2. ແມ່ນຫຍັງຄືການບັງເກີດເປັນມະນຸດ? ແມ່ນຫຍັງຄືແກ່ນແທ້ຂອງການບັງເກີດເປັນມະນຸດ?
ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:
“ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ ແລະ ພຣະທໍາຊົງບັງເກີດເປັນມະນຸດ” (ໂຢຮັນ 1:1).
“ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ” (ໂຢຮັນ 14:6).
“ພຣະເຢຊູເວົ້າກັບລາວວ່າ ເຮົາໄດ້ຢູ່ກັບເຈົ້າແຕ່ດົນນານ, ແຕ່ເຈົ້າບໍ່ຮູ້ຈັກເຮົາບໍ ຟິລິບ? ຜູ້ໃດທີ່ໄດ້ເຫັນເຮົາກໍໄດ້ເຫັນພຣະບິດາ; ແລະ ເຈົ້າຈະເວົ້າແນວໃດ, ຈົ່ງສະແດງພຣະບິດາຕໍ່ພວກຂ້ານ້ອຍບໍ? ເຈົ້າບໍ່ເຊື່ອວ່າ ເຮົາຢູ່ໃນພຣະບິດາ ແລະ ພຣະບິດາກໍຢູ່ໃນເຮົາ ບໍ? ພຣະທຳທີ່ເຮົາກ່າວກັບເຈົ້າ ເຮົາບໍ່ໄດ້ກ່າວກ່ຽວກັບເຮົາ: ແຕ່ກ່ຽວກັບພຣະບິດາທີ່ສະຖິດຢູ່ໃນເຮົາ, ພຣະອົງກະທໍາການເອງ” (ໂຢຮັນ 14:9-10).
“ເຮົາ ແລະ ພຣະບິດາຂອງເຮົາເປັນໜຶ່ງດຽວກັນ” (ໂຢຮັນ 10:30).
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
“ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ ສຳລັບພຣະເຈົ້າທີ່ຕ້ອງບັງເກີດເປັນມະນຸດ ພຣະອົງຕ້ອງເປັນເນື້ອໜັງກ່ອນ, ເນື້ອໜັງທີ່ມີຄວາມເປັນມະນຸດທີ່ທຳມະດາ; ນີ້ແມ່ນຂໍ້ກໍານົດເບື້ອງຕົ້ນໂດຍພື້ນຖານທີ່ສຸດ. ຕາມຄວາມເປັນຈິງ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າທີ່ຢູ່ໃນແກ່ນແທ້ຂອງພຣະອົງໄດ້ກາຍມາເປັນເນື້ອໜັງ, ກາຍມາເປັນມະນຸດ.
(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະຄຣິດທີ່ມີຄວາມເປັນມະນຸດທຳມະດາແມ່ນເນື້ອໜັງທີ່ພຣະວິນຍານເຮັດໃຫ້ເກີດເປັນຈິງ, ເຊິ່ງມີຄວາມເປັນມະນຸດທຳມະດາ, ຄວາມຮູ້ສຶກທີ່ທຳມະດາ ແລະ ຄວາມຄິດແບບມະນຸດ. “ການເຮັດໃຫ້ເກີດເປັນຈິງ” ໝາຍເຖິງພຣະເຈົ້າກາຍມາເປັນມະນຸດ ພຣະວິນຍານກາຍມາເປັນເນື້ອໜັງ; ເວົ້າງ່າຍໆກໍຄື ເມື່ອພຣະເຈົ້າເອງສະຖິດໃນເນື້ອໜັງໂດຍມີຄວາມເປັນມະນຸດທຳມະດາ ແລະ ສະແດງພາລະກິດທີ່ສັກສິດຂອງພຣະອົງຜ່ານສິ່ງນັ້ນ, ນີ້ຄືຄວາມໝາຍຂອງການເຮັດໃຫ້ເກີດເປັນຈິງ ຫຼື ການບັງເກີດເປັນມະນຸດ.
(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຄວາມໝາຍຂອງການບັງເກີດເປັນມະນຸດກໍຄືມະນຸດທຳມະດາສາມັນ, ປົກກະຕິປະຕິບັດພາລະກິດຂອງພຣະເຈົ້າເອງ; ນັ້ນກໍຄື ພຣະເຈົ້າປະຕິບັດພາລະກິດອັນສັກສິດຂອງພຣະອົງໃນຄວາມເປັນມະນຸດ ແລະ ເອົາຊະນະຊາຕານ. ການບັງເກີດເປັນມະນຸດໝາຍຄວາມວ່າ ພຣະວິນຍານຂອງພຣະເຈົ້າກາຍມາເປັນເນື້ອໜັງ, ນັ້ນກໍຄື ພຣະເຈົ້າກາຍມາເປັນເນື້ອໜັງ; ພາລະກິດທີ່ເນື້ອໜັງປະຕິບັດແມ່ນພາລະກິດແຫ່ງພຣະວິນຍານ ເຊິ່ງກາຍມາເປັນຈິງໃນເນື້ອໜັງ, ສຳແດງອອກຜ່ານເນື້ອໜັງ. ບໍ່ມີໃຜ ນອກຈາກເນື້ອໜັງຂອງພຣະເຈົ້າທີ່ສາມາດເຮັດໃຫ້ພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດສຳເລັດລົງໄດ້; ຄືວ່າ ມີພຽງແຕ່ເນື້ອໜັງທີ່ບັງເກີດຈາກພຣະເຈົ້າ, ຄວາມເປັນມະນຸດທຳມະດານີ້ ແລະ ບໍ່ມີສິ່ງອື່ນໃດທີ່ສາມາດສະແດງພາລະກິດອັນສັກສິດໄດ້. ໃນລະຫວ່າງການມາຄັ້ງທຳອິດຂອງພຣະອົງ ຖ້າພຣະເຈົ້າບໍ່ມີຄວາມເປັນມະນຸດທຳມະດາກ່ອນອາຍຸຊາວເກົ້າປີ, ຖ້າທັນທີທີ່ພຣະອົງກຳເນີດ ພຣະອົງສາມາດປະຕິບັດສິ່ງອັດສະຈັນໄດ້, ຖ້າທັນທີທີ່ພຣະອົງຮຽນເວົ້າ ພຣະອົງສາມາດກ່າວພາສາແຫ່ງສະຫວັນໄດ້, ຖ້າຊ່ວງເວລາທີ່ພຣະອົງກ້າວຂາຄັ້ງທຳອິດເທິງແຜ່ນດິນໂລກ ພຣະອົງສາມາດເຂົ້າໃຈທຸກບັນຫາພາຍໃນໂລກ, ແຍກແຍະຄວາມຄິດ ແລະ ເຈດຕະນາຂອງທຸກຄົນອອກ, ບຸກຄົນດັ່ງກ່າວກໍຈະບໍ່ຖືກເອີ້ນວ່າມະນຸດທຳມະດາ ແລະ ເນື້ອໜັງດັ່ງກ່າວກໍຈະບໍ່ຖືກເອີ້ນວ່າ ເນື້ອໜັງຂອງມະນຸດ. ຖ້າສິ່ງນີ້ເປັນຈິງກັບພຣະຄຣິດ ແລ້ວຄວາມໝາຍ ແລະ ແກ່ນແທ້ຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະສູນເສຍໄປ. ການທີ່ພຣະອົງມີຄວາມເປັນມະນຸດທຳມະດາພິສູດໃຫ້ເຫັນວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດມະນຸດໃນເນື້ອໜັງ; ຄວາມເປັນຈິງທີ່ພຣະອົງຜ່ານຂະບວນການເຕີບໂຕຂອງມະນຸດທີ່ເປັນປົກກະຕິຍັງສຳແດງໃຫ້ເຫັນອີກວ່າ ພຣະອົງເປັນເນື້ອໜັງທຳມະດາ; ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງກໍເປັນຫຼັກຖານພຽງພໍວ່າ ພຣະອົງຄືພຣະທຳຂອງພຣະເຈົ້າ, ເປັນພຣະວິນຍານຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງ. ພຣະເຈົ້າກາຍມາເປັນເນື້ອໜັງກໍຍ້ອນຄວາມຕ້ອງການຂອງພາລະກິດຂອງພຣະອົງ; ເວົ້າອີກຢ່າງກໍຄື ຂັ້ນຕອນນີ້ຂອງພາລະກິດຈໍາເປັນຕ້ອງໄດ້ເຮັດຜ່ານເນື້ອໜັງ ແລະ ເຮັດຜ່ານໃນຄວາມເປັນມະນຸດທຳມະດາ. ນີ້ແມ່ນເງື່ອນໄຂທີ່ຕ້ອງໃຫ້ມີກ່ອນດໍາເນີນພາລະກິດ ສຳລັບ “ພຣະທຳກາຍມາເປັນເນື້ອໜັງ” ແລະ ສຳລັບ “ການປະກົດຂອງພຣະທຳໃນເນື້ອໜັງ” ແລະ ມັນຄືເລື່ອງລາວທີ່ແທ້ຈິງທີ່ຢູ່ເບື້ອງຫຼັງການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າ.
(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າທີ່ຢູ່ໃນແກ່ນແທ້ຂອງພຣະອົງໄດ້ກາຍມາເປັນເນື້ອໜັງ, ກາຍມາເປັນມະນຸດ. ຊີວິດທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະອົງສາມາດແບ່ງອອກເປັນສອງຂັ້ນຕອນ. ຂັ້ນຕອນທີໜຶ່ງແມ່ນຊີວິດທີ່ພຣະອົງມີກ່ອນການປະຕິບັດພັນທະກິດຂອງພຣະອົງ. ພຣະອົງມີຊີວິດໃນຄອບຄົວມະນຸດທີ່ທຳມະດາ, ຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງ, ເຊື່ອຟັງສິນທຳທີ່ປົກກະຕິ ແລະ ກົດເກນແຫ່ງຊີວິດມະນຸດ, ມີຄວາມຕ້ອງການແບບມະນຸດປົກກະຕິ (ອາຫານ, ເຄື່ອງນຸ່ງ, ການຫຼັບນອນ, ທີ່ພັກອາໄສ), ມີຄວາມອ່ອນແບບມະນຸດປົກກະຕິ ແລະ ມີຄວາມຮູ້ສຶກແບບມະນຸດປົກກະຕິ. ເວົ້າອີກຢ່າງໜຶ່ງກໍຄື ໃນລະຫວ່າງຂັ້ນຕອນທຳອິດນັ້ນ ພຣະອົງບໍ່ໄດ້ດໍາລົງຊີວິດຢູ່ໃນຄວາມເປັນມະນຸດທີ່ບໍ່ແມ່ນພຣະເຈົ້າ, ທຳມະດາຢ່າງສິ້ນເຊີງ, ໂດຍມີສ່ວນຮ່ວມໃນທຸກກິດຈະກຳທີ່ປົກກະຕິຂອງມະນຸດ. ຂັ້ນຕອນທີສອງແມ່ນຊີວິດທີ່ພຣະອົງມີຫຼັງຈາກເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ພຣະອົງຍັງດຳລົງຢູ່ໃນຄວາມເປັນມະນຸດທີ່ທຳມະດາ ໂດຍມີເປືອກນອກຂອງມະນຸດທຳມະດາ, ບໍ່ໄດ້ສະແດງເຖິງໝາຍສຳຄັນພາຍນອກທີ່ເໜືອທຳມະຊາດ. ແຕ່ພຣະອົງມີຊີວິດເພື່ອຜົນປະໂຫຍດແຫ່ງພັນທະກິດຂອງພຣະອົງແທ້ໆ ແລະ ໃນໄລຍະເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງມີຢູ່ເພື່ອສະໜັບສະໜູນພາລະກິດທີ່ທຳມະດາແຫ່ງຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ, ຍ້ອນເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງໄດ້ເຕີບໃຫຍ່ຈົນເຖິງຈຸດທີ່ສາມາດປະຕິບັດພັນທະກິດຂອງພຣະອົງໄດ້. ສະນັ້ນ ຂັ້ນຕອນທີສອງແຫ່ງຊີວິດຂອງພຣະອົງແມ່ນການປະຕິບັດພັນທະກິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ, ເມື່ອມັນເປັນຊີວິດທີ່ມີທັງຄວາມເປັນມະນຸດທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ໃນລະຫວ່າງຂັ້ນຕອນທຳອິດຂອງຊີວິດຂອງພຣະອົງ ເຫດຜົນທີ່ເຮັດພຣະອົງມີຊີວິດຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງກໍຍ້ອນຄວາມເປັນມະນຸດຂອງພຣະອົງຍັງບໍ່ສາມາດຮັກສາພາລະກິດທີ່ສັກສິດທັງໝົດເທື່ອ, ຍັງບໍ່ເຕີບໃຫຍ່ເທື່ອ; ພຽງແຕ່ຫຼັງຈາກທີ່ຄວາມເປັນມະນຸດຂອງພຣະອົງເຕີບໃຫຍ່ເທົ່ານັ້ນ ຈຶ່ງສາມາດຮັບແບກພັນທະກິດຂອງພຣະອົງ, ພຣະອົງຈຶ່ງສາມາດເລີ່ມຕົ້ນປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດໄດ້. ຍ້ອນພຣະອົງເປັນເນື້ອໜັງ ພຣະອົງຈຶ່ງຕ້ອງເຕີບໂຕ ແລະ ເຕີບໃຫຍ່, ຂັ້ນຕອນທຳອິດຂອງຊີວິດຂອງພຣະອົງແມ່ນຢູ່ໃນຄວາມເປັນມະນຸດທຳມະດາ, ໃນຂະນະທີ່ຂັ້ນຕອນທີສອງນັ້ນ ຍ້ອນຄວາມເປັນມະນຸດຂອງພຣະອົງສາມາດປະຕິບັດພາລະກິດຂອງພຣະອົງ ແລະ ໄດ້ປະຕິບັດພັນທະກິດຂອງພຣະອົງໄດ້ແລ້ວ, ຊີວິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດດໍາລົງຢູ່ມີໃນລະຫວ່າງພັນທະກິດນີ້ ຈຶ່ງຢູ່ໃນທັງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າຢ່າງສົມບູນ. ນັບຕັ້ງແຕ່ຊ່ວງເວລາທີ່ພຣະອົງກຳເນີດ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມຕົ້ນພັນທະກິດຂອງພຣະອົງຢ່າງຈິງຈັງ ໂດຍປະຕິບັດໝາຍສຳຄັນທີ່ເໜືອທຳມະຊາດ ແລະ ການອັດສະຈັນຕ່າງໆ ແລ້ວພຣະອົງກໍຈະບໍ່ມີແກ່ນແທ້ທາງຮ່າງກາຍ. ສະນັ້ນ ຄວາມເປັນມະນຸດຂອງພຣະເຈົ້າມີຢູ່ກໍເພື່ອເຫັນແກ່ຜົນປະໂຫຍດຂອງທາດແທ້ຝ່າຍຮ່າງກາຍຂອງພຣະອົງ; ບໍ່ມີເນື້ອໜັງໃດທີ່ປາສະຈາກຄວາມເປັນມະນຸດ ແລະ ຄົນທີ່ປາສະຈາກຄວາມເປັນມະນຸດກໍບໍ່ແມ່ນມະນຸດ. ເມື່ອເປັນແນວນີ້ຄວາມເປັນມະນຸດແຫ່ງເນື້ອໜັງຂອງພຣະເຈົ້າຈຶ່ງເປັນຄຸນສົມບັດທາງທໍາມະຊາດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ. ການເວົ້າວ່າ “ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ ພຣະອົງເປັນສິ່ງສັກສິດຢ່າງສິ້ນເຊີງ ແລະ ບໍ່ແມ່ນມະນຸດເລີຍ” ແມ່ນການໝິ່ນປະໝາດ ຍ້ອນວ່າປະໂຫຍກນີ້ແມ່ນບໍ່ເປັນຈິງ ແລະ ລະເມີດຫຼັກການແຫ່ງການບັງເກີດເປັນມະນຸດ. ແມ່ນແຕ່ຫຼັງຈາກທີ່ພຣະເຈົ້າເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະອົງຍັງດໍາລົງຢູ່ດ້ວຍຄວາມເປັນພຣະເຈົ້າຂອງພຣະອົງໃນເປືອກນອກຂອງມະນຸດ ໃນເວລາພຣະອົງປະຕິບັດພາລະກິດຂອງພຣະອົງ; ພຽງແຕ່ວ່າ ໃນເວລານັ້ນຄວາມເປັນມະນຸດຂອງພຣະເຈົ້າຮັບໃຊ້ຈຸດປະສົງຢ່າງດຽວໃນການເຮັດໃຫ້ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດໃນເນື້ອໜັງທຳມະດາ. ສະນັ້ນ ຕົວແທນຂອງພາລະກິດກໍຄືຄວາມເປັນພຣະເຈົ້າທີ່ສະຖິດຢູ່ໃນຄວາມເປັນມະນຸດຂອງພຣະອົງ. ມັນແມ່ນຄວາມເປັນພຣະເຈົ້າຂອງພຣະອົງ ບໍ່ແມ່ນຄວາມເປັນມະນຸດຂອງພຣະອົງທີ່ປະຕິບັດພາລະກິດ ແຕ່ຜູ້ປະຕິບັດພາລະກິດແມ່ນເນື້ອໜັງຂອງພຣະອົງ. ໂດຍແກ່ນແທ້ແລ້ວ ພາລະກິດຂອງພຣະອົງແມ່ນຖືກກະທຳໂດຍຄວາມເປັນພຣະເຈົ້າທີ່ສົມບູນຂອງພຣະອົງ ບໍ່ແມ່ນຄວາມເປັນມະນຸດຂອງພຣະອົງ. ແຕ່ຜູ້ທີ່ປະຕິບັດພາລະກິດແມ່ນເນື້ອໜັງຂອງພຣະອົງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ພຣະອົງເປັນມະນຸດ ແລະ ຍັງເປັນພຣະເຈົ້າ, ຍ້ອນພຣະເຈົ້າກາຍມາເປັນພຣະເຈົ້າທີ່ມີຊີວິດໃນເນື້ອໜັງ, ມີເປືອກນອກຂອງມະນຸດ ແລະ ແກ່ນແທ້ຂອງມະນຸດ ແຕ່ພ້ອມນັ້ນ ກໍຍັງມີແກ່ນແທ້ຂອງພຣະເຈົ້າອີກດ້ວຍ. ຍ້ອນພຣະອົງເປັນມະນຸດທີ່ມີແກ່ນແທ້ຂອງພຣະເຈົ້າ ພຣະອົງຈຶ່ງຢູ່ເໜືອມະນຸດທຸກຄົນທີ່ຖືກສ້າງຂຶ້ນ, ຢູ່ເໜືອມະນຸດທຸກຄົນທີ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ. ດ້ວຍເຫດນັ້ນ ທ່າມກາງທຸກຄົນທີ່ມີຮ່າງກາຍຂອງມະນຸດຄືກັບພຣະອົງ, ທ່າມກາງທຸກຄົນທີ່ມີຄວາມເປັນມະນຸດ, ມີພຽງແຕ່ພຣະອົງເອງທີ່ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ສ່ວນຄົນອື່ນໆແມ່ນເປັນມະນຸດທີ່ຖືກສ້າງຂຶ້ນ. ເຖິງແມ່ນວ່າ ພວກເຂົາທັງໝົດໄດ້ມີຄວາມເປັນມະນຸດແລ້ວ, ມະນຸດທີ່ຖືກສ້າງຂຶ້ນບໍ່ມີສິ່ງໃດນອກຈາກຄວາມເປັນມະນຸດ, ໃນຂະນະດຽວກັນ ພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນແມ່ນແຕກຕ່າງ: ໃນເນື້ອໜັງຂອງພຣະອົງ ພຣະອົງບໍ່ພຽງແຕ່ມີຄວາມເປັນມະນຸດ ແຕ່ທີ່ສຳຄັນກວ່ານັ້ນກໍຄືມີຄວາມເປັນພຣະເຈົ້າ. ຄວາມເປັນມະນຸດຂອງພຣະອົງສາມາດເຫັນໄດ້ຈາກການປາກົດຕົວພາຍນອກຂອງເນື້ອໜັງຂອງພຣະອົງ ແລະ ໃນຊີວິດປະຈຳວັນຂອງພຣະອົງ, ແຕ່ຄວາມເປັນພຣະເຈົ້າຂອງພຣະອົງແມ່ນຍາກທີ່ຈະເຫັນໄດ້. ຍ້ອນຄວາມເປັນພຣະເຈົ້າຂອງພຣະອົງສະແດງອອກພຽງແຕ່ໃນເວລາທີ່ພຣະອົງມີຄວາມເປັນມະນຸດ ແລະ ບໍ່ໄດ້ເໜືອທຳມະຊາດແບບທີ່ມະນຸດໄດ້ຈິນຕະນາການໃຫ້ເປັນ, ໃຫ້ມັນເປັນເລື່ອງທີ່ຍາກທີ່ສຸດສຳລັບມະນຸດຈະເຫັນໄດ້. ເຖິງແມ່ນໃນປັດຈຸບັນ ຜູ້ຄົນແມ່ນຍາກຫຼາຍທີ່ຈະຢັ່ງເຖິງແກ່ນແທ້ອັນແທ້ຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ແມ່ນແຕ່ຫຼັງຈາກທີ່ເຮົາໄດ້ກ່າວຢ່າງຍືດຍາວແບບນີ້ ເຮົາຄາດວ່າ ມັນຍັງເປັນສິ່ງທີ່ລຶກລັບຕໍ່ພວກເຈົ້າຫຼາຍຄົນ. ໃນຄວາມເປັນຈິງ ບັນຫານີ້ງ່າຍຫຼາຍ: ຕັ້ງແຕ່ພຣະເຈົ້າກາຍມາເປັນເນື້ອໜັງ, ແກ່ນແທ້ຂອງພຣະອົງແມ່ນການປະສົມປະສານລະຫວ່າງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າ. ການປະສົມປະສານນີ້ຖືກເອີ້ນວ່າ ພຣະເຈົ້າເອງ, ພຣະເຈົ້າເອງເທິງແຜ່ນດິນໂລກ.
