ໂດຍການເຂົ້າໃຈຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດຮູ້ຈັກການກະທຳຂອງພຣະເຈົ້າໄດ້
ພຣະເຈົ້າມີອຳນາດສູງສຸດເໜືອໂຊກຊະຕາຂອງມະນຸດຊາດທັງປວງ ແລະ ທຸກສິ່ງໃນຈັກກະວານ. ຜູ້ຄົນເຫັນຂໍ້ແທ້ຈິງຫຍັງກ່ຽວກັບອຳນາດສູງສຸດຂອງພຣະເຈົ້າ? ບໍ່ວ່າໂລກຈະໃຫຍ່ສໍ່າໃດກໍຕາມ ຫຼື ຈັກກະວານຈະກວ້າງໃຫຍ່ໄພສານສໍ່າໃດກໍຕາມ, ຈາກສິ່ງທີ່ເບິ່ງເຫັນດ້ວຍຕາເປົ່າຈົນເຖິງສິ່ງທີ່ເບິ່ງເຫັນໄດ້ດ້ວຍກ້ອງຈຸລະທັດ, ພຣະເຈົ້າປົກຄອງເໜືອທຸກສິ່ງ ແລະ ປັ້ນແຕ່ງທຸກຢ່າງ. ບໍ່ວ່າຈະເປັນຄວາມປາຖະໜາຂອງມະນຸດ, ຄວາມທະເຍີທະຍານ, ຄວາມຕ້ອງການ ຫຼື ທິດທາງທີ່ເຂົາມີແນວໂນ້ມຈະພັດທະນາ, ຈາກຈຸດທີ່ພຣະເຈົ້າຢືນຢູ່, ອຳນາດສູງສຸດ ແລະ ການປັ້ນແຕ່ງຂອງພຣະອົງບໍ່ໄດ້ຮັບຜົນກະທົບຈາກສິ່ງເຫຼົ່ານີ້ແມ່ນແຕ່ໜ້ອຍດຽວ. ແມ່ນຫຍັງຄືຫຼັກການທີ່ພຣະເຈົ້າປົກຄອງດ້ວຍອຳນາດສູງສຸດ ແລະ ປັ້ນແຕ່ງທຸກສິ່ງ? ມັນອີງໃສ່ບົນພື້ນຖານຫຍັງ? ແມ່ນຫຍັງຄືເປົ້າໝາຍຂອງພຣະເຈົ້າໃນການເຮັດທຸກສິ່ງນີ້? ມັນກ່ຽວພັນກັບຫຍັງ? (ມັນກ່ຽວພັນກັບແຜນການຄຸ້ມຄອງຂອງພຣະເຈົ້າ.) ການຕອບໂຕ້ນີ້ຖືກຕ້ອງ; ທຸກສິ່ງທີ່ພຣະເຈົ້າເຮັດແມ່ນກ່ຽວພັນກັບແຜນການຄຸ້ມຄອງຂອງພຣະອົງ. ຄຳເວົ້າເຫຼົ່ານີ້ສັບສົນໜ້ອຍໜຶ່ງ, ແຕ່ພວກເຂົາມີຄວາມໝາຍແອບແຝງທີ່ເລິກຊຶ້ງຍິ່ງຂຶ້ນ. ໃນສິ່ງນັ້ນ, ເຮົາໝາຍຄວາມວ່າພາລະກິດທັງໝົດທີ່ພຣະເຈົ້າເຮັດບໍ່ແກວ່ງໄກວໂດຍຄວາມປາຖະໜາຂອງມະນຸດ. ອຳນາດສູງສຸດ ແລະ ການປັ້ນແຕ່ງຂອງພຣະເຈົ້າ; ວິທີການທີ່ພຣະອົງປັ້ນແຕ່ປະເທດ, ຜູ້ຄົນ ຫຼື ກຸ່ມຊາຕິພັນ; ຫຼື ສິ່ງຕ່າງໆທີ່ພຣະອົງຈັດແຈງໃຫ້ເກີດຂຶ້ນໃນຍຸກໃດໜຶ່ງທີ່ກຳນົດໄວ້ຈະບໍ່ແກວ່ງໄກວໂດຍຄວາມປາຖະໜາຂອງມະນຸດ. ພຣະເຈົ້າບໍ່ຖືກຈຳກັດໂດຍເວລາ, ພື້ນທີ່, ພູມິສາດ ຫຼື ຜູ້ຄົນ. ທຸກສິ່ງທີ່ພຣະອົງເຮັດແມ່ນດຳເນີນການຕາມແຜນການຂອງພຣະອົງຢ່າງຄັກແນ່ ແລະ ບໍ່ມີມະນຸດຄົນໃດສາມາດຂັດຂວາງ ຫຼື ລົບກວນມັນໄດ້. ບໍ່ວ່າເຈົ້າເຕັມໃຈ ຫຼື ບໍ່ ແລະ ບໍ່ວ່າຄວາມປາຖະໜາສ່ວນຕົວເປັນຂອງມະນຸດຊາດ ຫຼື ກຸ່ມຊາຕິພັນໃດໜຶ່ງ, ບໍ່ມີມະນຸດ ຫຼື ສິ່ງໃດສາມາດລົບກວນ, ທຳລາຍ ຫຼື ແກວ່ງໄກວສິ່ງທີ່ພຣະເຈົ້າຕັດສິນໃຈຈະເຮັດ. ເຈົ້າໄດ້ຮຽນຮູ້ຫຍັງຈາກສິ່ງນີ້? (ພວກເຮົາໄດ້ຮຽນຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ.) ນີ້ຄືສິດອຳນາດຂອງພຣະເຈົ້າ. ຈາກເວລາທີ່ພຣະເຈົ້າສ້າງມະນຸດໃນຕອນທຳອິດຈົນເຖິງເວລາທີ່ພວກເຂົາຄືບໜ້າໃນແຕ່ລະຂັ້ນຕອນ, ມະນຸດຊາດໄດ້ອ້ອມຮອບເອົາຜູ້ຄົນຖືກເລືອກຂອງພຣະເຈົ້າ, ຄົນຕ່າງຊາດ ແລະ ຄົນທີ່ເປັນປໍລະປັກຕໍ່ພຣະເຈົ້າ. ພຣະເຈົ້າເບິ່ງຄົນທຸກປະເພດນີ້ໃນຖານະມະນຸດ, ແຕ່ມີຄວາມແຕກຕ່າງຫຍັງໃນວິທີການທີ່ພຣະເຈົ້າປະຕິບັດຕໍ່ຄົນປະເພດທີ່ແຕກຕ່າງກັນເຫຼົ່ານີ້ບໍ? ພຣະເຈົ້ານໍາພາຜູ້ຄົນຖືກເລືອກຂອງພຣະອົງໃນລັກສະນະໃດໜຶ່ງທີ່ສະເພາະບໍ? (ແມ່ນ, ຖືກຕ້ອງ.) ພຣະເຈົ້າປະຕິບັດຕໍ່ຜູ້ຄົນຖືກເລືອກຂອງພຣະອົງແຕກຕ່າງຈາກທີ່ພຣະອົງປະຕິບັດຕໍ່ຄົນອື່ນ. ແຕ່ຢູ່ພາຍໃນຜູ້ຄົນຖືກເລືອກຂອງພຣະເຈົ້າ, ບາງຄົນສາມາດຕິດຕາມ ແລະ ເຊື່ອຟັງພຣະອົງ ແລະ ບາງຄົນບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະອົງ. ແລ້ວພຣະເຈົ້າປະຕິບັດຕໍ່ພວກເຂົາແນວໃດ? ພຣະເຈົ້າເບິ່ງທ່າທີ່ຂອງພວກເຂົາຕໍ່ພຣະອົງແນວໃດ? (ພຣະເຈົ້າມີເມດຕາ ແລະ ມີຄວາມຮັກຕໍ່ຄົນທີ່ເຊື່ອຟັງພຣະອົງ, ແຕ່ເມື່ອຜູ້ຄົນບໍ່ເຊື່ອຟັງ ຫຼື ຕໍ່ຕ້ານພຣະອົງ, ພຣະອົງກໍນໍາອຸປະນິໄສທີ່ຊອບທຳຂອງພຣະອົງມາເຖິງພວກເຂົາ.) ຖືກຕ້ອງ. ບໍ່ວ່າເຈົ້າຈະຄິດວ່າເຈົ້າເປັນໜຶ່ງໃນຜູ້ຄົນຖືກເລືອກຂອງພຣະເຈົ້າ ຫຼື ບໍ່ ຫຼື ໜຶ່ງໃນຜູ້ຕິດຕາມຂອງພຣະອົງ ຫຼື ປະກອບສ່ວນໃນລັກສະນະໃດໜຶ່ງເຂົ້າໃນພາລະກິດໃນເຮືອນຂອງພຣະເຈົ້າ, ຈາກຈຸດທີ່ພຣະອົງຢືນຢູ່ ພຣະອົງບໍ່ໄດ້ຫຼຽວເບິ່ງສິ່ງທີ່ຢູ່ພາຍນອກເຫຼົ່ານີ້. ພຣະເຈົ້າມີອຸປະນິໄສທີ່ຊອບທຳ ແລະ ມີຫຼັກການໃນການທີ່ພຣະອົງປະຕິບັດຕໍ່ຜູ້ຄົນ: ຄົນທີ່ຄວນຖືກພິພາກສາກໍຈະຖືກພິພາກສາ; ຄົນທີ່ຄວນຖືກລົງໂທດກໍຈະຖືກລົງໂທດ; ແລະ ຄົນທີ່ຄວນຖືກທຳລາຍກໍຈະຖືກທຳລາຍ. ຕົວຢ່າງ: ສິ່ງທີ່ໂຈມຕີພວກເຈົ້າກ່ຽວກັບຂໍ້ແທ້ຈິງທີ່ຄົນຢິວຖືກຂັບໄລ່ອອກຈາກດິນແດນຢູດາຍ ແລະ ການເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນຂອງພຣະເຢຊູເຈົ້າໄປຫາຄົນຕ່າງຊາດ? ອີງຕາມແນວຄິດ ແລະ ຈິນຕະນາການຂອງຜູ້ຄົນ ແລະ ອີງຕາມນິກາຍຢູດາ, ມີພຽງແຕ່ຄົນຢິວທີ່ເປັນຜູ້ຄົນຖືກເລືອກຂອງພຣະເຈົ້າ. ພວກເຂົາເປັນລູກໆທີ່ລໍ້າຄ່າຂອງພຣະເຈົ້າ ແລະ ມະນຸດທີ່ພຣະເຈົ້າຜູກພັນນໍາທີ່ສຸດ; ພວກເຂົາເປັນແກ້ວຕາດວງໃຈຂອງພຣະອົງ. ອີງຕາມສິ່ງທີ່ຜູ້ຄົນເວົ້າ, ຄົນຢິວຄືລູກອັນເປັນທີ່ຮັກທີ່ສຸດຂອງພຣະອົງ ແລະ ເປັນຄົນທີ່ຄວນລ້ຽງດູ ແລະ ປົກປ້ອງລູກທີ່ພວກເຂົາມັກ ແລະ ບໍ່ປ່ອຍໃຫ້ພວກເຂົາຖືກທຳຮ້າຍ ຫຼື ເຈັບປວດໃນລັກສະນະໃດໜຶ່ງ. ຜູ້ຄົນຄິດວ່າບໍ່ວ່າຄົນຢິວຈະອະທິຖານເພື່ອຫຍັງກໍຕາມ, ພຣະເຈົ້າຈະມອບມັນໃຫ້ແກ່ພວກເຂົາ ແລະ ຈະປະທານໃຫ້ພວກເຂົາຫຼາຍກວ່າທີ່ພວກເຂົາຂໍ ຫຼື ຈິນຕະນາການ. ແຕ່ນີ້ຄືສິ່ງທີ່ພຣະເຈົ້າເຮັດບໍ? (ບໍ່, ມັນບໍ່ແມ່ນ.) ແລ້ວພຣະເຈົ້າເຮັດຫຍັງ? ເພາະຄົນຢິວຄຶງພຣະເຢຊູເຈົ້າໃສ່ໄມ້ກາງແຂນ, ພຣະເຈົ້າຈຶ່ງເລີ່ມໃຈຮ້າຍຫຼາຍ ແລະ ເຮັດໃຫ້ຄົນໂຣມັນສົ່ງກອງທັບໄປພິຊິດດິນແດນຢູດາຍ ແລະ ຂັບໄລ່ຄົນຢິວອອກຈາກບ້ານເກີດຂອງພວກເຂົາ. ມັນເປັນສາກທີ່ມີການຂ້າສັງຫານ ແລະ ການຄາດຕະກຳຫຼາຍ; ຫຼາຍຄົນທີ່ນັບບໍ່ຖ້ວນໄດ້ຕາຍ ແລະ ເລືອດນອງໄຫຼຄືກັບແມ່ນໍ້າ. ວິທີດຽວທີ່ຄົນຢິວຫຼາຍຄົນເອົາຕົວລອດກໍຄືການຫຼົບໜີຈາກຫຼາກຫຼາຍປະເທດຢູ່ທົ່ວໂລກ. ຈາກຂໍ້ແທ້ຈິງເຫຼົ່ານີ້, ແມ່ນຫຍັງຄືແກ່ນແທ້ທີ່ພວກເຈົ້າເຫັນໃນອຸປະນິໄສຂອງພຣະເຈົ້າ? (ອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ອົດກັ້ນຕໍ່ການເຮັດຜິດ.) ຂໍໃຫ້ພວກເຮົາບໍ່ເລີ່ມຕົ້ນໂດຍການເວົ້າກ່ຽວກັບອຸປະນິໄສຂອງພຣະເຈົ້າ, ໃຫ້ພວກເຮົາໃຊ້ຜູ້ຄົນເປັນຕົວຢ່າງກ່ອນ. ໃນຊີວິດທີ່ເປັນຈິງ, ຖ້າຄົນໃດໜຶ່ງມີລູກທີ່ພວກເຂົາຮັກຢ່າງສຸດຊຶ້ງ ແລະ ຕ້ອງການໃຫ້ລູກສືບທອດມໍລະດົກຊັບສິນຂອງພວກເຂົາ ແລະ ທຸກສິ່ງທີ່ພວກເຂົາມີ, ພວກເຮົາຈະເຮັດຫຍັງ? ໃນອີກດ້ານ, ພວກເຂົາຈະເຂັ້ມງວດກັບເຂົາ, ເພື່ອວ່າເຂົາຈະເຕີບໃຫຍ່ຈົນສຳເລັດ ແລະ ສາມາດຮັບເອົາບົດບາດໜ້າທີ່ຂອງພໍ່ແມ່ຂອງເຂົາ. ແຕ່ສິ່ງທີ່ສຳຄັນທີ່ສຸດກໍຄື ພວກເຂົາຈະປົກປ້ອງເຂົາ ແລະ ບໍ່ປ່ອຍໃຫ້ເຂົາເຂົ້າມາໃນເສັ້ນທາງທີ່ທຳຮ້າຍ ຫຼື ເປັນອັນຕະລາຍໃດໆ. ຈຸດປະສົງຂອງສິ່ງນີ້ກໍຄືລູກຈະສາມາດໃຊ້ຊີວິດ ແລະ ສືບທອດທຸກສິ່ງທີ່ພໍ່ແມ່ຂອງເຂົາມີ. ແມ່ນຫຍັງສົ່ງແຮງຈູງໃຈໃຫ້ຜູ້ຄົນເຮັດທຸກສິ່ງນີ້? ຜູ້ຄົນຈະປະຕິບັດຕໍ່ລູກໆທີ່ພວກເຂົາບໍ່ຮັກ ຫຼື ຄົນແປກໜ້າໃນລັກສະນະດຽວກັນບໍ? ພວກເຂົາເຮັດໃນລັກສະນະດຽວກັນບໍ? (ບໍ່, ພວກເຂົາບໍ່ໄດ້ເຮັດ.) ມັນເຫັນໄດ້ຊັດວ່າທຸກຄົນທີ່ຜູ້ຄົນເຮັດສຳລັບລູກທີ່ພວກເຂົາຮັກທີ່ສຸດກໍໄດ້ຮັບແຮງຈູງໃຈຈາກຄວາມເຫັນແກ່ຕົວ, ອາລົມ ແລະ ຄວາມປາຖະໜາສ່ວນຕົວ; ສິ່ງເຫຼົ່ານີ້ແມ່ນສ່ວນໜຶ່ງໃນແກ່ນແທ້ຂອງທຳມະຊາດຂອງມະນຸດ. ມີຄວາມຈິງໃນອາລົມ ແລະ ຄວາມເຫັນແກ່ຕົວຂອງຜູ້ຄົນບໍ? ມີຄວາມເປັນທຳບໍ? (ບໍ່, ບໍ່ມີ.) ນັ້ນຄືວິທີການທີ່ມະນຸດຊາດສະແດງຕົນເອງອອກ. ແຕ່ເບິ່ງສິ່ງທີ່ພຣະເຈົ້າເຮັດ, ພຣະເຈົ້າຕ້ອງການຄົນຖືກເລືອກຂອງພຣະອົງ, ຄົນຢິວ, ໃຫ້ເຜີຍແຜ່ຂ່າວປະເສີດຈາກດິນແດນຢູດາຍໄປຫາຄົນຕ່າງຊາດທັງປວງທີ່ຢູ່ທົ່ວໂລກ ນັ້ນກໍຄື ໃນທະວີບອາຊີ, ທະວີບເອີຣົບ, ທະວີບອາຝຣິກາ ແລະ ທະວີບອາເມຣິກາ. ພວກເຂົາຕ້ອງເຜີຍແຜ່ມັນແນວໃດ? ພຣະເຈົ້ານໍາໃຊ້ວິທີການທີ່ຜູ້ຮຸກຮານຕ່າງປະເທດບຸກລຸກ ແລະ ຍຶດຄອງດິນແດນຂອງຄົນຢິວ, ຂັບໄລ່ຄົນຢິວທີ່ກຳລັງຢູ່ອາໄສໃນບ່ອນນັ້ນ, ຄົນທີ່ເຜີຍແຜ່ຂ່າວປະເສີດກ່ຽວກັບພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ພວກເຂົາສູນເສຍບ້ານເກີດຂອງພວກເຂົາ, ບໍ່ກັບຄືນມາອີກຈັກເທື່ອ. ຫຼັງຈາກນັ້ນ, ຄົນຢິວກໍຕັ້ງຮາກຖານໃນຫຼາກຫຼາຍມຸມທົ່ວໂລກ ເຊິ່ງເປັນບ່ອນທີ່ພວກເຂົາເອົາຕົວລອດ ແລະ ເລີ່ມເຜີຍແຜ່ຂ່າວປະເສີດຂອງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນ, ຈົນມັນຄ່ອຍໆໄປເຖິງທຸກປະເທດໃນໂລກ ແລະ ທຸກສົ້ນຂອງແຜ່ນດິນໂລກ. ສິ່ງນີ້ພິສູດຂໍ້ແທ້ຈິງ: ພາລະກິດຂອງພຣະເຈົ້າເປັນຈິງຫຼາຍ. ສິ່ງນີ້ແມ່ນສະແດງອອກຢູ່ໃສເປັນຫຼັກ? ໃນຄວາມເປັນຈິງທີ່ພຣະເຈົ້ານໍາໃຊ້ວິທີການທີ່ພິເສດ ແລະ ບໍ່ປົກກະຕິຫຼາຍເພື່ອຜັກດັນໃຫ້ຄົນອິດສະຣາເອັນໄປສູ່ປະເທດທີ່ແຕກຕ່າງກັນທັງໝົດນີ້ ແລະ ເຜີຍແຜ່ຂ່າວປະເສີດຂອງພຣະເຢຊູເຈົ້າ. ຖ້າພຣະອົງປ່ອຍໃຫ້ຄົນອິດສະຣາເອັນຕັດສິນໃຈທີ່ຈະຍ້າຍໄປທຸກປະເທດ ແລະ ເຜີຍແຜ່ຂ່າວປະເສີດ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ, ພວກເຂົາຈະບໍ່ສາມາດເຮັດໃຫ້ຕົນເອງປະຖິ້ມຄອບຄົວຂອງພວກເຂົາ ແລະ ບ້ານເກີດບັນພະບຸລຸດຂອງພວກເຂົາ. ມັນເປັນຄືກັບວ່າພຣະເຈົ້າໄດ້ເຕະພວກເຂົາເພື່ອໃຫ້ໄປທາງຂອງພວກເຂົາ, ເພື່ອວ່າພວກເຂົາຈະສາມາດອອກໄປ ແລະ ເຜີຍແຜ່ຂ່າວປະເສີດຂອງພຣະເຢຊູເຈົ້າ. ນີ້ຄືລາຄາທີ່ພຣະເຈົ້າຈ່າຍສຳລັບຂ່າວປະເສີດຂອງອານາຈັກສະຫວັນ; ພຣະອົງເຮັດໃຫ້ຜູ້ຄົນຖືກເລືອກຂອງພຣະອົງພົບກັບສົງຄາມ, ການຂ້າສັງຫານ ແລະ ການອົບພະຍົກ. ຄົນຢິວຖືກບັງຄັບໃຫ້ພະເນຈອນເທິງແຜ່ນດິນໂລກໂດຍບໍ່ມີເຮືອນ, ເຜີຍແຜ່ຂ່າວປະເສີດໃນທຸກປະເທດ. ໃນສາຍຕາຂອງມະນຸດ, ວິທີການເຫຼົ່ານີ້ໄຮ້ຄວາມສົງສານເກີນໄປ, ແຕ່ສາມາດອະທິບາຍໄດ້ວ່າແກ່ນແທ້ຂອງພຣະເຈົ້າ “ໄຮ້ຄວາມສົງສານ” ບໍ? ບໍ່ແມ່ນຢ່າງນັ້ນຢ່າງຊັດເຈນ, ຍ້ອນມັນບໍ່ແມ່ນການໄຮ້ຄວາມສົງສານ. ນີ້ແມ່ນເພາະບໍ່ມີຄວາມເຫັນແກ່ຕົວ ຫຼື ອາລົມໃນອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ; ພຣະອົງເຮັດທຸກສິ່ງນີ້ເພື່ອຄວາມກ້າວໜ້າຂອງມະນຸດຊາດທັງປວງ, ເພື່ອວ່າຄວາມກ້າວໜ້າຂັ້ນຕອນຖັດໄປຂອງມະນຸດຊາດຈະສຳເລັດ ແລະ ຈະກາຍເປັນຈິງໂດຍສອດຄ່ອງກັບຂັ້ນຕອນໃນແຜນການຄຸ້ມຄອງຂອງພຣະເຈົ້າຢ່ສງສົມບູນ. ສະນັ້ນ, ພຣະເຈົ້າຕ້ອງເຮັດເຊັ່ນນີ້; ບໍ່ມີທາງອື່ນ. ຂັ້ນຕອນໃນພາລະກິດຂອງພຣະເຈົ້າໄດ້ຄືບໜ້າຈົນເຖິງຈຸດນີ້ແລ້ວ ແລະ ການກະທຳຂອງພຣະອົງໄດ້ກໍ່ໃຫ້ເກີດຜົນຮັບທີ່ໄວ ແລະ ດີ, ສະນັ້ນພວກມັນຈຶ່ງເໝາະສົມຢ່າງສິ້ນເຊີງ. ເມື່ອຫຼຽວເບິ່ງແກ່ນແທ້ຂອງພຣະເຈົ້າ, ມີພຽງແຕ່ພຣະເຈົ້າທີ່ສາມາດເຮັດເຊັ່ນນີ້ໄດ້, ບໍ່ມີປະເທດ ຫຼື ເຊື້ອຊາດໃດຈະເຮັດໄດ້. ອຸປະນິໄສຂອງພຣະເຈົ້າຊອບທຳ. ການຫຼຽວເບິ່ງທ່າທີ່ຂອງພຣະເຈົ້າຕໍ່ຄົນຢິວຄວນໃຫ້ແສງສະຫວ່າງບາງຢ່າງແກ່ຜູ້ຄົນຖືກເລືອກຂອງຜູ້ຄົນໃນມື້ນີ້. ມະນຸດຖືກສ້າງຂຶ້ນໂດຍພຣະເຈົ້າ ແລະ ພຣະເຈົ້າມີຄວາມຮັກ, ຄວາມຜູກພັນ, ຄວາມເມດຕາ ແລະ ຄວາມຮັກ-ຄວາມກະລຸນາສຳລັບມະນຸດ, ແຕ່ພຣະເຈົ້າມອບພາລະກິດໃຫ້ຜູ້ຄົນໃນເມື່ອໃດ, ແມ່ນຫຍັງຄືຜູ້ຄົນໃນສາຍຕາຂອງຜູ້ຄົນ? ພວກເຈົ້າສາມາດກຳແໜ້ນຄວາມໝາຍລະດັບນີ້ບໍ? ບາງຄົນເວົ້າວ່າ “ຈາກທັດສະນະຄະຕິນີ້, ຜູ້ຄົນບໍ່ມີຄຸນຄ່າຫຍັງເລີຍໃນສາຍຕາຂອງພຣະເຈົ້າ. ພວກເຂົາເປັນພຽງແຕ່ໝາກເບ້ຍ. ທ່ານພຽງແຕ່ໄປບ່ອນທີ່ພຣະອົງບອກ ແລະ ເຮັດສິ່ງທີ່ພຣະອົງກ່າວ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? ບໍ່ຖືກຕ້ອງ. ມັນເບິ່ງຄືກັບວ່າສິ່ງນີ້ເປັນຈິງໃນທາງຜິວເຜີນ, ແຕ່ໃນຄວາມເປັນຈິງແລ້ວ ມັນບໍ່ເປັນຈິງ. ເພື່ອໃຊ້ຄຳເວົ້າຂອງມະນຸດ, ເມື່ອພຣະເຈົ້າເຮັດ ພຣະອົງບໍ່ໄດ້ເຮັດໃຫ້ພຣະອົງເອງກັງວົນກັບສິ່ງນັ້ນຫຼາຍ. ພຣະອົງບໍ່ມີຄວາມຄິດ ຫຼື ແນວຄິດດັ້ງເດີມຂອງມະນຸດ ແລະ ພຣະອົງບໍ່ຖືກຈຳກັດໂດຍສິ່ງໃດເລີຍ. ທຸກສິ່ງທີ່ພຣະເຈົ້າເຮັດເປັນການປົດປ່ອຍ, ການເຮັດໃຫ້ເປັນອິດສະຫຼະ, ເປັນສາທາລະນະ, ໂປ່ງໃສ ແລະ ຊື່ກົງ. ໃນດ້ານໜຶ່ງ, ພຣະອົງຕິດຕາມຂັ້ນຕອນໃນແຜນການຄຸ້ມຄອງຂອງພຣະອົງ ເພື່ອວ່າທຸກສິ່ງຈະກ້າວໜ້າຢ່າງເປັນປົກກະຕິ; ໃນອີກດ້ານ, ມັນແມ່ນເພື່ອວ່າຜູ້ຄົນໃນອະນາຄົດຈະສາມາດກ້າວໜ້າ ແລະ ຍັບໄປຂ້າງໜ້າຢ່າງເປັນປົກກະຕິໃນມືຂອງພຣະເຈົ້າ, ຕາມແຜນການຄຸ້ມຄອງຂອງພຣະອົງ. ຄວາມກ້າວໜ້າຂອງມະນຸດແມ່ນຜູກມັດກັບແຜນການຄຸ້ມຄອງຂອງພຣະເຈົ້າຢ່າງສະໜິດແໜ້ນ. ຖ້າພຣະເຈົ້າບໍ່ເຮັດໃນລັກສະນະນີ້, ແບກຮັບຄວາມເຈັບປວດໃນການປະຖິ້ມບາງສິ່ງທີ່ພຣະອົງຮັກເພື່ອດຳເນີນຂັ້ນຕອນນີ້, ມັນຈະຫຍຸ້ງຍາກສຳລັບມະນຸດທີ່ຈະກ້າວໜ້າແມ່ນແຕ່ໜ້ອຍດຽວ. ນັ້ນຄືເຫດຜົນທີ່ເຮົາເວົ້າວ່າພຣະເຈົ້າໄດ້ພິຈາລະນາທຸກໆການຕັດສິນໃຈທີ່ພຣະອົງເຮັດ, ທຸກໆຂັ້ນຕອນທີ່ພຣະອົງຍ່າງ ແລະ ທຸກໆສິ່ງໃນແຜນການຄຸ້ມຄອງຂອງພຣະອົງ; ມັນປະກອບມີຄວາມຍິ່ງໃຫຍ່, ສິດອຳນາດ ແລະ ສະຕິປັນຍາຂອງພຣະອົງ. ມີບາງຢ່າງທີ່ພຣະເຈົ້າເຮັດເຊິ່ງຜູ້ຄົນບໍ່ເຂົ້າໃຈຢູ່ສະເໝີ. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຂົ້າໃຈໄດ້? ເພາະຜູ້ຄົນມີແນວຄິດ. ບາງແນວຄິດເຫຼົ່ານີ້ຄືຈິນຕະນາການ, ບາງຢ່າງກໍໄດ້ຮັບອິດທິພົນມາຈາກວັດທະນະທຳ ແລະ ຄວາມຄິດດັ້ງເດີມຂອງມະນຸດ ແລະ ບາງຢ່າງກໍເປັນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ການຕັດສິນຂອງມະນຸດ. ສິ່ງເຫຼົ່ານີ້ສົ່ງອິດທິພົນຕໍ່ຄວາມເຂົ້າໃຈພຣະເຈົ້າຂອງມະນຸດ, ພ້ອມທັງມຸມມອງຂອງເຂົາຕໍ່ພຣະເຈົ້າ.
