ເພງຄຣິດສະຕຽນ “ພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍເຮັດໃຫ້ມະນຸດສົມບູນດ້ວຍພຣະທຳ”

17 ເດືອນສິງຫາ 2020

ພຣະເຈົ້າໄດ້ມາໃນແຜ່ນດິນໂລກ

ຕົ້ນຕໍແລ້ວແມ່ນເພື່ອກ່າວພຣະທໍາຂອງພຣະອົງ

ສິ່ງທີ່ເຈົ້າສໍາພັດແມ່ນພຣະທໍາຂອງພຣະເຈົ້າ

ສິ່ງທີ່ເຈົ້າໄດ້ຍິນແມ່ນພຣະທໍາຂອງພຣະເຈົ້າ

ສິ່ງທີ່ເຈົ້າປະຕິບັດຕາມແມ່ນພຣະທໍາຂອງພຣະເຈົ້າ

ສິ່ງທີ່ເຈົ້າປະສົບແມ່ນພຣະທໍາຂອງພຣະເຈົ້າ

ແລະ ການບັງເກີດເປັນມະນຸດໃນຄັ້ງນີ້ຂອງພຣະເຈົ້າ

ຕົ້ນຕໍແມ່ນໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ.

ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ

ແລະ ພິເສດແມ່ນບໍ່ໄດ້ກະທໍາພາລະກິດ

ທີ່ພຣະເຢຊູໄດ້ກະທໍາໃນອະດີດ.

ເຖິງແມ່ນວ່າພຣະອົງທັງສອງເປັນພຣະເຈົ້າ ແລະ

ທັງເປັນມະນຸດ ແຕ່ພັນທະກິດ

ຂອງພຣະອົງທັງສອງນັ້ນບໍ່ຄືກັນ.

ໃນປັດຈຸບັນນີ້, ພຣະເຈົ້າໄດ້ບັງເກີດເປັນມະນຸດ

ຕົ້ນຕໍແມ່ນເພື່ອສຳເລັດ

ພາລະກິດຂອງ “ພຣະທໍາປາກົດໃນຮ່າງກາຍ”

ນໍາໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ

ແລະ ເຮັດໃຫ້ມະນຸດຍອມຮັບເອົາການປະຕິບັດຂອງພຣະທໍາ

ແລະ ການຊໍາລະລ້າງໃຫ້ບໍລິສຸດຈາກພຣະທໍາ.

ໃນພຣະທໍາຂອງພຣະອົງ

ພຣະອົງເຮັດໃຫ້ເຈົ້າໄດ້ຮັບການສະໜອງຊີວິດ

ໃນພຣະທໍາຂອງພຣະອົງ

ເຈົ້າຈະເຫັນພາລະກິດ ແລະ ການກະທຳຂອງພຣະອົງ.

ພຣະເຈົ້າໃຊ້ພຣະທໍາເພື່ອຕິສອນ

ແລະ ຊໍາລະລ້າງເຈົ້າໃຫ້ບໍລິສຸດ.

ດັ່ງນັ້ນ, ຖ້າເຈົ້າທົນທຸກກັບຄວາມຍາກລຳບາກ

ກໍເປັນຍ້ອນພຣະທໍາຂອງພຣະເຈົ້ານັ້ນເອງ.

ທຸກມື້ນີ້ ພຣະເຈົ້າບໍ່ໄດ້ກະທໍາພາລະກິດ

ໂດຍການໃຊ້ຂໍ້ເທັດຈິງ, ແຕ່ໃຊ້ພຣະທໍາ.

ພາຍຫຼັງທີ່ພຣະທໍາຂອງພຣະອົງໄດ້ມາເຖິງເຈົ້າເທົ່ານັ້ນ

ພຣະວິນຍານບໍລິສຸດຈິ່ງຈະສາມາດ

ປະຕິບັດພາລະກິດຢູ່ພາຍໃນຕົວເຈົ້າໄດ້

ແລະ ເຮັດໃຫ້ເຈົ້າທັງຮູ້ສຶກເປັນທຸກ ແລະ ສຸກຢ່າງແທ້ຈິງ.

ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່

ສາມາດພາເຈົ້າໄປສູ່ຄວາມເປັນຈິງໄດ້.

ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່

ສາມາດເຮັດໃຫ້ເຈົ້າສົມບູນແບບໄດ້.

ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່

ສາມາດເຮັດໃຫ້ເຈົ້າສົມບູນແບບໄດ້.

ພາລະກິດທີ່ພຣະເຈົ້າປະຕິບັດໃນໄລຍະຍຸກສຸດທ້າຍນີ້

ຕົ້ນຕໍແມ່ນການໃຊ້ພຣະທໍາຂອງພຣະອົງ

ເພື່ອເຮັດໃຫ້ທຸກຄົນສົມບູນ

ແລະ ເພື່ອນຳພາມະນຸດ.

ພາລະກິດທັງໝົດທີ່ພຣະອົງກະທຳແມ່ນຜ່ານທາງພຣະທໍາ

ພຣະອົງບໍ່ໄດ້ໃຊ້ຄຳເທັດຈິງເພື່ອຕິສອນເຈົ້າ.

ມີບາງເວລາທີ່ບາງຄົນຕໍ່ຕ້ານພຣະເຈົ້າ.

ເຖິງພຣະເຈົ້າບໍ່ໄດ້ນໍາເອົາຄວາມ

ບໍ່ສະບາຍໃຈອັນໃຫຍ່ຫຼວງມາໃຫ້ເຈົ້າ

ເນື້ອໜັງຂອງເຈົ້າບໍ່ໄດ້ຖືກຕິສອນ

ຫຼື ເຈົ້າບໍ່ໄດ້ທົນທຸກກັບຄວາມຍາກລຳບາກ

ແຕ່ພໍພຣະທໍາຂອງພຣະເຈົ້າມາຫາເຈົ້າ

ແລະ ຊໍາລະລ້າງເຈົ້າໃຫ້ບໍລິສຸດ, ເຈົ້າບໍ່ສາມາດທົນມັນໄດ້.

ສະນັ້ນ, ໃນຍຸກສຸດທ້າຍນີ້, ເມື່ອພຣະເຈົ້າກາຍເປັນມະນຸດ

ຕົ້ນຕໍແມ່ນພຣະອົງໃຊ້ພຣະທໍາເພື່ອເຮັດໃຫ້ທຸກສິ່ງສຳເລັດ

ແລະ ເຮັດໃຫ້ທຸກສິ່ງແຈ່ມແຈ້ງຂຶ້ນ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