​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ

ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງມະນຸດ ແລະ ເຮົາໄດ້ສະແດງພຣະທຳຫຼາຍຂໍ້ໃນໄລຍະເວລານີ້. ພຣະທຳເຫຼົ່ານີ້ແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດ ແລະ ຖືກສະແດງອອກເພື່ອມະນຸດອາດເຂົ້າກັນກັບເຮົາໄດ້. ແຕ່ເຮົາໄດ້ຮັບພຽງສອງສາມຄົນຢູ່ເທິງໂລກນີ້ ຜູ້ທີ່ສາມາດເຂົ້າກັບເຮົາໄດ້ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງກ່າວວ່າ ມະນຸດບໍ່ຖືວ່າພຣະທຳຂອງເຮົາເປັນສິ່ງທີ່ມີຄ່າ ຍ້ອນມະນຸດບໍ່ສາມາດເຂົ້າກັບເຮົາໄດ້. ດ້ວຍວິທີນີ້ ພາລະກິດທີ່ເຮົາປະຕິບັດບໍ່ແມ່ນພຽງແຕ່ເກີດຂຶ້ນເພື່ອໃຫ້ມະນຸດສາມາດນະມັດສະການເຮົາ; ສິ່ງທີ່ສຳຄັນໄປກວ່ານັ້ນກໍຄືໃຫ້ມະນຸດສາມາດເຂົ້າກັນກັບເຮົາໄດ້. ທຸກຄົນທີ່ຖືກເຮັດໃຫ້ເສື່ອມໂຊມແມ່ນດຳລົງຊີວິດຢູ່ໃນກັບດັກຂອງຊາຕານ, ພວກເຂົາດຳລົງຊີວິດໂດຍເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີຜູ້ໃດໃນກຸ່ມຄົນເຫຼົ່ານັ້ນທີ່ສາມາດເຂົ້າກັນກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັນກັບເຮົາໄດ້ ແຕ່ຄົນເຫຼົ່ານັ້ນນະມັດສະການຮູບປັ້ນແບບງົມງວາຍ. ເຖິງແມ່ນພວກເຂົາຈະຮັບຮູ້ຊື່ຂອງເຮົາວ່າເປັນສິ່ງທີ່ບໍລິສຸດ, ພວກເຂົາກໍຍັງຍ່າງຕາມເສັ້ນທາງທີ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງທີ່ສຸດ; ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນແມ່ນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັນກັບເຮົາໄດ້. ແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ຊອກຫາຂໍ້ຄວາມທີ່ “ເໝາະສົມ” ແບບຕາມໃຈມັກ ແລ້ວກໍພາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາພີນັ້ນໃສ່ໃນໃຈຕະຫຼອດມາ. ພວກເຂົາບໍ່ຮູ້ຈັກເລີຍວ່າ ຈະສາມາດເຂົ້າກັນກັບເຮົາໄດ້ດ້ວຍວິທີໃດ, ບໍ່ຮູ້ວ່າ ການຢູ່ແບບເປັນສັດຕູກັບເຮົານັ້ນໝາຍເຖິງຫຍັງ ແລະ ບໍ່ຮູ້ວ່າການອ່ານແຕ່ຂໍ້ພຣະຄຳພີ ຄືການອ່ານແບບຄົນຕາບອດ. ພວກເຂົາສັດທາໃນພຣະເຈົ້າທີ່ເລື່ອນລອຍຢູ່ໃນພຣະຄຳພີ. ພວກເຂົາເຊື່ອໃນພຣະເຈົ້າທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ, ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ ແລະ ພຣະເຈົ້າທີ່ບໍ່ສາມາດເອົາອອກມາເບິ່ງໄດ້ໃນເວລາຫວ່າງ. ພວກເຂົາເຊື່ອວ່າເຮົາມີຕົວຕົນພຽງແຕ່ຢູ່ໃນຂອບເຂດພຣະຄຳພີເທົ່ານັ້ນ. ສຳລັບພວກເຂົາ ເຮົາກໍຄືພຣະຄຳພີ; ຫາກປາດສະຈາກພຣະຄຳພີກໍບໍ່ມີເຮົາ ແລະ ຫາກປາດສະຈາກເຮົາກໍບໍ່ມີພຣະຄຳພີ. ພວກເຂົາບໍ່ສົນໃຈກັບການເປັນຢູ່ ຫຼື ການກະທຳຂອງເຮົາ, ແຕ່ກົງກັນຂ້າມ ພວກເຂົາອຸທິດຕົນ ແລະ ໃສ່ໃຈເປັນພິເສດຫຼາຍໃນທຸກຂໍ້ຄວາມຂອງພຣະຄຳພີ. ພວກເຂົາທຸກຄົນຍັງເຊື່ອວ່າ ເຮົາບໍ່ຄວນເຮັດໃນສິ່ງທີ່ເຮົາປາດຖະໜາຢາກເຮັດ ນອກຈາກວ່າສິ່ງນັ້ນຈະໄດ້ທຳນວາຍໄວ້ລ່ວງໜ້າແລ້ວ. ພວກເຂົາໃຫ້ຄວາມສຳຄັນກັບຂໍ້ຄວາມພຣະຄຳພີຫຼາຍເກີນໄປ. ສາມາດເວົ້າໄດ້ວ່າ ພວກເຂົາເຫັນພຣະທຳ ແລະ ການສະແດງອອກເປັນສິ່ງສຳຄັນເກີນໄປ ຈົນເຖິງກັບໃຊ້ຂໍ້ພຣະຄຳພີເພື່ອວັດແທກພຣະທຳທຸກຂໍ້ທີ່ເຮົາກ່າວອອກໄປ ແລະ ເພື່ອຕໍານິເຮົາ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຫົນທາງທີ່ຈະເຂົ້າເຖິງເຮົາ ຫຼື ຫົນທາງທີ່ສາມາດເຂົ້າເຖິງຄວາມຈິງໄດ້, ແຕ່ເປັນຫົນທາງເຂົ້າເຖິງພຣະທຳໃນພຣະຄຳພີ ແລະ ພວກເຂົາເຊື່ອວ່າ ສິ່ງໃດກໍຕາມທີ່ບໍ່ຖືກກັບພຣະຄຳພີ ສິ່ງນັ້ນບໍ່ແມ່ນພາລະກິດຂອງເຮົາ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ຜູ້ຄົນເຫຼົ່ານີ້ບໍ່ແມ່ນເຊື້ອສາຍທີ່ເຮັດຕາມພວກຟາລິຊາຍບໍ? ພວກຟາລິຊາຍທີ່ເປັນຊາວຢິວໃຊ້ກົດບັນຍັດຂອງໂມເຊເພື່ອກ່າວໂທດພຣະເຢຊູ. ພວກເຂົາບໍ່ສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະເຢຊູໃນເວລານັ້ນ ແຕ່ພາກັນປະຕິບັດຕາມກົດບັນຍັດ, ປະຕິບັດຕາມໜັງສືຢ່າງເຂັ້ມງວດ ຈົນເຖິງຂັ້ນຄຶງພຣະເຢຊູຜູ້ບໍລິສຸດໃສ່ໄມ້ການແຂນ ແລ້ວກໍກ່າວຫາວ່າ ພຣະອົງບໍ່ປະຕິບັດຕາມກົດບັນຍັດໃນພັນທະສັນຍາເດີມ ແລະ ບໍ່ແມ່ນພຣະເມຊີອາ. ທາດແທ້ຂອງພວກເຂົາແມ່ນຫຍັງ? ບໍ່ແມ່ນຍ້ອນພວກເຂົາບໍ່ໄດ້ສະແຫວງຫາຫົນທາງເຂົ້າກັບຄວາມຈິງບໍ? ພວກເຂົາຫຼົງໄຫຼກັບພຣະທຳທຸກຂໍ້ໃນພຣະຄຳພີ, ແຕ່ບໍ່ສົນໃຈຕໍ່ຄວາມປະສົງ, ຂັ້ນຕອນ ແລະ ແນວທາງພາລະກິດຂອງເຮົາ.​ ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ ແຕ່ເປັນຄົນທີ່ປະຕິບັດຕາມພຣະທຳໃນພຣະຄຳພີຢ່າງເຂັ້ມງວດ; ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ເປັນຄົນທີ່ເຊື່ອໃນພຣະຄຳພີ. ແທ້ຈິງແລ້ວ ພວກເຂົາເປັນໝາເຝົ້າພຣະຄຳພີ. ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ສົ່ງເສີມຄວາມສະຫງ່າງາມຂອງພຣະຄຳພີ ແລະ ປົກປ້ອງຊື່ສຽງຂອງພຣະຄຳພີ, ພວກເຂົາເຮັດຈົນເຖິງຂັ້ນຄຶງພຣະເຢຊູຜູ້ເຕັມໄປດ້ວຍຄວາມເມດຕາໃສ່ໄມ້ກາງແຂນ. ພວກເຂົາເຮັດພຽງແຕ່ເພື່ອປົກປ້ອງພຣະຄຳພີ ແລະ ເພື່ອຜົນປະໂຫຍດໃນການຮັກສາສະພາບຂອງພຣະທຳທຸກຂໍ້ໃນພຣະຄຳພີໄວ້ໃນຫົວໃຈຂອງມະນຸດເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງເລືອກທີ່ຈະປະຖິ້ມອະນາຄົດຂອງພວກເຂົາ ແລະ ການໄຖ່ບາບ ເພື່ອກ່າວລົງໂທດພຣະເຢຊູຈົນສິ້ນພະຊົນ ຍ້ອນວ່າພຣະອົງບໍ່ສອດຄ່ອງກັບທິດສະດີພຣະຄຳພີຂອງພວກເຂົາ. ພວກເຂົາບໍ່ແມ່ນຂີ້ຂ້າຂອງພຣະທຳທຸກໆຂໍ້ໃນພຣະຄຳພີບໍ?

