4. ຄວາມແຕກຕ່າງລະຫວ່າງຫົນທາງທີ່ແທ້ຈິງ ແລະ ປອມ ແລະ ລະຫວ່າງຄຣິສຕະຈັກທີ່ແທ້ຈິງ ແລະ ປອມ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ແມ່ນຫຍັງຄືຫຼັກການພື້ນຖານທີ່ສຸດໃນການສະແຫວງຫາຫົນທາງທີ່ແທ້ຈິງ? ເຈົ້າຕ້ອງເບິ່ງວ່າ ມັນມີພາລະກິດຂອງພຣະວິນຍານບໍລິສຸດໃນລັກສະນະນີ້ ຫຼື ບໍ, ພຣະທໍາເຫຼົ່ານີ້ແມ່ນການສະແດງເຖິງຄວາມຈິງ ຫຼື ບໍ, ເປັນພະຍານໃຫ້ກັບໃຜ ແລະ ມັນສາມາດນໍາຫຍັງມາໃຫ້ເຈົ້າ. ການຈຳແນກລະຫວ່າງຫົນທາງທີ່ແທ້ຈິງ ແລະ ຫົນທາງທີ່ຈອມປອມຕ້ອງການຄວາມຮູ້ພື້ນຖານໃນຫຼາຍໆດ້ານ ເຊິ່ງສິ່ງທີ່ເປັນພື້ນຖານທີ່ສຸດຄືການສາມາດບອກວ່າ ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ. ຍ້ອນແກ່ນແທ້ຂອງຄວາມເຊື່ອໃນພຣະເຈົ້າແມ່ນຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າ ແລະ ແມ່ນແຕ່ຄວາມເຊື່ອໃນພຣະເຈົ້າໃນຮ່າງຂອງມະນຸດກໍເກີດຂຶ້ນ ຍ້ອນເນື້ອໜັງນີ້ເປັນຕົວຕົນຂອງພຣະວິນຍານຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ຄວາມເຊື່ອດັ່ງກ່າວກໍຍັງແມ່ນຄວາມເຊື່ອໃນພຣະວິນຍານ. ມີຄວາມແຕກຕ່າງລະຫວ່າງພຣະວິນຍານ ແລະ ເນື້ອໜັງ ແຕ່ຍ້ອນເນື້ອໜັງມາຈາກພຣະວິນຍານ ແລະ ພຣະທຳກາຍເປັນເນື້ອໜັງ, ສະນັ້ນ, ສິ່ງທີ່ມະນຸດເຊື່ອຍັງຄົງເປັນແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ໃນການຈຳແນກວ່າ ມັນແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ, ກ່ອນອື່ນໝົດ ເຈົ້າຕ້ອງເບິ່ງວ່າ ມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ ແລ້ວຫຼັງຈາກນັ້ນ ເຈົ້າຕ້ອງເບິ່ງວ່າ ມີຄວາມຈິງໃນຫົນທາງນີ້ ຫຼື ບໍ. ຄວາມຈິງນີ້ແມ່ນຊີວິດຈິດໃຈຂອງຄວາມເປັນມະນຸດທີ່ປົກກະຕິ ເຊິ່ງເວົ້າໄດ້ວ່າ ມັນເປັນສິ່ງທີ່ຕ້ອງການຈາກມະນຸດ ເມື່ອພຣະເຈົ້າຊົງສ້າງເຂົາຕັ້ງແຕ່ຕອນເລີ່ມຕົ້ນ ໂດຍສະເພາະຄວາມເປັນມະນຸດທີ່ປົກກະຕິທັງໝົດ (ລວມທັງເຫດຄວາມຮູ້ສຶກຂອງມະນຸດ, ຄວາມເຂົ້າໃຈ, ສະຕິປັນຍາ ແລະ ຄວາມຮູ້ພື້ນຖານຂອງການເປັນມະນຸດ). ນັ້ນກໍຄື ເຈົ້າຕ້ອງເບິ່ງວ່າ ຫົນທາງນີ້ສາມາດນໍາມະນຸດໄປສູ່ຊີວິດແຫ່ງຄວາມເປັນມະນຸດທີ່ປົກກະຕິ ຫຼື ບໍ, ຄວາມຈິງທີ່ກ່າວເຖິງນີ້ແມ່ນຈໍາເປັນຕາມຄວາມເປັນຈິງແຫ່ງຄວາມເປັນມະນຸດທີ່ທຳມະດາ ຫຼື ບໍ, ຄວາມຈິງນີ້ມີປະໂຫຍດ ແລະ ເປັນຈິງ ຫຼື ບໍ ແລະ ມັນຖືກເວລາທີ່ສຸດ ຫຼື ບໍ. ຖ້າມີຄວາມຈິງ ມັນກໍຈະສາມາດນໍາມະນຸດເຂົ້າສູ່ປະສົບການທີ່ປົກກະຕິ ແລະ ແທ້ຈິງ; ນອກຈາກນັ້ນ ມະນຸດຈະກາຍມາເປັນຄົນປົກກະຕິຫຼາຍຂຶ້ນ, ປະສາດສໍາຜັດຂອງມະນຸດກາຍມາເປັນສິ່ງທີ່ສົມບູນຂຶ້ນຕື່ມ, ຊີວິດມະນຸດທີ່ເປັນເນື້ອໜັງ ແລະ ຊີວິດທາງຈິດວິນຍານກາຍມາເປັນສິ່ງທີ່ເປັນລະບົບລະບຽບຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ສຶກຂອງມະນຸດກາຍມາເປັນສິ່ງທີ່ປົກກະຕິຫຼາຍຂຶ້ນ. ນີ້ຄືຫຼັກການທີສອງ. ຍັງມີອີກຫຼັກການໜຶ່ງ ເຊິ່ງກໍຄື ມະນຸດໄດ້ມີຄວາມຮູ້ທີ່ເພີ່ມຂຶ້ນ ຫຼື ບໍ, ການປະສົບກັບພາລະກິດ ແລະ ຄວາມຈິງດັ່ງກ່າວສາມາດດົນບັນດານຄວາມຮັກຂອງພຣະເຈົ້າໃນຕົວເຂົາ ຫຼື ບໍ ແລະ ໄດ້ນໍາເຂົາໃຫ້ເຂົ້າໃກ້ຊິດກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ດ້ວຍວິທີນີ້ ມັນຈຶ່ງສາມາດປະເມີນໄດ້ວ່າ ມັນແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ່. ສິ່ງທີ່ເປັນພື້ນຖານທີ່ສຸດກໍຄື ຫົນທາງນີ້ເປັນຈິງຫຼາຍກວ່າສິ່ງທີ່ເໜືອທຳມະຊາດ ຫຼື ບໍ ແລະ ມັນສາມາດສະໜອງຊີວິດຂອງມະນຸດ ຫຼື ບໍ. ຖ້າມັນສອດຄ່ອງກັບຫຼັກການເຫຼົ່ານີ້ ກໍສາມາດສະຫຼຸບໄດ້ວ່າ ຫົນທາງນີ້ເປັນຫົນທາງທີ່ແທ້ຈິງ. ເຮົາກ່າວພຣະທໍາເຫຼົ່ານີ້ ເພື່ອເຮັດໃຫ້ພວກເຈົ້າຍອມຮັບຫົນທາງອື່ນໆໃນປະສົບການອະນາຄົດຂອງພວກເຈົ້າ, ບໍ່ແມ່ນເປັນການທຳນາຍວ່າ ຈະມີພາລະກິດຂອງຍຸກໃໝ່ອີກຢ່າງໃນອະນາຄົດ. ເຮົາກ່າວພວກມັນ ເພື່ອພວກເຈົ້າອາດຈະແນ່ໃຈວ່າ ຫົນທາງໃນປັດຈຸບັນແມ່ນຫົນທາງທີ່ແທ້ຈິງ, ເພື່ອພວກເຈົ້າຈະບໍ່ໝັ້ນໃຈພຽງເຄິ່ງດຽວໃນຄວາມເຊື່ອຂອງພວກເຈົ້າກ່ຽວກັບພາລະກິດຂອງປັດຈຸບັນ ແລະ ບໍ່ສາມາດຮັບຮູ້ກ່ຽວກັບສິ່ງນັ້ນ. ຍັງມີອີກຫຼາຍຄົນ ທີ່ເຖິງວ່າຈະແນ່ໃຈ ແຕ່ກໍຍັງຕິດຕາມດ້ວຍຄວາມສັບສົນ; ຄວາມແນ່ໃຈດັ່ງກ່າວບໍ່ມີຫຼັກການໃນຕົວມັນ ແລະ ພວກມັນຕ້ອງຖືກກໍາຈັດບໍ່ໄວກໍຊ້າ. ແມ່ນແຕ່ຄົນເຫຼົ່ານັ້ນ ທີ່ກະຕືລືລົ້ນຢ່າງພິເສດ ໃນການຕິດຕາມຂອງພວກເຂົາ ແມ່ນປະກອບດ້ວຍສາມສ່ວນທີ່ແນ່ໃຈ ແລະ ຫ້າສ່ວນທີ່ບໍ່ແນ່ໃຈ ເຊິ່ງສະແດງວ່າ ພວກເຂົາບໍ່ມີພື້ນຖານ. ຍ້ອນຄວາມສາມາດຂອງພວກເຈົ້າຕໍ່າເກີນໄປ ແລະ ພື້ນຖານຂອງພວກເຈົ້າຕື້ນເກີນໄປ, ພວກເຈົ້າຈຶ່ງບໍ່ມີຄວາມເຂົ້າໃຈໃນການຈຳແນກຄວາມແຕກຕ່າງ. ພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ, ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນຈິງ, ພຣະອົງບໍ່ກຳນົດເງື່ອນໄຂຈໍານວນຫຼາຍໃຫ້ກັບມະນຸດ ແລະ ພຣະອົງບໍ່ປະຕິບັດພາລະກິດທີ່ເກີນປະສາດສໍາຜັດຂອງມະນຸດ. ພາລະກິດທັງໝົດທີ່ພຣະອົງປະຕິບັດຢູ່ພາຍໃນຂອບເຂດປະສາດສໍາຜັດປົກກະຕິຂອງມະນຸດ ແລະ ບໍ່ເຮັດເກີນປະສາດສໍາຜັດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ພາລະກິດຂອງພຣະອົງແມ່ນອີງຕາມເງື່ອນໄຂປົກກະຕິຂອງມະນຸດ. ຖ້າມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ມະນຸດຈະຍິ່ງກາຍມາເປັນຄົນປົກກະຕິຫຼາຍຂຶ້ນ ແລະ ຄວາມເປັນມະນຸດຍິ່ງກາຍເປັນສິ່ງທີ່ປົກກະຕິຫຼາຍຂຶ້ນ. ມະນຸດມີຄວາມຮູ້ທີ່ເພີ່ມຂຶ້ນກ່ຽວກັບຈິດໃຈທີ່ເສື່ອມຊາມຂອງຊາຕານ ແລະ ທາດແທ້ຂອງມະນຸດ ແລະ ເຂົາມີຄວາມປາດຖະໜາຫາຄວາມຈິງທີ່ຍິ່ງໃຫຍ່ຂຶ້ນ. ນັ້ນກໍເພື່ອເວົ້າວ່າ ຊີວິດຂອງມະນຸດຈະເຕີບໃຫຍ່ເລື້ອຍໆ ແລະ ຈິດໃຈທີ່ເສື່ອມຊາມຂອງມະນຸດກໍສາມາດປ່ຽນແປງໄດ້ຫຼາຍຍິ່ງຂຶ້ນ ເຊິ່ງທຸກສິ່ງທີ່ເປັນຄວາມໝາຍຂອງພຣະເຈົ້າຈະກາຍມາເປັນຊີວິດຂອງມະນຸດ. ຖ້າຫົນທາງບໍ່ສາມາດເປີດເຜີຍສິ່ງເຫຼົ່ານັ້ນທີ່ເປັນທາດແທ້ຂອງມະນຸດ, ບໍ່ສາມາດປ່ຽນແປງຈິດໃຈຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ບໍ່ສາມາດນໍາເຂົາມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ເຮັດໃຫ້ເຂົາເຂົ້າໃຈພຣະເຈົ້າຢ່າງແທ້ຈິງ ແລະ ຍັງເຮັດໃຫ້ຄວາມເປັນມະນຸດຂອງເຂົາຍິ່ງກາຍມາເປັນສິ່ງທີ່ຕ້ອຍຕໍ່າ ແລະ ປະສາດສໍາຜັດຂອງເຂົາຍິ່ງກາຍເປັນສິ່ງທີ່ບໍ່ປົກກະຕິ ເຊິ່ງດ້ວຍເຫດນີ້ ຫົນທາງນີ້ຈຶ່ງບໍ່ຄວນເປັນຫົນທາງທີ່ແທ້ຈິງ ແລະ ມັນອາດເປັນພາລະກິດຂອງວິນຍານຊົ່ວຮ້າຍ ຫຼື ວິທີທາງເກົ່າໆ. ຖ້າຈະເວົ້າໃຫ້ສັ້ນໆກໍຄືມັນບໍ່ສາມາດເປັນພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້

ໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຍັງມີເງື່ອນໄຂທີ່ສອດຄ່ອງກັນຂອງມະນຸດ. ທຸກຄົນທີ່ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນມີການສະຖິດ ແລະ ວິໄນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ບໍ່ໄດ້ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນຢູ່ພາຍໃຕ້ການບັນຊາຂອງຊາຕານ ແລະ ປາສະຈາກພາລະກິດໃດໆຂອງພຣະວິນຍານບໍລິສຸດ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ແລະ ເປັນຄົນທີ່ຮ່ວມມືໃນພາລະກິດໃໝ່ຂອງພຣະເຈົ້າ. ຖ້າຄົນທີ່ຢູ່ພາຍໃນກະແສນີ້ບໍ່ສາມາດຮ່ວມມື ແລະ ບໍ່ສາມາດນໍາຄວາມຈິງທີ່ພຣະເຈົ້າຮຽກຮ້ອງນັ້ນເຂົ້າສູ່ການປະຕິບັດໃນເວລານີ້ໄດ້, ແລ້ວພວກເຂົາກໍຈະຖືກລົງວິໄນ ແລະ ຮ້າຍແຮງໄປກວ່ານັ້ນແມ່ນຈະຖືກພຣະວິນຍານບໍລິສຸດປະຖິ້ມ. ຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ຈະດຳລົງຊີວິດຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ຈະຮັບເອົາຄວາມດູແລ ແລະ ການປົກປ້ອງຂອງພຣະວິນຍານບໍລິສຸດ. ຄົນທີ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ຄົນທີ່ບໍ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກລົງວິໄນໂດຍພຣະວິນຍານບໍລິສຸດ ແລະ ອາດເຖິງຂັ້ນຖືກລົງໂທດໄດ້. ບໍ່ວ່າພວກເຂົາຈະເປັນຄົນປະເພດໃດກໍຕາມ, ຖ້າພວກເຂົາຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ພຣະເຈົ້າກໍຈະຮັບຜິດຊອບທຸກຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະອົງເພື່ອເຫັນແກ່ນາມຂອງພຣະອົງ. ຜູ້ຄົນທີ່ສັນລະເສີນນາມຂອງພຣະອົງ ແລະ ເຕັມໃຈນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະໄດ້ຮັບພອນຂອງພຣະອົງ; ຄົນທີ່ບໍ່ເຊື່ອຟັງພຣະອົງ ແລະ ບໍ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະໄດ້ຮັບການລົງໂທດຂອງພຣະອົງ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ ແລະ ຍ້ອນພວກເຂົາຍອມຮັບພາລະກິດໃໝ່, ພວກເຂົາຄວນມີການຮ່ວມມືທີ່ເໝາະສົມກັບພຣະເຈົ້າ ແລະ ບໍ່ຄວນປະພຶດຄືກັບພວກກະບົດທີ່ບໍ່ປະຕິບັດໜ້າທີ່ຂອງພວກເຂົາ. ນີ້ແມ່ນພຽງເງື່ອນໄຂດຽວເທົ່ານັ້ນທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ສຳລັບຄົນທີ່ບໍ່ຍອມຮັບພາລະກິດໃໝ່ແມ່ນຈະບໍ່ເປັນແບບນັ້ນ: ພວກເຂົາຢູ່ນອກກະແສຂອງພຣະວິນຍານບໍລິສຸດ ແລະ ການລົງວິໄນ ແລະ ການຕິເຕືອນຂອງພຣະວິນຍານບໍລິສຸດແມ່ນໃຊ້ບໍ່ໄດ້ກັບພວກເຂົາ. ໝົດມື້, ຄົນເຫຼົ່ານີ້ດຳລົງຊີວິດຢູ່ພາຍໃນເນື້ອໜັງ, ພວກເຂົາດຳລົງຊີວິດຢູ່ພາຍໃນຄວາມຄິດຂອງພວກເຂົາ ແລະ ທຸກສິ່ງທີ່ພວກເຂົາເຮັດກໍແມ່ນຕາມຄຳສັ່ງສອນທີ່ເກີດຈາກການວິເຄາະ ແລະ ການຄົ້ນຄວ້າດ້ວຍສະໝອງຂອງພວກເຂົາເອງ. ມັນບໍ່ແມ່ນເງື່ອນໄຂຂອງພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ແຮງໄກທີ່ມັນຈະເປັນການຮ່ວມມືກັບພຣະເຈົ້າ. ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າແມ່ນປາສະຈາກການສະຖິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄືປາສະຈາກພອນ ແລະ ການປົກປ້ອງຂອງພຣະເຈົ້າ. ຄຳເວົ້າ ແລະ ການກະທຳສ່ວນໃຫຍ່ຂອງພວກເຂົາແມ່ນຍຶດຕິດຢູ່ກັບເງື່ອນໄຂຂອງພາລະກິດໃນອະດີດຂອງພຣະວິນຍານບໍລິສຸດ; ພວກມັນເປັນຄຳສັ່ງສອນບໍ່ແມ່ນຄວາມຈິງ. ຄຳສັ່ງສອນ ແລະ ກົດລະບຽບດັ່ງກ່າວແມ່ນພຽງພໍທີ່ຈະພິສູດວ່າ ການຊຸມນຸມຂອງຜູ້ຄົນເຫຼົ່ານີ້ແມ່ນບໍ່ມີຫຍັງນອກຈາກດ້ານສາສະໜາ; ພວກເຂົາບໍ່ແມ່ນຄົນທີ່ຖືກເລືອກ ຫຼື ເປັນເປົ້າໝາຍຂອງພາລະກິດຂອງພຣະເຈົ້າ. ການຊຸມນຸມຂອງທຸກຄົນໃນທ່າມກາງພວກເຂົາ ສາມາດເອີ້ນໄດ້ວ່າ ສະພາໃຫຍ່ແຫ່ງສາສະໜາເທົ່ານັ້ນ ແລະ ບໍ່ສາມາດເອີ້ນວ່າຄຣິສຕະຈັກໄດ້. ນີ້ຄືຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ພວກເຂົາບໍ່ມີພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ສິ່ງທີ່ພວກເຂົາເຮັດເບິ່ງຄືກັບວ່າເປັນການລະນຶກເຖິງສາສະໜາ, ສິ່ງທີ່ພວກເຂົາດຳລົງຊີວິດຕາມເບິ່ງຄືກັບວ່າເຕັມໄປດ້ວຍສາສະໜາ; ພວກເຂົາບໍ່ມີການສະຖິດ ແລະ ພາລະກິດຂອງພຣະວິນຍານບໍລິສຸດ ແຮງໄກທີ່ພວກເຂົາຈະມີສິດຮັບເອົາການລົງວິໄນ ຫຼື ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຄົນເຫຼົ່ານີ້ລ້ວນແລ້ວແຕ່ເປັນຊາກສົບທີ່ບໍ່ມີຊີວິດ ແລະ ໜອນທີ່ປາສະຈາກຈິດວິນຍານ. ພວກເຂົາບໍ່ມີຄວາມຮູ້ກ່ຽວກັບການກະບົດ ແລະ ການຕໍ່ຕ້ານຂອງມະນຸດ, ບໍ່ມີຄວາມຮູ້ກ່ຽວກັບການເຮັດຊົ່ວທຸກຢ່າງຂອງມະນຸດ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງພາລະກິດຂອງພຣະເຈົ້າ ແລະ ຄວາມປະສົງໃນປັດຈຸບັນຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ມີຄວາມຮູ້ ແລະ ຄົນຊັ້ນຕໍ່າ, ພວກເຂົາຄືຄົນຕໍ່າຊ້າທີ່ບໍ່ສົມຄວນໄດ້ຖືກເອີ້ນວ່າຜູ້ເຊື່ອ! ບໍ່ມີຫຍັງທີ່ພວກເຂົາເຮັດມີຄວາມກ່ຽວພັນໃດໆກັບການຄຸ້ມຄອງຂອງພຣະເຈົ້າ ແຮງໄກທີ່ມັນຈະສາມາດທຳລາຍແຜນການຂອງພຣະເຈົ້າໄດ້. ຄຳເວົ້າ ແລະ ການກະທຳຂອງພວກເຂົາເປັນຕາລັງກຽດເກີນໄປ, ເປັນຕາເວດທະນາເກີນໄປ ແລະ ບໍ່ສົມຄວນເອີຍເຖິງເລີຍ. ບໍ່ມີຫຍັງທີ່ປະຕິບັດໂດຍຄົນທີ່ບໍ່ໄດ້ຢູ່ໃນກະແສຂອງພຣະວິນຍານບໍລິສຸດ ມີສ່ວນກ່ຽວຂ້ອງກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ດ້ວຍເຫດນີ້, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍປາສະຈາກການລົງວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນ ແມ່ນປາສະຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຍ້ອນພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ຮັກຄວາມຈິງ ແລະ ເປັນທີ່ກຽດຊັງ ແລະ ຖືກປະຕິເສດໂດຍພຣະວິນຍານບໍລິສຸດ. ພວກເຂົາຖືກເອີ້ນວ່າເປັນຄົນຊົ່ວຊ້າ ເພາະພວກເຂົາຍ່າງໃນເນື້ອໜັງ ແລະ ເຮັດຫຍັງກໍຕາມທີ່ພວກເຂົາພໍໃຈ ໂດຍພາຍໃຕ້ປ້າຍໂຄສະນາຂອງພຣະເຈົ້າ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດ, ພວກເຂົາກໍຕັ້ງໃຈຕໍ່ຕ້ານພຣະອົງ ແລະ ແລ່ນໃນທາງກົງກັນຂ້າມກັບພຣະອົງ. ຄວາມລົ້ມເຫຼວຂອງມະນຸດໃນການຮ່ວມມືກັບພຣະເຈົ້າຄືການກະບົດໃນຕົວມັນເອງຢ່າງແຮງ, ສະນັ້ນ ຄົນເຫຼົ່ານັ້ນທີ່ຕັ້ງໃຈຕໍ່ຕ້ານພຣະເຈົ້າຈະບໍ່ໄດ້ຮັບຜົນກຳສະໜອງທີ່ພວກເຂົາສົມຄວນໄດ້ຮັບບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ

ບົດຄັດຕອນຈາກການເທດສະໜາ ແລະ ການສົນທະນາສຳລັບອ້າງອີງ:

ຖ້າຊຸມຊົນແຫ່ງສາສະໜາທັງໝົດບໍ່ໂຫດຮ້າຍ ແລະ ຕໍ່ຕ້ານມັນ, ແລ້ວນີ້ກໍຈະບໍ່ແມ່ນຫົນທາງທີ່ຖືກຕ້ອງ. ໃຫ້ຈື່ໄວ້ວ່າ: ຫົນທາງທີ່ແທ້ຈິງຈະຖືກຕໍ່ຕ້ານໂດຍຄົນສ່ວນໃຫຍ່ ແລະ ແມ່ນແຕ່ໂລກ. ເມື່ອພຣະເຢຊູເຈົ້າມາປະຕິບັດພາລະກິດ ແລະ ເທດສະໜາເປັນຄັ້ງແລກ, ລັດທິຢູດາທັງໝົດບໍ່ໄດ້ຕໍ່ຕ້ານພຣະອົງບໍ? ໃນແຕ່ລະຄັ້ງທີ່ພຣະເຈົ້າເລີ່ມຕົ້ນພາລະກິດໃໝ່, ມະນຸດຊາດທີ່ເສື່ອມກໍມີຄວາມຫຍຸ້ງຍາກທີ່ສຸດໃນການຍອມຮັບພາລະກິດນັ້ນ, ຍ້ອນພາລະກິດຂອງພຣະເຈົ້າບໍ່ສອດຄ່ອງ ແລະ ຫັກລ້າງແນວຄວາມຄິດຂອງຜູ້ຄົນ; ຜູ້ຄົນຂາດຄວາມສາມາດທີ່ຈະເຂົ້າໃຈ ແລະ ບໍ່ສາມາດເຂົ້າສູ່ອານາຈັກຝ່າຍວິນຍານໄດ້ ແລະ ຖ້າບໍ່ແມ່ນຍ້ອນພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາກໍຈະບໍ່ສາມາດຍອມຮັບເອົາຫົນທາງທີ່ແທ້ຈິງໄດ້. ຖ້າເຊື່ອວ່າເປັນພາລະກິດຂອງພຣະເຈົ້າ, ແຕ່ມັນບໍ່ໄດ້ຖືກຕໍ່ຕ້ານໂດຍຊຸມຊົນແຫ່ງສາສະໜາ ແລະ ຂາດການຕໍ່ຕ້ານ ແລະ ຄວາມມຸ່ງຮ້າຍຂອງໂລກ, ແລ້ວສິ່ງນີ້ກໍພິສູດວ່າ ພາລະກິດຂອງພຣະເຈົ້ານັ້ນປອມ. ເປັນຫຍັງມະນຸດຊາດຈຶ່ງບໍ່ສາມາດຍອມຮັບຄວາມຈິງໄດ້? ຢ່າງທຳອິດ, ມະນຸດມາຈາກເນື້ອໜັງ, ເຂົາມາຈາກທາດແທ້ຝ່າຍຮ່າງກາຍ. ສິ່ງຕ່າງໆທີ່ຢູ່ຝ່າຍຮ່າງກາຍບໍ່ສາມາດເຂົ້າສູ່ອານາຈັກຝ່າຍວິນຍານໄດ້. ການທີ່ “ບໍ່ສາມາດເຂົ້າສູ່ອານາຈັກຝ່າຍວິນຍານໄດ້” ໝາຍເຖິງຫຍັງ? ມັນໝາຍເຖິງການທີ່ບໍ່ສາມາດເຫັນວິນຍານ, ກິດຈະກຳຂອງວິນຍານ ແລະ ອານາຈັກຝ່າຍວິນຍານ, ການທີ່ບໍ່ເຫັນວ່າພຣະເຈົ້າກຳລັງເຮັດຫຍັງ ແລະ ເວົ້າຫຍັງ. ຜູ້ຄົນຈະຕາບອດກ່ຽວກັບສິ່ງທີ່ເກີດຂຶ້ນໃນອານາຈັກຝ່າຍວິນຍານ. ໃນໂລກຝ່າຍຮ່າງກາຍ, ຜູ້ຄົນພຽງແຕ່ສາມາດເຫັນສິ່ງຕ່າງໆທີ່ສາມາດຈັບຕ້ອງໄດ້. ເຈົ້າບໍ່ສາມາດວ່າວິນຍານໃດປະຕິບັດພາລະກິດໃດໃນຜູ້ຄົນ ຫຼື ເຫັນວ່າພຣະວິນຍານຂອງພຣະເຈົ້າອົງໃດໄດ້ມາເພື່ອປະຕິບັດ ແລະ ເວົ້າ. ບາງຄັ້ງ ເຈົ້າກໍສາມາດໄດ້ຍິນສຽງຂອງພຣະອົງ, ແຕ່ເຈົ້າບໍ່ຮູ້ຈັກວ່າມັນມາຈາກໃສ; ເຈົ້າອ່ານພຣະທຳຂອງພຣະເຈົ້າຈາກໜັງສື, ແຕ່ເຈົ້າກໍຍັງບໍ່ຮູ້ຈັກວ່າພຣະເຈົ້າກ່າວພຣະທຳເຫຼົ່ານີ້ແນວໃດ ຫຼື ເມື່ອໃດ ຫຼື ບໍ່ຮູ້ຈັກວ່າພຣະທຳເຫຼົ່ານີ້ໝາຍຄວາມວ່າແນວໃດ. ຜູ້ຄົນບໍ່ສາມາດເຂົ້າສູ່ອານາຈັກຝ່າຍວິນຍານ ຫຼື ເຂົ້າໃຈແຫຼ່ງທີ່ມາຂອງພຣະທຳຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຈຳເປັນຕ້ອງມີແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງພຣະວິນຍານບໍລິສຸດເພື່ອເຂົ້າໃຈເຖິງຄວາມຈິງດັ່ງກ່າວ. ຢ່າງທີສອງ, ມະນຸດຊາດໄດ້ຖືກເຮັດໃຫ້ເສື່ອມຊາມຢ່າງຮຸນແຮງເກີນໄປ ແລະ ຂ້າງໃນຂອງເຂົາກໍເຕັມໄປດ້ວຍພິດຂອງຊາຕານຢ່າງຫຼວງຫຼາຍ ແລະ ຄວາມຮູ້ຢ່າງຫຼວງຫຼາຍ; ຖ້າເຂົາປະເມີນທຸກສິ່ງໂດຍໃຊ້ຫຼາກຫຼາຍປັດຊະຍາ ແລະ ຄວາມຮູ້ຂອງຊາຕານ, ແລ້ວເຂົາກໍຈະບໍ່ສາມາດພິສູດວ່າ ຄວາມຈິງແມ່ນຫຍັງ. ຫາກປາສະຈາກແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດ, ມະນຸດຈະບໍ່ສາມາດເຂົ້າໃຈຄວາມຈິງໄດ້. ແລ້ວຫົນທາງທີ່ຖືກຕ້ອງກໍຂຶ້ນກັບການຂົ່ມເຫັງ ແລະ ການປະຕິເສດຂອງມະນຸດຢ່າງຫຼີກຫຼ່ຽງບໍ່ໄດ້. ເປັນຫຍັງມັນຈຶ່ງງ່າຍທີ່ຜູ້ຄົນຈະຍອມຮັບຄວາມຮູ້ ແລະ ປັດຊະຍາຂອງຊາຕານ? ຢ່າງທຳອິດ, ມັນຢູ່ສອດຄ່ອງກັບແນວຄວາມຄິດຂອງພວກເຂົາ ແລະ ຜົນປະໂຫຍດຂອງເນື້ອໜັງຂອງພວກເຂົາ ແລະ ມັນເປັນປະໂຫຍດຕໍ່ເນື້ອໜັງຂອງພວກເຂົາ. ພວກເຂົາເວົ້າຕໍ່ຕົນເອງວ່າ “ການຍອມຮັບເອົາຄວາມຮູ້ດັ່ງກ່າວຈະຊ່ວຍໃຫ້ຂ້ານ້ອຍ: ມັນຈະຊ່ວຍໃຫ້ຂ້ານ້ອຍໄດ້ເລື່ອນຕໍາແໜ່ງ, ມັນຈະເຮັດໃຫ້ຂ້ານ້ອຍປະສົບຜົນສຳເລັດ ແລະ ເຮັດໃຫ້ຂ້ານ້ອຍບັນລຸສິ່ງຕ່າງໆ. ດ້ວຍຄວາມຮູ້ເຊັ່ນນີ້ ຜູ້ຄົນຈະນັບຖືຂ້ານ້ອຍ”. ສິ່ງທີ່ເປັນປະໂຫຍດຕໍ່ຜູ້ຄົນກໍສອດຄ່ອງກັບແນວຄວາມຄິດຂອງພວກເຂົາ... ເມື່ອຖືກເຮັດໃຫ້ເສື່ອມຊາມຈົນເຖິງລະດັບນີ້ ແລະ ບໍ່ສາມາດເຂົ້າສູ່ອານາຈັກຝ່າຍວິນຍານ, ຜູ້ຄົນກໍພຽງແຕ່ສາມາດຕໍ່ຕ້ານພຣະເຈົ້າ ແລະ ດ້ວຍເຫດນັ້ນ ພາລະກິດຂອງພຣະເຈົ້າກໍໄດ້ພົບກັບການປະຕິເສດ, ການຕໍ່ຕ້ານ ແລະ ການກ່າວໂທດຂອງມະນຸດ. ນີ້ເປັນເລື່ອງປົກກະຕິ. ຖ້າພາລະກິດຂອງພຣະເຈົ້າບໍ່ໄດ້ພົບກັບການກ່າວໂທດ ແລະ ການຕໍ່ຕ້ານຂອງໂລກ ແລະ ມະນຸດຊາດ, ແລ້ວສິ່ງນີ້ກໍຈະພິສູດວ່າ ມັນບໍ່ແມ່ນຄວາມຈິງ. ຖ້າທຸກສິ່ງທີ່ພຣະເຈົ້າເວົ້າສອດຄ່ອງກັບແນວຄວາມຄິດຂອງຜູ້ຄົນ, ພວກເຂົາຈະກ່າວໂທດມັນບໍ? ພວກເຂົາຈະຕໍ່ຕ້ານສິ່ງນັ້ນບໍ? ພວກເຂົາຈະບໍ່ຕໍ່ຕ້ານຢ່າງແນ່ນອນ.

ການສົນທະນາຈາກເບື້ອງເທິງ

ຄຣິສຕະຈັກປະກອບດ້ວຍຄົນທີ່ຖືກກຳນົດໄວ້ລ່ວງໜ້າ ແລະ ຖືກເລືອກໂດຍພຣະເຈົ້າຢ່າງແທ້ຈິງ, ມັນປະກອບດ້ວຍຄົນທີ່ຮັກຄວາມຈິງ, ສະແຫວງຫາຄວາມຈິງ ແລະ ປະກອບດ້ວຍພາລະກິດຂອງພຣະວິນຍານບໍລິສຸດ. ມີແຕ່ເມື່ອຜູ້ຄົນເຫຼົ່ານີ້ໄດ້ລວມຕົວກັນເພື່ອກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ມີຊີວິດແຫ່ງຄຣິສຕະຈັກ, ຜະເຊີນກັບພາລະກິດຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາດັ່ງສິ່ງຖືກສ້າງຂອງພຣະເຈົ້າ, ມັນຈຶ່ງຈະສາມາດເປັນຄຣິສຕະຈັກໄດ້. ຖ້າຝູງຊົນທີ່ວຸ້ນວາຍເວົ້າວ່າ ມັນເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ອະທິຖານ ແລະ ອ່ານພຣະທຳຂອງພຣະເຈົ້າ, ແຕ່ບໍ່ໄດ້ຮັກ ຫຼື ສະແຫວງຫາຄວາມຈິງ ແລະ ປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ ແລະ ປະຕິບັດພິທີກຳທາງສາສະໜາ, ແລ້ວມັນກໍບໍ່ແມ່ນຄຣິສຕະຈັກ. ຖ້າຈະເວົ້າໃຫ້ຖືກຕ້ອງໄປກວ່ານັ້ນ, ຄຣິສຕະຈັກທີ່ປາສະຈາກພາລະກິດຂອງພຣະວິນຍານບໍລິສຸດກໍບໍ່ແມ່ນຄຣິສຕະຈັກ; ພວກມັນເປັນພຽງສະຖານທີ່ທາງສາສະໜາເທົ່ານັ້ນ ແລະ ຜູ້ຄົນທີ່ປະຕິບັດພິທີກຳທາງສາສະໜາ. ພວກເຂົາບໍ່ແມ່ນຄົນທີ່ເຊື່ອຟັງພຣະເຈົ້າ ແລະ ຜະເຊີນພາລະກິດຂອງພຣະເຈົ້າຢ່າງແທ້ຈິງ...

............

... ຄຣິສຕະຈັກແມ່ນການຊຸມນຸມຂອງຜູ້ຄົນທີ່ເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຄວາມຈິງຢ່າງແທ້ຈິງ ແລະ ມັນບໍ່ໄດ້ປະກອບມີຄົນຊົ່ວຮ້າຍຢ່າງເດັດຂາດ, ພວກເຂົາບໍ່ໄດ້ເປັນສ່ວນໜຶ່ງຂອງຄຣິສຕະຈັກ. ຖ້າກຸ່ມຄົນທີ່ບໍ່ສະແຫວງຫາຄວາມຈິງ ແລະ ບໍ່ໄດ້ເຮັດຫຍັງເພື່ອນໍາຄວາມຈິງເຂົ້າສູ່ການປະຕິບັດ ໄດ້ມາຊຸມນຸມກັນ, ມັນກໍຈະບໍ່ແມ່ນຄຣິສຕະຈັກ. ມັນຈະເປັນສະຖານທີ່ທາງສາສະໜາ ຫຼື ຝູງຊົນທີ່ວຸ້ນວາຍ. ຄຣິສຕະຈັກຕ້ອງປະກອບດ້ວຍຜູ້ຄົນທີ່ເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຄວາມຈິງຢ່າງແທ້ຈິງ, ຜູ້ທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ນະມັດສະການພຣະເຈົ້າ, ປະຕິບັດໜ້າທີ່ຂອງພວກເຂົາ ແລະ ຜະເຊີນກັບພາລະກິດຂອງພຣະເຈົ້າ ແລະ ໄດ້ຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຄຣິສຕະຈັກ. ສະນັ້ນ ເມື່ອເຈົ້າປະເມີນວ່າ ມັນແມ່ນຄຣິສຕະຈັກທີ່ແທ້ຈິງ ຫຼື ບໍ່, ເຈົ້າຕ້ອງເບິ່ງກ່ອນວ່າ ມັນມີຄົນປະເພດໃດ. ຢ່າງທີສອງ, ເຈົ້າຕ້ອງເບິ່ງວ່າ ພວກເຂົາມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ່; ຖ້າການຊຸມນຸມຂອງພວກເຂົາປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ມັນກໍບໍ່ແມ່ນຄຣິສຕະຈັກ ແລະ ຖ້າມັນບໍ່ແມ່ນການຊຸມນຸມຂອງຄົນທີ່ສະແຫວງຫາຄວາມຈິງ, ແລ້ວມັນກໍບໍ່ແມ່ນຄຣິສຕະຈັກ. ຖ້າຄຣິສຕະຈັກບໍ່ມີຜູ້ໃດທີ່ສະແຫວງຫາຄວາມຈິງ, ແລ້ວຄຣິສຕະຈັກນີ້ກໍປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ; ຖ້າມີບຸກຄົນໃດໜຶ່ງໃນຄຣິສຕະຈັກທີ່ເຕັມໃຈສະແຫວງຫາຄວາມຈິງ ແລະ ຍັງຄົງໃນຢູ່ຄຣິສຕະຈັກດັ່ງກ່າວ, ແລ້ວບຸກຄົນນີ້ກໍບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ພວກເຂົາຄວນອອກຈາກຝູງຊົນທີ່ວຸ້ນວາຍນີ້ ແລະ ຊອກຫາຄຣິສຕະຈັກໃຫ້ໄວເທົ່າທີ່ຈະໄວໄດ້. ພາຍໃນຄຣິສຕະຈັກ, ຖ້າມີສາມ ຫຼື ຫ້າຄົນທີ່ສະແຫວງຫາຄວາມຈິງ ແລະ 30 ຫຼື 50 ຄົນທີ່ເປັນພຽງຝູງຊົນທີ່ວຸ້ນວາຍ, ແລ້ວສາມ ຫຼື ຫ້າຄົນເຫຼົ່ານີ້ທີ່ເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຄວາມຈິງຢ່າງແທ້ຈິງກໍຄວນມາຢູ່ຮ່ວມກັນ; ຖ້າພວກເຂົາມາຢູ່ຮ່ວມກັນ ການຊຸມນຸມຂອງພວກເຂົາກໍຍັງເປັນຄຣິສຕະຈັກ, ຄຣິສຕະຈັກທີ່ມີສະມາຊິກໜ້ອຍທີ່ສຸດ, ແຕ່ກໍຍັງບໍລິສຸດ.

ການເທດສະໜາ ແລະ ການສົນທະນາກ່ຽວກັບທາງເຂົ້າສູ່ຊີວິດ

ຜູ້ນໍາ ແລະ ອາຈານໃນໂລກແຫ່ງສາສະໜາບໍ່ໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າ ຫຼື ຖືກເຮັດໃຫ້ສົມບູນ ແລະ ຖືກສ້າງຂຶ້ນໂດຍພຣະວິນຍານບໍລິສຸດ, ແຕ່ກົງກັນຂ້າມ ໄດ້ກາຍມາເປັນຜູ້ນໍາ ແລະ ອາຈານໃນຊຸມຊົນແຫ່ງສາສະໜາຫຼັງຈາກທີ່ໄດ້ຈົບຈາກການສຳມະນາ ແລະ ໄດ້ຮັບໃບປະກາດ. ພວກເຂົາປາສະຈາກພາລະກິດ ແລະ ການຢືນຢັນຈາກພຣະວິນຍານບໍລິສຸດ, ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ປາກຂອງພວກເຂົາກໍບໍ່ສາມາດເວົ້າຫຍັງໄດ້ເລີຍ ນອກຈາກຄວາມຮູ້ ແລະ ທິດສະດີທາງສາສະໜາສາດ. ພວກເຂົາບໍ່ໄດ້ຜະເຊີນກັບແມ່ນຫຍັງແທ້ໆ. ຄົນດັ່ງກ່າວບໍ່ມີຄຸນສົມບັດທີ່ຖືກໃຊ້ໂດຍພຣະເຈົ້າແທ້ໆ; ພວກເຂົາຈະນໍາພາມະນຸດມາຢູ່ຕໍ່ໜ້າພຣະເຈົ້າໄດ້ແນວໃດ? ພວກເຂົາຍົກໃບປະກາດທີ່ໄດ້ມາຈາກສຳມະນາຂຶ້ນ ໃຫ້ເປັນເຄື່ອງພິສູດເຖິງສິດທິຂອງພວກເຂົາເອງ, ພວກເຂົາເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ເພື່ອອວດອ້າງຄວາມຮູ້ຂອງພວກເຂົາທີ່ກ່ຽວກັບພຣະຄຳພີ, ພວກເຂົາອວດດີຢ່າງເຫຼືອອົດ ແລະ ຍ້ອນສິ່ງນີ້, ພວກເຂົາຈຶ່ງຖືກກ່າວໂທດໂດຍພຣະເຈົ້າ ແລະ ຖືກກຽດຊັງໂດຍພຣະເຈົ້າ ແລະ ໄດ້ສູນເສຍພາລະກິດຂອງພຣະວິນຍານບໍລິສຸດ. ກ່ຽວກັບສິ່ງນີ້ນັ້ນແມ່ນບໍ່ມີຂໍ້ສົງໄສເລີຍ. ເປັນຫຍັງຊຸມຊົນແຫ່ງສາສະໜາຈຶ່ງກາຍມາເປັນສັດຕູທີ່ຮ້າຍກາດຂອງພຣະຄຣິດ, ນີ້ແມ່ນຄຳຖາມທີ່ຊວນໃຫ້ຄິດຫຼາຍ. ໃນຍຸກແຫ່ງພຣະຄຸນ, ລັດທິຢູດາຄຶງພຣະເຢຊູຄຣິດເຈົ້າເທິງໄມ້ກາງແຂນ, ນັ້ນໝາຍຄວາມວ່າແນວໃດ? ໃນຍຸກແຫ່ງອານາຈັກໃນຍຸກສຸດທ້າຍ, ຊຸມຊົນແຫ່ງສາສະໜາໄດ້ສາມັກຄີ ແລະ ອຸທິດຄວາມພະຍາຍາມທັງໝົດເຂົ້າໃນການຕໍ່ຕ້ານ ແລະ ຕັດສິນພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ, ມັນປະຕິເສດ ແລະ ເມີນເສີຍພຣະຄຣິດທີ່ບັງເກີດເປັນມະນຸດແຫ່ງຍຸກສຸດທ້າຍ, ມັນມີຂ່າວເລົ່າລືຫຼາກຫຼາຍທີ່ຖືກແຕ່ງຂຶ້ນ ແລະ ໂຈມຕີ, ປະນາມ ແລະ ໝິ່ນປະໝາດພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຄຣິສຕະຈັກຂອງພຣະເຈົ້າ ແລະ ມັນໄດ້ຄຶງພຣະເຢຊູທີ່ກັບຄືນມາ, ພຣະຄຣິດແຫ່ງຍຸກສຸດທ້າຍ, ເທິງໄມ້ກາງແຂນຕັ້ງແຕ່ດົນແລ້ວ. ສິ່ງນີ້ພິສຸດວ່າ ຊຸມຊົນແຫ່ງສາສະໜາໄດ້ເສື່ອມລົງກາຍເປັນກອງກຳລັງຂອງຊາຕານທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າຕັ້ງແຕ່ດົນແລ້ວ. ຊຸມຊົນແຫ່ງສາສະໜາບໍ່ໄດ້ຖືກປົກຄອງໂດຍພຣະເຈົ້າ, ແຮງໄກທີ່ມັນຈະຖືກປົກຄອງໂດຍຄວາມຈິງ; ມັນຖືກປົກຄອງໂດຍມະນຸດທີ່ເສື່ອມຊາມທັງສິ້ນ ແລະ ຍິ່ງໄປກວ່ານັ້ນຄືຖືກປົກຄອງໂດຍພວກຜູ້ຕໍ່ຕ້ານພຣະຄຣິດ.

ເມື່ອຜູ້ຄົນເຊື່ອໃນພຣະເຈົ້າໃນສະຖານທີ່ສາສະໜາເຊັ່ນນີ້, ເຊິ່ງເປັນບ່ອນທີ່ເປັນຂອງຊາຕານ ແລະ ຖືກປົກຄອງ ແລະ ຖືກຄວບຄຸມໂດຍຜີຮ້າຍ ແລະ ພວກຜູ້ຕໍ່ຕ້ານພຣະຄຣິດ, ພວກເຂົາກໍພຽງແຕ່ສາມາດເຂົ້າໃຈເຖິງຄຳສັ່ງສອນທາງສາສະໜາເທົ່ານັ້ນ, ພວກເຂົາສາມາດປະຕິບັດຕາມພິທີກຳ ແລະ ກົດລະບຽບທາງສາສະໜາເທົ່ານັ້ນ ແລະ ພວກເຂົາບໍ່ເຂົ້າໃຈຄວາມຈິງຈັກເທື່ອ, ບໍ່ຜະເຊີນກັບພາລະກິດຂອງພຣະເຈົ້າຈັກເທື່ອ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ຢ່າງສິ້ນເຊີງ. ຍ້ອນບໍ່ມີຫຍັງໃນພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ໃນສະຖານທີ່ທາງສາສະໜາ ແລະ ພວກມັນແມ່ນສະຖານທີ່ໆສ້າງຄວາມເບື່ອໜ່າຍໃຫ້ກັບພຣະເຈົ້າ, ຖືກກຽດຊັງໂດຍພຣະເຈົ້າ ແລະ ຖືກກ່າວໂທດ ແລະ ຖືກສາບແຊ່ງໂດຍພຣະອົງ. ພຣະເຈົ້າບໍ່ເຄີຍຮູ້ຈັກສາສະໜາຈັກເທື່ອ, ແຮງໄກທີ່ພຣະອົງຈະຍົກຍ້ອງສັນລະເສີນມັນ ແລະ ຕັ້ງແຕ່ເວລາຂອງພຣະເຢຊູເຈົ້າ ຊຸມຊົນແຫ່ງສາສະໜາໄດ້ຖືກກ່າວໂທດໂດຍພຣະເຈົ້າ. ສະນັ້ນ ເມື່ອເຈົ້າເຊື່ອໃນພຣະເຈົ້າ ເຈົ້າຕ້ອງຊອກຫາສະຖານທີ່ໆປະກອບມີພາລະກິດຂອງພຣະວິນຍານບໍລິສຸດ; ມີແຕ່ສະຖານທີ່ເຫຼົ່ານີ້ຈຶ່ງເປັນຄຣິສຕະຈັກທີ່ແທ້ຈິງ ແລະ ໃນຄຣິສຕະຈັກທີ່ແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດໄດ້ຍິນສຽງຂອງພຣະເຈົ້າ ແລະ ຄົ້ນພົບຮອຍພຣະບາດແຫ່ງພາລະກິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີສະແຫວງຫາພຣະເຈົ້າ.

ການສົນທະນາຈາກເບື້ອງເທິງ

ກ່ອນນີ້: 3. ຄວາມແຕກຕ່າງລະຫວ່າງພຣະຄຣິດທີ່ແທ້ຈິງ ແລະ ພຣະຄຣິດປອມ

ຕໍ່ໄປ: 5. ຄວາມແຕກຕ່າງລະຫວ່າງການຕິດຕາມພຣະເຈົ້າ ແລະ ການຕິດຕາມຜູ້ຄົນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້