(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໃນຊ່ວງເວລາທີ່ພຣະເຢຊູເຈົ້າປະຕິບັດພາລະກິດ, ຜູ້ຄົນສາມາດເຫັນວ່າພຣະເຈົ້າມີການສະແດງອອກແບບມະນຸດຫຼາຍຢ່າງ. ຕົວຢ່າງເຊັ່ນ: ພຣະອົງສາມາດເຕັ້ນລໍາ, ພຣະອົງສາມາດເຂົ້າຮ່ວມງານດອງ, ພຣະອົງສາມາດລົມກັບຜູ້ຄົນ, ເວົ້າກັບພວກເຂົາ ແລະ ສົນທະນາກ່ຽວກັບສິ່ງຕ່າງໆກັບພວກເຂົາ. ນອກຈາກນັ້ນ, ພຣະເຢຊູເຈົ້າຍັງສຳເລັດພາລະກິດຫຼາຍຢ່າງທີ່ເປັນຕົວແທນໃຫ້ແກ່ຄວາມເປັນພຣະເຈົ້າຂອງພຣະອົງ ແລະ ແນ່ນອນ ພາລະກິດທັງໝົດນີ້ແມ່ນການສະແດງອອກ ແລະ ການເປີດເຜີຍເຖິງອຸປະນິໄສຂອງພຣະເຈົ້າ. ໃນໄລຍະນີ້, ເມື່ອຄວາມເປັນພຣະເຈົ້າຂອງພຣະເຈົ້າຖືກເຮັດໃຫ້ເປັນຈິງໃນເນື້ອໜັງທຳມະດາທີ່ຜູ້ຄົນສາມາດເຫັນ ແລະ ສຳຜັດໄດ້, ພວກເຂົາຈຶ່ງບໍ່ຮູ້ສຶກວ່າ ພຣະອົງເລື່ອນລອຍຢູ່ໃນຄວາມຄິດອີກຕໍ່ໄປ ແລະ ບໍ່ຮູ້ສຶກວ່າພວກເຂົາບໍ່ສາມາດເຂົ້າໃກ້ພຣະອົງ. ໃນທາງກົງກັນຂ້າມ ພວກເຂົາສາມາດທີ່ຈະພະຍາຍາມເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ ຫຼື ເຂົ້າໃຈເຖິງຄວາມເປັນພຣະເຈົ້າຂອງພຣະອົງຜ່ານທຸກການເຄື່ອນໄຫວ, ຜ່ານທາງພຣະທຳ ແລະ ຜ່ານທາງພາລະກິດຂອງບຸດມະນຸດ. ບຸດມະນຸດທີ່ບັງເກີດເປັນມະນຸດໄດ້ສະແດງອອກເຖິງຄວາມເປັນພຣະເຈົ້າຜ່ານຄວາມເປັນມະນຸດຂອງພຣະອົງ ແລະ ຖ່າຍທອດຄວາມປະສົງຂອງພຣະເຈົ້າໃຫ້ແກ່ມະນຸດຊາດ. ຜ່ານການສະແດງອອກຂອງພຣະອົງກ່ຽວກັບຄວາມປະສົງ ແລະ ອຸປະນິໄສຂອງພຣະເຈົ້າ, ພຣະອົງຍັງໄດ້ເປີດເຜີຍໃຫ້ຜູ້ຄົນເຫັນເຖິງພຣະເຈົ້າທີ່ບໍ່ສາມາດເຫັນ ຫຼື ສຳຜັດໄດ້ ຜູ້ເຊິ່ງອາໄສຢູ່ໃນໂລກຝ່າຍວິນຍານ. ສິ່ງທີ່ຜູ້ຄົນເຫັນແມ່ນພຣະເຈົ້າເອງໃນຮູບຮ່າງທີ່ຈັບຕ້ອງໄດ້, ເກີດຈາກເນື້ອໜັງ ແລະ ເລືອດ. ສະນັ້ນ ບຸດມະນຸດທີ່ບັງເກີດເປັນມະນຸດຈຶ່ງເຮັດສິ່ງຕ່າງໆເປັນຮູບປະທຳ ແລະ ມີຄວາມເປັນມະນຸດ ເຊັ່ນ: ຕົວຕົນຂອງພຣະເຈົ້າເອງ, ສະຖານະ, ລັກສະນະ, ອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ເຖິງແມ່ນລັກສະນະພາຍນອກຂອງບຸດມະນຸດມີຂໍ້ຈຳກັດບາງຢ່າງກ່ຽວກັບພາບລັກສະນະຂອງພຣະເຈົ້າ, ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນສາມາດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າເອງໄດ້ຢ່າງຄົບຖ້ວນ, ມີພຽງຄວາມແຕກຕ່າງບາງຢ່າງໃນລັກສະນະຂອງການສະແດງອອກເທົ່ານັ້ນ. ພວກເຮົາບໍ່ສາມາດປະຕິເສດວ່າ ບຸດມະນຸດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າເອງ, ທັງໃນລັກສະນະຄວາມເປັນມະນຸດຂອງພຣະອົງ ແລະ ໃນຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງຢ່າງໃດກໍຕາມ, ໃນລະຫວ່າງເວລານີ້ ພຣະເຈົ້າໄດ້ປະຕິບັດພາລະກິດຜ່ານທາງເນື້ອໜັງ, ກ່າວຈາກທັດສະນະຂອງເນື້ອໜັງ ແລະ ຢືນຢູ່ຕໍ່ໜ້າມະນຸດຊາດດ້ວຍຕົວຕົນ ແລະ ສະຖານະຂອງບຸດມະນຸດ ແລະ ສິ່ງນີ້ໄດ້ໃຫ້ໂອກາດແກ່ຜູ້ຄົນໄດ້ຜະເຊີນ ແລະ ພົບກັບພຣະທຳ ແລະ ພາລະກິດທີ່ແທ້ຈິງຂອງພຣະເຈົ້າໃນທ່າມກາງມະນຸດຊາດ. ມັນຍັງເຮັດໃຫ້ຜູ້ຄົນມີຄວາມເຂົ້າໃຈໃນຄວາມເປັນພຣະເຈົ້າຂອງພຣະອົງ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງທີ່ຢູ່ທ່າມກາງຄວາມຖ່ອມຕົນ ພ້ອມທັງຮັບເອົາຄວາມເຂົ້າໃຈ ແລະ ນິຍາມເບື້ອງຕົ້ນກ່ຽວກັບຄວາມແທ້ຈິງ ແລະ ຄວາມເປັນຈິງຂອງພຣະເຈົ້າ. ເຖິງແມ່ນວ່າ ພາລະກິຖືກເຮັດສໍາເລັດໂດຍພຣະເຢຊູເຈົ້າ, ວິທີການປະຕິບັດພາລະກິດຂອງພຣະອົງ ແລະ ທັດສະນະທີ່ພຣະອົງກ່າວນັ້ນແຕກຕ່າງຈາກຕົວຕົນທີ່ແທ້ຈິງຂອງພຣະເຈົ້າໃນໂລກຝ່າຍວິນຍານ, ທຸກສິ່ງທີ່ກ່ຽວກັບພຣະອົງກໍເປັນຕົວແທນໃຫ້ແກ່ພຣະເຈົ້າເອງຢ່າງແທ້ຈິງ ຜູ້ທີ່ມະນຸດຊາດບໍ່ເຄີຍເຫັນມາກ່ອນ, ສິ່ງນີ້ແມ່ນບໍ່ສາມາດຖືກປະຕິເສດໄດ້! ນັ້ນໝາຍຄວາມວ່າ ບໍ່ວ່າພຣະເຈົ້າຈະປາກົດໃນຮູບຮ່າງຫຍັງກໍຕາມ, ພຣະອົງຈະກ່າວຈາກທັດສະນະໃດກໍຕາມ ຫຼື ພຣະອົງຈະຜະເຊີນກັບມະນຸດໃນລັກສະນະໃດກໍຕາມ, ພຣະເຈົ້າກໍບໍ່ໄດ້ເປັນຕົວແທນໃຫ້ແກ່ສິ່ງໃດ ນອກຈາກພຣະອົງ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ແກ່ມະນຸດຄົນໃດໜຶ່ງ ຫຼື ມະນຸດຊາດຄົນໃດທີ່ເສື່ອມຊາມ. ພຣະເຈົ້າເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນບໍ່ສາມາດຖືກປະຕິເສດໄດ້.