ແລ້ວ ຄົນໃນປັດຈຸບັນນີ້ເດ? ພຣະຄຣິດລົງມາເພື່ອເປີດເຜີຍຄວາມຈິງ ແຕ່ພວກເຂົາເລືອກທີ່ຈະຂັບໄລ່ພຣະອົງໃຫ້ອອກຈາກກຸ່ມມະນຸດເພື່ອຮັບສິດໃນການເຂົ້າສູ່ສະຫວັນ ແລະ ເພື່ອຮັບພຣະຄຸນ. ພວກເຂົາເລືອກທີ່ຈະປະຕິເສດການມາຂອງຄວາມຈິງ ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ເລືອກທີ່ຈະຄຶງພຣະຄຣິດ ຜູ້ທີ່ກັບມາເປັນມະນຸດ ຢູ່ເທິງໄມ້ກາງແຂນອີກຄັ້ງ ເພື່ອຮັບຮອງການເປັນຢູ່ຊົ່ວນິດນິລັນຂອງພຣະຄຳພີ. ມະນຸດສາມາດຮັບຄວາມລອດພົ້ນຂອງເຮົາໄດ້ແນວໃດ ໃນເມື່ອຫົວໃຈຂອງເຂົາຊົ່ວຮ້າຍເຖິງຂະໜາດນີ້ ແລະ ໃນເມື່ອທຳມະຊາດຂອງເຂົາຕໍ່ຕ້ານເຮົາເຊັ່ນນີ້? ເຮົາອາໄສຢູ່ທ່າມກາງມະນຸດ ແຕ່ມະນຸດບໍ່ຮູ້ເຖິງການເປັນຢູ່ຂອງເຮົາ. ເມື່ອເຮົາສ່ອງແສງສະຫວ່າງມາໃສ່ມະນຸດ, ເຂົາກໍຍັງຄົງບໍ່ຮູ້ກ່ຽວກັບການດໍາລົງຢູ່ຂອງເຮົາ. ເມື່ອເຮົາປ່ອຍຄວາມໂກດຮ້າຍມາໃສ່ມະນຸດ, ເຂົາກໍຈະປະຕິເສດການດໍາລົງຢູ່ຂອງເຮົາເພີ່ມຂຶ້ນອີກ. ມະນຸດຄົ້ນຫາເສັ້ນທາງເຂົ້າກັບພຣະທຳ ແລະ ກັບພຣະຄຳພີ ແຕ່ບໍ່ມີມະນຸດຄົນໃດທີ່ມາຢູ່ຕໍ່ໜ້າເຮົາເພື່ອສະແຫວງຫາຫົນທາງເຂົ້າກັບຄວາມຈິງ. ມະນຸດຫຼຽວເບິ່ງເຮົາຢູ່ເທິງສະຫວັນ ແລະ ອຸທິດຈິດໃຈຕໍ່ການດໍາລົງຢູ່ຂອງເຮົາຢູ່ໃນສະຫວັນເທົ່ານັ້ນ ແຕ່ບໍ່ມີຜູ້ໃດສົນໃຈເຮົາ ຜູ້ທີ່ສະຖິດຢູ່ໃນເນື້ອໜັງ ຍ້ອນວ່າເຮົາຜູ້ທີ່ອາໄສຢູ່ທ່າມກາງມະນຸດເປັນສິ່ງທີ່ບໍ່ສຳຄັນ. ຜູ້ທີ່ພຽງແຕ່ສະແຫວງຫາຫົນທາງເຂົ້າກັບພຣະທຳໃນພຣະຄຳພີ ແລະ ຜູ້ທີ່ພຽງແຕ່ສະແຫວງຫາເສັ້ນທາງເຂົ້າກັບພຣະເຈົ້າທີ່ບໍ່ມີຕົວຕົນຢ່າງຊັດເຈນ. ແມ່ນເປັນພາບທີ່ເປັນຕາສົມເພດຫຼາຍສໍາລັບເຮົາ. ນັ້ນກໍຍ້ອນວ່າ ສິ່ງທີ່ພວກເຂົາບູຊາແມ່ນພຣະທຳທີ່ຕາຍແລ້ວ ແລະ ເປັນພຽງພຣະເຈົ້າທີ່ສາມາດມອບຊັບສົມບັດທີ່ນັບບໍ່ຖ້ວນໃຫ້ກັບພວກເຂົາເທົ່ານັ້ນ. ສິ່ງທີ່ພວກເຂົາບູຊາແມ່ນພຣະເຈົ້າທີ່ຕັ້ງຕົນເອງຢູ່ໃນຄວາມເມດຕາຂອງມະນຸດ ເຊິ່ງບໍ່ມີຕົວຕົນຢູ່ຈິງ. ແລ້ວມະນຸດປະເພດດັ່ງກ່າວຈະສາມາດຮັບຫຍັງໄດ້ແດ່ຈາກເຮົາ? ມະນຸດຕໍ່າເກີນໄປສຳລັບພຣະທຳ. ຄົນທີ່ຕໍ່ຕ້ານເຮົາ, ຄົນທີ່ມີແຕ່ຮຽກຮ້ອງ, ຄົນທີ່ບໍ່ມີຄວາມຮັກສຳລັບຄວາມຈິງ, ຄົນທີ່ກະບົດຕໍ່ເຮົາ ແລ້ວພວກເຂົາຈະສາມາດເຂົ້າກັບເຮົາໄດ້ແນວໃດ?

