ເພງຄຣິດສະຕຽນ “ທຸກສິ່ງທີ່ພຣະເຈົ້າເຮັດເພື່ອມະນຸດນັ້ນລ້ວນຈິງໃຈ”

16 ເດືອນມີນາ 2022

ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເປັນຈິງ

ບໍ່ມີຫຍັງທີ່ພຣະອົງເຮັດວ່າງເປົ່າ.

ພຣະເຈົ້າມາຢູ່ທ່າມກາງມະນຸດຢ່າງຖ່ອມຕົວ

ເປັນບຸກຄົນທຳມະດາຄົນໜຶ່ງ.

ພຣະອົງບໍ່ພຽງແຕ່ປະຕິບັດບາງພາລະກິດ

ກ່າວບາງພຣະທຳ ແລ້ວກໍຈາກໄປ

ກົງກັນຂ້າມ, ພຣະອົງມາຢູ່ທ່າມກາງມະນຸດແທ້ຈິງ

ແລະ ປະສົບກັບຄວາມເຈັບປວດຂອງໂລກ.

ພຣະເຈົ້າຈ່າຍລາຄາດ້ວຍປະສົບການແຫ່ງ

ການທົນທຸກຂອງພຣະອົງເອງ

ສິ່ງນີ້ບໍ່ແມ່ນພາລະກິດທີ່ແທ້ຈິງບໍ?

ພໍ່ແມ່ອາດຊໍາລະລາຄາຢ່າງຫຼວງຫຼາຍ

ເພື່ອເຫັນແກ່ລູກໆຂອງພວກເຂົາ ແລະ

ສິ່ງນີ້ກໍເປັນຕົວແທນໃຫ້ແກ່ຄວາມຈິງໃຈຂອງພວກເຂົາ.

ໃນການເຮັດແບບນີ້, ແນ່ນອນ ພຣະເຈົ້າທີ່ບັງເກີດເປັນມະນຸດ

ຈິງໃຈ ແລະ ຊື່ສັດທີ່ສຸດຕໍ່ມະນຸດຊາດ.

ແກ່ນແທ້ຂອງພຣະເຈົ້ານັ້ນຊື່ສັດ; ພຣະອົງເຮັດສິ່ງທີ່ພຣະອົງເວົ້າ

ແລະ ແມ່ນຫຍັງກໍຕາມທີ່ພຣະອົງເຮັດກໍບັນລຸຜົນ.

ທຸກສິ່ງທີ່ພຣະອົງເຮັດເພື່ອມະນຸດແມ່ນຈິງໃຈ.

ພຣະອົງບໍ່ພຽງແຕ່ກ່າວພຣະຄຳເທົ່ານັ້ນ

ເມື່ອພຣະອົງເວົ້າວ່າພຣະອົງຈະຈ່າຍລາຄາ

ພຣະອົງກໍຈ່າຍລາຄາແທ້ໆ.

ເມື່ອພຣະອົງເວົ້າວ່າພຣະອົງຈະຮັບເອົາການທົນທຸກ

ຂອງມະນຸດຊາດ ແລະ ທົນທຸກແທນພວກເຂົາ

ພຣະອົງກໍມາດຳລົງຊີວິດຢູ່ທ່າມກາງພວກເຂົາແທ້ໆ

ສຳຜັດ ແລະ ປະສົບກັບການທົນທຸກນີ້ເປັນການສ່ວນຕົວ.

ຫຼັງຈາກນັ້ນ, ທຸກສິ່ງທີ່ຢູ່ໃນຈັກກະວານກໍຈະຮັບຮູ້ວ່າ

ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຖືກຕ້ອງ ແລະ ຊອບທຳ

ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເປັນຈິງ

ນີ້ຄືສ່ວນ ຂອງຫຼັກຖານທີ່ມີພະລັງ.

ມະນຸດຊາດຈະມີຈຸດໝາຍປາຍທາງທີ່ສວຍງາມໃນອະນາຄົດ

ແລະ ທຸກຄົນທີ່ຍັງຄົງຢູ່ກໍຈະສັນລະເສີນພຣະເຈົ້າ

ພວກເຂົາຈະຍົກຍ້ອງວ່າການກະທຳຂອງພຣະເຈົ້າ

ແມ່ນດຳເນີນຈາກຄວາມຮັກຂອງພຣະອົງ

ທີ່ມີຕໍ່ມະນຸດຊາດຢ່າງແທ້ຈິງ.

ແກ່ນແທ້ແຫ່ງຄວາມສວຍງາມ ແລະ ຄວາມດີຂອງພຣະເຈົ້າ

ສາມາດເຫັນໄດ້ໃນຄວາມສຳຄັນແຫ່ງການບັງເກີດເປັນມະນຸດ

ຂອງພຣະອົງໃນເນື້ອໜັງ.

ແມ່ນຫຍັງກໍຕາມທີ່ພຣະອົງເຮັດແມ່ນຈິງໃຈ

ແມ່ນຫຍັງກໍຕາມທີ່ພຣະອົງເວົ້າແມ່ນຈິງຈັງ ແລະ ຊື່ສັດ.

ດ້ວຍທຸກສິ່ງທີ່ພຣະອົງເຈດຕະນາເຮັດ, ພຣະອົງເຮັດມັນແທ້ໆ

ແລະ ເມື່ອຈ່າຍລາຄາ, ພຣະອົງກໍຈ່າຍມັນແທ້ໆ

ພຣະອົງບໍ່ພຽງແຕ່ກ່າວພຣະຄຳ.

ພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ

ພຣະເຈົ້າເປັນພຣະເຈົ້າທີ່ຊື່ສັດ.

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