6. ເປັນຫຍັງຈຶ່ງເວົ້າວ່າ ການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສຳເລັດລົງ?

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ດັ່ງນັ້ນ ຄັ້ງໜຶ່ງພຣະຄຣິດໄດ້ຖືກສະເໜີໃຫ້ແບກຮັບເອົາບາບຂອງຄົນຈຳນວນຫຼາຍ; ແລະ ສຳລັບຜູ້ທີ່ຊອກຫາພຣະອົງ ພຣະອົງກໍ່ຈະປາກົດຕົວເປັນຄັ້ງທີສອງ ໂດຍບໍ່ມີຄວາມຜິດບາບເພື່ອຄວາມລອດພົ້ນ” (ເຮັບເຣີ 9:28).

“ໃນຕົ້ນເດີມນັ້ນຊົງເປັນພຣະທຳຢູ່ແລ້ວ ແລະ ພຣະທຳຊົງຢູ່ກັບພຣະເຈົ້າ ແລະ ພຣະທຳຊົງເປັນພຣະເຈົ້າ” (ໂຢຮັນ 1:1).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ. ສະນັ້ນ ໃນທັງສາມຂັ້ນຕອນຂອງພາລະກິດ, ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ສອງຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນັ້ນກໍເພາະວ່າ ມີພຽງໜຶ່ງໃນສາມຂັ້ນຕອນຂອງພາລະກິດເທົ່ານັ້ນທີ່ເປັນການນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ, ໃນຂະນະທີ່ອີກສອງຂັ້ນຕອນປະກອບດ້ວຍພາລະກິດແຫ່ງຄວາມລອດພົ້ນ. ມີພຽງແຕ່ການກາຍມາເປັນເນື້ອໜັງເທົ່ານັ້ນ ພຣະເຈົ້າຈຶ່ງສາມາດດຳລົງຊີວິດຢູ່ຄຽງຂ້າງກັບມະນຸດ, ຜະເຊີນກັບການທົນທຸກໃນໂລກ ແລະ ດຳລົງຊີວິດໃນຮ່າງກາຍເນື້ອໜັງທຳມະດາ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດສະໜອງຫົນທາງທີ່ເປັນຈິງໃຫ້ກັບມະນຸດໄດ້ ເຊິ່ງເປັນສິ່ງທີ່ພວກເຂົາຕ້ອງການໃນຖານະສິ່ງຖືກສ້າງ. ມັນແມ່ນຜ່ານການບັງເກີດເປັນມະນຸດຂອງພຣະເຈົ້າ ມະນຸດຈຶ່ງໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຢ່າງສົມບູນ ແລະ ບໍ່ແມ່ນໄດ້ຮັບມາຈາກສະຫວັນໂດຍກົງຍ້ອນຄໍາອະທິຖານຂອງເຂົາ. ເພາະວ່າມະນຸດມາຈາກເນື້ອໜັງ ແລະ ເລືອດ, ເຂົາຈຶ່ງບໍ່ມີທາງເຫັນພຣະວິນຍານຂອງພຣະເຈົ້າໄດ້, ແຮງໄກທີ່ເຂົາຈະເຂົ້າເຖິງພຣະວິນຍານຂອງພຣະອົງ. ສິ່ງທີ່ມະນຸດສຳຜັດລ້ວນແລ້ວແຕ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ມະນຸດຈຶ່ງສາມາດເຂົ້າໃຈຫົນທາງທັງໝົດ ແລະ ຄວາມຈິງທັງໝົດ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ. ການບັງເກີດຄັ້ງທີສອງແມ່ນພຽງພໍທີ່ຈະກຳຈັດຄວາມຜິດບາບຂອງມະນຸດ ແລະ ເພື່ອເຮັດໃຫ້ເຂົາບໍລິສຸດຢ່າງສົມບູນ. ສະນັ້ນ ຍ້ອນການບັງເກີດເປັນມະນຸດຄັ້ງທີສອງ ພາລະກິດທັງໝົດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງຈະນໍາໄປສູ່ຈຸດສິ້ນສຸດ ແລະ ສຸດທ້າຍ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະຖືກເຮັດໃຫ້ສໍາເລັດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນເວລາທີ່ພຣະເຢຊູປະຕິດບັດພາລະກິດຂອງພຣະອົງນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຍັງມືດມົວຢູ່ ແລະ ບໍ່ທັນແຈ່ມແຈ້ງເທື່ອ. ມະນຸດເຊື່ອສະເໝີວ່າ ພຣະອົງເປັນບຸດຊາຍຂອງເດວິດ ແລະ ປະກາດພຣະອົງໃຫ້ເປັນສາສະດາທີ່ຍິ່ງໃຫຍ່ ເປັນພຣະຜູ້ເປັນເຈົ້າທີ່ມີຄວາມເມດຕາກະລຸນາທີ່ໄຖ່ບາບໃຫ້ກັບມະນຸດ. ຍ້ອນຄວາມເຊື່ອຂອງພວກເຂົາ ບາງຄົນກໍໄດ້ຮັບການປິ່ນປົວພຽງແຕ່ໄດ້ຈັບບາຍຂອບເສື້ອຜ້າຂອງພຣະອົງ; ຄົນຕາບອດກໍສາມາດເຫັນ ແລະ ແມ່ນແຕ່ຄົນຕາຍຍັງສາມາດຟື້ນຄືນໄດ້. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດຄົ້ນພົບອຸປະນິໄສຊົ່ວຮ້າຍອັນເສື່ອມຊາມທີ່ຝັງເລິກຢູ່ພາຍໃນຕົວພວກເຂົາ ຫຼື ພວກເຂົາບໍ່ຮູ້ວິທີທາງກໍາຈັດອຸປະນິໄສນັ້ນອອກໄປ. ມະນຸດໄດ້ຮັບພຣະກະລຸນາຢ່າງໃຫຍ່ຫຼວງ ເຊັ່ນ: ຄວາມສະຫງົບສຸກ, ຄວາມສຸກຂອງຮ່າງກາຍ, ຄວາມສັດທາພຽງຄົນດຽວກໍນໍາການອວຍພອນມາເຖິງຄອບຄົວທັງໝົດ, ການຮັກສາຄວາມເຈັບປ່ວຍ ແລະ ອື່ນໆ. ສ່ວນທີ່ເຫຼືອແມ່ນເປັນການກະທໍາດີຂອງມະນຸດ ແລະ ການມີສິນທໍາ. ຖ້າມະນຸດສາມາດດໍາລົງຊີວິດບົນພື້ນຖານສິ່ງເຫຼົ່ານີ້ ພວກເຂົາຖືວ່າເປັນຜູ້ເຊື່ອທີ່ເໝາະສົມທີ່ສຸດ. ມີພຽງຜູ້ເຊື່ອແບບນີ້ເທົ່ານັ້ນເມື່ອຕາຍໄປຈະໄດ້ໄປສູ່ສະຫວັນ ເຊິ່ງໝາຍຄວາມວ່າພວກເຂົາໄດ້ຖືກຊ່ວຍໃຫ້ພົ້ນແລ້ວ. ແຕ່ວ່າ ໃນຊີວິດຂອງພວກເຂົາ ຜູ້ຄົນເຫຼົ່ານີ້ບໍ່ເຄີຍເຂົ້າໃຈຫົນທາງແຫ່ງຊີວິດເລີຍ. ພວກເຂົາສ້າງແຕ່ຄວາມບາບ ສ້າງບາບແລ້ວກໍສະຫຼະພາບບາບ. ເຮັດແບບນັ້ນຊໍ້າແລ້ວຊໍ້າອີກໂດຍບໍ່ມີການຄົ້ນຄິດຫາເສັ້ນທາງເພື່ອປ່ຽນແປງອຸປະນິໄສຂອງພວກເຂົາເລີຍ. ນັ້ນຄືສະພາບຂອງມະນຸດໃນຍຸກແຫ່ງພຣະຄຸນ. ແລ້ວມະນຸດໄດ້ຮັບຄວາມລອດພົ້ນຢ່າງສົມບູນບໍ? ບໍ່! ສະນັ້ນ ຫລັງຈາກພາລະກິດຍຸກນັ້ນໄດ້ສິ້ນສຸດລົງ ກໍຍັງມີພາລະກິດຂອງການພິພາກສາ ແລະ ການຕີສອນ. ພາລະກິດຍຸກນີ້ແມ່ນເພື່ອເຮັດໃຫ້ມະນຸດບໍລິສຸດໂດຍວິທີທາງແຫ່ງພຣະທໍາ ແລະ ເປັນການມອບຫົນທາງໃຫ້ມະນຸດປະຕິບັດຕາມ. ຍຸກນີ້ຈະບໍ່ມີຜົນປະໂຫຍດ ຫຼື ມີຄວາມໝາຍ ຖ້າຍັງມີການສືບຕໍ່ກໍາຈັດມານຮ້າຍ ເພາະວ່າມັນຈະເຮັດໃຫ້ການລົບລ້າງທໍາມະຊາດແຫ່ງຄວາມຜິດບາບຂອງມະນຸດລົ້ມເຫຼວ ແລະ ມະນຸດກໍຈະຢຸດຢູ່ໃນການໃຫ້ອະໄພບາບຂອງພວກເຂົາ. ໂດຍຜ່ານການຖວາຍບາບ ມະນຸດໄດ້ຮັບການໃຫ້ອະໄພຈາກຄວາມຜິດບາບຂອງພວກເຂົາ ນັ້ນກໍຄືຍ້ອນພາລະກິດຂອງການໄຖ່ບາບດ້ວຍການຄຶງເທິງໄມ້ກາງແຂນໄດ້ສິ້ນສຸດລົງ ແລະ ຍ້ອນພຣະເຈົ້າໄດ້ເອົາຊະນະຊາຕານ ມະນຸດຈຶ່ງໄດ້ຮັບການໃຫ້ອະໄພຄວາມຜິດບາບ. ແຕ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດຍັງຄົງເສື່ອມຊາມຢູ່ ມະນຸດຍັງສາມາດສ້າງບາບ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພຣະເຈົ້າຍັງບໍ່ໄດ້ຖືກຮັບເອົາໂດຍມະນຸດ. ດ້ວຍເຫດນັ້ນ ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າຈຶ່ງໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອຊາມຂອງມະນຸດ ເພື່ອເຮັດໃຫ້ພວກເຂົາປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ. ຂັ້ນຕອນນີ້ແມ່ນມີຄວາມໝາຍກວ່າຂັ້ນຕອນທີ່ຜ່ານມາ ພ້ອມທັງມີຜົນປະໂຫຍດຫຼາຍກວ່າ ເພາະວ່າເປັນຍຸກແຫ່ງພຣະທໍາທີ່ສະໜອງຊີວິດຂອງມະນຸດໂດຍກົງ ແລະ ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່ທັງໝົດ; ເປັນຂັ້ນຕອນຂອງພາລະກິດທີ່ລະອຽດຂຶ້ນຫຼາຍ. ສະນັ້ນ ການບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ສໍາເລັດຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ສໍາເລັດແຜນການຄຸ້ມຄອງຂອງພຣະເຈົ້າຢ່າງສົມບູນເພື່ອຄວາມລອດພົ້ນຂອງມະນຸດ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າ ໃນການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະອົງ ບໍ່ໄດ້ເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດສົມບູນ; ພຣະອົງພຽງແຕ່ເຮັດໃຫ້ຂັ້ນຕອນທຳອິດຂອງພາລະກິດສົມບູນ ເຊິ່ງມັນຈຳເປັນສຳລັບພຣະເຈົ້າທີ່ຈະປະຕິບັດໃນເນື້ອໜັງ. ສະນັ້ນ ເພື່ອທີ່ຈະສຳເລັດພາລະກິດແຫ່ງການບັງເກີດເປັນມະນຸດ ພຣະເຈົ້າໄດ້ກັບຄືນໄປສູ່ເນື້ອໜັງອີກຄັ້ງ ມີຊີວິດຢູ່ໂດຍຄວາມທຳມະດາ ແລະ ຄວາມເປັນຈິງທັງໝົດຂອງເນື້ອໜັງ ນັ້ນກໍຄື ການເຮັດໃຫ້ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງທີ່ທຳມະດາ ແລະ ບໍ່ມີຫຍັງພິເສດຢ່າງສົມບູນ ທັງໝົດກໍເພື່ອສໍາເລັດພາລະກິດທີ່ພຣະອົງຍັງເຮັດບໍ່ແລ້ວໃນເນື້ອໜັງ. ໃນແກ່ນແທ້ແລ້ວ ການບັງເກີດເປັນມະນຸດຄັ້ງທີ່ສອງແມ່ນຄືກັນກັບຄັ້ງທຳອິດ ແຕ່ເປັນຈິງຫຼາຍກວ່າເກົ່າ, ເຖິງກັບທຳມະດາຫຼາຍກວ່າຄັ້ງທຳອິດ. ຜົນຕາມມາກໍຄື ຄວາມທຸກທໍລະມານຂອງການບັງເກີດເປັນມະນຸດຄັ້ງທີສອງຜະເຊີນແມ່ນຍິ່ງໃຫຍ່ກວ່າຄັ້ງທຳອິດ ແຕ່ຄວາມທຸກທໍລະມານນີ້ເປັນຜົນມາຈາກພັນທະກິດຜ່ານເນື້ອໜັງຂອງພຣະອົງ, ເຊິ່ງແຕກຕ່າງຈາກການຄວາມທຸກຂອງມະນຸດທີ່ເສື່ອມຊາມ. ມັນຍັງເກີດມາຈາກຄວາມເປັນທຳມະດາ ແລະ ຄວາມເປັນຈິງຂອງເນື້ອໜັງຂອງພຣະອົງ. ຍ້ອນພຣະອົງປະຕິບັດພັນທະກິດຂອງພຣະອົງໃນເນື້ອໜັງທຳມະດາ ແລະ ເປັນຈິງຢ່າງສິ້ນເຊີງ, ເນື້ອໜັງຕ້ອງອົດທົນຕໍ່ຄວາມຫຍຸ້ງຍາກທີ່ຍິ່ງໃຫຍ່. ຍິ່ງເນື້ອໜັງນີ້ທຳມະດາ ແລະ ເປັນຈິງຫຼາຍພຽງໃດ ພຣະອົງກໍທົນທຸກໃນການປະຕິບັດພັນທະກິດຂອງພຣະອົງຫຼາຍພຽງນັ້ນ. ພາລະກິດຂອງພຣະອົງທີ່ຖືກສະແດງອອກໃນເນື້ອໜັງທີ່ທຳມະດາຫຼາຍ ເຊິ່ງບໍ່ໄດ້ຢູ່ເໜືອທຳມະຊາດເລີຍ. ຍ້ອນເນື້ອໜັງຂອງພຣະອົງທຳມະດາ ແລະ ຕ້ອງຮັບແບກພາລະກິດແຫ່ງການຊ່ວຍມະນຸດ, ພຣະອົງຍິ່ງທົນທຸກຫຼາຍກວ່າເນື້ອໜັງທີ່ເໜືອທຳມະຊາດ ແລະ ການທົນທຸກທັງໝົດນີ້ເກີດມາຈາກຄວາມເປັນຈິງ ແລະ ຄວາມທຳມະດາຂອງເນື້ອໜັງຂອງພຣະອົງ. ຈາກການທີ່ທົນທຸກຂອງເນື້ອໜັງທັງສອງທີ່ບັງເກີດເປັນມະນຸດໄດ້ຮັບໃນຂະນະທີ່ປະຕິບັດພັນທະກິດຂອງພຣະອົງ ຄົນໆໜຶ່ງສາມາດເຫັນເຖິງແກ່ນແທ້ຂອງເນື້ອໜັງທີ່ບັງເກີດເປັນມະນຸດ. ຍິ່ງເນື້ອໜັງເປັນທຳມະດາພຽງໃດ ພຣະອົງຍິ່ງຕ້ອງອົດທົນກັບຄວາມລຳບາກທີ່ຍິ່ງໃຫຍ່ຫຼາຍພຽງນັ້ນໃນເວລາທີ່ປະຕິບັດພາລະກິດ; ຍິ່ງເມື່ອເນື້ອໜັງທີ່ປະຕິບັດພາລະກິດເປັນຈິງຫຼາຍພຽງໃດ ຄວາມຄິດຕ່າງໆນາໆທີ່ຜູ້ຄົນຈະຮັບກໍຍິ່ງຮຸນແຮງຫຼາຍພຽງນັ້ນ ແລະ ຄວາມອັນຕະລາຍກໍມີຄວາມສ່ຽງທີ່ຈະເກີດຂຶ້ນກັບພຣະອົງຫຼາຍພຽງນັ້ນ. ແລ້ວຢ່າງໃດກໍຕາມ ຍິ່ງເນື້ອໜັງເປັນຈິງຫຼາຍພຽງໃດ ແລະ ເນື້ອໜັງຍິ່ງມີຄວາມຕ້ອງການເພີ່ມ ແລະ ຄວາມສຳນຶກທີ່ສົມບູນຂອງມະນຸດທີ່ທຳມະດາຫຼາຍພຽງໃດ ພຣະອົງກໍຍິ່ງສາມາດປະຕິບັດພາລະກິດຂອງພຣະເຈົ້າໃນເນື້ອໜັງຫຼາຍພຽງນັ້ນ. ນັ້ນມັນແມ່ນເນື້ອໜັງຂອງພຣະເຢຊູທີ່ຖືກຄຶງທີ່ໄມ້ກາງແຂນ, ເນື້ອໜັງຂອງພຣະອົງທີ່ຍອມສະຫຼະເພື່ອເປັນເຄື່ອງບູຊາແທນຄວາມຜິດບາບ; ມັນແມ່ນດ້ວຍເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ ທີ່ເຮັດໃຫ້ພຣະອົງເອົາຊະນະຊາຕານ ແລະ ຊ່ວຍມະນຸດໃຫ້ພົ້ນຈາກໄມ້ກາງແຂນຢ່າງສົມບູນ. ແລ້ວມັນແມ່ນເນື້ອໜັງຂອງພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງທີສອງແທ້ໆທີ່ປະຕິບັດພາລະກິດແຫ່ງການເອົາຊະນະ ແລະ ເອົາຊະນະຊາຕານ. ມີພຽງແຕ່ເນື້ອໜັງທີ່ທຳມະດາ ແລະ ເປັນຈິງຢ່າງສົມບູນເທົ່ານັ້ນທີ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະທັງໝົດ ແລະ ສ້າງປະຈັກພະຍານທີ່ແຂງກ້າ. ນັ້ນໝາຍຄວາມວ່າ ການເອົາຊະນະມະນຸດຖືກເຮັດໃຫ້ມີປະສິດຕິພາບຜ່ານຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າຜ່ານເນື້ອໜັງ, ບໍ່ແມ່ນຜ່ານສິ່ງອັດສະຈັນ ແລະ ການເປີດເຜີຍທີ່ເໜືອທຳມະຊາດ. ພັນທະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແມ່ນເພື່ອກ່າວ ແລະ ເພື່ອເອົາຊະນະ ແລະ ເຮັດໃຫ້ມະນຸດສົມບູນ; ເວົ້າອີກແບບໜຶ່ງກໍຄື ພາລະກິດຂອງພຣະວິນຍານທີ່ເຮັດໃຫ້ເກີດເປັນຈິງຜ່ານເນື້ອໜັງ ໜ້າທີ່ຂອງເນື້ອໜັງ ແມ່ນເພື່ອກ່າວພຣະທໍາ ແລະ ເພື່ອເອົາຊະນະ, ເປີດເຜີຍ, ເຮັດໃຫ້ສົມບູນ ແລະ ກຳຈັດມະນຸດຢ່າງສົມບູນ. ດ້ວຍເຫດນັ້ນ ມັນແມ່ນພາລະກິດແຫ່ງການເອົາຊະນະນີ້ ທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດລົງຢ່າງສົມບູນແບບ. ພາລະກິດການໄຖ່ບາບໃນເບື້ອງຕົ້ນເປັນພຽງການເລີ່ມຕົ້ນຂອງພາລະກິດແຫ່ງການບັງເກີດເປັນມະນຸດ; ເນື້ອໜັງຜູ້ທີ່ປະຕິບັດພາລະກິດແຫ່ງການເອົາຊະນະຈະເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດທັງໝົດສົມບູນ... ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າບໍ່ປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ເພື່ອວ່າພາລະກິດຈະບັນລຸຜົນຂອງມັນດ້ວຍວິທີແຫ່ງພຣະທຳ. ຍິ່ງໄປກວ່ານັ້ນ ເຫດຜົນນີ້ກໍຍ້ອນວ່າ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນເວລານີ້ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການເອົາຊະນະມະນຸດຜ່ານການກ່າວ ເຊິ່ງຈະເວົ້າວ່າ ທັກສະໂດຍທຳມະຊາດຂອງພຣະເຈົ້າຜູ້ບັງເກີດເປັນເນື້ອໜັງແມ່ນການກ່າວພຣະທໍາ ແລະ ເອົາຊະນະມະນຸດ, ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພາລະກິດຂອງພຣະອົງໃນຄວາມເປັນມະນຸດທຳມະດາບໍ່ແມ່ນການປະຕິບັດສິ່ງອັດສະຈັນ, ເຊິ່ງບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການກ່າວພຣະທໍາ ແລະ ດ້ວຍເຫດນັ້ນ ການບັງເກີດເປັນມະນຸດຄັ້ງທີສອງຈຶ່ງເບິ່ງຄືວ່າທຳມະດາຕໍ່ຜູ້ຄົນຫຼາຍກວ່າຄັ້ງທຳອິດ. ຜູ້ຄົນເຫັນວ່າ ການບັງເກີດຂອງພຣະເຈົ້າບໍ່ແມ່ນການຕົວະ; ແຕ່ວ່າພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແຕກຕ່າງຈາກພຣະເຢຊູທີ່ບັງເກີດເປັນມະນຸດ ແລະ ເຖິງແມ່ນວ່າ ພຣະອົງທັງສອງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ພຣະອົງກໍບໍ່ຄືກັນຢ່າງສິ້ນເຊີງ. ພຣະເຢຊູມີຄວາມເປັນມະນຸດທີ່ທຳມະດາ, ຄວາມເປັນມະນຸດທີ່ບໍ່ມີຫຍັງພິເສດ, ແຕ່ພຣະອົງປະກອບມີໝາຍສຳຄັນ ແລະ ສິ່ງອັດສະຈັນຫຼາຍຢ່າງ. ໃນພຣະເຈົ້າທີ່ບັງເກີດເປັນມະນຸດນີ້ ຕາຂອງມະນຸດຈະບໍ່ເຫັນໝາຍສຳຄັນ ຫຼື ສິ່ງອັດສະຈັນ, ບໍ່ມີການຮັກສາຄົນປ່ວຍ ຫຼື ຂັບໄລ່ຜີຮ້າຍ, ບໍ່ມີການຍ່າງເທິງທະເລ ຫຼື ການອົດອາຫານເປັນເວລາສີ່ສິບມື້... ພຣະອົງບໍ່ປະຕິບັດພາລະກິດດຽວກັນກັບທີ່ພຣະເຢຊູປະຕິບັດ, ນັ້ນບໍ່ແມ່ນຍ້ອນວ່າ ໃນແກ່ນແທ້ແລ້ວ ເນື້ອໜັງຂອງພຣະອົງແຕກຕ່າງຈາກພຣະເຢຊູ, ແຕ່ຍ້ອນວ່າ ມັນບໍ່ແມ່ນພັນທະກິດຂອງພຣະອົງທີ່ຈະຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພຣະອົງບໍ່ທຳລາຍພາລະກິດຂອງພຣະອົງເອງ, ບໍ່ລົບກວນພາລະກິດຂອງພຣະອົງເອງ. ຍ້ອນພຣະອົງເອົາຊະນະມະນຸດຜ່ານພຣະທຳທີ່ເປັນຈິງຂອງພຣະອົງ ຈຶ່ງບໍ່ຈຳເປັນທີ່ຈະເອົາຊະນະເຂົາດ້ວຍສິ່ງອັດສະຈັນ ແລະ ສະນັ້ນ ຂັ້ນຕອນນີ້ແມ່ນເພື່ອເຮັດໃຫ້ພາລະກິດຂອງການບັງເກີດເປັນມະນຸດສົມບູນ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເປັນຫຍັງເຮົາຈຶ່ງກ່າວວ່າ ຄວາມໝາຍຂອງການບັງເກີດເປັນມະນຸດບໍ່ໄດ້ຖືກເຮັດໃຫ້ສົມບູນໃນພາລະກິດຂອງພຣະເຢຊູ? ຍ້ອນວ່າ ພຣະທຳບໍ່ໄດ້ກາຍເປັນເນື້ອໜັງຢ່າງສິ້ນເຊີງ. ສິ່ງທີ່ພຣະເຢຊູເຮັດແມ່ນເປັນພຽງສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າຜ່ານເນື້ອໜັງເທົ່ານັ້ນ; ພຣະອົງພຽງແຕ່ປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ບໍ່ໄດ້ປະຕິບັດພາລະກິດແຫ່ງການຮັບເອົາມະນຸດຢ່າງສົມບູນ. ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງກາຍມາເປັນເນື້ອໜັງອີກຄັ້ງໃນຍຸກສຸດທ້າຍ. ຂັ້ນຕອນນີ້ຂອງພາລະກິດຍັງຖືກປະຕິບັດໃນເນື້ອໜັງທຳມະດາເຊັ່ນກັນ; ມັນໄດ້ຖືກປະຕິບັດທັງໝົດໂດຍມະນຸດທຳມະດາ, ເຊິ່ງທີ່ມີຄວາມເປັນມະນຸດທີ່ບໍ່ໄດ້ວິເສດຫຍັງແມ່ນແຕ່ໜ້ອຍດຽວ. ເວົ້າອີກຢ່າງກໍຄື ພຣະເຈົ້າກາຍເປັນມະນຸດໂດຍສົມບູນ; ພຣະອົງເປັນບຸກຄົນທີ່ມີຕົວຕົນຂອງພຣະເຈົ້າ, ເປັນມະນຸດທີ່ສົມບູນ, ເປັນເນື້ອໜັງທີ່ສົມບູນ, ຜູ້ທີ່ປະຕິບັດພາລະກິດ. ສາຍຕາຂອງມະນຸດເຫັນຮ່າງກາຍທີ່ເປັນເນື້ອໜັງທີ່ບໍ່ມີຄວາມພິເສດຫຍັງທັງໝົດ, ເປັນບຸກຄົນທຳມະດາສາມັນທີ່ສາມາດເວົ້າພາສາແຫ່ງສະຫວັນໄດ້, ຜູ້ເປັນຜູ້ທີ່ບໍ່ສະແດງໝາຍສຳຄັນທີ່ມະຫັດສະຈັນໃດໆ, ບໍ່ເຮັດສິ່ງອັດສະຈັນ, ແຮງໄກທີ່ຈະເປີດໂປງຄວາມຈິງພາຍໃນທີ່ກ່ຽວກັບສາສະໜານັ້ນໃນຫ້ອງປະຊຸມໃຫຍ່ເລີຍ. ສຳລັບຜູ້ຄົນແລ້ວ ພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງເບິ່ງບໍ່ຄືກັບການບັງເກີດເປັນມະນຸດໃນຄັ້ງທຳອິດ ຫຼາຍເຖິງຂັ້ນທັງສອງເບິ່ງຄືວ່າບໍ່ມີຫຍັງຄ້າຍຄືກັນເລີຍ ແລະ ບໍ່ມີຫຍັງໃນພາລະກິດຄັ້ງທໍາອິດສາມາດເຫັນໃນຄັ້ງນີ້ໄດ້. ເຖິງແມ່ນວ່າພາລະກິດຂອງເນື້ອໜັງຜູ້ບັງເກີດເປັນມະນຸດຄັ້ງທີສອງແຕກຕ່າງຈາກຄັ້ງທຳອິດ, ເຊິ່ງນັ້ນບໍ່ໄດ້ພິສູດວ່າ ແຫຼ່ງກຳເນີດຂອງພຣະອົງທັງສອງບໍ່ແມ່ນສິ່ງອັນໜຶ່ງອັນດຽວກັນ. ບໍ່ວ່າແຫຼ່ງກຳເນີດຂອງພຣະອົງທັງສອງຈະຄືກັນ ຫຼື ບໍ່ແມ່ນອີງຕາມທຳມະຊາດຂອງພາລະກິດທີ່ເຮັດສຳເລັດໂດຍເນື້ອໜັງ ແລະ ບໍ່ແມ່ນຕາມເປືອກນອກຂອງພຣະອົງທັງສອງ. ໃນລະຫວ່າງພາລະກິດສາມຂັ້ນຕອນຂອງພຣະອົງ ພຣະເຈົ້າບັງເກີດເປັນມະນຸດສອງຄັ້ງ ແລະ ທັງສອງຄັ້ງ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມເປີດຍຸກໃໝ່, ນໍາພາພາລະກິດໃໝ່; ການບັງເກີດເປັນມະນຸດທັງສອງຄວບຄູ່ເສີມເຊິ່ງກັນແລະກັນ. ມັນເປັນໄປບໍ່ໄດ້ທີ່ຕາຂອງມະນຸດຈະເບິ່ງອອກວ່າ ເນື້ອໜັງທັງສອງມາຈາກແຫຼ່ງກຳເນີດດຽວກັນແທ້ໆ. ແນ່ນອນ ສິ່ງນີ້ແມ່ນຢູ່ເໜືອຄວາມສາມາດຂອງສາຍຕາຂອງມະນຸດ ຫຼື ຄວາມຄິດຂອງມະນຸດ. ແຕ່ໃນແກ່ນແທ້ຂອງພຣະອົງ ພຣະອົງເປັນອັນໜຶ່ງອັນດຽວກັນ, ຍ້ອນພາລະກິດຂອງພຣະອົງເລີ່ມຕົ້ນຈາກພຣະວິນຍານດຽວກັນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຈະເກີດຈາກແຫຼ່ງກຳເນີດດຽວກັນ ຫຼື ບໍ່ກໍຕາມ ແມ່ນບໍ່ສາມາດຕັດສິນໄດ້ຈາກຍຸກ ແລະ ບ່ອນທີ່ພຣະອົງກຳເນີດ ຫຼື ປັດໃຈອື່ນໆ, ແຕ່ໂດຍພາລະກິດອັນສັກສິດຂອງພຣະອົງ. ເນື້ອໜັງທີ່ບັງເກີດນັ້ນເປັນມະນຸດຄັ້ງທີສອງບໍ່ໄດ້ປະຕິບັດພາລະກິດໃດເລີຍທີ່ພຣະເຢຊູປະຕິບັດ, ຍ້ອນພາລະກິດຂອງພຣະເຈົ້າບໍ່ໄດ້ຍຶດໝັ້ນກັບທຳນຽມ, ແຕ່ເປີດເສັ້ນທາງໃໝ່ໃນແຕ່ລະຄັ້ງ. ເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງບໍ່ໄດ້ແນໃສ່ການລົງເລິກ ຫຼື ການເຮັດເກີດຄວາມປະທັບໃຈຂອງເນື້ອໜັງຄັ້ງທຳອິດໃນຄວາມຄິດຂອງຜູ້ຄົນ, ແຕ່ເພື່ອປະກອບເສີມ ແລະ ເຮັດໃຫ້ມັນສົມບູນຂຶ້ນ, ເພື່ອເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າເລິກເຊິ່ງຂຶ້ນ, ເພື່ອທຳລາຍກົດລະບຽບທຸກຂໍ້ທີ່ມີຢູ່ໃນຫົວໃຈຂອງຜູ້ຄົນ ແລະ ເພື່ອກຳຈັດພາບທີ່ຜິດກ່ຽວກັບພຣະເຈົ້າໃນຫົວໃຈຂອງພວກເຂົາ. ເຊິ່ງມັນສາມາດເວົ້າໄດ້ວ່າ ບໍ່ມີຂັ້ນຕອນໃດຂອງພາລະກິດຂອງພຣະເຈົ້າເອງສາມາດມອບຄວາມຮູ້ກ່ຽວກັບພຣະອົງໃຫ້ແກ່ມະນຸດໄດ້ຢ່າງສົມບູນ; ເຊິ່ງແຕ່ລະຂັ້ນຕອນແມ່ນໃຫ້ຄວາມຮູ້ພຽງແຕ່ສ່ວນໜຶ່ງ, ບໍ່ແມ່ນທັງໝົດ. ເຖິງແມ່ນພຣະເຈົ້າສະແດງອຸປະນິໄສຂອງພຣະອົງຢ່າງຄົບຖ້ວນ, ແຕ່ຍ້ອນຄວາມສາມາດໃນການເຂົ້າໃຈຂອງມະນຸດມີຄວາມຈຳກັດ, ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າຍັງຄົງບໍ່ສົມບູນ. ມັນເປັນໄປບໍ່ໄດ້ທີ່ຈະໃຊ້ພາສາມະນຸດເພື່ອສື່ສານອຸປະນິໄສທັງໝົດຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ ຂັ້ນຕອນໜຶ່ງໃນພາລະກິດຂອງພຣະອົງຈະສະແດງເຖິງພຣະເຈົ້າໄດ້ຢ່າງສົມບູນໄດ້ແນວໃດ? ພຣະອົງປະຕິບັດພາລະກິດໃນເນື້ອໜັງພາຍໃຕ້ການປົກຄຸມຂອງຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ຄົນໆໜຶ່ງນັ້ນພຽງແຕ່ສາມາດຮູ້ຈັກພຣະອົງໄດ້ຜ່ານການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງ, ບໍ່ແມ່ນຜ່ານເປືອກຮ່າງກາຍຂອງພຣະອົງ. ພຣະເຈົ້າມາສູ່ເນື້ອໜັງເພື່ອອະນຸຍາດໃຫ້ມະນຸດຮູ້ຈັກພຣະອົງຜ່ານຫຼາກຫຼາຍວິທີທາງຂອງພາລະກິດ ແລະ ບໍ່ມີຈັກເທື່ອທີ່ສອງຂັ້ນຕອນຂອງພາລະກິດຂອງພຣະອົງຈະຄືກັນ. ມີພຽງແຕ່ວິທີນີ້ທີ່ມະນຸດສາມາດມີຄວາມຮູ້ຢ່າງຄົບຖ້ວນກ່ຽວກັບພາລະກິດຂອງພຣະເຈົ້າໃນເນື້ອໜັງ, ບໍ່ຈໍາກັດພຽງດ້ານໃດໜຶ່ງ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດແມ່ນພຽງແຕ່ເພື່ອເຮັດໃຫ້ສຳເລັດຕາມແກ່ນແທ້ທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ”: ຄວາມຈິງຂອງພຣະເຈົ້າຢູ່ກັບພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າຢູ່ກັບເນື້ອໜັງ ແລະ ບໍ່ສາມາດຕັດຂາດຈາກເນື້ອໜັງໄດ້. ນັ້ນກໍຄື ເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ກັບພຣະວິນຍານຂອງພຣະເຈົ້າ ເຊິ່ງເປັນເຄື່ອງພິສູດຢ່າງໃຫຍ່ກ່ຽວກັບພຣະເຢຊູທີ່ບັງເກີດເປັນມະນຸດ ແມ່ນການບັງເກີດເປັນມະນຸດຄັ້ງທໍາອິດຂອງພຣະເຈົ້າ. ຂັ້ນຕອນນີ້ຂອງພາລະກິດເຮັດສຳເລັດຕາມຄວາມໝາຍແທ້ຈິງຂອງພຣະທຳທີ່ວ່າ “ພຣະທຳກາຍມາເປັນເນື້ອໜັງ”, ເພີ່ມເຕີມຄວາມໝາຍຢ່າງເລິກເຊິ່ງຕໍ່ພຣະທຳທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ ແລະ ພຣະທຳເປັນພຣະເຈົ້າ” ແລະ ເຮັດໃຫ້ເຈົ້າເຊື່ອຢ່າງໜັກແໜ້ນໃນພຣະທຳທີ່ວ່າ “ໃນຕົ້ນເດີມນັ້ນຊົງມີພຣະທຳຢູ່ແລ້ວ”. ນັ້ນໝາຍຄວາມວ່າ ໃນເວລາແຫ່ງການເນລະມິດສ້າງ ພຣະເຈົ້າມີພຣະທຳ, ພຣະທຳຂອງພຣະອົງຢູ່ກັບພຣະອົງ ແລະ ບໍ່ສາມາດຕັດຂາດຈາກພຣະອົງໄດ້ ແລະ ໃນຍຸກສຸດທ້າຍ, ພຣະອົງຍິ່ງເຮັດໃຫ້ລິດອຳນາດ ແລະ ສິດອຳນາດຂອງພຣະທຳຂອງພຣະອົງຊັດເຈນຫຼາຍຍິ່ງຂຶ້ນ ແລະ ເຮັດໃຫ້ມະນຸດເຫັນເຖິງຫົນທາງທັງໝົດຂອງພຣະອົງ, ໄດ້ຍິນພຣະທຳທັງໝົດຂອງພຣະອົງ. ສິ່ງດັ່ງກ່າວແມ່ນພາລະກິດແຫ່ງຍຸກສຸດທ້າຍ. ເຈົ້າຕ້ອງເຂົ້າໃຈສິ່ງເຫຼົ່ານີ້ຢ່າງທົ່ວເຖິງ. ມັນບໍ່ແມ່ນຄຳຖາມກ່ຽວກັບການຮູ້ຈັກເນື້ອໜັງ, ແຕ່ກ່ຽວກັບວິທີທີ່ເຈົ້າເຂົ້າໃຈເນື້ອໜັງ ແລະ ພຣະທຳ. ນີ້ແມ່ນຄຳພະຍານທີ່ເຈົ້າຕ້ອງເປັນ ເຊິ່ງທຸກຄົນຕ້ອງຮູ້. ຍ້ອນນີ້ແມ່ນພາລະກິດຂອງການບັງເກີດເປັນມະນຸດຄັ້ງທີສອງ ແລະ ຄັ້ງສຸດທ້າຍທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງ, ມັນເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສຳເລັດຢ່າງສົມບູນ, ໄດ້ຖືກປະຕິບັດຢ່າງທົ່ວເຖິງ ແລະ ກໍ່ໃຫ້ເກີດພາລະກິດທັງໝົດຂອງພຣະເຈົ້າໃນເນື້ອໜັງ ແລະ ນໍາຍຸກຂອງການເປັນຢູ່ຂອງພຣະເຈົ້າໃນເນື້ອໜັງມາສູ່ຈຸດສຸດທ້າຍ.

(ຄັດຈາກບົດ “ການປະຕິບັດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 5. ເປັນຫຍັງຈຶ່ງມີການເວົ້າວ່າມະນຸດຊາດທີ່ເສື່ອມຊາມຍິ່ງຕ້ອງການຄວາມລອດພົ້ນຂອງພຣະເຈົ້າທີ່ກາຍເປັນເນື້ອໜັງ?

ຕໍ່ໄປ: 7. ຈະໃຫ້ຜູ້ຄົນເຂົ້າໃຈວ່າ ພຣະຄຣິດເປັນຄວາມຈິງ, ຫົນທາງ ແລະ ຊີວິດໄດ້ແນວໃດ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້