ຄົນທີ່ຕໍ່ຕ້ານເຮົາແມ່ນຄົນທີ່ບໍ່ສາມາດເຂົ້າກັນກັບເຮົາໄດ້. ຄົນທີ່ບໍ່ຮັກຄວາມຈິງກໍເຊັນດຽວກັນ ແລະ ຄົນທີ່ກະບົດຕໍ່ເຮົາ ແມ່ນແຮງຕໍ່ຕ້ານເຮົາຫຼາຍ ແລະ ແຮງໄກທີ່ຈະສາມາດເຂົ້າກັບເຮົາໄດ້. ສຳລັບທຸກຄົນທີ່ເຂົ້າກັບເຮົາບໍ່ໄດ້ ເຮົາຈະສົ່ງໃຫ້ໄປຢູ່ໃນກໍາມືຂອງຄົນຊົ່ວຮ້າຍ. ເຮົາຈະປ່ອຍໃຫ້ພວກເຂົາຢູ່ໃນຄວາມເສື່ອມຊາມຂອງຄົນຊົ່ວຮ້າຍເຫຼົ່ານັ້ນ, ມອບອິດສະລະໃຫ້ພວກເຂົາເພື່ອເປີດເຜີຍຄວາມຊົ່ວຮ້າຍຂອງພວກເຂົາ ແລະ ໃນທີ່ສຸດ ກໍຈະປ່ອຍໃຫ້ສິ່ງຊົ່ວຮ້າຍທັງຫຼາຍນັ້ນກືນກິນພວກເຂົາ. ເຮົາບໍ່ສົນໃຈວ່າ ມີເທົ່າໃດຄົນທີ່ເຂົ້າມານະມັດສະການເຮົາ ເຊິ່ງເວົ້າໄດ້ວ່າ ເຮົາບໍ່ສົນໃຈວ່າ ມີເທົ່າໃດຄົນທີ່ເຊື່ອໃນຕົວເຮົາ. ສິ່ງທີ່ເຮົາສົນໃຈກໍຄື ມີເທົ່າໃດຄົນທີ່ຈະສາມາດເຂົ້າກັບເຮົາໄດ້. ນັ້ນກໍຍ້ອນວ່າ ທຸກຄົນທີ່ບໍ່ສາມາດເຂົ້າກັບເຮົາໄດ້ແມ່ນຄົນຊົ່ວຮ້າຍ ທີ່ຫັກຫຼັງເຮົາ; ພວກເຂົາຄືສັດຕູຂອງເຮົາ ແລະ ເຮົາຈະບໍ່ “ຕັ້ງສານບູຊາ” ໃຫ້ກັບສັດຕູຂອງເຮົາໃນບ້ານຂອງເຮົາ. ຄົນທີ່ສາມາດເຂົ້າກັບເຮົາໄດ້ຈະຮັບໃຊ້ເຮົາໃນວິຫານຂອງເຮົາຕະຫຼອດໄປ ແລະ ຄົນທີ່ວາງຕົນເປັນສັດຕູກັບເຮົາຈະຮັບການລົງໂທດຈາກເຮົາຕະຫຼອດໄປ. ຄົນທີ່ພຽງແຕ່ສົນໃຈພຣະທຳໃນພຣະຄຳພີ ເຊິ່ງເປັນຄົນທີ່ບໍ່ສົນໃຈໃນຄວາມຈິງ ຫຼື ສະແຫວງຫາເສັ້ນທາງເດີນຂອງເຮົາ, ພວກເຂົາແມ່ນຕໍ່ຕ້ານເຮົາ ຍ້ອນພວກເຂົາກຳນົດເຮົາຕາມພຣະຄຳພີ ແລະ ຈຳກັດເຮົາໃຫ້ຢູ່ໃນພຣະຄຳພີເທົ່ານັ້ນ. ດ້ວຍເຫດນັ້ນ ພວກເຂົາຈຶ່ງໝິ່ນປະໝາດເຮົາຢ່າງຮ້າຍແຮງ. ຄົນດັ່ງກ່າວຈະສາມາດມາຢູ່ຕໍ່ໜ້າເຮົາໄດ້ແນວໃດ? ພວກເຂົາບໍ່ສົນໃຈຕໍ່ການກະທຳຂອງເຮົາ ຫຼື ຄວາມປະສົງຂອງເຮົາ ຫຼື ຄວາມຈິງ, ແຕ່ກົງກັນຂ້າມ ພວກເຂົາຫຼົງໄຫຼໃນຖ້ອຍທຳ, ຖ້ອຍຄໍາທີ່ສັງຫານຊີວິດຄົນ. ຜູ້ຄົນດັ່ງກ່າວຈະສາມາດເຂົ້າກັບເຮົາໄດ້ແນວໃດ?

ເຮົາໄດ້ສະແດງພຣະທຳຫຼາຍຂໍ້ ແລະ ຍັງໄດ້ສະແດງຄວາມປະສົງ ແລະ ຈິດໃຈຂອງເຮົາໃຫ້ເຫັນຢ່າງຈະແຈ້ງ ແຕ່ເຖິງຢ່າງນັ້ນ ຄົນກໍຍັງບໍ່ສາມາດຮູ້ຈັກເຮົາ ແລະ ເຊື່ອໃນເຮົາ ຫຼື ສາມາດເວົ້າໄດ້ວ່າ ພວກເຂົາຍັງບໍ່ສາມາດເຊື່ອຟັງເຮົາໄດ້. ຄົນທີ່ອາໄສໃນພຣະຄຳພີ, ຄົນທີ່ອາໄສທ່າມກາງກົດບັນຍັດ, ຄົນທີ່ອາໄສຢູ່ເທິງໄມ້ກາງແຂນ, ຄົນທີ່ອາໄສຕາມທິດສະດີ ແລະ ຄົນທີ່ອາໄສທ່າມກາງພາລະກິດທີ່ເຮົາປະຕິບັດໃນປັດຈຸບັນ, ຄົນປະເພດໃດທີ່ສາມາດເຂົ້າກັບເຮົາໄດ້? ພວກເຈົ້າພຽງແຕ່ຄິດເຖິງການຮັບພອນ ແລະ ລາງວັນ ແລະ ບໍ່ເຄີຍຄິດຫາວິທີທີ່ຈະສາມາດເຂົ້າກັບເຮົາໄດ້ແມ່ນແຕ່ພຽງໜ້ອຍດຽວ ຫຼື ວິທີທີ່ປ້ອງກັນຕົນເອງບໍ່ໃຫ້ເປັນສັດຕູກັບເຮົາ. ເຮົາຜິດຫວັງໃນຕົວພວກເຈົ້າຫຼາຍ ຍ້ອນເຮົາໄດ້ມອບຫຼາຍສິ່ງຫຼາຍຢ່າງໃຫ້ກັບພວກເຈົ້າ ແຕ່ສິ່ງທີ່ເຮົາໄດ້ຮັບຈາກພວກເຈົ້າແມ່ນເກືອບຈະບໍ່ມີເລີຍ. ການຫຼອກລວງຂອງພວກເຈົ້າ, ຄວາມອວດດີຂອງພວກເຈົ້າ, ຄວາມເຫັນແກ່ໄດ້ຂອງພວກເຈົ້າ, ຄວາມຕ້ອງການທີ່ເກີນຂອບເຂດຂອງພວກເຈົ້າ, ການທໍລະຍົດຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຟັງຂອງພວກເຈົ້າ, ສິ່ງໃດທີ່ສາມາດເຮັດໃຫ້ພວກເຈົ້າຫຼົບໜີຈາກສາຍຕາຂອງເຮົາໄດ້? ພວກເຈົ້າປະຕິບັດຢ່າງບໍ່ຈິງຈັງກັບເຮົາ, ພວກເຈົ້າຫຼອກລວງເຮົາ, ພວກເຈົ້າດູຖູກເຮົາ, ພວກເຈົ້າຕົວະເຮົາ, ພວກເຈົ້າບີບບັງຄັບເຮົາ ແລະ ພວກເຈົ້າຂູ່ເຂັນເຮົາໃຫ້ເສຍສະລະ, ຄວາມຊົ່ວຮ້າຍດັ່ງກ່າວຈະສາມາດໜີພົ້ນຈາກການລົງໂທດຂອງເຮົາໄດ້ແນວໃດ? ການກະທຳຢ່າງຊົ່ວຮ້າຍຂອງພວກເຈົ້າເປັນຫຼັກຖານພິສູດວ່າພວກເຈົ້າເປັນສັດຕູກັບເຮົາ ແລະ ເປັນຫຼັກຖານພິສູດວ່າພວກເຈົ້າບໍ່ສາມາດເຂົ້າກັບເຮົາໄດ້. ພວກເຈົ້າແຕ່ລະຄົນເຊື່ອວ່າ ຕົວເອງສາມາດເຂົ້າກັບເຮົາໄດ້ຢ່າງແນ່ນອນ, ຖ້າເປັນແບບນັ້ນ ແລ້ວຫຼັກຖານທີ່ບໍ່ສາມາດປະຕິເສດໄດ້ນີ້ ໝາຍເຖິງໃຜ? ພວກເຈົ້າເຊື່ອວ່າ ຕົວເອງມີຄວາມຈິງໃຈ ແລະ ຊື່ສັດຕໍ່ເຮົາທີ່ສຸດ. ພວກເຈົ້າຄິດວ່າ ພວກເຈົ້າໃຈດີຫຼາຍ, ມີຄວາມເຫັນອົກເຫັນໃຈຫຼາຍ ແລະ ໄດ້ອຸທິດຫຼາຍສິ່ງຫຼາຍຢ່າງໃຫ້ກັບເຮົາ. ພວກເຈົ້າຄິດວ່າ ສິ່ງທີ່ພວກເຈົ້າໃຫ້ເຮົາແມ່ນພຽງພໍແລ້ວ. ແຕ່ພວກເຈົ້າເຄີຍປຽບທຽບຄວາມເຊື່ອເຫຼົ່ານີ້ກັບການປະພຶດຂອງພວກເຈົ້າເອງຫຼືບໍ? ເຮົາຂໍບອກວ່າ ພວກເຈົ້າເປັນຄົນທີ່ອວດດີຫຼາຍ, ເຫັນແກ່ໄດ້ຫຼາຍ ແລະ ເຮັດພໍເປັນພິທີ; ກົນອຸບາຍທີ່ພວກເຈົ້າໃຊ້ເພື່ອຫຼອງລວງເຮົາແມ່ນສະຫຼາດຫຼາຍ, ພວກເຈົ້າມີເຈດຕະນາ ແລະ ໃຊ້ວິທີການທີ່ຕໍ່າຊ້າຫຼາຍ. ຄວາມຊື່ສັດຂອງພວກເຈົ້າກໍໜ້ອຍ, ຄວາມຈິງຈັງຂອງພວກເຈົ້າກໍເລັກໆນ້ອຍໆ ແລະ ຈິດສຳນຶກຂອງພວກເຈົ້າຍິ່ງບໍ່ມີເລີຍ. ໃນຫົວໃຈຂອງພວກເຈົ້າມີແຕ່ຄວາມຄິດຊົ່ວ ແລະ ບໍ່ມີໃຜທີ່ຈະໄດ້ຮັບການລະເວັ້ນເລີຍ ແມ່ນແຕ່ເຮົາກໍບໍ່ລະເວັ້ນ. ພວກເຈົ້າຕັດເຮົາອອກ ຍ້ອນເຫັນແກ່ຜົນປະໂຫຍດຂອງລູກຂອງພວກເຈົ້າ ຫຼື ສາມີຂອງພວກເຈົ້າ ຫຼື ການຮັກສາຕົວພວກເຈົ້າເອງ. ແທນທີ່ຈະສົນໃຈກ່ຽວກັບເຮົາ ພວກເຈົ້າສົນໃຈຄອບຄົວຂອງພວກເຈົ້າ, ລູກຂອງພວກເຈົ້າ, ສະຖານະພາບຂອງພວກເຈົ້າ, ອະນາຄົດຂອງພວກເຈົ້າ ແລະ ຄວາມພໍໃຈໃນຕົວພວກເຈົ້າເອງ. ມີຍາມໃດແດ່ ທີ່ພວກເຈົ້າເຄີຍຄິດເຖິງເຮົາ ໃນເວລາທີ່ພວກເຈົ້າກ່າວ ຫຼື ກະທຳ? ເມື່ອອາກາດເຢັນ, ພວກເຈົ້າກໍຄິດຫາລູກຂອງພວກເຈົ້າ, ສາມີຂອງພວກເຈົ້າ, ພັນລະຍາຂອງພວກເຈົ້າ ຫຼື ພໍ່ແມ່ຂອງພວກເຈົ້າ. ເມື່ອອາກາດຮ້ອນ ເຮົາບໍ່ມີພື້ນທີ່ຢູ່ໃນຄວາມຄິດຂອງພວກເຈົ້າເລີຍ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ເຈົ້າຄິດເຖິງແຕ່ຜົນປະໂຫຍດຂອງຕົນເອງ, ຄວາມປອດໄພຂອງຕົນເອງ ແລະ ຄິດເຖິງສະມາຊິກໃນຄອບຄົວຂອງເຈົ້າເອງ. ເຈົ້າເຄີຍເຮັດຫຍັງແດ່ເພື່ອເຮົາ? ມີຕອນໃດແດ່ ທີ່ເຈົ້າຄິດເຖິງເຮົາ? ມີຕອນໃດແດ່ ທີ່ເຈົ້າອຸທິດຕົນເອງໃຫ້ກັບເຮົາ ແລະ ໃຫ້ກັບພາລະກິດຂອງເຮົາ ບໍ່ວ່າໃນສະພາບໃດກໍຕາມ? ຫຼັກຖານທີ່ພວກເຈົ້າວ່າ ສາມາດເຂົ້າກັບເຮົາໄດ້ນັ້ນ ຢູ່ໃສ? ຄວາມເປັນຈິງຂອງຄວາມຊື່ສັດທີ່ເຈົ້າມີຕໍ່ເຮົາ ຢູ່ໃສ? ຄວາມເປັນຈິງຂອງຄວາມເຊື່ອຟັງທີ່ເຈົ້າມີຕໍ່ເຮົາ ແມ່ນຢູ່ໃສ? ມີເມື່ອໃດແດ່ ທີ່ເຈດຕະນາຂອງເຈົ້າບໍ່ຫວັງເພື່ອຈະໄດ້ຮັບພອນຈາກເຮົາ? ພວກເຈົ້າຫຼອກລວງ ແລະ ຕົວະເຮົາ, ພວກເຈົ້າຫຼິ້ນກັບຄວາມຈິງ, ປິດບັງການເປັນຢູ່ແຫ່ງຄວາມຈິງ ແລະ ທໍລະຍົດຕໍ່ທາດແທ້ຂອງຄວາມຈິງ. ພວກເຈົ້າວາງຕົນເປັນສັດຕູກັບເຮົາ ແລ້ວແມ່ນຫຍັງລໍຖ້າເຈົ້າໃນອະນາຄົດ? ພວກເຈົ້າພຽງແຕ່ສະແຫວງຫາຫົນທາງເຂົ້າກັບພຣະເຈົ້າທີ່ບໍ່ມີຕົວຕົນຢ່າງຊັດເຈນ ແລະ ພຽງແຕ່ສະແຫວງຫາຄວາມເຊື່ອທີ່ບໍ່ມີຄວາມເປັນຈິງ ແຕ່ພວກເຈົ້າບໍ່ສະແຫວງຫາເສັ້ນທາງເຂົ້າກັບພຣະຄຣິດເລີຍ. ຄວາມຊົ່ວຮ້າຍຂອງພວກເຈົ້າຈະບໍ່ໄດ້ຮັບຜົນກໍາແບບດຽວກັນກັບຜູ້ຄົນທີ່ຊົ່ວຊ້າສົມຄວນໄດ້ຮັບບໍ? ໃນເວລານັ້ນ ພວກເຈົ້າຈະສຳນຶກໄດ້ວ່າ ບໍ່ມີໃຜທີ່ບໍ່ເຂົ້າກັບພຣະຄຣິດຈະສາມາດຫຼົບໜີມື້ແຫ່ງຄວາມໂກດຮ້າຍໄດ້ ແລະ ພວກເຈົ້າຈະຄົ້ນພົບວ່າ ຜົນກໍາແບບໃດທີ່ຈະຖືກນໍາມາສູ່ຄົນທີ່ເປັນສັດຕູກັບພຣະຄຣິດ. ເມື່ອມື້ນັ້ນມາເຖິງ ຄວາມຝັນຂອງພວກເຈົ້າທີ່ຈະໄດ້ຮັບພອນສຳລັບຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ ແລະ ຈະໄດ້ຮັບສິດເຂົ້າສູ່ສະຫວັນນັ້ນຈະຖືກພັງທະລາຍລົງທັງໝົດ. ເຖິງຢ່າງໃດກໍຕາມ ສໍາລັບຄົນທີ່ສາມາດເຂົາກັບພຣະຄຣິດໄດ້ ແມ່ນບໍ່ເປັນແບບນັ້ນ, ເຖິງແມ່ນວ່າພວກເຂົາສູນເສຍຫຼາຍສິ່ງຫຼາຍຢ່າງ, ເຖິງແມ່ນວ່າພວກເຂົາໄດ້ຮັບຄວາມຍາກລຳບາກນາໆປະການກໍຕາມ ພວກເຂົາຈະໄດ້ຮັບມໍລະດົກທັງໝົດທີ່ເຮົາມອບໃຫ້ກັບມະນຸດຊາດ. ໃນທີ່ສຸດ ພວກເຈົ້າຈະເຂົ້າໃຈວ່າ ມີພຽງເຮົາທີ່ເປັນພຣະເຈົ້າທີ່ຊອບທຳ ແລະ ມີພຽງເຮົາທີ່ສາມາດນໍາມະນຸດໄປສູ່ຈຸດໝາຍປາຍທາງທີ່ສວຍສົດງົດງາມນັ້ນໄດ້.

​ກ່ອນ​ນີ້ :ຫຼາຍຄົນຖືກເອີ້ນມາ, ແຕ່ໜ້ອຍຄົນຈະຖືກເລືອກ

ຕໍ່​ໄປ:ເຈົ້າແມ່ນຜູ້ເຊື່ອໃນພຣະເຈົ້າແທ້ບໍ?

ເນື່ອຫາທີ່ກ່ຽວຂ້ອງ