ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

ຖ້າເຈົ້າເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍຕ້ອງເຊື່ອຟັງພຣະເຈົ້າ, ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປະຕິບັດໜ້າທີ່ທັງໝົດຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງເຂົ້າໃຈສິ່ງຕ່າງໆທີ່ເຈົ້າຄວນຜະເຊີນ. ຖ້າເຈົ້າພຽງແຕ່ຜະເຊີນກັບການຖືກຈັດການ, ການຖືກລົງວິໄນ ແລະ ການຖືກພິພາກສາ, ຖ້າເຈົ້າພຽງແຕ່ມີຄວາມສຸກກັບພຣະເຈົ້າ, ແຕ່ຍັງບໍ່ສາມາດຮູ້ສຶກເຖິງເວລາທີ່ພຣະເຈົ້າກຳລັງລົງວິໄນເຈົ້າ ຫຼື ຈັດການກັບເຈົ້າ, ສິ່ງນີ້ເປັນເລື່ອງທີ່ຮັບບໍ່ໄດ້. ບາງເທື່ອໃນຕົວຢ່າງຂອງການຫຼໍ່ຫຼອມແບບນີ້ ເຈົ້າສາມາດຍຶດໝັ້ນໃນຈຸດຢືນຂອງເຈົ້າ, ແຕ່ນີ້ກໍຍັງບໍ່ພຽງພໍ; ເຈົ້າຍັງຕ້ອງກ້າວໄປຂ້າງໜ້າ. ບົດຮຽນກ່ຽວກັບການຮັກພຣະເຈົ້າບໍ່ເຄີຍສິ້ນສຸດ ແລະ ບໍ່ມີຈຸດຈົບຈັກເທື່ອ. ຜູ້ຄົນເຫັນວ່າ ການເຊື່ອພຣະເຈົ້າເປັນສິ່ງທີ່ງ່າຍດາຍຫຼາຍ, ແຕ່ທັນທີທີ່ພວກເຂົາໄດ້ຮັບປະສົບການຕົວຈິງບາງຢ່າງ, ແລ້ວພວກເຂົາຈະເຂົ້າໃຈວ່າ ຄວາມເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຕາມທີ່ຜູ້ຄົນຈິນຕະນາການ. ເມື່ອພຣະເຈົ້າປະຕິບັດພາລະກິດເພື່ອຫຼໍ່ຫຼອມມະນຸດ, ມະນຸດກໍຈະທົນທຸກ. ຍິ່ງການຫຼໍ່ຫຼອມຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ, ຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າກໍຍິ່ງໃຫຍ່ຫຼາຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວພວກເຂົາຫຼາຍສໍ່ານັ້ນ. ໃນທາງກົງກັນຂ້າມ ຍິ່ງບຸກຄົນໃດໜຶ່ງໄດ້ຮັບການຫຼໍ່ຫຼອມໜ້ອຍສໍ່າໃດ, ຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າກໍມີໜ້ອຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວເຂົາໜ້ອຍສໍ່ານັ້ນ. ຍິ່ງການຫຼໍ່ຫຼອມ ແລະ ຄວາມເຈັບປວດຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງຄວາມທໍລະມານທີ່ພວກເຂົາຜະເຊີນມີຫຼາຍສໍ່າໃດ, ຄວາມຮັກຂອງພວກເຂົາຕໍ່ພຣະເຈົ້າຈະຍິ່ງເຕີບໃຫຍ່ຫຼາຍສໍ່ານັ້ນ, ຄວາມເຊື່ອຂອງເຂົາທີ່ມີໃນພຣະເຈົ້າກໍແທ້ຈິງຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຍິ່ງເລິກເຊິ່ງຫຼາຍຂຶ້ນ. ໃນປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ຄົນທີ່ທົນທຸກຢ່າງຫຼາຍໃນຂະນະທີ່ພວກເຂົາຖືກຫຼໍ່ຫຼອມ, ຄົນທີ່ຖືກຈັດການ ແລະ ຖືກລົງວິໄນຢ່າງຫຼາຍ ແລະ ເຈົ້າຈະເຫັນວ່າ ມັນແມ່ນຄົນເຫຼົ່ານີ້ທີ່ມີຄວາມຮັກຢ່າງເລິກເຊິ່ງສຳລັບພຣະເຈົ້າ ແລະ ຄວາມຮູ້ທີ່ເລິກເຊິ່ງ ແລະ ແຫຼມຄົມກ່ຽວກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ຄົນທີ່ບໍ່ໄດ້ຜະເຊີນກັບການຖືກຈັດການ ກໍມີພຽງຄວາມຮູ້ຕື້ນໆ ແລະ ພວກເຂົາພຽງແຕ່ສາມາດເວົ້າໄດ້ວ່າ “ພຣະເຈົ້າແສນດີ, ພຣະອົງປະທານຄວາມເມດຕາໃຫ້ກັບຜູ້ຄົນ ເພື່ອພວກເຂົາສາມາດມີຄວາມສຸກກັບພຣະອົງໄດ້”. ຖ້າຜູ້ຄົນໄດ້ຜະເຊີນກັບການຖືກຈັດການ ແລະ ການຖືກລົງວິໄນ, ແລ້ວພວກເຂົາສາມາດເວົ້າດ້ວຍຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ສະນັ້ນ ຍິ່ງພາລະກິດຂອງພຣະເຈົ້າທີ່ຢູ່ໃນມະນຸດມະຫັດສະຈັນຫຼາຍສໍ່າໃດ, ພາລະກິດນັ້ນກໍຍິ່ງມີຄ່າ ແລະ ມີຄວາມໝາຍຫຼາຍສໍ່ານັ້ນ. ຍິ່ງພາລະກິດນັ້ນເປັນສິ່ງທີ່ເຂົ້າໃຈຍາກສຳລັບເຈົ້າຫຼາຍສໍ່າໃດ ແລະ ຍິ່ງມັນບໍ່ສອດຄ່ອງກັບແນວຄິດຂອງເຈົ້າຫຼາຍສໍ່າໃດ, ພາລະກິດຂອງພຣະເຈົ້າກໍຍິ່ງສາມາດເອົາຊະນະເຈົ້າ, ຮັບເອົາເຈົ້າ ແລະ ເຮັດໃຫ້ເຈົ້າສົມບູນຫຼາຍສໍ່ານັ້ນ. ຄວາມໝາຍແຫ່ງພາລະກິດຂອງພຣະເຈົ້າຊ່າງຍິ່ງໃຫຍ່ຫຼາຍ! ຖ້າພຣະເຈົ້າບໍ່ຫຼໍ່ຫຼອມມະນຸດໃນລັກສະນະນີ້, ຖ້າພຣະອົງບໍ່ປະຕິບັດພາລະກິດດ້ວຍວິທີນີ້, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ມີປະໂຫຍດ ແລະ ບໍ່ມີຄວາມໝາຍເລີຍ. ມັນຖືກເວົ້າໃນອະດີດວ່າ ພຣະເຈົ້າຈະຄັດເລືອກ ແລະ ຮັບເອົາກຸ່ມນີ້ ແລະ ເຮັດໃຫ້ພວກເຂົາສົມບູນໃນຍຸກສຸດທ້າຍ; ໃນນີ້, ມີຄວາມໝາຍທີ່ພິເສດ. ຍິ່ງພາລະກິດທີ່ພຣະເຈົ້າປະຕິບັດພາຍໃນພວກເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າກໍເລິກເຊິ່ງ ແລະ ບໍລິສຸດຫຼາຍສໍ່ານັ້ນ. ຍິ່ງພາລະກິດຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ມະນຸດກໍຍິ່ງສາມາດເຂົ້າໃຈເຖິງບາງສິ່ງກ່ຽວກັບສະຕິປັນຍາຂອງພຣະອົງຫຼາຍສໍ່ານັ້ນ ແລະ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຍິ່ງເລິກເຊິ່ງຫຼາຍສໍ່ານັ້ນ. ໃນລະຫວ່າງຍຸກສຸດທ້າຍ, ແຜນການສຳລັບການຄຸ້ມຄອງຫົກພັນປີຂອງພຣະເຈົ້າຈະມາເຖິງຈຸດສິ້ນສຸດ. ເປັນໄປໄດ້ບໍທີ່ມັນຈະຈົບແບບງ່າຍໆແທ້ໆ? ຫຼັງຈາກພຣະອົງເອົາຊະນະມະນຸດຊາດ, ພາລະກິດຂອງພຣະອົງກໍຈະຢຸດໄປເລີຍບໍ? ມັນງ່າຍແບບນັ້ນເລີຍບໍ? ຜູ້ຄົນຈິນຕະນາການວ່າມັນງ່າຍແບບນີ້, ແຕ່ສິ່ງທີ່ພຣະເຈົ້າກະທຳບໍ່ໄດ້ງ່າຍແບບນັ້ນ. ບໍ່ວ່າເຈົ້າຈະເວົ້າເຖິງສ່ວນໃດກໍຕາມຂອງພາລະກິດຂອງພຣະເຈົ້າ, ມະນຸດກໍບໍ່ສາມາດຢັ່ງເຖິງທຸກຢ່າງໄດ້. ຖ້າເຈົ້າສາມາດຢັ່ງເຖິງພາລະກິດນັ້ນໄດ້, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ມີຄວາມໝາຍ ຫຼື ບໍ່ມີຄ່າເລີຍ. ພາລະກິດທີ່ພຣະເຈົ້າກະທຳແມ່ນບໍ່ສາມາດຢັ່ງເຖິງໄດ້; ມັນບໍ່ສອດຄ່ອງກັບແນວຄິດຂອງເຈົ້າທັງສິ້ນ ແລະ ຍິ່ງມັນບໍ່ເຂົ້າກັບແນວຄິດຂອງເຈົ້າຫຼາຍສໍ່າໃດ, ມັນກໍຍິ່ງສະແດງໃຫ້ເຫັນວ່າພາລະກິດຂອງພຣະເຈົ້າມີຄວາມໝາຍຫຼາຍສໍ່ານັ້ນ; ຖ້າມັນເຂົ້າກັນກັບແນວຄິດຂອງເຈົ້າ, ແລ້ວມັນກໍຈະບໍ່ມີຄວາມໝາຍເລີຍ. ໃນປັດຈຸບັນ, ເຈົ້າຮູ້ສຶກວ່າພາລະກິດຂອງພຣະເຈົ້າມະຫັດສະຈັນຫຼາຍ ແລະ ຍິ່ງມັນມະຫັດສະຈັນຫຼາຍສໍ່າໃດ, ເຈົ້າຍິ່ງຈະຮູ້ສຶກວ່າພຣະເຈົ້າບໍ່ສາມາດຢັ່ງເຖິງຫຼາຍສໍ່ານັ້ນ ແລະ ເຈົ້າຈະເຫັນວ່າການກະທຳຂອງພຣະເຈົ້າຍິ່ງໃຫຍ່ສໍ່າໃດ. ຖ້າພຣະອົງພຽງແຕ່ປະຕິບັດພາລະກິດບາງຢ່າງທີ່ຜິວເຜີນ ແລະ ພໍເປັນພິທີເພື່ອເອົາຊະນະມະນຸດ ແລະ ບໍ່ເຮັດຫຍັງເລີຍຫຼັງຈາກນັ້ນ, ແລ້ວມະນຸດກໍຈະບໍ່ສາມາດເຫັນເຖິງຄວາມໝາຍຂອງພາລະກິດຂອງພຣະເຈົ້າໄດ້. ເຖິງແມ່ນວ່າເຈົ້າກຳລັງຮັບການຫຼໍ່ຫຼອມພຽງເລັກນ້ອຍໃນຕອນນີ້, ມັນກໍເປັນປະໂຫຍດຢ່າງໃຫຍ່ຕໍ່ການເຕີບໃຫຍ່ໃນຊີວິດຂອງເຈົ້າ; ດັ່ງນັ້ນ ມັນຈຳເປັນທີ່ສຸດທີ່ພວກເຈົ້າຈະຜ່ານຄວາມລໍາບາກດັ່ງກ່າວ. ໃນປັດຈຸບັນ, ເຈົ້າກຳລັງຮັບການຫຼໍ່ຫຼອມທີ່ເລັກນ້ອຍ, ແຕ່ຫຼັງຈາກນັ້ນ ເຈົ້າຈະສາມາດເຫັນເຖິງການກະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ໃນທີ່ສຸດ ເຈົ້າຈະເວົ້າວ່າ “ການກະທຳຂອງພຣະເຈົ້າມະຫັດສະຈັນຫຼາຍ!” ສິ່ງເຫຼົ່ານີ້ຈະເປັນຄຳເວົ້າໃນຫົວໃຈຂອງເຈົ້າ. ເມື່ອໄດ້ຜະເຊີນກັບການຫຼໍ່ຫຼອມຂອງພຣະເຈົ້າຊົ່ວໄລຍະໜຶ່ງ (ການທົດລອງຂອງຜູ້ບໍລິການ ແລະ ເວລາແຫ່ງການຂ້ຽນຕີ), ໃນທີ່ສຸດ ບາງຄົນກໍເວົ້າວ່າ “ການເຊື່ອໃນພຣະເຈົ້າເປັນສິ່ງທີ່ຫຍຸ້ງຍາກແທ້ໆ!” ຂໍ້ແທ້ຈິງທີ່ພວກເຂົາໃຊ້ຄຳວ່າ “ຫຍຸ້ງຍາກແທ້ໆ” ສະແດງໃຫ້ເຫັນວ່າ ການກະທຳຂອງພຣະເຈົ້າບໍ່ສາມາດຢັ່ງເຖິງໄດ້, ພາລະກິດຂອງພຣະເຈົ້າປະກອບດ້ວຍຄວາມໝາຍ ແລະ ຄຸນຄ່າຢ່າງໃຫຍ່ຫຼວງ ແລະ ພາລະກິດຂອງພຣະອົງສົມຄວນຢ່າງສູງແກ່ການທີ່ມະນຸດເຊີດຊູບູຊາ. ຫຼັງຈາກທີ່ເຮົາໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ, ຖ້າເຈົ້າຍັງບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວ, ແລ້ວພາລະກິດຂອງເຮົາຈະຍັງມີຄຸນຄ່າບໍ? ມັນຈະເຮັດໃຫ້ເຈົ້າເວົ້າວ່າ “ການຮັບໃຊ້ພຣະເຈົ້າແມ່ນຫຍຸ້ງຍາກແທ້ໆ, ການກະທຳຂອງພຣະເຈົ້າມະຫັດສະຈັນຫຼາຍ ແລະ ພຣະເຈົ້າມີສະຕິປັນຍາແທ້ໆ! ພຣະອົງເປັນຕາຮັກຫຼາຍ!” ຫຼັງຈາກທີ່ໄດ້ຜ່ານໄລຍະເວລາແຫ່ງປະສົບການໃດໜຶ່ງ, ຖ້າເຈົ້າສາມາດກ່າວຄຳເວົ້າດັ່ງກ່າວ, ແລ້ວສິ່ງນີ້ກໍພິສູດວ່າ ເຈົ້າໄດ້ຮັບເອົາພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້າ. ມື້ໜຶ່ງ, ເມື່ອເຈົ້າເດີນທາງເພື່ອເຜີຍແຜ່ຂ່າວປະເສີດຢູ່ຕ່າງປະເທດ ແລະ ບາງຄົນຖາມເຈົ້າວ່າ “ຄວາມເຊື່ອຂອງເຈົ້າໃນພຣະເຈົ້າເປັນແນວໃດ?” ເຈົ້າຈະສາມາດເວົ້າໄດ້ວ່າ “ການກະທຳຂອງພຣະເຈົ້າໜ້າປະຫຼາດໃຈຫຼາຍ!” ພວກເຂົາຈະຮູ້ສຶກວ່າ ຄຳເວົ້າຂອງເຈົ້າແມ່ນເວົ້າຈາກປະສົບການທີ່ເປັນຈິງ. ນີ້ແມ່ນການເປັນພະຍານຢ່າງແທ້ຈິງ. ເຈົ້າຈະເວົ້າວ່າ ພາລະກິດຂອງພຣະເຈົ້າເຕັມໄປດ້ວຍສະຕິປັນຍາ ແລະ ພາລະກິດຂອງພຣະອົງທີ່ຢູ່ໃນຕົວເຈົ້າກໍໄດ້ເຮັດໃຫ້ເຈົ້າເຊື່ອຢ່າງແທ້ຈິງ ແລະ ເອົາຊະນະຫົວໃຈຂອງເຈົ້າໄດ້. ເຈົ້າຈະຮັກພຣະອົງຢູ່ສະເໝີ ເພາະວ່າ ພຣະອົງສົມຄວນເກີນກວ່າທີ່ຈະໄດ້ຮັບຄວາມຮັກຂອງມະນຸດຊາດ! ຖ້າເຈົ້າສາມາດເວົ້າສິ່ງເຫຼົ່ານີ້ໄດ້, ແລ້ວເຈົ້າກໍສາມາດດົນໃຈຜູ້ຄົນໄດ້. ທຸກສິ່ງເຫຼົ່ານີ້ແມ່ນການເປັນພະຍານ. ຖ້າເຈົ້າສາມາດເປັນພະຍານໄດ້ຢ່າງດັງກ້ອງ, ດົນໃຈຜູ້ຄົນໃຫ້ຫຼັ່ງນໍ້າຕາ, ນັ້ນກໍສະແດງໃຫ້ເຫັນວ່າ ເຈົ້າເປັນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ, ຍ້ອນເຈົ້າສາມາດເປັນພະຍານເຖິງການຮັກພຣະເຈົ້າ ແລະ ຜ່ານເຈົ້າ ການກະທຳຂອງພຣະເຈົ້າກໍສາມາດເກີດຂຶ້ນໃນຄຳພະຍານ. ໂດຍຄຳພະຍານຂອງເຈົ້າ, ຄົນອື່ນກໍຕ້ອງບັງຄັບໃຫ້ສະແຫວງຫາພາລະກິດຂອງພຣະເຈົ້າ, ມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ໃນສະພາບແວດລ້ອມໃດກໍຕາມທີ່ພວກເຂົາຜະເຊີນ, ພວກເຂົາກໍຈະສາມາດຍຶດໝັ້ນ. ນີ້ແມ່ນພຽງຫົນທາງດຽວທີ່ແທ້ຈິງໃນການເປັນພະຍານ ແລະ ນີ້ແມ່ນສິ່ງທີ່ຮຽກຮ້ອງຈາກເຈົ້າຢ່າງແທ້ຈິງໃນຕອນນີ້. ເຈົ້າຄວນເຫັນວ່າ ພາລະກິດຂອງພຣະເຈົ້າມີຄ່າຫຼາຍທີ່ສຸດ ແລະ ສົມຄວນແກ່ການເຊີດຊູບູຊາໂດຍຜູ້ຄົນ, ພຣະເຈົ້າມີຄ່າຫຼາຍ ແລະ ບໍລິບູນຫຼາຍ; ພຣະອົງບໍ່ພຽງແຕ່ສາມາດເວົ້າ, ແຕ່ຍິ່ງໄປກວ່ານັ້ນ ແມ່ນຍັງສາມາດພິພາກສາຜູ້ຄົນ, ຫຼໍ່ຫຼອມຫົວໃຈຂອງພວກເຂົາ, ນໍາຄວາມສຸກມາສູ່ພວກເຂົາ, ຮັບເອົາພວກເຂົາ, ເອົາຊະນະພວກເຂົາ ແລະ ເຮັດໃຫ້ພວກເຂົາສົມບູນ. ຈາກປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ພຣະເຈົ້າເປັນຕາຮັກຫຼາຍ. ແລ້ວປັດຈຸບັນນີ້ ເຈົ້າຮັກພຣະເຈົ້າຫຼາຍສໍ່າໃດ? ເຈົ້າສາມາດເວົ້າສິ່ງເຫຼົ່ານີ້ຈາກຫົວໃຈຂອງເຈົ້າຢ່າງແທ້ຈິງບໍ? ເມື່ອເຈົ້າສາມາດກ່າວຄຳເວົ້າເຫຼົ່ານີ້ອອກຈາກສ່ວນເລິກຂອງຫົວໃຈຂອງເຈົ້າ, ແລ້ວເຈົ້າກໍຈະສາມາດເປັນພະຍານໄດ້. ຫຼັງຈາກທີ່ປະສົບການຂອງເຈົ້າໄດ້ບັນລຸເຖິງລະດັບນີ້ ເຈົ້າກໍຈະສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ ແລະ ເຈົ້າຈະມີຄຸນສົມບັດ. ຖ້າເຈົ້າບໍ່ໄປເຖິງລະດັບນີ້ໃນປະສົບການຂອງເຈົ້າ, ແລ້ວເຈົ້າກໍຍັງຈະຫ່າງໄກຫຼາຍ. ມັນເປັນເລື່ອງປົກກະຕິທີ່ຜູ້ຄົນຈະສະແດງຄວາມອ່ອນແອໃນລະຫວ່າງຂະບວນການຫຼໍ່ຫຼອມ, ແຕ່ຫຼັງຈາກການຫຼໍ່ຫຼອມ ເຈົ້າຄວນສາມາດເວົ້າໄດ້ວ່າ “ພຣະເຈົ້າມີສະຕິປັນຍາໃນພາລະກິດຂອງພຣະອົງ!” ຖ້າເຈົ້າສາມາດຍອມບັນລຸຄວາມເຂົ້າໃຈກ່ຽວກັບພຣະທຳເຫຼົ່ານີ້ຢ່າງແທ້ຈິງ, ແລ້ວມັນກໍຈະເປັນສິ່ງທີ່ເຈົ້າເຊີດຊູ ແລະ ປະສົບການຂອງເຈົ້າກໍຈະມີຄຸນຄ່າ.

ຕອນນີ້ ເຈົ້າຄວນສະແຫວງຫາຫຍັງ? ບໍ່ວ່າເຈົ້າຈະສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ ຫຼື ບໍ່, ບໍ່ວ່າເຈົ້າຈະສາມາດເປັນພະຍານ ແລະ ການສຳແດງອອກຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າເໝາະສົມທີ່ຈະຖືກພຣະອົງໃຊ້ ຫຼື ບໍ່, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນສະແຫວງຫາ. ພຣະເຈົ້າໄດ້ກະທຳພາລະກິດຫຼາຍສໍ່າໃດແທ້ໃນຕົວເຈົ້າ? ເຈົ້າໄດ້ເຫັນຫຼາຍສໍ່າໃດ, ເຈົ້າໄດ້ສຳຜັດຫຼາຍສໍ່າໃດ? ເຈົ້າໄດ້ຜະເຊີນ ແລະ ຊີມລົດຊາດຫຼາຍສໍ່າໃດ? ບໍ່ວ່າພຣະເຈົ້າໄດ້ທົດສອບເຈົ້າ, ຈັດການກັບເຈົ້າ ຫຼື ລົງວິໄນເຈົ້າ ຫຼື ບໍ່, ການກະທຳຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນຕົວເຈົ້າ, ແຕ່ໃນຖານະທີ່ເປັນຜູ້ເຊື່ອໃນພຣະເຈົ້າ ແລະ ເປັນຄົນທີ່ເຕັມໃຈສະແຫວງຫາເພື່ອຖືກພຣະອົງເຮັດໃຫ້ສົມບູນ, ເຈົ້າສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າບົນພື້ນຖານປະສົບການຕົວຈິງຂອງເຈົ້າບໍ? ເຈົ້າສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າຜ່ານປະສົບການຕົວຈິງຂອງເຈົ້າບໍ? ເຈົ້າສາມາດສະໜອງໃຫ້ກັບຄົນອື່ນໆຜ່ານປະສົບການຕົວຈິງຂອງເຈົ້າເອງ ແລະ ເສຍສະຫຼະຊີວິດທັງໝົດຂອງເຈົ້າເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ບໍ? ເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເພິ່ງພາປະສົບການຂອງເຈົ້າ, ຄວາມຮູ້ ແລະ ລາຄາທີ່ເຈົ້າໄດ້ຈ່າຍ. ມີພຽງແຕ່ແບບນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດປະຕິບັດຕາມຄວາມປະສົງຂອງພຣະອົງໄດ້. ເຈົ້າເປັນຄົນທີ່ເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າບໍ? ເຈົ້າມີຄວາມປາຖະໜານີ້ບໍ? ຖ້າເຈົ້າສາມາດເປັນພະຍານໃຫ້ແກ່ນາມຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ຄືໃຫ້ແກ່ພາລະກິດຂອງພຣະອົງ ແລະ ຖ້າເຈົ້າສາມາດດຳລົງຊີວິດຕາມລັກສະນະທີ່ພຣະອົງຮຽກຮ້ອງຈາກຄົນຂອງພຣະອົງ, ແລ້ວເຈົ້າກໍເປັນພະຍານໃຫ້ກັບພຣະເຈົ້າ. ເຈົ້າເປັນພະຍານໃຫ້ກັບພຣະເຈົ້າແນວໃດແທ້? ເຈົ້າເປັນພະຍານໂດຍການສະແຫວງຫາ ແລະ ການປາຖະໜາທີ່ຈະດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ, ການເປັນພະຍານຜ່ານຄຳເວົ້າຂອງເຈົ້າ, ການເຮັດໃຫ້ຜູ້ຄົນຮູ້ຈັກພາລະກິດຂອງພຣະອົງ ແລະ ເຫັນການກະທຳຂອງພຣະອົງ. ຖ້າເຈົ້າສະແຫວງຫາທຸກສິ່ງເຫຼົ່ານີ້ຢ່າງແທ້ຈິງ, ແລ້ວພຣະເຈົ້າກໍຈະເຮັດໃຫ້ເຈົ້າສົມບູນ. ຖ້າສິ່ງທີ່ເຈົ້າສະແຫວງຫາແມ່ນພຽງການຖືກພຣະເຈົ້າເຮັດໃຫ້ສົມບູນເທົ່ານັ້ນ ແລະ ໄດ້ຮັບພອນໃນທີ່ສຸດ, ແລ້ວທັດສະນະຂອງຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍບໍ່ບໍລິສຸດ. ເຈົ້າຄວນສະແຫວງຫາວິທີທີ່ຈະເຫັນການກະທຳຂອງພຣະເຈົ້າໃນຊີວິດທີ່ເປັນຈິງ, ວິທີທີ່ຈະເຮັດໃຫ້ພຣະອົງພໍໃຈ ເມື່ອພຣະອົງເປີດເຜີຍຄວາມປະສົງຂອງພຣະອົງໃຫ້ກັບເຈົ້າ ແລະ ສະແຫວງຫາວິທີທີ່ຈະເປັນພະຍານເຖິງຄວາມມະຫັດສະຈັນ ແລະ ສະຕິປັນຍາຂອງພຣະອົງ ແລະ ວິທີທີ່ຈະເປັນພະຍານເຖິງວິທີທີ່ພຣະອົງລົງວິໄນ ແລະ ຈັດການກັບເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນພະຍາຍາມໄຕ່ຕອງໃນຕອນນີ້. ຖ້າຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນພຽງແຕ່ເພື່ອ ເຈົ້າຈະໄດ້ມີສ່ວນຮ່ວມໃນສະຫງ່າລາສີຂອງພຣະເຈົ້າ ຫຼັງຈາກທີ່ພຣະອົງເຮັດໃຫ້ເຈົ້າສົມບູນ, ແລ້ວມັນກໍຍັງບໍ່ພຽງພໍ ແລະ ບໍ່ສາມາດບັນລຸຕາມຄວາມຕ້ອງການຂອງພຣະເຈົ້າໄດ້. ເຈົ້າຕ້ອງສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ປະຕິບັດຕາມຄວາມຮຽກຮ້ອງຂອງພຣະອົງ ແລະ ມີປະສົບການກັບພາລະກິດທີ່ພຣະອົງໄດ້ປະຕິບັດໃນຜູ້ຄົນດ້ວຍວິທີທີ່ເປັນຈິງ. ບໍ່ວ່າມັນຈະເປັນຄວາມເຈັບປວດ, ນໍ້າຕາ ຫຼື ຄວາມໂສກເສົ້າ, ເຈົ້າກໍຕ້ອງຜະເຊີນກັບມັນທັງໝົດໃນການປະຕິບັດຂອງເຈົ້າ. ພວກມັນແມ່ນເພື່ອເຮັດໃຫ້ເຈົ້າສົມບູນດັ່ງຄົນໜຶ່ງທີ່ເປັນພະຍານໃຫ້ແກ່ພຣະເຈົ້າ. ແມ່ນຫຍັງກັນແທ້ທີ່ບັງຄັບໃຫ້ເຈົ້າທົນທຸກ ແລະ ສະແຫວງຫາຄວາມສົມບູນໃນຕອນນີ້? ການທົນທຸກໃນປັດຈຸບັນຂອງເຈົ້າແມ່ນເຫັນແກ່ການຮັກພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງແທ້ໆບໍ? ຫຼື ມັນແມ່ນເຫັນແກ່ພອນຂອງເນື້ອໜັງ, ສຳລັບຄວາມຄາດຫວັງໃນອະນາຄົດ ແລະ ໂຊກຊະຕາຂອງເຈົ້າ? ເຈດຕະນາທັງໝົດຂອງເຈົ້າ, ແຮງຈູງໃຈ ແລະ ເປົ້າໝາຍສ່ວນຕົວທີ່ເຈົ້າສະແຫວງຫາຕ້ອງຖືກແກ້ໄຂໃຫ້ຖືກຕ້ອງ ແລະ ບໍ່ສາມາດຖືກນໍາພາໂດຍຄວາມປະສົງຂອງເຈົ້າເອງ. ຖ້າຄົນໜຶ່ງສະແຫວງຫາຄວາມສົມບູນເພື່ອຮັບເອົາພອນ ແລະ ເພື່ອປົກຄອງດ້ວຍລິດອຳນາດ, ໃນຂະນະທີ່ຄົນອື່ນສະແຫວງຫາຄວາມສົມບູນເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ເພື່ອເປັນພະຍານເຖິງພາລະກິດຂອງພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະເລືອກການສະແຫວງຫາວິທີໃດຈາກສອງຢ່າງທີ່ກ່າວມາ? ຖ້າເຈົ້າເລືອກຢ່າງທຳອິດ, ແລ້ວເຈົ້າກໍຍັງຫ່າງໄກຈາກມາດຕະຖານຂອງພຣະເຈົ້າຫຼາຍ. ເຮົາໄດ້ເວົ້າຄັ້ງໜຶ່ງກ່ອນໜ້ານີ້ແລ້ວວ່າ ການກະທຳຂອງເຮົາເປັນທີ່ຮູ້ຈັກຢ່າງເປີດເຜີຍທົ່ວຈັກກະວານທັງປວງ ແລະ ເຮົາຈະປົກຄອງໃນຖານະກະສັດໃນຈັກກະວານ. ໃນອີກດ້ານໜຶ່ງ, ສິ່ງທີ່ພວກເຈົ້າໄດ້ຖືກຝາກຝັງໄວ້ແມ່ນການອອກໄປເປັນພະຍານໃຫ້ກັບພາລະກິດຂອງພຣະເຈົ້າ, ບໍ່ແມ່ນເປັນກະສັດ ແລະ ປາກົດຕົວຕໍ່ຈັກກະວານທັງປວງ. ໃຫ້ການກະທຳຂອງພຣະເຈົ້າເຕັມໄປທົ່ວຈັກກະວານ ແລະ ທ້ອງຟ້າ. ໃຫ້ທຸກຄົນໄດ້ເຫັນເຖິງການກະທຳເຫຼົ່ານັ້ນ ແລະ ຮັບຮູ້ພວກມັນ. ພຣະທຳເຫຼົ່ານີ້ເວົ້າກ່ຽວກັບພຣະເຈົ້າເອງ ແລະ ສິ່ງທີ່ມະນຸດຄວນເຮັດກໍຄືເປັນພະຍານໃຫ້ກັບພຣະເຈົ້າ. ໃນຕອນນີ້, ເຈົ້າຮູ້ຈັກກ່ຽວກັບພຣະເຈົ້າຫຼາຍສໍ່າໃດ? ເຈົ້າສາມາດເປັນພະຍານໃຫ້ກັບພຣະເຈົ້າຫຼາຍສໍ່າໃດ? ແມ່ນຫຍັງຄືເປົ້າໝາຍຂອງການທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ? ເມື່ອເຈົ້າເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ແລ້ວເຈົ້າຄວນພິຈາລະນາເຖິງຄວາມປະສົງຂອງພຣະອົງແນວໃດ? ຖ້າເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນ ແລະ ເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າຜ່ານສິ່ງທີ່ເຈົ້າດຳລົງຊີວິດຕາມ, ຖ້າເຈົ້າມີກຳລັງຂັບເຄື່ອນນີ້, ແລ້ວບໍ່ມີສິ່ງໃດທີ່ຍາກເກີນໄປ. ສິ່ງທີ່ຜູ້ຄົນຕ້ອງການໃນຕອນນີ້ແມ່ນຄວາມເຊື່ອ. ຖ້າເຈົ້າມີກຳລັງຂັບເຄື່ອນນີ້, ແລ້ວມັນກໍງ່າຍທີ່ຈະປະຖິ້ມຄວາມຄິດລົບ, ຄວາມບໍ່ດີ້ນລົນ, ຄວາມຂີ້ຄ້ານ ແລະ ແນວຄິດທາງເນື້ອໜັງ, ປັດຊະຍາສຳລັບການດຳລົງຊີວິດ, ອຸປະນິໄສທີ່ກະບົດ, ຄວາມຮູ້ສຶກ ແລະ ອື່ນໆ.

ໃນຂະນະທີ່ກຳລັງປະສົບກັບການທົດລອງ, ມັນເປັນເລື່ອງປົກກະຕິທີ່ຜູ້ຄົນຈະອ່ອນແອ ຫຼື ມີຄວາມຄິດລົບຢູ່ພາຍໃນຕົວພວກເຂົາ ຫຼື ຂາດຄວາມຊັດເຈນກ່ຽວກັບຄວາມປະສົງຂອງພຣະເຈົ້າ ຫຼື ເສັ້ນທາງໃນການປະຕິບັດຂອງພວກເຂົາ. ແຕ່ໃນກໍລະນີໃດກໍຕາມ, ເຈົ້າຕ້ອງມີຄວາມເຊື່ອໃນພາລະກິດຂອງພຣະເຈົ້າ ແລະ ບໍ່ປະຕິເສດພຣະເຈົ້າ ຄືກັນກັບໂຢບ. ເຖິງແມ່ນວ່າ ໂຢບອ່ອນແອ ແລະ ໄດ້ສາບແຊ່ງມື້ເກີດຂອງເພິ່ນເອງ, ເພິ່ນກໍບໍ່ໄດ້ປະຕິເສດວ່າ ທຸກສິ່ງໃນຊີວິດຂອງມະນຸດແມ່ນຖືກປະທານໃຫ້ໂດຍພຣະເຢໂຮວາ ແລະ ພຣະເຢໂຮວາຍັງເປັນຜູ້ທີ່ນໍາທຸກສິ່ງໄປຈາກເພິ່ນ. ບໍ່ວ່າເພິ່ນຈະຖືກທົດສອບຢ່າງໃດກໍຕາມ, ເພິ່ນກໍຮັກສາຄວາມເຊື່ອນີ້. ໃນປະສົບການຂອງເຈົ້າ, ບໍ່ວ່າເຈົ້າປະສົບກັບການຫຼໍ່ຫຼອມແບບໃດກໍຕາມຜ່ານພຣະທຳຂອງພຣະເຈົ້າ, ເວົ້າສັ້ນໆກໍຄືສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດແມ່ນຄວາມເຊື່ອຂອງພວກເຂົາ ແລະ ຄວາມຮັກຂອງພວກເຂົາສຳລັບພຣະອົງ. ສິ່ງພຣະອົງໄດ້ເຮັດໃຫ້ສົມບູນໂດຍການປະຕິບັດພາລະກິດໃນລັກສະນະນີ້ແມ່ນຄວາມເຊື່ອ, ຄວາມຮັກ ແລະ ຄວາມປາຖະໜາຂອງຜູ້ຄົນ. ພຣະເຈົ້າປະຕິບັດພາລະກິດແຫ່ງຄວາມສົມບູນໃນຜູ້ຄົນ ແລະ ພວກເຂົາບໍ່ສາມາດເຫັນມັນໄດ້, ບໍ່ສາມາດສຳຜັດມັນໄດ້; ພາຍໃນສະຖານະການດັ່ງກ່າວ, ຄວາມເຊື່ອຂອງເຈົ້າກໍຈຳເປັນ. ຄວາມເຊື່ອຂອງຜູ້ຄົນຈຳເປັນຕ້ອງມີ ເມື່ອບາງສິ່ງບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ແລະ ຄວາມເຊື່ອຂອງເຈົ້າຈໍາເປັນຕ້ອງມີ ເມື່ອເຈົ້າບໍ່ສາມາດປະຖິ້ມແນວຄິດຂອງເຈົ້າເອງໄດ້. ເມື່ອເຈົ້າບໍ່ມີຄວາມຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າ, ສິ່ງທີ່ຈຳເປັນສຳລັບເຈົ້າກໍຄືການມີຄວາມເຊື່ອ ແລະ ຍຶດໝັ້ນ ແລະ ຢືນເປັນພະຍານ. ເມື່ອໂຢບໄປເຖິງຈຸດນີ້, ພຣະເຈົ້າກໍປາກົດກັບເພິ່ນ ແລະ ກ່າວຕໍ່ເພິ່ນ. ນັ້ນກໍຄື ຈາກພາຍໃນຄວາມເຊື່ອຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດເຫັນພຣະເຈົ້າໄດ້ ແລະ ເມື່ອເຈົ້າມີຄວາມເຊື່ອ ພຣະເຈົ້າກໍຈະເຮັດໃຫ້ເຈົ້າສົມບູນ. ຫາກປາສະຈາກຄວາມເຊື່ອ, ພຣະອົງບໍ່ສາມາດເຮັດສິ່ງນີ້ໄດ້. ພຣະເຈົ້າຈະປະທານສິ່ງໃດກໍຕາມທີ່ເຈົ້າຫວັງຈະໄດ້ຮັບໃຫ້ກັບເຈົ້າ. ຖ້າເຈົ້າບໍ່ມີຄວາມເຊື່ອ, ເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນ ແລະ ເຈົ້າຈະບໍ່ສາມາດເຫັນການກະທຳຂອງພຣະເຈົ້າໄດ້, ແຮງໄກທີ່ຈະໄດ້ເຫັນອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ເມື່ອເຈົ້າມີຄວາມເຊື່ອວ່າເຈົ້າຈະເຫັນການກະທຳຂອງພຣະອົງໃນປະສົບການຕົວຈິງຂອງເຈົ້າ, ແລ້ວພຣະເຈົ້າຈະປາກົດຕໍ່ເຈົ້າ ແລະ ພຣະອົງຈະໃຫ້ຄວາມສະຫວ່າງ ແລະ ນໍາພາເຈົ້າຈາກພາຍໃນ. ຫາກປາສະຈາກຄວາມເຊື່ອນັ້ນ, ພຣະເຈົ້າຈະບໍ່ສາມາດເຮັດສິ່ງນັ້ນໄດ້. ຖ້າເຈົ້າສູນເສຍຄວາມຫວັງໃນພຣະເຈົ້າ, ເຈົ້າຈະສາມາດມີປະສົບການກັບພາລະກິດຂອງພຣະອົງໄດ້ແນວໃດ? ສະນັ້ນ, ມີແຕ່ເມື່ອເຈົ້າມີຄວາມເຊື່ອ ແລະ ເຈົ້າບໍ່ມີຄວາມສົງໄສຕໍ່ພຣະເຈົ້າເທົ່ານັ້ນ, ມີແຕ່ເມື່ອເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະອົງເທົ່ານັ້ນ ບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ, ພຣະອົງຈຶ່ງຈະໃຫ້ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ເຈົ້າຜ່ານປະສົບການຂອງເຈົ້າ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເຫັນການກະທຳຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ຖືກບັນລຸຜ່ານຄວາມເຊື່ອ. ຄວາມເຊື່ອມາຜ່ານການຫຼໍ່ຫຼອມເທົ່ານັ້ນ ແລະ ຫາກບໍ່ມີການຫຼໍ່ຫຼອມ ຄວາມເຊື່ອບໍ່ສາມາດພັດທະນາໄດ້. ຄຳນີ້ “ຄວາມເຊື່ອ” ໝາຍເຖິງຫຍັງ? ຄວາມເຊື່ອແມ່ນຄວາມເຊື່ອທີ່ແທ້ຈິງ ແລະ ຫົວໃຈທີ່ຈິງໃຈທີ່ມະນຸດຄວນມີ ເມື່ອພວກເຂົາບໍ່ສາມາດເຫັນ ຫຼື ສຳຜັດບາງສິ່ງບາງຢ່າງ, ເມື່ອພາລະກິດຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ເມື່ອພາລະກິດນັ້ນຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ນີ້ແມ່ນຄວາມເຊື່ອທີ່ເຮົາເວົ້າເຖິງ. ຜູ້ຄົນຕ້ອງການຄວາມເຊື່ອໃນເວລາແຫ່ງຄວາມລຳບາກ ແລະ ການຫຼໍ່ຫຼອມ ແລະ ຄວາມເຊື່ອແມ່ນສິ່ງທີ່ຕາມມາດ້ວຍການຫຼໍ່ຫຼອມ; ການຫຼໍ່ຫຼອມ ແລະ ຄວາມເຊື່ອແມ່ນບໍ່ສາມາດແຍກອອກຈາກກັນໄດ້. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ ແລະ ບໍ່ວ່າເຈົ້າຢູ່ໃນສະພາບແວດລ້ອມແບບໃດກໍຕາມ, ເຈົ້າສາມາດສະແຫວງຫາຊີວິດ ແລະ ສະແຫວງຫາຄວາມຈິງ ແລະ ສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ມີຄວາມເຂົ້າໃຈກ່ຽວກັບການກະທຳຂອງພຣະອົງ ແລະ ເຈົ້າສາມາດປະຕິບັດຕາມຄວາມຈິງ. ການເຮັດແບບນັ້ນຄືການມີຄວາມເຊື່ອທີ່ແທ້ຈິງ ແລະ ການເຮັດແບບນັ້ນສະແດງໃຫ້ເຫັນວ່າ ເຈົ້າບໍ່ໄດ້ສູນເສຍຄວາມເຊື່ອໃນພຣະເຈົ້າ. ເຈົ້າພຽງແຕ່ສາມາດມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໄດ້ ຖ້າເຈົ້າສາມາດຍັງຄົງສະແຫວງຫາຄວາມຈິງຜ່ານການຫຼໍ່ຫຼອມ, ຖ້າເຈົ້າສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ ແລະ ບໍ່ມີຄວາມສົງໄສກ່ຽວກັບພຣະອົງ, ຖ້າບໍ່ວ່າພຣະອົງຈະກະທຳສິ່ງໃດກໍຕາມ ເຈົ້າຍັງປະຕິບັດຄວາມຈິງເພື່ອເຮັດໃຫ້ພຣະອົງພໍໃຈ ແລະ ຖ້າເຈົ້າສາມາດສະແຫວງຫາຄວາມປະສົງຂອງພຣະອົງຢ່າງເລິກເຊິ່ງ ແລະ ຄຳນຶງເຖິງຄວາມປະສົງຂອງພຣະອົງ. ໃນອະດີດ ເມື່ອພຣະເຈົ້າເວົ້າວ່າ ເຈົ້າຈະປົກຄອງເໝືອນດັ່ງກະສັດ, ເຈົ້າຮັກພຣະອົງ ແລະ ເມື່ອພຣະອົງສຳແດງຕົວພຣະອົງເອງໃຫ້ກັບເຈົ້າຢ່າງເປີດເຜີຍ, ເຈົ້າກໍສະແຫວງຫາພຣະອົງ. ແຕ່ບັດນີ້ ພຣະເຈົ້າໄດ້ລີ້ລັບ, ເຈົ້າບໍ່ສາມາດເຫັນພຣະອົງໄດ້ ແລະ ບັນຫາກໍໄດ້ມາຫາເຈົ້າ, ແລ້ວເຈົ້າບໍ່ໄດ້ສູນເສຍຄວາມຫວັງໃນພຣະເຈົ້າບໍ? ສະນັ້ນ ເຈົ້າຕ້ອງສະແຫວງຊີວິດ ແລະ ສະແຫວງຫາເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າຢູ່ຕະຫຼອດເວລາ. ສິ່ງນີ້ຈຶ່ງເອີ້ນວ່າ ຄວາມເຊື່ອທີ່ແທ້ຈິງ ແລະ ສິ່ງນີ້ຈຶ່ງເປັນຮູບແບບຂອງຄວາມຮັກທີ່ແທ້ຈິງ ແລະ ສວຍງາມທີ່ສຸດ.

ໃນອະດີດ, ທຸກຄົນຈະມາຢູ່ຕໍ່ໜ້າພຣະເຈົ້າເພື່ອ ຕັ້ງຄໍາໝັ້ນສັນຍາຂອງພວກເຂົາ ແລະ ພວກເຂົາຈະເວົ້າວ່າ “ເຖິງແມ່ນວ່າຈະບໍ່ມີຜູ້ໃດຮັກພຣະເຈົ້າ, ຂ້ານ້ອຍຕ້ອງຮັກພຣະອົງ”. ແຕ່ຕອນນີ້, ການຫຼໍ່ຫຼອມໄດ້ມາຫາເຈົ້າ ແລະ ຍ້ອນສິ່ງນີ້ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ເຈົ້າກໍສູນເສຍຄວາມເຊື່ອໃນພຣະເຈົ້າ. ສິ່ງນີ້ແມ່ນຄວາມຮັກທີ່ແທ້ຈິງບໍ? ເຈົ້າໄດ້ອ່ານຫຼາຍຄັ້ງກ່ຽວກັບການກະທຳຂອງໂຢບ, ເຈົ້າລືມກ່ຽວກັບສິ່ງເຫຼົ່ານັ້ນແລ້ວບໍ? ຄວາມຮັກທີ່ແທ້ຈິງເທົ່ານັ້ນທີ່ສາມາດເປັນຮູບຮ່າງຈາກພາຍໃນຄວາມເຊື່ອໄດ້. ເຈົ້າພັດທະນາຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າຜ່ານການຫຼໍ່ຫຼອມທີ່ເຈົ້າໄດ້ຜ່ານ ແລະ ມັນແມ່ນຜ່ານຄວາມເຊື່ອຂອງເຈົ້າ ເຈົ້າຈຶ່ງສາມາດຄຳນຶງເຖິງຄວາມປະສົງຂອງພຣະເຈົ້າໃນປະສົບການຕົວຈິງຂອງເຈົ້າ ແລະ ມັນຍັງຜ່ານຄວາມເຊື່ອ ເຈົ້າຈຶ່ງປະຖິ້ມເນື້ອໜັງຂອງເຈົ້າເອງ ແລະ ສະແຫວງຫາຊີວິດ; ນີ້ແມ່ນສິ່ງທີ່ຜູ້ຄົນຄວນເຮັດ. ຖ້າເຈົ້າເຮັດສິ່ງນີ້ ແລ້ວເຈົ້າກໍຈະສາມາດເຫັນການກະທຳຂອງພຣະເຈົ້າ, ແຕ່ຖ້າເຈົ້າຂາດຄວາມເຊື່ອ ແລ້ວເຈົ້າກໍຈະບໍ່ສາມາດເຫັນການກະທຳຂອງພຣະເຈົ້າ ຫຼື ມີປະສົບການກັບພາລະກິດຂອງພຣະອົງ. ຖ້າເຈົ້າຕ້ອງການຖືກໃຊ້ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ, ແລ້ວເຈົ້າຕ້ອງມີທຸກຢ່າງ: ຄວາມຕັ້ງໃຈໃນການທົນທຸກ, ຄວາມເຊື່ອ, ຄວາມອົດທົນ, ຄວາມເຊື່ອຟັງ ແລະ ຄວາມສາມາດທີ່ຈະມີປະສົບການກັບພາລະກິດຂອງພຣະເຈົ້າ, ຄວາມເຂົ້າໃຈໃນຄວາມປະສົງຂອງພຣະອົງ, ຄວາມຄຳນຶງເຖິງຄວາມໂສກເສົ້າຂອງພຣະອົງ ແລະ ອື່ນໆອີກ. ການເຮັດໃຫ້ຄົນໜຶ່ງສົມບູນບໍ່ແມ່ນເລື່ອງງ່າຍ ແລະ ທຸກການຫຼໍ່ຫຼອມທີ່ເຈົ້າຜະເຊີນຈຳເປັນຕ້ອງມີຄວາມເຊື່ອ ແລະ ຄວາມຮັກຂອງເຈົ້າ. ຖ້າເຈົ້າຕ້ອງການທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ມັນບໍ່ພຽງພໍທີ່ຈະອອກໄປຄົ້ນຫາຕາມທ້ອງຖະໜົນເທົ່ານັ້ນ ຫຼື ມັນບໍ່ພຽງພໍທີ່ເສຍສະຫຼະຕົວເຈົ້າເອງໃຫ້ກັບພຣະເຈົ້າ. ເຈົ້າຕ້ອງປະກອບມີຫຼາຍສິ່ງເພື່ອທີ່ຈະສາມາດກາຍມາເປັນຄົນທີ່ພຣະເຈົ້າເຮັດໃຫ້ສົມບູນໄດ້. ເມື່ອເຈົ້າພົບກັບການທົນທຸກ ເຈົ້າຕ້ອງສາມາດປະຖິ້ມຄວາມກັງວົນຫາເນື້ອໜັງ ແລະ ບໍ່ຕໍ່ວ່າພຣະເຈົ້າ. ເມື່ອພຣະເຈົ້າເຊື່ອງພຣະອົງເອງຈາກເຈົ້າ, ເຈົ້າຕ້ອງສາມາດມີຄວາມເຊື່ອທີ່ຈະຕິດຕາມພຣະອົງ, ຮັກສາຄວາມຮັກທີ່ຜ່ານມາຂອງເຈົ້າ ໂດຍບໍ່ເຮັດໃຫ້ຄວາມຮັກນັ້ນສະດຸດ ຫຼື ຫາຍໄປ. ບໍ່ວ່າພຣະເຈົ້າຈະກະທຳຫຍັງກໍຕາມ, ເຈົ້າຕ້ອງຍອມຢູ່ພາຍໃຕ້ແບບແຜນຂອງພຣະອົງ ແລະ ກຽມພ້ອມທີ່ຈະສາບແຊ່ງເນື້ອໜັງຂອງເຈົ້າເອງ ແທນທີ່ຈະຕໍ່ວ່າພຣະອົງ. ເມື່ອເຈົ້າຜະເຊີນກັບການທົດລອງ ເຈົ້າຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ເຖິງແມ່ນວ່າເຈົ້າອາດຮ້ອງໄຫ້ຢ່າງຂົມຂືນ ຫຼື ຮູ້ສຶກລັງເລທີ່ຈະຈາກບາງສິ່ງທີ່ຮັກ. ສິ່ງນີ້ເທົ່ານັ້ນຈຶ່ງຈະເອີ້ນວ່າ ຄວາມຮັກ ແລະ ຄວາມເຊື່ອທີ່ແທ້ຈິງ. ບໍ່ວ່າວຸດທິພາວະຕົວຈິງຂອງເຈົ້າຈະແມ່ນຫຍັງກໍຕາມ, ເຈົ້າຕ້ອງມີຄວາມຕັ້ງໃຈທີ່ຈະທົນທຸກກັບຄວາມລໍາບາກນີ້ກ່ອນ ແລະ ຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າຕ້ອງມີຄວາມຕັ້ງໃຈທີ່ຈະປະຖິ້ມເນື້ອໜັງ. ເຈົ້າຄວນເຕັມໃຈທີ່ຈະອົດທົນຕໍ່ຄວາມຍາກລໍາບາກສ່ວນຕົວ ແລະ ທົນທຸກຕໍ່ການສູນເສຍຜົນປະໂຫຍດສ່ວນຕົວຂອງເຈົ້າ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເຈົ້າຍັງຕ້ອງສາມາດຮູ້ສຶກສຳນຶກຜິດກ່ຽວກັບຕົນເອງໃນຫົວໃຈຂອງເຈົ້າ: ໃນອະດີດ, ເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕອນນີ້ ເຈົ້າສາມາດສໍານຶກຜິດຕົນເອງ. ເຈົ້າຕ້ອງບໍ່ຂາດໃນສິ່ງໃດໜຶ່ງ, ມັນແມ່ນຜ່ານສິ່ງເຫຼົ່ານີ້ ພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າສົມບູນ. ຖ້າເຈົ້າບໍ່ສາມາດບັນລຸເງື່ອນໄຂເຫຼົ່ານີ້, ແລ້ວເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນໄດ້.

