ້ອງຂອງພວກເຮົາດ້ວຍຄວາມຮັກ ເມື່ອໃດກໍຕາມທີ່ພວກເຂົາມີຄວາມຫຍຸ້ງຍາກໃດໜຶ່ງ. ພວກເຮົາຫຼີກລ່ຽງຈາກການສ້າງຄວາມເສຍຫາຍໃຫ້ຄົນອື່ນ ແລະ ພວກເຮົາຫຼີກລ່ຽງຈາກການທຳລາຍຜົນປະໂຫຍດຂອງຄົນອື່ນໃຫ້ຫຼາຍເທົ່າທີ່ເປັນໄປໄດ້. ວິທີການເຫຼົ່ານີ້ບໍ່ມີຫຍັງກ່ຽວຂ້ອງກັບການສະແຫວງຫາຄວາມຈິງແທ້ໆບໍ?” ໃຫ້ຄິດຢ່າງຮອບຄອບໃນຕອນນີ້: ການສະຫຼະ, ການເສຍສະຫຼະ, ການພະຍາຍາມຢ່າງໜັກ, ຄວາມອົດກັ້ນ, ຄວາມອົດທົນ ແລະ ແມ່ນແຕ່ການທົນທຸກຂອງມະນຸດແມ່ນກ່ຽວຂ້ອງກັບຫຍັງ? ຈະບັນລຸສິ່ງເຫຼົ່ານີ້ໄດ້ແນວໃດ? ພວກມັນອີງໃສ່ຫຍັງ? ແມ່ນຫຍັງຄືແຮງຜັກດັນທີ່ຂັບເຄື່ອນຄົນໃຫ້ເຮັດສິ່ງເຫຼົ່ານີ້? ໃຫ້ໄຕ່ຕອງກ່ຽວກັບສິ່ງນີ້. ສິ່ງເຫຼົ່ານີ້ບໍ່ຄູ່ຄວນແກ່ນການຄິດຢ່າງເລິກຊຶ້ງບໍ? (ຄູ່ຄວນ.) ດີ, ເມື່ອພວກມັນຄູ່ຄວນແກ່ການຄິດຢ່າງເລິກຊຶ້ງ, ພວກເຮົາມາຄົ້ນຄວ້າ ແລະ ສືບຄົ້ນພວກມັນໃນມື້ນີ້ກັນເທາະ; ພວກເຮົາມາເບິ່ງກັນເທາະວ່າສິ່ງເຫຼົ່ານີ້ທີ່ມະນຸດຖືວ່າດີ, ຖືກຕ້ອງ ແລະ ສູງສົ່ງຢູ່ສະເໝີມີຫຍັງກ່ຽວຂ້ອງກັບການສະແຫວງຫາຄວາມຈິງ ຫຼື ບໍ່.
ພວກເຮົາຈະເລີ່ມຕົ້ນໂດຍການພິຈາລະນາເບິ່ງການສະຫຼະຂອງມະນຸດ, ການພະຍາຍາມຢ່າງໜັກ ແລະ ລາຄາທີ່ມະນຸດຈ່າຍ. ໂດຍບໍ່ກ່ຽວກັບບໍລິບົດ ຫຼື ສະພາບແວດລ້ອມຂອງການສະຫຼະ, ການພະຍາຍາມຢ່າງໜັກ ແລະ ລາຄາເຫຼົ່ານີ້, ແຮງຜັກດັນຫຼັກໆສຳລັບສິ່ງເຫຼົ່ານີ້ມາຈາກໃສ? ໃນການສະຫຼຸບຂອງເຮົາແມ່ນມີສອງແຫຼ່ງທີ່ມາ. ແຫຼ່ງທີ່ທຳອິດຄືເມື່ອຄົນຄິດໃນຄວາມຄິດ ແລະ ແນວຄິດຂອງພວກເຂົາວ່າ “ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນປະຕິເສດ ແລະ ເສຍສະລະຕົນເອງ ແລະ ຈ່າຍລາຄາສຳລັບພຣະອົງ. ພຣະເຈົ້າມັກເມື່ອຄົນເຮັດແບບນັ້ນ. ພຣະອົງບໍ່ມັກເມື່ອຄົນໝົກມຸ່ນກັບຄວາມສະບາຍ ແລະ ສະແຫວງຫາສິ່ງຕ່າງໆທາງໂລກ ຫຼື ເມື່ອພວກເຂົາຍັງເມີນເສີຍ ແລະ ສືບຕໍ່ໃຊ້ຊີວິດຂອງພວກເຂົາຫຼັງຈາກທີ່ພວກເຂົາອ້າງວ່າໄດ້ຍອມຮັບຊື່ຂອງພຣະອົງ ແລະ ກາຍມາເປັນຜູ້ຕິດຕາມຂອງພຣະອົງ. ພຣະເຈົ້າບໍ່ມັກເມື່ອຄົນເຮັດແບບນັ້ນ”. ໃນເລື່ອງຄວາມປະສົງສ່ວນຕົວຂອງຜູ້ຄົນ, ຄວາມຄິດນີ້ເປັນສິ່ງທີ່ແນ່ນອນ. ບໍ່ວ່າເຫດຜົນຂອງຄົນໃດໜຶ່ງສຳລັບການຍອມຮັບພຣະເຈົ້າ ແລະ ພາລະກິດໃໝ່ຂອງພຣະອົງຈະແມ່ນຫຍັງກໍຕາມ, ຄວາມປະສົງສ່ວນຕົວຂອງພວກເຂົາເຫັນດີທີ່ຈະເຮັດໃນລັກສະນະນີ້, ເຊື່ອວ່າພຣະເຈົ້າພຽງແຕ່ມັກເມື່ອຄົນເຮັດແບບນັ້ນ ແລະ ພວກເຂົາຈະພຽງແຕ່ໄດ້ຮັບຄວາມສຸກ ແລະ ຄວາມພໍໃຈຂອງພຣະເຈົ້າໂດຍການເຮັດໃນລັກສະນະນີ້. ພວກເຂົາຄິດວ່າຕາບໃດທີ່ຄົນດິ້ນຮົນຢ່າງບາກບັ່ນ ແລະ ພະຍາຍາມ ແລະ ໃຊ້ແຮງຢ່າງໜັກໂດຍບໍ່ຮຽກຮ້ອງຫຍັງເປັນການຕອບແທນ ແລະ ຕາບໃດທີ່ຄົນບໍ່ສົນໃຈກັບຄວາມສຸກສະບາຍຂອງພວກເຂົາ ຫຼື ສາບານທີ່ຈະຈ່າຍລາຄາ ແລະ ສືບຕໍ່ໃຊ້ແຮງຢ່າງໜັກ ແລະ ຈ່າຍລາຄາ ແລະ ເສຍສະຫຼະ ແລະ ຖວາຍຕົນເອງໃຫ້ພຣະເຈົ້າ, ແລ້ວພຣະເຈົ້າຈະມີຄວາມສຸກຢ່າງແນ່ນອນ. ແລ້ວດ້ວຍເຫດນັ້ນ ຫຼັງຈາກທີ່ຄົນໃດໜຶ່ງເຊື່ອສິ່ງນີ້, ພວກເຂົາຈະກົ້ມຫົວຂອງພວກເຂົາລົງໂດຍບໍ່ຄິດໄຕ່ຕອງອີກຄັ້ງ ແລະ ບໍ່ວ່າທຸກສິ່ງທີ່ເຫຼືອຈະແມ່ນຫຍັງກໍຕາມ, ພວກເຂົາກໍປະຕິເສດທຸກສິ່ງທີ່ພວກເຂົາສາມາດປະຕິເສດ ແລະ ຖວາຍທຸກສິ່ງທີ່ພວກເຂົາສາມາດຖວາຍ ແລະ ອົດກັ້ນກັບການທົນທຸກທີ່ພວກເຂົາສາມາດອົດກັ້ນໄດ້. ຄົນດຳເນີນວິທີການເຫຼົ່ານີ້, ແຕ່ມີພວກເຂົາຄົນໃດທີ່ໂງຫົວຂອງພວກເຂົາເພື່ອຖາມພຣະເຈົ້າວ່າ “ພຣະເຈົ້າ, ສິ່ງຕ່າງໆທີ່ຂ້ານ້ອຍກຳລັງເຮັດເປັນສິ່ງທີ່ພຣະອົງຕ້ອງການບໍ? ພຣະເຈົ້າ, ພຣະອົງຮັບຮູ້ການເສຍສະຫຼະຂອງຂ້ານ້ອຍ, ການພະຍາຍາມຢ່າງໜັກຂອງຂ້ານ້ອຍ, ການທົນທຸກຂອງຂ້ານ້ອຍ ແລະ ລາຄາທີ່ຂ້ານ້ອຍໄດ້ຈ່າຍບໍ?” ບໍ? ຄົນບໍ່ເຄີຍຖາມສິ່ງນີ້ກັບພຣະເຈົ້າຈັກເທື່ອ ແລະ ໂດຍບໍ່ຮູ້ວ່າແມ່ນຫຍັງຄືປະຕິກິລິຍາຂອງພຣະເຈົ້າ ຫຼື ທ່າທີ່ຂອງພຣະອົງ, ພວກເຂົາສືບຕໍ່ພະຍາຍາມຢ່າງໜັກໂດຍນຶກເອົາເອງວ່າເປັນຈິງ ແລະ ຖວາຍ ແລະ ເສຍສະຫຼະຕົນເອງ, ເຊື່ອວ່າພຣະເຈົ້າຈະມີຄວາມສຸກ ແລະ ພໍໃຈຖ້າພວກເຂົາທົນທຸກໃນລັກສະນະນີ້ເທົ່ານັ້ນ. ບາງຄົນໄປໄກຈົນຮອດການບໍ່ກິນສາລະເປົາ, ຢ້ານວ່າພຣະເຈົ້າຈະບໍ່ມີຄວາມສຸກ ຖ້າພວກເຂົາກິນ. ໃນທາງກົງກັນຂ້າມພວກເຂົາກິນໜຶ້ງແປ້ງສາລີ, ເຊື່ອວ່າການກິນສາລະເປົາຄືການໝົກມຸ່ນກັບຄວາມສະບາຍ. ພວກເຂົາພຽງແຕ່ຮູ້ສຶກສະບາຍໃຈເມື່ອພວກເຂົາກຳລັງກິນໜຶ້ງແປ້ງສາລີ, ແປ້ງບາງທີ່ເປັນອາຫານເຫຼືອ ແລະ ຜັກດອງ ແລະ ເມື່ອພວກເຂົາຮູ້ສຶກສະບາຍໃຈ, ພວກເຂົາກໍຄິດວ່າພຣະເຈົ້າຕ້ອງພໍໃຈຢ່າງແນ່ນອນ. ພວກເຂົາເຂົ້າໃຈຜິດວ່າຄວາມຮູ້ສຶກຂອງພວກເຂົາເອງ, ຄວາມປິຕິຍິນດີ, ຄວາມໂສກເສົ້າ, ຄວາມໃຈຮ້າຍ ແລະ ຄວາມສຸກຂອງພວກເຂົາເອງເປັນຄວາມຮູ້ສຶກຂອງພຣະເຈົ້າ, ເປັນຄວາມປິຕິຍິນດີ, ຄວາມໂສກເສົ້າ, ຄວາມໃຈຮ້າຍ ແລະ ຄວາມສຸກຂອງພຣະອົງ. ນັ້ນບໍ່ແມ່ນສິ່ງທີ່ບໍ່ມີເຫດຜົນບໍ? ຫຼາຍຄົນປະຕິບັດຕໍ່ສິ່ງຕ່າງໆທີ່ມະນຸດຖືວ່າຖືກຕ້ອງນັ້ນເປັນຄວາມຈິງ ແລະ ພວກເຂົາກຳນົດສິ່ງເຫຼົ່ານັ້ນໃຫ້ພຣະເຈົ້າ, ອະທິບາຍວ່າພວກມັນເປັນຂໍ້ຮຽກຮ້ອງຂອງພຣະເຈົ້າສຳລັບມະນຸດ, ເພາະນັ້ນຄືສິ່ງທີ່ທຸກຄົນເຊື່ອ. ແລ້ວຕາບໃດທີ່ຄົນມີຄວາມເຊື່ອແບບນັ້ນ, ມັນກໍມີແນວໂນ້ມ ແລະ ເປັນທຳມະຊາດຫຼາຍທີ່ພວກເຂົາຈະຈັດປະເພດຖ້ອຍຄຳ ແລະ ພຶດຕິກຳ ແລະ ວິທີການເຫຼົ່ານັ້ນໃຫ້ເປັນຄວາມຈິງຢ່າງບໍ່ມີສະຕິ. ແລ້ວເມື່ອຄົນຕັດສິນວ່າສິ່ງເຫຼົ່ານັ້ນເປັນຄວາມຈິງ, ພວກເຂົາຈະຄິດວ່າພວກມັນຕ້ອງເປັນຫຼັກການປະຕິບັດທີ່ມະນຸດຈຳເປັນຕ້ອງປະຕິບັດຕາມ ແລະ ຖ້າຄົນໃດໜຶ່ງປະຕິບັດ ແລະ ເຮັດຕາມພວກມັນໃນລັກສະນະນີ້, ພວກເຂົາກໍກຳລັງປະຕິບັດພຣະທຳຂອງພຣະເຈົ້າ, ສະແຫວງຫາຄວາມຈິງ ແລະ ເຮັດຄວາມປະສົງຂອງພຣະອົງຢ່າງແນ່ນອນ. ແລ້ວຍ້ອນຄົນກຳລັງ “ເຮັດຄວາມປະສົງຂອງພຣະເຈົ້າ”, ຄວາມລຳບາກຂອງພວກເຂົາບໍ່ຄຸ້ມຄ່າບໍ? ພວກເຂົາບໍ່ໄດ້ກຳລັງຈ່າຍລາຄານີ້ຢ່າງຖືກຕ້ອງບໍ? ນີ້ບໍ່ແມ່ນສິ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈ ແລະ ຈົດຈໍາບໍ? ຄົນຈະຄິດວ່າມັນເປັນເຊັ່ນນັ້ນຢ່າງແນ່ນອນ. ນີ້ຄືໄລຍະຫ່າງ ແລະ ຄວາມແຕກຕ່າງລະຫວ່າງສິ່ງທີ່ມະນຸດເຊື່ອວ່າເປັນ “ຄວາມຈິງ” ແລະ ພຣະທຳຂອງພຣະເຈົ້າ. ໃນແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ຄົນຈັດປະເພດທຸກສິ່ງທີ່ສອດຄ່ອງກັບລັກສະນະທາງສິນທຳຂອງມະນຸດ ແລະ ສິ່ງທີ່ດີ, ສູງສົ່ງ ແລະ ຖືກຕ້ອງໃຫ້ເປັນຄວາມຈິງຢ່າງເປັນເອກະພາບກັນ ແລະ ຈາກນັ້ນພວກເຂົາກໍສືບຕໍ່ເຮັດ ແລະ ບາກບັ່ນໃນການປະຕິບັດໃນທິດທາງນັ້ນ ໃນຂະນະທີ່ຮຽກຮ້ອງຈາກພວກເຂົາຢ່າງເຂັ້ມງວດ. ພວກເຂົາເຊື່ອວ່າພວກເຂົາກຳລັງສະແຫວງຫາຄວາມຈິງ, ພວກເຂົາກໍພໍໆກັບຄົນໃດໜຶ່ງທີ່ສະແຫວງຫາຄວາມຈິງ ແລະ ພວກເຂົາຍັງເປັນຄົນທີ່ຈະຖືກຊ່ວຍໃຫ້ລອດພົ້ນຢ່າງແນ່ນອນ. ຂໍ້ແທ້ຈິງກໍຄືພຣະທຳຂອງພຣະເຈົ້າ ແລະ ຄວາມຈິງບໍ່ມີຫຍັງກ່ຽວຂ້ອງກັບສິ່ງຕ່າງໆທີ່ຄົນຖືໃນແນວຄິດຂອງພວກເຂົາວ່າເປັນສິ່ງທີ່ດີ, ຖືກຕ້ອງ ແລະ ເປັນບວກ. ຢ່າງໃດກໍຕາມ, ເຖິງແມ່ນວ່າຄົນອ່ານ ແລະ ຖືພຣະທຳຂອງພຣະເຈົ້າໄວ້ໃນມືຂອງພວກເຂົາ, ໃນແນວຄິດຂອງພວກເຂົານັ້ນ ພວກເຂົາກໍຖືເອົາທຸກສິ່ງທີ່ດີ, ຖືກຕ້ອງ, ສວຍງາມ, ມີເມດຕາ, ເປັນບວກ ແລະ ມະນຸດສົ່ງເສີມນັ້ນຄືກັບເປັນຄວາມຈິງ, ເປັນສິ່ງທີ່ດີ ແລະ ພວກເຂົາສະແຫວງຫາພວກມັນຢ່າງບໍ່ອິດເມື່ອຍ, ບໍ່ພຽງແຕ່ຮຽກຮ້ອງໃຫ້ຕົນເອງສະແຫວງຫາ ແລະ ຮັບເອົາພວກມັນ, ແຕ່ຍັງຮຽກຮ້ອງໃຫ້ຄົນອື່ນສະແຫວງຫາ ແລະ ຮັບເອົາພວກມັນ. ຄົນເຂົ້າໃຈຜິດຢ່າງບໍ່ອິດເມື່ອຍວ່າສິ່ງຕ່າງໆທີ່ມະນຸດເຫັນວ່າດີນັ້ນເປັນຄວາມຈິງ ແລະ ຈາກນັ້ນພວກເຂົາກໍສະແຫວງຫາຕາມມາດຕະຖານ ແລະ ທິດທາງທີ່ສິ່ງເຫຼົ່ານັ້ນຮຽກຮ້ອງ ແລະ ດ້ວຍເຫດນັ້ນກໍເຊື່ອວ່າພວກເຂົາກຳລັງສະແຫວງຫາຄວາມຈິງ ແລະ ດຳລົງຊີວິດຕາມຄວາມເປັນຈິງແຫ່ງຄວາມຈິງແລ້ວ. ນີ້ຄືດ້ານໜຶ່ງຂອງຄວາມເຂົ້າໃຈຜິດໆທີ່ຄົນມີກ່ຽວກັບການສະແຫວງຫາຄວາມຈິງ. ຄວາມເຂົ້າໃຈຜິດໆກໍຄືການທີ່ຄົນຖືວ່າສິ່ງທີ່ພວກເຂົາເຊື່ອໃນແນວຄິດຂອງພວກເຂົາວ່າເປັນສິ່ງທີ່ດີ, ຖືກຕ້ອງ ແລະ ເປັນບວກນັ້ນຄືມາດຕະຖານຂອງພວກເຂົາ, ເຂົ້າແທນທີ່ຂໍ້ຮຽກຮ້ອງຂອງພຣະເຈົ້າສຳລັບມະນຸດ ແລະ ຂໍ້ຮຽກຮ້ອງ ແລະ ມາດຕະຖານໃນພຣະທຳຂອງພຣະອົງ. ຄົນເຂົ້າໃຈຜິດວ່າສິ່ງເຫຼົ່ານີ້ທີ່ພວກເຂົາເຊື່ອວ່າຖືກຕ້ອງ ແລະ ດີໃນແນວຄິດຂອງພວກເຂົານັ້ນເປັນຄວາມຈິງ ແລະ ບໍ່ແມ່ນພຽງແຕ່ສໍ່ານັ້ນ, ພວກເຂົາຍັງປະຕິບັດຕາມສິ່ງເຫຼົ່ານີ້ ແລະ ສະແຫວງຫາພວກມັນເຊັ່ນກັນ. ນີ້ບໍ່ແມ່ນບັນຫາບໍ? (ແມ່ນ.) ມັນເປັນບັນຫາທີ່ຄວາມຄິດ ແລະ ມຸມມອງຂອງມະນຸດ. ຄົນໄດ້ຮັບແຮງຜັກດັນຈາກຫຍັງ, ພວກເຂົາເຮັດສິ່ງເຫຼົ່ານີ້ໃນເມື່ອໃດ? ແມ່ນຫຍັງຄືສາເຫດຕົ້ນຕໍທີ່ພາໃຫ້ພວກເຂົາມີແນວຄິດ ແລະ ຄວາມເຂົ້າໃຈຜິດໆເຫຼົ່ານີ້? ສາເຫດຕົ້ນຕໍກໍຄືຄົນເຊື່ອວ່າພຣະເຈົ້າມັກສິ່ງເຫຼົ່ານີ້, ສະນັ້ນພວກເຂົາຈຶ່ງກຳນົດພວກມັນໃສ່ພຣະອົງ. ຕົວຢ່າງ: ວັດທະນະທຳດັ້ງເດີມບອກໃຫ້ຄົນດຸໝັ່ນ ແລະ ປະຢັດ; ຄວາມດຸໝັ່ນ ແລະ ການປະຢັດເປັນຄຸນງາມຄວາມດີຂອງມະນຸດ. “ເຈົ້າຕ້ອງອົດກັ້ນກັບການທົນທຸກທີ່ໃຫຍ່ຫຼວງເພື່ອທີ່ຈະຢູ່ໃນອັນດັບຕົ້ນໆ” ແມ່ນອີກໜຶ່ງຄຸນງາມຄວາມດີ, ເຊັ່ນດຽວກັບ “ເຮັດຕາມທີ່ເຈົ້ານາຍຂອງເຈົ້າສັ່ງການ ຫຼື ເຈົ້າຈະບໍ່ໄດ້ຮັບຫຍັງແມ່ນແຕ່ຈາກຄວາມພະຍາຍາມທີ່ພາກພຽນທີ່ສຸດຂອງເຈົ້າ” ແລະ ແນວຄິດອື່ນໆແບບນີ້. ໃນທຸກເຊື້ອຊາດ ແລະ ກຸ່ມ, ຄົນເຊື່ອວ່າທຸກສິ່ງທີ່ພວກເຂົາຖືວ່າດີ, ຖືກຕ້ອງ, ເປັນບວກ, ຫ້າວຫັນ ແລະ ທະເຍີທະຍານນັ້ນຄືຄວາມຈິງ ແລະ ພວກເຂົາປະຕິບັດຕໍ່ສິ່ງເຫຼົ່ານີ້ຄືກັບເປັນຄວາມຈິງ, ເຂົ້າແທນທີ່ຄວາມຈິງທັງໝົດທີ່ພຣະເຈົ້າໄດ້ສະແດງອອກ. ພວກເຂົາເຂົ້າໃຈຜິດວ່າສິ່ງຕ່າງໆທີ່ມະນຸດເຊື່ອຢ່າງໜັກແໜ້ນ, ເຊິ່ງເປັນຂອງຊາຕານນັ້ນ, ເປັນຄວາມຈິງ ແລະ ມາດຕະຖານສຳລັບຂໍ້ຮຽກຮ້ອງຂອງພຣະເຈົ້າ. ພວກເຂົາແນການສະແຫວງຫາຂອງພວກເຂົາໄປຫາອຸດົມການ, ທິດທາງ ແລະ ເປົ້າໝາຍທີ່ພວກເຂົາຈິນຕະນາການ ແລະ ເຊື່ອວ່າຖືກຕ້ອງ. ນີ້ຄືຂໍ້ຜິດພາດທີ່ສຸດ. ສິ່ງເຫຼົ່ານີ້ທີ່ມາຈາກແນວຄິດ ແລະ ຈິນຕະນາການຂອງມະນຸດບໍ່ໄດ້ສອດຄ່ອງກັບພຣະທຳຂອງພຣະເຈົ້າເລີຍ ແລະ ພວກມັນຂັດກັບຄວາມຈິງໂດຍສິ້ນເຊີງ.