ພວກເຈົ້າສາມາດໄດ້ຮັບຂໍ້ສະຫຼຸບຫຍັງກ່ຽວກັບການທີ່ຄົນຢິວຖືກຂັບໄລ່ອອກຈາກດິນແດນຢູດາຍ? (ພຣະເຈົ້າບໍ່ມີຫົວໃຈທີ່ເຫັນແກ່ຕົວຄືກັບມະນຸດ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຊື່ກົງ ແລະ ເພື່ອຄວາມກ້າວໜ້າຂອງມະນຸດຊາດທັງປວງ.) ຖ້າສະຖານະການນີ້ເກີດຂຶ້ນກັບພວກເຈົ້າ ແລະ ມີການຂ້າສັງຫານ, ເລືອດທີ່ໄຫຼນອງ, ຄວາມພິນາດ ແລະ ຄວາມຕາຍມາເຖິງຄົວເຮືອນຂອງເຈົ້າ ແລະ ຄອບຄົວຂອງເຈົ້າແຕກແຍກ, ແມ່ນຫຍັງຈະເປັນຄວາມເຂົ້າໃຈຂອງພວກເຈົ້າ? (ໂດຍຂຶ້ນກັບຄວາມເປັນມະນຸດຂອງພວກເຮົາ ແລະ ຂອບເຂດຄວາມເສື່ອມຊາມຂອງພວກເຮົາໂດຍຊາຕານ, ພວກເຮົາອາດມີຄວາມເຂົ້າໃຈຜິດຫຼາຍຢ່າງ, ຄວາມບໍ່ພໍໃຈ ແລະ ການຕີຄວາມໝາຍຜິດໆ, ແຕ່ໃນຕອນນີ້ຜ່ານການໂອ້ລົມຂອງພຣະເຈົ້າ, ພວກເຮົາຮັບຮູ້ວ່າທຸກສິ່ງທີ່ພຣະເຈົ້າເຮັດແມ່ນມີຄວາມໝາຍ ແລະ ຄວາມປະສົງຂອງພຣະອົງ. ບໍ່ວ່າພວກເຮົາຈະປະສົບກັບການທົນທຸກຫຼາຍສໍ່າໃດກໍຕາມ, ພວກເຮົາຄວນເຕັມໃຈທີ່ຈະຍອມຕໍ່ການປັ້ນແຕ່ງທັງໝົດຂອງພຣະເຈົ້າ ແລະ ເຮັດສຸດຄວາມສາມາດຂອງພວກເຮົາເພື່ອຮ່ວມມືກັບພຣະອົງ, ແບ່ງປັນ ແລະ ເປັນພະຍານເຖິງພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ.) ເມື່ອຜະເຊີນໜ້າກັບຂໍ້ແທ້ຈິງເຫຼົ່ານີ້, ມະນຸດມີຕົວເລືອກຫຍັງ? ມະນຸດບໍ່ມີສິດທີ່ຈະເລືອກວ່າພຣະເຈົ້າຕັດສິນໃຈຈະເຮັດຫຍັງ. ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້, ຜູ້ຄົນຍັງຮູ້ສຶກວ່າພຣະເຈົ້າເປັນຄວາມຮັກບໍ? ພວກເຂົາເລີ່ມທໍ້ໃຈ ແລະ ເວົ້າວ່າ “ຖ້າຜູ້ຄົນບໍ່ມີຕົວເລືອກກ່ຽວກັບຂໍ້ແທ້ຈິງເຫຼົ່ານີ້, ແລ້ວຜູ້ຄົນເຮັດບົດບາດຫຍັງແທ້ໆໃນພາລະກິດໃນແຜນການຄຸ້ມຄອງຂອງພຣະເຈົ້າ?” ພວກເຈົ້າຮູ້ຈັກບໍ? (ພວກເຮົາເປັນສິ່ງຖືກສ້າງ.) ພວກເຈົ້າເປັນພຽງແຕ່ສິ່ງຖືກສ້າງ; ພວກເຈົ້າເຮັດໜ້າທີ່ເປັນຕົວປະກອບ. ພວກເຈົ້າເປັນເປົ້າໝາຍຂອງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ແຕ່ຍິ່ງໄປກວ່ານັ້ນ ພວກເຈົ້າເປັນເປົ້າໝາຍໃນຄວາມລອດພົ້ນຂອງພຣະອົງ. ນັ້ນຄືບົດບາດທີ່ພວກເຈົ້າເຮັດ. ແມ່ນຫຍັງຄືໜ້າທີ່ຂອງພວກເຈົ້າໃນຖານະສິ່ງຖືກສ້າງ? ສິ່ງນີ້ກ່ຽວຂ້ອງກັບການປະຕິບັດ ແລະ ໜ້າທີ່ຂອງບຸກຄົນໜຶ່ງ. ເຈົ້າເປັນສິ່ງຖືກສ້າງ ແລະ ຖ້າພຣະເຈົ້າມອບຂອງປະທານແຫ່ງສຽງເພງໃຫ້ແກ່ເຈົ້າ ແລະ ເຮືອນຂອງພຣະເຈົ້າຈັດແຈງໃຫ້ເຈົ້າຮ້ອງເພງ, ແລ້ວເຈົ້າກໍຕ້ອງຮ້ອງໃຫ້ດີ. ຖ້າເຈົ້າມີຂອງປະທານແຫ່ງການປະກາດຂ່າວປະເສີດ ແລະ ເຮືອນຂອງພຣະເຈົ້າຈັດແຈງໃຫ້ເຈົ້າອອກໄປ ແລະ ເຜີຍແຜ່ຂ່າວປະເສີດ, ແລ້ວເຈົ້າກໍຄວນອອກໄປ ແລະ ເຜີຍແຜ່ຂ່າວປະເສີດໃຫ້ດີ. ເມື່ອຜູ້ຄົນຖືກເລືອກຂອງພຣະເຈົ້າເລືອກຕັ້ງເຈົ້າໃຫ້ເປັນຜູ້ນໍາ, ເຈົ້າຄວນຮັບເອົາການຝາກຝັງຂອງຜູ້ນໍາ ແລະ ນໍາພາຜູ້ຄົນຖືກເລືອກຂອງພຣະເຈົ້າເພື່ອກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ໂອ້ລົມກ່ຽວກັບຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງ. ໃນການເຮັດເຊັ່ນນັ້ນ, ເຈົ້າກໍຄົງຈະປະຕິບັດໜ້າທີ່ຂອງເຈົ້າເປັນຢ່າງດີ. ການຝາກຝັງທີ່ພຣະເຈົ້າມອບໃຫ້ແກ່ມະນຸດແມ່ນສຳຄັນ ແລະ ມີຄວາມໝາຍທີ່ສຸດ! ສະນັ້ນ, ເຈົ້າຄວນຮັບເອົາການຝາກຝັງນີ້ ແລະ ປະຕິບັດໜ້າທີ່ຂອງເຈົ້າແນວໃດ? ນີ້ຄືໜຶ່ງໃນບັນຫາທີ່ຍິ່ງໃຫຍ່ທີ່ສຸດທີ່ເຈົ້າພົບພໍ້ ແລະ ເຈົ້າຕ້ອງຕັດສິນໃຈ. ເຈົ້າອາດເວົ້າວ່ານີ້ຄືຊ່ວງເວລາທີ່ສຳຄັນຢ່າງຍິ່ງທີ່ຕັດສິນວ່າເຈົ້າສາມາດຮັບຄວາມຈິງ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ ຫຼື ບໍ່. ຖ້າເຈົ້າດຳເນີນການໂດຍອີງໃສ່ຄວາມປະສົງຂອງເຈົ້າເອງ ແລະ ເຮັດສິ່ງທີ່ປ່າເຖື່ອນທຸກຮູບແບບ, ເຈົ້າຈະບໍ່ພຽງແຕ່ບໍ່ໄດ້ປະຕິບັດການຝາກຝັງຂອງພຣະເຈົ້າ, ແຕ່ເຈົ້າຍັງຈະລົບກວນວຽກງານໃນເຮືອນຂອງພຣະເຈົ້າ. ດັ່ງນັ້ນ, ມັນຈະຈຳເປັນສຳລັບເຈົ້າທີ່ຈະຖືກລົງໂທດ, ດັ່ງທີ່ໂປໂລຖືກ. ເມື່ອພຣະເຈົ້າບອກເຈົ້າໃຫ້ໄປເຮັດສິ່ງໃດໜຶ່ງ, ແລ້ວແມ່ນຫຍັງຄືໜ້າທີ່ຂອງເຈົ້າ? ມັນແມ່ນເພື່ອເຮັດໜ້າວຽກໃຫ້ດີ ແລະ ບໍ່ສ້າງຄວາມວຸ້ນວາຍ. ໃນການເຮັດເຊັ່ນນັ້ນ, ເຈົ້າກຳລັງປະຕິບັດການບໍລິການໄດ້ດີ. ບໍ່ວ່າພຣະເຈົ້າຈະບອກໃຫ້ເຈົ້າດຳເນີນການບໍລິການຫຍັງກໍຕາມ, ເຈົ້າຕ້ອງເຮັດມັນໃຫ້ດີ ແລະ ຢ່າງເຊື່ອຟັງ. ໃນການເຮັດເຊັ່ນນັ້ນ, ເຈົ້າເປັນຄົນທີ່ຮັບຟັງ ແລະ ເຊື່ອຟັງ. ຖ້າເຈົ້າບໍ່ປະຕິບັດການບໍລິການຢ່າງຊື່ສັດ, ມີເຈດຕະນາສ່ວນຕົວຢູ່ສະເໝີ ແລະ ຕ້ອງການປົກຄອງດັ່ງກະສັດຢູ່ສະເໝີ, ແລ້ວເຈົ້າກໍເປັນຊາຕານ ແລະ ຜູ້ຕໍ່ຕ້ານພຣະຄຣິດ ແລະ ເຈົ້າຕ້ອງຖືກລົງໂທດ. ບາງຄົນບໍ່ເຂົ້າໃຈຄວາມຈິງ ຫຼື ສະແຫວງຫາມັນ; ພວກເຂົາພຽງແຕ່ພະຍາຍາມໃນວຽກງານຂອງພວກເຂົາ. ແລ້ວແມ່ນຫຍັງຄືໜ້າທີ່ຂອງພວກເຂົາໃນຖານະສິ່ງຖືກສ້າງ? ພຽງແຕ່ເຮັດວຽກ ແລະ ຮັບໃຊ້. ໂດຍສະຫຼຸບແລ້ວ ແມ່ນຫຍັງຄືໜ້າທີ່ທີ່ສິ່ງຖືກສ້າງໃນສາຍຕາຂອງພຣະເຈົ້າຄວນປະຕິບັດແທ້ໆ ແລະ ພວກເຂົາຄວນດຳລົງຊີວິດຕາມລັກສະນະມະນຸດແນວໃດ. ສິ່ງນີ້ແມ່ນກ່ຽວຂ້ອງກັບການປະຕິບັດຂອງພວກເຈົ້າ. ອີງຕາມແນວຄິດ ແລະ ຈິນຕະນາການຂອງມະນຸດ, ພຣະເຈົ້າຜູກພັນ, ຫ່ວງໃຍ, ປົກປ້ອງ, ດູແລ ແລະ ປະທານຄວາມກະລຸນາໃຫ້ແກ່ສິ່ງຖືກສ້າງໃນສາຍຕາຂອງພຣະອົງ. ຫຼັງຈາກນັ້ນພຣະອົງກໍລົງວິໄນ, ລິຮານ ແລະ ຈັດການກັບພວກເຂົາ, ຮັກພວກເຂົາໃນຫົວໃຈຂອງພຣະອົງ ແລະ ຈັບພວກເຂົາໄວ້ໃນມືຂອງພຣະອົງ. ໃນທີ່ສຸດແລ້ວ, ພຣະເຈົ້າກໍມີເຈດຕະນາທີ່ເດັດດ່ຽວທີ່ເຮັດໃຫ້ພວກເຂົາສົມບູນ, ຮັບປະກັນຄວາມປອດໄພຂອງພວກເຂົາ ແລະ ເຮັດໃຫ້ແນ່ໃຈວ່າບໍ່ມີຫຍັງເກີດຂຶ້ນກັບພວກເຂົາຈົນກວ່າພວກເຂົາຈະຖືກເຮັດໃຫ້ສົມບູນ. ສຳລັບພວກເຂົາແລ້ວ, ນີ້ຄືສິ່ງທີ່ສິ່ງຖືກສ້າງເປັນໃນສາຍຕາຂອງພຣະເຈົ້າ. ເມື່ອຜູ້ຄົນຜະເຊີນໜ້າກັບສິ່ງນີ້, ພວກເຂົາກໍຄິດວ່າ “ພຣະເຈົ້າເປັນຕາຮັກຢ່າງຫຼວງຫຼາຍ! ພຣະເຈົ້າຂອງພວກເຮົາຊ່າງຍິ່ງໃຫຍ່! ພຣະອົງຊ່າງຄູ່ຄວນກັບຄວາມຮັກຂອງພວກເຮົາຫຼາຍ! ພຣະເຈົ້າມີຄວາມເມດຕາ ແລະ ຄວາມຮັກ! ພຣະເຈົ້າອັດສະຈັນ! ແຕ່ຖ້າເຈົ້າປຽບທຽບສິ່ງນີ້ກັບຂໍ້ແທ້ຈິງ, ສິ່ງເຫຼົ່ານີ້ເປັນພຽງແຕ່ວິທີທີ່ພຣະເຈົ້າປະຕິບັດຕໍ່ສິ່ງຖືກສ້າງບໍ? (ບໍ່, ບໍ່ແມ່ນ.) ແລ້ວພຣະເຈົ້າຕໍ່ຜູ້ຄົນແນວໃດ? ແມ່ນຫຍັງຄືແນວຄິດ ແລະ ຈິນຕະນາການອື່ນໆທີ່ຜູ້ຄົນມີກ່ຽວກັບທ່າທີ່ທີ່ພຣະເຈົ້າມີຕໍ່ການທີ່ພຣະອົງປະຕິບັດຕໍ່ມະນຸດ? ມີຫຍັງທີ່ຜູ້ຄົນບໍ່ສາມາດຍອມຮັບໄດ້ບໍ? ໂດຍບໍ່ຕ້ອງຖາມ, ມັນຄືການພິພາກສາຂອງພຣະເຈົ້າ, ການຂ້ຽນຕີ, ການທົດລອງ, ການຫຼໍ່ຫຼອມ, ການລິຮານ, ການລົງວິໄນ, ການຖອດຖອນ ແລະ ການຈັດການຜູ້ຄົນຂອງພຣະອົງ. ຄົນທີ່ບໍ່ສາມາດຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເປັນຄົນປະເພດໃດ? ເຈົ້າສາມາດເວົ້າວ່າພວກເຂົາເປັນຄົນທີ່ບໍ່ຍອມຮັບຄວາມຈິງ ແລະ ເຈົ້າສາມາດເວົ້າໄດ້ຢ່າງແນ່ນອນວ່າຜູ້ຄົນທີ່ບໍ່ຍອມຮັບຄວາມຈິງຄືຜູ້ບໍ່ເຊື່ອ. ຖ້າບຸກຄົນໜຶ່ງບໍ່ສາມາດຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ແລ້ວພວກເຂົາກໍບໍ່ສາມາດຍອມຮັບພາລະກິດຂອງພຣະເຈົ້າໄດ້. ແມ່ນຫຍັງຄືທຳມະຊາດຂອງບັນຫານີ້? ມັນຄືພວກເຂົາບໍ່ຍອມຮັບຄວາມຈິງ ແລະ ພວກເຂົາປະຕິເສດພາລະກິດຂອງພຣະເຈົ້າ. ຄົນເຊັ່ນນີ້ຈະພຽງແຕ່ພົບກັບໄພພິບັດ ແລະ ການລົງໂທດເທົ່ານັ້ນ. ບໍ່ວ່າເຈົ້າຈະເປັນຄົນປະເພດໃດກໍຕາມ, ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ຍອມຮັບຄວາມຈິງ, ເຈົ້າບໍ່ສາມາດຖືຊ່ວຍໃຫ້ລອດພົ້ນໄດ້. ຫຼັງຈາກທີ່ບຸກຄົນໜຶ່ງເລີ່ມເຊື່ອໃນພຣະເຈົ້າ, ບໍ່ວ່າພຣະເຈົ້າຈະອ້ອມຮອບເພື່ອໃຫ້ພວກເຂົາສຳຜັດກັບສະພາບແວດລ້ອມຫຍັງກໍຕາມ, ໃນລະຫວ່າງຂະບວນການສຳຜັດ, ພວກເຂົາສາມາດເຫັນເຖິງພອນ, ຄວາມກະລຸນາ, ການດູແລ ຫຼື ການປົກປ້ອງຂອງພຣະເຈົ້າບໍ? (ບໍ່, ພວກເຂົາບໍ່ສາມາດເຫັນໄດ້.) ໃນທາງຜິວເຜີນ, ພວກເຂົາບໍ່ສາມາດເຫັນມັນໄດ້ ແຕ່ຫຼັງຈາກທີ່ຜ່ານການທົດລອງ ແລະ ການຫຼໍ່ຫຼອມ, ພວກເຂົາຈະສາມາດເຫັນມັນໄດ້ບໍ? ພວກເຂົາຈະເຫັນໄດ້ຢ່າງແນ່ນອນທີ່ສຸດ. ສະນັ້ນມີຫຼາຍຄົນທີ່ສາມາດເຫັນການປົກປ້ອງ ແລະ ພອນຂອງພຣະເຈົ້າຫຼັງຈາກທີ່ຜະເຊີນໜ້າກັບການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ. ແຕ່ຜູ້ຄົນທີ່ບໍ່ຮັກຄວາມຈິງກໍບໍ່ສາມາດເຫັນສິ່ງເຫຼົ່ານີ້ເລີຍ. ພວກເຂົາຍັງຍຶດຕິດແນວຄິດ ແລະ ຈິນຕະນາການຂອງພວກເຂົາ ແລະ ພວກເຂົາເຕັມໄປດ້ວຍຄວາມເປັນປໍລະປັກ ແລະ ຄວາມກະບົດຕໍ່ພຣະເຈົ້າ. ຄົນເຫຼົ່ານີ້ຄືຜູ້ຄົນປະເພດທີ່ເປັນຜູ້ບໍ່ເຊື່ອ, ຄົນຊົ່ວຮ້າຍ ແລະ ຜູ້ຕໍ່ຕ້ານພຣະຄຣິດ. ທຸກສິ່ງທີ່ພວກເຂົາເຮັດຄືຕົວຢ່າງຂອງສິ່ງທີ່ຈະບໍ່ເຮັດ. ໂປໂລເປັນຕົວຢ່າງ. ຜູ້ຄົນເຫັນຫຍັງເມື່ອພວກເຂົາເບິ່ງໂປໂລ? (ໂປໂລຢູ່ໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ ແລະ ເລື່ອງລາວຂອງເພິ່ນກໍເຮັດໜ້າທີ່ເປັນຄຳເຕືອນສຳລັບພວກເຮົາ.) ໂປໂລບໍ່ໄດ້ສະແຫວງຫາຄວາມຈິງ. ເພິ່ນພຽງແຕ່ເຊື່ອໃນພຣະເຈົ້າ ເພາະເພິ່ນສະແຫວງຫາອະນາຄົດ ແລະ ຈຸດໝາຍປາຍທາງສຳລັບເນື້ອໜັງຂອງເພິ່ນ. ເພິ່ນພຽງແຕ່ສະແຫວງຫາເພື່ອຮັບເອົາລາງວັນ ແລະ ມົງກຸດເທົ່ານັ້ນ. ພຣະເຈົ້າກ່າວຄຳເວົ້າຫຼາຍຢ່າງ, ລົງວິໄນ ແລະ ສ່ອງແສງສະຫວ່າງ ແລະ ສ່ອງແສງເຍືອງທາງໃຫ້ແກ່ເພິ່ນຫຼາຍ ແລະ ເພິ່ນບໍ່ໄດ້ເຊື່ອຟັງພຣະເຈົ້າ ຫຼື ຍອມຮັບຄວາມຈິງ. ເພິ່ນບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າຢູ່ສະເໝີ ແລະ ໃນທີ່ສຸດແລ້ວ ເພິ່ນກໍກາຍມາເປັນຜູ້ຕໍ່ຕ້ານພຣະຄຣິດ ແລະ ຖືກປະນາມ ແລະ ລົງໂທດ. ໂປໂລເຮັດໜ້າທີ່ເປັນຕົວຢ່າງຂອງສິ່ງທີ່ບໍ່ຄວນເຮັດ. ໂດຍການກວດສອບຕົວຢ່າງຂອງໂປໂລວ່າເປັນຕົ້ນແບບຜູ້ຕໍ່ຕ້ານພຣະຄຣິດ, ພວກເຮົາສາມາດເຫັນໄດ້ວ່າໂປໂລຢູ່ໃນເສັ້ນທາງຂອງການຕໍ່ຕ້ານພຣະເຈົ້າ ແລະ ເສັ້ນທາງຂອງການທຳລາຍ. ຫຼາຍຄົນໄດ້ຮຽນຮູ້ຈາກສິ່ງນີ້ ແລະ ໄດ້ຮັບປະໂຫຍດຈາກມັນ. ພວກເຂົາໄດ້ກ້າວເຂົ້າສູ່ເສັ້ນທາງຂອງການສະແຫວງຫາຄວາມຈິງ ແລະ ສູ່ເສັ້ນທາງທີ່ຖືກຕ້ອງຂອງຜູ້ເຊື່ອ. ແມ່ນຫຍັງຄືຄວາມປະສົງຂອງພຣະເຈົ້າສຳລັບຄົນທີ່ສາມາດຍອມຮັບຄວາມຈິງ ແລະ ຄົນທີ່ໄດ້ຮັບປະໂຫຍດຈາກບົດຮຽນຂອງໂປໂລ? (ຄວາມລອດພົ້ນ ແລະ ຄວາມຮັກ.) ແລ້ວຜູ້ຄົນສາມາດເຫັນອຸປະນິໄສດ້ານໃດຂອງພຣະເຈົ້າຈາກການທີ່ພຣະເຈົ້າເປີດໂປງ, ການພິພາກສາ ແລະ ການປະນາມໂປໂລ? (ອຸປະນິໄສທີ່ຊອບທຳຂອງພຣະອົງ.) ແລ້ວໃນສາຍຕາຂອງພຣະເຈົ້າ, ໂປໂລໄດ້ກາຍມາເປັນຫຍັງໃນຖານະສິ່ງຖືກສ້າງ? ເພິ່ນໄດ້ກາຍມາເປັນວັດຖຸຮັບໃຊ້. ຜູ້ຄົນລ້ວນແລ້ວແຕ່ເປັນສິ່ງຖືກສ້າງ, ທັງຄົນທີ່ໄດ້ຮັບປະໂຫຍດ ແລະ ຄົນທີ່ຖືກເປີດໂປງ. ເຖິງຢ່າງໃດກໍຕາມ, ພຣະເຈົ້າປະຕິບັດຕໍ່ຄົນສອງປະເພດເຫຼົ່ານີ້ທີ່ແຕກຕ່າງກັນຢ່າງສິ້ນເຊີງ. ໃນຄວາມເປັນຈິງແລ້ວ, ໃນສາຍຕາຂອງພຣະເຈົ້າ ຄົນທັງສອງປະເພດເຫຼົ່ານີ້ແມ່ນໄຮ້ຄ່າສໍ່າມົດ ແລະ ໜອນ, ແຕ່ພຣະເຈົ້າປະຕິບັດຕໍ່ຄົນໆໜຶ່ງຢ່າງແຕກຕ່າງຈາກຄົນອື່ນ. ນີ້ຄືອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ທ່າທີ່ທີ່ແຕກຕ່າງກັນຂອງພຣະເຈົ້າຕໍ່ຄົນສອງປະເພດເຫຼົ່ານີ້ແມ່ນອີງໃສ່ຫຍັງ? (ມັນແມ່ນອີງໃສ່ເສັ້ນທາງທີ່ພວກເຂົາຕິດຕາມ.) ມັນແມ່ນອີງໃສ່ວ່າບຸກຄົນໜຶ່ງສະແດງຕົນເອງແນວໃດ, ແກ່ນແທ້ຂອງພວກເຂົາ, ທ່າທີ່ຂອງພວກເຂົາຕໍ່ຄວາມຈິງ ແລະ ເສັ້ນທາງທີ່ບຸກຄົນໜຶ່ງກຳລັງຍ່າງ. ໃນພາຍນອກ, ມັນເບິ່ງຄືກັບວ່າພຣະເຈົ້າຂາດຄວາມສົງສານສຳລັບມະນຸດ, ພຣະອົງໄຮ້ຄວາມຮູ້ສຶກ ແລະ ການກະທຳຂອງພຣະອົງໄຮ້ຫົວໃຈ. ອີງຕາມແນວຄິດ ແລະ ຈິນຕະນາການຂອງມະນຸດ, ຜູ້ຄົນຄິດວ່າ “ພຣະເຈົ້າບໍ່ຄວນປະຕິບັດຕໍ່ໂປໂລໃນລັກສະນະນັ້ນ. ໂປໂລໄດ້ເຮັດຫຼາຍຢ່າງ ແລະ ທົນທຸກຢ່າງຫຼວງຫຼາຍ. ອີກຢ່າງ, ເພິ່ນຈົງຮັກພັກດີຕໍ່ພຣະເຈົ້າທີ່ສຸດ. ເປັນຫຍັງພຣະເຈົ້າຈຶ່ງປະຕິບັດຕໍ່ເພິ່ນເຊັ່ນນັ້ນ?” ມັນຖືກຕ້ອງບໍທີ່ຜູ້ຄົນຈະເວົ້າສິ່ງນີ້? ມັນສອດຄ່ອງກັບຄວາມຈິງບໍ? ໂປໂລຈົງຮັກພັກດີ ຫຼື ອຸທິດຕົນຕໍ່ພຣະເຈົ້າໃນລັກສະນະໃດ? ພວກເຂົາບໍ່ໄດ້ບິດເບືອນຄວາມຈິງບໍ? ໂປໂລຈົງຮັກພັກດີ ແລະ ອຸທິດຕົນເພື່ອຮັບເອົາພອນສຳລັບຕົນເອງ. ນັ້ນຄືຄວາມຈົງຮັກພັກດີຕໍ່ພຣະເຈົ້າບໍ? ເມື່ອຜູ້ຄົນບໍ່ເຂົ້າໃຈຄວາມຈິງ, ບໍ່ສາມາດເຫັນແກ່ນແທ້ໃນບັນຫາຢ່າງຊັດເຈນ ແລະ ເວົ້າຢ່າງຫຼັບຫູຫຼັບຕາໂດຍອີງໃສ່ອາລົມຂອງພວກເຂົາ, ພວກເຂົາບໍ່ໄດ້ກະບົດຕໍ່ພຣະເຈົ້າ ແລະ ຕໍ່ຕ້ານພຣະອົງບໍ? ບໍ່ຕ້ອງສົງໄສເລີຍວ່າທຸກຄົນເທີດທູນໂປໂລ! ຄົນທີ່ເປັນຂອງຊາຕານກໍເທີດທູນຊາຕານຢູ່ສະເໝີ ແລະ ເຖິງກັບເວົ້າແທນຊາຕານໂດຍອີງໃສ່ຄວາມຮູ້ສຶກຂອງພວກເຂົາ. ສິ່ງນີ້ໝາຍຄວາມວ່າເຖິງແມ່ນຜູ້ຄົນອາດເບິ່ງຄືກັບແຍກຈາກຊາຕານ, ພວກເຂົາຍັງເຊື່ອມໂຍງກັນ. ໃນຄວາມເປັນຈິງແລ້ວ, ເມື່ອຜູ້ຄົນເວົ້າແທນຊາຕານ, ພວກເຂົາຍັງເວົ້າແທນຕົນເອງ. ຜູ້ຄົນເຫັນອົກເຫັນໃຈໂປໂລ ເພາະພວກເຂົາເປັນຄືກັບເພິ່ນ ແລະ ຢູ່ໃນເສັ້ນທາງດຽວກັນກັບເພິ່ນ. ອີງຕາມສາມັນສຳນຶກຂອງມະນຸດ, ພຣະເຈົ້າບໍ່ຄວນປະຕິບັດຕໍ່ໂປໂລໃນລັກສະນະນັ້ນ, ແຕ່ສິ່ງທີ່ພຣະອົງເຮັດແມ່ນກົງກັນຂ້າມກັບເຫດຜົນຂອງມະນຸດຢ່າງສິ້ນເຊີງ. ນີ້ຄືອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ມັນຄືຄວາມຈິງ. ຖ້າບຸກຄົນໜຶ່ງເວົ້າໂດຍສອດຄ່ອງກັບສາມັນສຳນຶກຂອງມະນຸດ, ພວກເຂົາອາດເວົ້າວ່າ “ເຖິງແມ່ນວ່າໂປໂລບໍ່ບັນລຸຫຼາຍຢ່າງ, ເພິ່ນກໍທຸ່ມເທວຽກງານ ແລະ ຄວາມພະຍາຍາມຢ່າງຫຼວງຫຼາຍ. ເພິ່ນຄວນຖືກລະເວັ້ນໄວ້ ພຽງແຕ່ຍ້ອນຈຳນວນປີທີ່ເພິ່ນໄດ້ທົນທຸກ. ເຖິງແມ່ນວ່າເພິ່ນເປັນພຽງຜູ້ໃຫ້ບໍລິການ, ມັນກໍຈະບໍ່ເປັນຫຍັງ. ເພິ່ນບໍ່ຄວນຖືກລົງໂທດ ຫຼື ສົ່ງໄປນະຮົກ”. ສິ່ງເຫຼົ່ານີ້ຄືເຫດຜົນ ແລະ ຄວາມຮູ້ສຶກຂອງມະນຸດ, ມັນບໍ່ແມ່ນຄວາມຈິງ. ແມ່ນຫຍັງຄືດ້ານທີ່ເປັນຕາຮັກທີ່ສຸດຂອງພຣະເຈົ້າ? ພຣະອົງບໍ່ມີສາມັນສຳນຶກຂອງມະນຸດ. ທຸກສິ່ງທີ່ພຣະອົງເຮັດແມ່ນສອດຄ່ອງກັບຄວາມຈິງ ແລະ ແກ່ນແທ້ຂອງພຣະອົງ. ພຣະອົງເປີດເຜີຍອຸປະນິໄສທີ່ຊອບທຳ. ພຣະອົງບໍ່ໄດ້ຄຳນຶງເຖິງຄວາມປາຖະໜາສ່ວນຕົວຂອງເຈົ້າ ຫຼື ຂໍ້ແທ້ຈິງທີ່ເປັນຈິງກ່ຽວກັບສິ່ງທີ່ເຈົ້າໄດ້ເຮັດ. ພຣະເຈົ້າກຳນົດວ່າເຈົ້າເປັນຄົນປະເພດໃດໂດຍອີງໃສ່ສິ່ງທີ່ເຈົ້າເຮັດ, ສິ່ງທີ່ເຈົ້າເປີດເຜີຍ ແລະ ເສັ້ນທາງທີ່ເຈົ້າຍ່າງ ແລະ ຫຼັງຈາກນັ້ນກໍນໍາໃຊ້ທ່າທີ່ທີ່ເໝາະສົມຕໍ່ເຈົ້າ. ນີ້ກໍຄືຈຸດຈົບຂອງໂປໂລເກີດຂຶ້ນໄດ້ແນວໃດ. ໂດຍຫຼຽວເບິ່ງເລື່ອງຂອງໂປໂລ, ມັນເບິ່ງຄືກັບວ່າພຣະເຈົ້າປາສະຈາກຄວາມຮັກ. ທັງເປໂຕ ແລະ ໂປໂລເປັນສິ່ງຖືກສ້າງ, ແຕ່ໃນຂະນະທີ່ພຣະເຈົ້າຊົມເຊີຍ ແລະ ອວຍພອນເປໂຕ, ພຣະອົງເປີດໂປງ, ໄຈ້ແຍກ, ພິພາກສາ ແລະ ປະນາມໂປໂລ. ເຈົ້າບໍ່ສາມາດເຫັນຄວາມຮັກຂອງພຣະເຈົ້າໃນວິທີການທີ່ພຣະອົງຕັດສິນຈຸດຈົບຂອງໂປໂລ. ສະນັ້ນ ໂດຍອີງໃສ່ສິ່ງທີ່ເກີດຂຶ້ນກັບໂປໂລ, ເຈົ້າສາມາດເວົ້າບໍວ່າພຣະເຈົ້າບໍ່ຮັກ? ບໍ່, ເຈົ້າບໍ່ສາມາດເວົ້າໄດ້ ເພາະພຣະເຈົ້າລົງວິໄນເພິ່ນຫຼາຍຄັ້ງ, ສ່ອງແສງເຍືອງທາງໃຫ້ເພິ່ນ, ມອບໂອກາດຫຼາຍຄັ້ງໃຫ້ແກ່ເພິ່ນເພື່ອກັບໃຈ, ແຕ່ໂປໂລປະຕິເສດຢ່າງດື້ດ້ານ ແລະ ຍ່າງໃນເສັ້ນທາງທີ່ຕໍ່ຕ້ານພຣະເຈົ້າ. ສະນັ້ນໃນທີ່ສຸດ, ພຣະເຈົ້າຈຶ່ງປະນາມ ແລະ ລົງໂທດເພິ່ນ. ໂດຍຫຼຽວເບິ່ງເລື່ອງນີ້ໃນທາງຜິວເຜີນ, ມັນເບິ່ງຄືກັບວ່າຜູ້ຄົນບໍ່ມີຕົວເລືອກໃນພາລະກິດ ແລະ ຄວາມລອດພົ້ນຂອງພຣະເຈົ້າ. ເຖິງແມ່ນວ່າພຣະເຈົ້າບໍ່ແຊກແຊງໃນຕົວເລືອກຂອງຜູ້ຄົນ, ຖ້າບຸກຄົນໜຶ່ງເລືອກເສັ້ນທາງຂອງການສະແຫວງຫາພອນ, ພຣະເຈົ້າຈະປະນາມ ແລະ ລົງໂທດພວກເຂົາ. ມັນເບິ່ງຄືກັບວ່າພຣະເຈົ້າບໍ່ໄດ້ປ່ອຍໃຫ້ຜູ້ຄົນເລືອກເສັ້ນທາງຂອງພວກເຂົາເອງ, ພຣະອົງພຽງແຕ່ປ່ອຍໃຫ້ພວກເຂົາເລືອກເສັ້ນທາງຂອງການສະແຫວງຫາຄວາມຈິງ ແລະ ການທີ່ບຸກຄົນໜຶ່ງຈະຖືກພິພາກສາ, ຊໍາລະລ້າງ ຫຼື ເຮັດໃຫ້ສົມບູນ ຫຼື ບໍ່ ແມ່ນລ້ວນແລ້ວແຕ່ຂຶ້ນກັບພຣະເຈົ້າ. ການເບິ່ງພາລະກິດຂອງພຣະເຈົ້າໃນລັກສະນະນີ້ ແລະ ການຕັດສິນວ່າພຣະເຈົ້າເປັນເຊັ່ນນີ້ບໍ່ແມ່ນຂໍ້ຜິດພາດທີ່ແປກປະຫຼາດ ແລະ ເປັນຕາຫົວຂວັນທີ່ສຸດບໍ? ມະນຸດບໍ່ໄດ້ຮັບຮູ້ເລີຍວ່າອຸປະນິໄສຂອງພຣະເຈົ້າຊອບທຳ ແລະ ບໍລິສຸດ; ເພິ່ນເລືອກທີ່ຈະຕິດຕາມເສັ້ນທາງຂອງເພິ່ນເອງຢູ່ສະເໝີ ນັ້ນກໍຄື ເສັ້ນທາງທີ່ຕໍ່ຕ້ານພຣະເຈົ້າ, ແຕ່ບໍ່ຕ້ອງການຍອມຮັບການພິພາກສາ ຫຼື ການປະນາມຂອງພຣະເຈົ້າ. ນີ້ຄືສິ່ງທີ່ໄຮ້ເຫດຜົນຢ່າງສິ້ນເຊີງ! ມີຫຼາຍຄົນທີ່ຄິດວ່າ “ຜູ້ຄົນບໍ່ສາມາດເລືອກສຳລັບຕົນເອງວ່າຈະໃຫ້ພຣະເຈົ້າປະຕິບັດຕໍ່ພວກເຂົາແນວໃດ, ພຣະເຈົ້າຈະມອບພາລະກິດຫຍັງໃຫ້ພວກເຂົາ, ພຣະອົງຈະໃຫ້ພວກເຂົາເຮັດໜ້າວຽກຫຍັງ ຫຼື ພຣະອົງຈະເຮັດໃຫ້ພວກເຂົາປະຕິບັດໜ້າທີ່ຫຍັງ. ໃນທີ່ສຸດແລ້ວ, ຄົນໃດກໍຕາມທີ່ເລືອກຈະຍ່າງຕາມເສັ້ນທາງຂອງພວກເຂົາເອງກໍຖືກປະນາມ. ພຣະເຈົ້າພຽງແຕ່ອວຍພອນ ແລະ ຊົມເຊີຍເຈົ້າ ຖ້າເຈົ້າເລືອກເສັ້ນທາງທີ່ພຣະອົງນໍາພາເຈົ້າ ແລະ ຖ້າເຈົ້າເລືອກເສັ້ນທາງທີ່ສະແຫວງຫາຄວາມຈິງ”. ບາງຄົນເຫັນສິ່ງນີ້ວ່າເປັນການທີ່ພຣະເຈົ້າບໍ່ເປັນທຳ ແລະ ແຊກແຊງກັບທາງເລືອກທີ່ເປັນອິດສະຫຼະຂອງຜູ້ຄົນ. ແຕ່ນີ້ຄືຂໍ້ແທ້ຈິງໃນເລື່ອງດັ່ງກ່າວບໍ? (ບໍ່.) ພຣະເຈົ້າເຮັດທຸກສິ່ງນີ້ຕາມຫຼັກການ. ເມື່ອເຈົ້າບໍ່ເຂົ້າໃຈຂໍ້ແທ້ຈິງ ແລະ ຄວາມຈິງ, ມັນງ່າຍທີ່ເຈົ້າຈະເຂົ້າໃຈຜິດ ແລະ ຕັດສິນພຣະເຈົ້າ, ແຕ່ເມື່ອເຈົ້າເຂົ້າໃຈຂໍ້ແທ້ຈິງ ແລະ ຄວາມຈິງ, ເຈົ້າຈະຄິດວ່າຄວາມເຂົ້າໃຈຜິດເຫຼົ່ານີ້ໄຮ້ຄ່າຢ່າງສິ້ນເຊີງ ແລະ ເປັນຕາລັງກຽດທີ່ສຸດ ແລະ ພວກເຂົາບໍ່ຄວນເຫັນແສງສະຫວ່າງຂອງມື້ຈັກເທື່ອ. ໃນຈຸດໃດໜຶ່ງ, ເຈົ້າຈະຮູ້ວ່າທຸກສິ່ງທີ່ພຣະເຈົ້າເຮັດແມ່ນຖືກຕ້ອງ. ຜູ້ຄົນບໍ່ສາມາດເຫັນສິ່ງນີ້ໄດ້ ເພາະພວກເຂົາເຫັນແກ່ຕົວ ແລະ ໂງ່ຈ້າເກີນໄປ. ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ສາມາດເຫັນເລື່ອງຕ່າງໆໄດ້ຢ່າງຊັດເຈນ, ສະນັ້ນພວກເຂົາຈຶ່ງຕິດປ້າຍສະຫຼາກພຣະເຈົ້າຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ. ຫຼັງຈາກທີ່ເຈົ້າເຂົ້າໃຈສິ່ງນີ້, ເຈົ້າຈະບໍ່ປົກປ້ອງໂປໂລອີກຕໍ່ໄປ ຫຼື ເຂົ້າໃຈພຣະເຈົ້າຜິດ. ເຈົ້າຈະເວົ້າວ່າ “ສິ່ງທີ່ພຣະເຈົ້າເຮັດແມ່ນຖືກຕ້ອງທີ່ສຸດ. ມະນຸດເປັນຜູ້ທີ່ເສື່ອມຊາມ. ພວກເຂົາມີຄວາມຄິບແຄບ ແລະ ໂງ່ຈ້າ. ພວກເຂົາບໍ່ສາມາດເຫັນສະຖານະການໄດ້ຢ່າງຊັດເຈນ. ບໍ່ວ່າບຸກຄົນໜຶ່ງຈະເຫັນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ຫຼື ບໍ່ ຫຼື ພວກເຂົາສາມາດເຫັນຄວາມຮັກຂອງພຣະອົງຈາກເລື່ອງນີ້ໄດ້ ຫຼື ບໍ່, ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຖືກຕ້ອງ ແລະ ເປັນການສຳແດງອອກເຖິງອຸປະນິໄສ ແລະ ແກ່ນແທ້ທີ່ຊອບທຳຂອງພຣະອົງ. ມັນລ້ວນແລ້ວແຕ່ສອດຄ່ອງກັບຄວາມຈິງ ແລະ ບໍ່ຜິດ!” ມື້ນີ້, ເມື່ອພຣະເຈົ້າເຮັດພາລະກິດໃນຕົວພວກເຈົ້າ ແລະ ຊ່ວຍພວກເຈົ້າໃຫ້ລອດພົ້ນ, ພວກເຈົ້າຄວນເລືອກເສັ້ນທາງໃດ? ພຣະເຈົ້າກຳລັງແຊກແຊງກັບພວກເຈົ້າບໍ? ພວກເຈົ້າຄວນຕັດສິນໃຈຫຍັງ? ພວກເຈົ້າຄວນຮຽນຮູ້ຈາກຂໍ້ຜິດພາດຂອງໂປໂລບໍ? ພວກເຈົ້າຄວນເປັນຄືກັບໂປໂລ ແລະ ຕິດຕາມເສັ້ນທາງຂອງການສະແຫວງຫາຄວາມຈິງບໍ? ພວກເຈົ້າຈະຮັບມືກັບເລື່ອງນີ້ໄດ້ແນວໃດ? ສິ່ງນັ້ນແມ່ນອີງໃສ່ວ່າພວກເຈົ້າເຂົ້າໃຈຄວາມຈິງ ຫຼື ບໍ່. ຄວາມເຂົ້າໃຈຄວາມຈິງຈະແກ້ໄຂບັນຫາຫຍັງ? ຈຸດປະສົງຂອງການເຂົ້າໃຈຄວາມຈິງຄືການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ຄວາມຫຍຸ້ງຍາກທີ່ຫຼາກຫຼາຍຂອງມະນຸດ. ເມື່ອເຈົ້າພົບກັບບັນຫາທີ່ບໍ່ສາມາດແກ້ໄຂໄດ້; ຫຼື ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ຄວາມຈິງຈະເລີ່ມເຮັດໜ້າທີ່ຂອງມັນພາຍໃນເຈົ້າ. ສະນັ້ນກໍລະນີຂອງໂປໂລຈະຊ່ວຍເຫຼືອເຈົ້າໃນການເຂົ້າສູ່ຊີວິດສ່ວນຕົວຂອງເຈົ້າ ແລະ ການເລືອກເສັ້ນທາງຂອງເຈົ້າແນວໃດ? (ມັນສາມາດກະຕຸ້ນໃຫ້ພວກເຮົາມາຢູ່ຕໍ່ໜ້າພຣະເຈົ້າ ແລະ ໄຕ່ຕອງກ່ຽວກັບຕົນເອງ.) (ມັນສາມາດທຸບກຳແພງ ແລະ ກຳຈັດຄວາມເຂົ້າໃຈຜິດລະຫວ່າງພຣະເຈົ້າ ແລະ ມະນຸດ.) ນັ້ນຄືສ່ວນໜຶ່ງຂອງມັນ ແລະ ພວກເຈົ້າໄດ້ຮັບບາງຢ່າງຈາກການສົນທະນານີ້. ສິ່ງສຳຄັນທີ່ສຸດເພື່ອເຂົ້າໃຈກໍຄືຄວາມໝາຍສຳຄັນຂອງການເລືອກເສັ້ນທາງທີ່ສະແຫວງຫາຄວາມຈິງ ແລະ ເປັນຫຍັງພຣະເຈົ້າຈຶ່ງຊົມເຊີຍ ແລະ ອວຍພອນຄົນທີ່ເລືອກ. ການເຂົ້າໃຈຄຳຕອບຕໍ່ຄຳຖາມນີ້ແມ່ນສິ່ງທີ່ຈຳເປັນທີ່ສຸດ.
ໃນຕອນນີ້ເອງ, ເຮົາກ່າວເຖິງວ່າຄົນຢິວຖືກສົ່ງໃຫ້ອົບພະຍົກແນວໃດ ແລະ ລ່ອງລອຍໄປທຸກປະເທດທົ່ວໂລກ. ຜູ້ຄົນເຫັນຫຍັງກ່ຽວກັບຂໍ້ແທ້ຈິງນີ້? ພວກເຂົາເຂົ້າໃຈຄວາມຈິງຫຍັງ? ເຫດການນີ້ຄວນເຮັດໃຫ້ຜູ້ຄົນໄຕ່ຕອງໜ້ອຍໜຶ່ງ. ຢ່າງທຳອິດ, ກ່ຽວກັບວິທີການທີ່ຜູ້ຄົນຄວນປະຕິບັດ ແລະ ຢ່າງທີສອງ, ເພື່ອວ່າພວກເຂົາຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າຜ່ານເຫດການນີ້. ໃຫ້ພວກເຮົາເວົ້າກ່ຽວກັບວິທີການທີ່ຜູ້ຄົນຄວນປະຕິບັດໃນສະຖານະການເຫຼົ່ານີ້ກ່ອນ. ບໍ່ມີຫຍັງທີ່ພຣະເຈົ້າເຮັດຈະຖືກແກວ່ງໄກວໂດຍຄວາມປາຖະໜາຂອງມະນຸດ; ພຣະເຈົ້າມີແຜນການຂອງພຣະອົງເອງ ແລະ ຫຼັກການຂອງພຣະອົງສຳລັບການເຮັດສິ່ງຕ່າງໆ. ແລ້ວຜູ້ຄົນມີທ່າທີ່ຫຍັງ? ບໍ່ວ່າພວກເຂົາຈະພົບພໍ້ກັບສະຖານະການຫຍັງກໍຕາມ ຫຼື ບໍ່ວ່າມັນຈະສອດຄ່ອງກັບແນວຄິດຂອງພວກເຂົາ ຫຼື ບໍ່, ຜູ້ຄົນບໍ່ເຄີຍເຮັດໃຫ້ຕົນເອງຂັດກັບພຣະເຈົ້າຈັກເທື່ອ. ບາງຄົນເວັ້າວ່າ “ເຖິງແມ່ນວ່າຂ້ານ້ອຍບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ, ມັນບໍ່ພຽງພໍບໍທີ່ຂ້ານ້ອຍຈະປະຕິບັດໜ້າທີ່ຂອງຂ້ານ້ອຍ?” ນີ້ແມ່ນທ່າທີ່ປະເພດໃດ? ມັນບໍ່ສາມາດຍອມຮັບໄດ້ຢ່າງຊັດເຈນ. ນັ້ນບໍ່ແມ່ນຄວາມເຊື່ອຟັງທີ່ແທ້ຈິງ. ແລ້ວຜູ້ຄົນຄວນປະຕິບັດ “ການບໍ່ເຮັດໃຫ້ຕົນເອງຂັດກັບພຣະເຈົ້າ” ແລະ ນໍາມັນໄປປະຕິບັດຢ່າງຄັກແນ່ແນວໃດ? ມີສອງຫຼັກການປະຕິບັດ: ຢ່າງທຳອິດແມ່ນເພື່ອສະແຫວງຫາຄວາມປະສົງຂອງພຣະເຈົ້າຢ່າງກະຕືລືລົ້ນ, ຜູ້ຄົນຄວນເຂົ້າໃຈຄວາມຈິງຫຍັງ ແລະ ວິທີການຮ່ວມມື ແລະ ເຮັດການຝາກຝັງຂອງພຣະເຈົ້າໃຫ້ສຳເລັດ, ນີ້ຄືດ້ານທີ່ຫ້າວຫັນຂອງສິ່ງທີ່ຜູ້ຄົນຄວນເຮັດ. ຢ່າງທີສອງແມ່ນເພື່ອກວດສອບ ແລະ ຮັບຮູ້ວ່າເຈົ້າເຂົ້າໃຈຜິດກ່ຽວກັບພຣະເຈົ້າຢູ່ບ່ອນໃດ, ບໍ່ເຊື່ອຟັງພຣະອົງ, ມີແນວຄິດ ແລະ ຈິນຕະນາການ ແລະ ສິ່ງຕ່າງໆທີ່ເຂົ້າກັບພຣະອົງບໍ່ໄດ້. ສິ່ງນີ້ຈະຮັບປະກັນວ່າເຈົ້າສາມາດປະຕິບັດຄວາມຈິງໄດ້ຢ່າງຖືກຕ້ອງໃນລະຫວ່າງຊ່ວງການເຮັດໜ້າທີ່ຂອງເຈົ້າ, ເຮັດສິ່ງຕ່າງໆຕາມຫຼັກການ, ສຳເລັດການຝາກຝັງຂອງພຣະເຈົ້າ ແລະ ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ. ຫຼັກການປະຕິບັດເຫຼົ່ານີ້ງ່າຍໆບໍ? (ແມ່ນແລ້ວ, ພວກມັນງ່າຍ.) ເຮົາໝາຍຄວາມວ່າແນວໃດໂດຍຄຳວ່າ “ງ່າຍ”? ເຫດຜົນ ແລະ ຄຳເວົ້າຂ້ອນຂ້າງຊັດເຈນ; “ໜຶ່ງ” ໝາຍເຖິງໜຶ່ງ ແລະ “ສອງ” ໝາຍເຖິງສອງ; ທັນທີທີ່ເຈົ້າໄດ້ຍິນມັນ, ເຈົ້າກໍຮູ້ວ່າຈະປະຕິບັດແນວໃດ. ເຖິງຢ່າງໃດກໍຕາມ, ການນໍາມັນໄປປະຕິບັດຢ່າງແທ້ຈິງບໍ່ໄດ້ງ່າຍ ເພາະຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ. ພວກເຂົາໂຕ້ແຍ່ງສິ່ງຕ່າງໆຢູ່ສະເໝີ ແລະ ມີຈິນຕະນາການ ແລະ ແນວຄິດຫຼາຍຢ່າງ, ພ້ອມທັງຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ. ຜູ້ຄົນຕ້ອງໄຈ້ແຍກສິ່ງເຫຼົ່ານີ້ ແລະ ຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ແຕ່ສິ່ງນີ້ເຮັດໃຫ້ຜູ້ຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານເລີ່ມມີແນວຄິດໃໝ່: “ທຸກຄົນເວົ້າວ່າພຣະເຈົ້າເປັນຄວາມຮັກ, ສະນັ້ນເປັນຫຍັງພຣະເຈົ້າຈຶ່ງເປີດໂປງ ແລະ ພິພາກສາຄວາມຄິດ ແລະ ແນວຄິດຂອງຜູ້ຄົນຢູ່ສະເໝີ? ຂ້ານ້ອຍບໍ່ສາມາດເຫັນຄວາມຮັກໃນພຣະເຈົ້າ; ຂ້ານ້ອຍພຽງແຕ່ເຫັນວ່າອຸປະນິໄສຂອງພຣະເຈົ້າບໍ່ອົດກັ້ນຕໍ່ການເຮັດຜິດ”. ນີ້ບໍ່ແມ່ນໜຶ່ງໃນແນວຄິດຂອງມະນຸດບໍ? ໃນແນວຄິດ ແລະ ຈິນຕະນາການຂອງມະນຸດທີ່ເສື່ອມຊາມ, ຖ້າພຣະເຈົ້າພຽງແຕ່ສະແດງຄວາມກະລຸນາ ແລະ ຄວາມຮັກ-ຄວາມເມດຕາໃນລະຫວ່າງການພັດທະນາຂອງມະນຸດຊາດທັງປວງ ແລະ ບໍ່ເຄີຍສະແດງຄວາມຊອບທຳ ຫຼື ຄວາມໂກດຮ້າຍ, ມະນຸດສາມາດຢູ່ລອດຈົນເຖິງປັດຈຸບັນນີ້ບໍ? (ບໍ່, ເຂົາບໍ່ສາມາດຢູ່ລອດໄດ້.) ມະນຸດຈະສາມາດຖືກກືນກິນໂດຍຊາຕານຕັ້ງແຕ່ດົນມາແລ້ວ. ເມື່ອຈັດການກັບບັນຫາຂອງມານຮ້າຍ ແລະ ຊາຕານ ແລະ ມະນຸດທີ່ເສື່ອມຊາມທີ່ຕໍ່ຕ້ານພຣະເຈົ້າ, ສິ່ງທີ່ພຣະເຈົ້າສະແດງອອກ ແລະ ວິທີການທີ່ພຣະອົງສຳແດງຕົນເອງບໍ່ແມ່ນຄວາມຮັກທີ່ຜູ້ຄົນເວົ້າເຖິງ, ແຕ່ແທນທີ່ຈະເປັນອຸປະນິໄສທີ່ຊອບທຳ; ມັນຄືຄວາມກຽດຊັງ, ຄວາມລັງກຽດ, ການພິພາກສາ, ການຂ້ຽນຕີ, ການລົງໂທດ ແລະ ການທຳລາຍ. ໂດຍການເຮັດສິ່ງນີ້ເທົ່ານັ້ນ, ພຣະເຈົ້າຈຶ່ງສາມາດເປີດເຜີຍວ່າອຸປະນິໄສຂອງພຣະອົງຊອບທຳ, ບໍລິສຸດ ແລະ ບໍ່ອົດກັ້ນຕໍ່ການເຮັດຜິດ; ເຮັດໃຫ້ຊາຕານອັບອາຍທີ່ສຸດ ແລະ ປົກປ້ອງຄວາມເປັນມະນຸດທີ່ແທ້ຈິງຢ່າງມີປະສິດທິພາບ. ນ້ີຄືວິທີການທີ່ພຣະເຈົ້າໄດ້ນໍາພາຄວາມເປັນມະນຸດຢູ່ສະເໝີ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນໃນເວລາດຽວກັນ.
ຜູ້ຄົນຕ້ອງກວດສອບສິ່ງໃດກໍຕາມທີ່ຢູ່ໃນຫົວໃຈຂອງພວກເຂົາທີ່ບໍ່ສາມາດເຂົ້າກັບພຣະເຈົ້າໄດ້ ຫຼື ເປັນການເຂົ້າໃຈພຣະອົງຜິດຢູ່ເລື້ອຍໆ. ຄວາມເຂົ້າໃຈຜິດຈະເກີດຂຶ້ນໄດ້ແນວໃດ? ເປັນຫຍັງຜູ້ຄົນຈຶ່ງເຂົ້າໃຈພຣະເຈົ້າຜິດ? (ເພາະຜົນປະໂຫຍດສ່ວນຕົວຂອງພວກເຂົາໄດ້ຮັບຜົນກະທົບ.) ຫຼັງຈາກທີ່ຜູ້ຄົນເຫັນຂໍ້ແທ້ຈິງກ່ຽວກັບການອົບພະຍົກຂອງຄົນຢິວຈາກດິນແດນຢູດາຍ, ພວກເຂົາກໍຮູ້ສຶກເຈັບປວດ ແລະ ເວົ້າວ່າ “ໃນຕອນທຳອິດ, ພຣະເຈົ້າຮັກຄົນອິດສະຣາເອນຫຼາຍ. ພຣະອົງນໍາພາພວກເຂົາອອກຈາກອີຢິບ ແລະ ຜ່ານທະເລແດງ, ມອບມານາຈາກສະຫວັນໃຫ້ພວກເຂົາ ແລະ ໃຫ້ນໍ້າພຸເພື່ອດື່ມ, ແລ້ວມອບກົດໝາຍໃຫ້ພວກເຂົາເປັນການສ່ວນຕົວເພື່ອນໍາພາພວກເຂົາ ແລະ ສັ່ງສອນພວກເຂົາກ່ຽວກັບວິທີການໃຊ້ຊີວິດ. ຄວາມຮັກຂອງພຣະເຈົ້າສຳລັບມະນຸດເຕັມລົ້ນ, ຜູ້ຄົນທີ່ມີຊີວິດຍ້ອນກັບໄປໃນຕອນນັ້ນໄດ້ຮັບພອນຫຼາຍ!ທ່າທີ່ຂອງພຣະເຈົ້າລ້ຽວກັບໜຶ່ງຮ້ອຍແປດສິບອົງສາພາຍໃນພິບຕາດຽວບໍ? ຄວາມຮັກທັງໝົດຂອງພຣະອົງໄປໃສ?” ຄວາມຮູ້ສຶກຂອງຜູ້ຄົນບໍ່ສາມາດຜ່ານສິ່ງນີ້ໄດ້ ແລະ ພວກເຂົາເລີ່ມສົງໄສ ແລ້ວເວົ້າວ່າ “ພຣະເຈົ້າເປັນຄວາມຮັກ ຫຼື ພຣະອົງບໍ່ແມ່ນ? ເປັນຫຍັງຈຶ່ງບໍ່ເຫັນທ່າທີ່ຕົ້ນເດີມຂອງພຣະອົງຕໍ່ຄົນອິດສະຣາເອນອີກຕໍ່ໄປ? ຄວາມຮັກຂອງພຣະອົງໄດ້ຫາຍໄປໂດຍບໍ່ມີຮ່ອງຮອຍ. ພຣະອົງບໍ່ມີຄວາມຮັກຫຍັງເລີຍບໍ?” ນີ້ຄືບ່ອນທີ່ຄວາມເຂົ້າໃຈຜິດຂອງຜູ້ຄົນເລີ່ມຕົ້ນ. ແມ່ນຫຍັງຄືບໍລິບົດທີ່ຜູ້ຄົນກໍ່ໃຫ້ເກີດຄວາມເຂົ້າໃຈຜິດ? ມັນສາມາດເປັນໄປໄດ້ບໍວ່າການກະທຳຂອງພຣະເຈົ້າບໍ່ສາມາດເຂົ້າກັບແນວຄິດ ແລະ ຈິນຕະນາການຂອງຜູ້ຄົນໄດ້? ຂໍ້ແທ້ຈິງນີ້ແມ່ນສິ່ງທີ່ເຮັດໃຫ້ຜູ້ຄົນເຂົ້າໃຈພຣະເຈົ້າຜິດ? ເຫດຜົນທີ່ຜູ້ຄົນເຂົ້າໃຈພຣະເຈົ້າຜິດບໍ່ແມ່ນເພາະພວກເຂົາຈຳກັດນິຍາມຂອງພວກເຂົາກ່ຽວກັບຄວາມຮັກຂອງພຣະອົງບໍ? ພວກເຂົາຄິດວ່າ “ພຣະເຈົ້າຄືຄວາມຮັກ. ສະນັ້ນ, ພຣະອົງຄວນເຝົ້າເບິ່ງ ແລະ ປົກປ້ອງຜູ້ຄົນ ແລະ ປະທານຄວາມກະລຸນາ ແລະ ພອນໃຫ້ແກ່ພວກເຂົາ. ນີ້ຄືສິ່ງທີ່ເປັນຄວາມຮັກຂອງພຣະເຈົ້າ! ຂ້ານ້ອຍມັກເມື່ອພຣະເຈົ້າຮັກຜູ້ຄົນໃນລັກສະນະນີ້. ຂ້ານ້ອຍສາມາດເຫັນໄດ້ເປັນພິເສດວ່າພຣະເຈົ້າຮັກຜູ້ຄົນຫຼາຍສໍ່າໃດເມື່ອພຣະອົງນຳພາພວກເຂົາຜ່ານທະເລແດງ. ຜູ້ຄົນທີ່ຍ້ອນກັບໄປໃນຕອນນັ້ນໄດ້ຮັບພອນຫຼາຍ! ຂ້ານ້ອຍປາຖະໜາວ່າຂ້ານ້ອຍຈະສາມາດເປັນໜຶ່ງໃນພວກເຂົາ”. ເມື່ອເຈົ້າຫຼົງຮັກເລື່ອງລາວນີ້, ເຈົ້າກໍປະຕິບັດຕໍ່ຄວາມຮັກທີ່ພຣະເຈົ້າສະແດງໃນກໍລະນີນັ້ນວ່າເປັນຄວາມຈິງສູງສຸດ ແລະ ເຄື່ອງໝາຍໜຶ່ງດຽວໃນແກ່ນແທ້ຂອງພຣະອົງ. ເຈົ້າຈຳກັດນິຍາມຂອງເຈົ້າກ່ຽວກັບພຣະອົງໃນຫົວໃຈຂອງເຈົ້າ ແລະ ປະຕິບັດຕໍ່ທຸກສິ່ງທີ່ພຣະເຈົ້າເຮັດໃນຊ່ວງເວລານັ້ນເປັນຄວາມຈິງສູງສຸດ. ເຈົ້າຄິດວ່ານີ້ຄືດ້ານທີ່ເປັນຕາຮັກທີ່ສຸດຂອງພຣະເຈົ້າ ແລະ ຜູ້ທີ່ບັງຄັບໃຫ້ຜູ້ຄົນເຄົາລົບ ແລະ ຢຳເກງພຣະອົງທີ່ສຸດ ແລະ ນີ້ຄືຄວາມຮັກຂອງພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ການກະທຳຂອງພຣະເຈົ້າເອງກໍເປັນບວກ ແຕ່ຍ້ອນນິຍາມທີ່ຈຳກັດຂອງເຈົ້າ, ພວກມັນກາຍມາເປັນແນວຄິດໃນຄວາມຄິດຂອງເຈົ້າ ແລະ ພື້ນຖານຳທີ່ເຈົ້າໃຫ້ນິຍາມພຣະເຈົ້າ. ພວກເຂົາເຮັດໃຫ້ເຈົ້າເຂົ້າໃຈຄວາມຮັກຂອງພຣະເຈົ້າຜິດ, ຄືກັບວ່າບໍ່ມີຫຍັງໃນສິ່ງນັ້ນທີ່ຫຼາຍກວ່າຄວາມເມດຕາ, ການດູແລ, ການປົກປ້ອງ, ການຊີ້ນໍາ, ຄວາມກະລຸນາ ແລະ ພອນ, ນັ້ນຄືທັງໝົດທີ່ຄວາມຮັກຂອງພຣະເຈົ້າເປັນ. ເປັນຫຍັງເຈົ້າຈຶ່ງຊື່ນຊົມຄວາມຮັກດ້ານເຫຼົ່ານີ້ຫຼາຍ? ມັນເປັນເພາະມັນຜູກມັດກັບຜົນປະໂຫຍດຂອງເຈົ້າເອງບໍ? (ແມ່ນແລ້ວ.) ມັນຜູກມັດກັບຜົນປະໂຫຍດໃດ? (ຄວາມສຸກຂອງເນື້ອໜັງ ແລະ ຊີວິດທີ່ສະບາຍໃຈ.) ເມື່ອຜູ້ຄົນເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງການຮັບເອົາສິ່ງເຫຼົ່ານີ້ຈາກພຣະອົງ ແຕ່ບໍ່ແມ່ນສິ່ງອື່ນ. ຜູ້ຄົນບໍ່ຕ້ອງການຄິດກ່ຽວກັບການພິພາກສາ, ການຂ້ຽນຕີ, ການທົດລອງ, ການຫຼໍ່ຫຼອມ, ການທົນທຸກສຳລັບພຣະເຈົ້າ, ການປະຖິ້ມສິ່ງຕ່າງໆ ແລະ ການເສຍສະຫຼະຕົນເອງ ຫຼື ແມ່ນແຕ່ການຖວາຍຊີວິດຂອງພວກເຂົາເອງ. ຜູ້ຄົນພຽງແຕ່ຕ້ອງການຮັບເອົາຄວາມຮັກຂອງພຣະເຈົ້າ, ການດູແລ, ການປົກປ້ອງ ແລະ ການຊີ້ນໍາ, ສະນັ້ນພວກເຂົາຈຶ່ງໃຫ້ນິຍາມຄວາມຮັກຂອງພຣະເຈົ້າວ່າເປັນຄຸນລັກສະນະດຽວໃນແກ່ນແທ້ຂອງພຣະອົງ ແລະ ແກ່ນແທ້ດຽວຂອງພຣະອົງ. ສິ່ງຕ່າງໆທີ່ພຣະເຈົ້າເຮັດເມື່ອນໍາພາຄົນອິດສະຣາເອນຜ່ານທະເລແດງບໍ່ໄດ້ກາຍມາເປັນແຫຼ່ງທີ່ມາແນວຄິດຂອງຜູ້ຄົນບໍ? (ແມ່ນແລ້ວ.) ສິ່ງນີ້ກໍ່ຕົວເປັນບໍລິບົດທີ່ຜູ້ຄົນສ້າງແນວຄິດກ່ຽວກັບພຣະເຈົ້າ. ຖ້າພວກເຂົາສ້າງແນວຄິດກ່ຽວກັບພຣະເຈົ້າ, ແລ້ວພວກເຂົາຈະສາມາດບັນລຸຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພາລະກິດ ແລະ ອຸປະນິໄສຂອງພຣະເຈົ້າບໍ? ມັນຊັດເຈນວ່າພວກເຂົາຈະບໍ່ພຽງແຕ່ເຂົ້າໃຈ, ແຕ່ພວກເຂົາຈະຕີຄວາມໝາຍມັນຢ່າງຜິດໆ ແລະ ສ້າງແນວຄິດກ່ຽວກັບມັນ. ສິ່ງນີ້ພິສູດວ່າຄວາມເຂົ້າໃຈຂອງມະນຸດແຄບເກີນໄປ ແລະ ບໍ່ເປັນຄວາມເຂົ້າໃຈທີ່ແທ້ຈິງ.ຍ້ອນມັນບໍ່ແມ່ນຄວາມຈິງ, ແຕ່ເປັນປະເພດຄວາມຮັກ ແລະ ຄວາມເຂົ້າໃຈທີ່ຜູ້ຄົນຕີຄວາມພຣະເຈົ້າໂດຍອີງໃສ່ແນວຄິດ, ຈິນຕະນາການ, ຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ການວິເຄາະຂອງພວກເຂົາເອງ; ມັນບໍ່ສາມາດເຂົ້າກັບແກ່ນແທ້ທີ່ແທ້ຈິງຂອງພຣະເຈົ້າໄດ້. ມີວິທີຫຍັງອີກແນ່ທີ່ພຣະເຈົ້າຮັກຜູ້ຄົນນອກຈາກຜ່ານຄວາມເມດຕາ, ຄວາມລອດພົ້ນ, ການດູແລ, ການປົກປ້ອງ ແລະ ໂດຍການຮັບຟັງຄຳອະທິຖານຂອງພວກເຂົາ? (ດ້ວຍການຕຳນິ, ການລົງວິໄນ, ການລິຮານ, ການຈັດການ, ການພິພາກສາ, ການຂ້ຽນຕີ, ການທົດລອງ ແລະ ການຫຼໍ່ຫຼອມ.) ນັ້ນຄືສິ່ງທີ່ຖືກຕ້ອງ. ພຣະເຈົ້າສະແດງຄວາມຮັກຂອງພຣະອົງດ້ວຍວິທີການທີ່ຫຼາກຫຼາຍ: ໂດຍການໂຈມຕີ, ການລົງວິໄນ, ການຕຳນິ ແລະ ດ້ວຍການພິພາກສາ, ການຂ້ຽນຕີ, ການທົດລອງ, ການຫຼໍ່ຫຼອມ ແລະ ອື່ນໆອີກ. ສິ່ງເຫຼົ່ານີ້ຄືທຸກດ້ານໃນຄວາມຮັກຂອງພຣະເຈົ້າ. ທັດສະນະຄະຕິນີ້ເທົ່ານັ້ນຈຶ່ງຄອບຄຸມ ແລະ ສອດຄ່ອງກັບຄວາມຈິງ. ຖ້າເຈົ້າເຂົ້າໃຈສິ່ງນີ້, ເມື່ອເຈົ້າກວດສອບຕົນເອງ ແລະ ຮັບຮູ້ວ່າເຈົ້າມີຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ, ແລ້ວເຈົ້າຈະບໍ່ສາມາດຮັບຮູ້ຂໍ້ຜິດພາດຂອງເຈົ້າ ແລະ ເຮັດໄດ້ດີໃນການໄຕ່ຕອງວ່າເຈົ້າເຮັດຜິດຢູ່ບ່ອນໃດ? ສິ່ງນີ້ຈະບໍ່ສາມາດຊ່ວຍໃຫ້ເຈົ້າແກ້ໄຂຄວາມເຂົ້າໃຈຜິດຂອງເຈົ້າກ່ຽວກັບພຣະເຈົ້າບໍ? (ແມ່ນແລ້ວ, ມັນສາມາດເຮັດໄດ້.) ເພື່ອທີ່ຈະສຳເລັດສິ່ງນີ້, ເຈົ້າຕ້ອງສະແຫວງຫາຄວາມຈິງ. ຕາບໃດທີ່ຜູ້ຄົນສະແຫວງຫາຄວາມຈິງ, ພວກເຂົາສາມາດກຳຈັດຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ຫຼັງຈາກທີ່ພວກເຂົາໄດ້ກຳຈັດຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າ, ພວກເຂົາສາມາດຍອມຕໍ່ການຈັດແຈງທັງໝົດຂອງພຣະເຈົ້າ. ຖ້າເຈົ້າສາມາດກຳຈັດຄວາມເຂົ້າໃຈຜິດຂອງເຈົ້າກ່ຽວກັບພຣະເຈົ້າ, ແລ້ວເມື່ອເຈົ້າຫຼຽວເບິ່ງການອົບພະຍົກຂອງຄົນຢິວຈາກດິນແດນຢູດາຍ, ເຈົ້າຈະເວົ້າວ່າ “ທ່າທີ່ຂອງພຣະເຈົ້າຕໍ່ມະນຸດ, ສິ່ງຖືກສ້າງຂອງພຣະອົງ, ບໍ່ແມ່ນພຽງທ່າທີ່ຂອງຄວາມຮັກ, ພຣະອົງຍັງນໍາພາໂດຍການໂຈມຕີ ແລະ ການອົບພະຍົກ. ຜູ້ຄົນບໍ່ຄວນເຮັດໃຫ້ຕົນເອງມີຕົວເລືອກໃນທ່າທີ່ຂອງພວກເຂົາຕໍ່ພຣະເຈົ້າ; ມັນຄວນເປັນທ່າທີ່ທີ່ຍອມອ່ອນນ້ອມ, ບໍ່ແມ່ນການຕໍ່ຕ້ານ”. ຈາກທັດສະນະແນວຄິດ ແລະ ຈິນຕະນາການຂອງມະນຸດ, ທ່າທີ່ຂອງພຣະເຈົ້າຕໍ່ຄົນຢິວເບິ່ງຄືບໍ່ສົນໃຈ, ແຕ່ຫຼຽວເບິ່ງມັນໃນຕອນນີ້ແມະ ພຣະເຈົ້າເຮັດວຽກທີ່ເຫຼືອເຊື່ອຫຼາຍ; ທຸກສິ່ງທີ່ພຣະອົງສະແດງອອກເປັນອຸປະນິໄສທີ່ຊອບທຳ. ພຣະເຈົ້າສາມາດປະທານຄວາມກະລຸນາ ແລະ ພອນໃຫ້ຜູ້ຄົນ ແລະ ມອບເຂົ້າຈີ່ປະຈຳວັນຂອງພວກເຂົາໃຫ້ແກ່ພວກເຂົາ, ແຕ່ພຣະອົງຍັງສາມາດເອົາທຸກສິ່ງນັ້ນໄປ. ນີ້ຄືສິດອຳນາດ, ແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າ.