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເຖິງແມ່ນລັກສະນະພາຍນອກຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນຄືກັບມະນຸດແທ້ໆ ແລະ ເຖິງແມ່ນພຣະອົງຮຽນຮູ້ຄວາມຮູ້ຂອງມະນຸດ ແລະ ເວົ້າພາສາມະນຸດ ແລະ ບາງເທື່ອ ພຣະອົງເຖິງກັບສະແດງແນວຄິດຂອງພຣະອົງຜ່ານທາງວິທີການ ຫຼື ຮູບແບບການເວົ້າຂອງມະນຸດຊາດເອງ, ເຖິງຢ່າງນັ້ນກໍຕາມ ວິທີທີ່ພຣະອົງເຫັນມະນຸດ ແລະ ເຫັນແກ່ນແທ້ຂອງສິ່ງຕ່າງໆບໍ່ແມ່ນວິທີດຽວກັນກັບຜູ້ຄົນເສື່ອມຊາມໄດ້ເຫັນມະນຸດຊາດ ແລະ ແກ່ນແທ້ຂອງສິ່ງຕ່າງໆຢ່າງແນ່ນອນ. ທັດສະນະຂອງພຣະອົງ ແລະ ຄວາມສູງສົ່ງທີ່ພຣະອົງຢືນຢູ່ແມ່ນສິ່ງທີ່ຄົນເສື່ອມຊາມບໍ່ສາມາດບັນລຸໄດ້. ນີ້ກໍຍ້ອນພຣະເຈົ້າເປັນຄວາມຈິງ, ຍ້ອນເນື້ອໜັງທີ່ພຣະອົງສວມໃສ່ກໍມີແກ່ນແທ້ຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະອົງ ແລະ ສິ່ງທີ່ຄວາມເປັນມະນຸດຂອງພຣະອົງສະແດງອອກກໍປັນຄວາມຈິງ. ສຳລັບຄົນເສື່ອມຊາມ, ສິ່ງທີ່ພຣະອົງສະແດງອອກໃນເນື້ອໜັງແມ່ນການສະໜອງຄວາມຈິງ ແລະ ຊີວິດ. ການສະໜອງເຫຼົ່ານີ້ບໍ່ແມ່ນພຽງສຳລັບບຸກຄົນໜຶ່ງ, ແຕ່ສຳລັບມະນຸດຊາດທັງປວງ. ໃນຫົວໃຈຂອງຄົນທີ່ເສື່ອມຊາມ ມີພຽງຄົນຈຳນວນໜ້ອຍເທົ່ານັ້ນທີ່ຄົບຄ້າສະມາຄົມກັບພວກເຂົາ. ພວກເຂົາຫ່ວງໃຍ ແລະ ກັງວົນໃຈພຽງແຕ່ຄົນຈຳນວນສໍ່າກຳມືນີ້. ເມື່ອໄພພິບັດຈະເກີດຂຶ້ນໃນບໍ່ຊ້າ, ພວກເຂົາກໍຄິດເຖິງລູກຫຼານ, ຜົວເມຍ ຫຼື ພໍ່ແມ່ຂອງພວກເຂົາເອງກ່ອນ. ຢ່າງຫຼາຍສຸດ, ບຸກຄົນທີ່ມີຄວາມເຫັນອົກເຫັນໃຈຫຼາຍກວ່າ ກໍຈະຄິດເພື່ອຍາດຕິພີ່ນ້ອງບາງຄົນ ຫຼື ເພື່ອນທີ່ດີ, ແຕ່ແມ່ນແຕ່ຄວາມຄິດຂອງຄົນທີ່ມີຄວາມເຫັນອົກເຫັນໃຈດັ່ງກ່າວຈະໄປໄກຫຼາຍກວ່ານັ້ນບໍ? ບໍ່, ບໍ່ມີທາງ! ໃນທີ່ສຸດແລ້ວ ຍ້ອນມະນຸດກໍເປັນມະນຸດ ແລະ ພວກເຂົາພຽງແຕ່ສາມາດເບິ່ງທຸກສິ່ງຈາກຈຸດຢືນ ແລະ ທັດສະນະຂອງມະນຸດ. ເຖິງຢ່າງໃດກໍຕາມ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນແຕກຕ່າງຈາກມະນຸດທີ່ເສື່ອມຊາມທັງສິ້ນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຈະທຳມະດາສໍ່າໃດ, ປົກກະຕິສໍ່າໃດ, ຕໍ່າຕ້ອຍສໍ່າໃດກໍຕາມ ຫຼື ແມ່ນແຕ່ຜູ້ຄົນຈະຫຼຽວເບິ່ງພຣະອົງດ້ວຍການດູຖູກແບບໃດກໍຕາມ, ຄວາມຄິດຂອງພຣະອົງ ແລະ ທ່າທີຂອງພຣະອົງຕໍ່ມະນຸດຊາດແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດເຮັດໄດ້, ບໍ່ມີມະນຸດຄົນໃດສາມາດລອກແບບໄດ້. ພຣະອົງຈະສັງເກດເບິ່ງມະນຸດຊາດຈາກທັດສະນະຂອງຄວາມເປັນພຣະເຈົ້າຢູ່ສະເໝີ ແລະ ຈາກຕໍາແໜ່ງທີ່ສູງສົ່ງຂອງພຣະອົງດັ່ງພຣະຜູ້ສ້າງ. ພຣະອົງຈະເບິ່ງມະນຸດຊາດຜ່ານແກ່ນແທ້ ແລະ ແນວຄວາມຄິດຂອງພຣະເຈົ້າຢູ່ສະເໝີ. ພຣະອົງບໍ່ສາມາດເບິ່ງມະນຸດຈາກຈຸດຕໍ່າຕ້ອຍຂອງຄົນທຳມະດາຢ່າງແນ່ນອນ ຫຼື ຈາກທັດສະນະຂອງຄົນທີ່ເສື່ອມຊາມ. ເມື່ອຜູ້ຄົນເບິ່ງມະນຸດຊາດ, ພວກເຂົາກໍເບິ່ງດ້ວຍສາຍຕາຂອງມະນຸດ ແລະ ພວກເຂົາໃຊ້ສິ່ງຕ່າງໆ ເຊັ່ນ: ຄວາມຮູ້ຂອງມະນຸດ, ກົດລະບຽບ ແລະ ທິດສະດີຂອງມະນຸດເປັນເຄື່ອງວັດແທກຂອງພວກເຂົາ. ສິ່ງນີ້ແມ່ນຢູ່ພາຍໃນຂອບເຂດຂອງສິ່ງທີ່ຜູ້ຄົນສາມາດເຫັນດ້ວຍຕາຂອງພວກເຂົາ ແລະ ຂອບເຂດທີ່ສາມາດບັນລຸໄດ້ໂດຍຜູ້ຄົນທີ່ເສື່ອມຊາມ. ເມື່ອພຣະເຈົ້າເບິ່ງມະນຸດຊາດ, ພຣະອົງເບິ່ງດ້ວຍສາຍຕາອັນສັກສິດ ແລະ ພຣະອົງໃຊ້ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ເພື່ອເປັນເຄື່ອງວັດແທກ. ຂອບເຂດນີ້ລວມເຖິງສິ່ງຕ່າງໆທີ່ຜູ້ຄົນບໍ່ສາມາດເຫັນໄດ້ ແລະ ນີ້ຄືຄວາມແຕກຕ່າງລະຫວ່າງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ມະນຸດເສື່ອມຊາມທັງໝົດ. ຄວາມແຕກຕ່າງນີ້ແມ່ນຖືກກຳນົດໂດຍແກ່ນແທ້ທີ່ແຕກຕ່າງກັນຂອງມະນຸດ ແລະ ພຣະເຈົ້າ, ມັນແມ່ນແກ່ນແທ້ທີ່ແຕກຕ່າງກັນເຫຼົ່ານີ້ທີ່ກຳນົດຕົວຕົນ ແລະ ຕໍາແໜ່ງຂອງພວກເຂົາ ພ້ອມທັງທັດສະນະ ແລະ ຈຸດຢືນທີ່ພວກເຂົາເບິ່ງສິ່ງຕ່າງໆ.
