ເຈົ້າຢືນຢູ່ຈຸດໃດໃນຈົດໝາຍສິບສາມສະບັບ?
ພຣະສັນຍາໃໝ່ຂອງພຣະຄຳພີປະກອບມີຈົດໝາຍຂອງໂປໂລສິບສາມສະບັບ. ຕະຫຼອດເວລາທີ່ເພິ່ນປະຕິບັດພາລະກິດຂອງເພິ່ນ, ໂປໂລຂຽນຈົດໝາຍສິບສາມສະບັບນີ້ໃຫ້ກັບຄຣິດຕະຈັກທີ່ເຊື່ອໃນພຣະເຢຊູຄຣິດ. ນັ້ນກໍຄື ໂປໂລຖືກຍົກຂຶ້ນ ແລະ ຂຽນຈົດໝາຍເຫຼົ່ານີ້ຂຶ້ນຫຼັງຈາກທີ່ພຣະເຢຊູສະເດັດຂຶ້ນສູ່ສະຫວັນ. ຈົດໝາຍຂອງເພິ່ນເປັນຄຳພະຍານໃຫ້ກັບການຟື້ນຄືນຊີບ ແລະ ການຂຶ້ນສູ່ສະຫວັນຂອງພຣະເຢຊູເຈົ້າຫຼັງຈາກການຕາຍຂອງພຣະອົງ ແລະ ຈົດໝາຍເຫຼົ່ານີ້ຍັງໄດ້ຂະຫຍາຍຫົນທາງແຫ່ງການກັບໃຈ ແລະ ການແບກໄມ້ກາງແຂນ. ແນ່ນອນ ຂໍ້ຄວາມ ແລະ ຄຳພະຍານເຫຼົ່ານີ້ລ້ວນແລ້ວແຕ່ແມ່ນເພື່ອສັ່ງສອນອ້າຍເອື້ອຍນ້ອງໃນສະຖານທີ່ຕ່າງໆໃນຢູດາຍໃນເວລານັ້ນ, ເພາະໃນເວລານັ້ນ ໂປໂລເປັນຄົນຮັບໃຊ້ຂອງພຣະເຢຊູເຈົ້າ ແລະ ເພິ່ນຖືກຍົກຂຶ້ນໃຫ້ເປັນພະຍານໃຫ້ກັບພຣະເຢຊູເຈົ້າ. ໃນແຕ່ລະໄລຍະຂອງພາລະກິດຂອງພຣະວິນຍານບໍລິສຸດນັ້ນ ຫຼາກຫຼາຍຜູ້ຄົນຖືກຍົກຂຶ້ນເພື່ອປະຕິບັດພາລະກິດທີ່ແຕກຕ່າງຂອງພຣະອົງ ນັ້ນກໍຄື ເພື່ອປະຕິບັດພາລະກິດຂອງອັກຄະສາວົກ ເພື່ອສືບຕໍ່ພາລະກິດທີ່ພຣະເຈົ້າໄດ້ເຮັດໃຫ້ສຳເລັດດ້ວຍຕົວພຣະອົງເອງ. ຖ້າພຣະວິນຍານບໍລິສຸດປະຕິບັດພາລະກິດນັ້ນໂດຍກົງ ແລະ ບໍ່ມີຄົນໃດຖືກຍົກຂຶ້ນ, ແລ້ວມັນກໍຈະຍາກຫຼາຍໃນການປະຕິບັດພາລະກິດ. ຍ້ອນແບບນັ້ນ, ໂປໂລຈຶ່ງກາຍເປັນຄົນທີ່ຖືກຕີໃຫ້ລົ້ມລົງໃນຂະນະທີ່ກຳລັງເດີນທາງສູ່ເມືອງດາມັສກັດ ແລະ ຫຼັງຈາກນັ້ນກໍຖືກຍົກຂຶ້ນໃຫ້ເປັນພະຍານໃຫ້ກັບພຣະເຢຊູເຈົ້າ. ເພິ່ນເປັນອັກຄະສາວົກທີ່ຢູ່ນອກສາວົກສິບສອງຄົນຂອງພຣະເຢຊູ. ນອກຈາກການເຜີຍແຜ່ຂ່າວປະເສີດ, ເພິ່ນຍັງຮັບພາລະກິດໃນການດູແລຄຣິດຕະຈັກໃນສະຖານທີ່ຕ່າງໆ ເຊິ່ງປະກອບມີການເບິ່ງແຍງອ້າຍເອື້ອຍນ້ອງໃນຄຣິດຕະຈັກ, ເວົ້າອີກຢ່າງກໍຄື ນໍາພາອ້າຍເອື້ອຍນ້ອງສູ່ພຣະຜູ້ເປັນເຈົ້າ. ຄຳພະຍານຂອງໂປໂລແມ່ນເພື່ອເຮັດໃຫ້ຄວາມຈິງທີ່ພຣະເຢຊູເຈົ້າຟື້ນຄືນ ແລະ ຂຶ້ນສູ່ສະຫວັນນັ້ນເປັນທີ່ຮູ້ຈັກ ພ້ອມທັງສັ່ງສອນຜູ້ຄົນໃຫ້ກັບໃຈ, ສາລະພາບ ແລະ ຍ່າງຕາມເສັ້ນທາງແຫ່ງໄມ້ກາງແຂນ. ເພິ່ນເປັນໜຶ່ງໃນພະຍານຂອງພຣະເຢຊູຄຣິດໃນເວລານັ້ນ.
ຈົດໝາຍສິບສາມສະບັບຂອງໂປໂລແມ່ນຖືກຄັດເລືອກເພື່ອນໍາໃຊ້ໃນພຣະຄຳພີ. ເພິ່ນຂຽນຈົດໝາຍທັງສິບສາມສະບັບ ເພື່ອນໍາສະເໜີສະພາວະທີ່ແຕກຕ່າງກັນຂອງຜູ້ຄົນໃນສະຖານທີ່ຕ່າງໆ. ເພິ່ນໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດໃຫ້ຂຽນສິ່ງເຫຼົ່ານີ້ອອກມາ ແລະ ສັ່ງສອນອ້າຍເອື້ອຍນ້ອງທີ່ຢູ່ໃນທຸກຫົນແຫ່ງຈາກຕໍາແໜ່ງອັກຄະສາວົກ (ຈາກຈຸດຢືນຂອງຄົນຮັບໃຊ້ຂອງພຣະເຢຊູເຈົ້າ). ສະນັ້ນ ຈົດໝາຍຂອງໂປໂລບໍ່ໄດ້ເກີດມາຈາກຄຳທຳນາຍ ຫຼື ມາຈາກນິມິດໂດຍກົງ, ແຕ່ມາຈາກພາລະກິດທີ່ເພິ່ນໄດ້ຮັບ. ຈົດໝາຍເຫຼົ່ານີ້ບໍ່ແມ່ນສິ່ງທີ່ແປກປະຫຼາດ ຫຼື ພວກມັນບໍ່ໄດ້ເຂົ້າໃຈຍາກຄືກັບຄຳທຳນາຍ. ຄຳເວົ້າເຫຼົ່ານີ້ເປັນພຽງຕົວໜັງສື ແລະ ບໍ່ໄດ້ປະກອບມີຄຳທຳນາຍ ຫຼື ສິ່ງເລິກລັບ; ພວກມັນພຽງແຕ່ມີຄຳເວົ້າສັ່ງສອນທຳມະດາ. ເຖິງແມ່ນວ່າ ມີຫຼາຍຄຳເວົ້າທີ່ຜູ້ຄົນອາດຢັ່ງເຖິງໄດ້ຍາກ ຫຼື ເຂົ້າໃຈຍາກ, ພວກມັນກໍເກີດຈາກການຕີຄວາມໝາຍຂອງໂປໂລເອງ ແລະ ຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ. ໂປໂລເປັນພຽງອັກຄະສາວົກ; ເພິ່ນເປັນຄົນຮັບໃຊ້ທີ່ຖືກພຣະເຢຊູເຈົ້າໃຊ້, ບໍ່ແມ່ນຜູ້ປະກາດພຣະທຳ. ໃນຂະນະທີ່ເດີນທາງໄປທົ່ວທຸກຫົນແຫ່ງ ເພິ່ນໄດ້ຂຽນຈົດໝາຍໃຫ້ກັບອ້າຍເອື້ອຍນ້ອງທີ່ຢູ່ໃນຄຣິດຕະຈັກ ຫຼື ໃນເວລາທີ່ເພິ່ນເຈັບປ່ວຍ, ເພິ່ນໄດ້ຂຽນໄປຫາຄຣິດຕະຈັກທີ່ຢູ່ໃນຄວາມຄິດຂອງເພິ່ນເປັນພິເສດ ແຕ່ເພິ່ນບໍ່ສາມາດໄປຫາໄດ້. ດ້ວຍເຫດນັ້ນ ຈົດໝາຍຂອງເພິ່ນຈຶ່ງຖືກຮັກສາໂດຍຜູ້ຄົນ ແລະ ຮວບຮວມ, ຈຳແນກ, ແລ້ວຈັດວາງພວກມັນຫຼັງຈາກພຣະກິດຕິຄຸນທັງສີ່ຂອງພຣະຄຳພີໃນເວລາຕໍ່ມາ. ແນ່ນອນ ພວກເຂົາຄັດເລືອກ ແລະ ຮວບຮວມຈົດໝາຍທຸກສະບັບທີ່ເພິ່ນຂຽນໄດ້ດີທີ່ສຸດ. ຈົດໝາຍເຫຼົ່ານີ້ເປັນປະໂຫຍດຕໍ່ຊີວິດຂອງອ້າຍເອື້ອຍນ້ອງໃນຄຣິດຕະຈັກ ແລະ ເປັນຈົດໝາຍທີ່ມີຊື່ສຽງໃນເວລານັ້ນເປັນພິເສດ. ເມື່ອໂປໂລຂຽນຈົດໝາຍເຫຼົ່ານີ້ໃນເວລານັ້ນ, ຈຸດປະສົງຂອງເພິ່ນບໍ່ແມ່ນເພື່ອສ້າງຜົນງານທາງຝ່າຍວິນຍານເພື່ອເຮັດໃຫ້ອ້າຍເອື້ອຍນ້ອງສາມາດຄົ້ນພົບເສັ້ນທາງແຫ່ງການປະຕິບັດ ຫຼື ຊີວະປະຫວັດຝ່າຍວິນຍານເພື່ອສະແດງເຖິງປະສົບການຂອງເຂົາເອງ; ເພິ່ນບໍ່ໄດ້ເຈດຕະນາຂຽນປຶ້ມເພື່ອກາຍເປັນນັກປະພັນ. ເພິ່ນພຽງແຕ່ຂຽນຈົດໝາຍໃຫ້ກັບອ້າຍເອື້ອຍນ້ອງທີ່ຢູ່ໃນຄຣິດຕະຈັກຂອງພຣະເຢຊູຄຣິດເຈົ້າ. ໂປໂລສັ່ງສອນອ້າຍເອື້ອຍນ້ອງຈາກຕໍາແໜ່ງທີ່ເປັນຄົນຮັບໃຊ້, ເພື່ອບອກພວກເຂົາກ່ຽວກັບພາລະຂອງເພິ່ນ, ຄວາມປະສົງຂອງພຣະເຢຊູເຈົ້າ ແລະ ສິ່ງທີ່ພຣະອົງຝາກຝັງໄວ້ກັບຜູ້ຄົນສຳລັບອະນາຄົດ. ນັ້ນຄືພາລະກິດທີ່ໂປໂລປະຕິບັດ. ຄໍາເວົ້າຂອງເພິ່ນອົບຮົມສັ່ງສອນເພື່ອໃຫ້ປະສົບການແກ່ອ້າຍເອື້ອຍນ້ອງໃນອະນາຄົດໄດ້ດີພໍສົມຄວນ. ຄວາມຈິງທີ່ເພິ່ນສື່ສານໄວ້ໃນຈົດໝາຍເຫຼົ່ານີ້ຫຼາຍສະບັບແມ່ນເປັນສິ່ງທີ່ຜູ້ຄົນໃນຍຸກແຫ່ງພຣະຄຸນຄວນປະຕິບັດ ເຊິ່ງດ້ວຍເຫດນັ້ນ ຈົດໝາຍເຫຼົ່ານີ້ຈຶ່ງຖືກຈັດແຈງເຂົ້າໃນພຣະສັນຍາໃໝ່ໃນຮຸ່ນຕໍ່ມາ. ບໍ່ວ່າຜົນໄດ້ຮັບຂອງໂປໂລເປັນແນວໃດໃນທີ່ສຸດ, ເພິ່ນກໍເປັນຄົນທີ່ຖືກໃຊ້ໃນເວລານັ້ນ ຜູ້ທີ່ສະໜັບສະໜູນອ້າຍເອື້ອຍນ້ອງໃນຄຣິດຕະຈັກ. ຜົນໄດ້ຮັບຂອງເພິ່ນແມ່ນຖືກກຳນົດໂດຍທາດແທ້ຂອງເພິ່ນ ພ້ອມທັງການທີ່ເພິ່ນຖືກຕີໃຫ້ລົ້ມລົງໃນເບື້ອງຕົ້ນ. ເພິ່ນສາມາດກ່າວຄຳເວົ້າເຫຼົ່ານັ້ນໃນເວລານັ້ນກໍເພາະເພິ່ນມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ມັນເປັນຍ້ອນພາລະກິດນີ້ ໂປໂລຈຶ່ງໄດ້ແບກພາລະຕໍ່ຄຣິດຕະຈັກ. ດ້ວຍວິທີນີ້ ເພິ່ນຈຶ່ງສາມາດສະໜອງໃຫ້ກັບອ້າຍເອື້ອຍນ້ອງໄດ້. ເຖິງຢ່າງໃດກໍຕາມ ຍ້ອນສະຖານະການພິເສດບາງຢ່າງ, ເພິ່ນຈຶ່ງບໍ່ສາມາດໄປຄຣິດຕະຈັກເພື່ອປະຕິບັດພາລະກິດດ້ວຍຕົນເອງໄດ້, ສະນັ້ນ ເພິ່ນຈຶ່ງຂຽນຈົດໝາຍໃຫ້ກັບພວກເຂົາເພື່ອຕັກເຕືອນອ້າຍເອື້ອຍນ້ອງທີ່ຢູ່ໃນພຣະຜູ້ເປັນເຈົ້າ. ໃນຕອນທໍາອິດ ໂປໂລຂົ່ມເຫັງສາວົກຂອງພຣະເຢຊູເຈົ້າ, ແຕ່ຫຼັງຈາກທີ່ພຣະເຢຊູສະເດັດຂຶ້ນສູ່ສະຫວັນ ນັ້ນກໍຄື ຫຼັງຈາກທີ່ເພິ່ນ “ເຫັນແສງສະຫວ່າງ”, ເພິ່ນກໍເຊົາຂົ່ມເຫັງສາວົກຂອງພຣະເຢຊູເຈົ້າ ແລະ ບໍ່ຂົ່ມເຫັງໄພ່ພົນເຫຼົ່ານັ້ນທີ່ເທດສະໜາຂ່າວປະເສີດເພື່ອຫົນທາງຂອງພຣະຜູ້ເປັນເຈົ້າອີກຕໍ່ໄປ. ຫຼັງຈາກທີ່ໂປໂລໄດ້ເຫັນພຣະເຢຊູປາກົດຕໍ່ເພິ່ນດັ່ງແສງໄຟສະຫວ່າງແຈ້ງ, ໂປໂລຈຶ່ງຮັບເອົາການຝາກຝັງຂອງພຣະຜູ້ເປັນເຈົ້າ ແລະ ກາຍເປັນຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ເພື່ອເຜີຍແຜ່ຂ່າວປະເສີດ.
ພາລະກິດຂອງໂປໂລໃນເວລານັ້ນແມ່ນພຽງແຕ່ສົ່ງເສີມ ແລະ ສະໜອງໃຫ້ອ້າຍເອື້ອຍນ້ອງເທົ່ານັ້ນ. ເພິ່ນບໍ່ຄືກັບບາງຄົນທີ່ຕ້ອງການສ້າງວິຊາຊີບ ຫຼື ສ້າງຜົນງານທາງວັນນະຄະດີ, ເປີດເສັ້ນທາງອອກໃໝ່ ຫຼື ເພື່ອຄົ້ນຫາເສັ້ນທາງອື່ນທີ່ຢູ່ນອກພຣະຄຳພີ ເພື່ອນໍາພາຜູ້ຄົນໃນຄຣິດຕະຈັກ ເພື່ອວ່າພວກເຂົາທຸກຄົນຈະສາມາດຮັບເອົາທາງເຂົ້າໃໝ່. ໂປໂລເປັນຄົນທີ່ຖືກໃຊ້; ໃນການເຮັດສິ່ງທີ່ເພິ່ນເຮັດ, ເພິ່ນພຽງແຕ່ປະຕິບັດຕາມໜ້າທີ່ຂອງເພິ່ນ. ຖ້າເພິ່ນບໍ່ແບກພາລະຕໍ່ຄຣິດຕະຈັກ, ແລ້ວເພິ່ນກໍຈະຖືກພິຈາລະນາວ່າໄດ້ປະລະໜ້າທີ່ຂອງເພິ່ນ. ຖ້າບາງສິ່ງທີ່ສ້າງຄວາມແຕກແຍກເກີດຂຶ້ນ ຫຼື ມີເຫດການກະບົດໃນຄຣິດຕະຈັກເຊິ່ງນໍາໄປສູ່ສະພາວະບໍ່ປົກກະຕິຂອງຜູ້ຄົນທີ່ຢູ່ໃນນັ້ນ, ແລ້ວເພິ່ນກໍຈະຖືກພິຈາລະາວ່າບໍ່ປະຕິບັດພາລະກິດຂອງເພິ່ນຢ່າງຖືກຕ້ອງ. ຖ້າຄົນງານແບກຮັບພາລະຕໍ່ຄຣິດຕະຈັກ ແລະ ຍັງປະຕິບັດພາລະກິດດ້ວຍສຸດຄວາມສາມາດຂອງເຂົາ, ແລ້ວສິ່ງນີ້ກໍພິສູດໃຫ້ເຫັນວ່າ ບຸກຄົນນີ້ເປັນຄົນງານທີ່ມີຄຸນສົມບັດ, ເປັນຄົນທີ່ມີຄຸນສົມບັດໃນການຖືກໃຊ້. ຖ້າບຸກຄົນໃດໜຶ່ງບໍ່ຮູ້ສຶກເຖິງພາລະຕໍ່ຄຣິດຕະຈັກ ແລະ ບໍ່ບັນລຸຜົນສໍາເລັດໃນວຽກງານຂອງພວກເຂົາ ແລະ ຄົນສ່ວນໃຫຍ່ທີ່ພວກເຂົານໍາພາແມ່ນອ່ອນແອ ຫຼື ພວກເຂົາເຖິງກັບລົ້ມລົງ, ແລ້ວຄົນງານດັ່ງກ່າວກໍບໍ່ໄດ້ປະຕິບັດໜ້າທີ່ຂອງເຂົາ. ໃນທຳນອງດຽວກັນ ໂປໂລກໍບໍ່ໄດ້ຖືກຍົກເວັ້ນ, ເຊິ່ງນັ້ນຄືເຫດຜົນທີ່ວ່າ ເປັນຫຍັງເພິ່ນຈຶ່ງດູແລຄຣິດຕະຈັກ ຫຼື ຂຽນຈົດໝາຍໄປຫາອ້າຍເອື້ອຍນ້ອງຢູ່ເລື້ອຍໆ. ມັນແມ່ນດ້ວຍວິທີນີ້ທີ່ເພິ່ນຈຶ່ງສາມາດສະໜອງໃຫ້ກັບຄຣິດຕະຈັກໄດ້ ແລະ ດູແລອ້າຍເອື້ອຍນ້ອງຂອງເພິ່ນ; ມັນເປັນວິທີນີ້ເທົ່ານັ້ນທີ່ຄຣິດຕະຈັກຈະສາມາດຮັບເອົາການສະໜອງ ແລະ ການດູແລຈາກເພິ່ນໄດ້. ຄຳເວົ້າໃນຈົດໝາຍທີ່ເພິ່ນຂຽນແມ່ນເລິກເຊິ່ງຫຼາຍ, ແຕ່ຈົດໝາຍຂອງເພິ່ນແມ່ນຖືກຂຽນໃຫ້ກັບອ້າຍເອື້ອຍນ້ອງພາຍໃຕ້ສະພາບການໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ເພິ່ນຂຽນປະສົບການ ແລະ ພາລະສ່ວນຕົວທີ່ເພິ່ນໄດ້ຮັບເຂົ້າໃນການຂຽນຂອງເພິ່ນ. ໂປໂລເປັນພຽງແຕ່ຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ ແລະ ເນື້ອຫາໃນຈົດໝາຍຂອງເພິ່ນກໍລ້ວນແລ້ວແຕ່ຕີແຜ່ປະສົບການສ່ວນຕົວຂອງເພິ່ນ. ພາລະກິດທີ່ເພິ່ນປະຕິບັດພຽງແຕ່ເປັນຕົວແທນໃຫ້ກັບພາລະກິດຂອງອັກຄະສາວົກເທົ່ານັ້ນ, ບໍ່ແມ່ນພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໂດຍກົງ ແລະ ມັນຍັງແຕກຕ່າງຈາກພາລະກິດຂອງພຣະຄຣິດອີກດ້ວຍ. ໂປໂລພຽງແຕ່ປະຕິບັດໜ້າທີ່ຂອງເພິ່ນ ເຊິ່ງດ້ວຍເຫດນັ້ນ ໂປໂລຈຶ່ງສະໜອງພາລະຂອງເພິ່ນ ພ້ອມທັງປະສົບການ ແລະ ຄວາມເຂົ້າໃຈສ່ວນຕົວຂອງເພິ່ນໃຫ້ກັບອ້າຍເອື້ອຍນ້ອງທີ່ຢູ່ໃນພຣະຜູ້ເປັນເຈົ້າ. ໂປໂລພຽງແຕ່ປະຕິບັດພາລະກິດທີ່ພຣະເຈົ້າຝາກຝັງໃຫ້ ໂດຍສະໜອງຄວາມຮູ້ ແລະ ຄວາມເຂົ້າໃຈສ່ວນຕົວຂອງເພິ່ນ; ແນ່ນອນ ນີ້ບໍ່ແມ່ນລັກສະນະຂອງພາລະກິດທີ່ພຣະເຈົ້າເອງກຳລັງປະຕິບັດພາລະກິດໂດຍກົງ. ດ້ວຍເຫດນັ້ນ ພາລະກິດຂອງໂປໂລຈຶ່ງປະສົມກັບປະສົບການຂອງມະນຸດ ແລະ ມຸມມອງຂອງມະນຸດ ແລະ ການເຂົ້າໃຈພາລະກິດຂອງຄຣິດຕະຈັກ. ເຖິງຢ່າງໃດກໍຕາມ ມຸມມອງ ແລະ ຄວາມຮູ້ເຫຼົ່ານີ້ຂອງມະນຸດແມ່ນບໍ່ສາມາດເວົ້າໄດ້ວ່າ ເປັນພາລະກິດຂອງວິນຍານຊົ່ວຮ້າຍ ຫຼື ພາລະກິດແຫ່ງເນື້ອໜັງ ແລະ ເລືອດ; ພຽງສາມາດເວົ້າໄດ້ວ່າພວກມັນເປັນຄວາມຮູ້ ແລະ ປະສົບການຂອງຄົນທີ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ. ໂດຍສິ່ງນີ້, ເຮົາໝາຍຄວາມວ່າ ຈົດໝາຍຂອງໂປໂລບໍ່ແມ່ນໜັງສືຈາກສະຫວັນ. ພວກມັນບໍ່ໄດ້ສັກສິດ ແລະ ບໍ່ໄດ້ຖືກກ່າວອອກມາ ຫຼື ສຳແດງອອກມາໂດຍພຣະວິນຍານບໍລິສຸດເລີຍ; ພວກມັນເປັນພຽງການສະແດງອອກມາຈາກພາລະຂອງໂປໂລຕໍ່ຄຣິດຕະຈັກ. ເປົ້າໝາຍຂອງການທີ່ເຮົາເວົ້າສິ່ງນີ້ທັງໝົດກໍເພື່ອໃຫ້ພວກເຈົ້າເຂົ້າໃຈຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າ ແລະ ວຽກງານຂອງມະນຸດ. ພາລະກິດຂອງພຣະເຈົ້າເປັນຕົວແທນໃຫ້ກັບພຣະເຈົ້າເອງ, ໃນຂະນະທີ່ພາລະກິດຂອງມະນຸດກໍເປັນຕົວແທນໃຫ້ກັບໜ້າທີ່ ແລະ ປະສົບການຂອງມະນຸດ. ຄົນໜຶ່ງບໍ່ຄວນເບິ່ງວ່າ ພາລະກິດທຳມະດາຂອງພຣະເຈົ້າແມ່ນຄວາມປະສົງຂອງມະນຸດ ແລະ ພາລະກິດທີ່ຢູ່ເໜືອທຳມະຊາດຂອງພຣະອົງແມ່ນຄວາມປະສົງຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ ຄົນໜຶ່ງບໍ່ຄວນເບິ່ງການເທດສະໜາທີ່ສູງສົ່ງຂອງມະນຸດເປັນຖ້ອຍຄຳຂອງພຣະເຈົ້າ ຫຼື ໜັງສືຈາກສະຫວັນ. ມຸມມອງນີ້ລ້ວນແລ້ວແຕ່ຂັດກັບຈັນຍາບັນ. ເມື່ອໄດ້ຍິນເຮົາວິເຄາະຈົດໝາຍສິບສາມສະບັບຂອງໂປໂລ, ຫຼາຍຄົນກໍຄິດວ່າຈົດໝາຍຂອງໂປໂລຕ້ອງບໍ່ຖືກອ່ານ ແລະ ໂປໂລເປັນມະນຸດທີ່ມີຄວາມບາບຢ່າງໃຫຍ່ຫຼວງ. ມີຫຼາຍຄົນທີ່ເຖິງກັບຄິດວ່າພຣະທຳຂອງເຮົາໄຮ້ຄວາມຮູ້ສຶກ, ການທີ່ເຮົາປະເມີນຈົດໝາຍຂອງໂປໂລແມ່ນບໍ່ຖືກຕ້ອງ ແລະ ຈົດໝາຍຂອງເພິ່ນບໍ່ສາມາດຖືວ່າເປັນການສະແດງອອກເຖິງປະສົບການ ແລະ ພາລະຂອງມະນຸດ. ພວກເຂົາເຊື່ອວ່າຈົດໝາຍເຫຼົ່ານີ້ຄວນຖືວ່າເປັນພຣະທຳຂອງພຣະເຈົ້າ, ພວກມັນສຳຄັນສໍ່າກັບໜັງສືພຣະນິມິດຂອງໂຢຮັນ ເຊິ່ງບໍ່ສາມາດຖືກຕັດພວກມັນອອກໄດ້ ຫຼື ເພີ່ມເຕີມໄດ້ ແລະ ຍິ່ງໄປກວ່ານັ້ນ ບໍ່ສາມາດອະທິບາຍຈົດໝາຍນັ້ນຕາມອຳເພີໃຈ. ການຢືນຢັນທັງໝົດຂອງມະນຸດບໍ່ແມ່ນສິ່ງທີ່ຜິດບໍ? ທັງໝົດນີ້ ມັນບໍ່ແມ່ນເປັນຍ້ອນຜູ້ຄົນບໍ່ມີຄວາມຮູ້ສຶກບໍ? ຈົດໝາຍຂອງໂປໂລເປັນປະໂຫຍດໃຫ້ກັບຜູ້ຄົນຫຼາຍ ແລະ ພວກມັນກໍມີປະຫວັດສາດຫຼາຍກວ່າ 2.000 ປີ. ເຖິງຢ່າງໃດກໍຕາມ ຈົນເຖິງປັດຈຸບັນ, ຍັງມີຫຼາຍຄົນທີ່ບໍ່ສາມາດເຂົ້າໃຈໃນສິ່ງທີ່ເພິ່ນກ່າວໃນເວລານັ້ນ. ຜູ້ຄົນຮັບຮູ້ວ່າຈົດໝາຍຂອງໂປໂລຄືຜົນງານເອກທີ່ຍິ່ງໃຫຍ່ທີ່ສຸດທົ່ວທັງສາສະໜາຄຣິດ ແລະ ບໍ່ມີໃຜສາມາດຖອດເນື້ອຫາຂອງມັນອອກໄດ້ ແລະ ບໍ່ມີໃຜສາມາດເຂົ້າໃຈມັນໄດ້ຢ່າງສົມບູນ. ຕາມຄວາມຈິງແລ້ວ ຈົດໝາຍເຫຼົ່ານີ້ເປັນຄືກັບຊີວະປະຫວັດຂອງບຸກຄົນຝ່າຍວິນຍານ ແລະ ບໍ່ສາມາດປຽບທຽບໄດ້ກັບພຣະທຳຂອງພຣະເຢຊູ ຫຼື ນິມິດທີ່ຍິ່ງໃຫຍ່ທີ່ໂຢຮັນໄດ້ເຫັນ. ກົງກັນຂ້າມ ນິມິດທີ່ໂຢຮັນໄດ້ເຫັນກໍເປັນນິມິດທີ່ຍິ່ງໃຫຍ່ຈາກສະຫວັນ ນັ້ນກໍຄື ຄຳທຳນາຍຂອງພາລະກິດຂອງພຣະເຈົ້າເອງ ເຊິ່ງມະນຸດບໍ່ສາມາດບັນລຸໄດ້ ໃນຂະນະທີ່ຈົດໝາຍຂອງໂປໂລເປັນພຽງແຕ່ການອະທິບາຍເຖິງສິ່ງທີ່ມະນຸດເຫັນ ແລະ ຜະເຊີນ. ພວກມັນແມ່ນສິ່ງທີ່ມະນຸດສາມາດເຮັດໄດ້ ແລະ ບໍ່ແມ່ນຄຳທຳນາຍ ຫຼື ນິມິດ; ພວກມັນເປັນພຽງຈົດໝາຍທີ່ສົ່ງໄປສະຖານທີ່ຕ່າງໆ. ເຖິງຢ່າງໃດກໍຕາມ, ສຳລັບຄົນໃນເວລານັ້ນ, ໂປໂລເປັນຄົນງານ ແລະ ສະນັ້ນ ຄຳເວົ້າຂອງເພິ່ນຈຶ່ງມີຄ່າ, ຍ້ອນເພິ່ນເປັນຄົນທີ່ຮັບເອົາສິ່ງທີ່ຝາກຝັງໄວ້ໃຫ້ກັບເພິ່ນ. ສະນັ້ນ ຈົດໝາຍຂອງເພິ່ນຈຶ່ງເປັນປະໂຫຍດຕໍ່ທຸກຄົນທີ່ສະແຫວງຫາພຣະຄຣິດ. ເຖິງແມ່ນຄຳເວົ້າເຫຼົ່ານັ້ນບໍ່ໄດ້ຖືກກ່າວໂດຍພຣະເຢຊູເປັນການສ່ວນຕົວກໍຕາມ, ໃນທີ່ສຸດແລ້ວ ຈົນໝາຍນັ້ນກໍສຳຄັນສຳລັບເວລາຂອງມັນ. ສະນັ້ນ ຄົນທີ່ມານໍາຫຼັງໂປໂລກໍຈັດແຈງຈົດໝາຍເຫຼົ່ານີ້ເພື່ອສົ່ງຕໍ່ຈົນເຖິງປັດຈຸບັນ. ພວກເຈົ້າເຂົ້າໃຈຄວາມໝາຍຂອງເຮົາບໍ? ເຮົາພຽງແຕ່ອະທິບາຍຈົດໝາຍເຫຼົ່ານີ້ອີງຕາມຄວາມເປັນຈິງ ແລະ ວິເຄາະມັນໂດຍບໍ່ໄດ້ປະຕິເສດປະໂຫຍດ ແລະ ຄຸນຄ່າຂອງພວກມັນໃນການເປັນບ່ອນອ້າງອີງ. ຖ້າຫຼັງຈາກທີ່ໄດ້ອ່ານພຣະທຳຂອງເຮົາແລ້ວ ພວກເຈົ້າບໍ່ພຽງແຕ່ປະຕິເສດຈົດໝາຍຂອງໂປໂລ ແຕ່ກຳນົດວ່າມັນເປັນຄວາມເຊື່ອທີ່ຜິດ ຫຼື ບໍ່ມີຄຸນຄ່າ, ນັ້ນກໍສາມາດເວົ້າໄດ້ວ່າຄວາມສາມາດໃນການຮັບຂອງພວກເຈົ້ານັ້ນມີຕໍ່າຫຼາຍ, ເຊັ່ນດຽວກັບຄວາມເຂົ້າໃຈຂອງພວກເຈົ້າ ແລະ ການທີ່ເຈົ້າຕັດສິນສິ່ງຕ່າງໆ; ມັນບໍ່ສາມາດເວົ້າໄດ້ຢ່າງແນ່ນອນວ່າ ພຣະທຳຂອງເຮົາລຳອຽງເກີນໄປ. ພວກເຈົ້າເຂົ້າໃຈແລ້ວບໍໃນຕອນນີ້? ສິ່ງສຳຄັນທີ່ຈະໃຫ້ພວກເຈົ້າເຂົ້າໃຈແມ່ນສະຖານະການຕົວຈິງແຫ່ງພາລະກິດຂອງໂປໂລໃນເວລານັ້ນ ແລະ ເບື້ອງຫຼັງໃນຈົດໝາຍຂອງເພິ່ນທີ່ຖືກຂຽນຂຶ້ນ. ຖ້າພວກເຈົ້າມີມຸມມອງທີ່ຖືກຕ້ອງກ່ຽວກັບສະຖານະການເຫຼົ່ານີ້, ແລ້ວພວກເຈົ້າກໍຈະມີມຸມມອງທີ່ຖືກຕ້ອງກ່ຽວກັບຈົດໝາຍຂອງໂປໂລເຊັ່ນກັນ. ໃນເວລາດຽວກັນ ຫຼັງຈາກທີ່ເຈົ້າເຂົ້າໃຈແກ່ນແທ້ຂອງຈົດໝາຍເຫຼົ່ານັ້ນ, ການປະເມີນພຣະຄຳພີຂອງເຈົ້າກໍຈະຖືກຕ້ອງ ແລະ ແລ້ວເຈົ້າກໍ່ຈະເຂົ້າໃຈວ່າເປັນຫຍັງຈົດໝາຍຂອງໂປໂລຈຶ່ງຖືກນະມັດສະການຫຼາຍໂດຍຄົນທີ່ມາພາຍຫຼັງເປັນເວລາຫຼາຍປີ ພ້ອມທັງເປັນຫຍັງຈຶ່ງມີຫຼາຍຄົນເຖິງກັບປະຕິບັດຕໍ່ເພິ່ນຄືກັບພຣະເຈົ້າ. ນັ້ນບໍ່ແມ່ນສິ່ງທີ່ພວກເຈົ້າຈະຄິດຄືກັນບໍ ຖ້າພວກເຈົ້າບໍ່ໄດ້ເຂົ້າໃຈມັນ?