ຫຼາຍຄົນມີແນວຄິດກ່ຽວກັບການອົບພະຍົກຂອງຄົນຢິວຈາກດິນແດນຢູດາຍ, ແຕ່ຜູ້ຄົນທີ່ສະແຫວງຫາຄວາມຈິງສາມາດຮັບເອົາແສງສະຫວ່າງຈາກເຫດການນີ້. ຖ້າບຸກຄົນໜຶ່ງມີຄວາມສາມາດທີ່ຈະເຂົ້າໃຈ, ແລ້ວເຫດການນີ້ກໍຈະເຮັດໃຫ້ພວກເຂົາເຫັນວ່າອຸປະນິໄສທີ່ຊອບທຳຂອງພຣະເຈົ້າບໍ່ອົດກັ້ນຕໍ່ການເຮັດຜິດ. ແຕ່ບາງຄົນບໍ່ມີຄວາມສາມາດທີ່ຈະເຂົ້າໃຈ. ຖ້າພວກເຂົາຮູ້ສຶກວ່າສິ່ງທີ່ພຣະເຈົ້າເຮັດບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ, ພວກເຂົາຄວນເຫັນດ້ວຍກ່ອນວ່າພຣະເຈົ້າຊອບທຳ ແລະ ອຸປະນິໄສຂອງພຣະອົງບໍ່ອົດກັ້ນຕໍ່ການເຮັດຜິດ; ນີ້ຄືສິ່ງທີ່ແນ່ນອນ. ຫຼັງຈາກນັ້ນ, ພວກເຂົາຈະອະທິຖານ ແລະ ສະແຫວງຫາຄວາມຈິງ ແລະ ຫຼຽວເບິ່ງສິ່ງທີ່ຄົນຢິວເຮັດເພື່ອເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ ແລະ ກະຕຸ້ນຄວາມໂກດຮ້າຍຂອງພຣະອົງ. ໃນສິ່ງນີ້ເທົ່ານັ້ນ, ຜູ້ຄົນຈຶ່ງສາມາດແກ້ໄຂແນວຄິດຂອງພວກເຂົາຢ່າງຖີ່ຖ້ວນ, ມາເຂົ້າໃຈອຸປະນິໄສຂອງພຣະເຈົ້າຜ່ານເຫດການນີ້ ແລະ ຍອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ມັນບໍ່ແມ່ນໜ້າວຽກງ່າຍໆທີ່ຜູ້ຄົນຈະເຂົ້າໃຈຄວາມຈິງ. ບໍ່ວ່າເຈົ້າຈະໄດ້ຮັບຄວາມກະລຸນາ ແລະ ພອນຂອງພຣະເຈົ້າກ່ອນໜ້ານີ້ ຫຼື ຫຼື ໄດ້ເຮັດວຽກຜ່ານການຍອມຮັບການຊີ້ນໍາ ແລະ ການຝາກຝັງຂອງພຣະອົງ ຫຼື ບໍ່ວ່າເຈົ້າຈະໄດ້ປະຖິ້ມສິ່ງຕ່າງໆ ຫຼື ຍອມປະບາງສິ່ງ, ເຖິງແມ່ນວ່າຜູ້ຄົນເບິ່ງເຈົ້າວ່າໄດ້ດຳເນີນການປະກອບສ່ວນບາງປະເພດ, ເຈົ້າບໍ່ຄວນເບິ່ງສິ່ງເຫຼົ່ານີ້ວ່າເປັນທຶນ ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມ. ນັ້ນຄືສິ່ງທຳອິດ. ສິ່ງທີສອງກໍຄືເຈົ້າບໍ່ຄວນເບິ່ງສິ່ງເຫຼົ່ານ້ີວ່າເປັນຊິບທີ່ເຈົ້າສາມາດມີຫຼາຍກວ່າພຣະເຈົ້າ ແລະ ໃຊ້ເພື່ອຄວບຄຸມວິທີການທີ່ພຣະອົງປະຕິບັດຕໍ່ເຈົ້າ. ສິ່ງສຳຄັນທີ່ສຸດກໍຄືເມື່ອພຣະທຳ ແລະ ທ່າທີ່ຂອງພຣະເຈົ້າຕໍ່ເຈົ້າບໍ່ສອດຄ່ອງກັບແນວຄິດຂອງເຈົ້າ ຫຼື ຂັດກັບມາລະຍາດໂດຍປົກກະຕິ, ເຈົ້າຕ້ອງບໍ່ຕໍ່ຕ້ານ ຫຼື ຄັດຄ້ານພຣະອົງ. ນີ້ຄືສິ່ງທີສາມ. ພວກເຈົ້າສາມາດສຳເລັດທັງສາມສິ່ງເຫຼົ່ານີ້ບໍ? ສາມສິ່ງເຫຼົ່ານີ້ກ່ຽວຂ້ອງກັບຄວາມເປັນຈິງ. ມັນເປັນເລື່ອງງ່າຍບໍທີ່ສະພາວະເຫຼົ່ານີ້ຈະເກີດຂຶ້ນໃນຜູ້ຄົນ? (ແມ່ນແລ້ວ.) ເປັນຫຍັງສະພາວະເຫຼົ່ານີ້ຈຶ່ງເກີດຂຶ້ນໃນຜູ້ຄົນ? ເປັນຫຍັງພວກເຂົາຈະສຳແດງຕົນເອງໃນລັກສະນະນີ້? ພຣະເຈົ້າຈັດການເຜົ່າມະນຸດທັງປວງ ແລະ ປົກຄອງສູງສຸດເໜືອສິ່ງທັງປວງ, ແຕ່ພຣະເຈົ້າເບິ່ງສິ່ງເຫຼົ່ານີ້ວ່າເປັນທຶນບໍ? ພຣະເຈົ້າສາມາດໄດ້ຮັບຄວາມໄວ້ວາງໃຈສຳລັບສິ່ງນັ້ນບໍ? ພຣະເຈົ້າສຳແດງພຣະອົງເອງໂດຍເວົ້າວຳ່າ “ເຮົາໄດ້ເຮັດທຸກສິ່ງເຫຼົ່ານີ້ທີ່ຍິ່ງໃຫຍ່ສຳລັບເຈົ້າ. ເປັນຫຍັງພວກເຈົ້າຈຶ່ງບໍ່ຂອບໃຈເຮົາ?” (ບໍ່, ພຣະອົງບໍ່ໄດ້ເຮັດເຊັ່ນນັ້ນ.) ພຣະເຈົ້າບໍ່ມີສິ່ງເຫຼົ່ານີ້ໃນຄວາມຄິດຂອງພຣະອົງ. ສະນັ້ນເປັນຫຍັງມະນຸດຈຶ່ງຄາດຫວັງຄວາມໄວ້ວາງໃຈຈາກພຣະເຈົ້າສຳລັບສິ່ງເລັກໆນ້ອຍໆທຸກຢ່າງທີ່ເຂົາປະຖິ້ມ ຫຼື ເສຍສະຫຼະ ຫຼື ທຸກການປະກອບສ່ວນເລັກໆນ້ອຍທີ່ເຂົາເຮັດ? ເປັນຫຍັງມະນຸດຈຶ່ງສຳແດງອອກ ແລະ ສະແດງຕົນເອງໃນລັກສະນະນີ້? ຄຳຕອບແມ່ນງ່າຍໆ. ມັນເປັນເພາະອຸປະນິໄສຂອງມະນຸດເສື່ອມຊາມ. ເປັນຫຍັງພຣະເຈົ້າຈຶ່ງບໍ່ສຳແດງ ຫຼື ສະແດງຕົນເອງໃນລັກສະນະນີ້? ມັນເປັນເພາະແກ່ນແທ້ຂອງພຣະເຈົ້າຄືຄວາມຈິງ ແລະ ຄວາມຈິງບໍລິສຸດ. ນີ້ຄືຄຳຕອບ. ຜູ້ຄົນສຳແດງ ແລະ ສະແດງຕົນເອງໃນລັກສະນະນີ້ ເພາະພວກເຂົາມີອຸປະນິໄສທີ່ເສື່ອມຊາມ. ສາມາດແກ້ໄຂບັນຫານີ້ບໍ? ສາມຢ່າງທີ່ເຮົາຫາກໍກ່າວເຖິງສາມາດແກ້ໄຂບັນຫານີ້ບໍ? (ແມ່ນແລ້ວ, ພວກມັນສາມາດແກ້ໄຂໄດ້.) ບໍ່ມີສິ່ງໃດໃນບັນດາສາມສິ່ງນີ້ທີ່ເຮົາກ່າວເຖິງຈະສາມາດນໍາປະຕິບັດໄດ້ງ່າຍໆ, ແຕ່ມີວິທີແກ້ບັນຫາ. ຫຼັງຈາກທີ່ໄດ້ຍິນທັງສາມສິ່ງເຫຼົ່ານີ້, ຜູ້ຄົນອາດຄິດວ່າ “ພວກເຮົາບໍ່ໄດ້ຮັບອະນຸຍາດໃຫ້ເຮັດເຊັ່ນນີ້ ແລະ ພວກເຮົາບໍ່ອະນຸຍາດໃຫ້ເຮັດເຊັ່ນນັ້ນ. ພວກເຮົາຄວນພຽງແຕ່ເປັນຫຸ່ນເຊີດທີ່ບໍ່ມີຫົວ”. ນີ້ຄືລັກສະນະທີ່ມັນເປັນບໍ? (ບໍ່ແມ່ນ, ມັນບໍ່ແມ່ນ.) ແລ້ວມັນແມ່ນຫຍັງ? ເຮົາຈະບອກພວກເຈົ້າວ່າ ພຣະເຈົ້າບໍ່ປ່ອຍໃຫ້ເຈົ້າເຮັດສິ່ງເຫຼົ່ານີ້ ເພາະມັນແມ່ນເພື່ອການປົກປ້ອງຂອງເຈົ້າເອງ. ນີ້ຄືສິ່ງທຳອິດ. ວິທີການສະແຫວງຫາຂອງເຈົ້າບໍ່ສອດຄ່ອງກັບຄວາມຈິງ ແລະ ບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ. ຢ່າເຮັດຊໍ້າຄວາມຜິດຂອງຜູ້ຄົນທີ່ມາກ່ອນໜ້າເຈົ້າ. ຖ້າເຈົ້າປະຕິບັດຕໍ່ສິ່ງຕ່າງໆທີ່ເຈົ້າປະຖິ້ມ ແລະ ເສຍສະຫຼະວ່າເປັນທຶນ ແລະ ຊິບທີ່ເຈົ້າສາມາດແລກເປັນເງິນໄດ້ ແລະ ຫຼັງຈາກນັ້ນເມື່ອທ່າທີ່ຂອງພຣະເຈົ້າຕໍ່ເຈົ້າຂັດກັບຄວາມປາຖະໜາຂອງເຈົ້າ ເຈົ້າກໍຕໍ່ຕ້ານພຣະອົງ, ແລ້ວທ່າທີ່ຂອງເຈົ້າກໍບໍ່ສອດຄ່ອງກັບຄວາມຈິງ, ບໍ່ມີຄວາມເປັນມະນຸດ ແລະ ບໍ່ຖືກຕ້ອງ. ເຖິງແມ່ນວ່າເຈົ້າມີພັນເຫດຜົນ, ທ່າທີ່ຂອງເຈົ້າກໍຍັງຜິດ; ມັນບໍ່ສາມາດເຂົ້າກັບຄວາມຈິງໃນລັກສະນະໃດໜຶ່ງ ແລະ ເທົ່າກັບການຕໍ່ຕ້ານພຣະເຈົ້າ. ມັນບໍ່ແມ່ນທ່າທີ່ທີ່ບຸກຄົນໜຶ່ງຄວນມີ. ນີ້ຄືສິ່ງທີສອງ. ສິ່ງທີສາມກໍຄືຖ້າເຈົ້າຍຶດຕິດກັບທ່າທີ່ນີ້, ເຈົ້າຈະບໍ່ເຂົ້າໃຈ ຫຼື ຮັບເອົາຄວາມຈິງຈັກເທື່ອ. ເຈົ້າຈະບໍ່ພຽງແຕ່ບໍ່ໄດ້ຮັບເອົາຄວາມຈິງ, ແຕ່ເຈົ້າເຮັດໃຫ້ຕົນເອງລົ້ມເຫຼວ; ເຈົ້າຈະສູນເສຍກຽດສັກສີ ແລະ ໜ້າທີ່ທີ່ສິ່ງຖືກສ້າງຄວນມີ. ຖ້າເຈົ້າຄິດວ່າ “ຂ້ານ້ອຍກຳລັງຍຶດຕິດກັບທ່າທີ່ຂອງຂ້ານ້ອຍ ແລະ ບໍ່ມີຜູ້ໃດສາມາດເຮັດຫຍັງກ່ຽວກັບມັນໄດ້! ຂ້ານ້ອຍເຊື່ອວ່າຂ້ານ້ອຍເຮັດຖືກ, ສະນັ້ນຂ້ານ້ອຍຈຶ່ງຢືນຕາມຄວາມຄິດຂອງຂ້ານ້ອຍ. ຄວາມຄິດຂອງຂ້ານ້ອຍສອດຄ່ອງກັບສາມັນສຳນຶກ ແລະ ມາລະຍາດ, ສະນັ້ນຂ້ານ້ອຍຈະຢືນຕາມມັນຈົນເຖິງທີ່ສຸດ!” ການຍຶດຕິດກັບບາງສິ່ງຢ່າງແນວແນ່ຈະບໍ່ເປັນປະໂຫຍດຕໍ່ເຈົ້າໃນລັກສະນະໃດໜຶ່ງ. ພຣະເຈົ້າຈະປ່ຽນທ່າທີ່ຂອງພຣະອົງເພື່ອເຫັນແກ່ຄວາມເດັດດ່ຽວຂອງເຈົ້າ ຫຼື ເພາະເຈົ້າຍຶດໝັ້ນກັບບາງສິ່ງ. ເວົ້າອີກຢ່າງກໍຄື ພຣະເຈົ້າຈະບໍ່ປ່ຽນແປງທ່າທີ່ຂອງພຣະເຈົ້າພຽງແຕ່ເພາະເຈົ້າຍຶດຕິດກັບທ່າທີ່ຂອງເຈົ້າຈັກເທື່ອ. ໃນທາງກົງກັນຂ້າມ, ພຣະເຈົ້າຈະມີທ່າທີ່ຕໍ່ເຈົ້າທີ່ທຽບເທົ່າກັບຄວາມກະບົດ ແລະ ການຕໍ່ຕ້ານທີ່ແນວແນ່ຂອງເຈົ້າ. ນີ້ຄືສິ່ງທີສີ່ ແລະ ສິ່ງສຳຄັນທີ່ສຸດ. ມີຫຍັງທີ່ພວກເຈົ້າບໍ່ເຂົ້າໃຈກ່ຽວກັບທັງສີ່ສິ່ງເຫຼົ່ານີ້ບໍ? ສິ່ງໃດໜຶ່ງທີ່ເຮົາກ່າວເຖິງເປັນພຽງແຕ່ຄຳເວົ້າທີ່ວ່າງເປົ່າບໍ ເຊິ່ງບໍ່ສອດຄ່ອງກັບສະພາວະທີ່ແທ້ຈິງຂອງມະນຸດ ແລະ ທີ່ບໍ່ເປັນປະໂຫຍດຕໍ່ດ້ານທີ່ເປັນຈິງໃນຊີວິດຂອງມະນຸດ? (ບໍ່, ພວກມັນທັງໝົດເປັນປະໂຫຍດ.) ສິ່ງໃດໜຶ່ງພຽງແຕ່ເປັນທິດສະດີທີ່ວ່າງເປົ່າບໍ ແທນທີ່ຈະເປັນເສັ້ນທາງສູ່ການປະຕິບັດ? (ບໍ່.) ທັງສີ່ສິ່ງເຫຼົ່ານີ້ເປັນປະໂຫຍດກ່ຽວກັບວິທີການທີ່ຜູ້ຄົນຄວນເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໃນຊີວິດປະຈຳວັນຂອງພວກເຂົາບໍ? (ແມ່ນແລ້ວ, ພວກມັນເປັນປະໂຫຍດ.) ຖ້າພວກເຈົ້າຊັດເຈນໃນການເຂົ້າໃຈທັງສີ່ສິ່ງເຫຼົ່ານີ້, ນໍາພວກມັນໄປປະຕິບັດ ແລະ ຜະເຊີນໜ້າກັບພວກມັນ, ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະຍັງເປັນປົກກະຕິ. ທັງສີ່ສິ່ງເຫຼົ່ານີ້ຈະປົກປ້ອງເຈົ້າໃນລະຫວ່າງການລໍ້ລວງທີ່ຫຼາກຫຼາຍ ຫຼື ເມື່ອຜະເຊີນໜ້າກັບຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ. ເມື່ອເຈົ້າຢູ່ໃນສະພາວະທີ່ກະບົດ, ໃຫ້ຄິດຫາດ້ານເຫຼົ່ານີ້ຂອງຄວາມຈິງ, ໃຫ້ປຽບທຽບຕົວເຈົ້າເອງໃສ່ພວກມັນ ແລະ ປະຕິບັດຕາມນັ້ນ. ໃນຕອນທຳອິດ, ຖ້າເຈົ້າບໍ່ສາມາດນໍາພວກມັນໄປປະຕິບັດ, ເຈົ້າຄວນອະທິຖານ ແລະ ໃນເວລາດຽວກັນກໍຮັບຮູ້ວ່າເປັນຫຍັງພຣະເຈົ້າຈຶ່ງເຮັດດັ່ງທີ່ພຣະອົງເຮັດ. ເຈົ້າຄວນໄຕ່ຕອງ ແລະ ຮັບຮູ້ສະພາວະທີ່ເສື່ອມຊາມ ແລະ ການສະແດງອອກທີ່ເຈົ້າມີ ເຊິ່ງເຮັດໃຫ້ເຈົ້າບໍ່ສາມາດປະຕິບັດ ຫຼື ຍອມອີກດ້ວຍ. ຖ້າເຈົ້າສາມາດສະແຫວງຫາຄວາມຈິງດ້ວຍວິທີນີ້, ສະພາວະຂອງເຈົ້າຈະຍັງເປັນປົກກະຕິ ແລະ ເຈົ້າຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຢ່າງເປັນທຳມະຊາດ.