ເຮົາຈະໃຫ້ສອງສາມຕົວຢ່າງທີ່ຄົນເຂົ້າໃຈຜິດວ່າສິ່ງຕ່າງໆທີ່ພວກເຂົາຖືວ່າດີ ແລະ ຖືກຕ້ອງນັ້ນເປັນຄວາມຈິງໃນແນວຄິດຂອງພວກເຂົາ, ເພື່ອວ່າແນວຄິດນີ້ຈະບໍ່ເປັນນາມມະທຳຫຼາຍ ແລະ ພວກເຈົ້າຈະສາມາດເຂົ້າໃຈມັນ. ຕົວຢ່າງ: ແມ່ຍິງບາງຄົນເຊົາແຕ່ງໜ້າ ແລະ ສວມໃສ່ເຄື່ອງປະດັບຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ. ພວກເຂົາເລືອກທີ່ຈະບໍ່ສົນໃຈເຄື່ອງແຕ່ງໜ້າ ແລະ ເຄື່ອງປະດັບຂອງພວກເຂົາ, ຄິດວ່າຜູ້ເຊື່ອໃນພຣະເຈົ້າຄວນປະພຶດຕົນເອງ ແລະ ພວກເຂົາບໍ່ສາມາດແຕ່ງໜ້າ ຫຼື ແຕ່ງຕົວໃຫ້ດູດີ. ບາງຄົນເປັນເຈົ້າຂອງລົດ ແຕ່ບໍ່ຂັບພວກມັນ, ພວກເຂົາຂີ່ລົດຖີບແທນ. ພວກເຂົາຄິດວ່າການຂັບລົດເປັນການໝົກມຸ່ນໃນຄວາມສະບາຍ. ບາງຄົນມີວິທີການກິນຊີ້ນ, ແຕ່ບໍ່ໄດ້ເຮັດເຊັ່ນນັ້ນ ໂດຍຄິດວ່າຖ້າພວກເຂົາກິນຊີ້ນຢູ່ສະເໝີ ແລະ ເມື່ອຮອດເວລາທີ່ສະຖານະການຕ່າງໆບໍ່ເອື້ອອຳນວຍໃຫ້ພວກເຂົາກິນຊີ້ນອີກຕໍ່ໄປ, ພວກເຂົາຈະເລີ່ມຄິດລົບ ແລະ ອ່ອນແອ ແລະ ທໍລະຍົດພຣະເຈົ້າ. ສະນັ້ນພວກເຂົາຈຶ່ງຮຽນຮູ້ທີ່ຈະເລີ່ມທົນທຸກກັບການບໍ່ກິນຊີ້ນກ່ອນ. ຄົນອື່ນຄິດວ່າ ໃນຖານະຜູ້ເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງເຮັດຄືກັບວ່າປະພຶດຕົວດີ, ສະນັ້ນພວກເຂົາຈຶ່ງຕ້ອງປະເມີນຂໍ້ບົກຜ່ອງ ແລະ ນິໄສທີ່ບໍ່ດີຂອງພວກເຂົາ ແລະ ພວກເຂົາເຮັດວຽກໜັກເພື່ອປັບປ່ຽນນໍ້າສຽງການເວົ້າຂອງພວກເຂົາ, ພວກເຂົາຄວບຄຸມອາລົມຂອງພວກເຂົາ ແລະ ພວກເຂົາເຮັດສຸດຄວາມສາມາດຂອງພວກເຂົາເພື່ອເຮັດໃຫ້ຕົນເອງສຸພາບຮຽບຮ້ອຍ ແລະ ບໍ່ຕໍ່າຊ້າ. ພວກເຂົາຄິດວ່າຫຼັງຈາກທີ່ຄົນໃດໜຶ່ງມາເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງຈຳກັດ ແລະ ຄວບຄຸມຕົນເອງ, ພວກເຂົາຕ້ອງເປັນຄົນດີໃນສາຍຕາຂອງຄົນອື່ນ ແລະ ປະພຶດຕົວດີ. ພວກເຂົາຄິດວ່າໃນການເຮັດເຊັ່ນນັ້ນ, ພວກເຂົາກຳລັງຈ່າຍລາຄາ, ເຮັດໃຫ້ພຣະເຈົ້າພໍໃຈ ແລະ ປະຕິບັດຄວາມຈິງ. ບາງຄົນແຕ່ງຕົວໃຫ້ດູດີ ແລະ ອອກໄປເລາະຊື້ເຄື່ອງເປັນບາງຄັ້ງບາງຄາວ ແລະ ຮູ້ສຶກຜິດເມື່ອພວກເຂົາເຮັດເຊັ່ນນັ້ນ. ພວກເຂົາຄິດວ່າຕອນນີ້ພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາບໍ່ສາມາດແຕ່ງໜ້າ ແລະ ແຕ່ງຕົວໃຫ້ດູດີ ແລະ ພວກເຂົາບໍ່ສາມາດສວມໃສ່ເສື້ອຜ້າດີໆໄດ້. ພວກເຂົາເຊື່ອວ່າຖ້າພວກເຂົາແຕ່ງໜ້າພວກເຂົາ, ແຕ່ງຕົວໃຫ້ດູດີ ແລະ ສວມໃສ່ເສື້ອຜ້າດີໆ, ພຣະເຈົ້າຈະກຽດຊັງ ແລະ ບໍ່ມັກມັນ. ພວກເຂົາເຊື່ອວ່າພຣະເຈົ້າມັກມະນຸດຊາດແບບດັ້ງເດີມ, ພຣະເຈົ້າບໍ່ມັກອຸດສາຫະກຳ ຫຼື ວິທະຍາສາດສະໄໝໃໝ່ ຫຼື ກະແສໃດໆ. ພວກເຂົາຄິດວ່າພວກເຂົາພຽງແຕ່ສະແຫວງຫາຄວາມຈິງ ຖ້າພວກເຂົາປ່ອຍຖິ້ມການສະແຫວງຫາສິ່ງເຫຼົ່ານີ້. ນີ້ບໍ່ແມ່ນການຢັ່ງຮູ້ທີ່ບິດບ້ຽວບໍ? (ແມ່ນ.) ຄົນເຫຼົ່ານີ້ໄດ້ອ່ານພຣະທຳຂອງພຣະເຈົ້າຢ່າງລະມັດລະວັງບໍ? ພວກເຂົາໄດ້ຖືເອົາພຣະທຳຂອງພຣະອົງເປັນຄວາມຈິງບໍ? (ບໍ່.) ແລ້ວເມື່ອພວກເຂົາບໍ່ໄດ້ຖືເອົາພຣະທຳຂອງພຣະເຈົ້າເປັນຄວາມຈິງ, ພວກເຂົາກຳລັງສະແຫວງຫາຄວາມຈິງບໍ? (ບໍ່.) ນັ້ນຄືເຫດຜົນທີ່ວິທີການ ແລະ ການສະແດງອອກເຫຼົ່ານີ້ເປັນພຽງແຕ່ການທີ່ຜູ້ຄົນເຂົ້າໃຈຜິດວ່າສິ່ງຕ່າງໆທີ່ພວກເຂົາມີໃນແນວຄິດຂອງພວກເຂົາເຊິ່ງເປັນສິ່ງທີ່ຖືກຕ້ອງ ແລະ ດີນັ້ນຄືຄວາມຈິງ ແລະ ໃຊ້ສິ່ງເຫຼົ່ານີ້ເປັນເຂົ້າແທນທີ່ຄວາມຈິງ. ພວກເຂົາປະຕິບັດສິ່ງເຫຼົ່ານີ້ດ້ວຍຄວາມຄິດບວກ, ຫຼັງຈາກນັ້ນ ພວກເຂົາກໍຄິດວ່າພວກເຂົາກຳລັງສະແຫວງຫາຄວາມຈິງ ແລະ ພວກເຂົາເປັນຄົນທີ່ມີຄວາມເປັນຈິງແຫ່ງຄວາມຈິງ. ຕົວຢ່າງ: ມີຄົນທີ່ບໍ່ໄດ້ຮັບຊົມລາຍການໂທລະພາບ ຫຼື ຮັບຊົມຂ່າວ ຫຼື ແມ່ນແຕ່ອອກໄປເລາະຊື້ເຄື່ອງ ນັບຕັ້ງແຕ່ທີ່ພວກເຂົາມາເຊື່ອໃນພຣະເຈົ້າ. ພວກເຂົານອນໃນກອງຫຍ້າເປັນເວລາຫຼາຍຄືນ ແລະ ໃຊ້ເວລາຫຼາຍມື້ເພື່ອຢູ່ຂ້າງຄອງນໍ້າ ເພາະພວກເຂົາກຳລັງເຜີຍແຜ່ຂ່າວປະເສີດ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາມີອາການເຈັບທ້ອງຫຼາຍຄັ້ງຈາກການກິນອາຫານເຢັນ, ພວກເຂົາເສຍນໍ້າໜັກຫຼາຍກິໂລ ແລະ ທົນທຸກຫຼາຍຈາກການຂາດການຫຼັບນອນ ແລະ ອາຫານທີ່ບໍ່ພຽງພໍ. ພວກເຂົາຮູ້ທຸກສິ່ງນີ້ເປັນຢ່າງດີຫຼາຍ, ພວກເຂົານັບພວກມັນເທື່ອລະລາຍການ. ເປັນຫຍັງພວກເຂົາຈຶ່ງເກັບບັນທຶກສິ່ງເຫຼົ່ານີ້ໄວ້ຊັດເຈນແບບນັ້ນ? ເຫດຜົນກໍຄືພວກເຂົາເຊື່ອວ່າພຶດຕິກຳ ແລະ ວິທີການເຫຼົ່ານີ້ຄືການປະຕິບັດຄວາມຈິງ ແລະ ການເຮັດໃຫ້ພຣະເຈົ້າພໍໃຈ ແລະ ຖ້າພວກເຂົາບັນລຸພຶດຕິກຳດີໆທັງໝົດເຫຼົ່ານີ້, ພຣະເຈົ້າຈະຮອງຮັບພວກເຂົາ. ແລ້ວດ້ວຍເຫດນັ້ນ ຄົນຈຶ່ງບໍ່ຈົ່ມຕໍ່ວ່າ ແລະ ພວກເຂົາປະຕິບັດສິ່ງເຫຼົ່ານີ້ໂດຍບໍ່ລັງເລ. ພວກເຂົາບໍ່ເຄີຍອິດເມື່ອຍກັບການເວົ້າເຖິງພວກມັນຊໍ້າໆຈັກເທື່ອ ແລະ ເຮັດພວກມັນກັບໄປກັບມາ ແລະ ທົບທວນຫາພວກມັນ ແລະ ຫົວໃຈຂອງພວກເຂົາກໍຮູ້ສຶກເຕັມອີ່ມຫຼາຍ. ແລ້ວເຖິງຢ່າງນັ້ນເມື່ອພວກເຂົາຜະເຊີນໜ້າກັບການທົດລອງຂອງພຣະເຈົ້າ, ເມື່ອສະພາບແວດລ້ອມທີ່ພຣະອົງຈັດແຈງໃຫ້ນັ້ນບໍ່ເປັນໄປຕາມທີ່ພວກເຂົາປາດຖະໜາໃຫ້ມັນເປັນ, ເມື່ອສິ່ງທີ່ພຣະອົງຮຽກຮ້ອງຈາກພວກເຂົາ ແລະ ການກະທຳຂອງພຣະອົງບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ, ແລ້ວສິ່ງຕ່າງໆທີ່ຄົນເຫຼົ່ານີ້ຖືວ່າຖືກຕ້ອງນັ້ນ ພ້ອມທັງລາຄາທີ່ພວກເຂົາໄດ້ຈ່າຍ ແລະ ການປະຕິບັດຂອງພວກເຂົາກໍຈະບໍ່ເປັນປະໂຫຍດຫຍັງເລີຍ. ສິ່ງເຫຼົ່ານີ້ຈະບໍ່ຊ່ວຍໃຫ້ພວກເຂົາຍອມອ່ອນນ້ອມຕໍ່ພຣະເຈົ້າ ຫຼື ຮູ້ຈັກພຣະອົງພາຍໃນສະພາບແວດລ້ອມທີ່ພວກເຂົາຜະເຊີນແມ່ນແຕ່ໜ້ອຍໜຶ່ງ. ໃນທາງກົງກັນຂ້າມ, ພວກມັນຈະກາຍມາເປັນອຸປະສັກ ແລະ ສິ່ງກີດຂວາງບໍ່ໃຫ້ພວກເຂົາເຂົ້າສູ່ຄວາມເປັນຈິງໃນພຣະທຳຂອງພຣະເຈົ້າ ແລະ ບໍ່ໃຫ້ຍອມອ່ອນນ້ອມຕໍ່ພຣະເຈົ້າ. ເຫດຜົນສຳລັບສິ່ງນີ້ກໍຄືຄົນບໍ່ເຄີຍຮຽນຮູ້ຈັກເທື່ອວ່າສິ່ງຕ່າງໆທີ່ພວກເຂົາເຊື່ອວ່າຖືກຕ້ອງນັ້ນບໍ່ແມ່ນຄວາມຈິງໂດຍພື້ນຖານ ແລະ ສິ່ງທີ່ພວກເຂົາປະຕິບັດນັ້ນບໍ່ແມ່ນການສະແຫວງຫາຄວາມຈິງ. ແລ້ວຄົນຈະໄດ້ຮັບຫຍັງຈາກສິ່ງເຫຼົ່ານີ້? ພຽງແຕ່ພຶດຕິກຳດີໆປະເພດໜຶ່ງ. ຄົນຈະບໍ່ໄດ້ຮັບຄວາມຈິງ ແລະ ຊີວິດຈາກພວກມັນ. ແລ້ວເຖິງຢ່າງນັ້ນພວກເຂົາກໍເຊື່ອຢ່າງຜິດໆວ່າພຶດຕິກຳດີໆເຫຼົ່ານີ້ຄືຄວາມເປັນຈິງແຫ່ງຄວາມຈິງ ແລະ ພວກເຂົາຍິ່ງຮູ້ສຶກເດັດດ່ຽວຫຼາຍຂຶ້ນໃນຄວາມຕັ້ງໃຈຂອງພວກເຂົາທີ່ວ່າສິ່ງເຫຼົ່ານີ້ທີ່ພວກເຂົາຖືວ່າຖືກຕ້ອງໃນແນວຄິດຂອງພວກເຂົານັ້ນຄືຄວາມຈິງ ແລະ ເປັນສິ່ງທີ່ດີ ແລະ ໃນພາຍຫຼັງຄວາມຕັ້ງໃຈນັ້ນກໍຢັ່ງຮາກໃນຫົວໃຈຂອງພວກເຂົາ. ຍິ່ງຄົນນະມັດສະການ ແລະ ເຊື່ອຢ່າງຫຼັບຫູຫຼັບຕາໃນສິ່ງທີ່ພວກເຂົາຖືວ່າຖືກຕ້ອງໃນແນວຄິດຂອງພວກເຂົາຫຼາຍສໍ່າໃດ, ພວກເຂົາກໍຍິ່ງປະຕິເສດຄວາມຈິງສໍ່ານັ້ນ ແລະ ພວກເຂົາກໍເລີ່ມອອກຫ່າງຈາກຂໍ້ຮຽກຮ້ອງຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງສໍ່ານັ້ນ. ແລ້ວໃນເວລາດຽວກັນ, ຍິ່ງຄົນຈ່າຍລາຄາຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍິ່ງຄິດວ່າພວກເຂົາກຳລັງຮັບເອົາທຶນ ແລະ ພວກເຂົາກໍຍິ່ງເຊື່ອວ່າພວກເຂົາມີຄຸນສົມບັດທີ່ຈະຮັບເອົາຄວາມລອດພົ້ນ ແລະ ຮັບເອົາສັນຍາຂອງພຣະເຈົ້າ. ນີ້ບໍ່ແມ່ນວົງຈອນທີ່ຊົ່ວຊ້າບໍ? (ແມ່ນ.) ແມ່ນຫຍັງຄືຕົ້ນຕໍຂອງບັນຫານີ້? ແມ່ນຫຍັງຄືສາເຫດຫຼັກຂອງບັນຫາ? (ຄົນເຂົ້າໃຈຜິດວ່າແນວຄິດຂອງພວກເຂົາເປັນສິ່ງທີ່ດີ ແລະ ເອົາພວກມັນເຂົ້າແທນທີ່ພຣະທຳຂອງພຣະເຈົ້າ.) ຄົນແທນທີ່ພຣະທຳຂອງພຣະເຈົ້າດ້ວຍແນວຄິດຂອງພວກເຂົາເອງ, ພວກເຂົາເລືອກທີ່ຈະບໍ່ສົນໃຈພຣະທຳຂອງພຣະເຈົ້າ ແລະ ພວກເຂົາເມີນເສີຍກັບພວກມັນເປັນຢ່າງຍິ່ງ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາບໍ່ຖືເອົາພຣະທຳຂອງພຣະເຈົ້າເປັນຄວາມຈິງເລີຍ. ມັນຖືກຕ້ອງຢ່າງແນ່ນອນທີ່ຈະເວົ້າວ່າຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ, ຄົນອາດອ່ານພຣະທຳຂອງພຣະເຈົ້າ, ເຖິງຢ່າງໃດກໍຕາມ ສິ່ງທີ່ພວກເຂົາສະແຫວງຫາ, ເລືອກ ແລະ ປະຕິບັດແມ່ນຍັງອີງໃສ່ແນວຄິດ ແລະ ຈິນຕະນາການຂອງມະນຸດ ແລະ ພວກເຂົາບໍ່ໄດ້ເລີ່ມຍ່າງໃນເສັ້ນທາງຂອງການເຊື່ອໃນພຣະເຈົ້າຕາມພຣະທຳ ແລະ ຂໍ້ຮຽກຮ້ອງຂອງພຣະອົງ. ບັນຫາຂອງການທີ່ຄົນເຊື່ອໃນພຣະເຈົ້າໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງແຕກໜໍ່ມາຈາກໃສແທ້ໆ? ແນວຄິດ ແລະ ຈິນຕະນາການຂອງມະນຸດປາກົດຂຶ້ນມາຈາກບ່ອນໃດ? ພວກມັນມາຈາກໃສ? ມັນສາມາດເວົ້າໄດ້ວ່າພວກມັນມາຈາກວັດທະນະທຳດັ້ງເດີມເປັນຫຼັກ ແລະ ຈາກມໍລະດົກສືບທອດຂອງມະນຸດ, ພ້ອມທັງສະພາບການ ແລະ ອິດທິພົນຂອງໂລກສາດສະໜາ. ແນວຄິດ ແລະ ຈິນຕະນາການຂອງມະນຸດແມ່ນກ່ຽວຂ້ອງກັບສິ່ງເຫຼົ່ານີ້ໂດຍກົງ.