(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ. ມະນຸດທີ່ກ່າວເຖິງບໍ່ຄືກັບມະນຸດທົ່ວໄປທີ່ເກີດຈາກເນື້ອໜັງ. ຄວາມແຕກຕ່າງກໍຍ້ອນພຣະຄຣິດບໍ່ໄດ້ເກີດຈາກເນື້ອໜັງ ແລະ ເລືອດເນື້ອ; ພຣະອົງເປັນການບັງເກີດເປັນມະນຸດຂອງພຣະວິນຍານ. ພຣະອົງມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ຖືກຄອບງຳໂດຍມະນຸດຄົນໃດ. ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງປະຄັບປະຄອງກິດຈະກຳທີ່ທຳມະດາທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງໄດ້ປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ. ບໍ່ວ່າຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າຂອງພຣະອົງ ທັງສອງກໍຍອມອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ. ແກ່ນແທ້ຂອງພຣະຄຣິດແມ່ນພຣະວິນຍານ ນັ້ນກໍຄື ຄວາມເປັນພຣະເຈົ້າ. ດ້ວຍເຫດນັ້ນ ແກ່ນແທ້ຂອງພຣະອົງແມ່ນເກີດຈາກຕົວພຣະອົງເອງ; ແກ່ນແທ້ນີ້ຈະບໍ່ຂັດຂວາງພາລະກິດຂອງພຣະອົງເອງ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດເຮັດໃນສິ່ງໃດກໍຕາມທີ່ທຳລາຍພາລະກິດຂອງພຣະອົງເອງ ຫຼື ພຣະອົງເຄີຍກ່າວພຣະທຳໃດໆທີ່ຕໍ່ຕ້ານຄວາມປະສົງຂອງພຣະອົງເອງ. ເພາະສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ປະຕິບັດພາລະກິດໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງພຣະອົງເອງຢ່າງແນ່ນອນ. ນີ້ຄືສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ແກ່ນແທ້ຂອງພາລະກິດຂອງພຣະວິນຍານບໍລິສຸດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະເຈົ້າເອງ. ໃນທຳນອງດຽວກັນ ພາລະກິດຂອງພຣະຄຣິດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງຄວາມປະສົງຂອງພຣະເຈົ້າອີກດ້ວຍ. ດ້ວຍວ່າ ພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງເຂົ້າໃຈເຖິງແກ່ນແທ້ຂອງພຣະອົງທີ່ຢູ່ພາຍໃຕ້ເນື້ອໜັງຂອງພຣະອົງ ຈົນເຖິງຂັ້ນທີ່ວ່າເນື້ອໜັງຂອງພຣະອົງພຽງພໍທີ່ຈະຮັບພາລະກິດຂອງພຣະອົງໄດ້. ດ້ວຍເຫດນັ້ນ ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າຈຶ່ງຖືກແທນໂດຍພາລະກິດຂອງພຣະຄຣິດໃນລະຫວ່າງເວລາແຫ່ງການບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະຄຣິດແມ່ນຈຸດໃຈກາງທີ່ສໍາຄັນຂອງພາລະກິດທັງໝົດໃນຕະຫຼອດເວລາແຫ່ງການບັງເກີດເປັນມະນຸດ. ພາລະກິດຂອງພຣະຄຣິດບໍ່ສາມາດປະສົມກັນກັບພາລະກິດຈາກຍຸກອື່ນໆ. ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງຈຶ່ງປະຕິບັດພາລະກິດໃນຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ; ຍ້ອນພຣະອົງມາບັງເກີດເປັນມະນຸດ ແລ້ວພຣະອົງກໍສຳເລັດພາລະກິດທີ່ພຣະອົງຄວນປະຕິບັດໂດຍຜ່ານເນື້ອໜັງ. ບໍ່ວ່າພຣະວິນຍານຂອງພຣະເຈົ້າ ຫຼື ພຣະຄຣິດ ທັງສອງກໍເປັນພຣະເຈົ້າເອງ ແລະ ພຣະອົງກະທໍາພາລະກິດທີ່ພຣະອົງຄວນກະທໍາ ແລະ ປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດ.