ບໍ່ວ່າຈະເປັນບັນຫາຫຍງກໍຕາມ, ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າຈະດຳເນີນການຕາມແນວຄິດ ແລະ ຈິນຕະນາການ ຫຼື ຖ້າບໍ່ດັ່ງນັ້ນກໍດຳເນີນການຢ່າງບໍ່ເຊື່ອຟັງ ແລະ ຕໍ່ຕ້ານ. ສິ່ງນີ້ແມ່ນແນ່ນອນໜຶ່ງຮ້ອຍເປີເຊັນ. ບາງຄັ້ງ, ຈາກພາຍນອກ ມັນອາດເບິ່ງບໍ່ຄືກັບວ່າເຈົ້າກຳລັງຕໍ່ຕ້ານພຣະເຈົ້າ, ເຮັດສິ່ງທີ່ບໍ່ດີ ຫຼື ສ້າງການລົບກວນ ຫຼື ການຂັດຂວາງ, ແຕ່ນັ້ນບໍ່ຈຳເປັນຕ້ອງໝາຍຄວາມວ່າການກະທຳຂອງເຈົ້າສອດຄ່ອງກັບຄວາມຈິງ. ບາງຄັ້ງ, ເຈົ້າອາດດຳເນີນການໂດຍອີງໃສ່ແນວຄິດ ແລະ ຈິນຕະນາການ ແລະ ໃນຂະນະທີ່ມັນອາດບໍ່ປະກອບເປັນການຂັດຂວາງ ຫຼື ສ້າງຄວາມເສຍຫາຍ, ຕາບໃດທີ່ມັນບໍ່ສອດຄ່ອງກັບຄວາມຈິງ ການກະທຳຂອງເຈົ້າກໍບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ມີອີກຫຼາຍຄັ້ງທີ່ເຈົ້າອາດມີແນວຄິດກ່ຽວກັບພຣະເຈົ້າໃນຄວາມຄິດຂອງເຈົ້າ. ເຖິງແມ່ນວ່າເຈົ້າບໍ່ເຄີຍເວົ້າພວກມັນອອກມາຈັກເທື່ອ, ເຈົ້າກໍຍຶດຕິດກັບແນວຄິດ ແລະ ຈິນຕະນາການເຫຼົ່ານີ້ທີ່ຢູ່ພາຍໃນ, ຄິດວ່າພຣະເຈົ້າຄວນເຮັດສິ່ງນີ້ ຫຼື ສິ່ງນັ້ນ ແລະ ຄວບຄຸມວ່າພຣະອົງຄວນເປັນແນວໃດ. ເຈົ້າບໍ່ໄດ້ເຮັດຫຍັງຜິດຢູ່ພາຍນອກ, ແຕ່ຢູ່ພາຍໃນ ເຈົ້າຢູ່ໃນສະພາວະທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າຢ່າງຕໍ່ເນື່ອງ. ຕົວຢ່າງ: ເຮົາຫາກໍເວົ້າກ່ຽວກັບການມີແນວຄິດ ແລະ ການຈຳກັດນິຍາມກ່ຽວກັບຄວາມຮັກຂອງພຣະເຈົ້າ. ເຖິງແມ່ນວ່າແນວຄິດ ແລະ ຈິນຕະນາການຂອງເຈົ້າບໍ່ເຄີຍເຮັດໃຫ້ເຈົ້າສ້າງການຂັດຂວາງ ຫຼື ການລົບກວນໃດໜຶ່ງຕໍ່ພາລະກິດຂອງພຣະເຈົ້າ, ສະພາວະຂອງເຈົ້າໄດ້ພິສູດວ່າຫົວໃຈຂອງເຈົ້າຈຳກັດ ແລະ ເຂົ້າໃຈພຣະເຈົ້າຜິດຢູ່ສະເໝີ. ພວກເຮົາສາມາດສະຫຼຸບຫຍັງຈາກສິ່ງນີ້? ເຈົ້າຕໍ່ຕ້ານພຣະເຈົ້າຢ່າງຕໍ່ເນື່ອງ. ເຮົາບໍ່ໄດ້ເວົ້າຄວາມຈິງບໍ? (ແມ່ນແລ້ວ, ພຣະອົງເວົ້າຄວາມຈິງ.) ຖ້າມີຮອດມື້ທີ່ເກີດບາງຢ່າງທີ່ຄ້າຍຄືກັບການອົບພະຍົກຂອງຄົນຢິວຈາກດິນແດນຢູດາຍ, ແນວຄິດຂອງເຈົ້າຈະເຮັດໃຫ້ເຈົ້າບໍ່ສາມາດເວົ້າວ່າ “ອາແມນ” ຕໍ່ການກະທຳຂອງພຣະເຈົ້າ ຫຼື ມີການຍົກຍ້ອງ, ຄວາມຢ້ານກົວ ຫຼື ຄວາມເຊື່ອຟັງເພື່ອຕອບໂຕ້ການກະທຳຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ເຈົ້າຈະເຂົ້າໃຈຜິດ, ຈົ່ມຕໍ່ວ່າ ແລະ ເຖິງກັບຕໍ່ຕ້ານພຣະເຈົ້າໃນຫົວໃຈຂອງເຈົ້າໜ້ອຍໜຶ່ງ. ເລິກໆຢູ່ພາຍໃນແລ້ວ, ເຈົ້າຈະເວົ້າກັບພຣະອົງວ່າ “ພຣະເຈົ້າ, ພຣະອົງບໍ່ຄວນເຮັດເຊັ່ນນັ້ນ. ມັນຂັດກັບຄວາມປາຖະໜາຂອງຜູ້ຄົນຫຼາຍ! ພຣະອົງຈະສາມາດປະຕິບັດຕໍ່ການເນລະມິດສ້າງຂອງພຣະອົງໃນລັກສະນະນີ້ໄດ້ແນວໃດ? ພຣະອົງຈະປະຕິບັດຕໍ່ຜູ້ຄົນຖືກເລືອກຂອງພຣະອົງໃນລັກສະນະນີ້ໄດ້ແນວໃດ? ຂ້ານ້ອຍບໍ່ສາມາດຮ້ອງເພງສັນລະເສີນພຣະອົງ ຫຼື ຕົບມືຊົມເຊີຍການກະທຳຂອງພຣະອົງຫຼັງຈາກທີ່ເຫັນເຖິງສິ່ງທີ່ພຣະອົງໄດ້ເຮັດ. ຂ້ານ້ອຍກຳລັງທົນທຸກຢູ່ພາຍໃນ ແລະ ຮູ້ສຶກສິ້ນຫວັງ, ຄືກັບວ່າຂ້ານ້ອຍບໍ່ສາມາດເພິ່ງພາພຣະເຈົ້າທີ່ຂ້ານ້ອຍນະມັດສະການໂດຍບໍ່ມີຂໍ້ຜູກມັດ. ພຣະເຈົ້າທີ່ຂ້ານ້ອຍເຊື່ອບໍ່ເປັນເຊັ່ນນີ້. ພຣະເຈົ້າທີ່ຂ້ານ້ອຍເຊື່ອບໍ່ຄວນປະຕິບັດຕໍ່ສິ່ງຖືກສ້າງຂອງພຣະອົງໃນລັກສະນະນີ້. ພຣະເຈົ້າທີ່ຂ້ານ້ອຍເຊື່ອບໍ່ເລືອດເຢັນ ຫຼື ໂຫດຮ້າຍເຊັ່ນນີ້. ພຣະເຈົ້າທີ່ຂ້ານ້ອຍເຊື່ອປະຕິບັດຕໍ່ມະນຸດຢ່າງອ່ອນໂຍນ ແລະ ຢ່າງຈົດຈໍ່, ຄືກັບແອນ້ອຍ, ເຮັດໃຫ້ພວກເຂົາຮູ້ສຶກໄດ້ຮັບພອນຢ່າງຫຼວງຫຼາຍ ແລະ ເຕັມໄປດ້ວຍຄວາມອົບອຸ່ນ, ບໍ່ເຢືອກເຢັນ ຫຼື ເມີນເຊີຍຄືກັບຕອນນີ້”. ເມື່ອຄວາມໂສກເສົ້າເຫຼົ່ານີ້ອອກມາຈາກເລິກໆຂ້າງໃນ, ເຈົ້າບໍ່ໄດ້ເບິ່ງຂໍ້ແທ້ຈິງທີ່ເກີດຂຶ້ນຢູ່ຕໍ່ໜ້າເຈົ້າວ່າເປັນພາລະກິດຂອງພຣະເຈົ້າ. ເຈົ້າບໍ່ຍອມຮັບມັນ ຫຼື ເວົ້າວ່າ “ອາແມນ”, ແຮງໄກທີ່ຈະຍົກຍ້ອງມັນ. ເມື່ອເປັນເຊັ່ນນັ້ນ, ຄວາມຮູ້ສຶກແລະ ສະພາວະຂອງເຈົ້າເປັນການເຊື່ອຟັງພຣະເຈົ້າ ຫຼື ການຕໍ່ຕ້ານ? (ການຕໍ່ຕ້ານ.) ມັນຊັດເຈນວ່າມັນບໍ່ແມ່ນຄວາມເຊື່ອຟັງທີ່ແທ້ຈິງ. ບໍ່ມີຄວາມເຊື່ອຟັງຢູ່ບ່ອນນີ້, ມີພຽງແຕ່ຄວາມບໍ່ພໍໃຈ, ການຕໍ່ຕ້ານ, ຄວາມບໍ່ເຊື່ອຟັງ ແລະ ແມ່ນແຕ່ຄວາມໃຈຮ້າຍ. ນີ້ຄືທ່າທີ່ທີ່ສິ່ງຖືກສ້າງຄວນມີຕໍ່ພຣະຜູ້ສ້າງຂອງມັນບໍ? ບໍ່, ມັນບໍ່ແມ່ນ. ຫົວໃຈຂອງເຈົ້າເປັນການຂັດແຍ່ງ; ເຈົ້າຄິດວ່າ “ຖ້າພຣະເຈົ້າເຮັດເຊັ່ນນີ້, ເປັນຫຍັງຫົວໃຈຂອງຂ້ານ້ອຍຈຶ່ງບໍ່ເຫັນດີ? ເປັນຫຍັງຄົນສ່ວນໃຫຍ່ຈຶ່ງບໍ່ຍອມຮັບມັນ? ເປັນຫຍັງການກະທຳຂອງພຣະອົງຈຶ່ງຂັດກັບຄວາມປາຖະໜາຂອງມະນຸດ ແລະ ເປັນຫຍັງພວກເຂົາຈຶ່ງເຕັມໄປດ້ວຍເລືອດ ແລະ ການຂ້າສັງຫານ?” ໃນຊ່ວງເວລານັ້ນ, ພຣະເຈົ້າທີ່ຢູ່ໃນຫົວໃຈຂອງເຈົາ ແລະ ພຣະຜູ້ສ້າງທີ່ມີຢູ່ຢ່າງແທ້ຈິງໃນຊີວິດທີ່ເປັນຈິງແມ່ນການຂັດແຍ່ງ ແລະ ເຂົ້າກັນບໍ່ໄດ້, ບໍ່ແມ່ນບໍ? (ແມ່ນແລ້ວ, ພວກເຂົາເປັນເຊັ່ນນັ້ນ.) ແລ້ວເຈົ້າຄວນເຊື່ອໃນພຣະເຈົ້າອົງໃດ? ໃນຊ່ວງເວລານີ້, ເຈົ້າຄວນເລືອກທີ່ຈະເຊື່ອໃນພຣະເຈົ້າຕາມແນວຄິດທີ່ຝັງເລິກໃນຫົວໃຈຂອງເຈົ້າ ຫຼື ພຣະເຈົ້າທີ່ກຳລັງປະຕິບັດການກະທຳທີ່ເປັນຈິງຢູ່ຕໍ່ໜ້າເຈົ້າ? (ພຣະເຈົ້າທີ່ກຳລັງປະຕິບັດການກະທຳທີ່ເປັນຈິງຢູ່ຳຕໍ່ໜ້າພວກເຮົາ.) ໃນເລື່ອງຄວາມປາຖະໜາສ່ວນຕົວຂອງພວກເຂົາ, ຜູ້ຄົນເຕັມໃຈຫຼາຍທີ່ຈະເຊື່ອໃນພຣະເຈົ້າທີ່ປະຕິບັດການກະທຳທີ່ເປັນຈິງຢູ່ຳຕໍ່ໜ້າພວກເຂົາ, ແຕ່ຍ້ອນແນວຄິດຂອງມະນຸດ, ຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ອາລົມ, ພວກເຂົາເລືອກທີ່ຈະປົກປິດພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ບັງຄັບໃຫ້ພວກເຂົາເອງຍອມຮັບພຣະເຈົ້າທີ່ກຳລັງປະຕິບັດການກະທຳທີ່ເປັນຈິງຢູ່ຕໍ່ໜ້າພວກເຂົາ. ເຖິງຢ່າງໃດກໍຕາມ, ເລິກໆຂ້າງໃນ ພວກເຂົາຍັງບໍ່ສາມາດຍອມຮັບຂໍ້ແທ້ຈິງທັງໝົດກ່ຽວກັບສິ່ງທີ່ພຣະຜູ້ສ້າງກຳລັງເຮັດ; ພວກເຂົາຍັງຮັກສາໃຫ້ຕົນເອງລີ້ລັບ ແລະ ໃຊ້ຊີວິດຢູ່ໃນໂລກນ້ອຍໆຂອງພວກເຂົາເອງ, ເວົ້າ ແລະ ຕອບໂຕ້ກັບພຣະເຈົ້າທີ່ຢູ່ໃນຈິນຕະນາການຂອງພວກເຂົາຢ່າງບໍ່ຮູ້ຈັກອິດເມື່ອຍ, ໃນຂະນະທີ່ພຣະເຈົ້າທີ່ເປັນຈິງເບິ່ງຄືກັບວ່າເລື່ອນລອຍຢູ່ສະເໝີ. ເຖິງກັບມີຄົນທີ່ຄິດວ່າ “ຂ້ານ້ອຍປາຖະໜາວ່າພຣະເຈົ້າທີ່ເປັນຈິງບໍ່ມີຢູ່. ພຣະເຈົ້າຂອງຂ້ານ້ອຍຄືພຣະເຈົ້າທີ່ຂ້ານ້ອຍຈິນຕະນາການໃນຫົວໃຈຂອງຂ້ານ້ອຍ, ຜູ້ທີ່ເຕັມໄປດ້ວຍຄວາມຮັກ ແລະ ເຮັດໃຫ້ຜູ້ຄົນຮູ້ສຶກເຖິງຄວາມອົບອຸ່ນຂອງພຣະອົງ. ພຣະອົງຄືພຣະເຈົ້າທີ່ເປັນຈິງ. ພຣະເຈົ້າຕົວຈິງບໍ່ແມ່ນພຣະເຈົ້າທີ່ຂ້ານ້ອຍຈິນຕະນາການ, ເພາະສິ່ງຕ່າງໆທີ່ພຣະອົງເຮັດໃຫ້ຂ້ານ້ອຍຜິດຫວັງ ແລະ ຂ້ານ້ອຍບໍ່ສາມາດຮູ້ສຶກເຖິງຄວາມອົບອຸ່ນຈາກພຣະອົງເລີຍ. ໂດຍສະເພາະແລ້ວ, ຂ້ານ້ອຍບໍ່ສາມາດເບິ່ງຂ້າມວ່າພຣະອົງພິພາກສາ, ຂ້ຽນຕີ, ປະນາມ ແລະ ໂຍນຫຼາຍຄົນອອກໄດ້ແນວໃດ”. ຄົນປະເພດໃດທີ່ເວົ້າເຊັ່ນນີ້? ມັນເປັນສິ່ງທີ່ຜູ້ບໍ່ເຊື່ອເວົ້າ ແລະ ຄົນທີ່ບໍ່ຍອມຮັບຄວາມຈິງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສະພາວະທີ່ຫຼາກຫຼາຍທີ່ເກີດຂຶ້ນໃນຜູ້ຄົນ ເມື່ອພວກເຂົາບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າ ແລະ ເມື່ອມີຂໍ້ຂັດແຍ່ງລະຫວ່າງສິ່ງທີ່ພວກເຂົາຈິນຕະນາການ ແລະ ສິ່ງທີ່ພຣະເຈົ້າເຮັດໃນຄວາມເປັນຈິງ. ສະນັ້ນ, ສະພາວະເຫຼົ່ານີ້ຈະເກີດຂຶ້ນໄດ້ແນວໃດ? ສຳລັບສິ່ງໜຶ່ງ, ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ; ແລະ ສຳລັບອີກສິ່ງໜຶ່ງ, ເມື່ອບາງສິ່ງເກີດຂຶ້ນ ແລະ ຂໍ້ແທ້ຈິງບໍ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງຜູ້ຄົນ, ເປີດໂປງຄວາມເຊື່ອຂອງພວກເຂົາ, ທຳລາຍຄວາມຝັນຂອງພວກເຂົາໃຫ້ແຕກສະຫຼາຍ ແລະ ເຮັດໃຫ້ພວກເຂົາຮູ້ສຶກວ່າເຈດຕະນາ ແລະ ຄວາມປາຖະໜາຂອງພວກເຂົາທີ່ຢາກຮັບເອົາພອນແມ່ນບໍ່ສາມາດສຳເລັດໄດ້, ພວກເຮົາຈະຕັດສິນໃຈເຮັດຫຍັງໃນທີ່ສຸດ? ແລ່ນໜີ, ປະນີປະນອມ ແລະ ຕໍ່ຕ້ານຢ່າງດື້ດ້ານ. ບາງຄົນເຖິງກັບຈະຫຼີກລ່ຽງການຕັດສິນໃຈ ແລ້ວເວົ້າວ່າ “ຂ້ານ້ອຍຈະຍອມຮັບທັງສອງດ້ານ. ໃນຕອນດັ້ງເດີມ, ພຣະເຈົ້າທີ່ຢູ່ໃນຫົວໃຈຂອງຂ້ານ້ອຍເປັນພຣະເຈົ້າ ແລະ ເປັນຄວາມຮັກ. ແລ້ວຜູ້ທີ່ກຳລັງເຮັດການກະທຳທີ່ຍິ່ງໃຫຍ່ ແລະ ມີສິດອຳນາດຢູ່ຕໍ່ໜ້າຕໍ່ຕາຂອງຂ້ານ້ອຍກໍຍັງເປັນພຣະເຈົ້າ. ຂ້ານ້ອຍຈະຍອມຮັບທັງສອງຢ່າງ ແລະ ບໍ່ປະຖິ້ມຫຍັງເລີຍ”. ຜູ້ຄົນມັກໃຊ້ຊີວິດໃນສະພາວະປະເພດນີ້ ໂດຍຫຼີກລ່ຽງການຕັດສິນໃຈ. ຜູ້ຄົນມັກຍຶດຕິດກັບແນວຄິດຂອງພຣະເຈົ້າໃນຄວາມຄິດຂອງພວກເຂົາ. ພວກເຂົາແລ່ນໄປແລ່ນມາ, ເສຍສະຫຼະຕົນເອງ, ຖວາຍ ແລະ ເຮັດວຽກສຳລັບພຣະເຈົ້າທີ່ເລື່ອນລອຍນີ້. ພວກເຂົາຈະຈ່າຍໃນລາຄາໃດກໍຕາມເພື່ອປະຕິບັດໜ້າທີ່ຂອງພວກເຂົາ, ເຖິງແມ່ນວ່າຕ້ອງປະຖິ້ມຊີວິດຂອງພວກເຂົາເອງ ແລະ ເສຍສະຫຼະທຸກສິ່ງທີ່ພວກເຂົາມີ. ບໍ່ວ່າຜູ້ຄົນຈະເຮັດແນວໃດກໍຕາມ ຫຼື ສະພາວະຫຍັງກໍຕາມຈະເກີດຂຶ້ນໃນພວກເຂົາ, ການກະທຳຂອງຜູ້ຄົນດີ ຫຼື ຊົ່ວຮ້າຍໃນສາຍຕາຂອງພຣະຜູ້ສ້າງທີ່ແທ້ຈິງ ເມື່ອພຣະເຈົ້າເຊັ່ນນີ້ມີຢູ່ໃນຄວາມຄິດຂອງພວກເຂົາ? ມັນເປັນຄວາມເຊື່ອຟັງ ຫຼື ການຕໍ່ຕ້ານ? ເຫັນໄດ້ຢ່າງຊັດເຈນວ່າພວກມັນບໍ່ແມ່ນການກະທຳທີ່ດີ ແລະ ບໍ່ຄູ່ຄວນແກ່ການຊົມເຊີຍ. ມັນຍັງເປີດເຜີຍວ່າຜູ້ຄົນບໍ່ໄດ້ເຊື່ອຟັງ ຫຼື ຖວາຍຕົນເອງຢ່າງແທ້ຈິງ; ໃນທາງກົງກັນຂ້າມ, ພວກເຂົາເຕັມໄປດ້ວຍການຕໍ່ຕ້ານ, ຄວາມກະບົດ ແລະ ການຄັດຄ້ານ. ມັນເປັນເພາະຜູ້ຄົນມີສະພາວະເຫຼົ່ານີ້ແທ້ໆ ແລະ ມັກໃຊ້ຊີວິດຢູ່ພາຍໃນສະພາວະເຫຼົ່ານີ້, ເມື່ອຜູ້ຄົນຕື່ນຈາກຄວາມຝັນຂອງພວກເຂົາ ແລະ ໃຊ້ຊີວິດໃນໂລກທີ່ເປັນຈິງ, ພວກເຂົາຈຶ່ງຮູ້ວ່າການກະທຳຂອງພຣະເຈົ້າໃນຊີວິດທີ່ເປັນຈິງແມ່ນບໍ່ສາມາດເຮັດໃຫ້ພໍໃຈຕາມຄວາມຕ້ອງການທາງຈິດຕະວິທະຍາ ແລະ ຝ່າຍວິນຍານຂອງພວກເຂົາ. ໃນທາງກົງກັນຂ້າມ, ການກະທຳຂອງພຣະເຈົ້າເຮັດໃຫ້ຜູ້ຄົນເຈັບປວດໃນຫຼາກຫຼາຍວິທີ, ເຮັດໃຫ້ພວກເຂົາຮູ້ສຶກວ່າພຣະອົງເມີນເສີຍໃນຫຼາກຫຼາຍວິທີ ແລະ ເຮັດຄັດກັບຄວາມປາຖະໜາຂອງມະນຸດ. ເຖິງກັບມີບາງຄົນທີ່ສົງໄສ ແລ້ວເວົ້າວ່າ “ພຣະເຈົ້າເປັນຄວາມຮັກບໍ? ພຣະອົງຍັງຮັກຜູ້ຄົນບໍ? ມັນເວົ້າວ່າພຣະເຈົ້າກັງວົນສຳລັບມະນຸດ ແລະ ຮັກເຂົາສໍ່າກັບພຣະອົງເອງ. ທ່ານເຫັນສິ່ງນັ້ນຢູ່ໃສ? ເປັນຫຍັງຂ້ານ້ອຍຈຶ່ງບໍ່ເຄີຍເຫັນມັນຈັກເທື່ອ?” ນີ້ຄືບັນຫາ! ຜູ້ຄົນມັກໃຊ້ຊີວິດໃນສະພາວະເຫຼົ່ານີ້, ສ້າງການຂັດແຍ່ງລະຫວ່າງມະນຸດ ແລະ ພຣະເຈົ້າໃຫ້ຮຸນແຮງຫຼາຍຂຶ້ນເລື້ອຍໆ ແລະ ໄລຍະຫ່າງລະຫວ່າງພວກເຂົາກໍຍິ່ງກວ້າງຂຶ້ນເລື້ອຍໆ. ເມື່ອຜູ້ຄົນເຫັນວ່າພຣະເຈົ້າເຮັດບາງສິ່ງທີ່ສອດຄ່ອງກັບແນວຄິດຂອງພວກເຂົາ, ພວກເຂົາກໍຄິດວ່າ “ພຣະເຈົ້າຂອງຂ້ານ້ອຍໄດ້ເຮັດບາງຢ່າງທີ່ສັ່ນສະທ້ານໂລກ. ພຣະອົງຄືພຣະເຈົ້າທີ່ຂ້ານ້ອຍຕ້ອງການເຊື່ອຢ່າງແທ້ຈິງ. ມີພຽງແຕ່ພຣະອົງທີ່ເປັນພຣະເຈົ້າຂອງຂ້ານ້ອຍ. ຂ້ານ້ອຍເຕັມໃຈທີ່ຈະເປັນສິ່ງຖືກສ້າງຂອງພຣະອົງ. ມີພຽງແຕ່ພຣະອົງທີ່ເປັນພຣະຜູ້ສ້າງຂອງຂ້ານ້ອຍ. ເຖິງຢ່າງໃດກໍຕາມ, ເມື່ອຄວາມຫຍຸ້ງຍາກ, ຄວາມຂີ້ຄ້ານ ຫຼື ຄວາມອ່ອນແອເກີດຂຶ້ນໃນຊີວິດປະຈຳວັນຂອງພວກເຂົາ ແລະ ພຣະເຈົ້າທີ່ພວກເຂົາຈິນຕະນາການບໍ່ສາມາດຊ່ວຍເຫຼືອພວກເຂົາ ຫຼື ປະຕິບັດຕາມຄວາມຕ້ອງການຂອງພວກເຂົາຕະຫຼອດເວລາ, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍອ່ອນແອ ຫຼື ເຖິງກັບຫາຍໄປ. ແມ່ນຫຍັງເຮັດໃຫ້ເກີດສະພາວະທັງໝົດນີ້ທີ່ຜູ້ຄົນມີ ແລະ ທຸກວິທີການທີ່ພວກເຂົາກະທຳ ແລະ ສະແດງອອກດ້ວຍພວກເຂົາເອງ? ມັນເປັນເພາະຜູ້ຄົນບໍ່ເຂົ້າໃຈພຣະຜູ້ສ້າງເລີຍ. ເຈົ້າບໍ່ເຂົ້າໃຈພຣະອົງ; ນັ້ນຄືເຫດຜົນດຽວ. ນີ້ຄືຮາກເງົ້າຂອງການຂັດແຍ່ງທັງໝົດ, ໄລຍະຫ່າງ ແລະ ຄວາມເຂົ້າໃຈຜິດລະຫວ່າງມະນຸດ ແລະ ພຣະເຈົ້າ. ສະນັ້ນ, ຜູ້ຄົນຈະແກ້ໄຂບັນຫານີ້ແນວໃດ? ຢ່າງທຳອິດ, ພວກເຂົາຕ້ອງແກ້ໄຂແນວຄິດຂອງພວກເຂົາກ່ອນ. ຢ່າງທີສອງ, ຜູ້ຄົນຕ້ອງມີປະສົບການ, ສະແຫວງຫາ ແລະ ໄຕ່ຕອງທຸກໆລາຍການຂອງພາລະກິດທີ່ພຣະເຈົ້າໄດ້ເຮັດໃນພວກເຂົາ ແລະ ໄປຮອດຈຸດທີ່ພວກເຂົາສາມາດຍອມຕໍ່ທຸກການຈັດແຈງທີ່ພຣະເຈົ້າວາງອອກໃຫ້ພວກເຂົາຢ່າງສົມບູນ ແລະ ຕໍ່ທຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະເຈົ້າປັ້ງແຕ່ງສຳລັບພວກເຂົາ. ແມ່ນຫຍັງຄືຈຸດປະສົງຂອງການຍອມ? ເພື່ອຮັບຮູ້ ແລະ ເຂົ້າໃຈຄວາມຈິງທັງໝົດນີ້.