ຄົນທີ່ຮັບໃຊ້ພຣະເຈົ້າບໍ່ຄວນແຕ່ຮູ້ຈັກວິທີທົນທຸກເພື່ອພຣະອົງເທົ່ານັ້ນ; ຍິ່ງໄປກວ່ານັ້ນ ພວກເຂົາຄວນເຂົ້າໃຈວ່າ ເປົ້າໝາຍຂອງການເຊື່ອໃນພຣະເຈົ້າແມ່ນການສະແຫວງຫາຄວາມຮັກພຣະເຈົ້າ. ພຣະເຈົ້າໃຊ້ເຈົ້າບໍ່ແມ່ນພຽງແຕ່ເພື່ອຫຼໍ່ຫຼອມເຈົ້າ ຫຼື ເຫັນແກ່ການເຮັດໃຫ້ເຈົ້າທົນທຸກເທົ່ານັ້ນ, ແຕ່ກົງກັນຂ້າມ ພຣະອົງໃຊ້ເຈົ້າ ເພື່ອວ່າເຈົ້າອາດຮູ້ຈັກການກະທຳຂອງພຣະອົງ, ຮູ້ຈັກຄວາມໝາຍທີ່ແທ້ຈິງຂອງຊີວິດມະນຸດ ແລະ ໂດຍສະເພາະແລ້ວ ເພື່ອວ່າເຈົ້າອາດຮູ້ຈັກວ່າ ການຮັບໃຊ້ພຣະເຈົ້າບໍ່ແມ່ນວຽກງານທີ່ງ່າຍ. ການມີປະສົບການກັບພາລະກິດຂອງພຣະເຈົ້າບໍ່ແມ່ນກ່ຽວກັບການໄດ້ຮັບຄວາມເມດຕາ, ແຕ່ກົງກັນຂ້າມແມ່ນການທົນທຸກຍ້ອນຄວາມຮັກທີ່ເຈົ້າມີຕໍ່ພຣະອົງ. ຍ້ອນເຈົ້າໄດ້ຮັບຄວາມເມດຕາຂອງພຣະເຈົ້າ, ເຈົ້າຍັງຕ້ອງໄດ້ຮັບການຂ້ຽນຕີຂອງພຣະອົງ; ເຈົ້າຕ້ອງຜະເຊີນກັບທຸກສິ່ງເຫຼົ່ານີ້. ເຈົ້າສາມາດຜະເຊີນກັບແສງສະຫວ່າງຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້າ ແລະ ເຈົ້າຍັງສາມາດຜະເຊີນກັບວິທີການທີ່ພຣະອົງຈັດການກັບເຈົ້າ ແລະ ພິພາກສາເຈົ້າ. ໃນລັກສະນະນີ້, ປະສົບການຂອງເຈົ້າຈະຄວບຄຸມ. ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີໃນຕົວເຈົ້າ. ພຣະທຳຂອງພຣະເຈົ້າໄດ້ຈັດການກັບເຈົ້າ, ບໍ່ພຽງແຕ່ສໍ່ານັ້ນ; ມັນຍັງໄດ້ໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ແກ່ເຈົ້າ. ເມື່ອເຈົ້າຄິດລົບ ແລະ ອ່ອນແອ, ພຣະເຈົ້າກັງວົນກ່ຽວກັບເຈົ້າ. ທັງໝົດຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ເຈົ້າຮູ້ວ່າ ທຸກສິ່ງກ່ຽວກັບມະນຸດແມ່ນຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ. ເຈົ້າອາດຈະຄິດວ່າ ການເຊື່ອໃນພຣະເຈົ້າແມ່ນກ່ຽວກັບການທົນທຸກ ຫຼື ການເຮັດທຸກສິ່ງສຳລັບພຣະອົງ; ເຈົ້າອາດຄິດວ່າ ເປົ້າໝາຍຂອງການເຊື່ອໃນພຣະເຈົ້າກໍແມ່ນເພື່ອວ່າເນື້ອໜັງຂອງເຈົ້າອາດຈະສະຫງົບສຸກ ຫຼື ໃຫ້ທຸກສິ່ງໃນຊີວິດຂອງເຈົ້າເປັນໄປດ້ວຍດີ ຫຼື ເພື່ອວ່າເຈົ້າອາດສະດວກສະບາຍ ແລະ ສະບາຍໃຈກັບທຸກສິ່ງ. ເຖິງຢ່າງໃດກໍຕາມ ບໍ່ມີຫຍັງເລີຍໃນສິ່ງເຫຼົ່ານີ້ທີ່ເປັນເປົ້າໝາຍທີ່ຜູ້ຄົນຄວນຍຶດໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ຖ້າເຈົ້າເຊື່ອຍ້ອນເປົ້າໝາຍເຫຼົ່ານີ້, ແລ້ວທັດສະນະຂອງເຈົ້າກໍບໍ່ຖືກຕ້ອງ ແລະ ມັນເປັນໄປບໍ່ໄດ້ແທ້ໆທີ່ເຈົ້າຈະບໍ່ຖືກເຮັດໃຫ້ສົມບູນ. ການກະທຳຂອງພຣະເຈົ້າ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ສະຕິປັນຍາຂອງພຣະອົງ, ພຣະທຳຂອງພຣະອົງ ແລະ ຄວາມມະຫັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະອົງແມ່ນທຸກສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ການມີຄວາມເຂົ້າໃຈແບບນີ້, ເຈົ້າຄວນໃຊ້ມັນເພື່ອກຳຈັດຄວາມຮຽກຮ້ອງ, ຄວາມຫວັງ ແລະ ແນວຄິດສ່ວນຕົວທຸກຢ່າງທີ່ຢູ່ໃນຫົວໃຈຂອງເຈົ້າອອກໄປ. ໂດຍການກຳຈັດສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງສາມາດບັນລຸເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງ ແລະ ໂດຍການເຮັດແບບນີ້ເທົ່ານັ້ນ ເຈົ້າຈຶ່ງສາມາດມີຊີວິດ ແລະ ເຮັດໃຫ້ພຣະເຈົ້າພໍໃຈໄດ້. ເປົ້າໝາຍຂອງການເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ພຣະອົງພໍໃຈ ແລະ ດຳລົງຊີວິດຕາມອຸປະນິໄສທີ່ພຣະອົງຮຽກຮ້ອງ, ເພື່ອວ່າການກະທຳ ແລະ ສະຫງ່າລາສີຂອງພຣະອົງອາດຖືກສະແດງອອກຜ່ານກຸ່ມຄົນທີ່ບໍ່ເໝາະສົມນີ້. ນັ້ນຄືທັດສະນະທີ່ຖືກຕ້ອງສຳລັບການເຊື່ອໃນພຣະເຈົ້າ ແລະ ນີ້ຍັງເປັນເປົ້າໝາຍທີ່ເຈົ້າຄວນສະແຫວງຫາ. ເຈົ້າຄວນມີມຸມມອງທີ່ຖືກຕ້ອງກ່ຽວກັບການເຊື່ອໃນພຣະເຈົ້າ ແລະ ເຈົ້າຄວນສະແຫວງຫາເພື່ອຮັບເອົາພຣະທຳຂອງພຣະເຈົ້າ. ເຈົ້າຈຳເປັນຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຈົ້າຕ້ອງສາມາດດຳລົງຊີວິດຕາມຄວາມຈິງ ແລະ ໂດຍສະເພາະແລ້ວ ເຈົ້າຕ້ອງສາມາດເຫັນການກະທຳຕົວຈິງຂອງພຣະອົງ, ການກະທຳທີ່ມະຫັດສະຈັນຂອງພຣະອົງທົ່ວຈັກກະວານທັງປວງ ພ້ອມທັງພາລະກິດຕົວຈິງທີ່ພຣະອົງປະຕິບັດໃນເນື້ອໜັງ. ຜ່ານທາງປະສົບການຕົວຈິງຂອງພວກເຂົາ, ຜູ້ຄົນສາມາດຮູ້ເຖິງຄຸນຄ່າວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນພວກເຂົາໄດ້ແນວໃດ ແລະ ແມ່ນຫຍັງຄືຄວາມປະສົງຂອງພຣະອົງທີ່ມີຕໍ່ພວກເຂົາ. ເປົ້າໝາຍຂອງທຸກສິ່ງເຫຼົ່ານີ້ແມ່ນເພື່ອກຳຈັດອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງຜູ້ຄົນ. ການປະຖິ້ມສິ່ງທີ່ບໍ່ສະອາດ ແລະ ຄວາມບໍ່ຊອບທຳທັງໝົດທີ່ຢູ່ໃນຕົວເຈົ້າ ແລະ ການປະຖິ້ມເຈດຕະນາທີ່ຜິດຂອງເຈົ້າ ແລະ ການພັດທະນາຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ດ້ວຍຄວາມເຊື່ອທີ່ແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຮັກພຣະເຈົ້າຢ່າງແທ້ຈິງໄດ້. ເຈົ້າສາມາດຮັກພຣະເຈົ້າຢ່າງແທ້ຈິງບົນພື້ນຖານຂອງຄວາມເຊື່ອທີ່ເຈົ້າມີໃນພຣະອົງເທົ່ານັ້ນ. ເຈົ້າສາມາດບັນລຸການຮັກພຣະເຈົ້າ ໂດຍບໍ່ເຊື່ອໃນພຣະອົງໄດ້ບໍ? ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ສາມາດສັບສົນກ່ຽວກັບສິ່ງນັ້ນ. ບາງຄົນເຕັມໄປດ້ວຍຄວາມຫ້າວຫັນທັນທີທີ່ພວກເຂົາເຫັນວ່າ ຄວາມເຊື່ອໃນພຣະເຈົ້າຈະນໍາເອົາພອນມາສູ່ພວກເຂົາ, ແຕ່ແລ້ວກໍສູນເສຍກຳລັງທັນທີທີ່ພວກເຂົາຕ້ອງທົນທຸກໃນການຫຼໍ່ຫຼອມ. ນັ້ນແມ່ນການເຊື່ອໃນພຣະເຈົ້າບໍ? ໃນທີ່ສຸດແລ້ວ, ເຈົ້າຕ້ອງບັນລຸການເຊື່ອຟັງຢ່າງຄົບຖ້ວນ ແລະ ເດັດຂາດຕໍ່ໜ້າພຣະເຈົ້າໃນຄວາມເຊື່ອຂອງເຈົ້າ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ຕ້ອງຍັງຮຽກຮ້ອງຈາກພຣະອົງ, ມີແນວຄິດຫຼາຍຢ່າງກ່ຽວກັບສາສະໜາທີ່ເຈົ້າບໍ່ສາມາດປະຖິ້ມໄດ້ ແລະ ເຈົ້າຍັງສະແຫວງຫາພອນທາງເນື້ອໜັງ ແລະ ຕ້ອງການໃຫ້ພຣະເຈົ້າຊ່ວຍເຫຼືອເນື້ອໜັງຂອງເຈົ້າ, ຊ່ວຍວິນຍານຂອງເຈົ້າໃຫ້ລອດພົ້ນ, ທຸກສິ່ງເຫຼົ່ານີ້ແມ່ນພຶດຕິກຳຂອງຜູ້ຄົນທີ່ມີທັດສະນະທີ່ຜິດ. ເຖິງແມ່ນວ່າ ຜູ້ຄົນທີ່ມີຄວາມເຊື່ອທາງສາສະໜາ ມີຄວາມເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ໄດ້ສະແຫວງຫາການປ່ຽນແປງດ້ານອຸປະນິໄສ ແລະ ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ, ແຕ່ກົງກັນຂ້າມຄືສະແຫວງຫາ ຜົນປະໂຫຍດທາງເນື້ອໜັງຂອງພວກເຂົາເທົ່ານັ້ນ. ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າມີຄວາມເຊື່ອທີ່ຈັດຢູ່ໃນປະເພດຄວາມເຊື່ອທາງສາສະໜາ; ນີ້ບໍ່ແມ່ນຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ເພື່ອທີ່ຈະເຊື່ອໃນພຣະເຈົ້າ, ຜູ້ຄົນຕ້ອງມີຫົວໃຈທີ່ກຽມພ້ອມທົນທຸກເພື່ອພຣະອົງ ແລະ ຄວາມຕັ້ງໃຈທີ່ຈະຖວາຍຕົນເອງ. ນອກຈາກຜູ້ຄົນຈະບັນລຸເງື່ອນໄຂສອງຢ່າງນີ້, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າແມ່ນບໍ່ຖືກຕ້ອງ ແລະ ພວກເຂົາຈະບໍ່ສາມາດບັນລຸການປ່ຽນແປງດ້ານອຸປະນິໄສໄດ້. ມີແຕ່ຄົນທີ່ສະແຫວງຫາຄວາມຈິງໂດຍແທ້, ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ສະແຫວງຫາຊີວິດເທົ່ານັ້ນ ຈຶ່ງເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ.

ເມື່ອການທົດລອງມາເຖິງເຈົ້າ, ເຈົ້າຈະນໍາໃຊ້ພາລະກິດຂອງພຣະເຈົ້າເພື່ອຈັດການໆທົດລອງເຫຼົ່ານັ້ນແນວໃດ? ເຈົ້າຈະມີຄວາມຄິດລົບ ຫຼື ເຈົ້າຈະເຂົ້າໃຈການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າຈາກລັກສະນະທີ່ເປັນບວກໄດ້ບໍ? ເຈົ້າຈະໄດ້ຮັບຫຍັງຜ່ານການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ? ຄວາມຮັກທີ່ເຈົ້າມີໃຫ້ພຣະເຈົ້າຈະເຕີບໃຫຍ່ບໍ? ເມື່ອເຈົ້າຕົກຢູ່ໃນການຫຼໍ່ຫຼອມ, ເຈົ້າຈະສາມາດນໍາໃຊ້ການທົດລອງຂອງໂຢບ ແລະ ມີສ່ວນຮ່ວມຢ່າງກະຕືລືລົ້ນກັບພາລະກິດທີ່ພຣະເຈົ້າປະຕິບັດໃນເຈົ້າບໍ? ເຈົ້າຈະສາມາດເຫັນວິທີທີ່ພຣະເຈົ້າທົດສອບມະນຸດຜ່ານການທົດລອງຂອງໂຢບບໍ? ການທົດລອງຂອງໂຢບຈະນໍາແຮງບັນດານໃຈແບບໃດມາສູ່ເຈົ້າ? ເຈົ້າເຕັມໃຈທີ່ຈະຢືນເປັນພະຍານໃຫ້ກັບພຣະເຈົ້າໃນລະຫວ່າງການຫຼໍ່ຫຼອມຂອງເຈົ້າບໍ ຫຼື ເຈົ້າຕ້ອງການທີ່ຈະເຮັດໃຫ້ເນື້ອໜັງພໍໃຈໃນສະພາບແວດລ້ອມທີ່ສຸກສະບາຍບໍ? ແມ່ນຫຍັງຄືທັດສະນະທີ່ແທ້ຈິງຂອງເຈົ້າຕໍ່ຄວາມເຊື່ອໃນພຣະເຈົ້າ? ມັນແມ່ນສຳລັບພຣະອົງແທ້ໆ ແລະ ບໍ່ແມ່ນສຳລັບເນື້ອໜັງບໍ? ເຈົ້າມີເປົ້າໝາຍທີ່ເຈົ້າຊອກຫາໃນການສະແຫວງຫາຂອງເຈົ້າແທ້ໆບໍ? ເຈົ້າເຕັມໃຈທີ່ຈະປະສົບກັບການຫຼໍ່ຫຼອມ ເພື່ອເຈົ້າອາດຖືກພຣະເຈົ້າເຮັດໃຫ້ສົມບູນ ຫຼື ເຈົ້າຈະຖືກພຣະເຈົ້າຂ້ຽນຕີ ແລະ ສາບແຊ່ງແທນບໍ? ແມ່ນຫຍັງຄືມຸມມອງຂອງເຈົ້າກ່ຽວກັບເລື່ອງການເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງ? ຜູ້ຄົນຄວນເຮັດແບບໃດໃນສະພາບແວດລ້ອມໃດໜຶ່ງ ເພື່ອເປັນພະຍານແທ້ຈິງໃຫ້ກັບພຣະເຈົ້າ? ຍ້ອນພຣະເຈົ້າຕົວຈິງໄດ້ເປີດເຜີຍຫຼາຍຢ່າງໃນພາລະກິດຕົວຈິງຂອງພຣະອົງໃນຕົວເຈົ້າ, ເປັນຫຍັງເຈົ້າຈຶ່ງຄິດທີ່ຈະຈາກໄປຢູ່ສະເໝີ? ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າແມ່ນເພື່ອພຣະເຈົ້າບໍ? ສຳລັບພວກເຈົ້າສ່ວນໃຫຍ່ແລ້ວ, ຄວາມເຊື່ອຂອງພວກເຈົ້າແມ່ນສ່ວນໜຶ່ງຂອງການຄິດໄລ່ທີ່ພວກເຈົ້າເຮັດດ້ວຍຕົນເອງ, ສຳລັບການສະແຫວງຫາຜົນປະໂຫຍດສ່ວນຕົວຂອງພວກເຈົ້າເອງ. ມີໜ້ອຍຄົນຫຼາຍທີ່ເຊື່ອໃນພຣະເຈົ້າ ຍ້ອນພຣະເຈົ້າ; ສິ່ງນີ້ບໍ່ແມ່ນຄວາມກະບົດບໍ?

ເປົ້າໝາຍຂອງພາລະກິດແຫ່ງການຫຼໍ່ຫຼອມຫຼັກໆແລ້ວແມ່ນເພື່ອເຮັດໃຫ້ຄວາມເຊື່ອຂອງຜູ້ຄົນສົມບູນ ແລະ ໃນທີ່ສຸດແລ້ວ ສິ່ງທີ່ຖືກບັນລຸກໍຄືເຈົ້າຕ້ອງການໜີຈາກ ແຕ່ໃນເວລາດຽວກັນ ເຈົ້າບໍ່ສາມາດໜີຈາກໄດ້; ບາງຄົນຍັງສາມາດມີຄວາມເຊື່ອແມ່ນແຕ່ໃນຕອນທີ່ພວກເຂົາປາສະຈາກຄວາມຫວັງແມ່ນແຕ່ໜ້ອຍດຽວ; ແລະ ຜູ້ຄົນບໍ່ມີຄວາມຫວັງທີ່ກ່ຽວຂ້ອງກັບອະນາຄົດຂອງພວກເຂົາເອງອີກຕໍ່ໄປ. ໃນເວລານີ້ເທົ່ານັ້ນ ການຫຼໍ່ຫຼອມຂອງພຣະເຈົ້າຈຶ່ງຈະສິ້ນສຸດລົງ. ມະນຸດຍັງບໍ່ໄດ້ໄປເຖິງຂັ້ນຕອນຂອງການໝູນວຽນລະຫວ່າງຊີວິດ ແລະ ຄວາມຕາຍ ແລະ ພວກເຂົາຍັງບໍ່ໄດ້ຊີມລົດຊາດແຫ່ງຄວາມຕາຍ, ສະນັ້ນ ຂະບວນການຫຼໍ່ຫຼອມຈຶ່ງຍັງບໍ່ເຖິງຈຸດສິ້ນສຸດເທື່ອ. ແມ່ນແຕ່ຄົນທີ່ຢູ່ໃນບາດກ້າວຂອງຜູ້ບໍລິການກໍບໍ່ໄດ້ຖືກຫຼໍ່ຫຼອມຈົນເຖິງທີ່ສຸດ. ໂຢບໄດ້ຜ່ານການຫຼໍ່ຫຼອມຈົນເຖິງທີ່ສຸດແລ້ວ ແລະ ເພິ່ນບໍ່ມີຫຍັງໃຫ້ເພິ່ງພາເລີຍ. ຜູ້ຄົນຕ້ອງປະສົບກັບການຫຼໍ່ຫຼອມຈົນເຖິງຈຸດທີ່ພວກເຂົາບໍ່ມີຄວາມຫວັງ ແລະ ບໍ່ມີຫຍັງໃຫ້ເພິ່ງພາເລີຍ, ມີແຕ່ສິ່ງນີ້ທີ່ເປັນການຫຼໍ່ຫຼອມທີ່ແທ້ຈິງ. ໃນລະຫວ່າງເວລາຂອງຜູ້ບໍລິການ, ຖ້າຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ຖ້າບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ແລະ ບໍ່ວ່າຄວາມປະສົງຂອງພຣະເຈົ້າສຳລັບເຈົ້າຈະແມ່ນຫຍັງກໍຕາມ, ເຈົ້າເຊື່ອຟັງການຈັດແຈງຂອງພຣະອົງຢູ່ສະເໝີ, ແລ້ວໃນປາຍທາງ ເຈົ້າກໍຈະເຂົ້າໃຈທຸກສິ່ງທີ່ພຣະເຈົ້າໄດ້ກະທຳ. ເຈົ້າຜະເຊີນກັບການທົດລອງຂອງໂຢບ ແລະ ໃນເວລານັ້ນ ເຈົ້າໄດ້ຜ່ານການທົດລອງຂອງເປໂຕ. ເມື່ອໂຢບຖືກທົດສອບ, ເພິ່ນຢືນເປັນພະຍານ ແລະ ໃນທີ່ສຸດແລ້ວ ພຣະເຢໂຮວາກໍໄດ້ເປີດເຜີຍຕໍ່ເພິ່ນ. ມີແຕ່ຫຼັງຈາກທີ່ເພິ່ນໄດ້ຢືນເປັນພະຍານ ເພິ່ນຈຶ່ງສົມຄວນໄດ້ເຫັນໃບໜ້າຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າ “ເຮົາລີ້ລັບຈາກດິນແດນທີ່ສົກກະປົກ ແຕ່ສຳແດງຕົວເຮົາເອງຕໍ່ອານາຈັກທີ່ບໍລິສຸດ”? ນັ້ນໝາຍຄວາມວ່າ ມີແຕ່ເມື່ອເຈົ້າບໍລິສຸດ ແລະ ຢືນເປັນພະຍານເທົ່ານັ້ນ ເຈົ້າຈຶ່ງມີສັກສີທີ່ຈະເຫັນໃບໜ້າຂອງພຣະເຈົ້າ. ຖ້າເຈົ້າບໍ່ສາມາດຢືນເປັນພະຍານໃຫ້ກັບພຣະອົງ, ເຈົ້າກໍບໍ່ມີສັກສີທີ່ຈະເຫັນໃບໜ້າຂອງພຣະອົງ. ຖ້າເຈົ້າຖອຍ ຫຼື ຕໍ່ວ່າພຣະເຈົ້າເມື່ອຜະເຊີນກັບການຫຼໍ່ຫຼອມ, ແລ້ວລົ້ມເຫຼວທີ່ຈະຢືນເປັນພະຍານໃຫ້ກັບພຣະອົງໄດ້ ແລະ ເປັນຕົວຕະລົກຂອງຊາຕານ, ແລ້ວເຈົ້າກໍຈະບໍ່ໄດ້ຮັບເອົາການປາກົດຂອງພຣະເຈົ້າ. ຖ້າເຈົ້າເປັນເໝືອນກັບໂຢບ ຜູ້ທີ່ສາບແຊ່ງເນື້ອໜັງຂອງເພິ່ນເອງໃນທ່າມກາງການທົດລອງ ແລະ ບໍ່ໄດ້ຕໍ່ວ່າພຣະເຈົ້າເລີຍ ແລະ ສາມາດກຽດຊັງເນື້ອໜັງຂອງເພິ່ນເອງ ໂດຍບໍ່ຕໍ່ວ່າ ຫຼື ເຮັດບາບຜ່ານຄຳເວົ້າຂອງເພິ່ນ, ແລ້ວເຈົ້າກໍກຳລັງຢືນເປັນພະຍານ. ເມື່ອເຈົ້າປະສົບກັບການຫຼໍ່ຫຼອມຈົນເຖິງລະດັບໃດໜຶ່ງ ແລະ ຍັງສາມາດເປັນເໝືອນກັບໂຢບ ໂດຍເຊື່ອຟັງຢູ່ຕໍ່ໜ້າພຣະເຈົ້າຢ່າງເຕັມທີ່ ແລະ ບໍ່ມີການຮຽກຮ້ອງໃດເລີຍກ່ຽວກັບພຣະອົງ ຫຼື ແນວຄິດຂອງເຈົ້າເອງ, ແລ້ວພຣະເຈົ້າກໍຈະປາກົດຕໍ່ເຈົ້າ. ຕອນນີ້ ພຣະເຈົ້າຈະບໍ່ປາກົດຕໍ່ເຈົ້າ ເພາະວ່າ ເຈົ້າມີແນວຄິດຫຼາຍຢ່າງຂອງເຈົ້າເອງ, ຄວາມອະຄະຕິສ່ວນຕົວ, ຄວາມຄິດເຫັນແກ່ຕົວ, ຄວາມຕ້ອງການສ່ວນຕົວ ແລະ ຜົນປະໂຫຍດທາງເນື້ອໜັງ ແລະ ເຈົ້າບໍ່ເໝາະສົມທີ່ຈະເຫັນໃບໜ້າຂອງພຣະອົງ. ຖ້າເຈົ້າເຫັນພຣະເຈົ້າ, ເຈົ້າກໍຈະວັດແທກພຣະອົງດ້ວຍແນວຄິດຂອງເຈົ້າເອງ, ໂດຍການເຮັດແບບນັ້ນ, ພຣະອົງຈະຖືກເຈົ້າຄຶງໃສ່ໄມ້ກາງແຂນ. ຖ້າຫຼາຍສິ່ງເກີດຂຶ້ນກັບເຈົ້າ ໂດຍບໍ່ສອດຄ່ອງກັບແນວຄິດຂອງເຈົ້າ ແຕ່ເຈົ້າສາມາດປະຖິ້ມສິ່ງເຫຼົ່ານີ້ ແລະ ຮັບຄວາມຮູ້ກ່ຽວກັບການກະທຳຂອງພຣະເຈົ້າຈາກສິ່ງເຫຼົ່ານີ້ ແລະ ຖ້າໃນລະຫວ່າງການຫຼໍ່ຫຼອມ ເຈົ້າເປີດເຜີຍຫົວໃຈແຫ່ງຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ແລ້ວນີ້ແມ່ນການຢືນເປັນພະຍານ. ຖ້າເຮືອນຂອງເຈົ້າສະຫງົບສຸກ, ເຈົ້າໄດ້ຮັບຄວາມສຸກສະບາຍທາງເນື້ອໜັງ, ບໍ່ມີໃຜຂົ່ມເຫັງເຈົ້າ ແລະ ອ້າຍເອື້ອຍນ້ອງຂອງເຈົ້າທີ່ຢູ່ໃນຄຣິສຕະຈັກກໍເຊື່ອຟັງເຈົ້າ, ເຈົ້າຈະສາມາດສຳແດງຫົວໃຈແຫ່ງຄວາມຮັກຂອງເຈົ້າສຳລັບພຣະເຈົ້າໄດ້ບໍ? ສະຖານະການນີ້ຈະສາມາດຫຼໍ່ຫຼອມເຈົ້າໄດ້ບໍ? ມັນແມ່ນຜ່ານການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າຈຶ່ງຈະຖືກສະແດງອອກໄດ້ ແລະ ມັນແມ່ນຜ່ານສິ່ງທີ່ເກີດຂຶ້ນໂດຍບໍ່ສອດຄ່ອງກັບແນວຄິດຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດຖືກເຮັດໃຫ້ສົມບູນໄດ້. ດ້ວຍບໍລິການຂອງຫຼາຍສິ່ງທີ່ຂັດກັນ ແລະ ເປັນລົບ ແລະ ໂດຍການນໍາໃຊ້ການສຳແດງອອກທຸກຮູບແບບຂອງຊາຕານ, ການກະທຳຂອງມັນ, ການກ່າວໂທດຂອງມັນ, ການລົບກວນ ແລະ ການຫຼອກລວງຂອງມັນ, ພຣະເຈົ້າສະແດງໃບໜ້າທີ່ຊົ່ວຮ້າຍຂອງຊາຕານຢ່າງຊັດເຈນ ແລະ ດ້ວຍເຫດນັ້ນກໍເຮັດໃຫ້ຄວາມສາມາດຂອງເຈົ້າສົມບູນເພື່ອຈຳແນກຊາຕານ, ເພື່ອເຈົ້າອາດກຽດຊັງຊາຕານ ແລະ ປະຖິ້ມມັນ.

