ບົດທີ 22
ການເຊື່ອໃນພຣະເຈົ້າບໍ່ແມ່ນສິ່ງທີ່ຈະເຮັດໄດ້ຢ່າງງ່າຍດາຍ. ເຈົ້າດໍາເນີນຊີວິດໄປຢ່າງບໍ່ມີຈຸດໝາຍປາຍທາງ, ກິນທຸກສິ່ງ ແລະ ຄິດວ່າທຸກຢ່າງແມ່ນໜ້າສົນໃຈຫຼາຍ ແລະ ແຊບຫຼາຍ! ມີບາງຄົນທີ່ຍັງສັນລະເສີນ ໂດຍທີ່ໃນຈິດວິນຍານຂອງພວກເຂົານັ້ນຍັງບໍ່ມີຄວາມສາມາດໃນການຕັດສິນໃຈ. ປະສົບການດັ່ງກ່າວນີ້ສົມຄວນໄດ້ຮັບຄໍາອະທິບາຍຂອງພວກເຈົ້າຢ່າງລະອຽດ. ໃນຍຸກສຸດທ້າຍ, ວິນຍານທຸກປະເພດຈະອອກມາຫຼິ້ນບົດບາດຂອງພວກມັນ ໂດຍຕໍ່ຕ້ານຢ່າງເປີດເຜີຍຕໍ່ບາດກ້າວຂອງລູກຫຼານຂອງພຣະເຈົ້າ ແລະ ເຂົ້າຮ່ວມໃນການທໍາລາຍການກໍ່ສ້າງຂອງຄຣິສຕະຈັກ. ຖ້າເຈົ້າຖືເບົາຕໍ່ສິ່ງນີ້ ໂດຍມອບໂອກາດໃຫ້ຊາຕານປະຕິບັດວຽກງານ, ມັນກໍຈະສ້າງຄວາມວຸ້ນວາຍໃຫ້ກັບຄຣິສຕະຈັກ, ຜູ້ຄົນຈະຕົກໃຈ ແລະ ຮູ້ສຶກໝົດຫວັງ ແລະ ໃນກໍລະນີທີ່ຮ້າຍແຮງ ຜູ້ຄົນກໍຈະສູນເສຍນິມິດ. ເມື່ອເປັນເຊັ່ນນີ້, ລາຄາທີ່ເຮົາໄດ້ຈ່າຍດ້ວຍຄວາມເຈັບປວດເປັນເວລາຫຼາຍປີນັ້ນກໍຈະສູນເສຍໄປລ້າໆ.
ເວລາຂອງການກໍ່ສ້າງຄຣິສຕະຈັກຍັງແມ່ນເວລາທີ່ປ່ວງບ້າທີ່ສຸດຂອງຊາຕານ. ຊາຕານມັກຈະກໍ່ກວນ ແລະ ລົບກວນຜ່ານສອງສາມຄົນ ແລະ ແມ່ນຜູ້ທີ່ບໍ່ຮູ້ຈັກວິນຍານ ຫຼື ຜູ້ທີ່ຫາກໍເລີ່ມມີຄວາມເຊື່ອ ທີ່ຈະຫຼິ້ນບົດບາດເປັນຊາຕານໄດ້ງ່າຍທີ່ສຸດ. ສ່ວນໃຫຍ່ກໍຍ້ອນວ່າ ຜູ້ຄົນບໍ່ເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາເຮັດໃນສິ່ງຕ່າງໆຕາມລໍາພັງໃຈ, ຕາມຄວາມມັກ, ຕາມວິທີການເຮັດໃນສິ່ງຕ່າງໆ ແລະ ອີງຕາມແນວຄວາມຄິດຂອງພວກເຂົາ. ຈົ່ງຢູ່ຢ່າງງຽບໆ, ນີ້ແມ່ນເພື່ອຄວາມປອດໄພຂອງເຈົ້າເອງ. ຈົ່ງຮັບຟັງ ແລະ ເຊື່ອຟັງໃຫ້ດີ. ຄຣິສຕະຈັກ ແລະ ສັງຄົມແມ່ນແຕກຕ່າງກັນ. ເຈົ້າບໍ່ສາມາດເວົ້າໃນສິ່ງທີ່ເຈົ້າມັກ ຫຼື ເວົ້າສິ່ງໃດກໍໄດ້ທີ່ເຈົ້າຄິດ. ເຮັດຢູ່ນີ້ບໍ່ໄດ້ ເພາະວ່ານີ້ຄືຄົວເຮືອນຂອງພຣະເຈົ້າ. ພຣະເຈົ້າບໍ່ຍອມຮັບເອົາວິທີທີ່ຜູ້ຄົນເຮັດໃນສິ່ງຕ່າງໆ. ເຈົ້າຕ້ອງເຮັດໃນສິ່ງຕ່າງໆໂດຍປະຕິບັດຕາມພຣະວິນຍານ, ໃຊ້ຊີວິດຢູ່ກັບພຣະທໍາຂອງພຣະເຈົ້າ ແລະ ຫຼັງຈາກນັ້ນຜູ້ອື່ນຈະເຫຼື້ອມໃສເຈົ້າ. ກ່ອນອື່ນເຈົ້າຕ້ອງແກ້ໄຂຄວາມຫຍຸ້ງຍາກທັງໝົດພາຍໃນຕົວເຈົ້າໂດຍການອາໄສພຣະເຈົ້າ. ເຮັດໃຫ້ນິໄສທີ່ເສື່ອມຊາມຂອງເຈົ້າສິ້ນສຸດລົງ ແລະ ສາມາດເຂົ້າໃຈສະພາບການຂອງເຈົ້າເອງຢ່າງແທ້ຈິງ ແລະ ຮູ້ວິທີທີ່ເຈົ້າຄວນເຮັດໃນສິ່ງຕ່າງໆ; ໃຫ້ສືບຕໍ່ສົນທະນາກ່ຽວກັບສິ່ງທີ່ເຈົ້າບໍ່ເຂົ້າໃຈ. ມັນເປັນສິ່ງທີ່ຍອມຮັບບໍ່ໄດ້ ຖ້າບຸກຄົນໃດໜຶ່ງບໍ່ຮູ້ຈັກຕົນເອງ. ກ່ອນອື່ນໝົດແມ່ນໃຫ້ຮັກສາອາການເຈັບປ່ວຍຂອງຕົວເຈົ້າເອງ ດ້ວຍວິທີກິນ ແລະ ດື່ມພຣະທໍາຂອງເຮົາຫຼາຍຂຶ້ນ; ຈົ່ງພິຈາລະນາພຣະທໍາຂອງເຮົາ, ດໍາລົງຊີວິດ ແລະ ເຮັດໃນສິ່ງຕ່າງໆຕາມພຣະທໍາຂອງເຮົາ; ບໍ່ວ່າເຈົ້າຈະຢູ່ເຮືອນ ຫຼື ຢູ່ສະຖານທີ່ໃດກໍຕາມ, ເຈົ້າຄວນໃຫ້ພຣະເຈົ້າໃຊ້ອໍານາດພາຍໃນຕົວເຈົ້າ. ຈົ່ງປັດເປົ່າເນື້ອໜັງ ແລະ ຄວາມເປັນທໍາມະຊາດນັ້ນອອກ. ໃຫ້ພຣະທໍາຂອງພຣະເຈົ້າຄຸ້ມຄອງເຈົ້າຕະຫຼອດໄປ. ບໍ່ຈໍາເປັນຕ້ອງກັງວົນວ່າ ຊີວິດຂອງເຈົ້າຈະບໍ່ມີການປ່ຽນແປງ; ການເວລາຈະເຮັດໃຫ້ເຈົ້າຮູ້ສຶກວ່າ ນິໄສຂອງເຈົ້າໄດ້ປ່ຽນແປງໄປຫຼາຍ. ເມື່ອກ່ອນເຈົ້າກະຕືລືລົ້ນທີ່ຈະເປັນຄົນໃນສາຍຕາຂອງສັງຄົມ, ເຈົ້າບໍ່ໄດ້ເຊື່ອຟັງຜູ້ໃດ ຫຼື ເຈົ້າມີຄວາມທະເຍີທະຍານ, ຄິດວ່າຕົວເອງເປັນຝ່າຍຖືກຕະຫຼອດ ຫຼື ເຕັມໄປດ້ວຍຄວາມພາກພູມໃຈ ແລະ ເຈົ້າຈະຄ່ອຍໆປັດເປົ່າສິ່ງເຫຼົ່ານີ້ອອກໄປ. ຖ້າເຈົ້າປາດຖະໜາທີ່ຈະປັດເປົ່າສິ່ງເຫຼົ່ານີ້ອອກໄປໃນຕອນນີ້ ແມ່ນເປັນໄປບໍ່ໄດ້! ນີ້ກໍຍ້ອນວ່າ ຄວາມເປັນຕົວຕົນຂອງເຈົ້າແບບດັ່ງເດີມຈະບໍ່ຍອມໃຫ້ຜູ້ໃດແຕະຕ້ອງໄດ້ ຍ້ອນວ່າມັນຖືກຝັງເລິກໃນຕົວເຈົ້າແລ້ວ. ສະນັ້ນ, ເຈົ້າຕ້ອງໃຊ້ຄວາມພະຍາຍາມສ່ວນຕົວ, ເຊື່ອຟັງພາລະກິດຂອງພຣະວິນຍານບໍລິສຸດໃນທາງທີ່ດີ ແລະ ຢ່າງກະຕືລືລົ້ນ, ໃຊ້ຄວາມມຸ່ງໝາຍໃນຕົວເຈົ້າເອງ ເພື່ອຮ່ວມມືກັບພຣະເຈົ້າ ແລະ ເຕັມໃຈນໍາເອົາພຣະທໍາຂອງເຮົາໄປປະຕິບັດ. ຖ້າເຈົ້າເຮັດບາບ, ພຣະເຈົ້າຈະລົງວິໄນເຈົ້າ. ເມື່ອເຈົ້າກັບໃຈ ແລະ ມີຄວາມເຂົ້າໃຈ, ທຸກສິ່ງທຸກຢ່າງພາຍໃນຕົວເຈົ້າກໍຈະດີເອງ. ຖ້າເຈົ້າເວົ້າຢ່າງຕາມໃຈ, ເຈົ້າຈະຖືກລົງວິໄນພາຍໃນຕົວເຈົ້າທັນທີ. ເຈົ້າເຫັນວ່າ ພຣະເຈົ້າບໍ່ຍິນດີກັບສິ່ງແບບນັ້ນ, ສະນັ້ນ ຖ້າເຈົ້າຢຸດທັນທີ ເຈົ້າກໍຈະປະສົບກັບຄວາມສະຫງົບພາຍໃນ. ມີຜູ້ທີ່ມີຄວາມເຊື່ອໃໝ່ບາງຄົນທີ່ບໍ່ເຂົ້າໃຈວ່າ ຄວາມຮູ້ສຶກໃນຊີວິດແມ່ນຫຍັງ ຫຼື ການໃຊ້ຊີວິດຢູ່ພາຍໃນຄວາມຮູ້ສຶກເຫຼົ່ານັ້ນແມ່ນເປັນແນວໃດ. ເຖິງວ່າເຈົ້າຈະບໍ່ໄດ້ເວົ້າຫຍັງເລີຍ ແຕ່ບາງຄັ້ງເຈົ້າຈະປະຫຼາດໃຈວ່າ ເປັນຫຍັງເຈົ້າຈຶ່ງຮູ້ສຶກກະວົນກະວາຍຢູ່ພາຍໃນ? ໃນເວລາດັ່ງກ່າວນີ້, ມັນແມ່ນຄວາມຄິດ ແລະ ຈິດໃຈຂອງເຈົ້າທີ່ຜິດປົກກະຕິ. ບາງຄັ້ງເຈົ້າຈະມີທາງເລືອກຂອງເຈົ້າເອງ, ແນວຄວາມຄິດ ແລະ ຄວາມຄິດເຫັນຂອງເຈົ້າເອງ; ບາງຄັ້ງເຈົ້າຖືວ່າ ຜູ້ອື່ນຕໍ່າຕ້ອຍກວ່າເຈົ້າ; ບາງຄັ້ງເຈົ້າຕີລາຄາຕົນເອງຢ່າງເຫັນແກ່ຕົວ ແລະ ເຈົ້າບໍ່ພາວະນາ ຫຼື ກວດສອບຕົວເຈົ້າເອງ. ນີ້ແມ່ນເຫດຜົນທີ່ເຈົ້າຮູ້ສຶກກະວົນກະວາຍຢູ່ພາຍໃນ. ບາງເທື່ອເຈົ້າຮູ້ວ່າ ບັນຫາແມ່ນຫຍັງ ເຊິ່ງດ້ວຍເຫດນັ້ນ ເຈົ້າຈຶ່ງເອີ້ນຫາພຣະນາມຂອງພຣະເຈົ້າຢູ່ໃນໃຈຂອງເຈົ້າທັນທີ, ເຂົ້າໃກ້ພຣະເຈົ້າ ແລະ ເຈົ້າຈະຖືກຟື້ນຄືນ. ເມື່ອຫົວໃຈຂອງເຈົ້າມີຄວາມສັບສົນ ແລະ ກະວົນກະວາຍຫຼາຍ, ເຈົ້າຕ້ອງບໍ່ຄິດວ່າ ພຣະເຈົ້າອະນຸຍາດໃຫ້ເຈົ້າເວົ້າຢ່າງເດັດຂາດ. ໂດຍສະເພາະຜູ້ຄົນເຫຼົ່ານັ້ນ ທີ່ເປັນຜູ້ທີ່ມີຄວາມເຊື່ອໃໝ່ແມ່ນຕ້ອງເຊື່ອຟັງພຣະເຈົ້າໃຫ້ດີໃນເລື່ອງດັ່ງກ່າວນີ້. ຄວາມຮູ້ສຶກທີ່ພຣະເຈົ້າມອບໃຫ້ມະນຸດແມ່ນຄວາມສະຫງົບ, ຄວາມດີໃຈ, ຄວາມແຈ່ມແຈ້ງ ແລະ ຄວາມແນ່ນອນ. ຜູ້ຄົນມັກຈະບໍ່ເຂົ້າໃຈ ແລະ ຈະສ້າງເລື່ອງວຸ້ນວາຍ ແລະ ເຮັດສິ່ງຕ່າງໆຕາມລໍາພັງໃຈ ເຊິ່ງສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແມ່ນການລົບກວນ ແລະ ເຈົ້າຕ້ອງເອົາໃຈໃສ່ກັບສິ່ງດັ່ງກ່າວນີ້ຢ່າງແທ້ຈິງ. ຖ້າເຈົ້າມີທ່າອ່ຽງຕໍ່ສະພາບການດັ່ງກ່າວນີ້, ກ່ອນອື່ນໝົດເຈົ້າກໍຄວນນໍາໃຊ້ “ຢາປ້ອງກັນ” ບາງຊະນິດ ບໍ່ດັ່ງນັ້ນ ເຈົ້າກໍຈະກໍ່ກວນ ແລະ ພຣະເຈົ້າກໍຈະໂຈມຕີເຈົ້າ. ຢ່າຄິດວ່າຕົວເອງເປັນຝ່າຍຖືກສະເໝີ; ເອົາຈຸດແຂງຂອງຜູ້ອື່ນ ແລະ ນໍາໃຊ້ສິ່ງເຫຼົ່ານັ້ນເພື່ອລົບລ້າງຄວາມຂາດຕົກບົກຜ່ອງຂອງຕົວເຈົ້າເອງ, ເບິ່ງວິທີຜູ້ອື່ນດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າ ແລະ ເບິ່ງວ່າຊີວິດ, ການກະທໍາ ແລະ ຄໍາເວົ້າຂອງພວກເຂົານັ້ນແມ່ນມີຄ່າທີ່ຈະນໍາເອົາມາຮຽນແບບໄດ້ ຫຼື ບໍ່. ຖ້າເຈົ້າຖືວ່າ ຜູ້ອື່ນຕໍ່າຕ້ອຍກວ່າເຈົ້າ, ເຈົ້າກໍຈະເປັນຄົນທີ່ຄິດວ່າຕົນເອງທ່ຽງທໍາ, ອວດດີ ແລະ ບໍ່ເປັນປະໂຫຍດໃຫ້ແກ່ຜູ້ໃດ. ປະເດັນສໍາຄັນໃນຕອນນີ້ແມ່ນການສຸມໃສ່ຊີວິດ, ການກິນ ແລະ ດື່ມພຣະທໍາຂອງເຮົາໃຫ້ຫຼາຍຂຶ້ນ, ສໍາຜັດກັບພຣະທໍາຂອງເຮົາ, ຮູ້ຈັກພຣະທໍາຂອງເຮົາ, ເຮັດໃຫ້ພຣະທໍາຂອງເຮົາກາຍເປັນຊີວິດຂອງເຈົ້າຢ່າງແທ້ຈິງ ເຊິ່ງນີ້ແມ່ນສິ່ງສໍາຄັນ. ຊີວິດຂອງບາງຄົນທີ່ບໍ່ສາມາດດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າຈະສາມາດຈະເລີນເຕີບໂຕໄດ້ບໍ? ບໍ່ໄດ້. ເຈົ້າຕ້ອງດໍາເນີນຊີວິດຕາມພຣະທໍາຂອງເຮົາຕະຫຼອດເວລາ. ໃນຊີວິດ, ພຣະທໍາຂອງເຮົາຕ້ອງເປັນກົດເກນໃນການປະຕິບັດຂອງເຈົ້າ ເພື່ອວ່າເຈົ້າຈະຮູ້ສຶກວ່າ ການເຮັດຕາມກົດເກນດັ່ງກ່າວຄືສິ່ງທີ່ພຣະເຈົ້າມີຄວາມສຸກ ແລະ ການເຮັດສິ່ງຕ່າງໆດ້ວຍວິທີອື່ນແມ່ນສິ່ງທີ່ພຣະເຈົ້າຊັງ; ເຈົ້າຈະຄ່ອຍໆຍ່າງເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ເຈົ້າຕ້ອງເຂົ້າໃຈວ່າ ສິ່ງໃດທີ່ມາຈາກພຣະເຈົ້າ ແລະ ສິ່ງໃດທີ່ມາຈາກຊາຕານ. ສິ່ງຕ່າງໆທີ່ມາຈາກພຣະເຈົ້າຈະເຮັດໃຫ້ເຈົ້າມີຄວາມຊັດເຈນຫຼາຍຂຶ້ນກວ່າເກົ່າກ່ຽວກັບນິມິດ ແລະ ພວກມັນຈະເຮັດໃຫ້ເຈົ້າເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນເລື້ອຍໆ, ແບ່ງປັນຄວາມຮັກໃຫ້ກັບອ້າຍເອື້ອຍນ້ອງດ້ວຍຄວາມຈິງໃຈ; ເຈົ້າມີຄວາມສາມາດສະແດງຄວາມເຫັນໃຈຕໍ່ພາລະຂອງພຣະເຈົ້າ ແລະ ມີຫົວໃຈທີ່ຮັກພຣະເຈົ້າຢ່າງບໍ່ຈາງຫາຍ; ທາງໜ້າແມ່ນເສັ້ນທາງໃຫ້ເຈົ້າຍ່າງ. ສິ່ງຕ່າງໆທີ່ມາຈາກຊາຕານຈະເຮັດໃຫ້ເຈົ້າສູນເສຍນິມິດ ແລະ ທຸກຢ່າງທີ່ເຈົ້າມີກ່ອນໜ້ານັ້ນກໍຈະຫາຍໄປ; ເຈົ້າກາຍເປັນຄົນທີ່ຫ່າງເຫີນຈາກພຣະເຈົ້າ, ເຈົ້າບໍ່ຮັກອ້າຍເອື້ອຍນ້ອງ ແລະ ເຈົ້າມີຫົວໃຈທີ່ກຽດຊັງ. ເຈົ້າຈະໝົດຫວັງ, ເຈົ້າບໍ່ປາດຖະໜາດໍາເນີນຊີວິດໃນຄຣິສຕະຈັກ ແລະ ຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າກໍຈະບໍ່ມີອີກຕໍ່ໄປ. ນີ້ແມ່ນການກະທໍາຂອງຊາຕານ ແລະ ຍັງເປັນຜົນທີ່ໄດ້ຮັບມາຈາກການກະທໍາຂອງວິນຍານທີ່ຊົ່ວຮ້າຍອີກດ້ວຍ.
ຕອນນີ້ແມ່ນຊ່ວງເວລາທີ່ສໍາຄັນ. ເຈົ້າຕ້ອງສືບຕໍ່ເຮັດໜ້າທີ່ຈົນຮອດນາທີສຸດທ້າຍ, ລ້າງດວງຕາແຫ່ງວິນຍານຂອງເຈົ້າໃຫ້ແຈ່ມໃສ ເພື່ອເຈົ້າຈະສາມາດຈໍາແນກ ລະຫວ່າງ ຄວາມດີ ແລະ ຄວາມຊົ່ວ ແລະ ໃຊ້ຄວາມພະຍາຍາມສຸດຄວາມສາມາດຂອງພວກເຈົ້າ ເພື່ອການກໍ່ສ້າງຄຣິສຕະຈັກ. ກໍາຈັດລູກສະໝຸນຂອງຊາຕານ, ຜູ້ກໍ່ກວນສາສະໜາ ແລະ ການກະທໍາຂອງວິນຍານທີ່ຊົ່ວຮ້າຍ. ຊໍາລະລ້າງຄຣິສຕະຈັກໃຫ້ບໍລິສຸດ, ເຮັດໃຫ້ຄວາມປະສົງຂອງເຮົາຖືກດໍາເນີນໄປໂດຍບໍ່ມີສິ່ງໃດກີດຂວາງ ແລະ ໃນໄລຍະເວລາອັນສັ້ນໆນີ້ ທີ່ກ່ອນຄວາມພິນາດຈະມາເຖິງ, ເຮົາຈະເຮັດໃຫ້ພວກເຈົ້າສົມບູນແບບຢ່າງແທ້ຈິງ, ຢ່າງໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະ ນໍາເອົາພວກເຈົ້າເຂົ້າສູ່ຄວາມສະຫງ່າລາສີ.