ໃນຄວາມຄິດ ແລະ ມຸມມອງຂອງພວກເຂົາ, ແມ່ນຫຍັງຄືສິ່ງອື່ນໆທີ່ຄົນເຊື່ອວ່າດີ, ຖືກຕ້ອງ ແລະ ເປັນບວກ? ເຈົ້າສາມາດເລີ່ມຍົກສອງສາມຕົວຢ່າງໄດ້ເລີຍ. ຄົນມັກເວົ້າວ່າ “ຄົນດີມີຊີວິດທີ່ສະຫງົບສຸກ” ແລະ “ຄົນທີ່ບໍ່ມີເລ່ຫຼ່ຽມຈະຊະນະຢູ່ສະເໝີ”, ນີ້ຄືສອງສາມຕົວຢ່າງ, ແມ່ນບໍ? (ແມ່ນແລ້ວ.) ແລ້ວຍັງມີ: “ຄວາມດີໄດ້ຮັບການຕອບແທນດ້ວຍຄວາມດີ ແລະ ຄວາມຊົ່ວດ້ວຍຄວາມຊົ່ວ; ຖ້າບໍ່ແມ່ນມື້ນີ້, ມັນກໍກຳລັງຈະມາເຖິງ”, “ການດື້ດ້ານເຮັດຊົ່ວຈະນໍາຄວາມຫາຍະນະມາສູ່ຕົນເອງ”, “ຄົນທີ່ພຣະເຈົ້າຈະທຳລາຍ, ພຣະອົງຈະເຮັດໃຫ້ບ້າປ່ວງກ່ອນ”, “ເຈົ້າຕ້ອງອົດກັ້ນກັບການທົນທຸກທີ່ໃຫຍ່ຫຼວງເພື່ອທີ່ຈະຢູ່ໃນອັນດັບຕົ້ນໆ”, “ການສະແຫວງຫາອື່ນໆເປັນເລື່ອງເລັກນ້ອຍ, ໜັງສືເກັ່ງກວ່າພວກມັນທັງໝົດ” ແລະ ອື່ນໆອີກ. ສິ່ງທີ່ໄຮ້ສາລະທັງໝົດນີ້ແມ່ນເປັນຕາເບື່ອໜ່າຍ. ເຮົາເລີ່ມເຕັມໄປດ້ວຍຄວາມໂມໂຫເມື່ອເຮົາໄດ້ຍິນຄຳເວົ້າດັ່ງກ່າວ, ເຖິງຢ່າງນັ້ນຄົນກໍເວົ້າພວກມັນອອກມາໂດຍບໍ່ຄິດຫຍັງຫຼາຍ. ເປັນຫຍັງພວກເຂົາຈຶ່ງສາມາດກ່າວຄຳເວົ້າເຫຼົ່ານີ້ໂດຍບໍ່ຄິດຫຍັງຫຼາຍ? ເປັນຫຍັງເຮົາຈຶ່ງບໍ່ສາມາດກ່າວສິ່ງເຫຼົ່ານັ້ນໄດ້? ເຮົາບໍ່ມັກຄຳເວົ້າເຫຼົ່ານີ້, ສຸພາສິດເຫຼົ່ານີ້. ຂໍ້ແທ້ຈິງທີ່ພວກເຈົ້າມີພວກມັນຢ່າງພຽບພ້ອມເລີຍ, ທີ່ພວກມັນໄຫຼອອກຈາກລີ້ນຂອງເຈົ້າ ແລະ ວິທີການທີ່ພວກເຈົ້າທ່ອງຈຳພວກມັນໄດ້ຢ່າງລ່ຽນໄຫຼແບບນັ້ນກໍພິສູດວ່າພວກເຈົ້າບູຊາ ແລະ ນະມັດສະການສິ່ງເຫຼົ່ານີ້ເປັນຢ່າງຍິ່ງ. ພວກເຈົ້ານະມັດສະການສິ່ງທີ່ຫວ່າງເປົ່າ, ລວງຕາ, ບໍ່ເປັນຈິງເຫຼົ່ານີ້ ແລະ ໃນເວລາດຽວກັນພວກເຈົ້າກໍຮັບເອົາພວກມັນເປັນຄຳຂວັນຂອງພວກເຈົ້າ ແລະ ເປັນຫຼັກການ, ເກນ ແລະ ພື້ນຖານສຳລັບການກະທຳຂອງພວກເຈົ້າ. ແລ້ວຈາກນັ້ນພວກເຈົ້າກໍເຖິງກັບຄິດວ່າພຣະເຈົ້າຍັງເຊື່ອສິ່ງເຫຼົ່ານີ້ ແລະ ພຣະທຳຂອງພຣະອົງເປັນພຽງວິທີການທີ່ແຕກຕ່າງກັນຕໍ່ແນວຄິດແບບດຽວກັນນີ້ ແລະ ສິ່ງເຫຼົ່ານີ້ຄືຄວາມໝາຍທົ່ວໄປຂອງພຣະທຳຂອງພຣະອົງ: ການຮຽກຮ້ອງຄົນເປັນຄົນດີ. ມຸມມອງນີ້ຖືກຕ້ອງບໍ? ສິ່ງເຫຼົ່ານີ້ຄືຄວາມໝາຍຂອງພຣະທຳຂອງພຣະເຈົ້າ ແລະ ຄວາມຈິງທີ່ພຣະອົງສະແດງອອກບໍ? ບໍ່ເລີຍ; ສິ່ງທີ່ພຣະອົງໝາຍເຖິງບໍ່ມີຫຍັງກ່ຽວຂ້ອງກັບສິ່ງເຫຼົ່ານີ້. ສະນັ້ນ, ທັດສະນະຂອງຜູ້ຄົນຕໍ່ຄວາມຈິງຕ້ອງໄດ້ຮັບການແກ້ໄຂ ແລະ ການຮັບຮູ້ຄວາມຈິງຂອງພວກເຂົາຈຳເປັນຕ້ອງໄດ້ຮັບການແກ້ໄຂໃຫ້ຖືກຕ້ອງ ເຊິ່ງໝາຍຄວາມວ່າມາດຕະຖານທີ່ພວກເຂົາກຳນົດຕຳແໜ່ງຄວາມຈິງຈຳເປັນຕ້ອງໄດ້ຮັບການແກ້ໄຂ ແລະ ປັບປ່ຽນ. ຖ້າບໍ່ດັ່ງນັ້ນ, ມັນຈະຍາກສຳລັບພວກເຂົາທີ່ຈະຍອມຮັບຄວາມຈິງ ແລະ ພວກເຂົາຈະບໍ່ມີທາງເລີ່ມຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ. ແມ່ນຫຍັງຄືຄວາມຈິງ? ຖ້າຈະເວົ້າແບບກວ້າງໆ, ພຣະທຳທັງໝົດຂອງພຣະເຈົ້າຄືຄວາມຈິງ. ແລ້ວຖ້າຈະເວົ້າໃຫ້ສະເພາະເຈາະຈົງຍິ່ງຂຶ້ນ, ແມ່ນຫຍັງຄືຄວາມຈິງ? ເຮົາໄດ້ບອກເຈົ້າກ່ອນໜ້ານີ້ແລ້ວ. ເຮົາເວົ້າຫຍັງ? (“ຄວາມຈິງຄືເກນສຳລັບການປະພຶດຂອງຜູ້ຄົນ, ການກະທຳ ແລະ ການນະມັດສະການພຣະເຈົ້າ”.) ນັ້ນຄືສິ່ງທີ່ຖືກຕ້ອງ. ຄວາມຈິງຄືເກນສຳລັບການປະພຶດຂອງຜູ້ຄົນ, ການກະທຳ ແລະ ການນະມັດສະການພຣະເຈົ້າ. ສະນັ້ນຄວາມຈິງມີຫຍັງກ່ຽວຂ້ອງກັບສິ່ງຕ່າງໆທີ່ຄົນເຊື່ອໃນແນວຄິດຂອງພວກເຂົາວ່າຖືກຕ້ອງ ແລະ ດີ? (ບໍ່ມີຫຍັງ.) ສິ່ງຕ່າງໆເຫຼົ່ານັ້ນຂອງມະນຸດແມ່ນມາຈາກໃສ? (ຈາກປັດຊະຍາສຳລັບການດຳລົງຊີວິດຂອງຊາຕານ ແລະ ຈາກຄວາມຄິດບາງຢ່າງທີ່ຝັງໄວ້ໃນມະນຸດໂດຍວັດທະນະທຳດັ້ງເດີມ.) ນັ້ນຄືສິ່ງທີ່ຖືກຕ້ອງ. ຖ້າຈະເວົ້າໃຫ້ຖືກຕ້ອງ, ສິ່ງເຫຼົ່ານີ້ແຕກໜໍ່ມາຈາກຊາຕານ. ແລ້ວຜູ້ໃດຄືຄົນທີ່ໂດດເດ່ັນ ແລະ ມີຊື່ສຽງທີ່ຝັງສິ່ງເຫຼົ່ານີ້ໄວ້ໃນຕົວມະນຸດ? ພວກເຂົາບໍ່ແມ່ນຊາຕານບໍ? (ແມ່ນແລ້ວ.) ບັນພະບຸລຸດທັງໝົດຂອງພວກເຈົ້ານັ້ນຄືຊາຕານ, ພວກເຂົາຄືຊາຕານທີ່ກຳລັງມີຊີວິດ ແລະ ກຳລັງຫາຍໃຈ. ພຽງແຕ່ພິຈາລະນາເບິ່ງຄຳເວົ້າເຫຼົ່ານັ້ນທີ່ຄົນຈີນນໍາມາໃຊ້: “ມັນຊ່າງປິຕິຍິນດີ ເມື່ອໝູ່ມາຫາແຕ່ໄກ”, “ຫຼັງຈາກທີ່ເຈົ້າມາຮອດ, ເຈົ້າກໍຄວນພັກເຊົາເຊັ່ນກັນ”, “ຢ່າເດີນທາງໄກໃນຂະນະທີ່ພໍ່ແມ່ຂອງເຈົ້າຍັງມີຊີວິດ”, “ຄວາມກະຕັນຍູກະຕະເວທີແມ່ນຄຸນນະທຳທີ່ຄວນຖືກຍຶດຖືຢູ່ເໜືອສິ່ງອື່ນໃດ”, “ໃນບັນດາຄວາມເຫຼື້ອມໃສກະຕັນຍູສາມຢ່າງ, ການບໍ່ມີທາຍາດຄືສິ່ງທີ່ໂຫດຮ້າຍທີ່ສຸດ”, “ເຄົາລົບຄົນຕາຍແລ້ວ”, “ເມື່ອຄົນໃດໜຶ່ງເຂົ້າໃກ້ຄວາມຕາຍ, ຄຳເວົ້າຂອງພວກເຂົາຈະເປັນຈິງ ແລະ ມີເມດຕາ”. ໃຫ້ວິເຄາະຄຳເວົ້າເຫຼົ່ານີ້ຢ່າງລະມັດລະວັງ, ມີອັນໃດໃນບັນດາພວກມັນທີ່ເປັນຄວາມຈິງບໍ? (ບໍ່.) ພວກມັນລ້ວນແລ້ວແຕ່ເປັນສິ່ງໄຮ້ສາລະ ແລະ ຄວາມເຊື່ອຜິດໆ. ບອກເຮົາເບິ່ງວ່າ ຄົນຕ້ອງໂງ່ຈ້າຂະໜາດໃດຈຶ່ງຈະເຂົ້າໃຈຜິດວ່າຄວາມເຊື່ອຜິດໆ ແລະ ສິ່ງໄຮ້ສາລະເຫຼົ່ານີ້ເປັນຄວາມຈິງ ຫຼັງຈາກທີ່ພວກເຂົາໄດ້ຍອມຮັບພາລະກິດຂອງພຣະເຈົ້າ? ຄົນເຫຼົ່ານີ້ມີຄວາມສາມາດທີ່ຈະຢັ່ງຮູ້ຄວາມຈິງບໍ? (ບໍ່.) ຄົນແບບນັ້ນເປັນຄົນປະເພດທີ່ບໍ່ມີເຫດຜົນ ແລະ ພວກເຂົາບໍ່ສາມາດຢັ່ງຮູ້ຄວາມຈິງໄດ້ຢ່າງສິ້ນເຊີງ. ແລ້ວພວກເຈົ້າທີ່ໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍຂໍ້ໃນຕອນນີ້, ພວກເຈົ້າບໍ່ມີຄວາມຮູ້ເລັກໆນ້ອຍໆກ່ຽວກັບຄວາມຈິງບໍ? (ພວກເຮົາມີ.) ຄວາມຈິງມາຈາກໃສ? (ມັນມາຈາກພຣະເຈົ້າ.) ຄວາມຈິງມາຈາກພຣະເຈົ້າ. ຢ່າເຊື່ອຄຳເວົ້າໃດໆທີ່ພຣະເຈົ້າບໍ່ໄດ້ເວົ້າເຖິງ. ປັດຊະຍາທີ່ຊົ່ວຮ້າຍສຳລັບການດຳລົງຊີວິດເຫຼົ່ານັ້ນ ແລະ ແນວຄິດເຫຼົ່ານັ້ນຈາກວັດທະນະທຳດັ້ງເດີມບໍ່ແມ່ນຄວາມຈິງ ແລະ ຄົນໆໜຶ່ງຕ້ອງບໍ່ເບິ່ງຄົນ ແລະ ສິ່ງຕ່າງໆ ຫຼື ປະພຶດຕົນ ແລະ ເຮັດຕາມພວກມັນ ຫຼື ມີສິ່ງດັ່ງກ່າວເປັນເກນຂອງພວກເຂົາ, ເພາະພວກເຂົາບໍ່ໄດ້ມາຈາກພຣະເຈົ້າ. ຕາບໃດທີ່ບາງສິ່ງມາຈາກມະນຸດ, ມັນກໍບໍ່ສຳຄັນວ່າມັນມາຈາກວັດທະນະທຳດັ້ງເດີມ ຫຼື ຄົນມີຊື່ສຽງບາງຄົນ ຫຼື ມັນເປັນຜົນຜະລິດຂອງການຮຽນຮູ້ ຫຼື ສັງຄົມ ຫຼື ມັນມາຈາກລາຊະວົງ ຫຼື ຄົນເຊື້ອຊາດໃດກໍຕາມ, ມັນບໍ່ແມ່ນຄວາມຈິງ. ແຕ່ສິ່ງເຫຼົ່ານີ້ຄືສິ່ງທີ່ຄົນຖືວ່າເປັນຄວາມຈິງແທ້ໆ, ເປັນສິ່ງທີ່ພວກເຂົາສະແຫວງຫາ ແລະ ປະຕິບັດແທນຄວາມຈິງ. ແລ້ວພວກເຂົາຄິດຢູ່ຕະຫຼອດເວລາວ່າພວກເຂົາກຳລັງປະຕິບັດຄວາມຈິງ ແລະ ພວກເຂົາເຂົ້າໃກ້ກັບຕອບສະໜອງຄວາມປະສົງຂອງພຣະເຈົ້າ, ເມື່ອໃນຄວາມເປັນຈິງແລ້ວມັນເປັນສິ່ງທີ່ກົງກັນຂ້າມກັນໂດຍສິ້ນເຊີງ: ເມື່ອເຈົ້າສະແຫວງຫາ ແລະ ປະຕິບັດໂດຍອີງໃສ່ສິ່ງເຫຼົ່ານີ້, ເຈົ້າກໍຍັບອອກຫ່າງຈາກຂໍ້ຮຽກຮ້ອງຂອງພຣະເຈົ້າ ແລະ ຍິ່ງໄກຂຶ້ນຈາກຄວາມຈິງ.