ສາມາດເວົ້າໄດ້ວ່າ ປະສົບການຫຼາຍຢ່າງຂອງເຈົ້າທີ່ກ່ຽວກັບຄວາມລົ້ມເຫຼວ, ຄວາມອ່ອນແອ ແລະ ເວລາແຫ່ງຄວາມຄິດລົບແມ່ນການທົດລອງຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ທຸກສິ່ງແມ່ນມາຈາກພຣະເຈົ້າ ແລະ ທຸກຢ່າງ ແລະ ທຸກເຫດການແມ່ນຢູ່ໃນມືຂອງພຣະອົງ. ບໍ່ວ່າເຈົ້າຈະລົ້ມເຫຼວ ຫຼື ບໍ່ວ່າເຈົ້າຈະອ່ອນແອ ແລະ ເຈົ້າຈະສະດຸດ ຫຼື ບໍ່, ມັນລ້ວນແລ້ວແຕ່ຂຶ້ນກັບພຣະເຈົ້າ ແລະ ຢູ່ພາຍໃນກຳມືຂອງພຣະອົງ. ຈາກທັດສະນະຂອງພຣະເຈົ້າ, ນີ້ແມ່ນການທົດລອງເຈົ້າ ແລະ ຖ້າເຈົ້າບໍ່ສາມາດຮັບຮູ້ສິ່ງນັ້ນໄດ້ ມັນກໍຈະກາຍມາເປັນການລໍ້ລວງ. ມີສະພາວະສອງປະເພດທີ່ຜູ້ຄົນຄວນຮັບຮູ້: ໜຶ່ງຢ່າງແມ່ນມາຈາກພຣະວິນຍານບໍລິສຸດ ແລະ ແຫຼ່ງທີ່ມາທີ່ເປັນໄປໄດ້ຂອງອີກຢ່າງແມ່ນຊາຕານ. ໜຶ່ງຢ່າງແມ່ນສະພາວະທີ່ພຣະວິນຍານບໍລິສຸດໃຫ້ແສງເຍືອງທາງກັບເຈົ້າ ແລະ ເຮັດໃຫ້ເຈົ້າຮູ້ຈັກຕົນເອງ, ກຽດຊັງ ແລະ ຮູ້ສຶກເສຍໃຈກັບຕົນເອງ ແລະ ສາມາດມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າ, ວາງຫົວໃຈຂອງເຈົ້າເພື່ອເຮັດໃຫ້ພຣະອົງພໍໃຈ. ອີກສະພາວະໜຶ່ງແມ່ນ ສະພາວະທີ່ເຈົ້າຮູ້ຈັກຕົນເອງ, ແຕ່ເຈົ້າຍັງມີຄວາມຄິດລົບ ແລະ ອ່ອນແອ. ມັນສາມາດເວົ້າໄດ້ວ່າ ສະພາວະນີ້ແມ່ນການຫຼໍ່ຫຼອມຂອງພຣະເຈົ້າ ແລະ ນັ້ນຍັງແມ່ນການລໍ້ລວງຂອງຊາຕານ. ຖ້າເຈົ້າຮັບຮູ້ວ່າ ນີ້ແມ່ນຄວາມລອດພົ້ນຂອງພຣະເຈົ້າທີ່ມີໃຫ້ເຈົ້າ ແລະ ຖ້າເຈົ້າຮູ້ສຶກວ່າ ໃນຕອນນີ້ ເຈົ້າເປັນໜີ້ບຸນຄຸນພຣະອົງຢ່າງຫຼວງຫຼາຍ ແລະ ຕັ້ງແຕ່ນີ້ຕໍ່ໄປ ຖ້າເຈົ້າພະຍາຍາມທີ່ຈະຕອບແທນພຣະອົງ ແລະ ບໍ່ຕົກຢູ່ໃນຄວາມຊົ່ວຊ້າດັ່ງກ່າວອີກຕໍ່ໄປ, ຖ້າເຈົ້າໃຊ້ຄວາມພະຍາຍາມເພື່ອກິນ ແລະ ດື່ມພຣະທຳຂອງພຣະອົງ ແລະ ຖ້າເຈົ້າຄິດວ່າຕົນເອງຂາດເຂີນຢູ່ສະເໝີ ແລະ ມີຫົວໃຈແຫ່ງຄວາມປາຖະໜາ, ແລ້ວນີ້ກໍແມ່ນການທົດລອງຂອງພຣະເຈົ້າ. ຫຼັງຈາກທີ່ການທົນທຸກໄດ້ສິ້ນສຸດລົງ ແລະ ເຈົ້າໄດ້ກ້າວໄປຂ້າງໜ້າອີກຄັ້ງ, ພຣະເຈົ້າກໍຈະຍັງນໍາພາ, ເຍືອງທາງ, ໃຫ້ແສງສະຫວ່າງ ແລະ ລ້ຽງບໍາລຸງເຈົ້າ. ແຕ່ຖ້າເຈົ້າບໍ່ຮັບຮູ້ສິ່ງນັ້ນ ແລະ ເຈົ້າມີຄວາມຄິດລົບ ໂດຍປະຖິ້ມຕົນເອງໃຫ້ຢູ່ກັບຄວາມໝົດຫວັງເທົ່ານັ້ນ, ຖ້າເຈົ້າຄິດໃນລັກສະນະນີ້, ແລ້ວການລໍ້ລວງຂອງຊາຕານກໍມາເຖິງເຈົ້າແລ້ວ. ເມື່ອໂຢບປະສົບກັບການທົດລອງ, ພຣະເຈົ້າ ແລະ ຊາຕານກຳລັງເດີມພັນກັນ ແລະ ພຣະເຈົ້າອະນຸຍາດໃຫ້ຊາຕານເຮັດໃຫ້ໂຢບເຈັບປວດ. ເຖິງແມ່ນວ່າ ພຣະເຈົ້າເອງທີ່ກຳລັງທົດສອບໂຢບ, ໃນຄວາມຈິງແລ້ວ ມັນແມ່ນຊາຕານທີ່ມາຫາເພິ່ນ. ສຳລັບຊາຕານແລ້ວ ມັນກຳລັງລໍ້ລວງໂຢບ, ແຕ່ໂຢບຢູ່ຂ້າງພຣະເຈົ້າ. ຖ້າບໍ່ເປັນແບບນັ້ນ ແລ້ວເພິ່ນກໍຄົງຈະຕົກລົງສູ່ການລໍ້ລວງ. ທັນທີທີ່ຜູ້ຄົນຕົກລົງສູ່ການລໍ້ລວງ, ພວກເຂົາກໍຕົກລົງສູ່ໄພອັນຕະລາຍ. ສາມາດເວົ້າໄດ້ວ່າ ການປະສົບກັບການຫຼໍ່ຫຼອມແມ່ນການທົດລອງຈາກພຣະເຈົ້າ, ແຕ່ຖ້າເຈົ້າບໍ່ໄດ້ຢູ່ໃນສະພາວະທີ່ດີ ມັນກໍສາມາດເວົ້າໄດ້ວ່າ ເປັນການລໍ້ລວງຈາກຊາຕານ. ຖ້າເຈົ້າບໍ່ຊັດເຈນກ່ຽວກັບນິມິດ, ຊາຕານກໍຈະກ່າວຫາເຈົ້າ ແລະ ປິດບັງເຈົ້າໃນນິມິດລັກສະນະດັ່ງກ່າວ. ກ່ອນທີ່ເຈົ້າຈະຮູ້ຕົວ, ເຈົ້າແມ່ນຕົກລົງສູ່ການລໍ້ລວງແລ້ວ.

ຖ້າເຈົ້າບໍ່ມີປະສົບການກັບພາລະກິດຂອງພຣະເຈົ້າ ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ຈັກເທື່ອ. ໃນປະສົບການຂອງເຈົ້າ, ເຈົ້າຕ້ອງຍັງເຂົ້າສູ່ລາຍລະອຽດຕ່າງໆ. ຕົວຢ່າງເຊັ່ນ ແມ່ນຫຍັງຄືສິ່ງທີ່ນໍາພາໃຫ້ເຈົ້າພັດທະນາແນວຄິດ ແລະ ແຮງຈູງໃຈທີ່ຫຼາຍເກີນໄປ ແລະ ເຈົ້າຕ້ອງແກ້ໄຂບັນຫາເຫຼົ່ານີ້ດ້ວຍການປະຕິບັດທີ່ເໝາະສົມຫຍັງແດ່? ຖ້າເຈົ້າສາມາດມີປະສົບການກັບພາລະກິດຂອງພຣະເຈົ້າ, ນີ້ກໍໝາຍຄວາມວ່າ ເຈົ້າມີວຸດທິພາວະ. ຖ້າເຈົ້າພຽງແຕ່ເບິ່ງຄືວ່າມີຄວາມຫ້າວຫັນ, ນີ້ກໍບໍ່ແມ່ນວຸດທິພາວະທີ່ແທ້ຈິງ ແລະ ເຈົ້າຈະບໍ່ສາມາດຍຶດໝັ້ນໄດ້ຢ່າງແນ່ນອນ. ມີແຕ່ເມື່ອພວກເຈົ້າສາມາດຜະເຊີນກັບພາລະກິດຂອງພຣະເຈົ້າ ແລະ ເຈົ້າສາມາດຜະເຊີນ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນເວລາໃດກໍຕາມ ແລະ ສະຖານທີ່ໃດກໍຕາມ, ເມື່ອໃດພວກເຈົ້າຈຶ່ງສາມາດອອກຈາກຄົນລ້ຽງແກະ, ດຳລົງຊີວິດຢ່າງເປັນອິດສະຫຼະໂດຍເພິ່ງພາພຣະເຈົ້າ ແລະ ພວກເຈົ້າສາມາດເຫັນການກະທຳທີ່ແທ້ຈິງຂອງພຣະເຈົ້າ, ມີແຕ່ເມື່ອນັ້ນ ຄວາມປະສົງຂອງພຣະເຈົ້າຈຶ່ງຈະຖືກເຮັດໃຫ້ສຳເລັດ. ໃນຕອນນີ້, ຄົນສ່ວນໃຫຍ່ບໍ່ຮູ້ຈັກວິທີຜະເຊີນກັບພາລະກິດນັ້ນ ແລະ ເມື່ອພວກເຂົາພົບກັບບັນຫາ, ພວກເຂົາກໍບໍ່ຮູ້ວິທີຈັດການກັບບັນຫານັ້ນ; ພວກເຂົາບໍ່ສາມາດມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ພວກເຂົາບໍ່ສາມາດນໍາພາຊີວິດຝ່າຍວິນຍານໄດ້. ເຈົ້າຕ້ອງນໍາພຣະທຳ ແລະ ພາລະກິດຂອງພຣະເຈົ້າເຂົ້າສູ່ຊີວິດຕົວຈິງຂອງເຈົ້າ.