ພວກເຈົ້າຄິດວ່າເລື່ອງທີ່ພວກເຮົາຫາກໍໂອ້ລົມກັນນັ້ນເປັນເລື່ອງທີ່ເລິກຊຶ້ງບໍ? ພວກເຈົ້າສາມາດເຂົ້າໃຈມັນບໍ? ພວກເຈົ້າສາມາດຢັ່ງເຖິງມັນບໍ? (ແມ່ນແລ້ວ, ພວກເຮົາສາມາດເຮັດໄດ້.) ພວກເຈົ້າຄວນທີ່ຈະສາມາດເຂົ້າໃຈມັນໃນທາງທິດສະດີ, ແຕ່ການເຂົ້າໃຈມັນໃນທາງທິດສະດີເທົ່າກັບການເຂົ້າໃຈ ແລະ ການຍອມຮັບຄວາມຈິງບໍ? (ບໍ່, ມັນບໍ່ແມ່ນ.) ແລ້ວແມ່ນຫຍັງເທົ່າກັບການເຂົ້າໃຈ ແລະ ການຍອມຮັບຄວາມຈິງ? ເຈົ້າຕ້ອງກວດສອບຕົນເອງໃນຊີວິດປະຈຳວັນຂອງເຈົ້າຢູ່ເລື້ອຍໆ, ແຕ່ເຈ້ົາຄວນກວດສອບຫຍັງ? (ກວດສອບວ່າພວກເຮົາມີສະພາວະ ຫຼື ສະແດງຕົນເອງໃນລັກສະນະຕ່າງໆທີ່ພຣະເຈົ້າກ່າວເຖິງ ຫຼື ບໍ່ ແລະ ຜູ້ຄົນມີແນວຄິດ ແລະ ຄວາມເຂົ້າໃຈຜິດຫຍັງກ່ຽວກັບພຣະເຈົ້າ.) ແນ່ນອນ. ເຈົ້າຕ້ອງກວດສອບສິ່ງເຫຼົ່ານີ້; ກວດສອບຄວາມເສື່ອມຊາມທີ່ເຈົ້າສະແດງອອກ ແລະ ແນວຄິດ ແລະ ຈິນຕະນາການທີ່ເຈົ້າມີ. ບາງຄົນເວົ້າວ່າພວກເຂົາບໍ່ສາມາດກວດສອບຕົນເອງ. ສິ່ງນັ້ນຈະໄດ້ຮັບການແກ້ໄຂຢ່າງງ່າຍດາຍໂດຍຫຼຽວເບິ່ງຄົນອື່ນກ່ອນ. ຄົນອື່ນເປັນກະຈົກສຳລັບເຈົ້າເອງ. ເມື່ອເຈົ້າເຫັນຜູ້ຄົນສະແດງອຸປະນິໄສ ຫຼື ສະພາວະໃດໜຶ່ງ, ປ່ຽນມັນໄປມາ, ກວດສອບຕົນເອງ ແລະ ປຽບທຽບຕົນເອງ; ເບິ່ງວ່າເຈົ້າມີແນວຄິດ ແລະ ຈິນຕະນາການອັນດຽວກັນເຫຼົ່ານີ້ ຫຼື ບໍ່ ແລະ ເຈົ້າຢູ່ໃນສະພາວະດຽວກັນ ຫຼື ບໍ່. ຖ້າເຈົ້າມີ, ແລ້ວເຈົ້າຄວນເຮັດແນວໃດກ່ຽວກັບສິ່ງນັ້ນ? ເຈົ້າຄວນເປີດເຜີຍຕົນເອງ ແລະ ໄຈ້ແຍກສິ່ງເຫຼົ່ານີ້ ຫຼື ຍຶດຕິດກັບພວກມັນ ແລະ ລໍຖ້າໃຫ້ພວກເຂົາ “ເບີກບານ ແລະ ເປັນໝາກ” ບໍ? (ພວກເຮົາຄວນເປີດເຜີຍຕົນເອງ ແລະ ໄຈ້ແຍກພວກເຂົາ.) ເຈົ້າຕ້ອງວາງສິ່ງເຫຼົ່ານີ້ອອກ ແລະ ໄຈ້ແຍກພວກມັນເພື່ອວ່າທຸກຄົນຈະສາມາດໄດ້ຮັບປະໂຫຍດ, ເພື່ອວ່າຜ່ານສິ່ງນັ້ນ ທຸກຄົນຈະສາມາດຮັບຮູ້ສະພາວະທີ່ເສື່ອມຊາມຢ່າງຖືກຕ້ອງ, ເຂົ້າໃຈຄວາມຈິງ, ຊອກຫາທາງອອກ ແລະ ແກ້ໄຂບັນຫາປະເພດເຫຼົ່ານີ້ຮ່ວມກັນ. ແມ່ນຫຍັງຄືເປົ້າໝາຍຂອງການໄຈ້ແຍກແນວຄິດ ແລະ ສະພາວະທີ່ຢຸດນິ້ງ ແລະ ບໍ່ດີ? (ເພື່ອວ່າຜູ້ຄົນຈະສາມາດຊອກຫາທາງອອກຈາກແນວຄິດ ແລະ ສະພາວະທີ່ຢຸດນິ້ງຂອງພວກເຂົາ.) ແລ້ວແມ່ນຫຍັງຄືເປົ້າໝາຍຂອງການຊອກຫາທາງອອກ? ເພື່ອຮັບເອົາຄວາມຈິງ. ເປົ້າໝາຍຂອງການແກ້ໄຂແນວຄິດຂອງເຈົ້າແມ່ນເພື່ອເຮັດໃຫ້ເຈົ້າຮັບຮູ້ວ່າພວກມັນບໍ່ຖືກຕ້ອງ ແລະ ພວກມັນບໍ່ແມ່ນສິ່ງທີ່ເຈົ້າຄວນມີ. ເຈົ້າຄວນປະຖິ້ມພວກມັນ, ບໍ່ຍຶດຕິດກັບພວກມັນ. ແລ້ວໃຫ້ສະແຫວງຫາສິ່ງທີ່ຖືກຕ້ອງຢ່າງຫ້າວຫັນ, ສິ່ງທີ່ເປັນບວກແທ້ໆ ແລະ ສິ່ງທີ່ເປັນຄວາມຈິງແທ້ໆ. ເມື່ອເຈົ້າຍອມຮັບສິ່ງທີ່ດີ ແລະ ຄວາມຈິງ ແລະ ປະຕິບັດຕໍ່ພວກມັນຄືກັບເປັນຫຼັກການຂອງການປະຕິບັດ, ການຄິດ ແລະ ທັດສະນະຄະຕິທີ່ເຈົ້າຄວນມີ, ແລ້ວມີການປ່ຽນແປງ ແລະ ເຈົ້າຈະໄດ້ຮັບຄວາມຈິງ. ສະນັ້ນ, ພວກເຮົາຄວນເບິ່ງການອົບພະຍົກຂອງຄົນຢິວຈາກດິນແດນຢູດາຍແນວໃດ ເມື່ອເຫັນການເປີດເຜີຍຈາກຄວາມຈິງເຫຼົ່ານີ້? ຜູ້ຄົນມີແນວຄິດທີ່ປົກກະຕິຫຍັງກ່ຽວກັບເຫດການນີ້? (ພຣະເຈົ້າບໍ່ຄວນເຕະຄົນຢິວອອກຈາກດິນແດນຢູດາຍ ແລະ ພຣະອົງຄວນປົກປ້ອງຄົນຢິວ. ບໍ່ວ່າພວກເຂົາຈະຕໍ່ຕ້ານພຣະອົງແນວໃດກໍຕາມ ແລະ ໂດຍບໍ່ຄຳນຶງເຖິງຂໍ້ແທ້ຈິງທີ່ພວກເຂົາຄຶງພຣະອົງເທິງໄມ້ກາງແຂນ, ພຣະອົງຄວນໃຫ້ອະໄພພວກເຂົາສຳລັບຄວາມຜິດບາບຂອງພວກເຂົາຕະຫຼອດການ ແລະ ມີພຽງແຕ່ສິ່ງນີ້ຈຶ່ງເປັນຄວາມຮັກຂອງພຣະເຈົ້າ.) ສິ່ງເຫຼົ່ານີ້ຄືແນວຄິດຂອງມະນຸດ. ພວກມັນບໍ່ແປກປະຫຼາດບໍ? ຖ້າພຣະເຈົ້າເຮັດຕາມແນວຄິດຂອງມະນຸດ, ພຣະອົງຈະຍັງມີອຸປະນິໄສທີ່ຊອບທຳບໍ? ເຖິງແມ່ນວ່າຜູ້ຄົນບໍ່ພໍໃຈກ່ຽວກັບການຖືກອົບພະຍົກ, ການທີ່ພວກເຂົາຕໍ່ຕ້ານ ແລະ ການປະນາມພຣະເຈົ້າຂ້າມເສັ້ນສຳລັບພຣະເຈົ້າ; ການກະທຳຂອງພວກເຂົາບໍ່ແຕກຕ່າງຈາກຂອງຊາຕານ, ສະນັ້ນພຣະເຈົ້າຈະບໍ່ສາມາດໃຈຮ້າຍກ່ຽວກັບສິ່ງນັ້ນບໍ? ບາງຄົນບໍ່ສາມາດຍອມຮັບຄວາມຈິງ ແລະ ຄິດວ່າ “ພຣະເຈົ້າສາມາດປະຕິບັດຕໍ່ຜູ້ຄົນໃນລັກສະນະນີ້ໄດ້ແນວໃດ? ຜູ້ຄົນບໍ່ສາມາດຍອມຮັບຄວາມຮັກປະເພດນີ້, ມັນຂັດກັບສາມັນສຳນຶກຢ່າງສິ້ນເຊີງ! ມັນບໍ່ເບິ່ງຄ້າຍຄືກັບຄວາມຮັກ. ພຣະເຈົ້າບໍ່ມີຄວາມຮັກ ຖ້ານີ້ແມ່ນວິທີການທີ່ພຣະອົງປະຕິບັດຕໍ່ຄົນຢິວ”. ການປະຕິເສດຄວາມຮັກຂອງພຣະເຈົ້າຄືແນວຄິດຂອງມະນຸດ. ແມ່ນຫຍັງຄືແນວຄິດຂອງມະນຸດ? (ມະນຸດຈຳກັດນິຍາມຂອງເຂົາກ່ຽວກັບຄວາມຮັກຂອງພຣະເຈົ້າ.) ແມ່ນແລ້ວ, ເມື່ອຜູ້ຄົນຈຳກັດນິຍາມຂອງພວກເຂົາກ່ຽວກັບບາງສິ່ງ, ມັນເປັນແນວຄິດ ແລະ ມັນບໍ່ສອດຄ່ອງກັບຄວາມຈິງ ຫຼື ມັນບໍ່ແມ່ນຄວາມຈິງ. ຜູ້ຄົນໄດ້ຈຳກັດນິຍາມຂອງພວກເຂົາກ່ຽວກັບຫຍັງ? ພວກເຂົາໄດ້ຈຳກັດນິຍາມຂອງພວກເຂົາກ່ຽວກັບວິທີການທີ່ພຣະເຈົ້າເຮັດພາລະກິດ; ພວກເຂົາຄິດວ່າພຣະເຈົ້າຕ້ອງເຮັດພາລະກິດດ້ວຍວິທີໃດໜຶ່ງເພື່ອໃຫ້ມັນເປັນພາລະກິດຂອງພຣະເຈົ້າ ແລະ ສິ່ງເຫຼົ່ານີ້ຄືວິທີການທີ່ພຣະອົງຄວນເຮັດພາລະກິດ. ຜູ້ຄົນມີນິຍາມທີ່ຈຳກັດກ່ຽວກັບວິທີການທີ່ພຣະເຈົ້າປະຕິບັດ ແລະ ນິຍາມທີ່ຈຳກັດນີ້ກໍເປັນແນວຄິດຂອງພວກເຂົາ. ສະນັ້ນ, ຜູ້ຄົນມີນິຍາມປະເພດໃດສຳລັບພາລະກິດຂອງພຣະເຈົ້າ? ແມ່ນຫຍັງໃນນິຍາມຂອງພວກເຂົາທີ່ເຮັດໃຫ້ພວກເຂົາຮູ້ສຶກບໍ່ມັກວິທີການທີ່ພຣະເຈົ້າກະທຳໃນສະຖານະການນີ້ ແລະ ເຮັດໃຫ້ພວກເຂົາເຂົ້າໃຈຜິດ ແລະ ຕໍ່ຕ້ານພຣະອົງ? (ຜູ້ຄົນຄິດວ່າພຣະເຈົ້າຄວນປະທານຄວາມອຸດົມສົມບູນຂອງຄວາມກະລຸນາ ແລະ ພອນໃຫ້ແກ່ຄົນຢິວ, ແຕ່ໃນທາງກົງກັນຂ້າມ ພຣະອົງເຮັດຢູ່ນອກເໜືອແນວຄິດ ແລະ ຈິນຕະນາການເຫຼົ່ານີ້ ແລະ ຢູ່ນອກເໜືອຄວາມຄາດຫວັງຂອງພວກເຂົາ; ພຣະອົງຂັບໄລ່ຄົນຢິວອອກ ແລະ ເຮັດໃຫ້ພວກເຂົາພະເນຈອນໄປທົ່ວໂລກ. ຜູ້ຄົນບໍ່ເຂົ້າໃຈສິ່ງນີ້ ແລະ ມັນເຮັດໃຫ້ເກີດແນວຄິດທີ່ເປັນແກ່ນສານ.) ຫຼາຍຄົນມີແນວຄິດ ແລະ ຄວາມເຂົ້າໃຈຜິດກ່ຽວກັບການກະທຳທີ່ພຣະເຈົ້າມີຕໍ່ຄົນຢິວ. ເວົ້າອີກຢ່າງກໍຄືຜູ້ຄົນບໍ່ສະບາຍໃຈກັບການກະທຳຂອງພຣະເຈົ້າ ແລະ ຄິດວ່າພຣະອົງບໍ່ຄວນເຮັດໃນລັກສະນະນັ້ນ. ນີ້ຄືແນວຄິດບໍ? (ແມ່ນ, ມັນຄືແນວຄິດ.) ຫຼັງຈາກນັ້ນ, ເມື່ອຜູ້ຄົນຄິດວ່າພຣະເຈົ້າ “ບໍ່ຄວນ” ເຮັດສິ່ງທີ່ພຣະອົງເຮັດ, ນັ້ນບໍ່ແມ່ນການຈຳກັດນິຍາມຂອງພວກເຂົາກ່ຽວກັບການກະທຳຂອງພຣະເຈົ້າບໍ? ເຈົ້າຈະຮູ້ໄດ້ແນວໃດວ່າພຣະເຈົ້າບໍ່ຄວນກະທຳໃນລັກສະນະນີ້? ແມ່ນຫຍັງຄືພື້ນຖານຂອງເຈົ້າທີ່ເວົ້າວ່າພຣະເຈົ້າບໍ່ຄວນກະທຳໃນລັກສະນະນີ້? ຖ້າເຈົ້າຄິດວ່າພຣະອົງບໍ່ເຮັດ, ແຕ່ພຣະອົງເຮັດ ແລ້ວນັ້ນໝາຍຄວາມວ່າພຣະເຈົ້າບໍ່ແມ່ນພຣະເຈົ້າບໍ? ນັ້ນໝາຍຄວາມວ່າສິ່ງທີ່ພຣະເຈົ້າເຮັດແມ່ນບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງກັບຄວາມຈິງບໍ? ມະນຸດບໍ່ໄດ້ໂງ່ຈ້າບໍໃນເລື່ອງນີ້? ມະນຸດໂງ່ຈ້າ ແລະ ບໍ່ມີຄວາມຮູ້ຢ່າງຫຼວງຫຼາຍ, ອວດດີ ແລະ ຖືວ່າຕົນເອງຊອບທຳ; ມັນເປັນສິ່ງທີ່ງ່າຍທີ່ສຸດທີ່ເຂົາຈະສ້າງແນວຄິດຕ່າງໆກ່ຽວກັບພຣະເຈົ້າ ແລະ ຈຳກັດນິຍາມຂອງພວກເຂົາກ່ຽວກັບພຣະເຈົ້າ. ຖ້າຜູ້ຄົນເຊັ່ນນີ້ບໍ່ສາມາດຍອມຮັບຄວາມຈິງ, ມັນກໍເປັນອັນຕະລາຍຫຼາຍ ແລະ ພວກເຂົາມີແນວໂນ້ມຫຼາຍທີ່ສຸດທີ່ຈະຖືກໂຍນອອກ.