ມັນບໍ່ມີເຫດຜົນໂດຍທຳມະຊາດທີ່ຄົນຈະເຂົ້າໃຈຜິດວ່າສິ່ງຕ່າງໆທີ່ມະນຸດເຫັນວ່າດີ ແລະ ເປັນບວກນັ້ນຄືຄວາມຈິງ ແລະ ສະແຫວງຫາພວກມັນຄືກັບວ່າພວກມັນເປັນຄວາມຈິງ. ມັນເປັນໄປໄດ້ແນວໃດທີ່ຄົນທີ່ໄດ້ຍອມຮັບພາລະກິດຂອງພຣະເຈົ້າ ແລະ ອ່ານພຣະທຳຂອງພຣະອົງຫຼາຍຂໍ້ຍັງຄົງເຂົ້າໃຈຜິດວ່າສິ່ງເຫຼົ່ານັ້ນທີ່ມະນຸດເຫັນວ່າດີນັ້ນຄືຄວາມຈິງ ແລະ ສະແຫວງຫາພວກມັນຄືກັບວ່າພວກມັນເປັນຄວາມຈິງ? ແມ່ນຫຍັງຄືບັນຫາໃນທີ່ນີ້? ສິ່ງນີ້ກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າຄົນບໍ່ເຂົ້າໃຈວ່າແມ່ນຫຍັງຄືຄວາມຈິງ ແລະ ພວກເຂົາບໍ່ມີຄວາມຮູ້ຕົວຈິງກ່ຽວກັບຄວາມຈິງ. ນີ້ຄືໜຶ່ງປັດໄຈໃນຄຳຖາມທີ່ເຮົາຫາກໍຖາມ: “ເນື່ອງຈາກສິ່ງເຫຼົ່ານີ້ບໍ່ແມ່ນຄວາມຈິງ, ຄົນຈະສາມາດສືບຕໍ່ປະຕິບັດພວກມັນ ແລະ ຄິດວ່າພວກເຂົາກຳລັງປະຕິບັດຄວາມຈິງໄດ້ແນວໃດ?” ເຮົາຈະເວົ້າອີກໜຶ່ງປັດໄຈ, ເປັນປັດໄຈທີ່ເວົ້າເຖິງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຄົນເຊື່ອວ່າສິ່ງຕ່າງໆທີ່ພວກເຂົາຖືວ່າດີ, ຖືກຕ້ອງ ແລະ ເປັນບວກໃນແນວຄິດຂອງພວກເຂົານັ້ນຄືຄວາມຈິງ ແລະ ບົນພື້ນຖານນີ້, ພວກເຂົາກໍວາງແຜນອຸບາຍ, ເຊື່ອວ່າເມື່ອພວກເຂົາເຮັດໃຫ້ພຣະເຈົ້າພໍໃຈ ແລະ ພຣະເຈົ້າມີຄວາມມສຸກ, ພຣະອົງຈະປະທານພອນທີ່ພຣະອົງໄດ້ສັນຍາກັບມະນຸດນັ້ນໃຫ້ແກ່ພວກເຂົາ. ແຜນອຸບາຍນີ້ບໍ່ແມ່ນການພະຍາຍາມເຈລະຈາຕໍ່ລອງກັບພຣະເຈົ້າບໍ? (ແມ່ນ.) ໃນດ້ານໜຶ່ງ, ຄົນມີ ແລະ ສະແຫວງຫາສິ່ງເຫຼົ່ານີ້ໃນຂະນະທີ່ແອບມີຄວາມເຂົ້າໃຈທີ່ບໍ່ຖືກຕ້ອງ ແລະ ບໍ່ມີເຫດຜົນ ແລະ ໃນເວລາດຽວກັນພວກເຂົາກໍພະຍາຍາມເຈລະຈາຕໍ່ລອງກັບພຣະເຈົ້າດ້ວຍຄວາມປາດຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ. ນັ້ນບໍ່ແມ່ນອີກໜຶ່ງປັດໄຈບໍ? (ແມ່ນ.) ພວກເຮົາໂອ້ລົມກັນເລື້ອຍໆກ່ຽວກັບປັດໄຈນີ້ໃນອະດີດ, ສະນັ້ນພວກເຮົາຈະບໍ່ເວົ້າກ່ຽວກັບມັນຢ່າງລະອຽດໃນຕອນນີ້. ສະນັ້ນເຮົາຈະຖາມພວກເຈົ້າວ່າ: ເມື່ອຄົນໃດໜຶ່ງທີ່ເຊື່ອໃນພຣະເຈົ້າປະຕິເສດ, ທົນທຸກ, ເສຍສະຫຼະຕົນເອງ ແລະ ຈ່າຍລາຄາສຳລັບພຣະເຈົ້າ, ພວກເຂົາບໍ່ມີເຈດຕະນາ ແລະ ເປົ້າໝາຍໃນການເຮັດເຊັ່ນນັ້ນບໍ? (ພວກເຂົາມີ.) ມີຄົນໃດທີ່ເວົ້າວ່າ “ຂ້ອຍບໍ່ປາດຖະໜາຫຍັງ ແລະ ບໍ່ຮ້ອງຂໍຫຍັງ. ຂ້ອຍຈະປະຕິເສດ ແລະ ເສຍສະຫຼະຕົນເອງ ແລະ ຈ່າຍລາຄາ, ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ. ນັ້ນຄືທຸກສິ່ງທີ່ຕ້ອງເຮັດ. ຂ້ອຍບໍ່ມີຄວາມປາດຖະໜາ ແລະ ຄວາມທະເຍີທະຍານສ່ວນຕົວໃດໆ. ບໍ່ວ່າພຣະເຈົ້າຈະປະຕິບັດແນວໃດກັບຂ້ອຍກໍເປັນສິ່ງທີ່ດີ. ພຣະອົງອາດໃຫ້ລາງວັນຂ້ອຍ, ພຣະອົງອາດບໍ່ໃຫ້, ໃນກໍລະນີໃດໜຶ່ງ, ຂ້ອຍໄດ້ເຮັດຕາມຂໍ້ຮຽກຮ້ອງຂອງພຣະອົງ, ຂ້ອຍໄດ້ຖວາຍຕົນເອງ, ຂ້ອຍໄດ້ປະຕິເສດທຸກສິ່ງ, ຂ້ອຍໄດ້ຈ່າຍລາຄາ ແລະ ທົນທຸກ” ບໍ? ມີຄົນແບບນີ້ຢູ່ບໍ? (ບໍ່.) ຈົນຮອດທຸກມື້ນີ້, ຄົນແບບນີ້ຍັງບໍ່ໄດ້ເກີດເທື່ອ. ບາງຄົນອາດເວົ້າວ່າ “ຄົນແບບນັ້ນຈະໃຊ້ຊີວິດດ້ວຍຄວາມຫວ່າງເປົ່າ”. ເຖິງແມ່ນວ່າຄົນໃດໜຶ່ງໃຊ້ຊີວິດດ້ວຍຄວາມຫວ່າງເປົ່າ, ພວກເຂົາກໍຈະບໍ່ເປັນແບບນີ້: ພວກເຂົາຍັງຈະມີອຸປະນິໄສ ແລະ ຄວາມທະເຍີທະຍານ ແລະ ຄວາມປາດຖະໜາທີ່ເສື່ອມຊາມ ແລະ ພວກເຂົາຍັງຈະພະຍາຍາມເຈລະຈາຕໍ່ລອງກັບພຣະເຈົ້າ. ສະນັ້ນປັດໄຈທີສອງໃນຄຳຖາມນີ້ກໍຄືຫຼັງຈາກທີ່ຄົນປະຕິບັດຕໍ່ສິ່ງຕ່າງໆທີ່ພວກເຂົາເຊື່ອໃນແນວຄິດຂອງພວກເຂົາວ່າຖືກຕ້ອງນັ້ນຄືກັບເປັນຄວາມຈິງ, ພວກເຂົາກໍໄດ້ສ້າງແຜນອຸບາຍຂຶ້ນ. ແລ້ວແມ່ນຫຍັງຄືແຜນອຸບາຍນັ້ນ? ການປະຕິບັດສິ່ງເຫຼົ່ານີ້ເພື່ອແລກປ່ຽນພວກມັນກັບພອນທີ່ພຣະເຈົ້າໄດ້ສັນຍາຕໍ່ມະນຸດ ແລະ ກັບຈຸດໝາຍປາຍທາງທີ່ສວຍງາມ. ພວກເຂົາເຊື່ອວ່າຕາບໃດທີ່ມະນຸດຖືວ່າສິ່ງໃດໜຶ່ງເປັນສິ່ງທີ່ດີ, ມັນຕ້ອງຖືກຕ້ອງ, ສະນັ້ນພວກເຂົາຈຶ່ງເຮັດ ແລະ ສະແຫວງຫາແມ່ນຫຍັງກໍຕາມທີ່ພວກເຂົາເຊື່ອວ່າຖືກຕ້ອງ ແລະ ພວກເຂົາຄິດວ່າໂດຍການປະຕິບັດໃນລັກສະນະນີ້, ພວກເຂົາກໍຕ້ອງໄດ້ຮັບພອນຈາກພຣະເຈົ້າຢ່າງແນ່ນອນ. ນັ້ນຄືແຜນອຸບາຍຂອງມະນຸດ. ປັດໄຈທີສອງກ່ຽວຂ້ອງກັບການທີ່ຄົນພະຍາຍາມຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາເອງ ແລະ ພະຍາຍາມເຈລະຈາຕໍ່ລອງກັບພຣະເຈົ້າໂດຍສິ້ນເຊີງ. ຖ້າເຈົ້າບໍ່ເຊື່ອສິ່ງນີ້, ໃຫ້ພະຍາຍາມຫ້າມບໍ່ໃຫ້ຜູ້ຄົນເຈລະຈາຕໍ່ລອງ ແລະ ຖອດຄວາມປາດຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາອອກ, ໃຫ້ພວກເຂົາປະຖິ້ມຄວາມປາດຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາ. ພວກເຂົາຈະສູນເສຍກຳລັງທີ່ຈະທົນທຸກ ແລະ ຈ່າຍລາຄາໃນທັນທີ. ເປັນຫຍັງພວກເຂົາຈຶ່ງຈະສູນເສຍກຳລັງທີ່ຈະເຮັດສິ່ງເຫຼົ່ານີ້? ເພາະພວກເຂົາຈະຮູ້ສຶກວ່າພວກເຂົາໄດ້ສູນເສຍຄວາມຄາດຫວັງໃນອະນາຄົດຂອງພວກເຂົາ ແລະ ໂຊກຊະຕາຂອງພວກເຂົາ, ວ່າບໍ່ມີຄວາມຫວັງໃດໆອີກຕໍ່ໄປວ່າພວກເຂົາຈະໄດ້ຮັບພອນ ແລະ ພວກເຂົາບໍ່ມີຫຍັງໃຫ້ຮັບ. ສິ່ງທີ່ພວກເຂົາປະຕິບັດບໍ່ແມ່ນຄວາມຈິງ ແລະ ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຄວາມຈິງ, ແຕ່ສິ່ງຕ່າງໆທີ່ພວກເຂົາຈິນຕະນາການວ່າເປັນສິ່ງທີ່ດີ ແລະ ເຖິງຢ່າງນັ້ນເມື່ອຄວາມປາດຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາແຕກສະຫຼາຍ, ພວກເຂົາກໍບໍ່ເຕັມໃຈທີ່ຈະແມ່ນຍອມຮັບສິ່ງເຫຼົ່ານີ້ວ່າເປັນຄວາມຈິງອີກຕໍ່ໄປ. ບອກເຮົາເບິ່ງວ່າ ຜູ້ຄົນມີຫຍັງ? ພວກເຂົາມີຄວາມເຊື່ອທີ່ແທ້ຈິງບໍ? (ພວກເຂົາບໍ່ມີ.) ຖ້າຈະເວົ້າເພີ່ມອີກກ້າວໜຶ່ງ, ຄົນຈົງຮັກພັກດີບໍ? ບາງຄົນອາດເວົ້າວ່າ “ພຣະເຈົ້າຈະເວົ້າຫຍັງກໍຕາມໃນຕອນນີ້, ພວກເຮົາກໍຕິດຕາມພຣະອົງ. ບໍ່ວ່າພຣະອົງຈະເວົ້າຫຍັງກໍຕາມ, ພວກເຮົາຈະບໍ່ຄິດລົບ ຫຼື ທໍ້ໃຈ ແລະ ພວກເຮົາຈະບໍ່ຍອມຈຳນົນ, ແຮງໄກທີ່ພວກເຮົາຈະຍອມຖິ້ມ. ເຖິງແມ່ນວ່າພຣະເຈົ້າບໍ່ຕ້ອງການພວກເຮົາ ແລະ ພຣະອົງເວົ້າວ່າພວກເຮົາເປັນຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ແຮງງານ, ພວກເຮົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ ແລະ ພວກເຮົາບໍ່ມີຄວາມຫວັງທີ່ຈະຖືກຊ່ວຍໃຫ້ລອດພົ້ນ, ພວກເຮົາກໍຍັງຈະຕິດຕາມພຣະອົງໂດຍບໍ່ລັງເລ ແລະ ຢືນຢັນທີ່ຈະປະຕິບັດໜ້າທີ່ຂອງພວກເຮົາ. ນັ້ນບໍ່ແມ່ນຄວາມຈົງຮັກພັກດີບໍ? ນັ້ນບໍ່ແມ່ນການມີຄວາມເຊື່ອບໍ? ການຈົງຮັກພັກດີ ແລະ ການມີຄວາມເຊື່ອບໍ່ແມ່ນສິ່ງດຽວກັນກັບການສະແຫວງຫາຄວາມຈິງບໍ? ມັນບໍ່ໄດ້ໝາຍຄວາມວ່າພວກເຮົາກຳລັງສະແຫວງຫາຄວາມຈິງໃນຂອບເຂດໃດໜຶ່ງບໍ?” ບອກເຮົາເບິ່ງວ່າ ນັ້ນຄືການສະແຫວງຫາຄວາມຈິງບໍ? (ບໍ່.) ມັນໝາຍຄວາມວ່າແນວໃດທີ່ເວົ້າວ່າມັນບໍ່ແມ່ນການສະແຫວງຫາຄວາມຈິງ? ມັນໝາຍຄວາມວ່າ “ເສັ້ນຊີວິດ” ທັງໝົດຂອງມະນຸດໄດ້ຖືກປິດກັ້ນ, ພວກເຂົາບໍ່ມີແມ່ນແຕ່ເຟືອງເສັ້ນດຽວໃຫ້ຈັບໄວ້. ແລ້ວຕ້ອງເຮັດຫຍັງ? ມີຫຍັງທີ່ສາມາດເຮັດໄດ້ບໍ? ບໍ່ວ່າພວກເຂົາຈະສາມາດເຮັດຫຍັງກ່ຽວກັບມັນກໍຕາມ, ຄົນຮູ້ສຶກແນວໃດຫຼັງຈາກທີ່ໄດ້ຍິນສິ່ງນີ້? ພວກເຂົາຮູ້ສຶກຜິດຫວັງທີ່ສຸດ: “ສິ່ງນີ້ໝາຍຄວາມວ່າຂ້ອຍບໍ່ມີຄວາມຫວັງທີ່ຈະຮັບພອນແທ້ໆບໍ? ກຳລັງເກີດຫຍັງຂຶ້ນແທ້ໆ?” ຄົນສູນເສຍທິດທາງຂອງພວກເຂົາໂດຍສິ້ນເຊີງໃນສະຖານະການເຫຼົ່ານີ້. ຕອນນີ້ເມື່ອພຣະທຳຂອງພຣະເຈົ້າໄດ້ຖອດພວກເຈົ້າອອກຈາກ “ເສັ້ນຊີວິດ” ທັງໝົດຂອງພວກເຈົ້າ, ເຮົາຈະເບິ່ງວ່າພວກເຈົ້າຈະໄປໃສຈາກບ່ອນນີ້. ບາງຄົນເວົ້າວ່າ “ມັນບໍ່ຖືກຕ້ອງທີ່ຈະໃຊ້ແຮງງານ ຫຼື ພະຍາຍາມເຈລະຈາຕໍ່ລອງ ຫຼື ມີຄວາມເຂົ້າໃຈທີ່ບິດບ້ຽວ ຫຼື ທົນທຸກ ແລະ ຈ່າຍລາຄາ, ສະນັ້ນແມ່ນຫຍັງຄືສິ່ງທີ່ເຮັດໄດ້ຢ່າງຖືກຕ້ອງ? ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ພວກເຮົາຈະບໍ່ໄປຈາກພຣະອົງ. ພວກເຮົາຈະສືບຕໍ່ປະຕິບັດໜ້າທີ່ຂອງພວກເຮົາ. ສິ່ງນັ້ນບໍ່ໄດ້ເທົ່າກັບການປະຕິບັດຄວາມຈິງບໍ?” ຕ້ອງເຂົ້າໃຈຄຳຖາມນີ້ຢ່າງຊັດເຈນ. ເພາະຄົນບໍ່ເຂົ້າໃຈຄວາມຈິງ ແລະ ແອບມີຄວາມເຂົ້າໃຈທີ່ບິດບ້ຽວກ່ຽວກັບຄວາມໝາຍຂອງການປະຕິບັດຄວາມຈິງຢູ່ສະເໝີ, ພວກເຂົາເຊື່ອວ່າການປະຕິເສດ, ການເສຍສະຫຼະ, ການທົນທຸກ ແລະ ການຈ່າຍລາຄາຄືການປະຕິບັດຄວາມຈິງ ແລະ ການຍອມອ່ອນນ້ອມຕໍ່ພຣະເຈົ້າ. ນີ້ຄືຂໍ້ຜິດພາດທີ່ສຸດ. ການປະຕິບັດຄວາມຈິງຄືການປະຕິບັດພຣະທຳຂອງພຣະເຈົ້າ, ແຕ່ຄົນຕ້ອງປະຕິບັດພວກມັນໂດຍມີຫຼັກການ, ພວກເຂົາຕ້ອງບໍ່ເຮັດໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງມະນຸດຢ່າງເດັດຂາດ. ສິ່ງທີ່ພຣະເຈົ້າຕ້ອງການຄືຫົວໃຈທີ່ຈິງໃຈ, ຫົວໃຈທີ່ຮັກພຣະອົງ, ຫົວໃຈທີ່ເຮັດໃຫ້ພຣະອົງພໍໃຈ. ມີພຽງແຕ່ການປະຕິບັດພຣະທຳຂອງພຣະເຈົ້າໃນລັກສະນະນີ້ເທົ່ານັ້ນຈຶ່ງເປັນການປະຕິບັດຄວາມຈິງ. ຖ້າຄົນໃດໜຶ່ງປາດຖະໜາທີ່ຈະເຈລະຈາຕໍ່ລອງກັບພຣະເຈົ້າຢູ່ສະເໝີເມື່ອພວກເຂົາເສຍສະຫຼະຕົນເອງສຳລັບພຣະອົງ ແລະ ຕອບສະໜອງຄວາມທະເຍີທະຍານ ແລະ ຄວາມປາດຖະໜາຂອງພວກເຂົາເອງ, ພວກເຂົາບໍ່ໄດ້ປະຕິບັດຄວາມຈິງ, ພວກເຂົາກຳລັງຫຼິ້ນເກມກັບຄວາມຈິງ ແລະ ຢຽບຍໍ່າມັນ ແລະ ພວກເຂົາເປັນຄົນໜ້າຊື່ໃຈຄົດ. ສະນັ້ນຖ້າຄົນໃດໜຶ່ງສາມາດຍອມຮັບພຣະທຳແຫ່ງການພິພາກສາຂອງພຣະເຈົ້າ ແລະ ບໍ່ໄປຈາກພຣະເຈົ້າ ແລະ ຍັງຄົງປະຕິບັດໜ້າທີ່ຂອງພວກເຂົາ ເຖິງແມ່ນວ່າເຈດຕະນາ ແລະ ຄວາມປາດຖະໜາຂອງພວກເຂົາທີ່ຈະຮັບເອົາພອນນັ້ນໄດ້ແຕກສະຫຼາຍແລ້ວ ແລະ ເຖິງແມ່ນວ່າບໍ່ມີຫຍັງໃຫ້ຫຼຽວເບິ່ງ ແລະ ບໍ່ມີຫຍັງໃຫ້ກະຕຸ້ນພວກເຂົາ, ສິ່ງນີ້ເທົ່າກັບການສະແຫວງຫາ ແລະ ການປະຕິບັດຄວາມຈິງບໍ? ດັ່ງທີ່ເຮົາເບິ່ງເຫັນ, ຖ້າພວກເຮົາວັດແທກສິ່ງນີ້ໂດຍອີງໃສ່ນິຍາມຂອງຄວາມໝາຍຂອງການສະແຫວງຫາຄວາມຈິງ, ແລ້ວສິ່ງນີ້ກໍຍັງບໍ່ແມ່ນການສະແຫວງຫາຄວາມຈິງ ແລະ ມັນຢູ່ຫ່າງຈາກມາດຕະຖານການສະແຫວງຫາຄວາມຈິງໂດຍສິ້ນເຊີງ. ຕອນນີ້ເມື່ອພວກເຮົາມີນິຍາມທີ່ຖືກຕ້ອງກ່ຽວກັບການສະແຫວງຫາຄວາມຈິງ, ພວກເຮົາກໍຄວນປະຕິບັດຕາມມັນຢ່າງເຂັ້ມງວດ ເມື່ອປະເມີນການກະທຳ, ການປະພຶດ ແລະ ການສະແດງອອກຂອງຜູ້ຄົນ. ສາມາດດຳເນີນການປະເມີນຫຍັງໂດຍອີງໃສ່ຄວາມສາມາດຂອງຄົນໃດໜຶ່ງທີ່ຈະຍັງຢູ່ກັບພຣະເຈົ້າ ແລະ ຢືນຢັນທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ, ເຖິງແມ່ນວ່າພວກເຂົາບໍ່ມີພອນໃຫ້ຄາດຫວັງ? ການປະເມີນທີ່ວ່າຄົນໃນຖານະສິ່ງຖືກສ້າງເກີດມາພ້ອມກັບສອງຢ່າງທີ່ເປັນຕາຍົກຍ້ອງໃນຄວາມເປັນມະນຸດຂອງພວກເຂົາ ແລະ ຖ້າເຈົ້າສາມາດໃຊ້ປະໂຫຍດຈາກພວກມັນໄດ້, ມັນກໍຈະຮັບປະກັນວ່າເຈົ້າຕິດຕາມພຣະເຈົ້າໃນລະດັບທີ່ນ້ອຍທີ່ສຸດ. ພວກເຈົ້າຮູ້ບໍວ່າສອງສິ່ງເຫຼົ່ານັ້ນແມ່ນຫຍັງ? (ຈິດສຳນຶກ ແລະ ເຫດຜົນ.) ຖືກຕ້ອງ. ມີສອງຢ່າງທີ່ມີຄຸນຄ່າທີ່ສຸດພາຍໃນຄວາມເປັນມະນຸດຂອງມະນຸດ, ເມື່ອຄົນບໍ່ເຂົ້າໃຈຄວາມຈິງ, ເມື່ອພວກເຂົາມີຄວາມສາມາດທີ່ຕໍ່າຫຼາຍ ແລະ ພວກເຂົາປາດສະຈາກຄວາມຮູ້ ຫຼື ການເຂົ້າໃຈໃດໆກ່ຽວກັບຂໍ້ຮຽກຮ້ອງຂອງພຣະເຈົ້າ ແລະ ຄວາມຈິງ ແລະ ພວກເຂົາຍັງສາມາດຢືນຍັດໃນຕຳແໜ່ງຂອງພວກເຂົາ, ແມ່ນຫຍັງຄືເງື່ອນໄຂກ່ອນໜ້າໂດຍພື້ນຖານທີ່ເຮັດໃຫ້ພວກເຂົາສາມາດບັນລຸສິ່ງນີ້ໄດ້? ພວກເຂົາຕ້ອງມີຈິດສຳນຶກ ແລະ ເຫດຜົນຂອງມະນຸດຊາດທີ່ເປັນປົກກະຕິ. ແລ້ວຄຳຕອບກໍຊັດເຈນ. ຍ້ອນຄົນບໍ່ສະແຫວງຫາຄວາມຈິງ ແລະ ບໍ່ມີຄວາມປາດຖະໜາ ຫຼື ຄວາມທະເຍີທະຍານທີ່ຈະຮັບພອນ, ຍ້ອນຄວາມປາດຖະໜາເພື່ອຮັບເອົາພອນຂອງພວກເຂົາໄດ້ຖືກຖອດອອກຈາກຕົວພວກເຂົາ, ຖ້າພວກເຂົາຍັງສາມາດຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາເຮັດແບບນັ້ນໄດ້ບົນພື້ນຖານຫຍັງ? ແມ່ນຫຍັງສ້າງແຮງຜັກດັນໃຫ້ພວກເຂົາ? ບໍ່ມີພື້ນຖານ ຫຼື ແຮງຜັກດັນສຳລັບການກະທຳຂອງພວກເຂົາ, ຕາບໃດທີ່ຄົນມີຈິດສຳນຶກ ແລະ ເຫດຜົນຂອງມະນຸດຊາດທີ່ເປັນປົກກະຕິ, ພວກເຂົາກໍສາມາດເຮັດສິ່ງເຫຼົ່ານີ້ໄດ້. ນີ້ຄືລັກສະນະທີ່ສິ່ງຕ່າງໆເປັນໃນຕອນນີ້: ເຈົ້າບໍ່ເຂົ້າໃຈຄວາມຈິງ, ນັ້ນຄືຂໍ້ແທ້ຈິງ ແລະ ຄວາມເຂົ້າໃຈຂອງເຈົ້າກ່ຽວກັບຫຼັກຄຳສອນກໍໄຮ້ປະໂຫຍດ, ມັນບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງແລ້ວ. ເຈົ້າຮູ້ວ່າການພະຍາຍາມເຈລະຈາຕໍ່ລອງກັບພຣະເຈົ້າເພື່ອສະແຫວງຫາຄວາມຄາດຫວັງໃນອະນາຄົດ ແລະ ໂຊກຊະຕາສຳລັບຕົວເຈົ້າເອງແມ່ນບໍ່ຖືກຕ້ອງ, ແຕ່ແມ່ນຫຍັງຈະໂດດເດັ່ນແທ້ໆ ຖ້າເຈົ້າຍັງມີຄວາມສຸກທີ່ຈະຕິດຕາມພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າຫຼັງຈາກການສະແຫວງຫາຄວາມຄາດຫວັງໃນອະນາຄົດ ແລະ ໂຊກຊະຕາ ແລະ ຄວາມປາດຖະໜາເພື່ອຮັບເອົາພອນນັ້ນໄດ້ຖືກສາບແຊ່ງ ແລະ ຖອດອອກຈາກຕົວເຈົ້າ. ຖ້າເຈົ້າສາມາດຕິດຕາມພຣະເຈົ້າໂດຍບໍ່ຮັບຄວາມຈິງ, ສິ່ງນັ້ນຈະຂຶ້ນກັບຫຍັງ? ມັນຈະຂຶ້ນກັບຈິດສຳນຶກ ແລະ ເຫດຜົນຂອງເຈົ້າ. ຈິດສຳນຶກ ແລະ ເຫດຜົນຂອງຄົນໃດໜຶ່ງສາມາດຄໍ້າຈຸນຄວາມເປັນຢູ່ທີ່ປົກກະຕິຂອງພວກເຂົາ, ຊີວິດ ແລະ ການປະຕິບັດຂອງຜູ້ຄົນ ແລະ ສິ່ງຕ່າງໆ. ສະນັ້ນແມ່ນຫຍັງຄືຊ່ອງຫວ່າງລະຫວ່າງການປະຕິບັດໜ້າທີ່ຂອງເຈົ້າໂດຍອີງໃສ່ຈິດສຳນຶກ ແລະ ເຫດຜົນຂອງເຈົ້າ ແລະ ການປະຕິບັດຄວາມຈິງ? ການສະແດງອອກຂອງຄົນໃດໜຶ່ງທີ່ສະແຫວງຫາຄວາມຈິງກໍຄືພວກເຂົາເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນເອງ ແລະ ກະທຳ, ຕາມພຣະທຳຂອງພຣະເຈົ້າທັງໝົດ, ໂດຍມີຄວາມຈິງເປັນເກນຂອງພວກເຂົາ, ໃນຂະນະທີ່ຄົນທີ່ພຽງແຕ່ເຮັດໂດຍອີງໃສ່ຈິດສຳນຶກ ແລະ ເຫດຜົນຂອງພວກເຂົາອາດບໍ່ສະແຫວງຫາຄວາມຈິງ, ແຕ່ພວກເຂົາຍັງສາມາດໃຊ້ແຮງງານ, ປະຕິບັດໜ້າທີ່ຂອງພວກເຂົາ ແລະ ຍັງຄົງຢູ່ໃນເຮືອນຂອງພຣະເຈົ້າ, ໂດຍບໍ່ມີຄະແນນທີ່ບໍ່ດີໃນປະຫວັດຂອງພວກເຂົາ. ສິ່ງນີ້ແມ່ນຂຶ້ນກັບຫຍັງ? ພວກເຂົາເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ພວກເຂົາປະພຶດຕົນເອງ ແລະ ກະທຳ ໂດຍອີງໃສ່ເກນຈິດສຳນຶກ ແລະ ເຫດຜົນຂອງພວກເຂົາ, ແທນທີ່ຈະເປັນການເຮັດຕາມພຣະທຳຂອງພຣະເຈົ້າ, ໂດຍມີຄວາມຈິງເປັນເກນຂອງພວກເຂົາ. ສະນັ້ນເມື່ອມີຄວາມຄິດເຊັ່ນນັ້ນ, ຖ້າເຈົ້າພຽງແຕ່ປະຕິບັດໜ້າທີ່ຂອງເຈົ້າໂດຍອີງໃສ່ຈິດສຳນຶກ ແລະ ເຫດຜົນຂອງເຈົ້າ, ບໍ່ມີຊ່ອງຫວ່າງຫຍັງລະຫວ່າງສິ່ງນັ້ນ ແລະ ການສະແຫວງຫາຄວາມຈິງບໍ? (ມີ.) ການປະຕິບັດໜ້າທີ່ໂດຍອີງໃສ່ຈິດສຳນຶກ ແລະ ເຫດຜົນຂອງຄົນໆໜຶ່ງແມ່ນການພໍໃຈກັບການໃຊ້ແຮງງານພຽງຢ່າງດຽວ; ມັນຄືການຖືເອົາສິ່ງຕ່າງໆ ເຊັ່ນ: ການໃຊ້ແຮງງານໄດ້ດີ, ການບໍ່ສ້າງການລົບກວນ ຫຼື ການຂັດຂວາງ, ການເຊື່ອຟັງ ແລະ ການຍອມອ່ອນນ້ອມ, ການມີພຶດຕິກຳທີ່ດີໆ ແລະ ຄວາມສຳພັນທີ່ດີໆກັບຄົນອື່ນ ແລະ ການບໍ່ມີຄະແນນທີ່ບໍ່ດີໃນປະຫວັດຂອງຄົນໆໜຶ່ງ, ໃຫ້ເປັນມາດຕະຖານຂອງຕົນເອງ. ສິ່ງນັ້ນເຮັດໃຫ້ໄປຮອດລະດັບການສະແຫວງຫາຄວາມຈິງບໍ? ບໍ່ແມ່ນ. ບໍ່ວ່າຄົນໃດໜຶ່ງຈະມີພຶດຕິກຳທີ່ດີຫຼາຍສໍ່າໃດກໍຕາມ, ຖ້າພວກເຂົາບໍ່ມີຄວາມຮູ້ໃດໆເລີຍກ່ຽວກັບອຸປະນິໄສທີ່ເສື່ອມຊາມທັງໝົດຂອງພວກເຂົາ ຫຼື ຄວາມຮູ້ໃດໆກ່ຽວກັບຄວາມກະບົດຂອງພວກເຂົາ, ແນວຄິດ, ແນວຄິດຜິດໆກ່ຽວກັບພຣະເຈົ້າ ແລະ ຫຼາກຫຼາຍສະພາວະທີ່ບໍ່ດີຂອງພວກເຂົາ; ແລະ ຖ້າມັນເປັນໄປບໍ່ໄດ້ທີ່ພວກເຂົາຈະແກ້ໄຂສິ່ງເຫຼົ່ານີ້; ຖ້າມັນເປັນໄປບໍ່ໄດ້ທີ່ພວກເຂົາຈະເຂົ້າໃຈຫຼັກການຂອງການປະຕິບັດຄວາມຈິງ; ແລະ ຖ້າບໍ່ມີການແກ້ໄຂໃດໆກ່ຽວກັບການສະແດງອອກເຖິງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ແລະ ຖ້າພວກເຂົາຍັງອວດດີ ແລະ ຖືວ່າຕົນເອງຊອບທຳ, ເຮັດຕາມອຳເພີໃຈ ແລະ ປະໝາດ, ຄົດໂກງ ແລະ ຫຼອກລວງ ແລະ ມີຫຼາຍຄັ້ງທີ່ພວກເຂົາເຖິງກັບຄິດລົບ ແລະ ອ່ອນແອ ແລະ ສົງໄສໃນພຣະເຈົ້າ ແລະ ອື່ນໆອີກ, ຖ້າສິ່ງເຫຼົ່ານີ້ຍັງມີຢູ່ພາຍໃນພວກເຂົາ, ພວກເຂົາຈະສາມາດມີການຍອມອ່ອນນ້ອມທີ່ແທ້ຈິງຕໍ່ພຣະເຈົ້າບໍ? ຖ້າຍັງມີອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ພາຍໃນພວກເຂົາ, ພວກເຂົາຈະສາມາດມີປະສົບການກັບພາລະກິດຂອງພຣະເຈົ້າຢ່າງແທ້ຈິງບໍ? ຖ້າຄົນໃດໜຶ່ງມີພຽງແຕ່ພຶດຕິກຳທີ່ດີໆ, ນັ້ນຄືການສະແດງອອກເຖິງການສະແຫວງຫາຄວາມຈິງບໍ? (ບໍ່ແມ່ນ.) ແມ່ນຫຍັງຄືສິ່ງທີ່ດີທີ່ສຸດໃນມະນຸດ? ພຽງແຕ່ຈິດສຳນຶກ ແລະ ເຫດຜົນຂອງມະນຸດ; ສິ່ງເຫຼົ່ານີ້ຄືສິ່ງດີໆສອງຢ່າງເທົ່ານັ້ນ ແລະ ພວກມັນຄືສິ່ງທີ່ໜ້າຍົກຍ້ອງໃນມະນຸດ. ເຖິງຢ່າງໃດກໍຕາມ, ບໍ່ມີອັນໃດໃນພວກມັນທີ່ກ່ຽວຂ້ອງກັບຄວາມຈິງເລີຍ; ພວກມັນບໍ່ໄດ້ເປັນຫຼາຍກວ່າເງື່ອນໄຂກ່ອນໜ້າໂດຍພື້ນຖານທີ່ສຸດສຳລັບການສະແຫວງຫາຄວາມຈິງຂອງມະນຸດ, ເຊິ່ງໝາຍຄວາມວ່າຖ້າເຈົ້າມີຈິດສຳນຶກ ແລະ ເຫດຜົນທີ່ເປັນປົກກະຕິຂອງມະນຸດຊາດ ແລະ ເຈົ້າສາມາດເຂົ້າໃຈຄວາມຈິງ, ເຈົ້າຈະສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງ ເມື່ອສິ່ງຕ່າງໆເກີດຂຶ້ນກັບເຈົ້າ. ຈິດສຳນຶກ ແລະ ເຫດຜົນທີ່ມະນຸດມີຄືສິ່ງນີ້: ພຣະເຈົ້າຄືພຣະຜູ້ເປັນເຈົ້າຂອງການເນລະມິດສ້າງ ແລະ ເຈົ້າເປັນສິ່ງຖືກສ້າງ; ພຣະເຈົ້າໄດ້ເລືອກເອົາເຈົ້າ, ສະນັ້ນມັນຈຶ່ງຖືກຕ້ອງແທ້ໆທີ່ເຈົ້າຕ້ອງອຸທິດຕົນເອງ ແລະ ເສຍສະຫຼະຕົນເອງສຳລັບພຣະເຈົ້າ ແລະ ມັນຖືກຕ້ອງແທ້ໆທີ່ເຈົ້າຕ້ອງຮັບຟັງພຣະທຳຂອງພຣະອົງ. ຄຳວ່າ “ຖືກຕ້ອງແທ້ໆ” ແມ່ນຖືກກຳນົດໄວ້ໂດຍຈິດສຳນຶກ ແລະ ເຫດຜົນຂອງເຈົ້າ, ແຕ່ເຈົ້າໄດ້ຮັບຟັງພຣະທຳຂອງພຣະເຈົ້າບໍ? ແມ່ນຫຍັງຄືຫຼັກການ ແລະ ວິທີການທີ່ຢູ່ເບື້ອງຫຼັງການກະທຳຂອງເຈົ້າ? ເຈົ້າມີອຸປະນິໄສທີ່ເສື່ອມຊາມ, ເຈົ້າໄດ້ປະຖິ້ມມັນບໍ? ເຈົ້າໄດ້ແກ້ໄຂມັນບໍ? ສິ່ງດັ່ງກ່າວບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ “ຖືກຕ້ອງແທ້ໆ”. ຖ້າເຈົ້າບໍ່ເຮັດຫຼາຍກວ່າພື້ນຖານທີ່ນີ້ວ່າແມ່ນຫຍັງຄືສິ່ງຖືກຕ້ອງແທ້ໆ ແລະ ມັນຖືກຕ້ອງແທ້ໆທີ່ຈະເຮັດໄດ້ແນວໃດ ແລະ ເຈົ້າໃຊ້ຊີວິດໃນບັນດາຕົວແປເສີມທີ່ວ່າແມ່ນຫຍັງຄືສິ່ງທີ່ “ຖືກຕ້ອງແທ້ໆ”, ນັ້ນບໍ່ແມ່ນຜົນຈາກຈິດສຳນຶກ ແລະ ເຫດຜົນຂອງເຈົ້າບໍ? (ແມ່ນ.) ຈິດສຳນຶກຂອງເຈົ້າບອກເຈົ້າວ່າ “ພຣະເຈົ້າໄດ້ຊ່ວຍຂ້ອຍໃຫ້ລອດພົ້ນ, ສະນັ້ນຂ້ອຍຄວນເສຍສະຫຼະຕົນເອງສຳລັບພຣະອົງ. ພຣະເຈົ້າໄດ້ຊ່ວຍຊີວິດຂອງຂ້ອຍໃຫ້ລອດພົ້ນ ແລະ ມອບຊີວິດຄັ້ງທີສອງໃຫ້ຂ້ອຍ, ສະນັ້ນມັນຈຶ່ງຖືກຕ້ອງແທ້ໆທີ່ຂ້ອຍຈະຕອບແທນຄວາມຮັກຂອງພຣະອົງ. ພຣະເຈົ້າຄືພຣະຜູ້ເປັນເຈົ້າຂອງການເນລະມິດສ້າງ ແລະ ຂ້ອຍເປັນສິ່ງຖືກສ້າງ, ສະນັ້ນຂ້ອຍຄວນຍອມອ່ອນນ້ອມຕໍ່ການຈັດແຈງຂອງພຣະອົງ”. ນີ້ບໍ່ແມ່ນຜົນຈາກຈິດສຳນຶກ ແລະ ເຫດຜົນຂອງເຈົ້າບໍ? (ແມ່ນ.) ຫຼາກຫຼາຍພຶດຕິກຳ, ວິທີການປະຕິບັດ, ທັດສະນະ ແລະ ມຸມມອງທີ່ເກີດຂຶ້ນໃນຜູ້ຄົນເນື່ອງຈາກຜົນຈາກຈິດສຳນຶກ ແລະ ເຫດຜົນຂອງພວກເຂົາບໍ່ໄດ້ເປັນຫຼາຍກວ່າຕົວແປເສີມທີ່ວ່າຈິດສຳນຶກ ແລະ ເຫດຜົນຂອງພວກເຂົາສາມາດເຮັດຫຍັງໄດ້ໂດຍທຳມະຊາດ ແລະ ພວກມັນຢູ່ຫ່າງຈາກການປະຕິບັດຄວາມຈິງ. ມັນບໍ່ໄດ້ເປັນເຊັ່ນນັ້ນບໍ? (ແມ່ນ.) ຕົວຢ່າງ: ບາງຄົນອາດເວົ້າວ່າ “ເຮືອນຂອງພຣະເຈົ້າໄດ້ຍົກຍ້ອງຂ້ອຍໂດຍອະນຸຍາດໃຫ້ຂ້ອຍປະຕິບັດໜ້າທີ່ ແລະ ເຮືອນຂອງພຣະເຈົ້າລ້ຽງຂ້ອຍ, ນຸ່ງເຄື່ອງໃຫ້ຂ້ອຍ ແລະ ຮັບຜິດຊອບໃນເຮືອນຂອງຂ້ອຍ. ເຮືອນຂອງພຣະເຈົ້າດູແລທຸກດ້ານໃນຊີວິດຂອງຂ້ອຍ. ຂ້ອຍໄດ້ຮັບຄວາມກະລຸນາຂອງພຣະເຈົ້າຢ່າງຫຼວງຫຼາຍ, ສະນັ້ນຂ້ອຍຄວນຕອບແທນຄວາມຮັກຂອງພຣະອົງ; ຂ້ອຍບໍ່ຄວນຫຼອກລວງພຣະເຈົ້າໂດຍການເຮັດພໍເປັນພິທີໃນໜ້າທີ່ຂອງຂ້ອຍ, ແຮງໄກທີ່ຂ້ອຍຄວນເຮັດຫຍັງກໍຕາມທີ່ຂັດຂວາງ ຫຼື ລົບກວນ. ຂ້ອຍເຕັມໃຈທີ່ຈະຍອມອ່ອນນ້ອມຕໍ່ແມ່ນຫຍັງກໍຕາມທີ່ເຮືອນຂອງພຣະເຈົ້າຈັດແຈງໃຫ້ຂ້ອຍ. ບໍ່ວ່າເຮືອນຂອງພຣະເຈົ້າຈະໃຫ້ຂ້ອຍເຮັດຫຍັງກໍຕາມ, ຂ້ອຍຈະບໍ່ຈົ່ມຕໍ່ວ່າ”. ຖ້ອຍຄຳປະເພດນີ້ຄືສິ່ງທີ່ດີ; ມັນບໍ່ແມ່ນເລື່ອງທີ່ຂ້ອນຂ້າງງ່າຍບໍ ທີ່ຄົນໃດໜຶ່ງທີ່ມີຈິດສຳນຶກ ແລະ ເຫດຜົນຈະເຮັດເຊັ່ນນີ້? (ແມ່ນ.) ມັນສາມາດໄປຮອດລະດັບການປະຕິບັດຄວາມຈິງບໍ? (ບໍ່ສາມາດໄປໄດ້.) ມັນຢູ່ຫ່າງຈາກການປະຕິບັດຄວາມຈິງ. ສະນັ້ນ, ບໍ່ວ່າຄົນໃດໜຶ່ງຈະມີຈິດສຳນຶກທີ່ສູງສົ່ງ ຫຼື ເຫດຜົນທີ່ເປັນປົກກະຕິສໍ່າໃດກໍຕາມ ຫຼື ບໍ່ວ່າພວກເຂົາຈະສາມາດເຮັດທຸກສິ່ງພາຍໃຕ້ການປົກຄອງຂອງຈິດສຳນຶກ ແລະ ເຫດຜົນຂອງພວກເຂົາ ຫຼື ບໍ່ ແລະ ບໍ່ວ່າການກະທຳຂອງພວກເຂົາຈະເໝາະສົມ ແລະ ພໍເໝາະພໍດີສໍ່າໃດກໍຕາມ ຫຼື ຄົນອື່ນຈະຊົມເຊີຍການກະທຳເຫຼົ່ານີ້ຫຼາຍສໍ່າໃດກໍຕາມ, ພວກມັນກໍບໍ່ໄດ້ເປັນຫຼາຍກວ່າພຶດຕິກຳດີໆຂອງມະນຸດ. ພວກມັນພຽງແຕ່ສາມາດຖືກຈັດປະເພດໃຫ້ຢູ່ພາຍໃນຂອບເຂດພຶດຕິກຳທີ່ດີຂອງມະນຸດ; ພວກມັນຢູ່ຫ່າງຈາກການປະຕິບັດຄວາມຈິງໂດຍພື້ນຖານ. ເມື່ອເຈົ້າອີງການປະຕິສຳພັນຂອງເຈົ້າກັບຄົນອື່ນເທິງເຫດຜົນຂອງເຈົ້າ, ເຈົ້າຈະອ່ອນໂຍນຂຶ້ນອີກໜ້ອຍໜຶ່ງໃນການປາກເວົ້າ ແລະ ເຈົ້າຈະບໍ່ໂຈມຕີຄົນອື່ນ ຫຼື ໃຈຮ້າຍ, ເຈົ້າຈະບໍ່ກົດຂີ່ ຫຼື ຄວບຄຸມ ຫຼື ກັ່ນແກ້ງ ຫຼື ພະຍາຍາມເອົາປຽບຄົນອື່ນ ແລະ ອື່ນໆອີກ, ສິ່ງເຫຼົ່ານີ້ຄືທຸກສິ່ງທີ່ສາມາດບັນລຸໂດຍເຫດຜົນຂອງມະນຸດຊາດທີ່ປົກກະຕິ, ແຕ່ພວກມັນກ່ຽວຂ້ອງກັບການປະຕິບັດຄວາມຈິງບໍ? ບໍ່, ພວກມັນບໍ່ກ່ຽວຂ້ອງ. ພວກມັນເປັນສິ່ງທີ່ສາມາດບັນລຸໄດ້ໂດຍເຫດຜົນຂອງມະນຸດ ແລະ ມີໄລຍະຫ່າງທີ່ສະເພາະລະຫວ່າງພວກມັນ ແລະ ຄວາມຈິງ.