ແກ່ນແທ້ຂອງພຣະເຈົ້າແມ່ນມີສິດອຳນາດ ແຕ່ພຣະອົງສາມາດຍອມຢູ່ພາຍໃຕ້ສິດອຳນາດທີ່ມາຈາກພຣະອົງຈົນເຖິງທີ່ສຸດ. ບໍ່ວ່າພາລະກິດຂອງພຣະວິນຍານ ຫຼື ພາລະກິດແຫ່ງເນື້ອໜັງ ທັງສອງບໍ່ໄດ້ຂັດແຍ້ງຕໍ່ກັນແລະກັນ. ພຣະວິນຍານຂອງພຣະເຈົ້າມີສິດອຳນາດເໜືອການຊົງສ້າງທັງໝົດ. ເນື້ອໜັງທີ່ເປັນແກ່ນແທ້ຂອງພຣະເຈົ້າກໍປະກອບດ້ວຍສິດອຳນາດເຊັ່ນດຽວກັນ ແຕ່ພຣະເຈົ້າໃນເນື້ອໜັງສາມາດປະຕິບັດພາລະກິດທັງໝົດທີ່ເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ. ບໍ່ມີຄົນໃດສາມາດບັນລຸ ຫຼື ຄາດຄິດເຖິງສິ່ງນີ້ໄດ້. ພຣະເຈົ້າເອງມີສິດອຳນາດ ສ່ວນເນື້ອໜັງຂອງພຣະອົງແມ່ນຢູ່ພາຍໃຕ້ສິດອຳນາດຂອງພຣະອົງ. ນີ້ຄືຄວາມໝາຍເມື່ອມັນຖືກກ່າວວ່າ “ພຣະຄຣິດເຊື່ອຟັງຄວາມປະສົງຂອງພຣະເຈົ້າພຣະບິດາ”. ພຣະເຈົ້າເປັນພຣະວິນຍານ ແລະ ສາມາດປະຕິບັດພາລະກິດແຫ່ງຄວາມລອດພົ້ນໄດ້ ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ. ຢ່າງໃດກໍຕາມ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງດ້ວຍພຣະອົງເອງ; ພຣະອົງບໍ່ໄດ້ຂັດຂວາງ ຫຼື ແຊກແຊງ ແຮງໄກທີ່ພຣະອົງຈະປະຕິບັດພາລະກິດທີ່ຂັດແຍ້ງກັບຕົວມັນເອງ ນັ້ນກໍຍ້ອນວ່າ ແກ່ນແທ້ຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານ ແລະ ເນື້ອໜັງນັ້ນແມ່ນແບບດຽວກັນ. ບໍ່ວ່າພຣະວິນຍານ ຫຼື ເນື້ອໜັງ ທັງສອງປະຕິບັດພາລະກິດເພື່ອບັນລຸຕາມຄວາມປະສົງດຽວກັນ ແລະ ເພື່ອຄຸ້ມຄອງພາລະກິດດຽວກັນ. ເຖິງແມ່ນວ່າພຣະວິນຍານ ແລະ ເນື້ອໜັງມີຄຸນສົມບັດທີ່ແຕກຕ່າງກັນ ແຕ່ແກ່ນແທ້ຂອງພວກເພິ່ນແມ່ນຄືກັນ; ທັງສອງມີແກ່ນແທ້ຂອງພຣະເຈົ້າ ແລະ ເປັນຕົວຕົນຂອງພຣະເຈົ້າເອງ. ພຣະເຈົ້າເອງບໍ່ມີອົງປະກອບແຫ່ງຄວາມບໍ່ເຊື່ອຟັງ; ແກ່ນແທ້ຂອງພຣະອົງແມ່ນດີ. ພຣະອົງແມ່ນການສະແດງໃຫ້ເຫັນເຖິງຄວາມສວຍງາມ ແລະ ຄວາມດີທຸກຢ່າງ ພ້ອມທັງຄວາມຮັກທັງໝົດ. ແມ່ນແຕ່ໃນເນື້ອໜັງ ພຣະເຈົ້າກໍບໍ່ເຮັດສິ່ງໃດທີ່ບໍ່ເຊື່ອຟັງພຣະເຈົ້າພຣະບິດາ. ເຖິງແມ່ນຕ້ອງເສຍສະລະຊີວິດຂອງພຣະອົງ ພຣະອົງກໍເຕັມໃຈທີ່ຈະເຮັດເຊັ່ນນັ້ນ ແລະ ພຣະອົງຈະບໍ່ຕັດສິນໃຈແບບອື່ນ. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມຄິດວ່າຕົນເອງຖືກຕ້ອງ ຫຼື ການເຫັນວ່າຕົນເອງສຳຄັນ ຫຼື ການຫຼອກລວງ ແລະ ຄວາມອວດດີ; ພຣະອົງບໍ່ມີອົງປະກອບແຫ່ງຄວາມບໍ່ຊື່ສັດ. ທຸກສິ່ງທີ່ບໍ່ເຊື່ອຟັງພຣະເຈົ້າມາຈາກຊາຕານ; ຊາຕານເປັນຕົ້ນເຫດແຫ່ງຄວາມໜ້າລັງກຽດ ແລະ ຄວາມຊົ່ວຮ້າຍທັງໝົດ. ເຫດຜົນທີ່ມະນຸດມີຄຸນສົມບັດຄ້າຍຄືກັບຂອງຊາຕານກໍຍ້ອນມະນຸດໄດ້ຖືກເຮັດໃຫ້ເສື່ອມຊາມ ແລະ ຈັດການໂດຍຊາຕານ. ພຣະຄຣິດບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ດ້ວຍເຫດນີ້ ພຣະອົງຈຶ່ງມີພຽງແຕ່ລັກສະນະຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ມີລັກສະນະຂອງຊາຕານ. ບໍ່ວ່າພາລະກິດຈະຍາກພຽງໃດ ຫຼື ເນື້ອໜັງຈະອ່ອນແອພຽງໃດ, ໃນຂະນະທີ່ພຣະອົງດຳລົງຊີວິດໂດຍເນື້ອໜັງ ພຣະເຈົ້າຈະບໍ່ເຮັດສິ່ງໃດທີ່ຂັດຂວາງພາລະກິດຂອງພຣະເຈົ້າເອງ ແຮງໄກທີ່ຈະປະຖິ້ມຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຄວາມບໍ່ເຊື່ອຟັງເລີຍ. ພຣະອົງນັ້ນຍອມທົນທຸກຕໍ່ຄວາມເຈັບປວດທາງເນື້ອໜັງດີກວ່າທໍລະຍົດຄວາມປະສົງຂອງພຣະເຈົ້າພຣະບິດາ; ຄືກັບພຣະເຢຊູໄດ້ກ່າວໄວ້ໃນຄຳອະທິຖານວ່າ “ໂອບິດາເອີຍ, ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ແນວໃດກໍ່ຕາມ ຂໍຢ່າໃຫ້ເປັນໄປຕາມທີ່ລູກປະສົງ, ແຕ່ຕາມຄວາມປະສົງຂອງພຣະອົງ”. ຜູ້ຄົນສ້າງທາງເລືອກຂອງຕົນເອງ ແຕ່ພຣະຄຣິດບໍ່ແມ່ນແບບນັ້ນ. ເຖິງພຣະອົງມີຕົວຕົນຂອງພຣະເຈົ້າເອງ ພຣະອົງຍັງສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ໄດ້ປະຕິບັດຕາມສິ່ງທີ່ພຣະເຈົ້າພຣະບິດາມອບໝາຍໃຫ້ກັບພຣະອົງຈາກມຸມມອງຂອງມະນຸດ. ນີ້ຄືສິ່ງທີ່ມະນຸດບໍ່ສາມາດເຮັດໄດ້. ສິ່ງທີ່ມາຈາກຊາຕານບໍ່ສາມາດມີແກ່ນແທ້ຂອງພຣະເຈົ້າໄດ້ ມັນສາມາດມີໄດ້ພຽງແຕ່ສິ່ງທີ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ. ສິ່ງນັ້ນບໍ່ສາມາດເຊື່ອຟັງພຣະເຈົ້າຢ່າງເຕັມປ່ຽມ ແຮງໄກທີ່ຈະເຕັມໃຈເຊື່ອງຟັງຄວາມປະສົງຂອງພຣະເຈົ້າຢ່າງເຕັມໃຈ. ມະນຸດທຸກຄົນນອກຈາກພຣະຄຣິດອາດເຮັດສິ່ງທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ມີມະນຸດຄົນໃດສາມາດຮັບພາລະກິດທີ່ພຣະເຈົ້າມອບໝາຍໃຫ້ໂດຍກົງໄດ້; ບໍ່ມີໃຜສາມາດເຫັນການຄຸ້ມຄອງຂອງພຣະເຈົ້າວ່າເປັນໜ້າທີ່ຂອງພວກເຂົາເອງທີ່ຕ້ອງປະຕິບັດ. ແກ່ນແທ້ຂອງພຣະຄຣິດແມ່ນການຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະເຈົ້າພຣະບິດາ; ການບໍ່ເຊື່ອຟັງພຣະເຈົ້າແມ່ນລັກສະນະຂອງຊາຕານ. ຄຸນສົມບັດສອງຢ່າງນີ້ບໍ່ສາມາດເຂົ້າກັນໄດ້ ແລະ ຄົນໃດທີ່ມີຄຸນສົມບັດຂອງຊາຕານບໍ່ສາມາດຖືກເອີ້ນວ່າ ພຣະຄຣິດ. ເຫດຜົນທີ່ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າແທນພຣະອົງໄດ້ກໍຍ້ອນວ່າ ມະນຸດບໍ່ມີແກ່ນແທ້ຂອງພຣະເຈົ້າເລີຍ. ມະນຸດປະຕິບັດພາລະກິດເພື່ອພຣະເຈົ້າໂດຍເຫັນແກ່ຜົນປະໂຫຍດສ່ວນຕົວຂອງມະນຸດ ແລະ ຄວາມຫວັງໃນອະນາຄົດ ແຕ່ພຣະຄຣິດປະຕິບັດພາລະກິດເພື່ອເຮັດຕາມຄວາມປະສົງຂອງພຣະເຈົ້າພຣະບິດາ.
