ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ
ຫຼັງຈາກຫຼາຍພັນປີຂອງຄວາມເສື່ອມຊາມ, ມະນຸດໄດ້ຕາຍດ້ານ ແລະ ໂງ່ຈ້າ; ພວກເຂົາໄດ້ກາຍເປັນຜີສາດທີ່ຕໍ່ຕ້ານພຣະເຈົ້າ ເຖິງຂັ້ນທີ່ວ່າ ການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າຖືກບັນທຶກໄວ້ໃນໜັງສືແຫ່ງປະຫວັດສາດ ແລະ ແມ່ນແຕ່ມະນຸດເອງກໍບໍ່ສາມາດອະທິບາຍໄດ້ເຖິງພຶດຕິກໍາການຕໍ່ຕ້ານຂອງຕົນ ເນື່ອງຈາກວ່າ ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງໜັກ ແລະ ຖືກຊາຕານນໍາພາໄປໃນທາງທີ່ຜິດຈົນບໍ່ຮູ້ວ່າຈະຫັນໄປທາງໃດດີ. ແມ່ນແຕ່ທຸກມື້ນີ້, ມະນຸດຍັງຄົງທໍລະຍົດຕໍ່ພຣະເຈົ້າ: ເມື່ອມະນຸດແນມເຫັນພຣະເຈົ້າ, ເຂົາກໍທໍລະຍົດຕໍ່ພຣະອົງ ແລະ ເມື່ອເຂົາບໍ່ສາມາດແນມເຫັນພຣະເຈົ້າ, ເຂົາກໍຍັງຄົງທໍລະຍົດຕໍ່ພຣະອົງ. ແລ້ວຍັງມີຜູ້ຄົນ ເຖິງວ່າໄດ້ເຫັນເຖິງການສາບແຊ່ງຂອງພຣະເຈົ້າ ແລະ ຄວາມໂກດຮ້າຍຂອງພຣະອົງ ແຕ່ກໍຍັງທໍລະຍົດຕໍ່ພຣະອົງ. ດ້ວຍເຫດນັ້ນ, ເຮົາຈຶ່ງກ່າວວ່າ ຄວາມຮູ້ຂອງມະນຸດແມ່ນໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນໄປແລ້ວ ແລະ ລວມທັງສາມັນສໍານຶກຂອງມະນຸດກໍໄດ້ສູນເສຍໜ້າທີ່ດັ່ງເດີນຂອງມັນເຊັ່ນກັນ. ມະນຸດທີ່ເຮົາແນມເບິ່ງແມ່ນສັດເດຍລະສານທີ່ແຕ່ງກາຍເປັນຄົນ, ເຂົາເປັນງູທີ່ມີພິດຮ້າຍ ແລະ ບໍ່ວ່າເຂົາຈະພະຍາຍາມກະທໍາຕົວໃຫ້ໜ້າສົງສານພຽງໃດໃນສາຍຕາຂອງເຮົາກໍຕາມ, ເຮົາກໍຈະບໍ່ມີວັນເມດຕາເຂົາ ເນື່ອງຈາກວ່າ ມະນຸດບໍ່ເຂົ້າໃຈຄວາມແຕກຕ່າງ ລະຫວ່າງ ສີດໍາ ແລະ ສີຂາວ ຫຼື ຄວາມແຕກຕ່າງ ລະຫວ່າງ ຄວາມຈິງ ແລະ ຄວາມເທັດ. ຄວາມຮູ້ສຶກຂອງມະນຸດແມ່ນດ້ານຊາຫຼາຍ, ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຮັບພອນ; ຄວາມເປັນມະນຸດຂອງເຂົາຕໍ່າຊ້າ ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຄອບຄອງອໍານາດຂອງກະສັດ. ການມີຄວາມຮູ້ສຶກແບບນັ້ນເຂົາຈະເປັນກະສັດຂອງໃຜໄດ້? ຜູ້ທີ່ມີຄວາມເປັນມະນຸດແບບນັ້ນຈະນັ່ງເທິງບັນລັງໄດ້ແນວໃດ? ມະນຸດແມ່ນບໍ່ຮູ້ຈັກອາຍແທ້ໆ! ເຂົາເປັນຄົນອວດດີທີ່ໜ້າເວດທະນາທີ່ສຸດ! ສໍາລັບພວກເຈົ້າທີ່ປາດຖະໜາຢາກໄດ້ຮັບພອນ, ເຮົາຂໍແນະນໍາວ່າ ກ່ອນອື່ນໝົດ ໃຫ້ພວກເຈົ້າຊອກຫາແວ່ນ ແລະ ແຍງເບິ່ງຄວາມຂີ້ຮ້າຍຂອງພວກເຈົ້າເອງກ່ອນ. ເຈົ້າມີສິ່ງທີ່ເຮັດໃຫ້ເປັນກະສັດໄດ້ບໍ? ເຈົ້າມີໜ້າຕາຂອງຄົນທີ່ສາມາດໄດ້ຮັບພອນບໍ? ບໍ່ໄດ້ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນນິໄສຂອງເຈົ້າ ແລະ ເຈົ້າບໍ່ໄດ້ນໍາຄວາມຈິງໃດໆໄປປະຕິບັດ ແຕ່ເຖິງຢ່າງນັ້ນ ເຈົ້າກໍຍັງປາດຖະໜາເຖິງອະນາຄົດທີ່ສວຍງາມ. ເຈົ້າກໍາລັງຫຼອກລວງຕົນເອງ! ເນື່ອງຈາກວ່າມະນຸດເກີດຢູ່ໃນແຜ່ນດິນທີ່ສົກກະປົກ, ເຂົາໄດ້ຮັບອິດທິພົນຈາກສັງຄົມຢ່າງແຮງ, ເຂົາໄດ້ຮັບອິດທິພົນຈາກຈະລິຍະທໍາສັກດີນາ ແລະ ເຂົາໄດ້ຖືກສັ່ງສອນຈາກ “ສະຖາບັນແຫ່ງການສຶກສາຊັ້ນສູງ”. ຄວາມຄິດແບບຫຼ້າຫຼັງ, ສິນທຳທີ່ເສື່ອມຊາມ, ມຸມມອງຊີວິດທີ່ຊົ່ວຮ້າຍ, ປັດຊະຍາຊີວິດທີ່ໜ້າລັງກຽດ, ການມີຊີວິດຢູ່ທີ່ໄຮ້ຄຸນຄ່າ ແລະ ການດໍາລົງຊີວິດ ແລະ ປະເພນີທີ່ຕໍ່າຊ້າ ສິ່ງທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ໄດ້ບຸກລຸກເຂົ້າໄປໃນຈິດໃຈຂອງມະນຸດຢ່າງຮ້າຍແຮງ, ທັງໄດ້ທໍາລາຍ ແລະ ໂຈມຕີສາມັນສໍານຶກຂອງເຂົາຢ່າງຮຸນແຮງ. ຜົນຕາມມາກໍຄື ມະນຸດໄດ້ຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນ ແລະ ຕໍ່ຕ້ານພຣະອົງຍິ່ງຂຶ້ນ. ອຸປະນິໄສຂອງມະນຸດກໍເສື່ອມຊາມຂຶ້ນທຸກມື້ ແລະ ບໍ່ມີໃຜຈັກຄົນທີ່ຍິນດີທີ່ຈະສະຫຼະທຸກສິ່ງເພື່ອພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຍິນດີຈະເຊື່ອຟັງພຣະອົງ ຫຼື ຍິ່ງໄປກວ່ານັ້ນ, ບໍ່ມີໃຜເລີຍທີ່ຍິນດີຈະສະແຫວງຫາການປາກົດຕົວຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາຍໃຕ້ອໍານາດຂອງຊາຕານ, ມະນຸດບໍ່ເຮັດຫຍັງເລີຍນອກຈາກສະແຫວງຫາຄວາມສຸກສະບາຍ, ປ່ອຍໃຫ້ຕົນເອງເສື່ອມຊາມກັບເນື້ອໜັງໃນດິນແດນແຫ່ງຂີ້ຕົມ. ເຖິງແມ່ນພວກເຂົາຈະໄດ້ຍິນຄວາມຈີງ, ຜູ້ທີ່ຈົມຢູ່ໃນຄວາມມືດກໍບໍ່ຄິດທີ່ຈະນໍາເອົາຄວາມຈິງໄປປະຕິບັດ ແລະ ເຖິງແມ່ນວ່າພວກເຂົາໄດ້ເຫັນການປາກົດຕົວຂອງພຣະເຈົ້າ ພວກເຂົາກໍບໍ່ມີແນວໂນ້ມທີ່ຈະສະແຫວງຫາພຣະອົງ. ມະນຸດຊາດທີ່ຕໍ່າຊ້າຈະມີໂອກາດໄດ້ຮັບຄວາມລອດພົ້ນໄດ້ແນວໃດ? ມະນຸດຊາດທີ່ເສື່ອມໂຊມທີ່ສຸດຈະສາມາດດໍາລົງຊີວິດຢູ່ໃນແສງສະຫວ່າງໄດ້ແນວໃດ?
ການປ່ຽນແປງອຸປະນິໄສຂອງມະນຸດເລີ່ມຕົ້ນຈາກການຮັບຮູ້ແກ່ນແທ້ຂອງຕົນເອງ ແລະ ຜ່ານການປ່ຽນແປງໃນຄວາມຄິດ, ທາດແທ້ ແລະ ທັດສະນະຄະຕິທາງຈິດໃຈ ໂດຍຜ່ານການປ່ຽນແປງດ້ານພື້ນຖານ. ມີພຽງວິທີນີ້ເທົ່ານັ້ນທີ່ຈະບັນລຸການປ່ຽນແປງອຸປະນິໄສຂອງມະນຸດໄດ້ຢ່າງແທ້ຈິງ. ສາເຫດຕົ້ນຕໍຂອງອຸປະນິໄສທີ່ເສື່ອມຊາມເຊິ່ງເກີດຂຶ້ນໃນມະນຸດຄືການຫຼອກລວງ, ຄວາມເສື່ອມຊາມ ແລະ ພິດຂອງຊາຕານ. ມະນຸດຖືກຜູກມັດ ແລະ ຖືກຄວບຄຸມໂດຍຊາຕານ ແລະ ເຂົາໄດ້ຮັບຄວາມເສຍຫາຍຊົ່ວຮ້າຍທີ່ຊາຕານກໍ່ໃຫ້ເກີດຂຶ້ນກັບຄວາມຄິດ, ສິນທໍາ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ. ມັນເປັນຍ້ອນເພາະວ່າສິ່ງພື້ນຖານຕ່າງໆຂອງມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ແຕກຕ່າງຈາກການທີ່ພຣະເຈົ້າຊົງສ້າງມະນຸດໃນເບື້ອງຕົ້ນ, ມະນຸດຕໍ່ຕ້ານພຣະເຈົ້າ ແລະ ບໍ່ສາມາດຍອມຮັບຄວາມຈິງ. ດ້ວຍເຫດນັ້ນ, ການປ່ຽນແປງໃນອຸປະນິໄສຂອງມະນຸດຄວນເລີ່ມຕົ້ນຈາກການປ່ຽນແປງຄວາມຄິດ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ ເຊິ່ງສິ່ງເຫຼົ່ານີ້ຈະປ່ຽນແປງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງ. ຜູ້ຄົນທີ່ເກີດໃນດິນແດນທີ່ເສື່ອມຊາມທີ່ສຸດແມ່ນຍິ່ງບໍ່ຮູ້ເຖິງສິ່ງທີ່ພຣະເຈົ້າເປັນ ຫຼື ແມ່ນຫຍັງຄືຄວາມໝາຍໃນການເຊື່ອພຣະເຈົ້າ. ຍິ່ງມະນຸດເສື່ອມຊາມຫຼາຍເທົ່າໃດ, ມະນຸດກໍຍິ່ງຮູ້ເຖິງການມີຢູ່ຂອງພຣະເຈົ້າໜ້ອຍເທົ່ານັ້ນ ແລະ ຄວາມຮູ້ສຶກ ແລະ ຄວາມເຂົ້າໃຈຂອງພວກເຂົາກໍຍິ່ງຕໍ່າລົງສໍ່ານັ້ນ. ແຫຼ່ງທີ່ມາຂອງການຄັດຄ້ານ ແລະ ການກະບົດຕໍ່ພຣະເຈົ້າຂອງມະນຸດແມ່ນຄວາມເສື່ອມຊາມຂອງເຂົາທີ່ເກີດຈາກຊາຕານ. ເພາະວ່າມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ສາມັນສໍານຶກຂອງມະນຸດຈຶ່ງໄດ້ຕາຍດ້ານ, ເປັນຄົນຂາດສິນທໍາ, ແນວຄິດຂອງເຂົາກໍຕໍ່າຊາມ ແລະ ເຂົາມີທັດສະນະຄະຕິທີ່ຫຼ້າຫຼັງ. ກ່ອນທີ່ເຂົາໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ໂດຍທໍາມະຊາດແລ້ວ ມະນຸດແມ່ນຕິດຕາມພຣະເຈົ້າ ແລະ ເຊື່ອຟັງພຣະທໍາຂອງພຣະອົງຫຼັງຈາກທີ່ໄດ້ຮັບຟັງພຣະທໍາເຫຼົ່ານັ້ນ. ໂດຍທໍາມະຊາດແລ້ວ ເຂົາມີຄວາມຮູ້ສຶກນຶກຄິດ ແລະ ມີສາມັນສໍານຶກທີ່ດີ ແລະ ມີຄວາມເປັນມະນຸດທີ່ປົກກະຕິ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ຄວາມຮູ້ສຶກນຶກຄິດ, ສາມັນສໍານຶກ ແລະ ຄວາມເປັນມະນຸດດັ່ງເດີມຂອງເຂົາກໍຕາຍດ້ານ ແລະ ຖືກຊາຕານເຮັດໃຫ້ເສື່ອມເສຍ. ດ້ວຍເຫດນັ້ນ, ເຂົາຈຶ່ງໄດ້ສູນເສຍຄວາມເຊື່ອຟັງ ແລະ ຄວາມຮັກທີ່ມີຕໍ່ພຣະເຈົ້າ. ຄວາມຮູ້ສຶກນຶກຄິດຂອງມະນຸດໄດ້ວິປະລິດ, ອຸປະນິໄສຂອງເຂົາໄດ້ກາຍເປັນດັ່ງນິໄສຂອງສັດ, ການຕໍ່ຕ້ານຂອງເຂົາຕໍ່ພຣະເຈົ້າແມ່ນເກີດຂຶ້ນເລື້ອຍໆ ແລະ ຮ້າຍແຮງຂຶ້ນຫຼາຍກວ່າເກົ່າ. ແຕ່ເຖິງປານນັ້ນ, ມະນຸດຍັງບໍ່ຮູ້ຈັກ ຫຼື ຮັບຮູ້ເຖິງສິ່ງນີ້ ແລະ ໄດ້ແຕ່ຄັດຄ້ານ ແລະ ຕໍ່ຕ້ານຢ່າງຕາບອດ. ການເປີດເຜີຍອຸປະນິໄສຂອງມະນຸດແມ່ນຖືກເປີດເຜີຍຈາກການສະແດງຄວາມຮູ້ສຶກນຶກຄິດ, ຄວາມເຂົ້າໃຈ ແລະ ສາມັນສໍານຶກຂອງເຂົາ; ຍ້ອນວ່າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງເຂົາບໍ່ໝັ້ນຄົງ ແລະ ສາມັນສໍານຶກຂອງເຂົາໄດ້ຕາຍດ້ານຫຼາຍ, ດ້ວຍເຫດນັ້ນ ອຸປະນິໄສຂອງເຂົາຈຶ່ງຕໍ່ຕ້ານພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງມະນຸດບໍ່ສາມາດປ່ຽນແປງໄດ້, ການປ່ຽນແປງອຸປະນິໄສຂອງເຂົາກໍຍິ່ງເປັນໄປບໍ່ໄດ້ ທີ່ຈະເປັນໄປຕາມຈຸດປະສົງຂອງພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດຂອງມະນຸດບໍ່ໝັ້ນຄົງ, ເຂົາກໍບໍ່ສາມາດຈະຮັບໃຊ້ພຣະເຈົ້າໄດ້ ແລະ ບໍ່ເໝາະສົມທີ່ຈະໃຫ້ພຣະອົງໃຊ້. “ຄວາມຮູ້ສຶກນຶກຄິດທີ່ປົກກະຕິ” ໝາຍເຖິງການເຊື່ອຟັງ ແລະ ການສັດຊື່ຕໍ່ພຣະເຈົ້າ, ການສະແຫວງຫາພຣະເຈົ້າ, ການມີຄວາມແນ່ນອນຕໍ່ພຣະເຈົ້າ ແລະ ການມີສາມັນສໍານຶກຕໍ່ພຣະເຈົ້າ. ມັນໝາຍເຖິງການມີຫົວໃຈ ແລະ ແນວຄິດດຽວຕໍ່ພຣະເຈົ້າ ແລະ ການບໍ່ໄດ້ຕັ້ງໃຈຕໍ່ຕ້ານພຣະເຈົ້າ. ຜູ້ຄົນທີ່ມີຄວາມຮູ້ສຶກນຶກຄິດທີ່ຜິດປົກກະຕິຈະບໍ່ເປັນແນວນີ້. ເນື່ອງຈາກວ່າມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ເຂົາໄດ້ສ້າງມະໂນພາບກ່ຽວກັບພຣະເຈົ້າ ແລະ ເຂົາບໍ່ມີຄວາມຈົງຮັກພັກດີ ຫຼື ບໍ່ມີການສະແຫວງຫາພຣະເຈົ້າ, ແຮງໄກທີ່ເຂົາຈະມີສາມັນສໍານຶກຕໍ່ພຣະອົງ. ມະນຸດແມ່ນຕໍ່ຕ້ານ ແລະ ຕັດສິນພຣະເຈົ້າໂດຍເຈດຕະນາ ແລະ ຍິ່ງໄປກວ່ານັ້ນ ຍັງກ່າວໝິ່ນປະໝາດຫຼັບຫຼັງພຣະອົງ. ມະນຸດຮູ້ດີວ່າພຣະອົງຊົງເປັນພຣະເຈົ້າ ແຕ່ເຖິງປານນັ້ນກໍຍັງຕັດສິນພຣະອົງຫຼັບຫຼັງ ໂດຍບໍ່ມີຄວາມຕັ້ງໃຈທີ່ຈະເຊື່ອຟັງພຣະອົງ ແລະ ພຽງແຕ່ຮຽກຮ້ອງ ແລະ ຮ້ອງຂໍຈາກພຣະອົງແບບບໍ່ມືນຫູມືນຕາ. ຄົນດັ່ງກ່າວ ນັ້ນກໍຄື ຄົນທີ່ມີຄວາມຮູ້ສຶກນຶກຄິດຜິດປົກກະຕິແມ່ນບໍ່ສາມາດຮູ້ພຶດຕິກໍາທີ່ໜ້າລັງກຽດຂອງຕົນ ຫຼື ຮູ້ສຶກເສຍໃຈຕໍ່ການກະບົດຂອງພວກເຂົາ. ຖ້າຜູ້ຄົນສາມາດຮູ້ຈັກຕົນເອງ, ແລ້ວ ພວກເຂົາກໍຈະໄດ້ຮັບຄວາມຮູ້ສຶກນຶກຄິດຂອງຕົນເລັກນ້ອຍ; ຍິ່ງຜູ້ຄົນຕໍ່ຕ້ານພຣະເຈົ້າຫຼາຍເທົ່າໃດ ແຕ່ບໍ່ຮູ້ຈັກຕົນເອງ, ພວກເຂົາກໍຍິ່ງມີຄວາມຮູ້ສຶກນຶກຄິດນ້ອຍເທົ່ານັ້ນ.
ແຫຼ່ງທີ່ມາຂອງການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງມະນຸດບໍ່ແມ່ນສິ່ງໃດ ແຕ່ເປັນສາມັນສໍານຶກທີ່ຕາຍດ້ານ, ທໍາມະສາດທີ່ໂຫດຮ້າຍ ແລະ ຄວາມຮູ້ສຶກນຶກຄິດບໍ່ດີຂອງເຂົາ; ຖ້າສາມັນສໍານຶກ ແລະ ຄວາມຮູ້ສຶກນຶກຄິດຂອງມະນຸດສາມາດກັບມາເປັນປົກກະຕິອີກຄັ້ງ, ແລ້ວເຂົາກໍຈະເໝາະສົມໃຫ້ພຣະເຈົ້ານໍາໃຊ້. ມັນເປັນຍ້ອນວ່າສາມັນສໍານຶກຂອງມະນຸດໄດ້ຕາຍດ້ານຢູ່ສະເໝີ ແລະ ຍ້ອນຄວາມຮູ້ສຶກນຶກຄິດຂອງມະນຸດຕາຍດ້ານຂຶ້ນເລື້ອຍໆ ມະນຸດຈຶ່ງຕໍ່ຕ້ານພຣະເຈົ້າຫຼາຍຂຶ້ນ ເຊິ່ງພວກເຂົາເຖິງກັບຄຶງພຣະເຢຊູໃສ່ໄມ້ກາງແຂນ ແລະ ປະຕິເສດພຣະເຈົ້າທີ່ບັງເກີດເປັນມະນຸດຂອງຍຸກສຸດທ້າຍ ບໍ່ໃຫ້ເຂົ້າໄປໃນເຮືອນຂອງພວກເຂົາ, ທັງປະນາມເນື້ອໜັງຂອງພຣະເຈົ້າ ແລະ ເຫັນເນື້ອໜັງຂອງພຣະອົງເປັນສິ່ງຕໍ່າຊ້າ. ຖ້າມະນຸດມີຄວາມເປັນມະນຸດເລັກນ້ອຍ, ພວກເຂົາກໍຄົງບໍ່ປະຕິບັດຢ່າງຊົ່ວຮ້າຍຕໍ່ພຣະເຈົ້າຜູ້ບັງເກີດເປັນມະນຸດ; ຖ້າມະນຸດມີຄວາມຮູ້ສຶກນຶກຄິດເລັກນ້ອຍ, ພວກເຂົາກໍຄົງບໍ່ປະຕິບັດຢ່າງໂຫດຮ້າຍຕໍ່ພຣະເຈົ້າຜູ້ບັງເກີດເປັນມະນຸດ; ຖ້າເຂົາມີສາມັນສໍານຶກເລັກນ້ອຍ, ເຂົາຄົງບໍ່ພາກັນ “ຕອບແທນ” ພຣະເຈົ້າຜູ້ບັງເກີດເປັນມະນຸດແບບນີ້. ມະນຸດອາໄສຢູ່ໃນສະໄໝທີ່ພຣະເຈົ້າບັງເກີດເປັນມະນຸດ ແຕ່ເຖິງຢ່າງນັ້ນ ເຂົາກໍບໍ່ສາມາດຂອບໃຈພຣະເຈົ້າສໍາລັບການມອບໂອກາດພິເສດນີ້ໃຫ້ກັບເຂົາ ແຕ່ໃນທາງກົງກັນຂ້າມ ເຂົາສາບແຊ່ງການສະເດັດມາຂອງພຣະເຈົ້າ ຫຼື ເມີນເສີຍຕໍ່ຄວາມຈິງກ່ຽວກັບພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ເບິ່ງຄືກັບວ່າພວກເຂົາຈະຕໍ່ຕ້ານ ແລະ ເບື່ອໜ່າຍພຣະອົງດ້ວຍຊໍ້າ. ບໍ່ວ່າມະນຸດຈະປະຕິບັດຕໍ່ການສະເດັດມາຂອງພຣະເຈົ້າດ້ວຍວິທີໃດກໍຕາມ, ສະຫຼຸບກໍຄື ເຖິງແມ່ນວ່າ ມະນຸດບໍ່ໄດ້ສະແດງການຕ້ອນຮັບຕໍ່ພຣະອົງແມ່ນແຕ່ໜ້ອຍດຽວ ແລະ ຮ້ອງຂໍຈາກພຣະອົງແບບບໍ່ມືນຫູມືນຕາກໍຕາມ ພຣະອົງຍັງດໍາເນີນພາລະກິດຂອງພຣະອົງຢ່າງອົດທົນສະເໝີ. ອຸປະນິໄສຂອງມະນຸດແມ່ນໂຫດຮ້າຍທີ່ສຸດ, ຄວາມຮູ້ສຶກນຶກຄິດຂອງມະນຸດແມ່ນຕາຍດ້ານຢ່າງໜັກ ແລະ ສາມັນສໍານຶກຂອງມະນຸດໄດ້ຖືກສິ່ງຊົ່ວຮ້າຍຢຽບຢໍ້າຈົນສິ້ນຊາກ ແລະ ບໍ່ມີສາມັນສໍານຶກດັ່ງເດີມຂອງມະນຸດແຕ່ດົນນານມາແລ້ວ. ມະນຸດບໍ່ພຽງແຕ່ເນລະຄຸນຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ ສໍາລັບການປະທານຊີວິດ ແລະ ມອບພຣະຄຸນຢ່າງຫຼວງຫຼາຍແກ່ມວນມະນຸດ, ແຕ່ຍັງບໍ່ພໍໃຈກັບພຣະເຈົ້າທີ່ໄດ້ປະທານຄວາມຈິງແກ່ພວກເຂົາອີກດ້ວຍ; ມັນເປັນຍ້ອນວ່າມະນຸດບໍ່ໃສ່ໃຈໃນຄວາມຈິງແມ່ນແຕ່ໜ້ອຍດຽວ ຈົນເຮັດໃຫ້ພວກເຂົາເລີ່ມບໍ່ພໍໃຈກັບພຣະເຈົ້າ. ມະນຸດບໍ່ພຽງແຕ່ບໍ່ສາມາດສະຫຼະຊີວິດຂອງເຂົາເພື່ອພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ເຂົາຍັງພະຍາຍາມດຶງເອົາຄວາມນິຍົມຊົມຊອບຈາກພຣະອົງ ແລະ ຮຽກຮ້ອງເອົາຜົນປະໂຫຍດຫຼາຍກວ່າສິ່ງທີ່ມະນຸດໄດ້ມອບໃຫ້ພຣະເຈົ້າຫຼາຍເທົ່າຕົວອີກດ້ວຍ. ຜູ້ຄົນທີ່ມີສາມັນສໍານຶກ ແລະ ຄວາມຮູ້ສຶກ ຄິດວ່າສິ່ງນີ້ບໍ່ແມ່ນເລື່ອງໃຫຍ່ ແລະ ຍັງເຊື່ອວ່າ ພວກເຂົາໄດ້ເສຍສະຫຼະຕົວເອງຫຼາຍເພື່ອພຣະເຈົ້າ ແລະ ພຣະເຈົ້າໄດ້ໃຫ້ກັບພວກເຂົາໜ້ອຍເກີນໄປ. ມີຜູ້ຄົນທີ່ໄດ້ໃຫ້ນໍ້າໜຶ່ງຂັນແກ່ເຮົາ ແຕ່ຍື່ນມືຂອງເຂົາ ແລະ ຮຽກຮ້ອງໃຫ້ເຮົາເອົານົມສອງຂັນໃຫ້ພວກເຂົາ ຫຼື ໄດ້ໃຫ້ຫ້ອງພັກກັບເຮົາໜຶ່ງຄືນ ແຕ່ຮຽກຮ້ອງໃຫ້ເຮົາຈ່າຍຄ່າເຊົ່າສອງຄືນ. ດ້ວຍຄວາມເປັນມະນຸດແບບນີ້ ແລະ ດ້ວຍສາມັນສໍານຶກແບບນີ້, ເຈົ້າຍັງຫວັງຈະໄດ້ຮັບຊີວິດຢູ່ບໍ? ເຈົ້າຊ່າງແມ່ນຄົນຕໍ່າຊ້າທີ່ໜ້າເວດທະນາແທ້ໆ! ຍ້ອນຄວາມເປັນມະນຸດແບບນີ້ ແລະ ມີສາມັນສໍານຶກແບບນີ້ ຈຶ່ງເຮັດໃຫ້ພຣະເຈົ້າທີ່ບັງເກີດເປັນມະນຸດເດີນທາງໄປທົ່ວດິນແດນ ໂດຍບໍ່ມີທີ່ພັກພິງອາໄສ. ຜູ້ທີ່ມີສາມັນສໍານຶກ ແລະ ຄວາມເປັນມະນຸດທີ່ແທ້ຈິງຄວນນະມັດສະການ ແລະ ຮັບໃຊ້ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍໃຈຈິງ, ບໍ່ແມ່ນຍ້ອນຈໍານວນພາລະກິດທີ່ພຣະອົງໄດ້ກະທໍາ ແຕ່ຍ້ອນວ່າ ເຖິງແມ່ນວ່າພຣະອົງຈະບໍ່ກະທໍາການໃດເລີຍກໍຕາມ. ນີ້ແມ່ນສິ່ງທີ່ຄວນຖືກກະທໍາໂດຍຜູ້ຄົນທີ່ມີຄວາມຮູ້ສຶກນຶກຄິດທີ່ຖືກຕ້ອງ ແລະ ມັນເປັນໜ້າທີ່ຂອງມະນຸດ. ຜູ້ຄົນສ່ວນໃຫຍ່ເຖິງກັບເວົ້າເຖິງເງື່ອນໄຂຂອງພວກເຂົາໃນການຮັບໃຊ້ພຣະອົງ: ພວກເຂົາບໍ່ໄດ້ສົນໃຈວ່າພຣະອົງເປັນພຣະເຈົ້າ ຫຼື ມະນຸດ, ພວກເຂົາເວົ້າເຖິງພຽງເງື່ອນໄຂຂອງຕົນເອງ ແລະ ສະແຫວງຫາເຮັດໃຫ້ພໍໃຈຕາມຄວາມປາຖະໜາຂອງພວກເຂົາເອງ. ເມື່ອພວກເຈົ້າຄົວອາຫານໃຫ້ແກ່ເຮົາ ພວກເຈົ້າກໍຮຽກຮ້ອງຄ່າບໍລິການ, ເມື່ອພວກເຈົ້າແລ່ນເພື່ອເຮົາ ພວກເຈົ້າກໍຖາມຫາຄ່າແລ່ນ, ເມື່ອພວກເຈົ້າເຮັດວຽກເພື່ອເຮົາ ພວກເຈົ້າກໍຕ້ອງການຄ່າແຮງງານ, ເມື່ອພວກເຈົ້າຊັກເຄື່ອງໃຫ້ແກ່ເຮົາ ພວກເຈົ້າກໍຕ້ອງການຄ່າຊັກເຄື່ອງ, ເມື່ອພວກເຈົ້າສະໜອງໃຫ້ແກ່ຄຣິສຕະຈັກ ພວກເຈົ້າກໍຕ້ອງການຄ່າຕອບແທນ, ເມື່ອພວກເຈົ້າເວົ້າ ພວກເຈົ້າກໍຕ້ອງການຄ່າເວົ້າ, ເມື່ອພວກເຈົ້າມອບປຶ້ມ ພວກເຈົ້າກໍຕ້ອງການຄ່າແຈກຢາຍ ແລະ ເມື່ອພວກເຈົ້າຂຽນ ພວກເຈົ້າກໍຕ້ອງການຄ່າຂຽນ. ຜູ້ຄົນທີ່ເຮົາໄດ້ຈັດການກໍຍັງຕ້ອງການຄ່າຊົດເຊີຍຈາກເຮົາ, ໃນຂະນະທີ່ຜູ້ທີ່ຖືກສົ່ງກັບບ້ານຕ້ອງການຄ່າຊົດໃຊ້ທີ່ພວກເຂົາເສຍຊື່ສຽງ; ຜູ້ຄົນທີ່ບໍ່ໄດ້ແຕ່ງດອງ ຕ້ອງການຄ່າສິນສອດ ຫຼື ຄ່າເຮັດຂວັນສໍາລັບຄວາມໜຸ່ມທີ່ສູນເສຍໄປ, ຜູ້ຄົນທີ່ຂ້າໄກ່ຕ້ອງການຄ່າຂ້າ, ຜູ້ທີ່ຈືນອາຫານຕ້ອງການຄ່າຈືນ ແລະ ຜູ້ທີ່ເຮັດແກງ ຕ້ອງການຄ່າເຮັດແກງເຊັ່ນກັນ... ນີ້ຄືຄວາມເປັນມະນຸດຂອງພວກເຈົ້າທີ່ທະນົງຕົວ ແລະ ຍິ່ງໃຫຍ່ ແລະ ນີ້ຄືການກະທໍາທີ່ຖືກບົງການໂດຍສາມັນສໍານຶກທີ່ຮ້ອນຮົນຂອງພວກເຈົ້າ. ຄວາມຮູ້ສຶກນຶກຄິດຂອງພວກເຈົ້າຢູ່ໃສ? ຄວາມເປັນມະນຸດຂອງພວກເຈົ້າຢູ່ໃສ? ເຮົາຈະບອກພວກເຈົ້າດັ່ງນີ້! ຖ້າພວກເຈົ້າສືບຕໍ່ເຮັດແບບນີ້, ເຮົາຈະຢຸດຕິພາລະກິດຂອງເຮົາໃນພວກເຈົ້າ. ເຮົາຈະບໍ່ເຮັດພາລະກິດໃນທ່າມກາງຝູງສັດຮ້າຍທີ່ຢູ່ໃນຮ່າງຂອງມະນຸດ, ເຮົາຈະບໍ່ທົນທຸກເພື່ອກຸ່ມຄົນທີ່ໜ້າຊື່ໃຈຄົດ, ເຮົາຈະບໍ່ອົດກັ້ນເພື່ອຝູງສັດທີ່ບໍ່ມີໂອກາດແມ່ນແຕ່ໜ້ອຍທີ່ຈະໄດ້ຮັບຄວາມລອດພົ້ນ. ມື້ທີ່ເຮົາຫັນຫຼັງໃຫ້ແກ່ພວກເຈົ້າແມ່ນມື້ທີ່ພວກເຈົ້າເສຍຊີວິດ, ມັນແມ່ນມື້ທີ່ຄວາມມືດເຂົ້າມາປົກຄຸມພວກເຈົ້າ ແລະ ເປັນມື້ທີ່ພວກເຈົ້າຖືກປະຖິ້ມດ້ວຍແສງສະຫວ່າງ. ເຮົາຈະບອກພວກເຈົ້າແນວນີ້! ເຮົາຈະບໍ່ມີຄວາມເມດຕາຕໍ່ກຸ່ມຄົນເຊັ່ນພວກເຈົ້າ, ກຸ່ມທີ່ຕ້ອຍຕໍ່າຍິ່ງກວ່າສັດ! ພຣະທໍາ ແລະ ການກະທໍາຂອງເຮົາແມ່ນມີຂີດຈໍາກັດ ແລະ ດ້ວຍຄວາມເປັນມະນຸດ ແລະ ສາມັນສໍານຶກທີ່ພວກເຈົ້າມີ, ເຮົາຈະບໍ່ເຮັດພາລະກິດອີກ ເພາະວ່າພວກເຈົ້າຂາດສາມັນສໍານຶກ, ພວກເຈົ້າໄດ້ເຮັດໃຫ້ເຮົາເຈັບປວດແສນສາຫັດ ແລະ ພຶດຕິກໍາທີ່ໜ້າລັງກຽດຂອງພວກເຈົ້າເຮັດໃຫ້ເຮົາລັງກຽດຫຼາຍ. ຜູ້ຄົນທີ່ຂາດຄວາມເປັນມະນຸດ ແລະ ສາມັນສໍານຶກຈະບໍ່ມີວັນໄດ້ຮັບຄວາມລອດພົ້ນ; ເຮົາຈະບໍ່ຊ່ວຍຜູ້ຄົນທີ່ບໍ່ມີຫົວໃຈ ແລະ ບໍ່ສໍານຶກບຸນຄຸນ. ເມື່ອວັນຂອງເຮົາມາເຖິງ, ເຮົາຈະປ່ອຍແປວໄຟທີ່ແຜດໄໝ້ຊົ່ວນິດນິລັນຂອງເຮົາລົງໃສ່ບຸດແຫ່ງຄວາມບໍ່ເຊື່ອຟັງທີ່ຄັ້ງໜຶ່ງໄດ້ທ້າທາຍຄວາມໂກດຮ້າຍຢ່າງແຮງຂອງເຮົາ, ເຮົາຈະກໍານົດການລົງໂທດອັນເປັນນິດນິລັນຂອງເຮົາຕໍ່ຝູງສັດທີ່ຄັ້ງໜຶ່ງໄດ້ປະນາມເຮົາ ແລະ ປະຖິ້ມເຮົາ, ເຮົາຈະເຜົາບຸດແຫ່ງຄວາມບໍ່ເຊື່ອຟັງທີ່ຄັ້ງໜຶ່ງເຄີຍກິນ ແລະ ຢູ່ຮ່ວມກັບເຮົາແຕ່ບໍ່ໄດ້ເຊື່ອໃນເຮົາ, ທັງດູຖູກ ແລະ ຫັກຫຼັງເຮົາ ດ້ວຍໄຟທີ່ບໍ່ມີວັນດັບຈາກຄວາມໂກດຮ້າຍຂອງເຮົາ. ເຮົາຈະເຮັດໃຫ້ຜູ້ທີ່ທ້າທາຍຄວາມໂກດຮ້າຍຂອງເຮົາໄດ້ຮັບໂທດ, ເຮົາຈະຖອກເທຄວາມໂກດຮ້າຍທັງໝົດຂອງເຮົາລົງສູ່ສັດຮ້າຍເຫຼົ່ານັ້ນທີ່ຄັ້ງໜຶ່ງເຄີຍປາຖະໜາທີ່ຈະຢືນຄຽງຂ້າງທຽບເທົ່າກັບເຮົາ ແຕ່ບໍ່ໄດ້ນະມັດສະການ ຫຼື ເຊື່ອຟັງເຮົາ, ໄມ້ຄ້ອນທີ່ເຮົາໃຊ້ຂ້ຽນຕີມະນຸດຈະຕົກໃສ່ສັດເຫຼົ່ານັ້ນທີ່ຄັ້ງໜຶ່ງ ເຄີຍມີຄວາມສຸກກັບການເບິ່ງແຍງຂອງເຮົາ ແລະ ຄວາມເລິກລັບທີ່ເຮົາໄດ້ກ່າວ ແລະ ຜູ້ທີ່ຄັ້ງໜຶ່ງເຄີຍພະຍາຍາມເອົາຄວາມສຸກແຫ່ງວັດຖຸຈາກເຮົາ. ເຮົາຈະບໍ່ໃຫ້ອະໄພໃຜທີ່ພະຍາຍາມມາແທນທີ່ເຮົາ; ເຮົາຈະບໍ່ລະເວັ້ນຜູ້ທີ່ພະຍາຍາມຈະສວຍໂອກາດເອົາອາຫານ ແລະ ເຄື່ອງນຸ່ງຫົ່ມຈາກເຮົາ. ສໍາລັບຕອນນີ້, ພວກເຈົ້າຍັງເປັນອິດສະຫຼະຈາກອັນຕະລາຍ ແລະ ສືບຕໍ່ຮຽກຮ້ອງຈາກເຮົາຢ່າງທະເຍີທະຍານ. ເມື່ອວັນແຫ່ງຄວາມໂກດຮ້າຍມາເຖິງ ພວກເຈົ້າຈະບໍ່ໄດ້ຮຽກຮ້ອງຫຍັງຈາກເຮົາອີກ; ໃນເວລານັ້ນ, ເຮົາຈະໃຫ້ພວກເຈົ້າ “ມ່ວນຊື່ນ” ກັບຕົນເອງຢ່າງຕາມສະບາຍໃຈ, ເຮົາຈະຍູ້ໜ້າພວກເຈົ້າລົງສູ່ດິນ ແລະ ພວກເຈົ້າຈະບໍ່ສາມາດລຸກຂຶ້ນໄດ້ອີກ! ບໍ່ໄວກໍຊ້າ, ເຮົາຈະ “ຕອບແທນ” ໜີ້ນີ້ຄືນແກ່ພວກເຈົ້າ ແລະ ເຮົາຫວັງວ່າ ພວກເຈົ້າຈະອົດທົນລໍຖ້າການມາເຖິງຂອງວັນນັ້ນ.
ຖ້າຜູ້ຄົນທີ່ໜ້າລັງກຽດເຫຼົ່ານີ້ສາມາດປະຖິ້ມຄວາມຕ້ອງການທີ່ເກີນຂອບເຂດຂອງພວກເຂົາ ແລະ ກັບມາຫາພຣະເຈົ້າ, ແລ້ວພວກເຂົາກໍຍັງມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນ; ຖ້າມະນຸດມີຫົວໃຈທີ່ໂຫຍຫາພຣະເຈົ້າຢ່າງແທ້ຈິງ, ແລ້ວເຂົາກໍຈະບໍ່ຖືກພຣະອົງປະຖິ້ມ. ມະນຸດລົ້ມເຫຼວທີ່ຈະໄດ້ຮັບພຣະເຈົ້າ ບໍ່ແມ່ນຍ້ອນພຣະອົງມີຄວາມຮູ້ສຶກ ຫຼື ຍ້ອນພຣະອົງບໍ່ຍອມໃຫ້ມະນຸດໄດ້ຮັບພຣະອົງ ແຕ່ຍ້ອນມະນຸດບໍ່ຕ້ອງການຮັບເອົາພຣະເຈົ້າ ແລະ ເປັນຍ້ອນມະນຸດບໍ່ໄດ້ສະແຫວງຫາພຣະອົງດ້ວຍໃຈທີ່ຮ້ອນຮົນ. ບຸກຄົນທີ່ສະແຫວງຫາພຣະເຈົ້າດ້ວຍໃຈຈິງຈະຖືກສາບແຊ່ງໂດຍພຣະອົງໄດ້ແນວໃດ? ຜູ້ທີ່ມີຄວາມຮູ້ສຶກນຶກຄິດທີ່ຖືກຕ້ອງ ແລະ ມີສາມັນສໍານຶກທີ່ດີຈະຖືກພຣະເຈົ້າສາບແຊ່ງໄດ້ແນວໃດ? ຜູ້ທີ່ນະມັດສະການ ແລະ ຮັບໃຊ້ພຣະເຈົ້າດ້ວຍໃຈຈິງຈະຖືກໄຟແຫ່ງຄວາມໂກດຮ້າຍຂອງພຣະອົງເຜົາໄໝ້ໄດ້ຢ່າງໃດ? ຜູ້ທີ່ເຕັມໃຈເຊື່ອຟັງພຣະອົງຈະຖືກເຕະອອກຈາກເຮືອນຂອງພຣະອົງໄດ້ແນວໃດ? ຜູ້ທີ່ບໍ່ສາມາດຢຸດຮັກພຣະອົງຈະຕົກຢູ່ໃນການລົງໂທດຂອງພຣະອົງໄດ້ແນວໃດ? ຜູ້ທີ່ເຕັມໃຈທີ່ຈະປະຖິ້ມທຸກສິ່ງເພື່ອພຣະອົງຈະຖືກປ່ອຍປະໃຫ້ສູນເສຍທຸກສິ່ງໄດ້ແນວໃດ? ມະນຸດບໍ່ເຕັມໃຈທີ່ຈະສະແຫວງຫາພຣະເຈົ້າ, ບໍ່ເຕັມໃຈທີ່ຈະສະຫຼະຊັບສິນຂອງຕົນເພື່ອພຣະເຈົ້າ, ບໍ່ເຕັມໃຈທີ່ຈະອຸທິດຄວາມພະຍາຍາມຕະຫຼອດຊີວິດເພື່ອພຣະເຈົ້າ ແຕ່ກົງກັນຂ້າມພາກັນເວົ້າວ່າພຣະອົງກະທໍາເກີນໄປ, ສິ່ງທີ່ພຣະເຈົ້າເຮັດເກີນໄປແມ່ນບໍ່ກົງກັບແນວຄິດຂອງມະນຸດ. ດ້ວຍຄວາມເປັນມະນຸດແບບນີ້, ເຖິງແມ່ນວ່າພວກເຈົ້າທຸ້ມເທໃນຄວາມພະຍາຍາມຂອງພວກເຈົ້າ ພວກເຈົ້າກໍຍັງຈະບໍ່ສາມາດໄດ້ຮັບການເຫັນດີຈາກພຣະເຈົ້າ, ແຮງໄກຖ້າພວກເຈົ້າບໍ່ສະແຫວງຫາພຣະເຈົ້າ. ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນຜົນຜະລິດທີ່ມີຂໍ້ບົກຜ່ອງຂອງມະນຸດຊາດ? ພວກເຈົ້າບໍ່ຮູ້ບໍວ່າ ບໍ່ມີຄວາມເປັນມະນຸດໃດທີ່ຕໍ່າຊ້າກວ່າຄວາມເປັນມະນຸດຂອງພວກເຈົ້າ? ພວກເຈົ້າບໍ່ຮູ້ບໍວ່າແມ່ນຫຍັງທີ່ຄົນອື່ນເອີ້ນພວກເຈົ້າ? ຜູ້ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງເອີ້ນພວກເຈົ້າວ່າ ບິດາຂອງໝາປ່າ, ມານດາຂອງໝາປ່າ, ບຸດຂອງໝາປ່າ ແລະ ລູກຫຼານຂອງໝາປ່າ; ພວກເຈົ້າແມ່ນທາຍາດຂອງໝາປ່າ, ຜູ້ຄົນຂອງໝາປ່າ ແລະ ພວກເຈົ້າຄວນຮູ້ຈັກຕົວຕົນຂອງພວກເຈົ້າເອງ ແລະ ຢ່າໄດ້ລືມມັນ. ຢ່າໄດ້ຄິດວ່າ ພວກເຈົ້າເປັນສິ່ງທີ່ສູງສົ່ງ: ພວກເຈົ້າເປັນກຸ່ມທີ່ບໍ່ແມ່ນມະນຸດທີ່ຊົ່ວຮ້າຍທີ່ສຸດໃນທ່າມກາງມະນຸດຊາດ. ພວກເຈົ້າບໍ່ຮູ້ສິ່ງນີ້ເລີຍບໍ? ພວກເຈົ້າຮູ້ບໍວ່າ ເຮົາຕ້ອງສ່ຽງເທົ່າໃດໂດຍການເຮັດພາລະກິດທ່າມກາງພວກເຈົ້າ? ຖ້າຄວາມຮູ້ສຶກນຶກຄິດຂອງພວກເຈົ້າບໍ່ສາມາດກັບມາເປັນປົກກະຕິອີກຄັ້ງ ແລະ ສາມັນສໍານຶກຂອງພວກເຈົ້າບໍ່ສາມາດເຮັດວຽກເປັນປົກກະຕິ, ແລ້ວພວກເຈົ້າກໍຈະບໍ່ມີວັນຫຼຸດພົ້ນອອກຈາກສາຍານາມ “ໝາປ່າ” ໄດ້, ພວກເຈົ້າຈະບໍ່ມີທາງໜີພົ້ນວັນແຫ່ງການສາບແຊ່ງໄດ້ ແລະ ຈະບໍ່ມີທາງໜີພົ້ນວັນແຫ່ງການລົງໂທດຂອງພວກເຈົ້າໄດ້. ພວກເຈົ້າເກີດມາຕໍ່າຕ້ອຍ ແລະ ເປັນສິ່ງທີ່ບໍ່ມີຄ່າ. ໂດຍທໍາມະຊາດແລ້ວ ພວກເຈົ້າຄືຝູງໝາປ່າທີ່ຫິວໂຫຍ, ເປັນສິ່ງເສດເຫຼືອ ແລະ ກອງຂີ້ເຫຍື້ອ ແລະ ບໍ່ຄືພວກເຈົ້າ ເຮົາບໍ່ໄດ້ເຮັດພາລະກິດຕໍ່ພວກເຈົ້າເພື່ອຮັບຄວາມນິຍົມຊົມຊອບ ແຕ່ຍ້ອນມີຄວາມຈໍາເປັນຕ້ອງເຮັດພາລະກິດ. ຖ້າພວກເຈົ້າຍັງສືບຕໍ່ກະບົດແບບນີ້, ເຮົາຈະຢຸດພາລະກິດຂອງເຮົາ ແລະ ຈະບໍ່ເຮັດພາລະກິດຕໍ່ພວກເຈົ້າອີກ; ໃນທາງກົງກັນຂ້າມ, ເຮົາຈະໂອນພາລະກິດຂອງເຮົາໃຫ້ກັບກຸ່ມອື່ນທີ່ເຮັດໃຫ້ເຮົາພໍໃຈ ແລະ ດ້ວຍວິທີນີ້ ກໍຈະປະຖິ້ມພວກເຈົ້າຕະຫຼອດໄປ ເພາະວ່າເຮົາບໍ່ເຕັມໃຈເຝົ້າເບິ່ງຜູ້ຄົນທີ່ເປັນປໍລະປັກກັບເຮົາ. ສະນັ້ນ, ພວກເຈົ້າປາດຖະໜາທີ່ເຂົ້າກັບເຮົາໃຫ້ໄດ້ບໍ ຫຼື ເປັນປໍລະປັກກັບເຮົາ?