ບົດທີ 37
ພວກເຈົ້າຂາດຄວາມເຊື່ອໃນການສະຖິດຂອງເຮົາແທ້ໆ ແລະ ມັກເພິ່ງພາຕົນເອງໃນການເຮັດສິ່ງຕ່າງໆຢູ່ສະເໝີ. “ຫາກປາສະຈາກເຮົາແລ້ວ ພວກເຈົ້າບໍ່ສາມາດເຮັດຫຍັງໄດ້ເລີຍ!” ແຕ່ພວກເຈົ້າ ຄົນທີ່ເສື່ອມຊາມ ເອົາພຣະທຳຂອງເຮົາເຂົ້າຫູຂ້າງໜຶ່ງແລ້ວອອກອີກຂ້າງໜຶ່ງຢູ່ຕະຫຼອດເວລາ. ຊີວິດໃນປັດຈຸບັນຄືຊີວິດແຫ່ງພຣະທຳ; ຫາກປາສະຈາກພຣະທຳກໍຈະບໍ່ມີຊີວິດ, ບໍ່ມີປະສົບການ ແລະ ແມ່ນແຕ່ຄວາມເຊື່ອກໍຈະບໍ່ມີ. ຄວາມເຊື່ອຢູ່ໃນພຣະທຳ; ພຽງແຕ່ເຈົ້າເອົາໃຈໃສ່ກັບພຣະທຳຂອງພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ ເຈົ້າຈິ່ງສາມາດມີທຸກສິ່ງໄດ້. ຢ່າກັງວົນວ່າເຈົ້າຈະບໍ່ເຕີບໃຫຍ່; ຊີວິດມາຈາກການເຕີບໃຫຍ່, ບໍ່ແມ່ນຈາກຄວາມກັງວົນ.
ພວກເຈົ້າມັກຈະກັງວົນໃຈ ແລະ ບໍ່ຟັງຄຳສັ່ງສອນຂອງເຮົາ. ເຈົ້າຕ້ອງການກ້າວເດີນໄວກວ່າບາດກ້າວຂອງເຮົາຢູ່ສະເໝີ. ນີ້ແມ່ນຫຍັງແທ້? ມັນແມ່ນຄວາມທະເຍີທະຍານຢ່າງເພີ້ຝັນຂອງມະນຸດ. ເຈົ້າຄວນແຍກແຍະໃຫ້ຊັດເຈນລະຫວ່າງສິ່ງທີ່ມາຈາກພຣະເຈົ້າ ແລະ ສິ່ງທີ່ມາຈາກເຈົ້າເອງ. ຄວາມກະຕືລືລົ້ນຈະບໍ່ຖືກຍົກຍ້ອງຢູ່ຕໍ່ໜ້າເຮົາຈັກເທື່ອ. ເຮົາຕ້ອງການໃຫ້ພວກເຈົ້າສາມາດຕິດຕາມເຮົາຢ່າງຈິງໃຈຕັ້ງແຕ່ຕົ້ນຈົນຈົບ ໂດຍບໍ່ມີການປ່ຽນແປງຄວາມຈົງຮັກພັກດີແມ່ນແຕ່ໜ້ອຍເລີຍ. ເຈົ້າເຊື່ອວ່າ ການປະພຶດໃນລັກສະນະນີ້ແມ່ນການອຸທິດໃຫ້ກັບພຣະເຈົ້າ. ມະນຸດຕາບອດເອີຍ! ເປັນຫຍັງເຈົ້າຈຶ່ງບໍ່ມາຢູ່ຕໍ່ໜ້າເຮົາຫຼາຍກວ່ານີ້ເພື່ອສະແຫວງຫາ, ແຕ່ກັບຈົມປັກຢູ່ກັບຕົວເອງ? ເຈົ້າຕ້ອງເຫັນຢ່າງຈະແຈ້ງ! ຄົນທີ່ກຳລັງປະຕິບັດພາລະກິດໃນຕອນນີ້ບໍ່ແມ່ນມະນຸດຢ່າງແນ່ນອນ, ແຕ່ກົງກັນຂ້າມ ແມ່ນພຣະຜູ້ປົກຄອງສັບພະສິ່ງທັງປວງ ເຊິ່ງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ ນັ້ນກໍຄື ອົງຊົງລິດທານຸພາບສູງສຸດ! ເຈົ້າຕ້ອງບໍ່ເບິ່ງຂ້າມ, ແຕ່ກົງກັນຂ້າມ ຕ້ອງຍຶດໝັ້ນກັບທຸກສິ່ງທີ່ພວກເຈົ້າມີຢູ່ສະເໝີ ເພາະວ່າມື້ຂອງເຮົາໃກ້ເຂົ້າມາແລ້ວ. ບັດນີ້ ພວກເຈົ້າຍັງບໍ່ຕື່ນໃນເວລາແບບນີ້ອີກບໍ? ພວກເຈົ້າຍັງບໍ່ເຫັນຢ່າງແຈ່ມແຈ້ງບໍ? ພວກເຈົ້າຍັງພົວພັນຢູ່ກັບໂລກ ແລະ ບໍ່ສາມາດແຍກອອກຈາກມັນໄດ້. ເປັນຫຍັງ? ເຈົ້າຮັກເຮົາແທ້ບໍ? ເຈົ້າສາມາດເປີດຫົວໃຈຂອງເຈົ້າໃຫ້ເຮົາເຫັນໄດ້ບໍ? ເຈົ້າສາມາດມອບຄວາມເປັນຢູ່ທັງໝົດຂອງເຈົ້າໃຫ້ກັບເຮົາໄດ້ບໍ?
ຈົ່ງຄິດເຖິງພຣະທຳຂອງເຮົາຫຼາຍກວ່ານີ້ ແລະ ມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບພຣະທຳເຫຼົ່ານັ້ນຢູ່ສະເໝີ. ຢ່າສັບສົນ ຫຼື ສອງຈິດສອງໃຈ. ຈົ່ງໃຊ້ເວລາໃນການສະຖິດຂອງເຮົາຫຼາຍຂຶ້ນ, ຮັບເອົາພຣະທຳທີ່ບໍລິສຸດຂອງເຮົາໃຫ້ຫຼາຍຂຶ້ນ ແລະ ຢ່າເຂົ້າໃຈເຈດຕະນາຂອງເຮົາຜິດ. ມີຫຍັງອີກແດ່ທີ່ພວກເຈົ້າຕ້ອງການໃຫ້ເຮົາເວົ້າກັບພວກເຈົ້າ? ຫົວໃຈຂອງຜູ້ຄົນແຂງກະດ້າງ ແລະ ຄວາມຄິດຂອງຜູ້ຄົນກໍຈິງຈັງເກີນໄປ. ພວກເຂົາຄິດຢູ່ສະເໝີວ່າ ມີຊີວິດແບບບໍ່ທຸກໃຈກໍພຽງພໍແລ້ວ ແລະ ພວກເຂົາເຮັດໃຫ້ຊີວິດຂອງພວກເຂົາເປັນເລື່ອງຕະຫຼົກຢູ່ສະເໝີ. ເດັກນ້ອຍທີ່ໂງ່ຈ້າເອີຍ! ເວລາບໍ່ໄດ້ຊັກຊ້າ, ມັນບໍ່ແມ່ນເວລາທີ່ຈະຫຼິ້ນຢູ່ລ້າໆ. ເຈົ້າຄວນມືນຕາຂອງເຈົ້າ ແລະ ເບິ່ງວ່າມັນຈັກໂມງແລ້ວ. ດວງຕາເວັນໃກ້ຈະຜ່ານຂອບຟ້າ ແລະ ສ່ອງແສງສະຫວ່າງໃຫ້ກັບແຜ່ນດິນໂລກ. ມືນຕາຂອງເຈົ້າ ແລະ ເບິ່ງໃຫ້ດີ, ຢ່າປະໝາດ.