ເປັນຫຍັງເຮົາຈຶ່ງເວົ້າວ່າການເຮັດຕາມຈິດສຳນຶກ ແລະ ເຫດຜົນຂອງຄົນໆໜຶ່ງຈຶ່ງບໍ່ກ່ຽວຂ້ອງຫຍັງກັບການປະຕິບັດຄວາມຈິງ? ເຮົາຈະຍົກຕົວຢ່າງ. ສົມມຸດວ່າບຸກຄົນໜຶ່ງໃຈດີກັບເຈົ້າ ແລະ ເຈົ້າມີຄວາມສຳພັນທີ່ດີກັບພວກເຂົາ ແລະ ພວກເຂົາຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ແລະ ຈາກນັ້ນກໍເຜີຍແຜ່ຂ່າວປະເສີດໃຫ້ເຈົ້າ, ເຊິ່ງເປັນຄືກັບການທີ່ພຣະເຈົ້າໃຊ້ພວກເຂົາເພື່ອເຜີຍແຜ່ຂ່າວປະເສີດໃຫ້ເຈົ້າ. ຫຼັງຈາກທີ່ເຈົ້າໄດ້ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ, ເຈົ້າກໍຍິ່ງຮູ້ສຶກວ່າຂອບໃຈພວກເຂົາຫຼາຍຂຶ້ນ ແລະ ປາດຖະໜາທີ່ຈະຕອບແທນພວກເຂົາຢູ່ສະເໝີ. ສະນັ້ນເຈົ້າຈະໃຫ້ພວກເຂົາທາງບ່ຽນເບນເລັກໆນ້ອຍໆບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ ແລະ ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມກັບພວກເຂົາ, ເຈົ້າກໍສຸພາບເປັນຢ່າງຍິ່ງຢູ່ສະເໝີ. ເຈົ້າເຄົາລົບ, ຍອມເຊື່ອຟັງ ແລະ ອົດກັ້ນຕໍ່ພວກເຂົາເປັນພິເສດ ແລະ ບໍ່ວ່າພວກເຂົາຈະເຮັດຫຍັງທີ່ບໍ່ດີກໍຕາມ ຫຼື ລັກສະນະຂອງພວກເຂົາເປັນແນວໃດກໍຕາມ, ເຈົ້າກໍອົດທົນ ແລະ ໃຫ້ການຊ່ວຍເຫຼືອພວກເຂົາ, ໃຫ້ຫຼາຍຈົນເມື່ອໃດກໍຕາມທີ່ພວກເຂົາຕິດຕໍ່ກັບເຈົ້າເພື່ອຂໍການຊ່ວຍເຫຼືອເມື່ອພວກເຂົາປະສົບກັບຄວາມທ້າທາຍ, ເຈົ້າກໍຊ່ວຍເຫຼືອພວກເຂົາໂດຍບໍ່ມີເງື່ອນໄຂ. ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້? ແມ່ນຫຍັງມີຜົນກະທົບຕໍ່ການກະທຳຂອງເຈົ້າ? (ຈິດສຳນຶກຂອງຂ້ານ້ອຍ.) ສິ່ງນີ້ເກີດຂຶ້ນໂດຍເປັນຜົນຈາກຈິດສຳນຶກຂອງເຈົ້າ. ຜົນນີ້ຈາກຈິດສຳນຶກຂອງເຈົ້າບໍ່ສາມາດເອີ້ນວ່າດີ ຫຼື ບໍ່ດີ; ສິ່ງດຽວທີ່ຄົນໃດໜຶ່ງສາມາດເວົ້າກໍຄືເຈົ້າມີຈິດສຳນຶກ ແລະ ມີຄວາມເປັນມະນຸດໜ້ອຍໜຶ່ງ ແລະ ເມື່ອຄົນໃດໜຶ່ງໃຈດີກັບເຈົ້າ, ເຈົ້າກໍຂອບໃຈ ແລະ ຕອບແທນພວກເຂົາ. ຈາກທັດສະນະຄະຕິນັ້ນ, ເຈົ້າເປັນຄົນທີ່ພໍໃຊ້ໄດ້. ແຕ່ຖ້າພວກເຮົາຕ້ອງປະເມີນສິ່ງນີ້ໂດຍໃຊ້ຄວາມຈິງ, ພວກເຮົາອາດມີຂໍ້ສະຫຼຸບທີ່ແຕກຕ່າງກັນ. ສົມມຸດວ່າມື້ໜຶ່ງ, ຄົນນັ້ນເຮັດຊົ່ວ ແລະ ພວກເຂົາກຳລັງຈະຖືກຄຣິສຕະຈັກກຳຈັດອອກ ແລະ ເຈົ້າຍັງປະເມີນພວກເຂົາໂດຍໃຊ້ຈິດສຳນຶກຂອງເຈົ້າ ແລະ ເວົ້າວ່າ “ພວກເຂົາເປັນຄົນທີ່ເຜີຍແຜ່ຂ່າວປະເສີດໃຫ້ຂ້ອຍ. ຂ້ອຍຈະບໍ່ລືມຄວາມເມດຕາຂອງພວກເຂົາຕາບໃດທີ່ຂ້ອຍມີຊີວິດຢູ່; ຖ້າບໍ່ແມ່ນຍ້ອນພວກເຂົາ, ຂ້ອຍກໍຈະບໍ່ຢູ່ໃນບ່ອນທີ່ຂ້ອຍຢູ່ໃນຕອນນີ້. ເຖິງແມ່ນວ່າພວກເຂົາເຮັດຊົ່ວໃນມື້ນີ້, ຂ້ອຍກໍບໍ່ສາມາດເປີດໂປງພວກເຂົາໄດ້. ເຖິງແມ່ນຂ້ອຍເຫັນວ່າສິ່ງທີ່ພວກເຂົາເຮັດບໍ່ຖືກຕ້ອງ, ຂ້ອຍກໍບໍ່ສາມາດເວົ້າໄດ້ ເພາະພວກເຂົາໄດ້ຊ່ວຍເຫຼືອຂ້ອຍຫຼາຍ. ຂ້ອຍອາດບໍ່ສາມາດຕອບແທນພວກເຂົາ, ແຕ່ຂ້ອຍບໍ່ສາມາດໂຈມຕີພວກເຂົາ. ຖ້າຄົນອື່ນຕ້ອງການລາຍງານພວກເຂົາ, ພວກເຂົາສາມາດເຮັດໄດ້ເລີຍ ແຕ່ຂ້ອຍຈະບໍ່ເຮັດ. ຂ້ອຍບໍ່ສາມາດເອົາເກືອມາຖູໃສ່ບາດແຜຂອງພວກເຂົາ, ຖ້າຂ້ອຍເຮັດ, ສິ່ງນັ້ນຈະເຮັດໃຫ້ຂ້ອຍເປັນຄົນປະເພດໃ? ມັນຈະບໍ່ເຮັດໃຫ້ຂ້ອຍເປັນຄົນທີ່ບໍ່ມີຈິດສຳນຶກບໍ? ຄົນໆໜຶ່ງທີ່ບໍ່ມີຈິດສຳນຶກຈະບໍ່ເປັນພຽງສັດຮ້າຍບໍ?” ເຈົ້າຄິດແນວໃດ? ແມ່ນຫຍັງຜົນທີ່ຈິດສຳນຶກມີໃນສະຖານະການແບບນັ້ນ? ຜົນທີ່ຈິດສຳນຶກມີບໍ່ໄດ້ລະເມີດຄວາມຈິງບໍ? (ແມ່ນ.) ພວກເຮົາສາມາດເຫັນຈາກສິ່ງນີ້ວ່າໃນບາງຄັ້ງຜົນຈາກຈິດສຳນຶກຂອງຄົນໆໜຶ່ງກໍຖືກຄວບຄຸມ ແລະ ຮັບອິດທິພົນຈາກຄວາມຮູ້ສຶກຂອງພວກເຂົາ ແລະ ຜົນຕາມມາກໍຄືການຕັດສິນໃຈຂອງພວກເຂົາຂັດແຍ່ງກັບຫຼັກການຄວາມຈິງ. ເມື່ອເປັນເຊັ່ນນັ້ນ, ພວກເຮົາສາມາດເຫັນຂໍ້ແທ້ຈິງໜຶ່ງຢ່າງໄດ້ຢ່າງຊັດເຈນ: ຜົນຈາກຈິດສຳນຶກຂອງຄົນໆໜຶ່ງແມ່ນດ້ອຍກວ່າມາດຕະຖານຂອງຄວາມຈິງ ແລະ ບາງຄັ້ງຄົນກໍລະເມີດຄວາມຈິງໃນຂະນະທີ່ເຮັດໂດຍອີງໃສ່ຈິດສຳນຶກຂອງພວກເຂົາ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ແຕ່ບໍ່ໃຊ້ຊີວິດຕາມຄວາມຈິງ ແລະ ເຮັດໂດຍອີງໃສ່ຈິດສຳນຶກຂອງເຈົ້າແທນ, ເຈົ້າຈະສາມາດເຮັດຊົ່ວ ແລະ ຕໍ່ຕ້ານພຣະເຈົ້າບໍ? ເຈົ້າຈະສາມາດເຮັດບາງສິ່ງທີ່ຊົ່ວຮ້າຍຢ່າງແທ້ຈິງ, ມັນບໍ່ສາມາດເວົ້າໄດ້ຢ່າງແນ່ນອນວ່າມັນບໍ່ຜິດຈັກເທື່ອທີ່ຈະເຮັດໂດຍອີງໃສ່ຈິດສຳນຶກຂອງຄົນໆໜຶ່ງ. ສິ່ງນີ້ສະແດງໃຫ້ເຫັນວ່າຖ້າຄົນໆໜຶ່ງປາດຖະໜາທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ແລະ ສອດຄ່ອງກັບຄວາມປະສົງຂອງພຣະອົງ, ການພຽງແຕ່ເຮັດໂດຍອີງໃສ່ຈິດສຳນຶກຂອງຄົນໆໜຶ່ງກໍບໍ່ພຽງພໍຫຼາຍ. ຄົນໆໜຶ່ງຕ້ອງເຮັດໂດຍອີງໃສ່ຄວາມຈິງເພື່ອຕອບສະໜອງການຮຽກຮ້ອງຂອງພຣະເຈົ້າ. ເມື່ອເຈົ້າປະຕິບັດຕໍ່ຈິດສຳນຶກຂອງເຈົ້າຄືກັບວ່າເປັນຄວາມຈິງ ແລະ ຖືວ່າມັນຢູ່ສູງກວ່າສິ່ງອື່ນໃດ, ແລ້ວເຈົ້າໄດ້ວາງຄວາມຈິງໄວ້ຢູ່ໃສ? ເຈົ້າໄດ້ວາງມັນຢູ່ກັບຈິດສຳນຶກຂອງເຈົ້າ; ນັ້ນບໍ່ແມ່ນການຕໍ່ຕ້ານຄວາມຈິງບໍ? ນັ້ນບໍ່ແມ່ນການຄັດຄ້ານຄວາມຈິງບໍ? ຖ້າເຈົ້າໃຊ້ຊີວິດຕາມຈິດສຳນຶກຂອງເຈົ້າ, ເຈົ້າສາມາດລະເມີດຄວາມຈິງ ແລະ ການລະເມີດຄວາມຈິງຄືການຕໍ່ຕ້ານພຣະເຈົ້າ. ມີຫຼາຍຄົນທີ່ຖືເອົາຈິດສຳນຶກຂອງພວກເຂົາເປັນມາດຕະຖານສຳລັບການປາກເວົ້າ ແລະ ການກະທຳຂອງພວກເຂົາຫຼັງຈາກທີ່ມາເຊື່ອໃນພຣະເຈົ້າ ແລະ ປະພຶດຕົນເອງໂດຍອີງໃສ່ຈິດສຳນຶກຂອງພວກເຂົາເຊັ່ນກັນ. ການເຮັດໂດຍອີງໃສ່ຈິດສຳນຶກຂອງຄົນໆໜຶ່ງເປັນການປະຕິບັດຄວາມຈິງ ຫຼື ມັນບໍ່ແມ່ນ? ຈິດສຳນຶກຂອງຄົນໆໜຶ່ງສາມາດເຂົ້າແທນທີ່ຄວາມຈິງບໍ? ການເຮັດໂດຍອີງໃສ່ຈິດສຳນຶກຂອງຄົນໆໜຶ່ງແມ່ນແຕກຕ່າງຈາກການເຮັດໂດຍອີງໃສ່ຄວາມຈິງໃນລັກສະນະໃດແທ້ໆ? ບາງຄົນຢືນຢັນຢູ່ສະເໝີທີ່ຈະເຮັດໂດຍອີງໃສ່ຈິດສຳນຶກຂອງພວກເຂົາ ແລະ ຄິດວ່າພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງ. ມຸມມອງນັ້ນຖືກຕ້ອງບໍ? (ບໍ່ຖືກຕ້ອງ.) ຄວາມຮູ້ສຶກທີ່ມີຈິດສຳນຶກຂອງບຸກຄົນໜຶ່ງຈະສາມາດແທນທີ່ຄວາມຈິງບໍ? (ພວກມັນບໍ່ສາມາດແທນໄດ້.) ຄົນເຫຼົ່ານີ້ກຳລັງເຮັດຫຍັງຜິດ? (ການຝ່າຝືນຄວາມຈິງ, ເຊິ່ງເປັນການຕໍ່ຕ້ານພຣະເຈົ້າ.) ນັ້ນຄືສິ່ງທີ່ຖືກຕ້ອງ. ພວກເຂົາເອົາຄວາມຮູ້ສຶກທີ່ມີຈິດສຳນຶກຂອງພວກເຂົາມາທຽບເທົ່າຄວາມຈິງ, ເຊິ່ງເຮັດໃຫ້ພວກເຂົາມີແນວໂນ້ມທີ່ຈະລະເມີດຄວາມຈິງ. ຄົນປະເພດນີ້ເບິ່ງຄົນ ແລະ ສິ່ງຕ່າງໆຢູ່ສະເໝີ ແລະ ປະພຶດຕົນເອງ ແລະ ກະທຳໂດຍອີງໃສ່ມາດຕະຖານທີ່ເປັນຈິດສຳນຶກຂອງພວກເຂົາ, ໂດຍມີຈິດສຳນຶກຂອງພວກເຂົາເປັນເກນຂອງພວກເຂົາ. ພວກເຂົາຖືກກີດຂວາງ ແລະ ຄວບຄຸມໂດຍຈິດສຳນຶກຂອງພວກເຂົາ ແລະ ໃນເວລາດຽວກັນ ເຫດຜົນຂອງພວກເຂົາກໍຖືກຄວບຄຸມໂດຍຈິດສຳນຶກເຊັ່ນກັນ. ຖ້າຄົນໃດໜຶ່ງຖືກຄວບຄຸມໂດຍຈິດສຳນຶກຂອງພວກເຂົາ, ພວກເຂົາຍັງສາມາດສະແຫວງຫາຄວາມຈິງ ແລະ ປະຕິບັດຕາມມັນບໍ? ພວກເຂົາບໍ່ສາມາດເຮັດໄດ້. ແລ້ວຈິດສຳນຶກສາມາດເຂົ້າແທນຄວາມຈິງບໍ? ມັນບໍ່ສາມາດເຂົ້າແທນໄດ້. ບາງຄົນອາດຖາມວ່າ “ຍ້ອນພວກເຮົາບໍ່ສາມາດໃຊ້ຈິດສຳນຶກຂອງພວກເຮົາເພື່ອປະເມີນວ່າພວກເຮົາປະຕິບັດຕໍ່ຄົນອື່ນແນວໃດ ແລະ ພວກເຮົາບໍ່ສາມາດປະຕິບັດຈິດສຳນຶກຂອງພວກເຮົາຄືກັບວ່າເປັນຄວາມຈິງ, ມັນຖືກຕ້ອງບໍທີ່ຈະໃຊ້ມາດຕະຖານທີ່ເປັນຈິດສຳນຶກຂອງພວກເຮົາເພື່ອປະເມີນວ່າພວກເຮົາປະຕິບັດຕໍ່ພຣະເຈົ້າແນວໃດ?” ຄຳຖາມນີ້ແມ່ນສົມຄວນໄດ້ຮັບການພິຈາລະນາ. ໃນກໍລະນີໃດກໍຕາມ, ຈິດສຳນຶກຂອງຄົນໃດໜຶ່ງບໍ່ສາມາດເຂົ້າແທນຄວາມຈິງໄດ້. ຖ້າເຈົ້າບໍ່ມີຄວາມຈິງ ແລະ ເຈົ້າເຂົ້າຫາພຣະເຈົ້າໂດຍອີງໃສ່ຈິດສຳນຶກຂອງເຈົ້າ, ນັ້ນຈະຖືວ່າພໍໃຊ້ໄດ້ຕາມມາດຕະຖານຂອງມະນຸດ, ແຕ່ເຈົ້າຈະບໍ່ສາມາດບັນລຸຄວາມຮັກ ຫຼື ການຍອມອ່ອນນ້ອມພຣະເຈົ້າໂດຍການອາໄສມາດຕະຖານນີ້, ຢ່າງຫຼາຍທີ່ສຸດ ເຈົ້າຈະສາມາດຫຼີກລ່ຽງການລະເມີດຄວາມຈິງ ຫຼື ການຕໍ່ຕ້ານພຣະເຈົ້າ, ເຊິ່ງເປັນສິ່ງທີ່ດີພໍສົມຄວນໃນຕົວມັນເອງ. ບາງຄົນອາດເວົ້າວ່າ “ເຈົ້າບໍ່ຈຳເປັນຕ້ອງໃຊ້ຈິດສຳນຶກຂອງເຈົ້າກັບຄົນອື່ນ ແລະ ເຈົ້າບໍ່ຈຳເປັນຕ້ອງໃຊ້ຈິດສຳນຶກຂອງເຈົ້າກັບພຣະເຈົ້າເຊັ່ນກັນ.” ນັ້ນຄືສິ່ງທີ່ຖືກຕ້ອງ ຫຼື ບໍ່? ຈາກທັດສະນະຄະຕິຂອງຫຼັກຄຳສອນ ແລະ ທິດສະດີ, ມັນເບິ່ງຄືກັບຜິດ, ບໍ່ແມ່ນບໍ? ແລ້ວໃຫ້ໃຊ້ຄວາມຈິງເພື່ອປະເມີນັມນ, ມັນເບິ່ງຄືຖືກຕ້ອງສຳລັບເຈົ້າບໍ? ພຣະເຈົ້າບອກໃຫ້ຜູ້ຄົນເຂົ້າຫາພຣະອົງໂດຍໃຊ້ຈິດສຳນຶກຂອງພວກເຂົາບໍ? ພຣະເຈົ້າຮຽກຮ້ອງຫຍັງຈາກມະນຸດ? ພຣະອົງຮຽກຮ້ອງໃຫ້ມະນຸດເຂົ້າຫາພຣະອົງແນວໃດ? ເຈົ້າອາດມີຈິດສຳນຶກ, ແຕ່ເຈົ້າຈິງໃຈບໍ? ຖ້າເຈົ້າມີຈິດສຳນຶກ ແຕ່ບໍ່ຈິງໃຈ, ສິ່ງນັ້ນກໍໃຊ້ການບໍ່ໄດ້ແທ້ໆ. ສິ່ງທີ່ພຣະເຈົ້າຮຽກຮ້ອງກໍຄືມະນຸດເຂົ້າຫາພຣະອົງດ້ວຍຄວາມຈິງໃຈ. ມັນຖືກຂຽນໄວ້ໃນພຣະຄຳພີວ່າ “ແລ້ວເຈົ້າຄວນຮັກພຣະຜູ້ເປັນເຈົ້າທີ່ເປັນພຣະເຈົ້າຂອງເຈົ້າສຸດຫົວໃຈຂອງເຈົ້າ ແລະ ສຸດວິນຍານຂອງເຈົ້າ ແລະ ສຸດຄວາມຄິດຂອງເຈົ້າ ແລະ ສຸດກຳລັງຂອງເຈົ້າ” (ມາລະໂກ 12:30). ພຣະເຈົ້າຮຽກຮ້ອງຫຍັງ? (ໃຫ້ຄົນຮັກພຣະເຈົ້າສຸດຫົວໃຈຂອງພວກເຂົາ ແລະ ສຸດຄວາມຄິດຂອງພວກເຂົາ ແລະ ສຸດວິນຍານຂອງພວກເຂົາ.) ພຣະເຈົ້າຕ້ອງການຫຍັງຈາກຜູ້ຄົນ? (ຄວາມຈິງໃຈຂອງພວກເຂົາ.) ຖືກຕ້ອງ. ພຣະເຈົ້າໄດ້ເວົ້າບໍວ່າ “ພວກເຈົ້າຕ້ອງຮັກເຮົາດ້ວຍຈິດສຳນຶກ ແລະ ເຫດຜົນຂອງພວກເຈົ້າ ແລະ ສັນຊາດຕະຍານຂອງພວກເຈົ້າ”? ພຣະເຈົ້າໄດ້ເວົ້າເຊັ່ນນັ້ນບໍ? (ບໍ່, ພຣະອົງບໍ່ໄດ້ເວົ້າ.) ເປັນຫຍັງພຣະເຈົ້າຈຶ່ງບໍ່ໄດ້ເວົ້າເຊັ່ນນັ້ນ? (ເພາະຈິດສຳນຶກບໍ່ແມ່ນຄວາມຈິງ.) ແມ່ນຫຍັງຄືຈິດສຳນຶກ? (ມາດຕະຖານທີ່ຕໍ່າທີ່ສຸດຂອງຄວາມເປັນມະນຸດ.) ນັ້ນຄືສິ່ງທີ່ຖືກຕ້ອງ, ຈິດສຳນຶກ ແລະ ເຫດຜົນເປັນມາດຕະຖານທີ່ຕໍ່າທີ່ສຸດ ແລະ ພື້ນຖານທີ່ສຸດຂອງຄວາມເປັນມະນຸດ. ເຈົ້າຈະສາມາດບອກໄດ້ແນວໃດວ່າຄົນໃດໜຶ່ງດີ ຫຼື ບໍ່ ແລະ ພວກເຂົາມີຄວາມເປັນມະນຸດ ຫຼື ບໍ່? ເຈົ້າຈະສາມາດປະເມີນສິ່ງນີ້ໄດ້ແນວໃດ? ເຈົ້າຈະປະເມີນສິ່ງນີ້ດ້ວຍຫຍັງ? ມາດຕະຖານທີ່ຕໍ່າທີ່ສຸດ ແລະ ພື້ນຖານທີ່ສຸດກໍຄືຄົນໆໜຶ່ງມີຈິດສຳນຶກ ແລະ ເຫດຜົນ ຫຼື ບໍ່. ນັ້ນຄືມາດຕະຖານທີ່ເຈົ້າສາມາດປະເມີນວ່າຄົນໃດໜຶ່ງມີຄວາມເປັນມະນຸດ ຫຼື ບໍ່. ແລ້ວແມ່ນຫຍັງຄືມາດຕະຖານສຳລັບການປະເມີນວ່າຄົນໃດໜຶ່ງສະແຫວງຫາຄວາມຈິງ ຫຼື ບໍ່? ເຈົ້າສາມາດບອກໄດ້ວ່າຄົນໃດໜຶ່ງສະແຫວງຫາຄວາມຈິງ ຫຼື ບໍ່ ໂດຍອີງໃສ່ວ່າພວກເຂົາມີຈິດສຳນຶກ ແລະ ເຫດຜົນ ຫຼື ບໍ່, ຄຳເວົ້າເຫຼົ່ານີ້ເປັນຄວາມຈິງບໍ? ພວກມັນຖືກຕ້ອງບໍ? (ບໍ່.) ແລ້ວພຣະເຈົ້າຕ້ອງການຫຍັງຈາກມະນຸດ? (ຄວາມຈິງໃຈ.) ພຣະເຈົ້າຕ້ອງການຄວາມຈິງໃຈຂອງມະນຸດ. ຄວາມຈິງໃຈນັ້ນປະກອບດ້ວຍຫຍັງ? ຄົນໆໜຶ່ງຄວນເຮັດຫຍັງເພື່ອສະແດງອອກເຖິງຄວາມຈິງໃຈ? ຖ້າຄົນໆໜຶ່ງພຽງແຕ່ເວົ້າ ເມື່ອພວກເຂົາອະທິຖານວ່າພວກເຂົາມອບຄວາມຈິງໃຈຂອງພວກເຂົາໃຫ້ພຣະເຈົ້າ, ແຕ່ຫຼັງຈາກນັ້ນ ພວກເຂົາກໍບໍ່ໄດ້ເສຍສະຫຼະຕົນເອງຢ່າງຈິງໃຈໃຫ້ພຣະເຈົ້າ ຫຼື ປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ, ນັ້ນຄືຄວາມຈິງໃຈບໍ? ນັ້ນບໍ່ແມ່ນຄວາມຈິງໃຈ, ນັ້ນຄືການຫຼອກລວງ. ສະນັ້ນແມ່ນຫຍັງຄືພຶດຕິກຳທີ່ເປັນການສະແດງອອກເຖິງຄວາມຈິງໃຈ? ແມ່ນຫຍັງການປະຕິບັດທີ່ສະເພາະ? ເຈົ້າຮູ້ບໍ? ມັນບໍ່ແມ່ນທ່າທີ່ທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າບໍ? (ແມ່ນ.) ບຸກຄົນໜຶ່ງຈິງໃຈ ພຽງແຕ່ຖ້າພວກເຂົາມີທ່າທີ່ທີ່ຍອມອ່ອນນ້ອມ. ສິ່ງນີ້ບໍ່ໄດ້ຢູ່ໄກຈາກຈິດສຳນຶກບໍ? ຈິດສຳນຶກ ແລະ ເຫດຜົນຂອງມະນຸດບໍ່ໄດ້ໃກ້ກັບຄວາມຈິງໃຈເລີຍ, ມີໄລຍະຫ່າງລະຫວ່າງພວກມັນ. ຈິດສຳນຶກ ແລະ ເຫດຜົນຂອງຄົນບໍ່ໄດ້ເປັນຫຼາຍກວ່າເງື່ອນໄຂພື້ນຖານທີ່ສຸດເພື່ອຮັກສາການເປັນຢູ່ຂອງພວກເຂົາ, ຊີວິດທີ່ເປັນປົກກະຕິຂອງພວກເຂົາ ແລະ ຄວາມສຳພັນຂອງພວກເຂົາກັບຄົນອື່ນ. ຖ້າພວກເຂົາຕ້ອງສູນເສຍຈິດສຳນຶກ ແລະ ເຫດຜົນຂອງພວກເຂົາ, ພວກເຂົາຈະບໍ່ສາມາດເປັນຢູ່ ຫຼື ມີຊີວິດທີ່ເປັນປົກກະຕິ ຫຼື ຄວາມສຳພັນກັບຄົນອື່ນແມ່ນແຕ່ໃນລະດັບທີ່ພື້ນຖານທີ່ສຸດ. ລອງພິຈາລະນາເບິ່ງຄົນເຫຼົ່ານັ້ນທີ່ບໍ່ມີຈິດສຳນຶກ ຫຼື ເຫດຜົນ, ຄົນຊົ່ວຮ້າຍເຫຼົ່ານັ້ນ, ຄົນໃດໜຶ່ງໃນກຸ່ມໆໜຶ່ງເຕັມໃຈທີ່ຈະມີປະຕິສຳພັນກັບພວກເຂົາບໍ? (ບໍ່.) ບໍ່ມີຜູ້ໃດເຕັມໃຈທີ່ຈະມີປະຕິສຳພັນກັບພວກເຂົາ. ຄົນຮູ້ສຶກແນວໃດໃນຂະນະທີ່ມີປະຕິສຳພັນກັບພວກເຂົາ? ລັງກຽດ, ກຽດຊັງ, ພວກເຂົາອາດເຖິງກັບຮູ້ສຶກຢ້ານ, ຖືກຄວບຄຸມ ແລະ ຖືກຜູກມັດໂດຍພວກມັນ. ຄົນແບບນັ້ນບໍ່ມີແມ່ນແຕ່ຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ເປັນປົກກະຕິ ແລະ ບໍ່ມີຜູ້ໃດເຕັມໃຈທີ່ຈະມີປະຕິສຳພັນກັບພວກເຂົາ. ບອກເຮົາເບິ່ງວ່າ ພຣະເຈົ້າຈະຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນບໍ? (ບໍ່.) ຖ້າຄົນຊົ່ວຮ້າຍຕອບກັບຄົນໃດໜຶ່ງທີ່ເຮັດຜິດໃຈພວກເຂົາໂດຍເວົ້າວ່າ: “ຖ້າສະຖານະການເອື້ອອຳນວຍ, ຂ້ອຍຈະຂ້າເຈົ້າ, ຂ້ອຍຈະທຳລາຍເຈົ້າ!” ແລ້ວບໍ່ວ່າພວກເຂົາຈະສາມາດເຮັດສິ່ງເຫຼົ່ານັ້ນໄດ້ແທ້ໆ ຫຼື ບໍ່, ຂໍ້ແທ້ຈິງທີ່ພວກເຂົາສາມາດເວົ້າສິ່ງເຫຼົ່ານັ້ນຈະບໍ່ເຮັດໃຫ້ພວກເຂົາເປັນຄົນຊົ່ວຮ້າຍບໍ? (ເຮັດ.) ສະນັ້ນພວກເຂົາເປັນຄົນປະເພດໃດ ຈຶ່ງມີຄຳເວົ້າທີ່ກະຕຸ້ນຄວາມຢ້ານກົວໃນຄົນອື່ນ? ພວກເຂົາເປັນຄົນທີ່ມີຈິດສຳນຶກ ແລະ ເຫດຜົນບໍ? (ບໍ່.) ແລ້ວຄົນທີ່ບໍ່ມີຈິດສຳນຶກ ແລະ ເຫດຜົນຈະມີຄວາມເປັນມະນຸດບໍ? (ບໍ່.) ຜູ້ໃດຈະກ້າມີປະຕິສຳພັນກັບຄົນຊົ່ວຮ້າຍປະເພດນັ້ນທີ່ບໍ່ມີຄວາມເປັນມະນຸດ? ຄົນຊົ່ວຮ້າຍເຫຼົ່ານັ້ນມີຄວາມສຳພັນທີ່ເປັນປົກກະຕິກັບຄົນອື່ນບໍ? (ພວກເຂົາບໍ່ມີ.) ແມ່ນຫຍັງຄືສະພາບການຄວາມສຳພັນຂອງພວກເຂົາກັບຄົນອື່ນ? ທຸກຄົນຢ້ານພວກເຂົາ, ທຸກຄົນຖືກພວກເຂົາຈຳກັດ ແລະ ຄວບຄຸມ, ພວກເຂົາປາດຖະໜາທີ່ຈະກັ່ນແກ້ງທຸກຄົນທີ່ພວກເຂົາພົບ ແລະ ລົງໂທດທຸກຄົນ. ຄົນແບບນັ້ນມີຄວາມເປັນມະນຸດທີ່ເປັນປົກກະຕິບໍ? ບໍ່ມີຜູ້ໃດກ້າມີປະຕິສຳພັນກັບຄົນປະເພດນີ້, ເຊິ່ງເປັນຄົນທີ່ບໍ່ມີຈິດສຳນຶກ ແລະ ເຫດຜົນ. ພວກເຂົາເຖິງກັບບໍ່ສາມາດດຳລົງຊີວິດທີ່ເປັນປົກກະຕິຂອງມະນຸດ, ສະນັ້ນພວກເຂົາຈຶ່ງບໍ່ໄດ້ແຕກຕ່າງຫຍັງຈາກມານຮ້າຍ ແລະ ສັດຮ້າຍ. ໃນກຸ່ມຕ່າງໆ, ພວກເຂົາຕອບໂຕ້ກັບຄົນອື່ນຢ່າງຮຸນແຮງຢູ່ສະເໝີ, ລົງໂທດຄົນໜຶ່ງ ແລະ ຈາກນັ້ນກໍລົງໂທດອີກຄົນໜຶ່ງ. ໃນທີ່ສຸດແລ້ວ, ທຸກຄົນກໍຮັກສາໄລຍະຫ່າງຂອງພວກເຂົາຈາກຄົນເຫຼົ່ານັ້ນ, ທຸກຄົນຫຼີກລ່ຽງພວກເຂົາ. ພວກເຂົາຕ້ອງເປັນຕາຢ້ານຫຼາຍແທ້! ພວກເຂົາເຖິງກັບບໍ່ສາມາດມີຄວາມສຳພັນຂອງມະນຸດທີ່ເປັນປົກກະຕິ ແລະ ພວກເຂົາບໍ່ສາມາດມີທີ່ໝັ້ນພາຍໃນກຸ່ມ, ພວກເຂົາເປັນສິ່ງມີຊີວິດປະເພດໃດ? ຄົນແບບນັ້ນບໍ່ມີແມ່ນແຕ່ຄວາມເປັນມະນຸດ, ພວກເຂົາສາມາດສະແຫວງຫາຄວາມຈິງບໍ? (ບໍ່.) ຄົນປະເພດໃດບໍ່ມີຄວາມເປັນມະນຸດ? ສັດຮ້າຍ, ມານຮ້າຍ. ພຣະເຈົ້າປະທານຄວາມຈິງທີ່ພຣະອົງສະແດງໃຫ້ມະນຸດຊາດ, ບໍ່ແມ່ນໃຫ້ສັດຮ້າຍ ແລະ ມານຮ້າຍ. ມີພຽງແຕ່ຄົນທີ່ມີຈິດສຳນຶກ ແລະ ເຫດຜົນຈຶ່ງເໝາະສົມທີ່ຈະຖືກເອີ້ນວ່າມະນຸດ. ບອກເຮົາອີກເບິ່ງວ່າ: ການມີຈິດສຳນຶກ ແລະ ເຫດຜົນຄືທັງໝົດທີ່ຕ້ອງມີເພື່ອໃຫ້ຄົນໃດໜຶ່ງດຳລົງຊີວິດຕາມຄວາມເປັນມະນຸດທີ່ເປັນປົກກະຕິຢ່າງສົມບູນບໍ? ຄົນໆໜຶ່ງອາດເວົ້າວ່າຍັງມີຊ່ອງຫວ່າງ, ເພາະຄົນມີອຸປະນິໄສທີ່ເສື່ອມຊາມ. ພວກເຂົາຕ້ອງສະແຫວງຫາຄວາມຈິງກ່ອນທີ່ພວກເຂົາຈະສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ດຳລົງຊີວິດຕາມຄວາມເປັນມະນຸດທີ່ເປັນປົກກະຕິ. ບາງຄົນອາດເວົ້າວ່າ “ຂ້ອຍມີຈິດສຳນຶກ ແລະ ເຫດຜົນ. ຕາບໃດທີ່ຂ້ອຍແນ່ໃຈວ່າບໍ່ໄດ້ເຮັດຊົ່ວ, ຂ້ອຍກໍຈະມີຄວາມເປັນຈິງແຫ່ງຄວາມຈິງ”. ນັ້ນຄືສິ່ງທີ່ຖືກຕ້ອງບໍ? ຖ້າຄົນໃດໜຶ່ງມີຈິດສຳນຶກ ແລະ ເຫດຜົນ, ນັ້ນບໍ່ໄດ້ໝາຍຄວາມວ່າພວກເຂົາກຳລັງສະແຫວງຫາຄວາມຈິງແລ້ວ ແລະ ບໍ່ໄດ້ໝາຍຄວາມວ່າຂໍ້ແທ້ຈິງທີ່ພວກເຂົາກຳລັງດຳລົງຊີວິດຕາມຈິດສຳນຶກ ແລະ ເຫດຜົນຂອງພວກເຂົາ. ສະນັ້ນແມ່ນຫຍັງຄືຈິດສຳນຶກ ແລະ ເຫດຜົນແທ້ໆ? ຈິດສຳນຶກ ແລະ ເຫດຜົນຂອງມະນຸດເປັນພຽງແຕ່ເຄື່ອງໝາຍ ແລະ ຄຸນສົມບັດພື້ນຖານທີ່ສຸດຂອງຄວາມເປັນມະນຸດທີ່ຄົນຕ້ອງມີເພື່ອສະແຫວງຫາຄວາມຈິງ. ການດຳລົງຊີວິດຕາມສອງສິ່ງເຫຼົ່ານີ້ບໍ່ໄດ້ໝາຍຄວາມວ່າຄົນໃດໜຶ່ງກຳລັງສະແຫວງຫາຄວາມຈິງ ແລະ ແຮງໄກທີ່ມັນຈະພິສູດວ່າພວກເຂົາມີຄວາມເປັນຈິງແຫ່ງຄວາມຈິງ. ຈາກຕົວຢ່າງທີ່ເຮົາຫາກໍເວົ້າເຖິງ, ມັນສາມາດເຫັນໄດ້ວ່າເມື່ອຄົນໆໜຶ່ງເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນເອງ ແລະ ກະທຳໂດຍອີງໃສ່ຈິດສຳນຶກ ແລະ ເຫດຜົນຂອງພວກເຂົາ, ພວກເຂົາມີແນວໂນ້ມທີ່ຈະລະເມີດຄວາມຈິງ ແລະ ຫຼັກການ. ພວກເຂົາຢູ່ຫ່າງຈາກມາດຕະຖານຂອງການເຮັດສິ່ງເຫຼົ່ານັ້ນຕາມພຣະທຳຂອງພຣະເຈົ້າຫຼາຍ, ໂດຍມີຄວາມຈິງເປັນເກນຂອງຄົນໆໜຶ່ງ. ສະນັ້ນ, ບໍ່ວ່າເຈົ້າຈະມີຈິດສຳນຶກຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າເຫດຜົນຂອງເຈົ້າຈະເປັນປົກກະຕິສໍ່າໃດ, ຖ້າເຈົ້າບໍ່ສາມາດເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນເອງ ແລະ ກະທຳຕາມພຣະທຳຂອງພຣະເຈົ້າ, ໂດຍມີຄວາມຈິງເປັນເກນຂອງເຈົ້າ, ເຈົ້າກໍບໍ່ໄດ້ສະແຫວງຫາຄວາມຈິງ. ໃນທຳນອງດຽວກັນ, ບໍ່ວ່າເຈົ້າຈະທົນທຸກ ແລະ ໃຊ້ແຮງງານພາຍໃນຂອບເຂດສັນຊາດຕະຍານທີ່ເປັນຈິດສຳນຶກ ແລະ ເຫດຜົນຂອງເຈົ້າຫຼາຍສໍ່າໃດ, ມັນກໍບໍ່ສາມາດເວົ້າໄດ້ວ່າເຈົ້າກຳລັງສະແຫວງຫາຄວາມຈິງ.