ບາງເທື່ອ ພຣະເຈົ້າມອບຄວາມຮູ້ສຶກປະເພດໃດໜຶ່ງໃຫ້ກັບເຈົ້າ, ຄວາມຮູ້ສຶກທີ່ເຮັດໃຫ້ເຈົ້າສູນເສຍຄວາມສຸກພາຍໃນຂອງເຈົ້າ ແລະ ສູນເສຍການສະຖິດຂອງພຣະເຈົ້າ ຈົນເຈົ້າຕົກລົງສູ່ຄວາມມືດມົວ. ນີ້ແມ່ນການຫຼໍ່ຫຼອມຊະນິດໜຶ່ງ. ເມື່ອໃດກໍຕາມທີ່ເຈົ້າເຮັດບາງສິ່ງບາງຢ່າງ ມັນກໍຈະມີການຜິດພາດຢູ່ສະເໝີ ຫຼື ເຈົ້າຊົນຝາ. ນີ້ແມ່ນການລົງວິໄນຂອງພຣະເຈົ້າ. ບາງເທື່ອ ເມື່ອເຈົ້າເຮັດບາງສິ່ງທີ່ບໍ່ເຊື່ອຟັງ ແລະ ກະບົດຕໍ່ພຣະເຈົ້າ, ບໍ່ມີຜູ້ໃດອາດຮູ້ຈັກມັນໄດ້, ແຕ່ພຣະເຈົ້າຮູ້. ພຣະອົງຈະບໍ່ປ່ອຍໃຫ້ເຈົ້າໄປ ແລະ ພຣະອົງຈະລົງວິໄນເຈົ້າ. ພາລະກິດຂອງພຣະວິນຍານບໍລິສຸດມີລາຍລະອຽດຫຼາຍ. ພຣະອົງສັງເກດຄຳເວົ້າ ແລະ ການກະທຳທຸກຢ່າງຂອງຜູ້ຄົນຢ່າງລະມັດລະວັງ, ການປະພຶດ ແລະ ການເຄື່ອນໄຫວທຸກຢ່າງຂອງພວກເຂົາ ແລະ ຄວາມຄິດ ແລະ ແນວຄິດທຸກຢ່າງຂອງພວກເຂົາ ເພື່ອວ່າຜູ້ຄົນຈະສາມາດໄດ້ຮັບເອົາຄວາມສຳນຶກພາຍໃນກ່ຽວກັບສິ່ງເຫຼົ່ານີ້. ເຈົ້າເຮັດບາງສິ່ງບາງຢ່າງຄັ້ງໜຶ່ງ ແລະ ມັນກໍຜິດພາດ, ເຈົ້າເຮັດສິ່ງນັ້ນອີກຄັ້ງ ແລະ ມັນກໍຍັງຜິດພາດ ແລະ ເຈົ້າຈະມາເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດເທື່ອລະໜ້ອຍ. ຜ່ານການລົງວິໄນຫຼາຍຄັ້ງ, ເຈົ້າຈະຮູ້ວ່າ ຕ້ອງເຮັດແບບໃດເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ແມ່ນຫຍັງທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະອົງ. ໃນທີ່ສຸດແລ້ວ, ເຈົ້າຈະມີການຕອບສະໜອງທີ່ຖືກຕ້ອງຕໍ່ການນໍາພາຂອງພຣະວິນຍານບໍລິສຸດຈາກຂ້າງໃນຕົວເຈົ້າ. ບາງຄັ້ງ ເຈົ້າຈະກະບົດ ແລະ ເຈົ້າຈະຖືກພຣະເຈົ້າຕໍານິຕິຕຽນຈາກຂ້າງໃນ. ທຸກສິ່ງເຫຼົ່ານີ້ແມ່ນມາຈາກການລົງວິໄນຂອງພຣະເຈົ້າ. ຖ້າເຈົ້າບໍ່ເຊີດຊູບູຊາພຣະທຳຂອງພຣະເຈົ້າ, ຖ້າເຈົ້າດູຖູກພາລະກິດຂອງພຣະອົງ, ແລ້ວພຣະອົງຈະບໍ່ສົນໃຈເຈົ້າເລີຍ. ຍິ່ງເຈົ້າຈິງຈັງກັບພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ພຣະອົງຈະຍິ່ງໃຫ້ແສງສະຫວ່າງກັບເຈົ້າຫຼາຍສໍ່ານັ້ນ. ໃນຕອນນີ້, ມີບາງຄົນໃນຄຣິສຕະຈັກທີ່ມີຄວາມເຊື່ອທີ່ວຸ້ນວາຍ ແລະ ສັບສົນ ແລະ ພວກເຂົາເຮັດຫຼາຍໆສິ່ງທີ່ບໍ່ເໝາະສົມ ແລະ ປະພຶດຢ່າງບໍ່ມີວິໄນ ແລະ ດ້ວຍເຫດນີ້ ພາລະກິດຂອງພຣະວິນຍານບໍລິສຸດກໍບໍ່ສາມາດເຫັນໄດ້ຢ່າງຊັດເຈນໃນຕົວພວກເຂົາ. ບາງຄົນປະຖິ້ມໜ້າທີ່ຂອງພວກເຂົາຢູ່ເບື້ອງຫຼັງເພື່ອເຫັນແກ່ການຫາເງິນ, ອອກໄປດຳເນີນທຸລະກິດໂດຍບໍ່ຖືກລົງວິໄນ; ຄົນປະເພດນັ້ນຍິ່ງຕົກຢູ່ໃນອັນຕະລາຍຫຼາຍຂຶ້ນ. ບໍ່ແມ່ນວ່າ ພວກເຂົາຈະບໍ່ມີພາລະກິດຂອງພຣະວິນຍານໃນປັດຈຸບັນເທົ່ານັ້ນ, ແຕ່ໃນອະນາຄົດ ພວກເຂົາຈະຖືກເຮັດໃຫ້ສົມບູນໄດ້ຍາກ. ມີຫຼາຍຄົນທີ່ເຫັນພາລະກິດຂອງພຣະວິນຍານບໍລິສຸດໃນຕົວພວກເຂົາ ແລະ ບໍ່ເຫັນການລົງວິໄນໃນຕົວພວກເຂົາ. ພວກເຂົາເປັນຄົນທີ່ບໍ່ຊັດເຈນໃນຄວາມປະສົງຂອງພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ. ຄົນທີ່ສາມາດຍຶດໝັ້ນໃນລະຫວ່າງການຫຼໍ່ຫຼອມ, ຄົນທີ່ຕິດຕາມພຣະເຈົ້າບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ແລະ ຢ່າງໜ້ອຍສຸດຄືບໍ່ສາມາດຈາກໄປໄດ້ ຫຼື ບັນລຸ 0,1% ຂອງສິ່ງທີ່ເປໂຕບັນລຸແມ່ນຖືວ່າກຳລັງເຮັດດີ, ແຕ່ພວກເຂົາບໍ່ມີຄຸນຄ່າໃນເລື່ອງການທີ່ພຣະເຈົ້າໃຊ້ພວກເຂົາ. ຫຼາຍຄົນເຂົ້າໃຈສິ່ງຕ່າງໆຢ່າງໄວວາ, ມີຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າ ແລະ ສາມາດລື່ນລະດັບຂອງເປໂຕ ແລະ ພຣະເຈົ້າປະຕິບັດພາລະກິດແຫ່ງຄວາມສົມບູນໃນພວກເຂົາ. ການລົງວິໄນ ແລະ ການສ່ອງແສງສະຫວ່າງມາຫາຜູ້ຄົນດັ່ງກ່າວ ແລະ ຖ້າມີສິ່ງໃດໜຶ່ງໃນພວກເຂົາທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ພວກເຂົາກໍສາມາດໂຍນມັນຖິ້ມໄດ້ທັນທີ. ຄົນປະເພດນີ້ເປັນຄືກັບທອງຄຳ, ເງິນ ແລະ ຫີນທີ່ມີຄ່າ, ຄຸນຄ່າຂອງພວກເຂົາແມ່ນສູງທີ່ສຸດ! ຖ້າພຣະເຈົ້າໄດ້ກະທຳພາລະກິດຫຼາຍປະເພດ ແຕ່ເຈົ້າຍັງເປັນຄືກັບດິນຊາຍ ຫຼື ກ້ອນຫີນ, ແລ້ວເຈົ້າກໍບໍ່ມີຄ່າຫຍັງເລີຍ!

ພາລະກິດຂອງພຣະເຈົ້າໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນເປັນຕາປະຫຼາດໃຈ ແລະ ບໍ່ສາມາດຢັ່ງເຖິງໄດ້. ພຣະອົງຈະເຮັດໃຫ້ຄົນກຸ່ມໜຶ່ງສົມບູນ ແລະ ກຳຈັດຄົນອື່ນ, ຍ້ອນມີຄົນທຸກປະເພດໃນຄຣິສຕະຈັກ, ມີຄົນທີ່ຮັກຄວາມຈິງ ແລະ ຄົນທີ່ບໍ່ຮັກ; ມີຄົນທີ່ຜະເຊີນກັບພາລະກິດຂອງພຣະເຈົ້າ ແລະ ຄົນທີ່ບໍ່ໄດ້ຜະເຊີນ; ມີຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ຄົນທີ່ບໍ່ປະຕິບັດ; ມີຄົນທີ່ເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຄົນທີ່ບໍ່ເປັນພະຍານ ແລະ ພວກເຂົາສ່ວນໜຶ່ງແມ່ນຜູ້ບໍ່ເຊື່ອ ແລະ ມະນຸດທີ່ຊົ່ວຮ້າຍ ແລະ ພວກເຂົາຈະຖືກກຳຈັດຢ່າງແນ່ນອນ. ຖ້າເຈົ້າບໍ່ຮູ້ຈັກພາລະກິດຂອງພຣະເຈົ້າຢ່າງຊັດເຈນ ແລ້ວເຈົ້າກໍຈະມີຄວາມຄິດລົບ; ນີ້ກໍເພາະວ່າພາລະກິດຂອງພຣະເຈົ້າສາມາດເຫັນໄດ້ໃນຄົນກຸ່ມນ້ອຍເທົ່ານັ້ນ. ໃນເວລານີ້ ມັນກໍຈະຊັດເຈນວ່າ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງແມ່ນມີພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ຄົນທີ່ບໍ່ຮັກພຣະອົງຢ່າງແທ້ຈິງແມ່ນຈະຖືກເປີດເຜີຍຜ່ານແຕ່ລະບາດກ້າວຂອງພາລະກິດຂອງພຣະອົງ. ພວກເຂົາຈະກາຍມາເປັນສິ່ງທີ່ຈະຖືກໂຍນອອກ. ຄົນເຫຼົ່ານີ້ຈະຖືກເປີດໂປງຕະຫຼອດເສັ້ນທາງແຫ່ງພາລະກິດຂອງການເອົາຊະນະ ແລະ ພວກເຂົາເປັນຄົນທີ່ບໍ່ມີຄຸນຄ່າທີ່ຈະຖືກເຮັດໃຫ້ສົມບູນເລີຍ. ຄົນທີ່ຖືກເຮັດໃຫ້ສົມບູນກໍຖືກພຣະເຈົ້າຮັບເອົາຢ່າງຄົບຖ້ວນສົມບູນ ແລະ ສາມາດຮັກພຣະເຈົ້າຄືກັບເປໂຕ. ຄົນທີ່ຖືກເອົາຊະນະກໍບໍ່ມີຄວາມຮັກທີ່ເປັນໄປດ້ວຍຄວາມສະໝັກໃຈ, ມີແຕ່ຄວາມຮັກທີ່ບໍ່ດີ້ນລົນ ແລະ ພວກເຂົາແມ່ນຖືກບັງຄັບໃຫ້ຮັກພຣະເຈົ້າ. ຄວາມຮັກທີ່ເປັນໄປດ້ວຍຄວາມສະໝັກໃຈຖືກພັດທະນາຜ່ານຄວາມເຂົ້າໃຈທີ່ໄດ້ຮັບຜ່ານປະສົບການຕົວຈິງ. ຄວາມຮັກນີ້ຄອບຄອງຫົວໃຈຂອງບຸກຄົນໃດໜຶ່ງ ແລະ ເຮັດໃຫ້ພວກເຂົາອຸທິດຕົນໃຫ້ກັບພຣະເຈົ້າຢ່າງສະໝັກໃຈ; ພຣະທຳຂອງພຣະເຈົ້າກາຍມາເປັນພື້ນຖານຂອງພວກເຂົາ ແລະ ພວກເຂົາສາມາດທົນທຸກເພື່ອພຣະເຈົ້າໄດ້. ແນ່ນອນ ນີ້ແມ່ນສິ່ງທີ່ຄົນຜູ້ເຊິ່ງຖືກພຣະເຈົ້າເຮັດໃຫ້ສົມບູນມີ. ຖ້າເຈົ້າພຽງແຕ່ສະແຫວງຫາເພື່ອຖືກເອົາຊະນະ, ແລ້ວເຈົ້າກໍບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້; ຖ້າພຣະເຈົ້າພຽງແຕ່ບັນລຸເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງຜ່ານການເອົາຊະນະຜູ້ຄົນ, ແລ້ວບາດກ້າວຂອງຜູ້ບໍລິການກໍຈະສຳເລັດໜ້າທີ່ດັ່ງກ່າວ. ເຖິງຢ່າງໃດກໍຕາມ, ການເອົາຊະນະຜູ້ຄົນບໍ່ແມ່ນເປົ້າໝາຍສຸດທ້າຍຂອງພຣະເຈົ້າ ເຊິ່ງແມ່ນການເຮັດໃຫ້ຜູ້ຄົນສົມບູນ. ສະນັ້ນ ແທນທີ່ຈະເວົ້າວ່າ ຂັ້ນຕອນນີ້ແມ່ນພາລະກິດແຫ່ງການເອົາຊະນະ, ໃຫ້ເວົ້າວ່າ ມັນແມ່ນພາລະກິດແຫ່ງການເຮັດໃຫ້ສົມບູນ ແລະ ການກຳຈັດ. ບາງຄົນຍັງບໍ່ຖືກເອົາຊະນະຢ່າງສົມບູນ ແລະ ໃນເສັ້ນທາງແຫ່ງການເອົາຊະນະພວກເຂົາ, ກຸ່ມຄົນໜຶ່ງຈະຖືກເຮັດໃຫ້ສົມບູນ. ພາລະກິດສອງສ່ວນນີ້ໄດ້ຖືກປະຕິບັດຄຽງຄູ່ກັນໄປ. ຜູ້ຄົນຍັງບໍ່ໄດ້ອອກເດີນທາງ ແມ່ນແຕ່ໃນຕະຫຼອດໄລຍະເວລາທີ່ຍາວນານຂອງພາລະກິດດັ່ງກ່າວ ແລະ ສິ່ງນີ້ກໍສະແດງວ່າ ເປົ້າໝາຍຂອງການເອົາຊະນະແມ່ນຖືກບັນລຸແລ້ວ, ນີ້ແມ່ນຄວາມຈິງຂອງການຖືກເອົາຊະນະ. ການຫຼໍ່ຫຼອມບໍ່ແມ່ນເພື່ອເຫັນແກ່ການເອົາຊະນະ, ແມ່ນເພື່ອເຫັນແກ່ການຖືກເຮັດໃຫ້ສົມບູນ. ຫາກປາສະຈາກການຫຼໍ່ຫຼອມ, ຜູ້ຄົນຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ສະນັ້ນ ການຫຼໍ່ຫຼອມກໍມີຄ່າແທ້ໆ! ໃນປັດຈຸບັນ, ຄົນກຸ່ມໜຶ່ງກຳລັງຖືກເຮັດໃຫ້ສົມບູນ ແລະ ຖືກຮັບເອົາ. ພອນສິບຢ່າງທີ່ກ່າວເຖິງກ່ອນໜ້ານີ້ ແມ່ນລ້ວນແລ້ວແຕ່ແນໃສ່ຄົນທີ່ຖືກເຮັດໃຫ້ສົມບູນ. ທຸກສິ່ງທີ່ກ່ຽວກັບການປ່ຽນແປງພາບລັກຂອງພວກເຂົາເທິງແຜ່ນດິນໂລກ ແມ່ນເພື່ອແນໃສ່ຄົນທີ່ຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ຖືກເຮັດໃຫ້ສົມບູນແມ່ນບໍ່ມີຄຸນສົມບັດທີ່ຈະໄດ້ຮັບສັນຍາຂອງພຣະເຈົ້າໄດ້.

ກ່ອນນີ້: ທຸກສິ່ງຖືກບັນລຸໂດຍພຣະທໍາຂອງພຣະເຈົ້າ

ຕໍ່ໄປ: ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້