ຫຼາຍຄົນມີແນວຄິດ ແລະ ຄວາມຄິດເຫັນກ່ຽວກັບການອົບພະຍົກຂອງຄົນຢິວຈາກດິນແດນຢູດາຍ ແລະ ພວກເຂົາບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ, ແຕ່ນີ້ຄືບັນຫາທີ່ແກ້ໄຂໄດ້ຢ່າງງ່າຍດາຍຫຼາຍ. ເຮົາຈະບອກພວກເຈົ້າກ່ຽວກັບວິທີງ່າຍໆທີ່ຈະແກ້ໄຂມັນ. ໃຫ້ຮັບຟັງ ແລະ ເບິ່ງວ່າມັນສາມາດແກ້ໄຂຄວາມຫຍຸ້ງຍາກເຫຼົ່ານີ້ຂອງພວກເຈົ້າ ຫຼື ບໍ່. ກ່ອນອື່ນໝົດ, ວິທີການທີ່ງ່າຍທີ່ສຸດແມ່ນເພື່ອໃຫ້ຜູ້ຄົນຮູ້ວ່າພວກເຂົາຄືສິ່ງຖືກສ້າງ ແລະ ມັນຖືກກຳນົດໄວ້ໂດຍສະຫວັນ ແລະ ຮັບຮູ້ໂດຍແຜ່ນດິນໂລກທີ່ຈະໃຫ້ສິ່ງຖືກສ້າງເຊື່ອຟັງພຣະຜູ້ສ້າງຂອງພວກເຂົາ. ຖ້າສິ່ງຖືກສ້າງມີແນວຄິດກ່ຽວກັບພຣະຜູ້ສ້າງຂອງພວກເຂົາຢູ່ສະເໝີ ແລະ ບໍ່ສາມາດຍອມຕໍ່ພຣະອົງໄດ້, ແລ້ວສິ່ງນັ້ນຈະເປັນການບໍ່ເຊື່ອຟັງທີ່ຮ້າຍແຮງ. ຜູ້ຄົນຕ້ອງເຂົ້າໃຈວ່າມີຫຼັກການພື້ນຖານໃນການທີ່ພຣະຜູ້ສ້າງປະຕິບັດຕໍ່ສິ່ງຖືກສ້າງ, ເຊິ່ງເປັນຫຼັກການສູງສຸດອີກດ້ວຍ. ວິທີທີ່ພຣະຜູ້ສ້າງປະຕິບັດຕໍ່ສິ່ງຖືກສ້າງກໍອີງໃສ່ແຜນການຄຸ້ມຄອງຂອງພຣະອົງຢ່າງສົມບູນ ແລະ ຂໍ້ກຳນົດໃນພາລະກິດຂອງຂອງພຣະອົງ; ພຣະອົງບໍ່ຈຳເປັນຕ້ອງປຶກສາກັບໃຜ ແລະ ພຣະອົງບໍ່ຈຳເປັນຕ້ອງໃຫ້ໃຜເຫັນດີກັບພຣະອົງ. ສິ່ງໃດກໍຕາມທີ່ພຣະອົງຄວນເຮັດ ແລະ ບໍ່ວ່າພຣະອົງຈະປະຕິບັດຕໍ່ຜູ້ຄົນແນວໃດກໍຕາມ, ພຣະອົງກໍຊົງກະທຳ ແລະ ບໍ່ວ່າພຣະອົງເຮັດສິ່ງໃດ ຫຼື ພຣະອົງປະຕິບັດແນວໃດຕໍ່ຜູ້ຄົນ, ມັນລ້ວນແລ້ວແຕ່ສອດຄ່ອງກັບຫຼັກການແຫ່ງຄວາມຈິງ ແລະ ຫຼັກການທີ່ພຣະຜູ້ສ້າງປະຕິບັດພາລະກິດ. ສ່ວນສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ສິ່ງດຽວທີ່ຕ້ອງເຮັດຄືຍອມອ່ອນນ້ອມຕໍ່ພຣະຜູ້ສ້າງ; ຄົນໃດໜຶ່ງບໍ່ຄວນຕັດສິນໃຈດ້ວຍຕົນເອງ. ນີ້ຄືເຫດຜົນທີ່ສິ່ງຖືກສ້າງຄວນມີ ແລະ ຖ້າຄົນໃດໜຶ່ງບໍ່ມີມັນ, ແລ້ວພວກເຂົາກໍບໍ່ເໝາະສົມທີ່ຈະຖືກເອີ້ນວ່າຄົນ. ຜູ້ຄົນຕ້ອງເຂົ້າໃຈວ່າພຣະຜູ້ສ້າງຈະເປັນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງຢູ່ສະເໝີ; ພຣະອົງຊົງມີລິດອຳນາດ ແລະ ຄຸນສົມບັດໃນການປັ້ນແຕ່ງ ແລະ ປົກຄອງເໜືອສິ່ງມີຊີວິດໃດໆທີ່ຖືກສ້າງຂຶ້ນຕາມທີ່ພຣະອົງພໍໃຈ ແລະ ບໍ່ຈຳເປັນຕ້ອງມີເຫດຜົນທີ່ຈະເຮັດແບບນັ້ນ. ນີ້ແມ່ນສິດອຳນາດຂອງພຣະອົງ. ບໍ່ມີສິ່ງໃດໃນບັນດາສິ່ງມີຊີວິດແຫ່ງການຊົງສ້າງທີ່ມີສິດ ຫຼື ມີຄຸນສົມບັດທີ່ຈະຕັດສິນວ່າສິ່ງທີ່ພຣະຜູ້ສ້າງປະຕິບັດນັ້ນຖືກຕ້ອງ ຫຼື ຜິດ ຫຼື ພຣະອົງຄວນເຮັດແນວໃດ. ບໍ່ມີສິ່ງຖືກສ້າງໃດທີ່ໄດ້ຮັບສິດເພື່ອເລືອກວ່າຈະຍອມຮັບການປົກຄອງ ແລະ ການຈັດແຈງຂອງພຣະຜູ້ສ້າງ; ແລະ ບໍ່ມີສິ່ງຖືກສ້າງໃດທີ່ໄດ້ຮັບສິດເພື່ອຮຽກຮ້ອງກ່ຽວກັບວິທີການທີ່ພຣະຜູ້ສ້າງຕ້ອງປົກຄອງ ແລະ ຈັດແຈງໂຊກຊະຕາຂອງພວກເຂົາ. ນີ້ແມ່ນຄວາມຈິງສູງສຸດ. ບໍ່ວ່າພຣະຜູ້ສ້າງໄດ້ກະທຳສິ່ງໃດແກ່ສິ່ງມີຊີວິດທີ່ຖືກສ້າງຂອງພຣະອົງ ແລະ ບໍ່ວ່າພຣະອົງໄດ້ເຮັດມັນແນວໃດ, ມະນຸດທີ່ພຣະອົງສ້າງຂຶ້ນຄວນເຮັດພຽງແຕ່ສິ່ງດຽວຄື: ສະແຫວງຫາ, ຍອມ, ຮູ້ຈັກ ແລະ ຍອມຮັບທຸກສິ່ງທີ່ພຣະຜູ້ສ້າງໄດ້ຈັດວາງ. ຜົນສຸດທ້າຍຄື ພຣະຜູ້ສ້າງຈະໄດ້ສຳເລັດແຜນການຄຸ້ມຄອງຂອງພຣະອົງ ແລະ ສຳເລັດພາລະກິດຂອງພຣະອົງ, ໄດ້ເຮັດໃຫ້ແຜນການຄຸ້ມຄອງຂອງພຣະອົງກ້າວໜ້າໄປໂດຍປາສະຈາກສິ່ງກີດຂວາງໃດໆ; ໃນຂະນະດຽວກັນ, ຍ້ອນສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ຍອມຮັບກົດ ແລະ ການຈັດແຈງຂອງພຣະຜູ້ຊົງສ້າງ ແລະ ຍອມຕໍ່ກົດ ແລະ ການຈັດແຈງຂອງພຣະອົງ, ພວກເຂົາຈະໄດ້ຮັບຄວາມຈິງ, ເຂົ້າໃຈຄວາມປະສົງຂອງພຣະຜູ້ຊົງສ້າງ ແລະ ໄດ້ຮູ້ຈັກນິໄສຂອງພຣະອົງ. ຍັງມີຫຼັກການອື່ນທີ່ເຮົາຕ້ອງບອກພວກເຈົ້າ: ບໍ່ວ່າພຣະຜູ້ຊົງສ້າງກະທຳສິ່ງໃດ, ບໍ່ວ່າພຣະອົງສຳແດງອອກແນວໃດ ແລະ ບໍ່ວ່າສິ່ງທີ່ພຣະອົງກະທຳນັ້ນເປັນການກະທຳທີ່ຍິ່ງໃຫຍ່ ຫຼື ນ້ອຍ, ພຣະອົງກໍຍັງເປັນພຣະຜູ້ຊົງສ້າງ; ໃນຂະນະທີ່ມວນມະນຸດຊາດທີ່ຖືກພຣະອົງສ້າງຂຶ້ນ, ບໍ່ວ່າພວກເຂົາໄດ້ກະທຳສິ່ງໃດ ແລະ ບໍ່ວ່າພວກເຂົາອາດມີພອນສະຫວັນ ຫຼື ມີຂອງປະທານສໍ່າໃດ, ພວກເຂົາກໍຍັງເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນຢູ່. ສ່ວນມະນຸດທີ່ຖືກສ້າງຂຶ້ນ, ບໍ່ວ່າພວກເຂົາໄດ້ຮັບພຣະຄຸນ ແລະ ພອນຈາກພຣະຜູ້ຊົງສ້າງຫຼາຍປານໃດກໍຕາມ ຫຼື ຄວາມເມດຕາ, ຄວາມເມດຕາກາລຸນາ ຫຼື ຄວາມປານີພຽງໃດ, ພວກເຂົາກໍບໍ່ຄວນເຊື່ອຕົນເອງວ່າຢືນຢູ່ເໜືອຄົນອື່ນ ຫຼື ຄິດວ່າພວກເຂົາສາມາດເທົ່າທຽມກັບພຣະເຈົ້າໄດ້ ແລະ ວ່າພວກເຂົາໄດ້ຮັບຕໍາແໜ່ງສູງກວ່າບັນດາສິ່ງມີຊີວິດທີ່ຖືກສ້າງຂຶ້ນ. ບໍ່ວ່າພຣະເຈົ້າໄດ້ປະທານຂອງຂວັນໃຫ້ແກ່ເຈົ້າຫຼາຍປານໃດ ຫຼື ພຣະອົງໄດ້ປະທານພຣະຄຸນໃຫ້ເຈົ້າຫຼາຍປານໃດ ຫຼື ພຣະອົງໄດ້ປະຕິບັດຕໍ່ເຈົ້າຢ່າງໃຈດີປານໃດ ຫຼື ບໍວ່າພຣະອົງໄດ້ປະທານພອນສະຫວັນພິເສດບາງຢ່າງໃຫ້ແກ່ເຈົ້າກໍຕາມ, ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ເປັນຊັບສິນຂອງເຈົ້າ. ເຈົ້າເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ເຈົ້າຈະເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນຕະຫຼອດໄປ. ເຈົ້າຕ້ອງບໍ່ຄິດວ່າ “ຂ້ານ້ອຍເປັນທີ່ຮັກໂຕນ້ອຍໆໃນກໍາມືຂອງພຣະເຈົ້າ. ພຣະເຈົ້າຈະບໍ່ປະຖິ້ມຂ້ານ້ອຍ, ທັດສະນະຂອງພຣະເຈົ້າຕໍ່ຂ້ານ້ອຍຈະເປັນທັດສະນະແຫ່ງຄວາມຮັກ, ການເອົາໃຈໃສ່ ແລະ ການໂອບກອດຢ່າງອ່ອນໂຍນຢູ່ສະເໝີ, ດ້ວຍສຽງກະຊິບປອບໂຍນອັນອົບອຸ່ນ ແລະ ການໃຫ້ກຳລັງໃຈສະເໝີ”. ກົງກັນຂ້າມ, ໃນສາຍຕາຂອງພຣະຜູ້ຊົງສ້າງ, ເຈົ້າເປັນຄືກັນກັບສິ່ງມີຊີວິດທີ່ຖືກສ້າງຂຶ້ນອື່ນໆທັງໝົດ; ພຣະເຈົ້າສາມາດໃຊ້ເຈົ້າຕາມທີ່ພຣະອົງປາດຖະໜາ ແລະ ຍັງສາມາດປັ້ນແຕ່ງເຈົ້າຕາມທີ່ພຣະອົງປາຖະໜາດ້ວຍ ແລະ ພຣະອົງສາມາດຈັດແຈງຕາມທີ່ພຣະອົງປາດຖະໜາເພື່ອໃຫ້ເຈົ້າເຮັດບົດບາດໃດໜຶ່ງທ່າມກາງຄົນທຸກປະເພດ, ເຫດການ ແລະ ສິ່ງຕ່າງໆທຸກຮູບແບບ. ນີ້ແມ່ນຄວາມຮູ້ທີ່ຜູ້ຄົນຄວນມີ ແລະ ຈິດສຳນຶກທີ່ດີທີ່ພວກເຂົາຄວນມີ. ຖ້າຄົນໆໜຶ່ງສາມາດເຂົ້າໃຈ ແລະ ຍອມຮັບຄຳເວົ້າເຫຼົ່ານີ້ໄດ້, ຄວາມສຳພັນຂອງພວກເຂົາກັບພຣະເຈົ້າຈະເຕີບໃຫຍ່ຂຶ້ນກວ່າປົກກະຕິ ແລະ ພວກເຂົາຈະສ້າງຄວາມສຳພັນທີ່ຖືກຕ້ອງທີ່ສຸດກັບພຣະອົງ; ຖ້າຄົນໆໜຶ່ງສາມາດເຂົ້າໃຈ ແລະ ຍອມຮັບຄຳເວົ້າເຫຼົ່ານີ້ໄດ້, ພວກເຂົາຈະວາງຕຳແໜ່ງຂອງຕົນຢ່າງຖືກຕ້ອງ, ເຂົ້າຮັບຕຳແໜ່ງຂອງພວກເຂົາຢູ່ທີ່ນັ້ນ ແລະ ປະຕິບັດໜ້າທີ່ຂອງຕົນ.
ພວກເຈົ້າຄິດແນວໃດຫຼັງຈາກທີ່ໄດ້ຮັບຟັງຄຳເວົ້າເຫຼົ່ານີ້? ເຈົ້າຈະຍັງເຂົ້າໃຈພຣະເຈົ້າຜິດບໍ? ບາງຄົນເວົ້າວ່າ “ເນື່ອງຈາກພຣະເຈົ້າປະຕິບັດຕໍ່ຜູ້ຄົນໃນລັກສະນະນີ້, ເມື່ອພຣະເຈົ້າເວົ້າວ່າມະນຸດເປັນຄືກັບມົດ ແລະ ຕ້ອຍຕໍ່າກວ່າໜອນໃນສາຍຕາຂອງພຣະອົງ, ມັນເບິ່ງຄືກັບວ່ານີ້ບໍ່ໄດ້ເປັນພຽງທິດສະດີ, ແຕ່ຄືຄວາມເປັນຈິງ! ມະນຸດບໍ່ໄດ້ເປັນທີ່ໂປດປານສຳລັບພຣະເຈົ້າ ແລະ ພຣະເຈົ້າບໍ່ໄດ້ໃກ້ຊິດກັບມະນຸດດັ່ງທີ່ຜູ້ຄົນຈິນຕະນາການ”. ຫົວໃຈຂອງຜູ້ຄົນເຢືອກເຢັນ, ຄືກັບວ່າມີການໂຍນນໍ້າໃສ່ແປວໄຟ ແລະ ຄວາມກະຕືລືລົ້ນຂອງພວກເຂົາຫຼຸດລົງ. ພວກເຈົ້າຈະເວົ້າບໍວ່າມັນດີກວ່າທີ່ຫົວໃຈຂອງພວກເຂົາຈະເຢືອກເຢັນ ຫຼື ພວກເຂົາຈະມີຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າຢູ່ສະເໝີ? (ມັນດີກວ່າທີ່ຫົວໃຈຂອງພວກເຂົາຈະເຢືອກເຢັນ.) ໂດຍການເຢັນລົງເປັນຊົ່ວໄລຍະໜຶ່ງເທົ່ານັ້ນ, ພວກເຂົາຈຶ່ງສາມາດເຂົ້າໃຈອຸປະນິໄສຂອງພຣະເຈົ້າ. ຄວາມສຳນຶກທີ່ສິ່ງຖືກສ້າງຄວນມີຄືການນໍາໃຊ້ຄວາມຈິງເປັນຫຼັກການຂອງພວກເຂົາສຳລັບທຸກສິ່ງ; ພວກເຂົາຄວນນໍາໃຊ້ຄວາມຈິງເປັນພື້ນຖານຂອງພວກເຂົາສຳລັບວິທີການທີ່ພວກເຂົາເບິ່ງທຸກສິ່ງ ແລະ ພວກເຂົາຄວນນໍາໃຊ້ຄວາມຈິງເປັນຫຼັກການ ແລະ ພື້ນຖານຂອງພວກເຂົາສຳລັບທຸກສິ່ງທີ່ພວກເຂົາເຮັດ. ນີ້ຄືວິທີການທີ່ຖືກຕ້ອງທີ່ຈະເປັນ. ແຕ່ໃນທາງກົງກັນຂ້າມ, ຜູ້ຄົນຮູ້ສຶກໃນຫົວໃຈຂອງພວກເຂົາຢູ່ສະເໝີວ່າຄວາມສຳພັນຂອງພວກເຂົາກັບພຣະເຈົ້າເປັນຄືກັບຄວາມສຳພັນຂອງພວກເຂົາກັບຄົນອື່ນ ແລະ ປະຕິກິລິຍາຂອງພວກເຂົາຄວນມີຈຸດຍຶດໝັ້ນທີ່ເທົ່າທຽມກັນ. ນີ້ຄືສະຖານະການທີ່ດີບໍ? (ບໍ່, ມັນບໍ່ແມ່ນ.) ມັນບໍ່ແມ່ນໄດ້ແນວໃດ? ຜູ້ຄົນໄດ້ວາງຕົນເອງໄວ້ໃນຕຳແໜ່ງທີ່ບໍ່ຖືກຕ້ອງ; ພວກເຂົາບໍ່ໄດ້ປະຕິບັດຕໍ່ພຣະເຈົ້າຄືກັບເປັນພຣະເຈົ້າ. ນີ້ເປັນເພາະຜູ້ຄົນມີຄວາມເຂົ້າໃຈຜິດຫຼາຍເກີນໄປກ່ຽວກັບພຣະເຈົ້າ, ແຕ່ພຣະເຈົ້າຈະບໍ່ປ່ຽນທ່າທີ່ຂອງພຣະອົງໂດຍເປັນຜົນມາຈາກຄວາມເຂົ້າໃຈຜິດ ຫຼື ສິ່ງກີດຂວາງຂອງຜູ້ຄົນ. ໃນທາງກົງກັນຂ້າມ, ພຣະອົງຈະບໍ່ພຽງແຕ່ບໍ່ປ່ຽນແປງທ່າທີ່ຂອງພຣະອົງ, ແຕ່ພຣະອົງຈະສືບຕໍ່ເຮັດພາລະກິດໃນຜູ້ຄົນຕາມຫຼັກການ, ດັ່ງທີ່ເປັນມາກ່ອນ ແລະ ຈັດແຈງ ແລະ ປົກຄອງສູງສຸດເໜືອຊີວິດຂອງມະນຸດຊາດທັງປວງ. ເຖິງຢ່າງໃດກໍຕາມ, ມະນຸດມີແນວໂນ້ມທີ່ຈະສ້າງແນວຄິດກ່ຽວກັບພຣະເຈົ້າ ແລະ ຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ, ສະນັ້ນມະນຸດຕ້ອງທົນທຸກຢ່າງໃຫຍ່ຫຼວງ. ຜູ້ຄົນຕ້ອງການເດີນໜ້າໄປຫາພຣະເຈົ້າ ແລະ ເພີ່ມຂະຫຍາຍຄວາມສຳພັນຂອງພວກເຂົາກັບພຣະອົງ ແລະ ພວກເຂົາເວົ້າກ່ຽວກັບຄວາມຮູ້ສຶກ, ທຶນ, ພອນສະຫວັນ, ຄວາມສາມາດຂອງພວກເຂົາ, ພວກເຮົາໄດ້ຮັບຫຼາຍສໍ່າໃດ, ຄວາມສຳເລັດໃນອະດີດຂອງພວກເຂົາ ແລະ ເຫດຜົນທຸກປະເພດອື່ນໆ. ຜູ້ຄົນສາມາດຮັບຄວາມຈິງບໍເມື່ອພວກເຂົາດຳລົງຊີວິດໃນສະພາວະເຫຼົ່ານີ້ຢູ່ສະເໝີ? ບໍ່, ພວກເຂົາບໍ່ສາມາດຮັບໄດ້. ຖ້າເຈົ້າບໍ່ມີຫົວໃຈທີ່ເຊື່ອຟັງພຣະເຈົ້າ, ມີມຸມມອງທີ່ບໍ່ຖືກຕ້ອງຢູ່ສະເໝີ, ບໍ່ສາມາດຮັບເອົາຕຳແໜ່ງຂອງສິ່ງຖືກສ້າງ, ມີຄວາມທະເຍີທະຍານທີ່ບໍ່ໄດ້ຄວບຄຸມ ແລະ ປາຖະໜາຫາຕຳແໜ່ງທີ່ສູງຂຶ້ນຢູ່ສະເໝີ, ໃນທີ່ສຸດແລ້ວ ມັນຈະເຮັດໃຫ້ເຈົ້າບໍ່ສາມາດຮັບມືກັບໜ້າທີ່ຂອງເຈົ້າຢ່າງຖືກຕ້ອງ ຫຼື ເຂົ້າໃຈການຮຽກຮ້ອງຂອງພຣະເຈົ້າ ແລະ ທ່າທີ່ຕໍ່ເຈົ້າຢ່າງຖືກຕ້ອງ. ເຖິງແມ່ນວ່າເຈົ້າຖືກຫຼໍ່ຫຼອມຢູ່ສະເໝີ ແລະ ທົນທຸກຢູ່ສະເໝີ, ເຈົ້າກໍສາມາດປະຖິ້ມແນວຄິດ ແລະ ຈິນຕະນາການຂອງເຈົ້າ ແລະ ເຖິງກັບຄິດວ່າເຈົ້າເປັນຜູ້ທີ່ພຣະເຈົ້າຮັກທີ່ສຸດ ແລະ ມີຄວາມສຳພັນນໍາຫຼາຍທີ່ສຸດ. ຜົນຕາມມາກໍຄືເມື່ອເຈົ້າເຫັນວ່າໃນຄວາມເປັນຈິງແລ້ວ, ພຣະເຈົ້າບໍ່ໄດ້ເຮັດໃນລັກສະນະນັ້ນ ແລະ ມັນເປັນພຽງຄວາມຄິດທີ່ປາຖະໜາຢາກມີໃນສ່ວນຂອງເຈົ້າ, ເຈົ້າກໍປະສົບກັບຄວາມລົ້ມເຫຼວ ແລະ ຮູ້ສຶກວ່າຖືກໂຈມຕີ; ເຈົ້າຮູ້ສຶກບໍ່ພໍໃຈ ແລະ ຄືກັບວ່າເຈົ້າຖືກທຳຮ້າຍ. ຄວາມຮູ້ສຶກຂອງເຈົ້າເສຍຫາຍຫຼາຍເຊັ່ນກັນ. ການທົນທຸກນີ້ຄຸ້ມຄ່າກັບມັນບໍ? (ບໍ່, ມັນບໍ່ແມ່ນ.) ຜູ້ຄົນໄດ້ນໍາຄວາມທົນທຸກມາຫາຕົນເອງ ຍ້ອນຄວາມຄິດ, ແນວຄິດ ແລະ ຈິນຕະນາການທີ່ປາຖະໜາຢາກມີຂອງພວກເຂົາ. ນີ້ຄືສິ່ງທີ່ເປັນບັນຫາທີ່ສຸດສຳລັບພວກເຂົາ ແລະ ພວກເຂົາຈຳເປັນຕ້ອງປ່ຽນແປງຕົນເອງ! ພວກເຂົາຄວນເລີ່ມເຮັດສິ່ງນີ້ໄດ້ແນວໃດ? ໂດຍການຮັບຮູ້ວ່າພຣະເຈົ້າຊອບທຳຕໍ່ທຸກຄົນ ແລະ ພາລະກິດທັງໝົດທີ່ພຣະເຈົ້າປະຕິບັດແມ່ນເພື່ອຊ່ວຍເຜົ່າພັນມະນຸດໃຫ້ລອດພົ້ນ, ພຣະອົງບໍ່ມີວາລະອື່ນ. ສິ່ງທີ່ຜູ້ຄົນຄວນເຮັດກໍຄືການຮັບເອົາຕຳແໜ່ງຂອງສິ່ງຖືກສ້າງ, ຍອມຕໍ່ອຳນາດສູງສຸດຂອງພຣະຜູ້ສ້າງ, ການປັ້ນແຕ່ງ ແລະ ການຈັດແຈງ, ຍອມຮັບ ແລະ ຍອມຕໍ່ທຸກສິ່ງທີ່ພຣະຜູ້ສ້າງໄດ້ເຮັດ, ສະແຫວງຫາຄວາມຈິງ ແລະ ຄວາມປະສົງຂອງພຣະເຈົ້າໃນສິ່ງເຫຼົ່ານີ້ ແລະ ຮັບຮູ້ຄວາມປະພຶດຂອງພຣະເຈົ້າ. ຖ້າຜູ້ຄົນນໍາໃຊ້ແນວຄິດຂອງພວກເຂົາເອງເພື່ອຍົກຍ້ອງ ແລະ ຈຳກັດການກະທຳຂອງພຣະເຈົ້າຢູ່ສະເໝີ, ຮຽກຮ້ອງພຣະເຈົ້າຢ່າງບໍ່ສົມເຫດສົມຜົນຢູ່ສະເໝີ ແລະ ຢືນຢັນວ່າພຣະເຈົ້າເຮັດສິ່ງຕ່າງໆຕາມວິທີການຂອງພວກເຂົາ, ແລ້ວພວກເຂົາກຳລັງກະບົດຕໍ່ພຣະເຈົ້າ ແລະ ພວກເຂົາຈະບໍ່ພຽງແຕ່ບໍ່ສາມາດເຂົ້າໃຈຄວາມຈິງ, ແຕ່ໃນທີ່ສຸດແລ້ວຈະບໍ່ມີຫຍັງເຫຼືອ ນອກຈາກພວກເຂົາຈຶ່ງຖືກລັງກຽດ ແລະ ໂຍນອອກໂດຍພຣະເຈົ້າ. ຖ້າຜູ້ຄົນຕ້ອງການໄດ້ຮັບພອນຈາກພຣະເຈົ້າ, ສິ່ງດຽວທີ່ພວກເຂົາຈຳເປັນຕ້ອງເຮັດກໍຄືການສະແຫວງຫາ, ການຍອມອ່ອນນ້ອມ, ການຮັບຮູ້ ແລະ ການຍອມຮັບທຸກສິ່ງທີ່ພຣະຜູ້ສ້າງໄດ້ເຮັດ. ນີ້ຄືວິທີດຽວທີ່ຜູ້ຄົນຈະເຂົ້າໃຈຄວາມຈິງ, ຮູ້ຈັກພຣະເຈົ້າ, ບັນລຸຄວາມເຊື່ອຟັງຢ່າງແທ້ຈິງຕໍ່ພຣະເຈົ້າ ແລະ ໄດ້ຮັບຄວາມລອດພົ້ນ.
ວັນທີ 18 ພຶດສະພາ 2018