ພວກເຮົາພຽງແຕ່ວິເຄາະສາມຢ່າງ, ເຊິ່ງທັງໝົດລ້ວນແລ້ວແຕ່ເປັນອະຄະຕິ ແລະ ຄວາມເຂົ້າໃຈຜິດທີ່ຄົນມີກ່ຽວກັບການສະແຫວງຫາຄວາມຈິງ. ບອກເຮົາເບິ່ງວ່າ ແມ່ນຫຍັງຄືສາມສິ່ງນັ້ນ? (ສິ່ງທຳອິດຄືຄົນເຂົ້າໃຈຜິດວ່າສິ່ງຕ່າງໆທີ່ພວກເຂົາຖືໃນແນວຄິດຂອງພວກເຂົາວ່າດີ, ຖືກຕ້ອງ ແລະ ເປັນບວກນັ້ນຄືຄວາມຈິງ ແລະ ໃຊ້ພວກມັນເປັນມາດຕະຖານຂອງພວກເຂົາ, ເຂົ້າແທນທີ່ຂໍ້ຮຽກຮ້ອງຂອງພຣະເຈົ້າສຳລັບມະນຸດ ແລະ ຂໍ້ຮຽກຮ້ອງ ແລະ ມາດຕະຖານຈາກພຣະທຳຂອງພຣະອົງ, ເຊິ່ງຫຼັງຈາກນັ້ນ ພວກເຂົາກໍສະແຫວງຫາ ແລະ ປະຕິບັດສິ່ງເຫຼົ່ານັ້ນ. ສິ່ງທີສອງກໍຄື ບົນພື້ນຖານທີ່ຄົນຍຶດຕິດກັບຄວາມເຂົ້າໃຈຜິດໆ, ພວກເຂົາກໍພະຍາຍາມເຈລະຈາຕໍ່ລອງກັບພຣະເຈົ້າໃນຂະນະທີ່ແອບມີຄວາມປາດຖະໜາ ແລະ ຄວາມທະເຍີທະຍານ. ຄົນເຊື່ອວ່າຫຼັງຈາກທີ່ພວກເຂົາໄດ້ເຮັດໃຫ້ພຣະເຈົ້າພໍໃຈ ແລະ ພຣະເຈົ້າມີຄວາມສຸກ, ພຣະເຈົ້າຈະປະທານສັນຍາຂອງພຣະອົງໃຫ້ພວກເຂົາ. ສິ່ງທີສາມຄືຄົນເຊື່ອວ່າໂດຍການປະພຶດຕົນເອງ ແລະ ກະທຳໂດຍອີງໃສ່ຈິດສຳນຶກ ແລະ ເຫດຜົນຂອງພວກເຂົາ, ພວກເຂົາກໍສະແຫວງຫາຄວາມຈິງແລ້ວ.) ເມື່ອປ່ອຍວາງສາມສິ່ງນັ້ນ, ແມ່ນຫຍັງຄືຄວາມໝາຍຂອງການສະແຫວງຫາຄວາມຈິງແທ້ໆ? ພວກເຮົາກັບຄືນໄປສູ່ນິຍາມຂອງພວກເຂົາກ່ຽວກັບການສະແຫວງຫາຄວາມຈິງກັນເທາະ. “ການເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຕົນເອງ ແລະ ການກະທຳ, ຕາມພຣະທຳຂອງພຣະເຈົ້າທັງໝົດ, ໂດຍມີຄວາມຈິງເປັນເກນຂອງຄົນໆໜຶ່ງ”. ຄຳເວົ້າເຫຼົ່ານີ້ແມ່ນພຽງພໍທີ່ຈະເຮັດໃຫ້ຄົນເຂົ້າໃຈຄວາມໝາຍຂອງການສະແຫວງຫາຄວາມຈິງ ແລະ ວິທີການສະແຫວງຫາ. ພວກເຮົາໄດ້ເວົ້າຫຼາຍແລ້ວກ່ຽວກັບຄວາມໝາຍຂອງການສະແຫວງຫາຄວາມຈິງ. ແລ້ວຄົນໆໜຶ່ງຈະສະແຫວງຫາຄວາມຈິງໄດ້ແນວໃດ? ພວກເຮົາໄດ້ໂອ້ລົມຫຼາຍຄັ້ງກ່ຽວກັບສິ່ງນັ້ນ, ທັງໃນຕອນນີ້ ແລະ ກ່ອນໜ້ານີ້: ບໍ່ວ່າເຈົ້າຈະກຳລັງເບິ່ງຄົນ ແລະ ສິ່ງຕ່າງໆ ຫຼື ປະພຶດຕົນເອງ ແລະ ກະທຳ, ມັນຕ້ອງສອດຄ່ອງກັບພຣະທຳຂອງພຣະເຈົ້າ, ໂດຍມີຄວາມຈິງເປັນເກນຂອງເຈົ້າ. ນັ້ນຄືການສະແຫວງຫາຄວາມຈິງ. ສິ່ງອື່ນໆທີ່ບໍ່ກ່ຽວຂ້ອງກັບຄຳເວົ້າເຫຼົ່ານີ້ບໍ່ແມ່ນການສະແຫວງຫາຄວາມຈິງ. ແນ່ນອນຖ້າ “ການເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຕົນເອງ ແລະ ການກະທຳ, ຕາມພຣະທຳຂອງພຣະເຈົ້າທັງໝົດ, ໂດຍມີຄວາມຈິງເປັນເກນຂອງຄົນໆໜຶ່ງ” ບໍ່ໄດ້ແນໃສ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ມັນກໍມີຄວາມຄິດ, ມຸມມອງ ແລະ ແນວຄິດບາງຄົນຂອງມະນຸດ. ແລ້ວຖ້າມັນມີສິ່ງເຫຼົ່ານີ້ ແລະ ມັນຕັ້ງໃຈຈະບັນລຸເປົ້າໝາຍທີ່ເຮັດໃຫ້ມະນຸດສາມາດປະຕິບັດຕາມຫຼັກການແຫ່ງຄວາມຈິງ ແລະ ຍອມອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ແລ້ວໂດຍທຳມະຊາດ ນັ້ນກໍຈະເປັນຜົນສຸດທ້າຍຂອງມັນ. “ການເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຕົນເອງ ແລະ ການກະທຳ, ຕາມພຣະທຳຂອງພຣະເຈົ້າທັງໝົດ, ໂດຍມີຄວາມຈິງເປັນເກນຂອງຄົນໆໜຶ່ງ” ແມ່ນຊັດເຊນ ແລະ ຈະແຈ້ງພໍສົມຄວນ. ເສັ້ນທາງທີ່ມັນມອບໃຫ້ຜູ້ຄົນກໍເຮັດໃຫ້ພວກເຂົາສາມາດປະຖິ້ມອະຄະຕິຂອງພວກເຂົາໃນການປະຕິບັດຂອງພວກເຂົາໃນທີ່ສຸດ ແລະ ປ່ອຍຖິ້ມຄວາມປາດຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາ. ໃນເວລາດຽວກັນ, ຄົນກໍຕ້ອງດຳລົງຊີວິດໃນການລີ້ຢູ່ຫຼັງຄວາມເຊື່ອທີ່ວ່າພວກເຂົາຢູ່ສູງກວ່າ, ທີ່ວ່າພວກເຂົາມີຄວາມເປັນມະນຸດ ແລະ ຈິດສຳນຶກ ແລະ ເຫດຜົນ ແລະ ໃຊ້ສິ່ງນີ້ເພື່ອເຂົ້າແທນທີ່ຫຼັກການປະຕິບັດທີ່ຖືເອົາພຣະທຳຂອງພຣະເຈົ້າເປັນພື້ນຖານຂອງຄົນໆໜຶ່ງ ແລະ ຖືເອົາຄວາມຈິງເປັນເກນຂອງຄົນໆໜຶ່ງ. ບໍ່ວ່າເຈົ້າຈະມີຂໍ້ອ້າງຫຍັງກໍຕາມ, ບໍ່ວ່າເຈົ້າຈະມີຈຸດແຂງ ແລະ ຂໍ້ໄດ້ປຽບຫຍັງກໍຕາມ, ພວກມັນແມ່ນບໍ່ພຽງພໍທີ່ເຂົ້າແທນທີ່ການເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຕົນເອງ ແລະ ການກະທຳຕາມພຣະທຳຂອງພຣະເຈົ້າ, ໂດຍມີຄວາມຈິງເປັນເກນຂອງເຈົ້າ. ນັ້ນຄືຄວາມແນ່ນອນທີ່ສຸດ. ໃນທາງກົງກັນຂ້າມ, ຖ້າຈຸດເລີ່ມຕົ້ນສຳລັບມຸມມອງຂອງເຈົ້າຕໍ່ຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດ ແລະ ການກະທຳຂອງເຈົ້າແມ່ນສອດຄ່ອງກັບພຣະທຳຂອງພຣະເຈົ້າໂດຍສິ້ນເຊີງ, ໂດຍມີຄວາມຈິງເປັນຫຼັກການປະຕິບັດຂອງເຈົ້າ, ແລ້ວເຈົ້າກໍກຳລັງປະຕິບັດຄວາມຈິງ. ຖ້າບໍ່ດັ່ງນັ້ນ, ເຈົ້າກໍບໍ່ໄດ້ປະຕິບັດຄວາມຈິງ. ສະຫຼຸບແລ້ວກໍຄື ຄົນທີ່ໃຊ້ຊີວິດໃນທ່າມກາງແນວຄິດ ແລະ ຈິນຕະນາການຂອງມະນຸດ, ການກະທຳໂດຍມີເຈດຕະນາເພື່ອເຈລະຈາຕໍ່ລອງ ຫຼື ເຂົ້າແທນທີ່ການສະແຫວງຫາຄວາມຈິງຢູ່ເລື້ອຍໆ ແລະ ການປະຕິບັດມັນດ້ວຍຄວາມເຊື່ອທີ່ວ່າພວກເຂົາມີການປະພຶດທາງສິນທຳທີ່ດີຫຼາຍຢ່າງ, ວິທີການດັ່ງກ່າວແມ່ນລ້ວນແລ້ວແຕ່ໂງ່ຈ້າ. ບໍ່ມີພວກມັນອັນໃດທີ່ເປັນການສະແດງອອກເຖິງການສະແຫວງຫາຄວາມຈິງ ແລະ ໃນທີ່ສຸດແລ້ວ ຜົນຮັບຂອງວິທີການໂງ່ໆເຫຼົ່ານີ້ກໍຈະຄືຄົນບໍ່ເຂົ້າໃຈຄວາມຈິງ, ພວກເຂົາບໍ່ສາມາດຢັ່ງຮູ້ຄວາມປະສົງຂອງພຣະເຈົ້າ ແລະ ພວກເຂົາບໍ່ສາມາດເລີ່ມຍ່າງໃນຫົນທາງຂອງຄວາມລອດພົ້ນ. ເຈົ້າເຂົ້າໃຈບໍ? (ເຂົ້າໃຈ.) ແນ່ນອນ, ໃນບັນດາຄົນທີ່ບໍ່ສະແຫວງຫາຄວາມຈິງ, ນອກຈາກຄົນທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນ, ມີບາງຄົນທີ່ເຕັມໃຈຈະເປັນຜູ້ໃຫ້ບໍລິການຈຶ່ງຈະຢູ່ລອດໄດ້. ນີ້ຄືສິ່ງທີ່ດີພໍສົມຄວນ, ມັນສາມາດຖືໄດ້ວ່າເປັນທາງເລືອກທີ່ດີສຳລັບການບໍ່ສະແຫວງຫາຄວາມຈິງ. ເສັ້ນທາງໃດທີ່ເຈົ້າເລືອກໂດຍສະເພາະແມ່ນຂຶ້ນກັບພວກເຈົ້າ. ບາງທີບາງຄົນຈະເວົ້າວ່າ “ຫຼັງຈາກການໂອ້ລົມທັງໝົດນັ້ນ, ພຣະອົງຍັງບໍ່ໄດ້ບອກພວກເຮົາກ່ຽວກັບວິທີການເບິ່ງຄົນ ແລະ ສິ່ງຕ່າງໆ ຫຼື ວິທີການປະພຶດຕົນເອງ ແລະ ກະທຳ”. ເຮົາບໍ່ໄດ້ບອກບໍ? (ພຣະອົງບອກແລ້ວ.) ຄົນໆໜຶ່ງຄວນເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ປະພຶດຕົນເອງ ແລະ ເຮັດຕາມຫຍັງ? (ຕາມພຣະທຳຂອງພຣະເຈົ້າ.) ແລ້ວມີຫຍັງເປັນເກນຂອງຄົນໆໜຶ່ງ? (ໂດຍມີຄວາມຈິງເປັນເກນຂອງຄົນໆໜຶ່ງ.) ແລ້ວແມ່ນຫຍັງຄືພຣະທຳຂອງພຣະເຈົ້າ? ຄວາມຈິງຢູ່ໃສ? (ພຣະທຳຂອງພຣະເຈົ້າຄືຄວາມຈິງ.) ມີພຣະທຳຂອງພຣະເຈົ້າຫຼາຍຂໍ້, ພວກມັນບອກຜູ້ຄົນກ່ຽວກັບທຸກໆດ້ານຂອງວິທີການເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ວິທີການປະພຶດຕົນເອງ ແລະ ກະທຳ, ສະນັ້ນພວກເຮົາຈຶ່ງຈະບໍ່ລົງລາຍລະອຽດກ່ຽວກັບສິ່ງເຫຼົ່ານີ້ໃນຕອນນີ້. ໃຫ້ອ່ານຄືນອີກຄັ້ງກ່ຽວກັບຄວາມໝາຍຂອງການສະແຫວງຫາຄວາມຈິງ. (ແມ່ນຫຍັງຄືຄວາມໝາຍຂອງການສະແຫວງຫາຄວາມຈິງ? ການເບິ່ງຄົນ ແລະ ສິ່ງຕ່າງໆ ແລະ ການປະພຶດຕົນເອງ ແລະ ການກະທຳ, ຕາມພຣະທຳຂອງພຣະເຈົ້າທັງໝົດ, ໂດຍມີຄວາມຈິງເປັນເກນຂອງຄົນໆໜຶ່ງ.) ພວກເຈົ້າຕ້ອງສະລັກຄຳເວົ້າເຫຼົ່ານີ້ໃນຫົວໃຈຂອງພວກເຈົ້າ ແລະ ໃຊ້ພວກມັນໃຫ້ເປັນຄຳຂວັນໃນຊີວິດຂອງພວກເຈົ້າ. ເອົາພວກມັນອອກມາຢູ່ເລື້ອຍໆ ເພື່ອວ່າເຈົ້າອາດຄິດກ່ຽວກັບພວກມັນ ແລະ ພິຈາລະນາພວກມັນ; ເອົາພຶດຕິກຳຂອງເຈົ້າ, ທັດສະນະໃນຊີວິດຂອງເຈົ້າ, ມຸມມອງຂອງເຈົ້າກ່ຽວກັບສິ່ງຕ່າງໆ ແລະ ເຈດຕະນາ ແລະ ເປົ້າໝາຍຂອງເຈົ້າມາທຽບໃສ່ພວກມັນ. ຈາກນັ້ນເຈົ້າຈະສາມາດຮູ້ສຶກໄດ້ຢ່າງຊັດເຈນວ່າສະພາວະທີ່ແທ້ຈິງຂອງເຈົ້າແມ່ນຫຍັງ ແລະ ແມ່ນຫຍັງຄືແກ່ນແທ້ຂອງອຸປະນິໄສທີ່ເຈົ້າສະແດງອອກມາ. ໃຫ້ປຽບທຽບພວກມັນໃສ່ຄຳເວົ້າເຫຼົ່ານີ້ ແລະ ຖືເອົາຄຳເວົ້າເຫຼົ່ານີ້ເປັນຫຼັກການປະຕິບັດຂອງເຈົ້າ ແລະ ເປັນເສັ້ນທາງ ແລະ ທິດທາງສຳລັບການປະຕິບັດຂອງເຈົ້າ. ເມື່ອເຈົ້າສະແຫວງຫາໃນລັກສະນະນີ້, ເມື່ອເຈົ້າສາມາດເຂົ້າສູ່ ແລະ ດຳລົງຊີວິດຕາມຄຳເວົ້າເຫຼົ່ານີ້ໄດ້ຢ່າງສົມບູນ, ເຈົ້າກໍຈະເຂົ້າໃຈເຖິງຄວາມໝາຍຂອງການສະແຫວງຫາຄວາມຈິງ. ໂດຍທຳມະຊາດແລ້ວ, ເມື່ອເຈົ້າເຂົ້າສູ່ຄວາມເປັນຈິງຂອງຄຳເວົ້າເຫຼົ່ານີ້, ເຈົ້າກໍຈະເລີ່ມຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງແລ້ວ. ເມື່ອເຈົ້າເລີ່ມຍ່າງໃນເສັ້ນທາງຂອງການສະແຫວງຫາຄວາມຈິງ, ມັນຈະເປັນປະໂຫຍດຫຍັງ? ຄວາມທຸກໃຈທີ່ເກີດຂຶ້ນຈາກການລົບກວນ, ການຄວບຄຸມ ແລະ ການຈຳກັດຈາກອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈະເບົາຂຶ້ນເລື້ອຍໆ. ເປັນຫຍັງຈຶ່ງເປັນແນວນັ້ນ? ເພາະເຈົ້າຈະຮູ້ສຶກວ່າເຈົ້າມີເສັ້ນທາງສຳລັບການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ມີຄວາມຫວັງເພື່ອໃຫ້ເຈົ້າຖືກຊ່ວຍໃຫ້ລອດພົ້ນ. ໃນຕອນນັ້ນເອງ ເຈົ້າຈຶ່ງຈະຮູ້ສຶກວ່າຊີວິດຂອງການເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ການກິນ ແລະ ການດື່ມພຣະທຳຂອງພຣະອົງຈຶ່ງສຳເລັດຜົນ, ສະຫງົບສຸກ ແລະ ປິຕິຍິນດີ. ຫຼັງຈາກທີ່ເຊື່ອໃນພຣະເຈົ້າໄດ້ຫຼາຍປີ, ຄົນທີ່ບໍ່ຮັກຄວາມຈິງກໍຍັງຮູ້ສຶກວ່າຊີວິດຫວ່າງເປົ່າຫຼາຍ ແລະ ບໍ່ມີຫຍັງໃຫ້ພວກເຂົາຕອບກັບ. ມີຫຼາຍຄັ້ງທີ່ພວກເຂົາເຖິງກັບຮູ້ສຶກວ່າມັນເຈັບປວດແທ້ໆທີ່ຈະດຳລົງຊີວິດພາຍໃນອຸປະນິໄສທີ່ເສື່ອມຊາມ ແລະ ເຖິງແມ່ນວ່າພວກເຂົາປາດຖະໜາທີ່ຈະປະຖິ້ມ, ພວກເຂົາກໍບໍ່ສາມາດເຮັດໄດ້. ພວກເຂົາຍັງຄົງຖືກຄວບຄຸມ, ຖືກລ່າມໂສ້ ແລະ ຖືກຜູກມັດໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເຊິ່ງສ້າງຄວາມທຸກໃຈທີ່ໃຫຍ່ຫຼວງໃຫ້ພວກເຂົາ, ເຖິງຢ່າງນັ້ນ ພວກເຂົາກໍບໍ່ມີເສັ້ນທາງໃຫ້ຕິດຕາມເລີຍ. ມື້ທີ່ຂົມຂື່ນເຫຼົ່ານີ້ຂອງພວກເຂົາແມ່ນບໍ່ຈົບສິ້ນຈັກເທື່ອ. ຖ້າພວກເຂົາສາມາດຍອມຮັບຄວາມຈິງ ແລະ ຮັບເອົາຄວາມລອດພົ້ນ, ແລ້ວມື້ທີ່ຂົມຂື່ນເຫຼົ່ານີ້ກໍຈະຜ່ານໄປ. ເຖິງຢ່າງໃດກໍຕາມ, ຜົນຮັບຂອງທຸກສິ່ງນີ້ແມ່ນຂຶ້ນກັບການສະແຫວງຫາ ແລະ ການເຂົ້າຫາໃນອະນາຄົດຂອງພວກເຈົ້າ.
ວັນທີ 29 ມັງກອນ 2022