(ຄັດຈາກບົດ “ແກ່ນແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່ແມ່ນເນື້ອໜັງຂອງພຣະເຈົ້າເອງ. ພຣະວິນຍານຂອງພຣະເຈົ້າສູງສຸດ; ພຣະອົງຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາ. ໃນທໍານອງດຽວກັນນັ້ນ, ເນື້ອໜັງຂອງພຣະອົງກໍສູງສຸດ, ຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາເຊັ່ນກັນ. ເນື້ອໜັງດັ່ງກ່າວແມ່ນພຽງແຕ່ສາມາດເຮັດໃນສິ່ງທີ່ຊອບທໍາ ແລະ ເປັນປະໂຫຍດແກ່ມະນຸດຊາດ, ເຮັດໃນສິ່ງທີ່ບໍລິສຸດ, ມີສະຫງ່າລາສີ ແລະ ຍິ່ງໃຫຍ່; ພຣະອົງບໍ່ສາມາດເຮັດສິ່ງທີ່ລະເມີດຄວາມຈິງ, ລະເມີດສິນທໍາ ແລະ ຄວາມຍຸຕິທໍາ ແລ້ວແຮງໄກທີ່ພຣະອົງຈະສາມາດເຮັດສິ່ງທີ່ທໍລະຍົດພຣະວິນຍານຂອງພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ດ້ວຍເຫດນັ້ນ ເນື້ອໜັງຂອງພຣະອົງຈຶ່ງບໍ່ສາມາດຖືກຊາຕານເຮັດໃຫ້ເສື່ອມຊາມ; ເນື້ອໜັງຂອງພຣະອົງມີແກ່ນແທ້ທີ່ແຕກຕ່າງຈາກເນື້ອໜັງຂອງມະນຸດ. ຍ້ອນເປັນມະນຸດ ບໍ່ແມ່ນພຣະເຈົ້າ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ; ຊາຕານບໍ່ສາມາດເຮັດໃຫ້ເນື້ອໜັງຂອງພຣະເຈົ້າເສື່ອມຊາມໄດ້. ສະນັ້ນ, ເຖິງວ່າມະນຸດ ແລະ ພຣະຄຣິດຈະອາໄສຢູ່ພາຍໃນພື້ນທີ່ດຽວກັນ, ມີພຽງແຕ່ມະນຸດເທົ່ານັ້ນທີ່ຖືກຊາຕານຄອບງຳ, ນໍາໃຊ້ ແລະ ດັກຈັບ. ໃນທາງກົງກັນຂ້າມ, ພຣະຄຣິດແມ່ນມີຄວາມແຂງແກ່ນຕໍ່ຄວາມເສື່ອມຊາມຂອງຊາຕານຢູ່ຕະຫຼອດການ ຍ້ອນວ່າ ຊາຕານຈະບໍ່ສາມາດຂຶ້ນໄປຢູ່ບ່ອນທີ່ສູງທີ່ສຸດຈັກເທື່ອ ແລະ ຈະບໍ່ສາມາດຫຍັບເຂົ້າໃກ້ພຣະເຈົ້າໄດ້ຈັກເທື່ອ.
(ຄັດຈາກບົດ “ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະເຈົ້າສາມາດຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ, ແຕ່ພຣະວິນຍານຂອງພຣະເຈົ້າບໍ່ສາມາດເຮັດໃຫ້ພາລະກິດນີ້ສຳເລັດໄດ້ໂດຍກົງ; ກົງກັນຂ້າມ, ມີພຽງແຕ່ເນື້ອໜັງ ເຊິ່ງເປັນເຄື່ອງນຸ່ງຂອງພຣະວິນຍານຂອງພຣະເຈົ້າ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າເທົ່ານັ້ນ ທີ່ສາມາດປະຕິບັດພາລະກິດນີ້ໄດ້. ເນື້ອໜັງນີ້ແມ່ນມະນຸດ ແລະ ຍັງແມ່ນພຣະເຈົ້າ, ເປັນມະນຸດທີ່ມີຄວາມເປັນມະນຸດທຳມະດາ ແລະ ຍັງເປັນພຣະເຈົ້າທີ່ມີຄວາມເປັນພຣະເຈົ້າຢ່າງສົມບູນ. ແລ້ວດ້ວຍເຫດນັ້ນ ເຖິງແມ່ນເນື້ອໜັງນີ້ບໍ່ແມ່ນພຣະວິນຍານຂອງພຣະເຈົ້າ ແລະ ແຕກຕ່າງຈາກພຣະວິນຍານຫຼາຍ, ພຣະອົງກໍຍັງເປັນພຣະເຈົ້າທີ່ບັງເກີດເປັນມະນຸດຜູ້ທີ່ເປັນພຣະວິນຍານ ແລະ ທັງເປັນເນື້ອໜັງທີ່ຊ່ວຍມະນຸດໃຫ້ລອດພົ້ນ. ບໍ່ວ່າພຣະອົງຈະຖືກເອີ້ນເປັນສິ່ງໃດກໍຕາມ, ໃນທີ່ສຸດແລ້ວ ພຣະອົງກໍຍັງເປັນພຣະເຈົ້າທີ່ຊ່ວຍມະນຸດຊາດໃຫ້ລອດພົ້ນ. ຍ້ອນພຣະວິນຍານຂອງພຣະເຈົ້າບໍ່ສາມາດແຍກອອກຈາກເນື້ອໜັງໄດ້ ແລະ ພາລະກິດຂອງເນື້ອໜັງແມ່ນຍັງເປັນພາລະກິດຂອງພຣະວິນຍານຂອງພຣະເຈົ້າ; ພຽງແຕ່ວ່າພາລະກິດນີ້ບໍ່ໄດ້ຖືກປະຕິບັດໂດຍໃຊ້ຕົວຕົນຂອງພຣະວິນຍານ, ແຕ່ຖືກປະຕິບັດໂດຍໃຊ້ຕົວຕົນຂອງເນື້ອໜັງ.
(ຄັດຈາກບົດ “ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)