ນີ້ເປັນເລື່ອງໃຫຍ່, ແຕ່ພວກເຈົ້າກັບຖືເບົາ ແລະ ປະຕິບັດຕໍ່ມັນແບບນີ້! ເຮົາກັງວົນໃຈ, ແຕ່ມີໜ້ອຍຄົນທີ່ຄິດເຖິງຫົວໃຈຂອງເຮົາ ແລະ ສາມາດໄດ້ຍິນການຕັກເຕືອນທີ່ດີຂອງເຮົາ ແລະ ຟັງຄຳແນະນຳຂອງເຮົາ! ພາລະກິດແມ່ນຍາກຫຼາຍ, ແຕ່ມີໜ້ອຍຄົນທ່າມກາງພວກເຈົ້າທີ່ສາມາດແບ່ງປັນພາລະກັບເຮົາໄດ້; ເຈົ້າຍັງມີທ່າທີແບບນີ້. ເຖິງແມ່ນວ່າເຈົ້າມີຄວາມກ້າວໜ້າ ເມື່ອທຽບກັບອະດີດ, ແຕ່ເຈົ້າບໍ່ສາມາດຄົງຢູ່ກັບສະພາບແບບນີ້! ບາດກ້າວຂອງເຮົາກ້າວໄປຂ້າງໜ້າຢ່າງໄວວາ, ແຕ່ພວກເຈົ້າຍັງຢູ່ໃນບາດກ້າວແບບນີ້. ເຈົ້າຈະນໍາທັນແສງສະຫວ່າງແຫ່ງປັດຈຸບັນ ແລະ ບາດກ້າວຂອງເຮົາໄດ້ແນວໃດ? ຢ່າລັງເລໃຈອີກເລີຍ. ເຮົາໄດ້ເວົ້າຢໍ້າກັບພວກເຈົ້າຊໍ້າແລ້ວຊໍ້າອີກ, ມື້ຂອງເຮົາຈະບໍ່ໄດ້ລໍຊ້າອີກຕໍ່ໄປ!
ແສງສະຫວ່າງໃນມື້ນີ້ກໍສໍາລັບມື້ນີ້. ມັນບໍ່ສາມາດປຽບທຽບກັບແສງສະຫວ່າງຂອງມື້ວານນີ້ໄດ້ ແລະ ມັນບໍ່ສາມາດປຽບທຽບກັບແສງສະຫວ່າງໃນມື້ຕໍ່ໄປໄດ້. ການເປີດເຜີຍໃໝ່ ແລະ ແສງສະຫວ່າງໃໝ່ແມ່ນກ້າຂຶ້ນໃນແຕ່ລະມື້ ແລະ ແຈ້ງຂຶ້ນໃນແຕ່ລະມື້. ຢ່າມຶນງົງອີກຕໍ່ໄປ, ຢ່າໂງ່ອີກຕໍ່ໄປເລີຍ, ຢ່າຫົວໂບຮານອີກເລີຍ, ຢ່າທ່ວງດຶງເວລາຂອງເຮົາອີກເລີຍ ຫຼື ເຮັດໃຫ້ເຮົາເສຍເວລາຢ່າງໄຮ້ປະໂຫຍດ.
ລະວັງ! ລະວັງຕົວໃຫ້ດີ! ຈົ່ງອະທິຖານຫາເຮົາຫຼາຍຂຶ້ນ, ຈົ່ງໃຊ້ເວລາຢູ່ຕໍ່ໜ້າເຮົາຫຼາຍຂຶ້ນ ແລະ ເຈົ້າຈະໄດ້ຮັບທຸກສິ່ງຢ່າງແນ່ນອນ! ຈົ່ງເຊື່ອວ່າ ດ້ວຍວິທີນີ້ ເຈົ້າຈະໄດ້ຮັບທຸກສິ່ງ ຢ່າງແນ່ນອນ!