ຜູ້ທີ່ບໍ່ແມ່ນພຣະເຈົ້າກໍຈະບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້. ພາລະກິດຂອງໂປໂລພຽງແຕ່ສາມາດເວົ້າໄດ້ວ່າເປັນສ່ວນໜຶ່ງຂອງມຸມມອງຂອງມະນຸດ ແລະ ເປັນສ່ວນໜຶ່ງຂອງການສ່ອງແສງສະຫວ່າງຈາກພຣະວິນຍານບໍລິສຸດ. ໂປໂລຂຽນຄຳເວົ້າເຫຼົ່ານີ້ຈາກມຸມມອງຂອງມະນຸດ, ຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ. ນີ້ບໍ່ແມ່ນເລື່ອງແປກ. ສະນັ້ນ ມັນຈຶ່ງຫຼີກເວັ້ນບໍ່ໄດ້ ທີ່ຄຳເວົ້າຂອງເພິ່ນຈະປະສົມກັບປະສົບການບາງຢ່າງຂອງມະນຸດ ແລະ ຕໍ່ມາ ເພິ່ນກໍໃຊ້ປະສົບການສ່ວນຕົວຂອງເພິ່ນເພື່ອສະໜອງ ແລະ ສົ່ງເສີມອ້າຍເອື້ອຍນ້ອງໃນເວລານັ້ນ. ຈົດໝາຍທີ່ເພິ່ນຂຽນບໍ່ສາມາດຈັດເປັນປະເພດການສຶກສາກ່ຽວກັບຊີວິດ ຫຼື ມັນກໍບໍ່ຖືກຈັດປະເພດເປັນຊີວະປະຫວັດ ຫຼື ຂໍ້ຄວາມ. ຍິ່ງໄປກວ່ານັ້ນ ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຈິງທີ່ຄຣິດຕະຈັກຕ້ອງປະຕິບັດຕາມ ຫຼື ບໍ່ແມ່ນບົດບັນຍັດການບໍລິຫານຂອງຄຣິດຕະຈັກ. ໃນຖານະທີ່ເປັນຄົນທີ່ມີພາລະ ນັ້ນກໍຄື ເປັນຄົນທີ່ຖືກມອບໝາຍພາລະກິດໂດຍພຣະວິນຍານບໍລິສຸດ, ນີ້ແມ່ນສິ່ງທີ່ພວກເຂົາພຽງແຕ່ຕ້ອງໄດ້ເຮັດ. ຖ້າພຣະວິນຍານບໍລິສຸດຍົກຜູ້ຄົນຂຶ້ນ ແລະ ມອບພາລະໃຫ້ພວກເຂົາ ແຕ່ພວກເຂົາບໍ່ຮັບເອົາພາລະກິດຂອງຄຣິດຕະຈັກ ແລະ ຄຸ້ມຄອງວຽກງານຕ່າງໆຂອງຄຣິດຕະຈັກເປັນຢ່າງດີ ຫຼື ແກ້ທຸກບັນຫາຂອງຄຣິດຕະຈັກຢ່າງເປັນທີ່ພໍໃຈ, ແລ້ວສິ່ງນີ້ກໍຈະພິສູດໃຫ້ເຫັນວ່າ ຜູ້ຄົນເຫຼົ່ານັ້ນບໍ່ໄດ້ປະຕິບັດຕາມໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ. ສະນັ້ນ ມັນຈຶ່ງບໍ່ແມ່ນສິ່ງເລິກລັບຫຍັງທີ່ອັກຄະສາວົກຈະສາມາດຂຽນຈົດໝາຍໃນຊ່ວງໄລຍະຂອງພາລະກິດຂອງພວກເຂົາ. ນີ້ແມ່ນສ່ວນໜຶ່ງຂອງວຽກງານຂອງພວກເຂົາ; ພວກເຂົາກໍມີພັນທະຕ້ອງປະຕິບັດຕາມ. ຈຸດປະສົງໃນການຂຽນຈົດໝາຍເຫຼົ່ານີ້ບໍ່ແມ່ນເພື່ອຂຽນການສຶກສາກ່ຽວກັບຊີວິດ ຫຼື ຊີວະປະຫວັດຝ່າຍວິນຍານ ແລະ ມັນບໍ່ແມ່ນການເປີດຫົນທາງອອກໃຫ້ກັບໄພ່ພົນຢ່າງແນ່ນອນທີ່ສຸດ. ກົງກັນຂ້າມ, ພວກເຂົາເຮັດມັນເພື່ອປະຕິບັດໜ້າທີ່ຂອງພວກເຂົາເອງ ແລະ ເປັນຄົນຮັບໃຊ້ທີ່ຈົງຮັກພັກດີຕໍ່ພຣະເຈົ້າ, ເພື່ອວ່າພວກເຂົາຈະສາມາດລາຍງານຕໍ່ພຣະເຈົ້າໂດຍເຮັດໃຫ້ໜ້າທີ່ທີ່ພຣະເຈົ້າຝາກຝັງໃຫ້ກັບພວກເຂົານັ້ນສຳເລັດລົງ. ພວກເຂົາຕ້ອງຮັບຜິດຊອບໃຫ້ກັບຕົນເອງ ແລະ ອ້າຍເອື້ອຍນ້ອງຂອງພວກເຂົາທີ່ຢູ່ໃນພາລະກິດຂອງພວກເຂົາ ແລະ ພວກເຂົາຕ້ອງເຮັດວຽກຂອງພວກເຂົາໃຫ້ດີ ແລະ ໃສ່ໃຈໃນວຽກງານຂອງຄຣິດຕະຈັກ. ທັງໝົດນີ້ເປັນພຽງສ່ວນໜຶ່ງຂອງວຽກຂອງພວກເຂົາ.
ຖ້າພວກເຈົ້າມີຄວາມເຂົ້າໃຈກ່ຽວກັບຈົດໝາຍຂອງໂປໂລ, ພວກເຈົ້າກໍຈະມີຄວາມເຂົ້າໃຈ ແລະ ການປະເມີນຜົນຢ່າງຖືກຕ້ອງກ່ຽວກັບຈົດໝາຍຂອງເປໂຕ ແລະ ໂຢຮັນ. ພວກເຈົ້າຈະບໍ່ຫຼຽວເບິ່ງວ່າຈົດໝາຍເຫຼົ່ານີ້ເປັນໜັງສືຈາກສະຫວັນທີ່ສັກສິດ ແລະ ບໍ່ສາມາດລະເມີດໄດ້ອີກຕໍ່ໄປ, ແຮງໄກທີ່ພວກເຈົ້າຈະເຫັນວ່າໂປໂລເປັນພຣະເຈົ້າ. ໃນທີ່ສຸດແລ້ວ, ພາລະກິດຂອງພຣະເຈົ້າກໍແຕກຕ່າງຈາກພາລະກິດຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ການສະແດງອອກຂອງພຣະເຈົ້າຈະຄືກັບຂອງມະນຸດໄດ້ແນວໃດ? ພຣະເຈົ້າກໍມີອຸປະນິໄສສະເພາະຂອງພຣະເຈົ້າເອງ, ໃນຂະນະທີ່ມະນຸດກໍມີໜ້າທີ່ໆມະນຸດຄວນປະຕິບັດ. ອຸປະນິໄສຂອງພຣະເຈົ້າແມ່ນຖືກສະແດງອອກໃນພາລະກິດຂອງພຣະອົງ, ໃນຂະນະທີ່ໜ້າທີ່ຂອງມະນຸດກໍປະກອບຢູ່ໃນປະສົບການຂອງມະນຸດ ແລະ ຖືກສະແດງອອກໃນການສະແຫວງຫາຂອງມະນຸດ. ສະນັ້ນ ມັນຈຶ່ງເຫັນໄດ້ຊັດເຈນຜ່ານພາລະກິດທີ່ຖືກດຳເນີນ ບໍ່ວ່າຈະເປັນການສະແດງອອກຂອງພຣະເຈົ້າ ຫຼື ຂອງມະນຸດ. ມັນບໍ່ຈຳເປັນຕ້ອງໄດ້ຮັບການອະທິບາຍໂດຍພຣະເຈົ້າເອງ ຫຼື ມັນບໍ່ໄດ້ຮຽກຮ້ອງໃຫ້ມະນຸດພະຍາຍາມເປັນພະຍານ; ຍິ່ງໄປກວ່ານັ້ນ ມັນບໍ່ໄດ້ຕ້ອງການໃຫ້ພຣະເຈົ້າເອງຢັບຢັ້ງຄົນໃດໜຶ່ງ. ທຸກສິ່ງນີ້ເກີດຂຶ້ນດັ່ງການເປີດເຜີຍໂດຍທຳມະຊາດ; ມັນບໍ່ແມ່ນການບັງຄັບ ຫຼື ສິ່ງທີ່ມະນຸດສາມາດແຊກແຊງໄດ້. ໜ້າທີ່ຂອງມະນຸດແມ່ນສາມາດຮູ້ຈັກໄດ້ຜ່ານປະສົບການຂອງເຂົາ ແລະ ມັນບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນປະຕິບັດພາລະກິດເພີ່ມເຕີມຈາກປະສົບການ. ແກ່ນແທ້ທຸກຢ່າງຂອງມະນຸດສາມາດຖືກເປີດເຜີຍອອກເມື່ອເຂົາປະຕິບັດໜ້າທີ່ຂອງເຂົາ, ໃນຂະນະທີ່ພຣະເຈົ້າສາມາດສະແດງອອກເຖິງອຸປະນິໄສໂດຍທຳມະຊາດຂອງພຣະອົງໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ. ຖ້າມັນເປັນພາລະກິດຂອງມະນຸດ ແລ້ວມັນກໍບໍ່ສາມາດຖືກປົກປິດໄດ້. ຖ້າມັນເປັນພາລະກິດຂອງພຣະເຈົ້າ ແລ້ວອຸປະນິໄສຂອງພຣະເຈົ້າຍິ່ງເປັນໄປບໍ່ໄດ້ທີ່ຈະຖືກປົກປິດໂດຍຄົນໃດຄົນໜຶ່ງ, ແຮງໄກທີ່ຈະສາມາດຖືກຄວບຄຸມໂດຍມະນຸດ. ບໍ່ສາມາດເວົ້າໄດ້ວ່າມະນຸດເປັນພຣະເຈົ້າ ຫຼື ພາລະກິດ ແລະ ຄຳເວົ້າຂອງເຂົາແມ່ນບໍ່ສາມາດເບິ່ງໄດ້ວ່າເປັນສິ່ງບໍລິສຸດ ຫຼື ຖືວ່າບໍ່ສາມາດປ່ຽນແປງໄດ້. ບໍ່ສາມາດເວົ້າໄດ້ວ່າພຣະເຈົ້າເປັນມະນຸດ ຍ້ອນພຣະອົງສວມຕົນເອງດ້ວຍເນື້ອໜັງ ແຕ່ພາລະກິດຂອງພຣະອົງກໍບໍ່ສາມາດຖືວ່າເປັນພາລະກິດຂອງມະນຸດ ຫຼື ໜ້າທີ່ຂອງມະນຸດໄດ້. ຍິ່ງໄປກວ່ານັ້ນ ຖ້ອຍຄຳຂອງພຣະເຈົ້າ ແລະ ຈົດໝາຍຂອງໂປໂລກໍບໍ່ສາມາດເຮັດໃຫ້ເທົ່າທຽມກັນໄດ້ ຫຼື ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ຄຳສັ່ງສອນຂອງມະນຸດກໍບໍ່ສາມາດເວົ້າໄດ້ວ່າເທົ່າທຽມກັນໄດ້. ສະນັ້ນ ຈຶ່ງມີຫຼັກການທີ່ແຍກແຍະພາລະກິດຂອງພຣະເຈົ້າອອກຈາກພາລະກິດຂອງມະນຸດ. ສິ່ງນີ້ຖືກຈຳແນກໂດຍອີງຕາມທາດແທ້ຂອງມັນ, ບໍ່ແມ່ນຂອບເຂດຂອງພາລະກິດ ຫຼື ປະສິດທິພາບຊົ່ວຄາວຂອງພາລະກິດນັ້ນໆ. ໃນຫົວຂໍ້ນີ້ ຄົນສ່ວນໃຫຍ່ແມ່ນຜິດພາດກ່ຽວກັບຫຼັກການ. ນີ້ກໍເພາະວ່າ ມະນຸດເບິ່ງແຕ່ພາຍນອກ ເຊິ່ງພວກເຂົາສາມາດບັນລຸໄດ້, ໃນຂະນະທີ່ພຣະເຈົ້າເບິ່ງທີ່ທາດເແທ້ ເຊິ່ງບໍ່ສາມາດສັງເກດເຫັນດ້ວຍສາຍຕາທາງເນື້ອໜັງຂອງມະນຸດຊາດໄດ້. ຖ້າເຈົ້າຖືວ່າພຣະທຳ ແລະ ພາລະກິດຂອງພຣະເຈົ້າເປັນໜ້າທີ່ຂອງມະນຸດປົກກະຕິ ແລະ ເບິ່ງພາລະກິດຂະໜາດໃຫຍ່ຂອງມະນຸດເປັນພາລະກິດຂອງພຣະເຈົ້າທີ່ຖືກປົກຄຸມໃນເນື້ອໜັງ ເຊິ່ງກົງກັນຂ້າມກັບໜ້າທີ່ໆມະນຸດປະຕິບັດ, ແລ້ວເຈົ້າບໍ່ໄດ້ເຂົ້າໃຈຫຼັກການຜິດບໍ? ຈົດໝາຍ ແລະ ຊີວະປະຫວັດຂອງມະນຸດແມ່ນສາມາດຖືກສ້າງຂຶ້ນໄດ້ຢ່າງງ່າຍດາຍ, ແຕ່ມັນຢູ່ບົນພື້ນຖານຂອງພາລະກິດຂອງພຣະວິນຍານບໍລິສຸດເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ມະນຸດບໍ່ສາມາດເຮັດໃຫ້ຖ້ອຍຄຳ ແລະ ພາລະກິດຂອງພຣະເຈົ້າສຳເລັດໄດ້ຢ່າງງ່າຍດາຍ ຫຼື ບັນລຸໄດ້ໂດຍສະຕິປັນຍາ ແລະ ຄວາມຄິດຂອງມະນຸດ ຫຼື ຜູ້ຄົນບໍ່ສາມາດອະທິບາຍໄດ້ຢ່າງລະອຽດຫຼັງຈາກທີ່ໄດ້ຄົ້ນຄວ້າພວກເຂົາ. ຖ້າເລື່ອງຫຼັກການເຫຼົ່ານີ້ບໍ່ມີປະຕິກິລິຍາໃນຕົວພວກເຈົ້າ, ແລ້ວຄວາມເຊື່ອຂອງພວກເຈົ້າກໍບໍ່ເປັນຈິງ ແລະ ບໍ່ໄດ້ຖືກຫຼໍ່ຫຼອມຢ່າງຊັດເຈນ. ມັນພຽງແຕ່ສາມາດເວົ້າໄດ້ວ່າຄວາມເຊື່ອຂອງພວກເຈົ້າແມ່ນເຕັມໄປດ້ວຍຄວາມບໍ່ແຈ່ມແຈ້ງ ແລະ ທັງສົບສົນ ແລະ ຂາດຫຼັກການອີກດ້ວຍ. ຫາກບໍ່ມີແມ່ນແຕ່ການເຂົ້າໃຈບັນຫາພື້ນຖານທີ່ສຳຄັນທີ່ສຸດຂອງພຣະເຈົ້າ ແລະ ມະນຸດ, ຄວາມເຊື່ອປະເພດນີ້ຈະບໍ່ແມ່ນຄວາມເຊື່ອແບບຂາດຄວາມສໍານຶກບໍ? ໂປໂລຈະເປັນຄົນດຽວທີ່ຖືກໃຊ້ຕະຫຼອດປະຫວັດສາດທັງໝົດໄດ້ແນວໃດ? ໂປໂລຈະເປັນຄົນດຽວທີ່ປະຕິບັດພາລະກິດເພື່ອຄຣິດຕະຈັກໄດ້ແນວໃດ? ເພິ່ນຈະສາມາດເປັນຄົນດຽວທີ່ຂຽນໄປຫາຄຣິດຕະຈັກເພື່ອສົ່ງເສີມພວກເຂົາໄດ້ແນວໃດ? ບໍ່ວ່າຈະເປັນຂະໜາດ ຫຼື ອິດທິພົນຂອງພາລະກິດຂອງຄົນເຫຼົ່ານີ້ ຫຼື ແມ່ນແຕ່ຜົນຕາມມາຂອງພາລະກິດຂອງພວກເຂົາ, ຫຼັກການ ແລະ ແກ່ນແທ້ຂອງພາລະກິດດັ່ງກ່າວກໍຈະບໍ່ຄືກັນທັງໝົດບໍ? ບໍ່ມີສິ່ງໃດໜຶ່ງກ່ຽວກັບພາລະກິດນັ້ນທີ່ແຕກຕ່າງກັນຈາກພາລະກິດຂອງພຣະເຈົ້າບໍ? ເຖິງແມ່ນຈະມີຄວາມແຕກຕ່າງຢ່າງຊັດເຈນລະຫວ່າງແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ວິທີການຫຼາຍຢ່າງຂອງພາລະກິດແມ່ນບໍ່ຄືກັນທັງໝົດ, ພວກມັນທັງໝົດບໍ່ໄດ້ມີພຽງທາດແທ້ ແລະ ແຫຼ່ງກຳເນີດອັນດຽວກັນບໍ? ສະນັ້ນ ຖ້າຄົນໜຶ່ງຍັງບໍ່ຊັດເຈນກ່ຽວກັບສິ່ງຕ່າງໆເຫຼົ່ານີ້ໃນຕອນນີ້, ແລ້ວພວກເຂົາກໍຂາດເຂີນຫຼາຍໃນເຫດຜົນ. ຫຼັງຈາກທີ່ອ່ານຄຳເວົ້າເຫຼົ່ານີ້ແລ້ວ ຖ້າຄົນໜຶ່ງຍັງເວົ້າວ່າຈົດໝາຍຂອງໂປໂລສັກສິດ ແລະ ບໍ່ສາມາດລະເມີດໄດ້ ແລະ ແຕກຕ່າງຈາກຊີວະປະຫວັດຂອງຕົວລະຄອນຝ່າຍວິນຍານອື່ນໆ, ແລ້ວເຫດຜົນຂອງບຸກຄົນນີ້ກໍຜິດປົກກະຕິທີ່ສຸດ ແລະ ຄົນດັ່ງກ່າວແມ່ນເປັນຜູ້ຊ່ຽວຊານທາງດ້ານທິດສະດີທີ່ຂາດສະຕິຢ່າງບໍ່ຕ້ອງສົງໄສເລີຍ. ເຖິງແມ່ນເຈົ້າບູຊາໂປໂລ, ເຈົ້າກໍບໍ່ສາມາດໃຊ້ຄວາມຮູ້ສຶກທີ່ອົບອຸ່ນຂອງເຈົ້າຕໍ່ເພິ່ນ ເພື່ອບິດເບືອນຄວາມຈິງຂອງຂໍ້ແທ້ຈິງ ຫຼື ເພື່ອໂຕ້ຖຽງການເປັນຢູ່ຂອງຄວາມຈິງ. ຍິ່ງໄປກວ່ານັ້ນ ສິ່ງທີ່ເຮົາໄດ້ກ່າວແມ່ນບໍ່ມີທາງທີ່ຈະເຜົາທຳລາຍຜົນງານ ແລະ ຈົດໝາຍທັງໝົດຂອງໂປໂລໄດ້ ຫຼື ປະຕິເສດຄຸນຄ່າທາງດ້ານການອ້າງອີງຂອງມັນທັງໝົດ. ບໍ່ວ່າແມ່ນຫຍັງກໍຕາມ, ເຈດຕະນາທີ່ເຮົາເວົ້າກໍເພື່ອຈະໃຫ້ພວກເຈົ້າໄດ້ມີຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ມີການປະເມີນທີ່ສົມເຫດສົມຜົນກ່ຽວກັບສິ່ງຕ່າງໆ ແລະ ຜູ້ຄົນ. ມີແຕ່ສິ່ງນີ້ຄືເຫດຜົນປົກກະຕິ; ມີແຕ່ສິ່ງນີ້ທີ່ຄົນຊອບທຳຜູ້ທີ່ມີຄວາມຈິງຄວນມີໄວ້ກັບຕົວເອງ.